ຄວາມຮູ້ເລັກນ້ອຍຂອງຂ້ອຍກ່ຽວກັບອຸປະນິໄສຜູ້ຕໍ່ຕ້ານພຣະຄຣິດ

22 ເດືອນສິງຫາ 2023

ຂ້ອຍຖືກເລືອກໃຫ້ເປັນຜູ້ນຳຄຣິສຕະຈັກໃນປີ 2021. ຊົ່ວໄລຍະໜຶ່ງ, ຂ້ອຍມີບັນຫາກັບວຽກງານການລ້ຽງດູ. ຜູ້ລ້ຽງດູບາງຄົນບໍ່ໄດ້ມາເຕົ້າໂຮມກັນເປັນປະຈຳ ແລະ ເມື່ອພວກເຂົາເຂົ້າຮ່ວມ, ພວກເຂົາກໍບໍ່ຄ່ອຍໂອ້ລົມ. ຂ້ອຍບໍ່ຮູ້ວ່າຈະແກ້ບັນຫາແນວໃດ, ດັ່ງນັ້ນ ຂ້ອຍຈຶ່ງບອກເອື້ອຍລູຊີ ທີ່ເປັນຜູ້ນຳ ກ່ຽວກັບຄວາມຫຍຸ້ງຍາກນີ້. ມື້ໜຶ່ງລາວເພີ່ມນັກເທດຄົນໜຶ່ງ ຄືອ້າຍມັດທາຍ ເຂົ້າກຸ່ມເຕົ້າໂຮມຂອງພວກເຮົາ. ຂ້ອຍຮູ້ວ່າລາວເຂົ້າໃຈຄວາມຈິງໄດ້ດີກວ່າຂ້ອຍ ແລະ ລາວໄດ້ຊ່ວຍຂ້ອຍໃນວຽກຂອງຂ້ອຍໃນເມື່ອກ່ອນ. ແຕ່ຂ້ອຍບໍ່ພໍໃຈປານໃດທີ່ເຫັນລາວເຂົ້າຮ່ວມກຸ່ມຂອງພວກເຮົາ ແລະ ຄວາມຄິດທໍາອິດຂອງຂ້ອຍແມ່ນສົງໄສວ່າລາວຈະມາສຳຫຼວດວຽກງານຂອງຂ້ອຍ. ຂ້ອຍກັງວົນວ່າຖ້າລາວຄົ້ນພົບບັນຫາ ແລະ ເປີດໂປງຂ້ອຍ, ຂ້ອຍກໍຈະເສຍໜ້າ ແລະ ຄົນອື່ນຈະບໍ່ຊື່ນຊົມຂ້ອຍໃນຖານະຜູ້ນຳ, ດັ່ງນັ້ນຂ້ອຍຈຶ່ງບໍ່ຕ້ອງການໃຫ້ລາວດູແລຕິດຕາມວຽກຂອງຂ້ອຍ. ຕໍ່ມາຂ້ອຍສັງເກດເຫັນວ່າເອື້ອຍລູຊີ ໄດ້ເພີ່ມອ້າຍມັດທາຍ ເຂົ້າຫຼາຍໆກຸ່ມໃຫຍ່ໃນຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງທຸກຄົນກໍສົ່ງຂໍ້ຄວາມຕ້ອນຮັບລາວ. ນີ້ເຮັດໃຫ້ຂ້ອຍເສຍໃຈຫຼາຍຂຶ້ນ. ຂ້ອຍຮູ້ສຶກວ່າລາວຕ້ອງມາແທນບ່ອນຂອງຂ້ອຍຢ່າງແນ່ນອນ.

ແລງມື້ນັ້ນ ອ້າຍມັດທາຍໄດ້ເຂົ້າຮ່ວມການເຕົ້າໂຮມສຳລັບຜູ້ເຊື່ອໃໝ່. ພວກເຂົາຟັງການໂອ້ລົມລາວຢ່າງຕັ້ງໃຈ ແລະ ໂຕ້ຕອບກັບລາວຢ່າງກະຕືລືລົ້ນ, ແຕ່ເບິ່ງຄືເມີນເສີຍຕໍ່ການໂອ້ລົມຂອງຂ້ອຍ. ຂ້ອຍອິດສາມັດທາຍແທ້ໆ ແລະ ບໍ່ຢາກເວົ້າຫຍັງອີກ. ຂ້ອຍຮູ້ສຶກຄືກັບວ່າ ເມື່ອລາວຢູ່ທີ່ນັ້ນ, ບໍ່ມີໃຜຕ້ອງການຂ້ອຍອີກຕໍ່ໄປ. ທຸກຄົນດີໃຈຫຼາຍຫຼັງຈາກໄດ້ຍິນການໂອ້ລົມຂອງມັດທາຍ ແລະ ມີແຕ່ສືບຕໍ່ຂອບໃຈພຣະເຈົ້າ. ບາງຄົນເຖິງກັບເວົ້າວ່າ ພວກເຂົາບໍ່ເຄີຍຮູ້ສຶກໄດ້ຮັບແສງສະຫວ່າງຫຼາຍແບບນີ້ມາກ່ອນໃນການເຕົ້າໂຮມ ແລະ ພວກເຂົາໄດ້ຮັບຫຼາຍຢ່າງຈາກການໂອ້ລົມຂອງລາວ. ຂ້ອຍໃຈຮ້າຍແທ້ໆທີ່ໄດ້ຍິນອ້າຍເອື້ອຍນ້ອງເວົ້າແນວນັ້ນ ແລະ ຂ້ອຍຮູ້ສຶກວ່າພວກເຂົາບໍ່ໄດ້ເອົາໃຈໃສ່ຕໍ່ການທີ່ຂ້ອຍຢູ່ບ່ອນນັ້ນ, ຄືກັບວ່າຂ້ອຍບໍ່ໄດ້ແບ່ງປັນການໂອ້ລົມໃດໆກັບພວກເຂົາເລີຍ. ຂ້ອຍຮູ້ສຶກອັບອາຍ ແລະ ຂ້ອຍເຖິງກັບຄຽດແຄ້ນໃຫ້ອ້າຍເອື້ອຍນ້ອງ, ຮູ້ສຶກວ່າພວກເຂົາໄດ້ລືມກ່ຽວກັບທຸກສິ່ງທີ່ຂ້ອຍໄດ້ໂອ້ລົມ. ໃນຂະນະທີ່ສິ້ນສຸດການເຕົ້າໂຮມ, ມັດທາຍໄດ້ສະຫຼຸບບາງຢ່າງໃຫ້ກັບພວກເຮົາ. ຂ້ອຍບໍ່ຕ້ອງການທີ່ຈະເວົ້າ ແລະ ຂ້ອຍບໍ່ຕ້ອງການໄດ້ຍິນທຸກຄົນຍົກຍ້ອງລາວແທ້ໆ. ຂ້ອຍຕ້ອງການສິ້ນສຸດການເຕົ້າໂຮມໃຫ້ໄວເທົ່າທີ່ຈະໄວໄດ້ ແລະ ໜີຈາກຄວາມວຸ້ນວາຍທັງປວງ. ຕອນນັ້ນເອງ, ມັດທາຍໄດ້ຖາມຂ້ອຍວ່າຂ້ອຍຄິດແນວໃດກ່ຽວກັບການເຕົ້າໂຮມ. ຂ້ອຍບໍ່ຕ້ອງການເຂົ້າຮ່ວມໃນການສົນທະນາ, ສະນັ້ນຂ້ອຍຈຶ່ງພຽງແຕ່ເວົ້າສອງສິ່ງພໍເປັນພິທີເທົ່ານັ້ນ. ແລ້ວມັດທາຍກໍເວົ້າກ່ຽວກັບບາງບັນຫາທີ່ລາວຄົ້ນພົບ. ລາວເວົ້າວ່າການໂອ້ລົມຂອງຂ້ອຍຂ້ອນຂ້າງກວ້າງ ແລະ ບໍ່ຊັດເຈນ, ວ່າຄົນອື່ນບໍ່ໄດ້ເຂົ້າໃຈມັນ ແລະ ບໍ່ມີໃຜຕອບກັບ ແລະ ການເຕົ້າໂຮມແບບນີ້ແມ່ນບໍ່ເກີດຜົນ. ຂ້ອຍຮູ້ສຶກຕໍ່ຕ້ານແທ້ໆເມື່ອໄດ້ຍິນລາວເວົ້າແນວນັ້ນ. ເປັນຫຍັງລາວຕ້ອງເປີດໂປງບັນຫາຂອງຂ້ອຍ? ລາວຕ້ອງມາເພື່ອຕັ້ງເປົ້າໃສ່ຂ້ອຍໂດຍສະເພາະ. ຖ້າລາວຈະປົດຂ້ອຍອອກຈາກໜ້າທີ່, ລາວກໍຄວນເວົ້າໂດຍກົງ! ຂ້ອຍມີອັກຄະຕິຕໍ່ມັດທາຍ.

ຕໍ່ມາ, ອ້າຍມັດທາຍແນະນຳໃຫ້ຊອກຫາຂໍ້ຄວາມໃນພຣະທຳຂອງພຣະເຈົ້້າທີ່ກ່ຽວຂ້ອງກັບບັນຫາຂອງຜູ້ເຊື່ອໃໝ່ສຳລັບການເຕົ້າໂຮມ. ພວກເຮົາສາມາດມີຄວາມຄ່ອງຕົວຫຼາຍຂຶ້ນໃນການໂອ້ລົມ ແລະ ໃຊ້ບາງຕົວຢ່າງ ຫຼື ແບ່ງປັນເລື່ອງນ້ອຍໆ ເພື່ອຊ່ວຍໃຫ້ພວກເຂົາເຂົ້າໃຈພຣະທຳຂອງພຣະເຈົ້າ. ຂ້ອຍຄິດວ່າການໂອ້ລົມໃນລັກສະນະນັ້ນລະອຽດເກີນໄປ ແລະ ໃນໃຈຂ້ອຍກໍບໍ່ເຫັນດີ, ແຕ່ຄົນອື່ນໆມັກຄຳແນະນຳຂອງລາວແທ້ໆ. ໃນຕອນຄ່ຳ, ພວກເຮົາເປັນປະທານຮ່ວມໃນການເຕົ້າໂຮມອີກ ແລະ ຂ້ອຍກັງວົນວ່າມັດທາຍຈະຂາຍໜ້າຂ້ອຍອີກ. ຂ້ອຍຄິດວ່າຂ້ອຍສາມາດບັນທຶກບັນຫາໃນການໂອ້ລົມຂອງລາວ ແລະ ຊີ້ໃຫ້ເຫັນບັນຫາດັ່ງກ່າວໃນຕອນທີ່ສະຫຼຸບການເຕົ້າໂຮມ. ແຕ່ຂ້ອຍກໍປະຫຼາດໃຈທີ່ຜູ້ເຊື່ອໃໝ່ມັກການເຕົ້າໂຮມປະເພດດັ່ງກ່າວ ແລະ ຍົກຕົວຢ່າງຕ່າງໆໃນການໂອ້ລົມເພື່ອຊ່ວຍໃຫ້ພວກເຂົາເຂົ້າໃຈພຣະທຳຂອງພຣະເຈົ້າໄດ້ດີຂຶ້ນ. ມັນເປັນການເຕົ້າໂຮມທີ່ມີໝາກຜົນ. ຂ້ອຍບໍ່ສາມາດຈັບຜິດໄດ້. ແຕ່ເມື່ອມັດທາຍຕັ້ງຄຳຖາມກັບຜູ້ເຂົ້າຮ່ວມ, ພວກເຂົາບາງຄົນບໍ່ໄດ້ຕ້ອບ, ເຮັດໃຫ້ເກີດຊ່ວງເວລາທີ່ອຶດອັດໃຈ. ຂ້ອຍພໍໃຈແທ້ໆ ແລະ ຮູ້ສຶກວ່າ ໃນທີ່ສຸດ ຂ້ອຍກໍພົບບັນຫາຂອງລາວ. ຂ້ອຍໄດ້ບັນທຶກຂໍ້ບົກຜ່ອງຂອງລາວໄວ້ ເພື່ອໃຫ້ຂ້ອຍສາມາດເອີ້ນອອກຊື່ລາວເຊັ່ນກັນ. ເມື່ອຮອດເວລາທີ່ຂ້ອຍຕ້ອງໂອ້ລົມ, ຂ້ອຍຕ້ອງການເຮັດສຸດຄວາມສາມາດເພື່ອແບ່ງປັນປະເດັນສຳຄັນກ່ຽວກັບສິ່ງທີ່ຂ້ອຍເຂົ້າໃຈ, ເຮັດສຸດຄວາມສາມາດຂອງຂ້ອຍເພື່ອໃຫ້ເໜືອກວ່າອ້າຍມັດທາຍ ແລະ ເຮັດໃຫ້ຄົນອື່ນເຄົາລົບຂ້ອຍ. ແຕ່ກ່ອນທີ່ຂ້ອຍຈະຮູ້ຕົວ, ຂ້ອຍກໍກຳລັງໂອ້ລົມໃນຫົວຂໍ້ອື່ນ. ຂ້ອຍຮູ້ສຶກວ່າມັນຍັງສຳຄັນແທ້ໆ ແລະ ເປັນສິ່ງທີ່ພວກເຂົາຕ້ອງເຂົ້າໃຈ, ດັ່ງນັ້ນ ຂ້ອຍຈຶ່ງໂອ້ລົມຕໍ່ໄປ. ຫຼັງຈາກສິ້ນສຸດການເຕົ້າໂຮມ, ອ້າຍມັດທາຍໄດ້ເປີດເຜີຍບັນຫາຂອງຂ້ອຍອີກເທື່ອໜຶ່ງ, ເວົ້າວ່າຂ້ອຍເວົ້າອອກນອກຫົວຂໍ້ໃນການໂອ້ລົມຂອງຂ້ອຍ ເຊິ່ງເປັນການຍາກສຳລັບທຸກຄົນທີ່ຈະເຂົ້າໃຈຫົວຂໍ້ຫຼັກຂອງການເຕົ້າໂຮມຂອງມື້ນັ້ນ. ລາວຍັງເຕືອນຂ້ອຍໃຫ້ຄິດຢ່າງຈິງຈັງກັບຫົວຂໍ້ການເຕົ້າໂຮມຂອງພວກເຮົາ. ເອື້ອຍຄົນໜຶ່ງກໍເວົ້າເຊັ່ນກັນວ່າການໂອ້ລົມຂອງຂ້ອຍຍາວເກີນໄປ ແລະ ລາວບໍ່ສາມາດເຂົ້າໃຈປະເດັນສຳຄັນໄດ້. ເມື່ອໄດ້ຍິນທັງໝົດນີ້ ກໍເຮັດໃຫ້ຂ້ອຍເປັນທຸກໃຈ ແລະ ຂ້ອຍກໍອົດບໍ່ໄດ້ທີ່ຈະເລີ່ມຮ້ອງໄຫ້. ຂ້ອຍຄິດວ່າ ເປັນຫຍັງລາວຈຶ່ງສືບຕໍ່ເວົ້າກ່ຽວກັບຂໍ້ຜິດພາດຂອງຂ້ອຍ? ຫຼັງຈາກນີ້ໄປຄົນອື່ນຈະຄິດກັບຂ້ອຍແນວໃດ? ພວກເຂົາຍັງຈະເຄົາລົບຂ້ອຍຢູ່ບໍ? ຕອນນັ້ນ ຂ້ອຍໃຈຮ້າຍໃຫ້ອ້າຍມັດທາຍແທ້ໆ ແລະ ຂ້ອຍຮູ້ສຶກຄືກັບວ່າ ລາວຕັ້ງໃຈເຮັດໃຫ້ສິ່ງຕ່າງໆຍາກສຳລັບຂ້ອຍ, ລາວຕ້ອງການໃຫ້ທຸກຄົນເຫັນຂໍ້ບົກຜ່ອງຂອງຂ້ອຍ. ຂ້ອຍຕ້ອງການໃຫ້ລາວຈາກໄປ, ບໍ່ໃຫ້ລາວເຂົ້າຮ່ວມການເຕົ້າໂຮມຂອງພວກເຮົາອີກຕໍ່ໄປ. ແຕ່ຂ້ອຍບໍ່ມີຄວາມຕື່ນຕົວວ່າ ຂ້ອຍບໍ່ຄວນຄິດແບບນັ້ນ. ຂ້ອຍອະທິຖານຫາພຣະເຈົ້າວ່າ “ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຂ້ານ້ອຍຮູ້ວ່າມີບົດຮຽນໃຫ້ຂ້ານ້ອຍຮຽນຮູ້ໃນເລື່ອງນີ້, ແຕ່ຂ້ານ້ອຍໃຈຮ້າຍໃຫ້ອ້າຍມັດທາຍແທ້ໆ. ມັນຍາກຫຼາຍສຳລັບຂ້ານ້ອຍທີ່ຈະຍອມຮັບຄຳແນະນຳນີ້. ຂ້ານ້ອຍຄວນເຂົ້າໃຈສະຖານະການນີ້ແນວໃດ? ພຣະເຈົ້າ, ກະລຸນາຊ່ວຍຂ້ານ້ອຍໃຫ້ສະຫງົບລົງ ແລະ ຊີ້ນຳໃຫ້ຂ້ານ້ອຍຮູ້ຈັກຕົວເອງ, ບໍ່ໃຫ້ເຮັດສິ່ງໃດທີ່ຜິດໃຈພຣະອົງ”.

ມື້ຕໍ່ມາ, ຂ້ອຍຊອກຫາພຣະທຳຂອງພຣະເຈົ້າເພື່ອແກ້ໄຂບັນຫາຂອງຂ້ອຍ. ຂ້ອຍອ່ານພຣະທຳສອງສາມຂໍ້. “ມີບາງຄົນທີ່ຢ້ານຢູ່ສະເໝີວ່າ ຄົນອື່ນຈະເກັ່ງກວ່າພວກເຂົາ ແລະ ສູງສົ່ງກວ່າພວກເຂົາ, ຢ້ານວ່າຄົນອື່ນຈະໄດ້ຮັບການເຄົາລົບໃນຂະນະທີ່ພວກເຂົາຖືກເມີນເສີຍ. ສິ່ງນີ້ເຮັດໃຫ້ພວກເຂົາໂຈມຕີ ແລະ ກີດກັນຄົນອື່ນ. ນີ້ບໍ່ແມ່ນກໍລະນີການອິດສາຄົນທີ່ມີຄວາມສາມາດຫຼາຍກວ່າພວກເຂົາເອງບໍ? ພຶດຕິກຳດັ່ງກ່າວບໍ່ແມ່ນການເຫັນແກ່ຕົວ ແລະ ເປັນຕາລັງກຽດບໍ? ນີ້ແມ່ນອຸປະນິໄສແບບໃດ? ມັນຄືຄວາມມຸ່ງຮ້າຍ! ການຄິດເຖິງຜົນປະໂຫຍດຂອງຕົນເອງເທົ່ານັ້ນ, ການຕອບສະໜອງຄວາມປາຖະໜາຂອງຕົນເອງເທົ່ານັ້ນ, ການບໍ່ພິຈາລະນາເຖິງຄົນອື່ນ ຫຼື ຜົນປະໂຫຍດໃນເຮືອນຂອງພຣະເຈົ້າ, ຄົນແບບນີ້ມີອຸປະນິໄສທີ່ບໍ່ດີ ແລະ ພຣະເຈົ້າບໍ່ມີຄວາມຮັກສຳລັບພວກເຂົາ(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ອິດສະຫຼະພາບ ແລະ ເສລີພາບສາມາດຮັບເອົາໄດ້ໂດຍການປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຄົນໆໜຶ່ງເທົ່ານັ້ນ). “ໃນທຸກສິ່ງທີ່ກ່ຽວຂ້ອງກັບຊື່ສຽງ, ສະຖານະ ຫຼື ສິ່ງທີ່ສາມາດເຮັດໃຫ້ພວກເຂົາມີການເປີດເຜີຍ, ຕົວຢ່າງ: ເມື່ອຜູ້ຄົນໄດ້ຍິນວ່າເຮືອນຂອງພຣະເຈົ້າວາງແຜນທີ່ລ້ຽງດູຄົນທີ່ມີພອນສະຫວັນຫຼາກຫຼາຍປະເພດ, ຫົວໃຈຂອງທຸກຄົນກໍກະໂດດໄປມາດ້ວຍຄວາມຄາດຫວັງ ແລະ ພວກເຈົ້າແຕ່ລະຄົນຕ້ອງການທີ່ຈະສ້າງຊື່ສຽງສຳລັບຕົນເອງ ແລະ ເປັນທີ່ຮັບຮູ້ຢູ່ສະເໝີ. ທຸກຄົນຕ້ອງການຕໍ່ສູ້ສຳລັບສະຖານະ ແລະ ຊື່ສຽງ; ແລະ ພວກເຂົາອັບອາຍຍ້ອນສິ່ງນີ້, ແຕ່ພວກເຂົາຮູ້ສຶກບໍ່ດີ ຖ້າພວກເຂົາບໍ່ອັບອາຍ. ພວກເຂົາຮູ້ສຶກອິດສາ ແລະ ກຽດຊັງເມື່ອພວກເຂົາເຫັນຄົນໃດໜຶ່ງໂດດເດັ່ນ ແລະ ເລີ່ມບໍ່ພໍໃຈ ແລະ ຮູ້ສຶກວ່ານີ້ຄືສິ່ງທີ່ບໍ່ເປັນທຳ, ໂດຍຄິດວ່າ ‘ເປັນຫຍັງຂ້ອຍຈຶ່ງບໍ່ສາມາດໂດດເດັ່ນໄດ້? ເປັນຫຍັງຄົນອື່ນຈຶ່ງໄດ້ຮັບສະຫງ່າລາສີຢູ່ສະເໝີ? ເປັນຫຍັງມັນຈຶ່ງບໍ່ຮອດຜຽນຂອງຂ້ອຍຈັກເທື່ອ?’ ແລ້ວຫຼັງຈາກທີ່ພວກເຂົາຮູ້ສຶກບໍ່ພໍໃຈ, ພວກເຂົາກໍພະຍາຍາມກັ້ນມັນໄວ້, ແຕ່ພວກເຂົາບໍ່ສາມາດເຮັດໄດ້. ພວກເຂົາອະທິຖານຫາພຣະເຈົ້າ ແລະ ຮູ້ສຶກດີຂຶ້ນຊົ່ວໄລຍະໜຶ່ງ, ແຕ່ເມື່ອພວກເຂົາພົບພໍ້ກັບສະຖານະການປະເພດນີ້ອີກຄັ້ງ, ພວກເຂົາຍັງບໍ່ສາມາດເອົາຊະນະມັນໄດ້. ສິ່ງນີ້ບໍ່ໄດ້ສະແດງເຖິງວຸດທິພາວະເດັກນ້ອຍບໍ? ເມື່ອຜູ້ຄົນຈົມລົງສູ່ສະພາວະເຊັ່ນນີ້, ພວກເຂົາບໍ່ໄດ້ຕົກລົງສູ່ກັບດັກຂອງຊາຕານບໍ? ສິ່ງເຫຼົ່ານີ້ເປັນໂສ້ລ່າມແຫ່ງທຳມະຊາດອັນເສື່ອມຊາມຂອງຊາຕານທີ່ຜູກມັດມະນຸດ. ຖ້າບຸກຄົນໃດໜຶ່ງປະຖິ້ມອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້, ລາວຈະບໍ່ເປັນອິດສະຫຼະ ແລະ ຖືກປົດປ່ອຍບໍ? ໃຫ້ຄິດແບບນີ້: ຫຼີກລ່ຽງທີ່ຈະຕົກລົງສູ່ສະພາວະທີ່ບັງບຽດຄົນອື່ນເພື່ອຮັບເອົາຄວາມໂດດເດັ່ນ ແລະ ກຳໄລ, ເພື່ອເຮັດໃຫ້ຕົນເອງເປັນອິດສະຫຼະຈາກສະພາວະທີ່ເສື່ອມຊາມເຫຼົ່ານີ້, ປົດປ່ອຍເຈົ້າເອງໃຫ້ຫຼຸດພົ້ນຈາກຄວາມຕຶງຄຽດ ແລະ ໂສ້ຂອງສະຖານະ ແລະ ຊື່ສຽງ, ເຈົ້າຕ້ອງເຂົ້າໃຈຄວາມຈິງອັນໃດ? ເຈົ້າຕ້ອງມີຄວາມເປັນຈິງແຫ່ງຄວາມຈິງອັນໃດເພື່ອຮັບເອົາອິດສະຫຼະພາບ ແລະ ການປົດປ່ອຍ? ກ່ອນອື່ນ, ເຈົ້າຕ້ອງເຫັນວ່າຊາຕານໃຊ້ສະຖານະ ແລະ ຊື່ສຽງເພື່ອເຮັດໃຫ້ຜູ້ຄົນເສື່ອມຊາມ, ເຮັດໃຫ້ພວກເຂົາຕິດກັບດັກ, ຂົ່ມເຫັງພວກເຂົາ, ເຮັດໃຫ້ພວກເຂົາເສື່ອມຖອຍລົງ ແລະ ຈົມລົງສູ່ຄວາມຜິດບາບ; ຍິ່ງໄປກວ່ານັ້ນ, ໂດຍການຍອມຮັບຄວາມຈິງເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດປະຖິ້ມ, ສາມາດປ່ອຍວາງຊື່ສຽງ ແລະ ສະຖານະໄດ້... ເຈົ້າຕ້ອງຮຽນຮູ້ທີ່ຈະປ່ອຍວາງ ແລະ ປະຖິ້ມສິ່ງເຫຼົ່ານີ້, ແນະນຳຄົນອື່ນ ແລະ ອະນຸຍາດໃຫ້ພວກເຂົາໂດດເດັ່ນ. ຢ່າດິ້ນຮົນ ຫຼື ຟ້າວຟັ່ງທີ່ຈະສວຍໂອກາດໃນທັນທີທີ່ເຈົ້າພົບກັບໂອກາດທີ່ຈະໂດດເດັ່ນ ຫຼື ໄດ້ຮັບຄວາມສະຫງ່າລາສີ. ເຈົ້າຕ້ອງສາມາດປະຖິ້ມສິ່ງເຫຼົ່ານີ້, ແຕ່ເຈົ້າຕ້ອງບໍ່ເຮັດໃຫ້ການປະຕິບັດໜ້າທີ່ຂອງເຈົ້າຊັກຊ້າ. ຈົ່ງເປັນຄົນທີ່ເຮັດວຽກຢ່າງງຽບໆ ແລະ ຜູ້ທີ່ບໍ່ໂອ້ອວດກັບຄົນອື່ນໃນຂະນະທີ່ເຈົ້າປະຕິບັດໜ້າທີ່ຂອງເຈົ້າຢ່າງຈົ່ງຮັກພັກດີ. ຍິ່ງເຈົ້າປ່ອຍວາງສັກສີ ແລະ ສະຖານະຂອງເຈົ້າຫຼານສ່ຳໃດ ແລະ ຍິ່ງເຈົ້າປ່ອຍວາງຜົນປະໂຫຍດຂອງເຈົ້າເອງຫຼາຍສ່ຳໃດ, ເຈົ້າຍິ່ງເປັນສຸກຫຼາຍເທົ່ານັ້ນ ແລະ ມັນຈະມີແສງສະຫວ່າງຢູ່ພາຍໃນຫົວໃຈຂອງເຈົ້າຫຼາຍສໍ່ານັ້ນ ແລະ ສະພາວະຂອງເຈົ້າຍິ່ງຈະດີຂຶ້ນເທົ່ານັ້ນ. ຍິ່ງເຈົ້າດິ້ນຮົນ ແລະ ແຂ່ງຂັນຫຼາຍສ່ຳໃດ, ສະພາວະຂອງເຈົ້າຍິ່ງມືດມົນຫຼາຍຂຶ້ນເທົ່ານັ້ນ. ຖ້າເຈົ້າບໍ່ເຊື່ອມັນ, ກໍຈົ່ງລອງເບິ່ງ! ຖ້າເຈົ້າຢາກຫັນປ່ຽນສະພາວະທີ່ເສື່ອມຊາມແບບນີ້ ແລະ ບໍ່ຖືກຄວບຄຸມໂດຍສິ່ງເຫຼົ່ານີ້, ເຈົ້າຕ້ອງສະແຫວງຫາຄວາມຈິງ ແລະ ເຂົ້າໃຈແກ່ນແທ້ຂອງສິ່ງເຫຼົ່ານີ້ຢ່າງຊັດເຈນ ແລະ ຫຼັງຈາກນັ້ນກໍປ່ອຍວາງພວກມັນ, ສະຫຼະພວກມັນເສຍ. ບໍ່ດັ່ງນັ້ນ, ຍິ່ງເຈົ້າດິ້ນຮົນຫຼາຍສ່ຳໃດ, ຄວາມມືດມົນຍິ່ງອ້ອມຮອບ ເຈົ້າຫຼາຍຂຶ້ນ ແລະ ເຈົ້າຍິ່ງຮູ້ສຶກອິດສາ ແລະ ກຽດຊັງຫຼາຍຂຶ້ນ ແລະ ຄວາມປາຖະໜາຢາກໄດ້ຂອງເຈົ້າຍິ່ງແຂງແກ່ນຂຶ້ນສ່ຳນັ້ນ. ຍິ່ງຄວາມປາຖະໜາຢາກໄດ້ຂອງເຈົ້າແຂງແກ່ນຂຶ້ນສ່ຳໃດ, ເຈົ້າຍິ່ງມີຄວາມສາມາດໜ້ອຍລົງສ່ຳນັ້ນ ແລະ ເນື່ອງຈາກເຈົ້າບໍ່ສາມາດຮັບໄດ້, ຄວາມກຽດຊັງຂອງເຈົ້າຈະເພີ່ມຂຶ້ນ. ເນື່ອງຈາກວ່າຄວາມກຽດຊັງຂອງເຈົ້າເພີ່ມຂຶ້ນ, ເຈົ້າຈະມືດມົນຢູ່ພາຍໃນຫຼາຍຂຶ້ນ. ຍິ່ງເຈົ້າມືດມົນຢູ່ພາຍໃນຫຼາຍຂຶ້ນສ່ຳໃດ, ເຈົ້າຍິ່ງຈະປະຕິບັດໜ້າທີ່ຂອງເຈົ້າບໍ່ໄດ້ດີຫຼາຍສ່ຳນັ້ນ; ຍິ່ງເຈົ້າປະຕິບັດໜ້າທີ່ຂອງເຈົ້າບໍ່ໄດ້ດີຫຼາຍສ່ຳໃດ, ເຈົ້າຍິ່ງເປັນປະໂຫຍດໜ້ອຍລົງສ່ຳນັ້ນສຳລັບເຮືອນຂອງພຣະເຈົ້າ. ນີ້ແມ່ນວົງຈອນຊົ່ວຮ້າຍທີ່ເຊື່ອມໂຍງກັນ. ຖ້າເຈົ້າບໍ່ສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້ດີຈັກເທື່ອ, ເຈົ້າຈະຖືກຂັບໄລ່ອອກ(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ອິດສະຫຼະພາບ ແລະ ເສລີພາບສາມາດຮັບເອົາໄດ້ໂດຍການປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຄົນໆໜຶ່ງເທົ່ານັ້ນ). ພຣະທຳຂອງພຣະເຈົ້າອະທິບາຍເຖິງພຶດຕິກຳທີ່ອິດສາຕາຮ້ອນໄດ້ຢ່າງຊັດເຈນແທ້ໆ. ຜູ້ຄົນອິດສາ, ປະຕິເສດ ແລະ ຕໍ່ສູ້ກັບໃຜກໍຕາມທີ່ດີກວ່າພວກເຂົາ. ນັ້ນແມ່ນອຸປະນິໄສຂອງຊາຕານ. ຂ້ອຍເປັນແບບນັ້ນແທ້ໆ, ອິດສາເກີນໄປ. ເມື່ອເຫັນວ່າຄົນອື່ນເຫັນດີເຫັນພ້ອມກັບການໂອ້ລົມ ແລະ ຄຳແນະນຳຂອງອ້າຍມັດທາຍຢູ່ສະເໝີ, ຂ້ອຍກໍຕ້ອງການແຂ່ງຂັນກັບລາວ. ນັ້ນເຮັດໃຫ້ຂ້ອຍຕົກຢູ່ໃນສະພາບທີ່ບໍ່ດີ, ເຮັດໃຫ້ຂ້ອຍທຸກທໍລະມານ ແລະ ເຮັດໃຫ້ຂ້ອຍຢູ່ໃນຄວາມມືດ. ກ່ອນອ້າຍທັດທາຍມາ, ຂ້ອຍເປັນປະທານການເຕົ້າໂຮມສະເໝີມາ. ຜູ້ລ້ຽງດູຈະມາຖາມຂ້ອຍກ່ຽວກັບບັນຫາທີ່ພວກເຂົາພົບ ແລະ ພວກເຂົາທຸກຄົນລ້ວນຊື່ນຊົມຂ້ອຍ. ພວກເຂົາໄດ້ຂໍຄຳເຫັນຂອງຂ້ອຍຫຼາຍຢ່າງກ່ຽວກັບສິ່ງທີ່ຈະໂອ້ລົມກັນໃນການເຕົ້າໂຮມ ແລະ ພວກເຂົາຕັ້ງຕາລໍຖ້າການໂອ້ລົມຂອງຂ້ອຍໃນການເຕົ້າໂຮມ ເພື່ອຊ່ວຍພວກເຂົາແກ້ໄຂບັນຫາຕ່າງໆ. ແຕ່ຕໍ່ມາ, ການໂອ້ລົມຂອງຂ້ອຍບໍ່ໄດ້ແກ້ໄຂບັນຫາຂອງພວກເຂົາ, ດັ່ງນັ້ນ ພວກເຂົາຈຶ່ງບໍ່ສາມາດປັບປຸງການລ້ຽງດູຜູ້ເຊື່ອໃໝ່ຂອງພວກເຂົາ. ພວກເຂົາຄິດລົບ ແລະ ບໍ່ຕ້ອງການເວົ້າໃນການເຕົ້າໂຮມ. ຫຼັງຈາກອ້າຍມັດທາຍມາ ແລະ ໃຫ້ການຊີ້ນຳທີ່ແທ້ຈິງສຳລັບການລ້ຽງດູຂອງພວກເຂົາ ແລະ ສະແດງໃຫ້ພວກເຂົາເຫັນເສັ້ນທາງປະຕິບັດ, ພວກເຂົາເຈົ້າໄດ້ຮັບການຊ່ວຍເຫຼືອຕົວຈິງ ແລະ ໄດ້ຮັບຜົນປະໂຫຍດຈາກເລື່ອງນັ້ນ. ພວກເຂົາທຸກຄົນຕ້ອງການໄດ້ຍິນການໂອ້ລົມຂອງລາວ. ຂ້ອຍຄວນມີຄວາມສຸກກ່ຽວກັບເລື່ອງນັ້ນ. ຂ້ອຍສາມາດໃຊ້ສິ່ງນັ້ນເພື່ອໄຕ່ຕອງບັນຫາ ແລະ ຂໍ້ບົກຜ່ອງຂອງຂ້ອຍ. ແຕ່ກົງກັນຂ້າມ, ຂ້ອຍບໍ່ພຽງບໍ່ໄດ້ໄຕ່ຕອງຕົວເອງ, ແຕ່ຂ້ອຍພຽງແຕ່ສືບຕໍ່ຕໍ່ສູ່ເພື່ອຊື່ສຽງ ແລະ ສະຖານະ. ຊັດເຈນວ່າຂ້ອຍຂາດຫຼາຍຢ່າງ ແລະ ບໍ່ສາມາດເຮັດວຽກງານຕົວຈິງໃຫ້ສຳເລັດໄດ້, ແຕ່ຂ້ອຍບໍ່ຕ້ອງການການລ້ຽງດູ ແລະ ການສະໜັບສະໜູນຈາກຄົນອື່ນ. ຂ້ອຍຕ້ອງການເປັນຜູ້ນຳພຽງຄົນດຽວໃນຄຣິສຕະຈັກ ເພື່ອວ່າທຸກຄົນຈະເຄົາລົບຂ້ອຍ ແລະ ຟັງຂ້ອຍພຽງຄົນດຽວ. ຂ້ອຍສຸມໃສ່ແຕ່ຊື່ສຽງ ແລະ ສະຖານະຂອງຂ້ອຍເອງເທົ່ານັ້ນ, ແຕ່ບໍ່ໄດ້ຄຳນຶງເຖິງວຽກງານຂອງຄຣິສຕະຈັກ. ສະຖານະການນັ້ນໄດ້ເປີດເຜີຍຄວາມປາຖະໜາຂອງຂ້ອຍຕໍ່ສະຖານະ ແລະ ຄວາມເສື່ອມຊາມຂອງຂ້ອຍຢ່າງລະອຽດ. ຂ້ອຍກ່າວຄຳອະທິຖານ, ຂໍໃຫ້ພຣະເຈົ້າສ່ອງສະຫວ່າງຂ້ອຍໃຫ້ໄຕ່ຕອງຕົວເອງແທ້ໆ.

ຂ້ອຍປະຫຼາດໃຈເມື່ອບາງສິ່ງທີ່ຄ້າຍຄືກັນເກີດຂຶ້ນໃນສາມເດືອນຕໍ່ມາ. ໃນກອງປະຊຸມວຽກ, ອ້າຍມັດທາຍຖາມຂ້ອຍວ່າສະມາຊິກໃໝ່ຂອງຄຣິສຕະຈັກເປັນແນວໃດ. ຂ້ອຍຢາກຮ້າຍໜ້ອຍໜຶ່ງ. ຂ້ອຍຄິດວ່າ ໃນຖານະນັກເທດ, ລາວຄວນຄຸ້ນເຄີຍກັບສະພາບການຂອງແຕ່ລະຄຣິສຕະຈັກ, ດັ່ງນັ້ນ ເປັນຫຍັງລາວຈຶ່ງຖາມຂ້ອຍ? ແລ້ວການທີ່ຂໍໃຫ້ຂ້ອຍເວົ້າຕໍ່ໜ້າຫຼາຍຄົນ, ບໍ່ແມ່ນລາວຕັ້ງໃຈດູຖູກຂ້ອຍບໍ, ສະນັ້ນ ຂ້ອຍຈະຍອມຮັບວ່າຂ້ອຍບໍ່ສາມາດເຮັດວຽກການລ້ຽງດູໄດ້ດີບໍ? ຂ້ອຍຕອບຄຳຖາມຂອງລາວຢ່າງໄວໂດຍບໍ່ໄດ້ໄຕ່ຕອງ ໂດຍບໍ່ໄດ້ໃຫ້ລາຍລະອຽດໃດໆ ແລະ ຂ້ອຍເຮັດໃຫ້ແນ່ໃຈວ່າໄດ້ກ່າວເຖິງບາງບັນຫາ ແລະ ຖາມລາວວ່າຈະຈັດການພວກມັນແນວໃດ. ແຕ່ຂ້ອຍເສຍໃຈໃນຂະນະທີ່ຂ້ອຍເວົ້າຈົບ. ຂ້ອຍຕັ້ງໃຈພະຍາຍາມເຮັດໃຫ້ສິ່ງຕ່າງໆຍາກສຳລັບອ້າຍມັດທາຍ ແລະ ນັ້ນເປັນສິ່ງທີ່ໜ້າອັບອາຍ. ຂ້ອຍສົງໄສວ່າ ເປັນຫຍັງຂ້ອຍຈຶ່ງບໍ່ສາມາດຄວບຄຸມຕົວເອງເມື່ອລາວເປີດໂປງຂໍ້ບົກຜ່ອງຂອງຂ້ອຍຕໍ່ໜ້າຄົນອື່ນ, ແຕ່ຂ້ອຍຄຽດແຄ້ນໃຫ້ກັບລາວ ແລະ ເຖິງກັບຕ້ອງການບັນທຶກບັນຫາຂອງລາວໃນການໂອ້ລົມ ເພື່ອເປີດໂປງລາວຕໍ່ໜ້າທຸກຄົນ, ເພື່ອແກ້ແຄ້ນ. ຂ້ອຍຮູ້ວ່ານັ້ນແມ່ນສະພາວະທີ່ອັນຕະລາຍ, ແຕ່ຂ້ອຍບໍ່ຮູ້ວ່າເປັນຫຍັງຂ້ອຍຈຶ່ງຄຽດແຄ້ນໃຫ້ອ້າຍມັດທາຍຫຼາຍ. ແລງມື້ໜຶ່ງ, ຂ້ອຍໄດ້ອ່ານບົດປະຈັກພະຍານທີ່ມີຊື່ວ່າ “ການຖືກເປີດໂປງໃຫ້ເຫັນສິ່ງທີ່ຂ້ອຍເປັນ”. ມັນອ້າງອີງເຖິງພຣະທຳບາງຂໍ້ຂ້ອງພຣະເຈົ້າ ແລະ ເຮັດໃຫ້ຂ້ອຍເຂົ້າໃຈເລື່ອງນີ້ໄດ້ດີຂຶ້ນ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ແມ່ນຫຍັງຄືຈຸດປະສົງຫຼັກຂອງຜູ້ຕໍ່ຕ້ານພຣະຄຣິດເມື່ອພວກເຂົາໂຈມຕີ ແລະ ກີດກັນຜູ້ຄັດຄ້ານ? ພວກເຂົາພະຍາຍາມສ້າງສະຖານະການໃນຄຣິສຕະຈັກທີ່ບໍ່ມີສຽງໃດຂັດຄ້ານກັບສຽງຂອງພວກເຂົາເອງ ເຊິ່ງອຳນາດຂອງພວກເຂົາ, ສະຖານະຄວາມເປັນຜູ້ນຳຂອງພວກເຂົາ ແລະ ຄຳເວົ້າຂອງພວກເຂົາເດັດຂາດ. ທຸກຄົນຕ້ອງເຊື່ອຟັງພວກເຂົາ ແລະ ເຖິງແມ່ນວ່າພວກເຂົາມີຄວາມຄິດເຫັນແຕກຕ່າງກັນ, ພວກເຂົາຕ້ອງບໍ່ສະແດງອອກ, ແຕ່ໃຫ້ມັນຮ້ອນຮົນຢູ່ໃນໃຈຂອງພວກເຂົາ. ໃຜກໍຕາມທີ່ກ້າບໍ່ເຫັນດີກັບພວກເຂົາຢ່າງເປີດເຜີຍ ກໍກາຍເປັນສັດຕູຂອງຜູ້ຕໍ່ຕ້ານພຣະຄຣິດ ແລະ ພວກເຂົາຈະຄິດຫາທຸກວິທີທາງທີ່ພວກເຂົາສາມາດຄິດອອກເພື່ອເຮັດໃຫ້ສິ່ງຕ່າງໆຍາກສຳລັບຄົນເຫຼົ່ານັ້ນ ແລະ ບໍ່ສາມາດລໍຖ້າທີ່ຈະເຮັດໃຫ້ຄົນເຫຼົ່ານັ້ນຫາຍໄປ. ນີ້ເປັນວິທີໜຶ່ງທີ່ຜູ້ຕໍ່ຕ້ານພຣະຄຣິດໂຈມຕີ ແລະ ກີດກັນຜູ້ຄັດຄ້ານເພື່ອຮັກສາສະຖານະ ແລະ ປົກປ້ອງອຳນາດຂອງພວກເຂົາ. ພວກເຂົາຄິດວ່າ ‘ບໍ່ເປັນຫຍັງທີ່ເຈົ້າຈະມີຄຳຄິດເຫັນທີ່ແຕກຕ່າງກັນ, ແຕ່ເຈົ້າບໍ່ສາມາດເວົ້າເຖິງພວກມັນໄດ້ຕາມໃຈ, ແລ້ວແຮງໄກທີ່ຈະເປັນໄພຕໍ່ອຳນາດ ແລະ ສະຖານະຂອງຂ້ອຍ. ຖ້າເຈົ້າມີຫຍັງຈະເວົ້າ, ເຈົ້າສາມາດເວົ້າມັນກັບຂ້ອຍເປັນການສ່ວນຕົວ. ຖ້າເຈົ້າເວົ້າມັນຕໍ່ໜ້າທຸກຄົນ ແລະ ເຮັດໃຫ້ຂ້ອຍເສຍໜ້າ, ເຈົ້າກໍາລັງຮ້ອງຂໍໃຫ້ຖືກດູຖູກ ແລະ ຂ້ອຍຈະຕ້ອງຈັດການເຈົ້າ’. ນີ້ແມ່ນອຸປະນິໄສແບບໃດ? ຜູ້ຕໍ່ຕ້ານພຣະຄຣິດບໍ່ອະນຸຍາດໃຫ້ຄົນອື່ນເວົ້າຢ່າງອິດສະຫຼະ. ຖ້າພວກເຂົາມີຄຳຄິດເຫັນ, ບໍ່ວ່າກ່ຽວກັບຜູ້ຕໍ່ຕ້ານພຣະຄຣິດ ຫຼື ສິ່ງອື່ນ, ພວກເຂົາຕ້ອງເກັບມັນໄວ້ກັບຕົນເອງ; ພວກເຂົາຕ້ອງຄຳນຶງເຖິງໜ້າຕາຂອງຜູ້ຕໍ່ຕ້ານພຣະຄຣິດ. ຖ້າບໍ່ດັ່ງນັ້ນ, ຜູ້ຕໍ່ຕ້ານພຣະຄຣິດຈະຕີຕາພວກເຂົາວ່າເປັນສັດຕູ ແລະ ໂຈມຕີ ແລະ ກີດກັນພວກເຂົາ. ນີ້ແມ່ນທຳມະຊາດແບບໃດ? ມັນແມ່ນທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິດ. ແລ້ວເປັນຫຍັງພວກເຂົາຈຶ່ງເຮັດແບບນີ້? ພວກເຂົາບໍ່ອະນຸຍາດໃຫ້ຄຣິສຕະຈັກມີປາກສຽງທີ່ເປັນທາງເລືອກ, ພວກເຂົາບໍ່ອະນຸຍາດໃຫ້ມີຜູ້ຄັດຄ້ານໃດໆໃນຄຣິສຕະຈັກ, ພວກເຂົາບໍ່ອະນຸຍາດໃຫ້ຜູ້ທີ່ຖືກເລືອກຂອງພຣະເຈົ້າໂອ້ລົມຄວາມຈິງຢ່າງເປີດເຜີຍ ແລະ ລະບຸຕົວຜູ້ຄົນ. ສິ່ງທີ່ພວກເຂົາຢ້ານທີ່ສຸດແມ່ນການຖືກເປີດໂປງ ແລະ ການຖືກລະບຸຕົວໂດຍຜູ້ຄົນ; ພວກເຂົາພະຍາຍາມຮວບຮວມອຳນາດ ແລະ ສະຖານະທີ່ພວກເຂົາມີຢູ່ໃນໃຈຂອງຜູ້ຄົນຕະຫຼອດເວລາ, ເຊິ່ງພວກເຂົາຮູ້ສຶກວ່າຕ້ອງບໍ່ຫວັ່ນໄຫວຈັກເທື່ອ. ພວກເຂົາບໍ່ສາມາດທົນຕໍ່ສິ່ງໃດທີ່ຄຸກຄາມ ຫຼື ສົ່ງຜົນກະທົບຕໍ່ຄວາມພາກພູມໃຈ, ຊື່ສຽງ ຫຼື ສະຖານະ ແລະ ຄຸນຄ່າຂອງພວກເຂົາໃນຖານະຜູ້ນຳ. ນີ້ບໍ່ແມ່ນການສະແດງອອກຂອງທຳມະຊາດທີ່ຊົ່ວຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິດບໍ? ໂດຍທີ່ບໍ່ພໍໃຈໃນອຳນາດທີ່ພວກເຂົາມີຢູ່ແລ້ວ, ພວກເຂົາຮວບຮວມ ແລະ ເຮັດໃຫ້ມັນປອດໄພ ແລະ ສະແຫວງຫາການມີອໍານາດຊົ່ວນິລັນດອນ. ພວກເຂົາບໍ່ພຽງແຕ່ຕ້ອງການຄວບຄຸມພຶດຕິກຳຂອງຄົນອື່ນ, ແຕ່ຍັງແມ່ນຫົວໃຈຂອງຄົນອື່ນອີກດ້ວຍ. ທັງໝົດແລ້ວ ວິທີການຂອງຜູ້ຕໍ່ຕ້ານພຣະຄຣິດແມ່ນເພື່ອປົກປ້ອງອຳນາດ ແລະ ສະຖານະຂອງພວກເຂົາ, ລ້ວນແລ້ວແຕ່ເປັນຜົນມາຈາກຄວາມປາຖະໜາຂອງພວກເຂົາທີ່ຈະຍຶດອຳນາດ(ພຣະທຳ, ເຫຼັ້ມທີ 4. ການເປີດໂປງຜູ້ຕໍ່ຕ້ານພຣະຄຣິດ. ລາຍການທີສອງ). ສະພາວະຂອງຂ້ອຍເປັນຄືກັບສິ່ງທີ່ພຣະເຈົ້າເປີດໂປງແທ້ໆ. ເມື່ອມັດທາຍເປີດເຜີຍຂໍ້ຜິດພາດ ແລະ ຂໍ້ບົກຜ່ອງຂອງຂ້ອຍ, ຂ້ອຍກໍຕ້ອງການຫັກລ້າງ ແລະ ແກ້ແຄ້ນລາວ. ສິ່ງເຫຼົ່ານັ້ນແມ່ນພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິດ. ຂ້ອຍຮູ້ແລ້ວວ່າຂ້ອຍຮັກສະຖານະ ແລະ ອວດດີ, ແຕ່ຂ້ອຍບໍ່ມີການຮູ້ຈັກຕົວເອງຢ່າງແທ້ຈິງ. ເລິກໃນໃຈຂ້ອຍ, ຂ້ອຍຄິດວ່າ ການເປັນຜູ້ນຳຄຣິສຕະຈັກໝາຍເຖິງຂ້ອຍມີຄວາມສາມາດ ແລະ ມີສັກກະຍາພາບ ແລະ ເຖິງແມ່ນວ່າມີຄວາມບົກຜ່ອງໃນໜ້າທີ່ຂອງຂ້ອຍ, ຂ້ອຍກໍຍັງສາມາດເຮັດວຽກຂອງຄຣິສຕະຈັກໄດ້ ແລະ ຂ້ອຍຈະບໍ່ຖືກປົດອອກ. ເມື່ອຂ້ອຍເຫັນອ້າຍມັດທາຍຖືກເພີ່ມເຂົ້າການເຕົ້າໂຮມກຸ່ມແລ້ວກຸ່ມເລົ່າ, ຂ້ອຍຮູ້ສຶກຄືກັບວ່າຕຳແໜ່ງຂອງຂ້ອຍຖືກຄຸກຄາມ, ຄືກັບວ່າມີຄູ່ແຂ່ງເຂົ້າມາແທນທີ່ຂ້ອຍໃນທັນທີ. ຂ້ອຍຊັງລາວ ແລະ ຂ້ອຍປະຕິເສດລາວ. ຂ້ອຍບໍ່ໄດ້ສົນໃຈແມ່ນແຕ່ໜ້ອຍເລີຍເຖິງສິ່ງທີ່ອ້າຍເອື້ອຍນ້ອງຕ້ອງການ ແລະ ຂ້ອຍບໍ່ໄດ້ຄຳນຶງເຖິງວຽກງານຂອງຄຣິສຕະຈັກ. ຂ້ອຍພຽງແຕ່ໄດ້ຕໍ່ສູ້ກັບອ້າຍມັດທາຍຢ່າງລັບໆ ເພື່ອຮັກສາຕໍາແໜ່ງຂອງຂ້ອຍໃຫ້ໝັ້ນຄົງ. ນັ້ນແມ່ນອຸປະນິໄສທີ່ຊົ່ວຮ້າຍ. ລາວຊີ້ໃຫ້ເຫັນບັນຫາຂອງຂ້ອຍ, ຂ້ອຍບໍ່ສາມາດຍອມຮັບມັນ, ດັ່ງນັ້ນ ຂ້ອຍຈຶ່ງຕໍ່ສູ້ກັບລາວ. ຂ້ອຍເຖິງກັບຕ້ອງການແກ້ແຄ້ນລາວ ແລະ ເຮັດໃຫ້ລາວເບິ່ງບໍ່ດີ. ຂ້ອຍຮູ້ສຶກອັບອາຍເມື່ອລາວຮຽກຮ້ອງຄວາມສົນໃຈກັບຄວາມຜິດພາດຂອງຂ້ອຍອີກເທື່ອໜຶ່ງ ແລະ ຂ້ອຍຄຽດແຄ້ນໃຫ້ລາວ, ເຖິງກັບຕ້ອງການໃຫ້ລາວຈາກໄປ. ແຕ່ໃນຄວາມເປັນຈິງແລ້ວ, ລາວກຳລັງນຳຄວາມຈິງເຂົ້າສູ່ການປະຕິບັດ. ມີຄວາມຜິດພາດເນື່ອງຈາກການລະເລີຍໃນວຽກງານຂອງຂ້ອຍແທ້ໆ ແລະ ມີຫຼາຍຫຼັກການທີ່ຂ້ອຍບໍ່ເຂົ້າໃຈ. ນັ້ນຄືເຫດຜົນວ່າເປັນຫຍັງລາວຈຶ່ງສອນວິທີການເຮັດວຽກທີ່ດີກວ່າໃຫ້ແກ່ຂ້ອຍ. ແຕ່ແທນທີ່ຈະຕ້ອນຮັບລາວ, ຂ້ອຍສືບຕໍ່ພະຍາຍາມຊອກຫາບັນຫາຂອງລາວ ເພື່ອໃຫ້ຂ້ອຍສາມາດຂາຍໜ້າລາວຕໍ່ໜ້າທຸກຄົນ. ຂ້ອຍບໍ່ໄດ້ແບ່ງປັນລາຍລະອຽດໃດໆກັບລາວ ເມື່ອລາວຖາມກ່ຽວກັບວຽກຂອງຂ້ອຍ, ແຕ່ຈົງໃຈຖາມຄຳຖາມເພື່ອເຮັດໃຫ້ລາວເບິ່ງບໍ່ດີ. ເມື່ອກ່ອນ, ຂ້ອຍຄິດວ່າຂ້ອຍພຽງແຕ່ອິດສາລາວ. ແຕ່ຂ້ອຍຮູ້ຜ່ານການເປີດເຜີຍຈາກພຣະທຳຂອງພຣະເຈົ້າວ່າ ຂ້ອຍກຳລັງສະແດງອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິດ. ຂ້ອຍຕ້ອງການທີ່ຈະຟາດຟັນກັບລາວ ແລະ ແກ້ແຄ້ນເພື່ອປົກປ້ອງຊື່ສຽງ ແລະ ສະຖານະຂອງຂ້ອຍ. ຂ້ອຍອາດຈະໄດ້ເຮັດບາງສິ່ງທີ່ຮ້າຍແຮງຍິ່ງກວ່າຖ້າຂ້ອຍໄດ້ມີໂອກາດ. ເມື່ອຂ້ອຍເຫັນອຸປະນິໄສຜູ້ຕໍ່ຕ້ານພຣະຄຣິດຂອງຂ້ອຍ, ຂ້ອຍທັງຮູ້ສຶກຕົກໃຈ ແລະ ຢ້ານ. ຂ້ອຍຮູ້ວ່າຖ້າຂ້ອຍເຮັດແບບນີ້ຕໍ່ໄປ, ພຣະເຈົ້າຈະຂັບໄລ່ຂ້ອຍອອກແນ່ນອນ, ເພາະພຣະເຈົ້າຈະບໍ່ຊ່ວຍຜູ້ຕໍ່ຕ້ານພຣະຄຣິດໃຫ້ລອດພົ້ນ. ຂ້ອຍອະທິຖານຫາພຣະເຈົ້າດ້ວຍການກັບໃຈວ່າ “ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຂ້ານ້ອຍບໍ່ໄດ້ເຮັດວຽກຂອງຜູ້ນຳເປັນຢ່າງດີ. ຂ້ານ້ອຍໄດ້ຕໍ່ສູ້ຢ່າງສຸດຫົວໃຈເພື່ອຊື່ສຽງ ແລະ ສະຖານະຂອງຂ້ານ້ອຍເອງ ແລະ ຂ້ານ້ອຍເຖິງກັບສາມາດເຮັດຊົ່ວ ເຊັ່ນ: ການຟາດຟັນ ແລະ ການແກ້ແຄ້ນ. ຂ້ານ້ອຍໄດ້ເຮັດບົດບາດຂອງຊາຕານໃນການປະພຶດຂອງຂ້ານ້ອຍ. ພຣະເຈົ້າ, ຂ້ານ້ອຍຕ້ອງການກັບໃຈ”.

ຫຼັງຈາກນັ້ນ ຂ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າຂໍ້ໜຶ່ງ ທີ່ຊ່ວຍໃຫ້ຂ້ອຍເຫັນອຸປະນິໄສທີ່ເສື່ອມຊາມຂອງຂ້ອຍຢ່າງຊັດເຈນຂຶ້ນໜ້ອຍໜຶ່ງ. “ການທີ່ຜູ້ຕໍ່ຕ້ານພຣະຄຣິດຫວງແຫນສະຖານະ ແລະ ກຽດສັກສີຂອງພວກເຂົາຢູ່ນອກເໜືອກວ່າຄົນປົກກະຕິ ແລະ ເປັນສິ່ງທີ່ຢູ່ພາຍໃນອຸປະນິໄສ ແລະ ແກ່ນແທ້ຂອງພວກເຂົາ; ມັນບໍ່ແມ່ນຜົນປະໂຫຍດຊົ່ວຄາວ ຫຼື ຜົນສະທ້ອນຊົ່ວຄາວໃນສະພາບແວດລ້ອມຂອງພວກເຂົາ, ມັນເປັນສິ່ງທີ່ຢູ່ພາຍໃນຊີວິດຂອງພວກເຂົາ, ກະດູກຂອງພວກເຂົາ ແລະ ດ້ວຍເຫດນັ້ນ ມັນຈຶ່ງເປັນແກ່ນແທ້ຂອງພວກເຂົາ. ນັ້ນໝາຍຄວາມວ່າໃນທຸກສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິດເຮັດ, ສິ່ງທຳອິດທີ່ພວກເຂົາຄຳນຶງເຖິງບໍ່ມີຫຍັງອື່ນນອກຈາກສະຖານະ ແລະ ກຽດສັກສີຂອງພວກເຂົາເອງ. ສຳລັບຜູ້ຕໍ່ຕ້ານພຣະຄຣິດ, ສະຖານະ ແລະ ກຽດສັກສີຄືຊີວິດຂອງພວກເຂົາ ແລະ ເປົ້າໝາຍຕະຫຼອດຊີວິດຂອງພວກເຂົາ. ໃນທຸກສິ່ງທີ່ພວກເຂົາເຮັດ, ສິ່ງທຳອິດທີ່ພວກເຂົາຄຳນຶງເຖິງກໍຄື: ‘ແມ່ນຫຍັງຈະເກີດຂຶ້ນກັບສະຖານະຂອງຂ້ອຍ? ແລ້ວຕໍ່ກຽດສັກສີຂອງຂ້ອຍເດ? ການເຮັດສິ່ງນີ້ຈະເຮັດໃຫ້ຂ້ອຍມີກຽດສັກສີບໍ? ມັນຈະຍົກສູງສະຖານະຂອງຂ້ອຍໃນຄວາມຄິດຂອງຜູ້ຄົນບໍ?’ ນີ້ຄືສິ່ງທຳອິດທີ່ພວກເຂົາຄິດຫາ, ເຊິ່ງເປັນສິ່ງພິສູດທີ່ພຽງພໍແລ້ວວ່າພວກເຂົາມີອຸປະນິໄສ ແລະ ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິດ; ພວກເຂົາຈະບໍ່ຄຳນຶງເຖິງບັນຫາເຫຼົ່ານີ້ເປັນແນວອື່ນ. ມັນສາມາດເວົ້າໄດ້ວ່າສຳລັບຜູ້ຕໍ່ຕ້ານພຣະຄຣິດ, ສະຖານະ ແລະ ກຽດສັກສີບໍ່ແມ່ນຂໍ້ຮຽກຮ້ອງເພີ່ມເຕີມບາງຢ່າງ, ແຮງໄກທີ່ຈະເປັນບາງສິ່ງຢູ່ພາຍນອກທີ່ພວກເຂົາສາມາດຂາດໄດ້. ພວກມັນເປັນສ່ວນໜຶ່ງໃນທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິດ, ພວກມັນຢູ່ໃນກະດູກຂອງພວກເຂົາ, ໃນເລືອດຂອງພວກເຂົາ, ພວກມັນມີມາແຕ່ເກີດສຳລັບພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິດບໍ່ໄດ້ເມິນເສີຍຕໍ່ກັບວ່າພວກເຂົາມີສະຖານະ ແລະ ກຽດສັກສີ ຫຼື ບໍ່; ນີ້ບໍ່ແມ່ນທ່າທີຂອງພວກເຂົາ. ແລ້ວແມ່ນຫຍັງຄືທ່າທີຂອງພວກເຂົາ? ສະຖານະ ແລະ ກຽດສັກສີກ່ຽວຂ້ອງກັບຊີວິດປະຈຳວັນຂອງພວກເຂົາໂດຍທຳມະຊາດ, ກ່ຽວຂ້ອງກັບສະພາວະປະຈຳວັນຂອງພວກເຂົາ, ກ່ຽວຂ້ອງກັບສິ່ງທີ່ພວກເຂົາດີ້ນຮົນຫາໃນຊີວິດປະຈຳວັນ. ດ້ວຍເຫດນັ້ນ ສຳລັບຜູ້ຕໍ່ຕ້ານພຣະຄຣິດ, ສະຖານະ ແລະ ກຽດສັກສີຄືຊີວິດຂອງພວກເຂົາ. ບໍ່ວ່າພວກເຂົາຈະດຳລົງຊີວິດແນວໃດກໍຕາມ, ບໍ່ວ່າພວກເຂົາຈະອາໄສຢູ່ໃນສະພາບແວດລ້ອມຫຍັງກໍຕາມ, ບໍ່ວ່າພວກເຂົາເຮັດວຽກຫຍັງກໍຕາມ, ບໍ່ວ່າພວກເຂົາດີ້ນຮົນຫາຫຍັງກໍຕາມ, ບໍ່ວ່າເປົ້າໝາຍຂອງພວກເຂົາແມ່ນຫຍັງກໍຕາມ, ບໍ່ວ່າທິດທາງໃນຊີວິດຂອງພວກເຂົາແມ່ນຫຍັງກໍຕາມ, ມັນລ້ວນແລ້ວແຕ່ກ່ຽວຂ້ອງກັບການມີຊື່ສຽງທີ່ດີ ແລະ ສະຖານີທີ່ສູງສົ່ງ. ແລ້ວເປົ້າໝາຍນີ້ບໍ່ໄດ້ປ່ຽນແປງ; ພວກເຂົາບໍ່ສາມາດປ່ອຍວາງສິ່ງດັ່ງກ່າວໄດ້. ນີ້ຄືໃບໜ້າທີ່ແທ້ຈິງຂອງຜູ້ຕໍ່ຕ້ານພຣະຄຣິດ ແລະ ແກ່ນແທ້ຂອງພວກເຂົາ(ພຣະທຳ, ເຫຼັ້ມທີ 4. ການເປີດໂປງຜູ້ຕໍ່ຕ້ານພຣະຄຣິດ. ລາຍການທີເກົ້າ (ພາກທີສາມ)). ພຣະທຳຂອງພຣະເຈົ້າຂໍ້ນີ້ເປີດເຜີຍສິ່ງທີ່ຂ້ອຍສະແຫວງຫາສະເໝີມາ ແລະ ທຳມະຊາດ ແລະ ແກ່ນແທ້ຂອງຂ້ອຍ. ສິ່ງທີ່ຂ້ອຍສົນໃຈທີ່ສຸດແມ່ນຊື່ສຽງ ແລະ ສະຖານະຂອງຂ້ອຍເອງ. ໃນການປະຕິສຳພັນຂອງຂ້ອຍກັບຄົນອື່ນ ແລະ ໃນທຸກສິ່ງທີ່ຂ້ອຍເຮັດ, ຂ້ອຍຄິດທີ່ຈະສ້າງຄວາມປະທັບໃຈທີ່ດີ, ເຮັດໃຫ້ຄົນອື່ນເຄົາລົບຢູ່ສະເໝີ. ນັ້ນຄືວິທີທີ່ຂ້ອຍໄດ້ຮັບການສັ່ງສອນຕັ້ງແຕ່ຂ້ອຍຍັງນ້ອຍ ແລະ ຂ້ອຍສະແຫວງທີ່ຈະເປັນຜູ້ທີ່ດີທີ່ສຸດຢູ່ສະເໝີ. ຢູ່ມັດທະຍົມປາຍ, ຂ້ອຍແຂ່ງຂັນກັບຄົນອື່ນຢູ່ຕະຫຼອດ ໃນຄວາມພະຍາຍາມຂອງຂ້ອຍທີ່ຈະປະສົບຜົນສໍາເລັດທີ່ສຸດ, ເປັນນັກຮຽນທີ່ໂດດເດັ່ນທີ່ສຸດໃນຫ້ອງຮຽນຂອງຂ້ອຍ, ເພື່ອວ່າຄົນອື່ນຈະຍົກຍ້ອງ ແລະ ເຄົາລົບຂ້ອຍ. ຫຼັງຈາກເຂົ້າຮ່ວມຄຣິສຕະຈັກ, ຂ້ອຍກໍຍັງສຸມໃສ່ຊື່ສຽງ ແລະ ສະຖານະຂອງຂ້ອຍຢ່າງເຕັມທີ່, ຕ້ອງການໄດ້ຮັບການຍົກຍ້ອງຈາກຄົນອື່ນຢູ່ສະເໝີ. ຂ້ອຍຄິດວ່າ ຄຣິສຕະຈັກມອບໝາຍໜ້າທີ່ໃຫ້ຂ້ອຍ ຍ້ອນຂ້ອຍມີຄວາມສາມາດພິເສດ ແລະ ຂ້ອຍສາມາດເຮັດໃຫ້ສິ່ງຕ່າງໆສຳເລັດໂດຍໄວ ແລະ ເປັນຢ່າງດີ. ເມື່ອຂ້ອຍກາຍເປັນຜູ້ນຳໃນເວລາຕໍ່ມາ, ຂ້ອຍຍິ່ງອວດດີ ແລະ ຖືວ່າຕົວເອງສຳຄັນຫຼາຍຍິ່ງຂຶ້ນ. ຂ້ອຍຕ້ອງການໂອ້ອວດຄວາມສາມາດຂອງຂ້ອຍຜ່ານການໂອ້ລົມຢູ່ສະເໝີ, ແຕ່ຂ້ອຍບໍ່ໄດ້ສຸມໃສ່ການຮຽນຮູ້ ແລະ ຊົດເຊີຍຂໍ້ບົກຜ່ອງຂອງຂ້ອຍໃນໜ້າທີ່ຂອງຂ້ອຍ. ເມື່ອອ້າຍມັດທາຍຊີ້ໃຫ້ເຫັນຂໍ້ບົກຜ່ອງຂອງຂ້ອຍ, ຂ້ອຍຮູ້ສຶກຄືກັບວ່າເສຍໜ້າ ແລະ ສູນເສຍການຊື່ນຊົມຈາກອ້າຍເອື້ອຍນ້ອງ. ຂ້ອຍບໍ່ສາມາດຍອມຮັບສິ່ງນັ້ນໄດ້, ດັ່ງນັ້ນ ຂ້ອງຈຶ່ງຕ້ອງການຟາດຟັນ ແລະ ແກ້ແຄ້ນລາວ. ຂ້ອຍເຫັນຈາກການກິນ ແລະ ດື່ມພຣະທຳຂອງພຣະເຈົ້າວ່າ ທຸກສິ່ງທີ່ຂ້ອຍໄດ້ເຮັດແມ່ນເພື່ອປົກປ້ອງຊື່ສຽງ ແລະ ສະຖານະຂອງຂ້ອຍ, ຊຶ່ງເປັນທີ່ໜ້າກຽດຊັງຕໍ່ພຣະເຈົ້າ. ຂ້ອຍຂໍໃຫ້ພຣະເຈົ້າຊ່ວຍຂ້ອຍໃຫ້ລອດພົ້ນຈາກອຸປະນິໄສທີ່ເສື່ອມຊາມນັ້ນ.

ຫຼັງຈາກນັ້ນ ອ້າຍເອື້ອຍນ້ອງໄດ້ສົ່ງພຣະທຳຂອງພຣະເຈົ້າບາງຂໍ້ໃຫ້ຂ້ອຍ. “ຄວາມອວດດີເປັນສາເຫດຂອງອຸປະນິໄສທີ່ເສື່ອມຊາມຂອງມະນຸດ. ຍິ່ງຜູ້ຄົນອວດດີສໍ່າໃດ, ພວກເຂົາກໍຍິ່ງໄຮ້ເຫດຜົນສໍ່ານັ້ນ ແລະ ຍິ່ງພວກເຂົາໄຮ້ເຫດຜົນສໍ່າໃດ, ພວກເຂົາກໍຍິ່ງມີແນວໂນ້ມທີ່ຈະຕໍ່ຕ້ານພຣະເຈົ້າຫຼາຍສໍ່ານັ້ນ. ບັນຫານີ້ຮ້າຍແຮງສໍ່າໃດ? ບໍ່ພຽງແຕ່ວ່າຜູ້ຄົນທີ່ມີອຸປະນິໄສທີ່ອວດດີຈະຄິດວ່າທຸກຄົນຢູ່ພາຍໃຕ້ພວກເຂົາ, ແຕ່ສິ່ງທີ່ໂຫດຮ້າຍທີ່ສຸດກໍຄື ພວກເຂົາເຖິງກັບໂອ້ອວດໃສ່ພຣະເຈົ້າ ແລະ ພວກເຂົາບໍ່ໄດ້ມີຄວາມຢຳເກງສຳລັບພຣະເຈົ້າຢູ່ພາຍໃນຫົວໃຈຂອງພວກເຂົາ. ເຖິງແມ່ນບາງຄົນອາດປາກົດວ່າເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະອົງ, ພວກເຂົາບໍ່ໄດ້ປະຕິບັດຕໍ່ພຣະອົງຄືກັບພຣະເຈົ້າເລີຍ. ພວກເຂົາຮູ້ສຶກຢູ່ສະເໝີວ່າພວກເຂົາມີຄວາມຈິງ ແລະ ຄິດວ່າໂລກເປັນຂອງພວກເຂົາເອງ. ນີ້ແມ່ນແກ່ນແທ້ ແລະ ສາເຫດຂອງອຸປະນິໄສທີ່ອວດດີ ແລະ ມັນມາຈາກຊາຕານ. ສະນັ້ນ, ບັນຫາຂອງຄວາມອວດດີຕ້ອງຖືກແກ້ໄຂ. ການຮູ້ສຶກວ່າຄົນໜຶ່ງດີກວ່າຄົນອື່ນ, ນັ້ນເປັນສິ່ງທີ່ບໍ່ສຳຄັນ. ບັນຫາທີ່ຮ້າຍແຮງກໍຄືອຸປະນິໄສທີ່ອວດດີຂອງຄົນໆໜຶ່ງໄດ້ຫ້າມບໍ່ໃຫ້ເຂົາຍອມຕໍ່ພຣະເຈົ້າ, ຍອມຕໍ່ການປົກຄອງຂອງພຣະອົງ ແລະ ການຈັດແຈງຂອງພຣະອົງ; ບຸກຄົນດັ່ງກ່າວຮູ້ສຶກຢູ່ສະເໝີວ່າມັກຈະແຂ່ງຂັນກັບພຣະເຈົ້າເພື່ອເອົາອຳນາດເໜືອຄົນອື່ນ. ບຸກຄົນປະເພດນີ້ບໍ່ເຄົາລົບພຣະເຈົ້າແມ່ນແຕ່ໜ້ອຍດຽວ, ບໍ່ຕ້ອງເວົ້າເຖິງເລື່ອງການຮັກພຣະເຈົ້າ ຫຼື ການຍອມຕໍ່ພຣະອົງເລີຍ(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ພາກສາມ). “ຢ່າປ່ອຍໃຫ້ຄົນໃດຄິດວ່າຕົນເອງສົມບູນ ຫຼື ໂດດເດັ່ນ ແລະ ສູງສົ່ງ ຫຼື ແຕກຕ່າງຈາກຄົນອື່ນ; ທຸກສິ່ງນີ້ເກີດຂຶ້ນໂດຍອຸປະນິໄສທີ່ອວດດີ ແລະ ຄວາມໂງ່ຈ້າຂອງມະນຸດ. ຄິດວ່າຕົນເອງພິເສດຢູ່ສະເໝີ, ສິ່ງນີ້ເກີດຈາກອຸປະນິໄສທີ່ອວດດີ; ການບໍ່ສາມາດຍອມຮັບຂໍ້ບົກຜ່ອງຂອງພວກເຂົາໄດ້ຈັກເທື່ອ ແລະ ການບໍ່ເຄີຍສາມາດຜະເຊີນໜ້າກັບຂໍ້ຜິດພາດ ແລະ ຄວາມລົ້ມເຫຼວຂອງພວກເຂົາ, ສິ່ງນີ້ເກີດຂຶ້ນຈາກອຸປະນິໄສທີ່ອວດດີ; ການບໍ່ອະນຸຍາດໃຫ້ຄົນອື່ນສູງສົ່ງກວ່າຕົນເອງຈັກເທື່ອ ຫຼື ການເຮັດຕົວວ່າດີກວ່າຄົນອື່ນ, ສິ່ງນີ້ເກີດຂຶ້ນຈາກອຸປະນິໄສທີ່ອວດດີ; ການບໍ່ອະນຸຍາດໃຫ້ຄົນອື່ນສູງສົ່ງກວ່າ ຫຼື ເຂັ້ມແຂງກວ່າພວກເຂົາ, ສິ່ງນີ້ເກີດຂຶ້ນຈາກອຸປະນິໄສທີ່ອວດດີ; ການບໍ່ອະນຸຍາດໃຫ້ຄົນອື່ນມີຄວາມຄິດ, ຂໍ້ສະເໜີ ແລະ ມຸມມອງທີ່ດີກວ່າຕົນເອງ ແລະ ເມື່ອພວກເຂົາມີສິ່ງເຫຼົ່ານັ້ນ, ຄົນປະເພດນີ້ກໍກາຍເປັນຄົນຄິດລົບ, ບໍ່ຢາກເວົ້າ, ຮູ້ສຶກເສົ້າໃຈ ແລະ ສິ້ນຫວັງ ແລະ ເລີ່ມບໍ່ພໍໃຈ, ທຸກສິ່ງນີ້ເກີດຂຶ້ນຈາກອຸປະນິໄສທີ່ອວດດີ. ອຸປະນິໄສທີ່ອວດດີສາມາດເຮັດໃຫ້ເຈົ້າປົກປ້ອງຊື່ສຽງຂອງເຈົ້າ, ບໍ່ສາມາດຍອມຮັບການຊີ້ນໍາຂອງຄົນອື່ນ, ບໍ່ສາມາດຜະເຊີນໜ້າກັບຂໍ້ບົກຜ່ອງຂອງເຈົ້າເອງ ແລະ ບໍ່ສາມາດຍອມຮັບຄວາມລົ້ມເຫຼວ ແລະ ຂໍ້ຜິດພາດຂອງເຈົ້າເອງ. ຍິ່ງໄປກວ່ານັ້ນ, ເມື່ອຄົນໃດໜຶ່ງດີກວ່າເຈົ້າ, ມັນກໍສາມາດເຮັດໃຫ້ເກີດຄວາມກຽດຊັງ ແລະ ຄວາມອິດສາໃນຫົວໃຈຂອງເຈົ້າ ແລະ ເຈົ້າສາມາດຮູ້ສຶກບໍ່ສະບາຍໃຈ ຈົນເຈົ້າບໍ່ປາຖະໜາທີ່ຈະເຮັດໜ້າທີ່ຂອງເຈົ້າ ແລະ ປະໝາດໃນການເຮັດໜ້າທີ່ນັ້ນ. ອຸປະນິໄສທີ່ອວດດີສາມາດເຮັດໃຫ້ເກີດພຶດຕິກຳ ແລະ ການປະຕິບັດເຫຼົ່ານີ້ໃນຕົວເຈົ້າ. ຖ້າພວກເຈົ້າສາມາດຂຸດເລິກລົງໄປເທື່ອລະໜ້ອຍໃນລາຍລະອຽດທັງໝົດນີ້, ບັນລຸການຄົ້ນພົບທີ່ສຳຄັນໃນສິ່ງເຫຼົ່ານັ້ນ ແລະ ໄດ້ຮັບຄວາມເຂົ້າໃຈກ່ຽວກັບພວກມັນ; ແລະ ຖ້າຈາກນັ້ນພວກເຈົ້າສາມາດປະຖິ້ມຄວາມຄິດເຫຼົ່ານີ້ເທື່ອລະໜ້ອຍ ແລະ ປະຖິ້ມແນວຄິດ, ມຸມມອງ ແລະ ແມ່ນແຕ່ພຶດຕິກຳທີ່ຜິດໆຂອງພວກເຈົ້າ ແລະ ບໍ່ຖືກຄວບຄຸມໂດຍພວກມັນ; ແລະ ຖ້າໃນການປະຕິບັດໜ້າທີ່ຂອງພວກເຈົ້າ, ພວກເຈົ້າສາມາດຊອກຫາສະຖານະທີ່ຖືກຕ້ອງສຳລັບພວກເຈົ້າ ແລະ ເຮັດຕາມຫຼັກການ ແລະ ປະຕິບັດໜ້າທີ່ທີ່ພວກເຈົ້າສາມາດເຮັດໄດ້ ແລະ ຄວນປະຕິບັດ; ແລ້ວເມື່ອເວລາຜ່ານໄປ, ພວກເຈົ້າກໍສາມາດປະຕິບັດໜ້າທີ່ຂອງພວກເຈົ້າໄດ້ດີຂຶ້ນ. ນີ້ຄືການເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ຖ້າເຈົ້າສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ, ເຈົ້າຈະປາກົດຕໍ່ຄົນອື່ນວ່າມີລັກສະນະຂອງມະນຸດ ແລະ ຜູ້ຄົນຈະເວົ້າວ່າ ‘ບຸກຄົນນີ້ປະພຶດຕົນຕາມສະຖານະຂອງພວກເຂົາ ແລະ ພວກເຂົາກຳລັງເຮັດໜ້າທີ່ຂອງພວກເຂົາໃນລັກສະນະທີ່ມີເຫດຜົນ. ພວກເຂົາບໍ່ອາໄສຄວາມເປັນທຳມະຊາດ, ຄວາມຫົວຮ້ອນ ຫຼື ອຸປະນິໄສທີ່ເສື່ອມຊາມ ແລະ ຊົ່ວຮ້າຍຂອງພວກເຂົາເພື່ອເຮັດໜ້າທີ່ຂອງພວກເຂົາ. ພວກເຂົາດຳເນີນການດ້ວຍຂໍ້ຈຳກັດ, ພວກເຂົາມີຫົວໃຈທີ່ຢຳເກງພຣະເຈົ້າ, ພວກເຂົາມີຄວາມຮັກສຳລັບຄວາມຈິງ ແລະ ພຶດຕິກຳ ແລະ ການສະແດງອອກຂອງພວກເຂົາເປີດເຜີຍວ່າພວກເຂົາໄດ້ປະຖິ້ມເນື້ອໜັງ ແລະ ຄວາມມັກຂອງພວກເຂົາເອງ’. ມັນຊ່າງອັດສະຈັນທີ່ຈະປະພຶດຕົນເອງເຊັ່ນນັ້ນ! ໃນໂອກາດທີ່ຄົນອື່ນນໍາສະເໜີຂໍ້ບົກຜ່ອງຂອງເຈົ້າ, ເຈົ້າບໍ່ພຽງແຕ່ສາມາດຍອມຮັບພວກມັນ, ແຕ່ຍັງເບິ່ງໃນມຸມບວກ, ຜະເຊີນໜ້າກັບຂໍ້ບົກຜ່ອງ ແລະ ຂໍ້ຜິດພາດຂອງເຈົ້າດ້ວຍຄວາມສູຂຸມ. ສະພາວະຄວາມຄິດຂອງເຈົ້າຂ້ອນຂ້າງເປັນປົກກະຕິ, ປາສະຈາກສິ່ງທີ່ຢູ່ສຸດຂວ້າ, ປາສະຈາກຄວາມເລືອດຮ້ອນ. ນີ້ບໍ່ແມ່ນຄວາມໝາຍຂອງການມີລັກສະນະຂອງມະນຸດບໍ? ມີພຽງແຕ່ຄົນເຊັ່ນນັ້ນຈຶ່ງມີຈິດສຳນຶກທີ່ດີ(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ຫຼັກການທີ່ຄົນໆໜຶ່ງຄວນມີໃນການປະພຶດຕົນເອງ). ພຣະທຳຂອງພຣະເຈົ້າເປີດໂປງສາເຫດຕົ້ນຕໍຂອງບັນຫາ. ຄວາມເສື່ອມຊາມຫຼາຍຢ່າງຂອງພວກເຮົາເກີດຈາກທຳມະຊາດທີ່ອວດດີ. ອຸປະນິໄສທີ່ອວດດີຂອງຂ້ອຍ ແມ່ນສາເຫດທີ່ຂ້ອຍອິດສາ ແລະ ຕໍ່ຕ້ານອ້າຍມັດທາຍ ແລະ ຈະບໍ່ຍອມຮັບຄຳແນະນຳຂອງລາວ. ຂ້ອຍດໍາລົງຊີວິດຢູ່ໃນຄວາມອວດດີ ແລະ ບໍ່ສາມາດເຫັນຂໍ້ຜິດພາດຂອງຕົວເອງ. ເຖິງແມ່ນວ່າຄຳແນະນຳຂອງລາວຈະເປັນປະໂຫຍດແກ່ຂ້ອຍ, ຂ້ອຍກໍຈະບໍ່ຍອມຮັບພວກມັນ. ຂ້ອຍປະຕິເສດທີ່ຈະຍອມຮັບຄວາມຊ່ວຍເຫຼືອ ແລະ ການຊີ້ນຳຂອງລາວ ເພື່ອພະຍາຍາມປົກປ້ອງຊື່ສຽງ ແລະ ສະຖານະຂອງຂ້ອຍ. ຂ້ອຍບໍ່ໄດ້ຄິດເຖິງສິ່ງທີ່ຂ້ອຍຄວນເຮັດເພື່ອເຮັດໜ້າທີ່ຂອງຂ້ອຍໃຫ້ດີ. ເຫັນຊັດເຈນວ່າມີຄວາມຫຍຸ້ງຍາກບາງຢ່າງໃນວຽກ ແລະ ຂ້ອຍບໍ່ໄດ້ເຮັດວຽກເປັນຢ່າງດີ, ແຕ່ຂ້ອຍກໍຍັງອວດດີ ແລະ ຕໍ່ຕ້ານ. ຂ້ອຍບໍ່ມີຄວາມຕື່ນຕົວໃນຕົວເອງແທ້ໆ. ອ້າຍມັດທາຍໄດ້ຊີ້ໃຫ້ເຫັນບັນຫາພາກປະຕິບັດຕົວຈິງຈຳນວນໜຶ່ງທີ່ລ້ວນແລ້ວແຕ່ເປັນຂໍ້ບົກຜ່ອງໃນໜ້າທີ່ຂອງຂ້ອຍ. ຂ້ອຍຈະບໍ່ຍອມຮັບເລື່ອງນັ້ນ ຫຼື ໄຕ່ຕອງຕົວເອງ, ແຕ່ພັດຈັບຜິດລາວແທນ. ແຕ່ໃນຄວາມເປັນຈິງແລ້ວ, ການໂອ້ລົມຂອງລາວແມ່ນເປັນຈິງແທ້ໆ ແລະ ເປັນປະໂຫຍດສຳລັບການເຂົ້າໃຈຄວາມຈິງຂອງຜູ້ເຊື່ອໃໝ່, ມີປະໂຫຍດ ແລະ ເປັນປະໂຫຍດຫຼາຍກວ່າການເຕົ້າໂຮມທີ່ຂ້ອຍໄດ້ເປັນປະທານໃນເມື່ອກ່ອນ. ເມື່ອຜະເຊີນກັບຄວາມຈິງ, ຂ້ອຍບໍ່ສາມາດຍອມຮັບໄດ້ວ່າອ້າຍມັດທາຍມີຄວາມຊຳນານຫຼາຍກວ່າຂ້ອຍ, ແຕ່ຂ້ອຍກັບຄຽດແຄ້ນ ແລະ ອິດສາລາວ. ຂ້ອຍອວດດີ, ຖືວ່າຕົນເອງສຳຄັນ ແລະ ບໍ່ມີເຫດຜົນແທ້ໆ. ຂ້ອຍຄິດເຖິງຕົວເອງຫຼາຍເກີນໄປ. ຂ້ອຍຕ້ອງການເປັນຄົນທີ່ດີທີ່ສຸດເໜືອທຸກຄົນ ແລະ ໄດ້ຮັບການຍົກຍ້ອງຈາກຄົນອື່ນຢູ່ສະເໝີ. ນັ້ນແມ່ນອຸປະນິໄສຂອງທູດສະຫວັນ ແລະ ມັນຂັດສູ້ກັບພຣະເຈົ້າ. ຂ້ອຍກ່າວຄຳອະທິຖານໃນໃຈຂອງຂ້ອຍ, ພ້ອມທີ່ຈະສະແຫວງຫາຄວາມຈິງ ແລະ ປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງຂ້ອຍ ເພື່ອເປັນຄົນທີ່ມີເຫດຜົນ.

ຕໍ່ມາ, ໃນການເຝົ້າດ່ຽວຂອງຂ້ອຍ, ຂ້ອຍອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າ: “ນີ້ຄືບັນຍາກາດປະເພດທີ່ເຈົ້າຕ້ອງມີພາຍໃນຄຣິສຕະຈັກ ນັ້ນກໍຄື ທຸກຄົນທີ່ໃຫ້ຄວາມສຳຄັນກັບຄວາມຈິງ ແລະ ດີ້ນຮົນທີ່ຈະບັນລຸມັນໃຫ້ໄດ້. ມັນບໍ່ສຳຄັນວ່າຜູ້ຄົນຈະເຖົ້າ ຫຼື ໜຸ່ມ ຫຼື ພວກເຂົາເປັນຜູ້ເຊື່ອເປັນເວລາດົນນານແລ້ວ ຫຼື ບໍ່. ມັນບໍ່ສຳຄັນວ່າພວກເຂົາມີຄວາມສາມາດທີ່ສູງ ຫຼື ຕໍ່າ. ສິ່ງເຫຼົ່ານີ້ບໍ່ສຳຄັນ. ຕໍ່ໜ້າຄວາມຈິງ, ທຸກຄົນເທົ່າທຽມກັນ. ສິ່ງຕ່າງໆທີ່ເຈົ້າຕ້ອງພິຈາລະນາເບິ່ງຄືຄົນທີ່ເວົ້າຢ່າງຖືກຕ້ອງ ແລະ ໂດຍສອດຄ່ອງກັບຄວາມຈິງ, ຄົນທີ່ຄິດຫາຜົນປະໂຫຍດໃນເຮືອນຂອງພຣະເຈົ້າ, ຄົນທີ່ແບກຮັບພາລະທີ່ຍິ່ງໃຫຍ່ທີ່ສຸດໃນວຽກງານໃນເຮືອນຂອງພຣະເຈົ້າ, ຄົນທີ່ເຂົ້າໃຈຄວາມຈິງໄດ້ຢ່າງຊັດເຈນຂຶ້ນ, ຄົນທີ່ມີຈິດສຳນຶກທີ່ຊອບທຳ ແລະ ຄົນທີ່ເຕັມໃຈຈະຈ່າຍລາຄາ. ຄົນດັ່ງກ່າວຄວນໄດ້ຮັບການສະໜັບສະໜູນ ແລະ ການຍົກຍ້ອງຈາກອ້າຍເອື້ອຍນ້ອງຂອງພວກເຂົາ. ບັນຍາກາດທ່ຽງກົງນີ້ທີ່ມາຈາກການສະແຫວງຫາຄວາມຈິງຕ້ອງມີອຳນາດຫຼາຍກວ່າພາຍໃນຄຣິສຕະຈັກ; ໃນລັກສະນະນີ້, ເຈົ້າຈະມີພາລະກິດຂອງພຣະວິນຍານບໍລິສຸດ ແລະ ພຣະເຈົ້າຈະປະທານພອນ ແລະ ການຊີ້ນຳໃຫ້. ຖ້າບັນຍາກາດທີ່ມີອຳນາດຫຼາຍກວ່າພາຍໃນຄຣິສຕະຈັກແມ່ນໜຶ່ງໃນການບອກເລື່ອງເລົ່າລື, ສ້າງຄວາມວຸ້ນວາຍຕໍ່ກັນ ແລະ ກັນ, ການຄຽດແຄ້ນກັນ, ການອິດສາກັນ ແລະ ການໂຕ້ຖຽງກັນ, ແລ້ວພຣະວິນຍານບໍລິສຸດກໍຈະບໍ່ເຮັດພາລະກິດໃນພວກເຈົ້າຢ່າງແນ່ນອນ. ການພະຍາຍາມຂັດສູ້ກັນ ແລະ ການຕໍ່ສູ້ກັນ, ການຫຼອກລວງ, ການລໍ້ລວງ ແລະ ການວາງກົນອຸບາຍເພື່ອທຳລາຍກັນຢ່າງລັບໆ, ນີ້ຄືບັນຍາກາດຂອງສິ່ງຊົ່ວຮ້າຍ! ຖ້າບັນຍາກາດດັ່ງກ່າວມີອຳນາດຫຼາຍກວ່າພາຍໃນຄຣິສຕະຈັກ, ແລ້ວພຣະວິນຍານບໍລິສຸດກໍຈະບໍ່ເຮັດພາລະກິດຂອງພຣະອົງຢ່າງແນ່ນອນ(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ມີແຕ່ຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາດ້ວຍສຸດຫົວໃຈ, ຈິດໃຈ ແລະ ຈິດວິນຍານເທົ່ານັ້ນຈຶ່ງເປັນຄົນທີ່ຮັກພຣະເຈົ້າ). “ໃນປັດຈຸບັນ, ທຸກຄົນທີ່ບໍ່ສາມາດຍອມຮັບການກວດສອບຂອງພຣະເຈົ້າກໍບໍ່ສາມາດໄດ້ຮັບການອະນຸມັດຈາກພຣະອົງ ແລະ ຜູ້ທີ່ບໍ່ຮູ້ຈັກພຣະເຈົ້າຜູ້ບັງເກີດເປັນມະນຸດກໍບໍ່ສາມາດຖືກເຮັດໃຫ້ສົມບູນແບບໄດ້. ຈົ່ງເບິ່ງທຸກສິ່ງທີ່ເຈົ້າເຮັດ ແລະ ເບິ່ງວ່າມັນສາມາດເອົາມາວາງໄວ້ຕໍ່ໜ້າພຣະເຈົ້າໄດ້ ຫຼື ບໍ່. ຖ້າເຈົ້າບໍ່ສາມາດນຳເອົາທຸກສິ່ງທີ່ເຈົ້າເຮັດນັ້ນມາວາງໄວ້ຕໍ່ໜ້າພຣະເຈົ້າແລ້ວ, ສິ່ງນີ້ສະແດງໃຫ້ເຫັນວ່າເຈົ້າເປັນຄົນຊົ່ວຮ້າຍ. ຄົນຊົ່ວຮ້າຍສາມາດຖືກເຮັດໃຫ້ສົມບູນແບບໄດ້ບໍ? ທັງໝົດທີ່ເຈົ້າເຮັດ, ທຸກໆການກະທຳ, ທຸກເຈດຕະນາ ແລະ ທຸກປະຕິກິລະຍາຄວນຖືກນຳມາວາງໄວ້ຕໍ່ໜ້າພຣະເຈົ້າ. ແມ່ນແຕ່ຊີວິດຝ່າຍວິນຍານປະຈຳວັນຂອງເຈົ້າ ນັ້ນກໍຄື ຄຳອະທິຖານຂອງເຈົ້າ, ຄວາມໃກ້ຊິດຂອງເຈົ້າກັບພຣະເຈົ້າ, ວິທີທີ່ເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ການສົນທະນາຂອງເຈົ້າກັບອ້າຍເອື້ອຍນ້ອງຂອງເຈົ້າ ແລະ ຊີວິດຂອງເຈົ້າພາຍໃນຄຣິສຕະຈັກ ແລະ ການຮັບໃຊ້ຂອງເຈົ້າຢ່າງຮ່ວມມືກັນແມ່ນສາມາດນຳມາວາງໄວ້ຕໍ່ໜ້າພຣະເຈົ້າໃຫ້ຖືກກວດສອບໂດຍພຣະອົງ. ມັນຄືການປະຕິບັດດັ່ງກ່າວທີ່ຈະຊ່ວຍໃຫ້ເຈົ້າບັນລຸການເຕີບໂຕຂຶ້ນໃນຊີວິດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າເຮັດໃຫ້ຜູ້ທີ່ຕາມໃຈພຣະອົງເອງສົມບູນ). ພຣະທຳຂອງພຣະເຈົ້າມອບທັງຄວາມສະບາຍໃຈ ແລະ ເສັ້ນທາງປະຕິບັດໃຫ້ແກ່ຂ້ອຍ. ພຣະເຈົ້າຮຽກຮ້ອງໃຫ້ພວກເຮົາບໍ່ໃຫ້ອິດສາ ຫຼື ແຂ່ງຂັນກັນໃນຄຣິສຕະຈັກ, ແຕ່ໃຫ້ສຸມໃສ່ການສະແຫວງຫາຄວາມຈິງ. ພວກເຮົາຄວນຟັງຄຳເວົ້າຂອງຄົນໃດກໍຕາມທີ່ສອດຄ່ອງກັບຄວາມຈິງ. ອ້າຍມັດທາຍໄດ້ເປີດໂປງຂໍ້ບົກຜ່ອງຂອງຂ້ອຍ ເພື່ອຊ່ວຍຂ້ອຍເຮັດວຽກການລ້ຽງດູຜູ້ເຊື່ອໃໝ່ໃຫ້ດີ. ລາວບໍ່ໄດ້ປົກປ້ອງຄວາມສຳພັນສ່ວນບຸກຄົນ. ລາວແບ່ງປັນການໂອ້ລົມເມື່ອລາວເຫັນບັນຫາ, ຊີ້ນຳຜູ້ຄົນໃຫ້ຮູ້ຈັກຕົວເອງ. ເມື່ອລາວສະແດງຄວາມເສື່ອມຊາມອອກມາ, ລາວກໍເປີດໃຈກ່ຽວກັບມັນ, ບໍ່ພະຍາຍາມເຮັດໃຫ້ຜູ້ຄົນຊື່ນຊົມລາວ. ລາວສາມາດສະແຫວງຫາຄວາມຈິງແ ລະ ຍຶດໝັ້ນວຽກຂອງຄຣິສຕະຈັກ ແລະ ຂ້ອຍຄວນຮຽນຮູ້ຈາກລາວເພື່ອຊົດເຊີຍຂໍ້ບົກຜ່ອງຂອງຂ້ອຍເອງ, ບໍ່ອິດສາ, ຕໍ່ຕ້ານ ແລະ ເຖິງກັບພະຍາຍາມຈັບຜິດກັບລາວເພື່ອແກ້ແຄ້ນ. ຂ້ອຍຍັງເຫັນອີກວ່າ ການໄດ້ັັຮັບຄໍາແນະນໍາ ແລະ ການຖືກຂາຍໜ້າ ແມ່ນການປົກປ້ອງ ແລະ ຄວາມລອດພົ້ນຂອງພຣະເຈົ້າສຳລັບຂ້ອຍ, ຊຶ່ງຊ່ວຍໃຫ້ຂ້ອຍຮູ້ຈັກຄວາມເສື່ອມຊາມຂອງຕົວເອງ ແລະ ແກ້ໄຂຄວາມຜິດພາດຂອງຂ້ອຍ. ພຣະເຈົ້າກຳລັງເຝົ້າເບິ່ງພວກເຮົາ, ຫວັງວ່າພວກເຮົາຈະເຮັດສິ່ງຕ່າງໆໃຫ້ສອດຄ່ອງກັບຫຼັກການ. ຂ້ອຍຮູ້ສຶກພ້ອມທີ່ຈະຍອມຮັບການກວດສອບຂອງພຣະເຈົ້າ, ເພື່ອກວດສອບຄວາມເສື່ອມຊາມຂອງຂ້ອຍ ແລະ ເຮັດການປ່ຽນແປງໂດຍໄວ ແລະ ປະຕິບັດຕາມຫຼັກການ.

ຂ້ອຍບໍ່ອິດສາອ້າຍມັດທາຍອີກຕໍ່ໄປ. ຂ້ອຍສາມາດຍອມຮັບການໂອ້ລົມ ແລະ ການຊີ້ແນະຂອງລາວ. ໃນການເຕົ້າໂຮມ ເມື່ອຂ້ອຍຖາມຄຳຖາມອື່ນໆ, ຂ້ອຍຈັດແຈງສິ່ງທີ່ຂ້ອງຕ້ອງການເວົ້າ ເພື່ອໃຫ້ມັນຊັດເຈນຫຼາຍຂຶ້ນສຳລັບອ້າຍເອື້ອຍນ້ອງ. ເມື່ອພວກເຂົາມິດງຽບ ແລະ ບໍ່ປະກອບສ່ວນຢ່າງຫ້າວຫັນໃນການໂອ້ລົມ, ຂ້ອຍກໍເນັ້ນການສື່ສານແບບໂຕ້ຕອບກັບພວກເຂົາຫຼາຍຂຶ້ນ. ເພື່ອເຮັດໃຫ້ການເຕົ້າໂຮມມີປະສິດທິພາບຫຼາຍຂຶ້ນ, ຂ້ອຍສື່ສານກັບຄົນອື່ນລ່ວງໜ້າຫຼາຍຂຶ້ນ ເພື່ອຊອກຮູ້ບັນຫາຕົວຈິງຂອງພວກເຂົາ, ເພື່ອແກ້ໄຂພວກມັນຜ່ານການໂອ້ລົມເຖິງພຣະທຳຂອງພຣະເຈົ້າ. ໂດຍທົ່ວໄປແລ້ວ ຂ້ອຍຍັງພະຍາຍາມອ່ານພຣະທຳຂອງພຣະເຈົ້າຫຼາຍຂຶ້ນ ແລະ ປະກອບຕົວເອງດ້ວຍຄວາມຈິງ ເພື່ອໃຫ້ເປັນປະໂຫຍດຫຼາຍຂຶ້ນໃນການແກ້ໄຂຂໍ້ຫຍຸ້ງຍາກຂອງພວກເຂົາ. ການປ່ຽນແປງໜ້ອຍໜຶ່ງທີ່ຂ້ອຍໄດ້ເຮັດແມ່ນຄວາມລອດພົ້ນຂອງພຣະເຈົ້າ. ຂອບໃຈພຣະເຈົ້າອົງຊົງລິດທານຸພາບສູງສຸດ!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ລາກ່ອນ, ຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ!

ໂດຍ ລີເຟີຍ, ສະເປນເມື່ອເວົ້າເຖິງຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ, ຂ້ອຍຄິດວ່າພວກເຂົາດີຫຼາຍ ກ່ອນຂ້ອຍເຊື່ອໃນພຣະເຈົ້າ. ພວກເຂົາມີອຸປະນິໄສທີ່ອ່ອນໂຍນ,...

ປະສົບການຂອງຊາວຄຣິດຄົນມຽນມ້າໃນນະຮົກຫຼັງຈາກທີ່ເສຍຊີວິດ

ໂດຍ ດານີ, ປະເທດມຽນມາ ຂ້ອຍສົນໃຈໃນສາສະໜາຄຣິດ ເມື່ອຂ້ອຍຍັງນ້ອຍ, ແຕ່ຍ້ອນຄອບຄົວຂອງຂ້ອຍເປັນຊາວພຸດ, ຂ້ອຍຈຶ່ງບໍ່ໄດ້ກາຍມາເປັນຊາວຄຣິດ....