ແກະຂອງພຣະເຈົ້າຟັງສຽງຂອງພຣະເຈົ້າ: ພວກເຮົາຄວນໄດ້ຍິນພຣະທຳຂອງພຣະເຈົ້າເມື່ອກວດສອບເສັ້ນທາງທີ່ແທ້ຈິງ

25 ເດືອນທັນວາ 2021

ໂດຍ ສູຊິງ, ປະເທດຈີນ

ໂລກລະບາດໄດ້ແຜ່ລະບາດຢ່າງຕໍ່ເນື່ອງໃນຫຼາຍເດືອນທີ່ຜ່ານມາ ແລະ ຈຳນວນກໍລະນີ ແລະ ການຕາຍທີ່ໄດ້ຮັບການຢືນຢັນກໍມີຈຳນວນເພີ່ມຂຶ້ນສູງ. ໄພພິບັດໄດ້ແຜ່ລາມໄປທົ່ວໂລກ ເຊັ່ນ: ຝູງແມງໄມ້, ນ້ຳຖ້ວມ, ໄຟໃໝ້ ແລະ ໄພຂົ່ມຂູ່ຂອງສົງຄາມ. ຄຣິສຕຽນຫຼາຍຄົນໄດ້ຮັບຮູ້ວ່າພຣະຜູ້ເປັນເຈົ້າໄດ້ກັບຄືນມາແລ້ວ ແລະ ຕອນນີ້ກຳລັງສະແຫວງຫາການປາກົດຕົວຂອງພຣະອົງຢູ່. ປັດຈຸບັນນີ້, ມີພຽງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ກຳລັງເປັນພະຍານວ່າພຣະຜູ້ເປັນເຈົ້າໄດ້ກັບຄືນມາ ແລະ ຕອນນີ້ຫຼາຍຄົນກຳລັງສະແຫວງຫາ ແລະ ກວດສອບການປາກົດຕົວ ແແລະ ພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຢູ່. ຜູ້ຄົນຫຼາຍຂຶ້ນແນ່ໃຈວ່າພວກເຂົາເປັນສຽງຂອງພຣະເຈົ້າ ຫຼັງຈາກທີ່ໄດ້ຍິນພຣະທຳຂອງພຣະເຈົ້າອົງຊົງລິທານຸພາບສູງສຸດ ແລະ ຈາກນັ້ນກໍຍອມຮັບພາລະກິດໃນຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ແຕ່ຍັງມີບາງຄົນທີ່ຕັດສິນໃຈຕິດຕາມພວກເຂົາ ເມື່ອພວກເຂົາເຫັນວ່າພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ຖືກໃສ່ຮ້າຍ ແລະ ກ່າວໂທດໂດຍລັດຖະບານພັກຄອມມູນິດຈີນ ແລະ ສິດຍາພິບານ ແລະ ຜູ້ອາວຸໂສຂອງໂລກສາສະໜາ. ພວກເຂົາບໍ່ເຊື່ອວ່ານີ້ແມ່ນເສັ້ນທາງທີ່ແທ້ຈິງ ແລະ ບໍ່ກ້າສະແຫວງຫາ ຫຼື ກວດສອບມັນ. ໃນຂະນະທີ່ພວກເຮົາຄວນລະມັດລະວັງເມື່ອກວດສອບເສັ້ນທາງທີ່ແທ້ຈິງ, ມັນສອດຄ່ອງກັບຄວາມຈິງບໍທີ່ຈະຍຶດໝັ້ນກັບຄຳເວົ້າຂອງລັດຖະບານພັກຄອມມູນິດຈີນ ແລະ ສິດຍາພິບານ ແລະ ຜູ້ອາວຸໂສເປັນມາດຕະຖານສຳລັບການກຳນົດວ່າບາງສິ່ງແມ່ນເສັ້ນທາງທີ່ຖືກຕ້ອງ ຫຼື ເສັ້ນທາງທີ່ຜິດ? ໃຜແທ້ທີ່ພວກເຮົາຄວນຟັງເມື່ອແນມເບິ່ງເສັ້ນທາງທີ່ຖືກຕ້ອງ ເພື່ອວ່າພວກເຮົາຈະສາມາດຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າ? ພວກເຮົາຈະສົນທະນາ ແລະ ສຳຫຼວດບັນຫາເຫຼົ່ານີ້ຢູ່ບ່ອນນີ້.

ແກະຂອງພຣະເຈົ້າຟັງສຽງຂອງພຣະເຈົ້າ: ພວກເຮົາຄວນໄດ້ຍິນພຣະທຳຂອງພຣະເຈົ້າເມື່ອກວດສອບເສັ້ນທາງທີ່ແທ້ຈິງ

ການເຊື່ອການກ່າວໂທດຂອງພັກຄອມມູນິດຈີນແມ່ນການເຊື່ອໃນຄຳເວົ້າຂອງຊາຕານ

ພວກເຮົາທຸກຄົນຮູ້ວ່າລັດຖະບານພັກຄອມມູນິດຈີນແມ່ນລັດຖະບານນອກຮີດ. ນັບຕັ້ງແຕ່ມັນຂຶ້ນກຳອຳນາດ, ພັກຄອມມູນິດຈີນໄດ້ເຮັດໃຫ້ເກີດຄວາມເຊື່ອວ່າບໍ່ມີພຣະເຈົ້າ, ລັດທິວັດຖຸນິຍົມ ແລະ ການວິວັດທະນາການ. ມັນໄດ້ປະຕິເສດການດຳລົງຢູ່ຂອງພຣະເຈົ້າສະເໝີມາ ແລະ ໄດ້ສະໜັບສະໜູນຄວາມເຊື່ອຜິດໆຂອງຊາຕານວ່າ “ບໍ່ເຄີຍມີພຣະຜູ້ໄຖ່ຈັກເທື່ອ”, “ໂຊກຊະຕາຂອງຄົນໆໜຶ່ງແມ່ນຢູ່ໃນມືຂອງເຂົາເອງ” ແລະ “ມະນຸດສາມາດສ້າງບ້ານເກີດອັນຜາສຸກດ້ວຍມືຂອງເຂົາເອງ”. ພັກຄອມມູນິດຈີນຍັງໄດ້ກ່າວໂທດສາສະໜຄຣິສຕຽນຢ່າງເປີດເຜີຍວ່າເປັນ “ລັດທິ” ໜຶ່ງ ແລະ ພຣະຄຳພີແມ່ນໜັງສື “ລັດທິ” ເຫຼັ້ມໜຶ່ງດ້ວຍ. ມັນໄດ້ທຳລາຍຄຣິສຕະຈັກໃຫຍ່ຫຼາຍໆແຫ່ງ, ຈູດພຣະຄຳພີຫຼາຍສະບັບນັບບໍ່ຖ້ວນ, ຈັບກຸມ ແລະ ຂົ່ມເຫັງຊາວຄຣິສຕຽນ ແລະ ຊາວຄາໂທລິກແບບບໍ່ມີເຫດຜົນ. ພວກເຮົາສາມາດເຫັນໄດ້ຈາກການກົດຂີ່ຂົ່ມເຫັງຢ່າງບ້າຄັ້ງຂອງມັນຕໍ່ສາສະໜາຄຣິສຕຽນ ແລະ ສາສະໜານິກາຍໂຣມັນຄາໂທລິກ ທີ່ພັກຄອມມູນິດຈີນດູໝິ່ນຄວາມຈິງ ແລະ ພຣະເຈົ້າຫຼາຍທີ່ສຸດ. ຈະໃຫ້ລະບອບຊາຕານທີ່ຕໍ່ຕ້ານພຣະເຈົ້າຮັບຮູ້ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າໄດ້ແນວໃດ? ພັກຄອມມູນິດຈີນພຽງແຕ່ປະຕິເສດທີ່ຈະຮັບຮູ້ວ່າມີສິ່ງດັ່ງກ່າວເປັນເສັ້ນທາງທີ່ແທ້ຈິງ ແຮງໄກທີ່ຈະມີພຣະເຈົ້າ. ເມື່ອເວົ້າເຖິງການກຳນົດວ່າເສັ້ນທາງນັ້ນແມ່ນເສັ້ນທາງທີ່ແທ້ຈິງ ຫຼື ບໍ່, ແລ້ວແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງການເຊື່ອໃນຂ່າວລື ແລະ ຄຳຕົວະຫຼອກຂອງພັກຄອມມູນິດຈີນ ແລະ ການເຊື່ອຄຳເວົ້າຂອງຊາຕານຜູ້ຊົ່ວຮ້າຍ?

ຍິ່ງໄປກວ່ານັ້ນ, ພວກເຮົາທຸກຄົນຮູ້ວ່າເສັ້ນທາງທີ່ແທ້ຈິງໄດ້ຖືກກົດຂີ່ຂົ່ມເຫັງມາເປັນເວລາດົນນານແລ້ວ. ລະບອບຊາຕານທັງໝົດມີຄວາມກຽດຊັງສູງສຸດຕໍ່ພຣະເຈົ້າ ແລະ ຕໍ່ຄວາມຈິງ, ຍິ່ງເປັນບາງສິ່ງທີ່ມາຈາກພຣະເຈົ້າຫຼາຍເທົ່າໃດ ພວກເຂົາຍິ່ງຕໍ່ຕ້ານມັນຢ່າງໂວຍວາຍຫຼາຍຂຶ້ນເທົ່ານັ້ນ. ນັ້ນແມ່ນເຫດຜົນທີ່ທຸກຄັ້ງທີ່ພຣະເຈົ້າມາເພື່ອປະຕິບັດພາລະກິດຂອງພຣະອົງ, ພຣະອົງຖືກຂົ່ມເຫັງ ແລະ ຖືກກ່າວໂທດໂດຍລະບອບຊາຕານຢ່າງຫຼີກຫຼ່ຽງບໍ່ໄດ້, ນີ້ແມ່ນຄວາມຈິງທີ່ບໍ່ສາມາດປະຕິເສດໄດ້. ເມື່ອອົງພຣະເຢຊູເຈົ້າໃຫ້ການເທດສະໜາຂອງພຣະອົງ ແລະ ປະຕິບັດພາລະກິດຂອງພຣະອົງຕະຫຼອດຫຼາຍປີທີ່ຜ່ານມາ, ພວກຫົວໜ້າປະໂລຫິດ ແລະ ພວກຟາຣີຊາຍຂອງຄວາມເຊື່ອຢິວສົມຮູ້ຮ່ວມຄິດກັນກັບເຈົ້າໜ້າທີ່ໂຣມັນເພື່ອຄຶງພຣະເຢຊູໃສ່ໄມ້ກາງແຂນ. ແລ້ວພວກເຮົາຈະສາມາດປະຕິເສດຄວາມຈິງທີ່ວ່າອົງພຣະເຢຊູເຈົ້າແມ່ນພຣະຄຣິດຍ້ອນການກ່າວໂທດ, ການຂົ່ມເຫັງ, ຄຳຕົວະຫຼອກ ແລະ ການໝິ່ນປະໝາດຂອງລະບອບການປົກຄອງໄດ້ບໍ? ໃນທຳນອງດຽວກັນ, ປັດຈຸບັນນີ້ ພຣະເຈົ້າໄດ້ກັບຄືນມາເພື່ອປະຕິບັດພາລະກິດຂອງພຣະອົງ ແລະ ພັກຄອມມູນິດຈີນໄດ້ເພີ່ມທະວີການກ່າວໂທດທີ່ບ້າຄັ້ງ ແລະ ການໝິ່ນປະໝາດການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມັນຈັບກຸມ ແລະ ຂົ່ມເຫັນຊາວຄຣິສຕຽນຢ່າງບໍ່ມີເຫດຜົນ ແລະ ໃຊ້ສື່ອອນລາຍທັງພາຍໃນ ແລະ ຕ່າງປະເທດເພື່ອເຜີຍແຜ່ຄຳຕົວະຫຼອກຂອງມັນໃນການໃສ່ຮ້າຍພາລະກິດຂອງພຣະເຈົ້າ ແລະ ເຮັດໃຫ້ບັນດາຜູ້ທີ່ບໍ່ຮູ້ຈັກຄວາມຈິງຫຼົງຜິດ. ມັນເຮັດສິ່ງນີ້ອອກມາດ້ວຍຄວາມຢ້ານກົວ ຍ້ອນມັນຢ້ານວ່າພຣະເຈົ້າໄດ້ປາກົດມາ ແລະ ກຳລັງປະຕິບັດພາລະກິດເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ຢ້ານວ່າມະນຸດຊາດທັງປວງຈະຍອມຮັບຄວາມຈິງ ແລະ ກັບໄປຫາພຣະເຈົ້າ. ຍິ່ງໄປກວ່ານັ້ນ, ມັນຢ້ານວ່າພຣະທຳຂອງພຣະເຈົ້າຈະເກີດຂຶ້ນເທິງແຜ່ນດິນໂລກ, ຢ້ານວ່າອານາຈັກຂອງພຣະອົງຈະປາກົດຕົວເທິງແຜ່ນດິນໂລກ ແລະ ຈາກນັ້ນມະນຸດຊາດທັງປວງຈະປະຕິເສດພັກຄອມມູນິດຈີນ. ນີ້ແມ່ນເຫດຜົນວ່າເປັນຫຍັງລັດຖຸະບານຈີນຈຶ່ງກົດຂີ່ຢ່າງໂວຍວາຍ ແລະ ຂົ່ມເຫັງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງໂຫດຮ້າຍ. ນີ້ແມ່ນເຫດຜົນພື້ນຖານວ່າເປັນຍັງມັນຈຶ່ງໃສ່ຮ້າຍ ແລະ ກ່າວຮ້າຍພາລະກິດຂອງພຣະເຈົ້າ. ຖ້າພວກເຮົາມີຄວາມສາມາດໄຈ້ແຍກແທ້ໆ, ພວເຮົາກໍຄວນກຳນົດວ່າແມ່ນຫຍັງຄືເສັ້ນທາງທີ່ຖືກຕ້ອງໂດຍສິ່ງທີ່ລະບອບຊາຕານນີ້ຕໍ່ຕ້ານ ແລະ ກຽດຊັງທີ່ສຸດ. ກົງກັນຂ້າມ, ຖ້າພວກເຮົາຍອມແພ້ໃນການກວດສອບພາລະກິດໃນຍຸກສຸດທ້າຍຂອງພຣະຍ້ອນມັນຖືກຄັດຄ້ານ ແລະ ກ່າວຮ້າຍໂດຍພັກຄອມມູນິດຈີນ, ຈາກນັ້ນພວກເຮົາກໍຈະເປັນຄົນທີ່ໂງ່ຈ້າຫຼາຍແທ້ໆ.

ມັນຖືກຕ້ອງແລ້ວບໍທີ່ຈະເຊື່ອສິ່ງທີ່ສິດຍາພິບານ ແລະ ຜູ້ອາວຸໂສເວົ້າເມື່ອກວດສອບເສັ້ນທາງທີ່ແທ້ຈິງ ແລະ ບໍ່ຟັງພຣະທຳຂອງພຣະເຈົ້າ?

ບາງຄົນຄິດວ່າລັດຖະບານພັກຄອມມູນິດຈີນໄດ້ຕໍ່ຕ້ານພຣະເຈົ້າສະເໝີມາ ແລະ ບໍ່ມີຫຍັງທີ່ມັນໃສ່ເທິງໂລກອອນລາຍສາມາດເຊື່ອຖືກໄດ້, ແຕ່ໃນທາງກົງກັນຂ້າມ ສິດຍາພິບານ ແລະ ຜູ້ອາວຸໂສມີຄວາມຮອບຮູ້ກ່ຽວກັບພຣະຄຳພີ ແລະ ເຂົ້າໃຈພຣະຄຳພີດີ, ດັ່ງນັ້ນ ໂດຍການຟັງພວກເຂົາເມື່ອກວດສອບເສັ້ນທາງທີ່ແທ້ຈິງ ພວກເຂົາບໍ່ສາມາດເຮັດຜິດພາດໄດ້. ແຕ່ພວກເຮົາໄດ້ເຄີຍພິຈາລະນາສິ່ງຕໍ່ໄປນີ້ບໍ: ບາງຄົນທີ່ມີຄວາມຮອບຮູ້ໃນພຣະຄຳພີສາມາດສະແດງວ່າພວກເຂົາເຂົ້າໃຈຄວາມຈິງໄດ້ບໍ? ມັນສາດສະແດງອອກໄດ້ບໍວ່າພວກເຂົາຮູ້ຈັກພຣະເຈົ້າ? ຖ້າພວກເຮົາຫວນຄິດເຖິງຫົວໜ້າປະໂລຫິດ, ນັກປາດ ແລະ ພວກຟາຣີຊາຍຂອງຄວາມເຊືອຢິວ, ພວກເຂົາແມ່ນຜູ້ຮອບຮູ້ໃນພຣະຄຳພີ ແລະ ມັກຈະອະທິບາຍພຣະຄຳພີໃຫ້ຄົນອື່ນ. ແຕ່ເມື່ອອົງພຣະເຢຊູເຈົ້າປາກົດມາ ແລະ ປະຕິບັດພາລະກິດຂອງພຣະອົງ, ພວກເຂົາໄດ້ຮັບຮູ້ວ່າພຣະອົງແມ່ນພຣະເມຊີອາບໍ? ພວກເຂົາໄດ້ຮັບຮູ້ວ່າພຣະທຳຂອງພຣະອົງວ່າເປັນຄວາມຈິງ, ວ່າແມ່ນສຽງຂອງພຣະເຈົ້າບໍ? ພວກເຂົາບໍ່ພຽງລົ້ມເຫຼວທີ່ຈະຮັບຮູ້ພຣະຜູ້ເປັນເຈົ້າເທົ່ານັ້ນ ແຕ່ເພື່ອເຫັນແກ່ຕຳແໜ່ງ ແລະ ຊີວິດການເປັນຢູ່ຂອງພວກເຂົາ, ພວກເຂົາຖືເອົາຄວາມໝາຍຕາມຕົວໜັງສືຂອງພຣະຄຳພີຂຶ້ນມາຕໍ່ຕ້ານພຣະຜູ້ເປັນເຈົ້າ ແລະ ພວກເຂົາຮວບຮວມຂ່າວລືກ່ຽວກັບພຣະອົງ ແລະ ເຮັດໃຫ້ພຣະອົງສູນເສຍຄວາມເຊື່ອຖື. ພວກເຂົາໄດ້ຂົ່ມເຫັງພຣະອົງຢ່າງໂຫດຮ້າຍ ແລະ ໝິ່ນປະໝາດພຣະອົງ, ໃນທີ່ສຸດ ພວກເຂົາກໍສົມຮູ້ຮ່ວມຄິດກັບຂ້າລາຊະການໂຣມັນເພື່ອຄຶງກາງແຂນອົງພຣະເຢຊູເຈົ້າ. ຂໍ້ເທັດຈິງເຫຼົ່ານີ້ສະແດງໃຫ້ເຫັນຢ່າງພຽງພໍວ່າ ພຽງຍ້ອນບາງຄົນມີຄວາມຮອບຮູ້ໃນພຣະຄຳພີ ແລະ ມັກຈະອະທິບາຍມັນ, ນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາເຂົ້າໃຈຄວາມຈິງ, ແຮງໄກທີ່ພວກເຂົາຈະຮູ້ຈັກພຣະເຈົ້າ. ນີ້ແມ່ນບາງສິ່ງທີ່ຄົນຢິວທີ່ຊື່ສັດໃນສະໄໝນັ້ນບໍ່ໄດ້ເຂົ້າໃຈຢ່າງແທ້ຈິງ ແລະ ພວກເຂົາບໍ່ມີການໄຈ້ແຍກເມື່ອເວົ້າເຖິງພວກຟາຣີຊາຍ. ໃນເລື່ອງການຕ້ອນຮັບພຣະຜູ້ເປັນເຈົ້າ, ພວກເຂົາເຊື່ອແບບບໍ່ມືນຫູມືນຕາໃນສິ່ງທີ່ຜູ້ນຳທາງສາສະໜາຂອງພວກເຂົາເວົ້າ ແລະ ເຖິງແມ່ນວ່າບາງຄົນຮູ້ດີວ່າ ພຣະທຳຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າມີສິດອຳນາດ ແລະ ມີພະລັງ, ພວກເຂົາກໍຍັງເຊື່ອຂ່າວລື ແລະ ການໃສ່ຮ້າຍທີ່ພວກຟາຣີຊາຍທາງສາສະໜາແຕ່ງຂຶ້ນ. ເພາະສະນັ້ນ ພວກເຂົາຈຶ່ງຖືກຫຼອກລວງ ແລະ ໄປນຳຜູ້ນຳສາສະໜາຂອງພວກເຂົາໃນການກ່າວຮ້າຍ ແລະ ປະຕິເສດອົງພຣະເຢຊູເຈົ້າ. ບໍ່ພຽງແຕ່ພວກເຂົາບໍ່ໄດ້ຮັບຄວາມລອດພົ້ນຂອງພຣະຜູ້ເປັນເຈົ້າເທົ່ານັ້ນ ແຕ່ກົງກັນຂ້າມແມ່ນຍັງຖືກພຣະເຈົ້າລົງໂທດອີກດ້ວຍ.

ໃນທຳນອງດຽວກັນ, ເຖິງແມ່ນວ່າສິດຍາພິບານ ແລະ ຜູ້ອາວຸໂສໃນປັດຈຸບັນນີ້ມີຄວາມຮອບຮູ້ໃນພຣະຄຳພີ, ນີ້ບໍ່ໄດ້ສະແດງໃຫ້ເຫັນວ່າພວກເຂົາເຂົ້າໃຈຄວາມຈິງ ຫຼື ຮູ້ຈັກພຣະເຈົ້າ. ປົກກະຕິແລ້ວ, ສິ່ງທີ່ພວກເຂົາເທດສະໜາສ່ວນໃຫຍ່ແມ່ນຄວາມຮູ້ທາງພຣະຄຳພີ ແລະ ທິດສະດີທາງເທວະສາດ; ໜ້ອຍໜັກທີ່ພວກເຂົາຈະເທດສະໜາ ຫຼື ເປັນພະຍານເຖິງພຣະທຳຂອງອົງພຣະເຢຊູເຈົ້າ. ຄວາມຮູ້ທາງພຣະຄຳພີ ແລະ ທິດສະດີທາງເທວະສາດຂອງພວກເຂົາບໍ່ສາມາດໃຫ້ການຄ້ຳຈູນຊີວິດຂອງຄົນໄດ້ ແລະ ບໍ່ວ່າພວກເຂົາຮູ້ຫຼາຍປານໃດກໍຕາມ, ມັນບໍ່ມີທາງສະແດງໃຫ້ເຫັນວ່າພວກເຂົາເຂົ້າໃຈຄວາມຈິງ ຫຼື ຮູ້ຈັກພຣະຜູ້ເປັນເຈົ້າ. ສິ່ງທີ່ພວກເຮົາຕ້ອງການທີ່ສຸດໃນຕອນນີ້ແມ່ນການເຂົ້າໃຈຄວາມຈິງບາງຢ່າງເຊັ່ນ: ເປັນຫຍັງໂລກສາສະໜາຈຶ່ງໂດດດ່ຽວແທ້, ວິທີແກ້ໄຂຕົ້ນເຫດຂອງຄວາມໂດດດ່ຽວຂອງຄຣິສຕະຈັກ, ວິທີຄົ້ນຫາບາດກ້າວຂອງພຣະເຈົ້າ, ວິທີຕ້ອນຮັບພຣະຜູ້ເປັນເຈົ້າ, ວິທີປະຕິບັດຄວາມປະສົງຂອງພຣະເຈົ້າ ແລະ ເຊື່ອຟັງພຣະຜູ້ເປັນເຈົ້າ, ວິທີເປັນອິດສະຫຼະຈາກສາຍໂສ້ ແລະ ຕ່ອງໂສ້ຂອງບາບ ແລະ ຖືກເຮັດໃຫ້ບໍລິສຸດເພື່ອໃຫ້ເຂົ້າກັບພຣະຄຣິດໄດ້ ແລະ ອື່ນໆອີກ. ສິດຍາພິບານ ແລະ ຜູ້ອາວຸໂສບໍ່ເຄີຍເທດສະໜາຄວາມຈິງເຊັ່ນນີ້ ຍ້ອນວ່າພວກເຂົາເອງກໍບໍ່ເຂົ້າໃຈພວກມັນ. ຖ້າພວກເຂົາເຂົ້າໃຈຄວາມຈິງ, ແລ້ວຜູ້ທີ່ເຊື່ອກໍຈະໄດ້ຮັບການຫົດນ້ຳ ແລະ ໄດ້ຮັບການຄ້ຳຊູ. ເມື່ອສິດຍາພິບານ ແລະ ຜູ້ອາວຸໂສເອງບໍ່ເຂົ້າໃຈຄວາມຈິງ ຫຼື ຮູ້ຈັກພຣະຜູ້ເປັນເຈົ້າ, ແລ້ວພວກເຂົາຈະສາມາດນຳພາພວກເຮົາເພື່ອຕ້ອນຮັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ບໍ. ພຣະຄຳພີເວົ້າວ່າ “ເຈົ້າຄວນນະມັດສະການພຣະຜູ້ເປັນເຈົ້າ ເຊິ່ງເປັນພຣະເຈົ້າຂອງເຈົ້າ ແລະ ເຈົ້າຄວນຮັບໃຊ້ພຣະອົງພຽງແຕ່ຜູ້ດຽວ(ມັດທາຍ 4:10). “ຄົນເຫຼົ່ານີ້ເຂົ້າໃກ້ເຮົາແຕ່ປາກ ແລະ ໃຫ້ກຽດເຮົາແຕ່ຮີມສົບຂອງພວກເຂົາ; ແຕ່ຫົວໃຈຂອງພວກເຂົາຢູ່ຫ່າງໄກເຮົາ. ການທີ່ພວກເຂົານະມັດສະການເຮົານັ້ນ ບໍ່ມີປະໂຫຍດຫຍັງໝົດ ເພາະພວກເຂົາເທດສະໜາຫຼັກຄຳສອນກົດບັນຍັດຂອງມະນຸດ(ມັດທາຍ 15:8-9). “ຄຳສາບແຊ່ງຈົ່ງມີແກ່ຄົນທີ່ໄວ້ວາງໃຈໃນມະນຸດ ແລະ ໄວ້ວາງໃຈໃນກຳລັງຂອງຕົນ ແລະ ຜູ້ທີ່ຫົວໃຈຫັນໜີໄປຈາກພຣະເຢໂຮວາ(ເຢເລມີຢາ 17:5). ພຣະເຈົ້າແນະນຳພວກເຮົາວ່າພວກເຮົາຕ້ອງຍົກຍ້ອງພຣະເຈົ້າວ່າເປັນຜູ້ຍິ່ງໃຫຍ່ໃນຄວາມເຊື່ອຂອງພວກເຮົາ ແລະ ນະມັດສະການພຣະເຈົ້າດ້ວຍໃຈຈິງ. ພວກເຮົາຕ້ອງບໍ່ຖືເອົາຄົນອື່ນໄວ້ໃນໃຈຂອງພວກເຮົາ ແລະ ບໍ່ເຊື່ອສິ່ງທີ່ຄົນອື່ນເວົ້າງ່າຍໆ, ບໍ່ດັ່ງນັ້ນ ພຣະຜູ້ເປັນເຈົ້າຈະບໍ່ມີວັນຍົກຍ້ອງພວກເຮົາບໍ່ວ່າພວກເຮົາຈະຕິດຕາມພຣະອົງແນວໃດກໍຕາມ. ໃນຄວາເຊື່ອຂອງພວກເຮົາໃນພຣະເຈົ້າ, ຖ້າພວກເຮົາເຊື່ອສິດຍາພິບານ ແລະ ຜູ້ອາວຸໂສແບບບໍ່ມືນຫູມືນຕາເມື່ອເວົ້າເຖິງເລື່ອງສຳຄັນກ່ຽວກັບການກວດສອບເສັ້ນທາງທີ່ແທ້ຈິງ ແລະ ພວກເຮົາປ່ອຍໃຫ້ພວກເຂົາຈັດການໂຊກຊະຕາ ແລະ ຊະຕາກຳຂອງພວກເຮົາ, ນີ້ແມ່ນບັນຫາແບບໃດ? ນັ້ນແມ່ນການເຊື່ອໃນພຣະເຈົ້າບໍ ຫຼື ມັນແມ່ນການເຊື່ອໃນຄົນ? ໃນຂະນະທີ່ພວກເຮົາກວດສອບເສັ້ນທາງທີ່ແທ້ຈິງ, ພວກເຮົາຄວນຟັງສິ່ງທີ່ພຣະເຈົ້າເວົ້າ ຫຼື ສິ່ງທີ່ສິດຍາພິບານ ແລະ ຜູ້ອາວຸໂສເວົ້າ? ຖ້າໃນຂະນະທີ່ພວກເຮົາກວດສອບເສັ້ນທາງທີ່ແທ້ຈິງ, ພວກເຮົາບໍ່ມີມຸມມອງຂອງຕົນເອງ ແຕ່ເຊື່ອຄຳເວົ້າຂອງຄົນອື່ນຢ່າງຕາບອດ, ນີ້ບໍ່ແມ່ນຄວາມລົ້ມເຫຼວໃນການຮັບຜິດຊອບຊີວິດຂອງພວກເຮົາເອງບໍ? ແລ້ວພວກເຮົາກໍມັກຈະເຮັດຜິດພາດເຊັ່ນດຽວກັບຄົນຢິວທົ່ວໄປເມື່ອຫຼາຍປີກ່ອນ ແລະ ພວກເຮົາກໍຈະຖືກພຣະຜູ້ເປັນເຈົ້າປະຖິ້ມ ແລະ ຖືກກຳຈັດ!

ໃນຂະນະທີ່ພວກເຮົາກວດສອບເສັ້ນທາງທີ່ແທ້ຈິງ ພວກເຮົາຄວນຟັງສຽງຂອງພຣະເຈົ້າ

ພວກເຮົາຄວນມີມຸມມອງຂອງຕົນເອງເມື່ອເວົ້າເຖິງການກວດສອບເສັ້ນທາງທີ່ແທ້ຈິງ ແທນທີ່ຈະເຊື່ອສິ່ງທີ່ສິດຍາພິບານ, ຜູ້ອາວຸໂສ ຫຼື ລັດຖາບານຈີນເວົ້າຢ່າງຕາບອດ. ພວກເຮົາຕ້ອງປະຕິບັດຕາມພຣະທຳຂອງພຣະເຈົ້າ, ເພາະເມື່ອນັ້ນເທົ່ານັ້ນພວກເຮົາຈຶ່ງຈະສາມາດທັກທາຍການປາກົດຕົວຂອງພຣະເຈົ້າໄດ້. ພຣະເຢຊູເຈົ້າຊົງກ່າວໄວ້ວ່າ: “ເບິ່ງແມ, ເຮົາຢືນ ແລະ ເຄາະຢູ່ທີ່ປະຕູ: ຖ້າຄົນໃດໄດ້ຍິນສຽງຂອງເຮົາ ແລະ ໄຂປະຕູໃຫ້ເຮົາ, ເຮົາຈະເຂົ້າໄປຫາຄົນນັ້ນ ແລະ ເຮົາຈະກິນອາຫານຮ່ວມກັບຄົນນັ້ນ ແລະ ຄົນນັ້ນຈະກິນອາຫານຮ່ວມກັບເຮົາ(ພຣະນິມິດ 3:20), “ຝູງແກະຂອງເຮົາໄດ້ຍິນສຽງຂອງເຮົາ ແລະ ເຮົາກໍຮູ້ຈັກຝູງແກະນັ້ນ ແລະ ຝູງແກະນັ້ນກໍຕິດຕາມເຮົາ(ໂຢຮັນ 10:27). ບົດທີ2 ແລະ 3 ຂອງໜັງສືພຣະນິມິດທຳນວາຍຫຼາຍຄັ້ງວ່າ: “ຄົນໃດມີຫູ ຄົນນັ້ນຈົ່ງຟັງສິ່ງທີ່ພຣະວິນຍານກ່າວຕໍ່ຄຣິສຕະຈັກ”. ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກ່າວ່າ “ຍ້ອນພວກເຮົາກຳລັງຊອກຫາຮອຍພຣະບາດຂອງພຣະເຈົ້າ, ມັນໄດ້ເຮັດໃຫ້ພວກເຮົາຈຳເປັນທີ່ຈະຊອກຫາຄວາມປະສົງຂອງພຣະເຈົ້າ, ຫາພຣະທຳຂອງພຣະເຈົ້າ, ຫາຖ້ອຍຄຳຂອງພຣະອົງ, ຍ້ອນວ່າ ບ່ອນໃດກໍຕາມທີ່ພຣະເຈົ້າກ່າວພຣະທຳໃໝ່, ສຽງຂອງພຣະເຈົ້າກໍຢູ່ທີ່ນັ້ນ ແລະ ບ່ອນໃດກໍຕາມທີ່ມີບາດກ້າວຂອງພຣະເຈົ້າ, ການກະທຳຂອງພຣະເຈົ້າກໍຢູ່ທີ່ນັ້ນ. ບ່ອນໃດກໍຕາມທີ່ມີການສຳແດງຂອງພຣະເຈົ້າ, ພຣະເຈົ້າກໍຈະປາກົດຕົວໃນທີ່ນັ້ນ ແລະ ບ່ອນໃດກໍຕາມທີ່ພຣະເຈົ້າປາກົດຕົວ, ຄວາມຈິງ, ຫົນທາງ ແລະ ຊີວິດກໍຈະມີຢູ່ໃນທີ່ນັ້ນ. ໃນການສະແຫວງຫາຮອຍພຣະບາດຂອງພຣະເຈົ້າ, ພວກເຈົ້າໄດ້ເບິ່ງຂ້າມພຣະທຳທີ່ວ່າ ‘ພຣະເຈົ້າເປັນຄວາມຈິງ, ຫົນທາງ ແລະ ຊີວິດ’. ດ້ວຍເຫດນັ້ນ ເຖິງແມ່ນພວກເຂົາໄດ້ຮັບເອົາຄວາມຈິງ ຫຼາຍຄົນກໍບໍ່ເຊື່ອວ່າ ພວກເຂົາໄດ້ຄົ້ນພົບຮອຍພຣະບາດຂອງພຣະເຈົ້າ ແລ້ວແຮງໄກທີ່ພວກເຂົາຈະຮັບຮູ້ເຖິງການປາກົດຕົວຂອງພຣະເຈົ້າ. ມັນຊ່າງເປັນຄວາມຜິດພາດທີ່ຮ້າຍແຮງຫຼາຍ!(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 1: ການປາກົດຕົວຂອງພຣະເຈົ້າໄດ້ນໍາພາໄປສູ່ຍຸກໃໝ່). ພວກເຮົາສາມາດເຫັນຈາກເລື່ອງນີ້ວ່າພຣະທຳຫຼາຍຂຶ້ນເມື່ອພຣະອົງກັບຄືນມາໃນຍຸກສຸດທ້າຍ ແລະ ພວກເຮົາຄວນເປັນຍິງສາວພົມມະຈັນທີ່ສະຫຼາດຜູ້ທີ່ສຸມໃສ່ການຟັງສຽງຂອງພຣະເຈົ້າ. ຍິງສາວພົມມະຈັນທີ່ສະຫຼາດມີຄວາມສາມາດ ແລະ ມີຄວາມເຂົ້າໃຈທາງວິນຍານ; ພວກເຂົາສາມາດຮັບຮູ້ຈາກພຣະຄຳຂອງພຣະຄຣິດວ່າພຣະທຳເຫຼົ່ານີ້ແມ່ນຄວາມຈິງ, ວິຖີຊີວິດ, ເພາະສະນັ້ນ ພວກເຂົາຈຶ່ງສາມາດຮັບຮູ້ສຽງຂອງພຣະເຈົ້າ ແລະ ຕ້ອນຮັບການປາກົດຕົວຂອງພຣະອົງ. ຕົວຢ່າງ: ເມື່ອອົງພຣະເຢຊູເຈົ້າປາກົດຕົວ ແລະ ປະຕິບັດພາລະກິດຂອງພຣະອົງໃນຍຸກແຫ່ງພຣະຄຸນ, ພຣະອົງໄດ້ສະແດງເສັ້ນທາງແຫ່ງ “ຈົ່ງສຳນຶກຜິດ ຍ້ອນອານາຈັກແຫ່ງສະຫວັນໃກ້ມາເຖິງແລ້ວ(ມັດທາຍ 4:17). ເປໂຕ, ໂຢຮັນ ແລະ ສາວົກຄົນອື່ນໆທີ່ຕິດຕາມອົງພຣະເຢຊູເຈົ້າ ລ້ວນຮັບຮູ້ພຣະຜູ້ເປັນເຈົ້າຜ່ານສຽງຂອງພຣະເຈົ້າ. ພວກເຂົາສາມາດໄດ້ຍິນວ່າ ສິ່ງທີ່ພຣະຜູ້ເປັນເຈົ້າກ່າວລ້ວນເປັນຄວາມຈິງ, ເພາະສະນັ້ນ ພວກເຂົາຈິ່ງປະຖິ້ມພໍ່ແມ່ ແລະ ເຮືອນຂອງຕົນໂດຍບໍ່ມີຄວາມລັງເລໃຈເພື່ອຕິດຕາມພຣະຜູ້ເປັນເຈົ້າ ແລະ ພວກເຂົາໄດ້ຮັບການຫົດນ້ຳ ແລະ ການລ້ຽງດູໂດຍພຣະອົງເປັນການສ່ວນຕົວ. ໃນຊ່ວງເວລາທີ່ພວກເຂົາຕິດຕາມອົງພຣະເຢຊູເຈົ້າ, ພວກເຂົາຖືກກັ່ນແກ້ງ ແລະ ຖືກຂັດຂວາງດ້ວຍທຸກວິທີທາງໂດຍພວກຟາຣີຊາຍ, ຖືກໃສ່ຮ້າຍ ແລະ ຖືກກ້າວໂທດໂດຍເຈົ້າໜ້າທີ່ໂຣມັນ. ແຕ່ພວກເຂົາຟັງແຕ່ພຣະທຳຂອງພຣະເຈົ້າ ແລະ ເຊື່ອຟັງພຣະອົງ, ປະຕິເສດທີ່ຈະຖືກລົບກວນ ຫຼື ຫຼອກລວງໂດຍອຳນາດການປົກຄອງ ຫຼື ພວກຟາຣີຊາຍທາງສາສະໜາ. ເມື່ອໄດ້ຮັບຮູ້ພຣະຄຣິດແລ້ວ, ພວກເຂົາຕິດຕາມພຣະອົງຈົ້ນເຖິງວາລະສຸດທ້າຍ, ພວກເຂົາອະທິຖານຫາພຣະອົງ ແລະ ປະສົບກັບພຣະທຳຂອງພຣະອົງ. ພວກເຂົາຄ່ອຍໆເຕີບໂຕຂຶ້ນໃນຊີວິດ ແລະ ໄດ້ມີຄວາມຮູ້ບາງຢ່າງກ່ຽວກັບພຣະເຈົ້າ. ແນວໃດກໍຕາມ, ຄົນຢິວທີ່ສັດທາຜູ້ທີ່ເຂັ້ມງວດ, ໂງ່ຈ້າ ແລະ ດື້ດ້ານ, ເຖິງແມ່ນວ່າພວກເຂົາໄດ້ວິນສິດອຳນາດ ແລະ ອຳນາດໃນພຣະທຳຂອງອົງພຣະເຢຊູເຈົ້າ ແລະ ຮູ້ວ່າບໍ່ມີມະນຸດຄົນໃດສາມາດເວົ້າສິ່ງດັ່ງກ່າວໄດ້, ພວກເຂົາກໍຍັງບໍ່ສາມາດເຊື່ອ ແລະ ຕິດຕາມພຣະອົງໄດ້. ພວກເຂົາໄດ້ລົ້ມລົງໃນຈຸດທຳອິດຂອງການຖືກຄຸກຄາມ ແລະ ຖືກພວກຟາຣີຊາຍຫຼອກລວງ; ພວກເຂົາເຊື່ອໃນພຣະເຈົ້າ ແຕ່ບໍ່ສາມາດໄດ້ຍິນພຣະທຳຂອງພຣະອົງ, ພວກເຂົາບໍ່ມີການໄຈ້ແຍກ ຫຼື ມຸມມອງໃດໆກ່ຽວກັບຕົວເອງ ແລະ ເຖິງຂັ້ນໄປຢືນຄຽງຂ້າງຊາຕານເພື່ອຕໍ່ຕ້ານພຣະເຈົ້າ. ໃນທີ່ສຸດ, ຄົນເຊັ່ນນີ້ກໍຖືກພຣະເຈົ້າປະຖິ້ມ ແລະ ຖືກກຳຈັດ, ຕົກລົງສູ່ນາລົກເມື່ອຖືກລົງໂທດໄປຕະຫຼອດການ. ເພາະສະນັ້ນ, ເມື່ອພວກເຮົາກວດສອບເສັ້ນທາງທີ່ແທ້ຈິງ, ພວກເຮົາຕ້ອງບໍ່ເຊື່ອສິ່ງທີ່ຄົນອື່ນໆເວົ້າຢ່າງຕາບອດ, ແຕ່ຕ້ອງສຸມໃສ່ການໄດ້ຍິນສຽງຂອງພຣະເຈົ້າ ແລະ ຮັບຮູ້ວ່າພຣະຄຣິດແມ່ນຄວາມຈິງ, ຫົນທາງ ແລະ ຊີວິດ. ນີ້ແມ່ນສິ່ງທີ່ສຳຄັນທີ່ສຸດ.

ຂ່າວປະເສີດໃນຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຕອນນີ້ແຜ່ຂະຫຍາຍໄປທົ່ວທັງຈັກກະວານ ແລະ ໜັງສືຍອດພຣະທຳທີ່ກ່າວໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດ ນັ້ນກໍຄື ພຣະທຳປາກົດໃນຮ່າງກາຍ ໄດ້ຖືກແປເປັນຫຼາຍກວ່າ 20 ພາສາ ແລະ ມີຢູ່ໃນອິນເຕີເນັດຢ່າງເປີດເຜີຍເພື່ອໃຫ້ມະນຸດຊາດທັງປວງສະແຫວງຫາ ແລະ ກວດສອບ. ພຣະເຈົ້າອົງຊົງລິດທານຸພາບສູງສຸດສະແດງຄວາມຈິງທັງໝົດເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ ເຊັ່ນ: ແມ່ນຫຍັງຄືຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ, ແມ່ນຫຍັງຄືການນອບນ້ອມຕໍ່ພຣະເຈົ້າ ແລະ ຄວາມຮັກຕໍ່ພຣະເຈົ້າ, ວິທີການທີ່ພວກເຮົາສາມາດຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ, ວິທີທີ່ພວກເຮົາສາມາດເຂົ້າກັບພຣະຄຣິດໄດ້, ວິທີທີ່ພວກເຮົາສາມາດຳລົງຊີວິດທີ່ມີຄວາມໝາຍໄດ້ ແລະ ອື່ນໆອີກ. ຄົນຈາກທຸກຊາດໃນທົ່ວໂລກທີ່ໄດ້ຄອງຖ້າໃຫ້ພຣະເຈົ້າປາກົດຕົວໄດ້ຮັບຮູ້ສຽງຂອງພຣະເຈົ້າໃນພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ພວກເຂົາຕາມໆກັນກັບມາເຮືອນຂອງພຣະເຈົ້າ. ບໍ່ວ່າສິດຍາພິບານ ແລະ ຜູ້ອາວຸໂສພະຍາຍາມຢືນຂວາງທາງໄວ້ແນວໃດກໍຕາມ ຫຼື ບໍວ່າການໃສ່ຮ້າຍ ແລະ ການໝິ່ນປະໝາດແບບໃດທີ່ລັດຖະບານຈີນເຜີຍແຜ່ອອກໄປ, ພວກເຂົາກໍຕິດຕາມພຣະເຈົ້າຢ່າງບໍ່ຫວັ່ນໄຫວ. ຄົນເຫຼົ່ານີ້ແມ່ນຍິງສາວພົມມະຈັນທີ່ສະຫຼາດ, ຜູ້ທີ່ຖືກຍົກຂຶ້ນມາຕໍ່ໜັາບັນລັງຂອງພຣະເຈົ້າ, ຜູ້ທີ່ມີໂອກາດຖືກຊຳລະລ້າງ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ ແລະ ຖືກເຮັດໃຫ້ເປັນຜູ້ມີໄຊຊະນະໂດຍພຣະເຈົ້າໃນຍຸກສຸດທ້າຍ. ຈາກນັ້ນກໍມີບັນດາຜູ້ທີ່ເຫັນວ່າພຣະທຳທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດກ່າວນັ້ນລ້ວນເປັນຄວາມຈິງ, ວ່າພວກມັນແມ່ນສຽງຂອງພຣະເຈົ້າ, ແຕ່ຖືກຫຼອກລວງ ແລະ ຖືກຈຳກັດຫຼັງຈາກທີ່ໄດ້ຍິນຄຳສັ່ງຫ້າມທີ່ກ່າວໂດຍພວກສິດຍາພິບານ ແລະ ພວກອາວຸໂສ ແລະ ບໍ່ກ້າກວດສອບພາລະກິດຂອງພຣະເຈົ້າ. ພວກເຂົາໄປໄກເຖິງຂັ້ນສົງໄສເສັ້ນທາງທີ່ແທ້ຈິງ ແລະ ພາລະກິດຂອງພຣະເຈົ້າ, ນີ້ແມ່ນວິທີທີ່ຍິງສາວພົມມະຈັດທີ່ສະຫຼາດປະພຶດຕົນບໍ? ພຣະເຈົ້າອາດກ່າວພຣະຄຳເປັນຮ້ອຍຄຳ ແລະ ພວກເຂົາຈະບໍ່ສາມາດເຊື່ອພວກມັນໄດ້ຢ່າງເຕັມທີ່, ແຕ່ເມື່ອໜຶ່ງໃນມະນຸດຊາດຜູ້ເສື່ອມຊາມກ່າວພຽງແຕ່ຄຳດຽວ ພວກເຂົາກັບຍອມຮັບມັນຢ່າງສຸດອົກສຸດໃຈ, ຄົນເຫຼົ່ານີ້ບໍ່ແມ່ນຍິງພົມມະຈັນຜູ້ໂງ່ຈ້າບໍ? ເມື່ອພວກເຂົາກວດສອບເສັ້ນທາງທີ່ແທ້ຈິງ, ພວກຍິງສາວພົມມະຈັດທີ່ໂງ່ຈ້າບໍ່ຟັງສຽງຂອງພຣະເຈົ້າ, ກົງກັນຂ້າມ ກັບຟັງສຽງຂອງມະນຸດ. ພວກເຂົາຖືກຊາຕານຄຸກຄາມ ແລະ ຫຼອກລວງຢູ່ສະເໝີ ແລະ ໃນທີ່ສຸດ ພວກເຂົາກໍຈະຖືກຊາຕານກັດກິນ. ພວກເຂົາຈະສູນເສຍຄວາມລອດພົ້ນຂອງພຣະເຈົ້າ, ພວກເຂົາຈະຖືກພຣະເຈົ້າປະຖິ້້ມ ແລະ ຖືກກຳຈັດ ແລະ ພວກເຂົາຈະຖືກໄພພິບັດຕ່າງໆກວາດລ້າງໄປ. ສິ່ງນີ້ຕື່ມເຕັມພຣະທຳເຫຼົ່ານີ້ໃນພຣະຄຳພີຢ່າງແນ່ນອນ: “ປະຊາຊົນຂອງເຮົາຖືກທຳລາຍ ຍ້ອນຂາດຄວາມຮູ້(ໂຮເຊອາ 4:6) ແລະ “ຄົນໂງ່ຕາຍຍ້ອນຂາດການຕັດສິນ” (ສຸພາສິດ 10:21).

ປັດຈຸບັນນີ້, ພາລະກິດໃນຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຈະສິ້ນສຸດລົງໃນໄວໆນີ້. ພວກເຮົາຕ້ອງການເປັນຄືເປໂຕບໍ, ເປັນຄົນທີ່ໄດ້ຍິນສຽງຂອງພຣະເຈົ້າ ແລະ ຕ້ອນຮັບພຣະຜູ້ເປັນເຈົ້າ? ຫຼື ພວກເຮົາຕ້ອງການເປັນຄົນຢິວຜູ້ສັດທາທີ່ປະຕິບັດຕາມສິ່ງທີ່ສິຍາພິບານ, ຜູ້ອາວະໂສ ແລະ ລະບອບຊາຕານເວົ້າຢ່າງຕາບອດ ແລະ ກໍສູນເສຍຄວາມລອດພົ້ນຂອງພຣະເຈົ້າບໍ? ບໍ່ວ່າພວກເຮົາເລືອກທີ່ຈະຟັງພຣະທຳຂອງພຣະເຈົ້າ ຫຼື ຄຳເວົ້າຂອງມະນຸດເມື່ອກວດສອບເສັ້ນທາງທີ່ແທ້ຈິງຈະຕັດສິນຊະຕາກຳຂອງພວກເຮົາ ແລະ ຈຸດຈົບສຸດທ້າຍຂອງພວກເຮົາ! ດັ່ງທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ “ພາລະກິດຂອງພຣະເຈົ້າເໝືອນກັບຄື້ນທະເລຊັດສາດ. ບໍ່ມີໃຜສາມາດກັກຂັງພຣະອົງໄດ້ ແລະ ບໍ່ມີໃຜສາມາດຢັບຢັ້ງບາດກ້າວຂອງພຣະອົງໄດ້. ມີພຽງແຕ່ຄົນທີ່ຟັງພຣະທຳຂອງພຣະອົງຢ່າງໃກ້ຊິດ ແລະ ຜູ້ທີ່ສະແຫວງຫາ ແລະ ກະຫາຍຫາພຣະອົງເທົ່ານັ້ນ ທີ່ສາມາດຕິດຕາມບາດກ້າວຂອງພຣະອົງ ແລະ ຮັບເອົາພຣະສັນຍາຂອງພຣະອົງ. ຄົນທີ່ບໍ່ຍອມປະຕິບັດຕາມພຣະອົງ ກໍຈະປະສົບກັບໄພພິບັດທີ່ບໍ່ອາດຕ້ານທານໄດ້ ແລະ ຈະໄດ້ຮັບການລົງໂທດທີ່ເໝາະສົມທີ່ສຸດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 2: ພຣະເຈົ້າຊົງຄຸ້ມຄອງຢູ່ເໜືອຊະຕາກໍາຂອງມະນຸດຊາດທັງມວນ).

ໝາຍເຫດຂອງຜູ້ກວດແກ້: ຖ້າທ່ານມີຄຳຖາມ ຫຼື ບັນຫາໃດໆ, ກາລຸນາຕິດຕໍ່ຫາພວກເຮົາຜ່ານການແຊັດສົດ ແລະ ພວກເຮົາສາດສຳຫຼວດ ແລະ ສົນທະນາເຖິງພວກມັນຮ່ວມກັນ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ໄພພິບັດມາແລ້ວ: ຄຣິສຕຽນຄວນກັບໃຈແນວໃດເພື່ອໄດ້ຮັບການປົກປ້ອງຈາກພະເຈົ້າ?

ທຸກມື້ນີ້, ພະຍາດລະບາດໄດ້ແຜ່ລາມໄປທົ່ວໂລກ. ຜູ້ຄົນກຳລັງຈະຕາຍຈາກກັນໃນທົ່ວໂລກ ແລະ ອີກຫຼາຍຄົນຕົກຢູ່ໃນສະພາວະຕົກຕະລຶງຢູ່ຕະຫຼອດ...

ໄພພິບັດເປັນປະຈຳ, ວິທີທີ່ຈະເປັນຍິງສາວບໍລິສຸດທີ່ສະຫຼາດໃນການຮັບເອົາພຣະຜູ້ເປັນເຈົ້າ

ພຣະເຢຊູເຈົ້າກ່າວວ່າ: “ເຈົ້າຈະໄດ້ຍິນກ່າວກັບສົງຄາມ ແລະ ຂ່າວເລົ່າລືກ່ຽວກັບສົງຄາມ, ພວກເຈົ້າຕ້ອງບໍ່ວຸ້ນວາຍ ຍ້ອນທຸກສິ່ງເຫຼົ່ານີ້ຕ້ອງເກີດຂຶ້ນ...

ມັນສຳຄັນຢ່າງຍິ່ງທີ່ຊາວຄຣິສຕຽນຕ້ອງເຂົ້າຮ່ວມກອງປະຊຸມເປັນປະຈຳ

ມັນຖືກຂຽນໄວ້ໃນພຣະຄຳພີວ່າ “ຢ່າປະຖິ້ມການເຕົ້ມໂຮມຮ່ວມກັນຂອງພວກເຮົາເອງດັ່ງທີ່ບາງຄົນມີລັກສະນະແບບນັ້ນ; ແຕ່ໃຫ້ຕັກເຕືອນກັນ: ຍິ່ງຫຼາຍແຮງດີ...

Leave a Reply