ຟ້າແມບເຫຼື້ອມຈາກທິດຕາເວັນອອກແມ່ນຫຍັງ? ຄວາມລຶກລັບໃນ ມັດທາຍ 24:27 ໄດ້ຖືກເປີດເຜີຍອອກ

25 ເດືອນທັນວາ 2021

ໂດຍ ມິງບຽນ

ໃນຫຼາຍປີບໍ່ດົນມານີ້, ຟ້າແມບເຫຼື້ອມຈາກທິດຕາເວັນອອກໄດ້ເປັນພະຍານຢ່າງເປີດເຜີຍວ່າພຣະເຢຊູເຈົ້າໄດ້ກັບຄືນມາດັ່ງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວພຣະທຳລ້ານໆຄຳ ແລະ ກຳລັງປະຕິບັດພາລະກິດແຫ່ງການພິພາກສາ ເຊິ່ງເລີ່ມຕົ້ນດ້ວຍເຮືອນຂອງພຣະເຈົ້າ. ການປາກົດຕົວຂອງຟ້າແມບເຫຼື້ອມຈາກທິດຕາເວັນອອກໄດ້ສັ່ນສະເທືອນໂລກແຫ່ງສາສະໜາທັງໝົດ ແລະ ຫຼາຍຄົນທີ່ປາຖະໜາໃຫ້ພຣະເຈົ້າປາກົດຕົວກໍໄດ້ຍິນພຣະຄຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຮັບຮູ້ວ່າພວກມັນເປັນສຽງຂອງພຣະເຈົ້າ. ພວກເຂົາແນ່ໃຈວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະເຢຊູເຈົ້າທີ່ໄດ້ກັບຄືນມາ ແລະ ໄດ້ມາຢູ່ຕໍ່ໜ້າພຣະເຈົ້າອົງລົງລິດທານຸພາບສູງສຸດເທື່ອລະຄົນ. ການປາກົດຕົວຂອງຟ້າແມບເຫຼື້ອມຈາກທິດຕາເວັນອອກໄດ້ບັນລຸຂໍ້ພຣະຄຳພີນີ້: “ດ້ວຍວ່າ ຟ້າແມບເຫຼື້ອມຈາກທິດຕາເວັນອອກ ຍັງເຫຼື້ອມໄປເຖິງທິດຕາເວັນຕົກ, ການສະເດັດມາຂອງບຸດມະນຸດກໍຈະເປັນດັ່ງນັ້ນ(ມັດທາຍ 24:27). “ຟ້າແມບເຫຼື້ອມ” ແມ່ນຄວາມຈິງ,​ ພຣະທຳຂອງພຣະເຈົ້າ; “ຈາກທິດຕາເວັນອອກ” ໝາຍຄວາມວ່າຄວາມຈິງໄດ້ອອກມາຈາກປະເທດຈີນ ແລະ “ຍັງເຫຼື້ອມໄປເຖິງທິດຕາເວັນຕົກ” ໝາຍຄວາມວ່າ ມັນໄດ້ໄປເຖິງທິດຕາເວັນຕົກ; “ການສະເດັດມາຂອງບຸດມະນຸດ” ໝາຍເຖິງພຣະເຈົ້າທີ່ບັງເກີດເປັນມະນຸດທີ່ປາກົດຕົວ ແລະ ປະຕິບັດພາລະກິດໃນທິດຕາເວັນອອກ ນັ້ນກໍຄືໃນປະເທດຈີນ ແລະ ໃນທີ່ສຸດແລ້ວກໍຂະຫຍາຍພາລະກິດຂອງພຣະອົງໄປທິດຕາເວັນຕົກ. ບັດນີ້ ພຣະທຳເຫຼົ່ານີ້ໄດ້ຖືກບັນລຸແລ້ວ. ເຖິງຢ່າງໃດກໍຕາມ, ຍ້ອນພວກເຂົາເຊື່ອຂີ້ເວົ້າຕົວະຂອງພັກກອມມູນິດຈີນ ແລະ ການທີ່ສິດຍາພິບານ ແລະ ເຖົ້າແກ່ປະນາມຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ອ້າຍເອື້ອຍນ້ອງຫຼາຍຄົນບໍ່ກ້າສືບຄົ້ນພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແຫ່ງຍຸກສຸດທ້າຍ. ພວກເຂົາໄສສົງວ່າ ຖ້າຟ້າແມບເຫຼື້ອມຈາກທິດຕາເວັນອອກແມ່ນຫົນທາງທີ່ແທ້ຈິງ ແລະ ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ, ເປັນຫຍັງລັດຖະບານຈີນ ແລະ ສິດຍາພິບານ ແລະ ເຖົ້າແກ່ຂອງຄຣິສຕະຈັກຈຶ່ງປະນາມມັນ? ຟ້າແມບເຫຼື້ອມຈາກທິດຕາເວັນອອກແມ່ນການປາກົດຕົວ ແລະ ພາລະກິດຂອງພຣະເຢຊູເຈົ້າທີ່ໄດ້ກັບຄືນມາຢ່າງແທ້ຈິງບໍ? ພວກເຮົາຈະສົນທະນາກ່ຽວກັບຫົວຂໍ້ນີ້ໃນການສົນທະນາດັ່ງຕໍ່ໄປນີ້.

ຟ້າແມບເຫຼື້ອມຈາກທິດຕາເວັນອອກແມ່ນຫຍັງ? ຄວາມລຶກລັບໃນ ມັດທາຍ 24:27 ໄດ້ຖືກເປີດເຜີຍອອກ

ຫົນທາງທີ່ແທ້ຈິງໄດ້ທົນທຸກກັບການຂົ່ມເຫັງຕັ້ງແຕ່ດຶກດຳບັນ

ພຣະຜູ້ເປັນເຈົ້າເຄີຍເວົ້າຢູ່ຄັ້ງໜຶ່ງວ່າ: “ນີ້ແມ່ນຮຸ່ນທີ່ຊົ່ວຮ້າຍ(ລູກາ 11:29). “ແລ້ວນີ້ຄືການກ່າວໂທດ, ແສງສະຫວ່າງໄດ້ເຂົ້າມາສູ່ໂລກ ແລະ ມະນຸດຮັກຄວາມມືດມົວຫຼາຍກວ່າແສງສະຫວ່າງ ເພາະການກະທຳຂອງພວກເຂົາຊົ່ວຮ້າຍ. ຍ້ອນທຸກຄົນທີ່ເຮັດສິ່ງຊົ່ວຮ້າຍກໍກຽດຊັງແສງສະຫວ່າງ ເຂົາຈຶ່ງຈະບໍ່ມາເຖິງແສງສະຫວ່າງ ເພື່ອບໍ່ໃຫ້ການກະທຳຂອງເຂົາຖືກຕຳນິ(ໂຢຮັນ 3:19-20). ດ້ວຍຄວາມແນ່ຊັດຂອງໝໍຜ່າຕັດ, ພຣະເຢຊູເຈົ້າເປີດໂປງຄວາມຊົ່ວຮ້າຍ ແລະ ຄວາມມືດມົວຂອງໂລກນີ້ ເຊິ່ງສະແດງໃຫ້ເຫັນວ່າມະນຸດຊາດທຸກຄົນດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ ແລະ ບໍ່ສາມາດອົດທົນຕໍ່ການມີຢູ່ຂອງພຣະເຈົ້າໄດ້. ໃນຍຸກແຫ່ງພຣະຄຸນ, ພຣະເຢຊູເຈົ້າໄດ້ກາຍມາເປັນເນື້ອໜັງເປັນການສ່ວນຕົວ ແລະ ມາເພື່ອປະຕິບັດພາລະກິດເທິງແຜ່ນດິນໂລກເພື່ອໄຖ່ມະນຸດຊາດ ແລະ ພຣະອົງຖືກຄຶງທີ່ໄມ້ກາງແຂນໂດຍຜູ້ນໍາສາສະໜາຊາວຢິວທີ່ສົມຮູ້ຮ່ວມຄິດກັບເຈົ້າທີ່ໜ້າໂຣມັນ. ມັນຊັດເຈນແລ້ວວ່າ ມະນຸດຊາດໄດ້ເສື່ອມຊາມ ແລະ ຊົ່ວຮ້າຍຫຼາຍຈົນພວກເຂົາປະຕິເສດ ແລະ ຕໍ່ຕ້ານພຣະເຈົ້າຢ່າງເປີດເຜີຍ. ບັດນີ້ ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ມາໃນຍຸກສຸດທ້າຍ ແລະ ໄດ້ກ່າວຄວາມຈິງທັງໝົດເຊິ່ງເຮັດໃຫ້ມະນຸດສາມາດບັນລຸຄວາມລອດພົ້ນທັງໝົດ, ແຕ່ພຣະອົງຍັງໄດ້ທົນທຸກກັບການປະນາມທີ່ບ້າປ່ວງ ແລະ ການທ້າທາຍດ້ວຍມືຂອງໂລກແຫ່ງສາສະໜາ ແລະ ລັດຖະບານຈີນ ແລະ ໄດ້ຖືກປະຕິເສດໂດຍຄົນຮຸ່ນນີ້. ສິ່ງນີ້ເປັນໄປຕາມພຣະທຳເຫຼົ່ານີ້ຈາກພຣະເຢຊູເຈົ້າແທ້ໆ: “ເປັນເໝືອນດັ່ງຟ້າແມບເຫຼື້ອມ ທີ່ສ່ອງແສງຈາກດ້ານໜຶ່ງຂອງສະຫວັນ, ສ່ອງໄປສູ່ອີກດ້ານໜຶ່ງຂອງສະຫວັນ; ບຸດມະນຸດກໍຈະເປັນດັ່ງນັ້ນໃນມື້ຂອງພຣະອົງ. ແຕ່ກ່ອນອື່ນ ພຣະອົງຕ້ອງທົນທຸກກັບຫຼາຍສິ່ງ ແລະ ຖືກປະຕິເສດໂດຍຄົນຮຸ່ນນີ້(ລູກາ 17:24-25). ລັດຖະບານຈີນເປັນລັດຖະບານທີ່ເຊື່ອວ່າບໍ່ມີພຣະເຈົ້າ, ແກ່ນແທ້ຂອງມັນຕໍ່ຕ້ານພຣະເຈົ້າ ແລະ ດ້ວຍເຫດນັ້ນ ການທີ່ມັນປະນາມຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຈຶ່ງບໍ່ແມ່ນສິ່ງທີ່ແປກ. ເຖິງຢ່າງໃດກໍຕາມ, ສິດຍາພິບານ ແລະ ເຖົ້າແກ່ຂອງໂລກແຫ່ງສາສະໜາໃນປັດຈຸບັນກຳລັງລ້ວນແລ້ວແຕ່ລໍຖ້າການກັບຄືນມາຂອງພຣະຜູ້ເປັນເຈົ້າ, ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ສະແຫວງຫາ ຫຼື ສືບຄົ້ນການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ແຕ່ກົງກັນຂ້າມ ພວກເຂົາຕໍ່ຕ້ານ ແລະ ປະນາມພຣະອົງຢ່າງໂວຍວາຍ? ສິ່ງນີ້ສົມຄວນຕ້ອງມີການຄຳນຶງຢ່າງລະມັດລະວັງ. ໃນຄວາມເປັນຈິງແລ້ວ ມີສິດຍາພິບານ ແລະ ເຖົ້າແກ່ຫຼາຍຄົນທີ່ໄດ້ເຫັນສິດອຳນາດ ແລະ ລິດອຳນາດໃນພຣະທຳ ແລະ ພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ເຖິງຢ່າງໃດກໍຕາມ ເມື່ອພວກເຂົາເຫັນຫຼາຍຄົນທີ່ປາຖະໜາໃຫ້ພຣະເຈົ້າປາກົດຕົວໄດ້ຮັບຮູ້ຈາກພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດວ່າ ພຣະອົງເປັນພຣະເຢຊູເຈົ້າທີ່ກັບຄືນມາຢ່າງແນ່ນອນ ແລະ ຫຼັງຈາກນັ້ນກໍມາຢູ່ຕໍ່ໜ້າພຣະເຈົ້າອົງຊົງລິດທານຸພາບສູງສຸດເທື່ອລະຄົນ, ສິດຍາພິບານ ແລະ ເຖົ້າແກ່ເຫຼົ່ານີ້ຂອງໂລກແຫ່ງສາສະໜາກໍຍິ່ງຢ້ານກົວວ່າ ຜູ້ເຊື່ອທຸກຄົນຈະຕິດຕາມພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຫຼັງຈາກນັ້ນກໍຈະບໍ່ມີຜູ້ໃດຕິດຕາມ ຫຼື ເຄົາລົບບູຊາພວກເຂົາອີກຕໍ່ໄປ. ເພື່ອທີ່ຈະຮັກສາຕໍາແໜ່ງ ແລະ ການດຳລົງຊີວິດຂອງພວກເຂົາເອງ, ພວກເຂົາກໍທຳທ່າ “ປົກປ້ອງຫົນທາງທີ່ແທ້ຈິງ ແລະ ປົກປ້ອງຝູງຊົງ” ໃນຂະນະທີ່ກຳລັງປະນາມການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຕາມອຳເພີໃຈ ແລະ ຢືນຂວາງຜູ້ເຊື່ອທີ່ກຳລັງສືບຄົ້ນຫົນທາງທີ່ແທ້ຈິງ. ພວກເຮົາສາມາດເຫັນໄດ້ຈາກຂໍ້ແທ້ຈິງນີ້ວ່າ ການປາກົດຕົວ ແລະ ພາລະກິດຂອງການບັງເກີດເປັນມະນຸດຂອງພຣະເຈົ້າທັງສອງຄັ້ງແມ່ນຖືກປະນາມໂດຍໂລກແຫ່ງສາສະໜາວ່າມັນມືດມົວ ແລະ ຊົ່ວຮ້າຍຫຼາຍ ຈົນມັນໄປໄກເຖິງເຮັດໃຫ້ຕົວມັນເອງຕໍ່ຕ້ານພຣະເຈົ້າ. ສະນັ້ນ ມັນຈຶ່ງຫຼີກລ່ຽງບໍ່ໄດ້ທີ່ພຣະເຈົ້າຈະຖືກປະນາມ ແລະ ຂົ່ມເຫັງໂດຍກອງກຳລັງຂອງຊາຕານ ເມື່ອພຣະອົງມາສູ່ໂລກທີ່ຊົ່ວຮ້າຍນີ້ເພື່ອປະຕິບັດພາລະກິດຂອງພຣະອົງ.

ແລ້ວເມື່ອພວກເຮົາສືບຄົ້ນຫົນທາງທີ່ແທ້ຈິງ, ພວກເຮົາຄວນນໍາໃຊ້ທ່າທີ່ແນວໃດ ເມື່ອປະສົບກັບການປະນາມ ແລະ ການທ້າທາຍຂອງຜູ້ນໍາຂອງໂລກແຫ່ງສາສະໜາ? ຖ້າພວກເຮົາຄິດເຖິງເປໂຕ, ໂຢຮັນ ແລະ ສາວົກຄົນອື່ນໆໃນຍຸກເລີ່ມຕົ້ນເຫຼົ່ານັ້ນ, ພວກເຂົາກໍບໍ່ໄດ້ເຊື່ອຄຳຂີ້ຕົວະຂອງຜູ້ນໍາທາງສາສະໜາທີ່ກຳລັງປະນາມພຣະເຢຊູເຈົ້າຢ່າງລັບຫູລັບຕາ, ແຕ່ກົງກັນຂ້າມ ພວກເຂົາສະແຫວງຫາເພື່ອຟັງສຽງຂອງພຣະຜູ້ເປັນເຈົ້າຢ່າງຖ່ອມຕົວ. ເມື່ອພວກເຂົາຮັບຮູ້ວ່າພຣະທຳຂອງພຣະເຢຊູເຈົ້າເປັນຄວາມຈິງ, ເປັນສຽງຂອງພຣະເຈົ້າ, ພວກເຂົາກໍສາມາດປ່ອຍແນວຄິດຂອງພວກເຂົາໄປ ແລະ ຕິດຕາມພຣະຜູ້ເປັນເຈົ້າ, ໄດ້ຮັບເອົາຄວາມລອດພົ້ນຂອງພຣະຜູ້ເປັນເຈົ້າໃນທີ່ສຸດ. ມັນເປັນດັ່ງທີ່ພຣະເຢຊູເຈົ້າໄດ້ກ່າວວ່າ “ຈົ່ງຂໍ ແລະ ສິ່ງນັ້ນກໍຈະເປັນຂອງເຈົ້າ; ຈົ່ງສະແຫວງຫາ ແລະ ເຈົ້າຈະໄດ້ພົບ; ຈົ່ງເຄາະ ແລະ ສິ່ງນັ້ນຈະຖືກໄຂໃຫ້ເຈົ້າ(ມັດທາຍ 7:7). ຖ້າພວກເຮົາປາຖະໜາທີ່ຈະຮູ້ຈັກວ່າຟ້າແມບເຫຼື້ອມຈາກທິດຕາເວັນອອກແມ່ນຫົນທາງທີ່ແທ້ຈິງ ຫຼື ບໍ່, ແລ້ວພວກເຮົາກໍຄວນຄົ້ນເບິ່ງໃນພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ອ່ານພຣະທຳທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວອອກ. ນີ້ແມ່ນຫົນທາງດຽວທີ່ຈະໄປເຖິງຄວາມຈິງຂອງເລື່ອງລາວ. ຖ້າພວກເຮົາເຊື່ອຢ່າງລັບຫູລັບຕາໃນສິ່ງທີ່ສິດຍາພິບານ ແລະ ເຖົ້າແກ່ໄດ້ກ່າວ, ແລ້ວພວກເຮົາກໍເປັນໄປໄດ້ຈະຕິດຕາມບາດກ້າວຂອງຊາວຢິວປົກກະຕິໃນຍຸກຂອງພຣະເຢຊູ, ເຫັນດີນໍາພວກຟາຣີຊາຍ, ຕໍ່ຕ້ານ ແລະ ປະຕິເສດພຣະເຢຊູເຈົ້າ, ພາດໂອກາດທີ່ຈະສືບຄົ້ນຫົນທາງທີ່ແທ້ຈິງ ແລະ ບໍ່ສາມາດຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າຕະຫຼອດໄປ.

ພວກເຮົາຈະສາມາດໝັ້ນໃຈໄດ້ແນວໃດວ່າຟ້າແມບເຫຼື້ອມຈາກທິດຕາເວັນອອກແມ່ນຫົນທາງທີ່ແທ້ຈິງ?

ແລ້ວພວກເຮົາຈະສາມາດໝັ້ນໃຈໄດ້ແນວໃດວ່າຟ້າແມບເຫຼື້ອມຈາກທິດຕາເວັນອອກແມ່ນຫົນທາງທີ່ແທ້ຈິງ? ໃຫ້ພວກເຮົາອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ແມ່ນຫຍັງຄືຫຼັກການພື້ນຖານທີ່ສຸດໃນການສະແຫວງຫາຫົນທາງທີ່ແທ້ຈິງ? ເຈົ້າຕ້ອງເບິ່ງວ່າ ມັນມີພາລະກິດຂອງພຣະວິນຍານບໍລິສຸດໃນລັກສະນະນີ້ ຫຼື ບໍ, ພຣະທໍາເຫຼົ່ານີ້ແມ່ນການສະແດງເຖິງຄວາມຈິງ ຫຼື ບໍ, ເປັນພະຍານໃຫ້ກັບໃຜ ແລະ ມັນສາມາດນໍາຫຍັງມາໃຫ້ເຈົ້າ. ການຈຳແນກລະຫວ່າງຫົນທາງທີ່ແທ້ຈິງ ແລະ ຫົນທາງທີ່ຈອມປອມຕ້ອງການຄວາມຮູ້ພື້ນຖານໃນຫຼາຍໆດ້ານ ເຊິ່ງສິ່ງທີ່ເປັນພື້ນຖານທີ່ສຸດຄືການສາມາດບອກວ່າ ມັນແມ່ນພາລະກິດຂອງພຣະວິນຍານບໍລິສຸດ ຫຼື ບໍ. ຍ້ອນທາດແທ້ຂອງຄວາມເຊື່ອໃນພຣະເຈົ້າແມ່ນຄວາມເຊື່ອໃນພຣະວິນຍານຂອງພຣະເຈົ້າ ແລະ ແມ່ນແຕ່ຄວາມເຊື່ອໃນພຣະເຈົ້າໃນຮ່າງຂອງມະນຸດກໍເກີດຂຶ້ນ ຍ້ອນເນື້ອໜັງນີ້ເປັນຕົວຕົນຂອງພຣະວິນຍານຂອງພຣະເຈົ້າ ເຊິ່ງໝາຍຄວາມວ່າ ຄວາມເຊື່ອດັ່ງກ່າວກໍຍັງແມ່ນຄວາມເຊື່ອໃນພຣະວິນຍານ. ມີຄວາມແຕກຕ່າງລະຫວ່າງພຣະວິນຍານ ແລະ ເນື້ອໜັງ ແຕ່ຍ້ອນເນື້ອໜັງມາຈາກພຣະວິນຍານ ແລະ ພຣະທຳກາຍເປັນເນື້ອໜັງ, ສະນັ້ນ, ສິ່ງທີ່ມະນຸດເຊື່ອຍັງຄົງເປັນທາດແທ້ໂດຍທຳມະຊາດຂອງພຣະເຈົ້າ. ດ້ວຍເຫດນັ້ນ, ໃນການຈຳແນກວ່າ ມັນແມ່ນຫົນທາງທີ່ແທ້ຈິງ ຫຼື ບໍ, ກ່ອນອື່ນໝົດ ເຈົ້າຕ້ອງເບິ່ງວ່າ ມີພາລະກິດຂອງພຣະວິນຍານບໍລິສຸດ ຫຼື ບໍ ແລ້ວຫຼັງຈາກນັ້ນ ເຈົ້າຕ້ອງເບິ່ງວ່າ ມີຄວາມຈິງໃນຫົນທາງນີ້ ຫຼື ບໍ. ຄວາມຈິງນີ້ແມ່ນຊີວິດຈິດໃຈຂອງຄວາມເປັນມະນຸດທີ່ປົກກະຕິ ເຊິ່ງເວົ້າໄດ້ວ່າ ມັນເປັນສິ່ງທີ່ຕ້ອງການຈາກມະນຸດ ເມື່ອພຣະເຈົ້າຊົງສ້າງເຂົາຕັ້ງແຕ່ຕອນເລີ່ມຕົ້ນ ໂດຍສະເພາະຄວາມເປັນມະນຸດທີ່ປົກກະຕິທັງໝົດ (ລວມທັງເຫດຄວາມຮູ້ສຶກຂອງມະນຸດ, ຄວາມເຂົ້າໃຈ, ສະຕິປັນຍາ ແລະ ຄວາມຮູ້ພື້ນຖານຂອງການເປັນມະນຸດ). ນັ້ນກໍຄື ເຈົ້າຕ້ອງເບິ່ງວ່າ ຫົນທາງນີ້ສາມາດນໍາມະນຸດໄປສູ່ຊີວິດແຫ່ງຄວາມເປັນມະນຸດທີ່ປົກກະຕິ ຫຼື ບໍ, ຄວາມຈິງທີ່ກ່າວເຖິງນີ້ແມ່ນຈໍາເປັນຕາມຄວາມເປັນຈິງແຫ່ງຄວາມເປັນມະນຸດທີ່ທຳມະດາ ຫຼື ບໍ, ຄວາມຈິງນີ້ມີປະໂຫຍດ ແລະ ເປັນຈິງ ຫຼື ບໍ ແລະ ມັນຖືກເວລາທີ່ສຸດ ຫຼື ບໍ. ຖ້າມີຄວາມຈິງ ມັນກໍຈະສາມາດນໍາມະນຸດເຂົ້າສູ່ປະສົບການທີ່ປົກກະຕິ ແລະ ແທ້ຈິງ; ນອກຈາກນັ້ນ ມະນຸດຈະກາຍມາເປັນຄົນປົກກະຕິຫຼາຍຂຶ້ນ, ປະສາດສໍາພັດຂອງມະນຸດກາຍມາເປັນສິ່ງທີ່ສົມບູນຂຶ້ນຕື່ມ, ຊີວິດມະນຸດທີ່ເປັນເນື້ອໜັງ ແລະ ຊີວິດທາງຈິດວິນຍານກາຍມາເປັນສິ່ງທີ່ເປັນລະບົບລະບຽບຫຼາຍຍິ່ງຂຶ້ນ ແລະ ຄວາມຮູ້ສຶກຂອງມະນຸດກາຍມາເປັນສິ່ງທີ່ປົກກະຕິຫຼາຍຂຶ້ນ. ນີ້ຄືຫຼັກການທີສອງ. ຍັງມີອີກຫຼັກການໜຶ່ງ ເຊິ່ງກໍຄື ມະນຸດໄດ້ມີຄວາມຮູ້ທີ່ເພີ່ມຂຶ້ນ ຫຼື ບໍ, ການປະສົບກັບພາລະກິດ ແລະ ຄວາມຈິງດັ່ງກ່າວສາມາດດົນບັນດານຄວາມຮັກຂອງພຣະເຈົ້າໃນຕົວເຂົາ ຫຼື ບໍ ແລະ ໄດ້ນໍາເຂົາໃຫ້ເຂົ້າໃກ້ຊິດກັບພຣະເຈົ້າຫຼາຍຍິ່ງຂຶ້ນ. ດ້ວຍວິທີນີ້ ຈຶ່ງສາມາດປະເມີນໄດ້ວ່າ ມັນແມ່ນຫົນທາງທີ່ແທ້ຈິງ ຫຼື ບໍ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງຄົນທີ່ຮູ້ຈັກພຣະເຈົ້າ ແລະ ພາລະກິດຂອງພຣະອົງເທົ່ານັ້ນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້).

ພຣະທຳຂອງພຣະເຈົ້າກ່າວຢ່າງຊັດເຈນວ່າມີສາມຫຼັກການຫຼັກເພື່ອຈຳແນກລະຫວ່າງຫົນທາງທີ່ແທ້ຈິງ ແລະ ຫົນທາງທີ່ປອມ. ຢ່າງທຳອິດ, ໃຫ້ເບິ່ງວ່າຫົນທາງດັ່ງກ່າວມີພາລະກິດຂອງພຣະວິນຍານບໍລິສຸດ ຫຼື ບໍ່. ພຣະເຈົ້າເປັນພຣະວິນຍານ ແລະ ເຖິງແມ່ນພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງ, ແກ່ນແທ້ຂອງພຣະອົງກໍຍັງຄົງເປັນຂອງພຣະວິນຍານຂອງພຣະອົງ, ສະນັ້ນ ພາລະກິດຂອງພຣະເຈົ້າຈຶ່ງຕ້ອງດຳເນີນໄປຄຽງຄູ່ກັບພາລະກິດຂອງພຣະວິນຍານບໍລິສຸດ. ຢ່າງທີສອງ, ໃຫ້ເບິ່ງວ່າຫົນທາງດັ່ງກ່າວມີຄວາມຈິງ ຫຼື ບໍ່. ພວກເຮົາທຸກຄົນຮູ້ຈັກວ່າ ມີພຽງພຣະທຳຂອງພຣະເຈົ້າເທົ່ານັ້ນທີ່ເປັນຄວາມຈິງ; ຄວາມຈິງສາມາດກາຍມາເປັນຊີວິດທີ່ແທ້ຈິງຂອງພວກເຮົາ, ມັນຄືຫຼັກການທີ່ປົກຄອງພຶດຕິກຳຂອງພວກເຮົາ, ການປະພຶດຂອງພວກເຮົາ ແລະ ການທີ່ພວກເຮົານະມັດສະການພຣະເຈົ້າ ແລະ ມັນສາມາດເຮັດໃຫ້ພວກເຮົາຟື້ນຟູຄວາມເປັນມະນຸດທີ່ປົກກະຕິ. ຢ່າງທີສາມ, ໃຫ້ເບິ່ງວ່າຫົນທາງດັ່ງກ່າວສາມາດເຮັດໃຫ້ຜູ້ຄົນມີຄວາມຮູ້ທີ່ເພີ່ມພູນຂຶ້ນເລື້ອຍໆກ່ຽວກັບພຣະເຈົ້າ ຫຼື ບໍ່. ຍ້ອນພາລະກິດຂອງພຣະເຈົ້າໄດ້ຖືກປະຕິບັດໂດຍພຣະເຈົ້າອົງ, ຍ້ອນທຸກສິ່ງທີ່ພຣະອົງເປີດເຜີຍແມ່ນສິ່ງທີ່ພຣະອົງມີ ແລະ ເປັນ ແລະ ຍ້ອນທຸກຄັ້ງທີ່ພຣະເຈົ້າປາກົດຕົວ ແລະ ປະຕິບັດພາລະກິດເພື່ອຊ່ວຍມະນຸດ, ພຣະອົງບອກມະນຸດເຖິງຄວາມປະສົງຂອງພຣະອົງ ແລະ ສິ່ງທີ່ພຣະອົງຮຽກຮ້ອງ; ຍິ່ງພວກເຮົາອ່ານພຣະທຳຂອງພຣະເຈົ້າຫຼາຍສໍ່າໃດ ແລະ ຍິ່ງພວກເຮົາຜະເຊີນກັບພາລະກິດຂອງພຣະອົງຫຼາຍສໍ່າໃດ, ຄວາມເຊື່ອຂອງພວກເຮົາທີ່ຢູ່ໃນພຣະເຈົ້າກໍຍິ່ງໃຫຍ່ຂຶ້ນ ແລະ ຄວາມຮູ້ຂອງພວກເຮົາກ່ຽວກັບພຣະເຈົ້າກໍເຕີບໃຫຍ່ຂຶ້ນຫຼາຍສໍ່ານັ້ນ.

ເມື່ອພຣະເຢຊູເຈົ້າມາເພື່ອປະຕິບັດພາລະກິດຂອງພຣະອົງ ຕົວຢ່າງເຊັ່ນ: ພຣະອົງປະທານພຣະຄຸນຢ່າງລົ້ນເຫຼືອໃຫ້ແກ່ມະນຸດ, ພຣະອົງຮັກສາຄົນເຈັບປ່ວຍ ແລະ ຂັບໄລ່ມານຮ້າຍ ແລະ ພຣະອົງນໍາຫົນທາງແຫ່ງການກັບໃຈມາສູ່ມະນຸດຊາດ. ພຣະອົງສັ່ງສອນມະນຸດໃຫ້ສາລະພາບ ແລະ ກັບໃຈ, ໃຫ້ຮັກເພື່ອນບ້ານຂອງເຂົາດັ່ງທີ່ເຂົາຮັກຕົນເອງ, ໃຫ້ແບກໄມ້ກາງແຂນ, ໃຫ້ອົດທົນ ແລະ ອົດກັ້ນ, ໃຫ້ອະໄພຄົນອື່ນເຈັດສິບຄູນເຈັດຄັ້ງ, ໃຫ້ຮັກພຣະເຈົ້າດ້ວຍໝົດຫົວໃຈ ແລະ ຄວາມຄິດຂອງເຂົາ ແລະ ອື່ນໆອີກ. ຄຳສັ່ງສອນເຫຼົ່ານີ້ຈາກພຣະເຢຊູເຈົ້າແມ່ນພຣະທຳທີ່ບໍ່ມີມະນຸດຄົນໃດສາມາດກ່າວອອກມາໄດ້. ກ່ອນທີ່ພຣະເຢຊູເຈົ້າໄດ້ມາ ແລະ ກ່າວຄວາມຈິງ, ຄົນທີ່ດຳລົງຊີວິດພາຍໃຕ້ກົດເກນກໍຮູ້ພຽງແຕ່ວິທີການດຳລົງຊີວິດເທົ່ານັ້ນ; ພວກເຂົາບໍ່ມີຄວາມເຂົ້າໃຈກ່ຽວກັບຄວາມຈິງທີ່ກ່ຽວຂ້ອງກັບວິທີການຮັກ ແລະ ໃຫ້ອະໄພຄົນອື່ນ. ແຕ່ໂດຍການຕິດຕາມພຣະຜູ້ເປັນເຈົ້າ ແລະ ປະຕິບັດຄຳສັ່ງສອນຂອງພຣະອົງ, ພວກເຂົາກໍໄດ້ເຫັນວ່າພຣະທຳຂອງພຣະເຢຊູເຈົ້າແມ່ນຄວາມຈິງ ແລະ ມັນສາມາດສະແດງໃຫ້ຜູ້ຄົນໃນເວລານັ້ນເຫັນເຖິງເສັ້ນທາງແຫ່ງການປະຕິບັດ. ຜູ້ຄົນຍັງໄດ້ເຂົ້າໃຈຜ່ານທາງພາລະກິດຂອງພຣະເຢຊູເຈົ້າວ່າ ອຸປະນິໄສຂອງພຣະເຈົ້າເຕັມປ່ຽມໄປດ້ວຍຄວາມກະລຸນາ ແລະ ຄວາມຮັກຄວາມເມດຕາ ແລະ ພວກເຂົາກໍເຕັມໃຈທີ່ຈະຫັນໄປຫາພຣະຜູ້ເປັນເຈົ້າ. ໂດຍບໍ່ຄຳນຶງເຖິງຂໍ້ແທ້ຈິງທີ່ວ່າພາລະກິດຂອງພຣະເຢຊູເຈົ້າໃນເວລານັ້ນປະສົບກັບການປະນາມ, ການທ້າທາຍ ແລະ ການຂົ່ມເຫັງດ້ວຍມືຂອງປະໂລຫິດຕົນໃຫຍ່, ພວກນັກທຳ ແລະ ພວກຟາຣີຊາຍຢູ່ສະເໝີ, ຈຳນວນຜູ້ຕິດຕາມພຣະເຢຊູເຈົ້າກໍໃຫຍ່ຂຶ້ນ. ໃນທີ່ສຸດແລ້ວ ຜູ້ນໍາທາງສາສະໜາເຫຼົ່ານີ້ກໍສົມຮູ້ຮ່ວມຄິດກັບເຈົ້າໜ້າທີ່ໂຣມັນເພື່ອຄຶງພຣະເຢຊູເຈົ້າທີ່ໄມ້ກາງແຂນ, ໂດຍເຊື່ອວ່າດ້ວຍການເຮັດແບບນັ້ນ ພວກເຂົາຈະທຳລາຍພາລະກິດຂອງພຣະເຢຊູເຈົ້າ. ເຖິງຢ່າງໃດກໍຕາມ ຄົນທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈກໍໄດ້ເຫັນຈາກພາລະກິດ ແລະ ພຣະທຳຂອງພຣະອົງວ່າພາລະກິດຂອງພຣະອົງມາຈາກພຣະເຈົ້າ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຕິດຕາມພຣະອົງດ້ວຍຫົວໃຈທີ່ເຕັມລົ້ນໄປດ້ວຍຄວາມເຊື່ອ ແລະ ເຜີຍແຜ່ຂ່າວປະເສີດຂອງພຣະຜູ້ເປັນເຈົ້າ, ບໍ່ວ່າເຈົ້າໜ້າທີ່ໂຣມັນ ແລະ ໂລກແຫ່ງສາສະໜາໃນເວລານັ້ນໄດ້ຂົ່ມເຫັງພວກເຂົາແນວໃດກໍຕາມ. ບັດນີ້ ຂ່າວປະເສີດຂອງພຣະເຢຊູເຈົ້າໄດ້ມາເຖິງຂອບເຂດທີ່ໄກທີ່ສຸດໃນຈັກກະວານ ແລະ ທຸກມຸມໂລກ ແລະ ບໍ່ມີກຳລັງໃດສາມາດຢຸດມັນໄດ້. ພວກເຮົາສາມາດເຫັນຈາກໝາກຜົນຂອງພຣະທຳ ແລະ ພາລະກິດຂອງພຣະເຢຊູເຈົ້າວ່າ ພາລະກິດຂອງພຣະອົງມາຈາກພຣະເຈົ້າ ແລະ ມັນແມ່ນຫົນທາງທີ່ແທ້ຈິງ.

ໃນທຳນອງດຽວກັນ, ຖ້າພວກເຮົາຕ້ອງການຢືນຢັນວ່າພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນຫົນທາງທີ່ແທ້ຈິງ ຫຼື ບໍ່, ພວກເຮົາສາມາດເຫັນວ່າຄວາມຈິງຖືກສະແດງອອກໃນພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ຫຼື ບໍ່, ມັນມີພາລະກິດຂອງພຣະວິນຍານບໍລິສຸດ ຫຼື ບໍ່ ແລະ ມັນເຮັດໃຫ້ຜູ້ຄົນມີຄວາມຮູ້ຫຼາຍຂຶ້ນກ່ຽວກັບພຣະເຈົ້າ ຫຼື ບໍ່. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ມາໃນຍຸກສຸດທ້າຍ ແລະ ພົນພື້ນຖານຂອງພາລະກິດແຫ່ງການໄຖ່ບາບຂອງພຣະເຢຊູເຈົ້າ, ພຣະອົງໄດ້ກ່າວຄຳຈິງທັງໝົດເຊິ່ງເຮັດໃຫ້ມະນຸດສາມາດບັນລຸການຊໍາລະລ້າງບາບ ແລະ ເຮັດໃຫ້ຄວາມລອດພົ້ນຄົບຖ້ວນ; ພຣະອົງປະຕິບັດຂັ້ນຕອນແຫ່ງພາລະກິດເພື່ອພິພາກສາ ແລະ ຊໍາລະລ້າງມະນຸດ ແລະ ພຣະອົງຊ່ວຍພວກເຮົາໃຫ້ລອດພົ້ນຈາກຊີວິດແຫ່ງການທົນທຸກໃນວົງຈອນຂອງການເຮັດບາບ ແລະ ສາລະພາບ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ພາລະກິດຂອງພຣະເຈົ້າໃນການບັງເກີດເປັນມະນຸດໃນປັດຈຸບັນແມ່ນເພື່ອສະແດງອອກເຖິງອຸປະນິໄສຂອງພຣະອົງ ເຊິ່ງສ່ວນໃຫຍ່ແມ່ນຜ່ານການຂ້ຽນຕີ ແລະ ການພິພາກສາ. ບົນພື້ນຖານນີ້, ພຣະອົງໄດ້ນໍາຄວາມຈິງມາສູ່ມະນຸດຫຼາຍຂຶ້ນ ແລະ ໄດ້ຊີ້ໃຫ້ພວກເຂົາເຫັນເຖິງຫຼາຍວິທີທາງຂອງການປະຕິບັດ, ນີ້ກໍເພື່ອບັນລຸຈຸດປະສົງຂອງພຣະອົງໃນການເອົາຊະນະມະນຸດ ແລະ ຊ່ວຍມະນຸດໃຫ້ລອດພົ້ນຈາກອຸປະນິໄສທີ່ເສື່ອມຊາມຂອງເຂົາເອງ. ນີ້ຄືສິ່ງທີ່ນອນຢູ່ເບື້ອງຫຼັງພາລະກິດຂອງພຣະເຈົ້າໃນຍຸກແຫ່ງອານາຈັກ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ). “ດ້ວຍວິທີຂອງພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີນີ້, ມະນຸດຈະຮູ້ຈັກແກ່ນແທ້ທີ່ສົກກະປົກ ແລະ ເສື່ອມຊາມທີ່ຢູ່ພາຍໃນຕົວເຂົາເອງຢ່າງສົມບູນ ແລະ ເຂົາຈະສາມາດປ່ຽນແປງຢ່າງຄົບຖ້ວນ ແລະ ບໍລິສຸດຂຶ້ນ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງເໝາະສົມທີ່ຈະກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ພາລະກິດທັງໝົດທີ່ປະຕິບັດໃນມື້ນີ້ແມ່ນເພື່ອໃຫ້ມະນຸດຖືກເຮັດໃຫ້ບໍລິສຸດ ແລະ ເພື່ອຮັບການປ່ຽນແປງ; ຜ່ານການພິພາກສາ ແລະ ການຂ້ຽນຕີຈາກພຣະທຳ ພ້ອມກັບຜ່ານການຫຼໍ່ຫຼອມ ມະນຸດສາມາດລົບລ້າງຄວາມເສື່ອມຊາມຂອງເຂົາ ແລະ ຖືກເຮັດໃຫ້ເປັນຄົນບໍລິສຸດ. ເຖິງແມ່ນວ່າ ຂັ້ນຕອນນີ້ຂອງພາລະກິດຈະຖືວ່າເປັນຊ່ວຍໃຫ້ລອດພົ້ນ, ແຕ່ມັນອາດຈະເໝາະສົມກວ່າ ທີ່ຈະເວົ້າວ່າ ເປັນພາລະກິດແຫ່ງການຊໍາລະລ້າງໃຫ້ບໍລິສຸດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)). ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ບອກພວກເຮົາວ່າຄວາມຈິງດັ່ງກ່າວແມ່ນຄວາມລຶກລັບຂອງແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າ, ຄວາມລຶກລັບຂອງການບັງເກີດເປັນມະນຸດຂອງພຣະເຈົ້າ, ຜົນຕາມມາ ແລະ ຈຸດໝາຍປາຍທາງໃນອະນາຄົດຂອງມະນຸດຊາດ, ຄວາມໝາຍຂອງການຖືກຍົກຂຶ້ນເມືອ, ວິທີການແຍກແຍະພຣະຄຣິດຕົວຈິງອອກຈາກພຣະຄຣິດຕົວປອມ, ຄວາມຈິງແຫ່ງຄວາມທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມ, ວິທີການໂຍນຖິ້ມໂສ້ແຫ່ງຄວາມຜິດບາບ ແລະ ວິທີການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ຄວາມຈິງທຸກສິ່ງເຫຼົ່ານີ້ຖືກພຣະເຈົ້າສະແດງອອກມາໂດຍອີງຕາມຄວາມຕ້ອງການຂອງພວກເຮົາ, ພວກມັນແມ່ນຄວາມຈິງທີ່ສູງສົ່ງກວ່າຄວາມຈິງໃນຍຸກແຫ່ງພຣະຄຸນ. ພວກມັນບໍ່ພຽງແຕ່ບອກພວກເຮົາກ່ຽວກັບຄວາມລຶກລັບແຫ່ງພາລະກິດການຄຸ້ມຄອງຂອງພຣະອົງເທົ່ານັ້ນ, ແຕ່ພວກມັນຍັງເປີດໂປງອຸປະນິໄສແບບຊາຕານຂອງພວກເຮົາ ເຊັ່ນ: ຄວາມອວດດີ, ຄວາມປະສົງຮ້າຍ, ຄວາມເຫັນແກ່ຕົວ, ຄວາມຫຼອກລວງ ແລະ ຄວາມຊົ່ວຮ້າຍ. ໂດຍຜະເຊີນກັບການພິພາກສາ ແລະ ການຂ້ຽນຕີແຫ່ງພຣະທຳຂອງພຣະເຈົ້າ, ພວກເຮົາເຫັນເຖິງວິທີທີ່ພຣະເຈົ້າກຽດຊັງຄວາມເສື່ອມຊາມຂອງມະນຸດ, ພວກເຮົາຮັບຮູ້ເຖິງອຸປະນິໄສອັນຊອບທຳ ແລະ ບໍລິສຸດຂອງພຣະເຈົ້າທີ່ບໍ່ອົດທົນຕໍ່ການເຮັດຜິດ ແລະ ຫົວໃຈຢຳເກງພຣະເຈົ້າທີ່ເກີດຂຶ້ນພາຍໃນພວກເຮົາ. ແລ້ວພວກເຮົາກໍບໍ່ກ້າເຮັດບາບຢ່າງເລິນເລີ້ ແລະ ຕໍ່ຕ້ານພຣະເຈົ້າອີກຕໍ່ໄປ, ພວກເຮົາເຕັມໃຈທີ່ຈະປະຖິ້ມເນື້ອໜັງຂອງພວກເຮົາ ແລະ ປະຕິບັດຄວາມຈິງ ແລະ ພວກເຮົາເລີ່ມດຳລົງຊີວິດຕາມຄວາມຄ້າຍຄືກັນບາງຢ່າງກັບມະນຸດຊາດເທື່ອລະໜ້ອຍ. ພວກເຮົາຍັງມາຊື່ນຊົມຢ່າງແທ້ຈິງວ່າ ຫາກປາສະຈາກການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ພວກເຮົາຈະສາມາດຮູ້ຈັກເຖິງອຸປະນິໄສແບບຊາຕານທີ່ຝັງເລິກຢູ່ພາຍໃນພວກເຮົາ; ພວກເຮົາພຽງແຕ່ເປັນດັ່ງຄົນທີ່ຢູ່ໃນສາສະໜາ, ຕິດກັບຢູ່ໃນວົງຈອນການເຮັດບາບ ແລະ ການສາລະພາບຢູ່ຕະຫຼອດການ. ເຖິງແມ່ນພວກເຮົາເຊື່ອໃນພຣະເຈົ້າຈົນເຖິງທີ່ສຸດແທ້ໆ, ພວກເຮົາກໍຍັງບໍ່ສາມາດບັນລຸຄວາມລອດພົ້ນຈາກພຣະເຈົ້າໄດ້. ໂດຍຜະເຊີນກັບພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍ, ພວກເຮົາໄດ້ເຫັນວ່າອຸປະນິໄສຂອງພຣະເຈົ້າບໍ່ຄວາມກະລຸນາ ແລະ ຄວາມຮັກເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ ມັນຄືຄວາມຊອບທຳ ແລະ ຄວາມສະຫງ່າຜາເຜີຍ ແລະ ບໍ່ອົດທົນຕໍ່ການເຮັດຜິດ. ບໍ່ວ່າອຸປະນິໄສຂອງພຣະເຈົ້າຈະກະລຸນາ ແລະ ເປັນຕາຮັກ ຫຼື ຊອບທຳ ແລະ ສະຫງ່າຜາເຜີຍ, ມັນກໍມີຄວາມລອດພົ້ນອັນຍິ່ງໃຫຍ່ຂອງພຣະເຈົ້າສຳລັບມະນຸດຢູ່ສະເໝີ.

ອີກຢ່າງ, ຖ້າມັນຄືພາລະກິດຂອງພຣະເຈົ້າ ຫຼື ຫົນທາງທີ່ແທ້ຈິງ, ມັນກໍມີພາລະກິດຂອງພຣະວິນຍານບໍລິສຸດ ແລະ ຖືກຍົກຂຶ້ນໂດຍພຣະວິນຍານບໍລິສຸດ ແລະ ບໍ່ມີກອງກຳລັງຂອງສັດຕູໃດສາມາດຢືນຂວາງຫົນທາງແຫ່ງພາລະກິດຂອງພຣະເຈົ້າ. ຕັ້ງແຕ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ປາກົດຕົວ ແລະ ເລີ່ມປະຕິບັດພາລະກິດໃນປະເທດຈີນໃນປີ 1991, ລັດຖະບານຈີນ ແລະ ໂລກແຫ່ງສາສະໜາກໍບໍ່ເຄີຍຢຸດຕໍ່ຕ້ານ ແລະ ຂົ່ມເຫັງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ເຖິງຢ່າງໃດກໍຕາມ ຂ່າວປະເສີດແຫ່ງອານາຈັກຂອງພຣະເຈົ້າກໍບໍ່ໄດ້ຖືກຂັດຂວາງດ້ວຍວິທີໃດໜຶ່ງໂດຍກອງກຳລັງຂອງສັດຕູເຫຼົ່ານີ້ ແລະ ຕະຫຼອດໄລຍະເວລາສັ້ນໆພຽງຊາວປາຍປີ, ມັນໄດ້ຂະຫຍາຍທົ່ວແຜ່ນດິນໃຫຍ່ຂອງປະເທດຈີນທັງໝົດ ພ້ອມທັງໄປສູ່ຫຼາຍຊົນຊາດອື່ນໆທົ່ວໂລກ. ໜັງສືແຫ່ງພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ຄື ພຣະທໍາປາກົດໃນຮ່າງກາຍ ໄດ້ໃຫ້ບໍລິການໃນອອນລາຍແຕ່ດົນແລ້ວ ແລະ ຖືກແປເປັນຫຼາຍກວ່າຊາວພາສາ, ຖືກເທດສະໜາຢ່າງເປີດເຜີຍ ແລະ ເປັນພະຍານໃຫ້ແກ່ມະນຸດຊາດທັງປວງ. ຮູບເງົາ, ການສະແດງເຕັ້ນ, ບົດປະພັນສັ້ນໆ ແລະ ບົດສົນທະນາຕະລົກ ເຊິ່ງລ້ວນແລ້ວແຕ່ເປັນພະຍານເຖິງພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ພ້ອມທັງຄຳພະຍານຈາກປະສົບການຂອງອ້າຍເອື້ອຍນ້ອງທີ່ໄດ້ຜ່ານການພິພາກສາ ແລະ ການຂ້ຽນຕີແຫ່ງພຣະທຳຂອງພຣະເຈົ້າ ແລະ ໄດ້ຜະເຊີນການຊໍາລະລ້າງ ແລະ ການປ່ຽນແປງແຫ່ງອຸປະນິໄສອັນເສື່ອມຊາມຂອງພວກເຂົາ ໄດ້ຖືກຈັດພິມໃນອອນລາຍທັງໝົດ. ຜູ້ເຊື່ອທີ່ແທ້ຈິງຫຼາຍຄົນ ຜູ້ທີ່ປາຖະໜາໃຫ້ພຣະເຈົ້າປາກົດຂຶ້ນ ກໍໄດ້ຍິນສຽງຂອງພຣະເຈົ້າ ແລະ ເຫັນຄຳພະຍານຈາກປະສົບການເຫຼົ່ານີ້, ແສງສະຫວ່າງໄດ້ເຂົ້າສູ່ຊີວິດຂອງພວກເຂົາ. ພວກເຂົາແນ່ໃຈວ່າ ພຣະທຳທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວແມ່ນພຣະຄຳຂອງພຣະວິນຍານບໍລິສຸດຕໍ່ຄຣິສຕະຈັກ ແລະ ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນການກັບຄືນມາຂອງພຣະເຢຊູເຈົ້າ, ຟ້າແມບເຫຼື້ອມຈາກທິດຕາເວັນອອກແມ່ນຫົນທາງທີ່ແທ້ຈິງ. ພວກເຂົາມາຢູ່ພາຍໃຕ້ນາມຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເທື່ອລະຄົນ. ບັດນີ້ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ຖືກຈັດຕັ້ງຂຶ້ນໃນຫຼາຍປະເທດທົ່ວໂລກ ແລະ ສິ່ງນີ້ໄດ້ບັນລຸຄຳທຳນາຍຂອງພຣະເຢຊູເຈົ້າຢ່າງສິ້ນເຊີງ: “ດ້ວຍວ່າ ຟ້າແມບເຫຼື້ອມຈາກທິດຕາເວັນອອກ ຍັງເຫຼື້ອມໄປເຖິງທິດຕາເວັນຕົກ, ການສະເດັດມາຂອງບຸດມະນຸດກໍຈະເປັນດັ່ງນັ້ນ(ມັດທາຍ 24:27).

ອ້າຍເອື້ອຍນ້ອງເອີຍ, ຈາກໝາກຜົນແຫ່ງພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍ, ພວກເຮົາສາມາດແນ່ໃຈໄດ້ວ່າຟ້າແມບເຫຼື້ອມຈາກທິດຕາເວັນອອກມີພາລະກິດຂອງພຣະວິນຍານບໍລິສຸດ ແລະ ການສະແດງອອກຂອງຄວາມຈິງ ແລະ ໂດຍຜະເຊີນກັບພາລະກິດຂອງພຣະເຈົ້າ, ຄວາມຮູ້ຂອງພວກເຮົາກ່ຽວກັບພຣະເຈົ້າກໍສືບຕໍ່ເຕີບໂຕ. ຟ້າແມບເຫຼື້ອມຈາກທິດຕາເວັນອອກແມ່ນຫົນທາງທີ່ແທ້ຈິງ, ການປາກົດຕົວ ແລະ ພາລະກິດຂອງພຣະເຢຊູເຈົ້າທີ່ໄດ້ກັບຄືນມາ. ບໍ່ວ່າພວກເຮົາຈະສາມາດຕິດຕາມບາດກ້າວຂອງພຣະເມສານ້ອຍ ແລະ ໄດ້ຮັບພອນໂດຍພຣະເຈົ້າ ຫຼື ບໍ່ ແມ່ນຂຶ້ນກັບທາງເລືອກສ່ວນຕົວຂອງພວກເຮົາ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ພາລະກິດຂອງພຣະເຈົ້າເໝືອນກັບຄື້ນທະເລຊັດສາດ. ບໍ່ມີໃຜສາມາດກັກຂັງພຣະອົງໄດ້ ແລະ ບໍ່ມີໃຜສາມາດຢັບຢັ້ງບາດກ້າວຂອງພຣະອົງໄດ້. ມີພຽງແຕ່ຄົນທີ່ຟັງພຣະທຳຂອງພຣະອົງຢ່າງໃກ້ຊິດ ແລະ ຜູ້ທີ່ສະແຫວງຫາ ແລະ ກະຫາຍຫາພຣະອົງເທົ່ານັ້ນ ທີ່ສາມາດຕິດຕາມບາດກ້າວຂອງພຣະອົງ ແລະ ຮັບເອົາພຣະສັນຍາຂອງພຣະອົງ. ຄົນທີ່ບໍ່ຍອມປະຕິບັດຕາມພຣະອົງ ກໍຈະປະສົບກັບໄພພິບັດທີ່ບໍ່ອາດຕ້ານທານໄດ້ ແລະ ຈະໄດ້ຮັບການລົງໂທດທີ່ເໝາະສົມທີ່ສຸດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 2: ພຣະເຈົ້າຊົງຄຸ້ມຄອງຢູ່ເໜືອຊະຕາກໍາຂອງມະນຸດຊາດທັງມວນ). “ພວກເຈົ້າຕ້ອງບໍ່ຫຼັບຫູຫຼັບຕາກ່າວຕໍານິພຣະທຳທີ່ພຣະເຈົ້າກ່າວ ຍ້ອນການປາກົດຂອງພຣະຄຣິດຕົວປອມໃນຍຸກສຸດທ້າຍ ແລະ ຕ້ອງບໍ່ເປັນຄົນທີ່ໝິ່ນປະໝາດພຣະວິນຍານບໍລິສຸດ ຍ້ອນພວກເຈົ້າຢ້ານກົນອຸບາຍ. ມັນຈະບໍ່ເປັນເລື່ອງທີ່ເປັນຕາເສຍດາຍຢ່າງຍິ່ງບໍ່? ຫຼັງຈາກການພິຈາລະນາ ຖ້າເຈົ້າຍັງເຊື່ອວ່າ ພຣະທຳເຫຼົ່ານີ້ບໍ່ແມ່ນຄວາມຈິງ, ບໍ່ມີທາງນັ້ນ ແລະ ບໍ່ແມ່ນການກ່າວຂອງພຣະເຈົ້າ ແລ້ວເຈົ້າຈະຖືກລົງໂທດໃນທີ່ສຸດ ແລະ ຈະບໍ່ໄດ້ຮັບພອນ. ຖ້າເຈົ້າບໍ່ສາມາດຍອມຮັບຄວາມຈິງດັ່ງກ່າວທີ່ໄດ້ກ່າວຢ່າງແຈ່ມແຈ້ງ ແລະ ຊັດເຈນ ແລ້ວເຈົ້າເໝາະສົມກັບຄວາມລອດພົ້ນຂອງພຣະເຈົ້າບໍ່? ເຈົ້າບໍ່ແມ່ນຄົນທີ່ໂຊກດີທີ່ໄດ້ກັບມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າບໍ? ຈົ່ງຄິດທົບທວນເບິ່ງ! ຢ່າຟ້າວໃຈຮ້ອນ, ຈົ່ງໄຕ່ຕອງໃຫ້ດີໆ ແລະ ຢ່າປະຕິບັດຄວາມເຊື່ອໃນພຣະເຈົ້າຄືກັບເກມ. ຈົ່ງຄິດເຫັນແກ່ຜົນປະໂຫຍດຂອງຈຸດໝາຍປາຍທາງຂອງເຈົ້າ, ເຫັນແກ່ຜົນປະໂຫຍດຂອງຄວາມຄາດຫວັງຂອງເຈົ້າ, ເຫັນແກ່ຜົນປະໂຫຍດຂອງຊີວິດຂອງເຈົ້າ ແລະ ຢ່າເຮັດລົ້ວກັບຕົນເອງ. ເຈົ້າສາມາດຍອມຮັບພຣະທຳເຫຼົ່ານີ້ບໍ່?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າແມ່ນໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ແກະຂອງພຣະເຈົ້າຟັງສຽງຂອງພຣະເຈົ້າ: ພວກເຮົາຄວນໄດ້ຍິນພຣະທຳຂອງພຣະເຈົ້າເມື່ອກວດສອບເສັ້ນທາງທີ່ແທ້ຈິງ

ໂດຍ ສູຊິງ, ປະເທດຈີນ ໂລກລະບາດໄດ້ແຜ່ລະບາດຢ່າງຕໍ່ເນື່ອງໃນຫຼາຍເດືອນທີ່ຜ່ານມາ ແລະ ຈຳນວນກໍລະນີ ແລະ ການຕາຍທີ່ໄດ້ຮັບການຢືນຢັນກໍມີຈຳນວນເພີ່ມຂຶ້ນສູງ....

ຄຳທຳນາຍເຖິງເວລາສຸດທ້າຍໄດ້ຖືກບັນລຸແລ້ວ: ວິທີການຕ້ອນຮັບເອົາການມາເຖິງຄັ້ງທີສອງຂອງພຣະຜູ້ເປັນເຈົ້າ

ໂດຍ ແອນຢວນ, ປະເທດຟິລິບປິນ ສອງພັນປີກ່ອນ, ຜູ້ຕິດຕາມຂອງພຣະຜູ້ເປັນເຈົ້າຖາມພຣະເຢຊູວ່າ “ແມ່ນຫຍັງຈະເປັນໝາຍສຳຄັນຂອງການມາຂອງພຣະອົງ ແລະ...

ໄພພິບັດເປັນປະຈຳ, ວິທີທີ່ຈະເປັນຍິງສາວບໍລິສຸດທີ່ສະຫຼາດໃນການຮັບເອົາພຣະຜູ້ເປັນເຈົ້າ

ພຣະເຢຊູເຈົ້າກ່າວວ່າ: “ເຈົ້າຈະໄດ້ຍິນກ່າວກັບສົງຄາມ ແລະ ຂ່າວເລົ່າລືກ່ຽວກັບສົງຄາມ, ພວກເຈົ້າຕ້ອງບໍ່ວຸ້ນວາຍ ຍ້ອນທຸກສິ່ງເຫຼົ່ານີ້ຕ້ອງເກີດຂຶ້ນ...

Leave a Reply