ການໄຂຄວາມລຶກລັບທີ່ຢູ່ເບື້ອງຫຼັງພຣະທຳມັດທາຍ 24:36: “ແຕ່ສຳລັບເລື່ອງຂອງວັນ ແລະ ເວລານັ້ນ ບໍ່ມີມະນຸດຄົນໃດຮູ້”

25 ເດືອນທັນວາ 2021

ໂດຍ ຊິນເຈຍ

ດວງເດືອນສີເລືອດສີ່ດວງໄດ້ປາກົດຂຶ້ນ ແລະ ໄພພິບັດ ເຊັ່ນ ແຜ່ນດິນໄຫວ, ໄພອຶດຢາກ ແລະ ໂຣກລະບາດເກີດຂຶ້ນເປັນປະຈຳຢູ່ເລື້ອຍໆ. ຄຳທຳນາຍເຖິງການກັບຄືນມາຂອງພຣະຜູ້ເປັນເຈົ້າໄດ້ຖືກບັນລຸໂດຍພື້ນຖານແລ້ວ ແລະ ບາງຄົນໄດ້ເປັນພະຍານໃນອອນລາຍຢ່າງເປີດເຜີຍວ່າພຣະອົງໄດ້ມາເຖິງແລ້ວ. ອ້າຍເອື້ອຍນ້ອງບາງຄົນສັບສົນ, ຍ້ອນມັນຖືກຂຽນໄວ້ໃນພຣະຄຳພີຢ່າງຊັດເຈນວ່າ: “ແຕ່ສຳລັບເລື່ອງຂອງວັນ ແລະ ເວລານັ້ນ ບໍ່ມີມະນຸດຄົນໃດຮູ້, ແມ່ນແຕ່ທູດສະຫວັນທີ່ຢູ່ໃນສະຫວັນ ຫຼື ພຣະບຸດກໍບໍ່ຮູ້ ມີແຕ່ພຣະບິດາຂອງເຮົາຜູ້ດຽວ(ມັດທາຍ 24:36). ພວກເຂົາຮູ້ໄດ້ແນວໃດວ່າພຣະຜູ້ເປັນເຈົ້າໄດ້ກັບຄືນມາແລ້ວ? ພຣະອົງໄດ້ກັບມາແລ້ວແທ້ໆບໍ? ພວກເຮົາຄວນເຮັດຫຍັງເພື່ອທີ່ຈະສາມາດຕ້ອນຮັບພຣະອົງໄດ້? ໃຫ້ພວກເຮົາສົນທະນາຮ່ວມກັນກ່ຽວກັບຄຳຖາມນີ້.

“ແຕ່ສຳລັບເລື່ອງຂອງວັນ ແລະ ເວລານັ້ນ ບໍ່ມີມະນຸດຄົນໃດຮູ້”, ນີ້ໝາຍຄວາມວ່າຫຍັງ?

ອ້າຍເອື້ອຍນ້ອງບາງຄົນເຊື່ອວ່າ ອີງຕາມພຣະຄຳພີຂໍ້ນີ້ “ແຕ່ສຳລັບເລື່ອງຂອງວັນ ແລະ ເວລານັ້ນ ບໍ່ມີມະນຸດຄົນໃດຮູ້”, ເມື່ອພຣະຜູ້ເປັນເຈົ້າກັບຄືນມາແມ່ນຈະບໍ່ມີຜູ້ໃດຮູ້. ນີ້ຄືເຫດຜົນທີ່ບໍ່ມີຜູ້ໃດໃນພວກເຂົາທີ່ໃຫ້ການຍອມຮັບ ຫຼື ການພິຈາລະນາແກ່ຂໍ້ອ້າງຕ່າງໆຈາກຜູ້ຄົນທີ່ເຜີຍແຜ່ຂ່າວຂອງການກັບຄືນມາຂອງພຣະຜູ້ເປັນເຈົ້າ. ນີ້ແມ່ນຄວາມເຂົ້າໃຈທີ່ຖືກຕ້ອງແທ້ໆ ຫຼື ບໍ່? ມັນສອດຄ່ອງກັບຄວາມປະສົງຂອງພຣະຜູ້ເປັນເຈົ້າບໍ? ພຣະເຢຊູເຈົ້າເຄີຍທຳນາຍໄວ້ຄັ້ງໜຶ່ງວ່າ “ແລ້ວໃນເວລາທ່ຽງຄືນ ກໍມີສຽງຮ້ອງມາວ່າ, ເບິ່ງແມ, ເຈົ້າບ່າວມາແລ້ວ ເຈົ້າຈົ່ງອອກໄປພົບກັບເພິ່ນ(ມັດທາຍ 25:6). “ເບິ່ງແມ, ເຮົາຢືນ ແລະ ເຄາະຢູ່ທີ່ປະຕູ: ຖ້າຄົນໃດໄດ້ຍິນສຽງຂອງເຮົາ ແລະ ໄຂປະຕູໃຫ້ເຮົາ, ເຮົາຈະເຂົ້າໄປຫາຄົນນັ້ນ ແລະ ເຮົາຈະກິນອາຫານຮ່ວມກັບຄົນນັ້ນ ແລະ ຄົນນັ້ນຈະກິນອາຫານຮ່ວມກັບເຮົາ(ພຣະນິມິດ 3:20). ພວກເຮົາສາມາດເຫັນໄດ້ຈາກຂໍ້ຄວາມພຣະຄຳພີເຫຼົ່ານີ້ວ່າ ຫຼັງຈາກທີ່ພຣະຜູ້ເປັນເຈົ້າໄດ້ກັບຄືນມາໃນຍຸກສຸດທ້າຍ, ພຣະອົງຈະເຄາະທີ່ປະຕູຂອງພວກເຮົາດ້ວຍພຣະທຳຂອງພຣະອົງ ແລະ ເຖິງກັບຈະໃຫ້ພວກເຮົາອອກມາ ແລະ ທັກທາຍພຣະອົງຜ່ານທາງການຮ້ອງຂຶ້ນຂອງມະນຸດວ່າ “ເຈົ້າບ່າວໄດ້ມາແລ້ວ”. ຍ້ອນມີຜູ້ຄົນທີ່ຮ້ອງເອີ້ນພວກເຮົາກ່ຽວກັບຂ່າວແຫ່ງການກັບຄືນມາຂອງພຣະຜູ້ເປັນເຈົ້າ, ສິ່ງນີ້ສະແດງວ່າເມື່ອພຣະອົງໄດ້ກັບມາ, ພຣະອົງຈະປ່ອຍໃຫ້ຜູ້ຄົນຮູ້ຢ່າງແນ່ນອນ. ຊັດເຈນ, ການເຂົ້າໃຈ “ແຕ່ສຳລັບເລື່ອງຂອງວັນ ແລະ ເວລານັ້ນ ບໍ່ມີມະນຸດຄົນໃດຮູ້” ໃນຂະນະທີ່ບໍ່ມີຜູ້ໃດຮຽນຮູ້ເຖິງການມາເຖິງຂອງພຣະຜູ້ເປັນເຈົ້າຫຼັງຈາກທີ່ເຫດການນັ້ນເກີດຂຶ້ນເປັນສິ່ງທີ່ຜິດພາດແທ້ໆ.

ແລ້ວພວກເຮົາຄວນຕີຄວາມໝາຍຂອງພຣະຄຳພີຂໍ້ນີ້ວ່າແນວໃດແທ້ໆ? ພວກເຮົາຄວນເຊື່ອມໂຍງສອງຂໍ້ນີ້ໃສ່ກັນ: “ບັດນີ້ຈົ່ງຮຽນຮູ້ຄຳອຸປະມາເລື່ອງຕົ້ນເດື່ອ; ເມື່ອກິ່ງງາຂອງມັນຍັງອ່ອນ ແລະ ປົ່ງໃບ, ເຈົ້າກໍຮູ້ວ່າລະດູແລ້ງໃກ້ມາເຖິງແລ້ວ: ສະນັ້ນ ໃນທຳນອງດຽວກັນ ເມື່ອເຈົ້າຈະເຫັນທຸກສິ່ງເຫຼົ່ານີ້, ເຈົ້າກໍຈະຮູ້ວ່າມັນໃກ້ມາເຖິງແລ້ວ, ເຖິງກັບຈະຢູ່ທີ່ປະຕູ. ເຮົາເວົ້າຕໍ່ເຈົ້າຢ່າງແທ້ຈິງ ຮຸ່ນນີ້ຈະບໍ່ຜ່ານໄປ, ຈົນທຸກສິ່ງເຫຼົ່ານີ້ຈະຖືກເຮັດໃຫ້ສຳເລັດ. ສະຫວັນ ແລະ ແຜ່ນດິນໂລກຈະຕາຍໄປ, ແຕ່ພຣະທຳຂອງເຮົາຈະບໍ່ຕາຍໄປ. ແຕ່ສຳລັບເລື່ອງຂອງວັນ ແລະ ເວລານັ້ນ ບໍ່ມີມະນຸດຄົນໃດຮູ້, ແມ່ນແຕ່ທູດສະຫວັນທີ່ຢູ່ໃນສະຫວັນ ຫຼື ພຣະບຸດກໍບໍ່ຮູ້ ມີແຕ່ພຣະບິດາຂອງເຮົາຜູ້ດຽວ(ມັດທາຍ 24:36). “ສະນັ້ນ ພວກເຈົ້າຈົ່ງກຽມພ້ອມສະເໝີ ຍ້ອນບຸດມະນຸດຈະມາໃນເວລາທີ່ທ່ານຄິດບໍ່ເຖິງ(ມັດທາຍ 24:44). ແລະ ພຣະນິມິດ 3:3 ກ່າວວ່າ “ສະນັ້ນ ຖ້າເຈົ້າບໍ່ເຝົ້າລະວັງ, ເຮົາຈະມາຫາເຈົ້າດັ່ງຂີ້ລັກ ແລະ ເຈົ້າບໍ່ຮູ້ວ່າເຮົາຈະມາຫາເຈົ້າໃນຊົ່ວໂມງໃດ”. ຂໍ້ຄວາມເຫຼົ່ານີ້ໃຊ້ລາງບອກເຫດເຖິງການກັບຄືນມາຂອງພຣະຜູ້ເປັນເຈົ້າເພື່ອບອກພວກເຮົາ. ພວກມັນກ່າວເຖິງ “ບຸດມະນຸດໄດ້ມາ” ແລະ “ດັ່ງຂີ້ລັກ”. “ບຸດມະນຸດ” ໝາຍເຖິງພຣະເຈົ້າທີ່ບັງເກີດເປັນມະນຸດຢ່າງແນ່ນອນ; ຮ່າງກາຍຝ່າຍວິນຍານບໍ່ສາມາດຖືກເອີ້ນໄດ້ວ່າບຸດມະນຸດ. ມີພຽງແຕ່ຜູ້ໃດຜູ້ໜຶ່ງເຊັ່ນພຣະເຢຊູເຈົ້າ, ພຣະວິນຍານຂອງພຣະເຈົ້າທີ່ປົກຄຸມໃນເນື້ອໜັງເທົ່ານັ້ນ ທີ່ໄດ້ມາທ່າມກາງມະນຸດເພື່ອປະຕິບັດພາລະກິດຕົວຈິງແທ້ໆ, ທີ່ມີຄວາມເປັນມະນຸດທີ່ທຳມະດາ, ຈຶ່ງສາມາດຖືກເອີ້ນວ່າບຸດມະນຸດໄດ້. “ດັ່ງຂີ້ລັກ” ໝາຍເຖິງການມາຢ່າງລຶກລັບ ແລະ ຢ່າງລັບໆ. ຈາກສິ່ງນີ້ ມັນກໍແຈ່ມແຈ້ງແລ້ວ່າການກັບຄືນມາຂອງພຣະຜູ້ເປັນເຈົ້າປະກອບມີການລົງມາໃນເນື້ອໜັງຢ່າງລັບໆດັ່ງບຸດມະນຸດ. ເນື່ອງຈາກພຣະອົງໄດ້ລົງມາຢ່າງລັບໆ, ພວກເຮົາຈະບໍ່ຮັບຮູ້ພຣະອົງຢ່າງງ່າຍດາຍ, ຍ້ອນມື້ ແລະ ຊົ່ວໂມງທີ່ພຣະເຈົ້າປາກົດດັ່ງມະນຸດທີ່ເປັນເນື້ອໜັງແມ່ນບໍ່ເປັນທີ່ຮູ້ຈັກຕໍ່ທຸກຄົນ. ນັ້ນກໍຄື “ແຕ່ສຳລັບເລື່ອງຂອງວັນ ແລະ ເວລານັ້ນ ບໍ່ມີມະນຸດຄົນໃດຮູ້” ໝາຍຄວາມວ່າ ບໍ່ມີຜູ້ໃດຮູ້ຈັກເວລາທີ່ແນ່ນອນຂອງການກັບຄືນມາຂອງພຣະຜູ້ເປັນເຈົ້າ. ເຖິງຢ່າງໃດກໍຕາມ ຫຼັງຈາກທີ່ພຣະອົງໄດ້ມາເພື່ອກ່າວ ແລະ ປະຕິບັດພາລະກິດ, ມັນຍັງຈະມີບາງຄົນທີ່ຮູ້ມັນຢ່າງແນ່ນອນ ແລະ ຕອນນີ້ແມ່ນເວລາທີ່ພວກເຮົາຄວນຕື່ນ. ເມື່ອພວກເຮົາໄດ້ຍິນຜູ້ຄົນເຜີຍແຜ່ຂ່າວປະເສີດແຫ່ງການກັບຄືນມາຂອງພຣະຜູ້ເປັນເຈົ້າ, ພວກເຮົາຄວນສະແຫວງຫາ ແລະ ສືບຄົ້ນ; ມີພຽງແຕ່ເມື່ອນັ້ນ ພວກເຮົາຈຶ່ງຕ້ອນຮັບພຣະຜູ້ເປັນເຈົ້າ ແລະ ຮັບປະທານອາຫານກັບພຣະອົງ. ເຖິງຢ່າງໃດກໍຕາມ, ໃນຕອນນີ້ ບໍ່ພຽງວ່າພວກເຮົາບໍ່ໄດ້ຕື່ນ ແຕ່ພວກເຮົາບໍ່ໄດ້ໄປສະແຫວງຫາ ຫຼື ສືບຄົ້ນເມື່ອພວກເຮົາໄດ້ຍິນຄົນອື່ນເຜີຍແຜ່ຂ່າວແຫ່ງການກັບຄືນມາຂອງພຣະຜູ້ເປັນເຈົ້າ. ເມື່ອເປັນດັ່ງນັ້ນ, ພວກເຮົາບໍ່ໄດ້ເຂົ້າໃຈຄວາມປະສົງຂອງພຣະຜູ້ເປັນເຈົ້າຢ່າງຜິດໆ? ໃຫ້ພວກເຮົາອ່ານຂໍ້ຄວາມຈາກສອງສາມຂໍ້ຈາກພຣະທຳຂອງພຣະເຈົ້າ ແລະ ພວກເຮົາຈະໄດ້ຮັບຄວາມເຂົ້າໃຈກ່ຽວກັບຂໍ້ພຣະຄຳພີເຫຼົ່ານີ້.

ພຣະຜູ້ເປັນເຈົ້າອົງຊົງລິດທາສູງສຸດໄດ້ກ່າວວ່າ: “ໃນເວລາຮຸ່ງເຊົ້າ, ພຣະເຈົ້າໄດ້ມາເທິງແຜ່ນດິນໂລກ ແລະ ເລີ່ມຕົ້ນຊີວິດຂອງພຣະອົງໃນເນື້ອໜັງ ໂດຍມະນຸດຊາດຈຳນວນຫຼວງຫຼາຍບໍ່ຮູ້ຕົວ. ຜູ້ຄົນບໍ່ຮູ້ການມາເຖິງຂອງຊ່ວງເວລານີ້. ບາງເທື່ອ ພວກເຂົາທຸກຄົນນອນຫຼັບສະນິດ; ບາງເທື່ອ ຫຼາຍຄົນທີ່ຍັງຕື່ນຕົວເຝົ້າລະວັງກໍກໍາລັງຖ້າຢູ່ ແລະ ບາງເທື່ອ ຫຼາຍຄົນກຳລັງອະທິຖານຢ່າງງຽບໆຫາພຣະເຈົ້າທີ່ຢູ່ໃນສະຫວັນ. ເຖິງຢ່າງໃດກໍຕາມ ທ່າມກາງຫຼາຍຄົນເຫຼົ່ານີ້ ບໍ່ມີແມ່ນແຕ່ຄົນດຽວ ທີ່ຮູ້ຈັກວ່າພຣະເຈົ້າໄດ້ມາເຖິງແຜ່ນດິນໂລກແລ້ວ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດ ແລະ ທາງເຂົ້າ (4)). “ໃນຕອນທຳອິດ ເມື່ອພຣະເຢຊູຍັງບໍ່ໄດ້ປະຕິບັດພັນທະກິດຂອງພຣະອົງຢ່າງເປັນທາງການ, ຄືກັບສາວົກທີ່ຕິດຕາມພຣະອົງ, ບາງເທື່ອ ພຣະອົງກໍເຂົ້າຮ່ວມການຊຸມນຸມເຊັ່ນກັນ ແລະ ຮ້ອງເພງນະມັດສະການ, ສັນລະເສີນ ແລະ ອ່ານພຣະສັນຍາເດີມໃນພຣະວິຫານ. ຫຼັງຈາກທີ່ພຣະອົງໄດ້ຮັບບັບຕິດສະມາ ແລະ ຂຶ້ນຈາກນໍ້າ, ພຣະວິນຍານກໍລົງມາເທິງພຣະອົງຢ່າງເປັນທາງການ ແລະ ເລີ່ມຕົ້ນປະຕິບັດພາລະກິດ, ເປີດເຜີຍຕົວຕົນຂອງພຣະອົງ ແລະ ພັນທະກິດທີ່ພຣະອົງຕ້ອງໄດ້ຮັບ. ກ່ອນໜ້ານີ້, ບໍ່ມີໃຜຮູ້ກ່ຽວກັບຕົວຕົນຂອງພຣະອົງ ແລະ ນອກຈາກມາຣິອາແລ້ວ ແມ່ນແຕ່ໂຢຮັນກໍຍັງບໍ່ຮູ້. ພຣະເຢຊູອາຍຸ 29 ປີ ເມື່ອພຣະອົງຮັບບັບຕິດສະມາ. ຫຼັງຈາກການຮັບບັບຕິດສະມາຂອງພຣະອົງສຳເລັດລົງ, ສະຫວັນກໍເປີດອອກ ແລະ ມີສຽງເວົ້າອອກມາວ່າ: ‘ນີ້ຄືບຸດຊາຍອັນເປັນທີ່ຮັກຂອງເຮົາ ທີ່ເຮົາເພິ່ງພໍໃຈທີ່ສຸດ’. ຫຼັງຈາກທີ່ພຣະເຢຊູໄດ້ຮັບບັບຕິດສະມາ, ພຣະວິນຍານບໍລິສຸດກໍເລີ່ມເປັນພະຍານໃຫ້ກັບພຣະອົງໃນລັກສະນະນີ້. ກ່ອນການຮັບບັບຕິດສະມາຕອນອາຍຸ 29 ປີ, ພຣະອົງດຳລົງຊີວິດແບບຄົນປົກກະຕິ, ກິນເມື່ອພຣະອົງຄວນກິນ, ນອນ ແລະ ນຸ່ງເຄື່ອງປົກກະຕິ ແລະ ບໍ່ມີຫຍັງກ່ຽວກັບພຣະອົງທີ່ແຕກຕ່າງຈາກຄົນອື່ນ, ແຕ່ວ່າ ແນ່ນອນ ສິ່ງນີ້ແມ່ນຢູ່ໃນສາຍຕາທາງເນື້ອໜັງຂອງມະນຸດເທົ່ານັ້ນ... ພຣະຄຳພີບໍ່ໄດ້ບັນທຶກເຖິງສິ່ງທີ່ພຣະອົງເຮັດກ່ອນທີ່ພຣະອົງຈະໄດ້ຮັບບັບຕິດສະມາ ເພາະພຣະອົງບໍ່ໄດ້ປະຕິບັດພາລະກິດນີ້ກ່ອນທີ່ພຣະອົງໄດ້ຮັບບັບຕິດສະມາ. ພຣະອົງເປັນພຽງມະນຸດປົກກະຕິ ແລະ ເປັນຕົວແທນໃຫ້ກັບມະນຸດປົກກະຕິ; ກ່ອນທີ່ພຣະເຢຊູເລີ່ມປະຕິບັດພັນທະກິດຂອງພຣະອົງ, ພຣະອົງກໍບໍ່ໄດ້ແຕກຕ່າງຈາກຄົນປົກກະຕິ ແລະ ຜູ້ຄົນກໍບໍ່ສາມາດເຫັນຄວາມແຕກຕ່າງທີ່ຢູ່ໃນພຣະອົງ. ພຽງແຕ່ຫຼັງຈາກທີ່ພຣະອົງຮອດອາຍຸ 29 ປີ, ພຣະເຢຊູຈຶ່ງຮູ້ວ່າພຣະອົງໄດ້ມາເພື່ອເຮັດໃຫ້ຂັ້ນຕອນແຫ່ງພາລະກິດຂອງພຣະເຈົ້າສຳເລັດລົງ; ເມື່ອກ່ອນ, ພຣະອົງເອງກໍບໍ່ຮູ້ສິ່ງນີ້ ຍ້ອນພາລະກິດທີ່ພຣະເຈົ້າປະຕິບັດແມ່ນບໍ່ໄດ້ຢູ່ເໜືອທຳມະຊາດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວ່າດ້ວຍເລື່ອງຕໍາແໜ່ງ ແລະ ຕົວຕົນ).

ພວກເຮົາໄດ້ເຫັນຈາກພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດວ່າ ບໍ່ມີຜູ້ໃດຮູ້ຈັກເວລາທີ່ພຣະເຈົ້າລົງມາເທິງແຜ່ນດິນໂລກດັ່ງເນື້ອໜັງທີ່ບັງເກີດເປັນມະນຸດ; ແມ່ນແຕ່ບຸດມະນຸດກໍບໍ່ຮູ້. ມີພຽງແຕ່ພຣະວິນຍານຂອງພຣະເຈົ້າທີ່ຮູ້ສິ່ງນີ້. ເຖິງຢ່າງໃດກໍຕາມ, ເມື່ອພຣະເຈົ້າເລີ່ມຕົ້ນປະຕິບັດພາລະກິດຂອງພຣະອົງ, ພຣະວິນຍານບໍລິສຸດກໍເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ຫຼັງຈາກນັ້ນກໍໃຊ້ຜູ້ຕິດຕາມຂອງພຣະເຈົ້າເພື່ອເຜີຍແຜ່ຂ່າວປະເສີດ; ແລ້ວຜູ້ຄົນກໍຮຽນຮູ້ກ່ຽວກັບມັນເທື່ອລະໜ້ອຍ. ມັນເປັນພຽງແຕ່ໃນຕອນເລີ່ມຕົ້ນ, ພຣະເຈົ້າເຢໂຮວາໄດ້ໃຊ້ຜູ້ປະກາດພຣະທຳເພື່ອທຳນາຍເຖິງການມາຂອງພຣະເມຊີອາ, ແຕ່ສຳລັບເວລາ ຫຼື ສະຖານທີ່ໆພຣະເມຊີອາຈະມາເຖິງນັ້ນ, ມີແຕ່ພຣະເຈົ້າເຢໂຮວາທີ່ຮູ້. ເມື່ອພຣະເຢຊູເຈົ້າໄດ້ກັບຄືນມາໃນເນື້ອໜັງເພື່ອປະຕິບັດພາລະກິດ, ແມ່ນແຕ່ພຣະອົງເອງກໍບໍ່ຮູ້ຈັກໃນຕອນທຳອິດວ່າພຣະອົງເປັນພຣະເມຊີອາ, ວ່າພຣະອົງໄດ້ມາເພື່ອປະຕິບັດພາລະກິດແຫ່ງການໄຖ່ບາບ. ພຣະອົງດຳລົງຊີວິດທີ່ປົກກະຕິຄືກັບມະນຸດທີ່ທຳມະດາ. ຄົນອື່ນບໍ່ຮູ້ຈັກວ່າພຣະເຢຊູເຈົ້າເປັນພຣະຄຣິດ, ເປັນພຣະເຈົ້າທີ່ບັງເກີດເປັນມະນຸດເອງເຊັ່ນກັນ. ຫຼັງຈາກທີ່ພຣະເຢຊູເຈົ້າໄດ້ຮັບບັບຕິດສະມາ, ພຣະວິນຍານບໍລິສຸດກໍເລີ່ມເປັນພະຍານໃຫ້ແກ່ພຣະອົງ ແລະ ພຣະເຢຊູເຈົ້າກໍເລີ່ມຕົ້ນສະແດງຫົນທາງສຳລັບການກັບໃຈຂອງມະນຸດ, ສະແດງສັນຍານ ແລະ ສິ່ງອັດສະຈັນຂອງພຣະເຈົ້າ ແລະ ຮັກສາຄົນເຈັບປ່ວຍ ແລະ ຂັບໄລ່ຜີຮ້າຍ. ບາງຄົນກໍເລີ່ມມາຮູ້ຈັກວ່າພຣະເຢຊູເຈົ້າເປັນພຣະເມຊີອາເທື່ອລະໜ້ອຍ. ຄົນທີ່ຍອມຮັບພາລະກິດແຫ່ງການໄຖ່ບາບຂອງພຣະເຢຊູເຈົ້າເປັນຄັ້ງທຳອິດ ເຊັ່ນ ເປໂຕ ແລະ ໂຢຮັນ ກໍເລີ່ມຕົ້ນທ່ອງທ່ຽວໄປທົ່ວ, ເຜີຍແຜ່ຂ່າວປະເສີດຂອງພຣະຜູ້ເປັນເຈົ້າ. ສະນັ້ນ ຄວາມລອດພົ້ນຂອງພຣະຜູ້ເປັນເຈົ້າຈຶ່ງເປັນທີ່ຮູ້ຈັກແກ່ຫຼາຍຄົນຂຶ້ນອີກ ແລະ ສິ່ງນີ້ກໍໄດ້ສົ່ງຕໍ່ຜ່ານຍຸກຕ່າງໆຈົນເຖິງປັດຈຸບັນ. ບັດນີ້ແມ່ນມີຜູ້ເຊື່ອໃນທຸກສ່ວນຂອງແຜ່ນດິນໂລກ.

ພຣະເຢຊູເຈົ້າຍັງໄດ້ມອບຄຳທຳນາຍເຫຼົ່ານີ້ສຳລັບຍຸກສຸດທ້າຍ: “ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ ເພາະພຣະອົງຈະບໍ່ກ່າວເຖິງເລື່ອງພຣະອົງ ແຕ່ ຈະກ່າວໃນສິ່ງທີ່ພຣະອົງໄດ້ຍິນ ແລະ ສະແດງໃຫ້ພວກເຈົ້າເຫັນສິ່ງທີ່ຈະເກີດຂຶ້ນ(ໂຢຮັນ 16:12-13). “ຜູ້ທີ່ປະຕິເສດເຮົາ ແລະ ບໍ່ຮັບເອົາພຣະທໍາຂອງເຮົາ ກໍຈະມີສິ່ງທີ່ຕັດສິນພວກເຂົາ, ພຣະທໍາທີ່ເຮົາໄດ້ກ່າວກໍຈະຕັດສິນພວກເຂົາໃນວັນສຸດທ້າຍເຊັ່ນກັນ(ໂຢຮັນ 12:48). ແລະ ພຣະຄຳພີກໍບັນທຶກວ່າ: “ຂໍໃຫ້ສິ່ງເຫຼົ່ານັ້ນສັກສິດຜ່ານທາງຄວາມຈິງຂອງພຣະອົງ: ພຣະທຳຂອງພຣະອົງຄືຄວາມຈິງ(ໂຢຮັນ 17:17). “ເຖິງເວລາທີ່ການຄໍາພິພາກສາເລີ້ມຕົ້ນທີ່ຄົວເຮືອນຂອງພຣະເຈົ້າ(1 ເປໂຕ 4:17). ເມື່ອພຣະຜູ້ເປັນເຈົ້າກັບຄືນມາ, ພຣະອົງກໍສະແດງຄວາມຈິງທີ່ມີຈຳນວນຫຼາຍກວ່າ ແລະ ສູງສົ່ງກວ່າຄວາມຈິງໃນຍຸກແຫ່ງພຣະຄຸນ, ຕາມວຸດທິພາວະຂອງພວກເຮົາ. ພຣະອົງພິພາກສາ ແລະ ຊໍາລະລ້າງພວກເຮົາດ້ວຍພຣະທຳຂອງພຣະອົງ ເພື່ອວ່າພວກເຮົາອາດເປັນອິດສະຫຼະຈາກພັນທະນາການແຫ່ງຄວາມຜິດບາບ ແລະ ດ້ວຍເຫດນັ້ນກໍຖືກຊໍາລະໃຫ້ບໍລິສຸດ ແລະ ປ່ຽນແປງໃໝ່. ແລ້ວເມື່ອພຣະຜູ້ເປັນເຈົ້າກັບຄືນມາໃນຍຸກສຸດທ້າຍເພື່ອປາກົດ ແລະ ປະຕິບັດພາລະກິດ, ແນ່ນອນ ມີບາງຄົນທີ່ໄດ້ຍິນສຽງຂອງພຣະເຈົ້າ ແລະ ຍອມຮັບພາລະກິດຂອງພຣະອົງ ແລະ ຫຼັງຈາກນັ້ນກໍທ່ອງທ່ຽວໄປທຸກສີ່ມຸມໂລກເພື່ອເຜີຍແຜ່ຂ່າວດີແຫ່ງການກັບຄືນມາຂອງພຣະຜູ້ເປັນເຈົ້າ. ນີ້ກໍເຊັ່ນດຽວກັບເວລາທີ່ພວກເຮົາໄດ້ຮັບເອົາຄວາມເຊື່ອໃນພຣະຜູ້ເປັນເຈົ້າເປັນຄັ້ງທຳອິດ; ພວກເຮົາພຽງແຕ່ຍອມຮັບມັນຫຼັງຈາກທີ່ໄດ້ຍິນຄົນອື່ນເຜີຍແຜ່ຂ່າວປະເສີດຂອງພຣະເຢຊູເຈົ້າ. ດັ່ງທີ່ມັນຖືກຂຽນໄວ້ໃນພຣະຄຳພີວ່າ “ແລ້ວດ້ວຍເຫດນັ້ນ ຄວາມເຊື່ອກໍມາຈາກການໄດ້ຍິນ ແລະ ການໄດ້ຍິນໂດຍພຣະທຳຂອງພຣະເຈົ້າ” (ໂຣມ 10:17).

ສະນັ້ນ ເມື່ອພວກເຮົາໄດ້ຍິນຂ່າວແຫ່ງການກັບຄືນມາຂອງພຣະຜູ້ເປັນເຈົ້າ, ພວກເຮົາກໍຕ້ອງບໍ່ປະຕິເສດມັນຢ່າງລັບຫູລັບຕາແທ້ໆ; ພວກເຮົາຄວນສະແຫວງຫາດ້ວຍຄວາມຄິດທີ່ເປີດອອກ, ຖາມຄົນທີ່ເຜີຍແຜ່ຂ່າວປະເສີດວ່າພຣະຜູ້ເປັນເຈົ້າໄດ້ປະຕິບັດພາລະກິດຫຍັງຕັ້ງແຕ່ທີ່ກັບຄືນມາ ແລະ ພຣະອົງໄດ້ກ່າວພຣະທຳຫຍັງ. ຖ້າຄຳພະຍານຂອງພວກເຮົາສອດຄ່ອງກັບຄຳທຳນາຍຂອງພຣະຜູ້ເປັນເຈົ້າ, ແລ້ວນີ້ກໍຄືເຄື່ອງພິສູດວ່າພຣະອົງໄດ້ກັບຄືນມາເພື່ອປາກົດ ແລະ ປະຕິບັດພາລະກິດຢ່າງແທ້ຈິງ ແລະ ໂດຍການຍອມຮັບ ແລະ ຈຳນົນ, ພວກເຮົາຈະຕ້ອນຮັບເອົາພຣະຜູ້ເປັນເຈົ້າ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ຍ້ອນພວກເຮົາກຳລັງຊອກຫາຮອຍພຣະບາດຂອງພຣະເຈົ້າ, ມັນໄດ້ເຮັດໃຫ້ພວກເຮົາຈຳເປັນທີ່ຈະຊອກຫາຄວາມປະສົງຂອງພຣະເຈົ້າ, ຫາພຣະທຳຂອງພຣະເຈົ້າ, ຫາຖ້ອຍຄຳຂອງພຣະອົງ, ຍ້ອນວ່າ ບ່ອນໃດກໍຕາມທີ່ພຣະເຈົ້າກ່າວພຣະທຳໃໝ່, ສຽງຂອງພຣະເຈົ້າກໍຢູ່ທີ່ນັ້ນ ແລະ ບ່ອນໃດກໍຕາມທີ່ມີບາດກ້າວຂອງພຣະເຈົ້າ, ການກະທຳຂອງພຣະເຈົ້າກໍຢູ່ທີ່ນັ້ນ. ບ່ອນໃດກໍຕາມທີ່ມີການສຳແດງຂອງພຣະເຈົ້າ, ພຣະເຈົ້າກໍຈະປາກົດຕົວໃນທີ່ນັ້ນ ແລະ ບ່ອນໃດກໍຕາມທີ່ພຣະເຈົ້າປາກົດຕົວ, ຄວາມຈິງ, ຫົນທາງ ແລະ ຊີວິດກໍຈະມີຢູ່ໃນທີ່ນັ້ນ. ໃນການສະແຫວງຫາຮອຍພຣະບາດຂອງພຣະເຈົ້າ, ພວກເຈົ້າໄດ້ເບິ່ງຂ້າມພຣະທຳທີ່ວ່າ “ພຣະເຈົ້າເປັນຄວາມຈິງ, ຫົນທາງ ແລະ ຊີວິດ”. ດ້ວຍເຫດນັ້ນ ເຖິງແມ່ນພວກເຂົາໄດ້ຮັບເອົາຄວາມຈິງ ຫຼາຍຄົນກໍບໍ່ເຊື່ອວ່າ ພວກເຂົາໄດ້ຄົ້ນພົບຮອຍພຣະບາດຂອງພຣະເຈົ້າ ແລ້ວແຮງໄກທີ່ພວກເຂົາຈະຮັບຮູ້ເຖິງການປາກົດຕົວຂອງພຣະເຈົ້າ. ມັນຊ່າງເປັນຄວາມຜິດພາດທີ່ຮ້າຍແຮງຫຼາຍ!(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 1: ການປາກົດຕົວຂອງພຣະເຈົ້າໄດ້ນໍາພາໄປສູ່ຍຸກໃໝ່).

ທົ່ວທັງແຜ່ນດິນໂລກທັງປວງ, ມີພຽງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ເປັນພະຍານຢ່າງເປີດເຜີຍວ່າ ພຣະຜູ້ເປັນເຈົ້າໄດ້ກັບຄືນມາແລ້ວ ນັ້ນກໍຄື ພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ ແມ່ນໄດ້ສະແດງຄວາມຈິງຫຼາຍຢ່າງ ແລະ ໄດ້ປະຕິບັດພາລະກິດແຫ່ງການພິພາກສາ ແລະ ຊໍາລະລ້າງຜູ້ຄົນໃຫ້ສະອາດ. ພຣະຄຳສ່ວນໃຫຍ່ຂອງພຣະເຈົ້າອົງຊົງລິດທານຸພາບສຸງສຸດໄດ້ຖືກບັນທຶກໄວ້ໃນໜັງສຶພຣະທໍາປາກົດໃນຮ່າງກາຍ. ພຣະທຳຂອງພຣະເຈົ້າໄດ້ຊີ້ແຈງທຸກລັກສະນະຂອງຄວາມຈິງ. ພວກມັນເວົ້າຢ່າງແຈ່ມແຈ້ງຫຼາຍເຖິງຄວາມລຶກລັບແຫ່ງການບັງເກີດເປັນມະນຸດຂອງພຣະເຈົ້າ, ຄວາມຈິງພາຍໃນຂອງພຣະຄຳພີ, ຈຸດປະສົງແຫ່ງແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າສຳລັບມະນຸດຊາດ, ຄວາມແຕກຕ່າງລະຫວ່າງພາລະກິດຂອງພຣະອົງ ແລະ ພາລະກິດຂອງມະນຸດ ພ້ອມທັງວິທີທີ່ພຣະເຈົ້າພິພາກສາ ແລະ ຊໍາລະລ້າງຜູ້ຄົນໃຫ້ສະອາດ, ວິທີທີ່ຜູ້ຄົນຄວນຮູ້ຈັກພຣະເຈົ້າ, ວິທີທີ່ພຣະເຈົ້າກຳນົດຜົນຕາມມາ ແລະ ຈຸດໝາຍປາຍທາງສຳລັບມະນຸດທຸກຄົນ ແລະ ອື່ນໆອີກ. ຄວາມຈິງເຫຼົ່ານີ້ແມ່ນລ້ວນແລ້ວແຕ່ກ່ຽວຂ້ອງກັບພາລະກິດຂອງພຣະເຈົ້າເອງ; ພວກມັນລ້ວນແລ້ວແຕ່ເປັນຄວາມລຶກລັບທີ່ຊີ້ແຈງຢ່າງຊັດເຈນເຖິງເສັ້ນທາງສູ່ຄວາມລອດພົ້ນສຳລັບພວກເຮົາ. ພວກເຮົາຄວນມີສ່ວນຮ່ວມໃນການສະແຫວງຫາເພື່ອເບິ່ງວ່ານີ້ເປັນການທີ່ພຣະວິນຍານບໍລິສຸດກຳລັງເວົ້າຕໍ່ຄຣິສຕະຈັກຢ່າງແທ້ຈິງ ຫຼື ບໍ່ ແລະ ມັນເປັນພຣະເຈົ້າແຫ່ງຍຸກສຸດທ້າຍທີ່ກຳລັງປະຕິບັດພາລະກິດແຫ່ງການພິພາກສາຂອງພຣະອົງຢ່າງແທ້ຈິງໂດຍເລີ່ມຕົ້ນຈາກຄົວເຮືອນຂອງພຣະອົງ ຫຼື ບໍ່. ນີ້ແມ່ນວິທີທີ່ພວກເຮົາສາມາດຢືນຢັນໄດ້ວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນພຣະເຢຊູເຈົ້າທີ່ກັບຄືນມາຢ່າງແທ້ຈິງ ຫຼື ບໍ່. ເຮົາເຊື່ອວ່າ ຕາບໃດທີ່ພວກເຮົາມີຄວາມປາຖະໜາທີ່ຈະສະແຫວງຫາ, ພຣະເຈົ້າຈະນໍາພາພວກເຮົາໃຫ້ຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າ! ນີ້ກໍຍ້ອນ ດັ່ງທີ່ພຣະເຢຊູເຈົ້າໄດ້ກ່າວວ່າ “ພອນຈົ່ງເປັນຂອງຄົນທີ່ທຸກຍາກຝ່າຍວິນຍານ, ຍ້ອນຂອງພວກເຂົາແມ່ນອານາຈັກສະຫວັນ(ມັດທາຍ 5:3).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ຄຳທຳນາຍເຖິງເວລາສຸດທ້າຍໄດ້ຖືກບັນລຸແລ້ວ: ວິທີການຕ້ອນຮັບເອົາການມາເຖິງຄັ້ງທີສອງຂອງພຣະຜູ້ເປັນເຈົ້າ

ໂດຍ ແອນຢວນ, ປະເທດຟິລິບປິນ ສອງພັນປີກ່ອນ, ຜູ້ຕິດຕາມຂອງພຣະຜູ້ເປັນເຈົ້າຖາມພຣະເຢຊູວ່າ “ແມ່ນຫຍັງຈະເປັນໝາຍສຳຄັນຂອງການມາຂອງພຣະອົງ ແລະ...

ການສຶກສາປະຈໍາວັນ: 4 ວິທີການທີ່ຈະຊ່ວຍໃຫ້ທ່ານໃກ້ຊິດກັບພຣະເຈົ້າເຂົ້າຕື່ມ

ໂດຍ ສຽວມົ່ວ, ຈີນ ໃນຊີວິດປະຈໍາວັນຂອງພວກເຮົາ, ໂດຍການຫຍັບເຂົ້າໃກ້ພຣະເຈົ້າຫຼາຍຂຶ້ນ ແລະ ການມີການປະຕິສໍາພັນທີ່ແທ້ຈິງກັບພຣະເຈົ້າເທົ່ານັ້ນ,...

Leave a Reply