ແຜ່ນດິນໂລກແມ່ນອ້ອມລ້ອມໄປດ້ວຍໄພພິບັດ: ພວກເຮົາຈະຖືກຍົກຂຶ້ນເມືອກ່ອນຄວາມທຸກຍາກລຳບາກທີ່ຍິ່ງໃຫຍ່ໄດ້ແນວໃດ?

25 ເດືອນທັນວາ 2021

ໂດຍ ເບັກກີ, ສະຫະລັດອາເມຣິກາ

ໃນປັດຈຸບັນ, ໄພພິບັດທົ່ວແຜ່ນດິນໂລກກຳລັງຮຸນແຮງຂຶ້ນເລື້ອຍໆ. ຂ່າວຕ່າງໆແມ່ນເຕັມໄປດ້ວຍເລື່ອງລາວຂອງໂຣກຮ່າ, ແຜ່ນດິນໄຫວ, ນໍ້າຖ້ວມ ແລະ ໄພແຫ້ງແລ້ງ. ເຈົ້າເຄີຍຄິດກັບຕົນເອງບໍວ່າ: ຄຳທຳນາຍເຖິງການກັບຄືນມາຂອງພຣະຜູ້ເປັນເຈົ້າແມ່ນຖືກເຮັດໃຫ້ບັນລຸແລ້ວ, ສະນັ້ນ ເປັນຫຍັງພວກເຮົາຈຶ່ງຍັງບໍ່ຕ້ອນຮັບເອົາພຣະຜູ້ເປັນເຈົ້າ? ຖ້າມັນສືບຕໍ່ເປັນແບບນີ້, ເມື່ອຄວາມລໍາບາກຍາກແຄ້ນທີ່ຍິ່ງໃຫຍ່ໄດ້ມາເຖິງ, ພວກເຮົາຈະບໍ່ຖືກໂຍນລົງສູ່ໄພພິບັດເຊັ່ນກັນບໍ? ເມື່ອໃດທີ່ພຣະຜູ້ເປັນເຈົ້າຈະຮັບເອົາພວກເຮົາຂຶ້ນສູ່ອານາຈັກສະຫວັນ?

ແຜ່ນດິນໂລກແມ່ນອ້ອມລ້ອມໄປດ້ວຍໄພພິບັດ: ພວກເຮົາຈະຖືກຍົກຂຶ້ນເມືອກ່ອນຄວາມທຸກຍາກລຳບາກທີ່ຍິ່ງໃຫຍ່ໄດ້ແນວໃດ?

ເມື່ອພວກເຮົາຖືກຮັບຂຶ້ນເມືອ, ພວກເຮົາຈະຖືກຍົກຮັບຂຶ້ນສູ່ທ້ອງຟ້າແທ້ໆບໍ?

ຜູ້ເຊື່ອໃນພຣະຜູ້ເປັນເຈົ້າຫຼາຍຄົນໄດ້ອ່ານພຣະທຳເຫຼົ່ານີ້ໃນພຣະຄຳພີ: “ແລ້ວພວກເຮົາຜູ້ທີ່ຍັງມີຊີວິດຢູ່ກໍຈະຖືກຍົກຂຶ້ນໄປພ້ອມກັບພວກເຂົາໃນກ້ອນເມກ ເພື່ອພົບກັບພຣະຜູ້ເປັນເຈົ້າໃນທ້ອງຟ້າ: ແລ້ວສະນັ້ນ ພວກເຮົາຈຶ່ງຈະຢູ່ຮ່ວມກັບພຣະຜູ້ເປັນເຈົ້າຕະຫຼອດໄປ” (1 ໂທສະໂລນິກ 4:17). ພວກເຂົາປາຖະໜາທີ່ຈະຖືກຍົກຂຶ້ນສູ່ທ້ອງຟ້າ ແລະ ພົບກັບພຣະຜູ້ເປັນເຈົ້າເມື່ອພຣະອົງໄດ້ມາ. ແຕ່ໃນຄວາມເປັນຈິງແລ້ວ ພຣະເຢຊູເຈົ້າບໍ່ໄດ້ກ່າວພຣະທຳເຫຼົ່ານີ້ແທ້ໆ ຫຼື ພວກມັນບໍ່ແມ່ນຄຳທາຍໃນໜັງສືພຣະນິມິດ. ພວກມັນເປັນພຽງຄຳເວົ້າຂອງອັກຄະສາວົກໂປໂລ. ມັນຖືກບໍທີ່ຈະໄວ້ວາງໃຈຄຳເວົ້າຂອງໂປໂລໃນເລື່ອງການຕ້ອນຮັບເອົາການມາເຖິງຂອງພຣະຜູ້ເປັນເຈົ້າ? ຄຳເວົ້າຂອງໂປໂລສາມາດເປັນຕົວແທນໃຫ້ກັບພຣະທຳຂອງພຣະຜູ້ເປັນເຈົ້າບໍ? ພຣະຜູ້ເປັນເຈົ້າແຫ່ງຍຸກສຸດທ້າຍໄດ້ມາເຖິງ ແລະ ວິທີທີ່ພຣະອົງຈະຮັບເອົາຄົນທີ່ເຊື່ອໃນພຣະອົງເຂົ້າສູ່ອານາຈັກກໍເປັນພາລະກິດຂອງພຣະເຈົ້າເອງ. ໂປໂລເປັນພຽງອັກຄະສາວົກທີ່ເຜີຍແຜ່ຂໍ້ຄວາມສຳລັບພຣະຜູ້ເປັນເຈົ້າ; ເພິ່ນຈະຮູ້ເຖິງສິ່ງດັ່ງກ່າວໄດ້ແນວໃດ? ການຕ້ອນຮັບການມາເຖິງຂອງພຣະຜູ້ເປັນເຈົ້າຄືເລື່ອງທີ່ສຳຄັນຢ່າງໃຫຍ່ຫຼວງ, ເລື່ອງທີ່ເຮັດໃຫ້ມັນຖືກຕ້ອງສຳລັບພວກເຮົາທີ່ຈະໄວ້ວາງໃຈໃນພຣະທຳຂອງພຣະເຢຊູເຈົ້າເທົ່ານັ້ນ. ພຣະເຢຊູເຈົ້າກ່າວວ່າ: “ພຣະບິດາຂອງພວກຂ້ານ້ອຍ ຜູ້ທີ່ຢູ່ໃນສະຫວັນ, ຂໍໃຫ້ນາມຂອງພຣະອົງເປັນທີ່ເຄົາລົບບູຊາ. ອານາຈັກຂອງພຣະອົງຊົງມາ, ຄວາມປະສົງຂອງພຣະອົງຈະຖືກເຮັດໃຫ້ສຳເລັດເທິງແຜ່ນດິນໂລກ ເໝືອນດັ່ງມັນຖືກເຮັດໃຫ້ສຳເລັດໃນສະຫວັນ(ມັດທາຍ 6:9–10). ໜັງສືພຣະນິມິດຍັງມີຄຳທຳນາຍດັ່ງຕໍ່ໄປນີ້: “ແລ້ວເຮົາ ໂຢຮັນໄດ້ເຫັນເມືອງສັກສິດ ຄືເຢຣູຊາເລັມໃໝ່ລົງມາຈາກພຣະເຈົ້າຈາກສະຫວັນ... ແລ້ວເຮົາໄດ້ຍິນພຣະສຸລະສຽງທີ່ຍິ່ງໃຫຍ່ມາຈາກສະຫວັນ ໂດຍກ່າວວ່າ ເບິ່ງແມ, ວິຫານຂອງພຣະເຈົ້າຢູ່ກັບມະນຸດແລ້ວ ແລະ ພຣະອົງຈະອາໄສຢູ່ກັບພວກເຂົາ ແລະ ພວກເຂົາຈະເປັນປະຊາຊົນຂອງພຣະອົງ ແລະ ພຣະເຈົ້າເອງຈະຢູ່ຮ່ວມກັບພວກເຂົາ ແລະ ຈະເປັນພຣະເຈົ້າຂອງພວກເຂົາ(ພຣະນິມິດ 21:2–3). “ອານາຈັກຂອງແຜ່ນດິນໂລກນີ້ຈະກາຍເປັນອານາຈັກຂອງພຣະຜູ້ເປັນເຈົ້າຂອງເຮົາ ແລະ ຂອງພຣະຄຣິດຂອງພຣະອົງ ແລະ ພຣະອົງຈະປົກຄອງຕະຫຼອດໄປເປັນນິດ(ພຣະນິມິດ 11:15). ໃນຄຳທຳນາຍເຫຼົ່ານີ້, ຄຳວ່າ “ລົງມາຈາກພຣະເຈົ້າ ອອກຈາກສະຫວັນ,” “ວິຫານຂອງພຣະເຈົ້າ” ແລະ “ອານາຈັກຂອງແຜ່ນດິນໂລກນີ້ຈະກາຍເປັນອານາຈັກຂອງພຣະຜູ້ເປັນເຈົ້າຂອງເຮົາ ແລະ ຂອງພຣະຄຣິດຂອງພຣະອົງ” ໄດ້ສະແດງວ່າ ພຣະເຈົ້າຈະສ້າງຕັ້ງອານາຈັກຂອງພຣະອົງເທິງແຜ່ນດິນໂລກ ແລະ ຈຸດໝາຍປາຍທາງທີ່ພຣະອົງໄດ້ຈັດແຈງໄວ້ໃຫ້ສຳລັບມະນຸດກໍຢູ່ເທິງແຜ່ນດິນໂລກເຊັ່ນກັນ. ຄວາມປາຖະໜາຢ່າງສະໝໍ່າສະເໝີຂອງພວກເຮົາທີ່ຈະຖືກຍົກຂຶ້ນສູ່ສະຫວັນບໍ່ໄດ້ມາຈາກແນວຄິດ ແລະ ຈິນຕະນາການຂອງພວກເຮົາເອງ? ແລ້ວນີ້ບໍ່ແມ່ນການຍ່າງໃນເສັ້ນທາງທີ່ແຕກຕ່າງຈາກພຣະເຈົ້າບໍ?

ຄວາມເປັນຈິງກໍຄື ພຣະເຈົ້າບໍ່ເຄີຍກ່າວເຖິງການຍົກຜູ້ຄົນຂຶ້ນສູ່ທ້ອງຟ້າ ແລະ ນີ້ແມ່ນສິ່ງທີ່ພວກເຮົາສາມາດຮູ້ໄດ້ຈາກຂໍ້ແທ້ຈິງແຫ່ງພາລະກິດຂອງພຣະເຈົ້າ. ໃນຕອນຕົ້ນ, ພຣະເຈົ້າໄດ້ສ້າງມະນຸດຈາກຂີ້ຝຸ່ນ ແລະ ວາງເຂົາໄວ້ໃນສວນເອເດັນ ເຊິ່ງເປັນບ່ອນທີ່ເຂົາດຳລົງຊີວິດ ແລະ ນະມັດສະການພຣະເຈົ້າຢ່າງຖືກຕ້ອງ. ໃນລະຫວ່າງເວລາຂອງໂນອາ, ພຣະເຈົ້າບໍ່ໄດ້ຍົກໂນອາ ແລະ ຄອບຄົວຂອງເພິ່ນຂຶ້ນສູ່ທ້ອງຟ້າເພື່ອຫຼົບໜີຈາກໄພນໍ້າຖ້ວມເຊັ່ນກັນ; ກົງກັນຂ້າມ ພຣະອົງສັ່ງໃຫ້ໂນອາດຳເນີນການປະຕິບັດຕົວຈິງເພື່ອສ້າງເຮືອເທິງແຜ່ນດິນໂລກ. ທ້າຍຍຸກແຫ່ງພຣະບັນຍັດ, ຜູ້ຄົນໄດ້ຜະເຊີນກັບອັນຕະລາຍທີ່ຈະຖືກຂ້າສຳລັບການລະເມີດກົດລະບຽບຂອງພຣະເຈົ້າ. ພຣະເຈົ້າບໍ່ໄດ້ຍົກພວກເຂົາຂຶ້ນສູ່ທ້ອງຟ້າເພື່ອຮັບເອົາເຄື່ອງຖວາຍບູຊາແທນຄວາມຜິດບາບ, ແຕ່ກົງກັນຂ້າມ ພຣະອົງກາຍມາເປັນເນື້ອໜັງ ແລະ ລົງມາສູ່ແຜ່ນດິນໂລກເປັນການສ່ວນຕົວ ເຊິ່ງເປັນບ່ອນທີ່ພຣະອົງຖືກຄຶງເທິງໄມ້ກາງແຂນເພື່ອມະນຸດຊາດແທ້ໆ, ໄຖ່ມະນຸດຊາດຈາກຄວາມຜິດບາບ. ຈາກສິ່ງນີ້ ພວກເຮົາສາມາດເຫັນໄດ້ວ່າ ພຣະເຈົ້າສືບຕໍ່ປະຕິບັດພາລະກິດເທິງແຜ່ນດິນໂລກເພື່ອຄວາມລອດພົ້ນຂອງມະນຸດ, ນໍາພາມະນຸດຊາດໃນການດຳລົງຊີວິດ ແລະ ນະມັດສະການພຣະເຈົ້າ. ຄວາມປາຖະໜາຢ່າງສະໝໍ່າສະເໝີຂອງພວກເຮົາທີ່ຈະຖືກຮັບຂຶ້ນສູ່ທ້ອງຟ້າບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າຢ່າງຊັດເຈນ.

ແມ່ນຫຍັງຄືການຍົກຂຶ້ນເມືອກ່ອນຄວາມລໍາບາກຍາກແຄ້ນທີ່ຍິ່ງໃຫຍ່?

ພວກເຈົ້າບາງຄົນອາດບໍ່ຊັດເຈນວ່າ “ການຖືກຍົກເມືອ” ໝາຍເຖິງຫຍັງແທ້ໆ. ເພື່ອທີ່ຈະເຂົ້າໃນສິ່ງນີ້, ໃຫ້ພວກເຮົາເບິ່ງວ່າ ພຣະທຳຂອງພຣະເຈົ້າເວົ້າວ່າແນວໃດ. ພຣະເຈົ້າເວົ້າວ່າ “‘ຖືກຍົກຂຶ້ນມາ’ ບໍ່ແມ່ນຖືກຍົກຈາກບ່ອນຕ່ຳຂຶ້ນໄປບ່ອນສູງແບບທີ່ຄົນຈິນຕະນາການ. ມັນແມ່ນຄວາມຜິດພາດຢ່າງໃຫຍ່ຫຼວງ. ‘ຖືກຍົກຂຶ້ນມາ’ ແມ່ນໝາຍເຖິງການກຳນົດໄວ້ລ່ວງໜ້າ ແລະ ແລ້ວການຄັດເລືອກຂອງເຮົາ. ມັນແນໃສ່ບັນດາຜູ້ທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າ ແລະ ໄດ້ເລືອກໄວ້ທັງໝົດ. ຜູ້ທີ່ໄດ້ຮັບສະຖານະເປັນລູກຊາຍກົກ, ສະຖານະເປັນລູກຊາຍ ຫຼື ຄົນ ແມ່ນບັນດາຜູ້ທີ່ໄດ້ຖືກຍົກຂຶ້ນມາທັງໝົດ. ນີ້ແມ່ນສິ່ງທີ່ບໍ່ສອດຄ່ອງທີ່ສຸດກັບຄວາມຄິດຂອງຄົນ. ຜູ້ທີ່ໄດ້ຮັບການແບ່ງປັນຢູ່ໃນເຮືອນຂອງເຮົາໃນອະນາຄົດແມ່ນຜູ້ທີ່ໄດ້ຖືກຍົກຂຶ້ນມາຢູ່ຕໍ່ໜ້າເຮົາ. ນີ້ແມ່ນເລື່ອງແທ້ແນ່ນອນ, ບໍ່ເຄີຍປ່ຽນແປງ ແລະ ບໍ່ມີໃຜສາມາດໂຕ້ຖຽງໄດ້. ນີ້ແມ່ນການຕອບໂຕ້ຊາຕານ. ທຸກຄົນທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າຈະຖືກຍົກຂຶ້ນມາຢູ່ຕໍ່ໜ້າເຮົາ(ຄັດຈາກ “ບົດທີ 104” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ). ພຣະທຳເຫຼົ່ານີ້ບອກໃຫ້ພວກເຮົາຮູ້ວ່າການຖືກຍົກຂຶ້ນມາບໍ່ແມ່ນການຮັບຂຶ້ນສູ່ທ້ອງຟ້າເພື່ອພົບກັບພຣະຜູ້ເປັນເຈົ້າດັ່ງທີ່ພວກເຮົາຈິນຕະນາການ; ກົງກັນຂ້າມ ມັນໝາຍເຖິງການທີ່ສາມາດຍອມຮັບ ແລະ ເຊື່ອຟັງພາລະກິດໃໝ່ຂອງພຣະເຈົ້າຫຼັງຈາກທີ່ໄດ້ຍິນສຽງຂອງພຣະອົງ, ຕິດຕາມບາດກ້າວຂອງພຣະເມສານ້ອຍຢ່າງໃກ້ຊິດ ແລະ ມາຢູ່ຕໍ່ໜ້າພຣະເຈົ້າ ເມື່ອພຣະອົງມາເທິງແຜ່ນດິນໂລກ ແລະ ປະຕິບັດພາລະກິດ. ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນການຍົກຂຶ້ນທີ່ແທ້ຈິງ. ມັນເປັນຄືກັບເມື່ອພຣະເຢຊູເຈົ້າມາເພື່ອປະຕິບັດພາລະກິດແຫ່ງການໄຖ່ບາບ: ເປໂຕ, ຍິງຊາວຊາມາເຣຍ, ຢາໂກໂບ ແລະ ຄົນອື່ນໆຮູ້ຈັກສຽງຂອງພຣະຜູ້ເປັນເຈົ້າ ເມື່ອພວກເຂົາໄດ້ຍິນພຣະທຳຂອງພຣະອົງ ແລະ ແນ່ໃຈວ່າພຣະອົງຄືພຣະເມຊີອາທີ່ຈະມາ. ຜົນຕາມມາກໍຄື ພວກເຂົາໄດ້ຮັບເອົາຄວາມລອດພົ້ນຂອງພຣະຜູ້ເປັນເຈົ້າ ແລະ ລ້ວນແລ້ວແຕ່ຖືກຍົກຂຶ້ນຕໍ່ໜ້າພຣະຜູ້ເປັນເຈົ້າໃນລະຫວ່າງຍຸກແຫ່ງພຣະຄຸນ. ທຸກຄົນທີ່ຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າຢູ່ໃນຍຸກສຸດທ້າຍ ແລະ ຍອມຮັບພາລະກິດໃນປັດຈຸບັນຂອງພຣະເຈົ້າແມ່ນຄົນທີ່ຕິດຕາມບາດກ້າວຂອງພຣະເມສານ້ອຍ ແລະ ຄົນທີ່ຖືກຍົກຂຶ້ນຕໍ່ໜ້າພຣະຜູ້ເປັນເຈົ້າ!

ວິທີການຖືກຍົກຂຶ້ນກ່ອນຄວາມລໍາບາກຍາກແຄ້ນທີ່ຍິ່ງໃຫຍ່

ແລ້ວພວກເຮົາຄວນເຮັດແນວໃດເພື່ອຕ້ອນຮັບພຣະຜູ້ເປັນເຈົ້າ ແລະ ຖືກຍົກຂຶ້ນກ່ອນໄພພິບັດ? ສິ່ງນີ້ຖືກທຳນາຍໄວ້ແຕ່ດົນນານມາແລ້ວໃນພຣະຄຳພີ, ເມື່ອພຣະເຢຊູເຈົ້າໄດ້ກ່າວວ່າ: “ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ ເພາະພຣະອົງຈະບໍ່ກ່າວເຖິງເລື່ອງພຣະອົງ ແຕ່ ຈະກ່າວໃນສິ່ງທີ່ພຣະອົງໄດ້ຍິນ ແລະ ສະແດງໃຫ້ພວກເຈົ້າເຫັນສິ່ງທີ່ຈະເກີດຂຶ້ນ(ໂຢຮັນ 16:12–13). ບົດທີ 2 ແລະ 3 ຂອງໜັງສືພຣະນິມິດທຳນາຍຫຼາຍຄັ້ງວ່າ: “ຄົນໃດມີຫູ ຄົນນັ້ນຈົ່ງຟັງສິ່ງທີ່ພຣະວິນຍານກ່າວຕໍ່ຄຣິສຕະຈັກ”. ຍັງມີບົດທີ 3, ຂໍ້ທີ 20 ວ່າ: “ເບິ່ງແມ, ເຮົາຢືນ ແລະ ເຄາະຢູ່ທີ່ປະຕູ: ຖ້າຄົນໃດໄດ້ຍິນສຽງຂອງເຮົາ ແລະ ໄຂປະຕູໃຫ້ເຮົາ, ເຮົາຈະເຂົ້າໄປຫາຄົນນັ້ນ ແລະ ເຮົາຈະກິນອາຫານຮ່ວມກັບຄົນນັ້ນ ແລະ ຄົນນັ້ນຈະກິນອາຫານຮ່ວມກັບເຮົາ”. ພຣະທຳຂອງພຣະເຈົ້າກ່າວວ່າ “ຍ້ອນພວກເຮົາກຳລັງຊອກຫາຮອຍພຣະບາດຂອງພຣະເຈົ້າ, ມັນໄດ້ເຮັດໃຫ້ພວກເຮົາຈຳເປັນທີ່ຈະຊອກຫາຄວາມປະສົງຂອງພຣະເຈົ້າ, ຫາພຣະທຳຂອງພຣະເຈົ້າ, ຫາຖ້ອຍຄຳຂອງພຣະອົງ, ຍ້ອນວ່າ ບ່ອນໃດກໍຕາມທີ່ພຣະເຈົ້າກ່າວພຣະທຳໃໝ່, ສຽງຂອງພຣະເຈົ້າກໍຢູ່ທີ່ນັ້ນ ແລະ ບ່ອນໃດກໍຕາມທີ່ມີບາດກ້າວຂອງພຣະເຈົ້າ, ການກະທຳຂອງພຣະເຈົ້າກໍຢູ່ທີ່ນັ້ນ. ບ່ອນໃດກໍຕາມທີ່ມີການສຳແດງຂອງພຣະເຈົ້າ, ພຣະເຈົ້າກໍຈະປາກົດຕົວໃນທີ່ນັ້ນ ແລະ ບ່ອນໃດກໍຕາມທີ່ພຣະເຈົ້າປາກົດຕົວ, ຄວາມຈິງ, ຫົນທາງ ແລະ ຊີວິດກໍຈະມີຢູ່ໃນທີ່ນັ້ນ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 1: ການປາກົດຕົວຂອງພຣະເຈົ້າໄດ້ນໍາພາໄປສູ່ຍຸກໃໝ່). ພຣະທຳຂອງພຣະເຈົ້າບອກໃຫ້ພວກເຮົາຮູ້ວ່າ ຖ້າພວກເຮົາປາຖະໜາທີ່ຈະຕ້ອນຮັບເອົາພຣະຜູ້ເປັນເຈົ້າ, ການສະແຫວງຫາພາລະກິດ ແລະ ພຣະທຳຂອງພຣະເຈົ້າຄືກະແຈ. ບໍ່ມີຫຍັງທີ່ສຳຄັນໄປຫຼາຍກວ່າການຊອກຫາບ່ອນທີ່ມີພຣະຄຳຂອງພຣະວິນຍານບໍລິສຸດຕໍ່ຄຣິສຕະຈັກໃນປັດຈຸບັນ ແລະ ບ່ອນທີ່ມີການປາກົດ ແລະ ພາລະກິດຂອງພຣະເຈົ້າໃນປັດຈຸບັນ. ຖ້າພວກເຮົາບໍ່ເລີ່ມຕົ້ນດ້ວຍຕົນເອງເພື່ອຊອກຫາຮອຍພຣະບາດຂອງພຣະເຈົ້າ, ຖ້າພວກເຮົາບໍ່ໃຫ້ຄວາມສຳຄັນໃນການໄດ້ຍິນສຽງຂອງພຣະເຈົ້າ, ແຕ່ກົງກັນຂ້າມແມ່ນຈ້ອງເບິ່ງກ້ອນເມກໃນທ້ອງຟ້າໂດຍບໍ່ເຮັດຫຍັງ, ລໍຖ້າຢ່າງຂີ້ຄ້ານໃຫ້ພຣະຜູ້ເປັນເຈົ້າມາ ແລະ ຮັບເອົາພວກເຮົາຂຶ້ນສູ່ທ້ອງຟ້າ, ຄວາມຄິດດັ່ງກ່າວບໍ່ແມ່ນເຕັມໄປດ້ວຍຄວາມເພີ້ຝັນບໍ? ແລ້ວຫຼັງຈາກນັ້ນ ພວກເຮົາຈະບໍ່ສາມາດຕ້ອນຮັບພຣະຜູ້ເປັນເຈົ້າຕະຫຼອດໄປ ໂດຍໃຊ້ໂອກາດທີ່ຈະຖືກຮັບຂຶ້ນເມືອໂດຍພຣະອົງນັ້ນຖິ້ມເສຍບໍ?

ແລ້ວບາດກ້າວຂອງພຣະຜູ້ເປັນເຈົ້າແມ່ນຢູ່ໃສ? ແລ້ວພຣະເຈົ້າກ່າວພຣະທຳຂອງພຣະອົງຢູ່ໃສ? ມື້ນີ້, ມີພຽງແຕ່ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ້ທົ່ານັ້ນທີ່ເປັນພະຍານຕໍ່ມະນຸດຊາດຢ່າງເປີດເຜີຍວ່າ ພຣະຜູ້ເປັນເຈົ້າໄດ້ກັບຄືນມາແລ້ວ: ນັ້ນກໍຄື ພຣະເຈົ້າທີ່ບັງເກີດເປັນມະນຸດແຫ່ງຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວພຣະທຳລ້ານຂໍ້, ເປີດເຜີຍຄວາມຈິງ ແລະ ຄວາມເລິກລັບຈຳນວນໜຶ່ງ, ພ້ອມທັງເປີດເຜີຍແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າ, ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ ແລະ ຄວາມເລິກລັບໃນພຣະຄຳພີໃຫ້ແກ່ພວກເຮົາ. ແລ້ວພຣະອົງໄດ້ກ່າວພຣະທຳເພື່ອພິພາກສາ ແລະ ເປີດໂປງມະນຸດຊາດ ແລະ ເປີດເຜີຍຂໍ້ແທ້ຈິງທີ່ເປັນຈິງກ່ຽວກັບຄວາມເສື່ອມຊາມຂອງພວກເຮົາທີ່ຢູ່ໃນມືຂອງຊາຕານ ແລະ ອຸປະນິໄສຊົ່ວຊ້າທີ່ຫຼາກຫຼາຍຂອງພວກເຮົາ. ໂດຍການຍອມຮັບເອົາພຣະທຳແຫ່ງການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ພວກເຮົາໄດ້ມາຮູ້ຈັກອຸປະນິໄສຂອງພວກເຮົາເອງ ແລະ ເຫັນວ່າທຸກຢ່າງທີ່ພວກເຮົາເປີດເຜີຍແມ່ນອຸປະນິໄສຊົ່ວຊ້າແຫ່ງຄວາມອວດດີ, ຄວາມເຫັນແກ່ຕົວ, ຄວາມຕໍ່າຊ້າ, ຄວາມທໍລະຍົດ ແລະ ຄວາມມີເລ່ຫຼ່ຽມ ແລະ ພວກເຮົາປາສະຈາກຄວາມຮູ້ສຶກ ແລະ ເຫດຜົນ. ພວກເຮົາໝັ້ນໃຈໂດຍພຣະທຳຂອງພຣະເຈົ້າແທ້ໆ, ພວກເຮົາໝອບກາບຕໍ່ໜ້າພຣະເຈົ້າ, ເອົາຊະນະດ້ວຍຄວາມເສຍໃຈ ແລະ ພວກເຮົາມີຄວາມຮູ້ບາງຢ່າງກ່ຽວກັບອຸປະນິໄສທີ່ຊອບທຳ ແລະ ບໍລິສຸດຂອງພຣະເຈົ້າ; ເກີດມີຫົວໃຈແຫ່ງຄວາມເຄົາລົບນັບຖື ແລະ ຄວາມເຊື່ອຟັງຕໍ່ພຣະເຈົ້າຢູ່ພາຍໃນພວກເຮົາ ແລະ ພວກເຮົາຢືນຢັນຈາກພາຍໃນຫົວໃຈຂອງພວກເຮົາວ່າ ທຸກສິ່ງທີ່ຖືກກ່າວໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນຄວາມຈິງ ແລະ ສາມາດຊໍາລະລ້າງ ແລະ ປ່ຽນແປງຜູ້ຄົນ.

ໃນປັດຈຸບັນ, ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກຳລັງແຜ່ຂະຫຍາຍທ່າມກາງມະນຸດຊາດ. ຫຼາຍຄົນຈາກຫຼາກຫຼາຍນິກາຍຂອງຄຣິສຕຽມທີ່ເປັນຜູ້ເຊື່ອແທ້ຈິງ ແລະ ຮັກຄວາມຈິງຢ່າງແທ້ຈິງໄດ້ຍິນສຽງຂອງພຣະເຈົ້າ, ຕື່ນຂຶ້ນໂດຍພຣະທຳຂອງພຣະເຈົ້າ ແລະ ກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະອົງ. ພວກເຂົາໄດ້ຮັບການຫົດນໍ້າ ແລະ ການບໍາລຸງລ້ຽງຈາກພຣະທຳຂອງພຣະອົງ ແລະ ຮູ້ສຶກວ່າພຣະທຳເຫຼົ່ານີ້ມີສິດອຳນາດ ແລະ ຍິ່ງໃຫຍ່ຫຼາຍສໍ່າໃດ, ພວກເຂົາໝັ້ນໃຈວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນການກັບຄືນມາຂອງພຣະເຢຊູເຈົ້າ. ພວກເຂົາແມ່ນຜູ້ທີ່ຖືກຍົກຂຶ້ນເມືອກ່ອນຄວາມລໍາບາກຍາກແຄ້ນທີ່ຍິ່ງໃຫຍ່! ໃຫ້ພວກເຮົາອ່ານຂໍ້ຄວາມຈາກພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ: “ສຽງຂອງເຮົາຈະແຜ່ຂະຫຍາຍໄປທົ່ວແຜ່ນດິນໂລກ; ເມື່ອຜະເຊີນກັບຜູ້ຄົນທີ່ຖືກເລືອກຂອງເຮົາ, ເຮົາປາຖະໜາທີ່ຈະກ່າວພຣະທຳຕໍ່ພວກເຂົາຫຼາຍຂຶ້ນ. ເໝືອນດັ່ງສຽງຟ້າຮ້ອງທີ່ດັງສະນັ່ນສັ່ນສະເທືອນພູເຂົາ ແລະ ແມ່ນໍ້າລຳທານ, ເຮົາກ່າວພຣະຄຳຂອງເຮົາຕໍ່ຈັກກະວານທັງປວງ ແລະ ມະນຸດຊາດ. ດັ່ງນັ້ນພຣະທຳທີ່ຢູ່ໃນປາກຂອງເຮົາໄດ້ກາຍເປັນສົມບັດຂອງມະນຸດ ແລະ ມະນຸດທຸກຄົນລ້ວນແຕ່ຖະໜອມພຣະຄຳຂອງເຮົາ. ສາຍຟ້າແມບຈາກຕາເວັນອອກໄປເຖິງຕາເວັນຕົກ. ພຣະຄຳຂອງເຮົາເຮັດໃຫ້ມະນຸດລັງເລທີ່ຈະຍອມສະຫຼະພວກມັນ ແລະ ໃນເວລາດຽວກັນກໍພົບວ່າພຣະທຳເຫຼົ່ານັ້ນເປັນສິ່ງທີ່ບໍ່ສາມາດຢັ່ງເຖິງ, ແຕ່ຊື່ນຊົມຍິນດີໃນທຸກສິ່ງຫຼາຍຂຶ້ນກວ່າເດີມ. ມະນຸດທຸກຄົນຍິນດີ ແລະ ມີຄວາມສຸກ, ສະເຫຼີມສະຫຼອງການມາຂອງເຮົາ ເປັນຄືກັບວ່າເດັກນ້ອຍຫາກໍ່ເກີດ. ດ້ວຍສຽງຂອງເຮົາ, ເຮົາຈະນໍາເອົາມະນຸດທັງປວງມາຢູ່ຕໍ່ໜ້າຂອງເຮົາ. ຈາກນັ້ນ ເຮົາຈະເຂົ້າສູ່ເຊື້ອຊາດມະນຸດຢ່າງເປັນທາງການ ເພື່ອວ່າພວກເຂົາໄດ້ມານະມັດສະການເຮົາ. ດ້ວຍສະຫງ່າລາສີທີ່ເຮົາສ່ອງແສງອອກມາ ແລະ ພຣະທຳທີ່ຢູ່ໃນປາກຂອງເຮົາ, ເຮົາຈະເຮັດໃຫ້ທຸກຄົນມາກົ້ມຫົວລົງຕໍ່ໜ້າເຮົາ ແລະ ເຫັນແສງຟ້າແມບສົ່ງແສງສະຫວ່າງມາຈາກທິດຕາເວັນອອກ ແລະ ນັ້ນໝາຍຄວາມວ່າເຮົາໄດ້ລົງມາຍັງ ‘ພູເຂົາໝາກກອກ’ ແຫ່ງທິດຕາເວັນອອກ. ພວກເຂົາຈະເຫັນວ່າເຮົາໄດ້ຢູ່ໂລກນີ້ມາດົນນານແລ້ວ, ບໍ່ແມ່ນບຸດຊາຍຂອງຊາວຢິວອີກຕໍ່ໄປແຕ່ເປັນແສງຟ້າແມບແຫ່ງທິດຕາເວັນອອກ. ເພາະວ່າເຮົາໄດ້ຟື້ນຄືນຊີບມາດົນນານແລ້ວ ແລະ ໄດ້ພັດພາກຈາກທ່າມກາງມະນຸດ ແລ້ວໄດ້ກັບມາປະກົດຕົວໃໝ່ດ້ວຍສະຫງ່າລາສີໃນທ່າມກາງມະນຸດ. ເຮົາເປັນຜູ້ທີ່ຖືກເຄົາລົບບູຊາມາຫຼາຍຍຸກຫຼາຍສະໄໝກ່ອນໜ້ານີ້ ແລະ ເຮົາຍັງເປັນເດັກນ້ອຍທີ່ຖືກຊາວອິດສະຣາເອັນປະຖິ້ມມາຫຼາຍຍຸກຫຼາຍສະໄໝກ່ອນໜ້ານີ້. ຍິ່ງໄປກວ່ານັ້ນ ເຮົາເປັນພຣະເຈົ້າອົງຊົງລິດທານຸພາບທີ່ມີສະຫງ່າລາສີຢ່າງສົມບູນໃນຍຸກປັດຈຸບັນ! ໃຫ້ທຸກຄົນມາຢູ່ຕໍ່ຫນ້າບັນລັງຂອງເຮົາ ແລະ ເບິ່ງໃບໜ້າອັນສະຫງ່າລາສີຂອງເຮົາ, ຟັງສຽງຂອງເຮົາ ແລະ ຫຼຽວເບິ່ງການກະທໍາຂອງເຮົາ. ນີ້ແມ່ນຄວາມປະສົງທັງໝົດຂອງເຮົາ; ມັນແມ່ນຈຸດສິ້ນສຸດ ແລະ ຈຸດສູງສຸດຂອງແຜນການຂອງເຮົາ, ພ້ອມທັງເປັນຈຸດປະສົງຂອງການຄຸ້ມຄອງຂອງເຮົາ. ໃຫ້ທຸກຊົນຊາດນະມັດສະການເຮົາ, ໃຫ້ທຸກພາສາຮັບຮູ້ເຮົາ, ໃຫ້ມະນຸດທຸກຄົນຍຶດໝັ້ນຄວາມເຊື່ອຂອງເຂົາໃນຕົວເຮົາ ແລະ ໃຫ້ທຸກຄົນຂຶ້ນຢູ່ກັບເຮົາ!” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ສຽງຟ້າຮ້ອງທັງເຈັດກໍາລັງທໍານາຍວ່າ ຂ່າວປະເສີດແຫ່ງອານາຈັກຈະແຜ່ຂະຫຍາຍໄປທົ່ວຈັກກະວານ).

ເຈົ້າຮູ້ສຶກແນວໃດຫຼັງຈາກທີ່ໄດ້ອ່ານຂໍ້ຄວາມນີ້ຈາກພຣະທຳຂອງພຣະເຈົ້າ? ມີຄວາມຕື່ນເຕັ້ນຢູ່ພາຍໃນຫົວໃຈຂອງເຈົ້າບໍ? ເຈົ້າຮູ້ສຶກບໍວ່າພຣະທຳເຫຼົ່ານັ້ນຄືການທີ່ພຣະຜູ້ສ້າງກຳລັງກ່າວກັບມະນຸດຊາດທັງປວງ? ເຈົ້າຮູ້ສຶກບໍວ່າ ໃນຕອນນີ້ ພຣະເຈົ້າກຳລັງເປັນພະຍານແກ່ພວກເຮົາວ່າ ພຣະອົງໄດ້ກັບຄືນມາແລ້ວ? ບໍ່ວ່າເຈົ້າຈະຮູ້ສຶກແນວໃດກໍຕາມ, ພວກເຮົາມີໜ້າທີ່ອັນຮີບດ່ວນຕໍ່ໜ້າພວກເຮົາ: ພວກເຮົາຕ້ອງເປັນຍິງສາວບໍລິສຸດທີ່ສະຫຼາດ, ຟັງພຣະທຳທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວ ແລະ ສະແຫວງຫາພາລະກິດແຫ່ງຍຸກສຸດທ້າຍຂອງພຣະອົງດ້ວຍໃຈກວ້າງ. ບໍ່ມີເສັ້ນທາງອື່ນສູ່ການຖືກຍົກຂຶ້ນເມືອກ່ອນຄວາມລໍາບາກຍາກແຄ້ນທີ່ຍິ່ງໃຫຍ່!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ໄພພິບັດມາແລ້ວ: ຄຣິສຕຽນຄວນກັບໃຈແນວໃດເພື່ອໄດ້ຮັບການປົກປ້ອງຈາກພະເຈົ້າ?

ທຸກມື້ນີ້, ພະຍາດລະບາດໄດ້ແຜ່ລາມໄປທົ່ວໂລກ. ຜູ້ຄົນກຳລັງຈະຕາຍຈາກກັນໃນທົ່ວໂລກ ແລະ ອີກຫຼາຍຄົນຕົກຢູ່ໃນສະພາວະຕົກຕະລຶງຢູ່ຕະຫຼອດ...

ໄພພິບັດເປັນປະຈຳ, ວິທີທີ່ຈະເປັນຍິງສາວບໍລິສຸດທີ່ສະຫຼາດໃນການຮັບເອົາພຣະຜູ້ເປັນເຈົ້າ

ພຣະເຢຊູເຈົ້າກ່າວວ່າ: “ເຈົ້າຈະໄດ້ຍິນກ່າວກັບສົງຄາມ ແລະ ຂ່າວເລົ່າລືກ່ຽວກັບສົງຄາມ, ພວກເຈົ້າຕ້ອງບໍ່ວຸ້ນວາຍ ຍ້ອນທຸກສິ່ງເຫຼົ່ານີ້ຕ້ອງເກີດຂຶ້ນ...

ການສຶກສາປະຈໍາວັນ: 4 ວິທີການທີ່ຈະຊ່ວຍໃຫ້ທ່ານໃກ້ຊິດກັບພຣະເຈົ້າເຂົ້າຕື່ມ

ໂດຍ ສຽວມົ່ວ, ຈີນ ໃນຊີວິດປະຈໍາວັນຂອງພວກເຮົາ, ໂດຍການຫຍັບເຂົ້າໃກ້ພຣະເຈົ້າຫຼາຍຂຶ້ນ ແລະ ການມີການປະຕິສໍາພັນທີ່ແທ້ຈິງກັບພຣະເຈົ້າເທົ່ານັ້ນ,...