ມັນສຳຄັນຢ່າງຍິ່ງທີ່ຊາວຄຣິສຕຽນຕ້ອງເຂົ້າຮ່ວມກອງປະຊຸມເປັນປະຈຳ

25 ເດືອນທັນວາ 2021

ມັນຖືກຂຽນໄວ້ໃນພຣະຄຳພີວ່າ “ຢ່າປະຖິ້ມການເຕົ້ມໂຮມຮ່ວມກັນຂອງພວກເຮົາເອງດັ່ງທີ່ບາງຄົນມີລັກສະນະແບບນັ້ນ; ແຕ່ໃຫ້ຕັກເຕືອນກັນ: ຍິ່ງຫຼາຍແຮງດີ ຍ້ອນເຈົ້າກໍ່ເຫັນວ່າມື້ນັ້ນກຳລັງມາເຖິງ” (ເຮັບເຣີ 10:25). ການເຂົ້າຮ່ວມກອງປະຊຸມແມ່ນບາງສິ່ງທີ່ຊາວຄຣິສຕຽນຕ້ອງສັງເກດ. ແຕ່ປັດຈຸບັນນີ້, ອ້າຍເອື້ອຍນ້ອງບາງຄົນບໍ່ສາມາດເຮັດໄດ້ເປັນປະຈຳ ຍ້ອນວ່າພວກເຂົາສົນໃຈກັບວຽກ ແລະ ຊີວິດຄອບຄົວ. ພວກເຂົາບາງຄົນເຖິງກັບຖືວ່າການເຂົ້າຮ່ວມກອງປະຊຸມເປັນພາລະເພີ່ມເຕີມ ໂດຍຄິດວ່າມັນພຽງພໍແລ້ວທີ່ຈະອ່ານພຣະທຳຂອງພະເຈົ້າບາງຂໍ້ຢູ່ເຮືອນດ້ວຍຕົວເອງ.

ທີ່ຈິງແລ້ວ, ເຫດຜົນທີ່ພວກເຮົາສາມາດຖືວ່າການເຂົ້າຮ່ວມກອງປະຊຸມເປັນພາລະໜຶ່ງ ແລະ ເລືອກທີ່ຈະເສຍສະຫຼະກອງປະຊຸມຂອງພວກເຮົາເພື່ອຊີວິດຄອບຄົວ ແລະ ວຽກງານ ແມ່ນຍ້ອນພວກເຮົາບໍ່ເຂົ້າໃຈຄວາມໝາຍຂອງການເຂົ້າຮ່ວມກອງປະຊຸມ ແລະ ຜົນຮັບທີ່ຈະຕາມມາຂອງການບໍ່ເຂົ້າຮ່ວມນັ້ນ. ມື້ນີ້, ໃຫ້ພວກເຮົາສົນທະນາເຖິງເລື່ອງນີ້.

ພຣະເຈົ້າເບິ່ງຄົນຄຣິສຕຽນທີ່ບໍ່ເຂົ້າຮ່ວມກອງປະຊຸມແນວໃດ?

ພຣະເຈົ້າຊົງກ່າວວ່າ, “ເຈົ້າຈະໄດ້ຮັບຈາກຄວາມເຊື່ອຂອງເຈົ້າໃນພຣະເຈົ້າ ຖ້າເຈົ້າເຫັນມັນເປັນສິ່ງທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດຂອງເຈົ້າ, ເປັນສິ່ງສຳຄັນຍິ່ງກວ່າອາຫານ, ເຄື່ອງນຸ່ງ ຫຼື ສິ່ງອື່ນໃດ! ຖ້າເຈົ້າພຽງແຕ່ເຊື່ອສະເພາະຕອນເຈົ້າມີເວລາ ແລະ ບໍ່ສາມາດອຸທິດຄວາມຕັ້ງໃຈທັງໝົດຂອງເຈົ້າໃຫ້ແກ່ຄວາມເຊື່ອຂອງເຈົ້າ, ຖ້າເຈົ້າຕົກຢູ່ໃນຄວາມສັບສົນຢູ່ສະເໝີ, ເຈົ້າກໍຈະບໍ່ໄດ້ຮັບຫຍັງເລີຍ(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ X). “ມີບາງຄົນທີ່ມີຄວາມເຊື່ອທີ່ບໍ່ເຄີຍຮັບຮູ້ພາຍໃນຫົວໃຈຂອງພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າບໍ່ຮູ້ວ່າພວກເຂົາເປັນຜູ້ຕິດຕາມພຣະອົງ, ຍ້ອນພຣະອົງບໍ່ສັນລະເສີນຄວາມເຊື່ອຂອງພວກເຂົາ. ສຳລັບຄົນເຫຼົ່ານີ້ແລ້ວ, ບໍ່ວ່າພວກເຂົາໄດ້ຕິດຕາມພຣະເຈົ້າເປັນເວລາເທົ່າໃດປີກໍຕາມ, ແນວຄິດ ແລະ ມຸມມອງຂອງພວກເຂົາບໍ່ເຄີຍປ່ຽນຈັກເທື່ອ; ພວກເຂົາເປັນຄືກັບຜູ້ທີ່ບໍ່ເຊື່ອ, ຍຶດຕິດກັບຫຼັກການ ແລະ ວິທີການເຮັດສິ່ງຕ່າງໆຂອງຜູ້ບໍ່ເຊື່ອ ແລະ ກົດເກນແຫ່ງການຢູ່ລອດ ແລະ ຄວາມເຊື່ອຂອງຜູ້ບໍ່ເຊື່ອ. ພວກເຂົາບໍ່ເຄີຍຍອມຮັບເອົາພຣະທຳຂອງພຣະເຈົ້າເປັນຊີວິດຂອງພວກເຂົາຈັກເທື່ອ, ບໍ່ເຄີຍເຊື່ອວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ, ບໍ່ເຄີຍມີເຈດຕະນາຍອມຮັບເອົາຄວາມລອດພົ້ນຂອງພຣະເຈົ້າ ແລະ ບໍ່ເຄີຍຮັບຮູ້ວ່າພຣະເຈົ້າເປັນພຣະເຈົ້າຂອງພວກເຂົາຈັກເທື່ອ. ພວກເຂົາເຫັນວ່າການເຊື່ອໃນພຣະເຈົ້າແມ່ນສິ່ງທີ່ເຮັດໃນເວລາວ່າງແບບສະໝັກຫຼິ້ນ ໂດຍປະຕິບັດຕໍ່ພຣະອົງເປັນພຽງອາຫານຝ່າຍວິນຍານ; ເມື່ອເປັນເຊັ່ນນັ້ນ ພວກເຂົາຈຶ່ງຄິດວ່າບໍ່ສົມຄວນທີ່ຈະພະຍາຍາມ ແລະ ເຂົ້າໃຈອຸປະນິໄສ ຫຼື ແກ່ນແທ້ຂອງພຣະເຈົ້າ... ພຣະເຈົ້າເບິ່ງຜູ້ຄົນດັ່ງກ່າວເປັນແນວໃດ? ພຣະອົງເບິ່ງພວກເຂົາເປັນຜູ້ບໍ່ເຊື່ອ(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ).

ຈາກເລື່ອງນີ້ ພວກເຮົາສາມາດເຫັນໄດ້ວ່າ ໃນນາມເປັນຄົນຄຣິສຕຽນ ພວກເຮົາຄວນຂະຫຍາຍພຣະເຈົ້າໃນໃຈຂອງພວກເຮົາ. ບໍ່ວ່າໃນຊີວິດຂອງພວກເຮົາ ຫຼື ຢູ່ບ່ອນເຮັດວຽກ, ພວກເຮົາຄວນໃຫ້ພຣະເຈົ້າເປັນອັນດັບທຳອິດສະເໝີ ແລະ ຖືເອົາການເຂົ້າຮ່ວມກອງປະຊຸມ, ການອະທິຖານຫາພຣະເຈົ້າ ແລະ ການອ່ານພຣະທຳຂອງພຣະເຈົ້າເປັນສິ່ງທີ່ສຳຄັນທີ່ສຸດທີ່ຕ້ອງປະຕິບັດ. ນີ້ແມ່ນສິ່ງທີ່ຜູ້ທີ່ເຊື່ອໃນພຣະເຈົ້າຄວນເຮັດເປັນຢ່າງໜ້ອຍ. ຖ້າພວກເຮົາພຽງພໍໃຈກັບການເຊື່ອໃນການດຳລົງຢູ່ຂອງພຣະເຈົ້າ ແຕ່ບໍ່ເຫັນຄຸນຄ່າການເຂົ້າຮ່ວມກອງປະຊຸມ ແລະ ຖ້າພວກເຮົາພຽງແຕ່ຖືວ່າການເຊື່ອໃນພຣະເຈົ້າເປັນການບຳລຸງລ້ຽງຝ່າຍວິນຍານ ແລະ ສົນໃຈແຕ່ກັບການຫາເງິນ ແລະ ເລື່ອງທາງໂລກເຫຼົ່ານັ້ນທຸກໆມື້ ໂດຍຄິດວ່າມັນບໍ່ແຕກຕ່າງຫຍັງບໍ່ວ່າພວກເຮົາເຂົ້າຮ່ວມກອງປະຊຸມ ຫຼື ບໍ່ກໍ່ຕາມ, ແລ້ວໂດຍການປະຕິບັດຄວາມເຊື່ອໃນລັກສະນະພໍເປັນພິທີ, ບໍ່ແມ່ນພວກເຮົາເປັນຄືກັນກັບຜູ້ທີ່ບໍ່ເຊື່ອບໍ? ຜູ້ທີ່ບໍ່ເຊື່ອບໍ່ຮັກຄວາມຈິງ, ບໍ່ສະແຫວງຫາຊີວິດທີ່ມາຈາກພຣະເຈົ້າ ແລະ ມີສ່ວນຮ່ວມໃນການຫາເງິນ ແລະ ເຮັດໃຫ້ເນື້ອໜັງຂອງພວກເຂົາເອງເພິ່ງພໍໃຈ. ຖ້າພວກເຮົາຜູ້ທີ່ເຊື່ອຂອງພຣະເຈົ້າມີເປົ້າໝາຍອັນດຽວກັນໃນການສະແຫວງຫາ ແລະ ມີທິດທາງຊີວິດດຽວກັນກັບຜູ້ທີ່ບໍ່ເຊື່ອ, ພຣະເຈົ້າຈະຄິດກ່ຽວກັບຄວາມເຊື່ອຂອງພວກເຮົາແນວໃດ? ພຣະເຈົ້າຈະກຳນົດໃຫ້ພວກເຮົາເປັນຜູ້ທີ່ບໍ່ເຊື່ອຕາມທັດສະນະທີ່ແຕກຕ່າງ ແລະ ພໍເປັນພິທີຂອງພວກເຮົາຕໍ່ການເຊື່ອໃນພຣະເຈົ້າ. ພຣະອົງຈະບໍ່ຮັບຮູ້ວ່າພວກເຮົາເປັນຜູ້ຕິດຕາມຂອງພຣະອົງ, ຍ້ອນວ່າພວກເຮົາເຊື່ອໃນພຣະອົງ ແຕ່ບໍ່ເຄີຍນະມັດສະການພຣະອົງຢ່າງແທ້ຈິງ ແລະ ພວກເຮົາບໍ່ຕ້ອງການຍອມຮັບຄວາມລອດພົ້ນຂອງພຣະອົງ ຫຼື ປະຕິບັດຕາມຂໍ້ກຳນົດຂອງພຣະອົງ. ຜົນທີ່ໄດ້ຄື, ຜົນຮັບສຸດທ້າຍຂອງພວກເຮົາຈະເປັນຄືກັບຂອງຜູ້ທີ່ບໍ່ເຊື່ອທີ່ຖືກກ່າວໂທດ ແລະ ລົງໂທດໂດຍພຣະເຈົ້າ. ສະນັ້ນ, ພວກເຮົາສາມາດເຫັນໄດ້ວ່າການເຂົ້າຮ່ວມກອງປະຊຸມເປັນປະຈໍາສະແດງໃຫ້ເຫັນວ່າພວກເຮົາເຊື່ອໃນພຣະເຈົ້າແທ້ ຫຼື ບໍ່ ແລະ ພວກເຮົາແມ່ນຜູ້ສະແຫວງຫາຄວາມຈິງ ຫຼື ບໍ່. ຖ້າພວກເຮົາສ້າງຂໍ້ແກ້ຕົວເພື່ອຫຼີກລ້ຽງການເຂົ້າຮ່ວມກອງປະຊຸມ ແລະ ຍັງບໍ່ຫັນປ່ຽນມຸມມອງທີ່ຜິດຂອງພວກເຮົາໃນການສະແຫວງຫາ, ພວກເຮົາຈະບໍ່ໄດ້ຮັບຄວາມຈິງ ຫຼື ຊີວິດບໍ່ວ່າພວກເຮົາເຊື່ອໃນພຣະເຈົ້າມາຈັກປີແລ້ວ ແລະ ພວກເຮົາຈະຖືກກໍາຈັດຢ່າງແນ່ນອນ. ເພາະສະນັ້ນ, ພວກເຮົາບໍ່ສາມາດເຊື່ອໃນພຣະເຈົ້າຕາມແນວຄິດ ແລະ ຈິນຕະນາການຂອງພວກເຮົາເອງ ຫຼື ຢຸດເຂົ້າຮ່ວມກອງປະຊຸມເມື່ອໃດກໍ່ຕາມທີ່ພວກເຮົາບໍ່ຕ້ອງການເຂົ້າຮ່ວມ, ຍ້ອນວ່າ ຖ້າພວກເຮົາເຊື່ອໃນພຣະເຈົ້າດ້ວຍວິທີມືສະໝັກຫຼິ້ນຈົນເຖິງທີ່ສຸດ, ພຣະເຈົ້າຈະບໍ່ຮັບຮູ້ພວກເຮົາວ່າເປັນຜູ້ທີ່ເຊື່ອຂອງພຣະອົງ.

ສິ່ງທີ່ຢູ່ເບື້ອງຫຼັງການບໍ່ໄດ້ເຂົ້າຮ່ວມໃນການຊຸມນຸມຂອງພວກເຮົາເລື້ອຍໆແມ່ນແຜນການຂອງຊາຕານ

ເພື່ອພິສູດການບໍ່ໄດ້ເຂົ້າຮ່ວມຂອງພວກເຂົາໃນການຊຸມນຸມ, ຫຼາຍຄົນໃຊ້ຂໍ້ແກ້ໂຕຂອງການຫຍຸ້ງກັບວຽກເກີນໄປເພື່ອຫາເງິນ, ຄາເຂົ້າສັງຄົມ ຫຼື ຄາເບິ່ງແຍງຄອບຄົວຂອງພວກເຂົາ. ຂໍ້ແກ້ໂຕເຫຼົ່ານີ້ຟັງເບິ່ງຄືວ່າສົມເຫດສົມຜົນຫຼາຍ, ແຕ່ພວກເຮົາຖືກຈັບໄດ້ໂດຍແຜນການຂອງຊາຕານໂດຍບໍ່ຮູ້ຕົວ. ພຣະເຈົ້າຊົງກ່າວວ່າ, “ພຣະເຈົ້າປະຕິບັດພາລະກິດຂອງພຣະອົງ, ພຣະເຈົ້າເອົາໃຈໃສ່ຕໍ່ຜູ້ຄົນ, ເບິ່ງແຍງພວກເຂົາ ໃນຂະນະທີ່ຊາຕານກໍຕິດຕາມພຣະອົງທຸກບາດກ້າວ. ຜູ້ໃດກໍຕາມທີ່ພຣະເຈົ້າພໍໃຈ, ຊາຕານກໍຈອບເບິ່ງເຊັ່ນກັນ, ຕິດຕາມຢູ່ທາງຫຼັງຕະຫຼອດເວລາ. ຖ້າພຣະເຈົ້າຕ້ອງການບຸກຄົນນີ້, ຊາຕານກໍຈະເຮັດທຸກສິ່ງດ້ວຍຄວາມສາມາດຂອງມັນເພື່ອຂັດຂວາງພຣະເຈົ້າ, ໃຊ້ຫຼາກຫຼາຍກົນອຸບາຍອັນຊົ່ວຮ້າຍເພື່ອຫຼອກລວງ, ກໍ່ກວນ ແລະ ທໍາລາຍພາລະກິດທີ່ພຣະເຈົ້າກະທໍາ, ທັງໝົດ ກໍເພື່ອບັນລຸເປົ້າໝາຍອັນເລິກລັບຂອງມັນ. ເປົ້າໝາຍຂອງມັນແມ່ນຫຍັງ? ມັນບໍ່ຕ້ອງການໃຫ້ພຣະເຈົ້າໄດ້ຮັບໃຜຈັກຄົນ; ທຸກຄົນທີ່ພຣະເຈົ້າຕ້ອງການ ມັນກໍຕ້ອງການເພື່ອຕົວມັນເອງ, ມັນຕ້ອງການຄອບຄອງພວກເຂົາ, ຄວບຄຸມພວກເຂົາ ແລະ ນໍາພາພວກເຂົາເພື່ອວ່າພວກເຂົາຈະໄດ້ບູຊາມັນ, ດັ່ງນັ້ນ ພວກເຂົາຈຶ່ງເຮັດຊົ່ວຄຽງຂ້າງກັນກັບມັນ. ນີ້ບໍ່ແມ່ນແຮງຈູງໃຈທີ່ເປັນຕາຢ້ານຂອງຊາຕານບໍ? ... ການເຮັດສົງຄາມກັບພຣະເຈົ້າ, ການສະກົດລອຍຕາມຫຼັງພຣະອົງ, ຈຸດປະສົງຂອງຊາຕານກໍຄືເພື່ອທຳລາຍພາລະກິດທັງໝົດທີ່ພຣະເຈົ້າຕ້ອງການກະທຳ, ເພື່ອຍຶດເອົາ ແລະ ຄວບຄຸມບັນດາຜູ້ທີ່ພຣະເຈົ້າຕ້ອງການຮັບເອົາ ແລະ ເພື່ອທຳລາຍຜູ້ທີພຣະເຈົ້າຕ້ອງການຮັບເອົາຢ່າງສິ້ນເຊີງ. ຖ້າພວກເຂົາບໍ່ຖືກທໍາລາຍ, ພວກເຂົາກໍຈະຖືກຊາຕານຄອບຄອງ, ຖືກມັນນຳໃຊ້ ແລະ ນີ້ຄືຈຸດປະສົງຂອງມັນ(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ IV). “ສຳລັບຜູ້ຄົນແລ້ວ, ມັນເບິ່ງຄືກັບວ່າໂລກແຫ່ງຄວາມເບີກບານ ແລະ ຄວາມສະຫງ່າງາມ: ມັນເປັນໂລກທີ່ກຳລັງຢູ່ໃນສະພາບດັ່ງກ່າວນັ້ນຫຼາຍຍິ່ງຂຶ້ນ, ຫົວໃຈຂອງຜູ້ຄົນລ້ວນແລ້ວແຕ່ຖືກດຶງມາຫາສິ່ງນັ້ນ ແລະ ຫຼາຍຄົນກໍຕິດກັບດັກ ແລະ ບໍ່ສາມາດປົດປ່ອຍຕົນເອງອອກຈາກສິ່ງນັ້ນ; ຄົນຈຳນວນຫຼວງຫຼາຍຈະຖືກຫຼອກລວງໂດຍຄົນທີ່ປະຕິບັດໃນການລໍ້ລວງ ແລະ ເວດມົນຄາຖາ. ຖ້າເຈົ້າບໍ່ພະຍາຍາມເພື່ອຄວາມກ້າວໜ້າ, ບໍ່ມີອຸດົມການ ແລະ ບໍ່ໄດ້ຢັ່ງຮາກຕົນເອງໃນຫົນທາງທີ່ແທ້ຈິງ, ເຈົ້າກໍຈະຖືກກວາດລ້າງດ້ວຍຄື້ນກະແສຂອງຄວາມບາບ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການປະຕິບັດ (2)).

ຈາກພຣະທຳຂອງພຣະເຈົ້າ, ພວກເຮົາເຫັນວ່າພຣະເຈົ້າກຳລັງປະຕິບັດພາລະກິດເພື່ອຊ່ວຍພວກເຮົາໃຫ້ລອດພົ້ນ, ແຕ່ຊາຕານພຽງບໍ່ຕ້ອງການໃຫ້ພວກເຮົາຖືກເຮັດໃຫ້ໄດ້ຮັບໂດຍພຣະເຈົ້າ. ດັ່ງນັ້ນ ມັນຈິ່ງພະຍາຍາມທຸວິທີທາງທີ່ເປັນໄປໄດ້ເພື່ອກັນພວກເຮົາຈາການມາຫາພຣະເຈົ້າ. ສິ່ງຕ່າງໆເຊັ່ນ ເງິນ, ຊື່ສຽງ ແລະ ສະຖານະ, ການກິນ, ການດື່ມ ແລະ ການເພີດເພີນກັບໂຕເອງລ້ວນເປັນການລໍ້ລວງສຳລັບພວກເຮົາ. ກ່ອນອື່ນ ຊາຕານໄດ້ປູກຝັງຜູ້ຄົນດ້ວຍມຸມມອງທີ່ຜິດທຸກປະເພດ, ຄືກັບສິ່ງທີ່ພວກເຮົາເວົ້າເລື້ອຍໆວ່າ “ເງິນບໍ່ແມ່ນທຸກສິ່ງ, ແຕ່ຖ້າບໍ່ມີມັນ ເຈົ້າກໍບໍ່ສາມາດເຮັດຫຍັງໄດ້” “ມະນຸດປະຊື່ຂອງເຂົາໄວ້ໃນບ່ອນໃດກໍຕາມທີ່ເຂົາຢູ່ ເຊັ່ນດຽວກັບຫ່ານທີ່ຮ້ອງອອກມາບ່ອນໃດກໍຕາມທີ່ມັນບິນໄປ” “ຄວ້າໂອກາດສຳລັບຄວາມສຸກ ຍ້ອນຊີວິດມັນສັ້ນ”. ມຸມມອງທີ່ຜິດພາດເຫຼົ່ານີ້ຈະຫຼອກລວງພວກເຮົາໄດ້ໂດຍງ່າຍຖ້າພວກເຮົາບໍ່ມີຄວາມຈິງ. ເມື່ອພວກເຮົາຍອມຮັບມຸມມອງເຫຼົ່ານີ້, ພວກເຮົາຈະຕົກຢູ່ໃນທ່າອ່ຽງທີ່ຊົ່ວຮ້າຍຂອງການໄລ່ຕາມເງິນ ແລະ ຊື່ສຽງ ແລະ ເຮັດຕາມເນື້ອໜັງ, ພວກເຮົາຈະກາຍເປັນຄືກັບຜູ້ທີ່ບໍ່ເຊື່ອ, ມີສ່ວນຮ່ວມໃນກົນອຸບາຍ ແລະ ການປະພຶດທີ່ທໍລະຍົດເພື່ອເຫັນແກ່ຊື່ສຽງ ແລະ ຜົນປະໂຫຍດ, ດໍາລົງຊີວິດຢູ່ທ່າມກາງບາບແຕ່ຍັງບໍ່ເຊື່ອວ່າມັນເປັນບາບ. ໂດຍສະເພາະເມື່ອພວກເຮົາພົບວ່າຊີວິດຂອງຄົນອື່ນດີກວ່າຂອງພວກເຮົາ, ພວກເຮົາຈະຄິດໜັກຂຶ້ນວ່າຈະຫາເງິນໃຫ້ໄດ້ຫຼາຍຂຶ້ນໄດ້ແນວໃດ. ຍັງມີບາງຄົນດໍາລົງຊີວິດທີ່ເສື່ອມໂຊມ, ຊີວິດທີ່ເສື່ອມຊາມໃນເລື່ອງການກິນ, ການດື່ມ, ແລະ ການມີຄວາມສຸກກັບຕົວເອງເພື່ອຮັກສາຄວາມສໍາພັນລະຫວ່າງບຸກຄົນທີ່ສັບສົນຂອງພວກເຂົາ ແລະ ພວກເຂົາຖືວ່າການເຂົ້າຮ່ວມປະຊຸມເປັນພາລະ. ເມື່ອບຸກຄົນໃດໜຶ່ງຕົກຢູ່ໃນກະແສນ້ຳວົນດັ່ງກ່າວ, ພວກເຂົາຈະຕົກເປັນເຫຍື່ອຂອງຊາຕານ. ພວກເຂົາບໍ່ພຽງແຕ່ຈະມີຄວາມມືດມົນດ້ານຈິດວິນຍານຫຼາຍຂຶ້ນເທົ່ານັ້ນ, ແຕ່ຊີວິດຂອງພວກເຂົາຈະຍິ່ງຫວ່າງເປົ່າຫຼາຍຍິ່ງຂຶ້ນ. ໃນທີ່ສຸດ, ພວກເຂົາກໍ່ຈະສູນເສຍໂອກາດທີ່ຈະໄດ້ຮັບຄວາມຈິງ ແລະ ຄວາມລອດພົ້ນສໍາລັບການຢູ່ຫ່າງໄກຈາກພຣະເຈົ້າ, ການທໍລະຍົດຕໍ່ພຣະເຈົ້າ ແລະ ການກັບຄືນສູ່ໂລກ.

ປັດຈຸບັນນີ້, ຊາວຄຣິສຕຽນຫຼາຍຄົນບໍ່ສາມາດເບິ່ງຜ່ານກົນອຸບາຍຂອງຊາຕານໄດ້, ຄິດວ່າມັນບໍ່ແມ່ນບາບໃຫຍ່ທີ່ຈະເຮັດຕາມແນວໂນ້ມຂອງໂລກ ແລະ ການເຊື່ອໃນພຣະເຈົ້າ ແລະ ການສະແຫວງຫາຄວາມຈິງບໍ່ສາມາດໃຫ້ຜົນຮັບໄດ້ໃນຄືນດຽວ. ດັ່ງນັ້ນ ພວກເຂົາຈິ່ງມັກເຮັດຕາມເນື້ອໜັງ ແລະ ບໍ່ມີຄວາມຮູ້ສຶກເລັ່ງດ່ວນໃນການສະແຫວງຫາຄວາມຈິງ. ໃນຄວາມເປັນຈິງ, ຊາຕານກໍາລັງໃຊ້ທ່າອ່ຽງທີ່ຊົ່ວຮ້າຍເພື່ອເຮັດໃຫ້ຜູ້ຄົນເສື່ອມຊາມ, ເຮັດໃຫ້ພວກເຂົາຫ່າງໄກຈາກພຣະເຈົ້າຫຼາຍຂຶ້ນເລື້ອຍໆ ແລະ ໃນສຸດທ້າຍກໍ່ກືນກິນພວກເຂົາຈົນໝົດ. ຖ້າພວກເຮົາບໍ່ສະແຫວງຫາຄວາມຈິງຢ່າງໜັກ, ພວກເຮົາຈະບໍ່ສາມາດແຍກແຍະກົນອຸບາຍຂອງຊາຕານໄດ້. ນີ້ເປັນຄືກັບຕອນທີ່ຊາຊານລໍ້ລວງເອວາໃຫ້ເຮັດບາບ, ແທນທີ່ຈະບອກຜູ້ຄົນວ່າການປະຕິເສດ ແລະ ທໍລະຍົດຕໍ່ພຣະເຈົ້າຈະກໍ່ໃຫ້ເກີດຜົນຕາມມາ, ມັນເວົ້າບາງສິ່ງທີ່ດີເພື່ອປອບໂຍນຜູ້ຄົນ ແລະ ເຮັດໃຫ້ພວກເຂົາມີຄວາມຮູ້ສຶກຜິດວ່າຊາຕານເວົ້າສິ່ງເຫຼົ່ານັ້ນເພື່ອຄວາມດີຂອງພວກເຂົາ ແລະ ໃນທີ່ສຸດ ພວກເຂົາກໍ່ເຮັດໃນສິ່ງທີ່ທໍລະຍົດພະເຈົ້າ. ທຸກມື້ນີ້, ພວກເຮົາເປັນຄືກັນກັບເອວາຜູ້ທີ່ຖືກຫຼອກລວງ, ບໍ່ເຊື່ອພຣະທຳຂອງພຣະເຈົ້າແຕ່ເບິ່ງສິ່ງທີ່ເປັນວັດຖຸເຫຼົ່ານີ້ທີ່ຢູ່ຕໍ່ໜ້າພວກເຮົາວ່າເປັນສິ່ງສໍາຄັນທີ່ສຸດ. ເພື່ອຕອບສະ ໜອງຄວາມເພີດເພີນທາງຮ່າງກາຍຂອງພວກເຮົາ, ພວກເຮົາບໍ່ລັງເລທີ່ຈະທຸ່ມເທພະລັງງານ ແລະ ເວລາທັງໝົດຂອງພວກເຮົາເຂົ້າໃນມັນ. ຖ້າຍັງເປັນແບບນີ້ຕໍ່ໄປ, ພວກເຮົາຈະບໍ່ຕົກເປັນເປົ້າໝາຍແຫ່ງການກືນກິນຂອງຊາຕານຄືກັນບໍ? ແນວໃດກໍ່ຕາມ, ຖ້າພວກເຮົາເຮັດຕາມພຣະທຳຂອງພຣະເຈົ້າ, ເຂົ້າຮ່ວມໃນຊີວິດຄຣິສຕະຈັກຕາມປົກກະຕິ ແລະ ເຂົ້າໃຈຄວາມຈິງຫຼາຍຂຶ້ນ, ພວກເຮົາຈະສາມາດແຍກແຍະກົນອຸບາຍຂອງຊາຕານໂດຍການນຳໃຊ້ຄວາມຈິງ ແລະ ພວກເຮົາຈະບໍ່ຖືກຫຼອກ ແລະ ຖືກເຮັດໃຫ້ທໍລະມານໂດຍຊານຕານ.

ເປັນຫຍັງການເຂົ້າຮ່ວມປະຊຸມຈິ່ງສຳຄັນຫຼາຍ?

ພຣະເຢຊູເຈົ້າຊົງກ່າວໄວ້ວ່າ, “ຍ້ອນວ່າບ່ອນໃດທີ່ມີສອງ ຫຼື ສາມຄົນເຕົ້າໂຮມກັນໃນນາມຂອງເຮົາ, ເຮົາກໍ່ຈະຢູ່ໃນທ່າມກາງພວກເຂົາໃນທີ່ນັ້ນ(ມັດທາຍ 18:20). ພຣະເຈົ້າຊົງກ່າວວ່າ, “ພຣະວິນຍານບໍລິສຸດບໍ່ພຽງແຕ່ປະຕິບັດພາລະກິດຕໍ່ບາງຄົນທີ່ຖືກພຣະເຈົ້າໃຊ້ເທົ່ານັ້ນ ແຕ່ປະຕິບັດຫຼາຍກວ່ານັ້ນໃນຄຣິສຕະຈັກ. ພຣະອົງສາມາດປະຕິບັດພາລະກິດໃນຜູ້ໃດກໍໄດ້. ພຣະອົງອາດປະຕິບັດພາລະກິດໃນຕົວເຈົ້າໃນຕອນນີ້ ແລະ ເມື່ອເຈົ້າຈະປະສົບກັບພາລະກິດນີ້. ໃນໄລຍະຕໍ່ໄປ, ພຣະອົງອາດປະຕິບັດພາລະກິດໃນຄົນອື່ນ ເຊິ່ງໃນກໍລະນີນີ້ ເຈົ້າຕ້ອງຮີບຕິດຕາມ; ຍິ່ງເຈົ້າເດີນຕາມແສງສະຫວ່າງປັດຈຸບັນຢ່າງໃກ້ຊິດເທົ່າໃດ, ຊີວິດຂອງເຈົ້າກໍຍິ່ງຈະເຕີບໃຫຍ່ຂຶ້ນເທົ່ານັ້ນ. ບໍ່ວ່າບາງຄົນຈະເປັນຄົນແບບໃດ ແຕ່ຖ້າຕາບໃດທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດໃນຕົວພວກເຂົາ, ເຈົ້າກໍຕ້ອງປະຕິບັດຕາມ. ຈົ່ງນຳໃຊ້ປະສົບການຂອງພວກເຂົາເຈົ້າເຂົ້າສູ່ຕົວເຈົ້າເອງ ແລະ ເຈົ້າຈະໄດ້ຮັບສິ່ງທີ່ສູງສົ່ງຂຶ້ນອີກ. ເມື່ອເຮັດດັ່ງນັ້ນ, ເຈົ້າຈະມີຄວາມຄືບໜ້າໄວຂຶ້ນ. ນີ້ແມ່ນເສັ້ນທາງແຫ່ງຄວາມສົມບູນສຳລັບມະນຸດ ແລະ ວິທີແຫ່ງການເຕີບໃຫຍ່ຂອງຊີວິດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ທີ່ເຊື່ອຟັງພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນອນ).

ຈາກພຣະທຳຂອງພຣະເຈົ້າ, ພວກເຮົາຮູ້ວ່າຄຣິສຕະຈັກແມ່ນບ່ອນທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ. ຕາບໃດທີ່ອ້າຍເອື້ອຍນ້ອງເຕົ້າໂຮມກັນເພື່ອອ່ານພຣະທຳຂອງພຣະເຈົ້າ, ພຣະວິນຍານບໍລິສຸດກໍ່ຈະປະຕິບັດພາລະກິດ. ສະນັ້ນ, ການໃຊ້ຊີວິດຄຣິສຕະຈັກແມ່ນວິທີໜຶ່ງເພື່ອໃຫ້ພວກເຮົາໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ເຕີບໃຫຍ່ຂຶ້ນໃນຊີວິດຝ່າຍວິນຍານຂອງພວກເຮົາ. ເນື່ອງຈາກວ່າອ້າຍເອື້ອຍນ້ອງຫຼາຍຄົນມີຄວາມສາມາດ, ການຢັ່ງຮູ້ ແລະ ປະສົບການທີ່ແຕກຕ່າງກັນ ແລະ ມີການສ່ອງສະຫວ່າງແລະ ຄວາມຮູ້ທີ່ແຕກຕ່າງກັນຈາກພຣະທຳຂອງພຣະເຈົ້າ, ເມື່ອພວກເຮົາເຕົ້າໂຮມກັນເພື່ອສົນທະນາ, ພວກເຮົາສາມາດຮຽນຮູ້ຈາກຈຸດແຂງຂອງກັນ ແລະ ກັນເພື່ອຊົດເຊີຍຄວາມອ່ອນແອຂອງພວກເຮົາເອງ ເພື່ອໃຫ້ພວກເຮົາສາມາດເຂົ້າໃຈຄວາມຈິງໄດ້ຊັດເຈນຫຼາຍຍິ່ງຂຶ້ນ. ເມື່ອພວກເຮົາມີຄວາມເຂົ້າໃຈທີ່ຜິດພາດກ່ຽວກັບບາງສິ່ງ, ອ້າຍເອື້ອຍນ້ອງຈະສັງເກດເຫັນມັນ ແລະ ສື່ສານກັບພວກເຮົາໄດ້ທັນເວລາ, ບອກພວກເຮົາວິທີເຂົ້າໃຈໃຫ້ສອດຄ່ອງກັບຄວາມຈິງ. ຍິ່ງໄປກວ່ານັ້ນ, ອ້າຍເອື້ອຍນ້ອງທຸກຄົນທີ່ສະແຫວງຫາຄວາມຈິງຈະມີຄວາມເຂົ້າໃຈ ແລະ ປະສົບການໃໝ່ກ່ຽວກັບຄວາມຈິງໃນທຸກຊ່ວງເວລາ. ໂດຍການຟັງການສົນທະນາຂອງພວກເຂົາວ່າພວກເຂົາປະສົບກັບວຽກງານຂອງພຣະເຈົ້າໃນຊີວິດຂອງພວກເຂົາແນວໃດ, ພວກເຮົາເອງຈະໄດ້ຮັບການສະໜອງ. ດັ່ງນັ້ນ, ຊີວິດຄຣິສຕະຈັກເຮັດໃຫ້ພວກເຮົາເຂົ້າໃຈຄວາມຈິງຫຼາຍຂຶ້ນ ແລະ ຊ່ວຍໃຫ້ພວກເຮົາເຕີບໃຫຍ່ຂຶ້ນໃນຊີວິດ. ບາງຄົນອາດເວົ້າວ່າ "ຂ້ານ້ອຍຍັງບໍ່ສາມາດໄດ້ຮັບການສ່ອງສະຫວ່າງຂອງພຣະວິນຍານບໍລິສຸດໂດຍການອ່ານພຣະທຳຂອງພຣະເຈົ້າດ້ວຍໂຕເອງຢູ່ທີ່ບ້ານບໍ?" ນີ້ແມ່ນຄວາມຈິງ, ແຕ່ສິ່ງທີ່ຄົນຜູ້ໜຶ່ງເຂົ້າໃຈນັ້ນຈຳກັດຫຼາຍແລະ ການສ່ອງສະຫວ່າງສ່ວນບຸກຄົນຂອງເຈົ້າ ແລະ ຄວາມສະຫວ່າງຈາກພຣະເຈົ້າກໍ່ຈຳກັດເຊັ່ນກັນ. ໃນກໍລະນີນີ້, ພວກເຮົາຂເຂົ້າໃຈຄວາມຈິງຊ້າໆ. ສ່ວນໃຫຍ່ແລ້ວພວກເຮົາສາມາດເຂົ້າໃຈຕົວອັກສອນ ແລະ ຫຼັກຄໍາສອນບາງຄໍາເທົ່ານັ້ນ, ແຕ່ບໍ່ສາມາດມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບລາຍລະອຽດເຫຼົ່ານັ້ນເຊັ່ນ: ແມ່ນຫຍັງຄືຄວາມຕັ້ງໃຈຂອງພຣະເຈົ້າໃນການກ່າວພຣະທຳເຫຼົ່ານັ້ນ ແລະ ແມ່ນຫຍັງຄືຫຼັກການປະຕິບັດ. ບາງຄັ້ງພວກເຮົາເຖິງກັບມີຄວາມເຂົ້າໃຈທີ່ຜິດພາດ ຍ້ອນວ່າພວກເຮົາພະຍາຍາມວິເຄາະພຣະທຳຂອງພຣະເຈົ້າຕາມຄວາມໝາຍຕາມຕົວອັກສອນຂອງພວກມັນດ້ວຍຈິດໃຈຂອງພວກເຮົາ, ດັ່ງນັ້ນຈຶ່ງມີແນວຄິດ ແລະ ຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າ. ຜົນທີ່ໄດ້ຄື ການເຕີບໃຫຍ່ຂອງຊີວິດພວກເຮົາຈະຊ້າລົງ ຫຼື ພວກເຮົາອາດຈະປະຕິບັດຢ່າງຜິດພາດ ເຊິ່ງເຮັດໃຫ້ເກີດຄວາມຊັກຊ້າໃນການເຕີບໃຫຍ່ຂອງຊີວິດຂອງພວກເຮົາ.

ນອກຈາກນັ້ນ, ໃນຊີວິດຈິງ, ພວກເຂົາຈະຜະເຊີນກັບບັນຫາທຸກຮູບແບບ ເຊັ່ນ: ຄວາມຫຍຸ້ງຍາກທີ່ເກີດຂຶ້ນໃນວຽກ, ຄວາມກົດດັນໃນການແຂ່ງຂັນຈາກເພື່ອນຮ່ວມງານ, ຄວາມຫຍຸ້ງຍາກໃນການສຶກສາລູກ, ຄວາມຫຍຸ້ງຍາກໃນການສຶກສາອົບຮົມເດັກນ້ອຍ ແລະ ຂັດແຍ້ງກັບຄູ່ສົມລົດຂອງພວກເຮົາ. ຍ້ອນວຸດທະພາວະຂອງພວກເຮົານ້ອຍ ແລະ ພວກເຮົາບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ສາມາດເຫັນສິ່ງຕ່າງໆໄດ້ຢ່າງຊັດເຈນ, ພວກເຮົາບໍ່ຮູ້ວ່າຈະຈັດການກັບຄວາມຫຍຸ້ງຍາກຫຼາຍຢ່າງໄດ້ແນວໃດ. ຖ້າພວກເຮົາມີຊີວິດຄຣິດຕະຈັກທີ່ເໝາະສົມ, ພວກເຮົາກໍ່ສາມາດເປີດໃຈກັບອ້າຍເອື້ອຍນ້ອງຂອງພວກເຮົາໃນທີ່ປະຊຸມ ແລະ ພວກເຂົາຈະສົນທະນາພຣະທຳຂອງພຣະເຈົ້າ ແລະ ແບ່ງປັນປະສົບການສ່ວນຕົວຂອງພວກເຂົາກັບພວກເຮົາ ແລ້ວພວກເຮົາກໍ່ຈະມີເສັ້ນທາງໃນການແກ້ໄຂບັນຫາຂອງພວກເຮົາ ແລະ ຮູ້ວ່າຈະປະຕະບັດແນວໃດ. ເປັນແບບນີ້ລະ, ຍິ່ງພວກເຮົາສະແຫວງຫາຄວາມຈິງ ແລະ ແກ້ໄຂບັນຫາຫຼາຍສ່ຳໃດ, ພວກເຮົາກໍ່ຍິ່ງຈະເຂົ້າໃຈຄວາມຈິງ ແລະ ຈະມີຄວາມຫຍຸ້ງຍາກ ແລະ ບັນຫາໜ້ອຍລົງສ່ຳນັ້ນ ແລະ ຫົວໃຈຂອງພວກເຮົາຈະຖືກປົດປ່ອຍ. ດັ່ງນັ້ນ, ການເຂົ້າຮ່ວມປະຊຸມບໍ່ພຽງແຕ່ບໍ່ແມ່ນພາລະເພີ່ມເຕີມເທົ່ານັ້ນ, ແຕ່ຈະເຮັດໃຫ້ພວກເຮົາໄດ້ຮັບຜົນປະໂຫຍດຫຼາຍຂຶ້ນ. ຊີວິດຂອງພວກເຮົາຈະເຕີບໃຫຍ່ໄວຂຶ້ນ ແລະ ຄວາມສຳພັນຂອງພວກເຮົາກັບພຣະເຈົ້າກໍ່ຈະປົກກະຕິຫຼາຍຂຶ້ນເລື້ອຍໆ. ຊີວິດຄຣິດຕະຈັກເປັນປະໂຫຍດຕໍ່ພວກເຮົາຫຼາຍເກີນໄປ!

ມາຮອດປະຈຸບັນ, ເຈົ້າໄດ້ຮັບຮູ້ຄວາມສຳຄັນຂອງການເຂົ້າຮ່ວມການປະຊຸມແລ້ວບໍ?

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ແກະຂອງພຣະເຈົ້າຟັງສຽງຂອງພຣະເຈົ້າ: ພວກເຮົາຄວນໄດ້ຍິນພຣະທຳຂອງພຣະເຈົ້າເມື່ອກວດສອບເສັ້ນທາງທີ່ແທ້ຈິງ

ໂດຍ ສູຊິງ, ປະເທດຈີນ ໂລກລະບາດໄດ້ແຜ່ລະບາດຢ່າງຕໍ່ເນື່ອງໃນຫຼາຍເດືອນທີ່ຜ່ານມາ ແລະ ຈຳນວນກໍລະນີ ແລະ ການຕາຍທີ່ໄດ້ຮັບການຢືນຢັນກໍມີຈຳນວນເພີ່ມຂຶ້ນສູງ....

ຄຳທຳນາຍເຖິງເວລາສຸດທ້າຍໄດ້ຖືກບັນລຸແລ້ວ: ວິທີການຕ້ອນຮັບເອົາການມາເຖິງຄັ້ງທີສອງຂອງພຣະຜູ້ເປັນເຈົ້າ

ໂດຍ ແອນຢວນ, ປະເທດຟິລິບປິນ ສອງພັນປີກ່ອນ, ຜູ້ຕິດຕາມຂອງພຣະຜູ້ເປັນເຈົ້າຖາມພຣະເຢຊູວ່າ “ແມ່ນຫຍັງຈະເປັນໝາຍສຳຄັນຂອງການມາຂອງພຣະອົງ ແລະ...

Leave a Reply