ຄຳທຳນາຍໃນພຣະຄຳພີກ່ຽວກັບຍຸກສຸດທ້າຍໄດ້ກາຍເປັນຈິງ ແລະ ມື້ຂອງໂນອາກໍໄດ້ມາເຖິງ: ຮຽນຮູ້ກ່ຽວກັບຄວາມລຶກລັບຂອງການມາເຖິງຂອງບຸດມະນຸດ

25 ເດືອນທັນວາ 2021

ມື້ຂອງໂນອາໄດ້ປາກົດຂຶ້ນ: ສິ່ງນີ້ທຳນາຍເຖິງຫຍັງ?

ເມື່ອພວກເຮົາເວົ້າກ່ຽວກັບມະນຸດຊາດໃນຍຸກຂອງໂນອາ, ທຸກຄົນກໍຮູ້ວ່າ ການຄາດຕະກຳ ແລະ ການວາງເພີງ, ການປົ້ນຈີ້ ແລະ ການລັກ ແລະ ຄວາມແພດຊະຍາໄດ້ກາຍມາເປັນທຳມະຊາດທີສອງຂອງຜູ້ຄົນໃນເວລານັ້ນ. ພວກເຂົາຫຼີກເວັ້ນພຣະເຈົ້າ ແລະ ບໍ່ເອົາໃຈໃສ່ພຣະທຳຂອງພຣະເຈົ້າ ແລະ ໃນທີ່ສຸດແລ້ວ ພຣະເຈົ້າກໍທຳລາຍພວກເຂົາດ້ວຍນໍ້າຖ້ວມຄັ້ງຍິ່ງໃຫຍ່. ແລ້ວພວກເຮົາກໍເບິ່ງທີ່ຜູ້ຄົນໃນໂລກແຫ່ງປັດຈຸບັນ: ພວກເຂົາບູຊາຄວາມຊົ່ວຮ້າຍ ແລະ ຄົນໆໜຶ່ງສາມາດເຫັນວ່າສະຖານທີ່ດັ່ງກ່າວເປັນຫ້ອງຄາຣາໂອເກະ, ຮ້ານນວດຕີນ, ຮ້ານຂາຍເຫຼົ້າ ແລະ ໂຮງເຕັ້ນລຳທີ່ຢູ່ໃນຖະໜົນ ແລະ ໃນຊອຍໃນທຸກຕົວເມືອງ; ຜູ້ຄົນກິນ, ດື່ມ ແລະ ສ້າງສັນ, ໝົກມຸ່ນກັບຄວາມພໍໃຈທາງເນື້ອໜັງ; ຄົນສ່ວນໃຫຍ່ແຂ່ງຊິງກັນເພື່ອຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ, ຕໍ່ສູ້ກັນເອງ, ວາງແຜນຕໍ່ສູ້ກັນເອງ ແລະ ໂກງກັນເອງ, ໝູ່ເພື່ອນ ແລະ ຍາດພີ່ນ້ອງກໍບໍ່ເວັ້ນ. ຜູ້ຄົນລ້ວນແລ້ວແຕ່ເບື່ອໜ່າຍຄວາມຈິງ, ພວກເຂົາຕົກຂຸມຮັກກັບຄວາມອະຍຸຕິທຳ ແລະ ດຳລົງຊີວິດໃນຄວາມຜິດບາບ; ບໍ່ມີຜູ້ໃດເລີ່ມຕົ້ນສະແຫວງຫາຄວາມຈິງ ຫຼື ສະແຫວງຫາຫົນທາງທີ່ແທ້ຈິງ ແລະ ພວກເຂົາເຖິງກັບປະຕິເສດ ແລະ ຕໍ່ຕ້ານພຣະເຈົ້າຢ່າງເປີດເຜີຍ. ມະນຸດຊາດທັງປວງດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ ແລະ ແມ່ນແຕ່ຄົນທີ່ເຊື່ອໃນພຣະຜູ້ເປັນເຈົ້າກໍຫຼຸດຄຸນຄ່າຕົນເອງໃຫ້ຕິດຕາມຄວາມນິຍົມທາງໂລກ. ພວກເຂົາປາຖະໜາຄວາມພໍໃຈທີ່ມີບາບ, ດຳລົງຊີວິດຢູ່ໃນວົງຈອນແຫ່ງການເຮັດບາບ ແລະ ກໍສາລະພາບຢູ່ສະເໝີ ແລະ ພວກເຂົາບໍ່ນໍາຄຳສັ່ງສອນຂອງພຣະຜູ້ເປັນເຈົ້າເຂົ້າສູ່ການປະຕິບັດ ເຖິງແມ່ນພວກເຂົາຮູ້ຈັກສິ່ງເຫຼົ່ານັ້ນເປັນຢ່າງດີ. ສາກດັ່ງກ່າວພຽງແຕ່ສາມາດເຮັດໃຫ້ຈື່ຄຳທຳນາຍທີ່ພຣະເຢຊູເຈົ້າໄດ້ກ່າວສອງພັນປີກ່ອນວ່າ: “ແລະ ດັ່ງໃນຍຸກຂອງໂນອາ, ຍຸກຂອງບຸດມະນຸດກໍຈະເປັນດັ່ງກັນ. ພວກເຂົາກິນ, ພວກເຂົາດື່ມ, ພວກເຂົາແຕ່ງງານກັນ, ພວກເຂົາຈັບຄູ່ສົມລົດການ ຈົນເຖິງມື້ທີ່ໂນອາໄດ້ເຂົ້າໄປໃນເຮືອ, ນໍ້າຈຶ່ງໄດ້ຖ້ວມ ແລະ ທຳລາຍພວກເຂົາທັງໝົດ... ແລ້ວດ້ວຍນັ້ນ ມັນຈຶ່ງຈະເປັນໃນມື້ທີ່ບຸດມະນຸດໄດ້ຖືກເປີດເຜີຍ(ລູກາ 17:26–30). ພວກເຮົາສາມາດເຫັນໄດ້ຈາກຄຳທຳນາຍນີ້ວ່າ ເມື່ອຜູ້ຄົນແຫ່ງຍຸກສຸດທ້າຍໄດ້ເສື່ອມຊາມ ແລະ ຊົ່ວຮ້າຍດັ່ງຜູ້ຄົນໃນເວລາຂອງໂນອາ,ພຣະຜູ້ເປັນເຈົ້າຈະມາອີກຄັ້ງ. ແຕ່ພຣະຜູ້ເປັນເຈົ້າຈະປາກົດຕົວໃນລັກສະນະໃດ? ແລ້ວພວກເຮົາຄວນທັກທາຍພຣະອົງແນວໃດ?

ພຣະຜູ້ເປັນເຈົ້າຈະມາແນວໃດໃນຍຸກສຸດທ້າຍ?

ຫຼາຍຄົນເວົ້າເຖິງຂໍ້ນີ້ໃນພຣະຄຳພີ: “ພວກເຂົາຈະເຫັນບຸດມະນຸດສະເດັດມາເທິງເມກແຫ່ງສະຫວັນດ້ວຍລິດອຳນາດ ແລະ ສະຫງ່າລາສີທີ່ຍິ່ງໃຫຍ່(ມັດທາຍ 24:30). ພວກເຂົາເຊື່ອວ່າ ເມື່ອພຣະຜູ້ເປັນເຈົ້າກັບຄືນມາ, ພຣະອົງຈະກັບຄືນມາໂດຍຂີ່ເທິງກ້ອນເມກຢ່າງເປີດເຜີຍ ແລະ ພຣະອົງຈະຍົກພວກເຮົາຂຶ້ນສູ່ອານາຈັກສະຫວັນໂດຍກົງ ແລະ ທຸກຄົນຈະໄດ້ເຫັນພຣະອົງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງລໍຖ້າໂດຍບໍ່ເຮັດຫຍັງໃຫ້ພຣະຜູ້ເປັນເຈົ້າໄດ້ມາເທິງກ້ອນເມກ. ເຖິງຢ່າງໃດກໍຕາມ, ຄວາມຈິງກໍຄື ພວກເຮົາໄດ້ເມີນເສີຍຄຳທຳນາຍໃນພຣະຄຳພີທີ່ກ່າວວ່າ ມີອີກວິທີໜຶ່ງທີ່ພຣະຜູ້ເປັນເຈົ້າຈະກັບຄືນມາ ເຊັ່ນ “ເບິ່ງແມ, ເຮົາມາເໝືອນກັບຄົນຂີ້ລັກ(ພຣະນິມິດ 16:15), “ດັ່ງນັ້ນ ຖ້າເຈົ້າບໍ່ເຝົ້າລະວັງ, ເຮົາຈະມາຫາເຈົ້າດັ່ງຄົນຂີ້ລັກ(ພຣະນິມິດ 3:3), “ເບິ່ງແມ, ເຮົາຢືນ ແລະ ເຄາະຢູ່ທີ່ປະຕູ: ຖ້າຄົນໃດໄດ້ຍິນສຽງຂອງເຮົາ ແລະ ໄຂປະຕູໃຫ້ເຮົາ, ເຮົາຈະເຂົ້າໄປຫາຄົນນັ້ນ ແລະ ເຮົາຈະກິນອາຫານຮ່ວມກັບຄົນນັ້ນ ແລະ ຄົນນັ້ນຈະກິນອາຫານຮ່ວມກັບເຮົາ(ພຣະນິມິດ 3:20), “ດ້ວຍວ່າ ຟ້າແມບເຫຼື້ອມຈາກທິດຕາເວັນອອກ ຍັງເຫຼື້ອມໄປເຖິງທິດຕາເວັນຕົກ, ການສະເດັດມາຂອງບຸດມະນຸດກໍຈະເປັນດັ່ງນັ້ນ(ມັດທາຍ 24:27) ແລະ “ສະນັ້ນ ພວກເຈົ້າຈົ່ງກຽມພ້ອມສະເໝີ ຍ້ອນບຸດມະນຸດຈະມາໃນເວລາທີ່ທ່ານຄິດບໍ່ເຖິງ(ມັດທາຍ 24:44). ຄຳທຳນາຍເຫຼົ່ານີ້ກ່າວເຖິງການກັບຄືນມາຂອງພຣະຜູ້ເປັນເຈົ້າວ່າເປັນດັ່ງ “ຂີ້ລັກ” ແລະ ພຣະອົງຈະ “ເຮົາຢືນ ແລະ ເຄາະຢູ່ທີ່ປະຕູ”. ສິ່ງນີ້ພິສູດວ່າ ພຣະຜູ້ເປັນເຈົ້າຈະມາຢ່າງງຽບໆ ແລະ ຢ່າງລັບໆ ແລະ ສິ່ງນີ້ຈະເກີດຂຶ້ນໂດຍທີ່ບໍ່ມີຜູ້ໃດຮູ້. ຂໍ້ເຫຼົ່ານີ້ຍັງກ່າວເຖິງ “ການສະເດັດມາຂອງບຸດມະນຸດ” ແລະ “ບຸດມະນຸດຈະມາ” ແລະ ການກ່າວເຖິງ “ບຸດມະນຸດ” ກໍໝາຍຄວາມເຖິງພຣະເຈົ້າທີ່ບັງເກີດເປັນມະນຸດ. ມີພຽງແຕ່ຜູ້ທີ່ເກີດຈາກມະນຸດ ແລະ ຜູ້ທີ່ມີຄວາມເປັນມະນຸດທີ່ປົກກະຕິຈຶ່ງສາມາດຖືກເອີ້ນວ່າ “ບຸດມະນຸດ”; ຖ້າພຣະຜູ້ເປັນເຈົ້າມາໃນຮູບຮ່າງຂອງຮ່າງກາຍຝ່າຍວິນຍານຂອງພຣະອົງ ຫຼັງຈາກການຟື້ນຄືນຊີບຂອງພຣະອົງ, ແລ້ວພຣະອົງກໍບໍ່ສາມາດຖືກເອີ້ນວ່າ “ບຸດມະນຸດ” ໄດ້. ສະນັ້ນ ສິ່ງນີ້ກໍສະແດງວ່າ ໃນຍຸກສຸດທ້າຍ, ພຣະຜູ້ເປັນເຈົ້າກັບຄືນມາໃນເນື້ອໜັງເພື່ອປະຕິບັດພາລະກິດທ່າມກາງມະນຸດຢ່າງລັບໆ.

ໃນຈຸດນີ້, ບາງຄົນອາດຮູ້ສຶກສັບສົນ ແລະ ອາດຄິດວ່າ “ພຣະຄຳພີທຳນາຍໄວ້ທັງສອງຢ່າງວ່າ ພຣະຜູ້ເປັນເຈົ້າຈະມາພ້ອມກັບກ້ອນເມກ ແລະ ທຸກສາຍຕາຈະເຫັນພຣະອົງ, ແຕ່ອີກຢ່າງ ພຣະຜູ້ເປັນເຈົ້າຈະມາໃນເນື້ອໜັງຢ່າງລັບໆ. ນີ້ບໍ່ແມ່ນຂໍ້ຂັດແຍ້ງກັນບໍ?” ໃນຄວາມເປັນຈິງແລ້ວ, ບໍ່ມີຂໍ້ຂັດແຍ້ງໃນພຣະທຳຂອງພຣະເຈົ້າ. ການມາເຖິງຂອງພຣະຜູ້ເປັນເຈົ້າເກີດຂຶ້ນໃນສອງວິທີ: ວິທີໆໜຶ່ງກໍຄືພຣະອົງມາຢ່າງເປີດເຜີຍພ້ອມກັບກ້ອນເມກ, ໃນຂະນະທີ່ອີກໜຶ່ງວິທີກໍຄືພຣະອົງມາຢ່າງລັບໆຄືກັບຂີ້ລັກ. ທຸກສິ່ງທີ່ພຣະເຈົ້າທຳນາຍຈະຖືກເຮັດບັນລຸ ແລະ ຖືກເຮັດໃຫ້ສຳເລັດ, ແຕ່ພຣະເຈົ້າປະຕິບັດພາລະກິດໃນຂັ້ນຕອນຕ່າງໆ ແລະ ມີແຜນການໃນພາລະກິດຂອງພຣະອົງ. ພຣະເຈົ້າບັງເກີດເປັນມະນຸດກ່ອນ ແລະ ມາຢ່າງລັບໆເພື່ອປະຕິບັດພາລະກິດຂອງພຣະອົງເພື່ອຊ່ວຍມະນຸດໃຫ້ລອດພົ້ນ ແລະ ຫຼັງຈາກນັ້ນ ພຣະອົງກໍປາກົດຢ່າງເປີດເຜີຍຕໍ່ທຸກຄົນ, ຂີ່ເທິງກ້ອນເມກ, ໃຫ້ລາງວັນຄົນດີ ແລະ ລົງໂທດຄົນທີ່ຊົ່ວຮ້າຍ.

ພຣະຜູ້ເປັນເຈົ້າມາປະຕິບັດພາລະກິດຫຍັງໃນຍຸກສຸດທ້າຍ?

ເປັນຫຍັງພຣະເຈົ້າຈຶ່ງມາຢ່າງລັບໆກ່ອນ? ສິ່ງນີ້ກ່ຽວພັນກັບພາລະກິດທີ່ພຣະເຈົ້າປະຕິບັດ ເມື່ອພຣະອົງປາກົດຕົວໃນຍຸກສຸດທ້າຍ. ໃຫ້ພວກເຮົາອ່ານຂໍ້ເຫຼົ່ານີ້ຈາກພຣະຄຳພີ: “ເຖິງເວລາທີ່ການຄໍາພິພາກສາເລີ້ມຕົ້ນທີ່ຄົວເຮືອນຂອງພຣະເຈົ້າ(1 ເປໂຕ 4:17). “ຜູ້ທີ່ປະຕິເສດເຮົາ ແລະ ບໍ່ຮັບເອົາພຣະທໍາຂອງເຮົາ ກໍຈະມີສິ່ງທີ່ຕັດສິນພວກເຂົາ, ພຣະທໍາທີ່ເຮົາໄດ້ກ່າວກໍຈະຕັດສິນພວກເຂົາໃນວັນສຸດທ້າຍເຊັ່ນກັນ(ໂຢຮັນ 12:48). “ເວົ້າດ້ວຍນໍ້າສຽງທີ່ດັງວ່າ ຈົ່ງຢຳເກງພຣະເຈົ້າ ແລະ ຖວາຍສະຫງ່າລາສີໃຫ້ແກ່ພຣະອົງ; ຍ້ອນຊົ່ວໂມງແຫ່ງການພິພາກສາຂອງພຣະອົງໄດ້ມາເຖິງແລ້ວ: ແລະ ນະມັດສະການພຣະອົງທີ່ໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທະເລ ແລະ ນໍ້າພຸ(ພຣະນິມິດ 14:7). “ຜູ້ໃດທີ່ໄດ້ຮັບໄຊຊະນະ ເຮົາຈະເຮັດໃຫ້ຜູ້ນັ້ນເປັນຫຼັກເສົາໃນພຣະວິຫານຂອງພຣະເຈົ້າຂອງເຮົາ ແລະ ຄົນນັ້ນຈະບໍ່ອອກໄປນອກພຣະວິຫານອີກຕໍ່ໄປ(ພຣະນິມິດ 3:12). “ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ ເພາະພຣະອົງຈະບໍ່ກ່າວເຖິງເລື່ອງພຣະອົງ ແຕ່ ຈະກ່າວໃນສິ່ງທີ່ພຣະອົງໄດ້ຍິນ ແລະ ສະແດງໃຫ້ພວກເຈົ້າເຫັນສິ່ງທີ່ຈະເກີດຂຶ້ນ(ໂຢຮັນ 16:12–13). ແລ້ວພຣະທຳຂອງພຣະເຈົ້າກໍກ່າວວ່າ “ເຖິງແມ່ນວ່າ ພຣະເຢຊູໄດ້ປະຕິບັດພາລະກິດຫຼາຍຢ່າງໃນທ່າມກາງມະນຸດ, ພຣະອົງພຽງສໍາເລັດການໄຖ່ບາບຂອງມວນມະນຸດຊາດ ແລະ ກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບຂອງມະນຸດເທົ່ານັ້ນ; ພຣະອົງບໍ່ໄດ້ກໍາຈັດອຸປະນິໄສທີ່ເສື່ອມຊາມທັງໝົດຂອງເຂົາອອກຈາກມະນຸດ. ການຊ່ວຍໃຫ້ມະນຸດລອດພົ້ນຢ່າງສົມບູນຈາກອິດທິພົນຂອງຊາຕານບໍ່ແມ່ນພຽງຕ້ອງການໃຫ້ພຣະເຢຊູກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບ ແລະ ແບກຮັບຄວາມຜິດບາບຂອງມະນຸດເທົ່ານັ້ນ, ແຕ່ມັນຍັງຮຽກຮ້ອງໃຫ້ພຣະເຈົ້າປະຕິບັດພາລະກິດທີ່ຍິ່ງໃຫຍ່ຂຶ້ນເພື່ອກຳຈັດອຸປະນິໄສເສື່ອມຊາມຂອງຊາຕານຂອງເຂົາໃຫ້ອອກຈາກມະນຸດ. ດັ່ງນັ້ນ ບັດນີ້ເມື່ອມະນຸດໄດ້ຮັບການໃຫ້ອະໄພຄວາມຜິດບາບຂອງເຂົາ, ພຣະເຈົ້າຈຶ່ງໄດ້ກັບຄືນສູ່ເນື້ອໜັງ ເພື່ອນໍາພາມະນຸດໄປສູ່ຍຸກໃໝ່ ແລະ ເລີ່ມຕົ້ນພາລະກິດຂອງການຂ້ຽນຕີ ແລະ ການພິພາກສາ. ພາລະກິດນີ້ໄດ້ນໍາພາມະນຸດໄປສູ່ອານາຈັກທີ່ສູງສົ່ງຍິ່ງຂຶ້ນ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ).

ພວກເຮົາສາມາດເຫັນໄດ້ຈາກພຣະທຳເຫຼົ່ານີ້ວ່າ ເມື່ອພຣະຜູ້ເປັນເຈົ້າໄດ້ກັບຄືນມາໃນຍຸກສຸດທ້າຍ, ພຣະອົງຈະກ່າວຄວາມຈິງຫຼາຍຂຶ້ນ ແລະ ປະຕິບັດພາລະກິດແຫ່ງການພິພາກສາ. ພຣະອົງຈະໃຊ້ “ພຣະທຳທີ່ພຣະອົງໄດ້ກ່າວ” ເພື່ອພິພາກສາ ແລະ ເປີດໂປງຄວາມເສື່ອມຊາມຂອງພວກເຮົາ, ເພື່ອວ່າພວກເຮົາອາດໄຕ່ຕອງກ່ຽວກັບຕົນເອງ, ບັນລຸການສຳນຶກຜິດ ແລະ ການປ່ຽນແປງຢ່າງແທ້ຈິງ, ໃນທີ່ສຸດແລ້ວກໍຖືກຊຳລະລ້າງໂດຍພຣະເຈົ້າ ແລະ ກາຍມາເປັນຜູ້ເອົາຊະນະ, ຜູ້ທີ່ຖືກນໍາພາໄປສູ່ອານາຈັກຂອງພຣະອົງ. ນີ້ກໍຍ້ອນ ເຖິງແມ່ນວ່າພວກເຮົາຖືກພຣະເຢຊູເຈົ້າໄຖ່ ແລະ ຄວາມຜິດບາບຂອງພວກເຮົາໄດ້ຮັບການອະໄພ, ຮາກຂອງຄວາມຜິດບາບຂອງພວກເຮົາ ນັ້ນກໍຄື ທຳມະຊາດອັນຜິດບາບຂອງພວກເຮົາກໍຍັງຝັງເລິກຢູ່ພາຍໃນພວກເຮົາ ແລະ ເມື່ອຖືກມັນຄວບຄຸມ, ພວກເຮົາກໍບໍ່ສາມາດເຮັດຫຍັງໄດ້ ນອກຈາກຈະເຮັດບາບຢູ່ເລື້ອຍໆ. ນີ້ເປັນພ-ຽຕົວຢ່າງສອງສາມອັນ: ເມື່ອຄົນອື່ນເຮັດສິ່ງທີ່ຂັດກັບຜົນປະໂຫຍດຂອງພວກເຮົາ, ພວກເຮົາອາດກຽດຊັງພວກເຮົາ ແລະ ເຖິງກັບໃຈຮ້າຍ; ໂດຍທຳມະດາແລ້ວ ພວກເຮົາເວົ້າວ່າ ພວກເຮົາຊື່ສັດຕໍ່ພຣະເຈົ້າ ແລະ ເຊື່ອຟັງພຣະອົງ, ແຕ່ເມື່ອບາງສິ່ງທີ່ພວກເຮົາບໍ່ມັກໄດ້ເກີດຂຶ້ນ, ພວກເຮົາກໍເຂົ້າມໃຈຜິດ ແລະ ກ່າວໂທດພຣະເຈົ້າ ແລະ ໃນກໍລະນີທີ່ຮຸນແຮງ ພວກເຮົາກໍເຖິງກັບປະຖິ້ມພຣະເຈົ້າ. ສິ່ງນີ້ສະແດງວ່າ ພວກເຮົາບໍ່ໄດ້ປົດປ່ອຍຕົນເອງຈາກໂສ້ ແລະ ຂໍ້ຈຳກັດຂອງຄວາມຜິດບາບ, ພວກເຮົາຍັງດຳລົງຊີວິດຢູ່ໃນສະພາວະການເຮັດບາບ ແລະ ຫຼັງຈາກນັ້ນກໍສາລະພາບ ແລະ ພວກເຮົາຕ້ອງການພຣະເຈົ້າທີ່ບັງເກີດເປັນມະນຸດເພື່ອປະຕິບັດພາລະກິດແຫ່ງການພິພາກສາເພື່ອຊໍາລະລ້າງຄວາມເສື່ອມຊາມຂອງພວກເຮົາເປັນຄັ້ງສຸດທ້າຍ. ເມື່ອພວກເຮົາໄດ້ຍິນສຽງຂອງພຣະເຈົ້າ, ຖືກຍົກຂຶ້ນຕໍ່ໜ້າພຣະເຈົ້າ ແລະ ຜະເຊີນກັບການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າ, ເມື່ອອຸປະນິໄສທີ່ເສື່ອມຊາມຂອງພວກເຮົາຖືກເຮັດໃຫ້ບໍລິສຸດ ແລະ ພວກເຮົາສາມາດຍອມຕໍ່ພຣະເຈົ້າ, ນະມັດສະການພຣະເຈົ້າ ແລະ ຮັກພຣະເຈົ້າພາຍໃຕ້ທຸກສະຖານະການ ນັ້ນກໍຄື ເມື່ອພວກເຮົາຖືກເຮັດໃຫ້ເປັນຜູ້ເອົາຊະນະໂດຍພຣະເຈົ້າ. ຜູ້ຄົນເຫຼົ່ານີ້ແມ່ນຜູ້ເອົາຊະນະ 14.4000 ຄົນດັ່ງທີ່ຖືກທຳນາຍໄວ້ໃນໜັງສືພຣະນິມິດ ແລະ ມັນບັນລຸບົດທີ 14, ຂໍ້ທີ 4 ໃນພຣະນິມິດຢ່າງສົມບູນວ່າ: “ຄົນເຫຼົ່ານີ້ແມ່ນຄົນທີ່ບໍ່ມີມົນທົນກັບແມ່ຍິງ; ຍ້ອນພວກເຂົາບໍລິສຸດ. ຜູ້ຄົນເຫຼົ່ານີ້ແມ່ນຄົນທີ່ຕິດຕາມພຣະເມສານ້ອຍໄປທຸກບ່ອນທີ່ພຣະອົງໄປ. ຄົນເຫຼົ່ານີ້ແມ່ນຄົນທີ່ຕິດຕາມພຣະເມສານ້ອຍໄປທຸກບ່ອນທີ່ພຣະອົງສະເດັດໄປ. ຜູ້ຄົນເຫຼົ່ານີ້ແມ່ນຖືກໄຖ່ຈາກກຸ່ມມະນຸດ ໃຫ້ເປັນຜົນທໍາອິດແກ່ພຣະເຈົ້າ ແລະ ພຣະເມສານ້ອຍ”. ຖ້າພຣະຜູ້ເປັນເຈົ້າກັບຄືນມາເປັນຄັ້ງທຳອິດເທິງກ້ອນເມກດ້ວຍສະຫງ່າລາສີອັນຍິ່ງໃຫຍ່, ແລ້ວທຸກຄົນກໍຈະກົ້ມລົງເພື່ອນະມັດສະການພຣະອົງ. ແລ້ວມັນກໍຈະເປັນໄປບໍ່ໄດ້ທີ່ຈະເປີດໂປງຄວາມກະບົດ ແລະ ການຕໍ່ຕ້ານພຣະເຈົ້າທີ່ຢູ່ພາຍໃນທຳມະຊາດຂອງມະນຸດ ແລະ ມັນຈະໄຮ້ເຫດຜົນສຳລັບພຣະເຈົ້າທີ່ຈະສະແດງຄວາມຈິງໂດຍເລັ່ງໃສ່ການສະແດງຄວາມເສື່ອມຊາມຂອງພວກເຮົາ ເພື່ອພິພາກສາພວກເຮົາ. ເຖິງແມ່ນພຣະເຈົ້າເປີດເຜີຍແກ່ນແທ້ທີ່ເສື່ອມຊາມຂອງພວກເຮົາ, ພວກເຮົາກໍຈະບໍ່ຍອມຮັບມັນ ແລະ ພວກເຮົາຈະບໍ່ສາມາດຖືກເຮັດໃຫ້ບໍລິສຸດ ແລະ ໄດ້ຮັບການປ່ຽນແປງ. ຖ້ານັ້ນຄືຄວາມຈິງ, ພຣະເຈົ້າຈະບໍ່ສາມາດປະຕິບັດພາລະກິດຂອງພຣະອົງໃນການສ້າງຜູ້ເອົາຊະນະ.

ຍິ່ງໄປກວ່ານັ້ນ, ໃນຍຸກສຸດທ້າຍ ພຣະເຈົ້າຈະຍັງເປີດເຜີຍຄົນທຸກປະເພດ, ແຍກແຕ່ລະຄົນຕາມປະເພດຂອງພວກເຂົາ ແລະ ໃຫ້ລາງວັນຄົນດີ ແລະ ລົງໂທດຜູ້ທີ່ຊົ່ວຮ້າຍ. ຖ້າພຣະຜູ້ເປັນເຈົ້າກັບຄືນມາເທິງກ້ອນເມກດ້ວຍສະຫງ່າລາສີອັນຍິ່ງໃຫຍ່, ແລ້ວທຸກຄົນກໍຈະເຫັນພຣະອົງ ແລະ ກົ້ມລົງເທິງພື້ນດິນເພື່ອຮັບ ແລະ ຍອມຕໍ່ພຣະອົງ. ບໍ່ວ່າພວກເຂົາເຊື່ອໃນພຣະເຈົ້າ ຫຼື ເປັນຂອງຊາຕານ, ບໍ່ວ່າພວກເຂົາຮັກຄວາມຈິງ ຫຼື ບໍ່, ບໍ່ວ່າພວກເຂົາເຊື່ອຟັງພຣະເຈົ້າ ຫຼື ຕໍ່ຕ້ານພຣະອົງ, ບໍ່ມີຜູ້ໃດສາມາດຖືກເປີດໂປງໂດຍພຣະເຈົ້າ. ແລ້ວການເກັບກ່ຽວ ແລະ ການຝັດເຂົ້າດັ່ງທີ່ຖືກທຳນາຍໄວ້ລ່ວງໜ້າໃນພຣະຄຳພີ ແລະ ພາລະກິດໃນການແຍກແຕ່ລະຄົນຕາມປະເພດຂອງໃຜລາວ, ການແຍກແກະອອກຈາກແບ້, ເຂົ້າສາລີອອກຈາກເຂົ້ານົກ ແລະ ອື່ນໆອີກ ກໍບໍ່ສາມາດເກີດຂຶ້ນໄດ້. ເຖິງແມ່ນພຣະເຈົ້າຮູ້ວ່າຜູ້ໃດດີ ແລະ ຜູ້ໃດຊົ່ວຮ້າຍ, ຖ້າຜູ້ຄົນບໍ່ໄດ້ຖືກເປີດໂປງ, ແລ້ວພວກເຂົາກໍຈະບໍ່ຮັບຮູ້ມັນ, ແຮງໄກທີ່ພວກເຂົາຈະເຊື່ອມັນ. ສະນັ້ນ ມັນກໍຊັດເຈນແລ້ວວ່າ ພຣະເຈົ້າປະຕິບັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍເພື່ອຊ່ວຍມະນຸດໃຫ້ລອດພົ້ນເປັນຄັ້ງສຸດທ້າຍ, ສ້າງກຸ່ມຜູ້ເອົາຊະນະ ແລະ ແຍກແຕ່ລະຄົນຕາມປະເພດຂອງໃຜລາວ. ເພື່ອທີ່ຈະເຮັດແບບນີ້, ພຣະອົງຕ້ອງກາຍມາເປັນເນື້ອໜັງ ແລະ ມາຢ່າງລັບໆກ່ອນ. ຫຼັງຈາກທີ່ກຸ່ມຜູ້ເອົາຊະນະໄດ້ຖືກສ້າງ, ຊ່ວງເວລາຂອງພາລະກິດຢ່າງລັບໆຂອງພຣະເຈົ້າກໍຈະມາເຖິງຈຸດສິ້ນສຸດ ແລະ ມີແຕ່ເມື່ອນັ້ນ ພຣະເຈົ້າຈຶ່ງຈະມາຢ່າງເປີດເຜີຍເທິງກ້ອນເມກ, ປາກົດຕົວຕໍ່ປະຊາຊາດ ແລະ ປະຊາຊົນທັງປວງເພື່ອເລີ່ມຕົ້ນໃຫ້ລາງວັນຄົນດີ ແລະ ລົງໂທດຜູ້ທີ່ຊົ່ວຮ້າຍ. ທຸກຄົນທີ່ຍອມຮັບພາລະກິດແຫ່ງການພິພາກສາຂອງພຣະເຈົ້າ ແລະ ຖືກເຮັດໃຫ້ບໍລິສຸດກໍຈະຖືກນໍາໄປສູ່ອານາຈັກຂອງພຣະເຈົ້າໃນທີ່ສຸດ, ໃນຂະນະທີ່ຄົນທີ່ບໍ່ຍອມຮັບພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ຜູ້ທີ່ຕໍ່ຕ້ານ, ກ່າວຮ້າຍ ແລະ ໝິ່ນປະໝາດພຣະເຈົ້າ ກໍຈະຖືກເປີດໂປງວ່າເປັນຜູ້ຮັບໃຊ້ທີ່ຊົ່ວຮ້າຍ ແລະ ເຂົ້ານົກ. ຄົນດັ່ງກ່າວຈະຖືກກວາດລ້າງໃນໄພພິບັດ ພ້ອມກັບການຮ້ອງໄຫ້ຢ່າງໃຫຍ່ຫຼວງ ແລະ ການກັດແຂ້ວ. ມີແຕ່ເມື່ອນັ້ນ ຄຳທຳນາຍນີ້ຈາກໜັງສືພຣະນິມິດຈຶ່ງຈະຖືກເຮັດໃຫ້ສຳເລັດ: “ເບິ່ງແມ, ພຣະອົງສະເດັດມາກັບກ້ອນເມກ, ຕາທຸກໜ່ວຍຈະເຫັນພຣະອົງ ແລະ ພວກເຂົາທີ່ໄດ້ແທງພຣະອົງກໍຈະເຫັນເຊັ່ນກັນ ແລະ ທຸກຊົນຊາດເທິງແຜ່ນດິນໂລກນີ້ຈະຮ້ອງໄຫ້ຍ້ອນພຣະອົງ. ເປັນດັ່ງນັ້ນແລ້ວ, ອາແມນ(ພຣະນິມິດ 1:7).

ພວກເຮົາຄວນທັກທາຍການປາກົດຕົວ ແລະ ພາລະກິດຂອງພຣະຜູ້ເປັນເຈົ້າແນວໃດ?

ໃນຂະນະທີ່ພຣະເຈົ້າທີ່ບັງເກີດເປັນມະນຸດກຳລັງປະຕິບັດພາລະກິດຢ່າງລັບໆ, ພວກເຮົາສາມາດເຮັດຫຍັງໄດ້ເພື່ອທີ່ຈະສາມາດທັກທາຍພຣະຜູ້ເປັນເຈົ້າ? ພຣະນິມິດ 3:20 ກ່າວວ່າ: “ເບິ່ງແມ, ເຮົາຢືນ ແລະ ເຄາະຢູ່ທີ່ປະຕູ: ຖ້າຄົນໃດໄດ້ຍິນສຽງຂອງເຮົາ ແລະ ໄຂປະຕູໃຫ້ເຮົາ, ເຮົາຈະເຂົ້າໄປຫາຄົນນັ້ນ ແລະ ເຮົາຈະກິນອາຫານຮ່ວມກັບຄົນນັ້ນ ແລະ ຄົນນັ້ນຈະກິນອາຫານຮ່ວມກັບເຮົາ(ພຣະນິມິດ 3:20). ມັດທາຍ 25:6 ກ່າວວ່າ: “ແລ້ວໃນເວລາທ່ຽງຄືນ ກໍມີສຽງຮ້ອງມາວ່າ, ເບິ່ງແມ, ເຈົ້າບ່າວມາແລ້ວ ເຈົ້າຈົ່ງອອກໄປພົບກັບເພິ່ນ”. ພວກເຮົາສາມາດເຫັນຈາກຂໍ້ເຫຼົ່ານີ້ວ່າ ໃນຍຸກສຸດທ້າຍ ພຣະເຈົ້າຈະໃຊ້ພຣະຄຳຂອງພຣະອົງເພື່ອເຄາະທີ່ປະຕູຂອງພວກເຮົາ ແລະ ພຣະອົງຈະໃຊ້ຜູ້ຄົນເພື່ອປະກາດໃຫ້ແກ່ພວກເຮົາເຖິງຂ່າວທີ່ວ່າ ເຈົ້າບ່າວໄດ້ກັບຄືນມາແລ້ວ. ເມື່ອຜູ້ໃດຜູ້ໜຶ່ງເທດສະໜາຂ່າວປະເສີດໃຫ້ແກ່ພວກເຮົາ, ສະນັ້ນ ພວກເຮົາຄວນສະແຫວງຫາດ້ວຍໃຈທີ່ເປີດ ແລະ ເອົາໃຈໃສ່ໃນການຟັງສຽງຂອງພຣະເຈົ້າ. ຕາບໃດທີ່ພວກເຮົາຮູ້ວ່າມັນເປັນສຽງຂອງພຣະເຈົ້າ, ແລ້ວພວກເຮົາກໍຕ້ອງຟ້າວຍອມຮັບ ແລະ ຍອມ ແລະ ຕາມທັນພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ. ນີ້ແມ່ນຄວາມໝາຍຂອງການທັກທາຍການກັບຄືນມາຂອງພຣະຜູ້ເປັນເຈົ້າ.

ທຸກມື້ນີ້, ມີພຽງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ກຳລັງເປັນພະຍານຢ່າງເປີດເຜີຍວ່າ ພຣະຜູ້ເປັນເຈົ້າໄດ້ມາຢ່າງລັບໆດ້ວຍເນື້ອໜັງ ແລະ ພຣະອົງເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິດແຫ່ງຍຸກສຸດທ້າຍ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວພຣະທຳຫຼາຍລ້ານຂໍ້ ແລະ ພຣະອົງປະຕິບັດພາລະກິດແຫ່ງການພິພາກສາ ໂດຍເລີ່ມຕົ້ນດ້ວຍເຮືອນຂອງພຣະເຈົ້າ, ຊໍາລະລ້າງ ແລະ ຊ່ວຍທຸກຄົນທີ່ມາຢູ່ຕໍ່ໜ້າພຣະອົງໃຫ້ລອດພົ້ນ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ປາກົດຕົວ ແລະ ປະຕິບັດພາລະກິດຂອງພຣະອົງເປັນເວລາເກືອບ 30 ປີ ແລະ ພຣະອົງໄດ້ສ້າງກຸ່ມຜູ້ເອົາຊະນະ, ບັດນີ້ ພາລະກິດແຫ່ງການພິພາກສາຂອງພຣະອົງກຳລັງມາເຖິງຈຸດສິ້ນສຸດຂອງມັນແລ້ວ.ໄພພິບັດກຳລັງເກີດຂຶ້ນຕາມໆກັນມາທົ່ວແຜ່ນດິນໂລກ; ມື້ຂອງໂນອາກໍຍັບເຂົ້າມາໃກ້. ພວກເຮົາຕ້ອງເປັນຍິງບໍລິສຸດທີ່ສະຫຼາດ ແລະ ຟ້າວກວດສອບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຍ້ອນໂດຍການເຮັດດັ່ງນັ້ນ ພວກເຮົາຈະມີໂອກາດໄດ້ທັກທາຍພຣະຜູ້ເປັນເຈົ້າ ແລະ ຖືກຍົກຂຶ້ນເມືອກ່ອນໄພພິບັດຈະມາເຖິງ. ຖ້າພວກເຮົາຍຶດຕິດກັບແນວຄິດທີ່ພຣະຜູ້ເປັນເຈົ້າມາພ້ອມກັບກ້ອນເມກ, ປະຕິເສດທີ່ຈະສະແຫວງຫາ ແລະ ກວດສອບພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ, ແລ້ວພວກເຮົາກໍຈະຖືກປະຖິ້ມ ແລະ ຖືກກຳຈັດໂດຍພຣະຜູ້ເປັນເຈົ້າ ແລະ ພວກເຮົາຈະຖືກກວາດລ້າງດ້ວຍໄພພິບັດ ແລະ ຖືກລົງໂທດ. ມັນເປັນດັ່ງທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວໄວ້ວ່າ: “ຫຼາຍຄົນອາດບໍ່ສົນໃຈໃນສິ່ງທີ່ເຮົາບອກກ່າວ ແຕ່ເຮົາຍັງຢາກບອກໄພ່ພົນທີ່ຕິດຕາມພຣະເຢຊູທຸກຄົນວ່າ ເມື່ອພວກເຈົ້າເຫັນພຣະເຢຊູລົງມາຈາກແຜ່ນດິນສະຫວັນເທິງເມກສີຂາວດ້ວຍຕາຂອງພວກເຈົ້າເອງ ນີ້ຈະເປັນການປາກົດຕົວຢ່າງເປີດເຜີຍຂອງຜຣະອາທິດແຫ່ງຄວາມທ່ຽງທຳ. ບາງເທື່ອ ນັ້ນຈະເປັນເວລາແຫ່ງຄວາມຕື່ນເຕັ້ນຢ່າງໃຫຍ່ສໍາລັບເຈົ້າ ແຕ່ເຈົ້າຄວນຮູ້ວ່າ ເວລາທີ່ເຈົ້າເປັນພະຍານການລົງມາຂອງພຣະເຢຊູຈາກແຜ່ນດິນສະຫວັນຍັງເປັນເວລາທີ່ເຈົ້າຈະລົງນະຮົກເພື່ອຮັບການລົງໂທດອີກດ້ວຍ. ນັ້ນຈະເປັນເວລາແຫ່ງການສິ້ນສຸດຂອງແຜນການຄຸ້ມຄອງຂອງພຣະເຈົ້າ ແລະ ມັນເປັນເວລາທີ່ພຣະເຈົ້າໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວ. ເນື່ອງຈາກວ່າ ການພິພາກສາຂອງພຣະເຈົ້າຈະສິ້ນສຸດລົງກ່ອນທີ່ມະນຸດຈະໄດ້ເຫັນໝາຍສໍາຄັນ ໃນເວລາມີການສະແດງຄວາມຈິງເທົ່ານັ້ນ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າແມ່ນໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ຄຳທຳນາຍເຖິງເວລາສຸດທ້າຍໄດ້ຖືກບັນລຸແລ້ວ: ວິທີການຕ້ອນຮັບເອົາການມາເຖິງຄັ້ງທີສອງຂອງພຣະຜູ້ເປັນເຈົ້າ

ໂດຍ ແອນຢວນ, ປະເທດຟິລິບປິນ ສອງພັນປີກ່ອນ, ຜູ້ຕິດຕາມຂອງພຣະຜູ້ເປັນເຈົ້າຖາມພຣະເຢຊູວ່າ “ແມ່ນຫຍັງຈະເປັນໝາຍສຳຄັນຂອງການມາຂອງພຣະອົງ ແລະ...

ການສຶກສາປະຈໍາວັນ: 4 ວິທີການທີ່ຈະຊ່ວຍໃຫ້ທ່ານໃກ້ຊິດກັບພຣະເຈົ້າເຂົ້າຕື່ມ

ໂດຍ ສຽວມົ່ວ, ຈີນ ໃນຊີວິດປະຈໍາວັນຂອງພວກເຮົາ, ໂດຍການຫຍັບເຂົ້າໃກ້ພຣະເຈົ້າຫຼາຍຂຶ້ນ ແລະ ການມີການປະຕິສໍາພັນທີ່ແທ້ຈິງກັບພຣະເຈົ້າເທົ່ານັ້ນ,...

ໄພພິບັດເປັນປະຈຳ, ວິທີທີ່ຈະເປັນຍິງສາວບໍລິສຸດທີ່ສະຫຼາດໃນການຮັບເອົາພຣະຜູ້ເປັນເຈົ້າ

ພຣະເຢຊູເຈົ້າກ່າວວ່າ: “ເຈົ້າຈະໄດ້ຍິນກ່າວກັບສົງຄາມ ແລະ ຂ່າວເລົ່າລືກ່ຽວກັບສົງຄາມ, ພວກເຈົ້າຕ້ອງບໍ່ວຸ້ນວາຍ ຍ້ອນທຸກສິ່ງເຫຼົ່ານີ້ຕ້ອງເກີດຂຶ້ນ...

Leave a Reply