ການກັບໃຈຂອງຄົນໜ້າຊື່ໃຈຄົດ

19 ເດືອນກຸມພາ 2022

ໂດຍ ຊິນລຸ່ຍ, ເກົາຫຼີໃຕ້

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ການຮັບໃຊ້ພຣະເຈົ້າບໍ່ແມ່ນເລື່ອງງ່າຍ. ຜູ້ທີ່ບໍ່ຍອມຫັນປ່ຽນຈາກນິໃສທຸດຈະລິດ ບໍ່ສາມາດຮັບໃຊ້ພຣະເຈົ້າໄດ້. ຖ້າຫາກນິໃສຂອງເຈົ້າຍັງບໍ່ໄດ້ຖືກຕັດສິນ ແລະ ລົງໂທດໂດຍພຣະທຳຂອງພຣະເຈົ້າ ນິໃສຂອງເຈົ້າກໍຍັງເປັນຕົວແທນຂອງຊາຕານຢູ່. ສິ່ງນີ້ແມ່ນພຽງພໍທີ່ຈະພິສູດວ່າການຮັບໃຊ້ພຣະເຈົ້າຂອງເຈົ້ານັ້ນແມ່ນອອກມາຈາກຄວາມຕັ້ງໃຈທີ່ດີຂອງຕົວເຈົ້າ. ມັນເປັນການຮັບໃຊ້ທີ່ອອກມາຈາກທາດແທ້ແບບຊາຕານຂອງເຈົ້າ. ເຈົ້າຮັບໃຊ້ພຣະເຈົ້າດ້ວຍບຸກຄະລິກ ທຳມະຊາດຂອງເຈົ້າ ແລະ ດ້ວຍຄວາມມັກສ່ວນຕົວຂອງເຈົ້າ; ນອກຈາກນັ້ນ, ເຈົ້າຍັງຄິດວ່າພຣະເຈົ້າປິຕິຍິນດີໃນສິ່ງທີ່ເຈົ້າຕ້ອງການຢາກເຮັດ ແລະ ກຽດຊັງໃນສິ່ງທີ່ເຈົ້າບໍ່ຕ້ອງການຢາກເຮັດ ແລະ ເຈົ້າຖືກຊີ້ນຳທັງໝົດໂດຍຄວາມມັກໃນການກະທໍາຂອງເຈົ້າເອງ. ນີ້ຈະເອີ້ນວ່າເປັນການຮັບໃຊ້ພຣະເຈົ້າໄດ້ບໍ? ໃນທີ່ສຸດ, ທັດສະນະຄະຕິກ່ຽວກັບຊີວິດຂອງເຈົ້າກໍ່ຈະບໍ່ມີການປ່ຽນແປງແມ່ນແຕ່ໜ້ອຍດຽວ, ກົງກັນຂ້າມ, ເຈົ້າຈະດື້ດ້ານຍິ່ງຂຶ້ນກວ່າເກົ່າ ຍ້ອນວ່າເຈົ້າໄດ້ຮັບໃຊ້ພຣະເຈົ້າ ແລະ ນີ້ຈະເຮັດໃຫ້ນິໃສຂອງເຈົ້າເສື່ອມໂຊມຍ່າງໜັກກວ່າເກົ່າ. ດ້ວຍວິທີນີ້, ເຈົ້າຈະສ້າງກົດເກນສ່ວນຕົວກ່ຽວກັບການຮັບໃຊ້ພຣະເຈົ້າໂດຍອີງໃສ່ບຸກຄະລິກຂອງເຈົ້າເອງເປັນຫຼັກ ແລະ ອີງຕາມປະສົບການທີ່ໄດ້ຮັບຈາກການຮັບໃຊ້ຕາມທັດສະນະຄະຕິຂອງເຈົ້າ. ສິ່ງເຫຼົ່ານີ້ແມ່ນປະສົບການ ແລະ ບົດຮຽນຂອງມະນຸດ. ມັນແມ່ນປັດຊະຍາຂອງການດໍາລົງຢູ່ໃນແຜ່ນດິນໂລກຂອງມະນຸດ. ຜູ້ຄົນເຫຼົ່ານີ້ພວກນີ້ຕົກຢູ່ໃນກຸ່ມພວກຟາຣີຊາຍ ແລະ ເຈົ້າໜ້າທີ່ທາງສາສະໜາ. ຖ້າຫາກພວກເຂົາບໍ່ເຄີຍຕື່ນຕົວ ແລະ ກັບໃຈ, ໃນທີ່ສຸດ ພວກເຂົາກໍ່ຈະຫັນໄປຫາພຣະຄຣິດທຽມ ແລະ ຜູ້ຕໍ່ຕ້ານພຣະຄຣິດຢ່າງແນ່ນອນ ຜູ້ທີ່ຫຼອກລວງຄົນໃນຍຸກສຸດທ້າຍ. ພຣະຄຣິດທຽມ ແລະ ຜູ້ຕໍ່ຕ້ານພຣະຄຣິດທີ່ຖືກກ່າວເຖິງຈະປາກົດຂຶ້ນຈາກທ່າມກາງຜູ້ຄົນດັ່ງກ່າວ” (ຄັດຈາກບົດ “ວິທີທາງບໍລິການທາງສາສະໜາຕ້ອງຖືກຫ້າມ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂໍ້ຄວາມນີ້ໃນພຣະທຳຂອງພຣະເຈົ້າເຄີຍເຮັດໃຫ້ຂ້ອຍຄິດເຖິງພວກຟາຣີຊາຍທີ່ໜ້າຊື່ໃຈຄົດ ແລະ ນັກບວດ ແລະ ຜູ້ຕໍ່ຕ້ານພຣະຄຣິດທຸກຄົນທີ່ຊົ່ວຮ້າຍ ເຊິ່ງໝົກໝົ້ນຢູ່ກັບສະຖານະ. ຂ້ອຍຄິດວ່າພວກເຂົາເປັນຄົນທີ່ພຣະເຈົ້າກຳລັງເວົ້າເຖິງ. ຂ້ອຍຮູ້ວ່າ ໂດຍຫຼັກການແລ້ວ ພຣະເຈົ້າກຳລັງເປີດເຜີຍບາງສິ່ງທີ່ຢູ່ໃນພວກເຮົາທຸກຄົນ ແລະ ຂ້ອຍກໍ່ມີອຸປະນິໄສທີ່ເສື່ອມຊາມແບບນັ້ນເຊັ່ນກັນ. ແຕ່ຂ້ອຍບໍ່ມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບຕົນເອງ, ສະນັ້ນ ໃນບາງຄັ້ງ ພວກຟາຣີຊາຍ, ຜູ້ຕໍ່ຕ້ານພຣະຄຣິດ ແລະ ຜູ້ຫຼອກລວງຈຶ່ງເບິ່ງຄືກັບຄົນທີ່ຖືກນໍາອອກຈາກຂ້ອຍແທ້ໆ. ຂ້ອຍບໍ່ໄດ້ເປັນແບບນັ້ນ ແລະ ຂ້ອຍບໍ່ເຄີຍໄປເຖິງຈຸດນັ້ນ. ຂ້ອຍໄດ້ເປັນຜູ້ເຊື່ອເປັນເວລາຫຼາຍປີ, ຂ້ອຍເຮັດສິ່ງທີ່ດີໆຫຼາຍຢ່າງ ແລະ ຂ້ອຍໄດ້ຈ່າຍລາຄາໃນໜ້າທີ່ຂອງຂ້ອຍ. ບໍ່ວ່າຄຣິດຕະຈັກໄດ້ມອບໝາຍໜ້າທີ່ຫຍັງກໍ່ຕາມໃຫ້ກັບຂ້ອຍ, ຂ້ອຍຈະເຊື່ອຟັງ ແລະ ປະຕິບັດມັນ. ອີກຢ່າງ ຂ້ອຍບໍ່ໄດ້ພະຍາຍາມເພື່ອກາຍມາເປັນຜູ້ນໍາ ແລະ ຂ້ອຍເຮັດໜ້າທີ່ຂອງຂ້ອຍ ບໍ່ວ່າຂ້ອຍມີສະຖານະໃດໜຶ່ງ ຫຼື ບໍ່ກໍ່ຕາມ. ຂ້ອຍຈະສາມາດກາຍເປັນຜູ້ຕໍ່ຕ້ານພຣະຄຣິດ, ຜູ້ຫຼອກລວງໄດ້ແນວໃດ? ແຕ່ໃນຄວາມເປັນຈິງ, ຂ້ອຍກຳລັງດຳລົງຊີວິດຢູ່ພາຍໃນແນວຄິດ ແລະ ຈິນຕະນາການຂອງຂ້ອຍຢ່າງສິ້ນເຊີງ ແລະ ຕໍ່ມາ ເມື່ອຜະເຊີນໜ້າກັບຂໍ້ແທ້ຈິງ ຂ້ອຍຈຶ່ງຮູ້ວ່າມຸມມອງຂອງຂ້ອຍຜິດພາດຢ່າງສິ້ນເຊີງ.

ຂ້ອຍຈາກໄປເພື່ອຮັບຜິດຊອບສຳລັບວຽກງານຂ່າວປະເສີດໃນຄຣິດຕະຈັກນອກເມືອງ. ສ່ວນນັ້ນຂອງວຽກງານຂອງພວກເຂົາເລີ່ມກໍ່ຕົວຂຶ້ນໃນເວລາຕໍ່ມາບໍ່ດົນ ແລະ ຜູ້ນໍາກໍ່ເຊີດຊູຂ້ອຍແທ້ໆ. ໃນບາງຄັ້ງ ພວກເຂົາຈະຊອກຫາຂ້ອຍເພື່ອສົນທະນາວຽກງານຂອງພວກເຂົາດ້ານອື່ນໆ, ເພື່ອປຶກສາຫາລືກັບຂ້ອຍ. ນອກເໜືອຈາກນັ້ນ, ຂ້ອຍເປັນຜູ້ເຊື່ອດົນແລ້ວ ແລະ ສາມາດທົນທຸກກັບຄວາມລຳບາກສຳລັບໜ້າທີ່ຂອງຂ້ອຍ, ສະນັ້ນ ອ້າຍເອື້ອຍນ້ອງຈຶ່ງມັກເຄົາລົບຂ້ອຍ. ຂ້ອຍຍັງເຫັນວ່າຕົນເອງຢູ່ເທິງທຳມາດ. ຂ້ອຍມີຄວາມເຊື່ອຕະຫຼອດປີເຫຼົ່ານັ້ນ ແລະ ຂ້ອຍຮັບຜິດຊອບ, ສະນັ້ນ ຂ້ອຍຈຶ່ງຄິດວ່າຂ້ອຍບໍ່ສາມາດເປັນຄືກັບຄົນອື່ນ, ຂ້ອຍຕ້ອງປາກົດຕົວດີກວ່າພວກເຂົາ. ຂ້ອຍຄິດວ່າຂ້ອຍບໍ່ສາມາດເປີດເຜີຍຄວາມເສື່ອມຊາມຮ້າຍແຮງກວ່າສິ່ງທີ່ພວກເຂົາເປີດເຜີຍອອກມາ, ຂ້ອຍບໍ່ສາມາດສະແດງຄວາມອ່ອນແອ ຫຼື ຄວາມຄິດລົບຄືກັບທີ່ພວກເຂົາເຮັດ. ຖ້າບໍ່ດັ່ງນັ້ນ, ພວກເຂົາຈະຄິດແນວໃດກ່ຽວກັບຂ້ອຍ? ພວກເຂົາຈະບໍ່ເວົ້າວ່າວຸດທິພາວະຂອງຂ້ອຍຍັງມີໜ້ອຍບໍ ຫຼັງຈາກທີ່ຂ້ອຍໄດ້ເຊື່ອຕະຫຼອດປີຫຼາຍປີເຫຼົ່ານີ້ ແລະ ດູຖູກຂ້ອຍ? ຕໍ່ມາ ຂ້ອຍຖືກຈັດການໂດຍຜູ້ນໍາຍ້ອນລະເມີດຫຼັກການໃນໜ້າທີ່ຂອງຂ້ອຍ. ລາວເວົ້າວ່າຂ້ອຍຂາດຄວາມເຂົ້າໃຈໃນສິ່ງຕ່າງໆຫຼັງຈາກເວລາຫຼາຍປີທີ່ເປັນຜູ້ເຊື່ອ ແລະ ຂ້ອຍຂາດຄວາມເປັນຈິງແຫ່ງຄວາມຈິງ. ຂ້ອຍຮູ້ສຶກອັບອາຍ ແລະ ລະອາຍໃຈຫຼາຍເຫຼືອເກີນ, ແຕ່ຂ້ອຍບໍ່ໄດ້ໄຕ່ຕອງກ່ຽວກັບຄວາມເສື່ອມຊາມ ແລະ ຄວາມລົ້ມເຫຼວຂອງຂ້ອຍເອງ ຫຼື ສະແຫວງຫາຄວາມຈິງເພື່ອທົດແທນສຳລັບຂໍ້ບົກຜ່ອງຂອງຂ້ອຍ. ກົງກັນຂ້າມ, ຂ້ອຍໄດ້ເວົ້າຄຳເວົ້າ ແລະ ຫຼັກຄຳສອນຈຳນວນໜຶ່ງທີ່ບໍ່ມີວ່າງເປົ່າ, ທໍາທ່າວ່າຮູ້ຈັກຕົນເອງ, ເຮັດຄືກັບວ່າເປັນຄົນທີ່ເຄັ່ງຄັດຝ່າຍວິນຍານເພື່ອປົກປິດວ່າຂ້ອຍຂາດຄວາມເປັນຈິງແຫ່ງຄວາມຈິງ.

ຂ້ອຍຈື່ໄດ້ວ່າ ຄັ້ງໜຶ່ງ ເພື່ອນຮ່ວມງານທີ່ເຊື່ອໃນພຣະຜູ້ເປັນເຈົ້າເວົ້າວ່າລາວຕ້ອງການກວດສອບເສັ້ນທາງທີ່ແທ້ຈິງ. ຜູ້ນໍາບອກຂ້ອຍໃຫ້ໄປເປັນພະຍານກ່ຽວກັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າໃນທັນທີ. ຂ້ອຍເວົ້າວ່າຂ້ອຍຈະໄປ, ແຕ່ຂ້ອຍກໍ່ຄົ້ນພົບວ່າຂ້ອຍມີແນວຄິດຫຼາຍຢ່າງທີ່ແກ້ໄຂໄດ້ຍາກ. ມັນປາກົດວ່າຂ້ອຍຫຍຸ້ງວຽກຕະຫຼອດເວລາແທ້ໆ, ສະນັ້ນ ຂ້ອຍຈຶ່ງຜັດວັນຜັດຍາມສຳລັບໜ້າວຽກນັ້ນ. ຜູ້ນໍາຖາມຂ້ອຍສອງສາມອາທິດຕໍ່ມາວ່າ “ເປັນຫຍັງເຈົ້າຈຶ່ງບໍ່ແບ່ງປັນຄຳພະຍານກັບລາວຫຼັງຈາກຕະຫຼອດເວລານີ້? ລາວຕ້ອງການພິຈາລະນາເບິ່ງຫົນທາງທີ່ແທ້ຈິງ ແລະ ລາວໄດ້ນໍາພາຜູ້ເຊື່ອຫຼາຍຄົນ ຜູ້ເຊິ່ງກຳລັງປາຖະໜາການກັບຄືນມາຂອງພຣະຜູ້ເປັນເຈົ້າ. ເປັນຫຍັງເຈົ້າຈຶ່ງບໍ່ເປັນພະຍານໃຫ້ກັບລາວກ່ຽວກັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າເທື່ອ?” ເມື່ອຮູ້ສຶກຜິດໜ້ອຍໜຶ່ງ, ຂ້ອຍຈຶ່ງຟ້າວອະທິບາຍຕົນເອງ ໂດຍເວົ້າວ່າ “ຂ້ອຍບໍ່ສາມາດເຮັດໄດ້ ເພາະມີສິ່ງອື່ນເກີດຂຶ້ນ”. ຜູ້ນໍາໃຈຮ້າຍ ເມື່ອລາວໄດ້ຍິນສິ່ງນີ້ ແລ້ວເວົ້າວ່າຂ້ອຍບໍ່ມີຄວາມຮັບຜິດຊອບ ແລະ ຈອງຫອງໃນໜ້າທີ່ຂອງຂ້ອຍ, ຂ້ອຍດຳເນີນການຢ່າງຊ້າໆ ແລະ ຂ້ອຍໄດ້ຂັດຂວາງວຽກງານຂ່າວປະເສີດຂອງພວກເຮົາຢ່າງຮຸນແຮງ. ລາວປະນາມຂ້ອຍຢ່າງຮ້າຍແຮງແທ້ໆ. ອ້າຍເອື້ອຍນ້ອງຫຼາຍຄົນຢູ່ໃນທີ່ນັ້ນໃນເວລານັ້ນ ແລະ ຂ້ອຍສາມາດຮູ້ສຶກວ່າໃບໜ້າຂອງຂ້ອຍກຳລັງລຸກໄໝ້. ຂ້ອຍຄິດວ່າ “ເຈົ້າປ່ອຍໃຫ້ຂ້ອຍມີກຽດສັກສີໜ້ອຍໜຶ່ງ ແລະ ບໍ່ເວົ້າແຮງຫຼາຍກັບຂ້ອຍບໍ່ໄດ້ບໍ? ຂ້ອຍຮູ້ວ່າຂ້ອຍຜິດ, ຂ້ອຍອອກໄປແບ່ງປັນຂ່າວປະເສີດກັບລາວໃນຕອນນີ້ບໍ່ໄດ້ບໍ? ບໍ່ຈຳເປັນຕ້ອງຈັດການກັບຂ້ອຍຢ່າງຮຸນແຮງແບບນີ້”. ຂ້ອຍພຽງແຕ່ອ້າງເຫດຜົນກັບຕົນເອງອີກດ້ວຍ ໂດຍຄິດວ່າຂ້ອຍບໍ່ໄດ້ຂີ້ຄ້ານ, ມື້ຂອງຂ້ອຍເຕັມໄປດ້ວຍການເທດສະໜາຂ່າວປະເສີດ ນັບຕັ້ງແຕ່ຮຸ່ງອາລຸນຈົນຮອດຕອນຄໍ່າ. ແຕ່ລາວຍັງເວົ້າວ່າຂ້ອຍທຳທ່າ ແລະ ບໍ່ມີຄວາມຮັບຜິດຊອບ. ຄົນອື່ນຈະຂໍຫຍັງຈາກຂ້ອຍໄດ້ອີກ? ຂ້ອຍຮູ້ສຶກຄືກັບວ່າໜ້າທີ່ຂອງຂ້ອຍຫຍຸ້ງຍາກເກີນໄປ. ຫຼັງຈາກການເຕົ້າໂຮມໃນຄັ້ງນັ້ນ, ຂ້ອຍກໍ່ລີ້ຢູ່ໃນຫ້ອງຂອງຂ້ອຍ ແລະ ປົດປ່ອຍອາລົມດ້ວຍການຮ້ອງໄຫ້ອອກມາ. ຂ້ອຍຮູ້ສຶກຜິດ ແລະ ຄິດລົບ ແລະ ຂ້ອຍເຕັມໄປດ້ວຍແນວຄິດຜິດໆກ່ຽວກັບພຣະເຈົ້າ. ຄວາມຮູ້ສຶກທໍລະຍົດກໍ່ໄດ້ເກີດຂຶ້ນຢູ່ພາຍໃນຂ້ອຍ. ຂ້ອຍຄິດວ່າ ຍ້ອນຜູ້ນໍາຮຸນແຮງຫຼາຍກັບຂ້ອຍ ພຣະເຈົ້າຕ້ອງລັງກຽດຂ້ອຍ, ແລ້ວຂ້ອຍຈະສາມາດສືບຕໍ່ເຮັດໜ້າທີ່ນັ້ນໄດ້ແນວໃດ? ບາງທີ ຂ້ອຍຄວນພຽງແຕ່ຮັບການກ່າວໂທດ, ຍອມຮັບມັນດ້ວຍຄວາມລຳບາກໃຈ ແລະ ລາອອກ ເພື່ອວ່າວຽກງານໃນເຮືອນຂອງພຣະເຈົ້າຈະບໍ່ຖືກຖ່ວງດຶງ ແລະ ຂ້ອຍຈະບໍ່ເຮັດໜ້າວຽກທີ່ບໍ່ມີໃຜເຫັນຄຸນຄ່າ. ເມື່ອຂ້ອຍຮ້ອງໄຫ້ຈົນຕາແດງ, ຂ້ອຍກໍ່ມີຄວາມຮູ້ສຶກວ່າຂ້ອຍບໍ່ໄດ້ຢູ່ສະພາວະທີ່ຖືກຕ້ອງ. ຂ້ອຍເປັນຜູ້ເຊື່ອເປັນເວລາຫຼາຍປີ ແລະ ໃນຊ່ວງເວລາທີ່ຂ້ອຍຖືກຈັດການຢ່າງຮຸນແຮງໜ້ອຍດຽວ, ຂ້ອຍກໍ່ບໍ່ສາມາດຍອມຮັບມັນໄດ້ແທ້ໆ. ຂ້ອຍໃຊ້ເຫດຜົນ ແລະ ຕໍ່ສູ້ກັບພຣະເຈົ້າ ແລະ ເຖິງກັບຕ້ອງການຍອມຜ່າຍແພ້. ຂ້ອຍບໍ່ມີວຸດທິພາວະທີ່ແທ້ຈິງໃດເລີຍ. ຂ້ອຍຈື່ພຣະທຳຂອງພຣະເຈົ້າວ່າ ໃຫ້ເປັນຈິງກັບໜ້າທີ່ຂອງພວກເຮົາ ເຖິງແມ່ນວ່າທ້ອງຟ້າພັງທະລາຍລົງມາ. ການຄິດຫາສິ່ງນີ້ໄດ້ກະຕຸ້ນຂ້ອຍແທ້ໆ. ບໍ່ວ່າພຣະເຈົ້າ ຫຼື ຜູ້ນໍາຈະຄິດແນວໃດກໍ່ຕາມກ່ຽວກັບຂ້ອຍ, ຂ້ອຍກໍ່ບໍ່ສາມາດແຕກອອກຈາກກັນໄດ້ ແລະ ຂ້ອຍຕ້ອງລຸກຂຶ້ນຕໍ່ສິ່ງທ້າທາຍ ບໍ່ວ່າໜ້າທີ່ຂອງຂ້ອຍຈະລຳບາກສໍ່າໃດກໍ່ຕາມ. ຂ້ອຍບໍ່ໄດ້ຮູ້ສຶກທຸກໃຈຫຼາຍ ເມື່ອຂ້ອຍຄິດກ່ຽວກັບມັນໃນລັກສະນະນັ້ນ. ຂ້ອຍເຊັດນໍ້າຕາຂອງຂ້ອຍ ແລະ ໄປສົນທະນາກັບອ້າຍເອື້ອຍນ້ອງໃນທັນທີ. ພາຍໃນເວລາພຽງສອງສາມມື້, ຂ້ອຍໄດ້ນໍາເພື່ອນຮ່ວມງານຄົນນັ້ນເຂົ້າມາໃນຄວາມເຊື່ອດຽວກັນ. ແຕ່ຫຼັງຈາກນັ້ນ, ຂ້ອຍກໍ່ບໍ່ໄດ້ເວົ້າຄວາມຈິງ ຫຼື ໄຕ່ຕອງກ່ຽວກັບບັນຫາຂອງຂ້ອຍຢ່າງຈິງຈັງ. ກົງກັນຂ້າມ, ຂ້ອຍສືບຕໍ່ເຮັດໜ້າທີ່ຂອງຂ້ອຍໂດຍອີງໃສ່ຄວາມສຳນຶກ ແລະ ຄວາມປະສົງຂອງຂ້ອຍເອງ. ຂ້ອຍຄິດວ່າຂ້ອຍມີວຸດທິພາວະບາງຢ່າງ ແລະ ຄວາມເປັນຈິງບາງຢ່າງ.

ໃນຄວາມເປັນຈິງ, ຜູ້ນໍາຈັດການກັບຂ້ອຍຍ້ອນບໍ່ມີຄວາມຮັບຜິດຊອບ, ມັກງ່າຍ ແລະ ບໍ່ເຮັດວຽກຕົວຈິງ. ສິ່ງເຫຼົ່ານີ້ແມ່ນບັນຫາທີ່ຮ້າຍແຮງແທ້ໆ. ຂ້ອຍກຳລັງກ້າວໜ້າໃນວຽກງານຂ່າວປະເສີດຂອງຂ້ອຍ ແລະ ເມື່ອຂ້ອຍເຫັນຄົນທີ່ມີແນວຄິດຫຼາຍຢ່າງ, ຂ້ອຍກໍ່ບໍ່ເຕັມໃຈທີ່ຈະທຸ້ມເທຕົນເອງເຂົ້າໃນການໂອ້ລົມ ແລະ ການເປັນພະຍານຂອງຂ້ອຍ. ຂ້ອຍພຽງແຕ່ປະວາງມັນ ແລະ ປ່ອຍໃຫ້ເວລາເຄິ່ງເດືອນຜ່ານໄປຕາມອຳເພີໃຈ. ສິ່ງນີ້ກຳລັງຖ່ວງດຶງບໍ່ໃຫ້ຫຼາຍຄົນພິຈາລະນາເບິ່ງຫົນທາງທີ່ແທ້ຈິງ ແລະ ຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າ! ການທີ່ສະແດງຄວາມບໍ່ໃສ່ໃຈຢ່າງເໝາະສົມໃນໜ້າທີ່ຂອງຂ້ອຍຄືການຕໍ່ຕ້ານພຣະເຈົ້າ ແລະ ການເຮັດໃຫ້ອຸປະນິໄສຂອງພຣະເຈົ້າຂຸນເຄື່ອງ. ຂ້ອຍບໍ່ເບິ່ງຄືກັບຂີ້ຄ້ານ ແລະ ຂ້ອຍສາມາດຈ່າຍລາຄາໃນໜ້າທີ່ຂອງຂ້ອຍ, ແຕ່ເມື່ອໃດກໍ່ຕາມທີ່ຂ້ອຍພົບກັບຄວາມທ້າທາຍ, ຂ້ອຍກໍ່ຈະໃສ່ໃຈກັບການສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ ແລະ ເຮັດໜ້າທີ່ຂອງຂ້ອຍໃຫ້ດີ. ກົງກັນຂ້າມ, ຂ້ອຍຖອຍຫຼັງ ແລະ ເຮັດແມ່ນຫຍັງກໍ່ຕາມທີ່ເໝາະສົມກັບຂ້ອຍ, ພຽງແຕ່ປະວາງການຝາກຝັງຂອງພຣະເຈົ້າໄວ້ຢ່າງບໍ່ເອົາໃຈໃສ່. ສິ່ງນັ້ນເປັນການອຸທິດໄດ້ແນວໃດ? ຜູ້ນໍາເວົ້າກ່ຽວກັບທ່າທີທີ່ເຮັດຕາມອຳເພີໃຈ ແລະ ບໍ່ມີຄວາມຮັບຜິດຊອບໃນໜ້າທີ່ຂອງຂ້ອຍ, ກ່ຽວກັບອຸປະນິໄສທີ່ຫຼອກລວງແບບຊາຕານຂອງຂ້ອຍ ແລະ ມັນບໍ່ແມ່ນຄັ້ງທຳອິດທີ່ຂ້ອຍໄດ້ເຮັດບາງສິ່ງແບບນັ້ນ. ຜູ້ນໍາໄຈ້ແຍກມັນໃຫ້ກັບຂ້ອຍ ເພື່ອວ່າຂ້ອຍຈະສາມາດຮູ້ຈັກຕົນເອງ, ກັບໃຈ ແລະ ປ່ຽນແປງ, ແຕ່ຂ້ອຍບໍ່ໄດ້ໄຕ່ຕອງກ່ຽວກັບຕົນເອງຢ່າງແທ້ຈິງ ຫຼື ເບິ່ງວ່າສາຍເຫດຂອງບັນຫາຂອງຂ້ອຍແມ່ນຢູ່ໃສ. ຂ້ອຍເຮັດຄືກັບວ່າຂ້ອຍຍອມຮັບເອົາການຖືກລິຮານ ແລະ ຖືກຈັດການ, ແຕ່ຂ້ອຍບໍ່ມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບຕົນເອງ. ນັ້ນຄືເຫດຜົນທີ່ຂ້ອຍເວົ້າບາງສິ່ງ ແລະ ຄຳສັ່ງສອນທີ່ບໍ່ມີຄວາມໝາຍໃນການເຕົ້າໂຮມ ແລະ ຫຼັງຈາກນັ້ນກໍ່ທຳທ່າວ່າຂ້ອຍໄດ້ຮັບການຮູ້ຈັກກ່ຽວກັບຕົນເອງ. ຂ້ອຍເວົ້າວ່າຂ້ອຍບໍ່ມີຄວາມຮັບຜິດຊອບໃນໜ້າທີ່ຂອງຂ້ອຍ ແລະ ກຳລັງຂັດຂວາງວຽກງານໃນເຮືອນຂອງພຣະເຈົ້າ, ທຳລາຍວຽກງານນັ້ນຢ່າງຮຸນແຮງ, ຜູ້ນໍາມີເຫດຜົນຫຼາຍໃນການທີ່ລາວຕໍານິຕິຕຽນຂ້ອຍ ແລະ ລາວກຳລັງສະເໜີສິ່ງຕ່າງໆທີ່ຢູ່ໃນທຳມະຊາດຂອງຂ້ອຍ, ອຸປະນິໄສແບບຊາຕານຂອງຂ້ອຍ, ສະນັ້ນ ຂ້ອຍຈຶ່ງບໍ່ສາມາດວິເຄາະສິ່ງທີ່ຖືກຕ້ອງ ແລະ ຜິດກ່ຽວກັບສິ່ງທີ່ຂ້ອຍໄດ້ເຮັດ. ແຕ່ຂ້ອຍບໍ່ເຄີຍໂອ້ລົມກ່ຽວກັບວ່າຂ້ອຍຜິດຢູ່ບ່ອນໃດ, ທຳມະຊາດ ແລະ ຜົນຕາມມາຈາກການກະທຳຂອງຂ້ອຍ ພ້ອມທັງຂ້ອຍໄດ້ເປີດເຜີຍອຸປະນິໄສປະເພດທີ່ເສື່ອມຊາມແບບໃດໃນທ່າທີທີ່ເຮັດຕາມອຳເພີໃຈຂອງຂ້ອຍຕໍ່ໜ້າທີ່ຂອງຂ້ອຍ ແລະ ຂ້ອຍມີຄວາມຄິດ ແລະ ແນວຄິດທີ່ແປກປະຫຼາດປະເພດໃດ. ຂ້ອຍບໍ່ໄດ້ໃສ່ໃຈກັບມັນໃນລັກສະນະທີ່ລະອຽດຍິ່ງຂຶ້ນ. ແລ້ວກົງກັນຂ້າມ ຂ້ອຍເວົ້າກ່ຽວກັບຫຍັງ? ວິທີການທີ່ຂ້ອຍອາໄສພຣະເຈົ້າ ແລະ ເຂົ້າຈາກທາງທີ່ດີ. ຂ້ອຍເວົ້າຕໍ່ເລື້ອຍໆກ່ຽວກັບຄວາມເຂົ້າໃຈທີ່ດີປະເພດເຫຼົ່ານີ້. ຂ້ອຍເວົ້າວ່າຂ້ອຍຮູ້ສຶກຄິດລົບ ແລະ ຈົ່ມຕໍ່ວ່າ ເມື່ອຂ້ອຍຖືກຈັດການ ແລະ ຂ້ອຍຕ້ອງການຍອມຜ່າຍແພ້, ແຕ່ການຄິດຫາພຣະທຳຂອງພຣະເຈົ້າໄດ້ກະຕຸ້ນຂ້ອຍແທ້ໆ ແລະ ຂ້ອຍຮູ້ສຶກຄືກັບວ່າຂ້ອຍບໍ່ສາມາດພັງທະລາຍໄດ້. ພຣະເຈົ້າໄດ້ເຮັດພາລະກິດຢ່າງຫຼວງຫຼາຍໃນຕົວຂ້ອຍ ແລະ ພຣະອົງໄດ້ມອບຫຼາຍຢ່າງໃຫ້ຂ້ອຍ, ສະນັ້ນ ຂ້ອຍຕ້ອງມີຄວາມສຳນຶກ ແລະ ຂ້ອຍບໍ່ສາມາດປ່ອຍໃຫ້ພຣະເຈົ້າທຸກໃຈ. ສະນັ້ນ ຂ້ອຍຈຶ່ງຄິດວ່າ ບໍ່ວ່າຂ້ອຍຈະຖືກລິຮານ ແລະ ຖືກຈັດການແນວໃດກໍ່ຕາມ, ບໍ່ວ່າໜ້າທີ່ຂອງຂ້ອຍລຳບາກສໍ່າໃດກໍ່ຕາມ, ຂ້ອຍຕ້ອງເຮັດມັນໃຫ້ເປັນຢ່າງດີ ແລະ ການທີ່ຜູ້ນໍາຈັດການກັບຂ້ອຍກໍ່ເພື່ອໃຫ້ຂ້ອຍໄຕ່ຕອງ ແລະ ຮູ້ຈັກຕົນເອງ, ກັບໃຈ ແລະ ປ່ຽນແປງ. ເມື່ອຄົນອື່ນໄດ້ຍິນແບບນີ້, ພວກເຂົາກໍ່ບໍ່ມີຄວາມເຂົ້າໃຈຫຍັງກ່ຽວກັບບັນຫາ ແລະ ຄວາມເສື່ອມຊາມຂອງຂ້ອຍ ແລະ ພວກເຂົາບໍ່ຮູ້ສຶກຄືກັບວ່າຂ້ອຍໄດ້ທຳລາຍວຽກງານໃນເຮືອນຂອງພຣະເຈົ້າຢ່າງຫຼວງຫຼາຍ. ກົງກັນຂ້າມ, ພວກເຂົາຮູ້ສຶກຄືກັບວ່າຜູ້ນໍາກຳລັງຮຸນແຮງກັບຂ້ອຍແທ້ໆ, ຂ້ອຍຖືກລິຮານ ແລະ ຖືກຈັດການພຽງແຕ່ຍ້ອນຄວາມບົກຜ່ອງເລັກນ້ອຍໃນວຽກງານຂອງຂ້ອຍ. ພວກເຂົາສົງສານ ແລະ ເຂົ້າໃຈແທ້ໆ. ແລ້ວເມື່ອເຫັນວ່າຂ້ອຍບໍ່ໄດ້ຄິດລົບຫຼັງຈາກທີ່ຖືກຈັດການຢ່າງຮຸນແຮງຫຼາຍ, ແຕ່ສາມາດສືບຕໍ່ແບກຮັບໜ້າທີ່ຂອງຂ້ອຍ, ພວກເຂົາກໍ່ຮູ້ສຶກວ່າຂ້ອຍເຂົ້າໃຈຄວາມຈິງ ແລະ ມີວຸດທິພາວະແທ້ໆ. ພວກເຂົາເຄົາລົບຂ້ອຍ ແລະ ຍົກຍໍຂ້ອຍແທ້ໆ. ສອງສາມຄົນເວົ້າໃນເວລານັ້ນວ່າ ການທີ່ຂ້ອຍເຂັ້ມແຂງ ແລະ ສືບຕໍ່ເຮັດໜ້າທີ່ຂອງຂ້ອຍເມື່ອຖືກຈັດການຢ່າງຮຸນແຮງແບບນັ້ນເປັນສິ່ງທີ່ເປັນຕາຊົມເຊີຍແທ້ໆ. ແລ້ວບາງຄົນເວົ້າວ່າໜ້າທີ່ຂອງຂ້ອຍບໍ່ໄດ້ງ່າຍເລີຍ, ຂ້ອຍບໍ່ພຽງແຕ່ທຸ້ມເທກຳລັງທັງໝົດ ແຕ່ຂ້ອຍຖືກຕິຕຽນ ເມື່ອບາງສິ່ງຖືກເບິ່ງຂ້າມ. ພວກເຂົາເຫັນຂ້ອຍເຊັດນໍ້າຕາເພື່ອກັບຄືນມາເຮັດໜ້າທີ່ຂອງຂ້ອຍ ແລະ ເວົ້າວ່າພວກເຂົາແຕກສະຫຼາຍເປັນເວລາດົນກ່ອນໜ້າ ແລະ ບໍ່ມີວຸດທິພາວະນັ້ນ. ພວກເຂົາຟັງການໂອ້ລົມຂອງຂ້ອຍ ແລະ ບໍ່ເຂົ້າໃຈເສັ້ນທາງແຫ່ງການປະຕິບັດສຳລັບການຍອມຮັບການຈັດການ ແລະ ການລິຮານ ຫຼື ການຖືກລິຮານ ແລະ ການຖືກຈັດການແມ່ນຄວາມຮັກ ແລະ ຄວາມລອດພົ້ນຂອງພຣະເຈົ້າ. ກົງກັນຂ້າມ, ພວກເຂົາເຂົ້າໃຈພຣະເຈົ້າຜິດ, ຕັ້ງທ່າລະວັງ ແລະ ເຮັດໃຫ້ຕົນເອງອອກຫ່າງຈາກພຣະເຈົ້າ, ຍັບເຂົ້າໃກ້ຂ້ອຍຍິ່ງຂຶ້ນ. ຂ້ອຍຖືກຈັດການສອງສາມຄັ້ງຫຼັງຈາກນັ້ນ ແລະ ມັນກໍ່ສືບຕໍ່ໃນລັກສະນະດຽວກັນໃນແຕ່ລະຄັ້ງ. ຂ້ອຍຄິດກ່ຽວກັບຄຳສັ່ງສອນຕາມຕົວອັກສອນຢູ່ສະເໝີ, ທຳທ່ານເຄັ່ງຄັດຝ່າຍວິນຍານ ແລະ ຮູ້ຈັກຕົນເອງ, ທຳທ່າວ່າມີວຸດທິພາວະ ແລະ ຄວາມເປັນຈິງ ແລະ ຂ້ອຍໄດ້ຫຼອກລວງອ້າຍເອື້ອຍນ້ອງທັງໝົດ. ຂ້ອຍບໍ່ຮູ້ຫຍັງທັງສິ້ນ, ມຶນຊາແທ້ໆ ແລະ ຂ້ອຍພູມໃຈກັບຕົນເອງແທ້ໆທີ່ຮັກສາໃຫ້ຕົນເອງຢືນຜ່ານສິ່ງນັ້ນ. ຂ້ອຍຊົມເຊີຍຕົນເອງເຫຼືອເກີນ ແລະ ຮູ້ສຶກວ່າຂ້ອຍມີວຸດທິພາວະ ແລະ ຄວາມເປັນຈິງແຫ່ງຄວາມຈິງ. ຂ້ອຍຍິ່ງອວດດີ ແລະ ໝັ້ນໃຈໃນຕົນເອງຫຼາຍຂຶ້ນເລື້ອຍໆ.

ຄັ້ງໜຶ່ງ, ອ້າຍຄົນໜຶ່ງໄດ້ຊີ້ໃຫ້ເຫັນບັນຫາບາງຢ່າງໃນໜ້າທີ່ຂອງຂ້ອຍ. ຂ້ອຍປະຕິເສດທີ່ຈະຍອມຮັບມັນ ໂດຍຕໍານິວ່າລາວກຳລັງຊອກຫາບັນຫາ, ລາວກຳລັງຈັບຜິດ. ຂ້ອຍລຳຄານລາວແທ້ໆ. ແຕ່ຂ້ອຍກໍ່ຢ້ານວ່າຈະມີຄົນເຫັນວ່າຂ້ອຍອວດດີສໍ່າໃດ ເຖິງແມ່ນວ່າເປັນຜູ້ເຊື່ອເປັນເວລາຫຼາຍປີແລ້ວກໍ່ຕາມ ແລະ ຈະຄິດກ່ຽວກັບຂ້ອຍໃນທາງທີ່ບໍ່ດີ. ຂ້ອຍຍັງຢ້ານວ່າຜູ້ນໍາຈະຮູ້ ແລະ ເວົ້າວ່າຂ້ອຍບໍ່ສາມາດຍອມຮັບຄວາມຈິງ, ສະນັ້ນ ຂ້ອຍຈຶ່ງທຳທ່າເຮັດມັນ ແລະ ບັງຄັບໃຫ້ຕົນເອງບໍ່ຈົ່ມກ່ຽວກັບເລື່ອງນັ້ນ. ໂດຍເຮັດຄືກັບສະຫງົບ, ຂ້ອຍເວົ້າກັບລາວວ່າ “ອ້າຍເອີຍ, ຈົ່ງບອກຂ້ອຍກ່ຽວກັບບັນຫາທີ່ເຈົ້າເຫັນໃນທີ່ນີ້ ແລະ ພວກເຮົາຈະລົມກັນກ່ຽວກັບບັນຫາເຫຼົ່ານັ້ນເທື່ອລະຢ່າງ. ຖ້າພວກເຮົາບໍ່ສາມາດແກ້ໄຂພວກມັນໄດ້, ພວກເຮົາສາມາດລົມກັບຜູ້ນໍາ”. ສະນັ້ນ ລາວຈຶ່ງລະບຸບັນຫາອອກເທື່ອລະຢ່າງ ແລະ ຂ້ອຍອະທິບາຍຂໍ້ໂຕ້ແຍ້ງຂອງຂ້ອຍສຳລັບແຕ່ລະຢ່າງ. ໃນທີ່ສຸດແລ້ວ, ຂ້ອຍໄດ້ອະທິບາຍເພື່ອປັດບັນຫາສ່ວນໃຫຍ່ທີ່ລາວຍົກຂຶ້ນມາ. ຂ້ອຍເຫັນບັນຫາໄດ້ຮັບການແກ້ໄຂ ແລະ ຂ້ອຍກໍ່ຮູ້ສຶກພໍໃຈຫຼາຍ. ແຕ່ລາວຮູ້ສຶກບໍ່ສະບາຍໃຈກ່ຽວກັບເລື່ອງນັ້ນ, ສະນັ້ນ ລາວຈຶ່ງໄປປຶກສາບັນຫານັ້ນກັບຜູ້ນໍາ. ບັນຫາບາງຢ່າງທີ່ລາວຍົກຂຶ້ນມາແມ່ນບັນຫາແທ້ໆ ແລະ ຫຼັງຈາກທີ່ຜູ້ນໍາຮູ້ ລາວກໍ່ຈັດການ ແລະ ລິຮານຂ້ອຍຕໍ່ໜ້າທຸກຄົນໃນທັນທີ. ລາວເວົ້າວ່າຂ້ອຍອວດດີ ແລະ ຈະບໍ່ຍອມຮັບຂໍ້ສະເໜີຂອງຄົນໃດໜຶ່ງ, ຂ້ອຍບໍ່ມີຫຼັກການໃນໜ້າທີ່ຂອງຂ້ອຍ ແລະ ຂ້ອຍຂາດຄວາມເປັນຈິງແຫ່ງຄວາມຈິງຢ່າງສິ້ນເຊີງ ເຖິງແມ່ນຈະເຊື່ອຕະຫຼອດເວລາຫຼາຍປີເຫຼົ່ານັ້ນ. ລາວເວົ້າວ່າຂ້ອຍບໍ່ສາມາດແກ້ໄຂບັນຫາຕົວຈິງໃດເລີຍ, ຂ້ອຍອວດດີຢ່າງຫຼັບຫູຫຼັບຕາ ແລະ ບໍ່ມີເຫດຜົນແທ້ໆ. ສິ່ງນີ້ແຮງສຳລັບຂ້ອຍທີ່ໄດ້ຍິນ, ແຕ່ຂ້ອຍກໍ່ບໍ່ໄດ້ເຊື່ອຢ່າງສົມບູນ. ຂ້ອຍຄິດວ່າ “ຂ້ອຍອວດດີ ແລະ ໃນບາງຄັ້ງກໍ່ໝັ້ນໃຈໃນຕົນເອງ, ແຕ່ຂ້ອຍສາມາດຮັບຂໍ້ສະເໜີບາງຢ່າງ. ຂ້ອຍບໍ່ໄດ້ອວດດີຫຼາຍຂະໜາດນັ້ນ”.

ອີກຄັ້ງ, ຂ້ອຍກໍ່ຖືກເປີດໂປງໃນການພົບປະດ້ານວຽກງານບໍ່ດົນຫຼັງຈາກນັ້ນ. ຜູ້ນໍາຄົ້ນພົບວ່າຂ້ອຍກຳລັງຜັດມື້ຜັດຍາມໃນການວຽກງານທີ່ຂ້ອຍຮັບຜິດຊອບ ແລະ ຖາມຂ້ອຍວ່າ “ເປັນຫຍັງເຈົ້າຈຶ່ງເຮັດວຽກແບບບໍ່ມີປະສິດທິພາບແບບນັ້ນໃນເລື່ອງນີ້? ແມ່ນຫຍັງຄືບັນຫາ? ເຈົ້າສາມາດເຮັດໄດ້ດີກວ່ານີ້ບໍ?” ຄຳຕອບຂອງຂ້ອຍຄື “ບໍ່, ຂ້ອຍບໍ່ສາມາດເຮັດໄດ້”. ຂ້ອຍຮູ້ສຶກຄືກັບວ່າຜູ້ນໍາບໍ່ເຂົ້າໃຈສະຖານະການຕົວຈິງຂອງພວກເຮົາ, ລາວຈຶ່ງຄາດຫວັງຫຼາຍເກີນໄປ. ຫຼັງຈາກນັ້ນ ລາວກໍ່ໄດ້ອ່ານພຣະທຳບາງຂໍ້ຂອງພຣະເຈົ້າໃຫ້ພວກເຮົາຟັງ ແລະ ໂອ້ລົມກ່ຽວກັບຄວາມໝາຍຂອງການເຜີຍແຜ່ຂ່າວປະເສີດ. ລາວຍັງເວົ້າວ່າເວລາຈຳກັດແທ້ໆ ແລະ ພວກເຮົາຈຳເປັນຕ້ອງປັບປຸງປະສິດທິພາບຂອງພວກເຮົາ. ຂ້ອຍບໍ່ເຂົ້າໃຈສິ່ງທີ່ລາວເວົ້າແທ້ໆ. ຂ້ອຍຕິດຢູ່ກັບແນວຄິດຂອງຂ້ອຍເອງ ແລະ ປະສົບການຂອງຂ້ອຍເອງ ໂດຍຄິດວ່າ “ຂ້ອຍບໍ່ສາມາດເພີ່ມປະສິດທິພາບຂອງພວກເຮົາແທ້ໆ”. ຂ້ອຍຖາມອ້າຍເອື້ອຍນ້ອງທີ່ຢູ່ຂ້າງໆຂ້ອຍຢ່າງງຽບໆວ່າ “ພວກເຈົ້າຄິດວ່າພວກເຮົາສາມາດເຮັດໄດ້ບໍ?” ແຮງຈູງໃຈຂອງຂ້ອຍທີ່ຖາມພວກເຂົາແບບນີ້ແມ່ນເພື່ອໃຫ້ພວກເຂົາມາເຂົ້າຂ້າງຂ້ອຍ, ເພື່ອໃຫ້ພວກເຂົາເວົ້າສິ່ງດຽວກັນກັບຂ້ອຍ, ບໍ່ເຫັນດີກັບຜູ້ນໍາ ແລະ ຮັກສາໃຫ້ບາດກ້າວການເຮັດວຽກຊ້າ. ມັນເຫັນໄດ້ຢ່າງຊັດເຈນຫຼາຍ, ແຕ່ຂ້ອຍກໍ່ບໍ່ຮູ້ແທ້ໆ. ພວກເຂົາບໍ່ໄດ້ມີຄວາມເຂົ້າໃຈໃດເລີຍກ່ຽວກັບຕົວຂ້ອຍ. ເຈົ້າສາມາດເວົ້າວ່າພວກເຂົາບໍ່ໄດ້ໃຊ້ຄວາມເຂົ້າໃຈໃດເລີຍ. ພວກເຂົາທຸກຄົນຢູ່ຂ້າງຂ້ອຍ ແລະ ເຫັນດີກັບຂ້ອຍ.

ຕໍ່ມາ, ຍ້ອນຂ້ອຍອວດດີ ແລະ ບໍ່ມີປະສິດທິພາບໃນໜ້າທີ່ຂອງຂ້ອຍ ແລະ ບໍ່ພຽງແຕ່ບໍ່ໄດ້ຈັດການວຽກງານໃນທີມໄດ້ເປັນຢ່າງດີ, ແຕ່ໄດ້ຂວາງທາງຂອງວຽກງານ, ຂ້ອຍຈຶ່ງຖືກປົດອອກຈາກໜ້າທີ່ຂອງຂ້ອຍ. ແຕ່ດ້ວຍຄວາມປະຫຼາດໃຈຂອງຂ້ອຍ, ເມື່ອມັນຮອດເວລາທີ່ຈະເລືອກຜູ້ນໍາທີມອີກຄັ້ງ, ອ້າຍເອື້ອຍນ້ອງບໍ່ພຽງແຕ່ລົງຄະແນນສຽງໃຫ້ກັບຂ້ອຍ ແຕ່ມັນຍັງເປັນຄະແນນທີ່ເອກະສັນ. ຂ້ອຍໄດ້ຍິນພວກເຂົາບາງຄົນເວົ້າວ່າ ໂດຍການປົດຂ້ອຍອອກ ທີມທັງໝົດຈະແຕກອອກຈາກກັນແທ້ໆ ແລະ ຜູ້ໃດອີກຈະສາມາດບໍລິຫານທີມນັ້ນໄດ້? ມັນເປັນຕອນນັ້ນທີ່ຂ້ອຍຮູ້ສຶກຄືກັບວ່າຂ້ອຍມີບັນຫາທີ່ຮ້າຍແຮງ, ທຸກຄົນຮັບຟັງຂ້ອຍ ແລະ ສະໜັບສະໜູນຂ້ອຍໂດຍບໍ່ຄຳນຶງເຖິງວິທີທີ່ຂ້ອຍເຮັດວຽກ. ທຸກຄົນລົງຄະແນນສຽງໃຫ້ກັບຂ້ອຍ ເຖິງແມ່ນວ່າຜູ້ນໍາໄດ້ປົດຂ້ອຍອອກ ແລະ ເຖິງກັບຕໍ່ສູ້ເພື່ອຂ້ອຍໃຫ້ໄດ້ຮັບການປະຕິບັດທີ່ຍຸຕິທຳ. ຂ້ອຍໄດ້ນໍາພາໃຫ້ອ້າຍເອື້ອຍນ້ອງຫຼົງທາງແທ້ໆ.

ຂ້ອຍຄິດຫາຂໍ້ຄວາມໃນພຣະທຳຂອງພຣະເຈົ້າ: “ສໍາລັບພວກເຈົ້າທຸກຄົນແລ້ວ, ຖ້າຄຣິດຕະຈັກໜຶ່ງຖືກມອບໃຫ້ກັບພວກເຈົ້າ ແລະ ບໍ່ມີຜູ້ໃດຕິດຕາມດູແລພວກເຈົ້າເປັນເວລາຫົກເດືອນ, ພວກເຈົ້າກໍຈະເລີ່ມຫຼົງທາງ. ຖ້າບໍ່ມີຜູ້ໃດເຝົ້າເບິ່ງເຈົ້າເປັນເວລາໜຶ່ງປີ, ເຈົ້າກໍຈະນຳພາມັນອອກໄປ ແລະ ພາຫຼົງທາງ. ຖ້າສອງປີຜ່ານໄປ ແລະ ຍັງບໍ່ມີຜູ້ໃດເຝົ້າເບິ່ງເຈົ້າ, ເຈົ້າກໍຈະນໍາສະມາຊິກຂອງຄຣິດຕະຈັກນັ້ນມາຢູ່ຕໍ່ໜ້າເຈົ້າ. ເປັນຫຍັງຈຶ່ງເປັນແບບນີ້? ພວກເຈົ້າເຄີຍພິຈາລະນາຄຳຖາມນີ້ມາກ່ອນບໍ? ພວກເຈົ້າສາມາດເປັນແບບນີ້ບໍ? ຄວາມຮູ້ຂອງພວກເຈົ້າສາມາດສະໜອງໃຫ້ຜູ້ຄົນໃນຊ່ວງເວລາໃດໜຶ່ງເທົ່ານັ້ນ. ເມື່ອເວລາຜ່ານໄປ, ຖ້າເຈົ້າຍັງເວົ້າສິ່ງດຽວກັນ, ບາງຄົນຈະໄຈ້ແຍກໄດ້; ພວກເຂົາຈະເວົ້າວ່າເຈົ້າຜິວເຜີນເກີນໄປ, ຂາດຄວາມເລິກເຊິ່ງຫຼາຍເກີນໄປ; ເຈົ້າຈະບໍ່ມີທາງເລືອກ ນອກຈາກພະຍາຍາມ ແລະ ຫຼອກລວງຜູ້ຄົນໂດຍການເທດສອນຫຼັກຄຳສອນ. ຖ້າເຈົ້າສືບຕໍ່ແບບນີ້ຢູ່ສະເໝີ, ບັນດາຜູ້ທີ່ຢູ່ລຸ່ມເຈົ້າຈະປະຕິບັດຕາມວິທີການ, ຂັ້ນຕອນ ແລະ ແບບຢ່າງຄວາມເຊື່ອ ແລະ ປະສົບການຂອງເຈົ້າ ແລະ ການປະຕິບັດຕາມພຣະຄຳ ແລະ ຫຼັກຄຳສອນເຫຼົ່ານັ້ນ. ໃນທີ່ສຸດ, ໃນເມື່ອເຈົ້າສືບຕໍ່ເທດສອນເລື້ອຍໆ, ພວກເຂົາທັງໝົດກໍຈະໃຊ້ເຈົ້າເປັນແບບຢ່າງ. ເຈົ້າເປັນຜູ້ນຳໃນການເວົ້າເຖິງຫຼັກຄຳສອນ, ດັ່ງນັ້ນ ບັນດາຜູ້ທີ່ຢູ່ລຸ່ມເຈົ້າຈະຮຽນຮູ້ຫຼັກຄຳສອນຈາກເຈົ້າ ແລະ ເມື່ອສິ່ງຕ່າງໆກ້າວໄປຂ້າງໜ້າ, ເຈົ້າຈະຍ່າງໃນທາງທີ່ຜິດ. ບັນດາຜູ້ທີ່ຢູ່ລຸ່ມເຈົ້າຈະຖືເອົາສິ່ງໃດກໍຕາມທີ່ເຈົ້າເຮັດ; ພວກເຂົາທຸກຄົນຈະຮຽນຮູ້ຈາກເຈົ້າ ແລະ ຕິດຕາມເຈົ້າ, ດັ່ງນັ້ນ ເຈົ້າຈະຮູ້ສຶກວ່າ ‘ຕອນນີ້ ຂ້ານ້ອຍມີອຳນາດ; ຫຼາຍຄົນຟັງຂ້ານ້ອຍ ແລະ ຄຣິສຕະຈັກພ້ອມທີ່ຈະເຊື່ອຟັງຂ້ານ້ອຍ’. ທຳມະຊາດຂອງການທໍລະຍົດພາຍໃນມະນຸດ ເຮັດໃຫ້ເຈົ້າປ່ຽນພຣະເຈົ້າໃຫ້ກາຍເປັນພຽງຫຸ່ນເຊີດໂດຍບໍ່ຮູ້ຕົວ ແລະ ແລ້ວຕົວເຈົ້າເອງກໍສ້າງຕັ້ງນິກາຍບາງຮູບແບບຂຶ້ນມາ. ນິກາຍຕ່າງໆເກີດຂຶ້ນໄດ້ແນວໃດ? ພວກມັນເກີດຂຶ້ນດ້ວຍວິທີນີ້. ຈົ່ງເບິ່ງຜູ້ນຳຂອງແຕ່ລະນິກາຍ, ພວກເຂົາທັງໝົດລ້ວນຈອງຫອງ ແລະ ຖືວ່າຕົນເອງຊອບທຳ, ການຕີຄວາມໝາຍພຣະຄຳພີຂອງພວກເຂົາຂາດເນືອຫາ ແລະ ຖືກນຳພາໂດຍຈິນຕະນາການຂອງພວກເຂົາເອງ. ພວກເຂົາລ້ວນເພິ່ງພາພອນສະຫວັນ ແລະ ການມີຄວາມຮູ້ສູງໃນການເຮັດວຽກຂອງພວກເຂົາ. ຖ້າພວກເຂົາບໍ່ສາມາດເທດສອນໄດ້ເລີຍ, ຜູ້ຄົນຈະຕິດຕາມພວກເຂົາບໍ? ສະຫຼຸບແລ້ວ, ພວກເຂົາມີຄວາມຮູ້ບາງຢ່າງ ແລະ ສາມາດເທດສອນບາງຫຼັກຄຳສອນໄດ້ ຫຼື ພວກເຂົາຮູ້ວິທີເອົາຊະນະໃຈຄົນອື່ນ ແລະ ໃຊ້ກົນອຸບາຍບາງຢ່າງ. ພວກເຂົາໃຊ້ສິ່ງເຫຼົ່ານີ້ເພື່ອນຳຜູ້ຄົນໃຫ້ມາຢູ່ຕໍ່ໜ້າຕົນເອງ ແລະ ຫຼອກລວງພວກເຂົາ. ຜູ້ຄົນເຫຼົ່ານັ້ນເຊື່ອໃນພຣະເຈົ້າພຽງໃນນາມເທົ່ານັ້ນ, ແຕ່ໃນຄວາມເປັນຈິງແລ້ວ ພວກເຂົາຕິດຕາມຜູ້ນຳຂອງພວກເຂົາ. ເມື່ອພວກເຂົາຜະເຊີນກັບບາງຄົນທີ່ເທດສອນເສັ້ນທາງທີ່ແທ້ຈິງ, ບາງຄົນໃນພວກເຂົາເວົ້າວ່າ ‘ພວກເຮົາຕ້ອງປຶກສາຜູ້ນຳຂອງພວກເຮົາກ່ຽວກັບຄວາມເຊື່ອຂອງພວກເຮົາ’. ມະນຸດເປັນສື່ກາງແຫ່ງຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ; ນັ້ນບໍ່ແມ່ນບັນຫາບໍ? ແລ້ວບັນດາຜູ້ນຳເຫຼົ່ານັ້ນກາຍເປັນຫຍັງ? ບໍ່ແມ່ນພວກເຂົາກາຍເປັນພວກຟາຣີຊາຍ, ເປັນຜູ້ລຽງແກະຈອມປອມ, ເປັນຜູ້ຕໍ່ຕ້ານພຣະຄຣິດ ແລະ ເປັນທີ່ສະດຸດແກ່ການຍອມຮັບເສັ້ນທາງທີ່ແທ້ຈິງຂອງຜູ້ຄົນບໍ? ຄົນດັ່ງກ່າວເປັນຄົນຈຳພວກດຽວກັນກັບໂປໂລ” (ຄັດຈາກບົດ “ການສະແຫວງຫາຄວາມຈິງເທົ່ານັ້ນຄືການເຊື່ອໃນພຣະເຈົ້າຢ່າງແທ້ຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຂ້ອຍສາມາດເຫັນຈາກພຣະທຳຂອງພຣະເຈົ້າວ່າຂ້ອຍເປັນພວກຟາຣີຊາຍປະເພດທີ່ພຣະອົງໄດ້ເປີດໂປງແທ້ໆ ແລະ ຂ້ອຍບໍ່ພຽງແຕ່ມີອຸປະນິໄສແບບຊາຕານທີ່ຫຼອກລວງ ແລະ ຊົ່ວຮ້າຍນີ້, ແຕ່ພຶດຕິກຳຂອງຂ້ອຍໄດ້ໄປເຖິງຈຸດທີ່ຂ້ອຍກຳລັງນໍາພາຢ່າງຜິດໆ ແລະ ກຳລັງຄວບຄຸມຄົນອື່ນ ແລະ ບໍ່ສົນໃຈພຣະເຈົ້າ. ຂ້ອຍຄິດກ່ຽວກັບພວກຟາຣີຊາຍທີ່ໜ້າຊື່ໃຈຄົດເຫຼົ່ານັ້ນ ແລະ ສະມາຊິກນັກບວດທີ່ພຽງແຕ່ເວົ້າກ່ຽວກັບຫຼັກຄຳສອນ ແລະ ເຮັດຄືກັບວ່າພວກເຂົາເຮັດວຽກໜັກເພື່ອນໍາພາຜູ້ຄົນຢ່າງຜິດໆ. ພວກເຂົາເວົ້າວ່າພວກເຂົາຕິດໜີ້ພຣະເຈົ້າ ແລະ ພວກເຂົາເບິ່ງຄືຖ່ອມຕົນ ແລະ ຮູ້ຈັກຕົນເອງແທ້ໆ, ແຕ່ພວກເຂົາສະແດງຢູ່ສະເໝີວ່າພວກເຂົາໄດ້ສະລະຫຼາຍສໍ່າໃດສຳລັບພຣະຜູ້ເປັນເຈົ້າ, ພວກເຂົາທົນທຸກຫຼາຍສໍ່າໃດ ແລະ ພວກເຂົາໄດ້ເຮັດວຽກງານຫຼາຍສໍ່າໃດ. ຜົນຕາມມາກໍ່ຄື ຜູ້ຄົນທີ່ເຊື່ອນະມັດສະການພວກເຂົາ ແລະ ຄິດວ່າທຸກສິ່ງທີ່ພວກເຂົາເວົ້າແມ່ນສອດຄ່ອງກັບຄວາມປະສົງຂອງພຣະຜູ້ເປັນເຈົ້າ. ພວກເຂົາບໍ່ມີຄວາມເຂົ້າໃຈໃດເລີຍກ່ຽວກັບຄົນເຫຼົ່ານັ້ນ. ພວກເຂົາເຖິງກັບຄິດວ່າການເຊື່ອຄົນເຫຼົ່ານັ້ນຄືການເຊື່ອຟັງພຣະຜູ້ເປັນເຈົ້າ. ນັ້ນຄືການເຊື່ອໃນພຣະຜູ້ເປັນເຈົ້າໃນນາມ, ແຕ່ໃນຄວາມເປັນຈິງ ມັນຄືການປະຕິບັດຕາມນັກບວດ. ເສັ້ນທາງທີ່ຂ້ອຍກຳລັງດຳເນີນຕາມແມ່ນແຕກຕ່າງຈາກເສັ້ນທາງຂອງພວກຟາຣີຊາຍ ແລະ ນັກບວດແນວໃດ? ຂ້ອຍຍັງໃຫ້ຄວາມສຳຄັນກັບຫຼັກຄຳສອນ ແລະ ການເສຍສະລະໃນຜິວເຜີນ ເພື່ອວ່າອ້າຍເອື້ອຍນ້ອງຈະຄິດວ່າຂ້ອຍໄດ້ອຸທິດຕົນໃນໜ້າທີ່ຂອງຂ້ອຍ. ເມື່ອຂ້ອຍຖືກຈັດການ, ຂ້ອຍບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ໄຕ່ຕອງກ່ຽວກັບຕົນເອງຢ່າງແທ້ຈິງ. ຂ້ອຍພຽງແຕ່ເວົ້າສິ່ງທີ່ເບິ່ງຄືວ່າຖືກຕ້ອງເພື່ອນໍາພາທຸກຄົນຢ່າງຜິດໆ ເພື່ອວ່າພວກເຂົາຈະຄິດວ່າຂ້ອຍຍອມອ່ອນນ້ອມຕໍ່ສິ່ງນັ້ນ, ຂ້ອຍມີວຸດທິພາວະ ແລະ ຫຼັງຈາກນັ້ນ ພວກເຂົາຈະຊື່ນຊົມຂ້ອຍ ແລະ ຮັບຟັງຂ້ອຍ. ຂ້ອຍເຖິງກັບເຮັດໃຫ້ພວກເຂົາລຸກຂຶ້ນເພື່ອຄັດຄ້ານຂໍ້ກຳນົດຂອງພຣະເຈົ້າຮ່ວມກັບຂ້ອຍ. ຂ້ອຍເປັນຄົນທີ່ມີອຳນາດແທ້ໆ. ຂ້ອຍແຕກຕ່າງຈາກຜູ້ຕໍ່ຕ້ານພຣະຄຣິດແນວໃດ? ຂ້ອຍບໍ່ແມ່ນຜູ້ນໍາ ແລະ ບໍ່ມີຕໍາແໜ່ງປະເພດໃດໜຶ່ງທີ່ສູງສົ່ງ. ຂ້ອຍພຽງແຕ່ແບ່ງປັນຄວາມຮັບຜິດຊອບສຳລັບວຽກງານບາງຢ່າງກັບອ້າຍເອື້ອຍນ້ອງຄົນອື່ນ ໂດຍຢູ່ພາຍໃຕ້ການຄວບຄຸມຂອງຜູ້ນໍາ, ແຕ່ເຖິງຢ່າງໃດກໍ່ຕາມ ບັນຫາຂອງຂ້ອຍກໍ່ຮ້າຍແຮງຂະໜາດນັ້ນ. ຖ້າຂ້ອຍໄດ້ຮັບຕໍາແໜ່ງທີ່ສູງຂຶ້ນ ເຊິ່ງຂ້ອຍຮັບຜິດຊອບສຳລັບບາງຢ່າງໂດຍລຳພັງ, ຂ້ອຍບໍ່ຢາກຄິດເລີຍວ່າຂ້ອຍອາດເຮັດສິ່ງຊົ່ວຮ້າຍທີ່ຍິ່ງໃຫຍ່ແບບໃດ. ຂ້ອຍຄິດວ່າ ຍ້ອນຂ້ອຍເປັນຜູ້ເຊື່ອເປັນເວລາດົນ ແລະ ຂ້ອຍສືບຕໍ່ເຮັດໜ້າທີ່ຂອງຂ້ອຍ ບໍ່ວ່າຂ້ອຍໄດ້ປະສົບກັບຄວາມລຳບາກ ຫຼື ການທົດລອງແບບໃດກໍ່ຕາມ, ຂ້ອຍກໍ່ມີຄວາມເປັນມະນຸດທີ່ຂ້ອນຂ້າງດີ ແລະ ຂ້ອຍບໍ່ເຄີຍດີ້ນລົນເພື່ອກາຍມາເປັນຜູ້ນໍາ, ສະນັ້ນ ຂ້ອຍຈະບໍ່ກາຍມາເປັນພວກຟາຣີຊາຍ ຫຼື ຜູ້ຕໍ່ຕ້ານພຣະຄຣິດ. ແຕ່ເມື່ອຜະເຊີນໜ້າກັບຄວາມຈິງ, ຂ້ອຍກໍ່ມຶນງົງ ແລະ ເວົ້າຫຍັງບໍ່ອອກ. ໃນທີ່ສຸດ ຂ້ອຍກໍ່ເຫັນວ່າແນວຄິດຂອງຂ້ອຍແປກປະຫຼາດ ແລະ ອັນຕະລາຍສໍ່າໃດ ແລະ ອຸປະນິໄສຂອງຂ້ອຍຊົ່ວຮ້າຍສໍ່າໃດ, ເປັນຕາຢ້ານສຳ່ໃດ. ຂ້ອຍເຫັນວ່າ ໃນຖານະຜູ້ເຊື່ອ ຂ້ອຍບໍ່ໄດ້ສະແຫວງຫາຄວາມຈິງ ແລະ ຂ້ອຍຈະບໍ່ຍອມຮັບ ຫຼື ຍອມຕໍ່ການຖືກພິພາກສາ, ການຖືກຂ້ຽນຕີ, ການຖືກຈັດການ ຫຼື ການຖືກລິຮານໂດຍພຣະເຈົ້າ. ຂ້ອຍຈະບໍ່ໄຕ່ຕອງ ແລະ ຮູ້ຈັກທຳມະຊາດແບບຊາຕານຂອງຂ້ອຍໃນແສງສະຫວ່າງຈາກພຣະທຳຂອງພຣະເຈົ້າ. ຂ້ອຍພໍໃຈທີ່ຈະເຊື່ອຟັງພຽງຜິວເຜີນ ແລະ ຮັບຮູ້ໂດຍວາຈາ. ບໍ່ວ່າຂ້ອຍໄດ້ປາກົດວ່າດີ ຫຼື ປະຕິບັດຕາມກົດລະບຽບແນວໃດກໍ່ຕາມ, ຊ່ວງເວລາທີ່ໂອກາດໄດ້ເກີດຂຶ້ນ, ທຳມະຊາດແບບຊາຕານຂອງຂ້ອຍທີ່ທໍລະຍົດພຣະເຈົ້າກໍ່ເລີ່ມມີຜົນຢ່າງສົມບູນ ແລະ ຂ້ອຍໄດ້ເຮັດຊົ່ວໂດຍບໍ່ຮູ້ຕົວ ເຊິ່ງຂ້ອຍບໍ່ໄດ້ຮູ້ຫຍັງເລີຍ. ມັນເປັນດັ່ງທີ່ພຣະເຈົ້າເວົ້າແທ້ໆ: “ແລະ ໂອກາດທີ່ພວກເຈົ້າຈະທໍລະຍົດເຮົາກໍຍັງຄົງມີຢູ່ໜຶ່ງຮ້ອຍເປີເຊັນ”.

ພຣະເຈົ້າຮູ້ວ່າຂ້ອຍຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງສໍ່າໃດ, ຂ້ອຍມຶນຊາ ແລະ ຫົວດື້ສໍ່າໃດ. ຂ້ອຍບໍ່ສາມາດບັນລຸການປ່ຽນແປງພຽງແຕ່ໂດຍການຮູ້ໜ້ອຍໜຶ່ງກ່ຽວກັບຕົນເອງ. ສະນັ້ນ ຕໍ່ມາ ຂ້ອຍຈຶ່ງຖືກເປີດໂປງ ແລະ ຖືກຈັດການໂດຍອ້າຍເອື້ອຍນ້ອງ. ຂ້ອຍຈື່ໄດ້ວ່າ ມີຄັ້ງໜຶ່ງ ເອື້ອຍຄົນໜຶ່ງເວົ້າກັບຂ້ອຍ ໂດຍບໍ່ມີຄຳເວົ້າທີ່ມີມາລະຍາດວ່າ “ຕອນນີ້ ຂ້ອຍມີຄວາມເຂົ້າໃຈບາງຢ່າງກ່ຽວກັບເຈົ້າ. ເຈົ້າມັກບໍ່ໂອ້ລົມກ່ຽວກັບຄວາມຄິດໃນສ່ວນເລິກທີ່ສຸດຂອງເຈົ້າ ຫຼື ເປີດເຜີຍຄວາມເສື່ອມຊາມຂອງເຈົ້າເອງ. ເຈົ້າພຽງແຕ່ເວົ້າກ່ຽວກັບທາງເຂົ້າ ແລະ ຄວາມເຂົ້າໃຈທີ່ດີບາງຢ່າງຂອງເຈົ້າ, ຄືກັບວ່າຄວາມເສື່ອມຊາມຂອງເຈົ້າຖືກແກ້ໄຂຢ່າງສິ້ນເຊີງ, ຄືກັບວ່າເຈົ້າບໍ່ມີມັນແລ້ວ”. ລາວຍັງເວົ້າວ່າລາວເຄີຍຊື່ນຊົມຂ້ອຍ, ລາວຄິດວ່າຂ້ອຍເປັນຜູ້ເຊື່ອເປັນເວລາດົນ ຜູ້ເຊິ່ງເຂົ້າໃຈຄວາມຈິງ, ຂ້ອຍຮູ້ວິທີການຜະເຊີນໜ້າກັບຫຼາຍສິ່ງ ແລະ ຂ້ອຍສາມາດທົນທຸກ ແລະ ຈ່າຍລາຄາໃນໜ້າທີ່ຂອງຂ້ອຍ ແລະ ໂດຍສະເພາະແລ້ວ ຂ້ອຍສາມາດຍອມຮັບການຖືກຈັດການ ແລະ ການຖືກລິຮານທີ່ຮູນແຮງ. ນັ້ນຄືເຫດຜົນທີ່ລາວເຄົາລົບຂ້ອຍ. ລາວຄິດວ່າທຸກສິ່ງທີ່ຂ້ອຍເວົ້າເປັນສິ່ງທີ່ຖືກຕ້ອງ ແລະ ລາວຮັບຟັງຂ້ອຍຢູ່ສະເໝີ, ໂດຍມອບພື້ນທີ່ຂອງພຣະເຈົ້າໃນຫົວໃຈຂອງລາວໃຫ້ກັບຂ້ອຍຢ່າງແທ້ຈິງ. ການໄດ້ຍິນລາວເວົ້າວ່າລາວມາເບິ່ງວ່າຂ້ອຍເປັນຄືກັບພຣະເຈົ້າຢ່າງແທ້ຈິງເປັນຄືກັບການຖືກໂຈມຕີດ້ວຍສາຍໄຟ້ຜ່າ. ຂ້ອຍຢ້ານແທ້ໆ ແລະ ຕໍ່ຕ້ານມັນແທ້ໆ. ຂ້ອຍຄິດວ່າ “ຖ້າສິ່ງນັ້ນເປັນຈິງ, ຂ້ອຍບໍ່ໄດ້ກາຍມາເປັນຜູ້ຕໍ່ຕ້ານພຣະຄຣິດບໍ? ເຈົ້າຄືໂງ່ແບບນັ້ນ, ບໍ່ມີຄວາມເຂົ້າໃຈແບບນັ້ນໄດ້ແນວໃດ? ຂ້ອຍກໍ່ຖືກຊາຕານເຮັດໃຫ້ເສື່ອມຊາມຄືກັນ. ເຈົ້າຈະສາມາດເຫັນຂ້ອຍໃນລັກສະນະນັ້ນໄດ້ແນວໃດ?” ຂ້ອຍສິ້ນຫວັງເປັນເວລາຫຼາຍມື້. ຂ້ອຍຮູ້ສຶກເສຍໃຈຫຼາຍທຸກຄັ້ງທີ່ຂ້ອຍຄິດກ່ຽວກັບສິ່ງທີ່ລາວໄດ້ເວົ້າ ແລະ ຂ້ອຍມີຄວາມຮູ້ສຶກຢ້ານຢ່າງແປກປະຫຼາດນີ້, ສິ່ງທີ່ເປັນຕາຢ້ານກຳລັງເກີດຂຶ້ນກັບຂ້ອຍ. ຂ້ອຍຮູ້ວ່ານີ້ຄືຄວາມໂກດຮ້າຍຂອງພຣະເຈົ້າຕໍ່ຂ້ອຍ, ອຸປະນິໄສທີ່ຊອບທຳຂອງພຣະອົງກຳລັງເກີດຂຶ້ນກັບຂ້ອຍ ແລະ ຂ້ອຍຕ້ອງຍອມຮັບຜົນຕາມມາຂອງການເຮັດຊົ່ວແບບນັ້ນ. ຂ້ອຍຮູ້ວ່າອຸປະນິໄສຂອງພຣະເຈົ້າບໍ່ທົນຕໍ່ການເຮັດຜິດໃດເລີຍ ແລະ ຂ້ອຍຮູ້ສຶກວ່າຂ້ອຍຖືກພຣະເຈົ້າປະນາມແລ້ວ, ສະນັ້ນ ຂ້ອຍຈຶ່ງຄິດວ່າເສັ້ນທາງແຫ່ງຄວາມເຊື່ອຂອງຂ້ອຍກຳລັງຈະຈົບລົງແລ້ວ. ຂ້ອຍບໍ່ສາມາດຫ້າມບໍ່ໃຫ້ນໍ້າຕາຂອງຂ້ອຍໄຫຼອອກມາເມື່ອຄິດເຖິງເລື່ອງນີ້. ຂ້ອຍບໍ່ເຄີຍຈິນຕະນາການວ່າ ຂ້ອຍເຊິ່ງເປັນຄົນທີ່ບໍ່ເບິ່ງຄືກັບໄດ້ເຮັດສິ່ງທີ່ຊົ່ວຮ້າຍຫຼາຍ ຫຼື ເຮັດສິ່ງທີ່ບໍ່ດີແທ້ໆ ຈະສາມາດໄປຮອດຈຸດທີ່ຮ້າຍແຮງຫຼາຍ. ຂ້ອຍບໍ່ພຽງແຕ່ນໍາພາຜູ້ຄົນດ້ວຍຄຳສັ່ງສອນຢ່າງຜິດໆ, ແຕ່ຂ້ອຍໄດ້ນໍາພາໃຫ້ພວກເຂົານະມັດສະການຂ້ອຍຄືກັບວ່າຂ້ອຍເປັນພຣະເຈົ້າ. ນັ້ນຄືການຫັນປ່ຽນໃຫ້ພຣະເຈົ້າກາຍເປັນຮູບແກະສະລັກ ແລະ ມັນເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າຢ່າງຮຸນແຮງ. ຂ້ອຍກຳລັງຮູ້ສຶກວ່າຄິດລົບແທ້ໆ ແລະ ການຝ່າຝືນ ແລະ ການກະທຳທີ່ຊົ່ວຮ້າຍຂອງຂ້ອຍເຮັດໃຫ້ຮູ້ສຶກເຖິງການເຜົາໄໝ້ໃນຫົວໃຈຂອງຂ້ອຍ. ຂ້ອຍຮູ້ສຶກຄືກັບວ່າຂ້ອຍເປັນພຽງຄືກັນກັບຟາຣີຊາຍ, ຜູ້ຕໍ່ຕ້ານພຣະຄຣິດ, ຂ້ອຍເປັນຂອງຊາຕານ, ຜູ້ໃຫ້ບໍລິການທີ່ຈະຖືກກຳຈັດ. ຂ້ອຍພຽງແຕ່ບໍ່ເຂົ້າໃຈວ່າຂ້ອຍປ່ອຍໃຫ້ຕົນເອງໄປຮອດຈຸດນັ້ນໄດ້ແນວໃດ. ໃນຄວາມເສຍໃຈຂອງຂ້ອຍ, ຂ້ອຍມາຢູ່ຕໍ່ໜ້າພຣະເຈົ້າ ແລະ ກັບໃຈ ໂດຍເວົ້າວ່າ “ພຣະເຈົ້າ, ຂ້ານ້ອຍໄດ້ເຮັດຊົ່ວຫຼາຍ. ຂ້ານ້ອຍໄດ້ເຮັດຜິດຕໍ່ອຸປະນິໄສຂອງພຣະອົງ ແລະ ຂ້ານ້ອຍຄວນຖືກສາບແຊ່ງ ແລະ ຖືກລົງໂທດ! ຂ້ານ້ອຍບໍ່ໄດ້ຂໍການອະໄພໂທດຂອງພຣະອົງ, ຂ້ານ້ອຍພຽງແຕ່ຂໍໃຫ້ພຣະອົງສ່ອງແສງໃຫ້ກັບຂ້ານ້ອຍ ເພື່ອວ່າຂ້ານ້ອຍຈະສາມາດເຂົ້າໃຈທຳມະຊາດແບບຊາຕານຂອງຂ້ານ້ອຍ ແລະ ເຫັນເຖິງຄວາມຈິງໃນຄວາມເສື່ອມຊາມຂອງຂ້ານ້ອຍທີ່ເຮັດໂດຍຊາຕານ. ພຣະເຈົ້າ, ຂ້ານ້ອຍປາຖະໜາທີ່ຈະກັບໃຈ, ຊື່ສັດ ແລະ ທ່ຽງກົງ”.

ໃນມື້ຕໍ່ມາ, ຂ້ອເລີ່ມໄຕ່ຕອງກ່ຽວກັບເຫດຜົນທີ່ຂ້ອຍຕົກຢູ່ໃນສະຖານະການທີ່ເປັນຕາຢ້ານ ແລະ ສາຍເຫດຂອງບັນຫາຢູ່ໃສ. ຂ້ອຍອ່ານສິ່ງນີ້ໃນການເຝົ້າດ່ຽວຂອງຂ້ອຍໃນຄັ້ງໜຶ່ງ: “ແລ້ວຜູ້ຕໍ່ຕ້ານພຣະຄຣິດລົງທຶນຕົນເອງກັບຕົວບັນຍາຍເລື່ອງຫຍັງ? ພວກເຂົາທຳທ່າເປັນຜູ້ໃດ? ແນ່ນອນ, ການຮຽນແບບຂອງພວກເຂົາແມ່ນເຫັນແກ່ສະຖານະ ແລະ ຊື່ສຽງ. ມັນບໍ່ສາມາດຖືກແຍກອອກຈາກສິ່ງເຫຼົ່ານັ້ນ ຫຼື ບໍ່ພວກເຂົາກໍ່ຈະບໍ່ທຳທ່າແບບນັ້ນໄດ້, ບໍ່ມີທາງທີ່ພວກເຂົາຈະສາມາດເຮັດບາງສິ່ງທີ່ໂງ່ຈ້າແບບນັ້ນ. ເນື່ອງຈາກພຶດຕິກຳດັ່ງກ່າວຖືວ່າເປັນການປະນາມ, ເປັນທີ່ກຽດຊັງ ແລະ ເປັນທີ່ລັງກຽດ, ເປັນຫຍັງພວກເຂົາຈຶ່ງຍັງເຮັດມັນ? ບໍ່ຕ້ອງສົງໄສເລີຍ ພວກເຂົາມີຈຸດປະສົງ ແລະ ແຮງຈູງໃຈຂອງພວກເຂົາເອງ, ມີເຈດຕະນາ ແລະ ແຮງຈູງໃຈທີ່ກ່ຽວຂ້ອງ. ຖ້າຜູ້ຕໍ່ຕ້ານພຣະຄຣິດຕ້ອງຮັບສະຖານະໃນຄວາມຄິດຂອງຜູ້ຄົນ, ພວກເຂົາຕ້ອງເຮັດໃຫ້ຄົນເຫຼົ່ານີ້ຄິດວ່າພວກເຂົາສູງສົ່ງ. ແລ້ວແມ່ນຫຍັງເຮັດໃຫ້ຜູ້ຄົນຄິດແບບນັ້ນ? ໃນແນວຄິດຂອງຜູ້ຄົນ, ນອກຈາກການຮຽນແບບພຶດຕິກຳ ແລະ ຄຳເວົ້າບາງຢ່າງທີ່ເຊື່ອວ່າດີ, ຜູ້ຕໍ່ຕ້ານພຣະຄຣິດຍັງຮຽນແບບພຶດຕິກຳ ແລະ ພາບລັກບາງຢ່າງທີ່ຜູ້ຄົນເຊື່ອວ່າສູງສົ່ງ, ເພື່ອເຮັດໃຫ້ຄົນອື່ນແຫງນເບິ່ງພວກເຂົາ” (ຄັດຈາກບົດ “ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງແຕ່ເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ລ້ຽງບຳລຸງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ພິຈາລະນາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ແມ່ນແຕ່ຂາຍຜົນປະໂຫຍດເຫຼົ່ານັ້ນອອກເພື່ອແລກເອົາສະຫງ່າລາສີສ່ວນຕົວ (ພາກທີສິບ)” ໃນໜັງສືການເປີດໂປງຜູ້ຕໍ່ຕ້ານພຣະຄຣິດ). “ບໍ່ວ່າຈະເປັນບໍລິບົດແນວໃດກໍ່ຕາມ, ບໍ່ວ່າພວກເຂົາຈະປະຕິບັດໜ້າທີ່ຂອງພວກເຂົາຢູ່ໃສກໍ່ຕາມ, ຜູ້ຕໍ່ຕ້ານພຣະຄຣິດຈະພະຍາຍາມ ແລະ ສ້າງຄວາມປະທັບໃຈທີ່ວ່າພວກເຂົາບໍ່ໄດ້ອ່ອນແອ, ພວກເຂົາເຂັ້ມແຂງຢູ່ສະເໝີ, ເຕັມໄປດ້ວຍຄວາມໝັ້ນໃຈ, ບໍ່ເຄີຍຄິດລົບ. ພວກເຂົາບໍ່ເຄີຍເປີດເຜີຍມຸມມອງທີ່ແທ້ຈິງຂອງພວກເຂົາ ຫຼື ທັດສະນະແທ້ຈິງຕໍ່ພຣະເຈົ້າ. ໃນສ່ວນເລິກໃນຫົວໃຈຂອງພວກເຂົາ, ພວກເຂົາເຊື່ອແທ້ໆບໍວ່າບໍ່ມີຫຍັງທີ່ພວກເຂົາບໍ່ສາມາດເຮັດໄດ້? ພວກເຂົາເຊື່ອຢ່າງແທ້ຈິງບໍວ່າພວກເຂົາບໍ່ມີຄວາມອ່ອນແອ, ຄວາມຄິດລົບ ຫຼື ຄວາມເສື່ອມຊາມທີ່ສະແດງອອກມາ? ບໍ່ເຊື່ອຢ່າງແນ່ນອນ. ພວກເຂົາເກ່ງໃນການສະແດງ, ຊຳນານໃນການເຊື່ອງສິ່ງຕ່າງໆ. ພວກເຂົາມັກສະແດງໃຫ້ຜູ້ຄົນເຫັນເຖິງດ້ານທີ່ເຂັ້ງແຂງ ແລະ ມີກຽດຂອງພວກເຂົາ; ພວກເຂົາບໍ່ຕ້ອງການໃຫ້ຜູ້ຄົນເຫັນດ້ານທີ່ອ່ອນແອ ແລະ ມືດມົວຂອງພວກເຂົາ. ຈຸດປະສົງຂອງພວກເຂົາກໍ່ຊັດເຈນ: ງ່າຍໆກໍ່ຄືມັນເປັນການຮັກສາໜ້າເມື່ອຢູ່ຕໍ່ໜ້າຄົນອື່ນ, ປົກປ້ອງຕຳແໜ່ງທີ່ພວກເຂົາມີໃນຫົວໃຈຂອງຜູ້ຄົນເຫຼົ່ານີ້. ພວກເຂົາຄິດວ່າ ຖ້າພວກເຂົາເປີດໃຈຕໍ່ຄົນອື່ນກ່ຽວກັບຄວາມຄິດລົບ ແລະ ຄວາມອ່ອນແອຂອງພວກເຂົາາເອງ, ຖ້າພວກເຂົາເປີດເຜີຍດ້ານຂອງພວກເຂົາທີ່ກະບົດ ແລະ ເສື່ອມຊາມ, ສິ່ງນີ້ຈະເປັນໄພທີ່ໂຫດຮ້າຍຕໍ່ສະຖານະ ແລະ ຊື່ສຽງຂອງພວກເຂົາ, ເປັນບັນຫາຫຼາຍກວ່າທີ່ມັນຈະຄຸ້ມຄ່າ. ສະນັ້ນ ພວກເຂົາຈຶ່ງຈະເກັບຄວາມອ່ອນແອ ແລະ ຄວາມກະບົດຂອງພວກເຂົາໄວ້ກັບຕົນເອງຢ່າງເຄັ່ງຄັດ. ແລ້ວຖ້າມື້ໜຶ່ງມາເຖິງ ເຊິ່ງເປັນເວລາທີ່ທຸກຄົນເຫັນດ້ານທີ່ອ່ອນແອ ແລະ ກະບົດຂອງພວກເຂົາ, ພວກເຂົາຕ້ອງສືບຕໍ່ສະແດງ; ພວກເຂົາຄິດວ່າຖ້າພວກເຂົາຍອມຮັບວ່າມີອຸປະນິໄສທີ່ເສື່ອມຊາມ, ເປັນຄົນທຳມະດາ, ເປັນຄົນທີ່ເລັກນ້ອຍ ແລະ ບໍ່ສຳຄັນ, ພວກເຂົາກໍ່ຈະສູນເສຍຕຳແໜ່ງຂອງພວກເຂົາໃນຫົວໃຈຂອງຜູ້ຄົນ ແລະ ຈະລົ້ມເຫຼວແທ້ໆ. ແລ້ວດ້ວຍເຫດນັ້ນ, ບໍ່ວ່າແມ່ນຫຍັງຈະເກີດຂຶ້ນ, ພວກເຂົາບໍ່ສາມາດເປີດໃຈກັບຜູ້ຄົນໄດ້ແທ້ໆ; ບໍ່ວ່າແມ່ນຫຍັງຈະເກີດຂຶ້ນ, ພວກເຂົາບໍ່ສາມາດມອບອຳນາດ ແລະ ສະຖານະຂອງພວກເຂົາໃຫ້ກັບຄົນອື່ນອີກ; ກົງກັນຂ້າມ, ພວກເຂົາພະຍາຍາມຢ່າງໜັກເທົ່າທີ່ເຮັດໄດ້ເພື່ອແຂ່ງຂັນ ແລະ ຈະບໍ່ຍອມຈຳນົນຈັກເທື່ອ. ບັນຫາໃດໜຶ່ງທີ່ຕ້ອງການການແກ້ໄຂ, ພວກເຂົາຕັ້ງໃຈເລີ່ມແຫ່ຂະບວນຕົນເອງ; ແລະ ທັນທີທີ່ຄວາມຈິງຖືກເປີດເຜີຍ, ເມື່ອຄົນອື່ນຄົ້ນພົບບັນຫາຂອງພວກເຂົາ, ພວກເຂົາກໍ່ຈະແລ່ນຫາທີ່ກຳບັງ. ເມື່ອພວກເຂົາພົບກັບບາງສິ່ງທີ່ພວກເຂົາເຂົ້າໃຈ, ເຈົ້າກໍ່ຈະຮູ້ກ່ຽວກັບມັນໃນໄວໆ: ພວກເຂົາບໍ່ພາດໂອກາດທີ່ຈະບອກຜູ້ຄົນກ່ຽວກັບຕົນເອງ, ເຮັດໃຫ້ຜູ້ຄົນຮັບຮູ້ວ່ານີ້ແມ່ນໜຶ່ງໃນຈຸດແຂງຂອງພວກເຂົາ” (ຄັດຈາກບົດ “ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງແຕ່ເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ລ້ຽງບຳລຸງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ພິຈາລະນາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ແມ່ນແຕ່ຂາຍຜົນປະໂຫຍດເຫຼົ່ານັ້ນອອກເພື່ອແລກເອົາສະຫງ່າລາສີສ່ວນຕົວ (ພາກທີສິບ)” ໃນໜັງສືການເປີດໂປງຜູ້ຕໍ່ຕ້ານພຣະຄຣິດ). “ຜູ້ຕໍ່ຕ້ານພຣະຄຣິດຕ້ອງການຄົນຝ່າຍວິນຍານ, ພວກເຂົາຕ້ອງການເປັນຄົນທີ່ໂດດເດັ່ນໃນບັນດາອ້າຍເອື້ອຍນ້ອງ, ເປັນຄົນທີ່ມີຄວາມຈິງ ແລະ ເຂົ້າໃຈຄວາມຈິງ ແລະ ສາມາດຊ່ວຍຄົນທີ່ອ່ອນແອ ແລະ ຜູ້ທີ່ມີວຸດທິພາວະຕໍ່າ. ແລ້ວແມ່ນຫຍັງຄືຈຸດປະສົງຂອງພວກເຂົາໃນການເຮັດບົດບາດນີ້? ກ່ອນອື່ນ, ພວກເຂົາເຊື່ອວ່າຕົນເອງຢູ່ເໜືອເນື້ອໜັງ, ຢູ່ເໜືອຄວາມກັງວົນທາງໂລກ, ປະຖິ້ມຄວາມອ່ອນແອໃນຄວາມເປັນມະນຸດທີ່ປົກກະຕິ ແລະ ເອົາຊະນະຄວາມຕ້ອງການທາງເນື້ອໜັງຂອງຄວາມເປັນມະນຸດທີ່ປົກກະຕິ; ພວກເຂົາເຊື່ອໃນຕົນເອງ ເຊິ່ງເປັນຄົນທີ່ສາມາດຮັບໜ້າທີ່ໆສຳຄັນໃນເຮືອນຂອງພຣະເຈົ້າ, ຜູ້ທີ່ສາມາດຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ, ຄົນທີ່ມີຄວາມຄິດທີ່ເຕັມໄປດ້ວຍພຣະທຳຂອງພຣະເຈົ້າ. ພວກເຂົາວາດຊົງຕົນເອງໃຫ້ເປັນຄົນທີ່ໄດ້ຜ່ານຂໍ້ກຳນົດຂອງພຣະເຈົ້າ ແລະ ເຮັດໃຫ້ພຣະເຈົ້າພໍໃຈແລ້ວ ແລະ ຜູ້ທີ່ສາມາດຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ ແລະ ສາມາດຮັບເອົາຈຸດໝາຍປາຍທາງທີ່ສວຍງາມທີ່ໄດ້ສັນຍາໄວ້ໂດຍປາກຂອງພຣະເຈົ້າເອງ. ແລ້ວດ້ວຍເຫດນັ້ນ ພວກເຂົາຈຶ່ງພໍໃຈໃນຕົນເອງຢູ່ເລື້ອຍໆ ແລະ ພວກເຂົາຄິດວ່າພວກເຂົາເອງແຕກຕ່າງຈາກຄົນອື່ນ. ນໍາໃຊ້ຄຳເວົ້າ ແລະ ວະລີທີ່ພວກເຂົາສາມາດຈົດຈຳ ແລະ ສາມາດເຂົ້າໃຈໃນຄວາມຄິດຂອງພວກເຂົາ, ພວກເຂົາຕັກເຕືອນ, ປະນາມ ແລະ ສ້າງຂໍ້ສະຫຼຸບກ່ຽວກັບຄົນອື່ນ; ສະນັ້ນ ພວກເຂົາຈຶ່ງມັກໃຊ້ການປະຕິບັດ ແລະ ຄຳເວົ້າທີ່ເກີດມາຈາກຈິນຕະນາການໃນແນວຄິດຂອງພວກເຂົາເອງເພື່ອສ້າງຂໍ້ສະຫຼຸບກ່ຽວກັບຄົນອື່ນ ແລະ ຝຶກຝົນພວກເຂົາ, ເຮັດໃຫ້ທຸກຄົນປະຕິບັດຕາມກົດລະບຽບ ແລະ ເຊື່ອຟັງພວກເຂົາ ເພື່ອປົກປ້ອງຕຳແໜ່ງຂອງພວກເຂົາໃນຄຣິດຕະຈັກ. ພວກເຂົາຄິດວ່າການເທດສອນຫຼັກຄຳສອນຝ່າຍວິນຍານຢ່າງຫຼວງຫຼາຍ, ການເວົ້າຄືນຄຳເວົ້າທີ່ມີຊື່ສຽງສອງສາມຄຳ, ການປະຕິບັດຕໍ່ໜ້າທຸກຄົນ, ການວາງຕົນເອງອອກໜ້າເມື່ອເຮັດວຽກ ແລະ ການທີ່ສາມາດຮັກສາຄວາມເປັນລະບົບລະບຽບເປັນປົກກະຕິຂອງຄຣິດຕະຈັກເຮັດໃຫ້ພວກເຂົາເຄັ່ງຄັດຝ່າຍວິນຍານ ແລະ ຮັກສາຕຳແໜ່ງຂອງພວກເຂົາໃນຄຣິດຕະຈັກ. ດ້ວຍເຫດນັ້ນ ໃນຂະນະທີ່ກຳລັງທຳທ່າມີຄວາມເຄັ່ງຄັດຝ່າຍວິນຍານ ແລະ ໂອ້ອວດກ່ຽວກັບຝ່າຍວິນຍານຂອງພວກເຂົາ, ພວກເຂົາຍັງໄດ້ທຳທ່າວ່າມີລິດອຳນາດທັງໝົດ ແລະ ມີຄວາມສາມາດໃນທຸກດ້ານ, ເປັນຄົນທີ່ສົມບູນ ແລະ ຄິດວ່າພວກເຂົາສາມາດເຮັດທຸກສິ່ງ ແລະ ເກັ່ງໃນທຸກຢ່າງ” (ຄັດຈາກບົດ “ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງແຕ່ເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ລ້ຽງບຳລຸງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ພິຈາລະນາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ແມ່ນແຕ່ຂາຍຜົນປະໂຫຍດເຫຼົ່ານັ້ນອອກເພື່ອແລກເອົາສະຫງ່າລາສີສ່ວນຕົວ (ພາກທີສິບ)” ໃນໜັງສືການເປີດໂປງຜູ້ຕໍ່ຕ້ານພຣະຄຣິດ).

ພຣະທຳຂອງພຣະເຈົ້າໄດ້ສະແດງໃຫ້ຂ້ອຍເຫັນວ່າເປັນຫຍັງຂ້ອຍຈຶ່ງໜ້າຊື່ໃຈຄົດຢູ່ສະເໝີ ແລະ ສະແດງພຽງແຕ່ດ້ານທີ່ດີຂອງຂ້ອຍໃນການໂອ້ລົມ ໃນຂະນະທີ່ສືບຕໍ່ເຊື່ອງດ້ານທີ່ຂີ້ຮ້າຍ ແລະ ຊົ່ວຮ້າຍຂອງຂ້ອຍ ເພື່ອວ່າຈະບໍ່ມີຜູ້ໃດສາມາດເຫັນມັນໄດ້. ມັນແມ່ນເພື່ອປົກປ້ອງຕໍາແໜ່ງທີ່ຂ້ອຍມີຢູ່ໃນຫົວໃຈຂອງຜູ້ຄົນ, ເພື່ອຮັກສາພາບລັກທີ່ຜູ້ຄົນມີກ່ຽວກັບຂ້ອຍດັ່ງຜູ້ເຊື່ອເປັນເວລາດົນ. ຫຼັງຈາກນັ້ນ ພວກເຂົາຈະຄິດວ່າຂ້ອຍພິເສດ ເພາະມີຫຼາຍປີແຫ່ງຄວາມເຊື່ອ, ແຕກຕ່າງຈາກອ້າຍເອື້ອຍນ້ອງຄົນອື່ນ, ຂ້ອຍເຂົ້າໃຈຄວາມຈິງ ແລະ ມີວຸດທິພາວະ, ສະນັ້ນ ພວກເຂົາຈຶ່ງເຄົາລົບຂ້ອຍ, ຊື່ນຊົມຂ້ອຍ. ຂ້ອຍຮູ້ວ່າຂ້ອຍອວດດີ, ຊົ່ວຮ້າຍ ແລະ ຫຼອກລວງຫຼາຍ! ຂ້ອຍຄິດວ່າຂ້ອຍເປັນຜູ້ເຊື່ອເປັນເວລາດົນ ແລະ ເຂົ້າໃຈຄຳສັ່ງສອນບາງຢ່າງ, ສະນັ້ນ ຂ້ອຍຈຶ່ງວາງຕົນເອງໃສ່ທຳມາດ ແລະ ເລີ່ມທຳທ່າເປັນຄົນທີ່ເຄັ່ງຄັດຝ່າຍວິນຍານ. ຂ້ອຍຂາດຄວາມເປັນຈິງແຫ່ງຄວາມຈິງ ແລະ ບໍ່ໄດ້ໃສ່ໃຈກັບການຄົ້ນຫາ ແລະ ການສະແຫວງຫາຄວາມຈິງ. ຂ້ອຍພຽງແຕ່ໃຊ້ຄຳສັ່ງສອນ, ພຶດຕິກຳທີ່ດີ ແລະ ການເສຍສະລະບາງຢ່າງໂດຍຜິວເຜີນເພື່ອປົກປິດຄວາມເປັນຈິງທີ່ຂີ້ຮ້າຍທີ່ວ່າຂ້ອຍຂາດຄວາມເປັນຈິງແຫ່ງຄວາມຈິງ. ຂ້ອຍບໍ່ໄດ້ໄຕ່ຕອງ ແລະ ຮູ້ຈັກຕົນເອງ ເມື່ອຂ້ອຍຖືກລິຮານ ແລະ ຖືກຈັດການ, ຂ້ອຍບໍ່ໄດ້ໄຈ້ແຍກບັນຫາ ແລະ ຄວາມເສື່ອມຊາມຂອງຂ້ອຍ. ຂ້ອຍປິດບັງແຮງຈູງໃຈທີ່ຂີ້ຮ້າຍ ແລະ ອຸປະນິໄສທີ່ເສື່ອມຊາມຂອງຂ້ອຍ ເພື່ອວ່າຈະບໍ່ມີຜູ້ໃດຮູ້ກ່ຽວກັບພວກມັນ, ເພື່ອປົກປ້ອງຕໍາແໜ່ງ ແລະ ພາບລັກຂອງຂ້ອຍ. ການສະແດງທີ່ໜ້າຊື່ໃຈຄົດເຫຼົ່ານີ້ແຕກຕ່າງຈາກການສະແດງຂອງພວກຟາຣີຊາຍທີ່ຕໍ່ຕ້ານພຣະເຢຊູເຈົ້າແນວໃດ? ພຣະເຢຊູເຈົ້າໄດ້ຕຳນິພວກຟາຣີຊາຍ: “ຄວາມຈິບຫາຍຈົ່ງມີແກ່ພວກເຈົ້າ, ພວກທຳມະຈານ ແລະ ພວກຟາຣີຊາຍ ເຊິ່ງເປັນຄົນໜ້າຊື່ໃຈຄົດ! ຍ້ອນເຈົ້າເປັນຄືກັບຂຸມຝັງສົບທີ່ທາດ້ວຍປູນຂາວ, ເຊິ່ງປາກົດວ່າສວຍງາມແທ້ໆຢູ່ທາງພາຍນອກ, ແຕ່ພາຍໃນແມ່ນເຕັມໄປດ້ວຍກະດູກຂອງມະນຸດທີ່ຕາຍແລ້ວ ແລະ ເຕັມໄປດ້ວຍຄວາມບໍ່ສະອາດທັງປວງ. ເຖິງປານນັ້ນກໍດີ, ໂດຍທາງພາຍນອກແລ້ວເຈົ້າກໍ່ປາກົດວ່າຊອບທຳຢູ່ຕໍ່ມະນຸດເຊັ່ນກັນ, ແຕ່ພາຍໃນພວກເຈົ້າແມ່ນເຕັມໄປດ້ວຍຄວາມໜ້າຊື່ໃຈຄົດ ແລະ ຄວາມອະຍຸຕິທຳ” (ມັດທາຍ 23:27-28). “ພວກເຈົ້າ ເຊິ່ງເປັນຜູ້ນຳທາງທີ່ຕາບອດ, ເຊິ່ງດຶງແມງມີ່ ແລະ ກືນກິນໂຕອູດ” (ມັດທາຍ 23:24). ຂ້ອຍບໍ່ໄດ້ເຮັດແບບດຽວກັນແທ້ໆບໍ? ມັນເບິ່ງຄືກັບວ່າຂ້ອຍໂອ້ລົມກ່ຽວກັບປະສົບການຂອງຂ້ອຍ, ແຕ່ຂ້ອຍພຽງແຕ່ເວົ້າກ່ຽວກັບສິ່ງທີ່ທຸກຄົນສາມາດເຫັນ, ເປັນພຽງຄຳສັ່ງສອນທີ່ວ່າງເປົ່າ, ໃນຂະນະທີ່ກຳລັງເຊື່ອງ, ບໍ່ເຄີຍກ່າວເຖິງຄວາມຄິດທີ່ແທ້ຈິງຂອງຂ້ອຍ ແລະ ສິ່ງທີ່ເສື່ອມຊາມ ແລະ ຊົ່ວຮ້າຍເຫຼົ່ານັ້ນທີ່ຢູ່ພາຍໃນຕົວຂ້ອຍ. ໃນລັກສະນະນັ້ນ ຜູ້ຄົນຈະຄິດວ່າ ເຖິງແມ່ນຂ້ອຍມີຄວາມເສື່ອມຊາມ ແລະ ຄວາມກະບົດ, ຂ້ອຍກໍ່ຍັງດີກວ່າຄົນອື່ນໆຫຼາຍ. ຂ້ອຍກຳລັງໄລ່ແມງມີ່ ໃນຂະນະທີ່ກຳລັງກືນກິນໂຕອູດ. ຂ້ອຍເບິ່ງຄືຖ່ອມຕົວຈາກພາຍນອກ, ແຕ່ໃນພາຍໃນ ຂ້ອຍກຳລັງປົກປ້ອງຊື່ສຽງ ແລະ ສະຖານະຂອງຂ້ອຍເອງແທ້ໆ, ປົກປ້ອງພາບລັກທີ່ຄົນອື່ນມີກ່ຽວກັບຂ້ອຍ. ຂ້ອຍໜ້າຊື່ໃຈຄົດຫຼາຍ, ມີເລ່ຫຼ່ຽມ ແລະ ຫຼອກລວງຫຼາຍ. ຂ້ອຍໄດ້ຕົວະອ້າຍເອື້ອຍນ້ອງທຸກຄົນ. ຂ້ອຍບໍ່ໄດ້ເປັນຄົນດີ ແລະ ທ່ຽງກົງ ຫຼື ເວົ້າໃນຖານະຂອງຂ້ອຍດັ່ງສິ່ງຖືກສ້າງ ແລະ ຂ້ອຍບໍ່ໄດ້ກຳລັງຜະເຊີນໜ້າກັບພາລະກິດຂອງພຣະເຈົ້າຈາກທັດສະນະຂອງຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ, ຍອມຮັບການຖືກພິພາກສາ, ການຖືກຂ້ຽນຕີ, ການຖືກລິຮານ ແລະ ການຖືກຈັດການຈາກພຣະເຈົ້າ ເພື່ອປະຖິ້ມຄວາມເສື່ອມຊາມຂອງຂ້ອຍ. ກົງກັນຂ້າມ, ຂ້ອຍກຳລັງໃຊ້ໜ້າທີ່ຂອງຂ້ອຍເພື່ອສະແດງອອກ, ເພື່ອສ້າງຕົນເອງຂຶ້ນ ແລະ ເພື່ອນໍາພາຄົນອື່ນຢ່າງຜິດໆ, ຍາດຊິງເອົາຄົນທີ່ຖືກເລືອກຂອງພຣະເຈົ້າຈາກພຣະອົງ. ນັ້ນບໍ່ແມ່ນເສັ້ນທາງແຫ່ງການຕໍ່ຕ້ານພຣະເຈົ້າ, ເສັ້ນທາງຂອງການເປັນຜູ້ຕໍ່ຕ້ານພຣະຄຣິດບໍ? ມັນເປັນເສັ້ນທາງທີ່ພຣະເຈົ້າໄດ້ປະນາມ. ແຕ່ສຳລັບຂ້ອຍ, ນອກຈາກເວລາຍາວນານທີ່ຂ້ອຍມີຄວາມເຊື່ອແລ້ວ ຂ້ອຍທຽບບໍ່ໄດ້ກັບຄົນອື່ນໃນເລື່ອງຂອງຄວາມສາມາດ ຫຼື ການສະແຫວງຫາຄວາມຈິງ. ຂ້ອຍບໍ່ມີຄວາມເປັນຈິງແຫ່ງຄວາມຈິງຫຼັງຈາກເວລານັ້ນເລີຍ ແລະ ຊີວິດ-ອຸປະນິໄສຂອງຂ້ອຍກໍ່ບໍ່ໄດ້ປ່ຽນແປງ. ຂ້ອຍເປັນພາບລັກຂອງຊາຕານທີ່ອວດດີ ແລະ ຖືວ່າຕົນເອງສຳຄັນຄືເກົ່າ ແລະ ຂ້ອຍບໍ່ໄດ້ມີຫຼັກການໃນໜ້າທີ່ຂອງຂ້ອຍ. ຂ້ອຍບໍ່ພຽງແຕ່ລົ້ມເຫຼວໃນການໃສ່ໃຈກັບຄວາມປະສົງຂອງພຣະເຈົ້າ ແລະ ຍົກຍ້ອງພຣະເຈົ້າ, ແຕ່ຂ້ອຍໄດ້ຂັດຂວາງວຽກງານຂ່າວປະເສີດຂອງພວກເຮົາ. ເມື່ອພິຈາລະນາຕະຫຼອດເວລາຫຼາຍປີທີ່ຂ້ອຍເປັນຜູ້ເຊື່ອ, ນັ້ນຄືສິ່ງທີ່ເປັນຕາອັບອາຍແທ້ໆ. ແຕ່ຂ້ອຍຄິດວ່ານັ້ນເປັນເງິນທຶນທີ່ຂ້ອຍສາມາດໃຊ້ເພື່ອຍົກຍ້ອງຕົນເອງ ແລະ ເຮັດໃຫ້ຜູ້ຄົນເຄົາລົບຂ້ອຍ. ຂ້ອຍຊ່າງບໍ່ມີເຫດຜົນຫຼາຍ, ໄຮ້ຢາງອາຍຫຼາຍ!

ຂ້ອຍອ່ານຂໍ້ຄວາມນີ້ໃນພຣະທຳຂອງພຣະເຈົ້າໃນໜຶ່ງໃນການເຝົ້າດ່ຽວຂອງຂ້ອຍ: “ຖ້າບຸກຄົນໜຶ່ງບໍ່ສະແຫວງຫາຄວາມຈິງ, ເຂົາຈະບໍ່ມີວັນເຂົ້າໃຈມັນ. ເຈົ້າສາມາດເວົ້າກ່ຽວກັບຕົວອັກສອນ ແລະ ຫຼັກຄຳສອນໄດ້ເປັນໝື່ນຄັ້ງ, ແຕ່ພວກມັນຍັງຈະເປັນພຽງຕົວອັກສອນ ແລະ ຫຼັກຄຳສອນ. ບາງຄົນກໍພຽງເວົ້າວ່າ ‘ພຣະຄຣິດແມ່ນຄວາມຈິງ, ຫົນທາງ ແລະ ຊີວິດ’. ເຖິງແມ່ນວ່າເຈົ້າເວົ້າພຣະທຳເຫຼົ່ານີ້ຊ້ຳໄປຊໍ້າມາເປັນໝື່ນຄັ້ງ, ມັນກໍຈະຍັງໄຮ້ປະໂຫຍດ; ເຈົ້າບໍ່ມີຄວາມເຂົ້າໃຈເຖິງຄວາມໝາຍຂອງພວກມັນ. ເປັນຫຍັງຈິ່ງເວົ້າວ່າພຣະຄຣິດແມ່ນຄວາມຈິງ, ຫົນທາງ ແລະ ຊີວິດ? ເຈົ້າສາມາດຖ່າຍທອດຄວາມຮູ້ທີ່ເຈົ້າໄດ້ຮັບກ່ຽວກັບເລື່ອງນີ້ຈາກປະສົບການໄດ້ບໍ? ເຈົ້າໄດ້ເຂົາສູ່ຄວາມເປັນຈິງຂອງຄວາມຈິງ, ຫົນທາງ ແລະ ຊີວິດບໍ? ພຣະເຈົ້າໄດ້ກ່າວພຣະທຳຂອງພຣະອົງ ເພື່ອໃຫ້ພວກເຈົ້າສາມາດປະສົບກັບພວກມັນ ແລະ ໄດ້ຮັບຄວາມຮູ້; ການກ່າວພຽງຕົວອັກສອນ ແລະ ຫຼັກຄຳສອນນັ້ນແມ່ນໄຮ້ປະໂຫຍດ. ເຈົ້າສາມາດຮູ້ຕົວເອງໄດ້ກໍຕໍ່ເມື່ອເຈົ້າໄດ້ເຂົ້າໃຈ ແລະ ເຂົ້າສູ່ພຣະທຳຂອງພຣະເຈົ້າ. ຖ້າເຈົ້າບໍ່ເຂົ້າໃຈພຣະທຳຂອງພຣະເຈົ້າ, ແລ້ວເຈົ້າກໍຈະບໍ່ສາມາດຮູ້ຈັກຕົວເອງໄດ້. ເຈົ້າສາມາດແຍກແຍະໄດ້ກໍຕໍ່ເມື່ອເຈົ້າມີຄວາມຈິງ; ຖ້າປາສະຈາກຄວາມຈິງແລ້ວ ເຈົ້າແມ່ນບໍ່ສາມາດແຍກແຍະໄດ້. ເຈົ້າສາມາດເຂົ້າໃຈເລື່ອງລາວໄດ້ຢ່າງເຕັມທີ່ກໍຕໍ່ເມື່ອເຈົ້າມີຄວາມຈິງ; ຖ້າປາສະຈາກຄວາາຈິງແລ້ວ ເຈົ້າກໍຈະບໍ່ສາມາດເຂົ້າໃຈເລື່ອງໃດເລື່ອງໜຶ່ງໄດ້. ເຈົ້າສາມາດຮູ້ຕົວເອງໄດ້ກໍຕໍ່ເມື່ອເຈົ້າມີຄວາມຈິງ; ຖ້າປາສະຈາກຄວາມຈິງແລ້ວ ເຈົ້າກໍຈະບໍ່ສາມາດຮູ້ຈັກຕົວເອງໄດ້. ອຸປະນິໄສຂອງເຈົ້າສາມາດປ່ຽນແປງໄດ້ກໍຕໍ່ເມື່ອເຈົ້າມີຄວາມຈິງ; ຖ້າປາສະຈາກຄວາມຈິງແລ້ວ ອຸປະນິໄສຂອງເຈົ້າກໍບໍ່ສາມາດປ່ຽນແປງໄດ້. ພາຍຫຼັງທີ່ເຈົ້າມີຄວາມຈິງເທົ່ານັ້ນ ເຈົ້າຈຶ່ງສາມາດຮັບໃຊ້ຕາມຄວາມປະສົງຂອງພຣະເຈົ້າໄດ້; ປາສະຈາກຄວາມຈິງແລ້ວ ເຈົ້າບໍ່ສາມາດຮັບໃຊ້ຢ່າງສອດຄ່ອງກັບຄວາມປະສົງຂອງພຣະເຈົ້າໄດ້. ພາຍຫຼັງທີ່ເຈົ້າມີຄວາມຈິງເທົ່ານັ້ນ ເຈົ້າຈຶ່ງສາມາດນະມັດສະການພຣະເຈົ້າໄດ້; ປາສະຈາກຄວາມຈິງແລ້ວ ການນະມັດສະການຂອງເຈົ້າກໍຈະບໍ່ມີຫຍັງຫຼາຍໄປກວ່າການເຮັດພິທີກຳທາງສາສະໜາ. ຖ້າບໍ່ມີຄວາມຈິງ, ບໍ່ມີຫຍັງທີ່ເຈົ້າເຮັດຈະເປັນຈິງ; ຖ້າມີຄວາມຈິງ, ທຸກສິ່ງທີ່ເຈົ້າເຮັດກໍ່ເປັນຈິງ. ສິ່ງທັງໝົດເຫຼົ່ານີ້ຂຶ້ນຢູ່ກັບການໄດ້ຮັບຄວາມຈິງຈາກພຣະທຳຂອງພຣະເຈົ້າ” (ຄັດຈາກບົດ “ວິທີຮູ້ຈັກທໍາມະຊາດຂອງມະນຸດ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ການອ່ານສິ່ງນີ້ໄດ້ຊ່ວຍໃຫ້ຂ້ອຍເຂົ້າໃຈຢ່າງຊັດເຈນຍິ່ງຂຶ້ນວ່າເປັນຫຍັງຂ້ອຍຈຶ່ງເດີນຕາມເສັ້ນທາງທີ່ບໍ່ຖືກຕ້ອງໃນການຕໍ່ຕ້ານພຣະເຈົ້າຄືກັບຟາຣີຊາຍ. ມັນເປັນເພາະຂ້ອຍບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ນໍາມັນເຂົ້າສູ່ການປະຕິບັດຕະຫຼອດຫຼາຍປີທີ່ຜ່ານມາ ແລະ ເມື່ອກຳລັງອ່ານພຣະທຳຂອງພຣະເຈົ້າ ຂ້ອຍກໍ່ສົນໃຈແຕ່ຄວາມໝາຍຕາມຕົວອັກສອນ. ຂ້ອຍບໍ່ໄດ້ເຂົ້າໃຈ ຫຼື ປະຕິບັດພຣະທຳຂອງພຣະອົງ ແລະ ຂ້ອຍບໍ່ໄດ້ມີຄວາມເຂົ້າໃຈທີ່ເປັນຈິງໃດເລີຍກ່ຽວກັບຄວາມຈິງ. ສະນັ້ນ ໂດຍທຳມະຊາດແລ້ວ ຂ້ອຍຈຶ່ງສາມາດອະທິບາຍຄຳສັ່ງສອນຕາມຕົວອັກສອນເທົ່ານັ້ນ. ໃນຄວາມເຊື່ອຂອງຂ້ອຍ, ຂ້ອຍບໍ່ໄດ້ຮັກຄວາມຈິງ ຫຼື ຫິວກະຫາຍພຣະທຳຂອງພຣະເຈົ້າ ແລະ ຂ້ອຍເກືອບຈະບໍ່ເຄີຍເຮັດໃຫ້ຕົນເອງສະຫງົບລົງຕໍ່ໜ້າພຣະເຈົ້າເພື່ອໄຕ່ຕອງພຣະທຳຂອງພຣະອົງ, ເຊັ່ນ: ຂໍ້ຄວາມໜຶ່ງເປີດເຜີຍຄວາມຈິງໃນລັກສະນະໃດ, ຂ້ອຍເຂົ້າໃຈ, ປະຕິບັດ ແລະ ຢັ່ງເຖິງໄດ້ຫຼາຍສໍ່າໃດ, ຄວາມປະສົງຂອງພຣະເຈົ້າແມ່ນຫຍັງ ຫຼື ພຣະທຳຂອງພຣະອົງໄດ້ບັນລຸຫຼາຍສ່ຳໃດໃນຕົວຂ້ອຍ. ເມື່ອບາງສິ່ງເກີດຂຶ້ນ, ຂ້ອຍບໍ່ໄດ້ພະຍາຍາມຄິດກ່ຽວກັບສະພາວະຂອງຂ້ອຍເອງໃນແສງສະຫວ່າງຈາກພຣະທຳຂອງພຣະເຈົ້າ, ໄຕ່ຕອງກ່ຽວກັບບັນຫາສ່ວນຕົວຂອງຂ້ອຍເອງ ແລະ ກວດສອບວ່າຂ້ອຍກຳລັງເປີດເຜີຍຄວາມເສື່ອມຊາມປະເພດໃດ ແລະ ຂ້ອຍມີແນວຄິດທີ່ຜິດໆແບບໃດ. ຂ້ອຍພຽງແຕ່ເຮັດໃຫ້ຕົນເອງຫຍຸ້ງຢູ່ສະເໝີ, ເປັນຄືກັບໂປໂລ ໂດຍຄິດກ່ຽວກັບການທົນທຸກເພື່ອວຽກງານຂອງຂ້ອຍ ແລະ ຕອບສະໜອງຄວາມທະເຍີທະຍານຂອງຂ້ອຍເອງ. ພຣະເຈົ້າທີ່ບັງເກີດເປັນມະນຸດແຫ່ງຍຸກສຸດທ້າຍໄດ້ກ່າວຄວາມຈິງຫຼາຍຢ່າງ ແລະ ພຣະອົງໄດ້ໂອ້ລົມເປັນລາຍລະອຽດຢ່າງຫຼວງຫຼາຍກ່ຽວກັບທຸກລັກສະນະຂອງຄວາມຈິງ. ນັ້ນກໍ່ເພື່ອວ່າພວກເຮົາຈະສາມາດເຂົ້າໃຈຄວາມຈິງ, ເຂົ້າໃຈຄວາມຈິງກ່ຽວກັບຄວາມເສື່ອມຊາມຂອງພວກເຮົາທີ່ເຮັດໂດຍຊາຕານ ແລະ ກັບໃຈ ແລະ ປ່ຽນແປງ. ແຕ່ຂ້ອຍຖືເບົາກັບພຣະທຳຂອງພຣະເຈົ້າແທ້ໆ. ຂ້ອຍບໍ່ໄດ້ໄຕ່ຕອງ ຫຼື ສະແຫວງຫາພຣະທຳເຫຼົ່ານັ້ນ ແລະ ຂ້ອຍບໍ່ໄດ້ຄິດທີ່ຈະປະຕິບັດ ຫຼື ເຂົ້າໃຈພຣະທຳເຫຼົ່ານັ້ນ. ສິ່ງນີ້ບໍ່ໄດ້ຂັດກັບຄວາມປະສົງຂອງພຣະເຈົ້າໃນການຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສິ້ນເຊີງບໍ? ສິ່ງນີ້ບໍ່ໄດ້ເປັນສິ່ງດຽວກັນກັບເສັ້ນທາງທີ່ພວກຟາຣີຊາຍ ແລະ ສິດຍາພິບານໃນສາສະໜາໄດ້ດຳເນີນຕາມທັງສິ້ນບໍ? ພວກຟາຣີຊາຍພຽງແຕ່ສົນໃຈກ່ຽວກັບການເທດສະໜາ, ການທົນທຸກໃນວຽກງານຂອງພວກເຂົາ ແລະ ປົກປ້ອງຕໍາແໜ່ງຂອງພວກເຂົາ. ພວກເຂົາບໍ່ເຄີຍປະຕິບັດພຣະທຳຂອງພຣະເຈົ້າ ແລະ ພວກເຂົາບໍ່ສາມາດແບ່ງປັນປະສົບການ ແລະ ຄວາມເຂົ້າໃຈຂອງພວກເຂົາເອງກ່ຽວກັບພຣະທຳຂອງພຣະເຈົ້າ. ພວກເຂົາບໍ່ສາມາດນໍາພາຜູ້ຄົນເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ, ແຕ່ສາມາດນໍາຜູ້ຄົນຢ່າງຜິດໆໂດຍຂໍ້ພຣະຄຳ, ຄວາມຮູ້ ແລະ ຄຳສັ່ງສອນຕາມຕົວອັກສອນເທົ່ານັ້ນ. ສິ່ງນັ້ນເຮັດໃຫ້ພວກເຂົາເປັນຄົນທີ່ຕໍ່ຕ້ານພຣະເຈົ້າ. ຂ້ອຍບໍ່ໄດ້ພະຍາຍາມປະຕິບັດຄວາມຈິງໃນຄວາມເຊື່ອຂອງຂ້ອຍເຊັ່ນກັນ, ແຕ່ພຽງແຕ່ປະຕິບັດຕາມກົດລະບຽບບາງຢ່າງ. ຂ້ອຍບໍ່ໄດ້ເຮັດສິ່ງທີ່ຊົ່ວຮ້າຍຫຼາຍ ຫຼື ສິ່ງທີ່ຜິດຫຼາຍ, ຂ້ອຍປາກົດຄືກັບວ່າປະພຶດໄດ້ດີ ແລະ ແບ່ງປັນສິ່ງທີ່ເບິ່ງຄືຖືກຕ້ອງໃນການເຕົ້າໂຮມ, ສະນັ້ນ ຂ້ອຍຈຶ່ງຄິດວ່າຂ້ອຍກຳລັງເຮັດໄດ້ດີໃນຄວາມເຊື່ອຂອງຂ້ອຍ. ແຕ່ຂ້ອຍກໍ່ສຳນຶກວ່າ ຂ້ອຍບໍ່ໄດ້ເປັນພຽງຄົນໜ້າຊື່ໃຈຄົດບໍ? ນັ້ນເປັນຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າໄດ້ແນວໃດ? ຖ້າຂ້ອຍສືບຕໍ່ກັບຄວາມເຊື່ອປະເພດນັ້ນ, ໂດຍບໍ່ມີຄວາມເປັນຈິງແຫ່ງຄວາມຈິງ, ໂດຍບໍ່ມີການປ່ຽນແປງໃດເລີຍໃນອຸປະນິໄສທີ່ເສື່ອມຊາມຂອງຂ້ອຍ, ຂ້ອຍຈະບໍ່ຈົບລົງດ້ວຍການຖືກກຳຈັດບໍ? ຂ້ອຍເຕັມໄປດ້ວຍຄວາມເສຍໃຈ ແລະ ຂ້ອຍອະທິຖານຫາພຣະເຈົ້າ “ຂ້ານ້ອຍບໍ່ຕ້ອງການເປັນຄົນໜ້າຊື່ໃຈຄົດອີກຕໍ່ໄປ. ຂ້ານ້ອຍຕ້ອງການສະແຫວງຫາຄວາມຈິງ, ຍອມຮັບ ແລະ ຍອມອ່ອນນ້ອມຕໍ່ການພິພາກສາ ແລະ ການຂ້ຽນຕີຂອງພຣະອົງ ແລະ ປ່ຽນແປງຕົນເອງ”.

ຫຼັງຈາກນັ້ນ, ຂ້ອຍໄດ້ອ່ານຂໍ້ຄວາມນີ້ໃນພຣະທຳຂອງພຣະເຈົ້າໃນການເຝົ້າດ່ຽວຂອງຂ້ອຍ: “ບາງຄົນຄິດຢູ່ສະເໝີວ່າ ເມື່ອຜູ້ຄົນມີສະຖານະ, ພວກເຂົາຄວນປະພຶດຄືກັບເຈົ້າໜ້າທີ່ໃຫ້ຫຼາຍຂຶ້ນ, ເພື່ອວ່າຄົນອື່ນຈະຈິງຈັງກັບພວກເຂົາ ແລະ ເຄົາລົບພວກເຂົາເທົ່ານັ້ນ ຖ້າພວກເຂົາເວົ້າໃນລັກສະນະໃດໜຶ່ງ. ຖ້າເຈົ້າສາມາດຮູ້ວ່າວິທີການຄິດແບບນີ້ຜິດ, ແລ້ວເຈົ້າກໍ່ຄວນອະທິຖານຫາພຣະເຈົ້າ ແລະ ຫັນຫຼັງຂອງເຈົ້າໃສ່ສິ່ງຕ່າງໆທີ່ເປັນເນື້ອໜັງ. ຢ່າຍ່າງໃນເສັ້ນທາງນັ້ນ. ເມື່ອເຈົ້າມີຄວາມຄິດແບບນີ້, ເຈົ້າຕ້ອງອອກຈາກສະພາວະນັ້ນ ແລະ ຢ່າປ່ອຍໃຫ້ຕົນເອງຕິດຢູ່ໃນນັ້ນ. ຫຼັງຈາກທີ່ເຈົ້າຕິດຢູ່ໃນນັ້ນ ແລະ ຄວາມຄິດ ແລະ ມຸມມອງເຫຼົ່ານັ້ນໄດ້ກໍ່ຕົວຂຶ້ນພາຍໃນເຈົ້າ, ເຈົ້າຈະປົກປິດຕົນເອງ, ເຈົ້າຈະຫຸ້ມຫໍ່ຕົນເອງ, ເຮັດແບບນັ້ນຢ່າງແໜ້ນໜ້າຫຼາຍທີ່ສຸດເພື່ອວ່າຈະບໍ່ມີຜູ້ໃດສາມາດເບິ່ງເຫັນໃນຕົວເຈົ້າ ຫຼື ຮູ້ສຶກເຖິງຫົວໃຈ ແລະ ຄວາມຄິດຂອງເຈົ້າ. ເຈົ້າຈະເວົ້າກັບຄົນອື່ນຄືກັບວ່າເຈົ້າເວົ້າອອກມາຈາກຂ້າງຫຼັງໜ້າກາກ. ພວກເຂົາຈະບໍ່ສາມາດເບິ່ງເຫັນຫົວໃຈຂອງເຈົ້າ. ເຈົ້າຄວນຮຽນຮູ້ທີ່ຈະປ່ອຍໃຫ້ຄົນອື່ນເຫັນສິ່ງທີ່ຢູ່ໃນຫົວໃຈຂອງເຈົ້າ, ເຊື່ອໝັ້ນໃນຜູ້ຄົນ ແລະ ໃກ້ຊິດກັບພວກເຂົາຫຼາຍຂຶ້ນ. ເຈົ້າຄວນຫັນຈາກຄວາມສຸກທາງຮ່າງກາຍ ແລະ ບໍ່ມີຜິດກ່ຽວກັບສິ່ງນີ້ຢ່າງແນ່ນອນ; ມັນກໍ່ເປັນເສັ້ນທາງທີ່ປະສົບຜົນສຳເລັດໄດ້ເຊັ່ນກັນ. ບໍ່ວ່າແມ່ນຫຍັງຈະເກີດຂຶ້ນກັບເຈົ້າ, ກ່ອນອື່ນ ເຈົ້າຕ້ອງໄຕ່ຕອງກ່ຽວກັບບັນຫາໃນຄວາມຄິດຂອງເຈົ້າເອງ. ຖ້າແນວໂນ້ມຂອງເຈົ້າຍັງເປັນການສະແດງ ຫຼື ທຳທ່າບາງຢ່າງ, ແລ້ວເຈົ້າກໍ່ຄວນອະທິຖານຫາພຣະເຈົ້າໃຫ້ໄວເທົ່າທີ່ເຈົ້າຈະສາມາດເຮັດໄດ້: ‘ໂອ ພຣະເຈົ້າ! ຂ້ານ້ອຍຢາກປົກປິດຕົນເອງອີກແລ້ວ ແລະ ກຳລັງຈະສ້າງກົນອຸບາຍ ແລະ ກະທໍາການຫຼອກລວງອີກຄັ້ງ. ຂ້ານ້ອຍຊ່າງເປັນມານຮ້າຍແທ້ໆ! ຂ້ານ້ອຍເຮັດໃຫ້ພຣະອົງລັງກຽດຂ້ານ້ອຍຫຼາຍ! ໃນປັດຈຸບັນ ຂ້ານ້ອຍກໍຂີ້ດຽດຕົນເອງ. ໄດ້ໂຜດລົງວິໄນຂ້ານ້ອຍ, ສັ່ງສອນຂ້ານ້ອຍ ແລະ ລົງໂທດຂ້ານ້ອຍດ້ວຍເທີດ’. ເຈົ້າຕ້ອງອະທິຖານ ແລະ ນໍາທັດສະນະຄະຕິຂອງເຈົ້າອອກມາສູ່ແສງສະຫວ່າງ. ສິ່ງນີ້ກ່ຽວກັບວິທີການທີ່ເຈົ້າປະຕິບັດ. ແມ່ນຫຍັງຄືລັກສະນະຂອງມະນຸດທີ່ການປະຕິບັດນີ້ເນັ້ນໃສ່? ມັນເນັ້ນໃສ່ຄວາມຄິດ ແລະ ແນວຄິດ ແລະ ເຈດຕະນາທີ່ຜູ້ຄົນໄດ້ເປີດເຜີຍກ່ຽວກັບບັນຫາ ພ້ອມທັງເສັ້ນທາງທີ່ພວກເຂົາຍ່າງ ແລະ ທິດທາງທີ່ພວກເຂົາດຳເນີນການ. ນັ້ນໝາຍຄວາມວ່າ ເມື່ອເຈົ້າມີຄວາມຄິດທີ່ຈະທຳທ່າ, ໃຫ້ເພິ່ງພາພຣະເຈົ້າເພື່ອເປີດໂປງພວກມັນ ແລະ ໄຈ້ແຍກພວກມັນ ແລະ ຄວບຄຸມພວກມັນ. ເມື່ອເຈົ້າໄຈ້ແຍກພວກມັນ ແລະ ຄວບຄຸມພວກມັນໃນລັກສະນະນີ້, ມັນກໍ່ຈະສິ້ນສຸດບັນຫາໃດໜຶ່ງໃນສິ່ງທີ່ເຈົ້າເຮັດ, ເພາະອຸປະນິໄສທີ່ເສື່ອມຊາມຂອງເຈົ້າຈະຫົດຖອຍ ແລະ ຈະບໍ່ສາມາດສັງເກດເຫັນໄດ້ອີກຕໍ່ໄປ” (ຄັດຈາກບົດ “ເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຄົນໆໜຶ່ງ, ຄົນນັ້ນຕ້ອງມີເສັ້ນທາງແຫ່ງການປະຕິບັດໂດຍສະເພາະ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າຊີ້ໃຫ້ຂ້ອຍເຫັນເຖິງເສັ້ນທາງແຫ່ງການປະຕິບັດ. ເພື່ອແກ້ໄຂຄວາມໜ້າຊື່ໃຈຄົດຂອງຂ້ອຍ ແລະ ອຸປະນິໄສແບບຊາຕານທີ່ຫຼອກລວງ ແລະ ຊົ່ວຮ້າຍຂອງຂ້ອຍ, ຂ້ອຍຈຳເປັນຕ້ອງປະຕິບັດຄວາມຈິງ ແລະ ເປັນຄົນທີ່ຊື່ສັດ, ຮຽນຮູ້ທີ່ຈະເປີດໃຈໃຫ້ກັບພຣະເຈົ້າ ແລະ ແບ່ງປັນການໂອ້ລົມທີ່ຈິງໃຈກັບຄົນອື່ນ ແລະ ເມື່ອຜະເຊີນໜ້າກັບບັນຫາກໍ່ແບ່ງປັນທັດສະນະ ແລະ ຄວາມຄິດທີ່ແທ້ຈິງຂອງຂ້ອຍ. ເມື່ອຂ້ອຍຕ້ອງການເປັນຄົນທີ່ບໍ່ຈິງໃຈອີກຄັ້ງ, ຂ້ອຍຈຳເປັນຕ້ອງອະທິຖານຫາພຣະເຈົ້າ, ປະຖິ້ມຕົນເອງ ແລະ ເຮັດສິ່ງທີ່ກົງກັນຂ້າມ. ຂ້ອຍຕ້ອງເປີດໃຈ, ເປີດເຜີຍ ແລະ ໄຈ້ແຍກຄວາມເສື່ອມຊາມຂອງຂ້ອຍ ແລະ ບໍ່ປ່ອຍໃຫ້ອຸປະນິໄສແບບຊາຕານຂອງຂ້ອຍເອົາຊະນະ. ຂ້ອຍຈື່ພຣະທຳຂອງພຣະເຈົ້າ: “ຖ້າເຈົ້າມີຄວາມໝັ້ນໃຈຫຼາຍຈົນເຈົ້າບໍ່ສະໝັກໃຈທີ່ຈະແລກປ່ຽນ ແລະ ຖ້າເຈົ້າບໍ່ເຕັມໃຈທີ່ຈະເປີດເຜີຍຄວາມໃນໃຈຂອງເຈົ້າ ເຊິ່ງນັ້ນກໍຄືຄວາມທຸກໃຈ ຂອງເຈົ້າຕໍ່ໜ້າຄົນອື່ນ ເພື່ອການສະແຫວງຫາຫົນທາງແຫ່ງຄວາມສະຫວ່າງ, ເຮົາຂໍເວົ້າວ່າ ເຈົ້າແມ່ນຄົນທີ່ຈະບໍ່ໄດ້ຮັບ ການໄຖ່ບາບຢ່າງງ່າຍດາຍ ແລະ ເປັນຜູ້ທີ່ຈະບໍ່ພົ້ນອອກຈາກ ຄວາມມືດຢ່າງງ່າຍດາຍ” (ຄັດຈາກບົດ “ພຣະໂອວາດສາມຂໍ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຫຼັງຈາກນັ້ນ, ຂ້ອຍກໍ່ຮູ້ສຶກວ່າການເປັນຄົນທີ່ຊື່ສັດນັ້ນສຳຄັນສໍ່າໃດ. ຕະຫຼອດຫຼາຍປີທີ່ຂ້ອຍເຊື່ອ, ຂ້ອຍບໍ່ໄດ້ປະຕິບັດ ຫຼື ເຂົ້າໃຈສິ່ງນັ້ນ ເຊິ່ງມັນເປັນຄວາມຈິງໂດຍພື້ນຖານ. ມັນຊ່າງເປັນຕາສັງເວດ! ສະນັ້ນ ຂ້ອຍຈຶ່ງອະທິຖານຫາພຣະເຈົ້າ, ເຕັມໃຈທີ່ຈະກັບໃຈ, ປະຕິບັດຄວາມຈິງ ແລະ ເປັນຄົນທີ່ຊື່ສັດ.

ນັບຕັ້ງແຕ່ນັ້ນເປັນຕົ້ນມາ, ເມື່ອໃດກໍ່ຕາມທີ່ຂ້ອຍໄດ້ຍິນຄົນເວົ້າວ່າຂ້ອຍເຂົ້າໃຈຄວາມຈິງ ແລະ ມີວຸດທິພາວະ, ຂ້ອຍກໍ່ຮູ້ສຶກບໍ່ສະບາຍໃຈ ແລະ ລະອາຍໃຈແທ້ໆ. ຂ້ອຍບໍ່ໄດ້ມີຄວາມສຸກກັບສິ່ງນັ້ນຄືກັບທີ່ຂ້ອຍເຄີຍເປັນໃນເມື່ອກ່ອນ. ມີຄັ້ງໜຶ່ງທີ່ຂ້ອຍພົບກັບເອື້ອຍຄົນໜຶ່ງທີ່ໄດ້ຍິນວ່າຂ້ອຍເປັນຜູ້ເຊື່ອເປັນເວລາດົນນານ ແລະ ສາມາດທົນທຸກສຳລັບໜ້າທີ່ຂອງຂ້ອຍ ແລະ ລາວກໍ່ຊື່ນຊົມຂ້ອຍແທ້ໆ. ລາວເວົ້າຕໍ່ໜ້າຂ້ອຍວ່າ “ນ້ອງສາວ, ຂ້ອຍຮູ້ວ່າເຈົ້າມີຄວາມເຊື່ອເປັນເວລາດົນນານ, ເຈົ້າໄດ້ຍິນຄຳເທດສະໜາຫຼາຍຄັ້ງ ແລະ ເຂົ້າໃຈຄວາມຈິງຫຼາຍຢ່າງ. ຂ້ອຍຊື່ນຊົມເຈົ້າແທ້ໆ”. ການໄດ້ຍິນລາວເວົ້າແບບນີ້ເຮັດໃຫ້ຂ້ອຍຢ້ານ ແລະ ຂ້ອຍຮູ້ສຶກວ່າຂ້ອຍຂົນລຸກ. ຂ້ອຍອະທິບາຍຄວາມຈິງຂອງເລື່ອງນັ້ນໃນທັນທີ ໂດຍເວົ້າວ່າ “ເອື້ອຍເອີຍ, ນັ້ນບໍ່ເປັນຈິງແທ້ໆ. ຢ່າເບິ່ງທີ່ລັກສະນະພາຍນອກ. ຂ້ອຍເຊື່ອໃນພຣະເຈົ້າເປັນເວລາດົນນານ, ແຕ່ຂ້ອຍກຳລັງຂາດຄວາມສາມາດ ແລະ ຂ້ອຍບໍ່ຮັກ ຫຼື ສະແຫວງຫາຄວາມຈິງ. ຂ້ອຍພຽງເສຍສະລະບາງຢ່າງໃນທາງຜິວເຜີນຕະຫຼອດເວລາຫຼາຍປີທີ່ຂ້ອຍເຊື່ອ. ຂ້ອຍໄດ້ເຮັດບາງສິ່ງທີ່ດີ ແລະ ສາມາດຈ່າຍລາຄາ, ແຕ່ຂ້ອຍບໍ່ໄດ້ມີຫຼັກການໃນໜ້າທີ່ຂອງຂ້ອຍ ແລະ ຂ້ອຍບໍ່ໄດ້ປ່ຽນແປງຊີວີດ-ອຸປະນິໄສຂອງຂ້ອຍຫຼາຍ. ຂ້ອຍບໍ່ສາມາດຮັບເອົາໜ້າທີ່ໆພຣະເຈົ້າໄດ້ຝາກຝັງໃຫ້ກັບຂ້ອຍ. ຂ້ອຍບໍ່ໄດ້ພິຈາລະນາເຖິງຄວາມປະສົງຂອງພຣະເຈົ້າ ຫຼື ຍົກຍ້ອງພຣະອົງ, ກົງກັນຂ້າມ ຂ້ອຍຕໍ່ຕ້ານພຣະເຈົ້າ ແລະ ນໍາຄວາມອັບອາຍມາສູ່ພຣະອົງ”. ຂ້ອຍໄດ້ແບ່ງປັນການໂອ້ລົມນີ້ກັບລາວໃນເວລາຕໍ່ມາ: “ທັດສະນະຂອງເຈົ້າບໍ່ສອດຄ່ອງກັບຄວາມຈິງ. ຢ່າພຽງແຕ່ຍົກຍໍຜູ້ຄົນຢ່າງຫຼັບຫູຫຼັບຕາ, ແຕ່ໃຫ້ພິຈາລະນາເບິ່ງຜູ້ຄົນ ແລະ ສິ່ງຕ່າງໆໂດຍອີງໃສ່ຄວາມຈິງໃນພຣະທຳຂອງພຣະເຈົ້າ. ພຣະເຈົ້າພິຈາລະນາເບິ່ງຜູ້ຄົນແນວໃດ? ພຣະອົງບໍ່ສົນໃຈວ່າພວກເຂົາໄດ້ເຊື່ອເປັນເວລາເທົ່າໃດປີ, ພວກເຂົາໄດ້ທົນທຸກ ແລະ ປູທາງຫຼາຍສໍ່າໃດ ຫຼື ພວກເຂົາສາມາດເທດສະໜາຫຼາຍສໍ່າໃດ. ພຣະອົງສົນໃຈວ່າພວກເຂົາສະແຫວງຫາຄວາມຈິງ ຫຼື ບໍ່, ອຸປະນິໄສຂອງພວກເຂົາມີການປ່ຽນແປງ ຫຼື ບໍ່, ພວກເຂົາສາມາດເປັນພະຍານໃນໜ້າທີ່ຂອງພວກເຂົາ ຫຼື ບໍ່. ບາງຄົນທີ່ເປັນຜູ້ເຊື່ອໃໝ່ສາມາດສະແຫວງຫາຄວາມຈິງ ແລະ ພວກເຂົາສາມາດໃສ່ໃຈກັບການປະຕິບັດ ແລະ ທາງເຂົ້າຂອງພວກເຂົາ. ພວກເຂົາກ້າວໜ້າຢ່າງໄວວາ. ພວກເຂົາດີກວ່າຂ້ອຍຫຼາຍ. ເຈົ້າຄວນຊື່ນຊົມພວກເຂົາຍ້ອນຄວາມຈິງໃຈ ແລະ ຄວາມພະຍາຍາມຂອງພວກເຂົາໃນການສະແຫວງຫາຄວາມຈິງ, ບໍ່ແມ່ນຊື່ນຊົມຂ້ອຍທີ່ເປັນຜູ້ເຊື່ອເປັນເວລາດົນນານ ຫຼື ທີ່ໄດ້ທົນທຸກ. ເວລາຂອງຄົນໜຶ່ງໃນຄວາມເຊື່ອແມ່ນຖືກກຳນົດໂດຍພຣະເຈົ້າ. ບໍ່ມີຫຍັງໃຫ້ຊື່ນຊົມກ່ຽວກັບສິ່ງນັ້ນ. ຖ້າຜູ້ເຊື່ອເປັນເວລາດົນນານບໍ່ໄດ້ສະແຫວງຫາຄວາມຈິງ ແລະ ຊີວິດ-ອຸປະນິໄສຂອງພວກເຂົາບໍ່ມີການປ່ຽນແປງ, ແຕ່ພວກເຂົາພຽງແຕ່ເຮັດບາງສິ່ງທີ່ດີໃນທາງຜິວເຜີນ, ພວກເຂົາກໍ່ຍັງເປັນຟາຣີຊາຍທີ່ນໍາພາຜູ້ອື່ນຢ່າງຜິດໆ. ນັ້ນຄືເຫດຜົນທີ່ການສະແຫວງຫາຄວາມຈິງ ແລະ ການປ່ຽນແປງດ້ານອຸປະນິໄສເປັນສິ່ງທີ່ສຳຄັນທີ່ສຸດ”. ຂ້ອຍຮູ້ສຶກສະບາຍໃຈຫຼາຍຫຼັງຈາກທີ່ໄດ້ແບ່ງປັນການໂອ້ລົມນັ້ນ. ຂ້ອຍຢຸດເວົ້່າກ່ຽວກັບຄຳສັ່ງສອນ ແລະ ໂອ້ອວດໃນການເຕົ້າໂຮມຫຼັງຈາກນັ້ນ, ແຕ່ພຽງແຕ່ແບ່ງປັນຄວາມເຂົ້າໃຈຂອງຂ້ອຍກ່ຽວກັບຕົນເອງໃນແສງສະຫວ່າງຈາກພຣະທຳຂອງພຣະເຈົ້າ. ຂ້ອຍຍັງປະກາດວ່າ: “ຂ້ອຍຫາກໍ່ໄດ້ຮັບຄວາມຮູ້ບາງຢ່າງກ່ຽວກັບຕົນເອງເລັກນ້ອຍ. ຂ້ອຍຍັງບໍ່ໄດ້ປ່ຽນແປງ ແລະ ຂ້ອຍບໍ່ໄດ້ປະຕິບັດ ຫຼື ເຂົ້າໃຈສິ່ງນີ້ເທື່ອ”. ການໂອ້ລົມຂອງຂ້ອຍຕື້ນໆ, ແຕ່ຂ້ອຍຮູ້ສຶກສະບາຍໃຈຂຶ້ນ.

ຜ່ານປະສົບການຂອງຂ້ອຍ, ຂ້ອຍໄດ້ເຫັນໜຶ່ງສິ່ງຢ່າງແນ່ນອນ ແລະ ຂ້ອຍໄດ້ຜະເຊີນກັບມັນຢ່າງເລິກເຊິ່ງ. ບໍ່ວ່າຄົນໜຶ່ງຈະເປັນຜູ້ເຊື່ອໄດ້ດົນສໍ່າໃດກໍ່ຕາມ, ພວກເຂົາປາກົດວ່າດີສໍ່າໃດກໍ່ຕາມ, ພວກເຂົາປະພຶດຕົວດີສໍ່າໃດກໍ່ຕາມ, ພວກເຂົາທົນທຸກ ແລະ ເຮັດວຽກຫຼາຍສໍ່າໃດກໍ່ຕາມ, ຖ້າພວກເຂົາບໍ່ສະແຫວງຫາຄວາມຈິງ, ຖ້າພວກເຂົາບໍ່ຍອມຮັບຄວາມຈິງ ແລະ ຍອມອ່ອນນ້ອມ ເມື່ອພຣະເຈົ້າພິພາກສາ, ຂ້ຽນຕີ, ລິຮານ ແລະ ຈັດການກັບພວກເຂົາ, ຖ້າພວກເຂົາບໍ່ພະຍາຍາມຮູ້ຈັກຕົນເອງ ແລະ ເຂົ້າສູ່ຄວາມເປັນຈິງໃນພຣະທຳຂອງພຣະເຈົ້າ ເມື່ອບັນຫາເກີດຂຶ້ນ, ຖ້າອຸປະນິໄສແບບຊາຕານຂອງພວກເຂົາບໍ່ໄດ້ປ່ຽນແປງ, ພວກເຂົາກໍ່ຢູ່ໃນເສັ້ນທາງຂອງພວກຟາຣີຊາຍ ແລະ ຜູ້ຕໍ່ຕ້ານພຣະຄຣິດ. ຊ່ວງເວລາທີ່ສະຖານະການທີ່ຖືກຕ້ອງໄດ້ປາກົດຂຶ້ນ, ພວກເຂົາກໍ່ກາຍເປັນຜູ້ຕໍ່ຕ້ານພຣະຄຣິດ, ຜູ້ຫຼອກລວງ. ມັນຈະເປັນແບບນີ້ໂດຍບໍ່ຕ້ອງສົງໄສ. ມັນເປັນຜົນຕາມມາທີ່ຫຼີກເວັ້ນບໍ່ໄດ້. ຂ້ອຍໄດ້ເຫັນວ່າມັນຈຳເປັນຫຼາຍສໍ່າໃດສຳລັບຜູ້ຄົນທີ່ຈະສະແຫວງຫາຄວາມຈິງ, ຍອມຮັບ ແລະ ຍອມອ່ອນນ້ອມຕໍ່ການຖືກພິພາກສາ, ການຖືກຂ້ຽນຕີ ແລະ ການຖືກຈັດການໂດຍພຣະເຈົ້າ ເພື່ອທີ່ຈະໄດ້ຮັບຄວາມລອດພົ້ນ ແລະ ການປ່ຽນແປງໃນອຸປະນິໄສຂອງພວກເຂົາ! ຂອບໃຈພຣະເຈົ້າ!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ຄົນທີ່ເຮັດໃຫ້ຜູ້ຄົນພໍໃຈສາມາດຮັບເອົາຄວາມລອດພົ້ນຂອງພຣະເຈົ້າບໍ?

ໂດຍ ຫາວເຈີ້ງ, ຈີນ ຂ້ອຍມາຈາກໝູ່ບ້ານທຸກຍາກທີ່ຫຼ້າຫຼັງເທິງພູເຂົາ ເຊິ່ງມີປະເພນີແບບສັກດີນາ ແລະ ຄວາມສຳພັນລະຫວ່າງບຸກຄົນທີ່ຊັບຊ້ອນ....

Leave a Reply