ຜ່ານຄວາມເຈັບປ່ວຍ, ແຮງຈູງໃຈຂອງຂ້ອຍໃນການຮັບເອົາພອນໄດ້ຖືກເປີດເຜີຍອອກ

19 ເດືອນກຸມພາ 2022

ໂດຍ ເຈີນຊິນ, ສະຫະລັດອາເມຣິກາ

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ໃນຄວາມເຊື່ອທີ່ພວກເຂົາມີໃນພຣະເຈົ້າ, ສິ່ງທີ່ຜູ້ຄົນສະແຫວງຫາກໍຄືການໄດ້ຮັບເອົາພອນສຳລັບອະນາຄົດ; ນີ້ແມ່ນເປົ້າໝາຍໃນຄວາມເຊື່ອຂອງພວກເຂົາ. ທຸກຄົນມີເຈດຕະນາ ແລະ ຄວາມຫວັງນີ້, ແຕ່ທໍາມະຊາດຄວາມເສື່ອມຊາມຂອງພວກເຂົາຕ້ອງຖືກແກ້ໄຂຕະຫຼອດການທົດລອງ. ໃນດ້ານໃດກໍຕາມທີ່ເຈົ້າບໍ່ໄດ້ຖືກຊໍາລະລ້າງ, ສິ່ງເຫຼົ່ານັ້ນຄືດ້ານທີ່ເຈົ້າຕ້ອງຖືກຫຼໍ່ຫຼອມ, ນີ້ຄືການຈັດແຈງຂອງພຣະເຈົ້າ. ພຣະເຈົ້າສ້າງສະພາບແວດລ້ອມໃຫ້ກັບເຈົ້າ, ບັງຄັບໃຫ້ເຈົ້າຖືກຫຼໍ່ຫຼອມໃນສະພາບແວດລ້ອມນັ້ນ ເພື່ອວ່າ ເຈົ້າຈະສາມາດຮູ້ຈັກຄວາມເສື່ອມຊາມຂອງເຈົ້າເອງ. ໃນທີ່ສຸດ, ເຈົ້າຈະໄປເຖິງຈຸດທີ່ເຈົ້າຍອມຕາຍດີກວ່າ ແລະ ປະຖິ້ມກົນອຸບາຍ ແລະ ຄວາມປາຖະໜາຂອງເຈົ້າ ແລະ ຍອມຕໍ່ການປົກຄອງ ແລະ ການຈັດແຈງຂອງພຣະເຈົ້າ. ສະນັ້ນ ຖ້າຜູ້ຄົນບໍ່ມີການຫຼໍ່ຫຼອມເປັນເວລາຫຼາຍປີ, ຖ້າພວກເຂົາບໍ່ໄດ້ອົດທົນກັບຄວາມທົນທຸກໃນລະດັບໃດໜຶ່ງ, ພວກເຂົາກໍຈະບໍ່ສາມາດເຮັດໃຫ້ຕົນເອງລອດພົ້ນອອກຈາກພັນທະນາການແຫ່ງຄວາມເສື່ອມຊາມຂອງເນື້ອໜັງທີ່ຢູ່ໃນຄວາມຄິດຂອງພວກເຂົາ ແລະ ໃນຫົວໃຈຂອງພວກເຂົາ. ໃນດ້ານໃດກໍຕາມ, ເຈົ້າກໍຍັງຈະຕົກເປັນທາດຂອງຊາຕານ ແລະ ໃນດ້ານໃດກໍຕາມ ເຈົ້າຍັງຈະມີຄວາມປາຖະໜາ ແລະ ຄວາມຕ້ອງການຂອງເຈົ້າເອງ, ສິ່ງເຫຼົ່ານີ້ຄືດ້ານທີ່ເຈົ້າຄວນທົນທຸກ. ພຽງຜ່ານການທົນທຸກນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດຮຽນຮູ້ບົດຮຽນ ເຊິ່ງໝາຍ ເຖິງການສາມາດຮັບເອົາຄວາມຈິງ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າ. ໃນຄວາມເປັນຈິງ, ຄວາມຈິງຕ່າງໆແມ່ນຖືກເຂົ້າໃຈໂດຍການຜະເຊີນກັບການທົດລອງຢ່າງເຈັບປວດ. ບໍ່ມີຜູ້ໃດສາມາດເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າ, ຮູ້ຈັກຄວາມເດຊານຸພາບ ແລະ ສະຕິປັນຍາຂອງພຣະເຈົ້າ ຫຼື ເຂົ້າໃຈເຖິງອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ເມື່ອຢູ່ໃນສະພາບແວດລ້ອມທີ່ສະດວກສະບາຍ ຫຼື ເມື່ອສະຖານະການເອື້ອອຳນວຍ. ນັ້ນເປັນໄປບໍ່ໄດ້!(ຄັດຈາກບົດ “ວິທີທີ່ຄົນໃດໜຶ່ງຄວນປະຕິບັດຕາມໃຈພຣະເຈົ້າໃນທ່າມກາງການທົດລອງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ການອ່ານຂໍ້ຄວາມນີ້ໄດ້ເຕືອນຂ້ອຍກ່ຽວກັບປະສົບການທີ່ໄດ້ຜ່ານຄວາມເຈັບປ່ວຍ. ມີຄວາມເຈັບປວດບາງຢ່າງ ແລະ ນໍ້າຕາຢ່າງຫຼວງຫຼາຍໃນຕອນນັ້ນ, ແຕ່ຂ້ອຍໄດ້ມາເຂົ້າໃຈຄວາມຈິງບາງຢ່າງ, ຂ້ອຍຢຸດສະແຫວງຫາພອນຢ່າງຫຼວງຫຼາຍໃນຄວາມເຊື່ອຂອງຂ້ອຍ ແລະ ຂ້ອຍຮຽນຮູ້ບົດຮຽນບາງຢ່າງຈາກການທົນທຸກນີ້ ແລະ ຂ້ອຍຮູ້ສຶກວ່າສິ່ງນີ້ເປັນພອນຈາກພຣະເຈົ້າອີກດ້ວຍ.

ຂ້ອຍຍອມຮັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນປີ 2010. ຂ້ອຍຍັງຢູ່ໂຮງຮຽນມັດທະຍົມຕອນປາຍໃນເວລານັ້ນ. ພຣະທຳຂອງພຣະເຈົ້າໄດ້ສະແດງໃຫ້ຂ້ອຍເຫັນວ່າມະນຸດຖືກສ້າງຂຶ້ນໂດຍພຣະເຈົ້າ ແລະ ການເຊື່ອ ແລະ ການນະມັດສະການພຣະເຈົ້າເປັນເສັ້ນທາງທີ່ຖືກຕ້ອງ, ເສັ້ນທາງທີ່ມີຄຸນຄ່າ ແລະ ມີຄວາມໝາຍທີ່ສຸດ. ຂ້ອຍໄດ້ເລີ່ມເຂົ້າຮ່ວມການເຕົ້າໂຮມໃນຄຣິດຕະຈັກ ແລະ ຂ້ອຍບໍ່ເຄີີຍຂາດແມ່ນແຕ່ຄັ້ງດຽວ, ບໍ່ວ່າສະພາບອາກາດຈະເປັນແນວໃດກໍ່ຕາມ. ຂ້ອຍເຮັດສຸດຄວາມສາມາດຂອງຂ້ອຍເພື່ອເທດສະໜາຂ່າວປະເສີດໃຫ້ກັບໝູ່ເພື່ອນ ແລະ ພີ່ນ້ອງຂອງຂ້ອຍອີກດ້ວຍ. ຂ້ອຍຮູ້ສຶກວ່າຖືກເຕີມເຕັມໃນແຕ່ລະມື້ ແລະ ສະຫງົບສຸກຫຼາຍ.

ໜຶ່ງປີຕໍ່ມາ, ຂ້ອຍໄດ້ໄປໂຮງໝໍເພື່ອກວດສຸຂະພາບ ແລະ ພົບວ່າຂ້ອຍມີພະຍາດອັກເສບຕັບປະເພດບີ. ທ່ານໝໍເວົ້າວ່າ ມັນຍາກທີ່ຈະປິ່ນປົວ ແລະ ມັນສາມາດກາຍເປັນມະເຮັງ ຖ້າມັນຮ້າຍແຮງຂຶ້ນ. ເມື່ອໄດ້ຍິນຂ່າວຄວາມເຈັບປ່ວຍຢ່າງກະທັນຫັນນີ້, ຂ້ອຍມຶນຊາໄປໝົດທັງຕົວ. ໃບໜ້າຂອງຂ້ອຍຮູ້ສຶກເຢັນ ແລະ ມືຂອງຂ້ອຍກໍ່ສັ່ນ. ອະນາຄົດຂອງຂ້ອຍເບິ່ງຄືບໍ່ແນ່ນອນຫຼາຍຂຶ້ນມາທັນທີ. ຂ້ອຍຮູ້ສຶກໂສກເສົ້າແທ້ໆເມື່ອກຳລັງເດີນທາງກັບເຮືອນໃນມື້ນັ້ນ. ຂ້ອຍພຽງແຕ່ສືບຕໍ່ຮ້ອງໄຫ້ ແລະ ຮ້ອງໄຫ້. ຂ້ອຍສືບຕໍ່ຖາມຕົນເອງວ່າ “ຂ້ອຍໄດ້ຮັບຄວາມເຈັບປ່ວຍນີ້ໄດ້ແນວໃດ? ເປັນຫຍັງຂ້ອຍຈຶ່ງບໍ່ສາມາດມີສຸຂະພາບດີຄືກັບຄົນອື່ນໆ?” ຂ້ອຍເຄີຍຄິດວ່າ ຖ້າຂ້ອຍເຊື່ອໃນພຣະເຈົ້າ ແລ້ວພຣະອົງກໍ່ຈະປົກປ້ອງຂ້ອຍຈາກຄວາມເຈັບປ່ວຍ. ການປະຕິບັດໜ້າທີ່ຂອງຂ້ອຍຢ່າງສະຫງົບສຸກໃນເຮືອນຂອງພຣະເຈົ້າຈະເປັນສິ່ງທີ່ອັດສະຈັນ! ແຕ່ຕອນນີ້ ຂ້ອຍເຈັບປ່ວຍ, ບໍ່ຮູ້ວ່າຂ້ອຍຈະດີຂຶ້ນ ຫຼື ບໍ່ ແລະ ມັນຈະຮ້າຍແຮງລົງ ຫຼື ບໍ່, ຂ້ອຍອາດຈະສາມາດເຖິງກັບເສຍຊີວິດໄດ້. ຄວາມຄິດເຫຼົ່ານີ້ໄດ້ເຮັດໃຫ້ຂ້ອຍບໍ່ສະບາຍໃຈແທ້ໆ ແລະ ຂ້ອຍມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານຫຼາຍຄັ້ງ. ຂ້ອຍຂໍໃຫ້ພຣະເຈົ້າມອບຄວາມເຊື່ອ ແລະ ຄວາມເຂັ້ມແຂງ, ຊີ້ນໍາ ແລະ ສ່ອງແສງໃຫ້ຂ້ອຍເຂົ້າໃຈຄວາມປະສົງຂອງພຣະອົງ ເພື່ອວ່າຂ້ອຍຈະຮູ້ວິທີການຜ່ານຜ່າສະຖານະການນີ້.

ເມື່ອອ້າຍເອື້ອຍນ້ອງຂອງຂ້ອຍຄົ້ນພົບ, ພວກເຂົາກໍ່ມາໃຫ້ກຳລັງໃຈຂ້ອຍ ແລະ ອ່ານຂໍ້ຄວາມໃນພຣະທຳຂອງພຣະເຈົ້າໃຫ້ກັບຂ້ອຍ: “ເມື່ອຄວາມເຈັບປ່ວຍເກີດຂຶ້ນ, ນີ້ແມ່ນຄວາມຮັກຂອງພຣະເຈົ້າ ແລະ ແນ່ນອນ ເຈດຕະນາດີຂອງພຣະອົງມີຢູ່ພາຍໃນ. ເຖິງແມ່ນຮ່າງກາຍຂອງເຈົ້າອາດຜະເຊີນກັບການທົນທຸກເລັກນ້ອຍ, ບໍ່ໃຫ້ພິຈາລະນາແນວຄິດໃດໆຈາກຊາຕານ. ໃຫ້ສັນລະເສີນພຣະເຈົ້າໃນທ່າມກາງຄວາມເຈັບປ່ວຍ ແລະ ມີຄວາມສຸກກັບພຣະເຈົ້າໃນທ່າມກາງການສັນລະເສີນຂອງເຈົ້າ. ຢ່າເສຍໃຈເມື່ອຢູ່ຕໍ່ໜ້າຄວາມເຈັບປ່ວຍ, ໃຫ້ສືບຕໍ່ສະແຫວງຫາອີກຄັ້ງ ແລະ ຢ່າທໍ້ຖອຍ ແລະ ພຣະເຈົ້າຈະສ່ອງສະແຫວງເຈົ້າດ້ວຍແສງສະຫວ່າງຂອງພຣະອົງ. ຄວາມເຊື່ອຂອງໂຢບເປັນແນວໃດ? ພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນທ່ານໝໍທີ່ມີອຳນາດທັງປວງ! ການອາໄສໃນຄວາມເຈັບປ່ວຍກໍຄືການເຈັບປ່ວຍ, ແຕ່ການອາໄສໃນວິນຍານຄືການສະບາຍດີ. ສະນັ້ນ ຕາບໃດທີ່ເຈົ້າຍັງມີໜຶ່ງລົມຫາຍໃຈ, ພຣະເຈົ້າຈະບໍ່ປ່ອຍໃຫ້ເຈົ້າຕາຍ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 6). ເມື່ອກຳລັງອ່ານຂໍ້ຄວາມນີ້, ຂ້ອຍກໍ່ຮູ້ໃນຫົວໃຈຂອງຂ້ອຍວ່າ ການທີ່ຂ້ອຍຈະບໍ່ດີຂຶ້ນ ຫຼື ບໍ່ ແມ່ນຢູ່ໃນມືຂອງພຣະເຈົ້າ ນັ້ນກໍ່ຄື ພຣະເຈົ້າປົກຄອງທຸກສິ່ງ! ທູກຄວາມກັງວົນ ແລະ ຄວາມກຸ້ມໃຈຂອງຂ້ອຍແມ່ນບໍ່ຈຳເປັນທັງສິ້ນ. ຕອນນີ້ເມື່ອຂ້ອຍເຈັບປ່ວຍ, ຂ້ອຍຕ້ອງເພິ່ງພາ ແລະ ຊອກຫາພຣະເຈົ້າຢ່າງແທ້ຈິງ. ບໍ່ວ່າຂ້ອຍຈະດີຂຶ້ນ ຫຼື ບໍ່, ຂ້ອຍກໍ່ບໍ່ສາມາດກ່າວໂທດພຣະເຈົ້າ ແຕ່ຕ້ອງຍອມຕໍ່ການປົກຄອງຂອງພຣະອົງ. ສະນັ້ນ ນັບຕັ້ງແຕ່ນັ້ນເປັນຕົ້ນມາ, ຂ້ອຍໄດ້ອະທິຖານຫາພຣະເຈົ້າກ່ຽວກັບຄວາມເຈັບປ່ວຍຂອງຂ້ອຍຫຼາຍ ແລະ ຂ້ອຍໄປຮັບການປິ່ນປົວເຊັ່ນກັນ. ຫົກເດືອນຕໍ່ມາ, ຂ້ອຍໄປໂຮງໝໍເພື່ອກວດສຸຂະພາບເພີ່ມ. ທ່ານໝໍເວົ້າວ່າອາການຂອງຂ້ອຍດີຂຶ້ນ ແລະ ຕອນນີ້ ມັນຢູ່ພາຍໃຕ້ການຄວບຄຸມ, ສະນັ້ນ ຂ້ອຍຈຶ່ງບໍ່ຕ້ອງຮັບການປິ່ນປົວອີກຕໍ່ໄປ. ຂ້ອຍຕື່ນເຕັ້ນດ້ວຍຄວາມຊື່ນຊົມຍິນດີຫຼາຍທີ່ໄດ້ຍິນແບບນີ້ ແລະ ຂ້ອຍສືບຕໍ່ເວົ້າວ່າ “ຂອບໃຈພຣະເຈົ້າ! ຂອບໃຈພຣະເຈົ້າ!” ຂ້ອຍບໍ່ຮູ້ວ່າຈະເວົ້າຫຍັງກັບພຣະເຈົ້າແທ້ໆ ແຕ່ຂ້ອຍຮູ້ວ່າສິ່ງນີ້ຄືຄວາມກະລຸນາ ແລະ ພອນຂອງພຣະອົງ!

ຂ້ອຍໄປວິທະຍາໄລໃນປີ 2012 ແຕ່ຂ້ອຍຖືກລາຍງານຍ້ອນແບ່ງປັນຂ່າວປະເສີດໃນວິທະຍາເຂດ, ສະນັ້ນ ຂ້ອຍຈຶ່ງຖືກໄລ່ອອກ. ນັ້ນເປັນເວລາທີ່ຫຍຸ້ງຍາກສຳລັບຂ້ອຍແທ້ໆ. ຢ່າງໃດກໍ່ຕາມ, ມັນໃຊ້ເວລາ 12 ປີໃນການຮ່ຳຮຽນຢ່າງໜັກທີ່ຈະໄປຮອດຈຸດນັ້ນ. ແຕ່ຫຼັງຈາກນັ້ນ ຂ້ອຍກໍ່ຄິດເຖິງການທີ່ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ກ່າວຄວາມຈິງ ແລະ ປະຕິບັດພາລະກິດເພື່ອຊ່ວຍມະນຸດໃຫ້ລອດພົ້ນ ແລະ ພວກເຮົາສາມາດໄດ້ຮັບຄວາມລອດພົ້ນ ພຽງແຕ່ຖ້າພວກເຮົາເຊື່ອໃນພຣະເຈົ້າ ແລະ ສະແຫວງຫາຄວາມຈິງ. ໄພພິບັດທີ່ຍິ່ງໃຫຍ່ຈະມາເຖິງໃນອີກບໍ່ດົນ, ສະນັ້ນ ຂ້ອຍຈຶ່ງຢ້ານວ່າຂ້ອຍຈະຖືກກວດລ້າງຖິ້ມ ຖ້າຂ້ອຍບໍ່ເຮັດໜ້າທີີ່ຂອງຂ້ອຍ ແລະ ເຮັດການກະທຳທີ່ດີ. ຂ້ອຍຄິດກັບຕົນເອງວ່າ “ລືມກ່ຽວກັບວິທະຍາໄລທ້ອນ. ຂ້ອຍຈະພຽງແຕ່ເຮັດສຸດຄວາມສາມາດຂອງຂ້ອຍໃຫ້ດີທີ່ສຸດເພື່ອສະແຫວງຫາຄວາມຈິງ ແລະ ເຮັດໜ້າທີ່ຂອງຂ້ອຍໃນຄຣິດຕະຈັກ”. ສອງສາມມື້ຕໍ່ມາ, ຂ້ອຍໄດ້ອອກຈາກເຮືອນ ແລະ ເລີ່ມເຮັດໜ້າທີ່ຂອງຂ້ອຍໃນຄຣິດຕະຈັກ. ບໍ່ວ່າຂ້ອຍຈະໄດ້ຮັບມອບໝາຍໜ້າທີ່ຫຍັງກໍ່ຕາມ, ຂ້ອຍກໍ່ຮັບເອົາມັນຢ່າງຍິນດີ ແລະ ບໍ່ມີການຈົ່ມຕໍ່ວ່າ. ແມ່ນແຕ່ເມື່ອກຳລັງຜະເຊີນໜ້າກັບການປາບປາມ ແລະ ການຈັບກຸມທີ່ບ້າປ່ວງຂອງພັກກອມມູນິດຈີນ ແລະ ເກືອບຖືກຈັບສອງຄັ້ງໂດຍຕໍາຫຼວດ, ຂ້ອຍບໍ່ໄດ້ຢ້ານ ແຕ່ສືບຕໍ່ເຜີຍແຜ່ຂ່າວປະເສີດ ແລະ ເປັນພະຍານໃຫ້ກັບພຣະເຈົ້າ. ຂ້ອຍຮູ້ສຶກວ່າພຣະເຈົ້າຈະພຽງແຕ່ປົກປ້ອງຂ້ອຍ ຖ້າຂ້ອຍສືບຕໍ່ເຮັດໜ້າທີ່ຂອງຂ້ອຍ ແລະ ນັ້ນເປັນທາງດຽວທີ່ຈະມີຈຸດໝາຍປາຍທາງທີ່ດີ.

ໃນເດືອນກຸມພາຂອງປີ 2015, ຂ້ອຍຖືກຍ້າຍອອກຈາກເມືອງເພື່ອເຮັດໜ້າທີ່ຂອງຂ້ອຍ. ມື້ໜຶ່ງ, ຜູ້ນໍາໄດ້ຂໍໃຫ້ຂ້ອຍໄປໂຮງໝໍເພື່ອກວດສຸຂະພາບ ເພື່ອເປັນການລະມັດລະວັງບໍ່ໃຫ້ຂ້ອຍແຜ່ເຊື້ອຕໍ່ຄົນອື່ນ. ເມື່ອຂ້ອຍໄດ້ຍິນແບບນີ້, ຂ້ອຍກໍ່ຄິດກັບຕົນເອງວ່າ “ມັນເປັນເວລາເກືອບຫ້າປີນັບຕັ້ງແຕ່ການກວດສຸຂະພາບຄັ້ງຫຼ້າສຸດຂອງຂ້ອຍ. ຄວາມເຈັບປ່ວຍຂອງຂ້ອຍສາມາດຮ້າຍແຮງລົງໃນລະຫວ່າງເວລານີ້. ຖ້າມັນຕິດເຊື້ອແທ້ໆ ຫຼື ກາຍເປັນມະເຮັງ, ແລ້ວຂ້ອຍກໍ່ຈະບໍ່ສາມາດເຮັດໜ້າທີ່ຂອງຂ້ອຍໄດ້ອີກຕໍ່ໄປ”. ຄວາມຄິດນີ້ເຮັດໃຫ້ຂ້ອຍບໍ່ມີຄວາມສຸກແທ້ໆ. ຂ້ອຍຍັງຢ້ານຫຼາຍ ແລະ ຮູ້ວ່າຂ້ອຍຈະບໍ່ສາມາດຍອມຮັບມັນໄດ້. ຂ້ອຍໄປໂຮງໝໍໃນມື້ຕໍ່ມາ ແຕ່ຮູ້ສຶກກະວົນກະວາຍຫຼາຍ ເມື່ອຂ້ອຍໄປຮອດທີ່ນັ້ນ. ຂ້ອຍຄິດວ່າ “ຖ້າມັນກາຍເປັນມະເຮັງ ຫຼື ຕິດເຊື້ອແທ້ໆໃນຕອນນີ້, ພວກເຂົາຈະສາມາດປິ່ນປົວຂ້ອຍຢູ່ທີ່ນີ້ໄດ້ບໍ? ຂ້ອຍຈະເຮັດແນວໃດ ຖ້າພວກເຂົາບໍ່ສາມາດປິ່ນປົວໄດ້?” ຂ້ອຍອະທິຖານຫາພຣະເຈົ້າໃນເວລານັ້ນ ແລະ ເວົ້າວ່າຂ້ອຍຈະເຊື່ອຟັງ ບໍ່ວ່າແມ່ນຫຍັງເກີດຂຶ້ນກໍ່ຕາມ. ແຕ່ຫຼັງຈາກນັ້ນ ທ່ານໝໍກໍ່ເວົ້າວ່າຂ້ອຍມີພາວະຫົວໃຈເຕັ້ນຜິດຈັງຫວະ, ຂ້ອຍກໍ່ກະວົນກະວາຍອີກຄັ້ງແທ້ໆ ໂດຍຄິດວ່າ “ນີ້ແມ່ນສັນຍານຂອງການເຈັບປ່ວຍບໍ? ເປັນຫຍັງຂ້ອຍຈຶ່ງຕ້ອງມີພາວະຫົວໃຈເຕັ້ນຜິດຈັງຫວະ?” ເມື່ອເບິ່ງໃບໜ້າທີ່ກັງວົນຂອງທ່ານໝໍຢ່າງໃກ້ຊິດຫຼາຍ, ຂ້ອຍກໍ່ຮູ້ວ່າສິ່ງຕ່າງໆເບິ່ງຄືບໍ່ດີສຳລັບຂ້ອຍ. ທ່ານໝໍບໍ່ໄດ້ເວົ້າຫຍັງຫຼາຍອີກ, ແຕ່ພຽງແຕ່ເອົາເລືອດບາງສ່ວນ ແລະ ບອກໃຫ້ຂ້ອຍກັບເຮືອນ ແລະ ລໍຖ້າ.

ເມື່ອມື້ທີ່ຈະຮັບຜົນກວດຂອງຂ້ອຍໃກ້ເຂົ້າມາ, ຄວາມກະວົນກະວາຍຂອງຂ້ອຍກໍ່ກັບຄືນມາ. ຂ້ອຍຢ້ານທີ່ຈະໄດ້ຮັບຂ່າວຮ້າຍ ແລະ ບໍ່ຮູ້ສຶກວ່າຂ້ອຍຈະສາມາດຜະເຊີນໜ້າກັບມັນໄດ້. ຂ້ອຍພຽງຕ້ອງການສຸຂະພາບດີອີກຄັ້ງ. ຂ້ອຍໄປໂຮງໝໍເພື່ອຮັບເອົາຜົນກວດຂອງຂ້ອຍໜຶ່ງອາທິດຕໍ່ມາ. ທ່ານໝໍເວົ້າວ່າ ຕອນນີ້ ເລືອດຂອງຂ້ອຍເຕັມໄປດ້ວຍເຊື້ອຈຸລະໂຣກອັກເສບຕັບບີ ແລະ ມັນໄດ້ກາຍມາເປັນພະຍາດອັກເສບຕັບກະທັນຫັນ. ລາວເວົ້າວ່າມັນສາມາດແຜ່ເຊື້ອໄດ້ໄວ ແລະ ຂ້ອຍຈຳເປັນຕ້ອງໄດ້ຮັບການປິ່ນປົວຢ່າງຮີບດ່ວນ. ຂ້ອຍຄິດກັບຕົນເອງວ່າ “ມັນຈົບແລ້ວ. ຂ້ອຍຈະສາມາດປະຕິບັດໜ້າທີ່ຂອງຂ້ອຍໄດ້ບໍໃນຕອນນີ້? ຂ້ອຍຈະສາມາດເຂົ້າຮ່ວມການເຕົ້າໂຮມ ແລະ ດຳລົງຕາມຊີວິດແຫ່ງຄຣິດຕະຈັກໄດ້ບໍ?” ເມື່ອຂ້ອຍກຳລັງເດີນທາງກັບເຮືອນ, ສິ່ງທີ່ຂ້ອຍສາມາດຄິດຫາເປັນພຽງກ່ຽວກັບຄວາມເຈັບປ່ວຍຂອງຂ້ອຍ ແລະ ຂ້ອຍຮູ້ສຶກອິດເມື່ອຍທີ່ຈະຂີ່ລົດຖີບຂອງຂ້ອຍ. ຫຼັງຈາກທີ່ຂ້ອຍກັບຮອດເຮືອນກໍ່ໄດ້ຊອກຫາການປິ່ນປົວໃນອອນລາຍ, ຂ້ອຍໄດ້ອ່ານວ່າພະຍາດອັກເສບຕັບກະທັນຫັນສາມາດເຮັດໃຫ້ຜູ້ຄົນໝົດສະຕິ ແລະ ຫຼັງຈາກນັ້ນ ພວກເຂົາສາມາດຕາຍພາຍໃນສອງສາມມື້. ຂ້ອຍເລີ່ມຢ້ານ ແລະ ຄິດກັບຕົນເອງວ່າ “ສິ່ງນີ້ກຳລັງເກີດຂຶ້ນກັບຂ້ອຍບໍ? ຖ້າຂ້ອຍຕາຍແບບນີ້ແທ້ໆ, ນັ້ນຈະບໍ່ແມ່ນຈຸດຈົບສຳລັບຄວາມເຊື່ອຂອງຂ້ອຍບໍ? ອ້າຍເອື້ອຍນ້ອງຄົນອື່ນໆທັງໝົດມີສຸຂະພາບດີຫຼາຍ. ເປັນຫຍັງຂ້ອຍຈຶ່ງເປັນຄົນດຽວທີ່ເຈັບປ່ວຍ? ເປັນຫຍັງຂ້ອຍຈຶ່ງແຕກຕ່າງຈາກຄົນອື່ນຫຼາຍ?” ຂ້ອຍເລີ່ມອິດສາຄົນອື່ນຫຼາຍຂຶ້ນເລື້ອຍໆ. ພວກເຂົາບໍ່ໄດ້ທຸກໃຈກັບຄວາມເຈັບປ່ວຍ ແລະ ສາມາດເຮັດໜ້າທີ່ຂອງພວກເຂົາຢ່າງສະຫງົບສຸກ. ພວກເຂົາກຳລັງກະກຽມການກະທຳທີ່ດີ ແລະ ຈະຖືກຈາກພຣະເຈົ້າຊ່ວຍໃຫ້ລອດພົ້ນ. ຫຼັງຈາກນັ້ນກໍ່ແມ່ນຂ້ອຍ. ຂ້ອຍເຈັບປ່ວຍ ໂດຍບໍ່ຮູ້ວ່າຂ້ອຍຈະສາມາດເຮັດໜ້າທີ່ຂອງຂ້ອຍໄດ້ອີກຈັກເທື່ອ ຫຼື ບໍ່. ຖ້າບໍ່, ຂ້ອຍຈະຖືກປະຖິ້ມ ແລະ ຈົມລົງສູ່ໄພພິບັດບໍ? ຂ້ອຍຖືກເຕະອອກຈາກວິທະຍາໄລຍ້ອນຄວາມເຊື່ອຂອງຂ້ອຍ ແລະ ປະຖິ້ມອະນາຄົດຂອງຂ້ອຍໃນໂລກ; ຂ້ອຍບໍ່ເຄີຍມີຜູ້ສາວຈັກເທື່ອ ແລະ ອອກຈາກເຮືອນຍ້ອນໜ້າທີ່ຂອງຂ້ອຍ. ຖ້າພຣະເຈົ້າຈະປະຖິ້ມ ແລະ ກຳຈັດຂ້ອຍໃນລັກສະນະໃດໜຶ່ງ, ສິ່ງນີ້ບໍ່ໄດ້ໝາຍຄວາມວ່າທຸກສິ່ງທີ່ຂ້ອຍໄດ້ຍອມຖິ້ມຍ້ອນຄວາມເຊື່ອຂອງຂ້ອຍຕະຫຼອດປີເຫຼົ່ານີ້ບໍ່ໄດ້ເກີດຜົນຫຍັງບໍ? ຖ້າຂ້ອຍກັບເຮືອນໃນຕອນນີ້, ພັກກອມມູນິດຈີນກໍ່ຈະຈັບກຸມຂ້ອຍ. ຂ້ອຍຈະຖືກຈັບ ແລະ ເຮັດໃຫ້ຕິດຄຸກຢ່າງແນ່ນອນ... ຄວາມຄິດເຫຼົ່ານີ້ເຮັດໃຫ້ຂ້ອຍບໍ່ສະບາຍໃຈ ແລະ ທໍ້ໃຈຂຶ້ນເລື້ອຍໆ. “ພຣະເຈົ້າ, ພຣະອົງກຳລັງນໍາໃຊ້ຄວາມເຈັບປ່ວຍນີ້ເພື່ອເປີດໂປງ ແລະ ກຳຈັດຂ້ານ້ອຍບໍ?” ຂ້ອຍສົງໄສ. ຂ້ອຍບໍ່ສາມາດຫ້າມບໍ່ໃຫ້ນໍ້າຕາໄຫຼໄດ້. ຂ້ອຍກຳລັງຮູ້ສຶກອ່ອນແອແທ້ໆ ໂດຍບໍ່ສົນໃຈທີ່ຈະເຮັດໜ້າທີ່ຂອງຂ້ອຍ ຫຼື ເຮັດສິ່ງໃດອື່ນ. ຂ້ອຍເຖິງກັບບໍ່ຕ້ອງການກິນຫຍັງ. ຂ້ອຍພຽງແຕ່ຮູ້ສຶກເມື່ອຍແທ້ໆ. ຂ້ອຍມາຢູ່ຕໍ່ໜ້າພຣະເຈົ້າດ້ວຍຄວາມເຈັບປວດ ແລະ ອະທິຖານວ່າ “ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຂ້ານ້ອຍຮູ້ສຶກອ່ອນແອຫຼາຍ ແລະ ຂ້ານ້ອຍເຈັບປວດຫຼາຍ. ຂ້ານ້ອຍບໍ່ສາມາດຢຸດຄິດກ່ຽວກັບອະນາຄົດຂອງຂ້ານ້ອຍ. ຂ້ານ້ອຍຮູ້ສຶກຄືກັບວ່າຂ້ານ້ອຍບໍ່ມີຈຸດໝາຍປາຍທາງອີກຕໍ່ໄປ. ໂອ ພຣະເຈົ້າ, ຂ້ານ້ອຍຮູ້ວ່າພຣະອົງໄດ້ຍອມໃຫ້ຄວາມເຈັບປ່ວຍນີ້ເກີດຂຶ້ນກັບຂ້ານ້ອຍ. ໄດ້ໂປດສ່ອງແສງໃຫ້ກັບຂ້ານ້ອຍ ແລະ ຊີ້ນໍາຂ້ານ້ອຍເພື່ອເຂົ້າໃຈຄວາມປະສົງຂອງພຣະອົງ”.

ຫຼັງຈາກນັ້ນ, ຂໍ້ຄວາມຈາກພຣະທຳຂອງພຣະເຈົ້າໄດ້ປາກົດມາໃນຄວາມຄິດ: “ສຳລັບທຸກຄົນ, ການຫຼໍ່ຫຼອມແມ່ນເຈັບປວດຫຼາຍ ແລະ ຍາກທີ່ຈະຮັບໄດ້, ແຕ່ໃນລະຫວ່າງການຫຼໍ່ຫຼອມນີ້ ທີ່ພຣະເຈົ້າເຮັດໃຫ້ອຸປະນິໄສທີ່ຊອບທຳຂອງພຣະອົງຊັດເຈນຕໍ່ມະນຸດ ແລະ ເປີດເຜີຍສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ ແລະ ໃຫ້ຄວາມສະຫວ່າງຫຼາຍຂຶ້ນ ແລະ ດຳເນີນການລິຮານ ແລະ ການຈັດການຢ່າງແທ້ຈິງຫຼາຍຂຶ້ນ; ຜ່ານການປຽບທຽບລະຫວ່າງຂໍ້ມູນ ແລະ ຄວາມຈິງ, ພຣະອົງມອບຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບມະນຸດເອງ ແລະ ຄວາມຈິງໃຫ້ກັບພວກເຂົາ ແລະ ມອບຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບຄວາມປະສົງຂອງພຣະເຈົ້າ, ດ້ວຍເຫດນັ້ນ ຈຶ່ງເຮັດໃຫ້ມະນຸດມີຄວາມຮັກທີ່ເປັນຈິງ ແລະ ບໍລິສຸດຫຼາຍຂຶ້ນສໍາລັບພຣະເຈົ້າ. ສິ່ງດັ່ງກ່າວແມ່ນເປົ້າໝາຍຂອງພຣະເຈົ້າໃນການດໍາເນີນການຫຼໍ່ຫຼອມ. ພາລະກິດທຸກຢ່າງທີ່ພຣະເຈົ້າກະທຳໃນມະນຸດ ແມ່ນມີເປົ້າໝາຍ ແລະ ຄວາມສຳຄັນຂອງມັນເອງ; ພຣະເຈົ້າບໍ່ປະຕິບັດພາລະກິດທີ່ບໍ່ມີຄວາມໝາຍ ຫຼື ພຣະອົງບໍ່ປະຕິບັດພາລະກິດທີ່ບໍ່ເປັນປະໂຫຍດໃຫ້ກັບມະນຸດ. ການຫຼໍ່ຫຼອມບໍ່ໄດ້ໝາຍເຖິງການກຳຈັດຜູ້ຄົນອອກຈາກການຢູ່ຕໍ່ໜ້າພຣະເຈົ້າ ຫຼື ມັນບໍ່ໄດ້ໝາຍເຖິງການທຳລາຍພວກເຂົາໃນນະຮົກ. ກົງກັນຂ້າມ ມັນໝາຍເຖິງການປ່ຽນແປງອຸປະນິໄສຂອງມະນຸດໃນລະຫວ່າງການຫຼໍ່ຫຼອມ, ປ່ຽນແປງເຈດຕະນາຂອງເຂົາ, ທັດສະນະດັ່ງເດີມຂອງເຂົາ, ປ່ຽນແປງຄວາມຮັກທີ່ເຂົາມີຕໍ່ພຣະເຈົ້າ ແລະ ປ່ຽນແປງຊີວິດທັງໝົດຂອງເຂົາ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເມື່ອປະສົບກັບການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງສາມາດມີຄວາມຮັກຢ່າງແທ້ຈິງ). ເມື່ອໄຕ່ຕອງພຣະທຳເຫຼົ່ານີ້, ຂ້ອຍກໍ່ໄດ້ເຂົ້າໃຈວ່າຄວາມປະສົງທີ່ດີຂອງພຣະເຈົ້າໄດ້ມີຢູ່ພາຍໃນຄວາມເຈັບປ່ວຍນີ້. ພຣະອົງກຳລັງໃຊ້ສະພາບແວດລ້ອມນີ້ເພື່ອເປີດໂປງຄວາມເສື່ອມຊາມຂອງຂ້ອຍ ແລະ ຊ່ວຍໃຫ້ຂ້ອຍຮູ້ຈັກຕົນເອງ ແລະ ຮຽນຮູ້ບົດຮຽນ. ຂ້ອຍຄິດກ່ຽວກັບວ່າພຣະເຈົ້າໄດ້ອະນຸຍາດໃຫ້ການທົດລອງເຫຼົ່ານີ້ເກີດຂຶ້ນກັບໂຢບໄດ້ແນວໃດ. ເຖິງແມ່ນວ່າລາວທົນທຸກກັບຄວາມເຈັບປວດທາງຮ່າງກາຍ, ພຣະເຈົ້າບໍ່ໄດ້ເຮັດໃຫ້ມັນເກີດຂຶ້ນເພື່ອເອົາຊີວິດຂອງລາວ, ແຕ່ເພື່ອເຮັດໃຫ້ຄວາມເຊື່ອຂອງລາວສົມບູນ ແລະ ເຮັດໃຫ້ໂຢບໄດ້ຮູ້ຈັກພຣະເຈົ້າໄດ້ດີຂຶ້ນ. ການທີ່ພຣະເຈົ້າປ່ອຍໃຫ້ຂ້ອຍເຈັບປ່ວຍບໍ່ແມ່ນເພື່ອເປີດໂປງ ແລະ ກຳຈັດຂ້ອຍ, ແຕ່ເພື່ອຊໍາລະລ້າງມົນທິນທີ່ຢູ່ໃນຄວາມເຊື່ອຂອງຂ້ອຍ ແລະ ເຮັດໃຫ້ຂ້ອຍຮັກ ແລະ ເຊື່ອຟັງພຣະອົງຢ່າງແທ້ຈິງ. ຂ້ອຍບໍ່ສາມາດກ່າວໂທດພຣະເຈົ້າ, ແຕ່ຈຳເປັນຕ້ອງກວດສອບແຮງຈູງໃຈທີ່ຜິດຢູ່ເບື້ອງຫຼັງຄວາມເຊື່ອຂອງຂ້ອຍ ແລະ ຂ້ອຍບໍ່ເຊື່ອຟັງ ແລະ ຕໍ່ຕ້ານພຣະເຈົ້າໃນລັກສະນະໃດ. ເມື່ອໄດ້ເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ຂ້ອຍກໍ່ຮູ້ສຶກຄິດບວກຫຼາຍຍິ່ງຂຶ້ນ. ຂ້ອຍເວົ້າຄຳອະທິຖານອື່ນກັບພຣະເຈົ້າ, ເຮັດໃຫ້ຕົນເອງສະຫງົບງຽບລົງ ແລະ ດຳເນີນການບາງຢ່າງເພື່ອໄຕ່ຕອງກ່ຽວກັບຕົນເອງຢ່າງຖືກຕ້ອງ.

ໃນການສະແຫວງຫາຂອງຂ້ອຍ, ຂ້ອຍໄດ້ອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າ: “ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອໃຫ້ເຮົາຮັກສາພວກເຂົາ? ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອໃຫ້ເຮົາໃຊ້ພະລັງຂອງເຮົາຂັບໄລ່ວິນຍານທີ່ບໍ່ສະອາດອອກຈາກຮ່າງກາຍຂອງພວກເຂົາ? ມີຈັກຄົນທີ່ເຊື່ອໃນເຮົາພຽງເພື່ອໄດ້ຮັບຄວາມສະຫງົບ ແລະ ຄວາມສຸກຈາກເຮົາ? ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອຕ້ອງການຄວາມຮັ່ງມີທາງວັດຖຸຈາກເຮົາຍິ່ງຂຶ້ນ? ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອໃຊ້ຊີວິດນີ້ຢ່າງສະຫງົບສຸກ ແລະ ເພື່ອຈະໄດ້ປອດໄພ ແລະ ຢູ່ລອດ ໃນໂລກທີ່ຈະມາເຖິງ? ມີຈັກຄົນທີ່ເຊື່ອໃນເຮົາເພື່ອຫຼີກເວັ້ນຄວາມທຸກທໍລະມານແຫ່ງນະຮົກ ແລະ ເພື່ອໄດ້ຮັບພອນແຫ່ງສະຫວັນ? ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອຄວາມສະດວກສະບາຍຊົ່ວຄາວ ແຕ່ບໍ່ສະແຫວງຫາທີ່ຈະໄດ້ຮັບສິ່ງໃດໆໃນໂລກທີ່ຈະມາເຖິງ? ໃນເວລາທີ່ເຮົານຳຄວາມໂກດຮ້າຍຂອງເຮົາລົງມາສູ່ມະນຸດ ແລະ ຍຶດເອົາຄວາມສຸກ ແລະ ຄວາມສະຫງົບສຸກທັງໝົດທີ່ຄັ້ງໜຶ່ງເຂົາເຄີຍມີ, ມະນຸດກໍຈະເກີດມີຄວາມສົງໄສ. ເມື່ອເຮົາມອບຄວາມທຸກທໍລະມານແຫ່ງນະຮົກໃຫ້ກັບມະນຸດ ແລະ ໄດ້ຮຽກກັບຄືນພອນແຫ່ງສະຫວັນ, ຄວາມອັບອາຍຂອງມະນຸດກໍຈະກາຍເປັນຄວາມໂກດແຄ້ນ. ເມື່ອມະນຸດ ຮ້ອງຂໍໃຫ້ເຮົາປິ່ນປົວເຂົາ, ເຮົາແມ່ນບໍ່ໄດ້ເອົາໃຈໃສ່ເຂົາ ແລະ ຮູ້ສຶກກຽດຊັງຕໍ່ເຂົາ; ມະນຸດກໍໜີອອກຈາກເຮົາໄປສະແຫວງຫາວິທີການແຫ່ງການແພດສາດ ແລະ ເວດມົນທີ່ຊົ່ວຮ້າຍ. ໃນເວລາທີ່ເຮົາເອົາທຸກສິ່ງທຸກຢ່າງທີ່ມະນຸດຕ້ອງການຈາກເຮົາໄປ, ທຸກຄົນກໍຫາຍໄປໂດຍບໍ່ມີຮ່ອງຮອຍ. ສະນັ້ນ, ເຮົາຈຶ່ງເວົ້າວ່າ ມະນຸດມີຄວາມສັດທາໃນເຮົາ ເພາະວ່າເຮົາໃຫ້ຄວາມກະລຸນາຫຼາຍເກີນໄປ ແລະ ມີສິ່ງທີ່ຈະໄດ້ຮັບຫລາຍເກີນໄປ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຮູ້ຫຍັງແດ່ກ່ຽວກັບຄວາມສັດທາ?). “ຄວາມສໍາພັນຂອງມະນຸດກັບພຣະເຈົ້າເປັນພຽງຜົນປະໂຫຍດສ່ວນຕົວທົ່ວໆໄປເທົ່ານັ້ນ. ມັນເປັນຄວາມສໍາພັນລະຫວ່າງຜູ້ຮັບ ແລະ ຜູ້ໃຫ້ພອນ. ເວົ້າງ່າຍໆກໍຄື ມັນຄ້າຍຄືຄວາມສໍາພັນລະຫວ່າງພະນັກງານ ແລະ ນາຍຈ້າງ. ພະນັກງານເຮັດວຽກເພື່ອໄດ້ຮັບລາງວັນທີ່ນາຍຈ້າງປະທານໃຫ້. ບໍ່ມີຄວາມຮັກໄຄ່ໃນຄວາມສຳພັນດັ່ງກ່າວ, ມີພຽງແຕ່ການຕິດຕໍ່ທາງທຸລະກິດ. ບໍ່ມີການຮັກ ຫຼື ການບໍ່ຖືກຮັກ, ມີພຽງການກຸສົນ ແລະ ຄວາມເມດຕາ. ບໍ່ມີຄວາມເຂົ້າໃຈ, ມີແຕ່ຄວາມໂກດແຄ້ນທີ່ຖືກປາບປາມ ແລະ ການຫຼອກລວງເທົ່ານັ້ນ. ບໍ່ມີຄວາມສະໜິດສະໜົມ, ມີແຕ່ອ່າວທະເລທີ່ບໍ່ສາມາດຂ້າມຜ່ານໄດ້(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 3: ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ). ເມື່ອໄດ້ອ່ານພຣະທຳຂອງພຣະເຈົ້າ, ຂ້ອຍກໍ່ຮູ້ວ່າຂ້ອຍບໍ່ໄດ້ປະຕິບັດຕໍ່ພຣະເຈົ້າດັ່ງພຣະເຈົ້າໃນຄວາມເຊື່ອຂອງຂ້ອຍ. ຂ້ອຍພຽງແຕ່ຄິດວ່າພຣະເຈົ້າເປັນຜູ້ແຈກຢາຍພອນ. ນັ້ນຄືເຫດຜົນທີ່ເມື່ອຂ້ອຍເຈັບປ່ວຍ, ຄວາມຄິດທຳອິດຂອງຂ້ອຍຈະກ່ຽວຂ້ອງກັບຄວາມຄາດຫວັງໃນອະນາຄົດຂອງຂ້ອຍ ແລະ ຂ້ອຍຈະດີຂຶ້ນ ຫຼື ບໍ່ ແລະ ຂ້ອຍຊອກຫາກ່ຽວກັບຄວາມເຈັບປ່ວຍ ແລະ ວິທີການປິ່ນປົວມັນໃນອອນລາຍ. ຂ້ອຍສູນເສຍຄວາມສົນໃຈທັງໝົດໃນການເຮັດໜ້າທີ່ຂອງຂ້ອຍ. ເມື່ອມັນຮ້າຍແຮງຂຶ້ນ, ຂ້ອຍກໍ່ໂທດພຣະເຈົ້າທີ່ບໍ່ຍຸຕິທຳ, ທີ່ບໍ່ປົກປ້ອງຂ້ອຍ, ທີ່ປ່ອຍໃຫ້ຂ້ອຍເຈັບປ່ວຍ ແລະ ຂ້ອຍເຖິງກັບເສຍໃຈທີ່ປະຖິ້ມການສຶກສາຂອງຂ້ອຍ, ຄອບຄົວຂອງຂ້ອຍ ແລະ ໄວໜຸ່ມຂອງຂ້ອຍເພື່ອໜ້າທີ່ຂອງຂ້ອຍ. ເມື່ອໄຕ່ຕອງກ່ຽວກັບຕົນເອງ, ຂ້ອຍກໍ່ສົງໄສວ່າ “ຂ້ອຍສາມາດປະຖິ້ມທຸກສິ່ງເພື່ອເຮັດໜ້າທີ່ຂອງຂ້ອຍຕະຫຼອດຫຼາຍປີແຫ່ງຄວາມເຊື່ອເຫຼົ່ານີ້ໄດ້ແນວໃດ?” ຂ້ອຍຮູ້ວ່າມັນເປັນຍ້ອນຂ້ອຍມີທັດສະນະທີ່ບໍ່ຖືກຕ້ອງ. ຂ້ອຍຄິດວ່າຕາບໃດທີ່ຂ້ອຍເສຍສະລະເພື່ອພຣະເຈົ້າ ແລະ ເຮັດໜ້າທີ່ຂອງຂ້ອຍເປັນຢ່າງດີ, ຫຼັງຈາກນັ້ນ ພຣະເຈົ້າກໍ່ຈະອວຍພອນຂ້ອຍ, ຮັກສາຄວາມເຈັບປ່ວຍຂອງຂ້ອຍ ແລະ ປ້ອງກັນໃຫ້ຂ້ອຍປອດໄພຈາກອັນຕະລາຍ. ຫຼັງຈາກນັ້ນ, ຂ້ອຍກໍ່ຈະຫຼົບໜີຈາກໄພພິບັດ ແລະ ຈະບໍ່ຕາຍ, ຂ້ອຍຈະຢູ່ລອດ ແລະ ມີຈຸດຈົບ ແລະ ຈຸດໝາຍປາຍທາງທີ່ດີ. ນັ້ນເປັນພຽງແຕ່ເຫດຜົນດຽວທີ່ຂ້ອຍເຕັມໃຈທົນທຸກ ແລະ ຈ່າຍລາຄາໃນການເຮັດໜ້າທີ່ຂອງຂ້ອຍ. ແຮງຜັກດັນຂອງຂ້ອຍສຳລັບການເຊື່ອໃນພຣະເຈົ້າ ແລະ ການເຮັດໜ້າທີ່ຂອງຂ້ອຍຄືການໄດ້ຮັບພອນ. ເມື່ອອາການຂອງຂ້ອຍຮຸນແຮງຂຶ້ນ, ຄວາມຫວັງຂອງຂ້ອຍທີ່ຈະໄດ້ຮັບພອນກໍ່ແຕກສະຫຼາຍ ແລະ ຄວາມຕັ້ງໃຈຂອງຂ້ອຍທີ່ຈະສະແຫວງຫາຄວາມຈິງ ແລະ ແຮງຜັກດັນທີ່ຈະເຮັດໜ້າທີ່ຂອງຂ້ອຍກໍ່ຫາຍໄປ. ຂ້ອຍເຖິງກັບໂຕ້ແຍ້ງກັບພຣະເຈົ້າໃນຫົວໃຈຂອງຂ້ອຍ. ຂ້ອຍຮູ້ວ່າຂ້ອຍພຽງແຕ່ສະແຫວງຫາພອນໃນຄວາມເຊື່ອຂອງຂ້ອຍ. ເມື່ອຂ້ອຍເຈັບປ່ວຍ, ຂ້ອຍກໍ່ພຽງແຕ່ຄິດຫາຄວາມຄາດຫວັງໃນອະນາຄົດຂອງຂ້ອຍເອງ ແລະ ຄຳນຶງເຖິງຜົນປະໂຫຍດຂອງຂ້ອຍເອງ, ຂ້ອຍບໍ່ໄດ້ສະແຫວງຫາຄວາມປະສົງຂອງພຣະເຈົ້າເລີຍ, ແຕ່ເຖິງກັບກ່າວໂທດ, ເຂົ້າໃຈຜິດ ແລະ ທໍລະຍົດພຣະເຈົ້າ. ຂ້ອຍເຫັນແກ່ຕົວ ແລະ ເປັນຕາລັງກຽດຫຼາຍ! ຄວາມຄິດທັງໝົດເຫຼົ່ານີ້ຂອງຂ້ອຍໄດ້ສ້າງຄວາມເຈັບປວດ ແລະ ເຮັດໃຫ້ພຣະເຈົ້າຜິດຫວັງແທ້ໆ. ຂໍ້ແທ້ຈິງດັ່ງກ່າວໄດ້ສະແດງໃຫ້ຂ້ອຍເຫັນວ່າຄວາມເຊື່ອຂອງຂ້ອຍບໍ່ແມ່ນເພື່ອເຮັດໜ້າທີ່ຂອງສິ່ງຖືກສ້າງ ຫຼື ເພື່ອສະແຫວງຫາຄວາມຈິງ. ມັນເປັນພຽງແຕ່ເພື່ອມີຊີວິດທີ່ສະຫງົບສຸກ ແລະ ມີຈຸດຈົບ ແລະ ຈຸດໝາຍປາຍທາງທີ່ດີ. ຂ້ອຍຕ້ອງການແລກປ່ຽນການທົນທຸກຂອງຂ້ອຍກັບພຣະເຈົ້າເພື່ອໃຫ້ໄດ້ຮັບລາງວັນ ແລະ ພອນເປັນການຕອບແທນໃນອະນາຄົດ. ບໍ່ແມ່ນຂ້ອຍກຳລັງໃຊ້ພຣະເຈົ້າ ແລະ ກຳລັງພະຍາຍາມສໍ້ໂກງພຣະອົງບໍ? ໂປໂລປະຕິບັດພາລະກິດເປັນເວລາຫຼາຍປີ ແລະ ທົນທຸກຢ່າງຫຼວງຫຼາຍ ແລະ ກາຍເປັນມໍລະນາສັກຂີໃນທີ່ສຸດ, ແຕ່ລາວບໍ່ໄດ້ປະຕິບັດພາລະກິດເພື່ອເຮັດໜ້າທີ່ຂອງສິ່ງຖືກສ້າງ. ລາວເຮັດມັນເພື່ອຮັບເອົາລາງວັນ ແລະ ເພື່ອຮັບເອົາມົງກຸດ. ໃນທີ່ສຸດ, ຂ້ອຍກໍ່ຮູ້ວ່າຂ້ອຍກຳລັງຍ່າງຢູ່ໃນເສັ້ນທາງດຽວກັນກັບໂປໂລ. ພຣະເຈົ້າບໍລິສຸດ ແລະ ຊອບທຳ. ພຣະອົງຈະສາມາດປ່ອຍໃຫ້ຄົນໆໜຶ່ງທີ່ມີເຈດຕະນາຕໍ່ລອງ ແລະ ມີເຈດຕະນາທີ່ຈະສໍ້ໂກງພຣະເຈົ້າຄືກັບຂ້ອຍເຂົ້າສູ່ອານາຈັກຂອງພຣະອົງໄດ້ແນວໃດ? ເມື່ອຄິດເຖິງສິ່ງນີ້, ໃນທີ່ສຸດ ຂ້ອຍກໍ່ເຂົ້າໃຈວ່າຄວາມເຈັບປ່ວຍນີ້ທີ່ຂ້ອຍກຳລັງຜະເຊີນໃນຕອນນີ້ແມ່ນການເປີດໂປງແຮງຜັກດັນຂອງຂ້ອຍເພື່ອຮັບເອົາພອນ. ຖ້າບໍ່ມີສິ່ງນີ້, ຂ້ອຍກໍ່ຍັງຈະບໍ່ຮູ້ກ່ຽວກັບແຮງຈູງໃຈ ແລະ ມົນທິນທັງໝົດໃນຄວາມເຊື່ອຂອງຂ້ອຍ ແລະ ຂ້ອຍກຳລັງຍ່າງໃນເສັ້ນທາງຂອງໂປໂລ ເຊິ່ງເປັນເສັ້ນທາງທີ່ພຣະເຈົ້າໄດ້ປະນາມ. ໃນຄວາມຄິດນີ້, ຂ້ອຍກໍ່ບໍ່ຮູ້ສຶກທຸກໃຈຫຼາຍກ່ຽວກັບການມີຄວາມເຈັບປ່ວຍນີ້, ແຕ່ກົງກັນຂ້າມ ຂ້ອຍໄດ້ຂອບໃຈພຣະເຈົ້າທີ່ໄດ້ເປີດໂປງ ແລະ ຊ່ວຍຂ້ອຍໃນລັກສະນະນີ້. ໃນທາງຜິວເຜີນ ມັນເປັນຄວາມເຈັບປ່ວຍ, ສິ່ງທີ່ບໍ່ດີ, ແຕ່ຄວາມຮັກ ແລະ ຄວາມລອດພົ້ນທີ່ແທ້ຈິງຂອງພຣະເຈົ້າສຳລັບຂ້ອຍຖືກເຊື່ອງໄວ້ພາຍໃນມັນ. ພຣະເຈົ້າກຳລັງຊີ້ນໍາຂ້ອຍສູ່ເສັ້ນທາງແຫ່ງຄວາມເຊື່ອທີ່ຖືກຕ້ອງ ເພື່ອຊໍາລະລ້າງມົນທິນທັງໝົດໃນຄວາມເຊື່ອຂອງຂ້ອຍ.

ເມື່ອຂ້ອຍຕຶກຕອງກ່ຽວກັບທຸກສິ່ງນີ້, ຂ້ອຍກໍ່ຄິດກັບຕົນເອງວ່າ “ພຣະເຈົ້າໄດ້ບັງເກີດເປັນມະນຸດ ແລະ ກຳລັງກ່າວຄວາມຈິງເພື່ອຊໍາລະລ້າງ ແລະ ຊ່ວຍມະນຸດໃຫ້ລອດພົ້ນ. ພຣະອົງມອບຊີວິດໃຫ້ກັບພວກເຮົາຢ່າງບໍ່ເຫັນແກ່ຕົວ ແລະ ບໍ່ໄດ້ຂໍຫຍັງເປັນການຕອບແທນ”. ຂ້ອຍຮູ້ສຶກວ່າຫົວໃຈຂອງພຣະເຈົ້າສວຍງາມ ແລະ ດີສໍ່າໃດ. ຫຼັງຈາກນັ້ນ, ຂ້ອຍກໍ່ຄິດກັບຕົນເອງວ່າໄດ້ຮັບຄວາມກະລຸນາ ແລະ ພອນຂອງພຣະເຈົ້າ, ໄດ້ຮັບການລ້ຽງດູ ແລະ ການບຳລຸງລ້ຽງຫຼາຍຈາກພຣະທຳຂອງພຣະເຈົ້າ, ແຕ່ບໍ່ໄດ້ຄິດແມ່ນແຕ່ໜ້ອຍດຽວທີ່ຈະຕອບແທນຄວາມຮັກຂອງພຣະເຈົ້າ, ພະຍາຍາມຕໍ່ລອງກັບພຣະເຈົ້າໃນໜ້າທີ່ຂອງຂ້ອຍ ແລະ ເມື່ອຂ້ອຍເຈັບປ່ວຍ, ຂ້ອຍກໍ່ກ່າວໂທດ ແລະ ເຂົ້າໃຈພຣະເຈົ້າຜິດ. ຂ້ອຍຮູ້ສຶກລະອາຍ ແລະ ອັບອາຍຫຼາຍໃນຄວາມຄິດນີ້. ຂ້ອຍກຽດຊັງຕົນເອງທີ່ເຫັນແກ່ຕົວ ແລະ ເປັນຕາລັງກຽດແບບນີ້! ພຣະເຈົ້າກວດສອບຄວາມຄິດສ່ວນເລິກທີ່ສຸດຂອງຂ້ອຍຢ່າງສະໝໍ່າສະເໝີ ໃນຂະນະທີ່ຊາຕານກຳລັງເຝົ້າເບິ່ງວ່າຂ້ອຍຈະປະພຶດແນວໃດ. ຂ້ອຍບໍ່ສາມາດເປັນຕົວຕະລົກຂອງຊາຕານ. ຂ້ອຍຕ້ອງຢືນຂ້າງພຣະເຈົ້າ, ຍອມຕໍ່ການຈັດແຈງຂອງພຣະອົງ ແລະ ຮຽນຮູ້ບົດຮຽນໃຫ້ດີ. ຫຼັງຈາກນັ້ນ, ຂ້ອຍກໍ່ກ່າວຄຳອະທິຖານຕໍ່ພຣະເຈົ້າ. “ພຣະເຈົ້າ, ຂ້ານ້ອຍຕ້ອງການທີ່ຈະປະຖິ້ມຄວາມປາຖະໜາຫາພອນຂອງຂ້ານ້ອຍ ແລະ ບໍ່ຄິດກ່ຽວກັບອະນາຄົດຂອງຂ້ານ້ອຍອີກຕໍ່ໄປ. ບໍ່ວ່າຂ້ານ້ອຍຈະດີຂຶ້ນ ຫຼື ບໍ່ກໍ່ຕາມ, ຂ້ານ້ອຍກໍ່ປາຖະໜາທີ່ຈະເຊື່ອຟັງພຣະອົງ ແລະ ຢືນເປັນພະຍານໃຫ້ກັບພຣະອົງເພື່ອເຮັດໃຫ້ຊາຕານອັບອາຍ”. ຂ້ອຍຮູ້ສຶກສະຫງົບລົງຫຼາຍຂຶ້ນຫຼັງຈາກທີ່ຂ້ອຍໄດ້ອະທິຖານ ແລະ ບໍ່ໄດ້ຄິດຫຼາຍກ່ຽວກັບຕົນເອງອີກຕໍ່ໄປ. ຫຼັງຈາກນັ້ນ, ຂ້ອຍໄດ້ອ່ານຂໍ້ຄວາມໃນພຣະທຳຂອງພຣະເຈົ້າ: “ພຣະເຈົ້າປ່ອຍໃຫ້ພວກເຮົາມີຊີວິດ, ສະນັ້ນ ພວກເຮົາຄວນປະຕິບັດໜ້າທີ່ຂອງພວກເຮົາໃຫ້ດີ. ແຕ່ລະມື້ທີ່ພວກເຮົາມີຊີວິດແມ່ນໜ້າທີ່ຂອງມື້ນັ້ນທີ່ພວກເຮົາຕ້ອງປະຕິບັດ. ພວກເຮົາຄວນຖືວ່າການຝາກຝັງຂອງພຣະເຈົ້າເປັນໜ້າທີ່ໆສຳຄັນທີ່ສຸດຂອງພວກເຮົາ ແລະ ປະຕິບັດໜ້າທີ່ຂອງພວກເຮົາຄືກັບວ່າພວກມັນເປັນເລື່ອງທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດ. ເຖິງແມ່ນພວກເຮົາອາດບໍ່ສະແຫວງຫາການສຳເລັດໜ້າທີ່ຂອງພວກເຮົາຢ່າງສົມບູນ, ພວກເຮົາກໍເຮັດຕາມຄວາມສຳນຶກຂອງພວກເຮົາ, ເຮັດໃຫ້ຊາຕານບໍ່ສາມາດຍົກລະດັບການກ່າວຫາໃສ່ພວກເຮົາ ແລະ ໂດຍບໍ່ມີຄວາມສຳນຶກຜິດ ພວກເຮົາອາດເຮັດໃຫ້ພຣະເຈົ້າພໍໃຈ ແລະ ຢ່າງບໍ່ເສຍໃຈເລີຍ. ນີ້ແມ່ນທັດສະນະຄະຕິຂອງຄົນທີ່ເຊື່ອໃນພຣະເຈົ້າຄວນມີກ່ຽວກັບໜ້າທີ່ຂອງພວກເຂົາ(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ເງື່ອນໄຂຫ້າຢ່າງທີ່ຕ້ອງບັນລຸເພື່ອເລີ່ມຕົ້ນເສັ້ນທາງທີ່ຖືກຕ້ອງແຫ່ງຄວາມເຊື່ອໃນພຣະເຈົ້າ). ຂ້ອຍບໍ່ຮູ້ວ່າຂ້ອຍຈະດີຂຶ້ນ ຫຼື ບໍ່, ແຕ່ສິ່ງທີ່ຂ້ອຍສາມາດເຮັດໄດ້ຄືການຍຶດໝັ້ນກັບໜ້າທີ່ໆພຣະເຈົ້າໄດ້ມອບໃຫ້ກັບຂ້ອຍ. ຂ້ອຍບໍ່ໄດ້ຖືກຖ່ວງດຶງໂດຍຄວາມເຈັບປ່ວຍຂອງຂ້ອຍ ແລະ ຂ້ອຍສາມາດເຮັດໜ້າທີ່ຂອງຂ້ອຍຢ່າງສຸດອົກສຸດໃຈ.

ຕໍ່ມາ ຂ້ອຍໄດ້ກັບໄປໂຮງໝໍເພື່ອເບິ່ງກ່ຽວກັບຄວາມເຈັບປ່ວຍຂອງຂ້ອຍ. ທ່ານໝໍເວົ້າວ່າ ຂ້ອຍກຳລັງເຮັດສິ່ງທີ່ຖືກຕ້ອງ ແລະ ການເຮັດວຽກຂອງຕັບຂອງຂ້ອຍກໍ່ເປັນປົກກະຕິ. ເລືອດຂອງຂ້ອຍໄດ້ຕິດເຊື້ອຫຼາຍ, ແຕ່ສິ່ງອື່ນໆແມ່ນປົກກະຕິດີ. ລາວສ້າງປະເດັນເພື່ອບອກໃຫ້ຂ້ອຍບໍ່ຕ້ອງກັງວົນ ແລະ ຂ້ອຍພຽງແຕ່ຕ້ອງໄດ້ຮັບຫຼັກສູດການປິ່ນປົວທີ່ເປັນປົກກະຕິ. ເມື່ອທ່ານໝໍເວົ້າແບບນີ້, ຂ້ອຍບໍ່ສາມາດເຮັດຫຍັງໄດ້ ນອກຈາກຂອບໃຈພຣະເຈົ້າໃນຫົວໃຈຂອງຂ້ອຍ! ຂ້ອຍຂອບໃຈພຣະເຈົ້າທີ່ມອບຄວາມເມດຕາໃຫ້ກັບຂ້ອຍ. ຂ້ອຍເຫັນແກ່ຕົວ ແລະ ໃຈແຄບຫຼາຍ, ສະແຫວງຫາພຽງແຕ່ເພື່ອຮັບເອົາກຳໄລ, ຕ້ອງການບາງສິ່ງຈາກພຣະເຈົ້າເປັນການຕອບແທນສຳລັບການເຮັດໜ້າທີ່ບາງຢ່າງ, ສໍ້ໂກງພຣະເຈົ້າ ແລະ ເຮັດໃຫ້ພຣະອົງລັງກຽດ, ແຕ່ພຣະອົງກໍ່ເບິ່ງຂ້າມຄວາມກະບົດຂອງຂ້ອຍ. ພຣະອົງສືບຕໍ່ນໍາໃຊ້ພຣະທຳຂອງພຣະອົງເພື່ອສ່ອງແສງ ແລະ ຊີ້ນໍາຂ້ອຍໃຫ້ຜະເຊີນກັບພາລະກິດຂອງພຣະອົງ ເພື່ອວ່າຂ້ອຍຈະມາຮູ້ຈັກແຮງຈູງໃຈ ແລະ ມຸມມອງທີ່ບໍ່ຖືກຕ້ອງໃນຄວາມເຊື່ອຂອງຂ້ອຍ. ຂ້ອຍຮູ້ສຶກຢ່າງແທ້ຈິງວ່າຄວາມຮັກຂອງພຣະເຈົ້າຍິ່ງໃຫຍ່ສໍ່າໃດ! ຫຼັງຈາກນັ້ນ, ຂ້ອຍກໍ່ທຸ້ມເທທັງໝົດຂອງຂ້ອຍເຂົ້າໃນການເຮັດໜ້າທີ່ຂອງຂ້ອຍ. ຂ້ອຍຄິດວ່າຂ້ອຍໄດ້ຮຽນຮູ້ບົດຮຽນບາງຢ່າງຜ່ານການຜະເຊີນກັບຄວາມເຈັບປ່ວຍນີ້ ແລະ ວຸດທິພາວະຂອງຂ້ອຍໄດ້ໃຫຍ່ຂຶ້ນໜ້ອຍໜຶ່ງ. ສະນັ້ນ ຂ້ອຍຈຶ່ງຕົກໃຈທີ່ຈະຖືກເປີດໂປງອີກຄັ້ງ ເມື່ອພຣະເຈົ້າຈັດແຈງບົດທົດສອບສຳລັບຂ້ອຍ.

ໜຶ່ງເດືອນຕໍ່ມາ, ຜູ້ນໍາໄດ້ຂໍໃຫ້ຂ້ອຍໄປໂຮງໝໍເພື່ອກວດສຸຂະພາບອີກຄັ້ງ. ລາວເວົ້າວ່າຖ້າຄວາມເຈັບປ່ວຍຂ້ອຍສາມາດແຜ່ເຊື້ອໄດ້ສູງ, ແລ້ວຂ້ອຍຈຳເປັນຕ້ອງໄປອາໄສຢູ່ຄົນດຽວໃຫ້ຫ່າງຈາກຄົນອື່ນ. ການໄດ້ຍິນລາວເວົ້າແບບນີ້ເປັນສິ່ງທີ່ເຮັດໃຫ້ສະເທືອນໃຈແທ້ໆ, ຄືກັບກ້ອນຫີນຍັກໃຫຍ່ໄດ້ກົດລົງໃສ່ໜ້າເອີກຂອງຂ້ອຍ. ຈິດໃຈຂອງຂ້ອຍເລີ່ມຄິດໜັກ: “ຖ້າຂ້ອຍຖືກກັກອອກຈາກຄົນອື່ນ, ແລ້ວຂ້ອຍຈະບໍ່ສາມາດເຂົ້າຮ່ວມການເຕົ້າໂຮມ ຫຼື ດຳລົງຕາມຊີວິດແຫ່ງຄຣິດຕະຈັກ. ແລ້ວຂ້ອຍຈະເຮັດແນວໃດ ຖ້າມື້ໜຶ່ງ ຂ້ອຍເຈັບປ່ວຍແທ້ໆ ແລະ ບໍ່ມີຜູ້ໃດຮູ້ກ່ຽວກັບສິ່ງນັ້ນ? ເມື່ອໄພພິບັດທີ່ຍິ່ງໃຫຍ່ໄດ້ມາເຖິງ, ອ້າຍເອື້ອຍນ້ອງທຸກຄົນສາມາດເຕົ້າໂຮມ ແລະ ໂອ້ລົມ ແລະ ຊ່ວຍເຫຼືອ ແລະ ສະໜັບສະໜູນກັນ ແລະ ກັນ. ແຕ່ຂ້ອຍຈະຢູ່ຕົວຄົນດຽວຢ່າງສິ້ນເຊີງ. ຂ້ອຍຈະສາມາດຍຶດໝັ້ນໄດ້ບໍ?” ຍິ່ງຂ້ອຍຄິດກ່ຽວກັບມັນຫຼາຍສໍ່າໃດ, ຂ້ອຍກໍ່ຍິ່ງໂສກເສົ້າຫຼາຍສໍ່ານັ້ນ. ຜູ້ນໍາໄດ້ໂອ້ລົມກັບຂ້ອຍ ແລະ ບອກໃຫ້ຂ້ອຍຮຽນຮູ້ທີ່ຈະຍອມຕໍ່ການປົກຄອງຂອງພຣະເຈົ້າ. ລາວເວົ້າວ່າຂ້ອຍຈຳເປັນຕ້ອງສະແຫວງຫາຄວາມປະສົງຂອງພຣະເຈົ້າຫຼາຍຂຶ້ນໃນສະຖານະການນີ້ ແລະ ເຊັ່ນດຽວກັບໂຢບ ຂ້ອຍຕ້ອງຍົກຍ້ອງພຣະເຈົ້າບໍ່ວ່າຂ້ອຍຈະໄດ້ຮັບພອນ ຫຼື ຫາຍະນະ. ການໄດ້ຍິນສິ່ງນີ້ດົນບັນດານຂ້ອຍ ແລະ ຂ້ອຍຈື່ປະສົບການຂອງຂ້ອຍໃນຄັ້ງກ່ອນ. ຂ້ອຍຮູ້ວ່າພຣະເຈົ້າໄດ້ອະນຸຍາດສິ່ງນີ້ ແລະ ສິ່ງທີ່ຂ້ອຍຕ້ອງເຮັດເປັນຢ່າງທຳອິດ ແລະ ສຳຄັນທີ່ສຸດກໍ່ຄືການຍອມອ່ອນນ້ອມ. ຫຼັງຈາກນັ້ນ ຂ້ອຍກໍ່ເບິ່ງວິທີໂອການອ່ານພຣະທຳຂອງພຣະເຈົ້າ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ໂຢບບໍ່ໄດ້ເວົ້າເຖິງການແລກປ່ຽນກັບພຣະເຈົ້າ ແລະ ບໍ່ໄດ້ຂໍຮ້ອງ ຫຼື ຮຽກຮ້ອງຈາກພຣະເຈົ້າ. ການທີ່ເພິ່ນຍົກຍ້ອງນາມຂອງພຣະເຈົ້າກໍແມ່ນຍ້ອນລິດອຳນາດ ແລະ ສິດອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າໃນການປົກຄອງສິ່ງທັງປວງ ແລະ ມັນບໍ່ຂຶ້ນກັບວ່າເພິ່ນໄດ້ຮັບພອນ ຫຼື ຖືກໂຈມຕີໂດຍໄພພິບັດ. ເພິ່ນເຊື່ອວ່າ ບໍ່ວ່າພຣະເຈົ້າຈະອວຍພອນຜູ້ຄົນ ຫຼື ນໍາໄພພິບັດມາສູ່ພວກເຂົາ, ລິດອຳນາດ ແລະ ສິດອຳນາດຂອງພຣະເຈົ້າຈະບໍ່ປ່ຽນແປງ ແລະ ດ້ວຍເຫດນັ້ນ ບໍ່ວ່າສະຖານະການຂອງບຸກຄົນຈະເປັນແນວໃດກໍຕາມ, ນາມຂອງພຣະເຈົ້າຄວນໄດ້ຮັບການສັນລະເສີນ. ການທີ່ມະນຸດຖືກພຣະເຈົ້າອວຍພອນກໍຍ້ອນອຳນາດປົກຄອງສູງສຸດຂອງພຣະເຈົ້າ ແລະ ເມື່ອໄພພິບັດເກີດຂຶ້ນກັບມະນຸດ, ມັນກໍຍ້ອນອຳນາດການປົກຄອງສູງສຸດຂອງພຣະເຈົ້າເຊັ່ນກັນ. ລິດອຳນາດ ແລະ ສິດອຳນາດຂອງພຣະເຈົ້າປົກຄອງ ແລະ ຈັດແຈງທຸກສິ່ງທີ່ກ່ຽວກັບມະນຸດ; ຄວາມແຕກຕ່າງຂອງໂຊກຊະຕາຂອງມະນຸດຄືການສະແດງອອກເຖິງລິດອຳນາດ ແລະ ສິດອຳນາດຂອງພຣະເຈົ້າ ແລະ ບໍ່ວ່າມຸມມອງຂອງຜູ້ຄົນຈະເປັນແນວໃດກໍຕາມ, ນາມຂອງພຣະເຈົ້າຄວນໄດ້ຮັບການສັນລະເສີນ. ນີ້ແມ່ນສິ່ງທີ່ໂຢບໄດ້ຜະເຊີນ ແລະ ມາຮູ້ຈັກໃນລະຫວ່າງການດໍາລົງຊີວິດຂອງເພິ່ນ. ທຸກຄວາມຄິດ ແລະ ທຸກການກະທຳຂອງໂຢບໄດ້ໄປເຖິງຫູຂອງພຣະເຈົ້າ ແລະ ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ພຣະເຈົ້າກໍເຫັນວ່າສຳຄັນ. ພຣະເຈົ້າຊື່ນຊົມຄວາມຮູ້ນີ້ຂອງໂຢບ ແລະ ເຊີດຊູໂຢບທີ່ມີຫົວໃຈແບບນັ້ນ. ຫົວໃຈນີ້ໄດ້ລໍຄອຍຄຳສັ່ງຂອງພຣະເຈົ້າຢູ່ສະເໝີ ແລະ ໃນທຸກແຫ່ງຫົນ ແລະ ບໍ່ວ່າຈະເປັນເວລາໃດ ຫຼື ສະຖານທີ່ໃດກໍຕາມ, ມັນຕ້ອນຮັບທຸກສິ່ງທີ່ເກີດຂຶ້ນກັບເພິ່ນ. ໂຢບບໍ່ໄດ້ຮຽກຮ້ອງຈາກພຣະເຈົ້າ. ສິ່ງທີ່ເພິ່ນຮຽກຮ້ອງກັບຕົນເອງກໍເພື່ອລໍຖ້າ, ຍອມຮັບ, ຜະເຊີນ ແລະ ເຊື່ອຟັງການຈັດແຈງທັງໝົດທີ່ມາຈາກພຣະເຈົ້າ; ໂຢບເຊື່ອວ່ານີ້ຄືໜ້າທີ່ຂອງເພິ່ນ ແລະ ມັນແມ່ນສິ່ງທີ່ພຣະເຈົ້າຕ້ອງການຢ່າງແທ້ຈິງ(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II). ເມື່ອຂ້ອຍເບິ່ງວິດີໂອນີ້, ຂ້ອຍກໍ່ຮູ້ຈັກລະອາຍໃຈຕົນເອງແທ້ໆ. ການທີ່ໂຢບຍົກຍ້ອງນາມຂອງພຣະເຈົ້າບໍ່ແມ່ນພຽງຄຳເວົ້າທີ່ວ່າງເປົ່າ. ການສັນລະເສີນຂອງລາວມາຈາກກົ້ນເລິກໃນຫົວໃຈຂອງລາວ. ໂຢບຮູ້ຈັກເຖິງສິດອຳນາດຂອງພຣະເຈົ້າ, ລິດທານຸພາບສູງສຸດ ແລະ ອຳນາດອະທິປະໄຕຂອງພຣະອົງ, ສະນັ້ນ ລາວຈຶ່ງຢຳເກງພຣະເຈົ້າໃນຫົວໃຈຂອງລາວ ແລະ ສາມາດປະຕິບັດຕໍ່ພຣະເຈົ້າດັ່ງພຣະເຈົ້າຢ່າງແທ້ຈິງ. ນັ້ນຄືເຫດຜົນທີ່ລາວບໍ່ໄດ້ຈົ່ມຕໍ່ວ່າ ຫຼື ຮຽກຮ້ອງຫຍັງ ບໍ່ວ່າພຣະເຈົ້າໄດ້ປັ້ນແຕ່ງ ແລະ ຈັດແຈງຫຍັງກໍ່ຕາມ. ໂຢບບໍ່ໄດ້ພະຍາຍາມຕໍ່ລອງກັບພຣະເຈົ້າ. ລາວພຽງແຕ່ເຊື່ອຟັງ ບໍ່ວ່າລາວຈະໄດ້ຮັບພອນ ຫຼື ຫາຍະນະ. ລາວຖືວ່າການເຊື່ອຟັງພຣະເຈົ້າສຳຄັນກວ່າຊີວິດຂອງລາວເອງ. ຂ້ອຍຄິດກ່ຽວກັບຕົນເອງວ່າ: ເປັນຫຍັງຂ້ອຍຈຶ່ງພະຍາຍາມຕໍ່ລອງກັບພຣະເຈົ້າຊ້ຳ້ແລ້ວຊໍ້າອີກ, ສະແຫວງຫາພອນຢ່າງຫົວດື້? ເພາະພຣະເຈົ້າບໍ່ມີບ່ອນວ່າງໃນຫົວໃຈຂອງຂ້ອຍ ແລະ ຂ້ອຍບໍ່ໄດ້ຢຳເກງພຣະເຈົ້າໃນຫົວໃຈຂອງຂ້ອຍ. ຂ້ອຍໃຫ້ຄວາມສຳຄັນຫຼາຍເກີນໄປກັບອະນາຄົດຂອງຂ້ອຍ ແລະ ການໄດ້ຮັບພອນ ແລະ ນັ້ນຄືເຫດຜົນທີ່ຂ້ອຍບໍ່ໄດ້ຍອມຕໍ່ພຣະເຈົ້າເລີຍ ເມື່ອຂ້ອຍເຈັບປ່ວຍ. ຂ້ອຍສາມາດໄດ້ຮັບພອນບາງຢ່າງຈາກຄວາມກະລຸນາຂອງພຣະເຈົ້າ ແລະ ມັນເປັນການປົກຄອງຂອງພຣະເຈົ້າທີ່ໄດ້ນໍາຄວາມເຈັບປ່ວຍນີ້ມາສູ່ຂ້ອຍ. ພຣະເຈົ້າໄດ້ມອບທຸກສິ່ງທີ່ຂ້ອຍມີໃຫ້ກັບຂ້ອຍ, ສະນັ້ນ ຖ້າພຣະອົງເອົາທຸກສິ່ງໄປ, ນັ້ນກໍ່ຈະເປັນຄວາມຊອບທຳຂອງພຣະເຈົ້າເຊັ່ນກັນ! ແມ່ນຫຍັງເຮັດໃຫ້ຂ້ອຍ ເຊິ່ງຕ້ອຍຕໍ່າກວ່າມົດ ມີຄຸນສົມບັດທີ່ຈະໂຕ້ແຍ້ງກັບພຣະເຈົ້າ? ສະນັ້ນ ຂ້ອຍຈຶ່ງຕັ້ງໃຈກັບພຣະເຈົ້າວ່າຂ້ອຍເຕັມໃຈທີ່ຈະຍອມຕໍ່ການປັ້ນແຕ່ງ ແລະ ການຈັດແຈງຂອງພຣະອົງ. ຖ້າຂ້ອຍຖືກແຍກອອກຈາກຄົນອື່ນ, ແລ້ວກໍ່ໃຫ້ມັນເປັນແບບນັ້ນ. ບໍ່ວ່າພຣະເຈົ້າຈະວາງຂ້ອຍໄວ້ໃນບ່ອນໃດກໍ່ຕາມ, ເຖິງແມ່ນວ່າຫາຍະນະໄດ້ເກີດຂຶ້ນ, ຂ້ອຍກໍ່ຈະບໍ່ຈົ່ມຕໍ່ວ່າ. ບໍ່ວ່າຂ້ອຍຈະຢູ່ໃສກໍ່ຕາມ, ຂ້ອຍຈະເຮັດໜ້າທີ່ຂອງຂ້ອຍເພື່ອຕອບແທນຄວາມຮັກຂອງພຣະເຈົ້າ. ຕໍ່ມາ, ຂ້ອຍໄດ້ໄປໂຮງໝໍເພື່ອກວດສຸຂະພາບຂອງຂ້ອຍ. ຂ້ອຍຮູ້ສຶກກະວົນກະວາຍໜ້ອຍໜຶ່ງເມື່ອເດີນທາງໄປທີ່ນັ້ນ. ຂ້ອຍພຽງແຕ່ສືບຕໍ່ອະທິຖານຫາພຣະເຈົ້າໃນຫົວໃຈຂອງຂ້ອຍ ແລະ ຕຶກຕອງພຣະທຳຂອງພຣະອົງ. ການຂີ່ລົດຖີບໄປໂຮງໝໍໃນຄັ້ງນັ້ນຮູ້ສຶກສະບາຍແທ້ໆ. ເມື່ອຂ້ອຍໄປຮອດທີ່ນັ້ນ, ທ່ານໝໍກໍ່ເວົ້າວ່າ “ຂໍສະແດງຄວາມຍິນດີນໍາ! ເດືອນກ່ອນແມ່ນມີເຊື້ອຈຸລະໂຣກ 1,7 ຕື້ຕົວຕໍ່ເລືອດໜຶ່ງມິນລີລິດໃນຕົວເຈົ້າ. ຕອນນີ້ແມ່ນມີພຽງແຕ່ 560 ພັນຕົວ ແລະ ເຈົ້າບໍ່ໄດ້ຕິດເຊື້ອຫຼາຍ”. ລາວຍັງເວົ້າວ່າມັນດີຫຼາຍທີ່ໄດ້ເຫັນການຫຼຸດລົງດັ່ງກ່າວໃນເວລາພຽງແຕ່ເດືອນດຽວ. ເມື່ອໄດ້ຍິນແບບນີ້, ຂ້ອຍກໍ່ເຕັມໄປດ້ວຍຄວາມຂອບໃຈພຣະເຈົ້າ. ພຣະອົງຢູ່ຂ້າງຂ້ອຍ, ປົກຄອງ ແລະ ຈັດແຈງທຸກສິ່ງ. ມັນຊ່າງອັດສະຈັນ ແລະ ເປັນຈິງແທ້ໆ!

ການຜະເຊີນກັບຄວາມເຈັບປ່ວຍນີ້ເຮັດໃຫ້ຄວາມປາຖະໜາຂອງຂ້ອຍສຳລັບພອນ ແລະ ແຮງຈູງໃຈທີ່ເປັນຕາລັງກຽດຂອງຂ້ອຍຊັດເຈນຍິ່ງຂຶ້ນ. ຂ້ອຍໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບມຸມມອງທີ່ບໍ່ຖືກຕ້ອງໃນການສະແຫວງຫາທີ່ຂ້ອຍມີ ແລະ ກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງຂ້ອຍ. ຂ້ອຍຍັງມີຄວາມຊາບຊຶ່ງທີ່ແທ້ຈິງຕໍ່ອຳນາດອະທິປະໄຕຂອງພຣະເຈົ້າ. ທຸກສິ່ງນີ້ແມ່ນມາຈາກການປະສົບກັບໜ້າກັບການພິພາກສາ ແລະ ການຂ້ຽນຕີ. ຕອນນີ້, ຂ້ອຍບໍ່ໄດ້ຄິດກ່ຽວກັບເວລາທີ່ຂ້ອຍຈະປາສະຈາກເຊື້ອຈຸລະໂຣກອັກເສບຕັບຢ່າງສົມບູນ. ຂ້ອຍພຽງແຕ່ຕ້ອງການຍອມຕໍ່ການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ ແລະ ເຮັດໜ້າທີ່ຂອງຂ້ອຍໃນທ່າມກາງສະຖານະການນີ້. ຂອບໃຈພຣະເຈົ້າ!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ