ການເກັບກ່ຽວທີ່ເກີດຂຶ້ນຜ່ານຄວາມເຈັບປວດ

19 ເດືອນກຸມພາ 2022

ໂດຍ ຈາງຫຼີ, ຈີນ

ປີ 2007 ເປັນຈຸດປ່ຽນແປງທີ່ໃຫຍ່ຫຼວງໃນຊີວິດຂອງຂ້ອຍ. ໃນປີນັ້ນ, ຜົວຂອງຂ້ອຍເກີດອຸປະຕິເຫດທາງລົດ ແລະ ກາຍເປັນຄົນເຈັບນອນຕິດຕຽງ. ລູກສອງຄົນຂອງພວກເຮົາກໍ່ຍັງນ້ອຍ ແລະ ມັນເປັນເວລາທີ່ຍາກລຳບາກສໍາລັບຄອບຄົວຂອງພວກເຮົາ. ມັນເປັນເລື່ອງທີ່ຍາກແທ້ໆສຳລັບຂ້ອຍ ແລະ ຂ້ອຍບໍ່ຮູ້ວ່າພວກເຮົາຈະຜ່ານມັນໄປໄດ້ແນວໃດ. ຫຼັງຈາກນັ້ນ ຂ້ອຍກໍ່ຍອມຮັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຂ້ອຍໄດ້ຮຽນຮູ້ຈາກການອ່ານພຣະທຳຂອງພຣະເຈົ້າວ່າພວກເຮົາທຸກຄົນເປັນໜີ້ຊີວິດຂອງພວກເຮົາຕໍ່ພຣະເຈົ້າ, ໂຊກຊະຕາຂອງພວກເຮົາຢູ່ໃນມືຂອງພຣະອົງ ແລະ ພວກເຮົາຕ້ອງນະມັດສະການ ແລະ ເຊື່ອໃນພຣະເຈົ້າເພື່ອມີໂຊກຊະຕາທີ່ດີ. ຂ້ອຍຮູ້ສຶກວ່າຂ້ອຍໄດ້ຄົ້ນພົບສິ່ງທີ່ຂ້ອຍສາມາດເພິ່ງພາໄດ້. ນັບຕັ້ງແຕ່ນັ້ນມາ, ຂ້ອຍກໍ່ເລີ່ມເຂົ້າຮ່ວມການເຕົ້າໂຮມເປັນປະຈໍາ ແລະ ພາລູກຂອງຂ້ອຍໄປນໍາເພື່ອອ່ານພຣະທຳຂອງພຣະເຈົ້າ ແລະ ອະທິຖານ. ຂ້ອຍເຮັດໜ້າທີ່ໃນຄຣິດຕະຈັກໄດ້ບໍ່ດົນ.

ຕໍ່ມາ, ຂ້ອຍໄດ້ຖືກເລືອກໃຫ້ເປັນຜູ້ນໍາຄຣິດຕະຈັກ ແລະ ຂ້ອຍຂອບໃຈພຣະເຈົ້າສໍາລັບຄວາມກະລຸນາຂອງພຣະອົງ. ຂ້ອຍຄິດກັບຕົນເອງວ່າ, “ຂ້ອຍໄດ້ຖືກເລືອກໃຫ້ເປັນຜູ້ນໍາຄຣິດຕະຈັກ ເຖິງແມ່ນວ່າຂ້ອຍເປັນຜູ້ເຊື່ອໃໝ່ແທ້ໆ. ຂ້ອຍຕ້ອງເກັ່ງໃນການສະແຫວງຫາຄວາມຈິງ. ຂ້ອຍຕ້ອງເຮັດໜ້າທີ່ຂອງຂ້ອຍໃຫ້ດີ ແລະ ເຮັດແມ່ນຫຍັງກໍ່ຕາມທີ່ຈຳເປັນ, ຫຼັງຈາກນັ້ນ ຂ້ອຍກໍ່ຈະຖືກຊ່ວຍໃຫ້ລອດຢ່າງແນ່ນອນ”. ຄວາມຄິດນີ້ໄດ້ຂັບເຄື່ອນຂ້ອຍໃນໜ້າທີ່ຂອງຂ້ອຍແທ້ໆ. ຂ້ອຍໃຊ້ເວລາເກືອບທັງໝົດຂອງຂ້ອຍເພື່ອເທດສະໜາຂ່າວປະເສີດ ແລະ ປະຕິບັດໜ້າທີ່ຂອງຂ້ອຍ. ໝູ່ເພື່ອນ ແລະ ພີ່ນ້ອງຂອງຂ້ອຍກໍ່ຄັດຄ້ານຄວາມເຊື່ອຂອງຂ້ອຍ ແລະ ເພື່ອນບ້ານຂອງຂ້ອຍກໍ່ໃສ່ຮ້າຍ ແລະ ເຍາະເຍີ້ຍຂ້ອຍ. ຂ້ອຍເລີ່ມອ່ອນແອລົງໜ້ອຍໜຶ່ງໃນຈຸດນັ້ນ ແຕ່ມັນບໍ່ໄດ້ຢຸດຂ້ອຍບໍ່ໃຫ້ເຮັດໜ້າທີ່ຂອງຂ້ອຍ. ຜົວຂອງຂ້ອຍຍັງຍອມຮັບເອົາພາລະກິດໃນຍຸກສຸດທ້າຍຂອງພຣະເຈົ້າ ແລະ ເລີ່ມເຮັດໜ້າທີ່ຂອງລາວໃນເວລາຕໍ່ມາເຊັ່ນກັນ. ສິ່ງນີ້ເຮັດໃຫ້ຂ້ອຍມີຄວາມສຸກຫຼາຍ. ຂ້ອຍຄິດວ່າ, “ຕາບໃດທີ່ພວກເຮົາປະຕິບັດໜ້າທີ່ຂອງພວກເຮົາໃຫ້ດີ ແລະ ເສຍສະຫຼະເພື່ອພຣະເຈົ້າ, ພວກເຮົາຈະໄດ້ຮັບພອນຈາກພຣະອົງ”. ໂດຍສະເພາະເມື່ອຂ້ອຍໄດ້ຍິນອ້າຍເອື້ອຍນ້ອງເວົ້າວ່າຂ້ອຍທົນທຸກ ແລະ ໄດ້ຈ່າຍລາຄາ ແລະ ຂ້ອຍຈະໄດ້ຮັບຄວາມລອດຈາກພຣະເຈົ້າຢ່າງແນ່ນອນ, ຂ້ອຍກໍ່ມີຄວາມສຸກຫຼາຍ ແລະ ຂ້ອຍມີແຮງຂັບເຄື່ອນອີກຫຼາຍຢ່າງເພື່ອເຮັດວຽກໃຫ້ກັບພຣະເຈົ້າ.

ມື້ໜຶ່ງໃນປີ 2012 ຂ້ອຍໄດ້ກວດພົບກ້ອນເນື້ອຢູ່ໃນເຕົ້ານົມຂອງຂ້ອຍ ເຊິ່ງເຮັດໃຫ້ເຈັບປວດເລັກນ້ອຍ. ຂ້ອຍເລີ່ມກັງວົນວ່າມັນອາດຈະເປັນສິ່ງທີ່ຮ້າຍແຮງໄດ້. ແຕ່ຫຼັງຈາກນັ້ນ, ຂ້ອຍກໍ່ຄິດວ່າ, “ບໍ່, ມັນບໍ່ສາມາດເປັນໄປໄດ້. ຂ້ອຍເຮັດໜ້າທີ່ຂອງຂ້ອຍໃນຄຣິດຕະຈັກທຸກມື້. ພຣະເຈົ້າຈະບໍ່ເຮັດແບບນັ້ນກັບຄົນທີ່ເສຍສະຫຼະຢ່າງແທ້ຈິງເພື່ອພຣະອົງ. ດ້ວຍການປົກປ້ອງຂອງພຣະເຈົ້າ, ຂ້ອຍຈະບໍ່ເຈັບໜັກ”. ເມື່ອຄິດແນວນີ້, ຄວາມກັງວົນຂອງຂ້ອຍກໍ່ຫາຍໄປ ແລະ ຂ້ອຍໄດ້ເຮັດໜ້າທີ່ຂອງຂ້ອຍຄືກັບທີ່ຂ້ອຍເຮັດກ່ອນໜ້າ. ການຂົ່ມເຫັງຜູ້ເຊື່ອຖືຂອງພັກກອມມູນິດຈີນແມ່ນຮ້າຍແຮງຂຶ້ນເລື້ອຍໆໃນປີ 2013. ຜົວຂອງຂ້ອຍ ແລະ ຂ້ອຍເປັນທີ່ຮູ້ຈັກກັນດີໃນທ້ອງຖິ່ນຍ້ອນການເຜີຍແຜ່ຂ່າວປະເສີດ ແລະ ພວກເຮົາຕົກຢູ່ໃນອັນຕະລາຍທີ່ຈະຖືກຈັບກຸມຢູ່ສະເໝີ. ພວກເຮົາອອກຈາກເຮືອນຂອງພວກເຮົາ ແລະ ຍ້າຍອອກໄປໄກເພື່ອວ່າພວກເຮົາຈະສາມາດສືບຕໍ່ເຮັດໜ້າທີ່ຂອງພວກເຮົາໄດ້. ຕໍ່ມາ ຂ້ອຍກໍ່ພົບວ່າກ້ອນເນື້ອໃນເຕົ້ານົມຂອງຂ້ອຍກຳລັງໃຫຍ່ຂຶ້ນ ແລະ ຂ້ອຍກັງວົນວ່າມັນສາມາດເປັນຄວາມເຈັບປ່ວຍບາງຢ່າງ. ແຕ່ຂ້ອຍຄິດວ່າບໍ່ມີຫຍັງທີ່ບໍ່ດີເກີດຂຶ້ນໃນຫຼາຍປີ ແລະ ພຣະເຈົ້າກຳລັງປົກປ້ອງຂ້ອຍຢ່າງແນ່ນອນ. ຕາບໃດທີ່ຂ້ອຍເຮັດໜ້າທີ່ຂອງຂ້ອຍໄດ້ດີ ແລະ ເສຍສະຫຼະຫຼາຍກວ່ານີ້, ຂ້ອຍຄິດວ່າພຣະເຈົ້າຈະມີຄວາມເມດຕາສຳລັບຂ້ອຍ ແລະ ຂ້ອຍກໍ່ຈະບໍ່ປ່ວຍໜັກ.

ໃນປີ 2018, ຂ້ອຍເລີ່ມຮູ້ສຶກບໍ່ສະບາຍ ແລະ ຜົວຂອງຂ້ອຍໄດ້ພາຂ້ອຍໄປກວດສຸຂະພາບ. ທ່ານໝໍບອກວ່າກ້ອນເນື້ອໃນເຕົ້ານົມຂອງຂ້ອຍໃຫຍ່ຂຶ້ນສໍ່າກັບໄຂ່ຫ່ານ ແລະ ມັນເບິ່ງຄືວ່າບໍ່ດີປານໃດ. ລາວເວົ້າວ່າການຜ່າຕັດໃນທັນທີຈະມີຄວາມສ່ຽງຫຼາຍ ແລະ ຂ້ອຍຕ້ອງໄດ້ເຮັດເຄມີບຳບັດກ່ອນເພື່ອໃຫ້ກ້ອນເນື້ອຫົດຕົວກ່ອນທີ່ພວກເຂົາຈະຜ່າຕັດໄດ້. ການໄດ້ຍິນຄຳວ່າ “ມັນເບິ່ງຄືວ່າບໍ່ດີປານໃດ” ແລະ “ເຄມີບຳບັດ” ເຮັດໃຫ້ຂ້ອຍວິຕົກກັງວົນ. ຂ້ອຍຄິດວ່າ, “ມີແຕ່ຄົນເປັນມະເຮັງເທົ່ານັ້ນຈຶ່ງໄດ້ຮັບເຄມີບຳບັດ. ຂ້ອຍເປັນມະເຮັງບໍ? ຂ້ອຍຈະຕາຍຕອນໄວໜຸ່ມແບບນີ້ບໍ?” ຂ້ອຍພຽງແຕ່ບໍ່ສາມາດເຊື່ອມັນໄດ້. ຂ້ອຍລົ້ມລົງເທິງຕັ່ງໃນທາງຍ່າງຂອງໂຮງໝໍ ແລະ ຫ້ອງໄຮ້ອອກມາດ້ວຍນໍ້າຕາ.

ຜົວຂອງຂ້ອຍພະຍາຍາມປອບໃຈຂ້ອຍ ໂດຍເວົ້າວ່າ “ການກວດໃນເບື້ອງຕົ້ນນີ້ບໍ່ຈຳເປັນຕ້ອງຖືກຕ້ອງ. ພວກເຮົາຈະໃຫ້ເຈົ້າກວດສຸຂະພາບໃນໂຮງໝໍອີກແຫ່ງໜຶ່ງໃນມື້ອື່ນ”.

ມື້ຕໍ່ມາ, ພວກເຮົາໄປທີ່ໂຮງໝໍອີກແຫ່ງ ແລະ ຂ້ອຍກໍ່ຖືກຕັດເສດເນື້ອໄປກວດ. ທ່ານໝໍບອກຜົວຂອງຂ້ອຍວ່າ ອາການຂອງຂ້ອຍຮ້າຍແຮງ ແລະ ມັນສາມາດເປັນມະເຮັງ. ລາວເວົ້າວ່າພວກເຮົາບໍ່ສາມາດລໍຖ້າໄດ້ດົນກວ່ານີ້ ແລະ ຂ້ອຍຈຳເປັນຕ້ອງຖືກຜ່າຕັດໃນເວລາສອງມື້.

ຂ້ອຍອ່ອນແອໄປໝົດເມື່ອຂ້ອຍໄດ້ຍິນລາວເວົ້າແບບນີ້ ແລະ ຫົວໃຈຂອງຂ້ອຍກໍ່ກາຍເປັນນໍ້າກ້ອນ. ຂ້ອຍຄິດວ່າ, “ມັນເປັນມະເຮັງແທ້ໆບໍ? ຜູ້ຄົນຕາຍຍ້ອນມະເຮັງ! ສິ່ງນີ້ເກີດຂຶ້ນກັບຂ້ອຍໄດ້ແນວໃດ?” ແຕ່ຫຼັງຈາກນັ້ນ ຂ້ອຍກໍ່ຄິດວ່າ, “ບໍ່ມີທາງ. ຂ້ອຍໄດ້ເຮັດໜ້າທີ່ຂອງຂ້ອຍຢູ່ສະເໝີ ແລະ ເສຍສະຫຼະ, ທົນທຸກ ແລະ ໄດ້ຈ່າຍລາຄາຕັ້ງແຕ່ກາຍມາເປັນຜູ້ເຊື່ອ. ຂ້ອຍໄດ້ອົດທົນກັບການຖືກເຍາະເຍີ້ຍ ແລະ ການຖືກໃສ່ຮ້າຍຈາກຜູ້ອື່ນ, ຖືກພັກກອມມູນິດຈີນຂົ່ມເຫັງ ແລະ ຖືກຕາມລ່າ. ຂ້ອຍບໍ່ເຄີຍປ່ອຍໃຫ້ສິ່ງໃດມາແຊກແຊງໜ້າທີ່ຂອງຂ້ອຍ. ຂ້ອຍຈະເປັນມະເຮັງໄດ້ແນວໃດ? ນັ້ນບໍ່ໄດ້ໝາຍຄວາມວ່າຂ້ອຍບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ ແລະ ເຂົ້າໄປໃນອານາຈັກສະຫວັນບໍ? ການເສຍສະຫຼະທັງໝົດຂອງຂ້ອຍຕະຫຼອດຫຼາຍປີເຫຼົ່ານີ້ບໍ່ມີປະໂຫຍດຫຍັງບໍ?” ຂ້ອຍຮູ້ສຶກບໍ່ພໍໃຈຫຼາຍ.

ຂ້ອຍນອນເທິງຕຽງໃນຄືນນັ້ນ, ກິ້ງໄປກິ້ງມາ, ບໍ່ສາມາດນອນຫຼັບໄດ້. ຂ້ອຍຄິດບໍ່ອອກແທ້ໆ. ຂ້ອຍໄດ້ສະຫຼະຕົນເອງຢ່າງຫຼວງຫຼາຍ, ແລ້ວຂ້ອຍເຈັບປ່ວຍແບບນີ້ໄດ້ແນວໃດ? ເປັນຫຍັງພຣະເຈົ້າຈຶ່ງບໍ່ປົກປ້ອງຂ້ອຍ? ຫຼັງຈາກນັ້ນ, ຂ້ອຍກໍ່ຄິດເຖິງການຜ່າຕັດທີ່ຂ້ອຍຕ້ອງເຂົ້າຮັບໃນເວລາສອງມື້. ຂ້ອຍບໍ່ຮູ້ວ່າມັນຈະສຳເລັດ ຫຼື ບໍ່... ຂ້ອຍທໍລະມານຢ່າງທີ່ສຸດ ສະນັ້ນ ຂ້ອຍຈຶ່ງອະທິຖານຢ່າງງຽບໆຫາພຣະເຈົ້າ: “ໂອ ພຣະເຈົ້າ, ຂ້ານ້ອຍໂສກເສົ້າຫຼາຍໃນຕອນນີ້. ຂ້ານ້ອຍບໍ່ຮູ້ວ່າຈະຜ່ານສະຖານະການນີ້ໄປໄດ້ແນວໃດ. ໄດ້ໂປດສ່ອງແສງ ແລະ ຊີ້ນໍາຂ້ານ້ອຍ...” ຫຼັງຈາກນັ້ນ ຂ້ອຍກໍ່ອ່ານຂໍ້ກຳນົດສິບເອັດຂໍ້ສຸດທ້າຍຂອງພຣະເຈົ້າສຳລັບມະນຸດ: “5. ຖ້າເຈົ້າຈົງຮັກພັກດີຢູ່ສະເໝີ, ມີຄວາມຮັກຫຼາຍຕໍ່ເຮົາ, ແຕ່ເຈົ້າໄດ້ທົນທຸກກັບຄວາມເຈັບເປັນ, ຄວາມທຸກຍາກ ແລະ ການປະຖິ້ມໝູ່ເພື່ອນ ແລະ ຍາດຕິພີ່ນ້ອງຂອງເຈົ້າ ຫຼື ຖ້າເຈົ້າອົດກັ້ນກັບຄວາມໂຊກຮ້າຍອື່ນໆໃນຊີວິດ, ຄວາມຈົງຮັກພັກດີ ແລະ ຄວາມຮັກຂອງເຈົ້າທີ່ມີຕໍ່ເຮົາຍັງຈະສືບຕໍ່ຢູ່ບໍ? 6. ຖ້າສິ່ງທີ່ເຈົ້າຈິນຕະນາການໄວ້ໃນຫົວໃຈຂອງເຈົ້າບໍ່ກົງກັບສິ່ງທີ່ເຮົາໄດ້ເຮັດ, ເຈົ້າຈະຍ່າງຢູ່ເສັ້ນທາງໃນອະນາຄົດຂອງເຈົ້າໄດ້ແນວໃດ? 7. ຖ້າເຈົ້າບໍ່ໄດ້ຮັບສິ່ງທີ່ເຈົ້າຫວັງຈະໄດ້ຮັບ, ເຈົ້າຈະສາມາດສືບຕໍ່ເປັນຜູ້ຕິດຕາມເຮົາຢູ່ບໍ?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ບັນຫາທີ່ຮ້າຍແຮງ: ການທໍລະຍົດ (2)). ເມື່ອໄດ້ຕຶກຕອງຂໍ້ຳນົດເຫຼົ່ານີ້, ຂ້ອຍກໍ່ຮູ້ວ່າຄວາມເຈັບປ່ວຍນີ້ຄືການທີ່ພຣະເຈົ້າທົດສອບຂ້ອຍເພື່ອເບິ່ງວ່າຂ້ອຍຈະຈົງຮັກພັກດີຕໍ່ພຣະອົງແທ້ໆ ແລະ ຮັກພຣະອົງຢ່າງແທ້ຈິງ ຫຼື ບໍ່. ຂ້ອຍຄິດເຖິງເວລາທີ່ໂຢບໄດ້ຜ່ານການທົດລອງຂອງລາວ. ລາວໄດ້ສູນເສຍຊັບສິນຂອງລາວ, ລູກຂອງລາວ ແລະ ລາວມີຕຸ່ມທົ່ວຮ່າງກາຍຂອງລາວ. ເຖິງແມ່ນວ່າລາວບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ລາວກໍ່ເລືອກຈະສາບແຊ່ງຕົນເອງຫຼາຍກວ່າທີ່ຈະໂທດພຣະເຈົ້າ ແລະ ລາວຍົກຍ້ອງຊື່ຂອງພຣະເຈົ້າເຢໂຮວາ. ໂຢບຮັກສາຄວາມເຊື່ອຂອງລາວໃນພຣະເຈົ້າ ແລະ ເຊື່ອຟັງ ແລະ ລາວຢືນເປັນພະຍານໃຫ້ກັບພຣະເຈົ້າຕໍ່ໜ້າຊາຕານ. ແຕ່ຂ້ອຍເຊື່ອມາເປັນເວລາຫຼາຍປີ ແລະ ໄດ້ຮັບການສະໜອງໃຫ້ຫຼາຍຢ່າງຈາກພຣະທຳຂອງພຣະເຈົ້າ, ແຕ່ຂ້ອຍບໍ່ເຂົ້າໃຈພາລະກິດຂອງພຣະເຈົ້າເລີຍ. ເມື່ອຂ້ອຍພົບວ່າຂ້ອຍເປັນມະເຮັງ, ຂ້ອຍກໍ່ຄິດວ່າຂ້ອຍບໍ່ສາມາດໄດ້ຮັບຄວາມລອດພົ້ນ ຫຼື ມີຄວາມສຸກກັບພອນແຫ່ງອານາຈັກສະຫວັນ. ຂ້ອຍເຂົ້າໃຈຜິດ ແລະ ໂທດໃສ່ພຣະເຈົ້າ. ໂດຍການເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີ ແລະ ໄດ້ເສຍສະຫຼະຫຼາຍຢ່າງ, ຂ້ອຍຄິດວ່າພຣະເຈົ້າຄວນໄດ້ຫ້າມບໍ່ໃຫ້ຂ້ອຍເຈັບປ່ວຍ. ມີແຕ່ເມື່ອພຣະເຈົ້າເປີດໂປງຂ້ອຍ, ຂ້ອຍຈຶ່ງເຫັນວ່າການເສຍສະຫຼະທັງໝົດຂອງຂ້ອຍບໍ່ໄດ້ເກີດຂຶ້ນໂດຍການຄຳນຶງເຖິງຄວາມປະສົງຂອງພຣະອົງ ຫຼື ເພື່ອປະຕິບັດຄວາມຈິງ ແລະ ເຮັດໃຫ້ພຣະເຈົ້າພໍໃຈ. ພວກມັນແມ່ນສຳລັບພອນ ແລະ ການເຂົ້າໄປໃນອານາຈັກຂອງພຣະອົງ, ຂ້ອຍໄດ້ເຮັດການຕໍ່ລອງກັບພຣະເຈົ້າ. ທຸກສິ່ງທີ່ຂ້ອຍເອີ້ນວ່າຄວາມຈົງຮັກພັກດີ ແລະ ຄວາມຮັກຕໍ່ພະເຈົ້າເປັນພຽງນິຍາຍ. ມັນບໍ່ຈິງໃຈຢ່າງສິ້ນເຊີງ. ຂ້ອຍເຈັບປວດ ແລະ ເຮັດໃຫ້ພຣະເຈົ້າຜິດຫວັງແທ້ໆ.

ຫຼັງຈາກນັ້ນ ຂ້ອຍກໍ່ອ່ານພຣະທຳຂອງພຣະເຈົ້າ: “ແມ່ນໃຜຈາກມະນຸດຊາດທັງໝົດທີ່ບໍ່ໄດ້ຮັບການເອົາໃຈໃສ່ໃນສາຍຕາຂອງອົງຊົງລິດທານຸພາບສູງສຸດແດ່? ແມ່ນໃຜທີ່ບໍ່ໄດ້ອາໄສຢູ່ໃນທ່າມກາງການລິຂິດຂອງອົງຊົງລິດທານຸພາບສູງສຸດແດ່? ຊີວິດ ແລະ ຄວາມຕາຍຂອງມະນຸດເກີດຈາກການເລືອກຂອງເຂົາເອງບໍ? ມະນຸດຄວບຄຸມຊະຕາກໍາຂອງເຂົາເອງໄດ້ບໍ? ຫຼາຍຄົນຮ້ອງຫາຄວາມຕາຍ ແຕ່ຄວາມຕາຍກໍຍັງໄກຈາກພວກເຂົາຫຼາຍ; ຫຼາຍຄົນຕ້ອງການເປັນຄົນທີ່ເຂັ້ມແຂງໃນຊີວິດ ແລະ ຢ້ານຄວາມຕາຍ ແຕ່ພວກເຂົາກໍບໍ່ຮູ້ວ່າ ມື້ແຫ່ງຄວາມຕາຍຂອງພວກເຂົາແມ່ນໃກ້ເຂົ້າມາແລ້ວ ແລະ ມັນຈະໂຍນພວກເຂົາລົງສູ່ແດນແຫ່ງຄວາມຕາຍ; ຫຼາຍຄົນແນມເບິ່ງທ້ອງຟ້າ ແລະ ຖອນໃຈໃຫຍ່; ຫຼາຍຄົນຮ້ອງໄຫ້ຢ່າງໜັກ, ຮ້ອງໄຫ້ສະອຶກສະອື້ນດ້ວຍຄວາມເສຍໃຈ; ຫຼາຍຄົນຕົກຢູ່ທ່າມກາງການທົດລອງ ແລະ ຫຼາຍຄົນໄດ້ກາຍເປັນນັກໂທດຂອງການລໍ້ລວງ. ເຖິງແມ່ນວ່າ ເຮົາບໍ່ປາກົດດ້ວຍຕົວເອງເພື່ອອະນຸຍາດໃຫ້ມະນຸດເຫັນເຮົາຢ່າງຊັດເຈນ ແຕ່ຫຼາຍຄົນກໍຢ້ານທີ່ຈະເຫັນໜ້າຂອງເຮົາ, ຢ້ານຫຼາຍວ່າ ເຮົາຈະໂຈມຕີ ແລະ ກໍາຈັດພວກເຂົາ. ມະນຸດຮູ້ຈັກເຮົາແທ້ບໍ ຫຼື ເຂົາບໍ່ຮູ້ຈັກເຮົາເລີຍບໍ?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 11). ພຣະທຳຂອງພຣະເຈົ້າໄດ້ສະແດງໃຫ້ຂ້ອຍເຫັນວ່າເນື້ອໜັງ ແລະ ຈິດວິນຍານຂອງມະນຸດມີແຫຼ່ງກຳເນີດໃນພຣະເຈົ້າ. ຊີວິດ ແລະ ຄວາມຕາຍແມ່ນຢູ່ໃນມືຂອງພຣະເຈົ້າ ແລະ ພວກເຮົາບໍ່ມີສິດເວົ້າຫຍັງໃນເລື່ອງນັ້ນ. ໃນຖານະສິ່ງຖືກສ້າງ, ພວກເຮົາຄວນຍອມຕໍ່ການຈັດແຈງຂອງພຣະເຈົ້າ. ເມື່ອຮູ້ສິ່ງນີ້, ຂ້ອຍກໍ່ບໍ່ຮູ້ສຶກຢ້ານທີ່ຈະຕາຍອີກຕໍ່ໄປ. ຂ້ອຍຕັດສິນໃຈຢ່າງງຽບໆ: “ບໍ່ວ່າການຜ່າຕັດຂອງຂ້ອຍຈະເປັນແນວໃດກໍ່ຕາມ, ບໍ່ວ່າຂ້ອຍຈະມີຊີວິດຢູ່ ຫຼື ຕາຍ, ຂ້ອຍຈະມອບຊີວິດຂອງຂ້ອຍໃຫ້ກັບພຣະເຈົ້າ ແລະ ຍອມຕໍ່ການປົກຄອງຂອງພຣະອົງ”.

ເມື່ອຂ້ອຍໄດ້ຍອມອ່ອນນ້ອມ, ຂ້ອຍກໍ່ຮູ້ສຶກເຖິງຄື້ນແຫ່ງສັນຕິສຸກທີ່ຍິ່ງໃຫຍ່ໃນຫົວໃຈຂອງຂ້ອຍ. ຂ້ອຍໄດ້ອະທິຖານຢ່າງບໍ່ຢຸດເຊົາ ເມື່ອຂ້ອຍຖືກນໍາເຂົ້າຫ້ອງຜ່າຕັດ. ຫຼັງຈາກນັ້ນ, ທ່ານໝໍເວົ້າວ່າມັນດຳເນີນໄປໄດ້ດີແທ້ໆ, ແຕ່ກ້ອນເນື້ອທີ່ເອົາອອກມານັ້ນຍັງຕ້ອງໄດ້ຖືກກວດເພື່ອຮູ້ວ່າສິ່ງຕ່າງໆຈະເປັນແນວໃດ. ຂ້ອຍຄິດວ່າ, “ການຜ່າຕັດດໍາເນີນໄປດ້ວຍດີ ເພາະວ່າພຣະເຈົ້າກຳລັງປົກປ້ອງຂ້ອຍ”. ຂ້ອຍໄດ້ເຫັນຄົນເຈັບຄົນອື່ນທີ່ອອກມາຈາກການຜ່າຕັດຂອງພວກເຂົາ ແລ້ວຮູ້ສຶກອ່ອນແອ ແລະ ສັບສົນແທ້ໆ ໃນຂະນະທີ່ຂ້ອຍຮູ້ສຶກສະບາຍດີ ແລະ ມີກຳລັງໃຈທີ່ດີ. ຄົນອື່ນທີ່ຢູ່ໃນຫ້ອງດຽວກັບຂ້ອຍກໍ່ເວົ້າວ່າຂ້ອຍບໍ່ເບິ່ງຄືກັບວ່າຂ້ອຍໄດ້ຮັບການຜ່າຕັດເລີຍ. ຂ້ອຍຍັງສືບຕໍ່ຂອບໃຈພຣະເຈົ້າໃນຫົວໃຈຂອງຂ້ອຍສໍາລັບເລື່ອງນີ້. ຂ້ອຍຍັງຄິດວ່າ, “ຂ້ອຍກວດພົບກ້ອນເນື້ອຢູ່ໃນເຕົ້ານົມຂອງຂ້ອຍເມື່ອຫົກປີກ່ອນ. ຖ້າມັນເປັນມະເຮັງ, ແນ່ນອນ ມັນຈະມີອາການຊຸດໂຊມລົງແຕ່ດົນມາແລ້ວ. ແຕ່ຂ້ອຍບໍ່ເຄີຍຮູ້ສຶກບໍ່ດີເລີຍຕະຫຼອດເວລານີ້. ບາງທີ ມັນບໍ່ແມ່ນມະເຮັງ. ແລ້ວເຖິງແມ່ນວ່າຈະເປັນແນວນັ້ນກໍ່ຕາມ, ຂ້ອຍເຊື່ອວ່າພຣະເຈົ້າມີລິດທານຸພາບສູງສຸດ ແລະ ພຣະອົງຈະເຮັດໃຫ້ທຸກຢ່າງບໍ່ເປັນຫຍັງ”. ຂ້ອຍເຄີຍໄດ້ຍິນມາກ່ອນກ່ຽວກັບອ້າຍເອື້ອຍນ້ອງບາງຄົນທີ່ເພິ່ງພາພຣະເຈົ້າເມື່ອພວກເຂົາເຈັບປ່ວຍແທ້ໆ ແລະ ໄດ້ເຫັນເຖິງການກະທໍາທີ່ອັດສະຈັນຂອງພຣະເຈົ້າ. ຂ້ອຍໄດ້ເສຍສະຫຼະເພື່ອພຣະເຈົ້າຢູ່ສະເໝີ, ສະນັ້ນ ພຣະອົງຕ້ອງປົກປ້ອງຂ້ອຍຢ່າງແນ່ນອນ.

ສາມມື້ຕໍ່ມາ, ຂ້ອຍໄປຮັບຜົນກວດຂອງຂ້ອຍ, ເຕັມໄປດ້ວຍຄວາມຫວັງ, ແຕ່ຄວາມຫວັງທັງໝົດຂອງຂ້ອຍກໍ່ກາຍເປັນຄວາມສິ້ນຫວັງ: ມັນເປັນມະເຮັງແທ້ໆ.

ຂ້ອຍພຽງແຕ່ນັ່ງຢູ່ທີ່ນັ້ນ, ບໍ່ເໜັງຕີງ, ແນມເລັງເບິ່ງແຕ່ຜົນກວດ, ອ່ານພວກມັນຊໍ້າແລ້ວຊໍ້າອີກ ໃນຂະນະທີ່ຂ້ອຍຮ້ອງໄຫ້ ແລະ ຮ້ອງໄຫ້. ມັນໃຊ້ເວລາດົນໜ້ອຍໜຶ່ງກ່ອນທີ່ຂ້ອຍຈະດຶງສະຕິກັບຄືນມາອີກຄັ້ງ. ຂ້ອຍຄິດກັບຕົນເອງວ່າ, “ພຣະເຈົ້າກຳລັງໃຊ້ຄວາມເຈັບປ່ວຍນີ້ເພື່ອເປີດໂປງ ແລະ ກໍາຈັດຂ້ອຍບໍ? ຂ້ອຍບໍ່ມີຄຸນສົມບັດພຽງພໍທີ່ຈະໃຫ້ບໍລິການແກ່ພຣະອົງອີກຕໍ່ໄປບໍ? ຂ້ອຍເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ, ໄດ້ເສຍສະຫຼະ ແລະ ເທດສະໜາຂ່າວປະເສີດຜ່ານລົມຜ່ານຝົນ. ພຣະເຈົ້າບໍ່ຈື່ສິ່ງນີ້ບໍ? ຄວາມເຊື່ອຂອງຂ້ອຍໃນພຣະເຈົ້າຈະຈົບລົງແນວນີ້ບໍ?” ຂ້ອຍຮູ້ສຶກເສຍໃຈຫຼາຍຂຶ້ນເລື້ອຍໆ ແລະ ຂ້ອຍຮູ້ສຶກໝົດກຳລັງຢ່າງສິ້ນເຊີງ.

ຫຼັງຈາກນັ້ນ, ຂ້ອຍກໍ່ບໍ່ຢາກກິນ ຫຼື ດື່ມ ຫຼື ແມ່ນແຕ່ເວົ້າ. ທ່ານໝໍບອກຂ້ອຍໃຫ້ກິນອາຫານເສີມທີ່ມີໂພຊະນາການ ແລະ ອອກກຳລັງກາຍໃຫ້ຫຼາຍຂຶ້ນ. ຂ້ອຍຄິດວ່າ, “ຂ້ອຍຖືກຮັບໂທດປະຫານຊີວິດ. ອາຫານເສີມທີ່ມີໂພຊະນາການ ແລະ ການອອກກຳລັງກາຍຈະມີປະໂຫຍດຫຍັງ? ເຖິງຢ່າງໃດກໍ່ຕາມ, ຂ້ອຍກໍ່ຈະຕາຍບໍ່ໄວກໍ່ຊ້າ”. ຂ້ອຍຮູ້ສຶກໂສກເສົ້າຫຼາຍ ແລະ ຂ້ອຍບໍ່ສາມາດຫ້າມບໍ່ໃຫ້ຄິດໄດ້ວ່າ: “ອ້າຍເອື້ອຍນ້ອງຫຼາຍຄົນເຈັບປ່ວຍກ່ອນທີ່ພວກເຂົາຈະມີຄວາມເຊື່ອ ແຕ່ຫຼັງຈາກນັ້ນ ພວກເຂົາກໍ່ດີຂຶ້ນຫຼັງຈາກທີ່ພວກເຂົາເລີ່ມເຊື່ອ. ແຕ່ຂ້ອຍເຮັດໜ້າທີ່ຂອງຂ້ອຍທຸກມື້ ນັບຕັ້ງແຕ່ທີ່ຂ້ອຍຄົ້ນພົບຄວາມເຊື່ອໃນພຣະເຈົ້າ. ຂ້ອຍຈະເປັນມະເຮັງໄດ້ແນວໃດ? ຂ້ອຍເຄີຍຄິດວ່າການເສຍສະຫຼະເປັນປີ້ຂອງຂ້ອຍສູ່ຄວາມລອດພົ້ນ. ແຕ່ຕອນນີ້, ບໍ່ພຽງແຕ່ວ່າຂ້ອຍຈະບໍ່ໄດ້ຮັບຄວາມລອດພົ້ນ, ແຕ່ຂ້ອຍກຳລັງຈະຕາຍດ້ວຍມະເຮັງ”. ຄວາມຮູ້ສຶກກ່າວໂທດຂອງຂ້ອຍ ແລະ ຄວາມເຂົ້າໃຈຜິດຂອງຂ້ອຍກ່ຽວກັບພຣະເຈົ້າພຽງແຕ່ຫຼັ່ງໄຫຼອອກຈາກຂ້ອຍ ໂດຍທີ່ບໍ່ມີການກວດເບິ່ງ. ດ້ວຍຄວາມສິ້ນຫວັງ, ຂ້ອຍເວົ້າກັບພຣະເຈົ້າດ້ວຍນໍ້າຕາວ່າ, “ໂອ ພຣະເຈົ້າ, ຂ້ານ້ອຍມີຄວາມເຈັບປວດຫຼາຍ. ຂ້ານ້ອຍເຈັບປ່ວຍ ແລະ ຂ້ານ້ອຍບໍ່ເຂົ້າໃຈວ່າຄວາມປະສົງຂອງພຣະອົງແມ່ນຫຍັງ. ໄດ້ໂປດສ່ອງແສງ ແລະ ຊີ້ນຳຂ້ານ້ອຍເພື່ອໃຫ້ເຂົ້າໃຈຄວາມປະສົງຂອງພຣະອົງ”.

ຫຼັງຈາກນັ້ນ, ຂ້ອຍກໍ່ອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າ: “ສຳລັບທຸກຄົນ, ການຫຼໍ່ຫຼອມແມ່ນເຈັບປວດຫຼາຍ ແລະ ຍາກທີ່ຈະຮັບໄດ້, ແຕ່ໃນລະຫວ່າງການຫຼໍ່ຫຼອມນີ້ ທີ່ພຣະເຈົ້າເຮັດໃຫ້ອຸປະນິໄສທີ່ຊອບທຳຂອງພຣະອົງຊັດເຈນຕໍ່ມະນຸດ ແລະ ເປີດເຜີຍສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ ແລະ ໃຫ້ຄວາມສະຫວ່າງຫຼາຍຂຶ້ນ ແລະ ດຳເນີນການລິຮານ ແລະ ການຈັດການຢ່າງແທ້ຈິງຫຼາຍຂຶ້ນ; ຜ່ານການປຽບທຽບລະຫວ່າງຂໍ້ມູນ ແລະ ຄວາມຈິງ, ພຣະອົງມອບຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບມະນຸດເອງ ແລະ ຄວາມຈິງໃຫ້ກັບພວກເຂົາ ແລະ ມອບຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບຄວາມປະສົງຂອງພຣະເຈົ້າ, ດ້ວຍເຫດນັ້ນ ຈຶ່ງເຮັດໃຫ້ມະນຸດມີຄວາມຮັກທີ່ເປັນຈິງ ແລະ ບໍລິສຸດຫຼາຍຂຶ້ນສໍາລັບພຣະເຈົ້າ. ສິ່ງດັ່ງກ່າວແມ່ນເປົ້າໝາຍຂອງພຣະເຈົ້າໃນການດໍາເນີນການຫຼໍ່ຫຼອມ. ພາລະກິດທຸກຢ່າງທີ່ພຣະເຈົ້າກະທຳໃນມະນຸດ ແມ່ນມີເປົ້າໝາຍ ແລະ ຄວາມສຳຄັນຂອງມັນເອງ; ພຣະເຈົ້າບໍ່ປະຕິບັດພາລະກິດທີ່ບໍ່ມີຄວາມໝາຍ ຫຼື ພຣະອົງບໍ່ປະຕິບັດພາລະກິດທີ່ບໍ່ເປັນປະໂຫຍດໃຫ້ກັບມະນຸດ. ການຫຼໍ່ຫຼອມບໍ່ໄດ້ໝາຍເຖິງການກຳຈັດຜູ້ຄົນອອກຈາກການຢູ່ຕໍ່ໜ້າພຣະເຈົ້າ ຫຼື ມັນບໍ່ໄດ້ໝາຍເຖິງການທຳລາຍພວກເຂົາໃນນະຮົກ. ກົງກັນຂ້າມ ມັນໝາຍເຖິງການປ່ຽນແປງອຸປະນິໄສຂອງມະນຸດໃນລະຫວ່າງການຫຼໍ່ຫຼອມ, ປ່ຽນແປງເຈດຕະນາຂອງເຂົາ, ທັດສະນະດັ່ງເດີມຂອງເຂົາ, ປ່ຽນແປງຄວາມຮັກທີ່ເຂົາມີຕໍ່ພຣະເຈົ້າ ແລະ ປ່ຽນແປງຊີວິດທັງໝົດຂອງເຂົາ. ການຫຼໍ່ຫຼອມແມ່ນການທົດສອບທີ່ແທ້ຈິງຂອງມະນຸດ ແລະ ເປັນແບບຟອມຂອງການຝຶກຝົນທີ່ເປັນຈິງ ແລະ ໃນລະຫວ່າງການຫຼໍ່ຫຼອມເທົ່ານັ້ນ ຄວາມຮັກຂອງເຂົາຈຶ່ງສາມາດປະຕິບັດໜ້າທີ່ຕາມທຳມະຊາດຂອງມັນ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເມື່ອປະສົບກັບການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງສາມາດມີຄວາມຮັກຢ່າງແທ້ຈິງ). ພຣະທຳຂອງພຣະເຈົ້າຊ່ວຍໃຫ້ຂ້ອຍເຂົ້າໃຈຄວາມປະສົງຂອງພຣະເຈົ້າ. ພຣະເຈົ້າກຳລັງໃຊ້ຄວາມເຈັບປ່ວຍເພື່ອເປີດໂປງຄວາມເສື່ອມຊາມພາຍໃນ, ຄວາມກະບົດ ແລະ ແຮງຈູງໃຈທີ່ມີມົນທິນຂອງຂ້ອຍ ເພື່ອວ່າຂ້ອຍຈະຮູ້ຈັກຕົນເອງ, ປະຖິ້ມຄວາມເສື່ອມຊາມ ແລະ ຮັບເອົາຄວາມລອດພົ້ນຈາກພຣະເຈົ້າ. ແຕ່ຂ້ອຍຄິດວ່າພຣະເຈົ້າຕ້ອງການຊີວິດຂອງຂ້ອຍ ແລະ ກຳຈັດຂ້ອຍ ແລະ ດ້ວຍເຫດນັ້ນ ຂ້ອຍຈຶ່ງເຂົ້າໃຈຜິດ ແລະ ກ່າວໂທດພຣະເຈົ້າ, ຍອມຈຳນົນ ແລະ ຕົກຢູ່ໃນຄວາມສິ້ນຫວັງຢ່າງສິ້ນເຊີງ. ຂ້ອຍພະຍາຍາມໃຫ້ລາຄາສຳລັບການເສຍສະຫຼະຂອງຂ້ອຍ, ຮັບເອົາຊື່ສຽງໄວ້ກັບຕົນເອງ ແລະ ໂຕ້ຖຽງກັບພຣະເຈົ້າ. ຂ້ອຍເຖິງກັບຕ້ອງການໃຊ້ຄວາມຕາຍຂອງຂ້ອຍເອງເພື່ອຜະເຊີນໜ້າກັບພຣະເຈົ້າ. ຂ້ອຍໄດ້ສູນເສຍຄວາມສຳນຶກທັງໝົດ! ຂ້ອຍຮູ້ສຶກວ່າຂ້ອຍຕິດໜີ້ພຣະເຈົ້າຢ່າງຫຼວງຫຼາຍ, ສະນັ້ນ ຂ້ອຍຈຶ່ງມາຢູ່ຕໍ່ໜ້າພຣະອົງເພື່ອອະທິຖານ ແລະ ຄົ້ນຫາເຫດຜົນທີ່ຂ້ອຍບໍ່ສາມາດຍອມອ່ອນນ້ອມ ເມື່ອຂ້ອຍເຈັບປ່ວຍ, ແຕ່ເຂົ້າໃຈຜິດ ແລະ ກ່າວໂທດພຣະເຈົ້າແທນ.

ຫຼັງຈາກນັ້ນ, ຂ້ອຍໄດ້ອ່ານພຣະທຳບາງຂໍ້ຂອງພຣະເຈົ້າ: “ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອໃຫ້ເຮົາຮັກສາພວກເຂົາ? ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອໃຫ້ເຮົາໃຊ້ພະລັງຂອງເຮົາຂັບໄລ່ວິນຍານທີ່ບໍ່ສະອາດອອກຈາກຮ່າງກາຍຂອງພວກເຂົາ? ມີຈັກຄົນທີ່ເຊື່ອໃນເຮົາພຽງເພື່ອໄດ້ຮັບຄວາມສະຫງົບ ແລະ ຄວາມສຸກຈາກເຮົາ? ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອຕ້ອງການຄວາມຮັ່ງມີທາງວັດຖຸຈາກເຮົາຍິ່ງຂຶ້ນ? ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອໃຊ້ຊີວິດນີ້ຢ່າງສະຫງົບສຸກ ແລະ ເພື່ອຈະໄດ້ປອດໄພ ແລະ ຢູ່ລອດ ໃນໂລກທີ່ຈະມາເຖິງ? ມີຈັກຄົນທີ່ເຊື່ອໃນເຮົາເພື່ອຫຼີກເວັ້ນຄວາມທຸກທໍລະມານແຫ່ງນະຮົກ ແລະ ເພື່ອໄດ້ຮັບພອນແຫ່ງສະຫວັນ? ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອຄວາມສະດວກສະບາຍຊົ່ວຄາວ ແຕ່ບໍ່ສະແຫວງຫາທີ່ຈະໄດ້ຮັບສິ່ງໃດໆໃນໂລກທີ່ຈະມາເຖິງ? ໃນເວລາທີ່ເຮົານຳຄວາມໂກດຮ້າຍຂອງເຮົາລົງມາສູ່ມະນຸດ ແລະ ຍຶດເອົາຄວາມສຸກ ແລະ ຄວາມສະຫງົບສຸກທັງໝົດທີ່ຄັ້ງໜຶ່ງເຂົາເຄີຍມີ, ມະນຸດກໍຈະເກີດມີຄວາມສົງໄສ. ເມື່ອເຮົາມອບຄວາມທຸກທໍລະມານແຫ່ງນະຮົກໃຫ້ກັບມະນຸດ ແລະ ໄດ້ຮຽກກັບຄືນພອນແຫ່ງສະຫວັນ, ຄວາມອັບອາຍຂອງມະນຸດກໍຈະກາຍເປັນຄວາມໂກດແຄ້ນ. ເມື່ອມະນຸດ ຮ້ອງຂໍໃຫ້ເຮົາປິ່ນປົວເຂົາ, ເຮົາແມ່ນບໍ່ໄດ້ເອົາໃຈໃສ່ເຂົາ ແລະ ຮູ້ສຶກກຽດຊັງຕໍ່ເຂົາ; ມະນຸດກໍໜີອອກຈາກເຮົາໄປສະແຫວງຫາວິທີການແຫ່ງການແພດສາດ ແລະ ເວດມົນທີ່ຊົ່ວຮ້າຍ. ໃນເວລາທີ່ເຮົາເອົາທຸກສິ່ງທຸກຢ່າງທີ່ມະນຸດຕ້ອງການຈາກເຮົາໄປ, ທຸກຄົນກໍຫາຍໄປໂດຍບໍ່ມີຮ່ອງຮອຍ. ສະນັ້ນ, ເຮົາຈຶ່ງເວົ້າວ່າ ມະນຸດມີຄວາມສັດທາໃນເຮົາ ເພາະວ່າເຮົາໃຫ້ຄວາມກະລຸນາຫຼາຍເກີນໄປ ແລະ ມີສິ່ງທີ່ຈະໄດ້ຮັບຫລາຍເກີນໄປ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຮູ້ຫຍັງແດ່ກ່ຽວກັບຄວາມສັດທາ?). “ຜູ້ຄົນດັ່ງກ່າວມີພຽງຈຸດປະສົງໜຶ່ງດຽວໃນການຕິດຕາມພຣະເຈົ້າ ແລະ ຈຸດປະສົງນັ້ນກໍຄືການຮັບພອນ. ຜູ້ຄົນດັ່ງກ່າວບໍ່ສາມາດໃສ່ໃຈກັບສິ່ງອື່ນໃດທີ່ບໍ່ພົວພັນກັບຈຸດປະສົງນີ້ໂດຍກົງ. ສໍາລັບພວກເຂົາແລ້ວ, ບໍ່ມີເປົ້າໝາຍໃດທີ່ຖືກຕ້ອງເກີນກວ່າການເຊື່ອໃນພຣະເຈົ້າເພື່ອການຮັບພອນ, ມັນເປັນຄຸນຄ່າທີ່ແທ້ຈິງແຫ່ງຄວາມເຊື່ອຂອງພວກເຂົາ. ຖ້າມີສິ່ງໃດໜຶ່ງບໍ່ໄດ້ປະກອບສ່ວນໃນເປົ້າໝາຍນີ້, ພວກເຂົາກໍຈະບໍ່ໄດ້ຮັບການດົນບັນດານຈາກມັນທັງສິ້ນ. ນີ້ຄືກໍລະນີຂອງຄົນສ່ວນໃຫຍ່ທີ່ເຊື່ອໃນພຣະເຈົ້າໃນປັດຈຸບັນ. ເປົ້າໝາຍ ແລະ ເຈດຕະນາຂອງພວກເຂົາເບິ່ງຄືວ່າຖືກຕ້ອງ ຍ້ອນວ່າໃນຂະນະທີ່ພວກເຂົາເຊື່ອໃນພຣະເຈົ້າ ພວກເຂົາຍັງເສຍສະຫຼະເພື່ອພຣະເຈົ້າ, ອຸທິດຕົນຕໍ່ພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາຍອມສະລະຄວາມໜຸ່ມຂອງພວກເຂົາ, ປະຖິ້ມຄອບຄົວ ແລະ ອາຊີບ ແລະ ເຖິງກັບໃຊ້ເວລາຫຼາຍປີອອກຈາກເຮືອນເພື່ອເຮັດໃຫ້ຕົນເອງຫຍຸ້ງ. ເພື່ອເຫັນແກ່ເປົ້າໝາຍອັນສູງສຸດຂອງພວກເຂົາ, ພວກເຂົາປ່ຽນຄວາມສົນໃຈຂອງພວກເຂົາເອງ, ມຸມມອງກ່ຽວກັບຊີວິດຂອງພວກເຂົາ ແລະ ເຖິງກັບປ່ຽນທິດທາງທີ່ພວກເຂົາສະແຫວງຫາ; ແຕ່ເຖິງຢ່າງໃດກໍຕາມ ພວກເຂົາກໍບໍ່ສາມາດປ່ຽນແປງຈຸດປະສົງແຫ່ງຄວາມເຊື່ອຂອງພວກເຂົາໃນພຣະເຈົ້າໄດ້. ພວກເຂົາວຸ້ນວາຍຫາການຄຸ້ມຄອງອຸດົມຄະຕິຂອງພວກເຂົາເອງ; ບໍ່ວ່າຫົນທາງຈະຍາວໄກພຽງໃດ ແລະ ບໍ່ວ່າລະຫວ່າງທາງຈະມີຄວາມລໍາບາກ ແລະ ອຸປະສັກຫຼາຍພຽງໃດກໍຕາມ ພວກເຂົາກໍບໍ່ຍອມຖອຍ ແລະ ບໍ່ຢ້ານຄວາມຕາຍ. ອໍານາດຫຍັງທີ່ເຮັດໃຫ້ພວກເຂົາສືບຕໍ່ອຸທິດຕົນໃນລັກສະນະນີ້? ມັນແມ່ນຄວາມສໍານຶກຂອງພວກເຂົາບໍ? ມັນແມ່ນລັກສະນະທີ່ຍິ່ງໃຫຍ່ ແລະ ສູງສົ່ງຂອງພວກເຂົາບໍ? ມັນແມ່ນຄວາມຕັ້ງໃຈເພື່ອຕໍ່ສູ້ກັບກອງກຳລັງຊົ່ວຮ້າຍຈົນເຖິງທີ່ສຸດບໍ? ມັນແມ່ນຄວາມສັດທາຂອງພວກເຂົາທີ່ຈະເປັນພະຍານໃຫ້ກັບພຣະເຈົ້າໂດຍບໍ່ຫວັງຜົນຕອບແທນບໍ? ມັນແມ່ນຄວາມຊື່ສັດຂອງພວກເຂົາທີ່ຈະເຕັມໃຈສະຫຼະທຸກສິ່ງເພື່ອບັນລຸຄວາມປະສົງຂອງພຣະເຈົ້າບໍ? ຫຼື ມັນແມ່ນຈິດວິນຍານແຫ່ງການອຸທິດຕົນ ທີ່ຍອມປະຖິ້ມຄວາມຕ້ອງການສ່ວນຕົວທີ່ເກີນຂອບເຂດບໍ? ສໍາລັບຜູ້ຄົນທີ່ບໍ່ເຄີຍເຂົ້າໃຈພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າທີ່ມອບຢ່າງຫຼວງຫຼາຍຂະໜາດນັ້ນ ກໍຖືວ່າເປັນສິ່ງມະຫັດສະຈັນ ໄດ້ຂ້ອນຂ້າງງ່າຍ! ສໍາລັບຊ່ວງເວລານີ້, ໃຫ້ພວກເຮົາບໍ່ສົນທະນາກັນກ່ຽວກັບວິທີທີ່ຜູ້ຄົນເຫຼົ່ານີ້ໄດ້ມອບ. ເຖິງຢ່າງໃດກໍຕາມ, ພຶດຕິກໍາຂອງພວກເຂົາແມ່ນສົມຄວນເປັນຢ່າງສູງແກ່ການວິເຄາະຂອງພວກເຮົາ. ນອກຈາກຜົນປະໂຫຍດທີ່ກ່ຽວພັນກັບພວກເຂົາຢ່າງໃກ້ຊິດແລ້ວ, ຍັງຈະມີເຫດຜົນໃດອີກທີ່ຜູ້ຄົນທີ່ບໍ່ເຄີຍເຂົ້າໃຈພຣະເຈົ້າ ຈະມອບໃຫ້ແກ່ພຣະອົງຫຼາຍຂະໜາດນັ້ນ? ໃນນີ້ ພວກເຮົາກໍຄົ້ນພົບບັນຫາທີ່ບໍ່ໄດ້ລະບຸມາກ່ອນ: ຄວາມສໍາພັນຂອງມະນຸດກັບພຣະເຈົ້າເປັນພຽງຜົນປະໂຫຍດສ່ວນຕົວທົ່ວໆໄປເທົ່ານັ້ນ. ມັນເປັນຄວາມສໍາພັນລະຫວ່າງຜູ້ຮັບ ແລະ ຜູ້ໃຫ້ພອນ. ເວົ້າງ່າຍໆກໍຄື ມັນຄ້າຍຄືຄວາມສໍາພັນລະຫວ່າງພະນັກງານ ແລະ ນາຍຈ້າງ. ພະນັກງານເຮັດວຽກເພື່ອໄດ້ຮັບລາງວັນທີ່ນາຍຈ້າງປະທານໃຫ້. ບໍ່ມີຄວາມຮັກໄຄ່ໃນຄວາມສຳພັນດັ່ງກ່າວ, ມີພຽງແຕ່ການຕິດຕໍ່ທາງທຸລະກິດ. ບໍ່ມີການຮັກ ຫຼື ການບໍ່ຖືກຮັກ, ມີພຽງການກຸສົນ ແລະ ຄວາມເມດຕາ. ບໍ່ມີຄວາມເຂົ້າໃຈ, ມີແຕ່ຄວາມໂກດແຄ້ນທີ່ຖືກປາບປາມ ແລະ ການຫຼອກລວງເທົ່ານັ້ນ. ບໍ່ມີຄວາມສະໜິດສະໜົມ, ມີແຕ່ອ່າວທະເລທີ່ບໍ່ສາມາດຂ້າມຜ່ານໄດ້. ບັດນີ້ເມື່ອສິ່ງຕ່າງໆໄດ້ມາເຖິງຈຸດນີ້ແລ້ວ, ຜູ້ໃດຈະສາມາດປີ້ນກັບເສັ້ນທາງດັ່ງກ່າວໄດ້? ແລ້ວມີຈັກຄົນທີ່ສາມາດເຂົ້າໃຈວ່າ ຄວາມສໍາພັນແບບນີ້ໄດ້ຊົ່ວຮ້າຍຫຼາຍສໍ່າໃດ? ເຮົາເຊື່ອວ່າເມື່ອຜູ້ຄົນເຮັດໃຫ້ຕົນເອງຈົມປັກຢູ່ກັບຄວາມສຸກໃນການຮັບພອນ, ບໍ່ມີໃຜສາມາດຈິນຕະນາການໄດ້ວ່າ ຄວາມສຳພັນດັ່ງກ່າວກັບພຣະເຈົ້າເປັນຕາອັບອາຍ ແລະ ເປັນຕາລັງກຽດພຽງໃດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 3: ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ). ພຣະທຳຂອງພຣະເຈົ້າໄດ້ແທງທະລຸຫົວໃຈຂອງຂ້ອຍຄືກັບດາບ ແລະ ຂ້ອຍຮູ້ສຶກອັບອາຍຫຼາຍ. ແຮງຈູງໃຈທີ່ຢູ່ເບື້ອງຫຼັງຄວາມເຊື່ອຂອງຂ້ອຍບໍ່ແມ່ນເພື່ອຮັບພອນໃນອະນາຄົດຄືກັບທີ່ພຣະເຈົ້າເວົ້າໄວ້ບໍ? ບໍ່ວ່າຂ້ອຍຈະປາກົດວ່າໄດ້ເສຍສະຫຼະແນວໃດກໍ່ຕາມ, ຂ້ອຍກໍ່ພຽງແຕ່ເຮັດການຕໍ່ລອງພຣະເຈົ້າ, ທັງໝົດແມ່ນເພື່ອພອນ. ຂ້ອຍບໍ່ໄດ້ເຊື່ອຟັງພຣະເຈົ້າແທ້ໆ ຫຼື ເຮັດໜ້າທີ່ຂອງສິ່ງຖືກສ້າງຂຶ້ນມາ. ເມື່ອຂ້ອຍມີຄວາມເຊື່ອໃໝ່, ຂ້ອຍເຄີຍຄິດວ່າບໍ່ມີໄພພິບັດໃດຈະເກີດຂຶ້ນກັບຂ້ອຍ, ຂ້ອຍຈະໄດ້ຮັບພອນ ແລະ ເຂົ້າໄປໃນອານາຈັກຂອງພຣະເຈົ້າ. ສະນັ້ນ, ຂ້ອຍໄດ້ມອບທັງໝົດຂອງຂ້ອຍ ແລະ ບໍ່ປ່ອຍໃຫ້ຫຍັງຂັດຂວາງການປະຕິບັດໜ້າທີ່ຂອງຂ້ອຍ. ຂ້ອຍບໍ່ມີແມ່ນແຕ່ເວລາທີ່ຈະໄປສົ່ງ-ໄປຮັບຈາກໂຮງຮຽນ. ການຖືກຄົນອື່ນເຍາະເຍີ້ຍ ແລະ ການຖືກໃສ່ຮ້າຍປ້າຍສີ, ຖືກຂົ່ມເຫັງ ແລະ ຖືກຕາມລ່າໂດຍພັກກອມມູນິດຈີນ, ບໍ່ມີຫຍັງຢູ່ລະຫວ່າງກາງຂອງຂ້ອຍ ແລະ ໜ້າທີ່ຂອງຂ້ອຍ. ທຸກສິ່ງນີ້ເຮັດໃຫ້ຂ້ອຍຄິດວ່າຂ້ອຍຈົງຮັກພັກດີຕໍ່ພຣະເຈົ້າ ແລະ ພຣະອົງຈະສັນລະເສີນ ແລະ ອວຍພອນຂ້ອຍຢ່າງແນ່ນອນ. ເມື່ອຂ້ອຍພົບວ່າຂ້ອຍເປັນມະເຮັງ, ຂ້ອຍກໍ່ຮູ້ສຶກວ່າຖ້າມັນແມ່ນສໍາລັບຂ້ອຍ, ຄວາມຝັນທັງໝົດຂອງຂ້ອຍທີ່ຈະເຂົ້າໄປໃນອານາຈັກສະຫວັນກໍ່ຫາຍໄປໃນໝອກຄວັນ. ຂ້ອຍເຕັມໄປດ້ວຍຄວາມເຂົ້າໃຈຜິດ, ການຕໍານິ ແລະ ຂ້ອຍໄດ້ໂຕ້ຖຽງກັບພຣະເຈົ້າ, ເຖິງກັບຕ້ອງການໃຊ້ຄວາມຕາຍຂອງຂ້ອຍເອງເພື່ອຜະເຊີນໜ້າກັບພຣະເຈົ້າ. ເມື່ອຜະເຊີນໜ້າກັບຂໍ້ແທ້ຈິງ, ຂ້ອຍກໍ່ຮູ້ວ່າການເຮັດໜ້າທີ່ຂອງຂ້ອຍ, ການທົນທຸກ ແລະ ການເສຍສະຫຼະຕົນເອງແມ່ນລ້ວນແລ້ວແຕ່ເພື່ອໄດ້ຮັບຈຸດໝາຍປາຍທາງທີ່ດີເປັນການຕອບແທນ. ຄວາມສໍາພັນຂອງຂ້ອຍກັບພຣະເຈົ້າແມ່ນ “ຄວາມສໍາພັນລະຫວ່າງພະນັກງານ ແລະ ຜູ້ຈ້າງງານ”. ຂ້ອຍຕ້ອງການລາງວັນສຳລັບທຸກລາຄານ້ອຍໆທີ່ຂ້ອຍໄດ້ຈ່າຍ. ຂ້ອຍບໍ່ໄດ້ຮັກພຣະເຈົ້າແທ້ໆ. ຂ້ອຍກຳລັງໃຊ້ພຣະອົງ, ພະຍາຍາມສໍ້ໂກງພຣະອົງ. ດ້ວຍທັດສະນະຄະຕິແບບນັ້ນໃນຄວາມເຊື່ອຂອງຂ້ອຍ, ພຣະເຈົ້າກໍ່ມີແຕ່ກຽດຊັງ ແລະ ລັງກຽດຂ້ອຍ. ຖ້າພຣະເຈົ້າບໍ່ໄດ້ໃຊ້ຄວາມເຈັບປ່ວຍນັ້ນເພື່ອປຸກຂ້ອຍໃຫ້ຕື່ນ, ຂ້ອຍກໍ່ຈະຍັງຄົງຍຶດຕິດຢູ່ກັບມຸມມອງທີ່ຜິດໆຂອງຂ້ອຍກ່ຽວກັບຄວາມເຊື່ອ ແລະ ພຣະເຈົ້າຈະປະຖິ້ມ ແລະ ກໍາຈັດຂ້ອຍໃນທີ່ສຸດ. ການຮູ້ເລື່ອງນີ້ເຮັດໃຫ້ຂ້ອຍເຕັມໄປດ້ວຍຄວາມເສຍໃຈ ແລະ ການຕຳນິຕົນເອງ. ຂ້ອຍໄດ້ຄຸເຂົ່າລົງ ແລະ ອະທິຖານຫາພຣະເຈົ້າ. ຂ້ອຍເວົ້າວ່າ, “ຂ້າແຕ່ພຣະເຈົ້າ, ຖ້າພຣະອົງບໍ່ໄດ້ເປີດໂປງຂ້ານ້ອຍຜ່ານຄວາມເຈັບປ່ວຍນີ້, ຂ້ານ້ອຍຈະບໍ່ມີວັນເຂົ້າໃຈມຸມມອງທີ່ຜິດໆຂອງຂ້ອຍໃນຄວາມເຊື່ອຈັກເທື່ອ. ການພິພາກສາ ແລະ ການເປີດເຜີຍພຣະທຳຂອງພຣະອົງໄດ້ປຸກຈິດວິນຍານຂອງຂ້ານ້ອຍອຍ. ຂ້ານ້ອຍປາຖະໜາທີ່ຈະແກ້ໄຂແຮງຈູງໃຈທີ່ຜິດຂອງຂ້ານ້ອຍ ແລະ ປະຖິ້ມຄວາມປາຖະໜາຂອງຂ້ານ້ອຍໃນການໄດ້ຮັບພອນ. ບໍ່ວ່າຂ້ານ້ອຍຈະດີຂຶ້ນ ຫຼື ບໍ່, ບໍ່ວ່າຂ້ານ້ອຍຈະມີຊີວິດຢູ່ ຫຼື ຕາຍ, ຂ້ານ້ອຍກໍ່ປາຖະໜາທີ່ຈະຍອມຕໍ່ພຣະອົງ”. ຫຼັງຈາກການອະທິຖານຂອງຂ້ອຍ, ຂ້ອຍກໍ່ຍິ່ງຮູ້ສຶກສະຫງົບຂຶ້ນຫຼາຍ ແລະ ຂ້ອຍຢູ່ໃນສະພາວະທີ່ດີຂຶ້ນຫຼາຍ. ໃນຫຼາຍມື້ຕໍ່ມາ, ຂ້ອຍສືບຕໍ່ອອກກຳລັງກາຍ ແລະ ກິນອາຫານເສີມທີ່ມີໂພຊະນາການ ແລະ ສຸຂະພາບຂອງຂ້ອຍກໍ່ດີຂື້ນທຸກໆມື້. ບໍ່ດົນຂ້ອຍກໍ່ສາມາດອອກຈາກໂຮງໝໍໄດ້.

ເມື່ອກັບມາເຮືອນ, ຂ້ອຍກໍ່ເຫັນຜົວ ແລະ ລູກໆຂອງຂ້ອຍອອກໄປເທດສະໜາຂ່າວປະເສີດ ແລະ ເຮັດໜ້າທີ່ຂອງພວກເຂົາ, ແຕ່ສິ່ງທີ່ຂ້ອຍສາມາດເຮັດໄດ້ແມ່ນນອນຢູ່ເທິງຕຽງ, ບໍ່ສາມາດເຮັດໜ້າທີ່ໃດເລີຍ. ຂ້ອຍເລີ່ມຮູ້ສຶກໂສກເສົ້າໜ້ອຍໜຶ່ງ. ຂ້ອຍບໍ່ຮູ້ວ່າເມື່ອໃດຂ້ອຍຈະຫາຍດີ ຫຼື ຂ້ອຍຈະສາມາດປະຕິບັດໜ້າທີ່ຂອງຂ້ອຍອີກຄັ້ງໃນມື້ໃດມື້ໜຶ່ງ ຫຼື ບໍ່. ຖ້າຂ້ອຍບໍ່ສາມາດປະຕິບັດໜ້າທີ່ຂອງຂ້ອຍ, ຂ້ອຍຈະບໍ່ເປັນພຽງແຕ່ຕົວຖ່ວງທີ່ຕາຍແລ້ວບໍ? ແລ້ວຫຼັງຈາກນັ້ນ ຂ້ອຍຈະຖືກຊ່ວຍໃຫ້ລອດພົ້ນໄດ້ແນວໃດ? ເມື່ອຄິດແບບນີ້, ຂ້ອຍກໍ່ຮູ້ວ່າຄວາມປາຖະໜາຂອງຂ້ອຍສໍາລັບພອນໄດ້ສະແດງຫົວທີ່ຂີ້ຮ້າຍຂອງມັນຄືນມາອີກ. ຂ້ອຍຟ້າວອະທິຖານຫາພຣະເຈົ້າ ແລະ ຫຼັງຈາກນັ້ນກໍ່ອ່ານສິ່ງນີ້ໃນພຣະທຳຂອງພຣະອົງ: “ມະນຸດທີ່ເສື່ອມຊາມທຸກຄົນມີຊີວິດຢູ່ເພື່ອຕົນເອງ. ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ, ນີ້ແມ່ນການສະຫຼຸບທຳມະຊາດຂອງມະນຸດ. ຜູ້ຄົນເຊື່ອໃນພຣະເຈົ້າຍ້ອນເຫັນແກ່ຕົນເອງ; ພວກເຂົາປະຖິ້ມສິ່ງຕ່າງໆ, ເສຍສະຫຼະຕົນເອງເພື່ອພຣະອົງ ແລະ ຊື່ສັດຕໍ່ພຣະອົງ, ແຕ່ພວກເຂົາຍັງເຮັດສິ່ງທັງໝົດເຫຼົ່ານີ້ຍ້ອນເຫັນແກ່ຕົນເອງ. ສະຫຼຸບແລ້ວ, ທີ່ເຮັດໄປທັງໝົດແມ່ນເພື່ອວັດຖຸປະສົງຂອງການໄດ້ຮັບພອນເພື່ອຕົນເອງ. ໃນສັງຄົມ, ທຸກສິ່ງທີ່ເຮັດແມ່ນເພື່ອຜົນປະໂຫຍດສ່ວນຕົວ; ການເຊື່ອໃນພຣະເຈົ້າແມ່ນເຮັດພຽງແຕ່ເພື່ອໃຫ້ໄດ້ຮັບພອນ. ເພື່ອທີ່ຈະໄດ້ຮັບພອນຜູ້ຄົນເຖິງກັບປະຖິ້ມທຸກສິ່ງ ແລະ ສາມາດທົນຕໍ່ຄວາມທົນທຸກໄດ້ຫຼາຍ: ນີ້ແມ່ນຫຼັກຖານທີ່ຊັດເຈນທັງໝົດຂອງທຳມະຊາດອັນເສື່ອມຊາມຂອງມະນຸດ(ຄັດຈາກບົດ “ຄວາມແຕກຕ່າງລະຫວ່າງການປ່ຽນແປງພາຍນອກ ແລະ ການປ່ຽນແປງໃນອຸປະນິໄສ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າໄດ້ຊ່ວຍໃຫ້ຂ້ອຍເຫັນວ່າເຫດຜົນທີ່ຂ້ອຍເຮັດການການຕໍ່ລອງກັບພຣະເຈົ້າໃນຄວາມເຊື່ອຂອງຂ້ອຍ ແລະ ກະບົດ ແລະ ຕໍ່ຕ້ານພຣະເຈົ້າ ເມື່ອສິ່ງຕ່າງໆບໍ່ໄດ້ຜົນໃນລັກສະນະທີ່ຂ້ອຍຕ້ອງການ ແມ່ນເປັນເພາະພິດທຸກຮູບແບບຂອງຊາຕານໄດ້ມີການຄວບຄຸມເໜືອຂ້ອຍ. “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ” ແລະ “ຢ່າຍົກນິ້ວມື ຖ້າບໍ່ມີລາງວັນ”, ຂ້ອຍດຳລົງຊີວິດຕາມປັດຊະຍາເຫຼົ່ານີ້ຂອງຊາຕານ. ທຸກຢ່າງທີ່ຂ້ອຍເຮັດ, ຂ້ອຍໄດ້ເຮັດເພື່ອຕົວຂ້ອຍເອງ, ເພື່ອຜົນປະໂຫຍດຂອງຂ້ອຍເອງ. ຂ້ອຍເຫັນແກ່ຕົວ ແລະ ເປັນຕາກຽດຊັງຫຼາຍ. ແມ່ນແຕ່ໃນຄວາມເຊື່ອຂອງຂ້ອຍ, ຂ້ອຍເຮັດວຽກໜັກ ແລະ ເຮັດໃຫ້ຕົນເອງຫຍຸ້ງເພື່ອຈະໄດ້ຮັບພອນ ແລະ ລາງວັນ. ຂ້ອຍບໍ່ໄດ້ໃຫ້ຄວາມໃສ່ໃຈໃນການສະແຫວງຫາຄວາມຈິງ ຫຼື ການປ່ຽນແປງໃນອຸປະນິໄສເລີຍ. ເມື່ອຂ້ອຍບໍ່ໄດ້ຮັບພອນທີ່ຂ້ອຍຕ້ອງການ, ທໍາມະຊາດແບບຊາຕານຂອງຂ້ອຍໄດ້ລະເບີດອອກ ແລະ ຂ້ອຍກໍ່ເຂົ້າໃຈຜິດ ແລະ ຖິ້ມໂທດໃສ່ພຣະເຈົ້າ ແລະ ເສຍໃຈກັບທຸກສິ່ງທີ່ຂ້ອຍໄດ້ເຮັດເພື່ອພຣະເຈົ້າ. ໂປໂລໄດ້ເຮັດວຽກເພື່ອພຣະຜູ້ເປັນເຈົ້າ ແລະ ທົນທຸກຫຼາຍຢ່າງ, ແຕ່ລາວບໍ່ມີຄວາມຮັກສຳລັບຄວາມຈິງ ແລະ ລາວບໍ່ໄດ້ສະແຫວງຫາທີ່ຈະຮູ້ຈັກກັບພຣະເຈົ້າ ຫຼື ປ່ຽນແປງອຸປະນິໄສຂອງລາວ. ລາວພຽງແຕ່ຕ້ອງການມົງກຸດແຫ່ງຄວາມຊອບທໍາເປັນການຕອບແທນສຳລັບການທົນທຸກ ແລະ ການເສຍສະຫຼະຂອງລາວ. ໃນທີ່ສຸດ, ອຸປະນິໄສແບບຊາຕານຂອງລາວກໍ່ບໍ່ໄດ້ປ່ຽນແປງ, ສະນັ້ນ ຄວາມຈອງຫອງຂອງລາວໄດ້ຂັບໄລ່ເຫດຜົນທັງໝົດອອກໄປ, ລາວເປັນພະຍານວ່າລາວເອງເປັນພຣະຄຣິດ ແລະ ລາວໄດ້ນຳຜູ້ຄົນໃຫ້ມາຢູ່ຕໍ່ໜ້າລາວ. ສິ່ງນັ້ນເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າ ແລະ ເຮັດໃຫ້ລາວໄດ້ຮັບການລົງໂທດຕະຫຼອດໄປ. ຂ້ອຍຮູ້ວ່າຖ້າຂ້ອຍຍັງດໍາເນີນຊີວິດຕໍ່ໄປໂດຍພິດຂອງຊາຕານ, ຫຼັງຈາກນັ້ນ ຂ້ອຍກໍ່ສາມາດຈົບລົງຄືກັບໂປໂລ. ພຣະເຈົ້າຈະລົງໂທດຂ້ອຍທີ່ຕໍ່ຕ້ານພຣະອົງ. ຂ້ອຍເຫັນວ່າການສະແຫວງຫາພອນ ແລະ ການບໍ່ສະແຫວງຫາຄວາມຈິງເປັນອັນຕະລາຍສໍ່າໃດ. ຂ້ອຍຮູ້ສຶກຂອບໃຈພຣະເຈົ້າຫຼາຍ. ຂ້ອຍຂອບໃຈພຣະອົງທີ່ໄດ້ໃຊ້ຄວາມເຈັບປ່ວຍນີ້ເພື່ອໃຫ້ໂອກາດຂ້ອຍໄດ້ໄຕ່ຕອງ ແລະ ຮູ້ຈັກຕົນເອງ, ສະນັ້ນ ຂ້ອຍຈຶ່ງສາມາດເຫັນທັດສະນະທີ່ຜິດຂອງຂ້ອຍໃນການສະແຫວງຫາໃນຄວາມເຊື່ອຂອງຂ້ອຍ ແລະ ຂ້ອຍກໍາລັງຍ່າງໃນເສັ້ນທາງທີ່ຕໍ່ຕ້ານພຣະເຈົ້າ.

ຫຼັງຈາກນັ້ນ, ຂ້ອຍກໍ່ໄດ້ອ່ານພຣະທຳຂອງພຣະເຈົ້າ: “ພຣະເຈົ້າສູງສົ່ງຕະຫຼອດໄປ ແລະ ສົມຄວນໄດ້ຮັບກຽດຕະຫຼອດໄປ, ໃນຂະນະທີ່ມະນຸດຕໍ່າຊ້າຕະຫຼອດໄປ, ໄຮ້ຄ່າຕະຫຼອດໄປ. ນີ້ກໍຍ້ອນວ່າ ພຣະເຈົ້າເສຍສະຫຼະຕະຫຼອດໄປ ແລະ ອຸທິດຕົວພຣະອົງເອງໃຫ້ກັບມະນຸດ; ເຖິງຢ່າງໃດກໍຕາມ ມະນຸດມີແຕ່ຮັບເອົາ ແລະ ພຽງແຕ່ອົດສູ້ເພື່ອຕົວເຂົາເອງເທົ່ານັ້ນ. ພຣະເຈົ້າຮັບເອົາຄວາມເຈັບປວດຕະຫຼອດໄປເພື່ອຄວາມຢູ່ລອດຂອງມະນຸດຊາດ ແຕ່ມະນຸດບໍ່ເຄີຍປະກອບສ່ວນຊ່ວຍຫຍັງເລີຍເພື່ອຜົນປະໂຫຍດແຫ່ງແສງສະຫວ່າງ ຫຼື ຄວາມຊອບທຳ. ເຖິງແມ່ນມະນຸດຈະພະຍາຍາມໃນຊ່ວງເວລາໃດໜຶ່ງ ແຕ່ອ່ອນແອຫຼາຍຈຶ່ງບໍ່ສາມາດຕ້ານທານຕໍ່ການໂຈມຕີແມ່ນແຕ່ຄັ້ງດຽວ ຍ້ອນຄວາມພະຍາຍາມຂອງມະນຸດແມ່ນເພື່ອຜົນປະໂຫຍດຂອງຕົວເຂົາເອງຢູ່ສະເໝີ ແລະ ບໍ່ແມ່ນເພື່ອຄົນອື່ນ. ມະນຸດເຫັນແກ່ໂຕຢູ່ສະເໝີ ໃນຂະນະທີ່ພຣະເຈົ້າເຫັນແກ່ຄົນອື່ນຕະຫຼອດໄປ. ພຣະເຈົ້າເປັນແຫຼ່ງກຳເນີດຂອງທຸກສິ່ງທີ່ຍຸຕິທຳ, ດີ ແລະ ສວຍງາມ, ໃນຂະນະທີ່ມະນຸດເປັນຄົນທີ່ສືບສານຕໍ່ ແລະ ເຮັດຄວາມຂີ້ຮ້າຍ ແລະ ສິ່ງຊົ່ວຮ້າຍທັງໝົດປາກົດແຈ້ງ. ພຣະເຈົ້າບໍ່ມີທາງປ່ຽນແປງທາດແທ້ແຫ່ງຄວາມຊອບທຳ ແລະ ຄວາມສວຍງາມຂອງພຣະອົງ, ແຕ່ມະນຸດກໍຍັງສາມາດທໍລະຍົດຄວາມຊອບທຳຢ່າງບໍ່ຕ້ອງສົງໄສ ໃນທຸກເວລາ ແລະ ໃນທຸກສະຖານະການ ແລະ ຫຼົງທາງຫ່າງເຫີນຈາກພຣະເຈົ້າ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມັນເປັນເລື່ອງສຳຄັນຫຼາຍທີ່ຈະເຂົ້າໃຈອຸປະນິໄສຂອງພຣະເຈົ້າ). ຂ້ອຍໄດ້ຮັບການດົນບັນດານຫຼາຍເມື່ອຂ້ອຍໄຕ່ຕອງພຣະທຳເຫຼົ່ານີ້. ພຣະເຈົ້າໄດ້ຈ່າຍລາຄາທີ່ຍາກລໍາບາກເພື່ອຊ່ວຍມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງໄດ້ຮັບຄວາມລອດພົ້ນ. ສອງພັນປີກ່ອນ, ພຣະເຈົ້າໄດ້ກາຍເປັນເນື້ອໜັງເປັນຄັ້ງທໍາອິດໃນແຂວງຢູດາຍເພື່ອໄຖ່ມະນຸດຊາດຈາກຄວາມຜິດບາບ. ພຣະອົງໄດ້ອົດທົນກັບການເຍາະເຍີ້ຍ, ການຖືກໃສ່ຮ້າຍປ້າຍສີ ແລະ ການຖືກຂົ່ມເຫັງ ແລະ ການຖືກທາລຸນໂດຍຜູ້ຕິດຕາມຂອງລັດທິຢູດາ. ໃນທີ່ສຸດ, ພຣະອົງກໍ່ຖືກຄຶງທີ່ໄມ້ກາງແຂນ, ແລ້ວເຮັດໃຫ້ພາລະກິດແຫ່ງການໄຖ່ບາບສໍາເລັດລົງ. ມື້ນີ້, ພຣະເຈົ້າໄດ້ກາຍມາເປັນເນື້ອໜັງເປັນຄັ້ງທີສອງຢູ່ໃນປະເທດຈີນເພື່ອຊໍາລະລ້າງ ແລະ ຊ່ວຍມະນຸດຊາດຄັ້ງດຽວ ແລະ ຄັ້ງສຸດທ້າຍ. ພຣະອົງຖືກພັກກອມມູນິດຈີນຕາມລ່າ ແລະ ຂົ່ມເຫັງໂດຍບໍ່ມີບ່ອນໃດທີ່ຈະວາງຫົວຂອງພຣະອົງ, ບໍ່ມີບ່ອນພັກຜ່ອນ ແລະ ພຣະອົງຍັງຕ້ອງອົດທົນກັບການຖືກເຂົ້າໃຈຜິດ, ການຖືກກ່າວໂທດ, ການບໍ່ເຊື່ອຟັງ ແລະ ການຕໍ່ຕ້ານຈາກພວກເຮົາທີ່ເປັນຜູ້ເຊື່ອ. ແຕ່ພຣະເຈົ້າບໍ່ເຄີຍຢຸດພະຍາຍາມຊ່ວຍມະນຸດຊາດໃຫ້ລອດພົ້ນ ແຕ່ກົງກັນຂ້າມ ພຣະອົງເຮັດທຸກສິ່ງທີ່ພຣະອົງສາມາດເຮັດໄດ້ເພື່ອພວກເຮົາຢ່າງງຽບໆ, ບໍ່ເຄີຍຂໍຫຍັງເປັນການຕອບແທນ. ເຖິງຢ່າງໃດກໍ່ຕາມ, ຂ້ອຍໄດ້ເສຍສະຫຼະໃນໜ້າທີ່ຂອງຂ້ອຍ ແລະ ຄາດຫວັງພອນ ແລະ ຈຸດໝາຍປາຍທາງເປັນການຕອບແທນ. ຂ້ອຍຂັດກັບຄວາມສຳນຶກຂອງຂ້ອຍເພື່ອຕໍ່ລອງກັບພຣະເຈົ້າ. ຂ້ອຍເຫັນແກ່ຕົວ ແລະ ເປັນຕາກຽດຊັງຫຼາຍ! ຂ້ອຍບໍ່ໄດ້ເປັນຜູ້ເຊື່ອທີ່ແທ້ຈິງເປັນປະເພດໃດເລີຍ. ເມື່ອຮູ້ແບບນີ້, ຂ້ອຍກໍ່ໄດ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ, ເຕັມໃຈທີ່ຈະກັບໃຈ.

ໃນລະຫວ່າງການເຝົ້າດ່ຽວຂອງມື້ໜຶ່ງ, ຂ້ອຍໄດ້ອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າ: “ຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າໝາຍເຖິງສິ່ງດັ່ງຕໍ່ໄປນີ້: ບົນພື້ນຖານຂອງຄວາມເຊື່ອທີ່ວ່າພຣະເຈົ້າປົກຄອງສັບພະສິ່ງທັງປວງ, ຄົນໃດໜຶ່ງຕ້ອງຜະເຊີນກັບພຣະທໍາຂອງພຣະອົງ ແລະ ພາລະກິດຂອງພຣະອົງ, ລົບລ້າງອຸປະນິໄສທີ່ເສື່ອມຊາມຂອງຕົນເອງ, ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ມາຮູ້ຈັກພຣະເຈົ້າ. ມີພຽງແຕ່ການເດີນທາງແບບນີ້ເທົ່ານັ້ນ ຈຶ່ງຈະສາມາດເອີ້ນໄດ້ວ່າ ‘ຄວາມເຊື່ອໃນພຣະເຈົ້າ’(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ). “ເປົ້າໝາຍຂອງການເຊື່ອໃນພຣະເຈົ້າແມ່ນເພື່ອໃຫ້ພຣະອົງພໍໃຈ ແລະ ດຳລົງຊີວິດຕາມອຸປະນິໄສທີ່ພຣະອົງຮຽກຮ້ອງ, ເພື່ອວ່າການກະທຳ ແລະ ສະຫງ່າລາສີຂອງພຣະອົງອາດຖືກສະແດງອອກຜ່ານກຸ່ມຄົນທີ່ບໍ່ເໝາະສົມນີ້. ນັ້ນຄືທັດສະນະທີ່ຖືກຕ້ອງສຳລັບການເຊື່ອໃນພຣະເຈົ້າ ແລະ ນີ້ຍັງເປັນເປົ້າໝາຍທີ່ເຈົ້າຄວນສະແຫວງຫາ. ເຈົ້າຄວນມີມຸມມອງທີ່ຖືກຕ້ອງກ່ຽວກັບການເຊື່ອໃນພຣະເຈົ້າ ແລະ ເຈົ້າຄວນສະແຫວງຫາເພື່ອຮັບເອົາພຣະທຳຂອງພຣະເຈົ້າ. ເຈົ້າຈຳເປັນຕ້ອງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ເຈົ້າຕ້ອງສາມາດດຳລົງຊີວິດຕາມຄວາມຈິງ ແລະ ໂດຍສະເພາະແລ້ວ ເຈົ້າຕ້ອງສາມາດເຫັນການກະທຳຕົວຈິງຂອງພຣະອົງ, ການກະທຳທີ່ມະຫັດສະຈັນຂອງພຣະອົງທົ່ວຈັກກະວານທັງປວງ ພ້ອມທັງພາລະກິດຕົວຈິງທີ່ພຣະອົງປະຕິບັດໃນເນື້ອໜັງ. ຜ່ານທາງປະສົບການຕົວຈິງຂອງພວກເຂົາ, ຜູ້ຄົນສາມາດຮູ້ເຖິງຄຸນຄ່າວ່າ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງໃນພວກເຂົາໄດ້ແນວໃດ ແລະ ແມ່ນຫຍັງຄືຄວາມປະສົງຂອງພຣະອົງທີ່ມີຕໍ່ພວກເຂົາ. ເປົ້າໝາຍຂອງທຸກສິ່ງເຫຼົ່ານີ້ແມ່ນເພື່ອກຳຈັດອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງຜູ້ຄົນ. ການປະຖິ້ມສິ່ງທີ່ບໍ່ສະອາດ ແລະ ຄວາມບໍ່ຊອບທຳທັງໝົດທີ່ຢູ່ໃນຕົວເຈົ້າ ແລະ ການປະຖິ້ມເຈດຕະນາທີ່ຜິດຂອງເຈົ້າ ແລະ ການພັດທະນາຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ, ດ້ວຍຄວາມເຊື່ອທີ່ແທ້ຈິງເທົ່ານັ້ນ ເຈົ້າຈຶ່ງຮັກພຣະເຈົ້າຢ່າງແທ້ຈິງໄດ້(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ). ພຣະທຳຂອງພຣະເຈົ້າໄດ້ສະແດງເຖິງເປົ້າໝາຍຖືກຕ້ອງທີ່ພວກເຮົາຄວນສະແຫວງຫາໃນຄວາມເຊື່ອຂອງພວກເຮົາ. ບໍ່ວ່າພວກເຮົາອາດຖືກລົງວິໄນແນວໃດກໍ່ຕາມໃນປະສົບການຂອງພວກເຮົາ, ພຣະເຈົ້າໄດ້ຈັດແຈງທຸກສິ່ງເພື່ອຊໍາລະລ້າງ ແລະ ປ່ຽນແປງພວກເຮົາໂດຍສະເພາະ. ຂ້ອຍຮູ້ວ່າຂ້ອຍຄວນບັນລຸມັນທັງໝົດດ້ວຍການຍອມຮັບ ແລະ ການເຊື່ອຟັງ, ສະແຫວງຫາຄວາມຈິງໃນສະຖານະການຕ່າງໆເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຂ້ອຍ ແລະ ເຮັດໃຫ້ພຣະເຈົ້າພໍໃຈ ແລະ ຕອບແທນຄວາມຮັກຂອງພຣະອົງໃນທຸກສິ່ງ. ມີພຽງແຕ່ສິ່ງນີ້ຈຶ່ງເປັນການສະແຫວງຫາທີ່ຖືກຕ້ອງ. ຂ້ອຍບໍ່ຕ້ອງການເຮັດການຕໍ່ລອງກັບພຣະເຈົ້າເພື່ອຮັບເອົາພອນອີກຕໍ່ໄປ. ນັບຕັ້ງແຕ່ນັ້ນເປັນຕົ້ນມາ ບໍ່ວ່າຄວາມເຈັບປ່ວຍຂອງຂ້ອຍຈະຢູ່ໃນເສັ້ນທາງຫຍັງກໍ່ຕາມ, ຂ້ອຍກໍ່ຈະນະມັດສະການພຣະເຈົ້າຈົນຮອດລົມຫາຍໃຈສຸດທ້າຍຂອງຂ້ອຍ. ຖ້າພຣະເຈົ້າມອບໂອກາດໃຫ້ຂ້ອຍເຮັດໜ້າທີ່ຂອງຂ້ອຍອີກຄັ້ງ, ຂ້ອຍກໍ່ຈະບໍ່ຕໍ່ລອງພຣະອົງສຳລັບພອນ. ຂ້ອຍພຽງແຕ່ຕ້ອງການສະແຫວງຫາຄວາມຈິງໃນໜ້າທີ່ຂອງຂ້ອຍ ແລະ ສະແຫວງຫາການປ່ຽນແປງໃນອຸປະນິໄສຂອງຂ້ອຍ.

ບໍ່ດົນຫຼັງຈາກນັ້ນ, ພຣະເຈົ້າກໍ່ໄດ້ທົດສອບຂ້ອຍ.

ມື້ໜຶ່ງ, ລູກສາວຂອງຂ້ອຍກັບມາຈາກການເຕົ້າໂຮມໃນຄຣິດຕະຈັກ ແລະ ເວົ້າວ່າເອື້ອຍຫວັງ ເຊິ່ງເປັນຜູ້ທີ່ລ້ຽງດູຜູ້ເຊື່ອ ຖືກຕິດຕາມໂດຍຕໍາຫຼວດ ແລະ ບໍ່ພົບຜູ້ໃດທີ່ຈະແທນທີ່ລາວເທື່ອ. ລາວຖາມຂ້ອຍວ່າໃນຄຣິດຕະຈັກ ຜູ້ໃດສາມາດເຮັດໜ້າວຽກນັ້ນ. ຂ້ອຍໄດ້ເຮັດໜ້າທີ່ນີ້ມາກ່ອນ ແລະ ຮູ້ຈັກມັນດີ, ສະນັ້ນ ຂ້ອຍຄິດວ່າຂ້ອຍຈະເໝາະສົມທີ່ສຸດ. ແຕ່ຫຼັງຈາກນັ້ນ, ຂ້ອຍກໍ່ຄິດວ່າຂ້ອຍຫາກໍ່ຜ່າຕັດ 20 ມື້ກ່ອນ ຫຼື ປະມານນັ້ນ. ຮອຍບາດຍັງບໍ່ຮັກສາຢ່າງສົມບູນ ແລະ ສະພາບອາກາດກໍ່ເລີ່ມຮ້ອນ. ໃນເຮືອນ, ຂ້ອຍຕ້ອງລ້າງຮອຍບາດຫຼາຍຄັ້ງຕໍ່ມື້. ຖ້າຂ້ອຍຮັບໜ້າທີ່ນີ້ ແລະ ຂ້ອຍຫຍຸ້ງຫຼາຍກັບການຮັກສາໃຫ້ບາດແຜຂອງຂ້ອຍສະອາດ, ມັນກໍ່ຈະອັກເສບ. ການໃຊ້ແຂນຂອງຂ້ອຍກໍ່ຍັງມີຂໍ້ຈຳກັດ ແລະ ຖ້າຂ້ອຍຖືກກະທົບຈາກການໃຊ້ລົດຈັກໄຟຟ້າທຸກມື້, ຮອຍບາດກໍ່ຈະບໍ່ຫາຍດີ, ແລ້ວຂ້ອຍຈະເຈັບປ່ວຍແທ້ໆ. ເນື່ອງຈາກສະຖານະການດັ່ງກ່າວ, ການຮັບໜ້າທີ່ນັ້ນຈຶ່ງຈະບໍ່ເປັນຜົນດີຕໍ່ສຸຂະພາບຂອງຂ້ອຍ. ແຕ່ຫຼັງຈາກນັ້ນ ຂ້ອຍກໍ່ຄິດວ່າ “ຍັງບໍ່ພົບຄົນທີ່ເໝາະສົມສຳລັບໜ້າທີ່ນີ້ເທື່ອ. ຖ້າຂ້ອຍບໍ່ຮັບມັນ, ວຽກງານໃນເຮືອນຂອງພຣະເຈົ້າຈະບໍ່ຖົດຖອຍບໍ? ຂ້ອຍຄວນເຮັດແນວໃດ?” ຫຼັງຈາກນັ້ນ, ຂໍ້ຄວາມໃນພຣະທຳຂອງພຣະເຈົ້າກໍ່ປາກົດເຂົ້າມາໃນຄວາມຄິດ: “ໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ ແລະ ການສະແຫວງຫາຄວາມຈິງ, ຖ້າເຈົ້າສາມາດເວົ້າໄດ້ວ່າ ‘ບໍ່ວ່າພຣະເຈົ້າຈະອະນຸຍາດໃຫ້ເກີດຄວາມເຈັບປ່ວຍຫຍັງ ຫຼື ເຫດການທີ່ບໍ່ພໍໃຈຢ່າງໃດກໍຕາມຕໍ່ຂ້ອຍ, ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ, ຂ້ອຍຕ້ອງເຊື່ອຟັງ ແລະ ຢືນຢູ່ໃນຕຳແໜ່ງຂອງຂ້ອຍດັ່ງສິ່ງທີ່ຖືກສ້າງ. ກ່ອນທຸກສິ່ງຢ່າງ, ຂ້ອຍຕ້ອງວາງຄວາມຈິງລັກສະນະນີ້ ນັ້ນກໍຄື ຄວາມເຊື່ອຟັງ ເພື່ອເຂົ້າສູ່ການປະຕິບັດ, ຂ້ອຍຈັດຕັ້ງປະຕິບັດມັນ ແລະ ດຳລົງຊີວິດຕາມຄວາມເປັນຈິງແຫ່ງການເຊື່ອຟັງພຣະເຈົ້າ. ຍິ່ງໄປກວ່ານັ້ນ, ຂ້ອຍຕ້ອງບໍ່ປະຖິ້ມສິ່ງທີ່ພຣະເຈົ້າໄດ້ຝາກຝັງໃຫ້ກັບຂ້ອຍ ແລະ ໜ້າທີ່ໆຂ້ອຍຄວນປະຕິບັດ. ແມ່ນແຕ່ໃນລົມຫາຍໃຈສຸດທ້າຍຂອງຂ້ອຍ, ຂ້ອຍກໍຕ້ອງປະຕິບັດຕາມໜ້າທີ່ຂອງຂ້ອຍ’. ນີ້ບໍ່ແມ່ນການເປັນພະຍານບໍ? ເມື່ອເຈົ້າມີຄວາມຕັ້ງໃຈແບບນີ້ ແລະ ມີສະພາວະແບບນີ້, ເຈົ້າຍັງສາມາດຈົ່ມຕໍ່ວ່າກ່ຽວກັບພຣະເຈົ້າຢຸ່ບໍ? ບໍ່, ເຈົ້າບໍ່ສາມາດເຮັດໄດ້(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ໃນການອ່ານພຣະທຳຂອງພຣະເຈົ້າຢູ່ເລື້ອຍໆ ແລະ ການໄຕ່ຕອງຄວາມຈິງເທົ່ານັ້ນຈຶ່ງມີຫົນທາງທີ່ຢູ່ຂ້າງໜ້າ). ພຣະທຳຂອງພຣະເຈົ້າເຮັດໃຫ້ຂ້ອຍມີເສັ້ນທາງປະຕິບັດ. ເຖິງແມ່ນຮອຍບາດຂອງຂ້ອຍຍັງບໍ່ທັນຫາຍດີຢ່າງສົມບູນ, ຂ້ອຍກໍ່ບໍ່ຕ້ອງການເຫັນແກ່ຕົວ ແລະ ໃຈແຄບອີກຕໍ່ໄປ, ໂດຍຄິດຫາແຕ່ຕົນເອງ ແລະ ບໍ່ແມ່ນເຮືອນຂອງພຣະເຈົ້າ. ເປັນເວລາຫຼາຍປີ, ຂ້ອຍໄດ້ເຮັດໜ້າທີ່ຂອງຂ້ອຍເພື່ອພອນ, ເຮັດການຕໍ່ລອງກັບພຣະເຈົ້າ. ຂ້ອຍບໍ່ເຄີຍສົນໃຈກັບຄວາມປະສົງຂອງພຣະເຈົ້າ ຫຼື ເຮັດຫຍັງເພື່ອເຮັດໃຫ້ພຣະເຈົ້າພໍໃຈ. ຂ້ອຍຕິດໜີ້ພຣະເຈົ້າແທ້ໆ! ມີຄວາມຕ້ອງການຄົນໆໜຶ່ງໃຫ້ເຮັດໜ້າທີ່ນີ້ຢ່າງຮີບດ່ວນ ແລະ ຂ້ອຍກໍ່ຕ້ອງການເຮັດມັນ. ບໍ່ວ່າແມ່ນຫຍັງຈະເກີດຂຶ້ນກັບສຸຂະພາບຂອງຂ້ອຍກໍ່ຕາມ, ຂ້ອຍຂໍພຽງວ່າຂ້ອຍສາມາດນໍາຄວາມສະບາຍໃຈມາໃຫ້ພຣະເຈົ້າ. ເມື່ອຖືກຊີ້ນໍາໂດຍພຣະທຳຂອງພຣະເຈົ້າ, ຄວາມເຈັບປ່ວຍຂອງຂ້ອຍຈຶ່ງບໍ່ກີດຂວາງຂ້ອຍອີກຕໍ່ໄປ ແລະ ຂ້ອຍອາສາສະໝັກທີ່ຈະຮັບໜ້າວຽກນັ້ນ.

ຂ້ອຍໄດ້ເປັນພະຍານເຖິງການປົກປ້ອງທີ່ອັດສະຈັນຂອງພຣະເຈົ້າ ເມື່ອຂ້ອຍທຸ້ມເທທຸກຢ່າງຂອງຂ້ອຍເຂົ້າໃນໜ້າທີ່ນີ້. ໜຶ່ງອາທິດຕໍ່ມາ, ຮອຍບາດຂອງຂ້ອຍບໍ່ພຽງແຕ່ບໍ່ໄດ້ຮ້າຍແຮງລົງ, ແຕ່ມັນເຊົາຢ່າງສົມບູນ. ທ່ານໝໍເວົ້າວ່າ “ພາວະບວມນໍ້າເຫຼືອງທີ່ຢູ່ໃນແຂນເປັນເລື່ອງປົກກະຕິຫຼັງຈາກການຜ່າຕັດປະເພດນີ້ ແລະ ເປັນເວລາທີ່ຟື້ນຕົວຫຼາຍກວ່າໜຶ່ງເດືອນ ຄົນເຈັບຍັງຈຳເປັນຕ້ອງການເຄມີບຳບັດ”. ແຕ່ນັບຕັ້ງແຕ່ທີ່ຂ້ອຍເລີ່ມເຮັດໜ້າທີ່ນັ້ນ, ຮອຍບາດຂອງຂ້ອຍກໍ່ເຊົາເຈັບປວດ, ບໍ່ມີພາວະບວມນໍ້າເຫຼືອງໃນແຂນຂອງຂ້ອຍ ແລະ ຂ້ອຍບໍ່ໄດ້ຮັບເຄມີບຳບັດ. ຕອນນີ້ ມັນເປັນເວລາຫຼາຍກວ່າໜຶ່ງປີນັບຕັ້ງແຕ່ການຜ່າຕັດ ແລະ ຂ້ອຍກໍ່ສະບາຍດີແທ້ໆ. ຂອບໃຈພຣະເຈົ້າສຳລັບການກະທຳທີ່ອັດສະຈັນຂອງພຣະອົງ. ໂດຍສ່ວນຕົວ, ຂ້ອຍໄດ້ຜະເຊີນກັບພຣະທຳຂອງພຣະອົງທີ່ກ່າວວ່າ: “ສິ່ງໃດກໍຕາມ ແລະ ທຸກສິ່ງ ບໍ່ວ່າຈະມີຊີວິດ ຫຼື ບໍ່ມີຊີວິດກໍຕາມ, ຈະຜັນປ່ຽນ, ປ່ຽນແປງ, ເກີດໃໝ່ ແລະ ຫາຍໄປໂດຍອີງຕາມຄວາມຄິດຂອງພຣະເຈົ້າ. ສິ່ງດັ່ງກ່າວແມ່ນວິທີທີ່ພຣະເຈົ້າປົກຄອງເໜືອທຸກສິ່ງທັງໝົດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ). ຫຼັງຈາກທີ່ຂ້ອຍປະຖິ້ມຄວາມຕ້ອງການທີ່ບໍ່ສົມເຫດສົມຜົນຂອງຂ້ອຍ ແລະ ບໍ່ເຮັດການຕໍ່ລອງກັບພຣະເຈົ້າອີກຕໍ່ໄປ, ຂ້ອຍກໍ່ໄດ້ເຫັນເຖິງສິດອຳນາດ ແລະ ການປົກຄອງຂອງພຣະເຈົ້າແທ້ໆ ແລະ ເປັນພະຍານເຖິງການກະທຳທີ່ອັດສະຈັນຂອງພຣະອົງ!

ບົດທົດສອບຂອງຄວາມເຈັບປ່ວຍນີ້ເບິ່ງຄືກັບຫາຍະນະໃນພາຍນອກ, ແຕ່ຄວາມຮັກຂອງພຣະເຈົ້າຖືກເຊື່ອງໄວ້ຢູ່ພາຍໃນມັນ. ແສງສະຫວ່າງ ແລະ ການຊີ້ນໍາຈາກພຣະທຳຂອງພຣະເຈົ້າໄດ້ເຮັດໃຫ້ຂ້ອຍຮັບຮູ້ເຖິງແຮງຈູງໃຈບາງຢ່າງຂອງຂ້ອຍໃນການຮັບເອົາພອນ ແລະ ຄວາມບໍ່ບໍລິສຸດຂອງຂ້ອຍ. ຂ້ອຍເລີ່ມມີຄວາມເຊື່ອຟັງບາງຢ່າງຕໍ່ພຣະເຈົ້າ ແລະ ຮຽນຮູ້ຢ່າງແທ້ຈິງວ່າການຜະເຊີນກັບຄວາມເຈັບປ່ວຍເປັນພອນຈາກພຣະເຈົ້າ, ມັນຄືເພື່ອຊໍາລະລ້າງ ແລະ ປ່ຽນແປງຂ້ອຍ. ຂອບໃຈພຣະເຈົ້າສຳລັບຄວາມລອດພົ້ນຂອງພຣະອົງ!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

Leave a Reply