ຈະລາຍງານ ຫຼື ບໍ່ລາຍງານ
ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ພວກເຈົ້າຄວນສະແຫວງຫາການຖືກ ຍອມຮັບໂດຍພຣະເຈົ້າ ເພື່ອຜົນປະໂຫຍດຕໍ່ ຊາຕາກໍາຂອງພວກເຈົ້າ. ນັ້ນໝາຍຄວາມວ່າ ເມື່ອພວກເຈົ້າຮັບຮູ້ວ່າ ພວກເຈົ້າຖືກຮັບເຂົ້າຮ່ວມໃນພຣະວິຫານຂອງພຣະເຈົ້າ, ພວກເຈົ້າກໍຄວນເຮັດໃຫ້ຈິດໃຈຂອງພຣະເຈົ້າມີຄວາມສັນຕິສຸກ ແລະ ເຮັດໃຫ້ພຣະອົງເພິ່ງພໍໃຈໃນທຸກສິ່ງທຸກຢ່າງ. ເວົ້າໄດ້ອີກວ່າ ການກະທໍາຂອງເຈົ້າຕ້ອງມີສິນທໍາ ແລະ ສອດຄ່ອງກັບຄວາມຈິງ ທີ່ມີຢູ່ໃນການກະທໍານັ້ນ. ຖ້າສິ່ງດັ່ງກ່າວຫາກເກີນຄວາມສາມາດຂອງເຈົ້າ, ເຈົ້າກໍຈະຖືກກຽດຊັງ ແລະ ປະຕິເສດໂດຍພຣະເຈົ້າ ແລະ ນອກນັ້ນກໍຈະຖືກດູຖູກໂດຍມະນຸດທຸກຄົນ. ເມື່ອເຈົ້າຕົກຢູ່ໃນສະພາບການທີ່ມືດມົວດັ່ງກ່າວ ເຈົ້າກໍຈະບໍ່ສາມາດຖືກຮັບເຂົ້າຢູ່ໃນພຣະວິຫານ ຂອງພຣະເຈົ້າ. ນີ້ໝາຍຄວາມວ່າເຈົ້າຈະບໍ່ຖືກຮັບເອົາໂດຍພຣະເຈົ້າ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະໂອວາດສາມຂໍ້). ພຣະເຈົ້າຮຽກຮ້ອງໃຫ້ພວກເຮົາເຮັດສິ່ງຕ່າງໆດ້ວຍຫຼັກການ ແລະ ສອດຄ່ອງກັບຄວາມຈິງ. ມັນຍັງເປັນພັນທະຂອງພວກເຮົາໃນຖານະທີ່ເປັນຜູ້ມີສັດທາ. ພວກເຮົາບໍ່ສາມາດໄດ້ຮັບການຍອມຮັບຂອງພຣະເຈົ້າໄດ້ໂດຍປາດສະຈາກການຮັກສາໄວ້ມາດຕະຖານນີ້. ໃນອະດີດ, ຂ້ານ້ອຍຖືກຖ່ວງດຶງໄວ້ຢູ່ຕະຫຼອດເວລາໂດຍອຸປະນິໄສທີ່ເຊື່ອມຊາມຂອງຂ້ານ້ອຍ. ຂ້ານ້ອຍບໍ່ໄດ້ເວົ້າ ຫຼື ເຮັດຕາມຫຼັກການ. ເມື່ອຂ້ານ້ອຍພົບຜູ້ນໍາຄຣິດຕະຈັກ ຫຼື ຄົນງານຈອມປອມ, ຂ້ານ້ອຍບໍ່ກ້າເປີດເຜີຍ ຫຼື ລາຍງານພວກເຂົາ ແລະ ສິ່ງນີ້ໄດ້ເຮັດໃຫ້ວຽກງານຂອງເຮືອນຂອງພຣະເຈົ້າຊັກຊ້າລົງ. ຂ້ານ້ອຍໄດ້ຮຽນຮູ້ຜ່ານປະສົບການວ່າມັນສຳຄັນແນວໃດທີ່ຈະເຮັດສິ່ງຕ່າງໆດ້ວຍຫຼັກການ.
ຜູ້ນຳຄຣິດຕະຈັກຂອງພວກເຮົາໄດ້ໃຫ້ຂ້ານ້ອຍເຮັດໜ້າທີ່ກວດແກ້ໃນລະດູຮ້ອນທີ່ຜ່ານມາເພື່ອໃຫ້ຂ້ານ້ອຍຊ່ວຍຫົວໜ້າທີມໃນວຽກງານຂອງທີມ. ຂ້ານ້ອຍຖືກໃຫ້ພັກວຽກຈາກໜ້າທີ່ສຸດທ້າຍຂອງຂ້ານ້ອຍສາມເດືອນກ່ອນ, ສະນັ້ນ ຂ້ານ້ອຍຈຶ່ງຂອບໃຈພຣະເຈົ້າດ້ວຍຄວາມຈິງໃຈສໍາລັບໂອກາດອີກຄັ້ງ. ຂ້ານ້ອຍໃຫ້ຄຸນຄ່າແທ້ໆສໍາລັບໂອກາດອັນນີ້ ແລະ ຕ້ອງການທີ່ຈະເພິ່ງພາພຣະເຈົ້າໃນການປະຕິບັດວຽກນີ້. ຂ້ານ້ອຍໄດ້ຮັບການແນະນໍາໂດຍຫຍໍ້ກ່ຽວກັບວຽກງານຂອງທີມໂດຍຫົວໜ້າທີມ ແລະ ຂ້ານ້ອຍກໍເຫັນວ່າພວກເຂົາບໍ່ມີແຮງງານພຽງພໍທີ່ຈະແກ້ໄຂເອກະສານຕ່າງໆ. ສິ່ງນີ້ມີຜົນກະທົບຕໍ່ຄວາມກ້າວໜ້າຂອງພວກເຂົາແທ້ໆ. ຂ້ານ້ອຍໄດ້ແນະນຳບັນດາອ້າຍເອື້ອຍນ້ອງສອງສາມຄົນ ເພື່ອທີ່ພວກເຮົາຈະສາມາດປຶກສາຫາລືກັນວ່າໃຜເໝາະສົມກັບໜ້າທີ່ນັ້ນທີ່ສຸດ. ແຕ່ຄຳຕອບຂອງລາວແມ່ນ: “ບໍ່ຟ້າວເທື່ອ. ໃຫ້ເຮັດແບບສະບາຍໆ — ເຈົ້າແກ້ໄຂເອກະສານສອງສາມສະບັບກ່ອນ, ຈາກນັ້ນພວກເຮົາຈະເບິ່ງກັນໃໝ່”. ການທີ່ເຫັນວ່າລາວບໍ່ສົນໃຈປານໃດເຮັດໃຫ້ຂ້ານ້ອຍຫງຸດຫງິດ. ບໍ່ມີຄົນພຽງພໍຢູ່ໃນທີມ ທີ່ເຂົ້າໃຈເຖິງຄວາມຈິງ ແລະ ມີຄວາມສາມາດທີ່ດີ ແລະ ສິ່ງນີ້ໄດ້ສົ່ງຜົນກະທົບຕໍ່ວຽກເປັນທີ່ຮຽບຮ້ອຍແລ້ວ. ລາວເວົ້າໄດ້ແນວໃດວ່າ: “ໃຫ້ເຮັດແບບສະບາຍໆ?” ນັ້ນບໍ່ແມ່ນຄວາມບໍ່ຮັບຜິດຊອບບໍ? ຂ້ານ້ອຍຮູ້ສຶກວ່າຂ້ານ້ອຍຕ້ອງຍົກເອົາມັນຂຶ້ນມາເວົ້າກັບລາວ. ແຕ່ຫຼັງຈາກນັ້ນ ຂ້ານ້ອຍຄິດວ່າ: “ລາວເປັນຜູ້ຮັບຜິດຊອບ. ລາວເຮັດໜ້າທີ່ນີ້ດົນກວ່າຂ້ານ້ອຍ ແລະ ລາວເຂົ້າໃຈຫຼັກການຕ່າງໆຫຼາຍກວ່າ. ລາວຄວນມີສະຕິທີ່ດີກ່ຽວກັບວິທີຈັດແຈງສິ່ງຕ່າງໆ. ຂ້ານ້ອຍຫາກໍເຂົ້າຮ່ວມທີມ ແລະ ທຸກຢ່າງແມ່ນໃໝ່ສຳລັບຂ້ານ້ອຍ. ຖ້າຂ້ານ້ອຍປາກໄວເກີນໄປ, ລາວຈະບໍ່ເວົ້າວ່າຂ້ານ້ອຍຊູຊີ ແລະ ເຮັດເກີນໜ້າທີ່ບໍ? ລືມມັນໄປສາ. ຂ້ານ້ອຍຈະລໍຖ້າ ແລະ ເບິ່ງໄປກ່ອນ”.
ຫຼັງຈາກນັ້ນບໍ່ດົນ ຂ້ານ້ອຍກໍໄດ້ຄົ້ນພົບວ່າ ລາວລະຫຼວມຫຼາຍກ່ຽວກັບການເຝິກອົບຮົມສະມາຊິກທີມ ແລະ ລາວບໍ່ມີຫຼັກການໃນການມອບໝາຍວຽກຕ່າງໆໃຫ້ກັບຄົນ. ອ້າຍເອື້ອຍນ້ອງບາງຄົນຈະເຮັດໜ້າທີ່ສະເພາະໃດໜຶ່ງ ແລະ ໂດຍປາດສະຈາກຄວາມຄິດກ່ຽວກັບສະຖານະການໂດຍລວມ, ຄວາມເຂັ້ມແຂງຕ່າງໆຂອງບຸກຄົນໃດໜຶ່ງ ຫຼື ໜ້າທີ່ປະເພດໃດທີ່ພວກເຂົາເໝາະສົມກັບ, ລາວພຽງແຕ່ມອບໝາຍມັນໃຫ້ກັບທີມອື່ນຕາມອໍາເພີໃຈ. ສິ່ງນີ້ມີຜົນກະທົບຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ ແລະ ຖ່ວງດຶງຄວາມກ້າວໜ້າຂອງພວກເຮົາ. ຂ້ານ້ອຍໄດ້ກ່າວກັບລາວວ່າການຈັດແຈງຕ່າງໆຂອງລາວແມ່ນບໍ່ມີຫຼັກການ ແລະ ບໍ່ເໝາະສົມ, ແຕ່ລາວຍັງສືບຕໍ່ເຮັດຕໍ່ໄປ. ຂ້ານ້ອຍຕ້ອງການທີ່ຈະສົນທະນາກັບລາວເພື່ອໄຈ້ແຍກ ແລະ ເປີດເຜີຍທໍາມະຊາດຂອງສິ່ງທີ່ລາວເຮັດ. ແຕ່ຫຼັງຈາກນັ້ນ ຂ້ານ້ອຍຄິດວ່າ: “ຂ້ານ້ອຍເປັນຄົນໃໝ່ໃນທີມ. ຖ້າຂ້ານ້ອຍແນະນໍາສິ່ງຕ່າງໆຢູ່ຕະຫຼອດເວລາ, ລາວຈະເວົ້າວ່າຂ້ານ້ອຍຄວບຄຸມ ແລະ ບໍ່ມີເຫດຜົນບໍ?” ເມື່ອຂ້ານ້ອຍຄິດແນວນັ້ນ, ຂ້ານ້ອຍກໍບໍ່ກ້າກ່າວເຖິງມັນອີກ.
ບໍ່ດົນ, ຂ້ານ້ອຍໄດ້ຮັບຈົດໝາຍຈາກຜູ້ນຳຄຣິດຕະຈັກຄົນໜຶ່ງ ທີ່ຖາມຂ້ານ້ອຍວ່າພວກເຮົາໄດ້ພົບເຫັນຜູ້ທີ່ແກ້ໄຂເອກະສານຕ່າງໆແລ້ວບໍ່ ແລະ ຫົວໜ້າທີມ ແລະ ຂ້ານ້ອຍເຮັດວຽກຮ່ວມກັນໄດ້ດີບໍ່. ສິ່ງນີ້ເຮັດໃຫ້ຂ້ານ້ອຍກັງວົນໜ້ອຍໜຶ່ງ. ຂ້ານ້ອຍບໍ່ຮູ້ວ່າຈະຕອບແນວໃດ. ຖ້າຫົວໜ້າທີມພົບວ່າຂ້ານ້ອຍບອກຜູ້ນໍາຄຣິດຕະຈັກວ່າລາວບໍ່ໄດ້ເຮັດວຽກຕົວຈິງ, ພວກເຮົາຈະເຮັດວຽກຮ່ວມກັນຕໍ່ໄປໄດ້ແນວໃດ? ນອກເໜືອຈາກນັ້ນ, ຂ້ານ້ອຍບໍ່ຮູ້ວ່າຄົນອື່ນໃນທີມຄິດແນວໃດກັບລາວ. ຖ້າຄວາມເຂົ້າໃຈຂອງຂ້ານ້ອຍບໍ່ຖືກ, ຜູ້ນໍາຄຣິດຕະຈັກຈະບອກວ່າຂ້ານ້ອຍຈູ້ຈີ້, ວ່າຂ້ານ້ອຍລໍາອຽງບໍ? ແຕ່ຖ້າຂ້ານ້ອຍບໍ່ເວົ້າອອກມາ, ຂ້ານ້ອຍຈະຮູ້ສຶກວ່າຂ້ານ້ອຍບໍ່ຊື່ສັດ ຫຼື ບໍ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ຫຼັງຈາກຄິດຢ່າງຮອບຄອບ, ຂ້ານ້ອຍກໍຕັດສິນໃຈຊອກຮູ້ວ່າຄົນອື່ນຄິດແນວໃດກັບລາວກ່ອນ. ຂ້ານ້ອຍສາມາດຕອບຈົດໝາຍໄດ້ໃນພາຍຫຼັງ.
ມື້ໜຶ່ງ, ຂ້ານ້ອຍພົບ ອ້າຍຢາງ ໃນບ່ອນຊຸມນຸມ. ລາວເວົ້າວ່າລາວຢູ່ໃນທີມເປັນເວລາຫຼາຍເດືອນແລ້ວ ແລະ ຫົວໜ້າທີມບໍ່ເຄີຍມີຄວາມຮັບຜິດຊອບຫຼາຍ. ລາວບໍ່ໄດ້ຕິດຕາມວຽກຢ່າງໃກ້ຊິດ ຫຼື ຕິດຕາມຢ່າງທັນເວລາ ແລະ ລາວບໍ່ໄດ້ແນະນຳບັນດາອ້າຍເອື້ອຍນ້ອງ ຫຼື ຊ່ວຍພວກເຂົາໃຫ້ເຂົ້າສູ່ຫຼັກການຕ່າງໆ. ນອກຈາກນັ້ນ ຍັງມີເອກະສານທີ່ຮີບດ່ວນບາງສະບັບທີ່ລາວບໍ່ໄດ້ມອບໝາຍໃຫ້ຜູ້ຄົນທັນທ່ວງທີ ແລະ ລາວຍັງເຫັນເປັນເລື່ອງທໍາມະດາແທ້ໆເມື່ອຄົນອື່ນນໍາເອົາເລື່ອງນີ້ມາເວົ້າ. ອ້າຍຢາງ ຍັງເວົ້າອີກວ່າລາວເກືອບທີ່ຈະບໍ່ເຄີຍໄດ້ຍິນລາວແບ່ງປັນບົດສົນທະນາໃນບ່ອນຊຸມນຸມກ່ຽວກັບວິທີທົບທວນ ແລະ ຮູ້ຈັກຕົນເອງເລີຍ ແລະ ວິທີປະຕິບັດພຣະທໍາຂອງພຣະເຈົ້າເມື່ອລາວມີບັນຫາ, ແຕ່ລາວພຽງແຕ່ເວົ້າຮອດຄໍາສອນບາງຄໍາເທົ່ານັ້ນ. ລາວເວົ້າວ່າ ຫົວໜ້າທີມແມ່ນເປັນຄົນທີ່ເວົ້າລ່ຽນໄຫຼ, ແຕ່ລາວບໍ່ໄດ້ເຮັດວຽກຕົວຈິງເລີຍ. ຂ້ານ້ອຍຄິດກັບຕົວເອງວ່າ: “ເບິ່ງຄືວ່າຫົວໜ້າທີມພຽງແຕ່ເຮັດໃຫ້ທຸກສິ່ງສັບສົນໂດຍທີ່ບໍ່ໄດ້ເຮັດວຽກຕົວຈິງ. ລາວບໍ່ຍອມຮັບຄວາມຈິງ ຫຼື ຄໍາແນະນໍາຕ່າງໆຈາກຄົນອື່ນ. ນັ້ນບໍ່ແມ່ນຄໍານິຍາມຂອງຜູ້ນຳຈອມປອມບໍ? ຖ້າລາວຍັງສືບຕໍ່ເຮັດໜ້າທີ່ນີ້, ຮັບຜິດຊອບວຽກສໍາຄັນດັ່ງກ່າວຢູ່ໃນເຮືອນຂອງພຣະເຈົ້າ, ນັ້ນອາດຈະເຮັດໃຫ້ວຽກງານຂອງເຮືອນຂອງພຣະເຈົ້າເສຍຫາຍໄດ້ແທ້ໆ”. ສິ່ງນີ້ເຮັດໃຫ້ຂ້ານ້ອຍຮູ້ວ່າບັນຫາດັ່ງກ່າວຮ້າຍແຮງເທົ່າໃດ ແລະ ຂ້ານ້ອຍຄວນບອກກັບຜູ້ນໍາຄຣິດຕະຈັກໂດຍບໍ່ຊັກຊ້າ. ແຕ່ຫຼັງຈາກນັ້ນ ຂ້ານ້ອຍຄິດວ່າ: “ຖ້າຂ້ານ້ອຍລາຍງານເລື່ອງນີ້ແທ້ ແລະ ລາວບໍ່ໄດ້ຖືກປ່ຽນແທນ, ລາວອາດຈະສ້າງຄວາມຫຍຸ້ງຍາກຕ່າງໆໃຫ້ຂ້ານ້ອຍໄດ້ ຫຼື ເຖິງກັບໃຫ້ຂ້ານ້ອຍອອກຈາກໜ້າທີ່ຂອງຂ້ານ້ອຍ. ຂ້ານ້ອຍໄດ້ເຮັດການເຝົ້າດ່ຽວ ແລະ ການທົບທວນຕົນເອງເປັນເວລາສາມເດືອນ. ຂ້ານ້ອຍບໍ່ໄດ້ຢູ່ໃນໜ້າທີ່ນີ້ດົນ. ຖ້າຂ້ານ້ອຍຖືກໃຫ້ພັກວຽກ, ຂ້ານ້ອຍຈະໄດ້ໜ້າທີ່ໃໝ່ອື່ນອີກບໍ? ຄຳສຸພາສິດເກົ່າເວົ້າວ່າ: ‘ຕະປູທີ່ໂພ່ຂຶ້ນຫຼາຍທີ່ສຸດຈະຖືກຄ້ອນຕີລົງ’. ຂ້ານ້ອຍບໍ່ຄວນເວົ້າຫຍັງ. ຂ້ານ້ອຍຈະລໍຖ້າຈົນກວ່າຈະມີຄົນອື່ນລາຍງານລາວ ແລະ ຈາກນັ້ນກໍຈະຮ່ວມສົ່ງສຽງນໍາ. ດ້ວຍວິທີນັ້ນ ຂ້ານ້ອຍຈະບໍ່ຕ້ອງໄດ້ສະແດງຕົວເປັນເປົ້າແບບນັ້ນ”.
ຂ້ານ້ອຍຕ້ອງການພຽງແຕ່ເຮັດແບບຜີດຖືກໆຈົນສໍາເລັດໂດຍການເປີດຕາເບື້ອງໜຶ່ງ ແລະ ຕາເບື້ອງໜຶ່ງປິດ, ແຕ່ວ່າພຣະເຈົ້າເຫັນເຂົ້າໄປໃນໃຈຂອງພວກເຮົາ. ຂ້ານ້ອຍມີຄວາມຮູ້ສຶກບໍ່ສະບາຍໃຈແທ້ໆຕອນກັບບ້ານຂອງຂ້ານ້ອຍ. ຈິດສໍານຶກຂອງຂ້ານ້ອຍຖືກສຽບແທງ. ຂ້ານ້ອຍຮູ້ສຶກວ່າເປັນພຣະວິນຍານບໍລິສຸດທີ່ຕິຕຽນຂ້ານ້ອຍ. ຂ້ານ້ອຍໄດ້ອະທິຖານຕໍ່ພຣະເຈົ້າ ແລະ ຂໍໃຫ້ພຣະອົງໃຫ້ແສງສະຫວ່າງແກ່ຂ້ານ້ອຍ ເພື່ອທີ່ວ່າຂ້ານ້ອຍຈະສາມາດຮູ້ຈັກຕົວເອງ. ຫຼັງຈາກເຮັດການອະທິຖານຂອງຂ້ານ້ອຍ, ຂ້ານ້ອຍຄິດເຖິງພຣະທໍາຂອງພຣະເຈົ້າເຫຼົ່ານີ້ທີ່ວ່າ: “ພວກເຈົ້າທຸກຄົນເວົ້າວ່າພວກເຈົ້າຄຳນຶງເຖິງພາລະຂອງພຣະເຈົ້າ ແລະ ຈະປົກປ້ອງປະຈັກພະຍານຂອງຄຣິສຕະຈັກ ເຈົ້າເປັນຄົນເຮັດຕາມຄວາມປະສົງຂອງເຮົາບໍ? ຈົ່ງຖາມຕົວເອງວ່າ: ເຈົ້າແມ່ນຄົນທີ່ໄດ້ສະແດງການພິຈາລະນາຕໍ່ພາລະຂອງພຣະອົງບໍ? ເຈົ້າສາມາດປະຕິບັດຄວາມຊອບທຳເພື່ອພຣະອົງໄດ້ບໍ? ເຈົ້າສາມາດຢືນຂຶ້ນ ແລະ ເວົ້າເພື່ອເຮົາໄດ້ບໍ? ເຈົ້າສາມາດນຳເອົາຄວາມຈິງສູ່ການປະຕິບັດໄດ້ຢ່າງເດັດດ່ຽວບໍ? ເຈົ້າກ້າພໍທີ່ຈະຕໍ່ສູ້ກັບການກະທຳທັງໝົດຂອງຊາຕານບໍ? ເຈົ້າຈະສາມາດແຍກອາລົມຂອງເຈົ້າອອກ ແລະ ເປີດໂປງຊາຕານເພື່ອຄວາມຈິງຂອງເຮົາໄດ້ບໍ? ເຈົ້າສາມາດອະນຸຍາດໃຫ້ເຈດຕະນາຂອງເຮົາຖືກຕື່ມເຕັມໃນຕົວເຈົ້າໄດ້ບໍ? ເຈົ້າໄດ້ມອບຫົວໃຈຂອງເຈົ້າໃນຊ່ວງເວລາທີ່ສຳຄັນທີ່ສຸດບໍ? ເຈົ້າແມ່ນຄົນທີ່ເຮັດຕາມຄວາມປະສົງຂອງເຮົາບໍ?” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 13). ຂ້ານ້ອຍບໍ່ມີຄໍາຕອບຕໍ່ກັບເລື່ອງນີ້. ຂ້ານ້ອຍຮູ້ສຶກເສຍໃຈແທ້ໆ. ຂ້ານ້ອຍເວົ້າຢູ່ຕະຫຼອດເວລາກ່ຽວກັບການຄໍານຶງເຖິງຄວາມປະສົງຂອງພຣະເຈົ້າ ແລະ ການສະໜັບສະໜູນວຽກງານຂອງຄຣິດຕະຈັກ, ແຕ່ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນແທ້ໆ ທີ່ລະເມີດຄວາມຈິງ ແລະ ທໍາລາຍເຮືອນຂອງພຣະເຈົ້າ, ຂ້ານ້ອຍພຽງແຕ່ຍຶດຖືຜົນປະໂຫຍດສ່ວນຕົວຕ່າງໆຂອງຂ້ານ້ອຍເອງ. ຂ້ານ້ອຍຮູ້ວ່າຫົວໜ້າທີມມີຄວາມລະຫຼວມຕໍ່ໜ້າທີ່ຂອງລາວ ແລະ ບໍ່ໄດ້ເຮັດວຽກຕົວຈິງໃດໆ, ວ່າມັນໄດ້ກະທົບກັບວຽກຂອງຄຣິດຕະຈັກເປັນທີ່ຮຽບຮ້ອຍແລ້ວ ແລະ ຂ້ານ້ອຍຄວນບອກຜູ້ນໍາຄຣິດຕະຈັກ. ແຕ່ຂ້ານ້ອຍພຽງແຕ່ປົກປ້ອງຕົວເອງເທົ່ານັ້ນ ໂດຍຢ້ານວ່າລາວຈະແກ້ແຄ້ນຂ້ານ້ອຍ ຫຼື ວ່າຂ້ານ້ອຍອາດຈະເສຍໜ້າທີ່ຂອງຂ້ານ້ອຍ. ຂ້ານ້ອຍຫົດຕົວກັບຄືນໃນຊ່ວງເວລາທີ່ສຳຄັນ, ເຮັດທໍາທ່າບໍ່ເຫັນ, ທຳທ່າວ່າບໍ່ຮູ້ວ່າກຳລັງເກີດຫຍັງຂຶ້ນ. ຂ້ານ້ອຍບໍ່ໄດ້ສະໜັບສະໜູນຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຈັກໜ້ອຍໜຶ່ງ. ຂ້ານ້ອຍເຫັນແກ່ຕົວຫຼາຍ ແລະ ເປັນຕາໜ້າລັງກຽດຫຼາຍ, ໂດຍປາດສະຈາກຄວາມເປັນມະນຸດ ຫຼື ເຫດຜົນໃດເລີຍ!
ເມື່ອຂ້ານ້ອຍກັບມາຮອດເຮືອນ, ຂ້ານ້ອຍໄດ້ອະທິຖານຕໍ່ພຣະເຈົ້າໃນການສະແຫວງຫາ: “ສິ່ງໃດທີ່ເຮັດໃຫ້ຂ້ານ້ອຍບໍ່ປະຕິບັດຄວາມຈິງ ແລະ ບໍ່ສະໜັບສະໜູນວຽກງານຂອງຄຣິດຕະຈັກ?” ຕໍ່ມາ ຂ້ານ້ອຍກໍໄດ້ອ່ານບົດນີ້ຂອງພຣະທໍາຂອງພຣະເຈົ້າທີ່ວ່າ: “ຄົນສ່ວນໃຫຍ່ປາຖະໜາທີ່ຈະສະແຫວງຫາ ແລະ ປະຕິບັດຄວາມຈິງ, ແຕ່ສ່ວນໃຫຍ່ແລ້ວ ພວກເຂົາພຽງແຕ່ມີຄວາມເດັດດ່ຽວ ແລະ ຄວາມປາຖະໜາທີ່ຈະເຮັດເຊັ່ນນັ້ນ; ຄວາມຈິງບໍ່ໄດ້ກາຍເປັນຊີວິດຂອງພວກເຂົາ. ຜົນຕາມມາກໍ່ຄື ເມື່ອພວກເຂົາຜະເຊີນກັບກອງກຳລັງຊົ່ວຮ້າຍ ຫຼື ພົບກັບຄົນຊົ່ວຮ້າຍ ແລະ ບໍ່ດີທີ່ກຳລັງເຮັດການຊົ່ວ ຫຼື ຜູ້ນໍາຈອມປອມ ແລະ ຜູ້ຕໍ່ຕ້ານພຣະຄຣິດທີ່ກຳລັງເຮັດສິ່ງຕ່າງໆໃນລັກສະນະທີ່ລະເມີດຫຼັກການ, ແລ້ວກໍ່ໃຫ້ວຽກງານໃນຄົວເຮືອນຂອງພຣະເຈົ້າຕ້ອງໄດ້ຮັບການສູນເສຍ ແລະ ທຳຮ້າຍຄົນທີ່ພຣະເຈົ້າໄດ້ເລືອກໄວ້, ພວກເຂົາສູນເສຍຄວາມກ້າຫານທີ່ຈະລຸກຂຶ້ນ ແລະ ເວົ້າອອກ. ມັນໝາຍຄວາມວ່າແນວໃດ ເມື່ອເຈົ້າບໍ່ມີຄວາມກ້າຫານ? ມັນໝາຍຄວາມວ່າ ເຈົ້າຂີ້ຢ້ານ ຫຼື ເວົ້າບໍ່ເກັ່ງບໍ? ຫຼື ມັນແມ່ນການທີ່ເຈົ້າບໍ່ເຂົ້າໃຈຢ່າງທົ່ວເຖິງ ແລະ ດ້ວຍເຫດນັ້ນກໍ່ບໍ່ມີຄວາມໝັ້ນໃຈທີ່ເວົ້າອອກບໍ? ມັນບໍ່ແມ່ນສິ່ງເຫຼົ່ານີ້; ມັນຄືການທີ່ເຈົ້າຖືກຄວບຄຸມໂດຍອຸປະນິໄສທີ່ເສື່ອມຊາມຫຼາຍປະເພດ. ໜຶ່ງໃນອຸປະນິໄສເຫຼົ່ານີ້ກໍ່ຄືເລ່ຫຼ່ຽມ. ເຈົ້າຄິດເຖິງຕົນເອງກ່ອນ ໂດຍຄິດວ່າ ‘ຖ້າຂ້ານ້ອຍເວົ້າອອກ, ມັນຈະສົ່ງຜົນປະໂຫຍດຫຍັງຕໍ່ຂ້ານ້ອຍ? ຖ້າຂ້ານ້ອຍເວົ້າອອກ ແລະ ເຮັດໃຫ້ຄົນໃດໜຶ່ງບໍ່ພໍໃຈ, ພວກເຮົາຈະເຂົ້າກັນໄດ້ແນວໃດໃນອະນາຄົດ?’ ນີ້ຄືຄວາມຄິດທີ່ມີເລ່ຫຼ່ຽມ, ແມ່ນບໍ? ນີ້ບໍ່ແມ່ນຜົນມາຈາກອຸປະນິໄສທີ່ມີເລ່ຫຼ່ຽມບໍ? ອີກຢ່າງແມ່ນອຸປະນິໄສທີ່ເຫັນແກ່ຕົວ ແລະ ໃຈຄັບແຄບ. ເຈົ້າຄິດວ່າ ‘ຄວາມເສຍຫາຍຕໍ່ຜົນປະໂຫຍດໃນຄົວເຮືອນຂອງພຣະເຈົ້າກ່ຽວຂ້ອງຫຍັງກັບຂ້ານ້ອຍ? ເປັນຫຍັງຂ້ານ້ອຍຈຶ່ງຕ້ອງສົນໃຈ? ມັນບໍ່ມີຫຍັງກ່ຽວຂ້ອງກັບຂ້ານ້ອຍ. ເຖິງແມ່ນວ່າຂ້ານ້ອຍເຫັນມັນ ແລະ ໄດ້ຍິນມັນເກີດຂຶ້ນ, ຂ້ານ້ອຍກໍ່ບໍ່ຈຳເປັນຕ້ອງເຮັດຫຍັງ. ມັນບໍ່ແມ່ນຄວາມຮັບຜິດຊອບຂອງຂ້ານ້ອຍ, ຂ້ານ້ອຍບໍ່ແມ່ນຜູ້ນໍາ’. ສິ່ງດັ່ງກ່າວຢູ່ພາຍໃນເຈົ້າ ຄືກັບວ່າພວກມັນເກີດຂຶ້ນຈາກຈິດໃຈທີ່ໄຮ້ສຳນຶກຂອງເຈົ້າ ແລະ ຄືກັບວ່າພວກມັນຄອບຄອງຕໍາແໜ່ງຖາວອນຢູ່ໃນຫົວໃຈຂອງເຈົ້າ, ພວກມັນຄືອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງມະນຸດ... ເຖິງແມ່ນຖ້າສິ່ງທີ່ເຈົ້າຄິດໃນຫົວໃຈຂອງເຈົ້າ ແລະ ສິ່ງຕ່າງໆທີ່ເຈົ້າເຊື່ອວ່າຖືກຕ້ອງເປັນສິ່ງທີ່ດີ ແລະ ພວກມັນສອດຄ່ອງກັບຄວາມຈິງ, ເຈົ້າກໍ່ບໍ່ໄດ້ເປັນນາຍປາກຂອງເຈົ້າ ແລະ ສິ່ງທີ່ເຈົ້າເວົ້າກໍບໍ່ກົງກັບສິ່ງທີ່ຢູ່ໃນຫົວໃຈຂອງເຈົ້າຈັກເທື່ອ. ຄໍາເວົ້າຂອງເຈົ້າຈຳເປັນຖືກປະມວນຜ່ານຈິດໃຈຂອງເຈົ້າ ແລະ ຄວາມຄິດຂອງເຈົ້າຢູ່ສະເໝີ ກ່ອນທີ່ຈະເວົ້າອອກມາດັງໆ. ຄົນອື່ນບໍ່ສາມາດບອກຄວາມໝາຍທີ່ຢູ່ເບື້ອງຫຼັງພວກມັນ ແລະ ເຈົ້າກໍ່ຮູ້ສຶກພໍໃຈກັບຕົວເອງຫຼາຍ. ເຈົ້າບໍ່ສົນໃຈແທ້ໆວ່າວຽກສຳເລັດໄດ້ແນວໃດ, ນີ້ຄືຄວາມຄິດຂອງເຈົ້າ. ອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງເຈົ້າກຳລັງຄວບຄຸມເຈົ້າ; ເຈົ້າບໍ່ໄດ້ເປັນແມ່ນແຕ່ນາຍປາກຂອງເຈົ້າເອງ. ເຖິງແມ່ນເຈົ້າຕ້ອງການອອກສຽງດ້ວຍຄຳເວົ້າທີ່ກົງໄປກົງມາ, ເຈົ້າທັງຈະບໍ່ສາມາດ ແລະ ຢ້ານທີ່ເວົ້າພວກມັນອອກມາ. ເຈົ້າບໍ່ສາມາດເຮັດແມ່ນແຕ່ໜຶ່ງສ່ວນໝື່ນຂອງສິ່ງທີ່ເຈົ້າຄວນເຮັດ, ສິ່ງທີ່ເຈົ້າຄວນເວົ້າ ແລະ ຄວາມຮັບຜິດຊອບທີ່ເຈົ້າຄວນປະຕິບັດ; ມື ແລະ ຕີນຂອງເຈົ້າຖືກຜູກມັດດ້ວຍອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງເຈົ້າ. ເຈົ້າບໍ່ໄດ້ຮັບຜິດຊອບເລີຍ. ອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງເຈົ້າບອກເຈົ້າເຖິງວິທີການເວົ້າ ແລະ ດ້ວຍເຫດນັ້ນ ເຈົ້າກໍ່ເວົ້າໃນລັກສະນະນັ້ນ; ມັນບອກເຈົ້າວ່າຕ້ອງເຮັດຫຍັງ ແລະ ເຈົ້າກໍ່ເຮັດມັນ... ເຈົ້າບໍ່ເຄີຍສະແຫວງຫາຄວາມຈິງ ແຮງໄກທີ່ເຈົ້າຈະປະຕິບັດຄວາມຈິງ, ເຈົ້າພຽງແຕ່ກໍ່ສືບຕໍ່ອະທິຖານ, ສ້າງຄວາມຕັ້ງໃຈຂອງເຈົ້າ, ສ້າງຄວາມເດັດດ່ຽວ ແລະ ກ່າວຄຳສາບານ. ແລ້ວມີຫຍັງອອກມາຈາກທຸກສິ່ງເຫຼົ່ານີ້ແດ່? ເຈົ້າກໍ່ຍັງເປັນຄົນທີ່ເຫັນດີກັບທຸກຢ່າງ; ເຈົ້າບໍ່ເຮັດໃຫ້ຄົນໃດໜຶ່ງໃຈຮ້າຍ ຫຼື ເຈົ້າບໍ່ເຮັດຜິດຕໍ່ຄົນໃດໜຶ່ງ. ຖ້າເລື່ອງໃດໜຶ່ງບໍ່ກ່ຽວຂ້ອງກັບເຈົ້າ,ເຈົ້າກໍ່ຈະຢູ່ຫ່າງຈາກມັນ: ‘ຂ້ານ້ອຍຈະບໍ່ເວົ້າຫຍັງກ່ຽວກັບສິ່ງຕ່າງໆທີ່ບໍ່ກ່ຽວຂ້ອງກັບຂ້ານ້ອຍ ແລະ ສິ່ງນີ້ຈະເປັນໄປໂດຍບໍ່ມີຂໍ້ຍົກເວັ້ນ. ຖ້າສິ່ງໃດໜຶ່ງສາມາດສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດຂອງຂ້ານ້ອຍເອງ, ຄວາມພາກພູມໃຈຂອງຂ້ານ້ອຍ ຫຼື ການເຄົາລົບນັບຖືຕົນເອງຂອງຂ້ານ້ອຍ, ຂ້ານ້ອຍກໍ່ຈະບໍ່ໃສ່ໃຈມັນ ແລະ ຈະຮັບມືກັບມັນທັງໝົດຢ່າງລະມັດລະວັງ; ຂ້ານ້ອຍຕ້ອງບໍ່ດຳເນີນການຢ່າງໃຈຮ້ອນ. ເລັບມືທີ່ເດອອກຈະຖືກຕໍາກ່ອນ ແລະ ຂ້ານ້ອຍບໍ່ໄດ້ໂງຂະໜາດນັ້ນ!’ ເຈົ້າຢູ່ພາຍໃຕ້ການຄວບຄຸມຂອງອຸປະນິໄສແຫ່ງຄວາມຊົ່ວຮ້າຍ, ເລ່ຫຼ່ຽມ, ຄວາມແຂງກະດ້າງ ແລະ ການກຽດຊັງຄວາມຈິງທີ່ເສື່ອມຊາມຂອງເຈົ້າແທ້ໆ. ພວກມັນເຮັດໃຫ້ເຈົ້າອິດເມື່ອຍ ແລະ ເຮັດໃຫ້ເຈົ້າລຳບາກທີ່ຈະແບກຮັບ, ລຳບາກກວ່າແມ່ນແຕ່ບ້ວງສີທອງທີ່ຫງໍຄົງສວມໃສ່. ການຢູ່ພາຍໃຕ້ອຸປະນິໄສທີ່ເສື່ອມຊາມເປັນສິ່ງທີ່ອິດເມື່ອຍ ແລະ ເຈັບປວດຫຼາຍ!” (ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ມີພຽງແຕ່ຄົນທີ່ຍອມຕໍ່ພຣະເຈົ້າຢ່າງແທ້ຈິງເທົ່ານັ້ນຈຶ່ງມີຫົວໃຈທີ່ຢຳເກງພຣະເຈົ້າ). ພຣະທໍາຂອງພຣະເຈົ້າໄດ້ເປີດເຜີຍເລ່ຫຼ່ຽມ ແລະ ອຸບປະນິໄສແບບຊາຕານທີ່ຊົ່ວຮ້າຍຂອງຂ້ານ້ອຍຢ່າງພົ້ນເດັ່ນ. ໃນເບື້ອງຕົ້ນ ເມື່ອເວລາທີ່ຂ້ານ້ອຍຍົກເອົາການຂາດຄົນໃນທີມຂຶ້ນ ແລະ ເຫັນວ່າຫົວໜ້າທີມຍັງສະຫງົບ ແລະ ບໍ່ສະແດງຄວາມຮັບຜິດຊອບ, ຂ້ານ້ອຍຮູ້ດີວ່າມັນຈະມີຜົນກະທົບຕໍ່ກັບວຽກຂອງຄຣິດຕະຈັກ. ແຕ່ຂ້ານ້ອຍບໍ່ກ້າເວົ້າຕື່ມອີກ ໂດຍຢ້ານລາວເວົ້າວ່າຂ້ານ້ອຍເຮັດເກີນຂອບເຂດ ແລະ ຈະເລີ່ມບໍ່ມັກຂ້ານ້ອຍ. ຕໍ່ມາ, ຂ້ານ້ອຍເຫັນວ່າລາວສະຫຼັບປ່ຽນຄົນໄປມາໂດຍບໍ່ມີຫຼັກການໃດໆ, ເອົາເງິນຈາກຄົນໜຶ່ງເພື່ອໄປຈ່າຍໃຫ້ອີກຄົນ ແລະ ສ້າງຄວາມເສຍຫາຍໃຫ້ວຽກຂອງພວກເຮົາ. ຂ້ານ້ອຍຍັງບໍ່ຄ່ອຍໄດ້ກ່າວເຖິງມັນປານໃດ, ແຕ່ພຽງແຕ່ຊີ້ໃຫ້ເຫັນມັນເທົ່ານັ້ນ. ຂ້ານ້ອຍຮູ້ວ່າ ບໍ່ມີຜົນຫຍັງເກີດຂຶ້ນຕາມມາ, ແຕ່ຂ້ານ້ອຍຢ້ານທີ່ຈະຈັດການກັບລາວ ຫຼື ເປີດໂປງລາວ. ເມື່ອ ອ້າຍຢາງ ບອກຂ້ານ້ອຍຫຼາຍຂຶ້ນກ່ຽວກັບລາວ, ຂ້ານ້ອຍບໍ່ຕ້ອງສົງໄສເລີຍວ່າລາວບໍ່ໄດ້ເຮັດວຽກຕົວຈິງ ແລະ ຈະບໍ່ຍອມຮັບຄວາມຈິງ, ວ່າລາວເປັນຜູ້ນໍາຈອມປອມ ແລະ ຂ້ານ້ອຍຄວນຈະລາຍງານມັນໃຫ້ແກ່ຜູ້ນໍາຄຣິດຕະຈັກທັນທີ. ເຖິງຢ່າງໃດກໍຕາມ, ຂ້ານ້ອຍຢ້ານວ່າລາວຈະເອົາໜ້າທີ່ຂອງຂ້ານ້ອຍໄປຈາກຂ້ານ້ອຍ, ສະນັ້ນ ຂ້ານ້ອຍຈຶ່ງເຊື່ອງຫາງຂອງຂ້ານ້ອຍ ແລະ ແລ່ນໜີໄປອີກເທື່ອໜຶ່ງ, ເພື່ອປົກປ້ອງຕໍາແໜ່ງ ແລະ ຄວາມກ້າວໜ້າຂອງຂ້ານ້ອຍເອງເທົ່ານັ້ນ. ຂ້ານ້ອຍເຫັນແກ່ຕົວຫຼາຍ ແລະ ຫຼອກລວງ! ທຸກຄັ້ງທີ່ຂ້ານ້ອຍເຫັນບັນຫາຕ່າງໆຂອງລາວ, ຂ້ານ້ອຍບໍ່ກ້າທີ່ຈະເປີດໂປງລາວ ຫຼື ບອກຜູ້ນໍາຄຣິດຕະຈັກ. ດ້ວຍເຫດນັ້ນ, ວຽກງານຂອງເຮືອນຂອງພຣະເຈົ້າຈຶ່ງຖືກຂັດຂວາງ. ຂ້ານ້ອຍໄດ້ດຳລົງຊີວິດຢູ່ໂດຍພິດຂອງຊາຕານຄື “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”, “ຕະປູທີ່ໂພ່ຂຶ້ນຫຼາຍທີ່ສຸດຈະຖືກຄ້ອນຕີລົງ”, “ກຳລັງເຮັດໃຫ້ຖືກຕ້ອງ”, ແລະ “ເຈົ້າໜ້າທີ່ລະດັບເຂດປົກຄອງບໍ່ສາມາດສັ່ງໃຫ້ຜູ້ຄົນເຮັດນັ້ນເຮັດນີ້ດັ່ງທີ່ເຈົ້າໜ້າທີ່ລະດັບທ້ອງຖິ່ນສາມາດເຮັດໄດ້”. ທັດສະນະຂອງຂ້ານ້ອຍແມ່ນໂງ່ຫຼາຍ ແລະ ຂ້ານ້ອຍກາຍເປັນຄົນທີ່ສົນໃຈຕົນເອງ ແລະ ຫຼອກລວງຫຼາຍຂຶ້ນ. ຂ້ານ້ອຍປ້ອງກັນ ແລະ ລະວັງທຸກບາດກ້າວໃນທຸກສິ່ງທຸກຢ່າງທີ່ຂ້ານ້ອຍໄດ້ເຮັດ, ປົກປ້ອງຜົນປະໂຫຍດຕ່າງໆຂອງຕົນເອງໃນທຸກໆເທື່ອ, ຢ້ານວ່າຈະຕ້ອງໄດ້ຮັບຜິດຊອບຕໍ່ກັບບັນຫາໃດໜຶ່ງທີ່ເກີດຂຶ້ນ. ຂ້ານ້ອຍບໍ່ສາມາດທົນກັບຄວາມຄິດກ່ຽວກັບການເວົ້າຫຍັງບໍ່ອອກ. ມັນຍາກຫຼາຍສໍາລັບຂ້ານ້ອຍທີ່ຈະເວົ້າຄໍາທີ່ແທ້ຈິງອອກມາ, ເວົ້າສິ່ງທີ່ກໍາລັງເກີດຂຶ້ນແທ້ໆ. ຂ້ານ້ອຍບໍ່ມີຄວາມກ້າທີ່ຈະລາຍງານ ແລະ ເປີດໂປງຜູ້ນຳຈອມປອມ. ຂ້ານ້ອຍຖືກຜູກມັດ ແລະ ຄວບຄຸມຢ່າງແໜ້ນໜາ ໂດຍອຸບປະນິໄສ ແລະ ພິດຂອງຊາຕານເຫຼົ່ານີ້. ຂ້ານ້ອຍບໍ່ສາມາດບອກຄວາມຈິງໄດ້ ແລະ ຂ້ານ້ອຍບໍ່ມີຄວາມຊອບທໍາເລີຍ. ມັນເປັນວິທີການດໍາລົງຊີວິດແບບຂີ້ຢ້ານ. ຂ້ານ້ອຍມີປະສົບການແທ້ຈິງວ່າສານພິດຂອງຊາຕານເຫຼົ່ານີ້ເຮັດໃຫ້ໂງ່ໄດ້ແນວໃດ ແລະ ເມື່ອດໍາລົງຊີວິດຢູ່ກັບພວກມັນ, ທຸກສິ່ງທຸກຢ່າງທີ່ຂ້ານ້ອຍເຮັດນັ້ນໄດ້ຂັດກັບຄວາມຈິງ ແລະ ຕໍ່ຕ້ານພຣະເຈົ້າ. ຂ້ານ້ອຍບໍ່ມີຄວາມຄ້າຍຄືກັບມະນຸດເລີຍ.
ຫຼັງຈາກນັ້ນ, ຄຣິດຕະຈັກໄດ້ອອກການຈັດແຈງວຽກງານ. ໄດ້ມີການບອກພວກເຮົາອີກເທື່ອໜຶ່ງວ່າຖ້າມີການພົບເຫັນຄົນຊົ່ວ ແລະ ຜູ້ຕໍ່ຕ້ານພຣະຄຣິດ ຫຼື ຜູ້ນໍາຈອມປອມ ຫຼື ຄົນງານທີ່ບໍ່ເຮັດວຽກຕົວຈິງ, ພວກເຂົາຄວນຈະຖືກລາຍງານເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ນັ້ນແມ່ນຄວາມຮັບຜິດຊອບຂອງທຸກຄົນຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າ. ຂ້ານ້ອຍຮູ້ສຶກບໍ່ດີຫຼາຍເມື່ອຄວາມຕ້ອງການເຫຼົ່ານີ້ຈາກເຮືອນຂອງພຣະເຈົ້າໄດ້ຖືກວາງໄວ້ຕໍ່ໜ້າຂ້ານ້ອຍ. ຂ້ານ້ອຍຮູ້ດີວ່າພວກເຮົາມີຜູ້ນໍາຈອມປອມໃນທີມຂອງພວກເຮົາ, ແຕ່ຂ້ານ້ອຍບໍ່ກ້າລາຍງານລາວ. ຂ້ານ້ອຍສົມຄວນທີ່ຈະເປັນຜູ້ໜຶ່ງໃນຜູ້ທີ່ຖືກເລືອກຂອງພຣະເຈົ້າໄດ້ແນວໃດ? ຂ້ານ້ອຍຊອກຫາພຣະທໍາບາງຂໍ້ຂອງພຣະເຈົ້າທີ່ກ່ຽວຂ້ອງກັບສະພາບຂອງຂ້ານ້ອຍ ແລະ ພົບສິ່ງນີ້: “ທັດສະນະຄະຕິທີ່ຄົນຄວນມີໃນແງ່ຂອງວິທີທີ່ການປະຕິບັດຕໍ່ຜູ້ນຳ ຫຼື ຄົນງານແມ່ນຫຍັງ? ຖ້າສິ່ງທີ່ຜູ້ນໍາ ຫຼື ຄົນງານເຮັດແມ່ນຖືກຕ້ອງ, ເຈົ້າກໍສາມາດເຊື່ອຟັງພວກເຂົາ; ຖ້າສິ່ງທີ່ພວກເຂົາເຮັດນັ້ນແມ່ນບໍ່ຖືກຕ້ອງ, ເຈົ້າກໍສາມາດເປີດໂປງພວກເຂົາ ແລະ ເຖິງກັບຕໍ່ຕ້ານພວກເຂົາ ແລະ ມີຄວາມຄິດເຫັນທີ່ແຕກຕ່າງ. ຖ້າພວກເຂົາບໍ່ສາມາດເຮັດວຽກຕົວຈິງໄດ້ ແລະ ໄດ້ຖືກເປີດໂປງວ່າເປັນຜູ້ນໍາຈອມປອມ, ຄົນງານຈອມປອມ ຫຼື ເປັນຜູ້ຕໍ່ຕ້ານພຣະຄຣິດ, ເຈົ້າກໍສາມາດປະຕິເສດທີ່ຈະຍອມຮັບຄວາມເປັນຜູ້ນໍາຂອງພວກເຂົາໄດ້ ແລະ ເຈົ້າຍັງສາມາດລາຍງານ ແລະ ເປີດໂປງພວກເຂົາໄດ້ເຊັ່ນກັນ. ແນວໃດກໍຕາມ, ຜູ້ທີ່ຖືກເລືອກຂອງພຣະເຈົ້າບາງຄົນບໍ່ເຂົ້າໃຈຄວາມຈິງ ແລະ ໂດຍສະເພາະແລ້ວແມ່ນເປັນຄົນຂີ້ຢ້ານ ແລະ ສະນັ້ນ ພວກເຂົາຈຶ່ງບໍ່ກ້າທີ່ຈະເຮັດສິ່ງໃດເລີຍ. ພວກເຂົາເວົ້າວ່າ: ‘ຖ້າຜູ້ນໍາໄລ່ຂ້ອຍອອກ, ຂ້ອຍຈະຈົບສິ້ນລົງ; ຖ້າລາວໃຫ້ທຸກຄົນເປີດໂປງ ຫຼື ປະຖິ້ມຂ້ອຍ, ຂ້ອຍກໍຈະບໍ່ສາມາດເຊື່ອໃນພຣະເຈົ້າໄດ້ອີກຕໍ່ໄປ. ຖ້າຂ້ອຍອອກຈາກຄຣິດຕະຈັກ, ພຣະເຈົ້າກໍຈະບໍ່ຕ້ອງການຂ້ອຍ ແລະ ຈະບໍ່ຊ່ວຍໃຫ້ຂ້ອຍລອດພົ້ນ. ຄຣິດຕະຈັກເປັນຕົວແທນພຣະເຈົ້າ!’ ວິທີການຄິດເຫຼົ່ານີ້ບໍ່ມີຜົນກະທົບຕໍ່ທັດສະນະຄະຕິຂອງບຸກຄົນດັ່ງກ່າວຕໍ່ສິ່ງເຫຼົ່ານັ້ນບໍ? ມັນສາມາດເປັນຄວາມຈິງແທ້ບໍຖ້າວ່າຜູ້ນໍາຂັບໄລ່ເຈົ້າ, ເຈົ້າຈະບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ອີກບໍ? ຄຳຖາມກ່ຽວກັບການຊ່ວຍເຈົ້າໃຫ້ລອດພົ້ນຂຶ້ນຢູ່ກັບທັດສະນະຄະຕິຂອງຜູ້ນຳຂອງເຈົ້າທີ່ມີຕໍ່ກັບເຈົ້າບໍ? ເປັນຫຍັງຫຼາຍຄົນຈຶ່ງມີຄວາມຢ້ານເຖິງລະດັບດັ່ງກ່າວ? ທັນທີທີ່ຜູ້ທີ່ເປັນຜູ້ນໍາຈອມປອມ ຫຼື ຜູ້ຕໍ່ຕ້ານພຣະຄຣິດຂົ່ມຂູ່ເຈົ້າ, ຖ້າເຈົ້າບໍ່ກ້າທີ່ຈະລາຍງານໃຫ້ຂັ້ນເທິງຮູ້ ແລະ ເຖິງກັບຮັບປະກັນວ່ານັບຕັ້ງແຕ່ນັ້ນມາ, ເຈົ້າຈະເປັນນໍ້າໜຶ່ງໃຈດຽວກັບຜູ້ນໍາ, ເຈົ້າກໍຈະບໍ່ຈົບສິ້ນບໍ? ນີ້ແມ່ນປະເພດຄົນຜູ້ທີ່ສະແຫວງຫາຄວາມຈິງບໍ? ເຈົ້າບໍ່ພຽງແຕ່ບໍ່ກ້າທີ່ຈະເປີດໂປງພຶດຕິກໍາທີ່ຊົ່ວຮ້າຍດັ່ງກ່າວ ທີ່ອາດຈະຖືກກະທໍາໂດຍຜູ້ຕໍ່ຕ້ານພຣະຄຣິດຂອງຊາຕານ, ແຕ່ກົງກັນຂ້າມ, ເຈົ້າເຊື່ອຟັງພວກເຂົາ ແລະ ເຖິງກັບຖືເອົາຄໍາເວົ້າຕ່າງໆຂອງພວກເຂົາວ່າເປັນຄວາມຈິງ ທີ່ເຈົ້າອ່ອນນ້ອມຕໍ່. ນີ້ບໍ່ແມ່ນຕົວຢ່າງທີ່ດີທີ່ສຸດຂອງຄວາມໂງ່ຈ້າບໍ?” (ພຣະທຳ, ເຫຼັ້ມທີ 4. ການເປີດໂປງຜູ້ຕໍ່ຕ້ານພຣະຄຣິດ. ລາຍການທີສາມ: ພວກເຂົາກີດກັນ ແລະ ໂຈມຕີຄົນທີ່ສະແຫວງຫາຄວາມຈິງ). ການອ່ານພຣະທໍາເຫຼົ່ານີ້ຈາກພຣະເຈົ້າເຮັດໃຫ້ຫົວໃຈຂອງຂ້ານ້ອຍສົດໃສຂຶ້ນ. ຂ້ານ້ອຍຢ້ານທີ່ຈະລາຍງານຫົວໜ້າທີມ ສ່ວນໃຫຍ່ແລ້ວເພາະຄວາມຢ້ານຂອງຂ້ານ້ອຍວ່າລາວຈະເຮັດໃຫ້ສິ່ງຕ່າງໆຫຍຸ້ງຍາກສຳລັບຂ້ານ້ອຍຖ້າຂ້ານ້ອຍລ່ວງເກີນລາວ ຫຼື ວ່າຂ້ານ້ອຍອາດຈະເສຍໜ້າທີ່ຂອງຂ້ານ້ອຍກໍໄດ້. ມັນຄືກັບວ່າລາວສາມາດກຳນົດໜ້າທີ່ ຫຼື ຊະຕາກຳ ຂອງຂ້ານ້ອຍໄດ້. ມັນເປັນວິທີທີ່ໂງ່ໃນການເບິ່ງມັນ. ບໍ່ວ່າຂ້ານ້ອຍຈະຖືກພັກວຽກ ຫຼື ຊະຕາກຳຂອງຂ້ານ້ອຍຈະເປັນເຊັ່ນໃດແມ່ນຢູ່ໃນພຣະຫັດຂອງພຣະເຈົ້າ. ບໍ່ມີມະນຸດຄົນໃດທີ່ຈະມີສິດຕັດສິນເປັນຜູ້ສຸດທ້າຍ. ບັນດາຜູ້ນຳຈອມປອມ ແລະ ຜູ້ຕໍ່ຕ້ານພຣະຄຣິດບໍ່ສາມາດຄວບຄຸມສິ່ງນັ້ນໄດ້. ເຮືອນຂອງພຣະເຈົ້າບໍ່ຄືກັບໂລກ. ຢູ່ບ່ອນນີ້, ຄວາມຈິງ ແລະ ຄວາມຊອບທຳປົກຄອງ. ບັນດາຜູ້ນໍາຈອມປອມ ແລະ ຜູ້ຕໍ່ຕ້ານພຣະຄຣິດບໍ່ສາມາດມີຈຸດຢືນຢູ່ໃນເຮືອນຂອງພຣະເຈົ້າໄດ້. ພວກເຂົາອາດຈະໄດ້ຮັບອຳນາດເປັນໄລຍະເວລາໜຶ່ງ, ແຕ່ໃນທີ່ສຸດແລ້ວ, ພວກເຂົາທັງໝົດຈະຖືກເປີດໂປງ ແລະ ກຳຈັດອອກໄປ. ຄຣິສຕະຈັກໄດ້ໄລ່ ແລະ ກຳຈັດຜູ້ນຳຈອມປອມ ແລະ ຜູ້ຕໍ່ຕ້ານພຣະຄຣິດຫຼາຍຄົນໃນອະດີດທີ່ຜ່ານມາ. ຂ້ານ້ອຍໄດ້ເຫັນສິ່ງນັ້ນຢ່າງຈະແຈ້ງ, ແຕ່ເມື່ອໜຶ່ງໃນນັ້ນປະກົດຂຶ້ນໃນວົງໂຄຈອນຂອງຂ້ານ້ອຍ ແລະ ຂ້ານ້ອຍຕ້ອງໄດ້ລາຍງານລາວເພື່ອປົກປ້ອງບັນດາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ຂ້ານ້ອຍພັດຫົດຕົວຢູ່. ຂ້ານ້ອຍມັກທີ່ຈະເປັນຜູ້ຮັບໃຊ້ຕົວນ້ອຍຂອງຊາຕານ. ຂ້ານ້ອຍອ່ອນແອ ແລະ ຂີ້ຢ້ານຫຼາຍ. ຂ້ານ້ອຍບໍ່ເຂົ້າໃຈອຸບປະນິໄສອັນຊອບທໍາຂອງພຣະເຈົ້າ ແລະ ຂ້ານ້ອຍບໍ່ໄດ້ເຫັນແທ້ວ່າພຣະອົງປົກຄອງ ແລະ ເຫັນທຸກສິ່ງທຸກຢ່າງ. ຂ້ານ້ອຍຢ້ານທີ່ຈະລ່ວງດກີນຄົນ, ແຕ່ບໍ່ຢ້ານທີ່ຈະລ່ວງເກີນພຣະເຈົ້າ. ນັ້ນແມ່ນການມີສະຖານທີ່ສໍາລັບພຣະເຈົ້າຢູ່ໃນຫົວໃຈຂອງຂ້ານ້ອຍໄດ້ແນວໃດ?
ຫຼັງຈາກນັ້ນ ຂ້ານ້ອຍກໍໄດ້ອ່ານບົດອື່ນຂອງພຣະທໍາຂອງພຣະເຈົ້າ. “ຖ້າຄຣິສຕະຈັກບໍ່ມີຄົນເຕັມໃຈປະຕິບັດຄວາມຈິງ ແລະ ບໍ່ມີໃຜສາມາດຢືນເປັນພະຍານໃຫ້ແກ່ພຣະເຈົ້າໄດ້, ແລ້ວຄຣິສຕະຈັກນັ້ນຄວນແຍກອອກທັງໝົດ ແລະ ຄວາມສໍາພັນຂອງມັນກັບຄຣິສຕະຈັກອື່ນໆກໍຈະຕ້ອງຖືກຕັດຂາດ. ນີ້ແມ່ນເອີ້ນວ່າ ‘ການຝັງຄວາມຕາຍ’; ນີ້ຄືສິ່ງທີ່ໝາຍຄວາມວ່າ ການໄລ່ຊາຕານອອກໄປ. ຖ້າຄຣິສຕະຈັກມີຄົນພາຍໃນຫຼາຍຄົນທີ່ມັກຂົ່ມເຫັງຄົນອື່ນ ແລະ ພວກເຂົາກໍຖືກຕິດຕາມໂດຍ ‘ແມງວັນນ້ອຍ’ ທີ່ຂາດຄວາມສາມາດໃນການຕັດສິນທີ່ດີ ແລະ ຖ້າຜູ້ຊຸມນຸມຍັງບໍ່ສາມາດປະຕິເສດຄວາມຜູກມັດ ແລະ ການເປົ່າຫູຂອງຄົນທີ່ມັກຂົ່ມເຫັງຄົນອື່ນເຫຼົ່ານີ້ ເຖິງແມ່ນວ່າຈະໄດ້ເຫັນຄວາມຈິງແລ້ວກໍຕາມ, ຄົນໂງ່ຈ້າທັງໝົດເຫຼົ່ານັ້ນກໍຈະຕ້ອງຖືກກໍາຈັດໃນທີ່ສຸດ. ແມງວັນໂຕນ້ອຍໆເຫຼົ່ານີ້ອາດຈະບໍ່ໄດ້ເຮັດຫຍັງຮ້າຍແຮງ ແຕ່ພວກເຂົາກໍຍິ່ງຫຼອກລວງຫຼາຍກວ່າ, ຍິ່ງຊໍານານ ແລະ ຫຼົບຫຼີກເກັ່ງຫຼາຍກວ່າ ແລະ ທຸກຄົນທີ່ເປັນຄືດັ່ງນີ້ຈະຖືກກໍາຈັດ. ຈະບໍ່ຖືກຈົ່ງໄວ້ແມ່ນແຕ່ຄົນດຽວ! ຜູ້ທີ່ເປັນຄົນຂອງຊາຕານຈະຖືກສົ່ງກັບຄືນໄປຫາຊາຕານ ໃນຂະນະທີ່ຜູ້ທີ່ເປັນຄົນຂອງພຣະເຈົ້າຈະໄປຄົ້ນຫາຄວາມຈິງຢ່າງແນ່ນອນ; ສິ່ງນີ້ແມ່ນຕັດສິນໂດຍທໍາມະຊາດຂອງພວກເຂົາ. ຈົ່ງໃຫ້ຜູ້ທີ່ຕິດຕາມຊາຕານດັບສະຫຼາຍໄປ! ຈະບໍ່ມີການສະແດງຄວາມປານີປານອມຕໍ່ຜູ້ຄົນເຫຼົ່ານີ້ອີກຕໍ່ໄປ. ຈົ່ງໃຫ້ຜູ້ທີ່ຄົ້ນຫາຄວາມຈິງໄດ້ຮັບສິ່ງທີ່ຈັດກຽມໄວ້ໃຫ້ ແລະ ຂໍໃຫ້ພວກເຂົາມີຄວາມສຸກກັບພຣະທໍາຂອງພຣະເຈົ້າຢ່າງສຸດໃຈ. ພຣະເຈົ້າແມ່ນຄວາມຊອບທໍາ; ພຣະອົງບໍ່ເຂົ້າຂ້າງຜູ້ໃດ. ຖ້າເຈົ້າເປັນຜີສາດ ເຈົ້າກໍຈະບໍ່ສາມາດປະຕິບັດຄວາມຈິງ; ຖ້າເຈົ້າເປັນຄົນທີ່ຄົ້ນຫາຄວາມຈິງ ມັນກໍແນ່ຊັດຢູ່ແລ້ວວ່າເຈົ້າກໍຈະບໍ່ຖືກຊາຕານຈັບກຸມຢ່າງແນ່ນອນ. ສິ່ງດັ່ງກ່າວນີ້ແມ່ນເກີນຂໍ້ສົງໄສທັງປວງ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍາເຕືອນເຖິງຜູ້ຄົນທີ່ບໍ່ປະຕິບັດຄວາມຈິງ). ເມື່ອອ່ານພຣະທໍາຂອງພຣະອົງ, ຂ້ານ້ອຍສາມາດຮູ້ສຶກຢ່າງແທ້ໆເຖິງຄວາມບໍລິສຸດ, ຄວາມຊອບທຳ ແລະ ອຸປະນິໄສທີ່ບໍ່ສາມາດລ່ວງເກີນໄດ້ຂອງພຣະເຈົ້າ. ພຣະອົງຈະບໍ່ທົນຕໍ່ກັບຜູ້ນໍາຈອມປອມ ແລະ ບັນດາຜູ້ຕໍ່ຕ້ານພຣະຄຣິດທີ່ຂັດຂວາງວຽກງານຂອງເຮືອນຂອງພຣະອົງ ແລະ ທໍາຮ້າຍຜູ້ທີ່ພຣະອົງຊົງເລືອກ. ພຣະອົງຍັງກຽດຊັງຜູ້ທີ່ບໍ່ປະຕິບັດຄວາມຈິງ, ຜູ້ທີ່ບໍ່ປົກປ້ອງຜົນປະໂຫຍດຕ່າງໆຂອງເຮືອນຂອງພຣະເຈົ້າເມື່ອຄົນເຫຼົ່ານັ້ນປາກົດຕົວຂຶ້ນ. ຖ້າພວກເຂົາບໍ່ກັບໃຈ, ພວກເຂົາທັງໝົດຈະຖືກກຳຈັດ ແລະ ລົງໂທດຄືກັນໃນທີ່ສຸດ. ຂ້ານ້ອຍຄິດກ່ຽວກັບວ່າຂ້ານ້ອຍຮູ້ໄດ້ແນວໃດວ່າຫົວໜ້າທີມເປັນຜູ້ນໍາຈອມປອມ, ແຕ່ຂ້ານ້ອຍບໍ່ໄດ້ປະຕິບັດຄວາມຈິງ ຫຼື ມີຄວາມກ້າຫານທີ່ຈະລາຍງານລາວ. ທັງໝົດນີ້ແມ່ນເພື່ອຜົນປະໂຫຍດສ່ວນຕົວຂອງຂ້ານ້ອຍເອງ. ຂ້ານ້ອຍໄດ້ກົ້ມຫົວຕໍ່ຊາຕານເທື່ອແລ້ວເທື່ອອີກ, ຢືນຢູ່ຄຽງຂ້າງມັນ, ເຮັດຕາມ ແລະ ປົກປ້ອງຜູ້ນໍາຈອມປອມຜູ້ນັ້ນໂດຍທໍາຮ້າຍວຽກງານຂອງເຮືອນຂອງພຣະເຈົ້າ. ຂ້ານ້ອຍມີສ່ວນໃນຄວາມຊົ່ວຊ້າດັ່ງກ່າວທີ່ລາວເຮັດ. ຂ້ານ້ອຍມ່ວນກັບຄວາມຈິງທີ່ວ່າພຣະເຈົ້າໄດ້ປະທານ ແລະ ກິນ ແລະ ດື່ມຈາກໂຕະຂອງພຣະອົງ. ແຕ່ໃນເວລາວິກິດເມື່ອຊາຕານກໍາລັງອາລະວາດໃນເຮືອນຂອງພຣະເຈົ້າ, ຂ້ານ້ອຍບໍ່ສາມາດປົກປ້ອງຜົນປະໂຫຍດຕ່າງໆຂອງເຮືອນຂອງພຣະເຈົ້າໄດ້. ກົງກັນຂ້າມ, ຂ້ານ້ອຍໄດ້ກັດພຣະຫັດທີ່ປ້ອນຂ້ານ້ອຍ ແລະ ເຂົ້າຂ້າງສັດຕູ. ນັ້ນແມ່ນການທໍລະຍົດຕໍ່ພຣະເຈົ້າ ແລະ ມັນລ່ວງເກີນອຸບປະນິໄສຂອງ ພຣະອົງຢ່າງຮ້າຍແຮງ. ການຄິດເຖິງພຣະທໍາເຫລົ່ານີ້ຂອງພຣະເຈົ້າທີ່ວ່າ “ຈົ່ງໃຫ້ຜູ້ທີ່ຕິດຕາມຊາຕານດັບສະຫຼາຍໄປ!” ເຮັດໃຫ້ຂ້ານ້ອຍຮູ້ສຶກຢ້ານແທ້ໆ. ຂ້ານ້ອຍຮູ້ວ່າຖ້າຂ້ານ້ອຍບໍ່ກັບໃຈ, ຂ້ານ້ອຍຈະຖືກພຣະເຈົ້າກໍາຈັດຢ່າງແນ່ນອນ, ພ້ອມກັບຜູ້ນໍາຈອມປອມ. ຂ້ານ້ອຍເຫັນທໍາມະຊາດ ແລະ ຜົນສະທ້ອນທີ່ຮ້າຍແຮງຂອງການບໍ່ລາຍງານຜູ້ນຳຈອມປອມ ແລະ ກໍກຽດຊັງຕົວຂ້ານ້ອຍເອງແທ້ໆທີ່ເຫັນແກ່ຕົວ ແລະ ເປັນຕາລັງກຽດຫຼາຍ. ຂ້ານ້ອຍບໍ່ໄດ້ປົກປ້ອງຜົນປະໂຫຍດຕ່າງໆຂອງເຮືອນຂອງພຣະເຈົ້າເລີຍ. ຂ້ານ້ອຍຂາດຄວາມເປັນມະນຸດຢ່າງຊິ້ນເຊີງ. ຈາກນັ້ນ ຂ້ານ້ອຍໄດ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ. “ໂອ ພຣະເຈົ້າ, ຂ້ານ້ອຍເຫັນແກ່ຕົວ ແລະ ຄົດໂກງຫຼາຍ. ຂ້ານ້ອຍໄດ້ເຫັນຜູ້ນຳຈອມປອມຢູ່ໃນຄຣິດຕະຈັກທີ່ຂ້ານ້ອຍບໍ່ເຄີຍລາຍງານ ຫຼື ເປີດໂປງ. ຂ້ານ້ອຍໄດ້ປົກປິດໃຫ້ລາວ ແລະ ເຮັດຕາມລາວ ແລະ ເຮັດໜ້າທີ່ເປັນຜູ້ຮັບໃຊ້ຂອງຊາຕານພຽງເພື່ອຈະປົກປ້ອງຜົນປະໂຫຍດສ່ວນຕົວຕ່າງໆຂອງຂ້ານ້ອຍເອງ. ຂ້ານ້ອຍຄວນຈະຖືກລົງໂທດ. ພຣະເຈົ້າເອີຍ, ຂ້ານ້ອຍຈະບໍ່ເຮັດສິ່ງແບບເຊັ່ນນັ້ນອີກເລີຍ. ຂ້ານ້ອຍຢາກຈະກັບໃຈ. ກະລຸນາໃຫ້ພະລັງແກ່ຂ້ານ້ອຍເພື່ອທີ່ຂ້ານ້ອຍຈະສາມາດປະຕິບັດຄວາມຈິງ, ລາຍງານ ແລະ ເປີດໂປງຜູ້ນຳຈອມປອມຄົນນັ້ນ ແລະ ສະໜັບສະໜູນວຽກງານຂອງຄຣິດຕະຈັກ”.
ຂ້ານ້ອຍໄດ້ອ່ານພຣະທໍາເຫຼົ່ານີ້ຈາກພຣະເຈົ້າຕອນເຝົ້າດ່ຽວຂອງຂ້ານ້ອຍໃນມື້ຕໍ່ມາ: “ເຈົ້າຕ້ອງຮຽນຮູ້ທີ່ຈະແຍກແຍະຄວາມຄິດ ແລະ ແນວຄິດຂອງເຈົ້າ. ອັນໃດກໍ່ຕາມທີ່ເຈົ້າກຳລັງເຮັດແມ່ນຜິດ ແລະ ພຶດຕິກຳອັນໃດຂອງເຈົ້າທີ່ພຣະເຈົ້າບໍ່ມັກ, ເຈົ້າຄວນຈະສາມາດປີ້ນຄືນພວກມັນໄດ້ທັນທີ ແລະ ແກ້ໄຂໃຫ້ພວກມັນຖືກຕ້ອງ. ແມ່ນຫຍັງຄືຈຸດປະສົງຂອງການແກ້ໄຂພວກມັນໃຫ້ຖືກຕ້ອງ? ມັນເປັນການຍອມຮັບ ແລະ ຮັບເອົາຄວາມຈິງ, ໃນຂະນະທີ່ປະຕິເສດສິ່ງຕ່າງໆພາຍໃນຕົວເຈົ້າທີ່ເປັນຂອງຊາຕານ ແລະ ປ່ຽນແທນພວກມັນດ້ວຍຄວາມຈິງ. ເຈົ້າເຄີຍອີງໃສ່ທຳມະຊາດແບບຊາຕານຂອງເຈົ້າ ເຊັ່ນ: ຄວາມເຈົ້າເລ່ ແລະ ຄວາມຫຼອກລວງ, ແຕ່ຕອນນີ້ ເຈົ້າບໍ່ໄດ້ເຮັດແນວນັ້ນ; ຕອນນີ້, ເມື່ອເຈົ້າເຮັດສິ່ງຕ່າງໆ, ເຈົ້າເຮັດດ້ວຍຈິດໃຈແຫ່ງຄວາມຊື່ສັດ, ຄວາມບໍລິສຸດ ແລະ ເຊື່ອຟັງ... ເມື່ອຄວາມຈິງກາຍມາເປັນຊີວິດຂອງເຈົ້າ, ແລ້ວຖ້າບຸກຄົນໃດໜຶ່ງໝິ່ນປະໝາດພຣະເຈົ້າ, ບໍ່ມີຄວາມເຄົາລົບຕໍ່ພຣະເຈົ້າ, ບໍ່ຮອບຄອບໃນໜ້າທີ່ຂອງພວກເຂົາ, ກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນຕໍ່ວຽກງານໃນຄຣິດຕະຈັກ ແລະ ເມື່ອເຈົ້າເຫັນສິ່ງນີ້ເກີດຂຶ້ນ, ແລ້ວເຈົ້າກໍ່ສາມາດແຍກແຍະມັນ ແລະ ເປີດໂປງມັນໄດ້ເມື່ອຈຳເປັນ ແລະ ຮັບມືກັບມັນຕາມຄວາມຈິງ-ຫຼັກການ” (ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ມີພຽງແຕ່ຄົນທີ່ຍອມຕໍ່ພຣະເຈົ້າຢ່າງແທ້ຈິງເທົ່ານັ້ນຈຶ່ງມີຫົວໃຈທີ່ຢຳເກງພຣະເຈົ້າ). ພຣະທໍາຂອງພຣະເຈົ້າສະແດງໃຫ້ຂ້ານ້ອຍເຫັນວ່າອົງປະກອບພື້ນຖານທີ່ສຸດຂອງຄວາມສັດທາຄືການມີຫົວໃຈທີ່ຊື່ສັດ, ການປະຕິບັດຄວາມຈິງ, ການປົກປ້ອງຜົນປະໂຫຍດຕ່າງໆຂອງເຮືອນຂອງພຣະເຈົ້າ ແລະ ການເຮັດສິ່ງຕ່າງໆໂດຍຫຼັກການ. ນັ້ນແມ່ນວິທີທີ່ພວກເຮົາສາມາດນໍາຄວາມສຸກໃຫ້ພຣະເຈົ້າ. ຂ້ານ້ອຍຮູ້ວ່າຂ້ານ້ອຍຕ້ອງປະຕິບັດຄວາມຈິງ ແລະ ລາຍງານຫົວໜ້າທີມຂອງພວກເຮົາຕາມຫຼັກການ. ສະນັ້ນ, ຂ້ານ້ອຍຈຶ່ງໄດ້ຂຽນທຸກຢ່າງທີ່ລາວໄດ້ເຮັດ, ຢ່າງຖືກຕ້ອງ ແລະ ລະອຽດ, ແລະ ມອບມັນໃຫ້ຜູ້ນໍາຄຣິດຕະຈັກ. ຫຼັງຈາກກວດສອບທຸກຢ່າງແລ້ວ, ຜູ້ນໍາຄຣິດຕະຈັກໄດ້ຢືນຢັນວ່າລາວໄດ້ປະຕິບັດໜ້າທີ່ຂອງລາວເອງຢ່າງບໍ່ໄດ້ລະມັດລະວັງ ແລະ ບໍ່ໄດ້ເຮັດວຽກຕົວຈິງອັນໃດເລີຍ. ແທ້ຈິງແລ້ວ, ລາວເປັນຜູ້ນຳຈອມປອມ ແລະ ຖືກໄລ່ອອກຈາກໜ້າທີ່ຂອງລາວ. ຂ້ານ້ອຍຮູ້ສຶກສະຫງົບໃຈເມື່ອຂ້ານ້ອຍໄດ້ຮັບແຈ້ງກ່ຽວກັບເລື່ອງນັ້ນ.
ປະສົບການນັ້ນສະແດງໃຫ້ຂ້ານ້ອຍເຫັນວ່າພຣະເຈົ້າຊອບທຳແນວໃດ ແລະ ຢູ່ໃນເຮືອນຂອງພຣະອົງ, ພຣະຄຣິດ ແລະ ຄວາມຈິງປົກຄອງ. ບໍ່ວ່າຕຳແໜ່ງຂອງຜູ້ໃດຜູ້ໜຶ່ງຈະສູງປານໃດ, ຄວາມອາວຸໂສຂອງພວກເຂົາຈະຍິ່ງໃຫຍ່ຂະໜາດໃດ, ພວກເຂົາຕ້ອງອ່ອນນ້ອມໃຫ້ແກ່ຄວາມຈິງ ແລະ ໃຫ້ແກ່ພຣະທໍາຂອງພຣະເຈົ້າ. ຜູ້ທີ່ບໍ່ປະຕິບັດຄວາມຈິງຈະບໍ່ສາມາດຢືນຢູ່ຢ່າງໝັ້ນຄົງໃນເຮືອນຂອງພຣະເຈົ້າໄດ້. ພວກເຂົາຈະຖືກກຳຈັດໃນທີ່ສຸດ. ພຽງແຕ່ເປັນຄົນຊື່ສັດ, ປະຕິບັດພຣະທໍາຂອງພຣະເຈົ້າ ແລະ ເຮັດສິ່ງຕ່າງໆຕາມແນວທາງຫຼັກການແມ່ນສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ ແລະ ຈະໄດ້ຮັບການຍິນຍອມຈາກພຣະອົງ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?