ການຫຼຸດພົ້ນຈາກພັນທະນາການຂອງຄວາມເປັນທາດ

03 ເດືອນມີນາ 2022

ໂດຍ ໂຈ່ຢວນ, ຈີນ

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ເວລານີ້ເປັນເວລາກໍານົດຈຸດຈົບຂອງມະນຸດແຕ່ລະຄົນ ບໍ່ແມ່ນເວລາທີ່ເຮົາເລີ່ມລົງໂທດມະນຸດເທື່ອ. ເຮົາຈະບັນທຶກທຸກຖ້ອຍຄໍາ ແລະ ການກະທໍາຂອງແຕ່ລະຄົນໄວ້ໃນປຶ້ມບັນທຶກຂອງເຮົາ ລວມທັງວິທີການທີ່ພວກເຂົາຕິດຕາມເຮົາ ນິໄສໃຈຄໍແທ້ຈິງຂອງພວກເຂົາ ແລະ ຜົນງານສຸດທ້າຍຂອງພວກເຂົາ. ດ້ວຍວິທີນີ້ຈະບໍ່ມີມະນຸດຄົນໃດລອດພົ້ນຈາກກໍາມືຂອງເຮົາໄດ້ ແລະ ຄົນທັງໝົດຈະຕົກຢູ່ຕາມກຸ່ມທີ່ເຮົາກໍານົດໄວ້(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກະກຽມຄວາມດີໃຫ້ພຽງພໍສຳລັບຈຸດໝາຍປາຍທາງຂອງເຈົ້າ). “ຜົນໄດ້ຮັບຂອງແຕ່ລະຄົນແມ່ນຖືກກໍານົດຕາມທາດແທ້ທີ່ເກີດຈາກການກະທໍາຂອງພວກເຂົາ ແລະ ມັນຖືກກໍານົດຢ່າງເໝາະສົມສະເໝີ. ບໍ່ມີໃຜສາມາດແບກຮັບບາບຂອງຄົນອື່ນໄດ້; ແຮງຍິ່ງໄປກວ່ານັ້ນ, ບໍ່ມີໃຜສາມາດຮັບໂທດແທນຄົນອື່ນໄດ້. ນີ້ແມ່ນສິ່ງທີ່ແນ່ນອນທີ່ສຸດ. ການດູແລຢ່າງຖະໜອມຂອງພໍ່ແມ່ຕໍ່ລູກຂອງພວກເຂົາບໍ່ໄດ້ໝາຍຄວາມວ່າ ພວກເຂົາສາມາດປະຕິບັດສິ່ງທີ່ຊອບທໍາແທນລູກໆຂອງພວກເຂົາໄດ້ ຫຼື ຄວາມຮັກກະຕັນຍູຂອງລູກໆທີ່ມີຕໍ່ພໍ່ແມ່ຂອງພວກເຂົາ ໝາຍຄວາມວ່າ ພວກເຂົາສາມາດປະຕິບັດສິ່ງທີ່ຊອບທໍາແທນພໍ່ແມ່ຂອງພວກເຂົາໄດ້. ນີ້ຄືຄວາມໝາຍທີ່ແທ້ຈິງຂອງຂໍ້ພຣະທໍາທີ່ວ່າ: ‘ແລ້ວໃນທົ່ງນາມີຊາຍສອງຄົນ; ຄົນໜຶ່ງຈະຖືກຮັບໄປ ແລະ ອີກຄົນຈະຖືກປະຖິ້ມ. ຍິງສອງຄົນກຳລັງບົດແປ້ງຢູ່ໃນໂຮງເຮັດແປ້ງ; ຄົນໜຶ່ງຈະຖືກຮັບໄປ ແລະ ອີກຄົນຈະຖືກປະຖິ້ມ’. ຜູ້ຄົນບໍ່ສາມາດນຳເອົາລູກໆຂອງພວກເຂົາ ທີ່ເຮັດສິ່ງຊົ່ວຮ້າຍໄປສູ່ບ່ອນພັກເຊົາໄດ້ໃນບົນພື້ນຖານຄວາມຮັກອັນເລິກເຊິ່ງຂອງພວກເຂົາທີ່ມີຕໍ່ລູກໆ ແລະ ບໍ່ມີໃຜສາມາດເອົາເມຍ (ຫຼືຜົວ) ຂອງພວກເຂົາໄປສູ່ບ່ອນພັກເຊົາໄດ້ບົນພື້ນຖານການປະພຶດທີ່ຊອບທໍາຂອງຕົນເອງ. ສິ່ງນີ້ແມ່ນກົດແຫ່ງການປົກຄອງ; ບໍ່ມີຂໍ້ຍົກເວັ້ນຕໍ່ບຸກຄົນໃດໆ. ສຸດທ້າຍກໍຄື ຜູ້ທີ່ປະຕິບັດຄວາມຊອບທໍາແມ່ນຜູ້ປະຕິບັດຄວາມຊອບທໍາ ແລະ ຜູ້ທີ່ກະທໍາຄວາມຊົ່ວແມ່ນຜູ້ທີ່ກະທໍາຄວາມຊົ່ວ. ຜູ້ທີ່ປະຕິບັດຄວາມຊອບທໍາ ໃນທີ່ສຸດ ກໍຈະຖືກອະນຸຍາດໃຫ້ຢູ່ລອດ ໃນຂະນະຜູ້ທີ່ກະທໍາຄວາມຊົ່ວຈະຖືກທໍາລາຍ. ຜູ້ທີ່ບໍລິສຸດແມ່ນຜູ້ທີ່ບໍລິສຸດ; ພວກເຂົາບໍ່ສົກກະປົກ. ຜູ້ທີ່ສົກກະປົກແມ່ນຜູ້ທີ່ສົກກະປົກ ແລະ ບໍ່ມີພາກສ່ວນໃດຂອງພວກເຂົາບໍລິສຸດ. ຜູ້ຄົນທີ່ຈະຖືກທໍາລາຍແມ່ນລ້ວນແລ້ວແຕ່ເປັນຄົນຊົ່ວ ແລະ ຜູ້ຄົນທີ່ຈະມີຊີວິດລອດລ້ວນແລ້ວແຕ່ເປັນຄົນຊອບທໍາ, ແມ່ນແຕ່ ລູກໆຂອງຄົນຊົ່ວທີ່ໄດ້ເຮັດສິ່ງທີ່ຊອບທໍາ ແລະ ແມ່ນແຕ່ ພໍ່ແມ່ຂອງຄົນຊອບທໍາທີ່ໄດ້ເຮັດຄວາມຊົ່ວ. ບໍ່ມີຄວາມສໍາພັນ ລະຫວ່າງຜົວທີ່ເຊື່ອ ແລະ ເມຍທີ່ບໍ່ເຊື່ອ ແລະ ບໍ່ມີຄວາມສໍາພັນລະຫວ່າງລູກໆທີ່ເຊື່ອ ແລະ ພໍ່ແມ່ທີ່ບໍ່ເຊື່ອ; ຄົນສອງປະເພດເຫຼົ່ານີ້ແມ່ນບໍ່ກ່ຽວຂ້ອງກັນ. ກ່ອນທີ່ຈະກ້າວເຂົ້າໄປຢູ່ໃນບ່ອນພັກເຊົາ, ຄົນໃດໜຶ່ງແມ່ນມີຍາດຕິພີ່ນ້ອງເປັນຕົວຕົນ ແຕ່ເມື່ອພວກເຂົາໄດ້ເຂົ້າໄປສູ່ບ່ອນພັກເຊົາ ພວກເຂົາຈະບໍ່ມີຍາດຕິພີ່ນ້ອງທີ່ເປັນຕົວຕົນໃຫ້ກ່າວເຖິງອີກ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ). ພຣະທຳຂອງພຣະເຈົ້າບອກພວກເຮົາວ່າພາລະກິດໃນຍຸກສຸດທ້າຍຂອງພຣະອົງແມ່ນເພື່ອຈັດຄົນຕາມປະເພດຂອງພວກເຂົາ. ພຣະອົງກຳນົດຜົນຮັບ ແລະ ຈຸດໝາຍປາຍທາງຂອງແຕ່ລະຄົນຕາມພຶດຕິກຳຂອງພວເຂົາ ແລະ ຕາມທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາ. ມັນແມ່ນບາງສິ່ງທີ່ບໍ່ມີໃຜສາມາດປ່ຽນແປງໄດ້ ແລະ ມັນໄດ້ຖືກກຳນົດໂດຍອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ພຣະເຈົ້າຮຽກຮ້ອງໃຫ້ພວກເຮົາປະຕິບັດຕໍ່ຄົນອື່ນຕາມພຣະທຳຂອງພຣະອົງ ແລະ ຫຼັກການແຫ່ງຄວາມຈິງ. ພວກເຮົາບໍ່ສາມາດປົກປ້ອງ ຫຼື ໂປດປານຄົນໃດໜຶ່ງຕາມອາລົມ, ບໍ່ແມ່ນແຕ່ກັບຄົນທີ່ພວກເຮົາຮັກ. ນັ້ນຈະກົງກັນຂ້າມກັບຄວາມຈິງ ແລະ ເປັນການເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າ.

ຄັ້ງໜຶ່ງເມື່ອປະມານສາມປີກ່ອນ, ລະຫວ່າງທີ່ການຊຸມນຸມກຳລັງຈະສິ້ນສຸດລົງ ຜູ້ນຳຄົນໜຶ່ງບອກຂ້ອຍວ່າ “ພໍ່ຂອງເຈົ້າສ້າງຂໍ້ຂັດແຍ່ງໃນອ້າຍເອື້ອຍນ້ອງ, ຂັດຂວາງຊີວິດຄຣິດຕະຈັກຢູ່ສະເໝີ. ພວກເຮົາໄດ້ສົນທະນາກັບລາວ, ແຍກແຍະເລື່ອງນີ້ ແລະ ເຕືອນລາວ, ແຕ່ລາວບໍ່ກັບໃຈ. ອ້າຍເອື້ອຍນ້ອງໄດ້ລາຍງານວ່າລາວໄດ້ເຮັດສິ່ງດຽວກັນໃນໜ້າທີ່ຂອງລາວຢູ່ບ່ອນອື່ນມາກ່ອນ. ພວກເຂົາກຳລັງຈະຮວບຮວມຂໍ້ເທັດຈິງກ່ຽວກັບການກະທຳຊົ່ວຂອງລາວ”. ຫົວໃຈຂອງຂ້ອຍເຕັ້ນໄວເມື່ອຂ້ອຍໄດ້ຍິນເລື່ອງນີ້ ແລະ ຂ້ອຍສົງໄສວ່າ “ມັນບໍ່ດີປານນັ້ນບໍ?” ແຕ່ແລ້ວໃນທີ່ຊຸມນຸມຮ່ວມກັບພໍ່ຂອງຂ້ອຍ, ຂ້ອຍຄິດວ່າລາວກໍ່ກວນຊີວິດຂອງຄຣິດຕະຈັກແທ້ໆ ແລະ ຈະບໍ່ຍອມຮັບຄວາມຈິງ. ໃນທີ່ຊຸມນຸມ ລາວຈະບໍ່ສົນທະນາກ່ຽວກັບພຣະທຳຂອງພຣະເຈົ້າ, ແຕ່ເວົ້າກ່ຽວກັບສິ່ງທີ່ບໍ່ກ່ຽວຂ້ອງກັບຄວມຈິງຢູ່ສະເໝີ, ຍຸຍົງຜູ້ຄົນໃຫ້ພວກເຂົາບໍ່ສາມາດໄຕ່ຕອງພຣະທຳຂອງພະເຈົ້າໄດ້ຢ່າງສະຫງົບ. ຂ້ອຍບອກເລື່ອງນີ້ກັບລາວແລ້ວ ແຕ່ລາວບໍ່ໄດ້ຟັງເລີຍ. ລາວມີຂໍ້ແກ້ໂຕຫຼວງຫຼາຍເພື່ອໂຍນກັບຄືນມາໃສ່ຂ້ອຍ. ຂ້ອຍບອກຜູ້ນຳຄຣິດຕະຈັກກ່ຽວກັບສະຖານະການນີ້ ຜູ້ເຊິ່ງຕໍ່ມາສົນທະນາກັບພໍ່ຂອງຂ້ອຍ, ຊ່ວຍລາວຫຼາຍໆຄັ້ງ ແລະ ອະທິບາຍແກ່ນແທ້ ແລະ ຜົນຮັບທີ່ຕາມມາຂອງພຶດຕິກຳຂອງລາວ. ແຕ່ພໍ່ຂອງຂ້ອຍປະຕິເສດທີ່ຈະຍອມຮັບມັນ. ລາວເອົາແຕ່ແກ້ໂຕ ແລະ ໂຕ້ຖຽງກັນຕໍ່ໄປ. ລາວບໍ່ໄດ້ກັບໃຈເລີຍ. ມັນຕ້ອງຮ້າຍແຮງຂຶ້ນນັບຕັ້ງແຕ່ອ້າຍເອື້ອຍນ້ອງໄດ້ລາຍງານເລື່ອງນີ້ດຽວນີ້. ຂ້ອຍຈື່ໄດ້ວ່າມີສອງສາມຄົນຢູ່ໃນໂບດທີ່ຖືວ່າເປັນຄົນຊົ່ວ ແລະ ຖືກໄລ່ອອກໄປເພາະວ່າພວກເຂົາຈະບໍ່ປະຕິບັດຄວາມຈິງ, ແຕ່ຈະລົບກວນຊີວິດຄຣິດຕະຈັກຢູ່ສະເໝີ ແລະ ຈະບໍ່ກັບໃຈ. ຖ້າພໍ່ຂອງຂ້ອຍເປັນແບບນັ້ນແທ້, ລາວຈະບໍ່ຖືກໄລ່ອອກຄືກັນບໍ? ຖ້າສິ່ງນັ້ນເກີດຂຶ້ນແທ້, ເສັ້ນທາງແຫ່ງຄວາມເຊື່ອຂອງລາວກໍ່ຈະເຖິງຈຸດຈົບ. ລາວຈະຍັງມີໂອກາດໄດ້ຮັບຄວາມລອດພົ້ນບໍ? ຂ້ອຍຕົກໃຈເພີ່ມຂຶ້ນເມື່ອຄິດເຖິງເລື່ອງນີ້ ແລະ ຂ້ອຍຮູ້ສຶກຄືກັບວ່າຫົວໃຈຂອງຂ້ອຍຖືກມັດເປັນມັດ.

ຄືນນັ້ນ ຂ້ອຍນອນພິກໄປພິກມາ, ບໍ່ສາມາດນອນຫຼັບໄດ້, ຄິດເຖິງສິ່ງທີ່ຄົນອື່ນເວົ້າກ່ຽວກັບພໍ່ຂອງຂ້ອຍ. ຂ້ອຍຮູ້ວ່າພວກເຂົາພຽງພະຍາຍາມປົກປ້ອງຊີວິດຄຣິດຕະຈັກຈາກການຂັດຂວາງ ໂດຍບໍ່ໄດ້ພິຈາລະນາການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງ ແລະ ມັນສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ຂ້ອຍຮູ້ກ່ຽວກັບພຶດຕິກຳຂອງພໍ່ຂ້ອຍ ແລະ ສົງໄສວ່າຂ້ອຍຄວນບອກຜູ້ນຳກ່ຽວກັບເລື່ອງນີ້ ຫຼື ບໍ່. ຂ້ອຍຄິດກ່ຽວກັບຄວາມຮັກຂອງພໍ່ຂ້ອຍຕອນທີ່ຂ້ອຍຍັງນ້ອຍ. ເມື່ອໃດກໍ່ຕາມທີ່ອ້າຍຂອງຂ້ອຍ ແລະ ຂ້ອຍຕໍ່ສູ້ກັນ, ລາວຈະປົກປ້ອງຂ້ອຍບໍ່ວ່າຂ້ອຍຜິດ ຫຼື ບໍ່ກໍ່ຕາມ; ເມື່ອມັນໜາວ ແລະ ຂ້ອຍບໍ່ມີບ່ອນນອນທີ່ອົບອຸ່ນຢູ່ໂຮງຮຽນ, ລາວໄດ້ຂີ່ລົດຖີບຂອງລາວໄກກວ່າ 60 ໄມລເພື່ອເອົາຜ້າຫົ່ມມາໃຫ້ຂ້ອຍ. ແມ່ຂອງຂ້ອຍຢູ່ໄກຈາກບ້ານເພື່ອເຮັດໜ້າທີ່ຂອງລາວຫຼາຍ, ສະນັ້ນ ໂດຍປົກກະຕິແລ້ວພໍ່ຂອງຂ້ອຍເປັນຜູ້ແຕ່ງກິນໃຫ້ຂ້ອຍ ແລະ ດູແລຂ້ອຍ. ເມື່ອຂ້ອຍສືບຕໍ່ຄິດກ່ຽວກັບມັນ, ຂ້ອຍບໍ່ສາມາດກັ້ນນ້ຳຕາໄວ້ໄດ້. ຂ້ອຍຄິດ “ພໍ່ຂອງຂ້ອຍເປັນຜູ້ທີ່ລ້ຽງຂ້ອຍມາ. ຖ້າຂ້ອຍເປີດໂປງລາວ ແລະ ລາວຮູ້ກ່ຽວກັບເລື່ອງນີ້, ລາວຈະບໍ່ເວົ້າວ່າຂ້ອຍບໍ່ມີຄວາມສໍານຶກ, ຂ້ອຍບໍ່ມີຫົວໃຈບໍ? ຫຼັງຈາກນັ້ນຂ້ອຍຈະສາມາດຜະເຊີນໜ້າກັບລາວຢູ່ເຮືອນໄດ້ແນວໃດ?” ຂ້ອຍເລີ່ມຂຽນບາງຢ່າງກ່ຽວກັບພຶດຕິກຳຂອງພໍ່ຂອງຂ້ອຍຢ່າງບໍ່ເຕັມໃຈ, ແຕ່ຂ້ອຍບໍ່ສາມາດສືບຕໍ່ໄດ້. ຂ້ອຍກຳລັງຄິດວ່າ “ຈະເປັນແນວໃດຖ້າຂ້ອຍຂຽນທຸກສິ່ງທີ່ຂ້ອຍຮູ້ ແລະ ລາວຖືກໄລ່ອອກ? ລືມມັນໄປເສຍ. ຂ້ອຍບໍ່ຄວນຂຽນເລື່ອງນີ້”. ຂ້ອຍຢາກນອນຫຼັບສະບາຍ, ຫຼັບສະໜິດເພື່ອເອົາຂ້ອຍໄປຈາກຄວາມເປັນຈິງ, ແຕ່ຂ້ອຍບໍ່ສາມາດນອນຫຼັບໄດ້ເລີຍ. ຂ້ອຍຮູ້ສຶກບໍ່ສະບາຍໃຈ ແລະ ສຳນຶກຜິດ. ເມື່ອໄວໆນີ້ ພຶດຕິກໍາຂອງລາວບໍ່ໄດ້ດີເລີດ, ແລະ ຂ້ອຍຮູ້ເລັກນ້ອຍກ່ຽວກັບການກະທໍາທີ່ຜ່ານມາຂອງລາວ. ຖ້າຂ້ອຍເກັບໄວ້ກັບໂຕເອງ, ບໍ່ແມ່ນຂ້ອຍກຳລັງປິດບັງຄວາມຈິງຢູ່ບໍ? ມັນແມ່ນການຂັດແຍ່ງພາຍໃນທີ່ແທ້ຈິງສຳລັບຂ້ອຍ. ຂ້ອຍຕ້ອງມາອະທິຖານຢູ່ຕໍ່ໜ້າພຣະເຈົ້າ. ຂ້ອຍອະທິຖານວ່າ “ໂອ ພຣະເຈົ້າ, ຂ້ອຍຮູ້ຄວາມຊົ່ວບາງຢ່າງທີ່ພໍ່ຂອງຂ້ອຍໄດ້ກະທຳ ແລະ ຂ້ອຍຮູ້ວ່າຂ້ອຍຕ້ອງສະໜັບສະໜູນ ວຽກງານຂອງຄຣິດຕະຈັກ ແລະ ຈິງໃຈກັບສິ່ງທີ່ຂ້ອຍຮູ້, ແຕ່ຂ້ອຍບໍ່ຕ້ອງການເຮັດແບບນັ້ນ ເນື່ອງຈາກຂ້ອຍຢ້ານວ່າລາວຈະຖືກໄລ່ອອກ. ພຣະເຈົ້າ, ກາລຸນາຊີ້ນຳຂ້ອຍເພື່ອໃຫ້ຂ້ອຍສາມາດປະຕິບັດຄວາມຈິງ, ເປັນຄົນຊື່ສັດ ແລະ ສະໜັບສະໜູນວຽກງານຂອງຄຣິດຕະຈັກ”. ຂ້ອຍຮູ້ສຶກສະຫງົບລົງເລັກນ້ອຍຫຼັງຈາກຄຳອະທິຖານນີ້. ແລ້ວຂ້ອຍກໍ່ອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າ: “ພວກເຈົ້າທຸກຄົນເວົ້າວ່າພວກເຈົ້າຄຳນຶງເຖິງພາລະຂອງພຣະເຈົ້າ ແລະ ຈະປົກປ້ອງປະຈັກພະຍານຂອງຄຣິສຕະຈັກ ເຈົ້າເປັນຄົນເຮັດຕາມຄວາມປະສົງຂອງເຮົາບໍ? ຈົ່ງຖາມຕົວເອງວ່າ: ເຈົ້າແມ່ນຄົນທີ່ໄດ້ສະແດງການພິຈາລະນາຕໍ່ພາລະຂອງພຣະອົງບໍ? ເຈົ້າສາມາດປະຕິບັດຄວາມຊອບທຳເພື່ອພຣະອົງໄດ້ບໍ? ເຈົ້າສາມາດຢືນຂຶ້ນ ແລະ ເວົ້າເພື່ອເຮົາໄດ້ບໍ? ເຈົ້າສາມາດນຳເອົາຄວາມຈິງສູ່ການປະຕິບັດໄດ້ຢ່າງເດັດດ່ຽວບໍ? ເຈົ້າກ້າພໍທີ່ຈະຕໍ່ສູ້ກັບການກະທຳທັງໝົດຂອງຊາຕານບໍ? ເຈົ້າຈະສາມາດແຍກອາລົມຂອງເຈົ້າອອກ ແລະ ເປີດໂປງຊາຕານເພື່ອຄວາມຈິງຂອງເຮົາໄດ້ບໍ? ເຈົ້າສາມາດອະນຸຍາດໃຫ້ເຈດຕະນາຂອງເຮົາຖືກຕື່ມເຕັມໃນຕົວເຈົ້າໄດ້ບໍ? ເຈົ້າໄດ້ມອບຫົວໃຈຂອງເຈົ້າໃນຊ່ວງເວລາທີ່ສຳຄັນທີ່ສຸດບໍ? ເຈົ້າແມ່ນຄົນທີ່ເຮັດຕາມຄວາມປະສົງຂອງເຮົາບໍ? ຈົ່ງຕັ້ງຄຳຖາມເຫຼົ່ານີ້ກັບຕົວເຈົ້າເອງ ແລະ ຄິດເຖິງພວກມັນເລື້ອຍໆ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 13). “ທຸກຄົນດຳລົງຊີວິດໃນຄວາມຮູ້ສຶກ ແລະ ສະນັ້ນ ພຣະເຈົ້າຈຶ່ງບໍ່ຫຼີກເວັ້ນພວກເຂົາແມ່ນແຕ່ຄົນດຽວ ແລະ ເປີດໂປງຄວາມລັບທີ່ລີ້ຢູ່ໃນຫົວໃຈຂອງມະນຸດຊາດທັງປວງ. ເປັນຫຍັງມັນຈຶ່ງຍາກທີ່ຈະໃຫ້ຜູ້ຄົນແຍກຕົນເອງອອກຈາກຄວາມຮູ້ສຶກ? ມັນສູງກວ່າມາດຕະຖານຂອງຄວາມສຳນຶກບໍ? ຄວາມສຳນຶກສາມາດເຮັດໃຫ້ຄວາມປະສົງຂອງພຣະເຈົ້າສຳເລັດບໍ? ຄວາມຮູ້ສຶກສາມາດຊ່ວຍໃຫ້ຜູ້ຄົນຜ່ານຄວາມຍາກລຳບາກໄປໄດ້ບໍ? ໃນສາຍຕາຂອງພຣະເຈົ້າ, ຄວາມຮູ້ສຶກແມ່ນສັດຕູຂອງພຣະອົງ, ສິ່ງນີ້ບໍ່ໄດ້ຖືກລະບຸຢ່າງຊັດເຈນໃນພຣະທຳຂອງພຣະເຈົ້າບໍ?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຕີຄວາມໝາຍຄວາມລຶກລັບແຫ່ງ “ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ”, ບົດທີ 28). ຂ້ອຍບໍ່ມີຄຳຕອບຕໍ່ຄຳຖາມເຫຼົ່ານີ້ໃນພຣະທຳຂອງພຣະເຈົ້າ. ຂ້ອຍຮູ້ດີວ່າພໍ່ຂອງຂ້ອຍບໍ່ໄດ້ສະແຫວງຫາຄວາມຈິງ ແລະ ລາວຂັດຂວາງການຊຸມນຸມ ແລະ ການກິນ ແລະ ດື່ມພຣະທຳຂອງພຣະເຈົ້າຂອງຄົນອື່ນ. ລາວບໍ່ໄດ້ຟັງການສົນທະນາຂອງໃຜເລີຍ, ລາວມີອະຄະຕິຕໍ່ຄົນອື່ນ, ຕັດສິນຄົນອື່ນລັບຫຼັງພວກເຂົາ ແລະ ຫວ່ານຄວາມບາດໝາງກັນ. ແຕ່ດ້ວຍອາລົມທີ່ບີບຄັ້ນ, ຂ້ອຍບໍ່ໄດ້ໃສ່ໃຈວ່າການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງໄດ້ຖືກຂັດຂວາງແນວໃດ. ຂ້ອຍພຽງບໍ່ຕ້ອງການຜະເຊີນໜ້າກັບຜູ້ນຳເພື່ອປົກປ້ອງ ແລະ ປ້ອງກັນລາວ. ຂ້ອຍບໍ່ໄດ້ກຳລັງນຳຄວາມຈິງເຂົ້າສູ່ການປະຕິບັດ ຫຼື ຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ. ຂ້ອຍຄິດເຖິງຄົນຊົ່ວສອງຄົນທີ່ຄຣິດຕະຈັກໄດ້ໄລ່ອອກໃນເມື່ອກ່ອນ. ການເຫັນພວກເຂົາປະຕິເສດທີ່ຈະປະຕິບັດຄວາມຈິງ ແລະ ຂັດຂວາງຊີວິດຄຣິດຕະຈັກ ເຮັດໃຫ້ຂ້ອຍໃຈຮ້າຍຫຼາຍ ແລະ ຂ້ອຍກໍ່ເປີດໂປງພວກເຂົາຢ່າງຍຸດຕິທຳ ແລະ ຢ່າງຮຸນແຮງ. ແລ້ວເປັນຫຍັງຂ້ອຍຈິ່ງບໍ່ສາມາດເປັນຄົນຈິງໃຈເມື່ອຮອດເວລາຂຽນກ່ຽວກັບພຶດຕິກຳຂອງພໍ່ຂອງຂ້ອຍ? ຂ້ອຍເຫັນວ່າຂ້ອຍບໍ່ໄດ້ເປັນຄົນຊື່ສັດ, ຂ້ອຍຂາດຈິດສຳນຶກແຫ່ງຄວາມຍຸດຕິທຳ. ຂ້ອຍບໍ່ໄດ້ກຳລັງປະຕິບັດຄວາມຈິງ ຫຼື ສະໜັບສະໜູນວຽກງານຂອງຄຣິດຕະຈັກໃນເວລາທີ່ສຳຄັນຍິ່ງນີ້. ກົງກັນຂ້າມ, ຂ້ອຍກຳລັງປົກປ້ອງພໍ່ຂອງຂ້ອຍດ້ວຍຄວາມຮູ້ສຶກ, ປົກປິດຄວາມຊົ່ວຂອງລາວ ແລະ ຕໍ່ຕ້ານຫຼັກການແຫ່ງຄວາມຈິງ. ບໍ່ແມ່ນນັ້ນເປັນການຢືນຄຽງຂ້າງຊາຕານ ແລະ ເປັນສັດຕູຕໍ່ກັບພຣະເຈົ້າບໍ? ເມື່ອຮັບຮູ້ດັ່ງນີ້, ຂ້ອຍກໍ່ອະທິຖານ ແລະ ກັບໃຈຫາພຣະເຈົ້າ. “ຂ້ານ້ອຍບໍ່ຕ້ອງການເຮັດຕາມອາລົມຂອງຂ້ານ້ອຍອີກຕໍ່ໄປ. ຂ້ານ້ອຍຕ້ອງການທີ່ຈະຊື່ສັດກ່ຽວກັບພໍ່ຂອງຂ້ານ້ອຍ”.

ຫຼັງຈາກຄຳອະທິຖານຂອງຂ້ອຍ, ຂ້ອຍຄິດຄືນກ່ຽວກັບການກະທຳຊົ່ວບາງຢ່າງຂອງລາວ ແລະ ຂຽນພວກມັນທັງໝົດລົງໃນລາຍການເທື່ອລະອັນ. ໃນຂະນະທີ່ຮັບໃຊ້ເປັນຜູ້ຊ່ວຍສິດຍະພິບານຂ່າວປະເສີດ, ລາວກາຍເປັນຄົນມີອະຄະຕິຕໍ່ກັບຄູ່ຮ່ວມງານຂອງລາວ ນັ້ນກໍ່ຄືອ້າຍຈາງ. ລາວຕັດສິນ ແລະ ເລືອກປະຕິບັດກັບລາວຕໍ່ໜ້າອ້າຍເອື້ອຍນ້ອງຄົນອື່ນ, ເຮັດໃຫ້ອ້າຍຈາງຄຽດ ແລະ ຢູ່ໃນສະພາວະທີ່ຄິດລົບ. ຜູ້ນຳໄດ້ລິຮານ ແລະ ຈັດການກັບພໍ່ຂອງຂ້ອຍ, ແຕ່ລາວບໍ່ໄດ້ຟັງ. ເມື່ອອ້າຍເອື້ອຍນ້ອງຊີ້ໃຫ້ເຫັນບັນຫາຂອງລາວ, ລາວກໍ່ຈະບໍ່ຍອມຮັບບັນຫາໃດເລີຍ. ລາວມັກສຸມໃສ່ຄວາມລົ້ມເຫຼວຂອງຄົນອື່ນ ແລະ ໃຊ້ປະໂຫຍດຈາກຄວາມອ່ອນແອຂອງພວກເຂົາ ແລະ ລາວເວົ້າສະເໝີວ່າ “ຂ້ອຍເປັນຜູ້ທີ່ເຊື່ອມາຫຼາຍປີແລ້ວ, ຂ້ອຍເຂົ້າໃຈໝົດແລ້ວ!” ເມື່ອລາວເຫັນຂ້ອຍເຮັດໜ້າທີ່ຂອງຕົນຢ່າງຫ້າວຫັນ, ລາວໄດ້ກະຕຸ້ນຂ້ອຍໃຫ້ຊອກຫາເງິນ ແລະ ສິ່ງຂອງທາງໂລກ ແລະ ເວົ້າສິ່ງທີ່ເປັນລົບເພື່ອບັນທອນຄວາມກະຕືລືລົ້ນໃນການເຮັດໜ້າທີ່ຂອງຂ້ອຍ. ເທື່ອໜຶ່ງ ເມື່ອລາວມີອຸປະຕິເຫດທາງລົດຍົນ, ອ້າຍລິນຈາກຄຣິດຕະຈັກໄປກວດເບິ່ງລາວ ແລະ ສົນທະນາເຖິງຄວາມຈິງ ໂດຍເວົ້າວ່າລາວຕ້ອງທົບທວນໂຕເອງ ແລະ ຮຽນຮູ້ບົດຮຽນຂອງລາວ, ແຕ່ລາວບໍ່ມີອັນໃດເລີຍ. ລາວບິດເບືອນຄວາມຈິງ ແລະ ເຜີຍແຜ່ຂ່າວລືວ່າອ້າຍລິນໄດ້ມາເຍາະເຍີ້ຍລາວ. ນັ້ນເຮັດໃຫ້ອ້າຍເອື້ອຍນ້ອງບາງຄົນມີອະຄະຕິກັບອ້າຍລິນ. ການຄິດເຖິງເລື່ອງທັງໝົດນີ້ເຮັດໃຫ້ຂ້ອຍຕົກຕະລຶງ ແລະ ໃຈຮ້າຍຫຼາຍ. ຂ້ອຍສົງໄສວ່າ “ນີ້ແມ່ນພໍ່ຂອງຂ້ອຍແທ້ບໍ? ນີ້ບໍ່ແມ່ນຄົນຊົ່ວບໍ?” ຂ້ອຍຄິດມາຕະຫຼອດຫຼາຍປີເຖິງຄວາມເຊື່ອທີ່ລາວໄດ້ປະຕິບັດໜ້າທີ່ຂອງລາວ ແລະ ເຜີຍແຜ່ຂ່າວປະເສີດທີ່ລາວສາມາດທົນທຸກ ແລະ ຈ່າຍລາຄາ. ຂ້ອຍຖືກຄອບງຳໂດຍຮູບລັກພາຍນອກຂອງລາວ ໂດຍຄິດວ່າລາວເປັນຜູ້ທີ່ເຊື່ອທີ່ແທ້ຈິງ. ຂ້ອຍບໍ່ເຄີຍພະຍາຍາມແຍກແຍະພຶດຕິກຳຂອງລາວ. ຂ້ອຍຊ່າງໂງ່ຈ້າ ແລະ ຕາບອດ. ຕອນນີ້ ຂ້ອຍຮູ້ສຶກຕຳນິໂຕເອງເພາະຖືກຄວບຄຸມໂດຍອາລົມ, ປະຈົບປະແຈງ ແລະ ປົກປ້ອງລາວ. ແລ້ວຂ້ອຍກໍ່ອ່ານບົດຄວາມນີ້ໃນພຣະທຳຂອງພຣະເຈົ້າ: “ຜູ້ທີ່ລະບາຍຄໍາເວົ້າທີ່ເປັນພິດ ແລະ ເຈດຕະນາຮ້າຍຂອງພວກເຂົາພາຍໃນຄຣິສຕະຈັກ, ຜູ້ທີ່ປ່ອຍຂ່າວລື, ສ້າງຄວາມແຕກແຍກ ແລະ ສ້າງພັກສ້າງພວກໃນທ່າມກາງອ້າຍເອື້ອຍນ້ອງ, ພວກເຂົາຄວນຖືກຂັບໄລ່ອອກຈາກຄຣິສຕະຈັກ. ຢ່າງໃດກໍຕາມ, ຍ້ອນຕອນນີ້ແມ່ນຍຸກທີ່ແຕກຕ່າງກັນຂອງພາລະກິດຂອງພຣະເຈົ້າ, ຜູ້ຄົນເຫຼົ່ານີ້ຈຶ່ງຖືກຈໍາກັດ ຍ້ອນພວກເຂົາຈະພົບພໍ້ກັບການກໍາຈັດຢ່າງແນ່ນອນ. ທຸກຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມແມ່ນມີອຸປະນິໄສທີ່ເສື່ອມຊາມ. ບາງຄົນພຽງແຕ່ມີອຸປະນິໄສທີ່ເສື່ອມຊາມ, ໃນຂະນະທີ່ຄົນອື່ນແມ່ນແຕກຕ່າງ: ພວກເຂົາບໍ່ພຽງແຕ່ມີອຸປະນິໄສທີ່ເສື່ອມຊາມແບບຊາຕານ ແຕ່ທຳມະຊາດຂອງພວກເຂົາຍັງຊົ່ວຮ້າຍຫຼາຍອີກດ້ວຍ. ຄຳເວົ້າ ແລະ ການກະທຳຂອງພວກເຂົາບໍ່ພຽງແຕ່ເປີດເຜີຍອຸປະນິໄສທີ່ເສື່ອມຊາມແບບຊາຕານ; ຍິ່ງໄປກວ່ານັ້ນ ຜູ້ຄົນເຫຼົ່ານີ້ແມ່ນຊາຕານທີ່ຊົ່ວຮ້າຍຕົວຈິງ. ພຶດຕິກຳຂອງພວກເຂົາຂັດຂວາງ ແລະ ລົບກວນພາລະກິດຂອງພຣະເຈົ້າ, ມັນເຮັດໃຫ້ທາງເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງອ່ອນແອລົງ ແລະ ມັນທໍາລາຍຊີວິດທີ່ປົກກະຕິໃນຄຣິສຕະຈັກ. ບໍ່ໄວກໍຊ້າ ໝາປ່າເຫຼົ່ານີ້ທີ່ສວມໃສ່ເສື້ອຜ້າຂອງແກະຈະຖືກກໍາຈັດອອກ; ທັດສະນະຄະຕິທີ່ຮຸນແຮງ ແລະ ທັດສະນະຄະຕິແຫ່ງການປະຕິເສດ ແມ່ນຄວນຖືກນໍາໃຊ້ຕໍ່ລູກສະໝຸນເຫຼົ່ານີ້ຂອງຊາຕານ. ພຽງແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນການຢືນຢູ່ຂ້າງພຣະເຈົ້າ ແລະ ຜູ້ທີ່ບໍ່ສາມາດເຮັດແບບນັ້ນກໍກິ້ງເກືອກຢູ່ໜອງຕົມກັບຊາຕານ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍາເຕືອນເຖິງຜູ້ຄົນທີ່ບໍ່ປະຕິບັດຄວາມຈິງ). ເມື່ອກວດສອບພຶດຕິກຳພໍ່ຂອງຂ້ອຍທຽບໃສ່ພຣະທຳຂອງພຣະເຈົ້າ, ຂ້ອຍເຫັນວ່ານີ້ບໍ່ພຽງແຕ່ອຸປະນິໄສທີ່ເສື່ອມຊາມທີ່ລາວສະແດງອອກ, ແຕ່ແມ່ນທຳມະຊາດທີ່ເປັນອັນຕະລາຍ. ໂດຍຜິວເຜີນ ລາວເປັນຄົນກະຕືລືລົ້ນ ແລະ ສາມາດທົນທຸກສຳລັບໜ້າທີ່ຂອງຄົນ ແລະ ລາວສາມາດສືບຕໍ່ເຜີຍແຜ່ຂ່າວປະເສີດຕໍ່ໜ້າການຂົ່ມເຫັງຂອງພັກກອມມູນິດຈີນ, ແຕ່ລາວບໍ່ສາມາດຍອມຮັບຄວາມຈິງ. ລາວເຖິງກັບກຽດຊັງຄວາມຈິງ. ການກະທຳຂອງລາວເປີດເຜີຍຄວາມເຈົ້າເລ່, ທຳມະຊາດອັນໂຫດຮ້າຍຂອງລາວ. ໂດຍເນື້ອແທ້ແລ້ວລາວເປັນຄົນຊົ່ວທີ່ເປັນຂອງຊາຕານ ແລະ ລາວຄວນຖືກຂັບໄລ່ອອກໄປ. ເຖິງແມ່ນວ່າຂ້ອຍເປັນລູກສາວຂອງລາວ, ຂ້ອຍກໍ່ບໍ່ສາມາດເຮັດຕາມຄວາມຮູ້ສຶກຂອງຕົວເອງໄດ້. ຂ້ອຍຕ້ອງຢືນຢູ່ຂ້າງພຣະເຈົ້າໃນຄວາມເຊື່ອຂອງຂ້ອຍ, ເປີດໂປງ ແລະ ປະຖິ້ມຊາຕານ. ຂ້ອຍຄິດເຖິງອ້າຍເອື້ອຍນ້ອງໃນກຸ່ມທີ່ຂ້ອຍຮັບຜິດຊອບ ຜູ້ເຊິ່ງບໍ່ມີການແຍກແຍະກ່ຽວກັບລາວ. ຂ້ອຍຕ້ອງສົນທະນາກັບພວກເຂົາ ແລະ ເປີດເຜີຍຄວາມຊົ່ວຮ້າຍຂອງພໍ່ຂອງຂ້ອຍ ເພື່ອທີ່ພວກເຂົາຈະບໍ່ໄດ້ຖືກລາວຫຼອກອີກຕໍ່ໄປ. ແຕ່ແລ້ວຂ້ອຍກໍ່ກັງວົນວ່າ “ພວກເຂົາບາງຄົນໄດ້ຖືກນຳເຂົ້າສູ່ຄວາມເຊື່ອໂດຍລາວ ແລະ ເປັນກັນເອງກັບລາວໄດ້ດີ. ຖ້າຂ້ອຍເປີດໂປງລາວ, ພວກເຂົາຈະບໍ່ເວົ້າວ່າຂ້ອຍບໍ່ມີຈິດສໍານຶກ, ເປັນຄົນບໍ່ມີຫົວໃຈບໍ? ຖ້າລາວຖືກໄລ່ອອກ ແລະ ລາວເສຍໂອກາດທີ່ຈະໄດ້ຮັບຄວາມລອດພົ້ນ, ນັ້ນຈະເຈັບປວດຫຼາຍສຳລັບລາວ”. ຄວາມຄິດນີ້ເຮັດໃຫ້ຂ້ອຍເສຍໃຈແທ້ໆ ແລະ ຂ້ອຍສູນເສຍຄວາມປາຖະໜາທີ່ຈະແບ່ງປັນການສົນທະນານັ້ນ. ຄືນນັ້ນຂ້ອຍນອນບໍ່ຫລັບ, ຄິດວ່າຖ້າຂ້ອຍບໍ່ເປີດເຜີຍຄວາມຊົ່ວຂອງພໍ່ຂ້ອຍ ແລະ ອ້າຍເອື້ອຍນ້ອງຖືກຫຼອກລວງ ແລະ ຢືນຢູ່ຂ້າງລາວ, ແລ້ວພວກເຂົາກໍ່ຈະມີສ່ວນໃນຄວາມຊົ່ວຂອງລາວ. ຖ້າຂ້ອຍເຫັນພວກເຂົາຖືກຫຼອກລວງ ແຕ່ບໍ່ໄດ້ສົນທະນາກັບພວກເຂົາ, ບໍ່ແມ່ນຂ້ອຍທໍາຮ້າຍພວກເຂົາບໍ? ໃນຄວາມຄິດນັ້ນ ຂ້ອຍຮູ້ສຶກຕຳນິໂຕເອງ, ດັ່ງນັ້ນ ຂ້ອຍຈິ່ງອະທິຖານຫາພຣະເຈົ້າ: “ໂອ ພຣະເຈົ້າ, ຕອນນີ້ຂ້ານ້ອຍມີຄວາມກັງວົນຫຼາຍ. ກະລຸນາມອບຄວາມເຊື່ອ ແລະ ຄວາມເຂັ້ມແຂງໃຫ້ແກ່ຂ້ານ້ອຍ, ຊີ້ນໍາຂ້ານ້ອຍ ແລະ ນໍາຂ້ອຍໃຫ້ປະຕິບັດຄວາມຈິງ ແລະ ເປີດເຜີຍຄົນຊົ່ວຄົນນີ້”.

ຫຼັງຈາກທີ່ຂ້ອຍໄດ້ອະທິຖານ, ຂ້ອຍກໍ່ອ່ານບົດຄວາມນີ້ຈາກພຣະທຳຂອງພຣະເຈົ້າ: “ພຣະທຳຂອງພຣະເຈົ້າຂໍໃຫ້ຜູ້ຄົນປະຕິບັດຕໍ່ຄົນອື່ນດ້ວຍຫຼັກການໃດ? ຮັກສິ່ງທີ່ພຣະເຈົ້າຮັກ ແລະ ກຽດຊັງສິ່ງທີ່ພຣະເຈົ້າກຽດຊັງ: ນີ້ແມ່ນຫຼັກການທີ່ຄວນຖືກຍຶດຖື. ພຣະເຈົ້າຮັກຜູ້ທີ່ສະແຫວງຫາຄວາມຈິງ ແລະ ສາມາດປະຕິບັດຕາມຄວາມປະສົງຂອງພຣະອົງ. ຄົນເຫຼົ່ານີ້ຍັງເປັນຄົນທີ່ພວກເຮົາຄວນຮັກອີກດ້ວຍ. ບັນດາຜູ້ທີ່ບໍ່ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ຜູ້ທີ່ຊັງພຣະເຈົ້າ ແລະ ທໍລິຍົດພຣະເຈົ້າ, ຄົນເຫຼົ່ານີ້ຖືກພຣະເຈົ້າກຽດຊັງ ແລະ ພວກເຮົາຄວນກຽດຊັງພວກເຂົາເຊັ່ນກັນ. ນີ້ແມ່ນສິ່ງທີ່ພຣະເຈົ້າຂໍຈາກມະນຸດ. ຖ້າພໍ່ແມ່ຂອງເຈົ້າບໍ່ເຊື່ອໃນພຣະເຈົ້າ, ແລ້ວພວກເຂົາກໍຊັງພຣະເຈົ້າ ແລະ ໂດຍທຳມະຊາດແລ້ວ ພຣະເຈົ້າກໍກຽດຊັງພວກເຂົາເຊັ່ນກັນ. ເຈົ້າສາມາດກຽດຊັງພໍ່ແມ່ເຊັ່ນນັ້ນບໍ? ບາງຄົນມີແນວໂນ້ມທີ່ຈະຕໍ່ຕ້ານພຣະເຈົ້າ ແລະ ປະນາມພຣະເຈົ້າ. ໃນກໍລະນີນັ້ນ, ພວກເຂົາໄດ້ຖືກພຣະເຈົ້າກຽດຊັງ ແລະ ຖືກສາບແຊ່ງຢ່າງແນ່ນອນ. ເຈົ້າສາມາດກຽດຊັງ ແລະ ສາບແຊ່ງພວກເຂົາໄດ້ເຊັ່ນກັນບໍ? ທັງໝົດນີ້ແມ່ນຄຳຖາມທີ່ແທ້ຈິງ. ຖ້າພໍ່ແມ່ຂອງເຈົ້າກີດກັນເຈົ້າຈາກການເຊື່ອໃນພຣະເຈົ້າ, ເຈົ້າຈະປະຕິບັດຕໍ່ພວກເຂົາແນວໃດ? ດັ່ງທີ່ຖືກຖາມໂດຍພຣະທຳຂອງພຣະເຈົ້າ, ເຈົ້າຄວນຮັກສິ່ງທີ່ພຣະເຈົ້າຮັກ ແລະ ກຽດຊັງສິ່ງທີ່ພຣະເຈົ້າກຽດຊັງ. ໃນຍຸກແຫ່ງພຣະຄຸນ, ພຣະເຢຊູເຈົ້າຊົງກ່າວວ່າ: ‘ໃຜແມ່ນແມ່ຂອງເຮົາ? ໃຜແມ່ນອ້າຍນ້ອງຂອງເຮົາ? ... ຍ້ອນວ່າຜູ້ໃດກໍຕາມທີ່ຈະເຮັດຕາມຄວາມປະສົງຂອງພຣະບິດາຂອງເຮົາຜູ້ເຊິ່ງຢູ່ເທິງສະຫວັນ, ກໍເປັນອ້າຍ, ເປັນເອື້ອຍ ແລະ ເປັນແມ່ຂອງເຮົາເຊັ່ນກັນ’. ຄຳເວົ້ານີ້ມີຢູ່ກ່ອນແລ້ວໃນຍຸກແຫ່ງພຣະຄຸນ ແລະ ປັດຈຸບັດນີ້ ພຣະທຳຂອງພຣະເຈົ້າຍິ່ງມີຄວາມເໝາະສົມກວ່າອີກ: ‘ຈົ່ງຮັກສິ່ງທີ່ພຣະເຈົ້າຮັກ ແລະ ກຽດຊັງສິ່ງທີ່ພຣະເຈົ້າກຽດຊັງ’. ພຣະທຳເຫຼົ່ານີ້ຕົງປະເດັນສຳຄັນ, ແຕ່ຜູ້ຄົນບໍ່ສາມາດເຫັນຄຸນຄ່າຄວາມໝາຍທີ່ແທ້ຈິງຂອງພຣະທຳເຫຼົ່ານັ້ນເປັນປະຈໍາ. ຖ້າຄົນໃດໜຶ່ງຖືກພຣະເຈົ້າສາບແຊ່ງ, ແຕ່ຈາກຮູບລັກສະນະພາຍນອກເບິ່ງຄືວ່າຂ້ອນຂ້າງດີ ຫຼື ເປັນພໍ່ແມ່ ຫຼື ຍາດພີ່ນ້ອງຂອງເຈົ້າ, ແລ້ວເຈົ້າອາດພົບວ່າຕົວເຈົ້າເອງບໍ່ສາມາດຊັງຄົນໆນັ້ນໄດ້ ແລະ ອາດຈະມີຄວາມສະໜິດສະໜົມ ແລະ ຄວາມສຳພັນອັນໃກ້ຊິດລະຫວ່າງພວກເຈົ້າ. ການໄດ້ຍິນວ່າພຣະເຈົ້າກຽດຊັງພວກເຂົາກໍ່ເຮັດໃຫ້ເຈົ້າເດືອດຮ້ອນ, ເຈົ້າບໍ່ສາມາດກຽດຊັງພວກເຂົາໄດ້, ເຈົ້າບໍ່ສາມາດເຮັດໃຫ້ຕົວເອງໃຈເຢັນເຊັ່ນນັ້ນໄດ້, ເຈົ້າບໍ່ສາມາດປ່ອຍພວກເຂົາໄປໄດ້. ເປັນຫຍັງຈຶ່ງເປັນແບບນີ້? ເພາະວ່າເຈົ້າຖືກຜູກມັດດ້ວຍແນວຄິດແບບດັ່ງເດີມພາຍໃນຕົວເຈົ້າ: ເຈົ້າເຊື່ອວ່າ ການກຽດຊັງພວກເຂົາຈະນຳໄປສູ່ຄວາມໂດດດ່ຽວທາງສັງຄົມ ແລະ ການກ່າວໂທດສາທາລະນະ, ແມ່ນແຕ່ຈາກສະຫວັນ ແລະ ເຈົ້າຈະຕ້ອງໄດ້ທົນທຸກກັບການລົງໂທດອັນສັກສິດ; ເຖິງແມ່ນວ່າເຈົ້າບໍ່ຕ້ອງການທີ່ຈະກຽດຊັງພວກເຂົາ, ຈິດສຳນຶກຂອງເຈົ້າກໍຈະບໍ່ປ່ອຍເຈົ້າ. ຜົນຂອງຈິດສຳນຶກນີ້ມາຈາກວິທີຄິດບາງຢ່າງທີ່ຝັງຢູ່ໃນຈິດໃຈຂອງເຈົ້າ, ການສຶກສາຈາກພໍ່ແມ່ຂອງເຈົ້າຕັ້ງແຕ່ຍັງນ້ອຍ ຫຼື ສິ່ງທີ່ປູກຝັງ ແລະ ຖ່າຍທອດໃຫ້ແກ່ເຈົ້າໂດຍວັດທະນະທຳທາງສັງຄົມ ແລະ ມັນເຮັດໃຫ້ເຈົ້າບໍ່ສາມາດປະຕິບັດພຣະທຳຂອງພຣະເຈົ້າ ແລະ ບໍ່ສາມາດປະຕິບັດຄວາມຮັກຕໍ່ສິ່ງທີ່ພຣະເຈົ້າຮັກ ແລະ ຊັງສິ່ງທີ່ພຣະເຈົ້າຊັງ. ເຖິງແມ່ນວ່າໃນໃຈຂອງເຈົ້າ ເຈົ້າຈະຮູ້ວ່າເຈົ້າຄວນກຽດຊັງ ແລະ ປະຖິ້ມພວກເຂົາ, ເພາະເຈົ້າຮູ້ວ່າຊີວິດຂອງເຈົ້າມາຈາກພຣະເຈົ້າ ແລະ ບໍ່ໄດ້ຖືກມອບໃຫ້ໂດຍພໍ່ແມ່ຂອງເຈົ້າ ແລະ ພຣະເຈົ້າແມ່ນຜູ້ທີ່ຄວນຖືກນະມັດສະການ ແລະ ເຖິງແມ່ນວ່າປາກຂອງເຈົ້າຈະເວົ້າສິ່ງເຫຼົ່ານີ້ ແລະ ນີ້ແມ່ນສິ່ງທີ່ເຈົ້າຄິດ, ເຈົ້າກໍຍັງບໍ່ສາມາດຫັນປ່ຽນມຸມນີ້ໄດ້, ເຈົ້າບໍ່ສາມາດເຮັດໃຫ້ຕົວເອງໃຈແຂງໄດ້ຫຼາຍ; ເວົ້າສັ້ນໆກໍຄື ເຈົ້າບໍ່ສາມາດນຳເອົາຄວາມຈິງໄປປະຕິບັດໄດ້. ແລ້ວແມ່ນຫຍັງຄືຮາກເຫງົ້າຂອງສິ່ງນີ້? ຊາຕານໃຊ້ສິ່ງເຫຼົ່ານີ້ເພື່ອຈຳກັດຄວາມຄິດຂອງເຈົ້າ, ຈິດໃຈຂອງເຈົ້າ ແລະ ຫົວໃຈຂອງເຈົ້າ, ເຮັດໃຫ້ເຈົ້າບໍ່ສາມາດຍອມຮັບພຣະທຳຂອງພຣະເຈົ້າໄດ້; ເຈົ້າໄດ້ຖືກຄອບງຳໂດຍສິ່ງເຫຼົ່ານີ້ ແລະ ເຮັດໃຫ້ບໍ່ສາມາດຍອມຮັບພຣະທຳຂອງພຣະເຈົ້າໄດ້. ແມ່ນແຕ່ໃນເວລາທີ່ເຈົ້າຕ້ອງການປະຕິບັດພຣະທຳຂອງພຣະເຈົ້າ, ສິ່ງເຫຼົ່ານີ້ຈະກໍ່ໃຫ້ເກີດຄວາມວຸ້ນວາຍຢູ່ພາຍໃນຕົວເຈົ້າ ແລະ ເຮັດໃຫ້ເຈົ້າຕໍ່ຕ້ານພຣະທຳຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າຮ້ອງຂໍ ແລະ ເຈົ້າກໍບໍ່ມີອຳນາດທີ່ຈະເຮັດໃຫ້ຕົວເອງຫຼຸດພົ້ນຈາກກົດຂີ່ນີ້ໄດ້(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ໂດຍການຮັບຮູ້ມຸມມອງທີ່ຖືກຊີ້ນໍາຢ່າງຜິດໆຂອງຕົນເອງເທົ່ານັ້ນ, ຄົນໆໜຶ່ງຈຶ່ງສາມາດປ່ຽນແປງໄດ້ຢ່າງແທ້ຈິງ). ແລ້ວຂ້ອຍກໍ່ເຂົ້າໃຈວ່າ ຫຼັກການທີ່ພຣະເຈົ້າຮຽກຮ້ອງໃຫ້ພວກເຮົາມີໃນການຈັດການກັບຄົນອື່ນແມ່ນຕ້ອງຮັກໃນສິ່ງທີ່ພຣະອົງຮັກ ແລະ ກຽດຊັງສິ່ງທີ່ພຣະອົງກຽດຊັງ. ຄົນທີ່ຮັກຄວາມຈິງ ແລະ ສາມາດປະຕິບັດຄວາມປະສົງຂອງພຣະເຈົ້າແມ່ນບັນດາຜູ້ທີ່ພວກເຮົາຄວນປະຕິບັດດ້ວຍຄວາມຮັກ, ໃນຂະນະທີ່ຄົນຊົ່ວທີ່ກຽດຊັງຄວາມຈິງ ແລະ ຕໍ່ຕ້ານພຣະເຈົ້າແມ່ນຜູ້ທີ່ພວກເຮົາຄວນກຽດຊັງ. ມີພຽງການປະຕິບັດນີ້ເທົ່ານັ້ນທີ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ແຕ່ຂ້ອຍຖືກຈຳກັດດ້ວຍອາລົມສະເໝີເມື່ອເວົ້າເຖິງພໍ່ຂອງຂ້ອຍ. ຂ້ອຍປົກປ້ອງ ແລະ ປົກປິດເພື່ອລາວ. ຂ້ອຍບໍ່ສາມາດຮັກສິ່ງທີ່ພຣະອົງຮັກ ແລະ ກຽດຊັງສິ່ງທີ່ພຣະອົງກຽດຊັງໄດ້. ມັນເປັນຍ້ອນແນວຄິດເກົ່າຂອງຊາຕານກ່ຽວກັບ “ເລືອດຂຸ້ນກວ່ານໍ້າ” ແລະ “ມະນຸດບໍ່ແມ່ນສິ່ງບໍ່ມີຊີວິດ; ເຂົາຈະປາສະຈາກຄວາມຮູ້ສຶກໄດ້ແນວໃດ?” ໄດ້ຄອບຄອງຫົວໃຈຂອງຂ້ອຍ. ຂ້ອຍບໍ່ສາມາດແຍກແຍະດີຈາກຊົ່ວໄດ້ ໂດຍຄິດວ່າ ການເປີດເຜີຍພຶດຕິກຳຊົ່ວຂອງພໍ່ຂ້ອຍຮຸນແຮງ, ບໍ່ມີສະຕິ. ຂ້ອຍຢ້ານຖືກວິຈານ ແລະ ກ່າວໂທດໂດຍຄົນອື່ນ. ເພື່ອປົກປ້ອງຄວາມສໍາພັນໃນຄອບຄົວຂອງເນື້ອຫນັງ, ຂ້ອຍລົ້ມເຫຼວທີ່ຈະຍຶດໝັ້ນຄວາມຈິງ ແລະ ເປີດເຜີຍຄົນຊົ່ວ, ບໍ່ໃສ່ໃຈກັບວຽກຂອງເຮືອນຂອງພຣະເຈົ້າ ແລະ ການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງ. ນັ້ນແມ່ນສິ່ງທີ່ໄຮ້ເຫດຜົນ ແລະ ການຂາດຄວາມເປັນມະນຸດ. ຂ້ອຍໄດ້ເຫັນແນວຄິດເກົ່າເຫຼົ່ານີ້ຂອງຊາຕານທີ່ກໍາລັງຢຸດເຊົາຂ້ອຍຈາກການປະຕິບັດຄວາມຈິງ, ເຮັດໃຫ້ຂ້ອຍຢືນຢູ່ຂ້າງຊາຕານ ແລະ ຕໍ່ຕ້ານພຣະເຈົ້າໂດຍບໍ່ຕ້ອງການໃຫ້ສົ່ງຜົນກະທົບຕໍ່ຕົນເອງ ໃນຄວາມເປັນຈິງ, ພະເຈົ້າບໍ່ເຄີຍເວົ້າວ່າພວກເຮົາຄວນມີສະຕິໃນການຈັດການກັບພວກຜີປີສາດ ແລະ ຄົນຊົ່ວ, ທັງບໍ່ໄດ້ເວົ້າວ່າການປະຕິເສດຄົນຮັກທີ່ເປັນຂອງຊາຕານເປັນການຜິດສິນທໍາ. ໃນຍຸກແຫ່ງພຣະບັນຍັດ, ລູກໆທີ່ບໍ່ເຊື່ອຂອງໂຢບໄດ້ຕາຍຍ້ອນໄພພິບັດ, ແຕ່ໂຢບບໍ່ເຄີຍຈົ່ມຕໍ່ວ່າພຣະເຈົ້າສຳລັບຄວາມຕາຍຂອງລູກໆຂອງລາວດ້ວຍອາລົມ. ກົງກັນຂ້າມ, ລາວສັນລະເສີນພຣະນາມຂອງພຣະເຈົ້າ. ໃນຍຸກແຫ່ງພຣະຄຸນ, ພໍ່ແມ່ຂອງເປໂຕໄດ້ຢັບຢັ້ງ ແລະ ຂັດຂວາງຄວາມເຊື່ອຂອງລາວ, ດັ່ງນັ້ນລາວຈິ່ງປະຖິ້ມພວກເຂົາ ແລະ ອອກຈາກເຮືອນໄປ, ສະຫຼະທຸກສິ່ງເພື່ອຕິດຕາມພຣະເຈົ້າ ຈິ່ງໄດ້ຮັບການສັນລະເສີນຂອງພຣະເຈົ້າ. ເມື່ອຄິດເຖິງປະສົບການຂອງໂຢບ ແລະ ຂອງເປໂຕ, ຂ້ອຍໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບຂໍ້ກຳນົດຂອງພຣະເຈົ້າເພື່ອຮັກສິ່ງທີ່ພຣະອົງຮັກ ແລະ ກຽດຊັງສິ່ງທີ່ພຣະອົງກຽດຊັງ.

ແລ້ວຂ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າຫຼາຍຂຶ້ນ: “ໃຜແມ່ນຊາຕານ, ໃຜແມ່ນຜີສາດ ແລະ ໃຜແມ່ນສັດຕູຂອງພຣະເຈົ້າ ຖ້າບໍ່ແມ່ນຜູ້ຕໍ່ຕ້ານທີ່ບໍ່ເຊື່ອໃນພຣະເຈົ້າ? ພວກເຂົາບໍ່ແມ່ນຄົນທີ່ບໍ່ເຊື່ອຟັງພຣະເຈົ້າບໍ? ພວກເຂົາບໍ່ແມ່ນຜູ້ທີ່ອ້າງວ່າມີຄວາມເຊື່ອ ແຕ່ປາສະຈາກຄວາມຈິງບໍ? ພວກເຂົາບໍ່ແມ່ນຜູ້ທີ່ພຽງແຕ່ສະແຫວງຫາເພື່ອໄດ້ຮັບພອນ ໃນຂະນະທີ່ບໍ່ສາມາດເປັນພະຍານຕໍ່ພຣະເຈົ້າບໍ? ເຈົ້າຍັງຜູກພັນກັບພວກຜີສາດເຫຼົ່ານັ້ນໃນປັດຈຸບັນ ແລະ ສະແດງມະໂນທຳ ແລະ ຄວາມຮັກກັບພວກເຂົາ; ແລ້ວໃນກໍລະນີນີ້ເຈົ້າບໍ່ແມ່ນຂະຫຍາຍຄວາມຕັ້ງໃຈທີ່ດີໃຫ້ກັບຊາຕານບໍ? ເຈົ້າບໍ່ໄດ້ພົວພັນກັບພວກຜີສາດບໍ? ຖ້າຜູ້ຄົນທຸກມື້ນີ້ຍັງບໍ່ສາມາດແຍກແຍະລະຫວ່າງຄວາມດີ ແລະ ຄວາມຊົ່ວ ແລະ ສືບຕໍ່ສະແດງຄວາມຮັກ ແລະ ຄວາມເມດຕາຢ່າງຕາບອດ ໂດຍບໍ່ມີຄວາມຕັ້ງໃຈທີ່ຈະສະແຫວງຫາຄວາມປະສົງຂອງພຣະເຈົ້າ ຫຼື ບໍ່ສາມາດໃນທຸກວິທີທາງເພື່ອຮັບເອົາເຈດຕະນາຂອງພຣະເຈົ້າມາເປັນຂອງຕົວເອງ, ແລ້ວ ຈຸດຈົບຂອງພວກເຂົາກໍຈະເປັນຕາສົມເພດຍິ່ງຂຶ້ນ... ຖ້າເຈົ້າເຂົ້າກັນໄດ້ກັບຄົນທີ່ເຮົາກຽດຊັງ ແລະ ບໍ່ເຫັນດີນຳ ແລະ ຍັງສະແດງຄວາມຮັກ ຫຼື ຄວາມຮູ້ສຶກສ່ວນຕົວກັບພວກເຂົາ, ແລ້ວເຈົ້າບໍ່ແມ່ນຄົນທີ່ບໍ່ເຊື່ອຟັງບໍ? ເຈົ້າບໍ່ໄດ້ຕໍ່ຕ້ານພຣະເຈົ້າໂດຍເຈດຕະນາບໍ? ຄົນແບບນີ້ມີຄວາມຈິງບໍ? ຖ້າຄົນສະແດງມະໂນທຳຕໍ່ສັດຕູ, ສະແດງຄວາມຮັກຕໍ່ພວກຜີສາດ ແລະ ຄວາມເມດຕາຕໍ່ຊາຕານ, ແລ້ວພວກເຂົາບໍ່ໄດ້ຂັດຂວາງພາລະກິດຂອງພຣະເຈົ້າໂດຍເຈດຕະນາບໍ?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ). ການອ່ານບົດຄວາມນີ້ເຮັດໃຫ້ຂ້ອຍຮູ້ສຶກໂສກເສົ້າ ແລະ ຮູ້ສຶກຜິດຫຼາຍ. ຂ້ອຍຮູ້ວ່າພໍ່ຂອງຂ້ອຍກຽດຊັງຄວາມຈິງ ແລະ ໄດ້ລົບກວນຊີວິດຄຣິດຕະຈັກຢູ່ສະເໝີ ແລະ ຮູ້ວ່າທຳມະຊາດ ແລະ ແກ່ນແທ້ຂອງລາວແມ່ນຄວາມຊົ່ວ, ແຕ່ຂ້ອຍຍັງມີສະຕິແລະ ຮັກແພງລາວ, ເຖິງກັບປົກປິດລາວ ແລະ ປົກປ້ອງລາວ. ນັ້ນບໍ່ແມ່ນສິ່ງທີ່ພະເຈົ້າໝາຍເຖິງ “ຂະຫຍາຍຄວາມຕັ້ງໃຈທີ່ດີໃຫ້ກັບຊາຕານ” ແລະ “ພົວພັນກັບພວກຜີສາດ”? ບໍ່ແມ່ນຂ້ອຍກຳລັງຕໍ່ຕ້ານພຣະເຈົ້າ ແລະ ລົບກວນວຽກງານຂອງຄຣິດຕະຈັກບໍ? ໃນເຮືອນຂອງພຣະເຈົ້າ, ຄວາມຈິງ ແລະ ຄວາມຊອບທຳປົກຄອງ. ກອງກຳລັງຊົ່ວທັງໝົດຂອງຊາຕານ, ລວມເຖິງຄົນຊົ່ວທັງໝົດ ແລະ ຜູ້ຕໍ່ຕ້ານພຣະຄຣິດແມ່ນບໍ່ສາມາດຄົງຢູ່ໄດ້. ພວກເຂົາຕ້ອງຖືກເປີດໂປງ ແລະ ຖືກກຳຈັດໂດຍພຣະເຈົ້າ ແລະ ຖືກຖອນອອກຈາກຄຣິດຕະຈັກ. ສິ່ງນີ້ໄດ້ຖືກກຳນົດດ້ວຍອຸປະນິໄສອັນຊອບທຳຂອງພຣະເຈົ້າ. ແຕ່ຂ້ອຍໄດ້ປົກປິດຄົນຊົ່ວ, ພະຍາຍາມປ່ອຍລາວໃຫ້ຢູ່ໃນເຮືອນຂອງພຣະເຈົ້າ. ບໍ່ແມ່ນຂ້ອຍກຳລັງອົດທົນຕໍ່ການຂັດຂວາງຊີວິດຄຣິດຕະຈັກຂອງຄົນໆໜຶ່ງຢູ່ບໍ? ບໍ່ແມ່ນຂ້ອຍກຳລັງຊ່ວຍເຫຼືອສັດຕູທີ່ຊົ່ວຮ້າຍ ແລະ ຕໍ່ຕ້ານພຣະເຈົ້າຢູ່ບໍ? ການດໍາເນີນຕໍ່ໄປແບບນັ້ນໝາຍຄວາມເຖິງການຖືກລົງໂທດຈາກພIະເຈົ້າຄຽງຄູ່ກັບຄົນຊົ່ວ. ການຮັບຮູ້ນີ້ເຮັດໃຫ້ຂ້ອຍຢ້ານເລັກນ້ອຍ. ຂ້ອຍເຫັນວ່າອຸປະນິໄສອັນຊອບທຳຂອງພຣະເຈົ້າບໍ່ທົນຕໍ່ການເຮັດຜິດໃດໆ ແລະ ການປົກປິດຄົນຊົ່ວຮ້າຍຈາກຄວາມຮູ້ສຶກສ່ວນຕົວເປັນອັນຕະລາຍຫຼາຍ! ຂ້ອຍບໍ່ສາມາດເວົ້າ ແລະ ປະຕິບັດຄວາມຄວາມຮູ້ສຶກຂອງຕົນໄດ້ອີກຕໍ່ໄປ. ເຖິງແມ່ນວ່າລາວເປັນພໍ່ຂອງຂ້ອຍ, ຂ້ອຍກໍ່ຕ້ອງປະຕິບັດຄວາມຈິງ, ຮັກສິ່ງທີ່ພຣະອົງຮັກ, ຊັງສິ່ງທີ່ພຣະອົງຊັງ ແລະ ຮັກສາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ.

ຕໍ່ມາ ຂ້ອຍໄປທີ່ຊຸມນຸມກັບກຸ່ມຂອງຂ້ອຍ ແລະ ເປີດເຜີຍຄວາມຈິງທັງໝົດກ່ຽວກັບພຶດຕິກຳ ແລະ ການກະທຳທີ່ຊົ່ວຮ້າຍຂອງພໍ່ຂ້ອງຂ້ອຍ. ອ້າຍເອື້ອຍນ້ອງຜູ້ທີ່ໄດ້ຖືກລາວຫຼອກເລີ່ມເຂົ້າໃຈແກ່ນແທ້ຂອງລາວ. ຕໍ່ມາ ຄຣິດຕະຈັກໄດ້ອອກໜັງສືແຈ້ງການຂັບໄລ່ພໍ່ຂອງຂ້ອຍ. ຂ້ອຍກັບເມື່ອເຮືອນ, ອ່ານມັນໃຫ້ລາວຟັງ ແລະ ລົມກ່ຽວກັບພຶດຕິກຳຊົ່ວຮ້າຍຂອງລາວ. ຂ້ອຍຕົກໃຈເມື່ອລາວເວົ້າດູຖູກວ່າ “ຂ້ອຍຮູ້ໄລຍະໜຶ່ງແລ້ວວ່າຂ້ອຍຈະຖືກໄລ່ອອກ. ຂ້ອຍເຊື່ອໃນພຣະເຈົ້າເປັນເວລາຫຼາຍປີແມ່ນລ້ວນແລ້ວແຕ່ເພື່ອພອນເທົ່ານັ້ນ, ບໍ່ດັ່ງນັ້ນ ຂ້ອຍຄົງເລີກເຊື່ອໄປດົນແລ້ວ”. ເມື່ອເຫັນວ່າລາວບໍ່ມີຄວາມຕັ້ງໃຈທີ່ຈະກັບໃຈ, ຂ້ອຍຮູ້ໄດ້ຢ່າງຊັດເຈນໃນໃຈຂອງຂ້ອຍວ່າ ແກ່ນແທ້ທີ່ຊົ່ວຮ້າຍຂອງລາວໄດຖືກເປີດເຜີຍຢ່າງເຕັມທີ່. ຫຼັງຈາກທີ່ພໍ່ຂອງຂ້ອຍຖືກໄລ່ອອກ, ກໍ່ບໍ່ມີຄົນຊົ່ວຂັດຂວາງສິ່ງຕ່າງໆໃນຄຣິດຕະຈັກ. ໃນທີ່ຊຸມນຸມ, ອ້າຍເອື້ອຍນ້ອງລ້ວນສາມາດອ່ານພຣະທຳຂອງພຣະເຈົ້າ ແລະ ສົນທະນາເຖິງຄວາມຈິງໂດຍບໍ່ມີການຂັດຂວາງໃດໆ. ພວກເຂົາໄດ້ປະຕິບັດໜ້າທີ່ຕາມທີ່ພວກເຂົາຄວນປະຕິບັດ ແລະ ຊີວິດຄຣິດຕະຈັກກໍ່ເກີດດອກອອກຜົນ. ຂ້ອຍເຫັນວ່າໃນເຮືອນພຣະເຈົ້າ, ຄວາມຈິງ ແລະ ຄວາມຊອບທຳປົກຄອງ ແລະ ເມື່ອພວກເຮົາປະຕິບັດຄວາມຈິງຕາມພຣະທຳຂອງພຣະເຈົ້າ, ພວກເຮົາເປັນພະຍານເຖິງການຊີ້ນຳ ແລະ ພອນຂອງພຣະອົງ. ກ່ຽວກັບພໍ່ຂອງຂ້ອຍ, ຂ້ອຍຄ່ອຍປົດປ່ອຍຕົວເອງຈາກຄວາມຮູ້ສຶກສ່ວນຕົວ ແລະ ໃນທີ່ສຸດຂ້ອຍກໍ່ສາມາດປະຕິບັດຄວາມຈິງໄດ້ເລັກນ້ອຍ ແລະ ສະໜັບສະໜູນວຽກງານຂອງຄຣິດຕະຈັກ. ສິ່ງທັງໝົດນີ້ສາມາດບັນລຸໄດ້ຜ່ານການພິພາກສາ ແລະ ການຕິສອນຈາກພຣະທຳຂອງພຣະເຈົ້າ!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ການເກັບກ່ຽວຜົນຈາກການລິຮານ ແລະ ຈັດການ

ໂດຍ ໂຢຊິ່ນ, ເກົາຫຼີໃຕ້ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ຜູ້ຄົນບໍ່ສາມາດປ່ຽນແປງອຸປະນິໄສຂອງພວກເຂົາເອງ; ພວກເຂົາຕ້ອງໄດ້ຜ່ານການພິພາກສາ...

Leave a Reply