ໝາກຜົນຂອງການຂຽນບົດລາຍງານທີ່ຊື່ສັດ

19 ເດືອນກຸມພາ 2022

ໂດຍ ຈ້າວໝິງ, ຈີນ

ໃນເດືອນເມສາປີ 2011, ຂ້ອຍຕ້ອງເຂົ້າຮັບຕຳແໜ່ງແທນຜູ້ນຳຄົນໜຶ່ງຊື່ວ່າ ຢາວຫຼານ ໃນຄຣິດຕະຈັກແຫ່ງໜຶ່ງໃນອີກພາກໜຶ່ງຂອງປະເທດ. ໃນລະຫວ່າງການມອບ-ຮັບຕຳແໜ່ງ, ໃນຂະນະທີ່ຢາວຫຼານໃຫ້ຂໍ້ສະຫຼຸບກ່ຽວກັບສະຖານະການໃນຄຣິດຕະຈັກແກ່ຂ້ອຍ, ລາວເນັ້ນວ່າ ຊຽວໝິນ ລູກສາວຂອງລາວເປັນຜູ້ຊ່ວຍສິດຍະພິບານທີ່ຮັບຜິດຊອບໃນການດູແລລ້ຽງດູ ແລະ ລາວຈະຊ່ວຍຂ້ອຍໃຫ້ຄຸ້ນເຄີຍກັບວຽກຢູ່ໃນຄຣິດຕະຈັກ. ເມື່ອໄດ້ຍິນລາວອະທິບາຍທຸກສິ່ງຢ່າງເປັນລະບຽບຮຽບຮ້ອຍ, ຂ້ອຍອົດຮູ້ສຶກຊື່ນຊົມບໍ່ໄດ້. ຢາວຫຼານ ເບິ່ງຄືວ່າຈັດການວຽກງານຂອງຄຣິດຕະຈັກໄດ້ດີຫຼາຍ ແລະ ມີຄວາມສາມາດຫຼາຍ, ດັ່ງນັ້ນຈິ່ງບໍ່ໜ້າແປກໃຈເລີຍທີ່ຕອນນີ້ລາວສາມາດຮັບຜິດຊອບວຽກທີ່ຫຼາກຫຼາຍເຊັ່ນນີ້ໄດ້. ຂ້ອຍຕັ້ງໃຈຢ່າງງຽບໆທີ່ຈະພິຈາລະນາຄວາມປະສົງຂອງພຣະເຈົ້າ ແລະ ເຮັດສຸດຄວາມສາມາດເພື່ອເຮັດວຽກຂອງຄຣິດຕະຈັກໃຫ້ດີ.

ມື້ຕໍ່ມາ, ຊຽວໝິງໄດ້ພາຂ້ອຍໄປຮ່ວມກອງປະຊຸມຜູ້ນໍາທີມ. ຫຼັງຈາກທີ່ພວກເຮົາອ່ານພຣະທຳຂອງພຣະເຈົ້າ, ຂ້ອຍແບ່ງປັນປະສົບການ ແລະ ຄວາມເຂົ້າໃຈທີ່ກ່ຽວຂ້ອງຂອງຂ້ອຍເອງເລັກນ້ອຍ. ແລ້ວເອື້ອຍເຊຍກໍ່ເວົ້າແບບບໍ່ພໍໃຈວ່າ, “ຢາວຫຼານ ຜູ້ນຳຄົນເກົ່າຂອງພວກເຮົາບໍ່ໄດ້ສົນທະນາເຖິງພຣະທຳຂອງພຣະເຈົ້າແບບນັ້ນ. ລາວຈະອະທິບາຍພຣະທຳເຫຼົ່ານັ້ນໃຫ້ພວກເຮົາເທື່ອລະແຖວ, ເວົ້າສິ່ງຕ່າງໆເຊັ່ນ ‘ນີ້ເປັນກຳລັງໃຈ’ ແລະ ‘ນີ້ເປັນການເຕືອນ’”. ອ້າຍເອື້ອຍນ້ອງຄົນອື່ນໄດ້ເວົ້າແຊກຂຶ້ນມາ, ໂດຍເວົ້າວ່າຢາວຫຼານໄດ້ສົນທະນາເຖິງຄວາມຈິງໄດ້ຊັດເຈນສ່ຳໃດ. ຂ້ອຍປະຫຼາດໃຈຫຼາຍ ແລະ ຄິດວ່າ: “ການສົນທະນາພຣະທຳຂອງພຣະເຈົ້າບໍ່ແມ່ນການເວົ້າກ່ຽວກັບປະສົບການ ແລະ ຄວາມເຂົ້າໃຈຂອງພວກເຮົາເອງໂດຍອີງໃສ່ພຣະທຳຂອງພຣະອົງບໍ? ເປັນໄປໄດ້ແນວໃດທີ່ຢາວຫຼານບໍ່ເວົ້າເຖິງວ່າລາວນຳພຣະທຳຂອງພຣະເຈົ້າໄປປະຕິບັດ ແລະ ປະສົບພຣະທຳເຫຼົ່ານັ້ນດ້ວຍຕົວເອງແນວໃດ? ເປັນຫຍັງລາວຈິ່ງອະທິບາຍພຣະທຳຂອງພຣະເຈົ້າເທື່ອລະແຖວໃຫ້ອ້າຍເອື້ອຍນ້ອງຟັງ? ການສົນທະນາແບບນັ້ນສາມາດເຮັດໃຫ້ພວກເຂົາເຂົ້າໃຈຄວາມຈິງ ແລະ ຮູ້ຈັກຕົວເອງໄດ້ບໍ?” ຂ້ອຍຢາກປຶກສາເລື່ອງຫຼັກການຂອງການສົນທະນາພຣະທຳຂອງພຣະເຈົ້າໃນທີ່ຊຸມນຸມຮ່ວມກັບພວກເຂົາ, ແຕ່ແລ້ວຂ້ອຍກໍ່ຄິດວ່າ: “ຂ້ອຍເປັນຄົນໃໝ່ຂອງຄຣິດຕະຈັກນີ້ ແລະ ຢາວຫຼານມີຄວາມຮັບຜິດຊອບຕໍ່ວຽກຂອງຂ້ອຍ. ຊຽງໝິນ ລູກສາວຂອງລາວກໍ່ຢູ່ທີ່ນັ້ນເຊັ່ນກັນ. ຖ້າຂ້ອຍເວົ້າວ່າ ວິທີການສົນທະນາພຣະທຳຂອງພຣະເຈົ້າຂອງຢາວຫຼານ ເປັນພຽງການອະທິບາຍຄວາມໝາຍຕາມຕົວອັກສອນ ແລະ ມັນກັບຄືນມາຫາລາວ, ລາວອາດຈະເວົ້າວ່າຂ້ອຍກຳລັງພະຍາຍາມຫາຄວາມຜິດຂອງລາວທັນທີທີ່ຂ້ອຍມາຮອດ ແລະ ຄິດບໍ່ດີກັບຂ້ອຍ. ມັນຈະເຮັດໃຫ້ສິ່ງຕ່າງໆອຶດອັດໃຈແທ້ໆ ຖ້າຂ້ອຍເຮັດໃຫ້ລາວເຄືອງໃຈ”. ດັ່ງນັ້ນ ຂ້ອຍຈິ່ງປິດປາກໄວ້ ແລະ ກໍ່ພຽງເທົ່ານັ້ນເອງ.

ມື້ໜຶ່ງ, ເອືອຍຊຽວຂຽນສົ່ງຈົດໝາຍຫາຂ້ອຍລັບຫຼັງຊຽວໝິນ. ຈົດໝາຍເວົ້າວ່າ ລາວໄດ້ໃຫ້ຄຳແນະນຳບາງຢ່າງແກ່ຢາວຫຼານມາກ່ອນ, ແຕ່ຢາວຫຼານບໍ່ຍອມຮັບຄຳແນະນຳເຫຼົ່ານັ້ນ. ບໍ່ພຽງແຕ່ເທົ່ານັ້ນ, ຢາວຫຼານເລີ່ມຈ່ອງດຶງລາວໄວ້ ແລະ ບໍ່ຍອມໃຫ້ລາວເຮັດໜ້າທີ່ເປັນເຈົ້າພາບຮັບຮອງອີກຕໍ່ໄປ. ຂ້ອຍຕົກຕະລຶງແທ້ໆ. ຂ້ອຍຄິດວ່າ: “ເອື້ອຍຊຽວຕ້ອງຄິດຜິດ. ຢາວຫຼານຈະກົດຂີ່ຜູ້ໃດໄດ້ແນວໃດ?” ຈາກນັ້ນຂ້ອຍກໍ່ຄົ້ນຫາຊຽວໝິນເພື່ອຮັບຮູ້ສະຖານະການ. ຊຽວໝິນເວົ້າວ່າເອື້ອຍຊຽວກະຕືລືລົ້ນຫຼາຍ, ແຕ່ມັກຈະມີສິ່ງທີ່ຜິດພາດໃນຄວາມເຂົ້າໃຈຂອງລາວ. ລາວເວົ້າຕໍ່ໄປວ່າເອື້ອຍຊຽວເປັນທີ່ຮູ້ຈັກກັນດີໃນທ້ອງຖິ່ນວ່າເປັນຜູ້ທີ່ເຊື່ອ, ເຮືອນຂອງລາວບໍ່ປອດໄພ ແລະ ລາວຂາດສະຕິປັນຍາໃນການຮັກສາສະພາບແວດລ້ອມທີ່ປອດໄພຢູ່ໃນບ້ານ. ລາວເວົ້າໃນແງ່ລົບສອງສາມຢ່າງກ່ຽວກັບເອື້ອຍຊຽວ. ຂ້ອຍຄິດກັບຕົວເອງວ່າ: “ຖ້າເລື່ອງທັງໝົດນັ້ນເປັນຄວາມຈິງ, ເອື້ອຍຊຽວກໍ່ບໍ່ເໝາະສົມແທ້ໆສຳລັບໜ້າທີ່ຮັບຮອງເປັນເຈົ້າພາບ. ແຕ່ເປັນຫຍັງລາວຈິ່ງເວົ້າວ່າຢາວຫຼານກົດຂີ່ລາວ? ບາງທີລາວອາດມີຄວາມຄັບຂ້ອງໃຈບາງຢ່າງກັບຢາວຫຼານ”. ແນວໃດກໍ່ຕາມ, ຂ້ອຍຍັງຮູ້ສຶກບໍ່ສະບາຍໃຈ, ດັ່ງນັ້ນຂ້ອຍຈິ່ງໄປຢ້ຽມຢາມເອື້ອຍຊຽວຢູ່ເຮືອນ. ຂ້ອຍຄົ້ນພົບວ່າເຮືອນຂອງລາວຂ້ອນຂ້າງເໝາະສົມສຳລັບການຮັບຮອງເປັນເຈົ້າພາບ ແລະ ລາວບໍ່ໄດ້ຂາດສະຕິປັນຍາເລີຍ, ສະນັ້ນ ຂ້ອຍເລີ່ມຮູ້ສຶກສັບສົນ. ຂ້ອຍສົງໄສວ່າ: “ສິ່ງຕ່າງໆຊ່າງແຕກຕ່າງຈາກສິ່ງທີ່ຊຽວໝິນເວົ້າໄດ້ແນວໃດ? ຢາວຫຼານໄດ້ກົດຂີ່ເອື້ອຍຊຽວແທ້ບໍ?” ເມື່ອຂ້ອຍຖາມເອື້ອຍຊຽວສຳລັບລາຍລະອຽດເພີ່ມເຕີມ, ຂ້ອຍໄດ້ຮຽນຮູ້ວ່າຢາວຫຼານໄດ້ໃຊ້ຄວາມຕ້ອງການສະພາບແວດລ້ອມທີ່ປອດໄພເປັນຂໍ້ອ້າງ, ລາວໄດ້ຢຸດຜູ້ຊ່ວຍສິດຍະພິບານຫຼາຍຄົນບໍ່ໃຫ້ປະຕິບັດໜ້າທີ່ຂອງຕົນ ແລະ ຜົນທີ່ໄດ້ຄືບໍ່ມີໃຜຮັບຜິດຊອບດູແລອ້າຍເອື້ອຍນ້ອງ. ພວກເຂົາບໍ່ໄດ້ດຳລົງຊີວິດຄຣິດຕະຈັກປົກກະຕິ. ເມື່ອເອື້ອຍຊຽວຍົກບັນຫານີ້ຂຶ້ນຫາຢາວຫຼານ ໂດຍເວົ້າວ່າ ການຈັດແຈງເຫຼົ່ານີ້ບໍ່ເໝາະສົມ, ຢາວຫຼານບໍ່ພຽງແຕ່ປະຕິເສດທີ່ຈະຍອມຮັບມັນ, ແຕ່ຢຶດເອົາໜ້າທີ່ຂອງເອື້ອຍຊຽວໄປຈາກລາວ. ລາວຍັງເກັບຈົດໝາຍຂອງເອື້ອຍຊຽວທີ່ລາຍງານບັນຫາຂອງລາວໄວ້ໃຕ້ໜ້າປົກໜັງສື. ຂ້ອຍຕົກໃຈທີ່ໄດ້ຍິນເລື່ອງນີ້. ມັນເປັນໄປໄດ້ແນວໃດ? ຢາວຫຼານເຫັນໄດ້ຊັດເຈນວ່າເຮັດຜິດ, ແຕ່ລາວບໍ່ໄດ້ຍອມຮັບສິ່ງທີ່ເອື້ອຍຊຽວເວົ້າ ແລະ ແມ່ນແຕ່ຢຽບຢໍ່າລາວ ແລະ ສະກັດກັ້ນຈົດໝາຍຂອງລາວ. ລາວບໍ່ແມ່ນຄົນທີ່ຍອມຮັບຄວາມຈິງຢ່າງແນ່ນອນ! ເລື່ອງນີ້ເຮັດໃຫ້ຄິດຄືນອີກຄັ້ງວ່າລາວບໍ່ເຄີຍເວົ້າເຖິງປະສົບການ ແລະ ຄວາມເຂົ້າໃຈຂອງຕົວເອງເມື່ອລາວໃຫ້ການສົນທະນາກ່ຽວກັບພຣະທຳຂອງພຣະເຈົ້າແນວໃດ, ກົງກັນຂ້າມ ກັບເອົາພຣະທຳຂອງພຣະເຈົ້າອອກຈາກບໍລິບົດ ແລະ ເຮັດໃຫ້ອ້ານເອື້ອຍນ້ອງເຂົ້າໃຈຜິດ. ລາວເຮັດຂັດກັບຫຼັກການຂອງການສົນທະນາພຣະທຳຂອງພຣະເຈົ້າຢ່າງສິ້ນເຊີງ. ຂ້ອຍຮັບຮູ້ວ່າ ລາວອາດມີບັນຫາທີ່ແທ້ຈິງ ແລະ ຂ້ອຍຕ້ອງລາຍການເລື່ອງນີ້ໃຫ້ຫົວໜ້າຮັບຊາບ ເພື່ອພາລະກິດແຫ່ງຄົວເຮືອນຂອງພຣະເຈົ້າຈະບໍ່ຖືກເຮັດໃຫ້ຊັກຊ້າ. ແຕ່ແລ້ວຂ້ອຍກໍ່ຄິດວ່າ: “ອີງຕາມສິ່ງທີ່ເອື້ອຍຊຽວເວົ້າ, ຢາວຫຼານຂາດຄວາມເປັນມະນຸດ. ຕອນນີ້ລາວຮັບຜິດຊອບວຽກຂອງຂ້ອຍ, ດັ່ງນັ້ນ ຖ້າລາວພົບວ່າແມ່ນຂ້ອຍເປັນຄົນລາຍງານລາວ, ລາວອາດຈະກົດຂີ່ຂ້ອຍ ແລະ ປົດຂ້ອຍອອກຈາກຕຳແໜ່ງຂອງຂ້ອຍ”. ດ້ວຍການຖອນຫາຍໃຈ, ຂ້ອຍໄດ້ຕັດສິນໃຈວ່າມັນດີທີ່ສຸດທີ່ຈະບໍ່ເວົ້າຫຍັງ, ແຕ່ຂ້ອຍຍັງຕັດສິນໃຈຈັດໃຫ້ເອື້ອຍຊຽວກັບມາຮັບໜ້າທີ່ເປັນເຈົ້າພາບຮັບຮອງອີກ.

ໂດຍບໍ່ຄາດຄິດ, ສອງສາມມື້ຕໍ່ມາ, ເອື້ອຍເຈນກໍ່ໄດ້ລາຍງານຄວາມຊົ່ວຮ້າຍບາງຢ່າງຂອງຢາວຫຼານຕໍ່ຂ້ອຍເຊັ່ນກັນ. ລາວເວົ້າວ່າອ້າຍຫວັງ ແລະ ເມຍຂອງລາວເປັນຜູ້ປ່ຽນໃຈເຊື່ອໃໝ່ ແລະ ຢ້ານກົວເລັກນ້ອຍເນື່ອງຈາກການຈັບກຸມ ແລະ ການບຽດບຽນຂອງພັກຄອມມູນິດຈີນ, ເພາະສະນັ້ນ ພວກເຂົາຈິ່ງບໍ່ກ້າຮັບໜ້າທີ່ເປັນເຈົ້າພາບຮັບຮອງ. ຢາວຫຼານບໍ່ພຽງແຕ່ບໍ່ສົນທະນາເຖິງຄວາມຈິງເພື່ອຊ່ວຍພວກເຂົາເທົ່ານັ້ນ, ແຕ່ໄດ້ຕຳນິພວກເຂົາ ແລະ ປະຕິເສດທີ່ຈະໃຫ້ຄົນອື່ນສະໜັບສະໜູນພວກເຂົາ. ໃນທີ່ສຸດ, ອ້າຍຫວັງ ແລະ ເມຍຂອງລາວກໍ່ຈົມລົງສູ່ຄວາມຄິດລົບ ແລະ ບໍ່ຕ້ອງການເຂົ້າຮ່ວມການຊຸມນຸມອີກຕໍ່ໄປ. ເມື່ອເອື້ອຍເຈນບອກຢາວຫຼານວ່ານີ້ບໍ່ແມ່ນວິທີປະຕິບັດຕໍ່ອ້າຍເອື້ອຍນ້ອງ, ລາວບໍ່ໄດ້ທົບທວນຕົວເອງເລີຍ, ແຕ່ໄດ້ສ້າງເລື່ອງບາງຢ່າງກ່ຽວກັບຄວາມປອດໄພຂອງເອື້ອຍເຈນທີ່ຖືກບຸກລຸກ. ຈາກນັ້ນ ລາວກໍ່ແຍກປ່ຽວເອື້ອຍເຈນອອກຈາກຄຣິດຕະຈັກເປັນເວລາຫຼາຍເດືອນ, ບໍ່ອະນຸຍາດໃຫ້ລາວເຂົ້າຮ່ວມໃນຊີວິດຄຣິດຕະຈັກ. ຍັງມີເອື້ອຍນ້ອງອີກຄົນໜຶ່ງຜູ້ທີ່ເຮັດໜ້າທີ່ການ ຮັບຜິດຊອບດູແລ. ໃນທີ່ຊຸມນຸມ, ລາວຈະລວມເອົາພຣະທຳຂອງພຣະເຈົ້າເຂົ້າໃນການສົນທະນາຂອງລາວ ແລະ ເປີດເຜີຍ ແລະ ຊື່ສັດຢ່າງສິ້ນເຊີງວ່າອຸປະນິໄສທີ່ເສື່ອມຊາມອັນໃດທີ່ລາວໄດ້ເປີດເຜີຍ. ຢາວຫຼານສວຍໃຊ້ໂອກາດນີ້ເພື່ອໄລ່ລາວອອກຈາກໜ້າທີ່ຂອງລາວ. ແລ້ວລາວກໍ່ເລື່ອນຕຳແໜ່ງໃຫ້ຊຽວໝິນ ລູກສາວຂອງລາວເອງ ເຮັດໜ້າທີ່ໃນການຮັບຜິດຊອບດູແລ ແລະ ບອກໃຫ້ອ້າຍເອື້ອຍນ້ອງຝຶກລູກສາວຂອງລາວໃຫ້ດີ, ເນື່ອງຈາກວ່າລາວຈະຕ້ອງຮັບໜ້າວຽກທີ່ສຳຄັນໃນເຮືອນຂອງພຣະເຈົ້າໃນອະນາຄົດ, ເມື່ອຄວາມຈິງແລ້ວລາວບໍ່ແມ່ນຜູ້ເຊື່ອທີ່ແທ້ຈິງ ແລະ ບໍ່ສາມາດສົນທະນາສິ່ງໃດທີ່ມີຄຸນຄ່າໃນທີ່ຊຸມນຸມໄດ້. ຢາວຫຼານປະຕິບັດດ້ວຍອາລົມ ແລະ ດຶງເອົາຜົວຂອງລາວເຂົ້າມາໃນຄຣິດຕະຈັກ, ແລ້ວກໍ່ແຕ່ງຕັ້ງລາວໃຫ້ເປັນຫົວໜ້າທີມ, ນີ້ເປັນການລະເມີດທີ່ຮ້າຍແຮງຕໍ່ດຳລັດວ່າດ້ວຍການບໍລິຫານ. ການເຮັດຊົ່ວຂອງລາວບໍ່ໄດ້ຢຸດຢູ່ທີ່ນັ້ນ. ຢາວຫຼານ ແລະ ລູກສາວຂອງລາວປົກຄອງຄຣິດຕະຈັກຄືກັບລາຊາ, ກົດຂີ່ ແລະ ສັ່ງອ້າຍເອື້ອຍນ້ອງຕາມໃຈ, ຈົນສາຍຕາຂອງລາວເຮັດໃຫ້ພວກເຂົາຢ້ານ ແລະ ບໍ່ມີໃຜກ້າອອກຄຳຄິດເຫັນ. ໃນຂະນະທີ່ຂ້ອຍຟັງເອື້ອຍເຈນເວົ້າ, ຂ້ອຍທັງຮູ້ສຶກຕົກໃຈ ແລະ ບໍ່ພໍໃຈ. ເມື່ອຢາວຫຼານມອບວຽກຂອງລາວໃຫ້ຂ້ອຍໃນຕອນເລີ່ມຕົ້ນ, ຂ້ອຍຮູ້ສຶກຊື່ນຊົມລາວເມື່ອລາວເວົ້າວ່າວຽກທຸກຢ່າງກຳລັງໄປໄດ້ດີ. ແຕ່ມັນເປັນຄຳຕົວະຫຼອກທັງໝົດ. ລາວບໍ່ພຽງແຕ່ຄັດເອົາພຣະທຳຂອງພຣະເຈົ້າອອກຈາກໃຈຄວາມໃນລະຫວ່າງການສົນທະນາ ແລະ ເຮັດໃຫ້ອ້າຍເອື້ອຍນ້ອງບາງຄົນເຂົ້າໃຈຜິດໂດຍການເທດສອນຕົວອັກສອນ ແລະ ຫຼັກຄຳສອນ, ລາວຍັງໄດ້ຊື່ນຊົມພອນຈາກຕຳແໜ່ງຂອງລາວ ແລະ ຂົ່ມເຫັງອ້າຍເອື້ອຍນ້ອງ. ລາວຍັງໄປໄກເຖິງກັບປົກຄອງຢ່າງຜະເດັດການ, ກົດຂີ່ຄົນອື່ນຕາມອຳເພີໃຈ ແລະ ຂັບໄລ່ຜູ້ຄົນອອກຈາກໜ້າທີ່ຂອງພວກເຂົາ. ລາວເລື່ອນຕຳແໜ່ງ ແລະ ສ້າງບັນດາຜູ້ທີ່ໃກ້ຊິດກັບລາວທີ່ສຸດ ແລະ ມີສ່ວນຮ່ວມໃນການເລືອກທີ່ຮັກມັກທີ່ຊັງ. ພຶດຕິກຳທີ່ປາເຖື່ອນ ແລະ ປະໝາດຂອງລາວ ແລະ ການກະທຳຊົ່ວຫຼາຍຢ່າງຂອງລາວສະແດງໃຫ້ເຫັນວ່າລາວເປັນຜູ້ຕໍ່ຕ້ານພຣະຄຣິດທີ່ຍ້ອມແພຂົນສັດ! ຕອນນີ້ຂອບເຂດໜ້າທີ່ຂອງລາວຍິ່ງກວ້າງຂຶ້ນ, ດັ່ງນັ້ນ ອ້າຍເອື້ອຍນ້ອງຈຳນວນຫຼາຍຈະຖືກທຳຮ້າຍຢ່າງແນ່ນອນ. ຂ້ອຍຮູ້ວ່າຂ້ອຍຕ້ອງລາຍງານລາວໃຫ້ຫົວໜ້າຮັບຊາບໄວເທົ່າທີ່ຈະໄວໄດ້ ແລະ ສະໜັບສະໜູນວຽກງານຂອງຄຣິດຕະຈັກ. ແນວໃດກໍ່ຕາມ, ເມື່ອຂ້ອຍເລີ່ມຄິດກ່ຽວກັບການລາຍງານລາວ, ຂ້ອຍກໍ່ເລີ່ມກັງວົນວ່າ: “ຢາວຫຼານຮັບຜິດຊອບວຽກຂອງຂ້ອຍ. ຖ້າລາວຮູ້ວ່າຂ້ອຍໄດ້ລາຍງານລາວ, ແລ້ວຮູ້ວ່າລາວປະພຶດແນວໃດ, ລາວຄົງຈະໄລ່ຂ້ອຍອອກຈາກຕຳແໜ່ງຜູ້ນຳຄຣິດຕະຈັກ ແລະ ສົ່ງຂ້ອຍກັບບ້ານ. ລາວອາດຈະຫາຂໍ້ອ້າງບາງຢ່າງເພື່ອກົດຂີ່ ແລະ ລົງໂທດຂ້ອຍ. ຊີວິດຂອງຂ້ອຍຈະຫຍຸ້ງຍາກຫຼາຍ. ຈະເປັນແນວໃດຖ້າຂ້ອຍຈົບລົງດ້ວຍການຖືກໄລ່ອອກຈາກຄຣິດຕະຈັກ? ແລ້ວເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າຂອງຂ້ອຍກໍ່ຈະຈົບລົງ. ຂ້ອຍຈໍາເປັນຕ້ອງຢູ່ໃນຄວາມເປັນຈິງ. ຂ້ອຍຈະຈັດລຳດັບວຽກງານຂອງຄຣິດຕະຈັກກ່ອນ ແລະ ຈາກນັ້ນຈິ່ງເບິ່ງ”. ສະນັ້ນ, ເພື່ອປົກປ້ອງຕົວເອງ, ຂ້ອຍຈິ່ງຕັດສິນໃຈບໍ່ລາຍງານ ແລະ ເປີດໂປງລາວ. ແຕ່ໃນການຊຸມນຸມຄັ້ງຕໍ່ໄປ ຂ້ອຍໄດ້ເຫັນຄວາມຄາດຫວັງຢູ່ໃນໃບໜ້າຂອງບັນດາອ້າຍເອື້ອຍນ້ອງທຸກຄົນທີ່ຖືກກົດຂີ່ຂົ່ມເຫັງ, ຂ້ອຍຮູ້ສຶກທຸກໃຈແທ້ ແລະ ຈິດສຳນຶກຂອງຂ້ອຍຖືກກ່າວຫາ. ຍິ່ງໄປກວ່ານັ້ນ, ເມື່ອຂ້ອຍໄດ້ຍິນພວກເຂົາລົມກັນເຖິງວິທີທີ່ຊຽວໝິນໄປທົ່ວຄຣິດຕະຈັກ ຍົກຍ້ອງຄວາມສາມາດຂອງຢາວຫຼານໃນການສົນທະນາເຖິງຄວາມຈິງ ແລະ ທີ່ລາວກຳລັງບັງຄັບ ແລະ ເທດສອນອ້າຍເອື້ອຍນ້ອງໃນທາງທີ່ຫຍາມຢຽດ, ຂ້ອຍຍິ່ງໃຈຮ້າຍຫຼາຍຂຶ້້ນ. ຂ້ອຍຄິດກັບຕົວເອງວ່າ: “ຂ້ອຍຕ້ອງລາຍງານຢາວຫຼານ ແລະ ການເຮັດຊົ່ວຂອງຊຽວໝິນໃຫ້ຫົວໜ້າຮັບຊາບ. ຂ້ອຍບໍ່ສາມາດອະນຸຍາດໃຫ້ພວກເຂົາເຮັດຊົ່ວ ແລະ ກົດຂີ່ອ້າຍເອື້ອຍນ້ອງຕາມອຳເພີໃຈໄດ້”. ດັ່ງນ້ນ, ຂ້ອຍຈິ່ງຂຽນທຸກສິ່ງທີ່ອ້າຍເອື້ອຍນ້ອງບອກຂ້ອຍກ່ຽວກັບພວກເຂົາ. ແນວໃດກໍ່ຕາມ, ພາຍຫຼັງການຊຸມນຸມ ຂ້ອຍກໍ່ຮູ້ສຶກຂັດແຍ່ງອີກ: ຢາວຫຼານຈະເຮັດຫຍັງເພື່ອລົງໂທດຂ້ອຍຖ້າລາວຮູ້ເລື່ອງນີ້? ແຕ່ຂ້ອຍຈະບໍ່ເຮັດຊົ່ວບໍຖ້າຂ້ອຍເລືອກທີ່ຈະປົກປ້ອງຕົວເອງ ແລະ ບໍ່ເປີດໂປງພວກເຂົາທັງສອງ? ຂ້ອຍກຳລັງຜະເຊີນໜ້າກັບສອງທາງເລືອກທີ່ອັນຕະລາຍ ແລະ ຫຍຸ້ງຍາກ ແລະ ຂ້ອຍຮູ້ສຶກວ່າຖືກມັດໄວ້, ແໜ້ນຈົນຂ້ອຍເກືອບຈະຫາຍໃຈບໍ່ໄດ້. ຂ້ອຍຄຸເຂົ່າລົງ ແລະ ອະທິຖານຫາພຣະເຈົ້າດ້ວຍນ້ຳຕາ, ເວົ້າວ່າ “ຂ້າແຕ່ພຣະເຈົ້າ, ຂ້ານ້ອຍຕ້ອງການລາຍງານຢາວຫຼານ ແລະ ລູກສາວຂອງລາວໃຫ້ຜູ້ນຳຂອງຂ້ານ້ອຍ, ແຕ່ຂ້ານ້ອຍຢ້ານວ່າພວກເຂົາຈະແກ້ແຄ້ນຂ້ານ້ອຍ. ໂອ ພຣະເຈົ້າ, ກາລຸນາຊີ້ນຳຂ້ານ້ອຍໃຫ້ຜ່ານຜ່າການກົດຂີ່ຂົ່ມເຫັງຂອງກອງກຳລັງແຫ່ງຄວາມມືດ ແລະ ເພື່ອປະຕິບັດຄວາມຈິງ ແລະ ສະໜັບສະໜູນວຽກງານຂອງຄຣິດຕະຈັກ”.

ພາຍຫຼັງອະທິຖານແລ້ວ, ຂ້ອຍກໍ່ອ່ານບົດຄວາມນີ້ໃນພຣະທຳຂອງພຣະເຈົ້າ: “ພວກເຈົ້າທຸກຄົນເວົ້າວ່າພວກເຈົ້າຄຳນຶງເຖິງພາລະຂອງພຣະເຈົ້າ ແລະ ຈະປົກປ້ອງປະຈັກພະຍານຂອງຄຣິສຕະຈັກ ເຈົ້າເປັນຄົນເຮັດຕາມຄວາມປະສົງຂອງເຮົາບໍ? ຈົ່ງຖາມຕົວເອງວ່າ: ເຈົ້າແມ່ນຄົນທີ່ໄດ້ສະແດງການພິຈາລະນາຕໍ່ພາລະຂອງພຣະອົງບໍ? ເຈົ້າສາມາດປະຕິບັດຄວາມຊອບທຳເພື່ອພຣະອົງໄດ້ບໍ? ເຈົ້າສາມາດຢືນຂຶ້ນ ແລະ ເວົ້າເພື່ອເຮົາໄດ້ບໍ? ເຈົ້າສາມາດນຳເອົາຄວາມຈິງສູ່ການປະຕິບັດໄດ້ຢ່າງເດັດດ່ຽວບໍ? ເຈົ້າກ້າພໍທີ່ຈະຕໍ່ສູ້ກັບການກະທຳທັງໝົດຂອງຊາຕານບໍ? ເຈົ້າຈະສາມາດແຍກອາລົມຂອງເຈົ້າອອກ ແລະ ເປີດໂປງຊາຕານເພື່ອຄວາມຈິງຂອງເຮົາໄດ້ບໍ? ເຈົ້າສາມາດອະນຸຍາດໃຫ້ເຈດຕະນາຂອງເຮົາຖືກຕື່ມເຕັມໃນຕົວເຈົ້າໄດ້ບໍ? ເຈົ້າໄດ້ມອບຫົວໃຈຂອງເຈົ້າໃນຊ່ວງເວລາທີ່ສຳຄັນທີ່ສຸດບໍ? ເຈົ້າແມ່ນຄົນທີ່ເຮັດຕາມຄວາມປະສົງຂອງເຮົາບໍ? ຈົ່ງຕັ້ງຄຳຖາມເຫຼົ່ານີ້ກັບຕົວເຈົ້າເອງ ແລະ ຄິດເຖິງພວກມັນເລື້ອຍໆ” (ຄັດຈາກ “ບົດທີ 13” ຂອງພາກພຣະຄຳຂອງພຣະຄຣິດໃນຕົ້ນເດີມໃນໜັງສືພຣະທຳປາກົດໃນຮ່າງກາຍ). ຂ້ອຍຮູ້ສຶກອັບອາຍກັບຕົວເອງເມື່ອຂ້ອຍອ່ານການເປີດເຜີຍເຫຼົ່ານີ້ໃນພຣະທຳຂອງພຣະເຈົ້າ. ຂ້ອຍເຊື່ອໃນພຣະເຈົ້າ, ແຕ່ພຣະເຈົ້າບໍ່ມີບ່ອນໃນໃຈຂອງຂ້ອຍ. ຂ້ອຍບໍ່ໄດ້ຈິງຈັງກັບການມອບໝາຍຂອງພຣະເຈົ້າ ແລະ ທັງໝົດທີ່ຂ້ອຍຄິດເມື່ອຜະເຊີນກັບບັນຫາແມ່ນຜົນປະໂຫຍດຂອງຂ້ອຍເອງ. ຂ້ອຍບໍ່ໄດ້ກຳລັງປົກປ້ອງພາລະກິດແຫ່ງຄົວເຮືອນຂອງພຣະເຈົ້າເລີຍ. ຂ້ອຍໄດ້ຄົ້ນພົບຢ່າງຊັດເຈນວ່າຢາວຫຼານກຳລັງອະທິບາຍພຣະທຳຂອງພຣະເຈົ້າໂດຍການຄັດພຣະທຳເຫຼົ່ານັ້ນອອກຈາກບໍລິບົດ, ວ່າລາວມີອຳນາດເໜືອກວ່າຢູ່ໃນຄຣິດຕະຈັກ ແລະ ລາວກຳລັງລົງໂທດ ແລະ ກົດຂີ່ຂົ່ມເຫັງອ້າຍເອື້ອຍນ້ອງຢູ່. ເພື່ອສົ່ງເສີມບັນດາຜູ້ທີ່ໃກ້ຊິດກັບລາວທີ່ສຸດ ແລະ ຮວບຮວມກອງກຳລັງຂອງລາວ, ລາວກຳລັງໄລ່ຜູ້ຄົນອອກຈາກໜ້າທີ່ຂອງພວກເຂົາຕາມອຳເພີໃຈ, ຂັດຂວາງ ແລະ ແຊກແຊງຊີວິດຂອງຄຣິດຕະຈັກຢ່າງຮ້າຍແຮງ, ຢັບຢັ້ງ ແລະ ທຳຮ້າຍອ້າຍເອື້ອຍນ້ອງ. ໂດຍສະເພາະໃນປັດຈຸບັນທີ່ຂອບເຂດວຽກງານຂອງລາວໄດ້ເພີ່ມຂຶ້ນ, ລາວຢູ່ໃນຕໍາແໜ່ງທີ່ຈະທໍາຮ້າຍອ້າຍເອື້ອຍນ້ອງຫຼາຍຂຶ້ນ. ແຕ່ຂ້ອຍຢ້ານສະຖານະ ແລະ ອິດທິພົນຂອງຢາວຫຼານ, ຢ້ານຖືກກົດຂີ່ຂົ່ມເຫັງ ແລະ ຖືກລາວໄລ່ອອກ, ຢ້ານເສຍຕຳແໜ່ງຂອງຕົນ ແລະ ໂອກາດໃນອະນາຄົດ, ຢ້ານລາວ ແລະ ລູກສາວຂອງລາວແກ້ແຄ້ນຂ້ອຍ ແລະ ທຳຮ້າຍຂ້ອຍ, ສະນັ້ນຂ້ອຍຈຶ່ງບໍ່ກ້າຍຶດຖືຫຼັກການ ພ້ອມເປີດເຜີຍ ແລະ ລາຍງານພວກເຂົາ. ສະນັ້ນ, ດ້ວຍຕາທີ່ເປີດກວ້າງ, ຂ້ອຍໄດ້ເບິ່ງຜູ້ຕໍ່ຕ້ານພຣະຄຣິດ ແລະ ຄົນຊົ່ວດໍາເນີນການໃນຄຣິດຕະຈັກ. ອ້າຍເອື້ອຍນ້ອງກຳລັງຖືກກົດຂີ່ຂົ່ມເຫັງ ແລະ ຊີວິດຂອງພວກເຂົາໄດ້ຮັບຄວາມເສຍຫາຍ, ແຕ່ຂ້ອຍຍັງບໍ່ກ້າທີ່ຈະລຸກຢືນ ແລະ ເປີດໂປງຊາຕານ. ຂ້ອຍຊ່າງເປັນຄົນຊົ່ວຊ້າ, ເຫັນແກ່ຕົວ, ໜ້າກຽດຊັງຫຼາຍແທ້! ຈາກນັ້ນຂ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າທີ່ກ່າວວ່າ: “ມະນຸດຊາດຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງ. ພິດຂອງຊາຕານແມ່ນໄຫຼຜ່ານເລືອດຂອງທຸກຄົນ ແລະ ມັນສາມາດເຫັນໄດ້ວ່າ ທໍາມະຊາດຂອງມະນຸດເສື່ອມຊາມ, ຊົ່ວຮ້າຍ ແລະ ຕໍ່ຕ້ານການປ່ຽນແປງ, ເຕັມໄປດ້ວຍ ແລະ ຈົມຢູ່ໃນປັດຊະຍາຂອງຊາຕານ. ທັງໝົດນັ້ນແມ່ນທໍາມະຊາດທີ່ທໍລະຍົດຕໍ່ພຣະເຈົ້າ. ນີ້ຄືເຫດຜົນທີ່ຜູ້ຄົນຕໍ່ຕ້ານພຣະເຈົ້າ ແລະ ຢືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າ” (ຄັດຈາກບົດ “ວິທີຮູ້ຈັກທໍາມະຊາດຂອງມະນຸດ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). “ແຕ່ສຳລັບພິດຂອງຊາຕານແມ່ນຫຍັງນັ້ນ, ມັນສາມາດຖືກສະແດງອອກດ້ວຍຄຳເວົ້າຢ່າງສົມບູນ. ຕົວຢ່າງເຊັ່ນ: ຖ້າເຈົ້າຖາມວ່າ ‘ຜູ້ຄົນຄວນດໍາລົງຊີວິດແບບໃດ? ຜູ້ຄົນຄວນດໍາລົງຊີວິເພື່ອຫຍັງ’ ຜູ້ຄົນຈະຕອບວ່າ ‘ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ’. ວະລີໜຶ່ງຢ່າງນີ້ສຳແດງເຖິງຮາກແທ້ຂອງບັນຫາ. ປັດຊະຍາຂອງຊາຕານໄດ້ກາຍມາເປັນຊີວິດຂອງຜູ້ຄົນ. ບໍ່ວ່າຜູ້ຄົນຈະສະແຫວງຫາຫຍັງກໍ່ຕາມ, ພວກເຂົາກໍ່ເຮັດມັນເພື່ອຕົນເອງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງດໍາລົງຊີວິດເພື່ອຕົນເອງເທົ່ານັ້ນ. ‘ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ’, ນີ້ແມ່ນຊີວິດ ແລະ ປັດຊະຍາຂອງມະນຸດ ແລະ ມັນຍັງເປັນຕົວແທນໃຫ້ແກ່ທຳມະຊາດຂອງມະນຸດ. ຄຳເວົ້າເຫຼົ່ານີ້ຂອງຊາຕານແມ່ນພິດຂອງຊາຕານແທ້ໆ ແລະ ເມື່ອຜູ້ຄົນໄດ້ຊຶມຊັບມັນ, ມັນກໍກາຍມາເປັນທຳມະຊາດຂອງພວກເຂົາ. ທຳມະຊາດຂອງຊາຕານແມ່ນຖືກເປີດໂປງຜ່ານຄຳເວົ້າເຫຼົ່ານີ້; ພວກມັນເປັນຕົວແທນໃຫ້ກັບທຳມະຊາດນັ້ນຢ່າງສົມບູນ. ພິດນີ້ໄດ້ກາຍມາເປັນຊີວິດຂອງຜູ້ຄົນ ພ້ອມທັງເປັນພື້ນຖານການເປັນຢູ່ຂອງພວກເຂົາ ແລະ ມະນຸດຊາດທີ່ເສື່ອມຊາມໄດ້ຖືກຄອບງວໍາໂດຍພິດນີ້ຢ່າງສະໝໍ່າສະເໝີເປັນເວລາຫຼາຍພັນປີ” (ຄັດຈາກບົດ “ວິທີຍ່າງໃນເສັ້ນທາງຂອງເປໂຕ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າສະແດງໃຫ້ຂ້ອຍເຫັນວ່າຂ້ອຍໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ຢຽບຢ້ຳ, ກະດູກ ແລະ ເລືອດຂອງຂ້ອຍໄດ້ອີ່ມຕົວ ແລະ ເຕັມໄປດ້ວຍສານພິດ, ປັດຊະຍາ ແລະ ລະຫັດຂອງຊາຕານ, ຈົນຂ້ອຍເອງກາຍເປັນຄົນຊົ່ວ ແລະ ເຫັນແກ່ຕົວຫຼາຍຂຶ້ນເລື້ອຍໆ. ຂ້ອຍກຳລັງດຳລົງຊີວິດດ້ວຍສານພິດຂອງຊາຕານກ່ຽວກັບ “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”, “ມັນເປັນການດີກວ່າທີ່ຈະເວົ້າໃຫ້ໜ້ອຍໆ ເມື່ອເຈົ້າຮູ້ວ່າມີບາງສິ່ງຜິດພາດ” ແລະ “ຄົນມີເຫດຜົນດີໃນການປົກປ້ອງຕົນເອງ, ສະແຫວງຫາພຽງທີ່ຈະບໍ່ເຮັດຜິດເທົ່ານັ້ນ”. ຄວາມຄິດຂອງຂ້ອຍບິດເບືອນໄປໝົດ ແລະ ຂ້ອຍມີຄ່ານິຍົມ ແລະ ທັດສະນະຄະຕິທີ່ບໍ່ດີຕໍ່ຊີວິດ. ຂ້ອຍຖືເອົາຜົນປະໂຫຍຂອງຕົວເອງ, ໂອກາດໃນອະນາຄົດຂອງຂ້ອຍ ແລະ ຊະຕາກຳຂອງຕົນສຳຄັນກວ່າສິ່ງໃດອື່ນ. ເຫັນຢາວຫຼານ ແລະ ກຸ່ມກໍາລັງຕໍ່ຕ້ານພຣະຄຣິດທີ່ຊົ່ວຂອງລາວທໍາຮ້າຍອ້າຍເອື້ອຍນ້ອງໃນຄຣິດຕະຈັກ, ຂ້ອຍຮູ້ວ່າຂ້ອຍຕ້ອງເປີດເຜີຍ ແລະ ລາຍງານພວກເຂົາ. ແຕ່ຍ້ອນຂ້ອຍຢ້ານຖືກກົດຂີ່ຂົ່ມເຫັງ ແລະ ສູນເສຍຕຳແໜ່ງຂອງຕົນ ແລະ ໂອກາດໃນອະນາຄົດ, ຂ້ອຍຈິ່ງບໍ່ກ້າເຮັດມັນ, ບໍ່ວ່າຂ້ອຍໄດ້ດິ້ນລົນຫຼາຍປານໃດກໍ່ຕາມ. ເພາະສະນັ້ນ ຂ້ອຍຈິ່ງອະນຸຍາດໃຫ້ພວກຕໍ່ຕ້ານພຣະຄຣິດຂັດຂວາງຄຣິດຕະຈັກ ແລະ ຂ້ອຍກໍ່ເຮັດໂຕປະຈົບປະແຈງ, ບໍ່ກ້າເວົ້າຄຳໃດໜຶ່ງທີ່ບໍ່ລຳອຽງ. ຂ້ອຍຮັບຮູ້ວ່າ ຂ້ອຍຖືກມັດ ແລະ ໃສ່ໂສ້ຢ່າງແໜ້ນໜາໂດຍພິດຂອງຊາຕານຈົນຂ້ອຍກາຍເປັນຜູ້ສົມຮູ້ຮ່ວມຄິດຂອງມັນ, ເປັນໝາກພາແລ່ນຂອງມັນໄປແລ້ວ; ສິ່ງນີ້ເປັນທີ່ໜ້າລັງກຽດສຳລັບພຣະເຈົ້າ ແລະ ຂ້ອຍບໍ່ຄູ່ຄວນທີ່ຈະມີຊີວິດຢູ່ຕໍ່ໜ້າພຣະອົງ. ຂ້ອຍມີຄວາມສຸກກັບວຽກງານ ແລະ ການຊີ້ນໍາຂອງພຣະເຈົ້າມາເປັນເວລາຫຼາຍປີ ແລະ ພຣະອົງໄດ້ຍົກຂ້ອຍຂຶ້ນມາເພື່ອໃຫ້ຂ້ອຍສາມາດປະຕິບັດໜ້າທີ່ຂອງຂ້ອຍໃນຖານະເປັນຜູ້ນໍາຄຣິດຕະຈັກ. ແນວໃດກໍ່ຕາມ, ຂ້ອຍບໍ່ຮູ້ທີ່ຈະທະນຸຖະຫນອມມັນ ແລະ ບໍ່ຄິດວ່າຈະເບິ່ງແຍງອ້າຍເອື້ອຍນ້ອງ ຫຼື ສະໜັບສະໜູນວຽກງານຂອງເຮືອນຂອງພຣະເຈົ້າແນວໃດ. ຂ້ອຍໄດ້ດໍາລົງຊີວິດຢູ່ໃນຄວາມປາຖະໜາທີ່ເຫັນແກ່ຕົວຂອງຂ້ອຍເອງທັງໝົດ ໂດຍບໍ່ມີເສດໃດສ່ວນໜຶ່ງຂອງກຽດສັກສີ ຫຼື ຄວາມຊື່ສັດ. ຂ້ອຍລົ້ມເຫຼວໃນການດຳເນີນຊີວິດຕາມຄວາມໄວ້ວາງໃຈທີ່ອ້າຍເອື້ອຍນ້ອງມອບໃຫ້ຂ້ອຍ ແລະ ຍິ່ງໄປກວ່ານັ້ນ ຂ້ອຍລົ້ມເຫຼວໃນການດຳເນີນຊີວິດຕາມການມອບໝາຍທີ່ພຣະເຈົ້າປະທານໃຫ້ຂ້ອຍ. ໃນຄວາມຄິດນັ້ນ, ຂ້ອຍກຽດຊັງຕົວເອງທີ່ເຫັນແກ່ຕົວ ແລະ ໜ້າລັງກຽດ ແລະ ຂ້ອຍກ່າວຄຳອະທິຖານຫາພຣະເຈົ້າ, ເຕັມໃຈທີ່ຈະກັບໃຈ. ຂ້ອຍຂໍໃຫ້ພຣະເຈົ້າປະທານຄວາມເຂັ້ມແຂງໃຫ້ຂ້ອຍ ແລະ ຊີ້ນຳຂ້ອຍໃຫ້ຜ່ານຜ່າອິດທິພົນມືດເຫຼົ່ານີ້ ແລະ ສາມາດປະຕິບັດຄວາມຈິງໄດ້.

ຫຼັງຈາກນັ້ນ, ຂ້ອຍໄດ້ອ່ານບົດຄວາມນີ້ໃນພຣະທຳຂອງພຣະເຈົ້າ: “ອຸປະນິໄສຂອງພຣະເຈົ້າເປັນຂອງພຣະຜູ້ປົກຄອງຂອງທຸກສິ່ງ ແລະ ທຸກຢ່າງທີ່ມີຊີວິດ ເຊິ່ງເປັນຂອງພຣະຜູ້ເປັນເຈົ້າແຫ່ງການເນລະມິດສ້າງທັງໝົດ. ອຸປະນິໄສຂອງພຣະອົງສະແດງເຖິງກຽດຕິຍົດ, ລິດອຳນາດ, ຄວາມສະຫງ່າງາມ, ຄວາມຍິ່ງໃຫຍ່ ແລະ ເໜືອໄປກວ່ານັ້ນກໍຄືການມີລິດອໍານາດສູງສຸດ. ອຸປະນິໄສຂອງພຣະອົງແມ່ນສັນຍາລັກແຫ່ງສິດອຳນາດ, ສັນຍາລັກຂອງທຸກສິ່ງທີ່ຊອບທຳ, ສັນຍາລັກຂອງທຸກສິ່ງທີ່ສວຍງາມ ແລະ ດີ. ຍິ່ງໄປກວ່ານີ້ ມັນຍັງເປັນສັນຍາລັກຂອງພຣະອົງຜູ້ເຊິ່ງບໍ່ມີຄວາມມືດ ແລະ ກອງກຳລັງຂອງສັດຕູໃດທີ່ສາມາດ ເອົາຊະນະ ຫຼື ຮຸກຮານໄດ້ ພ້ອມທັງເປັນສັນຍາລັກຂອງພຣະອົງຜູ້ເຊິ່ງບໍ່ມີສິ່ງຖືກສ້າງໃດທີ່ສາມາດລ່ວງເກີນໄດ້ (ຫຼື ພຣະອົງຈະບໍ່ອົດທົນຕໍ່ການເຮັດຜິດ). ອຸປະນິໄສຂອງພຣະອົງເປັນສັນຍາລັກແຫ່ງລິດອໍານາດສູງສຸດ. ບໍ່ມີຄົນໃດ ຫຼື ກຸ່ມຄົນໃດທີ່ສາມາດ ຫຼື ອາດລົບກວນພາລະກິດຂອງພຣະອົງ ຫຼື ອຸປະນິໄສຂອງພຣະອົງ” (ຄັດຈາກບົດ “ມັນເປັນເລື່ອງສຳຄັນຫຼາຍທີ່ຈະເຂົ້າໃຈອຸປະນິໄສຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ອຍເຂົ້າໃຈຈາກພຣະທຳຂອງພຣະເຈົ້າວ່າພຣະເຈົ້າປົກຄອງທຸກສິ່ງ, ອຸປະນິໄສຂອງພຣະອົງເປັນສັນຍາລັກຂອງສິດອຳນາດສູງສຸດ ແລະ ບໍ່ມີກອງກຳລັງຂອງສັດຕູ ຫຼື ກອງກຳລັງແຫ່ງຄວາມມືດໃດທີ່ອາດລ່ວງເກີນມັນໄດ້. ພຣະເຈົ້າຈະຊົງຊຳລະລ້າງກອງກຳລັງທີ່ຊົ່ວຮ້າຍທັງໝົດຂອງຊາຕານ ແລະ ກຳຈັດພວກມັນໃຫ້ໝົດໄປຈາກຄຣິດຕະຈັກ. ນີ້ແມ່ນທິດທາງຂອງວຽກງານຂອງພຣະເຈົ້າ ແລະ ມັນເປັນຄວາມຈິງທີ່ວ່າພຣະເຈົ້າຈະເຮັດສໍາເລັດຢ່າງແນ່ນອນ. ຢາວຫຼານໄດ້ປົກຄອງຄຣິດຕະຈັກຄືກັບຜູ້ກົດຂີ່ຂູດຮີດ, ຄວບຄຸມ ແລະ ກົດຂີ່ອ້າຍເອື້ອຍນ້ອງ, ປູກຝັງຄົນທີ່ໃກ້ຊິດກັບລາວທີ່ສຸດ ແລະ ຕັ້ງອານາຈັກຂອງລາວເອງຂຶ້ນ. ລາວໄດ້ຂັດຂວາງ ແລະ ແຊກແຊງວຽກງານຂອງພຣະເຈົ້າ, ເຮັດຄວາມຊົ່ວທຸກຮູບແບບ ແລະ ໄດ້ລ່ວງເກີນອຸປະນິໄສຂອງພຣະເຈົ້າຢ່າງຮ້າຍແຮງ. ລາວເປັນຜີປີສາດທີ່ຕໍ່ຕ້ານພຣະຄຣິດຜູ້ທີ່ຈະຖືກຂັບໄລ່ອອກຈາກຄຣິດຕະຈັກບໍ່ໄວກໍຊ້າ. ຂ້ອຍໄດ້ຄິດກ່ຽວກັບວິທີທີ່ເຮືອນຂອງພຣະເຈົ້າເຄີຍຂັບໄລ່ຄົນຊົ່ວ ແລະ ຜູ້ຕໍ່ຕ້ານພຣະຄຣິດຫຼາຍຄົນມາກ່ອນ: ບໍ່ວ່າພວກເຂົາຈະໂຫດຮ້າຍສ່ຳໃດ, ພວກເຂົາກໍ່ສາມາດປະສົບຜົນສໍາເລັດໄດ້ພຽງຊົ່ວໄລຍະໜຶ່ງເທົ່ານັ້ນ ແລະ ໃນທີ່ສຸດເຂົາເຈົ້າກໍ່ບໍ່ສາມາດໜີຈາກການລົງໂທດຂອງພຣະເຈົ້າໄດ້. ນີ້ບໍ່ແມ່ນຄວາມຊອບທໍາຂອງພຣະເຈົ້າບໍ? ແຕ່ຂ້ອຍຍັງບໍ່ເຂົ້າໃຈຄວາມຊອບທໍາຂອງພຣະເຈົ້າ ແລະ ບໍ່ເຊື່ອໃນຄວາມຈິງທີ່ວ່າຢູ່ໃນເຮືອນຂອງພຣະເຈົ້າ, ຄວາມຈິງ ແລະ ຄວາມຊອບທໍາມີອິດທິພົນເໜືອກວ່າ, ວ່າພະເຈົ້າຊົງຄອງລາດ. ຂ້ອຍເບິ່ງເຮືອນຂອງພຣະເຈົ້າຄືກັບວ່າມັນຄືກັນກັບໂລກ, ຄືກັບວ່າຜູ້ໃດທີ່ມີອຳນາດ ແລະ ສະຖານະສາມາດຄວບຄຸມຊະຕາກໍາຂອງຂ້ອຍໄດ້ ແລະ ຖ້າຂ້ອຍເຂົ້າຂ້າງຜິດຄົນ ເຊັ່ນ ຢາວຫຼານ ແລະ ລູກສາວຂອງລາວ, ຂ້ອຍຄິດວ່າຂ້ອຍຈະສູນເສຍໂອກາດ ແລະ ຈຸດໝາຍປາຍທາງໃນອະນາຄົດ. ຂ້ອຍເຖິງກັບຢ້ານວ່າ ພວກເຂົາຈະແກ້ແຄ້ນຂ້ອຍ, ຂ້ອຍບໍ່ໄດ້ເຊື່ອໃນການທີ່ພຣະເຈົ້າປົກຄອງທຸກສິ່ງ. ຄວາມເຊື່ອແບບນີ້ເປັນພຽງຄວາມອັບປະຍົດຕໍ່ພຣະເຈົ້າ! ຫຼັງຈາກນັ້ນ ຂ້ອຍກໍ່ອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າ: “ການທີ່ມະນຸດຈະຫຼົບໜີຈາກອິດທິພົນຂອງຄວາມມືດໄດ້ແມ່ນຂຶ້ນຢູ່ກັບພຣະທໍາຂອງເຮົາ ແລະ ຖ້າມະນຸດບໍ່ສາມາດປະຕິບັດຕາມພຣະທໍາຂອງເຮົາໄດ້ ພວກເຂົາກໍຈະບໍ່ສາມາດຫຼົບໜີຈາກອິດທິພົນຂອງຄວາມມືດໄດ້. ການດໍາລົງຊີວິດຢູ່ໃນສະພາບທີ່ຖືກຕ້ອງໝາຍເຖິງການດໍາລົງຊີວິດຢູ່ພາຍໃຕ້ການຊີ້ນໍາຈາກພຣະທໍາຂອງພຣະເຈົ້າ, ດໍາລົງຊີວິດຢູ່ໃນສະພາບທີ່ຈົງຮັກພັກດີຕໍ່ພຣະເຈົ້າ, ດໍາລົງຊີວິດຢູ່ໃນສະພາບທີ່ສະແຫວງຫາຄວາມຈິງ, ດໍາລົງຊີວິດຢູ່ໃນຄວາມເປັນຈິງທີ່ຍອມເສຍສະຫຼະເພື່ອພຣະເຈົ້າ, ດໍາລົງຊີວິດຢູ່ໃນສະພາບທີ່ຮັກພຣະເຈົ້າຢ່າງແທ້ຈິງ. ບັນດາຜູ້ທີ່ດໍາລົງຊີວິດຢູ່ໃນສະພາບເຫຼົ່ານີ້ ແລະ ຢູ່ໃນຄວາມເປັນຈິງນີ້ຈະຄ່ອຍໆປ່ຽນແປງ ເມື່ອພວກເຂົາເຂົ້າສູ່ຄວາມຈິງເລິກເຊິ່ງກວ່າເກົ່າ ແລະ ພວກເຂົາຈະປ່ຽນແປງດ້ວຍພາລະກິດທີ່ເລິກເຊິ່ງກວ່າເກົ່າ ຈົນໃນທີ່ສຸດພວກເຂົາຈະຖືກຮັບເອົາໂດຍພຣະເຈົ້າ ແລະ ພວກເຂົາຈະຮັກພຣະເຈົ້າຢ່າງແທ້ຈິງ” (ຄັດຈາກບົດ “ຈົ່ງຫຼົບໜີຈາກອິດທິພົນຂອງຄວາມມືດ ແລະ ເຈົ້າຈະຖືກຮັບເອົາໂດຍພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳຂອງພຣະເຈົ້າສະແດງໃຫ້ຂ້ອຍເຫັນເສັ້ນທາງຍ່າງ. ຖ້າຂ້ອຍຕ້ອງການທຳລາຍໂສ້ລ່າມຂອງອິດທິພົນມືດຂອງຊາຕານ, ຂ້ອຍຕ້ອງປະຕິບັດຕາມພຣະທຳຂອງພຣະເຈົ້າ. ຂ້ອຍຕ້ອງປ່ອຍວາງຜົນປະໂຫຍດສ່ວນຕົວຂອງຂ້ອຍເອງ ແລະ ຄວາມຄິດກ່ຽວກັບອະນາຄົດຂອງຂ້ອຍ, ປະຕິບັດຄວາມຈິງ, ເປີດໂປງ ແລະ ລາຍງານບັນດາຜູ້ທີ່ຕໍ່ຕ້ານພຣະຄຣິດ ແລະ ສະໜັບສະໜູນວຽກງານຂອງເຮືອນຂອງພຣະເຈົ້າ. ເຖິງແມ່ນວ່າຂ້ອຍຖືກໄລ່ອອກຈາກໜ້າທີ່ ແລະ ສູນເສຍຕຳແໜ່ງຂອງຕົນ, ຂ້ອຍກໍ່ຕ້ອງຍຶດຕິດກັບຫຼັກການຄວາມຈິງ. ເມື່ອຂ້ອຍເຂົ້າໃຈເລື່ອງນີ້, ຂ້ອຍໄດ້ພົບຈຸດແຂງຂອງຕົວເອງແລະ ຂ້ອຍໄດ້ຂຽນຈົດໝາຍສະບັບໜຶ່ງຫາຜູ້ນຳເພື່ອລາຍງານຢາວຫຼານ ແລະ ຊຽວໝິນ.

ອີກສອງສາມມື້ຕໍ່ມາ, ບັນດາຜູ້ນຳໄດ້ເອີ້ນອ້າຍເອື້ອຍນ້ອງທັງໝົດປະຊຸມເພື່ອເປີດເຜີຍຂໍ້ເທັດຈິງຂອງການກະທຳທີ່ຊົ່ວຮ້າຍທີ່ຢາວຫຼານ ແລະ ຊຽວໝິນໄດ້ກະທຳ. ຕາມຫຼັກການ, ຢາວຫຼານ, ຜົວຂອງລາວ ແລະ ຊຽວໝິນ ທັງໝົດຖືກໄລ່ອອກຈາກໜ້າທີ່ຂອງພວກເຂົາ. ຢາວຫຼານ ແລະ ລູກສາວຂອງລາວບໍ່ໄດ້ໄຕ່ຕອງ ຫຼື ພະຍາຍາມຮູ້ຈັກຕົວເອງ, ແຕ່ກັບໄປຢ້ຽມຢາມອ້າຍເອື້ອຍນ້ອງຢູ່ເຮືອນຂອງພວກເຂົາແທນ, ຕິເຮັດວ່າສຳນຶກຜິດ ແລະ ເຖິງກັບຮ້ອງໄຫ້ຄ້ຳຄວນວ່າພວກເຂົາໄດ້ຖືກປະຕິບັດຢ່າງຜິດໆແບບໃດເພື່ອພະຍາຍາມຫຼອກລວງອ້າຍເອື້ອຍນ້ອງ. ເຂົາເຈົ້າບໍ່ໄດ້ກັບໃຈຢ່າງສິ້ນເຊີງ ແລະໃນທີ່ສຸດ, ຍ້ອນການກະທຳທີ່ຊົ່ວຮ້າຍຂອງພວກເຂົາ, ພວກເຂົາຈິ່ງຖືກກຳນົດວ່າເປັນພວກຕໍ່ຕ້ານພຣະຄຣິດ ແລະ ເປັນຄົນຊົ່ວທີ່ໄດ້ກະທຳຄວາມຊົ່ວທຸກຮູບແບບ ແລະ ຖືກໄລ່ອອກຈາກຄຣິດຕະຈັກ. ຊີວິດຄຣິດຕະຈັກກັບຄືນເປັນປົກກະຕິ, ອ້າຍເອື້ອຍນ້ອງຕົບມືຊົມເຊີຍ ແລະ ທຸກຄົນສັນລະເສີນຄວາມຊອບທຳ ແລະ ຄວາມບໍລິສຸດຂອງພຣະເຈົ້າ. ເລື່ອງນີ້ຊ່ວຍໃຫ້ຂ້ອຍເຫັນໄດ້ຊັດເຈນຍິ່ງຂຶ້ນວ່າຄວາມຊອບທຳ ແລະ ຄວາມຈິງມີອິດທິພົນໃນເຮືອນຂອງພຣະເຈົ້າ, ວ່າພຣະຄຣິດປົກຄອງຢູ່ທີ່ນັ້ນ ແລະ ບໍ່ວ່າກອງກຳລັງຊົ່ວຮ້າຍຂອງພວກຕໍ່ຕ້ານພຣະຄຣິດຈະຊົ່ວຮ້າຍ ແລະ ແຜ່ຂະຫຍາຍຫຼາຍປານໃດ ຫຼື ພວກມັນມີອໍານາດຫຼາຍປານໃດກໍ່ຕາມ, ພວກມັນກໍ່ບໍ່ສາມາດທຽບໄດ້ກັບສິດອໍານາດຂອງພຣະເຈົ້າ ຫຼື ຂັດຂວາງພາລະກິດຂອງພຣະເຈົ້າໄດ້, ແຮງໄກທີ່ຈະຄວບຄຸມຊະຕາກໍາຂອງໃຜໄດ້. ພວກເຂົາເປັນພຽງໝາກລຸກໃນມືຂອງພຣະເຈົ້າ, ເຄື່ອງມືທີ່ໃຊ້ເພື່ອຊ່ວຍຄົນທີ່ພຣະເຈົ້າເລືອກໃຫ້ພັດທະນາການຢັ່ງຮູ້. ຜົນງານການປະຕິບັດຂອງພວກເຂົາເຮັດໃຫ້ຄົນອື່ນເຫັນຜູ້ຕໍ່ຕ້ານພຣະຄຣິດ ແລະ ຄົນຊົ່ວ ໃນສິ່ງທີ່ພວກເຂົາເປັນແທ້ໆ ເພື່ອບໍ່ໃຫ້ພວກເຂົາຖືກຫຼອກໃຫ້ຫຼົງທາງ. ຜ່ານປະສົບການຂອງການລາຍງານຜູ້ຕໍ່ຕ້ານພຣະຄຣິດພວກນີ້, ມັນແມ່ນການສ່ອງສະຫວ່າງ, ການຊີ້ນຳ ແລະ ການນຳພາແຫ່ງພຣະທຳຂອງພຣະເຈົ້າທີ່ເຮັດໃຫ້ຂ້ອຍສາມາດຕີຜ່າກອງກຳລັງແຫ່ງຄວາມມືດ ແລະ ປະຕິບັດຄວາມຈິງໄດ້. ຂ້ອຍຮູ້ສຶກສະບາຍໃຈ ແລະ ມີຄວາມສະຫງົບໃນຫົວໃຈຂອງຂ້ອຍ ແລະ ຂ້ອຍຮູ້ສຶກວ່າການປະພຶດຕົນໃນລັກສະນະນີ້ເປັນວິທີດຽວທີ່ຈະດຳເນີນຊີວິດຢ່າງມີສັກສີ ແລະ ຊື່ກົງ; ຂ້ອຍຮູ້ສຶກປົດປ່ອຍ ແລະ ເປັນອິດສະຫຼະ. ນີ້ແມ່ນໝາກຜົນຂອງການຂຽນບົດລາຍງານທີ່ຊື່ສັດ.

ສະຫງ່າລາສີທັງປວງຈົ່ງມີແດ່ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ອາແມນ!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ບໍ່ມີການໂອ້ອວດອີກຕໍ່ໄປ

ໂດຍ ໂມ່ເຫວີນ, ສະເປນຂ້ານ້ອຍຈື່ໄດ້ວ່າຍ້ອນກັບໄປໃນປີ 2018, ຂ້ານ້ອຍເຮັດໜ້າທີ່ປະກາດຂ່າວປະເສີດໃນຄຣິດຕະຈັກ ແລະ ຕໍ່ມາ ຂ້ານ້ອຍໄດ້ຮັບຜິດຊອບວຽກງານນັ້ນ....

ຊື່ສຽງ ແລະ ໂຊກລາບໄດ້ນຳເອົາຄວາມທຸກທໍລະມານມາສູ່ຂ້ອຍ

ໂດຍ ທຽນທຽນ, ຈີນມື້ໜຶ່ງໃນລະດູໃບໄມ້ປົ່ງ, ທ່ານໝໍອາວຸໂສບາງຄົນ ແລະ ຂ້ອຍອອກໄປແຕ່ງກິນນອກບ້ານ. ລະຫວ່າງທາງ, ຊາວບ້ານທ້ອງຖິ່ນບາງຄົນຈື່ ດຣ. ຫວັງໄດ້....

Leave a Reply