ໃຜເວົ້າວ່າອຸປະນິໄສທີ່ໂອ້ອວດບໍ່ສາມາດປ່ຽນແປງໄດ້?

19 ເດືອນກຸມພາ 2022

ໂດຍ ຈ້າວຟານ, ຈີນ

ພຣະທໍາຂອງພຣະເຈົ້າກ່າວວ່າ: “ຜູ້ຄົນບໍ່ສາມາດປ່ຽນແປງອຸປະນິໄສຂອງພວກເຂົາເອງ; ພວກເຂົາຕ້ອງໄດ້ຜ່ານການພິພາກສາ ແລະ ການຂ້ຽນຕີ ແລະ ການທົນທຸກ ແລະ ການຫຼໍ່ຫຼອມແຫ່ງພຣະທຳຂອງພຣະເຈົ້າ ຫຼື ການຈັດການ, ການລົງວິໄນ ແລະ ການລິຮານໂດຍພຣະທຳຂອງພຣະອົງ. ເມື່ອນັ້ນ ພວກເຂົາຈຶ່ງຈະສາມາດບັນລຸຄວາມເຊື່ອຟັງ ແລະ ຄວາມຊື່ສັດຕໍ່ພຣະເຈົ້າ ແລະ ບໍ່ເຮັດພໍເປັນພິທີຕໍ່ພຣະອົງອີກຕໍ່ໄປ. ມັນແມ່ນພາຍໃຕ້ການຫຼໍ່ຫຼອມແຫ່ງພຣະທຳຂອງພຣະເຈົ້າທີ່ເຮັດໃຫ້ອຸປະນິໄສຂອງຜູ້ຄົນປ່ຽນແປງ. ຜ່ານການເປີດໂປງ, ການພິພາກສາ, ການລົງວິໄນ ແລະ ການຈັດການຈາກພຣະທຳຂອງພຣະອົງເທົ່ານັ້ນ ພວກເຂົາຈຶ່ງຈະບໍ່ກ້າປະພຶດຢ່າງໃຈຮ້ອນອີກຕໍ່ໄປ ແຕ່ກົງກັນຂ້າມ ພວກເຂົາຈະເລີ່ມໝັ້ນຄົງ ແລະ ສະຫງົບໃຈ. ຈຸດສຳຄັນທີ່ສຸດກໍຄືພວກເຂົາສາມາດຍອມຢູ່ພາຍໃຕ້ພຣະທຳໃນປັດຈຸບັນຂອງພຣະເຈົ້າ ແລະ ພາຍໃຕ້ພາລະກິດຂອງພຣະອົງ, ເຖິງແມ່ນມັນຈະບໍ່ສອດຄ່ອງກັບແນວຄິດຂອງມະນຸດ, ພວກເຂົາກໍສາມາດປະຖິ້ມແນວຄິດເຫຼົ່ານີ້ ແລະ ເຕັມໃຈທີ່ຈະຍອມຮັບ” (ຄັດຈາກບົດ “ຜູ້ຄົນທີ່ປ່ຽນແປງອຸປະນິໄສແມ່ນຄົນທີ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທໍາຂອງພຣະເຈົ້າໃຊ້ໄດ້ແທ້! ຖ້າບໍ່ມີການພິພາກສາ ແລະ ການຂ້ຽນຕີຂອງພຣະທຳເຫຼົ່ານັ້ນ ແລະ ການລິຮານຂອງພຣະທຳເຫຼົ່ານັ້ນ ແລະ ການຈັດການກັບພວກເຮົາ, ພວກເຮົາກໍ່ບໍ່ສາມາດຫັນປ່ຽນອຸປະນິໄສຂອງຊາຕານຂອງພວກເຮົາ ຫຼື ດໍາລົງຊີວິດເປັນມະນຸດປົກກະຕິໄດ້. ຂ້ອຍເຄີຍເປັນຄົນຍິ່ງໂອ້ອວດແທ້ໆ. ຢູ່ບ່ອນເຮັດວຽກ, ຂ້ອຍຮູ້ສຶກວ່າມີຄວາມສາມາດ ແລະ ດີກ່ວາຄົນອື່ນຢູ່ສະເໝີ, ສະນັ້ນ ຂ້ອຍຄິດວ່າພວກເຂົາທຸກຄົນຄວນຟັງຂ້ອຍ. ຫຼັງຈາກໄດ້ຮັບຄວາມສັດທາຂອງຂ້ອຍແລ້ວ, ຂ້ອຍຍັງເປີດເຜີຍອຸປະນິໄສທີ່ໂອ້ອວດຢູ່ເລື້ອຍໆ. ຂ້ອຍຕ້ອງການມີອຳນາດຕັດສິນໃຈໃນທຸກສິ່ງທຸກຢ່າງສະເໝີ ແລະ ໄດ້ໃຫ້ໂອວາດ ແລະ ບັງຄັບຄົນອື່ນຢ່າງດູຖູກ. ອັນນີ້ເປັນການຂັດຂວາງ ແລະ ເປັນອັນຕະລາຍຕໍ່ກັບບັນດາອ້າຍເອື້ອຍນ້ອງຂອງຂ້ອຍ. ມັນເປັນພຽງແຕ່ຜ່ານການພິພາກສາ ແລະ ການຂ້ຽນຕີ ແລະ ການລິຮານ ແລະຈັດການຂອງພຣະເຈົ້າກັບຂ້ອຍເທົ່ານັ້ນທີ່ຂ້ອຍໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບທຳມະຊາດທີ່ໂອ້ອວດຂອງຂ້ອຍ ແລະ ສາມາດກັບໃຈ ແລະ ກຽດຊັງຕົວຂ້ອຍເອງ. ຕໍ່ມາ, ຂ້ອຍເລີ່ມເຮັດໃຫ້ປະຫວັດຂອງຂ້ອຍຕໍ່າລົງໃນການປະຕິສໍາພັນຂອງຂ້ອຍ ແລະ ເມື່ອປະສານງານກັບຄົນອື່ນເພື່ອເຮັດໜ້າທີ່ຂອງພວກເຮົາ. ຂ້ອຍຮຽນຮູ້ທີ່ຈະຊອກຫາຄວາມຈິງຢ່າງມີສະຕິ ແລະ ຮັບເອົາຄໍາແນະນໍາຕ່າງໆຂອງຜູ້ຄົນມາຕຶກຕອງ. ຫຼັງຈາກນັ້ນ ຂ້ອຍກໍ່ໄດ້ມີຊີວິດທີ່ຄ້າຍຄືກັບມະນຸດໜ້ອຍໜຶ່ງ.

ໃນປີ 2015, ຂ້ອຍໄດ້ຖືກເລືອກໃຫ້ຮັບໃຊ້ເປັນຜູ້ນໍາຄຣິດຕະຈັກ. ໃນເວລານັ້ນ, ຂ້ອຍຮູ້ສຶກມີຄວາມສຸກແທ້ໆ. ຂ້ອຍຄິດກັບຕົວເອງວ່າ: “ມີຫຼາຍຄົນຢູ່ໃນຄຣິດຕະຈັກໄດ້ລົງຄະແນນສຽງໃຫ້ຂ້ອຍເຊິ່ງສະແດງໃຫ້ເຫັນວ່າຂ້ອຍເປັນຄົນດີທີ່ສຸດຢູ່ທີ່ນີ້. ຂ້ອຍຈະຕ້ອງເຮັດວຽກໜັກເພື່ອໃຫ້ສໍາເລັດໜ້າທີ່ນີ້ ເພື່ອໃຫ້ບັນດາອ້າຍເອື້ອຍນ້ອງເຫັນວ່າພວກເຂົາບໍ່ໄດ້ເລືອກຄົນຜິດ”. ຫຼັງຈາກນັ້ນ, ຂ້ອຍກໍ່ເຮັດໃຫ້ຕົນເອງຫຍຸ້ງທຸກໆມື້; ເມື່ອໃດກໍ່ຕາມທີ່ຂ້ອຍເຫັນອ້າຍເອື້ອຍນ້ອງມີບັນຫາບາງຢ່າງ, ຂ້ອຍຈະຄົ້ນຫາບົດຄວາມຕ່າງໆທີ່ກ່ຽວຂ້ອງຢ່າງໄວວາຈາກພຣະທໍາຂອງພະເຈົ້າ ແລະ ຈາກນັ້ນກໍ່ສົນທະນາກັບພວກເຂົາເພື່ອແກ້ໄຂບັນຫາ. ຫຼັງຈາກເວລາຜ່ານໄປຊ່ວງໜຶ່ງ ແລະ ຊີວິດຄຣິດຕະຈັກຂອງພວກເຮົາດີຂຶ້ນເລັກນ້ອຍ. ມີວຽກງານຂອງຄຣິດຕະຈັກຫຼາຍອັນທີ່ຈະຕ້ອງເຮັດໃຫ້ສໍາເລັດ, ແຕ່ຂ້ອຍສາມາດຈັດການທຸກສ່ວນຂອງມັນໄດ້ຢ່າງເປັນລະບຽບ ແລະ ຮຽບຮ້ອຍ. ເມື່ອຂ້ອຍເຫັນວ່າຊີວິດໃນຄຣິດຕະຈັກຂອງພວກເຮົາດີກວ່າຢູ່ໃນຄຣິດຕະຈັກອື່ນໜ້ອຍໜຶ່ງ, ຂ້ອຍກໍ່ດີໃຈເປັນພິເສດ. ຕໍ່ມາບັນດາຜູ້ນໍາໄດ້ເຫັນວ່າວຽກງານຂອງຄຣິດຕະຈັກຂອງພວກເຮົາດຳເນີນໄປໄດ້ດີ, ພວກເຂົາຍັງໄດ້ໃຫ້ຄຣິດຕະຈັກອື່ນໆຢືມຈາກປຶ້ມຫຼິ້ນຂອງພວກເຮົາ. ຍິ່ງໄປກວ່ານັ້ນ, ຄຣິດຕະຈັກມີວຽກສຳຄັນບາງອັນທີ່ພວກເຂົາຕ້ອງການໃຫ້ຂ້ອຍມີສ່ວນຮ່ວມ. ຂ້ອຍຄິດວ່າ: “ເຖິງແມ່ນວ່າບັນດາຜູ້ນໍາຄິດເຖິງຂ້ອຍຫຼາຍ ແລະ ຍ້ອງຍໍຄວາມອາດສາມາດຂອງຂ້ອຍ; ມັນເບິ່ງຄືວ່າຄວາມສາມາດຂອງຂ້ອຍກໍ່ບໍ່ແມ່ນສິ່ງທີ່ບໍ່ດີປານນັ້ນ ແລະ ແນ່ນອນວ່າດີກ່ວາຫຼາຍຄົນ!” ກ່ອນທີ່ຂ້ອຍຈະຮູ້ມັນ, ຂ້ອຍຖືກວ່າຕົວເອງສຳຄັນ. ຂ້ອຍຮູ້ສຶກວ່າຂ້ອຍສາມາດເຮັດມັນໄດ້ທັງໝົດ ແລະ ເຂົ້າໃຈທຸກຢ່າງ. ນອກຈາກນັ້ນ, ຖ້າເພື່ອນຮ່ວມງານຂອງຂ້ອຍໄດ້ໃຫ້ຄໍາແນະນໍາອັນໃດອັນໜຶ່ງ, ຂ້ອຍບໍ່ຄ່ອຍເອົາໃຈໃສ່ຄຳແນະນຳເຫຼົ່ານັ້ນ; ຂ້ອຍຮູ້ສຶກຕະຫຼອດເວລາວ່າຂ້ອຍເໜືອກວ່າພວກເຂົາຫຼາຍ ແລະ ຈະອອກຄຳສັ່ງພວກເຂົາໄປທົ່ວ. ເມື່ອພວກເຂົາບໍ່ເຮັດໃນສິ່ງທີ່ຂ້ອຍຕ້ອງການ, ຂ້ອຍບໍ່ສາມາດຈະລະວາງຈາກການວິຈານ ແລະ ໃຫ້ໂອວາດແກ່ພວກເຂົາໄດ້. ຄັ້ງໜຶ່ງ, ເອື້ອຍນ້ອງຄົນໜຶ່ງທີ່ຂ້ອຍກໍາລັງປະສານງານນໍາກໍາລັງຈະຕອບຄໍາຖາມ. ຫຼັງຈາກມີຄວາມຫຍຸ້ງຍາກບາງຢ່າງ, ລາວຕ້ອງການປຶກສາມັນກັບຂ້ອຍ. ຂ້ອຍຄິດກັບຕົວເອງວ່າ: “ມີຫຍັງທີ່ຈະປຶກສາຫາລື? ນີ້ບໍ່ແມ່ນຄໍາຖາມທີ່ຍາກ; ນັ້ນແມ່ນເຫດຜົນທີ່ຂ້ອຍໃຫ້ເຈົ້າເຝິກການຕອບ. ຖ້າເຈົ້າບໍ່ສາມາດແກ້ໄຂບັນຫາເລັກນ້ອຍດັ່ງກ່າວໄດ້, ຫຼັງຈາກນັ້ນ ເຈົ້າກໍ່ບໍ່ເໝາະສົມກັບວຽກ. ຖ້າມັນແມ່ນຂ້ອຍ, ຂ້ອຍຈະແກ້ໄຂມັນໄດ້ຢ່າງງ່າຍດາຍ”. ເພາະສະນັ້ນ, ຂ້ອຍໄດ້ເວົ້າດ້ວຍສຽງອວດອົ່ງວ່າ: “ຢ່າເຮັດໃຫ້ຕົວເອງກັງວົນໄປເລີຍ; ຂ້ອຍຈະຕອບມັນ”. ຜົນກໍຄື, ເອື້ອຍຄົນນີ້ຮູ້ສຶກວ່າຂ້ອຍກີດກັ້ນ ແລະ ທຸກຄັ້ງທີ່ລາວປະສົບກັບບັນຫາຕື່ມອີກ, ລາວບໍ່ກ້າມາຫາຂ້ອຍເພື່ອຂໍຄວາມຊ່ວຍເຫຼືອ. ມີອີກເທື່ອໜຶ່ງທີ່ຂ້ອຍແນະນໍາໃຫ້ເອື້ອຍວັງສໍາລັບໜ້າທີ່ໃດໜຶ່ງ. ເອື້ອຍເຈັງແນະນໍາວ່າ: “ໜ້າທີ່ນີ້ສໍາຄັນຫຼາຍ; ພວກເຮົາຕ້ອງການແນວຄວາມຄິດທີ່ຈະແຈ້ງວ່າເອື້ອຍວັງມີພຶດຕິກໍາປົກກະຕິແນວໃດກ່ອນທີ່ພວກເຮົາຈະແນ່ໃຈໄດ້”. ຂ້ອຍຮູ້ສຶກເຄືອງໃຈກັບເລື່ອງນີ້. ຂ້ອຍຄິດວ່າ: “ຂ້ອຍໄດ້ຈັດການກັບວຽກປະເພດນີ້ຫຼາຍອັນໃນອະດີດ ແລະ ເຈົ້າຄິດວ່າຂ້ອຍບໍ່ເຂົ້າໃຈວຽກບໍ? ນອກຈາກນັ້ນ, ຂ້ອຍຍັງຕິດຕໍ່ຫາລາວຢູ່ຕະຫຼອດເວລາ, ສະນັ້ນເຈົ້າສາມາດເວົ້າໄດ້ແນວໃດວ່າຂ້ອຍບໍ່ເຂົ້າໃຈລາວ? ເຈົ້າຕ້ອງການໃຫ້ຂ້ອຍຖາມທຸກຄົນກ່ຽວກັບລາວ, ແຕ່ມັນຈະບໍ່ເຮັດໃຫ້ສິ່ງຕ່າງໆຊັກຊ້າບໍ?” ຂ້ອຍເວົ້າກັບລາວງຢ່າງໜັກແໜ້ນວ່າ: “ຢຸດການເສຍເວລາໄດ້ແລ້ວ. ຂໍໃຫ້ກ້າວໄປຂ້າງໜ້າເທົ່ານັ້ນ”. ເມື່ອເຫັນວ່າຂ້ອຍບໍ່ປ່ຽນທ່າທີແນວໃດ, ເອື້ອຍເຈັງກໍ່ມິດງຽບຢູ່. ຂ້ອຍເຫັນວ່າລາວຖືກກີດກັ້ນເລັກນ້ອຍໃນເວລານັ້ນ, ແຕ່ຂ້ອຍກໍ່ບໍ່ສົນໃຈເລີຍ. ຕັ້ງແຕ່ນັ້ນມາ, ທຸກຄັ້ງທີ່ອ້າຍ ຫຼື ເອື້ອຍນ້ອງໃຫ້ຄຳແນະນຳ, ຂ້ອຍຮູ້ສຶກສະເໝີວ່າພວກເຂົາບໍ່ດີພໍ ຫຼື ບໍ່ເປັນຜູ້ໃຫຍ່ພໍ, ສະນັ້ນ ຂ້ອຍຈະໃຊ້ຂໍ້ແກ້ຕົວທຸກຮູບແບບເພື່ອປະຕິເສດທັດສະນະຂອງພວກເຂົາ ແລະ ຈາກນັ້ນກໍ່ສະແດງສິ່ງທີ່ຂ້ອຍຖືວ່າເປັນບາງແນວຄວາມຄິດທີ່ສະຫຼາດ ແລະ ພະຍາຍາມເຮັດໃຫ້ທຸກຄົນເຮັດຕາມສິ່ງທີ່ຂ້ອຍເວົ້າ. ເມື່ອເວລາຜ່ານໄປ, ພວກເຂົາທັງໝົດຖືກກີດກັ້ນໂດຍຂ້ອຍ ແລະ ໃນຂະນະທີ່ສົນທະນາກ່ຽວກັບວຽກ, ພວກເຂົາມັກຈະມິດງຽບຢູ່. ຕໍ່ມາ, ຂ້ອຍເກືອບຈະບໍ່ສົນທະນາເລື່ອງຕ່າງໆກັບພວກເຂົາເລີຍ, ຮູ້ສຶກວ່າມັນເປັນພຽງແຕ່ທາງການ ແລະ ເສຍເວລາເທົ່ານັ້ນ. ເພາະສະນັ້ນ, ຂ້ອຍຈຶ່ງໄດ້ປະຕິບັດໜ້າທີ່ຂອງຂ້ອຍດ້ວຍອຸປະນິໄສໂອ້ອວດຂອງຂ້ອຍ ແລະ ຍິ່ງຍະໂສຫຼາຍຂຶ້ນເລື້ອຍໆ ພ້ອມກັບຄວາມຜະເດັດການ.

ຄັ້ງໜຶ່ງ, ເມື່ອຂ້ອຍເຫັນວ່າມີຫົວໜ້າທີມທີ່ບໍ່ປະສົບຜົນສໍາເລັດໃນໜ້າທີ່ຂອງລາວ, ຂ້ອຍຄິດວ່າລາວຕ້ອງບໍ່ສາມາດເຮັດວຽກຕົວຈິງໄດ້ ແລະ ຕ້ອງຖືກປ່ຽນອອກ. ການສົນທະນາເລື່ອງນີ້ກັບເພື່ອນຮ່ວມງານຂອງຂ້ອຍຈະສົມເຫດສົມຜົນ, ແຕ່ຂ້ອຍມີຄວາມຄິດອັນທີສອງ: “ທີ່ຈິງແລ້ວ, ລືມມັນໄປ. ເຖິງແມ່ນວ່າຫຼັງຈາກທີ່ໄດ້ລົມກັບພວກເຂົາແລ້ວ, ພວກເຂົາຈະຕົກລົງເຫັນດີກັບຂ້ອຍຢູ່ແລ້ວ”. ດັ່ງນັ້ນ, ຂ້ອຍກໍ່ປ່ຽນແທນຫົວໜ້າທີມຄົນນັ້ນໂດຍກົງເທົ່ານັ້ນ. ຫຼັງຈາກກັບໄປ, ຂ້ອຍໄດ້ບອກກັບເພື່ອນຮ່ວມງານວ່າຂ້ອຍໄດ້ຈັດການກັບສິ່ງຕ່າງໆແນວໃດ. ດ້ວຍຄວາມຕົກໃຈ, ເອື້ອຍເຈັງເວົ້າວ່າ: “ມີບັນຫາບາງຢ່າງກັບວຽກຂອງຫົວໜ້າທີມຄົນນັ້ນ, ແຕ່ລາວເປັນຄົນທີ່ສະແຫວງຫາຄວາມຈິງ; ມັນເປັນພຽງແຕ່ວ່າລາວບໍ່ໄດ້ເປັນຜູ້ເຊື່ອຖືເປັນເວລາດົນນານ, ສະນັ້ນລາວຈຶ່ງມີຄວາມເຂົ້າໃຈກ່ຽວກັບຄວາມຈິງແບບຜິວເຜີນຫຼາຍກວ່າ ແລະ ມີຂໍ້ບົກຜ່ອງ ແລະ ຄວາມລະເລີຍເລັກນ້ອຍໃນໜ້າທີ່ຂອງລາວ, ແຕ່ນີ້ແມ່ນເລື່ອງປົກກະຕິ. ພວກເຮົາຄວນຊ່ວຍລາວໂດຍການສົນທະນາກ່ຽວກັບຄວາມຈິງຫຼາຍຂຶ້ນ. ການປ່ຽນແທນລາວໃນເວລານີ້ແບບນັ້ນຈະບໍ່ສອດຄ່ອງກັບຫຼັກການຕ່າງໆ”. ບໍ່ໜ້າເຊື່ອແທ້ໆ, ຂ້ອຍກັບມາດ້ວຍ “ຂ້ອຍປ່ຽນແທນລາວເພາະວ່າຂ້ອຍພົບວ່າລາວບໍ່ສາມາດເຮັດວຽກພາກປະຕິບັດໃດໆໄດ້ເທົ່ານັ້ນ. ຂ້ອຍເຄີຍຈັດການກັບສິ່ງນີ້ມາກ່ອນ. ເຈົ້າກໍາລັງເວົ້າວ່າຂ້ອຍບໍ່ເຂົ້າໃຈບໍ?” ເມື່ອເຫັນວ່າຂ້ອຍຈະບໍ່ເຄື່ອນໄຫວ, ເອື້ອຍ ເຈັງບໍ່ໄດ້ເວົ້າຫຍັງອີກ. ຕໍ່ມາເພື່ອນຮ່ວມງານຂອງຂ້ອຍໄດ້ໄປປະເມີນ ແລະ ເຂົ້າໃຈບັນຫາ. ພວກເຂົາຕັດສິນໃຈວ່າຂ້ອຍບໍ່ໄດ້ຈັດການກັບມັນຕາມຫຼັກການ ແລະ ໄດ້ມອບຄືນໜ້າທີ່ຂອງຫົວໜ້າທີມຄົນນັ້ນ. ວຽກຂອງທີມໄດ້ຖືກຂັດຂວາງຈາກການທີ່ໜ້າທີ່ທີ່ໄດ້ຖືກສົ່ງກັບຄືນໄປມາ ແລະ ຂ້ອຍຮູ້ສຶກເປັນຫ່ວງເລັກນ້ອຍຢູ່ໃນຈຸດນັ້ນ. ຂ້ອຍສາມາດເຫັນໄດ້ວ່າຂ້ອຍເປັນຄົນໂອ້ອວດ ແລະ ບໍ່ໄດ້ເຮັດຕາມຫຼັກການ, ແຕ່ຂ້ອຍກໍ່ຍັງບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ເຂົ້າຮ່ວມໃນການທົບທວນຕົນເອງເທື່ອ.

ໜຶ່ງເດືອນຕໍ່ມາ, ຄຣິດຕະຈັກມີວຽກສຳຄັນ ແລະ ມີຄົນທີ່ເໝາະສົມຈະຖືກເລືອກຈາກກຸ່ມເພື່ອນຮ່ວມງານຂອງພວກເຮົາ. ໃນເວລານັ້ນ ຂ້ອຍຂ້ອນຂ້າງດີໃຈ; ຮູ້ສຶກວ່າໃນແງ່ຂອງຄວາມສາມາດ ແລະ ປະສົບການໃນການເຮັດວຽກ, ຂ້ອຍດີກວ່າຄົນອື່ນ, ຂ້ອຍຄິດວ່າພວກເຂົາຈະລົງຄະແນນສຽງໃຫ້ຂ້ອຍ. ດ້ວຍຄວາມແປກໃຈຂອງຂ້ອຍ, ເມື່ອຜົນການປະກາດອອກມາ, ຂ້ອຍບໍ່ໄດ້ຖືກເລືອກ. ຂ້ອຍບໍ່ໄດ້ຮັບຄະແນນສຽງແມ່ນແຕ່ສຽງດຽວ. ຫົວໃຈຂອງຂ້ອຍຈົມລົງດ້ວຍ “ສຽງດັງ” ແລະ ທັນໃດນັ້ນເອງ ຂ້ອຍຮູ້ສຶກວ່າໂລກຂອງຂ້ອຍປີ້ນຫົວ. ເລື່ອງນີ້ສາມາດເກີດຂຶ້ນໄດ້ແນວໃດ? ເປັນຫຍັງຈຶ່ງບໍ່ມີໃຜລົງຄະແນນໃຫ້ຂ້ອຍ? ມັນແມ່ນການທີ່ພວກເຂົາຂາດຄວາມເຂົ້າໃຈບໍ? ເບິ່ງເລິກລົງໄປແລ້ວນັ້ນ, ຂ້ອຍຕ້ອງການຮູ້ແທ້ໆວ່າເປັນຫຍັງ, ສະນັ້ນ ຂ້ອຍຖາມພວກເຂົາໃຫ້ບອກຂ້ອຍວ່າຂໍ້ບົກຜ່ອງຂອງຂ້ອຍແມ່ນຫຍັງ. ເມື່ອຂ້ອຍເຫັນເອື້ອຍໂຈວຕ້ອງການທີ່ຈະເວົ້າບາງສິ່ງແຕ່ລັງເລໃຈ, ຂ້ອຍເວົ້າກັບພວກເຂົາວ່າ: “ຖ້າເຈົ້າເຫັນຂ້ອຍບົກຜ່ອງຢູ່ບ່ອນໃດບ່ອນໜຶ່ງ, ໃຫ້ເວົ້າອອກມາ; ຂໍໃຫ້ທຸກຄົນລົມກັນຢ່າງເປີດເຜີຍ”. ເມື່ອໄດ້ຍິນແນວນັ້ນ ນາງຈຶ່ງກ້າທີ່ຈະເວົ້າວ່າ: “ຂ້ອຍຮູ້ສຶກວ່າເຈົ້າເປັນຄົນໂອ້ອວດ ແລະ ຖືວ່າຕົວເອງເປັນຄົນຊອບທໍາ ແລະ ເຈົ້າຈະບໍ່ຍອມຮັບຄໍາແນະນໍາຂອງຄົນອື່ນ. ອີກຢ່າງໜຶ່ງ, ເຈົ້າກຳລັງເຮັດໂຕເໜືອພວກເຮົາຢູ່ຕະຫຼອດເວລາ ແລະ ທຸກຄັ້ງທີ່ຂ້ອຍຢູ່ກັບເຈົ້າຂ້ອຍຮູ້ສຶກຢ້ານ ແລະ ຖືກກີດຂວາງໂດຍເຈົ້າ”. ເອື້ອຍນ້ອງອີກຄົນໜຶ່ງໄດ້ງຶກຫົວຂອງລາວ ແລະ ເວົ້າວ່າ: “ຂ້ອຍກໍ່ຖືກຈໍາກັດຄືກັນໂດຍເຈົ້າ. ຂ້ອຍຮູ້ສຶກຄືກັບວ່າເຈົ້າໂອ້ອວດແທ້ໆ, ຄືກັບວ່າເຈົ້າດູຖູກທຸກຄົນ. ມັນຄືກັບວ່າເຈົ້າເປັນຜູ້ດຽວເທົ່ານັ້ນທີ່ສາມາດປະຕິບັດວຽກງານຂອງຄຣິດຕະຈັກໄດ້, ຄືກັບວ່າເຈົ້າສາມາດເຮັດອັນໃດກໍ່ໄດ້ ແລະ ເຈົ້າຄິດວ່າບໍ່ມີໃຜອີກແລ້ວທີ່ມີຄວາມສາມາດແມ່ນແຕ່ໜ້ອຍເລີຍ...” ຈາກນັ້ນເອື້ອຍເຈັງກ່າວຕື່ມວ່າ: “ຂ້ອຍຮູ້ສຶກວ່າເຈົ້າເປັນຄົນຂ້ອນຂ້າງໂອ້ອວດ ແລະ ເຈົ້າບໍ່ສະແຫວງຫາຄວາມຈິງ ຫຼື ຫຼັກການຕ່າງໆໃນວຽກຂອງເຈົ້າ. ເຈົ້າຍັງຈະບໍ່ຍອມຮັບຄວາມຄິດເຫັນຂອງຜູ້ອື່ນອີກ ແລະ ເຈົ້າຄິດວ່າເຈົ້າຄວນຈະໄດ້ມີອຳນາດຕັດສິນໃຈໃນທຸກໆຢ່າງ. ເຈົ້າມັກຕັດສິນໃຈສິ່ງຕ່າງໆຕາມທີ່ຕົນເອງມັກ, ທັງໝົດດ້ວຍຕົວເຈົ້າເອງ...” ເທື່ອລະຄົນ, ບັນດາເອື້ອຍນ້ອງທັງໝົດທີ່ຂ້ອຍເຮັດວຽກນໍາເວົ້າວ່າຂ້ອຍໂອ້ອວດ ແລະ ວ່າພວກເຂົາຖືກຈໍາກັດໂດຍຂ້ອຍ. ໂດຍບໍ່ເຕັມໃຈທີ່ຈະຍອມຮັບເລື່ອງນີ້, ຂ້ອຍຄິດວ່າ: “ພວກເຈົ້າທຸກຄົນເວົ້າວ່າຂ້ອຍເປັນຄົນໂອ້ອວດ ແລະ ວ່າຂ້ອຍຈໍາກັດພວກເຈົ້າ; ດີຫຼາຍ, ແລ້ວເປັນຫຍັງພວກເຈົ້າບໍ່ຍອມຮັບວ່າພວກເຈົ້າບໍ່ໄດ້ຮັບຜິດຊອບໜ້າທີ່ຂອງພວກເຈົ້າເອງ? ບໍ່ເປັນຫຍັງຄັນຊັ້ນ. ຈາກນີ້ໄປ, ອັນໃດກໍ່ຕາມທີ່ເກີດຂຶ້ນ, ຂ້ອຍຈະປິດປາກຂອງຂ້ອຍ. ພວກເຈົ້າພຽງແຕ່ເຮັດໃນສິ່ງທີ່ພວກເຈົ້າຕ້ອງການ”. ໃນຕອນແລງມື້ນັ້ນ, ຂ້ອຍນອນຢູ່ເທິງຕຽງນອນ ແລະ ປິ້ນຕົວໄປມາ, ບໍ່ສາມາດນອນຫຼັບໄດ້. ຂ້ອຍຄິດຢູ່ຕະຫຼອດເວລາວ່າຕົນເອງມີຄວາມສາມາດ ແລະ ເປັນຄົນງານທີ່ມີຄວາມອາດສາມາດ, ສະນັ້ນການເປັນຄົນໂອ້ອວດເລັກນ້ອຍຈຶ່ງເປັນເລື່ອງປົກກະຕິ. ບັນດາອ້າຍເອື້ອຍນ້ອງຂອງຂ້ອຍຄວນຄິດວ່າຂ້ອຍບໍ່ໄດ້ຊົ່ວ. ຂ້ອຍບໍ່ເຄີຍຄິດເລີຍວ່າພວກເຂົາຈະຄິດກັບຂ້ອຍແບບນັ້ນ ນັ້ນກໍ່ຄືເປັນຄົນໂອ້ອວດ ແລະ ຂາດເຫດຜົນທັງໝົດ. ຂ້ອຍບໍ່ເຄີຍຄິດວ່າພວກເຂົາຈະຮູ້ສຶກຖືກຈໍາກັດ ແລະ ເຈັບປວດຫຼາຍ. ຍິ່ງຂ້ອຍຄິດກ່ຽວກັບມັນຫຼາຍເທົ່າໃດ, ຂ້ອຍກໍ່ຍິ່ງຮູ້ສຶກເສຍໃຈຫຼາຍເທົ່ານັ້ນ. ບັນດາອ້າຍເອື້ອຍນ້ອງຂອງຂ້ອຍມີຄວາມບໍ່ພໍໃຈ ແລະ ກຽດຊັງຂ້ອຍຫຼາຍ, ຂ້ອຍຮູ້ສຶກຄືກັບໜູຕາມຖະໜົນ, ຖືກຄົນອື່ນກຽດຊັງ ແລະ ປະຕິເສດ. ບໍ່ມີທາງທີ່ພຣະເຈົ້າຈະຊ່ວຍຄົນຄືຂ້ອຍ. ຂ້ອຍເລີ່ມຄິດລົບຫຼາຍ. ໃນຄວາມເຈັບປວດຂອງຂ້ອຍ, ຂ້ອຍໄດ້ອະທິຖານຫາພຣະເຈົ້າບໍ່ຢຸດ. ຂ້ອຍເວົ້າວ່າ: “ພຣະເຈົ້າ, ຂ້ານ້ອຍເຈັບປວດຫຼາຍ ແລະ ຂ້ານ້ອຍບໍ່ຮູ້ວ່າຈະຜະເຊີນກັບບັນຫານີ້ແນວໃດ. ກະລຸນາໃຫ້ແສງສະຫວ່າງຂ້ານ້ອຍເພື່ອຂາ້ນ້ອຍຈະສາມາດເຂົ້າໃຈຄວາມປະສົງຂອງພຣະອົງ...”

ໃນຕອນເຊົ້າມື້ຕໍ່ມາ, ຂ້ອຍໄດ້ເປີດຄອມພິວເຕີຂອງຂ້ອຍ ແລະ ຟັງການອ່ານພຣະທໍາຂອງພຣະເຈົ້າ: “ການລົ້ມເຫຼວ ແລະ ລົ້ມລົງຫຼາຍຄັ້ງບໍ່ແມ່ນສິ່ງທີ່ບໍ່ດີ ແລະ ບໍ່ໄດ້ຖືກເປີດໂປງ. ບໍ່ວ່າເຈົ້າໄດ້ຖືກຈັດການ, ລິຮານ ຫຼື ຖືກເປີດໂປງ, ເຈົ້າຕ້ອງຈື່ສິ່ງນີ້ໄວ້ຕະຫຼອດເວລາ: ການຖືກເປີດໂປງບໍ່ໄດ້ໝາຍຄວາມວ່າເຈົ້າຖືກປະນາມ. ການຖືກເປີດໂປງແມ່ນສິ່ງທີ່ດີ; ມັນແມ່ນໂອກາດທີ່ດີທີ່ສຸດສຳລັບເຈົ້າທີ່ຈະໄດ້ຮູ້ຈັກຕົວເຈົ້າເອງ. ມັນສາມາດເຮັດໃຫ້ປະສົບການຊີວິດຂອງເຈົ້າປ່ຽນເກຍໄດ້. ຖ້າປາສະຈາກມັນ, ເຈົ້າຈະບໍ່ມີທັງໂອກາດ, ເງື່ອນໄຂ ຫຼື ບໍລິບົດທີ່ຈະສາມາດບັນລຸຄວາມເຂົ້າໃຈກ່ຽວກັບຄວາມຈິງແຫ່ງຄວາມເສື່ອມຊາມຂອງເຈົ້າໄດ້. ຖ້າເຈົ້າສາມາດມາຮູ້ຈັກສິ່ງຕ່າງໆພາຍໃນຕົວເຈົ້າ, ຮູ້ທຸກດ້ານທີ່ເຊື່ອງຊ້ອນຢູ່ເລິກພາຍໃນເຈົ້າທີ່ຍາກຈະຮັບຮູ້ໄດ້ ແລະ ຍາກທີ່ຈະຄົ້ນພົບໄດ້, ແລ້ວສິ່ງນີ້ກໍແມ່ນສິ່ງທີ່ດີ. ການສາມາດຮູ້ຈັກຕົວເຈົ້າເອງໄດ້ຢ່າງແທ້ຈິງແມ່ນໂອກາດທີ່ດີທີ່ສຸດສຳລັບເຈົ້າທີ່ຈະແກ້ໄຂວິທີການຂອງເຈົ້າ ແລະ ກາຍເປັນຄົນໃໝ່; ມັນແມ່ນໂອກາດທີ່ດີທີ່ສຸດສຳລັບເຈົ້າທີ່ຈະໄດ້ຮັບຊີວິດໃໝ່. ເມື່ອເຈົ້າຮູ້ຈັກຕົນເອງຢ່າງແທ້ຈິງແລ້ວ, ເຈົ້າຈະສາມາດເຫັນໄດ້ວ່າ ເມື່ອຄວາມຈິງກາຍເປັນຊີວິດຂອງຄົນໆໜຶ່ງ, ມັນແມ່ນສິ່ງທີ່ມີຄຸນຄ່າແທ້ໆ ແລະ ເຈົ້າຈະກະຫາຍຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງ. ນີ້ແມ່ນສິ່ງທີ່ຍິ່ງໃຫຍ່ຢ່າງແທ້ຈິງ! ຖ້າເຈົ້າສາມາດຄວ້າເອົາໂອກາດນີ້ ແລະ ໄຕ່ຕອງຕົວເຈົ້າເອງຢ່າງຈິງໃຈ ແລະ ໄດ້ຮັບຄວາມຮູ້ທີ່ແທ້ຈິງກ່ຽວກັບຕົວເຈົ້າເອງເມື່ອໃດກໍຕາມທີ່ເຈົ້າລົ້ມເຫຼວ ຫຼື ລົ້ມລົງ, ແລ້ວທ່າມກາງຄວາມບໍ່ດີ ແລະ ຄວາມອ່ອນແອ, ເຈົ້າຈະສາມາດລຸກຢືນຂຶ້ນສູ້ໄດ້. ເມື່ອເຈົ້າຜ່ານປະຕູນີ້ແລ້ວ, ເຈົ້າກໍຈະສາມາດກ້າວໄປຂ້າງໜ້າ ແລະ ເຂົ້າສູ່ຄວາມເປັນຈິງທີ່ແທ້ຈິງໄດ້” (ຄັດຈາກບົດ “ເພື່ອບັນລຸຄວາມຈິງ, ເຈົ້າຕ້ອງຮຽນຮູ້ຈາກຜູ້ຄົນ, ເລື່ອງຕ່າງໆ ແລະ ສິ່ງທີ່ຢູ່ອ້ອມຂ້າງເຈົ້າ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຂ້ອຍຮູ້ສຶກຖືກດົນບັນດານຫຼາຍເມື່ອຂ້ອຍໄດ້ໄຕ່ຕອງພຣະທໍາຂອງພະເຈົ້າ ແລະ ນໍ້າຕາຂອງຂ້ອຍຍັງໄຫຼອອກບໍ່ຂາດສາຍ. ຂ້ອຍຮູ້ສຶກວ່າໂດຍການເຮັດສະພາບແວດລ້ອມແບບນີ້, ເຊິ່ງບັນດາອ້າຍເອື້ອຍນ້ອງຂອງຂ້ອຍໄດ້ລິຮານ ແລະ ຈັດການກັບຂ້ອຍຢ່າງໂຫດຮ້າຍ, ພຣະເຈົ້າບໍ່ໄດ້ກໍາຈັດຂ້ອຍ ຫຼື ເຮັດໃຫ້ຂ້ອຍອັບອາຍໂດຍເຈດຕະນາ. ແທນທີ່ຈະເປັນແນວນັ້ນ, ເນື່ອງຈາກວ່າຂ້ອຍເປັນຄົນໂອ້ອວດ ແລະ ຫົວແຂງແທ້ໆ, ພຣະເຈົ້າຕ້ອງການທີ່ຈະໃຊ້ສິ່ງນີ້ເປັນການຂ້ຽນຕີປະເພດໜຶ່ງເພື່ອປຸກຂ້ອຍໃຫ້ຕື່ນ ແລະ ບັງຄັບໃຫ້ຂ້ອຍຄິດທົບທວນຕົວເອງໃນເວລາອັນສັ້ນ, ເພື່ອຈະສາມາດກັບໃຈ ແລະ ປ່ຽນແປງໄດ້. ນີ້ແມ່ນການທີ່ພຣະເຈົ້າກໍາລັງຊ່ວຍຂ້ອຍໃຫ້ລອດພົ້ນ. ເມື່ອຮູ້ເລື່ອງນີ້, ຂ້ອຍຮູ້ສຶກໄດ້ຮັບການປົດປ່ອຍແທ້ໆ ແລະ ຂ້ອຍກໍ່ບໍ່ເຂົ້າໃຈພຣະເຈົ້າຜິດອີກຕໍ່ໄປ. ຂ້ອຍອະທິຖານຫາພຣະອົງ, ເຕັມໃຈທີ່ຈະໃຊ້ໂອກາດນີ້ເພື່ອທົບທວນຕົນເອງ ແລະ ມາຮູ້ຈັກກັບຕົວເອງ.

ຈາກນັ້ນ ຂ້ອຍກໍ່ໄດ້ຄົ້ນຫາພຣະທໍາຂອງພຣະເຈົ້າບາງຂໍ້ທີ່ພຣະອົງໄດ້ເວົ້າກ່ຽວກັບອຸປະນິໄສທີ່ໂອ້ອວດຂອງມະນຸດ. ພຣະເຈົ້າຊົງກ່າວວ່າ: “ຖ້າເຈົ້າມີຄວາມຈິງຢູ່ໃນຕົວເຈົ້າຈິງແທ້, ເສັ້ນທາງທີ່ເຈົ້າຍ່າງກໍຈະເປັນເສັ້ນທາງທີ່ຖືກຕ້ອງໂດຍທໍາມະຊາດ. ປາດສະຈາກຄວາມຈິງແລ້ວ, ມັນງ່າຍທີ່ຈະເຮັດຊົ່ວ ແລະ ເຈົ້າກໍຈະເຮັດມັນ ເຖິງແມ່ນວ່າຈະເປັນຕົວເຈົ້າເອງ. ຕົວຢ່າງ: ຖ້າເຈົ້າມີຄວາມອວດດີ ແລະ ຄວາມທະນົງຕົວ, ເຈົ້າຈະເຫັນວ່າມັນເປັນໄປບໍ່ໄດ້ທີ່ຈະຫຼີກເວັ້ນການທ້າທາຍພຣະເຈົ້າ; ເຈົ້າຈະຮູ້ສຶກຖືກບີບບັງຄັບໃຫ້ທ້າທາຍພຣະອົງ. ເຈົ້າຈະບໍ່ເຮັດມັນຢ່າງຕັ້ງໃຈ; ແຕ່ເຈົ້າຈະເຮັດມັນພາຍໃຕ້ການຄອບງຳຂອງທຳມະຊາດທີ່ອວດດີ ແລະ ທະນົງຕົວຂອງເຈົ້າ. ຄວາມອວດດີ ແລະ ຄວາມທະນົງຕົວຂອງເຈົ້າຈະເຮັດໃຫ້ເຈົ້າໝິ່ນປະມາດພຣະເຈົ້າ ແລະ ເຫັນພຣະອົງເປັນພຽງສິ່ງມີຊີວິດທີ່ບໍ່ມີຄວາມໝາຍຫຍັງເລີຍ; ພວກມັນຈະເຮັດໃຫ້ເຈົ້າສັນລະເສີນຕົວເອງ, ເຮັດໃຫ້ເຈົ້າສະແດງຕົນຢູ່ສະເໝີ ແລະ ໃນທີ່ສຸດກໍນັ່ງຢູ່ບ່ອນຂອງພຣະເຈົ້າ ແລະ ເປັນປະຈັກພະຍານໃຫ້ຕົວເອງ. ເຈົ້າກໍຈະຫັນປ່ຽນແນວຄິດຂອງເຈົ້າເອງ, ຄວາມຄິດຂອງເຈົ້າເອງ ແລະ ແນວຄວາມຄິດຂອງເຈົ້າໃຫ້ເປັນຄວາມຈິງເພື່ອໃຫ້ໄດ້ຮັບການບູຊາ. ເຫັນບໍ່ວ່າ ພາຍໃຕ້ການຄອບງຳຂອງທຳມະຊາດອັນອວດດີ ແລະ ທະນົງຕົວຂອງພວກເຂົາ, ຜູ້ຄົນໄດ້ເຮັດຊົ່ວຫຼາຍປານໃດ!” (ຄັດຈາກບົດ “ມີພຽງການສະແຫວງຫາຄວາມຈິງເທົ່ານັ້ນ ຄົນໃດໜຶ່ງຈຶ່ງຈະສາມາດບັນລຸການປ່ຽນແປງໃນອຸປະນິໄສ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). “ຄວາມອວດດີເປັນສາເຫດຂອງອຸປະນິໄສທີ່ເສື່ອມຊາມຂອງມະນຸດ. ຍິ່ງຜູ້ຄົນອວດດີສໍ່າໃດ, ພວກເຂົາກໍຍິ່ງມີແນວໂນ້ມທີ່ຈະຕໍ່ຕ້ານພຣະເຈົ້າຫຼາຍສໍ່ານັ້ນ. ບັນຫານີ້ຮ້າຍແຮງສໍ່າໃດ? ບໍ່ພຽງແຕ່ວ່າຜູ້ຄົນທີ່ມີອຸປະນິໄສທີ່ອວດດີຈະຄິດວ່າທຸກຄົນຢູ່ພາຍໃຕ້ພວກເຂົາ, ແຕ່ສິ່ງທີ່ໂຫດຮ້າຍທີ່ສຸດກໍຄື ພວກເຂົາເຖິງກັບໂອ້ອວດໃສ່ພຣະເຈົ້າ. ດ້ານພາຍນອກ ເຖິງແມ່ນບາງຄົນອາດປາກົດວ່າເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະອົງ, ພວກເຂົາບໍ່ໄດ້ປະຕິບັດຕໍ່ພຣະອົງຄືກັບພຣະເຈົ້າເລີຍ. ພວກເຂົາຮູ້ສຶກຢູ່ສະເໝີວ່າພວກເຂົາມີຄວາມຈິງ ແລະ ຄິດວ່າໂລກເປັນຂອງພວກເຂົາເອງ. ນີ້ແມ່ນແກ່ນແທ້ ແລະ ສາເຫດຂອງອຸປະນິໄສທີ່ອວດດີ ແລະ ມັນມາຈາກຊາຕານ. ສະນັ້ນ, ບັນຫາຂອງຄວາມອວດດີຕ້ອງຖືກແກ້ໄຂ. ການຮູ້ສຶກວ່າຄົນໜຶ່ງດີກວ່າຄົນອື່ນ, ນັ້ນເປັນສິ່ງທີ່ບໍ່ສຳຄັນ. ບັນຫາທີ່ຮ້າຍແຮງກໍຄືອຸປະນິໄສທີ່ອວດດີຂອງຄົນໆໜຶ່ງໄດ້ຫ້າມບໍ່ໃຫ້ເຂົາຍອມຕໍ່ພຣະເຈົ້າ, ຍອມຕໍ່ການປົກຄອງຂອງພຣະອົງ ແລະ ການຈັດແຈງຂອງພຣະອົງ; ບຸກຄົນດັ່ງກ່າວຮູ້ສຶກຢູ່ສະເໝີວ່າມັກຈະແຂ່ງຂັນກັບພຣະເຈົ້າເພື່ອເອົາອຳນາດເໜືອຄົນອື່ນ. ບຸກຄົນປະເພດນີ້ບໍ່ເຄົາລົບພຣະເຈົ້າແມ່ນແຕ່ໜ້ອຍດຽວ, ບໍ່ຕ້ອງເວົ້າເຖິງເລື່ອງການຮັກພຣະເຈົ້າ ຫຼື ການຍອມຕໍ່ພຣະອົງເລີຍ” (ຄັດຈາກການສົນທະນາຂອງພຣະເຈົ້າ). ໃນຂະນະທີ່ອ່ານພຣະທໍາຂອງພຣະເຈົ້າ, ຂ້ອຍຮູ້ສຶກທຸກໃຈ ແລະ ບໍ່ສະບາຍໃຈທີ່ສຸດ ແລະ ມີຄວາມຢ້ານກົວເລັກນ້ອຍ. ຂ້ອຍໄດ້ເຫັນວິທີການດໍາລົງຊີວິດຂອງຂ້ອຍດ້ວຍອຸປະນິໄສທີ່ໂອ້ອວດຂອງຂ້ອຍ, ບໍ່ພຽງແຕ່ຈໍາກັດ ແລະ ທໍາຮ້າຍຜູ້ຄົນ ແລະ ບໍ່ສາມາດປະຕິສໍາພັນກັບພວກເຂົາໄດ້ຢ່າງເໝາະສົມ, ແຕ່ທໍາອິດ ແລະ ສໍາຄັນທີ່ສຸດ, ບໍ່ມີບ່ອນສໍາລັບພຣະເຈົ້າຢູ່ໃນໃຈຂອງຂ້ອຍ ແລະ ຂ້ອຍກໍ່ບໍ່ໄດ້ເຄົາລົບນັບຖືພຣະອົງ. ຂ້ອຍມັກຈະເຮັດຄວາມຊົ່ວ ແລະ ຕໍ່ຕ້ານພຣະອົງໃນທຸກເວລາ. ຂ້ອຍຄິດກ່ຽວກັບວິທີ, ນັບຕັ້ງແຕ່ຂ້ອຍໄດ້ເຮັດໜ້າທີ່ຂອງຂ້ອຍໃນຖານະເປັນຜູ້ນໍາ, ຂ້ອຍຄິດວ່າຂ້ອຍມີຄວາມສາມາດບາງອັນ, ມີຄວາມອາດສາມາດເຮັດວຽກບາງຢ່າງໃຫ້ສໍາເລັດໄດ້ ແລະ ສະນັ້ນຄິດເຖິງຕົວເອງສູງຫຼາຍ. ເມື່ອເຮັດວຽກຄຽງຄູ່ກັບຄົນອື່ນໆ, ຂ້ອຍຄິດສະເໝີວ່າຂ້ອຍເໜືອກວ່າພວກເຂົາ, ສັ່ງພວກເຂົາໄປທົ່ວ ແລະ ຈຳກັດພວກເຂົາ. ເມື່ອບັນດາເພື່ອນຮ່ວມງານຂອງຂ້ອຍແນະນໍາບາງສິ່ງທີ່ແຕກຕ່າງ, ຂ້ອຍກໍ່ບໍ່ເຄີຍຊອກຫາຫຼັກການຕ່າງໆແຫ່ງຄວາມຈິງ. ຂ້ອຍພຽງແຕ່ຄິດວ່າເນື່ອງຈາກວ່າຂ້ອຍມີປະສົບການ ແລະ ມີສາຍຕາທີ່ດີໃນການເບິ່ງສິ່ງຕ່າງໆ, ຂ້ອຍສາມາດບັງຄັບໃຫ້ຄົນເຮັດໃນສິ່ງທີ່ຂ້ອຍເວົ້າໄດ້. ມັນຄ້າຍຄືກັບວ່າຂ້ອຍໄດ້ເຫັນທັດສະນະຂອງຂ້ອຍວ່າເປັນຄວາມຈິງ, ເປັນມາດຕະຖານ, ດັ່ງນັ້ນທຸກຄົນຕ້ອງເຊື່ອຟັງຂ້ອຍ. ທີ່ເປັນຕາຢ້ານກວ່າແມ່ນວິທີທີ່ຂ້ອຍຈໍາກັດຄົນອື່ນຈົນເຖິງຈຸດທີ່ພວກເຂົາບໍ່ກ້າສະແດງທັດສະນະຕ່າງໆຂອງຕົນເອງ. ແຕ່ຂ້ອຍກໍ່ບໍ່ຮູ້ເມື່ອຍັງເລີຍ, ຍັງພັດຄິດວ່າຄົນອື່ນເຫັນດີກັບຂ້ອຍ. ຄວາມຄິດເຫັນອັນສູງກ່ຽວກັບຕົວຂ້ອຍເອງ ແລະ ຄວາມອາດສາມາດຕ່າງໆຂອງຂ້ອຍໄດ້ເຮັດໃຫ້ຂ້ອຍວາງຕົວເອງເໜືອກວ່າບັນດາອ້າຍເອື້ອຍນ້ອງຂອງຂ້ອຍແບບບໍ່ຕັ້ງໃຈ, ຈົນເຖິງຂັ້ນທີ່ຂ້ອຍໄດ້ປ່ຽນຫົວໜ້າທີມໂດຍປາດສະຈາກການສົນທະນາມັນກັບບັນດາເພື່ອນຮ່ວມງານຂອງຂ້ອຍເລີຍ. ເມື່ອເອື້ອຍຂອງຂ້ອຍເອົາເລື່ອງນີ້ຂຶ້ນມາເວົ້າ, ຂ້ອຍໄດ້ປະຕິເສດມັນ ແລະ ຖຽງກັນ. ຂ້ອຍເຫັນວ່າຂ້ອຍເປັນຄົນໂອ້ອວດທີ່ສຸດແທ້ໆ. ຂ້ອຍບໍ່ມີຄວາມເຄົາລົບ ຫຼື ການອ່ອນນ້ອມຕໍ່ພຣະເຈົ້າຈັກໜ້ອຍເລີຍ ແລະ ຂ້ອຍກໍ່ບໍ່ໄດ້ພິຈາລະນາມັນເລີຍວ່າມັນຈະມີຜົນປະໂຫຍດກັບວຽກງານຂອງເຮືອນຂອງພຣະເຈົ້າ ຫຼື ບໍ່. ຂ້ອຍພຽງແຕ່ເຮັດໄປຕາມໃຈຂ້ອຍພຽງຝ່າຍດຽວ ແລະ ເຮັດຕາມອຳເພີໃຈໂດຍອີງຕາມອຸປະນິໄສໂອ້ອວດຂອງຂ້ອຍ, ເຊິ່ງເປັນການລົບກວນວຽກງານຂອງເຮືອນຂອງພຣະເຈົ້າ ແລະ ເປັນການທໍາຮ້າຍຫຼາຍຕໍ່ກັບບັນດາອ້າຍເອື້ອຍນ້ອງຂອງຂ້ອຍ. ອັນນັ້ນເປັນການບັນລຸໜ້າທີ່ຂອງຂ້ອຍໄດ້ແນວໃດ? ຂ້ອຍຄິດວ່າຂ້ອຍມີຄວາມຮັບຜິດຊອບໃນວຽກຂອງຂ້ອຍ, ແຕ່ຕົວຈິງແລ້ວຂ້ອຍເປັນພຽງຜະເດັດການທີ່ໂອ້ອວດທີ່ພະຍາຍາມຕື່ມເຕັມຄວາມໂລບມາກຂອງຂ້ອຍເພື່ອອໍານາດ. ຂ້ອຍກໍາລັງເຮັດຄວາມຊົ່ວ ແລະ ຕໍ່ຕ້ານພຣະເຈົ້າ! ຕໍ່ມາ, ຂ້ອຍຖາມຕົນເອງຊໍ້າແລ້ວຊໍ້າອີກວ່າ: ຂ້ອຍມີຄວາມອາດສາມາດກັບຄວາມໂອ້ອວດແບບດື້ດ້ານທີ່ຂ້ອຍໄດ້ກ້າວໄປສູ່ເສັ້ນທາງຂອງການເຮັດຄວາມຊົ່ວ ແລະ ຕໍ່ຕ້ານພຣະເຈົ້າໄດ້ແນວໃດ? ພຽງແຕ່ໃນຂະນະທີ່ທົບທວນຕົວເອງ ຂ້ອຍຈຶ່ງຮູ້ວ່າຂ້ອຍຖືກຄອບງໍາໂດຍສານພິດຂອງຊາຕານ ເຊັ່ນ: “ຂ້າພະເຈົ້າເປັນເຈົ້າຂອງຕົນເອງທົ່ວທັງສະຫວັນ ແລະ ແຜ່ນດິນໂລກ” ແລະ “ໃຫ້ໂດດເດັ່ນເໜືອຄົນທີ່ເຫຼືອ ແລະ ນໍາກຽດສັກສີມາໃຫ້ບັນພະບຸລຸດຂອງເຈົ້າ”, ເຖິງຈຸດທີ່ວ່າ ຕັ້ງແຕ່ຂ້ອຍຍັງນ້ອຍ, ຂ້ອຍມັກວາງອໍານາດກັບຄົນອື່ນຢູ່ສະເໝີ ແລະ ໃນທຸກສິ່ງທີ່ຂ້ອຍເຮັດ, ຂ້ອຍພະຍາຍາມໃຫ້ຄົນອື່ນຟັງຂ້ອຍ ແລະ ໝູນອ້ອມຂ້ອຍ, ສຸມໃສ່ຂ້ອຍ. ມັນຄືກັບວ່າມັນເປັນວິທີດຽວທີ່ສະແດງໃຫ້ເຫັນວ່າຂ້ອຍມີຄວາມອາດສາມາດ ແລະ ນັ້ນເປັນວິທີດຽວທີ່ມີຄຸນຄ່າ ແລະ ມີຄວາມໝາຍໃນການດໍາລົງຊີວິດ. ດຽວນີ້ ໃນທີ່ສຸດຂ້ອຍກໍ່ໄດ້ຄົ້ນພົບວ່າມັນເປັນເພາະວ່າຂ້ອຍດຳລົງຊີວິດຕາມສານພິດຂອງຊາຕານເຫຼົ່ານີ້ທີ່ທໍາມະຊາດໂອ້ອວດຂອງຂ້ອຍບໍ່ສາມາດຄວບຄຸມໄດ້ຢູ່ສະເໝີ ແລະ ຂ້ອຍດໍາລົງຊີວິດໂດຍບໍ່ມີຄວາມເປັນມະນຸດແມ່ນແຕ່ໜ້ອຍເລີຍ. ຂ້ອຍບໍ່ພຽງແຕ່ຈຳກັດ ແລະ ທໍາຮ້າຍຄົນຫຼາຍເທົ່ານັ້ນ, ແຕ່ຂ້ອຍຍັງໄດ້ລົບກວນວຽກງານຂອງຄຣິດຕະຈັກອີກ. ພຽງແຕ່ຕອນນັ້ນຂ້ອຍຮູ້ແທ້ໆວ່າ “ຂ້າພະເຈົ້າເປັນເຈົ້າຂອງຕົນເອງທົ່ວທັງສະຫວັນ ແລະ ແຜ່ນດິນໂລກ” ແລະ “ໃຫ້ໂດດເດັ່ນເໜືອຄົນທີ່ເຫຼືອ ແລະ ນໍາກຽດສັກສີມາໃຫ້ບັນພະບຸລຸດຂອງເຈົ້າ”, ສານພິດຂອງຊາຕານເຫຼົ່ານັ້ນແມ່ນຄວາມເຊື່ອຜິດໆ. ພວກມັນບໍ່ມີເຫດຜົນ ແລະ ຊົ່ວ ແລະ ສາມາດເຮັດໃຫ້ຄົນເສື່ອມຊາມ ແລະ ສ້າງຄວາມເສຍຫາຍໃຫ້ແກ່ຜູ້ຄົນເທົ່ານັ້ນ. ຂ້ອຍເຄີຍຄິດຢູ່ຕະຫຼອດເວລາວ່າການເປັນຄົນທີ່ເໜືອກວ່າ ແລະ ການທີ່ມີຄົນຢູ່ອ້ອມຮອບຂ້ອຍແມ່ນສິ່ງທີ່ມີຄວາມສຸກ. ພາຍຫຼັງ ໃນທີ່ສຸດຂ້ອຍກໍ່ພົບວ່າການດໍາລົງຊີວິດແບບນັ້ນໂດຍສານພິດເຫຼົ່ານີ້ຂອງຊາຕານແມ່ນການດໍາລົງຊີວິດແບບຜີ. ບໍ່ມີໃຜຕ້ອງການຈະມາໃກ້ຂ້ອຍ. ຂ້ອຍເຮັດໃຫ້ຄົນອືື່ນຫງຸດຫງິດ ແລະ ພຣະເຈົ້າດູຖູກຂ້ອຍຫຼາຍຍິ່ງຂຶ້ນ. ສິ່ງເຫຼົ່ານີ້ເປັນໝາກຜົນອັນຂົມຂື່ນຂອງການດຳລົງຊີວິດໂດຍສານພິດຂອງຊາຕານ! ໃນເບື້ອງຕົ້ນ, ຂ້ອຍໄດ້ຄິດກ່ຽວກັບວິທີການທີ່ເທວະທູດໄດ້ໂອ້ອວດທີ່ສຸດ ແລະ ມີຄວາມພະຍາຍາມທີ່ຈະມີຄວາມເທົ່າທຽມກັນກັບພຣະເຈົ້າ, ມັນໄດ້ພະຍາຍາມຍາດເອົາການຄວບຄຸມທຸກໆຢ່າງ. ໃນທີ່ສຸດ, ມັນເຮັດໃຫ້ອຸປະນິໄສຂອງພຣະເຈົ້າຕ້ອງຂຸ່ນເຄືອງ, ຖືກສາບແຊ່ງໂດຍພຣະອົງ ແລະ ຖືກໂຍນລົງກາງອາກາດ. ສະນັ້ນ ຈຶ່ງຈຳ ກັດບັນດາອ້າຍເອື້ອຍນ້ອງຂອງຂ້ອຍຢ່າງໂອ້ອວດ, ຄິດຢູ່ຕະຫຼອດເວລາວ່າຄົນອື່ນຄວນຟັງຂ້ອຍ, ບໍ່ແມ່ນອຸປະນິໄສອັນນີ້ອັນດຽວຂອງຂ້ອຍ ແລະ ຂອງເທວະທູດຄືກັນບໍ? ໃນຄວາມຄິດນັ້ນເອງ ໃນທີ່ສຸດ ຂ້ອຍກໍ່ຮູ້ວ່າມັນເປັນຕາຢ້ານຫຼາຍປານໃດທີ່ຈະດໍາລົງຊີວິດດ້ວຍອຸປະນິໄສທີ່ໂອ້ອວດ. ຖ້າບໍ່ມີພຣະເຈົ້າທີ່ສ້າງສະພາບແວດລ້ອມປະເພດນີ້ໃຫ້ກັບຂ້ອຍ, ຂ້ອຍຈະຍັງຄົງປະຕິບັດໜ້າທີ່ຂອງຂ້ອຍໂດຍອີງຕາມຄວາມໂອ້ອວດຂອງຂ້ອຍ ແລະ ບໍ່ມີການບອກວ່າຂ້ອຍໄດ້ເຮັດຄວາມຊົ່ວຫຼາຍປານໃດແລ້ວ, ໃນທີ່ສຸດກໍ່ເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າ ແລະ ຖືກລົງໂທດ. ຫຼັງຈາກທີ່ຂ້ອຍເຂົ້າໃຈເລື່ອງນີ້, ຂ້ອຍໄດ້ອະທິຖານຫາພຣະເຈົ້າວ່າ: “ພຣະເຈົ້າ, ຂ້ານ້ອຍບໍ່ປາຖະໜາທີ່ຈະມີຊີວິດຢູ່ຕໍ່ໄປໂດຍມີອຸປະນິໄສທີ່ໂອ້ອວດໃນການຕໍ່ຕ້ານພຣະອົງ. ຂ້ານ້ອຍປາຖະໜາທີ່ຈະສະແຫວງຫາຄວາມຈິງເພື່ອແກ້ໄຂຄວາມໂອ້ອວດຂອງຂ້ານ້ອຍ ແລະ ກັບໃຈຢ່າງແທ້ຈິງຕໍ່ກັບພຣະອົງ”.

ຂ້ອຍໄດ້ອ່ານບົດຄວາມຈາກພຣະທໍາຂອງພຣະເຈົ້າທີ່ເວົ້າວ່າ, “ທຳມະຊາດທີ່ອວດດີເຮັດໃຫ້ເຈົ້າດື້ດ້ານ. ເມື່ອຜູ້ຄົນມີອຸປະນິໄສທີ່ດື້ດ້ານນີ້, ພວກເຂົາຈະບໍ່ມີແນວໂນ້ມທີ່ຈະເຮັດຕາມອຳເພີໃຈ ແລະ ບໍ່ຮອບຄອບບໍ? ແລ້ວເຈົ້າຈະແກ້ໄຂການເຮັດຕາມອຳເພີໃຈ ແລະ ຄວາມບໍ່ຮອບຄອບຂອງເຈົ້າໄດ້ແນວໃດ? ເມື່ອເຈົ້າມີແນວຄິດ, ເຈົ້າກໍບອກມັນກັບຄົນອື່ນ ແລະ ເວົ້າສິ່ງທີ່ເຈົ້າຄິດ ແລະ ເຊື່ອກ່ຽວກັບເລື່ອງນີ້ ແລະ ຫຼັງຈາກນັ້ນ ເຈົ້າກໍສື່ສານກັບທຸກຄົນກ່ຽວກັບມັນ. ຢ່າງທຳອິດ, ເຈົ້າສາມາດໃຫ້ແສງສະຫວ່າງໃນມຸມມອງຂອງເຈົ້າ ແລະ ສະແຫວງຫາຄວາມຈິງ; ນີ້ແມ່ນບາດກ້າວທຳອິດທີ່ເຈົ້ານໍາເຂົ້າສູ່ການປະຕິບັດເພື່ອເອົາຊະນະອຸປະນິໄສທີ່ເຮັດຕາມອຳເພີໃຈ ແລະ ບໍ່ຮອບຄອບນີ້. ບາດກ້າວທີ່ສອງເກີດຂຶ້ນ ເມື່ອຄົນອື່ນສະແດງຄຳຄິດເຫັນທີ່ກົງກັນຂ້າມ, ເຈົ້າສາມາດປະຕິບັດຫຍັງເພື່ອເຮັດໃຫ້ພວກເຂົາບໍ່ເຮັດຕາມອຳເພີໃຈ ແລະ ບໍ່ຮອບຄອບ? ກ່ອນອື່ນ ເຈົ້າຕ້ອງມີທ່າທີທີ່ຖ່ອມຕົວ, ປະຖິ້ມສິ່ງທີ່ເຈົ້າເຊື່ອວ່າຖືກຕ້ອງ ແລະ ປ່ອຍໃຫ້ທຸກຄົນມີການໂອ້ລົມ. ເຖິງແມ່ນເຈົ້າເຊື່ອວ່າຫົນທາງຂອງເຈົ້າຖືກຕ້ອງ, ເຈົ້າບໍ່ຄວນສືບຕໍ່ເຮັດມັນ. ກ່ອນອື່ນໝົດ, ນັ້ນເປັນບາດກ້າວໄປຂ້າງໜ້າປະເພດໜຶ່ງ; ມັນສະແດງເຖິງທ່າທີຂອງການສະແຫວງຫາຄວາມຈິງ, ການປະຕິເສດຕົນເອງ ແລະ ການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ຫຼັງຈາກທີ່ເຈົ້າມີທ່າທີນີ້, ໃນເວລາດຽວກັນທີ່ເຈົ້າບໍ່ຍຶດຕິດກັບຄວາມຄິດເຫັນຂອງເຈົ້າເອງ, ເຈົ້າກໍອະທິຖານ. ຍ້ອນວ່າເຈົ້າບໍ່ສາມາດແຍກແຍະສິ່ງທີ່ຖືກຈາກສິ່ງທີ່ຜິດ, ເຈົ້າຈຶ່ງປ່ອຍໃຫ້ພຣະເຈົ້າເປີດເຜີຍ ແລະ ບອກເຈົ້າກ່ຽວກັບສິ່ງທີ່ດີທີ່ສຸດ ແລະ ສິ່ງເໝາະສົມທີ່ສຸດທີ່ຈະເຮັດ. ຍ້ອນທຸກຄົນເຂົ້າຮ່ວມການໂອ້ລົມ, ພຣະວິນຍານບໍລິສຸດຈຶ່ງນໍາແສງສະຫວ່າງທັງໝົດມາໃຫ້ກັບເຈົ້າ” (ຄັດຈາກການສົນທະນາຂອງພຣະເຈົ້າ). ໃນພຣະທໍາຂອງພຣະເຈົ້າ ຂ້ອຍໄດ້ພົບເສັ້ນທາງຂອງການປະຕິບັດ: ບໍ່ວ່າຂ້ອຍຈະປະສົບກັບສະຖານະການໃດກໍ່ຕາມ, ຂ້ອຍຕ້ອງຮັກສາຄວາມເຄົາລົບ ແລະ ການອ່ອນນ້ອມຕໍ່ໜ້າພຣະເຈົ້າ. ກ່ອນອື່ນ, ຂ້ອຍຕ້ອງອະທິຖານຫາພຣະເຈົ້າ ແລະ ສະແຫວງຫາຄວາມຈິງ ແລະ ຈາກນັ້ນກໍ່ວາງແນວຄວາມຄິດຂອງຂ້ອຍຕໍ່ໜ້າບັນດາອ້າຍເອື້ອຍນ້ອງຂອງຂ້ອຍເພື່ອໃຫ້ພວກເຮົາທຸກຄົນສາມາດຊອກຫາ ແລະ ສົນທະນາຮ່ວມກັນ. ເຖິງແມ່ນວ່າຂ້ອຍຄິດວ່າຂ້ອຍເວົ້າຖືກ, ຂ້ອຍຕ້ອງປະຕິເສດຢ່າງມີສະຕິ ແລະ ປະຖິ້ມຕົວເອງ, ຟັງຄວາມຄິດເຫັນຂອງບັນດາອ້າຍເອື້ອຍນ້ອງຂອງຂ້ອຍຫຼາຍຂຶ້ນ ແລະ ເບິ່ງວ່າອັນໃດຈະສອດຄ່ອງທີ່ສຸດກັບຄວາມຈິງ ແລະ ເປັນປະໂຫຍດຕໍ່ວຽກງານຂອງຄຣິດຕະຈັກ. ໃນການຊຸມນຸມຫຼັງຈາກນັ້ນ, ຂ້ອຍໄດ້ເປີດໃຈຕົວເອງໃຫ້ກັບບັນດາອ້າຍເອື້ອຍນ້ອງຂອງຂ້ອຍ, ເປີດເຜີຍຄວາມເສື່ອມຊາມຂອງຂ້ອຍ ແລະ ຂໍໂທດສໍາລັບວິທີທີ່ຂ້ອຍໄດ້ທໍາຮ້າຍ ແລະ ບັງຄັບພວກເຂົາ. ພວກເຂົາບໍ່ໄດ້ສ້າງຄວາມວຸ້ນວາຍກ່ຽວກັບເລື່ອງນັ້ນ. ພວກເຂົາທັງໝົດເປີດໃຈ ແລະ ສົນທະນາກັບຂ້ອຍ ແລະ ຂ້ອຍຮູ້ສຶກວ່ານໍ້າໜັກຢູ່ໃນເອິກຂອງຂ້ອຍໄດ້ຖືກຍົກອອກ. ໃນການສົນທະນາວຽກຫຼັງຈາກນັ້ນ, ຂ້ອຍຈະຖາມຜູ້ອື່ນຢ່າງຈິງຈັງເພື່ອໃຫ້ສະແດງທັດສະນະຂອງພວກເຂົາ ແລະ ເມື່ອມີຄໍາແນະນໍາທີ່ແຕກຕ່າງອອກມາ, ພວກເຮົາຈະສະແຫວງຫາ ແລະ ສົນທະນາຮ່ວມກັນຈົນກວ່າພວກເຮົາຈະບັນລຸຄວາມເປັນເອກະສັນກັນ. ຄ່ອຍໆເປັນໄປ, ບັນດາອ້າຍເອື້ອຍນ້ອງຂອງຂ້ອຍຢຸດເຊົາຮູ້ສຶກຖືກບັງຄັບຈາກຂ້ອຍ ແລະ ບັນຍາກາດໃນການຮ່ວມມືຂອງພວກເຮົາກໍ່ກາຍເປັນຄວາມກົມກຽວກັນຫຼາຍຂຶ້ນ.

ມື້ໜຶ່ງ, ຂ້ອຍກຳລັງສົນທະນາວຽກກັບເອື້ອຍຜູ້ໜຶ່ງທີ່ຂ້ອຍໄດ້ຖືກຈັບຄູ່. ລາວເວົ້າວ່າລາວໄດ້ຂຽນຈົດໝາຍໃຫ້ບັນດາຜູ້ນຳກ່ຽວກັບບາງບັນຫາຢູ່ພາຍໃນຄຣິດຕະຈັກ, ບອກພວກເຂົາກ່ຽວກັບຄວາມຫຍຸ້ງຍາກທີ່ພວກເຮົາມີຢູ່ໃນໜ້າທີ່ຂອງພວກເຮົາ ແລະ ວິທີທີ່ພວກເຮົາປະສົບກັບພວກມັນ. ໃນຈຸດນີ້ເອງ, ອຸປະນິໄສທີ່ໂອ້ອວດຂອງຂ້ອຍໄດ້ໂຜ່ຫົວທີ່ເປັນຕາຂີ້ດຽດຂອງມັນອອກມາອີກເທື່ອໜຶ່ງ. ຂ້ອຍຄິດວ່າ: “ມັນພຽງພໍແລ້ວທີ່ພວກເຮົາຈະລົມກັນກ່ຽວກັບເລື່ອງນີ້ໃນການຊຸມນຸມທີ່ຜ່ານມາຂອງພວກເຮົາ. ບໍ່ຈໍາເປັນທີ່ຕ້ອງຂຽນຈົດໝາຍ”. ໃນຂະນະທີ່ຂ້ອຍກຳລັງຈະປະຕິເສດລາວ, ຂ້ອຍຈື່ໄດ້ວ່າຂ້ອຍເຄີຍເປັນຄົນໂອ້ອວດປານໃດຢ່າງບໍ່ໜ້າເຊື່ອໃນອະດີດ. ຂ້ອຍຕ້ອງການໃຫ້ຄົນອື່ນຟັງຂ້ອຍໃນທຸກສິ່ງທຸກຢ່າງຢູ່ຕະຫຼອດເວລາ, ສະນັ້ນ ບັນດາອ້າຍເອື້ອຍນ້ອງທັງໝົດຂອງຂ້ອຍຈຶ່ງຮູ້ສຶກຖືກຈຳກັດໂດຍຂ້ອຍ ແລະ ຂ້ອຍບໍ່ໄດ້ດຳລົງຊີວິດທີ່ຄ້າຍຄືກັບມະນຸດເລີຍ. ສະນັ້ນ ຂ້ອຍໄດ້ອະທິຖານຫາພຣະເຈົ້າຢ່າງງຽບໆ, ຫັນຫຼັງໃຫ້ກັບຕົວເອງ, ບໍ່ຕ້ອງການທີ່ຈະດໍາລົງຊີວິດດ້ວຍອຸປະນິໄສທີ່ໂອ້ອວດຂອງຂ້ອຍອີກຕໍ່ໄປ. ຂ້ອຍຕ້ອງປະຕິບັດຄວາມຈິງ. ຫຼັງຈາກນັ້ນ, ຂ້ອຍສຳນຶກວ່າມັນຍິ່ງໃຫຍ່ຂະໜາດໃດທີ່ເອື້ອຍຄົນນີ້ມີຄວາມຮັບຜິດຊອບໃນການສື່ສານກ່ຽວກັບວຽກງານກັບບັນດາຜູ້ນຳຂອງພວກເຮົາ, ສະນັ້ນ ຂ້ອຍບໍ່ຄວນຄວບຄຸມລາວອີກ. ຂ້ອຍຄວນຊ່ວຍລາວຂຽນຈົດໝາຍນັ້ນໃຫ້ດີ. ເມື່ອຂ້ອຍຮັບຮູ້ເລື່ອງນີ້, ສຽງຂອງຂ້ອຍກໍ່ອ່ອນລົງ ແລະ ຂ້ອຍສາມາດສື່ສານກັບລາວດ້ວຍຄວາມອົດທົນກ່ຽວກັບບັນຫາຕ່າງໆໃນວຽກຂອງພວກເຮົາ ແລະ ຟັງທັດສະນະຂອງລາວຫຼາຍຂຶ້ນ. ຢູ່ໃນບາງບ່ອນ ຂ້ອຍຄິດວ່າລາວເປັນຄົນອອກນອກຖານເລັກນ້ອຍ, ແຕ່ຂ້ອຍຫຼີກລ່ຽງຈາກການຕັດສິນຕ່າງໆແບບບໍ່ລືມຕາ. ຂ້ອຍຄິດວ່າຂ້ອຍຄວນຊອກຫາກ່ອນທີ່ຂ້ອຍຈະເວົ້າ. ຕອນນັ້ນເອງ ຂ້ອຍໄດ້ຄົ້ນພົບວ່າບາງສິ່ງທີ່ລາວໄດ້ຍົກຂຶ້ນມາແມ່ນສິ່ງທີ່ຂ້ອຍບໍ່ເຄີຍຄິດມາກ່ອນ. ຂ້ອຍຮູ້ສຶກອາຍເລັກນ້ອຍ. ຂ້ອຍເຫັນວ່າຂ້ອຍເປັນຄົນໂອ້ອວດຢ່າງບໍ່ໜ້າເຊື່ອແບບໃດ, ຂ້ອຍໄດ້ຂັດຂວາງບັນດາອ້າຍເອື້ອຍນ້ອງຕະຫຼອດເວລາ ສະນັ້ນ ພວກເຂົາບໍ່ສາມາດສະແດງບົດບາດຕ່າງໆຂອງຕົວພວກເຂົາເອງໃນໜ້າທີ່ຂອງພວກເຂົາໄດ້. ໃນຄວາມເປັນຈິງແລ້ວ, ພວກເຂົາທັງໝົດມີຈຸດແຂງ. ຖ້າພວກເຂົາບໍ່ໄດ້ຢູ່ບ່ອນນັ້ນເຮັດວຽກກັບຂ້ອຍ, ຂ້ອຍຈະບໍ່ສາມາດເຮັດໜ້າທີ່ໄດ້ດ້ວຍຕົວເອງເລີຍ. ຫຼັງຈາກນັ້ນ, ພວກເຮົາໄດ້ສະຫຼຸບບັນຫາຕ່າງໆຮ່ວມກັນ ແລະ ຫຼັງຈາກດັດແກ້ຈົດໝາຍແລ້ວ, ພວກເຮົາກໍ່ໄດ້ສົ່ງມັນອອກໄປ. ໃນການປະຕິບັດໜ້າທີ່ຂອງພວກເຮົາຫຼັງຈາກນັ້ນ, ເມື່ອໃດກໍ່ຕາມທີ່ທຳມະຊາດໂອ້ອວດຂອງຂ້ອຍສະແດງອອກມາອີກເທື່ອໜຶ່ງ, ຂ້ອຍຈະຕັ້ງໃຈອະທິຖານຫາພຣະເຈົ້າ ແລະ ປະຖິ້ມຕົນເອງ, ປຶກສາຫາລື ແລະ ສົນທະນາກັບຄົນອື່ນຫຼາຍຂຶ້ນ. ການຮ່ວມມືຂອງພວກເຮົາດີຂຶ້ນຫຼາຍ ແລະ ຂ້ອຍຮູ້ສຶກສະບາຍໃຈ ແລະ ໂລ່ງໃຈເປັນພິເສດ. ຂ້ອຍຮູ້ສຶກວ່າການເຮັດໜ້າທີ່ຂອງຂ້ອຍແບບນັ້ນແມ່ນດີຫຼາຍແທ້ໆ. ການທີ່ຄົນທີ່ໂອ້ອວດເຊັ່ນຂ້ອຍປ່ຽນແປງຕົວເອງເລັກນ້ອຍແມ່ນໝາກຜົນຂອງການປະສົບກັບການພິພາກສາ ແລະ ການຂ້ຽນຕີຈາກພຣະທໍາຂອງພະເຈົ້າ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ການປົດປ່ອຍຫົວໃຈ

ໂດຍ ເຈີ້ງຊິນ, ສະຫະລັດອາເມຣິກາໃນເດືອນຕຸລາຂອງປີ 2016, ຜົວຂອງຂ້ານ້ອຍ ແລະ ຂ້ານ້ອຍໄດ້ຍອມຮັບພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ...

Leave a Reply