ການຍຶດໝັ້ນໃນໜ້າທີ່ຂອງຂ້ອຍ

19 ເດືອນກຸມພາ 2022

ໂດຍ ຢາງໝູ່, ເກົາຫຼີໃຕ້

ຂ້ອຍເຄີຍຮູ້ສຶກອິດສາຫຼາຍເມື່ອຂ້ອຍເຫັນອ້າຍເອື້ອຍນ້ອງສະແດງ, ຮ້ອງເພງ ແລະ ຟ້ອນລໍາເພື່ອສັນລະເສີນພະເຈົ້າ. ຂ້ອຍຝັນເຖິງມື້ທີ່ຂ້ອຍຂຶ້ນເທິງເວທີເພື່ອຮ້ອງເພງ ແລະ ເປັນພະຍານໃຫ້ພຣະເຈົ້າ. ຂ້ອຍຄິດວ່າມັນຄົງຈະເປັນກຽດຫຼາຍແທ້ໆ! ວັນນັ້ນມາຮອດໄວກວ່າທີ່ຂ້ອຍຄິດໄວ້.

ໃນເດືອນພຶດສະພາ 2018, ຂ້ອຍໄດ້ເຂົ້າຮ່ວມການຝຶກຊ້ອມເພງແຫ່ງອານາຈັກ ສຳລັບການສະແດງປະສານສຽງ. ຂ້ອຍບໍ່ເຄີຍເຂົ້າຮຽນຫຼັກສູດຮ້ອງເພງ ຫຼື ຟ້ອນລຳ, ທຳອິດນັ້ນ ການຝຶກຊ້ອມແມ່ນຍາກຫຼາຍສຳລັບຂ້ອຍ. ຂ້ອຍຕື່ນເຕັ້ນແທ້ໆເມື່ອຂ້ອຍຮ້ອງເພງ ແລະ ຂ້ອຍມີໃບໜ້າແຂງ ແລະ ຂ້ອຍກໍ່ເຮັດບໍ່ເຂົ້າກັນໃນຂະນະທີ່ຟ້ອນລຳ. ແຕ່ເຖິງປານນັ້ນ ຂ້ອຍກໍ່ຍັງບໍ່ເສຍກຳລັງໃຈ. ຂ້ອຍຄິດກ່ຽວກັບເພງແຫ່ງອານາຈັກວ່າເປັນປະຈັກພະຍານໃຫ້ມວນມະນຸດທັງປວງກ່ຽວກັບການສະເດັດມາຂອງພຣະເຈົ້າ ແລະ ແລະຮູ້ສຶກໄດ້ຮັບແຮງບັນດານໃຈໃນທັນທີຈົນຂ້ອຍພຽງແຕ່ສືບຕໍ່ອະທິຖານຕໍ່ໄປ. ຂ້ອຍມີຄວາມຕັ້ງໃຈທີ່ຈະທຸ້ມເທທັງໝົດທີ່ຂ້ອຍມີເຂົ້າໃນການຮ້ອງເພງ ແລະ ຟ້ອນລຳໃຫ້ອອກມາດີ. ພຣະເຈົ້າຊີ້ນຳຂ້ອຍເທື່ອລະເລັກລະນ້ອຍ ແລະ ສອງສາມເດືອນຫຼັງຈາກນັ້ນ ຂ້ອຍເລີ່ມຮູ້ສຶກສະບາຍໃຈກັບທຸກສິ່ງຫຼາຍຂຶ້ນ. ຂ້ອຍຍັງໄດ້ນຳພາອ້າຍເອື້ອຍນ້ອງໃນການຝຶກການສະແດງອອກຂອງພວກເຂົາ. ຂ້ອຍເລີ່ມຮູ້ສຶກຂ້ອນຂ້າງພໍໃຈກັບໂຕເອງ ໂດຍຄິດວ່າ “ການສະແດງອອກ ແລະ ການເຄື່ອນໄຫວຂອງຂ້ອຍໃນຕອນນີ້ເປັນຫຍັງບາງຢ່າງທີ່ດີແທ້ໆໃນຕອນນີ້. ຂ້ອຍຈະຖືກຈັດໃຫ້ຢູ່ທາງໜ້າທີ່ສຸດຢ່າງແນ່ນອນເມື່ອພວກເຮົາຖ່າຍທຳ ແລະ ເມື່ອອ້າຍເອື້ອຍນ້ອງຈາກເຮືອນເຫັນຂ້ອຍໃນນັ້ນ ພວກເຂົາກໍ່ຄົງຈະຕື່ນເຕັ້ນຫຼາຍ, ມີຄວາມສຸກຫຼາຍ. ຂ້ອຍພະນັນວ່າພວກເຂົາຈະອິດສາ ແລະ ໃຫ້ຄວາມເຄົາລົບແກ່ຂ້ອຍເຊັ່ນກັນ”. ຂ້ອຍຮູ້ສຶກດີຫຼາຍແທ້ໆທຸກຄັ້ງທີ່ຂ້ອຍຄິດເຖິງເລື່ອງນັ້ນ ແລະ ຂ້ອຍມີພະລັງທີ່ໄຮ້ຂອບເຂດສຳລັບໜ້າທີ່ຂອງຂ້ອຍ. ແມ່ນແຕ່ຕອນທີ່ພວກເຮົາຝຶກຊ້ອມຈົນຂ້ອຍຊຸ່ມໄປດ້ວຍເຫື່ອ ແລະ ຄວາມເຈັບປວດ, ຂ້ອຍກໍ່ຍັງບໍ່ໄດ້ພັກ. ຂ້ອຍຢ້ານວ່າ ຖ້າຂ້ອຍຍ່ອນຍານລົງ, ຂ້ອຍຈະບໍ່ຖືກຈັດວາງໃຫ້ຢູ່ທາງໜ້າ ແລະ ຂ້ອຍກໍຈະມີໂອກາດໜ້ອຍທີ່ຈະສະແດງຕົວເອງ. ຂ້ອຍຮູ້ວ່າຂ້ອຍຕ້ອງເຮັດໃຫ້ດີທີ່ສຸດບໍ່ວ່າມັນຈະຍາກພຽງໃດ ຫຼື ອິດເມື່ອຍພຽງໃດກໍຕາມ. ຜູ້ກຳກັບໄດ້ກຳນົດຕຳແໜ່ງຂອງພວກເຮົາຢູ່ເທິງເວທີເນື່ອງຈາກການຖ່າຍທຳໃກ້ເຂົ້າມາແລ້ວ. ດ້ວຍຄວາມຕື່ນເຕັ້ນ, ຂ້ອຍເປີດລາຍຊື່ຂອງນັກສະແດງ ແລະ ຊອກເບິ່ງຊື່ຂອງຂ້ອຍ, ແລ້ວເຫັນວ່າຂ້ອຍຢູ່ໃນແຖວທີເຈັດ. ໃນຕອນນັ້ນ ຂ້ອຍບໍ່ຢາກເຊື່ອສາຍຕາຕົວເອງ. ເປັນຫຍັງຂ້ອຍຈຶ່ງຖືກວາງໃຫ້ຢູ່ທາງຫຼັງຫຼັງ? ຜູ້ກຳກັບເຮັດຜິດບໍ? ການສະແດງອອກ ແລະ ການເຄື່ອນໄຫວຂອງຂ້ອຍກົງຈຸດ ແລະ ຂ້ອຍເຖິງກັບຊ່ວຍອ້າຍເອື້ອຍນ້ອງຝຶກຊ້ອມ. ຂ້ອຍຄິດວ່າຂ້ອຍຄວນຢູ່ໃນສອງສາມແຖວທຳອິດແທ້ໆ. ຂ້ອຍຈະສາມາດຢູ່ແຖວຫຼັງໄດ້ແນວໃດ? ຖ້າຂ້ອຍບໍ່ສາມາດຢູ່ໃນໜ້າຈໍ, ຖ້າບໍ່ມີສາກທີ່ຖ່າຍຂ້ອຍ, ຄົນອື່ນໆຈະບໍ່ເຫັນຂ້ອຍດ້ວຍຊ້ຳ. ຄວາມຄິດນັ້ນເຮັດໃຫ້ຂ້ອຍບໍ່ພໍໃຈແທ້ໆ. ໃນການຝຶກຊ້ອມຫຼັງຈາກນັ້ນ, ຂ້ອຍບໍ່ສາມາດຮວບຮວມຄວາມສຸກໃດໆໃນການຮ້ອງເພງ ຫຼື ພະລັງໃນການຟ້ອນລຳຂອງຂ້ອຍ. ຂ້ອຍຮູ້ສຶກບູດບຶ້ງຢູ່ສະເໝີ ໂດຍສະເພາະເມື່ອຂ້ານອຍເຫັນວ່າການສະແດງອອກ ແລະ ການເຄື່ອນໄຫວຂອງເອື້ອຍນ້ອງບໍ່ມີຫຍັງພິເສດ, ແຕ່ພວກເຂົາໄດ້ຢູ່ໃນສາມແຖວທຳອິດ. ຂ້ອຍບໍ່ເຂົ້າໃຈແທ້ໆ. ພວກເຂົາດີກວ່າຂ້ອຍແນວໃດ? ເປັນຫຍັງພວກເຂົາຈຶ່ງຖືກວາງໃຫ້ຢູ່ທາງໜ້າ ໃນຂະນະທີ່ຂ້ອຍຕິດຢູ່ທາງຫຼັງ? ຂ້ອຍເຕັມໄປດ້ວຍຄວາມອິດສາ ແລະ ບໍ່ສາມາດຍອມຮັບມັນໄດ້. ຂ້ອຍເຫັນວ່າ ໂດຍທົ່ວໄປແລ້ວ ອ້າຍເອື້ອຍນ້ອງບາງຄົນທີ່ຝຶກຝົນໄດ້ດີກວ່າຂ້ອຍແຮງຢູ່ໄກອອກໄປທາງດ້ານຫຼັງ, ແຕ່ພວກເຂົາເບິ່ງສະບາຍໃຈໂດຍສິ້ນເຊີງໃນລະຫວ່າງການຊ້ອມ ຄືກັບວ່າບໍ່ໄດ້ສົ່ງຜົນກະທົບຫຍັງຕໍ່ພວກເຂົາເລີຍ. ຂ້ອຍສັບສົນ: ແມ່ນແຕ່ຢູ່ທາງຫຼັງ, ພວກເຂົາກໍເຊື່ອຟັງ ແລະ ເຮັດໜ້າທີ່ຂອງພວກເຂົາຢ່າງຫ້າວຫັນ, ແລ້ວເປັນຫຍັງຈຶ່ງຍາກຫຼາຍແທ້ສຳລັບຂ້ອຍ ແລະ ເປັນຫຍັງຂ້ອຍຈຶ່ງບໍ່ສາມາດຍອມອ່ອນນ້ອມໄດ້? ຂ້ອຍເປັນຄົນບໍ່ສົມເຫດສົມຜົນແທ້ໆບໍ? ໃນຈຸດນັ້ນ ຂ້ອຍຮູ້ສຶກຕຳນິໂຕເອງ, ແຕ່ຂ້ອຍກໍ່ຍັງບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ທົບທວນໂຕເອງ. ຂ້ອຍຍັງບໍ່ສາມາດຂ້າມຜ່ານບ່ອນທີ່ຂ້ອຍຖືກຈັດວາງໃຫ້ຢູ່ໃນແຖວໄດ້.

ສອງສາມມື້ຕໍ່ມາ ຜູ້ກຳກັບເຮັດການປ່ຽນແປງບາງຢ່າງໃນລາຍຊື່ຜູ້ສະແດງຕົວຈິງ. ຂ້ອຍຮູ້ສຶກໄດ້ເຖິງຄື້ນແຮງແຫ່ງຄວາມປິຕິຍິນດີຢ່າງລັບໆ ແລະ ສົງໄສວ່າຂ້ອຍຈະຖືກຍ້າຍໄປຂ້າງໜ້າ ຫຼື ບໍ່. ແຕ່ເມື່ອຂ້ອຍເຫັນມັນ, ຂ້ອຍຢາກຮ້ອງໄຫ້ແທ້ໆ. ຂ້ອຍຖືກວາງໃຫ້ຢູ່ແຖວສຸດທ້າຍ ແລະ ສຸດຂອບບ່ອນທີ່ກ້ອງເກືອບຈະເບິ່ງບໍ່ເຫັນຂ້ອຍ. ສິ່ງທີ່ຂ້ອຍພົບ ເຊິ່ງບໍ່ໜ້າເຊື່ອຍິ່ງຂຶ້ນຄື ເອື້ອຍນ້ອງບາງຄົນທີ່ບໍ່ໄດ້ຝຶກຊ້ອມມາດົນໄດ້ຖືກວາງໃຫ້ຢູ່ທາງໜ້າຂ້ອຍ. ຂ້ອຍສັບສົນວຸ້ນວາຍທີ່ສຸດ ແລະ ຮູ້ສຶກເສຍສົມດຸນ. ຂ້ອຍໄດ້ເຮັດວຽກຢ່າງໜັກໃນການຝຶກຊ້ອມການສະແດງອອກ ແລະ ການເຄື່ອນໄຫວຂອງຂ້ອຍ ເພື່ອວ່າຂ້ອຍຈະສາມາດຢູ່ໃນລະຄອນ, ແລ້ວເປັນຫຍັງຂ້ອຍຈຶ່ງຖືກຈັດໃຫ້ຢູ່ໃນມຸມທີ່ຄຸມເຄືອໂດຍບໍ່ມີໂອກາດສະແດງໜ້າແມ່ນແຕ່ໜ້ອຍເລີຍ? ຂ້ອຍເປັນໄດ້ພຽງຕົວປະກອບສາກ! ແມ່ນຫຍັງຄືປະເດັນໃນການຢູ່ໃນການສະແດງ? ຖ້າຂ້ອຍຮູ້ມາກ່ອນ, ຂ້ອຍຄົງຈະບໍ່ເຮັດວຽກຢ່າງໜັກໃນການຝຶກຊ້ອມ. ຂ້ອຍຮູ້ສຶກຄືກັບວ່າ ຂ້ອຍກຳລັງແຕກສະຫຼາຍ ແລະ ບໍ່ສາມາດຍອມຮັບຄວາມຈິງນີ້ໄດ້. ໃນອີກສອງສາມມື້ຂ້າງໜ້າຂອງການຝຶກຊ້ອມ, ຂ້ອຍລົງເອີຍດ້ວຍການເຮັດໃຫ້ຂໍ້ຕີນເຄັດ. ຂ້ອຍຄິດວ່າ “ຕອນນີ້ ເມື່ອຂໍ້ຕີນຂອງຂ້ອຍເຄັດ ຂ້ອຍສາມາດພັກໄດ້ແລ້ວ ແລະ ບໍ່ຈຳເປັນຕ້ອງແລ່ນໄປທົ່ວທຸກໆມື້. ຂ້ອຍຢູ່ທາງຫຼັງບ່ອນທີ່ບໍ່ມີໃຜສາມາດເຫັນຂ້ອຍໄດ້ຢູ່ແລ້ວ. ເປັນຫຍັງຕ້ອງເຮັດວຽກຢ່າງໜັກ?” ຂ້ອຍເລີ່ມມາຊ້າ ແລະ ອອກເມືອໄວ ແລະເມື່ອການຝຶກຊ້ອມໜັກຂຶ້ນ ຂ້ອຍກໍ່ພັກຢູ່ດ້ານປີກ. ເມື່ອເຫັນເຊັ່ນນີ້, ເອື້ອຍນ້ອງສອງສາມຄົນເຕືອນຂ້ອຍ “ພວກເຮົາເກືອບຈະຖ່າຍທຳແລ້ວ. ຖ້າເຈົ້າບໍ່ໃຊ້ມື້ວັນເຫຼົ່ານີ້ໃນການຝຶກຊ້ອມ, ເຈົ້າກໍຈະເຂົ້າກັບຄົນອື່ນບໍ່ໄດ້. ພວກເຮົາບໍ່ສາມາດລາກຕີນຂອງພວກເຮົາໄດ້”. ການໄດ້ຍິນແບບນີ້ກໍ່ຮູ້ສຶກບໍ່ສະບາຍໃຈເລັກນ້ອຍ ແລະ ຂ້ອຍກໍ່ຮູ້ສຶກບໍ່ດີ. ຂ້ອຍຮູ້ວ່າພວກເຮົາຈະຖືກຖ່າຍທຳໃນອີກ 20 ມື້, ດັ່ງນັ້ນ ຖ້າຂ້ອຍບໍ່ທຸ້ມເທໃນການຝຶກຊ້ອມ, ໂຄງການທັງໝົດກໍ່ຈະຊັກຊ້າ. ຂ້ອຍກຳລັງຈະກໍ່ໃຫ້ເກີດການລົບກວນ. ຂ້ອຍມີຄວາມຮູ້ສຶກຢ້ານນີ້ໃນທັນທີ. ຂ້ອຍຊົ່ວຊ້າປານນັ້ນໄດ້ແນວໃດ? ຜ່ານການທົບທວນເທົ່ານັ້ນ ຂ້ອຍຈຶ່ງໄດ້ຮັບຮູ້ວ່າຂ້ອຍໄດ້ສ້າງຂໍ້ອ້າງ ແລະ ຕໍ່ຕ້ານ ແລະ ຂ້ອຍສູນເສຍແຮງຜັກດັນຕໍ່ໜ້າທີ່ຂອງຂ້ອຍນັບຕັ້ງແຕ່ທີ່ຂ້ອຍຖືກຈັດໃຫ້ຢູ່ທາງຫຼັງ ແລະ ຈະບໍ່ມີໂອກາດທີ່ຈະສະແດງອອກ. ຂ້ອຍພຽງແຕ່ເຮັດໃນລະດັບທີ່ຕ່ຳທີ່ສຸດເທົ່ານັ້ນ, ເຮັດພໍເປັນພິທີ. ຂ້ອຍກຳລັງຕໍ່ຕ້ານພຣະເຈົ້າ ແລະ ເປັນປໍລະປັກ. ອາການຂໍ້ຕີນເຄັດຂອງຂ້ອຍຮ້າຍແຮງຂຶ້ນເລື້ອຍໆ ເຊິ່ງອາດແມ່ນການທີ່ພຣະເຈົ້າກຳລັງລົງວິໄນຂ້ອຍຢູ່. ຖ້າຂ້ອຍຍັງດື້ດ້ານຕໍ່ໄປ, ບໍ່ວ່າຂ້ອຍສາມາດສະແດງອອກໄດ້ ຫຼື ບໍ່ກໍຕາມ, ຂ້ອຍອາດບໍ່ສາມາດໄດ້ກັບຂຶ້ນເທິງເວທີ ແລະ ແລ້ວຂ້ອຍກໍຈະເຖິງກັບສູນເສຍໜ້າທີ່ຂອງຂ້ອຍ. ໃນຄວາມເຈັບປວດ ແລະ ການຕຳນິໂຕເອງຂອງຂ້ອຍ, ໃນຄືນນັ້ນ ຂ້ອຍຄຸເຂົ່າລົງ ອະທິຖານຫາພຣະເຈົ້າວ່າ “ໂອ ພຣະເຈົ້າ, ຂ້ານ້ອຍເສຍໃຈແທ້ໆນັບຕັ້ງແຕ່ທີ່ຂ້ານ້ອຍເຫັນວ່າຕົນເອງຖືກວາງໃຫ້ຢູ່ທາງຫຼັງ ແລະ ຂ້ານ້ອຍບໍ່ໄດ້ສາມາດອ່ອນນ້ອມ, ເຕັມໄປດ້ວຍການຈົ່ມຕໍ່ວ່າ ແລະ ໄດ້ເຮັດໜ້າທີ່ຂອງຂ້ານ້ອຍບໍ່ໄດ້ດີ ແລະ ປະລະໜ້າວຽກ. ຂ້ານ້ອຍເຫັນວ່າຂ້ານ້ອຍກະບົດສ່ຳໃດ, ຂ້ານ້ອຍໄດ້ເຮັດໃຫ້ພຣະອົງຜິດຫວັງສ່ຳໃດ. ພຣະເຈົ້າ, ກະລຸນານຳພາຂ້ານ້ອຍໃຫ້ອອກຈາກສະພາວະນີ້ດ້ວຍເທີ້ນ”.

ແລ້ວຂ້ອຍກໍ່ອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າ: “ທັນທີທີ່ມັນສໍາຜັດກັບຕໍາແໜ່ງ, ໃບໜ້າ ຫຼື ຊື່ສຽງ, ຫົວໃຈຂອງທຸກຄົນເຕັ້ນແຮງຢ່າງຄາດບໍ່ເຖິງ ແລະ ພວກເຈົ້າແຕ່ລະຄົນກໍຢາກໂດດເດັ່ນ, ມີຊື່ສຽງ ແລະ ເປັນທີ່ຮັບຮູ້ຢູ່ສະເໝີ. ທຸກຄົນບໍ່ເຕັມໃຈທີ່ຈະຍອມແພ້, ແຕ່ກັບປາຖະໜາທີ່ຈະໂຕ້ຖຽງຢູ່ສະເໝີ. ເຖິງແມ່ນວ່າການໂຕ້ຖຽງກັນເປັນສິ່ງທີ່ໜ້າອາຍ ແລະ ບໍ່ໄດ້ຮັບອະນຸຍາດຢູ່ໃນເຮືອນຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ຖ້າບໍ່ມີການໂຕ້ຖຽງກັນ, ເຈົ້າກໍຍັງບໍ່ພໍໃຈ. ເມື່ອເຈົ້າເຫັນຄົນໃດໜຶ່ງໂດດເດັ່ນ, ເຈົ້າຮູ້ສຶກອິດສາ, ກຽດຊັງ ແລະ ມັນບໍ່ຍຸຕິທຳ. ‘ເປັນຫຍັງຂ້ອຍຈຶ່ງບໍ່ສາມາດໂດດເດັ່ນໄດ້? ເປັນຫຍັງຄົນຜູ້ນັ້ນຈຶ່ງໂດດເດັ່ນສະເໝີ ແລະ ມັນບໍ່ເຄີຍເປັນທີຂອງຂ້ອຍຈັກເທື່ອ?’ ຈາກນັ້ນເຈົ້າກໍຮູ້ສຶກເຖິງຄວາມຂຸນເຄື່ອງໃຈບາງຢ່າງ. ເຈົ້າພະຍາຍາມທີ່ຈະປາບມັນ, ແຕ່ເຈົ້າເຮັດບໍ່ໄດ້. ເຈົ້າອະທິຖານຫາພຣະເຈົ້າ ແລະ ຮູ້ສຶກດີຂຶ້ນຊົ່ວໄລຍະໜຶ່ງ, ແຕ່ເມື່ອເຈົ້າຜະເຊີນໜ້າກັບສະຖານະການແບບນີ້ອີກ, ເຈົ້າກໍບໍ່ສາມາດເອົາຊະນະມັນໄດ້. ນີ້ບໍ່ໄດ້ສະແດງເຖິງວຸດທິພາວະຄວາມບໍ່ເປັນຜູ້ໃຫຍ່ບໍ? ການທີ່ຄົນໆໜຶ່ງກຳລັງຕົກຢູ່ໃນສະພາວະເຊັ່ນນີ້ເປັນກັບດັກບໍ? ສິ່ງເຫຼົ່ານີ້ເປັນໂສ້ລ່າມແຫ່ງທຳມະຊາດອັນເສື່ອມຊາມຂອງຊາຕານທີ່ຜູກມັດມະນຸດ. ຖ້າບຸກຄົນໃດໜຶ່ງປະຖິ້ມອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້, ລາວຈະບໍ່ເປັນອິດສະຫຼະ ແລະ ຖືກປົດປ່ອຍບໍ? ໃຫ້ຄິດແບບນີ້: ຫຼີກລ່ຽງທີ່ຈະຕົກລົງສູ່ສະພາວະທີ່ບັງບຽດຄົນອື່ນເພື່ອຮັບເອົາຄວາມໂດດເດັ່ນ ແລະ ກຳໄລ, ເພື່ອເຮັດໃຫ້ຕົນເອງເປັນອິດສະຫຼະຈາກສະພາວະທີ່ເສື່ອມຊາມເຫຼົ່ານີ້, ປົດປ່ອຍເຈົ້າເອງໃຫ້ຫຼຸດພົ້ນຈາກຄວາມຕຶງຄຽດ ແລະ ໂສ້ຂອງສະຖານະ ແລະ ຊື່ສຽງ, ເຈົ້າຕ້ອງເຂົ້າໃຈຄວາມຈິງອັນໃດ? ເຈົ້າຕ້ອງມີຄວາມຈິງອັນໃດເພື່ອຮັບເອົາອິດສະຫຼະພາບ ແລະ ການປົດປ່ອຍ? ກ່ອນອື່ນ, ເຈົ້າຕ້ອງເຫັນວ່າຊາຕານໃຊ້ສະຖານະ ແລະ ຊື່ສຽງເພື່ອເຮັດໃຫ້ຜູ້ຄົນເສື່ອມຊາມ, ເຮັດໃຫ້ພວກເຂົາຕິດກັບດັກ, ຂົ່ມເຫັງພວກເຂົາ, ເຮັດໃຫ້ພວກເຂົາເສື່ອມຖອຍລົງ ແລະ ຈົມລົງສູ່ຄວາມຜິດບາບ; ຍິ່ງໄປກວ່ານັ້ນ, ໂດຍການຍອມຮັບຄວາມຈິງເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດປະຖິ້ມ, ສາມາດໂຍນຖິ້ມຊື່ສຽງໄດ້... ບໍ່ດັ່ງນັ້ນ, ຍິ່ງເຈົ້າດິ້ນຮົນຫຼາຍສ່ຳໃດ, ຄວາມມືດມົນຍິ່ງອ້ອມຮອບ ເຈົ້າຫຼາຍຂຶ້ນ ແລະ ເຈົ້າຍິ່ງຮູ້ສຶກອິດສາ ແລະ ກຽດຊັງຫຼາຍຂຶ້ນ ແລະ ຄວາມປາຖະໜາຢາກໄດ້ຂອງເຈົ້າຍິ່ງແຂງແກ່ນຂຶ້ນສ່ຳນັ້ນ. ຍິ່ງຄວາມປາຖະໜາຢາກໄດ້ຂອງເຈົ້າແຂງແກ່ນຂຶ້ນສ່ຳໃດ, ເຈົ້າຍິ່ງມີຄວາມສາມາດໜ້ອຍລົງສ່ຳນັ້ນ ແລະ ເນື່ອງຈາກເຈົ້າໄດ້ຮັບໜ້ອຍລົງ, ຄວາມກຽດຊັງຂອງເຈົ້າຈະເພີ່ມຂຶ້ນ. ເນື່ອງຈາກວ່າຄວາມກຽດຊັງຂອງເຈົ້າເພີ່ມຂຶ້ນ, ເຈົ້າຈະມືດມົນຢູ່ພາຍໃນຫຼາຍຂຶ້ນ. ຍິ່ງເຈົ້າມືດມົນຢູ່ພາຍໃນຫຼາຍຂຶ້ນສ່ຳໃດ, ເຈົ້າຍິ່ງຈະປະຕິບັດໜ້າທີ່ຂອງເຈົ້າບໍ່ໄດ້ດີຫຼາຍສ່ຳນັ້ນ; ຍິ່ງເຈົ້າປະຕິບັດໜ້າທີ່ຂອງເຈົ້າບໍ່ໄດ້ດີຫຼາຍສ່ຳໃດ, ເຈົ້າຍິ່ງເປັນປະໂຫຍດໜ້ອຍລົງສ່ຳນັ້ນ. ນີ້ແມ່ນວົງຈອນຊົ່ວຮ້າຍທີ່ເຊື່ອມໂຍງກັນ. ຖ້າເຈົ້າບໍ່ສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້ດີຈັກເທື່ອ, ເຈົ້າຈະຖືກກຳຈັດເທື່ອລະໜ້ອຍ(ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ສິ່ງນີ້ປຸກຂ້ອຍໃຫ້ຕື່ນຂຶ້ນເລັກນ້ອຍ. ພຣະທຳຂອງພຣະເຈົ້າເປີດເຜີຍສະພາວະຂອງຂ້ອຍເອງໄດ້ຢ່າງຊັດເຈນ. ຫຼັງຈາກທີ່ຂ້ອຍເຂົ້າຮ່ວມກຸ່ມນັກຮ້ອງປະສານສຽງ ແລະ ເຫັນວ່າຂ້ອຍຄຸ້ນເຄີຍກັບກິດຈະກຳປົກກະຕິຫຼາຍຂຶ້ນ ແລະ ຂ້ອຍກຳລັງນຳພາຄົນອື່ນເພື່ອຝຶກຝົນການສະແດງອອກຂອງພວກເຂົາ, ຂ້ອຍເລີ່ມຮູ້ສຶກວ່າຂ້ອຍສະແດງໄດ້ດີກວ່າພວກເຂົາ ແລະ ຂ້ອຍຈະໄດ້ຢູ່ທາງໜ້າສຳລັບການຖ່າຍທຳ. ຂ້ອຍເຕັມໄປດ້ວຍພະລັງໃນການເຮັດໜ້າທີ່ຂອງຂ້ອຍ ເມື່ອຂ້ອຍຄິດວ່າຂ້ອຍຈະຖືກຖ່າຍທຳ, ຂ້ອຍສາມາດສະແດງອອກໄດ້. ຂ້ອຍດີໃຈທີ່ໄດ້ເຮັດວຽກໜັກ ແລະ ເຮັດໃຫ້ໂຕເອງອິດເມື່ອຍ ແລະ ຂ້ອຍພຽງແຕ່ສຸມໃສ່ການສະແດງອອກ ແລະ ການເຄື່ອນໄຫວຂອງຂ້ອຍ. ແຕ່ເມື່ອຕຳແໜ່ງຂອງຂ້ອຍລົງເອີຍດ້ວຍການຢູ່ທາງຫຼັງຫຼາຍຂຶ້ນເລື້ອຍໆ, ຄວາມຫວັງໃນການສະແດງອອກຂອງຂ້ອຍກໍ່ໝົດດໄປ. ຂ້ອຍຕໍ່ຕ້ານຕໍ່ການຈັດແຈງຂອງຜູ້ກຳກັບ ແລະ ຂ້ອຍປະຕິເສດທີ່ຈະຍອມຮັບບັນດາຜູ້ທີ່ຢູ່ທາງໜ້າ. ຂ້ອຍອິດສາພວກເຂົາ. ຂ້ອຍເຂົ້າໃຈຜິດ ແລະ ຈົ່ມຕໍ່ວ່າ, ຂ້ອຍຮູ້ສຶກວ່າມັນບໍ່ຍຸຕິທຳ, ຂ້ອຍພະຍາຍາມຫາເຫດຜົນ ແລະ ບໍ່ເຫັນດີຢ່າງແຮງກັບພຣະເຈົ້າ, ກາຍເປັນຄົນຄິດລົບ ແລະ ປະລະໃນໜ້າທີ່ຂອງຂ້ອຍ. ຂ້ອຍເຖິງກັບເສຍດາຍຄວາມພະຍາຍາມທີ່ຂ້ອຍໄດ້ທຸ້ມເທໃຫ້ກັບການຝຶກຊ້ອມ. ເມື່ອຂ້ອຍທົບທວນແຮງຈູງໃຈ ແລະ ພຶດຕິກຳຂອງຂ້ອຍ, ຂ້ອຍເຫັນວ່າ ຂ້ອຍບໍ່ໄດ້ກຳລັງປະຕິບັດໜ້າທີ່ຂອງຂ້ອຍໂດຍຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ ຫຼື ເພື່ອເປັນພະຍານໃຫ້ແກ່ພຣະອົງ. ກົງກັນຂ້າມ, ຂ້ອຍຕ້ອງການໂອກາດນັ້ນເພື່ອເຮັດໃຫ້ຕົນເອງໂດດເດັ່ນ, ເພື່ອໃຫ້ຄົນອື່ນແນມເບິ່ງຂ້ອຍ. ຂ້ອຍບໍ່ໄດ້ກຳລັງຕໍ່ສູ້ເພື່ອຊື່ສຽງ ແລະ ສະຖານະຂອງຂ້ອຍເອງບໍ? ຂ້ອຍເຫັນແກ່ໂຕ ແລະ ໜ້າລັງກຽດຫຼາຍ! ໂອກາດທີ່ຈະເຂົ້າຮ່ວມກຸ່ມນັກຮ້ອງປະສານສຽງແມ່ນການທີ່ພຣະເຈົ້າຍົກຂ້ອຍຂຶ້ນ, ແຕ່ໂດຍປາສະຈາກຄວາມສຳນຶກ ແລະ ເຫດຜົນ, ຂ້ອຍບໍ່ໄດ້ຄິດວ່າຈະເຮັດໜ້າທີ່ຂອງຂ້ອຍໃຫ້ດີ ແລະ ເຮັດໃຫ້ພຣະເຈົ້າພໍໃຈໄດ້ແນວໃດ. ກົງກັນຂ້າມ, ຂ້ອຍພຽງແຕ່ຕໍ່ສູ້ເພື່ອໃຫ້ໄດ້ສະແດງອອກ. ຂ້ອຍອາລົມເສຍ ແລະ ຈົ່ມຕໍ່ວ່າ ເມື່ອບໍ່ສາມາດສະແດງອອກໄດ້. ຂ້ອຍຕົກຢູ່ໃນສະພາວະທີ່ມືດມົນຫຼາຍຂຶ້ນເລື້ອຍໆ. ຂ້ອຍລົງເອີຍດ້ວຍການເຮັດໜ້າທີ່ຂອງຕົນບໍ່ໄດ້ດີ ແລະ ສິ່ງນີ້ເຮັດໃຫ້ພຣະເຈົ້າກຽດຊັງ. ຂ້ອຍບໍ່ໄດ້ຕົກລົງໄປໃນເສັ້ນໃຍຂອງຊາຕານແລ້ວບໍ? ຂ້ອຍຄິດເຖິງບັນດາອ້າຍເອື້ອຍນ້ອງທັງໝົດທີ່ເຮັດໜ້າທີ່ຂອງພວກເຂົາຢູ່ຫຼັງສາກ, ຜູ້ທີ່ບໍ່ໄດ້ຂຶ້ນເທິງເວທີ, ແຕ່ພວກເຂົາເຮັດວຽກໜັກໂດຍບໍ່ໄດ້ຈົ່ມຕໍ່ວ່າ, ຍຶດໝັ້ນກັບໜ້າທີ່ຂອງພວກເຂົາຢ່າງໜັກແໜ້ນ. ຂ້ອຍບໍ່ມີຫຍັງທຽບກັບພວກເຂົາໄດ້ເລີຍ. ຂ້ອຍຮູ້ສຶກວ່າຂ້ອຍເນລະຄຸນ ແລະ ຂ້ອຍເປັນໜີ້ພຣະເຈົ້າຫຼາຍແທ້ໆ. ຂ້ອຍບໍ່ໄດ້ຕ້ອງການທີ່ຈະກະບົດຕໍ່ໄປ. ຂ້ອຍຕ້ອງການທີ່ຈະກັບໃຈມາຫາພຣະເຈົ້າ.

ຫຼັງຈາກນັ້ນ, ຂ້ອຍອ່ານພຣະທຳເຫຼົ່ານີ້ຈາກພຣະເຈົ້າ: “ເຈົ້າຕ້ອງຮຽນຮູ້ທີ່ຈະປ່ອຍວາງ ແລະ ປະຖິ້ມສິ່ງເຫຼົ່ານີ້, ແນະນຳຄົນອື່ນ ແລະ ອະນຸຍາດໃຫ້ພວກເຂົາໂດດເດັ່ນ. ຢ່າດິ້ນຮົນ ຫຼື ຟ້າວຟັ່ງທີ່ຈະສວຍໂອກາດໃນທັນທີທີ່ເຈົ້າພົບກັບໂອກາດທີ່ຈະໂດດເດັ່ນ ຫຼື ໄດ້ຮັບຄວາມສະຫງ່າລາສີ. ເຈົ້າຕ້ອງຮຽນຮູ້ທີ່ຈະຖອຍອອກ, ແຕ່ເຈົ້າຕ້ອງບໍ່ເຮັດໃຫ້ການປະຕິບັດໜ້າທີ່ຂອງເຈົ້າຊັກຊ້າ. ຈົ່ງເປັນຄົນທີ່ເຮັດວຽກຢ່າງງຽບໆ ແລະ ຜູ້ທີ່ບໍ່ໂອ້ອວດກັບຄົນອື່ນໃນຂະນະທີ່ເຈົ້າປະຕິບັດໜ້າທີ່ຂອງເຈົ້າຢ່າງຈົ່ງຮັກພັກດີ. ຍິ່ງເຈົ້າປ່ອຍວາງສັກສີ ແລະ ສະຖານະຂອງເຈົ້າຫຼານສ່ຳໃດ ແລະ ຍິ່ງເຈົ້າປ່ອຍວາງຜົນປະໂຫຍດຂອງເຈົ້າເອງຫຼາຍສ່ຳໃດ, ເຈົ້າຍິ່ງເປັນສຸກຫຼາຍເທົ່ານັ້ນ ແລະ ພື້ນທີ່ໃນຫົວໃຈຂອງເຈົ້າຍິ່ງຈະເປີດກວ້າງຫຼາຍຂຶ້ນ ແລະ ສະພາວະຂອງເຈົ້າຍິ່ງຈະຂຶ້ນເທົ່ານັ້ນ. ຍິ່ງເຈົ້າດິ້ນຮົນ ແລະ ແຂ່ງຂັນຫຼາຍສ່ຳໃດ, ສະພາວະຂອງເຈົ້າຍິ່ງມືດມົນຫຼາຍຂຶ້ນເທົ່ານັ້ນ. ຖ້າເຈົ້າບໍ່ເຊື່ອມັນ, ກໍຈົ່ງລອງເບິ່ງ! ຖ້າເຈົ້າຢາກຫັນປ່ຽນສະພາວະແບບນີ້ ແລະ ບໍ່ຖືກຄວບຄຸມໂດຍສິ່ງເຫຼົ່ານີ້, ກ່ອນອື່ນ ເຈົ້າກໍຕ້ອງປ່ອຍວາງພວກມັນ ແລະ ສະຫຼະພວກມັນເສຍ(ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າມອບເສັ້ນທາງປະຕິບັດໃຫ້ແກ່ຂ້ອຍ. ເມື່ອໃດກໍຕາມທີ່ຂ້ອຍຕ້ອງການສະແດງອອກອີກ, ຂ້ອຍຕ້ອງອະທິຖານຫາພຣະເຈົ້າ ແລະ ປະຖິ້ມໂຕເອງ, ປ່ອຍວາງຄວາມປາຖະໜາຂອງຕົນເອງ ແລະ ຄິດໃຫ້ຫຼາຍຂຶ້ນວ່າຂ້ອຍຈະສາມາດປະຕິບັດໜ້າທີ່ຂອງຕົນໃຫ້ສອດຄ່ອງກັບຂໍ້ກຳນົດຂອງພຣະເຈົ້າໄດ້ແນວໃດ ແລະ ເຮັດໃຫ້ການເຄື່ອນໄຫວຂອງຂ້ອຍຖືກຕ້ອງ ແລะ ຮ້ອງເພງຂອງຕົນໃຫ້ດີ. ນີ້ແມ່ນສິ່ງທີ່ຂ້ອຍຕ້ອງເຮັດ. ຂ້ອຍຮັບຮູ້ວ່າໂອກາດຂອງຂ້ອຍທີ່ຈະມີສ່ວນໃນເພງແຫ່ງອານາຈັກແມ່ນການທີ່ຂ້ອຍຕ້ອງເຮັດໜ້າທີ່ຂອງສິ່ງຖືກສ້າງ, ບໍ່ວ່າຂ້ອຍຢູ່ທາງໜ້າ ຫຼື ທາງຫຼັງກໍຕາມ. ພຣະເຈົ້າບໍ່ໄດ້ຕັດສິນວ່າຜູ້ຄົນທຸ້ມເທກັບໜ້າທີ່ຂອງພວກເຂົາ ຫຼື ບໍ່ ໂດຍອີງໃສ່ຕຳແໜ່ງທີ່ພວກເຂົາຢືນໃນແຖວສະແດງ, ແຕ່ອີງໃສ່ຄວາມຈິງໃຈຂອງພວກເຂົາ ແລະ ບໍ່ວ່າພວກເຂົາປະຕິບັດຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະເຈົ້າ ຫຼື ບໍ່ກໍຕາມ. ຂ້ອຍຮູ້ສຶກສະບາຍໃຈຫຼາຍຂຶ້ນ ພາຍຫຼັງທີ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຂ້ອຍໄດ້ກ່າວຄຳອະທິຖານນີ້: “ພຣະເຈົ້າ, ຂ້ານ້ອຍບໍ່ຕ້ອງການທໍລະຍົດພຣະອົງອີກຕໍ່ໄປ. ບໍ່ວ່າຕຳແໜ່ງຂອງຂ້ານ້ອຍຈະຢູ່ບ່ອນໃດກໍ່ຕາມ, ເຖິງແມ່ນວ່າຈະຢູ່ຫຼັງສຸດ ບ່ອນທີ່ບໍ່ມີໃຜສາມາດເຫັນຂ້ານ້ອຍໄດ້, ຂ້ານ້ອຍຢາກເຮັດໜ້າທີ່ຂອງຕົນໃຫ້ດີເພື່ອເຮັດໃຫ້ພຣະອົງພໍໃຈ!”

ໃນການຝຶກຊ້ອມຫຼັງຈາກນັ້ນ, ຂ້ອຍຢູ່ສອງແຖວທາງຫຼັງຢູ່ສະເໝີ. ບາງຄັ້ງມັນປາກົດໃນຄວາມຄິດຂອງຂ້ອຍວ່າຂ້ອຍຈະບໍ່ໄດ້ຢູ່ໃນສາກຈັກເທື່ອ ຖ້າຖ່າຍແບບນັ້ນ, ບໍ່ມີໃຜຈະຊື່ມຊົມຂ້ອຍ ແລະ ຂ້ອຍກໍຈະຮູ້ສຶກຜິດຫວັງເລັກນ້ອຍ. ແຕ່ໃນເວລາເຫຼົ່ານັ້ນ ຂ້ອຍຟ້າວອະທິຖານຫາພຣະເຈົ້າ ແລະ ຂໍໃຫ້ພຣະອົງສະຫງົບຈິດໃຈຂອງຂ້ອຍ, ຂ້ອຍໄດ້ໄຕ່ຕອງວິທີການສະແດງສິ່ງທີ່ພຣະເຈົ້າຕ້ອງການກັບທຸກໆແຖວຂອງເນື້ອເພງທີ່ຂ້ອຍຮ້ອງ ແລະວິທີການຟ້ອນລຳຢ່າງມີພະລັງ ໂດຍອີງຕາມການອອກແບບທ່າຟ້ອນລໍາ. ເມື່ອຂ້ອຍເລີ່ມໃສ່ໃຈສິ່ງເຫຼົ່ານີ້, ຂ້ອຍຮູ້ສຶກໃກ້ຊິດກັບພຣະເຈົ້າຫຼາຍ ແລະ ຂ້ອຍບໍ່ສົນວ່າຂ້ອຍຖືກວາງໃຫ້ຢູ່ບ່ອນໃດ. ບໍ່ໜ້າເຊື່ອ, ເມື່ອພວກເຮົາໃກ້ຈະຖ່າຍທຳ, ຂ້ອຍເລີ່ມຖືກປ່ຽນໃຫ້ມາຢູ່ທາງໜ້າ ແລະ ຂ້ອຍໄດ້ຮັບສາກນ້ອຍໆໃນການຖ່າຍທຳເຊັ່ນກັນ. ຂ້ອຍຂອບໃຈພຣະເຈົ້າທີ່ມອບໂອກາດນັ້ນໃຫ້ຂ້ອຍໄດ້ປະຕິບັດ. ໃນຊ່ວງຫຼາຍວັນຂອງການຖ່າຍທຳສາກນັ້ນ, ຂ້ອຍຍຶດໝັ້ນໃນຄວາມຮູ້ສຶກຮູ້ບຸນຄຸນຂອງຂ້ອຍ. ຂ້ອຍເນັ້ນໃສ່ໃຈໃນທຸກຕອນ, ເພື່ອວ່າຂ້ອຍຈະບໍ່ເສຍໃຈໃນໜ້າທີ່ຂອງຂ້ອຍ. ສຳລັບສາກສຸດທ້າຍ, ຂ້ອຍຖືກວາງໃຫ້ຢູ່ທາງໜ້າໂດຍມີກ້ອງຢູ່ໃກ້ໆຂ້ອຍ. ຂ້ອຍບໍ່ຢາກເຊື່ອເລີຍແທ້ໆ. ຂ້ອຍຮູ້ສຶກເປັນກຽດຫຼາຍ. ຂ້ອຍຂອບໃຈພຣະເຈົ້າຊ້ຳແລ້ວຊ້ຳອີກ ແລະ ຕັ້ງໃຈທີ່ຈະເຮັດວຽກໃຫ້ດີ. ໃນຂະນະທີ່ຂ້ອຍຍ່າງຂຶ້ນໄປແຖວທຳອິດຢ່າງມີຄວາມສຸກ, ດອກໄຟເຫຼົ່ານັ້ນທັງໝົດກໍ່ສ່ອງແສງໃສ່ຂ້ອຍ ແລະ ກ້ອງກໍເລັງມາທີ່ຂ້ອຍ. ເອື້ອຍນ້ອງຄົນໜຶ່ງຟ້າວໄປຈັດເສື້ອຜ້າໃຫ້ຂ້ອຍ, ແຕ່ງໜ້າໃຫ້ຂ້ອຍ ແລະ ແປງຜົມໃຫ້ຂ້ອຍ. ຂ້ອຍມີຄວາມຮູ້ສຶກນີ້ຂຶ້ນມາທັນທີ ຄືກັບວ່າຂ້ອຍເປັນຈຸດສົນໃຈ, ທຸກຄົນແນມເບິ່ງຂ້ອຍ ແລະ ຂ້ອຍບໍ່ສາມາດອົດກັ້ນຄວາມຕື່ນເຕັ້ນຂອງຂ້ອຍໄວ້ໄດ້. ແມ່ນແຕ່ໃນຄວາມຝັນຂອງຂ້ອຍ, ຂ້ອຍບໍ່ເຄີຍຈິນຕະນາການວ່າໄດ້ຢູ່ໃນແຖວທຳອິດ. ຖ້າການຖ່າຍທຳອອກມາດີ, ຫຼາຍຄົນຈະເຫັນຂ້ອຍ ແລະ ຂ້ອຍຈະໄດ້ສ້າງຊື່ສຽງໃຫ້ໂຕເອງແທ້ໆ. ຄວາມຄິດນີ້ເຕີບໃຫຍ່ຂຶ້ນໃນໂຕຂ້ອຍແທ້ໆ. ເປັນຄວາມຮູ້ສຶກທີ່ບໍ່ອາດບັນລະຍາຍໄດ້. ເມື່ອມີຄວາມຄິດນັ້ນ ໃນທັນໃດນັ້ນ ຂ້ອຍໄດ້ຮັບຮູ້ວ່າຂ້ອຍບໍ່ໄດ້ຢູ່ໃນສະພາວະທີ່ຖືກຕ້ອງ ແລະ ຂ້ອຍຕ້ອງການອວດອ້າງອີກຄັ້ງ. ຂ້ອຍຟ້າວອະທິຖານຫາພຣະເຈົ້າ ແລະ ປະຖິ້ມໂຕເອງ, ແຕ່ຂ້ອຍຍັງບໍ່ສາມາດຢັບຢັ້ງຄວາມຄິດທີ່ບໍ່ຖືກຕ້ອງຂອງຂ້ອຍໄດ້ ແລະ ຂ້ອຍບໍ່ສາມາດສະຫງົບລົງໄດ້. ພວກເຮົາຖ່າຍທຳສອງ ຫຼື ສາມເທື່ອຕາມໆກັນ, ແຕ່ຂ້ອຍຍັງບໍ່ສາມາດສະແດງໃຫ້ເຂົ້າກັນໄດ້. ຈາກນັ້ນຜູ້ກຳກັບໄດ້ເຕືອນພວກເຮົາໃຫ້ເຂົ້າສູ່ກອບຄວາມຄິດທີ່ຖືກຕ້ອງ. ຂ້ອຍເລີ່ມກັງວົນວ່າຜູ້ກຳກັບໄດ້ເຫັນວ່າການສະແດງອອກຂອງຂ້ອຍບໍ່ປົກກະຕິ ແລະ ຈະວາງຂ້ອຍໄວ້ທາງຫຼັງອີກຄັ້ງ. ຂ້ອຍກັງວົນວ່າ ຂ້ອຍຈະສູນເສຍໂອກາດນັ້ນເພື່ອໃຫ້ຂ້ອຍໄດ້ສະແດງອອກ. ແຕ່ຂ້ອຍຮັບຮູ້ວ່າ ຂ້ອຍບໍ່ສາມາດຄິດເຖິງຜົນປະໂຫຍດຂອງຕົນເອງຢູ່ສະເໝີ ແລະ ຂ້ອຍຕ້ອງສຸມໃສ່ວ່າຈະດັດປັບສະພາວະຂອງຂ້ອຍແນວໃດເພື່ອໃຫ້ຂ້ອຍສາມາດເຮັດໜ້າທີ່ຂອງຂ້ອຍໄດ້ດີ. ມີການຕໍ່ສູ້ພາຍໃນນີ້ເກີດຂຶ້ນລະຫວ່າງການຕ້ອງການເຮັດໜ້າທີ່ຂອງຂ້ອຍໃຫ້ດີ ແລະ ການກັງວົນກ່ຽວກັບການສູນເສຍໂອກາດຂອງຂ້ອຍເພື່ອສະແດງອອກ. ມັນເຮັດໃຫ້ຂ້ອຍຮູ້ສຶກກະວົນກະວາຍຢ່າງບໍ່ໜ້າເຊື່ອ. ພວກເຮົາຖ່າຍທຳຫ້າຄັ້ງຕິດຕໍ່ກັນ, ແຕ່ຂ້ອຍຍັງບໍ່ສາມາດເຮັດໄດ້ ແລະ ຂ້ອຍເບິ່ງແຂງແທ້ໆ. ຂ້ອຍເຫັນເອື້ອຍນ້ອງຄົນອື່ນລ້ວນລົມກັນຢ່າງຕື່ນເຕັ້ນກ່ຽວກັບສິ່ງທີ່ພວກເຂົາໄດ້ຮຽນຮູ້ຫຼັງການຖ່າຍທຳ ແລະ ບາງຄົນກໍ່ໄດ້ຮັບການດົນບັນດານໃຈຫຼາຍຈົນພວກເຂົາຮ້ອງໄຫ້, ແຕ່ຂ້ອຍຍັງບໍ່ສາມາດຟື້ນຟູຈິດໃຈຂອງຂ້ອຍໄດ້. ຂ້ອຍຮູ້ສຶກທໍ້ແທ້ຫຼາຍ ແລະ ຟ້າວອອກໄປ.

ຕອນຍ່າງກັບ, ຂ້ອຍຮູ້ສຶກເສຍໃຈຫຼາຍທີ່ເຮັດບໍ່ໄດ້ດີໃນການຖ່າຍທຳ. ຄົນອື່ນທຸກຄົນໄດ້ມອບຫົວໃຈທີ່ຊື່ສັດຂອງພວກເຂົາໃຫ້ແກ່ພຣະເຈົ້າ ແລະ ຮອຍຍິ້ມທີ່ໄຮ້ດຽງສາ, ແຕ່ຂ້ອຍໝົກໝົ້ນຢູ່ກັບການໂອ້ອວດ. ຜົນງານຂອງຂ້ອຍບໍ່ດີພໍທີ່ຈະເປັນພະຍານໃຫ້ແກ່ພຣະເຈົ້າເລີຍ ແລະ ພຣະເຈົ້າບໍ່ສາມາດເຫັນດີກັບໜ້າທີ່ຂອງຂ້ອຍໄດ້. ໃນຈຸດນັ້ນ, ຂ້ອຍຢາກຮ້ອງໄຫ້ແທ້ໆ. ຂ້ອຍເວົ້າກັບພຣະເຈົ້າວ່າ “ພຣະເຈົ້າ, ຂ້ານ້ອຍເສຍໃຈກັບສາກສຸດທ້າຍນີ້. ຂ້ານ້ອຍບໍ່ຕ້ອງການທີ່ຈະໂອ້ອວດອີກຕໍ່ໄປແລ້ວ ແລະ ຢາກໄປຢູ່ແຖວຫຼັງຂອງເວທີ, ຢູ່ໃນມຸມທີ່ບໍ່ມີໃຜສາມາດເຫັນຂ້ານ້ອຍ, ແມ່ນແຕ່ກ້ອງກໍ່ບໍ່ເຫັນຂ້ານ້ອຍ. ຕາບໃດທີ່ຂ້ານ້ອຍມີຫົວໃຈທີ່ທຳມະດາ ແລະ ຊື່ສັດທີ່ຈະຮ້ອງເພງເພື່ອພຣະອົງຢ່າງແທ້ຈິງ. ຂ້ານ້ອຍຈະຮູ້ສຶກມີຄວາມສຸກ ແລະ ສະຫງົບສຸກ ແລະ ຂ້ານ້ອຍຈະບໍ່ຮູ້ສຶກຖືກກ່າວຫາອີກເລີຍ. ແຕ່ມັນຊ້າເກີນໄປແລ້ວ ແລະ ຂ້ານ້ອຍບໍ່ສາມາດຊົດໃຊ້ສິ່ງທີ່ຂ້ານ້ອຍເປັນໜີ້ໄດ້”. ຍິ່ງຂ້ອຍຄິດເຖິງມັນຫຼາຍເທົ່າໃດ ຂ້ອຍຍິ່ງຮູ້ສຶກເສຍໃຈຫຼາຍເທົ່ານັ້ນ, ຮູ້ສຶກເສຍໃຈໃນວິທີການທີ່ຂ້ອຍໄດ້ປະຕິບັດໜ້າທີ່ຂອງຕົນ.

ຕໍ່ມາ, ຂ້ອຍສະຫງົບຈິດໃຈຂອງຂ້ອຍ ແລະ ເລີ່ມຄິດທົບທວນ. ເປັນຫຍັງຄວາມປາຖະໜາຂອງຂ້ອຍທີ່ຈະສະແດງອອກ ແລະ ໂດດເດັ່ນແຮງຫຼາຍຈົນການປະຖິ້ມເນື້ອໜັງ ແລະ ການປະຕິບັດຄວາມຈິງເປັນເລື່ອງທີ່ຍາກຫຼາຍ? ຂ້ອຍອ່ານຂໍ້ຄວາມນີ້ໃນພຣະທຳຂອງພຣະເຈົ້າ: “ສິ່ງທີ່ເຈົ້າມັກ, ສິ່ງທີ່ເຈົ້າໃຫ້ຄວາມສຳຄັນ, ສິ່ງທີ່ເຈົ້າບູຊາ, ສິ່ງທີ່ເຈົ້າອິດສາ ແລະ ສິ່ງທີ່ເຈົ້າຄິດເຖິງໃນຫົວໃຈຂອງເຈົ້າທຸກມື້ ແມ່ນລ້ວນແລ້ວແຕ່ເປັນຕົວແທນໃຫ້ແກ່ທຳມະຊາດຂອງເຈົ້າ. ຄວາມຫຼົງໄຫຼໃນສິ່ງທາງໂລກແມ່ນພຽງພໍທີ່ຈະພິສູດວ່າ ທຳມະຊາດຂອງເຈົ້າມັກຄວາມບໍ່ຊອບທຳ ແລະ ໃນສະຖານະການທີ່ຮ້າຍແຮງ ທຳມະຊາດຂອງເຈົ້າແມ່ນຊົ່ວຮ້າຍ ແລະ ບໍ່ສາມາດປິ່ນປົວໄດ້. ເຈົ້າຄວນວິເຄາະທຳມະຊາດຂອງເຈົ້າໃນລັກສະນະນີ້; ກວດສອບສິ່ງທີ່ເຈົ້າມັກ ແລະ ສິ່ງທີ່ເຈົ້າປະຖິ້ມໃນຊີວິດຂອງເຈົ້າ. ເຈົ້າອາດດີກັບບາງຄົນໃນຊ່ວງເວລາໃດໜຶ່ງ, ແຕ່ສິ່ງນີ້ກໍບໍ່ໄດ້ພິສູດວ່າ ເຈົ້າມັກພວກເຂົາ. ສິ່ງທີ່ເຈົ້າມັກຢ່າງແທ້ຈິງແມ່ນສິ່ງທີ່ຢູ່ໃນທຳມະຊາດຂອງເຈົ້າ; ເຖິງແມ່ນວ່າກະດູກຂອງເຈົ້າຫັກ, ເຈົ້າກໍຍັງຈະເພີດເພີນກັບມັນ ແລະ ບໍ່ສາມາດປະຖິ້ມມັນໄດ້ຈັກເທື່ອ. ສິ່ງນີ້ບໍ່ໄດ້ງ່າຍທີ່ຈະປ່ຽນແປງ(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ສິ່ງທີ່ຄວນຮູ້ກ່ຽວກັບການປ່ຽນແປງອຸປະນິໄສຂອງຄົນໃດໜຶ່ງ). “ນອກຈາກການຄົ້ນພົບສິ່ງຕ່າງໆທີ່ຜູ້ຄົນຫຼົງມັກໃນທຳມະຊາດຂອງພວກເຂົາ, ລັກສະນະອື່ນໆທີ່ກ່ຽວຂ້ອງກັບທຳມະຊາດຂອງພວກເຂົາກໍ່ຍັງຈຳເປັນຕ້ອງຖືກຂຸດອອກ. ຕົວຢ່າງເຊັ່ນ: ມຸມມອງຂອງຜູ້ຄົນໃນສິ່ງຕ່າງໆ, ວິທີການ ແລະ ເປົ້າໝາຍຂອງຜູ້ຄົນໃນຊີວິດ, ຄຸນຄ່າໃນຊີວິດຂອງຜູ້ຄົນ ແລະ ມຸມມອງຕໍ່ຊີວິດ, ພ້ອມທັງມຸມມອງຕໍ່ທຸກສິ່ງທີ່ກ່ຽວຂ້ອງກັບຄວາມຈິງ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນສິ່ງທີ່ຝັງເລິກຢູ່ພາຍໃນຈິດວິນຍານຂອງຜູ້ຄົນ ແລະ ພວກມັນມີຄວາມສຳພັນໂດຍກົງກັບການປ່ຽນແປງອຸປະນິໄສ(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ສິ່ງທີ່ຄວນຮູ້ກ່ຽວກັບການປ່ຽນແປງອຸປະນິໄສຂອງຄົນໃດໜຶ່ງ). ພຣະທຳຂອງພຣະເຈົ້າຊ່ວຍຂ້ອຍໃຫ້ເຂົ້າໃຈວ່າຄວາມຄິດຂອງມະນຸດ, ຄວາມມັກ ແລະ ການສະແຫວງຫາລ້ວນແລ້ວແຕ່ມາຈາກທຳມະຊາດຂອງພວກເຮົາ ແລະ ພວກມັນຖືກຄວບຄຸມໂດຍທຳມະຊາດຂອງພວກເຮົາເຊັ່ນກັນ. ແລ້ວຂ້ອຍກໍຖາມໂຕເອງວ່າແມ່ນຫຍັງຄືສິ່ງທີ່ຂ້ອຍໃຫ້ຄວາມສຳຄັນນໍາແທ້ໆ ແລະ ສະແຫວງຫາຢູ່ຕະຫຼອດເວລາໃນໜ້າທີ່ຂອງຂ້ອຍ. ເມື່ອຕຳແໜ່ງຂອງຂ້ອຍເທິງເວທີສືບຕໍ່ຫຍັບຂຶ້ນມາຂ້າງໜ້າ ແລະ ຂ້ອຍຖືກຖ່າຍທຳຫຼາຍຂຶ້ນເລື້ຶອຍໆ, ສິ່ງທີ່ຂ້ອຍຄິດເຖິງຫຼາຍທີ່ສຸດແມ່ນໂອກາດເພື່ອວ່າໃນທີ່ສຸດຈະໄດ້ຢູ່ທາງໜ້າ, ໂອກາດໃນການສະແດງໂຕ ແລະເປັນຈຸດສົນໃຈຂອງຄວາມອິດສາ ແລະ ຄວາມນັບຖືຂອງຄົນອື່ນ. ໂດຍສະເພາະສາກສຸດທ້າຍ ເມື່ອຂ້ອຍຖືກວາງໃຫ້ຢູ່ທາງໜ້າ, ຂ້ອຍຮູ້ສຶກຄືກັບວ່າຂ້ອຍເປັນດາລາ. ຮູ້ສຶກຄືກັບເປັນຄວາມສຳເລັດທີ່ຂ້ອຍບໍ່ສາມາດຄວບຄຸມຄວາມປາຖະໜາຂອງຂ້ອຍທີ່ຈະອວດອ້າງໄດ້, ເພື່ອສະແດງໃບໜ້າທີ່ດີທີ່ສຸດຂອງຂ້ອຍຕໍ່ກ້ອງ, ເພື່ອເຮັດໃຫ້ອ້າຍເອື້ອຍນ້ອງທີ່ຮູ້ຈັກຂ້ອຍປະຫຼາດໃຈຢ່າງຍິນດີ ແລະ ໃຫ້ຕົວເອງມີຄວາມຊົງຈຳທີ່ດີເລີດທີ່ຈະຄົງຢູ່ຕະຫຼອດການ. ຂ້ອຍເຫັນວ່າຂ້ອຍເຊີດຊູຊື່ສຽງ ແລະ ສະຖານະຂອງຂ້ອຍຫຼາຍເທົ່າໃດ ແລະ ມັນໄດ້ຝັງເລິກລົງໄປໃນໃຈຂອງຂ້ອຍ.

ຫຼັງຈາກນັ້ນ, ຂ້ອຍກໍໄດ້ອ່ານຂໍ້ຄວາມນີ້ໃນພຣະທຳຂອງພຣະເຈົ້າ: “ອຸປະນິໄສທີ່ເສື່ອມຊາມຂອງຊາຕານຖືກຝັງຮາກລົງເລິກຫຼາຍໃນຜູ້ຄົນ; ມັນກາຍເປັນຊີວິດຂອງພວກເຂົາ. ແທ້ຈິງແລ້ວ ຜູ້ຄົນສະແຫວງຫາ ແລະ ປາດຖະໜາທີ່ຈະໄດ້ຮັບຫຍັງ? ພາຍໃຕ້ແຮງຜັກດັນຈາກອຸປະນິໄສທີ່ເສື່ອມຊາມຂອງຊາຕານ, ອຸດົມການ, ຄວາມຫວັງ, ຄວາມທະເຍີທະຍານ ແລະ ເປົ້າໝາຍ ແລະ ທິດທາງຊີວິດຂອງຄົນແມ່ນຫຍັງ? ພວກມັນບໍ່ໄດ້ສວນທາງກັນກັບສິ່ງທີ່ເປັນບວກບໍ? ຕົວຢ່າງ, ຜູ້ຄົນຕ້ອງການເປັນຄົນທີ່ມີຊື່ສຽງ ຫຼື ເປັນຄົນດັງຢູ່ສະເໝີ; ພວກເຂົາປາດຖະໜາທີ່ຈະມີຊື່ສຽງ ແລະ ກຽດສັກສີອັນຍິ່ງໃຫຍ່ ແລະ ເພື່ອນຳເອົາກຽດຕິຍົດມາສູ່ບັນພະບຸລຸດຂອງພວກເຂົາ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ເປັນບວກບໍ? (ບໍ່.) ສິ່ງເຫຼົ່ານີ້ບໍ່ສອດຄ່ອງກັບສິ່ງທີ່ເປັນບວກເລີຍ; ຍິ່ງໄປກວ່ານັ້ນ, ພວກເຂົາແລ່ນສວນທາງກັບກົດຂອງພຣະເຈົ້າທີ່ມີສິດຄອບຄອງຊະຕາກໍາຂອງມະນຸດຊາດ. ເປັນຫຍັງເຮົາຈຶ່ງເວົ້າແບບນັ້ນ? ພຣະເຈົ້າຕ້ອງການຄົນແບບໃດ? ພຣະອົງຕ້ອງການຄົນຍິ່ງໃຫຍ່, ຄົນມີຊື່ສຽງ, ຄົນສູງສັກ ຫຼື ຄົນທີ່ເຮັດໃຫ້ໂລກສັນຄອນບໍ? (ບໍ່.) ສະນັ້ນ, ພຣະເຈົ້າຕ້ອງການຄົນແບບໃດ? ພຣະອົງຕ້ອງການຄົນທີ່ວາງຕີນຢ່າງໝັ້ນຄົງບົນພື້ນດິນ ທີ່ສະແຫວງຫາທີ່ຈະເປັນສິ່ງມີຊີວິດທີ່ມີຄຸນສົມບັດຂອງພຣະເຈົ້າ, ຜູ້ທີ່ສາມາດປະຕິບັດໜ້າທີ່ຂອງສິ່ງທີ່ມີຊີວິດໃຫ້ສຳເລັດ ແລະ ຜູ້ທີ່ສາມາດຮັກສາຕຳແໜ່ງຂອງມະນຸດໄດ້(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ອຸປະນິໄສທີ່ເສື່ອມຊາມສາມາດຖືກແກ້ໄຂໄດ້ໂດຍການຍອມຮັບຄວາມຈິງ ແລະ ການເພິ່ງພາພຣະເຈົ້າເທົ່ານັ້ນ). “ເຈົ້າສະແຫວງຫາຄວາມຍິ່ງໃຫຍ່, ຄວາມມີກຽດ ແລະ ກຽດສັກສີຢູ່ສະເໝີ; ເຈົ້າສະແຫວງຫາຄວາມສູງສົ່ງຢູ່ສະເໝີ. ພຣະເຈົ້າຮູ້ສຶກແນວໃດເມື່ອພຣະອົງເຫັນສິ່ງນີ້? ພຣະອົງກຽດຊັງມັນ ແລະ ບໍ່ຢາກແນມເບິ່ງມັນ. ຍິ່ງເຈົ້າສະແຫວງຫາສິ່ງຕ່າງໆ ເຊັ່ນ: ຄວາມຍິ່ງໃຫຍ່; ຄວາມມີກຽດ ແລະ ການຢູ່ເໜືອກວ່າຄົນອື່ນ, ມີຊື່ສຽງ, ໂດດເດັ່ນ ແລະ ເປັນທີ່ຈົດຈຳ, ພຣະເຈົ້າກໍ່ຍິ່ງພົບວ່າເຈົ້າໜ້າກຽດຊັງສ່ຳນັ້ນ. ຖ້າເຈົ້າບໍ່ໄຕ່ຕອງກ່ຽວກັບຕົວເອງ ແລະ ກັບໃຈ, ພຣະເຈົ້າກໍ່ຈະກຽດຊັງເຈົ້າ ແລະ ປະຖິ້ມເຈົ້າ. ຈົ່ງໃຫ້ແນ່ໃຈວ່າຈະບໍ່ເປັນຄົນທີ່ພຣະເຈົ້າພົບວ່າໜ້າກຽດຊັງ; ເປັນຄົນທີ່ພຣະເຈົ້າຮັກ. ແລ້ວຄົນໆໜຶ່ງຈະສາມາດບັນລຸຄວາມຮັກຂອງພຣະເຈົ້າໄດ້ແນວໃດ? ໂດຍການໄດ້ຮັບຄວາມຈິງໃນລັກສະນະທີ່ເປັນຈິງ, ໂດຍການຢືນຢູ່ໃນຕຳແໜ່ງຂອງສິ່ງມີຊີວິດທີ່ຖືກສ້າງຂຶ້ນ, ໂດຍການຍຶດໝັ້ນພຣະທຳຂອງພຣະເຈົ້າຢ່າງໜັກແໜ້ນ ເພື່ອຈະເປັນຄົນສັດຊື່ ແລະ ປະຕິບັດໜ້າທີ່ຂອງຕົນ ແລະ ໂດຍການດຳລົງຊີວິດໃຫ້ເໝືອນດັ່ງມະນຸດແທ້. ນີ້ແມ່ນພຽງພໍ. ໃຫ້ແນ່ໃຈວ່າຈະບໍ່ຖືຄວາມທະເຍີທະຍານ ຫຼື ສ້າງຄວາມບັນເທີງໃຫ້ກັບຄວາມຝັນທີ່ວ່າງເປົ່າ, ຢ່າສະແຫວງຫາຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ ຫຼື ໂດດເດັ່ນຈາກຝູງຊົນ. ຍິ່ງໄປກວ່ານັ້ນ ຢ່າພະຍາຍາມເປັນຄົນທີ່ມີຄວາມຍິ່ງໃຫຍ່ ຫຼື ຍອດມະນຸດ ຜູ້ທີ່ເໜືອກວ່າໃນບັນດາມະນຸດ ແລະ ເຮັດໃຫ້ຄົນອື່ນນະມັດສະການພວກເຂົາ. ນັ້ນແມ່ນຄວາມປາຖະໜາຂອງຄວາມເປັນມະນຸດທີ່ເສື່ອມຊາມ ແລະ ມັນແມ່ນເສັ້ນທາງຂອງຊາຕານ; ພຣະເຈົ້າບໍ່ຊ່ວຍສິ່ງມີຊີວິດທີ່ຖືກສ້າງດັ່ງກ່າວໃຫ້ລອດພົ້ນ. ຖ້າບາງຄົນຍັງສະແຫວງຫາຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ ແລະ ປະຕິເສດທີ່ຈະກັບໃຈ, ກໍ່ບໍ່ມີທາງຮັກສາພວກເຂົາໄດ້ ແລະ ກໍ່ມີຜົນຮັບດຽວເທົ່ານັ້ນສຳລັບພວກເຂົາ ນັ້ນຄືການຖືກກຳຈັດ(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ການປະຕິບັດໜ້າທີ່ໆຖືກຕ້ອງຈຳເປັນຕ້ອງມີການຮ່ວມມືຢ່າງສາມັກຄີ). ພຣະທຳຂອງພຣະເຈົ້າເປັນການປຸກໃຫ້ຂ້ອຍຕື່ນຂຶ້ນຢ່າງແທ້ຈິງ. ຂ້ອຍໄດ້ທົບທວນວ່າເປັນຫຍັງຂ້ອຍຈຶ່ງຮັກທີ່ຈະອວດອ້າງຫຼາຍແທ້, ເປັນຫຍັງຂ້ອຍຈຶ່ງໄຮ້ສາລະແທ້. ທັງໝົດນີ້ແມ່ນເກີດຈາກການໄດ້ຮັບການສຶກສາ ແລະ ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ. ພິດຂອງມັນເຊັ່ນ “ໃຫ້ໂດດເດັ່ນເໜືອຄົນທີ່ເຫຼືອ ແລະ ນໍາກຽດສັກສີມາໃຫ້ບັນພະບຸລຸດຂອງເຈົ້າ” ແລະ “ມະນຸດດິ້ນລົນຂຶ້ນສູງ; ນໍ້າໄຫຼລົງລຸ່ມ” ໄດ້ແຊກຊຶມເຂົ້າໄປໃນໂຕຂ້ອຍແທ້ໆ, ເຮັດໃຫ້ຂ້ອຍມີມຸມມອງທີ່ບໍ່ຖືກຕ້ອງໃນຊີວິດ. ຂ້ອຍແນມເບິ່ງວ່າການສະແຫວງຫາຊື່ສຽງ ແລະ ສະຖານະ ແລະ ການໃຊ້ຊີວິດທີ່ດີກວ່າຄົນອື່ນວ່າເປັນສິ່ງທີ່ດີ. ຂ້ອຍຖືເອົາພວກມັນເປັນເປົ້າໝາຍຊີວິດ. ບໍ່ວ່າຂ້ອຍເຮັດສິ່ງໃດກໍ່ຕາມ, ຂ້ອຍຕ້ອງການອວດອ້າງ ເພື່ອໃຫ້ຄົນອື່ນແນມເບິ່ງຂ້ອຍ ແລະ ອິດສາຂ້ອຍ. ຂ້ອຍຮູ້ສຶກວ່ານັ້ນຈະເປັນການໃຊ້ຊີວິດທີ່ດີກວ່າຄົນອື່ນ, ມັນຈະເປັນກຽດຍິ່ງ. ດັ່ງນັ້ນ ຂ້ອຍຈຶ່ງມີຄວາມຮັກທີ່ຍິ່ງໃຫຍ່ຕໍ່ຊື່ສຽງ ແລະ ສະຖານະ. ຂ້ອຍຄິດເຖິງວິທີການທີ່ຂ້ອຍຕ້ອງການທີ່ຈະເກັ່ງໃນໂຮງຮຽນຢູ່ສະເໝີໃນເມື່ອກ່ອນ ແລະ ໃນການປະຕິສຳພັນກັບຄົນອື່ນ. ຂ້ອຍຕ້ອງການນຳໜ້າຄົນອື່ນ, ຢູ່ໃນຈຸດສົນໃຈ. ເມື່ອໃດກໍ່ຕາມທີ່ບາງຄົນເລີ່ມສັງເກດເບິ່ງຂ້ອຍ, ຂ້ອຍກໍຈະພໍໃຈຢ່າງບໍ່ໜ້າເຊື່ອ. ເມື່ອຂ້ອຍບໍ່ຖືກສັງເກດເຫັນ ຫຼື ບໍ່ມີຜົນກັບຄົນກຸ່ມໃດເລີຍ, ຂ້ອຍກໍ່ຮັບມັນບໍ່ໄດ້. ຂ້ອຍຕ້ອງການຕໍ່ສູ້ເພື່ອຕຳແໜ່ງ ແລະ ການລົ້ມເຫຼວໃນເລື່ອງນັ້ນແມ່ນເຮັດໃຫ້ບໍ່ພໍໃຈ. ຂ້ອຍດຳລົງຊີວິດຕາມພິດແບບຊາຕານເຫຼົ່ານີ້, ຕ້ອງການໃຫ້ຄົນອື່ນແນມເບິ່ງຂ້ອຍຢູ່ສະເໝີ. ສິ່ງເຫຼົ່ານີ້ເປັນຄືກັບໂສ້ລ່າມທີ່ມັດຂ້ອຍໄວ້, ຄວບຄຸມຄວາມຄິດຂອງຂ້ອຍ, ເຮັດໃຫ້ຂ້ອຍເຫັນວ່າການຢູ່ໃນຮູບເງົາເພື່ອເປັນພະຍານຕໍ່ພຣະເຈົ້າເປັນເວທີສ່ວນຕົວຂອງຂ້ອຍເອງເພື່ອສະແດງໂຕເອງ. ຂ້ອຍກຳລັງປະຕິບັດໜ້າທີ່ຂອງຂ້ອຍຄືກັບກະດານໂດດນ້ຳເພື່ອຕອບສະໜອງຄວາມປາຖະໜາຂອງຂ້ອຍເອງ. ໃນຫົວໃຈຂອງຂ້ອຍແມ່ນບໍ່ມີຫຍັງເລີຍ ນອກຈາກວ່າຈະໂດດເດັ່ນໄດ້ແນວໃດ, ຈະເປັ່ງປະກາຍໄດ້ແນວໃດ. ຂ້ອຍບໍ່ຄິດເຖິງວິທີການປະຕິບັດໜ້າທີ່ຂອງຂ້ອຍໃຫ້ດີ ຫຼື ເຮັດໃຫ້ພຣະເຈົ້າພໍໃຈ. ຂ້ອຍເຫັນວ່າພິດ ແລະ ອຸປະນິໄສແບບຊາຕານຂອງຂ້ອຍບໍ່ໄດ້ຮັບການແກ້ໄຂ, ບໍ່ພຽງແຕ່ເປັນໄປບໍ່ໄດ້ທີ່ຂ້ອຍຈະເຮັດໜ້າທີ່ຂອງຂ້ອຍໄດ້ດີ ຫຼື ເຮັດໃຫ້ພຣະເຈົ້າພໍໃຈ, ແຕ່ທ້າຍທີ່ສຸດແລ້ວ ຂ້ອຍຈະຖືກພຣະເຈົ້າກຳຈັດ ຍ້ອນຂ້ອຍກະບົດຕໍ່ພຣະອົງ ແລະ ຕໍ່ຕ້ານພຣະອົງ.

ຕໍ່ມາ ຂ້ອຍອ່ານຂໍ້ຄວາມນີ້ໃນພຣະທຳຂອງພຣະເຈົ້າ: “ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກຜູ້ຄົນບໍ່ແມ່ນຄວາມສາມາດໃນການເຮັດສຳເລັດໜ້າວຽກຈຳນວນໃດໜຶ່ງ ຫຼື ປະຕິບັດວຽກງານອັນຍິ່ງໃຫຍ່ໃດໜຶ່ງໃຫ້ສຳເລັດ ແລະ ພຣະອົງບໍ່ຕ້ອງການໃຫ້ພວກເຂົາເປັນຜູ້ບຸກເບີກວຽກງານອັນຍິ່ງໃຫຍ່ໃດ. ສິ່ງທີ່ພຣະເຈົ້າຕ້ອງການແມ່ນໃຫ້ຜູ້ຄົນສາມາດເຮັດທຸກຢ່າງທີ່ພວກເຂົາສາມາດເຮັດໄດ້ໃນແບບທີ່ຕິດດິນ ແລະ ດຳລົງຊີວິດໃຫ້ສອດຄ່ອງກັບພຣະທຳຂອງພຣະອົງ. ພຣະເຈົ້າບໍ່ຕ້ອງການໃຫ້ເຈົ້າເປັນຜູ້ຍິ່ງໃຫຍ່ ຫຼື ມີກຽດ ແລະ ພຣະອົງບໍ່ໄດ້ຕ້ອງການໃຫ້ເຈົ້າສ້າງປະຕິຫານໃດໆ ແລະ ພຣະອົງບໍ່ຕ້ອງການເຫັນຄວາມປະຫຼາດໃຈທີ່ໜ້າຍິນດີໃນຕົວເຈົ້າ. ພຣະອົງບໍ່ໄດ້ຕ້ອງການສິ່ງດັ່ງກ່າວ. ສິ່ງທັງໝົດທີ່ພຣະເຈົ້າຕ້ອງການແມ່ນໃຫ້ເຈົ້າຟັງພຣະທຳຂອງພຣະອົງ ແລະ ເມື່ອເຈົ້າໄດ້ຍິນພຣະທຳເຫຼົ່ານັ້ນແລ້ວ ໃຫ້ໃສ່ໃຈພວກມັນ ແລະ ເອົາໃຈໃສ່ພຣະທຳເຫຼົ່ານັ້ນໃນຂະນະທີ່ເຈົ້າປະຕິບັດໃນລັກສະນະທີ່ຕິດດິນ ເພື່ອວ່າພຣະທຳຂອງພຣະເຈົ້າອາດກາຍເປັນສິ່ງທີ່ເຈົ້າດຳລົງຊີວິດຢູ່ ແລະ ກາຍເປັນຊີວິດຂອງເຈົ້າ. ດັ່ງນັ້ນ, ພຣະເຈົ້າຈຶ່ງຈະພໍໃຈ(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ການປະຕິບັດໜ້າທີ່ໆຖືກຕ້ອງຈຳເປັນຕ້ອງມີການຮ່ວມມືຢ່າງສາມັກຄີ). ຂ້ອຍເຫັນວ່າຄວາມປະສົງຂອງພຣະເຈົ້າແມ່ນໃຫ້ພວກເຮົາສະແຫວງຫາຄວາມຈິງ ແລະ ເປັນຄົນຊື່ສັດຢ່າງສິ້ນເຊີງ, ອ່ອນນ້ອມຕໍ່ກົດເກນ ແລະ ການຈັດແຈງຂອງພຣະອົງ ແລະ ທຸ້ມເທໃຫ້ກັບໜ້າທີ່ຂອງພວກເຮົາຢ່າງເຕັມທີ່. ການເຮັດວຽກສູ່ເປົ້າໝາຍເຫຼົ່ານີ້ຈະເຮັດໃຫ້ພຣະອົງພໍໃຈ. ຂ້ອຍບໍ່ເຄີຍເຂົ້າໃຈຄວາມປະສົງຂອງພຣະເຈົ້າມາກ່ອນ, ແຕ່ພຽງສະແຫວງຫາຊື່ສຽງ ແລະ ສະຖານະຢ່າງສຸດໃຈ. ຜົນທີ່ໄດ້ຄື ຂ້ອຍບໍ່ສາມາດເຮັດໜ້າທີ່ຂອງຂ້ອຍໄດ້ດີ ເຊິ່ງເຮັດໃຫ້ພຣະເຈົ້າຜິດຫວັງ. ຂ້ອຍເສື່ອມຊາມຫຼາຍ, ແຕ່ພຣະອົງກໍ່ຍັງບໍ່ຍອມປ່ອຍຂ້ອຍ. ເທື່ອແລ້ວເທື່ອອີກ, ພຣະອົງໄດ້ເປີດເຜີຍທັດສະນະທີ່ບໍ່ຖືກຕ້ອງຂອງຂ້ອຍໃນການສະແຫວງຫາໂດຍການປັບຕໍາແໜ່ງຂອງຂ້ອຍຢູ່ເທິງເວທີເພື່ອໃຫ້ຂ້ອຍສາມາດເຫັນອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງຂ້ອຍ, ຫັນປ່ຽນຈາກເສັ້ນທາງຂອງຂ້ອຍ ແລະ ປ່ຽນແປງ. ຄວາມຮັກຂອງພຣະເຈົ້າເຮັດໃຫ້ຂ້ອຍປະທັບໃຈແທ້ໆ. ຂ້ອຍກ່າວຄຳອະທິຖານນີ້ຫາພຣະອົງ: “ພຣະເຈົ້າ, ຂ້ານ້ອຍບໍ່ຕ້ອງການທີ່ຈະສະແຫວງຫາເພື່ອໂດດເດັ່ນ ຫຼື ຖືກແນມເບິ່ງອີກຕໍ່ໄປ. ການສະແຫວງຫາເຫຼົ່ານັ້ນພຽງແຕ່ນຳຄວາມເຈັບປວດມາໃຫ້ຂ້ານ້ອຍ ແລະ ເຮັດໃຫ້ຂ້ານ້ອຍບໍ່ສາມາດເຮັດໃຫ້ພຣະອົງພໍໃຈໃນໜ້າທີ່ຂອງຂ້ານ້ອຍ, ເຮັດໃຫ້ຂ້ານ້ອຍຮູ້ສຶກຜິດຫຼາຍ. ນັບຈາກນີ້ໄປ ຂ້ານ້ອຍພຽງແຕ່ປາຖະໜາທີ່ຈະປະຕິບັດຕາມພຣະທຳຂອງພຣະອົງ. ບໍ່ວ່າຂ້ານ້ອຍຈະມີຕຳແໜ່ງຫຍັງກໍ່ຕາມ, ບໍ່ວ່າຂ້ານ້ອຍສາມາດສະແດງໂຕ ຫຼື ບໍ່ກໍຕາມ, ທັງໝົດທີ່ຂ້ານ້ອຍຕ້ອງການຄືການຮ້ອງສັນລະເສີນພຣະອົງດ້ວຍຫົວໃຈແຫ່ງຄວາມອ່ອນນ້ອມທີ່ແທ້ຈິງຕໍ່ພຣະອົງ, ປະຕິບັດໜ້າທີ່ຂອງຂ້ານ້ອຍເພື່ອໃຫ້ພຣະອົງພໍໃຈ”. ໃນການຖ່າຍທຳຄືນຫຼັງຈາກນັ້ນ, ບາງຄັ້ງຂ້ອຍຖືກຍ້າຍໄປຢູ່ທາງຫຼັງ, ບາງຄັ້ງຂ້ອຍຖືກຍ້າຍໄປຢູ່ທາງໜ້າ ແລະ ບາງຄັ້ງຂ້ອຍຈຳເປັນຕ້ອງຝຶກຊ້ອມ ແຕ່ບໍ່ແມ່ນເພື່ອການຖ່າຍທຳ. ມັນສົ່ງຜົນຕໍ່ຈິດໃຈຂອງຂ້ອຍເລັກນ້ອຍ, ແຕ່ຂ້ອຍສາມາດປ່ອຍວາງຄວາມປາຖະໜາຂອງຂ້ອຍເອງໂດຍການອະທິຖານຫາພຣະເຈົ້າ ແລະ ອ່ານພຣະທຳຂອງພຣະອົງເພື່ອຈັດການຄວາມຄິດຂອງຂ້ອຍ. ບາງຄັ້ງຂ້ອຍເຫັນເອື້ອຍນ້ອງບາງຄົນໄດ້ຮັບຜົນກະທົບໂດຍການປ່ຽນບ່ອນຂອງພວກເຂົາ ແລະ ພວກເຂົາບໍ່ໄດ້ເຮັດໜ້າທີ່ຂອງຕົນໄດ້ດີ. ຂ້ອຍສາມາດຄົ້ນພົບພຣະທຳທີ່່ກ່ຽວຂ້ອງຂອງພຣະເຈົ້າບາງຂໍ້ໄດ້ທັນເວລາ ແລະ ເຊື່ອມໂຍງສິ່ງນັ້ນເຂົ້າກັບປະສົບການຂອງຂ້ອຍເພື່ອຊ່ວຍພວກເຂົາ. ການເຮັດໜ້າທີ່ຂອງຂ້ອຍແບບນັ້ນ ເຮັດໃຫ້ຂ້ອຍສະບາຍໃຈແທ້ໆ ແລະ ມັນມີຄວາມໝາຍຫຼາຍ! ຕໍ່ມາ ຜູ້ກຳກັບກໍ່ໃຫ້ຂ້ອຍກັບໄປຢູ່ແຖວໜ້າອີກຄັ້ງ, ແຕ່ຂ້ອຍບໍ່ໄດ້ພະຍາຍາມສະແດງອອກຄືແຕ່ກ່ອນ. ຂ້ອຍຮູ້ສຶກວ່າຂ້ອຍຄວນປະຕິບັດໜ້າທີ່ຂອງຂ້ອຍ ແລະ ເປັນພະຍານໃນທຸກໆສາກ. ຂ້ອຍເນັ້ນໃສ່ການຮ້ອງເພງໃຫ້ດີ ແລະ ເນັ້ນໃສ່ການເຮັດໜ້າທີ່ຂອງຂ້ອຍຕາມທີ່ຂ້ອຍຄວນເຮັດ. ຂ້ອຍຈື່ໄດ້ວ່າ ໃນສາກໜຶ່ງ ເມື່ອຂ້ອຍຢູ່ທາງຫຼັງສຸດ, ພວກເຮົາຮ້ອງປະໂຫຍກນີ້ຈາກພຣະທຳຂອງພຣະເຈົ້າ: “ຈົ່ງຍົກທຸງແຫ່ງໄຊຊະນະຂອງເຈົ້າເພື່ອສະຫຼອງໃຫ້ກັບພຣະເຈົ້າ! ຈົ່ງຮ້ອງເພງແຫ່ງໄຊຊະນະຂອງເຈົ້າ ແລະ ເຜີຍແຜ່ນາມບໍລິສຸດຂອງພຣະເຈົ້າ!” ຂ້ອຍຄິດກ່ຽວກັບວ່າຂ້ອຍຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງໄດ້ແນວໃດ, ການສະແຫວງຫາຊື່ສຽງ ແລະ ສະຖານະ ຈົນຂ້ອຍລົ້ມເຫຼວໃນການເຮັດໜ້າທີ່ຂອງຕົນໃຫ້ດີເພື່ອເຮັດໃຫ້ພຣະເຈົ້າພໍໃຈ, ຂ້ອຍຊ່າງເຮັດໃຫ້ພຣະອົງເຈັບປວດແທ້. ມື້ນັ້ນ, ຂ້ອຍຮູ້ສຶກວ່າຂ້ອຍຕ້ອງສັນລະເສີນພຣະເຈົ້າຢູ່ເທິງເວທີດ້ວຍທັດສະນະຄະຕິແບບນັ້ນ, ຂ້ອຍຮູ້ສຶກສະຫງົບສຸກ ແລະ ເພີດເພີນຢ່າງທີ່ບໍ່ເຄີຍສຳພັດມາກ່ອນ. ຂ້ອຍຍັງຮູ້ສຶກໄດ້ເຖິງຄວາມຮູ້ສຶກພາກພູມໃຈເຊັ່ນກັນ.

“ເພງແຫ່ງອານາຈັກ” ເຊິ່ງເປັນວຽກງານຮ້ອງເພງປະສານສຽງຂະໜາດໃຫຍ່ໄດ້ເພີ່ມໃສ່ໃນອອນລາຍເມື່ອບໍ່ດົນມານີ້. ພວກເຮົາທຸກຄົນ ນັ້ນຄືອ້າຍເອື້ອຍນ້ອງ ໄດ້ເບິ່ງວີດີໂອຢ່າງຕື່ນເຕັ້ນ. ເຫັນຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າຫຼາຍຄົນຢືນຢູ່ຕໍ່ໜ້າພູໝາກກອກເທດ ໂຫ່ຮ້ອງດ້ວຍຄວາມພາກພູກໃຈວ່າ “ຜູ້ຄົນຍົກຍ້ອງພຣະເຈົ້າ; ຜູ້ຄົນສັນລະເສີນພຣະເຈົ້າ” ເຮັດໃຫ້ຂ້ອຍສັ່ນສະທ້ານແທ້ໆ ແລະ ຂ້ອຍຊາບຊຶ້ງຫຼາຍຈົນຂ້ອຍອົດບໍ່ໄດ້ທີ່ຈະຫຼັ່ງນ້ຳຕາດ້ວຍຄວາມຮູ້ບຸນຄຸນ. ຫວນຄິດເຖິງທຸກສິ່ງທີ່ເກີດຂຶ້ນ. ຂ້ອຍເຫັນວ່າຈາກການໄດ້ຮັບຜົນກະທົບຫຼາຍຈາກຕຳແໜ່ງຂອງຂ້ອຍໃນຕອນທຳອິດທີ່ຂ້ອຍບໍ່ສາມາດໃສ່ໃຈກັບໜ້າທີ່ຂອງຂ້ອຍໄດ້, ໃນທີ່ສຸດກໍບໍ່ໄດ້ຮັບຜົນກະທົບຈາກຊື່ສຽງ ແລະ ສະຖານະ ບໍ່ວ່າບ່ອນຂອງຂ້ອຍຢູ່ທາງໜ້າ ຫຼື ທາງຫຼັງກໍຕາມ, ແຕ່ພຽງແຕ່ຮັບເອົາຕຳແໜ່ງຂອງສິ່ງຖືກສ້າງ, ຮ້ອງເພງ ແລະ ເປັນພະຍານໃຫ້ແກ່ພຣະເຈົ້າຢ່າງອິດສະຫຼະ, ນັ້ນແມ່ນໝາກຜົນທັງໝົດຂອງພາລະກິດພຣະເຈົ້າໃນຕົວຂ້ອຍ. ຂໍຂອບໃຈພຣະເຈົ້າ!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ