ການທໍລະມານທີ່ໂຫດຮ້າຍໄດ້ເຮັດໃຫ້ຄວາມເຊື່ອຂອງຂ້ອຍເຂັ້ມແຂງຂຶ້ນ

19 ເດືອນກຸມພາ 2022

ໂດຍ ຈ້າວລຸ່ຍ, ຈີນ

ໃນລະດູໃບໄມ້ປົ່ງຂອງປີ 2009, ພັກກອມມູນິດຈີນໄດ້ປະຕິບັດການລົນນະລົງຄັ້ງໃຫຍ່ເພື່ອຈັບກຸ່ມສະມາຊິກເປົ້າໝາຍໃນຄຣິດຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຜູ້ນໍາຈາກຄຣິດຕະຈັກທົ່ວປະເທດຖືກຈັບກຸມ ແລະ ຖືກໂຍນເຂົ້າຄຸກຕາມໆກັນໄປ. ໃນເວລາປະມານ 9 ໂມງແລງຂອງວັນທີ 4 ຂອງເດືອນເມສາ, ຂ້ອຍ ແລະ ເອື້ອຍຄົນໜຶ່ງທີ່ຂ້ອຍກຳລັງເຮັດວຽກຮ່ວມໃນການປະຕິບັດໜ້າທີ່ຂອງພວກເຮົາຫາກໍ່ອອກຈາກເຮືອນຂອງເອື້ອຍວາງ ແລະ ຍ່າງໄປຕາມຖະໜົນ ເມື່ອຜູ້ຊາຍສາມຄົນທີ່ນຸ່ງຊຸດທຳມະດາໄດ້ກະໂດດຢ່າງກະທັນຫັນມາຢູ່ຂ້າງຫຼັງຂອງພວກເຮົາ ແລະ ໃຊ້ແຂນລາກພວກເຮົາຢ່າງແຮງ ແລ້ວຮ້ອງຂຶ້ນວ່າ “ໄປກັນເທາະ! ເຈົ້າມາກັບພວກເຮົາ!” ກ່ອນທີ່ພວກເຮົາຈະມີເວລາໃຫ້ຕອບໂຕ້, ພວກເຮົາກໍ່ຖືກໂຍນເຂົ້າຫຼັງລົດເກ໋ງສີດຳເຊິ່ງຈອດຢູ່ຂ້າງຖະໜົນ. ມັນຄືກັບຢູ່ໃນຮູບເງົາເມື່ອນັກເລງມາ ແລະ ລັກພາຕົວຄົນໃນຕອນກາງເວັນ, ເວັ້ນແຕ່ວ່າມັນກຳລັງເກີດຂຶ້ນກັບພວກເຮົາໃນຊີວິດຈິງ ແລະ ມັນເປັນຕາຫວາດຫວັ່ນໂດຍສິ້ນເຊີງ. ຂ້ອຍຜ່າຍແພ້ຢ່າງສົມບູນ ແລະ ສິ່ງທີ່ຂ້ອຍສາມາດເຮັດໄດ້ຄືການຮ້ອງຫາພຣະເຈົ້າຢ່າງງຽບໆຄັ້ງແລ້ວຄັ້ງເລົ່າ: “ໂອ ພຣະເຈົ້າ! ຊ່ວຍຂ້ານ້ອຍດ້ວຍເທີດ! ໂອ ພຣະເຈົ້າ, ກະລຸນາຊ່ວຍຂ້ານ້ອຍໃຫ້ລອດພົ້ນ...” ກ່ອນທີ່ຂ້ອຍຈະຄືນຄວາມສະຫງົບຂອງຂ້ອຍ, ລົດເກ໋ງໄດ້ຂັບເຂົ້າສູ່ເດີ່ນຂອງກົມປ້ອງກັນຄວາມສະຫງົບຂອງເທດສະບານ. ໃນຕອນນັ້ນເອງ ຂ້ອຍໄດ້ຮັບຮູ້ວ່າພວກເຮົາໄດ້ຕົກຢູ່ໃນມືຂອງຕໍາຫຼວດ. ບໍ່ດົນຫຼັງຈາກນັ້ນ, ເອື້ອຍວາງກໍ່ຖືກນໍາເຂົ້າມາ. ພວກເຮົາສາມຄົນຖືກນໍາໄປຫ້ອງການໃນຊັ້ນທີສອງ ແລະ ໂດຍບໍ່ມີການອະທິບາຍແມ່ນແຕ່ໜ້ອຍດຽວ ເຈົ້າໜ້າທີ່ໄດ້ຍຶດກະເປົ໋າຂອງພວກເຮົາ ແລະ ບັງຄັບໃຫ້ພວກເຮົາຫັນໜ້າເຂົ້າກຳແພງ. ຫຼັງຈາກນັ້ນ, ໃນຂະບວນການດັ່ງກ່າວ ລາວກໍ່ໄດ້ບັງຄັບໃຫ້ພວກເຮົາຖອດເຄື່ອງນຸ່ງອອກຈົນເປືອຍ ແລະ ດຳເນີນການຄົ້ນຕາມຮ່າງກາຍ, ຍຶດອຸປະກອນບາງຢ່າງກ່ຽວກັບວຽກງານຂອງພວກເຮົາໃນຄຣິດຕະຈັກໂດຍໃຊ້ກຳລັງ, ໃບຮັບເງິນຂອງຄຣິດຕະຈັກເຊິ່ງຖືກເກັບຮັກສາໄວ້, ໂທລະສັບມືຖືຂອງພວກເຮົາ, ເງິນສົດຫຼາຍກວ່າ 5.000 ຢວນ, ບັດທະນາຄານ ແລະ ໂມງ, ໃນບັນດາຊັບສິນສ່ວນບຸກຄົນອື່ນໆ ເຊິ່ງພວກເຮົາມີຕິດຕົວ ແລະ ໃນກະເປົ໋າຂອງພວກເຮົາ. ໃນຂະນະທີ່ທຸກສິ່ງນີ້ກຳລັງເກີດຂຶ້ນ, ເຈົ້າໜ້າທີ່ຜູ້ຊາຍເຈັດ ຫຼື ແປດຄົນໄດ້ເຂົ້າໆອອກໆຫ້ອງຢູ່ເລື້ອຍໆ ແລະ ເຈົ້າໜ້າທີ່ສອງຄົນທີ່ກຳລັງຕິດຕາມພວກເຮົາເຖິງກັບຫົວອອກມາ ແລະ ຊີ້ມືມາທີ່ຂ້ອຍ ແລ້ວເວົ້າວ່າ “ຄົນນີ້ເປັນຄົນສຳຄັນໃນຄຣິດຕະຈັກ, ເບິ່ງຄືກັບວ່າພວກເຮົາໄດ້ຈັບຄົນສຳຄັນໃນມື້ນີ້ດ້ວຍຕົນເອງ”. ບໍ່ດົນຫຼັງຈາກນັ້ນ, ເຈົ້າໜ້າທີ່ຕໍາຫຼວດທີ່ນຸ່ງຊຸດທຳມະດາສີ່ຄົນກໍ່ໃສ່ກະແຈມື, ປິດຕາຂ້ອຍດ້ວຍໝວກ ແລະ ຄຸ້ມຕົວຂ້ອຍໄປທີ່ສາຂາຂອງກົມປ້ອງກັນຄວາມສະງົບທີ່ຢູ່ໄກນອກເມືອງ.

ເມື່ອຂ້ອຍເຂົ້າສູ່ຫ້ອງສອບສວນ ແລະ ເຫັນປ່ອງຢ້ຽມທີ່ຕັ້ງຢູ່ສູງ ແລະ ເປັນແຜງເຫຼັກ ແລະ ຕັ່ງທໍລະມານເປັນຕາສະຫຍອງ ແລະ ເບິ່ງຄືເຢັນຊາ, ເລື່ອງລາວທີ່ເປັນຕາຢ້ານຂອງອ້າຍເອື້ອຍນ້ອງທີ່ຖືກທໍລະມານໃນອະດີດກໍ່ລອຍເຂົ້າມາໃນຄວາມຄິດຂອງຂ້ອຍ. ເມື່ອຄິດເຖິງການທໍລະມານເຊິ່ງບໍ່ສາມາດຮູ້ໄດ້ທີ່ເຈົ້າໜ້າທີ່ຕໍາຫຼວດຜູ້ຊົ່ວຮ້າຍຈະເຮັດກັບຂ້ອຍຕໍ່ໄປ, ຂ້ອຍກໍ່ຢ້ານເປັນຢ່າງຍິ່ງ ແລະ ມືຂອງຂ້ອຍກໍ່ເລີ່ມສັ່ນໂດຍບໍ່ຕັ້ງໃຈ. ໃນສະຖານະການທີ່ສິ້ນຫວັງນີ້, ຂ້ອຍກໍ່ຄິດຫາພຣະທຳຂອງພຣະເຈົ້າ: “ເຈົ້າຍັງມີຄວາມຢ້ານຢູ່ໃນໃຈເຈົ້າຢູ່. ຖ້າຢ່າງນັ້ນ ຫົວໃຈຂອງເຈົ້າບໍ່ໄດ້ເຕັມໄປດ້ວຍແນວຄິດຂອງຊາຕານບໍ?” “ຜູ້ເອົາຊະນະແມ່ນຫຍັງ? ທະຫານທີ່ດີຂອງພຣະຄຣິດຕ້ອງກ້າຫານ ແລະ ເພິ່ງພາເຮົາເພື່ອໃຫ້ເຂັ້ມແຂງຝ່າຍວິນຍານ; ພວກເຂົາຕ້ອງຕໍ່ສູ້ເພື່ອກາຍເປັນນັກຮົບ ແລະ ສູ້ຮົບກັບຊາຕານຈົນເຖິງຕາຍ” (ຄັດຈາກ “ບົດທີ 12” ຂອງພາກພຣະຄຳຂອງພຣະຄຣິດໃນຕົ້ນເດີມໃນໜັງສືພຣະທຳປາກົດໃນຮ່າງກາຍ). ແສງສະຫວ່າງຈາກພຣະທຳຂອງພຣະເຈົ້າໄດ້ເຮັດໃຫ້ຫົວໃຈທີ່ກະວົນກະວາຍຂອງຂ້ອຍສະຫງົບລົງເທື່ອລະໜ້ອຍ ແລະ ເຮັດໃຫ້ຂ້ອຍສາມາດຮູ້ໄດ້ວ່າຄວາມຢ້ານຂອງຂ້ອຍມີແຫຼ່ງທີ່ມາຂອງມັນໃນຊາຕານ. ຂ້ອຍຄິດກັບຕົນເອງວ່າ: “ຊາຕານຕ້ອງການທໍລະມານເນື້ອໜັງຂອງຂ້ອຍ ເພື່ອວ່າຂ້ອຍຈະສາມາດຍອມເຮັດຕາມການປົກຄອງແບບທໍລະຊົນຂອງມັນ. ຂ້ອຍບໍ່ສາມາດຍອມຕໍ່ກົນອຸບາຍການສົມຄົບຄິດຂອງມັນ. ໃນຕະຫຼອດເວລາ, ພຣະເຈົ້າຈະເປັນຜູ້ສະໜັບສະໜູນທີ່ໄວ້ໃຈໄດ້ຂອງຂ້ອຍ ແລະ ຜູ້ຊ່ວຍເຫຼືອຕະຫຼອດການຂອງຂ້ອຍຢູ່ສະເໝີ. ນີ້ແມ່ນການສູ້ຮົບຝ່າຍວິນຍານ ແລະ ມັນຈຳເປັນທີ່ຂ້ອຍຈະຢືນເປັນພະຍານໃຫ້ກັບພຣະເຈົ້າ. ຂ້ອຍຕ້ອງຢືນຢູ່ຂ້າງພຣະເຈົ້າ ແລະ ຂ້ອຍບໍ່ສາມາດຍອມຜ່າຍແພ້ໃຫ້ກັບຊາຕານໄດ້”. ເມື່ອຮູ້ແບບນີ້, ຂ້ອຍໄດ້ອະທິຖານຫາພຣະເຈົ້າຢ່າງງຽບໆ: “ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ມັນຄືເຈດຕະນາທີ່ດີຂອງພຣະອົງ, ຂ້ານ້ອຍຈຶ່ງຕົກຢູ່ໃນມືຂອງຕໍາຫຼວດທີ່ຊົ່ວຮ້າຍເຫຼົ່ານີ້ໃນມື້ນີ້. ເຖິງຢ່າງໃດກໍ່ຕາມ, ວຸດທິພາວະຂອງຂ້ານ້ອຍມີໜ້ອຍເກີນໄປ ແລະ ຂ້ານ້ອຍກະວົນກະວາຍ ແລະ ຢ້ານ. ຂ້ານ້ອຍອະທິຖານຂໍໃຫ້ພຣະອົງມອບຄວາມເຊື່ອ ແລະ ຄວາມກ້າຫານໃຫ້ແກ່ຂ້ານ້ອຍ, ເພື່ອວ່າຂ້ານ້ອຍອາດເປັນອິດສະຫຼະຈາກຂໍ້ຈຳກັດຈາກອິດທິພົນຂອງຊາຕານ, ບໍ່ຍອມອ່ອນນ້ອມຕໍ່ມັນ ແລະ ຢືນເປັນພະຍານໃຫ້ກັບພຣະອົງຢ່າງເດັດດ່ຽວ!” ຫຼັງຈາກທີ່ອະທິຖານແລ້ວ, ຫົວໃຈຂອງຂ້ອຍກໍ່ເຕັມໄປດ້ວຍຄວາມກ້າຫານ ແລະ ຂ້ອຍກໍ່ບໍ່ຮູ້ສຶກຢ້ານຕໍາຫຼວດຊົ່ວຮ້າຍເຫຼົ່ານັ້ນທີ່ເບິ່ງຄືມີເຈດຕະນາຮ້າຍ.

ໃນເວລານັ້ນເອງ, ເຈົ້າໜ້າທີ່ສອງຄົນກໍ່ຍູ້ຂ້ອຍໃສ່ຕັ່ງທໍລະມານ ແລະ ມັດມື ແລະ ຕີນຂອງຂ້ອຍ. ໜຶ່ງໃນເຈົ້າໜ້າທີ່ ຜູ້ທີ່ເປັນສັດຮ້າຍທີ່ສູງ ແລະ ໃຫຍ່ ໄດ້ຊີ້ມືໄປຫາຄຳເວົ້າບາງຄໍາເທິງກຳແພງ ເຊິ່ງອ່ານວ່າ “ການບັງຄັບໃຊ້ກົດໝາຍຢ່າງສີວິໄລ” ແລະ ຫຼັງຈາກນັ້ນກໍ່ຕົບໂຕະ ແລະ ຮ້ອງຂຶ້ນວ່າ “ເຈົ້າຮູ້ບໍວ່າເຈົ້າຢູ່ໃສ? ກົມປ້ອງກັນຄວາມສະງົບແມ່ນສາຂາຂອງລັດຖະບານຈີນທີ່ມີຄວາມຊ່ຽວຊານໃນການໃຊ້ຄວາມຮຸນແຮງ! ຖ້າເຈົ້າບໍ່ຊື່ສັດ, ເຈົ້າຈະໄດ້ຮັບສິ່ງທີ່ຈະເກີດຂຶ້ນກັບເຈົ້າ! ເວົ້າມາ! ຊື່ຂອງເຈົ້າແມ່ນຫຍັງ? ເຈົ້າອາຍຸຈັກປີ? ເຈົ້າມາຈາກໃສ? ແມ່ນຫຍັງຄືຕໍາແໜ່ງຂອງເຈົ້າໃນຄຣິດຕະຈັກ?” ການໄດ້ເຫັນພຶດຕິກຳທີ່ຮຸນແຮງຂອງລາວເຮັດໃຫ້ຂ້ອຍເຕັມໄປດ້ວຍຄວາມໂກດແຄ້ນ. ຂ້ອຍຄິດກັບຕົນເອງວ່າ: “ພວກເຂົາອ້າງວ່າເປັນ ‘ຕໍາຫຼວດຂອງປະຊາຊົນ’ ຢູ່ສະເໝີ ແລະ ເປົ້າໝາຍຂອງພວກເຂົາຄື ‘ການທຳລາຍຄົນຊົ່ວຮ້າຍ ແລະ ປ່ອຍໃຫ້ຄົນທີ່ດຳລົງຊີວິດຕາມກົດໝາຍອາໄສຢູ່ດ້ວຍຄວາມສະຫງົບ’, ແຕ່ໃນຄວາມເປັນຈິງ ພວກເຂົາເປັນພຽງກຸ່ມນັກເລງ, ໂຈນ ແລະ ນັກຂ້າທີ່ເປັນອາຊະຍາກອນ. ພວກເຂົາເປັນມານຮ້າຍທີ່ກຳລັງເຂົ້າຮ່ວມໂຈມຕີທີ່ເລັ່ງເປົ້າໃສ່ຄວາມຍຸຕິທຳ ແລະ ລົງໂທດພົນລະເມືອງທີ່ດີ ແລະ ປະພຶດດີ! ຕໍາຫຼວດເຫຼົ່ານີ້ຫຼັບຫູຫຼັບຕາໃສ່ຄົນທີ່ລະເມີດກົດໝາຍ ແລະ ກໍ່ການອາຊະຍາກຳ, ປ່ອຍໃຫ້ພວກເຂົາອາໄສຢູ່ເໜືອອຳນາດຂອງກົດໝາຍ. ເຖິງຢ່າງໃດກໍ່ຕາມ, ເຖິງແມ່ນວ່າສິ່ງທີ່ພວກເຮົາເຮັດຄືພຽງແຕ່ເຊື່ອໃນພຣະເຈົ້າ, ອ່ານພຣະທຳຂອງພຣະເຈົ້າ ແລະ ເດີນຕາມເສັ້ນທາງທີ່ຖືກຕ້ອງແຫ່ງຊີວິດ, ພວກເຮົາກໍ່ໄດ້ກາຍມາເປັນເປົ້າໝາຍຫຼັກຂອງຊຸດຄວາມຮຸນແຮງຂອງພວກປ່າເຖື່ອນກຸ່ມນີ້. ລັດຖະບານຂອງພັກກອມມູນິດຈີນເປັນຜູ້ບິດເບືອນຄວາມຍຸຕິທຳຢ່າງແປກປະຫຼາດແທ້ໆ”. ເຖິງແມ່ນວ່າຂ້ອຍກຽດຊັງຕໍາຫຼວດທີ່ຊົ່ວຮ້າຍເຫຼົ່ານັ້ນໝົດຫົວໃຈຂອງຂ້ອຍ, ຂ້ອຍກໍ່ຮູ້ວ່າວຸດທິພາວະຂອງຂ້ອຍມີໜ້ອຍເກີນໄປ ແລະ ຂ້ອຍບໍ່ສາມາດທົນຕໍ່ການທໍລະມານທີ່ໂຫດຮ້າຍຂອງພວກເຂົາໄດ້, ສະນັ້ນ ຂ້ອຍຈຶ່ງເອີ້ນຫາພຣະເຈົ້າຄັ້ງແລ້ວຄັ້ງເລົ່າ, ອ້ອນວອນໃຫ້ພຣະອົງປະທານກຳລັງແກ່ຂ້ອຍ. ໃນຊ່ວງເວລານັ້ນເອງ, ພຣະທຳຂອງພຣະເຈົ້າໄດ້ສ່ອງແສງແກ່ຂ້ອຍ: “ຄວາມເຊື່ອເປັນຄືກັບຂົວໄມ້ໜຶ່ງດຽວ: ຄົນທີ່ຍຶດຕິດກັບຊີວິດຢ່າງໜ້າສົງສານກໍຈະມີຄວາມລໍາບາກທີ່ຈະຂ້າມມັນໄດ້, ແຕ່ຄົນທີ່ພ້ອມຈະເສຍສະຫຼະຕົນເອງກໍສາມາດຂ້າມຜ່ານໄດ້ ໂດຍບໍ່ຕົກລົງ ແລະ ປາສະຈາກຄວາມກັງວົນ” (ຄັດຈາກ “ບົດທີ 6” ຂອງພາກພຣະຄຳຂອງພຣະຄຣິດໃນຕົ້ນເດີມໃນໜັງສືພຣະທຳປາກົດໃນຮ່າງກາຍ). ການປອບໃຈ ແລະ ການໃຫ້ກຳລັງໃຈຈາກພຣະທຳຂອງພຣະເຈົ້າຊ່ວຍວາງພື້ນຖານໃຫ້ແກ່ຂ້ອຍ ແລະ ຂ້ອຍກໍ່ຄິດກັບຕົນເອງວ່າ: “ມື້ນີ້ ຂ້ອຍຄວນພ້ອມທີ່ຈະສ່ຽງກັບທຸກສິ່ງ, ຖ້າສິ່ງທີ່ໂຫດຮ້າຍທີ່ສຸດໄດ້ເກີດຂຶ້ນ ແລະ ຂ້ອຍຕາຍ, ແລ້ວກໍ່ໃຫ້ມັນເປັນໄປຕາມນັ້ນ. ຖ້າຝູງມານຮ້າຍຝູງນີ້ຄິດວ່າພວກເຂົາຈະຄົ້ນພົບກ່ຽວກັບເງິນຂອງຄຣິດຕະຈັກ, ວຽກງານ ຫຼື ຜູ້ນໍາຂອງພວກເຮົາຈາກຂ້ອຍ, ພວກເຂົາກໍ່ສາມາດຄິດອີກຄັ້ງ!” ຕໍ່ມາ, ບໍ່ວ່າພວກເຂົາຈະສອບສວນຂ້ອຍ ຫຼື ກວດສອບເພື່ອບີບຄັ້ນຂໍ້ມູນຈາກຂ້ອຍໃນລັກສະນະໃດກໍ່ຕາມ, ຂ້ອຍກໍ່ບໍ່ໄດ້ເວົ້າຫຍັງ.

ເມື່ອເຫັນວ່າຂ້ອຍປະຕິເສດທີ່ຈະເວົ້າ, ເຈົ້າໜ້າທີ່ຄົນອື່ນກໍ່ໃຈຮ້າຍ ແລະ ຫຼັງຈາກທີ່ຕົບໂຕະ ລາວກໍ່ໂດດມາໃສ່ຂ້ອຍ, ເຕະໂຕະທໍລະມານທີ່ຂ້ອຍກຳລັງນັ່ງ ແລະ ຫຼັງຈາກນັ້ນກໍ່ຍູ້ຫົວຂອງຂ້ອຍ ໃນຂະນະທີ່ກຳລັງຮ້ອງໃສ່ວ່າ “ບອກພວກເຮົາວ່າເຈົ້າຮູ້ຫຍັງແດ່! ຢ່າຄິດວ່າພວກເຮົາບໍ່ຮູ້ຫຍັງຈັກຢ່າງ. ຖ້າພວກເຮົາບໍ່ຮູ້ຫຍັງເລີຍ, ແລ້ວເຈົ້າຄິດເບິ່ງວ່າພວກເຮົາສາມາດຈັບກຸມພວກເຈົ້າສາມຄົນຢ່າງເດັດດ່ຽວແບບນັ້ນໄດ້ແນວໃດ?” ເຈົ້າໜ້າທີ່ຕໍາຫຼວດທີ່ໂຕສູງໆກໍ່ຮ້ອງຂຶ້ນດັງວ່າ “ຢ່າທົດສອບຄວາມອົດທົນຂອງຂ້ອຍ! ຖ້າພວກເຮົາບໍ່ໃຫ້ພວກເຈົ້າຊີມລົດຊາດຂອງຄວາມເຈັບປວດເລັກນ້ອຍ, ພວກເຈົ້າກໍ່ຈະຄິດວ່າພວກເຮົາພຽງແຕ່ຂົ່ມຂູ່ຊື່ໆ. ລຸກຂຶ້ນ!” ບໍ່ດົນຫຼັງຈາກທີ່ລາວເວົ້າແລ້ວ ລາວກໍ່ລາກຂ້ອຍຈາກຕັ່ງທໍລະມານໄປຢູ່ກ້ອງປ່ອງຢ້ຽມ, ເຊິ່ງຕັ້ງຢູ່ສູງຫຼາຍເທິງກຳແພງ ແລະ ມີແຜງເຫຼັກ. ພວກເຂົາໃຊ້ກະແຈມືຄູ່ໜຶ່ງທີ່ມີໜາມສຳລັບມືແຕ່ລະເບື້ອງ, ໂດຍທີ່ມັດສົ້ນໜຶ່ງໄວ້ກັບມືຂອງຂ້ອຍ ແລະ ອີກສົ້ນຕິດກັບແຜງເຫຼັກ ເພື່ອວ່າຂ້ອຍຈະຖືກແຂວນດ້ວຍມືຈາກປ່ອງຢ້ຽມ ແລະ ສາມາດແຕະພື້ນດ້ວຍປາຍຕີນຂ້ອຍເທົ່ານັ້ນ. ໜຶ່ງໃນພວກເຂົາໄດ້ເປີດເຄື່ອງປັບອາກາດເພື່ອຫຼຸດອຸນຫະພູມໃນຫ້ອງ ແລະ ຫຼັງຈາກນັ້ນກໍ່ຕົບຫົວຂ້ອຍຢ່າງໂຫດຮ້າຍດ້ວຍປຶ້ມທີ່ຖືກງໍເຂົ້າ. ເມື່ອລາວເຫັນວ່າຂ້ອຍຍັງງຽບຢູ່, ລາວກໍ່ຮ້ອງດ້ວຍຄວາມໃຈຮ້າຍວ່າ: “ເຈົ້າຈະເວົ້າ ຫຼື ບໍ່? ຖ້າເຈົ້າບໍ່ເວົ້າ, ພວກເຮົາຈະໃຫ້ເຈົ້າ ‘ຂີ່ຊິ່ງຊ້າ’!” ເມື່ອເວົ້າແນວນັ້ນ, ລາວໃຊ້ສາຍແອວຮັດຂອງທະຫານທີ່ມີຂະໜາດຍາວເພື່ອມັດຂາຂອງຂ້ອຍ ແລະ ຫຼັງຈາກນັ້ນກໍ່ຮັດສາຍແອວໃສ່ຕັ່ງທໍລະມານ. ແລ້ວພວກເຂົາກໍ່ດຶງຕັ່ງທໍລະມານອອກຫ່າງຈາກກຳແພງ ເພື່ອວ່າຂ້ອຍຈະຖືກແຂວນຢູ່ໃນອາກາດ. ເມື່ອຮ່າງກາຍຂອງຂ້ອຍເຄື່ອນໄປທາງໜ້າ, ກະແຈມືກໍ່ໄຫຼລົງສູ່ຕົ້ນຂໍ້ມືຂອງຂ້ອຍ ແລະ ໜາມທີ່ຢູ່ຂ້າງໃນກະແຈມືກໍ່ຝັງເຂົ້າໃນຫຼັງມືຂອງຂ້ອຍ. ຂ້ອຍເຈັບປວດຫຼາຍເຫຼືອເກີນ, ແຕ່ຂ້ອຍກໍ່ກັດຮີມສົບຂອງຂ້ອຍ ເພື່ອຫ້າມບໍ່ໃຫ້ຕົວເອງຮ້ອງອອກມາ ເພາະຂ້ອຍບໍ່ຕ້ອງການໃຫ້ຕໍາຫຼວດທີ່ຊົ່ວຮ້າຍເຫຼົ່ານັ້ນຫົວຂວັນຈາກການເຈັບປວດຂອງຂ້ອຍ. ໜຶ່ງໃນພວກເຂົາໄດ້ເວົ້າພ້ອມທັງຍິ້ມກວ້າງໆຢ່າງຊົ່ວຮ້າຍວ່າ “ເບິ່ງຄືກັບວ່າມັນບໍ່ເຈັບປວດ! ໃຫ້ຂ້ອຍໝຸນມັນຂຶ້ນສຳລັບເຈົ້າອີກໜ້ອຍໜຶ່ງ”. ເມື່ອເວົ້າແນວນັ້ນ, ລາວກໍ່ຍົກຂາຂອງລາວ ແລະ ຢຽບແຄ່ງຂອງຂ້ອຍຢ່າງແຮງ ແລະ ຫຼັງຈາກນັ້ນກໍ່ແກວ່ງຮ່າງກາຍຂອງຂ້ອຍໄປມາ. ສິ່ງນີ້ເຮັດໃຫ້ກະແຈມືຮັດແໜ້ນຂຶ້ນເລື້ອຍໆໃນບໍລິເວນຂໍ້ມືຂອງຂ້ອຍ ແລະ ຫຼັງມືຂອງຂ້ອຍ ແລະ ໃນທີ່ສຸດແລ້ວ ມັນກໍ່ເຈັບປວດຫຼາຍຈົນຂ້ອຍບໍ່ສາມາດເຮັດຫຍັງໄດ້ ນອກຈາກຮ້ອງອອກມາຄວາມເຈັບປວດແສນສາຫັດ, ເຊິ່ງເຮັດໃຫ້ພວກເຂົາຫົວຂວັນຂຶ້ນໃນທັນທີ. ໃນຕອນນັ້ນເອງ ລາວໄດ້ຢຸດຢຽບຂາຂອງຂ້ອຍ, ປ່ອຍໃຫ້ຂ້ອຍຫ້ອຍຢູ່ໃນນັ້ນກາງອາກາດ. ຫຼັງຈາກເວລາປະມານຊາວນາທີ, ລາວກໍ່ເຕະຕັ່ງທໍລະມານກັບຄືນມາຫາຂ້ອຍຢ່າງກະທັນຫັນ, ເຊິ່ງເຮັດໃຫ້ເກີດສຽງຂູດດັງຢ່າງຮຸນແຮງ ແລະ ຂ້ອຍກໍ່ຮ້ອງຂຶ້ນເມື່ອຮ່າງກາຍຂອງຂ້ອຍກັບຄືນສູ່ທ່າທີ່ຫ້ອຍຈາກກຳແພງ ໂດຍມີພຽງແຕ່ປາຍຕີນຂອງຂ້ອຍແຕະພື້ນ. ໃນຂະນະດຽວກັນ, ກະແຈມືກໍ່ໄຫຼລົງສູ່ຕົ້ນຂໍ້ມືຂອງຂ້ອຍ. ດ້ວຍການເຮັດໃຫ້ກະແຈມືຂອງຂ້ອຍຫຼວມຢ່າງກະທັນຫັນ, ເລືອດໄດ້ໄຫຼອອກຈາກມືຂອງຂ້ອຍຢ່າງໄວ ແລະ ກັບເຂົ້າສູ່ແຂນຂອງຂ້ອຍ, ເຮັດໃຫ້ເກີດຄວາມເຈັບປວດຕະຫຼອດຈາກຄວາມດັນຂອງເລືອດທີ່ໄຫຼກັບຄືນ. ພວກເຂົາຫົວຂວັນຂຶ້ນຢ່າງຊົ່ວຮ້າຍເມື່ອເຫັນຂ້ອຍທໍລະມານ ແລະ ຫຼັງຈາກນັ້ນກໍ່ສອບສວນຂ້ອຍຕໍ່ ໂດຍຖາມວ່າ “ມີພວກເຈົ້າເທົ່າໃດຄົນໃນຄຣິດຕະຈັກຂອງເຈົ້າ? ເຈົ້າເກັບເງິນໄວ້ຢູ່ໃສ?” ບໍ່ວ່າພວກເຂົາຈະຖາມຂ້ອຍແນວໃດ, ຂ້ອຍກໍ່ປະຕິເສດທີ່ຈະເວົ້າຈົນພວກເຂົາໃຈຮ້າຍຫຼາຍ ແລ້ວພວກເຂົາກໍ່ເລີ່ມດ່າດ້ວຍຄຳເວົ້າທີ່ຫຍາບຄາຍ: “ຫ່າມຶງເອີຍ! ມຶງເປັນຄືກັບໝາກຖົ່ວແຂງທີ່ແກະຍາກ! ພວກກູຈະເບິ່ງວ່າມຶງຈະອົດທົນໄດ້ດົນສໍ່າໃດ!” ເມື່ອເວົ້າແນວນັ້ນ, ພວກເຂົາກໍ່ດຶງຕັ່ງທໍລະມານອອກຫ່າງຈາກກຳແພງອີກຄັ້ງໜຶ່ງ, ແລ້ວເຮັດໃຫ້ຂ້ອຍຫ້ອຍຢູ່ກາງອາກາດອີກຄັ້ງ. ຄັ້ງນີ້, ກະແຈມືຮັດແໜ້ນໃນບາດແຜທີ່ເປີດອອກແລ້ວໃນຫຼັງມືຂອງຂ້ອຍ ແລະ ມືຂອງຂ້ອຍກໍ່ບວມຂຶ້ນໃນທັນທີ ແລະ ຄັ່ງດ້ວຍເລືອດ, ຮູ້ສຶກຄືກັບວ່າພວກມັນກຳລັງຈະແຕກອອກ. ຄວາມເຈັບປວດຍິ່ງຮຸນແຮງຂຶ້ນຫຼາຍກວ່າຄັ້ງທຳອິດ. ພວກເຂົາແຕ້ມຮູບຄົນທີ່ສົດໃສໃຫ້ກັນເອງສຳລັບ “ຄວາມສຳເລັດທີ່ສະຫງ່າງາມໃນອະດີດ” ຂອງພວກເຂົາໃນການທໍລະມານ ແລະ ການລົງໂທດນັກໂທດ. ການກະທຳນີ້ໄດ້ດຳເນີນໄປທັງໝົດສິບຫ້ານາທີກ່ອນທີ່ພວກເຂົາຈະເຕະຕັ່ງກັບຄືນໄປຫາກຳແພງໃນທີ່ສຸດ ແລະ ຂ້ອຍກໍ່ສືບຕໍ່ຢູ່ໃນທ່າເດີມຂອງຂ້ອຍ ເຊິ່ງຫ້ອຍລົງຈາກປ່ອງຢ້ຽມໂດຍມີພຽງປາຍຕີນຂອງຂ້ອຍທີ່ແຕະພື້ນໄດ້. ໃນລະຫວ່າງທີ່ດຳເນີນການ, ຄວາມເຈັບປວດທີ່ຊໍ້າໃຈໄດ້ເກີດຂຶ້ນກັບຂ້ອຍອີກຄັ້ງໜຶ່ງ. ໃນຕອນນັ້ນເອງ, ເຈົ້າໜ້າທີ່ໂຕເຕ້ຍໆ ແລະ ອ້ວນໄດ້ຍ່າງເຂົ້າມາ ແລະ ຖາມວ່າ “ລາວໄດ້ເວົ້າແລ້ວບໍ?” ເຈົ້າໜ້າທີ່ສອງຄົນກໍ່ຕອບ ໂດຍເວົ້າວ່າ “ຄົນນີ້ແມ່ນ ຫຼິວ ຮູລານ ຂອງແທ້!” ເຈົ້າໜ້າທີ່ຕຳຫຼວດທີ່ຕຸ້ຍ ແລະ ຊົ່ວຮ້າຍຄົນນັ້ນກໍ່ຍ່າງມາຫາຂ້ອຍໃນທັນທີ ແລະ ຕົບໜ້າຂ້ອຍຢ່າງແຮງ ແລ້ວເວົ້າຢ່າງຊົ່ວຮ້າຍວ່າ “ມາເບິ່ງວ່າເຈົ້າຈະແຂງແຮງສໍ່າໃດ! ໃຫ້ຂ້ອຍປ່ອຍມືເຫຼົ່ານັ້ນຂອງເຈົ້າ”. ຂ້ອຍຫຼຽວເບິ່ງມືເບື້ອງຊ້າຍຂອງຂ້ອຍ ແລະ ເຫັນວ່າມັນບວມຢ່າງຮຸນແຮງ ແລະ ມີສີດຳມ້ວງ. ໃນຕອນນັ້ນເອງ, ລາວກໍ່ຈັບນິ້ວມືຈາກມືຂວາຂອງຂ້ອຍ ແລະ ເລີ່ມຫັກພວກມັນກັບໄປກັບມາ ແລະ ຖູ ແລະ ຍິກພວກມັນຈົນຄວາມມຶນຊາເຮັດໃຫ້ເກີດຄວາມເຈັບປວດອີກຄັ້ງ. ຫຼັງຈາກນັ້ນ ລາວກໍ່ປັບກະແຈມື ເພື່ອວ່າພວກມັນຈະຢູ່ໃນທ່າທີ່ຮັດແໜ້ນທີ່ສຸດ ແລະ ສົ່ງສັນຍານໃຫ້ເຈົ້າໜ້າທີ່ສອງຄົນນັ້ນດຶງຂ້ອຍສູ່ອາກາດອີກຄັ້ງ. ອີກຄັ້ງ, ຂ້ອຍຖືກຫ້ອຍຢູ່ກາງອາກາດ ແລະ ປ່ອຍໃຫ້ຢູ່ໃນທ່ານັ້ນເປັນເວລາຊາວນາທີກ່ອນທີ່ຈະປ່ອຍລົງມາ. ພວກເຂົາສືບຕໍ່ດຶງຂ້ອຍຂຶ້ນສູ່ອາກາດ ແລະ ຫຼັງຈາກນັ້ນກໍ່ປ່ອຍຂ້ອຍລົງມາຄັ້ງແລ້ວຄັ້ງເລົ່າ, ທໍລະມານຂ້ອຍຈົນເຖິງຈຸດທີ່ຂ້ອຍປາຖະໜາວ່າຂ້ອຍສາມາດຕາຍເພື່ອຫຼົບໜີຈາກຄວາມເຈັບປວດ. ແຕ່ລະຄັ້ງທີ່ກະແຈມືໄຫຼຂຶ້ນ ແລະ ລົງມືຂອງຂ້ອຍ, ມັນກໍ່ຍິ່ງເຈັບປວດຫຼາຍກວ່າຄັ້ງກ່ອນໜ້າ. ໃນທີ່ສຸດ, ກະແຈມືທີ່ມີໜາມກໍ່ຝັງເລິກເຂົ້າໃນຂໍ້ມືຂອງຂ້ອຍ ແລະ ເຈາະຜ່ານຜິວໜັງທີ່ຢູ່ຫຼັງມືຂອງຂ້ອຍ, ເຮັດໃຫ້ເລືອດໄຫຼອອກຫຼາຍ. ການໄຫຼວຽນຂອງເລືອດໃນມືຂອງຂ້ອຍຖືກຕັດອອກຢ່າງສົມບູນ ແລະ ພວກມັນກໍ່ບວມຄືກັບໝາກປູມເປົ້າ. ຫົວຂອງຂ້ອຍເຕັ້ນຢ່າງແຮງ ເນື່ອງຈາກການຂາດອົກຊີແຊນ ແລະ ຮູ້ສຶກຄືກັບວ່າມັນກຳລັງຈະລະເບີດອອກ. ຂ້ອຍຄິດແທ້ໆວ່າຂ້ອຍກຳລັງຈະຕາຍ.

ໃນຂະນະທີ່ຂ້ອຍຄິດວ່າຂ້ອຍບໍ່ສາມາດທົນມັນອີກຕໍ່ໄປ, ຂໍ້ຄວາມໃນພຣະທຳຂອງພຣະເຈົ້າກໍ່ປາກົດຂຶ້ນໃນຄວາມຄິດຂອງຂ້ອຍ: “ລະຫວ່າງເດີນທາງໄປເມືອງເຢຣູຊາເລັມ, ພຣະເຢຊູຮູ້ສຶກເຈັບປວດທີ່ສຸດເໝືອນດັ່ງກັບວ່າມີມີດມາສຽບແທງຫົວໃຈຂອງພຣະອົງ, ແຕ່ພຣະອົງກໍບໍ່ເຄີຍມີເຈດຕະນາ ແມ່ນແຕ່ພຽງໜ້ອຍດຽວທີ່ຈະຄືນຄໍາເວົ້າຂອງພຣະອົງ; ຈະມີພະລັງອໍານາດບາງຢ່າງບັງຄັບໃຫ້ພຣະອົງເດີນໜ້າໄປເລື້ອຍໆຈົນໄປເຖິງບ່ອນທີ່ພຣະອົງຖືກຄຶງໃສ່ເທິງໄມ້ກາງແຂນ” (ຄັດຈາກບົດ “ວິທີຮັບໃຊ້ໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳຂອງພຣະເຈົ້າເຮັດໃຫ້ຂ້ອຍມີກຳລັງໃນທັນທີ ແລະ ຂ້ອຍກໍ່ຄິດເຖິງວ່າພຣະເຢຊູເຈົ້າໄດ້ທົນທຸກເທິງໄມ້ກາງແຂນແນວໃດ: ພຣະອົງຖືກຂ້ຽນຕີ, ຖືກເຍາະເຍີ້ຍ ແລະ ຖືກເຮັດໃຫ້ອັບອາຍໂດຍທະຫານໂຣມັນ ແລະ ຖືກຕີຈົນເລືອດອອກ. ແລ້ວພຣະອົງກໍ່ຍັງສາມາດແບກໄມ້ກາງແຂນທີ່ໜັກນັ້ນ, ເຊິ່ງເປັນໄມ້ກາງແຂນດຽວກັນກັບທີ່ພວກເຂົາໃຊ້ເພື່ອຕອກພຣະອົງໃນທີ່ສຸດ ຈົນເລືອດຢອດສຸດທ້າຍໃນຮ່າງກາຍຂອງພຣະອົງໄດ້ຫຼັ່ງອອກ. ຊ່າງເປັນການທໍລະມານທີ່ໂຫດຮ້າຍ! ຊ່າງເປັນການທົນທຸກທີ່ບໍ່ສາມາດຈິນຕະນາການໄດ້! ແຕ່ພຣະເຢຊູເຈົ້າກໍ່ອົດທົນກັບມັນໄດ້ຢ່າງງຽບໆ. ເຖິງແມ່ນວ່າຄວາມເຈັບປວດມີຫຼາຍເກີນທີ່ຈະອະທິບາຍດ້ວຍຄຳເວົ້າຢ່າງແນ່ນອນ, ພຣະເຢຊູເຈົ້າກໍ່ເຕັມໃຈທີ່ຈະໃຫ້ພຣະອົງເອງຢູ່ໃນມືຂອງຊາຕານເພື່ອໄຖ່ມະນຸດຊາດທັງປວງຈາກຄວາມຜິດບາບ. ຂ້ອຍຄິດກັບຕົນເອງວ່າ: “ມື້ນີ້, ພຣະເຈົ້າໄດ້ບັງເກີດເປັນມະນຸດເປັນຄັ້ງທີສອງ ແລະ ມາສູ່ປະເທດຈີນເຊິ່ງເປັນປະເທດທີ່ບໍ່ເຊື່ອໃນພຣະເຈົ້າ. ໃນທີ່ນີ້, ພຣະອົງໄດ້ພົບກັບອັນຕະລາຍ ເຊິ່ງໂຫດຮ້າຍຫຼາຍກວ່າສິ່ງທີ່ພຣະອົງຜະເຊີນໃນຍຸກແຫ່ງພຣະຄຸນຢ່າງມະຫາສານ. ນັບຕັ້ງແຕ່ທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ປາກົດ ແລະ ເລີ່ມປະຕິບັດພາລະກິດຂອງພຣະອົງ, ລັດຖະບານຂອງພັກກອມມູນິດຈີນໄດ້ໃຊ້ທຸກວິທີການທີ່ສາມາດເຮັດໄດ້ເພື່ອໃສ່ຮ້າຍ, ໝິ່ນປະໝາດ, ຕາມລ່າ ແລະ ຈັບກຸມພຣະຄຣິດຢ່າງບ້າປ່ວງ, ຫວັງຢ່າງໄຮ້ປະໂຫຍດທີ່ຈະທຳລາຍພາລະກິດຂອງພຣະເຈົ້າ. ການທົນທຸກທີ່ພຣະເຈົ້າໄດ້ຜະເຊີນໃນການບັງເກີດເປັນມະນຸດທັງສອງຄັ້ງຂອງພຣະອົງແມ່ນຢູ່ເກີນສິ່ງທີ່ຄົນໃດໜຶ່ງຈະສາມາດຈິນຕະນາການໄດ້, ແຮງໄກທີ່ພວກເຂົາຈະອົດກັ້ນໄດ້. ເນື່ອງຈາກພຣະເຈົ້າໄດ້ອົດກັ້ນກັບການທົນທຸກຢ່າງຫຼວງຫຼາຍເພື່ອພວກເຮົາ, ຂ້ອຍຄວນມີຄວາມສຳນຶກຫຼາຍກວ່ານີ້; ຂ້ອຍຕ້ອງເຮັດໃຫ້ພຣະເຈົ້າພໍໃຈ ແລະ ນໍາຄວາມສະບາຍໃຈມາໃຫ້ພຣະອົງ ເຖິງແມ່ນມັນໝາຍຄວາມວ່າຂ້ອຍຕ້ອງຕາຍ”. ໃນຊ່ວງເວລານັ້ນ, ຄວາມລຳບາກຂອງໄພ່ພົນ ແລະ ຜູ້ປະກາດພຣະທຳທັງໝົດຕະຫຼອດຍຸກຕ່າງໆກໍ່ໄດ້ປາກົດຂຶ້ນມາໃນຄວາມຄິດຂອງຂ້ອຍໃນທັນທີ: ດານີເອັນທີ່ຢູ່ໃນຖໍ້າຂອງສິງໂຕ, ເປໂຕທີ່ຖືກຄຶງກັບດ້ານເທິງໄມ້ກາງແຂນ, ຢາໂກໂບທີ່ຖືກຕັດຄໍ... ໂດຍບໍ່ມີຂໍ້ຍົກເວັ້ນແມ່ນແຕ່ໜ້ອຍດຽວ, ໄພ່ພົນ ແລະ ຜູ້ປະກາດພຣະທຳທຸກຄົນເຫຼົ່ານີ້ໄດ້ຢືນເປັນພະຍານທີ່ກ້ອງກັງວານໃຫ້ກັບພຣະເຈົ້າເມື່ອໃກ້ຈະຕາຍ ແລະ ຂ້ອຍກໍ່ຮູ້ວ່າຂ້ອຍຄວນແນໃສ່ເພື່ອຮຽນແບບຄວາມເຊື່ອ, ການອຸທິດຕົນ ແລະ ການຍອມອ່ອນນ້ອມຂອງພວກເຂົາຕໍ່ພຣະເຈົ້າ. ສະນັ້ນ, ຂ້ອຍຈຶ່ງອະທິຖານຢ່າງງຽບໆຫາພຣະເຈົ້າ: “ຂ້າແຕ່ ພຣະເຈົ້າ! ພຣະອົງບໍລິສຸດຈາກຄວາມຜິດບາບ ແຕ່ກໍ່ຖືກຄຶງເທິງໄມ້ກາງແຂນສຳລັບຄວາມລອດພົ້ນຂອງພວກເຮົາ. ຫຼັງຈາກນັ້ນ ພຣະອົງກໍ່ບັງເກີດເປັນມະນຸດໃນປະເທດຈີນ ເພື່ອປະຕິບັດພາລະກິດຂອງພຣະອົງ, ໂດຍສ່ຽງຊີວິດຂອງພຣະອົງ. ຄວາມຮັກຂອງພຣະອົງຍິ່ງໃຫຍ່ຫຼາຍຈົນຂ້ານ້ອຍບໍ່ສາມາດຕອບແທນພຣະອົງໄດ້. ມັນເປັນກຽດທີ່ຍິ່ງໃຫຍ່ຂອງຂ້ານ້ອຍທີ່ຈະທົນທຸກຄຽງຂ້າງພຣະອົງໃນມື້ນີ້ ແລະ ຂ້ານ້ອຍກໍ່ເຕັມໃຈທີ່ຈະຢືນເປັນພະຍານເພື່ອເຮັດໃຫ້ພຣະອົງສະບາຍໃຈ. ເຖິງແມ່ນວ່າຊາຕານເອົາຊີວິດຂອງຂ້ານ້ອຍໄປຈາກຂ້ານ້ອຍ, ຂ້ານ້ອຍກໍ່ຈະບໍ່ຈົ່ມຕໍ່ວ່າແມ່ນແຕ່ຄຳດຽວ!” ເມື່ອຄວາມຄິດຂອງຂ້ອຍໃສ່ໃຈກັບຄວາມຮັກຂອງພຣະເຈົ້າ, ຄວາມເຈັບປວດທີ່ຢູ່ໃນຮ່າງກາຍຂອງຂ້ອຍກໍ່ເບິ່ງຄືວ່າບັນເທົາຢ່າງຫຼວງຫຼາຍ. ໃນເຄິ່ງຫຼັງຂອງຄືນນັ້ນ, ຕໍາຫຼວດທີ່ຊົ່ວຮ້າຍກໍ່ສືບຕໍ່ຜັດປ່ຽນກັນທໍລະມານຂ້ອຍ. ປະມານ 9 ໂມງເຊົ້າຂອງມືຖັດໄປ, ພວກເຂົາຈຶ່ງແກ້ມັດຂາຂອງຂ້ອຍໃນທີ່ສຸດ ແລະ ປ່ອຍໃຫ້ຂ້ອຍຫ້ອຍຈາກປ່ອງຢ້ຽມ. ແຂນທັງສອງຂ້າງຂອງຂ້ອຍກໍ່ມຶນຊາຢ່າງສົມບູນ ແລະ ບໍ່ມີຄວາມຮູ້ສຶກ ແລະ ຮ່າງກາຍທັງໝົດຂອງຂ້ອຍກໍ່ບວມ. ໃນເວລານັ້ນ, ເອື້ອຍທີ່ຂ້ອຍປະຕິບັດໜ້າທີ່ນໍາຖືກນໍາເຂົ້າໄປໃນຫ້ອງສອບສວນທີ່ຢູ່ຂ້າງໆ. ໃນທັນທີທັນໃດ, ເຈົ້າໜ້າທີ່ແປດ ຫຼື ເກົ້າຄົນກໍ່ຫຼັ່ງເຂົ້າມາໃນຫ້ອງສອບສວນຂອງຂ້ອຍ ແລະ ເຈົ້າໜ້າທີ່ຕໍາຫຼວດທີ່ໂຕເຕ້ຍໆ ແລະ ຕຸ້ຍກໍ່ເຂົ້າມາຢ່າງໃຈຮ້າຍ ແລະ ຖາມກັບຕໍາຫຼວດຊົ່ວຮ້າຍທີ່ກຳລັງຈັດການກັບຂ້ອຍວ່າ: “ລາວທັນໄດ້ເວົ້າແລ້ວບໍ?” ພວກເຂົາກໍ່ຕອບວ່າ “ຍັງເທື່ອ”. ທັນທີທີ່ລາວໄດ້ຍິນຄຳຕອບຂອງພວກເຂົາ, ລາວກໍ່ໂນ້ມຕົວມາຫາຂ້ອຍ, ຕົບຂ້ອຍສອງຄັ້ງທີ່ໃບໜ້າ ແລະ ຮ້ອງໃສ່ຂ້ອຍຢ່າງໂມໂຫຮ້າຍວ່າ “ເຈົ້າຍັງບໍ່ໃຫ້ຄວາມຮ່ວມມື! ພວກເຮົາຮູ້ຊື່ຂອງເຈົ້າ ແລະ ພວກເຮົາຮູ້ວ່າເຈົ້າເປັນຜູ້ນໍາທີ່ສຳຄັນໃນຄຣິດຕະຈັກ. ຢ່າເຂົ້າໃຈຜິດວ່າພວກເຮົາບໍ່ຮູ້ຫຍັງເລີຍ! ເຈົ້າເກັບເງິນໄວ້ຢູ່ໃສ?” ເມື່ອເຫັນວ່າຂ້ອຍຍັງງຽບ, ລາວກໍ່ຂົ່ມຂູ່ຂ້ອຍ ໂດຍເວົ້າວ່າ “ຖ້າເຈົ້າບໍ່ເປີດປາກເວົ້າ, ມັນຈະຍາກຂຶ້ນສຳລັບເຈົ້າ ເມື່ອພວກເຮົາຄົ້ນພົບພວກມັນດ້ວຍຕົນເອງ. ຈາກຕໍາແໜ່ງຂອງເຈົ້າພາຍໃນຄຣິດຕະຈັກ, ເຈົ້າຈະຖືກຕັດສິນເປັນເວລາຊາວປີໃນຄຸກ!” ຕໍ່ມາ, ພວກເຂົາກໍ່ຍຶດບັດທະນາຄານຂອງຂ້ອຍ ແລະ ຖາມຊື່ທີ່ຢູ່ເທິງບັດ ແລະ ໝາຍເລກລະຫັດລັບສ່ວນຕົວ. ຂ້ອຍກໍ່ຄິດກັບຕົນເອງວ່າ “ໃຫ້ພວກເຂົາເບິ່ງເທາະ, ຜູ້ໃດຈະສົນ. ເຖິງແນວໃດກໍ່ຕາມ, ຄອບຄົວຂອງຂ້ອຍບໍ່ໄດ້ໂອນເງິນຫຼາຍເຂົ້າໃນບັນຊີນັ້ນ. ບາງເທື່ອ ຖ້າພວກເຂົາເຫັນ ພວກເຂົາຈະບໍ່ສືບຕໍ່ລົບກວນຂ້ອຍກ່ຽວກັບເງິນຂອງຄຣິດຕະຈັກ”. ເມື່ອຕັດສິນໃຈແລ້ວ, ຂ້ອຍກໍ່ບອກຊື່ ແລະ ໝາຍເລກລະຫັດລັບສ່ວນຕົວໃຫ້ກັບພວກເຂົາ.

ຕໍ່ມາ, ຂ້ອຍກໍ່ຂໍໄປຫ້ອງນໍ້າ ແລະ ໃນຕອນນັ້ນເອງ ພວກເຂົາຈຶ່ງປ່ອຍຂ້ອຍລົງໃນທີ່ສຸດ. ໃນຈຸດນັ້ນ, ຂ້ອຍສູນເສຍການຄວບຄຸມຂາຂອງຂ້ອຍຢ່າງສົມບູນ, ສະນັ້ນ ພວກເຂົາຈຶ່ງຫາມຂ້ອຍໄປຫ້ອງນໍ້າ ແລະ ຢືນເຝົ້າຢູ່ຂ້າງນອກ. ເຖິງຢ່າງໃດກໍ່ຕາມ, ຂ້ອຍໄດ້ສູນເສຍຄວາມຮູ້ສຶກທັງໝົດໃນມືຂອງຂ້ອຍ ແລະ ຄຳສັ່ງຈາກສະໝອງຂອງຂ້ອຍກໍ່ບໍ່ໄປເຖິງສ່ວນນັ້ນ, ສະນັ້ນ ຂ້ອຍຈຶ່ງຢືນໃນທີ່ນັ້ນ ແລະ ອີງກຳແພງ, ບໍ່ສາມາດແກ້ໂສ້ງຂອງຂ້ອຍໄດ້ຢ່າງສົມບູນ. ເມື່ອຂ້ອຍຍັງບໍ່ໄດ້ອອກມາຫຼັງຈາກຊ່ວງເວລາໜຶ່ງ, ໜຶ່ງໃນຕໍາຫຼວດກໍ່ເຕະເພື່ອເປີດປະຕູ ແລະ ຮ້ອງໃສ່ຂ້ອຍ ພ້ອມກັບຍິ້ມໂດຍມີຕັນຫາວ່າ “ເຈົ້າຍັງບໍ່ແລ້ວບໍ?” ເມື່ອເຫັນວ່າຂ້ອຍບໍ່ສາມາດຍັບມືຂອງຂ້ອຍ, ລາວກໍ່ຍ່າງມາຫາຂ້ອຍ ແລະ ແກ້ໂສ້ງຂອງຂ້ອຍ ແລະ ຫຼັງຈາກນັ້ນກໍ່ຜູກໂສ້ງຂອງຂ້ອຍຄືນ ເມື່ອຂ້ອຍແລ້ວ. ກຸ່ມເຈົ້າໜ້າທີ່ໆເປັນຜູ້ຊາຍໄດ້ເກາະກຸ່ມກັນຢູ່ຂ້າງນອກຫ້ອງນໍ້າ ແລ້ວສະແດງຄວາມຄິດເຫັນທີ່ຫຍຽດຍາມທຸກຮູບແບບ ແລະ ເຮັດໃຫ້ຂ້ອຍອັບອາຍດ້ວຍພາສາທີ່ຫຍາບຄາຍຂອງພວກເຂົາ. ຄວາມອະຍຸຕິທຳຈາກການທີ່ນັກເລງ ແລະ ມານຮ້າຍເຫຼົ່ານີ້ເຮັດໃຫ້ເດັກຍິງອາຍຸຊາວປີທີ່ຍັງໜຸ່ມນ້ອຍແບບຂ້ອຍອັບອາຍ ກໍ່ຫຼັ່ງໄຫຼເຂົ້າມາໃນຕົວຂ້ອຍທັນທີ ແລະ ຂ້ອຍກໍ່ເລີ່ມຮ້ອງໄຫ້. ມັນຍັງປາກົດໃນຄວາມຄິດຂອງຂ້ອຍວ່າ ຖ້າມືຂອງຂ້ອຍເປັນອຳມະພາດແທ້ໆ ແລະ ຂ້ອຍບໍ່ສາມາດດູແລຕົນເອງໃນອະນາຄົດ, ຂ້ອຍກໍ່ຈະຕາຍດີກວ່າ. ຖ້າຂ້ອຍສາມາດຍ່າງດີໆໃນຊ່ວງເວລານັ້ນ, ຂ້ອຍຈະໂດດອອກຈາກຕຶກອາຄານ ແລະ ຈົບມັນລົງໃນທັນທີ. ເມື່ອຂ້ອຍຢູ່ໃນຊ່ວງທີ່ອ່ອນແອທີ່ສຸດຂອງຂ້ອຍ, ເພງສັນລະເສີນ “ຂ້ອຍປາດຖະໜາທີ່ຈະເຫັນມື້ທີ່ສະຫງ່າລາສີຂອງພຣະເຈົ້າ” ກໍ່ປາກົດຂຶ້ນມາໃນຄວາມຄິດ: “ຂ້ອຍຈະຖວາຍຄວາມຮັກ ແລະ ຄວາມຈົງຮັກພັກດີຂອງຂ້ອຍຕໍ່ພຣະເຈົ້າ ແລະ ເຮັດພາລະກິດຂອງຂ້ອຍໃຫ້ສໍາເລັດເພື່ອສັນລະເສີນພຣະອົງ. ຂ້ອຍຕັ້ງໃຈທີ່ຈະຢືນໝັ້ນໃນການເປັນພະຍານຂອງຂ້ອຍໃຫ້ແກ່ພຣະເຈົ້າ ແລະ ບໍ່ຍອມແພ້ຕໍ່ຊາຕານ. ໂອ້, ເຖິງແມ່ນວ່າຫົວຂອງພວກເຮົາອາດຈະແຕກ ແລະ ເລືອດຂອງພວກເຮົາອາດຈະໄຫຼ, ແຕ່ກະດູກສັນຫຼັງຂອງຄົນຂອງພຣະເຈົ້າບໍ່ສາມາດງໍໄດ້. ດ້ວຍຄຳຕັກເຕືອນຂອງພຣະເຈົ້າທີ່ຕິດຢູ່ໃນຫົວໃຈຂອງຂ້ອຍ, ຂ້ອຍຕັ້ງໃຈທີ່ຈະເຮັດໃຫ້ຊາຕານທີ່ເປັນມານຮ້າຍໄດ້ອັບອາຍ. ຄວາມເຈັບປວດ ແລະ ຄວາມລໍາບາກແມ່ນໄດ້ຖືກກໍານົດໄວ້ລ່ວງໜ້າໂດຍພຣະເຈົ້າ. ຂ້ອຍຈະສັດຊື່ ແລະ ເຊື່ອຟັງພຣະອົງຈົນຕາຍ. ຂ້ອຍຈະບໍ່ເຮັດໃຫ້ພຣະເຈົ້າຮ້ອງໄຫ້ອີກເລີຍ ແລະ ຈະບໍ່ເຮັດໃຫ້ພຣະອົງກັງວົນອີກຕໍ່ໄປ” (ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່). ເພງສັນລະເສີນນີ້ເຮັດໃຫ້ຂ້ອຍເຕັມໄປດ້ວຍຄວາມເຊື່ອ ແລະ ຈິດວິນຍານຂອງຂ້ອຍກໍ່ເຂັ້ມແຂງຂຶ້ນ. ຂ້ອຍຄິດກັບຕົນເອງວ່າ: “ຂ້ອຍບໍ່ສາມາດຖືກຫຼອກລວງໂດຍກົນອຸບາຍຂອງຊາຕານ ແລະ ຂ້ອຍບໍ່ຄວນຈົບຊີວິດຂອງຂ້ອຍລົງກັບບາງສິ່ງແບບນີ້. ພວກເຂົາກໍ່ເຮັດໃຫ້ຂ້ອຍອັບອາຍ ແລະ ເວົ້າສຽດສີຂ້ອຍ ເພື່ອວ່າຂ້ອຍຈະເຮັດສິ່ງທີ່ຈະທຳຮ້າຍ ແລະ ທໍລະຍົດພຣະເຈົ້າ. ຖ້າຂ້ອຍຕ້ອງຕາຍ, ຂ້ອຍກໍ່ຈະຕົກລົງສູ່ແຜນອຸບາຍການສົມຄົບຄິດຂອງພວກເຂົາ. ຂ້ອຍບໍ່ສາມາດປ່ອຍໃຫ້ແຜນການຂອງຊາຕານສຳເລັດໄດ້. ເຖິງແມ່ນວ່າຂ້ອຍໄດ້ຖືກເຮັດໃຫ້ພິການແທ້ໆ, ຕາບໃດທີ່ຂ້ອຍຍັງມີລົມຫາຍໃຈເຫຼືອອີກໜຶ່ງຄັ້ງພາຍໃນຂ້ອຍ, ຂ້ອຍກໍ່ຕ້ອງສືບຕໍ່ມີຊີວິດຢູ່ເພື່ອເປັນພະຍານໃຫ້ກັບພຣະເຈົ້າ”.

ເມື່ອຂ້ອຍກັບຄືນສູ່ຫ້ອງສອບສວນ, ຂ້ອຍກໍ່ລົ້ມລົງເທິງພື້ນຍ້ອນຄວາມອິດເມື່ອຍ. ຕໍາຫຼວດໄດ້ມາອ້ອມຂ້ອຍ ແລະ ຮ້ອງໃສ່ຂ້ອຍ, ສັ່ງໃຫ້ຂ້ອຍຢືນຂຶ້ນຄືນ. ເຈົ້າໜ້າທີ່ເຕ້ຍໆ ແລະ ຕຸ້ຍຄົນນັ້ນທີ່ຕົບໜ້າຂອງຂ້ອຍໄດ້ໂນ້ມຕົວມາຫາຂ້ອຍ, ເຕະຂ້ອຍຢ່າງຊົ່ວຮ້າຍ ແລະ ກ່າວຫາວ່າຂ້ອຍທຳທ່າເຮັດ. ໃນຊ່ວງເວລານັ້ນ, ຮ່າງກາຍຂອງຂ້ອຍກໍ່ເລີ່ມສັ່ນ ແລະ ຂ້ອຍຫາຍໃຈຫອບ ແລະ ເລີ່ມຫາຍໃຈໄວກວ່າປົກກະຕິ. ຂາຊ້າຍຂອງຂ້ອຍ ແລະ ເອິກເບື້ອງຊ້າຍຂອງຂ້ອຍເລີ່ມສັ່ນກະຕຸກ ແລະ ຂົດເຂົ້າຫາກັນ. ທົ່ວຮ່າງກາຍຂອງຂ້ອຍເຢັນຊາ ແລະ ແຂງ ແລະ ບໍ່ວ່າເຈົ້າໜ້າທີ່ສອງຄົນຈະດຶງ ແລະ ງັດຂ້ອຍແນວໃດກໍ່ຕາມ, ພວກເຂົາກໍ່ບໍ່ສາມາດເຮັດໃຫ້ຕົວຂ້ອຍຊື່ໄດ້. ໃນຄວາມຄິດຂອງຂ້ອຍ, ຂ້ອຍຮູ້ວ່າພຣະເຈົ້າກຳລັງໃຊ້ຄວາມເຈັບປວດ ແລະ ຄວາມທົນທຸກນີ້ເພື່ອເປີດຫົນທາງໃຫ້ແກ່ຂ້ອຍ, ຖ້າບໍ່ດັ່ງນັ້ນ ພວກເຂົາກໍ່ຈະສືບຕໍ່ທໍລະມານຂ້ອຍຢ່າງໂຫດຮ້າຍ. ຫຼັງຈາກທີ່ເຫັນວ່າຂ້ອຍຢູ່ໃນສະພາວະທີ່ອັນຕະລາຍເທົ່ານັ້ນເອງ, ເຈົ້າໜ້າທີ່ໆຊົ່ວຮ້າຍເຫຼົ່ານັ້ນກໍ່ຢຸດຕີຂ້ອຍໃນທີ່ສຸດ. ຫຼັງຈາກນັ້ນ ພວກເຂົາໄດ້ມັດຂ້ອຍໃສ່ຕັ່ງທໍລະມານ ແລະ ໄປຫ້ອງຂ້າງໆເພື່ອທໍລະມານເອື້ອຍໃນຄຣິດຕະຈັກດຽວກັບຂ້ອຍ, ປ່ອຍໃຫ້ເຈົ້າໜ້າທີ່ສອງຄົນຢູ່ຂ້າງຫຼັງເພື່ອເຝົ້າເບິ່ງຂ້ອຍ. ເມື່ອໄດ້ຍິນເອື້ອຍຂອງຂ້ອຍຮ້ອງອອກມາຄັ້ງແລ້ວຄັ້ງເລົ່າດ້ວຍສຽງຮ້ອງແຫຼມທີ່ສະຫຍອງຂວັນ, ຂ້ອຍຕ້ອງການໂດດໃສ່ມານຮ້າຍເຫຼົ່ານັ້ນແທ້ໆ ແລະ ຕໍ່ສູ້ກັບພວກເຂົາຈົນຕາຍ, ແຕ່ຕາມທີ່ເປັນ ຂ້ອຍລົ້ມນອນກອງລົງເທິງພື້ນ ແລະ ອິດເມື່ອຍແທ້ໆ, ສະນັ້ນ ສິ່ງທີ່ຂ້ອຍສາມາດເຮັດໄດ້ຄືພຽງແຕ່ອະທິຖານຫາພຣະເຈົ້າ ແລະ ຂໍໃຫ້ພຣະເຈົ້າມອບກຳລັງໃຫ້ແກ່ເອື້ອຍຂອງຂ້ອຍ ແລະ ປົກປ້ອງລາວ ເພື່ອວ່າລາວຈະສາມາດຢືນເປັນພະຍານໄດ້. ໃນເວລາດຽວກັນ, ຂ້ອຍໄດ້ສາບແຊ່ງພັກຊົ່ວຮ້າຍ ແລະ ຊົ່ວຊ້ານັ້ນຢ່າງອາຄາດ ເຊິ່ງເປັນພັກທີ່ເຮັດໃຫ້ຄົນຂອງມັນຈົມລົງສູ່ການທົນທຸກຢ່າງຮຸນແຮງ ແລະ ຂໍໃຫ້ພຣະເຈົ້າລົງໂທດສັດຮ້າຍເຫຼົ່ານີ້ທີ່ຢູ່ໃນຮູບຮ່າງຂອງມະນຸດ. ຕໍ່ມາ, ເມື່ອເຫັນວ່າຂ້ອຍລົ້ມລົງໃນທີ່ນັ້ນ ໂດຍເບິ່ງຄືກັບວ່າຂ້ອຍມີພຽງລົມຫາຍໃຈຄັ້ງສຸດທ້າຍ ແລະ ບໍ່ຕ້ອງການທີ່ຈະຈັດການກັບຄົນທີ່ກຳລັງຕາຍຕໍ່ຕາຂອງພວກເຂົາ, ໃນທີ່ສຸດ ພວກເຂົາກໍ່ສົ່ງຂ້ອຍໄປໂຮງໝໍ. ຫຼັງຈາກທີ່ຂ້ອຍມາຮອດໂຮງໝໍ, ຂາ ແລະ ເອິກຂອງຂ້ອຍເລີ່ມສັ່ນກະຕຸກ ແລະ ຂົດເຂົ້າຫາກັນອີກຄັ້ງ ແລະ ມັນໃຊ້ຫຼາຍຄົນເພື່ອທີ່ຈະງັດຮ່າງກາຍຂອງຂ້ອຍໃຫ້ຢູ່ໃນທ່າຊື່ຄືນ. ມືທັງສອງຂ້າງຂອງຂ້ອຍບວມຄືກັບໝາກປູມເປົ້າ ແລະ ເຕັມໄປດ້ວຍເລືອດທີ່ກ້າມຢູ່. ມືຂອງຂ້ອຍລ້ວນແລ້ວແຕ່ເຕັມໄປດ້ວຍນໍ້າໜອງ ແລະ ພວກເຂົາກໍ່ບໍ່ສາມາດເລີ່ມການຖ່າຍເລືອດໄດ້, ເພາະທັນທີທີ່ພວກເຂົາແທງເຂັມໃສ່, ເລືອດກໍ່ຈະໄຫຼອອກມາຈາກເສັ້ນເລືອດ, ກະຈາຍໄປທົ່ວເນື້ອເຍື່ອທີ່ຢູ່ອ້ອມຂ້າງ ແລະ ຫຼັ່ງເລືອດຈາກບໍລິເວນທີ່ສັກເຂັມ. ເມື່ອທ່ານໝໍເຫັນເຖິງສິ່ງທີ່ກຳລັງເກີດຂຶ້ນ, ລາວກໍ່ເວົ້າວ່າ “ພວກເຮົາຕ້ອງເອົາກະແຈມືເຫຼົ່ານີ້ອອກ!” ລາວຍັງແນະນໍາກັບຕໍາຫຼວດໃຫ້ສົ່ງຂ້ອຍໄປໂຮງໝໍປະຈຳເທດສະບານເພື່ອກວດສຸຂະພາບເພີ່ມ, ເພາະລາວກັງວົນວ່າຂ້ອຍຈະມີອາການກ່ຽວກັບຫົວໃຈ. ຕໍາຫຼວດທີ່ຊົ່ວຮ້າຍເຫຼົ່ານັ້ນກໍ່ບໍ່ຕ້ອງການເຮັດຫຍັງເພື່ອຊ່ວຍຂ້ອຍ, ແຕ່ຫຼັງຈາກນັ້ນ ພວກເຂົາກໍ່ບໍ່ໄດ້ເອົາກະແຈໃສ່ມືຂອງຂ້ອຍອີກຕໍ່ໄປ. ໃນຕອນເຊົ້າຂອງມື້ຖັດມາ, ເຈົ້າໜ້າທີ່ໆສອບສວນຂ້ອຍກໍ່ຂຽນໃບຖະແຫຼງທີ່ເຕັມໄປດ້ວຍຄຳໝິ່ນປະໝາດ ແລະ ຄຳໃສ່ຮ້າຍພຣະເຈົ້າເພື່ອໃຊ້ເປັນການອອກຈາກສາສະໜາດ້ວຍວາຈາຂອງຂ້ອຍ ແລະ ຕ້ອງການໃຫ້ຂ້ອຍເຊັນມັນ. ເມື່ອຂ້ອຍປະຕິເສດທີ່ຈະເຊັນໃບຖະແຫຼງນັ້ນ, ລາວກໍ່ເລີ່ມໃຈຮ້າຍ, ຈັບມືຂອງຂ້ອຍ ແລະ ບັງຄັບໃຫ້ຂ້ອຍໝາຍລາຍນິ້ວມືຂອງຂ້ອຍໃນໃບຖະແຫຼງ. ຈົນເຖິງຕອນແລງຂອງວັນທີ 9 ຂອງເດືອນເມສາ, ຜູ້ອຳນວຍການຂະແໜງການ ແລະ ເຈົ້າໜ້າທີ່ຕໍາຫຼວດຜູ້ຊາຍອີກສອງຄົນໄດ້ຄຸ້ມກັນຂ້ອຍໄປເຮືອນກັກຂັງ. ເມື່ອທ່ານໝໍໃນເຮືອນກັກຂັງເຫັນວ່າທົ່ວຮ່າງກາຍຂອງຂ້ອຍບວມ ແລະ ຂ້ອຍບໍ່ສາມາດຍ່າງໄດ້, ບໍ່ມີຄວາມຮູ້ສຶກໃນແຂນຂອງຂ້ອຍ ແລະ ເບິ່ງຄືກັບວ່າຊີວິດແຂວນຢູ່ເທິງເສັ້ນດ້າຍ, ພວກເຂົາກໍ່ປະຕິເສດທີ່ຈະຮັບເອົາຂ້ອຍ, ຢ້ານວ່າຂ້ອຍອາດຕາຍໃນທີ່ນັ້ນ. ຫຼັງຈາກນັ້ນ, ຜູ້ອຳນວຍການຂະແໜງການກໍ່ເຈລະຈາກັບຜູ້ຄວບຄຸມເຮືອນກັກຂັງເປັນເວລາເກືອບໜຶ່ງຊົ່ວໂມງ ແລະ ສັນຍາວ່າຖ້າມີຫຍັງເກີດຂຶ້ນກັບຂ້ອຍ, ເຮືອນກັກຂັງຈະບໍ່ຕ້ອງຮັບຜິດຊອບ ແລະ ໃນຕອນນັ້ນເອງ ຜູ້ຄວບຄຸມກໍ່ຕົກລົງທີ່ຈະຮັບຄຸມຂັງຂ້ອຍໃນທີ່ສຸດ.

ເປັນເວລາຫຼາຍກວ່າສິບມື້ຕໍ່ມາ, ຕໍາຫຼວດທີ່ຊົ່ວຮ້າຍຫຼາຍກວ່າສິບສອງຄົນຖືກຍ້າຍຈາກເຂດອື່ນ ແລະ ປະຈຳການທີ່ເຮືອນກັກຂັງເປັນການຊົ່ວຄາວ ເພື່ອສອບສວນຂ້ອຍເປັນຜຽນໝົດມື້ໝົດຄືນ. ມີຂໍ້ຈຳກັດທີ່ກຳນົດໄວ້ສຳລັບຈຳນວນເວລາທີ່ສາມາດສອບສວນນັກໂທດ, ແຕ່ຕໍາຫຼວດເວົ້າວ່ານີ້ແມ່ນກໍລະນີທີ່ໃຫຍ່ ແລະ ສຳຄັນ ເຊິ່ງມີລັກສະນະທີ່ຮ້າຍແຮງຫຼາຍ, ສະນັ້ນ ພວກເຂົາຈະບໍ່ປ່ອຍໃຫ້ຂ້ອຍຢູ່ຄົນດຽວ. ເພາະພວກເຂົາຢ້ານວ່າ ເນື່ອງຈາກສະພາວະທີ່ອ່ອນແອຂອງຂ້ອຍ ຖ້າພວກເຂົາຖາມຂ້ອຍເປັນເວລາດົນເກີນໄປ ຂ້ອຍອາດມີພາວະສຸກເສີນທາງສຸຂະພາບບາງຢ່າງ, ພວກເຂົາຈະສິ້ນສຸດການສອບສວນຂອງພວກເຂົາປະມານ 11 ໂມງເຊົ້າ ແລະ ສົ່ງຂ້ອຍຄືນສູ່ຫ້ອງຂັງຂອງຂ້ອຍ, ເອີ້ນຂ້ອຍມາຫາໃນຕອນເຊົ້າຂອງມືຖັດໄປໃນຕອນຮຸ່ງອະລຸນ. ພວກເຂົາສອບສວນຂ້ອຍເປັນເວລາ 18 ຊົ່ວໂມງໃນແຕ່ລະມື້, ສາມມື້ລຽນຕິດກັນ. ເຖິງຢ່າງໃດກໍ່ຕາມ, ບໍ່ວ່າພວກເຂົາຈະທໍລະມານຂ້ອຍແນວໃດກໍ່ຕາມ, ຂ້ອຍບໍ່ໄດ້ເວົ້າແມ່ນແຕ່ຄຳດຽວ. ເມື່ອພວກເຂົາເຫັນວ່າກົນອຸບາຍທີ່ໃຊ້ໄມ້ແຂງຂອງພວກເຂົາໃຊ້ບໍ່ໄດ້ຜົນ, ພວກເຂົາກໍ່ປ່ຽນໄປໃຊ້ກົນອຸບາຍທີ່ໃຊ້ໄມ້ອ່ອນ. ພວກເຂົາເລີ່ມສະແດງຄວາມກັງວົນສຳລັບການບາດເຈັບຂອງຂ້ອຍ ແລະ ຈະຊື້ຢາໃຫ້ກັບຂ້ອຍ ແລະ ທານໍ້າມັນໃສ່ບາດແຜຂອງຂ້ອຍ. ເມື່ອຜະເຊີນໜ້າກັບການສະແດງເຖິງ “ຄວາມເມດຕາ” ແບບນີ້ຢ່າງກະທັນຫັນ, ຂ້ອຍກໍ່ບໍ່ທັນລະວັງ ໂດຍຂ້ອຍວ່າ: “ຖ້າຂ້ອຍພຽງແຕ່ບອກບາງສິ່ງທີ່ບໍ່ມີຜົນຫຼາຍກ່ຽວກັບຄຣິດຕະຈັກ, ມັນກໍ່ອາດຈະບໍ່ເປັນຫຍັງ...” ໃນທັນໃດນັ້ນເອງ, ພຣະທຳຂອງພຣະເຈົ້າກໍ່ປາກົດຂຶ້ນໃນຄວາມຄິດຂອງຂ້ອຍ: “ຢ່ານໍາໃຊ້ວິທີການທີ່ບໍ່ລະວັງ, ແຕ່ໃຫ້ຫຍັບເຂົ້າໃກ້ເຮົາເລື້ອຍໆຂຶ້ນ ເມື່ອສິ່ງຕ່າງໆເກີດຂຶ້ນກັບພວກເຈົ້າ; ໃຫ້ລະມັດລະວັງ ແລະ ຮອບຄອບໃນທຸກລັກສະນະເພື່ອຫຼີກເວັ້ນບໍ່ໃຫ້ເຮັດຜິດຕໍ່ການຂ້ຽນຕີຂອງເຮົາ ແລະ ເພື່ອຫຼີກເວັ້ນບໍ່ໃຫ້ຕົກເປັນເຫຍື່ອກົນອຸບາຍທີ່ມີເລ່ລ່ຽມຂອງຊາຕານ” (ຄັດຈາກ “ບົດທີ 95” ຂອງພາກພຣະຄຳຂອງພຣະຄຣິດໃນຕົ້ນເດີມໃນໜັງສືພຣະທຳປາກົດໃນຮ່າງກາຍ). ຂ້ອຍກໍ່ຮູ້ໃນທັນທີວ່າຂ້ອຍກຳລັງຫຼົງກົນອຸບາຍທີ່ມີເລ່ຫຼ່ຽມຂອງຊາຕານ. ຜູ້ຄົນເຫຼົ່ານີ້ບໍ່ແມ່ນຄົນດຽວກັນທີ່ທໍລະມານຂ້ອຍສອງສາມມື້ກ່ອນບໍ? ພວກເຂົາສາມາດປ່ຽນພຶດຕິກຳຂອງພວກເຂົາ, ແຕ່ທຳມະຊາດທີ່ຊົ່ວຮ້າຍຂອງພວກເຂົາແມ່ນບໍ່ສາມາດປ່ຽນໄດ້ ນັ້ນກໍ່ຄື ເຄີຍເປັນມານຮ້າຍກໍ່ຍັງຈະເປັນມານຮ້າຍຢູ່ສະເໝີ. ພຣະທຳຂອງພຣະເຈົ້າໄດ້ປຸກຂ້ອຍໃຫ້ຕື່ນຂຶ້ນຕໍ່ຂໍ້ແທ້ຈິງທີ່ວ່າພວກເຂົາເປັນພຽງໝາປ່າໃນໜັງຂອງແກະ ແລະ ພວກເຂົາມີແຮງຈູງໃຈທີ່ແອບແຝງຢູ່ສະເໝີ. ຕໍ່ນັ້ນມາ, ບໍ່ວ່າພວກເຂົາຈະລໍ້ຂ້ອຍ ຫຼື ທໍລະມານຂ້ອຍແນວໃດກໍ່ຕາມ, ຂ້ອຍກໍ່ຈະບໍ່ເວົ້າຈັກຄຳ. ບໍ່ດົນຫຼັງຈາກນັ້ນ, ພຣະເຈົ້າໄດ້ເປີດເຜີຍທາດແທ້ຂອງພວກເຂົາ; ເຈົ້າໜ້າທີ່ໆພວກເຂົາເອີ້ນວ່າ ຫົວໜ້າວູ ໄດ້ຖາມຂ້ອຍຢ່າງຮຸນແຮງ: “ເຈົ້າເປັນຜູ້ນໍາໃນຄຣິດຕະຈັກ ແລະ ເຖິງຢ່າງໃດກໍ່ຕາມ ເຈົ້າບໍ່ຮູ້ວ່າເງິນຢູ່ໃສບໍ? ຖ້າເຈົ້າບໍ່ບອກພວກເຮົາ, ພວກເຮົາມີວິທີທີ່ຈະຄົ້ນຫາເອງ!” ເຈົ້າໜ້າທີ່ຕໍາຫຼວດທີ່ເຖົ້າ ແລະ ຈ່ອຍໄດ້ຮ້ອງດູຖູກຂຶ້ນຢ່າງຮຸນແຮງ ໂດຍເວົ້າວ່າ “ຫ່າມຶງເອີຍ! ພວກກູໃຫ້ມຶງໄດ້ສອກ ແລ້ວມຶງຢາກໄດ້ວາ! ຖ້າມຶງບໍ່ເວົ້າ, ພວກກູຈະສົ່ງມຶງອອກໄປ ແລະ ຫ້ອຍມຶງອີກ. ພວກກູຈະເບິ່ງວ່າມັນຍັງຕ້ອງການເປັນ ຫຼິວ ຮູລານ ແລະ ປິດບັງຂໍ້ມູນຈາກພວກກູອີກ ຫຼື ບໍ່ຫຼັງຈາກນັ້ນ! ກູມີຫຼາຍວິທີທີ່ຈະຈັດການກັບມຶງ!” ຍິ່ງລາວເວົ້າດ້ວຍວິທີນັ້ນ, ຂ້ອຍກໍ່ຍິ່ງຕັ້ງໃຈວ່າຂ້ອຍຕ້ອງງຽບ. ໃນທີ່ສຸດ ລາວກໍ່ໃຈຮ້າຍ ແລະ ຢຽບຂ້ອຍ ແລະ ຍູ້ຂ້ອຍ ໂດຍເວົ້າວ່າ “ດ້ວຍພຶດຕິກຳແບບນີ້, ເວລາຊາວປີກໍ່ຈະເປັນການຕັດສິນທີ່ເບົາ!” ເມື່ອເວົ້າແນວນັ້ນ, ລາວກໍ່ຍ່າງອອກຈາກຫ້ອງດ້ວຍຄວາມໃຈຮ້າຍ. ຫຼັງຈາກນັ້ນ, ເຈົ້າໜ້າທີ່ຈາກພະແນກປ້ອງກັນຄວາມສະຫງົບປະຈຳແຂວງທີ່ຮັບຜິດຊອບເລື່ອງຄວາມປອດໄພຂອງປະເທດ ກໍ່ໄດ້ມາຖາມຂ້ອຍ. ລາວເວົ້າຫຼາຍປະໂຫຍກທີ່ໂຈມຕີ ແລະ ຕໍ່ຕ້ານພຣະເຈົ້າ ແລະ ໂອ້ອວດຢ່າງຕໍ່ເນື່ອງວ່າລາວມີປະສົບການ ແລະ ມີຄວາມຮູ້ສໍ່າໃດ, ເຊິ່ງເຮັດໃຫ້ເຈົ້າໜ້າທີ່ຄົນອື່ນໆຍົກຍ້ອງສັນລະເສີນລາວ. ເມື່ອສັງເກດເຫັນຄວາມຂີ້ຮ້າຍທີ່ໝັ້ນໃຈໃນຕົນເອງ ແລະ ພໍໃຈໃນຕົນເອງຂອງລາວ ແລະ ໄດ້ຍິນຄຳຂີ້ຕົວະທີ່ບິດເບືອນຄວາມຈິງ ແລະ ຂ່າວລືເລື່ອງຂີ້ຕົວະ ແລະ ການກ່າວໂທດທີ່ປອມທັງໝົດຂອງລາວ, ຂ້ອຍກໍ່ທັງຮູ້ສຶກກຽດຊັງ ແລະ ລັງກຽດເຈົ້າໜ້າທີ່ຄົນນີ້. ຂ້ອຍເຖິງກັບບໍ່ສາມາດທົນເບິ່ງລາວ ແລະ ສະນັ້ນ ຂ້ອຍຈຶ່ງພຽງແຕ່ຈ້ອງເບິ່ງກຳແພງຢູ່ຕໍ່ໜ້າຂ້ອຍ ແລະ ປະຕິເສດການໂຕ້ຖຽງແຕ່ລະຂໍ້ຂອງລາວໃນຫົວຂອງຂ້ອຍ. ການດ່າຢ່າງຮຸນແຮງຂອງລາວແກ່ຍາວຈົນໝົດເຊົ້າ ແລະ ເມື່ອລາວເວົ້າແລ້ວໃນທີ່ສຸດ ລາວກໍ່ຖາມຂ້ອຍວ່າຂ້ອຍຄິດແນວໃດ. ຂ້ອຍກໍ່ເວົ້າຢ່າງລຳຄານວ່າ: “ຂ້ອຍບໍ່ມີການສຶກສາ, ສະນັ້ນ ຂ້ອຍບໍ່ຮູ້ວ່າເຈົ້າເວົ້າຫຍັງເລື້ອຍເປື່ອຍ”. ດ້ວຍຄວາມໃຈຮ້າຍ, ລາວເວົ້າກັບຜູ້ສອບສວນອີກຄົນໜຶ່ງວ່າ “ບໍ່ມີຄວາມຫວັງສຳລັບລາວ. ຂ້ອຍຄິດວ່າລາວໄດ້ຮັບພຣະເຈົ້າແລ້ວ, ລາວສິ້ນຫວັງແລ້ວ!” ເມື່ອເວົ້າແນວນັ້ນ ລາວກໍ່ຈາກໄປຢ່າງຜິດຫວັງ.

ເມື່ອຕໍາຫຼວດທີ່ຊົ່ວຮ້າຍລາກຂ້ອຍເຂົ້າໄປໃນຫ້ອງຂັງຂອງຂ້ອຍໃນເຮືອນກັກຂັງ ແລະ ຂ້ອຍເຫັນວ່າເອື້ອຍວາງຢູ່ທີ່ນັ້ນໃນຫ້ອງຂັງດຽວກັນ, ການໄດ້ເຫັນຄົນທີ່ຮັກນີ້ເຮັດໃຫ້ຫົວໃຈຂອງຂ້ອຍເຕັມລົ້ນໄປດ້ວຍຄວາມອົບອຸ່ນ. ຂ້ອຍຮູ້ວ່ານີ້ຄືການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ ແລະ ຄວາມຮັກຂອງພຣະເຈົ້າກຳລັງຊອກຫາຂ້ອຍ ແລະ ຂ້ອຍຮູ້ວ່າພຣະເຈົ້າເຮັດສິ່ງນີ້ ເພາະໃນເວລານັ້ນ ຂ້ອຍພິການໂດຍປະລິຍາຍ, ແຂນ ແລະ ມືຂອງຂ້ອຍບວມຢ່າງຮຸນແຮງ ແລະ ເຕັມໄປດ້ວຍນໍ້າໜອງ, ຂ້ອຍບໍ່ມີຄວາມຮູ້ສຶກໃນນິ້ວມືຂອງຂ້ອຍ ເຊິ່ງໜາສໍ່າກັບໄສ້ກອກ ແລະ ແຂງເມື່ອຈັບຕ້ອງ, ຂ້ອຍເກືອບບໍ່ສາມາດຍັບຂາຂອງຂ້ອຍ ແລະ ທົ່ວຮ່າງກາຍຂອງຂ້ອຍກໍ່ອ່ອນແອ ແລະ ຖືກທຳລາຍໄປດ້ວຍຄວາມເຈັບປວດ. ໃນຊ່ວງເວລານັ້ນ, ເອື້ອຍຂອງຂ້ອຍກໍ່ດູແລຂ້ອຍທຸກມື້, ລາວຖູແຂ້ວໃຫ້ຂ້ອຍ, ລ້າງໜ້າໃຫ້ຂ້ອຍ, ອາບນໍ້າໃຫ້ຂ້ອຍ, ຫວີຜົມໃຫ້ຂ້ອຍ ແລະ ປ້ອນເຂົ້າຂ້ອຍ... ໜຶ່ງເດືອນຕໍ່ມາ, ເອື້ອຍຂອງຂ້ອຍຖືກປ່ອຍຕົວ ແລະ ຂ້ອຍກໍ່ຮັບແຈ້ງວ່າຂ້ອຍຖືກຈັບກຸມຢ່າງເປັນທາງການ. ຫຼັງຈາກທີ່ເອື້ອຍຂອງຂ້ອຍຖືກປ່ອຍຕົວ, ໂດຍຄິດວ່າຂ້ອຍຍັງບໍ່ສາມາດດູແລຕົນເອງ ແລະ ບໍ່ຮູ້ວ່າຂ້ອຍຈະຖືກກັກຂັງອີກດົນສໍ່າໃດ, ຂ້ອຍຈຶ່ງຮູ້ສຶກສິ້ນຫວັງ ແລະ ໝົດຫວັງຢ່າງບໍ່ເປັນຕາເຊື່ອ. ຂ້ອຍບໍ່ສາມາດເຮັດຫຍັງໄດ້ ນອກຈາກຮ້ອງຫາພຣະເຈົ້າ: “ໂອ ພຣະເຈົ້າ, ຂ້ານ້ອຍຮູ້ສຶກຄືກັບຄົນພິການ, ຂ້ານ້ອຍຄວນສືບຕໍ່ໂດຍເປັນແບບນີ້ໄດ້ແນວໃດ? ຂ້ານ້ອຍຂໍໃຫ້ພຣະອົງປົກປ້ອງຫົວໃຈຂອງຂ້ານ້ອຍ, ເພື່ອວ່າຂ້ານ້ອຍອາດເອົາຊະນະສະຖານະການນີ້ໄດ້”. ເມື່ອຂ້ອຍກັງວົນຫຼາຍຈົນບໍ່ຮູ້ຈະເຮັດຫຍັງຕໍ່ ແລະ ຮູ້ສຶກຄືກັບສັບສົນຢ່າງສິ້ນເຊີງ, ຂ້ອຍກໍ່ຄິດຫາພຣະທຳຂອງພຣະເຈົ້າ: “ພວກເຈົ້າເຄີຍຄິດບໍວ່າ ມື້ໜຶ່ງພຣະເຈົ້າຂອງພວກເຈົ້າຈະເອົາພວກເຈົ້າໄປໄວ້ໃນສະຖານທີ່ທີ່ພວກເຈົ້າບໍ່ຄຸ້ນເຄີຍທີ່ສຸດ? ພວກເຈົ້າສາມາດຈິນຕະນາການໄດ້ບໍວ່າພວກເຈົ້າຈະກາຍເປັນຫຍັງ ຖ້າວັນໜຶ່ງເຮົາຍາດຊິງເອົາທຸກສິ່ງໄປຈາກພວກເຈົ້າ? ພະລັງຂອງພວກເຈົ້າໃນມື້ນັ້ນຍັງຈະເປັນຄືຕອນນີ້ຢູ່ບໍ? ຄວາມເຊື່ອຂອງພວກເຈົ້າຈະມີອີກບໍ?” (ຄັດຈາກບົດ “ພວກເຈົ້າຕ້ອງເຂົ້າໃຈພາລະກິດ ຢ່າປະຕິບັດຕາມຢ່າງສັບສົນ!” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳຂອງພຣະເຈົ້າເປັນຄືກັບປະພາຄານສ່ອງແສງທີ່ເຍືອງທາງໃຫ້ກັບຫົວໃຈຂອງຂ້ອຍ ແລະ ເຮັດໃຫ້ຂ້ອຍໄດ້ເຂົ້າໃຈເຖິງຄວາມປະສົງຂອງພຣະອົງ. ຂ້ອຍຄິດກັບຕົນເອງວ່າ: “ສະພາບແວດລ້ອມທີ່ຂ້ອຍຜະເຊີນຢູ່ໃນຕອນນີ້ຄືສະພາບແວດລ້ອມທີ່ຂ້ອຍຄຸ້ນເຄີຍໜ້ອຍທີ່ສຸດ. ພຣະເຈົ້າຕ້ອງການໃຫ້ຂ້ອຍໄດ້ຜະເຊີນກັບພາລະກິດຂອງພຣະອົງພາຍໃນສະພາບແວດລ້ອມປະເພດນີ້ເພື່ອເຮັດໃຫ້ຄວາມເຊື່ອຂອງຂ້ອຍສົມບູນ. ເຖິງແມ່ນເອື້ອຍຂອງຂ້ອຍໄດ້ຈາກຂ້ອຍໄປ, ພຣະເຈົ້າບໍ່ໄດ້ຈາກໄປຢ່າງແນ່ນອນ! ເມື່ອຄິດຫາເສັ້ນທາງທີ່ຂ້ອຍໄດ້ຍ່າງ, ພຣະເຈົ້າໄດ້ຊີ້ນໍາຂ້ອຍໃນທຸກໆກ້າວຂອງຫົນທາງດັ່ງກ່າວ! ຖ້າຂ້ອຍເພິ່ງພາພຣະເຈົ້າ, ບໍ່ມີຄວາມຫຍຸ້ງຍາກທີ່ບໍ່ສາມາດຖືກເອົາຊະນະໄດ້”. ຂ້ອຍເຫັນວ່າຄວາມເຊື່ອຂອງຂ້ອຍມີໜ້ອຍ, ສະນັ້ນ ຂ້ອຍຈຶ່ງອະທິຖານຫາພຣະເຈົ້າ: “ໂອ ພຣະເຈົ້າ, ຂ້ານ້ອຍເຕັມໃຈທີ່ຈະວາງຕົນເອງໄວ້ໃນມືຂອງພຣະອົງຢ່າງສິ້ນເຊີງ ແລະ ຍອມຕໍ່ການປັ້ນແຕ່ງຂອງພຣະອົງ. ບໍ່ວ່າຂ້ານ້ອຍຈະຜະເຊີນໜ້າກັບສະຖານະການໃດກໍ່ຕາມໃນອະນາຄົດ, ຂ້ານ້ອຍຈະຍອມຕໍ່ພຣະອົງ ແລະ ບໍ່ຈົ່ມຕໍ່ວ່າ”. ຫຼັງຈາກທີ່ສິ້ນສຸດຄຳອະທິຖານຂອງຂ້ອຍ, ຂ້ອຍກໍ່ຮູ້ສຶກແຈ່ມໃສ ແລະ ສະຫງົບງຽບ. ໃນຕອນສວາຍຂອງມື້ຖັດໄປ, ເຈົ້າໜ້າທີ່ດັດສ້າງໄດ້ນໍານັກໂທດຄົນໃໝ່ເຂົ້າມາ. ເມື່ອລາວເຫັນສະຖານະການຂອງຂ້ອຍ, ລາວກໍ່ເລີ່ມດູແລຂ້ອຍໂດຍທີ່ຂ້ອຍບໍ່ຕ້ອງຮ້ອງຂໍ. ໃນສິ່ງນີ້, ຂ້ອຍເຫັນເຖິງຄວາມອັດສະຈັນ ແລະ ຄວາມຊື່ສັດຂອງພຣະເຈົ້າ; ພຣະເຈົ້າບໍ່ໄດ້ປະຖິ້ມຂ້ອຍ, ທຸກສິ່ງໃນສະຫວັນ ແລະ ເທິງແຜ່ນດິນໂລກແມ່ນຢູ່ໃນມືຂອງພຣະເຈົ້າ, ເຊິ່ງລວມເຖິງຄວາມຄິດຂອງມະນຸດ. ຖ້າມັນບໍ່ແມ່ນຍ້ອນການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ, ເປັນຫຍັງຜູ້ຍິງຄົນນີ້ທີ່ຂ້ອຍບໍ່ເຄີຍພົບມາກ່ອນຈຶ່ງດີກັບຂ້ອຍຫຼາຍ? ຫຼັງຈາກນັ້ນ, ຂ້ອຍກໍ່ໄດ້ເປັນພະຍານເຖິງຄວາມຮັກຂອງພຣະເຈົ້າຫຼາຍຍິ່ງຂຶ້ນ. ເມື່ອຜູ້ຍິງຄົນນັ້ນຖືກປ່ອຍຈາກເຮືອນກັກຂັງ, ພຣະເຈົ້າກໍ່ສົ່ງຜູ້ຍິງອີກໜຶ່ງຄົນທີ່ຂ້ອຍບໍ່ເຄີຍພົບມາກ່ອນເພື່ອດູແລຂ້ອຍ ແລະ ພວກເຂົາກໍ່ສົ່ງຕໍ່ການດູແລຂ້ອຍໃຫ້ກັນຄືກັບວ່າພວກເຂົາກຳລັງສົ່ງໄມ້ແລ່ນລານ. ເຖິງກັບມີນັກໂທດບາງຄົນທີ່ໂອນເງິນເຂົ້າບັນຊີຂອງຂ້ອຍຫຼັງຈາກທີ່ພວກເຂົາຖືກປ່ອຍຕົວ. ໃນຊ່ວງເວລານີ້, ເຖິງແມ່ນຮ່າງກາຍຂອງຂ້ອຍໄດ້ທົນທຸກພໍສົມຄວນ, ຂ້ອຍກໍ່ສາມາດປະສົບກັບຄວາມຈິງໃຈໃນຄວາມຮັກຂອງພຣະເຈົ້າສຳລັບມະນຸດໂດຍກົງ. ບໍ່ວ່າມະນຸດຈະຖືກໂຍນເຂົ້າໃນສະຖານະການປະເພດໃດກໍ່ຕາມ, ພຣະເຈົ້າບໍ່ເຄີຍປະຖິ້ມລາວ ແຕ່ເຮັດໜ້າທີ່ເປັນຜູ້ຊ່ວຍທີ່ສະໝໍ່າສະເໝີຂອງລາວ. ຕາບໃດທີ່ມະນຸດບໍ່ສູນເສຍຄວາມເຊື່ອໃນພຣະເຈົ້າ, ລາວກໍ່ຈະສາມາດເປັນພະຍານເຖິງການກະທຳຂອງພຣະເຈົ້າຢ່າງແນ່ນອນ.

ຂ້ອຍຖືກກັກຕົວເປັນເວລາໜຶ່ງປີ ແລະ ສາມເດືອນ ແລະ ຫຼັງຈາກນັ້ນກໍ່ຖືກກ່າວຫາໂດຍລັດຖະບານຂອງພັກກອມມູນິດຈີນວ່າ “ເຮັດວຽກຜ່ານອົງກອນຂອງ ເສຍ ຈຽວ ເພື່ອຂັດຂວາງການບັງຄັບໃຊ້ກົດໝາຍ” ແລະ ຖືກຕັດສິນໃຫ້ຕິດຄຸກສາມປີ ແລະ ຫົກເດືອນ. ຫຼັງຈາກທີ່ຂ້ອຍຖືກຕັດສິນວ່າຜິດ, ຂ້ອຍກໍ່ຖືກຍ້າຍເຂົ້າໄປໃນຄຸກແມ່ຍິງປະຈຳແຂວງເພື່ອດຳເນີນການຕາມຄຳຕັດສິນຂອງຂ້ອຍ. ໃນຄຸກ, ພວກເຮົາຍິ່ງໄດ້ຮັບການປະຕິບັດທີ່ໄຮ້ມະນຸດສະທຳຫຼາຍກວ່າເກົ່າ. ພວກເຮົາຖືກບັງຄັບໃຫ້ໃຊ້ແຮງງານໃນແຕ່ລະມື້ ແລະ ຂໍ້ກຳນົດດ້ານປະລິມານວຽກປະຈຳວັນຂອງພວກເຮົາກໍ່ມີຫຼາຍເກີນສິ່ງທີ່ຄົນໃດໜຶ່ງສາມາດເຮັດໃຫ້ສຳເລັດໄດ້ຢ່າງສົມເຫດສົມຜົນຫຼາຍ. ຖ້າພວກເຮົາບໍ່ສາມາດສຳເລັດວຽກງານຂອງພວກເຮົາ, ພວກເຮົາກໍ່ຈະຖືກລົງໂທດທາງຮ່າງກາຍ. ໂດຍຄວາມຈິງແລ້ວ ເງິນທັງໝົດທີ່ຫາໄດ້ຜ່ານແຮງງານຂອງພວກເຮົາແມ່ນເຂົ້າໄປໃນກະເປົ໋າຂອງຜູ້ຄຸມຄຸກ. ພວກເຮົາພຽງແຕ່ໄດ້ຮັບສອງສາມຢວນຕໍ່ເດືອນສຳລັບຄ່າດຳລົງຊີບໂດຍຄາດຄະເນ. ໂຄງສ້າງຢ່າງເປັນທາງການທີ່ນໍາໃຊ້ຄຸກແມ່ນເພື່ອໃຫ້ມັນດັດສ້າງນັກໂທດຜ່ານແຮງງານ, ແຕ່ໃນຄວາມເປັນຈິງ ພວກເຮົາເປັນພຽງເຄື່ອງຈັກທີ່ສ້າງເງິນຂອງພວກເຂົາ, ເປັນຄົນຮັບໃຊ້ທີ່ບໍ່ໄດ້ຮັບຄ່າຈ້າງຂອງພວກເຂົາ. ໂດຍພາບລັກທັງໝົດ, ກົດລະບຽບຂອງຄຸກສຳລັບການຫຼຸດໂທດຂອງນັກໂທດເບິ່ງຄືມີມະນຸດສະທຳຫຼາຍ, ໂດຍການບັນລຸເງື່ອນໄຂທີ່ສະເພາະ ນັກໂທດສາມາດມີຄຸນສົມບັດສຳລັບການຫຼຸດໂທດຂອງພວກເຂົາຢ່າງເໝາະສົມ. ແຕ່ໃນຄວາມເປັນຈິງແລ້ວ ສິ່ງນີ້ເປັນພຽງສາກໜ້າ ແລະ ເພື່ອເຫັນແກ່ພາບລັກເທົ່ານັ້ນ. ໃນຄວາມເປັນຈິງທັງໝົດ, ສິ່ງທີ່ພວກເຂົາເອີ້ນວ່າລະບົບທີ່ມີມະນຸດສະທຳບໍ່ໄດ້ເປັນຫຍັງຫຼາຍກວ່າຄຳເວົ້າທີ່ວ່າງເປົ່າໃນເຈ້ຍ: ຄຳສັ່ງທີ່ຜູ້ຄຸມອອກເປັນການສ່ວນຕົວເປັນພຽງກົດໝາຍດຽວແທ້ໆຂອງແຜ່ນດິນ. ຄຸກຄວບຄຸມຈຳນວນການຫຼຸດໂທດປະຈຳປີທັງໝົດຢ່າງເຂັ້ມງວດ ເພື່ອຮັບປະກັນຄວາມສາມາດດ້ານແຮງງານທີ່ພຽງພໍ ແລະ ເພື່ອຮັບປະກັນວ່າລາຍຮັບຂອງຜູ້ຄຸມຄຸກຈະບໍ່ຫຼຸດລົງ. ການຫຼຸດໂທດເປັນເຕັກນິກທີ່ຖືກນໍາໃຊ້ໂດຍຄຸກເພື່ອເພີ່ມປະສິດທິພາບຂອງແຮງງານ. ໃນຈຳນວນນັກໂທດຫຼາຍຮ້ອຍຄົນໃນຄຸກ, ມີພຽງແຕ່ສິບ ຫຼື ປະມານນັ້ນເລັກນ້ອຍທີ່ຈະໄດ້ຮັບການຫຼຸດໂທດ ແລະ ສະນັ້ນ ຜູ້ຄົນຈຶ່ງຈະເຮັດວຽກຫຼາຍ, ຄິດກົນອຸບາຍຕໍ່ສູ້ກັນເອງເພື່ອຮັບເອົາມັນ. ເຖິງຢ່າງໃດກໍ່ຕາມ, ນັກໂທດສ່ວນໃຫຍ່ທີ່ຈະຈົບລົງດ້ວຍການໄດ້ຮັບການຫຼຸດໂທດແມ່ນຄົນທີ່ມີຄວາມສຳພັນກັບຕໍາຫຼວດ ເຊິ່ງບໍ່ຈຳເປັນຕ້ອງໃຊ້ແຮງງານໃນຕອນທຳອິດ. ນັກໂທດບໍ່ມີທາງເລືອກອື່ນ ນອກຈາກຈະເກັບຄວາມບໍ່ພໍໃຈໄວ້ກັບຕົນເອງ. ບາງຄົນຂ້າຕົວຕາຍເພື່ອປະທ້ວງ, ແຕ່ແທນທີ່ຈະເວົ້າຂໍ້ແທ້ຈິງ ຄຸກໄດ້ສ້າງເລື່ອງແບບມົ້ວໆເພື່ອເຮັດໃຫ້ຄອບຄົວຂອງເຫຍື່ອພໍໃຈ ແລະ ດ້ວຍເຫດນັ້ນ ການຕາຍຂອງພວກເຂົາຈຶ່ງລ້ວນແລ້ວແຕ່ໄຮ້ປະໂຫຍດ. ໃນຄຸກ, ຜູ້ຄຸມບໍ່ເຄີຍປະຕິບັດຕໍ່ພວກເຮົາຄືກັບມະນຸດ; ຖ້າພວກເຮົາຕ້ອງການລົມກັບພວກເຂົາ, ພວກເຮົາຈຳເປັນຕ້ອງກົ້ມລົງພື້ນ ແລະ ແຫງນເບິ່ງພວກເຂົາ ແລະ ຖ້າມີຫຍັງທີ່ພວກເຂົາບໍ່ມັກ, ພວກເຂົາກໍ່ຈະດ່າ ແລະ ເຍາະເຍີ້ຍພວກເຮົາດ້ວຍຄຳເວົ້າຫຍາບຄາຍທີ່ສົກກະປົກ. ເມື່ອຄຳຕັດສິນທີ່ເປັນເວລາສາມປີເຄິ່ງຂອງຂ້ອຍໄດ້ສິ້ນສຸດລົງໃນທີ່ສຸດ ແລະ ຂ້ອຍກັບເມືອເຮືອນ, ຄອບຄົວຂອງຂ້ອຍກໍ່ບໍ່ສາມາດປິດບັງຄວາມທຸກທໍລະມານທີ່ພວກເຂົາຮູ້ສຶກເມື່ອເຫັນຂ້ອຍເບິ່ງຄືກັບໂຄງກະດູກມະນຸດ, ອ່ອນແອ ແລະ ຈ່ອຍບາງຫຼາຍຈົນເກືອບບໍ່ສາມາດຈື່ຂ້ອຍໄດ້ ແລະ ກໍ່ຫຼັ່ງນໍ້າຕາອອກມາຫຼາຍ. ເຖິງຢ່າງໃດກໍ່ຕາມ, ຫົວໃຈຂອງພວກເຮົາເຕັມໄປດ້ວຍການຂອບໃຈພຣະເຈົ້າ. ພວກເຮົາຂອບໃຈພຣະເຈົ້າທີ່ຂ້ອຍຍັງມີຊີວິດຢູ່ ແລະ ທີ່ໄດ້ປົກປ້ອງຂ້ອຍ ເພື່ອວ່າຂ້ອຍຈະສາມາດປາກົດອອກມາຈາກນະຮົກເທິງແຜ່ນດິນໂລກຢ່າງຄົບສ່ວນ.

ຫຼັງຈາກທີ່ຂ້ອຍກັບມາເຮືອນເທົ່ານັ້ນ, ຂ້ອຍກໍ່ໄດ້ຮຽນຮູ້ວ່າ ໃນຂະນະທີ່ຂ້ອຍກຳລັງຖືກກັກຕົວ ຕໍາຫຼວດທີ່ຊົ່ວຮ້າຍໄດ້ມາສອງຄັ້ງ ແລະ ຮື້ ແລະ ຄົ້ນເຮືອນຕາມອຳເພີໃຈ. ພໍ່ແມ່ຂອງຂ້ອຍ ເຊິ່ງເຊື່ອໃນພຣະເຈົ້າທັງສອງຄົນ ໄດ້ຫຼົບໜີຈາກເຮືອນຂອງພວກເຮົາ ແລະ ໃຊ້ເວລາປະມານສອງປີເພື່ອຫຼົບຫຼີກຈາກການຈັບກຸມໂດຍລັດຖະບານ. ເມື່ອພວກເຂົາກັບມາເຮືອນໃນທີ່ສຸດ, ຫຍ້າທີ່ຢູ່ໃນເດີນກໍ່ຂຶ້ນສູງສໍ່າເຮືອນ, ສ່ວນຕ່າງໆຂອງຫຼັງຄາໄດ້ພັງລົງ ແລະ ສະຖານທີ່ທັງໝົດກໍ່ສົກກະປົກຢ່າງຮ້າຍແຮງ. ຕໍາຫຼວດຍັງໄປທົ່ວບ້ານຂອງພວກເຮົາເພື່ອກະຈາຍຄຳຂີ້ຕົວະກ່ຽວກັບພວກເຮົາ: ພວກເຂົາເວົ້າວ່າ ຂ້ອຍໄດ້ຫຼອກລວງເງິນຈາກບາງຄົນເປັນຈຳນວນໜຶ່ງລ້ານຈົນເຖິງຮ້ອຍລ້ານຢວນ ແລະ ພໍ່ແມ່ຂອງຂ້ອຍກໍ່ໄດ້ຫຼອກລວງເງິນຈາກບາງຄົນເປັນຈຳນວນຫຼາຍແສນຢວນ ເພື່ອສົ່ງນ້ອງຊາຍຂອງຂ້ອຍໄປວິທະຍາໄລ. ກຸ່ມມານຮ້າຍນີ້ເປັນພວກຂີ້ຕົວະມືອາຊີບທີ່ຜ່ານການຢືນຢັນ, ດີທີ່ສຸດໃນເກມ! ໃນຄວາມເປັນຈິງແລ້ວ, ເພາະພໍ່ແມ່ຂອງຂ້ອຍໄດ້ຫຼົບໜີຈາກເຮືອນ, ນ້ອງຊາຍຂອງຂ້ອຍຈຳເປັນຕ້ອງໄດ້ໃຊ້ເງິນຈາກທຶນການສຶກສາເພື່ອຊໍາລະສຳລັບຄ່າຮຽນຂອງລາວ ແລະ ຮຽນຈົບວິທະຍາໄລ. ຍິ່ງໄປກວ່ານັ້ນ, ເມື່ອລາວອອກຈາກເຮືອນເພື່ອໄປເຮັດວຽກ, ລາວຈຳເປັນຕ້ອງເກັບເງິນສຳລັບຄ່າເດີນທາງກ່ອນໜ້ອຍໜຶ່ງເປັນຊ່ວງເວລາໜຶ່ງ ໂດຍການຂາຍເຂົ້າທີ່ຄອບຄົວຂອງພວກເຮົາປູກ ແລະ ເກັບໝາກເບີຣີພຸ່ມເພື່ອໄປຂາຍ. ແຕ່ມານຮ້າຍເຫຼົ່ານັ້ນກໍ່ເຮັດຢ່າງບໍ່ມີສຳນຶກ, ກ່າວຮ້າຍຄອບຄົວຂອງຂ້ອຍດ້ວຍຄຳກ່າວໂທດທີ່ບໍ່ເປັນຈິງ, ຂ່າວລືນັ້ນຍັງວົນວຽນຈົນຮອດມື້ນີ້. ແມ່ນແຕ່ຕອນນີ້, ຂ້ອຍຍັງຖືກປະຕິເສດຢ່າງດູຖູກໂດຍບ້ານຂອງຂ້ອຍ ເພາະຊື່ສຽງຂອງຂ້ອຍໃນຖານະຜູ້ເຮັດຜິດທາງການເມືອງທີ່ຖືກຕັດສິນໂທດວ່າຜິດ ແລະ ນັກຕົວະຍົວະ. ຂ້ອຍຊັງພັກກອມມູນິດຈີນ ເຊິ່ງເປັນກຸ່ມມານຮ້າຍແທ້ໆ!

ເມື່ອຫວນຄິດເຖິງເວລາຫຼາຍປີທີ່ຂ້ອຍໄດ້ຕິດຕາມພຣະເຈົ້າ, ຂ້ອຍພຽງແຕ່ຍອມຮັບພຣະທຳຂອງພຣະເຈົ້າ ເຊິ່ງເປີດໂປງທຳມະຊາດຂອງມານຮ້າຍ ແລະ ແກ່ນແທ້ຂອງລັດຖະບານຂອງພັກກອມມູນິດຈີນໃນລະດັບທິດສະດີ, ແຕ່ບໍ່ເຄີຍເຂົ້າໃຈພຣະທຳເຫຼົ່ານັ້ນຢ່າງແທ້ຈິງຈັກເທື່ອ. ນັບຕັ້ງແຕ່ທີ່ອາຍຸຍັງນ້ອຍ, ເພາະຂ້ອຍຖືກປູກຝັງດ້ວຍຄວາມເຊື່ອໃນການສຶກສາທີ່ຮັກຊາດ, ເຊິ່ງເປັນເງື່ອນໄຂ ແລະ ຫຼອກລວງຂ້ອຍຢ່າງເປັນລະບົບໃຫ້ຄິດໃນລັກສະນະໃດໜຶ່ງ, ຂ້ອຍເຖິງກັບຄິດວ່າພຣະທຳຂອງພຣະເຈົ້າເວົ້າເກີນຈິງ, ຂ້ອຍພຽງແຕ່ບໍ່ສາມາດປະຖິ້ມການທີ່ຂ້ອຍເຄົາລົບບູຊາປະເທດຂອງພວກເຮົາໄດ້ແທ້ໆ, ຄິດວ່າພັກກອມມູນິດກໍ່ຖືກຕ້ອງຢູ່ສະເໝີ, ກອງທັບປົກປ້ອງບ້ານເກີດຂອງພວກເຮົາ ແລະ ຕໍາຫຼວດລົງໂທດ ແລະ ກຳຈັດອົງປະກອບທີ່ຊົ່ວຮ້າຍຈາກສັງຄົມ ແລະ ປົກປ້ອງຜົນປະໂຫຍດຂອງສາທາລະນະ. ຜ່ານການຜະເຊີນກັບການຂົ່ມເຫັງດ້ວຍມືຂອງມານຮ້າຍເຫຼົ່ານັ້ນ, ຂ້ອຍຈຶ່ງເຫັນເຖິງໃບໜ້າທີ່ແທ້ຈິງຂອງລັດຖະບານຂອງພັກກອມມູນິດຈີນ; ມັນຫຼອກລວງ ແລະ ໜ້າຊື່ໃຈຄົດທີ່ສຸດ ແລະ ປິດບັງປະຊາຊົນໃນປະເທດຈີນ ແລະ ໂລກທັງໝົດດ້ວຍຄຳຂີ້ຕົວະຂອງມັນເປັນເວລາຫຼາຍປີ. ມັນຢືນຢັນທີ່ຈະສະໜັບສະໜູນອິດສະຫຼະພາບທາງຄວາມເຊື່ອ ແລະ ສິດທາງກົດໝາຍແບບປະຊາທິປະໄຕຊໍ້າໄປຊໍ້າມາ, ແຕ່ໃນຄວາມເປັນຈິງແລ້ວ ມັນຂົ່ມເຫັງຄວາມເຊື່ອທາງສາສະໜາຕາມອຳເພີໃຈ. ສິ່ງທີ່ມັນສະໜັບສະໜູນແມ່ນມີພຽງແຕ່ການປົກຄອງແບບທໍລະຊົນ, ການຄວບຄຸມແບບບັງຄັບ ແລະ ການໃຊ້ອຳນາດແບບເດັດຂາດຂອງມັນແທ້ໆ. ເຖິງແມ່ນເນື້ອໜັງຂອງຂ້ອຍບາດເຈັບຢ່າງຮ້າຍແຮງເນື່ອງຈາກການຂົ່ມເຫັງທີ່ໂຫດຮ້າຍຂອງພັກກອມມູນິດຈີນ ແລະ ຂ້ອຍເຈັບປວດ ແລະ ອ່ອນແອ, ພຣະທຳຂອງພຣະເຈົ້າກໍ່ສືບຕໍ່ສ່ອງແສງໃຫ້ແກ່ຂ້ອຍ ແລະ ມອບຄວາມເຊື່ອ ແລະ ກຳລັງໃຫ້ແກ່ຂ້ອຍ, ເພື່ອວ່າຂ້ອຍຈະສາມາດເບິ່ງທະລຸເຖິງແຜນການຂອງຊາຕານ ແລະ ຢືນເປັນພະຍານໃຫ້ກັບພຣະເຈົ້າ. ໃນເວລາດຽວກັນ, ຂ້ອຍມີຄວາມຮູ້ສຶກຢ່າງເລິກເຊິ່ງເຖິງຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າ ແລະ ຄວາມເຊື່ອຂອງຂ້ອຍທີ່ຈະຕິດຕາມພຣະເຈົ້າກໍ່ເຂັ້ມແຂງຂຶ້ນ. ດັ່ງທີ່ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວວ່າ: “ດຽວນີ້ແມ່ນເຖິງເວລາແລ້ວ: ແຕ່ດົນນານ ມະນຸດໄດ້ເຕົ້າໂຮມກໍາລັງທັງໝົດຂອງເຂົາ, ເຂົາໄດ້ອຸທິດຄວາມພະຍາຍາມທັງໝົດຂອງເຂົາ, ເສຍສະຫຼະທຸກຢ່າງເພື່ອສິ່ງນີ້, ເພື່ອຈີກໃບໜ້າທີ່ເປັນຕາຢ້ານຂອງຜີສາດນີ້ ແລະ ເຮັດໃຫ້ຜູ້ຄົນ ທີ່ຖືກບັງຕາ ແລະ ທີ່ໄດ້ທົນຕໍ່ຄວາມທຸກທໍລະມານ ແລະ ຄວາມລໍາບາກໃນທຸກຮູບແບບ ໄດ້ລຸກຂຶ້ນຈາກຄວາມເຈັບປວດຂອງພວກເຂົາ ແລະ ຫັນຫຼັງຂອງພວກເຂົາໃຫ້ກັບຜີສາດເຖົ້າທີ່ຊົ່ວຮ້າຍນີ້” (ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (8)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຕອນນີ້ ຂ້ອຍໄດ້ກັບຄືນສູ່ຄຣິດຕະຈັກ ແລະ ຂ້ອຍກຳລັງປະຕິບັດໜ້າທີ່ຂອງຂ້ອຍໂດຍການເທດສະໜາຂ່າວປະເສີດ. ຂອບພຣະຄຸນພຣະເຈົ້າ!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ວິທີທີ່ຂ້ອຍປ່ຽນແປງຄວາມອວດດີຂອງຕົວເອງ

ໂດຍ ຈິ້ງເຫວີຍ, ສະຫະລັດອາເມຣິກາ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ທຸກບາດກ້າວຂອງພາລະກິດຂອງພຣະເຈົ້າ ບໍ່ວ່າຈະເປັນພຣະທຳທີ່ໂຫດຮ້າຍ ຫຼື...

Leave a Reply