ມື້ແລ້ວມື້ເລົ່າໃນຄຸກຂອງພັກກອມມູນິດຈີນ

19 ເດືອນກຸມພາ 2022

ໂດຍ ຢາງຢີ່, ຈີນ

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ໃນຫຼາຍບ່ອນ, ພຣະເຈົ້າໄດ້ທຳນາຍວ່າ ພຣະອົງຈະໄດ້ຮັບເອົາກຸ່ມຜູ້ເອົາຊະນະໃນດິນແດນຊິນິມ. ໃນເມື່ອມັນຢູ່ໃນພາກຕະເວັນອອກຂອງແຜ່ນດິນໂລກທີ່ຜູ້ເອົາຊະນະຖືກຮັບເອົາ, ສະນັ້ນ ບ່ອນທີ່ພຣະເຈົ້າສະເດັດມາໃນການບັງເກີດເປັນມະນຸດຄັ້ງທີສອງແມ່ນດິນແດນຊິນິມໂດຍບໍ່ຕ້ອງສົງໄສເລີຍ ເຊິ່ງເປັນບ່ອນດຽວກັນທີ່ມັງກອນແດງໃຫຍ່ນອນຂົດຢູ່. ໃນບ່ອນນັ້ນ ພຣະເຈົ້າຈະຮັບເອົາເຊື້ອສາຍຂອງມັງກອນແດງໃຫຍ່ ເພື່ອວ່າມັນຈະຖືກເອົາຊະນະ ແລະ ຖືກເຮັດໃຫ້ອັບອາຍແທ້ໆ. ພຣະເຈົ້າຕ້ອງການປຸກຄົນເຫຼົ່ານີ້ທີ່ທົນທຸກຫຼາຍ, ປຸກພວກເຂົາຈົນພວກເຂົາຕື່ນໝົດ ແລະ ເຮັດໃຫ້ພວກເຂົາຍ່າງອອກຈາກໝອກ ແລະ ປະຕິເສດມັງກອນແດງໃຫຍ່. ພວກເຂົາຈະຕື່ນຈາກຄວາມຝັນຂອງພວກເຂົາ, ຮູ້ຈັກວ່າມັງກອນແດງໃຫຍ່ແມ່ນຫຍັງກັນແທ້, ສາມາດມອບຫົວໃຈທັງໝົດຂອງພວກເຂົາໃຫ້ກັບພຣະເຈົ້າ, ລຸກຂຶ້ນຈາກການກົດຂີ່ຂອງອິດທິພົນມືດ, ຢືນຂຶ້ນໃນພາກຕະເວັນອອກຂອງໂລກ ແລະ ກາຍເປັນຫຼັກຖານແຫ່ງໄຊຊະນະຂອງພຣະເຈົ້າ. ດ້ວຍວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງຈະໄດ້ຮັບຄວາມສະຫງ່າລາສີ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດ ແລະ ທາງເຂົ້າ (6)). ຫຼັງຈາກທີ່ອ່ານພຣະທຳເຫຼົ່ານີ້, ຂ້ອຍກໍ່ຄິດເຖິງການທີ່ຂ້ອຍຖືກຈັບກຸມໂດຍພັກກອມມູນິດຈີນປະມານໜຶ່ງທົດສະວັດທີ່ຜ່ານມາ.

ມັນແມ່ນວັນທີ 23 ມັງກອນ 2004, ຂ້ອຍລຸກແຕ່ເຊົ້າເພື່ອໄປຢ້ຽມຢາມເອື້ອຍຄົນໜຶ່ງຈາກຄຣິດຕະຈັກ. ເຖິງຢ່າງໃດກໍ່ຕາມ, ຂ້ອຍຖືກຕໍາຫຼວດຈາກພັກກອມມູນິດຈີນຈັບກຸມຢ່າງບໍ່ຖືກຕ້ອງຕາມກົດໝາຍໃນລະຫວ່າງທີ່ຂ້ອຍເດີນທາງໄປທີ່ນັ້ນ. ພວກເຂົາຮື້ຄົ້ນກະເປົ໋າຂອງຂ້ອຍ ແລະ ຄົ້ນພົບເອກະສານບາງຢ່າງທີ່ກ່ຽວກັບຄວາມເຊື່ອ, ໂທລະສັບມືຖື ແລະ ວິທະຍຸຕິດຕາມຕົວ ແລະ ອື່ນໆ. ຕໍ່ມາ ພວກເຂົາໄດ້ພາຂ້ອຍໄປທີ່ກົມປ້ອງກັນຄວາມສະຫງົບ. ເມື່ອພວກເຮົາໄປຮອດທີ່ນັ້ນ, ຕຳຫຼວດໄດ້ພາຂ້ອຍເຂົ້າໄປໃນຫ້ອງໜຶ່ງ. ໜຶ່ງໃນຄົນເຫຼົ່ານັ້ນໄດ້ຈັບວິທະຍຸຕິດຕາມຕົວ ແລະ ໂທລະສັບມືຖືຂອງຂ້ອຍ ໂດຍຊອກຫາຄຳບອກໄບ້. ລາວເປີດໂທລະສັບ ແຕ່ມັນສະແດງໃຫ້ເຫັນແບັດເຕີຣີຕໍ່າ, ຫຼັງຈາກນັ້ນແບັດເຕີຣີກໍ່ໝົດໄປ. ເຖິງແມ່ນຈະພະຍາຍາມເທົ່າທີ່ລາວອາດເຮັດໄດ້, ລາວກໍ່ບໍ່ສາມາດເປີດມັນໄດ້. ໂດຍທີ່ຍັງຈັບໂທລະສັບ, ລາວເບິ່ງຄືກັງວົນ. ຂ້ອຍກໍ່ງົງຄືກັນ, ຂ້ອຍຫາກໍ່ສາກໂທລະສັບໃນຕອນເຊົ້າຂອງມື້ນັ້ນ. ມັນບໍ່ມີພະລັງງານແບບນັ້ນໄດ້ແນວໃດ? ຂ້ອຍຮູ້ໃນທັນທີວ່າພຣະເຈົ້າຈັດແຈງສິ່ງນີ້ຢ່າງອັດສະຈັນເພື່ອປ້ອງກັນບໍ່ໃຫ້ຕຳຫຼວດຊອກຫາຂໍ້ມູນໃດໜຶ່ງກ່ຽວກັບອ້າຍເອື້ອຍນ້ອງຄົນອື່ນ. ຂ້ອຍຍັງເຂົ້າໃຈພຣະທຳທີ່ພຣະເຈົ້າໄດ້ກ່າວໄວ້: “ສິ່ງໃດກໍຕາມ ແລະ ທຸກສິ່ງ ບໍ່ວ່າຈະມີຊີວິດ ຫຼື ບໍ່ມີຊີວິດກໍຕາມ, ຈະຜັນປ່ຽນ, ປ່ຽນແປງ, ເກີດໃໝ່ ແລະ ຫາຍໄປໂດຍອີງຕາມຄວາມຄິດຂອງພຣະເຈົ້າ. ສິ່ງດັ່ງກ່າວແມ່ນວິທີທີ່ພຣະເຈົ້າປົກຄອງເໜືອທຸກສິ່ງທັງໝົດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ). ແທ້ຈິງແລ້ວ, ທຸກສິ່ງ ແລະ ທຸກເຫດການແມ່ນຢູ່ໃນມືຂອງພຣະເຈົ້າ. ບໍ່ວ່າຈະມີຊີວິດຢູ່ ຫຼື ຕາຍແລ້ວ, ທຸກຢ່າງຈະປ່ຽນໄປຕາມຄວາມຄິດຂອງພຣະເຈົ້າ. ໃນຊ່ວງເວລານີ້, ຂ້ອຍໄດ້ຮັບຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບວິທີການທີ່ພຣະເຈົ້າມີອໍານາດອະທິປະໄຕ ແລະ ປັ້ນແຕ່ງທຸກຢ່າງ. ຍິ່ງໄປກວ່ານັ້ນ, ຂ້ອຍໄດ້ຮັບຄວາມໝັ້ນໃຈທີ່ຂ້ອຍຕ້ອງການໃນການເພິ່ງພາພຣະເຈົ້າເພື່ອຜະເຊີນໜ້າກັບການສອບສວນທີ່ຈະມາເຖິງ. ໂດຍຊີ້ມືໃສ່ສິ່ງທີ່ຢູ່ໃນກະເປົ໋າ, ເຈົ້າໜ້າທີ່ຕຳຫຼວດຖາມໂດຍກ່າວຫາວ່າ: “ສິ່ງເຫຼົ່ານີ້ສະແດງໃຫ້ເຫັນວ່າເຈົ້າບໍ່ແມ່ນສະມາຊິກຄົນທຳມະດາໃນຄຣິດຕະຈັກ. ເຈົ້າຕ້ອງເປັນໜຶ່ງໃນຜູ້ນຳຜູ້ອະວຸໂສ, ຄົນທີ່ສຳຄັນ, ເພາະວ່າຜູ້ນຳຜູ້ທີ່ອ່ອນອະວຸໂສບໍ່ມີວິທະຍຸຕິດຕາມຕົວ ຫຼື ໂທລະສັບມືຖື. ຂ້ອຍເວົ້າຖືກບໍ?” ຂ້ອຍຕອບໄປວ່າ “ຂ້ອຍບໍ່ເຂົ້າໃຈສິ່ງທີ່ເຈົ້າກຳລັງເວົ້າ”. ລາວຮ້ອງຂຶ້ນວ່າ “ເຈົ້າທຳທ່າເຮັດຄືວ່າເຈົ້າບໍ່ເຂົ້າໃຈ!” ຫຼັງຈາກນັ້ນ ລາວກໍ່ສັ່ງໃຫ້ຂ້ອຍນັ່ງຢ່ອງຢໍ້ລົງ ແລະ ເລີ່ມເວົ້າ. ເມື່ອເຫັນວ່າຂ້ອຍບໍ່ໃຫ້ຄວາມຮ່ວມມື, ພວກເຂົາກໍ່ໄດ້ອ້ອມຂ້ອຍ ແລະ ເລີ່ມຊົກ ແລະ ເຕະຂ້ອຍຄືກັບວ່າພວກເຂົາຢາກຂ້າຂ້ອຍ. ໂດຍທີ່ໃບໜ້າຂອງຂ້ອຍມີເລືອດ ແລະ ໃຄ່ບວມ, ທົ່ວຮ່າງກາຍຂອງຂ້ອຍເຈັບປວດຈົນອົດທົນບໍ່ໄດ້, ຂ້ອຍລົ້ມລົງເທິງພື້ນ. ຂ້ອຍໃຈຮ້າຍຫຼາຍ. ຂ້ອຍຕ້ອງເວົ້າໂດຍໃຊ້ເຫດຜົນກັບພວກເຂົາ ເພື່ອໂຕ້ແຍ້ງຄະດີຂອງຂ້ອຍ: ຂ້ອຍໄດ້ເຮັດຫຍັງຜິດ? ເປັນຫຍັງເຈົ້າຈຶ່ງຕີຂ້ອຍແບບນັ້ນ? ແຕ່ຂ້ອຍບໍ່ມີທາງທີ່ຈະເວົ້າຢ່າງມີເຫດຜົນກັບພວກເຂົາ, ເພາະລັດຖະບານຂອງພັກກອມມູນິດຈີນເວົ້າໂດຍບໍ່ມີເຫດຜົນ. ຂ້ອຍຮູ້ສຶກສັບສົນ, ແຕ່ຂ້ອຍບໍ່ຕ້ອງຍອມຈຳນົນຕໍ່ການທຸບຕີຂອງພວກເຂົາ. ໃນເວລາທີ່ຂ້ອຍມຶນງົງຢູ່ນັ້ນເອງ, ຂ້ອຍກໍ່ຄິດໃນທັນທີວ່າ ຍ້ອນເຈົ້າໜ້າທີ່ໆຊົ່ວຮ້າຍຈາກລັດຖະບານຂອງພັກກອມມູນິດຈີນເຫຼົ່ານີ້ໂງ່ຈ້າຫຼາຍ, ຍ້ອນພວກເຂົາບໍ່ປ່ອຍໃຫ້ຂ້ອຍກ່າວຄຳເວົ້າໃດໜຶ່ງຢ່າງມີເຫດຜົນ, ຂ້ອຍກໍ່ບໍ່ຈໍາເປັນຕ້ອງເວົ້າຫຍັງກັບພວກເຂົາ. ຂ້ອຍມິດງຽບຈະດີກວ່າ, ໃນລັກສະນະນັ້ນ ຂ້ອຍຈະບໍ່ມີປະໂຫຍດກັບພວກເຂົາ. ເມື່ອຂ້ອຍຄິດເຖິງສິ່ງນີ້, ຂ້ອຍກໍ່ຢຸດໃສ່ໃຈກັບສິ່ງທີ່ພວກເຂົາກຳລັງເວົ້າ. ເມື່ອເຫັນວ່າວິທີການນີ້ບໍ່ມີຜົນຫຍັງຕໍ່ຂ້ອຍ, ຕໍາຫຼວດທີ່ຊົ່ວຮ້າຍກໍ່ເກີດໂມໂຫ ແລະ ເລີ່ມປ່າເຖື່ອນຫຼາຍຂຶ້ນ: ພວກເຂົາຫັນມາໃຊ້ການທໍລະມານເພື່ອເຮັດໃຫ້ຂ້ອຍສາລະພາບ. ພວກເຂົາໃສ່ກະແຈມືກັບຕັ່ງໂລຫະທີ່ຈອດຕິດໃສ່ພື້ນໃນທ່າທີ່ຂ້ອຍບໍ່ສາມາດນັ່ງຢ່ອງຢໍ້ ຫຼື ຢືນໄດ້. ໜຶ່ງໃນພວກເຂົາວາງມືທີ່ບໍ່ໄດ້ໃສ່ກະແຈມືຂອງຂ້ອຍໃສ່ຕັ່ງ ແລະ ຕີມັນດ້ວຍເກີບ, ພຽງແຕ່ຢຸດເມື່ອຫຼັງມືຂອງຂ້ອຍກາຍເປັນສີດຳ ແລະ ສີຟ້າ, ໃນຂະນະທີ່ອີກຄົນໜຶ່ງກະທືບຕີນຂອງຂ້ອຍດ້ວຍເກີບໜັງຂອງລາວ, ກິ້ງເກີບຂອງລາວໃສ່ນິ້ວຕີນຂອງຂ້ອຍເພື່ອກົດບີບພວກມັນ, ເຊິ່ງໃນເວລານັ້ນເອງ ຂ້ອຍໄດ້ປະສົບກັບຄວາມເຈັບປວດທີ່ເຫຼືອເກີນ ແລະ ຢ່າງຮຸນແຮງເຂົ້າໃນຫົວໃຈຂອງຂ້ອຍ. ຫຼັງຈາກນັ້ນ, ຕຳຫຼວດຫົກ ຫຼື ເຈັດຄົນໄດ້ຫັນໜ້າມາຫາຂ້ອຍ. ໜຶ່ງໃນພວກເຂົາໄດ້ເລັງໃສ່ຂໍ້ຕໍ່ຂອງຂ້ອຍ ແລະ ບີບພວກມັນແຮງຫຼາຍຈົນໜຶ່ງເດືອນຕໍ່ມາຂ້ອຍກໍ່ຍັງບໍ່ສາມາດງໍແຂນຂອງຂ້ອຍ. ອີກຜູ້ໜຶ່ງຈັບເອົາຜົມຂອງຂ້ອຍ ແລະ ສັ່ນຫົວຂອງຂ້ອຍຈາກຂ້າງໜຶ່ງໄປຫາອີກຂ້າງໜຶ່ງ, ຫຼັງຈາກນັ້ນກໍ່ກະຊາກມັນມາທາງຫຼັງຈົນຂ້ອຍເຫຼືອກຂຶ້ນເທິງ. ລາວເວົ້າຢ່າງຮຸນແຮງວ່າ “ເບິ່ງທ້ອງຟ້າແມະ ແລະ ເບິ່ງວ່າມີພຣະເຈົ້າ ຫຼື ບໍ່!” ພວກເຂົາສືບຕໍ່ເຮັດຈົນມັນເລີ່ມມືດ. ເມື່ອເຫັນວ່າພວກເຂົາບໍ່ໄດ້ຫຍັງຈາກຂ້ອຍ ແລະ ເພາະມັນໃກ້ເປັນປີໃໝ່ຈີນ, ພວກເຂົາຈຶ່ງສົ່ງຂ້ອຍໄປທີ່ເຮືອນກັກຂັງໃນທັນທີ.

ເມື່ອຂ້ອຍມາຮອດເຮືອນກັກຂັງ, ຜູ້ຄຸມໄດ້ຍັດຂ້ອຍເຂົ້າໄປໃນຫ້ອງຂັງ ແລະ ຫຼັງຈາກນັ້ນກໍ່ໄດ້ສ້າງຂ່າວລືຫຼາຍຢ່າງກ່ຽວກັບຂ້ອຍ ແລະ ກະຕຸ້ນໃຫ້ນັກໂທດທໍລະມານຂ້ອຍ. ພວກນັກໂທດວາງກົນອຸບາຍໃສ່ຂ້ອຍໃນທຸກໆມື້: ເມື່ອອຸນຫະພູມຢູ່ທີ່ 8 ຫຼື 9 ອົງສາຕໍ່າກວ່າສູນ, ພວກເຂົາກໍ່ແຊ່ເກີບຂອງຂ້ອຍ; ພວກເຂົາຖອກນໍ້າທີ່ບໍ່ໄດ້ຕົ້ມໃສ່ອາຫານຂອງຂ້ອຍຢ່າງລັບໆ; ໃນຕອນແລງ, ເມື່ອຂ້ອຍນອນຫຼັບ, ພວກເຂົາກໍ່ແຊ່ເສື້ອຊັ້ນນອກທີ່ມີແຜ່ນຝ້າຍຂອງຂ້ອຍ; ພວກເຂົາບັງຄັບໃຫ້ຂ້ອຍນອນຢູ່ຂ້າງຫ້ອງນໍ້າ ແລະ ພວກເຂົາມັກດຶງຜ້າຫົ່ມຂອງຂ້ອຍອອກໃນຕອນກາງຄືນ ແລະ ດຶງຜົມຂອງຂ້ອຍເພື່ອບໍ່ໃຫ້ຂ້ອຍນອນຫຼັບ; ພວກເຂົາຍາດເອົາສາລະເປົາໜຶ້ງຂອງຂ້ອຍ; ພວກເຂົາບັງຄັບໃຫ້ຂ້ອຍທຳຄວາມສະອາດຫ້ອງນໍ້າ ແລະ ບັງຄັບຍັດຢາທີ່ເຫຼືອຂອງພວກເຂົາເຂົ້າໄປໃນປາກຂອງຂ້ອຍ, ພວກເຂົາບໍ່ປ່ອຍໃຫ້ຂ້ອຍບັນເທົາຕົວເອງ; ແລະ ອື່ນໆອີກ. ຖ້າຂ້ອຍບໍ່ໄດ້ເຮັດຫຍັງຕາມທີ່ພວກເຂົາເວົ້າ, ພວກເຂົາກໍ່ຈະຈັບກຸ່ມກັນ ແລະ ຕົບຕີຂ້ອຍ ແລະ ຫຼາຍຄັ້ງໃນຊ່ວງເວລານັ້ນ ເຈົ້າໜ້າທີ່ດັດສ້າງ ຫຼື ເຈົ້າໜ້າທີ່ເຝົ້າເວນກໍ່ຈະຟ້າວອອກໄປຈາກມຸມທີ່ເບິ່ງເຫັນ ຫຼື ທໍາທ່າວ່າພວກເຂົາບໍ່ເຫັນຫຍັງ; ບາງຄັ້ງ ພວກເຂົາກໍ່ເຖິງກັບຫຼີກທາງໜ້ອຍໜຶ່ງ ແລະ ເຝົ້າເບິ່ງ. ຖ້ານັກໂທດບໍ່ທໍລະມານຂ້ອຍສອງສາມມື້, ເຈົ້າໜ້າທີ່ດັດສ້າງກໍ່ຈະກະຕຸ້ນໃຫ້ພວກເຂົາຕົບຕີຂ້ອຍ. ຄວາມທໍລະມານທີ່ໂຫດຮ້າຍຂອງຜູ້ຄຸມເຮັດໃຫ້ຂ້ອຍເຕັມໄປດ້ວຍຄວາມກຽດຊັງສຳລັບພວກເຂົາ. ຖ້າຂ້ອຍບໍ່ໄດ້ເຫັນສິ່ງນີ້ດ້ວຍຕາຂອງຂ້ອຍເອງ ແລະ ປະສົບກັບມັນດ້ວຍຕົນເອງ, ຂ້ອຍຈະບໍ່ເຊື່ອວ່າລັດຖະບານຂອງພັກກອມມູນິດຈີນ, ເຊິ່ງຄວນທີ່ຈະເຕັມໄປດ້ວຍຄວາມເມດຕາ ແລະ ສິນທໍາ, ສາມາດມືດມົວ, ເປັນຕາຢ້ານກົວ ແລະ ເປັນຕາຢ້ານຂະໜາດນີ້ ນັ້ນກໍ່ຄື ຂ້ອຍຈະບໍ່ເຄີຍເຫັນໃບໜ້າທີ່ແທ້ຈິງຂອງມັນຈັກເທື່ອ, ເຊິ່ງເປັນໃບໜ້າທີ່ຫຼອກລວງ ແລະ ໜ້າຢ່າງຫຼັງຢ່າງ. ການເວົ້າທັງໝົດຂອງມັນກ່ຽວກັບ “ການຮັບໃຊ້ປະຊາຊົນ, ການສ້າງສັງຄົມທີ່ສີວິໄລ ແລະ ປອງດອງກົມກ່ຽວກັນ”, ສິ່ງເຫຼົ່ານີ້ແມ່ນຄຳເວົ້າຕົວະທີ່ຖືກອອກແບບມາເພື່ອຫຼອກລວງ ແລະ ປິດບັງປະຊາຊົນ, ພວກມັນເປັນວິທີການ, ເປັນກົນອຸບາຍທີ່ເຮັດໃຫ້ຕົນເອງດູດີ ແລະ ຮັບການຍົກຍ້ອງທີ່ມັນບໍ່ສົມຄວນໄດ້ຮັບ. ໃນເວລານັ້ນ, ຂ້ອຍຄິດເຖິງພຣະທຳຂອງພຣະເຈົ້າ: “ສະນັ້ນ, ໜ້ອຍຄົນຈິງສົງໄສວ່າ ພຣະເຈົ້າທີ່ບັງເກີດເປັນມະນຸດຍັງຖືກເຊື່ອງຊ້ອນໄວ້ຢ່າງມິດຊິດ: ໃນສັງຄົມມືດແບບນີ້ ເຊິ່ງເປັນບ່ອນທີ່ພວກຜີສາດມີຄວາມໂຫດຮ້າຍ ແລະ ປ່າເຖື່ອນ, ກະສັດຂອງພວກຜີສາດ ທີ່ໄດ້ຂ້າຄົນໂດຍບໍ່ໄດ້ພິບຕາ ຈະທົນຕໍ່ການມີຢູ່ຂອງພຣະເຈົ້າ ຜູ້ທີ່ໜ້າຮັກ, ໃຈດີ ແລະ ຍັງບໍລິສຸດໄດ້ແນວໃດ? ມັນຈະຕົບມື ແລະ ຮ້ອງເຊຍການສະເດັດມາເຖິງຂອງພຣະເຈົ້າໄດ້ແນວໃດ? ພວກຂີ້ຂ້າເຫຼົ່ານີ້ເອີຍ! ພວກເຂົາຕອບແທນຄວາມໃຈດີດ້ວຍຄວາມກຽດຊັງ, ພວກເຂົາໄດ້ດູຖູກພຣະເຈົ້າແຕ່ດົນນານ, ພວກເຂົາຂົ່ມເຫັງພຣະເຈົ້າ, ພວກເຂົາປ່າເຖື່ອນທີ່ສຸດ, ພວກເຂົາບໍ່ນັບຖືພຣະເຈົ້າແມ່ນແຕ່ໜ້ອຍດຽວ, ພວກເຂົາລັກ ແລະ ປຸ້ນ, ພວກເຂົາໄດ້ສູນເສຍສາມັນສໍານຶກທັງໝົດ ແລະ ພວກເຂົາໄດ້ຕໍ່ຕ້ານສາມັນສໍານຶກທັງໝົດ ແລະ ພວກເຂົາໄດ້ລໍ້ລວງໃຫ້ຄົນບໍລິສຸດຂາດສະຕິ. ນີ້ແມ່ນບັນພະບຸລຸດຂອງຄົນສະໄໝບູຮານບໍ? ຜູ້ນໍາທີ່ເປັນທີ່ຮັກບໍ? ພວກເຂົາທຸກຄົນຕໍ່ຕ້ານພຣະເຈົ້າ! ການກ້າວກ່າຍຂອງພວກເຂົາໄດ້ເຮັດໃຫ້ທຸກຄົນທີ່ຢູ່ກ້ອງສະຫວັນຕ້ອງຕົກຢູ່ໃນສະພາບແຫ່ງຄວາມມືດ ແລະ ຄວາມສົນລະວົນ! ນີ້ແມ່ນອິດສະຫຼະທາງສາສະໜາບໍ? ນີ້ແມ່ນສິດທີ່ຖືກຕ້ອງຕາມກົດໝາຍ ແລະ ສິດຜົນປະໂຫຍດຂອງປະຊາຊົນບໍ? ສິ່ງເຫຼົ່ານີ້ແມ່ນກົນລວງເພື່ອປົກປິດບາບ!(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດ ແລະ ທາງເຂົ້າ (8)). ເພື່ອບັງຄັບຂ້ອຍໃຫ້ປະຕິເສດ ແລະ ທໍລະຍົດພຣະເຈົ້າ, ພັກກອມມູນິດຈີນຈະບໍ່ຍອມຢຸດໃນການທໍລະມານ ແລະ ການທຳລາຍລ້າງຂ້ອຍ, ມັນບໍ່ຮູ້ຫຍັງຈັກໜ້ອຍເລີຍວ່າ ຍິ່ງມັນທໍລະມານຂ້ອຍຫຼາຍສໍ່າໃດ, ຂ້ອຍກໍ່ຍິ່ງເຫັນໃບໜ້າທີ່ຊົ່ວຮ້າຍຂອງມັນຫຼາຍສໍ່ານັ້ນ ແລະ ຂ້ອຍຍິ່ງກຽດຊັງ ແລະ ປະຕິເສດມັນຈາກກົ້ນເລິກຫົວໃຈຂອງຂ້ອຍຫຼາຍສໍ່ານັ້ນ. ຂ້ອຍເດັດດ່ຽວຫຼາຍຂຶ້ນທີ່ຈະຕິດຕາມພຣະເຈົ້າ.

ເມື່ອເຫັນວ່າພວກເຂົາບໍ່ສາມາດບັງຄັບໃຫ້ຂ້ອຍເວົ້າຫຍັງທີ່ພວກເຂົາຕ້ອງການ, ພວກເຂົາກໍ່ຍອມເສຍທຸກຢ່າງ ບໍ່ວ່າມັນຈະເປັນກຳລັງຄົນ ຫຼື ວັດຖູອຸປະກອນ ຫຼື ຊັບພະຍາກອນການເງິນສຳລັບການເດີນທາງໄປນັ້ນໄປນີ້ເພື່ອຂໍຫຼັກຖານທີ່ວ່າຂ້ອຍເປັນຜູ້ເຊື່ອໃນພຣະເຈົ້າ. ສາມເດືອນຕໍ່ມາ, ຄວາມຮີບດ່ວນທັງໝົດຂອງພວກເຂົາກໍ່ບໍ່ເກີດຜົນຫຍັງ. ໃນທີ່ສຸດ, ພວກເຂົາກໍ່ຫຼິ້ນໄພ້ທີ່ເໜືອກວ່າຂອງພວກເຂົາ: ພວກເຂົາໄດ້ພົບຄົນສອບສວນລະດັບຊ່ຽວຊານ. ມີການກ່າວວ່າທຸກຄົນທີ່ຖືກນໍາມາຫາລາວຈະຖືກທໍລະມານດ້ວຍສາມຮູບແບບຂອງລາວ ແລະ ບໍ່ມີຜູ້ໃດທີ່ບໍ່ເຄີຍສາລະພາບເລີຍ. ມື້ໜຶ່ງ, ເຈົ້າໜ້າທີ່ຕຳຫຼວດສີ່ຄົນໄດ້ມາ ແລະ ເວົ້າກັບຂ້ອຍວ່າ: “ມື້ນີ້ ພວກເຮົາຈະພາເຈົ້າໄປເຮືອນໃໝ່”. ຕໍ່ມາ, ພວກເຂົາກໍ່ຍູ້ຂ້ອຍເຂົ້າໄປໃນລົດຕູ້ຂົນສົ່ງນັກໂທດ, ໃສ່ກະແຈມືໃສ່ມືຂອງຂ້ອຍໄວ້ທາງຫຼັງຂອງຂ້ອຍ ແລະ ເອົາໝວກມາປົກຄຸມຫົວຂອງຂ້ອຍ. ຂ້ອຍບໍ່ຮູ້ວ່າພວກເຂົາຈະວາງແຜນເພື່ອທໍລະມານຂ້ອຍແນວໃດ, ສະນັ້ນ ຂ້ອຍຈຶ່ງຮູ້ສຶກກັງວົນໜ້ອຍໜຶ່ງ. ໃນເວລານັ້ນເອງ, ຂ້ອຍກໍ່ຄິດເຖິງພຣະທຳຂອງພຣະຜູ້ເປັນເຈົ້າ, “ຍ້ອນວ່າຜູ້ໃດກໍ່ຕາມທີ່ຢາກຮັກສາຊີວິດຂອງເຂົາໄວ້ ກໍ່ຈະສູນເສຍຊີວິດນັ້ນ ແລະ ຜູ້ໃດກໍ່ຕາມທີ່ຈະສູນເສຍຊີວິດຂອງເຂົາເພື່ອເຫັນແກ່ເຮົາກໍ່ຈະພົບກັບຊີວິດນັ້ນ(ມັດທາຍ 16:25). ພຣະທຳຂອງພຣະເຈົ້າໄດ້ມອບຄວາມເຊື່ອ ແລະ ຄວາມເຂັ້ມແຂງໃຫ້ແກ່ຂ້ອຍ. ຖ້າພວກເຮົາຕ້ອງການເຊື່ອ ແລະ ຕິດຕາມພຣະເຈົ້າຢູ່ໃນເມືອງຜີຂອງຈີນ, ພວກເຮົາຕ້ອງມີຄວາມກ້າຫານທີ່ຈະຖວາຍຊີວິດຂອງພວກເຮົາ. ຂ້ອຍກຽມຕົວທີ່ຈະຕາຍເພື່ອພຣະເຈົ້າ. ດ້ວຍຄວາມປະຫຼາດໃຈຂອງຂ້ອຍ, ຫຼັງຈາກເຂົ້າໄປໃນລົດຕູ້ ຂ້ອຍກໍ່ລັກໄດ້ຍິນບົດສົນທະນາລະຫວ່າງຕຳ ຫຼວດທີ່ຊົ່ວຮ້າຍໂດຍບໍ່ຕັ້ງໃຈ. ມັນເບິ່ງຄືກັບວ່າພວກເຂົາກຳລັງພາຂ້ອຍໄປບ່ອນອື່ນເພື່ອຖືກສອບສວນ. ອ້າວ! ພວກເຂົາບໍ່ໄດ້ພາຂ້ອຍໄປປະຫານຊີວິດ ແລະ ຂ້ອຍກໍາລັງກະກຽມເພື່ອຕາຍເປັນມໍລະນາສັກຂີໃຫ້ກັບພຣະເຈົ້າ! ໃນຂະນະທີ່ຂ້ອຍກໍາລັງຄິດແບບນີ້ຢູ່, ດ້ວຍເຫດຜົນບາງຢ່າງທີ່ບໍ່ຮູ້ສາເຫດ ໜຶ່ງໃນຕໍາຫຼວດໄດ້ຮັດສາຍໝວກເທິງຫົວຂອງຂ້ອຍໃຫ້ແໜ້ນ. ຫຼັງຈາກນັ້ນບໍ່ດົນ, ຂ້ອຍກໍ່ເລີ່ມຮູ້ສຶກບໍ່ສະບາຍ, ມັນຮູ້ສຶກຄືກັບວ່າຂ້ອຍກຳລັງຂາດອາກາດຫາຍໃຈ. ຂ້ອຍເລີ່ມມີຟອງຢູ່ປາກ, ຫຼັງຈາກນັ້ນກໍ່ບໍ່ສາມາດເຊົາຮາກໄດ້. ມັນຮູ້ສຶກຄືກັບວ່າຂ້ອຍກຳລັງຈະຮາກສິ່ງທີ່ຢູ່ພາຍໃນອອກມາ. ຂ້ອຍຮູ້ສຶກວິນຫົວ, ຫົວຂອງຂ້ອຍວ່າງເປົ່າ ແລະ ຂ້ອຍບໍ່ສາມາດມືນຕາໄດ້. ຂ້ອຍບໍ່ມີກຳລັງຢູ່ບ່ອນໃດເລີຍໃນຮ່າງກາຍຂອງຂ້ອຍ, ຄືກັບວ່າຂ້ອຍເປັນອໍາມະພາດ. ມັນຮູ້ສຶກຄືກັບມີບາງສິ່ງຕິດຢູ່ໃນປາກຂອງຂ້ອຍ ເຊິ່ງຂ້ອຍບໍ່ສາມາດເອົາອອກມາໄດ້. ຂ້ອຍອ່ອນແອຢູ່ສະເໝີ ແລະ ຫຼັງຈາກທີ່ຖືກທາລຸນແບບນີ້ ຂ້ອຍກໍ່ຮູ້ສຶກວ່າຂ້ອຍມີບັນຫາ ແລະ ຂ້ອຍອາດຈະເຊົາຫາຍໃຈໄດ້ທຸກເວລາ. ທ່າມກາງຄວາມເຈັບປວດ, ຂ້ອຍໄດ້ອະທິຖານຫາພຣະເຈົ້າວ່າ: “ໂອ ພຣະເຈົ້າ! ຂ້ານ້ອຍຂໍໃຫ້ພຣອົງປົກປ້ອງຫົວໃຈຂອງຂ້ານ້ອຍ. ບໍ່ວ່າຂ້ານ້ອຍຈະຢູ່ ຫຼື ຕາຍ, ຂ້ານ້ອຍກໍ່ຈະບໍ່ທໍລະຍົດພຣະອົງ”. ຕໍ່ມາພາຍຫຼັງ, ລົດຕູ້ໄດ້ມາຮອດໂຮງແຮມແຫ່ງໜຶ່ງ. ພວກເຂົາຫາມຂ້ອຍຂຶ້ນຫ້ອງທີ່ປິດກັ້ນ. ຫຼັງຈາກນັ້ນບໍ່ດົນ, “ຜູ້ຊ່ຽວຊານດ້ານການສອບສວນ” ທີ່ຕຳຫຼວດໄດ້ເວົ້າເຖິງກໍ່ມາຮອດ. ລາວຍ່າງໄປທາງໜ້າຂ້ອຍ ແລະ ຈັບຂ້ອຍ. ຫຼັງຈາກທີ່ໄດ້ຕົບໜ້າຂ້ອຍຫຼາຍສິບເທື່ອ, ລາວໄດ້ຊົກຂ້ອຍຢ່າງແຮງຫຼາຍຄັ້ງທີ່ໜ້າເອິກ ແລະ ຫຼັງ, ຫຼັງຈາກນັ້ນກໍ່ເອົາເກີບໜັງຂອງລາວອອກຂ້າງໜຶ່ງ ແລະ ຕີທົ່ວໜ້າຂອງຂ້ອຍ. ຫຼັງຈາກຖືກລາວຕີແບບນີ້, ຂ້ອຍກໍ່ສູນເສຍຄວາມຮູ້ສຶກຄືກັບວ່າມີບາງສິ່ງທີ່ຂ້ອຍບໍ່ສາມາດເອົາອອກມາຈາກປາກ ຫຼື ທ້ອງຂອງຂ້ອຍໄດ້. ຂ້ອຍບໍ່ຮູ້ສຶກມຶນງົງຫຼາຍອີກຕໍ່ໄປ ແລະ ຂ້ອຍສາມາດມືນຕາຂອງຂ້ອຍໄດ້. ຄວາມຮູ້ສຶກຄ່ອຍໆກັບຄືນມາທີ່ແຂນຂາຂອງຂ້ອຍ ແລະ ກຳລັງກໍ່ເລີ່ມກັບຄືນສູ່ຮ່າງກາຍຂອງຂ້ອຍ. ຕໍ່ມາ, ລາວໄດ້ຈັບບ່າຂອງຂ້ອຍຢ່າງຮຸນແຮງ ແລະ ຍູ້ຂ້ອຍກັບໃສ່ກຳແພງ, ສັ່ງໃຫ້ຂ້ອຍເບິ່ງລາວ ແລະ ຕອບຄໍາຖາມຂອງລາວ. ການເຫັນວ່າຂ້ອຍບໍ່ໄດ້ໃສ່ໃຈກັບລາວເຮັດໃຫ້ລາວໃຈຮ້າຍຫຼາຍ ແລະ ລາວພະຍາຍາມຮັບເອົາປະຕິກິລິຍາຕອບໂຕ້ຈາກຂ້ອຍໂດຍກ່າວປະນາມ, ໃສ່ຮ້າຍປ້າຍສີ ແລະ ໝິ່ນປະໝາດພຣະເຈົ້າ. ລາວໃຊ້ວິທີການທີ່ເປັນຕາດູຖູກ, ເປັນຕາລັງກຽດທີ່ສຸດເພື່ອລໍ້ຂ້ອຍ ແລະ ເວົ້າໂດຍເປັນລາງບໍ່ດີວ່າ, “ຂ້ອຍຕັ້ງໃຈທໍລະມານເຈົ້າດ້ວຍສິ່ງທີ່ເນື້ອໜັງ ແລະ ຈິດວິນຍານຂອງເຈົ້າບໍ່ສາມາດທົນໄດ້, ເຮັດໃຫ້ເຈົ້າທົນທຸກກັບຄວາມເຈັບປວດທີ່ບໍ່ມີຄົນທຳມະດາໃດສາມາດທົນທຸກໄດ້, ເຈົ້າໄດ້ແຕ່ປາຖະໜາວ່າເຈົ້າຈະຕາຍໄປ. ໃນທີ່ສຸດ, ເຈົ້າຈະຂໍໃຫ້ຂ້ອຍປ່ອຍເຈົ້າໄປ ແລະ ນັ້ນແມ່ນເວລາທີ່ເຈົ້າຈະເວົ້າດ້ວຍເຫດຜົນ ແລະ ເວົ້າວ່າຊະຕາກໍາຂອງເຈົ້າບໍ່ໄດ້ຢູ່ໃນມືຂອງພຣະເຈົ້າ ນັ້ນກໍ່ຄື ມັນຢູ່ໃນມືຂອງຂ້ອຍ. ຖ້າຂ້ອຍຢາກໃຫ້ເຈົ້າຕາຍ, ມັນຈະເກີດຂຶ້ນໃນທັນທີ. ຖ້າຂ້ອຍຢາກໃຫ້ເຈົ້າມີຊີວິດຢູ່, ເຈົ້າກໍ່ຈະມີຊີວິດຢູ່ ແລະ ບໍ່ວ່າຂ້ອຍຕ້ອງການໃຫ້ເຈົ້າທົນທຸກກັບຄວາມລຳບາກຫຍັງກໍ່ຕາມ, ນັ້ນຄືສິ່ງທີ່ເຈົ້າຈະທົນທຸກ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຂອງເຈົ້າບໍ່ສາມາດຊ່ວຍຊີວິດເຈົ້າໄດ້ ນັ້ນກໍ່ຄື ເຈົ້າຈະພຽງແຕ່ມີຊີວິດຢູ່ໄດ້ຖ້າເຈົ້າຂໍໃຫ້ພວກເຮົາຊ່ວຍເຈົ້າໃຫ້ລອດ”. ເມື່ອຜະເຊີນໜ້າກັບພວກໂຈນທີ່ເປັນຕາກຽດຊັງ, ໄຮ້ຢາງອາຍ, ເປັນຕາດູຖູກເຫຼົ່ານີ້, ສັດປ່າເຫຼົ່ານີ້, ມານຮ້າຍທີ່ຊົ່ວຮ້າຍເຫຼົ່ານີ້, ຂ້ອຍກໍ່ຢາກຕໍ່ສູ້ກັບພວກມັນແທ້ໆ. ຂ້ອຍຄິດວ່າ “ທຸກສິ່ງຢູ່ໃນສະຫວັນ ແລະ ເທິງແຜ່ນດິນໂລກແມ່ນຖືກສ້າງຂຶ້ນໂດຍພຣະເຈົ້າ ແລະ ຖືກຄວບຄຸມໂດຍພຣະອົງ. ໂຊກຊະຕາຂອງຂ້ອຍຍັງຢູ່ພາຍໃຕ້ອຳນາດອະທິປະໄຕ ແລະ ການຈັດແຈງຂອງພຣະເຈົ້າ. ພຣະເຈົ້າເປັນຜູ້ຕັດສິນເດັດຂາດສຳລັບຊີວິດ ແລະ ຄວາມຕາຍ; ເຈົ້າຄິດວ່າຂ້ອຍຈະຕາຍພຽງແຕ່ເພາະເຈົ້າຕ້ອງການໃຫ້ຂ້ອຍຕາຍບໍ?” ໃນຊ່ວງເວລານັ້ນເອງ, ຫົວໃຈຂອງຂ້ອຍກໍ່ເຕັມໄປດ້ວຍຄວາມໂມໂຫ. ການກະທໍາທັງໝົດທີ່ເປັນຕາກຽດຊັງທີ່ຕຳຫຼວດໄດ້ກະທຳກັບຂ້ອຍ ແລະ ທຸກສິ່ງທີ່ເປັນການໝິ່ນປະໝາດ ແລະ ຕໍ່ຕ້ານພຣະເຈົ້າທີ່ພວກເຂົາໄດ້ເວົ້າໃນມື້ນີ້ ໄດ້ເປີດເຜີຍຢ່າງຈະແຈ້ງເຖິງທາດແທ້ມານຮ້າຍຂອງພວກເຂົາວ່າເປັນຄົນທີ່ກຽດຊັງຄວາມຈິງ ແລະ ຜູ້ຕໍ່ຕ້ານພຣະເຈົ້າ ແລະ ສິ່ງນີ້ຈະເປັນຫຼັກຖານທີ່ຈຳເປັນເພື່ອຮັບປະກັນການປະນາມ, ການພິພາກສາ ແລະ ການທຳລາຍຂອງພຣະເຈົ້າ.

ການທີ່ຂ້ອຍປະຕິເສດຈະສາລະພາບໄດ້ເຮັດໃຫ້ຜູ້ຊ່ຽວຊານຄົນນັ້ນຄິດວ່າເສຍໜ້າຫຼາຍ. ລາວບິດແຂນເບື້ອງໜຶ່ງຂອງຂ້ອຍດ້ວຍຄວາມຮຸນແຮງເພື່ອຂັດໄວ້ທາງຫຼັງຂ້ອຍ ແລະ ດຶງອີກເບື້ອງໜຶ່ງມາຂັດໄວ້ຫຼັງບ່າໄຫຼ່ຂອງຂ້ອຍ, ແລ້ວກໍ່ໃສ່ກະແຈມືໃສ່ມືຂອງຂ້ອຍຢ່າງແໜ້ນ. ຫຼັງຈາກເວລາບໍ່ຮອດເຄິ່ງຊົ່ວໂມງ, ເຫື່ອເມັດໃຫຍ່ໄດ້ໄຫຼລົງຕາມໜ້າຂອງຂ້ອຍ ແລະ ເຂົ້າໄປໃນຕາຂອງຂ້ອຍ, ເຮັດໃຫ້ຂ້ອຍບໍ່ສາມາດມືນຕາໄດ້. ເມື່ອເຫັນວ່າຂ້ອຍຍັງບໍ່ຕອບຄຳຖາມຂອງລາວ, ລາວໄດ້ໂຍນຂ້ອຍລົງພື້ນ, ຫຼັງຈາກນັ້ນກໍ່ຍົກຂ້ອຍຂຶ້ນໂດຍທີ່ກະແຈມືຢູ່ທາງຫຼັງຂ້ອຍ. ຂ້ອຍຮູ້ສຶກເຖິງຄວາມເຈັບປວດທີ່ຮຸນແຮງໃນບໍລິເວນແຂນຂອງຂ້ອຍ, ຄືກັບວ່າພວກມັນຖືກຫັກ. ມັນເຈັບຫຼາຍຈົນຂ້ອຍເກືອບຫາຍໃຈບໍ່ໄດ້. ຕໍ່ມາ, ລາວໄດ້ໂຍນຂ້ອຍໃສ່ກຳແພງ ແລະ ເຮັດໃຫ້ຂ້ອຍຢືນອີງກຳແພງ. ເມັດເຫື່ອເຮັດໃຫ້ຕາຂອງຂ້ອຍມົວ. ມັນເຈັບປວດຫຼາຍຈົນທົ່ວຮ່າງກາຍຂອງຂ້ອຍເຕັມໄປດ້ວຍເຫື່ອ, ແມ່ນແຕ່ເກີບຂອງຂ້ອຍກໍ່ປຽກ. ຂ້ອຍອ່ອນແອຢູ່ສະເໝີ ແລະ ໃນຊ່ວງເວລານີ້ ຂ້ອຍໄດ້ລົ້ມລົງ. ມັນເບິ່ງຄືກັບວ່າຂ້ອຍສູນເສຍຄວາມສາມາດໃນການຫາຍໃຈຜ່ານດັງຂອງຂ້ອຍ. ຂ້ອຍພຽງແຕ່ສາມາດຫາຍໃຈຫອບໂດຍອ້າປາກຂອງຂ້ອຍ. ຂ້ອຍຮູ້ສຶກວ່າຄວາມຕາຍໃກ້ເຂົ້າມາອີກຄັ້ງ, ບາງເທື່ອຄັ້ງນີ້ ຂ້ອຍອາດຈະຕາຍແທ້ໆ. ແຕ່ໃນຊ່ວງເວລານັ້ນ, ຂ້ອຍຄິດເຖິງລູກາ ເຊິ່ງເປັນໜຶ່ງໃນສາວົກຂອງພຣະເຢຊູ ແລະ ປະສົບການຂອງລາວທີ່ຖືກແຂວນຄໍຈົນຕາຍ. ໃນຫົວໃຈຂອງຂ້ອຍ, ຂ້ອຍໄດ້ກໍາລັງຄືນມາໂດຍທຳມະຊາດ ແລະ ສືບຕໍ່ເວົ້າສິ່ງດຽວກັນຊໍ້າແລ້ວຊໍ້າອີກເພື່ອເຕືອນຕົນເອງວ່າ: “ລູກາຕາຍຍ້ອນຖືກແຂວນຄໍ. ຂ້ອຍກໍ່ຕ້ອງເປັນລູກາເຊັ່ນກັນ, ຂ້ອຍຕ້ອງເປັນລູກາ, ເປັນລູກາ. ຂ້ອຍເຕັມໃຈທີ່ຈະເຊື່ອຟັງການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ ແລະ ຂ້ອຍປາຖະໜາທີ່ຈະຈົງຮັກພັກດີຕໍ່ພຣະເຈົ້າຈົນຕາຍຄືກັບລູກາ”. ເມື່ອຄວາມເຈັບປວດເລີ່ມບໍ່ສາມາດທົນໄດ້ ແລະ ຂ້ອຍກຳລັງຈະຕາຍ, ຂ້ອຍກໍ່ໄດ້ຍິນໜຶ່ງໃນຕຳຫຼວດທີ່ຊົ່ວຮ້າຍເວົ້າຂຶ້ນໃນທັນທີວ່າ ພວກເຂົາໄດ້ຈັບກຸມຜູ້ເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດຫຼາຍຄົນ. ໃນຫົວໃຈຂອງຂ້ອຍ, ຂ້ອຍຕົກໃຈ: ມີອ້າຍເອື້ອຍນ້ອງອີກຫຼາຍຄົນທີ່ຕ້ອງຖືກທໍລະມານ. ພວກເຂົາຕ້ອງຮຸນແຮງກັບອ້າຍນ້ອງຢ່າງພິເສດ. ຫົວໃຈຂອງຂ້ອຍເຕັມໄປດ້ວຍຄວາມເປັນຫ່ວງ. ຂ້ອຍໄດ້ສືບຕໍ່ອະທິຖານເພື່ອພວກເຂົາຢ່າງງຽບໆ. ບາງທີ ຂ້ອຍໄດ້ຖືກສໍາພັດໂດຍພຣະວິນຍານບໍລິສຸດ; ຍິ່ງຂ້ອຍອະທິຖານຫຼາຍສໍ່າໃດ, ຂ້ອຍກໍ່ຍິ່ງມີແຮງບັນດານໃຈຫຼາຍສໍ່ານັ້ນ. ຂ້ອຍລືມຄວາມເຈັບປວດຂອງຂ້ອຍໂດຍບໍ່ຮູ້ຕົວ. ຂ້ອຍຮູ້ເປັນຢ່າງດີຫຼາຍວ່າສິ່ງເຫຼົ່ານີ້ເປັນການຈັດແຈງທີ່ສະຫຼາດຂອງພຣະເຈົ້າ; ພຣະເຈົ້າຄຳນຶງເຖິງຄວາມອ່ອນແອຂອງຂ້ອຍ ແລະ ນຳຂ້ອຍຜ່ານເວລາທີ່ຂ້ອຍເຈັບປວດທີ່ສຸດ. ຄືນນັ້ນ, ຂ້ອຍບໍ່ສົນໃຈອີກຕໍ່ໄປວ່າຕໍາຫຼວດທີ່ຊົ່ວຮ້າຍປະຕິບັດຕໍ່ຂ້ອຍແນວໃດ ແລະ ບໍ່ໄດ້ໃສ່ໃຈກັບຄໍາຖາມຂອງພວກເຂົາແມ່ນແຕ່ໜ້ອຍດຽວເລີຍ. ເມື່ອເຫັນສິ່ງທີ່ກຳລັງເກີດຂຶ້ນ, ຕຳຫຼວດທີ່ຊົ່ວຮ້າຍໄດ້ໃຊ້ກຳປັ້ນຂອງພວກເຂົາເພື່ອທຸບຕີໃບໜ້າຂອງຂ້ອຍຢ່າງປ່າເຖື່ອນ, ຫຼັງຈາກນັ້ນກໍ່ພັນຜົມບໍລິເວນຂະມັດຂອງຂ້ອຍ ແລະ ກະຊາກມັນ. ຫູຂອງຂ້ອຍມີອາການໃຄ່ບວມຈາກການຖືກບິດ, ໃບໜ້າຂອງຂ້ອຍເບິ່ງບໍ່ອອກເລີຍວ່າເປັນຜູ້ໃດ, ກົ້ນຂອງຂ້ອຍ ແລະ ຕົ້ນຂາຂອງຂ້ອຍມີຮອຍຊໍ້າ ແລະ ຈີກຂາດເມື່ອພວກເຂົາຕີຂ້ອຍດ້ວຍໄມ້ໜາ ແລະ ນິ້ວຕີນຂອງຂ້ອຍກໍ່ກາຍເປັນສີດຳ ແລະ ສີຟ້າຫຼັງຈາກຖືກຕີດ້ວຍທ່ອນໄມ້ອີກດ້ວຍ. ຫຼັງຈາກທີ່ຂ້ອຍຖືກແຂວນດ້ວຍກະແຈມືເປັນເວລາຫົກຊົ່ວໂມງ, ເມື່ອຕຳຫຼວດທີ່ຊົ່ວຮ້າຍໄດ້ເປີດກະແຈມືອອກ, ເນື້ອໜັງຂ້າງລຸ່ມນີ້ວໂປ້ເບື້ອງຊ້າຍຂອງຂ້ອຍກໍ່ຖືກຂູດອອກໃຫ້ເຫັນເນື້ອສົດ, ມີພຽງແຕ່ເນື້ອຊັ້ນບາງໆທີ່ປົກປິດກະດູກໄວ້. ກະແຈມືຍັງເຮັດໃຫ້ຂໍ້ມືຂອງຂ້ອຍເຕັມໄປດ້ວຍຕຸ່ມນໍ້າເຫຼືອງ ແລະ ມັນບໍ່ມີທາງທີ່ຈະໃສ່ພວກມັນກັບຄືນອີກຄັ້ງ. ໃນຊ່ວງເວລານັ້ນ, ເຈົ້າໜ້າທີ່ຕຳຫຼວດຍິງຄົນໜຶ່ງທີ່ເບິ່ງຄືເປັນຄົນສຳຄັນໄດ້ຍ່າງເຂົ້າມາ. ລາວຫຼຽວເບິ່ງຂ້ອຍຂຶ້ນໆລົງໆ, ຫຼັງຈາກນັ້ນກໍ່ເວົ້າກັບພວກເຂົາວ່າ: “ເຈົ້າບໍ່ສາມາດຕີຜູ້ນີ້ໄດ້ອີກຕໍ່ໄປ, ເບິ່ງຄືວ່າລາວໃກ້ຈະຕາຍແລ້ວ”. ຕຳຫຼວດໄດ້ກັກຂັງຂ້ອຍໄວ້ໃນໜຶ່ງໃນຫ້ອງຂອງໂຮງແຮມ. ຜ້າກັ້ງຂອງຫ້ອງນັ້ນຖືກປິດຢ່າງແໜ້ນໜາຕະຫຼອດຊາວສີ່ຊົ່ວໂມງຕໍ່ມື້. ບາງຄົນໄດ້ຖືກມອບໝາຍໃຫ້ເຝົ້າປະຕູ ແລະ ບໍ່ມີພະນັກງານບໍລິການຄົນໃດໄດ້ຮັບອະນຸຍາດໃຫ້ເຂົ້າໄປ ຫຼື ບໍ່ມີໃຜໄດ້ອະນຸຍາດໃຫ້ເບິ່ງສາກທີ່ພວກເຂົາທໍລະມານ ແລະ ທຳຮ້າຍຂ້ອຍຢູ່ພາຍໃນ. ພວກເຂົາຜັດປ່ຽນກັນຖາມຂ້ອຍໂດຍບໍ່ໃຫ້ພັກຜ່ອນ. ເປັນເວລາຫ້າມື້ຫ້າຄືນ, ພວກເຂົາບໍ່ໄດ້ປ່ອຍໃຫ້ຂ້ອຍນອນ, ພວກເຂົາບໍ່ປ່ອຍໃຫ້ຂ້ອຍນັ່ງ ຫຼື ນັ່ງຢ່ອງຢໍ້ ຫຼື ພວກເຂົາບໍ່ອະນຸຍາດໃຫ້ຂ້ອຍກິນອາຫານຈົນອີ່ມ. ຂ້ອຍພຽງແຕ່ໄດ້ຮັບອະນຸຍາດໃຫ້ຢືນອີງກຳແພງ. ມື້ໜຶ່ງ, ເຈົ້າໜ້າທີ່ໄດ້ມາສອບສວນຂ້ອຍ. ເມື່ອເຫັນວ່າຂ້ອຍບໍ່ສົນໃຈລາວ, ລາວກໍ່ເລີ່ມໃຈຮ້າຍໃນທັນທີ ແລະ ເຕະຂ້ອຍໃຫ້ລົ້ມລົງຢູ່ກ້ອງໂຕະ. ຕໍ່ໄປ, ລາວໄດ້ດຶງຂ້ອຍອອກມາ ແລະ ຊົກຂ້ອຍ, ເຮັດໃຫ້ເລືອດໄຫຼອອກຈາກມຸມປາກຂອງຂ້ອຍ. ເພື່ອປົກປິດຄວາມໂຫດຮ້າຍປ່າເຖື່ອນຂອງລາວ, ລາວໄດ້ປິດປະຕູຢ່າງໄວເພື່ອຫ້າມບໍ່ໃຫ້ຜູ້ໃດເຂົ້າມາ. ຫຼັງຈາກນັ້ນ ລາວກໍ່ຈີກເຈ້ຍອະນາໄມກຳໜຶ່ງ ແລະ ເຊັດເລືອດຂອງຂ້ອຍອອກ, ລ້າງເລືອດອອກຈາກໜ້າຂອງຂ້ອຍດ້ວຍນໍ້າ ແລະ ທຳຄວາມສະອາດເລືອດອອກຈາກພື້ນ. ຂ້ອຍຕັ້ງໃຈປະເລືອດບາງສ່ວນໄວ້ກັບເສື້ອກັນໜາວສີຂາວຂອງຂ້ອຍ. ເຖິງຢ່າງໃດກໍ່ຕາມ, ເມື່ອຂ້ອຍກັບໄປທີ່ເຮືອນກັກຂັງ, ຕໍາຫຼວດທີີ່ຊົ່ວຮ້າຍໄດ້ບອກກັບນັກໂທດຄົນອື່ນວ່າເລືອດທີ່ຢູ່ໃນເສື້ອຜ້າຂອງຂ້ອຍແມ່ນມາຈາກເວລາທີ່ຂ້ອຍໄດ້ຮັບການຢືນຢັນຢູ່ທີ່ໂຮງໝໍຈິດ ແລະ ເວົ້າວ່ານັ້ນແມ່ນບ່ອນທີ່ຂ້ອຍຢູ່ໃນຫຼາຍມື້ທີ່ຜ່ານມາ. ບາດແຜ ແລະ ເລືອດທີ່ຢູ່ເທິງຮ່າງກາຍຂອງຂ້ອຍແມ່ນເກີດມາຈາກຄົນເຈັບ ນັ້ນກໍ່ຄື ພວກເຂົາທີ່ເປັນຕຳຫຼວດບໍ່ໄດ້ແຕະໂຕຂ້ອຍເລີຍ. ຂໍ້ແທ້ຈິງທີ່ໂຫດຮ້າຍເຫຼົ່ານີ້ສະແດງໃຫ້ຂ້ອຍເຫັນເຖິງຄວາມໂຫດຮ້າຍ, ກົນອຸບາຍທີ່ຊົ່ວຊ້າ ແລະ ຄວາມບໍ່ມີມະນຸດສະທໍາຂອງຕໍາຫຼວດຂອງປະຊາຊົນ ແລະ ໃນເວລາດຽວກັນ, ຂ້ອຍກໍ່ຮູ້ສຶກຢ່າງແທ້ຈິງເຖິງການປົກປ້ອງ ແລະ ການດູແລຂອງພຣະເຈົ້າສໍາລັບຂ້ອຍແທ້ໆ. ທຸກຄັ້ງທີ່ຄວາມເຈັບປວດຂອງຂ້ອຍຮ້າຍແຮງທີ່ສຸດ, ພຣະເຈົ້າກໍ່ຈະສ່ອງແສງ ແລະ ຊີ້ນໍາຂ້ອຍ, ເພີ່ມຄວາມເຊື່ອ ແລະ ຄວາມເຂັ້ມແຂງຂອງຂ້ອຍ, ມອບຄວາມກ້າຫານໃຫ້ແກ່ຂ້ອຍເພື່ອຢືນເປັນພະຍານໃຫ້ກັບພຣະອົງ. ເມື່ອຄວາມປ່າເຖື່ອນຂອງຕໍາຫຼວດທີ່ຊົ່ວຮ້າຍໄດ້ປ່ອຍໃຫ້ຂ້ອຍໃກ້ຕາຍ, ພຣະເຈົ້າກໍ່ອະນຸຍາດໃຫ້ຂ້ອຍໄດ້ຍິນຂ່າວກ່ຽວກັບການຈັບກຸມອ້າຍເອື້ອຍນ້ອງຄົນອື່ນ, ນໍາໃຊ້ສິ່ງນີ້ເພື່ອດົນບັນດານໃຫ້ຂ້ອຍສືບຕໍ່ອະທິຖານເພື່ອພວກເຂົາ, ເພື່ອໃຫ້ຂ້ອຍລືມຄວາມເຈັບປວດຂອງຕົນເອງ ແລະ ເອົາຊະນະຂໍ້ຈຳກັດຂອງຄວາມຕາຍໂດຍບໍ່ຮູ້ຕົວ. ໂດຍທີ່ຊາຕານເຮັດໜ້າທີ່ເປັນເຄື່ອງປຽບທຽບທີ່ຊົ່ວຮ້າຍ ແລະ ຊົ່ວຊ້າ, ຂ້ອຍໄດ້ເຫັນວ່າມີແຕ່ພຣະເຈົ້າເທົ່ານັ້ນທີ່ເປັນຄວາມຈິງ, ເປັນຫົນທາງ ແລະ ເປັນຊີວິດ ແລະ ມີພຽງແຕ່ອຸປະນິໄສຂອງພຣະເຈົ້າເທົ່ານັ້ນທີ່ເປັນສັນຍາລັກແຫ່ງຄວາມຊອບທໍາ ແລະ ຄວາມດີ. ມີແຕ່ພຣະເຈົ້າເທົ່ານັ້ນທີ່ປົກຄອງເໜືອທຸກສິ່ງ ແລະ ຈັດແຈງທຸກສິ່ງ ແລະ ພຣະອົງໃຊ້ລິດອຳນາດ ແລະ ສະຕິປັນຍາອັນຍິ່ງໃຫຍ່ຂອງພຣະອົງເພື່ອນໍາພາທຸກບາດກ້າວຂອງຂ້ອຍໃນການເອົາຊະນະການປິດລ້ອມຂອງກອງທະຫານມານຮ້າຍ, ໃນການເອົາຊະນະຄວາມອ່ອນແອຂອງເນື້ອໜັງ ແລະ ຂໍ້ຈໍາກັດຂອງຄວາມຕາຍ, ດ້ວຍເຫດນີ້ຈຶ່ງເຮັດໃຫ້ຂ້ອຍສາມາດຢູ່ລອດໄດ້ຢ່າງໜຽວແໜ້ນໃນຖໍ້າທີ່ມືດມິດນີ້. ເມື່ອຂ້ອຍຄິດກ່ຽວກັບຄວາມຮັກ ແລະ ຄວາມລອດພົ້ນຂອງພຣະເຈົ້າ, ຂ້ອຍກໍ່ຮູ້ສຶກໄດ້ຮັບແຮງບັນດານໃຈຫຼາຍ ແລະ ຂ້ອຍຕັດສິນໃຈທີ່ຈະຕໍ່ສູ້ກັບຊາຕານຈົນເຖິງທີ່ສຸດ. ເຖິງແມ່ນວ່າຂ້ອຍຖືກເປື່ອຍເນົ່າໃນຄຸກ, ຂ້ອຍກໍ່ຈະຢືນຢ່າງໜັກແໜ້ນໃນຄຳພະຍານຂອງຂ້ອຍ ແລະ ເຮັດໃຫ້ພຣະເຈົ້າພໍໃຈ.

ຫຼັງຈາກທີ່ພະຍາຍາມທຸກສິ່ງທີ່ພວກເຂົາສາມາດເຮັດໄດ້, ຕໍາຫຼວດທີ່ຊົ່ວຮ້າຍກໍ່ບໍ່ໄດ້ຫຍັງຈາກຂ້ອຍເລີຍ. ໃນທີ່ສຸດ, ພວກເຂົາກໍ່ເວົ້າດ້ວຍຄວາມເຊື່ອໝັ້ນວ່າ: “ພັກກອມມູນິດຈີນຖືກສ້າງຂຶ້ນດ້ວຍເຫຼັກ, ແຕ່ຜູ້ທີ່ເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດຖືກສ້າງຂຶ້ນດ້ວຍເພັດ, ພວກເຂົາດີກວ່າພັກກອມມູນິດຈີນໃນທຸກໆດ້ານ”. ຫຼັງຈາກທີ່ໄດ້ຍິນຄໍາເວົ້າເຫຼົ່ານີ້, ໃນຫົວໃຈຂອງຂ້ອຍ ຂ້ອຍກໍ່ບໍ່ສາມາດເຮັດຫຍັງໄດ້ນອກຈາກຊົມເຊີຍ ແລະ ສັນລະເສີນພຣະເຈົ້າ: “ໂອ ພຣະເຈົ້າ, ຂ້ານ້ອຍຂອບໃຈ ແລະ ສັນລະເສີນພຣະອົງ! ດ້ວຍລິດທານຸພາບສູງສຸດ ແລະ ສະຕິປັນຍາຂອງພຣະອົງ, ພຣະອົງໄດ້ເອົາຊະນະຊາຕານ ແລະ ເຮັດໃຫ້ສັດຕູຂອງພຣະອົງຜ່າຍແພ້. ພຣະອົງຄືສິດອຳນາດທີ່ສູງສຸດ ແລະ ຂໍສະຫງ່າລາສີເປັນຂອງພຣະອົງ!” ພຽງແຕ່ໃນຊ່ວງເວລານີ້, ຂ້ອຍຈຶ່ງເຫັນວ່າ ບໍ່ວ່າລັດຖະບານຂອງພັກກອມມູນິດຈີນຈະໂຫດຮ້າຍສໍ່າໃດກໍ່ຕາມ, ມັນກໍ່ຖືກຄວບຄຸມ ແລະ ຖືກປັ້ນແຕ່ງດ້ວຍມືຂອງພຣະເຈົ້າ. ດັ່ງທີ່ພຣະທຳຂອງພຣະເຈົ້າໄດ້ກ່າວວ່າ: “ທຸກສິ່ງທີ່ຢູ່ເທິງທ້ອງຟ້າ ແລະ ເທິງແຜ່ນດິນໂລກຕ້ອງມາຢູ່ພາຍໃຕ້ອຳນາດຂອງພຣະອົງ. ພວກເຂົາບໍ່ມີທາງເລືອກອື່ນ ແລະ ລ້ວນແລ້ວແຕ່ຕ້ອງຍອມຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະອົງ. ສິ່ງນີ້ຖືກບັນຍັດໂດຍພຣະເຈົ້າ ແລະ ເປັນສິດອຳນາດຂອງພຣະເຈົ້າ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ).

ມື້ໜຶ່ງ, ຕຳຫຼວດທີ່ຊົ່ວຮ້າຍໄດ້ມາສອບສວນຂ້ອຍອີກເທື່ອໜຶ່ງ. ຄັ້ງນີ້ ພວກເຂົາທຸກຄົນເບິ່ງຄືແປກປະຫຼາດໜ້ອຍໜຶ່ງ. ພວກເຂົາຫຼຽວເບິ່ງຂ້ອຍເມື່ອພວກເຂົາເວົ້າ, ແຕ່ມັນບໍ່ໄດ້ເບິ່ງຄືກັບວ່າພວກເຂົາກຳລັງເວົ້າກັບຂ້ອຍ. ມັນປາກົດວ່າພວກເຂົາກຳລັງສົນທະນາກ່ຽວກັບບາງສິ່ງ. ເຊັ່ນດຽວກັບຄັ້ງທີ່ຜ່ານມາ, ການສອບສວນຄັ້ງນີ້ສິ້ນສຸດລົງດ້ວຍຄວາມລົ້ມເຫຼວ. ຕໍ່ມາ, ຕຳຫຼວດທີ່ຊົ່ວຮ້າຍໄດ້ພາຂ້ອຍກັບໄປຫ້ອງຂັງຂອງຂ້ອຍ. ໃນລະຫວ່າງທາງ, ຂ້ອຍໄດ້ຍິນພວກເຂົາເວົ້າໃນທັນທີວ່າ ມັນເບິ່ງຄືວ່າຂ້ອຍຈະຖືກປ່ອຍຕົວໃນມື້ທໍາອິດຂອງເດືອນຕໍ່ໄປ. ເມື່ອໄດ້ຍິນແບບນີ້, ຫົວໃຈຂອງຂ້ອຍກໍ່ເກືອບລະເບີດອອກດ້ວຍຄວາມຕື່ນເຕັ້ນ: ຂ້ອຍຄິດວ່າ “ນີ້ໝາຍຄວາມວ່າຂ້ອຍຈະຖືກປ່ອຍຕົວພາຍໃນສາມມື້! ໃນທີ່ສຸດ, ຂ້ອຍກໍ່ສາມາດອອກຈາກນະຮົກມານຮ້າຍນີ້ໄດ້!” ໂດຍລະງັບຄວາມຊື່ນຊົມຍິນດີໄວ້ໃນຫົວໃຈຂອງຂ້ອຍ, ຂ້ອຍຄາດຫວັງ ແລະ ລໍຖ້າໃຫ້ທຸກວິນາທີຜ່ານໄປ. ສາມມື້ຮູ້ສຶກຄືກັບສາມປີຫຼາຍກວ່າ. ໃນທີ່ສຸດ, ມື້ທໍາອິດຂອງເດືອນກໍ່ມາຮອດ! ມື້ນັ້ນ, ຂ້ອຍເຝົ້າແນມເບິ່ງປະຕູ, ລໍຖ້າໃຫ້ຄົນເອີ້ນຊື່ຂ້ອຍອອກ. ຕອນເຊົ້າຜ່ານໄປ ແລະ ບໍ່ມີຫຍັງເກີດຂຶ້ນ. ຂ້ອຍຕັ້ງຄວາມຫວັງທັງໝົດຂອງຂ້ອຍວ່າຈະອອກໄປໃນຕອນສວາຍ, ແຕ່ເມື່ອຮອດຕອນແລງກໍ່ຍັງບໍ່ມີຫຍັງເກີດຂຶ້ນ. ເມື່ອມັນຮອດເວລາກິນເຂົ້າແລງ, ຂ້ອຍກໍ່ບໍ່ຮູ້ສຶກຢາກກິນຫຍັງ. ໃນຫົວໃຈຂອງຂ້ອຍ, ຂ້ອຍຮູ້ສຶກຫຼົງທາງ; ໃນຊ່ວງເວລານັ້ນ, ມັນຄືກັບວ່າຫົວໃຈຂອງຂ້ອຍໄດ້ຕົກຈາກສະຫວັນລົງສູ່ນະຮົກ. “ເປັນຫຍັງລາວຈຶ່ງບໍ່ກິນເຂົ້າ?” ເຈົ້າໜ້າທີ່ດັດສ້າງຖາມນັກໂທດຄົນອື່ນໆ. ໜຶ່ງໃນນັກໂທດເຫຼົ່ານັ້ນກໍ່ຕອບວ່າ “ລາວບໍ່ໄດ້ກິນຫຍັງຫຼາຍນັບຕັ້ງແຕ່ລາວກັບມາຈາກການຖືກສອບສວນໃນມື້ນັ້ນ”. ເຈົ້າໜ້າທີ່ດັດສ້າງເວົ້າວ່າ “ຈັບໜ້າຜາກຂອງລາວເບິ່ງ; ລາວບໍ່ສະບາຍບໍ?” ນັກໂທດຄົນໜຶ່ງໄດ້ມາ ແລະ ຈັບໜ້າຜາກຂອງຂ້ອຍ. ລາວເວົ້າວ່າມັນຮ້ອນຫຼາຍ, ຂ້ອຍກຳລັງເປັນໄຂ້. ຂ້ອຍເປັນໄຂ້ແທ້ໆ. ຄວາມເຈັບປ່ວຍເກີດຂຶ້ນຢ່າງກະທັນຫັນ ແລະ ມັນຮ້າຍແຮງຫຼາຍ. ໃນຊ່ວງເວລານັ້ນເອງ, ຂ້ອຍລົ້ມລົງ. ຕະຫຼອດຊ່ວງເວລາສອງຊົ່ວໂມງ, ອາການໄຂ້ກໍ່ຮ້າຍແຮງຂຶ້ນເລື້ອຍໆ. ຂ້ອຍຮ້ອງໄຫ້! ພວກເຂົາທຸກຄົນ ເຊິ່ງລວມເຖິງເຈົ້າໜ້າທີ່ດັດສ້າງ ກໍ່ເບິ່ງຂ້ອຍຮ້ອງໄຫ້. ພວກເຂົາທຸກຄົນກໍ່ມຶນງົງ: ມຸມມອງຂອງພວກເຂົາກ່ຽວກັບຂ້ອຍກໍ່ຄືຄົນທີ່ບໍ່ໄດ້ຖືກລໍ້ລວງໂດຍຫົວກາຣົດ ຫຼື ຖືກຂົ່ມຂູ່ດ້ວຍໄມ້ແສ້, ຜູ້ທີ່ບໍ່ຫຼັ່ງນໍ້າຕາແມ່ນແຕ່ຢອດດຽວໃນແຕ່ລະຄັ້ງທີ່ລາວຜະເຊີນໜ້າກັບການທໍລະມານທີ່ໂຫດຮ້າຍ ແລະ ຜູ້ທີ່ຖືກແຂວນໃສ່ກະແຈມືເປັນເວລາຫົກຊົ່ວໂມງໂດຍບໍ່ຮ້ອງຄາງ. ແຕ່ມື້ນີ້, ຂ້ອຍຮ້ອງໄຫ້ໂດຍບໍ່ມີການທໍລະມານ. ພວກເຂົາບໍ່ຮູ້ວ່ານໍ້າຕາຂອງຂ້ອຍມາຈາກໃສ, ພວກເຂົາພຽງແຕ່ຄິດວ່າຂ້ອຍຕ້ອງເຈັບປ່ວຍໜັກ. ໃນຄວາມຈິງແລ້ວ, ມີພຽງແຕ່ພຣະເຈົ້າ ແລະ ຂ້ອຍເທົ່ານັ້ນທີ່ຮູ້ເຫດຜົນ. ມັນລ້ວນແລ້ວແຕ່ເປັນຍ້ອນຄວາມກະບົດ ແລະ ຄວາມບໍ່ເຊື່ອຟັງຂອງຂ້ອຍ. ນໍ້າຕາເຫຼົ່ານີ້ໄຫຼອອກ ເພາະຂ້ອຍຮູ້ສຶກໝົດຫວັງເມື່ອຄວາມຄາດຫວັງຂອງຂ້ອຍບໍ່ເກີດຜົນຫຍັງ ແລະ ຄວາມຫວັງຂອງຂ້ອຍໄດ້ພັງທະລາຍໄປ. ພວກມັນຄືນໍ້າຕາແຫ່ງຄວາມກະບົດ ແລະ ຄວາມໂສກເສົ້າ. ໃນຊ່ວງເວລານັ້ນ, ຂ້ອຍບໍ່ຕ້ອງການຕັ້ງໃຈທີ່ຈະເປັນພະຍານໃຫ້ກັບພຣະເຈົ້າອີກຕໍ່ໄປ. ຂ້ອຍເຖິງກັບບໍ່ມີຄວາມກ້າຫານທີ່ຈະຖືກທົດສອບແບບນີ້ອີກ. ໃນຕອນແລງຂອງມື້ນັ້ນ, ຂ້ອຍຮ້ອງໄຫ້ດ້ວຍນໍ້າຕາແຫ່ງຄວາມທຸກທໍລະມານ, ເພາະວ່າຂ້ອຍມີຊີວິດຢູ່ໃນຄຸກຢ່າງພຽງພໍແລ້ວ ແລະ ຂ້ອຍກຽດຊັງມານຮ້າຍເຫຼົ່ານີ້ ແລະ ຍິ່ງໄປກວ່ານັ້ນ ຂ້ອຍກຽດຊັງການຢູ່ໃນສະຖານທີ່ໆໂຫດຮ້າຍນີ້. ຂ້ອຍບໍ່ຕ້ອງການໃຊ້ອີກວິນາທີດຽວໃນທີ່ນັ້ນ. ຍິ່ງຂ້ອຍຄິດກ່ຽວກັບມັນຫຼາຍສໍ່າໃດ, ຂ້ອຍກໍ່ຍິ່ງທໍ້ໃຈຫຼາຍສໍ່ານັ້ນ ແລະ ຂ້ອຍຍິ່ງຮູ້ສຶກເຖິງຄວາມໂສກເສົ້າ, ຄວາມເວດທະນາ ແລະ ຄວາມໂດດດ່ຽວຫຼາຍສໍ່ານັ້ນ. ຂ້ອຍຮູ້ສຶກວ່າຂ້ອຍເປັນຄືກັບເຮືອທີ່ໂດດດ່ຽວຢູ່ກາງທະເລ, ເຮືອທີ່ສາມາດຖືກກືນກິນດ້ວຍນໍ້າໃນທຸກເວລາ; ຍິ່ງໄປກວ່ານັ້ນ, ຂ້ອຍຮູ້ສຶກວ່າຄົນທີ່ຢູ່ອ້ອມຂ້າງຂ້ອຍນັ້ນຊົ່ວຮ້າຍ ແລະ ໂຫດຮ້າຍຫຼາຍຈົນພວກເຂົາອາດລະບາຍຄວາມໃຈຮ້າຍຂອກເຂົາໃສ່ຂ້ອຍໄດ້ທຸກເວລາ. ຂ້ອຍໄດ້ອະທິຖານຫາພຣະເຈົ້າເທື່ອແລ້ວເທື່ອເລົ່າ ແລະ ພຣະທຳເຫຼົ່ານີ້ຈາກພຣະອົງໄດ້ເກີດຂຶ້ນກັບຂ້ອຍ: “ສຳລັບທຸກຄົນທີ່ສະແຫວງຫາເພື່ອຮັກພຣະເຈົ້າ, ບໍ່ມີຄວາມຈິງໃດທີ່ບໍ່ສາມາດໄດ້ມາ ແລະ ບໍ່ມີຄວາມຍຸຕິທຳໃດທີ່ພວກເຂົາບໍ່ສາມາດຍຶດໝັ້ນໄດ້. ເຈົ້າຄວນດຳລົງຊີວິດຂອງເຈົ້າແນວໃດ? ເຈົ້າຄວນຮັກພຣະເຈົ້າ ແລະ ໃຊ້ຄວາມຮັກນີ້ເພື່ອປະຕິບັດຕາມຄວາມປາຖະໜາຂອງພຣະອົງແນວໃດ? ບໍ່ມີບັນຫາໃດທີ່ຍິ່ງໃຫຍ່ກວ່າໃນຊີວິດຂອງເຈົ້າ. ເໜືອສິ່ງອື່ນໃດ, ເຈົ້າຕ້ອງມີຄວາມປາຖະໜາ ແລະ ຄວາມພາກພຽນດັ່ງກ່າວ ແລະ ບໍ່ຄວນເປັນຄືກັນກັບຄົນອ່ອນແອທີ່ບໍ່ມີຄວາມກ້າຫານ. ເຈົ້າຕ້ອງຮຽນຮູ້ຈັກວິທີປະສົບກັບຊີວິດທີ່ມີຄວາມໝາຍ ແລະ ປະສົບກັບຄວາມຈິງທີ່ມີຄວາມໝາຍ ແລະ ບໍ່ຄວນປະຕິບັດກັບຕົນເອງພຽງພໍແຕ່ເປັນພິທີໃນລັກສະນະນັ້ນ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ). ພຣະທຳຂອງພຣະເຈົ້າໄດ້ມອບຄວາມເຊື່ອໃຫ້ແກ່ຂ້ອຍ. ຂ້ອຍຄິດເຖິງການທີ່ຂ້ອຍສາບານຢ່າງຈິງຈັງຕໍ່ໜ້າພຣະເຈົ້າວ່າ ບໍ່ວ່າຂ້ອຍອາດທົນທຸກຫຼາຍສໍ່າໃດ, ຂ້ອຍຈະຢືນເປັນພະຍານ ແລະ ເຮັດໃຫ້ຊາຕານອັບອາຍ. ແຕ່ເມື່ອຂ້ອຍກຳລັງຜະເຊີນໜ້າກັບການທໍລະມານຂອງຕຳຫຼວດເປັນເວລາດົນ, ຂ້ອຍກໍ່ສູນເສຍຄວາມຕັ້ງໃຈຂອງຂ້ອຍ ແລະ ພຽງແຕ່ຄາດຫວັງມື້ທີ່ຂ້ອຍຈະສາມາດໜີອອກຈາກສະຖານທີ່ໆເປັນຕາເວດທະນານັ້ນ. ສິ່ງນັ້ນເປັນການຍອມຈຳນົນໄດ້ແນວໃດ? ສິ່ງນັ້ນເປັນຄຳພະຍານໄດ້ແນວໃດ? ໃນຄໍາອະທິຖານຫາພຣະເຈົ້າ, ຂ້ອຍສາບານວ່າ ເຖິງແມ່ນມັນໝາຍເຖິງການໃຊ້ຊີວິດທັງໝົດຂອງຂ້ອຍຢູ່ໃນຄຸກ, ຂ້ອຍກໍ່ຈະບໍ່ຍອມຈໍານົນຕໍ່ຊາຕານ. ຂ້ອຍຈະຢືນເປັນພະຍານ ແລະ ເຮັດໃຫ້ຊາຕານອັບອາຍ. ຫຼັງຈາກນັ້ນ, ໃນວັນທີ 6 ທັນວາ 2005, ຂ້ອຍໄດ້ຖືກປ່ອຍຕົວ, ສິ້ນສຸດຊີວິດໃນຄຸກທີ່ຄືກັບນະຮົກນັ້ນ.

ຫຼັງຈາກທີ່ຜະເຊີນໜ້າກັບການຈັບກຸມ ແລະ ການຂົ່ມເຫັງນີ້, ເຖິງແມ່ນວ່າເນື້ອໜັງຂອງຂ້ອຍໄດ້ອົດກັ້ນກັບຄວາມຍາກລໍາບາກບາງຢ່າງ, ຂ້ອຍໄດ້ມີຄວາມເຂົ້າໃຈ ແລະ ສະຕິປັນຍາ ແລະ ເຫັນຢ່າງແທ້ຈິງວ່າລັດຖະບານຂອງພັກກອມມູນິດຈີນເປັນຮ່າງກາຍຂອງຊາຕານທີ່ເປັນມານຮ້າຍ, ເປັນກຸ່ມຄາດຕະກອນທີ່ຈະຂ້າປະຊາຊົນໂດຍບໍ່ກະພິບຕາ, ແຕ່ຂ້ອຍຍັງເຂົ້າໃຈເຖິງອຳນາດອັນໄພສານ ແລະ ສະຕິປັນຍາຂອງພຣະເຈົ້າ, ພ້ອມທັງຄວາມຊອບທໍາ ແລະ ຄວາມບໍລິສຸດຂອງພຣະອົງ; ຂ້ອຍໄດ້ເຂົ້າໃຈເຈດຕະນາທີ່ດີຂອງພຣະເຈົ້າໃນການຊ່ວຍຊີວິດຂ້ອຍ ແລະ ການດູແລ ແລະ ການປົກປ້ອງຂອງພຣະອົງທີ່ມີຕໍ່ຂ້ອຍ, ສະນັ້ນຈຶ່ງເຮັດໃຫ້ຂ້ອຍເອົາຊະນະຊາຕານເທື່ອລະບາດກ້າວໃນລະຫວ່າງຄວາມປ່າເຖື່ອນຂອງຊາຕານ ແລະ ຍຶດໝັ້ນໃນຄຳພະຍານຂອງຂ້ອຍ. ນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ, ຂ້ອຍປາຖະໜາທີ່ຈະມອບທັງໝົດຂອງຂ້ອຍໃຫ້ກັບພຣະເຈົ້າຢ່າງສົມບູນ ແລະ ຂ້ອຍຈະຕິດຕາມພຣະເຈົ້າຢ່າງຊື່ສັດ ເພື່ອວ່າຂ້ອຍຈະຖືກພຣະອົງຮັບເອົາໃຫ້ໄວເທົ່າທີ່ສາມາດເປັນໄປໄດ້.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ການຕໍ່ສູ້ກັບການລ້າງສະໝອງ

ໂດຍ ຈ້າວຫຼຽງ, ຈີນ ຂ້ອຍຖືກຕຳຫຼວດຂອງພັກກອມມູນິດຈີນຈັບກຸມຍ້ອນຄວາມເຊື່ອຂອງຂ້ອຍ ເມື່ອຂ້ອຍອາຍຸ 19 ປີ. ພວກເຂົາດຳເນີນການກັບຂ້ອຍ 60 ມື້ເພື່ອທໍລະມານ...

ຄວາມເຊື່ອທີ່ບໍ່ສາມາດທຳລາຍໄດ້

ໂດຍ ເມີງຢົງ, ຈີນ ໃນເດືອນທັນວາຂອງປີ 2012, ອ້າຍເອື້ອຍນ້ອງຫຼາຍຄົນ ແລະ ຂ້ານ້ອຍໄດ້ຂັບລົດໄປສະຖານທີ່ແຫ່ງໜຶ່ງເພື່ອເຜີຍແຜ່ຂ່າວປະເສີດ ແລະ...