ການທໍລະມານໃນຫ້ອງສອບສວນ

19 ເດືອນກຸມພາ 2022

ໂດຍ ສຽວມິນ, ຈີນ

ໃນປີ 2012 ໃນລະຫວ່າງຊ່ວງການປະກາດຂ່າວປະເສີດ, ຂ້ອຍໄດ້ຖືກຈັບກຸມໂດຍພັກກອມມູນິດຈີນ. ຈົນຮອດຕອນແລງຂອງວັນທີ 13 ກັນຍາ, ຂ້ອຍໄດ້ກັບເມືອເຮືອນ ແລະ ຕາມທີ່ຂ້ອຍເຮັດຢູ່ສະເໝີ ຂ້ອຍຈະຈອດລົດຈັກໄຟຟ້າຂອງຂ້ອຍໄວ້ຂ້າງນອກ ແລະ ກົດກະດິ່ງປະຕູ. ດ້ວຍຄວາມປະຫຼາດໃຈຂອງຂ້ອຍ, ບໍ່ດົນຫຼັງຈາກທີ່ຂ້ອຍໄດ້ເປີດປະຕູ ຜູ້ຊາຍທີ່ໂຕໃຫຍ່ສີ່ຄົນໄດ້ຈູ່ໂຈມຂ້ອຍຄືກັບໝາປ່າ. ພວກເຂົາບິດແຂນຂອງຂ້ອຍໄວ້ທາງຫຼັງຂ້ອຍ ແລະ ໃສ່ກະແຈມືຂ້ອຍ, ແລ້ວກໍ່ຍູ້ຂ້ອຍລົງໃສ່ຕັ່ງ ແລະ ປະຂ້ອຍໃຫ້ຕິດໄວ້ຢູ່ນັ້ນ. ຕຳຫຼວດຫຼາຍຄົນໄດ້ເລີ່ມຮື້ຄົ້ນກະເປົ໋າຂອງຂ້ອຍ. ເມື່ອຜະເຊີນໜ້າກັບການສະແດງເຖິງການໃຊ້ກໍາລັງຢ່າງກະທັນຫັນ ແລະ ຢ່າງໂຫດຮ້າຍນີ້, ຂ້ອຍກໍ່ຮູ້ສຶກຕົກສະເງີ້ດ້ວຍຄວາມຢ້ານກົວ ແລະ ຮູ້ສຶກຄືກັບລູກແກະນ້ອຍທີ່ເປັນຕາສົງສານເຊິ່ງຖືກໝາປ່າທີ່ຊົ່ວຮ້າຍຈັບ, ໂດຍບໍ່ມີເຫື່ອແຮງທີ່ຈະຕໍ່ຕ້ານແຕ່ຢ່າງໃດເລີຍ. ຫຼັງຈາກນັ້ນ ພວກເຂົາກໍ່ພາຂ້ອຍອອກໄປ ແລະ ເອົາຂ້ອຍເຂົ້າໃສ່ທາງຫຼັງຂອງລົດເກ໋ງສີດໍາ. ພາຍໃນລົດ, ຫົວໜ້າຕຳຫຼວດ ເຊິ່ງເບິ່ງຄືວ່າເປັນຜູ້ຊາຍໂຕນ້ອຍໆທີ່ເປັນຕາສັງເວດໂດຍເບີກບານໃຈກັບຄວາມສຳເລັດຂອງລາວເອງ ໄດ້ຫັນມາ ແລະ ຍິ້ມໃສ່ຂ້ອຍຢ່າງມີເລ່ຫຼ່ຽມ ແລ້ວເວົ້າວ່າ, “ຮາ! ເຈົ້າຮູ້ບໍວ່າພວກເຮົາຈັບເຈົ້າໄດ້ແນວໃດ?” ຍ້ອນຢ້ານວ່າຂ້ອຍອາດຈະພະຍາຍາມແລ່ນໜີ, ຕຳຫຼວດສອງຄົນໄດ້ຈັບຂ້ອຍໄວ້ທັງສອງຂ້າງ, ຄືກັບວ່າຂ້ອຍເປັນອາຊະຍາກອນທີ່ເປັນອັນຕະລາຍ. ຂ້ອຍທັງຮູ້ສຶກໃຈຮ້າຍ ແລະ ຕົກໃຈ ແລະ ຂ້ອຍບໍ່ສາມາດຄາດເດົາໄດ້ວ່າຕຳຫຼວດຈະທໍລະມານຂ້ອຍແນວໃດ. ຂ້ອຍຢ້ານຢ່າງເລິກໆວ່າຂ້ອຍຈະບໍ່ສາມາດທົນຕໍ່ການທໍລະມານຂອງພວກເຂົາ ແລະ ຈະກາຍມາເປັນຢູດາ ແລະ ທໍລະຍົດພຣະເຈົ້າ. ແຕ່ຫຼັງຈາກນັ້ນ ຂ້ອຍກໍ່ຄິດເຖິງພຣະທຳຂອງພຣະເຈົ້າ: “ຕາບໃດທີ່ພວກເຈົ້າອະທິຖານ ແລະ ອ້ອນວອນຕໍ່ໜ້າເຮົາຢູ່ເລື້ອຍໆ, ເຮົາຈະປະທານຄວາມເຊື່ອທັງໝົດໃຫ້ກັບພວກເຈົ້າ. ຄົນທີ່ມີລິດອຳນາດອາດເບິ່ງຈາກພາຍນອກ ຄືກັບວ່າ ເປັນຄົນຮ້າຍກາດ ແຕ່ຢ່າຢ້ານເລີຍ, ພວກເຈົ້າເປັນແບບນີ້ກໍຍ້ອນວ່າ ພວກເຈົ້າມີຄວາມເຊື່ອເລັກນ້ອຍ. ຕາບໃດທີ່ຄວາມເຊື່ອຂອງພວກເຈົ້າເຕີບໂຕ, ບໍ່ມີສິ່ງໃດທີ່ຫຍຸ້ງຍາກເກີນໄປ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 75). ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ມອບຄວາມເຊື່ອ ແລະ ຄວາມເຂັ້ມແຂງໃຫ້ແກ່ຂ້ອຍ ແລະ ພຣະທຳເຫຼົ່ານັ້ນຊ່ວຍໃຫ້ຂ້ອຍຄ່ອຍໆສະຫງົບລົງ. ຂ້ອຍຄິດວ່າ “ແມ່ນແລ້ວ, ບໍ່ວ່າຕໍາຫຼວດທີ່ຊົ່ວຮ້າຍຈະປ່າເຖື່ອນ ແລະ ໂຫດຮ້າຍສໍ່າໃດກໍ່ຕາມ, ພວກເຂົາເປັນພຽງເບ້ຍໃນມືຂອງພຣະເຈົ້າ ແລະ ພວກເຂົາຢູ່ໃນການປັ້ນແຕ່ງຂອງພຣະເຈົ້າ. ຕາບໃດທີ່ຂ້ອຍອະທິຖານ ແລະ ຮ້ອງຫາພຣະເຈົ້າດ້ວຍຫົວໃຈທີ່ແທ້ຈິງ, ແລ້ວພຣະເຈົ້າກໍ່ຈະຢູ່ກັບຂ້ອຍ ແລະ ບໍ່ມີຫຍັງຕ້ອງເປັນຫ່ວງ. ຖ້າຕຳຫຼວດທີ່ຊົ່ວຮ້າຍເຫຼົ່ານີ້ທໍລະມານ ແລະ ຕີຂ້ອຍຢ່າງໂຫດຮ້າຍ, ແລ້ວນັ້ນກໍ່ເປັນພຽງການທີ່ພຣະເຈົ້າຕ້ອງການທົດສອບຄວາມເຊື່ອຂອງຂ້ອຍ. ບໍ່ວ່າພວກເຂົາອາດທໍລະມານເນື້ອໜັງຂອງຂ້ອຍແນວໃດກໍ່ຕາມ, ພວກເຂົາບໍ່ສາມາດຫ້າມຫົວໃຈຂອງຂ້ອຍບໍ່ໃຫ້ຊອກຫາພຣະເຈົ້າ ແລະ ຮ້ອງຫາພຣະເຈົ້າໄດ້. ເຖິງແມ່ນວ່າພວກເຂົາຈະຂ້າເນື້ອໜັງຂອງຂ້ອຍ, ພວກເຂົາກໍ່ບໍ່ສາມາດຂ້າຈິດວິນຍານຂອງຂ້ອຍໄດ້, ເພາະທຸກສິ່ງທີ່ຂ້ອຍເປັນແມ່ນຢູ່ໃນມືຂອງພຣະເຈົ້າ”. ຫຼັງຈາກທີ່ຂ້ອຍຄິດແບບນີ້, ຂ້ອຍກໍ່ບໍ່ຢ້ານຊາຕານທີ່ເປັນມານຮ້າຍອີກຕໍ່ໄປ ແລະ ຂ້ອຍໄດ້ຕັດສິນໃຈທີ່ຈະຢືນເປັນພະຍານຕໍ່ພຣະເຈົ້າ. ສະນັ້ນ ຂ້ອຍຈຶ່ງຮ້ອງອອກມາໃນຫົວໃຈວ່າ, “ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ບໍ່ວ່າພວກເຂົາຈະເຮັດຫຍັງກໍ່ຕາມກັບຂ້ານ້ອຍໃນມື້ນີ້, ຂ້ານ້ອຍກໍ່ເຕັມໃຈທີ່ຈະຜະເຊີນກັບມັນທັງໝົດ. ເຖິງແມ່ນວ່າເນື້ອໜັງຂອງຂ້ານ້ອຍອ່ອນແອ, ຂ້ານ້ອຍກໍ່ປາຖະໜາທີ່ຈະດໍາລົງຊີວິດໂດຍເພິ່ງພາພຣະອົງ ແລະ ບໍ່ຍອມໃຫ້ຊາຕານມີໂອກາດແມ່ນແຕ່ຄັ້ງດຽວທີ່ຈະສວຍໃຊ້ຂ້ານ້ອຍ. ໄດ້ໂປດປົກປ້ອງຂ້ານ້ອຍ, ຢ່າໃຫ້ຂ້ານ້ອຍທໍລະຍົດພຣະອົງ ແລະ ຢ່າປ່ອຍໃຫ້ຂ້ານ້ອຍກາຍເປັນຢູດາທີ່ເປັນຕາອັບອາຍ”. ໃນຂະນະທີ່ພວກເຮົາກຳລັງຂັບລົດໄປ, ຂ້ອຍຍັງສືບຕໍ່ຮ້ອງເພງສັນລະເສີນໜຶ່ງເພງຢູ່ໃນໃຈຂອງຂ້ອຍ: “ດ້ວຍອຳນາດສູງສຸດ ແລະ ການຈັດແຈງຕ່າງໆຂອງພຣະເຈົ້າ, ຂ້ອຍພົບກັບຄວາມຍາກລຳບາກ ແລະ ຜ່ານການທົດສອບຕ່າງໆ. ຂ້ອຍສາມາດທໍ້ໃຈໄດ້ແນວໃດ, ຂ້ອຍສາມາດລີ້ໄດ້ແນວໃດ? ຄວາມສະຫງ່າລາສີຂອງພຣະເຈົ້າມາກ່ອນ. ໃນຄວາມຍາກລຳບາກ, ພຣະທໍາຂອງພຣະເຈົ້າຊີ້ນຳຂ້ອຍ ແລະ ຄວາມເຊື່ອຂອງຂ້ອຍໄດ້ຖືກເຮັດໃຫ້ສົມບູນ. ຂ້ອຍອຸທິນຕົນຢ່າງສູງສຸດຕໍ່ພຣະເຈົ້າ, ແມ່ນຫຍັງຈະສໍາຄັນຖ້າຂ້ອຍຕາຍ, ຄວາມປະສົງຂອງພຣະເຈົ້າແມ່ນຢູ່ສູງກວ່າທຸກສິ່ງ” (ຈາກບົດເພງ “ຂ້ອຍຂໍພຽງແຕ່ພຣະເຈົ້າພໍໃຈເທົ່ານັ້ນ” ໃນໜັງສືເພງຕິດຕາມລູກແກະ ແລະ ຮ້ອງເພງໃໝ່). ໃນຂະນະທີ່ຂ້ອຍຮ້ອງເພງຢ່າງງຽບໆ, ຫົວໃຈຂອງຂ້ອຍກໍ່ເຕັມໄປດ້ວຍຄວາມເຂັ້ມແຂງ ແລະ ຂ້ອຍຕັ້ງໃຈທີ່ຈະເພິ່ງພາພຣະເຈົ້າເພື່ອຢືນເປັນພະຍານ ແລະ ເຮັດໃຫ້ຊາຕານອັບອາຍ.

ເມື່ອພວກເຂົາພາຂ້ອຍເຂົ້າໄປໃນຫ້ອງສອບສວນ, ຂ້ອຍກໍ່ປະຫຼາດໃຈທີ່ເຫັນເອື້ອຍຄົນໜຶ່ງທີ່ປະຕິບັດໜ້າທີ່ດຽວກັນໃນຄຣິດຕະຈັກຄືກັບຂ້ອຍ ແລະ ຜູ້ນໍາຄຣິດຕະຈັກກໍ່ຢູ່ທີ່ນັ້ນຄືກັນ. ພວກເຂົາທຸກຄົນຖືກຈັບຄືກັນ! ໜຶ່ງໃນເຈົ້າໜ້າທີ່ຕຳຫຼວດເຫັນຂ້ອຍກຳລັງຫຼຽວເບິ່ງເອື້ອຍນ້ອງໃນຄຣິດຕະຈັກຂອງຂ້ອຍ ແລະ ລາວໄດ້ຈ້ອງເບິ່ງຂ້ອຍ ແລະ ຮ້າຍດ່າຂ້ອຍ ໂດຍເວົ້າວ່າ, “ເຈົ້າຈ້ອງເບິ່ງຫຍັງ? ໄປຢູ່ນັ້ນ!” ເພື່ອຫ້າມບໍ່ໃຫ້ພວກເຮົາລົມກັນ, ຕຳຫຼວດໄດ້ຂັງພວກເຮົາໃນຫ້ອງສອບສວນທີ່ແຕກຕ່າງກັນ. ພວກເຂົາຄົ້ນຕົວຂອງຂ້ອຍຢ່າງຮຸນແຮງ, ແກ້ສາຍແອວຂອງຂ້ອຍ ແລະ ຄົ້ນທົ່ວຕົວຂ້ອຍຢ່າງໄວວາ. ມັນຮູ້ສຶກຄືກັບວ່າເປັນການດູຖູກທີ່ເປັນຕາຂີ້ດຽດ ແລະ ຂ້ອຍໄດ້ເຫັນວ່າລູກນ້ອງມານຮ້າຍຂອງລັດຖະບານຂອງພັກກອມມູນິດຈີນເຫຼົ່ານີ້ຊົ່ວຮ້າຍ, ເປັນຕາລັງກຽດ ແລະ ໂຫດຮ້າຍສໍ່າໃດແທ້ໆ! ຂ້ອຍຮູ້ສຶກໂກດແຄ້ນ, ແຕ່ຂ້ອຍຕ້ອງກືນຄວາມໂກດຮ້າຍຂອງຂ້ອຍໄວ້, ເພາະວ່າບໍ່ມີບ່ອນໃດໃຫ້ໃຊ້ເຫດຜົນໃນຖໍ້າມານຮ້າຍນີ້. ຫຼັງຈາກທີ່ພວກເຂົາຍຶດລົດຈັກໄຟຟ້າຄັນໃໝ່ຂອງຂ້ອຍເຊິ່ງເປັນຂອງຄຣິດຕະຈັກ ແລະ ເງິນຫຼາຍກວ່າ 600 ຢວນທີ່ຂ້ອຍມີຕິດໂຕ, ພວກເຂົາກໍ່ເລີ່ມຖາມຂ້ອຍ. “ເຈົ້າຊື່ຫຍັງ? ເຈົ້າມີຕຳແໜ່ງຫຍັງໃນຄຣິດຕະຈັກ? ຜູ້ນຳຂອງເຈົ້າແມ່ນໃຜ? ດຽວນີ້ພວກເຂົາຢູ່ໃສ?” ຂ້ອຍບໍ່ຕອບຫຍັງ, ດັ່ງນັ້ນຕຳຫຼວດຈຶ່ງຮ້ອງສຽງດັງໃສ່ຂ້ອຍວ່າ, “ເຈົ້າຄິດວ່າພວກເຮົາຈະບໍ່ຮູ້ບໍຖ້າເຈົ້າບໍ່ບອກພວກເຮົາ? ເຈົ້າບໍ່ຮູ້ວ່າພວກເຮົາສາມາດເຮັດຫຍັງໄດ້ແດ່! ເຈົ້າຄວນຮູ້ວ່າພວກເຮົາໄດ້ຈັບກຸມຜູ້ນຳຂັ້ນສູງຂອງເຈົ້າເຊັ່ນກັນ!” ຫຼັງຈາກນັ້ນ ພວກເຂົາກໍ່ສືບຕໍ່ລະບຸລາຍຊື່ສອງສາມຄົນ ແລະ ຖາມວ່າຂ້ອຍຮູ້ຈັກຄົນໃດໜຶ່ງໃນບັນດາຄົນເຫຼົ່ານັ້ນ ຫຼື ບໍ່ ແລະ ພວກເຂົາສືບຕໍ່ຖາມຂ້ອຍ. “ເງິນທັງໝົດຂອງຄຣິດຕະຈັກຂອງເຈົ້າແມ່ນເກັບໄວ້ຢູ່ໃສ? ບອກພວກເຮົາເທາະ!” ຂ້ອຍປະຕິເສດທຸກຢ່າງທີ່ພວກເຂົາເວົ້າ ໂດຍເວົ້າວ່າ, “ຂ້ອຍບໍ່ຮູ້ຈັກຜູ້ໃດເລີຍ! ຂ້ອຍບໍ່ຮູ້ຫຍັງເລີຍ!” ເມື່ອພວກເຂົາເຫັນວ່າການສອບຖາມຮອບທໍາອິດຂອງພວກເຂົາບໍ່ສໍາເລັດ, ພວກເຂົາກໍ່ຕັດສິນໃຈໃຊ້ກົນອຸບາຍທີ່ດີທີ່ສຸດຂອງພວກເຂົາ ແລະ ພວກເຂົາເລີ່ມຜັດປ່ຽນກັນເພື່ອສອບສວນ ແລະ ທໍລະມານຂ້ອຍເພື່ອພະຍາຍາມເອົາຊະນະຂ້ອຍ. ເພາະວ່າໃນມື້ທຳອິດ ຕຳຫຼວດບໍ່ສາມາດຮັບເອົາຂໍ້ມູນທີ່ພວກເຂົາຕ້ອງການຈາກຂ້ອຍ, ພວກເຂົາຈຶ່ງໄດ້ຮັບຄວາມອັບອາຍດ້ວຍຄວາມໂກດແຄ້ນ ແລະ ຫົວໜ້າໃນບັນດາພວກເຂົາກໍ່ເວົ້າຢ່າງຮຸນແຮງວ່າ, “ຂ້ອຍຈະບໍ່ຍອມຕໍ່ຄວາມດື້ດ້ານຂອງລາວ. ທໍລະມານລາວ!” ຕຳຫຼວດໄດ້ເອົາມືທີ່ຖືກໃສ່ກະແຈມືຂອງຂ້ອຍ ເຊິ່ງຍັງຢູ່ຂ້າງຫຼັງຂອງຂ້ອຍ ແລະ ແຂວນພວກມັນໄວ້ເທິງໂຕະ, ຫຼັງຈາກນັ້ນ ພວກເຂົາໄດ້ບັງຄັບໃຫ້ຂ້ອຍຢູ່ໃນທ່ານັ່ງເຄິ່ງໂຕ. ພວກເຂົາແນມເບິ່ງຂ້ອຍຢ່າງມີເຈດຕະນາຮ້າຍ ແລະ ກົດດັນຂ້ອຍດ້ວຍຄໍາຖາມ. “ຜູ້ນຳຂອງເຈົ້າຢູ່ໃສ? ເງິນທັງໝົດຂອງຄຣິດຕະຈັກຢູ່ໃສ?” ພວກເຂົາພຽງແຕ່ຕ້ອງການຢາກໃຫ້ຂ້ອຍທົນບໍ່ໄດ້ເມື່ອຢູ່ພາຍໃຕ້ການທໍລະມານນັ້ນ ແລະ ຍອມຈຳນົນຕໍ່ພວກເຂົາ. ຫຼັງຈາກທີ່ຕຳຫຼວດທີ່ຊົ່ວຮ້າຍໄດ້ສືບຕໍ່ທໍລະມານແບບນີ້ເປັນເວລາປະມານເຄິ່ງຊົ່ວໂມງ, ຂາຂອງຂ້ອຍກໍ່ເລີ່ມປວດ ແລະ ສັ່ນ. ຫົວໃຈຂອງຂ້ອຍເຕັ້ນແຮງ ແລະ ແຂນຂອງຂ້ອຍກໍ່ເຈັບໜັກຄືກັນ. ຂ້ອຍໃກ້ໝົດຂີດຈໍາກັດຂອງຄວາມອົດທົນຂອງຂ້ອຍ ແລະ ຂ້ອຍຮູ້ສຶກຄືກັບວ່າຂ້ອຍບໍ່ສາມາດທົນໄດ້ດົນກວ່ານີ້ ແລະ ດ້ວຍເຫດນັ້ນຈຶ່ງຮ້ອງໃນຫົວໃຈຂອງຂ້ອຍຢ່າງຈິງຈັງ: “ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ໄດ້ໂປດຊ່ວຍຂ້ານ້ອຍ. ຂ້ານ້ອຍບໍ່ສາມາດທົນມັນອີກຕໍ່ໄປແລ້ວ. ຂ້ານ້ອຍບໍ່ຕ້ອງການທໍລະຍົດພຣະອົງຄືກັບຢູດາ. ໄດ້ໂປດມອບຄວາມເຂັ້ມແຂງໃຫ້ແກ່ຂ້ານ້ອຍ”. ໃນເວລານັ້ນເອງ, ພຣະທຳເຫຼົ່ານີ້ຂອງພຣະເຈົ້າກໍ່ເຂົ້າມາໃນຄວາມຄິດ: “ເບື້ອງຫຼັງທຸກໆບາດກ້າວທີ່ພຣະເຈົ້າປະຕິບັດໃນພວກເຈົ້າແມ່ນເປັນການເດີມພັນຂອງຊາຕານກັບພຣະເຈົ້າ, ທຸກສິ່ງທຸກຢ່າງທີ່ຢູ່ເບື້ອງຫຼັງແມ່ນການຕໍ່ສູ້... ເມື່ອພຣະເຈົ້າ ແລະ ຊາຕານຕໍ່ສູ້ກັນໃນຂອບເຂດຝ່າຍວິນຍານ ເຈົ້າຄວນເຮັດແນວໃດໃຫ້ພຣະເຈົ້າພໍໃຈ ແລະ ເຈົ້າຄວນເຮັດແນວໃດເພື່ອຍຶດໝັ້ນໃນຄຳພະຍານທີ່ເຈົ້າມີໃຫ້ກັບພຣະອົງ? ເຈົ້າຄວນຮູ້ຈັກວ່າ ທຸກສິ່ງທີ່ເກີດຂຶ້ນກັບເຈົ້າແມ່ນການທົດລອງທີ່ຍິ່ງໃຫຍ່ ແລະ ເປັນເວລາທີ່ພຣະເຈົ້າຮຽກຮ້ອງໃຫ້ເຈົ້າເປັນພະຍານ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ). ພຣະທຳຂອງພຣະເຈົ້າໄດ້ປຸກຂ້ອຍໃຫ້ຕື່ນ ແລະ ເຮັດໃຫ້ຂ້ອຍສາມາດຮູ້ວ່າຊາຕານກໍາລັງທໍລະມານຂ້ອຍໃນລັກສະນະນີ້ ເພື່ອເຮັດໃຫ້ຂ້ອຍທໍລະຍົດພຣະເຈົ້າ ແລະ ປະຖິ້ມການສະແຫວງຫາຄວາມຈິງ. ນີ້ແມ່ນການສູ້ຮົບທີ່ກໍາລັງເກີດຂຶ້ນໃນໂລກຝ່າຍວິນຍານ: ມັນຄືການທີ່ຊາຕານພະຍາຍາມລໍ້ລວງຂ້ອຍ ແລະ ມັນຍັງເປັນວິທີການທີ່ພຣະເຈົ້າທົດລອງຂ້ອຍອີກດ້ວຍ. ນີ້ເປັນຊ່ວງເວລາທີ່ພຣະເຈົ້າຕ້ອງການໃຫ້ຂ້ອຍເປັນພະຍານແທ້ໆ. ພຣະເຈົ້າມີຄວາມຄາດຫວັງຈາກຂ້ອຍ ແລະ ທູດສະຫວັນຫຼາຍອົງກຳລັງເຝົ້າເບິ່ງຂ້ອຍໃນຕອນນີ້, ເຊັ່ນດຽວກັນກັບຊາຕານທີ່ເປັນມານຮ້າຍ, ລ້ວນກຳລັງລໍຖ້າໃຫ້ຂ້ອຍປະກາດຈຸດຢືນຂອງຂ້ອຍ. ຂ້ອຍພຽງແຕ່ບໍ່ສາມາດຍອມຜ່າຍແພ້ ແລະ ນອນລົງ ແລະ ຂ້ອຍບໍ່ສາມາດຍອມຈໍານົນຕໍ່ຊາຕານໄດ້; ຂ້ອຍຮູ້ວ່າຂ້ອຍຕ້ອງຍອມໃຫ້ພາລະກິດຂອງພຣະເຈົ້າຖືກປະຕິບັດຜ່ານຂ້ອຍ ເພື່ອບັນລຸຕາມຄວາມປະສົງຂອງພຣະເຈົ້າ. ໂດຍຫຼັກການທີ່ບໍ່ສາມາດປ່ຽນແປງໄດ້, ນີ້ແມ່ນໜ້າທີ່ໆຂ້ອຍຄວນຈະປະຕິບັດໃນຖານະທີ່ເປັນສິ່ງຖືກສ້າງ, ນີ້ຄືການຖືກເອີ້ນຂອງຂ້ອຍ. ໃນຊ່ວງຫົວລ້ຽວຫົວຕໍ່ທີ່ສໍາຄັນນີ້, ທ່າທີຂອງຂ້ອຍ ແລະ ພຶດຕິກໍາຂອງຂ້ອຍແມ່ນມີຜົນກະທົບໂດຍກົງຕໍ່ຄວາມສາມາດຂອງຂ້ອຍທີ່ຈະເປັນພະຍານໃຫ້ກັບພຣະເຈົ້າຢ່າງມີໄຊຊະນະ ແລະ ຍິ່ງໄປກວ່ານັ້ນແມ່ນມີຜົນກະທົບໂດຍກົງຕໍ່ຄວາມສາມາດຂອງຂ້ອຍທີ່ຈະກາຍເປັນພະຍານຕໍ່ການທີ່ພຣະເຈົ້າເອົາຊະນະຊາຕານ ແລະ ການທີ່ພຣະອົງໄດ້ຮັບສະຫງ່າລາສີ. ຂ້ອຍຮູ້ວ່າຂ້ອຍບໍ່ສາມາດເຮັດໃຫ້ພຣະເຈົ້າເສົ້າໃຈ ຫຼື ເຮັດໃຫ້ພຣະອົງຜິດຫວັງ ແລະ ຂ້ອຍບໍ່ສາມາດປ່ອຍໃຫ້ກົນອຸບາຍທີ່ມີເລ່ຫຼ່ຽມຂອງຊາຕານເຊິ່ງເຮັດໃຫ້ຂ້ອຍເຈັບປວດນັ້ນປະສົບຜົນສໍາເລັດ. ເມື່ອຄິດເຖິງຄວາມຄິດເຫຼົ່ານີ້, ຄວາມເຂັ້ມແຂງໄດ້ປາກົດຂຶ້ນໃນຫົວໃຈຂອງຂ້ອຍທັນທີ ແລະ ຂ້ອຍເວົ້າຢ່າງກ້າຫານວ່າ, “ເຈົ້າສາມາດຕີຂ້ອຍຈົນຕາຍ, ແຕ່ຂ້ອຍກໍ່ຍັງບໍ່ຮູ້ຫຍັງຢູ່ດີ!” ໃນເວລານັ້ນເອງ, ເຈົ້າໜ້າທີ່ຕຳຫຼວດແມ່ຍິງຄົນໜຶ່ງໄດ້ເຂົ້າມາໃນຫ້ອງ. ລາວເຫັນຂ້ອຍ ແລະ ເວົ້າວ່າ, “ໄວ, ປ່ອຍລາວລົງ. ເຈົ້າກຳລັງພະຍາຍາມເຮັດຫຍັງ, ຂ້າລາວບໍ? ມັນຈະເປັນຄວາມຮັບຜິດຊອບຂອງເຈົ້າຂອງເຈົ້າ ຖ້າບາງສິ່ງເກີດຂຶ້ນກັບລາວ!” ຂ້ອຍຮູ້ຢູ່ໃນຫົວໃຈຂອງຂ້ອຍວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ຍິນຄໍາອະທິຖານຂອງຂ້ອຍ ແລະ ໄດ້ເຮັດໃຫ້ຂ້ອຍປອດໄພຈາກອັນຕະລາຍໃນຊ່ວງເວລາທີ່ອັນຕະລາຍນີ້. ເມື່ອຕຳຫຼວດທີ່ຊົ່ວຮ້າຍໄດ້ປ່ອຍຂ້ອຍລົງ, ຂ້ອຍກໍ່ລົ້ມລົງເທິງພື້ນໃນທັນທີ. ຂ້ອຍບໍ່ສາມາດຢືນໄດ້ ແລະ ແຂນ ແລະ ຂາຂອງຂ້ອຍໄດ້ສູນເສຍຄວາມຮູ້ສຶກທັງໝົດ. ຂ້ອຍເກືອບຈະບໍ່ມີແຮງທີ່ຈະຫາຍໃຈ ແລະ ບໍ່ສາມາດຮູ້ສຶກເຖິງແຂນຂາທັງສີ່ຂອງຂ້ອຍເລີຍ. ໃນຕອນນັ້ນ ຂ້ອຍຮູ້ສຶກຢ້ານຫຼາຍ ແລະ ນໍ້າຕາກໍ່ໄຫຼອອກຈາກຕາຂອງຂ້ອຍຢ່າງບໍ່ຢຸດ. ຂ້ອຍຄິດວ່າ: “ຂ້ອຍຈະຈົບລົງໂດຍເປັນຄົນພິການບໍ?” ເຖິງຢ່າງໃດກໍ່ຕາມ ເຖິງຈະເປັນແບບນີ້, ຕຳຫຼວດທີ່ຊົ່ວຮ້າຍກໍ່ຍັງບໍ່ປ່ອຍຂ້ອຍໄປ. ໂດຍທີ່ມີຄົນໜຶ່ງຢືນຢູ່ຂ້າງໜຶ່ງຂອງຂ້ອຍ, ພວກເຂົາຈັບແຂນຂອງຂ້ອຍ ແລະ ລາກຂ້ອຍຄືກັບສົບໄປຫາຕັ່ງ ແລະ ຍູ້ຂ້ອຍລົງໃສ່ມັນ. ໜຶ່ງໃນຕຳຫຼວດເວົ້າຢ່າງໂຫດຮ້າຍວ່າ, “ຖ້າລາວບໍ່ເວົ້າ ແລ້ວໃຫ້ແຂວນລາວໃສ່ເຊືອກ!” ຕໍາຫຼວດທີ່ຊົ່ວຮ້າຍອີກຄົນໜຶ່ງໄດ້ເອົາເຊືອກໄນລອນທີ່ບາງອອກມາຢ່າງໄວຫຼາຍ ແລະ ໃຊ້ມັນເພື່ອຫ້ອຍມືທີ່ມີກະແຈມືຂອງຂ້ອຍໃສ່ທໍ່ຮ້ອນ. ແຂນຂອງຂ້ອຍຖືກດຶງໃຫ້ຊື່ໃນທັນທີ ແລະ ຫຼັງ ແລະ ບ່າໄຫຼ່ຂອງຂ້ອຍເລີ່ມເຈັບໃນອີກບໍ່ດົນ. ຕຳຫຼວດທີ່ຊົ່ວຮ້າຍສືບຕໍ່ຕັ້ງຄຳຖາມກັບຂ້ອຍ ໂດຍຖາມວ່າ, “ເຈົ້າຈະບອກສິ່ງທີ່ພວກເຮົາຕ້ອງການບໍ?” ຂ້ອຍກໍ່ຍັງບໍ່ໄດ້ຕອບ. ພວກເຂົາໃຈຮ້າຍຫຼາຍຈົນໂຍນຈອກນໍ້າໃສ່ໜ້າຂ້ອຍ ແລ້ວເວົ້າວ່າມັນເປັນການປຸກໃຫ້ຂ້ອຍຕື່ນ. ໃນເວລານີ້, ຂ້ອຍໄດ້ຖືກທໍລະມານຈົນເຖິງຈຸດທີ່ຂ້ອຍບໍ່ມີແຮງເຫຼືອແມ່ນແຕ່ໜ້ອຍດຽວ ແລະ ຕາຂອງຂ້ອຍກໍ່ເມື່ອຍຫຼາຍຈົນບໍ່ສາມາດເປີດມັນໄດ້ເລີຍ. ເມື່ອເຫັນວ່າຂ້ອຍຍັງມິດງຽບຢູ່, ໜຶ່ງໃນຕໍາຫຼວດທີ່ຊົ່ວຮ້າຍກໍ່ໃຊ້ມືຂອງລາວເພື່ອເປີດຕາຂອງຂ້ອຍຢ່າງໂຫດຮ້າຍ ແລະ ຢ່າງໄຮ້ຢາງອາຍ ແລ້ວເຍາະເຍີ້ຍຂ້ອຍ. ໃນການສອບສວນ ແລະ ການທໍລະມານເປັນເວລາຫຼາຍຊົ່ວໂມງ, ຕຳຫຼວດທີ່ຊົ່ວຮ້າຍກໍ່ໃຊ້ທຸກກົນອຸບາຍໃນໜັງສືຂອງພວກເຂົາ, ແຕ່ຄວາມພະຍາຍາມຂອງພວກເຂົາທີ່ຈະເຮັດໃຫ້ຂ້ອຍເວົ້າກໍ່ຈົບລົງຢ່າງລົ້ມເຫຼວທັງສິ້ນ.

ເມື່ອເຫັນວ່າພວກເຂົາບໍ່ສາມາດໄດ້ຂໍ້ມູນຫຍັງຈາກການຖາມຂ້ອຍ, ຕໍາຫຼວດທີ່ຊົ່ວຮ້າຍກໍ່ຕັດສິນໃຈທີ່ຈະໃຊ້ແຜນການຊົ່ວຮ້າຍ: ພວກເຂົາໃຫ້ຄົນມາຈາກເມືອງ ເຊິ່ງເອີ້ນຕົນເອງວ່າເປັນ “ຜູ້ຊ່ຽວຊານການສອບສວນ” ເພື່ອມາຈັດການກັບຂ້ອຍ. ພວກເຂົາພາຂ້ອຍໄປອີກຫ້ອງໜຶ່ງ ແລະ ສັ່ງໃຫ້ຂ້ອຍນັ່ງເທິງຕັ່ງໂລຫະ, ຫຼັງຈາກນັ້ນ ພວກເຂົາກໍ່ໄດ້ມັດຂໍ້ຕີນຂອງຂ້ອຍໄວ້ແໜ້ນໃສ່ຂາຕັ່ງ ແລະ ມືຂອງຂ້ອຍໃສ່ບ່ອນວາງແຂນຂອງຕັ່ງ. ຕໍ່ມາບໍ່ດົນ, ຜູ້ຊາຍຄົນໜຶ່ງທີ່ໃສ່ແວ່ນຕາ ແລະ ມີຮູບຮ່າງທີ່ດູດີໄດ້ເຂົ້າມາພ້ອມກັບກະເປົາຖື. ລາວຍິ້ມກວ້າງໃສ່ຂ້ອຍ ແລະ ທໍາທ່າວ່າເປັນຄົນດີ ລາວໄດ້ແກ້ໂສ້ທີ່ຍຶດມື ແລະ ຂໍ້ຕີນຂອງຂ້ອຍໄວ້ກັບຕັ່ງ ແລະ ອະນຸຍາດໃຫ້ຂ້ອຍນັ່ງຢູ່ເທິງຕຽງພັບໄດ້ທີ່ຢູ່ອີກຝາກໜຶ່ງໃນຫ້ອງ. ບຶດໜຶ່ງ ລາວກໍ່ເທນໍ້າໃສ່ຈອກໃຫ້ຂ້ອຍ, ຫຼັງຈາກນັ້ນ ລາວກໍ່ໃຫ້ເຂົ້າໜົມແກ່ຂ້ອຍ. ລາວມາຫາຂ້ອຍ ແລະ ເວົ້າດ້ວຍການທຳທ່າເປັນມິດວ່າ: “ເປັນຫຍັງຈື່ງທົນທຸກແບບນີ້? ເຈົ້າໄດ້ທົນທຸກຫຼາຍ, ແຕ່ໃນຄວາມເປັນຈິງ ມັນບໍ່ແມ່ນເລື່ອງໃຫຍ່ຂະໜາດນັ້ນ. ບອກພວກເຮົາໃນສິ່ງທີ່ພວກເຮົາຢາກຮູ້ ແລະ ທຸກຢ່າງກໍ່ຈະດຳເນີນໄປໄດ້ດີ...”. ເມື່ອຜະເຊີນໜ້າກັບສະຖານະການໃໝ່ນີ້, ຂ້ອຍບໍ່ຮູ້ວ່າຂ້ອຍຄວນເຮັດແນວໃດ, ສະນັ້ນ ຂ້ອຍຈຶ່ງຟ້າວອະທິຖານຫາພຣະເຈົ້າໃນຫົວໃຈຂອງຂ້ອຍ ແລະ ຮ້ອງຫາພຣະອົງເພື່ອສ່ອງແສງໃຫ້ແກ່ຂ້ອຍ ແລະ ຊີ້ນໍາຂ້ອຍ. ໃນຕອນນັ້ນເອງ, ຂ້ອຍຄິດເຖິງພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ: “ພວກເຈົ້າຕ້ອງຕື່ນຕົວ ແລະ ລໍຖ້າຢູ່ຕະຫຼອດເວລາ, ພວກເຈົ້າຕ້ອງອະທິຖານຫາເຮົາຫຼາຍຂຶ້ນ. ພວກເຈົ້າຕ້ອງຮັບຮູ້ແຜນການຕ່າງໆ ແລະ ແຜນການອັນສະຫຼາດຫຼັກແຫຼມຂອງຊາຕານ, ຮັບຮູ້ວິນຍານ, ຮູ້ຈັກຄົນ ແລະ ສາມາດແຍກແຍະຄົນທຸກປະເພດ, ເຫດການ ແລະ ສິ່ງຕ່າງໆ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 17). ພຣະທຳຂອງພຣະເຈົ້າໄດ້ສະແດງໃຫ້ຂ້ອຍເຫັນເຖິງເສັ້ນທາງແຫ່ງການປະຕິບັດ ແລະ ຊ່ວຍໃຫ້ຂ້ອຍຮູ້ວ່າມານຮ້າຍກໍ່ເປັນມານຮ້າຍຢູ່ສະເໝີ ແລະ ມານຮ້າຍບໍ່ສາມາດປ່ຽນແປງແກ່ນແທ້ຂອງມານຮ້າຍທີ່ຕໍ່ຕ້ານພຣະເຈົ້າ ແລະ ກຽດຊັງພຣະເຈົ້າຂອງມັນໄດ້ຈັກເທື່ອ. ບໍ່ວ່າພວກເຂົາຈະໃຊ້ກົນລະຍຸດທີ່ໃຊ້ໄມ້ແຂງ ຫຼື ໄມ້ອ່ອນ, ເປົ້າໝາຍຂອງພວກເຂົາຄືການເຮັດໃຫ້ຂ້ອຍທໍລະຍົດພຣະເຈົ້າ ແລະ ປະຖິ້ມຫົນທາງທີ່ແທ້ຈິງຢູ່ສະເໝີ. ຂອບໃຈສຳລັບຄຳເຕືອນຈາກພຣະທຳຂອງພຣະເຈົ້າ, ຂ້ອຍໄດ້ມາມີຄວາມເຂົ້າໃຈບາງຢ່າງກ່ຽວກັບແຜນອຸບາຍທີ່ມີເລ່ຫຼ່ຽມຂອງຊາຕານ, ຈິດໃຈຂອງຂ້ອຍແຈ່ມໃສ ແລະ ຂ້ອຍສາມາດຍຶດໝັ້ນໄດ້. ຫຼັງຈາກນັ້ນ ຜູ້ສອບສວນກໍ່ເວົ້າກັບຂ້ອຍວ່າ, “ລັດຖະບານຂອງພັກກອມມູນິດຈີນໄດ້ຫ້າມບໍ່ໃຫ້ຄົນເຊື່ອໃນພຣະເຈົ້າ. ຖ້າເຈົ້າສືບຕໍ່ເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດ, ແລ້ວຄອບຄົວທັງໝົດຂອງເຈົ້າກໍ່ຈະຖືກພາດພິງ ແລະ ມັນຈະສົ່ງຜົນກະທົບຕໍ່ອະນາຄົດ, ໂອກາດໃນການຈ້າງງານ ແລະ ຄວາມຄາດຫວັງໃນການບໍລິການພົນລະເຮືອນຂອງເດັກນ້ອຍໃນຄອບຄົວຂອງເຈົ້າ. ເຈົ້າຄວນຄິດກ່ຽວກັບເລື່ອງນີ້ຢ່າງຮອບຄອບດີກວ່າ”. ຫຼັງຈາກທີ່ລາວເວົ້າສິ່ງນີ້, ການສູ້ຮົບກໍ່ເລີ່ມຮຸນແຮງຂຶ້ນພາຍໃນຂ້ອຍ ແລະ ຂ້ອຍຮູ້ສຶກວ່າຖືກລົບກວນສອງເທົ່າ. ໃນຂະນະທີ່ຂ້ອຍຮູ້ສຶກຫຼົງທາງ, ຂ້ອຍກໍ່ຄິດຫາປະສົບການຂອງເປໂຕ ເມື່ອລາວຢືນເປັນພະຍານຕໍ່ໜ້າຊາຕານໄດ້ຢ່າງສຳເລັດ; ເປໂຕພະຍາຍາມເຂົ້າໃຈພຣະເຈົ້າຜ່ານແຜນອຸບາຍທັງໝົດທີ່ມີເລ່ຫຼ່ຽມທີ່ຊາຕານໄດ້ໂຍນໃສ່ລາວຢູ່ສະເໝີ. ແລ້ວດ້ວຍເຫດນັ້ນ ເລິກໆໃນຫົວໃຈຂອງຂ້ອຍ, ຂ້ອຍໄດ້ຫຼຽວເບິ່ງທີ່ພຣະເຈົ້າ ແລະ ຝາກຝັງທຸກສິ່ງໄວ້ກັບພຣະອົງ ແລະ ຂ້ອຍໄດ້ສະແຫວງຫາຄວາມປະສົງຂອງພຣະເຈົ້າ. ໂດຍທີ່ບໍ່ຮູ້ຕົວເລີຍ, ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເຂົ້າມາໃນຄວາມຄິດຂອງຂ້ອຍ: “ພຣະເຈົ້າໄດ້ສ້າງໂລກນີ້, ພຣະອົງໄດ້ສ້າງມະນຸດຊາດນີ້ ແລະ ຍິ່ງໄປກວ່ານັ້ນ ພຣະອົງເປັນຜູ້ສ້າງວັດທະນະທຳຂອງຊາວເກຣັກບູຮານ ແລະ ອາລິຍະທຳຂອງມະນຸດ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ປອບໂຍນມະນຸດຊາດ ແລະ ມີພຽງພຣະເຈົ້າເທົ່ານັ້ນທີ່ດູແລມະນຸດຊາດທັງກາງຄືນ ແລະ ກາງເວັນ. ການພັດທະນາ ແລະ ຄວາມກ້າວໜ້າຂອງມະນຸດແມ່ນບໍ່ສາມາດແຍກອອກຈາກອຳນາດການປົກຄອງຂອງພຣະເຈົ້າໄດ້ ແລະ ປະຫວັດສາດ ແລະ ອະນາຄົດຂອງມະນຸດຊາດບໍ່ສາມາດໜີລອດຈາກການປະດິດສ້າງຂອງພຣະເຈົ້າໄດ້. ຖ້າເຈົ້າເປັນຄຣິດສຕຽນທີ່ແທ້ຈິງ ແລ້ວເຈົ້າກໍຈະເຊື່ອຢ່າງແນ່ນອນວ່າ ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຫຼົ້ມຈົມຂອງປະເທດ ຫຼື ຊົນຊາດໃດກໍຕາມແມ່ນເກີດຂຶ້ນຕາມການປະດິດສ້າງຂອງພຣະເຈົ້າ. ພຣະເຈົ້າເທົ່ານັ້ນທີ່ຮູ້ຈັກຊະຕາກໍາຂອງປະເທດຊາດ ຫຼື ຊົນຊາດໄດ້ ແລະ ພຣະເຈົ້າເທົ່ານັ້ນທີ່ຄວບຄຸມວິທີທາງຂອງມະນຸດຊາດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 2: ພຣະເຈົ້າຊົງຄຸ້ມຄອງຢູ່ເໜືອຊະຕາກໍາຂອງມະນຸດຊາດທັງມວນ). ພຣະທຳຂອງພຣະເຈົ້າໄດ້ເຕີມເຕັມຂ້ອຍດ້ວຍແສງສະຫວ່າງ. ຂ້ອຍຄິດວ່າ “ແມ່ນແລ້ວ! ພຣະເຈົ້າເປັນພຣະຜູ້ສ້າງ ແລະ ໂຊກຊະຕາຂອງພວກເຮົາໃນຖານະມະນຸດຊາດແມ່ນຢູ່ໃນມືຂອງພຣະເຈົ້າ. ຊາຕານທີ່ເປັນມານຮ້າຍເປັນຈຳພວກທີ່ທ້າທາຍພຣະເຈົ້າ. ຖ້າພວກເຂົາບໍ່ສາມາດປ່ຽນແປງແມ່ນແຕ່ຊະຕາກໍາຂອງພວກເຂົາເອງທີ່ຈະຖືກທໍາລາຍລົງສູ່ນະຮົກ, ແລ້ວພວກເຂົາຈະສາມາດປົກຄອງໂຊກຊະຕາຂອງມະນຸດໄດ້ແນວໃດ? ຊະຕາກຳຂອງມະນຸດໄດ້ຖືກພຣະເຈົ້າກຳນົດໄວ້ລ່ວງໜ້າ ແລະ ວຽກງານຫຍັງກໍ່ຕາມທີ່ລູກຂອງຂ້ອຍອາດເຮັດໃນອະນາຄົດ ແລະ ຄວາມຄາດຫວັງຂອງພວກເຂົາຈະເປັນແນວໃດກໍ່ຕາມແມ່ນຂຶ້ນກັບພຣະເຈົ້າ, ຊາຕານບໍ່ສາມາດຄວບຄຸມສິ່ງເຫຼົ່ານີ້ໄດ້ເລີຍ”. ເມື່ອຄິດແບບນີ້, ຂ້ອຍກໍ່ສາມາດເຫັນໄດ້ຊັດເຈນຂຶ້ນອີກວ່າຊາຕານ ແລະ ມານຮ້າຍທີ່ເປັນຕາກຽດຊັງ ແລະ ໄຮ້ຢາງອາຍສໍ່າໃດ. ສະນັ້ນ ການບັງຄັບໃຫ້ຂ້ອຍປະຕິເສດພຣະເຈົ້າ ແລະ ບໍ່ຍອມຮັບພຣະເຈົ້າ, ມັນຄືການນໍາໃຊ້ກົນລະຍຸດທີ່ຊົ່ວຮ້າຍ ແລະ ຊົ່ວຊ້າ ນັ້ນກໍ່ຄື ເກມທາງຈິດເຫຼົ່ານີ້ ເພື່ອລໍ້ລວງໃຫ້ຂ້ອຍຕົກເປັນເຫຍື່ອ. ຖ້າມັນບໍ່ແມ່ນຍ້ອນແສງສະຫວ່າງ ແລະ ການຊີ້ນໍາທີ່ທັນເວລາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຂ້ອຍກໍ່ຄົງຈະຖືກໂຄ່ນລົ້ມ ແລະ ຖືກຊາຕານຈັບໄປເປັນຊະເລີຍແລ້ວ. ຕອນນີ້ເມື່ອຂ້ອຍຮູ້ວ່າຊາຕານເປັນຕາລັງກຽດ ແລະ ຊົ່ວຮ້າຍສໍ່າໃດ, ຄວາມໝັ້ນໃຈຂອງຂ້ອຍທີ່ຈະບໍ່ຍອມຕໍ່ກົນອຸບາຍທີ່ມີເລ່ຫຼ່ຽມຂອງມັນກໍ່ຖືກເຮັດໃຫ້ເຂັ້ມແຂງຂຶ້ນ. ໃນທີ່ສຸດ, ຕຳຫຼວດທີ່ຊົ່ວຮ້າຍກໍ່ສູນເສຍ ແລະ ບໍ່ຮູ້ວ່າຈະເຮັດແນວໃດອີກ ແລະ ດ້ວຍເຫດນັ້ນ ລາວຈຶ່ງຈາກໄປດ້ວຍຄວາມຜິດຫວັງ.

ໃນມື້ທີສາມ, ຫົວໜ້າຂອງກອງບັນຊາການຕຳຫຼວດອາຍາໄດ້ເຫັນວ່າພວກເຂົາບໍ່ໄດ້ຮັບຂໍ້ມູນຫຍັງຈາກຂ້ອຍ ແລະ ໃຈຮ້າຍ, ຈົ່ມກ່ຽວກັບລູກນ້ອງຂອງລາວທີ່ພວກເຂົາບໍ່ມີຄວາມສາມາດ. ລາວມາຫາຂ້ອຍ ແລະ ດ້ວຍຮອຍຍິ້ມທີ່ບູດບ້ຽວເທິງໃບໜ້າຂອງລາວ ລາວໄດ້ເວົ້າແບບສຽດສີ ໂດຍເວົ້າວ່າ, “ເປັນຫຍັງເຈົ້າຈຶ່ງຍັງບໍ່ເປີດເຜີຍຂໍ້ມູນອີກ? ເຈົ້າຄິດວ່າເຈົ້າແມ່ນໃຜ, ຫຼິວ ຮູລານ ບໍ? ເຈົ້າຄິດວ່າພວກເຮົາເຮັດບໍ່ໄດ້ດີທີ່ສຸດແລ້ວ ສະນັ້ນເຈົ້າຈຶ່ງບໍ່ຢ້ານ, ແມ່ນບໍ? ເປັນຫຍັງພຣະເຈົ້າອົງຊົງລິດທານຸພາບສູງສຸດຂອງເຈົ້າຈຶ່ງບໍ່ມາ ແລະ ຊ່ວຍເຫຼືອເຈົ້າ?” ໃນຂະນະທີ່ລາວເວົ້າ, ລາວເຮັດໃຫ້ຂ້ອຍຕົກໃຈໂດຍການແກວ່ງກະບອງໄຟຟ້າຂະໜາດນ້ອຍຕໍ່ໜ້າຕໍ່ຕາຂອງຂ້ອຍ ເຊິ່ງແຕກ ແລະ ມີປະກາຍແສງສີຟ້າ, ຫຼັງຈາກນັ້ນ ລາວກໍ່ຊີ້ມືໄປຫາກະບອງໄຟຟ້າຂະໜາດໃຫຍ່ທີ່ກຳລັງຖືກບັນຈຸໄຟ ແລະ ຂົ່ມຂູ່ຂ້ອຍ ໂດຍເວົ້າວ່າ, “ເຈົ້າເຫັນບໍ? ອີກບໍ່ດົນ ກະບອງນ້ອຍໆນີ້ກໍ່ຈະໝົດພະລັງງານ. ໃນອີກບຶດໜຶ່ງ, ຂ້ອຍຈະໃຊ້ກະບອງຂະໜາດໃຫຍ່ທີ່ບັນຈຸໄຟເຕັມແລ້ວເພື່ອຊັອດເຈົ້າ ແລະ ຫຼັງຈາກນັ້ນ ພວກເຮົາຈະເບິ່ງວ່າເຈົ້າຈະເວົ້າ ຫຼື ບໍ່! ຂ້ອຍຮູ້ວ່າເຈົ້າຈະເລີ່ມເວົ້າໃນຕອນນັ້ນ!” ຂ້ອຍເບິ່ງກະບອງຂະໜາດໃຫຍ່ ແລະ ຂ້ອຍບໍ່ສາມາດເຮັດຫຍັງໄດ້ ນອກຈາກເລີ່ມຕົກໃຈ: “ຕຳຫຼວດທີ່ຊົ່ວຮ້າຍຄົນນີ້ເປັນຄົນໂຫດຮ້າຍ ແລະ ເປັນຕາຢ້ານຫຼາຍ. ລາວຈະຈົບລົງດ້ວຍການຂ້າຂ້ອຍບໍ? ຂ້ອຍຈະສາມາດທົນກັບການທໍລະມານນີ້ໄດ້ບໍ? ຂ້ອຍຈະຖືກຊັອດດ້ວຍໄຟຟ້າຈົນຕາຍບໍ?” ໃນຊ່ວງເວລານັ້ນ, ຄວາມອ່ອນແອ, ຄວາມຂີ້ຢ້ານ ແລະ ຄວາມເຈັບປວດ ແລະ ຄວາມສິ້ນຫວັງທັງໝົດທີ່ຂ້ອຍຮູ້ສຶກໄດ້ຫຼັ່ງໄຫຼເຂົ້າມາໃນຄວາມຄິດຂອງຂ້ອຍ. ຂ້ອຍຟ້າວຮ້ອງຫາພຣະເຈົ້າວ່າ: “ໂອ ພຣະເຈົ້າ, ໄດ້ໂປດປົກປ້ອງຂ້ານ້ອຍ ແລະ ມອບຄວາມເຊື່ອ ແລະ ຄວາມເຂັ້ມແຂງໃຫ້ແກ່ຂ້ານ້ອຍ”. ຫຼັງຈາກນັ້ນ, ເນື້ອເພງສອງສາມວັກຈາກເພງສັນລະເສີນໃນພຣະທຳຂອງພຣະເຈົ້າກໍ່ລອຍເຂົ້າມາໃນຄວາມຄິດຂອງຂ້ອຍ: “ຄວາມເຊື່ອເປັນຄືກັບຂົວໄມ້ໜຶ່ງດຽວ: ຄົນທີ່ຍຶດຕິດກັບຊີວິດຢ່າງໜ້າສົງສານກໍຈະມີຄວາມລໍາບາກທີ່ຈະຂ້າມມັນໄດ້, ແຕ່ຄົນທີ່ພ້ອມຈະເສຍສະຫຼະຕົນເອງກໍສາມາດຂ້າມຜ່ານໄດ້ ໂດຍບໍ່ຕົກລົງ ແລະ ປາສະຈາກຄວາມກັງວົນ. ຖ້າມະນຸດມີຄວາມຄິດທີ່ບໍ່ກ້າ ແລະ ຢ້ານກົວ, ມັນກໍເປັນຍ້ອນຊາຕານໄດ້ຫຼອກລວງພວກເຂົາ, ຢ້ານວ່າພວກເຮົາຈະຂ້າມຂົວແຫ່ງຄວາມເຊື່ອເພື່ອເຂົ້າໄປຫາພຣະເຈົ້າ(ຈາກບົດເພງ “ການເລີ່ມຕົ້ນຂອງການເຈັບປ່ວຍແມ່ນຄວາມຮັກຂອງພຣະເຈົ້າ” ໃນໜັງສືເພງຕິດຕາມລູກແກະ ແລະ ຮ້ອງເພງໃໝ່). ພຣະທຳເຫຼົ່ານີ້ຂອງພຣະເຢຊູເຈົ້າກໍ່ປາກົດເຂົ້າມາໃນຄວາມຄິດເຊັ່ນກັນ: “ແລ້ວຢ່າຢ້ານພວກເຂົາທີ່ຂ້າໄດ້ແຕ່ຮ່າງກາຍ, ແຕ່ບໍ່ສາມາດຂ້າຈິດວິນຍານໄດ້: ແຕ່ກົງກັນຂ້າມ ໃຫ້ຢຳເກງພຣະອົງຜູ້ທີ່ສາມາດທໍາລາຍທັງຈິດວິນຍານ ແລະ ຮ່າງກາຍໃນນະຮົກ(ມັດທາຍ 10:28). ພຣະທຳຂອງພຣະເຈົ້າເຮັດໃຫ້ນໍ້າຕາຂອງຂ້ອຍໄຫຼອອກເອງ, ຂ້ອຍຮູ້ສຶກວ່າຖືກດົນບັນດານຢ່າງບໍ່ເປັນຕາເຊື່ອ. ຄວາມເຂັ້ມແຂງໃນຫົວໃຈຂອງຂ້ອຍເປັນຄືກັບໄຟທີ່ເຜົາໄໝ້. ຂ້ອຍຄິດວ່າ “ເຖິງແມ່ນວ່າຂ້ອຍຕ້ອງຕາຍມື້ນີ້, ມີຫຍັງໃຫ້ຢ້ານ? ມັນຄືສິ່ງທີ່ມີສະຫງ່າລາສີທີ່ຈະຕາຍເພື່ອພຣະເຈົ້າ ແລະ ຂ້ອຍຈະຍອມສະຫຼະທຸກສິ່ງເພື່ອຕໍ່ສູ້ກັບຊາຕານຈົນຕາຍ!” ໃນເວລານັ້ນເອງ, ຂໍ້ຄວາມບາງຂໍ້ຈາກເພງສັນລະເສີນອີກເພງໃນພຣະທຳຂອງພຣະເຈົ້າກໍ່ປາກົດເຂົ້າມາໃນຄວາມຄິດ: “ລະຫວ່າງເດີນທາງໄປເມືອງເຢຣູຊາເລັມ, ພຣະເຢຊູຮູ້ສຶກເຈັບປວດທີ່ສຸດເໝືອນດັ່ງກັບວ່າມີມີດມາສຽບແທງຫົວໃຈຂອງພຣະອົງ, ແຕ່ພຣະອົງກໍບໍ່ເຄີຍມີເຈດຕະນາ ແມ່ນແຕ່ພຽງໜ້ອຍດຽວທີ່ຈະຄືນຄໍາເວົ້າຂອງພຣະອົງ; ຈະມີພະລັງອໍານາດບາງຢ່າງບັງຄັບໃຫ້ພຣະອົງເດີນໜ້າໄປເລື້ອຍໆຈົນໄປເຖິງບ່ອນທີ່ພຣະອົງຖືກຄຶງໃສ່ເທິງໄມ້ກາງແຂນ. ໃນທີ່ສຸດ, ພຣະອົງກໍຖືກຕອກຄຶງໃສ່ໄມ້ກາງແຂນ ແລະກາຍເປັນເໝືອນເນື້ອໜັງທີ່ເຕັມໄປດ້ວຍຄວາມບາບ. ພຣະອົງໄດ້ສໍາເລັດພາລະກິດແຫ່ງການໄຖ່ບາບຂອງມະນຸດຊາດ. ແລະ ລອດພົ້ນຈາກໂສ້ເຫຼັກແຫ່ງຄວາມຕາຍ ແລະ ແດນແຫ່ງມໍລະນາ. ຕໍ່ໜ້າພຣະອົງ, ຄວາມຕາຍ, ນະຮົກ ແລະ ແດນແຫ່ງມໍລະນາກໍໝົດອໍານາດລົງ ແລະ ຖືກທໍາລາຍໂດຍພຣະອົງ(ຈາກບົດເພງ “ເອົາແບບຢ່າງພຣະເຢຊູເຈົ້າ” ໃນໜັງສືເພງຕິດຕາມລູກແກະ ແລະ ຮ້ອງເພງໃໝ່). ຂ້ອຍຮ້ອງເພງແລ້ວ ແລະ ຮ້ອງເພງອີກຢູ່ໃນຫົວໃຈຂອງຂ້ອຍ ແລະ ນໍ້າຕາກໍ່ໄຫຼລົງແກ້ມຂອງຂ້ອຍໂດຍບໍ່ຢຸດ. ສາກຂອງພຣະເຢຊູຄຣິດເຈົ້າທີ່ຖືກຄຶງເທິງໄມ້ກາງແຂນໄດ້ສະແດງຂຶ້ນຕໍ່ຕາຂອງຂ້ອຍແທ້ໆ: ພຣະເຢຊູເຈົ້າຖືກເຍາະເຍີ້ຍ, ຖືກປະຈານ ແລະ ຖືກໃສ່ຮ້າຍໂດຍພວກຟາຣີຊາຍ, ຜູ້ປະຫານຊີວິດໄດ້ຂ້ຽນຕີພຣະອົງດ້ວຍແສ້ທີ່ມີປາຍເປັນສານກົ່ວ ຈົນພຣະອົງເຕັມໄປດ້ວຍຮອຍບາດ ແລະ ຮອຍຊໍ້າ, ຈົນໃນສຸດທ້າຍແລ້ວ ພຣະອົງກໍ່ຖືກຕອກຕະປູຄຶງໄວ້ເທິງໄມ້ກາງແຂນຢ່າງໂຫດຮ້າຍ, ແຕ່ພຣະອົງບໍ່ເຄີຍສົ່ງສຽງຮ້ອງເລີຍ. ທຸກສິ່ງທີ່ພຣະເຢຊູໄດ້ຜ່ານຜ່າແມ່ນການທົນທຸກເພື່ອເຫັນແກ່ຄວາມຮັກຂອງພຣະອົງຕໍ່ມະນຸດຊາດ ແລະ ຄວາມຮັກນີ້ກໍ່ໄດ້ເອົາຊະນະຄວາມຮັກຂອງພຣະອົງສໍາລັບຊີວິດຂອງພຣະອົງເອງ. ໃນຊ່ວງເວລານັ້ນ, ຫົວໃຈຂອງຂ້ອຍໄດ້ຮັບການດົນໃຈ ແລະ ຖືກດົນບັນດານໂດຍຄວາມຮັກຂອງພຣະເຈົ້າ ແລະ ຂ້ອຍກໍ່ເຕັມໄປດ້ວຍຄວາມເຂັ້ມແຂງ ແລະ ຄວາມເຊື່ອທີ່ມະຫາສານ. ຂ້ອຍຮູ້ສຶກບໍ່ຢ້ານຫຍັງ ແລະ ຂ້ອຍຮູ້ສຶກວ່າມັນຈະມີສະຫງ່າລາສີທີ່ຈະຕາຍເພື່ອພຣະເຈົ້າ, ໃນຂະນະທີ່ການເປັນຢູດາຈະເປັນຄວາມອັບອາຍທີ່ສຸດ. ດ້ວຍຄວາມປະຫຼາດໃຈຂອງຂ້ອຍ, ເມື່ອຂ້ອຍຕັດສິນໃຈວ່າຂ້ອຍຈະຢືນເປັນພະຍານໃຫ້ກັບພຣະເຈົ້າເຖິງແມ່ນວ່າຂ້ອຍຈະຕ້ອງແລກດ້ວຍຊີວິດຂອງຂ້ອຍເອງ, ຕຳຫຼວດທີ່ຊົ່ວຮ້າຍໄດ້ແລ່ນເຂົ້າໄປໃນຫ້ອງ ແລ້ວເວົ້າວ່າ, “ມີບັນຫາຢູ່ໃນໃຈກາງເມືອງ, ພວກເຮົາຈຳເປັນຕ້ອງລະດົມກຳລັງຕຳຫຼວດເພື່ອປາບປາມມັນ ແລະ ຮັກສາຄວາມເປັນລະບົບລະບຽບຂອງສາທາລະນະ!” ຕຳຫຼວດທີ່ຊົ່ວຮ້າຍໄດ້ຟ້າວຈາກໄປ. ໃນເວລາພວກເຂົາກັບຄືນມາ, ມັນກໍ່ເປັນຕອນເດິກແລ້ວ ແລະ ພວກເຂົາບໍ່ມີກຳລັງທີ່ຈະສອບສວນຂ້ອຍອີກຕໍ່ໄປ. ພວກເຂົາຈຶ່ງເວົ້າຢ່າງຮ້າຍແຮງຕໍ່ຂ້ອຍວ່າ, “ຍ້ອນເຈົ້າບໍ່ເວົ້າ, ພວກເຮົາຈະສົ່ງເຈົ້າໄປທີ່ເຮືອນກັກຂັງ!” ໃນຕອນເຊົ້າຂອງມື້ທີສີ່, ຕຳຫຼວດທີ່ຊົ່ວຮ້າຍໄດ້ຖ່າຍຮູບພາບຂອງຂ້ອຍ ແລະ ແຂວນປ້າຍສີ່ຫຼ່ຽມຂະໜາດໃຫຍ່ຢູ່ອ້ອມຄໍຂອງຂ້ອຍໂດຍມີຊື່ຂອງຂ້ອຍຂຽນຢູ່ເທິງປ້າຍນັ້ນດ້ວຍແປງວາດພາບ. ຂ້ອຍເປັນຄືກັບອາຊະຍາກອນທີ່ຖືກປະນາມ, ຖືກຕໍາຫຼວດທີ່ຊົ່ວຮ້າຍເຍາະເຍີ້ຍ ແລະ ຫົວຂວັນ. ຂ້ອຍຮູ້ສຶກຄືກັບວ່າຂ້ອຍໄດ້ຮັບຄວາມອັບອາຍຫຼາຍທີ່ສຸດ ແລະ ຂ້ອຍຮູ້ສຶກອ່ອນແອຫຼາຍຢູ່ຂ້າງໃນ. ຂ້ອຍຮູ້ວ່າສະພາບຈິດໃຈຂອງຂ້ອຍບໍ່ຖືກຕ້ອງ, ແລ້ວດ້ວຍເຫດນັ້ນ ຂ້ອຍຈຶ່ງຟ້າວຮ້ອງຫາພຣະເຈົ້າຢ່າງງຽບໆຢູ່ໃນຫົວໃຈຂອງຂ້ອຍວ່າ: “ໂອ ພຣະເຈົ້າ! ໄດ້ໂປດປົກປ້ອງຫົວໃຈຂອງຂ້ານ້ອຍ ແລະ ຊ່ວຍໃຫ້ຂ້ານ້ອຍສາມາດເຂົ້າໃຈຄວາມປະສົງຂອງພຣະອົງ ແລະ ບໍ່ຕົກເປັນເຫຍື່ອໃນແຜນອຸບາຍທີ່ມີເລ່ຫຼ່ຽມຂອງຊາຕານ”. ຫຼັງຈາກທີ່ໄດ້ອະທິຖານ, ຂໍ້ຄວາມຂອງພຣະເຈົ້າໄດ້ປາກົດຂຶ້ນໃນຄວາມຄິດຂອງຂ້ອຍ: “ເຈົ້າເປັນສິ່ງທີ່ຖືກສ້າງ, ແນ່ນອນ ເຈົ້າຄວນນະມັດສະການພຣະເຈົ້າ ແລະ ສະແຫວງຫາຄວາມໝາຍຂອງຊີວິດ. ຖ້າເຈົ້າບໍ່ນະມັດສະການພຣະເຈົ້າ ແຕ່ດຳລົງຊີວິດຢູ່ພາຍໃນເນື້ອໜັງທີ່ສົກກະປົກຂອງເຈົ້າ, ແລ້ວເຈົ້າບໍ່ແມ່ນສັດຮ້າຍໃນເຄື່ອງແຕ່ງກາຍຂອງມະນຸດບໍ? ຍ້ອນເຈົ້າເປັນມະນຸດ, ເຈົ້າຄວນເສຍສະຫຼະຕົນເອງເພື່ອພຣະເຈົ້າ ແລະ ອົດທົນກັບການທົນທຸກໆປະການ! ເຈົ້າຄວນຍອມຮັບເອົາການທົນທຸກເລັກນ້ອຍທີ່ເຈົ້າໄດ້ຮັບໃນປັດຈຸບັນຢ່າງເຕັມໃຈ ແລະ ໝັ້ນໃຈ ແລະ ດຳລົງຊີວິດທີ່ມີຄວາມໝາຍຄືກັນກັບໂຢບ, ຄືກັນກັບເປໂຕ... ພວກເຈົ້າເປັນຄົນທີ່ສະແຫວງຫາເສັ້ນທາງທີ່ຖືກຕ້ອງ, ຄົນທີ່ສະແຫວງຫາການປັບປຸງ. ພວກເຈົ້າເປັນຄົນທີ່ລຸກຂຶ້ນໃນປະເທດຊາດຂອງມັງກອນແດງໃຫຍ່, ຄົນທີ່ພຣະເຈົ້າເອີ້ນວ່າຊອບທຳ. ນັ້ນບໍ່ແມ່ນຊີວິດທີ່ມີຄວາມໝາຍທີ່ສຸດບໍ?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການປະຕິບັດ (2)). ພຣະທຳຂອງພຣະເຈົ້າໄດ້ເຮັດໃຫ້ຂ້ອຍເຂົ້າໃຈວ່າ ການທີ່ສາມາດສະແຫວງຫາຄວາມຈິງໃນຖານະສິ່ງຖືກສ້າງ ແລະ ການດໍາລົງຊີວິດເພື່ອນະມັດສະການພຣະເຈົ້າ ແລະ ເຮັດໃຫ້ພຣະເຈົ້າພໍໃຈ ຄືຊີວິດທີ່ມີຄວາມໝາຍ ແລະ ຄຸ້ມຄ່າທີ່ສຸດ. ການທີ່ສາມາດຖືກຈັບກຸມໃນມື້ນີ້ ແລະ ຖືກກັກຂັງຍ້ອນຄວາມເຊື່ອຂອງຂ້ອຍໃນພຣະເຈົ້າ, ການທົນທຸກກັບຄວາມອັບອາຍ ແລະ ຄວາມເຈັບປວດທັງໝົດນີ້ ແລະ ການທີ່ສາມາດມີສ່ວນຮ່ວມໃນຄວາມຍາກລໍາບາກຂອງພຣະຄຣິດ ບໍ່ແມ່ນສິ່ງທີ່ເປັນຕາອາຍ, ແຕ່ເປັນສິ່ງທີ່ມີສະຫງ່າລາສີ. ຊາຕານບໍ່ໄດ້ນະມັດສະການພຣະເຈົ້າ; ໃນທາງກົງກັນຂ້າມ, ມັນເຮັດທຸກຢ່າງເທົ່າທີ່ສາມາດເຮັດໄດ້ເພື່ອຂັດຂວາງ ແລະ ກີດກັນພາລະກິດຂອງພຣະເຈົ້າ ແລະ ນີ້ຄືສິ່ງທີ່ເປັນຕາອາຍ ແລະ ເປັນຕາລັງກຽດທີ່ສຸດ. ເມື່ອຄິດຫາຄວາມຄິດເຫຼົ່ານີ້, ຂ້ອຍກໍ່ເຕັມໄປດ້ວຍຄວາມເຂັ້ມແຂງ ແລະ ຄວາມປິຕິຍິນດີ. ຕຳຫຼວດທີ່ຊົ່ວຮ້າຍເຫັນຮອຍຍິ້ມຢູ່ເທິງໃບໜ້າຂອງຂ້ອຍ ແລະ ຈ້ອງເບິ່ງຂ້ອຍດ້ວຍຄວາມປະຫຼາດໃຈ ແລະ ເວົ້າວ່າ, “ເຈົ້າມີຄວາມສຸກກັບຫຍັງ?” ຂ້ອຍໄດ້ຕອບຕາມຄວາມຈິງ ແລະ ຢ່າງມີພະລັງວ່າ, “ມັນສົມເຫດສົມຜົນຢ່າງສົມບູນທີ່ຈະເຊື່ອໃນພຣະເຈົ້າ ແລະ ນະມັດສະການພຣະເຈົ້າ. ບໍ່ມີຫຍັງທີ່ຜິດປົກກະຕິຢ່າງແນ່ນອນກັບການເຮັດແບບນັ້ນ. ເປັນຫຍັງຂ້ອຍບໍ່ຄວນມີຄວາມສຸກ?” ເມື່ອໄດ້ຍິນຄໍາເວົ້າເຫຼົ່ານີ້, ພວກເຂົາກໍ່ບໍ່ເວົ້າຫຍັງ. ພາຍໃຕ້ການຊີ້ນຳຈາກພຣະທຳຂອງພຣະເຈົ້າ, ຂ້ອຍກໍ່ສາມາດເພິ່ງພາພຣະເຈົ້າເພື່ອເອົາຊະນະຊາຕານໄດ້ອີກຄັ້ງ.

ຫຼັງຈາກນັ້ນ ຂ້ອຍກໍ່ຖືກພາໄປໃນເຮືອນກັກຂັງ. ທຸກສິ່ງໃນທີ່ນັ້ນຍິ່ງມືດມົວ ແລະ ເປັນຕາຢ້ານກວ່າ ແລະ ຂ້ອຍຮູ້ສຶກຄືກັບວ່າຂ້ອຍໄດ້ຕົກລົງສູ່ນາຮົກແບບໃດແບບໜຶ່ງ. ສຳລັບອາຫານທຸກຄາບ, ຂ້ອຍໄດ້ຮັບເສດສາລະເປົາສີດຳຂະໜາດນ້ອຍ ແລະ ຖ້ວຍແກງນໍ້າໃສທີ່ມີໃບຜັກກາດສອງສາມໃບລອຍຢູ່ເທິງ. ຂ້ອຍຫິວຫຼາຍໝົດມື້ໃນທຸກໆມື້, ທ້ອງຂອງຂ້ອຍຮ້ອງອອກມາດ້ວຍຄວາມຫິວໂຫຍຫາອາຫານ. ເຖິງຢ່າງໃດກໍ່ຕາມ ເຖິງແມ່ນຈະເປັນແນວນີ້, ຂ້ອຍກໍ່ຍັງຕ້ອງເຮັດວຽກຄືກັບສັດແບກສິ່ງຂອງໜັກ ແລະ ຖ້າຂ້ອຍບໍ່ບັນລຸຕາມໂກຕ້າຂອງຂ້ອຍ, ຂ້ອຍກໍ່ຖືກທຸບຕີ ຫຼື ຖືກບັງຄັບໃຫ້ຢືນເປັນຜູ້ເຝົ້າເພື່ອເປັນການລົງໂທດ. ເພາະຕຳຫຼວດທີ່ຊົ່ວຮ້າຍໄດ້ທໍລະມານຂ້ອຍຢ່າງໂຫດຮ້າຍເປັນເວລາຫຼາຍມື້, ຂ້ອຍຈຶ່ງມີຮອຍຊໍ້າ ແລະ ບາດເຈັບຈາກຫົວຮອດຕີນ ແລະ ມັນຍາກທີ່ແມ່ນແຕ່ຈະຍ່າງ, ແຕ່ເຈົ້າໜ້າທີ່ດັດສ້າງກໍ່ຍັງບັງຄັບໃຫ້ຂ້ອຍແບກເສັ້ນລວດທອງແດງທີ່ໜັກຫຼາຍ. ເພາະວຽກໜັກນີ້, ຫຼັງທີ່ບາດເຈັບຂອງຂ້ອຍຈຶ່ງເຈັບປວດຢ່າງທົນບໍ່ໄດ້ ແລະ ສິ່ງທີ່ຂ້ອຍສາມາດເຮັດໄດ້ໃນທ້າຍຂອງແຕ່ລະມື້ກໍ່ຄືການຄານເຂົ້າໄປຕຽງຂອງຂ້ອຍເທົ່ານັ້ນ. ເຖິງວ່າຈະເປັນແນວນີ້, ເຈົ້າໜ້າທີ່ດັດສ້າງຈະເຮັດໃຫ້ຂ້ອຍຢືນເຝົ້າໃນຕອນກາງຄືນ ແລະ ສິ່ງນີ້ເຮັດໃຫ້ຂ້ອຍຮູ້ສຶກອ່ອນເພຍເກີນໄປ. ຄືນໜຶ່ງ ໃນຂະນະທີ່ຂ້ອຍກຳລັງເຮັດໜ້າທີ່ເຝົ້າຮັກສາຄວາມປອດໄພ, ຂ້ອຍກໍ່ສວຍໂອກາດທີ່ເຈົ້າໜ້າທີ່ດັດສ້າງບໍ່ຢູ່ ແລະ ຂ້ອຍລີ້ໝອບລົງ ໂດຍຫວັງວ່າຈະໄດ້ພັກຜ່ອນ. ເຖິງຢ່າງໃດກໍ່ຕາມ ໂດຍບໍ່ຄາດຄິດ, ເຈົ້າໜ້າທີ່ດັດສ້າງທີ່ຊົ່ວຮ້າຍເຫັນຂ້ອຍຢູ່ໜ້າຈໍໃນຫ້ອງກ້ອງວົງຈອນປິດ ແລະ ຟ້າວມາຫາຂ້ອຍພ້ອມກັບຮ້ອງຂຶ້ນວ່າ, “ຜູ້ໃດບອກວ່າເຈົ້າສາມາດນັ່ງລົງໄດ້?” ໜຶ່ງໃນນັກໂທດຄົນອື່ນໄດ້ຊຶ່ມໃສ່ຫູຂ້ອຍ, “ຟ້າວໄປຂໍໂທດລາວ ຫຼື ຖ້າບໍ່ດັ່ງນັ້ນ ລາວຈະເຮັດໃຫ້ເຈົ້າ ‘ນອນເທິງຕຽງໄມ້’”. ໂດຍການເວົ້າແບນນີ້, ລາວໝາຍເຖິງການທໍລະມານທີ່ຈະນໍາແຜ່ນປະຕູໄມ້ເຂົ້າໄປໄວ້ໃນຫ້ອງຂັງຂອງນັກໂທດ, ຂາ ແລະ ຕີນຂອງພວກເຂົາຈະຖືກລ່າມໂສ້ໃຫ້ຕິດກັບແຜ່ນນັ້ນ ແລະ ຂໍ້ມືຂອງພວກເຂົາຈະຖືກມັດເຊືອກ. ຫຼັງຈາກນັ້ນ ນັກໂທດຈະຖືກມັດໃສ່ແຜ່ນປະຕູ ແລະ ພວກເຂົາຈະບໍ່ໄດ້ຮັບອະນຸຍາດໃຫ້ເໜັງຕີງເປັນເວລາສອງອາທິດ. ເມື່ອໄດ້ຍິນແບບນີ້, ຂ້ອຍກໍ່ທັງເຕັມໄປດ້ວຍຄວາມໃຈຮ້າຍ ແລະ ຄວາມກຽດຊັງ, ແຕ່ຂ້ອຍຮູ້ວ່າຂ້ອຍບໍ່ສາມາດສະແດງການຕໍ່ຕ້ານໄດ້ແມ່ນແຕ່ໜ້ອຍດຽວເລີຍ, ສິ່ງທີ່ຂ້ອຍສາມາດເຮັດໄດ້ມີພຽງແຕ່ກືນກິນຄວາມໃຈຮ້າຍຂອງຂ້ອຍ. ຂ້ອຍພົບວ່າການຂົ່ມເຫັງ ແລະ ການທໍລະມານດັ່ງກ່າວແມ່ນຍາກທີ່ຈະຮັບທົນໄດ້. ໃນຄືນນັ້ນ, ຂ້ອຍນອນຢູ່ເທິງຕຽງທີ່ເຢືອກເຢັນຂອງຂ້ອຍດ້ວຍຄວາມບໍ່ຍຸຕິທໍາຂອງທຸກສິ່ງ, ຫົວໃຈຂອງຂ້ອຍເຕັມໄປດ້ວຍການຕໍ່ວ່າ ແລະ ການຮຽກຮ້ອງຕໍ່ພຣະເຈົ້າ ໂດຍຄິດວ່າ: “ເມື່ອໃດສິ່ງນີ້ຈະສິ້ນສຸດລົງ? ພຽງແຕ່ໜຶ່ງມື້ໃນສະຖານທີ່ນະຮົກນີ້ກໍ່ເປັນໜຶ່ງມື້ທີ່ຫຼາຍເກີນໄປ”. ຫຼັງຈາກນັ້ນ ຂ້ອຍກໍ່ຄິດເຖິງພຣະທຳຂອງພຣະເຈົ້າ: “ຖ້າເຈົ້າເຂົ້າໃຈຄວາມໝາຍຂອງຊີວິດມະນຸດ ແລະ ໄດ້ເດີນຕາມເສັ້ນທາງທີ່ຖືກຕ້ອງຂອງຊີວິດມະນຸດ ແລະ ຖ້າໃນອະນາຄົດ ບໍ່ວ່າພຣະເຈົ້າຈະປະຕິບັດຕໍ່ເຈົ້າແນວໃດກໍຕາມ, ເຈົ້າກໍຈະຍອມຢູ່ພາຍໃຕ້ແຜນການຂອງພຣະອົງ ໂດຍບໍ່ມີການຕໍ່ວ່າ ຫຼື ທາງເລືອກອື່ນໃດ ແລະ ເຈົ້າຈະບໍ່ມີເງື່ອນໄຂໃດໆສໍາລັບພຣະເຈົ້າ, ໃນວິທີນີ້ ເຈົ້າຈຶ່ງຈະເປັນບຸກຄົນທີ່ມີຄຸນຄ່າ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີທີ່ເຈົ້າຄວນຍ່າງໃນໄລຍະສຸດທ້າຍຂອງເສັ້ນທາງ). ພຣະທຳຂອງພຣະເຈົ້າເຮັດໃຫ້ຂ້ອຍອັບອາຍກັບຕົນເອງ. ຂ້ອຍຄິດກ່ຽວກັບວ່າ ຂ້ອຍເວົ້າຢູ່ສະເໝີວ່າຂ້ອຍຈະພະຍາຍາມເຊື່ອຟັງພຣະເຈົ້າຄືກັບທີ່ເປໂຕເຮັດ, ບໍ່ວ່າຈະຄວາມເຈັບປວດ ຫຼື ຄວາມລຳບາກຈະມີຫຼາຍສໍ່າໃດ ແລະ ຂ້ອຍຈະບໍ່ຕັດສິນໃຈ ຫຼື ຮຽກຮ້ອງເພື່ອເຫັນແກ່ຂ້ອຍເອງ. ເຖິງຢ່າງໃດກໍ່ຕາມ, ເມື່ອການຂົ່ມເຫັງ ແລະ ຄວາມລໍາບາກໄດ້ເກີດຂຶ້ນກັບຂ້ອຍ ແລະ ຂ້ອຍຕ້ອງທົນທຸກ ແລະ ຈ່າຍລາຄາ, ຂ້ອຍພະຍາຍາມຄິດຫາທາງອອກ. ຂ້ອຍບໍ່ມີການເຊື່ອຟັງເລີຍ! ໃນຕອນນັ້ນເອງ, ຂ້ອຍຈຶ່ງເຂົ້າໃຈໃນທີ່ສຸດເຖິງເຈດຕະນາທີ່ດີຂອງພຣະເຈົ້າ: ພຣະເຈົ້າອະນຸຍາດໃຫ້ຄວາມທຸກທໍລະມານນີ້ເກີດຂຶ້ນກັບຂ້ອຍເພື່ອເຮັດໃຫ້ຄວາມຕັ້ງໃຈຂອງຂ້ອຍທີ່ຈະອົດທົນກັບການທົນທຸກນັ້ນເຂັ້ມແຂງຂຶ້ນ ແລະ ອະນຸຍາດໃຫ້ຂ້ອຍໄດ້ຮຽນຮູ້ວິທີການເຊື່ອຟັງໃນການທົນທຸກຂອງຂ້ອຍ, ເພື່ອວ່າຂ້ອຍຈະສາມາດຍອມຢູ່ໃນການປັ້ນແຕ່ງຂອງພຣະເຈົ້າ ແລະ ມີຄຸນສົມບັດທີ່ຈະໄດ້ຮັບຄໍາສັນຍາຂອງພຣະອົງ. ທຸກສິ່ງທີ່ພຣະເຈົ້າເຮັດກັບຂ້ອຍແມ່ນເຮັດດ້ວຍຄວາມຮັກ ແລະ ມັນໄດ້ເກີດຂຶ້ນເພື່ອຊ່ວຍຂ້ອຍໃຫ້ລອດພົ້ນ. ຫຼັງຈາກນັ້ນ ຫົວໃຈຂອງຂ້ອຍກໍ່ເປັນອິດສະຫຼະ ແລະ ຂ້ອຍບໍ່ຮູ້ສຶກຜິດ ຫຼື ເຈັບປວດອີກຕໍ່ໄປ. ສິ່ງທີ່ຂ້ອຍຕ້ອງການຄືການຍອມຕໍ່ການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ, ການຢືນເປັນພະຍານ ແລະ ເຮັດໃຫ້ຊາຕານອັບອາຍ.

ໜຶ່ງເດືອນຕໍ່ມາ, ຂ້ອຍຖືກປ່ອຍຕົວ. ເຖິງຢ່າງໃດກໍ່ຕາມ, ພວກເຂົາໄດ້ຕິດສະຫຼາກໃສ່ຂ້ອຍດ້ວຍຂໍ້ຫາ “ການຂັດຂວາງການບັງຄັບໃຊ້ກົດໝາຍ ແລະ ການເຂົ້າຮ່ວມໃນອົງການຂອງ ເສຍ ຈຽວ” ເພື່ອຈໍາກັດອິດສະຫຼະພາບສ່ວນຕົວຂອງຂ້ອຍ. ເປັນເວລາໜຶ່ງປີ, ຂ້ອຍບໍ່ໄດ້ຮັບອະນຸຍາດໃຫ້ອອກຈາກເມືອງ ຫຼື ແຂວງຂອງຂ້ອຍ ແລະ ຂ້ອຍຕ້ອງໄດ້ຢູ່ຕາມການຮຽກເອີ້ນ ແລະ ການຮ້ອງຫາຂອງຕໍາຫຼວດເມື່ອໃດກໍ່ຕາມທີ່ພວກເຂົາຕ້ອງການຂ້ອຍ. ພຽງແຕ່ຫຼັງຈາກທີ່ຂ້ອຍກັບມາບ້ານ, ຂ້ອຍຈຶ່ງພົບວ່າຊັບສິນທັງໝົດທີ່ຂ້ອຍເກັບໄວ້ຢູ່ເຮືອນໄດ້ຖືກປຸ້ນ ແລະ ຖືກຕໍາຫຼວດເອົາໄປ. ນອກຈາກນີ້, ຕຳຫຼວດທີ່ຊົ່ວຮ້າຍໄດ້ປຸ້ນສະດົມເຮືອນຂອງຂ້ອຍຄືກັບໂຈນຜູ້ຮ້າຍ ແລະ ໄດ້ຂົ່ມຂູ່ຄອບຄົວຂອງຂ້ອຍ ໂດຍເວົ້າວ່າພວກເຂົາຕ້ອງມອບເງິນ 25.000 ຢວນກ່ອນທີ່ພວກເຂົາຈະປ່ອຍຂ້ອຍໄປ. ແມ່ເຖົ້າຂອງຂ້ອຍບໍ່ສາມາດທົນຕໍ່ຄວາມຢ້ານກົວຕໍ່ສິ່ງນັ້ນທັງໝົດໄດ້ ແລະ ຫົວໃຈວາຍ ແລະ ພຽງແຕ່ຟື້ນຕົວຫຼັງຈາກທີ່ຖືກຮັບເຂົ້າໂຮງໝໍ ແລະ ໄດ້ຮັບການປິ່ນປົວດ້ວຍລາຄາທີ່ມີມູນຄ່າຫຼາຍກວ່າ 2.000 ຢວນ. ໃນທີ່ສຸດ, ຄອບຄົວຂອງຂ້ອຍກໍ່ຖືກບັງຄັບໃຫ້ຖາມທຸກຄົນທີ່ພວກເຂົາຮູ້ເພື່ອໃຫ້ພວກເຂົາກູ້ຢືມເງິນ ເພື່ອວ່າພວກເຂົາຈະສາມາດເກັບກຳເງິນລວມກັນ 3.000 ຢວນໃຫ້ກັບຕໍາຫຼວດ ແລະ ໃນຕອນນັ້ນເອງ ຂ້ອຍຈຶ່ງຖືກປ່ອຍຕົວ. ເນື່ອງຈາກການທໍລະມານທີ່ໂຫດຮ້າຍທີ່ຕໍາຫຼວດທີ່ຊົ່ວຮ້າຍໄດ້ເຮັດໃຫ້ຂ້ອຍເຈັບປວດ, ຮ່າງກາຍຂອງຂ້ອຍຕ້ອງທົນທຸກກັບຜົນກະທົບທີ່ຮ້າຍແຮງ: ແຂນ ແລະ ຂາຂອງຂ້ອຍມັກບວມ ແລະ ເຈັບປວດເນື່ອງຈາກພວກມັນຖືກກົດຢ່າງແຮງໃນລະຫວ່າງການຖືກຄຸມຂັງຂອງຂ້ອຍ; ຂ້ອຍບໍ່ສາມາດແມ່ນແຕ່ຈະຍົກຜັກສອງກິໂລເຄິ່ງ ຫຼື ຊັກເສື້ອຜ້າຂອງຂ້ອຍໄດ້ ແລະ ຂ້ອຍຕ້ອງສູນເສຍຄວາມສາມາດໃນການເຮັດວຽກຢ່າງສົມບູນ.

ປະສົບການນັ້ນໃນການຖືກຈັບກຸມ ແລະ ຖືກຂົ່ມເຫັງໄດ້ເຮັດໃຫ້ຂ້ອຍມີມຸມມອງທີ່ຊັດເຈນກ່ຽວກັບພັກກອມມູນິດ, ກ່ຽວກັບໃບໜ້າທີ່ຊົ່ວຮ້າຍ ແລະ ແບບມານຮ້າຍຂອງມັນ ເຊິ່ງກຽດຊັງຄວາມຈິງ ແລະ ກຽດຊັງພຣະເຈົ້າ. ມັນກະຕຸ້ນໃຫ້ຂ້ອຍລັງກຽດຊາຕານ ແລະ ພັກກອມມູນິດຈີນທີ່ເປັນມານຮ້າຍ ແລະ ຊົ່ວຊ້າ ເຊິ່ງດໍາເນີນການຂັດກັບສະຫວັນຢ່າງສິ້ນເຊີງ. ຂ້ອຍຍັງມີປະສົບການທີ່ແທ້ຈິງ ແລະ ເປັນການສ່ວນຕົວກ່ຽວກັບວ່າພາລະກິດຂອງພຣະເຈົ້າເປັນຈິງ ແລະ ມີສະຕິປັນຍາສໍ່າໃດ. ການຖືກຈັບກຸມ ແລະ ຖືກຂົ່ມເຫັງໂດຍພັກກອມມູນິດໄດ້ພັດທະນາຄວາມເຂົ້າໃຈຂອງຂ້ອຍ; ມັນຍັງເຮັດໃຫ້ຄວາມຕັ້ງໃຈຂອງຂ້ອຍເຂັ້ມແຂງຂຶ້ນ ແລະ ເຮັດໃຫ້ຄວາມເຊື່ອຂອງຂ້ອຍສົມບູນ, ເຮັດໃຫ້ຂ້ອຍໄດ້ຮຽນຮູ້ວິທີການເບິ່ງ ແລະ ເພິ່ງພາພຣະເຈົ້າ. ຂ້ອຍຍັງໄດ້ຊີມລົດຊາດຂອງລິດອຳນາດ ແລະ ສິດອຳນາດໃນພຣະທຳຂອງພຣະເຈົ້າ, ເຫັນວ່າພຣະທຳເຫຼົ່ານັ້ນສາມາດເປັນແຫຼ່ງໃຫ້ຄວາມຊ່ວຍເຫຼືອທີ່ຢູ່ຄຽງຂ້າງພວກເຮົາຢູ່ສະເໝີ. ຂ້ອຍເຫັນວ່າມີພຽງແຕ່ພຣະເຈົ້າທີ່ຮັກມະນຸດ ແລະ ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດຊ່ວຍມະນຸດໃຫ້ລອດພົ້ນໄດ້. ຂ້ອຍຍັບເຂົ້າໃກ້ພຣະເຈົ້າໃນຫົວໃຈຂອງຂ້ອຍຫຼາຍຂຶ້ນ. ຂ້ອຍໄດ້ເກັບກ່ຽວລາງວັນທັງໝົດເຫຼົ່ານີ້ຈາກການຜະເຊີນກັບຄວາມລຳບາກ ແລະ ການທົດລອງ. ຂ້ອຍຂອບໃຈພຣະເຈົ້າ!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ຄວາມລຳບາກໃນຄຸກ

ໂດຍ ສຽວຟານ, ຈີນ ມື້ໜຶ່ງ ຍ້ອນກັບໄປໃນເດືອນພຶດສະພາຂອງປີ 2004, ຂ້ານ້ອຍໄດ້ເຂົ້າຮ່ວມການເຕົ້າໂຮມກັບອ້າຍເອື້ອຍນ້ອງບາງຄົນ...

ຄວາມເຊື່ອຖືກເຮັດໃຫ້ສົມບູນຜ່ານການທົດລອງ ແລະ ຄວາມທຸກຍາກລຳບາກ

ໂດຍ ຊູຊາງ, ເກົາຫຼີໃຕ້ ແມ່ຂອງຂ້ອຍເລີ່ມມີບັນຫາທາງສຸຂະພາບໃນປີ 1993 ແລະ ຜົນຕາມມາກໍ່ຄື ຄອບຄົວທັງໝົດຂອງຂ້ອຍໄດ້ຮັບຄວາມເຊື່ອໃນພຣະເຢຊູເຈົ້າ....

Leave a Reply