ການທົນທຸກແມ່ນພອນຂອງພຣະເຈົ້າ

19 ເດືອນກຸມພາ 2022

ໂດຍ ຫວາງກາງ, ຈີນ

ຕອນສວຍມື້ໜຶ່ງໃນລະດູໜາວຂອງປີ 2008, ເມື່ອເອື້ອຍນ້ອງສອງຄົນ ແລະ ຂ້ານ້ອຍກຳລັງເປັນພະຍານກ່ຽວກັບພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍແກ່ເປົ້າໝາຍຂ່າວປະເສີດ, ພວກເຮົາຖືກລາຍງານໂດຍຄົນທີ່ຊົ່ວຮ້າຍ. ເຈົ້າໜ້າທີ່ຕຳຫຼວດຫົກຄົນໃຊ້ຂໍ້ອ້າງທີ່ຈຳເປັນຕ້ອງໃຊ້ໃບອະນຸຍາດກວດຄົ້ນທີ່ຢູ່ຂອງພວກເຮົາເພື່ອຄົ້ນໄປໃນເຮືອນຂອງເປົ້າໝາຍທີ່ປະກາດຂ່າວປະເສີດ. ເມື່ອພວກເຂົາມາທີ່ປະຕູ, ພວກເຂົາກໍ່ຮ້ອງຂຶ້ນວ່າ: “ຢ່າຍັບ!” ເຈົ້າໜ້າທີ່ຕໍາຫຼວດສອງຄົນເບິ່ງຄືບໍ່ມີສະຕິຢ່າງສິ້ນເຊີງເມື່ອພວກເຂົາກະໂດດໃສ່ຂ້ານ້ອຍ; ໜຶ່ງໃນພວກເຂົາຈັບເສື້ອຜ້າທີ່ໜ້າເອິກຂອງຂ້ານ້ອຍ ແລະ ຄົນອື່ນໄດ້ຈັບແຂນຂອງຂ້ານ້ອຍ ແລະ ໃຊ້ກຳລັງທັງໝົດຂອງລາວເພື່ອຮັດແຂນໃຫ້ແໜ້ນຢູ່ຫຼັງຂ້ານ້ອຍ, ຫຼັງຈາກນັ້ນ ລາວກໍ່ຖາມຢ່າງດຸເດືອດວ່າ: “ເຈົ້າກຳລັງເຮັດຫຍັງ? ຊື່ຂອງເຈົ້າແມ່ນຫຍັງ? ເຈົ້າມາແຕ່ໃສ?” ຂ້ານ້ອຍຕອບກັບໄປວ່າ: “ເຈົ້າກຳລັງເຮັດຫຍັງ? ເຈົ້າກຳລັງຈັບກຸມຂ້ານ້ອຍຍ້ອນຫຍັງ?” ເມື່ອພວກເຂົາໄດ້ຍິນຂ້ານ້ອຍເວົ້າແບບນີ້, ພວກເຂົາກໍ່ໃຈຮ້າຍຢ່າງແທ້ຈິງ ແລະ ເວົ້າຢ່າງດຸເດືອດວ່າ: “ມັນບໍ່ສຳຄັນວ່າເຫດຜົນຈະແມ່ນຫຍັງ, ເຈົ້າເປັນຄົນທີ່ພວກເຮົາກຳລັງຊອກຫາ ແລະ ເຈົ້າຕ້ອງມາກັບພວກເຮົາ!” ຫຼັງຈາກນັ້ນ, ເຈົ້າໜ້າທີ່ຕໍາຫຼວດກໍ່ເອົາຂ້ານ້ອຍໄປ ແລະ ເອື້ອຍນ້ອງສອງຄົນ ແລະ ຍັດພວກເຮົາເຂົ້າໃນພາຫະນະຂອງຕໍາຫຼວດ.

ຫຼັງຈາກທີ່ພວກເຮົາໄປຮອດກົມປ້ອງກັນຄວາມສະຫງົບ, ເຈົ້າໜ້າທີ່ຕໍາຫຼວດກໍ່ພາຂ້ານ້ອຍໄປ ແລະ ຂັງຂ້ານ້ອຍໄວ້ໃນຫ້ອງນ້ອຍໆ; ພວກເຂົາສັ່ງໃຫ້ຂ້ານ້ອຍກົ້ມຫົວລົງພື້ນ ແລະ ຈັດແຈງໃຫ້ພວກເຂົາທັງສີ່ຄົນເຝົ້າເບິ່ງຂ້ານ້ອຍ. ເພາະຂ້ານ້ອຍນັ່ງຢ່ອງຢໍ້ເປັນເວລາດົນ, ຂ້ານ້ອຍຈຶ່ງເມື່ອຍຈົນຂ້ານ້ອຍບໍ່ສາມາດທົນໄດ້. ຊ່ວງເວລາທີ່ຂ້ານ້ອຍພະຍາຍາມລຸກຂຶ້ນ, ພວກເຂົາກໍ່ຟ້າວແລ່ນມາ ແລະ ກົດຫົວຂອງຂ້ານ້ອຍລົງເພື່ອຫ້າມບໍ່ໃຫ້ຂ້ານ້ອຍລຸກຂຶ້ນ. ບໍ່ດົນຫຼັງຈາກນັ້ນ, ຂ້ານ້ອຍກໍ່ໄດ້ຍິນສຽງຮ້ອງທີ່ເປັນຕາຢ້ານຂອງຄົນກຳລັງຖືກທໍລະມານໃນຫ້ອງຖັດໄປ ແລະ ໃນຊ່ວງເວລານັ້ນ ຂ້ານ້ອຍກໍ່ເລີ່ມຢ້ານຫຼາຍ: ຂ້ານ້ອຍບໍ່ຮູ້ວ່າພວກເຂົາຈະໃຊ້ການທໍລະມານຫຍັງກັບຂ້ານ້ອຍເປັນຄົນຖັດໄປ! ຂ້ານ້ອຍເລີ່ມອະທິຖານຫາພຣະເຈົ້າໃນຫົວໃຈຂອງຂ້ານ້ອຍຢ່າງຮີບດ່ວນ: “ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຂ້ານ້ອຍຢ້ານຫຼາຍໃນຕອນນີ້, ໄດ້ໂປດມອບຄວາມເຊື່ອ ແລະ ພະລັງໃຫ້ແກ່ຂ້ານ້ອຍ ແລະ ເຮັດໃຫ້ຂ້ານ້ອຍໜັກແໜ້ນ ແລະ ກ້າຫານ. ຂ້ານ້ອຍເຕັມໃຈທີ່ຈະຢືນເປັນພະຍານໃຫ້ກັບພຣະອົງ. ຖ້າຂ້ານ້ອຍບໍ່ສາມາດທົນຕໍ່ການທໍລະມານທີ່ໂຫດຮ້າຍຂອງພວກເຮົາ, ຂ້ານ້ອຍຈະຂ້າຕົວຕາຍໂດຍການກັດລີ້ນດີກວ່າທີ່ຈະທໍລະຍົດພຣະອົງຄືກັບຢູດາ!” ຫຼັງຈາກທີ່ໄດ້ອະທິຖານ, ຂ້ານ້ອຍກໍ່ຮູ້ສຶກເຖິງຄວາມເຂັ້ມແຂງທີ່ເກີດຂຶ້ນຢູ່ພາຍໃນຂ້ານ້ອຍ ແລະ ຄວາມຢ້ານຂອງຂ້ານ້ອຍກໍ່ຫຼຸດລົງ.

ໃນຕອນແລງຂອງມື້ນັ້ນຫຼັງຈາກ 7 ໂມງແລງ, ພວກເຂົາໄດ້ເອົາກະແຈມືໃສ່ແຂນຂອງຂ້ານ້ອຍແລ້ວຂັດໄວ້ຫຼັງຂອງຂ້ານ້ອຍ, ພາຂ້ານ້ອຍໄປຫ້ອງສອບສວນທີ່ຢູ່ຊັ້ນເທິງ ແລະ ຍູ້ຂ້ານ້ອຍລົງກັບພື້ນ. ມີເຄື່ອງມືການທໍລະມານທຸກປະເພດ ເຊັ່ນ: ເຊືອກ, ທ່ອນໄມ້, ກະບອງ, ແສ້ ແລະ ອື່ນໆ. ຕໍາຫຼວດຖືກະບອງໄຟຟ້າໄວ້ໃນມືຂອງລາວ, ເຊິ່ງສົ່ງສຽງທີ່ຊັອດ ແລະ ສຽງດັງແຮງ ແລະ ລາວກໍ່ຂໍຂໍ້ມູນໂດຍຂົ່ມຂູ່ວ່າ: “ມີຈັກຄົນຢູ່ໃນຄຣິດຕະຈັກຂອງເຈົ້າ? ສະຖານທີ່ພົບປະກັນຂອງເຈົ້າແມ່ນຢູ່ໃສ? ຜູ້ໃດຮັບຜິດຊອບ? ມີຈັກຄົນຢູ່ໃນພື້ນທີ່ໆກຳລັງເທດສະໜາຂ່າວປະເສີດ? ເວົ້າແມະ! ຖ້າບໍດັ່ງນັ້ນ, ເຈົ້າຈະຮັບສິ່ງທີ່ກຳລັງຈະເກີດຂຶ້ນ!” ຂ້ານ້ອຍເບິ່ງເຖິງອັນຕະລາຍທີ່ໃກ້ຈະມາຮອດຈາກກະບອງໄຟຟ້າ ແລະ ເບິ່ງຫ້ອງທີ່ເຕັມໄປດ້ວຍເຄື່ອງມືການທໍລະມານອີກຄັ້ງ; ຂ້ານ້ອຍບໍ່ສາມາດເຮັດຫຍັງໄດ້ ນອກຈາກຮູ້ສຶກກະວົນກະວາຍ ແລະ ຢ້ານກົວ. ຂ້ານ້ອຍບໍ່ຮູ້ວ່າຂ້ານ້ອຍຈະສາມາດເອົາຊະນະການທໍລະມານນີ້ ຫຼື ບໍ່, ສະນັ້ນ ຂ້ານ້ອຍຈຶ່ງສືບຕໍ່ຮ້ອງຫາພຣະເຈົ້າ. ເມື່ອເຫັນວ່າຂ້ານ້ອຍບໍ່ໄດ້ເວົ້າຫຍັງ, ລາວກໍ່ວຸ້ນວາຍ ແລະ ຊັອດຂ້ານ້ອຍຢ່າງຮຸນແຮງທີ່ໜ້າເອິກເບື້ອງຊ້າຍຂອງຂ້ານ້ອຍດ້ວຍກະບອງໄຟຟ້າ. ລາວຊັອດຂ້ານ້ອຍເປັນເວລາເກືອບໜຶ່ງນາທີ. ຂ້ານ້ອຍຮູ້ສຶກໃນທັນທີວ່າເລືອດໃນຮ່າງກາຍຂອງຂ້ານ້ອຍໄດ້ຟົດຂຶ້ນ; ຂ້ານ້ອຍໄດ້ຮັບຄວາມເຈັບປວດທີ່ບໍ່ສາມາດອົດກັ້ນໄດ້ຈາກຫົວຮອດຕີນ ແລະ ຂ້ານ້ອຍກໍ່ກິ້ງເທິງພື້ນ ແລ້ວຮ້ອງຂຶ້ນຢ່າງບໍ່ຢຸດຢັ້ງ. ລາວຍັງບໍ່ປ່ອຍຂ້ານ້ອຍໄປ ແລະ ທັນໃດນັ້ນລາວກໍ່ເລີ່ມລາກຂ້ານ້ອຍຂຶ້ນ ແລະ ໃຊ້ກະບອງເພື່ອຍົກຫົວຂອງຂ້ານ້ອຍຈາກຄາງຂອງຂ້ານ້ອຍ ແລ້ວຮ້ອງຂຶ້ນວ່າ: “ເວົ້າແມະ! ເຈົ້າຈະບໍ່ສາລະພາບຫຍັງບໍ?” ເມື່ອກຳລັງຜະເຊີນກັບການທໍລະມານທີ່ທາລຸນຈາກມານຮ້າຍເຫຼົ່ານີ້, ຂ້ານ້ອຍກໍ່ພຽງແຕ່ຢ້ານວ່າຂ້ານ້ອຍຈະບໍ່ສາມາດທົນກັບການທໍລະມານຂອງພວກເຂົາໄດ້ ແລະ ດ້ວຍເຫດນັ້ນກໍ່ຈະທໍລະຍົດພຣະເຈົ້າ ແລ້ວຂ້ານ້ອຍຈຶ່ງອະທິຖານຫາພຣະເຈົ້າຢ່າງສິ້ນຫວັງໃນຫົວໃຈຂອງຂ້ານ້ອຍ. ໃນເວລານີ້, ຂ້ານ້ອຍຄິດກ່ຽວກັບພຣະທຳຂອງພຣະເຈົ້າ. “ຄົນທີ່ມີລິດອຳນາດອາດເບິ່ງຈາກພາຍນອກ ຄືກັບວ່າ ເປັນຄົນຮ້າຍກາດ ແຕ່ຢ່າຢ້ານເລີຍ, ພວກເຈົ້າເປັນແບບນີ້ກໍຍ້ອນວ່າ ພວກເຈົ້າມີຄວາມເຊື່ອເລັກນ້ອຍ. ຕາບໃດທີ່ຄວາມເຊື່ອຂອງພວກເຈົ້າເຕີບໂຕ, ບໍ່ມີສິ່ງໃດທີ່ຫຍຸ້ງຍາກເກີນໄປ” (ຄັດຈາກ “ບົດທີ 75” ຂອງພາກພຣະຄຳຂອງພຣະຄຣິດໃນຕົ້ນເດີມໃນໜັງສືພຣະທຳປາກົດໃນຮ່າງກາຍ). ພຣະທຳຂອງພຣະເຈົ້າໄດ້ມອບຄວາມເຊື່ອ ແລະ ພະລັງໃຫ້ຂ້ານ້ອຍອີກຄັ້ງ ແລະ ຂ້ານ້ອຍຮູ້ວ່າເຖິງແມ່ນເຈົ້າໜ້າທີ່ຕໍາຫຼວດທີ່ຊົ່ວຮ້າຍທີ່ຢູ່ຕໍ່ໜ້າຂ້ານ້ອຍເປັນບ້າ ແລະ ຄວບຄຸມອາລົມຂອງພວກເຂົາເອງບໍ່ໄດ້, ພວກເຂົາກໍ່ຖືກຈັດແຈງໂດຍມືຂອງພຣະເຈົ້າ. ຖ້າພຣະເຈົ້າບໍ່ອະນຸຍາດ, ພວກເຂົາກໍ່ບໍ່ສາມາດຂ້າຂ້ານ້ອຍໄດ້. ຕາບໃດທີ່ຂ້ານ້ອຍອາໄສຄວາມເຊື່ອ ແລະ ເພິ່ງພາພຣະເຈົ້າ ແລະ ບໍ່ຍອມປະສິ່ງເຫຼົ່ານັ້ນ, ພວກມັນກໍ່ຈະລົ້ມເຫຼວດ້ວຍຄວາມອັບອາຍຢ່າງຫຼີກເວັ້ນບໍ່ໄດ້. ເມື່ອຄິດກ່ຽວກັບສິ່ງນີ້, ຂ້ານ້ອຍກໍ່ຮວບຮວມກຳລັງທັງໝົດຈາກຮ່າງກາຍຂອງຂ້ານ້ອຍ ແລະ ຕອບດ້ວຍສຽງທີ່ດັງວ່າ: “ເປັນຫຍັງເຈົ້າຈຶ່ງພາຂ້ານ້ອຍມາທີ່ນີ້? ເປັນຫຍັງເຈົ້າຈຶ່ງຊັອດຂ້ານ້ອຍດ້ວຍກະບອງໄຟຟ້າ? ຂ້ານ້ອຍໄດ້ກໍ່ອາຊະຍາກຳຫຍັງ?” ຕໍາຫຼວດທີ່ຊົ່ວຮ້າຍກໍ່ກາຍເປັນຄືກັບກວາງຕໍ່ໜ້າແສງໄຟໃນທັນທີ ແລະ ໜັກໃຈດ້ວຍຄວາມສຳນຶກຜິດ. ລາວເວົ້າຕິດອ່າງ ແລະ ບໍ່ສາມາດເວົ້າຫຍັງອີກ. ຫຼັງຈາກນັ້ນ ພວກເຂົາກໍ່ຈາກໄປດ້ວຍຄວາມອັບອາຍ. ເມື່ອເຫັນເຖິງສະຖານະການທີ່ເປັນຕາອັບອາຍຈາກສະຖານະການລຳບາກຂອງຊາຕານ, ຂ້ານ້ອຍກໍ່ຖືກດົນບັນດານຈົນນໍ້າຕາໄຫຼ. ໃນສະພາວະທີ່ລຳບາກໃຈນີ້, ຂ້ານ້ອຍໄດ້ຜະເຊີນກັບລິດອຳນາດ ແລະ ສິດອຳນາດໃນພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງແທ້ຈິງ. ຕາບໃດທີ່ຂ້ານ້ອຍນໍາພຣະທຳຂອງພຣະເຈົ້າເຂົ້າໄປປະຕິບັດ, ແລ້ວຂ້ານ້ອຍກໍ່ຈະເຫັນເຖິງການກະທຳຂອງພຣະເຈົ້າ. ຕໍາຫຼວດສອງຄົນໄດ້ເຂົ້າມາອີກຫ້າ ຫຼື ຫົກນາທີຕໍ່ມາ, ແຕ່ຄັ້ງນີ້ ພວກເຂົາໄດ້ພະຍາຍາໃຊ້ກົນລະຍຸດອື່ນ. ເຈົ້າໜ້າທີ່ໆຈ່ອຍໄດ້ເວົ້າກັບຂ້ານ້ອຍຢ່າງອົບອຸ່ນແທ້ໆວ່າ “ພຽງແຕ່ເຮັດຕົວດີໆໜ້ອຍໜຶ່ງ. ຕອບຄຳຖາມຂອງພວກເຮົາ, ຖ້າບໍ່ດັ່ງນັ້ນ ພວກເຮົາກໍ່ຈະບໍ່ສາມາດປ່ອຍເຈົ້າໄປ”. ຂ້ານ້ອຍບໍ່ໄດ້ເວົ້າຈັກຄຳ, ສະນັ້ນ ລາວຈຶ່ງນໍາແຜ່ນເຈ້ຍມາໃຫ້ຂ້ານ້ອຍເຊັນ. ເມື່ອເຫັນຄຳວ່າ “ຖືກດັດສ້າງຜ່ານການໃຊ້ແຮງງານ” ຂຽນຢູ່ເທິງເຈ້ຍນັ້ນ, ຂ້ານ້ອຍກໍ່ປະຕິເສດ. ເຈົ້າໜ້າທີ່ຄົນອື່ນກໍ່ຕົບຫູເບື້ອງຊ້າຍຂອງຂ້ານ້ອຍຢ່າງຮຸນແຮງ, ແຮງຫຼາຍຈົນເຮັດໃຫ້ຂ້ານ້ອຍລົ້ມລົງພື້ນ. ຫູຂອງຂ້ານ້ອຍອື້ຊົ່ວໄລຍະໜຶ່ງ ແລະ ມັນໃຊ້ເວລາອີກຊົ່ວໄລຍະໜຶ່ງເພື່ອທີ່ຈະໄດ້ຍິນຢ່າງຊັດເຈນອີກຄັ້ງ. ພວກເຂົາໃສ່ກະແຈມືຂ້ານ້ອຍອີກຄັ້ງ ແລະ ຂັງຂ້ານ້ອຍໄວ້ໃນຫ້ອງນ້ອຍໆ.

ຫຼັງຈາກທີ່ໄດ້ກັບສູ່ຫ້ອງນ້ອຍໆ, ຂ້ານ້ອຍກໍ່ຖືກເຮັດໃຫ້ຟົກຊ້ຳ ແລະ ຖືກທາລຸນ, ຄວາມເຈັບປວດແມ່ນບໍ່ສາມາດທົນໄດ້. ຂ້ານ້ອຍບໍ່ສາມາດເຮັດຫຍັງ ນອກຈາກຮູ້ສຶກບໍ່ສະບາຍໃຈ ແລະ ອ່ອນແອ: ຂ້ານ້ອຍເທດສະໜາຂ່າວປະເສີດດ້ວຍເຈດຕະນາທີ່ດີ, ຂ້ານ້ອຍສະແດງໃຫ້ຜູ້ຄົນເຫັນວ່າພຣະຜູ້ຊ່ວຍໄດ້ມາ ແລະ ພວກເຂົາຕ້ອງຟ້າວ ແລະ ສະແຫວງຫາຄວາມຈິງ ແລະ ຮັບເອົາຄວາມລອດພົ້ນ ແລະ ເຖິງຢ່າງໃດກໍ່ຕາມ ຂ້ານ້ອຍໄດ້ທົນທຸກກັບການຂົ່ມເຫັງນີ້ຢ່າງບໍ່ຄາດຄິດ. ເມື່ອກຳລັງຄິດກ່ຽວກັບສິ່ງນີ້, ຂ້ານ້ອຍກໍ່ຮູ້ສຶກວ່າຂ້ານ້ອຍໄດ້ເຮັດຜິດຫຼາຍຍິ່ງຂຶ້ນ. ຂ້ານ້ອຍຮ້ອງຫາພຣະເຈົ້າດ້ວຍຄຳອະທິຖານໃນການທົນທຸກຂອງຂ້ານ້ອຍ ໂດຍເວົ້າວ່າ “ໂອ ພຣະເຈົ້າ, ວຸດທິພາວະຂອງຂ້ານ້ອຍມີໜ້ອຍເກີນໄປ ແລະ ຂ້ານ້ອຍອ່ອນແອເກີນໄປ. ພຣະເຈົ້າ, ຂ້ານ້ອຍຕ້ອງການອາໄສພຣະອົງ ແລະ ຢືນເປັນພະຍານໃຫ້ກັບພຣະອົງ. ໄດ້ໂປດຊີ້ນໍາຂ້ານ້ອຍ”. ຕໍ່ມາ, ຂ້ານ້ອຍກໍ່ຄິດເຖິງເພງສັນລະເສີນໃນພຣະທຳຂອງພຣະເຈົ້າ. “ຈົ່ງຢ່າທໍ້ແທ້, ຢ່າອ່ອນແອ ແລະ ເຮົາຈະເປີດເຜີຍສິ່ງຕ່າງໃຫ້ກັບເຈົ້າ. ເສັ້ນທາງໄປສູ່ອານາຈັກແມ່ນບໍ່ລຽບງ່າຍ ແລະ ບໍ່ມີສິ່ງໃດທີ່ຈະງ່າຍປານນັ້ນ! ເຈົ້າຕ້ອງການໃຫ້ພອນມາຫາເຈົ້າແບບງ່າຍໆ? ໃນປັດຈຸບັນ ທຸກຄົນຈະຜະເຊີນກັບການທົດສອບທີ່ຂົມຂື່ນ, ປາສະຈາກການທົດສອບດັ່ງກ່າວ ຫົວໃຈຂອງພວກເຈົ້າທີ່ມີຄວາມຮັກຕໍ່ເຮົາກໍຈະບໍ່ເຂັ້ມແຂງ ແລະ ເຈົ້າຈະບໍ່ມີຄວາມຮັກທີ່ແທ້ຈິງຕໍ່ເຮົາ. ເຖິງແມ່ນການທົດສອບເຫຼົ່ານີ້ຈະເປັນພຽງເຫດການເລັກນ້ອຍ ແຕ່ທຸກຄົນກໍຕ້ອງໄດ້ຜ່ານພວກມັນ ພຽງແຕ່ວ່າ ຄວາມຍາກຂອງການທົດສອບຂອງແຕ່ລະຄົນຈະແຕກຕ່າງກັນ. ການທົດລອງແມ່ນພອນຈາກເຮົາ ແລ້ວມີຈັກຄົນທີ່ມາຄຸເຂົ່າຢູ່ຕໍ່ໜ້າເຮົາເພື່ອຂໍພອນຈາກເຮົາ? ເຈົ້າຄິດສະເໝີວ່າ ພຣະທໍາອັນປະເສີດພຽງບາງຂໍ້ກໍຖືວ່າ ເປັນພອນຂອງເຮົາ ແຕ່ບໍ່ຮັບຮູ້ວ່າ ຄວາມຂົມຂື່ນກໍແມ່ນໜຶ່ງໃນບັນດາພອນຂອງເຮົາເຊັ່ນກັນ” (ຈາກບົດເພງ “ຄວາມເຈັບປວດຂອງການທົດລອງເປັນພອນຈາກພຣະເຈົ້າ” ໃນໜັງສືເພງຕິດຕາມລູກແກະ ແລະ ຮ້ອງເພງໃໝ່). ຂ້ານ້ອຍເຂົ້າໃຈຈາກພຣະທຳຂອງພຣະເຈົ້າວ່າການຜະເຊີນໜ້າກັບການຂົ່ມເຫັງ ແລະ ຄວາມຍາກລຳບາກນີ້ແມ່ນເພື່ອໃຫ້ພຣະອົງສາມາດເຮັດໃຫ້ຄວາມເຊື່ອ ແລະ ຄວາມຮັກຂອງຂ້ານ້ອຍສົມບູນ. ສະພາບແວດລ້ອມນັ້ນຄືພອນຂອງພຣະເຈົ້າ. ຂ້ານ້ອຍຈະສາມາດຈົ່ມຕໍ່ວ່າ ແລະ ກ່າວໂທດພຣະເຈົ້າໄດ້ແນວໃດ? ຂ້ານ້ອຍຖືກຈັບກຸມ ແລະ ຖືກທໍລະມານ, ແຕ່ຕະຫຼອດການທົດສອບທັງໝົດ ພຣະເຈົ້າກຳລັງຊີ້ນໍາຂ້ານ້ອຍດ້ວຍພຣະທຳຂອງພຣະອົງ; ນີ້ຄືຄວາມຮັກຂອງພຣະເຈົ້າ. ຂ້ານ້ອຍຮ້ອງເພງສັນລະເສີນໃນຫົວໃຈຂອງຂ້ານ້ອຍ ແລະ ວຍິ່ງຂ້ານ້ອຍຮ້ອງເພງນັ້ນດົນສໍ່າໃດ ຂ້ານ້ອຍກໍ່ຍິ່ງຮູ້ສຶກມີຊີວິດຊີວາຫຼາຍສໍ່ານັ້ນ. ມັນຍັງໄດ້ຟື້ນຟູຄວາມເຊື່ອຂອງຂ້ານ້ອຍ ແລະ ຂ້ານ້ອຍສາບານຕໍ່ພຣະເຈົ້າວ່າ: “ພຣະເຈົ້າ, ບໍ່ວ່າຕໍາຫຼວດຈະທໍລະມານຂ້ານ້ອຍແນວໃດກໍ່ຕາມ, ຂ້ານ້ອຍກໍ່ປາຖະໜາທີ່ຈະຢືນເປັນພະຍານ ແລະ ບໍ່ທໍລະຍົດພຣະອົງຈັກເທື່ອ. ຂ້ານ້ອຍຕັ້ງໃຈທີ່ຈະຕິດຕາມພຣະອົງຈົນເຖິງທີ່ສຸດ”.

ທີ່ເຮືອນກັກຂັງ, ເຈົ້າໜ້າທີ່ຕໍາຫຼວດໄດ້ສືບຕໍ່ໃຊ້ວິທີການທໍລະມານທຸກຮູບແບບໃສ່ຂ້ານ້ອຍ ແລະ ກະຕຸ້ນໃຫ້ນັກໂທດຕີຂ້ານ້ອຍຢູ່ເລື້ອຍໆ. ໃນຍາມໜາວທີ່ເຢືອກເຢັນຂອງລະດູໜາວ, ພວກເຂົາສັ່ງໃຫ້ນັກໂທດເທຄຸນໍ້າເຢັນໃສ່ຂ້ານ້ອຍ ແລະ ບັງຄັບໃຫ້ຂ້ານ້ອຍອາບນໍ້າເຢັນ. ຂ້ານ້ອຍສັ່ນໜາວດ້ວຍຄວາມໜາວແຕ່ຫົວຮອດຕີນ. ເມື່ອໜາວສັ່ນ ແລະ ເຫື່ອແຕກ, ຫົວໃຈຂອງຂ້ານ້ອຍກໍ່ເຈັບປວດຈົນເຖິງຈຸດທີ່ຫຼັງຂອງຂ້ານ້ອຍທຸກທໍລະມານເຊັ່ນກັນ. ນັກໂທດໃນທີ່ນັ້ນເປັນເຄື່ອງຈັກທີ່ສ້າງເງິນໃຫ້ກັບພັກກອມມູນິດຈີນ ແລະ ບໍ່ມີສິດທາງກົດໝາຍໃດເລີຍ. ພວກເຂົາບໍ່ມີທາງເລືອກອື່ນ ນອກຈາກອົດທົນກັບການຖືກກົດຂີ່ ແລະ ຖືກເອົາປຽບຄືກັບຂ້າທາດ. ໃນລະຫວ່າງມື້, ຜູ້ຄຸມນັກໂທດໄດ້ບັງຄັບໃຫ້ຂ້ານ້ອຍພິມເງິນເປັນເຈ້ຍເພື່ອໃຊ້ເປັນສິ່ງເຜົາບູຊາໃຫ້ແກ່ຄົນທີ່ຕາຍແລ້ວ. ໃນຕອນທຳອິດ, ພວກເຂົາຕັ້ງກົດລະບຽບວ່າຂ້ານ້ອຍຕ້ອງພິມເຈ້ຍ 1.000 ໃບຕໍ່ມື້, ຫຼັງຈາກນັ້ນ ພວກເຂົາກໍ່ເພີ່ມຂຶ້ນເປັນ 1.800 ໃບຕໍ່ມື້ ແລະ ໃນທີ່ສຸດກໍ່ເປັນ 3.000 ໃບ. ຈຳນວນນີ້ແມ່ນເປັນໄປບໍ່ໄດ້ທີ່ຄົນທີ່ມີປະສົບການຈະເຮັດໃຫ້ສຳເລັດໄດ້, ແຮງໄກທີ່ຄົນທີ່ບໍ່ມີປະສົບການຄືກັບຂ້ານ້ອຍຈະເຮັດໄດ້. ໃນຄວາມເປັນຈິງແລ້ວ, ພວກເຂົາຕັ້ງໃຈເຮັດແບບນັ້ນເພື່ອວ່າຂ້ານ້ອຍຈະບໍ່ສາມາດເຮັດໃຫ້ມັນສຳເລັດໄດ້ໝົດ ແລ້ວພວກເຂົາຈະສາມາດມີຂໍ້ອ້າງທີ່ຈະທໍລະມານ ແລະ ທຳລາຍຂ້ານ້ອຍ. ຕາບໃດທີ່ຂ້ານ້ອຍບໍ່ສາມາດບັນລຸຕາມໂກຕ້າ, ເຈົ້າໜ້າທີ່ຕໍາຫຼວດທີ່ຊົ່ວຮ້າຍຈະໃສ່ເຄື່ອງພັນທະນາການອ້ອມຂາຂອງຂ້ານ້ອຍ ເຊິ່ງມີນຳ້ໜັກຫຼາຍກວ່າ 5 ກກ ແລະ ພວກເຂົາຈະມັດມື ແລະ ຕີນຂອງຂ້ານ້ອຍເຂົ້າກັນດ້ວຍໂສ້ລ່າມ. ສິ່ງທີ່ຂ້ານ້ອຍສາມາດເຮັດໄດ້ມີພຽງແຕ່ນັ່ງຢູ່ທີ່ນັ້ນ, ກົ້ມຫົວຂອງຂ້ານ້ອຍ ແລະ ຂົດຫຼັງຂອງຂ້ານ້ອຍ, ບໍ່ສາມາດເໜັງຕີງໄດ້. ສິ່ງທີ່ເປັນຕາລັງກຽດກວ່ານັ້ນກໍ່ຄືເຈົ້າໜ້າທີ່ຕໍາຫຼວດທີ່ໄຮ້ມະນຸດສະທຳ ແລະ ບໍ່ມີຄວາມຮູ້ສຶກເຫຼົ່ານີ້ບໍ່ໄດ້ຖາມ ຫຼື ສົນໃຈກ່ຽວກັບຄວາມຈຳເປັນພື້ນຖານຂອງຂ້ານ້ອຍເລີຍ. ເຖິງແມ່ນວ່າມີຫ້ອງນໍ້າໃນຫ້ອງຂັງ, ຂ້ານ້ອຍກໍ່ຍັງບໍ່ສາມາດຍ່າງໄປ ແລະ ໃຊ້ມັນໄດ້ຢ່າງສົມບູນ; ຂ້ານ້ອຍພຽງແຕ່ຂໍໃຫ້ເພື່ອນຮ່ວມຫ້ອງຂັງຂອງຂ້ານ້ອຍອູ້ມຂ້ານ້ອຍໄປຫ້ອງນໍ້າ. ຖ້າພວກເຂົາເປັນນັກໂທດທີ່ຂ້ອນຂ້າງດີ, ແລ້ວພວກເຂົາກໍ່ຈະຍົກຂ້ານ້ອຍຂຶ້ນ; ຖ້າບໍ່ມີຜູ້ໃດຊ່ວຍຂ້ານ້ອຍໄດ້, ແລ້ວຂ້ານ້ອຍກໍ່ຈະບໍ່ມີທາງເລືອກອື່ນ ນອກຈາກກັ້ນເອົາໄວ້. ເວລາທີ່ເຈັບປວດທີ່ສຸດແມ່ນເວລາຮັບປະທານອາຫານ, ເພາະມື ແລະ ຕີນຂອງຂ້ານ້ອຍຖືກໃສ່ກະແຈມືເຂົ້າໃສ່ກັນ. ຂ້ານ້ອຍພຽງແຕ່ສາມາດກົ້ມຫົວຂອງຂ້ານ້ອຍດ້ວຍກຳລັງທັງໝົດຂອງຂ້ານ້ອຍ ແລະ ຍົກມື ແລະ ຕີນຂອງຂ້ານ້ອຍ. ນີ້ເປັນວິທີດຽວທີ່ຂ້ານ້ອຍສາມາດເອົາສາລະເປົາໜຶ້ງມາໃສ່ປາກຂອງຂ້ານ້ອຍໄດ້. ຂ້ານ້ອຍໃຊ້ພະລັງງານຫຼາຍກັບແຕ່ລະຄຳ. ໂສ້ໄດ້ຖູໃສ່ມື ແລະ ຕີນຂອງຂ້ານ້ອຍ ແລ້ວກໍ່ໃຫ້ເກີດຄວາມເຈັບປວດຢ່າງທີ່ສຸດ. ຫຼັງຈາກເວລາທີ່ຍາວນານ, ຂໍ້ມື ແລະ ຂໍ້ຕີນຂອງຂ້ານ້ອຍກໍ່ກາຍເປັນໜັງດ້ານທີ່ດຳ ແລະ ແຂງຫຼາຍ. ມີຫຼາຍຄັ້ງທີ່ຂ້ານ້ອຍບໍ່ສາມາດກິນ ເມື່ອຂ້ານ້ອຍຖືກຂັງໄວ້ ແລະ ໃນເຫດການທີ່ເກີດຂຶ້ນໄດ້ໜ້ອຍ ນັກໂທດຈະເອົາສາລະເປົາສອງກ້ອນນ້ອຍໆໃຫ້ຂ້ານ້ອຍ. ສ່ວນໃຫຍ່ແລ້ວ, ພວກເຂົາຈະກິນສ່ວນຂອງຂ້ານ້ອຍ ແລະ ສິ່ງທີ່ຂ້ານ້ອຍໄດ້ຮັບເປັນພຽງທ້ອງທີ່ວ່າງເປົ່າ. ຂ້ານ້ອຍຍິ່ງໄດ້ດື່ມໜ້ອຍກວ່າເກົ່າ; ໂດຍເດີມແລ້ວ ທຸກຄົນໄດ້ຮັບນໍ້າສອງຖ້ວຍຕໍ່ມື້ເທົ່ານັ້ນ, ແຕ່ຂ້ານ້ອຍຖືກຂັງ ແລະ ບໍ່ສາມາດຍັບໄດ້, ສະນັ້ນ ມັນຫາໄດ້ຍາກທີ່ຂ້ານ້ອຍຈະສາມາດດື່ມນໍ້າໄດ້. ຂ້ານ້ອຍຕົກຢູ່ໃນການທໍລະມານທີ່ໄຮ້ມະນຸດສະທຳແບບນັ້ນສີ່ຄັ້ງ ເຊິ່ງມີເວລາລວມກັນທັງໝົດທີ່ສິບມື້. ແມ່ນແຕ່ໃນສະພາບການເຫຼົ່ານີ້, ເຈົ້າໜ້າທີ່ກໍ່ເຮັດໃຫ້ຂ້ານ້ອຍເຮັດວຽກໃນຜຽນກາງຄືນ. ຂ້ານ້ອຍຕ້ອງທົນເປັນເວລາດົນນານໂດຍທີ່ບໍ່ສາມາດກິນຈົນອີ່ມທ້ອງ; ຄວາມຫິວຂອງຂ້ານ້ອຍມັກເຮັດໃຫ້ຂ້ານ້ອຍມີອາການສັ່ນ, ປວດຮາກ ແລະ ແໜ້ນໜ້າເອິກ. ຂ້ານ້ອຍຍັງກາຍເປັນຖົງກະດູກ. ເມື່ອຄວາມຫິວຂອງຂ້ານ້ອຍໄປເຖິງຈຸດທີ່ຂ້ານ້ອຍບໍ່ສາມາດທົນມັນໄດ້ແທ້ໆ, ຂ້ານ້ອຍກໍ່ຄິດຫາບາງສິ່ງທີ່ພຣະເຢຊູເຈົ້າໄດ້ກ່າວກັບຊາຕານເມື່ອຖືກລໍ້ລວງ: “ມະນຸດຈະບໍ່ລ້ຽງຊີວິດດ້ວຍອາຫານຢ່າງດຽວ ແຕ່ດ້ວຍພຣະທຳທຸກຂໍ້ທີ່ອອກມາຈາກປາກຂອງພຣະເຈົ້າ” (ມັດທາຍ 4:4). ສິ່ງນັ້ນເຮັດໃຫ້ຂ້ານ້ອຍມີຄວາມຮູ້ສຶກບັນເທົາ ແລະ ຂ້ານ້ອຍຮູ້ສຶກໂດຍສ່ວນຕົວວ່າພ້ອມທີ່ຈະຜະເຊີນໜ້າກັບພຣະທຳເຫຼົ່ານັ້ນຈາກພຣະເຈົ້າ ເມື່ອຊາຕານຂົ່ມເຫັງຂ້ານ້ອຍ. ຂ້ານ້ອຍເຮັດໃຫ້ຕົນເອງສະຫງົບງຽບລົງຕໍ່ໜ້າພຣະເຈົ້າເພື່ອອະທິຖານ ແລະ ໄຕ່ຕອງພຣະທຳຂອງພຣະເຈົ້າ ແລະ ກ່ອນທີ່ຂ້ານ້ອຍຈະຮູ້ຕົວ ຄວາມເຈັບປວດ ແລະ ຄວາມຫິວຂອງຂ້ານ້ອຍກໍ່ຫຼຸດລົງແລ້ວ. ຄັ້ງໜຶ່ງ, ນັກໂທດຄົນໜຶ່ງໄດ້ເວົ້າກັບຂ້ານ້ອຍວ່າ: “ມີຄົນໜຸ່ມຜູ້ໜຶ່ງທີ່ຖືກໃສ່ກະແຈມື ແລະ ຖືກປ່ອຍໃຫ້ຫິວອາຫານຈົນຕາຍແບບນີ້ມາກ່ອນ. ຂ້ານ້ອຍເຫັນວ່າເຈົ້າບໍ່ໄດ້ກິນຫຍັງຫຼາຍເປັນເວລາຫຼາຍມື້ ແລະ ເຈົ້າຍັງມີຈິດໃຈທີ່ສູງແບບນີ້”. ເມື່ອໄດ້ຍິນຄຳເວົ້າຂອງລາວ, ຂ້ານ້ອຍກໍ່ຂອບໃຈພຣະເຈົ້າຢ່າງງຽບໆ. ຂ້ານ້ອຍຮູ້ສຶກຢ່າງເລິກເຊິ່ງວ່ານີ້ເປັນພະລັງແຫ່ງຊີວິດໃນພຣະທຳຂອງພຣະເຈົ້າທີ່ກຳລັງສະໜັບສະໜູນຂ້ານ້ອຍ. ສິ່ງນີ້ເຮັດໃຫ້ຂ້ານ້ອຍຮູ້ສຶກແທ້ໆວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ, ຫົນທາງ ແລະ ຊີວິດ ແລະ ເປັນພື້ນຖານທີ່ຂ້ານ້ອຍຄວນເພິ່ງພາເພື່ອຢູ່ລອດຢ່າງແນ່ນອນ. ສະນັ້ນ, ຄວາມເຊື່ອຂອງຂ້ານ້ອຍໃນພຣະເຈົ້າຈຶ່ງເພີ່ມຂຶ້ນໂດຍບໍ່ຮູ້ສຶກຕົວ. ໃນສະພາບແວດລ້ອມທີ່ທົນທຸກນີ້, ຂ້ານ້ອຍສາມາດຜະເຊີນໜ້າຢ່າງແທ້ຈິງກັບຄວາມເປັນຈິງແຫ່ງຄວາມຈິງທີ່ວ່າ “ມະນຸດຈະບໍ່ລ້ຽງຊີວິດດ້ວຍອາຫານຢ່າງດຽວ ແຕ່ດ້ວຍພຣະທຳທຸກຂໍ້ທີ່ອອກມາຈາກປາກຂອງພຣະເຈົ້າ”. ນີ້ເປັນຄວາມຮັ່ງມີທີ່ລໍ້າຄ່າທີ່ສຸດຢ່າງແທ້ຈິງໃນຊີວິດທີ່ພຣະເຈົ້າໄດ້ມອບໃຫ້ແກ່ຂ້ານ້ອຍ ແລະ ຍັງເປັນຂອງຂວັນທີ່ພິເສດຂອງຂ້ານ້ອຍດ້ວຍ. ຍິ່ງໄປກວ່ານັ້ນ, ຂ້ານ້ອຍບໍ່ສາມາດໄດ້ຮັບສິ່ງນີ້ໄດ້ໃນສະພາບແວດລ້ອມທີ່ຂ້ານ້ອຍບໍ່ຈຳເປັນຕ້ອງກັງວົນກ່ຽວກັບອາຫານ ຫຼື ເຄື່ອງນຸ່ມຫົ່ມ. ການທົນທຸກນີ້ມີຄວາມໝາຍ ແລະ ຄຸນຄ່າຫຼາຍ!

ປະສົບການນີ້ໃນການຂົ່ມເຫັງ ແລະ ການທໍລະມານໄດ້ເພີ່ມຄວາມຮຸນແຮງໃຫ້ກັບຄວາມກຽດຊັງທີ່ຂ້ານ້ອຍມີໃນຫົວໃຈຂອງຂ້ານ້ອຍສຳລັບພັກກອມມູນິດ. ຂ້ານ້ອຍຖືກຈັບກຸມ ແລະ ຖືກທໍລະມານທຸກຮູບແບບ ບໍ່ແມ່ນຍ້ອນຫຍັງນອກຈາກການເຊື່ອໃນພຣະເຈົ້າ. ມັນເປັນການທາລຸນທີ່ໄຮ້ມະນຸດສະທຳ; ມັນຊົ່ວຮ້າຍຢ່າງສິ້ນເຊີງ! ຂ້ານ້ອຍຄິດຫາຂໍ້ຄວາມໃນພຣະທຳຂອງພຣະເຈົ້າທີ່ຂ້ານ້ອຍໄດ້ອ່ານກ່ອນໜ້າ: “ມະຫາສະໝຸດອັນກວ້າງໃຫຍ່ໄພສານເຕັມໄປດ້ວຍຄວາມສົນລະວົນ ແລະ ຄວາມມືດ, ຄົນທົ່ວໄປແມ່ນທົນທຸກກັບຄວາມທຸກທໍລະມານດັ່ງກ່າວ ພາກັນຮ້ອງໄຫ້ຕໍ່ສະຫວັນ ແລະ ຕໍານິແຜ່ນດິນໂລກ. ເມື່ອໃດມະນຸດຈິ່ງຈະສາມາດພູມໃຈໃນຕົວເອງ? ມະນຸດແມ່ນຈ່ອຍເຫຼືອງ ແລະ ຊຸດໂຊມຫຼາຍ ແລ້ວເຂົາຈະສາມາດຕໍ່ສູ້ກັບຜີສາດທີ່ໂຫດຮ້າຍ ແລະ ພະເດັດການນີ້ໄດ້ແນວໃດ? ເປັນຫຍັງເຂົາຄືບໍ່ມອບຊີວິດຂອງເຂົາໃຫ້ແກ່ພຣະເຈົ້າໃຫ້ໄວທີ່ສຸດເທົ່າທີ່ເຂົາຈະສາມາດເຮັດໄດ້? ເປັນຫຍັງເຂົາຈິ່ງຍັງລັງເລໃຈ ແລ້ວເມື່ອໃດເຂົາຈິ່ງຈະສາມາດເຮັດພາລະກິດຂອງພຣະເຈົ້າໄດ້ສໍາເລັດ? ຍ້ອນຖືກຂົ່ມເຫັງ ແລະ ກົດຂີ່ຢ່າງບໍ່ມີເປົ້າໝາຍ, ດ້ວຍເຫດນັ້ນ ໃນທີ່ສຸດແລ້ວ ຊີວິດທັງໝົດຂອງເຂົາກໍຈະຖືກດໍາລົງຢູ່ໂດຍບໍ່ມີປະໂຫຍດຫຍັງ; ເປັນຫຍັງເຂົາຈິ່ງຟ້າວມາ ແລະ ຟ້າວໜີໄປ? ເປັນຫຍັງເຂົາຈິ່ງບໍ່ເກັບບາງສິ່ງທີ່ມີຄ່າເພື່ອມອບໃຫ້ພຣະເຈົ້າ? ເຂົາໄດ້ລືມຄວາມກຽດຊັງນັບເປັນພັນປີແລ້ວບໍ?” (ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (8)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ປະສົບການນີ້ໄດ້ສະແດງໃຫ້ຂ້ານ້ອຍເຫັນເຖິງແກ່ນແທ້ທີ່ແທ້ຈິງຂອງພັກກອມມູນິດວ່າເປັນສັດຕູຂອງພຣະເຈົ້າ, ສັດຕູຂອງຄວາມຈິງ. ມັນເສີມສ້າງຄວາມຕັ້ງໃຈຂອງຂ້ານ້ອຍທີ່ຈະຢືນເປັນພະຍານໃຫ້ກັບພຣະເຈົ້າ.

ໜຶ່ງເດືອນຕໍ່ມາ, ຕຳຫຼວດຂອງພັກກອມມູນິດຈີນໄດ້ຕັ້ງຂໍ້ກ່າວຫາຂ້ານ້ອຍໂດຍບໍ່ມີຫຼັກຖານວ່າ “ເປັນການລົບກວດຄວາມເປັນລະບົບລະບຽບໃນສັງຄົມ ແລະ ທຳລາຍການຈັດຕັ້ງປະຕິບັດກົດໝາຍ” ແລະ ຂ້ານ້ອຍຖືກຕັດສິນໃຫ້ຖືກດັດສ້າງຜ່ານການໃຊ້ແຮງງານເປັນເວລາໜຶ່ງປີ. ຫຼັງຈາກທີ່ຂ້ານ້ອຍເຂົ້າສູ່ຄ້າຍແຮງງານ, ເຈົ້າໜ້າທີ່ຕໍາຫຼວດກໍ່ບັງຄັບໃຫ້ຂ້ານ້ອຍເຮັດວຽກທຸກມື້. ໃນຂະນະທີ່ຂ້ານ້ອຍຢູ່ໃນບ່ອນເຮັດວຽກເພື່ອນັບຖົງ, ຂ້ານ້ອຍກໍ່ຈະນັບ 100 ຖົງ ແລະ ຫຼັງຈາກນັ້ນກໍ່ມັດພວກມັນເຂົ້າກັນ. ນັກໂທດກໍ່ຕັ້ງໃຈມາ ແລະ ເອົາໜຶ່ງຖົງ ຫຼື ຫຼາຍຖົງຈາກສິ່ງທີ່ຂ້ານ້ອຍໄດ້ນັບແລ້ວຢູ່ສະເໝີ, ຫຼັງຈາກນັ້ນ ພວກເຂົາກໍ່ຈະເວົ້າວ່າຂ້ານ້ອຍບໍ່ໄດ້ນັບມັນຢ່າງຖືກຕ້ອງ ແລະ ໃຊ້ໂອກາດນັ້ນເພື່ອຊົກ ແລະ ເຕະຂ້ານ້ອຍ. ເມື່ອຫົວໜ້າທີມເຫັນຂ້ານ້ອຍຖືກຕີ, ລາວກໍ່ຈະມາ ແລະ ຖາມຂ້ານ້ອຍຢ່າງໜ້າຊື່ໃຈຄົດວ່າກຳລັງເກີດຫຍັງຂຶ້ນ ແລະ ນັກໂທດກໍ່ຈະສະແດງຫຼັກຖານທີ່ບໍ່ຖືກຕ້ອງວ່າຂ້ານ້ອຍບໍ່ໄດ້ນັບຖົງໃຫ້ພຽງພໍ. ຫຼັງຈາກນັ້ນ, ຂ້ານ້ອຍກໍ່ຈະອົດທົນກັບການວິພາກວິຈານຢ່າງເຄັ່ງຄຽດຈາກຫົວໜ້າທີມ. ເມື່ອໃດກໍ່ຕາມທີ່ຂ້ານ້ອຍຮູ້ສຶກຜິດ ແລະ ເຈັບປວດ, ຂ້ານ້ອຍກໍ່ຈະຮ້ອງເພງສັນລະເສີນພຣະທຳຂອງພຣະເຈົ້າໃນຂະນະທີ່ຂ້ານ້ອຍເຮັດວຽກ: “ໃນລະຫວ່າງຍຸກສຸດທ້າຍນີ້ ພວກເຈົ້າຕ້ອງເປັນພະຍານໃຫ້ກັບພຣະເຈົ້າ. ບໍ່ວ່າການທົນທຸກຂອງພວກເຈົ້າຈະຍິ່ງໃຫຍ່ສໍ່າໃດກໍຕາມ, ພວກເຈົ້າຄວນດຳເນີນຕໍ່ໄປຈົນເຖິງເວລາສຸດທ້າຍແທ້ໆ ແລະ ແມ່ນແຕ່ໃນລົມຫາຍໃຈສຸດທ້າຍຂອງເຈົ້າເອງ, ເຈົ້າຍັງຕ້ອງຊື່ສັດກັບພຣະເຈົ້າ ແລະ ຍອມຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະເຈົ້າ; ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນການຮັກພຣະເຈົ້າຢ່າງແທ້ຈິງ ແລະ ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນຄຳພະຍານທີ່ໝັ້ນຄົງ ແລະ ກຶກກ້ອງ” (ຈາກບົດເພງ “ສະແຫວງຫາທີ່ຈະຮັກພຣະເຈົ້າ ບໍ່ວ່າການທົນທຸກຂອງເຈົ້າຈະຍິ່ງໃຫຍ່ພຽງໃດກໍຕາມ” ໃນໜັງສືເພງຕິດຕາມລູກແກະ ແລະ ຮ້ອງເພງໃໝ່). ເມື່ອຂ້ານ້ອຍຮ້ອງເພງເລື້ອຍໆ, ຂ້ານ້ອຍກໍ່ຈະເລີ່ມຮູ້ສຶກວ່າຖືກດົນບັນດານ ແລະ ມີແຮງກະຕຸ້ນ ແລະ ຂ້ານ້ອຍບໍ່ສາມາດຫ້າມນໍ້າຕາທີ່ໄຫຼລົງແກ້ມຂອງຂ້ານ້ອຍ. ຂ້ານ້ອຍຕັ້ງໃຈວ່າ ບໍ່ວ່າຂ້ານ້ອຍຈະທົນທຸກຫຼາຍສໍ່າໃດກໍ່ຕາມ, ຂ້ານ້ອຍກໍ່ຈະຢືນເປັນພະຍານໃຫ້ກັບພຣະເຈົ້າ. ມີເອື້ອຍນ້ອງຄົນໜຶ່ງທີ່ມີອາຍຸສໍ່າໆກັບຂ້ານ້ອຍ ເຊິ່ງຖືກກັກຂັງກັບຂ້ານ້ອຍໃນເວລາດຽວກັນ. ພວກເຮົາບໍ່ໄດ້ຮັບອະນຸຍາດໃຫ້ເວົ້າ ເມື່ອພວກເຮົາກຳລັງເຮັດວຽກໃນລະຫວ່າງມື້, ແຕ່ໃນຕອນກາງຄືນ ພວກເຮົາຂຽນຂໍ້ຄວາມຈາກພຣະທຳຂອງພຣະເຈົ້າ ແລະ ເພງສັນລະເສີນຢ່າງລັບໆ ເຊິ່ງພວກເຮົາທ່ອງຈຳ ແລະ ແລກປ່ຽນພວກມັນນໍາກັນ. ຫຼັງຈາກຊົ່ວໄລຍະໜຶ່ງ, ພວກເຮົາກໍ່ຖືກມອບໝາຍໃຫ້ເຮັດວຽກຮ່ວມກັນ, ສະນັ້ນ ພວກເຮົາຈຶ່ງແບ່ງປັນການໂອ້ລົມຢ່າງງຽບໆຫຼາຍ, ຊ່ວຍເຫຼືອ ແລະ ໃຫ້ກຳລັງໃຈກັນ ແລະ ກັນ. ມັນຊ່ວຍບັນເທົາການທົນທຸກແທ້ໆ.

ນອກຈາກນັ້ນ, ຂ້ານ້ອຍກໍ່ຖືກບັງຄັບໃຫ້ທ່ອງຈຳ “ກົດລະບຽບການປະພຶດ” ທຸກໆເຊົ້າ ແລະ ຖ້າຂ້ານ້ອຍບໍ່ທ່ອງຈຳມັນ, ຂ້ານ້ອຍກໍ່ຈະຖືກຕີ; ພວກເຂົາຍັງບັງຄັບໃຫ້ຂ້ານ້ອຍຮ້ອງເພງທີ່ສັນລະເສີນພັກກອມມູນິດ. ຖ້າພວກເຂົາເຫັນວ່າຂ້ານ້ອຍບໍ່ຮ້ອງເພງ ຫຼື ຮີມສົບຂອງຂ້ານ້ອຍບໍ່ເໜັງ, ແລ້ວໃນຕອນກາງຄືນ ຂ້ານ້ອຍກໍ່ຈະຖືກຕີຢ່າງຫຼົບຫຼີກບໍ່ໄດ້. ພວກເຂົາຍັງລົງໂທດຂ້ານ້ອຍໂດຍເຮັດໃຫ້ຂ້ານ້ອຍຖູພື້ນ ແລະ ຖ້າຂ້ານ້ອຍບໍ່ຖູຕາມທີ່ພວກເຂົາຄາດຫວັງ, ແລ້ວຂ້ານ້ອຍກໍ່ຈະຖືກຕີຢ່າງຮຸນແຮງ. ຄັ້ງໜຶ່ງ, ນັກໂທດບາງຄົນໄດ້ເລີ່ມຕີ ແລະ ເຕະຂ້ານ້ອຍຢ່າງກະທັນຫັນ. ຫຼັງຈາກທີ່ຕີຂ້ານ້ອຍ, ພວກເຂົາກໍ່ຖາມຂ້ານ້ອຍວ່າ: “ເດັກນ້ອຍ, ເຈົ້າຮູ້ບໍວ່າເປັນຫຍັງເຈົ້າຈຶ່ງຖືກຕີ? ມັນເປັນເພາະເຈົ້າບໍ່ໄດ້ລຸກຂຶ້ນ ແລະ ທັກທາຍຜູ້ຄຸມ ເມື່ອລາວເຂົ້າມາ”. ຫຼັງຈາກແຕ່ລະຄັ້ງທີ່ຂ້ານ້ອຍຖືກຕີ, ຂ້ານ້ອຍກໍ່ໃຈຮ້າຍ ແຕ່ບໍ່ກ້າທີ່ຈະເວົ້າຫຍັງ; ຂ້ານ້ອຍເຮັດໄດ້ແຕ່ຮ້ອງໄຫ້ ແລະ ອະທິຖານຫາພຣະເຈົ້າຢ່າງງຽບໆ, ບອກພຣະອົງກ່ຽວກັບຄວາມບໍ່ພໍໃຈ ແລະ ຄວາມທຸກໃຈໃນຫົວໃຈຂອງຂ້ານ້ອຍ. ໃນສະຖານທີ່ໆບໍ່ມີກົດໝາຍ ແລະ ບໍ່ມີເຫດຜົນນີ້, ບໍ່ມີຄວາມສົມເຫດສົມຜົນ, ມີພຽງແຕ່ການໃຊ້ຄວາມຮຸນແຮງ. ບໍ່ມີຜູ້ຄົນໃນທີ່ນີ້, ມີພຽງແຕ່ມານຮ້າຍທີ່ໂຫດຮ້າຍ! ຂ້ານ້ອຍຮູ້ສຶກເຈັບປວດ ແລະ ກົດດັນຫຼາຍໃນການໃຊ້ຊີວິດໃນສະຖານະການນີ້ທຸກໆມື້; ຂ້ານ້ອຍບໍ່ເຕັມໃຈທີ່ຈະມີຊີວິດດົນກວ່ານີ້ອີກແມ່ນແຕ່ໜຶ່ງນາທີ. ແຕ່ລະຄັ້ງທີ່ຂ້ານ້ອຍຕົກຢູ່ໃນສະພາວະທີ່ອ່ອນແອ ແລະ ເຈັບປວດ, ຂ້ານ້ອຍຈະຄິດຫາພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ: “ພວກເຈົ້າເຄີຍຮັບເອົາພອນທີ່ໄດ້ມອບໃຫ້ກັບພວກເຈົ້າບໍ? ພວກເຈົ້າເຄີຍສະແຫວງຫາສັນຍາທີ່ສ້າງຂຶ້ນສຳລັບພວກເຈົ້າບໍ? ພາຍໃຕ້ແສງສະຫວ່າງແຫ່ງການນຳທາງຂອງເຮົາ ພວກເຈົ້າຈະສາມາດຜ່ານພົ້ນຈາກກຳມືຂອງອໍານາດແຫ່ງຄວາມມືດໄປໄດ້ຢ່າງແນ່ນອນ. ພວກເຈົ້າຈະບໍ່ສູນເສຍແສງສະຫວ່າງແຫ່ງການນຳທາງໃນທ່າມກາງຄວາມມືດຢ່າງແນ່ນອນ. ພວກເຈົ້າຈະເປັນເຈົ້ານາຍຂອງສັບພະສິ່ງທັງປວງຢ່າງແນ່ນອນ. ພວກເຈົ້າຈະຜູ້ເອົາຊະນະຕໍ່ໜ້າຊາຕານຢ່າງແນ່ນອນ. ພວກເຈົ້າຈະໄດ້ຢືນຢູ່ທ່າມກາງຝູງຄົນຈໍານວນຫຼວງຫລາຍທີ່ເປັນພະຍານເຖິງການເອົາຊະນະຂອງເຮົາ ຕໍ່ກັບການພັງທະລາຍຂອງອານາຈັກມັງກອນແດງທີ່ຍິ່ງໃຫຍ່ຢ່າງແນ່ນອນ. ແນ່ນອນວ່າ ພວກເຈົ້າຈະຕ້ອງຍຶດໝັ້ນ ແລະ ບໍ່ສັ່ນຄອນໃນແຜ່ນດິນຊິນິມ. ຜ່ານການທົນທຸກທີ່ພວກເຈົ້າໄດ້ອົດກັ້ນ, ພວກເຈົ້າຈະໄດ້ສືບທອດພອນຂອງເຮົາ ແລະ ເຈົ້າຈະສົ່ງແສງລັດສະໝີຂອງເຮົາໄປທົ່ວຈັກກະວານທັງໝົດຢ່າງແນ່ນອນ” (ຄັດຈາກ “ບົດທີ 19” ຂອງພາກພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ). ພຣະທຳຂອງພຣະເຈົ້າໜູນໃຈຂ້ານ້ອຍ. ຂ້ານ້ອຍເຂົ້າໃຈວ່າທຸກສິ່ງທີ່ພຣະເຈົ້າໄດ້ເຮັດໃນຕົວຂ້ານ້ອຍແມ່ນເພື່ອຈັດກຽມໃຫ້ຂ້ານ້ອຍ ແລະ ຊ່ວຍຂ້ານ້ອຍໃຫ້ລອດພົ້ນ; ມັນຄືການນໍາຄວາມຈິງເຂົ້າໃນຕົວຂ້ານ້ອຍ ແລະ ເຮັດໃຫ້ຄວາມຈິງເປັນຊີວິດຂອງຂ້ານ້ອຍ. ພຣະເຈົ້າອະນຸຍາດໃຫ້ການຂົ່ມເຫັງ ແລະ ຄວາມຍາກລຳບາກນັ້ນເກີດຂຶ້ນກັບຂ້ານ້ອຍ ແລະ ເຖິງແມ່ນວ່າຂ້ານ້ອຍທົນທຸກທາງຮ່າງກາຍຢ່າງຫຼວງຫຼາຍ, ມັນກໍ່ເຮັດໃຫ້ຂ້ານ້ອຍເຫັນຢ່າງຊັດເຈນເຖິງແກ່ນແທ້ທີ່ຊົ່ວຮ້າຍຂອງການທີ່ມັງກອນແດງທີ່ຍິ່ງໃຫຍ່ກຳລັງຕໍ່ຕ້ານ ແລະ ກຽດຊັງພຣະເຈົ້າ, ລັງກຽດ ແລະ ປະຖິ້ມມັນ, ຫຼົບຫຼີກຈາກອິດທິພົນຂອງຊາຕານຢ່າງສິ້ນເຊີງ ແລະ ຫັນມາຫາພຣະເຈົ້າຢ່າງສົມບູນ ແລະ ຖືກເຮັດໃຫ້ກາຍເປັນຜູ້ເອົາຊະນະໂດຍພຣະເຈົ້າ. ມັນຍັງເຮັດໃຫ້ຂ້ານ້ອຍສາມາດມີປະສົບການຢ່າງແທ້ຈິງວ່າພຣະເຈົ້າຢູ່ກັບຂ້ານ້ອຍ; ມັນເຮັດໃຫ້ຂ້ານ້ອຍມີຄວາມສຸກກັບການທີ່ພຣະທຳຂອງພຣະເຈົ້າກາຍມາເປັນເຂົ້າຈີ່ແຫ່ງຊີວິດ ແລະ ເປັນຕະກຽງໃຫ້ກັບຕີນຂອງຂ້ານ້ອຍ ແລະ ເປັນແສງສະຫວ່າງໃຫ້ກັບເສັ້ນທາງຂອງຂ້ານ້ອຍຢ່າງແທ້ຈິງ, ນໍາພາຂ້ານ້ອຍເທື່ອລະກ້າວໃຫ້ຜ່ານຂຸມນະຮົກທີ່ມືດມິດນີ້. ສິ່ງນີ້ແມ່ນຄວາມຮັກ ແລະ ການປົກປ້ອງຂອງພຣະເຈົ້າທີ່ຂ້ານ້ອຍມີຄວາມສຸກນໍາ ແລະ ໄດ້ຮັບໃນລະຫວ່າງການຂົ່ມເຫັງ ແລະ ຄວາມຍາກລຳບາກ. ໃນເວລານີ້, ຂ້ານ້ອຍສາມາດເຫັນວ່າຂ້ານ້ອຍຕາບອດຫຼາຍ. ໃນການເຊື່ອໃນພຣະເຈົ້າ, ຂ້ານ້ອຍພຽງແຕ່ຮູ້ຈັກວິທີການມີຄວາມສຸກກັບຄວາມກະລຸນາ ແລະ ພອນຂອງພຣະເຈົ້າ ແລະ ບໍ່ໄດ້ສະແຫວງຫາຄວາມຈິງ ແລະ ຊີວິດແມ່ນແຕ່ໜ້ອຍດຽວ. ຫຼັງຈາກທີ່ເນື້ອໜັງຂອງຂ້ານ້ອຍໄດ້ທົນທຸກກັບຄວາມລຳບາກໜ້ອຍໜຶ່ງ, ຂ້ານ້ອຍຈະຄໍ່າຄວນໂດຍບໍ່ຢຸດ; ຂ້ານ້ອຍພຽງແຕ່ບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ບໍ່ໄດ້ສະແຫວງຫາເພື່ອເຂົ້າໃຈພາລະກິດຂອງພຣະເຈົ້າ. ຂ້ານ້ອຍຈະເຮັດໃຫ້ພຣະເຈົ້າຮູ້ສຶກທຸກໃຈ ແລະ ເຈັບປວດກ່ຽວກັບຕົວຂ້ານ້ອຍຢູ່ສະເໝີ. ຂ້ານ້ອຍບໍ່ມີຄວາມສຳນຶກຢ່າງແທ້ຈິງ! ໃນການຮູ້ສຶກໂສກເສົ້າ ແລະ ກ່າວໂທດຕົນເອງ, ຂ້ານ້ອຍໄດ້ອະທິຖານຫາພຣະເຈົ້າຢ່າງງຽບໆ: “ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຂ້ານ້ອຍສາມາດເຫັນວ່າທຸກສິ່ງທີ່ພຣະອົງເຮັດແມ່ນເພື່ອຊ່ວຍເຫຼືອ ແລະ ຮັບເອົາຂ້ານ້ອຍ. ຂ້ານ້ອຍພຽງແຕ່ກຽດຊັງທີ່ຂ້ານ້ອຍກະບົດ ແລະ ຕາບອດຫຼາຍ. ຂ້ານ້ອຍເຂົ້າໃຈພຣະອົງຜິດຢູ່ສະເໝີ ແລະ ບໍ່ໄດ້ຄຳນຶງຖິງຄວາມປະສົງຂອງພຣະອົງ. ໂອ ພຣະເຈົ້າ, ມື້ນີ້ ພຣະທຳຂອງພຣະອົງໄດ້ປຸກຫົວໃຈ ແລະ ວິນຍານທີ່ມຶນຊາຂອງຂ້ານ້ອຍໃຫ້ຕື່ນຂຶ້ນ ແລະ ເຮັດໃຫ້ຂ້ານ້ອຍເຂົ້າໃຈຄວາມປະສົງຂອງພຣະອົງ. ຂ້ານ້ອຍບໍ່ເຕັມໃຈທີ່ຈະມີຄວາມປາຖະໜາ ແລະ ຂໍ້ກຳນົດຂອງຂ້ານ້ອຍເອງອີກຕໍ່ໄປ; ຂ້ານ້ອຍຈະພຽງແຕ່ຍອມຕໍ່ການຈັດແຈງຂອງພຣະອົງ. ບໍ່ວ່າຂ້ານ້ອຍຕ້ອງອົດກັ້ນກັບການທົນທຸກຫຼາຍສໍ່າໃດກໍ່ຕາມ, ຂ້ານ້ອຍຈະເປັນພະຍານໃຫ້ກັບພຣະອົງຕະຫຼອດການຂົ່ມເຫັງຂອງຊາຕານ”. ຫຼັງຈາກທີ່ໄດ້ອະທິຖານ, ຂ້ານ້ອຍໄດ້ເຂົ້າໃຈເຈດຕະນາທີ່ດີຂອງພຣະເຈົ້າ ແລະ ຂ້ານ້ອຍຮູ້ວ່າແຕ່ລະສະພາບແວດລ້ອມທີ່ພຣະເຈົ້າອະນຸຍາດໃຫ້ຂ້ານ້ອຍໄດ້ຜະເຊີນແມ່ນຄວາມຮັກ ແລະ ຄວາມລອດພົ້ນທີ່ຍິ່ງໃຫຍ່ທີ່ສຸດສຳລັບຂ້ານ້ອຍ. ສະນັ້ນ, ຂ້ານ້ອຍຈຶ່ງບໍ່ຄິດທີ່ຈະຢ້ານ ຫຼື ເຂົ້າໃຈພຣະເຈົ້າຢ່າງຜິດໆອີກຕໍ່ໄປ. ເຖິງແມ່ນວ່າສະຖານະການຍັງເປັນຄືເກົ່າ, ຫົວໃຈຂອງຂ້ານ້ອຍກໍ່ເຕັມໄປດ້ວຍຄວາມປິຕິຍິນດີ ແລະ ຄວາມພໍໃຈຢ່າງແທ້ຈິງ; ຂ້ານ້ອຍຮູ້ສຶກວ່າມັນເປັນກຽດທີ່ຈະສາມາດອົດກັ້ນກັບຄວາມລຳບາກ ແລະ ການຂົ່ມເຫັງຍ້ອນຄວາມເຊື່ອຂອງຂ້ານ້ອຍໃນພຣະເຈົ້າ ແລະ ມັນເປັນຂອງຂວັນທີ່ພິເສດສຳລັບຂ້ານ້ອຍ ເຊິ່ງເປັນຄົນທີ່ເສື່ອມຊາມ; ມັນຄືພອນ ແລະ ຄວາມກະລຸນາທີ່ພິເສດຂອງພຣະເຈົ້າສຳລັບຂ້ານ້ອຍ.

ຫຼັງຈາກທີ່ໄດ້ປະສົບຄວາມລຳບາກເປັນເວລາໜຶ່ງປີໃນຄຸກ, ຂ້ານ້ອຍກໍ່ເຫັນວ່າຂ້ານ້ອຍມີວຸດທິພາວະໜ້ອຍ ແລະ ຂ້ານ້ອຍຂາດຄວາມຈິງຫຼາຍ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ທົດແທນຄວາມບົກຜ່ອງຂອງຂ້ານ້ອຍຜ່ານສະພາບແວດລ້ອມທີ່ພິເສດນີ້ ແລະ ເຮັດໃຫ້ຂ້ານ້ອຍໄດ້ເຕີບໃຫຍ່. ໃນຄວາມຍາກລຳບາກຂອງຂ້ານ້ອຍ, ພຣະອົງໄດ້ເຮັດໃຫ້ຂ້ານ້ອຍສາມາດຮັບເອົາຄວາມຮັ່ງມີທີ່ລໍ້າຄ່າທີ່ສຸດໃນຊີວິດ, ເຂົ້າໃຈຄວາມຈິງຫຼາຍຢ່າງທີ່ຂ້ານ້ອຍບໍ່ເຂົ້າໃຈໃນອະດີດ ແລະ ເຫັນຢ່າງຊັດເຈນເຖິງອາຊະຍາກຳທີ່ຊົ່ວຮ້າຍຂອງພັກກອມມູນິດຈີນໃນການຂົ່ມເຫັງພຣະເຈົ້າ ແລະ ທໍລະມານຄຣິດຕຽນ. ຂ້ານ້ອຍຮັບຮູ້ເຖິງຕົວຕົນທີ່ເປັນຕາຂີ້ດຽດຂອງຊາຕານ, ມານຮ້າຍ ແລະ ແກ່ນແທ້ທີ່ເປັນປໍລະປັກຂອງການທີ່ມັນຕໍ່ຕ້ານພຣະເຈົ້າ. ຂ້ານ້ອຍໄດ້ຜະເຊີນກັບຄວາມລອດພົ້ນ ແລະ ຄວາມເມດຕາທີ່ຍິ່ງໃຫຍ່ທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ປະທານໃຫ້ກັບຂ້ານ້ອຍເຊິ່ງເປັນຄົນທີ່ເສື່ອມຊາມຢ່າງຈິງໃຈ ແລະ ຮູ້ສຶກວ່າລິດອຳນາດ ແລະ ຊີວິດໃນພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ນໍາແສງສະຫວ່າງມາໃຫ້ກັບຂ້ານ້ອຍ ແລະ ເປັນຊີວິດຂອງຂ້ານ້ອຍ ແລະ ນໍາພາຂ້ານ້ອຍໃຫ້ເອົາຊະນະຊາຕານ ແລະ ຍ່າງອອກຈາກເຫວທີ່ມີເງົາແຫ່ງຄວາມຕາຍຢ່າງໜັກແໜ້ນ. ຂອບໃຈພຣະເຈົ້າ!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ມີພຽງແຕ່ຄວາມຊື່ສັດເທົ່ານັ້ນທີ່ກໍ່ໃຫ້ເກີດຄວາມຄ້າຍຄືມະນຸດ

ໂດຍ ຊື່ຈ້າຍ, ຈີນ ຜົວຂອງຂ້ານ້ອຍ ແລະ ຂ້ານ້ອຍແມ່ນເຮັດທຸລະກິດຂາຍເຄື່ອງເຟີນີເຈີຫ້ອງການ. ພວກເຮົາເລີ່ມຕົ້ນເຮັດທຸລະກິດດ້ວຍຄວາມຊື່ສັດແທ້ໆ,...

ເບື້ອງຫຼັງຄວາມງຽບ

ໂດຍ ຫຼີຈື້, ເກຣັກ ຂ້ອຍເປັນຄົນທີ່ບໍ່ເວົ້າຫຼາຍ ແລະ ມັນບໍ່ເລື້ອຍປານໃດທີ່ຂ້ອຍຈະເປີດໃຈ ແລະ ເວົ້າຈາກໃຈ. ຂ້ອຍຄິດສະເໝີວ່າ...

ຄວາມເຊື່ອທີ່ບໍ່ສາມາດທຳລາຍໄດ້

ໂດຍ ເມີງຢົງ, ຈີນ ໃນເດືອນທັນວາຂອງປີ 2012, ອ້າຍເອື້ອຍນ້ອງຫຼາຍຄົນ ແລະ ຂ້ານ້ອຍໄດ້ຂັບລົດໄປສະຖານທີ່ແຫ່ງໜຶ່ງເພື່ອເຜີຍແຜ່ຂ່າວປະເສີດ ແລະ...

Leave a Reply