ຄວາມສາມາດທີ່ບໍ່ດີບໍ່ແມ່ນຂໍ້ອ້າງ

19 ເດືອນກຸມພາ 2022

ໂດຍ ຈິ໋ວຊິວ, ຈີນ

ໃນອະດີດ, ທຸກຄັ້ງທີ່ຂ້ານ້ອຍຜະເຊີນກັບຄວາມຫຍຸ້ງຍາກບາງຢ່າງເມື່ອກຳລັງປະຕິບັດໜ້າທີ່ຂອງຂ້ານ້ອຍ ຫຼື ເຮັດວຽກຂອງຂ້ານ້ອຍບໍ່ດີ, ຂ້ານ້ອຍກໍຄິດວ່າມັນເປັນເພາະວ່າຄວາມສາມາດຂອງຂ້ານ້ອຍບໍ່ດີເກີນໄປ. ດ້ວຍເຫດນັ້ນ, ຂ້ານ້ອຍມັກມີຊີວິດຢູ່ໃນສະພາວະທີ່ບໍ່ດີ ແລະ ແບບເສີຍໆ. ຂ້ານ້ອຍມັກຈະໃຊ້ຄວາມສາມາດທີ່ຕໍ່າຂອງຂ້ານ້ອຍເປັນຂໍ້ອ້າງຢູ່ເລືື້ອຍໆ ເພື່ອໂຍນໜ້າທີ່ໆຂ້ານ້ອຍຮູ້ສຶກວ່າໜັກໃຫ້ກັບຄົນອື່ນ ແລະ ຮູ້ສຶກວ່າບໍ່ມີຫຍັງຜິດໃນການເຮັດແບບນີ້, ຂ້ານ້ອຍກຳລັງຄິດເຖິງວຽກງານຂອງຄຣິສຕະຈັກ ເມື່ອຂ້ານ້ອຍຂໍໃຫ້ຄົນອື່ນເຮັດບາງຢ່າງ ເພາະວ່າຄວາມສາມາດຂອງຂ້ານ້ອຍບໍ່ດີ ແລະ ຂ້ານ້ອຍບໍ່ສາມາດເຮັດມັນໄດ້ດີ. ເນື່ອງຈາກການອ່ານພຣະທຳຂອງພຣະເຈົ້າເທົ່ານັ້ນ ຂ້ານ້ອຍຈຶ່ງໄດ້ຫັນປ່ຽນມຸມມອງທີ່ຜິດພາດນີ້ ໂດຍຮູ້ວ່າຂ້ານ້ອຍກໍາລັງເບິ່ງສິ່ງຕ່າງໆຜ່ານແນວຄວາມຄິດ ແລະ ຈິນຕະນາການຂອງຂ້ານ້ອຍເອງ. ຂ້ານ້ອຍຍັງໄດ້ຮຽນຮູ້ບາງຢ່າງກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງຂ້ານ້ອຍເອງ.

ມື້ໜຶ່ງ, ຜູ້ນໍາຂອງພວກເຮົາໄດ້ຂໍໃຫ້ພວກເຮົາຂຽນຈົດໝາຍເພື່ອສະໜັບສະໜູນເອື້ອຍຄົນໜຶ່ງ. ເອື້ອຍທີ່ຂ້ານ້ອຍຮ່ວມທີມນໍາກໍຫຍຸ້ງກັບບາງສິ່ງ, ສະນັ້ນລາວຈຶ່ງຂໍໃຫ້ຂ້ານ້ອຍຈັດການກັບເລື່ອງນີ້. ຂ້ານ້ອຍເລີ່ມແກ້ຕົວຢ່າງໄວວາວ່າ: “ຄວາມສາມາດຂອງຂ້ອຍບໍ່ດີເກີນໄປ. ຂ້ອຍບໍ່ເກັ່ງໃນການຂຽນ ແລະ ການດັດແກ້ຂໍ້ຄວາມ. ມັນຈະດີກວ່າຖ້າເຈົ້າຮັບມືກັບມັນໄດ້”. ດັ່ງນັ້ນ, ຂ້ານ້ອຍຈຶ່ງໂຍນແມ່ນຫຍັງກໍ່ຕາມທີ່ຍາກໃຫ້ກັບຄູ່ຮ່ວມງານຂອງຂ້ານ້ອຍໂດຍອັດຕະໂນມັດ. ຫຼັງຈາກນັ້ນ, ລາວໄດ້ເວົ້າກັບຂ້ານ້ອຍວ່າ “ນັບຕັ້ງແຕ່ເວລາທີ່ພວກເຮົາໄດ້ພົບກັນ, ເຈົ້າເວົ້າວ່າຄວາມສາມາດຂອງເຈົ້າບໍ່ດີ. ແຕ່ຫຼັງຈາກທີ່ຢູ່ກັບເຈົ້າເປັນເວລາສອງສາມມື້ ຂ້ອຍໄດ້ສັງເກດເຫັນວ່າເຈົ້າສາມາດຊອກຫາບັນຫາບາງຢ່າງໃນການເຮັດວຽກໄດ້. ຂ້ອຍບໍ່ຄິດວ່າຄວາມສາມາດຂອງເຈົ້າບໍ່ດີ, ແຕ່ເມື່ອໃດກໍຕາມທີ່ເຈົ້າຜະເຊີນກັບຄວາມຫຍຸ້ງຍາກໃນການປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າຈະເວົ້າຢູ່ສະເໝີວ່າຄວາມສາມາດຂອງເຈົ້າບໍ່ດີ ແລະ ບາງຄັ້ງ ເຈົ້າເຖິງກັບໂຍນໜ້າທີ່ຂອງເຈົ້າໃຫ້ກັບຄົນອື່ນ. ຂ້ອຍບໍ່ຮູ້ວ່າແມ່ນຫຍັງຄືແຮງຈູງໃຈຂອງເຈົ້າໃນການສືບຕໍ່ເວົ້າວ່າຄວາມສາມາດຂອງເຈົ້າບໍ່ດີ, ສຳລັບຂ້ອຍແລ້ວ ມັນຮູ້ສຶກຄືກັບວ່າເຈົ້າເປັນຄົນຈອມປອມແທ້ໆ!” ເມື່ອໄດ້ຍິນລາວເວົ້າແບບນີ້, ຂ້ານ້ອຍກໍເວົ້າບໍ່ອອກ, ແຕ່ຫົວໃຈຂອງຂ້ານ້ອຍເຕັມໄປດ້ວຍຄວາມກຽດຊັງຢ່າງທີ່ສຸດ: “ເມື່ອຂ້ານ້ອຍເວົ້າວ່າຄວາມສາມາດຂອງຂ້ານ້ອຍບໍ່ດີ, ຂ້ານ້ອຍກຳລັງເວົ້າຄວາມຈິງ. ເຈົ້າບໍ່ຮູ້ຂໍ້ແທ້ຈິງ ແລະ ເຈົ້າເຂົ້າໃຈຂ້ານ້ອຍຜິດ”. ຫຼັງຈາກນັ້ນ, ຂ້ານ້ອຍຈຶ່ງຄຸ່ນຄິດວ່າເປັນຫຍັງເອື້ອຍຄົນນັ້ນຈຶ່ງເວົ້າແບບນັ້ນ. ຂ້ານ້ອຍບໍ່ໄດ້ເວົ້າຕົວະເມື່ອຂ້ານ້ອຍເວົ້າວ່າຄວາມສາມາດຂອງຂ້ານ້ອຍບໍ່ດີ, ລາວເວົ້າໄດ້ແນວໃດວ່າຂ້ານ້ອຍມີແຮງຈູງໃຈ? ໃນຫົວໃຈຂອງຂ້ານ້ອຍ, ຂ້ານ້ອຍຄິດບໍ່ອອກແທ້ໆ.

ຄັ້ງໜຶ່ງ, ໃນລະຫວ່າງທີ່ຊຸມນຸມກັບເພື່ອນຮ່ວມງານຂອງຂ້ານ້ອຍ, ຂ້ານ້ອຍໄດ້ເປີດໃຈກ່ຽວກັບຄວາມສັບສົນຂອງຂ້ານ້ອຍຕໍ່ອ້າຍເອື້ອຍນ້ອງຄົນອື່ນໆ. ຂ້ານ້ອຍກ່າວເຖິງເຫດຜົນທີ່ວ່າເປັນຫຍັງຂ້ານ້ອຍຈຶ່ງຄິດວ່າຄວາມສາມາດຂອງຂ້ານ້ອຍບໍ່ດີເທື່ອລະຢ່າງ. ຍົກຕົວຢ່າງເຊັ່ນ: ຂ້ານ້ອຍພິມຊ້າແທ້ໆ, ລັກສະນະການຂຽນຂ້ານ້ອຍກໍ່ບໍ່ດີຫຼາຍ. ເມື່ອພວກເຮົາເຮັດວຽກກັບຂໍ້ຄວາມ, ຄູ່ຮ່ວມງານຂອງຂ້ານ້ອຍເຮັດການພິມ ແລະ ການກວດແກ້ເປັນສ່ວນໃຫຍ່ ແລະ ເມື່ອເວົ້າເຖິງວຽກງານໃນຄຣິສຕະຈັກ, ລາວກໍພົບເຫັນບັນຫາຢ່າງໄວແທ້ໆ, ໃນຂະນະທີ່ຂ້ານ້ອຍຊ້າກວ່າ ແລະ ອື່ນໆອີກ. ຫຼັງຈາກທີ່ໄດ້ຍິນສິ່ງທີ່ຂ້ານ້ອຍເວົ້າ, ຜູ້ນໍາຂອງພວກເຮົາ ກໍຄື ອ້າຍຫຼິວໄດ້ເວົ້າວ່າ “ນ້ອງສາວ, ມັນຄືສິ່ງເຫຼົ່ານີ້ບໍທີ່ພວກເຮົາໃຊ້ເພື່ອວັດແທກວ່າຄວາມສາມາດຂອງຄົນໆໜຶ່ງວ່າດີ ຫຼື ບໍ່ດີ? ມັນສອດຄ່ອງກັບຄວາມຈິງບໍ? ມັນສອດຄ່ອງກັບຄວາມປະສົງຂອງພຣະເຈົ້າບໍ? ພວກເຮົາທຸກຄົນຮູ້ວ່າຜູ້ຄົນໃນໂລກໃຫ້ຄ່າແກ່ພອນສະຫວັນ ແລະ ມັນສະໝອງຫຼາຍ. ຜູ້ໃດກໍຕາມທີ່ຫົວໄວ, ຄ່ອງແຄ່ວ ແລະ ຊໍານານໃນການຈັດການກັບບັນຫາຕ່າງໆຂອງໂລກພາຍນອກແມ່ນເປັນຄົນທີ່ມີຄວາມສາມາດທີ່ດີ, ໃນຂະນະທີ່ຄົນທີ່ເວົ້າບໍ່ລະມັດລະວັງ, ບໍ່ມີຄວາມຮູ້ ແລະ ມີການສຶກສາທີ່ບໍ່ດີຖືກເບິ່ງວ່າມີຄວາມສາມາດທີ່ບໍ່ດີ; ນັ້ນຄືວິທີການທີ່ຜູ້ທີ່ບໍ່ມີຄວາມເຊື່ອເບິ່ງມັນ. ພວກເຮົາຜູ້ທີ່ມີຄວາມເຊື່ອໃນພຣະເຈົ້າຄວນເບິ່ງສິ່ງຕ່າງໆໂດຍອີງໃສ່ພຣະທຳຂອງພຣະເຈົ້າ. ພວກເຮົາໄດ້ສະແຫວງຫາຄວາມປະສົງຂອງພຣະເຈົ້າໃນເລື່ອງນີ້ແລ້ວບໍ? ພຣະເຈົ້າວັດແທກວ່າຄວາມສາມາດຂອງຜູ້ຄົນວ່າດີ ຫຼື ບໍ່ດີບົນພື້ນຖານຫຍັງ? ແລ້ວຄວາມສາມາດທີ່ດີ ແລະ ບໍ່ດີແມ່ນຫຍັງແທ້ໆ?” ຂ້ານ້ອຍໄດ້ແກວ່ງຫົວຂອງຂ້ານ້ອຍ ແລະ ອ້າຍຫຼິວກໍເວົ້າຕໍ່ໃນການໂອ້ລົມວ່າ: “ໃຫ້ພວກເຮົາອ່ານຂໍ້ຄວາມໜຶ່ງໃນພຣະທຳຂອງພຣະເຈົ້າທີ່ວ່າ: ‘ພວກເຮົາວັດແທກຄວາມສາມາດຂອງຜູ້ຄົນແນວໃດ? ວິທີການທີ່ຖືກຕ້ອງທີ່ສຸດແມ່ນວັດແທກຄວາມສາມາດຂອງພວກເຂົາໂດຍອີງໃສ່ລະດັບທີ່ພວກເຂົາເຂົ້າໃຈຄວາມຈິງ. ບາງຄົນສາມາດຮຽນຮູ້ຄວາມພິເສດບາງຢ່າງໄດ້ໄວຫຼາຍ, ແຕ່ເມື່ອພວກເຂົາໄດ້ຍິນຄວາມຈິງ, ພວກເຂົາກໍ່ເລີ່ມສັບສົນ ແລະ ພວກເຂົາຫຼັບໄປ, ມັນເຮັດໃຫ້ພວກເຂົາມຶນງົງ, ບໍ່ມີຫຍັງທີ່ພວກເຂົາໄດ້ຍິນນັ້ນເຂົ້າຫູ ແລະ ພວກເຂົາບໍ່ສາມາດເຂົ້າໃຈສິ່ງທີ່ພວກເຂົາໄດ້ຍິນໄດ້, ນັ້ນແມ່ນການມີຄວາມສາມາດຕ່ຳ. ກັບບາງຄົນ, ເຈົ້າບອກກັບພວກເຂົາວ່າ ພວກເຂົາມີຄວາມສາມາດຕ່ຳ ແລະ ພວກເຂົາບໍ່ເຫັນດີນຳ. ພວກເຂົາຄິດວ່າ ການໄດ້ຮັບການສຶກສາສູງ ແລະ ມີຄວາມຮູ້ໝາຍຄວາມວ່າພວກເຂົາມີຄວາມສາມາດດີ. ການສຶກສາທີ່ດີສະແດງໃຫ້ເຫັນຄວາມສາມາດສູງບໍ? ມັນບໍ່ໄດ້ສະແດງໃຫ້ເຫັນ. ຄວາມສາມາດຂອງຜູ້ຄົນຖືກວັດແທກໂດຍອີງໃສ່ລະດັບທີ່ພວກເຂົາເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ. ນີ້ແມ່ນມາດຕະຖານທີ່ສຸດ, ວິທີປະຕິບັດຖືກຕ້ອງທີ່ສຸດ. ບໍ່ມີປະໂຫຍດຫຍັງໃນການພະຍາຍາມວັດແທກຄວາມສາມາດຂອງຜູ້ອື່ນໂດຍວິທີອື່ນ. ບາງຄົນເປັນຄົນເວົ້າເກັ່ງ ແລະ ມີໄຫວພິບ ແລະ ພວກເຂົາເກັ່ງໃນການເຂົ້າກັບຄົນອື່ນແທ້ໆ, ແຕ່ເມື່ອພວກເຂົາອ່ານພຣະທຳຂອງພຣະເຈົ້າ ແລະ ຟັງຄຳເທດສະໜາ, ພວກເຂົາບໍ່ເຂົ້າໃຈຫຍັງເລີຍ. ເມື່ອພວກເຂົາເວົ້າເຖິງປະສົບການ ແລະ ຄຳພະຍານຂອງຕົນເອງ, ພວກເຂົາເປີດເຜີຍຕົວເອງວ່າເປັນພຽງມືສະໝັກຫຼິ້ນ ແລະ ທຸກຄົນສາມາດຮູ້ສຶກໄດ້ວ່າພວກເຂົາບໍ່ມີຄວາມເຂົ້າໃຈຝ່າຍວິນຍານເລີຍ. ຄົນເຫຼົ່ານີ້ບໍ່ແມ່ນຄົນທີ່ມີຄວາມສາມາດດີ’ (ຄັດຈາກບົດ “ການເຂົ້າໃຈຄວາມຈິງເປັນເລື່ອງສຳຄັນຕໍ່ການປະຕິບັດໜ້າທີ່ຂອງຕົນຢ່າງຖືກຕ້ອງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຈາກພຣະທຳເຫຼົ່ານີ້ຂອງພຣະເຈົ້າ, ພວກເຮົາເຫັນວ່າ ບໍ່ວ່າຄວາມສາມາດຂອງຄົນໆໜຶ່ງຈະດີ ຫຼື ບໍ່ດີແມ່ນຂຶ້ນກັບຄວາມສາມາດຂອງພວກເຂົາໃນການເຂົ້າໃຈພຣະທຳຂອງພຣະເຈົ້າ. ນີ້ບໍ່ແມ່ນສິ່ງທີ່ຜູ້ທີ່ບໍ່ມີຄວາມເຊື່ອໝາຍເຖິງ ເມື່ອພວກພວກເຂົາເວົ້າວ່າຄົນໆໜຶ່ງທີ່ມີຄວາມສາມາດດີ ຫຼື ມີພອນສະຫວັນ ແລະ ສະຫຼາດ. ຜູ້ຄົນທີ່ມີຄວາມສາມາດດີສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າ ເມື່ອພວກເຂົາອ່ານພຣະທຳຂອງພຣະອົງສໍາເລັດ, ພວກເຂົາສາມາດຊອກຫາເສັ້ນທາງເພື່ອປະຕິບັດ ແລະ ເຂົ້າສູ່ຄວາມຈິງ ແລະ ສາມາດປະຕິບັດຕາມສິ່ງທີ່ພຣະເຈົ້າຂໍ. ໃນອີກດ້ານຫນຶ່ງ, ມີຄົນທີ່ເບິ່ງຄືວ່າສະຫຼາດຫຼາຍ ແລະ ເກັ່ງໃນການຈັດການກັບເລື່ອງຕ່າງໆຂອງໂລກພາຍນອກ, ແຕ່ພວກເຂົາສັບສົນໃນທັນທີທີ່ພວກເຂົາຜະເຊີນໜ້າກັບຄວາມຈິງໃນພຣະທຳຂອງພຣະເຈົ້າ. ບໍ່ສາມາດເວົ້າໄດ້ວ່າຜູ້ຄົນດັ່ງກ່າວມີຄວາມສາມາດດີ. ມັນເປັນຄືກັບວ່າຄົນບາງຄົນທີ່ມີຄວາມຮູ້ ແລະ ການສຶກສາ ແມ່ນເບິ່ງຄືມີພອນສະຫວັນ ແລະ ມີສະໝອງໃນພາຍນອກ, ແຕ່ຍັງບໍ່ສາມາດເຂົ້າໃຈຄວາມຈິງໃນພຣະທຳຂອງພຣະເຈົ້າ. ພວກເຂົາບາງຄົນເຖິງກັບມີທັດສະນະຄະຕິທີ່ເປັນຕາຕະຫຼົກກ່ຽວກັບສິ່ງຕ່າງໆ. ແລ້ວດ້ວຍເຫດນັ້ນ, ການມີການສຶກສາສູງ, ຫົວໄວ ແລະ ມີຄວາມສາມາດກໍບໍ່ແມ່ນຕົວແທນຂອງຄວາມສາມາດທີ່ດີ ຫຼື ສິ່ງເຫຼົ່ານີ້ບໍ່ແມ່ນມາດຕະຖານທີ່ຄວາມສາມາດຂອງຄົນໆໜຶ່ງຈະຖືກວັດແທກ. ສິ່ງທີ່ສໍາຄັນກໍຄືວ່າ ຜູ້ຄົນເຂົ້າໃຈຈິດວິນຍານ ຫຼື ບໍ່, ພວກເຂົາສາມາດເຂົ້າໃຈຄວາມຈິງ ຫຼື ບໍ່. ພວກເຮົາບໍ່ສາມາດອີງໃສ່ແນວຄວາມຄິດ ແລະ ຈິນຕະນາການຂອງພວກເຮົາເອງ ເພື່ອວັດແທກເບິ່ງວ່າຄວາມສາມາດຂອງຄົນໆໜຶ່ງດີ ຫຼື ບໍ່ດີ!” ເມື່ອໄດ້ຍິນສິ່ງນີ້, ຂ້ານ້ອຍກໍເຫັນແສງສະຫວ່າງໃນທັນທີ: ປາກົດວ່າຄວາມເຊື່ອຂອງຂ້ານ້ອຍບໍ່ໄດ້ແມ່ນຫຍັງເລີຍນອກຈາກແນວຄວາມຄິດ ແລະ ຈິນຕະນາການຂອງຂ້ານ້ອຍເອງ, ພວກມັນບໍ່ໄດ້ສອດຄ່ອງກັບຄວາມຈິງ.

ຕໍ່ມາ, ເອື້ອຍຄົນໜຶ່ງໄດ້ຄົ້ນພົບຂໍ້ຄວາມສອງຂໍ້ໃນພຣະທຳຂອງພຣະເຈົ້າ ແລະ ຂໍໃຫ້ຂ້ານ້ອຍອ່ານພວກມັນ. ພຣະທຳຂອງພຣະເຈົ້າກ່າວວ່າ: “ວິທີທີ່ພຣະເຈົ້າປະຕິບັດຕໍ່ຜູ້ຄົນບໍ່ໄດ້ຂຶ້ນຢູ່ກັບວ່າພວກເຂົາອາຍຸຈັກປີ, ພວກເຂົາເກີດໃນສະພາບແວດລ້ອມແບບໃດ ຫຼື ພວກເຂົາມີຄວາມສາມາດພິເສດສ່ຳໃດ. ກົງກັນຂ້າມ, ພຣະອົງປະຕິບັດຕໍ່ຜູ້ຄົນໂດຍອີງໃສ່ທັດສະນະຂອງພວກເຂົາທີ່ມີຕໍ່ຄວາມຈິງ ແລະ ທັດສະນະນີ້ກ່ຽວຂ້ອງກັບອຸປະນິໄສຂອງພວກເຂົາ. ຖ້າເຈົ້າມີທັດສະນະທີ່ຖືກຕ້ອງກ່ຽວກັບຄວາມຈິງ, ໜຶ່ງໃນການຍອມຮັບ ແລະ ຄວາມອ່ອນນ້ອມຖ່ອມຕົນ, ເຖິງແມ່ນວ່າເຈົ້າຈະມີຄວາມສາມາດຕ່ຳ, ພຣະເຈົ້າກໍຍັງຈະສ່ອງແສງສະຫວ່າງໃຫ້ເຈົ້າ ແລະ ອະນຸຍາດໃຫ້ເຈົ້າໄດ້ຮັບບາງສິ່ງ. ຖ້າເຈົ້າມີຄວາມສາມາດດີ ແຕ່ອວດດີຢູ່ສະເໝີ, ຄິດຢູ່ຕະຫຼອດວ່າເຈົ້າຖືກ ແລະ ບໍ່ເຕັມໃຈທີ່ຈະຍອມຮັບສິ່ງໃດໜຶ່ງທີ່ຄົນອື່ນເວົ້າ ແລະ ຕໍ່ຕ້ານມັນຢູ່ສະເໝີ, ພຣະເຈົ້າກໍຈະບໍ່ປະຕິບັດພາລະກິດໃນຕົວເຈົ້າ. ພຣະອົງຈະເວົ້າວ່າ ບຸກຄົນນີ້ມີອຸປະນິໄສທີ່ບໍ່ດີ ແລະ ບໍ່ຄູ່ຄວນທີ່ຈະໄດ້ຮັບສິ່ງໃດ ແລະ ພຣະອົງເຖິງກັບຈະເອົາສິ່ງທີ່ເຈົ້າເຄີຍມີໄປ. ນີ້ແມ່ນສິ່ງທີ່ຮູ້ກັນດີວ່າເປັນການຖືກເປີດໂປງ” (ຄັດຈາກບົດ “ໂດຍການປະຕິບັດຄວາມຈິງເທົ່ານັ້ນ ຄົນໆໜຶ່ງຈຶ່ງສາມາດມີຄວາມເປັນມະນຸດປົກກະຕິໄດ້” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). “ເມື່ອຄົນໆໜຶ່ງສາມາດຈິງຈັງ, ຮັບຜິດຊອບ, ອຸທິດ ແລະ ເຮັດວຽກໜັກ, ວຽກງານກໍຈະສຳເລັດໄປຢ່າງແນ່ນອນ. ບາງຄັ້ງ, ເຈົ້າກໍບໍ່ມີໃຈເຊັ່ນນັ້ນ ແລະ ເຈົ້າບໍ່ສາມາດພົບເຫັນ ຫຼື ຄົ້ນພົບຂໍ້ຜິດພາດທີ່ຊັດເຈນຄືກັບກາງເວັນໄດ້. ຖ້າຄົນໆໜຶ່ງມີໃຈເຊັ່ນນັ້ນ, ພ້ອມດ້ວຍການກະຕຸ້ນ ແລະ ການຊີ້ນຳຂອງພຣະວິນຍານບໍລິສຸດ, ພວກເຂົາກໍຈະສາມາດລະບຸບັນຫາໄດ້. ແຕ່ຖ້າພຣະວິນຍານບໍລິສຸດໄດ້ຊີ້ນຳເຈົ້າ ແລະ ມອບຄວາມຕື່ນຕົວເຊັ່ນນັ້ນໃຫ້ເຈົ້າ ໂດຍເຮັດໃຫ້ເຈົ້າຮູ້ສຶກໄດ້ວ່າມີບາງສິ່ງບາງຢ່າງຜິດພາດ ແຕ່ເຈົ້າກັບບໍ່ມີໃຈເຊັ່ນນັ້ນ, ເຈົ້າແມ່ນຍັງຈະບໍ່ສາມາດລະບຸບັນຫາໄດ້ເທົ່ອ. ສິ່ງນີ້ສະແດງໃຫ້ເຫັນຫຍັງ? ມັນສະແດງໃຫ້ເຫັນວ່າ ມັນສຳຄັນຫຼາຍທີ່ຄົນຕ້ອງຮ່ວມມື; ຫົວໃຈຂອງພວກເຂົາແມ່ນສຳຄັນຫຼາຍ ແລະ ບ່ອນທີ່ພວກເຂົາຊີ້ນຳຄວາມຄິດ ແລະ ເຈດຕະນາຂອງພວກເຂົາແມ່ນສຳຄັນຫຼາຍ. ພຣະເຈົ້າກວດກາ ແລະ ສາມາດເຫັນສິ່ງທີ່ຜູ້ຄົນຍຶດຖືໃນໃຈຂອງພວກເຂົາເມື່ອພວກເຂົາປະຕິບັດໜ້າທີ່ຂອງຕົນ ແລະ ພວກເຂົາໃຊ້ພະລັງຫຼາຍສໍ່າໃດ. ມັນສຳຄັນທີ່ຄົນເຮົາທຸ້ມເທທັງໃຈ ແລະ ເຫື່ອແຮງຂອງຕົນໃນສິ່ງທີ່ພວກເຂົາເຮັດ. ການຮ່ວມມືກໍເປັນອົງປະກອບທີ່ສຳຄັນເຊັ່ນດຽວກັນ. ມີພຽງເມື່ອຜູ້ຄົນພະຍາຍາມບໍ່ເສຍໃຈກັບໜ້າທີ່ໆພວກເຂົາໄດ້ປະຕິບັດສຳເລັດ ແລະ ສິ່ງທີ່ພວກເຂົາເຮັດສຳເລັດ ແລະ ບໍ່ຕິດໜີ້ພຣະເຈົ້າເທົ່ານັ້ນ ພວກເຂົາຈິ່ງຈະປະຕິບັດດ້ວຍສຸດຈິດສຸດໃຈ ແລະ ສຸດກຳລັງຂອງພວກເຂົາ” (ຄັດຈາກການສົນທະນາຂອງພຣະເຈົ້າ). ຫຼັງຈາກທີ່ຂ້ານ້ອຍອ່ານພຣະທຳຂອງພຣະເຈົ້າ, ເອື້ອຍຄົນນັ້ນກໍເວົ້າວ່າ “ພຣະທຳຂອງພຣະເຈົ້າສະແດງໃຫ້ເຫັນວ່າທັດສະນະຄະຕິຂອງພວກເຮົາເມື່ອກຳລັງປະຕິບັດໜ້າທີ່ຂອງພວກເຮົາເປັນສິ່ງທີ່ສໍາຄັນຫຼາຍ ນັ້ນກໍຄື ມັນສໍາຄັນຫຼາຍ. ຖ້າພວກເຮົາມີຈິດໃຈທີ່ຖືກຕ້ອງ, ຖ້າພວກເຮົາສາມາດໃຫ້ຫົວໃຈ ແລະ ກຳລັງທັງໝົດຂອງພວກເຮົາໃນການປະຕິບັດໜ້າທີ່ຂອງພວກເຮົາ, ພຣະເຈົ້າຈະເຫັນ ແລະ ຈະປະຕິບັດຕໍ່ພວກເຮົາຕາມທັດສະນະຄະຕິຂອງພວກເຮົາທີ່ມີຕໍ່ໜ້າທີ່ຂອງພວກເຮົາ. ເຖິງແມ່ນວ່າພວກເຮົາຈະມີຄວາມສາມາດທີ່ບໍ່ດີ, ພຣະເຈົ້າຍັງຈະສ່ອງແສງ ແລະ ຊີ້ນໍາພວກເຮົາ. ຖ້າພວກເຮົາມີຄວາມສາມາດທີ່ດີ, ແຕ່ພວກເຮົາບໍ່ມີຈິດໃຈທີ່ຖືກຕ້ອງ ແລະ ບໍ່ເຕັມໃຈທີ່ຈະຈ່າຍລາຄາ ແລະ ຮ່ວມມືກັບພຣະເຈົ້າ ຫຼື ຖ້າພວກເຮົາອວດດີ ແລະ ຍຶດຖືກັບຕົວພວກເຮົາເອງ ຫຼື ເຮັດວຽກພຽງແຕ່ເພື່ອຊື່ສຽງ ແລະ ໂຊກລາບ, ພວກເຮົາຈະບໍ່ພຽງແຕ່ບໍ່ປະຕິບັດໜ້າທີ່ຂອງພວກເຮົາຢ່າງຖືກຕ້ອງເທົ່ານັ້ນ, ແຕ່ຈະຖືກປະຕິເສດໂດຍພຣະເຈົ້າຄືກັນ. ນີ້ແມ່ນຄວາມຊອບທຳຂອງພຣະເຈົ້າ. ຖ້າພວກເຮົາເບິ່ງອ້າຍເອື້ອຍນ້ອງທີ່ຢູ່ອ້ອມຂ້າງພວກເຮົາຜ່ານພຣະທຳຂອງພຣະເຈົ້າ, ພວກເຮົາເຫັນວ່າບາງຄົນມີຄວາມສາມາດທໍາມະດາ ແຕ່ມີແຮງຈູງໃຈທີ່ຖືກຕ້ອງໃນການປະຕິບັດໜ້າທີ່ຂອງພວກເຂົາ; ເມື່ອພົບພໍ້ກັບຄວາມຫຍຸ້ງຍາກ, ພວກເຂົາຈະຮັບເອົາດ້ວຍຕົນເອງເພື່ອສະແຫວງຫາຄວາມຈິງ ແລະ ໃຫ້ຄວາມສຳຄັນກັບການເຂົ້າສູ່ຫຼັກການ ແລະ ພວກເຂົາມີປະສິດທິຜົນຫຼາຍຂຶ້ນໃນການປະຕິບັດໜ້າທີ່ຂອງພວກເຂົາ. ໃນຂະນະທີ່ມີອ້າຍເອື້ອຍນ້ອງບາງຄົນທີ່ໃນສາຍຕາຂອງພວກເຮົາແມ່ນເບິ່ງຄືວ່າມີຄວາມສາມາດທີ່ດີໂດຍສະເພາະ ແລະ ຜູ້ທີ່ມີຄວາມເຂົ້າໃຈອັນບໍລິສຸດກ່ຽວກັບພຣະທຳຂອງພຣະເຈົ້າ, ແຕ່ພວກເຂົາທະນົງຕົວ, ພໍໃຈໃນຕົນເອງ, ບໍ່ຟັງຄໍາແນະນໍາຂອງຄົນອື່ນ ແລະ ຮັບເອົາຄວາມສະຫງ່າລາສີຂອງພຣະເຈົ້າສໍາລັບຕົນເອງ ເມື່ອໃດກໍຕາມທີ່ພວກເຂົາມີຄວາມສໍາເລັດບາງຢ່າງທີ່ເລັກນ້ອຍໃນການປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາໂອ້ອວດໃນທຸກໂອກາດທີ່ພວກເຂົາໄດ້ຮັບ, ດິ້ນຮົນເພື່ອຜົນກໍາໄລ ແລະ ຊື່ສຽງ. ບາງຄົນຂັດຂວາງວຽກງານຂອງຄຣິສຕະຈັກ ແລະ ຖືກຕັດສິດຂອງພວກເຂົາໃນການປະຕິບັດໜ້າທີ່ຂອງພວກເຂົາ; ບາງຄົນກາຍມາເປັນຜູ້ຕໍ່ຕ້ານພຣະຄຣິດຫຼັງຈາກທີ່ໄດ້ດຳເນີນການກະທໍາຫຼາຍຢ່າງທີ່ຊົ່ວຮ້າຍ ແລະ ຖືກຂັບໄລ່ອອກຈາກຄຣິສຕະຈັກ. ຂໍ້ແທ້ຈິງເຫຼົ່ານີ້ສະແດງໃຫ້ພວກເຮົາເຫັນວ່າ ຄວາມສາມາດຂອງບຸກຄົນໜຶ່ງດີ ຫຼື ບໍ່ດີ ແມ່ນບໍ່ໄດ້ກໍານົດວ່າພຣະເຈົ້າຍົກຍ້ອງພວກເຂົາ ຫຼື ບໍ່; ສິ່ງທີ່ສຳຄັນກໍຄື ພວກເຂົາສະແຫວງຫາຄວາມຈິງ ແລະ ເຮັດໜ້າທີ່ຂອງພວກເຂົາຢ່າງສຸດຫົວໃຈ ແລະ ຈິດໃຈຂອງພວກເຂົາ ຫຼື ບໍ່”.

ຕໍ່ມາ, ອ້າຍເອື້ອຍນ້ອງໄດ້ສະຫຼຸບປະສົບການຂອງພວກເຂົາເອງ ເພື່ອເວົ້າກ່ຽວກັບອັນຕະລາຍ ແລະ ຜົນຕາມມາຂອງການໃຫ້ນິຍາມພວກເຂົາເອງຕາມແນວຄວາມຄິດ ແລະ ຈິນຕະນາການຂອງພວກເຂົາເອງ. ມີແຕ່ເມື່ອນັ້ນ ຂ້ານ້ອຍຈຶ່ງຮູ້ວ່າການບໍ່ເຂົ້າໃຈຄວາມຈິງເປັນສິ່ງທີ່ໂງ່ສໍ່າໃດ; ຂ້ານ້ອຍບໍ່ໄດ້ສະແຫວງຫາຄວາມຈິງ ແລະ ໃຫ້ນິຍາມຕົນເອງວ່າມີຄວາມສາມາດບໍ່ດີແທນ ໂດຍການດໍາລົງຊີວິດໃນແນວຄວາມຄິດ ແລະ ຈິນຕະນາການຂອງຂ້ານ້ອຍ ຈົນເຖິງຈຸດທີ່ຂ້ານ້ອຍມັກຈະໂຍນໜ້າທີ່ທີ່ຍາກໃຫ້ກັບຄົນອື່ນ. ຂ້ານ້ອຍບໍ່ໄດ້ພະຍາຍາມປັບປຸງ ຫຼື ຂ້ານ້ອຍບໍ່ໄດ້ເພິ່ງພາພຣະເຈົ້າ ຫຼື ຈ່າຍລາຄາແທ້ໆເພື່ອທຳລາຍອຸປະສັກເຫຼົ່ານີ້ ເຊິ່ງເຖິງກັບເຮັດໃຫ້ຂ້ານ້ອຍບໍ່ສາມາດປະຕິບັດໜ້າທີ່ໆຂ້ານ້ອຍສາມາດເຮັດໄດ້. ຂ້ານ້ອຍບໍ່ພຽງແຕ່ບໍ່ສາມາດຝຶກຝົນຢ່າງແທ້ຈິງ ຫຼື ເຕີບໃຫຍ່ຢູ່ໃນຄວາມຈິງ ແລະ ຊີວິດ, ແຕ່ສິ່ງນີ້ມີອິດທິພົນໂດຍກົງຕໍ່ປະສິດທິພາບຂອງຂ້ານ້ອຍໃນການປະຕິບັດໜ້າທີ່ຂອງຂ້ານ້ອຍ. ຂ້ານ້ອຍຄິດເຖິງວ່າເອື້ອຍຄົນນັ້ນທີ່ຂ້ານ້ອຍເຮັດວຽກນຳສາມາດຄົ້ນພົບບັນຫາໄດ້ໄວສໍ່າໃດ. ເຖິງແມ່ນວ່າສິ່ງນີ້ເຊື່ອມໂຍງກັບຄວາມສາມາດໂດຍທຳມະຊາດຂອງລາວ, ສິ່ງທີ່ສໍາຄັນກວ່ານັ້ນກໍຄື ຍ້ອນທັດສະນະຄະຕິທີ່ມີສະຕິຂອງລາວ ແລະ ທີ່ມີຄວາມຮັບຜິດຊອບຕໍ່ໜ້າທີ່ຂອງລາວ, ລາວສາມາດເພິ່ງພາພຣະເຈົ້າ ແລະ ຜະເຊີນກັບຄວາມຫຍຸ້ງຍາກທີ່ຢູ່ຕໍ່ໜ້າ ເມື່ອລາວພົບພໍ້ພວກມັນ. ມີແຕ່ເມື່ອນັ້ນ ລາວຈຶ່ງໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດ. ໃນທາງກົງກັນຂ້າມ, ຂ້ານ້ອຍພະຍາຍາມຫຼີກເວັ້ນບັນຫາ ເມື່ອຂ້ານ້ອຍພົບກັບພວກມັນ ແລະ ໃຊ້ຄວາມສາມາດທີ່ບໍ່ດີເປັນຂໍ້ອ້າງ ເພື່ອໃຫ້ຕົວເອງຫຼອດຈາກບັນຫາ. ຂ້ານ້ອຍບໍ່ໄດ້ເພິ່ງພາພຣະເຈົ້າ ແລະ ຮັບເອົາດ້ວຍຕົນເອງ ເພື່ອພະຍາຍາມ ແລະ ແກ້ໄຂບັນຫາໂດຍການສະແຫວງຫາຄວາມຈິງທີ່ກ່ຽວຂ້ອງ ເຊິ່ງນັ້ນໝາຍຄວາມວ່າຂ້ານ້ອຍບໍ່ສາມາດຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ. ຈາກສິ່ງນີ້, ຂ້ານ້ອຍເຫັນວ່າພຣະເຈົ້າຍຸຕິທຳ ແລະ ຊອບທຳສຳລັບທຸກຄົນ. ຜ່ານການສົນທະນາ, ຂ້ານ້ອຍຍັງຮັບຮູ້ວ່າພຣະເຈົ້າຂໍໃຫ້ພວກເຮົາອີງໃສ່ສິ່ງທີ່ພວກເຮົາສາມາດເຮັດໄດ້. ມັນບໍ່ແມ່ນກໍລະນີທີ່ພຣະອົງ “ນໍາຝູງເປັດໄປຢູ່ເທິງຮາວ”. ຂ້ານ້ອຍຄວນເຮັດສິ່ງທີ່ຖືກຕ້ອງດ້ວຍຕົວຂ້ານ້ອຍເອງ; ແທນທີ່ຈະໃຫ້ຄວາມສຳຄັນກັບຄວາມສາມາດຂອງຂ້ານ້ອຍ, ຂ້ານ້ອຍຄວນໃຫ້ຄວາມສຳຄັນກັບການໃສ່ກຳລັງທັງໝົດຂອງຂ້ານ້ອຍເຂົ້າໃນການປະຕິບັດໜ້າທີ່ຂອງຂ້ານ້ອຍເທົ່ານັ້ນ. ຂ້ານ້ອຍຄວນສະແຫວງຫາ ແລະ ຕຶກຕອງຫຼັກການແຫ່ງຄວາມຈິງ, ຮຽນຮູ້ຈາກຈຸດແຂງຂອງຄົນອື່ນ, ຮັບຟັງຄໍາແນະນໍາຂອງຄົນອື່ນ ແລະ ປະກອບມັນເຂົ້າໃນສິ່ງທີ່ຂ້ານ້ອຍປະຕິບັດແທ້ໆ ແລະ ເມື່ອເວລາຜ່ານໄປ, ຂ້ານ້ອຍແນ່ໃຈວ່າຈະໄດ້ຮັບຜົນປະໂຫຍດ ແລະ ເຕີບໃຫຍ່ຂຶ້ນ.

ຫຼັງຈາກນັ້ນ, ການທີ່ເອື້ອຍຄົນນັ້ນວິພາກວິຈານຂ້ານ້ອຍກໍສະທ້ອນຢູ່ໃນຫູຂອງຂ້ານ້ອຍ: “ຂ້ອຍບໍ່ຮູ້ວ່າແມ່ນຫຍັງຄືແຮງຈູງໃຈຂອງເຈົ້າໃນການສືບຕໍ່ຢູ່ສະເໝີກ່ຽວກັບວ່າຄວາມສາມາດຂອງເຈົ້າດີ ຫຼື ບໍ່”. ລາວເວົ້າຖືກ, ຂ້ານ້ອຍໄວຢູ່ສະເໝີທີ່ຈະເວົ້າວ່າຄວາມສາມາດຂອງຂ້ານ້ອຍບໍ່ດີ. ແມ່ນຫຍັງຄືແຮງຈູງໃຈ ແລະ ອຸປະນິໄສທີ່ເສື່ອມຊາມທີ່ກຳລັງຄວບຄຸມຂ້ານ້ອຍຢ່າງລັບໆ?

ມື້ໜຶ່ງ, ຂ້ານ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າທີ່ວ່າ: “ເຈົ້າຄວນກວດສອບຕົວເຈົ້າເອງຢ່າງຮອບຄອບເພື່ອເບິ່ງວ່າເຈົ້າເປັນຄົນທີ່ຖືກຕ້ອງ ຫຼື ບໍ່. ເປົ້າໝາຍ ແລະ ເຈດຕະນາຂອງເຈົ້າຖືກສ້າງຂຶ້ນຮ່ວມກັບເຮົາໃນໃຈບໍ? ຄຳເວົ້າ ແລະ ການກະທຳທັງໝົດຂອງເຈົ້າຖືກເວົ້າ ແລະ ກະທຳຢູ່ຕໍ່ໜ້າເຮົາບໍ? ເຮົາກວດສອບຄວາມຄິດ ແລະ ແນວຄິດທັງໝົດຂອງເຈົ້າ. ເຈົ້າບໍ່ຮູ້ສຶກຜິດບໍ? ເຈົ້າຕັ້ງໜ້າຜິດໆເພື່ອໃຫ້ຄົນອື່ນເຫັນ ແລະ ເຈົ້າຮັບເອົາອາກາດແຫ່ງຄວາມຊອບທຳໃນຕົວເອງຢ່າງໃຈເຢັນ; ເຈົ້າເຮັດສິ່ງນີ້ເພື່ອປົກປ້ອງຕົວເອງ. ເຈົ້າເຮັດສິ່ງນີ້ເພື່ດປົກປິດຄວາມຊົ່ວຂອງເຈົ້າ ແລະ ເຈົ້າເຖິງຂັ້ນຄິດຫາວິທີທີ່ຈະຜັກດັນຄວາມຊົ່ວຮ້າຍນັ້ນໃຫ້ແກ່ຄົນອື່ນ. ການທໍລະຍົດຈັ່ງແມ່ນມີຢູ່ໃນໃຈເຈົ້າ!” (ຄັດຈາກ “ບົດທີ 13” ຂອງພາກພຣະຄຳຂອງພຣະຄຣິດໃນຕົ້ນເດີມໃນໜັງສືພຣະທຳປາກົດໃນຮ່າງກາຍ). ຫຼັງຈາກທີ່ໄດ້ອ່ານພຣະທຳຂອງພຣະເຈົ້າ, ຂ້ານ້ອຍກໍເລີ່ມຄິດໄຕ່ຕອງກ່ຽວກັບຕົນເອງວ່າ: ເມື່ອຜະເຊີນກັບໜ້າທີ່ໜຶ່ງທີ່ຂ້ານ້ອຍບໍ່ເຄີຍເຮັດມາກ່ອນ, ສິ່ງທໍາອິດທີ່ຂ້ານ້ອຍຈະເຮັດກໍຄືບອກອ້າຍເອື້ອຍນ້ອງຄົນອື່ນໆວ່າຄວາມສາມາດຂອງຂ້ານ້ອຍບໍ່ດີ, ເພາະຂ້ານ້ອຍຢ້ານວ່າພວກເຂົາຈະດູຖູກຂ້ານ້ອຍ ຖ້າຂ້ານ້ອຍເຮັດໜ້າທີ່ບໍ່ດີ. ຂ້ານ້ອຍເຮັດແບບນີ້ເພື່ອຊື່ສຽງ ແລະ ສະຖານະຂອງຂ້ານ້ອຍເອງ. ຄວາມໝາຍກໍຄື ມັນບໍ່ແມ່ນຄວາມຜິດຂອງຂ້ານ້ອຍ ຖ້າຂ້ານ້ອຍເຮັດມັນບໍ່ດີ; ມັນບໍ່ແມ່ນວ່າຂ້ານ້ອຍບໍ່ໄດ້ໃສ່ກຳລັງທັງໝົດຂອງຂ້ານ້ອຍໃນມັນ, ແຕ່ມັນເກີນຄວາມສາມາດຂອງຂ້ານ້ອຍ. ເມື່ອໃດກໍຕາມທີ່ຂ້ານ້ອຍພົບຄວາມຫຍຸ້ງຍາກໃດໜຶ່ງໃນການປະຕິບັດໜ້າທີ່ຂອງຂ້ານ້ອຍ, ຂ້ານ້ອຍບໍ່ເຕັມໃຈທີ່ຈະທົນທຸກ ແລະ ຈ່າຍລາຄາເພື່ອຜະເຊີນກັບມັນແບບເຊິ່ງໜ້າ. ຂ້ານ້ອຍຢ້ານຄວາມຮັບຜິດຊອບເຊັ່ນກັນ. ສະນັ້ນ ຂ້ານ້ອຍຈຶ່ງພຽງແຕ່ໃຊ້ຄວາມສາມາດທີ່ບໍ່ດີຂອງຂ້ານ້ອຍເປັນຂໍ້ອ້າງເພື່ອໂຍນໜ້າທີ່ຂອງຂ້ານ້ອຍໃຫ້ກັບຄົນອື່ນ, ເພື່ອເຮັດໃຫ້ພວກເຂົາຄິດວ່າຂ້ານ້ອຍມີເຫດຜົນ ແລະ ຮູ້ຈັກຕົນເອງ. ເກືອບທຸກຄັ້ງທີ່ຂ້ານ້ອຍຕ້ອງທົນທຸກັບຄວາມລຳບາກ ແລະ ຈ່າຍລາຄາ ຫຼື ຕ້ອງແບກຮັບຄວາມຮັບຜິດຊອບ, ຂ້ານ້ອຍຈະຖອຍຫຼັງ. ໃນຄວາມເປັນຈິງແລ້ວ, ຂ້ານ້ອຍດໍາລົງຊີວິດໂດຍປັດຊະຍາການພົວພັນລະຫວ່າງບຸກຄົນຂອງຊາຕານທີ່ວ່າ “ຄົນມີເຫດຜົນດີໃນການປົກປ້ອງຕົນເອງ, ສະແຫວງຫາພຽງທີ່ຈະບໍ່ເຮັດຜິດເທົ່ານັ້ນ”. ມັນເບິ່ງຄືວ່າສະຫຼາດພໍສົມຄວນສຳລັບການໃຊ້ວິທີການທີ່ຫຼອກລວງຂອງຂ້ານ້ອຍເອງເພື່ອຫຼີກເວັ້ນຄວາມຮັບຜິດຊອບ, ແຕ່ໃນຄວາມເປັນຈິງແລ້ວ ຂ້ານ້ອຍພາດໂອກາດຫຼາຍຄັ້ງທີ່ຈະສະແຫວງຫາ ແລະ ເຂົ້າໃຈຄວາມຈິງ. ໃນຄວາມເປັນຈິງ, ຄວາມສາມາດທີ່ພຣະເຈົ້າມອບໃຫ້ພວກເຮົາແຕ່ລະຄົນແມ່ນເໝາະສົມສຳລັບຈຸດປະສົງ; ແຕ່ຂ້ານ້ອຍບໍ່ໄດ້ໃຊ້ຫົວໃຈ ແລະ ກຳລັງທັງໝົດຂອງຂ້ານ້ອຍໂດຍອີງໃສ່ສິ່ງທີ່ຂ້ານ້ອຍສາມາດບັນລຸໄດ້, ເພື່ອຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ ແລະ ເຮັດໜ້າທີ່ຂອງຂ້ານ້ອຍເປັນຢ່າງດີ; ກົງກັນຂ້າມ, ຂ້ານ້ອຍໃຊ້ຄວາມສາມາດທີ່ບໍ່ດີຂອງຂ້ານ້ອຍເປັນຂໍ້ອ້າງສໍາລັບການບໍ່ປະຕິບັດຄວາມຈິງ, ເພື່ອພະຍາຍາມເວົ້າຕົວະ ແລະ ຫຼອກລວງພຣະເຈົ້າ. ນີ້ບໍ່ແມ່ນສິ່ງທີ່ມີເລ່ຫຼ່ຽມຫຼາຍ ແລະ ຊົ່ວຮ້າຍຫຼາຍບໍ? ແລ້ວຖ້າແບບນັ້ນ ຂ້ານ້ອຍຈະຖືກຊີ້ນໍາໂດຍພຣະເຈົ້າໄດ້ແນວໃດ?

ພຣະທຳຂອງພຣະເຈົ້າກ່າວວ່າ “‘ເຖິງແມ່ນວ່າເຮົາມີຄວາມສາມາດຕ່ຳ, ເຮົາກໍມີຫົວໃຈທີ່ຊື່ສັດ’. ເມື່ອຄົນສ່ວນຫຼາຍໄດ້ຍິນປະໂຫຍກນີ້, ພວກເຂົາຮູ້ສຶກດີ, ບໍ່ແມ່ນບໍ? ເລື່ອງນີ້ກ່ຽວຂ້ອງກັບຄວາມຕ້ອງການຂອງພຣະເຈົ້າຕໍ່ຜູ້ຄົນ. ຄວາມຕ້ອງການໃດ? ຖ້າຜູ້ຄົນຂາດຄວາມສາມາດ, ມັນບໍ່ແມ່ນຈຸດຈົບຂອງໂລກ, ແຕ່ພວກເຂົາຕ້ອງມີຫົວໃຈທີ່ຊື່ສັດ ແລະ ດ້ວຍເຫດນັ້ນຈຶ່ງຈະສາມາດໄດ້ຮັບການສັນລະເສີນຈາກພຣະເຈົ້າໄດ້. ບໍ່ວ່າເຈົ້າຈະຢູ່ໃນສະຖານະການໃດ, ເຈົ້າຕ້ອງເປັນຄົນຊື່ສັດ, ເວົ້າຢ່າງຊື່ສັດ, ປະຕິບັດຢ່າງຊື່ສັດ, ສາມາດປະຕິບັດໜ້າທີ່ຂອງເຈົ້າຢ່າງສຸດຈິດໃຈ ແລະ ຢ່າງຊື່ສັດ ແລະ ເຈົ້າຕ້ອງບໍ່ຫຼີກລ່ຽງວຽກຂອງເຈົ້າ, ເຈົ້າເລ່ ຫຼື ຫຼອກລວງ, ມີເລ່ຫຼ່ຽມ, ພະຍາຍາມເອົາຊະນະຄົນອື່ນ ຫຼື ເວົ້າກັບໄປວົນມາ; ເຈົ້າຕ້ອງເປັນຄົນທີ່ຮັກຄວາມຈິງ ແລະ ສະແຫວງຫາຄວາມຈິງ... ເຈົ້າເວົ້າວ່າ ‘ຄວາມສາມາດຂອງຂ້ານ້ອຍຕ່ຳ, ແຕ່ຂ້ານ້ອຍມີໃຈທີ່ຊື່ສັດ’. ແນວໃດກໍຕາມ, ເມື່ອໜ້າທີ່ຕົກຢູ່ກັບເຈົ້າ, ເຈົ້າຢ້ານທົນທຸກ ຫຼື ຢ້ານວ່າເຈົ້າບໍ່ສາມາດເຮັດມັນໄດ້ດີ, ເຈົ້າຈະຕ້ອງແບກຫາບຄວາມຮັບຜິດຊອບ, ດັ່ງນັ້ນ ເຈົ້າຈິ່ງແກ້ໂຕເພື່ອຫຼີກເວັ້ນ ແລະ ແນະນຳໃຫ້ຄົນອື່ນເຮັດມັນ. ນີ້ແມ່ນການສະແດງອອກຂອງຄົນຊື່ສັດບໍ? ຊັດເຈນວ່າບໍ. ແລ້ວຄົນຊື່ສັດຄວນປະພຶດຕົນແນວໃດ? ພວກເຈົ້າຄວນຍອມຮັບ ແລະ ເຊື່ອຟັງ, ແລ້ວອຸທິດຕົນຢ່າງເຕັມທີ່ໃນການເຮັດໜ້າທີ່ຂອງຕົນເອງຢ່າງສຸດຄວາມສາມາດ, ພະຍາຍາມບັນລຸຄວາມປະສົງຂອງພຣະເຈົ້າ. ສິ່ງນີ້ໄດ້ຖືກສະແດງອອກໃນຫຼາຍວິທີ. ວິທີໜຶ່ງແມ່ນ ເຈົ້າສາມາດຍອມຮັບໜ້າທີ່ຂອງເຈົ້າດ້ວຍຄວາມຊື່ສັດ, ບໍ່ຄິດເຖິງສິ່ງອື່ນໃດ ແລະ ບໍ່ສອງຈິດສອງໃຈກ່ຽວກັບມັນ. ບໍ່ວາງແຜນເພື່ອຜົນປະໂຫຍດຂອງຕົວເຈົ້າເອງ. ນີ້ແມ່ນການສະແດງອອກຂອງຄວາມຊື່ສັດ. ອີກວິທີໜຶ່ງແມ່ນທຸ້ມເທສຸດກຳລັງ ແລະ ສຸດໃຈຂອງເຈົ້າໃຫ້ກັບມັນ. ເຈົ້າເວົ້າວ່າ ‘ນີ້ແມ່ນທຸກສິ່ງທີ່ຂ້ານ້ອຍສາມາດເຮັດໄດ້; ຂ້ານ້ອຍຈະແນະນຳມັນທັງໝົດ ແລະ ອຸທິດໃຫ້ແກ່ພຣະເຈົ້າຢ່າງສົມບູນ’. ນີ້ແມ່ນການສະແດງອອກຂອງຄວາມຊື່ສັດບໍ? ເຈົ້າອຸທິດທັງໝົດທີ່ເຈົ້າມີ ແລະ ທັງໝົດທີ່ເຈົ້າສາມາດເຮັດໄດ້, ນີ້ແມ່ນການສະແດງອອກຂອງຄວາມຊື່ສັດ” (ຄັດຈາກບົດ “ຜູ້ຄົນສາມາດມີຄວາມສຸກໄດ້ຢ່າງແທ້ຈິງໂດຍການເປັນຄົນຊື່ສັດເທົ່ານັ້ນ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າໄດ້ສະເໜີເສັ້ນທາງໃນການປະຕິບັດໃຫ້ແກ່ຂ້ານ້ອຍ: ພຣະເຈົ້າບໍ່ສົນໃຈວ່າຄວາມສາມາດຂອງຜູ້ຄົນດີ ຫຼື ບໍ່ດີ; ສິ່ງທີ່ສຳຄັນກໍຄືພວກເຂົາມີຫົວໃຈທີ່ຊື່ສັດ ຫຼື ບໍ່, ພວກເຂົາສາມາດຍອມຮັບຄວາມຈິງໄດ້ ຫຼື ບໍ່ ແລະ ນຳມັນໄປປະຕິບັດໄດ້ ຫຼື ບໍ່. ເຖິງແມ່ນວ່າຄວາມສາມາດຂອງຂ້ານ້ອຍບໍ່ດີ ແລະ ຂ້ານ້ອຍຂ້ອນຂ້າງຊ້າຫຼາຍກວ່າໃນການເຂົ້າໃຈຄວາມຈິງ ແລະ ບາງຄັ້ງກໍປະຕິບັດຕາມຫຼັກຄໍາສອນ, ຖ້າຫົວໃຈຂອງຂ້ານ້ອຍຊື່ສັດ ແລະ ຂ້ານ້ອຍສະແຫວງຫາຄວາມຈິງຢູ່ສະເໝີເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຂ້ານ້ອຍໃນຂະນະທີ່ຂ້ານ້ອຍປະຕິບັດໜ້າທີ່ຂອງຂ້ານ້ອຍ, ຖ້າຂ້ານ້ອຍເຮັດທຸກຢ່າງທີ່ຂ້ານ້ອຍສາມາດເຮັດໄດ້ເພື່ອປະຕິບັດຕາມສິ່ງທີ່ພຣະເຈົ້າຂໍ, ແລ້ວຂ້ານ້ອຍກໍຈະໄດ້ຮັບການຊີ້ນໍາ ແລະ ພອນຈາກພຣະເຈົ້າ ແລະ ຈະຄ່ອຍໆສາມາດເຂົ້າໃຈຄວາມຈິງໄດ້. ໃນຂະນະທີ່ຂ້ານ້ອຍເຂົ້າສູ່ຄວາມຈິງ, ຂ້ານ້ອຍຈະສາມາດຊົດເຊີຍຂໍ້ບົກຜ່ອງຂອງຂ້ານ້ອຍກ່ຽວກັບຄວາມສາມາດທີ່ບໍ່ດີຂອງຂ້ານ້ອຍ ແລະ ຂ້ານ້ອຍຈະເຂົ້າໃຈ ແລະ ເຫັນສິ່ງຕ່າງໆໄດ້ດີຂຶ້ນເລື້ອຍໆ. ຫຼັງຈາກທີ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ຂ້ານ້ອຍກໍເລີ່ມເພິ່ງພາພຣະເຈົ້າເພື່ອໃຫ້ດີຂຶ້ນເມື່ອຂ້ານ້ອຍປະຕິບັດໜ້າທີ່ຂອງຂ້ານ້ອຍ. ຂ້ານ້ອຍບໍ່ໂຍນສິ່ງທີ່ບໍ່ຊັດເຈນສຳລັບຂ້ານ້ອຍ, ສິ່ງທີ່ຂ້ານ້ອຍບໍ່ເຂົ້າໃຈໃຫ້ກັບຄົນອື່ນອີກຕໍ່ໄປ, ແຕ່ພະຍາຍາມຢ່າງໜັກເພື່ອສະແຫວງຫາ ແລະ ເຮັດພວກມັນດ້ວຍຕົນເອງ. ຂອບໃຈພຣະເຈົ້າ! ເມື່ອຂ້ານ້ອຍປະຕິບັດຕາມທີ່ພຣະເຈົ້າຂໍ, ຂ້ານ້ອຍກໍສາມາດເຫັນບັນຫາໃນໜ້າທີ່ຂອງຂ້ານ້ອຍເຊັ່ນກັນ ແລະ ເຖິງແມ່ນວ່າມີບາງຄັ້ງທີ່ບັນຫາທີ່ຂ້ອນຂ້າງສັບສົນຍັງບໍ່ຊັດເຈນຕໍ່ຂ້ານ້ອຍ, ໂດຍການຄົ້ນຫາຫຼັກການແຫ່ງຄວາມຈິງກັບອ້າຍເອື້ອຍນ້ອງ, ພວກມັນຈະຄ່ອຍໆຊັດແຈ້ງຂຶ້ນສຳລັບຂ້ານ້ອຍ ແລະ ຂ້ານ້ອຍຮູ້ສຶກເບົາຂຶ້ນ ແລະ ມີອິດສະຫຼະຫຼາຍຂຶ້ນ ເມື່ອຂ້ານ້ອຍປະຕິບັດໜ້າທີ່ຂອງຂ້ານ້ອຍ.

ເນື່ອງຈາກການປະສົບກັບສະພາບແວດລ້ອມທີ່ພຣະເຈົ້າສ້າງຂຶ້ນສຳລັບຂ້ານ້ອຍ, ຂ້ານ້ອຍໄດ້ຮັບຄວາມຮູ້ບາງຢ່າງກ່ຽວກັບຄວາມເສື່ອມຊາມ ແລະ ຂໍ້ບົກຜ່ອງຂອງຂ້ານ້ອຍ ແລະ ຮູ້ຈັກວິທີຜະເຊີນກັບບັນຫາທີ່ກ່ຽວຂ້ອງກັບຄວາມສາມາດຂອງຂ້ານ້ອຍ. ເມື່ອຂ້ານ້ອຍປະຕິບັດໜ້າທີ່ຂອງຂ້ານ້ອຍໃນອະດີດ, ຂ້ານ້ອຍບໍ່ໄດ້ໃຫ້ຄວາມສຳຄັນກັບການສະແຫວງຫາຄວາມຈິງ ຫຼື ຂ້ານ້ອຍບໍ່ໄດ້ພະຍາຍາມແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຂ້ານ້ອຍ. ຂ້ານ້ອຍໄດ້ເຫັນສິ່ງຕ່າງໆຜ່ານແນວຄວາມຄິດ ແລະ ຈິນຕະນາການຂອງຂ້ານ້ອຍເອງ ເຊິ່ງເຮັດໃຫ້ຂ້ານ້ອຍມັກອະທິບາຍດ້ວຍຕົນເອງ ແລະ ພະຍາຍາມນໍາສິ່ງຕ່າງໆອອກໄປ ໂດຍເວົ້າວ່າຄວາມສາມາດຂອງຂ້ານ້ອຍບໍ່ດີ. ການປະຕິບັດໜ້າທີ່ຂອງຂ້ານ້ອຍເຕັມໄປດ້ວຍການເຮັດພໍເປັນພິທີ, ຂ້ານ້ອຍຍົກຊູວຽກງານຂອງຄຣິສຕະຈັກ ແລະ ທົນທຸກກັບການສູນເສຍໃນຊີວິດຂອງຂ້ານ້ອຍເອງ. ຕອນນີ້ ຂ້ານ້ອຍເຂົ້າໃຈວ່າຄວາມສາມາດຂອງທຸກຄົນຖືກກຳນົດໄວ້ລ່ວງໜ້າໂດຍພຣະເຈົ້າ ແລະ ເປັນສ່ວນໜຶ່ງໃນເຈດຕະນາທີ່ມີສະຫງ່າລາສີຂອງພຣະເຈົ້າ. ຂ້ານ້ອຍບໍ່ຄວນຖືກຈຳກັດວ່າຄວາມສາມາດຂອງຂ້ານ້ອຍດີ ຫຼື ບໍ່ດີ. ໃນອະນາຄົດ, ຂ້ານ້ອຍຈະພະຍາຍາມສະແຫວງຫາຄວາມຈິງໃນທຸກສິ່ງ, ປະຕິບັດດ້ວຍຫຼັກການ ແລະ ເປັນຄົນທີ່ຊື່ສັດ ເພື່ອເຮັດໃຫ້ພຣະເຈົ້າພໍໃຈ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ຄວາມເຊື່ອຖືກເຮັດໃຫ້ສົມບູນຜ່ານການທົດລອງ ແລະ ຄວາມທຸກຍາກລຳບາກ

ໂດຍ ຊູຊາງ, ເກົາຫຼີໃຕ້ ແມ່ຂອງຂ້ອຍເລີ່ມມີບັນຫາທາງສຸຂະພາບໃນປີ 1993 ແລະ ຜົນຕາມມາກໍ່ຄື ຄອບຄົວທັງໝົດຂອງຂ້ອຍໄດ້ຮັບຄວາມເຊື່ອໃນພຣະເຢຊູເຈົ້າ....

ຄົນທີ່ເຮັດໃຫ້ຜູ້ຄົນພໍໃຈສາມາດຮັບເອົາຄວາມລອດພົ້ນຂອງພຣະເຈົ້າບໍ?

ໂດຍ ຫາວເຈີ້ງ, ຈີນ ຂ້ອຍມາຈາກໝູ່ບ້ານທຸກຍາກທີ່ຫຼ້າຫຼັງເທິງພູເຂົາ ເຊິ່ງມີປະເພນີແບບສັກດີນາ ແລະ ຄວາມສຳພັນລະຫວ່າງບຸກຄົນທີ່ຊັບຊ້ອນ....

Leave a Reply