ການຖືກທຳຮ້າຍໂດຍຄວາມເຂົ້າໃຈຜິດ ແລະ ການຕັ້ງທ່າລະວັງຂອງຂ້ອຍ
ເມື່ອບໍ່ດົນມານີ້, ຜູ້ນໍາຄຣິດຕະຈັກຂອງພວກເຮົາໄດ້ສູນເສຍຕໍາແໜ່ງຂອງລາວ ເພາະລາວບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ເຮັດວຽກຕົວຈິງ ແລະ ອ້າຍເອື້ອຍນ້ອງຄົນອື່ນໆກໍເລືອກຂ້ອຍໃຫ້ເຂົ້າມາແທນທີ່ລາວ. ຜົນຂອງການເລືອກຕັ້ງເຮັດໃຫ້ຂ້ອຍກັງວົນ. ການເປັນຜູ້ນຳຈຳເປັນຕ້ອງມີຄວາມເຂົ້າໃຈກ່ຽວກັບຄວາມຈິງ ແລະ ຄວາມສາມາດໃນການແກ້ໄຂຄວາມຫຍຸ້ງຍາກຂອງຄົນອື່ນໃນການເຂົ້າສູ່ຊີວິດຂອງພວກເຂົາ. ມັນຍັງໝາຍເຖິງການຮັບພາລະ ແລະ ການປະຕິບັດວຽກງານຕົວຈິງ. ຂ້ອຍເຄີຍຮັບໃຊ້ເປັນຜູ້ນໍາສອງສາມເທື່ອກ່ອນໜ້ານີ້, ແຕ່ກໍຈົບລົງດ້ວຍການຖືກແທນທີ່ ເພາະຂ້ອຍກໍາລັງສະແຫວງຫາຊື່ ແລະ ສະຖານະ ແລະ ລົ້ມເຫຼວທີ່ຈະເຮັດວຽກງານຕົວຈິງ. ຂ້ອຍຮູ້ວ່າ ຖ້າຂ້ອຍບໍ່ໄດ້ເຮັດວຽກຂອງຂ້ອຍເປັນຢ່າງດີໃນເວລານີ້, ນອກຈາກຈະຂັດຂວາງວຽກງານໃນເຮືອນຂອງພຣະເຈົ້າ ແລະ ທາງເຂົ້າສູ່ຊີວິດຂອງສະມາຊິກໃນຄຣິດຕະຈັກ, ຢ່າງດີທີ່ສຸດ ຂ້ອຍຈະຖືກປົດອອກ ແລະ ທີ່ຮ້າຍແຮງທີ່ສຸດ ຂ້ອຍສາມາດຖືກເປີດໂປງ ແລະ ກໍາຈັດໄດ້. ຂ້ອຍບໍ່ມີຄວາມສົນໃຈໃນການເປັນຜູ້ນຳອີກ, ໃນການສະແຫວງຫາສະຖານະທີ່ສູງສົ່ງກວ່າ; ຂ້ອຍພຽງແຕ່ຕ້ອງການກົ້ມຫົວຂອງຂ້ອຍລົງ ແລະ ເຮັດໜ້າທີ່ຂອງຂ້ອຍຢ່າງຖືກຕ້ອງ. ສະນັ້ນ, ຂ້ອຍຈຶ່ງປະຕິເສດມັນໃນທັນທີ ໂດຍເວົ້າວ່າ “ບໍ່, ຂ້ອຍບໍ່ເໝາະສົມກັບໜ້າວຽກ” ແລະ ຫາຂໍ້ອ້າງທຸກປະເພດ. ຂ້ອຍຮູ້ສຶກໝັ້ນໃຈວ່າ ນັ້ນເປັນສິ່ງທີ່ສົມເຫດສົມຜົນ ແລະ ທີ່ຕະໜັກຕົນເອງທີ່ຄວນເຮັດ, ແຕ່ເມື່ອໄດ້ໂອ້ລົມໃນພາຍຫຼັງກັບອ້າຍເອື້ອຍນ້ອງເທົ່ານັ້ນ ຂ້ອຍຈຶ່ງຮູ້ວ່າການລັງເລທີ່ຈະຮັບບົດບາດການເປັນຜູ້ນຳເປັນຍ້ອນຂ້ອຍຢູ່ພາຍໃຕ້ການຄວບຄຸມຂອງພິດຊາຕານ ເຊັ່ນ: “ຍິ່ງພວກເຂົາຍິ່ງໃຫຍ່ເທົ່າໃດ, ພວກເຂົາກໍ່ຍິ່ງລົ້ມລົງຍາກເທົ່າໃດ” ແລະ “ມັນໂດດດ່ຽວຢູ່ເທິງສຸດ”. ຂ້ອຍຮູ້ສຶກຄືກັບວ່າ ການເປັນຜູ້ນໍາເປັນສິ່ງທີ່ອັນຕະລາຍ, ມັນຈະເຮັດໃຫ້ຂ້ອຍມີຄວາມສ່ຽງທີ່ຈະຖືກເປີດໂປງ ແລະ ຖືກກໍາຈັດໃນທຸກຊ່ວງເວລາ. ຂ້ອຍເຂົ້າໃຈໃນຫຼັກການວ່າການທີ່ຂ້ອຍຮັບເອົາມັນບໍ່ສອດຄ່ອງກັບຄວາມຈິງ ແລະ ຂ້ອຍຍອມຮັບໜ້າທີ່ການເປັນຜູ້ນໍາ, ແຕ່ຂ້ອຍບໍ່ສາມາດສັ່ນຄວາມກະວົນກະວາຍຂອງຂ້ອຍທີ່ຢູ່ອ້ອມຮອບໜ້າທີ່ຂອງຂ້ອຍອອກໄດ້ ເພາະວ່າຂ້ອຍບໍ່ໄດ້ແກ້ໄຂສະພາວະນັ້ນຂອງຂ້ອຍ. ຂ້ອຍຢ້ານວ່າຈະປະຕິບັດທີ່ບໍ່ດີ ແລະ ຖືກປົດອອກ ແລະ ຖືກກຳຈັດ, ສະນັ້ນ ຂ້ອຍຈຶ່ງດຳລົງຊີວິດຢູ່ໃນສະພາບການທີ່ຕັ້ງທ່າລະວັງ ແລະ ເຂົ້າໃຈຜິດ. ໃນຊ່ວງເວລານັ້ນ, ສະພາວະຂອງຂ້ອຍພຽງແຕ່ສືບຕໍ່ເສື່ອມໂຊມລົງ; ຄຳອະທິຖານຂອງຂ້ອຍບໍ່ໄດ້ຮັບການດົນບັນດານ, ຂ້ອຍບໍ່ໄດ້ຮັບແສງສະຫວ່າງໃດໜຶ່ງຈາກການອ່ານພຣະທຳຂອງພຣະເຈົ້າ ແລະ ຂ້ອຍບໍ່ສາມາດຮວບຮວມຄວາມກະຕືລືລົ້ນໃດໜຶ່ງສຳລັບໜ້າທີ່ຂອງຂ້ອຍ. ຂ້ອຍດຳລົງຊີວິດຢູ່ໃນຄວາມມຶນງົງທັງສິ້ນ. ໃນຄວາມເຈັບປວດຂອງຂ້ອຍ, ຂ້ອຍຮ້ອງຫາພຣະເຈົ້າວ່າ: “ໂອ ພຣະເຈົ້າ! ຂ້ານ້ອຍກະບົດຫຼາຍ; ຂ້ານ້ອຍບໍ່ສາມາດຍອມຢູ່ຕໍ່ໜ້າໜ້າທີ່ນີ້ີ. ກະລຸນາຊີ້ນຳຂ້ານ້ອຍ, ເຮັດໃຫ້ຂ້ານ້ອຍຮູ້ຕົນເອງ ແລະ ເຊື່ອຟັງ”.
ຂ້ອຍອ່ານຂໍ້ຄວາມນີ້ໃນພຣະທຳຂອງພຣະເຈົ້າຫຼັງຈາກຄຳອະທິຖານຂອງຂ້ອຍ: “ເຮົາພໍໃຈໃນຄົນທີ່ບໍ່ມີຄວາມສົງໄສກ່ຽວກັບຄົນອື່ນ ແລະ ເຮົາມັກຄົນທີ່ຍອມຮັບຄວາມຈິງດ້ວຍຄວາມເຕັມໃຈ; ສຳລັບມະນຸດສອງປະເພດນີ້ ເຮົາສະແດງຄວາມຫ່ວງໃຍຢ່າງໃຫຍ່ຫຼວງ ຍ້ອນໃນສາຍຕາຂອງເຮົາ ພວກເຂົາເປັນມະນຸດທີ່ຊື່ສັດ. ຖ້າເຈົ້າເປັນຄົນຫຼອກລວງ ແລ້ວເຈົ້າກໍຈະມີຫົວໃຈທີ່ບໍ່ເຊື່ອໃຜ ແລະ ສົງໄສຕໍ່ທຸກຄົນ ແລະ ທຸກເລື່ອງ ແລະ ດ້ວຍເຫດນັ້ນ ຄວາມເຊື່ອທີ່ເຈົ້າມີຕໍ່ເຮົາແມ່ນເກີດຂຶ້ນເທິງພື້ນຖານຂອງຄວາມສົງໄສ. ເຮົາບໍ່ສາມາດຮັບຮູ້ຄວາມເຊື່ອດັ່ງກ່າວໄດ້. ການຂາດຄວາມເຊື່ອທີ່ແທ້ຈິງ ເຈົ້າກໍຈະຍິ່ງປາສະຈາກຄວາມຮັກທີ່ແທ້ຈິງ. ແລ້ວຖ້າເຈົ້າສາມາດສົງໄສພຣະເຈົ້າ ແລະ ຄາດເດົາກ່ຽວກັບພຣະອົງຕາມໃຈມັກ ແລ້ວເຈົ້າກໍເປັນຄົນທີ່ຫຼອກລວງທີ່ສຸດຢ່າງບໍ່ຕ້ອງສົງໄສ. ເຈົ້າຄາດຄະເນວ່າ ພຣະເຈົ້າສາມາດເປັນຄືກັບມະນຸດໄດ້ ຫຼື ບໍ່: ນັ້ນ ຄືຄວາມຜິດບາບທີ່ຍົກໂທດໃຫ້ບໍ່ໄດ້, ເປັນຄົນທີ່ມີບຸກຄະລິກຕໍ່າ, ປາສະຈາກຄວາມຍຸຕິທຳ ແລະ ເຫດຜົນ, ຂາດຄວາມສຳນຶກແຫ່ງຄວາມຊອບທໍາ, ຕົກຢູ່ໃນກົນລະຍຸດທີ່ຊົ່ວຊ້າ, ມີເລ່ລ່ຽມ ແລະ ສະຫຼາດແກມໂກງ, ເປັນທີ່ພໍໃຈຂອງສິ່ງຊົ່ວຮ້າຍ ແລະ ຄວາມມືດມົງ ແລະ ອື່ນໆອີກ. ເຫດຜົນທີ່ມະນຸດມີຄວາມຄິດດັ່ງກ່າວບໍ່ແມ່ນຍ້ອນມະນຸດບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວກ່ຽວກັບພຣະເຈົ້າບໍ? ຄວາມເຊື່ອປະເພດນີ້ບໍ່ມີຫຍັງນອກຈາກຄວາມຜິດບາບ! ເຖິງກັບມີບາງຄົນທີ່ເຊື່ອວ່າ ຄົນທີ່ເຮັດໃຫ້ເຮົາພໍໃຈແມ່ນຄົນປະຈົບປະແຈງ ແລະ ຄົນລູບແຂ່ງເລຍຂາແທ້ໆ ແລະ ຄົນທີ່ບໍ່ມີທັກສະດັ່ງກ່າວກໍຈະບໍ່ຖືກຕ້ອນຮັບໃນເຮືອນຂອງພຣະເຈົ້າ ແລະ ຈະສູນເສຍຕໍາແໜ່ງຂອງພວກເຂົາໃນທີ່ນັ້ນ. ສິ່ງນີ້ແມ່ນຄວາມຮູ້ທັງໝົດທີ່ພວກເຈົ້າໄດ້ຮັບຫຼັງຈາກຊ່ວງເວລາທີ່ຜ່ານມາບໍ? ນີ້ແມ່ນສິ່ງທີ່ພວກເຈົ້າໄດ້ຮັບບໍ? ແລ້ວຄວາມຮູ້ຂອງພວກເຈົ້າທີ່ກ່ຽວກັບເຮົາບໍ່ໄດ້ຢຸດຕິລົງພຽງທີ່ຄວາມເຂົ້າໃຈຜິດເຫຼົ່ານີ້; ຮ້າຍແຮງໄປກວ່ານັ້ນກໍຄືການໝິ່ນປະໝາດທີ່ພວກເຈົ້າມີຕໍ່ພຣະວິນຍານຂອງພຣະເຈົ້າ ແລະ ການປະນາມສະຫວັນ. ນີ້ຄືເຫດຜົນທີ່ເຮົາເວົ້າວ່າ ຄວາມເຊື່ອປະເພດດັ່ງກ່າວຂອງພວກເຈົ້າຈະພຽງແຕ່ເຮັດໃຫ້ພວກເຈົ້າຫ່າງເຫີນຈາກເຮົາ ແລະ ຕໍ່ຕ້ານເຮົາຫຼາຍຍິ່ງຂຶ້ນ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີທີ່ຈະຮູ້ຈັກພຣະເຈົ້າເທິງແຜ່ນດິນໂລກ). ພຣະທຳແຫ່ງການພິພາກສາ ແລະ ການເປີດເຜີຍຂອງພຣະເຈົ້າໂຈມຕີຄວາມຢ້ານກົວໃນຫົວໃຈຂອງຂ້ອຍ ໂດຍສະເພາະໃນສ່ວນທີ່ພຣະອົງເວົ້າວ່າ “ແລ້ວຄວາມຮູ້ຂອງພວກເຈົ້າທີ່ກ່ຽວກັບເຮົາບໍ່ໄດ້ຢຸດຕິລົງພຽງທີ່ຄວາມເຂົ້າໃຈຜິດເຫຼົ່ານີ້; ຮ້າຍແຮງໄປກວ່ານັ້ນກໍຄືການໝິ່ນປະໝາດທີ່ພວກເຈົ້າມີຕໍ່ພຣະວິນຍານຂອງພຣະເຈົ້າ ແລະ ການປະນາມສະຫວັນ”. ນັ້ນເປັນສິ່ງທີ່ສະເທືອນຄວາມຮູ້ສຶກສຳລັບຂ້ອຍຫຼາຍ. ການຢູ່ໃນສະພາວະແຫ່ງການປ້ອງກັນ ແລະ ການຫຼົງຜິດນັ້ນຄືການທີ່ຂ້ອຍຕໍ່ຕ້ານ ແລະ ໝິ່ນປະໝາດພຣະເຈົ້າ. ຂ້ອຍຄິດວ່າ ຕະຫຼອດເວລາເຫຼົ່ານັ້ນ ຂ້ອຍຖືກປົດຈາກບົດບາດການເປັນຜູ້ນໍາໄດ້ແນວໃດ, ມັນເປັນເພາະຂ້ອຍບໍ່ໄດ້ສະແຫວງຫາຄວາມຈິງ, ແຕ່ຂ້ອຍພຽງໄລ່ຕາມຊື່ ແລະ ສະຖານະເທົ່ານັ້ນ, ພະຍາຍາມເຮັດໃຫ້ຜູ້ຄົນເຊີດຊູຂ້ອຍ ແລະ ນັບຖືຂ້ອຍ. ຂ້ອຍຢູ່ໃນເສັ້ນທາງທີ່ຂັດກັບພຣະເຈົ້າ. ຫຼັງຈາກທີ່ໄດ້ຖືກປົດອອກຈາກຕໍາແໜ່ງຂອງຂ້ອຍ, ມັນຄືພຣະທຳຂອງພຣະເຈົ້າທີ່ນໍາພາຂ້ອຍໃຫ້ເຂົ້າໃຈຄວາມປະສົງຂອງພຣະອົງ; ມັນຄືພຣະທຳຂອງພຣະເຈົ້າທີ່ຊີ້ນໍາຂ້ອຍອອກຈາກຄວາມລົ້ມເຫຼວ ແລະ ຄວາມຄິດລົບຂອງຂ້ອຍ. ແມ່ນແຕ່ຫຼັງຈາກນັ້ນ, ພຣະເຈົ້າຍັງໃຫ້ໂອກາດຂ້ອຍສືບຕໍ່ເຮັດໜ້າທີ່ຂອງຂ້ອຍ ເພື່ອສະແຫວງຫາຄວາມຈິງ ແລະ ຮັບເອົາຄວາມລອດພົ້ນຂອງພຣະອົງໃນລະຫວ່າງທີ່ປະຕິບັດໜ້າທີ່ຂອງຂ້ອຍ. ຂ້ອຍຮູ້ວ່າພຣະເຈົ້າບໍ່ມີເຈດຕະນາຈະເປີດໂປງ ແລະ ກໍາຈັດຂ້ອຍ, ແຕ່ຂ້ອຍເຕັມໄປດ້ວຍການຄາດເດົາ ແລະ ຄວາມສົງໄສ, ຄິດວ່າພຣະເຈົ້າຈະໃຊ້ການບໍລິການຂອງຂ້ອຍໃນຖານະທີ່ເປັນຜູ້ນໍາເພື່ອເປີດໂປງ ແລະ ກໍາຈັດຂ້ອຍຖິ້ມ. ນັ້ນຄືຄວາມເຂົ້າໃຈຜິດທັງສິ້ນກ່ຽວກັບພຣະເຈົ້າ, ມັນຄືການໝິ່ນປະໝາດ! ໃນທີ່ສຸດ ສິ່ງນີ້ກໍກະຕຸ້ນຫົວໃຈທີ່ກະບົດຂອງຂ້ອຍໜ້ອຍໜຶ່ງ ແລະ ຂ້ອຍເຫັນວ່າ ເຖິງວ່າຂ້ອຍຈະຖືກປົດສອງສາມຄັ້ງ, ຂ້ອຍກໍບໍ່ເຄີຍໃຊ້ປະສົບການເຫຼົ່ານັ້ນໃຫ້ເປັນໂອກາດໃນການສະແຫວງຫາຄວາມຈິງ ແລະ ໄຕ່ຕອງກ່ຽວກັບຕົນເອງ. ກົງກັນຂ້າມ, ຄວາມເຂົ້າໃຈຜິດຂອງຂ້ອຍກ່ຽວກັບພຣະເຈົ້າ ແລະ ການຕັ້ງທ່າລະວັງຂອງຂ້ອຍແມ່ນເພີ່ມຂຶ້ນ. ຂ້ອຍເຕັມໄປດ້ວຍຄວາມຮູ້ສຶກຜິດ ແລະ ເສຍໃຈ.
ຂ້ອຍໄດ້ອ່ານອີກຂໍ້ຄວາມໃນພຣະທຳຂອງພຣະເຈົ້າຫຼັງຈາກນັ້ນ: “ໃນຊ່ວງເວລາທີ່ຄົນເສື່ອມຊາມໄດ້ຮັບສະຖານະ, ບໍ່ວ່າພວກເຂົາຈະເປັນໃຜກໍຕາມ, ຕໍ່ມາພວກເຂົາກາຍເປັນຜູ້ຕໍ່ຕ້ານພຣະຄຣິດບໍ? (ຖ້າພວກເຂົາບໍ່ສະແຫວງຫາຄວາມຈິງ, ພວກເຂົາກໍຈະກາຍເປັນຜູ້ຕໍ່ຕ້ານພຣະຄຣິດ, ແຕ່ຖ້າພວກເຂົາສະແຫວງຫາຄວາມຈິງ, ພວກເຂົາກໍຈະບໍ່ກາຍເປັນຜູ້ຕໍ່ຕ້ານພຣະຄຣິດ). ສິ່ງນີ້ບໍ່ແມ່ນຄວາມເດັດຂາດເລີຍ. ສະນັ້ນ, ບັນດາຜູ້ທີ່ຍ່າງບົນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດຍ່າງບົນເສັ້ນທາງນັ້ນຍ້ອນສະຖານະບໍ? ສິ່ງນັ້ນເກີດຂຶ້ນເມື່ອຜູ້ຄົນບໍ່ຍ່າງບົນເສັ້ນທາງທີ່ຖືກຕ້ອງ. ພວກເຂົາມີເສັ້ນທາງທີ່ດີໃຫ້ຍ່າງຕາມ, ແຕ່ພວກເຂົາບໍ່ຍ່າງຕາມມັນ; ກົງກັນຂ້າມ, ພວກເຂົາຢືນຢັນທີ່ຈະຍ່າງບົນເສັ້ນທາງທີ່ຊົ່ວຮ້າຍ. ນີ້ແມ່ນຄ້າຍຄືກັນກັບວິທີການທີ່ຄົນກິນ: ບາງຄົນບໍ່ຍອມບໍລິໂພກອາຫານທີ່ບຳລຸງລ້ຽງຮ່າງກາຍ ແລະ ຄ້ຳຈູນການມີຊີວິດແບບປົກກະຕິຂອງພວກເຂົາ, ແຕ່ກົງກັນຂ້າມ ກັບຢືນຢັນທີ່ຈະບໍລິໂພກສິ່ງທີ່ທໍາຮ້າຍພວກເຂົາ, ເຊິ່ງໃນທີ່ສຸດກໍຈະເຮັດໃຫ້ຕົວເອງຊຸດໂຊມລົງ. ນີ້ບໍ່ແມ່ນທາງເລືອກຂອງພວກເຂົາເອງບໍ? ບາງຄົນທີ່ເຄີຍເປັນຜູ້ນຳ ແລະ ຖືກກຳຈັດຫຼັງຈາກນັ້ນໄດ້ເຜີຍແຜ່ຫຍັງອອກໄປ? ‘ຈົ່ງຢ່າເປັນຜູ້ນຳ ແລະ ຢ່າປ່ອຍໃຫ້ຕົວເອງໄດ້ຮັບສະຖານະ. ຄົນຕົກຢູ່ໃນອັນຕະລາຍໃນເວລາທີ່ພວກເຂົາໄດ້ຮັບສະຖານະໃດໜຶ່ງ ແລະ ພຣະເຈົ້າຈະເປີດໂປງພວກເຂົາ! ເມື່ອພວກເຂົາຖືກເປີດໂປງ, ພວກເຂົາຈະບໍ່ຄູ່ຄວນແມ່ນແຕ່ເປັນຜູ້ເຊື່ອທຳມະດາ ແລະ ຈະບໍ່ມີໂອກາດໃດອີກຕໍ່ໄປ’. ຈະເວົ້າວ່າສິ່ງນັ້ນເປັນສິ່ງປະເພດໃດ? ຢ່າງດີທີ່ສຸດ, ມັນສະແດງເຖິງຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າ; ຢ່າງຮ້າຍທີ່ສຸດ, ມັນເປັນການໝິ່ນປະໝາດພຣະອົງ. ຖ້າເຈົ້າບໍ່ຍ່າງບົນເສັ້ນທາງທີ່ຖືກຕ້ອງ, ບໍ່ສະແຫວງຫາຄວາມຈິງ ແລະ ບໍ່ເດີນຕາມທາງຂອງພຣະເຈົ້າ, ແຕ່ກົງກັນຂ້າມ ເຈົ້າຢືນຢັນທີ່ຈະໄປຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດ ແລະ ຈົບລົງບົນເສັ້ນທາງຂອງໂປໂລ, ໃນທີ່ສຸດກໍ່ພົບກັບຜົນຮັບດຽວກັນ, ຈຸດຈົບດຽວກັນຄືກັບໂປໂລ, ຍັງຕຳນິພຣະເຈົ້າ ແລະ ເວົ້າວ່າການພິພາກສາຂອງພຣະເຈົ້ານັ້ນບໍ່ຊອບທຳ, ແລ້ວເຈົ້າບໍ່ແມ່ນບົດຄວາມທີ່ແທ້ຈິງຂອງຜູ້ຕໍ່ຕ້ານພຣະຄຣິດບໍ? ພຶດຕິກໍາດັ່ງກ່າວຖືກສາບແຊ່ງ!” (ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ວິທີການແກ້ໄຂການລໍ້ລວງ ແລະ ພັນທະນາການຂອງສະຖານະ). ຂໍ້ຄວາມນີ້ໃນພຣະທຳຂອງພຣະເຈົ້າສະແດງໃຫ້ຂ້ອຍເຫັນວ່າ ເມື່ອຜູ້ຄົນເດີນໄປຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດ ແລະ ຖືກກຳຈັດ, ມັນບໍ່ແມ່ນຍ້ອນວ່າພວກເຂົາທຳລາຍດ້ວຍກັບດັກຂອງສະຖານະ. ມັນຖືກຝັງໄວ້ໃນຄວາມລົ້ມເຫຼວທີ່ຈະສະແຫວງຫາຄວາມຈິງ; ມັນຖືກຝັງໄວ້ໃນການສະແຫວງຫາຊື່ສຽງ ແລະ ຜົນປະໂຫຍດຢູ່ສະເໝີ, ໃນການໂອ້ອວດ ແລະ ການຕ້ອງການຮັບເອົາການຍ້ອງຍໍ, ບາງຄັ້ງເຖິງກັບຢູ່ໃນຈຸດທີ່ເຮັດສິ່ງຊົ່ວຮ້າຍ ແລະ ຂັດຂວາງວຽກງານຂອງຄຣິດຕະຈັກ. ລອງເບິ່ງໃກ້ໆ, ຂ້ອຍໄດ້ເຫັນວ່າຄວາມລົ້ມເຫລວທີ່ຜ່ານມາຂອງຂ້ອຍບໍ່ໄດ້ເປັນຍ້ອນຕໍາແຫນ່ງຂອງຂ້ອຍ, ແຕ່ເປັນເພາະຂ້ອຍມີອຸປະນິໄສທີ່ອວດດີ ແລະ ບໍ່ໄດ້ສະແຫວງຫາຄວາມຈິງໃນໜ້າທີ່ຂອງຂ້ອຍ. ກົງກັນຂ້າມ, ຂ້ອຍກຳລັງສະແຫວງຫາຊື່ ແລະ ສະຖານະ ແລະ ບໍ່ໄດ້ເຊີດຊູໜ້າທີ່ຂອງຂ້ອຍຢ່າງຖືກຕ້ອງ. ອ້າຍເອື້ອຍນ້ອງຄົນອື່ນອີກຫຼາຍຄົນມີຕຳແໜ່ງຂອງຜູ້ນໍາເຊັ່ນກັນ, ແຕ່ພວກເຂົາໄດ້ເດີນໄປໃນເສັ້ນທາງທີ່ຖືກຕ້ອງ. ພວກເຂົາໃຫ້ຄວາມສຳຄັນກັບການໄຕ່ຕອງຕົນເອງ ແລະ ການຮູ້ຈັກຕົນເອງ ເມື່ອພວກເຂົາເປີດເຜີຍຄວາມເສື່ອມຊາມ, ປະສົບກັບຄວາມຫຼົ້ມເຫຼວ ຫຼື ກະທຳການຝ່າຝືນ; ພວກເຂົາໃຫ້ຄວາມສຳຄັນກັບການສະແຫວງຫາຄວາມຈິງ ເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ, ເຮັດສິ່ງຕ່າງໆຕາມຄວາມຈິງ-ຫຼັກການ. ພວກເຂົາຍັງປະສົບຜົນສຳເລັດຫຼາຍຂຶ້ນເລື້ອຍໆໃນວຽກງານຂອງພວກເຂົາຕະຫຼອດເວລາ. ການມີສະຖານະສະແດງໃຫ້ເຫັນເຖິງທາດແທ້ຂອງຄົນໆໜຶ່ງແທ້ໆ. ສຳລັບບາງຄົນທີ່ສະແຫວງຫາຄວາມຈິງ, ບໍ່ວ່າພວກເຂົາຈະມີຕໍາແໜ່ງທີ່ສູງສໍ່າໃດກໍຕາມ, ພວກເຂົາຈະບໍ່ຖືກກະຕຸ້ນໃຫ້ເຮັດສິ່ງທີ່ຊົ່ວຮ້າຍ, ແຕ່ສຳລັບຄົນທີ່ບໍ່ສະແຫວງຫາຄວາມຈິງ, ພວກເຂົາຈະຖືກກຳຈັດໃນທີ່ສຸດ ເຖິງແມ່ນວ່າພວກເຂົາບໍ່ໄດ້ຢູ່ໃນຕໍາແໜ່ງທີ່ມີອຳນາດ. ການຮັບເອົາຄວາມເຂົ້າໃຈກ່ຽວກັບທຸກສິ່ງນີ້ຍັງຊ່ວຍໃຫ້ຂ້ອຍຮັບຮູ້ວ່າເປັນຫຍັງຂ້ອຍຈຶ່ງຕໍ່ຕ້ານການຖືກເລືອກໃຫ້ເປັນຜູ້ນໍາຫຼາຍ ແລະ ເປັນຫຍັງຂ້ອຍຈຶ່ງມີຂໍ້ອ້າງທີ່ຈະບໍ່ຮັບເອົາໜ້າທີ່ນັ້ນ. ຫຼັກໆແລ້ວ ມັນເປັນເພາະວ່າ ເຖິງແມ່ນວ່າຫຼັງຈາກການຖືກປົດສອງສາມຄັ້ງ, ຂ້ອຍຍັງບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ໄຕ່ຕອງເຖິງຮາກຂອງຄວາມລົ້ມເຫຼວຂອງຂ້ອຍ, ແຕ່ກົງກັນຂ້າມ ຂ້ອຍຄິດວ່າມັນຄືສະຖານະທີ່ຂ້ອຍມີ ເຊິ່ງເຮັດໃຫ້ຂ້ອຍສະດຸດລົ້ມຄັ້ງແລ້ວຄັ້ງເລົ່າ. ຂ້ອຍຍັງຍຶດຕິດກັບຄວາມເຊື່ອຜິດໆ ເຊັ່ນ: “ຍິ່ງພວກເຂົາຍິ່ງໃຫຍ່ເທົ່າໃດ, ພວກເຂົາກໍ່ຍິ່ງລົ້ມລົງຍາກເທົ່າໃດ” ແລະ “ມັນໂດດດ່ຽວຢູ່ເທິງສຸດ” ຄືກັບວ່າພວກມັນເປັນຄວາມຈິງ. ດັ່ງນັ້ນ ເມື່ອອ້າຍເອື້ອຍນ້ອງເລືອກໃຫ້ຂ້ອຍເປັນຜູ້ນໍາອີກຄັ້ງ, ຂ້ອຍຈຶ່ງບໍ່ຍອມ ແລະ ຮັບເອົາມັນຢ່າງມີຄວາມສຸກ, ແຕ່ພັດພະຍາຍາມປົກປ້ອງຕົນເອງແທນ, ຢ້ານວ່າຖ້າຫາກວ່າຂ້ອຍຮັບໃຊ້ເປັນຜູ້ນໍາ ຂ້ອຍຈະຖືກເປີດໂປງ ແລະ ຖືກປົດອີກຄັ້ງ ຫຼື ຂ້ອຍຈະຈົບລົງໂດຍການເຮັດການຊົ່ວຮ້າຍ ແລະ ຖືກຂັບໄລ່. ຂ້ອຍຊ່າງໂງ່ແທ້ໆ!
ຂ້ອຍໄດ້ອ່ານສິ່ງນີ້ຢູ່ໃນພຣະທຳຂອງພຣະເຈົ້າເຊັ່ນກັນ: “ລະຫວ່າງໜ້າທີ່ຂອງມະນຸດ ແລະ ເລື່ອງທີ່ວ່າພວກເຂົາຈະໄດ້ຮັບພອນ ຫຼື ວ່າຄໍາສາບແຊ່ງນັ້ນ ແມ່ນບໍ່ກ່ຽວຂ້ອງກັນ. ໜ້າທີ່ແມ່ນສິ່ງທີ່ມະນຸດຄວນປະຕິບັດ; ມັນແມ່ນວຽກງານທີ່ສະຫວັນສົ່ງມາ ແລະ ບໍ່ຄວນອີງໃສ່ຜົນຕອບແທນ, ເງື່ອນໄຂ ແລະ ເຫດຜົນ. ເມື່ອນັ້ນເທົ່ານັ້ນ ຈຶ່ງຖືວ່າ ເຂົາໄດ້ປະຕິບັດຕໍ່ໜ້າທີ່ຂອງຕົນ. ການໄດ້ຮັບພອນແມ່ນເວລາທີ່ຄົນເຮົາຖືກເຮັດໃຫ້ສົມບູນ ແລະ ມີຄວາມສຸກກັບພອນຂອງພຣະເຈົ້າຫຼັງຈາກໄດ້ປະສົບກັບການພິພາກສາ. ການຖືກສາບແຊ່ງແມ່ນເວລາທີ່ໃຈຂອງບາງຄົນບໍ່ປ່ຽນແປງຫລັງຈາກປະສົບກັບການຂ້ຽນຕີ ແລະ ການພິພາກສາ, ມັນແມ່ນເວລາທີ່ພວກເຂົາບໍ່ໄດ້ປະສົບກັບການຖືກເຮັດໃຫ້ສົມບູນ ນອກຈາກຖືກລົງໂທດ. ແຕ່ຢ່າງໃດກໍຕາມ ບໍ່ວ່າພວກເຂົາຈະໄດ້ຮັບພອນ ຫຼື ຖືກສາບແຊ່ງກໍຕາມ, ສິ່ງມີຊີວິດທີ່ຖືກສ້າງຂຶ້ນກໍຄວນສໍາເລັດໜ້າທີ່ຂອງຕົນ, ປະຕິບັດສິ່ງທີ່ພວກເຂົາຄວນປະຕິບັດ ແລະ ເຮັດໃນສິ່ງທີ່ພວກເຂົາສາມາດເຮັດໄດ້; ນີ້ຄືສິ່ງທີ່ໜ້ອຍທີ່ສຸດທີ່ຄົນທີ່ສະແຫວງຫາພຣະເຈົ້າຄວນເຮັດ. ເຈົ້າບໍ່ຄວນປະຕິບັດໜ້າທີ່ຂອງເຈົ້າພຽງແຕ່ຢາກໄດ້ຮັບພອນ ແລະ ເຈົ້າບໍ່ຄວນປະຕິເສດທີ່ຈະກະທໍາເພາະຢ້ານຖືກສາບແຊ່ງ. ເຮົາຂໍບອກພວກເຈົ້າກ່ຽວກັບສິ່ງນີ້ວ່າ: ການປະຕິບັດໜ້າຂອງມະນຸດແມ່ນສິ່ງທີ່ເຂົາຄວນເຮັດ ແລະ ຖ້າເຂົາບໍ່ສາມາດປະຕິບັດໜ້າທີ່ຂອງຕົນໄດ້ ນັ້ນແມ່ນຄວາມກະບົດຂອງເຂົາ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ). ຂ້ອຍສາມາດເຫັນໄດ້ຈາກພຣະທຳຂອງພຣະເຈົ້າວ່າ ໜ້າທີ່ຂອງຄົນໆໜຶ່ງບໍ່ແມ່ນປັດໄຈທີ່ຕັດສິນໃຈວ່າ ໃນທີ່ສຸດແລ້ວ ພວກເຂົາຈະໄດ້ຮັບພອນ ຫຼື ຖືກສາບແຊ່ງ; ກົງກັນຂ້າມ, ຫຼັກໆແລ້ວ ນັ້ນແມ່ນອີງໃສ່ການທີ່ພວກເຂົາໄດ້ສະແຫວງຫາຄວາມຈິງໃນໜ້າທີ່ຂອງພວກເຂົາ ຫຼື ບໍ່, ພວກເຂົາຈົບລົງດ້ວຍການຮັບເອົາຄວາມຈິງ ແລະ ບັນລຸການປ່ຽນແປງໃນອຸປະນິໄສ ຫຼື ບໍ່. ຂ້ອຍຮູ້ສຶກລະອາຍໃຈເນື່ອງຈາກພຣະທຳຂອງພຣະເຈົ້າ ແລະ ຂ້ອຍເຫັນວ່າໃນຕະຫຼອດປີທັງໝົດທີ່ຂ້ອຍມີຄວາມເຊື່ອ, ຂ້ອຍພຽງແຕ່ໄລ່ຕາມອະນາຄົດ ແລະ ປາຍທາງສ່ວນຕົວຂອງຂ້ອຍຢ່າງບ້າປ່ວງ. ໃນຕອນທໍາອິດ, ຂ້ອຍຄິດວ່າການມີຕໍາແໜ່ງຜູ້ນໍາໃນເຮືອນຂອງພຣະເຈົ້າຈະໄດ້ຮັບຄວາມນັບຖືຈາກຄົນອື່ນ ແລະ ການຮອງຮັບຈາກພຣະເຈົ້າ, ຂ້ອຍຈະຈົບລົງດ້ວຍການໄດ້ຮັບພອນ ແລະ ການມີຈຸດໝາຍປາຍທາງທີ່ດີ. ສິ່ງນັ້ນໄດ້ກະຕຸ້ນໃຫ້ຂ້ອຍເອງພະຍາຍາມຢ່າງກະຕືລືລົ້ນ, ທົນທຸກສຳລັບໜ້າທີ່ຂອງຂ້ອຍ. ແຕ່ຫຼັງຈາກຖືກປົດຫຼາຍຄັ້ງ, ຂ້ອຍກໍຢ້ານທີ່ຈະຖືກເປີດໂປງ ແລະ ຖືກກຳຈັດໃນຖານະເປັນຜູ້ນຳ, ສະນັ້ນ ຂ້ອຍຈຶ່ງລັງເລທີ່ຈະຮັບເອົາໜ້າທີ່ນັ້ນ. ຂ້ອຍຮູ້ວ່າຂ້ອຍກຳລັງເຮັດໜ້າທີ່ຂອງຂ້ອຍໃນວິທີການດຳເນີນການ, ເພື່ອຮັບເອົາຈຸດໝາຍປາຍທາງທີ່ດີຈາກພຣະເຈົ້າ. ຂ້ອຍເຖິງກັບຕ້ອງການໃຫ້ພຣະເຈົ້າຮັບປະກັນເປັນສ່ວນຕົວວ່າຂ້ອຍສາມາດຖືກຊ່ວຍໃຫ້ລອດພົ້ນກ່ອນທີ່ຂ້ອຍຈະເຕັມໃຈເສຍສະຫຼະບາງຢ່າງ ແລະ ສະຫຼະຄວາມພະຍາຍາມບາງຢ່າງ. ຂ້ອຍປະຕິເສດການຝາກຝັງຂອງພຣະເຈົ້າສຳລັບຂ້ອຍ ເພື່ອປົກປ້ອງຕົນເອງ, ບິດເບືອນເຫດຜົນ ແລະ ຊອກຫາຂໍ້ອ້າງ ໂດຍເວົ້າວ່າຂ້ອຍຢ້ານທີ່ຈະຂວາງຫົນທາງຂອງວຽກງານໃນຄຣິດຕະຈັກ. ຂ້ອຍເຖິງກັບຄິດວ່າຂ້ອຍມີເຫດຜົນຢ່າງສົມບູນ, ມັນກົງກັນຂ້າມຢ່າງສິ້ນເຊີງ! ໃນຈຸດນັ້ນ, ຂ້ອຍຮູ້ສຶກບໍ່ດີຫຼາຍ ເມື່ອຂ້ອຍໄດ້ອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າ: “ການປະຕິບັດໜ້າຂອງມະນຸດແມ່ນສິ່ງທີ່ເຂົາຄວນເຮັດ ແລະ ຖ້າເຂົາບໍ່ສາມາດປະຕິບັດໜ້າທີ່ຂອງຕົນໄດ້ ນັ້ນແມ່ນຄວາມກະບົດຂອງເຂົາ”. ມັນເປັນພຽງແຕ່ຂໍ້ແທ້ຈິງທີ່ວ່າ ຂ້ອຍຂາດຄວາມຈິງ-ຄວາມເປັນຈິງ ແລະ ວຸດທິພາວະຂອງຂ້ອຍມີບໍ່ພຽງພໍ. ການທີ່ພຣະເຈົ້າມອບໂອກາດໃຫ້ຂ້ອຍໄດ້ເຮັດໜ້າທີ່ເປັນຜູ້ນໍາບໍ່ແມ່ນເພາະວ່າຂ້ອຍສາມາດທີ່ຈະຮັບບົດບາດນັ້ນ, ແຕ່ມີຄວາມຫວັງວ່າຂ້ອຍຈະສະແຫວງຫາຄວາມຈິງຜ່ານການປະຕິບັດໜ້າທີ່ຂອງຂ້ອຍ, ຂ້ອຍຈະແກ້ໄຂຂໍ້ບົກຜ່ອງສ່ວນຕົວຂອງຂ້ອຍ ແລະ ສາມາດປະຕິບັດໜ້າທີ່ຂອງຂ້ອຍໃຫ້ເປັນທີ່ພໍໃຈ. ແຕ່ກົງກັນຂ້າມ, ຂ້ອຍເຫັນແກ່ຕົວ ແລະ ເປັນຕາລັງກຽດ, ພຽງແຕ່ຄິດເຖິງຕົນເອງ, ຢ້ານວ່າຖ້າຂ້ອຍຖືກເປີດໂປງ ແລະ ຖືກປ່ຽນແທນໃນຖານະຜູ້ນຳ, ຂ້ອຍຈະສູນເສຍຜົນໄດ້ຮັບ ແລະ ຈຸດໝາຍປາຍທາງທີ່ດີ. ແລ້ວດ້ວຍເຫດນັ້ນ ຂ້ອຍຈຶ່ງໃຊ້ສະໝອງຂອງຂ້ອຍຢ່າງໜັກເພື່ອອອກຈາກມັນ. ຂ້ອຍກະບົດຢ່າງບໍ່ໜ້າເຊື່ອ, ຂ້ອຍຈະສາມາດອ້າງວ່າມີການຍອມຕໍ່ພຣະເຈົ້າແມ່ນແຕ່ໜ້ອຍດຽວໄດ້ແນວໃດ?
ຂ້ອຍໄດ້ອ່ານຂໍ້ຄວາມອີກສອງສາມຂໍ້ໃນພຣະທຳຂອງພຣະເຈົ້າໃນການສະແຫວງຫາຂອງຂ້ອຍ. “ພາລະກິດຂອງເປໂຕແມ່ນການປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າ. ລາວບໍ່ໄດ້ປະຕິບັດພາລະກິດໃນບົດບາດຂອງອັກຄະສາວົກ, ແຕ່ໃນເສັ້ນທາງຂອງການສະແຫວງຫາຄວາມຮັກສໍາລັບພຣະເຈົ້າ. ເສັ້ນທາງແຫ່ງພາລະກິດຂອງໂປໂລແມ່ນປະກອບດ້ວຍການສະແຫວງຫາເພື່ອຜົນປະໂຫຍດສ່ວນຕົວຂອງລາວ: ການສະແຫວງຫາຂອງລາວແມ່ນບໍ່ໄດ້ເຫັນແກ່ຫຍັງເລີຍ ນອກຈາກຄວາມຫວັງສຳລັບອະນາຄົດຂອງລາວ ແລະ ຄວາມປາຖະໜາສຳລັບຈຸດໝາຍປາຍທາງທີ່ດີ. ລາວບໍ່ຍອມຮັບເອົາການຫຼໍ່ຫຼອມໃນລະຫວ່າງປະຕິບັດພາລະກິດຂອງລາວ ຫຼື ລາວບໍ່ຍອມຮັບເອົາການລິຮານ ແລະ ການຈັດການ. ລາວເຊື່ອວ່າ ຕາບໃດທີ່ພາລະກິດທີ່ລາວເຮັດນັ້ນສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ ແລະ ທຸກສິ່ງທີ່ລາວເຮັດນັ້ນເປັນທີ່ພໍໃຈພຣະເຈົ້າ, ແລ້ວໃນທີ່ສຸດ ລາງວັນກໍຈະເປັນຂອງລາວ. ບໍ່ມີປະສົບການສ່ວນຕົວໃນພາລະກິດຂອງລາວ, ພາລະກິດນັ້ນແມ່ນລ້ວນແລ້ວແຕ່ເພື່ອຕົວມັນເອງ ແລະ ບໍ່ໄດ້ປະຕິບັດໃນທ່າມກາງການສະແຫວງຫາເພື່ອປ່ຽນແປງ. ທຸກສິ່ງທີ່ຢູ່ໃນພາລະກິດຂອງລາວແມ່ນປະຕິບັດໃນຮູບແບບທຸລະກິດ, ມັນບໍ່ໄດ້ປະຕິບັດໃນຮູບແບບໜ້າທີ່ ຫຼື ການຍິນຍອມຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າ. ໃນລະຫວ່າງເສັ້ນທາງແຫ່ງພາລະກິດຂອງໂປໂລນັ້ນ, ບໍ່ມີການປ່ຽນແປງໃນອຸປະນິໄສເດີມຂອງລາວ. ພາລະກິດຂອງລາວແມ່ນເປັນການບໍລິການຄົນອື່ນເທົ່ານັ້ນ ແລະ ບໍ່ສາມາດນໍາການປ່ຽນແປງມາສູ່ອຸປະນິໄສຂອງລາວໄດ້. ໂປໂລປະຕິບັດພາລະກິດຂອງລາວໂດຍກົງ ໂດຍບໍ່ໄດ້ຖືກເຮັດໃຫ້ສົມບູນ ຫຼື ຖືກຈັດການ ແຕ່ລາວຖືກຜັກດັນໂດຍລາງວັນ. ເປໂຕແມ່ນແຕກຕ່າງ: ລາວເປັນຄົນທີ່ຜະເຊີນກັບການລິຮານ ແລະ ການຈັດການ ແລະ ໄດ້ຜະເຊີນກັບການຫຼໍ່ຫຼອມ. ໂດຍພື້ນຖານແລ້ວ ຈຸດປະສົງ ແລະ ແຮງຜັກດັນຂອງພາລະກິດຂອງເປໂຕແຕກຕ່າງຈາກໂປໂລ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ). “ໃນຖານະທີ່ເປັນສິ່ງຖືກສ້າງຂອງພຣະເຈົ້າ, ມະນຸດຄວນສະແຫວງຫາເພື່ອປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າ ແລະ ສະແຫວງຫາເພື່ອຮັກພຣະເຈົ້າໂດຍບໍ່ຕັດສິນໃຈເປັນຢ່າງອື່ນ ຍ້ອນພຣະເຈົ້າສົມຄວນໄດ້ຮັບຄວາມຮັກຂອງມະນຸດ. ຄົນທີ່ສະແຫວງຫາເພື່ອຮັກພຣະເຈົ້າບໍ່ຄວນສະແຫວງຫາຜົນປະໂຫຍດສ່ວນຕົວ ຫຼື ສິ່ງທີ່ພວກເຂົາປາຖະໜາເປັນການສ່ວນຕົວ; ນີ້ຄືວິທີການສະແຫວງຫາທີ່ຖືກຕ້ອງທີ່ສຸດ. ຖ້າສິ່ງທີ່ເຈົ້າສະແຫວງຫາແມ່ນຄວາມຈິງ, ສິ່ງທີ່ເຈົ້ານໍາເຂົ້າສູ່ການປະຕິບັດກໍແມ່ນຄວາມຈິງ ແລະ ສິ່ງທີ່ເຈົ້າບັນລຸກໍຄືການປ່ຽນແປງໃນອຸປະນິໄສຂອງເຈົ້າ, ແລ້ວເສັ້ນທາງທີ່ເຈົ້າຍ່າງກໍເປັນເສັ້ນທາງທີ່ຖືກຕ້ອງ. ຖ້າສິ່ງທີ່ເຈົ້າສະແຫວງຫາຄືຄວາມສຸກທາງເນື້ອໜັງ ແລະ ສິ່ງທີ່ເຈົ້ານໍາເຂົ້າສູ່ການປະຕິບັດແມ່ນຄວາມຈິງຈາກແນວຄິດຂອງເຈົ້າເອງ ແລະ ຖ້າບໍ່ມີການປ່ຽນແປງໃນອຸປະນິໄສຂອງເຈົ້າ ແລະ ເຈົ້າບໍ່ເຊື່ອຟັງພຣະເຈົ້າທີ່ສະຖິດຢູ່ໃນເນື້ອໜັງເລີຍ ແລະ ເຈົ້າຍັງດຳລົງຊີວິດຢູ່ກັບຄວາມເລື່ອນລອຍ, ແລ້ວສິ່ງທີ່ເຈົ້າສະແຫວງຫາກໍຈະນໍາພາເຈົ້າໄປສູ່ນະຮົກຢ່າງແນ່ນອນ, ຍ້ອນວ່າເສັ້ນທາງທີ່ເຈົ້າຍ່າງນັ້ນເປັນເສັ້ນທາງແຫ່ງຄວາມລົ້ມເຫຼວ. ບໍ່ວ່າເຈົ້າຈະຖືກເຮັດໃຫ້ສົມບູນ ຫຼື ຖືກລົບລ້າງ ແມ່ນຂຶ້ນຢູ່ກັບການສະແຫວງຫາຂອງເຈົ້າເອງ ເຊິ່ງໝາຍຄວາມວ່າ ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນຢູ່ກັບເສັ້ນທາງທີ່ມະນຸດຍ່າງ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ). ການອ່ານຂໍ້ຄວາມເຫຼົ່ານີ້ຊ່ວຍໃຫ້ຂ້ອຍເຂົ້າໃຈເສັ້ນທາງຂອງເປໂຕສູ່ຄວາມສໍາເລັດ ແລະ ເສັ້ນທາງຂອງໂປໂລສູ່ຄວາມລົ້ມເຫຼວໄດ້ດີຂຶ້ນ. ຂ້ອຍເຫັນວ່າເປໂຕພະຍາຍາມເຮັດໜ້າທີ່ຂອງສິ່ງທີ່ຖືກສ້າງ ແລະ ເພິ່ນຍອມຕໍ່ພຣະເຈົ້າ ບໍ່ວ່າໜ້າທີ່ຂອງເພິ່ນຈະນໍາເອົາພອນມາໃຫ້ກັບເພິ່ນ ຫຼື ບໍ່. ເພິ່ນເຮັດໜ້າທີ່ເປັນພະຍານທີ່ກຶກກ້ອງສໍາລັບພຣະເຈົ້າ, ເຊື່ອຟັງເຖິງຂັ້ນເສຍຊີວິດ. ໃນທາງກົງກັນຂ້າມ, ໂປໂລໄດ້ສະແຫວງຫາພອນ ແລະ ລາງວັນ ແລະ ວຽກງານທີ່ໜັກຂອງເພິ່ນແມ່ນເພື່ອຮັບເອົາມົງກຸດແຫ່ງຄວາມຊອບທຳ. ເພິ່ນໃຊ້ວຽກງານຂອງເພິ່ນໃຫ້ເປັນທຶນເພື່ອແລກປ່ຽນກັບພຣະເຈົ້າ, ເດີນຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດ ແລະ ໃນທີ່ສຸດກໍໄດ້ຮັບການລົງໂທດຈາກພຣະເຈົ້າ. ເມື່ອຂ້ອຍໄຕ່ຕອງກ່ຽວກັບຕົນເອງ, ຂ້ອຍກໍເຫັນວ່າໃນຄວາມເຊື່ອຂອງຂ້ອຍ, ຂ້ອຍບໍ່ໄດ້ພະຍາຍາມເຮັດໜ້າທີ່ຂອງສິ່ງທີ່ຖືກສ້າງ, ແຕ່ຂ້ອຍໄດ້ເຮັດມັນເພື່ອພອນ ແລະ ຈຸດໝາຍປາຍທາງທີ່ດີ. ຂ້ອຍຍັງຕ້ອງການທີ່ຈະຈ່າຍໃນລາຄາທີ່ໜ້ອຍທີ່ສຸດເທົ່າທີ່ເປັນໄປໄດ້ເພື່ອແລກປ່ຽນກັບພອນແຫ່ງອານາຈັກສະຫວັນ. ເມື່ອຂ້ອຍໄດ້ເຫັນວ່າໜ້າທີ່ຂອງການເປັນຜູ້ນໍາກ່ຽວຂ້ອງກັບຄວາມຮັບຜິດຊອບທີ່ຍິ່ງໃຫຍ່, ຂ້ອຍກໍຄິດວ່າ ຖ້າຂ້ອຍຈົບລົງດ້ວຍການຢືນຂວາງພາລະກິດໃນເຮືອນຂອງພຣະເຈົ້າ, ຂ້ອຍຈະສູນເສຍໂອກາດຂອງຂ້ອຍໃນຜົນໄດ້ຮັບ ແລະ ຈຸດໝາຍປາຍທາງທີ່ດີ. ນັ້ນຄືເຫດຜົນທີ່ຂ້ອຍຕໍ່ຕ້ານສິ່ງນັ້ນແທ້ໆ. ຂ້ອຍບໍ່ໄດ້ຢູ່ໃນເສັ້ນທາງແຫ່ງຄວາມລົ້ມເຫຼວຄືກັບໂປໂລແທ້ໆບໍ? ຜ່ານຄວາມເຊື່ອຂອງຂ້ອຍ, ຂ້ອຍໄດ້ເພີດເພີນກັບຄວາມຈິງຫຼາຍຢ່າງທີ່ພຣະເຈົ້າໄດ້ກ່າວອອກ, ແຕ່ວ່າມັນບໍ່ເຄີຍເກີດຂຶ້ນກັບຂ້ອຍທີ່ຕ້ອງໃຫ້ບາງສິ່ງຄືນ. ກົງກັນຂ້າມ, ຂ້ອຍພຽງແຕ່ພະຍາຍາມຄິດວ່າອະນາຄົດຂອງຂ້ອຍເອງຈະເປັນແນວໃດ, ຄຳນວນ ແລະ ພະຍາຍາມຫຼອກລວງພຣະເຈົ້າ. ຂ້ອຍເປັນຄົນທີ່ເຫັນແກ່ຕົວຫຼາຍ, ເປັນຕາກຽດຊັງ, ມີເລ່ຫຼ່ຽມ ແລະ ຊົ່ວຮ້າຍ! ຫຼັງຈາກທີ່ຂ້ອຍໄດ້ຮັບຮູ້ທຸກສິ່ງນີ້, ຂ້ອຍບໍ່ຕ້ອງການດໍາລົງຊີວິດແບບນັ້ນອີກຕໍ່ໄປ, ແຕ່ຕ້ອງການທີ່ຈະປະຕິບັດຕາມຕົວຢ່າງຂອງເປໂຕຢ່າງແທ້ຈິງ ແລະ ກ້າວໄປສູ່ເສັ້ນທາງແຫ່ງການສະແຫວງຫາຄວາມຈິງ, ເພື່ອມອບຕົນເອງໃຫ້ກັບພຣະເຈົ້າ ແລະ ຍອມຢູ່ໃຕ້ການປົກຄອງ ແລະ ການຈັດແຈງຂອງພະອົງ.
ຂ້ອຍຂອບໃຈພຣະເຈົ້າສໍາລັບການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະອົງ ເຊິ່ງໄດ້ແກ້ໄຂແນວຄິດທີ່ບໍ່ຖືກຕ້ອງຂອງຂ້ອຍທີ່ວ່າ “ມັນໂດດດ່ຽວຢູ່ເທິງສຸດ” ແລະ ເຮັດໃຫ້ຂ້ອຍເຫັນຢ່າງຊັດເຈນວ່າຂ້ອຍຢູ່ໃນເສັ້ນທາງທີ່ບໍ່ຖືກຕ້ອງໃນຄວາມເຊື່ອຂອງຂ້ອຍ, ເສັ້ນທາງແຫ່ງການສະແຫວງຫາພອນ ແລະ ຮັບເອົາຄວາມເຂົ້າໃຈບາງຢ່າງກ່ຽວກັບທຳມະຊາດແບບຊາຕານທີ່ມີເລ່ຫຼ່ຽມຂອງຂ້ອຍ. ຈາກນັ້ນເປັນຕົ້ນມາ, ຂ້ອຍກໍເຊົາພະຍາຍາມອອກຈາກໜ້າທີ່ຂອງຂ້ອຍໃນຖານະຜູ້ນໍາ ແລະ ແບກຮັບຄວາມຮັບຜິດຊອບດັ່ງກ່າວ. ຂ້ອຍເລີ່ມໃຫ້ຄວາມສຳຄັນກັບການສະແຫວງຫາຄວາມຈິງ ແລະ ການສະແຫວງຫາເພື່ອເຮັດໜ້າທີ່ຂອງຂ້ອຍໃນຖານະສິ່ງທີ່ຖືກສ້າງ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?