ອັນຕະລາຍທີ່ເກີດຂຶ້ນໂດຍການໂອ້ອວດ

03 ເດືອນມີນາ 2022

ໂດຍ ນົ່ວຢູ, ສະເປນ

ສອງສາມປີກ່ອນ, ຂ້ອຍກຳລັງເຮັດໜ້າທີ່ລ້ຽງດູກັບອ້າຍເອື້ອຍນ້ອງບາງຄົນທີ່ມີອາຍຸຄ້າຍຄືກັນ. ພວກເຂົາກະຕືລືລົ້ນ ແລະ ມີຄວາມຮັບຜິດຊອບຫຼາຍ. ພວກເຂົາມັກຖືກຍົກຍ້ອງໂດຍຄົນອື່ນ ເຊິ່ງເຮັດໃຫ້ຂ້ອຍຊື່ນຊົມພວກເຂົາຫຼາຍ. ຂ້ອຍຫວັງວ່າຈະເປັນຄືກັບພວກເຂົາໃນມື້ໜຶ່ງ ແລະ ຮັບການເຄົາລົບຈາກຄົນອື່ນ. ຕໍ່ມາ, ຂ້ອຍຖືກຍ້າຍໄປຄຣິດຕະຈັກອື່ນ. ມັນບໍ່ໄດ້ດົນກ່ອນທີ່ຜູ້ນໍາໃນທີ່ນັ້ນຖືກລະບຸວ່າເປັນຜູ້ນໍາປອມ ແລະ ຖືກແທນທີ່ຍ້ອນບໍ່ເຮັດວຽກງານຕົວຈິງ ແລະ ຂ້ອຍຖືກເລືອກຕັ້ງໃຫ້ເປັນຜູ້ນໍາຄຣິດຕະຈັກແທນທີ່ຂອງພວກເຂົາ. ອ້າຍເອື້ອຍນ້ອງທີ່ຮູ້ຈັກຂ້ອຍກໍ່ໜູນໃຈຂ້ອຍ ໂດຍເວົ້າວ່າ “ພຣະເຈົ້າກຳລັງຍົກເຈົ້າຂຶ້ນ, ເຈົ້າຄວນທະນຸຖະໜອມມັນໃຫ້ດີທີ່ສຸດ”. ຂ້ອຍຮູ້ວ່າໜ້າທີ່ນີ້ຈະເປັນຄວາມຮັບຜິດຊອບທີ່ຍິ່ງໃຫຍ່ ແລະ ຂ້ອຍຮູ້ສຶກວ່າສິ່ງນີ້ຈະເປັນໂອກາດທີ່ດີທີ່ຈະພິສູດຕົນເອງ. ຖ້າຂ້ອຍເຮັດດີ, ຂ້ອຍກໍ່ຈະໄດ້ຮັບການເຄົາລົບຈາກອ້າຍເອື້ອຍນ້ອງ. ຂ້ອຍຕັ້ງໃຈທີ່ຈະເຮັດໜ້າທີ່ນີ້ໃຫ້ດີດ້ວຍສຸດຄວາມສາມາດຂອງຂ້ອຍຢ່າງງຽບໆ.

ໃນການເຕົ້າໂຮມກຸ່ມທຸກຄັ້ງຫຼັງຈາກນັ້ນ, ຂ້ອຍໄດ້ໄຈ້ແຍກໃຫ້ເຫັນວ່າຜູ້ນໍາທີ່ຜ່ານມາບໍ່ໄດ້ເຮັດວຽກງານຕົວຈິງ ແລະ ມັກເວົ້າຢ່າງລົບໆ ແລະ ທຸກຄົນກໍ່ຮູ້ສຶກໃຈຮ້າຍກັບພວກເຂົາແທ້ໆ. ເມື່ອເຫັນແບບນີ້, ຂ້ອຍກໍ່ມັກເຕືອນຕົນເອງວ່າ ຕອນນີ້ ອ້າຍເອື້ອຍນ້ອງສາມາດແຍກແຍະຜູ້ນໍາຈອມປອມ ແລະ ກຳລັງຄາດຫວັງໃຫ້ຂ້ອຍເຮັດວຽກງານຕົວຈິງ. ຂ້ອຍຕ້ອງເຮັດວຽກໜັກ ແລະ ດີ້ນລົນເພື່ອຮັບເອົາການເຫັນດີຂອງພວກເຂົາ. ໃນຖານະຜູ້ນໍາຄຣິດຕະຈັກ, ຂ້ອຍຕ້ອງຫ້າວຫັນທີ່ສຸດໃນຄຣິດຕະຈັກ ແລະ ເຕັມໃຈທີ່ຈະທົນທຸກຫຼາຍກວ່າຄົນອື່ນ ແລະ ສາມາດເສຍສະລະຫຼາຍກວ່າຄົນອື່ນເຊັ່ນກັນ. ຂ້ອຍຕ້ອງມີຄວາມເຊື່ອຫຼາຍກວ່າຄົນອື່ນ ເມື່ອການທົດລອງປາກົດຂຶ້ນ ແລະ ບໍ່ຄິດລົບເມື່ອພວກເຂົາຄິດລົບ. ຂ້ອຍຕ້ອງດີກວ່າຄົນອື່ນໃນຄຣິດຕະຈັກໃນທຸກດ້ານ ເພື່ອວ່າທຸກຄົນຈະຮ້ອງສັນລະເສີນຂ້ອຍຢ່າງສະໝໍ່າສະເໝີ. ເມື່ອໝົກໝົ້ນກັບຄວາມຄິດດັ່ງກ່າວ, ຂ້ອຍໄດ້ເຮັດໃຫ້ຕົນເອງຫຍຸ້ງກັບການເຕົ້າໂຮມກຸ່ມ ແລະ ເຂົ້ານອນເດິກໃນແຕ່ລະມື້. ໃນບາງຄັ້ງ ເມື່ອກຳລັງລົມກັບຄົນອື່ນ ຂ້ອຍກໍ່ຈະຕັ້ງຫຼົງເວົ້າອອກວ່າຂ້ອຍຫຍຸ້ງສໍ່າໃດກັບວຽກງານຄຣິດຕະຈັກ ແລະ ຂ້ອຍເຂົ້ານອນເດິກສໍ່າໃດ. ເມື່ອພວກເຂົາໄດ້ຍິນແບບນີ້, ພວກເຂົາກໍ່ຄິດວ່າຂ້ອຍມີຄວາມຮັບຜິດຊອບ ແລະ ເຕັມໃຈຫຼາຍທີ່ຈະທົນທຸກ ແລະ ບອກໃຫ້ຂ້ອຍດູແລຕົນເອງຢູ່ສະເໝີ. ພວກເຂົາຈະໃຫ້ຂອງຂວັນກັບຂ້ອຍເປັນອາຫານແຊບ ແລະ ເຄື່ອງດື່ມຈາກເຮືອນຂອງພວກເຂົາ. ເມື່ອໃດກໍ່ຕາມທີ່ໜຶ່ງໃນພວກເຂົາຢູ່ໃນສະພາວະທີ່ບໍ່ດີ, ຂ້ອຍກໍ່ຈະຟ້າວໄປຫາເພື່ອສະໜັບສະໜູນພວກເຂົາ ບໍ່ວ່າສະພາບອາກາດຈະເປັນແນວໃດກໍ່ຕາມ. ໃນການເຕົ້າໂຮມ, ຂ້ອຍບອກອ້າຍເອື້ອຍນ້ອງກ່ຽວກັບຄົນນັ້ນຄົນນີ້ທີ່ຮູ້ສຶກບໍ່ດີເປັນເວລາດົນ, ແຕ່ຄິດບວກອີກຄັ້ງເມື່ອຂ້ອຍໂອ້ລົມກັບພວກເຂົາ. ແລ້ວທຸກຄົນກໍ່ຄິດວ່າຂ້ອຍເປັນຕາຮັກ ແລະ ອົດທົນ ເຖິງແມ່ນວ່າຂ້ອຍຈະຍັງໜຸ່ມ. ເພື່ອຈັດການວຽກງານຄຣິດຕະຈັກ, ຊ່ວງເວລາທີ່ຄົນທີ່ອາດກັບໃຈໄດ້ປາກົດຂຶ້ນ, ຂ້ອຍກໍ່ຈະຟ້າວໄປຂໍສິດຍາພິບານທີ່ຮັບຜິດຊອບຂ່າວປະເສີດເພື່ອໄປໂອ້ລົມກັບພວກເຂົາ ແລະ ໃນບາງຄັ້ງ ຂ້ອຍກໍ່ຈະເຖິງກັບໄປດ້ວຍຕົນເອງເພື່ອແບ່ງປັນຄຳພະຍານກັບພວກເຂົາ. ຕໍ່ມາ, ວຽກງານຂ່າວປະເສີດກໍ່ເລີ່ມກ້າວໜ້າ ແລະ ໃນການເຕົ້າໂຮມ ຂ້ອຍກໍ່ບອກຄົນອື່ນວ່າ: “ເຫັນບໍ? ວຽກງານຂ່າວປະເສີດຂອງພວກເຮົາບໍ່ໄດ້ຍິ່ງໃຫຍ່ກ່ອນໜ້ານີ້, ແຕ່ຕອນນີ້ ພວກເຮົາມີຄົນທີ່ຍອມຮັບພາລະກິດຂອງພຣະເຈົ້າທຸກໆເດືອນ. ພວກເຮົາຈຳເປັນຕ້ອງພະຍາຍາມຫຼາຍຂຶ້ນ”. ຫຼັງຈາກນັ້ນ ອ້າຍເອື້ອຍນ້ອງກໍ່ຮູ້ສຶກວ່າວຽກງານຂ່າວປະເສີດຢູ່ໃນການຄວບຄຸມຕັ້ງແຕ່ທີ່ຂ້ອຍມາເຖິງ ແລະ ພວກເຂົາກໍ່ເຄົາລົບຂ້ອຍ ແລະ ບູຊາຂ້ອຍຫຼາຍຍິ່ງຂຶ້ນ. ເມື່ອຂ້ອຍໂອ້ລົມກ່ຽວກັບປະສົບການຂອງຂ້ອຍໃນການເຕົ້າໂຮມ, ຂ້ອຍກໍ່ເນັ້ນຢໍ້າກໍລະນີບາງຢ່າງກ່ຽວກັບທາງເຂົ້າທີ່ດີຢ່າງໃຫຍ່ໂຕ. ຂ້ອຍຢ້ານວ່າ ຖ້າຂ້ອຍເວົ້າຫຼາຍເກີນໄປກ່ຽວກັບຄວາມເສື່ອມຊາມຂອງຂ້ອຍ, ແລ້ວຄົນອື່ນຈະຄິດວ່າຂ້ອຍອ່ອນແອ ເມື່ອບັນຫາເກີດຂຶ້ນ ແລະ ຂ້ອຍມີວຸດທິພາວະທີ່ເລັກນ້ອຍ ແລະ ບໍ່ເຄົາລົບຂ້ອຍອີກຕໍ່ໄປ. ສະນັ້ນ ຂ້ອຍຈຶ່ງໃສ່ໃຈທີ່ຈະເວົ້າໜ້ອຍຫຼາຍກ່ຽວກັບວ່າຂ້ອຍຄິດລົບ ຫຼື ອ່ອນແອແນວໃດ ຫຼື ຂ້ອຍເປີດເຜີຍຄວາມເສື່ອມຊາມຂອງຂ້ອຍແນວໃດ. ແຕ່ສຳລັບວິທີທີ່ຂ້ອຍສະແຫວງຫາຄວາມຈິງ, ປະຕິບັດພຣະທຳຂອງພຣະເຈົ້າ ແລະ ວິທີທີ່ຂ້ອຍເຮັດໜ້າທີ່ຂອງຂ້ອຍດ້ວຍຄວາມເຊື່ອ ແລະ ເຫັນການຊີ້ນໍາຂອງພຣະເຈົ້າ, ຂ້ອຍເວົ້າກ່ຽວກັບມັນທັງໝົດ ໂດຍໃຫ້ແນ່ໃຈວ່າຂ້ອຍໄດ້ນັບຄືນທຸກລາຍລະອຽດເລັກນ້ອຍ. ເພາະຂ້ອຍໂອ້ລົມແບບນີ້ເປັນເວລາດົນ, ຄົນອື່ນກໍ່ຄິດວ່າຂ້ອຍເກັ່ງໃນການສະແຫວງຫາຄວາມຈິງ ແລະ ຂ້ອຍສາມາດຊອກຫາເສັ້ນທາງແຫ່ງການປະຕິບັດຢູ່ສະເໝີ. ພວກເຂົາຊອກຫາຂ້ອຍເພື່ອໂອ້ລົມກັນ ເມື່ອພວກເຂົາພົບກັບຄວາມຫຍຸ້ງຍາກ.

ຫຼັງຈາກຊົ່ວໄລຍະໜຶ່ງ, ວຽກງານທຸກດ້ານໃນຄຣິດຕະຈັກກໍ່ເລີ່ມກ້າວໜ້າ. ຄວາມເຊື່ອຂອງຜູ້ຄົນເຕີບໃຫຍ່ ແລະ ອີກຫຼາຍໆຄົນຕ້ອງການເຮັດໜ້າທີ່ຂອງພວກເຂົາ. ເມື່ອເຫັນຄວາມສຳເລັດຂອງພວກເຂົາ, ຂ້ອຍກໍ່ຍິ່ງຮູ້ສຶກຄືກັບວ່າຂ້ອຍເປັນເສົາຂອງຄຣິດຕະຈັກ. ຂ້ອຍໝັ້ນໃຈໃນຕົນເອງ ແລະ ເວົ້າຢ່າງກ້າຫານຫຼາຍຂຶ້ນຢູ່ບ່ອນໃດກໍ່ຕາມທີ່ຂ້ອຍໄປ. ຂ້ອຍຄິດວ່າຂ້ອຍກຳລັງເຮັດໄດ້ດີໃນການເປັນຜູ້ນໍາຄຣິດຕະຈັກ ແລະ ຕໍາແໜ່ງຂອງຂ້ອຍກໍ່ເປັນສິ່ງທີ່ສົມຄວນໄດ້ຮັບ. ເມື່ອກຳລັງເຮັດວຽກກັບຄົນອື່ນ, ຂ້ອຍກໍ່ນໍາພາຢູ່ສະເໝີ. ຂ້ອຍໂອ້ອວດຄືກັບຂ້ອຍດີກວ່າພວກເຂົາ ເພື່ອວ່າພວກເຂົາຈະຊື່ນຊົມຂ້ອຍ ແລະ ເຮັດຕາມສິ່ງທີ່ຂ້ອຍເວົ້າ. ມີຄັ້ງໜຶ່ງ, ພວກເຮົາໄປເຊົ່າເຮືອນເພື່ອເຕົ້າໂຮມກັນ. ສິດຍາພິບານ ແລະ ອ້າຍຄົນໜຶ່ງທີ່ເປັນເພື່ອນຮ່ວມງານຂອງຂ້ອຍໄປກວດເຮືອນຫຼັງດັ່ງກ່າວ. ຂ້ອຍຄິດວ່າ: “ຂ້ອຍຄວນມີສິດຕັດສິນໃຈກັບເລື່ອງທີ່ສຳຄັນແບບນີ້. ເຈົ້າບໍ່ສາມາດອະນຸມັດມັນໂດຍບໍ່ມີຂ້ອຍ ເຖິງວ່າຈະໄດ້ເຫັນມັນດ້ວຍຕົວຂ້ອຍເອງ”. ໃນຄວາມເປັນຈິງ, ຂ້ອຍຮູ້ໃນຫົວໃຈຂອງຂ້ອຍວ່າອ້າຍຄົນນີ້ມີອາຍຸສູງກວ່າ ແລະ ມີປະສົບການຫຼາຍກວ່າຂ້ອຍ ແລະ ລາວຮູ້ດີກວ່າຂ້ອຍ ບໍ່ວ່າເຮືອນຈະເໝາະສົມ ຫຼື ບໍ່. ແຕ່ຂ້ອຍໃຊ້ສະໝອງຄິດຢ່າງໜັກກ່ຽວກັບວ່າຂ້ອຍຈະສາມາດສະແດງໃຫ້ເຫັນວ່າຂ້ອຍສະຫຼາດໄດ້ແນວໃດ ໂດຍຄິດວ່າ: “ພວກເຮົາຄວນພິຈາລະນາລາຍລະອຽດ ແລະ ບັນຫາອື່ນໆຫຍັງແດ່ ເມື່ອກຳລັງເຊົ່າເຮືອນ?” ສະນັ້ນ ຂ້ອຍຈຶ່ງຍົກຄຳຖາມບາງຢ່າງ ແລະ ໃຫ້ພວກເຂົາສອບຖາມເພີ່ມເຕີມ. ໃນທີ່ສຸດກໍ່ຄົ້ນພົບບັນຫາບາງຢ່າງກັບເຮືອນຫຼັງນັ້ນ ແລະ ເມື່ອເພື່ອນຮ່ວມງານຂອງຂ້ອຍຮູ້ ພວກເຂົາກໍ່ເວົ້າວ່າ “ພວກເຮົາລະອາຍໃຈຫຼາຍ. ພວກເຮົາອາຍຸສູງກວ່າເຈົ້າ, ແຕ່ພວກເຮົາບໍ່ໄດ້ພິຈາລະນາສິ່ງຕ່າງໆຢ່າງລະມັດລະວັງຄືກັບທີ່ເຈົ້າພິຈາລະນາ”. ຂ້ອຍຮູ້ສຶກພໍໃຈກັບຕົນເອງຫຼາຍ ເມື່ອຂ້ອຍໄດ້ຍິນແບບນີ້. ນັບຕັ້ງແຕ່ນັ້ນມາ, ທຸກຄົນໄດ້ມາຫາຂ້ອຍເພື່ອຊອກຫາຄຳຕອບ ແລະ ສົນທະນາກ່ຽວກັບສິ່ງຕ່າງໆ. ເມື່ອເວລາຜ່ານໄປ, ຄົນທີ່ເຮັດວຽກນໍາກໍ່ຂີ້ຄ້ານໜ້ອຍໜຶ່ງ ໂດຍລໍຖ້າໃຫ້ຂ້ອຍສະແດງຄຳຄິດເຫັນຂອງຂ້ອຍກ່ຽວກັບທຸກສິ່ງ. ພວກເຂົາເລີ່ມເພິ່ງພາຂ້ອຍຫຼາຍຂຶ້ນເລື້ອຍໆ.

ຂ້ອຍພົບວ່າກຽດຕິຍົດຂອງຂ້ອຍທ່າມກາງເພື່ອນຮ່ວມງານໄດ້ສ້າງຖານຂຶ້ນຈົນແໜ້ນເທື່ອລະໜ້ອຍ ແລະ ຂ້ອຍຕ້ອງຕັດສິນໃຈໃນທຸກເລື່ອງຂອງຄຣິດຕະຈັກ ບໍ່ວ່າຈະໃຫຍ່ ຫຼື ນ້ອຍ. ອ້າຍເອື້ອຍນ້ອງຊອກຫາຂ້ອຍເພື່ອໃຫ້ການໂອ້ລົມກັບພວກເຂົາກ່ຽວກັບຄວາມຫຍຸ້ງຍາກທຸກຢ່າງ. ຂ້ອຍຮູ້ສຶກວ່າຕົນເອງແຍກຂາດບໍ່ໄດ້ຈາກຄຣິດຕະຈັກ ແລະ ຂ້ອຍມັກຮູ້ສຶກພໍໃຈກັບຕົນເອງຫຼາຍ. ບາງຄັ້ງ ຂ້ອຍຈະຄິດວ່າຄວາມໂຊກຮ້າຍຈະມາຫາຄົນທີ່ໄດ້ຮັບການເຄົາລົບ ແລະ ຂ້ອຍຮູ້ສຶກບໍ່ສະບາຍໃຈ ແລະ ຖາມຕົນເອງວ່າ: “ທຸກຄົນເຄົາລົບຂ້ອຍຫຼາຍ, ຂ້ອຍຈະຫຼົງທາງໄດ້ແນວໃດ?” ແຕ່ຫຼັງຈາກນັ້ນ ຂ້ອຍກໍ່ຄິດວ່າ: “ຂ້ອຍເປັນຜູ້ນໍາ. ອ້າຍເອື້ອຍນ້ອງຄວນມາຫາຂ້ອຍພ້ອມກັບບັນຫາຂອງພວກເຂົາ. ແລ້ວມີບັນຫາບາງຢ່າງທີ່ພວກເຂົາມີເຊິ່ງຂ້ອຍສາມາດຊ່ວຍພວກເຂົາແກ້ໄຂໄດ້. ມັນເປັນເລື່ອງປົກກະຕິສຳລັບພວກເຂົາທີ່ຈະເພີ່ງພາຂ້ອຍ. ຜູ້ໃດບໍ່ມັກຢູ່ກັບຄົນທີ່ຊ່ວຍເຫຼືອພວກເຂົາໄດ້?” ແລ້ວດ້ວຍເຫດນັ້ນ ຂ້ອຍຈຶ່ງບໍ່ສົນໃຈການຕຳນິ ແລະ ຄຳເຕືອນຂອງພຣະວິນຍານບໍລິສຸດ ແລະ ບໍ່ໄດ້ກວດສອບສະພາວະຂອງຕົນເອງ ຫຼື ເສັ້ນທາງທີ່ຂ້ອຍຍ່າງ. ກົງກັນຂ້າມ, ຂ້ອຍພຽງແຕ່ເຮັດຕາມເສັ້ນທາງເດີມທີ່ຜິດໆ. ມີແຕ່ເມື່ອພຣະເຈົ້າໄດ້ຂ້ຽນຕີ ແລະ ລົງວິໄນຂ້ອຍ, ຫົວໃຈທີ່ດ້ານຊາຂອງຂ້ອຍຈຶ່ງເລີ່ມຮູ້ຕົວ.

ເມື່ອຂ້ອຍຕື່ນຂຶ້ນໃນຕອນເຊົ້າຂອງມື້ໜຶ່ງ, ຂ້ອຍກໍ່ພົບວ່າຕາເບື້ອງຊ້າຍຂອງຂ້ອຍເຈັບປວດແທ້ໆ. ມັນເຮັດໃຫ້ນໍ້າຕາໄຫຼ ແລະ ເມື່ອຂ້ອຍເບິ່ງໃນແວ່ນ, ຂ້ອຍກໍ່ພົບວ່າເບື້ອງຊ້າຍທັງໝົດໃນໃບໜ້າຂອງຂ້ອຍແຂງ. ຂ້ອຍບໍ່ສາມາດຫຼັບຕາຂອງຂ້ອຍ ຫຼື ຍັບປາກຂອງຂ້ອຍ. ຂ້ອຍບໍ່ຮູ້ວ່າເກີດຫຍັງຂຶ້ນ. ໃນການເຕົ້າໂຮມກັນໃນຕອນສວຍຂອງມື້ນັ້ນ, ເອື້ອຍຄົນໜຶ່ງຕົກໃຈທີ່ໄດ້ເຫັນຂ້ອຍ ແລະ ເວົ້າວ່ານີ້ຄືໂຣກໃບໜ້າອຳມະພາດ ແລະ ຂ້ອຍຕ້ອງໄດ້ຮັບການປິ່ນປົວໃນທັນທີ. ລາວເວົ້າວ່າ ຖ້າຂ້ອຍຊັກຊ້າ ໃບໜ້າຂອງຂ້ອຍຈະບໍ່ກັບຄືນເປັນປົກກະຕິຈັກເທື່ອ. ສິ່ງນີ້ເປັນການໂຈມຕີແທ້ໆ ແລະ ຈິດໃຈຂອງຂ້ອຍວ່າງເປົ້າຢ່າງສິ້ນເຊີງ. ຂ້ອຍຈະມີຄວາມເຈັບປ່ວຍແບບນີ້ໃນອາຍຸທີ່ໜຸ່ມແບບນີ້ໄດ້ແນວໃດ? ຖ້າສິ່ງທີ່ລາວເວົ້າເປັນຈິງ ແລະ ໃບໜ້າຂອງຂ້ອຍຈະຈົບລົງດ້ວຍຮູບຮ່າງທີ່ຜິດແປກແບບນີ້, ແລ້ວຂ້ອຍຈະເຮັດໜ້າທີ່ຂອງຂ້ອຍແນວໃດ? ຂ້ອຍຈະຜະເຊີນໜ້າກັບຜູ້ຄົນໄດ້ແນວໃດ? ຂ້ອຍຮູ້ສຶກມຶນງົງແທ້ໆ ແລະ ຫຼັງຈາກນັ້ນ ຂ້ອຍກໍ່ເລີ່ມອ່ອນແອລົງໃນຫົວໃຈຂອງຂ້ອຍ. ຄົນອື່ນໆກໍ່ລ້ວນແລ້ວແຕ່ສົນທະນາກ່ຽວກັບຄວາມເຈັບປ່ວຍຂອງຂ້ອຍ ແຕ່ໃນຫົວຂອງຂ້ອຍ, ຂ້ອຍສັບສົນແທ້ໆ. ຂ້ອຍບໍ່ມີກຳລັງເຫຼືອເລີຍ.

ການເດີນທາງກັບເຮືອນຂອງຂ້ອຍໃນມື້ນັ້ນຊຶມໆ. ຂ້ອຍຕ້ອງການອະທິຖານຫາພຣະເຈົ້າ ແຕ່ບໍ່ຮູ້ວ່າຈະເວົ້າຫຍັງ. ສິ່ງທີ່ຂ້ອຍສາມາດເຮັດໄດ້ກໍ່ຄືການສືບຕໍ່ຂໍໃຫ້ພຣະເຈົ້າຊີ້ນໍາຂ້ອຍເພື່ອສະຫງົບຫົວໃຈຂອງຂ້ອຍລົງ ແລະ ສະແຫວງຫາຄວາມປະສົງຂອງພຣະອົງ. ໃນທັນໃດນັ້ນ ຂ້ອຍກໍ່ຄິດຫາເພງສັນລະເສີນໃນພຣະທຳຂອງພຣະເຈົ້າ: “ການເລີ່ມຕົ້ນຂອງຄວາມເຈັບປ່ວຍຄວນມີປະສົບການແນວໃດ? ເຈົ້າຄວນມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ ແລະ ສະແຫວງຫາທີ່ຈະເຂົ້າໃຈຄວາມປະສົງຂອງພຣະອົງ ແລະ ພຽງກວດເບິ່ງວ່າສິ່ງໃດທີ່ເຈົ້າໄດ້ເຮັດຜິດ ແລະ ອຸປະນິໄສໃດທີ່ມີຢູ່ພາຍໃນຕົວເຈົ້າທີ່ຍັງບໍ່ທັນໄດ້ຖືກແກ້ໄຂເທື່ອ. ເຈົ້າບໍ່ສາມາດແກ້ໄຂອຸປະນິໄສທີ່ເສື່ອມຊາມຕ່າງໆຂອງເຈົ້າໄດ້ໂດຍປາສະຈາກຄວາມເຈັບປວດ. ຜູ້ຄົນຕ້ອງມີອາລົມຈາກຄວາມເຈັບປວດ; ເມື່ອນັ້ນເອງ ພວກເຂົາຈະຢຸດເຊົາທີ່ຈະເສເພ ແລະ ດໍາລົງຊີວິດຢູ່ຕໍ່ໜ້າພຣະເຈົ້າຕະຫຼອດເວລາ. ເມື່ອຜະເຊີນກັບຄວາມທຸກທໍລະມານ, ຜູ້ຄົນຈະອະທິຖານຢູ່ສະເໝີ. ມັນຈະບໍ່ມີຄວາມຄິດກ່ຽວກັບອາຫານ, ເຄື່ອງນຸ່ງຫົ່ມ ຫຼື ຄວາມສຸກ; ຢູ່ໃນໃຈຂອງພວກເຂົາ, ພວກເຂົາຈະອະທິຖານ ແລະ ກວດເບິ່ງວ່າພວກເຂົາໄດ້ເຮັດຫຍັງຜິດແດ່ໃນຊ່ວງເວລານີ້. ສ່ວນໃຫຍ່ແລ້ວ, ເມື່ອຄົນຖືກອ້ອມຮອບໄປດ້ວຍຄວາມເຈັບປ່ວຍທີ່ຮ້າຍແຮງ ຫຼື ໂຣກໄພໄຂ້ເຈັບທີ່ຜິດປົກກະຕິບາງຢ່າງ ແລະ ມັນເປັນສາເຫດເຮັດໃຫ້ພວກເຂົາເຈັບປວດຫຼາຍ, ສິ່ງເຫຼົ່ານີ້ບໍ່ໄດ້ເກີດຂຶ້ນໂດຍບັງເອີນ(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່). ພຣະທຳຂອງພຣະເຈົ້າກ່າວວ່າ: “ສ່ວນໃຫຍ່ແລ້ວ, ເມື່ອຄົນຖືກອ້ອມຮອບໄປດ້ວຍຄວາມເຈັບປ່ວຍທີ່ຮ້າຍແຮງ ຫຼື ໂຣກໄພໄຂ້ເຈັບທີ່ຜິດປົກກະຕິບາງຢ່າງ ແລະ ມັນເປັນສາເຫດເຮັດໃຫ້ພວກເຂົາເຈັບປວດຫຼາຍ, ສິ່ງເຫຼົ່ານີ້ບໍ່ໄດ້ເກີດຂຶ້ນໂດຍບັງເອີນ”. ພຣະທຳຂອງພຣະເຈົ້າເຮັດໃຫ້ຂ້ອຍຮູ້ວ່າຄວາມເຈັບປ່ວຍນີ້ບໍ່ແມ່ນເຫດບັງເອີນ. ຄວາມປະສົງທີ່ດີຂອງພຣະເຈົ້າຢູ່ເບື້ອງຫຼັງມັນຢ່າງແນ່ນອນ ແລະ ພຣະອົງກຳລັງລົງວິໄນຂ້ອຍ. ຂ້ອຍຕ້ອງສະແຫວງຫາຢ່າງຈິງຈັງ ແລະ ໄຕ່ຕອງກ່ຽວກັບຕົນເອງເພື່ອຄິດອອກວ່າຂ້ອຍໄດ້ເຮັດຜິດຕໍ່ພຣະເຈົ້າແນວໃດ. ຂ້ອຍມາຢູ່ຕໍ່ໜ້າພຣະເຈົ້າດ້ວຍຄຳອະທິຖານ: “ພຣະເຈົ້າອົງຊົງລິດທານຸພາບສູງສຸດ ຕອນນີ້ ຂ້ານ້ອຍບໍ່ສະບາຍ ແລະ ຂ້ານ້ອຍຮູ້ໃນຫົວໃຈຂອງຂ້ານ້ອຍວ່ານີ້ຄືການທີ່ພຣະອົງລົງວິໄນຂ້ານ້ອຍ, ພຣະອົງກຳລັງໃຊ້ຄວາມເຈັບປ່ວຍນີ້ເພື່ອເຕືອນຂ້ານ້ອຍ ແລະ ເຮັດໃຫ້ຂ້ານ້ອຍໄຕ່ຕອງກ່ຽວກັບຕົນເອງ. ແຕ່ຂ້ານ້ອຍມຶນຊາຫຼາຍໃນຕອນນີ້. ຂ້ານ້ອຍຄິດຫາບັນຫາຂອງຂ້ານ້ອຍບໍ່ອອກ. ໄດ້ໂປດສ່ອງແສງໃຫ້ແກ່ຂ້ານ້ອຍເພື່ອວ່າຂ້ານ້ອຍອາດຮຽນຮູ້ບົດຮຽນຂອງຂ້ານ້ອຍຜ່ານຄວາມເຈັບປ່ວຍນີ້”. ຫຼັງຈາກທີ່ໄດ້ອະທິຖານ, ຂ້ອຍກໍ່ສືບຕໍ່ຄິດກ່ຽວກັບເລື່ອງນັ້ນ ແຕ່ບໍ່ສາມາດຄິດອອກວ່າຂ້ອຍໄດ້ເຮັດຜິດຕໍ່ພຣະເຈົ້າແນວໃດ. ສະນັ້ນ ຂ້ອຍຈຶ່ງມາຢູ່ຕໍ່ໜ້າພຣະເຈົ້າອີກຄັ້ງດ້ວຍຄຳອະທິຖານທີ່ຈິງຈັງ ແລະ ຂໍໃຫ້ພຣະອົງຊີ້ນໍາຂ້ອຍ. ຂ້ອຍອະທິຖານ ແລະ ສະແຫວງຫາແບບນີ້ເປັນເວລາສອງສາມມື້. ຂອບໃຈພຣະເຈົ້າທີ່ໄດ້ຍິນຄຳອະທິຖານຂອງຂ້ອຍ. ບໍ່ດົນຫຼັງຈາກນັ້ນ, ພຣະເຈົ້າກໍ່ໄດ້ຈັດແຈງສະຖານະການເພື່ອວ່າຂ້ອຍຈະສາມາດເຫັນເຖິງບັນຫາຂອງຂ້ອຍ.

ມື້ໜຶ່ງ, ຂ້ອຍໄປເຮືອນຂອງເອື້ອຍຊາວສຳລັບການຝັງເຂັມ. ຄອບຄົວຂອງລາວທຸກຄົນຮູ້ວ່າຂ້ອຍເປັນແນວໃດ ໂດຍຢ້ານວ່າຂ້ອຍອາດຮູ້ສຶກໂສກເສົ້າ. ໃນລະຫວ່າງການຝັງເຂັມ, ພວກເຂົາກໍ່ອ່ານຫຼັກການແຫ່ງວິທີການຈັດການກັບພະຍາດ. ເອື້ອຍຊາວບອກຂ້ອຍບໍ່ໃຫ້ກັງວົນ, ແຕ່ໃຫ້ອະທິຖານ ແລະ ເພິ່ງພາພຣະເຈົ້າຫຼາຍຂຶ້ນ ແລະ ມີຄວາມເຊື່ອ ແລະ ດ້ວຍການປິ່ນປົວ ຂ້ອຍຈະດີຂຶ້ນໂດຍໄວ. ແຕ່ເພາະລາວເວົ້າກ່ອນນັ້ນວ່າ ຫາກບໍ່ມີການປິ່ນປົວໃນທັນທີ ໃບໜ້າຂອງຂ້ອຍສາມາດບິດບ້ຽວຕະຫຼອດໄປ, ຂ້ອຍຢ້ານແທ້ໆ. ແຕ່ເມື່ອເຫັນວ່າລາວກັງວົນກ່ຽວກັບຂ້ອຍຫຼາຍ, ຂ້ອຍກໍ່ຄິດວ່າ: “ຖ້າຄົນອື່ນຮູ້ວ່າຂ້ອຍຮູ້ສຶກແນວໃດແທ້ໆ, ພວກເຂົາຈະຄິດວ່າຂ້ອຍມີວຸດທິພາວະໜ້ອຍບໍ? ເມື່ອໃດກໍ່ຕາມທີ່ຄົນໃດໜຶ່ງພົບກັບການທົດລອງ ຫຼື ເຈັບປ່ວຍ, ຂ້ອຍຈະໂອ້ລົມກັບພວກເຂົາກ່ຽວກັບຄວາມຈິງທີ່ກ່ຽວຂ້ອງກັບຄວາມເຊື່ອ, ຄວາມຮູ້ສຶກອັນແຮງກ້າໃນຄວາມເຊື່ອຂອງຂ້ອຍເອງ. ແຕ່ຕອນນີ້ ເມື່ອຂ້ອຍເຈັບປ່ວຍຢ່າງກະທັນຫັນຫຼາຍ, ຂ້ອຍກໍ່ສະແດງວ່າຂ້ອຍຂາດຄວາມເຊື່ອ ແລະ ກຳລັງສະແດງຄວາມກັງວົນ ແລະ ຄວາມຢ້ານກົວ. ທຸກຄົນຈະຄິດວ່າຂ້ອຍພຽງແຕ່ເທດສະໜາຄຳສັ່ງສອນເທົ່ານັ້ນບໍ?” ສະນັ້ນ ຂ້ອຍຈຶ່ງຍິ້ມ ແລະ ເວົ້າກັບເອື້ອຍຊາວວ່າ “ຂ້ອຍຮູ້ສຶກອ່ອນແອໜ້ອຍໜຶ່ງແທ້ໆໃນຕອນນີ້ ເມື່ອຂ້ອຍເຈັບປ່ວຍ, ແຕ່ຂ້ອຍເຊື່ອວ່າທຸກສິ່ງຢູ່ໃນມືຂອງພຣະເຈົ້າ. ການທົນທຸກທາງຮ່າງກາຍນີ້ບໍ່ມີຫຍັງເລີຍ. ສິ່ງທີ່ເຮັດໃຫ້ຂ້ອຍເຈັບປວດທີ່ສຸດກໍ່ຄືຂ້ອຍບໍ່ສາມາດຊອກຫາຄວາມປະສົງຂອງພຣະເຈົ້າ ຫຼື ຄິດອອກກ່ຽວກັບວ່າບັນຫາຂອງຂ້ອຍແມ່ນຫຍັງ. ມັນເຮັດໃຫ້ຂ້ອຍບໍ່ສະບາຍໃຈຈົນມຶນຊາແບບນີ້”. ລາວເບິ່ງຂ້ອຍດ້ວຍຄວາມຊື່ນຊົມ ແລະ ເວົ້າວ່າ “ເຈົ້າຄວນໄຕ່ຕອງກ່ຽວກັບຕົນເອງໃນຕອນນີ້ ເມື່ອເຈົ້າເຈັບປ່ວຍ. ໃຫ້ກວດເບິ່ງ ແລະ ພະຍາຍາມເຂົ້າໃຈຕົນເອງ ແລະ ໄປຮັບການປິ່ນປົວເຊັ່ນກັນ. ເຈົ້າສາມາດເຈັບປ່ວຍ ເພາະເຈົ້າເຮັດວຽກໜັກຫຼາຍຢູ່ສະເໝີ. ເຈົ້າເຮັດໜ້າທີ່ຂອງເຈົ້ານັບຕັ້ງແຕ່ຮຸ່ງອາລຸນຈົນຮອດຕອນຄໍ່າ ແລະ ພວກເຮົາທຸກຄົນກໍ່ນັບຖືໃນສິ່ງນັ້ນ. ເຈົ້າຍັງຕ້ອງການໄປເຮັດໜ້າທີ່ຂອງເຈົ້າແມ່ນແຕ່ໃນເວລານີ້. ໃຫ້ພັກຜ່ອນກ່ອນ. ຂ້ອຍຕໍານິເອື້ອຍທີ່ເຈົ້າເຮັດວຽກນໍາທີ່ບໍ່ໄດ້ທຸ້ມເທໃນສ່ວນຂອງລາວ. ຂ້ອຍເຕືອນລາວໃຫ້ໃສ່ໃຈກັບວຽກງານຂອງຄຣິດຕະຈັກຫຼາຍຂຶ້ນ”. ຂ້ອຍຮູ້ສຶກບໍ່ສະບາຍໃຈໜ້ອຍໜຶ່ງ ເມື່ອລາວເວົ້າແບບນີ້, ສະນັ້ນ ຂ້ອຍຈຶ່ງບອກຄວາມຈິງກັບລາວ ໂດຍເວົ້າວ່າ “ຂ້ອຍບໍ່ແມ່ນຄົນດຽວທີ່ຮັບໃຊ້ໃນວຽກງານຂອງຄຣິດຕະຈັກ. ຢ່າວາງຂ້ອຍໃສ່ທຳມາດເລີຍ”. ຂ້ອຍຄິດເມື່ອກຳລັງເດີນທາງກັບເຮືອນໃນມື້ນັ້ນ: “ລາວຕໍານິເອື້ອຍຄົນນັ້ນໃນລັກສະນະນັ້ນຍ້ອນຂ້ອຍບໍ? ຂ້ອຍມີຄວາມຮັບຜິດຊອບຫຼາຍກວ່າຄົນອື່ນບໍໃນສາຍຕາຂອງລາວ? ຂ້ອຍຕ້ອງຍົກຍ້ອງຕົນເອງ ແລະ ດູຖູກຄົນອື່ນຢູ່ສະເໝີ”. ຂ້ອຍຄິດກ່ຽວກັບວ່າຂ້ອຍໄດ້ເຊື່ອງຄວາມອ່ອນແອຂອງຂ້ອຍຈາກເອື້ອຍຊາວແນວໃດແທ້ໆ ແລະ ທຳທ່າມີຄວາມເຊື່ອທີ່ເຂັ້ມແຂງແບບນັ້ນ, ຂ້ອຍບໍ່ໄດ້ຫຼອກລວງລາວບໍ? ຂ້ອຍກຳລັງສົງໄສກ່ຽວກັບສິ່ງນີ້ ເມື່ອຂ້ອຍເຫັນເອື້ອຍຊາວກຳລັງມາຫາຂ້ອຍ. ລາວກໍ່ລ້ວນແລ້ວແຕ່ກັງວົນກ່ຽວກັບຂ້ອຍ ແລະ ເວົ້າວ່າ “ເຈົ້າຕ້ອງດູແລຕົນເອງໃຫ້ດີ. ພວກເຮົາຈະເຮັດແນວໃດ ຖ້າເຈົ້າຕົກຕ່ຳຍ້ອນອາການນີ້?” ເມື່ອໄດ້ຍິນລາວເວົ້າຢ່າງກົງໄປກົງມາແບບນັ້ນ, ຂ້ອຍກໍ່ຮູ້ສຶກຢ້ານຫຼາຍ. ເມື່ອຂ້ອຍກຳລັງເດີນທາງ, ຂ້ອຍກໍ່ສືບຕໍ່ຄິດກ່ຽວກັບສິ່ງທີ່ລາວເວົ້າ. ຂ້ອຍເລີ່ມຮູ້ສຶກກະວົນກະວາຍຢູ່ພາຍໃນ ແລະ ຄິດວ່າ: “ຂ້ອຍເປັນພຽງຜູ້ນໍາຄຣິດຕະຈັກທີ່ບໍ່ສຳຄັນ. ຄຣິດຕະຈັກສາມາດດຳເນີນຕໍ່ໄປໄດ້ດີໂດຍບໍ່ມີຂ້ອຍ. ລາວຈະຖາມໄດ້ແນວໃດວ່າພວກເຂົາຈະເຮັດແນວໃດຖ້າບໍ່ມີຂ້ອຍ? ການທີ່ລາວເວົ້າແບບນັ້ນກໍ່ສະແດງວ່າຂ້ອຍມີພື້ນທີ່ໃນຫົວໃຈຂອງລາວ. ຫົວໃຈເປັນພຣະວິຫານຂອງພຣະເຈົ້າ, ສະນັ້ນ ຖ້າຂ້ອຍມີພື້ນທີ່ໃນທີ່ນັ້ນ ຂ້ອຍບໍ່ໄດ້ກຳລັງຕໍ່ຕ້ານພຣະເຈົ້າບໍ?” ຂ້ອຍຄິດກ່ຽວກັບວ່າຂ້ອຍຕ້ອງການໆເຫັນດີ ແລະ ການຊົມເຊີຍຈາກຜູ້ຄົນຢູ່ສະເໝີ, ແຕ່ເມື່ອຂ້ອຍໄດ້ຍິນເອື້ອຍເວົ້າແບບນັ້ນ ຂ້ອຍກໍ່ຮູ້ສຶກບໍ່ສະບາຍໃຈ ແລະ ຢ້ານ. ຂ້ອຍຄິດວ່າ “ອ້າຍເອື້ອຍນ້ອງຄົນອື່ນຖືກຂ້ອຍຫຼອກລວງເຊັ່ນກັນບໍ? ຖ້າຄົນອື່ນຮູ້ສຶກໃນລັກສະນະດຽວກັນກັບທີ່ເອື້ອຍຊາງຮູ້ສຶກ, ນັ້ນບໍ່ໄດ້ໝາຍຄວາມວ່າຂ້ອຍໄດ້ນໍາຜູ້ຄົນມາຢູ່ຕໍ່ໜ້າຂ້ອຍບໍ? ຂ້ອຍຢູ່ໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດ!” ຂ້ອຍຄິດກ່ຽວກັບຜູ້ຕໍ່ຕ້ານພຣະຄຣິດບາງຄົນທີ່ຂ້ອຍໄດ້ເຫັນວ່າຖືກຂັບໄລ່ກ່ອນໜ້າ ແລະ ຮູ້ສຶກເຢັນຕາມກະດູກສັນຫຼັງຂອງຂ້ອຍ. ຂ້ອຍຮູ້ສຶກຄືກັບວ່າຂ້ອຍໄດ້ພົບກັບຫາຍະນະບາງຢ່າງທີ່ຮ້າຍແຮງ.

ເມື່ອຂ້ອຍຮອດເຮືອນ, ຂ້ອຍກໍ່ເອົາໜັງສືພຣະທຳຂອງພຣະເຈົ້າຂອງຂ້ອຍມາ ແລະ ອ່ານສິ່ງນີ້: “ຜູ້ຄົນທີ່ມີທຳມະຊາດທີ່ຈອງຫອງແມ່ນສາມາດບໍ່ເຊື່ອຟັງພຣະເຈົ້າ, ຕໍ່ຕ້ານພຣະອົງ, ເຮັດການກະທຳທີ່ຕັດສິນພຣະອົງ ແລະ ທໍລະຍົດພຣະອົງ ແລະ ເຮັດສິ່ງຕ່າງໆທີ່ຍົກຍ້ອງພວກເຂົາເອງ ແລະ ເປັນການພະຍາຍາມສ້າງຕັ້ງອານາຈັກຂອງພວກເຂົາເອງ. ສົມມຸດວ່າມີຄົນຫຼາຍສິບພັນຄົນໃນປະເທດໜຶ່ງທີ່ໄດ້ຍອມຮັບພາລະກິດຂອງພຣະເຈົ້າ ແລະ ເຮືອນຂອງພຣະເຈົ້າສົ່ງເຈົ້າໄປທີ່ນັ້ນເພື່ອນຳພາ ແລະ ລ້ຽງດູຄົນທີ່ຖືກເລືອກຂອງພຣະເຈົ້າ. ແລ້ວສົມມຸດວ່າເຮືອນຂອງພຣະເຈົ້າມອບສິດອຳນາດໃຫ້ເຈົ້າ ແລະ ອະນຸຍາດໃຫ້ເຈົ້າກະທຳດ້ວຍຕົວເຈົ້າເອງໂດຍບໍ່ມີການຄວບຄຸມ. ຫຼັງຈາກຫຼາຍເດືອນຜ່ານໄປ ເຈົ້າຈະໄດ້ກາຍເປັນຄືກັບຜູ້ປົກຄອງສູງສຸດ, ອຳນາດທັງໝົດຈະຢູ່ໃນມືເຈົ້າ, ນະມັດສະການເຈົ້າ, ເຊື່ອຟັງເຈົ້າຄືກັບວ່າເຈົ້າເປັນພຣະເຈົ້າ; ຄົນສ່ວນໃຫຍ່ເຖິງກັບຄຸເຂົ່າລົງຕໍ່ໜ້າເຈົ້າ, ຄຳນັບເຈົ້າ, ຮ້ອງສັນລະເສີນເຈົ້າດ້ວຍທຸກຄຳເວົ້າ, ເວົ້າວ່າເຈົ້າເທດສະໜາຢ່າງມີຄວາມເຂົ້າໃຈ ແລະ ອ້າງຢ່າງຕໍ່ເນື່ອງວ່າຖ້ອຍຄຳຂອງເຈົ້າເປັນສິ່ງທີ່ພວກເຂົາຕ້ອງການ ແລະ ເຈົ້າສາມາດສະໜອງໃຫ້ຕາມສິ່ງທີ່ພວກເຂົາຕ້ອງການ, ທຸກຢ່າງເກີດຂຶ້ນໂດຍບໍ່ມີການກ່າວຄຳວ່າ ‘ພຣະເຈົ້າ’ ອອກມາເລີຍ. ເຈົ້າຈະເຮັດວຽກແບບນີ້ໄດ້ແນວໃດ? ການທີ່ຜູ້ຄົນເຫຼົ່ານີ້ສາມາດມີປະຕິກິລິຍາດັ່ງກ່າວແມ່ນໄດ້ພິສູດໃຫ້ເຫັນວ່າວຽກງານທີ່ເຈົ້າກຳລັງເຮັດບໍ່ໄດ້ກ່ຽວຂ້ອງກັບການເປັນພະຍານໃຫ້ກັບພຣະເຈົ້າເລີຍ; ກົງກັນຂ້າມ, ມັນເປັນພຽງແຕ່ການເປັນພະຍານໃຫ້ກັບເຈົ້າເອງ ແລະ ການໂອ້ອວດຕົວເຈົ້າເອງ. ເຈົ້າສາມາດບັນລຸຜົນດັ່ງກ່າວໄດ້ແນວໃດ? ບາງຄົນເວົ້າວ່າ ‘ສິ່ງທີ່ຂ້ານ້ອຍໂອ້ລົມເປັນຄວາມຈິງ; ຂ້ານ້ອຍບໍ່ເຄີຍເປັນພະຍານໃຫ້ກັບຕົນເອງຢ່າງແນ່ນອນ!’ ທ່າທີນັ້ນຂອງເຈົ້າ ນັ້ນກໍຄື ມາລະຍາດນັ້ນ ແມ່ນໜຶ່ງໃນການທີ່ພະຍາຍາມໂອ້ລົມກັບຜູ້ຄົນຈາກຕໍາແໜ່ງຂອງພຣະເຈົ້າ ແລະ ມັນບໍ່ແມ່ນໜຶ່ງໃນການຢືນຢູ່ໃນຕຳແໜ່ງຂອງມະນຸດທີ່ເສື່ອມຊາມ. ທຸກສິ່ງທີ່ເຈົ້າເວົ້າເປັນການເວົ້າທີ່ໂອ້ອວດ ແລະ ຮຽກຮ້ອງຈາກຄົນອື່ນ; ມັນບໍ່ກ່ຽວຂ້ອງຫຍັງເລີຍກັບເຈົ້າເອງ. ສະນັ້ນ, ຜົນຕາມມາທີ່ເຈົ້າຈະບັນລຸແມ່ນການເຮັດໃຫ້ຜູ້ຄົນນະມັດສະການເຈົ້າ, ອິດສາເຈົ້າ ແລະ ສັນລະເສີນເຈົ້າຈົນເຖິງໃນທີ່ສຸດພວກເຂົາທຸກຄົນມີຄວາມຮູ້ກ່ຽວກັບເຈົ້າ, ເປັນພະຍານໃຫ້ກັບເຈົ້າ, ຍົກຍ້ອງເຈົ້າ ແລະ ສັນລະເສີນເຈົ້າເປັນດັ່ງສະຫວັນເບື້ອງສູງໃນທີ່ສຸດ. ເມື່ອສິ່ງນັ້ນເກີດຂຶ້ນ, ເຈົ້າກໍຈະຈົບສິ້ນລົງ; ເຈົ້າຈະລົ້ມເຫຼວ! ສິ່ງນີ້ບໍ່ແມ່ນເສັ້ນທາງທີ່ພວກເຈົ້າທຸກຄົນເດີນຕາມໃນຕອນນີ້ບໍ? ຖ້າເຈົ້າຖືກຂໍໃຫ້ນໍາພາຜູ້ຄົນສອງສາມພັນຄົນ ຫຼື ສອງສາມໝື່ນຄົນ, ເຈົ້າກໍຈະຮູ້ສຶກປິຕິຍິນດີ. ຫຼັງຈາກນັ້ນ ເຈົ້າກໍຈະເກີດຄວາມຈອງຫອງ ແລະ ເລີ່ມພະຍາຍາມຍຶດເອົາຕໍາແໜ່ງຂອງພຣະເຈົ້າ ໂດຍເວົ້າ ແລະ ສະແດງທ່າທາງ ແລະ ເຈົ້າຈະບໍ່ຮູ້ວ່າຈະສວມໃສ່ຫຍັງ, ຈະກິນຫຍັງ ຫຼື ຈະຍ່າງແນວໃດ. ເຈົ້າຈະມີຄວາມສຸກໃນຄວາມສະດວກສະບາຍຂອງຊີວິດ ແລະ ຖືຕົວເອງໃຫ້ສູງສົ່ງ, ບໍ່ຍອມພົບກັບອ້າຍເອື້ອຍນ້ອງຄົນທຳມະດາ.ເຈົ້າຈະເສື່ອມໂຊມລົງໃນທີ່ສຸດ ແລະ ຈະຖືກໂຈມຕີຄືກັບອັກຄະເທວະດາ. ພວກເຈົ້າທຸກຄົນສາມາດເຮັດສິ່ງນີ້ໄດ້, ບໍ່ແມ່ນບໍ? ສະນັ້ນ ພວກເຈົ້າຄວນເຮັດແນວໃດ? ຖ້າມື້ໜຶ່ງການຈັດແຈງຖືກມອບໝາຍໃຫ້ກັບພວກເຈົ້າເພື່ອອອກໄປເຮັດວຽກງານແທ້ໆ ແລະ ພວກເຈົ້າສາມາດເຮັດສິ່ງເຫຼົ່ານີ້, ແລ້ວວຽກງານຈະຖືກຂະຫຍາຍໄດ້ແນວໃດ? ສິ່ງນີ້ຈະບໍ່ສ້າງບັນຫາບໍ? ແລ້ວຜູ້ໃດຈະກ້າປ່ອຍໃຫ້ເຈົ້າອອກໄປເຮັດວຽກໃນທີ່ນັ້ນ? ຫຼັງຈາກຖືກສົ່ງໄປໃນທີ່ນັ້ນ, ເຈົ້າກໍຈະບໍ່ກັບຄືນມາອີກຈັກເທື່ອ; ເຈົ້າຈະບໍ່ໃສ່ໃຈກັບສິ່ງໃດໆທີ່ພຣະເຈົ້າເວົ້າ ແລະ ເຈົ້າຈະພຽງແຕ່ສືບຕໍ່ໂອ້ອວດ ແລະ ເປັນພະຍານໃຫ້ກັບຕົນເອງ, ຄືກັບວ່າເຈົ້າກຳລັງນໍາຄວາມລອດພົ້ນມາໃຫ້ຜູ້ຄົນ, ກຳລັງເຮັດພາລະກິດຂອງພຣະເຈົ້າ ແລະ ກຳລັງເຮັດໃຫ້ຜູ້ຄົນຮູ້ສຶກຄືກັບວ່າພຣະເຈົ້າໄດ້ປາກົດຕົວ ແລະ ກຳລັງເຮັດພາລະກິດໃນທີ່ນີ້ ແລະ ເມື່ອຜູ້ຄົນນະມັດສະການເຈົ້າ, ເຈົ້າກໍຈະມີຄວາມປິຕິຍິນດີຍິ່ງຂຶ້ນ ແລະ ເຈົ້າກໍຈະເຖິງກັບວ່າ ຍິນດີນໍາ ຖ້າພວກເຂົາປະຕິບັດຕໍ່ເຈົ້າຄືກັບພຣະເຈົ້າ. ຫຼັງຈາກທີ່ເຈົ້າໄປເຖິງຂັ້ນຕອນນັ້ນ, ເຈົ້າກໍຈະຈົບສິ້ນລົງ; ເຈົ້າຈະຖືກບົດໃຫ້ເປັນຕ່ອນນ້ອຍໆ. ໂດຍທີ່ເຈົ້າບໍ່ຮູ້ຕົວ, ທຳມະຊາດທີ່ຈອງຫອງແບບນີ້ຈະກາຍເປັນຄວາມຫາຍະນະຂອງເຈົ້າ. ນີ້ແມ່ນຕົວຢ່າງຂອງຄົນທີ່ຍ່າງຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດ. ຜູ້ຄົນທີ່ໄປເຖິງຈຸດນີ້ໄດ້ສູນເສຍສະຕິຂອງພວກເຂົາ; ການຮັບຮູ້ຂອງພວກເຂົາແມ່ນໄດ້ຈົບສິ້ນລົງແລ້ວ(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ທຳມະຊາດທີ່ຈອງຫອງແມ່ນຢູ່ທີ່ຮາກເຫງົ້າແຫ່ງການຕໍ່ຕ້ານພຣະເຈົ້າຂອງມະສຸດ). “ບາງຄົນໃຊ້ຕຳແໜ່ງຂອງພວກເຂົາເພື່ອເປັນພະຍານໃຫ້ຕົວເອງ, ແຜ່ອຳນາດໃຫ້ກັບຕົວເອງ ແລະ ຕໍ່ສູ້ກັບພຣະເຈົ້າເພື່ອຜູ້ຄົນ ແລະ ສະຖານະ. ພວກເຂົາໃຊ້ຫຼາກຫຼາຍວິທີການ ແລະ ມາດຕະການຕ່າງໆເພື່ອໃຫ້ຄົນນະມັດສະການພວກເຂົາ, ພະຍາຍາມເອົາຊະນະຜູ້ຄົນ ແລະ ຄວບຄຸມພວກເຂົາຢ່າງຕໍ່ເນື່ອງ. ບາງຄົນເຖິງຂັ້ນຕັ້ງໃຈເຮັດໃຫ້ຄົນເຂົ້າໃຈຜິດຄິດວ່າພວກເຂົາເປັນພຣະເຈົ້າເພື່ອວ່າພວກເຂົາຈະໄດ້ຖືກປະຕິບັດຄືກັບພຣະເຈົ້າ. ພວກເຂົາຈະບໍ່ມີວັນບອກໃຜວ່າພວກເຂົາໄດ້ເຮັດຜິດ, ວ່າພວກເຂົາກໍເສື່ອມຊາມ ແລະ ໂອ້ອວດເຊັ່ນກັນ, ບໍ່ຄວນນະມັດສະການພວກເຂົາ, ແນວໃດກໍຕາມ, ບໍ່ວ່າພວກເຂົາເຮັດດີປານໃດ, ທັງໝົດແມ່ນຍ້ອນຄວາມປິຕິຍັນດີຂອງພຣະເຈົ້າ ແລະ ພວກເຂົາກຳລັງເຮັດສິ່ງທີ່ພວກເຂົາຄວນເຮັດ. ເປັນຫຍັງພວກເຂົາຈິ່ງບໍ່ເວົ້າສິ່ງເຫຼົ່ານີ້? ຍ້ອນວ່າພວກເຂົາຢ້ານທີ່ສຸດທີ່ຈະສູນເສຍຕຳແໜ່ງຂອງພວກເຂົາທີ່ຢູ່ໃນຫົວໃຈຂອງຜູ້ຄົນ. ນີ້ແມ່ນເຫດຜົນ ທີ່ຄົນປະເພດນີ້ບໍ່ເຄີຍສັນລະເສີນພຣະເຈົ້າ ແລະ ບໍ່ເຄີຍເປັນພະຍານໃຫ້ກັບພຣະເຈົ້າ(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ I). “ທຸກຄົນທີ່ລົງເຫວຈະຍົກຍ້ອງຕົນເອງ ແລະ ເປັນພະຍານໃຫ້ກັບຕົນເອງ. ພວກເຂົາຈະໄປໆມາໆເພື່ອໂອ້ອວດຕົນເອງ ແລະ ເວົ້າໂມ້ກ່ຽວກັບຕົນເອງ ແລະ ພວກເຂົາບໍ່ໄດ້ເອົາພຣະເຈົ້າໃສ່ຫົວໃຈເລີຍ. ພວກເຈົ້າມີປະສົບການໃດໜຶ່ງກ່ຽວກັບສິ່ງທີ່ເຮົາກຳລັງເວົ້າບໍ? ຫຼາຍຄົນເປັນພະຍານໃຫ້ກັບຕົນເອງຢູ່ເລື້ອຍໆວ່າ: ‘ຂ້ອຍໄດ້ທົນທຸກໃນລັກສະນະນີ້ ແລະ ນັ້ນ; ຂ້ອຍໄດ້ເຮັດວຽກງານນີ້ ແລະ ນັ້ນ; ພຣະເຈົ້າໄດ້ປະຕິບັດຕໍ່ຂ້ອຍໃນລັກສະນະນີ້ ແລະ ນັ້ນ, ພຣະອົງຂໍໃຫ້ຂ້ອຍເຮັດນັ້ນ ແລະ ນີ້; ພຣະອົງຄິດຫາຂ້ອຍຫຼາຍເປັນພິເສດ; ຕອນນີ້ ຂ້ອຍເປັນແບບນີ້ ແລະ ນັ້ນ’. ພວກເຂົາຕັ້ງໃຈເວົ້າດ້ວຍນໍ້າສຽງໃດໜຶ່ງ ແລະ ນໍາໃຊ້ທ່າທາງໃດໜຶ່ງ. ໃນທີ່ສຸດແລ້ວ, ບາງຄົນກໍເລີຍຄິດວ່າຜູ້ຄົນເຫຼົ່ານີ້ເປັນພຣະເຈົ້າ. ເມື່ອພວກເຂົາໄດ້ໄປຮອດຈຸດນັ້ນ, ພຣະວິນຍານບໍລິສຸດກໍໄດ້ປະຖິ້ມພວກເຂົາຕັ້ງແຕ່ດົນແລ້ວ. ແຕ່ວ່າໃນຕອນນີ້, ພວກເຂົາຖືກເມີນເສີຍ ແລະ ບໍ່ໄດ້ຖືກຂັບໄລ່, ໂຊກຊະຕາຂອງພວກເຂົາແມ່ນຖືກກຳນົດໄວ້ແລ້ວ ແລະ ສິ່ງທີ່ພວກເຂົາສາມາດເຮັດໄດ້ກໍຄືການລໍຖ້າການລົງໂທດຂອງພວກເຂົາ(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ຜູ້ຄົນຮຽກຮ້ອງພຣະເຈົ້າຫຼາຍເກີນໄປ).. ພຣະທຳຂອງພຣະເຈົ້າແທງທະລຸຫົວໃຈຂອງຂ້ອຍຄືກັບດາບ. ມັນເປັນຄືກັບສິ່ງທີ່ພຣະທຳຂອງພຣະເຈົ້າໄດ້ກ່າວໄວ້, ຍົກຍ້ອງຕົນເອງຢູ່ສະເໝີ ແລະ ໂອ້ອວດໃນໜ້າທີ່ຂອງຂ້ອຍ. ນັບຕັ້ງແຕ່ທີ່ຂ້ອຍກາຍມາເປັນຜູ້ນໍາ, ຂ້ອຍກໍ່ຄິດວ່າເພື່ອເປັນຜູ້ນໍາ ຂ້ອຍຕ້ອງດີກວ່າຄົນອື່ນ ແລະ ມີວຸດທິພາວະຫຼາຍຂຶ້ນເພື່ອຮັບເອົາການເຫັນດີ ແລະ ການຊົມເຊີຍຈາກທຸກຄົນ. ເມື່ອຂ້ອຍໂອ້ລົມກ່ຽວກັບປະສົບການຂອງຂ້ອຍ, ຂ້ອຍກໍ່ທຳທ່າ ແລະ ເກືອບບໍ່ເວົ້າກ່ຽວກັບຄວາມອ່ອນແອ ແລະ ຄວາມເສື່ອມຊາມຂອງຂ້ອຍເອງ ໂດຍຢ້ານວ່າຄົນອື່ນຈະບໍ່ເຄົາລົບຂ້ອຍ ຖ້າພວກເຂົາຮູ້ວ່າຂ້ອຍກໍ່ເສື່ອມຊາມສໍ່າໆກັບພວກເຂົາ. ເຖິງແມ່ນເມື່ອຂ້ອຍເຈັບປ່ວຍ, ຂ້ອຍກໍ່ຄິດລົບ ແລະ ເລີ່ມຈົ່ມຕໍ່ວ່າ ແລະ ຮູ້ສຶກຢ້ານຫຼາຍ, ແຕ່ເພື່ອຮັກສາພາບລັກຂອງຂ້ອຍ, ຂ້ອຍໄດ້ເຊື່ອງຄວາມຮູ້ສຶກທີ່ແທ້ຈິງຂອງຂ້ອຍ ແລະ ພຽງແຕ່ເວົ້າກ່ຽວກັບສິ່ງທີ່ດີ ເພື່ອວ່າຄົນອື່ນຈະບູຊາຂ້ອຍຫຼາຍຍິ່ງຂຶ້ນ ແລະ ຄິດວ່າຂ້ອຍຄິດບວກສຳ່ໃດ ແລະ ຂ້ອຍມີຄວາມເຊື່ອຫຼາຍກວ່າຄົນອື່ນສໍ່າໃດ. ໃນຖານະຜູ້ນໍາ, ຂ້ອຍຄວນຢູ່ຈົນເດິກ ແລະ ທົນທຸກຫຼາຍກວ່າຢູ່ແລ້ວ. ແຕ່ຂ້ອຍຕັ້ງໃຈທີ່ຈະຫຼົງເວົ້າຢູ່ສະເໝີວ່າຂ້ອຍຫຍຸ້ງຍາກສໍ່າໃດກັບອ້າຍເອື້ອຍນ້ອງ, ກ່ຽວກັບວ່າຂ້ອຍຢູ່ຈົນເດິກສ່ຳໃດ ແລະ ຂ້ອຍເຮັດວຽກໜັກສໍ່າໃດ ເພື່ອພວກເຂົາຈະຄິດວ່າພວກເຂົາມີຄວາມຮັບຜິດຊອບ ແລະ ເຮັດວຽກໜັກຫຼາຍ. ຄວາມສຳເລັດທີ່ຂ້ອຍເຫັນໃນໜ້າທີ່ຂອງຂ້ອຍແມ່ນເນື່ອງຈາກພຣະວິນຍານບໍລິສຸດຢ່າງຊັດເຈນ, ແຕ່ຂ້ອຍບໍ່ເຄີຍຍົກຍ້ອງພຣະເຈົ້າ, ພຽງແຕ່ໂອ້ອວດກ່ຽວກັບວ່າຂ້ອຍທົນທຸກ ແລະ ເສຍສະລະສໍ່າໃດ ເພື່ອວ່າທຸກຄົນຈະຄິດວ່າຂ້ອຍເປັນເສົາຂອງຄຣິດຕະຈັກ ເຊິ່ງຄືກັບວ່າບໍ່ມີຫຍັງສາມາດເຮັດໃຫ້ສຳເລັດໄດ້ຖ້າບໍ່ມີຂ້ອຍ. ຂ້ອຍໂອ້ລົມແບບນີ້ຢູ່ສະເໝີ, ຫຼອກລວງຄົນອື່ນ ເຊິ່ງນໍາໄປສູ່ການທີ່ຂ້ອຍຖືກລົງວິໄນດ້ວຍຄວາມເຈັບປ່ວຍນີ້. ແຕ່ຄົນອື່ນເຊື່ອວ່າຂ້ອຍເຈັບປ່ວຍ ເພາະຂ້ອຍເຮັດວຽກໜັກສໍ່າໃດ ແລະ ພວກເຂົາເຖິງກັບຕຳນິເອື້ອຍທີ່ຂ້ອຍເຮັດວຽກນໍາທີ່ບໍ່ເຮັດສ່ວນຂອງລາວ ຄືກັບວ່າຂ້ອຍແບກພາລະທີ່ຍິ່ງໃຫຍ່ທີ່ສຸດສຳລັບຄຣິດຕະຈັກ. ຂ້ອຍຍົກຍ້ອງຕົນເອງ ແລະ ໂອ້ອວດໃນລັກສະນະນີ້, ຫຼອກລວງ ແລະ ກັກຂັງຄົນອື່ນ ແລະ ນໍາພວກເຂົາມາຢູ່ຕໍ່ໜ້າຂ້ອຍ. ຂ້ອຍເປັນປໍລະປັກຕໍ່ພຣະເຈົ້າຢ່າງເປີດເຜີຍ. ເມື່ອຄິດແບບບນີ້, ຂ້ອຍກໍ່ບໍ່ສາມາດເຮັດຫຍັງໄດ້ ນອກຈາກຮູ້ສຶກຢ້ານ. ເພື່ອເຮັດໃຫ້ຄົນອື່ນເຄົາລົບຂ້ອຍ ແລະ ບູຊາຂ້ອຍ, ຂ້ອຍໃຊ້ທຸກວິທີການເພື່ອໂອ້ອວດຕົນເອງ ແລະ ຫຼອກລວງຄົນອື່ນ ເຊິ່ງເຮັດໃຫ້ພວກເຂົາເພິ່ງພາຂ້ອຍຈົນບໍ່ມີພື້ນທີ່ວ່າງສຳລັບພຣະເຈົ້າໃນຫົວໃຈຂອງພວກເຂົາ. ພວກເຂົາສະແຫວງຫາຄຳຄິດເຫັນ ແລະ ການເຫັນດີຂອງຂ້ອຍໃນທຸກສິ່ງ, ຂ້ອຍບໍ່ໄດ້ກຳລັງປົກຄອງຄືກັບລາຊິນີໃນຄຣິດຕະຈັກບໍ? ຄຣິດຕະຈັກຄວນເປັນສະຖານທີ່ໃຫ້ນະມັດສະການພຣະເຈົ້າ. ໂດຍການຍົກຍ້ອງຕົນເອງ ແລະ ນໍາຄົນອື່ນມາຢູ່ຕໍ່ໜ້າຂ້ອຍ, ຂ້ອຍບໍ່ໄດ້ກຳລັງພະຍາຍາມແທນທີ່ພຣະເຈົ້າ ແລະ ປ່ຽນພຣະອົງໃຫ້ກາຍເປັນຮູບແກະສະລັກບໍ? ຂ້ອຍກຳລັງຕໍ່ຕ້ານ ແລະ ທໍລະຍົດພຣະເຈົ້າຄືກັບຜູ້ຕໍ່ຕ້ານພຣະຄຣິດ, ຂ້ອຍໄດ້ເຮັດບາບຢ່າງຮ້າຍແຮງໂດຍການເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າ! ຂ້ອຍຮູ້ສຶກຢ້ານກົວໃນຕອນນັ້ນ. ຂ້ອຍເຈັບປ່ວຍຍ້ອນຂ້ອຍເຮັດໃຫ້ພຣະເຈົ້າໃຈຮ້າຍ ແລະ ຕອນນີ້ ພຣະອົງກໍ່ກຳລັງສະແດງອຸປະນິໄສທີ່ຊອບທຳຂອງພຣະອົງ. ຂ້ອຍກຽດຊັງຕົນເອງທີ່ມຶນຊາ ແລະ ກະບົດຫຼາຍ ແລະ ໄດ້ເຫັນວ່າອຸປະນິໄສທີ່ຊອບທຳຂອງພຣະເຈົ້າບໍ່ອົດກັ້ນຕໍ່ການເຮັດຜິດແນວໃດ. ຂ້ອຍລົ້ມລົງຕໍ່ໜ້າພຣະເຈົ້າເພື່ອອະທິຖານ ແລະ ກັບໃຈ: “ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ຕະຫຼອດປີທີ່ຜ່ານມາ, ຂ້ານ້ອຍບໍ່ໄດ້ຮັບໃຊ້ພຣະອົງ, ແຕ່ເຮັດການຊົ່ວ. ຂ້ານ້ອຍໄດ້ນໍາຜູ້ຄົນມາຢູ່ຕໍ່ໜ້າຂ້ານ້ອຍ, ຍາດຊິງກັບພຣະອົງເພື່ອເອົາການຄວບຄຸມ. ຂ້ານ້ອຍເຮັດຄືກັບຜູ້ຕໍ່ຕ້ານພຣະຄຣິດ, ເປັນຕາລັງກຽດ ແລະ ໄຮ້ຢາງອາຍຫຼາຍ. ໂອ ພຣະເຈົ້າ, ຂ້ານ້ອຍໄດ້ເຮັດຜິດແທ້ໆ”. ເມື່ອເຕັມລົ້ນດ້ວຍຄວາມໂສກເສົ້າ, ຂ້ອຍກໍ່ຮູ້ສຶກລະອາຍໃຈຫຼາຍທີ່ຈະຜະເຊີນໜ້າກັບພຣະເຈົ້າ.

ຫຼັງຈາກນັ້ນ ຂ້ອຍກໍ່ເລີ່ມຄິດວ່າ: “ຂ້ອຍເຂົ້າໄປໃນເສັ້ນທາງທີ່ຜິດແບບນັ້ນໄດ້ແນວໃດ? ແມ່ນຫຍັງໄດ້ກໍ່ໃຫ້ສິ່ງນີ້ເກີດຂຶ້ນແທ້ໆ?” ຂ້ອຍອ່ານພຣະທຳຂອງພຣະເຈົ້າ: “ໂດຍສະເພາະແລ້ວ ບາງຄົນເຫຼື້ອມໃສໂປໂລ. ພວກເຂົາມັກອອກໄປ ແລະ ກ່າວປາໄສ ແລະ ປະຕິບັດພາລະກິດ, ພວກເຂົາມັກເຂົ້າຮ່ວມການເຕົ້າໂຮມ ແລະ ເທດສະໜາ ແລະ ພວກເຂົາມັກຜູ້ຄົນທີ່ຟັງພວກເຂົາ, ບູຊາພວກເຂົາ ແລະ ພົວພັນຢູ່ກັບພວກເຂົາ. ພວກເຂົາຕ້ອງການມີສະຖານະຢູ່ໃນຄວາມຄິດຂອງຄົນອື່ນ ແລະ ພວກເຂົາຊື່ນຊົມມັນ ເມື່ອຄົນອື່ນໃຫ້ຄຸນຄ່າແກ່ພາບລັບທີ່ພວກເຂົາສະແດງອອກ. ໃຫ້ພວກເຮົາມາວິເຄາະທຳມະຊາດຂອງພວກເຂົາຈາກພຶດຕິກຳເຫຼົ່ານີ້: ແມ່ນຫຍັງຄືທຳມະຊາດຂອງພວກເຂົາ? ຖ້າພວກເຂົາປະພຶດແບບນີ້ແທ້ໆ, ແລ້ວມັນກໍພຽງພໍທີ່ຈະສະແດງວ່າ ພວກເຂົາອວດດີ ແລະ ທະນົງຕົວ. ພວກເຂົາບໍ່ນະມັດສະການພຣະເຈົ້າເລີຍ; ພວກເຂົາສະແຫວງຫາສະຖານະທີ່ສູງສົ່ງ ແລະ ປາຖະໜາທີ່ຈະມີສິດອຳນາດເໜືອຄົນອື່ນ, ຄອບຄອງພວກເຂົາ ແລະ ມີສະຖານະໃນຄວາມຄິດຂອງພວກເຂົາ. ນີ້ແມ່ນພາບລັກຂອງຊາຕານຢ່າງແທ້ຈິງ. ລັກສະນະຂອງທຳມະຊາດຂອງພວກເຂົາທີ່ໂດດເດັ່ນຄືຄວາມອວດດີ ແລະ ຄວາມທະນົງຕົວ, ຄວາມບໍ່ເຕັມໃຈທີ່ຈະນະມັດສະການພຣະເຈົ້າ ແລະ ຄວາມປາຖະໜາຢາກໃຫ້ຄົນອື່ນບູຊາ. ພືດຕິກຳດັ່ງກ່າວສາມາດເຮັດໃຫ້ເຈົ້າເຫັນຢ່າງຊັດເຈນຫຼາຍໃນທຳມະຊາດຂອງພວກເຂົາ(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ວິທີຮູ້ຈັກທໍາມະຊາດຂອງມະນຸດ). “ຍ້ອນຄວາມເສື່ອມຊາມຂອງມະນຸດຊາດທີ່ຊາຕານເຮັດ, ທຳມະຊາດຂອງຜູ້ຄົນຈຶ່ງໄດ້ເລີ່ມເສື່ອມສະພາບ ແລະ ພວກເຂົາກໍໄດ້ຄ່ອຍໆສູນເສຍຄວາມຮູ້ສຶກທີ່ມີເຫດຜົນຂອງຜູ້ຄົນປົກກະຕິ. ຕອນນີ້, ພວກເຂົາບໍ່ເຮັດໜ້າທີ່ເປັນມະນຸດໃນຕໍາແໜ່ງຂອງມະນຸດອີກຕໍ່ໄປ, ແຕ່ເຕັມໄປດ້ວຍຄວາມປາຖະໜາທີ່ບ້າປ່ວງ; ພວກເຂົາໄດ້ຢູ່ເກີນສະຖານະຂອງມະນຸດ ແຕ່ຍັງຕ້ອງການທີ່ຈະຂຶ້ນໄປໃຫ້ສູງສົ່ງກວ່າອີກ. ຄຳວ່າ ‘ສູງກວ່າ’ ນີ້ໝາຍເຖິງຫຍັງ? ພວກເຂົາປາຖະໜາຢູ່ເໜືອພຣະເຈົ້າ, ຢູ່ເໜືອສະຫວັນ ແລະ ຢູ່ເໜືອທຸກສິ່ງ. ແມ່ນຫຍັງຄືສາຍເຫດຂອງເຫດຜົນທີ່ຜູ້ຄົນເປັນແບບນີ້? ເມື່ອພິຈາລະນາເບິ່ງທຸກຢ່າງແລ້ວ, ທຳມະຊາດຂອງມະນຸດແມ່ນຈອງຫອງເກີນໄປ... ການສະແດງອອກເຖິງຄວາມຈອງຫອງຄືການກະບົດ ແລະ ການຕໍ່ຕ້ານພຣະເຈົ້າ. ເມື່ອຜູ້ຄົນຈອງຫອງ, ຖືວ່າຕົນເອງສຳຄັນ ແລະ ຖືວ່າຕົນເອງຊອບທຳ, ພວກເຂົາກໍມີແນວໂນ້ມທີ່ຈະສ້າງຕັ້ງອານາຈັກຂອງພວກເຂົາເອງ ແລະ ເຮັດສິ່ງຕ່າງໆໃນລັກສະນະໃດກໍຕາມທີ່ພວກເຂົາຕ້ອງການ. ພວກເຂົາຍັງເຮັດໃຫ້ຄົນອື່ນມາຢູ່ໃນກໍາມືຂອງພວກເຂົາ ແລະ ດຶງດູດຄົນເຫຼົ່ານັ້ນເຂົ້າມາໃນອ້ອມກອດຂອງພວກເຂົາ. ສໍາລັບຜູ້ຄົນທີ່ສາມາດເຮັດສິ່ງດັ່ງກ່າວ, ມັນໝາຍຄວາມວ່າແກ່ນແທ້ຂອງທຳມະຊາດທີ່ຈອງຫອງຂອງພວກເຂົາແມ່ນຂອງຊາຕານ; ແມ່ນຂອງອັກຄະເທວະດາໄປແລ້ວ. ເມື່ອຄວາມຈອງຫອງ ແລະ ການຖືວ່າຕົນເອງສຳຄັນຂອງພວກເຂົາໄດ້ໄປເຖິງລະດັບໃດໜຶ່ງ, ພວກເຂົາໄດ້ກາຍເປັນອັກຄະເທວະດາ ແລະ ພຣະເຈົ້າຈະຖືກປະຖິ້ມ. ຖ້າເຈົ້າມີທຳມະຊາດທີ່ຈອງຫອງດັ່ງກ່າວ, ພຣະເຈົ້າກໍຈະບໍ່ມີພື້ນທີ່ໃນຫົວໃຈຂອງເຈົ້າ(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ທຳມະຊາດທີ່ຈອງຫອງແມ່ນຢູ່ທີ່ຮາກເຫງົ້າແຫ່ງການຕໍ່ຕ້ານພຣະເຈົ້າຂອງມະສຸດ). ພຣະທຳຂອງພຣະເຈົ້າມອບຄວາມເຂົ້າໃຈທີ່ຊັດເຈນຍິ່ງຂຶ້ນໃຫ້ກັບຂ້ອຍກ່ຽວກັບແກ່ນແທ້ໃນບັນຫາຂອງຂ້ອຍ ແລະ ຂ້ອຍເຫັນເຖິງເຫດຜົນທີ່ຂ້ອຍຍົກຍ້ອງຕົນເອງຢູ່ສະເໝີ ແລະ ໂອ້ອວດໃນໜ້າທີ່ຂອງຂ້ອຍ. ມັນເປັນເພາະທຳມະຊາດທີ່ອວດດີ ແລະ ຫຼອກລວງຂອງຂ້ອຍ. ເສັ້ນທາງທີ່ຂ້ອຍດຳເນີນຕາມແມ່ນຜິດຕັ້ງແຕ່ເລີ່ມຕົ້ນ. ການຍົກຍ້ອງຕົນເອງ ແລະ ການໂອ້ອວດໃນໜ້າທີ່ຂອງຂ້ອຍໄດ້ເຮັດໃຫ້ຂ້ອຍເປັນຄືກັບໂປໂລແທ້ໆ. ໂປໂລຍົກຍ້ອງ ແລະ ເປັນພະຍານໃຫ້ກັບຕົນເອງຢູ່ສະເໝີ ໃນຂະນະທີ່ລາວເຮັດວຽກງານຂອງລາວ ແລະ ລາວບໍ່ເຄີຍເປັນພະຍານວ່າພຣະເຢຊູເຈົ້າເປັນພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນແຕ່ຄັ້ງດຽວໃນຈົດໝາຍຂອງລາວ. ລາວພຽງແຕ່ເປັນພະຍານກ່ຽວກັບວ່າລາວທົນທຸກ ແລະ ເສຍສະລະຫຼາຍສໍ່າໃດ, ເຖິງກັບເວົ້າວ່າ “ສຳລັບຂ້ານ້ອຍແລ້ວ, ການມີຊີວິດຢູ່ກໍ່ຄືພຣະຄຣິດ” (ຟີລິບປອຍ 1:21) ແລະ “ເຮົາໄດ້ຕໍ່ສູ່ຢ່າງກ້າຫານ, ເຮົາໄດ້ສຳເລັດການແຂ່ງຂັນ, ເຮົາໄດ້ຕັ້ງໝັ້ນໃນຄວາມເຊື່ອ: ຈາກນີ້ເປັນຕົ້ນໄປ ມີການຈັດກຽມມົງກຸດແຫ່ງຄວາມຊອບທຳໄວ້ໃຫ້ກັບເຮົາແລ້ວ” (2 ຕີໂມທຽວ 4:7-8). ລາວເຮັດໃຫ້ຄົນອື່ນເຊື່ອວ່າລາວສົມຄວນໄດ້ຮັບມົງກຸດ ແລະ ລາງວັນ. ຂ້ອຍເຫັນວ່າທຳມະຊາດຂອງຂ້ອຍກໍ່ເປັນຄືກັບຂອງໂປໂລ. ຂ້ອຍມີຄວາມສຸກກັບການຖືກເຄົາລົບ ແລະ ການຖືກບູຊາ, ການທີ່ມີຜູ້ຄົນອ້ອມຮອບຂ້ອຍ ແລະ ການໄດ້ຍິນຜູ້ຄົນຍົກຍ້ອງຂ້ອຍບໍ່ວ່າຂ້ອຍຈະໄປໃສກໍ່ຕາມ. ຂ້ອຍຕ້ອງມີພື້ນທີ່ໃນຫົວໃຈຂອງຜູ້ຄົນເທົ່ານັ້ນ. ດັ່ງທີ່ພຣະທຳຂອງພຣະເຈົ້າໄດ້ກ່າວໄວ້, ຂ້ອຍເຫັນວ່າທຳມະຊາດຂອງຂ້ອຍເຕັມໄປດ້ວຍ “ລັກສະນະຂອງທຳມະຊາດຂອງພວກເຂົາທີ່ໂດດເດັ່ນຄືຄວາມອວດດີ ແລະ ຄວາມທະນົງຕົວ, ຄວາມບໍ່ເຕັມໃຈທີ່ຈະນະມັດສະການພຣະເຈົ້າ ແລະ ຄວາມປາຖະໜາຢາກໃຫ້ຄົນອື່ນບູຊາ”. ຂ້ອຍອວດດີຫຼາຍຈົນຂ້ອຍໄຮ້ຄວາມສຳນຶກທັງໝົດ. ຂ້ອຍບໍ່ສາມາດເຮັດໜ້າທີ່ຂອງຂ້ອຍດັ່ງສິ່ງຖືກສ້າງ ແລະ ນະມັດສະການພຣະເຈົ້າ ແລະ ຂ້ອຍບໍ່ໄດ້ປະຕິບັດຕໍ່ພຣະເຈົ້າວ່າເປັນພຣະເຈົ້າ ແຕ່ກົງກັນຂ້າມ ຂ້ອຍຍົກຍ້ອງຕົນເອງ. ຂ້ອຍກຳນົດໃຫ້ຕົນເອງໄດ້ຮັບການເຄົາລົບ ແລະ ການບູຊາໃນໜ້າທີ່ຂອງຂ້ອຍ ເຊິ່ງເຮັດໃຫ້ຂ້ອຍຫຼອກລວງອ້າຍເອື້ອຍນ້ອງຂອງຂ້ອຍ. ເມື່ອບັນຫາເກີດຂຶ້ນ, ພວກເຂົາກໍ່ເພິ່ງພາຂ້ອຍ ແລະ ໃຫ້ຂ້ອຍຕັດສິນໃຈທຸກຢ່າງກ່ຽວກັບວຽກງານ. ຂ້ອຍໄດ້ນໍາຜູ້ຄົນມາຢູ່ຕໍ່ໜ້າຂ້ອຍ ແລະ ສ້າງຕັ້ງອານາຈັກຂອງຂ້ອຍເອງ. ພຶດຕິກຳດັ່ງກ່າວຈະບໍ່ກະຕຸ້ນຄວາມໂກດຮ້າຍຂອງພຣະເຈົ້າ ແລະ ເຮັດໃຫ້ພຣະອົງກຽດຊັງຂ້ອຍໄດ້ແນວໃດ? ຄວາມເຈັບປ່ວຍຂອງຂ້ອຍຄືຄວາມຊອບທຳຂອງພຣະເຈົ້າ ແລະ ຂ້ອຍກໍ່ສົມຄວນໄດ້ຮັບມັນ ຍ້ອນໄດ້ເຮັດຊົ່ວ ແລະ ຕໍ່ຕ້ານພຣະເຈົ້າ. ຂ້ອຍຂອບໃຈພຣະເຈົ້າທີ່ໄດ້ລົງວິໄນຂ້ອຍ, ຫ້າມການເຮັດຊົ່ວຂອງຂ້ອຍໃນເສັ້ນທາງຂອງມັນ.

ເມື່ອຮູ້ແບບນີ້, ຂ້ອຍກໍ່ໄດ້ອະທິຖານຫາພຣະເຈົ້າ: “ນັບຕັ້ງແຕ່ມື້ອື່ນ, ຂ້ານ້ອຍຈະປະຕິບັດຄວາມຈິງ ແລະ ປະຖິ້ມເນື້ອໜັງຂອງຂ້ານ້ອຍໂດຍມີຈຸດປະສົງ. ຂ້ານ້ອຍຈະເປີດໂປງຄວາມເສື່ອມຊາມຂອງຂ້ານ້ອຍ ເພື່ອວ່າຄົນອື່ນອາດເຫັນເຖິງຄວາມຂີ້ຮ້າຍຂອງຂ້ານ້ອຍ, ເຫັນຂ້ານ້ອຍໃນສິ່ງທີ່ຂ້ານ້ອຍເປັນ ແລະ ບໍ່ບູຊາຂ້ານ້ອຍອີກຕໍ່ໄປ”. ໃນລະຫວ່າງການເຝົ້າດ່ຽວໃນຕອນເຊົ້າຂອງມື້ຖັດໄປ, ຂ້ອຍໄດ້ອ່ານພຣະທຳບາງຂໍ້ຂອງພຣະເຈົ້າກ່ຽວກັບການເປັນຄົນທີ່ຊື່ສັດ ແລະ ເປີດເຜີຍ ແລະ ກ່ຽວກັບວິທີການຍົກຍ້ອງພຣະເຈົ້າ ແລະ ເປັນພະຍານໃຫ້ກັບພຣະອົງ. ພຣະທຳຂອງພຣະເຈົ້າເວົ້າວ່າ: “ເມື່ອເປັນພະຍານໃຫ້ກັບພຣະເຈົ້າ, ຫຼັກໆແລ້ວເຈົ້າກໍຄວນເວົ້າກ່ຽວກັບວິທີທີ່ພຣະເຈົ້າພິພາກສາ ແລະ ຂ້ຽນຕີຜູ້ຄົນ, ແມ່ນຫຍັງທີ່ພຣະອົງໃຊ້ໃນການທົດລອງເພື່ອຫຼໍ່ຫຼອມຜູ້ຄົນ ແລະ ປ່ຽນແປງອຸປະນິໄສຂອງພວກເຂົາ. ພ້ອມນັ້ນ ເຈົ້າຄວນເວົ້າກ່ຽວກັບຄວາມເສື່ອມຊາມວ່າຖືກເປີດເຜີຍໃນປະສົບການຂອງພວກເຈົ້າຫຼາຍສໍ່າໃດ, ພວກເຈົ້າໄດ້ທົນທຸກຫຼາຍສໍ່າໃດ ແລະ ພວກເຈົ້າຖືກເອົາຊະນະໂດຍພຣະເຈົ້າໄດ້ແນວໃດໃນທີ່ສຸດ; ເວົ້າກ່ຽວກັບເຈົ້າມີຄວາມຮູ້ທີ່ແທ້ຈິງກ່ຽວກັບພາລະກິດຂອງພຣະເຈົ້າຫຼາຍສໍ່າໃດ ແລະ ເຈົ້າຄວນເປັນພະຍານໃຫ້ກັບພຣະເຈົ້າ ແລະ ຕອບແທນພຣະອົງສຳລັບຄວາມຮັກຂອງພຣະອົງແນວໃດ. ພວກເຈົ້າຄວນໃສ່ເນື້ອຫາເຂົ້າໃນພາສາປະເພດນີ້ ໃນຂະນະທີ່ເວົ້າມັນອອກໃນລັກສະນະທີ່ງ່າຍໆ. ຢ່າເວົ້າກ່ຽວກັບທິດສະດີທີ່ວ່າງເປົ່າ. ໃຫ້ເວົ້າກ່ຽວກັບສິ່ງທີ່ເປັນຈິງຫຼາຍຂຶ້ນ; ໃຫ້ເວົ້າຈາກຫົວໃຈ. ນີ້ແມ່ນວິທີທີ່ເຈົ້າຄວນຜະເຊີນ. ຢ່າປະກອບຕົນເອງດ້ວຍທິດສະດີທີ່ເບິ່ງຄືເລິກເຊິ່ງ ແລະ ວ່າງເປົ່າ ເພື່ອພະຍາຍາມໂອ້ອວດ; ການເຮັດແບບນັ້ນຈະເຮັດໃຫ້ເຈົ້າປາກົດວ່າອວດດີ ແລະ ຂາດຄວາມຮູ້ສຶກພໍສົມຄວນ. ເຈົ້າຄວນເວົ້າກ່ຽວກັບສິ່ງທີ່ເປັນຈິງຈາກປະສົບການຕົວຈິງຂອງເຈົ້າຫຼາຍຂຶ້ນ ທີ່ມັນເປັນຈິງ ແລະ ມາຈາກຫົວໃຈ; ສິ່ງນີ້ເປັນປະໂຫຍດທີ່ສຸດຕໍ່ຄົນອື່ນ ແລະ ເໝາະສົມທີ່ສຸດໃຫ້ພວກເຂົາໄດ້ເຫັນ. ພວກເຈົ້າເຄີຍເປັນຄົນທີ່ຕໍ່ຕ້ານພຣະເຈົ້າຫຼາຍທີ່ສຸດ ແລະ ມີແນວໂນ້ມທີ່ຈະອ່ອນນ້ອມຕໍ່ພຣະອົງໜ້ອຍທີ່ສຸດ, ແຕ່ໃນຕອນນີ້ ເຈົ້າໄດ້ຖືກເອົາຊະນະ, ຢ່າໄດ້ລືມສິ່ງນັ້ນ. ເຈົ້າຄວນໄຕ່ຕອງ ແລະ ຄິດກ່ຽວກັບສິ່ງເຫຼົ່ານີ້ຫຼາຍຂຶ້ນ. ຫຼັງຈາກທີ່ຜູ້ຄົນເຂົ້າໃຈພວກມັນຢ່າງຊັດເຈນ, ພວກເຂົາກໍຈະຮູ້ຈັກວິທີເປັນພະຍານ; ບໍ່ດັ່ງນັ້ນ ພວກເຂົາກໍຈະມີແນວໂນ້ມທີ່ຈະເຮັດການກະທຳທີ່ເປັນຕາອັບອາຍ ແລະ ຂາດຄວາມຮູ້ສຶກ, ເຊິ່ງບໍ່ແມ່ນການເປັນພະຍານໃຫ້ກັບພຣະເຈົ້າ, ແຕ່ເປັນການນໍາຄວາມອັບອາຍມາສູ່ພຣະເຈົ້າ(ຄັດຈາກໜັງສືພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ມີພຽງການສະແຫວງຫາຄວາມຈິງເທົ່ານັ້ນ ຄົນໃດໜຶ່ງຈຶ່ງຈະສາມາດບັນລຸການປ່ຽນແປງໃນອຸປະນິໄສ). “‘ການແບ່ງປັນ ແລະ ການໂອ້ລົມກ່ຽວກັບປະສົບການ’ ໝາຍເຖິງການເປີດເຜີຍທຸກຄວາມຄິດໃນຫົວໃຈຂອງເຈົ້າ, ສະພາວະການເປັນຢູ່ຂອງເຈົ້າ, ປະສົບການ ແລະ ຄວາມຮູ້ຂອງເຈົ້າກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ອຸປະນິໄສທີ່ເສື່ອມຊາມພາຍໃນຕົວເຈົ້າ ແລະ ຫຼັງຈາກນັ້ນກໍປ່ອຍໃຫ້ຄົນອື່ນແຍກແຍະເບິ່ງພວກມັນ, ຍອມຮັບສ່ວນທີ່ດີ ແລະ ຮັບຮູ້ສິ່ງທີ່ບໍ່ດີ. ມີແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນການແບ່ງປັນ ແລະ ມີແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນການໂອ້ລົມຢ່າງແທ້ຈິງ(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ການປະຕິບັດທີ່ເປັນພື້ນຖານທີ່ສຸດຂອງການເປັນຄົນສັດຊື່). ຂ້ອຍເຂົ້າໃຈຈາກພຣະທຳຂອງພຣະເຈົ້າວ່າເພື່ອຍົກຍ້ອງ ແລະ ເປັນພະຍານໃຫ້ກັບພຣະເຈົ້າຢ່າງແທ້ຈິງ, ພວກເຮົາຈຳເປັນຕ້ອງເວົ້າຫຼາຍຂຶ້ນກ່ຽວກັບຄວາມເສື່ອມຊາມ ແລະ ຄວາມກະບົດຂອງພວກເຮົາ, ເປີດເຜີຍສະພາວະ ແລະ ຄວາມຄິດທີ່ແທ້ຈິງຂອງພວກເຮົາ, ເວົ້າກ່ຽວກັບແຮງຈູງໃຈທີ່ຊົ່ວຊ້າຂອງພວກເຮົາ, ສິ່ງທີ່ພວກເຮົາເຮັດ ແລະ ຜົນຕາມມາແມ່ນຫຍັງ ແລະ ກ່ຽວກັບວິທີການທີ່ພວກເຮົາຜະເຊີນໜ້າກັບການພິພາກສາຈາກພຣະທຳຂອງພຣະເຈົ້າ ແລະ ມາຮູ້ຈັກຕົນເອງ. ພວກເຮົາຍັງຄວນເປີດໂປງ ແລະ ໄຈ້ແຍກແກ່ນແທ້ທີ່ເສື່ອມຊາມຂອງພວກເຮົາ ເພື່ອວ່າທຸກຄົນສາມາດເຫັນພວກເຮົາສຳລັບສິ່ງທີ່ພວກເຮົາເປັນ ແລະ ເວົ້າກ່ຽວກັບວິທີການທີ່ພຣະເຈົ້າໄດ້ຂ້ຽນຕີ ແລະ ລົງວິໄນພວກເຮົາ ແລະ ຈັດແຈງສະຖານະການເພື່ອຊີ້ນໍາພວກເຮົາ ເພື່ອວ່າທຸກຄົນຈະສາມາດເຫັນເຖິງຄວາມຮັກຂອງພຣະອົງສຳລັບມະນຸດ. ພວກເຮົາຍັງຕ້ອງເວົ້າຢ່າງແທ້ຈິງຈາກຫົວໃຈຂອງພວກເຮົາ ແລະ ບໍ່ໂອ້ອວດ ຫຼື ສະແດງອອກ. ຕອນນີ້ທີ່ຂ້ອຍມີເສັ້ນທາງແຫ່ງການປະຕິບັດ, ຂ້ອຍກໍ່ເປີດໃຈໃຫ້ກັບຄົນອື່ນໃນການໂອ້ລົມກ່ຽວກັບທຸກວິທີທາງທີ່ຂ້ອຍໄດ້ຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດໃນເມື່ອບໍ່ດົນມານີ້. ຂ້ອຍໄດ້ໄຈ້ແຍກຜົນຕາມມາທີ່ເປັນຕາຢ້ານກ່ຽວກັບວ່າຂ້ອຍໄດ້ຍ່າງໃນເສັ້ນທາງນີ້ ແລະ ຫຼອກລວງຜູ້ຄົນແນວໃດ ແລະ ຍິ່ງຂ້ອຍໂອ້ລົມກ່ຽວກັບສິ່ງນີ້ຫຼາຍສໍ່າໃດ ຂ້ອຍກໍ່ຍິ່ງເຫັນຕົນເອງຢ່າງຊັດເຈນຫຼາຍສໍ່ານັ້ນ. ຫຼັງຈາກນັ້ນ, ຄົນອື່ນກໍ່ເວົ້າວ່າພວກເຂົາບໍ່ຮູ້ແມ່ນຫຍັງແບບນີ້ ແລະ ພວກເຂົາຖືກຫຼອກລວງໂດຍຄຳເວົ້າທີ່ສະຫຼາດ ແລະ ການກະທຳທີ່ດີຂອງຂ້ອຍ. ເອື້ອຍຄົນໜຶ່ງເວົ້າວ່າ “ຂ້ອຍເຄີຍຄິດວ່າເຈົ້າເກັ່ງໃນການປະຕິບັດຄວາມຈິງ, ຄືກັບວ່າເຈົ້າສາມາດເວົ້າສິ່ງດີໆໂດຍການອ່ານພຣະທຳຂອງພຣະເຈົ້າຢູ່ສະເໝີ. ຕອນນີ້ ຂ້ອຍເຫັນວ່າເຈົ້າກໍ່ເສື່ອມຊາມເຊັ່ນກັນ, ເຈົ້າຄິດລົບ ແລະ ອ່ອນແອເຊັ່ນກັນ ແລະ ມະນຸດຊາດທີ່ເສື່ອມຊາມກໍ່ລ້ວນແລ້ວແຕ່ຄືກັນ. ພວກເຮົາບໍ່ສາມາດບູຊາຄົນໃດໜຶ່ງ ຫຼື ໃຫ້ຄົນໃດໜຶ່ງຢູ່ເທິງທຳມາດ”. ເອື້ອຍອີກຄົນໜຶ່ງເວົ້າວ່າ “ຂ້ອຍເຄີຍຄິດວ່າເຈົ້າເຂັ້ມແຂງແທ້ໆ ແລະ ຂ້ອຍບໍ່ຕ້ອງການເປີດໃຈເມື່ອຢູ່ກັບເຈົ້າ. ຂ້ອຍເຄີຍຄິດວ່າຂ້ອຍເສື່ອມຊາມຫຼາຍເມື່ອປຽບທຽບໃສ່ເຈົ້າ! ຕອນນີ້ເມື່ອເຈົ້າເປີດໃຈໃຫ້ກັບພວກເຮົາໃນມື້ນີ້, ຂ້ອຍກໍ່ເຫັນວ່າພວກເຮົາກໍ່ເປັນຄືກັນທັງໝົດ”. ການໄດ້ຍິນເອື້ອຍໆເວົ້າແບບນີ້ເຮັດໃຫ້ຂ້ອຍຮູ້ສຶກອັບອາຍ ແລະ ເສົ້າໃຈຫຼາຍ. ຂ້ອຍບອກພວກເຂົາວ່າ “ຢ່າເຄົາລົບຂ້ອຍອີກຕໍ່ໄປ. ຂ້ອຍໄດ້ຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດ ແລະ ໄດ້ນໍາພາພວກເຈົ້າທຸກຄົນຢ່າງຜິດໆ”. ຫຼັງຈາກນັ້ນ ເພື່ອນຮ່ວມງານ ແລະ ເພື່ອນຮ່ວມວຽກຂອງຂ້ອຍກໍ່ໃຊ້ພຣະທຳຂອງພຣະເຈົ້າເພື່ອຊ່ວຍໃຫ້ຂ້ອຍຮູ້ຈັກຕົນເອງ ແລະ ຂ້ອຍກໍ່ຮູ້ສຶກຍັບເຂົ້າໃກ້ພວກເຂົາທຸກຄົນຫຼາຍຂຶ້ນໃນທັນທີ. ຂ້ອຍຮູ້ສຶກສະບາຍໃຈຫຼາຍ ເມື່ອຂ້ອຍເມືອຮອດເຮືອນໃນມື້ນັ້ນ. ໃນຕອນແລງຂອງມື້ນັ້ນ, ຂ້ອຍເກືອບລືມກ່ຽວກັບຄວາມເຈັບປ່ວຍຂອງຂ້ອຍ ແລະ ນອນຄືກັບເດັກນ້ອຍ. ຂ້ອຍປິຕິຍິນດີ ເມື່ອຂ້ອຍຕື່ນຂຶ້ນໃນມື້ຖັດໄປທີ່ໄດ້ພົບວ່າໃບໜ້າຂອງຂ້ອຍກັບຄືນເປັນປົກກະຕິແລ້ວ. ມັນດີຂຶ້ນໃນພຽງແຕ່ຄືນດຽວ!

ໃນການເຕົ້າໂຮມຫຼັງຈາກນັ້ນ, ຂ້ອຍໄດ້ອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າ: “ປົກກະຕິແລ້ວ, ເມື່ອເວົ້າເຖິງບັນດາຜູ້ທີ່ມີຄວາມຕັ້ງໃຈ ແລະ ຈຸດປະສົງທີ່ບໍ່ຖືກຕ້ອງ, ພ້ອມດ້ວຍບັນດາຜູ້ທີ່ມັກໃຫ້ຄົນອື່ນຍ້ອງຍໍ, ຜູ້ທີ່ກະຕືລືລົ້ນເຮັດສິ່ງຕ່າງໆ, ຜູ້ທີ່ມັກເຮັດໃຫ້ເກີດຄວາມວຸ້ນວາຍ, ຜູ້ທີ່ເກັ່ງໃນການຄຸຍໂມ້ກັບຫຼັກຄຳສອນທາງສາສະໜາ, ຜູ້ທີ່ເປັນລູກນ້ອງຂອງຊາຕານ ແລະ ອື່ນໆອີກ, ເມື່ອຄົນເຫຼົ່ານີ້ຢືນຂຶ້ນ, ພວກເຂົາສ້າງຄວາມຫຍຸ້ງຍາກໃຫ້ກັບຄຣິສຕະຈັກ ແລະ ນີ້ເຮັດໃຫ້ການກິນ ແລະ ດື່ມພຣະທຳຂອງພຣະເຈົ້າຂອງອ້າຍເອື້ອຍນ້ອງຂອງພວກເຂົາບໍ່ມີຜົນຫຍັງເລີຍ. ເມື່ອພວກເຈົ້າພົບກັບຄົນທີ່ຫຼິ້ນບົດລະຄອນເຊັ່ນນີ້, ຈົ່ງຫ້າມພວກເຂົາທັນທີ. ຖ້າວ່າໄດ້ມີການຕັກເຕືອນຊ້ຳແລ້ວຊໍ້າອີກ, ແລ້ວພວກເຂົາຍັງບໍ່ປ່ຽນແປງ, ພວກເຂົາກໍຈະທົນທຸກກັບການສູນເສຍ. ຖ້າບັນດາຜູ້ທີ່ຢືນຢັນໃນຫົນທາງຂອງພວກເຂົາຢ່າງດື້ດ້ານ ພະຍາຍາມປົກປ້ອງຕົວເອງ ແລະ ພະຍາຍາມປົກປິດບາບຂອງພວກເຂົາ, ຄຣິສຕະຈັກຄວນຕັດພວກເຂົາອອກທັນທີ ແລະ ບໍ່ຕ້ອງປ່ອຍໃຫ້ພວກເຂົາມີບ່ອນໃຫ້ເຄື່ອນໄຫວ. ຢ່າສູນເສຍຄົນສ່ວນຫຼາຍໂດຍການພະຍາຍາມຊ່ວຍຄົນສ່ວນໜ້ອຍ; ຈົ່ງເບິ່ງພາບລວມ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 17). ພຣະທຳຂອງພຣະເຈົ້າໄດ້ເປີດເຜີຍເຖິງລັກສະນະນິໄສທີ່ຊັດເຈນທີ່ສຸດຂອງຂ້ອຍຕະຫຼອດຫຼາຍປີທີ່ຜ່ານມາ. ນັບຕັ້ງແຕ່ທີ່ຂ້ອຍກາຍມາເປັນຜູ້ນໍາ, ຂ້ອຍກໍ່ມີຄວາມສຸກກັບການນໍາພາໃນທຸກສິ່ງທີ່ຂ້ອຍເຮັດຢູ່ສະເໝີ. ຂ້ອຍໂອ້ອວດຄືກັບວ່າຂ້ອຍດີກວ່າທຸກຄົນ. ເມື່ອກຳລັງສົນທະນາວຽກງານກັບເພື່ອນຮ່ວມງານຂອງຂ້ອຍ, ເຖິງແມ່ນພວກເຂົາມີແນວຄິດຂອງພວກເຂົາເອງ, ຂ້ອຍກໍ່ນໍາພາ ແລະ ເວົ້າຄຳຄິດເຫັນ “ທີ່ເໜືອກວ່າ” ຂອງຂ້ອຍອອກມາຢູ່ສະເໝີ. ຂ້ອຍປາກົດວ່າຫ້າວຫັນ ແລະ ຄິດບວກ, ແຕ່ໃນຄວາມເປັນຈິງ ຂ້ອຍພຽງແຕ່ຕ້ອງການໂອ້ອວດໃນທຸກສິ່ງທີ່ຂ້ອຍເຮັດ ແລະ ເຮັດໃຫ້ຜູ້ຄົນຊົມເຊີຍຂ້ອຍ. ເມື່ອຄິດແບບນີ້, ຂ້ອຍກໍ່ຮູ້ວ່າທຳມະຊາດທີ່ອວດດີຂອງຂ້ອຍໄດ້ເຮັດໃຫ້ຂ້ອຍປະຕິບັດຕົວຢ່າງໄຮ້ຢາງອາຍແບບນັ້ນ. ຄົນອື່ນໄດ້ເຄົາລົບຄຳຄິດເຫັນຂອງຂ້ອຍ ແລະ ສົນທະນາສິ່ງຕ່າງໆກັບຂ້ອຍ. ພວກເຂົາດຳລົງຊີວິດຕາມຄວາມຈິງ-ຄວາມເປັນຈິງ ນັ້ນກໍ່ຄື ພວກເຂົາບໍ່ໄດ້ເຮັດແບບຜະເດັດການ ຫຼື ອວດດີ. ແຕ່ຂ້ອຍເຮັດໃຫ້ສິ່ງນີ້ໝາຍຄວາມຄືກັບວ່າຂ້ອຍເກັ່ງກວ່າພວກເຂົາ ແລະ ຕ້ອງການຢູ່ເໜືອຢູ່ສະເໝີ ແລະ ສະແດງວ່າຂ້ອຍເກັ່ງກວ່າຫຼາຍສໍ່າໃດ. ມັນລ້ວນແລ້ວແຕ່ເປັນຕາຫົວຫຼາຍ. ຂ້ອຍຮູ້ສຶກຄືກັບວ່າເປັນຈັກກະພັດທີ່ນຸ່ງເຄື່ອງໃໝ່ຂອງຈັກກະພັດ ໂດຍບໍ່ມີການຮູ້ຈັກກ່ຽວກັບຕົນເອງເລີຍ. ຂ້ອຍບໍ່ຮູ້ວ່າຂ້ອຍກຳລັງປະພຶດຢ່າງໄຮ້ຢາງອາຍແນວໃດ, ແຕ່ພຽງແຕ່ໂອ້ອວດໃນທຸກໂອກາດທີ່ຂ້ອຍມີ. ເມື່ອຄິດກ່ຽວກັບພຶດຕິກຳຂອງຂ້ອຍ, ຂ້ອຍກໍ່ຮູ້ສຶກລະອາຍໃຈ ແລະ ອັບອາຍ. ຂ້ອຍຄິດວ່າຂ້ອຍອັດສະຈັນ ເພາະຂ້ອຍບໍ່ເຄີຍຮູ້ຈັກຕົນເອງແທ້ໆ. ຂ້ອຍຮູ້ສຶກຢ້ານເມື່ອຄິດກ່ຽວກັບເສັ້ນທາງທີ່ຂ້ອຍຍ່າງ ໂດຍສະເພາະເມື່ອຂ້ອຍອ່ານໃນພຣະທຳຂອງພຣະເຈົ້າວ່າ ເມື່ອພວກເຮົາຄົ້ນພົບຄົນທີ່ມີແຮງຈູງໃຈທີ່ບໍ່ຖືກຕ້ອງ ຜູ້ເຊິ່ງມັກໂອ້ອວດ, ພວກເຮົາຄວນ “ຫ້າມພວກເຂົາທັນທີ” ແລະ ຖ້າພວກເຂົາບໍ່ໄຕ່ຕອງກ່ຽວກັບຕົນເອງ ແຕ່ມີຂໍ້ອ້າງ “ຄຣິສຕະຈັກຄວນຕັດພວກເຂົາອອກທັນທີ”. ສິ່ງນີ້ໄດ້ສະແດງໃຫ້ເຫັນເຖິງຄວາມຊອບທຳ ແລະ ຄວາມສະຫງ່າຜ່າເຜີຍຂອງພຣະເຈົ້າ. ຂ້ອຍໄດ້ໂອ້ອວດໃນທຸກໂອກາດທີ່ຂ້ອຍມີ ແລະ ຈົບລົງດ້ວຍການຫຼອກລວງອ້າຍເອື້ອຍນ້ອງຂອງຂ້ອຍ ແລະ ເຮັດໃຫ້ພວກເຂົາເຄົາລົບບູຊາຂ້ອຍຫຼາຍຍິ່ງຂຶ້ນ. ສິ່ງນີ້ເຮັດໃຫ້ພວກເຂົາບໍ່ມີພື້ນທີ່ສຳລັບພຣະເຈົ້າໃນຫົວໃຈຂອງພວກເຂົາ. ຂ້ອຍປ່ຽນຄົນທີ່ຂ້ອຍເຮັດວຽກນໍາໃຫ້ກາຍເປັນຮູບແກະສະລັກຢ່າງລັບໆ ແລະ ພວກເຂົາບໍ່ເຮັດຢ່າງມີຄວາມຮັບຜິດຊອບອີກຕໍ່ໄປ. ໂດຍດຳເນີນການຢ່າງບ້າປ່ວງໃນຄຣິດຕະຈັກ, ຂ້ອຍພຽງແຕ່ໄດ້ສ້າງຄວາມເສຍຫາຍໂດຍບໍ່ຮູ້ຕົວເລີຍ ໂດຍທີ່ຄິດວ່າຕົນເອງເປັນດາວຮຸ່ງ. ຖ້າພຣະເຈົ້າບໍ່ໄດ້ພິພາກສາຂ້ອຍຢ່າງເຂັ້ມງວດແບບນີ້, ຂ້ອຍກໍ່ຈະບໍ່ຮູ້ຫຍັງກ່ຽວກັບຕົນເອງ ຫຼື ກ່ຽວກັບເສັ້ນທາງທີ່ບໍ່ຖືກຕ້ອງທີ່ຂ້ອຍຢູ່ໃນ ຫຼື ຂ້ອຍຢູ່ໃນເສັ້ນທາງທີ່ບໍ່ສາມາດຫັນກັບໄດ້. ເມື່ອເຂົ້າໃຈແບບນີ້, ມຸມມອງຂອງຂ້ອຍກ່ຽວກັບສິ່ງຕ່າງໆເລີ່ມປ່ຽນແປງ. ຂ້ອຍເຄີຍຄິດວ່າ ຖ້າຂ້ອຍເປັນຄົນມີຄວາມສາມາດທີ່ໄດ້ຮັບການເຄົາລົບຈາກຄົນອື່ນ, ແລ້ວການໂອ້ອວດເລັກໆນ້ອຍໆກໍ່ບໍ່ແມ່ນເລື່ອງໃຫຍ່, ມັນຈະເຖິງກັບເປັນສະຫງ່າລາສີ. ຕອນນີ້, ຂ້ອຍຮູ້ວ່າການສະແດງອອກໃນວິທີທີ່ເປັນຕາລັງກຽດແບບນັ້ນເພື່ອເຮັດໃຫ້ຜູ້ຄົນເຄົາລົບຂ້ອຍເປັນສິ່ງທີ່ເປັນຕາອັບອາຍ. ຂ້ອຍຮູ້ສຶກວ່າມັນບໍ່ມີກຽດສັກສີສໍ່າໃດທີ່ບໍ່ເຂົ້າໃຈຕົນເອງ, ບໍ່ສະແຫວງຫາການປ່ຽນແປງດ້ານອຸປະນິໄສ ແລະ ການເຮັດຕາມອຸປະນິໄສທີ່ອວດດີຂອງຂ້ອຍ ແລະ ໂອ້ອວດໃນທຸກໂອກາດທີ່ຂ້ອຍມີ. ຄົນທີ່ມີຄວາມເປັນມະນຸດສາມາດປະຖິ້ມຄວາມອວດດີຂອງພວກເຂົາ, ຢຳເກງພຣະເຈົ້າ, ປະພຶດຕົນເອງຢ່າງເໝາະສົມ, ປະຕິບັດໜ້າທີ່ຂອງພວກເຂົາຢ່າງເປັນຈິງ ແລະ ເປັນພະຍານໃຫ້ກັບພຣະເຈົ້າໃນທັງຄຳເວົ້າ ແລະ ການກະທຳ. ຄົນແບບນີ້ມີຊີວິດທີ່ສົມເຫດສົມຜົນ ແລະ ມີກຽດສັກສີ.

ຫຼັງຈາກນັ້ນ, ຂ້ອຍກໍ່ຮູ້ສຶກລັງກຽດ ແລະ ກຽດຊັງ ເມື່ອໃດກໍ່ຕາມທີ່ຂ້ອຍໂອ້ອວດຢ່າງບໍ່ຕັ້ງໃຈ. ຫຼັງຈາກນັ້ນ ຂ້ອຍກໍ່ເຕືອນຕົນເອງຢ່າງມີສະຕິວ່າຂ້ອຍຕ້ອງເປັນຈິງ ແລະ ບໍ່ອວດໂອ້, ບໍ່ວ່າຂ້ອຍຈະຢູ່ກັບຜູ້ໃດກໍ່ຕາມ. ໂດຍສະເພາະແລ້ວ ຂ້ອຍຕ້ອງເປັນຈິງຫຼາຍຂຶ້ນໃນການໂອ້ລົມຂອງຂ້ອຍ ແລະ ບໍ່ໂອ້ອວດ. ກ່ອນທີ່ຈະໂອ້ລົມກ່ຽວກັບປະສົບການຂອງຂ້ອຍ, ຂ້ອຍໄດ້ອະທິຖານຫາພຣະເຈົ້າຢ່າງໃສ່ໃຈ, ຂໍໃຫ້ພຣະອົງເຝົ້າເບິ່ງຫົວໃຈຂອງຂ້ອຍ ແລະ ແກ້ໄຂແຮງຈູງໃຈຂອງຂ້ອຍ ເພື່ອວ່າຂ້ອຍຈະເປັນພະຍານໃຫ້ກັບພຣະອົງຫຼາຍຍິ່ງຂຶ້ນ. ຫຼັງຈາກການໂອ້ລົມ, ຫຼັງຈາກນັ້ນ ຂ້ອຍກໍ່ຖາມຕົນເອງວ່າຂ້ອຍໄດ້ໂອ້ອວດໃນລັກສະນະໃດໜຶ່ງໃນສິ່ງທີ່ຂ້ອຍຫາກໍ່ເວົ້າ ຫຼື ບໍ່. ບາງຄັ້ງ ຂ້ອຍກໍ່ຄົ້ນພົບວ່າຂ້ອຍໄດ້ໂອ້ອວດໜ້ອຍໜຶ່ງໃນສິ່ງທີ່ຂ້ອຍເວົ້າ, ສະນັ້ນ ໃນຄັ້ງຕໍ່ໄປທີ່ຂ້ອຍພົບປະກັບກຸ່ມເດີມ, ຂ້ອຍກໍ່ເປີດເຜີຍຕົນເອງ ແລະ ວິເຄາະພຶດຕິກຳກ່ອນໜ້າຂອງຂ້ອຍ ເພື່ອວ່າພວກເຂົາທຸກຄົນຈະສາມາດແຍກແຍະຄຳເວົ້າຂອງຂ້ອຍ ແລະ ບໍ່ເຄົາລົບບູຊາຂ້ອຍຢ່າງຫຼັບຫູຫຼັບຕາ. ຫຼັງຈາກການໂອ້ລົມແບບນີ້, ອ້າຍເອື້ອຍນ້ອງກໍ່ສາມາດເຫັນເຖິງວຸດທິພາວະທີ່ແທ້ຈິງຂອງຂ້ອຍ ແລະ ບໍ່ເຄົາລົບຂ້ອຍອີກຕໍ່ໄປ.

ເມື່ອຄິດຄືນຫຼັງກ່ຽວກັບທຸກສິ່ງທີ່ເກີດຂຶ້ນ, ພຣະເຈົ້າໄດ້ມອບໂອກາດໃຫ້ຂ້ອຍເຮັດໜ້າທີ່ຂອງຂ້ອຍ, ແຕ່ຂ້ອຍຍ່າງຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດເພື່ອເຮັດຕາມທາງຂອງຂ້ອຍເອງ ແລະ ກາຍມາເປັນສັດຕູຂອງພຣະອົງ. ຂ້ອຍຕິດໜີ້ພຣະເຈົ້າຫຼາຍ. ຖ້າພຣະອົງບໍ່ໄດ້ລົງວິໄນຂ້ອຍດ້ວຍຄວາມເຈັບປ່ວຍນັ້ນ, ຖ້າບໍ່ມີການພິພາກສາຈາກພຣະທຳຂອງພຣະເຈົ້າ, ຂ້ອຍກໍ່ຍັງຈະບໍ່ຮູ້ຈັກຕົນເອງເລີຍ. ຂ້ອຍເຄີຍຮ້ອງເພງສັນລະເສີນ “ຮູ້ວ່າການຂ້ຽນຕີ ແລະ ການຕັດສິນຂອງພຣະເຈົ້າເປັນຄວາມຮັກ”, ແຕ່ຂ້ອຍບໍ່ເຄີຍມີປະສົບການ ຫຼື ຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບສິ່ງນັ້ນເລີຍ. ຕອນນີ້ ຂ້ອຍໄດ້ເລີ່ມຮູ້ສຶກວ່າການພິພາກສາ, ການຂ້ຽນຕີ, ການຕີສອນ ແລະ ການລົງວິໄນຂອງພຣະເຈົ້າແມ່ນຄວາມຮັກ ແລະ ຄວາມລອດພົ້ນທີ່ຍິ່ງໃຫຍ່ທີ່ສຸດຂອງພຣະອົງ! ຂ້ອຍຖືກດົນບັນດານໃຈຫຼາຍເມື່ອຂ້ອຍໄຕ່ຕອງຄວາມຮັກຂອງພຣະເຈົ້າ ແລະ ເສຍໃຈທີ່ຂ້ອຍບໍ່ໄດ້ສະແຫວງຫາຄວາມຈິງ. ຂ້ອຍບອກກັບຕົນເອງວ່າຂ້ອຍຕ້ອງສະແຫວງຫາເພື່ອເປັນຄົນທີ່ຊື່ສັດ. ໃນການເຕົ້າໂຮມ, ຂ້ອຍເອົາໃຈໃສ່ໃນວິທີການໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າໃນລັກສະນະທີ່ຈະເປັນພະຍານໃຫ້ກັບພຣະເຈົ້າ. ເມື່ອຢູ່ກັບເພື່ອນຮ່ວມງານຂອງຂ້ອຍ, ຂ້ອຍກໍ່ພະຍາຍາມຫຼາຍຂຶ້ນເພື່ອເຄົາລົບ ແລະ ຢືນຢັນຄຳຄິດເຫັນຂອງພວກເຂົາ ເຊິ່ງສອດຄ່ອງກັບຄວາມຈິງ ແລະ ຂ້ອຍຢຸດປິດກັ້ນພວກເຂົາ ແລະ ໂອ້ອວດຄືກັບທີ່ຂ້ອຍເຮັດກ່ອນໜ້າ. ເພື່ອນຮ່ວມວຽກຂອງຂ້ອຍ ແລະ ຂ້ອຍມີຖານະເທົ່າທຽມກັນ ໂດຍບໍ່ມີຜູ້ຄົນນໍາພາອີກຕໍ່ໄປ. ເມື່ອບັນຫາເກີດຂຶ້ນ, ທຸກຄົນສະແຫວງຫາຫຼັກການ ແລະ ນໍາພວກມັນເຂົ້າສູ່ການປະຕິບັດ. ຂ້ອຍຂອບໃຈຫຼາຍສຳລັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າທີ່ນໍາພາໃຫ້ຂ້ອຍໄດ້ເຂົ້າໃຈອຸປະນິໄສທີ່ຊອບທຳຂອງພຣະອົງ ແລະ ເລີ່ມເຄົາລົບພຣະອົງ. ຂ້ອຍສະແຫວງຫາເພື່ອເຮັດໜ້າທີ່ຂອງຂ້ອຍໃນຖານະສິ່ງຖືກສ້າງ ໃນຂະນະທີ່ຂ້ອຍຮັບໃຊ້ພຣະອົງ ແລະ ເຮັດໜ້າທີ່ຂອງຂ້ອຍໃຫ້ດີ. ຂ້ອຍຂອບໃຈພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ຊ່ວຍຂ້ອຍໃຫ້ລອດພົ້ນ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ຄວາມລອດພົ້ນຂອງພຣະເຈົ້າ

ໂດຍ ຢີ່ເຊີນ, ຈີນພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ທຸກບາດກ້າວຂອງພາລະກິດຂອງພຣະເຈົ້າ ບໍ່ວ່າຈະເປັນພຣະທຳທີ່ໂຫດຮ້າຍ ຫຼື ການພິພາກສາ ຫຼື...

ບໍ່ມີການໂອ້ອວດອີກຕໍ່ໄປ

ໂດຍ ໂມ່ເຫວີນ, ສະເປນຂ້ານ້ອຍຈື່ໄດ້ວ່າຍ້ອນກັບໄປໃນປີ 2018, ຂ້ານ້ອຍເຮັດໜ້າທີ່ປະກາດຂ່າວປະເສີດໃນຄຣິດຕະຈັກ ແລະ ຕໍ່ມາ ຂ້ານ້ອຍໄດ້ຮັບຜິດຊອບວຽກງານນັ້ນ....

Leave a Reply