ການຄົ້ນພົບອິດສະຫຼະພາບຈາກສະຖານະ

19 ເດືອນກຸມພາ 2022

ໂດຍ ຕົງເອີນ, ຝຣັ່ງ

ຂ້ອຍກາຍເປັນຜູ້ນຳຄຣິດຕະຈັກໃນປີ 2019. ຂ້ອຍເຮັດສິ່ງຕ່າງໆຕາມວິທີຂອງຂ້ອຍເອງ, ບໍ່ມີຄວາມຮັບຜິດຊອບໃນໜ້າທີ່ຂອງຂ້ອຍ ແລະ ຂ້ອຍບໍ່ໄດ້ມອບໝາຍໜ້າວຽກໃຫ້ຖືກກັບຄົນ ເຊິ່ງລ້ວນແລ້ວແຕ່ມີຜົນກະທົບຕໍ່ຊີວິດຄຣິດຕະຈັກ. ຂ້ອຍເຕັມໄປດ້ວຍຄວາມສຳນຶກຜິດ. ເພາະສະນັ້ນຂ້ອຍຈຶ່ງຕັດສິນໃຈຮັບມືກັບວຽກຄຣິດຕະຈັກໃຫ້ດີ. ໃນສະໄໝນັ້ນ, ມີຜູ້ນຳກຸ່ມສອງຄົນທີ່ຈະຖືກແຕ່ງຕັ້ງຄືນໃໝ່, ແຕ່ຂ້ອຍບໍ່ສາມາດຊອກຫາຜູ້ທີ່ເໝາະສົມມາແທນພວກເຂົາໄດ້. ຂ້ອຍຈົມຢູ່ໃນຄວາມກັງວົນ ແລະ ຄິດວ່າ “ຖ້າຂ້ອຍບໍ່ສາມາດຫາຜູ້ທີ່ເໝາະສົມກັບຕຳແໜ່ງນີ້ໄດ້, ຜູ້ນຳຂອງຂ້ອຍຈະເວົ້າວ່າຂ້ອຍບໍ່ສາມາດເຮັດວຽກທີ່ແທ້ຈິງໄດ້. ແລ້ວຖ້າຂ້ອຍຈົບລົງດ້ວຍການຖືກປ່ຽນແທນເດ?” ຂ້ອຍໃຊ້ສະໝອງໂຕເອງຢ່າງໜັກ ແລະ ແລ້ວກໍ່ຄິດເຖິງເອື້ອຍຈາງ: ລາວເປັນຄົນມີຄວາມສາມາດດີ ແລະ ເຮັດໜ້າທີ່ຂອງລາວໄດ້ດີ. ລາວຈະເປັນຫົວໜ້າກຸ່ມທີ່ດີເລີດ. ໃນຄວາມຄິດນີ້, ຂ້ອຍຖອນຫາຍໃຈດ້ວຍຄວາມໂລ່ງໃຈ. ຂ້ອຍຮູ້ສຶກຄືກັບວ່າຂ້ອຍໄດ້ພົບຄົນທີ່ຈະຮັບຕຳແໜ່ງນັ້ນ ແລະ ຕອນນີ້ວຽກຂອງຂ້ອຍກໍ່ຈະງ່າຍຂຶ້ນເມື່ອມີຄົນທີ່ຖືກກັບວຽກ.

ເຖິງແນວໃດກໍ່ຕາມ, ໃນເວລານັ້ນເອງ ເອື້ອຍລີ ຜູ້ນຳໃນອີກຄຣິດຕະຈັກໜຶ່ງ ໂທຫາຂ້ອຍ ແລະ ເວົ້າວ່າຄຣິດຕະຈັກຂອງລາວມີຜູ້ເຊື່ອໃໝ່ຫຼັ່ງໄຫຼເຂົ້າມາຢ່າງຫລວງຫລາຍໂດຍບໍ່ມີຄົນພຽງພໍທີ່ຈະລ້ຽງດູໃຫ້ພວກເຂົາ. ລາວຢາກລົມກັບຂ້ອຍກ່ຽວກັບການຄວາມເປັນໄປໄດ້ທີ່ຈະມອບໝາຍໃຫ້ເອື້ອຍຈາງໄປທີ່ຄຣິດຕະຈັກຂອງລາວເພື່ອຮັບຜິດຊອບໃນການລ້ຽງດູຜູ້ເຊື່ອໃໝ່. ຂ້ອຍຕໍ່ຕ້ານຄວາມຄິດນີ້ຢ່າງສິ້ນເຊີງ. “ແລ້ວຄຣິດຕະຈັກຂອງພວກເຮົາເດ?” ຂ້ອຍຄິດ. “ພວກເຮົາຈະເຮັດແນວໃດຖ້າເອື້ອຍຈາງຖືກມອບໄປຢູ່ບ່ອນອື່ນ? ຖ້າຂ້ານ້ອບໍ່ສາມາດຫາຄົນອື່ນມາເປັນຫົວໜ້າກຸ່ມ ແລະ ຂ້ອຍບໍ່ສາມາດຈັດການວຽກນີ້ໄດ້, ຂ້ອຍອາດຈົບລົງດ້ວຍການຖືກປ່ຽນແທນ!” ເມື່ອສັງເກດເຫັນວ່າຂ້ອຍບໍ່ໄດ້ເວົ້າຫຍັງ, ເອື້ອຍລີກໍ່ເວົ້າວ່າ “ຄົນສ່ວນໃຫຍ່ໃນຄຣິດຕະຈັກຂອງພວກເຈົ້າເປັນຜູ້ທີ່ເຊື່ອມາດົນແລ້ວ ແລະ ມີພື້ນຖານໃນຄວາມເຊື່ອຂອງພວກເຂົາ. ຖ້າເອື້ອຍຈາງຖືກຍ້າຍໄປ, ເຈົ້າກໍ່ສາມາດຝຶກຄົນອື່ນໄດ້ສະເໝີ. ວຽກຂອງພວກເຈົ້າຈະບໍ່ໄດ້ຮັບຜົນກະທົບຫຼາຍເກີນໄປ”. ຂ້ອຍບໍ່ຢາກໄດ້ຍິນສິ່ງນີ້ແທ້ໆ ແລະ ຮູ້ສືກຕໍ່ຕ້ານຫຼາຍ. ຂ້ອຍຄິດ “ເຈົ້າຖືເບົາແທ້, ເຮັດຄືວ່າການຝຶກໃຜບາງຄົນມັນງ່າຍປານນັ້ນ!” ຂ້ອຍຮູ້ວ່າຄຣິດຕະຈັກຂອງເອື້ອຍລີຕ້ອງການຄວາມຊ່ວຍເຫຼືອ, ແຕ່ຂ້ອຍຢູ່ພາຍໃຕ້ການຄວບຄຸມຂອງອຸປະນິໄສອັນເສື່ອມຊາມຂອງຂ້ອຍ. ບໍ່ວ່າລາວເວົ້າຫຍັງກໍຕາມ, ຂ້ອຍກໍ່ປະຕິເສດທີ່ຈະໃຫ້ໃນສິ່ງທີ່ລາວຕ້ອງການ. ຂ້ອຍຍັງກ່າວໂທດລາວຊ້ຳ, ຄິດວ່າລາວເຫັນແກ່ໂຕ ແລະ ຄິດເຖິງແຕ່ຄຣິດຕະຈັກຂອງລາວເອງເທົ່ານັ້ນ. ເມື່ອເຫັນວ່າຂ້ອຍຕໍ່ຕ້ານຄວາມຄິດນີ້ສ່ຳໃດ, ເອື້ອຍລີກໍ່ເຊົາຮຽກຮ້ອງ. ຫຼັງຈາກການໂທ, ຂ້ອຍຮູ້ສຶກກະວົນກະວາຍຫຼາຍ ແລະ ຂ້ອຍຕັດສິນໃຈກັບໂຕເອງວ່າຂ້ອຍຈະບໍ່ຍອມ, ຂ້ອຍຈະບໍ່ມອບເອື້ອຍຈາງໃຫ້ບໍ່ວ່າໃຜຂໍກໍ່ຕາມ. ມື້ຕໍ່ມາ, ຜູ້ນຳຂອງຂ້ອຍມາລົມກັບຂ້ອຍກ່ຽວກັບເລື່ອງນີ້. ຂ້ອຍເລົ່າຕໍ່ໄປວ່າ ຄຣິດຕະຈັກຂອງພວກເຮົາຂາດແຄນຜູ້ຄົນ ແລະ ຄວາມຫຍຸ້ງຍາກທັງໝົດທີ່ພວກເຮົາກຳລັງຜະເຊີນຢູ່. ຂ້ອຍເວົ້າແລ້ວເວົ້າອີກກ່ຽວກັບຄວາມຫຍຸ້ງຍາກຂອງພວກເຮົາເພື່ອວ່າຜູ້ນຳຈະບໍ່ມີຂໍ້ອ້າງໃດໆ. ໃນທີ່ສຸດ, ກໍ່ບໍ່ມີຫຍັງທີ່ລາວສາມາດເວົ້າໄດ້ ແລະ ລາວກໍ່ບໍ່ໄດ້ຊູຊີເວົ້າຍົກບັນຫາຂຶ້ນມາເວົ້າ. ຂ້ອຍພໍໃຈກັບເລື່ອງນີ້: ຂ້ອຍສາມາດເກັບເອື້ອຍຈາງໄວ້ໄດ້. ແລງມື້ນັ້ນ, ຂ້ອຍພົບປະກັບຜູ້ຊ່ວຍສິດຍາພິບານບາງຄົນເພື່ອປຶກສາຫາລືເລື່ອງການເລື່ອນຕໍາແໜ່ງເອື້ອຍຈາງ. ເຖິງແນວໃດກໍ່ຕາມ, ຂ້ອຍບໍ່ໄດ້ເວົ້າເຖິງຄວາມຫຍຸ້ງຍາກທີ່ເອື້ອຍລີກຳລັງຜະເຊີນໃນຄຣິດຕະຈັກຂອງລາວ ຫຼື ເລື່ອງທີ່ຜູ້ນຳຂອງພວກເຮົາເອງໄດ້ມາຂໍໃຫ້ເອື້ອຍຈາງຖືກແຕ່ງຕັ້ງຄືນ. ຍ້ອນວ່າຂ້ອຍບໍ່ໄດ້ບອກພວກເຂົາທຸກສິ່ງທີ່ເກີດຂຶ້ນ, ພວກເຂົາທຸກຄົນກໍ່ເຫັນດີທີ່ຈະໃຫ້ເອື້ອຍຈາງກາຍເປັນຜູ້ນຳກຸ່ມ. ໃນຂະນະທີ່ຂ້ອຍກຳລັງຮູ້ສຶກພໍໃຈກັບໂຕເອງ, ຜູ້ນຳຂອງພວກເຮົາກໍ່ມາຢ້ຽມຢາມດ້ວຍຄວາມປະຫຼາດໃຈເພື່ອໂອ້ລົມກັບຂ້ອຍ ແລະ ເພື່ອນຮ່ວມງານຂອງຂ້ອຍ. ໃນທີ່ສຸດ, ມັນໄດ້ຖືກຕັດສິນໃຈວ່າ ເອື້ອຍຈາງຈະຖືກແຕ່ງຕັ້ງຄືນໃໝ່ ອີງຕາມຄວາມຈຳເປັນຂອງວຽກ. ເມື່ອເຫັນທຸກຄົນເຫັນດີກັບສິ່ງນີ້ກໍ່ເຮັດໃຫ້ຂ້ອຍບໍ່ສາມາດຄັດຄ້ານໄດ້, ແຕ່ຂ້ອຍບໍ່ມີຄວາມສຸກກັບມັນແທ້ໆ; ຂ້ອຍຮູ້ສຶກຄືກັບວ່າມີໃຜບາງຄົນຕັດແຂນຂ້າງຂວາຂອງຂ້ອຍຖິ້ມ. ຕະຫຼອດໄລຍະເວລາສອງສາມວັນ, ຂ້ອຍອາລົມເສຍແທ້ໆເມື່ອຄິດເຖິງເລື່ອງທັງໝົດນີ້. ຂ້ອຍບໍ່ໄດ້ຮູ້ສຶກຄືກັບວ່າກຳລັງເຮັດໜ້າທີ່ຂອງຕົນເຊັ່ນກັນ. ຂ້ອຍນອນເທິງຕຽງ, ນອນພິກໂຕໄປມາ, ບໍ່ສາມາດນອນຫຼັບໄດ້, ຄິດເລື່ອງນີ້ກັບໄປກັບມາໃນໃຈຂອງຂ້ອຍ. ໃນທີ່ສຸດ, ຂ້ອຍກໍ່ກ່າວຄຳອະທິຖານຫາພຣະເຈົ້າ: “ຂ້າແຕ່ພຣະເຈົ້າ, ຂ້ານ້ອຍບໍ່ໄດ້ເຕັມໃຈປ່ອຍເອື້ອຍຈາງໄປພຽງເພື່ອປົກປ້ອງຕຳແໜ່ງຂອງຂ້ານ້ອຍ. ຂ້ານ້ອຍພຽງບໍ່ສາມາດປ່ອຍວາງມັນໄດ້. ຂ້າແຕ່ພຣະເຈົ້າ, ກະລຸນາຊີ້ນຳຂ້ານ້ອຍ ແລະ ນຳພາຂ້ານ້ອຍໃຫ້ຜ່ານສະຖານະການນີ້ດ້ວຍເທີ້ນ. ກະລຸນາເຮັດໃຫ້ຂ້ານ້ອຍສາມາດປ່ອຍວາງໂຕເອງ ແລະ ໃຫ້ມາຮູ້ຈັກໂຕເອງເລັກນ້ອຍດ້ວຍເທີ້ນ”.

ຫຼັງຈາກທີ່ຂ້ອຍກ່າວຄຳອະທິຖານນີ້, ຂ້ອຍກໍ່ອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າ: “ມັນສະແດງໃຫ້ເຫັນວ່າເຈົ້າບໍ່ຄ່ອຍປະຕິບັດຄວາມຈິງ, ເຈົ້າມັກຈະຫັນຫຼັງໃຫ້ກັບຄວາມຈິງ ແລະ ດໍາລົງຊີວິດຢູ່ໃນອຸປະນິໄສທີ່ເສື່ອມຊາມຂອງຊາຕານທີ່ເຫັນແກ່ຕົວ ແລະ ຊົ່ວຮ້າຍ. ມັນສະແດງໃຫ້ເຫັນວ່າເຈົ້າເບິ່ງແຍງກຽດສັກສີ, ຊື່ສຽງ, ສະຖານະ ແລະ ຜົນປະໂຫຍດຂອງເຈົ້າເອງ ແລະ ເຈົ້າບໍ່ມີຄວາມຈິງ. ເພາະສະນັ້ນ, ຄວາມທຸກທໍລະມານຂອງເຈົ້າຈຶ່ງໃຫຍ່ຫຼວງ, ຄວາມກັງວົນຂອງເຈົ້າມີຫຼາຍ ແລະ ໂສ້ລ່າມຂອງເຈົ້າກໍມີຈຳນວນຫຼວງຫຼາຍ” (ຄັດຈາກບົດ “ການເຂົ້າສູ່ຊີວິດຕ້ອງເລີ່ມດ້ວຍປະສົບການຈາກການປະຕິບັດໜ້າທີ່ຂອງເຈົ້າ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). “ມວນມະນຸດຈັ່ງແມ່ນໂຫດຮ້າຍອໍາມະຫິດ! ການຮ່ວມມືກັນຢ່າງລັບໆ ແລະ ການມີກົນອຸບາຍ, ການຕໍ່ສູ້ກັນເອງ, ການຍາດແຍ່ງຊື່ສຽງ-ໂຊກລາບ ແລະ ການຂ້າຟັນກັນເອງ. ມື້ໃດມັນຈະໝົດສິ້ນໄປ? ພຣະເຈົ້າໄດ້ເວົ້າອອກມາເປັນຮ້ອຍພັນຄໍາ ແຕ່ກໍບໍ່ມີໃຜມີສະຕິ. ພວກເຂົາກະທໍາການເພື່ອປະໂຫຍດຂອງຄອບຄົວຂອງພວກເຂົາ, ລູກຊາຍ-ລູກສາວ, ເພື່ອອາຊີບວຽກງານ, ໂອກາດ, ສະຖານະ, ຄວາມທະນົງຕົວ ແລະ ເງິນຄໍາຂອງພວກເຂົາ; ເພື່ອເຄື່ອງນູ່ງຮົ່ມ, ເພື່ອອາຫານ ແລະ ຮ່າງກາຍ. ມີການກະທໍາຂອງຜູ້ໃດທີ່ເຮັດເພື່ອປະໂຫຍດຂອງພຣະເຈົ້າຢ່າງແທ້ຈິງແດ່? ແມ່ນແຕ່ໃນຈໍານວນຄົນທີ່ກະທໍາເພື່ອປະໂຫຍດຂອງພຣະເຈົ້າ ກໍຍັງມີຄົນຈໍານວນໜ້ອຍທີ່ຮູ້ຈັກພຣະເຈົ້າ. ມີຈັກຄົນທີ່ບໍ່ກະທໍາເພື່ອປະໂຫຍດຂອງຕົວເອງ? ມີຈັກຄົນທີ່ບໍ່ກົດຂີ່ ແລະ ເລືອກປະຕິບັດກັບຄົນອື່ນ ເພື່ອປະໂຫຍດໃນການຮັກສາສະຖານະຂອງພວກເຂົາເຈົ້າເອງ?” (ຄັດຈາກບົດ “ຄົນຊົ່ວຈະຖືກລົງໂທດຢ່າງແນ່ນອນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳຂອງພຣະເຈົ້າໄດ້ສຽບແທງຫົວໃຈຂອງຂ້ອຍ. ພຣະເຈົ້າເປີດເຜີຍຄວາມຂີ້ຮ້າຍແຫ່ງຄວາມເສື່ອມຊາມຂອງມະນຸດຊາດໂດຍຊາຕານ, ການຕໍ່ສູ້ຂອງຜູ້ຄົນຍ້ອນເຫັນແກ່ຊື່ສຽງ ແລະ ໂຊກລາບ ເຊິ່ງນີ້ແມ່ນສະພາວະຂອງຂ້ອຍຢ່າງແນ່ນອນ. ຂ້ອຍຄິດກ່ຽວກັບສິ່ງທີ່ຂ້ອຍໄດ້ເປີດເຜີຍໃນບັນຫານີ້ຂອງເອື້ອຍຈາງ. ເພື່ອປົກປ້ອງຕຳແໜ່ງຜູ້ນຳຂອງຂ້ອຍ, ຂ້ອຍໄດ້ລະເລີຍພາລະກິດແຫ່ງຄົວເຮືອນຂອງພຣະເຈົ້າທັງໝົດ, ຢ້ານວ່າຖ້າພວກເຮົາສູນເສຍເອື້ອຍຈາງໄປ, ແລ້ວວຽກຄຣິດຕະຈັກຂອງພວກເຮົາຈະໄດ້ຮັບຜົນກະທົບ ແລະ ຂ້ອຍກໍ່ຈະເສຍຕຳແໜ່ງຜູ້ນຳຂອງຕົນ. ນັ້ນແມ່ນເຫດຜົນວ່າເປັນຫຍັງເມື່ອຜູ້ນຳຂອງຂ້ອຍມາຂໍເອື້ອຍຈາງ, ຂ້ອຍໄດ້ຫາເຫດຜົນທຸກຮູບແບບເພື່ອປະຕິເສດ. ຂ້ອຍຄວບຄຸມ ແລະ ເປັນຜູ້ນຳໃນການຈັດແຈງໜ້າທີ່ຂອງເອື້ອຍຈາງ. ຂ້ອຍພະຍາຍາມຫຼອກລວງເອື້ອຍລີ ແລະ ຜູ້ນຳຂອງຂ້ອຍ ແລະ ວາງອຸບາຍເພື່ອຫຼອກລວງຜູ້ຊ່ວຍສິດຍາພິບານທັງຫຼາຍ. ຂ້ອຍໄດ້ໃຊ້ຄວາມພະຍາຍາມຫຼາຍ ແລະ ໃຊ້ສະໝອງຂອງຂ້ອຍຢ່າງໜັກເພື່ອປົກປ້ອງຊື່ສຽງ, ໂຊກລາບ ແລະ ສະຖານະຂອງຂ້ອຍເອງ. ຂ້ອຍຊ່າງເຫັນແກ່ໂຕ, ໜ້າລັງກຽດ ແລະ ຫຼອກລວງແທ້! ສິ່ງນີ້ເຮັດໃຫ້ຂ້ອຍຄິດເຖິງສັດຮ້າຍໃນອານາຈັກສັດ. ພວກມັນຕໍ່ສູ້ ແລະ ຂ້າກັນເອງເພື່ອອານາເຂດ ແລະ ອາຫານ ແລະ ຜູ້ທີ່ແຂງແຮງທີ່ສຸດແມ່ນຂຶ້ນມາຢູ່ເທິງ. ແລ້ວກໍ່ມີຂ້ອຍ: ໂດຍການຍາດຊິງເພື່ອຄວບຄຸມຜູ້ຄົນ ແລະ ພະຍາຍາມປົກປ້ອງຕຳແໜ່ງຂອງຕົນ, ຂ້ອຍຈະກາຍເປັນຄືກັບສັດຮ້າຍໂດຍບໍ່ມີຄວາມເປັນມະນຸດຢ່າງສິ້ນເຊີງ. ຂ້ອຍຮັບຮູ້ວ່າພຶດຕິກຳຂອງຂ້ອຍນັ້ນເປັນຕາຢ້ານພຽງໃດ. ເຖິງແມ່ນຂ້ອຍເບິ່ງຄືວ່າກຳລັງແບກຮັບພາລະ ແລະ ຄຳນຶງເຖິງວຽກງານຂອງຄຣິດຕະຈັກຂອງພວກເຮົາ, ສິ່ງທີ່ຂ້ອຍຄຳນຶງເຖິງຢ່າງເລິກເຊິ່ງແທ້ໆແມ່ນຕຳແໜ່ງຂອງຂ້ອຍເອງ. ຄືກັບທີ່ພຣະທຳຂອງພຣະເຈົ້າເປີດເຜີຍ: “ມີຈັກຄົນທີ່ບໍ່ກະທໍາເພື່ອປະໂຫຍດຂອງຕົວເອງ? ມີຈັກຄົນທີ່ບໍ່ກົດຂີ່ ແລະ ເລືອກປະຕິບັດກັບຄົນອື່ນ ເພື່ອປະໂຫຍດໃນການຮັກສາສະຖານະຂອງພວກເຂົາເຈົ້າເອງ?” ແຕ່ຕົ້ນຈົນຈົບ, ຂ້ອຍໄດ້ພະຍາຍາມຄວບຄຸມເອື້ອຍຈາງ. ບໍ່ເຕັມໃຈປ່ອຍລາວໄປ. ຂ້ອຍໄດ້ຄິດເຖິງລາວວ່າເປັນສະມາຊິກຄົນໜຶ່ງຂອງຄຣິດຕະຈັກຂອງພວກເຮົາ ແລະ ພວກເຮົາຄວນມີສິດເໜືອໜ້າທີ່ຂອງລາວ. ຂ້ອຍຕ້ອງຮັບຜິດຊອບ ແລະ ບໍ່ມີໃຜໄດ້ຮັບອະນຸຍາດໃຫ້ແຊກແຊງໄດ້. ຂ້ອຍເຫັນພຽງວ່າຂ້ອຍອວດດີສ່ຳໃດ. ຂ້ອຍໄດ້ສູນເສຍຄວາມເປັນມະນຸດ ແລະ ຄວາມຮູ້ສຶກ, ທຳມະດາ ແລະ ລຽບງ່າຍ! ແລ້ວໃນຕອນນັ້ນເອງ ຂ້ອຍກໍ່ຄິດເຖິງເມື່ອຂ້ອຍເທດສອນຂ່າວປະເສີດໃຫ້ແກ່ຄົນທີ່ເຄັ່ງສາສະໜາ, ສິກຍາພິບານເຫັນວ່າສະມາຊິກຫຼາຍຄົນໃນປະຊາຄົມຂອງພວກເຂົາຍອມຮັບພາລະກິດແຫ່ງຍຸກສຸດທ້າຍພະເຈົ້າ ແລະ ຕຳແໜ່ງຂອງພວກເຂົາກໍ່ບໍ່ສາມາດຖືກປ້ອງກັນໄດ້. ພວກເຂົາເຮັດທຸກສິ່ງທີ່ສາມາດເຮັດໄດ້ເພື່ອຢຸດຜູ້ຄົນຈາການຄົ້ນຫາເສັ້ນທາງທີ່ແທ້ຈິງ. ພວກເຂົາບໍ່ພຽງແຕ່ໂຈມຕີບັນດາຜູ້ທີ່ເຜີຍແຜ່ຂ່າວປະເສີດ, ແຕ່ອ້າງຢ່າງໄຮ້ຢາງອາຍວ່າຜູ້ທີ່ເຊື່ອແມ່ນຝູງແກະຂອງພວກເຂົາເອງ ແລະ ບໍ່ມີໃຜຈະລັກພວກເຂົາໄປໄດ້. ແລ້ວຂ້ອຍກໍ່ຮັບຮູ້ວ່າໂດຍເນື້ອແທ້ແລ້ວ ພຶດຕິກຳຂອງຂ້ອຍນັ້ນບໍ່ແຕກຕ່າງຫຍັງກັບພຶດຕິກຳຂອງສິດຍາພິບານເຫຼົ່ານັ້ນ. ເພື່ອຮັກສາຕຳແໜ່ງ ແລະ ຊີວິດການເປັນຢູ່ຂອງຂ້ອຍ, ຂ້ອຍໄດ້ຕ້ອງການໃຫ້ອ້າຍເອື້ອຍນ້ອງຢູ່ພາຍໃຕ້ການຄວບຄຸມຂອງຂ້ອຍ ແລະ ຂ້ອຍຈະບໍ່ອະນຸຍາດໃຫ້ເຮືອນຂອງພຣະເຈົ້າມອບໝາຍໜ້າທີ່ຄືນໃໝ່ໃຫ້ພວກເຂົາຢູ່ບ່ອນອື່ນ. ຂ້ອຍພະຍາຍາມຍຶດແກະຂອງພະເຈົ້າ ແລ ະ ແຂ່ງຂັນກັບພະເຈົ້າເພື່ອຄົນເຫຼົ່ານີ້! ໃນຄວາມຄິດນີ້, ຂ້ອຍເລີ່ມຮູ້ສຶກຢ້ານ. ໂຕສັ່ນດ້ວຍຄວາມຢ້ານກົວ, ຂ້ອຍໄປຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານວ່າ: “ຂ້າແຕ່ພຣະເຈົ້າ, ຂ້ານ້ອຍໄດ້ເຮັດຜິດໄປແລ້ວ. ຂ້ານ້ອຍໄດ້ຕໍ່ຕ້ານພຣະອົງ ແລະ ຂ້ານ້ອຍປາຖະໜາທີ່ຈະກັບໃຈຫາພຣະອົງ”.

ຫຼັງຈາກນັ້ນບໍ່ດົນ, ພຣະເຈົ້າກໍ່ໄດ້ຈັດແຈງສະຖານະການໜຶ່ງເພື່ອທົດສອບຂ້ອຍອີກເທື່ອໜຶ່ງ. ຜູ້ນຳຄົນໜຶ່ງໃນຄຣິດຕະຈັກອື່ນໄດ້ສົ່ງຂໍ້ຄວາມຫາຂ້ອຍເພື່ອຂໍບາງຄົນທີ່ສາມາດຮັບຜິດຊອບວຽກກວດແກ້ເອກະສານໂດຍດ່ວນ. ລາວໄດ້ຍິນມາວ່າເອື້ອຍເຊິນໃນຄຣິດຕະຈັກຂອງພວກເຮົາເກັ່ງໃນດ້ານນີ້ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນ, ດັ່ງນັ້ນລາວຈຶ່ງຖາມເບິ່ງວ່າເອື້ອຍເຊິນສາມາດຮັບຕຳແໜ່ງນີ້ໄດ້ ຫຼື ບໍ່. ຂ້ອຍຮູ້ດີວ່າເອື້ອຍເຊິນຈະເປັນຄົນທີ່ເໝາະສົມທີ່ສຸດສຳລັບວຽກນີ້, ແຕ່ລາວເປັນຜູ້ປະກາດຂ່າວປະເສີດໃນຄຣິດຕະຈັກຂອງພວກເຮົາ ແລະ ລາວກໍ່ເກັ່ງຫຼາຍໃນວຽກນັ້ນເຊັ່ນກັນ. ຈະເກີດຫຍັງຂຶ້ນຖ້າເອື້ອຍເຊິນຖືກຍ້າຍໄປ ແລະ ຜົນທີ່ໄດ້ຄືວຽກງານຂ່າວປະເສີດຂອງພວກເຮົາຕ້ອງໄດ້ຮັບຜົນກະທົບ? ຈະເກີດຍັງຂຶ້ນຖ້າຂ້ອຍຖືກຈັດການໂດຍຜູ້ນຳວ່າບໍ່ສາມາດເຮັດວຽກທີ່ແທ້ຈິງໄດ້? ຂ້ອຍອາດບໍ່ສາມາດແມ່ນແຕ່ຮັກສາຕຳແໜ່ງຂອງຂ້ອຍໄວ້ໄດ້. ຂ້ອຍຈຶ່ງຕັດສິນໃຈວ່າມັນເປັນການດີກວ່າຖ້າພວກເຂົາພຽງແຕ່ຫາຄົນອື່ນ, ດັ່ງນັ້ນ ຂ້ອຍຈຶ່ງຕັ້ງໃຈເມີນເສີຍທີ່ຈະຕອບຂໍ້ຄວາມຂອງຜູ້ນຳຄົນນັ້ນ. ແລ້ວມັນກໍ່ປາກົດຂຶ້ນໃນຄວາມຄິດຂອງຂ້ອຍໃນທັນທີ “ກ່ອນໜ້ານີ້ ຂ້ອຍບໍ່ເຕັມໃຈມອບເອື້ອຍຈາງໃຫ້ເພື່ອປົກປ້ອງຕຳແໜ່ງຂອງຕົນເອງໄວ້. ເທື່ອນີ້ ຂ້ອຍບໍ່ສາມາດຂັດຂວາງແບບນີ້ໄດ້”. ແຕ່ຂ້ອຍຍັງຮູ້ສືກເຈັບປວດ ແລະ ຂັດແຍ່ງກັນແທ້ໆ. ຂ້ອຍຄິດວ່າ “ເປັນຍັງຂ້ອຍຈຶ່ງດື້ດ້ານແບບນີ້ເມື່ອໃດກໍ່ຕາມທີ່ຄົນໜຶ່ງຈຳເປັນຕ້ອງຖືກມອບໝາຍຄືນໃໝ່? ຂ້ອຍກຳລັງກັງວົນຢູ່ສະເໝີວ່າວຽກຂອງພວກເຮົາຈະໄດ້ຮັບຜົນກະທົບ ແລະ ສູນເສຍຕຳແໜ່ງຂອງຕົນ. ຂ້ອຍຈະຫຼຸດພົ້ນຈາກພັນທະນາການ ແລະ ຂໍ້ຈຳກັດຂອງຂອງຊື່ສຽງ, ໂຊກລາບ ແລະ ສະຖານະໄດ້ແນວໃດ?” ແລ້ວຂ້ອຍກໍ່ກ່າວຄຳອະທິຖານງຽບໆຫາພຣະເຈົ້າ, ຂໍໃຫ້ພຣະອົງຊີ້ນຳຂ້ອຍ ແລະ ນຳພາຂ້ອຍໃຫ້ເຂົ້າໃຈແກ່ນແທ້ຂອງການສະແຫວງຫາຊື່ສຽງຂອງຂ້ອຍ ແລະ ຊ່ວຍຂ້ອຍໃຫ້ປະຖິ້ມເນື້ອໜັງຂອງຕົນເອງ ແລະ ປະຕິບັດຄວາມຈິງ.

ໃນລະຫວ່າງການເຝົ້າດ່ຽວຂອງຂ້ອຍ, ຂ້ອຍອ່ານບົດຄວາມນີ້ຈາກພຣະທຳຂອງພຣະເຈົ້າ: “ແກ່ນແທ້ຂອງພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິດແມ່ນການໃຊ້ຫຼາກຫຼາຍຮູບແບບ ແລະ ວິທີການເພື່ອບັນລຸເປົ້າໝາຍຂອງພວກເຂົາໃນການມີສະຖານະ, ການເອົາຊະນະຜູ້ຄົນ ແລະ ການເຮັດໃຫ້ຜູ້ຄົນຕິດຕາມ ແລະ ເຄົາລົບພວກເຂົາຢູ່ສະເໝີ. ມັນເປັນໄປໄດ້ທີ່ໃນສ່ວນເລິກຫົວໃຈຂອງພວກເຂົາ, ພວກເຂົາບໍ່ໄດ້ຕັ້ງໃຈຍາດຊິງມະນຸດຊາດຈາກພຣະເຈົ້າ, ແຕ່ມີສິ່ງໜຶ່ງທີ່ແນ່ນອນ: ແມ່ນແຕ່ໃນເວລາທີ່ພວກເຂົາບໍ່ໄດ້ຍາດຊິງມະນຸດຈາກພຣະເຈົ້າ, ພວກເຂົາກໍຍັງປາຖະໜາທີ່ຈະມີສະຖານະ ແລະ ອຳນາດໃນທ່າມກາງມະນຸດ. ເຖິງແມ່ນວ່າ ມື້ໜຶ່ງຈະມາເຖິງ ເມື່ອພວກເຂົາຮັບຮູ້ວ່າພວກເຂົາກຳລັງຍາດຊິງກັບພຣະເຈົ້າເພື່ອສະຖານະ ແລະ ພວກເຂົາຄວບຄຸມຕົນເອງ, ພວກເຂົາກໍຍັງໃຊ້ວິທີການອື່ນໆເພື່ອຮັບເອົາສະຖານະໃນຄຣິດຕະຈັກ, ເຊື່ອວ່າພວກເຂົາຈະໄດ້ຮັບສິດຕາມກົດໝາຍໂດຍການໄດ້ຮັບການຮັບຮອງ ແລະ ການຍອມຮັບຈາກຄົນອື່ນ. ເວົ້າສັ້ນໆກໍຄື ເຖິງແມ່ນວ່າທຸກສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິດເຮັດປາກົດຄືກັບວ່າຈະປະກອບມີການປະຕິບັດໜ້າທີ່ຂອງພວກເຂົາຢ່າງເຫຼື້ອມໃສ ແລະ ພວກເຂົາເບິ່ງຄືເປັນຜູ້ຕິດຕາມພຣະເຈົ້າຢ່າງແທ້ຈິງ, ແຕ່ຄວາມທະເຍີທະຍານຂອງພວກເຂົາໃນການຄວບຄຸມຜູ້ຄົນ ແລະ ການຮັບເອົາສະຖານະ ແລະ ອຳນາດໃນທ່າມກາງຜູ້ຄົນ ຈະບໍ່ປ່ຽນແປງຈັກເທື່ອ. ບໍ່ວ່າພຣະເຈົ້າຈະເວົ້າ ຫຼື ເຮັດຫຍັງກໍຕາມ ແລະ ບໍ່ວ່າພຣະອົງຈະຮຽກຮ້ອງຫຍັງຈາກຜູ້ຄົນ, ພວກເຂົາບໍ່ເຮັດສິ່ງທີ່ພວກເຂົາຄວນເຮັດ ຫຼື ປະຕິບັດໜ້າທີ່ຂອງພວກເຂົາໃນລັກສະນະທີ່ເໝາະສົມກັບພຣະທຳ ແລະ ເງື່ອນໄຂຂອງພຣະອົງ ຫຼື ພວກເຂົາບໍ່ປະຖິ້ມການສະແຫວງຫາອຳນາດ ແລະ ສະຖານະຂອງພວກເຂົາ ເຊິ່ງເປັນຜົນມາຈາກການເຂົ້າໃຈຖ້ອຍຄຳຂອງພຣະອົງ ແລະ ຄວາມຈິງ; ຕັ້ງແຕ່ຕົ້ນຈົນຈົບ, ຄວາມທະເຍີທະຍານຂອງພວກເຂົາກືນກິນພວກເຂົາ, ຄວບຄຸມ ແລະ ຊີ້ນໍາພຶດຕິກຳ ແລະ ຄວາມຄິດຂອງພວກເຂົາ ແລະ ກຳນົດເສັ້ນທາງທີ່ພວກເຂົາຍ່າງ. ນີ້ແມ່ນໃຈຄວາມສຳຄັນຂອງຜູ້ຕໍ່ຕ້ານພຣະຄຣິດ. ແມ່ນຫຍັງຖືກເນັ້ນຢໍ້າໃນບ່ອນນີ້? ບາງຄົນຖາມວ່າ ‘ຜູ້ຕໍ່ຕ້ານພຣະຄຣິດບໍ່ແມ່ນຄົນທີ່ຍາດຊິງກັບພຣະເຈົ້າເພື່ອຮັບເອົາຜູ້ຄົນ ແລະ ຄົນທີ່ບໍ່ຍອມຮັບພຣະອົງບໍ?’ ພວກເຂົາອາດຮັບຮູ້ພຣະເຈົ້າ, ພວກເຂົາອາດຮັບຮູ້ ແລະ ເຊື່ອໃນການເປັນຢູ່ຂອງພຣະອົງຢ່າງແທ້ຈິງ ແລະ ພວກເຂົາອາດເຕັມໃຈທີ່ຈະຕິດຕາມພຣະອົງ ແລະ ສະແຫວງຫາຄວາມຈິງ, ແຕ່ມີສິ່ງໜຶ່ງຈະບໍ່ປ່ຽນແປງຈັກເທື່ອ: ພວກເຂົາຈະບໍ່ປະຖິ້ມຄວາມທະເຍີທະຍານຂອງພວກເຂົາສຳລັບອຳນາດ ແລະ ສະຖານະ ຫຼື ພວກເຂົາຈະບໍ່ຍອມຖິ້ມການສະແຫວງຫາສິ່ງເຫຼົ່ານັ້ນຂອງພວກເຂົາ ເນື່ອງຈາກສະພາບແວດລ້ອມຂອງພວກເຂົາ ຫຼື ທັດສະນະຄະຕິຂອງພຣະເຈົ້າທີ່ມີຕໍ່ພວກເຂົາ. ສິ່ງເຫຼົ່ານີ້ແມ່ນລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິດ. ບໍ່ວ່າຄົນໜຶ່ງຈະທົນທຸກຫຼາຍສໍ່າໃດກໍຕາມ, ບໍ່ວ່າພວກເຂົາຈະເຂົ້າໃຈຄວາມຈິງຫຼາຍສໍ່າໃດກໍຕາມ, ບໍ່ວ່າພວກເຂົາໄດ້ເຂົ້າສູ່ຄວາມເປັນຈິງຂອງຄວາມຈິງຫຼາຍສໍ່າໃດກໍຕາມ ແລະ ບໍ່ວ່າພວກເຂົາຈະມີຄວາມຮູ້ກ່ຽວກັບພຣະເຈົ້າຫຼາຍສໍ່າໃດກໍຕາມ, ນອກເໜືອຈາກປາກົດການພາຍນອກເຫຼົ່ານີ້, ພວກເຂົາຈະບໍ່ຄວບຄຸມ ຫຼື ປະຖິ້ມຄວາມທະເຍີທະຍານຂອງພວກເຂົາ ແລະ ການສະແຫວງຫາສະຖານະ ແລະ ອຳນາດ ແລະ ສິ່ງນີ້ກໍກຳນົດທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາຢ່າງແທ້ຈິງ. ບໍ່ມີຄວາມຜິດພາດແມ່ນແຕ່ໜ້ອຍດຽວໃນການທີ່ພຣະເຈົ້າໃຫ້ນິຍາມຄົນດັ່ງກ່າວວ່າເປັນຜູ້ຕໍ່ຕ້ານພຣະຄຣິດ; ມັນຖືກກຳນົດໄວ້ໂດຍທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາແທ້ໆ” (ຄັດຈາກບົດ “ພວກເຂົາເຮັດໃຫ້ສັບສົນ, ຊັກຊວນໃຫ້ເຂົ້າຮ່ວມ, ຂົ່ມຂູ່ ແລະ ຄວບຄຸມຜູ້ຄົນ” ໃນໜັງສືການເປີດໂປງຜູ້ຕໍ່ຕ້ານພຣະຄຣິດ). ພຣະເຈົ້າເປີດເຜີຍທຳມະຊາດ ແລະ ຄຸນລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິດວ່າເປັນຜູ້ທີ່ເຊີດຊູອຳນາດ ແລະ ສະຖານະ ແລະ ຖືເອົາສິ່ງເຫຼົ່ານັ້ນເປັນເຫດຜົນຂອງຕົນສຳລັບການດຳລົງຊີວິດ. ຮາກເຫງົ້າ ແລະ ແຮງຈູງໃຈສຳລັບທຸກໆການກະທຳຂອງພວກເຂົາແມ່ນຄວາມປາຖະໜາສຳລັບຊື່ສຽງ, ໂຊກລາບ ແລະ ສະຖານະ, ຫຼາຍເສຍຈົນພວກເຂົາຍຶດເອົາແກະຂອງພຣະເຈົ້າມາເປັນຂອງພວກເຂົາເອງ, ຕໍ່ຕ້ານພຣະເຈົ້າ ແລະ ປະຕິເສດທີ່ຈະກັບໃຈຢ່າງແນ່ນອນ, ຈົນໃນທີ່ສຸດ ພວກເຂົາກໍ່ຖືກເປີດໂປງ ແລະ ຖືກກຳຈັດ. ຂ້ອຍເລີ່ມຮູ້ສຶກຢ້ານເມື່ອຂ້ອຍຕຶກຕອງພຣະທຳຂອງພຣະເຈົ້າ. ຂ້ອຍຮັກສະຖານະຂອງຂ້ອຍແທ້ໆ. ຄັ້ງທີໜຶ່ງນັ້ນ, ຂ້ອຍໄດ້ປະຕິເສດທີ່ຈະອະນຸຍາດໃຫ້ເອື້ອຍຈາງຖືກມອບໝາຍຄືນໃໝ່ເພື່ອປົກປ້ອງຕຳແໜ່ງຂອງຂ້ອຍເອງໄວ້. ມາເທື່ອນີ້, ຂ້ອຍບໍ່ເຕັມໃຈທີ່ຈະປ່ອຍເອື້ອຍເຊິນໄປເພື່ອເຫັນແກ່ຕຳແໜ່ງຂອງຂ້ອຍເອງ. ທັງໝົດທີ່ຂ້ອຍຄິດເຖິງມີພຽງແຕ່ສະຖານະຂອງຂ້ອຍເອງ ແລະ ຂ້ອຍບໍ່ຄຳນຶງເຖິງຄວາມປະສົງຂອງພຣະເຈົ້າແຕ່ຢ່າງໃດເລີຍ, ແຮງໄກທີ່ຂ້ອຍຈະຄິດເຖິງພາລະກິດແຫ່ງຄົວເຮືອນຂອງພຣະເຈົ້າ. ຂ້ອຍຕັ້ງໃຈທີ່ຈະຮັກສາຕຳແໜ່ງຂອງຕົນໄວ້, ເຖິງແມ່ນວ່າຈະເສຍພາລະກິດແຫ່ງຄົວເຮືອນຂອງພຣະເຈົ້າ ແລະ ເຖິງກັບສາມາດຕໍ່ສູ້ກັບພຣະເຈົ້າສຳລັບຜູ້ຄົນເພື່ອເຫັນແກ່ສະຖານະຂອງຂ້ອຍເອງ. ຄວາມເຄົາລົບຂອງຂ້ອຍຕໍ່ພຣະເຈົ້າແມ່ນຢູ່ໃສ? ຄວາມເຊື່ອຂອງຂ້ອຍບໍ່ໄດ້ຢູ່ໃນພຣະເຈົ້າ; ຂ້ອຍໄດ້ວາງຄວາມເຊື່ອຂອງຂ້ອຍລົງໃນສະຖານະ ແລະ ອຳນາດ ແລະ ນັ້ນບໍ່ແມ່ນທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິດບໍ? ຂ້ອຍຮູ້ເປັນຢ່າງດີວ່າເອື້ອຍເຊິນເກັ່ງດ້ານການກວດແກ້ເອກະສານ ແລະ ລາວມັກວຽກແບບນັ້ນ. ແຕ່ເພື່ອປົກປ້ອງຕຳແໜ່ງຂອງຂ້ອຍເອງ, ຂ້ອຍບໍ່ໄດ້ຖາມຄວາມຄິດເຫັນຂອງລາວ ຫຼື ບໍ່ໄດ້ມອບໝາຍລາວໃສ່ໜ້າທີ່ໆເໝາະສົມເຊິ່ງກົງກັບຈຸດແຂງຂອງລາວ, ແຕ່ໄດ້ປະຕິບັດຄືກັບເຈົ້ານາຍຂອງລາວແທນ ແລະ ປະຕິເສດບໍ່ໃຫ້ລາວໄປປະຕິບັດໜ້າທີ່ຂອງລາວຢູ່ໃນຄຣິດຕະຈັກອື່ນ. ຂ້ອຍປະຕິບັດຕໍ່ຄຣິດຕະຈັກຄືກັບວ່າເປັນອານາເຂດຂອງຂ້ອຍເອງ ແລະ ບໍ່ມີໃຜຈະຖືກມອບໝາຍໃໝ່ຖ້າຂ້ອຍບໍ່ອະນຸຍາດ. ຂ້ອຍບໍ່ໄດ້ກຳລັງພະຍາຍາມກັກຂັງ ແລະ ຄວບຄຸມຜູ້ຄົນ ຄືກັບຜູ້ຕໍ່ຕ້ານພຣະຄຣິດບໍ? ເພື່ອຮັກສາຕໍາແໜ່ງຂອງຂ້ອຍໄວ້ຢ່າງໝັ້ນຄົງ, ຂ້ອຍຈຶ່ງພະຍາຍາມຮັກສາອ້າຍເອື້ອຍນ້ອງທີ່ມີຄວາມສາມາດ ແລະ ຄວາມເຂັ້ມແຂງໄວ້ຢູ່ໃນຄຣິດຕະຈັກຂອງຂ້ອຍ. ຂ້ອຍປະຕິບັດຕໍ່ພວກເຂົາຄືກັບວ່າພວກເຂົາເປັນຊັບສົມບັດຂອງຂ້ອຍເອງ ແລະ ປົກຄອງພວກເຂົາ, ຕ້ອງການໃຫ້ຫຼາຍຄົນເຮັດວຽກຢ່າງໜັກເພື່ອເຫັນແກ່ຕຳແໜ່ງຂອງຂ້ອຍເອງ. ພຣະເຈົ້າກຽດຊັງຄວາມທະເຍີທະຍານນີ້ຂອງຂ້ອຍແທ້ໆ ແລະ ຂ້ອຍສົມຄວນຖືກສາບແຊ່ງ! ຂ້ອຍເຫັນວ່າມຸມມອງຂອງຂ້ອຍກ່ຽວກັບການສະແຫວງຫາບໍ່ໄດ້ປ່ຽນແປງເລີຍຕະຫຼອດຫຼາຍປີທີ່ຂ້ອຍເຊື່ອໃນພຣະເຈົ້າ, ຂ້ອຍຖືກລ່າມໂສ້ຢ່າງແໜ້ນດ້ວຍຊື່ສຽງ, ໂຊກລາບ ແລະ ສະຖານະ, ຂ້ອຍຍ່າງບົນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດ. ຜູ້ຕໍ່ຕ້ານພຣະຄຣິດທີ່ຂ້ອຍຮູ້ຈັກມາກ່ອນໄດ້ເຂົ້າສູ່ຈິດໃຈຂອງຂ້ອຍ. ລາວສະແຫວງຫາຊື່ສຽງ, ໂຊກລາບ ແລະ ສະຖານະຢູ່ສະເໝີ, ເມື່ອລາວກາຍມາເປັນຜູ້ນຳ, ລາວພະຍາຍາມເຮັດໃຫ້ຕຳແໜ່ງຂອງຕົນໝັ້ນຄົງຂຶ້ນໂດຍການຮັກສາຜູ້ຄົນໄວ້ໃຕ້ການຄວບຄຸມຂອງລາວ ແລະ ພະຍາຍາມສ້າງຕັ້ງເຂດແດນອິດສະຫຼະຂອງຕົນເອງຂຶ້ນມາ. ລາວບໍ່ໄດ້ຍອມຮັບຄວາມຈິງແຕ່ຢ່າງໃດເລີຍ ແລະ ເຮັດໂຕຄືກັບຜູ້ຜະເດັດການ. ລາວເຮັດໃຫ້ເກີດການລົບກວນທີ່ຮ້າຍແຮງແກ່ພາລະກິດແຫ່ງຄົວເຮືອນຂອງພຣະເຈົ້າ ແລະ ໃນທີ່ສຸດ ລາວກໍ່ຖືກເປີດໂປງ ແລະ ຖືກກຳຈັດ. ຂ້ອຍຮັບຮູ້ວ່າການສະແຫວງຫາຊື່ສຽງ, ໂຊກລາບ ແລະ ສະຖານະແມ່ນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດທີ່ຈະນຳໄປສູ່ນະຮົກ! ພຣະເຈົ້າຈັດແຈງສະຖານະການຕ່າງໆເພື່ອເປີດໂປງຂ້ອຍຊ້ຳແລ້ວຊ້ຳອີກ ເພື່ອເຮັດໃຫ້ຂ້ອຍຮັບຮູ້ທຳມະຊາດແບບຊາຕານຂອງຂ້ອຍເອງ ແລະ ເຫັນວ່າຂ້ອຍຢູ່ໃນເສັ້ນທາງທີ່ຜິດ ເພື່ອວ່າເທື່ອນີ້ ຂ້ອຍຈະຫັນຫຼັງກັບໄດ້ທັນເວລາ. ສະຖານະການເຫຼົ່ານີ້ເປັນການພິພາກສາຕໍ່ຂ້ອຍ, ແຕ່ຍິ່ງໄປກວ່ານັ້ນ, ພວກມັນແມ່ນຄວາມຮັກອັນຍິ່ງໃຫຍ່ ແລະ ຄວາມລອດຂອງພຣະເຈົ້າ! ໃນຂະນະທີ່ຂ້ອຍໄຕ່ຕອງກ່ຽວກັບຄວາມພະຍາຍາມອັນໜັກ ໜ່ວງທີ່ພຣະເຈົ້າໄດ້ເຮັດ, ຂ້ອຍໄດ້ເລີ່ມຍອມຈຳນົນ ແລະ ຂ້ອຍບໍ່ຮູ້ສຶກຕໍ່ຕ້ານສະຖານະການດັ່ງກ່າວອີກຕໍ່ໄປ. ຂ້ອຍຮູ້ສຶກວ່າທຸກສິ່ງທີ່ພຣະເຈົ້າຈັດແຈງໄວ້ແມ່ນສິ່ງທີ່ຂ້ອຍຕ້ອງການຢ່າງແນ່ນອນ. ຂ້ອຍຕ້ອງການທີ່ຈະກັບໃຈຢ່າງແທ້ຈິງ ແລະ ປະສົບກັບສະຖານະການເຫຼົ່ານັ້ນດ້ວຍຫົວໃຈທີ່ອ່ອນນ້ອມ.

ຕໍ່ມາ ຂ້ອຍອ່ານສອງຂໍ້ຄວາມຈາກພຣະທຳຂອງພຣະເຈົ້າ: “ໜ້າທີ່ແມ່ນຫຍັງ? ເຈົ້າບໍ່ໄດ້ຈັດການໜ້າທີ່ ເຊິ່ງນັ້ນກໍຄື ມັນບໍ່ແມ່ນອາຊີບຂອງເຈົ້າເອງ ຫຼື ວຽກງານຂອງເຈົ້າເອງ; ກົງກັນຂ້າມ ມັນຄືພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າຮຽກຮ້ອງໃຫ້ເຈົ້າຮ່ວມມື, ເຊິ່ງກໍ່ໃຫ້ເກີດໜ້າທີ່ຂອງເຈົ້າ. ພາກສ່ວນໜຶ່ງໃນພາລະກິດຂອງພຣະເຈົ້າທີ່ມະນຸດຕ້ອງຮ່ວມມືແມ່ນໜ້າທີ່ຂອງເຂົາ. ໜ້າທີ່ເປັນສ່ວນໜຶ່ງໃນພາລະກິດຂອງພຣະເຈົ້າ, ມັນບໍ່ແມ່ນອາຊີບຂອງເຈົ້າ, ບໍ່ແມ່ນເລື່ອງພາຍໃນຄອບຄຸມຂອງເຈົ້າ ຫຼື ບໍ່ແມ່ນເລື່ອງສ່ວນຕົວໃນຊີວິດຂອງເຈົ້າ. ບໍ່ວ່າໜ້າທີ່ຂອງເຈົ້າຄືການຈັດການກັບເລື່ອງພາຍນອກ ຫຼື ພາຍໃນ, ມັນກໍແມ່ນພາລະກິດແຫ່ງເຮືອນຂອງພຣະເຈົ້າ, ມັນປະກອບເປັນສ່ວນໜຶ່ງໃນແຜນການຄຸ້ມຄອງຂອງພຣະເຈົ້າ ແລະ ມັນຄືການຝາກຝັງທີ່ພຣະເຈົ້າໄດ້ມອບໃຫ້ເຈົ້າ. ມັນບໍ່ແມ່ນທຸລະກິດສ່ວນຕົວຂອງເຈົ້າ” (ຄັດຈາກບົດ “ການສະແຫວງຫາຫຼັກການແຫ່ງຄວາມຈິງເທົ່ານັ້ນ ທີ່ຈະເຮັດໃຫ້ຜູ້ຄົນສາມາດປະຕິບັດໜ້າທີ່ຂອງເຂົາໄດ້ດີ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). “ບໍ່ວ່າໜ້າທີ່ຂອງເຈົ້າຈະແມ່ນຫຍັງກໍ່ຕາມ, ເຈົ້າຄວນປະຕິບັດມັນຕາມທີ່ພຣະເຈົ້າຮ້ອງຂໍ. ຕົວຢ່າງ: ເມື່ອເຈົ້າຖືກເລືອກໃຫ້ເປັນຜູ້ນໍາຄຣິດຕະຈັກ, ໜ້າທີ່ຂອງເຈົ້າກໍ່ຄືການນຳພາຄຣິດຕະຈັກນັ້ນ. ແລ້ວເຈົ້າຄວນເຮັດຫຍັງຫຼັງຈາກທີ່ເຈົ້າໄດ້ຮັບເອົາວຽກງານນີ້ໃຫ້ເປັນໜ້າທີ່ຂອງເຈົ້າ? ກ່ອນອື່ນ, ໃຫ້ຮູ້ວ່າມີພຽງແຕ່ການສຳເລັດວຽກງານຂອງເຈົ້າໃນຖານະຜູ້ນໍາເທົ່ານັ້ນຈຶ່ງເປັນການປະຕິບັດໜ້າທີ່ຂອງເຈົ້າ. ເຈົ້າບໍ່ໄດ້ຮັບໃຊ້ເປັນເຈົ້າໜ້າທີ່ບາງຄົນໃນໂລກພາຍນອກ; ເມື່ອໄດ້ກາຍມາເປັນຜູ້ນໍາ, ມັນກໍ່ຜີດປົກກະຕິທີ່ຈະພິຈາລະນາວ່າຕົນເອງເປັນເຈົ້າໜ້າທີ່. ແຕ່ຖ້າເຈົ້າຍັງເວົ້າວ່າ ‘ຕອນນີ້ເມື່ອຂ້ອຍໄດ້ຖືກເລືອກໃຫ້ເປັນຜູ້ນໍາ, ຂ້ອຍຕ້ອງບໍ່ດູຖຸກ, ຂ້ອຍຕ້ອງວາງຕົນເອງຢູ່ລຸ່ມຄົນອື່ນ, ຂ້ອຍຕ້ອງເຮັດໃຫ້ພວກເຂົາຢູ່ສູງກວ່າ ແລະ ສຳຄັນກວ່າຂ້ອຍ’, ແລ້ວແນວຄິດນີ້ກໍ່ຜິດເຊັ່ນກັນ; ການທຳທ່າແມ່ນໄຮ້ປະໂຫຍດ ເມື່ອເຈົ້າບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ມີຫຍັງນອກຈາກການເຂົ້າໃຈທີ່ຖືກຕ້ອງຈຶ່ງຈະເຮັດໃຫ້ເຂົ້າໃຈຄວາມຈິງໄດ້. ກ່ອນອື່ນ, ເຈົ້າຕ້ອງຊື່ນຊົມຄວາມສຳຄັນຂອງໜ້າທີ່ຂອງຜູ້ນໍາ: ຄຣິດຕະຈັກສາມາດມີສະມາຊິກຫຼາຍສິບຊາວຄົນ ແລະ ເຈົ້າຕ້ອງຄິດວິທີການນໍາພາຜູ້ຄົນເຫຼົ່ານີ້ໃຫ້ມາຢູ່ຕໍ່ໜ້າພຣະເຈົ້າ, ຈະໃຫ້ພວກເຂົາສ່ວນໃຫຍ່ໄດ້ເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໄດ້ແນວໃດ. ເຈົ້າຍັງຕ້ອງໃຊ້ເວລາຫຼາຍຂຶ້ນໃນການຫົດລ້ຽງ ແລະ ການສະໜັບສະໜູນຄົນທີ່ຄິດລົບ ແລະ ອ່ອນແອ, ເພື່ອຢຸດພວກເຂົາບໍ່ໃຫ້ຄິດລົບ ແລະ ອ່ອນແອ ແລະ ເຮັດໃຫ້ພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາ. ເຈົ້າຍັງຕ້ອງຊີ້ນໍາທຸກຄົນທີ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໃນການເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງ, ປະຕິບັດຕາມຫຼັກການ ແລະ ປະຕິບັດໜ້າທີ່ຂອງພວກເຂົາຢ່າງຖືກຕ້ອງ ແລະ ໄດ້ຮັບຜົນສະທ້ອນທີ່ຍິ່ງໃຫຍ່ກວ່າ. ຍັງມີບາງຄົນທີ່ເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ ແຕ່ຍັງມີຄວາມເປັນມະນຸດທີ່ຊົ່ວຮ້າຍ, ແຊກແຊງ ແລະ ຂັດຂວາງພາລະກິດຂອງຄຣິດຕະຈັກຢູ່ສະເໝີ, ຄົນເຫຼົ່ານີ້ຄວນຖືກຈັດການ ຫຼື ຖືກຊໍາລະລ້າງຕາມຄວາມຈຳເປັນ, ຖືກຈັດການຢ່າງຖືກຕ້ອງ ແລະ ຖືກຈັດແຈງຢ່າງເໝາະສົມດັ່ງທີ່ຫຼັກການໄດ້ກຳນົດໄວ້. ຍັງມີສິ່ງທີ່ສຳຄັນທີ່ສຸດໃນບັນດາທຸກສິ່ງ: ບາງຄົນໃນຄຣິດຕະຈັກມີຄວາມເປັນມະນຸດທີ່ດີພໍສົມຄວນ ແລະ ມີຄວາມສາມາດບາງຢ່າງ ແລະ ສາມາດປະຕິບັດວຽກງານໃນລັກສະນະໃດໜຶ່ງໄດ້; ທຸກຄົນຕ້ອງໄດ້ຮັບການບຳລຸງລ້ຽງໂດຍບໍ່ຊັກຊ້າ, ໃຫ້ໄວແທນທີ່ຈະຊັກຊ້າ, ເພາະມັນຈະຝຶກຝົນພວກເຂົາໃຫ້ໄປເຖິງຄວາມສາມາດບົ່ມຊ້ອນຂອງພວກເຂົາ ແລະ ພວກເຂົາຈະບໍ່ສາມາດເຮັດຫຍັງໄດ້ດີ ຖ້າພວກເຂົາບໍ່ໄດ້ຮັບການຝຶກຝົນໃດໜຶ່ງ... ເຈົ້າຕ້ອງໃຊ້ປະໂຫຍດສູງສຸດຈາກທຸກຄົນ, ໃຊ້ປະໂຫຍດເຕັມທີ່ຈາກຄວາມສາມາດສ່ວນຕົວຂອງພວກເຂົາ ແລະ ຈັດສັນໜ້າທີ່ທີ່ເໝາະສົມໃຫ້ພວກເຂົາຕາມສິ່ງທີ່ພວກເຂົາສາມາດເຮັດໄດ້, ຄຸນນະພາບຄວາມສາມາດຂອງພວກເຂົາ, ພວກເຂົາອາຍຸຈັກປີ ແລະ ພວກເຂົາໄດ້ເຊື່ອໃນພຣະເຈົ້າມາດົນປານໃດ. ເຈົ້າຕ້ອງຄິດແຜນສະເພາະສຳລັບບຸກຄົນແຕ່ລະປະເພດ ແລະ ປ່ຽນແປງມັນໄປໃນແຕ່ລະບຸກຄົນ, ເພື່ອໃຫ້ພວກເຂົາສາມາດປະຕິບັດໜ້າທີ່ຂອງຕົນໃນເຮືອນຂອງພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງຕົນຢ່າງເຕັມທີ່” (ຄັດຈາກບົດ “ແມ່ນຫຍັງຄືການປະຕິບັດໜ້າທີ່ໃຫ້ພໍໃຊ້ໄດ້?” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າສະແດງໃຫ້ຂ້ອຍເຫັນວ່າ ໜ້າທີ່ບໍ່ແມ່ນທຸລະກິດສ່ວນຕົວຂອງຄົນໆໜຶ່ງ. ໜ້າທີ່ຂອງພວກເຮົາມາຈາກພຣະເຈົ້າ ແລະ ພວກເຮົາຄວນປະຕິບັດມັນຕາມທີ່ພຣະອົງຮຽກຮ້ອງ. ການຝຶກຄົນແມ່ນບາງສິ່ງທີ່ພຣະເຈົ້າຮຽກຮ້ອງໃຫ້ຜູ້ນຳເຮັດ. ພຣະເຈົ້າໄດ້ກະກຽມຄົນທີ່ມີທັກສະທຸກຮູບແບບສຳລັບພາລະກິດຂອງພຣະອົງ ແລະ ໃນນາມເປັນຜູ້ນຳຄຣິດຕະຈັກ, ຂ້ອຍຄວນປະຕິບັດໜ້າທີ່ຂອງຕົນຕາມຂໍ້ກຳນົດ ແລະ ຫຼັກການຂອງພຣະອົງ. ເມື່ອຂ້ອຍພົບຄົນທີ່ມີພອນສະຫວັນ, ຂ້ອຍຄວນຝຶກພວກເຂົາ ແລະ ແນະນຳພວກເຂົາ ເພື່ອໃຫ້ທຸກຄົນສາມາດສະແດງສັກກະຍາພາບຂອງຕົນອອກມາຢ່າງເຕັມທີ່ໃນບ່ອນທີ່ຖືກຕ້ອງ, ປະຕິບັດໜ້າທີ່ຂອງພວກເຂົາ ແລະ ເຮັດໜ້າທີ່ໆກ່ຽວຂ້ອງຂອງພວກເຂົາເອງເພື່ອຂະຫຍາຍວຽກງານຂ່າວປະເສີດໃຫ້ດີຂຶ້ນ. ມີພຽງສິ່ງນີ້ທີ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ ແລະ ມັນແມ່ນສິ່ງທີ່ອ້າຍເອື້ອຍນ້ອງຕ້ອງການເຮັດອີກດ້ວຍ. ເມື່ອຂ້ອຍເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ຂ້ອຍກໍ່ສົ່ງຂໍ້ຄວາມຫາຜູ້ນຳຂອງຄຣິດຕະຈັກອື່ນເພື່ອຢືນຢັນວ່າຂ້ອຍກຳລັງຈະແຕ່ງຕັ້ງເອື້ອຍເຊິນຄືນ. ຫົວໃຈຂ້ອຍຮູ້ສືກສະບາຍໃຈຫຼາຍຂຶ້ນເມື່ອຂ້ອຍເລີ່ມປະຕິບັດແບບນີ້. ແລ້ວຂ້ອຍກໍ່ເຫັນພອນຂອງພຣະເຈົ້າ. ທີ່ເຮັດຂ້ອຍປະຫຼາດໃຈຫຼາຍຄືໃນເດືອນພະຈິກຂອງປີນັ້ນເອງ, ຈຳນວນຜູ້ເຊື່ອໃໝ່ທີ່ພວກເຮົາໄດ້ຮັບຈາກວຽກງານຂ່າວປະເສີດຂອງພວກເຮົາເພື່ອຂຶ້ນສາມເທົ່າຈາກເດືອນກ່ອນ. ຂ້ອຍຮູ້ວ່າສິ່ງນີ້ສຳເລັດຜ່ານພາລະກິດຂອງພຣະເຈົ້າ ແລະ ຂ້ອຍບໍ່ສາມາດຢຸດຂອບໃຈ ແລະ ສັນລະເສີນພຣະອົງໄດ້!

ເມື່ອກ່ອນ, ຂ້ອຍບໍ່ເຄີຍຮູ້ສຶກໂກດຮ້າຍຕໍ່ຄວາມເສື່ອມຊາມຂອງການຍາດຊິງເພື່ອຊື່ສຽງ ແລະ ໂຊກລາບ ຫຼື ການສະແຫວງຫາຊື່ສຽງ, ໂຊກລາບ ແລະ ສະຖານະ. ຂ້ອຍຄິດວ່າ, ເມື່ອເຫັນວ່າທຸກຄົນໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ, ສະນັ້ນພວກເຮົາທຸກຄົນຕ້ອງມີອຸປະນິໄສອັນດຽວກັນນັ້ນ ແລະ ມັນບໍ່ແມ່ນສິ່ງທີ່ສາມາດປ່ຽນແປງໄດ້ພາຍໃນສອງສາມມື້ເທົ່ານັ້ນ. ນັ້ນເຮັດໃຫ້ຂ້ອຍບໍ່ຕ້ອງການສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ. ໂດຍການຜ່ານການພິພາກສາ ແລະ ການຕິສອນຈາກພຣະທຳຂອງພຣະເຈົ້າ ແລະ ໂດຍການຖືກທົດລອງ ແລະ ຖືກເປີດໂປງ, ໃນທີ່ສຸດຂ້ອຍກໍ່ໄດ້ມີການຢັ່ງເຖິງບາງຢ່າງກ່ຽວກັບແກ່ນແທ້ຂອງການສະແຫວງຫາສິ່ງເຫຼົ່ານັ້ນ. ຂ້ອຍເຫັນວ່າການສະແຫວງຫາສິ່ງດັ່ງກ່າວແມ່ນການຕໍ່ຕ້ານພຣະເຈົ້າ ແລະ ຂ້ອຍເລີ່ມກຽດຊັງໂຕເອງຈາກກົ້ນບຶ້ງຂອງຫົວໃຈຂ້ອຍ. ຂ້ອຍໄດ້ເຕັມໃຈສະແຫວງຫາຄວາມຈິງ, ກັບໃຈ ແລະ ປ່ຽນແປງ. ມັນລ້ວນແລ້ວແຕ່ເປັນຍ້ອນພາລະກິດຂອງພຣະເຈົ້າ, ຕອນນີ້ ຂ້ອຍຈຶ່ງສາມາດປະຖິ້ມເນື້ອໜັງຂອງໂຕເອງ ແລະ ນຳຄວາມຈິງບາງປະການເຂົ້າສູ່ການປະຕິບັດ. ຂໍຂອບໃຈພຣະເຈົ້າອົງຊົງລິດທານຸພາບສູງສຸດ!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ການຕື່ນຕົວຂອງທາດຂອງເງິນ

ໂດຍ ຊິງອູ່, ຈີນເມື່ອຂ້ອຍຍັງໜຸ່ມ, ຄອບຄົວຂ້ອຍທຸກຍາກ ແລະ ພໍ່ແມ່ຂອງຂ້ອຍບໍ່ສາມາດຈ່າຍຄ່າຮຽນໃຫ້ຂ້ອຍໄດ້, ສະນັ້ນ ຂ້ອຍຈຶ່ງໄດ້ສ້າງ ແລະ...

ການປິ່ນປົວຄວາມອິດສາ

ໂດຍ ຊຸນຈິ໋ວ, ຈີນພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ເນື້ອໜັງຂອງມະນຸດແມ່ນມາຈາກຊາຕານ, ມັນເຕັມໄປດ້ວຍນິໄສກະບົດ,...

Leave a Reply