ມີພຽງແຕ່ຄວາມຊື່ສັດເທົ່ານັ້ນທີ່ກໍ່ໃຫ້ເກີດຄວາມຄ້າຍຄືມະນຸດ

19 ເດືອນກຸມພາ 2022

ໂດຍ ຊື່ຈ້າຍ, ຈີນ

ຜົວຂອງຂ້ານ້ອຍ ແລະ ຂ້ານ້ອຍແມ່ນເຮັດທຸລະກິດຂາຍເຄື່ອງເຟີນີເຈີຫ້ອງການ. ພວກເຮົາເລີ່ມຕົ້ນເຮັດທຸລະກິດດ້ວຍຄວາມຊື່ສັດແທ້ໆ, ເຮັດຕາມທີ່ລູກຄ້າຂໍຢ່າງແທ້ໆ ໂດຍບໍ່ປົນກັບສິ່ງທີ່ເປັນຂອງປອມຮຽນແບບ. ແຕ່ໜຶ່ງປີໄດ້ຜ່ານໄປ ແລະ ຫຼັງຈາກທີ່ໄດ້ຊໍາລະຄ່າທຳນຽມທີ່ພວກເຮົາຕ້ອງຊໍາລະ, ພວກເຮົາກໍມີພຽງພໍເພື່ອດຳລົງຊີວິດຕໍ່ໄປ. ເຈົ້າຂອງຮ້ານຖັດໄປແມ່ນເຮັດທຸລະກິດດຽວກັນ, ແຕ່ພວກເຂົາມີລາຍໄດ້ຫຼາຍກວ່າພວກເຮົາ. ຂ້ານ້ອຍສັບສົນ: ເປັນຫຍັງພວກເຮົາຈຶ່ງບໍ່ສາມາດມີລາຍໄດ້ຫຼາຍສໍ່າກັບພວກເຂົາ? ຂ້ານ້ອຍຢາກໄປເບິ່ງ ແລະ ຮຽນຮູ້, ເພື່ອເບິ່ງວ່າພວກເຂົາຫາເງິນຂອງພວກເຂົາແນວໃດ. ມື້ໜຶ່ງ ລູກຄ້າຄົນໜຶ່ງເຂົ້າມາໃນຮ້ານຂອງພວກເຂົາ ແລະ ສັ່ງໂຊຟາ, ໂຕະຕ້ອນຮັບ ແລະ ໂຕະ ແລະ ຕ້ອງການໃຫ້ພວກມັນມີຄຸນນະພາບອັນດັບຕົ້ນໆ. ຂ້ານ້ອຍເຫັນເຈົ້າຂອງສັນຍາກັບພວກເຂົາວ່າ ພວກມັນຈະມີຄຸນນະພາບທີ່ດີທີ່ສຸດທັງໝົດ, ແຕ່ທັນທີທີ່ລູກຄ້າຈາກໄປ, ລາວກໍເອົາຜະລິດຕະພັນເກຣດສາມຈາກໂຮງງານຂອງພວກເຂົາ ແລະ ປ່ຽນພວກມັນກັບຜະລິດຕະພັນເກຣດໜຶ່ງ ແລະ ສົ່ງພວກມັນໄປໃຫ້ລູກຄ້າ. ລາວໄດ້ເງິນຫຼາຍກວ່າ 10.000 ຢວນ ໃນເວລາບໍ່ພໍເທົ່າໃດ. ການເຫັນພວກເຂົາໃຊ້ກົນລະຍຸດປະເພດນີ້ເປັນເລື່ອງທີ່ເປັນຕາຕົກໃຈສຳລັບຂ້ານ້ອຍແທ້ໆ. ຂ້ານ້ອຍຄິດວ່າ “ນັ້ນແມ່ນວິທີການທີ່ພວກເຂົາດຳເນີນທຸລະກິດ! ນັ້ນບໍ່ແມ່ນການຫຼອກລວງລູກຄ້າບໍ? ນັ້ນບໍ່ແມ່ນວິທີການທີ່ຊື່ສັດຫຼາຍທີ່ຈະເຮັດທຸລະກິດ”. ແຕ່ຫຼັງຈາກນັ້ນ ຂ້ານ້ອຍກໍຄິດວ່າ “ພວກເຮົາເຮັດທຸລະກິດດຽວກັນ ແຕ່ພວກເຂົາມີລາຍໄດ້ຫຼາຍກວ່າ ແລະ ມີຊີວິດທີ່ດີກວ່າ ໃນຂະນະທີ່ພວກເຮົາພຽງແຕ່ຫາພໍດຳລົງຊີວິດ. ມັນມີຄວາມແຕກຕ່າງຫຼາຍເກີນໄປ”. ຂ້ານ້ອຍຄິດວ່າຂ້ານ້ອຍສາມາດຮຽນຮູ້ສອງສາມຢ່າງຈາກພວກເຂົາ. ສະນັ້ນ ເພື່ອຫາເງິນໄດ້ຫຼາຍຂຶ້ນ, ຂ້ານ້ອຍຈຶ່ງເລີ່ມບໍ່ໃສ່ໃຈກັບຄວາມສຳນຶກຂອງຂ້ານ້ອຍ ແລະ ຂາຍສິ່ງຕ່າງໆເຊັ່ນດຽວກັນກັບຮ້ານຂ້າງໆ.

ຄັ້ງໜຶ່ງ ລູກຄ້າເຂົ້າມາສັ່ງເຄື່ອງໃຊ້ໃນຫ້ອງການ ແລະ ຂໍໃຫ້ທຸກສິ່ງມີຄຸນນະພາບສູງ. ຂ້ານ້ອຍຮັບປະກັນກັບລາວຄັ້ງແລ້ວຄັ້ງເລົ່າ ໂດຍເວົ້າວ່າ ມັນຈະເປັນພຽງສິ່ງທີ່ດີທີ່ສຸດເທົ່ານັ້ນ ແລະ ຈະມີການຮັບປະກັນຕະຫຼອດອາຍຸການໃຊ້ງານ, ສະນັ້ນ ລາວຈຶ່ງຮູ້ສຶກສະບາຍໃຈໃນການຊື້ຈາກພວກເຮົາ. ຫຼັງຈາກທີ່ລາວຈາກໄປ, ຂ້ານ້ອຍກໍສະຫຼັບປ່ຽນສິ່ງທີ່ລາວເລືອກກັບຜະລິດຕະພັນເກຣດສາມທີ່ເບິ່ງຄ້າຍຄືກັນກັບຜະລິດຕະພັນທີ່ດີແທ້ໆ ເພາະພວກມັນມີຕົ້ນທຶນໜ້ອຍກວ່າຫຼາຍ. ຂ້ານ້ອຍຮູ້ສຶກບໍ່ສະບາຍໃຈແທ້ໆ ໃນຂະນະທີ່ກຳລັງຈັດສົ່ງລາຍການສັ່ງຊື້ດັ່ງກ່າວ. ຂ້ານ້ອຍຄິດວ່າ “ຖ້າລາວຮູ້ ແລະ ຮຽກຮ້ອງໃຫ້ສົ່ງເງິນຄືນ, ມັນຈະບໍ່ພຽງແຕ່ເປັນການສູນເສຍເງິນເທົ່ານັ້ນ. ລາວຈະກ່າວຫາວ່າຂ້ານ້ອຍເປັນຄົນຫຼອກລວງຕໍ່ໜ້າຂ້ານ້ອຍ”. ຄວາມຄິດນີ້ແຮງເຮັດໃຫ້ຂ້ານ້ອຍຮູ້ສຶກກະວົນກະວາຍຫຼາຍຂຶ້ນ. ຫົວໃຈຂອງຂ້ານ້ອຍເຕັ້ນໄວຂຶ້ນ ແລະ ຂ້ານ້ອຍເຖິງກັບບໍ່ສາມາດຈ້ອງເບິ່ງຕາລາວໄດ້. ຂ້ານ້ອຍປະຫຼາດໃຈ ເມື່ອລາວກວດເບິ່ງລາຍການສັ່ງຊື້ ແລະ ບໍ່ໄດ້ສັງເກດເຫັນຫຍັງ ແລະ ໃນທີ່ສຸດ ຂ້ານ້ອຍກໍສາມາດຮູ້ສຶກຜ່ອນຄາຍໜ້ອຍໜຶ່ງ. ເມື່ອໄດ້ຊໍາລະເງິນແລ້ວ, ຂ້ານ້ອຍກໍມີກຳໄລເພີ່ມຫຼາຍສິບພັນຢວນ ແລະ ເຖິງວ່າຂ້ານ້ອຍຈະມີຄວາມຮູ້ສຶກຜິດເກີດຂຶ້ນ ແລະ ຮູ້ວ່າມັນບໍ່ຊື່ສັດ ແລະ ບໍ່ມີຈັນຍາບັນ, ຂ້ານ້ອຍກໍບໍ່ສາມາດເຮັດຫຍັງໄດ້ ນອກຈາກຮູ້ສຶກພໍໃຈຢ່າງລັບໆກັບການສ້າງລາຍໄດ້ຫຼາຍຂະໜາດນັ້ນໄດ້ຢ່າງໄວວາ. ຫຼັງຈາກໄລຍະໜຶ່ງ, ການເວົ້າຕົວະ ແລະ ການຫຼອກລວງຢູ່ເລື້ອຍໆຂອງຂ້ານ້ອຍກໍເຮັດໃຫ້ເກີດບັນຫາສອງສາມຢ່າງສໍາລັບຂ້ານ້ອຍ. ບາງຄັ້ງ, ເມື່ອຂ້ານ້ອຍຂາຍບາງສິ່ງທີ່ເປັນຂອງປອມ, ລູກຄ້າຈະໂທຫາຂ້ານ້ອຍໃນພາຍຫຼັງເພື່ອຂໍໃຫ້ແປງມັນ. ແຕ່ຂອງປອມນັ້ນບໍ່ມີການບໍລິການຫຼັງການຂາຍ, ສະນັ້ນ ຂ້ານ້ອຍຈຳເປັນຕ້ອງຊອກຫາຂໍ້ອ້າງທຸກປະເພດເພື່ອແກ້ຕົວ. ບາງຄັ້ງ, ຄົນໆໜຶ່ງຈະເວົ້າຢ່າງໃຈຮ້າຍວ່າ “ພວກເຈົ້າທີ່ເປັນເຈົ້າຂອງທຸລະກິດບໍ່ມີຄວາມຮັບຜິດຊອບຫຍັງຫຼັງຈາກທີ່ໄດ້ຂາຍບາງສິ່ງ. ພວກເຈົ້າບໍ່ເປັນຕາເຊື່ອຖືແທ້ໆ!” ການໄດ້ຍິນລູກຄ້າເວົ້າແບບນີ້ເຮັດໃຫ້ຂ້ານ້ອຍບໍ່ສະບາຍໃຈເລີຍ, ແຕ່ຫຼັງຈາກນັ້ນ ຂ້ານ້ອຍຈຶ່ງຄິດວ່າທຸກຄົນກໍເຮັດທຸລະກິດແບບນັ້ນ, ສະນັ້ນ ມັນບໍ່ແມ່ນເລື່ອງທີ່ປົກກະຕິແທ້ໆບໍ? ຄວາມຮູ້ສຶກຜິດນັ້ນຄ່ອຍໆຫາຍໄປ.

ສອງສາມປີຜ່ານໄປ ແລະ ເຖິງວ່າຂ້ານ້ອຍຈະຫາເງິນໄດ້ຈໍານວນໜຶ່ງ ແລະ ກຳລັງມີຊີວິດທີ່ສະດວກສະບາຍຂຶ້ນ, ຂ້ານ້ອຍບໍ່ໄດ້ຮູ້ສຶກເຖິງຄວາມປິຕິຍິນດີໃດໃນຫົວໃຈຂອງຂ້ານ້ອຍ. ກົງກັນຂ້າມ, ຂ້ານ້ອຍພຽງແຕ່ຮູ້ສຶກວິຕົກກັງວົນຢູ່ຕະຫຼອດເວລາ ເພາະຂ້ານ້ອຍໄດ້ຂາຍຂອງປອມຫຼາຍ, ຢ້ານມື້ທີ່ລູກຄ້າຈະພົບວ່າມີບັນຫາເລື່ອງຄຸນນະພາບ ແລະ ໂທຫາເພື່ອຂໍເງິນຄືນ ຫຼື ລາຍງານຂ້ານ້ອຍ. ສິ່ງນັ້ນຈະເຮັດໃຫ້ຂ້ານ້ອຍເສຍເງິນຫຼາຍ. ມັນຍັງສາມາດເຮັດໃຫ້ຂ້ານ້ອຍເສຍຊື່ສຽງຂອງຂ້ານ້ອຍ ແລະ ຜູ້ຄົນອາດຈະເວົ້າຫຼັບຫຼັງຂ້ານ້ອຍ. ໂດຍຫວັງທີ່ຈະຫຼີກເວັ້ນສິ່ງນີ້, ຂ້ານ້ອຍຄິດຢູ່ສະເໝີກ່ຽວກັບວ່າ ຂ້ານ້ອຍຄວນເຮັດແນວໃດເພື່ອໃຫ້ສິ່ງຕ່າງໆຈົບລົງດ້ວຍດີ ຖ້າຂ້ານ້ອຍໄດ້ຮັບການໂທແບບນັ້ນ. ການໃຊ້ຊີວິດແບບນັ້ນແມ່ນເມື່ອຍຫຼາຍສຳລັບຂ້ານ້ອຍ. ຂ້ານ້ອຍມັກຄິດວ່າ “ຖ້າຂ້ານ້ອຍພຽງແຕ່ເຮັດທຸລະກິດດ້ວຍຄວາມຊື່ສັດ ແລະ ສັ່ງສິ່ງທີ່ລູກຄ້າຂໍ ໂດຍບໍ່ໃຫ້ຜະລິດຕະພັນເກຣດສອງແກ່ພວກເຂົາ, ຂ້ານ້ອຍກໍຈະບໍ່ຈຳເປັນຕ້ອງກັງວົນກ່ຽວກັບເລື່ອງນີ້ຕະຫຼອດເວລາ. ແຕ່ມັນມີຄ່າໃຊ້ຈ່າຍຫຼາຍສໍາລັບທຸລະກິດ ແລະ ເຮືອນຂອງຂ້ານ້ອຍ. ຖ້າຂ້ານ້ອຍເຮັດທຸລະກິດຢ່າງຊື່ສັດ, ໃຫ້ໃນສິ່ງທີ່ລູກຄ້າຮ້ອງຂໍ, ຂ້ານ້ອຍຈະບໍ່ໄດ້ເງິນຫຼາຍ. ພວກເຂົາບໍ່ໄດ້ເວົ້າວ່າ ‘ບໍ່ມີສິ່ງ ເອີ້ນວ່າເປັນນັກທຸລະກິດທີ່ຊື່ສັດ’ ບໍ? ນັ້ນບໍ່ແມ່ນພຽງແຕ່ວິທີການເຮັດສິ່ງຕ່າງໆໃນທຸກມື້ນີ້ບໍ? ຂ້ານ້ອຍບໍ່ສາມາດຫາລາຍໄດ້ຢ່າງພຽງພໍ ຫາກບໍ່ມີການຫຼອກລວງ, ສະນັ້ນ ຂ້ານ້ອຍຈຶ່ງຈະໃຫ້ຄວາມສຳຄັນກັບເງິນເທົ່ານັ້ນ”. ດ້ວຍເຫດນັ້ນ, ເຖິງວ່າບາງຄັ້ງ ຄວາມສຳນຶກຂອງຂ້ານ້ອຍຈະຮູ້ສຶກບໍ່ສະບາຍໃຈ, ຂ້ານ້ອຍຍັງສືບຕໍ່ໃຊ້ກົນລະຍຸດທຸລະກິດທີ່ລັບໆເພື່ອຫາເງິນໃຫ້ໄດ້ຫຼາຍຂຶ້ນ.

ໃນປີ 2004, ເອື້ອຍຂອງຂ້ານ້ອຍໄດ້ແບ່ງປັນພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກັບຂ້ານ້ອຍ. ໂດຍການອ່ານພຣະທຳຂອງພຣະເຈົ້າ ຂ້ານ້ອຍຈຶ່ງແນ່ໃຈວ່າມັນຄືພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ ແລະ ເລີ່ມດຳລົງຕາມຊີວິດແຫ່ງຄຣິສຕະຈັກ. ມື້ໜຶ່ງ ຂ້ານ້ອຍໄດ້ອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າ: “ອານາຈັກຂອງເຮົາຕ້ອງການຄົນທີ່ຊື່ສັດ, ບໍ່ໜ້າຊື່ໃຈຄົດ ແລະ ບໍ່ຫຼອກລວງ. ຄົນທີ່ຈິງໃຈ ແລະ ຊື່ສັດບໍ່ແມ່ນຄົນທີ່ບໍ່ເປັນທີ່ນິຍົມໃນໂລກບໍ? ເຮົາພຽງຢູ່ກົງກັນຂ້າມ. ມັນເປັນເລື່ອງທີ່ຮັບໄດ້ທີ່ຈະໃຫ້ຄົນຊື່ສັດມາຫາເຮົາ; ເຮົາປິຕິຍິນດີໃນຄົນປະເພດນີ້ ແລະ ເຮົາກໍ່ຍັງຕ້ອງການຄົນປະເພດນີ້ດ້ວຍ. ນີ້ແມ່ນຄວາມຊອບທຳຂອງເຮົາແທ້ໆ” (ຄັດຈາກ “ບົດທີ 33” ຂອງພາກພຣະຄຳຂອງພຣະຄຣິດໃນຕົ້ນເດີມໃນໜັງສືພຣະທຳປາກົດໃນຮ່າງກາຍ). “ພວກເຈົ້າຄວນຮູ້ວ່າ ພຣະເຈົ້າມັກຄົນທີ່ຊື່ສັດ. ພຣະເຈົ້າມີແກ່ນສານຂອງຄວາມຊື່ສັດ ແລະ ພຣະທໍາຂອງພຣະອົງແມ່ນສາມາດເຊື່ອຖືໄດ້ ຕະຫຼອດເວລາ. ນອກຈາກນັ້ນ ການກະທໍາຂອງພຣະອົງ ບໍ່ມີຄວາມຜິດພາດ ແລະ ບໍ່ເປັນທີ່ໜ້າສົງໄສ. ນີ້ຄືເຫດຜົນທີ່ພຣະເຈົ້າມັກຄົນ ທີ່ຊື່ສັດຕໍ່ພຣະອົງ ຢ່າງແທ້ຈິງ” (ຄັດຈາກບົດ “ພຣະໂອວາດສາມຂໍ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ເມື່ອໄດ້ອ່ານເລື່ອງນີ້, ຂ້ານ້ອຍຈຶ່ງໄດ້ຮຽນຮູ້ວ່າພຣະເຈົ້າມັກຄົນທີ່ຊື່ສັດ ແລະ ພຣະອົງຮຽກຮ້ອງໃຫ້ພວກເຮົາຊື່ສັດ ແລະ ກົງໄປກົງມາໃນຄໍາເວົ້າ ແລະ ການກະທໍາຂອງພວກເຮົາ. ພວກເຮົາບໍ່ຄວນຫຼອກລວງ ຫຼື ສໍ້ໂກງພຣະເຈົ້າ ຫຼື ມະນຸດ. ຂ້ານ້ອຍຄິດວ່າ “ການເປັນຄົນຊື່ສັດລ້ວນແລ້ວແຕ່ເປັນສິ່ງທີ່ດີ ແລະ ມັນເປັນວິທີການດຳລົງຊີວິດທີ່ສະຫງົບສຸກ ແລະ ຜ່ອນຄາຍ. ແຕ່ໃນສັງຄົມທີ່ໃຫ້ຄວາມສຳຄັນກັບເງິນແບບນີ້, ຄົນທີ່ຊື່ສັດພຽງແຕ່ເບິ່ງຄືເປັນຄົນໂງ່ໃນສາຍຕາຄົນອື່ນ. ໂດຍສະເພາະສໍາລັບພວກເຮົາທີ່ເຮັດທຸລະກິດ, ການຫຼອກລວງລູກຄ້າເປັນຄວາມລັບທີ່ເປີດເຜີຍ. ຖ້າຂ້ານ້ອຍຊື່ສັດແທ້ໆ, ຂ້ານ້ອຍຈະຫາເງິນບໍ່ໄດ້ເລີຍ, ແລ້ວຂ້ານ້ອຍຈະບໍ່ສາມາດລ້ຽງຊີບໄດ້. ແມ່ນແຕ່ບາງຄົນອາດຈະຖືວ່າຂ້ານ້ອຍເປັນຄົນໂງ່ ແລະ ສໍ້ໂກງຂ້ານ້ອຍ. ແຕ່ພຣະເຈົ້າຮຽກຮ້ອງໃຫ້ພວກເຮົາເປັນຄົນສັດຊື່, ສະນັ້ນ ຂ້ານ້ອຍຄວນເຮັດແນວໃດ?” ຂ້ານ້ອຍຄິດເຖິງການແກ້ໄຂ. ຂ້ານ້ອຍຈະເວົ້າ ແລະ ປະຕິບັດຢ່າງສັດຊື່ຢ່າງສິ້ນເຊີງຢູ່ໃນຄຣິສຕະຈັກກັບອ້າຍເອື້ອຍນ້ອງ. ຂ້ານ້ອຍບໍ່ຈຳເປັນຕ້ອງຕັ້ງທ່າລະວັງ ແລະ ຈະບໍ່ມີໃຜຫົວຂວັນຂ້ານ້ອຍ. ແຕ່ຂ້ານ້ອຍບໍ່ສາມາດເປັນຄົນຊື່ສັດຢູ່ບ່ອນເຮັດວຽກ. ສະນັ້ນ, ຂ້ານ້ອຍຈຶ່ງເລີ່ມນໍາສິ່ງນັ້ນໄປປະຕິບັດ.

ມື້ໜຶ່ງ ລູກຄ້າຄົນໜຶ່ງໄດ້ມາຮ້ານ ແລະ ສັ່ງໂຕະ ແລະ ຕັ່ງຈຳນວນ 120 ໜ່ວຍ. ແບບຈຳລອງທັງໝົດທີ່ລາວເລືອກແມ່ນມີຄຸນນະພາບດີ ແລະ ບໍ່ມີກິ່ນຄືກັບສານຟໍມາດີຮາຍ. ຂ້ານ້ອຍຄິດວ່າ “ຂ້ານ້ອຍຈະປ່ຽນສິ່ງທີ່ລາວສັ່ງຊື້ກັບຜະລິດຕະພັນຂອງໂຮງງານອື່ນ ທີ່ມີລັກສະນະຄ້າຍຄືກັນກັບສິ່ງທີ່ລາວຕ້ອງການແທ້ໆ, ເຖິງແມ່ນວ່າຄຸນນະພາບຈະຕໍ່າກວ່າ ແລະ ພວກມັນມີກິ່ນຂອງສານຟໍມາດີຮາຍ. ຫຼັງຈາກນັ້ນ ຂ້ານ້ອຍຈະໄດ້ເງິນເພີ່ມອີກ 1.200 ຢວນ”. ຂ້ານ້ອຍຄິດວ່າຂ້ານ້ອຍຈະຂາຍເຄື່ອງເຟີນີເຈີທີ່ມີຄຸນນະພາບຕໍ່າກວ່າໃຫ້ກັບລາວ. ແຕ່ຫຼັງຈາກນັ້ນ ຂ້ານ້ອຍກໍຄິດກ່ຽວກັບສານຟໍມາດີຮາຍທີ່ເປັນອັນຕະລາຍ ແລະ ຂ້ານ້ອຍຮູ້ສຶກບໍ່ສະບາຍໃຈ. ແຕ່ຫຼັງຈາກນັ້ນອີກຄັ້ງ, ຂ້ານ້ອຍກໍຮູ້ວ່າຮ້ານຄ້າອື່ນທັງໝົດເຮັດທຸລະກິດແບບນັ້ນ. ຖ້າຂ້ານ້ອຍບໍ່ຫຼອກລວງລາວ, ລາວກໍພຽງແຕ່ໄປບ່ອນອື່ນ ແລະ ຖືກຫຼອກລວງຢູ່ບ່ອນນັ້ນ. ຂ້ານ້ອຍຄິດວ່າຂ້ານ້ອຍໜ້າຈະເອົາເງິນດີກວ່າ. ດັ່ງນັ້ນ, ດ້ວຍຄວາມສຳນຶກງ່າຍໆ, ຂ້ານ້ອຍຈຶ່ງວາງການສັ່ງຊື້ຂອງລາວເປັນຜະລິດຕະພັນປອມ. ເມື່ອຂ້ານ້ອຍຈັດສົ່ງໃນສອງສາມມື້ຕໍ່ມາ, ລູກຄ້າກໍສົງໄສກ່ຽວກັບຄຸນນະພາບ ແລະ ກິ່ນ. ລາວຖາມຂ້ານ້ອຍວ່າ “ສິ່ງນີ້ບໍ່ເປັນອັນຕະລາຍບໍ? ເຈົ້າເຮັດທຸລະກິດແບບນີ້ໄດ້ແນວໃດ? ຂ້ອຍບໍ່ຕ້ອງການສິ່ງເຫຼົ່ານີ້ອີກຕໍ່ໄປ!” ຂ້ານ້ອຍຕ້ອງການເຈລະຈາກັບລາວ ແລະ ໃຫ້ລາຄາທີ່ດີກວ່າໃຫ້ກັບລາວ ຕາບໃດທີ່ລາວເກັບທຸກຢ່າງໄວ້. ແຕ່ລາວບໍ່ໃຫ້ໂອກາດຂ້ານ້ອຍໄດ້ເວົ້າເລີຍ, ນອກຈາກເວົ້າຢ່າງໜັກແໜ້ນ ແລະ ເດັດຂາດວ່າລາວຕ້ອງການສົ່ງມັນຄືນທັງໝົດ. ຂ້ານ້ອຍບໍ່ມີທາງເລືອກນອກຈາກນໍາເອົາໂຕະ ແລະ ຕັ່ງທັງໝົດ 120 ໜ່ວຍກັບຄືນ. ຂ້ານ້ອຍເສົ້າເສຍໃຈຫຼັງຈາກທີ່ຂ້ານ້ອຍກັບບ້ານ. ຂ້ານ້ອຍຄິດວ່າການເຮັດສິ່ງທີ່ບໍ່ຊື່ສັດເປັນວຽກທີ່ໜັກ ແລະ ໃຊ້ຊັບພະຍາກອນຫຼາຍ. ມັນບໍ່ແມ່ນພຽງແຕ່ເງິນ, ແຕ່ຊື່ສຽງ ແລະ ກຽດສັກສີຂອງຂ້ານ້ອຍໄດ້ຮັບຄວາມເສຍຫາຍ. ຂ້ານ້ອຍເກັບກ່ຽວສິ່ງທີ່ຂ້ານ້ອຍໄດ້ຫວ່ານ. ຖ້າຂ້ານ້ອຍເຮັດສິ່ງຕ່າງໆຕາມທີ່ພຣະເຈົ້າຮຽກຮ້ອງ ແລະ ບໍ່ຂາຍຜະລິດຕະພັນປອມ, ເຖິງວ່າຂ້ານ້ອຍຈະບໍ່ໄດ້ເງິນຫຼາຍ, ແຕ່ຈະບໍ່ມີຜູ້ໃດໃຈຮ້າຍກັບຂ້ານ້ອຍ ແລະ ຂ້ານ້ອຍຈະບໍ່ເຮັດໃຫ້ຕົນເອງອິດເມື່ອຍ ຫຼື ຮູ້ສຶກວິຕົກກັງວົນ. ໂດຍການເຮັດຢ່າງລັບໆ ຂ້ານ້ອຍທໍາຮ້າຍຕົນເອງ ພ້ອມທັງຄົນອື່ນ! ຂ້ານ້ອຍມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ, ໂດຍກ່າວວ່າ “ໂອ ພຣະເຈົ້າ! ພຣະອົງຮຽກຮ້ອງໃຫ້ພວກເຮົາເປັນຄົນຊື່ສັດ ແຕ່ຂ້ານ້ອຍຍັງບໍ່ຊື່ສັດໃນທຸລະກິດຂອງຂ້ານ້ອຍ. ສິ່ງທີ່ເກີດຂຶ້ນໃນມື້ນີ້ຄືການລົງວິໄນຂອງພຣະອົງ ແລະ ຂ້ານ້ອຍມີຄວາມຂົມຂື່ນພໍແລ້ວໃນການດໍາລົງຊີວິດແບບນີ້. ຂ້ານ້ອຍບໍ່ຕ້ອງການສໍ້ໂກງຄົນອີກຕໍ່ໄປ. ຂ້ານ້ອຍຕ້ອງການໃຫ້ພຣະອົງຊີ້ນໍາໃຫ້ຂ້ານ້ອຍເປັນຄົນຊື່ສັດ. ຂ້ານ້ອຍພ້ອມແລ້ວທີ່ຈະພະຍາຍາມບັນລຸຂໍ້ກຳນົດຂອງພຣະອົງ”.

ຫຼັງຈາກນັ້ນ ມື້ໜຶ່ງໃນການອຸທິດຕົນຂອງຂ້ານ້ອຍ, ຂ້ານ້ອຍໄດ້ອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າ: “ເຮົາເປັນພຣະເຈົ້າຜູ້ທີ່ກວດສອບສ່ວນເລິກທີ່ສຸດໃນຫົວໃຈຂອງມະນຸດ. ຢ່າປະພຶດແບບໜຶ່ງໃນເວລາຢູ່ຕໍ່ໜ້າຄົນອື່ນ ແລ້ວປະພຶດອີກແບບເວລາຢູ່ລັບຫຼັງພວກເຂົາ, ເຮົາເຫັນທຸກສິ່ງທີ່ເຈົ້າເຮັດຢ່າງຊັດເຈນ ແລະ ເຖິງແມ່ນວ່າ ເຈົ້າອາດຫຼອກລວງຄົນອື່ນໄດ້ ແຕ່ເຈົ້າບໍ່ສາມາດຫຼອກລວງເຮົາໄດ້. ເຮົາເຫັນທຸກສິ່ງຢ່າງຊັດເຈນ. ມັນເປັນໄປບໍ່ໄດ້ທີ່ເຈົ້າຈະປົກປິດສິ່ງໃດສິ່ງໜຶ່ງ; ທຸກສິ່ງຢູ່ພາຍໃນກໍາມືຂອງເຮົາ” (ຄັດຈາກ “ບົດທີ 44” ຂອງພາກພຣະຄຳຂອງພຣະຄຣິດໃນຕົ້ນເດີມໃນໜັງສືພຣະທຳປາກົດໃນຮ່າງກາຍ). “ເຈົ້າຄິດວ່າຈະບໍ່ມີຫຍັງເກີດຂຶ້ນກັບເຈົ້າຫຼັງຈາກທີ່ເຈົ້າໄດ້ໂກງເງິນຄົນອື່ນບໍ? ເຈົ້າຄິດວ່າຫຼັງຈາກທີ່ໄດ້ໂກງເງິນນັ້ນໄປແລ້ວ, ເຈົ້າຈະບໍ່ຜະເຊີນກັບຜົນສະທ້ອນໃດໆບໍ? ຄົງຈະເປັນໄປບໍ່ໄດ້; ມັນຈະມີຜົນສະທ້ອນຢ່າງແນ່ນອນ! ບໍ່ວ່າພວກເຂົາເປັນໃຜ ຫຼື ບໍ່ວ່າພວກເຂົາເຊື່ອ ຫຼື ບໍ່ ວ່າມີພຣະເຈົ້າກໍຕາມ, ທຸກຄົນຕ້ອງຮັບຜິດຊອບຕໍ່ພຶດຕິກຳຂອງຕົນເອງ ແລະ ແບກຮັບຜົນແຫ່ງການກະທຳຂອງພວກເຂົາ” (ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ X” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). “ການທີ່ພຣະເຈົ້າຂໍໃຫ້ຜູ້ຄົນຊື່ສັດກໍ່ພິສູດວ່າພຣະອົງກຽດຊັງຄົນທີ່ຫຼອກລວງຢ່າງແທ້ຈິງ ແລະ ພຣະອົງບໍ່ມັກຄົນທີ່ຫຼອກລວງ. ຂໍ້ແທ້ຈິງທີ່ພຣະເຈົ້າບໍ່ມັກຄົນທີ່ຫຼອກລວງກໍ່ໝາຍຄວາມວ່າພຣະອົງບໍ່ມັກການກະທຳ, ອຸປະນິໄສ ແລະ ແຮງຈູງໃຈຂອງພວກເຂົາ; ນັ້ນກໍ່ຄື ພຣະອົງບໍ່ມັກວິທີການທີ່ພວກເຂົາເຮັດສິ່ງຕ່າງໆ. ສະນັ້ນ, ຖ້າພວກເຮົາຕ້ອງເຮັດໃຫ້ພຣະເຈົ້າພໍໃຈ, ພວກເຮົາກໍ່ຕ້ອງປ່ຽນແປງການກະທຳຂອງພວກເຮົາ ແລະ ວິທີການທີ່ພວກເຮົາເປັນຢູ່ກ່ອນ. ກ່ອນໜ້ານີ້, ພວກເຮົາອາໄສຄຳຂີ້ຕົວະ ແລະ ການທຳທ່າເພື່ອອາໄສຢູ່ທ່າມກາງຜູ້ຄົນ, ໂດຍໃຊ້ສິ່ງເຫຼົ່ານີ້ໃຫ້ເປັນທຶນຂອງພວກເຮົາ ແລະ ເປັນພື້ນຖານໃນການເປັນຢູ່, ຊີວິດ ແລະ ພື້ນຖານທີ່ພວກເຮົາປະພຶດຕົນເອງ. ນີ້ຄືສິ່ງທີ່ພຣະເຈົ້າກຽດຊັງ” (ຄັດຈາກບົດ “ການປະຕິບັດທີ່ເປັນພື້ນຖານທີ່ສຸດຂອງການເປັນຄົນສັດຊື່” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ).

ຂ້ານ້ອຍສາມາດຮູ້ສຶກໄດ້ຈາກພຣະທຳຂອງພຣະເຈົ້າວ່າອຸປະນິໄສຂອງພຣະເຈົ້າຊອບທໍາ, ບໍລິສຸດ ແລະ ບໍ່ຍອມຕໍ່ການເຮັດຜິດ. ພຣະອົງກວດສອບທຸກຄຳເວົ້າ ແລະ ການກະທຳຂອງພວກເຮົາ ແລະ ໃນທີ່ສຸດ ພວກເຮົາທຸກຄົນກໍໄດ້ຮັບສິ່ງທີ່ພວກເຮົາສົມຄວນໄດ້ຮັບຕາມສິ່ງທີ່ພວກເຮົາໄດ້ເຮັດ. ຂ້ານ້ອຍສາມາດໃຊ້ການຫຼອກລວງເພື່ອຫາເງິນຫຼາຍຂຶ້ນເປັນຊ່ວງໄລຍະໜຶ່ງ, ແຕ່ຂ້ານ້ອຍຈະເກັບກ່ຽວໝາກຜົນທີ່ຂົມຂື່ນໃນພາຍຫຼັງ. ຂ້ານ້ອຍຈະຕົກນະຮົກ ແລະ ຖືກລົງໂທດຫຼັງຈາກທີ່ຂ້ານ້ອຍຕາຍ. ນັ້ນຄືກົດເກນຂອງສະຫວັນ. ຂ້ານ້ອຍເຫັນວ່າຂ້ານ້ອຍໂງ່ສໍ່າໃດ. ຂ້ານ້ອຍຄິດວ່າຂ້ານ້ອຍສາມາດຊື່ສັດກັບອ້າຍເອື້ອຍນ້ອງໄດ້ ແຕ່ຫຼອກລວງໃນທຸລະກິດຂອງຂ້ານ້ອຍ ເພື່ອປະຈົບປະແຈງພຣະເຈົ້າ ແລະ ຫຼັງຈາກນັ້ນກໍຈະໄດ້ຮັບພອນໃນພາຍຫຼັງໂດຍບໍ່ທໍາລາຍຜົນປະໂຫຍດຂອງຂ້ານ້ອຍໃນຂະນະດຽວກັນ. ຂ້ານ້ອຍສາມາດຫຼອກລວງຜູ້ຄົນດ້ວຍກົນອຸບາຍເລັກນ້ອຍຂອງຂ້ານ້ອຍ, ແຕ່ບໍ່ແມ່ນພຣະເຈົ້າ. ຂ້ານ້ອຍໄດ້ຈ່າຍເງິນຂ້ອນຂ້າງໜ້ອຍສຳລັບໂຕະ ແລະ ຕັ່ງເຫຼົ່ານັ້ນ. ນັ້ນຄືການລົງວິໄນຂອງພຣະເຈົ້າ, ແຕ່ພຣະອົງຍັງເຕືອນ ແລະ ຊ່ວຍຂ້ານ້ອຍໄວ້. ຖ້າບໍ່ດັ່ງນັ້ນ ຂ້ານ້ອຍຈະສືບຕໍ່ເຮັດໃຫ້ຕົນເອງໝົກມຸ່ນ ແລະ ບໍ່ຊື່ສັດ ແລະ ແນ່ນອນວ່າ ຂ້ານ້ອຍຈະໄດ້ຮັບເວນກຳຂອງຂ້ານ້ອຍໃນທີ່ສຸດ. ຄວາມຄິດນີ້ເຮັດໃຫ້ຂ້ານ້ອຍຮູ້ສຶກຢ້ານເລັກນ້ອຍ ແລະ ຂ້ານ້ອຍເລີ່ມໄຕ່ຕອງຕົວເອງ. ເມື່ອຫວນຄິດຄືນຫຼັງຕະຫຼອດຫຼາຍປີທີ່ຂ້ານ້ອຍເຮັດທຸລະກິດ, ຂ້ານ້ອຍບໍ່ສົນໃຈຄວາມສຳນຶກຂອງຂ້ານ້ອຍໃນການຫາເງິນຫຼາຍຂຶ້ນ, ການປ່ຽນຜະລິດຕະພັນທີ່ມີຄຸນນະພາບດີທີ່ລູກຄ້າໄດ້ສັ່ງຊື້ກັບຜະລິດຕະພັນທີ່ມີຄຸນນະພາບຕໍ່າກວ່າ. ຂ້ານ້ອຍເວົ້າຕົວະ ແລະ ສໍ້ໂກງ ແລະ ຍັງສືບຕໍ່ນໍາສະເໜີວ່າສິນຄ້າທີ່ມີຄຸນນະພາບຕໍ່າເປັນສິນຄ້າທີ່ມີຄຸນນະພາບສູງ. ເຖິງແມ່ນວ່າຫຼັງຈາກທີ່ໄດ້ຮັບຄວາມເຊື່ອ, ໂດຍຮູ້ຄົບຖ້ວນເປັນຢ່າງດີວ່າພຣະເຈົ້າຮຽກຮ້ອງໃຫ້ພວກເຮົາຊື່ສັດ, ບໍ່ຫຼອກລວງມະນຸດ ຫຼື ພຣະເຈົ້າ, ຂ້ານ້ອຍກໍຍັງຫຼອກລວງ ແລະ ເວົ້າຕົວະລູກຄ້າເພື່ອຫາເງິນ, ໄດ້ຮັບເງິນທີ່ບໍ່ຊື່ສັດ. ຂ້ານ້ອຍບໍ່ຢຸດເລີຍ ຍ້ອນເຫັນແກ່ເງິນ. ຂ້ານ້ອຍດຳເນີນທຸລະກິດຢ່າງມີເລ່ຫຼ່ຽມ, ຫຼອກລວງຜູ້ຄົນ, ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ ແລະ ບໍ່ມີຄວາມສຳນຶກ ຫຼື ເຫດຜົນ. ຂ້ານ້ອຍເປັນຄົນມີເລ່ຫຼ່ຽມ, ເຫັນແກ່ຕົວ ແລະ ເປັນຕາລັງກຽດ, ດໍາລົງຊີວິດຄືກັບມານຮ້າຍທີ່ບໍ່ມີຄວາມຄ້າຍຄືກັບມະນຸດ. ມັນເປັນຄືກັບສິ່ງທີ່ພຣະເຢຊູເຈົ້າໄດ້ກ່າວວ່າ: “ເຈົ້າເປັນຄືພໍ່ຂອງເຈົ້າ ເຊິ່ງເປັນມານຮ້າຍ ແລະ ເຈົ້າຈະເຮັດຕາມກິເລດຂອງພໍ່ຂອງເຈົ້າ. ເຂົາເປັນຄາດຕະກອນຕັ້ງແຕ່ເລີ່ມຕົ້ນ ແລະ ບໍ່ໄດ້ຢູ່ໃນຄວາມຈິງ, ເພາະວ່າບໍ່ມີຄວາມຈິງຢູ່ໃນຕົວເຂົາ. ເມື່ອເຂົາເວົ້າຕົວະ, ເຂົາກໍ່ເວົ້າເລື່ອງຂອງເຂົາເອງ: ຍ້ອນເຂົາເປັນຄົນເວົ້າຕົວະ ແລະ ເປັນພໍ່ຂອງການເວົ້າຕົວະ” (ໂຢຮັນ 8:44). “ແຕ່ໃຫ້ການສື່ສານຂອງເຈົ້າເປັນ ແມ່ນແລ້ວ, ແມ່ນແລ້ວ; ບໍ່ແມ່ນ, ບໍ່ແມ່ນ: ຍ້ອນແມ່ນຫຍັງກໍ່ຕາມທີ່ເປັນຫຼາຍກວ່າສິ່ງເຫຼົ່ານີ້ແມ່ນມາຈາກຄວາມຊົ່ວຮ້າຍ” (ມັດທາຍ 5:37). ມີແຕ່ມານເທົ່ານັ້ນທີ່ເວົ້າຕົວະ ແລະ ຫຼອກລວງຢູ່ສະເໝີ ແລະ ນັ້ນແມ່ນສິ່ງທີ່ຂ້ານ້ອຍກຳລັງເຮັດ. ຂ້ານ້ອຍບໍ່ມີຄວາມຄ້າຍຄືກັບມານຮ້າຍບໍ? ຄວາມຄ້າຍຄືມະນຸດຂອງຂ້ານ້ອຍຢູ່ໃສ? ເມື່ອຄິດກ່ຽວກັບສິ່ງນີ້, ຂ້ານ້ອຍຮູ້ສຶກລັງກຽດຕົນເອງຫຼາຍ. ຂ້ານ້ອຍບໍ່ຕ້ອງການຕົວະເພື່ອຜົນປະໂຫຍດຂອງຂ້ານ້ອຍເອງອີກຕໍ່ໄປ. ຕໍ່ມາ ຂ້ານ້ອຍໄດ້ອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າ: “ເຈົ້າຕ້ອງສັດຊື່ ແລະ ຕ້ອງອະທິຖານເພື່ອກໍາຈັດຕົວເຈົ້າອອກຈາກຈິດໃຈອັນເລ່ລ່ຽມຂອງເຈົ້າ. ເມື່ອເຈົ້ານໍາໃຊ້ການອະທິຖານເພື່ອຊໍາລະລ້າງຕົວເຈົ້າໃຫ້ບໍລິສຸດທຸກຄັ້ງທີ່ຈໍາເປັນ ແລະ ນໍາໃຊ້ມັນເພື່ອຈະໄດ້ສໍາຜັດໂດຍພຣະວິນຍານຂອງພຣະເຈົ້າ, ຄວາມປະພຶດຊົ່ວດີຂອງເຈົ້າກໍຈະຄ່ອຍໆປ່ຽນແປງ” (ຄັດຈາກບົດ “ກ່ຽວກັບການປະຕິບັດຂອງການອະທິຖານ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). “ຄວາມຊື່ສັດໝາຍເຖິງ ການມອບໃຈຂອງເຈົ້າໃຫ້ແກ່ພຣະເຈົ້າ, ການທີ່ບໍ່ເຄີຍຫຼອກລວງ ພຣະອົງໃນສິ່ງໃດໜຶ່ງ, ການເປີດໃຈກັບພຣະອົງໃນທຸກສິ່ງທຸກຢ່າງ ໂດຍບໍ່ໄດ້ປິດບັງຄວາມຈິງ, ການທີ່ບໍ່ເຮັດໃນສິ່ງທີ່ເປັນການຕົວະຜູ້ຄົນທີ່ມີຖານະສູງກວ່າ ແລະ ຫຼອກລວງຜູ້ຄົນທີ່ມີຖານະຕໍ່າກວ່າ ແລະ ການບໍ່ເຮັດພຽງແຕ່ສິ່ງທີ່ເຮັດໃຫ້ພຣະເຈົ້າເພິ່ງພໍໃຈໃນຕົວເຈົ້າເທົ່ານັ້ນ. ເວົ້າໂດຍຫຍໍ້, ການມີຄວາມຊື່ສັດແມ່ນການຢັບຢັ້ງຈາກການກະທໍາ ແລະ ການໃຊ້ຄໍາເວົ້າ ທີ່ບໍ່ບໍລິສຸດ ແລະ ການຫຼອກລວງທັງພຣະເຈົ້າ ແລະ ມະນຸດ” (ຄັດຈາກບົດ “ພຣະໂອວາດສາມຂໍ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳຂອງພຣະເຈົ້າໄດ້ໃຫ້ເສັ້ນທາງແຫ່ງການປະຕິບັດແກ່ຂ້ານ້ອຍ. ຂ້ານ້ອຍຮູ້ວ່າຂ້ານ້ອຍຕ້ອງເພິ່ງພາພຣະເຈົ້າໃນຄວາມພະຍາຍາມຂອງຂ້ານ້ອຍເພື່ອກາຍເປັນຄົນຊື່ສັດ ແລະ ອະທິຖານຫາພຣະເຈົ້າກ່ຽວກັບຄວາມຫຍຸ້ງຍາກຂອງຂ້ານ້ອຍ ເພື່ອເປັນອິດສະຫຼະຈາກອຸປະນິໄສທີ່ເສື່ອມຊາມຂອງຂ້ານ້ອຍ. ຂ້ານ້ອຍຍັງຕ້ອງໄດ້ອະທິຖານ ເມື່ອມີບາງສິ່ງໃນທຸລະກິດທີ່ລາມຫາເງິນ ຫຼື ຜົນປະໂຫຍດຂອງຂ້ານ້ອຍ, ຍອມຮັບການກວດສອບຂອງພຣະເຈົ້າ ແລະ ເປັນຄົນທີ່ກົງໄປກົງມາ. ຂ້ານ້ອຍຕ້ອງເວົ້າຢ່າງກົງໄປກົງມາ ແລະ ສະແຫວງຫາຄວາມຈິງຈາກຂໍ້ແທ້ຈິງໃນຄຳເວົ້າ ແລະ ການກະທຳ. ຂ້ານ້ອຍອະທິຖານ ເມື່ອຂ້ານ້ອຍຮູ້ເຖິງທຸກສິ່ງເຫຼົ່ານີ້, ເຕັມໃຈທີ່ຈະຍອມຮັບການກວດສອບຂອງພຣະເຈົ້າ ແລະ ນໍາເອົາພຣະທຳຂອງພຣະອົງໄປປະຕິບັດ.

ບໍ່ດົນຫຼັງຈາກນັ້ນ, ລູກຄ້າຄົນໜຶ່ງມາສັ່ງຕູ້ໂລຫະຈຳນວນໜຶ່ງ. ລາວຂໍຕູ້ທີ່ມີຄຸນນະພາບສູງກວ່າປົກກະຕິ ແລ້ວມີໂຄງສ້າງທີ່ໝັ້ນຄົງ. ໃນເວລານັ້ນ, ຂ້ານ້ອຍຄິດວ່າ “ຖ້າຂ້ານ້ອຍຈັດລາຍການສັ່ງຊື້ນີ້ຕາມທີ່ລາວຕ້ອງການ, ຂ້ານ້ອຍຈະບໍ່ໄດ້ເງິນຫຼາຍຫຼັງຈາກຫັກຄ່າໃຊ້ຈ່າຍ ແລະ ຕົ້ນທຶນ. ຖ້າຂ້ານ້ອຍຫາບາງສິ່ງທີ່ບາງກວ່າໜ້ອຍໜຶ່ງໃຫ້ລາວ ແລະ ລາວບໍ່ສັງເກດເຫັນ, ຂ້ານ້ອຍຈະສາມາດໄດ້ເງິນ 10.000 ຢວນ ຫຼື ຫຼາຍກວ່ານັ້ນຈາກລາຍການສັ່ງຊື້. ຖ້າຂ້ານ້ອຍພຽງແຕ່ສັ່ງຊື້ບາງສິ່ງທີ່ບໍ່ໝັ້ນຄົງເດ?” ໃນຂະນະທີ່ຂ້ານ້ອຍກຳລັງບໍ່ແນ່ໃຈ, ຂ້ານ້ອຍກໍຈື່ຜົນທີ່ຕາມມາຂອງການທີ່ຂ້ານ້ອຍສໍ້ໂກງຜູ້ຄົນທຸກຄັ້ງ. ບໍ່ພຽງແຕ່ຂ້ານ້ອຍບໍ່ໄດ້ຮັບຫຍັງ, ແຕ່ຂ້ານ້ອຍສູນເສຍເງິນ ແລະ ຮູ້ສຶກບໍ່ດີຫຼາຍ. ຂ້ານ້ອຍຍັງຄິດກ່ຽວກັບວ່າ ຄົນທີ່ສັດຊື່ນໍາຄວາມສຸກມາຫາພຣະເຈົ້າ ແລະ ໄດ້ຮັບພອນຈາກພຣະອົງແນວໃດ ແລະ ພຣະອົງຮຽກຮ້ອງໃຫ້ພວກເຮົາເວົ້າຄວາມຈິງຢ່າງແທ້ຈິງ. ຂ້ານ້ອຍບໍ່ສາມາດເມີນເສີຍຕໍ່ຄວາມສຳນຶກຂອງຂ້ານ້ອຍ ແລະ ເຮັດບາງສິ່ງທີ່ບໍ່ຊື່ສັດພຽງແຕ່ເພື່ອເງິນ. ຂ້ານ້ອຍຮູ້ວ່າການພົບພໍ້ກັບສິ່ງນີ້ອີກຄັ້ງຄືການທີ່ພຣະເຈົ້າທົດສອບຂ້ານ້ອຍ ເພື່ອເບິ່ງວ່າຂ້ານ້ອຍສາມາດປະຕິບັດຕາມຄວາມຕັ້ງໃຈທີ່ຂ້ານ້ອຍມີຕໍ່ໜ້າພຣະເຈົ້າ ຫຼື ບໍ່. ຂ້ານ້ອຍໄດ້ອະທິຖານຫາພຣະເຈົ້າ, ຂໍໃຫ້ພຣະອົງປົກປ້ອງຂ້ານ້ອຍຈາກການລໍ້ລວງ ແລະ ໃຫ້ພະລັງແກ່ຂ້ານ້ອຍເພື່ອປະຕິບັດຄວາມຈິງ ແລະ ປະຖິ້ມຕົນເອງ ແລະ ເປັນຄົນຊື່ສັດທີ່ເຮັດໃຫ້ພຣະເຈົ້າປິຕິຍິນດີ. ຂ້ານ້ອຍຮູ້ສຶກເຂັ້ມແຂງຂຶ້ນຫຼັງຈາກຄຳອະທິຖານຂອງຂ້ານ້ອຍ. ຂ້ານ້ອຍໄດ້ສັ່ງຕູ້ໂລຫະໃຫ້ລາວຄືກັນກັບທີ່ລາວໄດ້ຂໍ ແລະ ເຖິງແມ່ນວ່າຂ້ານ້ອຍບໍ່ໄດ້ເງິນຫຼາຍ, ຂ້ານ້ອຍກໍມີຄວາມຮູ້ສຶກສະຫງົບສຸກທີ່ແທ້ຈິງໃນຫົວໃຈຂອງຂ້ານ້ອຍ. ຂ້ານ້ອຍຍັງຮູ້ສຶກວ່າມັນອັດສະຈັນສໍ່າໃດທີ່ຈະປະຕິບັດຄວາມຊື່ສັດຕາມພຣະທຳຂອງພຣະເຈົ້າ. ມັນບໍ່ແມ່ນການປະນາມ ແລະ ຂ້ານ້ອຍບໍ່ໄດ້ກັງວົນກ່ຽວກັບສິ່ງທີ່ຈະເກີດຂຶ້ນ.

ຂ້ານ້ອຍໄດ້ອ່ານພຣະທຳເຫຼົ່ານີ້ຈາກພຣະເຈົ້າໃນພາຍຫຼັງທີ່ວ່າ: “ເນື່ອງຈາກວ່າມະນຸດເກີດຢູ່ໃນແຜ່ນດິນທີ່ສົກກະປົກ, ເຂົາໄດ້ຮັບອິດທິພົນຈາກສັງຄົມຢ່າງແຮງ, ເຂົາໄດ້ຮັບອິດທິພົນຈາກຈະລິຍະທໍາສັກດີນາ ແລະ ເຂົາໄດ້ຖືກສັ່ງສອນຈາກ ‘ສະຖາບັນແຫ່ງການສຶກສາຊັ້ນສູງ’. ຄວາມຄິດແບບຫຼ້າຫຼັງ, ສິນທຳທີ່ເສື່ອມຊາມ, ມຸມມອງຊີວິດທີ່ຊົ່ວຮ້າຍ, ປັດຊະຍາຊີວິດທີ່ໜ້າລັງກຽດ, ການມີຊີວິດຢູ່ທີ່ໄຮ້ຄຸນຄ່າ ແລະ ການດໍາລົງຊີວິດ ແລະ ປະເພນີທີ່ຕໍ່າຊ້າ ສິ່ງທັງໝົດເຫຼົ່ານີ້ລ້ວນແລ້ວແຕ່ໄດ້ບຸກລຸກເຂົ້າໄປໃນຈິດໃຈຂອງມະນຸດຢ່າງຮ້າຍແຮງ, ທັງໄດ້ທໍາລາຍ ແລະ ໂຈມຕີສາມັນສໍານຶກຂອງເຂົາຢ່າງຮຸນແຮງ. ຜົນຕາມມາກໍຄື ມະນຸດໄດ້ຫ່າງໄກຈາກພຣະເຈົ້າຫຼາຍຂຶ້ນ ແລະ ຕໍ່ຕ້ານພຣະອົງຍິ່ງຂຶ້ນ... ເຖິງແມ່ນພວກເຂົາຈະໄດ້ຍິນຄວາມຈີງ, ຜູ້ທີ່ຈົມຢູ່ໃນຄວາມມືດກໍບໍ່ຄິດທີ່ຈະນໍາເອົາຄວາມຈິງໄປປະຕິບັດ ແລະ ເຖິງແມ່ນວ່າພວກເຂົາໄດ້ເຫັນການປາກົດຕົວຂອງພຣະເຈົ້າ ພວກເຂົາກໍບໍ່ມີແນວໂນ້ມທີ່ຈະສະແຫວງຫາພຣະອົງ. ມະນຸດຊາດທີ່ຕໍ່າຊ້າຈະມີໂອກາດໄດ້ຮັບຄວາມລອດພົ້ນໄດ້ແນວໃດ? ມະນຸດຊາດທີ່ເສື່ອມໂຊມທີ່ສຸດຈະສາມາດດໍາລົງຊີວິດຢູ່ໃນແສງສະຫວ່າງໄດ້ແນວໃດ?” (ຄັດຈາກບົດ “ການບໍ່ປ່ຽນແປງອຸປະນິໄສຄືການເປັນປໍລະປັກຕໍ່ພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). “ຈົນກວ່າຜູ້ຄົນໄດ້ປະສົບກັບພາລະກິດຂອງພຣະເຈົ້າ ແລະ ຮັບເອົາຄວາມຈິງ, ມັນຄືທຳມະຊາດຂອງຊາຕານທີ່ເຂົ້າຄວບຄຸມ ແລະ ມີອຳນາດເໜືອພວກເຂົາຈາກພາຍໃນ. ໂດຍສະເພາະແລ້ວ ທຳມະຊາດນັ້ນນໍາໄປສູ່ຫຍັງ? ຕົວຢ່າງເຊັ່ນ: ເປັນຫຍັງເຈົ້າຈຶ່ງເຫັນແກ່ຕົວ? ເປັນຫຍັງເຈົ້າຈຶ່ງປົກປ້ອງຕໍາແໜ່ງຂອງເຈົ້າເອງ? ເປັນຫຍັງເຈົ້າຈິ່ງມີຄວາມຮູ້ສຶກທີ່ແຮງກ້າເຊັ່ນນັ້ນ? ເປັນຫຍັງເຈົ້າຈຶ່ງເພີດເພີນກັບສິ່ງທີ່ບໍ່ຊອບທຳເຫຼົ່ານັ້ນ? ເປັນຫຍັງເຈົ້າຈຶ່ງມັກຄົນທີ່ຊົ່ວຮ້າຍເຫຼົ່ານັ້ນ? ແມ່ນຫຍັງຄືພື້ນຖານທີ່ເຈົ້າມັກສິ່ງດັ່ງກ່າວ? ສິ່ງເຫຼົ່ານີ້ມາຈາກໃສ? ເປັນຫຍັງເຈົ້າຈຶ່ງມີຄວາມສຸກທີ່ຈະຍອມຮັບເອົາພວກມັນ? ຮອດຕອນນີ້, ພວກເຈົ້າກໍໄດ້ມາເຂົ້າໃຈທັງໝົດວ່າ ເຫດຜົນຫຼັກໆທີ່ຢູ່ເບື້ອງຫຼັງສິ່ງເຫຼົ່ານີ້ກໍຄືມີພິດຂອງຊາຕານຢຸ່ພາຍໃນຕົວພວກເຈົ້າ. ແຕ່ສຳລັບພິດຂອງຊາຕານແມ່ນຫຍັງນັ້ນ, ມັນສາມາດຖືກສະແດງອອກດ້ວຍຄຳເວົ້າຢ່າງສົມບູນ. ຕົວຢ່າງເຊັ່ນ: ຖ້າເຈົ້າຖາມວ່າ ‘ຜູ້ຄົນຄວນດໍາລົງຊີວິດແບບໃດ? ຜູ້ຄົນຄວນດໍາລົງຊີວິເພື່ອຫຍັງ’ ຜູ້ຄົນຈະຕອບວ່າ ‘ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ’. ວະລີໜຶ່ງຢ່າງນີ້ສຳແດງເຖິງຮາກແທ້ຂອງບັນຫາ. ປັດຊະຍາຂອງຊາຕານໄດ້ກາຍມາເປັນຊີວິດຂອງຜູ້ຄົນ. ບໍ່ວ່າຜູ້ຄົນຈະສະແຫວງຫາຫຍັງກໍ່ຕາມ, ພວກເຂົາກໍ່ເຮັດມັນເພື່ອຕົນເອງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງດໍາລົງຊີວິດເພື່ອຕົນເອງເທົ່ານັ້ນ. ‘ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ’, ນີ້ແມ່ນຊີວິດ ແລະ ປັດຊະຍາຂອງມະນຸດ ແລະ ມັນຍັງເປັນຕົວແທນໃຫ້ແກ່ທຳມະຊາດຂອງມະນຸດ. ຄຳເວົ້າເຫຼົ່ານີ້ຂອງຊາຕານແມ່ນພິດຂອງຊາຕານແທ້ໆ ແລະ ເມື່ອຜູ້ຄົນໄດ້ຊຶມຊັບມັນ, ມັນກໍກາຍມາເປັນທຳມະຊາດຂອງພວກເຂົາ. ທຳມະຊາດຂອງຊາຕານແມ່ນຖືກເປີດໂປງຜ່ານຄຳເວົ້າເຫຼົ່ານີ້; ພວກມັນເປັນຕົວແທນໃຫ້ກັບທຳມະຊາດນັ້ນຢ່າງສົມບູນ. ພິດນີ້ໄດ້ກາຍມາເປັນຊີວິດຂອງຜູ້ຄົນ ພ້ອມທັງເປັນພື້ນຖານການເປັນຢູ່ຂອງພວກເຂົາ ແລະ ມະນຸດຊາດທີ່ເສື່ອມຊາມໄດ້ຖືກຄອບງວໍາໂດຍພິດນີ້ຢ່າງສະໝໍ່າສະເໝີເປັນເວລາຫຼາຍພັນປີ” (ຄັດຈາກບົດ “ວິທີຍ່າງໃນເສັ້ນທາງຂອງເປໂຕ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າຊ່ວຍໃຫ້ຂ້ານ້ອຍຮູ້ວ່າ ເປັນຫຍັງຂ້ານ້ອຍຈຶ່ງບໍ່ສາມາດຢຸດຕົວເອງບໍ່ໃຫ້ເວົ້າຕົວະ ແລະ ຫຼອກລວງ. ມັນເປັນຍ້ອນຂ້ານ້ອຍຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງ. ຊາຕານໃຊ້ສັງຄົມ ແລະ ການສຶກສາພາກສາມັນຂອງພວກເຮົາເພື່ອຈຸ່ມພວກເຮົາລົງໃນກົດເກນຂອງຊາຕານ ເຊັ່ນ: “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”, “ເງິນບໍ່ແມ່ນທຸກສິ່ງ, ແຕ່ຖ້າບໍ່ມີມັນ ເຈົ້າກໍບໍ່ສາມາດເຮັດຫຍັງໄດ້”, “ເງິນເຮັດໃຫ້ໂລກໝຸນ” ແລະ “ເງິນມາກ່ອນ”. ຍັງມີ “ບໍ່ມີສິ່ງ ເອີ້ນວ່າເປັນນັກທຸລະກິດທີ່ຊື່ສັດ”. ພວກມັນໄດ້ເຂົ້າຢູ່ພາຍໃນຂ້ານ້ອຍ ແລະ ກາຍມາເປັນທຳມະຊາດຂອງຂ້ານ້ອຍ. ສະນັ້ນ ຂ້ານ້ອຍຈຶ່ງຈົບລົງໂດຍການນະມັດສະການເງິນ ແລະ ຂ້ານ້ອຍປະຖິ້ມມາດຕະຖານການປະພຶດທີ່ພື້ນຖານທີ່ສຸດຂອງຂ້ານ້ອຍເທື່ອລະຂັ້ນຕອນ ເພື່ອຜົນກໍາໄລ. ຂ້ານ້ອຍຊົ່ວຮ້າຍ, ໂລບມາກ ແລະ ສົນໃຈແຕ່ຕົນເອງຫຼາຍຂຶ້ນເລື້ອຍໆ. ຂ້ານ້ອຍເຫັນແກ່ຕົວ ແລະ ຫຼອກລວງຫຼາຍ. ໃນການເຮັດທຸລະກິດ, ຂ້ານ້ອຍໄດ້ປ່ຽນສິນຄ້າທີ່ມີຄຸນນະພາບຕໍ່າກວ່າມາແທນສິນຄ້າທີ່ມີຄຸນນະພາບດີ ແລະ ໄດ້ສ້າງຄວາມເສຍຫາຍໂດຍບໍ່ຮັບຮູ້ມັນ. ຂ້ານ້ອຍວາງເງິນ ແລະ ຜົນປະໂຫຍດສ່ວນຕົວຂອງຂ້ານ້ອຍຢູ່ເໜືອທຸກສິ່ງ, ແມ່ນແຕ່ຂາຍຄວາມສຳນຶກ ແລະ ຄວາມກົງໄປກົງມາຂອງຂ້ານ້ອຍເອງ. ຂ້ານ້ອຍສູນເສຍຄວາມເປັນມະນຸດທຳມະດາຢ່າງສິ້ນເຊີງ. ຂ້ານ້ອຍຫາເງິນໄດ້ຫຼາຍໃນລັກສະນະນັ້ນ, ແຕ່ຂ້ານ້ອຍບໍ່ຮູ້ສຶກມີຄວາມສຸກເລີຍ. ກົງກັນຂ້າມ, ຂ້ານ້ອຍຮູ້ສຶກອິດເມື່ອຍ ແລະ ວິຕົກກັງວົນຢູ່ສະເໝີ. ມັນເປັນວິທີທີ່ເຈັບປວດໃນການດໍາລົງຊີວິດ. ຫຼັງຈາກນັ້ນ, ຂ້ານ້ອຍຮູ້ວ່າມັນລ້ວນແລ້ວແຕ່ເປັນຍ້ອນວ່າຊາຕານໄດ້ເຮັດໃຫ້ຂ້ານ້ອຍເສື່ອມຊາມ ຍ້ອນວ່າຂ້ານ້ອຍດຳລົງຊີວິດຕາມກົດເກນຂອງຊາຕານເພື່ອຄວາມຢູ່ລອດ. ຂ້ານ້ອຍຍັງຮູ້ວ່າເປັນຫຍັງໂລກຈຶ່ງມືດມົວ ແລະ ຊົ່ວຮ້າຍຫຼາຍໃນທຸກມື້ນີ້. ມັນເປັນເພາະວ່າທຸກຄົນດໍາລົງຊີວິດດ້ວຍພິດຂອງຊາຕານ ເຊັ່ນ: “ມະນຸດຈະເຮັດຫຍັງກໍຕາມເພື່ອໃຫ້ລໍ້າລວຍ” ແລະ “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”. ດັ່ງນັ້ນ, ພວກເຂົາຈຶ່ງບູຊາເງິນ, ຊື່ສຽງ ແລະ ສະຖານະ, ປາຖະໜາຄວາມສຸກທີ່ຊົ່ວຮ້າຍ, ກາຍມາເປັນຄົນທີ່ເຫັນແກ່ຕົວ, ໂລບມາກ ແລະ ຊົ່ວຮ້າຍຍິ່ງຂຶ້ນ. ຜູ້ຄົນຕໍ່ສູ້ກັນເອງເພື່ອເງິນ ແລະ ຜົນປະໂຫຍດ, ທຳຮ້າຍ ແລະ ສໍ້ໂກງກັນ, ບໍ່ຢຸດເລີຍ. ແມ່ນແຕ່ຄອບຄົວ ແລະ ໝູ່ເພື່ອນກໍບໍ່ຍົກເວັ້ນ. ບໍ່ມີຜູ້ໃດສົນໃຈກ່ຽວກັບຄວາມສຳນຶກ ຫຼື ຄວາມຊື່ສັດອີກຕໍ່ໄປແລ້ວ ແລະ ພວກເຂົາເກືອບເບິ່ງບໍ່ຄືກັບມະນຸດ. ສັງຄົມຂອງພວກເຮົາ ເຊິ່ງຢູ່ພາຍໃນກຳມືຂອງຊາຕານຢ່າງແໜ້ນໜາ ເປັນຄ້າຍຄືກັບພາຊະນະຍ້ອມສີ, ເຄື່ອງບົດຊີ້ນ. ຖ້າບໍ່ມີຄວາມເຊື່ອໃນພຣະເຈົ້າ, ຈະບໍ່ມີທາງທີ່ຈະຮູ້ຄວາມຈິງກ່ຽວກັບວິທີການທີ່ຊາຕານເຮັດໃຫ້ມະນຸດຊາດເສື່ອມຊາມ ຫຼື ໜີພົ້ນຈາກອິດທິພົນທີ່ມືດມົວຂອງມັນໄດ້. ພວກເຮົາກາຍເປັນຄົນທີ່ເສື່ອມຊາມ ແລະ ຊົ່ວຊ້າຫຼາຍຂຶ້ນ ແລະ ໃນທີ່ສຸດກໍຖືກຊາຕານກືນກິນ. ນັ້ນຄືຜົນທີ່ຕາມມາຂອງການທີ່ຊາຕານເຮັດໃຫ້ພວກເຮົາເສື່ອມຊາມ ແລະ ທຳຮ້າຍພວກເຮົາ. ເມື່ອຮູ້ເຖິງເລື່ອງນີ້, ຂ້ານ້ອຍກໍຂອບໃຈແທ້ໆສໍາລັບການປົກປ້ອງ ແລະ ຄວາມລອດຂອງພຣະເຈົ້າ. ຖ້າບໍ່ມີການຊີ້ນໍາ, ການບຳລຸງລ້ຽງ ແລະ ການພິພາກສາຈາກພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຂ້ານ້ອຍຈະບໍ່ຮູ້ຄວາມໝາຍຂອງການເປັນຄົນຊື່ສັດ. ຂ້ານ້ອຍຈະບໍ່ຮູ້ເຖິງແກ່ນແທ້ ແລະ ຜົນສະທ້ອນຂອງການເວົ້າຕົວະຢູ່ສະເໝີເຊັ່ນກັນ. ຂ້ານ້ອຍຈະສືບຕໍ່ດໍາລົງຊີວິດພາຍໃຕ້ກຳມືຂອງຊາຕານ, ຫຼອກລວງຢູ່ສະເໝີ, ເກືອບຈະບໍ່ມີຊີວິດຄືກັບມະນຸດ. ບໍ່ວ່າຂ້ານ້ອຍຈະໄດ້ເງິນສໍ່າໃດ, ຂ້ານ້ອຍຍັງຈົບລົງໂດຍການຖືກລົງໂທດຢູ່ໃນນະຮົກ. ຫຼັງຈາກນັ້ນເປັນຕົ້ນມາ, ຂ້ານ້ອຍກໍປະຕິບັດເປັນຄົນເວົ້າຄວາມຈິງ ແລະ ຊື່ສັດໃນທຸລະກິດຂອງຂ້ານ້ອຍ. ບາງຄັ້ງ, ຂ້ານ້ອຍຖືກລໍ້ລວງດ້ວຍເງິນແທ້ໆ ແລະ ຍັງຄິດກ່ຽວກັບການຫຼອກລວງ ແລະ ສໍ້ໂກງຄົນ, ແຕ່ຂ້ານ້ອຍຮູ້ວ່າພຣະເຈົ້າກຽດຊັງສິ່ງນັ້ນ ແລະ ຄົນອື່ນກໍບໍ່ມັກມັນຄືກັນ. ຂ້ານ້ອຍອະທິຖານຫາພຣະເຈົ້າເພື່ອປະຖິ້ມແຮງຈູງໃຈທີ່ຜິດຂອງຂ້ານ້ອຍ ແລະ ປະຕິບັດການເປັນຄົນຊື່ສັດ. ດ້ວຍຄວາມປະຫຼາດໃຈຂອງຂ້ານ້ອຍ, ເມື່ອຂ້ານ້ອຍເຮັດສິ່ງນັ້ນ, ຂ້ານ້ອຍບໍ່ໄດ້ມີລາຍໄດ້ໜ້ອຍລົງເລີຍ. ທຸລະກິດຂອງຂ້ານ້ອຍດີຂຶ້ນ ແລະ ຂ້ານ້ອຍມີລູກຄ້າຫຼາຍຂຶ້ນເລື້ອຍໆ. ຂ້ານ້ອຍໄດ້ຮັບຄວາມເຄົາລົບຈາກຜູ້ຄົນ ແລະ ລູກຄ້າບາງຄົນທີ່ກັບຄືນມາກໍໄວ້ໃຈຂ້ານ້ອຍ, ສະນັ້ນ ພວກເຂົາເຖິງກັບບໍ່ເຂົ້າມາເບິ່ງສິນຄ້າຕ່າງໆເອງ, ແຕ່ຈະສັ່ງຜ່ານທາງໂທລະສັບເທົ່ານັ້ນ. ຂ້ານ້ອຍຮູ້ສຶກສະບາຍໃຈຫຼາຍຂຶ້ນເລື້ອຍໆ, ຮູ້ສຶກວ່າມັນອິດສະຫຼະ ແລະ ປອດໄພຫຼາຍສໍ່າໃດທີ່ຈະເປັນຄົນຊື່ສັດ ແລະ ປະຕິບັດຕາມພຣະທຳຂອງພຣະເຈົ້າ.

ຄັ້ງໜຶ່ງ ລູກຄ້າຄົນໜຶ່ງໄດ້ມາຮ້ານ ແລະ ສັ່ງຕູ້ໂລຫະ 500 ໜ່ວຍ, ຂໍໃຫ້ວັດສະດຸມີຄວາມໜາທີ່ 0,7 ມມ. ຂ້ານ້ອຍບໍ່ໄດ້ລັງເລໃຈເລີຍ, ແຕ່ໄດ້ຈັດການສັ່ງຊື້ຢ່າງຖືກຕ້ອງຕາມທີ່ລາວໄດ້ຮ້ອງຂໍ. ດ້ວຍຄວາມປະຫຼາດໃຈ, ລາວນໍາເອົາເຄື່ອງວັດເສັ້ນຜ່າສູນກາງຂະໜາດນ້ອຍອອກມາ ເພື່ອກວດເບິ່ງຄວາມໜາ ເມື່ອທຸກສິ່ງຖືກຈັດສົ່ງໄປແລ້ວ, ແຕ່ຂ້ານ້ອຍກໍສະຫງົບແທ້ໆ, ປາສະຈາກຄວາມກັງວົນ ຫຼື ຄວາມຢ້ານກົວ. ຫຼັງຈາກທີ່ໄດ້ວັດແທກມັນແລ້ວ, ລາວກໍເວົ້າວ່າ “ເຈົ້າເປັນຄົນໄວ້ໃຈໄດ້ແທ້ໆ. ຫຼາຍຄົນພຽງແຕ່ຕ້ອງການຫາເງິນ ແລະ ບໍ່ສາມາດໄວ້ໃຈໄດ້. ຄົນແບບເຈົ້າແມ່ນມີບໍ່ຫຼາຍ. ຂ້ອຍຈະສັ່ງຊື້ເພີ່ມຈາກເຈົ້າໃນອະນາຄົດ”. ເມື່ອໄດ້ຍິນລາວເວົ້າແນວນີ້, ຂ້ານ້ອຍກໍຮູ້ສຶກຢ່າງເລິກເຊິ່ງຍິ່ງຂຶ້ນວ່າມັນຍິ່ງໃຫຍ່ສໍ່າໃດທີ່ຈະເປັນຄົນຊື່ສັດຕາມພຣະທຳຂອງພຣະເຈົ້າ. ມັນເປັນໄປດັ່ງທີ່ພຣະທຳຂອງພຣະເຈົ້າທີ່ວ່າ: “ທິດທາງໃນອະນາຄົດຈະເປັນດັ່ງນີ້: ຜູ້ຄົນທີ່ໄດ້ຮັບພຣະວັດຈະນະຈາກປາກຂອງພຣະເຈົ້າຈະມີເສັ້ນທາງໃຫ້ຍ່າງຢູ່ເທິງແຜ່ນດິນໂລກ ແລະ ບໍ່ວ່າຈະເປັນນັກທຸລະກິດ ຫຼື ນັກວິທະຍາສາດ ຫຼື ຜູ້ໃຫ້ການສຶກສາ ຫຼື ນັກອຸດສາຫະກຳຕ່າງໆ, ຜູ້ຄົນທີ່ບໍ່ມີພຣະທຳຂອງພຣະເຈົ້າຈະມີຄວາມຍາກລຳບາກແມ່ນແຕ່ບາດກ້າວດຽວ ແລະ ຈະຖືກບັງຄັບໃຫ້ຊອກຫາຫົນທາງທີ່ແທ້ຈິງ. ນີ້ຄືຄວາມໝາຍທີ່ວ່າ ‘ດ້ວຍຄວາມຈິງ ເຈົ້າຈະໄປໄດ້ທົ່ວໂລກ; ປາສະຈາກຄວາມຈິງ ເຈົ້າກໍຈະໄປໃສບໍ່ໄດ້’” (ຄັດຈາກບົດ “ອານາຈັກພັນປີມາຮອດແລ້ວ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ານ້ອຍຂອບພຣະຄຸນສຳລັບຄວາມລອດພົ້ນຂອງພຣະເຈົ້າ!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ຄົນທີ່ເຮັດໃຫ້ຜູ້ຄົນພໍໃຈສາມາດໄດ້ຮັບການສັນລະເສີນຂອງພຣະເຈົ້າໄດ້ບໍ?

ໂດຍ ຫຼິວຢີ່, ຈີນກ່ອນທີ່ຂ້ອຍຈະເປັນຜູ້ເຊື່ອ, ຂ້ອຍລະມັດລະວັງຢູ່ສະເໝີທີ່ຈະບໍ່ເຮັດໃຫ້ຄົນອື່ນບໍ່ພໍໃຈ ແລະ ຂ້ອຍສາມາດເຂົ້າກັນໄດ້ກັບທຸກຄົນ....

ການຕໍ່ສູ້ຝ່າຍວິນຍານ

ໂດຍ ຢາງຈີ້, ສະຫະລັດອາເມຣິກາພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ຈາກເວລາທີ່ພວກເຂົາເຊື່ອໃນພຣະເຈົ້າຈົນເຖິງປັດຈຸບັນ,...

ການປິ່ນປົວຄວາມອິດສາ

ໂດຍ ຊຸນຈິ໋ວ, ຈີນພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ເນື້ອໜັງຂອງມະນຸດແມ່ນມາຈາກຊາຕານ, ມັນເຕັມໄປດ້ວຍນິໄສກະບົດ,...

Leave a Reply