ການດຳລົງຊີວິດທີ່ຄ້າຍຄືກັບມະນຸດໃນທີ່ສຸດ

19 ເດືອນກຸມພາ 2022

ໂດຍ ໂຈ່ວຮົງ, ຈີນ

ເມື່ອຂ້ອຍກາຍເປັນຜູ້ນຳຄຣິດຕະຈັກໃນປີ 2018, ຂ້ອຍພົບວ່າມີເອື້ອຍຄົນໜຶ່ງຊື່ ຢາງ ຜູ້ທີ່ມີຄວາມສາມາດດີ ແລະ ສະແຫວງຫາຄວາມຈິງ. ຂ້ອຍຄິດກັບໂຕເອງວ່າ “ຖ້າຂ້ອຍສາມາດຝຶກລາວດີໆ, ມັນຈະເຮັດໃຫ້ຊີວິດຂອງຂ້ອຍງ່າຍຂຶ້ນ, ວຽກຂອງພວກເຮົາຈະປັບປຸງຂຶ້ນ ແລະ ຜູ້ນຳຂອງຂ້ອຍຈະສັນລະເສີນຂ້ອຍເຊັ່ນກັນ”. ດັ່ງນັ້ນ ຂ້ອຍຈຶ່ງທຸ້ມເທໃນການຝຶກລາວ. ຂ້ອຍໄດ້ສົນທະນາກັບລາວເມື່ອໃດກໍ່ຕາມທີ່ລາວປະສົບກັບບັນຫາໃດໆ ແລະ ຂ້ອຍມອບໝາຍໃຫ້ລາວເປັນຫົວໜ້າທີມ. ລາວສ້າງຄວາມກ້າວໜ້າໄດ້ໄວ ແລະ ເອົາໃຈໃສ່ໃນໜ້າທີ່ຂອງຕົນ. ບໍ່ດົນປານໃດ, ວຽກຂອງທີມຂອງລາວກໍ່ບັນລຸຜົນ. ຂ້ອຍຄິດວ່າ “ຖ້າຂ້ອຍມີຄົນແບບເອື້ອຍຢ່າງຈັກສອງສາມຄົນ, ແລ້ວວຽກງານທັງໝົດຂອງຄຣິດຕະຈັກຂອງພວກເຮົາກໍ່ຈະປັບປຸງຂຶ້ນຢ່າງຫຼວງຫຼາຍ. ຂ້ອຍກໍ່ຈະສາມາດຜ່ອນຄາຍໄດ້ເລັກນ້ອຍ ແລະ ພວກເຮົາຈະເຫັນຜົນຮັບທີ່ດີກວ່າ ແລະ ທຸກຄົນກໍ່ຈະເວົ້າວ່າ ຂ້ອຍເຮັດວຽກໄດ້ດີ”. ມື້ໜຶ່ງ, ພວກເຮົາຕ້ອງການໃຜບາງຄົນໂດຍດ່ວນເພື່ອຮວບຮວມເອກະສານກ່ຽວກັບການກວາດລ້າງ ແລະ ຂັບໄລ່ຜູ້ຕໍ່ຕ້ານພຣະຄຣິສ ແລະ ຜູ້ກະທຳຄວາມຊົ່ວ. ຄູ່ຮ່ວມງານຂອງຂ້ອຍ ແລະ ຂ້ອຍຕົກລົງເຫັນດີວ່າເອື້ອຍຢາງຄວນຮັບຜິດຊອບວຽກນີ້. ທີ່ເຮັດໃຫ້ຂ້ອຍຕົກໃຈຄື ບໍ່ດົນລາວກໍ່ເຂົ້າໃຈຫຼັກການ ແລະ ຜະລິດເອກະສານທີ່ມີທັງຈຸດປະສົງ ແລະ ຖືກຕ້ອງ. ໃນຊ່ວງເວລານີ້, ຜູ້ນຳຂອງຂ້ອຍມັກຖາມວ່າພວກເຮົາມີໃຜບໍທີ່ເກັ່ງດ້ານການຮ່ວມເອກະສານຕ່າງໆເຂົ້າກັນ ແລະ ຂ້ອຍຮູ້ວ່າເອື້ອຍຢາງເໝາະສົມກັບວຽກນີ້. ແຕ່ເມື່ອຂ້ອຍຄິດເລື່ອງການທີ່ລາວຖືກຍ້າຍໄປ ແລະ ຜົນກະທົບກໍ່ຈະເກີດຂຶ້ນກັບວຽກງານຂອງພວກເຮົາຢ່າງແນ່ນອນ, ຂ້ອຍບໍ່ຕ້ອງການປ່ອຍລາວໄປ ແລະ ບໍ່ໄດ້ແນະນຳລາວໃຫ້ກັບຫົວໜ້າ.

ມື້ໜຶ່ງໃນທີ່ຊຸມນຸມ, ຜູ້ນຳເວົ້າວ່າພວກເຂົາເພື່ອຮວບຮວມເອກະສານກ່ຽວກັບການກວາດລ້າງ ແລະ ຂັບໄລ່ຜູ້ຕໍ່ຕ້ານພຣະຄຣິສ ແລະ ຜູ້ກະທຳຄວາມຊົ່ວ ແລະ ຖາມພວກເຮົາວ່າພວກເຮົາສາມາດສະໜອງໃຜໃຫ້ໄດ້ບໍ. ຂ້ອຍຄິດ “ເອື້ອຍຢາງຈະເປັນຄົນທີ່ເກັ່ງໃນເລື່ອງນີ້, ແຕ່ຂ້ອຍປ່ອຍລາວໄປບໍ່ໄດ້, ຂ້ອຍຈະຕ້ອງຝຶກຄົນອື່ນ. ຕ້ອງໃຊ້ຄວາມພະຍາຍາມຫຼາຍ. ຜູ້ນຳຂອງຂ້ອຍຈະຄິດກັບຂ້ອຍແນວໃດຖ້າວຽກງານຂອງພວກເຮົາເລີ່ມຫຼຸດລົງ? ເອື້ອຍແທັງເກັ່ງໃນການຮວບຮວມເອກະສານເຊັ່ນກັນ, ແຕ່ລາວຂີ້ຄ້ານເລັກນ້ອຍໃນການເຮັດໜ້າທີ່ຂອງຕົນ ແລະ ລາວມີແນວໂນ້ມທີ່ຈະຕ້ອງການຄວາມຊ່ວຍເຫຼືອຫຼາຍ. ຂ້ອຍຈະແນະນຳລາວແທນ. ວິທີນີ້, ຂ້ອຍຈະຈັດຫາຄົນໃຫ້ວຽກນີ້ ແລະ ເອື້ອຍແທັງກໍ່ສາມາດຢູ່ໄດ້. ວຽກຂອງພວກເຮົາກໍ່ຈະບໍ່ໄດ້ຮັບຜົນກະທົບ”. ດັ່ງນັ້ນ ຂ້ອຍຈຶ່ງແນະນຳເອື້ອຍແທັງ ແລະ ເວົ້າເຖິງຈຸດແຂງຂອງລາວ ແລະ ຕັ້ງໃຈເຮັດໃຫ້ເອື້ອຍຢາງພັງເບິ່ງບໍ່ດີເທົ່າເອື້ອຍແທັງ. ສອງສາມມື້ຕໍ່ມາ, ເອື້ອຍແທັງກໍ່ຖືກເລືອກໃຫ້ເຮັດວຽກນີ້. ຕໍ່ມາ ຂ້ອຍໄດ້ຮຽນຮູ້ວ່າ ເອື້ອຍແທັງບໍ່ສາມາດຮັບມືກັບມັນໄດ້ດ້ວຍໂຕເອງ. ຂ້ອຍຄິດ “ເອື້ອຍຢາງຈະສາມາດຮັບມືກັບມັນໄດ້ຢ່າງບໍ່ມີບັນຫາ. ແຕ່ຂ້ອຍບໍ່ຢາກໃຫ້ລາວໄປ. ລາວເຮັດໜ້າທີ່ຂອງລາວໄດ້ດີຫຼາຍ, ຈະເກີດຫຍັງຂຶ້ນກັບວຽກຂອງພວກເຮົາຖ້າລາວຈາກໄປ?” ສະນັ້ນ ຂ້ອຍຈຶ່ງບໍ່ໄດ້ແນະນຳເອື້ອຍຢ່າງອີກຄັ້ງ. ຫຼັງຈາກນັ້ນສອງສາມວັນ, ຜູ້ນຳຂອງຂ້ອຍຂໍເອື້ອຍຢາງເປັນພິເສດ ແລະ ບອກໃຫ້ພວກເຮົາຫາຄົນມາແທນລາວໄວເທົ່າທີ່ຈະໄວໄດ້. ຂ້ອຍຕໍ່ຕ້ານຄວາມຄິດນີ້ແທ້ໆ. ຂ້ອຍຄິດ “ຖ້າເອື້ອຍຢາງອອກໄປ, ໃຜຈະເປັນຜູ້ຮວບຮວມເອກະສານຄຣິດຕະຈັກຂອງພວກເຮົາ? ເຖິງແມ່ນວ່າພວກເຮົາສາມາດຫາຜູ້ທີ່ເໝາະສົມ, ພວກເຂົາກໍ່ຈະເປັນພຽງເດັກໃໝ່ ແລະ ຈະບໍ່ຮູ້ຫຼັກການ. ພວກເຂົາຈະຕ້ອງການໆຝຶກອົບຮົມ. ບໍ່ພຽງແຕ່ວຽກຂອງພວກເຮົາຈະປະສົບກັບຄວາມຫຍຸ້ງຍາກເທົ່ານັ້ນ, ແຕ່ມັນຈະເປັນວຽກໜັກ ແລະ ຕ້ອງມີຄວາມພະຍາຍາມຫຼາຍໃນສ່ວນຂອງຂ້ອຍ”. ຂ້ອຍຮູ້ວ່າຂ້ອຍຜິດທີ່ຄິດແບບນີ້, ແຕ່ຂ້ອຍກໍ່ສືບຕໍ່ຫາຂໍ້ແກ້ໂຕໃຫ້ໂຕເອງ: “ຂ້ອຍຝຶກເອື້ອຍຢາງດ້ວຍໂຕເອງ. ຖ້າລາວຈາກໄປ, ພວກເຮົາຈະບໍ່ມີໃຜຢູ່ໃນທີມທີ່ສາມາດເຮັດວຽກຂອງລາວໄດ້. ມັນຈະສຳເລັດໄດ້ແນວໃດ? ບໍ່ໄດ້, ຂ້ອຍຕ້ອງປຶກສາເລື່ອງນີ້ກັບເພື່ອນຮ່ວມງານຂອງຂ້ອຍ ແລະ ຂຽນຫາຜູ້ນຳຂໍໃຫ້ລາວປ່ອຍໃຫ້ເອື້ອຍຢາງຢູ່ກັບພວກເຮົາຕື່ມອີກຈັກສອງສາມເດືອນ ຈົນກວ່າພວກເຮົາຈະຝຶກຄົນອື່ນໄດ້”. ເມື່ອຂ້ອຍແບ່ງປັນເລື່ອງນີ້ກັບຄູ່ຮ່ວມງານສອງຄົນຂອງຂ້ອຍ, ພວກເຂົາຕິຕຽນຂ້ອຍ, ໂດຍກ່າວວ່າ “ພວກເຮົາຝຶກຄົນເພື່ອໃຫ້ເຮັດພາລະກິດແຫ່ງຄົວເຮືອນຂອງພຣະເຈົ້າ. ເມື່ອເອື້ອຍຢາງໄປແລ້ວ, ພວກເຮົາກໍ່ສາມາດຝຶກຄົນອື່ນໄດ້. ບໍ່ແມ່ນເຈົ້າເຫັນແກ່ໂຕ, ພະຍາຍາມຢຸດເອື້ອຍຢາງບໍ່ໃຫ້ຈາກໄປບໍ?” ແຕ່ຂ້ອຍບໍ່ໄດ້ທົບທວນໂຕເອງ, ກົງກັນຂ້າມກັບຄິດວ່າ “ເຈົ້າຊ່າງໃຈດີແທ້. ເຈົ້າຄິດວ່າມັນງ່າຍບໍທີ່ຈະຝຶກຜູ້ຄົນ?” ຂ້ອຍຮູ້ສຶກຫງຸດຫງິດ ແລະ ຕໍ່ຕ້ານ ແລະ ຂ້ອຍບໍ່ພໍໃຈເພື່ອຮ່ວມງານຂອງຂ້ອຍທີ່ບໍ່ເຂົ້າຂ້າງຂ້ອຍ. ບໍ່ດົນຫຼັງຈາກນັ້ນ, ຂ້ອຍເລີ່ມຮູ້ສຶກຄືກັບວ່າກຳລັງຖືກເຜົາໃໝ້, ຄືກັບວ່າຂ້ອຍຢູ່ໃນໄຟ ແລະ ຂ້ອຍຮູ້ສຶກອ່ອນແອໄປທັງໂຕ. ຂ້ອຍຄິດວ່າ “ອາກາດດີ ແລະ ຂ້ອຍກໍ່ບໍ່ໄດ້ເປັນຫວັດ. ມັນແປກແທ້ໆ”. ຂ້ອຍຮັບຮູ້ວ່ານີ້ແມ່ນການທີ່ພຣະເຈົ້າກຳລັງຕິສອນ ແລະ ລົງວິໄນຂ້ອຍ. ຂ້ອຍຄິດເຖິງພຣະທຳຂອງພຣະເຈົ້າ: “ບັດນີ້ ເມື່ອເຮົາປະຕິບັດພາລະກິດໃນທ່າມກາງພວກເຈົ້າ, ພວກເຈົ້າກໍປະພຶດໃນລັກສະນະນີ້, ຖ້າມື້ໜຶ່ງມາເຖິງເມື່ອບໍ່ມີໃຜເຝົ້າເບິ່ງພວກເຈົ້າ, ພວກເຈົ້າຈະບໍ່ເປັນຄືກັບໂຈນທີ່ແຕ່ງຕັ້ງຕົນເອງເປັນກະສັດບໍ?” (ຄັດຈາກບົດ “ບັນຫາທີ່ຮ້າຍແຮງ: ການທໍລະຍົດ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ອຍຕົກຕະລຶງເມື່ອຮັບຮູ້ວ່າພຣະທຳຂອງພຣະເຈົ້າເປີດເຜີຍສະພາວະຂອງຂ້ອຍເອງແທ້ໆ. ຂ້ອຍປະຕິບັດຕໍ່ເອື້ອຍຢາງຄືກັບວ່າລາວເປັນຊັບສິນຂອງຕົນ. ຂ້ອຍຄິດວ່າ ເນື່ອງຈາກວ່າຂ້ອຍໄດ້ຝຶກລາວ, ລາວຄວນເປັນຂອງຂ້ອຍ ແລະ ລາວຄວນຢູ່ໃນຄຣິດຕະຈັກຂອງຂ້ອຍ ແລະ ເຮັດໃຫ້ຂ້ອຍໂດດເດັ່ນ. ຂ້ອຍຈະບໍ່ປ່ອຍໃຫ້ໃຜໄດ້ລາວໄປ. ໃນຄວາມເປັນຈິງແລ້ວ, ອ້າຍເອື້ອຍນ້ອງທຸກຄົນລ້ວນເຮັດໜ້າທີ່ຂອງຕົນເອງໃນເຮືອນຂອງພຣະເຈົ້າ ແລະ ການມອບໝາຍຂອງພວກເຂົາລ້ວນມາຈາກພຣະເຈົ້າ. ພວກເຂົາເຮັດໜ້າທີ່ຂອງຕົນເມື່ອໃດກໍ່ຕາມ ແລະ ບ່ອນໃດກໍ່ຕາມທີ່ເຮືອນຂອງພຣະເຈົ້າຕ້ອງການພວກເຂົາ ແລະ ຕາມທີ່ພຣະເຈົ້າຈັດຕຽມໃຫ້. ແຕ່ຂ້ອຍຍັງຫຼອກລວງ ແລະ ໂກງຄົນອື່ນເພື່ອເຫັນແກ່ກຽດສັກສີ ແລະ ສະຖານະຂອງຂ້ອຍເອງ, ເຮັດສິ່ງທີ່ຂ້ອຍສາມາດເຮັດໄດ້ເພື່ອເກັບຮັກສາເອື້ອຍຢາງໄວ້ກັບຕົວເອງ. ບໍ່ແມ່ນຂ້ອຍເປັນໜຶ່ງໃນ “ພວກເຈົ້າຈະບໍ່ເປັນຄືກັບໂຈນທີ່ແຕ່ງຕັ້ງຕົນເອງເປັນກະສັດບໍ?” ຂ້ອຍໄດ້ພະຍາຍາມຄວບຄຸມເອື້ອຍຢາງ ແລະ ຍາດເອົາລາວຈາກພຣະເຈົ້າ. ນີ້ແມ່ນສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິດເຮັດ ແລະ ມັນແມ່ນເສັ້ນທາງສູ່ຄວາມພິນາດ. ເມື່ອຮູ້ແບບນັ້ນແລ້ວ, ຂ້ອຍກໍ່ຮູ້ສຶກສຳນຶກຜິດແທ້ໆ. ຂ້ອຍຊ່າງອວດດີ ແລະ ເຫັນແກ່ໂຕ.

ແລ້ວຂ້ອຍກໍ່ອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າ: “ແມ່ນຫຍັງຄືມາດຕະຖານທີ່ການກະທຳຂອງບຸກຄົນໜຶ່ງຈະຖືກຕັດສິນວ່າດີ ຫຼື ຊົ່ວຮ້າຍ? ມັນຂຶ້ນກັບວ່າ ໃນຄວາມຄິດ, ການສະແດງອອກ ແລະ ການກະທຳຂອງເຈົ້າ, ເຈົ້າມີຄຳພະຍານໃນການນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ການດຳລົງຊີວິດຕາມຄວາມເປັນຈິງຂອງຄວາມຈິງ ຫຼື ບໍ່. ຖ້າເຈົ້າບໍ່ມີຄວາມເປັນຈິງນີ້ ຫຼື ບໍ່ດຳລົງຊີວິດແບບນີ້, ແລ້ວເຈົ້າຈະເປັນຜູ້ເຮັດການຊົ່ວຮ້າຍໂດຍບໍ່ຕ້ອງສົງໄສ” (ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). “ຖ້າຄົນໆໜຶ່ງເຊື່ອໃນພຣະເຈົ້າ ແຕ່ບໍ່ເອົາໃຈໃສ່ຕໍ່ພຣະທຳຂອງພຣະອົງ, ຍອມຮັບຄວາມຈິງ ຫຼື ຍອມຕໍ່ການຈັດແຈງ ແລະ ການປັ້ນແຕ່ງຂອງພຣະອົງ; ຖ້າພວກເຂົາພຽງແຕ່ສະແດງພຶດຕິກຳບາງຢ່າງທີ່ດີ, ແຕ່ບໍ່ສາມາດປະຖິ້ມເນື້ອໜັງ ແລະ ບໍ່ປະຖິ້ມຫຍັງເລີຍທີ່ເປັນຄວາມພາກພູມໃຈ ຫຼື ຜົນປະໂຫຍດຂອງພວກເຂົາ; ເຖິງແມ່ນພວກເຂົາປະຕິບັດໜ້າທີ່ຂອງພວກເຂົາຕໍ່ໜ້າທຸກຄົນ, ຖ້າພວກເຂົາຍັງດຳລົງຊິວິດຕາມອຸປະນິໄສແບບຊາຕານຂອງພວກເຂົາ ແລະ ບໍ່ໄດ້ປະຖິ້ມປັດຊະຍາ ແລະ ຮູບແບບການດຳລົງຊີວິດຂອງຊາຕານແມ່ນແຕ່ໜ້ອຍດຽວ ແລະ ບໍ່ມີການປ່ຽນແປງ, ແລ້ວພວກເຂົາຈະສາມາດເຊື່ອໃນພຣະເຈົ້າໄດ້ແນວໃດ? ນັ້ນຄືການເຊື່ອໃນສາສະໜາ. ຜູ້ຄົນດັ່ງກ່າວປະຖິ້ມສິ່ງຕ່າງໆ ແລະ ສະຫຼະຕົນເອງໃນຜິວເຜີນ, ແຕ່ເສັ້ນທາງທີ່ພວກເຂົາຍ່າງ ແລະ ຕົ້ນກຳເນີດ ແລະ ແຮງກະຕຸ້ນຂອງທຸກສິ່ງທີ່ພວກເຂົາເຮັດແມ່ນບໍ່ໄດ້ອີງໃສ່ພຣະທຳຂອງພຣະເຈົ້າ ຫຼື ຄວາມຈິງ; ກົງກັນຂ້າມ ພວກເຂົາສືບຕໍ່ປະຕິບັດຕາມຈິນຕະນາການ, ຄວາມປາຖະໜາ ແລະ ສົມມຸດຕິຖານສ່ວນຕົວຂອງພວກເຂົາເອງ ແລະ ປັດຊະຍາ ແລະ ອຸປະນິໄສຂອງຊາຕານກໍ່ສືບຕໍ່ເປັນພື້ນຖານໃຫ້ແກ່ການເປັນຢູ່ ແລະ ການກະທຳຂອງພວກເຂົາ. ໃນເລື່ອງທີ່ພວກເຂົາບໍ່ເຂົ້າໃຈຄວາມຈິງ, ພວກເຂົາກໍບໍ່ສະແຫວງຫາມັນ; ໃນເລື່ອງທີ່ພວກເຂົາບໍ່ເຂົ້າໃຈຄວາມຈິງ, ພວກເຂົາກໍບໍ່ປະຕິບັດມັນ, ບໍ່ຍົກຍ້ອງພຣະເຈົ້າໃຫ້ເປັນຜູ້ຍິ່ງໃຫຍ່ ຫຼື ເຊີດຊູຄວາມຈິງ. ເຖິງແມ່ນພວກເຂົາເປັນຜູ້ຕິດຕາມພຣະເຈົ້າໃນນາມ, ມັນກໍເປັນພຽງຄຳເວົ້າເທົ່ານັ້ນ; ທາດແທ້ຂອງການກະທຳຂອງພວກເຂົາບໍ່ໄດ້ເປັນຫຍັງເລີຍ ນອກຈາກການສະແດງອອກຂອງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ບໍ່ມີສັນຍານວ່າ ແຮງຈູງໃຈ ແລະ ເຈດຕະນາຂອງພວກເຂົາຄືການປະຕິບັດຄວາມຈິງ ແລະ ການປະຕິບັດຕາມພຣະທຳຂອງພຣະເຈົ້າ. ຄົນທີ່ຖືເອົາຜົນປະໂຫຍດຂອງພວກເຂົາເອງກ່ອນສິ່ງອື່ນທັງໝົດ, ຄົນທີ່ປະຕິບັດຕາມຄວາມປາຖະໜາ ແລະ ເຈດຕະນາຂອງພວກເຂົາເອງກ່ອນ, ຄົນເຫຼົ່ານີ້ເປັນຄົນທີ່ຕິດຕາມພຣະເຈົ້າບໍ? (ບໍ່.) ແລ້ວຜູ້ຄົນທີ່ບໍ່ຕິດຕາມພຣະເຈົ້າຈະສາມາດນໍາການປ່ຽນແປງມາສູ່ອຸປະນິໄສຂອງພວກເຂົາບໍ? (ບໍ່.) ແລ້ວຖ້າພວກເຂົາບໍ່ສາມາດປ່ຽນແປງອຸປະນິໄສຂອງພວກເຂົາ, ພວກເຂົາຈະບໍ່ແມ່ນຄົນທີ່ເປັນຕາສັງເວດບໍ?” (ຄັດຈາກບົດ “ການເຊື່ອໃນສາສະໜາຈະບໍ່ນໍາໄປສູ່ຄວາມລອດພົ້ນຈັກເທື່ອ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຂ້ອຍຄິດເຖິງພຣະທຳຂອງພຣະເຈົ້າ ແລະ ໄຕ່ຕອງພຶດຕິກຳຂອງໂຕເອງ. ຂ້ອຍເບິ່ງຄືກັບວ່າຂ້ອຍໄດ້ຖວາຍເຄື່ອງບູຊາໃຫ້ແກ່ພຣະເຈົ້າ, ແຕ່ແຮງຈູງໃຈຂອງຂ້ອຍໃນໜ້າທີ່ຂອງຕົນແມ່ນເພື່ອຕອບສະໜອງຜົນປະໂຫຍດຂອງຕົນເອງ. ເມື່ອຜູ້ນຳຂອງຂ້ອຍຂໍໃຫ້ບາງຄົນທີ່ສາມາດປະກອບເອກະສານເຂົ້າກັນ, ຂ້ອຍຮູ້ວ່າເອື້ອຍຢາງແມ່ນຜູ້ທີ່ດີທີ່ສຸດສຳລັບວຽກນີ້. ແຕ່ຂ້ອຍຂີ້ຕົວະ ແລະ ຫຼອກລວງເພື່ອປົກປ້ອງຜົນປະໂຫຍດຂອງຕົນເອງ ແລະ ແນະນຳເອື້ອຍແທັງແທນ. ແມ່ນແຕ່ເມື່ອຂ້ອຍເຫັນວ່າເອື້ອຍແທັງກຳລັງດິ້ນລົນກັບວຽກນັ້ນ ແລະ ຮູ້ວ່າລາວຈະເຮັດໃຫ້ວຽກຊັກຊ້າ, ຂ້ອຍກໍ່ຍັງບໍ່ແນະນຳເອື້ອຍຢາງ. ຂ້ອຍບໍ່ໄດ້ຄິດເຖິງເຮືອນຂອງພຣະເຈົ້າ ຫຼື ໃສ່ໃຈຄວາມປະສົງຂອງພຣະເຈົ້າເລີຍ. ຂ້ອຍພຽງໃຊ້ອ້າຍເອື້ອຍນ້ອງເປັນເຄື່ອງມືເພື່ອປົກປ້ອງກຽດຕິຍົດ ແລະ ສະຖານະຂອງຕົນເອງ. ຂ້ອຍເປັນຄົນຊົ່ວ, ເຫັນແກ່ໂຕ ແລະ ໃຈຮ້າຍຫຼາຍ. ຂ້ອຍໄດ້ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີ, ແຕ່ຄວາມຄິດ ແລະ ມຸມມອງທັງໝົດຂອງຂ້ອຍແມ່ນອີງຕາມອຸປະນິໄສຊາຕານຂອງຂ້ອຍ ແລະ ຕາມກົນລະຍຸດການເອົາໂຕລອດຂອງຊາຕານ. ຂ້ອຍບໍ່ໄດ້ເຮັດຕາມພຣະທຳຂອງພຣະເຈົ້າ ແລະ ປະຕິບັດຄວາມຈິງ. ຂ້ອຍເປັນຜູ້ທີ່ບໍ່ເຊື່ອ, ຄືກັບສິ່ງທີ່ພຣະທຳຂອງພຣະເຈົ້າບັນຍາຍ. ຂ້ອຍບໍ່ສາມາດເປັນຄົນເຫັນແກ່ໂຕອີກຕໍ່ໄປແລ້ວ. ຂ້ອຍຕ້ອງສະໜອງໃຜບາງຄົນທີ່ມີພອນສະຫວັນ ແລະ ແລ້ວກໍ່ຝຶກຫຼາຍຄົນຕື່ມສຳລັບຄຣິດຕະຈັກຂອງພວກເຮົາ. ພວກເຮົາຈັດຕຽມໃຫ້ໃຜບາງຄົນຮັບຜິດຊອບວຽກຂອງເອື້ອຍຢາງໃນຄຣິດຕະຈັກຂອງພວກເຮົາ ແລະ ລາວກໍ່ຖືກຍ້າຍໄປ. ຕໍ່ມາ, ຂ້ອຍຮຽນຮູ້ວ່າເອື້ອຍຢາງໄດ້ຮວບຮວມເອກະສານກ່ຽວກັບການກວາດລ້າງ ແລະ ຂັບໄລ່ຜູ້ຄົນໂດຍໄວ. ຂ້ອຍຮູ້ສຶກບໍ່ດີເມື່ອໄດ້ຍິນເລື່ອງນີ້. ຂ້ອຍໄດ້ແນະນຳລາວໄວກວ່ານີ້ ຫຼື ປະຖິ້ມຜົນປະໂຫຍດຂອງໂຕເອງ, ວຽກນີ້ກໍ່ຄົງຈະບໍ່ຊັກຊ້າດົນປານນີ້. ສິ່ງນີ້ເກີດຂຶ້ນຍ້ອນຄວາມເຫັນແກ່ໂຕຂອງຂ້ອຍ. ຂ້ອຍໄດ້ລ່ວງລະເມີດ ແລະ ເຮັດຄວາມຊົ່ວ. ຂ້ອຍຖືເອົາເລື່ອງນີ້ເປັນເຄື່ອງເຕືອນວ່າບໍ່ໃຫ້ຈັດບຸລິມະສິດຜົນປະໂຫຍດຂອງຕົນເອງເໜືອເຮືອນຂອງພຣະເຈົ້າອີກ.

ຂ້ອຍຄິດວ່າປະສົບການນີ້ໄດ້ປ່ຽນແປງຂ້ອຍເລັກນ້ອຍ, ແຕ່ບັນຫາອັນເກົ່ານີ້ກໍ່ພຽງລໍຖ້າສະພາບທີ່ເໝາະສົມກ່ອນທີ່ຈະໂຜ່ຫົວທີ່ເປັນຕາຂີ້ດຽດຂອງມັນອອກມາອີກຄັ້ງ. ຫຼັງຈາກນັ້ນບໍ່ດົນ, ຜູ້ນຳຂອງຂ້ອຍໄດ້ຖາມຂ້ອຍກ່ຽວກັບເອື້ອຍຫຼິວ. ເພິ່ນຕ້ອງການໃຫ້ລາວໄປຊ່ວຍຫົດນ້ຳຜູ້ທີ່ເຊື່ອໃໝ່ຢູ່ຄຣິດຕະຈັກໃກ້ໆນີ້. ຂ້ອຍຮູ້ສຶກບໍ່ເຕັມໃຈ, ແຕ່ຂ້ອຍຄິດວ່າຂ້ອຍບໍ່ຄວນເຫັນແກ່ໂຕ, ຂ້ອຍຕ້ອງຍຶດຖືວຽກງານຂອງຄຣິດຕະຈັກ ແລະ ຂ້ອຍສາມາດຝຶກສອນຄົນອື່ນໄດ້ສະເໝີ. ຂ້ອຍຕົກລົງທີ່ຈະໃຫ້ເອື້ອຍຫຼິວໄປ. ແຕ່ແລ້ວລາວກໍ່ເວົ້າວ່າ ເອື້ອຍລີຜູ້ທີ່ຮັບຜິດຊອບຮ່ວມເອກະສານເຂົ້າກັນຖືກເລື່ອນຕຳແໜ່ງ ແລະ ຂໍໃຫ້ຂ້ອຍຂຽນການປະເມີນ. ນີ້ມັນຫຼາຍເກີນໄປສຳລັບຂ້ອຍ. ຖ້າເອື້ອຍລີອອກໄປແລ້ວ, ໃຜຈະຮັບຜິດຊອບໃນການຮ່ວມເອກະສານເຂົ້າກັນ? ຂ້ອຍບໍ່ຕ້ອງການໃຫ້ເອື້ອຍລີໄປ, ດັ່ງນັ້ນ ຂ້ອຍຈຶ່ງຢຸດຂຽນການປະເມີນຜົນຂອງລາວ. ຂ້ອຍຕ້ອງການເລື່ອນເວລາຂອງລາວໄປອີກສອງສາມມື້ ເພື່ອວ່າຜູ້ນຳຂອງຂ້ອຍອາດຫາຄົນອື່ນໄດ້ໃນລະຫວ່າງນີ້ ແລະ ປ່ອຍໃຫ້ເອື້ອຍລີຢູ່ຕໍ່. ເພື່ອນຮ່ວມງານຂອງຂ້ອຍສັງເກດເຫັນວ່າຂ້ອຍບໍ່ໄດ້ກຳລັງຂຽນການປະເມີນ ແລະ ບີບຄັ້ນຂ້ອຍໃຫ້ຂຽນມັນ. ຂ້ອຍຈຶ່ງດຶງມືອອກຈາກລາວ ແລະ ເວົ້າວ່າຂ້ອຍຈະເຮັດມັນໃຫ້ຖືກຕ້ອງ, ແຕ່ຂ້ອຍຍັງບໍ່ທັນໄດ້ຂຽນມັນເທື່ອ. ປະມານ 10 ມື້ຕໍ່ມາ, ເພື່ອນຮ່ວມງານຂອງຂ້ອຍເວົ້່າວ່າ “ຜູ້ນຳຂອງພວກເຮົາໄດ້ຍ້າຍເອື້ອຍລີໄປແລ້ວຫຼັງຈາກທີ່ໄດ້ຮຽນຮູ້ກ່ຽວກັບລາວຈາກຄົນອື່ນໆ”. ຂ້ອຍໃຊ້ເວລາຄາວໜຶ່ງເພື່ອດຳເນີນການເລື່ອງນີ້. ມັນເກີດຂຶ້ນໄວເກີນໄປ! ທຸກຄົນທີ່ມີຄວາມສາມາດດີໄດ້ຖືກເອົາໄປໝົດແລ້ວ. ຕອນນີ້ ພວກເຮົາຈະບໍ່ສາມາດເຮັດຫຍັງສຳເລັດໄດ້ໃນຄຣິດຕະຈັກ. ຄວາມຄິດເຫຼົ່ານີ້ເຮັດໃຫ້ຈິດໃຈຂອງຂ້ອຍລະເບີດ. ຂ້ອຍຮູ້ສຶກຄືກັບວ່າມີນ້ຳໜັກທີ່ໜັກຕັ້ງຢູ່ໃນໃຈຂ້ອຍ. ຂ້ອຍກິນເຂົ້າບໍ່ແຊບເປັນເວລາສອງສາມມື້. ຂ້ອຍພຽງຄິດວ່າຂ້ອຍຕ້ອງຫາຄົນແນວໃດ ແລະ ມີຄວາມກົດດັນຕໍ່ຂ້ອຍຫຼາຍສ່ຳໃດ. ທັງໝົດແມ່ນຈະຕ້ອງໃຊ້ຄວາມພະຍາຍາມຫຼາຍ. ຍິ່ງຂ້ອຍຄິດເຖິງມັນຫຼາຍສ່ຳໃດ, ຂ້ອຍຍິ່ງມີຄວາມກັງວົນ ແລະ ຂ້ອຍຍິ່ງອິດເມື່ອຍຫຼາຍສ່ຳນັ້ນ.

ມື້ໜຶ່ງ ຂ້ອຍມື່ນຕົກຂັ້ນໃດເມື່ອຂ້ອຍກຳລັງຍ່າງລົງຂັ້ນໄດ. ຂ້ອຍໄດ້ຍິນສຽງດັງຢູ່ໃນຕີນຂອງຂ້ອຍ, ຄືກັບກະດູກແຕກ. ຂ້ອຍຄິດວ່າ “ຂ້ອຍຈົບແລ້ວ. ຂ້ອຍບໍ່ສາມາດເຮັດໜ້າທີ່ຂອງຕົນກັບກະດູກຕີນທີ່ແຕກໄດ້”. ຂ້ອຍຮູ້ວ່ານີ້ແມ່ນການທີ່ພຣະເຈົ້າລົງວິໄນຂ້ອຍ. ຂ້ອຍຄິດກ່ຽວກັບວິທີທີ່ຂ້ອຍໄດ້ເບິ່ງຜູ້ຄົນຖືກຍ້າຍໄປເທື່ອລະຄົນ ແລະ ວິທີທີ່ຂ້ອຍໄດ້ໂຕ້ຖຽງກັບພຣະເຈົ້າຢູ່ໃນໃຈຂອງຂ້ອຍ ແລະ ຕໍ່ຕ້ານມັນທັງໝົດ. ທັດສະນະຂອງຂ້ອຍຕໍ່ໜ້າທີ່ຂອງຕົນຕ້ອງໄດ້ເຮັດໃຫ້ພຣະເຈົ້າກຽດຊັງ, ດັ່ງນັ້ນພຣະເຈົ້າຈຶ່ງຍຶດເອົາໜ້າທີ່ຂອງຂ້ອຍໄປ. ຂ້ອຍຮູ້ສຶກຢ້ານຫຼາຍໃນຄວາມຄິດນັ້ນ. ຕີນຂອງຂ້ອຍກໍ່ເຈັບປວດຫຼາຍເຊັ່ນກັນ. ຂ້ອຍສືບຕໍ່ອະທິຖານຫາພຣະເຈົ້າ, ເຕັມໃຈທີ່ຈະກັບໃຈຢ່າງແທ້ຈິງ. ທີ່ເຮັດໃຫ້ຂ້ອຍຕົກໃຈຄື ຫຼັງຈາກທ່ຽງມື້ນັ້ນ ຕີນຂອງຂ້ອຍກໍ່ເຊົາເຈັບທັນທີ, ຄືກັບວ່າຂ້ອຍບໍ່ເຄີຍເຮັດໃຫ້ມັນບາດເຈັບເລີຍ. ໃນໃຈຂ້ອຍຮູ້ວ່າ ນີ້ເປັນການເຕືອນຈາກພຣະເຈົ້າ ເພື່ອວ່າຂ້ອຍຈະໄດ້ໄຕ່ຕອງ ແລະ ຮູ້ຈັກໂຕເອງ. ຂ້ອຍສົງໄສວ່າ “ເປັນຫຍັງຂ້ອຍຈຶ່ງເອົາຜົນປະໂຫຍດຂອງໂຕເອງມາກ່ອນສະເໝີ?”

ຕໍ່ມາ ຂ້ອຍໄດ້ເບິ່ງວີດີໂອກ່ຽວກັບການອ່ານພຣະທຳຂອງພຣະເຈົ້າ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ຈົນກວ່າຜູ້ຄົນໄດ້ປະສົບກັບພາລະກິດຂອງພຣະເຈົ້າ ແລະ ຮັບເອົາຄວາມຈິງ, ມັນຄືທຳມະຊາດຂອງຊາຕານທີ່ເຂົ້າຄວບຄຸມ ແລະ ມີອຳນາດເໜືອພວກເຂົາຈາກພາຍໃນ. ໂດຍສະເພາະແລ້ວ ທຳມະຊາດນັ້ນນໍາໄປສູ່ຫຍັງ? ຕົວຢ່າງເຊັ່ນ: ເປັນຫຍັງເຈົ້າຈຶ່ງເຫັນແກ່ຕົວ? ເປັນຫຍັງເຈົ້າຈຶ່ງປົກປ້ອງຕໍາແໜ່ງຂອງເຈົ້າເອງ? ເປັນຫຍັງເຈົ້າຈິ່ງມີຄວາມຮູ້ສຶກທີ່ແຮງກ້າເຊັ່ນນັ້ນ? ເປັນຫຍັງເຈົ້າຈຶ່ງເພີດເພີນກັບສິ່ງທີ່ບໍ່ຊອບທຳເຫຼົ່ານັ້ນ? ເປັນຫຍັງເຈົ້າຈຶ່ງມັກຄົນທີ່ຊົ່ວຮ້າຍເຫຼົ່ານັ້ນ? ແມ່ນຫຍັງຄືພື້ນຖານທີ່ເຈົ້າມັກສິ່ງດັ່ງກ່າວ? ສິ່ງເຫຼົ່ານີ້ມາຈາກໃສ? ເປັນຫຍັງເຈົ້າຈຶ່ງມີຄວາມສຸກທີ່ຈະຍອມຮັບເອົາພວກມັນ? ຮອດຕອນນີ້, ພວກເຈົ້າກໍໄດ້ມາເຂົ້າໃຈທັງໝົດວ່າ ເຫດຜົນຫຼັກໆທີ່ຢູ່ເບື້ອງຫຼັງສິ່ງເຫຼົ່ານີ້ກໍຄືມີພິດຂອງຊາຕານຢຸ່ພາຍໃນຕົວພວກເຈົ້າ. ແຕ່ສຳລັບພິດຂອງຊາຕານແມ່ນຫຍັງນັ້ນ, ມັນສາມາດຖືກສະແດງອອກດ້ວຍຄຳເວົ້າຢ່າງສົມບູນ. ຕົວຢ່າງເຊັ່ນ: ຖ້າເຈົ້າຖາມວ່າ ‘ຜູ້ຄົນຄວນດໍາລົງຊີວິດແບບໃດ? ຜູ້ຄົນຄວນດໍາລົງຊີວິເພື່ອຫຍັງ’ ຜູ້ຄົນຈະຕອບວ່າ ‘ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ’. ວະລີໜຶ່ງຢ່າງນີ້ສຳແດງເຖິງຮາກແທ້ຂອງບັນຫາ. ປັດຊະຍາຂອງຊາຕານໄດ້ກາຍມາເປັນຊີວິດຂອງຜູ້ຄົນ. ບໍ່ວ່າຜູ້ຄົນຈະສະແຫວງຫາຫຍັງກໍ່ຕາມ, ພວກເຂົາກໍ່ເຮັດມັນເພື່ອຕົນເອງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງດໍາລົງຊີວິດເພື່ອຕົນເອງເທົ່ານັ້ນ. ‘ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ’, ນີ້ແມ່ນຊີວິດ ແລະ ປັດຊະຍາຂອງມະນຸດ ແລະ ມັນຍັງເປັນຕົວແທນໃຫ້ແກ່ທຳມະຊາດຂອງມະນຸດ. ຄຳເວົ້າເຫຼົ່ານີ້ຂອງຊາຕານແມ່ນພິດຂອງຊາຕານແທ້ໆ ແລະ ເມື່ອຜູ້ຄົນໄດ້ຊຶມຊັບມັນ, ມັນກໍກາຍມາເປັນທຳມະຊາດຂອງພວກເຂົາ. ທຳມະຊາດຂອງຊາຕານແມ່ນຖືກເປີດໂປງຜ່ານຄຳເວົ້າເຫຼົ່ານີ້; ພວກມັນເປັນຕົວແທນໃຫ້ກັບທຳມະຊາດນັ້ນຢ່າງສົມບູນ. ພິດນີ້ໄດ້ກາຍມາເປັນຊີວິດຂອງຜູ້ຄົນ ພ້ອມທັງເປັນພື້ນຖານການເປັນຢູ່ຂອງພວກເຂົາ ແລະ ມະນຸດຊາດທີ່ເສື່ອມຊາມໄດ້ຖືກຄອບງວໍາໂດຍພິດນີ້ຢ່າງສະໝໍ່າສະເໝີເປັນເວລາຫຼາຍພັນປີ” (ຄັດຈາກບົດ “ວິທີຍ່າງໃນເສັ້ນທາງຂອງເປໂຕ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ).

ພຣະທຳຂອງພຣະເຈົ້າກ່າວວ່າ ຫຼັງຈາກທີ່ມະນຸດໄດ້ຖຸືກເຮັດໃຫ້ເສື່ອມຊາມໂດຍຊາຕານແລ້ວ, ພິດທຸກຊະນິດຂອງຊາຕານໄດ້ຖືກປູກໃນໃຈຂອງພວກເຮົາ ແລະ ພວກມັນກາຍເປັນທຳມະຊາດຂອງພວກເຮົາ. ຕົວຢ່າງ “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”. ທຸກຄົນດຳລົງຊີວິດຕາມພິດຊາຕານນີ້, ທຸກສິ່ງທີ່ພວກເຮົາເຮັດແມ່ນເພື່ອຜົນປະໂຫຍດຂອງພວກເຮົາເອງ ແລະ ພວກເຮົາຄິດວ່າສິ່ງນີ້ືຖືກຕ້ອງ ແລະ ເໝາະສົມ, ດັ່ງນັ້ນ ພວກເຮົາຈຶ່ງເຫັນແກ່ໂຕ ແລະ ຫຼອກລວງຫຼາຍຂຶ້ນເລື້ອຍໆ. ຂ້ອຍໄດ້ທົບທວນໂຕເອງ. ເມື່ອຜູ້ນຳຍ້າຍຄົນອອກຈາກຄຣິດຕະຈັກຂອງຂ້ອຍ, ຂ້ອຍກໍ່ຕໍ່ຕ້ານ ແລະ ພະຍາຍາມຂັດຂວາງມັນ ຈົນເຖິງກັບຫຼອກລວງ. ຂ້ອຍປະຕິບັດຕໍ່ຜູ້ຄົນຄືກັບວ່າພວກເຂົາເປັນຂອງຂ້ອຍ ແລະ ປະຕິເສດທີ່ຈະໃຫ້ເຮືອນຂອງພຣະເຈົ້າໄດ້ພວກເຂົາໄປ. ຂ້ອຍຊ່າງເຫັນແກ່ໂຕ ແລະ ໜ້າລັງກຽດແທ້, ບໍ່ມີເຫດຜົນຢ່າງສິ້ນເຊີງ. ຂ້ອຍໄດ້ຂັດຂວາງພາລະກິດແຫ່ງຄົວເຮືອນຂອງພຣະເຈົ້າ! ເມື່ອອົງພຣະເຢຊູເຈົ້າມາປະຕິບັດພາລະກິດ, ພວກຟາຣີຊາຍພະຍາຍາມປົກປ້ອງສະຖານະ ແລະ ຊີວິດການເປັນຢູ່ຂອງຕົນ ໂດຍການຢຸດຜູ້ຄົນຈາກການຕິດຕາມພຣະອົງ. ພວກເຂົາປະຕິບັດຕໍ່ຜູ້ທີ່ເຊື່ອຄືກັບວ່າເປັນຂອງພວກເຂົາ ແລະ ຍາດຊິງພວກເຂົາກັບພຣະຜູ້ເປັນເຈົ້າ. ໃນທີ່ສຸດພວກເຂົາກໍ່ເຮັດຜິດອຸປະນິໄສຂອງພຣະເຈົ້າ ແລະ ພຣະອົງກໍ່ລົງໂທດພວກເຂົາ. ຂ້ອຍໄດ້ປະພຶດໂຕແຕກຕ່າງຈາກພວກຟາຣີຊາຍແນວໃດ? ອ້າຍເອື້ອຍນ້ອງແມ່ນແກະຂອງພຣະເຈົ້າ ແລະ ເຮືອນຂອງພຣະເຈົ້າມີສິດທີ່ຈະສັບຊ້ອນພວກເຂົາຕາມທີ່ມັນຕ້ອງການ. ຂ້ອຍບໍ່ມີສິດແຊກແຊງ. ໃນນາມເປັນຜູ້ນຳຄຣິດຕະຈັກ, ຂ້ອຍຄວນເຮັດໜ້າທີ່ຂອງຕົນຕາມທີ່ເຮືອນຂອງພຣະເຈົ້າຮຽກຮ້ອງ ແລະ ກົງກັບຫຼັກການ, ສົນທະນາເຖິງຄວາມຈິງເພື່ອແກ້ໄຂບັນຫາ ແລະ ຝຶກຝົນຜູ້ຄົນ. ນີ້ແມ່ນໜ້າທີ່ຂອງຂ້ອຍ, ຄວາມຮັບຜິດຊອບຂອງຂ້ອຍ. ແຕ່ຂ້ອຍບໍ່ໄດ້ຄຳນຶກງເຖິງຄວາມປະສົງຂອງພຣະເຈົ້າ ຫຼື ສັບຊ້ອນຜູ້ຄົນໃຫ້ກົງກັບຫຼັກການ. ຂ້ອຍບໍ່ໄດ້ເຕັມໃຈທີ່ຈະພະຍາຍາມຝຶກສອນຄົນອື່ນຕື່ມອີກ. ຂ້ອຍບໍ່ໄດ້ຂໍອາສາບັນດາຜູ້ທີ່ຂ້ອຍຮູ້ຈັກມີພອນສະຫວັນ, ແຕ່ໄດ້ພະຍາຍາມເກັບພວກເຂົາໄວ້ພາຍໃຕ້ການຄວບຄຸມຂອງຂ້ອຍ, ໃຫ້ພວກເຂົາເຮັດວຽກ ແລະ ຮັບໃຊ້ເພື່ອກຽດສັກສີຂອງຂ້ອຍເອງ. ບໍ່ແມ່ນຂ້ອຍກຳລັງເຮັດສິ່ງຂອງໆໂຕເອງເຊິ່ງຕໍ່ຕ້ານເຮືອນຂອງພຣະເຈົ້າບໍ? ຂ້ອຍກຳລັງທ້າທາຍພຣະເຈົ້າ ແລະ ຍ່າງບົນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດ. ຂ້ອຍຢ້ານໃນຄວາມຄິດນີ້ ແລະ ຂ້ອຍຂອງໃຈພຣະເຈົ້າທີ່ໄດ້ລົງວິໄນຂ້ອຍ ແລະ ຢຸດຂ້ອຍຈາກການເຮັດຄວາມຊົ່ວຫຼາຍຂຶ້ນ.

ຕໍ່ມາ ຂ້ອຍໄດ້ອີກເບິ່ງວີດີໂອໜຶ່ງກ່ຽວກັບການອ່ານພຣະທຳຂອງພຣະເຈົ້າ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ຄວາມຮູ້ສຶກຂອງມະນຸດຊາດແມ່ນຄວາມເຫັນແກ່ຕົວ ແລະ ເປັນຂອງໂລກແຫ່ງຄວາມມືດມົວ. ສິ່ງເຫຼົ່ານັ້ນບໍ່ໄດ້ມີຢູ່ເພື່ອຜົນປະໂຫຍດແຫ່ງຄວາມປະສົງ ແຮງໄກທີ່ຈະແມ່ນເພື່ອແຜນການຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ມະນຸດ ແລະ ພຣະເຈົ້າບໍ່ສາມາດກ່າວເຖິງໃນລົມຫາຍໃຈດຽວກັນໄດ້. ພຣະເຈົ້າສູງສົ່ງຕະຫຼອດໄປ ແລະ ສົມຄວນໄດ້ຮັບກຽດຕະຫຼອດໄປ, ໃນຂະນະທີ່ມະນຸດຕໍ່າຊ້າຕະຫຼອດໄປ, ໄຮ້ຄ່າຕະຫຼອດໄປ. ນີ້ກໍຍ້ອນວ່າ ພຣະເຈົ້າເສຍສະຫຼະຕະຫຼອດໄປ ແລະ ອຸທິດຕົວພຣະອົງເອງໃຫ້ກັບມະນຸດ; ເຖິງຢ່າງໃດກໍຕາມ ມະນຸດມີແຕ່ຮັບເອົາ ແລະ ພຽງແຕ່ອົດສູ້ເພື່ອຕົວເຂົາເອງເທົ່ານັ້ນ. ພຣະເຈົ້າຮັບເອົາຄວາມເຈັບປວດຕະຫຼອດໄປເພື່ອຄວາມຢູ່ລອດຂອງມະນຸດຊາດ ແຕ່ມະນຸດບໍ່ເຄີຍປະກອບສ່ວນຊ່ວຍຫຍັງເລີຍເພື່ອຜົນປະໂຫຍດແຫ່ງແສງສະຫວ່າງ ຫຼື ຄວາມຊອບທຳ. ເຖິງແມ່ນມະນຸດຈະພະຍາຍາມໃນຊ່ວງເວລາໃດໜຶ່ງ ແຕ່ອ່ອນແອຫຼາຍຈຶ່ງບໍ່ສາມາດຕ້ານທານຕໍ່ການໂຈມຕີແມ່ນແຕ່ຄັ້ງດຽວ ຍ້ອນຄວາມພະຍາຍາມຂອງມະນຸດແມ່ນເພື່ອຜົນປະໂຫຍດຂອງຕົວເຂົາເອງຢູ່ສະເໝີ ແລະ ບໍ່ແມ່ນເພື່ອຄົນອື່ນ. ມະນຸດເຫັນແກ່ໂຕຢູ່ສະເໝີ ໃນຂະນະທີ່ພຣະເຈົ້າເຫັນແກ່ຄົນອື່ນຕະຫຼອດໄປ. ພຣະເຈົ້າເປັນແຫຼ່ງກຳເນີດຂອງທຸກສິ່ງທີ່ຍຸຕິທຳ, ດີ ແລະ ສວຍງາມ, ໃນຂະນະທີ່ມະນຸດເປັນຄົນທີ່ສືບສານຕໍ່ ແລະ ເຮັດຄວາມຂີ້ຮ້າຍ ແລະ ສິ່ງຊົ່ວຮ້າຍທັງໝົດປາກົດແຈ້ງ. ພຣະເຈົ້າບໍ່ມີທາງປ່ຽນແປງທາດແທ້ແຫ່ງຄວາມຊອບທຳ ແລະ ຄວາມສວຍງາມຂອງພຣະອົງ, ແຕ່ມະນຸດກໍຍັງສາມາດທໍລະຍົດຄວາມຊອບທຳຢ່າງບໍ່ຕ້ອງສົງໄສ ໃນທຸກເວລາ ແລະ ໃນທຸກສະຖານະການ ແລະ ຫຼົງທາງຫ່າງເຫີນຈາກພຣະເຈົ້າ” (ຄັດຈາກບົດ “ມັນເປັນເລື່ອງສຳຄັນຫຼາຍທີ່ຈະເຂົ້າໃຈອຸປະນິໄສຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳຂອງພຣະເຈົ້າສະແດງໃຫ້ຂ້ອຍເຫັນວ່າ ພຣະເຈົ້າບໍ່ເຫັນແກ່ໂຕ. ທຸກສິ່ງທີ່ພຣະອົງເຮັດສຳເລັດແມ່ນເພື່ອຊ່ວຍພວກເຮົາໃຫ້ລອດພົ້ນ; ມັນເປັນປະໂຫຍດແກ່ພວກເຮົາທັງໝົດ. ເຮືອນຂອງພຣະເຈົ້າສົ່ງເສີມ ແລະ ຝຶກຝົນຜູ້ຄົນເພື່ອວ່າຜູ້ສະແຫວງຫາຄວາມຈິງທີ່ມີຄວາມສາມາດທີ່ດີຈະສາມາດປະຕິບັດໄດ້ຫຼາຍຂຶ້ນ ແລະ ໃນທີ່ສຸດກໍ່ຮັບການມອບໝາຍຂອງພຣະຜູ້ເປັນເຈົ້າ. ສິ່ງນີ້ເປັນປະໂຫຍດໃຫ້ແກ່ອ້າຍເອື້ອຍນ້ອງ ແລະ ພາລະກິດແຫ່ງຄົວເຮືອນຂອງພຣະເຈົ້າ. ສ່ວນຂ້ອຍ, ຂ້ອຍໄດ້ຮັບການລ້ຽງດູ ແລະ ການຄ້ຳຈູນຈາກພຣະທຳຂອງພຣະເຈົ້າຢ່າງອິດສະຫຼະ ແລະ ໄດ້ຮັບການຝຶກຝົນຈາກເຮືອນຂອງພຣະເຈົ້າ, ແຕ່ຂ້ອຍບໍ່ໄດ້ຄິດກ່ຽວກັບການເຮັດໜ້າທີ່ຂອງໂຕເອງເພື່ອຕອບແທນຄວາມຮັກຂອງພຣະເຈົ້າ. ທັງໝົດທີ່ຂ້ອຍຄິດແມ່ນຈະເກັບຮັກສາຜູ້ຄົນໄວ້ໃຕ້ການຄວບຄຸມຂອງຂ້ອຍໄດ້ແນວໃດ. ເພື່ອກຽດຕິຍົດ ແລະ ສະຖານະຂອງຂ້ອຍເອງ, ຂ້ອຍບໍ່ໄດ້ລັງເລໃຈທີ່ຈະຂວາງທາງການຝຶກຜູ້ຄົນຂອງເຮືອນຂອງພຣະເຈົ້າ ເຊິ່ງໄດ້ຍືດຖືວຽກງານຂອງມັນໄວ້. ຂ້ອຍໄດ້ເຫັນແກ່ຕົວ ແລະ ເປັນອັນຕະລາຍຫຼາຍ, ບໍ່ເໝາະສົມທີ່ຈະດໍາລົງຊີວິດຕໍ່ໜ້າພຣະເຈົ້າ. ຂ້ອຍຮູ້ວ່າຂ້ອຍບໍ່ສາມາດດຳເນີນຕໍ່ໄປແບບນີ້ໄດ້. ຂ້ອຍຕ້ອງສະໜອງຄົນທີ່ມີພອນສະຫວັນໃຫ້ແກ່ເຮືອນຂອງພຣະເຈົ້າ ເພື່ອໃຫ້ອ້າຍເອື້ອຍນ້ອງຫຼາຍຄົນສາມາດປະຕິບັດໜ້າທີ່ໆພວກເຂົາຕ້ອງເຮັດໃນບ່ອນທີ່ຖືກຕ້ອງ. ເມື່ອຂ້ອຍເຮັດໃຈໃຫ້ຖືກຕ້ອງແລ້ວ, ຂ້ອຍກໍ່ພົບຄົນທີ່ຈະຮັບຜິດຊອບວຽກຂອງເອື້ອຍລີໄດ້ໂດຍໄວ ແລະ ຂ້ອຍໄດ້ຖວາຍຄວາມຂອບໃຈພຣະເຈົ້າ. ເຖິງແມ່ນວ່າຄົນໃໝ່ບໍ່ໄດ້ຮູ້ຫຼັກການ ແລະ ຂ້ອຍຕ້ອງເຮັດວຽກໜັກຂຶ້ນ, ຂ້ອຍກໍ່ຮູ້ສຶກສະຫງົບສຸກ ແລະ ສະບາຍໃຈ. ຂ້ອຍເຕັມໃຈທີ່ຈະເສຍສະລະເພື່ອເຮັດອັນໃດກໍ່ຕາມທີ່ຂ້ອຍສາມາດເຮັດໄດ້ ແລະ ອະທິຖານຮ່ວມກັບອ້າຍເອື້ອຍນ້ອງຂອງຂ້ອຍເພື່ອເຮັດໃຫ້ຄຣິດຕະຈັກຂອງພວກເຮົາເຮັດວຽກໄດ້ດີ.

ສອງອາທິດຕໍ່ມາ, ຜູ້ນຳຂອງຂ້ອຍເວົ້າວ່າ “ພວກເຮົາຕ້ອງການຍ້າຍເອື້ອຍຊາວ ຜູ້ທີ່ກວດແກ້ເອກະສານ ໄປຄຣິດຕະຈັກອື່ນເພື່ອປະຕິບັດໜ້າທີ່ຂອງລາວ”. ເມື່ອໄດ້ຍິນເລື່ອງນີ້, ຂ້ອຍກໍ່ຄິດວ່າ “ຂ້ອຍຕ້ອງພິຈາລະນາພາລະກິດໂດຍລວມຂອງເຮືອນຂອງພຣະເຈົ້າ. ຂ້ອຍບໍ່ສາມາດເຫັນແກ່ໂຕອີກຕໍ່ໄປ. ອີກເທື່ອໜຶ່ງ, ພວກເຮົາຫາກໍ່ເລີ່ມຝຶກນ້ອງສາວອີກຄົນໜຶ່ງ ໃຫ້ເຮັດວຽກນີ້ ແລະ ລາວບໍ່ຮູ້ຫຼັກການ. ວຽກງານຂອງພວກເຮົາຍ່ອມຕ້ອງໄດ້ທົນທຸກ. ມັນເປັນການດີກວ່າຖ້າເອື້ອຍຊາງຢູ່ບ່ອນທີ່ລາວຢູ່”. ຂ້ອຍຮັບຮູ້ວ່າ ຂ້ອຍກຳລັງຄິດເຖິງຜົນປະໂຫຍດຂອງໂຕເອງອີກຄັ້ງ. ຂ້ອຍຄິດກ່ຽວກັບວ່າຂ້ອຍໄດ້ຍ່າງບົນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດແນວໃດ, ຂັດຂວາງວຽກຂອງຄຣິດຕະຈັກຢູ່ເລື້ອຍໆ ແລະ ເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າ. ຂ້ອຍຮູ້ສຶກຢ້ານຫຼາຍ. ຂ້ອຍຄິດເຖິງພຣະທຳຂອງພຣະເຈົ້າ: “ຢ່າເຮັດສິ່ງຕ່າງໆເພື່ອຕົວເຈົ້າເອງຢູ່ສະເໝີ ແລະ ຢ່າພິຈາລະນາເຖິງຜົນປະໂຫຍດຂອງເຈົ້າເອງຢ່າງສະໝໍ່າສະເໝີ; ຢ່າຄຳນຶງເຖິງສະຖານະ, ກຽດຕິຍົດ ຫຼື ຊື່ສຽງຂອງເຈົ້າເອງ. ຢ່າພິຈາລະນາເຖິງຜົນປະໂຫຍດຂອງມະນຸດອີກດ້ວຍ! ກ່ອນອື່ນໝົດ ເຈົ້າຕ້ອງຄຳນຶງເຖິງຜົນປະໂຫຍດໃນເຮືອນຂອງພຣະເຈົ້າ ແລະ ເຮັດໃຫ້ຜົນປະໂຫຍດເຫຼົ່ານັ້ນເປັນບູລິມະສິດທຳອິດຂອງເຈົ້າ. ເຈົ້າຄວນຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ ແລະ ເລີ່ມຕົ້ນໂດຍການຕຶກຕອງວ່າເຈົ້າບໍ່ບໍລິສຸດໃນການປະຕິບັດໜ້າທີ່ຂອງເຈົ້າ ຫຼື ບໍ່, ເຈົ້າໄດ້ເຮັດສຸດຄວາມສາມາດຂອງເຈົ້າເພື່ອຈົງຮັກພັກດີ ຫຼື ບໍ່, ເຮັດສຸດຄວາມສາມາດຂອງເຈົ້າເພື່ອປະຕິບັດຄວາມຮັບຜິດຊອບຂອງເຈົ້າ ແລະ ມອບທັງໝົດຂອງເຈົ້າແລ້ວ ຫຼື ບໍ່, ພ້ອມທັງວ່າເຈົ້າໄດ້ໃສ່ຄວາມຄິດຂອງເຈົ້າໃສ່ໜ້າທີ່ຂອງພຣະເຈົ້າ ແລະ ພາລະກິດໃນເຮືອນຂອງພຣະເຈົ້າຢ່າງໝົດຫົວໃຈ ຫຼື ບໍ່. ເຈົ້າຕ້ອງຄຳນຶງເຖິງສິ່ງເຫຼົ່ານີ້. ໃຫ້ຄິດກ່ຽວກັບພວກມັນຢູ່ເລື້ອຍໆ ແລະ ມັນຈະງ່າຍຂຶ້ນສຳລັບເຈົ້າໃນການປະຕິບັດໜ້າທີ່ຂອງເຈົ້າເປັນຢ່າງດີ. ຖ້າເຈົ້າມີຄວາມສາມາດຕໍ່າ, ປະສົບການຂອງເຈົ້າກໍຈະໜ້ອຍ ຫຼື ເຈົ້າບໍ່ຊຳນານໃນວຽກງານວິຊາຊີບຂອງເຈົ້າ, ແລ້ວອາດມີຂໍ້ຜິດພາດ ຫຼື ຂໍ້ບົກຜ່ອງໃນວຽກງານຂອງເຈົ້າ ແລະ ຜົນໄດ້ຮັບອາດບໍ່ດີຫຼາຍ, ແຕ່ເຈົ້າຈະໄດ້ພະຍາຍາມສຸດຄວາມສາມາດຂອງເຈົ້າ. ເມື່ອເຈົ້າບໍ່ຄິດເຖິງຄວາມປາຖະໜາທີ່ເຫັນແກ່ຕົວຂອງເຈົ້າເອງ ຫຼື ພິຈາລະນາເຖິງຜົນປະໂຫຍດຂອງເຈົ້າເອງໃນສິ່ງຕ່າງໆທີ່ເຈົ້າເຮັດ ແລະ ຄຳນຶງເຖິງວຽກງານໃນເຮືອນຂອງພຣະເຈົ້າຢ່າງສະໝໍ່າສະເໝີແທນ, ໃສ່ຜົນປະໂຫຍດນັ້ນໃນຄວາມຄິດ ແລະ ປະຕິບັດໜ້າທີ່ຂອງເຈົ້າເປັນຢ່າງດີ, ເຈົ້າກໍຈະສະສົມຄຸນງາມຄວາມດີຕໍ່ໜ້າພຣະເຈົ້າ. ຜູ້ຄົນທີ່ປະຕິບັດການກະທຳທີ່ດີເຫຼົ່ານີ້ເປັນຄົນທີ່ມີຄວາມເປັນຈິງຂອງຄວາມຈິງ; ເມື່ອເປັນດັ່ງນັ້ນ, ພວກເຂົາກໍໄດ້ເປັນພະຍານແລ້ວ” (ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າມອບເສັ້ນທາງການປະຕິບັດໃຫ້ແກ່ຂ້ອຍ. ຂ້ອຍຕ້ອງຄໍານຶງເຖິງຄວາມປະສົງຂອງພຣະເຈົ້າ ແລະ ວຽກງານຂອງຄຣິດຕະຈັກ. ຂ້ອຍບໍ່ສາມາດເຫັນແກ່ໂຕ ແລະ ເກັບຜູ້ທີ່ມີພອນສະຫວັນໄດ້ກັບໂຕເອງ. ດັ່ງນັ້ນ ຂ້ອຍຈຶ່ງກ່າວຄຳອະທິຖານຫາພຣະເຈົ້າວ່າ: “ຂ້າແຕ່ພຣະເຈົ້າ, ຂ້ານ້ອຍໄດ້ເຫັນແກ່ໂຕ ແລະ ໃຈຮ້າຍຫຼາຍ, ຢູດເຮືອນຂອງພຣະເຈົ້າຈາກການສົ່ງເສີມຜູ້ຄົນ ແລະ ສົ່ງຜົນກະທົບຕໍ່ວຽກງານຂອງຄຣິດຕະຈັກຢູ່ສະເໝີ. ຂ້ານ້ອຍບໍ່ຕ້ອງການຕໍ່ຕ້ານພຣະອົງອີກຕໍ່ໄປ. ກະລຸນາຊີ້ນຳຂ້ານ້ອຍໃຫ້ປະຖິ້ມເນື້ອໜັງຂອງໂຕເອງ ແລະ ປະຕິບັດຄວາມຈິງດ້ວຍເທີ້ນ”. ຫຼັງຈາກອະທິຖານ, ຂ້ອຍກໍ່ໄປເວົ້າກັບເອື້ອຍຊາວກ່ຽວກັບການຍົກຍ້າຍລາວ. ເຖິງແມ່ນວ່າລາວຖືກຍົກຍ້າຍໄປ, ຂ້ອຍກໍ່ບໍ່ໄດ້ຮູ້ສຶກເສຍໃຈຄືກັບແຕ່ກ່ອນ. ກົງກັນຂ້າມ, ຂ້ອຍກັບຮູ້ສຶກວ່າມັນແມ່ນຄວາມເມດຕາ ແລະ ພອນຂອງພຣະເຈົ້າທີ່ຂ້ອຍສາມາດສະໜອງຄົນທີ່ມີພອນສະຫວັດໃຫ້ແກ່ເຮືອນຂອງພຣະເຈົ້າໄດ້. ຂ້ອຍຍັງສາມາດເຮັດໜ້າທີ່ຂອງຕົນໄດ້ ແລະ ຫົວໃຈຂອງຂ້ອຍກໍ່ເຕັມໄປດ້ວຍຄວາມສະຫງົບສຸກ ແລະ ຄວາມຊື່ນຊົມຍິນດີ. ຂໍຂອບໃຈພຣະເຈົ້າອົງຊົງລິດທານຸພາບສູງສຸດ!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ຊື່ສຽງ ແລະ ໂຊກລາບໄດ້ນຳເອົາຄວາມທຸກທໍລະມານມາສູ່ຂ້ອຍ

ໂດຍ ທຽນທຽນ, ຈີນມື້ໜຶ່ງໃນລະດູໃບໄມ້ປົ່ງ, ທ່ານໝໍອາວຸໂສບາງຄົນ ແລະ ຂ້ອຍອອກໄປແຕ່ງກິນນອກບ້ານ. ລະຫວ່າງທາງ, ຊາວບ້ານທ້ອງຖິ່ນບາງຄົນຈື່ ດຣ. ຫວັງໄດ້....

ເບື້ອງຫຼັງຄວາມງຽບ

ໂດຍ ຫຼີຈື້, ເກຣັກຂ້ອຍເປັນຄົນທີ່ບໍ່ເວົ້າຫຼາຍ ແລະ ມັນບໍ່ເລື້ອຍປານໃດທີ່ຂ້ອຍຈະເປີດໃຈ ແລະ ເວົ້າຈາກໃຈ. ຂ້ອຍຄິດສະເໝີວ່າ...

Leave a Reply