ການແກ້ຄວາມຜູກພັນທີ່ຜູກມັດອອກ

03 ເດືອນມີນາ 2022

ໂດຍ ຊຸ່ຍໄປ໋, ອິຕາລີ

ພຣະທຳຂອງພຣະເຈົ້າກ່າວວ່າ “ພວກເຈົ້າຄວນສະແຫວງຫາການຖືກ ຍອມຮັບໂດຍພຣະເຈົ້າ ເພື່ອຜົນປະໂຫຍດຕໍ່ ຊາຕາກໍາຂອງພວກເຈົ້າ. ນັ້ນໝາຍຄວາມວ່າ ເມື່ອພວກເຈົ້າຮັບຮູ້ວ່າ ພວກເຈົ້າຖືກຮັບເຂົ້າຮ່ວມໃນພຣະວິຫານຂອງພຣະເຈົ້າ, ພວກເຈົ້າກໍຄວນເຮັດໃຫ້ຈິດໃຈຂອງພຣະເຈົ້າມີຄວາມສັນຕິສຸກ ແລະ ເຮັດໃຫ້ພຣະອົງເພິ່ງພໍໃຈໃນທຸກສິ່ງທຸກຢ່າງ. ເວົ້າໄດ້ອີກວ່າ ການກະທໍາຂອງເຈົ້າຕ້ອງມີສິນທໍາ ແລະ ສອດຄ່ອງກັບຄວາມຈິງ ທີ່ມີຢູ່ໃນການກະທໍານັ້ນ. ຖ້າສິ່ງດັ່ງກ່າວຫາກເກີນຄວາມສາມາດຂອງເຈົ້າ, ເຈົ້າກໍຈະຖືກກຽດຊັງ ແລະ ປະຕິເສດໂດຍພຣະເຈົ້າ ແລະ ນອກນັ້ນກໍຈະຖືກດູຖູກໂດຍມະນຸດທຸກຄົນ. ເມື່ອເຈົ້າຕົກຢູ່ໃນສະພາບການທີ່ມືດມົວດັ່ງກ່າວ ເຈົ້າກໍຈະບໍ່ສາມາດຖືກຮັບເຂົ້າຢູ່ໃນພຣະວິຫານ ຂອງພຣະເຈົ້າ. ນີ້ໝາຍຄວາມວ່າເຈົ້າຈະບໍ່ຖືກຮັບເອົາໂດຍພຣະເຈົ້າ” (ຄັດຈາກບົດ “ພຣະໂອວາດສາມຂໍ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຈາກພຣະທຳຂອງພຣະເຈົ້າ, ພວກເຮົາສາມາດເຫັນສິ່ງທີ່ພຣະອົງຮຽກຮ້ອງຈາກພວກເຮົາ: ໃຫ້ມີຫຼັກການໃນການກະທຳຂອງພວກເຮົາ ແລະ ຍຶດໝັ້ນໃນຄວາມຈິງເພື່ອວ່າພວກເຮົາອາດໄດ້ຮັບການອະນຸມັດຂອງພຣະອົງ ແລະ ເຮັດໃຫ້ພຣະອົງພໍໃຈໃນທຸກສິ່ງ. ຂ້ອຍບໍ່ປະສົບຜົນສໍາເລັດໃນການເຮັດສິ່ງນີ້ມາກ່ອນ, ສ່ວນໃຫຍ່ແມ່ນຍ້ອນວ່າຂ້ອຍຖືກຄວບຄຸມດ້ວຍອາລົມຂອງຂ້ອຍ, ດໍາລົງຊີວິດ ແລະ ປະຕິບັດຕາມຄວາມຮູ້ສຶກຂອງຂ້ອຍຢູ່ຕະຫຼອດ. ເຖິງແມ່ນມັນບໍ່ເຄີຍເບິ່ງຄືວ່າຂ້ອຍໄດ້ເຮັດຄວາມຊົ່ວໃດໆ, ແຕ່ການກະທໍາຂອງຂ້ອຍກໍ່ຂັດກັບຫຼັກການແຫ່ງຄວາມຈິງ ແລະ ສິ່ງນີ້ຂັດຂວາງວຽກງານຂອງຄຣິດຕະຈັກ. ແຕ່ພາຍຫຼັງທີ່ພຣະເຈົ້າພິພາກສາ ແລະ ຂ້ຽນຕີຂ້ອຍດ້ວຍພຣະທຳຂອງພຣະອົງ, ຂ້ອຍກໍ່ເລີ່ມເຂົ້າໃຈທຳມະຊາດ ແລະ ຜົນຮັບທີ່ຕາມມາຂອງການກະທຳແບບນີ້. ຈາກນັ້ນຂ້ອຍກໍ່ສາມາດເຂົ້າຫາສິ່ງຕ່າງໆດ້ວຍແຮງຈູງໃຈທີ່ຖືກຕ້ອງແທນທີ່ຈະອາໄສຄວາມຮູ້ສຶກ ແລະ ຂ້ອຍສາມາດນໍາເອົາພຣະຄໍາຂອງພະເຈົ້າໄປປະຕິບັດໄດ້.

ເດືອນພະຈິກທີ່ຜ່ານມາ ເມື່ອໜ້າທີ່ຂອງຂ້ອຍແມ່ນເປັນຜູ້ນຳຄຣິດຕະຈັກ, ໄດ້ມີການສຳຫຼວດຄວາມຄິດເຫັນວ່າຫົວໜ້າກຸ່ມຂອງທຸກສະຖານທີ່ຊຸມນຸມເຮັດໄດ້ດີສ່ຳໃດ. ຈາກຄຳຕອບ, ຂ້ອຍເຫັນວ່າເອື້ອຍລີຜູ້ເປັນຫົວໜ້າກຸ່ມບໍ່ມີຄວາມເອົາໃຈໃສ່ຕໍ່ໜ້າທີ່ຂອງລາວຢູ່ສະເໝີ ແລະ ຖ້າຄວາມຜິດໃດໜຶ່ງຂອງລາວຖືກຊີ້ໃຫ້ເຫັນ, ລາວບໍ່ພຽງແຕ່ຈະປະຕິເສດທີ່ຈະຍອມຮັບຄວາມຈິງ, ແຕ່ຍັງໂຕ້ແຍ້ງອີກດ້ວຍ. ເມື່ອຄົນອື່ນປະສົບກັບຄວາມຫຍຸ້ງຍາກ, ລາວຈະບໍ່ຊ່ວຍພວກເຂົາດ້ວຍການສົນທະນາເຖິງຄວາມຈິງ, ແຕ່ຈະສອນພວກເຂົາໃນທາງທີ່ຕ້ອງຍອມຮັບ ແລະ ບີບບັງຄັບພວກເຂົາແທນ... ຫຼັງຈາກທີ່ໄດ້ອ່ານທັງໝົດນີ້, ຂ້ອຍຮູ້ວ່າອີງໃສ່ຫຼັກການແລ້ວ, ລາວຕ້ອງໄດ້ຖືກປ່ຽນແທນ. ແຕ່ພວກເຮົາມີພູມລຳເນົາດຽວກັນ ແລະ ເຮັດວຽກຮ່ວມກັນໃນໜ້າທີ່ຂອງພວກເຮົາມາກ່ອນ. ພວກເຮົາໃກ້ຊິດກັນຢູ່ສະເໝີ ແລະ ລາວໄດ້ເບິ່ງແຍງຂ້ອຍຫຼາຍຢ່າງ. ຖ້າຂ້ອຍໄລ່ລາວອອກ, ລາວຈະບໍ່ຄິດວ່າຂ້ອຍບໍ່ມີນ້ຳໃຈບໍ? ສອງສາມປີກ່ອນລາວໄດ້ຖືກປົດອອກຈາກຕໍາແໜ່ງຂອງລາວໃນຖານະເປັນຜູ້ນໍາຄຣິດຕະຈັກ ແລະ ລາວເກືອບບໍ່ສາມາດດຶງຕົວເອງອອກຈາກຄວາມຄິດລົບໄດ້. ຖ້າຕຳແໜ່ງອື່ນຖືກເອົາໄປຈາກລາວອີກ, ນັ້ນຈະບໍ່ເຮັດໃຫ້ເກີດຄວາມໃຈຮ້າຍທີ່ໃຫຍ່ກວ່າເກົ່າບໍ? ລາວຈະສາມາດຮັບມືກັບມັນໄດ້ບໍ? ຂ້ອຍຄິດວ່າຂ້ອຍຈຳເປັນຕ້ອງສົນທະນາກັບລາວທັນທີເພື່ອໃຫ້ລາວສາມາດເຫັນໄດ້ວ່າສະຖານະການຂອງລາວບໍ່ປອດໄພພຽງໃດ. ຂ້ອຍຄິດວ່າຖ້າລາວສາມາດປ່ຽນແປງສິ່ງຕ່າງໆໄດ້ທັນເວລາ, ລາວກໍ່ອາດສາມາດຮັກສາຕຳແໜ່ງຂອງລາວໄວ້ໄດ້. ດັ່ງນັ້ນ, ຂ້ອຍຈິ່ງເຂົ້າຫາເອື້ອຍລີດ້ວຍການສົນທະນາເຖິງບັນຫາຂອງລາວ ແຕ່ກັບຄົ້ນພົບວ່າລາວບໍ່ໄດ້ມີຄວາມຕື່ນຕົວທີ່ແທ້ຈິງໃດໆເລີຍ. ຂ້ອຍຈິ່ງໃຫ້ທຸກສິ່ງທີ່ຂ້ອຍມີໃນການສົນທະນານັ້ນກັບລາວ ແລະ ຫຼັງຈາກນັ້ນລາວກໍ່ເຕັມໃຈທີ່ຈະປ່ຽນແປງ, ທົບທວນ ແລະ ໃນທີ່ສຸດ ຂ້ອຍກໍ່ຖອນຫາຍໃຈດ້ວຍຄວາມໂລ່ງໃຈ. ຂ້ອຍຄິດວ່າຖ້າຂ້ອຍສາມາດເວົ້າເຖິງລາວດ້ວຍຄໍາເວົ້າທີ່ສຸພາບສອງສາມຄຳກັບເພື່ອນຮ່ວມງານ, ບາງທີລາວອາດຈະສືບຕໍ່ເຮັດໜ້າທີ່ນັ້ນຕໍ່ໄປໄດ້.

ຕໍ່ມາ ໃນຂະນະທີ່ກຳລັງປຶກສາເລື່ອງວຽກ, ເພື່ອນຮ່ວມງານສອງສາມຄົນເວົ້າວ່າເອື້ອຍລີບໍ່ເຄີຍຍອມຮັບຄວາມຈິງ ແລະ ພວກເຂົາທັງໝົດເຫັນດີໃຫ້ປ່ຽນລາວອອກ. ເມື່ອໄດ້ຍິນດັ່ງນີ້ກໍ່ເຮັດໃຫ້ຂ້ອຍວຸ້ນວາຍໃຈ. ຂ້ອຍຄິດວ່າ “ເອື້ອຍລີມີບັນຫາບາງຢ່າງ, ແຕ່ລາວພ້ອມທີ່ຈະປ່ຽນແປງ, ສະນັ້ນ ພວກເຈົ້າໃຫ້ໂອກາດລາວອີກບໍ່ໄດ້ບໍ?” ໃນຕອນນັ້ນເອງເອື້ອຍຊູກໍ່ເວົ້າວ່າ “ຕອນນີ້ ເອື້ອຍລີຢູ່ໃນສະພາວະນີ້ມາໄລຍະໜຶ່ງແລ້ວ. ລາວສົນທະນາດີ, ແຕ່ລາວບໍ່ປະຕິບັດສິ່ງທີ່ລາວເວົ້າ. ບໍ່ມີຫຍັງປ່ຽນແປງຢ່າງແນ່ນອນ. ລາວບໍ່ເໝາະສົມກັບຕຳແໜ່ງນີ້”. ຂ້ອຍຟ້າວເວົ້າແຊກຂຶ້ນມາວ່າ “ເອື້ອຍລີມີຊ່ວງເວລາທີ່ຍາກລຳບາກໃນການຍອມຮັບຄວາມຈິງ, ແຕ່ລາວມີຄວາມກະຕືລືລົ້ນ ແລະ ມີຄວາມຮັບຜິດຊອບໃນໜ້າທີ່ຂອງລາວແທ້ໆ. ເມື່ອບໍ່ດົນມານີ້ອ້າຍເອື້ອຍນ້ອງບາງຄົນເສີຍເມີຍໃນໜ້າທີ່ຂອງຕົນ ແລະ ລາວໄດ້ກະຕຸ້ນພວກເຂົາ”. ເອື້ອຍໃບກໍ່ຕອບທັນທີວ່າ “ເອື້ອຍລີນັ້ນເບິ່ງຄືວ່າລາວຟ້າວຟັ່ງຢູ່ສະເໝີ, ກະຕືລືລົ້ນແທ້ໆ, ແຕ່ຄວາມຈິງແລ້ວ ທັງໝົດທີ່ລາວເຮັດແມ່ນເພື່ອການສະແດງ ແລະ ລາວບໍ່ສາມາດແກ້ໄຂບັນຫາທີ່ແທ້ຈິງໄດ້”. ສິ່ງທີ່ພວກເຂົາເວົ້າລ້ວນເປັນຄວາມຈິງທັງໝົດ ແລະ ຂ້ອຍບໍ່ສາມາດຕອບຫຍັງໄດ້ເລີຍ. ແລ້ວເອື້ອຍຈາງ ທີ່ເປັນຜູ້ນຳຄຣິດຕະຈັກແຫ່ງໜຶ່ງກໍ່ເວົ້າວ່າ “ແມ່ນແທ້ວ່າເອື້ອຍລີບໍ່ເໝາະສົມກັບທີ່ຈະເປັນຫົວໜ້າກຸ່ມ, ແຕ່ຕອນນີ້ພວກເຮົາບໍ່ມີຜູ້ສະໝັກທີ່ເໝາະສົມເພື່ອມາແທນລາວ. ຂໍໃຫ້ລາວຢູ່ໃນຕຳແໜ່ງຂອງລາວຈົນກວ່າພວກເຮົາສາມາດຊອກຫາຕົວແທນທີ່ດີໄດ້”. ນີ້ແມ່ນສິ່ງທີ່ຂ້ອຍຕ້ອງການແທ້ໆ, ດັ່ງນັ້ນ ຂ້ອຍຈິ່ງຟ້າວເວົ້າຕື່ມວ່າ “ຂ້ອຍເຫັນດີ. ຂໍປ່ຽນແທນລາວເມື່ອມີຄົນອື່ນມານໍາ”. ທີ່ເຮັດໃຫ້ຂ້ອຍປະຫຼາດໃຈຄື, ຕໍ່ມາບໍ່ຮອດອາທິດ, ເອື້ອຍຊູໄດ້ຍົກບັນຫານີ້ຂຶ້ນມາອີກ ຫຼັງຈາກທີ່ພວກເຮົາໄດ້ສຳເລັດການສົນທະນາກ່ຽວກັບວຽກຂອງຄຣິດຕະຈັກ. ລາວເວົ້າວ່າອ້າຍເຈິນແມ່ນຕົວເລືອກທີ່ດີ ແລະ ເພື່ອນຮ່ວມງານສອງສາມຄົນກໍ່ເຫັນດີນຳ. ຂ້ອຍກະວົນກະວາຍຢ່າງແຮງ. ຖ້າອ້າຍເຈິນຖືກເລືອກເປັນຫົວໜ້າກຸ່ມ, ເອື້ອຍລີກໍ່ຈະຖືກໄລ່ອອກ. ດັ່ງນັ້ນ ຂ້ອຍຈິ່ງເວົ້າບາງສິ່ງກ່ຽວກັບຄວາມເສື່ອມຊາມ ແລະ ຂໍ້ບົກຜ່ອງຂອງອ້າຍເຈິນ ແລະ ເວົ້າວ່າລາວບໍ່ເໝາະສົມກັບວຽກນີ້. ຈາກນັ້ນທຸກຄົນເລີ່ມລັງເລໃຈ ແລະ ຂ້ອຍຮູ້ສຶກບໍ່ສະບາຍໃຈເລັກນ້ອຍ, ແຕ່ຍັງບໍ່ໄດ້ສະແຫວງຫາຄວາມຈິງເທື່ອ.

ຜູ້ນຳຂອງຂ້ອຍຂໍໃຫ້ຂ້ອຍເລົ່າບົດສະຫຼຸບກ່ຽວກັບຫົວໜ້າກຸ່ມໃຫ້ລາວຟັງ ແລະ ເມື່ອຂ້ອຍໄປຮອດເອື້ອຍລີ, ຂ້ອຍບໍ່ໄດ້ທົບທວນການປະເມີນຂອງອ້າຍເອື້ອຍນ້ອງກ່ຽວກັບລາວຢ່າງຖືກຕ້ອງ. ຂ້ອຍຮູ້ສຶກມີບັນຫາບໍ່ຊັດເຈນຫຼັງຈາກທີ່ລາວອອກໄປ. ຂ້ອຍສົງໄສວ່າເປັນຫຍັງຂ້ອຍຈຶ່ງເວົ້າແທນເອື້ອຍລີ, ເປັນຫ່ວງລາວຕະຫຼອດ. ບໍ່ແມ່ນຂ້ອຍກຳລັງສະແດງຄວາມລຳອຽງຕໍ່ລາວບໍ? ແຮງຈູງໃຈແບບໃດທີ່ກຳລັງຄວບຄຸມຂ້ອຍຢູ່? ແລ້ວຂ້ອຍກໍ່ໄດ້ອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າ: “ຖ້າຜູ້ຄົນຂາດຄວາມເຄົາລົບຕໍ່ພຣະເຈົ້າ ແລະ ຖ້າພຣະເຈົ້າບໍ່ມີບ່ອນໃນຫົວໃຈຂອງພວກເຂົາ, ແລ້ວພວກເຂົາກໍ່ບໍ່ສາມາດປະຕິບັດຕາມຫຼັກການໄດ້ຈັກເທື່ອ ບໍ່ວ່າພວກເຂົາກຳລັງປະຕິບັດໜ້າທີ່ຫຍັງຢູ່ ຫຼື ພວກເຂົາກຳລັງຈັດການກັບບັນຫາຫຍັງຢູ່ກໍ່ຕາມ. ຄົນທີ່ດຳລົງຊີວິດຢູ່ໃນຄວາມຕັ້ງໃຈ ແລະ ຄວາມປາຖະໜາທີ່ເຫັນແກ່ຕົວຂອງພວກເຂົາບໍ່ສາມາດເຂົ້າສູ່ຄວາມເປັນຈິງຂອງຄວາມຈິງໄດ້. ດ້ວຍເຫດຜົນນີ້, ຖ້າພວກເຂົາຜະເຊີນກັບບັນຫາແລະ ພວກເຂົາບໍ່ໄດ້ກວດສອບເຈດຕະນາຂອງຕົນຢ່າງຮອບຄອບ ແລະ ບໍ່ສາມາດຮັບຮູ້ໄດ້ວ່າເຈດຕະນາຂອງພວກເຂົາຜິດພາດຢູ່ບ່ອນໃດ. ແຕ່ກົງກັນຂ້າມ, ພວກເຂົາໃຊ້ເຫດຜົນທຸກປະການເພື່ອສ້າງຄຳຂີ້ຕົວະ ແລະ ຂໍ້ແກ້ຕົວໃຫ້ກັບຕົນເອງ, ແມ່ນຫຍັງເກີດຂຶ້ນໃນທີ່ສຸດ? ພວກເຂົາເຮັດໄດ້ຂ້ອນຂ້າງດີໃນການປົກປ້ອງຜົນປະໂຫຍດຂອງຕົນເອງ, ຊື່ສຽງ ແລະ ຄວາມສຳພັນລະຫວ່າງບຸກຄົນ, ແຕ່ໃນຄວາມຈິງແລ້ວ, ພວກເຂົາໄດ້ສູນເສຍຄວາມສຳພັນປົກກະຕິຂອງພວກເຂົາກັບພຣະເຈົ້າ” (ຄັດຈາກບົດ “ທັດສະນະທີ່ມະນຸດຄວນມີຕໍ່ພຣະເຈົ້າ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ).

ພຣະທຳຂອງພຣະເຈົ້າສະແດງໃຫ້ເຫັນວ່າເມື່ອຜະເຊີນໜ້າກັບບັນຫາ, ພວກເຮົາບໍ່ສາມາດປະຕິບັດໄດ້ຢ່າງຍຸຕິທໍາຕາມຫຼັກການຂອງຄວາມຈິງ ແລະ ພວກເຮົາບໍ່ຈໍາແນກລະຫວ່າງຖືກ ແລະ ຜິດ, ໂປດປານ ແລະ ປົກປ້ອງຜູ້ທີ່ພວກເຮົາພົວພັນນຳ ຫຼື ຜູ້ທີ່ເປັນປະໂຫຍດແກ່ພວກເຮົາ. ນີ້ແມ່ນການເຮັດຕາມອາລົມ. ເມື່ອພວກເຮົາຖືກຄອບງຳດ້ວຍອາລົມ, ບໍ່ວ່າໃນໜ້າທີ່ຂອງພວກເຮົາ ຫຼື ການຈັດການບັນຫາ, ພວກເຮົາພຽງແຕ່ຄິດເຖິງຄວາມຮູ້ສຶກທາງເນື້ອໜັງ ແລະ ຜົນປະໂຫຍດສ່ວນຕົວຂອງພວກເຮົາໂດຍບໍ່ໄດ້ປະຕິບັດຄວາມຈິງ ຫຼື ເຮັດໜ້າທີ່ຂອງພວກເຮົາໃຫ້ດີເລີຍ. ນັ້ນແມ່ນສະພາວະທີ່ຂ້ອຍຢູ່. ຂ້ອຍບໍ່ຕ້ອງການໄລ່ເອື້ອຍລີອອກ ຍ້ອນຂ້ອຍເຮັດຕາມອາລົມຂອງຂ້ອຍ. ຂ້ອຍກຳລັງປົກປ້ອງຄວາມສຳພັນຂອງພວກເຮົາ ແລະ ຢ້ານວ່າລາວຈະໂກດເຄືອງຂ້ອຍ. ດັ່ງນັ້ນ ເມື່ອເພື່ອນຮ່ວມງານຕ້ອງການຍຶດຖືຫຼັກການ ແລະ ປ່ຽນແທນລາວ, ຂ້ອຍເຮັດທຸກສິ່ງທີ່ສາມາດເຮັດໄດ້ເພື່ອປົກປ້ອງລາວ ເພື່ອໃຫ້ລາວສາມາດຮັກສາຕຳແໜ່ງຂອງລາວໄວ້ໄດ້. ເມື່ອຂ້ອຍເອົາການປະເມີນຂອງຂ້ອຍກ່ຽວກັບລາວໃຫ້ຫົວໜ້າ, ຂ້ອຍເຮັດໃຫ້ມັນເບິ່ງບໍ່ສຳຄັນ, ປົກປິດລາວຈາກຄວາມລຳອຽງ ແລະ ໃຊ້ຄວັນຫຼົງ. ເມື່ອເບິ່ງກັບໄປ, ຂ້ອຍເຫັນວ່າແຮງຈູງໃຈ ແລະ ຄວາມຕັ້ງໃຈຂອງຂ້ອຍຖືກປົກຄອງດ້ວຍຄວາມຮູ້ສຶກທັງໝົດ. ຂ້ອຍດຳລົງຊີວິດຢູ່ໃນອຸປະນິໄສທີ່ເສື່ອມຊາມຂອງຄວາມເຈົ້າເລ່ ແລະ ຄວາມຫຼອກລວງ, ເຕັມໃຈທີ່ຈະປະນີປະນອມຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເພື່ອປົກປ້ອງຄວາມສໍາພັນ, ພ້ອມທີ່ຈະເຮັດໃຫ້ພຣະເຈົ້າເຄືອງໃຈກ່ອນທີ່ຈະເຮັດໃຫ້ຄົນໆໜຶ່ງເຄືອງໃຈ. ຂ້ອຍຂາດຄວາມເຄົາລົບຕໍ່ພຣະເຈົ້າໂດຍສິ້ນເຊີງ; ຂ້ອຍເຫັນແກ່ໂຕ ແລະ ໜ້າລັງກຽດຫຼາຍ! ຂ້ອຍຮູ້ສຶກເສຍໃຈຫຼາຍກັບເລື່ອງທັງໝົດນີ້, ດັ່ງນັ້ນ ຂ້ອຍຈິ່ງໄປຫາຜູ້ນຳທັນທີເພື່ອບອກຄວາມຈິງກັບລາວ. ຫຼັງຈາກນັ້ນ, ຂ້ອຍກໍ່ອະທິຖານ ແລະ ເດ່ມືຫາພຣະເຈົ້າ: “ເປັນຫຍັງຂ້ານ້ອຍຕ້ອງເຮັດຕາມອາລົມຢູ່ສະເໝີ, ບໍ່ສາມາດປະຕິບັດຄວາມຈິງໄດ້? ແມ່ນຫຍັງຄືຕົ້ນເຫດຂອງບັນຫານີ້?”

ມື້ໜຶ່ງ ໃນການເຝົ້າດ່ຽວຂອງຂ້ອຍ, ຂ້ອຍອ່ານພຣະທຳເຫຼົ່ານີ້ຈາກພຣະເຈົ້າ: “ເນື່ອງຈາກວ່າມະນຸດເກີດຢູ່ໃນແຜ່ນດິນທີ່ສົກກະປົກ, ເຂົາໄດ້ຮັບອິດທິພົນຈາກສັງຄົມຢ່າງແຮງ, ເຂົາໄດ້ຮັບອິດທິພົນຈາກຈະລິຍະທໍາສັກດີນາ ແລະ ເຂົາໄດ້ຖືກສັ່ງສອນຈາກ ‘ສະຖາບັນແຫ່ງການສຶກສາຊັ້ນສູງ’. ຄວາມຄິດແບບຫຼ້າຫຼັງ, ສິນທຳທີ່ເສື່ອມຊາມ, ມຸມມອງຊີວິດທີ່ຊົ່ວຮ້າຍ, ປັດຊະຍາຊີວິດທີ່ໜ້າລັງກຽດ, ການມີຊີວິດຢູ່ທີ່ໄຮ້ຄຸນຄ່າ ແລະ ການດໍາລົງຊີວິດ ແລະ ປະເພນີທີ່ຕໍ່າຊ້າ ສິ່ງທັງໝົດເຫຼົ່ານີ້ລ້ວນແລ້ວແຕ່ໄດ້ບຸກລຸກເຂົ້າໄປໃນຈິດໃຈຂອງມະນຸດຢ່າງຮ້າຍແຮງ, ທັງໄດ້ທໍາລາຍ ແລະ ໂຈມຕີສາມັນສໍານຶກຂອງເຂົາຢ່າງຮຸນແຮງ. ຜົນຕາມມາກໍຄື ມະນຸດໄດ້ຫ່າງໄກຈາກພຣະເຈົ້າຫຼາຍຂຶ້ນ ແລະ ຕໍ່ຕ້ານພຣະອົງຍິ່ງຂຶ້ນ. ອຸປະນິໄສຂອງມະນຸດກໍເສື່ອມຊາມຂຶ້ນທຸກມື້ ແລະ ບໍ່ມີໃຜຈັກຄົນທີ່ຍິນດີທີ່ຈະສະຫຼະທຸກສິ່ງເພື່ອພຣະອົງ, ບໍ່ມີແມ່ນແຕ່ຄົນດຽວທີ່ຍິນດີຈະເຊື່ອຟັງພຣະອົງ ຫຼື ຍິ່ງໄປກວ່ານັ້ນ, ບໍ່ມີໃຜເລີຍທີ່ຍິນດີຈະສະແຫວງຫາການປາກົດຕົວຂອງພຣະເຈົ້າ. ໃນທາງກົງກັນຂ້າມ, ພາຍໃຕ້ອໍານາດຂອງຊາຕານ, ມະນຸດບໍ່ເຮັດຫຍັງເລີຍນອກຈາກສະແຫວງຫາຄວາມສຸກສະບາຍ, ປ່ອຍໃຫ້ຕົນເອງເສື່ອມຊາມກັບເນື້ອໜັງໃນດິນແດນແຫ່ງຂີ້ຕົມ. ເຖິງແມ່ນພວກເຂົາຈະໄດ້ຍິນຄວາມຈີງ, ຜູ້ທີ່ຈົມຢູ່ໃນຄວາມມືດກໍບໍ່ຄິດທີ່ຈະນໍາເອົາຄວາມຈິງໄປປະຕິບັດ ແລະ ເຖິງແມ່ນວ່າພວກເຂົາໄດ້ເຫັນການປາກົດຕົວຂອງພຣະເຈົ້າ ພວກເຂົາກໍບໍ່ມີແນວໂນ້ມທີ່ຈະສະແຫວງຫາພຣະອົງ. ມະນຸດຊາດທີ່ຕໍ່າຊ້າຈະມີໂອກາດໄດ້ຮັບຄວາມລອດພົ້ນໄດ້ແນວໃດ? ມະນຸດຊາດທີ່ເສື່ອມໂຊມທີ່ສຸດຈະສາມາດດໍາລົງຊີວິດຢູ່ໃນແສງສະຫວ່າງໄດ້ແນວໃດ?” (ຄັດຈາກບົດ “ການບໍ່ປ່ຽນແປງອຸປະນິໄສຄືການເປັນປໍລະປັກຕໍ່ພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຈາກນັ້ນຂ້ອຍກໍ່ຮັບຮູ້ວ່າການກະທຳຕາມຄວາມຮູ້ສຶກສ່ວນຫຼາຍມາຈາກການຖືກຊາຕານຫຼອກລວງ ແລະ ເຮັດໃຫ້ເສື່ອມຊາມ. ຜ່ານການສຶກສາໃນໂຮງຮຽນ ແລະ ອິດທິພົນທາງສັງຄົມ, ຊາຕານຜູ້ຊົ່ວຮ້າຍຈຸ່ມຜູ້ຄົນລົງໃນປັດຊະຍາທາງໂລກ ແລະ ກົດເກນການເອົາຊີວິດລອດທຸກຮູບແບບເຊັ່ນ: “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”, “ເລືອດຂຸ້ນກວ່ານໍ້າ” ແລະ “ມະນຸດບໍ່ແມ່ນສິ່ງບໍ່ມີຊີວິດ; ເຂົາຈະປາສະຈາກຄວາມຮູ້ສຶກໄດ້ແນວໃດ?” ຂ້ອຍໄດ້ໃຊ້ຊີວິດຕາມປັດຊະຍາເຫຼົ່ານີ້, ເຫັນວ່າການປົກປ້ອງຄົນໃກ້ຊິດກັບຂ້ອຍເປັນສິ່ງທີ່ດີ ແລະ ເຫັນຄວາມເຫັນອົກເຫັນໃຈ ແລະ ຄວາມສົງສານເປັນຄວາມຮັກ. ສ່ວນເລື່ອງການທີ່ເອື້ອຍລີຖືກປ່ຽນແທນ, ຂ້ອຍຍັງຄິດວ່າພວກເຮົາມາຈາກບ່ອນດຽວກັນ ແລະ ລາວເບິ່ງແຍງຂ້ອຍສະເໝີ, ດັ່ງນັ້ນເມື່ອລາວກຳລັງຜະເຊີນກັບການຖືກໄລ່ອອກ ຂ້ອຍຈິ່ງຄິດວ່າຂ້ອຍຄວນຊ່ວຍລາວ ແລະ ເວົ້າເພື່ອລາວ. ຂ້ອຍຄິດວ່ານັ້ນແມ່ນສິ່ງທີ່ຖືກຕ້ອງທີ່ຕ້ອງເຮັດ. ຂ້ອຍຮູ້ວ່າລາວບໍ່ໄດ້ແບກຮັບພາລະໜ້າທີ່ຂອງຕົນໃນຖານະຫົວໜ້າກຸ່ມແທ້ໆ ແຕ່ມັກສິດສອນຄົນອື່ນ ແລະ ຄວບຄຸມພວກເຂົາ. ການບໍ່ປ່ຽນລາວອອກຈະເປັນການທຳຮ້າຍອ້າຍເອື້ອຍນ້ອງ ແລະ ສົ່ງຜົນກະທົບຕໍ່ວຽກຂອງຄຣິດຕະຈັກ. ແຕ່ຂ້ອຍເຮັດຂັດກັບຫຼັກການແຫ່ງຄວາມຈິງ ແລະ ລະເລີຍຜົນປະໂຫຍດແຫ່ງຄົວເຮືອນຂອງພຣະເຈົ້າ, ເຮັດທຸກສິ່ງທີ່ຂ້ອຍສາມາດເຮັດໄດ້ເພື່ອປົກປ້ອງລາວ ແລະ ຮັກສາລາວໃຫ້ຢູ່ໃນຕຳແໜ່ງຂອງລາວ. ຂ້ອຍໃຊ້ປະໂຫຍດຈາກໜ້າທີ່ຂອງຕົນໃນການຮັກສາຄວາມສຳພັນຂອງພວກເຮົາ ແລະ ໃຊ້ວຽກຂອງຄຣິດຕະຈັກເພື່ອຕອບແທນຄວາມໃຈດີຂອງລາວທີ່ມີຕໍ່ຂ້ອຍ. ຂ້ອຍໃຊ້ປະໂຫຍດຈາກອຳນາດ ແລະ ໜ້າທີ່ຂອງຕົນເພື່ອຜົນປະໂຫຍດຂອງຂ້ອຍເອງ. ໃນຖານະເປັນຜູ້ນຳ, ຂ້ອຍຄວນໄດ້ຄິດເຖິງວຽກຂອງຄຣິດຕະຈັກ ແລະ ການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງ ແລະ ປະຕິບັດຕາມຫຼັກການແຫ່ງຄວາມຈິງໃນໜ້າທີ່ຂອງຕົນ. ແຕ່ຂ້ອຍວາງອາລົມໄວ້ເໜືອສິ່ງອື່ນໃດ, ຮູ້ຄວາມຈິງດີ, ແຕ່ບໍ່ປະຕິບັດມັນ. ນັ້ນບໍ່ແມ່ນການທໍລະຍົດຄວາມຈິງ ແລະ ຫຼັກການ ແລະ ເປັນການຖືເບົາຕໍ່ວຽກຂອງຄຣິດຕະຈັກບໍ? ຂ້ອຍກຳລັງກັດມືທີ່ປ້ອນອາຫານຂ້ອຍຢູ່! ຕໍ່ມາຂ້ອຍຈິ່ງເຫັນວ່າ ບັນດາປັດຊະຍາທາງໂລກເຫຼົ່ານັ້ນແມ່ນຄວາມເຊື່ອຜິດໆທີ່ຊາຕານໃຊ້ເພື່ອເຮັດໃຫ້ເສື່ອມຊາມ ແລະ ຫຼອກລວງຜູ້ຄົນ. ການເວົ້າ ແລະ ການກະທຳແບບນັ້ນບໍ່ມີຄວາມເປັນທຳ ແລະ ຄວາມຊອບທຳຢ່າງສິ້ນເຊີງ ແລະ ບໍ່ມີຫຼັກການແຫ່ງຄວາມຈິງຢູ່ໃນເລີຍ. ນັ້ນແມ່ນປັດຊະຍາຊີວິດອັນດຽວກັນຂອງເຈົ້າໜ້າທີ່ພັກກອມມູນິດຈີນ: “ເມື່ອມະນຸດກ້າວໜ້າສູ່ຕຳແໜ່ງທີ່ສູງກວ່າ, ຄອບຄົວ ແລະ ຍາດຕິພີ່ນ້ອງຂອງເຂົາກໍ່ມີສ່ວນໃນສະຖານະຂອງເຂົາ”. ເມື່ອບາງຄົນກາຍເປັນເຈົ້າໜ້າທີ່, ຍາດພີ່ນ້ອງຂອງພວກເຂົາໄດ້ຮັບຜົນປະໂຫຍດອັນກວ້າງໄກຄືກັນ ແລະ ສາມາດເຮັດຫຍັງກໍ່ໄດ້ໂດຍບໍ່ມີໂທດ. ສັງຄົມທີ່ຄວບຄຸມໂດຍພັກຄອມມູນິດຈີນນັ້ນມືດມົນຫຼາຍ, ຊົ່ວຮ້າຍຫຼາຍ, ບໍ່ມີຄວາມເປັນທຳ ຫຼື ຄວາມຍຸດຕິທຳເລີຍ. ໃນນາມຜູ້ນຳຄຣິດຕະຈັກຄົນໜຶ່ງ, ການບໍ່ປະຕິບັດຕາມຫຼັກການ ແຕ່ກັບດຳລົງຊີວິດຕາມປັດຊະຍາເຫຼົ່ານີ້ຂອງຊາຕານ, ຂ້ອຍແຕກຕ່າງແນວໃດຈາກເຈົ້າໜ້າທີ່ຂອງພັກຄອມມູນິດຈີນ? ການບໍ່ຕ້ອງການໄລ່ເອື້ອຍລີອອກ ບໍ່ແມ່ນຍ້ອນຄວາມຮັກແທ້ ຫຼື ຄວາມເອື້ອອາທອນ, ຂ້ອຍພຽງແຕ່ຢ້ານລາວຈະເວົ້າວ່າຂ້ອຍເຢັນຊາ ແລະ ໄຮ້ຄວາມຮູ້ສຶກ ແລະ ລາວຈະບໍ່ແນມເບິ່ງຂ້ອຍແບບເກົ່າອີກຕໍ່ໄປ. ຂ້ອຍບໍ່ໄດ້ຄຳນຶງເຖິງຊີວິດຂອງລາວເລີຍ. ການປ່ຽນແທນບາງຄົນໃນເຮືອນຂອງພຣະເຈົ້າແມ່ນເພື່ອຊຸກຍູ້ການທົບທວນໂຕເອງ ເພື່ອວ່າພວກເຂົາຈະສາມາດກັບໃຈ ແລະ ປ່ຽນແປງໄດ້ທັນເວລາ. ມັນແມ່ນວິທີໜຶ່ງທີ່ພຣະເຈົ້າຊ່ວຍໃຫ້ລອດພົ້ນ ແລະ ປົກປ້ອງຜູ້ຄົນ. ຂ້ອຍໄດ້ຖືກໄລ່ອອກຈາກໜ້າທີ່ຂອງຂ້ອຍເຊັ່ນກັນ ແລະ ຂ້ອຍໄດ້ຖອດຖອນບົດຮຽນຈາກຄວາມລົ້ມເຫຼວຂອງຂ້ອຍ, ຄຣິດຕະຈັກໄດ້ຈັດຕຽມອີກໜ້າທີ່ໜຶ່ງທີ່ເໝາະສົມກັບຂ້ອຍ. ມັນແມ່ນການສະດຸດ ແລະ ການລົ້ມເທົ່ານັ້ນທີ່ເຮັດໃຫ້ຂ້ອຍຕ້ອງໄຕ່ຕອງ ແລະ ເຮັດໃຫ້ຂ້ອຍຕື່ນຕົວຢ່າງແທ້ຈິງ. ຂ້ອຍຍັງເຂົ້າໃຈຄວາມປະສົງຂອງພຣະເຈົ້າຫຼາຍຂຶ້ນໃນການຊ່ວຍມະນຸດໃຫ້ລອດພົ້ນ ແລະ ເຫັນວ່າຄວາມຮັກຂອງພຣະອົງປະກອບດ້ວຍຄວາມເມດຕາ ແລະ ຄວາມຊອບທຳ. ມີຫຼັກການຕໍ່ຄວາມຮັກຂອງພຣະເຈົ້າ; ພຣະອົງບໍ່ໄດ້ຕາມໃຈ ຫຼື ທຳຮ້າຍພວກເຮົາ. ແຕ່ຄວາມຮັກຂອງຂ້ອຍຕໍ່ຄົນອື່ນເຕັມໄປດ້ວຍປັດຊະຍາທາງໂລກຂອງຊາຕານ ແລະ ອີງຕາມຜົນປະໂຫຍດສ່ວນຕົວ. ມັນຄັບແຄບ ແລະ ເຫັນແກ່ໂຕ, ເປັນຕາລັງກຽດ ແລະ ເປັນຕາຊັງຕໍ່ພຣະເຈົ້າ. ເມື່ອນັ້ນເອງ ຂ້ອຍຈິ່ງຮັບຮູ້ວ່າມັນເປັນອັນຕະລາຍຕໍ່ຄົນອື່ນ ແລະ ຕົວເຮົາເອງເມື່ອພວກເຮົາອີງໃສ່ຄວາມຮູ້ສຶກຂອງພວກເຮົາ ແລະ ນັ້ນເປັນອຸປະສັກອັນໃຫຍ່ທີ່ສຸດຂອງຂ້ອຍໃນການປະຕິບັດຄວາມຈິງ ແລະ ເຮັດໜ້າທີ່ຂອງຂ້ອຍໃຫ້ດີ. ຖ້າປາສະຈາກການຍອມຮັບການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າ, ຖ້າບໍ່ມີການກັບໃຈທີ່ແທ້ຈິງ, ຂ້ອຍຄົງໄດ້ເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າ ແລະ ຖືກປະຕິເສດ, ຖືກກຽດຊັງ ແລະ ກໍາຈັດໂດຍພຣະເຈົ້າ.

ຕໍ່ມາ ຂ້ອຍກໍ່ອ່ານອີກບົດຄວາມໜຶ່ງຈາກພຣະທຳຂອງພຣະເຈົ້າ: “ຖ້າເຈົ້າຢາກມີຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ ໃຈຂອງເຈົ້າຕ້ອງຫັນເຂົ້າຫາພຣະອົງ ແລະ ໂດຍຖືເອົາສິ່ງນີ້ເປັນພື້ນຖານ ເຈົ້າກໍຈະມີຄວາມສໍາພັນທີ່ປົກກະຕິກັບຄົນອື່ນ. ຖ້າເຈົ້າບໍ່ມີຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ ບໍ່ວ່າເຈົ້າຈະກະທໍາສິ່ງໃດເພື່ອຮັກສາຄວາມສໍາພັນກັບຄົນອື່ນ ເຈົ້າຈະພະຍາຍາມ ຫຼື ອອກເຫື່ອເທແຮງປານໃດກໍຕາມ ມັນກໍຍັງເປັນພຽງປັດຊະຍາແຫ່ງຊີວິດຂອງມະນຸດ. ເຈົ້າຮັກສາຕໍາແໜ່ງໜ້າຕາທ່າມກາງຜູ້ຄົນດ້ວຍທັດສະນະ ແລະ ປັດຊະຍາຂອງມະນຸດ ເພື່ອໃຫ້ຜູ້ຄົນຍົກຍໍຊົມເຊີຍເຈົ້າ, ແຕ່ເຈົ້າບໍ່ໄດ້ປະຕິບັດຕາມພຣະທຳຂອງພຣະເຈົ້າເພື່ອສ້າງຄວາມສໍາພັນທີ່ປົກກະຕິກັບຄົນອື່ນ. ຖ້າເຈົ້າບໍ່ໃສ່ໃຈຄວາມສໍາພັນກັບຄົນ ແຕ່ຮັກສາຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ ຖ້າເຈົ້າຍິນດີມອບຫົວໃຈໃຫ້ກັບພຣະເຈົ້າ ແລະ ຮຽນຮູ້ທີ່ຈະເຊື່ອຟັງພຣະອົງ ຄວາມສໍາພັນຂອງເຈົ້າກັບທຸກຄົນກໍຈະເປັນປົກກະຕິຢ່າງທໍາມະຊາດ. ດ້ວຍວິທີນີ້ ຄວາມສໍາພັນເຫຼົ່ານີ້ຈິ່ງບໍ່ຖືກສ້າງຂຶ້ນຈາກຝ່າຍເນື້ອໜັງ ແຕ່ຖືກສ້າງຂຶ້ນບົນພື້ນຖານແຫ່ງຄວາມຮັກຂອງພຣະເຈົ້າ. ເກືອບບໍ່ມີຄວາມສໍາພັນໃດໆທາງຝ່າຍເນື້ອໜັງ ແຕ່ທາງຈິດວິນຍານມີການສາມັກຄີທໍາ ພ້ອມທັງຄວາມຮັກ, ຄວາມປອບໃຈ ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນ. ສິ່ງທັງໝົດນີ້ເກີດຂຶ້ນບົນພື້ນຖານແຫ່ງຫົວໃຈທີ່ເຮັດໃຫ້ພຣະເຈົ້າພໍໃຈ. ຄວາມສໍາພັນເຫຼົ່ານີ້ບໍ່ໄດ້ເກີດຂຶ້ນໂດຍອາໄສປັດຊະຍາແຫ່ງຊີວິດຂອງມະນຸດ ແຕ່ເກີດຂຶ້ນໂດຍຜ່ານການແບກຫາບພາລະຂອງພຣະເຈົ້າ. ມັນບໍ່ຕ້ອງການເຫື່ອແຮງຂອງມະນຸດ. ເຈົ້າຕ້ອງການພຽງແຕ່ປະຕິບັດອີງຕາມຫຼັກພຣະທໍາຂອງພຣະເຈົ້າ” (ຄັດຈາກບົດ “ມັນສໍາຄັນທີ່ສຸດທີ່ຈະສ້າງຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ).

ຫຼັງຈາກອ່ານພຣະທຳຂອງພຣະເຈົ້າ ຂ້ອຍກໍ່ເຂົ້າໃຈວ່າ ຄວາມສຳພັນກັບອ້າຍເອື້ອຍນ້ອງ ຫຼັກໆແລ້ວແມ່ນອີງໃສ່ຄວາມຮັກຂອງພຣະເຈົ້າ. ພວກມັນບໍ່ໄດ້ຖືກຮັກສາໄວ້ໂດຍປັດຊະຍາທາງໂລກຂອງຊາຕານ. ການປະຕິບັດຄວາມຈິງແມ່ນກະແຈ. ໂດຍສະເພາະ ເມື່ອເວົ້າເຖິງພາລະກິດແຫ່ງຄົວເຮືອນຂອງພຣະເຈົ້າ, ເມື່ອພວກເຮົາເຫັນບາງຄົນກຳລັງເຮັດໜ້າທີ່ຂອງພວກເຂົາຂັດກັບຄວາມຈິງ, ພວກເຮົາຕ້ອງສົນທະນາເຖິງຄວາມຈິງເພື່ອຊ່ວຍ ແລະ ສະໜັບສະໜູນພວກເຂົາ. ຖ້າພວກເຂົາຍັງບໍ່ກັບໃຈຫຼັງຈາກການສົນທະນາຈຳນວນໜຶ່ງ, ແລ້ວພວກເຂົາຈຳເປັນຕ້ອງຖືກລິຮານ ແລະ ຈັດການເມື່ອຈຳເປັນ. ແມ່ນແຕ່ກັບຄອບຄົວ ແລະ ໝູ່ເພື່ອນ, ພວກເຮົາກໍ່ບໍ່ສາມາດອີງໃສ່ອາລົມຂອງພວກເຮົາ ຫຼື ປະຕິບັດຕາມປັດຊະຍາທາງໂລກ. ພວກເຮົາຕ້ອງເຮັດສິ່ງຕ່າງໆຕາມຫຼັກການແຫ່ງພຣະທຳຂອງພຣະເຈົ້າ: ສົນທະນາເມື່ອຈຳເປັນ ແລະ ປ່ຽນແທນພວກເຂົາຖ້ານັ້ນບໍ່ໄດ້ຊ່ວຍຫຍັງ. ວຽກງານຂອງຄຣິດຕະຈັກ ແລະ ຜົນປະໂຫຍດຂອງເຮືອນພຣະເຈົ້າຕ້ອງຖືກຍຶກຖືຢູ່ສະເໝີ. ມີພຽງສິ່ງນີ້ເທົ່ານັ້ນທີ່ກົງກັບຄວາມປະສົງຂອງພຣະເຈົ້າ. ຕໍ່ມາຂ້ອຍໄດ້ສົນທະນາເລື່ອງນີ້ກັບເພື່ອນຮ່ວມງານສອງສາມຄົນ ແລະ ໄລ່ເອື້ອຍລີອອກ ໂດຍອີງໃສ່ຫຼັກການແຫ່ງຄວາມຈິງ. ຂ້ອຍຍັງໄດ້ໃຫ້ການສົນທະນາເພື່ອແຍກແຍະຜົນງານຂອງລາວໃນແສງສະຫວ່າງແຫ່ງພຣະທຳຂອງພຣະເຈົ້າ ແລະ ສົ່ງເສີມອ້າຍເຈິນໃຫ້ເປັນຜູ້ນຳກຸ່ມ. ເມື່ອນັ້ນເອງຂ້ອຍຈິ່ງຮູ້ສຶກສະບາຍຂຶ້ນໃນໃຈຂອງຂ້ອຍ. ຫຼັງຈາກນັ້ນໄລຍະໜຶ່ງ ຂ້ອຍກໍ່ອ່ານພຣະທຳຂອງພຣະເຈົ້າບາງຂໍ້ໃຫ້ເອື້ອຍລີຟັງ ແລະ ຖາມວ່າລາວເປັນແນວໃດ. ລາວເວົ້່າວ່າ “ຂໍຂອບໃຈພຣະເຈົ້າ! ທຸກສິ່ງທີ່ພຣະອົງກະທຳນັ້ນດີໝົດ. ທຳອິດຂ້ອຍຮູ້ສຶກຄິດລົບ ແລະ ທົນທຸກທໍລະມານ, ແຕ່ຜ່ານການອ່ານພຣະທຳຂອງພຣະເຈົ້າ ແລະ ຄຳອະທິຖານ, ຂ້ອຍເຂົ້າໃຈວ່າພຣະເຈົ້າກຳລັງປະຕິບັດພາລະກິດແບບນີ້ເພື່ອປ່ຽນແປງຂ້ອຍ ແລະ ຖ້າຂ້ອຍບໍ່ຖືກໄລ່ອອກ ແລະ ຊີ້ໃຫ້ເຫັນບັນຫາຂອງຂ້ອຍ, ຂ້ອຍກໍ່ຈະບໍ່ຮູ້ຈັກໂຕເອງ, ຈະບໍ່ໄດ້ປ່ຽນແປງ ແລະ ກັບໃຈຄືນໃນຕອນນີ້”. ເມື່ອໄດ້ຍິນດັ່ງນີ້, ຂ້ອຍຮູ້ສຶກວ່າການປະຖິ້ມເນື້ອໜັງ ແລະ ປະຕິບັດຄວາມຈິງຊ່າງຫວານຊື່ນພຽງໃດ. ຂ້ອຍຍັງສຳພັດວ່າ ມີພຽງການປະຕິບັດຕາມຫຼັກການແຫ່ງຄວາມຈິງ ແລະ ເຮັດຕາມຫຼັກການເທົ່ານັ້ນຈິ່ງສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ນັ້ນເປັນວິທີດຽວທີ່ມີກຽດ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະເຈົ້າຊອບທໍາຫຼາຍ

ໂດຍ ຈາງຫຼິນ, ຍີ່ປຸ່ນໃນເດືອນກັນຍາ 2012, ຂ້ອຍຮັບຜິດຊອບວຽກງານຄຣິດຕະຈັກເມື່ອຂ້ອຍພົບກັບຜູ້ນໍາຂອງຂ້ອຍ: ເອື້ອຍຍັນຊູ....

ການຕໍ່ສູ້ເພື່ອເປັນຄົນທີ່ຊື່ສັດ

ໂດຍ ເຫວີຍເຈີ້ງ, ຈີນສອງສາມປີກ່ອນ, ຂ້ອຍເປີດຮ້ານສ້ອມແປງເຄື່ອງໃຊ້ໄຟຟ້າແຫ່ງໜຶ່ງ. ຂ້ອຍຕ້ອງການເປັນນັກທຸລະກິດທີ່ຊື່ສັດ ແລະ ພຽງແຕ່ຫາເງິນໄດ້ໜ້ອຍໜຶ່ງ...

Leave a Reply