ພຣະເຈົ້າເອງ, ທີ່ເປັນເອກະລັກ II

ອຸປະນິໄສທີ່ຊອບທຳຂອງພຣະເຈົ້າ

ບັດນີ້ ພວກເຈົ້າໄດ້ຍິນການສົນທະນາທີ່ຜ່ານມາກ່ຽວກັບສິດອຳນາດຂອງພຣະເຈົ້າແລ້ວ, ເຮົາໝັ້ນໃຈວ່າ ພວກເຈົ້າຈະມີຄຳເວົ້າດີໆຫຼາຍຢ່າງກ່ຽວກັບເລື່ອງນີ້. ພວກເຈົ້າຈະສາມາດໄດ້ຮັບ, ຢັ່ງເຖິງ ແລະ ເຂົ້າໃຈໄດ້ຫຼາຍສໍ່າໃດກໍລ້ວນແລ້ວແຕ່ຂຶ້ນກັບວ່າພວກເຈົ້າໄດ້ໃຊ້ຄວາມພະຍາຍາມຫຼາຍສໍ່າໃດໃນສິ່ງນັ້ນ. ມັນຄືຄວາມຫວັງຂອງເຮົາທີ່ພວກເຈົ້າຈະສາມາດເຂົ້າເຖິງເລື່ອງນີ້ຢ່າງຈິງຈັງ; ບໍ່ວ່າດ້ວຍວິທີໃດກໍຕາມ ພວກເຈົ້າຄວນພົວພັນກັບມັນຢ່າງເຕັມໃຈ! ບັດນີ້ ການຮູ້ຈັກສິດອຳນາດຂອງພຣະເຈົ້າເທົ່າກັບການຮູ້ຈັກກັບພຣະເຈົ້າທັງໝົດບໍ? ສາມາດເວົ້າໄດ້ວ່າ ການຮູ້ຈັກສິດອຳນາດຂອງພຣະເຈົ້າແມ່ນການເລີ່ມຕົ້ນຂອງການຮູ້ຈັກພຣະເຈົ້າເອງ ຜູ້ເຊິ່ງທີ່ເປັນເອກະລັກ ແລະ ຄົນໆໜຶ່ງຍັງສາມາດເວົ້າໄດ້ວ່າ ການຮູ້ຈັກສິດອຳນາດຂອງພຣະເຈົ້າໝາຍຄວາມວ່າ ຄົນໆນັ້ນໄດ້ກ້າວເຂົ້າຜ່ານປະຕູແຫ່ງການຮູ້ຈັກແກ່ນແທ້ຂອງພຣະເຈົ້າເອງ ຜູ້ເຊິ່ງເປັນເອກະລັກແລ້ວ. ຄວາມເຂົ້າໃຈນີ້ແມ່ນພາກສ່ວນໜຶ່ງຂອງການຮູ້ຈັກພຣະເຈົ້າ. ແລ້ວສ່ວນອື່ນໆເດ? ນີ້ແມ່ນຫົວຂໍ້ທີ່ເຮົາຕ້ອງການສົນທະນາໃນມື້ນີ້ ນັ້ນກໍຄື ອຸປະນິໄສທີ່ຊອບທຳຂອງພຣະເຈົ້າ.

ເຮົາໄດ້ເລືອກເອົາພຣະທໍາສອງບົດໃນພຣະຄຳພີເພື່ອເປັນຫົວຂໍ້ຂອງການສົນທະນາໃນມື້ນີ້: ບົດທຳອິດແມ່ນກ່ຽວກັບການທີ່ພຣະເຈົ້າທຳລາຍເມືອງໂຊໂດມ ເຊິ່ງສາມາດພົບເຫັນໄດ້ໃນ ປະຖົມມະການ 19:1-11 ແລະ ປະຖົມມະການ 19:24-25; ບົດທີສອງກ່ຽວຂ້ອງກັບການທີ່ພຣະເຈົ້າຊ່ວຍເມືອງນີນາເວໃຫ້ລອດພົ້ນ ເຊິ່ງສາມາດພົບເຫັນໄດ້ໃນໂຢນາ 1:1-2, ພ້ອມນັ້ນກໍຈະມີບົດທີສາມ ແລະ ທີສີ່ຂອງໜັງສືໂຢນາອີກດ້ວຍ. ເຮົາຄາດວ່າພວກເຈົ້າທຸກຄົນຄົງກຳລັງລໍຖ້າເພື່ອໄດ້ຍິນສິ່ງທີ່ເຮົາຈະເວົ້າກ່ຽວກັບພຣະທໍາສອງບົດເຫຼົ່ານີ້. ໂດຍທໍາມະຊາດແລ້ວ ສິ່ງທີ່ເຮົາເວົ້າບໍ່ສາມາດບ່ຽງເບນໄປຈາກຂອບເຂດຂອງການຮູ້ຈັກພຣະເຈົ້າເອງ ແລະ ການຮູ້ຈັກແກ່ນແທ້ຂອງພຣະອົງ, ແຕ່ແມ່ນຫຍັງຈະເປັນຈຸດສຳຄັນຂອງການສົນທະນາໃນມື້ນີ້? ມີຜູ້ໃດໃນພວກເຈົ້າຮູ້ຈັກບໍ? ສ່ວນໃດຂອງການສົນທະນາຂອງເຮົາທີ່ກ່ຽວກັບສິດອຳນາດຂອງພຣະເຈົ້າໄດ້ດຶງເອົາຄວາມສົນໃຈຂອງພວກເຈົ້າ? ເປັນຫຍັງເຮົາຈຶ່ງເວົ້າວ່າ ຜູ້ດຽວທີ່ມີສິດອຳນາດ ແລະ ລິດອຳນາດດັ່ງກ່າວກໍຄືພຣະເຈົ້າເອງ? ແມ່ນຫຍັງຄືສິ່ງທີ່ເຮົາປາຖະໜາຢາກຊີ້ແຈງໃນການເວົ້າແບບນັ້ນ? ແມ່ນຫຍັງຄືສິ່ງທີ່ເຮົາປາຖະໜາຢາກໃຫ້ພວກເຈົ້າຮຽນຮູ້ຈາກມັນ? ສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າເປັນດ້ານໜຶ່ງໃນການສະແດງແກ່ນແທ້ຂອງພຣະອົງບໍ? ພວກມັນເປັນພາກສ່ວນໜຶ່ງຂອງແກ່ນແທ້ຂອງພຣະອົງບໍ, ເປັນສ່ວນທີ່ພິສູດຕົວຕົນ ແລະ ສະຖານະຂອງພຣະອົງບໍ? ເມື່ອຕັດສິນຈາກຄຳຖາມເຫຼົ່ານີ້, ພວກເຈົ້າສາມາດບອກໄດ້ບໍວ່າເຮົາກຳລັງຈະເວົ້າຫຍັງ? ເຮົາຕ້ອງການໃຫ້ພວກເຈົ້າເຂົ້າໃຈຫຍັງ? ໃຫ້ຄິດໄຕ່ຕອງກ່ຽວກັບສິ່ງນີ້ຢ່າງຖີ່ຖ້ວນ.

ຍ້ອນການຕໍ່ຕ້ານພຣະເຈົ້າຢ່າງດື້ດ້ານ, ມະນຸດຈຶ່ງຖືກທຳລາຍດ້ວຍຄວາມໂກດຮ້າຍຂອງພຣະເຈົ້າ

ກ່ອນອື່ນ, ໃຫ້ພວກເຮົາເບິ່ງພຣະທໍາສອງສາມຂໍ້ທີ່ບັນລະຍາຍເຖິງການທຳລາຍເມືອງໂຊໂດມຂອງພຣະເຈົ້າ.

“ແລະ ມີທູດສະຫວັນສອງຕົນມາເຖິງເມືອງໂຊໂດມໃນເວລາຄໍ່າ ແລະ ໂລດກໍນັ່ງທີ່ປະຕູເມືອງໂຊໂດມ ແລະ ໂລດກໍເຫັນພວກເຂົາ ຈຶ່ງລຸກຂຶ້ນເພື່ອທັກທາຍພວກເຂົາ; ແລະ ລາວໄດ້ກົ້ມໜ້າຂອງລາວລົງກັບພື້ນ; ແລະ ລາວກ່າວວ່າ ເບິ່ງແມ ບັດນີ້ ທ່ານຜູ້ສູງສົ່ງຂອງຂ້ານ້ອຍເອີຍ ຂ້ານ້ອຍອ້ອນວອນໃຫ້ທ່ານເຂົ້ານອນໃນເຮືອນຂອງຄົນຮັບໃຊ້ຂອງທ່ານດ້ວຍເທີ້ນ ແລະ ພັກແຮມໝົດຄືນ ແລະ ລ້າງຕີນຂອງທ່ານ ແລ້ວທ່ານຈຶ່ງລຸກຂຶ້ນແຕ່ເຊົ້າ ແລະ ໄປຕາມທາງຂອງທ່ານ. ແລ້ວພວກເຂົາກ່າວວ່າ ບໍ່; ແຕ່ພວກເຮົາຈະພັກອາໄສໃນຖະໜົນໝົດຄືນ. ລາວກໍອ້ອນວອນພວກເຂົາຫຼາຍຄັ້ງ; ແລະ ພວກເຂົາກໍໄປກັບລາວ ແລະ ເຂົ້າໄປໃນເຮືອນຂອງລາວ; ແລະ ລາວກໍເຮັດອາຫານ ອົບເຂົ້າຈີ່ໃຫ້ພວກເຂົາກິນ ແລະ ພວກເຂົາກໍກິນ. ແຕ່ກ່ອນທີ່ພວກເຂົາຈະນອນ ຜູ້ຊາຍພາຍໃນເມືອງ ແມ່ນແຕ່ຜູ້ຊາຍໃນເມືອງໂຊໂດມກໍມາ ພວກເຂົາພາກັນອ້ອມເຮືອນຫຼັງນັ້ນ ທັງຄົນເຖົ້າ ແລະ ຄົນໜຸ່ມ ທຸກຄົນຈາກທຸກບ່ອນ, ແລ້ວພວກເຂົາກໍເອີ້ນໃສ່ໂລດ ແລະ ເວົ້າກັບລາວວ່າ ພວກຜູ້ຊາຍທີ່ມາຢູ່ກັບເຈົ້າຄືນນີ້ແມ່ນຢູ່ໃສ? ຈົ່ງນໍາພວກເຂົາອອກມາໃຫ້ເຮົາ ເພື່ອພວກເຮົາຈະຮູ້ຈັກກັບພວກເຂົາ. ໂລດກໍອອກໄປຫາພວກເຂົາຢູ່ຂ້າງນອກ ແລະ ຫຼັງຈາກທີ່ອອກໄປແລ້ວກໍອັດປະຕູ ແລະ ເວົ້າວ່າ ເຮົາຂໍຮ້ອງພວກທ່ານແຫຼະ ອ້າຍນ້ອງເອີຍ ຈົ່ງຢ່າເຮັດສິ່ງທີ່ຊົ່ວຮ້າຍເລີຍ. ເບິ່ງແມ ຕອນນີ້ ເຮົາມີລູກສາວສອງຄົນເຊິ່ງບໍ່ເຄີຍຜ່ານຜູ້ຊາຍມາກ່ອນ; ເຮົາຂໍຮ້ອງພວກທ່ານແຫຼະ ໃຫ້ເຮົານໍາພວກເຂົາອອກມາໃຫ້ກັບພວກທ່ານ ແລະ ເພື່ອພວກທ່ານຈະໄດ້ເຮັດກັບພວກເຂົາຕາມທີ່ພວກທ່ານເຫັນດີ, ຈົ່ງຢ່າເຮັດຫຍັງກັບຊາຍເຫຼົ່ານີ້ເລີຍ; ຍ້ອນພວກເຂົາໄດ້ມາຢູ່ພາຍໃຕ້ການຄຸ້ມຄອງຂອງເຮົາ. ແລ້ວພວກເຂົາກໍເວົ້າວ່າ ຍັບອອກໄປ ແລະ ພວກເຂົາກໍເວົ້າອີກວ່າ ເຈົ້ານີ້ມາເພື່ອພັກເຊົາຊົ່ວຄາວຊື່ໆ ແລ້ວຍັງຕ້ອງການຢາກເປັນຜູ້ຕັດສິນອີກ ບັດນີ້ ພວກເຮົາຈະຈັດການກັບເຈົ້າໃຫ້ໜັກກວ່າພວກເຂົາ. ພວກເຂົາກໍຍູ້ໂລດອອກ ແລ້ວບຸກເຂົ້າໄປທຸບປະຕູ ແລະ ຈົນເກືອບຈະພັງປະຕູໄດ້ ແຕ່ຊາຍທັງສອງໄດ້ເດ່ມືຂອງພວກເຂົາອອກມາ ແລະ ດຶງເອົາໂລດເຂົ້າໄປໃນເຮືອນກັບພວກເຂົາ ແລະ ອັດປະຕູໄວ້ ແລະ ພວກເຂົາກໍໂຈມຕີພວກຜູ້ຊາຍທີ່ຢູ່ໜ້າປະຕູເຮືອນນັ້ນໂດຍເຮັດໃຫ້ພວກເຂົາຕາບອດ ທັງຜູ້ນ້ອຍ ແລະ ຜູ້ໃຫຍ່ ຈົນພວກເຂົາເມື່ອຍເພຍຊອກຫາປະຕູບໍ່ເຫັນ” (ປະຖົມມະການ 19:1-11).

“ແລ້ວພຣະເຢໂຮວາກໍທໍາລາຍເມືອງໂຊໂດມ ແລະ ເມືອງໂກໂມລາດ້ວຍມາດ ແລະ ໄຟຈາກພຣະເຢໂຮວາຄືດັ່ງຫ່າຝົນຈາກສະຫວັນ. ພຣະອົງທຳລາຍເມືອງເຫຼົ່ານັ້ນ ແລະ ບັນດາທົ່ງນາ ແລະ ບັນດາຜູ້ທີ່ອາໄສຢູ່ໃນເມືອງເຫຼົ່ານັ້ນທັງໝົດ ແລະ ທຸກສິ່ງທີ່ເຕີບໃຫຍ່ເທິງແຜ່ນດິນນັ້ນ” (ປະຖົມມະການ 19:24-25).

ຈາກຂໍ້ຄວາມເຫຼົ່ານີ້, ມັນບໍ່ໄດ້ຍາກທີ່ຈະເຫັນວ່າ ຄວາມຊົ່ວຮ້າຍ ແລະ ຄວາມເສື່ອມຊາມຂອງເມືອງໂຊໂດມແມ່ນໄດ້ເຖິງຂັ້ນທີ່ມະນຸດ ແລະ ພຣະເຈົ້າກຽດຊັງ, ສະນັ້ນ ໃນສາຍຕາຂອງພຣະເຈົ້າແລ້ວ ເມືອງດັ່ງກ່າວແມ່ນສົມຄວນທີ່ຈະຖືກທຳລາຍ. ແຕ່ແມ່ນຫຍັງໄດ້ເກີດຂຶ້ນໃນເມືອງນັ້ນກ່ອນທີ່ມັນຈະຖືກທຳລາຍ? ແມ່ນຫຍັງຄືແຮງບັນດານໃຈທີ່ເຮັດໃຫ້ຜູ້ຄົນສາມາດຖອດຖອນໄດ້ຈາກເຫດການເຫຼົ່ານີ້? ທັດສະນະຄະຕິຂອງພຣະເຈົ້າຕໍ່ເຫດການເຫຼົ່ານີ້ສະແດງໃຫ້ຜູ້ຄົນເຫັນຫຍັງກ່ຽວກັບອຸປະນິໄສຂອງພຣະອົງ? ເພື່ອການເຂົ້າໃຈເລື່ອງລາວທັງໝົດ, ໃຫ້ພວກເຮົາອ່ານສິ່ງທີ່ຖືກບັນທຶກໄວ້ໃນພຣະທໍາດັ່ງກ່າວຢ່າງລະອຽດຖີ່ຖ້ວນ...

ຄວາມເສື່ອມຊາມຂອງເມືອງໂຊໂດມ: ເຮັດໃຫ້ມະນຸດໃຈຮ້າຍ, ເຮັດໃຫ້ພຣະເຈົ້າໂກດຮ້າຍ

ໃນຄືນນັ້ນ, ໂລດໄດ້ຮັບຜູ້ສົ່ງຂ່າວຈາກພຣະເຈົ້າສອງຄົນ ແລະ ຈັດກຽມງານລ້ຽງສຳລັບພວກເຂົາ. ຫຼັງຈາກທີ່ກິນເຂົ້າ, ກ່ອນທີ່ພວກເຂົາຈະລົ້ມຫົວລົງນອນ, ຜູ້ຄົນທົ່ວເມືອງກໍອ້ອມລ້ອມເຮືອນຂອງໂລດ ແລະ ຮ້ອງເອີ້ນຫາລາວ. ພຣະຄໍາພີບັນທຶກຄໍາເວົ້າຂອງພວກເຂົາວ່າ “ພວກຜູ້ຊາຍທີ່ມາຢູ່ກັບເຈົ້າຄືນນີ້ແມ່ນຢູ່ໃສ? ຈົ່ງນໍາພວກເຂົາອອກມາໃຫ້ເຮົາ ເພື່ອພວກເຮົາຈະຮູ້ຈັກກັບພວກເຂົາ”. ຜູ້ໃດກ່າວຄຳເວົ້າເຫຼົ່ານີ້? ພວກເຂົາກ່າວກັບຜູ້ໃດ? ຄຳເວົ້າເຫຼົ່ານີ້ແມ່ນຄຳເວົ້າຂອງປະຊາຊົນເມືອງໂຊໂດມທີ່ເອີ້ນຢູ່ນອກເຮືອນຂອງໂລດ ແລະ ຕັ້ງໃຈໃຫ້ໂລດໄດ້ຍິນ. ແລ້ວມັນຈະຮູ້ສຶກແນວໃດທີ່ໄດ້ຍິນຄຳເວົ້າເຫຼົ່ານີ້? ເຈົ້າຈະໃຈຮ້າຍບໍ່? ຄຳເວົ້າເຫຼົ່ານີ້ເຮັດໃຫ້ເຈົ້າເບື່ອໜ່າຍບໍ? ເຈົ້າຈະຮ້ອນຮົນດ້ວຍຄວາມໂກດຮ້າຍບໍ? ຄຳເວົ້າເຫຼົ່ານີ້ບໍ່ໄດ້ເໝັນຄາວໄປດ້ວຍຊາຕານບໍ? ຜ່ານຄຳເວົ້າເຫຼົ່ານີ້, ເຈົ້າສາມາດຮູ້ສຶກເຖິງຄວາມຊົ່ວຮ້າຍ ແລະ ຄວາມມືດມົນທີ່ຢູ່ໃນເມືອງນີ້ບໍ່? ເຈົ້າສາມາດຮູ້ສຶກເຖິງຄວາມໂຫດຮ້າຍ ແລະ ຄວາມປ່າເຖື່ອນຂອງພຶດຕິກຳຂອງຜູ້ຄົນເຫຼົ່ານີ້ຜ່ານຄຳເວົ້າຂອງພວກເຂົາບໍ່? ເຈົ້າສາມາດຮູ້ສຶກເຖິງຄວາມຮຸນແຮງຂອງຄວາມເສື່ອມຊາມຂອງພວກເຂົາຜ່ານທາງພຶດຕິກຳຂອງພວກເຂົາບໍ? ຜ່ານເນື້ອຫາຂອງການເວົ້າຂອງພວກເຂົາ, ມັນບໍ່ໄດ້ຍາກທີ່ຈະເຂົ້າໃຈວ່າ ທຳມະຊາດທີ່ຊົ່ວຮ້າຍ ແລະ ອຸປະນິໄສທີ່ປ່າເຖື່ອນຂອງພວກເຂົາແມ່ນໄດ້ເຖິງຂັ້ນທີ່ຢູ່ເໜືອການຄວບຄຸມຂອງພວກເຂົາເອງແລ້ວ. ນອກຈາກໂລດ, ທຸກຄົນທີ່ຢູ່ໃນເມືອງນີ້ແມ່ນບໍ່ໄດ້ແຕກຕ່າງຫຍັງຈາກຊາຕານ; ການເຫັນຄົນອື່ນພຽງເທົ່ານັ້ນກໍເຮັດໃຫ້ຄົນເຫຼົ່ານີ້ຕ້ອງການທຳຮ້າຍ ແລະ ກືນກິນພວກເຂົາ... ສິ່ງເຫຼົ່ານີ້ບໍ່ພຽງແຕ່ເຮັດໃຫ້ຄົນໜຶ່ງຮູ້ສຶກເຖິງທຳມະຊາດທີ່ໂຫດຮ້າຍ ແລະ ເປັນຕາຢ້ານຂອງເມືອງດັ່ງກ່າວ, ພ້ອມທັງກິ່ນອາຍແຫ່ງຄວາມຕາຍທີ່ອ້ອມລ້ອມມັນ, ແຕ່ພວກເຂົາຍັງໃຫ້ຄວາມຮູ້ສຶກເຖິງຄວາມຊົ່ວຮ້າຍ ແລະ ຄວາມກະຫາຍເລືອດຂອງມັນ.

ເມື່ອລາວພົບວ່າຕົນເອງກໍາລັງຜະເຊີນກັບນັກເລງອັນຕະພານທີ່ໄຮ້ມະນຸດສະທຳ, ເຊິ່ງເປັນຄົນທີ່ເຕັມໄປດ້ວຍຄວາມປາຖະໜາທີ່ຈະກືນກິນວິນຍານຂອງມະນຸດຢ່າງປ່າເຖື່ອນ, ໂລດຕອບໂຕ້ພວກເຂົາແນວໃດ? ອີງຕາມພຣະທຳທີ່ວ່າ “ເຮົາຂໍຮ້ອງພວກທ່ານແຫຼະ, ຈົ່ງຢ່າເຮັດສິ່ງທີ່ຊົ່ວຮ້າຍເລີຍ. ເບິ່ງແມ ຕອນນີ້ ເຮົາມີລູກສາວສອງຄົນເຊິ່ງບໍ່ເຄີຍຜ່ານຜູ້ຊາຍມາກ່ອນ; ເຮົາຂໍຮ້ອງພວກທ່ານແຫຼະ ໃຫ້ເຮົານໍາພວກເຂົາອອກມາໃຫ້ກັບພວກທ່ານ ແລະ ເພື່ອພວກທ່ານຈະໄດ້ເຮັດກັບພວກເຂົາຕາມທີ່ພວກທ່ານເຫັນດີ, ຈົ່ງຢ່າເຮັດຫຍັງກັບຊາຍເຫຼົ່ານີ້ເລີຍ; ຍ້ອນພວກເຂົາໄດ້ມາຢູ່ພາຍໃຕ້ການຄຸ້ມຄອງຂອງເຮົາ”. ສິ່ງທີ່ໂລດໝາຍເຖິງໃນຄຳເວົ້າເຫຼົ່ານີ້ກໍຄື: ລາວກຳລັງສະຫຼະລູກສາວຂອງລາວສອງຄົນເພື່ອປົກປ້ອງຜູ້ສົ່ງຂ່າວ. ເມື່ອຄຳນວນຢ່າງສົມເຫດສົມຜົນແລ້ວ, ຄົນເຫຼົ່ານີ້ກໍຄວນຕົກລົງເອົາເງື່ອນໄຂຂອງໂລດ ແລະ ປ່ອຍຜູ້ສົ່ງຂ່າວສອງຄົນນັ້ນໄປ; ຄວາມຈິງແລ້ວ, ຜູ້ສົ່ງຂ່າວເຫຼົ່ານັ້ນກໍເປັນຄົນແປກໜ້າສຳລັບພວກເຂົາ ເຊິ່ງເປັນຄົນທີ່ບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາເລີຍ ແລະ ບໍ່ເຄີຍທຳຮ້າຍຜົນປະໂຫຍດຂອງພວກເຂົາ. ເຖິງຢ່າງນັ້ນກໍຕາມ, ຍ້ອນຖືກຊັກຈູງດ້ວຍທຳມະຊາດທີ່ຊົ່ວຮ້າຍຂອງພວກເຂົາ, ພວກເຂົາກໍບໍ່ຍອມປ່ອຍໃຫ້ເລື່ອງນີ້ຈົບລົງ, ແຕ່ກົງກັນຂ້າມ ພວກເຂົາພະຍາຍາມຢ່າງຮ້າຍແຮງກວ່າເກົ່າ. ນີ້ຄືອີກການກະທໍາຢ່າງໜຶ່ງຂອງພວກເຂົາທີ່ ແນ່ນອນ ໄດ້ເຮັດໃຫ້ຜູ້ຄົນເຂົ້າໃຈເພີ່ມເຕີມກ່ຽວກັບທຳມະຊາດອັນເສື່ອມຊາມຢ່າງແທ້ຈິງຂອງພວກເຂົາ, ໃນຂະນະດຽວກັນ ມັນຍັງເຮັດໃຫ້ຜູ້ຄົນສາມາດຢັ່ງເຖິງ ແລະ ເຂົ້າໃຈເຖິງເຫດຜົນທີ່ວ່າ ເປັນຫຍັງພຣະເຈົ້າຈຶ່ງປາຖະໜາທີ່ຈະທຳລາຍເມືອງນີ້.

ແລ້ວພວກເຂົາໄດ້ເວົ້າແນວໃດຕໍ່ໄປ? ຕາມທີ່ພຣະຄຳພີໄດ້ກ່າວໄວ້ແມ່ນດັ່ງນີ້ “ຫຍັບອອກໄປ ແລະ ພວກເຂົາກໍເວົ້າອີກວ່າ ເຈົ້ານີ້ມາເພື່ອພັກເຊົາຊົ່ວຄາວຊື່ໆ ແລ້ວຍັງຕ້ອງການຢາກເປັນຜູ້ຕັດສິນອີກ ບັດນີ້ ພວກເຮົາຈະຈັດການກັບເຈົ້າໃຫ້ໜັກກວ່າພວກເຂົາ. ພວກເຂົາກໍຍູ້ໂລດອອກ ແລ້ວບຸກເຂົ້າໄປທຸບປະຕູ ແລະ ຈົນເກືອບຈະພັງປະຕູໄດ້”. ເປັນຫຍັງພວກເຂົາຈຶ່ງຕ້ອງການພັງປະຕູຂອງໂລດ? ເຫດຜົນກໍຄື ພວກເຂົາຕ້ອງການທໍາຮ້າຍຜູ້ສົ່ງຂ່າວສອງຄົນເຫຼົ່ານັ້ນ. ແມ່ນຫຍັງທີ່ນໍາຜູ້ສົ່ງຂ່າວສອງຄົນນີ້ມາເມືອງໂຊໂດມ? ຈຸດປະສົງຂອງພວກເຂົາໃນການມາເມືອງນັ້ນກໍເພື່ອຊ່ວຍໂລດ ແລະ ຄອບຄົວຂອງລາວໃຫ້ລອດພົ້ນ, ແຕ່ປະຊາຊົນໃນເມືອງນັ້ນຄິດຜິດ ແລະ ເຂົ້າໃຈວ່າພວກເຂົາໄດ້ມາເພື່ອຮັບຕໍາແໜ່ງທາງການ. ປະຊາຊົນໃນເມືອງໂຊໂດມບໍ່ຖາມເຖິງຈຸດປະສົງຂອງຜູ້ສົ່ງຂ່າວ ແຕ່ຕ້ອງການທຳຮ້າຍຜູ້ສົ່ງຂ່າວສອງຄົນນີ້ຢ່າງປ່າເຖື່ອນໂດຍອີງໃສ່ການຄາດເດົາທັງສິ້ນ; ພວກເຂົາປາຖະໜາທີ່ຈະທຳຮ້າຍສອງຄົນທີ່ບໍ່ກ່ຽວຂ້ອງຫຍັງກັບພວກເຂົາເລີຍ. ມັນຊັດເຈນແລ້ວວ່າ ປະຊາຊົນໃນເມືອງນີ້ໄດ້ສູນເສຍຄວາມເປັນມະນຸດ ແລະ ເຫດຜົນຂອງພວກເຂົາທັງສິ້ນ. ລະດັບຂອງຄວາມບ້າ ແລະ ຄວາມປ່າເຖື່ອນຂອງພວກເຂົາບໍ່ໄດ້ແຕກຕ່າງໄປຈາກທຳມະຊາດທີ່ຊົ່ວຊ້າຂອງຊາຕານ ທີ່ມັນທຳຮ້າຍ ແລະ ກືນກິນມະນຸດ.

ເມື່ອພວກເຂົາຮຽກຮ້ອງໃຫ້ໂລດມອບຄົນເຫຼົ່ານີ້, ໂລດເຮັດຫຍັງ? ຈາກຂໍ້ຄວາມໃນພຣະຄໍາພີ ພວກເຮົາຮູ້ວ່າ ໂລດບໍ່ໄດ້ມອບພວກເຂົາ. ໂລດເຄີຍຮູ້ຈັກຜູ້ສົ່ງຂ່າວສອງຄົນນີ້ຂອງພຣະເຈົ້າບໍ່? ແນ່ນອນວ່າ ບໍ່ຮູ້! ແຕ່ເປັນຫຍັງລາວຈຶ່ງຍອມຊ່ວຍສອງຄົນນີ້? ລາວຮູ້ບໍວ່າ ພວກເຂົາໄດ້ມາເພື່ອເຮັດຫຍັງ? ເຖິງແມ່ນວ່າລາວບໍ່ຮູ້ຈັກເຫດຜົນໃນການມາຂອງພວກເຂົາ, ແຕ່ລາວຮູ້ວ່າພວກເຂົາເປັນຜູ້ຮັບໃຊ້ຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ລາວຈຶ່ງນໍາພວກເຂົາເຂົ້າໄປໃນເຮືອນຂອງລາວ. ການທີ່ລາວສາມາດເອີ້ນຜູ້ຮັບໃຊ້ເຫຼົ່ານີ້ຂອງພຣະເຈົ້າດ້ວຍຕໍາແໜ່ງທີ່ວ່າ “ເຈົ້ານາຍ” ສະແດງໃຫ້ເຫັນວ່າໂລດເປັນຜູ້ຕິດຕາມພຣະເຈົ້າຢ່າງໃກ້ຊິດ, ບໍ່ຄືກັບຄົນອື່ນໃນເມືອງໂຊໂດມ. ສະນັ້ນ ເມື່ອຜູ້ສົ່ງຂ່າວຂອງພຣະເຈົ້າມາຫາລາວ, ລາວຈຶ່ງສ່ຽງຊີວິດຂອງລາວເອງເພື່ອນໍາເອົາຜູ້ຮັບໃຊ້ສອງຄົນນັ້ນເຂົ້າໄປໃນເຮືອນຂອງລາວ; ຍິ່ງໄປກວ່ານັ້ນ ລາວຍັງຍອມສະຫຼະລູກສາວສອງຄົນຂອງລາວເພື່ອແລກປ່ຽນກັບຄວາມປອດໄພຂອງຜູ້ຮັບໃຊ້ສອງຄົນນີ້. ນີ້ແມ່ນການກະທຳທີ່ຊອບທຳຂອງໂລດ; ມັນແມ່ນການສະແດງອອກຢ່າງຊັດແຈ້ງກ່ຽວກັບທຳມະຊາດ ແລະ ແກ່ນແທ້ຂອງໂລດ ແລະ ມັນຍັງເປັນເຫດຜົນທີ່ພຣະເຈົ້າສົ່ງຜູ້ຮັບໃຊ້ຂອງພຣະອົງເພື່ອໄປຊ່ວຍໂລດໃຫ້ລອດພົ້ນ. ເມື່ອພົບກັບໄພອັນຕະລາຍ, ໂລດປົກປ້ອງຜູ້ຮັບໃຊ້ສອງຄົນນີ້ໂດຍບໍ່ຄຳນຶງເຖິງສິ່ງອື່ນເລີຍ; ລາວເຖິງກັບພະຍາຍາມແລກປ່ຽນລູກສາວສອງຄົນຂອງລາວກັບຄວາມປອດໄພຂອງຜູ້ຮັບໃຊ້. ນອກຈາກໂລດແລ້ວ, ມີຜູ້ໃດອີກບໍ່ທີ່ຢູ່ໃນເມືອງທີ່ຈະເຮັດແບບນີ້? ດັ່ງທີ່ຄວາມຈິງໄດ້ພິສູດໃຫ້ເຫັນແລ້ວວ່າ ບໍ່ມີ, ບໍ່ມີເລີຍ! ສະນັ້ນ ມັນຈຶ່ງຊັດເຈນແລ້ວວ່າ ທຸກຄົນຢູ່ໃນເມືອງໂຊໂດມ, ນອກຈາກໂລດ, ແມ່ນເປັນເປົ້າໝາຍໃນການທຳລາຍລ້າງ ແລະ ມັນຍຸຕິທຳແລ້ວ, ເພາະພວກເຂົາສົມຄວນໄດ້ຮັບມັນ.

ເມືອງໂຊໂດມຖືກທຳລາຍລ້າງທັງສິ້ນຍ້ອນໄດ້ທ້າທາຍຄວາມໂກດຮ້າຍຂອງພຣະເຈົ້າ

ເມື່ອປະຊາຊົນໃນເມືອງໂຊໂດມໄດ້ເຫັນຜູ້ຮັບໃຊ້ສອງຄົນນີ້, ພວກເຂົາກໍບໍ່ໄດ້ຖາມເຫດຜົນສຳລັບການມາ ຫຼື ບໍ່ມີຜູ້ໃດຖາມວ່າພວກເຂົາໄດ້ມາເພື່ອເຜີຍແຜ່ຄວາມປະສົງຂອງພຣະເຈົ້າ ຫຼື ບໍ່. ໃນທາງກົງກັນຂ້າມ ພວກເຂົາກໍ່ການຈະລາຈົນ ແລະ ຫຸ້ມໃສ່ດັ່ງກັບໝາຮ້າຍ ຫຼື ໝາປ່າທີ່ຊົ່ວຊ້າເພື່ອຈັບກຸມເອົາຜູ້ຮັບໃຊ້ສອງຄົນນີ້ ໂດຍບໍ່ລໍຖ້າຄຳອະທິບາຍຫຍັງເລີຍ. ພຣະເຈົ້າເຝົ້າເບິ່ງສິ່ງເຫຼົ່ານີ້ໃນຂະນະທີ່ມັນເກີດຂຶ້ນຢູ່ບໍ? ພຣະເຈົ້າຄິດຫຍັງໃນຫົວໃຈຂອງພຣະອົງ ກ່ຽວກັບພຶດຕິກຳແບບນີ້ຂອງມະນຸດ ແລະ ກ່ຽວກັບເຫດການແບບນີ້? ພຣະເຈົ້າຕັດສິນໃຈທຳລາຍເມືອງນີ້; ພຣະອົງຈະບໍ່ຊັກຊ້າ ຫຼື ລໍຖ້າ ຫຼື ພຣະອົງຈະບໍ່ສະແດງຄວາມອົດທົນອີກຕໍ່ໄປ. ມື້ຂອງພຣະອົງໄດ້ມາເຖິງແລ້ວ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງເລີ່ມພາລະກິດທີ່ພຣະອົງປາຖະໜາຈະເຮັດ. ສະນັ້ນ ປະຖົມມະການ 19:24-25 ຈຶ່ງກ່າວໄວ້ວ່າ “ແລ້ວພຣະເຢໂຮວາກໍທໍາລາຍເມືອງໂຊໂດມ ແລະ ເມືອງໂກໂມລາດ້ວຍມາດ ແລະ ໄຟຈາກພຣະເຢໂຮວາຄືດັ່ງຫ່າຝົນຈາກສະຫວັນ. ພຣະອົງທຳລາຍເມືອງເຫຼົ່ານັ້ນ ແລະ ບັນດາທົ່ງນາ ແລະ ບັນດາຜູ້ທີ່ອາໄສຢູ່ໃນເມືອງເຫຼົ່ານັ້ນທັງໝົດ ແລະ ທຸກສິ່ງທີ່ເຕີບໃຫຍ່ເທິງແຜ່ນດິນນັ້ນ”. ພຣະທຳສອງຂໍ້ນີ້ບົ່ງບອກເຖິງວິທີການທີ່ພຣະເຈົ້າທຳລາຍເມືອງນີ້ ພ້ອມກັບສິ່ງຕ່າງໆ ທີ່ພຣະເຈົ້າໄດ້ທຳລາຍ. ກ່ອນອື່ນ ພຣະຄຳພີບັນລະຍາຍວ່າ ພຣະເຈົ້າໄດ້ເຜົາໄໝ້ເມືອງດັ່ງກ່າວດ້ວຍໄຟ ແລະ ຂະໜາດຂອງໄຟນີ້ແມ່ນພຽງພໍທີ່ຈະທຳລາຍປະຊາຊົນທຸກຄົນ ແລະ ທຸກສິ່ງທີ່ເກີດຂຶ້ນໃນພື້ນດິນນັ້ນ. ນັ້ນໝາຍຄວາມວ່າ ໄຟທີ່ຕົກລົງຈາກສະຫວັນ ບໍ່ພຽງແຕ່ທຳລາຍເມືອງ, ມັນຍັງທຳລາຍທຸກຄົນ ແລະ ທຸກສິ່ງທີ່ມີຊີວິດຢູ່ໃນນັ້ນ ຈົນວ່າບໍ່ມີຮ່ອງຮອຍຫຍັງຫຼົງເຫຼືອເລີຍ. ຫຼັງຈາກທີ່ເມືອງຖືກທຳລາຍ, ແຜ່ນດິນກໍປາສະຈາກສິ່ງມີຊີວິດ; ບໍ່ມີຊີວິດອີກຕໍ່ໄປ ຫຼື ບໍ່ມີຮ່ອງຮອຍຂອງຊີວິດເລີຍ. ເມືອງໄດ້ກາຍເປັນດິນແດນວ່າງເປົ່າ, ເຊິ່ງເປັນບ່ອນວ່າງເປົ່າທີ່ເຕັມໄປດ້ວຍຄວາມງຽບສະງັດ. ມັນຈະບໍ່ມີການກະທຳຊົ່ວຮ້າຍຕໍ່ພຣະເຈົ້າໃນສະຖານທີ່ນີ້ອີກຕໍ່ໄປ ຫຼື ບໍ່ມີການສັງຫານ ຫຼື ຫຼັ່ງເລືອດອີກຕໍ່ໄປ.

ເປັນຫຍັງພຣະເຈົ້າຈຶ່ງຕ້ອງການເຜົາເມືອງນີ້ຢ່າງສົມບູນ? ຜູ້ຄົນສາມາດເຫັນຫຍັງໃນນີ້? ພຣະເຈົ້າສາມາດທົນເຝົ້າເບິ່ງມະນຸດຊາດ ແລະ ທຳມະຊາດ, ການເນລະມິດສ້າງຂອງພຣະອົງເອງຖືກທຳລາຍແບບນີ້ໄດ້ແທ້ບໍ? ຖ້າເຈົ້າສາມາດແຍກແຍະຄວາມໂກດຮ້າຍຂອງພຣະເຢໂຮວາອອກຈາກໄຟທີ່ຖືກໂຍນລົງມາຈາກສະຫວັນ ແລະ ຖ້າຕັດສິນຈາກເປົ້າໝາຍຂອງການທຳລາຍຂອງພຣະອົງ ແລະ ລະດັບທີ່ເມືອງນີ້ຖືກທຳລາຍ ແລ້ວມັນກໍບໍ່ຍາກທີ່ຈະເຂົ້າໃຈວ່າ ຄວາມໂກດຮ້າຍຂອງພຣະອົງມີຫຼາຍສໍ່າໃດ. ເມື່ອພຣະເຈົ້າລັງກຽດເມືອງໃດໜຶ່ງ, ພຣະອົງກໍຈະລົງໂທດເມືອງນັ້ນ. ເມື່ອພຣະເຈົ້າເບື່ອໜ່າຍເມືອງໃດໜຶ່ງ ພຣະອົງກໍຈະແຈ້ງເຕືອນຊໍ້າແລ້ວຊໍ້າອີກເພື່ອແຈ້ງໃຫ້ຜູ້ຄົນຮູ້ເຖິງຄວາມໂກດຮ້າຍຂອງພຣະອົງ. ເຖິງຢ່າງໃດກໍຕາມ ເມື່ອພຣະເຈົ້າຕັດສິນໃຈຈະນໍາຈຸດຈົບມາໃຫ້ ແລະ ທຳລາຍເມືອງໃດໜຶ່ງ, ນັ້ນກໍຄື ເມື່ອຄວາມໂກດຮ້າຍ ແລະ ຄວາມສະຫງ່າຜ່າເຜີຍຂອງພຣະອົງຖືກທ້າທາຍ, ພຣະອົງກໍຈະບໍ່ລົງໂທດ ຫຼື ແຈ້ງເຕືອນເພີ່ມເຕີມອີກ. ກົງກັນຂ້າມ ພຣະອົງຈະທຳລາຍມັນໂດຍກົງ. ພຣະອົງຈະເຮັດໃຫ້ມັນຫາຍໄປທັງສິ້ນ. ນີ້ຄືອຸປະນິໄສທີ່ຊອບທຳຂອງພຣະເຈົ້າ.

ຫຼັງຈາກເມືອງໂຊໂດມຂັດຂືນ ແລະ ຕໍ່ຕ້ານພຣະອົງຊໍ້າແລ້ວຊໍ້າອີກ, ພຣະເຈົ້າກໍກຳຈັດມັນຢ່າງສົມບູນ

ບັດນີ້ ພວກເຮົາໄດ້ມີຄວາມເຂົ້າໃຈທົ່ວໄປກ່ຽວກັບ ອຸປະນິໄສອັນຊອບທຳຂອງພຣະເຈົ້າ, ພວກເຮົາອາດຫັນຄວາມສົນໃຈຂອງພວກເຮົາໄປຍັງເມືອງໂຊໂດມອີກຄັ້ງ ເຊິ່ງເປັນສະຖານທີ່ໆພຣະເຈົ້າເຫັນວ່າເປັນເມືອງແຫ່ງຄວາມບາບ. ໂດຍການເຂົ້າໃຈແກ່ນແທ້ຂອງເມືອງນີ້, ພວກເຮົາກໍຈະສາມາດເຂົ້າໃຈວ່າ ເປັນຫຍັງພຣະເຈົ້າຈຶ່ງຕ້ອງການທຳລາຍມັນ ແລະ ເປັນຫຍັງພຣະເຈົ້າຈຶ່ງທຳລາຍມັນຢ່າງສິ້ນຊາກແບບນັ້ນ. ຈາກສິ່ງນີ້, ພວກເຮົາສາມາດມາຮູ້ຈັກອຸປະນິໄສທີ່ຊອບທໍາຂອງພຣະເຈົ້າ.

ຈາກທັດສະນະຂອງມະນຸດ, ໂຊໂດມເປັນເມືອງທີ່ສາມາດສະໜອງຄວາມປາຖະໜາຂອງມະນຸດ ແລະ ຄວາມຊົ່ວຮ້າຍຂອງມະນຸດໄດ້ຢ່າງສົມບູນ. ການລໍ້ໃຈ ແລະ ການໃຊ້ເວດມົນສະກົດ, ພ້ອມກັບດົນຕີ ແລະ ການເຕັ້ນລຳຄືນແລ້ວຄືນເລົ່າ, ຄວາມຈະເລີນຂອງມັນເຮັດໃຫ້ມະນຸດຫຼົງໄຫຼ ແລະ ເປັນບ້າ. ຄວາມຊົ່ວຮ້າຍຂອງມັນກັດເຊາະຫົວໃຈຂອງມະນຸດ ແລະ ເຮັດໃຫ້ພວກເຂົາຫຼົງໄຫຼຈົນເສື່ອມໂຊມ. ນີ້ແມ່ນເມືອງຂອງວິນຍານເປິເປື້ອນ ແລະ ຊົ່ວຮ້າຍແລ່ນອາລະວາດ; ມັນເຕັມໄປດ້ວຍຄວາມບາບ ແລະ ການຄາດຕະກໍາ ແລະ ອາກາດກໍແອອັດໄປດ້ວຍກິ່ນເໝັນຄາວເລືອດ ແລະ ສິ່ງເນົ່າເໝັນ. ມັນເປັນເມືອງທີ່ເຮັດໃຫ້ຜູ້ຄົນເລືອດເຢັນ, ເປັນເມືອງທີ່ຄົນໆໜຶ່ງຈະສູນຫາຍໄປຢ່າງໜ້າຢ້ານກົວ. ບໍ່ມີຜູ້ໃດໃນເມືອງນີ້, ບໍ່ວ່າຈະເປັນຜູ້ຊາຍ ຫຼື ແມ່ຍິງ, ໜຸ່ມ ຫຼື ເຖົ້າ ຕ້ອງການສະແຫວງຫາຫົນທາງທີ່ແທ້ຈິງ; ບໍ່ມີຜູ້ໃດສະແຫວງຫາແສງສະຫວ່າງ ຫຼື ປາຖະໜາທີ່ຈະຍ່າງອອກຈາກຄວາມບາບ. ພວກເຂົາດຳລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງຊາຕານ, ພາຍໃຕ້ຄວາມເສື່ອມຊາມ ແລະ ການລໍ້ລວງຂອງຊາຕານ. ພວກເຂົາໄດ້ສູນເສຍຄວາມເປັນມະນຸດຂອງພວກເຂົາ, ພວກເຂົາໄດ້ສູນເສຍຄວາມຮູ້ສຶກຂອງພວກເຂົາ ແລະ ພວກເຂົາໄດ້ສູນເສຍເປົ້າໝາຍເດີມແຫ່ງການເປັນຢູ່ຂອງມະນຸດ. ພວກເຂົາໄດ້ເຮັດການກະທຳທີ່ຊົ່ວຮ້າຍຈົນນັບບໍ່ຖ້ວນໃນການຕໍ່ຕ້ານພຣະເຈົ້າ; ພວກເຂົາປະຕິເສດການນໍາພາຂອງພຣະອົງ ແລະ ຕໍ່ຕ້ານຄວາມປະສົງຂອງພຣະອົງ. ມັນຄືການກະທຳທີ່ຊົ່ວຮ້າຍຂອງພວກເຂົາທີ່ແບກຫາບເອົາຄົນເຫຼົ່ານີ້, ເມືອງ ແລະ ທຸກສິ່ງທີ່ມີຊີວິດຢູ່ໃນນັ້ນ ລົງສູ່ເສັ້ນທາງແຫ່ງຄວາມພິນາດ ເທື່ອລະບາດກ້າວ.

ເຖິງແມ່ນວ່າ ພຣະຄຳສອງຂໍ້ນີ້ບໍ່ໄດ້ບັນທຶກທຸກລາຍລະອຽດທີ່ກ່ຽວຂ້ອງກັບຂອບເຂດຂອງຄວາມເສື່ອມຊາມຂອງປະຊາຊົນໃນເມືອງໂຊໂດມ, ກົງກັນຂ້າມແມ່ນບັນທຶກຄວາມປະພຶດຂອງພວກເຂົາຕໍ່ຜູ້ຮັບໃຊ້ສອງຄົນຂອງພຣະເຈົ້າ ຫຼັງຈາກການມາເຖິງໃນເມືອງຂອງພວກເຂົາ, ແຕ່ມັນກໍເປັນຄວາມຈິງທີ່ເປີດເຜີຍໃຫ້ເຫັນເຖິງຂອບເຂດທີ່ປະຊາຊົນໃນເມືອງໂຊໂດມເສື່ອມຊາມ, ຊົ່ວຮ້າຍ ແລະ ຕໍ່ຕ້ານພຣະເຈົ້າ. ດ້ວຍສິ່ງນີ້, ໃບໜ້າ ແລະ ແກ່ນແທ້ທີ່ແທ້ຈິງຂອງປະຊາຊົນໃນເມືອງຈຶ່ງຖືກເປີດໂປງເຊັ່ນກັນ. ຄົນເຫຼົ່ານີ້ບໍ່ພຽງແຕ່ປະຕິເສດທີ່ຈະຍອມຮັບເອົາການແຈ້ງເຕືອນຂອງພຣະເຈົ້າ, ແຕ່ພວກເຂົາຍັງບໍ່ຢ້ານການລົງໂທດຂອງພຣະອົງ. ໃນທາງກົງກັນຂ້າມ, ພວກເຂົາດູຖູກຄວາມໂກດຮ້າຍຂອງພຣະເຈົ້າ. ພວກເຂົາຕໍ່ຕ້ານພຣະເຈົ້າຢ່າງລັບຫູລັບຕາ. ບໍ່ວ່າພຣະອົງຈະເຮັດຫຍັງ ຫຼື ພຣະອົງເຮັດແນວໃດກໍຕາມ, ທຳມະຊາດທີ່ຊົ່ວຊ້າຂອງພວກເຂົາກໍໄດ້ແຕ່ເພີ່ມທະວີຂຶ້ນເລື້ອຍໆ ແລະ ພວກເຂົາກໍຕໍ່ຕ້ານພຣະເຈົ້າຊໍ້າແລ້ວຊໍ້າອີກ. ປະຊາຊົນໃນເມືອງໂຊໂດມບໍ່ເປັນມິດຕໍ່ການເປັນຢູ່ຂອງພຣະເຈົ້າ, ການມາເຖິງຂອງພຣະອົງ, ການລົງໂທດຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນກໍຄືການແຈ້ງເຕືອນຂອງພຣະອົງ. ພວກເຂົາອວດດີເຫຼືອເກີນ. ພວກເຂົາກືນກິນ ແລະ ທຳຮ້າຍທຸກຄົນທີ່ສາມາດຖືກກືນກິນ ແລະ ທຳຮ້າຍໄດ້ ແລະ ພວກເຂົາປະຕິບັດຕໍ່ຄົນຮັບໃຊ້ຂອງພຣະເຈົ້າແບບນັ້ນເຊັ່ນກັນ. ເມື່ອເວົ້າເຖິງການກະທຳທີ່ຊົ່ວຮ້າຍທຸກຢ່າງທີ່ເຮັດໂດຍປະຊາຊົນໃນເມືອງໂຊໂດມ, ການທຳຮ້າຍຄົນຮັບໃຊ້ຂອງພຣະເຈົ້າເປັນພຽງເສດສ່ວນເລັກນ້ອຍຂອງບັນຫາເທົ່ານັ້ນ ແລະ ທຳມະຊາດທີ່ຊົ່ວຮ້າຍຂອງພວກເຂົາທີ່ຖືກເປີດເຜີຍຕໍ່ມາ ແທ້ຈິງແລ້ວ ກໍບໍ່ໄດ້ຍິ່ງໃຫຍ່ໄປກວ່າຢົດນໍ້າໃນທະເລອັນກວ້າງໃຫຍ່. ສະນັ້ນ ພຣະເຈົ້າຈຶ່ງເລືອກທີ່ຈະທຳລາຍພວກເຂົາດ້ວຍໄຟ. ພຣະເຈົ້າບໍ່ໄດ້ໃຊ້ນໍ້າຖ້ວມ ຫຼື ພຣະອົງບໍ່ໄດ້ໃຊ້ພາຍຸ, ແຜ່ນດິນໄຫວ, ຄື້ນສຶນາມິ ຫຼື ວິທີການອື່ນໆເພື່ອທຳລາຍເມືອງດັ່ງກ່າວ. ການທີ່ພຣະເຈົ້າໃຊ້ໄຟເພື່ອທຳລາຍເມືອງນີ້ຄວາມໝາຍເຖິງຫຍັງ? ມັນໝາຍເຖິງຄວາມພິນາດທັງໝົດຂອງເມືອງ; ມັນໝາຍຄວາມວ່າ ເມືອງດັ່ງກ່າວໄດ້ຫາຍໄປຈາກໂລກທັງສິ້ນ ແລະ ຈາກການມີຢູ່. “ຄວາມພິນາດ” ໃນນີ້ ບໍ່ພຽງແຕ່ໝາຍເຖິງການຫາຍໄປຂອງຮູບຮ່າງ ແລະ ໂຄງສ້າງຂອງເມືອງ ຫຼື ລັກສະນະພາຍນອກ; ມັນຍັງໝາຍຄວາມວ່າ ວິນຍານຂອງຜູ້ຄົນທີ່ຢູ່ໃນເມືອງກໍຖືກທໍາລາຍໝົດສິ້ນ, ຖືກກຳຈັດທັງໝົດ. ສະຫຼຸບງ່າຍໆກໍຄື ທຸກຄົນ, ທຸກເຫດການ ແລະ ທຸກສິ່ງທີ່ກ່ຽວພັນກັບເມືອງດັ່ງກ່າວແມ່ນຖືກທຳລາຍ. ຈະບໍ່ມີຊາດໜ້າ ຫຼື ການເກີດໃໝ່ສຳລັບປະຊາຊົນໃນເມືອງນັ້ນ; ພຣະເຈົ້າໄດ້ກຳຈັດພວກເຂົາອອກຈາກມະນຸດຊາດຂອງການເນລະມິດສ້າງຂອງພຣະອົງ ຕະຫຼອດໄປຊົ່ວນິດລັນດອນ. ການໃຊ້ໄຟບົ່ງບອກເຖິງຈຸດຈົບຂອງຄວາມບາບໃນສະຖານທີ່ນີ້ ແລະ ຄວາມບາບນັ້ນກໍຖືກດັບສູນໃນທີ່ນັ້ນ; ຄວາມບາບນີ້ຈະບໍ່ມີ ແລະ ຂະຫຍາຍຕົວອີກຕໍ່ໄປ. ມັນໝາຍຄວາມວ່າ ຄວາມຊົ່ວຮ້າຍຂອງຊາຕານໄດ້ສູນເສຍດິນຫຼໍ່ລ້ຽງຂອງມັນ ພ້ອມກັບຂຸມຝັງສົບທີ່ເຮັດໃຫ້ມັນໄດ້ມີບ່ອນອາໄສ ແລະ ດຳລົງຊີວິດຢູ່. ໃນສົງຄາມລະຫວ່າງພຣະເຈົ້າ ແລະ ຊາຕານ, ການທີ່ພຣະເຈົ້າໃຊ້ໄຟແມ່ນເຄື່ອງໝາຍແຫ່ງການເອົາຊະນະຂອງພຣະອົງຕໍ່ຊາຕານ. ຄວາມພິນາດຂອງເມືອງໂຊໂດມແມ່ນຄວາມຜິດພາດອັນໃຫຍ່ຫຼວງຂອງຊາຕານໃນການພະຍາຍາມຕໍ່ຕ້ານພຣະເຈົ້າໂດຍການເຮັດໃຫ້ມະນຸດເສື່ອມຊາມ ແລະ ກືນກິນມະນຸດ. ໃນທຳນອງດຽວກັນ ມັນເປັນເຄື່ອງໝາຍແຫ່ງການອັບອາຍໃນຊ່ວງເວລາພັດທະນາຂອງມະນຸດຊາດ ເມື່ອມະນຸດປະຕິເສດການນໍາພາຂອງພຣະເຈົ້າ ແລະ ປະຖິ້ມຕົນເອງໃຫ້ກັບຄວາມຊົ່ວຮ້າຍ. ຍິ່ງໄປກວ່ານັ້ນ ມັນເປັນການບັນທຶກການເປີດເຜີຍທີ່ແທ້ຈິງຂອງອຸປະນິໄສອັນຊອບທຳຂອງພຣະເຈົ້າ.

ເມື່ອໄຟທີ່ພຣະເຈົ້າສົ່ງມາຈາກສະຫວັນໄດ້ເຜົາໄໝ້ເມືອງໂຊໂດມລົງຈົນບໍ່ເຫຼືອຫຍັງນອກຈາກຂີ້ເທົ່າ, ມັນໝາຍຄວາມວ່າ ຕັ້ງແຕ່ນີ້ຕໍ່ໄປ ເມືອງທີ່ຊື່ “ໂຊໂດມ” ແລະ ພ້ອມກັບທຸກສິ່ງທີ່ຢູ່ພາຍໃນຕົວເມືອງແມ່ນບໍ່ມີອີກຕໍ່ໄປ. ມັນຖືກທຳລາຍໂດຍຄວາມໂກດຮ້າຍຂອງພຣະເຈົ້າ, ຫາຍໄປກັບຄວາມໂກດຮ້າຍ ແລະ ຄວາມສະຫງ່າຜ່າເຜີຍຂອງພຣະເຈົ້າ. ຍ້ອນອຸປະນິໄສອັນຊອບທຳຂອງພຣະເຈົ້າ, ໂຊໂດມຈຶ່ງໄດ້ຮັບການລົງໂທດຢ່າງຍຸຕິທຳຂອງມັນ ແລະ ຈຸດຈົບທີ່ຊອບທຳຂອງມັນ. ການເປັນຢູ່ຂອງເມືອງໂຊໂດມສິ້ນສຸດລົງກໍຍ້ອນຄວາມຊົ່ວຮ້າຍຂອງມັນ ແລະ ມັນຍັງເປັນຍ້ອນວ່າ ພຣະເຈົ້າບໍ່ປາຖະໜາທີ່ຈະຫຼຽວເບິ່ງເມືອງນີ້ ຫຼື ຜູ້ຄົນທີ່ດຳລົງຊີວິດຢູ່ໃນເມືອງນີ້ ຫຼື ຊີວິດທີ່ເຕີບໂຕພາຍໃນເມືອງນີ້ອີກ. “ຄວາມປາຖະໜາຂອງພຣະເຈົ້າທີ່ຈະບໍ່ຫຼຽວເບິ່ງເມືອງນີ້” ແມ່ນຄວາມໂກດຮ້າຍຂອງພຣະອົງ ພ້ອມທັງຄວາມສະຫງ່າຜ່າເຜີຍຂອງພຣະອົງ. ພຣະເຈົ້າເຜົາເມືອງດັ່ງກ່າວ ຍ້ອນຄວາມຊົ່ວຮ້າຍ ແລະ ຄວາມຜິດບາບຂອງມັນທີ່ເຮັດໃຫ້ພຣະອົງຮູ້ສຶກໃຈຮ້າຍ, ເບື່ອໜ່າຍ ແລະ ກຽດຊັງມັນ ແລະ ປາຖະໜາທີ່ຈະບໍ່ຫຼຽວເບິ່ງມັນ ຫຼື ຜູ້ຄົນ ຫຼື ສິ່ງທີ່ມີຊີວິດຢູ່ໃນເມືອງນັ້ນອີກຕໍ່ໄປ. ຫຼັງຈາກທີ່ເມືອງດັ່ງກ່າວໄດ້ຖືກເຜົາສຳເລັດລົງ, ປ່ອຍໃຫ້ເຫຼືອພຽງແຕ່ຂີ້ເທົ່າ, ມັນຈຶ່ງບໍ່ມີອີກໃນສາຍຕາຂອງພຣະເຈົ້າຢ່າງແທ້ຈິງ; ແມ່ນແຕ່ຄວາມຊົງຈຳຂອງພຣະອົງກ່ຽວກັບມັນກໍຫາຍໄປ, ຖືກລຶບລ້າງອອກໝົດ. ນີ້ໝາຍຄວາມວ່າ ໄຟທີ່ສົ່ງມາຈາກສະຫວັນບໍ່ພຽງແຕ່ທຳລາຍເມືອງໂຊໂດມທັງໝົດ ຫຼື ມັນບໍ່ພຽງແຕ່ທຳລາຍຜູ້ຄົນທີ່ຢູ່ໃນເມືອງ ເຊິ່ງເຕັມໄປດ້ວຍຄວາມບາບ ຫຼື ມັນບໍ່ພຽງແຕ່ທຳລາຍທຸກສິ່ງທີ່ຢູ່ພາຍໃນເມືອງອັນເປິເປື້ອນນີ້ຍ້ອນຄວາມຜິດບາບ; ແຕ່ນອກເໜືອໄປກວ່ານີ້ ມັນຍັງທຳລາຍຄວາມຊົງຈຳແຫ່ງຄວາມຊົ່ວຮ້າຍ ແລະ ການຕໍ່ຕ້ານຂອງມະນຸດທີ່ມີຕໍ່ພຣະເຈົ້າ. ນີ້ແມ່ນຈຸດປະສົງຂອງພຣະເຈົ້າໃນການເຜົາເມືອງດັ່ງກ່າວລົງ.

ມະນຸດຊາດໄດ້ເລີ່ມເສື່ອມຊາມຢ່າງຮາຍແຮງທີ່ສຸດ. ຜູ້ຄົນເຫຼົ່ານີ້ບໍ່ຮູ້ຈັກວ່າພຣະເຈົ້າແມ່ນໃຜ ຫຼື ພວກເຂົາເອງມາຈາກໃສ. ຖ້າເຈົ້າກ່າວເຖິງພຣະເຈົ້າໃຫ້ພວກເຂົາຟັງ, ພວກເຂົາກໍຈະໂຈມຕີ, ກ່າວຮ້າຍ ແລະ ໝິ່ນປະໝາດເຈົ້າ. ແມ່ນແຕ່ໃນເວລາຜູ້ທີ່ຮັບໃຊ້ພຣະເຈົ້າມາເພື່ອປະກາດການແຈ້ງເຕືອນຂອງພຣະອົງ, ຜູ້ຄົນທີ່ເສື່ອມຊາມເຫຼົ່ານີ້ບໍ່ພຽງແຕ່ບໍ່ໄດ້ສະແດງເຖິງຄວາມກັບໃຈ ແລະ ບໍ່ໄດ້ປະຖິ້ມຄວາມປະພຶດທີ່ຊົ່ວຮ້າຍຂອງພວກເຂົາ, ແຕ່ໃນທາງກົງກັນຂ້າມ ພວກເຂົາຍັງທຳຮ້າຍຜູ້ຮັບໃຊ້ຂອງພຣະເຈົ້າຢ່າງໜ້າດ້ານ. ສິ່ງທີ່ພວກເຂົາສະແດງອອກ ແລະ ເປີດເຜີຍແມ່ນທຳມະຊາດຂອງພວກເຂົາ ແລະ ແກ່ນແທ້ໃນການຕໍ່ຕ້ານພຣະເຈົ້າຢ່າງຮ້າຍແຮງ. ພວກເຮົາສາມາດເຫັນໄດ້ວ່າ ການຕໍ່ຕ້ານຂອງຜູ້ຄົນທີ່ເສື່ອມຊາມເຫຼົ່ານີ້ຕໍ່ພຣະເຈົ້າແມ່ນເປັນຫຼາຍກວ່າການເປີດເຜີຍເຖິງອຸປະນິໄສອັນເສື່ອມຊາມຂອງພວກເຂົາ, ມັນບໍ່ຕ່າງຫຍັງກັບກໍລະນີຂອງການກ່າວຮ້າຍ ຫຼື ເຍາະເຍີ້ຍ ທີ່ເກີດຈາກການຂາດຄວາມເຂົ້າໃຈກ່ຽວກັບຄວາມຈິງ. ບໍ່ແມ່ນຄວາມໂງ່ຈ້າ ຫຼື ຄວາມບໍ່ຮູ້ທີ່ກໍ່ໃຫ້ເກີດຄວາມປະພຶດທີ່ຊົ່ວຮ້າຍຂອງພວກເຂົາ; ພວກເຂົາປະພຶດໃນລັກສະນະນີ້ບໍ່ແມ່ນຍ້ອນພວກເຂົາຖືກລໍ້ລວງ ແລະ ມັນບໍ່ແມ່ນຍ້ອນພວກເຂົາຖືກນໍາພາຢ່າງຜິດໆແນ່ນອນ. ຄວາມປະພຶດຂອງພວກເຂົາແມ່ນເຖິງຂັ້ນທີ່ເປັນປໍລະປັກຢ່າງເປີດເຜີຍແບບໜ້າດ້ານໆ, ຕໍ່ຕ້ານ ແລະ ປະນາມພຣະເຈົ້າ. ແນ່ນອນ ພຶດຕິກຳແບບນີ້ຂອງມະນຸດຈະເຮັດໃຫ້ພຣະເຈົ້າໃຈຮ້າຍ ແລະ ມັນຈະເຮັດໃຫ້ອຸປະນິໄສຂອງພຣະອົງໂກດຮ້າຍ ເຊິ່ງເປັນອຸປະນິໄສທີ່ບໍ່ຄວນທ້າທາຍ. ສະນັ້ນ ພຣະເຈົ້າຈຶ່ງປ່ອຍຄວາມໂກດຮ້າຍຂອງພຣະອົງ ແລະ ຄວາມຍິ່ງໃຫຍ່ຂອງພຣະອົງ; ນີ້ແມ່ນການເປີດເຜີຍທີ່ແທ້ຈິງກ່ຽວກັບອຸປະນິໄສອັນຊອບທຳຂອງພຣະອົງ. ເມື່ອພົບກັບເມືອງທີ່ເຕັມລົ້ນໄປດ້ວຍຄວາມບາບ, ພຣະເຈົ້າຈຶ່ງຕ້ອງການທຳລາຍມັນດ້ວຍວິທີທີ່ໄວທີ່ສຸດເທົ່າທີ່ຈະໄວ້ໄດ້, ເພື່ອກຳຈັດຜູ້ຄົນທີ່ຢູ່ພາຍໃນເມືອງ ແລະ ຄວາມບາບທັງໝົດຂອງພວກເຂົາດ້ວຍວິທີທີ່ສົມບູນທີ່ສຸດ, ເພື່ອເຮັດໃຫ້ປະຊາຊົນໃນເມືອງນີ້ໝົດສິ້ນໄປ ແລະ ເພື່ອຢຸດບໍ່ໃຫ້ຄວາມບາບທີ່ຢູ່ພາຍໃນພື້ນທີ່ແຫ່ງນີ້ເພີ່ມທະວີຂຶ້ນ. ວິທີທີ່ໄວທີ່ສຸດ ແລະ ສົມບູນທີ່ສຸດໃນການເຮັດແບບນີ້ກໍຄືການເຜົາມັນດ້ວຍໄຟ. ທັດສະນະຄະຕິຂອງພຣະເຈົ້າຕໍ່ປະຊາຊົນໃນເມືອງໂຊໂດມ ບໍ່ແມ່ນທັດສະນະແຫ່ງການປະຖິ້ມ ຫຼື ການບໍ່ສົນໃຈ. ກົງກັນຂ້າມ, ພຣະອົງໃຊ້ຄວາມໂກດຮ້າຍ, ຄວາມຍິ່ງໃຫຍ່ ແລະ ສິດອຳນາດຂອງພຣະອົງເພື່ອລົງໂທດ, ໂຈມຕີ ແລະ ທຳລາຍຜູ້ຄົນເຫຼົ່ານີ້ທັງສິ້ນ. ທັດສະນະຄະຕິຂອງພຣະອົງຕໍ່ພວກເຂົາບໍ່ແມ່ນທັດສະນະແຫ່ງການທຳລາຍທາງກາຍະພາບເທົ່ານັ້ນ, ແຕ່ຍັງເປັນການທຳລາຍຈິດວິນຍານ, ເປັນການກຳຈັດຕະຫຼອດໄປຊົ່ວນິດນິລັນ. ນີ້ແມ່ນຄວາມໝາຍທີ່ແທ້ຈິງເມື່ອພຣະເຈົ້າກ່າວວ່າ “ບໍ່ມີອີກ”.

ເຖິງແມ່ນຄວາມໂກດຮ້າຍຂອງພຣະເຈົ້າຖືກເຊື່ອງຊ້ອນ ແລະ ບໍ່ເປັນທີ່ຮູ້ຈັກຕໍ່ມະນຸດ, ມັນກໍບໍ່ອົດທົນຕໍ່ການກະທໍາຜິດ

ຍ້ອນມະນຸດໂງ່ ແລະ ບໍ່ຮູ້, ການປະຕິບັດຂອງພຣະເຈົ້າຕໍ່ມະນຸດຊາດທັງໝົດຈຶ່ງອີງຕາມຄວາມເມດຕາ ແລະ ຄວາມອົດທົນເປັນຫຼັກ. ໃນທາງກົງກັນຂ້າມ ຄວາມໂກດຮ້າຍ ແລະ ເຫດການສ່ວນໃຫຍ່ຂອງພຣະອົງແມ່ນຖືກປິດບັງໄວ້ ແລະ ມັນບໍ່ເປັນທີ່ຮູ້ຈັກຕໍ່ມະນຸດ. ຜົນຕາມມາກໍຄື ມັນຍາກທີ່ຈະໃຫ້ມະນຸດເຫັນວ່າພຣະເຈົ້າສະແດງຄວາມໂກດຮ້າຍຂອງພຣະອົງອອກມາ ແລະ ຍາກທີ່ຈະເຂົ້າໃຈຄວາມໂກດຮ້າຍຂອງພຣະອົງ. ເມື່ອເປັນດັ່ງນັ້ນ, ມະນຸດຈຶ່ງຖືເບົາຄວາມໂກດຮ້າຍຂອງພຣະເຈົ້າ. ເມື່ອມະນຸດຜະເຊີນກັບພາລະກິດ ແລະ ຂັ້ນຕອນສຸດທ້າຍຂອງພຣະເຈົ້າກ່ຽວກັບຄວາມອົດກັ້ນ ແລະ ການໃຫ້ອະໄພມະນຸດ, ນັ້ນກໍຄື ເມື່ອໂອກາດສຸດທ້າຍຂອງພຣະເຈົ້າກ່ຽວກັບຄວາມເມດຕາ ແລະ ການແຈ້ງເຕືອນຂອງພຣະອົງໄດ້ມາເຖິງມະນຸດຊາດ, ຖ້າຜູ້ຄົນຍັງໃຊ້ວິທີເກົ່າເພື່ອຕໍ່ຕ້ານພຣະເຈົ້າ ແລະ ບໍ່ພະຍາຍາມທີ່ຈະກັບໃຈ, ປັບປຸງວິທີທາງຂອງພວກເຂົາ ແລະ ຮັບເອົາຄວາມເມດຕາຂອງພຣະອົງ, ແລ້ວພຣະເຈົ້າກໍຈະບໍ່ປະທານຄວາມອົດກັ້ນ ແລະ ຄວາມອົດທົນໃຫ້ແກ່ພວກເຂົາອີກຕໍ່ໄປ. ໃນທາງກົງກັນຂ້າມ, ພຣະເຈົ້າຈະຖອນຄືນຄວາມເມດຕາຂອງພຣະອົງໃນເວລານີ້. ຫຼັງຈາກນັ້ນ ພຣະເຈົ້າກໍຈະພຽງແຕ່ປ່ອຍຄວາມໂກດຮ້າຍຂອງພຣະອົງ. ພຣະອົງສາມາດສະແດງຄວາມໂກດຮ້າຍຂອງພຣະອົງໃນທາງທີ່ແຕກຕ່າງກັນ, ຄືກັບທີ່ພຣະອົງສາມາດໃຊ້ວິທີການທີ່ແຕກຕ່າງກັນເພື່ອລົງໂທດ ແລະ ທຳລາຍຜູ້ຄົນ.

ການທີ່ພຣະເຈົ້າໃຊ້ໄຟເພື່ອທຳລາຍເມືອງໂຊໂດມກໍແມ່ນວິທີການທີ່ໄວທີ່ສຸດຂອງພຣະອົງໃນການທຳລາຍລ້າງມະນຸດຊາດ ຫຼື ສິ່ງອື່ນໆໂດຍສິ້ນເຊີງ. ການເຜົາປະຊາຊົນໃນເມືອງໂຊໂດມ ນອກຈາກໄດ້ທຳລາຍຮ່າງກາຍພາຍນອກຂອງພວກເຂົາແລ້ວ, ມັນຍັງໄດ້ທຳລາຍຈິດໃຈ, ວິນຍານ ແລະ ຮ່າງກາຍທັງໝົດຂອງພວກເຂົາອີກ, ເພື່ອແນ່ໃຈວ່າຜູ້ຄົນທີ່ຢູ່ໃນເມືອງຈະບໍ່ມີອີກໃນໂລກທາງກາຍ ແລະ ໂລກທີ່ມະນຸດບໍ່ສາມາດເຫັນໄດ້. ນີ້ແມ່ນລັກສະນະໜຶ່ງທີ່ພຣະເຈົ້າເປີດເຜີຍ ແລະ ສະແດງຄວາມໂກດຮ້າຍຂອງພຣະອົງ. ການເປີດເຜີຍ ແລະ ການສະແດງອອກໃນລັກສະນະນີ້ແມ່ນລັກສະນະໜຶ່ງຂອງແກ່ນແທ້ ຂອງຄວາມໂກດຮ້າຍຂອງພຣະເຈົ້າ, ເຊິ່ງບໍ່ຕ່າງຫຍັງກັບການເປີດເຜີຍໂດຍທຳມະຊາດເຖິງແກ່ນແທ້ຂອງອຸປະນິໄສອັນຊອບທຳຂອງພຣະເຈົ້າ. ເມື່ອພຣະເຈົ້າປ່ອຍຄວາມໂກດຮ້າຍຂອງພຣະອົງລົງສູ່ມະນຸດ, ພຣະອົງບໍ່ມີຄວາມກະລຸນາ ຫຼື ຄວາມຮັກຄວາມເມດຕາ ຫຼື ສະແດງຄວາມອົດກັ້ນ ຫຼື ຄວາມອົດທົນຂອງພຣະອົງອີກຕໍ່ໄປ; ບໍ່ມີໃຜ, ສິ່ງໃດ ຫຼື ເຫດຜົນໃດທີ່ຈະສາມາດເຮັດໃຫ້ພຣະອົງສືບຕໍ່ອົດທົນ, ມອບຄວາມກະລຸນາຂອງພຣະອົງ ແລະ ປະທານຄວາມອົດກັ້ນຂອງພຣະອົງອີກຕໍ່ໄປ. ໃນທ່າມກາງສິ່ງຕ່າງໆເຫຼົ່ານີ້, ໂດຍບໍ່ລັງເລໃຈແມ່ນແຕ່ຊ່ວງເວລາດຽວ, ພຣະເຈົ້າເຮັດສິ່ງທີ່ພຣະອົງປາຖະໜາ ປ່ອຍຄວາມໂກດຮ້າຍ ແລະ ລິດອໍານາດຂອງພຣະອົງ. ພຣະອົງຈະເຮັດສິ່ງເຫຼົ່ານີ້ໃນລັກສະນະທີ່ໄວທີ່ສຸດ ແລະ ສະອາດທີ່ສຸດຕາມຄວາມປາຖະໜາຂອງພຣະອົງເອງ. ນີ້ແມ່ນວິທີທີ່ພຣະເຈົ້າປ່ອຍຄວາມໂກດຮ້າຍ ແລະ ລິດອໍານາດຂອງພຣະອົງ, ເຊິ່ງມະນຸດບໍ່ຄວນທ້າທາຍ ແລະ ມັນຍັງເປັນການສະແດງອອກເຖິງດ້ານໜຶ່ງຂອງອຸປະນິໄສອັນຊອບທຳຂອງພຣະເຈົ້າ. ເມື່ອຜູ້ຄົນໄດ້ເຫັນວ່າພຣະເຈົ້າສະແດງຄວາມກັງວົນ ແລະ ຄວາມຮັກຕໍ່ມະນຸດ, ພວກເຂົາກໍບໍ່ສາມາດຄົ້ນຫາຄວາມໂກດຮ້າຍຂອງພຣະອົງ, ເຫັນລິດອໍານາດຂອງພຣະອົງ ຫຼື ຮູ້ສຶກເຖິງຄວາມບໍ່ອົດກັ້ນຂອງພຣະອົງຕໍ່ການກະທໍາຜິດ. ສິ່ງເຫຼົ່ານີ້ໄດ້ເຮັດໃຫ້ຜູ້ຄົນເຊື່ອຢູ່ສະເໝີວ່າ ອຸປະນິໄສທີ່ຊອບທຳຂອງພຣະເຈົ້າແມ່ນອຸປະນິໄສແຫ່ງຄວາມເມດຕາ, ຄວາມອົດກັ້ນ ແລະ ຄວາມຮັກເທົ່ານັ້ນ. ເຖິງຢ່າງໃດກໍຕາມ ເມື່ອຜູ້ຄົນໄດ້ເຫັນວ່າ ພຣະເຈົ້າທຳລາຍເມືອງ ຫຼື ກຽດຊັງມະນຸດຊາດ, ຄວາມໂມໂຫຂອງພຣະອົງໃນການທຳລາຍມະນຸດ ແລະ ຄວາມສະຫງ່າຜ່າເຜີຍຂອງພຣະອົງ, ເຮັດໃຫ້ຜູ້ຄົນເຫັນອີກດ້ານໜຶ່ງຂອງອຸປະນິໄສອັນຊອບທຳຂອງພຣະອົງ. ນີ້ແມ່ນການບໍ່ອົດທົນຂອງພຣະເຈົ້າຕໍ່ການກະທໍາຜິດ. ອຸປະນິໄສຂອງພຣະເຈົ້າທີ່ບໍ່ອົດກັ້ນຕໍ່ການກະທໍາຜິດນັ້ນຢູ່ເໜືອຈິນຕະນາການຂອງສິ່ງຖືກສ້າງ ແລະ ສິ່ງທີ່ບໍ່ໄດ້ຖືກສ້າງ, ບໍ່ມີສິ່ງໃດສາມາດແຊກແຊງມັນ ຫຼື ມີຜົນກະທົບຕໍ່ມັນໄດ້; ແຮງໄກທີ່ມັນຈະສາມາດຖືກຮຽນແບບ ຫຼື ລອກແບບໄດ້. ສະນັ້ນ ດ້ານນີ້ຂອງອຸປະນິໄສຂອງພຣະເຈົ້າຈຶ່ງເປັນອຸປະນິໄສທີ່ມະນຸດຊາດ ຄວນຮູ້ທີ່ສຸດ. ມີພຽງແຕ່ພຣະເຈົ້າເອງເທົ່ານັ້ນທີ່ມີອຸປະນິໄສປະເພດນີ້ ແລະ ມີພຽງແຕ່ພຣະເຈົ້າເອງເທົ່ານັ້ນທີ່ປະກອບມີອຸປະນິໄສປະເພດນີ້. ພຣະເຈົ້າປະກອບມີອຸປະນິໄສທີ່ຊອບທຳປະເພດນີ້ ຍ້ອນພຣະອົງກຽດຊັງຄວາມຊົ່ວຮ້າຍ, ຄວາມມືດມົວ, ຄວາມກະບົດ ແລະ ການກະທຳທີ່ຊົ່ວຮ້າຍຂອງຊາຕານ, ການເຮັດໃຫ້ມະນຸດຊາດເສື່ອມຊາມ ແລະ ການກືນກິນມະນຸດຊາດ, ຍ້ອນພຣະອົງກຽດຊັງການກະທຳຄວາມບາບທຸກຢ່າງທີ່ຕໍ່ຕ້ານພຣະອົງ ແລະ ເປັນຍ້ອນແກ່ນແທ້ທີ່ບໍລິສຸດ ແລະ ບໍ່ມີມົນທິນຂອງພຣະອົງ. ມັນເປັນຍ້ອນສິ່ງນີ້ ພຣະອົງຈຶ່ງບໍ່ທົນທຸກຕໍ່ສິ່ງຖືກສ້າງ ຫຼື ບໍ່ຖືກສ້າງໃດໆທີ່ຕໍ່ຕ້ານ ຫຼື ຂັດຂືນພຣະອົງຢ່າງເປີດເຜີຍ. ເຖິງແມ່ນບຸກຄົນທີ່ພຣະອົງໄດ້ສະແດງຄວາມເມດຕາ ຫຼື ຜູ້ຄົນທີ່ພຣະອົງໄດ້ເລືອກໄວ້ແລ້ວກໍຕາມ, ຖ້າພວກເຂົາພຽງແຕ່ລ່ວງເກີນອຸປະນິໄສຂອງພຣະອົງ ແລະ ກະທໍາຜິດຫຼັກການທີ່ເຮັດໃຫ້ພຣະອົງໝົດຄວາມອົດທົນ ແລະ ຄວາມອົດກັ້ນ, ພຣະອົງກໍຈະປ່ອຍ ແລະ ເປີດເຜີຍອຸປະນິໄສທີ່ຊອບທຳຂອງພຣະອົງ ໂດຍບໍ່ອົດກັ້ນຕໍ່ການລ່ວງເກີນ ແລະ ບໍ່ມີຄວາມເມດຕາ ຫຼື ການລັງເລໃຈແມ່ນແຕ່ໜ້ອຍດຽວເລີຍ.

ຄວາມໂກດຮ້າຍຂອງພຣະເຈົ້າແມ່ນສິ່ງຄຸ້ມກັນສຳລັບທຸກກອງກຳລັງແຫ່ງຄວາມຍຸຕິທຳ ແລະ ທຸກສິ່ງທີ່ດີ

ການເຂົ້າໃຈຕົວຢ່າງເຫຼົ່ານີ້ຂອງຖ້ອຍຄຳ, ຄວາມຄິດ ແລະ ການກະທຳຂອງພຣະເຈົ້າ, ເຈົ້າສາມາດເຂົ້າໃຈເຖິງອຸປະນິໄສທີ່ຊອບທຳຂອງພຣະເຈົ້າ, ອຸປະນິໄສທີ່ຈະບໍ່ອົດກັ້ນຕໍ່ການຖືກລ່ວງເກີນໂດຍມະນຸດບໍ? ເວົ້າສັ້ນໆກໍຄື ບໍ່ວ່າມະນຸດຈະສາມາດເຂົ້າໃຈມັນໄດ້ຫຼາຍສໍ່າໃດ, ນີ້ແມ່ນລັກສະນະຂອງອຸປະນິໄສຂອງພຣະເຈົ້າເອງ ແລະ ມັນເປັນເອກະລັກຂອງພຣະອົງ. ການທີ່ພຣະເຈົ້າບໍ່ອົດກັ້ນຕໍ່ການກະທໍາຜິດຄືແກ່ນແທ້ທີ່ເປັນເອກະລັກຂອງພຣະອົງ; ຄວາມໂກດຮ້າຍຂອງພຣະເຈົ້າແມ່ນອຸປະນິໄສທີ່ເປັນເອກະລັກຂອງພຣະອົງ; ຄວາມສະຫງ່າຜ່າເຜີຍຂອງພຣະເຈົ້າແມ່ນແກ່ນແທ້ທີ່ເປັນເອກະລັກຂອງພຣະອົງ. ຫຼັກການທີ່ຢູ່ເບື້ອງຫຼັງຄວາມໃຈຮ້າຍຂອງພຣະເຈົ້າສະແດງອອກເຖິງຕົວຕົນ ແລະ ສະຖານະຂອງພຣະອົງ ເຊິ່ງມີພຽງແຕ່ພຣະອົງເທົ່ານັ້ນທີ່ມີ. ມັນເຫັນໄດ້ຢ່າງຊັດເຈນແລ້ວວ່າ ຫຼັກການນີ້ຍັງເປັນສັນຍາລັກແຫ່ງແກ່ນແທ້ຂອງພຣະເຈົ້າເອງທີ່ເປັນເອກະລັກ. ອຸປະນິໄສຂອງພຣະເຈົ້າແມ່ນແກ່ນແທ້ຂອງພຣະອົງເອງ ເຊິ່ງບໍ່ໄດ້ປ່ຽນແປງຕາມການເວລາ ແລະ ບໍ່ໄດ້ປັບປ່ຽນຈາກການປ່ຽນແປງຂອງສະຖານທີ່ທາງພູມສາດ. ອຸປະນິໄສຕາມທຳມະຊາດຂອງພຣະອົງແມ່ນທາດແທ້ທີ່ເປັນແກ່ນແທ້ຂອງພຣະອົງ. ບໍ່ວ່າພຣະອົງຈະປະຕິບັດພາລະກິດຂອງພຣະອົງໃນຜູ້ໃດ, ແກ່ນແທ້ຂອງພຣະອົງກໍ່ບໍ່ປ່ຽນແປງ ແລະ ອຸປະນິໄສທີ່ຊອບທຳຂອງພຣະອົງກໍເຊັ່ນກັນ. ເມື່ອຜູ້ຄົນເຮັດໃຫ້ພຣະເຈົ້າໃຈຮ້າຍ ເຊິ່ງເຮັດໃຫ້ພຣະເຈົ້າປ່ອຍອຸປະນິໄສໂດຍທຳມະຊາດຂອງພຣະອົງອອກມາ; ໃນກໍລະນີນີ້ ຫຼັກການທີ່ຢູ່ເບື້ອງຫຼັງຄວາມໃຈຮ້າຍຂອງພຣະອົງແມ່ນບໍ່ໄດ້ປ່ຽນແປງ ຫຼື ຕົວຕົນ ແລະ ສະຖານະຂອງພຣະອົງກໍບໍ່ໄດ້ປ່ຽນແປງເຊັ່ນກັນ. ພຣະອົງບໍ່ໄດ້ໃຈຮ້າຍ ຍ້ອນການປ່ຽນແປງໃນແກ່ນແທ້ຂອງພຣະອົງ ຫຼື ຍ້ອນອົງປະກອບແຕກຕ່າງກັນທີ່ເກີດຂຶ້ນຈາກອຸປະນິໄສຂອງພຣະອົງ, ແຕ່ຍ້ອນການຕໍ່ຕ້ານຂອງມະນຸດຕໍ່ພຣະອົງໄດ້ລ່ວງເກີນອຸປະນິໄສຂອງພຣະອົງ. ການທີ່ມະນຸດກະທໍາຜິດຕໍ່ພຣະເຈົ້າຢ່າງເປີດເຜີຍແມ່ນການກະທໍາຜິດຢ່າງຮຸນແຮງຕໍ່ຕົວຕົນ ແລະ ສະຖານະຂອງພຣະເຈົ້າ. ໃນມຸມມອງຂອງພຣະເຈົ້າ, ເມື່ອມະນຸດລ່ວງເກີນພຣະອົງ, ມະນຸດກຳລັງຕໍ່ສູ້ກັບພຣະອົງ ແລະ ທົດສອບຄວາມໃຈຮ້າຍຂອງພຣະອົງ. ເມື່ອມະນຸດຕໍ່ຕ້ານພຣະເຈົ້າ, ເມື່ອມະນຸດຕໍ່ສູ້ພຣະເຈົ້າ, ເມື່ອມະນຸດທົບສອບຄວາມໃຈຮ້າຍຂອງພຣະເຈົ້າຢ່າງຕໍ່ເນື່ອງ ແລະ ນັ້ນຄືເວລາແຫ່ງການແຜ່ຂະຫຍາຍຂອງຄວາມບາບ, ຄວາມໂກດຮ້າຍຂອງພຣະເຈົ້າກໍຈະເປີດເຜີຍໂດຍທຳມະຊາດ ແລະ ສະແດງຕົວຕົນຂອງມັນເອງ. ສະນັ້ນ ການສະແດງອອກເຖິງຄວາມໂກດຮ້າຍຂອງພຣະເຈົ້າ ຄືສັນຍາລັກບົ່ງບອກວ່າ ກອງກຳລັງທີ່ຊົ່ວຮ້າຍທັງໝົດຈະບໍ່ມີຢູ່ອີກຕໍ່ໄປ ແລະ ມັນເປັນສັນຍາລັກບອກວ່າ ກອງກຳລັງທີ່ຕໍ່ຕ້ານທັງໝົດຈະຖືກທຳລາຍ. ນີ້ແມ່ນຄວາມເປັນເອກະລັກຂອງອຸປະນິໄສທີ່ຊອບທຳ ແລະ ຄວາມໂກດຮ້າຍຂອງພຣະເຈົ້າ. ເມື່ອສັກສີ ແລະ ຄວາມບໍລິສຸດຂອງພຣະເຈົ້າຖືກທ້າທາຍ, ເມື່ອກຳລັງແຫ່ງຄວາມຍຸຕິທຳຖືກຂັດຂວາງ ແລະ ບໍ່ເບິ່ງເຫັນໂດຍມະນຸດ, ແລ້ວພຣະເຈົ້າກໍຈະປ່ອຍຄວາມໂກດຮ້າຍຂອງພຣະອົງ. ຍ້ອນແກ່ນແທ້ຂອງພຣະເຈົ້າ, ບັນດາກອງກຳລັງເຫຼົ່ານີ້ທີ່ຢູ່ເທິງແຜ່ນດິນໂລກທີ່ຕໍ່ສູ້ພຣະເຈົ້າ, ຕໍ່ຕ້ານພຣະອົງ ແລະ ຂັດຂືນພຣະອົງ ຈຶ່ງຊົ່ວຮ້າຍ, ເສື່ອມຊາມ ແລະ ບໍ່ຍຸຕິທຳ; ພວກມັນມາຈາກຊາຕານ ແລະ ເປັນຂອງຊາຕານ. ຍ້ອນພຣະເຈົ້າຍຸຕິທຳ ແລະ ມີແສງສະຫວ່າງ ແລະ ບໍລິສຸດຢ່າງໄຮ້ມົນທິນ, ສະນັ້ນ ທຸກສິ່ງທີ່ຊົ່ວຮ້າຍ, ເສື່ອມຊາມ ແລະ ເປັນຂອງຊາຕານກໍຈະຫາຍໄປ ເມື່ອຄວາມໂກດຮ້າຍຂອງພຣະເຈົ້າຖືກປ່ອຍອອກ.

ເຖິງແມ່ນ ການຖອກເທຄວາມໂກດຮ້າຍຂອງພຣະເຈົ້າແມ່ນດ້ານໜຶ່ງຂອງການສະແດງອອກເຖິງອຸປະນິໄສທີ່ຊອບທຳຂອງພຣະເຈົ້າ, ຄວາມໃຈຮ້າຍຂອງພຣະເຈົ້າບໍ່ມີທາງທີ່ຈະບໍ່ຍຸຕິທໍາຕໍ່ເປົ້າໝາຍຂອງພຣະອົງ ແລະ ພຣະອົງແມ່ນບໍ່ໄດ້ຂາດຫຼັກການ. ໃນທາງກົງກັນຂ້າມ, ພຣະເຈົ້າບໍ່ໄດ້ໃຈຮ້າຍໄວປານນັ້ນເລີຍ ແລະ ພຣະອົງກໍບໍ່ໄດ້ເປີດເຜີຍຄວາມໂກດຮ້າຍ ແລະ ລິດອໍານາດຂອງພຣະອົງຢ່າງງ່າຍດາຍ. ຍິ່ງໄປກວ່ານັ້ນ ຄວາມໂກດຮ້າຍຂອງພຣະເຈົ້າແມ່ນຂ້ອນຂ້າງຖືກຄວບຄຸມ ແລະ ກຳນົດໄວ້ຢ່າງດີ; ມັນບໍ່ສາມາດປຽບທຽບກັບວິທີທີ່ມະນຸດໃຈຮ້າຍ ຫຼື ລະບາຍຄວາມໃຈຮ້າຍຂອງພວກເຂົາ. ການສົນທະນາຫຼາຍບົດລະຫວ່າງມະນຸດ ແລະ ພຣະເຈົ້າແມ່ນຖືກບັນທຶກໄວ້ໃນພຣະຄຳພີ. ຄຳເວົ້າຂອງບາງຄົນທີ່ກ່ຽວຂ້ອງກັບບົດສົນທະນາແມ່ນຕື້ນຫຼາຍ, ບໍ່ມີຄວາມຮູ້ ແລະ ຄືເດັກນ້ອຍ, ແຕ່ພຣະເຈົ້າກໍບໍ່ໄດ້ໂຈມຕີພວກເຂົາ ແລະ ພຣະອົງບໍ່ໄດ້ກ່າວໂທດພວກເຂົາ. ໂດຍສະເພາະແລ້ວ, ໃນລະຫວ່າງການທົດລອງຂອງໂຢບ, ພຣະເຈົ້າເຢໂຮວາປະຕິບັດຕໍ່ໝູ່ທັງສາມຄົນຂອງໂຢບ ແລະ ຄົນອື່ນໆແນວໃດ ຫຼັງຈາກທີ່ພຣະອົງໄດ້ຍິນຄຳເວົ້າທີ່ພວກເຂົາເວົ້າຕໍ່ໂຢບ? ພຣະອົງກ່າວໂທດພວກເຂົາບໍ? ພຣະອົງໃຈຮ້າຍໃສ່ພວກເຂົາບໍ? ພຣະອົງບໍ່ໄດ້ເຮັດໃນສິ່ງນັ້ນເລີຍ! ກົງກັນຂ້າມ ພຣະອົງບອກໃຫ້ໂຢບອ້ອນວອນເພື່ອພວກເຂົາ ແລະ ອະທິຖານສຳລັບພວກເຂົາ ແລະ ພຣະເຈົ້າເອງກໍບໍ່ໄດ້ໃສ່ໃຈກັບຂໍ້ຜິດພາດຂອງພວກເຂົາ. ກໍລະນີເຫຼົ່ານີ້ລ້ວນແລ້ວແຕ່ສະແດງໃຫ້ເຫັນເຖິງທັດສະນະຄະຕິຫຼັກໆທີ່ພຣະເຈົ້າປະຕິບັດຕໍ່ມະນຸດຊາດ ເຖິງແມ່ນພວກເຂົາຈະເສື່ອມຊາມ ແລະ ຂາດຄວາມຮູ້ພຽງໃດກໍຕາມ. ສະນັ້ນ ການປ່ອຍຄວາມໂກດຮ້າຍຂອງພຣະເຈົ້າບໍ່ແມ່ນການສະແດງອອກເຖິງອາລົມຂອງພຣະອົງ ຫຼື ເປັນວິທີທີ່ພຣະອົງລະບາຍຄວາມຮູ້ສຶກຂອງພຣະອົງອອກມາ. ກົງກັນຂ້າມກັບຄວາມເຂົ້າໃຈຜິດຂອງມະນຸດ, ຄວາມໂກດຮ້າຍຂອງພຣະເຈົ້າບໍ່ແມ່ນການລະເບີດອາລົມໃຈຮ້າຍຢ່າງສົມບູນ. ພຣະເຈົ້າປ່ອຍຄວາມໂກດຮ້າຍຂອງພຣະອົງ ບໍ່ແມ່ນຍ້ອນພຣະອົງບໍ່ສາມາດຄວບຄຸມອາລົມຂອງພຣະອົງເອງໄດ້ ຫຼື ຍ້ອນຄວາມໃຈຮ້າຍຂອງພຣະອົງໄດ້ເຖິງຈຸດຮ້ອນຮົນ ແລະ ຕ້ອງຖືກລະບາຍອອກ. ໃນທາງກົງກັນຂ້າມ, ຄວາມໂກດຮ້າຍຂອງພຣະອົງແມ່ນການສະແດງ ແລະ ການສະແດງອອກທີ່ແທ້ຈິງກ່ຽວກັບອຸປະນິໄສທີ່ຊອບທຳຂອງພຣະອົງ ແລະ ມັນຄືການເປີດເຜີຍສັນຍາລັກແຫ່ງແກ່ນແທ້ທີ່ບໍລິສຸດຂອງພຣະອົງ. ພຣະເຈົ້າແມ່ນຄວາມໂກດຮ້າຍ ແລະ ພຣະອົງບໍ່ອົດກັ້ນຕໍ່ການຖືກລ່ວງເກີນ, ແຕ່ນີ້ບໍ່ໄດ້ໝາຍຄວາມວ່າ ຄວາມໃຈຮ້າຍຂອງພຣະເຈົ້າບໍ່ຈຳແນກສາຍເຫດ ຫຼື ບໍ່ມີຫຼັກການ; ມັນແມ່ນມະນຸດຊາດເສື່ອມຊາມທີ່ມີສິດພິເສດໃນການໃຈຮ້າຍຢ່າງບໍ່ມີຫຼັກການ, ໃຈຮ້າຍແບບບໍ່ມີເຫດຜົນ ແລະ ຄວາມໃຈຮ້າຍແບບບໍ່ຈຳແນກສາຍເຫດ. ຫຼັງຈາກທີ່ມະນຸດມີສະຖານະ, ເຂົາມັກຈະພົບວ່າມັນຍາກທີ່ຈະຄວບຄຸມອາລົມຂອງເຂົາ ແລະ ດ້ວຍເຫດນັ້ນ ເຂົາຈຶ່ງມັກສວຍເອົາໂອກາດຕ່າງໆເພື່ອສະແດງຄວາມບໍ່ພໍໃຈຂອງເຂົາ ແລະ ລະບາຍຄວາມຮູ້ສຶກຂອງເຂົາ; ເຂົາຈະໃຈຮ້າຍຂຶ້ນແບບບໍ່ມີເຫດຜົນ ເພື່ອເປີດເຜີຍຄວາມສາມາດຂອງເຂົາ ແລະ ໃຫ້ຄົນອື່ນຮູ້ວ່າສະຖານະ ແລະ ຕົວຕົນຂອງເຂົາແຕກຕ່າງຈາກຂອງຄົນປົກກະຕິ. ແນ່ນອນ, ຜູ້ຄົນເສື່ອມຊາມທີ່ປາສະຈາກສະຖານະຍັງມັກຈະເສຍສະຕິຢູ່ເລື້ອຍໆ. ຄວາມໃຈຮ້າຍຂອງພວກເຂົາແມ່ນເກີດຂຶ້ນຍ້ອນຄວາມເສຍຫາຍຕໍ່ຜົນປະໂຫຍດສ່ວນຕົວຂອງພວກເຂົາຢູ່ສະເໝີ. ເພື່ອທີ່ຈະປົກປ້ອງສະຖານະ ແລະ ສັກສີຂອງພວກເຂົາເອງ, ພວກເຂົາຈະລະບາຍຄວາມຮູ້ສຶກຂອງພວກເຂົາອອກມາສະເໝີ ແລະ ເປີດເຜີຍທຳມະຊາດແຫ່ງການອວດດີຂອງພວກເຂົາ. ມະນຸດຈະໃຈຮ້າຍຂຶ້ນ ແລະ ລະບາຍຄວາມຮູ້ສຶກຂອງເຂົາເພື່ອປ້ອງກັນ ແລະ ສົ່ງເສີມການມີຢູ່ຂອງຄວາມບາບ ແລະ ການກະທຳເຫຼົ່ານີ້ກໍເປັນວິທີໜຶ່ງທີ່ມະນຸດສະແດງຄວາມບໍ່ພໍໃຈຂອງເຂົາ; ພວກເຂົາເຕັມໄປດ້ວຍຄວາມບໍ່ບໍລິສຸດ, ດ້ວຍກົນອຸບາຍ ແລະ ການລໍ້ລວງ, ດ້ວຍຄວາມເສື່ອມຊາມ ແລະ ຄວາມຊົ່ວຮ້າຍຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ພວກເຂົາເຕັມໄປດ້ວຍຄວາມທະເຍີທະຍານ ແລະ ຄວາມປາຖະໜາຢ່າງປ່າເຖື່ອນຂອງມະນຸດ. ເມື່ອຄວາມຍຸຕິທຳປະທະກັບຄວາມຊົ່ວຮ້າຍ, ຄວາມໃຈຮ້າຍຂອງມະນຸດຈະບໍ່ລຸກໄໝ້ຂຶ້ນເພື່ອປ້ອງກັນການມີຢູ່ຂອງຄວາມຍຸຕິທຳ ຫຼື ເພື່ອສົ່ງເສີມມັນ; ໃນທາງກົງກັນຂ້າມ, ເມື່ອກຳລັງແຫ່ງຄວາມຍຸຕິທຳຖືກຂົ່ມຂູ່, ຂົ່ມເຫັງ ແລະ ໂຈມຕີ, ທ່າທີຂອງມະນຸດຕໍ່ສິ່ງນີ້ຄືການເບິ່ງຂ້າມ, ການຫຼົບຫຼີກ ຫຼື ການຖອຍໜີ. ເຖິງຢ່າງໃດກໍຕາມ ເມື່ອຜະເຊີນກັບກຳລັງແຫ່ງຄວາມຊົ່ວຮ້າຍ, ທ່າທີຂອງມະນຸດຄືການຕອບສະໜອງ, ການກົ້ມຫົວລົງສະແດງຄວາມຄາລາວະ. ສະນັ້ນ ການລະບາຍຂອງມະນຸດຈຶ່ງເປັນການຫຼົບໜີຈາກກຳລັງທີ່ຊົ່ວຮ້າຍ, ເປັນການສະແດງອອກເຖິງຄວາມປະພຶດຢ່າງຮຸນແຮງທີ່ບໍ່ອາດຈະຄວບຄຸມໄດ້ ແລະ ຄວາມຊົ່ວຮ້າຍທີ່ມະນຸດບໍ່ສາມາດຢັບຢັ້ງໄດ້. ເຖິງຢ່າງໃດກໍຕາມ ເມື່ອພຣະເຈົ້າປ່ອຍຄວາມໂກດຮ້າຍຂອງພຣະອົງ, ກຳລັງທີ່ຊົ່ວຮ້າຍທັງໝົດກໍຈະຢຸດ, ຄວາມບາບທັງໝົດທີ່ທຳຮ້າຍມະນຸດກໍຈະຖືກຢັບຢັ້ງ, ກຳລັງທີ່ໂຫດຮ້າຍທັງໝົດທີ່ຂັດຂວາງພາລະກິດຂອງພຣະເຈົ້າກໍຈະຖືກເປີດເຜີຍ, ແບ່ງອອກ ແລະ ສາບແຊ່ງ, ພ້ອມດຽວກັນນັ້ນ ຜູ້ສົມຮູ້ຮ່ວມຄິດທັງໝົດຂອງຊາຕານທີ່ຕໍ່ຕ້ານພຣະເຈົ້າກໍຈະຖືກລົງໂທດ ແລະ ກວດລ້າງໃຫ້ໝົດສິ້ນ. ໃນພື້ນທີ່ຂອງພວກເຂົາ, ພາລະກິດຂອງພຣະເຈົ້າຈະດຳເນີນຕໍ່ໄປໂດຍປາສະຈາກສິ່ງຂັດຂວາງ, ແຜນການຄຸ້ມຄອງຂອງພຣະເຈົ້າກໍຈະສືບຕໍ່ພັດທະນາເທື່ອລະກ້າວຕາມຕາຕະລາງ ແລະ ຄົນທີ່ພຣະເຈົ້າເລືອກໄວ້ກໍຈະປາສະຈາກການລົບກວນ ແລະ ການຫຼອກລວງຂອງຊາຕານ ແລະ ຄົນທີ່ຕິດຕາມພຣະເຈົ້າກໍຈະໄດ້ຮັບການນໍາພາ ແລະ ການເບິ່ງແຍງຂອງພຣະເຈົ້າໃນທ່າມກາງສະພາບແວດລ້ອມທີ່ເຕັມໄປດ້ວຍຄວາມສັນຕິສຸກ ແລະ ສະຫງົບສຸກ. ຄວາມໂກດຮ້າຍຂອງພຣະເຈົ້າເປັນສິ່ງຄຸ້ມກັນ ທີ່ປ້ອງກັນກຳລັງຊົ່ວຮ້າຍທັງໝົດບໍ່ໃຫ້ແຜ່ຂະຫຍາຍ ແລະ ຮ້າຍແຮງຈົນບໍ່ສາມາດຄວບຄຸມໄດ້ ແລະ ມັນຍັງເປັນສິ່ງຄຸ້ມກັນທີ່ປົກປ້ອງການມີຢູ່ ແລະ ການແຜ່ກະຈາຍຂອງທຸກສິ່ງທີ່ຍຸຕິທຳ ແລະ ດີ ແລະ ປົກປ້ອງພວກເຂົາຈາກການຂົ່ມເຫັງ ແລະ ການໂຄ່ນລົ້ມຊົ່ວນິດນິລັນ.

ພວກເຈົ້າສາມາດເຫັນເຖິງແກ່ນແທ້ແຫ່ງຄວາມໂກດຮ້າຍຂອງພຣະເຈົ້າທີ່ຢູ່ໃນການທຳລາຍເມືອງໂຊໂດມຂອງພຣະອົງບໍ? ມີຫຍັງອີກທີ່ປະກອບເຂົ້າໃນຄວາມໂກດຮ້າຍຂອງພຣະອົງບໍ? ຄວາມໂກດຮ້າຍຂອງພຣະເຈົ້າບໍ່ມີສິ່ງເຈືອປົນບໍ? ຂໍໃຊ້ຄຳເວົ້າຂອງມະນຸດ, ຄວາມໂກດຮ້າຍຂອງພຣະເຈົ້າສົກກະປົກບໍ? ມີການຫຼອກລວງຫຍັງຢູ່ເບື້ອງຫຼັງຄວາມໂກດຮ້າຍຂອງພຣະອົງບໍ? ມີແຜນລັບຫຍັງບໍ? ມີຄວາມລັບທີ່ບໍ່ສາມາດກ່າວເຖິງໄດ້ບໍ? ເຮົາສາມາດບອກພວກເຈົ້າຢ່າງແນ່ນອນ ແລະ ຢ່າງຈິງຈັງວ່າ: ບໍ່ມີສ່ວນໃດໃນຄວາມໂກດຮ້າຍຂອງພຣະເຈົ້າທີ່ເຮັດໃຫ້ຄົນໃດໜຶ່ງມີຄວາມສົງໄສ. ຄວາມໃຈຮ້າຍຂອງພຣະອົງບໍລິສຸດ, ເປັນຄວາມໃຈຮ້າຍທີ່ບໍ່ມີມົນທິນ ເຊິ່ງບໍ່ໄດ້ເຊື່ອງຊ້ອນເຈດຕະນາ ຫຼື ເປົ້າໝາຍອື່ນ. ເຫດຜົນທີ່ຢູ່ເບື້ອງຫຼັງຄວາມໃຈຮ້າຍຂອງພຣະອົງແມ່ນບໍລິສຸດ, ບໍ່ມີຄວາມຜິດ ແລະ ຢູ່ເໜືອການວິຈານ. ມັນເປັນການເປີດເຜີຍຢ່າງທຳມະຊາດ ແລະ ການສະແດງອອກເຖິງແກ່ນແທ້ທີ່ບໍລິສຸດຂອງພຣະອົງ; ມັນແມ່ນສິ່ງທີ່ບໍ່ມີສິ່ງໃດໃນການສ້າງທັງໝົດມີ. ນີ້ແມ່ນສ່ວນໜຶ່ງຂອງອຸປະນິໄສອັນຊອບທຳທີ່ເປັນເອກະລັກຂອງພຣະເຈົ້າ ແລະ ມັນຍັງເປັນຄວາມແຕກຕ່າງທີ່ເດັ່ນຊັດລະຫວ່າງແກ່ນແທ້ຂອງພຣະຜູ້ສ້າງ ແລະ ການເນລະມິດສ້າງຂອງພຣະອົງ.

ບໍ່ວ່າຜູ້ຄົນຈະໃຈຮ້າຍໃນສາຍຕາຂອງຄົນອື່ນ ຫຼື ຢູ່ລັບຫຼັງພວກເຂົາກໍຕາມ, ທຸກຄົນມີເຈດຕະນາ ແລະ ເປົ້າໝາຍທີ່ແຕກຕ່າງກັນໃນຄວາມໃຈຮ້າຍຂອງພວກເຂົາ. ບາງເທື່ອ ພວກເຂົາກຳລັງສ້າງກຽດຊື່ສຽງຂອງພວກເຂົາ ຫຼື ບາງເທື່ອ ພວກເຂົາກຳລັງປົກປ້ອງຜົນປະໂຫຍດຂອງພວກເຂົາເອງ, ຮັກສາພາບລັກຂອງພວກເຂົາ ຫຼື ຮັກສາໜ້າ. ບາງຄົນຄວບຄຸມຄວາມໃຈຮ້າຍຂອງພວກເຂົາ, ໃນຂະນະທີ່ຄົນອື່ນໃຈຮ້ອນກວ່າ ແລະ ຍອມໃຫ້ຄວາມໃຈຮ້າຍຂອງພວກເຂົາລຸກໄໝ້ຂຶ້ນ ຍາມໃດກໍຕາມທີ່ພວກເຂົາຕ້ອງການ ໂດຍບໍ່ມີການຄວບຄຸມແມ່ນແຕ່ໜ້ອຍດຽວ. ເວົ້າສັ້ນໆກໍຄື ຄວາມໃຈຮ້າຍຂອງມະນຸດສືບມາຈາກອຸປະນິໄສທີ່ເສື່ອມຊາມຂອງເຂົາ. ບໍ່ວ່າຈຸດປະສົງຂອງມັນຈະແມ່ນຫຍັງກໍຕາມ, ມັນກໍມາຈາກເນື້ອໜັງ ແລະ ມາຈາກທຳມະຊາດ; ມັນບໍ່ກ່ຽວຫຍັງກັບຄວາມຍຸຕິທຳ ຫຼື ຄວາມບໍ່ຍຸຕິທຳ ຍ້ອນບໍ່ມີຫຍັງໃນທຳມະຊາດ ແລະ ແກ່ນແທ້ຂອງມະນຸດທີ່ສອດຄ່ອງກັບຄວາມຈິງ. ສະນັ້ນ ອາລົມຮ້າຍມະນຸດຊາດທີ່ເສື່ອມຊາມ ແລະ ຄວາມໂກດຮ້າຍຂອງພຣະເຈົ້າຈຶ່ງບໍ່ຄວນຖືກກ່າວເຖິງໃນລັກສະນະດຽວກັນ. ໂດຍບໍ່ມີການລະເວັ້ນ, ພຶດຕິກຳຂອງມະນຸດທີ່ຊາຕານໄດ້ເຮັດໃຫ້ເສື່ອມຊາມເລີ່ມຕົ້ນດ້ວຍຄວາມປາຖະໜາທີ່ຈະປົກປ້ອງຄວາມເສື່ອມຊາມ ແລະ ແນ່ນອນ ມັນແມ່ນອີງໃສ່ຄວາມເສື່ອມຊາມ; ນີ້ຄືເຫດຜົນທີ່ວ່າເປັນຫຍັງຄວາມໃຈຮ້າຍຂອງມະນຸດຈຶ່ງບໍ່ສາມາດຖືກກ່າວເຖິງໃນລັກສະນະດຽວກັນກັບຄວາມໂກດຮ້າຍຂອງພຣະເຈົ້າໄດ້, ບໍ່ວ່າຄວາມໃຈຮ້າຍຂອງມະນຸດອາດເບິ່ງຄືເໝາະສົມສໍ່າໃດກໍຕາມໃນທາງທິດສະດີ. ເມື່ອພຣະເຈົ້າປ່ອຍຄວາມໂກດຮ້າຍຂອງພຣະອົງ, ກຳລັງທີ່ຊົ່ວຮ້າຍກໍຖືກກວດສອບ ແລະ ສິ່ງຕ່າງໆທີ່ຊົ່ວຮ້າຍກໍຖືກທຳລາຍ, ໃນຂະນະທີ່ສິ່ງທີ່ຍຸຕິທຳ ແລະ ສິ່ງດີໆແມ່ນຈະໄດ້ຮັບການດູແລ ແລະ ການປົກປ້ອງຂອງພຣະເຈົ້າ ແລະ ຖືກອະນຸຍາດໃຫ້ຢູ່ສືບຕໍ່ໄປ. ພຣະເຈົ້າປ່ອຍຄວາມໂກດຮ້າຍຂອງພຣະອົງ ຍ້ອນສິ່ງທີ່ບໍ່ຍຸຕິທຳ, ບໍ່ດີ ແລະ ຊົ່ວຮ້າຍທີ່ໄດ້ຂັດຂວາງ, ລົບກວນ ຫຼື ທຳລາຍກິດຈະກຳ ແລະ ການພັດທະນາປົກກະຕິຂອງສິ່ງທີ່ຍຸຕິທຳ ແລະ ດີ. ເປົ້າໝາຍຂອງຄວາມໃຈຮ້າຍຂອງພຣະເຈົ້າບໍ່ແມ່ນເພື່ອປົກປ້ອງສະຖານະ ແລະ ຕົວຕົນຂອງພຣະອົງເອງ, ແຕ່ເພື່ອປົກປ້ອງການເປັນຢູ່ຂອງສິ່ງທີ່ຍຸຕິທຳ, ເປັນບວກ, ສວຍງາມ ແລະ ດີ, ເພື່ອປົກປ້ອງກົດເກນ ແລະ ລະບຽບຂອງການຢູ່ລອດປົກກະຕິຂອງມະນຸດຊາດ. ນີ້ແມ່ນສາຍເຫດຕົ້ນຕໍຂອງຄວາມໂກດຮ້າຍຂອງພຣະເຈົ້າ. ຄວາມໂກດຮ້າຍຂອງພຣະເຈົ້າຄືການເປີດເຜີຍອຸປະໄສຂອງພຣະອົງຢ່າງເໝາະສົມ, ເປັນທຳມະຊາດ ແລະ ແທ້ຈິງຫຼາຍ. ບໍ່ມີແຮງຈູງໃຈທີ່ແຝງຢູ່ໃນຄວາມໂກດຮ້າຍຂອງພຣະອົງ ແລະ ບໍ່ມີການຫຼອກລວງ ຫຼື ການວາງແຜນຮ້າຍ, ແລ້ວແຮງໄກທີ່ຈະມີຄວາມປາຖະໜາ, ຄວາມມີເລ່ລ່ຽມ, ຄວາມຄິດຮ້າຍ, ຄວາມຮຸນແຮງ, ຄວາມຊົ່ວຮ້າຍ ຫຼື ຮູບແບບອື່ນໆຂອງມະນຸດຊາດທີ່ເສື່ອມຊາມ. ກ່ອນພຣະເຈົ້າຈະປ່ອຍຄວາມໂກດຮ້າຍຂອງພຣະອົງ, ພຣະອົງໄດ້ຮັບຮູ້ເຖິງແກ່ນແທ້ຂອງທຸກເລື່ອງຢ່າງຊັດເຈນ ແລະ ຄົບຖ້ວນແລ້ວ ແລະ ພຣະອົງໄດ້ກຳນົດນິຍາມ ແລະ ຂໍ້ສະຫຼຸບທີ່ຖືກຕ້ອງ ແລະ ຊັດເຈນແລ້ວ. ສະນັ້ນ, ຈຸດປະສົງຂອງພຣະເຈົ້າໃນທຸກສິ່ງທີ່ພຣະອົງເຮັດຈຶ່ງຊັດເຈນຫຼາຍ, ເຊັ່ນດຽວກັນກັບທັດສະນະຄະຕິຂອງພຣະອົງ. ພຣະອົງບໍ່ໄດ້ໂງ່, ຕາບອດ, ໃຈຮ້ອນ ຫຼື ປະໝາດ ແລະ ພຣະອົງບໍ່ແມ່ນວ່າ ບໍ່ມີຫຼັກການຢ່າງແນ່ນອນ. ນີ້ແມ່ນລັກສະນະຕົວຈິງກ່ຽວກັບຄວາມໂກດຮ້າຍຂອງພຣະເຈົ້າ ແລະ ມັນເປັນຍ້ອນລັກສະນະຕົວຈິງທີ່ກ່ຽວກັບຄວາມໂກດຮ້າຍຂອງພຣະເຈົ້ານີ້, ມະນຸດຈຶ່ງບັນລຸການເປັນຢູ່ທີ່ປົກກະຕິ. ຫາກປາສະຈາກຄວາມໂກດຮ້າຍຂອງພຣະເຈົ້າ, ມະນຸດຊາດກໍຈະລົງສູ່ສະພາບການດຳລົງຊີວິດຢູ່ແບບບໍ່ປົກກະຕິ ແລະ ທຸກສິ່ງທີ່ຍຸຕິທຳ, ສວຍງາມ ແລະ ດີກໍຈະຖືກທຳລາຍ ແລະ ບໍ່ມີອີກຕໍ່ໄປ. ຫາກປາສະຈາກຄວາມໂກດຮ້າຍຂອງພຣະເຈົ້າ, ກົດເກນ ແລະ ລະບຽບຂອງການເປັນຢູ່ສຳລັບສິ່ງຖືກສ້າງກໍຈະຖືກທຳລາຍ ຫຼື ແມ່ນແຕ່ຖືກລົບລ້າງໂດຍສິ້ນເຊີງ. ຕັ້ງແຕ່ການເນລະມິດສ້າງມະນຸດ, ພຣະເຈົ້າໄດ້ໃຊ້ອຸປະນິໄສທີ່ຊອບທຳຂອງພຣະອົງຢ່າງຕໍ່ເນື່ອງເພື່ອປົກປ້ອງ ແລະ ສະໜັບສະໜູນການເປັນຢູ່ປົກກະຕິຂອງມະນຸດຊາດ. ຍ້ອນອຸປະນິໄສທີ່ຊອບທຳຂອງພຣະອົງມີຄວາມໂກດຮ້າຍ ແລະ ລິດອໍານາດ, ບັນດາຄົນ, ສິ່ງຕ່າງໆ ແລະ ວັດຖຸສິ່ງຂອງ ແລະ ທຸກສິ່ງທີ່ລົບກວນ ແລະ ທຳລາຍການເປັນຢູ່ທີ່ປົກກະຕິຂອງມະນຸດຊາດ ແມ່ນຈະຖືກລົງໂທດ, ຄວບຄຸມ ແລະ ທຳລາຍຕາມຜົນຂອງຄວາມໂກດຮ້າຍຂອງພຣະອົງ. ຕະຫຼອດເວລາສອງສາມພັນປີຜ່ານມາ, ພຣະເຈົ້າໄດ້ໃຊ້ອຸປະນິໄສທີ່ຊອບທຳຂອງພຣະອົງຢ່າງຕໍ່ເນື່ອງເພື່ອໂຈມຕີ ແລະ ທຳລາຍວິນຍານທີ່ບໍ່ສະອາດ ແລະ ຊົ່ວຮ້າຍທຸກຮູບແບບ ທີ່ຕໍ່ຕ້ານພຣະເຈົ້າ ແລະ ເຮັດໜ້າທີ່ເປັນຜູ້ສົມຮູ້ຮ່ວມຄິດ ແລະ ລູກສະໝຸນຂອງຊາຕານ ໃນພາລະກິດແຫ່ງການຄຸ້ມຄອງມະນຸດຊາດຂອງພຣະເຈົ້າ. ສະນັ້ນ ພາລະກິດຂອງພຣະເຈົ້າກ່ຽວກັບຄວາມລອດພົ້ນຂອງມະນຸດຈຶ່ງໄດ້ຄືບໜ້າໄປຕາມແຜນການຂອງພຣະອົງຢູ່ສະເໝີ. ນີ້ໝາຍຄວາມວ່າ ຍ້ອນມີຄວາມໂກດຮ້າຍຂອງພຣະເຈົ້າ, ເຫດຜົນອັນຊອບທຳທີ່ສຸດຂອງມະນຸດຈຶ່ງບໍ່ຖືກທຳລາຍຈັກເທື່ອ.

ບັດນີ້ ພວກເຈົ້າໄດ້ມີຄວາມເຂົ້າໃຈກ່ຽວກັບແກ່ນແທ້ຂອງ ຄວາມໂກດຮ້າຍຂອງພຣະເຈົ້າ, ພວກເຈົ້າຕ້ອງມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບວິທີແຍກແຍະຄວາມຊົ່ວຮ້າຍຂອງຊາຕານຢ່າງແນ່ນອນ!

ເຖິງແມ່ນຊາຕານອາດເບິ່ງຄືມີມະນຸດສະທຳ, ຍຸຕິທຳ ແລະ ມີສິນທຳ, ແກ່ນແທ້ຂອງຊາຕານແມ່ນໂຫດຮ້າຍ ແລະ ຄວາມຊົ່ວຊ້າ

ຊາຕານສ້າງຊື່ສຽງຂອງມັນຈາກການຫຼອກລວງຜູ້ຄົນ ແລະ ຕັ້ງມັນເອງໃຫ້ເປັນແນວໜ້າ ແລະ ແບບຢ່າງແຫ່ງຄວາມຊອບທຳຢູ່ຕະຫຼອດເວລາ. ພາຍໃຕ້ການທຳທ່າປົກປັກຮັກສາຄວາມຊອບທຳ, ມັນທຳຮ້າຍຜູ້ຄົນ, ກືນກິນວິນຍານຂອງພວກເຂົາ ແລະ ໃຊ້ທຸກວິທີການເພື່ອເຮັດໃຫ້ມະນຸດເຢັນຊາ, ຫຼອກລວງ ແລະ ຍຸແຍ່ມະນຸດ. ເປົ້າໝາຍຂອງມັນກໍເພື່ອເຮັດໃຫ້ມະນຸດເຫັນດີ ແລະ ເຮັດຕາມຄວາມປະພຶດທີ່ຊົ່ວຮ້າຍຂອງມັນ, ເພື່ອເຮັດໃຫ້ມະນຸດເຂົ້າຮ່ວມກັບມັນໃນການຕໍ່ຕ້ານສິດອຳນາດ ແລະ ອຳນາດໃນການປົກຄອງຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ເມື່ອຜູ້ຄົນເຫັນກົນອຸບາຍ ແລະ ແຜນການຊົ່ວຮ້າຍຂອງມັນ ແລະ ເຫັນລັກສະນະທີ່ຊົ່ວຊ້າຂອງມັນ ແລະ ເມື່ອຜູ້ຄົນບໍ່ປາຖະໜາທີ່ຈະຖືກມັນຢຽບຢໍ່າ ແລະ ຫຼອກລວງ ຫຼື ສືບຕໍ່ເປັນທາດຂອງມັນ ຫຼື ຖືກລົງໂທດ ແລະ ທຳລາຍໄປພ້ອມກັບມັນ, ຊາຕານກໍປ່ຽນຮູບລັກສະນະທີ່ມີຄວາມເມດຕາຂອງມັນ ແລະ ຈີກໜ້າກາກຈອມປອມຂອງມັນນັ້ນອອກເພື່ອເປີດເຜີຍໃບໜ້າທີ່ແທ້ຈິງຂອງມັນ ເຊິ່ງຊົ່ວຮ້າຍ, ໂຫດຮ້າຍ, ຂີ້ຮ້າຍ ແລະ ປ່າເຖື່ອນ. ມັນບໍ່ໄດ້ຮັກຫຍັງຫຼາຍໄປກວ່າການທຳລາຍລ້າງທຸກຄົນທີ່ປະຕິເສດທີ່ຈະຕິດຕາມມັນ ແລະ ຜູ້ທີ່ຕໍ່ຕ້ານກອງກຳລັງທີ່ຊົ່ວຮ້າຍຂອງມັນ. ໃນຈຸດນີ້ ຊາຕານບໍ່ສາມາດມີລັກສະນະທີ່ເຊື່ອຖືໄດ້ ແລະ ບໍ່ແມ່ນສຸພາບບຸລຸດອີກຕໍ່ໄປ; ກົງກັນຂ້າມ ຮູບລັກສະນະທີ່ຂີ້ຮ້າຍ ແລະ ມານຮ້າຍຢ່າງແທ້ຈິງຂອງມັນຖືກເປີດເຜີຍພາຍໃຕ້ເຄື່ອງນຸ່ງແກະຂອງມັນ. ຫຼັງຈາກທີ່ກົນອຸບາຍຂອງຊາຕານຖືກນໍາມາສູ່ແສງສະຫວ່າງ ແລະ ລັກສະນະທີ່ແທ້ຈິງຂອງມັນຖືກເປີດເຜີຍອອກ, ມັນກໍຈະໃຈຮ້າຍຂຶ້ນທັນທີທັນໃດ ແລະ ເປີດເຜີຍຄວາມໂຫດຮ້າຍປ່າເຖື່ອນຂອງມັນ. ຫຼັງຈາກນີ້, ຄວາມປາຖະໜາຂອງມັນທີ່ຈະທຳຮ້າຍ ແລະ ກືນກິນຜູ້ຄົນກໍຈະເພີ່ມທະວີຂຶ້ນ. ມັນໃຈຮ້າຍກໍຍ້ອນວ່າ ມະນຸດຕື່ນຂຶ້ນມາສູ່ຄວາມຈິງ ແລະ ມັນສ້າງຄວາມອາຄາດຢ່າງຮຸນແຮງຕໍ່ມະນຸດ ເພາະວ່າມະນຸດຕ້ອງການຄວາມເປັນອິດສະຫຼະພາບ, ຕ້ອງການ ແສງສະຫວ່າງ ແລະ ປົດປ່ອຍອອກຈາການຄຸມຂັງຂອງມັນ. ຄວາມໃຈຮ້າຍຂອງມັນແມ່ນມີເຈດຕະນາເພື່ອປ້ອງກັນ ແລະ ສົ່ງເສີມຄວາມຊົ່ວຮ້າຍຂອງມັນ ແລະ ມັນຍັງເປັນການເປີດເຜີຍເຖິງທຳມະຊາດທີ່ປ່າເຖື່ອນຂອງມັນຢ່າງແທ້ຈິງ.

ໃນທຸກໆເລື່ອງ, ພຶດຕິກຳຂອງຊາຕານເປີດເຜີຍເຖິງທຳມະຊາດທີ່ຊົ່ວຮ້າຍຂອງມັນ. ຈາກບັນດາການກະທຳທີ່ຊົ່ວຮ້າຍທັງໝົດທີ່ຊາຕານໄດ້ປະຕິບັດໃນມະນຸດ, ຈາກຄວາມພະຍາຍາມຄັ້ງທຳອິດຂອງມັນທີ່ຫຼອກລວງໃຫ້ມະນຸດຕິດຕາມມັນ ຈົນເຖິງການທີ່ມັນຂູດຮີດມະນຸດ, ເຊິ່ງມັນໄດ້ລາກມະນຸດເຂົ້າສູ່ການກະທຳທີ່ຊົ່ວຮ້າຍຂອງມັນ, ສູ່ຄວາມອາຄາດຂອງມັນຕໍ່ມະນຸດຫຼັງຈາກທີ່ລັກສະນະທີ່ແທ້ຈິງຂອງມັນຖືກເປີດເຜີຍ ແລະ ມະນຸດໄດ້ຮູ້ຈັກ ແລະ ປະຖິ້ມມັນ, ໃນບັນດາການກະທຳເຫຼົ່ານີ້ ບໍ່ມີສິ່ງໃດທີ່ບໍ່ສາມາດເປີດເຜີຍແກ່ນແທ້ອັນຊົ່ວຮ້າຍຂອງຊາຕານໄດ້ ແລະ ບໍ່ມີສິ່ງໃດທີ່ບໍ່ສາມາດພິສູດຄວາມຈິງທີ່ວ່າຊາຕານບໍ່ມີສ່ວນກ່ຽວຂ້ອງກັບສິ່ງດີໆ ແລະ ຊາຕານເປັນແຫຼ່ງກຳເນີດຂອງທຸກສິ່ງທີ່ຊົ່ວຮ້າຍ. ທຸກການກະທຳຂອງມັນປົກປ້ອງຄວາມຊົ່ວຮ້າຍ, ຮັກສາຄວາມຕໍ່ເນື່ອງຂອງການກະທຳທີ່ຊົ່ວຮ້າຍຂອງມັນ, ຕໍ່ຕ້ານສິ່ງທີ່ຍຸຕິທຳ ແລະ ດີ ແລະ ທຳລາຍກົດເກນ ແລະ ລະບຽບຂອງການເປັນຢູ່ປົກກະຕິຂອງມະນຸດຊາດ. ການກະທຳເຫຼົ່ານີ້ຂອງຊາຕານມີເຈດຕະນາຮ້າຍຕໍ່ພຣະເຈົ້າ ແລະ ພວກມັນຈະຖືກທຳລາຍໂດຍຄວາມໂກດຮ້າຍຂອງພຣະເຈົ້າ. ເຖິງແມ່ນຊາຕານມີຄວາມໃຈຮ້າຍຂອງມັນເອງ, ຄວາມໃຈຮ້າຍຂອງມັນເປັນພຽງວິທີການລະບາຍທຳມະຊາດທີ່ຊົ່ວຮ້າຍຂອງມັນ. ເຫດຜົນທີ່ວ່າ ເປັນຫຍັງຊາຕານຈຶ່ງໃຈຮ້າຍຫຼາຍ ແລະ ໂຫດຮ້າຍກໍຄື: ກົນອຸບາຍຂອງມັນຖືກເປີດໂປງອອກ; ແຜນການຮ້າຍຂອງມັນແມ່ນບໍ່ໄດ້ຖືກປ່ອຍປະແບບງ່າຍດາຍອີກຕໍ່ໄປ; ຄວາມທະເຍີທະຍານ ແລະ ຄວາມປາຖະໜາທີ່ປ່າເຖື່ອນຂອງມັນໃນການຈະມາແທນທີ່ພຣະເຈົ້າ ແລະ ເຮັດໜ້າທີ່ຄືກັບພຣະເຈົ້າກໍຖືກໂຈມຕີ ແລະ ກີດຂວາງ; ແລະ ບັດນີ້ ເປົ້າໝາຍຂອງມັນໃນການຄວບຄຸມມະນຸດຊາດທັງໝົດແມ່ນບໍ່ໄດ້ປະໂຫຍດຫຍັງ ແລະ ບໍ່ສາມາດບັນລຸໄດ້ຈັກເທື່ອ. ສິ່ງທີ່ຢຸດແຜນການຮ້າຍຂອງຊາຕານບໍ່ໃຫ້ເກີດດອກອອກຜົນ ແລະ ກີດກັ້ນການແຜ່ຂະຫຍາຍ ແລະ ການເຜີຍແຜ່ຄວາມຊົ່ວຮ້າຍຂອງຊາຕານ ກໍຄືການປ່ອຍຄວາມໂກດຮ້າຍຂອງພຣະເຈົ້າຊໍ້າແລ້ວຊໍ້າອີກ. ຍ້ອນເຫດຜົນນີ້, ຊາຕານຈຶ່ງທັງຊັງ ແລະ ຢ້ານຄວາມໂກດຮ້າຍຂອງພຣະເຈົ້າ. ໃນແຕ່ລະຄັ້ງທີ່ຄວາມໂກດຮ້າຍຂອງພຣະເຈົ້າຖືກປ່ອຍລົງມາ, ມັນບໍ່ພຽງແຕ່ເປີດໂປງລັກສະນະທີ່ຊົ່ວຊ້າແທ້ຈິງຂອງຊາຕານ, ແຕ່ມັນຍັງເປີດເຜີຍຄວາມປາຖະໜາຂອງຊາຕານໃນແສງສະຫວ່າງ ແລະ ໃນຂະນະດຽວກັນ ເຫດຜົນທີ່ຊາຕານໃຈຮ້າຍຕໍ່ມະນຸດຊາດກໍຖືກເປີດເຜີຍອອກເຊັ່ນກັນ. ຄວາມໂມໂຫຂອງຊາຕານຄືການເປີດເຜີຍທຳມະຊາດທີ່ຊົ່ວຮ້າຍຂອງມັນຢ່າງແທ້ຈິງ ແລະ ຍັງເປັນການເປີດໂປງກົນອຸບາຍຂອງມັນອີກດ້ວຍ. ແນ່ນອນ ແຕ່ລະຄັ້ງທີ່ຊາຕານໃຈຮ້າຍແມ່ນເຕືອນໃຫ້ຮູ້ວ່າ ມີການທຳລາຍສິ່ງຊົ່ວຮ້າຍ ແລະ ມີການປົກປ້ອງ ແລະ ການສືບຕໍ່ເນື່ອງສິ່ງດີໆ; ມັນປະກາດໃຫ້ຮູ້ວ່າ ແທ້ຈິງແລ້ວ ຄວາມໂກດຮ້າຍຂອງພຣະເຈົ້າແມ່ນບໍ່ສາມາດຖືກລ່ວງເກີນໄດ້!

ຜູ້ຄົນຕ້ອງບໍ່ເພິ່ງປະສົບການ ແລະ ຈິນຕະນາການເພື່ອຮູ້ຈັກອຸປະນິໄສທີ່ຊອບທຳຂອງພຣະເຈົ້າ

ເມື່ອເຈົ້າພົບວ່າຕົນເອງກຳລັງຜະເຊີນກັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ເຈົ້າຈະເວົ້າບໍວ່າ ພຣະທຳຂອງພຣະເຈົ້າມີມົນທິນ? ເຈົ້າຈະເວົ້າບໍວ່າ ມີເລື່ອງລາວຢູ່ເບື້ອງຫຼັງຂອງຄວາມໃຈຮ້າຍຂອງພຣະເຈົ້າ ແລະ ຄວາມໃຈຮ້າຍນັ້ນແມ່ນມີມົນທິນ? ເຈົ້າຈະກ່າວຮ້າຍພຣະເຈົ້າ ໂດຍເວົ້າວ່າອຸປະນິໄສຂອງພຣະອົງບໍ່ຈຳເປັນຕ້ອງຊອບທຳທັງໝົດບໍ? ເມື່ອປະຕິບັດຕໍ່ການກະທຳແຕ່ລະຢ່າງຂອງພຣະເຈົ້າ, ເຈົ້າຕ້ອງແນ່ໃຈກ່ອນວ່າ ອຸປະນິໄສທີ່ຊອບທຳຂອງພຣະເຈົ້າປາສະຈາກສິ່ງອື່ນໆ ນັ້ນກໍຄື ອຸປະນິໄສຂອງພຣະອົງຕ້ອງບໍລິສຸດ ແລະ ບໍ່ມີຂໍ້ບົກຜ່ອງ. ການກະທຳເຫຼົ່ານີ້ຮວມເຖິງການໂຈມຕີ, ການລົງໂທດ ແລະ ການທຳລາຍມະນຸດຊາດຂອງພຣະອົງ. ໂດຍບໍ່ມີຂໍ້ຍົກເວັ້ນ, ການກະທຳທຸກຢ່າງຂອງພຣະເຈົ້າແມ່ນເກີດຂຶ້ນອີງຕາມອຸປະນິໄສໂດຍທຳມະຊາດຂອງພຣະອົງ ແລະ ແຜນການຂອງພຣະອົງ ແລະ ບໍ່ມີສ່ວນປະກອບໃດໆຈາກຄວາມຮູ້, ປະເພນີ ແລະ ປັດຊະຍາຂອງມະນຸດຊາດ. ການກະທຳທຸກຢ່າງຂອງພຣະເຈົ້າແມ່ນການສະແດງອອກເຖິງອຸປະນິໄສ ແລະ ແກ່ນແທ້ຂອງພຣະອົງ ໂດຍ ບໍ່ໄດ້ກ່ຽວຂ້ອງຫຍັງກັບສິ່ງທີ່ກ່ຽວພັນກັບມະນຸດຊາດຜູ້ທີ່ເສື່ອມຊາມ. ມະນຸດຊາດມີແນວຄິດວ່າ ມີພຽງຄວາມຮັກ, ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະເຈົ້າຕໍ່ມະນຸດຊາດເທົ່ານັ້ນທີ່ບໍ່ມີຂໍ້ບົກຜ່ອງ, ບໍ່ມີມົນທິນ ແລະ ບໍລິສຸດ ແລະ ບໍ່ມີຜູ້ໃດຮູ້ຈັກວ່າ ຄວາມໃຈຮ້າຍຂອງພຣະເຈົ້າ ແລະ ຄວາມໂກດຮ້າຍຂອງພຣະອົງກໍບໍ່ມີມົນທິນເຊັ່ນກັນ; ຍິ່ງໄປກວ່ານັ້ນ ບໍ່ມີຜູ້ໃດຕຶກຕອງໃນຄຳຖາມ ເຊັ່ນ ເປັນຫຍັງພຣະເຈົ້າຈຶ່ງບໍ່ອົດກັ້ນຕໍ່ການກະທໍາຜິດ ຫຼື ເປັນຫຍັງຄວາມໃຈຮ້າຍຂອງພຣະອົງຈຶ່ງຮ້າຍແຮງ. ໃນທາງກົງກັນຂ້າມ, ບາງຄົນເຂົ້າໃຈຜິດວ່າ ຄວາມໂກດຮ້າຍຂອງພຣະເຈົ້າຄືອາລົມຮ້າຍຂອງພຣະອົງ, ເຊັ່ນດຽວກັບອາລົມຮ້າຍຂອງມະນຸດຊາດທີ່ເສື່ອມຊາມ ແລະ ເຂົ້າໃຈຜິດວ່າ ຄວາມໃຈຮ້າຍຂອງພຣະເຈົ້າຄືຄວາມໂມໂຫແບບດຽວກັນກັບມະນຸດຊາດທີ່ເສື່ອມຊາມ. ພວກເຂົາເຖິງກັບສັນນິຖານວ່າ ຄວາມໂກດຮ້າຍຂອງພຣະເຈົ້າເປັນຄືກັບການເປີດເຜີຍຕາມທໍາມະຊາດຂອງອຸປະນິໄສທີ່ເສື່ອມຊາມຂອງມະນຸດຊາດເທົ່ານັ້ນ ແລະ ການປ່ອຍຄວາມໂກດຮ້າຍຂອງພຣະເຈົ້າເປັນຄືກັບຄວາມໃຈຮ້າຍຂອງຜູ້ຄົນທີ່ເສື່ອມຊາມໃນເວລາທີ່ພວກເຂົາພົບກັບສະພາບການທີ່ບໍ່ພໍໃຈເທົ່ານັ້ນ ແລະ ເຊື່ອວ່າການປ່ອຍຄວາມໂກດຮ້າຍຂອງພຣະເຈົ້າແມ່ນການສະແດງອອກເຖິງອາລົມຂອງພຣະອົງ. ຫຼັງຈາກການສົນທະນານີ້ແລ້ວ, ເຮົາຫວັງວ່າພວກເຈົ້າທຸກຄົນຈະບໍ່ມີແນວຄິດ, ຈິນຕະນາການ ຫຼື ການຄາດຄະເນແບບຜິດໆກ່ຽວກັບອຸປະນິໄສທີ່ຊອບທຳຂອງພຣະເຈົ້າອີກຕໍ່ໄປ. ເຮົາຫວັງວ່າ ຫຼັງຈາກທີ່ໄດ້ຍິນພຣະທຳຂອງພຣະເຈົ້າແລ້ວ, ເຈົ້າຈະສາມາດຮັບຮູ້ ໃນຫົວໃຈຂອງເຈົ້າຢ່າງແທ້ຈິງກ່ຽວກັບຄວາມໂກດຮ້າຍແຫ່ງອຸປະນິໄສອັນຊອບທຳຂອງພຣະເຈົ້າ, ເຈົ້າຈະສາມາດປ່ອຍວາງຄວາມເຂົ້າໃຈຜິດຕ່າງໆຜ່ານມາກ່ຽວກັບຄວາມໂກດຮ້າຍຂອງພຣະເຈົ້າ ແລະ ເຈົ້າຈະສາມາດປ່ຽນແປງຄວາມເຊື່ອ ແລະ ມຸມມອງທີ່ຜິດໆຂອງເຈົ້າເອງກ່ຽວກັບແກ່ນແທ້ແຫ່ງຄວາມໂກດຮ້າຍຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ ເຮົາຫວັງວ່າ ພວກເຈົ້າຈະສາມາດມີນິຍາມທີ່ຖືກຕ້ອງກ່ຽວກັບອຸປະນິໄສຂອງພຣະເຈົ້າໃນຫົວໃຈຂອງພວກເຈົ້າ, ພວກເຈົ້າຈະບໍ່ມີຂໍ້ສົງໄສກ່ຽວກັບອຸປະນິໄສທີ່ຊອບທຳຂອງພຣະເຈົ້າອີກຕໍ່ໄປ ແລະ ພວກເຈົ້າຈະບໍ່ກຳນົດເຫດຜົນ ຫຼື ຈິນຕະນາການຂອງມະນຸດໃສ່ໃນອຸປະນິໄສທີ່ແທ້ຈິງຂອງພຣະເຈົ້າ. ອຸປະນິໄສທີ່ຊອບທຳຂອງພຣະເຈົ້າແມ່ນແກ່ນແທ້ທີ່ແທ້ຈິງຂອງພຣະເຈົ້າເອງ. ມັນບໍ່ແມ່ນສິ່ງທີ່ຖືກຂຽນຂຶ້ນ ຫຼື ຫຼໍ່ຫຼອມໂດຍມະນຸດ. ອຸປະນິໄສທີ່ຊອບທຳຂອງພຣະອົງແມ່ນອຸປະນິໄສອັນຊອບທຳຂອງພຣະອົງ ແລະ ບໍ່ກ່ຽວຂ້ອງ ຫຼື ກ່ຽວພັນຫຍັງເລີຍກັບການເນລະມິດສ້າງ. ພຣະເຈົ້າເປັນພຣະເຈົ້າເອງ. ພຣະອົງຈະບໍ່ກາຍມາເປັນສ່ວນໜຶ່ງຂອງການເນລະມິດສ້າງຈັກເທື່ອ ແລະ ເຖິງແມ່ນພຣະອົງຈະກາຍມາເປັນສະມາຊິກຂອງສິ່ງຖືກສ້າງ, ອຸປະນິໄສ ແລະ ແກ່ນແທ້ຕາມທຳມະຊາດຂອງພຣະອົງກໍຈະບໍ່ປ່ຽນແປງ. ສະນັ້ນ ການຮູ້ຈັກພຣະເຈົ້າບໍ່ແມ່ນສິ່ງດຽວກັບການຮູ້ຈັກວັດຖຸສິ່ງຂອງ; ການຮູ້ຈັກພຣະເຈົ້າບໍ່ແມ່ນການວິໄຈບາງສິ່ງບາງຢ່າງ ຫຼື ມັນບໍ່ແມ່ນສິ່ງດຽວກັນກັບການເຂົ້າໃຈບຸກຄົນໃດໜຶ່ງ. ຖ້າມະນຸດໃຊ້ແນວຄິດຂອງເຂົາ ຫຼື ໃຊ້ວິທີການຮູ້ຈັກວັດຖຸສິ່ງຂອງ ຫຼື ການເຂົ້າໃຈບຸກຄົນໃດໜຶ່ງເພື່ອຮູ້ຈັກພຣະເຈົ້າ, ແລ້ວເຈົ້າຈະບໍ່ສາມາດບັນລຸຄວາມເຂົ້າໃຈກ່ຽວກັບພຣະເຈົ້າໄດ້. ການຮູ້ຈັກພຣະເຈົ້າບໍ່ໄດ້ອີງຕາມປະສົບການ ຫຼື ຈິນຕະນາການ ແລະ ສະນັ້ນ ເຈົ້າຕ້ອງບໍ່ກຳນົດປະສົບການ ຫຼື ຈິນຕະນາການຂອງເຈົ້າໃສ່ພຣະເຈົ້າ; ບໍ່ວ່າປະສົບການ ແລະ ຈິນຕະນາການຂອງເຈົ້າຈະມີຫຼາຍສໍ່າໃດ, ພວກມັນກໍຍັງມີຂໍ້ຈຳກັດ. ອີກຢ່າງ, ຈິນຕະນາການຂອງເຈົ້າກໍບໍ່ສອດຄ່ອງກັບຂໍ້ແທ້ຈິງ ແລະ ແຮງໄກທີ່ຈະສອດຄ່ອງກັບຄວາມຈິງ ແລະ ມັນບໍ່ເຂົ້າກັນກັບອຸປະນິໄສ ແລະ ແກ່ນແທ້ທີ່ແທ້ຈິງຂອງພຣະເຈົ້າ. ເຈົ້າຈະບໍ່ສຳເລັດຈັກເທື່ອ ຖ້າເຈົ້າເພິ່ງຈິນຕະນາການຂອງເຈົ້າເພື່ອເຂົ້າໃຈແກ່ນແທ້ຂອງພຣະເຈົ້າ. ເສັ້ນທາງດຽວກໍຄື: ໃຫ້ຍອມຮັບທຸກຢ່າງທີ່ມາຈາກພຣະເຈົ້າ, ແລ້ວໃຫ້ຜະເຊີນ ແລະ ເຂົ້າໃຈສິ່ງນັ້ນເທື່ອລະໜ້ອຍ. ມີມື້ໜຶ່ງທີ່ພຣະເຈົ້າຈະໃຫ້ແສງສະຫວ່າງແກ່ເຈົ້າເພື່ອເຈົ້າຈະໄດ້ເຂົ້າໃຈ ແລະ ຮູ້ຈັກພຣະອົງຢ່າງແທ້ຈິງຫຼັງຈາກທີ່ເຈົ້າໄດ້ຮ່ວມມືກັບພຣະເຈົ້າ ແລະ ມີຄວາມຫິວ ແລະ ຄວາມກະຫາຍຫາຄວາມຈິງ. ດ້ວຍສິ່ງນີ້, ຂໍໃຫ້ພວກເຮົາຈົບການສົນທະນາສ່ວນນີ້ຂອງພວກເຮົາພຽງເທົ່ານີ້.

ມະນຸດຊາດເອົາຊະນະຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະເຈົ້າຜ່ານການກັບໃຈຢ່າງຈິງໃຈ

ບົດຄວາມຕໍ່ໄປນີ້ແມ່ນເລື່ອງລາວໃນພຣະຄຳພີກ່ຽວກັບ “ການທີ່ພຣະເຈົ້າຊ່ວຍເມືອງນີນາເວໃຫ້ລອດພົ້ນ”.

“ບັດນີ້ ຖ້ອຍຄໍາຂອງພຣະເຢໂຮວາໄດ້ມາເຖິງໂຢນາ ເຊິ່ງເປັນລູກຊາຍຂອງອາມິດຕາຍ ໂດຍກ່າວວ່າ ຈົ່ງລຸກຂຶ້ນ, ໄປທີ່ເມືອງນີນາເວ ເຊິ່ງເປັນເມືອງທີ່ຍິ່ງໃຫຍ່ນັ້ນ ແລະ ຮ້ອງໄຫ້ເພື່ອພວກເຂົາ; ເພາະວ່າຄວາມຊົ່ວຮ້າຍຂອງພວກເຂົາໄດ້ມາຢູ່ຕໍ່ໜ້າເຮົາແລ້ວ” (ໂຢນາ 1:1-2).

“ແລະ ຖ້ອຍຄໍາຂອງພຣະເຢໂຮວາໄດ້ມາເຖິງໂຢນາເປັນຄັ້ງທີສອງ ໂດຍກ່າວວ່າ ຈົ່ງລຸກຂຶ້ນ, ຈົ່ງໄປເມືອງນີນາເວ ເຊິ່ງເປັນເມືອງທີ່ຍິ່ງໃຫຍ່ນັ້ນ ແລະ ຈົ່ງເທດສະໜາຕາມຄໍາເທດສະໜາທີ່ເຮົາໄດ້ບອກໃຫ້ກັບເຈົ້າ. ແລ້ວໂຢນາກໍລຸກຂຶ້ນ ແລະ ໄປເມືອງນີນາເວຕາມຖ້ອຍຄໍາຂອງພຣະເຢໂຮວາ. ບັດນີ້ ນີນາເວເປັນເມືອງທີ່ຍິ່ງໃຫຍ່ຫຼາຍ ເຊິ່ງຕ້ອງໃຊ້ເວລາເດີນທາງສາມມື້ ແລະ ໂຢນາກໍເລີ່ມເຂົ້າໄປໃນເມືອງນັ້ນໂດຍເດີນທາງມື້ດຽວ ແລະ ລາວຮ້ອງໄຫ້ຂຶ້ນ ແລະ ເວົ້າວ່າ ໃນເວລາສີ່ສິບມື້ນີນາເວຈະຖືກໂຄ່ນລົ້ມ. ແລ້ວປະຊາຊົນໃນນີນາເວກໍເຊື່ອພຣະເຈົ້າ ແລະ ປະກາດໃຫ້ຜູ້ຄົນບໍ່ວ່າໃຫຍ່ ແລະ ນ້ອຍອົດອາຫານ ແລະ ນຸ່ງຜ້າກະສອບ. ເມື່ອຖ້ອຍຄໍາໄດ້ມາເຖິງກະສັດແຫ່ງນີນາເວ ແລ້ວເພິ່ນກໍລຸກຂຶ້ນຈາກບັນລັງຂອງເພິ່ນ ແລະ ເພິ່ນແກ້ເຄື່ອງນຸ່ງອອກຈາກໂຕເພິ່ນ ແລະ ນຸ່ງຜ້າກະຊອບ ແລະ ໄດ້ນັ່ງໃນກອງຂີ້ເຖົ່າ. ແລ້ວເພິ່ນກໍສັ່ງໃຫ້ປະກາດ ແລະ ຕີແຜ່ທົ່ວທັງນີນາເວດ້ວຍກົດບັນຍັດຂອງກະສັດ ແລະ ຜູ້ຄົນຊັ້ນສູງ ໂດຍກ່າວວ່າ ບໍ່ໃຫ້ຄົນໃດ ຫຼື ສັດ, ບໍ່ວ່າຈະເປັນຝູງມ້າ ຫຼື ຝູງລໍ, ກິນຫຍັງກໍຕາມ ນັ້ນກໍຄືບໍ່ໃຫ້ພວກມັນກິນ ຫຼື ດື່ມນໍ້າ, ແຕ່ໃຫ້ທັງຄົນ ແລະ ສັດນຸ່ງຜ້າກະສອບ ແລະ ຮ້ອງໄຫ້ຫາພຣະເຈົ້າຢ່າງກຶກກ້ອງ, ແມ່ນແລ້ວ ໃຫ້ພວກເຂົາທຸກຄົນກັບໃຈຈາກຫົນທາງທີ່ຊົ່ວຮ້າຍຂອງເຂົາ ແລະ ປະຖິ້ມຄວາມວຸ້ນວາຍທີ່ເກີດຂຶ້ນດ້ວຍມືຂອງພວກເຂົາ. ມີໃຜແດ່ທີ່ສາມາດຮູ້ໄດ້ວ່າ ບາງເທື່ອພຣະເຈົ້າອາດຈະປ່ຽນໃຈ ແລະ ຫັນໜີຈາກຄວາມໂກດຮ້າຍທີ່ຮຸນແຮງຂອງພຣະອົງເພື່ອພວກເຂົາຈະບໍ່ຈິບຫາຍ? ພຣະເຈົ້າໄດ້ເຫັນການກະທໍາຂອງພວກເຂົາ ກໍເຫັນວ່າພວກເຂົາໄດ້ປະຖິ້ມຫົນທາງທີ່ຊົ່ວຮ້າຍແລ້ວ ແລະ ພຣະເຈົ້າກໍປ່ຽນໃຈຈາກການທໍາຮ້າຍທີ່ພຣະອົງໄດ້ກ່າວໄວ້ວ່າ ພຣະອົງຈະກະທໍາຕໍ່ພວກເຂົາ, ພຣະອົງບໍ່ໄດ້ເຮັດໃຫ້ສິ່ງເຫຼົ່ານັ້ນເກີດຂຶ້ນເລີຍ” (ໂຢນາ 3).

“ແຕ່ສິ່ງນີ້ເຮັດໃຫ້ໂຢນາບໍ່ພໍໃຈເປັນຢ່າງຍິ່ງ ແລະ ເພິ່ນກໍໃຈຮ້າຍຫຼາຍ. ເພິ່ນອະທິຖານຫາພຣະເຢໂຮວາ ແລະ ເວົ້າວ່າ ຂ້ານ້ອຍອະທິຖານຫາພຣະອົງ ໂອ ພຣະເຢໂຮວາ ສິ່ງນີ້ບໍ່ແມ່ນສິ່ງທີ່ຂ້ານ້ອຍໄດ້ກ່າວໄວ້ໃນຕອນທີ່ຂ້ານ້ອຍຢູ່ໃນປະເທດຂອງຂ້ານ້ອຍນັ້ນບໍ? ສະນັ້ນ ຂ້ານ້ອຍຈຶ່ງໜີໄປເມືອງຕາຊິດ ຍ້ອນຂ້ານ້ອຍຮູ້ວ່າ ພຣະອົງເປັນພຣະເຈົ້າທີ່ມີເມດຕາ ແລະ ກະລຸນາ, ລັງເລທີ່ຈະໃຈຮ້າຍ ແລະ ມີຄວາມເມດຕາທີ່ຍິ່ງໃຫຍ່ ແລະ ພຣະອົງປ່ຽນໃຈຈາກການລົງໂທດຄົນທີ່ຊົ່ວຮ້າຍ. ດ້ວຍເຫດນັ້ນ ບັດນີ້ ໂອ ພຣະເຢໂຮວາເອີຍ ຂ້ານ້ອຍອ້ອນວອນໃຫ້ພຣະອົງເອົາຊີວິດຂອງຂ້ານ້ອຍໄປຈາກຂ້ານ້ອຍດ້ວຍເທີ້ນ; ຍ້ອນມັນຈະດີກວ່າຖ້າຂ້ານ້ອຍຕາຍໄປແທນທີ່ຈະມີຊີວິດຢູ່. ແລ້ວພຣະເຢໂຮວາກໍກ່າວວ່າ ສິ່ງທີ່ເຈົ້າໃຈຮ້າຍນັ້ນຖືກຕ້ອງແລ້ວບໍ? ສະນັ້ນ ໂຢນາຈຶ່ງອອກໄປຈາກເມືອງ ແລະ ນັ່ງຢູ່ທາງທິດຕະເວັນອອກຂອງເມືອງ ແລະ ຢູ່ທີ່ນັ້ນເພິ່ນໄດ້ປຸກຕູບນ້ອຍໆຂຶ້ນ ແລະ ນັ່ງຢູ່ໃນກ້ອງຮົ່ມຂອງຕູບນັ້ນ ຈົນກວ່າເພິ່ນຈະເຫັນໃນສິ່ງທີ່ຈະເກີດຂຶ້ນກັບເມືອງນັ້ນ. ພຣະເຈົ້າເຢໂຮວາກໍບັນດານຕົ້ນໝາກນໍ້າເຕົ້າ ແລະ ເຮັດໃຫ້ມັນເກີດຂຶ້ນຢູ່ໃກ້ກັບໂຢນາເພື່ອມັນຈະເປັນຮົ່ມຢູ່ເທິງຫົວຂອງເພິ່ນ, ເພື່ອຊ່ວຍເພິ່ນໃຫ້ເຊົາຈາກຄວາມໂສກເສົ້າຂອງເພິ່ນ. ແລ້ວໂຢນາກໍຍິນດີເປັນຢ່າງຍິ່ງກັບຕົ້ນໝາກນໍ້າເຕົ້ານັ້ນ. ແຕ່ເມື່ອຮອດຕອນເຊົ້າຂອງມື້ຕໍ່ມາ ພຣະເຈົ້າກໍໄດ້ບັນດານໃຫ້ມີໜອນໃນຕົ້ນໝາກນໍ້າເຕົ້ານັ້ນ ແລະ ມັນກໍກັດກິນຕົ້ນໝາກນໍ້າເຕົ້າຈົນຫ່ຽວແຫ້ງ. ເວລາຜ່ານໄປເມື່ອຕາເວັນຂຶ້ນ ພຣະອົງກໍໄດ້ບັນດານລົມແຮງກ້າຈາກທິດຕາເວັນອອກ ແລະ ແສງຕາເວັນກໍເຜົາໄໝ້ຫົວຂອງໂຢນາຈົນເພິ່ນເປັນລົມໄປ ແລະ ປາຖະໜາຢາກຕາຍ ແລະ ກ່າວວ່າ ມັນຄືຈະດີກວ່າຖ້າຂ້ານ້ອຍຕາຍໄປແທນທີ່ຈະມີຊີວິດຢູ່. ແລ້ວພຣະເຈົ້າກໍກ່າວກັບໂຢນາວ່າ ສິ່ງທີ່ເຈົ້າໃຈຮ້າຍຍ້ອນຕົ້ນໝາກນໍ້າເຕົ້ານັ້ນຖືກຕ້ອງແລ້ວບໍ? ແລະ ໂຢນາກ່າວວ່າ ຂ້ານ້ອຍໃຈຮ້າຍນັ້ນຖືກແລ້ວ ແມ່ນແຕ່ເຖິງຕາຍກໍຕາມ. ແລ້ວພຣະເຢໂຮວາກໍກ່າວວ່າ ເຈົ້າສົງສານຕົ້ນໝາກນໍ້າເຕົ້າ ເຊິ່ງເຈົ້າບໍ່ໄດ້ເສຍແຮງ ຫຼື ເຮັດໃຫ້ມັນເຕີບໃຫຍ່ເລີຍ; ເຊິ່ງມັນກໍເກີດຂຶ້ນໃນຄືນດຽວ ແລະ ຕາຍໄປໃນຄືນດຽວ: ແລ້ວເຮົາບໍ່ຄວນສົງສານເມືອງນີນາເວບໍ ເຊິ່ງເປັນເມືອງທີ່ຍິ່ງໃຫຍ່ ໂດຍມີປະຊາກອນຫຼາຍກວ່າໜຶ່ງແສນສອງໝື່ນຄົນທີ່ບໍ່ສາມາດຈໍາແນກລະຫວ່າງມືເບື້ອງຂວາຂອງພວກເຂົາ ແລະ ມືເບື້ອງຊ້າຍຂອງພວກເຂົາ; ແລ້ວກໍຍັງມີງົວຄວາຍອີກຫຼາຍໂຕ?” (ໂຢນາ 4).

ບົດຫຍໍ້ກ່ຽວກັບເລື່ອງລາວຂອງເມືອງນີນາເວ

ເຖິງແມ່ນເລື່ອງລາວກ່ຽວກັບ “ພຣະເຈົ້າຊ່ວຍເຫຼືອເມືອງນີນາເວໃຫ້ລອດພົ້ນ” ເປັນບົດຄວາມສັ້ນ, ແຕ່ມັນກໍເຮັດໃຫ້ຜູ້ຄົນໄດ້ເຫັນເຖິງອີກດ້ານໜຶ່ງຂອງອຸປະນິໄສອັນຊອບທຳຂອງພຣະເຈົ້າ. ເພື່ອໃຫ້ເຂົ້າໃຈວ່າ ອີກດ້ານໜຶ່ງປະກອບດ້ວຍຫຍັງກັນແທ້, ພວກເຮົາຕ້ອງກັບໄປເບິ່ງພຣະຄຳພີ ແລະ ທົບທວນການກະທຳຂອງພຣະເຈົ້າທີ່ພຣະອົງປະຕິບັດໃນຂະບວນການພາລະກິດຂອງພຣະອົງ.

ກ່ອນອື່ນໝົດ ໃຫ້ພວກເຮົາເບິ່ງການເລີ່ມຕົ້ນຂອງ ເລື່ອງນີ້: “ບັດນີ້ ຖ້ອຍຄໍາຂອງພຣະເຢໂຮວາໄດ້ມາເຖິງໂຢນາ ເຊິ່ງເປັນລູກຊາຍຂອງອາມິດຕາຍ ໂດຍກ່າວວ່າ ຈົ່ງລຸກຂຶ້ນ, ໄປທີ່ເມືອງນີນາເວ ເຊິ່ງເປັນເມືອງທີ່ຍິ່ງໃຫຍ່ນັ້ນ ແລະ ຮ້ອງໄຫ້ເພື່ອພວກເຂົາ; ເພາະວ່າຄວາມຊົ່ວຮ້າຍຂອງພວກເຂົາໄດ້ມາຢູ່ຕໍ່ໜ້າເຮົາແລ້ວ” (ໂຢນາ 1:1-2). ໃນຂໍ້ຄວາມນີ້ຈາກພຣະຄຳພີ ພວກເຮົາຮູ້ວ່າ ພຣະເຈົ້າເຢໂຮວາໄດ້ສັ່ງໃຫ້ໂຢນາໄປເມືອງນີນາເວ. ເປັນຫຍັງພຣະອົງຈຶ່ງສັ່ງໃຫ້ໂຢນາໄປເມືອງນີ້? ພຣະຄຳພີໄດ້ບັນທຶກໄວ້ຢ່າງຊັດເຈນກ່ຽວກັບເລື່ອງນີ້ຫຼາຍ: ຄວາມຊົ່ວຮ້າຍຂອງປະຊາຊົນທີ່ຢູ່ໃນເມືອງນີ້ໄດ້ມາຢູ່ຕໍ່ໜ້າພຣະເຈົ້າເຢໂຮວາ ແລະ ສະນັ້ນ ພຣະອົງຈຶ່ງສົ່ງໂຢນາໃຫ້ໄປແຈ້ງເຕືອນພວກເຂົາໃນສິ່ງທີ່ພຣະອົງເຈດຕະນາຈະເຮັດ. ໃນຂະນະທີ່ບໍ່ມີຫຍັງບັນທຶກໄວ້ທີ່ບົ່ງບອກພວກເຮົາວ່າ ໂຢນາແມ່ນໃຜ, ແນ່ນອນ ສິ່ງນີ້ບໍ່ໄດ້ກ່ຽວຂ້ອງກັບການຮູ້ຈັກພຣະເຈົ້າ ແລະ ສະນັ້ນ ພວກເຈົ້າບໍ່ຈຳເປັນຕ້ອງເຂົ້າໃຈຜູ້ຊາຍຄົນນີ້ ນັ້ນກໍຄື ໂຢນາ. ພວກເຈົ້າພຽງແຕ່ຕ້ອງຮູ້ສິ່ງທີ່ພຣະເຈົ້າສັ້ງໃຫ້ໂຢນາເຮັດ ແລະ ແມ່ນຫຍັງຄືເຫດຜົນຂອງພຣະເຈົ້າໃນການເຮັດສິ່ງດັ່ງກ່າວ.

ການຕັກເຕືອນຂອງພຣະເຈົ້າເຢໂຮວາໄດ້ໄປເຖິງຊາວນີນາເວ

ໃຫ້ພວກເຮົາອ່ານຕໍ່ຂໍ້ຄວາມທີສອງ, ບົດທີສາມຂອງໜັງສືໂຢນາລະບຸວ່າ: “ແລະ ໂຢນາກໍເລີ່ມເຂົ້າໄປໃນເມືອງນັ້ນໂດຍເດີນທາງມື້ດຽວ ແລະ ລາວຮ້ອງໄຫ້ຂຶ້ນ ແລະ ເວົ້າວ່າ ໃນເວລາສີ່ສິບມື້ນີນາເວຈະຖືກໂຄ່ນລົ້ມ”. ນີ້ແມ່ນຂໍ້ຄວາມທີ່ພຣະເຈົ້າສົ່ງໃຫ້ກັບໂຢນາໂດຍກົງເພື່ອບອກຊາວນີນາເວ, ສະນັ້ນ ແນ່ນອນ ພຣະທໍາເຫຼົ່ານີ້ຈຶ່ງເປັນພຣະທໍາທີ່ພຣະເຈົ້າປາຖະໜາຢາກຈະກ່າວຕໍ່ຊາວນີນາເວ. ພຣະທໍາເຫຼົ່ານີ້ບອກຜູ້ຄົນວ່າ ພຣະເຈົ້າເລີ່ມກຽດຊັງ ແລະ ຊັງປະຊາຊົນໃນເມືອງນີນາເວ ຍ້ອນຄວາມຊົ່ວຮ້າຍຂອງພວກເຂົາໄດ້ມາຢູ່ຕໍ່ໜ້າຂອງພຣະອົງແລ້ວ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງປາຖະໜາທີ່ຈະທຳລາຍເມືອງນີ້. ເຖິງຢ່າງໃດກໍຕາມ, ກ່ອນພຣະເຈົ້າຈະທຳລາຍເມືອງດັ່ງກ່າວ, ພຣະອົງຈະຕັກເຕືອນຕໍ່ຊາວນີນາເວກ່ອນ ແລະ ໃນເວລາດຽວກັນ ພຣະອົງກໍໃຫ້ໂອກາດພວກເຂົາໄດ້ກັບໃຈຈາກຄວາມຊົ່ວຮ້າຍຂອງພວກເຂົາ ແລະ ເລີ່ມຕົ້ນໃໝ່. ພຣະອົງໄດ້ໃຫ້ໂອກາດນີ້ແກ່ພວກເຂົາເປັນເວລາສີ່ສິບມື້ ແລະ ບໍ່ມີອີກຕໍ່ໄປ. ເວົ້າອີກຢ່າງກໍຄື ຖ້າຜູ້ຄົນທີ່ຢູ່ໃນເມືອງບໍ່ກັບໃຈ, ຍອມຮັບຄວາມຜິດບາບຂອງພວກເຂົາ ແລະ ກົ້ມລົງຂາບຕໍ່ໜ້າພຣະເຈົ້າເຢໂຮວາພາຍໃນເວລາສີ່ສິບມື້, ພຣະເຈົ້າຈະທຳລາຍເມືອງນັ້ນດັ່ງທີ່ພຣະອົງໄດ້ທຳລາຍເມືອງໂຊໂດມ. ນີ້ແມ່ນສິ່ງທີ່ພຣະເຈົ້າເຢໂຮວາປາຖະໜາທີ່ຈະບອກປະຊາຊົນໃນເມືອງນີນາເວ. ແນ່ນອນ ນີ້ບໍ່ແມ່ນການປະກາດທີ່ງ່າຍດາຍ. ມັນບໍ່ພຽງແຕ່ສື່ເຖິງຄວາມໃຈຮ້າຍຂອງພຣະເຈົ້າເຢໂຮວາເທົ່ານັ້ນ, ແຕ່ມັນຍັງສື່ໃຫ້ເຫັນທ່າທີຂອງພຣະອົງຕໍ່ຊາວນີນາເວ ແລະ ໃນຂະນະດຽວກັນ ມັນກໍຍັງເຮັດໜ້າທີ່ຕັກເຕືອນຕໍ່ປະຊາຊົນທີ່ດຳລົງຊີວິດຢູ່ໃນເມືອງອີກດ້ວຍ. ການຕັກເຕືອນນີ້ບອກໃຫ້ພວກເຂົາຮູ້ວ່າ ການກະທຳທີ່ຊົ່ວຮ້າຍຂອງພວກເຂົາໄດ້ເຮັດໃຫ້ພຣະເຈົ້າເຢໂຮວາກຽດຊັງພວກເຂົາ ແລະ ໃນທີ່ສຸດກໍຈະນໍາພວກເຂົາເຂົ້າໄປໃກ້ກັບການທຳລາຍລ້າງພວກເຂົາເອງໃນອີກບໍ່ດົນ. ສະນັ້ນ ຊີວິດຂອງຜູ້ຄົນທີ່ອາໄສຢູ່ໃນເມືອງນີນາເວຈຶ່ງໃກ້ເຖິງອັນຕະລາຍທີ່ສຸດ.

ຄວາມແຕກຕ່າງໂດຍສິ້ນເຊີງລະຫວ່າງປະຕິກິລິຍາຂອງເມືອງນີນາເວ ແລະ ເມືອງໂຊໂດມຕໍ່ການຕັກເຕືອນຂອງພຣະເຈົ້າ

ການຖືກໂຄ່ນລົ້ມໝາຍຄວາມວ່າແນວໃດ? ໃນຄວາມໝາຍຂອງພາສາເວົ້າ, ມັນໝາຍເຖິງບໍ່ມີຢູ່ອີກຕໍ່ໄປ. ແຕ່ໃນລັກສະນະໃດ? ຜູ້ໃດສາມາດໂຄ່ນລົ້ມເມືອງທັງໝົດບໍ່? ແນ່ນອນ ມັນເປັນໄປບໍ່ໄດ້ທີ່ຈະໃຫ້ມະນຸດປະຕິບັດກິດຈະການດັ່ງກ່າວ. ປະຊາຊົນເມືອງນີນາເວບໍ່ໄດ້ເປັນຄົນໂງ່; ທັນທີທີ່ພວກເຂົາໄດ້ຍິນການຕັກເຕືອນນີ້ ພວກເຂົາກໍຄິດອອກແລ້ວ. ພວກເຂົາຮູ້ຈັກວ່າ ການຕັກເຕືອນດັ່ງກ່າວແມ່ນມາຈາກພຣະເຈົ້າ, ພວກເຂົາຮູ້ວ່າ ພຣະເຈົ້າຈະປະຕິບັດພາລະກິດຂອງພຣະອົງເອງ ແລະ ພວກເຂົາຮູ້ວ່າຄວາມຊົ່ວຮ້າຍຂອງພວກເຂົາໄດ້ເຮັດໃຫ້ພຣະເຈົ້າເຢໂຮວາໃຈຮ້າຍ ແລະ ນໍາຄວາມໃຈຮ້າຍຂອງພຣະອົງມາສູ່ພວກເຂົາ ເພື່ອວ່າ ພວກເຂົາຈະຖືກທຳລາຍໃນອີກບໍ່ດົນພ້ອມກັບເມືອງຂອງພວກເຂົາ. ປະຊາຊົນໃນເມືອງຈະປະພຶດແນວໃດຫຼັງຈາກທີ່ໄດ້ຍິນການຕັກເຕືອນຂອງພຣະເຈົ້າເຢໂຮວາ? ພຣະຄຳພີອະທິບາຍຢ່າງລາຍລະອຽດວ່າ ປະຊາຊົນມີປະຕິກິລິຍາແນວໃດ, ນັບຕັ້ງແຕ່ກະສັດລົງມາຈົນເຖິງສາມັນຊົນ. ຂໍ້ຄວາມພຣະທຳດັ່ງຕໍ່ໄປນີ້ແມ່ນບັນທຶກໄວ້ໃນພຣະຄຳພີ: “ແລ້ວປະຊາຊົນໃນນີນາເວກໍເຊື່ອພຣະເຈົ້າ ແລະ ປະກາດໃຫ້ຜູ້ຄົນບໍ່ວ່າໃຫຍ່ ແລະ ນ້ອຍອົດອາຫານ ແລະ ນຸ່ງຜ້າກະສອບ. ເມື່ອຖ້ອຍຄໍາໄດ້ມາເຖິງກະສັດແຫ່ງນີນາເວ ແລ້ວເພິ່ນກໍລຸກຂຶ້ນຈາກບັນລັງຂອງເພິ່ນ ແລະ ເພິ່ນແກ້ເຄື່ອງນຸ່ງອອກຈາກໂຕເພິ່ນ ແລະ ນຸ່ງຜ້າກະຊອບ ແລະ ໄດ້ນັ່ງໃນກອງຂີ້ເຖົ່າ. ແລ້ວເພິ່ນກໍສັ່ງໃຫ້ປະກາດ ແລະ ຕີແຜ່ທົ່ວທັງນີນາເວດ້ວຍກົດບັນຍັດຂອງກະສັດ ແລະ ຜູ້ຄົນຊັ້ນສູງ ໂດຍກ່າວວ່າ ບໍ່ໃຫ້ຄົນໃດ ຫຼື ສັດ, ບໍ່ວ່າຈະເປັນຝູງມ້າ ຫຼື ຝູງລໍ, ກິນຫຍັງກໍຕາມ ນັ້ນກໍຄືບໍ່ໃຫ້ພວກມັນກິນ ຫຼື ດື່ມນໍ້າ, ແຕ່ໃຫ້ທັງຄົນ ແລະ ສັດນຸ່ງຜ້າກະສອບ ແລະ ຮ້ອງໄຫ້ຫາພຣະເຈົ້າຢ່າງກຶກກ້ອງ, ແມ່ນແລ້ວ ໃຫ້ພວກເຂົາທຸກຄົນກັບໃຈຈາກຫົນທາງທີ່ຊົ່ວຮ້າຍຂອງເຂົາ ແລະ ຈາກຄວາມວຸ້ນວາຍທີ່ເກີດຂຶ້ນດ້ວຍມືຂອງພວກເຂົາ...” (ໂຢນາ 3:5-9).

ຫຼັງຈາກທີ່ໄດ້ຍິນການປະກາດຂອງພຣະເຈົ້າເຢໂຮວາ, ປະຊາຊົນແຫ່ງເມືອງນີນາເວກໍສະແດງເຖິງທ່າທີທີ່ກົງກັນຂ້າມກັບທ່າທີຂອງປະຊາຊົນແຫ່ງເມືອງໂຊໂດມຢ່າງສິ້ນເຊີງ, ໃນຂະນະທີ່ປະຊາຊົນແຫ່ງເມືອງໂຊໂດມຕໍ່ຕ້ານພຣະເຈົ້າຢ່າງເປີດເຜີຍ, ເຮັດຊົ່ວຄັ້ງແລ້ວຄັ້ງເລົ່າ, ແຕ່ກົງກັນຂ້າມຫຼັງຈາກທີ່ໄດ້ຍິນພຣະທຳເຫຼົ່ານີ້ ຊາວນີນາເວບໍ່ໄດ້ເມີນເສີຍຕໍ່ເລື່ອງດັ່ງກ່າວ ແລະ ພວກເຂົາກໍບໍ່ໄດ້ຕໍ່ຕ້ານ. ພວກເຂົາເຊື່ອພຣະເຈົ້າ ແລະ ປະກາດການອົດອາຫານ. ຄຳວ່າ “ເຊື່ອ” ໃນນີ້ໝາຍຄວາມວ່າແນວໃດ? ຄວາມໝາຍຂອງຄຳດັ່ງກ່າວໝາຍເຖິງຄວາມເຊື່ອ ແລະ ຄວາມອ່ອນນ້ອມ. ຖ້າພວກເຮົາໃຊ້ພຶດຕິກຳຕົວຈິງຂອງຊາວນີນາເວເພື່ອອະທິບາຍຄຳສັບນີ້, ມັນໝາຍຄວາມວ່າ ພວກເຂົາເຊື່ອວ່າ ພຣະເຈົ້າສາມາດເຮັດໄດ້ ແລະ ຈະເຮັດດັ່ງທີ່ພຣະອົງໄດ້ກ່າວໄວ້ ດັ່ງນັ້ນ ພວກເຂົາຈຶ່ງເຕັມໃຈທີ່ຈະກັບໃຈ. ແລ້ວປະຊາຊົນແຫ່ງເມືອງນີນາເວຮູ້ສຶກຢ້ານເມື່ອຢູ່ຕໍ່ໜ້າໄພພິບັດທີ່ກຳລັງຈະເກີດຂຶ້ນບໍ່? ມັນຄືຄວາມເຊື່ອຂອງພວກເຂົາທີ່ສ້າງຄວາມຢໍາເກງໃນຫົວໃຈຂອງພວກເຂົາ. ສະນັ້ນ ພວກເຮົາສາມາດໃຊ້ຫຍັງເພື່ອພິສູດຄວາມເຊື່ອ ແລະ ຄວາມຢຳເກງຂອງຊາວນີນາເວ? ມັນເປັນດັ່ງທີ່ພຣະຄຳພີໄດ້ກ່າວໄວ້ວ່າ: “... ປະກາດໃຫ້ຜູ້ຄົນບໍ່ວ່າໃຫຍ່ ແລະ ນ້ອຍອົດອາຫານ ແລະ ນຸ່ງຜ້າກະສອບ”. ນີ້ໝາຍຄວາມວ່າ ຊາວນີນາເວເຊື່ອຢ່າງແທ້ຈິງ ແລະ ຈາກຄວາມເຊື່ອນີ້ກໍເກີດມີຄວາມຢຳເກງ ເຊິ່ງເຮັດໃຫ້ພວກເຂົາອົດອາຫານ ແລະ ນຸ່ງຜ້າກະສອບຕໍ່ມາ. ນີ້ແມ່ນວິທີທີ່ພວກເຂົາສະແດງໃຫ້ເຫັນວ່າ ພວກເຂົາເລີ່ມກັບໃຈ. ກົງກັນຂ້າມກັບປະຊາຊົນແຫ່ງເມືອງໂຊໂດມໂດຍສິ້ນເຊີງ, ບໍ່ພຽງແຕ່ຊາວນີນາເວບໍ່ໄດ້ຕໍ່ຕ້ານພຣະເຈົ້າ, ແຕ່ພວກເຂົາຍັງສະແດງເຖິງການກັບໃຈຂອງພວກເຂົາຢ່າງຊັດເຈນໂດຍຜ່ານພຶດຕິກຳ ແລະ ການກະທຳຂອງພວກເຂົາ. ແນ່ນອນ ນີ້ແມ່ນສິ່ງທີ່ປະຊາຊົນທຸກຄົນໃນເມືອງນີນາເວເຮັດ, ບໍ່ແມ່ນພຽງສາມັນຊົນເທົ່ານັ້ນ, ກະສັດກໍບໍ່ຖືກຍົກເວັ້ນ.

ການກັບໃຈຂອງກະສັດແຫ່ງເມືອງນີນາເວໄດ້ຮັບການຍົກຍ້ອງຈາກພຣະເຈົ້າເຢໂຮວາ

ເມື່ອກະສັດນີນາເວໄດ້ຍິນເຖິງຂ່າວນີ້, ເພິ່ນຈຶ່ງລຸກຂຶ້ນຈາກບັນລັງຂອງເພິ່ນ, ແກ້ເສື້ອຄຸມຂອງເພິ່ນອອກ, ນຸ່ງຜ້າກະສອບ ແລະ ນັ່ງເທິງຂີ້ເຖົ່າ. ແລ້ວເພິ່ນກໍປະກາດວ່າ ບໍ່ມີຜູ້ໃດໃນເມືອງຈະໄດ້ຮັບອະນຸຍາດໃຫ້ຊີມຫຍັງກໍຕາມ ແລະ ບໍ່ໃຫ້ແກະ, ງົວ ຫຼື ສັດລ້ຽງອື່ນໆໄດ້ກິນຫຍ້າ ຫຼື ດື່ມນໍ້າ. ມະນຸດ ແລະ ສັດລ້ຽງຕ້ອງນຸ່ງຜ້າກະສອບເຊັ່ນກັນ ແລະ ຜູ້ຄົນຕ້ອງອ້ອນວອນຫາພຣະເຈົ້າຢ່າງຈິງຈັງ. ກະສັດຍັງປະກາດວ່າ ພວກເຂົາທຸກຄົນຈະຫັນຈາກວິທີທາງທີ່ຊົ່ວຮ້າຍຂອງພວກເຂົາ ແລະ ປະຖິ້ມຄວາມວຸ້ນວາຍທີ່ຢູ່ໃນມືຂອງພວກເຂົາ. ເມື່ອຕັດສິນຈາກການກະທຳເຫຼົ່ານີ້, ກະສັດແຫ່ງເມືອງນີນາເວໄດ້ກັບໃຈຢ່າງແທ້ຈິງໃນຫົວໃຈຂອງເພິ່ນ. ການກະທຳເຫຼົ່ານີ້ທີ່ເພິ່ນໄດ້ເຮັດ ເຊັ່ນ: ການລຸກຂຶ້ນຈາກບັນລັງຂອງເພິ່ນ, ການແກ້ເຄື່ອງກະສັດຂອງເພິ່ນອອກ, ການນຸ່ງຜ້າກະສອບ ແລະ ການນັ່ງເທິງຂີ້ເຖົ່າ, ໄດ້ບອກຜູ້ຄົນວ່າ ກະສັດແຫ່ງເມືອງນີນາເວກຳລັງປະວາງສະຖານະກະສັດຂອງເພິ່ນ ແລະ ນຸ່ງຜ້າກະສອບຄຽງຂ້າງປະຊາຊົນສາມັນ. ນີ້ໝາຍຄວາມວ່າ ກະສັດແຫ່ງເມືອງນີນາເວບໍ່ໄດ້ດຳລົງຕໍາແໜ່ງກະສັດຂອງເພິ່ນເພື່ອສືບຕໍ່ເຮັດສິ່ງຊົ່ວຮ້າຍ ຫຼື ສ້າງຄວາມວຸ້ນວາຍໃນມືຂອງເພິ່ນອີກຕໍ່ໄປ ເມື່ອໄດ້ຍິນການຕັກເຕືອນຈາກພຣະເຈົ້າເຢໂຮວາ; ກົງກັນຂ້າມ, ເພິ່ນປະວາງສິດອຳນາດທີ່ເພິ່ນມີ ແລະ ກັບໃຈຢູ່ຕໍ່ໜ້າພຣະເຈົ້າເຢໂຮວາ. ໃນຊ່ວງເວລານີ້ ກະສັດແຫ່ງເມືອງນີນາເວບໍ່ໄດ້ກັບໃຈໃນຖານະກະສັດ; ເພິ່ນໄດ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອກັບໃຈ ແລະ ສາລະພາບຄວາມບາບຂອງເພິ່ນໃນຖານະເປັນປະຊາຊົນທໍາມະດາຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ ເພິ່ນຍັງບອກເມືອງທັງໝົດໃຫ້ກັບໃຈ ແລະ ສາລະພາບຄວາມບາບຂອງພວກເຂົາຕໍ່ໜ້າພຣະເຈົ້າເຢໂຮວາໃນລັກສະນະດຽວກັນກັບເພິ່ນໄດ້ເຮັດ; ອີກຢ່າງ, ເພິ່ນຍັງມີແຜນການໂດຍສະເພາະໃນການເຮັດແບບນັ້ນ, ດັ່ງທີ່ເຫັນໃນພຣະຄຳພີວ່າ: “ບໍ່ໃຫ້ຄົນໃດ ຫຼື ສັດ, ບໍ່ວ່າຈະເປັນຝູງມ້າ ຫຼື ຝູງລໍ, ກິນຫຍັງກໍຕາມ ນັ້ນກໍຄືບໍ່ໃຫ້ພວກມັນກິນ ຫຼື ດື່ມນໍ້າ... ແລະ ຮ້ອງໄຫ້ຫາພຣະເຈົ້າຢ່າງກຶກກ້ອງ, ແມ່ນແລ້ວ ໃຫ້ພວກເຂົາທຸກຄົນກັບໃຈຈາກຫົນທາງທີ່ຊົ່ວຮ້າຍຂອງເຂົາ ແລະ ຈາກຄວາມວຸ້ນວາຍທີ່ເກີດຂຶ້ນດ້ວຍມືຂອງພວກເຂົາ”. ໃນຖານະຜູ້ປົກຄອງຂອງເມືອງ, ກະສັດແຫ່ງເມືອງນີນາເວມີສະຖານະ ແລະ ລິດອຳນາດສູງສຸດ ແລະ ສາມາດເຮັດຫຍັງກໍຕາມທີ່ເພິ່ນປາຖະໜາ. ເມື່ອພົບກັບການຕັກເຕືອນຂອງພຣະເຈົ້າເຢໂຮວາ, ເພິ່ນສາມາດເມີນເສີຍຕໍ່ເລື່ອງດັ່ງກ່າວ ຫຼື ພຽງແຕ່ກັບໃຈ ແລະ ສາລະພາບຄວາມບາບຂອງເພິ່ນພຽງຄົນດຽວ; ແຕ່ສຳລັບເລື່ອງທີ່ປະຊາຊົນໃນເມືອງເລືອກທີ່ຈະກັບໃຈ ຫຼື ບໍ່ນັ້ນ, ເພິ່ນສາມາດເມີນເສີຍຕໍ່ເລື່ອງດັ່ງກ່າວທັງໝົດ. ເຖິງຢ່າງນັ້ນກໍຕາມ, ກະສັດແຫ່ງເມືອງນີນາເວແມ່ນບໍ່ໄດ້ເຮັດແບບນີ້ເລີຍ. ບໍ່ພຽງແຕ່ເພິ່ນລຸກຂຶ້ນຈາກບັນລັງຂອງເພິ່ນ, ນຸ່ງຜ້າກະສອບ ແລະ ຂີ້ເຖົ່າ ແລະ ກັບໃຈ ແລະ ສາລະພາບຄວາມບາບຂອງເພິ່ນຕໍ່ໜ້າພຣະເຈົ້າເຢໂຮວາເທົ່ານັ້ນ, ແຕ່ເພິ່ນຍັງສັ່ງໃຫ້ທຸກຄົນ ແລະ ສັດລ້ຽງທີ່ຢູ່ພາຍໃນເມືອງເຮັດແບບດຽວກັນ. ເພິ່ນເຖິງກັບສັ່ງປະຊາຊົນໃຫ້ “ຮ້ອງໄຫ້ຫາພຣະເຈົ້າຢ່າງກຶກກ້ອງ”. ຜ່ານການກະທຳເຫຼົ່ານີ້, ກະສັດແຫ່ງເມືອງນີນາເວໄດ້ສຳເລັດຕາມສິ່ງທີ່ຜູ້ປົກຄອງຄວນເຮັດຢ່າງແທ້ຈິງ. ການກະທຳຂອງເພິ່ນແມ່ນສິ່ງທີ່ຍາກທີ່ຈະໃຫ້ກະສັດຄົນໃດໜຶ່ງໃນປະຫວັດສາດມະນຸດບັນລຸໄດ້ ແລະ ແນ່ນອນ ບໍ່ມີກະສັດຄົນໃດທີ່ບັນລຸສິ່ງເຫຼົ່ານີ້ໄດ້. ການກະທຳເຫຼົ່ານີ້ສາມາດເອີ້ນໄດ້ວ່າ ບໍ່ເຄີຍມີມາກ່ອນໃນປະຫວັດສາດມະນຸດ ແລະ ພວກມັນກໍສົມຄວນຈາລຶກເປັນທັງອະນຸສອນ ແລະ ເປັນແບບຢ່າງແກ່ມະນຸດຊາດ. ຕັ້ງແຕ່ຈຸດເລີ່ມຕົ້ນຂອງມະນຸດ, ກະສັດທຸກຄົນໄດ້ນໍາພາລາຊະດອນຂອງເພິ່ນເພື່ອຕໍ່ຕ້ານ ແລະ ຄັດຄ້ານພຣະເຈົ້າ. ບໍ່ມີຜູ້ໃດເຄີຍນໍາລາຊະດອນຂອງເພິ່ນອ້ອນວອນຫາພຣະເຈົ້າເພື່ອສະແຫວງຫາການໄຖ່ບາບກັບຄວາມຊົ່ວຮ້າຍຂອງພວກເຂົາ, ເພື່ອຮັບເອົາການອະໄພຂອງພຣະເຈົ້າເຢໂຮວາ ແລະ ຫຼີກເວັ້ນການລົງໂທດທີ່ກຳລັງຈະເກີດຂຶ້ນ. ເຖິງຢ່າງໃດກໍຕາມ, ກະສັດແຫ່ງເມືອງນີນາເວສາມາດນໍາພາລາຊະດອນຂອງເພິ່ນຫັນມາຫາພຣະເຈົ້າ, ປະຖິ້ມວິທີການຊົ່ວຮ້າຍຂອງພວກເຂົາໄວ້ເບື້ອງຫຼັງ ແລະ ປະຖິ້ມຄວາມວຸ້ນວາຍທີ່ຢູ່ໃນມືຂອງພວກເຂົາ. ຍິ່ງໄປກວ່ານັ້ນ, ເພິ່ນຍັງສາມາດປະຖິ້ມບັນລັງຂອງເພິ່ນ ແລະ ເພື່ອຕອບແທນການກະທໍາຂອງເພິ່ນ ພຣະເຈົ້າເຢໂຮວາຈຶ່ງໄດ້ປ່ຽນໃຈ ແລະ ຮູ້ສຶກເສຍໃຈ, ພຣະອົງຖອນຄວາມໂກດຮ້າຍຂອງພຣະອົງ ແລະ ອະນຸຍາດໃຫ້ປະຊາຊົນໃນເມືອງມີຊີວິດຢູ່ ແລະ ຮັກສາພວກເຂົາຈາກການຖືກທຳລາຍ. ການກະທຳຂອງກະສັດສາມາດເອີ້ນໄດ້ວ່າເປັນສິ່ງມະຫັດສະຈັນທີ່ຫາໄດ້ຍາກໃນປະຫວັດສາດຂອງມະນຸດ ແລະ ເຖິງກັບເປັນແບບຢ່າງຂອງມະນຸດຊາດທີ່ເສື່ອມຊາມທີ່ກັບໃຈ ແລະ ສາລະພາບຄວາມບາບຂອງພວກເຂົາຕໍ່ໜ້າພຣະເຈົ້າ.

ພຣະເຈົ້າເຫັນການກັບໃຈຢ່າງຈິງໃຈໃນສ່ວນເລິກຂອງຫົວໃຈຂອງຊາວນີນາເວ

ຫຼັງຈາກທີ່ໄດ້ຍິນການປະກາດຂອງພຣະເຈົ້າ, ກະສັດແຫ່ງເມືອງນີນາເວ ແລະ ລາຊະດອນຂອງເພິ່ນກໍດຳເນີນການປະຕິບັດຫຼາຍຢ່າງ. ແມ່ນຫຍັງຄືທຳມະຊາດຂອງການກະທຳເຫຼົ່ານີ້ ແລະ ທໍາມະຊາດຂອງພຶດຕິກຳຂອງພວກເຂົາ? ເວົ້າອີກຢ່າງກໍຄື ແມ່ນຫຍັງຄືແກ່ນແທ້ຂອງການປະພຶດຂອງພວກເຂົາທັງໝົດ? ເປັນຫຍັງພວກເຂົາຈຶ່ງເຮັດໃນສິ່ງທີ່ພວກເຂົາເຮັດ? ໃນສາຍຕາຂອງພຣະເຈົ້າ, ພວກເຂົາໄດ້ກັບໃຈຢ່າງຈິງໃຈ, ບໍ່ແມ່ນພຽງແຕ່ຍ້ອນພວກເຂົາອ້ອນວອນຢ່າງຈິງຈັງຫາພຣະເຈົ້າ ແລະ ສາລະພາບຄວາມບາບຂອງພວກເຂົາຕໍ່ໜ້າພຣະອົງ, ແຕ່ຍັງເປັນຍ້ອນພວກເຂົາໄດ້ປະຖິ້ມຄວາມປະພຶດທີ່ຊົ່ວຮ້າຍຂອງພວກເຂົາອີກດ້ວຍ. ພວກເຂົາປະພຶດໃນລັກສະນະນີ້ກໍຍ້ອນ ຫຼັງຈາກທີ່ໄດ້ຍິນພຣະທຳຂອງພຣະເຈົ້າ, ພວກເຂົາພາກັນຕົກໃຈຢ້ານຢ່າງບໍ່ເປັນຕາເຊື່ອ ແລະ ເຊື່ອວ່າ ພຣະອົງຈະເຮັດໃນສິ່ງທີ່ພຣະອົງເວົ້າ. ການອົດອາຫານ, ການນຸ່ງຜ້າກະສອບ ແລະ ນັ່ງເທິງຂີ້ເຖົ່າ, ພວກເຂົາປາຖະໜາທີ່ຈະສະແດງຄວາມເຕັມໃຈຂອງພວກເຂົາເພື່ອປະຕິຮູບວິທີທາງຂອງພວກເຂົາ ແລະ ເພື່ອລະເວັ້ນຈາກຄວາມຊົ່ວຮ້າຍ; ພວກເຂົາອະທິຖານຫາພຣະເຈົ້າເຢໂຮວາເພື່ອລົບຫຼີກຄວາມໂກດຮ້າຍຂອງພຣະອົງ, ອ້ອນວອນພຣະອົງໃຫ້ຖອນການຕັດສິນໃຈຂອງພຣະອົງ ແລະ ເພື່ອລະເວັ້ນໄພພິບັດທີ່ຈະເກີດກັບພວກເຂົາ. ຖ້າພວກເຮົາກວດສອບຄວາມປະພຶດຂອງພວກເຂົາທັງໝົດ, ພວກເຮົາກໍຈະສາມາດເຫັນໄດ້ວ່າ ພວກເຂົາເຂົ້າໃຈແລ້ວວ່າການກະທຳຊົ່ວຮ້າຍຜ່ານມາຂອງພວກເຂົາເປັນທີ່ລັງກຽດຕໍ່ພຣະເຈົ້າເຢໂຮວາ ແລະ ພວກເຮົາຍັງສາມາດເຫັນໄດ້ ເຊັ່ນກັນວ່າ ພວກເຂົາເຂົ້າໃຈເຫດຜົນວ່າເປັນຫຍັງພຣະອົງຈຶ່ງຈະທຳລາຍພວກເຂົາໃນອີກບໍ່ດົນ. ນີ້ຄືເຫດຜົນທີ່ວ່າ ເປັນຫຍັງພວກເຂົາທຸກຄົນຈຶ່ງປາຖະໜາທີ່ຈະກັບໃຈທັງໝົດ, ຫັນຈາກວິທີທາງທີ່ຊົ່ວຮ້າຍຂອງພວກເຂົາ ແລະ ປະຖິ້ມຄວາມວຸ້ນວາຍທີ່ຢູ່ໃນມືຂອງພວກເຂົາ. ເວົ້າອີກຢ່າງກໍຄື ຫຼັງຈາກທີ່ພວກເຂົາຮູ້ຈັກເຖິງການຕັກເຕືອນຂອງພຣະເຈົ້າເຢໂຮວາ, ພວກເຂົາແຕ່ລະຄົນກໍຮູ້ສຶກຢ້ານໃນຫົວໃຈຂອງພວກເຂົາ; ພວກເຂົາບໍ່ສືບຕໍ່ກັບຄວາມປະພຶດທີ່ຊົ່ວຮ້າຍຂອງພວກເຂົາ ແລະ ບໍ່ເຮັດການກະທຳເຫຼົ່ານັ້ນທີ່ເປັນຕາລັງກຽດຕໍ່ພຣະເຈົ້າເຢໂຮວາອີກຕໍ່ໄປ. ນອກຈາກນັ້ນ ພວກເຂົາຍັງໄດ້ອ້ອນວອນພຣະເຈົ້າເຢໂຮວາໃຫ້ອະໄພບາບໃນອະດີດຂອງພວກເຂົາ ແລະ ບໍ່ປະຕິບັດຕໍ່ພວກເຂົາຕາມການກະທຳທີ່ຢູ່ໃນອະດີດຂອງພວກເຂົາ. ພວກເຂົາເຕັມໃຈທີ່ຈະບໍ່ເຮັດໃນສິ່ງຊົ່ວຮ້າຍອີກຕໍ່ໄປ ແລະ ພ້ອມທີ່ຈະປະຕິບັດຕາມຄຳສັ່ງຂອງພຣະເຈົ້າເຢໂຮວາ, ເພື່ອວ່າ ມັນອາດຈະບໍ່ເຮັດໃຫ້ພຣະເຈົ້າເຢໂຮວາໂກດຮ້າຍອີກ. ການກັບໃຈຂອງພວກເຂົາແມ່ນຈິງໃຈ ແລະ ສົມບູນ. ມັນມາຈາກສ່ວນເລິກທີ່ຢູ່ພາຍໃນຫົວໃຈຂອງພວກເຂົາ ທີ່ຈິງໃຈ ແລະ ຖາວອນ.

ຫຼັງຈາກທີ່ປະຊາຊົນແຫ່ງເມືອງນີນາເວ, ນັບຕັ້ງແຕ່ກະສັດຈົນເຖິງສາມັນຊົນ ຮຽນຮູ້ວ່າພຣະເຈົ້າເຢໂຮວາໃຈຮ້າຍກັບພວກເຂົາ, ພຣະເຈົ້າສາມາດເຫັນໄດ້ຢ່າງຊັດເຈນ ແລະ ຢ່າງແຈ່ມແຈ້ງເຖິງການກະທຳຂອງພວກເຂົາ ແລະ ຄວາມປະພຶດຂອງພວກເຂົາທັງໝົດ, ພ້ອມກັບການຕັດສິນໃຈ ແລະ ທາງເລືອກທຸກຢ່າງທີ່ພວກເຂົາໄດ້ເລືອກ. ຫົວໃຈຂອງພຣະເຈົ້າປ່ຽນແປງຕາມພຶດຕິກຳຂອງພວກເຂົາ. ແມ່ນຫຍັງຄືສະພາບຈິດໃຈຂອງພຣະເຈົ້າໃນຊ່ວງເວລານັ້ນ? ພຣະຄຳພີສາມາດຕອບຄຳຖາມນີ້ໃຫ້ກັບເຈົ້າ. ຂໍ້ພຣະທຳດັ່ງຕໍ່ໄປນີ້ໄດ້ຖືກບັນທຶກໄວ້ໃນພຣະຄຳພີ: “ພຣະເຈົ້າໄດ້ເຫັນການກະທໍາຂອງພວກເຂົາ ກໍເຫັນວ່າພວກເຂົາໄດ້ປະຖິ້ມຫົນທາງທີ່ຊົ່ວຮ້າຍແລ້ວ ແລະ ພຣະເຈົ້າກໍປ່ຽນໃຈຈາກການທໍາຮ້າຍທີ່ພຣະອົງໄດ້ກ່າວໄວ້ວ່າ ພຣະອົງຈະກະທໍາຕໍ່ພວກເຂົາ, ພຣະອົງບໍ່ໄດ້ເຮັດໃຫ້ສິ່ງເຫຼົ່ານັ້ນເກີດຂຶ້ນເລີຍ” (ໂຢນາ 3:10). ເຖິງແມ່ນພຣະເຈົ້າໄດ້ປ່ຽນຄວາມຄິດຂອງພຣະອົງແລ້ວ, ບໍ່ມີຫຍັງທີ່ຊັບຊ້ອນກ່ຽວກັບສະພາບຈິດໃຈຂອງພຣະອົງ. ພຣະອົງພຽງແຕ່ປ່ຽນຈາກການສະແດງຄວາມໃຈຮ້າຍຂອງພຣະອົງມາເປັນການສະຫງົບຄວາມໃຈຮ້າຍຂອງພຣະອົງ ແລະ ຫຼັງຈາກນັ້ນກໍຕັດສິນໃຈທີ່ຈະບໍ່ນໍາໄພພິບັດມາສູ່ເມືອງນີນາເວອີກ. ເຫດຜົນທີ່ວ່າເປັນຫຍັງການຕັດສິນໃຈຂອງພຣະເຈົ້າ ທີ່ລະເວັ້ນຊາວນີນາເວຈາກໄພພິບັດຢ່າງໄວວ່າ ກໍຄື ພຣະເຈົ້າໄດ້ສັງເກດເຫັນຫົວໃຈຂອງແຕ່ລະຄົນໃນເມືອງນີນາເວ. ພຣະອົງເຫັນວ່າ ພວກເຂົາມີສິ່ງທີ່ຢູ່ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ເຊັ່ນ: ການກັບໃຈທີ່ຈິງໃຈຂອງພວກເຂົາ, ການສາລະພາບຄວາມບາບຂອງພວກເຂົາ, ຄວາມເຊື່ອຢ່າງຈິງໃຈທີ່ພວກເຂົາມີໃນພຣະອົງ, ຄວາມຮູ້ສຶກຢ່າງເລິກເຊິ່ງຂອງພວກເຂົາກ່ຽວກັບວິທີກະທຳຊົ່ວຮ້າຍຂອງພວກເຂົາໄດ້ເຮັດໃຫ້ອຸປະນິໄສຂອງພຣະອົງນັ້ນໂກດຮ້າຍ ແລະ ຄວາມຢຳເກງເຊິ່ງເປັນຜົນມາຈາກການລົງໂທດທີ່ກຳລັງຈະມາຮອດຂອງພຣະເຈົ້າເຢໂຮວາ. ໃນເວລາດຽວກັນ, ພຣະເຈົ້າເຢໂຮວາຍັງໄດ້ຍິນຄຳອະທິຖານຂອງພວກເຂົາ, ເຊິ່ງມາຈາກສ່ວນເລິກພາຍໃນຫົວໃຈຂອງພວກເຂົາ, ອ້ອນວອນພຣະອົງບໍ່ໃຫ້ໃຈຮ້າຍກັບພວກເຂົາອີກຕໍ່ໄປ, ເພື່ອວ່າພວກເຂົາອາດຫຼີກເວັ້ນຈາກໄພພິບັດນີ້. ເມື່ອພຣະເຈົ້າສັງເກດຄວາມຈິງທັງໝົດເຫຼົ່ານີ້, ຄວາມໃຈຮ້າຍຂອງພຣະອົງກໍຫາຍໄປເທື່ອລະໜ້ອຍ. ໂດຍບໍ່ຄຳນຶງເຖິງວ່າ ກ່ອນໜ້ານີ້ ຄວາມໃຈຮ້າຍຂອງພຣະອົງມີຫຼາຍສໍ່າໃດ, ຫົວໃຈຂອງພຣະອົງຖືກສຳຜັດ ເມື່ອພຣະອົງເຫັນການກັບໃຈຢ່າງຈິງໃຈ ທີ່ມາຈາກສ່ວນເລິກຂອງຫົວໃຈຂອງຜູ້ຄົນເຫຼົ່ານີ້ ແລະ ສະນັ້ນ ພຣະອົງຈຶ່ງບໍ່ສາມາດທົນໄດ້ທີ່ຈະນໍາໄພພິບັດມາສູ່ພວກເຂົາ ແລະ ໃນທີ່ສຸດ ພຣະອົງກໍເຊົາໃຈຮ້າຍໃສ່ພວກເຂົາ. ກົງກັນຂ້າມ ພຣະອົງສືບຕໍ່ຂະຫຍາຍຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະອົງທີ່ມີຕໍ່ພວກເຂົາ ແລະ ສືບຕໍ່ນໍາພາ ແລະ ສະໜອງໃຫ້ກັບພວກເຂົາ.

ຖ້າຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າເປັນຄວາມຈິງ, ເຈົ້າກໍຈະໄດ້ຮັບການດູແລຂອງພຣະອົງເລື້ອຍໆ

ການທີ່ພຣະເຈົ້າປ່ຽນແປງເຈດຕະນາຂອງພຣະອົງຕໍ່ປະຊາຊົນແຫ່ງເມືອງນີນາເວນັ້ນບໍ່ໄດ້ມີຄວາມລັງເລໃຈ ຫຼື ສິ່ງໃດໜຶ່ງທີ່ຄຸມເຄືອ ຫຼື ບໍ່ຊັດເຈນ. ກົງກັນຂ້າມ ມັນຄືການປ່ຽນແປງຈາກຄວາມໃຈຮ້າຍທີ່ບໍລິສຸດມາເປັນຄວາມອົດກັ້ນທີ່ບໍລິສຸດ. ນີ້ແມ່ນການເປີດເຜີຍທີ່ແທ້ຈິງກ່ຽວກັບແກ່ນແທ້ຂອງພຣະເຈົ້າ. ພຣະເຈົ້າບໍ່ເຄີຍລັງເລ ຫຼື ບໍ່ແນ່ໃຈໃນການກະທຳຂອງພຣະອົງ; ຫຼັກການ ແລະ ຈຸດປະສົງທີ່ຢູ່ເບື້ອງຫຼັງການກະທຳຂອງພຣະອົງລ້ວນແລ້ວແຕ່ຊັດເຈນ ແລະ ໂປ່ງໃສ, ບໍລິສຸດ ແລະ ບໍ່ມີຂໍ້ບົກຜ່ອງ, ບໍ່ມີກົນອຸບາຍ ຫຼື ເລ່ກົນປະສົມຢູ່ຂ້າງໃນຢ່າງແນ່ນອນ. ເວົ້າອີກຢ່າງໜຶ່ງກໍຄື ແກ່ນແທ້ຂອງພຣະເຈົ້າບໍ່ມີຄວາມມືດມົນ ຫຼື ຄວາມຊົ່ວຮ້າຍ. ພຣະເຈົ້າໃຈຮ້າຍກັບຊາວນີນາເວກໍຍ້ອນວ່າ ການກະທຳທີ່ຊົ່ວຮ້າຍຂອງພວກເຂົາໄດ້ມາຢູ່ຕໍ່ໜ້າຂອງພຣະອົງ; ໃນເວລານັ້ນ ຄວາມໃຈຮ້າຍຂອງພຣະອົງແມ່ນສືບມາຈາກແກ່ນແທ້ຂອງພຣະອົງ. ເຖິງຢ່າງໃດກໍຕາມ ເມື່ອຄວາມໃຈຮ້າຍຂອງພຣະອົງໄດ້ສະຫຼາຍໄປ ແລະ ພຣະອົງປະທານຄວາມອົດກັ້ນຂອງພຣະອົງໃຫ້ກັບປະຊາຊົນແຫ່ງເມືອງນີນາເວອີກຄັ້ງ, ທຸກສິ່ງທີ່ພຣະອົງເປີດເຜີຍກໍຍັງເປັນແກ່ນແທ້ຂອງພຣະອົງເອງ. ການປ່ຽນແປງທັງໝົດນີ້ກໍເນື່ອງຈາກການປ່ຽນແປງໃນທັດສະນະຄະຕິຂອງມະນຸດຕໍ່ພຣະເຈົ້າ. ໃນລະຫວ່າງໄລຍະເວລານີ້, ອຸປະນິໄສທີ່ບໍ່ສາມາດຖືກທ້າທາຍໄດ້ຂອງພຣະເຈົ້າກໍບໍ່ໄດ້ປ່ຽນ, ແກ່ນແທ້ທີ່ອົດກັ້ນຂອງພຣະເຈົ້າກໍບໍ່ໄດ້ປ່ຽນ ແລະ ແກ່ນແທ້ແຫ່ງຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າກໍບໍ່ໄດ້ປ່ຽນ. ເມື່ອຜູ້ຄົນເຮັດສິ່ງຊົ່ວຮ້າຍ ແລະ ທ້າທາຍພຣະເຈົ້າ, ພຣະອົງກໍຈະນໍາຄວາມໃຈຮ້າຍມາສູ່ພວກເຂົາ. ເມື່ອຜູ້ຄົນກັບໃຈຢ່າງແທ້ຈິງ, ຫົວໃຈຂອງພຣະເຈົ້າກໍຈະປ່ຽນແປງ ແລະ ຄວາມໃຈຮ້າຍຂອງພຣະອົງກໍຈະເຊົາ. ເມື່ອຜູ້ຄົນສືບຕໍ່ໆຕ້ານພຣະເຈົ້າຢ່າງດື້ດ້ານ, ຄວາມໂກດຮ້າຍຂອງພຣະອົງກໍຈະບໍ່ເຊົາ ແລະ ຄວາມໂກດຮ້າຍຂອງພຣະອົງກໍຈະບີບພວກເຂົາເທື່ອລະໜ້ອຍຈົນພວກເຂົາຖືກທຳລາຍ. ນີ້ແມ່ນແກ່ນແທ້ຂອງອຸປະນິໄສຂອງພຣະເຈົ້າ. ບໍ່ວ່າພຣະເຈົ້າຈະສະແດງຄວາມໂກດຮ້າຍ ຫຼື ຄວາມກະລຸນາ ແລະ ຄວາມຮັກຄວາມເມດຕາແບບໃດກໍຕາມ, ມັນຄືຄວາມປະພຶດຂອງມະນຸດ, ພຶດຕິກຳ ແລະ ທັດສະນະຄະຕິທີ່ຢູ່ໃນສ່ວນເລິກຂອງຫົວໃຈມະນຸດທີ່ພວກເຂົາມີຕໍ່ພຣະເຈົ້າທີ່ເຮັດໃຫ້ພຣະອົງເປີດເຜີຍອຸປະນິໄສຂອງພຣະອົງ. ຖ້າພຣະເຈົ້ານໍາບຸກຄົນໃດໜຶ່ງມາຢູ່ພາຍໃຕ້ຄວາມໃຈຮ້າຍຂອງພຣະອົງຢ່າງຕໍ່ເນື່ອງ, ຫົວໃຈຂອງບຸກຄົນນັ້ນກໍຈະຕໍ່ຕ້ານພຣະເຈົ້າໂດຍບໍ່ຕ້ອງສົງໄສ. ຍ້ອນບຸກຄົນດັ່ງກ່າວບໍ່ເຄີຍກັບໃຈຢ່າງແທ້ຈິງ, ບໍ່ເຄີຍກົ້ມຫົວຂອງພວກເຂົາລົງຕໍ່ໜ້າພຣະເຈົ້າ ຫຼື ມີຄວາມເຊື່ອແທ້ຈິງໃນພຣະເຈົ້າຈັກເທື່ອ, ພວກເຂົາບໍ່ເຄີຍໄດ້ຮັບເອົາຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະເຈົ້າຈັກເທື່ອ. ຖ້າບາງຄົນຮັບເອົາການດູແລຂອງພຣະເຈົ້າ, ຄວາມເມດຕາຂອງພຣະອົງ ແລະ ຄວາມອົດກັ້ນຂອງພຣະອົງຢູ່ເລື້ອຍໆ, ແລ້ວແນ່ນອນ ບຸກຄົນນັ້ນກໍຈະມີຄວາມເຊື່ອຢ່າງແທ້ຈິງໃນພຣະເຈົ້າ ແລະ ຫົວໃຈຂອງພວກເຂົາກໍຈະບໍ່ຕໍ່ຕ້ານພຣະເຈົ້າ. ບຸກຄົນນີ້ມັກຈະກັບໃຈຢ່າງແທ້ຈິງຢູ່ຕໍ່ໜ້າພຣະເຈົ້າ; ສະນັ້ນ ເຖິງແມ່ນວ່າ ການລົງວິໄນຂອງພຣະເຈົ້າມັກລົງມາໃສ່ບຸກຄົນນີ້, ຄວາມໂກດຮ້າຍຂອງພຣະອົງແມ່ນບໍ່ໄດ້ລົງໃສ່.

ເລື່ອງລາວສັ້ນໆນີ້ເຮັດໃຫ້ຜູ້ຄົນເຫັນຫົວໃຈຂອງພຣະເຈົ້າ, ເຫັນເຖິງຄວາມເປັນຈິງແຫ່ງແກ່ນແທ້ຂອງພຣະອົງ, ເຫັນວ່າຄວາມໃຈຮ້າຍຂອງພຣະເຈົ້າ ແລະ ການປ່ຽນແປງທີ່ຢູ່ໃນຫົວໃຈຂອງພຣະອົງບໍ່ແມ່ນບໍ່ມີເຫດຜົນ. ນອກຈາກຄວາມແຕກຕ່າງໂດຍສິ້ນເຊີງທີ່ພຣະເຈົ້າສະແດງອອກເມື່ອພຣະອົງໂກດຮ້າຍ ແລະ ເມື່ອພຣະອົງປ່ຽນແປງຫົວໃຈຂອງພຣະອົງ, ເຊິ່ງເຮັດໃຫ້ຜູ້ຄົນເຊື່ອວ່າ ມີການບໍ່ເຊື່ອມໂຍງ ຫຼື ຄວາມແຕກຕ່າງຢ່າງຫຼາຍລະຫວ່າງສອງດ້ານນີ້ຂອງແກ່ນແທ້ຂອງພຣະເຈົ້າ, ຄວາມໃຈຮ້າຍຂອງພຣະອົງ ແລະ ຄວາມອົດກັ້ນຂອງພຣະອົງ, ທ່າທີຂອງພຣະເຈົ້າຕໍ່ການກັບໃຈຂອງຊາວນີນາເວແມ່ນເຮັດໃຫ້ຜູ້ຄົນເຫັນອີກດ້ານໜຶ່ງຂອງອຸປະນິໄສທີ່ແທ້ຈິງຂອງພຣະເຈົ້າອີກຄັ້ງ. ການທີ່ພຣະເຈົ້າປ່ຽນແປງຫົວໃຈກໍເພື່ອເຮັດໃຫ້ມະນຸດຊາດໄດ້ເຫັນຢ່າງແທ້ຈິງເຖິງຄວາມຈິງແຫ່ງຄວາມກະລຸນາ ແລະ ຄວາມຮັກຄວາມເມດຕາຂອງພຣະເຈົ້າອີກຄັ້ງ ແລະ ເຫັນເຖິງການເປີດເຜີຍທີ່ແທ້ຈິງກ່ຽວກັບແກ່ນແທ້ຂອງພຣະເຈົ້າ. ມະນຸດຊາດມີພຽງແຕ່ຕ້ອງຮັບຮູ້ວ່າ ຄວາມກະລຸນາ ແລະ ຄວາມຮັກຄວາມເມດຕາຂອງພຣະເຈົ້າບໍ່ແມ່ນເລື່ອງເລົ່າຂານທີ່ບໍ່ມີຄວາມຈິງ ຫຼື ພວກມັນບໍ່ແມ່ນເລື່ອງລາວທີ່ຖືກປັ້ນແຕ່ງຂຶ້ນມາ. ນີ້ກໍຍ້ອນວ່າ ຄວາມຮູ້ສຶກຂອງພຣະເຈົ້າໃນຊ່ວງເວລານັ້ນເປັນຄວາມຈິງ ແລະ ການທີ່ພຣະເຈົ້າປ່ຽນແປງຫົວໃຈກໍເປັນຈິງ, ແນ່ນອນ ພຣະເຈົ້າໄດ້ປະທານຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະອົງມາສູ່ມະນຸດຊາດອີກຄັ້ງ.

ການກັບໃຈທີ່ແທ້ຈິງໃນຫົວໃຈຂອງຊາວນີນາເວທີ່ເຮັດໃຫ້ພວກເຂົາໄດ້ຮັບຄວາມເມດຕາຂອງພຣະເຈົ້າ ແລະ ປ່ຽນຜົນຮັບຂອງພວກເຂົາເອງ

ມີຂໍ້ຂັດແຍ້ງໃດບໍລະຫວ່າງການປ່ຽນໃຈຂອງພຣະເຈົ້າ ແລະ ຄວາມໂກດຮ້າຍຂອງພຣະອົງ? ແນ່ນອນວ່າບໍ່ມີ! ນີ້ກໍຍ້ອນວ່າຄວາມອົດກັ້ນຂອງພຣະເຈົ້າໃນເວລານັ້ນແມ່ນມີເຫດຜົນຂອງມັນ. ແມ່ນຫຍັງຄືເຫດຜົນດັ່ງກ່າວ? ມັນຄືເຫດຜົນທີ່ກ່າວໄວ້ໃນພຣະຄຳພີ: “ທຸກຄົນກັບໃຈຈາກຫົນທາງທີ່ຊົ່ວຊ້າຂອງພວກເຂົາ” ແລະ “ປະຖິ້ມຄວາມວຸ້ນວາຍທີ່ເກີດຂຶ້ນດ້ວຍມືຂອງພວກເຂົາ”.

“ຫົນທາງທີ່ຊົ່ວຊ້າ” ນີ້ບໍ່ໄດ້ໝາຍເຖິງການກະທຳຊົ່ວຮ້າຍເລັກນ້ອຍ, ແຕ່ໝາຍເຖິງແຫຼ່ງທີ່ມາຂອງພຶດຕິກຳຊົ່ວຮ້າຍຂອງຜູ້ຄົນ. “ກັບໃຈຈາກຫົນທາງທີ່ຊົ່ວຊ້າຂອງຕົນເອງ” ໝາຍຄວາມວ່າ ບຸກຄົນດັ່ງກ່າວຈະບໍ່ເຮັດການກະທຳເຫຼົ່ານີ້ອີກ. ເວົ້າອີກຢ່າງກໍຄື ພວກເຂົາຈະບໍ່ປະພຶດໃນວິທີທີ່ຊົ່ວຮ້າຍແບບນີ້ອີກຕໍ່ໄປ; ວິທີການ, ແຫຼ່ງທີ່ມາ, ຈຸດປະສົງ, ເຈດຕະນາ ແລະ ຫຼັກການແຫ່ງການກະທຳຂອງພວກເຂົາໄດ້ປ່ຽນແປງໝົດແລ້ວ; ພວກເຂົາຈະບໍ່ໃຊ້ວິທີການ ແລະ ຫຼັກການເຫຼົ່ານັ້ນເພື່ອນໍາຄວາມປິຕິຍິນດີ ແລະ ຄວາມສຸກມາສູ່ຫົວໃຈຂອງພວກເຂົາອີກຕໍ່ໄປ. “ການປະຖິ້ມ” ໃນ “ການປະຖິ້ມຄວາມວຸ້ນວາຍທີ່ເກີດຂຶ້ນດ້ວຍມືຂອງຕົນເອງ” ໝາຍຄວາມວ່າ ການປ່ອຍວາງ ຫຼື ການປ່ອຍປະ ເພື່ອໜີອອກຈາກອະດີດຢ່າງສົມບູນ ແລະ ບໍ່ຫັນຫຼັງກັບຄືນຕະຫຼອດໄປ. ເມື່ອປະຊາຊົນແຫ່ງເມືອງນີນາເວປະຖິ້ມຄວາມວຸ້ນວາຍໃນມືຂອງພວກເຂົາ, ສິ່ງນີ້ໄດ້ພິສູດ ແລະ ເປັນຕົວແທນໃຫ້ກັບການກັບໃຈທີ່ແທ້ຈິງຂອງພວກເຂົາ. ພຣະເຈົ້າສັງເກດລັກສະນະພາຍນອກຂອງຜູ້ຄົນ ພ້ອມທັງຫົວໃຈຂອງພວກເຂົາ. ເມື່ອພຣະເຈົ້າສັງເກດເຫັນການກັບໃຈຢ່າງແທ້ຈິງໃນຫົວໃຈຂອງຊາວນີນາເວໂດຍບໍ່ມີການຕັ້ງຄຳຖາມ ແລະ ຍັງສັງເກດເຫັນວ່າ ພວກເຂົາໄດ້ປະຖິ້ມຫົນທາງທີ່ຊົ່ວຮ້າຍຂອງພວກເຂົາ ແລະ ປະຖິ້ມຄວາມວຸ້ນວາຍທີ່ຢູ່ໃນມືຂອງພວກເຂົາ, ພຣະອົງກໍປ່ຽນໃຈຂອງພຣະອົງ. ນີ້ໝາຍຄວາມວ່າ ຄວາມປະພຶດ ແລະ ພຶດຕິກຳຂອງຜູ້ຄົນ ແລະ ຫຼາກຫຼາຍວິທີໃນການເຮັດສິ່ງຕ່າງໆ ພ້ອມທັງການສາລະພາບບາບທີ່ແທ້ຈິງຂອງພວກເຂົາ ແລະ ການກັບໃຈຈາກຄວາມຜິດບາບທີ່ຢູ່ໃນຫົວໃຈຂອງພວກເຂົາເຮັດໃຫ້ພຣະເຈົ້າປ່ຽນໃຈ, ປ່ຽນເຈດຕະນາ, ປ່ຽນແປງການຕັດສິນໃຈຂອງພຣະອົງ ແລະ ບໍ່ລົງໂທດ ຫຼື ທຳລາຍພວກເຂົາອີກ. ສະນັ້ນ ປະຊາຊົນແຫ່ງເມືອງນີນາເວຈຶ່ງໄດ້ຮັບຜົນຕາມມາທີ່ແຕກຕ່າງສຳລັບພວກເຂົາເອງ. ພວກເຂົາໄຖ່ຊີວິດຂອງພວກເຂົາເອງ ແລະ ໃນເວລາດຽວກັນກໍໄດ້ຮັບຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະເຈົ້າ, ເຊິ່ງຍັງເປັນຈຸດທີ່ພຣະເຈົ້າຖອນຄວາມໂກດຮ້າຍຂອງພຣະອົງ.

ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະເຈົ້າແມ່ນບໍ່ແປກ, ແຕ່ການກັບໃຈທີ່ແທ້ຈິງຂອງມະນຸດແມ່ນແປກ

ບໍ່ວ່າພຣະເຈົ້າຈະໃຈຮ້າຍຫຼາຍສໍ່າໃດກັບຊາວນີນາເວກໍຕາມ, ທັນທີທີ່ພວກເຂົາປະກາດການອົດອາຫານ ແລະ ນຸ່ງຜ້າກະສອບ ແລະ ນັ່ງເທິງຂີ້ເຖົ່າ, ຫົວໃຈຂອງພຣະອົງກໍເລີ່ມອ່ອນລົງ ແລະ ພຣະອົງກໍເລີ່ມປ່ຽນຄວາມຄິດຂອງພຣະອົງ. ເມື່ອພຣະອົງປະກາດຕໍ່ພວກເຂົາວ່າ ພຣະອົງຈະທຳລາຍເມືອງຂອງພວກເຂົາ, ພຣະອົງແມ່ນຍັງໃຈຮ້າຍກັບພວກເຂົາຢູ່ ເຊິ່ງເປັນຊ່ວງເວລາກ່ອນການສາລະພາບ ແລະ ການກັບໃຈຈາກຄວາມຜິດບາບຂອງພວກເຂົາ. ຫຼັງຈາກທີ່ພວກເຂົາໄດ້ກັບໃຈ, ຄວາມໃຈຮ້າຍຂອງພຣະເຈົ້າສຳລັບປະຊາຊົນແຫ່ງເມືອງນີນາເວກໍປ່ຽນແປງເປັນຄວາມເມດຕາ ແລະ ຄວາມອົດກັ້ນຕໍ່ພວກເຂົາເທື່ອລະໜ້ອຍ. ບໍ່ມີສິ່ງໃດຂັດແຍ້ງກ່ຽວກັບການເປີດເຜີຍທັງສອງດ້ານຂອງອຸປະນິໄສເຫຼົ່ານີ້ຂອງພຣະເຈົ້າທີ່ເກີດຂຶ້ນຈາກເຫດການດຽວກັນ. ແລ້ວຜູ້ຄົນຈະເຂົ້າໃຈ ແລະ ຮູ້ຈັກການຂາດຂໍ້ຂັດແຍ້ງນີ້ໄດ້ແນວໃດ? ພຣະເຈົ້າສະແດງ ແລະ ເປີດເຜີຍແກ່ນແທ້ທັງສອງດ້ານທີ່ກົງກັນຂ້າມກັນຕາມລຳດັບ ໃນຂະນະທີ່ປະຊາຊົນແຫ່ງເມືອງນີນາເວກັບໃຈ ເຊິ່ງເຮັດໃຫ້ຜູ້ຄົນເຫັນເຖິງຄວາມເປັນຈິງ ແລະ ຄວາມບໍ່ສາມາດລ່ວງເກີນໄດ້ຂອງແກ່ນແທ້ຂອງພຣະເຈົ້າ. ພຣະເຈົ້າໃຊ້ທັດສະນະຄະຕິຂອງພຣະອົງເພື່ອບອກຜູ້ຄົນກັບສິ່ງດັ່ງຕໍ່ໄປນີ້: ມັນບໍ່ແມ່ນພຣະເຈົ້າທີ່ບໍ່ອົດກັ້ນຕໍ່ຜູ້ຄົນ ຫຼື ບໍ່ແມ່ນວ່າ ພຣະອົງບໍ່ຕ້ອງການສະແດງຄວາມເມດຕາກັບພວກເຂົາ; ກົງກັນຂ້າມ ມັນແມ່ນພວກເຂົາທີ່ບໍ່ຄ່ອຍກັບໃຈຕໍ່ພຣະເຈົ້າຢ່າງແທ້ຈິງ ແລະ ມັນຍາກສໍາລັບຜູ້ຄົນທີ່ຈະຫັນຫຼັງຈາກຫົນທາງອັນຊົ່ວຮ້າຍຂອງພວກເຂົາຢ່າງແທ້ຈິງ ແລະ ປະຖິ້ມຄວາມວຸ້ນວາຍທີ່ຢູ່ໃນມືຂອງພວກເຂົາ. ເວົ້າອີກຢ່າງກໍຄື ເມື່ອພຣະເຈົ້າໃຈຮ້າຍກັບມະນຸດ, ພຣະອົງຫວັງວ່າມະນຸດຈະສາມາດກັບໃຈຢ່າງແທ້ຈິງ ແລະ ແນ່ນອນ ພຣະອົງຫວັງຢ່າງຍິ່ງທີ່ຈະເຫັນການກັບໃຈຢ່າງແທ້ຈິງຂອງມະນຸດ ເຊິ່ງໃນກໍລະນີນີ້ ພຣະອົງກໍຈະສືບຕໍ່ປະທານຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະອົງໃຫ້ແກ່ມະນຸດຢ່າງໃຫຍ່ຫຼວງ. ນີ້ໝາຍຄວາມວ່າ ຄວາມປະພຶດທີ່ຊົ່ວຮ້າຍຂອງມະນຸດກໍ່ໃຫ້ເກີດຄວາມໂກດຮ້າຍຂອງພຣະເຈົ້າ, ໃນຂະນະທີ່ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະເຈົ້າຖືກປະທານໃຫ້ແກ່ຄົນທີ່ເຊື່ອຟັງພຣະເຈົ້າ ແລະ ກັບໃຈຕໍ່ໜ້າພຣະອົງຢ່າງແທ້ຈິງ, ປະທານໃຫ້ແກ່ຄົນທີ່ສາມາດຫັນອອກຈາກຫົນທາງທີ່ຊົ່ວຮ້າຍຂອງພວກເຂົາ ແລະ ປະຖິ້ມຄວາມວຸ້ນວາຍທີ່ຢູ່ໃນມືຂອງພວກເຂົາ. ທ່າທີຂອງພຣະເຈົ້າຖືກເປີດເຜີຍຢ່າງຊັດເຈນຫຼາຍໃນການປະຕິບັດຂອງພຣະອົງຕໍ່ຊາວນີນາເວ: ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະເຈົ້າບໍ່ໄດ້ຍາກເລີຍທີ່ຈະຮັບເອົາ ແລະ ສິ່ງທີ່ພຣະອົງຮຽກຮ້ອງກໍຄືການກັບໃຈຂອງຜູ້ຄົນ. ຕາບໃດທີ່ຜູ້ຄົນປະຖິ້ມຫົນທາງທີ່ຊົ່ວຮ້າຍຂອງພວກເຂົາ ແລະ ປະຖິ້ມຄວາມໂຫດຮ້າຍທີ່ຢູ່ໃນໃຈຂອງພວກເຂົາ, ພຣະເຈົ້າກໍຈະປ່ຽນໃຈ ແລະ ທັດສະນະຄະຕິຂອງພຣະອົງຕໍ່ພວກເຂົາ.

ອຸປະນິໄສທີ່ຊອບທຳຂອງພຣະຜູ້ສ້າງເປັນຈິງ ແລະ ແຈ່ມແຈ້ງ

ເມື່ອພຣະເຈົ້າປ່ຽນໃຈຕໍ່ປະຊາຊົນແຫ່ງເມືອງນີນາເວ, ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະອົງເປັນລັກສະນະທີ່ຈອມປອມບໍ? ແນ່ນອນວ່າບໍ່ແມ່ນ! ແລ້ວແມ່ນຫຍັງຄືສິ່ງທີ່ຖືກສະແດງອອກຈາກການປ່ຽນແປງລະຫວ່າງສອງລັກສະນະຂອງອຸປະນິໄສຂອງພຣະເຈົ້າໃນລະຫວ່າງທີ່ພຣະເຈົ້າຈັດການກັບສະຖານະການດັ່ງກ່າວນີ້? ອຸປະນິໄສຂອງພຣະເຈົ້າແມ່ນສົມບູນທັງໝົດ, ມັນບໍ່ໄດ້ຖືກແບ່ງແຍກເລີຍ. ບໍ່ວ່າພຣະອົງຈະສະແດງຄວາມໃຈຮ້າຍຂອງພຣະອົງ ຫຼື ຄວາມເມດຕາ ແລະ ຄວາມອົດກັ້ນຕໍ່ຜູ້ຄົນ, ສິ່ງເຫຼົ່ານີ້ກໍລ້ວນແລ້ວແຕ່ເປັນການສະແດງອອກເຖິງອຸປະນິໄສທີ່ຊອບທຳຂອງພຣະອົງ. ອຸປະນິໄສຂອງພຣະເຈົ້າແມ່ນມີຊີວິດຊີວາ ແລະ ມີຮູບຮ່າງຢ່າງຊັດເຈນ ແລະ ພຣະອົງປ່ຽນຄວາມຄິດ ແລະ ທັດສະນະຄະຕິຂອງພຣະອົງອີງຕາມການປ່ຽນແປງຂອງສິ່ງຕ່າງໆ. ການປ່ຽນແປງທັດສະນະຄະຕິຂອງພຣະອົງຕໍ່ຊາວນີນາເວບອກໃຫ້ມະນຸດຊາດຮູ້ວ່າ ພຣະອົງມີຄວາມຄິດ ແລະ ແນວຄິດຂອງພຣະອົງເອງ; ພຣະອົງບໍ່ແມ່ນຫຸ່ນຍົນ ຫຼື ຮູບປັ້ນດິນດາກ, ແຕ່ເປັນພຣະເຈົ້າທີ່ມີຊີວິດ. ພຣະອົງສາມາດໃຈຮ້າຍກັບປະຊາຊົນແຫ່ງເມືອງນີນາເວ, ເຊັ່ນດຽວກັບທີ່ພຣະອົງສາມາດຍົກໂທດອະດີດຂອງພວກເຂົາ ຍ້ອນທ່າທີຂອງພວກເຂົາ. ພຣະອົງສາມາດຕັດສິນໃຈທີ່ຈະນໍາຄວາມໂຊກຮ້າຍມາສູ່ຊາວນີນາເວ ແລະ ພຣະອົງຍັງສາມາດປ່ຽນການຕັດສິນໃຈຂອງພຣະອົງ ຍ້ອນການກັບໃຈຂອງພວກເຂົາ. ຜູ້ຄົນມັກນໍາໃຊ້ກົດລະບຽບຢ່າງຕາຍຕົວ ແລະ ໃຊ້ກົດລະບຽບດັ່ງກ່າວເພື່ອກຳນົດຂອບເຂດ ແລະ ຈຳກັດພຣະເຈົ້າ ເໝືອນດັ່ງທີ່ພວກເຂົາມັກໃຊ້ສູດຕໍາລາເພື່ອພະຍາຍາມເຂົ້າໃຈອຸປະນິໄສຂອງພຣະເຈົ້າ. ສະນັ້ນ ສໍາລັບຂອບເຂດຂອງຄວາມຄິດມະນຸດແລ້ວ, ພຣະເຈົ້າບໍ່ຄິດ ຫຼື ພຣະອົງບໍ່ມີແນວຄິດທີ່ເປັນແກ່ນແທ້. ແຕ່ໃນຄວາມເປັນຈິງ, ຄວາມຄິດຂອງພຣະເຈົ້າແມ່ນຢູ່ໃນສະພາບທີ່ປ່ຽນແປງຕະຫຼອດເວລາອີງຕາມການປ່ຽນແປງໃນສິ່ງຕ່າງໆ ແລະ ໃນສະພາບແວດລ້ອມຕ່າງໆ. ໃນຂະນະທີ່ຄວາມຄິດເຫຼົ່ານີ້ປ່ຽນແປງ, ລັກສະນະທີ່ແຕກຕ່າງກັນຂອງແກ່ນແທ້ຂອງພຣະເຈົ້າກໍຖືກເປີດເຜີຍ. ໃນລະຫວ່າງຂະບວນການປ່ຽນແປງນີ້ ຄືຊ່ວງເວລາທີ່ພຣະເຈົ້າໄດ້ມີການປ່ຽນໃຈ; ສິ່ງທີ່ພຣະອົງສະແດງຕໍ່ມະນຸດຊາດແມ່ນການເປັນຢູ່ທີ່ແທ້ຈິງຂອງຊີວິດຂອງພຣະອົງ ແລະ ອຸປະນິໄສທີ່ຊອບທຳຂອງພຣະອົງກໍເຕັມໄປດ້ວຍຊີວິດຊີວາ ແລະ ພະລັງ. ໃນເວລາດຽວກັນ, ພຣະເຈົ້າໃຊ້ການເປີດເຜີຍທີ່ແທ້ຈິງຂອງພຣະອົງເອງເພື່ອພິສູດຕໍ່ມະນຸດຊາດເຖິງຄວາມຈິງແຫ່ງການມີຢູ່ຂອງຄວາມໂກດຮ້າຍຂອງພຣະອົງ, ຄວາມກະລຸນາຂອງພຣະອົງ, ຄວາມຮັກຄວາມເມດຕາຂອງພຣະອົງ ແລະ ຄວາມອົດກັ້ນຂອງພຣະອົງ. ແກ່ນແທ້ຂອງພຣະອົງຈະຖືກເປີດເຜີຍໃນເວລາໃດກໍໄດ້ ແລະ ສະຖານທີ່ໃດກໍໄດ້ຕາມການປ່ຽນແປງຂອງສິ່ງຕ່າງໆ. ພຣະອົງມີຄວາມໂກດຮ້າຍຂອງສິງໂຕ ແລະ ຄວາມເມດຕາ ແລະ ຄວາມອົດທົນຂອງແມ່. ອຸປະນິໄສທີ່ຊອບທຳຂອງພຣະອົງບໍ່ຍອມໃຫ້ຄົນໃດໜຶ່ງຕັ້ງຄຳຖາມ, ລະເມີດ, ປ່ຽນແປງ ຫຼື ບິດເບືອນ. ໃນທ່າມກາງເລື່ອງທັງໝົດ ແລະ ສິ່ງທັງປວງ, ອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ນັ້ນກໍຄື ຄວາມໂກດຮ້າຍຂອງພຣະເຈົ້າ ແລະ ຄວາມເມດຕາຂອງພຣະເຈົ້າ ສາມາດຖືກເປີດເຜີຍໃນເວລາໃດກໍໄດ້ ແລະ ສະຖານທີ່ໃດກໍໄດ້. ພຣະອົງສະແດງເຖິງສໍາຄັນຕໍ່ລັກສະນະເຫຼົ່ານີ້ໃນທຸກມຸມຂອງການເນລະມິດສ້າງທັງປວງ ແລະ ພຣະອົງນໍາໃຊ້ພວກມັນຢ່າງມີຊີວິດຊີວາໃນທຸກຊ່ວງເວລາທີ່ຜ່ານໄປ. ອຸປະນິໄສທີ່ຊອບທຳຂອງພຣະເຈົ້າບໍ່ໄດ້ຖືກຈຳກັດໂດຍເວລາ ຫຼື ອາກາດ; ເວົ້າອີກຢ່າງກໍຄື ອຸປະນິໄສທີ່ຊອບທຳຂອງພຣະເຈົ້າບໍ່ໄດ້ຖືກສະແດງອອກ ຫຼື ຖືກເປີດເຜີຍຕາມຂໍ້ຈຳກັດຂອງເວລາ ຫຼື ອາກາດແບບເຄື່ອງຈັກ, ແຕ່ກົງກັນຂ້າມ ຖືກເປີດເຜີຍຢ່າງງ່າຍດາຍ ໃນທຸກເວລາ ແລະ ທຸກສະຖານທີ່. ເມື່ອເຈົ້າໄດ້ເຫັນວ່າພຣະເຈົ້າປ່ຽນໃຈ ແລະ ເຊົາສະແດງຄວາມໂກດຮ້າຍຂອງພຣະອົງ ແລະ ລະເວັ້ນຈາກການທຳລາຍເມືອງນີນາເວ, ເຈົ້າສາມາດເວົ້າໄດ້ບໍວ່າພຣະເຈົ້າພຽງແຕ່ເມດຕາ ແລະ ຮັກໄຄ່? ເຈົ້າສາມາດເວົ້າໄດ້ບໍວ່າ ຄວາມໂກດຮ້າຍຂອງພຣະເຈົ້າປະກອບດ້ວຍຖ້ອຍຄໍາທີ່ວ່າງເປົ່າ? ເມື່ອພຣະເຈົ້າໃຈຮ້າຍດ້ວຍຄວາມໂກດທີ່ຮ້າຍແຮງ ແລະ ບໍ່ມີຄວາມເມດຕາ, ເຈົ້າສາມາດເວົ້າໄດ້ບໍວ່າພຣະອົງບໍ່ມີຄວາມຮັກທີ່ແທ້ຈິງຕໍ່ມະນຸດຊາດ? ຄວາມໂກດຮ້າຍທີ່ຮ້າຍແຮງນີ້ຖືກສະແດງອອກໂດຍພຣະເຈົ້າເພື່ອຕອບໂຕ້ກັບການກະທຳທີ່ຊົ່ວຮ້າຍຂອງຜູ້ຄົນ; ຄວາມໂກດຮ້າຍຂອງພຣະອົງບໍ່ແມ່ນຂໍ້ບົກຜ່ອງ. ຫົວໃຈຂອງພຣະເຈົ້າຖືກສຳຜັດເພື່ອຕອບໂຕ້ກັບການກັບໃຈຂອງຜູ້ຄົນ ແລະ ມັນແມ່ນການກັບໃຈນີ້ທີ່ນໍາໄປສູ່ການປ່ຽນໃຈຂອງພຣະອົງ. ເມື່ອພຣະອົງຮູ້ສຶກດົນໃຈ, ເມື່ອພຣະອົງປ່ຽນໃຈ ແລະ ເມື່ອພຣະອົງສະແດງຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະອົງຕໍ່ມະນຸດ, ທຸກສິ່ງເຫຼົ່ານີ້ແມ່ນບໍ່ມີຂໍ້ບົກຜ່ອງທັງສິ້ນ; ພວກມັນສະອາດ, ບໍລິສຸດ, ບໍ່ມີມົນທິນ ແລະ ບໍ່ມີສິ່ງເຈືອປົນ. ຄວາມອົດກັ້ນຂອງພຣະເຈົ້າເປັນແບບນັ້ນແທ້ຈິງ: ຄວາມອົດກັ້ນ ແມ່ນບໍ່ຕ່າງຈາກຄວາມເມດຕາຂອງພຣະອົງ. ອຸປະນິໄສຂອງພຣະອົງສະແດງເຖິງຄວາມໂກດຮ້າຍ ຫຼື ຄວາມເມດຕາ ແລະ ຄວາມອົດກັ້ນອີງຕາມການກັບໃຈຂອງມະນຸດ ແລະ ອີງຕາມຄວາມປ່ຽນແປງໃນຄວາມປະພຶດຂອງມະນຸດ. ບໍ່ວ່າພຣະອົງຈະເປີດເຜີຍ ແລະ ສະແດງຫຍັງກໍຕາມ, ມັນກໍລ້ວນແລ້ວແຕ່ບໍລິສຸດ ແລະ ກົງໄປກົງມາ; ແກ່ນແທ້ຂອງມັນແມ່ນແຕກຕ່າງຈາກທາດແທ້ຂອງສິ່ງໃດໆໃນການເນລະມິດສ້າງ. ເມື່ອພຣະເຈົ້າສະແດງຫຼັກການທີ່ເປັນພື້ນຖານໃນການກະທຳຂອງພຣະອົງ, ພວກມັນ ພ້ອມທັງຄວາມຄິດຂອງພຣະອົງ, ແນວຄິດຂອງພຣະອົງ, ທຸກການຕັດສິນໃຈ ແລະ ທຸກການກະທໍາທີ່ພຣະອົງໄດ້ເຮັດແມ່ນປາສະຈາກຂໍ້ບົກຜ່ອງ ຫຼື ມົນທິນໃດໆ. ຍ້ອນພຣະເຈົ້າໄດ້ຕັດສິນໃຈແບບນັ້ນ ແລະ ຍ້ອນພຣະອົງໄດ້ກະທຳແບບນັ້ນ, ພຣະອົງຈຶ່ງໄດ້ສຳເລັດກິດຈະການຂອງພຣະອົງ. ຜົນຮັບໃນການກະທໍາຂອງພຣະອົງແມ່ນຖືກຕ້ອງ ແລະ ບໍ່ມີຂໍ້ບົກຜ່ອງ ນັ້ນກໍຍ້ອນວ່າ ແຫຼ່ງທີ່ມາຂອງພວກເຂົາແມ່ນບໍ່ມີຂໍ້ບົກຜ່ອງ ແລະ ບໍ່ມີມົນທິນ. ຄວາມໂກດຮ້າຍຂອງພຣະເຈົ້າບໍ່ມີຂໍ້ບົກຜ່ອງ. ໃນທຳນອງດຽວກັນ, ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະເຈົ້າ ເຊິ່ງບໍ່ມີໃນທ່າມກາງເນລະມິດສ້າງທັງໝົດ ກໍບໍລິສຸດ ແລະ ບໍ່ມີຂໍ້ບົກຜ່ອງ ແລະ ສາມາດທົນຕໍ່ການຕຶກຕອງທີ່ຮອບຄອບ ແລະ ປະສົບການຕ່າງໆ.

ຜ່ານການເຂົ້າໃຈຂອງເຈົ້າກ່ຽວກັບເລື່ອງລາວຂອງເມືອງນີນາເວ, ບັດນີ້ ພວກເຈົ້າໄດ້ເຫັນອີກດ້ານໜຶ່ງຂອງແກ່ນແທ້ຂອງອຸປະນິໄສອັນຊອບທຳຂອງພຣະເຈົ້າແລ້ວບໍ? ເຈົ້າໄດ້ເຫັນອີກດ້ານຂອງອຸປະນິໄສອັນຊອບທຳທີ່ເປັນເອກະລັກຂອງພຣະເຈົ້າແລ້ວບໍ? ມີຜູ້ໃດທ່າມກາງມະນຸດຊາດມີອຸປະນິໄສແບບນີ້ບໍ? ມີຜູ້ໃດທີ່ມີຄວາມໂກດຮ້າຍແບບນີ້ ທີ່ເປັນຄວາມໂກດຮ້າຍຂອງພຣະເຈົ້າບໍ? ມີຜູ້ໃດມີຄວາມເມດຕາ ແລະ ຄວາມອົດກັ້ນດັ່ງທີ່ພຣະເຈົ້າມີບໍ? ຜູ້ໃດທ່າມກາງການເນລະມິດສ້າງສາມາດເອີ້ນຄວາມໂກດຮ້າຍທີ່ຍິ່ງໃຫຍ່ແບບນັ້ນ ແລະ ຕັດສິນໃຈທຳລາຍ ຫຼື ນໍາໄພພິບັດມາສູ່ມະນຸດຊາດໄດ້ແດ່? ແລ້ວຜູ້ໃດມີຄຸນສົມບັດທີ່ຈະປະທານຄວາມເມດຕາໃຫ້ກັບມະນຸດ, ມີຄວາມອົດກັ້ນ ແລະ ໃຫ້ອະໄພ ແລະ ປ່ຽນການຕັດສິນໃຈກ່ອນທຳລາຍມະນຸດບໍ? ພຣະຜູ້ສ້າງສະແດງອຸປະນິໄສທີ່ຊອບທຳຂອງພຣະອົງຜ່ານວິທີການ ແລະ ຫຼັກການທີ່ເປັນເອກະລັກຂອງພຣະອົງເອງ ແລະ ພຣະອົງບໍ່ໄດ້ຂຶ້ນກັບການຄວບຄຸມ ຫຼື ຂໍ້ຈຳກັດທີ່ຜູ້ຄົນ, ເຫດການ ຫຼື ສິ່ງໃດກຳນົດຂຶ້ນມາ. ດ້ວຍອຸປະນິໄສທີ່ເປັນເອກະລັກນີ້, ບໍ່ມີຜູ້ໃດສາມາດປ່ຽນຄວາມຄິດ ແລະ ແນວຄິດຂອງພຣະອົງໄດ້ ຫຼື ບໍ່ມີຜູ້ໃດສາມາດຊັກຈູງພຣະອົງ ແລະ ປ່ຽນແປງການຕັດສິນໃຈຂອງພຣະອົງໄດ້. ພຶດຕິກຳ ແລະ ຄວາມຄິດທັງໝົດທີ່ມີຢູ່ໃນການສ້າງທັງໝົດແມ່ນຢູ່ພາຍໃຕ້ການພິພາກສາຂອງອຸປະນິໄສອັນຊອບທຳຂອງພຣະອົງ. ບໍ່ມີຜູ້ໃດສາມາດຄວບຄຸມຄວາມໂກດຮ້າຍ ຫຼື ຄວາມເມດຕາຂອງພຣະອົງໄດ້; ມີພຽງແຕ່ແກ່ນແທ້ຂອງພຣະຜູ້ສ້າງເທົ່ານັ້ນ ຫຼື ເວົ້າອີກຢ່າງໜຶ່ງກໍຄື ອຸປະນິໄສທີ່ຊອບທຳຂອງພຣະຜູ້ສ້າງເທົ່ານັ້ນ ທີ່ສາມາດຕັດສິນໃຈກ່ຽວກັບສິ່ງນີ້ໄດ້. ສິ່ງດັ່ງກ່າວແມ່ນທຳມະຊາດທີ່ເປັນເອກະລັກແຫ່ງອຸປະນິໄສອັນຊອບທຳຂອງພຣະຜູ້ສ້າງ!

ຜ່ານການວິເຄາະ ແລະ ຄວາມເຂົ້າໃຈໃນການປ່ຽນແປງທັດສະນະຄະຕິຂອງພຣະອົງຕໍ່ປະຊາຊົນແຫ່ງເມືອງນີນາເວ, ພວກເຈົ້າສາມາດໃຊ້ຄຳວ່າ “ເປັນເອກະລັກ” ເພື່ອບັນລະຍາຍເຖິງຄວາມເມດຕາທີ່ຄົ້ນພົບໃນອຸປະນິໄສອັນຊອບທຳຂອງພຣະອົງບໍ? ພວກເຮົາເວົ້າກ່ອນໜ້ານີ້ແລ້ວວ່າ ຄວາມໂກດຮ້າຍຂອງພຣະເຈົ້າແມ່ນດ້ານໜຶ່ງຂອງແກ່ນແທ້ຂອງອຸປະນິໄສຊອບທຳທີ່ເປັນເອກະລັກຂອງພຣະອົງ. ບັດນີ້ ເຮົາຈະອະທິບາຍສອງລັກສະນະນີ້, ຄວາມໂກດຮ້າຍຂອງພຣະເຈົ້າ ແລະ ຄວາມເມດຕາຂອງພຣະເຈົ້າ ແມ່ນອຸປະນິໄສທີ່ຊອບທຳຂອງພຣະອົງ. ອຸປະນິໄສທີ່ຊອບທຳຂອງພຣະເຈົ້າບໍລິສຸດ; ບໍ່ອົດທົນເມື່ອຖືກທ້າທາຍ ຫຼື ເມື່ອຖືກສອບຖາມ; ມັນແມ່ນສິ່ງທີ່ບໍ່ມີຜູ້ໃດທ່າມກາງສິ່ງຖືກສ້າງ ຫຼື ບໍ່ຖືກສ້າງຄອບຄອງໄດ້. ມັນທັງເປັນເອກະລັກ ແລະ ພິເສດຕໍ່ພຣະເຈົ້າ. ນີ້ໝາຍຄວາມວ່າ ຄວາມໂກດຮ້າຍຂອງພຣະເຈົ້າບໍລິສຸດ ແລະ ບໍ່ສາມາດລ່ວງເກີນໄດ້. ໃນລັກສະນະດຽວກັນ, ອີກດ້ານໜຶ່ງຂອງອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ກໍຄືຄວາມເມດຕາຂອງພຣະເຈົ້າທີ່ບໍລິສຸດ ແລະ ບໍ່ສາມາດລ່ວງເກີນໄດ້. ບໍ່ມີຜູ້ໃດໃນບັນດາສິ່ງຖືກສ້າງ ຫຼື ບໍ່ຖືກສ້າງ ສາມາດແທນທີ່ ຫຼື ເປັນຕົວແທນໃຫ້ກັບພຣະເຈົ້າໃນການກະທຳຂອງພຣະອົງ ຫຼື ບໍ່ມີຜູ້ໃດສາມາດແທນທີ່ ຫຼື ເປັນຕົວແທນໃຫ້ກັບພຣະອົງໃນການທຳລາຍເມືອງໂຊໂດມ ຫຼື ການຊ່ວຍເມືອງນີນາເວໃຫ້ລອດພົ້ນ. ນີ້ແມ່ນການສະແດງອອກເຖິງອຸປະນິໄສຊອບທຳທີ່ເປັນເອກະລັກຂອງພຣະເຈົ້າຢ່າງແທ້ຈິງ.

ຄວາມຮູ້ສຶກຢ່າງຈິງໃຈຂອງພຣະຜູ້ສ້າງຕໍ່ມະນຸດຊາດ

ຜູ້ຄົນມັກເວົ້າວ່າ ມັນບໍ່ແມ່ນເລື່ອງງ່າຍທີ່ຈະຮູ້ຈັກພຣະເຈົ້າ. ແຕ່, ເຮົາເວົ້າວ່າ ການຮູ້ຈັກພຣະເຈົ້າບໍ່ແມ່ນເລື່ອງຍາກເລີຍ ເພາະວ່າ ພຣະອົງສະແດງການກະທຳຂອງພຣະເຈົ້າໃຫ້ມະນຸດເຫັນຢູ່ເລື້ອຍໆ. ພຣະເຈົ້າບໍ່ເຄີຍເຊົາສົນທະນາກັບມະນຸດ ແລະ ພຣະອົງບໍ່ເຄີຍປິດບັງພຣະອົງເອງຈາກມະນຸດຈັກເທື່ອ ແລະ ພຣະອົງບໍ່ເຄີຍເຊື່ອງຊ້ອນພຣະອົງເອງ. ຄວາມຄິດຂອງພຣະອົງ, ແນວຄິດຂອງພຣະອົງ ແລະ ການກະທຳຂອງພຣະອົງລ້ວນແລ້ວແຕ່ຖືກເປີດເຜີຍໃຫ້ແກ່ມະນຸດຊາດ. ສະນັ້ນ ຕາບໃດທີ່ມະນຸດປາຖະໜາທີ່ຈະຮູ້ຈັກພຣະເຈົ້າ, ເຂົາສາມາດມາເຂົ້າໃຈ ແລະ ຮູ້ຈັກກັບພຣະອົງຜ່ານຫຼາຍຫົນທາງ ແລະ ວິທີການຕ່າງໆ. ເຫດຜົນທີ່ວ່າ ເປັນຫຍັງມະນຸດຈຶ່ງຄິດຢ່າງຕາບອດວ່າ ພຣະເຈົ້າຕັ້ງໃຈຫຼີກເວັ້ນພວກເຂົາ, ພຣະເຈົ້າຕັ້ງໃຈເຊື່ອງຊ້ອນພຣະອົງເອງຈາກມະນຸດຊາດ, ພຣະເຈົ້າບໍ່ມີເຈດຕະນາທີ່ຈະຍອມໃຫ້ມະນຸດເຂົ້າໃຈ ແລະ ຮູ້ຈັກກັບພຣະອົງ ແມ່ນຍ້ອນພວກເຂົາບໍ່ຮູ້ຈັກພຣະເຈົ້າ ແລະ ພວກເຂົາບໍ່ປາຖະໜາທີ່ຈະເຂົ້າໃຈພຣະເຈົ້າ. ຍິ່ງໄປກວ່ານັ້ນ, ມະນຸດບໍ່ໃສ່ໃຈກັບການພົວພັນກັບຄວາມຄິດ, ພຣະທຳ ຫຼື ການກະທຳຂອງພຣະຜູ້ສ້າງ... ເວົ້າຢ່າງແທ້ຈິງກໍຄື ຖ້າຜູ້ຄົນໃຊ້ເວລາວ່າງຂອງພວກເຂົາເພື່ອໃສ່ໃຈ ແລະ ເຂົ້າໃຈພຣະທຳ ຫຼື ການກະທຳຂອງພຣະຜູ້ສ້າງ ແລະ ຖ້າພວກເຂົາໃສ່ໃຈພຽງເລັກນ້ອຍຕໍ່ຄວາມຄິດຂອງພຣະຜູ້ສ້າງ ແລະ ສຽງຫົວໃຈຂອງພຣະອົງ, ມັນກໍຈະບໍ່ຍາກສຳລັບຜູ້ຄົນທີ່ຈະເຂົ້າໃຈວ່າ ຄວາມຄິດ, ພຣະທຳ ແລະ ການກະທຳຂອງພຣະຜູ້ສ້າງແມ່ນສາມາດເບິ່ງເຫັນໄດ້ ແລະ ໂປ່ງໃສ. ໃນທຳນອງດຽວກັນ, ມັນພຽງໃຊ້ຄວາມພະຍາຍາມເລັກນ້ອຍທີ່ຈະເຂົ້າໃຈວ່າ ພຣະຜູ້ສ້າງຢູ່ທ່າມກາງມະນຸດຕະຫຼອດເວລາ, ພຣະອົງສົນທະນາກັບມະນຸດ ແລະ ການເນລະມິດສ້າງທັງໝົດຢູ່ສະເໝີ ແລະ ພຣະອົງກຳລັງປະຕິບັດກິດຈະການໃໝ່ໃນແຕ່ລະມື້. ແກ່ນແທ້ ແລະ ອຸປະນິໄສຂອງພຣະອົງແມ່ນຖືກສະແດງອອກໃນບົດສົນທະນາຂອງພຣະອົງກັບມະນຸດ; ຄວາມຄິດ ແລະ ແນວຄິດຂອງພຣະອົງຖືກເປີດເຜີຍອອກໃນການກະທຳຂອງພຣະອົງຢ່າງສົມບູນ; ພຣະອົງຕິດຕາມ ແລະ ສັງເກດເບິ່ງມະນຸດຊາດຢູ່ຕະຫຼອດເວລາ. ພຣະອົງເວົ້າຢ່າງງຽບໆຕໍ່ມະນຸດຊາດ ແລະ ການເນລະມິດສ້າງທັງໝົດດ້ວຍພຣະທຳຂອງພຣະອົງ: “ເຮົາຢູ່ໃນສະຫວັນ ແລະ ເຮົາຢູ່ທ່າມກາງການເນລະມິດສ້າງຂອງເຮົາ. ເຮົາກຳລັງສືບຕໍ່ເຝົ້າເບິ່ງ; ເຮົາກຳລັງລໍຖ້າ; ເຮົາຢູ່ຄຽງຂ້າງເຈົ້າ...”. ມືຂອງພຣະອົງອົບອຸ່ນ ແລະ ໜັກແໜ້ນ; ບາດກ້າວຂອງພຣະອົງເບົາ; ສຽງຂອງພຣະອົງອ່ອນໂຍນ ແລະ ມີຄວາມເມດຕາ; ຮູບຮ່າງຂອງພຣະອົງຜ່ານໄປ ແລະ ຫັນມາ ໂອບກອດເອົາມະນຸດຊາດທັງໝົດ; ໃບໜ້າຂອງພຣະອົງງົດງາມ ແລະ ອ່ອນໂຍນ. ພຣະອົງບໍ່ເຄີຍຈາກໄປ, ບໍ່ເຄີຍຫາຍໄປ. ທັງກາງເວັນ ແລະ ກາງຄືນ ພຣະອົງເປັນເພື່ອນຂອງມະນຸດຊາດຢ່າງສະໝໍ່າສະເໝີ, ບໍ່ເຄີຍຫ່າງຈາກຂ້າງຂອງພວກເຂົາໄປຈັກເທື່ອ. ການດູແລຢ່າງເອົາໃຈໃສ່ ແລະ ຄວາມຮັກໄຄ່ເປັນພິເສດທີ່ມີຕໍ່ມະນຸດຊາດ, ພ້ອມທັງຄວາມຫ່ວງໃຍ ແລະ ຄວາມຮັກທີ່ແທ້ຈິງຂອງພຣະອົງທີ່ມີຕໍ່ມະນຸດ ແມ່ນຖືກສະແດງອອກເທື່ອລະໜ້ອຍ ໃນຂະນະທີ່ພຣະອົງຊ່ວຍເມືອງນີນາເວໃຫ້ລອດພົ້ນ. ໂດຍສະເພາະແລ້ວ, ການສົນທະນາລະຫວ່າງພຣະເຈົ້າເຢໂຮວາ ແລະ ໂຢນາໄດ້ເປີດເຜີຍຢ່າງສົມບູນເຖິງຄວາມອ່ອນໂຍນຂອງພຣະເຢໂຮວາທີ່ມີຕໍ່ມະນຸດຊາດ ທີ່ພຣະອົງສ້າງຂຶ້ນດ້ວຍພຣະອົງເອງ. ຜ່ານທາງພຣະທຳເຫຼົ່ານັ້ນ, ເຈົ້າຈະສາມາດຮັບເອົາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄວາມຮູ້ສຶກແທ້ຈິງຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດ...

ຂໍ້ຄວາມດັ່ງຕໍ່ໄປນີ້ຖືກບັນທຶກໄວ້ໃນໜັງສືໂຢນາ 4:10-11: “ແລ້ວພຣະເຢໂຮວາກໍກ່າວວ່າ ເຈົ້າສົງສານຕົ້ນໝາກນໍ້າເຕົ້າ ເຊິ່ງເຈົ້າບໍ່ໄດ້ເສຍແຮງ ຫຼື ເຮັດໃຫ້ມັນເຕີບໃຫຍ່ເລີຍ; ເຊິ່ງມັນກໍເກີດຂຶ້ນໃນຄືນດຽວ ແລະ ຕາຍໄປໃນຄືນດຽວ ແລ້ວເຮົາບໍ່ຄວນສົງສານເມືອງນີນາເວບໍ ເຊິ່ງເປັນເມືອງທີ່ຍິ່ງໃຫຍ່ ໂດຍມີປະຊາກອນຫຼາຍກວ່າໜຶ່ງແສນສອງໝື່ນຄົນທີ່ບໍ່ສາມາດຈໍາແນກລະຫວ່າງມືເບື້ອງຂວາຂອງພວກເຂົາ ແລະ ມືເບື້ອງຊ້າຍຂອງພວກເຂົາ; ແລ້ວກໍຍັງມີງົວຄວາຍອີກຫຼາຍໂຕ?” ຖ້ອຍຄຳເຫຼົ່ານີ້ແມ່ນພຣະທຳທີ່ແທ້ຈິງຂອງພຣະເຢໂຮວາ, ເຊິ່ງບັນທຶກຈາກການສົນທະນາລະຫວ່າງພຣະເຈົ້າ ແລະ ໂຢນາ. ເຖິງແມ່ນການສົນທະນານີ້ຈະສັ້ນ, ມັນກໍເຕັມໄປດ້ວຍຄວາມຫ່ວງໃຍຂອງພຣະເຢໂຮວາທີ່ມີຕໍ່ມະນຸດຊາດ ແລະ ຄວາມບໍ່ເຕັມໃຈຂອງພຣະອົງທີ່ຈະປະຖິ້ມມະນຸດ. ພຣະທຳເຫຼົ່ານີ້ສະແດງເຖິງທ່າທີ ແລະ ຄວາມຮູ້ສຶກທີ່ແທ້ຈິງທີ່ພຣະເຈົ້າມີຢູ່ໃນຫົວໃຈຂອງພຣະອົງສຳລັບການເນລະມິດສ້າງຂອງພຣະອົງ. ຜ່ານທາງພຣະທຳເຫຼົ່ານີ້ ທີ່ຊັດເຈນ ແລະ ແນ່ຊັດ ເຊິ່ງບໍ່ຄ່ອຍໄດ້ຍິນໂດຍມະນຸດ, ພຣະເຈົ້າກ່າວເຖິງເຈດຕະນາທີ່ແທ້ຈິງຂອງພຣະອົງທີ່ມີຕໍ່ມະນຸດຊາດ. ການສົນທະນານີ້ສະແດງໃຫ້ເຫັນເຖິງທັດສະນະຄະຕິທີ່ພຣະເຈົ້າມີຕໍ່ປະຊາຊົນແຫ່ງເມືອງນີນາເວ, ແຕ່ມັນແມ່ນທັດສະນະຄະຕິແບບໃດ? ມັນແມ່ນທັດສະນະຄະຕິທີ່ພຣະເຈົ້າມີຕໍ່ປະຊາຊົນແຫ່ງເມືອງນີນາເວກ່ອນ ແລະ ຫຼັງຈາກການກັບໃຈຂອງພວກເຂົາ ແລະ ທັດສະນະຄະຕິທີ່ພຣະອົງປະຕິບັດຕໍ່ມະນຸດຊາດ. ພາຍໃນພຣະທຳເຫຼົ່ານີ້ຄືຄວາມຄິດ ແລະ ອຸປະນິໄສຂອງພຣະອົງ.

ຄວາມຄິດໃດຂອງພຣະເຈົ້າທີ່ຖືກເປີດເຜີຍໃນພຣະທຳເຫຼົ່ານີ້? ຖ້າເຈົ້າໃສ່ໃຈກັບລາຍລະອຽດໃນຂະນະທີ່ເຈົ້າອ່ານ, ມັນກໍບໍ່ຍາກທີ່ເຈົ້າຈະສັງເກດເຫັນວ່າ ພຣະອົງໃຊ້ຄຳວ່າ “ສົງສານ”; ການໃຊ້ຄຳສັບນີ້ສະແດງໃຫ້ເຫັນເຖິງທັດສະນະຄະຕິຢ່າງແທ້ຈິງຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດ.

ໃນລະດັບຂອງຄວາມໝາຍຕາມຄໍາສັບ, ຜູ້ຄົນສາມາດຕີຄວາມໝາຍຂອງຄຳວ່າ “ສົງສານ” ໃນຫຼາຍຮູບແບບທີ່ແຕກຕ່າງກັນ: ຮູບແບບທຳອິດ, ມັນໝາຍເຖິງ “ການຮັກ ແລະ ການປົກປ້ອງ, ການຮູ້ສຶກສົງສານບາງຢ່າງ”; ຮູບແບບທີສອງ, ມັນໝາຍເຖິງ “ການຮັກຫຼາຍທີ່ສຸດ”; ແລະ ຮູບແບບສຸດທ້າຍ ມັນໝາຍເຖິງ “ການບໍ່ເຕັມໃຈທີ່ຈະທຳຮ້າຍບາງສິ່ງ ແລະ ບໍ່ສາມາດທົນຕໍ່ການເຮັດແບບນັ້ນໄດ້”. ສະຫຼຸບກໍຄື, ຄຳສັບນີ້ໝາຍເຖິງຄວາມຮັກໄຄ່ ແລະ ຄວາມຮັກທີ່ອ່ອນຫວານ, ພ້ອມທັງຄວາມບໍ່ເຕັມໃຈທີ່ຈະປະຖິ້ມບາງຄົນ ຫຼື ບາງສິ່ງ; ມັນໝາຍເຖິງຄວາມເມດຕາ ແລະ ຄວາມອົດທົນຂອງພຣະເຈົ້າຕໍ່ມະນຸດ. ພຣະເຈົ້າໃຊ້ຄຳສັບນີ້, ເຊິ່ງເປັນຄຳເວົ້າທີ່ມະນຸດເວົ້າໂດຍທົ່ວໄປ ແລະ ເຖິງຢ່າງໃດກໍຕາມ ມັນຍັງສາມາດເປີດເຜີຍເຖິງສຽງແຫ່ງຫົວໃຈຂອງພຣະເຈົ້າ ແລະ ທັດສະນະຄະຕິຂອງພຣະອົງທີ່ມີຕໍ່ມະນຸດຊາດ.

ເຖິງແມ່ນເມືອງນີນາເວຈະເຕັມໄປດ້ວຍຜູ້ຄົນທີ່ເສື່ອມຊາມ, ຊົ່ວຮ້າຍ ແລະ ໂຫດຮ້າຍຄືກັນກັບຄົນໃນເມືອງໂຊໂດມ, ການກັບໃຈຂອງພວກເຂົາແມ່ນເຮັດໃຫ້ພຣະເຈົ້າປ່ຽນໃຈ ແລະ ຕັດສິນໃຈບໍ່ທຳລາຍພວກເຂົາ. ຍ້ອນວິທີທີ່ພວກເຂົາປະຕິບັດຕໍ່ພຣະທຳ ແລະ ຄຳສັ່ງຂອງພຣະເຈົ້າໄດ້ສະແດງເຖິງທ່າທີ ເຊິ່ງແຕກຕ່າງຈາກປະຊາຊົນແຫ່ງເມືອງໂຊໂດມໂດຍສິ້ນເຊີງ ແລະ ຍ້ອນຄວາມອ່ອນນ້ອມຂອງພວກເຂົາທີ່ມີຕໍ່ພຣະເຈົ້າຢ່າງຈິງໃຈ ແລະ ການກັບໃຈຈາກຄວາມຜິດບາບຂອງພວກເຂົາຢ່າງຈິງໃຈ, ພ້ອມທັງພຶດຕິກຳທີ່ແທ້ຈິງ ແລະ ຈິງໃຈຂອງພວກເຂົາໃນທຸກຢ່າງ, ພຣະເຈົ້າຈິ່ງສະແດງຄວາມສົງສານຢ່າງຈິງໃຈຂອງພຣະອົງເອງ ແລະ ມອບຄວາມສົງສານນັ້ນໃຫ້ກັບພວກເຂົາ. ສິ່ງທີ່ພຣະເຈົ້າປະທານໃຫ້ກັບມະນຸດຊາດ ແລະ ຄວາມສົງສານຂອງພຣະອົງທີ່ມີຕໍ່ມະນຸດແມ່ນເປັນໄປບໍ່ໄດ້ສໍາລັບຄົນໃດໜຶ່ງຈະເຮັດໄດ້ ແລະ ມັນເປັນໄປບໍ່ໄດ້ສໍາລັບຄົນໃດໜຶ່ງຈະມີຄວາມເມດຕາ, ຄວາມອົດກັ້ນ ຫຼື ຄວາມຮູ້ສຶກຢ່າງຈິງໃຈຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດ. ມີຜູ້ໃດທີ່ເຈົ້າຖືວ່າເປັນຜູ້ຊາຍ ຫຼື ແມ່ຍິງທີ່ຍິ່ງໃຫຍ່ ຫຼື ແມ່ນແຕ່ສຸດຍອດມະນຸດ ຜູ້ທີ່ຈະກ່າວໃນຖານະເປັນຜູ້ຊາຍ ຫຼື ແມ່ຍິງທີ່ຍິ່ງໃຫຍ່ຈາກຈຸດສູງ ຫຼື ຜູ້ທີ່ຈະກ່າວຄຳຢືນຢັນແບບນີ້ຕໍ່ມະນຸດຊາດ ຫຼື ຕໍ່ການເນລະມິດສ້າງຈາກຈຸດທີ່ສູງທີ່ສຸດບໍ່? ຜູ້ໃດທ່າມກາງມະນຸດຊາດສາມາດຮູ້ຈັກສະພາວະຂອງຊີວິດມະນຸດຄືກັບຝາມືຂອງພວກເຂົາບໍ່? ຜູ້ໃດສາມາດແບກພາລະ ແລະ ຄວາມຮັບຜິດຊອບສຳລັບການເປັນຢູ່ຂອງມະນຸດຊາດບໍ່? ຜູ້ໃດມີຄຸນສົມບັດທີ່ຈະປະກາດການທຳລາຍເມືອງໃດໜຶ່ງບໍ່? ແລ້ວຜູ້ໃດມີຄຸນສົມບັດທີ່ຈະໃຫ້ອະໄພເມືອງໃດໜຶ່ງບໍ່? ຜູ້ໃດສາມາດເວົ້າວ່າ ພວກເຂົາສົງສານໃນການເນລະມິດສ້າງຂອງພວກເຂົາເອງບໍ? ມີພຽງແຕ່ພຣະຜູ້ສ້າງເທົ່ານັ້ນ! ມີພຽງແຕ່ພຣະຜູ້ສ້າງເທົ່ານັ້ນທີ່ມີຄວາມສົງສານຕໍ່ມະນຸດຊາດນີ້. ມີພຽງແຕ່ພຣະຜູ້ສ້າງເທົ່ານັ້ນທີ່ສະແດງຄວາມເຫັນອົກເຫັນໃຈ ແລະ ຄວາມຮັກໄຄ່ຕໍ່ມະນຸດຊາດນີ້. ມີພຽງແຕ່ພຣະຜູ້ສ້າງເທົ່ານັ້ນທີ່ມີຄວາມຮັກທີ່ແທ້ຈິງສໍາລັບມະນຸດຊາດນີ້ ເຊິ່ງເປັນຄວາມຮັກທີ່ບໍ່ສາມາດທຳລາຍໄດ້. ໃນທຳນອງດຽວກັນ, ມີພຽງແຕ່ພຣະຜູ້ສ້າງເທົ່ານັ້ນທີ່ສາມາດປະທານຄວາມເມດຕາຕໍ່ມະນຸດຊາດນີ້ ແລະ ສົງສານການເນລະມິດສ້າງທັງໝົດຂອງພຣະອົງ. ຫົວໃຈຂອງພຣະອົງເຕັ້ນ ແລະ ເຈັບປວດໃນທຸກການກະທຳຂອງມະນຸດ; ພຣະອົງໃຈຮ້າຍ, ໂສກເສົ້າ ແລະ ເສຍໃຈໃນຄວາມຊົ່ວຮ້າຍ ແລະ ຄວາມເສື່ອມຊາມຂອງມະນຸດ; ພຣະອົງພໍໃຈ, ປິຕິຍິນດີ, ໃຫ້ອະໄພ ແລະ ດີອົກດີໃຈກັບການກັບໃຈ ແລະ ຄວາມເຊື່ອຂອງມະນຸດ; ທຸກຄວາມຄິດ ແລະ ແນວຄິດຂອງພຣະອົງມີຢູ່ ແລະ ກ່ຽວພັນກັບມະນຸດຊາດ; ສິ່ງທີ່ພຣະອົງເປັນ ແລະ ມີແມ່ນຖືກສະແດງເພື່ອເຫັນແກ່ມະນຸດຊາດທັງສິ້ນ; ຄວາມຮູ້ສຶກທັງໝົດຂອງພຣະອົງກ່ຽວພັນກັບການເປັນຢູ່ຂອງມະນຸດຊາດ. ເພື່ອເຫັນແກ່ມະນຸດຊາດ, ພຣະອົງເດີນທາງ ແລະ ພະຍາຍາມເຮັດຫຼາຍຢ່າງໃນເວລາສັ້ນໆ; ພຣະອົງມອບທຸກສ່ວນຂອງຊີວິດຂອງພຣະອົງຢ່າງງຽບໆ; ພຣະອົງອຸທິດທຸກນາທີ ແລະ ວິນາທີຂອງຊີວິດຂອງພຣະອົງ... ພຣະອົງບໍ່ເຄີຍຮູ້ຈັກຊື່ນຊົມຊີວິດຂອງພຣະອົງເອງ, ແຕ່ພຣະອົງສົງສານມະນຸດຊາດທີ່ພຣະອົງເອງໄດ້ສ້າງຂຶ້ນຢູ່ສະເໝີ... ພຣະອົງມອບທຸກສິ່ງທີ່ພຣະອົງມີໃຫ້ກັບມະນຸດຊາດນີ້... ພຣະອົງມອບຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະອົງໂດຍບໍ່ມີເງື່ອນໄຂ ແລະ ບໍ່ຄາດຫວັງຄ່າຕອບແທນ. ພຣະອົງເຮັດແບບນີ້ກໍເພື່ອໃຫ້ມະນຸດຊາດສາມາດມີຊີວິດລອດຢູ່ໜ້າພຣະອົງຕໍ່ໄປ ເພື່ອຮັບເອົາການສະໜອງແຫ່ງຊີວິດຂອງພຣະອົງ. ພຣະອົງເຮັດສິ່ງນີ້ກໍເພື່ອວ່າ ມື້ໜຶ່ງມະນຸດຊາດອາດຍອມຢູ່ຕໍ່ໜ້າພຣະອົງ ແລະ ຮັບຮູ້ວ່າ ພຣະອົງເປັນຜູ້ດູແລການເປັນຢູ່ຂອງມະນຸດ ແລະ ສະໜອງຊີວິດໃຫ້ກັບການເນລະມິດສ້າງທັງປວງ.

ພຣະຜູ້ສ້າງສະແດງຄວາມຮູ້ສຶກທີ່ແທ້ຈິງຂອງພຣະອົງສຳລັບມະນຸດຊາດ

ແນ່ນອນ ການສົນທະນານີ້ລະຫວ່າງພຣະເຈົ້າເຢໂຮວາ ແລະ ໂຢນາແມ່ນການສະແດງເຖິງຄວາມຮູ້ສຶກທີ່ແທ້ຈິງຂອງພຣະຜູ້ສ້າງທີ່ມີຕໍ່ມະນຸດຊາດ. ໃນດ້ານໜຶ່ງ, ມັນແຈ້ງໃຫ້ຜູ້ຄົນຮູ້ກ່ຽວກັບການເຂົ້າໃຈຂອງພຣະຜູ້ສ້າງກ່ຽວກັບການເນລະມິດສ້າງທັງປວງພາຍໃຕ້ການປົກຄອງຂອງພຣະອົງ; ດັ່ງທີ່ພຣະເຈົ້າເຢໂຮວາກ່າວວ່າ, “ແລ້ວເຮົາບໍ່ຄວນສົງສານເມືອງນີນາເວບໍ ເຊິ່ງເປັນເມືອງທີ່ຍິ່ງໃຫຍ່ ໂດຍມີປະຊາກອນຫຼາຍກວ່າໜຶ່ງແສນສອງໝື່ນຄົນທີ່ບໍ່ສາມາດຈໍາແນກລະຫວ່າງມືເບື້ອງຂວາຂອງພວກເຂົາ ແລະ ມືເບື້ອງຊ້າຍຂອງພວກເຂົາ; ແລ້ວກໍຍັງມີງົວຄວາຍອີກຫຼາຍໂຕ?” ເວົ້າອີກຢ່າງໜຶ່ງກໍຄື ຄວາມເຂົ້າໃຈຂອງພຣະເຈົ້າກ່ຽວກັບເມືອງນີນາເວບໍ່ແມ່ນແບບຜິວເຜີນ. ພຣະອົງບໍ່ພຽງແຕ່ຮູ້ຈັກຈຳນວນສິ່ງມີຊີວິດທີ່ຢູ່ພາຍໃນເມືອງເທົ່ານັ້ນ (ລວມເຖິງຜູ້ຄົນ ແລະ ສັດລ້ຽງ), ແຕ່ພຣະອົງຍັງຮູ້ຈັກວ່າ ມີເທົ່າໃດຄົນທີ່ບໍ່ສາມາດແຍກແຍະລະຫວ່າງມືຂວາ ແລະ ມືຊ້າຍຂອງພວກເຂົາ, ນັ້ນກໍຄື ມີເດັກນ້ອຍ ແລະ ຊາວໜຸ່ມເທົ່າໃດຄົນຢູ່ທີ່ນັ້ນ. ນີ້ແມ່ນຫຼັກຖານຢ່າງຊັດເຈນສຳລັບຄວາມເຂົ້າໃຈຢ່າງກວ້າງຂວາງຂອງພຣະເຈົ້າກ່ຽວກັບມະນຸດຊາດ. ໃນອີກດ້ານໜຶ່ງ, ການສົນທະນານີ້ໄດ້ແຈ້ງໃຫ້ຜູ້ຄົນຮູ້ຈັກກ່ຽວກັບທັດສະນະຄະຕິຂອງພຣະຜູ້ສ້າງທີ່ມີຕໍ່ມະນຸດຊາດ ເຊິ່ງໝາຍຄວາມວ່າ ຄວາມສຳຄັນຂອງມະນຸດຊາດແມ່ນຢູ່ໃນຫົວໃຈຂອງພຣະຜູ້ສ້າງສະເໝີ. ດັ່ງທີ່ພຣະເຈົ້າເຢໂຮວາກ່າວວ່າ: “ເຈົ້າສົງສານຕົ້ນໝາກນໍ້າເຕົ້າ ເຊິ່ງເຈົ້າບໍ່ໄດ້ເສຍແຮງ ຫຼື ເຮັດໃຫ້ມັນເຕີບໃຫຍ່ເລີຍ; ເຊິ່ງມັນກໍເກີດຂຶ້ນໃນຄືນດຽວ ແລະ ຕາຍໄປໃນຄືນດຽວ ແລ້ວເຮົາບໍ່ຄວນສົງສານເມືອງນີນາເວບໍ ເຊິ່ງເປັນເມືອງທີ່ຍິ່ງໃຫຍ່...?” ຖ້ອຍຄຳເຫຼົ່ານີ້ແມ່ນພຣະທຳແຫ່ງການຕໍານິຕິເຕືອນຂອງພຣະເຈົ້າຕໍ່ໂຢນາ ແລະ ພຣະທຳທຸກຂໍ້ເຫຼົ່ານີ້ລ້ວນແລ້ວແຕ່ເປັນຄວາມຈິງ.

ເຖິງແມ່ນໂຢນາຖືກມອບໝາຍໃຫ້ປະກາດພຣະທຳຂອງພຣະເຈົ້າເຢໂຮວາຕໍ່ປະຊາຊົນແຫ່ງເມືອງນີນາເວ, ເພິ່ນກໍບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າເຢໂຮວາ ຫຼື ເຂົ້າໃຈເຖິງຄວາມເປັນຫ່ວງ ແລະ ຄວາມຄາດຫວັງຂອງພຣະອົງສຳລັບປະຊາຊົນຂອງເມືອງດັ່ງກ່າວ. ດ້ວຍຄໍາຕັກເຕືອນນີ້, ພຣະເຈົ້າຕັ້ງໃຈທີ່ຈະບອກແກ່ເພິ່ນວ່າ ມະນຸດຊາດເປັນຜົນຜະລິດຈາກມືຂອງພຣະເຈົ້າເອງ ແລະ ພຣະອົງໄດ້ໃຊ້ຄວາມພະຍາຍາມຢ່າງເຈັບປວດກັບແຕ່ລະຄົນ, ແຕ່ລະຄົນແບກຄວາມຄາດຫວັງຂອງພຣະເຈົ້າເທິງບ່າໄຫຼ່ຂອງພວກເຂົາ ແລະ ແຕ່ລະຄົນໄດ້ຮັບການສະໜອງແຫ່ງຊີວິດຈາກພຣະເຈົ້າ; ສຳລັບແຕ່ລະຄົນ ພຣະເຈົ້າໄດ້ຈ່າຍລາຄາແຫ່ງຄວາມພະຍາຍາມຢ່າງເຈັບປວດ. ການຕັກເຕືອນນີ້ຍັງບອກແກ່ໂຢນາວ່າ ພຣະເຈົ້າສົງສານມະນຸດຊາດ ເຊິ່ງເປັນຜົນງານທີ່ເຮັດດ້ວຍມືຂອງພຣະອົງເອງ, ດັ່ງກັບໂຢນາເອງທີ່ໄດ້ສົງສານໝາກນໍ້າເຕົ້າ. ພຣະເຈົ້າຈະບໍ່ມີທາງປະຖິ້ມມະນຸດຊາດຢ່າງງ່າຍດາຍ ຫຼື ຈົນກວ່າຊ່ວງເວລາສຸດທ້າຍ, ເພາະຍ້ອນວ່າ ມີລູກຫຼານ ແລະ ສັດລ້ຽງທີ່ໄຮ້ດຽງສາຢ່າງຫຼວງຫຼາຍໃນເມືອງນັ້ນ. ເມື່ອຈັດການກັບຄົນໜຸ່ມ ແລະ ໄຮ້ດຽງສາ ທີ່ເປັນຜົນຜະລິດໃນການເນລະມິດສ້າງຂອງພຣະເຈົ້າ ຜູ້ເຊິ່ງບໍ່ສາມາດແມ່ນແຕ່ແຍກແຍະມືຂວາຂອງພວກເຂົາຈາກມືຊ້າຍຂອງພວກເຂົາ, ມັນແຮງເປັນໄປໄດ້ຍາກທີ່ພຣະເຈົ້າຈະສິ້ນສຸດຊີວິດຂອງພວກເຂົາ ແລະ ກຳນົດຜົນຕາມມາຂອງພວກເຂົາໃນລັກສະນະທີ່ຮີບດ່ວນແບບນັ້ນ. ພຣະເຈົ້າຫວັງທີ່ຈະໄດ້ເຫັນພວກເຂົາເຕີບໃຫຍ່; ພຣະອົງຫວັງວ່າ ພວກເຂົາຈະບໍ່ຍ່າງໃນເສັ້ນທາງດຽວກັນກັບບັນພະບຸລຸດຂອງພວກເຂົາ, ພວກເຂົາຈະບໍ່ຈໍາເປັນຕ້ອງໄດ້ຍິນການຕັກເຕືອນຂອງພຣະເຈົ້າເຢໂຮວາອີກ ແລະ ພວກເຂົາຈະເປັນພະຍານເຖິງອະດີດຂອງເມືອງນີນາເວ. ຍິ່ງໄປກວ່ານັ້ນ ພຣະເຈົ້າຫວັງທີ່ຈະເຫັນເມືອງນີນາເວຫຼັງຈາກທີ່ມັນໄດ້ກັບໃຈ, ເຫັນອະນາຄົດຂອງເມືອງນີນາເວຫຼັງຈາກການກັບໃຈຂອງມັນ ແລະ ສຳຄັນໄປກວ່ານັ້ນກໍຄື ໄດ້ເຫັນເມືອງນີນາເວດຳລົງຊີວິດຢູ່ພາຍໃຕ້ຄວາມເມດຕາຂອງພຣະເຈົ້າອີກຄັ້ງ. ສະນັ້ນ ໃນສາຍຕາຂອງພຣະເຈົ້າແລ້ວ, ສິ່ງຕ່າງໆແຫ່ງການເນລະມິດສ້າງເຫຼົ່ານັ້ນທີ່ບໍ່ສາມາດແຍກແຍະລະຫວ່າງມືຂວາ ແລະ ມືຊ້າຂອງພວກເຂົາ ຄືອະນາຄົດຂອງເມືອງນີນາເວ. ພວກເຂົາຈະແບກຫາບອະດີດທີ່ໜ້າລັງກຽດຂອງເມືອງນີນາເວ ດັ່ງທີ່ພວກເຂົາຈະແບກໜ້າທີ່ໆສຳຄັນໃນການເປັນພະຍານໃຫ້ກັບອະດີດຂອງເມືອງນີນາເວ ແລະ ອະນາຄົດຂອງມັນພາຍໃຕ້ການນໍາພາຂອງພຣະເຈົ້າເຢໂຮວາ. ການປະກາດກ່ຽວກັບຄວາມຮູ້ສຶກທີ່ແທ້ຈິງຂອງພຣະອົງນີ້, ພຣະເຈົ້າເຢໂຮວາສະແດງຄວາມເມດຕາຂອງພຣະຜູ້ສ້າງໃຫ້ກັບມະນຸດຊາດທັງປວງ. ມັນສະແດງໃຫ້ມະນຸດຊາດເຫັນວ່າ “ຄວາມເມດຕາຂອງພຣະຜູ້ເປັນເຈົ້າ” ບໍ່ແມ່ນວະລີທີ່ວ່າງເປົ່າ ຫຼື ມັນບໍ່ແມ່ນຄຳສັນຍາທີ່ວ່າງເປົ່າ; ມັນມີຫຼັກການ, ວິທີການ ແລະ ຈຸດປະສົງທີ່ເປັນຮູບປະທໍາ. ພຣະເຈົ້າແທ້ ແລະ ເປັນຈິງ ແລະ ພຣະອົງບໍ່ໄດ້ໃຊ້ຄວາມບໍ່ເປັນຈິງ ຫຼື ການປິດບັງ ແລະ ໃນລັກສະນະດຽວກັນນີ້ ຄວາມເມດຕາຂອງພຣະອົງກໍຖືກປະທານໃຫ້ແກ່ມະນຸດຊາດຢ່າງບໍ່ຮູ້ຈັກໝົດໃນທຸກເວລາ ແລະ ທຸກຍຸກ. ເຖິງຢ່າງໃດກໍຕາມ ຈົນເຖິງປັດຈຸບັນນີ້, ການສົນທະນາຂອງພຣະຜູ້ສ້າງກັບໂຢນາກໍຍັງເປັນການຢືນຢັນດ້ວຍຄຳເວົ້າພຽງຢ່າງດຽວຂອງພຣະອົງກ່ຽວກັບຄຳຖາມທີ່ວ່າ ເປັນຫຍັງພຣະອົງຈຶ່ງສະແດງຄວາມເມດຕາຕໍ່ມະນຸດຊາດ, ພຣະອົງສະແດງຄວາມເມດຕາຕໍ່ມະນຸດຊາດແນວໃດ, ພຣະອົງອົດກັ້ນຕໍ່ມະນຸດຊາດຫຼາຍສໍ່າໃດ ແລະ ພຣະອົງມີຄວາມຮູ້ສຶກທີ່ແທ້ຈິງຕໍ່ມະນຸດຊາດຫຼາຍສໍ່າໃດ. ພຣະທຳທີ່ສັ້ນ ແລະ ແຈ່ມແຈ້ງຂອງພຣະເຈົ້າເຢໂຮວາໃນລະຫວ່າງການສົນທະນານີ້ ສະແດງເຖິງຄວາມຄິດຂອງພຣະອົງຕໍ່ມະນຸດຊາດທັງໝົດ; ພຣະທຳເຫຼົ່ານີ້ແມ່ນການສະແດງອອກຢ່າງແທ້ຈິງເຖິງທ່າທີໃນຫົວໃຈຂອງພຣະອົງຕໍ່ມະນຸດຊາດ ແລະ ພວກມັນຍັງເປັນຫຼັກຖານທີ່ຊັດເຈນເຖິງການມອບຄວາມເມດຕາຢ່າງຫຼວງຫຼາຍຂອງພຣະອົງໃຫ້ກັບມະນຸດຊາດ. ຄວາມເມດຕາຂອງພຣະອົງບໍ່ແມ່ນພຽງແຕ່ຖືກປະທານໃຫ້ກັບຄົນຮຸ່ນກ່ອນເທົ່ານັ້ນ, ແຕ່ຍັງຖືກມອບໃຫ້ກັບຄົນຮຸ່ນຫຼັງອີກດ້ວຍ ດັ່ງທີ່ເຄີຍເປັນຢູ່ສະເໝີ, ຈາກຮຸ່ນສູ່ຮຸ່ນ. ເຖິງແມ່ນຄວາມໂກດຮ້າຍຂອງພຣະເຈົ້າຈະຖືກປ່ອຍລົງໃສ່ບາງມຸມ ແລະ ບາງຍຸກໃດໜຶ່ງຂອງມະນຸດຊາດຢູ່ເລື້ອຍໆ, ຄວາມເມດຕາຂອງພຣະເຈົ້າກໍບໍ່ເຄີຍຢຸດເຊົາ. ດ້ວຍຄວາມເມດຕາຂອງພຣະອົງ, ພຣະອົງນໍາພາ ແລະ ຊີ້ນໍາການເນລະມິດສ້າງຂອງພຣະອົງຈາກຮຸ່ນສູ່ຮຸ່ນ ນັ້ນກໍຍ້ອນວ່າ ຄວາມຮູ້ສຶກທີ່ແທ້ຈິງຂອງພຣະອົງຕໍ່ມະນຸດຊາດບໍ່ເຄີຍປ່ຽນແປງຈັກເທື່ອ. ດັ່ງທີ່ພຣະເຈົ້າເຢໂຮວາໄດ້ກ່າວໄວ້ວ່າ: “ແລ້ວເຮົາບໍ່ຄວນສົງສານບໍ...?” ພຣະອົງຖະນຸຖະໜອມການເນລະມິດສ້າງຂອງພຣະອົງເອງຢູ່ຕະຫຼອດເວລາ. ນີ້ແມ່ນຄວາມເມດຕາແຫ່ງອຸປະນິໄສອັນຊອບທຳຂອງພຣະຜູ້ສ້າງ ແລະ ມັນຍັງເປັນເອກະລັກທີ່ສົມບູນຂອງພຣະຜູ້ສ້າງ!

ຄົນຫ້າປະເພດ

ສໍາລັບຕອນນີ້, ເຮົາຂໍໂຈະການສົນທະນາຂອງພວກເຮົາກ່ຽວກັບອຸປະນິໄສທີ່ຊອບທຳຂອງພຣະເຈົ້າໄວ້ກ່ອນ. ຕໍ່ໄປ ເຮົາຈະຈັດແບ່ງຜູ້ຕິດຕາມຂອງພຣະເຈົ້າອອກເປັນຫຼາຍປະເພດຕາມຄວາມເຂົ້າໃຈຂອງພວກເຂົາກ່ຽວກັບພຣະເຈົ້າ ແລະ ຄວາມເຂົ້າໃຈ ແລະ ປະສົບການຂອງພວກເຂົາກ່ຽວກັບອຸປະນິໄສທີ່ຊອບທຳຂອງພຣະອົງ, ເພື່ອວ່າ ພວກເຈົ້າອາດຈະຮູ້ຈັກຂັ້ນຕອນທີ່ພວກເຈົ້າກຳລັງຢູ່ໃນຕອນນີ້, ພ້ອມທັງວຸດທິພາວະໃນປັດຈຸບັນຂອງພວກເຈົ້າ. ໃນເລື່ອງຄວາມຮູ້ຂອງຜູ້ຄົນກ່ຽວກັບພຣະເຈົ້າ ແລະ ຄວາມເຂົ້າໃຈກ່ຽວກັບອຸປະນິໄສທີ່ຊອບທຳຂອງພຣະອົງ, ກ່ຽວກັບຂັ້ນຕອນ ແລະ ວຸດທິພາວະແຕກຕ່າງກັນທີ່ຜູ້ຄົນມີ ໂດຍທົ່ວໄປແລ້ວ ແມ່ນສາມາດຖືກແຍກອອກເປັນຫ້າປະເພດ. ຫົວຂໍ້ນີ້ສະແດງໃຫ້ເຫັນເຖິງພື້ນຖານຂອງການຮູ້ຈັກພຣະເຈົ້າທີ່ເປັນເອກະລັກ ແລະ ອຸປະນິໄສທີ່ຊອບທຳຂອງພຣະອົງ. ສະນັ້ນ ໃນຂະນະທີ່ພວກເຈົ້າອ່ານເນື້ອຫາດັ່ງຕໍ່ໄປນີ້, ພວກເຈົ້າກໍຄວນພະຍາຍາມຄິດຄຳນວນຢ່າງລະມັດລະວັງວ່າ ຄວາມເຂົ້າໃຈ ແລະ ຄວາມຮູ້ທີ່ພວກເຈົ້າມີກ່ຽວກັບຄວາມເປັນເອກະລັກຂອງພຣະເຈົ້າ ແລະ ອຸປະນິໄສທີ່ຊອບທຳຂອງພຣະອົງມີຫຼາຍສໍ່າໃດ ແລະ ຫຼັງຈາກນັ້ນ ພວກເຈົ້າກໍຄວນໃຊ້ຜົນດັ່ງກ່າວເພື່ອຕັດສິນວ່າພວກເຈົ້າຈັດຢູ່ໃນຂັ້ນຕອນໃດກັນແທ້, ວຸດທິພາວະຂອງພວກເຈົ້າສູງສໍ່າໃດ ແລະ ພວກເຈົ້າເປັນຄົນປະເພດໃດກັນແທ້.

ປະເພດທີໜຶ່ງ: ຂັ້ນຕອນຂອງເດັກທາລົກທີ່ພັນດ້ວຍຜ້າອ້ອມ

“ເດັກທາລົກທີ່ພັນດ້ວຍຜ້າອ້ອມ” ໝາຍຄວາມວ່າຫຍັງ? ເດັກທາລົກທີ່ພັນດ້ວຍຜ້າອ້ອມແມ່ນເດັກທີ່ຫາກໍ່ເກີດມາໃນໂລກນີ້ ນັ້ນກໍຄື ເປັນເດັກນ້ອຍເກີດໃໝ່. ມັນແມ່ນຊ່ວງເວລາທີ່ຜູ້ຄົນຍັງເປັນເດັກນ້ອຍທີ່ສຸດ.

ໂດຍພື້ນຖານແລ້ວ, ຜູ້ຄົນໃນຂັ້ນຕອນນີ້ບໍ່ມີສະຕິ ຫຼື ຄວາມສຳນຶກກ່ຽວກັບເລື່ອງຄວາມເຊື່ອໃນພຣະເຈົ້າ. ພວກເຂົາສັບສົນ ແລະ ບໍ່ມີຄວາມຮູ້ກ່ຽວກັບສິ່ງຕ່າງໆ. ຄົນເຫຼົ່ານີ້ອາດເຊື່ອໃນພຣະເຈົ້າເປັນເວລາດົນນານ ຫຼື ບາງເທື່ອກໍພຽງບຶດດຽວ, ແຕ່ສະພາວະທີ່ສັບສົນ ແລະ ບໍ່ມີຄວາມຮູ້ຂອງພວກເຂົາ ແລະ ວຸດທິພາວະທີ່ແທ້ຈິງຂອງພວກເຂົາຈັດໃຫ້ພວກເຂົາຢູ່ພາຍໃນຂັ້ນຕອນຂອງເດັກທາລົກທີ່ພັນດ້ວຍຜ້າອ້ອມ. ນິຍາມແທ້ຈິງກ່ຽວກັບສະພາບຂອງເດັກທາລົກທີ່ພັນດ້ວຍຜ້າອ້ອມຄື: ບໍ່ວ່າບຸກຄົນປະເພດນີ້ຈະເຊື່ອໃນພຣະເຈົ້າດົນສໍ່າໃດກໍຕາມ, ພວກເຂົາກໍຈະໂງ່, ສັບສົນ ແລະ ດ້ອຍປັນຍາຢູ່ສະເໝີ; ພວກເຂົາບໍ່ຮູ້ຈັກວ່າເປັນຫຍັງພວກເຂົາຈຶ່ງເຊື່ອໃນພຣະເຈົ້າ ຫຼື ພວກເຂົາບໍ່ຮູ້ຈັກວ່າພຣະເຈົ້າແມ່ນໃຜ ຫຼື ຜູ້ໃດແມ່ນພຣະເຈົ້າ. ເຖິງແມ່ນພວກເຂົາຈະຕິດຕາມພຣະເຈົ້າ, ມັນກໍບໍ່ມີຄວາມໝາຍທີ່ແທ້ຈິງກ່ຽວກັບພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ ແລະ ພວກເຂົາບໍ່ສາມາດເບິ່ງອອກວ່າຜູ້ທີ່ພວກເຂົາຕິດຕາມແມ່ນພຣະເຈົ້າ ຫຼື ບໍ່, ແລ້ວແຮງທີ່ພວກເຂົາຈະເຊື່ອຢ່າງແທ້ຈິງໃນພຣະເຈົ້າ ແລະ ຕິດຕາມພຣະອົງ. ນີ້ແມ່ນສະພາວະທີ່ແທ້ຈິງຂອງຄົນປະເພດນີ້. ຄວາມຄິດຂອງຜູ້ຄົນເຫຼົ່ານີ້ມືດມົວ ແລະ ເວົ້າງ່າຍໆກໍຄື ຄວາມເຊື່ອຂອງພວກເຂົາແມ່ນສັບສົນ. ພວກເຂົາຢູ່ໃນສະພາວະທີ່ສັບສົນ ແລະ ວ່າງເປົ່າຢູ່ສະເໝີ; “ຄວາມໂງ່ຈ້າ”, “ຄວາມສັບສົນ” ແລະ “ຄວາມດ້ອຍປັນຍາ” ສະຫຼຸບເຖິງສະພາວະຂອງພວກເຂົາ. ພວກເຂົາບໍ່ເຄີຍເຫັນ ຫຼື ຮູ້ສຶກເຖິງການເປັນຢູ່ຂອງພຣະເຈົ້າ ແລະ ສະນັ້ນ ການລົມກັບພວກເຂົາກ່ຽວກັບການຮູ້ຈັກພຣະເຈົ້າຈຶ່ງມີປະໂຫຍດສໍ່າກັບບັງຄັບພວກເຂົາອ່ານໜັງສືທີ່ຂຽນດ້ວຍອັກສອນລຶກລັບ, ພວກເຂົາຈະບໍ່ເຂົ້າໃຈ ຫຼື ຍອມຮັບເອົາມັນ. ສຳລັບພວກເຂົາແລ້ວ, ການຮູ້ຈັກພຣະເຈົ້າຈຶ່ງເປັນແບບດຽວກັບການໄດ້ຍິນນິທານແປກປະຫຼາດ. ໃນຂະນະທີ່ຄວາມຄິດຂອງພວກເຂົາອາດຈະມືດມົວ, ໃນຄວາມເປັນຈິງແລ້ວ ພວກເຂົາເຊື່ອຢ່າງໝັ້ນຄົງວ່າ ການຮູ້ຈັກພຣະເຈົ້າເປັນການເສຍເວລາ ແລະ ຄວາມພະຍາຍາມທັງສິ້ນ. ນີ້ແມ່ນຄົນປະເພດທຳອິດ: ເດັກທາລົກທີ່ພັນດ້ວຍຜ້າອ້ອມ.

ປະເພດທີສອງ: ຂັ້ນຕອນຂອງເດັກທາລົກທີ່ດູດນົມ

ເມື່ອປຽບທຽບກັບເດັກທາລົກທີ່ພັນດ້ວຍຜ້າອ້ອມ, ຄົນປະເພດນີ້ໄດ້ມີການພັດທະນາບາງຢ່າງ. ແຕ່ໜ້າເສຍໃຈ, ພວກເຂົາຍັງບໍ່ມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າເລີຍ. ພວກເຂົາຍັງຂາດຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບພຣະເຈົ້າ ແລະ ຄວາມຮູ້ໃນພຣະເຈົ້າ ແລະ ພວກເຂົາບໍ່ຊັດເຈນຫຼາຍກ່ຽວກັບວ່າເປັນຫຍັງພວກເຂົາຈຶ່ງຄວນເຊື່ອໃນພຣະເຈົ້າ, ເຖິງຢ່າງໃດກໍຕາມ ໃນຫົວໃຈຂອງພວກເຂົານັ້ນ ພວກເຂົາມີຈຸດປະສົງ ແລະ ແນວຄິດທີ່ຊັດເຈນຂອງພວກເຂົາເອງ. ພວກເຂົາບໍ່ເຮັດໃຫ້ຕົນເອງກັງວົນກັບຄຳຖາມທີ່ວ່າ ມັນຖືກຕ້ອງ ຫຼື ບໍ່ ທີ່ຈະເຊື່ອໃນພຣະເຈົ້າ. ຈຸດປະສົງ ແລະ ເປົ້າໝາຍທີ່ພວກເຂົາສະແຫວງຫາຜ່ານຄວາມເຊື່ອໃນພຣະເຈົ້າແມ່ນເພື່ອຮັບເອົາຄວາມເມດຕາຂອງພຣະອົງ, ເພື່ອມີຄວາມສຸກ ແລະ ສັນຕິສຸກ, ເພື່ອດຳລົງຊີວິດຢູ່ຢ່າງສະດວກສະບາຍ, ເພື່ອຮັບເອົາການດູແລ ແລະ ການປົກປ້ອງຂອງພຣະເຈົ້າ ແລະ ເພື່ອດຳລົງຊີວິດຢູ່ພາຍໃຕ້ພອນຂອງພຣະເຈົ້າ. ພວກເຂົາບໍ່ກັງວົນກັບລະດັບທີ່ພວກເຂົາຮູ້ຈັກພຣະເຈົ້າ; ພວກເຂົາບໍ່ມີຄວາມຕ້ອງການທີ່ຈະສະແຫວງຫາຄວາມເຂົ້າໃຈກ່ຽວກັບພຣະເຈົ້າ ແລະ ພວກເຂົາບໍ່ກັງວົນວ່າ ພຣະເຈົ້າກຳລັງເຮັດຫຍັງ ຫຼື ພຣະອົງປາຖະໜາທີ່ຈະເຮັດຫຍັງ. ພວກເຂົາພຽງແຕ່ສະແຫວງຫາຢ່າງລັບຫູລັບຕາເພື່ອຮັບເອົາຄວາມເມດຕາຂອງພຣະອົງ ແລະ ຮັບເອົາພອນຂອງພຣະອົງຫຼາຍຂຶ້ນ; ພວກເຂົາສະແຫວງຫາເພື່ອຮັບເອົາຮ້ອຍເທົ່າໃນຍຸກປັດຈຸບັນ ແລະ ຊີວິດນິລັນດອນໃນຍຸກໜ້າ. ຄວາມຄິດຂອງພວກເຂົາ, ພວກເຂົາໄດ້ເສຍສະຫຼະຫຼາຍສໍ່າໃດ, ຄວາມອຸທິດຂອງພວກເຂົາ, ພ້ອມກັບການທົນທຸກຂອງພວກເຂົາ, ກໍລ້ວນແລ້ວແຕ່ມີຈຸດປະສົງດຽວກັນ: ເພື່ອຮັບເອົາຄວາມເມດຕາ ແລະ ພອນຂອງພຣະເຈົ້າ. ພວກເຂົາບໍ່ກັງວົນສິ່ງອື່ນໃດເລີຍ. ຄົນປະເພດນີ້ຮູ້ແຕ່ວ່າພຣະເຈົ້າສາມາດຮັກສາຜູ້ຄົນໃຫ້ປອດໄພ ແລະ ປະທານຄວາມເມດຕາຂອງພຣະອົງໃຫ້ແກ່ພວກເຂົາ. ສາມາດເວົ້າໄດ້ວ່າ ພວກເຂົາບໍ່ສົນໃຈ ຫຼື ບໍ່ຊັດເຈນຫຼາຍກ່ຽວກັບວ່າ ເປັນຫຍັງພຣະເຈົ້າຈຶ່ງປາຖະໜາທີ່ຈະຊ່ວຍມະນຸດໃຫ້ລອດພົ້ນ ຫຼື ກ່ຽວກັບຜົນທີ່ພຣະເຈົ້າຕ້ອງການບັນລຸດ້ວຍພຣະທຳ ແລະ ພາລະກິດຂອງພຣະອົງ. ພວກເຂົາບໍ່ເຄີຍພະຍາຍາມທີ່ຈະຮູ້ຈັກແກ່ນແທ້ ແລະ ອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ຫຼື ພວກເຂົາສາມາດເກັບກໍາຄວາມສົນໃຈທີ່ຈະເຮັດແບບນັ້ນ. ພວກເຂົາຂາດຄວາມສະໝັກໃຈທີ່ຈະໃສ່ໃຈກັບສິ່ງຕ່າງໆເຫຼົ່ານີ້ ແລະ ພວກເຂົາບໍ່ປາຖະໜາທີ່ຈະຮູ້ຈັກສິ່ງເຫຼົ່ານີ້. ພວກເຂົາບໍ່ປາຖະໜາທີ່ຈະຖາມກ່ຽວກັບພາລະກິດຂອງພຣະເຈົ້າ, ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ, ຄວາມປະສົງຂອງພຣະເຈົ້າ ຫຼື ສິ່ງອື່ນໆອີກທີ່ກ່ຽວຂ້ອງກັບພຣະເຈົ້າ ແລະ ພວກເຂົາກໍຍັງຂາດຄວາມສົນໃຈທີ່ຈະຖາມກ່ຽວກັບສິ່ງຕ່າງໆເຫຼົ່ານີ້ອີກດ້ວຍ. ນີ້ກໍຍ້ອນ ພວກເຂົາເຊື່ອວ່າເລື່ອງເຫຼົ່ານີ້ບໍ່ກ່ຽວຂ້ອງກັບການທີ່ພວກເຂົາໄດ້ຮັບຄວາມເມດຕາຈາກພຣະເຈົ້າ ແລະ ພວກເຂົາພຽງແຕ່ສົນໃຈກັບພຣະເຈົ້າທີ່ມີຢູ່ເພື່ອຜົນປະໂຫຍດຂອງພວກເຂົາເອງໂດຍກົງ ແລະ ຜູ້ທີ່ສາມາດປະທານຄວາມເມດຕາໃຫ້ແກ່ມະນຸດ. ພວກເຂົາບໍ່ສົນໃຈຫຍັງເລີຍກັບສິ່ງອື່ນໆ ແລະ ສະນັ້ນ ພວກເຂົາຈຶ່ງບໍ່ສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໄດ້, ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າເທົ່າໃດປີກໍຕາມ. ຫາກບໍ່ມີຜູ້ໃດຫົດນໍ້າ ຫຼື ລ້ຽງພວກເຂົາຢູ່ເລື້ອຍໆ, ມັນກໍຍາກສຳລັບພວກເຂົາທີ່ຈະສືບຕໍ່ໃນເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າ. ຖ້າພວກເຂົາບໍ່ສາມາດໄດ້ຮັບຄວາມສຸກທີ່ຜ່ານມາ ຫຼື ຄວາມເມດຕາຂອງພຣະເຈົ້າ, ແລ້ວພວກເຂົາກໍອາດຈະຍ່າງໜີ. ນີ້ແມ່ນຄົນປະເພດທີສອງ: ເປັນຄົນທີ່ຢູ່ໃນຂັ້ນຕອນຂອງເດັກທາລົກທີ່ດູດນົມ.

ປະເພດທີສາມ: ຂັ້ນຕອນຂອງເດັກທາລົກທີ່ເຊົານົມ ຫຼື ຂັ້ນຕອນຂອງເດັກນ້ອຍ

ຄົນກຸ່ມນີ້ມີລະດັບຄວາມຮູ້ໃດໜຶ່ງຢ່າງຊັດເຈນ. ພວກເຂົາຮູ້ວ່າ ການຮັບຄວາມເມດຕາຂອງພຣະເຈົ້າບໍ່ໄດ້ໝາຍຄວາມວ່າ ພວກເຂົາເອງຈະມີປະສົບການທີ່ແທ້ຈິງ ແລະ ພວກເຂົາກໍຮູ້ຈັກວ່າ ເຖິງແມ່ນພວກເຂົາບໍ່ເຄີຍເມື່ອຍທີ່ຈະສະແຫວງຫາຄວາມສຸກ ແລະ ສັນຕິສຸກ, ຄວາມເມດຕາ ຫຼື ຖ້າພວກເຂົາສາມາດເປັນພະຍານໂດຍການແບ່ງປັນປະສົບການຂອງພວກເຂົາໃນການຮັບຄວາມເມດຕາຂອງພຣະເຈົ້າ ຫຼື ໂດຍການສັນລະເສີນພຣະເຈົ້າສຳລັບພອນຕ່າງໆທີ່ພຣະອົງໄດ້ປະທານໃຫ້ແກ່ພວກເຂົາ, ສິ່ງເຫຼົ່ານີ້ບໍ່ໄດ້ໝາຍຄວາມວ່າພວກເຂົາມີຊີວິດ ຫຼື ພວກມັນບໍ່ໄດ້ໝາຍຄວາມວ່າ ພວກເຂົາມີຄວາມເປັນຈິງຢ່າງແທ້ຈິງ. ເລີ່ມຕົ້ນຈາກສະຕິຂອງພວກເຂົາ, ພວກເຂົາເຊົາມີຄວາມຫວັງບ້າໆທີ່ພວກເຂົາຄິດວ່າ ພວກເຂົາພຽງຕ້ອງການແຕ່ຄວາມເມດຕາຂອງພຣະເຈົ້າເທົ່ານັ້ນ; ກົງກັນຂ້າມ ໃນຂະນະທີ່ພວກເຂົາໄດ້ຮັບຄວາມເມດຕາຂອງພຣະເຈົ້າ, ພວກເຂົາກໍປາຖະໜາທີ່ຈະເຮັດບາງສິ່ງສຳລັບພຣະເຈົ້າໃນເວລາດຽວກັນ. ພວກເຂົາເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ, ອົດກັ້ນກັບຄວາມລຳບາກ ແລະ ຄວາມອ່ອນເພຍເລັກນ້ອຍ, ເຂົ້າຮ່ວມມືກັບພຣະເຈົ້າໃນບາງສ່ວນ. ເຖິງຢ່າງໃດກໍຕາມ, ຍ້ອນການສະແຫວງຫາໃນຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າເສື່ອມຊາມເກີນໄປ, ຍ້ອນເຈດຕະນາ ແລະ ຄວາມປາຖະໜາສ່ວນຕົວທີ່ພວກເຂົາມີນັ້ນຮຸນແຮງເກີນໄປ, ຍ້ອນອຸປະນິໄສຂອງພວກເຂົາອວດດີຢ່າງໃຫຍ່ເກີນໄປ, ມັນຈຶ່ງຍາກຫຼາຍສຳລັບພວກເຂົາທີ່ຈະສະໜອງຄວາມປາຖະໜາຂອງພຣະເຈົ້າ ຫຼື ຊື່ສັດກັບພຣະເຈົ້າ. ສະນັ້ນ, ພວກເຂົາຈຶ່ງບໍ່ສາມາດຮູ້ຈັກຄວາມປາຖະໜາສ່ວນຕົວຂອງພວກເຂົາຕະຫຼອດເວລາ ຫຼື ໃຫ້ກຽດກັບສັນຍາທີ່ພວກເຂົາມີໃຫ້ກັບພຣະເຈົ້າ. ພວກເຂົາມັກຄົ້ນພົບຕົນເອງໃນສະພາວະທີ່ຂັດແຍ້ງກັນ: ພວກເຂົາປາຖະໜາຫຼາຍທີ່ຈະເຮັດໃຫ້ພຣະເຈົ້າພໍໃຈຈົນເຖິງລະດັບສູງທີ່ສຸດ, ແຕ່ພວກເຂົາກໍໃຊ້ກຳລັງຂອງພວກເຂົາເພື່ອຕໍ່ຕ້ານພຣະອົງ ແລະ ພວກເຂົາມັກສາບານຕໍ່ພຣະເຈົ້າ ແຕ່ຫຼັງຈາກນັ້ນກໍຜິດຄຳສາບານຂອງພວກເຂົາຢ່າງໄວວາ. ຍິ່ງໄປກວ່ານັ້ນ, ພວກເຂົາເຊື່ອໃນພຣະເຈົ້າຢ່າງຈິງໃຈ, ແຕ່ພວກເຂົາປະຕິເສດພຣະອົງ ແລະ ທຸກສິ່ງທີ່ມາຈາກພຣະອົງ; ພວກເຂົາຫວັງຢ່າງຍິ່ງວ່າ ພຣະເຈົ້າຈະປະທານແສງສະຫວ່າງໃຫ້ແກ່ພວກເຂົາ, ນໍາພາພວກເຂົາ, ຈັດຫາໃຫ້ພວກເຂົາ ແລະ ຊ່ວຍເຫຼືອພວກເຂົາ, ແຕ່ເຖິງພວກເຂົາຈະຫວັງແບບນັ້ນ ພວກເຂົາກໍຍັງສະແຫວງຫາທາງອອກດ້ວຍຕົວພວກເຂົາເອງ. ພວກເຂົາປາຖະໜາທີ່ຈະເຂົ້າໃຈ ແລະ ຮູ້ຈັກພຣະເຈົ້າ, ແຕ່ພວກເຂົາກໍບໍ່ເຕັມໃຈທີ່ຈະຫຍັບເຂົ້າໃກ້ພຣະອົງ. ກົງກັນຂ້າມ, ພວກເຂົາຫຼີກເວັ້ນພຣະເຈົ້າຢູ່ສະເໝີ ແລະ ຫົວໃຈຂອງພວກເຂົາກໍປິດຕໍ່ພຣະອົງ. ໃນຂະນະທີ່ພວກເຂົາມີຄວາມເຂົ້າໃຈ ແລະ ປະສົບການຢ່າງຜິວເຜີນກ່ຽວກັບຄວາມໝາຍຕາມຕົວຂອງພຣະທຳຂອງພຣະເຈົ້າ ແລະ ກ່ຽວກັບຄວາມຈິງ ແລະ ແນວຄິດຜິວເຜີນກ່ຽວກັບພຣະເຈົ້າ ແລະ ຄວາມຈິງ, ໃນຈິດໃຕ້ສຳນຶກແລ້ວ ພວກເຂົາຍັງບໍ່ສາມາດຢືນຢັນ ຫຼື ກຳນົດວ່າພຣະເຈົ້າເປັນຄວາມຈິງ ຫຼື ບໍ່ ຫຼື ສາມາດຢືນຢັນວ່າພຣະເຈົ້າຊອບທຳຢ່າງແທ້ຈິງ ຫຼື ບໍ່. ພວກເຂົາຍັງບໍ່ສາມາດກຳນົດຄວາມເປັນຈິງແຫ່ງອຸປະນິໄສ ແລະ ແກ່ນແທ້ຂອງພຣະເຈົ້າ, ແລ້ວແຮງໄກທີ່ພວກເຂົາຈະສາມາດກໍານົດການມີຢູ່ທີ່ແທ້ຈິງຂອງພຣະອົງ. ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າເຕັມໄປດ້ວຍຂໍ້ສົງໄສ ແລະ ຄວາມເຂົ້າໃຈຜິດຢູ່ສະເໝີ ແລະ ນອກນັ້ນກໍຍັງມີຈິນຕະນາການ ແລະ ແນວຄິດອີກດ້ວຍ. ໃນຂະນະທີ່ພວກເຂົາໄດ້ຮັບຄວາມເມດຕາຈາກພຣະເຈົ້າ, ພວກເຂົາຍັງບໍ່ເຕັມໃຈທີ່ຈະຜະເຊີນ ຫຼື ປະຕິບັດຄວາມຈິງບາງຢ່າງທີ່ພວກເຂົາຄິດວ່າສາມາດເຮັດໄດ້ ເພື່ອເພີ່ມພູນຄວາມເຊື່ອຂອງພວກເຂົາ, ເພື່ອເພີ່ມຂະຫຍາຍປະສົບການຂອງພວກເຂົາໃນການເຊື່ອພຣະເຈົ້າ, ເພື່ອພິສູດຄວາມເຂົ້າໃຈຂອງພວກເຂົາ ໃນການເຊື່ອໃນພຣະເຈົ້າ ແລະ ເພື່ອສະໜອງຄວາມທະນົງຕົວຂອງພວກເຂົາໂດຍການຍ່າງບົນເສັ້ນທາງຊີວິດທີ່ພວກເຂົາເອງໄດ້ສ້າງຂຶ້ນ ແລະ ສຳເລັດກິດຈະການທີ່ຊອບທຳເພື່ອມະນຸດຊາດ. ໃນເວລາດຽວກັນ, ພວກເຂົາຍັງເຮັດສິ່ງຕ່າງໆເຫຼົ່ານີ້ເພື່ອສະໜອງຄວາມປາຖະໜາຂອງພວກເຂົາເອງໃນການຮັບເອົາພອນ, ເຊິ່ງເປັນສ່ວນໜຶ່ງໃນການເດີມພັນທີ່ພວກເຂົາສ້າງຂຶ້ນໂດຍຫວັງທີ່ຈະໄດ້ຮັບເອົາພອນທີ່ຍິ່ງໃຫຍ່ສຳລັບມະນຸດຊາດ ແລະ ເພື່ອສຳເລັດຄວາມປະສົງຂອງພວກເຂົາ ແລະ ຄວາມປາຖະໜາທັງຊີວິດຂອງພວກເຂົາຈົນກວ່າພວກເຂົາຈະໄດ້ຮັບເອົາພຣະເຈົ້າ. ຄົນເຫຼົ່ານີ້ບໍ່ຄ່ອຍຈະສາມາດຮັບເອົາແສງສະຫວ່າງຂອງພຣະເຈົ້າໄດ້, ຍ້ອນຄວາມປາຖະໜາຂອງພວກເຂົາ ແລະ ເຈດຕະນາຂອງພວກເຂົາເພື່ອຮັບເອົາພອນແມ່ນສຳຄັນເກີນໄປສຳລັບພວກເຂົາ. ພວກເຂົາບໍ່ມີຄວາມປາຖະໜາທີ່ຈະສະຫຼະສິ່ງນີ້ ແລະ ແນ່ນອນ ພວກເຂົາບໍ່ສາມາດທົນເຮັດແບບນັ້ນໄດ້. ພວກເຂົາຢ້ານວ່າ ຫາກປາສະຈາກຄວາມປາຖະໜາທີ່ຈະຮັບເອົາພອນແລ້ວ, ປາສະຈາກຄວາມທະເຍີທະຍານທີ່ໄດ້ຖະນຸຖະໜອມເປັນເວລາດົນນານ ເຊິ່ງຈະບໍ່ຢຸດພັກຈົນກວ່າພວກເຂົາໄດ້ຮັບເອົາພຣະເຈົ້າ, ພວກເຂົາກໍຈະສູນເສຍແຮງຜັກດັນທີ່ຈະເຊື່ອໃນພຣະເຈົ້າ. ສະນັ້ນ, ພວກເຂົາຈຶ່ງບໍ່ປາຖະໜາທີ່ຈະຜະເຊີນກັບຄວາມເປັນຈິງ. ພວກເຂົາບໍ່ປາຖະໜາທີ່ຈະຜະເຊີນກັບພຣະທຳຂອງພຣະເຈົ້າ ຫຼື ພາລະກິດຂອງພຣະເຈົ້າ. ພວກເຂົາບໍ່ປາຖະໜາທີ່ຈະຜະເຊີນກັບອຸປະນິໄສ ຫຼື ແກ່ນແທ້ຂອງພຣະເຈົ້າ, ແລ້ວແຮງໄກທີ່ຈະເວົ້າເຖິງເລື່ອງການຮູ້ຈັກພຣະເຈົ້າ. ນີ້ກໍຍ້ອນວ່າ ຫຼັງຈາກທີ່ພຣະເຈົ້າ, ແກ່ນແທ້ຂອງພຣະອົງ ແລະ ອຸປະນິໄສທີ່ຊອບທຳຂອງພຣະອົງໄດ້ແທນທີ່ຈິນຕະນາການຂອງພວກເຂົາ, ຄວາມຝັນຂອງພວກເຂົາກໍຈະຫາຍໄປກັບຄວັນ ແລະ ສິ່ງທີ່ພວກເຂົາເອີ້ນກັນວ່າຄວາມເຊື່ອທີ່ບໍລິສຸດ ແລະ “ຄຸນງາມຄວາມດີ” ເຊິ່ງໄດ້ສະສົມຕະຫຼອດເວລາຫຼາຍປີແຫ່ງການເຮັດວຽກຢ່າງພາກພຽນກໍຈະຫາຍໄປ ແລະ ບໍ່ມີຫຍັງເລີຍ. ໃນທຳນອງດຽວກັນ, “ອະນາເຂດ” ຂອງພວກເຂົາທີ່ພວກເຂົາໄດ້ເອົາຊະນະດ້ວຍເຫື່ອ ແລະ ເລືອດຂອງພວກເຂົາຕະຫຼອດເວລາຫຼາຍປີກໍຈະຜະເຊີນກັບການລົ້ມສະຫຼາຍ. ທຸກສິ່ງນີ້ຈະໝາຍຄວາມວ່າ ເວລາຫຼາຍປີແຫ່ງການເຮັດວຽກໜັກ ແລະ ຄວາມພະຍາຍາມຢ່າງໜັກຂອງພວກເຂົາກໍຈະບໍ່ມີປະໂຫຍດຫຍັງ ແລະ ພວກເຂົາຕ້ອງໄດ້ເລີ່ມຕົ້ນໃໝ່ຈາກຈຸດທີ່ບໍ່ມີຫຍັງອີກຄັ້ງ. ນີ້ແມ່ນຄວາມເຈັບປວດທີ່ຮຸນແຮງທີ່ສຸດສຳລັບພວກເຂົາທີ່ຕ້ອງທົນໃນຫົວໃຈຂອງພວກເຂົາ ແລະ ເປັນຜົນຮັບທີ່ພວກເຂົາປາຖະໜາຢາກເຫັນໜ້ອຍທີ່ສຸດ ເຊິ່ງເປັນເຫດຜົນທີ່ວ່າ ເປັນຫຍັງພວກເຂົາຈຶ່ງຕິດໃນສະພາບການແບບນີ້ຢູ່ສະເໝີ, ປະຕິເສດທີ່ຈະຫັນຫຼັງກັບ. ນີ້ແມ່ນຄົນປະເພດທີ່ສາມ: ຄົນທີ່ຢູ່ໃນຂັ້ນຕອນຂອງເດັກທີ່ເຊົານົມ.

ຄົນສາມປະເພດທີ່ບັນລະຍາຍຂ້າງເທິງນັ້ນ ໝາຍເຖິງຄົນທີ່ມີຢູ່ໃນສາມຂັ້ນຕອນເຫຼົ່ານີ້ ແມ່ນບໍ່ມີ ຄວາມເຊື່ອຢ່າງແທ້ຈິງໃນຕົວຕົນ ແລະ ສະຖານະຂອງພຣະເຈົ້າ ຫຼື ໃນອຸປະນິໄສທີ່ຊອບທຳຂອງພຣະອົງ ແລະ ພວກເຂົາບໍ່ມີການຮັບຮູ້ ຫຼື ການຢືນຢັນທີ່ຊັດເຈນ ແລະ ຖືກຕ້ອງກ່ຽວກັບສິ່ງຕ່າງໆເຫຼົ່ານີ້. ສະນັ້ນ ມັນຈຶ່ງຍາກຫຼາຍສຳລັບຄົນສາມປະເພດນີ້ທີ່ຈະເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ແລະ ມັນຍັງຍາກສຳລັບພວກເຂົາທີ່ຈະຮັບເອົາຄວາມເມດຕາ, ແສງສະຫວ່າງ ຫຼື ແສງເຍືອງທາງຂອງພຣະເຈົ້າ ຍ້ອນຮູບລັກສະນະທີ່ພວກເຂົາເຊື່ອໃນພຣະເຈົ້າ ແລະ ທັດສະນະຄະຕິແບບຜິດໆຂອງພວກເຂົາຕໍ່ພຣະເຈົ້າ ເຮັດໃຫ້ມັນເປັນໄປບໍ່ໄດ້ທີ່ຈະໃຫ້ພຣະອົງປະຕິບັດພາລະກິດພາຍໃນຫົວໃຈຂອງພວກເຂົາໄດ້. ການສົງໄສ, ແນວຄິດຜິດ ຫຼື ຈິນຕະນາການຂອງພວກເຂົາກ່ຽວກັບພຣະເຈົ້າແມ່ນເໜືອຄວາມເຊື່ອ ແລະ ຄວາມຮູ້ຂອງພວກເຂົາທີ່ກ່ຽວກັບພຣະເຈົ້າ. ນີ້ແມ່ນຄົນສາມປະເພດທີ່ຢູ່ໃນຄວາມສ່ຽງຫຼາຍ ແລະ ນີ້ກໍເປັນສາມຂັ້ນຕອນທີ່ອັນຕະລາຍທີ່ສຸດ. ເມື່ອຜູ້ຄົນມີທ່າທີສົງໄສກ່ຽວກັບພຣະເຈົ້າ, ກ່ຽວກັບແກ່ນແທ້ຂອງພຣະເຈົ້າ, ຕົວຕົນຂອງພຣະເຈົ້າ, ເລື່ອງທີ່ວ່າພຣະເຈົ້າເປັນຄວາມຈິງ ແລະ ຄວາມເປັນຈິງຂອງການມີຢູ່ຂອງພຣະອົງ ແລະ ເມື່ອຜູ້ຄົນບໍ່ສາມາດໝັ້ນໃຈກ່ຽວກັບສິ່ງເຫຼົ່ານີ້, ແລ້ວພວກເຂົາຈະສາມາດຍອມຮັບທຸກສິ່ງທີ່ມາຈາກພຣະເຈົ້າໄດ້ແນວໃດ? ຜູ້ຄົນຈະສາມາດຍອມຮັບຂໍ້ເທັດຈິງທີ່ວ່າພຣະເຈົ້າເປັນຄວາມຈິງ, ຫົນທາງ ແລະ ຊີວິດໄດ້ແນວໃດ? ຜູ້ຄົນຈະສາມາດຍອມຮັບເອົາການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າໄດ້ແນວໃດ? ຜູ້ຄົນຈະສາມາດຍອມຮັບເອົາຄວາມລອດພົ້ນຂອງພຣະເຈົ້າໄດ້ແນວໃດ? ຄົນປະເພດນີ້ຈະສາມາດຮັບເອົາການນໍາພາ ແລະ ການສະໜອງທີ່ແທ້ຈິງຂອງພຣະເຈົ້າໄດ້ແນວໃດ? ຄົນທີ່ຢູ່ໃນສາມຂັ້ນຕອນນີ້ສາມາດຕໍ່ຕ້ານພຣະເຈົ້າ, ຕັດສິນພຣະເຈົ້າ, ໝິ່ນປະໝາດພຣະເຈົ້າ ຫຼື ຫັກຫຼັງພຣະເຈົ້າໄດ້ທຸກເວລາ. ພວກເຂົາສາມາດປະຖິ້ມຫົນທາງທີ່ແທ້ຈິງ ແລະ ປະຖິ້ມພຣະເຈົ້າໄດ້ທຸກເມື່ອ. ສາມາດເວົ້າໄດ້ວ່າ ຜູ້ຄົນທີ່ຢູ່ໃນສາມຂັ້ນຕອນເຫຼົ່ານີ້ແມ່ນຢູ່ໃນໄລຍະທີ່ອັນຕະລາຍ, ຍ້ອນວ່າ ພວກເຂົາບໍ່ໄດ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນການເຊື່ອໃນ ພຣະເຈົ້າ.

ປະເພດທີສີ່: ຂັ້ນຕອນຂອງເດັກນ້ອຍທີ່ກຳລັງເຕີບໃຫຍ່ ຫຼື ໄວເດັກ

ຫຼັງຈາກທີ່ບຸກຄົນໜຶ່ງໄດ້ເຊົານົມແລ້ວ ນັ້ນກໍຄື ຫຼັງຈາກທີ່ພວກເຂົາໄດ້ຮັບເອົາຄວາມເມດຕາຈຳນວນຫຼວງຫຼາຍ, ພວກເຂົາກໍເລີ່ມຄົ້ນຫາວ່າການເຊື່ອໃນພຣະເຈົ້າໝາຍຄວາມວ່າຫຍັງ, ພວກເຂົາເລີ່ມປາຖະໜາທີ່ຈະເຂົ້າໃຈຄຳຖາມຕ່າງໆ ເຊັ່ນ: ເປັນຫຍັງມະນຸດຈຶ່ງມີຊີວິດຢູ່, ວິທີທີ່ມະນຸດຄວນດຳລົງຊີວິດຢູ່ ແລະ ເປັນຫຍັງພຣະເຈົ້າຈຶ່ງປະຕິບັດພາລະກິດຂອງພຣະອົງໃນມະນຸດ. ເມື່ອຄວາມຄິດທີ່ບໍ່ຊັດເຈນ ແລະ ແບບແຜນຄວາມຄິດທີ່ສັບສົນເຫຼົ່ານີ້ປາກົດຂຶ້ນຢູ່ພາຍໃນພວກເຂົາ ແລະ ມີຢູ່ພາຍໃນພວກເຂົາ, ພວກເຂົາກໍຮັບເອົາການຫົດນໍ້າຢ່າງຕໍ່ເນື່ອງ ແລະ ພວກເຂົາຍັງສາມາດປະຕິບັດໜ້າທີ່ຂອງພວກເຂົາ. ໃນລະຫວ່າງຊ່ວງເວລານີ້, ພວກເຂົາກໍບໍ່ມີຂໍ້ສົງໄສຕໍ່ຄວາມຈິງແຫ່ງການເປັນຢູ່ຂອງພຣະເຈົ້າອີກຕໍ່ໄປ ແລະ ພວກເຂົາມີຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບຄວາມໝາຍຂອງການເຊື່ອໃນພຣະເຈົ້າ. ບົນພື້ນຖານນີ້ ພວກເຂົາໄດ້ຮັບເອົາຄວາມຮູ້ກ່ຽວກັບພຣະເຈົ້າເທື່ອລະໜ້ອຍ ແລະ ພວກເຂົາກໍເລີ່ມໄດ້ຮັບຄຳຕອບຕໍ່ຄວາມຄິດທີ່ບໍ່ຊັດເຈນ ແລະ ແບບແຜນຄວາມຄິດທີ່ສັບສົນຂອງພວກເຂົາກ່ຽວກັບອຸປະນິໄສ ແລະ ແກ່ນແທ້ຂອງພຣະເຈົ້າເທື່ອລະໜ້ອຍ. ເມື່ອເວົ້າເຖິງການປ່ຽນແປງໃນອຸປະນິໄສຂອງພວກເຂົາ ພ້ອມທັງຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າ, ຜູ້ຄົນທີ່ຢູ່ໃນຂັ້ນຕອນນີ້ແມ່ນເລີ່ມຕົ້ນໃນເສັ້ນທາງທີ່ຖືກຕ້ອງ ແລະ ພວກເຂົາເຂົ້າສູ່ຊ່ວງເວລາແຫ່ງການປ່ຽນແປງ. ມັນຢູ່ພາຍໃນຂັ້ນຕອນນີ້ທີ່ຜູ້ຄົນເລີ່ມມີຊີວິດ. ການສະແດງອອກທີ່ຊັດເຈນເຖິງການມີຊີວິດກໍເປັນການຕອບຄຳຖາມຕ່າງໆທີ່ກ່ຽວຂ້ອງກັບການຮູ້ຈັກພຣະເຈົ້າທີ່ຜູ້ຄົນມີໃນຫົວໃຈຂອງພວກເຂົາເທື່ອລະໜ້ອຍ ເຊັ່ນຄວາມເຂົ້າໃຈຜິດ, ຈິນຕະນາການ, ແນວຄິດ ແລະ ນິຍາມທີ່ບໍ່ແຈ່ມແຈ້ງກ່ຽວກັບພຣະເຈົ້າ ແລະ ພວກເຂົາບໍ່ພຽງແຕ່ມາເຊື່ອ ແລະ ເຂົ້າໃຈຄວາມເປັນຈິງແຫ່ງການເປັນຢູ່ຂອງພຣະເຈົ້າຢ່າງແທ້ຈິງ, ແຕ່ພວກເຂົາຍັງເລີ່ມມີນິຍາມທີ່ຖືກຕ້ອງກ່ຽວກັບພຣະເຈົ້າ ແລະ ມີພື້ນທີ່ໆເໝາະສົມສຳລັບພຣະເຈົ້າໃນຫົວໃຈຂອງພວກເຂົາ ແລະ ການຕິດຕາມພຣະເຈົ້າຢ່າງແທ້ຈິງ ໂດຍທົດແທນຄວາມເຊື່ອທີ່ບໍ່ແຈ່ມແຈ້ງຂອງພວກເຂົາ. ໃນລະຫວ່າງຂັ້ນຕອນນີ້, ຜູ້ຄົນເລີ່ມມາຮູ້ຈັກແນວຄິດຜິດໆຂອງພວກເຂົາຕໍ່ພຣະເຈົ້າ ແລະ ການສະແຫວງຫາ ແລະ ຫົນທາງແຫ່ງຄວາມເຊື່ອທີ່ຜິດຂອງພວກເຂົາ. ພວກເຂົາເລີ່ມຕ້ອງການຄວາມຈິງ, ຕ້ອງການທີ່ຈະຜະເຊີນກັບການພິພາກສາ, ການຂ້ຽນຕີ ແລະ ການລົງວິໄນຂອງພຣະເຈົ້າ ແລະ ຕ້ອງການໆປ່ຽນແປງໃນອຸປະນິໄສຂອງພວກເຂົາ. ພວກເຂົາປະຖິ້ມແນວຄິດ ແລະ ຈິນຕະນາການທຸກປະເພດທີ່ກ່ຽວກັບພຣະເຈົ້າໃນລະຫວ່າງຂັ້ນຕອນນີ້ໄວ້ເບື້ອງຫຼັງ ແລະ ໃນເວລາດຽວກັນ ພວກເຂົາກໍປ່ຽນແປງ ແລະ ແກ້ໄຂຄວາມຮູ້ທີ່ບໍ່ຖືກຕ້ອງຂອງພວກເຂົາກ່ຽວກັບພຣະເຈົ້າ ແລະ ຮັບເອົາຄວາມຮູ້ພື້ນຖານທີ່ຖືກຕ້ອງບາງຢ່າງກ່ຽວກັບພຣະເຈົ້າ. ເຖິງແມ່ນສ່ວນໜຶ່ງຂອງຄວາມຮູ້ທີ່ຜູ້ຄົນມີໃນຂັ້ນຕອນນີ້ບໍ່ໄດ້ເຈາະຈົງ ຫຼື ຖືກຕ້ອງພໍສໍ່າໃດ, ຢ່າງໜ້ອຍທີ່ສຸດ ພວກເຂົາກໍເລີ່ມປະຖິ້ມແນວຄິດຂອງພວກເຂົາ, ປະປ່ອຍຄວາມຮູ້ທີ່ຜິດໆ ແລະ ຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າ; ພວກເຂົາບໍ່ເກັບກໍາແນວຄິດ ແລະ ຈິນຕະນາການຂອງພວກເຂົາກ່ຽວກັບພຣະເຈົ້າອີກຕໍ່ໄປ. ພວກເຂົາເລີ່ມຮຽນຮູ້ທີ່ຈະປະຖິ້ມ, ປະຖິ້ມສິ່ງຕ່າງໆທີ່ຄົ້ນພົບໃນທ່າມກາງແນວຄິດຂອງພວກເຂົາເອງ, ສິ່ງຕ່າງໆຈາກຄວາມຮູ້ ແລະ ສິ່ງຕ່າງໆຈາກຊາຕານ; ພວກເຂົາເລີ່ມເຕັມໃຈທີ່ຈະຍອມຮັບເອົາສິ່ງທີ່ຖືກຕ້ອງ ແລະ ເປັນບວກ, ແມ່ນແຕ່ຍອມຮັບເອົາສິ່ງຕ່າງໆທີ່ມາຈາກພຣະທຳຂອງພຣະເຈົ້າ ທີ່ສອດຄ່ອງກັບຄວາມຈິງ. ພວກເຂົາຍັງເລີ່ມພະຍາຍາມທີ່ຈະຜະເຊີນກັບພຣະທຳຂອງພຣະເຈົ້າ, ຮູ້ຈັກ ແລະ ປະຕິບັດຕໍ່ພຣະທຳຂອງພຣະອົງເປັນການສ່ວນຕົວ, ຍອມຮັບເອົາພຣະທຳຂອງພຣະອົງເພື່ອເປັນຫຼັກການສຳລັບການປະຕິບັດຂອງພວກເຂົາ ແລະ ເປັນພື້ນຖານສຳລັບການປ່ຽນແປງອຸປະນິໄສຂອງພວກເຂົາ. ໃນລະຫວ່າງຊ່ວງເວລານີ້, ຜູ້ຄົນຍອມຮັບເອົາການພິພາກສາ ແລະ ການຂ້ຽນຕີຂອງພຣະອົງຢ່າງບໍ່ຮູ້ຕົວ ແລະ ຍອມຮັບເອົາພຣະທຳຂອງພຣະເຈົ້າໃຫ້ເປັນຊີວິດຂອງພວກເຂົາຢ່າງບໍ່ຮູ້ຕົວ. ໃນຂະນະທີ່ພວກເຂົາຍອມຮັບເອົາການພິພາກສາ, ການຂ້ຽນຕີ ແລະ ພຣະທຳຂອງພຣະເຈົ້າ, ພວກເຂົາແມ່ນມີຄວາມຮູ້ຫຼາຍຂຶ້ນ ແລະ ສາມາດຮູ້ວ່າ ພຣະເຈົ້າທີ່ພວກເຂົາເຊື່ອໃນຫົວໃຈຂອງພວກເຂົານັ້ນມີຢູ່ຢ່າງແທ້ຈິງ. ໃນພຣະທຳຂອງພຣະເຈົ້າ, ໃນປະສົບການຂອງພວກເຂົາ ແລະ ຊີວິດຂອງພວກເຂົາ, ພວກເຂົາຍິ່ງຮູ້ສຶກຂຶ້ນເລື້ອຍໆວ່າ ພຣະເຈົ້າປົກຄອງເໜືອໂຊກຊະຕາຂອງມະນຸດ ແລະ ນໍາພາ ແລະ ສະໜອງໃຫ້ແກ່ມະນຸດຢູ່ສະເໝີ. ຜ່ານຄວາມສຳພັນຂອງພວກເຂົາກັບພຣະເຈົ້າ, ພວກເຂົາຢືນຢັນເຖິງການເປັນຢູ່ຂອງພຣະເຈົ້າເທື່ອລະໜ້ອຍ. ສະນັ້ນ ໃນໃຕ້ຈິດສຳນຶກແລ້ວ ກ່ອນທີ່ພວກເຂົາຈະຮູ້ຕົວ ພວກເຂົາກໍໄດ້ຍິນຍອມ ແລະ ເລີ່ມເຊື່ອໃນພາລະກິດຂອງພຣະເຈົ້າຢ່າງໜັກແໜ້ນ ແລະ ພວກເຂົາແມ່ນໄດ້ຍິນຍອມກັບພຣະທຳຂອງພຣະເຈົ້າແລ້ວ. ຫຼັງຈາກທີ່ຜູ້ຄົນຍິນຍອນກັບພຣະທຳ ແລະ ພາລະກິດຂອງພຣະເຈົ້າ, ພວກເຂົາກໍປະຕິເສດຕົນເອງຢ່າງບໍ່ຢຸດຢັ້ງ, ປະຕິເສດແນວຄິດຂອງພວກເຂົາເອງ, ປະຕິເສດຄວາມຮູ້ຂອງພວກເຂົາເອງ, ປະຕິເສດຈິນຕະນາການຂອງພວກເຂົາເອງ ແລະ ໃນເວລາດຽວກັນ ພວກເຂົາກໍຍັງສະແຫວງຫາຢ່າງບໍ່ຢຸດເຊົາ ວ່າຄວາມຈິງແມ່ນຫຍັງ ແລະ ຄວາມປະສົງຂອງພຣະເຈົ້າແມ່ນຫຍັງ. ໃນລະຫວ່າງຊ່ວງເວລາກັນພັດທະນານີ້ ຄວາມຮູ້ຂອງຜູ້ຄົນທີ່ກ່ຽວກັບພຣະເຈົ້າແມ່ນຍັງຂ້ອນຂ້າງເປັນພຽງຜິວເຜີນຢູ່. ພວກເຂົາເຖິງກັບບໍ່ສາມາດບັນຍາຍຄວາມຮູ້ນີ້ເປັນຄຳເວົ້າຢ່າງຊັດເຈນ ຫຼື ພວກເຂົາບໍ່ສາມາດສະແດງມັນອອກເປັນລາຍລະອຽດສະເພາະເຈາະຈົງ ແລະ ພວກເຂົາມີພຽງແຕ່ຄວາມເຂົ້າໃຈທີ່ອີງຕາມຄວາມຄິດ; ເຖິງຢ່າງໃດກໍຕາມ ເມື່ອປຽບທຽບກັບສາມຂັ້ນຕອນກ່ອນໜ້ານີ້, ຊີວິດຄືເດັກນ້ອຍຂອງຄົນໃນຊ່ວງເວລານີ້ແມ່ນໄດ້ຮັບການຫົດນໍ້າ ແລະ ການສະໜອງຈາກພຣະທຳຂອງພຣະເຈົ້າແລ້ວ ແລະ ສະນັ້ນພວກເຂົາຈຶ່ງໄດ້ເລີ່ມຕົ້ນແຕກໜໍ່ແລ້ວ. ຊີວິດຂອງພວກເຂົາເປັນຄືກັບເມັດພືດທີ່ຝັງຢູ່ໃນພື້ນດິນ; ຫຼັງຈາກທີ່ໄດ້ຮັບເອົາຄວາມຊຸ່ມເຢັນ ແລະ ທາດອາຫານ, ມັນກໍຈະປົ່ງອອກຈາກດິນ ແລະ ການແຕກໜໍ່ຂອງມັນກໍຈະເປັນຕົວແທນໃຫ້ກັບການເກີດຊີວິດໃໝ່. ການເກີດນີ້ເຮັດໃຫ້ຜູ້ຄົນເຫັນສັນຍານຂອງຊີວິດເລັກນ້ອຍ. ເມື່ອຜູ້ຄົນມີຊີວິດ, ພວກເຂົາກໍເຕີບໂຕ. ສະນັ້ນ ບົນພື້ນຖານເຫຼົ່ານີ້, ການສ້າງຫົນທາງຂອງພວກເຂົາສູ່ເສັ້ນທາງທີ່ຖືກຕ້ອງໃນການເຊື່ອພຣະເຈົ້າເທື່ອລະໜ້ອຍ, ການປະຖິ້ມແນວຄິດຂອງພວກເຂົາເອງ, ການຮັບເອົາການນໍາພາຂອງພຣະເຈົ້າ, ຊີວິດຂອງຜູ້ຄົນກໍຈະເຕີບໃຫຍ່ເທື່ອລະໜ້ອຍຢ່າງຫຼີກເວັ້ນບໍ່ໄດ້. ການເຕີບໂຕນີ້ແມ່ນຖືກວັດແທກບົນພື້ນຖານຫຍັງ? ມັນຖືກວັດແທກຕາມປະສົບການຂອງບຸກຄົນກັບພຣະທຳຂອງພຣະເຈົ້າ ແລະ ຄວາມເຂົ້າໃຈທີ່ແທ້ຈິງຂອງພວກເຂົາກ່ຽວກັບອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ເຖິງແມ່ນພວກເຂົາພົບວ່າມັນຍາກຫຼາຍທີ່ຈະໃຊ້ຄຳເວົ້າຂອງພວກເຂົາເອງເພື່ອບັນຍາຍເຖິງຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າ ແລະ ແກ່ນແທ້ຂອງພຣະອົງໃນລະຫວ່າງການເຕີບໂຕນີ້ຢ່າງຖືກຕ້ອງ, ໂດຍສ່ວນຕົວແລ້ວ ຄົນກຸ່ມນີ້ບໍ່ເຕັມໃຈທີ່ຈະສະແຫວງຫາຄວາມສຸກຜ່ານການໄດ້ຮັບຄວາມເມດຕາຂອງພຣະເຈົ້າ ຫຼື ເຊື່ອໃນພຣະເຈົ້າເພື່ອສະແຫວງຫາເປົ້າໝາຍຂອງພວກເຂົາເອງໃນການຮັບເອົາຄວາມເມດຕາຂອງພຣະເຈົ້າ. ກົງກັນຂ້າມ, ພວກເຂົາເຕັມໃຈທີ່ຈະສະແຫວງຫາຊີວິດທີ່ດໍາລົງຢູ່ຕາມພຣະທຳຂອງພຣະເຈົ້າ ແລະ ກາຍມາເປັນຜູ້ທີ່ໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ, ພວກເຂົາໝັ້ນໃຈ ແລະ ພ້ອມທີ່ຈະຮັບເອົາການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ. ນີ້ແມ່ນ ສັນຍາລັກຂອງບຸກຄົນທີ່ຢູ່ໃນຂັ້ນຕອນແຫ່ງການເຕີບໂຕ.

ເຖິງແມ່ນຜູ້ຄົນໃນຂັ້ນຕອນນີ້ມີຄວາມຮູ້ບາງຢ່າງກ່ຽບກັບອຸປະນິໄສທີ່ຊອບທຳຂອງພຣະເຈົ້າ, ຄວາມຮູ້ນີ້ກໍມືດມົວ ແລະ ບໍ່ຈະແຈ້ງ. ໃນຂະນະທີ່ພວກເຂົາບໍ່ສາມາດບັນຍາຍກ່ຽວກັບສິ່ງເຫຼົ່ານີ້ໄດ້ຢ່າງຊັດເຈນ, ພວກເຂົາກໍຮູ້ສຶກວ່າ ພວກເຂົາໄດ້ຮັບເອົາບາງສິ່ງຢູ່ພາຍໃນແລ້ວ, ຍ້ອນພວກເຂົາໄດ້ຮັບຄວາມຮູ້ບາງຢ່າງ ແລະ ຄວາມເຂົ້າໃຈກ່ຽວກັບອຸປະນິໄສທີ່ຊອບທຳຂອງພຣະເຈົ້າຜ່ານການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ທັງໝົດແມ່ນເປັນພຽງເປືອກນອກເທົ່ານັ້ນ ແລະ ມັນຍັງຢູ່ໃນຂັ້ນຕອນພື້ນຖານ. ຄົນກຸ່ມນີ້ມີມຸມມອງໂດຍສະເພາະທີ່ພວກເຂົາປະຕິບັດຕໍ່ຄວາມເມດຕາຂອງພຣະເຈົ້າ, ເຊິ່ງຖືກສະແດງອອກໃນການປ່ຽນແປງຈຸດປະສົງທີ່ພວກເຂົາສະແຫວງຫາ ແລະ ວິທີທາງທີ່ພວກເຂົາສະແຫວງຫາພວກມັນ. ພວກເຂົາໄດ້ເຫັນໃນພຣະທຳ ແລະ ພາລະກິດຂອງພຣະເຈົ້າ, ເຫັນໃນເງື່ອນໄຂທຸກປະເພດທີ່ພຣະອົງຮຽກຮ້ອງຈາກມະນຸດ ແລະ ໃນການທີ່ພຣະອົງເປີດເຜີຍມະນຸດ, ຖ້າພວກເຂົາຍັງບໍ່ສະແຫວງຫາຄວາມຈິງ, ຖ້າພວກເຂົາຍັງບໍ່ສະແຫວງຫາເພື່ອເຂົ້າສູ່ຄວາມເປັນຈິງ, ຖ້າພວກເຂົາຍັງບໍ່ສະແຫວງຫາເພື່ອສະໜອງ ແລະ ຮູ້ຈັກພຣະເຈົ້າໃນຂະນະທີ່ພວກເຂົາຜະເຊີນກັບພຣະທຳຂອງພຣະອົງ, ແລ້ວພວກເຂົາກໍຈະສູນເສຍຄວາມໝາຍຂອງການເຊື່ອໃນພຣະເຈົ້າ. ພວກເຂົາເຫັນວ່າ ບໍ່ວ່າພວກເຂົາຈະໄດ້ຮັບເອົາຄວາມເມດຕາຂອງພຣະເຈົ້າຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ສາມາດປ່ຽນແປງອຸປະນິໄສຂອງພວກເຂົາ, ສາມາດເຮັດໃຫ້ພຣະເຈົ້າພໍໃຈ ຫຼື ຮູ້ຈັກພຣະເຈົ້າໄດ້ ແລະ ຖ້າຜູ້ຄົນດຳລົງຊີວິດຢູ່ພາຍໃຕ້ຄວາມເມດຕາຂອງພຣະເຈົ້າຢ່າງຕໍ່ເນື່ອງ ແລ້ວພວກເຂົາກໍຈະບໍ່ບັນລຸການເຕີບໂຕ, ບໍ່ໄດ້ຮັບເອົາຊີວິດ ຫຼື ສາມາດຮັບເອົາຄວາມລອດພົ້ນຈັກເທື່ອ. ສະຫຼຸບກໍຄື ຖ້າບຸກຄົນໃດບໍ່ສາມາດຜະເຊີນກັບພຣະທຳຂອງພຣະເຈົ້າຢ່າງແທ້ຈິງ ແລະ ບໍ່ສາມາດຮູ້ຈັກພຣະເຈົ້າຜ່ານທາງພຣະທຳຂອງພຣະອົງ, ແລ້ວພວກເຂົາກໍຈະຍັງຄົງຢູ່ໃນຂັ້ນຕອນຂອງເດັກທາລົກຊົ່ວນິດນິລັນ ແລະ ບໍ່ສາມາດກ້າວໄປຂ້າງໜ້າແມ່ນແຕ່ກ້າວດຽວໃນການເຕີບໃຫຍ່ຂອງຊີວິດຂອງພວກເຂົາ. ຖ້າເຈົ້າຢູ່ໃນຂັ້ນຕອນຂອງເດັກທາລົກຕະຫຼອດໄປ, ຖ້າເຈົ້າບໍ່ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າຈັກເທື່ອ, ຖ້າເຈົ້າບໍ່ມີພຣະທຳຂອງພຣະເຈົ້າເປັນຊີວິດຂອງເຈົ້າ, ຖ້າເຈົ້າບໍ່ມີຄວາມເຊື່ອ ແລະ ຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ, ແລ້ວມີຄວາມເປັນໄປໄດ້ບໍສຳລັບເຈົ້າທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ? ສະນັ້ນ, ຜູ້ໃດກໍຕາມທີ່ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ, ຜູ້ໃດກໍຕາມທີ່ຍອມຮັບເອົາພຣະທຳຂອງພຣະເຈົ້າດັ່ງຊີວິດຂອງພວກເຂົາ, ຜູ້ໃດກໍຕາມທີ່ເລີ່ມຕົ້ນຮັບເອົາການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າ, ຜູ້ໃດກໍຕາມທີ່ເລີ່ມມີການປ່ຽນແປງໃນອຸປະນິໄສຂອງເຂົາ ແລະ ຜູ້ໃດກໍຕາມທີ່ຕ້ອງການຄວາມຈິງ, ທີ່ມີຄວາມປາຖະໜາຢາກຮູ້ຈັກພຣະເຈົ້າ ແລະ ຄວາມປາຖະໜາຢາກຮັບເອົາຄວາມລອດພົ້ນຂອງພຣະເຈົ້າ, ຄົນເຫຼົ່ານີ້ແມ່ນຄົນທີ່ມີຊີວິດຢ່າງແທ້ຈິງ. ນີ້ແມ່ນຄົນປະເພດທີສີ່ຢ່າງແທ້ຈິງ, ເປັນເດັກນ້ອຍທີ່ເຕີບໃຫຍ່ ແລະ ເປັນບຸກຄົນທີ່ຢູ່ໃນຂັ້ນຕອນຂອງໄວເດັກ.

ປະເພດທີຫ້າ: ຂັ້ນຕອນຂອງການເຕີບໃຫຍ່ຂອງຊີວິດ ຫຼື ຂັ້ນຕອນເປັນຜູ້ໃຫຍ່

ຫຼັງຈາກທີ່ໄດ້ຜະເຊີນ ແລະ ຍ່າງໂຊເຊຕະຫຼອດຂັ້ນຕອນຂອງໄວເດັກ, ຂັ້ນຕອນຂອງການເຕີບໃຫຍ່ທີ່ເຕັມໄປດ້ວຍເຫດການຂຶ້ນໆລົງໆຊໍ້າແລ້ວຊໍ້າເລົ່າ, ຊີວິດຂອງຜູ້ຄົນກໍເລີ່ມໝັ້ນຄົງ, ບາດກ້າວໄປຂ້າງໜ້າຂອງພວກເຂົາກໍບໍ່ຢຸດໜີ້ງອີກຕໍ່ໄປ ແລະ ບໍ່ມີຜູ້ໃດສາມາດຂັດຂວາງພວກເຂົາໄດ້. ເຖິງແມ່ນເສັ້ນທາງຢູ່ເບື້ອງໜ້າຍັງບໍ່ລຽບ ແລະ ບໍ່ພຽງ, ພວກເຂົາກໍບໍ່ອ່ອນແອ ຫຼື ຢ້ານອີກຕໍ່ໄປ ແລະ ພວກເຂົາບໍ່ງົມຫາທາງ ຫຼື ສູນເສຍທິດທາງຂອງພວກເຂົາອີກຕໍ່ໄປ. ພື້ນຖານຂອງພວກເຂົາຖືກຝັງເລິກຢູ່ພາຍໃນປະສົບການທີ່ແທ້ຈິງແຫ່ງພຣະທຳຂອງພຣະເຈົ້າ ແລະ ຫົວໃຈຂອງພວກເຂົາກໍຖືກດຶງດູດໂດຍກຽດສັກສີ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າ. ພວກເຂົາຕ້ອງການຕິດຕາມບາດກ້າວຂອງພຣະເຈົ້າ, ຮູ້ຈັກແກ່ນແທ້ຂອງພຣະເຈົ້າ ແລະ ຮູ້ຈັກທຸກສິ່ງກ່ຽວກັບພຣະເຈົ້າ.

ຜູ້ຄົນໃນຂັ້ນຕອນນີ້ຮູ້ຢ່າງຊັດເຈນແລ້ວວ່າ ຜູ້ໃດທີ່ພວກເຂົາເຊື່ອ ແລະ ພວກເຂົາຮູ້ຢ່າງຊັດເຈນວ່າເປັນຫຍັງພວກເຂົາຈຶ່ງຄວນເຊື່ອໃນພຣະເຈົ້າ ແລະ ຄວາມໝາຍຂອງຊີວິດຂອງພວກເຂົາເອງ ແລະ ພວກເຂົາຮູ້ຢ່າງຊັດເຈນວ່າທຸກສິ່ງທີ່ພຣະເຈົ້າສະແດງອອກແມ່ນຄວາມຈິງ. ໃນເວລາຫຼາຍປີແຫ່ງປະສົບການຂອງພວກເຂົາ, ພວກເຂົາຮູ້ຈັກວ່າ ຫາກປາສະຈາກການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ບຸກຄົນຈະບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈ ຫຼື ຮູ້ຈັກພຣະເຈົ້າຈັກເທື່ອ ແລະ ຈະບໍ່ສາມາດມາຢູ່ຕໍ່ໜ້າພຣະເຈົ້າຢ່າງແທ້ຈິງຈັກເທື່ອ. ຢູ່ພາຍໃນຫົວໃຈຂອງຜູ້ຄົນເຫຼົ່ານີ້ແມ່ນຄວາມປາຖະໜາອັນແຮງກ້າທີ່ຈະຖືກທົດລອງໂດຍພຣະເຈົ້າ, ເພື່ອວ່າພວກເຂົາຈະໄດ້ເຫັນອຸປະນິໄສທີ່ຊອບທຳຂອງພຣະເຈົ້າໃນຂະນະທີ່ກຳລັງຖືກທົດລອງ ແລະ ບັນລຸຄວາມຮັກທີ່ບໍລິສຸດຍິ່ງຂຶ້ນ ແລະ ໃນເວລາດຽວກັນກໍສາມາດເຂົ້າໃຈ ແລະ ຮູ້ຈັກພຣະເຈົ້າຢ່າງແທ້ຈິງຕື່ມອີກ. ຜູ້ຄົນໃນຂັ້ນຕອນນີ້ແມ່ນຫຼຸດພົ້ນອອກຈາກຂັ້ນຕອນເດັກທາລົກ ແລະ ຂັ້ນຕອນການຮັບເອົາຄວາມເມດຕາ ແລະ ການກິນເຂົ້າຈີ່ຂອງພຣະເຈົ້າຢ່າງສິ້ນເຊີງ. ພວກເຂົາບໍ່ວາງຄວາມຫວັງທີ່ສິ້ນເປືອງເພື່ອເຮັດໃຫ້ພຣະເຈົ້າອົດກັ້ນ ແລະ ສະແດງຄວາມເມດຕາຕໍ່ພວກເຂົາອີກຕໍ່ໄປ; ກົງກັນຂ້າມ ພວກເຂົາໝັ້ນໃຈທີ່ຈະຮັບ ແລະ ຫວັງເພື່ອການຂ້ຽນຕີ ແລະ ການພິພາກສາທີ່ບໍ່ສິ້ນສຸດຂອງພຣະເຈົ້າ, ເພື່ອແຍກພວກເຂົາເອງອອກຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ເຮັດໃຫ້ພຣະເຈົ້າພໍໃຈ. ຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າ ແລະ ການສະແຫວງຫາຂອງພວກເຂົາ ຫຼື ເປົ້າໝາຍສຸດທ້າຍໃນການສະແຫວງຫາຂອງພວກເຂົາ ກໍລ້ວນແລ້ວແຕ່ຊັດເຈນຫຼາຍໃນຫົວໃຈຂອງພວກເຂົາ. ສະນັ້ນ ຜູ້ຄົນທີ່ຢູ່ໃນຂັ້ນຕອນຜູ້ໃຫຍ່ຈຶ່ງໄດ້ຫຼຸດພົ້ນອອກຈາກຂັ້ນຕອນຂອງຄວາມເຊື່ອທີ່ບໍ່ຊັດເຈນຢ່າງສົມບູນ, ໄດ້ອອກຈາກ ຂັ້ນຕອນທີ່ພວກເຂົາເພິ່ງພາຄວາມເມດຕາສຳລັບຄວາມລອດພົ້ນ, ຂັ້ນຕອນແຫ່ງຊີວິດຄືເດັກນ້ອຍທີ່ບໍ່ສາມາດທົນຕໍ່ການທົດລອງ, ຂັ້ນຕອນແຫ່ງຄວາມບໍ່ແຈ່ມແຈ້ງ, ຂັ້ນຕອນແຫ່ງການງົມທາວ, ຂັ້ນຕອນຂອງການບໍ່ມີເສັ້ນທາງໃຫ້ຍ່າງຢູ່ຕະຫຼອດເວລາ, ອອກຈາກຊ່ວງເວລາທີ່ບໍ່ໝັ້ນຄົງໂດຍປ່ຽນແປງຕະຫຼອດເວລາ ບຶດຮ້ອນບຶດໜາວ ແລະ ຂັ້ນຕອນທີ່ຜູ້ຄົນຕິດຕາມພຣະເຈົ້າຢ່າງຫຼັບຫູຫຼັບຕາ. ຄົນປະເພດນີ້ຮັບເອົາແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະເຈົ້າສະເໝີ ແລະ ມີສ່ວນຮ່ວມໃນການພົວພັນ ແລະ ການສື່ສານກັບພຣະເຈົ້າຢູ່ຕະຫຼອດ. ສາມາດເວົ້າໄດ້ວ່າຄົນທີ່ດຳລົງຊີວິດໃນຂັ້ນຕອນນີ້ໄດ້ເຂົ້າໃຈສ່ວນໜຶ່ງຂອງຄວາມປະສົງຂອງພຣະເຈົ້າແລ້ວ, ພວກເຂົາສາມາດຄົ້ນພົບຫຼັກການແຫ່ງຄວາມຈິງໃນທຸກສິ່ງທີ່ພວກເຂົາເຮັດ ແລະ ພວກເຂົາຮູ້ວິທີການຕອບສະໜອງຄວາມປາຖະໜາຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ ພວກເຂົາຍັງໄດ້ຄົ້ນພົບເສັ້ນທາງໃນການຮູ້ຈັກພຣະເຈົ້າ ແລະ ເລີ່ມຕົ້ນເປັນພະຍານເຖິງຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າ. ໃນລະຫວ່າງຂະບວນການເຕີບໂຕເທື່ອລະໜ້ອຍນີ້, ພວກເຂົາໄດ້ຮັບເອົາຄວາມເຂົ້າໃຈ ແລະ ຄວາມຮູ້ເທື່ອລະໜ້ອຍກ່ຽວກັບຄວາມປະສົງຂອງພຣະເຈົ້າ: ຄວາມປະສົງຂອງພຣະເຈົ້າໃນການສ້າງມະນຸດຊາດ ແລະ ຄວາມປະສົງຂອງພຣະເຈົ້າໃນການຄຸ້ມຄອງມະນຸດຊາດ. ພວກເຂົາຍັງໄດ້ຮັບຄວາມເຂົ້າໃຈ ແລະ ຄວາມຮູ້ກ່ຽວກັບອຸປະນິໄສທີ່ຊອບທຳຂອງພຣະເຈົ້າໃນເລື່ອງແກ່ນແທ້ເທື່ອລະໜ້ອຍ. ບໍ່ມີແນວຄິດ ຫຼື ຈິນຕະນາການຂອງມະນຸດສາມາດແທນທີ່ຄວາມຮູ້ນີ້ໄດ້. ໃນຂະນະທີ່ຄົນໜຶ່ງບໍ່ສາມາດເວົ້າໄດ້ວ່າ ໃນຂັ້ນຕອນທີຫ້ານີ້ ຊີວິດຂອງຄົນໃດໜຶ່ງຈະເປັນຜູ້ໃຫຍ່ຢ່າງສົມບູນ ຫຼື ບຸກຄົນນີ້ຈະຊອບທຳ ຫຼື ຄົບຖ້ວນກໍຕາມ, ແຕ່ຄົນປະເພດນີ້ໄດ້ກ້າວເຂົ້າສູ່ຂັ້ນຕອນແຫ່ງການເປັນຜູ້ໃຫຍ່ໃນຊີວິດ ແລະ ສາມາດມາຢູ່ຕໍ່ໜ້າພຣະເຈົ້າ, ເພື່ອຢືນເຊິ່ງໜ້າກັບພຣະທຳຂອງພຣະເຈົ້າ ແລະ ກັບພຣະເຈົ້າ. ຍ້ອນຄົນປະເພດນີ້ໄດ້ຜະເຊີນກັບພຣະທຳຂອງພຣະເຈົ້າຢ່າງຫຼວງຫຼາຍ, ໄດ້ຜະເຊີນກັບການທົດລອງຢ່າງນັບບໍ່ຖ້ວນ ແລະ ຜະເຊີນກັບການຖືກລົງວິໄນ, ການພິພາກສາ ແລະ ການຂ້ຽນຕີຈາກພຣະເຈົ້າຢ່າງນັບບໍ່ຖ້ວນ, ການທີ່ພວກເຂົາຍອມຕໍ່ພຣະເຈົ້າຈຶ່ງບໍ່ແມ່ນພຽງເປືອກນອກແຕ່ສົມບູນແບບທັງໝົດ. ຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າໄດ້ປ່ຽນແປງຈາກຈິດໃຕ້ສຳນຶກເປັນຄວາມຮູ້ທີ່ຊັດເຈນ ແລະ ຖືກຕ້ອງ, ຈາກຜິວເຜີນສູ່ເລິກເຊິ່ງ, ຈາກມືດມົວ ແລະ ບໍ່ແຈ່ມແຈ້ງສູ່ລະອຽດຖີ່ຖ້ວນ ແລະ ສາມາດຈັບຕ້ອງໄດ້. ພວກເຂົາໄດ້ຍ້າຍຈາກການເຮັດຜິດພາດຢ່າງໜັກ ແລະ ການສະແຫວງຫາຢ່າງຂີ້ຄ້ານໄປສູ່ຄວາມຮູ້ທີ່ໄດ້ຮັບມາໂດຍບໍ່ຈໍາເປັນຕ້ອງພະຍາຍາມຄົ້ນຫາ ແລະ ການເປັນພະຍານຢ່າງຫ້າວຫັນ. ສາມາດເວົ້າໄດ້ວ່າ ຜູ້ຄົນໃນຂັ້ນຕອນນີ້ມີຄວາມເປັນຈິງແຫ່ງຄວາມຈິງຂອງພຣະທຳຂອງພຣະເຈົ້າ, ພວກເຂົາໄດ້ກ້າວເຂົ້າໃນເສັ້ນທາງສູ່ຄວາມສົມບູນຄືກັບເສັ້ນທາງທີ່ເປໂຕໄດ້ຍ່າງ. ນີ້ແມ່ນຄົນປະເພດທີຫ້າ, ຄົນທີ່ດຳລົງຊີວິດຢູ່ໃນສະພາວະແຫ່ງການເປັນຜູ້ໃຫຍ່ ແລະ ນີ້ຄືຂັ້ນຕອນຂອງຜູ້ໃຫຍ່.

ວັນທີ 14 ທັນວາ 2013

ກ່ອນນີ້: ພຣະເຈົ້າເອງ, ທີ່ເປັນເອກະລັກ I

ຕໍ່ໄປ: ພຣະເຈົ້າເອງ, ທີ່ເປັນເອກະລັກ III

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້