ພຣະເຈົ້າເອງ, ທີ່ເປັນເອກະລັກ IV

ຄວາມສັກສິດຂອງພຣະເຈົ້າ (I)

ພວກເຮົາໄດ້ສົນທະນາເພີ່ມເຕີມກ່ຽວກັບສິດອຳນາດຂອງພຣະເຈົ້າໃນລະຫວ່າງການຊຸມນຸມກັນຄັ້ງສຸດທ້າຍຂອງພວກເຮົາ. ສໍາລັບຕອນນີ້ ພວກເຮົາຈະບໍ່ເວົ້າເຖິງຄວາມຊອບທຳຂອງພຣະເຈົ້າ. ມື້ນີ້ພວກເຮົາຈະມາເວົ້າກ່ຽວກັບຫົວຂໍ້ໃໝ່ທັງໝົດ ນັ້ນກໍຄືຄວາມບໍລິສຸດຂອງພຣະເຈົ້າ. ຄວາມບໍລິສຸດຂອງພຣະເຈົ້າແມ່ນອີກດ້ານໜຶ່ງກ່ຽວກັບທາດແທ້ທີ່ເປັນເອກະລັກຂອງພຣະເຈົ້າ, ດັ່ງນັ້ນ ມັນຈຶ່ງມີຄວາມຈຳເປັນທີ່ພວກເຮົາຕ້ອງສົນທະນາກ່ຽວກັບຫົວຂໍ້ນີ້. ຜ່ານມາເຮົາໄດ້ສົນທະນາກ່ຽວກັບທາດແທ້ສອງດ້ານຂອງພຣະເຈົ້າ ນັ້ນກໍຄື ອຸປະນິໄສອັນຊອບທຳ ແລະ ສິດອຳນາດຂອງພຣະເຈົ້າ; ທັງສອງດ້ານດັ່ງກ່າວນີ້ ແລະ ອີກດ້ານໜຶ່ງທີ່ເຮົາກໍາລັງຈະສົນທະນາໃນມື້ນີ້ ທັງໝົດແມ່ນເປັນເອກະລັກບໍ? (ແມ່ນ.) ຄວາມບໍລິສຸດຂອງພຣະເຈົ້າກໍເປັນເອກະລັກເຊັ່ນກັນ, ດັ່ງນັ້ນ ບົນພື້ນຖານຂອງຄວາມເປັນເອກະລັກນີ້ ແລະ ຮາກເຫງົ້າຂອງຄວາມເປັນເອກະລັກນີ້ຈະເປັນຫົວຂໍ້ສຳລັບການສົນທະນາຂອງພວກເຮົາໃນມື້ນີ້. ມື້ນີ້ພວກເຮົາຈະສົນທະນາກ່ຽວກັບທາດແທ້ທີ່ເປັນເອກະລັກຂອງພຣະເຈົ້າ ນັ້ນກໍຄື ຄວາມບໍລິສຸດຂອງພຣະອົງ. ບາງເທື່ອ ພວກເຈົ້າບາງຄົນອາດມີຄວາມສົງໄສບາງຢ່າງ ແລະ ຖາມວ່າ: “ເປັນຫຍັງພວກເຮົາຕ້ອງສົນທະນາກ່ຽວກັບຄວາມບໍລິສຸດຂອງພຣະເຈົ້າ?” ບໍ່ຕ້ອງກັງວົນ, ເຮົາຈະເວົ້າໃຫ້ພວກເຈົ້າຟັງແບບຊ້າໆ. ເມື່ອພວກເຈົ້າໄດ້ຍິນໃນສິ່ງທີ່ເຮົາເວົ້າ, ພວກເຈົ້າຈະຮູ້ວ່າເປັນຫຍັງມັນຈິ່ງຈຳເປັນຢ່າງຍິ່ງສຳລັບເຮົາທີ່ຕ້ອງສົນທະນາກ່ຽວກັບຫົວຂໍ້ນີ້.

ກ່ອນອື່ນໝົດ, ໃຫ້ພວກເຮົານິຍາມຄຳວ່າ “ບໍລິສຸດ” ນັ້ນກ່ອນ. ຈົ່ງໃຊ້ຄວາມຄິດຂອງພວກເຈົ້າ ແລະ ຈາກຄວາມຮູ້ທັງໝົດທີ່ເຈົ້າມີ, ພວກເຈົ້າເຂົ້າໃຈນິຍາມຂອງຄຳວ່າ “ບໍລິສຸດ” ແມ່ນຫຍັງບໍ? (“ບໍລິສຸດ” ໝາຍເຖິງ ບໍ່ມີຮອຍເປື້ອນ, ບໍ່ມີການທຸຈະລິດ ຫຼື ຂໍ້ບົກຜ່ອງໃດໆຂອງມະນຸດຊາດ. ຄວາມບໍລິສຸດທໍແສງສະຫວ່າງໃຫ້ກັບທຸກສິ່ງທີ່ເປັນບວກ ບໍ່ວ່າຈະເປັນຄວາມຄິດ, ຄໍາເວົ້າ ຫຼື ການກະທຳ.) ດີຫຼາຍ. (“ບໍລິສຸດ” ແມ່ນສູງສົ່ງ, ບໍ່ເປິເປື້ອນ, ບໍ່ສາມາດລ່ວງເກີນໄດ້ໂດຍມະນຸດ. ມັນມີລັກສະນະສະເພາະ, ມັນເປັນຂອງພຣະເຈົ້າພຽງຜູ້ດຽວ ແລະ ເປັນສັນຍາລັກຂອງພຣະອົງ.) ນີ້ແມ່ນນິຍາມຂອງພວກເຈົ້າ. ຢູ່ໃນຫົວໃຈຂອງແຕ່ລະຄົນ, ຄຳວ່າ “ບໍລິສຸດ” ນີ້ມີຂອບເຂດ, ມີນິຍາມ ແລະ ມີການຕີຄວາມໝາຍ. ຢ່າງໜ້ອຍສຸດ, ເມື່ອພວກເຈົ້າເຫັນຄຳວ່າ “ບໍລິສຸດ” ຈິດໃຈຂອງພວກເຈົ້າແມ່ນບໍ່ໄດ້ວ່າງເປົ່າ. ເຈົ້າມີຂອບເຂດໃດໜຶ່ງໃນການນິຍາມຄໍານີ້ ແລະ ຄຳເວົ້າຂອງບາງຄົນກໍມາໃກ້ຄຽງກັບຄຳເວົ້າທີ່ກໍານົດແກ່ນແທ້ຂອງອຸປະນິໄສພຣະເຈົ້າ. ນີ້ແມ່ນດີຫຼາຍ. ຄົນສ່ວນຫຼາຍເຊື່ອວ່າ ຄໍາວ່າ “ບໍລິສຸດ” ແມ່ນສິ່ງທີ່ເປັນບວກ ແລະ ສິ່ງນີ້ກໍແມ່ນແທ້ແນ່ນອນ. ແຕ່ສໍາລັບມື້ນີ້ ໃນຂະນະທີ່ເຮົາສົນທະນາກ່ຽວກັບຄວາມບໍລິສຸດຂອງພຣະເຈົ້າ, ເຮົາຈະບໍ່ພຽງແຕ່ໃຫ້ການນິຍາມ ຫຼື ອະທິບາຍຄໍານີ້ເທົ່ານັ້ນ. ກົງກັນຂ້າມ, ເຮົາຈະສະແດງຄວາມຈິງເພື່ອພິສູດ ໃຫ້ເຈົ້າເຫັນວ່າ ເຫດໃດເຮົາຈຶ່ງເວົ້າວ່າ ພຣະເຈົ້າເປັນຜູ້ບໍລິສຸດ ແລະ ເປັນຫຍັງເຮົາຈຶ່ງໃຊ້ຄຳວ່າ “ບໍລິສຸດ” ເພື່ອບັນລະຍາຍເຖິງທາດແທ້ຂອງພຣະເຈົ້າ. ເມື່ອການສົນທະນາຂອງພວກເຮົາສິ້ນສຸດລົງ, ເຈົ້າຈະຮູ້ສຶກວ່າ ການໃຊ້ຄໍາວ່າ “ບໍລິສຸດ” ເພື່ອກໍານົດທາດແທ້ຂອງພຣະເຈົ້າ ແລະ ການໃຊ້ຄຳນີ້ເພື່ອອ້າງອີງເຖິງພຣະເຈົ້ານັ້ນແມ່ນສົມເຫດສົມຜົນ ແລະ ເໝາະສົມທີ່ສຸດ. ຢ່າງໜ້ອຍສຸດ, ໃນບໍລິບົດຂອງພາສາປັດຈຸບັນຂອງມະນຸດ, ການໃຊ້ຄຳນີ້ເພື່ອອ້າງອີງເຖິງພຣະເຈົ້າແມ່ນເໝາະສົມຢ່າງຍິ່ງ, ມັນແມ່ນຄຳດຽວໃນພາສາມະນຸດທີ່ເໝາະສົມທີ່ສຸດໃນການອ້າງອີງເຖິງພຣະເຈົ້າ. ຄໍານີ້ ເມື່ອໃຊ້ອ້າງອີງເຖິງພຣະເຈົ້າບໍ່ແມ່ນຄຳທີ່ວ່າງເປົ່າ, ບໍ່ແມ່ນຄຳສັນລະເສີນທີ່ບໍ່ມີເຫດຜົນ ຫຼື ການຍ້ອງຍໍທີ່ໄຮ້ປະໂຫຍດ. ຈຸດປະສົງຂອງການສົນທະນາຂອງພວກເຮົາແມ່ນເພື່ອໃຫ້ທຸກຄົນຮັບຮູ້ເຖິງຄວາມເປັນຈິງໃນທາດແທ້ດ້ານນີ້ຂອງພຣະເຈົ້າ. ພຣະເຈົ້າບໍ່ໄດ້ຢ້ານຄວາມເຂົ້າໃຈຂອງຄົນ, ແຕ່ພຣະອົງຢ້ານຄວາມເຂົ້າໃຈຜິດຂອງພວກເຂົາ. ພຣະເຈົ້າປາຖະໜາໃຫ້ທຸກຄົນຮູ້ຈັກທາດແທ້ຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ດັ່ງນັ້ນ, ທຸກຄັ້ງທີ່ພວກເຮົາກ່າວເຖິງທາດແທ້ດ້ານໃດໜຶ່ງຂອງພຣະເຈົ້າ, ພວກເຮົາສາມາດອ້າງອີງເຖິງຂໍ້ເທັດຈິງຫຼາຍປະການເພື່ອໃຫ້ຜູ້ຄົນໄດ້ເຫັນວ່າ ທາດແທ້ດ້ານນີ້ຂອງພຣະເຈົ້ານັ້ນມີຢູ່ແທ້ຈິງ.

ບັດນີ້ ພວກເຮົາມີນິຍາມກ່ຽວກັບຄຳວ່າ “ບໍລິສຸດ”, ໃຫ້ພວກເຮົາຍົກບາງຕົວຢ່າງຂຶ້ນມາສົນທະນາກັນເບິ່ງ. ໃນຄວາມຄິດຂອງຜູ້ຄົນ, ພວກເຂົາຈິນຕະນາຕ່າງໆນາໆ ແລະ ຄິດວ່າຜູ້ຄົນ “ບໍລິສຸດ”. ຕົວຢ່າງ: ເດັກຊາຍ ແລະ ເດັກຍິງພົມມະຈັນແມ່ນຖືກກໍານົດວ່າບໍລິສຸດໃນວັດຈະນານຸກົມຂອງມະນຸດຊາດ. ແຕ່ພວກເຂົາບໍລິສຸດແທ້ບໍ? ສິ່ງທີ່ເອີ້ນວ່າ “ບໍລິສຸດ” ແລະ ຄໍາວ່າ “ບໍລິສຸດ” ທີ່ພວກເຮົາຈະສົນທະນາກັນໃນມື້ນີ້ແມ່ນອັນໜຶ່ງ ແລະ ອັນດຽວກັນບໍ? ຄົນທີ່ຢູ່ໃນບັນດາຜູ້ທີ່ມີສິນລະທຳສູງ ທີ່ມີຄຳເວົ້າສຸພາບອ່ອນໂຍນ ແລະ ມີວັດທະນະທຳ, ຜູ້ທີ່ບໍ່ເຄີຍທຳຮ້າຍຄົນອື່ນ ແລະ ຜູ້ທີ່, ເມື່ອພວກເຂົາເວົ້າ ແລ້ວເຮັດໃຫ້ຜູ້ອື່ນສະບາຍໃຈ ແລະ ເຫັນດີນຳ ພວກເຂົາບໍລິສຸດບໍ? ຜູ້ທີ່ກະທຳດີຕະຫຼອດ, ຜູ້ທີ່ມີໃຈກຸສົນ ແລະ ໃຫ້ການຊ່ວຍເຫຼືອຄົນອື່ນຢ່າງຫຼວງຫຼາຍ, ບັນດາຜູ້ທີ່ນຳເອົາຄວາມສະໜຸກສະໜານມາສູ່ຊີວິດຂອງຜູ້ຄົນ ພວກເຂົາບໍລິສຸດບໍ? ຜູ້ບໍ່ມີຄວາມຄິດເຫັນແກ່ຕົວ, ຜູ້ທີ່ບໍ່ຮຽກຮ້ອງຢ່າງຫຼວງຫຼາຍຕໍ່ໃຜ, ຜູ້ທີ່ອົດທົນຕໍ່ທຸກຄົນ ພວກເຂົາບໍລິສຸດບໍ? ຜູ້ທີ່ບໍ່ເຄີຍມີຂໍ້ຂັດແຍ້ງກັບໃຜ ຫຼື ບໍ່ເຄີຍເອົາປຽບໃຜ ພວກເຂົາບໍລິສຸດບໍ? ແລ້ວບັນດາຜູ້ທີ່ເຮັດດີເພື່ອຄົນອື່ນ, ສ້າງຜົນປະໂຫຍດໃຫ້ຄົນອື່ນ ແລະ ນຳເອົາຄວາມຮູ້ມາສູ່ຄົນອື່ນໃນທຸກໆດ້ານ ພວກເຂົາບໍລິສຸດບໍ? ຜູ້ທີ່ເອົາເງິນສະສົມມາຕະຫຼອດຊີວິດຂອງຕົນໃຫ້ຄົນອື່ນ ແລະ ໃຊ້ຊີວິດຢ່າງລຽບງ່າຍ, ຜູ້ທີ່ເຂັ້ມງວດກັບຕົວເອງ ແຕ່ປະຕິບັດຕໍ່ຄົນອື່ນຢ່າງເສລີ ພວກເຂົາບໍລິສຸດບໍ? (ບໍ່.) ພວກເຈົ້າທຸກຄົນຈື່ໄດ້ວ່າແມ່ຂອງພວກເຈົ້າເອົາໃຈໃສ່ພວກເຈົ້າ ແລະ ເບິ່ງແຍງພວກເຈົ້າໃນທຸກທາງທີ່ເປັນໄປໄດ້ ພວກເຂົາບໍລິສຸດບໍ? ບຸກຄົນທີ່ເຈົ້າຊື່ນຊົມ, ບໍ່ວ່າພວກເຂົາຈະເປັນຄົນທີ່ມີຊື່ສຽງ, ເປັນດາລາ ຫຼື ບຸກຄົນທີ່ຍິ່ງໃຫຍ່ ພວກເຂົາບໍລິສຸດບໍ? (ບໍ່.) ບັດນີ້ ໃຫ້ພວກເຮົາມາເບິ່ງບັນດານັກທໍານາຍໃນພຣະຄຳພີຜູ້ທີ່ສາມາດບອກເຖິງອະນາຄົດທີ່ບໍ່ຮູ້ຈັກໃຫ້ແກ່ຫຼາຍຄົນໄດ້ຮູ້ຈັກ ບຸກຄົນເຫຼົ່ານີ້ບໍລິສຸດບໍ? ຜູ້ທີ່ສາມາດບັນທຶກພຣະທຳຂອງພຣະເຈົ້າ ແລະ ຄວາມຈິງແຫ່ງພາລະກິດຂອງພຣະອົງໃນພຣະຄຳພີ ພວກເຂົາບໍລິສຸດບໍ? ໂມເຊບໍລິສຸດບໍ? ອາບຣາຮາມບໍລິສຸດບໍ? (ບໍ່.) ແລ້ວໂຢບເດ? ລາວບໍລິສຸດບໍ? (ບໍ່.) ໂຢບຖືກພຣະເຈົ້າເອີ້ນວ່າເປັນຜູ້ຊອບທຳ, ແລ້ວເຫດໃດແມ່ນແຕ່ລາວເອງກໍຍັງເວົ້າວ່າລາວບໍ່ແມ່ນຜູ້ບໍລິສຸດ? ຜູ້ທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍແມ່ນຜູ້ບໍ່ລິສຸດແທ້ບໍ? ແມ່ນພວກເຂົາບໍລິສຸດ ຫຼື ບໍ່? (ບໍ່.) ພວກເຈົ້າບໍ່ມີຄວາມໝັ້ນໃຈປານໃດ, ບໍ່ແນ່ໃຈກັບຄໍາຖາມ ແລະ ບໍ່ກ້າເວົ້າວ່າ “ບໍ່”, ແຕ່ພວກເຈົ້າກໍບໍ່ກ້າເວົ້າວ່າ “ແມ່ນ” ເຊັ່ນກັນ, ດັ່ງນັ້ນ ສຸດທ້າຍ ພວກເຈົ້າກໍເວົ້າວ່າ “ບໍ່” ແບບບໍ່ເຕັມໃຈ. ເຮົາຂໍຖາມເພີ່ມເຕີມ, ຜູ້ສົ່ງຂ່າວຂອງພຣະເຈົ້າ ຜູ້ສົ່ງຂ່າວທີ່ພຣະເຈົ້າໄດ້ສົ່ງມາເທິງໂລກ ພວກເຂົາບໍລິສຸດບໍ? ເທວະດາບໍລິສຸດບໍ? (ບໍ່.) ມວນມະນຸດທີ່ບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ພວກເຂົາບໍລິສຸດບໍ? (ບໍ່.) ພວກເຈົ້າສືບຕໍ່ຕອບວ່າ “ບໍ່” ຕໍ່ທຸກໆຄຳຖາມ. ແລ້ວອີງໃສ່ພື້ນຖານອັນໃດ? ເຈົ້າສັບສົນແມ່ນບໍ່? ແລ້ວເປັນຫຍັງແມ່ນແຕ່ເທວະດາເຮົາກໍຍັງເວົ້າວ່າພວກເຂົາບໍ່ບໍລິສຸດ? ຕອນນີ້ ເຈົ້າຮູ້ສຶກບໍ່ໝັ້ນໃຈແລ້ວ ແມ່ນບໍ່? ພວກເຈົ້າສາມາດຄິດອອກບໍ່ວ່າ ບົນພື້ນຖານອັນໃດທີ່ຄົນ, ສິ່ງຂອງ ຫຼື ສິ່ງມີຊີວິດທີ່ບໍ່ໄດ້ຖືກສ້າງຂຶ້ນ ທີ່ພວກເຮົາໄດ້ກ່າວເຖິງລ້ວນແລ້ວແຕ່ບໍ່ບໍລິສຸດ? ເຮົາໝັ້ນໃຈວ່າ ພວກເຈົ້າບໍ່ສາມາດຄິດອອກ. ດັ່ງນັ້ນ ການເວົ້າວ່າ “ບໍ່” ຂອງພວກເຈົ້າແມ່ນເປັນການຕອບແບບບໍ່ມີຄວາມຮັບຜິດຊອບປານໃດແມ່ນບໍ່? ແລ້ວເຈົ້າບໍ່ໄດ້ຕອບແບບຕາບອດບໍ? ບາງຄົນກໍາລັງຄິດຢູ່ໃນໃຈວ່າ: “ໃນເມື່ອພຣະອົງຕັ້ງຄໍາຖາມຂອງພຣະອົງແບບນີ້, ແນ່ນອນຢູ່ແລ້ວ ຄໍາຕອບກໍຕ້ອງວ່າ ‘ບໍ່’”. ຢ່າໃຫ້ຄໍາຕອບເຮົາແບບງ່າຍໆເລີຍ. ຈົ່ງຄິດຢ່າງຖີ່ຖ້ວນ ບໍ່ວ່າຄຳຕອບຈະວ່າ ແມ່ນ ຫຼື ບໍ່ແມ່ນ ກໍຕາມ, ພວກເຈົ້າຈະຮູ້ຄໍາຕອບເມື່ອພວກເຮົາໄດ້ສົນທະນາກ່ຽວກັບຫົວຂໍ້ຕໍ່ໄປ. ເຮົາຈະໃຫ້ຄຳຕອບກັບພວກເຈົ້າໃນບໍ່ຊ້ານີ້. ກ່ອນອື່ນ ໃຫ້ພວກເຮົາມາອ່ານຂໍ້ຄວາມບາງຂໍ້ໃນພຣະຄຳພີນີ້ກ່ອນ.

1. ຄຳສັ່ງຂອງພຣະເຈົ້າເຢໂຮວາຕໍ່ມະນຸດ

“ແລະ ພຣະເຈົ້າເຢໂຮວານໍາຊາຍຄົນນັ້ນມາ ແລ້ວວາງລາວໄວ້ໃນສວນເອເດັນເພື່ອຕົບແຕ່ງລາວ ແລະ ເບິ່ງແຍງລາວ. ແລ້ວພຣະເຈົ້າເຢໂຮວາສັ່ງຫ້າມຊາຍຄົນນັ້ນວ່າ ຈາກຕົ້ນໄມ້ທຸກຕົ້ນທີ່ຢູ່ໃນສວນ ເຈົ້າສາມາດກິນໄດ້ຢ່າງຕາມໃຈຍົກເວັ້ນຕົ້ນໄມ້ແຫ່ງຄວາມຮູ້ຈັກດີ ແລະ ຊົ່ວ, ເຈົ້າບໍ່ຕ້ອງກິນຈາກຕົ້ນນັ້ນ ຍ້ອນວ່າເມື່ອໃດທີ່ເຈົ້າກິນຈາກຕົ້ນໄມ້ນັ້ນ ເມື່ອນັ້ນເຈົ້າກໍຈະມີຄວາມຕາຍຢ່າງແນ່ນອນ” (ປະຖົມມະການ 2:15-17).

2. ງູຊັກຊວນແມ່ຍິງ

“ງູເປັນສັດທີ່ມີເລ່ຫຼ່ຽມຫຼາຍກວ່າສັດໂຕອື່ນໆໃນຈຳນວນສັດທີ່ພຣະເຈົ້າເຢໂຮວາໄດ້ສ້າງ ແລະ ມັນໄດ້ເວົ້າກັບຜູ້ຍິງນັ້ນວ່າ ແມ່ນແລ້ວ ພຣະເຈົ້າໄດ້ກ່າວວ່າ ພວກເຈົ້າຕ້ອງບໍ່ກິນຈາກຕົ້ນໄມ້ທຸກໆຕົ້ນທີ່ຢູ່ໃນສວນບໍ? ແລະ ຜູ້ຍິງກໍກ່າວກັບງູນັ້ນວ່າ ພວກເຮົາສາມາດກິນໝາກໄມ້ຈາກທຸກໆຕົ້ນທີ່ຢູ່ໃນສວນ ນອກຈາກໝາກໄມ້ຂອງຕົ້ນທີ່ຢູ່ກາງສວນ ເຊິ່ງພຣະເຈົ້າໄດ້ເວົ້າວ່າ ພວກເຈົ້າບໍ່ຄວນກິນຈາກຕົ້ນນັ້ນ ຫຼື ຈັບຕ້ອງມັນ ບໍ່ດັ່ງນັ້ນພວກເຈົ້າກໍຈະມີຄວາມຕາຍ ແລະ ງູກໍເວົ້າກັບຜູ້ຍິງນັ້ນວ່າ ພວກເຈົ້າອາດຈະບໍ່ມີຄວາມຕາຍແທ້ດອກ ຍ້ອນພຣະເຈົ້າຮູ້ວ່າ ເມື່ອໃດທີ່ພວກເຈົ້າກິນຈາກຕົ້ນນັ້ນ ຕາຂອງພວກເຈົ້າກໍຈະສະຫວ່າງຂຶ້ນ ແລະ ພວກເຈົ້າຈະເປັນຄືກັບພຣະເຈົ້າ ທີ່ຮູ້ຈັກຄວາມດີ ແລະ ຄວາມຊົ່ວ” (ປະຖົມມະການ 3:1-5).

ນັ້ນແມ່ນສອງຂໍ້ພຣະທໍາທີ່ຄັດມາຈາກໜັງສືປະຖົມມະການໃນພຣະຄຳພີ. ພວກເຈົ້າທັງໝົດຄຸ້ນເຄີຍກັບສອງຂໍ້ພຣະທໍາເຫຼົ່ານີ້ບໍ? ນີ້ແມ່ນສິ່ງທີ່ເກີດຂຶ້ນໃນຕອນຕົ້ນເມື່ອມະນຸດຊາດຖືກສ້າງຂຶ້ນມາ; ເຫດການເຫຼົ່ານີ້ແມ່ນເກີດຂຶ້ນແທ້ຈິງ. ກ່ອນອື່ນໝົດ ໃຫ້ພວກເຮົາມາເບິ່ງວ່າ ພຣະເຈົ້າເຢໂຮວາໄດ້ມອບຄຳສັ່ງປະເພດໃດໃຫ້ແກ່ອາດາມ ແລະ ເອວາ; ເນື້ອໃນຂອງຄຳສັ່ງນີ້ສຳຄັນຫຼາຍສຳລັບຫົວຂໍ້ຂອງພວກເຮົາໃນມື້ນີ້. “ແລ້ວພຣະເຈົ້າເຢໂຮວາສັ່ງຫ້າມຊາຍຄົນນັ້ນວ່າ ຈາກຕົ້ນໄມ້ທຸກຕົ້ນທີ່ຢູ່ໃນສວນ ເຈົ້າສາມາດກິນໄດ້ຢ່າງຕາມໃຈຍົກເວັ້ນຕົ້ນໄມ້ແຫ່ງຄວາມຮູ້ຈັກດີ ແລະ ຊົ່ວ, ເຈົ້າບໍ່ຕ້ອງກິນຈາກຕົ້ນນັ້ນ ຍ້ອນວ່າເມື່ອໃດທີ່ເຈົ້າກິນຈາກຕົ້ນໄມ້ນັ້ນ ເມື່ອນັ້ນເຈົ້າກໍຈະມີຄວາມຕາຍຢ່າງແນ່ນອນ”. ແມ່ນຫຍັງຄືຄຳສັ່ງທີ່ສໍາຄັນຂອງພຣະເຈົ້າຕໍ່ມະນຸດໃນຂໍ້ພຣະທໍາດັ່ງກ່າວນີ້? ກ່ອນອື່ນໝົດ, ພຣະເຈົ້າບອກມະນຸດສິ່ງທີ່ເຂົາສາມາດກິນໄດ້ ເຊັ່ນ: ໝາກໄມ້ຈາກຕົ້ນໄມ້ຫຼາກຫຼາຍຊະນິດ. ບໍ່ມີອັນຕະລາຍ ແລະ ບໍ່ມີພິດ; ທັງໝົດສາມາດກິນໄດ້ ແລະ ກິນໄດ້ຢ່າງສະບາຍຕາມຄວາມປາດຖະໜາຂອງພວກເຂົາ ໂດຍປາສະຈາກຄວາມວິຕົກກັງວົນ ແລະ ຂໍ້ສົງໄສໃດໆ. ນີ້ແມ່ນພາກໜຶ່ງຂອງຄໍາສັ່ງຂອງພຣະເຈົ້າ. ສ່ວນພາກອື່ນແມ່ນການຕັກເຕືອນ. ໃນການຕັກເຕືອນນີ້ ພຣະເຈົ້າບອກມະນຸດວ່າ ເຂົາຕ້ອງບໍ່ກິນໝາກໄມ້ຈາກຕົ້ນແຫ່ງຄວາມຮູ້ຈັກດີ ແລະ ຊົ່ວນັ້ນ. ແລ້ວຈະເກີດຫຍັງຂຶ້ນຖ້າເຂົາກິນໝາກໄມ້ຈາກຕົ້ນນີ້? ພຣະເຈົ້າໄດ້ບອກມະນຸດວ່າ: ຖ້າເຈົ້າກິນມັນ ເຈົ້າຈະມີຄວາມຕາຍແນ່ນອນ. ພຣະທໍາເຫຼົ່ານີ້ກົງໄປກົງມາຫຼືບໍ່? ຖ້າພຣະເຈົ້າບອກສິ່ງນີ້ແກ່ເຈົ້າ ແຕ່ເຈົ້າບໍ່ເຂົ້າໃຈວ່າຍ້ອນຫຍັງ, ແລ້ວເຈົ້າຈະຖືວ່າພຣະທໍາຂອງພຣະອົງເປັນກົດເກນ ຫຼື ຄຳສັ່ງທີ່ຕ້ອງປະຕິບັດຕາມບໍ່? ພຣະທໍາເຫຼົ່ານັ້ນຄວນຖືກປະຕິບັດຕາມ. ແຕ່ບໍ່ວ່າມະນຸດຈະສາມາດປະຕິບັດຕາມໄດ້ ຫຼື ບໍ່, ພຣະທໍາຂອງພຣະເຈົ້ານັ້ນແມ່ນຊັດເຈນ. ພຣະເຈົ້າໄດ້ບອກມະນຸດຢ່າງຈະແຈ້ງແລ້ວວ່າ ສິ່ງໃດທີ່ເຂົາສາມາດກິນໄດ້ ແລະ ສິ່ງໃດທີ່ເຂົາບໍ່ສາມາດກິນໄດ້, ແລ້ວຈະເກີດຫຍັງຂຶ້ນຖ້າເຂົາກິນສິ່ງທີ່ເຂົາບໍ່ສາມາດກິນ. ເຈົ້າໄດ້ເຫັນອຸປະນິໄສອັນໃດແດ່ຂອງພຣະເຈົ້າໃນພຣະທໍາຫຍໍ້ໆເຫຼົ່ານີ້ທີ່ພຣະອົງໄດ້ກ່າວບໍ່? ພຣະທໍາເຫຼົ່ານີ້ຂອງພຣະເຈົ້າແມ່ນແທ້ບໍ? ມີການຫຼອກລວງໃດໆບໍ? ມີຄວາມບໍ່ເປັນຈິງບໍ? ມີການຄຸກຄາມໃດໆບໍ? (ບໍ່.) ພຣະເຈົ້າບອກມະນຸດຢ່າງກົງໄປກົງມາ, ຢ່າງທ່ຽງທຳ ແລະ ຢ່າງຈິງໃຈກ່ຽວກັບສິ່ງທີ່ເຂົາສາມາດກິນໄດ້ ແລະ ສິ່ງທີ່ເຂົາບໍ່ສາມາດກິນໄດ້. ພຣະເຈົ້າກ່າວຢ່າງຊັດເຈນ ແລະ ຢ່າງເປີດເຜີຍ. ແລ້ວມີຄວາມໝາຍເລິກລັບໃນພຣະທໍາເຫຼົ່ານີ້ບໍ່? ພຣະທໍາເຫຼົ່ານີ້ກົງໄປກົງມາບໍ? ຈຳເປັນຕ້ອງຄາດເດົາບໍ? ບໍ່ຈຳເປັນຕ້ອງທວາຍ. ຄວາມໝາຍຂອງມັນຊັດເຈນ. ຫຼັງຈາກໄດ້ອ່ານພຣະທໍາເຫຼົ່ານີ້ ຜູ້ຄົນຮູ້ສຶກເຂົ້າໃຈກ່ຽວກັບຄວາມໝາຍຂອງມັນ. ນັ້ນແມ່ນສິ່ງທີ່ພຣະເຈົ້າຕ້ອງການກ່າວ ແລະ ສິ່ງທີ່ພຣະອົງຕ້ອງການສະແດງອອກມາຈາກໃຈຂອງພຣະອົງ. ສິ່ງທີ່ພຣະເຈົ້າສະແດງອອກນັ້ນບໍລິສຸດ, ກົງໄປກົງມາ ແລະ ຊັດເຈນ. ບໍ່ມີແຮງຈູງໃຈທີ່ແອບແຝງ ຫຼື ຄວາມໝາຍທີ່ລີ້ລັບ. ພຣະອົງກ່າວກັບມະນຸດໂດຍກົງ, ບອກເຂົາສິ່ງທີ່ເຂົາສາມາກິນໄດ້ ແລະ ສິ່ງທີ່ເຂົາບໍ່ສາມາດກິນໄດ້. ເວົ້າໄດ້ວ່າ, ຜ່ານພຣະທໍາເຫຼົ່ານີ້ຂອງພຣະເຈົ້າ ມະນຸດສາມາດເຫັນໄດ້ວ່າ ຫົວໃຈຂອງພຣະເຈົ້ານັ້ນໂປ່ງໄສ ແລະ ມີຄວາມເປັນຈິງ. ບໍ່ມີຮ່ອງຮອຍຂອງຄວາມບໍ່ຈິງຢູ່ໃນນີ້; ບໍ່ແມ່ນວ່າພຣະອົງຈະບອກວ່າ ເຈົ້າບໍ່ສາມາດກິນສິ່ງທີ່ກິນໄດ້ ຫຼື ບອກເຈົ້າວ່າ “ກິນໂລດ ແລະ ເບິ່ງວ່າຈະມີຫຍັງເກີດຂຶ້ນ” ກັບສິ່ງທີ່ເຈົ້າບໍ່ສາມາດກິນໄດ້. ພຣະອົງບໍ່ໄດ້ໝາຍເຖິງສິ່ງນີ້. ສິ່ງໃດກໍຕາມທີ່ພຣະເຈົ້າຄິດໃນໃຈຂອງພຣະອົງແມ່ນສິ່ງທີ່ພຣະອົງກ່າວ. ຖ້າເຮົາເວົ້າວ່າ ພຣະເຈົ້າເປັນຜູ້ບໍລິສຸດ ນັ້ນກໍຍ້ອນວ່າພຣະອົງສະແດງ ແລະ ເປີດເຜີຍພຣະອົງເອງພາຍໃນພຣະທຳເຫຼົ່ານີ້ດ້ວຍວິທີນີ້, ເຈົ້າອາດຮູ້ສຶກວ່າເຮົາໄດ້ເຮັດໃຫ້ເປັນເລື່ອງໃຫຍ່ໂດຍບໍ່ມີຫຍັງເລີຍ ຫຼື ວ່າເຮົາໄດ້ລາກດຶງປະເດັນນີ້ອອກໄປໄກເກີນໄປ. ຖ້າເປັນດັ່ງນັ້ນ, ບໍ່ຕ້ອງຫ່ວງ, ພວກເຮົາຍັງບໍ່ຈົບເທື່ອ.

ບັດນີ້ເຮົາມາເວົ້າກ່ຽວກັບ “ງູຊັກຊວນແມ່ຍິງ”. ງູແມ່ນໃຜ? ຊາຕານ. ມັນຫຼິ້ນບົດບາດເປັນຜູ້ທຳລາຍແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າ ແລະ ມັນເປັນບົດບາດທີ່ພວກເຮົາຕ້ອງໄດ້ກ່າວເຖິງເມື່ອພວກເຮົາສົນທະນາກ່ຽວກັບຄວາມບໍລິສຸດຂອງພຣະເຈົ້າ. ເປັນຫຍັງເຮົາຈິ່ງເວົ້າສິ່ງນີ້? ຖ້າເຈົ້າບໍ່ຮູ້ຈັກຄວາມຊົ່ວ ແລະ ຄວາມເສື່ອມຊາມຂອງຊາຕານ, ຖ້າເຈົ້າບໍ່ຮູ້ທຳມະຊາດຂອງຊາຕານ, ແລ້ວເຈົ້າກໍຈະບໍ່ມີທາງຮັບຮູ້ຄວາມບໍລິສຸດໄດ້ ຫຼື ເຈົ້າສາມາດຮູ້ໄດ້ວ່າຄວາມບໍລິສຸດນັ້ນແມ່ນຫຍັງແທ້. ໃນຄວາມສັບສົນ, ຜູ້ຄົນເຊື່ອວ່າສິ່ງທີ່ຊາຕານເຮັດນັ້ນຖືກຕ້ອງ, ຍ້ອນວ່າ ພວກເຂົາອາໄສຢູ່ໃນນິໄສເສື່ອມຊາມແບບນີ້. ບໍ່ມີການແບ່ງແຍກ, ບໍ່ມີຈຸດປຽບທຽບ ແລ້ວເຈົ້າກໍຈະບໍ່ສາມາດຮູ້ໄດ້ວ່າຄວາມບໍລິສຸດນັ້ນແມ່ນຫຍັງ. ດ້ວຍເຫດນັ້ນ ຊາຕານຈຶ່ງຕ້ອງໄດ້ຖືກກ່າວເຖິງຢູ່ໃນນີ້. ການກ່າວເຖິງດັ່ງກ່າວບໍ່ແມ່ນການເວົ້າວ່າງເປົ່າ. ຜ່ານຄໍາເວົ້າ ແລະ ການກະທໍາຂອງຊາຕານ ພວກເຮົາຈະເຫັນໄດ້ວ່າຊາຕານປະພຶດແນວໃດ, ຊາຕານເຮັດໃຫ້ມວນມະນຸດເສື່ອມຊາມແນວໃດ ແລະ ແມ່ນຫຍັງຄືທາດແທ້ ແລະ ໜ້າຕາຂອງຊາຕານ. ແລ້ວແມ່ຍິງໄດ້ເວົ້າຫຍັງກັບງູ? ແມ່ຍິງໄດ້ເລົ່າໃຫ້ງູຟັງສິ່ງທີ່ພຣະເຈົ້າເຢໂຮວາໄດ້ກ່າວກັບນາງ. ເມື່ອນາງເວົ້າຖ້ອຍຄໍາເຫຼົ່ານີ້, ນາງໄດ້ແນ່ໃຈບໍ່ວ່າສິ່ງທີ່ພຣະເຈົ້າໄດ້ກ່າວກັບນາງນັ້ນແມ່ນຄວາມຈິງ? ນາງບໍ່ສາມາດຢືນຢັນໄດ້. ໃນຖານະເປັນຄົນທີ່ພວມຖືກສ້າງຂຶ້ນມາໃໝ່, ນາງບໍ່ສາມາດແຍກແຍະຄວາມດີອອກຈາກຄວາມຊົ່ວໄດ້ ຫຼື ນາງມີຄວາມສາມາດຮັບຮູ້ໃນສິ່ງທີ່ຢູ່ອ້ອມຂ້າງໂຕນາງໄດ້. ຕັດສິນຈາກຄຳເວົ້າທີ່ນາງເວົ້າກັບງູ, ໃນໃຈຂອງນາງ, ນາງບໍ່ໄດ້ແນ່ໃຈວ່າພຣະທຳຂອງພຣະເຈົ້ານັ້ນຖືກຕ້ອງຫຼືບໍ່; ນີ້ແມ່ນທັດສະນະຄະຕິຂອງນາງ. ດັ່ງນັ້ນ, ເມື່ອງູເຫັນວ່າແມ່ຍິງບໍ່ມີທັດສະນະຄະຕິທີ່ຊັດເຈນຕໍ່ພຣະທຳຂອງພຣະເຈົ້າ, ມັນຈຶ່ງເວົ້າວ່າ: “ພວກເຈົ້າອາດຈະບໍ່ມີຄວາມຕາຍແທ້ດອກ ຍ້ອນພຣະເຈົ້າຮູ້ວ່າ ເມື່ອໃດທີ່ພວກເຈົ້າກິນຈາກຕົ້ນນັ້ນ ຕາຂອງພວກເຈົ້າກໍຈະສະຫວ່າງຂຶ້ນ ແລະ ພວກເຈົ້າຈະເປັນຄືກັບພຣະເຈົ້າ ທີ່ຮູ້ຈັກຄວາມດີ ແລະ ຄວາມຊົ່ວ”. ມີຫຍັງທີ່ຜິດປົກກະຕິກັບພຣະທຳເຫຼົ່ານີ້ບໍ່? ເມື່ອພວກເຈົ້າອ່ານປະໂຫຍກນີ້ແລ້ວ, ພວກເຈົ້າຮູ້ສຶກເຖິງຄວາມຕັ້ງໃຈຂອງງູບໍ່? ແມ່ນຫຍັງຄືຄວາມຕັ້ງໃຈນັ້ນ? ມັນຕ້ອງການຫຼອກລວງແມ່ຍິງຄົນນີ້ ເພື່ອບໍ່ໃຫ້ນາງສົນໃຈພຣະທຳຂອງພຣະເຈົ້າ. ແຕ່ມັນບໍ່ໄດ້ເວົ້າສິ່ງເຫຼົ່ານີ້ໂດຍກົງ. ດັ່ງນັ້ນ ພວກເຮົາສາມາດເວົ້າໄດ້ວ່າມັນສະຫຼາດແກມໂກງຫຼາຍ. ມັນສະແດງຄວາມໝາຍຂອງມັນອອກມາໃນທາງທີ່ມີມານຍາ ແລະ ຫຼີກເວັ້ນ ເພື່ອບັນລຸຈຸດປະສົງທີ່ມັນຕັ້ງໃຈໄວ້, ເຊິ່ງມັນເກັບໄວ້ໃນໃຈຂອງມັນ, ຊຸກເຊື່ອງຈາກມະນຸດ ແລະ ນັ້ນຄືຄວາມສະຫຼາດແກມໂກງຂອງງູ. ນີ້ແມ່ນວິທີທີ່ຊາຕານເວົ້າ ແລະ ປະຕິບັດ. ມັນເວົ້າວ່າ “ບໍ່ແນ່ນອນ” ໂດຍບໍ່ມີການຢືນຢັນຫຍັງຈັກຢ່າງ. ແຕ່ເມື່ອໄດ້ຍິນສິ່ງນີ້, ຫົວໃຈຂອງຜູ້ຍິງທີ່ໂງ່ຈ້າຄົນນີ້ກໍຖືກດົນໃຈ. ແລ້ວງູກໍດີໃຈເພາະວ່າຄຳເວົ້າຂອງມັນໄດ້ຜົນຕາມທີ່ມັນຕ້ອງການ, ນີ້ແມ່ນຄວາມຕັ້ງໃຈອັນສະຫຼາດແກມໂກງຂອງງູ. ຍິ່ງໄປກວ່ານັ້ນ, ໂດຍການສັນຍາວ່າ ຜົນໄດ້ຮັບແມ່ນເປັນເລື່ອງດີຕໍ່ມະນຸດ, ມັນລໍ້ລວງນາງ ແລະ ເວົ້າວ່າ “ເມື່ອໃດທີ່ພວກເຈົ້າກິນຈາກຕົ້ນນັ້ນ ຕາຂອງພວກເຈົ້າກໍຈະສະຫວ່າງຂຶ້ນ”. ດັ່ງນັ້ນ ນາງຈຶ່ງຄິດວ່າ: “ການເຮັດໃຫ້ຕາຂອງນາງສະຫວ່າງຂຶ້ນນັ້ນເປັນເລື່ອງດີ!” ຫຼັງຈາກນັ້ນມັນກໍເວົ້າບາງສິ່ງທີ່ໜ້າເຊື່ອຖືວ່າເກົ່າອີກ, ເປັນຄຳເວົ້າທີ່ມະນຸດບໍ່ເຄີຍຮູ້ຈັກມາກ່ອນ, ຄຳເວົ້າທີ່ມີອຳນາດຢ່າງໃຫຍ່ຫຼວງແຫ່ງການລໍ້ລວງຜູ້ທີ່ໄດ້ຍິນມັນ ເຊັ່ນ: “ພວກເຈົ້າຈະເປັນຄືກັບພຣະເຈົ້າ ທີ່ຮູ້ຈັກຄວາມດີ ແລະ ຄວາມຊົ່ວ”. ຄຳເວົ້າເຫຼົ່ານີ້ບໍ່ໄດ້ລໍ້ລວງມະນຸດຢ່າງຮ້າຍແຮງບໍ? ມັນຄືກັບມີບາງຄົນທີ່ເວົ້າກັບເຈົ້າວ່າ: “ໃບໜ້າຂອງເຈົ້າມີຮູບຊົງທີ່ປະເສີດ. ພຽງແຕ່ສັນດັງສັ້ນໄປເລັກນ້ອຍ, ແຕ່ຖ້າເຈົ້າໄດ້ແປງໂຕນັ້ນ, ເຈົ້າຈະເປັນຄົນທີ່ງາມລະດັບໂລກ!” ສຳລັບບາງຄົນທີ່ບໍ່ເຄີຍຕ້ອງການຜ່າຕັດເພື່ອເສີມຄວາມງາມມາກ່ອນ, ຫົວໃຈຂອງພວກເຂົາຈະບໍ່ຖືກດົນໃຈເມື່ອໄດ້ຍິນຄຳເວົ້າເຫຼົ່ານີ້ບໍ? ຄຳເວົ້າເຫຼົ່ານີ້ບໍ່ລໍ້ລວງບໍ? ການລໍ້ລວງນີ້ບໍ່ລໍ້ໃຈເຈົ້າບໍ? ແລ້ວມັນບໍ່ແມ່ນການລໍ້ລວງໃຈບໍ? (ແມ່ນ.) ພຣະເຈົ້າກ່າວສິ່ງຕ່າງໆແບບນີ້ບໍ? ມີຄຳໃດໃນພຣະທຳຂອງພຣະເຈົ້າທີ່ພວກເຮົາອ່ານຢູ່ໃນຕອນນີ້ບົ່ງບອກເຖິງສິ່ງນັ້ນບໍ? ພຣະເຈົ້າກ່າວສິ່ງທີ່ພຣະອົງຄິດຢູ່ໃນໃຈບໍ? ມະນຸດສາມາດເບິ່ງເຫັນຫົວໃຈຂອງພຣະເຈົ້າຜ່ານພຣະທຳຂອງພຣະອົງໄດ້ບໍ? (ໄດ້.) ແຕ່ເມື່ອງູກ່າວຖ້ອຍຄໍາເຫຼົ່ານັ້ນກັບແມ່ຍິງ, ເຈົ້າສາມາດເຫັນຈິດໃຈຂອງມັນບໍ? ບໍ່. ແລະ ຍ້ອນຄວາມໂງ່ຈ້າຂອງມະນຸດ, ມະນຸດຈຶ່ງຖືກຫຼອກລວງໄດ້ຢ່າງງ່າຍດາຍດ້ວຍຄໍາເວົ້າຂອງງູ ແລະ ຖືກຕິດກັບດັກໄດ້ງ່າຍ. ແລ້ວເຈົ້າສາມາດເຫັນຄວາມຕັ້ງໃຈຂອງຊາຕານບໍ? ເຈົ້າສາມາດເຫັນຈຸດປະສົງທີ່ຢູ່ເບື້ອງຫຼັງໃນສິ່ງທີ່ມັນເວົ້າບໍ? ເຈົ້າສາມາດເບິ່ງເຫັນກົນອຸບາຍ ແລະ ການຫຼອກລວງຂອງມັນບໍ? (ບໍ່.) ນິໄສປະເພດໃດທີ່ສະແດງເຖິງວິທີການເວົ້າຂອງຊາຕານ? ແກ່ນແທ້ປະເພດໃດໃນຊາຕານທີ່ເຈົ້າໄດ້ເຫັນຜ່ານຄໍາເວົ້າເຫຼົ່ານີ້? ມັນເກັ່ງກ້າບໍ? ບາງເທື່ອ ພາຍນອກມັນຍິ້ມໃສ່ເຈົ້າ ຫຼື ບາງເທື່ອ ມັນບໍ່ເປີດເຜີຍໃຫ້ເຫັນທ່າທີໃດໆເລີຍ. ແຕ່ໃນໃຈຂອງມັນ ມັນກຳລັງຄິດຫາວິທີເພື່ອບັນລຸຈຸດປະສົງຂອງມັນ ແລະ ມັນແມ່ນຈຸດປະສົງນີ້ທີ່ເຈົ້າບໍ່ສາມາດເບິ່ງເຫັນໄດ້. ທຸກຄໍາສັນຍາທີ່ມັນສັນຍາກັບເຈົ້າ ແລະ ທຸກຜົນປະໂຫຍດທີ່ມັນເວົ້າເຖິງລ້ວນແລ້ວແຕ່ເປັນກົນອຸບາຍຂອງມັນ. ເຈົ້າເຫັນສິ່ງເຫຼົ່ານີ້ເປັນສິ່ງທີ່ດີ, ດັ່ງນັ້ນ ເຈົ້າຈຶ່ງຮູ້ສຶກວ່າສິ່ງທີ່ມັນເວົ້ານັ້ນມີປະໂຫຍດຫຼາຍ, ຫຼາຍກວ່າສິ່ງທີ່ພຣະເຈົ້າກ່າວອີກ. ເມື່ອສິ່ງນີ້ເກີດຂຶ້ນ, ແລ້ວມະນຸດຈະບໍ່ກາຍເປັນນັກໂທດທີ່ຍອມຈໍານົນບໍ? ວິທີການນີ້ທີ່ນຳໃຊ້ໂດຍຊາຕານບໍ່ໂຫດຮ້າຍບໍ? ເຈົ້າປ່ອຍໃຫ້ຕົນເອງຈົມລົງສູ່ຄວາມເສື່ອມໂຊມ. ໂດຍທີ່ຊາຕານບໍ່ຈໍາເປັນຕ້ອງຕີງນິ້ວມື, ພຽງແຕ່ເວົ້າສອງປະໂຫຍກນີ້ ເຈົ້າກໍຍິນດີທີ່ຈະຕິດຕາມຊາຕານ ແລະ ປະຕິບັດຕາມໃຈມັນ. ສຸດທ້າຍ ຈຸດປະສົງຂອງມັນກໍໄດ້ຖືກບັນລຸ. ຄວາມຕັ້ງໃຈນີ້ບໍ່ເປັນຕາຢ້ານບໍ? ນີ້ບໍ່ແມ່ນໃບໜ້າພື້ນຖານທີ່ສຸດຂອງຊາຕານບໍ? ຈາກຄໍາເວົ້າຂອງຊາຕານ, ມະນຸດສາມາດເຫັນແຮງຈູງໃຈທີ່ເປັນຕາຢ້ານຂອງມັນ, ເຫັນໃບໜ້າອັນເປັນຕາຊັງຂອງມັນ ແລະ ເຫັນທຳມະຊາດຂອງມັນ. ນັ້ນບໍ່ແມ່ນບໍ? ໃນການປຽບທຽບປະໂຫຍກເຫຼົ່ານີ້, ໂດຍບໍ່ມີການວິເຄາະໃດໆ, ບາງເທື່ອ ເຈົ້າອາດຮູ້ສຶກຄືກັບວ່າພຣະທຳຂອງພຣະເຈົ້າເຢໂຮວານັ້ນໜ້າເບື່ອ, ສາມັນ ແລະ ທຳມະດາ, ບໍ່ເໝາະສົມທີ່ຈະເວົ້າຢ່າງຕື່ນເຕັ້ນຕັນໃຈໃນການສັນລະເສີນຄວາມຊື່ສັດຂອງພຣະເຈົ້າ. ຢ່າງໃດກໍຕາມ, ເມື່ອພວກເຮົາເອົາຄຳເວົ້າຂອງຊາຕານ ແລະ ໃບໜ້າອັນໜ້າເປັນຕາຊັງຂອງມັນ ແລະ ໃຊ້ມັນເປັນການປຽງທຽບ, ພຣະທຳເຫຼົ່ານີ້ຂອງພຣະເຈົ້າບໍ່ມີນໍ້າໜັກຫຍັງສຳລັບຄົນໃນປັດຈຸບັນບໍ? (ມີ.) ຜ່ານການປຽບທຽບນີ້, ມະນຸດສາມາດຮູ້ສຶກໄດ້ເຖິງຄວາມບໍລິສຸດຢ່າງແທ້ຈິງຂອງພຣະເຈົ້າ. ທຸກໆຄຳເວົ້າທີ່ຊາຕານເວົ້າ ພ້ອມທັງແຮງຈູງໃຈຂອງມັນ, ຄວາມຕັ້ງໃຈຂອງມັນ ແລະ ວິທີທີ່ມັນເວົ້າ ທັງໝົດລ້ວນແລ້ວແຕ່ບໍ່ມີຄວາມບໍລິສຸດໃຈ. ແມ່ນຫຍັງຄືລັກສະນະຫຼັກຂອງວິທີທີ່ມັນເວົ້າ? ມັນໃຊ້ຄໍາເວົ້າແອບແຝງເພື່ອລໍ້ລວງເຈົ້າໂດຍເຮັດໃຫ້ເຈົ້າເບິ່ງບໍ່ເຫັນການລໍ້ລວງຂອງມັນ ຫຼື ເຮັດໃຫ້ເຈົ້າເບິ່ງບໍ່ອອກຈຸດປະສົງຂອງມັນ; ມັນເຮັດໃຫ້ເຈົ້າຫຼົງກົນມັນ, ແຕ່ເຈົ້າກໍຍັງສັນລະເສີນມັນ ແລະ ຮ້ອງເພງຍົກຍ້ອງກິດຕິຄຸນຂອງມັນ. ກົນອຸບາຍນີ້ບໍ່ແມ່ນວິທີການຂອງຊາຕານເລືອກໂດຍສັນດານບໍ? (ແມ່ນ.) ບັດນີ້ ໃຫ້ເຮົາເບິ່ງຄຳເວົ້າອື່ນໆ ແລະ ການສະແດງອອກຂອງຊາຕານທີ່ເຮັດໃຫ້ມະນຸດເຫັນໃບໜ້າອັນເປັນຕາຊັງຂອງມັນ. ໃຫ້ເຮົາອ່ານເພີ່ມເຕີມຈາກພຣະຄຳພີ.

3. ບົດສົນທະນາລະຫວ່າງຊາຕານ ແລະ ພຣະເຈົ້າເຢໂຮວາ

“ມີມື້ໜຶ່ງເມື່ອບຸດຊາຍຂອງພຣະເຈົ້າລົງມາເພື່ອສະເໜີຕົນເອງຕໍ່ໜ້າພຣະເຢໂຮວາ ແລະ ຊາຕານກໍມາທ່າມກາງພວກເຂົາເຊັ່ນກັນ. ພຣະເຢໂຮວາເວົ້າກັບຊາຕານວ່າ ເຈົ້າມາຈາກບ່ອນໃດ? ແລ້ວຊາຕານກໍຕອບພຣະເຢໂຮວາ ແລະ ເວົ້າວ່າ ໄປໆມາໆ ແລະ ຍ່າງຂຶ້ນໆລົງໆເທິງແຜ່ນດິນໂລກ. ພຣະເຢໂຮວາກໍກ່າວກັບຊາຕານວ່າ ເຈົ້າເຄີຍຄຳນຶງເຖິງໂຢບຜູ້ຮັບໃຊ້ຂອງເຮົາບໍ ບໍ່ມີໃຜທີ່ຄືກັບລາວໃນແຜ່ນດິນໂລກ ເຊິ່ງເປັນມະນຸດທີ່ສົມບູນ ແລະ ຊື່ສັດ, ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ? ແລ້ວຊາຕານກໍຕອບພຣະເຢໂຮວາ ແລະ ເວົ້າວ່າ ໂຢບຢຳເກງພຣະເຈົ້າຍ້ອນບໍ່ຫວັງຜົນຫຍັງບໍ? ພຣະອົງບໍ່ໄດ້ປົກປ້ອງລາວ, ປົກປ້ອງເຮືອນຂອງລາວ ແລະ ປົກປ້ອງທຸກຢ່າງທີ່ລາວມີບໍ? ພຣະອົງອວຍພອນວຽກງານທີ່ເຮັດຈາກມືຂອງລາວ ແລະ ຊັບສິນໃນທີ່ດິນຂອງລາວກໍເພີ່ມຂຶ້ນ. ແຕ່ຈົ່ງເດ່ມືຂອງພຣະອົງໄປແຕະຕ້ອງທຸກສິ່ງທີ່ລາວມີຕອນນີ້ເບິ່ງ ແລະ ລາວຈະສາບແຊ່ງພຣະອົງຢູ່ຕໍ່ໜ້າພຣະອົງເລີຍລະ” (ໂຢບ 1:6-11).

“ມີມື້ໜຶ່ງອີກເມື່ອບຸດຊາຍຂອງພຣະເຈົ້າມາສະເໜີຕົນເອງຕໍ່ໜ້າພຣະເຢໂຮວາ ແລະ ຊາຕານກໍໄດ້ມາທ່າມກາງພວກເຂົາອີກເຊັ່ນກັນເພື່ອສະເໜີຕົນເອງຕໍ່ໜ້າພຣະເຢໂຮວາ ແລະ ພຣະເຢໂຮວາໄດ້ກ່າວກັບຊາຕານວ່າ ເຈົ້າມາຈາກບ່ອນໃດ? ແລະ ຊາຕານກໍຕອບພຣະເຢໂຮວາ ແລະ ກ່າວວ່າ ໄປໆມາໆ ແລະ ຍ່າງຂຶ້ນໆລົງໆເທິງແຜ່ນດິນໂລກ. ພຣະເຢໂຮວາກໍກ່າວກັບຊາຕານນັ້ນວ່າ ເຈົ້າເຄີຍຄຳນຶງເຖິງໂຢບ ຜູ້ຮັບໃຊ້ຂອງເຮົາບໍ ບໍ່ມີໃຜທີ່ຄືກັບລາວໃນແຜ່ນດິນໂລກ ເຊິ່ງເປັນມະນຸດທີ່ສົມບູນ ແລະ ຊື່ສັດ, ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ? ແລະ ເຖິງແມ່ນວ່າເຈົ້າໄດ້ເຮັດໃຫ້ເຮົາຕໍ່ຕ້ານລາວ ແລະ ທຳລາຍລາວໂດຍບໍ່ມີເຫດຜົນຫຍັງກໍຕາມ ລາວກໍຍັງຍຶດໝັ້ນຢ່າງໜຽວແໜ້ນໃນຄວາມຊື່ສັດຂອງລາວ. ຊາຕານກໍຕອບພຣະເຢໂຮວາ ແລະ ກ່າວວ່າ ຜິວໜັງຕໍ່ຜິວໜັງ ແມ່ນແລ້ວ ທຸກສິ່ງທີ່ມະນຸດມີ ເຂົາຈະຍອມສະລະເພື່ອຊີວິດຂອງເຂົາ. ແຕ່ຈົ່ງເດ່ມືພຣະອົງອອກໄປແຕະຕ້ອງກະດູກ ແລະ ເນື້ອໜັງຂອງລາວຕອນນີ້ເບິ່ງ ແລະ ລາວຈະສາບແຊ່ງພຣະອົງຕໍ່ໜ້າພຣະອົງເລີຍລະ” (ໂຢບ 2:1-5).

ທັງສອງຂໍ້ຄວາມນີ້ປະກອບດ້ວຍບົດສົນທະນາລະຫວ່າງພຣະເຈົ້າ ແລະ ຊາຕານ; ແລະ ມັນບັນທຶກສິ່ງທີ່ພຣະເຈົ້າກ່າວ ແລະ ສິ່ງທີ່ຊາຕານກ່າວ. ພຣະເຈົ້າບໍ່ໄດ້ກ່າວຫຼາຍ ແລະ ພຣະອົງກ່າວແບບທໍາມະດາ. ພວກເຮົາສາມາດເຫັນຄວາມບໍລິສຸດຂອງພຣະເຈົ້າໃນພຣະທຳແບບທໍາມະດາຂອງພຣະອົງໄດ້ບໍ? ບາງຄົນຈະເວົ້າວ່າສິ່ງນີ້ແມ່ນບໍ່ງ່າຍເລີຍ. ສະນັ້ນ, ພວກເຮົາສາມາດເຫັນຄວາມເປັນຕາຊັງຂອງຊາຕານໃນການຕອບຂອງມັນບໍ? ກ່ອນອື່ນ, ໃຫ້ພວກເຮົາເບິ່ງວ່າຄຳຖາມປະເພດໃດທີ່ພຣະເຈົ້າເຢໂຮວາໄດ້ຖາມຊາຕານ. “ເຈົ້າມາຈາກບ່ອນໃດ?” ນີ້ແມ່ນຄຳຖາມທີ່ກົງໄປກົງມາບໍ? ມັນມີຄວາມໝາຍທີ່ປິດບັງໄວ້ບໍ? ບໍ່; ມັນເປັນພຽງຄຳຖາມທີ່ກົງໄປກົງມາ. ຖ້າເຮົາຖາມພວກເຈົ້າວ່າ: “ເຈົ້າມາຈາກໃສ?” ແລ້ວພວກເຈົ້າຈະຕອບແນວໃດ? ມັນເປັນຄຳຖາມທີ່ຕອບຍາກບໍ່? ເຈົ້າຈະຕອບວ່າ: “ໄປໆມາໆ ແລະ ຍ່າງຂຶ້ນໆລົງໆເທິງແຜ່ນດິນໂລກ” ບໍ? (ບໍ່.) ພວກເຈົ້າຈະບໍ່ຕອບເຊັ່ນນີ້, ດັ່ງນັ້ນ ພວກເຈົ້າຮູ້ສຶກແນວໃດເມື່ອພວກເຈົ້າເຫັນວ່າຊາຕານຕອບດ້ວຍວິທີນີ້? (ພວກເຮົາຮູ້ສຶກວ່າຊາຕານນັ້ນໄຮ້ເຫດຜົນ ແລະ ຍັງຫຼອກລວງອີກ.) ພວກເຈົ້າສາມາດບອກສິ່ງທີ່ເຮົາກຳລັງຮູ້ສຶກຢູ່ໄດ້ບໍ? ທຸກໆເທື່ອທີ່ເຮົາເຫັນຖ້ອຍຄໍາເຫຼົ່ານີ້ຂອງຊາຕານ ເຮົາຮູ້ສຶກເບື່ອໜ່າຍ, ເພາະວ່າຊາຕານເວົ້າ ແລະ ຄໍາເວົ້າຂອງມັນແມ່ນບໍ່ມີເນື້ອຫາຫຍັງເລີຍ. ຊາຕານໄດ້ຕອບຄຳຖາມຂອງພຣະເຈົ້າບໍ? ບໍ່, ຄໍາເວົ້າຂອງຊາຕານບໍ່ແມ່ນຄຳຕອບ, ເປັນຄໍາເວົ້າທີ່ໄຮ້ປະໂຫຍດ. ພວກມັນບໍ່ແມ່ນຄຳຕອບທີ່ກົງກັບຄຳຖາມຂອງພຣະເຈົ້າ. “ໄປໆມາໆ ແລະ ຍ່າງຂຶ້ນໆລົງໆເທິງແຜ່ນດິນໂລກ”. ເຈົ້າເຂົ້າໃຈຫຍັງຈາກຖ້ອຍຄໍາເຫຼົ່ານີ້? ຊາຕານມາຈາກບ່ອນໃດຂອງໂລກ? ພວກເຈົ້າໄດ້ຄຳຕອບຕໍ່ຄໍາຖາມນີ້ແລ້ວບໍ? (ບໍ່.) ນີ້ແມ່ນ “ຄວາມຫຼັກແຫຼມ” ອັນສະຫຼາດແກມໂກງຂອງຊາຕານ, ມັນບໍ່ປ່ອຍໃຫ້ໃຜຄິດອອກວ່າມັນເວົ້າຫຍັງແທ້. ເມື່ອໄດ້ຍິນຄຳເວົ້າເຫຼົ່ານີ້, ເຈົ້າກໍຍັງບໍ່ສາມາດເບິ່ງອອກວ່າມັນເວົ້າຫຍັງ, ເຖິງແມ່ນວ່າ ມັນໄດ້ຕອບໄປແລ້ວ. ແຕ່ຊາຕານເຊື່ອວ່າມັນໄດ້ຕອບຢ່າງສົມບູນແລ້ວ. ແລ້ວເຈົ້າຮູ້ສຶກແນວໃດ? ເບື່ອໜ່າຍ? (ແມ່ນແລ້ວ.) ບັດນີ້ ເຈົ້າເລີ່ມຮູ້ສຶກເບື່ອໜ່າຍກັບຄຳເວົ້າເຫຼົ່ານີ້. ຄຳເວົ້າຂອງຊາຕານມີຄຸນລັກສະນະໃດໜຶ່ງ: ສິ່ງທີ່ຊາຕານເວົ້າເຮັດໃຫ້ເຈົ້າເກົາຫົວຂອງເຈົ້າ, ບໍ່ສາມາດເຂົ້າໃຈແຫຼ່ງທີ່ມາຂອງຄໍາເວົ້າຂອງມັນ. ບາງຄັ້ງ, ຊາຕານມີແຮງຈູງໃຈ ແລະ ເວົ້າຢ່າງຈົງໃຈ ແລະ ບາງຄັ້ງກໍຖືກປົກຄອງໂດຍທຳມະຊາດຂອງມັນ, ຄຳເວົ້າດັ່ງກ່າວອອກມາຢ່າງເປັນທຳມະຊາດ ແລະ ອອກມາຈາກປາກຂອງຊາຕານໂດຍກົງ. ຊາຕານບໍ່ໄດ້ໃຊ້ເວລາດົນທີ່ຈະກະຕວງຄຳເວົ້າເຫຼົ່ານັ້ນ; ກົງກັນຂ້າມ, ພວກມັນຖືກກ່າວອອກມາໂດຍບໍ່ໄດ້ຄິດ. ເມື່ອພຣະເຈົ້າຖາມວ່າມັນມາຈາກໃສ, ຊາຕານກໍຕອບດ້ວຍຄຳເວົ້າທີ່ຄຸມເຄືອສອງສາມຄຳ. ເຈົ້າຮູ້ສຶກສັບສົນຫຼາຍ ໂດຍບໍ່ຮູ້ແທ້ວ່າຊາຕານມາແຕ່ໃສ. ມີໃຜໃນພວກເຈົ້າທີ່ເວົ້າໃນລັກສະນະນີ້ບໍ? ການເວົ້າແບບນີ້ແມ່ນເວົ້າແບບປະເພດໃດ? (ມັນບໍ່ແນ່ນອນ ແລະ ບໍ່ມີຄຳຕອບທີ່ຊັດເຈນ.) ພວກເຮົາຄວນໃຊ້ຄຳເວົ້າປະເພດໃດເພື່ອບັນລະຍາຍເຖິງການເວົ້າແບບນີ້? ມັນເປັນຄໍາເວົ້າແບບກວມລວມ ແລະ ເຮັດໃຫ້ເຂົ້າໃຈຜິດ. ສົມມຸດວ່າບາງຄົນບໍ່ຕ້ອງການໃຫ້ຄົນອື່ນຮູ້ວ່າພວກເຂົາເຮັດຫຍັງໃນມື້ວານ. ເຈົ້າຖາມເຂົາວ່າ: “ມື້ວານນີ້ຂ້ອຍເຫັນເຈົ້າ. ເຈົ້າກໍາລັງຈະໄປໃສ?” ພວກເຂົາບໍ່ໄດ້ບອກເຈົ້າໂດຍກົງວ່າພວກເຂົາໄປໃສ. ກົງກັນຂ້າມ ພວກເຂົາເວົ້າວ່າ: “ມື້ວານນີ້ແມ່ນວັນຫຍັງ, ມັນຄືເມື່ອຍຫຼາຍແທ້!” ພວກເຂົາຕອບຄຳຖາມຂອງເຈົ້າບໍ? ພວກເຂົາຕອບ, ແຕ່ບໍ່ແມ່ນຄຳຕອບທີ່ເຈົ້າຕ້ອງການ. ນີ້ແມ່ນ “ຄວາມຫຼັກແຫຼມ” ຂອງເລ່ກົນມະນຸດ. ເຈົ້າບໍ່ມີທາງສາມາດຄົ້ນພົບໄດ້ວ່າພວກເຂົາໝາຍຄວາມວ່າແນວໃດ ຫຼື ຮັບຮູ້ແຫຼ່ງຂໍ້ມູນ ຫຼື ເຈດຕະນາໃນຄໍາເວົ້າຂອງພວກເຂົາ. ເຈົ້າບໍ່ຮູ້ວ່າພວກເຂົາກໍາລັງພະຍາຍາມຫຼີກເວັ້ນຫຍັງ ຍ້ອນວ່າໃນໃຈຂອງພວກເຂົາກໍມີເລື່ອງລາວຂອງພວກເຂົາ, ນີ້ແມ່ນການມີເລ່ກົນ. ມີຜູ້ໃດທ່າມກາງພວກເຈົ້າທີ່ມັກເວົ້າໃນລັກສະນະນີ້ບໍ? (ແມ່ນ.) ແລ້ວວັດຖຸປະສົງຂອງເຈົ້າແມ່ນຫຍັງ? ບາງຄັ້ງແມ່ນເພື່ອປົກປ້ອງຜົນປະໂຫຍດຂອງເຈົ້າເອງ, ບາງຄັ້ງແມ່ນເພື່ອຮັກສາຄວາມທະນົງຕົວ, ຕຳແໜ່ງ ແລະ ພາບລັກຂອງເຈົ້າເອງ, ເພື່ອຮັກສາຄວາມລັບຂອງຊີວິດສ່ວນຕົວຂອງເຈົ້າບໍ? ບໍ່ວ່າຈະເພື່ອວັດຖຸປະສົງໃດ, ມັນບໍ່ສາມາດແຍກອອກຈາກຜົນປະໂຫຍດຂອງເຈົ້າໄດ້, ມັນເຊື່ອມໂຍງກັບຜົນປະໂຫຍດຂອງເຈົ້າ. ນີ້ບໍ່ແມ່ນທຳມະຊາດຂອງມະນຸດບໍ? ທຸກຄົນທີ່ມີທຳມະຊາດດັ່ງກ່າວກໍເຊື່ອມໂຍງຢ່າງໃກ້ຊິດກັບຊາຕານ, ຖ້າບໍ່ແມ່ນຄອບຄົວຂອງມັນ. ພວກເຮົາສາມາດເວົ້າແບບນີ້ໄດ້ແມ່ນບໍ? ເວົ້າໂດຍລວມແລ້ວ, ການສະແດງອອກແບບນີ້ເປັນຕາຊັງ ແລະ ໜ້າກຽດຊັງທີ່ສຸດ. ແລ້ວຕອນນີ້ ພວກເຈົ້າກໍຮູ້ສຶກເບື່ອໜ່າຍຄືກັນ ບໍ່ແມ່ນບໍ? (ແມ່ນ.)

ໃຫ້ພວກເຮົາກັບຄືນມາເບິ່ງຂໍ້ຄວາມດັ່ງຕໍ່ໄປນີ້. ຊາຕານຕອບພຣະເຢໂຮວາວ່າ: “ໂຢບຢຳເກງພຣະເຈົ້າຍ້ອນບໍ່ຫວັງຜົນຫຍັງບໍ?” ຊາຕານເລີ່ມໂຈມຕີການປະເມີນຂອງພຣະເຢໂຮວາກ່ຽວກັບໂຢບ ແລະ ການໂຈມຕີນີ້ແມ່ນຖືກຕື່ມສີສັນດ້ວຍການເປັນປໍລະປັກ. “ພຣະອົງບໍ່ໄດ້ປົກປ້ອງລາວ, ປົກປ້ອງເຮືອນຂອງລາວ ແລະ ປົກປ້ອງທຸກຢ່າງທີ່ລາວມີບໍ?” ນີ້ແມ່ນຄວາມເຂົ້າໃຈ ແລະ ການປະເມີນຜົນຂອງຊາຕານກ່ຽວກັບພາລະກິດຂອງພຣະເຢໂຮວາໃນໂຢບ. ຊາຕານປະເມີນມັນແບບນີ້ ໂດຍເວົ້າວ່າ: “ພຣະອົງອວຍພອນວຽກງານທີ່ເຮັດຈາກມືຂອງລາວ ແລະ ຊັບສິນໃນທີ່ດິນຂອງລາວກໍເພີ່ມຂຶ້ນ. ແຕ່ຈົ່ງເດ່ມືຂອງພຣະອົງໄປແຕະຕ້ອງທຸກສິ່ງທີ່ລາວມີຕອນນີ້ເບິ່ງ ແລະ ລາວຈະສາບແຊ່ງພຣະອົງຢູ່ຕໍ່ໜ້າພຣະອົງເລີຍລະ”. ຊາຕານເຄີຍເວົ້າແບບອ້ອມຄ້ອມ, ແຕ່ທີ່ນີ້ມັນເວົ້າເປັນຂໍ້ເປັນຄວາມ. ແນວໃດກໍ່ຕາມ, ຄຳເວົ້າເຫຼົ່ານີ້ ເຖິງວ່າຈະເວົ້າເປັນຂໍ້ເປັນຄວາມ ແຕ່ມັນກໍຄືການໂຈມຕີ, ການດູໝິ່ນ ແລະ ເປັນພຶດຕິກໍາທີ່ຕ່ໍຕ້ານພຣະເຢໂຮວາ ນັ້ນກໍຄື ພຣະເຈົ້າເອງ. ເຈົ້າຮູ້ສຶກແນວໃດເມື່ອພວກເຈົ້າໄດ້ຍິນຄໍາເວົ້າເຫຼົ່ານີ້? ເຈົ້າຮູ້ສຶກບໍ່ມັກແມ່ນບໍ? ເຈົ້າສາມາດເບິ່ງເຫັນຄວາມຕັ້ງໃຈຂອງຊາຕານແມ່ນບໍ? ກ່ອນອື່ນໝົດ, ຊາຕານປະຕິເສດການປະເມີນຂອງພຣະເຢໂຮວາກ່ຽວກັບໂຢບ ຜູ້ທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ. ຈາກນັ້ນຊາຕານປະຕິເສດທຸກສິ່ງທຸກຢ່າງທີ່ໂຢບເວົ້າ ແລະ ກະທຳ, ນັ້ນກໍຄື ມັນປະຕິເສດຄວາມຢຳເກງຂອງໂຢບຕໍ່ພຣະເຢໂຮວາ. ນີ້ບໍ່ແມ່ນຂໍ້ກ່າວຫາບໍ? ຊາຕານກ່າວຫາ, ປະຕິເສດ ແລະ ສົງໄສທຸກສິ່ງທຸກຢ່າງທີ່ພຣະເຢໂຮວາກະທຳ ແລະ ກ່າວ. ມັນບໍ່ເຊື່ອ ແລະ ເວົ້າວ່າ, “ຖ້າພຣະອົງເວົ້າສິ່ງຕ່າງໆແບບນີ້, ແລ້ວຂ້ານ້ອຍຈະບໍ່ເຫັນມັນໄດ້ແນວໃດ? ພຣະອົງໄດ້ປະທານພອນໃຫ້ເຂົາຢ່າງຫຼວງຫຼາຍ, ແລ້ວຈະບໍ່ໃຫ້ເຂົາຢຳເກງພຣະອົງໄດ້ແນວໃດ?” ນີ້ບໍ່ແມ່ນການປະຕິເສດທຸກສິ່ງທຸກຢ່າງທີ່ພຣະເຈົ້າກະທຳບໍ? ການກ່າວຫາ, ການປະຕິເສດ ແລະ ການດູໝິ່ນບໍ່ແມ່ນຄໍາເວົ້າແບບໂຈມຕີບໍ? ພວກມັນບໍ່ແມ່ນການສະແດງອອກທີ່ແທ້ຈິງເຖິງສິ່ງທີ່ຊາຕານຄິດໃນໃຈຂອງມັນບໍ? ແນ່ນອນ ຄຳເວົ້າເຫຼົ່ານີ້ແມ່ນບໍ່ຄືກັນກັບຄຳເວົ້າທີ່ພວກເຮົາອ່ານຢູ່ຕອນນີ້: “ໄປໆມາໆ ແລະ ຍ່າງຂຶ້ນໆລົງໆເທິງແຜ່ນດິນໂລກ”. ພວກມັນແຕກຕ່າງກັນຢ່າງສິ້ນເຊີງ. ຜ່ານຄໍາເວົ້າເຫຼົ່ານີ້, ຊາຕານວາງທັດສະນະຄະຕິຕໍ່ພຣະເຈົ້າ ແລະ ກຽດຊັງຄວາມຢຳເກງຂອງໂຢບທີ່ມີຕໍ່ພຣະເຈົ້າ. ເມື່ອສິ່ງນີ້ເກີດຂຶ້ນ, ເຈດຕະນາຊົ່ວຮ້າຍ ແລະ ທໍາມະຊາດທີ່ຊົ່ວຮ້າຍຂອງມັນແມ່ນຖືກເປີດເຜີຍອອກຢ່າງສິ້ນເຊີງ. ມັນກຽດຊັງບັນດາຜູ້ທີ່ຢໍາເກງພຣະເຈົ້າ, ກຽດຊັງບັນດາຜູ້ທີ່ຫຼີກເວັ້ນຄວາມຊົ່ວຮ້າຍ ແລະ ຍິ່ງໄປກວ່ານັ້ນ ມັນກຽດຊັງພຣະເຢໂຮວາທີ່ໃຫ້ພອນແກ່ມະນຸດ. ມັນຕ້ອງການໃຊ້ໂອກາດນີ້ເພື່ອທຳລາຍໂຢບຜູ້ທີ່ພຣະເຈົ້າໄດ້ລ້ຽງດູດ້ວຍມືຂອງພຣະອົງເອງ, ເພື່ອເຮັດໃຫ້ເຂົາເສຍຫາຍ ໂດຍເວົ້າວ່າ: “ພຣະອົງເວົ້າວ່າໂຢບຢໍາເກງພຣະອົງ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ. ຂ້ານ້ອຍພັດເຫັນມັນເປັນຢ່າງອື່ນ”. ມັນໃຊ້ທຸກວິທີທາງເພື່ອທ້າທາຍ ແລະ ລໍ້ລວງພຣະເຢໂຮວາ ແລະ ໃຊ້ກົນອຸບາຍຕ່າງໆນາໆຈົນວ່າພຣະເຢໂຮວາມອບໂຢບໃຫ້ກັບຊາຕານຄວບຄຸມ, ທໍາຮ້າຍ ແລະ ຂົ່ມເຫັງ. ມັນຕ້ອງການໃຊ້ໂອກາດນີ້ເພື່ອກຳຈັດຜູ້ຊາຍຄົນນີ້ທີ່ເປັນຜູ້ຊອບທຳ ແລະ ສົມບູນແບບໃນສາຍຕາຂອງພຣະເຈົ້າ. ມັນມີຄວາມຮູ້ສຶກແບບນີ້ໃນຈິດໃຈຂອງມັນພຽງຊົ່ວຄາວບໍ? ບໍ່, ມັນບໍ່ແມ່ນ. ມັນມີແຜນການເປັນເວລາດົນນານແລ້ວ. ເມື່ອພຣະເຈົ້າເຮັດພາລະກິດ, ດູແລບຸກຄົນໜຶ່ງ, ເຝົ້າເບິ່ງບຸກຄົນນີ້ ແລະ ເມື່ອພຣະອົງໂປດປານ ແລະ ຮອງຮັບບຸກຄົນນີ້, ຊາຕານຍັງຕາມຫຼັງຢ່າງຕິດໆ, ພະຍາຍາມຫຼອກລວງບຸກຄົນດັ່ງກ່າວ ແລະ ນໍາຄວາມເສຍຫາຍມາສູ່ພວກເຂົາ. ຖ້າພຣະເຈົ້າປາດຖະໜາທີ່ຈະຮັບເອົາບຸກຄົນນີ້, ຊາຕານຈະເຮັດທຸກສິ່ງໃນອຳນາດຂອງມັນເພື່ອຂັດຂວາງພຣະເຈົ້າ, ໃຊ້ກົນອຸບາຍຊົ່ວຮ້າຍທີ່ຫຼາກຫຼາຍເພື່ອລໍ້ລວງ, ຂັດຂວາງ ແລະ ທຳລາຍພາລະກິດຂອງພຣະເຈົ້າ, ເພື່ອບັນລຸຈຸດປະສົງທີ່ເຊື່ອງໄວ້ຂອງມັນ. ເປົ້າໝາຍຂອງມັນແມ່ນຫຍັງ? ມັນບໍ່ຕ້ອງການໃຫ້ພຣະເຈົ້າໄດ້ຮັບໃຜຈັກຄົນ; ມັນຕ້ອງການຍາດເອົາເພື່ອຄອບຄອງຄົນທີ່ພຣະເຈົ້າປາດຖະໜາຈະຮັບເອົາ, ມັນຕ້ອງການຄວບຄຸມພວກເຂົາ, ເຂົ້າຄຸມພວກເຂົາເພື່ອວ່າພວກເຂົາຈະນະມັດສະການມັນ, ເພື່ອວ່າພວກເຂົາຈະເຂົ້າຮ່ວມກັບມັນໃນການເຮັດການຊົ່ວຮ້າຍ ແລະ ຕໍ່ຕ້ານພຣະເຈົ້າ. ນີ້ບໍ່ແມ່ນແຮງຈູງໃຈທີ່ເປັນຕາຢ້ານຂອງຊາຕານບໍ? ພວກເຈົ້າມັກເວົ້າຢູ່ເລື້ອຍໆວ່າຊາຕານນັ້ນຊົ່ວຮ້າຍຫຼາຍ, ບໍ່ດີຫຼາຍ, ແຕ່ວ່າພວກເຈົ້າເຄີຍເຫັນມັນແລ້ວບໍ? ເຈົ້າສາມາດເຫັນໄດ້ວ່າມະນຸດຊາດຊົ່ວສໍ່າໃດ; ເຈົ້າໄດ້ເຫັນວ່າຊາຕານທີ່ແທ້ຈິງຊົ່ວສໍ່າໃດ. ແຕ່ໃນເລື່ອງຂອງໂຢບ, ເຈົ້າໄດ້ສັງເກດຢ່າງຊັດເຈນວ່າຊາຕານຊົ່ວຮ້າຍສໍ່າໃດແທ້ໆ. ເລື່ອງນີ້ເຮັດໃຫ້ເຫັນໂສມໜ້າອັນເປັນຕາຊັງຂອງຊາຕານ ແລະ ແກ່ນແທ້ຂອງມັນຢ່າງຊັດເຈນຫຼາຍ. ການເຮັດສົງຄາມກັບພຣະເຈົ້າ, ການສະກົດລອຍຕາມຫຼັງພຣະອົງ, ຈຸດປະສົງຂອງຊາຕານກໍຄືເພື່ອທຳລາຍພາລະກິດທັງໝົດທີ່ພຣະເຈົ້າຕ້ອງການກະທຳ, ເພື່ອຍຶດເອົາ ແລະ ຄວບຄຸມບັນດາຜູ້ທີ່ພຣະເຈົ້າຕ້ອງການຮັບເອົາ ແລະ ເພື່ອທຳລາຍຜູ້ທີ່ພຣະເຈົ້າຕ້ອງການຮັບເອົາຢ່າງສິ້ນເຊີງ. ຖ້າພວກເຂົາບໍ່ຖືກທໍາລາຍ, ພວກເຂົາກໍຈະຖືກຊາຕານຄອບຄອງ, ຖືກມັນນຳໃຊ້ ແລະ ນີ້ຄືຈຸດປະສົງຂອງມັນ. ແລ້ວພຣະເຈົ້າກະທຳສິ່ງໃດແດ່? ພຣະເຈົ້າພຽງແຕ່ກ່າວປະໂຫຍກສັ້ນໆ; ບໍ່ມີການບັນທຶກຫຍັງເພີ່ມກ່ຽວກັບສິ່ງທີ່ພຣະເຈົ້າກະທຳ, ແຕ່ພວກເຮົາເຫັນມີການບັນທຶກຢ່າງຫຼວງຫຼາຍກ່ຽວກັບສິ່ງທີ່ຊາຕານເຮັດ ແລະ ເວົ້າ. ໃນຂໍ້ຄວາມຈາກພຣະຄຳພີຂ້າງລຸ່ມ, ພຣະເຢໂຮວາຖາມຊາຕານວ່າ: “ເຈົ້າມາຈາກບ່ອນໃດ?” ຄຳຕອບຂອງຊາຕານແມ່ນຫຍັງ? (ມັນຍັງເປັນຄໍາຕອບທີ່ວ່າ “ໄປໆມາໆ ແລະ ຍ່າງຂຶ້ນໆລົງໆເທິງແຜ່ນດິນໂລກ” ຄືເກົ່າ.) ມັນຍັງແມ່ນປະໂຫຍກນັ້ນຄືເກົ່າ. ມັນກາຍເປັນຄຳຂວັນຂອງຊາຕານ, ເປັນນາມບັດໂທລະສັບຂອງມັນ. ສິ່ງນີ້ເປັນໄປໄດ້ແນວໃດ? ຊາຕານບໍ່ເປັນທີ່ກຽດຊັງບໍ? ແນ່ນອນ ມັນສົມຄວນພໍແລ້ວທີ່ຈະເວົ້າປະໂຫຍກອັນໜ້າກຽດຊັງນີ້ພຽງຄັ້ງດຽວ. ແລ້ວເປັນຫຍັງຊາຕານຈິ່ງກັບມາຫາປະໂຫຍກນີ້ຕະຫລອດ? ນີ້ພິສູດໃຫ້ເຫັນສິ່ງໜຶ່ງຄື: ທຳມະຊາດຂອງຊາຕານນັ້ນບໍ່ປ່ຽນແປງ. ຊາຕານບໍ່ໃຊ້ການທຳທ່າເພື່ອປິດບັງໃບໜ້າທີ່ຂີ້ຮ້າຍຂອງມັນ. ພຣະເຈົ້າຖາມມັນໜຶ່ງຄຳຖາມ ແລະ ນີ້ຄືວິທີທີ່ມັນຕອບ. ຂະໜາດກັບພຣະເຈົ້າມັນຍັງເຮັດໄດ້ສໍ່ານີ້, ລອງຈິນຕະນາການເບິ່ງວ່າມັນຈະປະຕິບັດຕໍ່ຜູ້ຄົນແບບໃດ! ຊາຕານບໍ່ຢ້ານພຣະເຈົ້າ, ບໍ່ຢຳເກງພຣະເຈົ້າ ແລະ ບໍ່ເຊື່ອຟັງພຣະເຈົ້າ. ດັ່ງນັ້ນ ມັນຈິ່ງກ້າອວດດີແບບໄຮ້ຢາງອາຍຕໍ່ໜ້າພຣະເຈົ້າ, ໃຊ້ຄຳເວົ້າເກົ່າໆເຫຼົ່ານີ້ເພື່ອປັດເປົ່າຄຳຖາມຂອງພຣະເຈົ້າ, ໃຊ້ຄຳຕອບເກົ່າໆເຫຼົ່ານີ້ນີ້ເພື່ອຕອບຄຳຖາມຂອງພຣະເຈົ້າຊໍ້າແລ້ວຊໍ້າອີກ ແລະ ພະຍາຍາມໃຊ້ຄຳຕອບນີ້ເພື່ອເຮັດໃຫ້ພຣະເຈົ້າຈົນປັນຍາ, ນີ້ແມ່ນໃບໜ້າອັນຂີ້ຮ້າຍຂອງຊາຕານ. ມັນບໍ່ເຊື່ອໃນຄວາມຍິ່ງໃຫຍ່ຂອງພຣະເຈົ້າ, ບໍ່ເຊື່ອໃນສິດອຳນາດຂອງພຣະເຈົ້າ ແລະ ແນ່ນອນ ບໍ່ເຕັມໃຈທີ່ຈະຍອມຢູ່ພາຍໃຕ້ການປົກຄອງຂອງພຣະເຈົ້າ. ມັນຕໍ່ຕ້ານພຣະເຈົ້າຢ່າງຕໍ່ເນື່ອງ, ໂຈມຕີທຸກໆການກະທຳຂອງພຣະເຈົ້າຢ່າງຕໍ່ເນື່ອງ, ພະຍາຍາມທຳລາຍທຸກສິ່ງທີ່ພຣະເຈົ້າກະທຳ, ນີ້ແມ່ນຈຸດປະສົງອັນຊົ່ວຮ້າຍຂອງມັນ.

ດັ່ງທີ່ໄດ້ບັນທຶກໄວ້ໃນໜັງສືຂອງໂຢບ, ທັງສອງຂໍ້ຄວາມທີ່ຊາຕານເວົ້າ ແລະ ສິ່ງທີ່ຊາຕານກະທຳແມ່ນສະແດງເຖິງການຕໍ່ຕ້ານຂອງມັນຕໍ່ພຣະເຈົ້າໃນແຜນການຄຸ້ມຄອງຫົກພັນປີຂອງພຣະອົງ, ນີ້ແມ່ນຊາຕານສະແດງເຖິງທາດແທ້ຂອງມັນ. ເຈົ້າເຄີຍເຫັນຄຳເວົ້າ ແລະ ການກະທຳຂອງຊາຕານໃນຊີວິດຈິງບໍ? ເມື່ອເຈົ້າເຫັນພວກມັນ, ເຈົ້າອາດບໍ່ຄິດວ່າພວກມັນແມ່ນສິ່ງທີ່ໄດ້ກ່າວໂດຍຊາຕານ, ແຕ່ກົງກັນຂ້າມກັບຄິດວ່າພວກມັນເປັນສິ່ງທີ່ໄດ້ກ່າວໂດຍມະນຸດ. ມັນສະແດງເຖິງຫຍັງ ເມື່ອສິ່ງນັ້ນຖືກກ່າວໂດຍມະນຸດ? ມັນສະແດງເຖິງຊາຕານ. ເຖິງແມ່ນວ່າເຈົ້າຈື່ມັນໄດ້, ແຕ່ເຈົ້າບໍ່ສາມາດຮັບຮູ້ໄດ້ວ່າແທ້ຈິງແລ້ວມັນແມ່ນຊາຕານທີ່ກໍາລັງເວົ້າຢູ່. ແຕ່ວ່າຢູ່ໃນນີ້ ແລະ ຕອນນີ້ ເຈົ້າໄດ້ເຫັນສິ່ງທີ່ຊາຕານເວົ້າຢ່າງແຈ່ມແຈ້ງ, ຕອນນີ້ເຈົ້າມີຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບໃບໜ້າອັນເປັນຕາຊັງ ແລະ ຄວາມຊົ່ວຮ້າຍຂອງມັນ. ສະນັ້ນ, ທັງສອງຂໍ້ຄວາມທີ່ຊາຕານໄດ້ເວົ້າມີຄຸນຄ່າພໍທີ່ຈະເຮັດໃຫ້ຜູ້ຄົນໃນປັດຈຸບັນນີ້ສາມາດຮູ້ໄດ້ເຖິງທຳມະຊາດຂອງຊາຕານບໍ? ທັງສອງຂໍ້ຄວາມນີ້ເໝາະສົມໃນການສະສົມໄວ້ຢ່າງລະມັດລະວັງເພື່ອໃຫ້ມວນມະນຸດໃນວັນນີ້ສາມາດຈື່ຈຳໃບໜ້າອັນເປັນຕາຊັງຂອງຊາຕານບໍ່, ຈື່ຈຳໃບໜ້າດັ່ງເດີມ ແລະ ໃບຫນ້າທີ່ແທ້ຈິງຂອງຊາຕານບໍ? ເຖິງແມ່ນວ່າການເວົ້າແບບນີ້ອາດເບິ່ງບໍ່ເໝາະສົມປານໃດ, ແຕ່ຄໍາເວົ້າເຫຼົ່ານີ້ທີ່ສະແດງອອກກໍຍັງຖືວ່າຖືກຕ້ອງຢູ່. ແນ່ນອນ ເຮົາສາມາດເຮັດໄດ້ແຕ່ວິທີນີ້ເທົ່ານັ້ນ ແລະ ຖ້າພວກເຈົ້າສາມາດເຂົ້າໃຈມັນໄດ້, ນັ້ນກໍ່ພຽງພໍແລ້ວ. ຊາຕານໂຈມຕີໃນສິ່ງທີ່ພຣະເຢໂຮວາກະທຳຢູ່ຊ້ຳແລ້ວຊໍ້າອີກ, ໂດຍການກ່າວຫາກ່ຽວກັບຄວາມຢໍາເກງຂອງໂຢບທີ່ມີຕໍ່ພຣະເຈົ້າເຢໂຮວາ. ຊາຕານພະຍາຍາມທ້າທາຍພຣະເຈົ້າເຢໂຮວາດ້ວຍວິທີຕ່າງໆ, ພະຍາຍາມເຮັດໃຫ້ພຣະເຈົ້າເຢໂຮວາຍອມຮັບເອົາການຫຼອກລວງໂຢບຂອງມັນ. ດັ່ງນັ້ນ ຄຳເວົ້າຂອງມັນຈຶ່ງມີຄວາມຍຸຍົງໂດຍທໍາມະຊາດ. ສະນັ້ນ ຈົ່ງບອກເຮົາເບິ່ງວ່າ ເມື່ອເວລາຊາຕານກ່າວຄໍາເວົ້າເຫຼົ່ານີ້, ພຣະເຈົ້າສາມາດເຫັນໄດ້ຢ່າງຊັດເຈນບໍວ່າຊາຕານຕ້ອງການເຮັດຫຍັງ? (ແມ່ນ.) ໃນຫົວໃຈຂອງພຣະເຈົ້າ, ຜູ້ຊາຍຄົນນີ້ ນັ້ນກໍຄື ໂຢບຜູ້ທີ່ພຣະເຈົ້າເຝົ້າເບິ່ງ, ຜູ້ຮັບໃຊ້ຄົນນີ້ຂອງພຣະເຈົ້າ ທີ່ພຣະເຈົ້າຖືວ່າເປັນຄົນທີ່ຊອບທຳ ແລະ ເປັນຄົນທີ່ສົມບູນຈະສາມາດທົນຕໍ່ການທົດລອງແບບນີ້ໄດ້ບໍ? (ໄດ້.) ເປັນຫຍັງພຣະເຈົ້າຈຶ່ງໝັ້ນໃຈກ່ຽວກັບສິ່ງນັ້ນຫຼາຍ? ພຣະເຈົ້າກວດສອບຈິດໃຈຂອງມະນຸດຕະຫຼອດບໍ? (ແມ່ນ.) ແລ້ວ ຊາຕານສາມາດກວດສອບຈິດໃຈຂອງມະນຸດໄດ້ບໍ? ຊາຕານບໍ່ສາມາດກວດສອບໄດ້. ເຖິງແມ່ນວ່າຊາຕານສາມາດເຫັນຈິດໃຈຂອງເຈົ້າໄດ້, ທໍາມະຊາດອັນຊົ່ວຮ້າຍຂອງມັນບໍ່ເຄີຍປ່ອຍໃຫ້ມັນເຊື່ອວ່າຄວາມບໍລິສຸດຄືຄວາມບໍລິສຸດ ຫຼື ຄວາມຊົ່ວຊ້າແມ່ນຄວາມຊົ່ວຊ້າ. ຊາຕານຜູ້ຕໍ່າຊາມບໍ່ສາມາດເຫັນຄຸນຄ່າໃນສິ່ງທີ່ບໍລິສຸດ, ຊອບທໍາ ຫຼື ແສງສະຫວ່າງໄດ້. ຊາຕານບໍ່ສາມາດຫຼີກເວັ້ນໃນການກະທຳຕາມທໍາມະຊາດຂອງມັນ, ຕາມຄວາມຊົ່ວຮ້າຍຂອງມັນ ແລະ ດ້ວຍວິທີການທີ່ເປັນນິໄສຂອງມັນ. ເຖິງກັບຍອມເສຍສະຫຼະຕົວມັນເອງໃຫ້ພຣະເຈົ້າລົງໂທດ ຫຼື ທໍາລາຍ, ມັນບໍ່ລັງເລທີ່ຈະຕໍ່ຕ້ານພຣະເຈົ້າຢ່າງດື້ດ້ານ, ນີ້ຄືຄວາມຊົ່ວຮ້າຍ ແລະ ນີ້ແມ່ນທຳມະຊາດຂອງຊາຕານ. ສະນັ້ນ ໃນຂໍ້ຄວາມນີ້, ຊາຕານເວົ້າວ່າ: “ຜິວໜັງຕໍ່ຜິວໜັງ ແມ່ນແລ້ວ ທຸກສິ່ງທີ່ມະນຸດມີ ເຂົາຈະຍອມສະລະເພື່ອຊີວິດຂອງເຂົາ. ແຕ່ຈົ່ງເດ່ມືພຣະອົງອອກໄປແຕະຕ້ອງກະດູກ ແລະ ເນື້ອໜັງຂອງລາວຕອນນີ້ເບິ່ງ ແລະ ລາວຈະສາບແຊ່ງພຣະອົງຕໍ່ໜ້າພຣະອົງເລີຍລະ”. ຊາຕານຄິດວ່າຄວາມຢຳເກງທີ່ມະນຸດມີຕໍ່ພຣະເຈົ້າແມ່ນເນື່ອງຈາກວ່າມະນຸດໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍຈາກພຣະເຈົ້າ. ມະນຸດໄດ້ຮັບຜົນປະໂຫຍດຈາກພຣະເຈົ້າ, ດັ່ງນັ້ນ ເຂົາຈິ່ງເວົ້າວ່າພຣະເຈົ້ານັ້ນປະເສີດ. ແຕ່ວ່າ ມັນບໍ່ແມ່ນຍ້ອນວ່າພຣະເຈົ້າປະເສີດ, ມັນເປັນຍ້ອນມະນຸດໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍຈິ່ງເຮັດໃຫ້ເຂົາສາມາດຢໍາເກງພຣະເຈົ້າໃນລັກສະນະນີ້: ເມື່ອພຣະເຈົ້າປະຕິເສດຜົນປະໂຫຍດເຫຼົ່ານີ້ກັບເຂົາ, ເຂົາກໍຈະປະຖິ້ມພຣະເຈົ້າ. ໃນທໍາມະຊາດອັນຊົ່ວຮ້າຍຂອງມັນ, ຊາຕານບໍ່ເຊື່ອວ່າຫົວໃຈຂອງມະນຸດສາມາດຢຳເກງພຣະເຈົ້າໄດ້ຢ່າງແທ້ຈິງ. ຍ້ອນທໍາມະຊາດອັນຊົ່ວຮ້າຍຂອງມັນ ມັນບໍ່ຮູ້ວ່າຄວາມບໍລິສຸດແມ່ນຫຍັງ, ແຮງໄກທີ່ຈະຮູ້ວ່າຄວາມເຄົາລົບນັບຖືທີ່ໜ້າຢ້ານກົວນັ້ນແມ່ນຫຍັງ. ມັນບໍ່ຮູ້ວ່າການເຊື່ອຟັງພຣະເຈົ້າແມ່ນຫຍັງ ຫຼື ການຢຳເກງພຣະເຈົ້າແມ່ນຫຍັງ. ມັນບໍ່ຮູ້ສິ່ງເຫຼົ່ານີ້ ກໍຍ້ອນມັນເຊື່ອວ່າ ມະນຸດກໍບໍ່ສາມາດຢໍາເກງພຣະເຈົ້າໄດ້ເຊັ່ນກັນ. ແລ້ວຈົ່ງບອກເຮົາເບິ່ງ, ຊາຕານບໍ່ຊົ່ວຮ້າຍບໍ? ຍົກເວັ້ນຄຣິດຕະຈັກຂອງພວກເຮົາ, ບໍ່ມີສາດສະໜາ ແລະ ນິກາຍ ຫຼື ກຸ່ມທາງສາດສະໜາ ແລະ ສັງຄົມໃດ ເຊື່ອວ່າໃນການມີຢູ່ຂອງພຣະເຈົ້າ, ແຮງໄກທີ່ພວກເຂົາຈະເຊື່ອວ່າ ພຣະເຈົ້າໄດ້ກາຍມາເປັນເນື້ອໜັງ ແລະ ກຳລັງປະຕິບັດພາລະກິດແຫ່ງການພິພາກສາ, ດັ່ງນັ້ນ ພວກເຂົາຄິດວ່າສິ່ງທີ່ເຈົ້າເຊື່ອນັ້ນບໍ່ແມ່ນພຣະເຈົ້າ. ຄົນທີ່ຂາດສິນທໍາເບິ່ງອ້ອມຂ້າງຕົວເອງ ແລະ ເຫັນຄົນອື່ນເປັນຄົນຂາດສິນທໍາຄືກັນກັບຕົວເອງ. ຄົນຫຼອກລວງເບິ່ງອ້ອມຂ້າງຕົວເອງ ແລະ ເຫັນແຕ່ຄົນຂີ້ຕົວະ ແລະ ບໍ່ສັດຊື່. ຄົນຊົ່ວຮ້າຍເຫັນທຸກຄົນເປັນຄົນຊົ່ວ ແລະ ຕ້ອງການຕໍ່ສູ້ກັບທຸກຄົນທີ່ເຂົາເຫັນ. ຄົນທີ່ຂ້ອນຂ້າງສັດຊື່ເຫັນຄົນອື່ນເປັນຄົນສັດຊື່, ສະນັ້ນ ພວກເຂົາຈິ່ງຖືກຫຼອກສະເໝີ, ຖືກຕົວະສະເໝີ ແລະ ພວກເຂົາບໍ່ສາມາດເຮັດຫຍັງໄດ້. ເຮົາຍົກຕົວຢ່າງເຫຼົ່ານີ້ກໍເພື່ອເຮັດໃຫ້ພວກເຈົ້າເຂັ້ມແຂງໃນຄວາມເຊື່ອໝັ້ນຂອງພວກເຈົ້າ: ທໍາມະຊາດອັນຊົ່ວຮ້າຍຂອງຊາຕານບໍ່ແມ່ນຂໍ້ຜູກມັດຊົ່ວຄາວ ຫຼື ຖືກກໍານົດໂດຍສະພາບແວດລ້ອມ ຫຼື ມັນເປັນການສະແດງອອກຊົ່ວຄາວທີ່ເກີດຈາກເຫດຜົນ ຫຼື ປັດໄຈທີ່ກ່ຽວຂ້ອງ. ມັນບໍ່ແມ່ນແນ່ນອນ! ຊາຕານບໍ່ສາມາດຊ່ວຍໄດ້ທີ່ມັນເປັນແບບນີ້. ມັນບໍ່ສາມາດເຮັດສິ່ງທີ່ດີໄດ້. ແມ່ນແຕ່ເມື່ອເວລາມັນເວົ້າບາງສິ່ງບາງຢ່າງທີ່ເປັນຕາຟັງ, ສິ່ງນັ້ນກໍພຽງເພື່ອຫຼອກລວງເຈົ້າ. ຍິ່ງຄໍາເວົ້າຂອງມັນເປັນຕາຟັງຫຼາຍເທົ່າໃດ, ຍິ່ງສຸພາບຫຼາຍເທົ່າໃດ ແລະ ຍິ່ງຄໍາເວົ້າຂອງມັນອ່ອນໂຍນຫຼາຍເທົ່າໃດຄວາມເຈດຕະນາອັນຊົ່ວຮ້າຍໃນຄໍາເວົ້າເຫຼົ່ານັ້ນຂອງມັນຍິ່ງຮ້າຍແຮງຂຶ້ນຫຼາຍເທົ່ານັ້ນ. ໃບໜ້າແບບໃດ, ທຳມະຊາດແບບໃດທີ່ຊາຕານສະແດງອອກໃນສອງຂໍ້ຄວາມນີ້? (ຮ້າຍກາດ, ເປັນອັນຕະລາຍ ແລະ ຊົ່ວຮ້າຍ.) ຄຸນລັກສະນະພື້ນຖານຂອງຊາຕານແມ່ນຄວາມຊົ່ວຮ້າຍ, ນອກເໜືອສິ່ງອື່ນໃດກໍຄືຊາຕານແມ່ນຊົ່ວຊ້າ ແລະ ໂຫດຮ້າຍ.

ບັດນີ້ ພວກເຮົາໄດ້ເວົ້າກ່ຽວກັບຊາຕານສຳເລັດແລ້ວ, ໃຫ້ພວກເຮົາກັບມາເວົ້າກ່ຽວກັບພຣະເຈົ້າຂອງພວກເຮົາ. ໃນລະຫວ່າງແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າ, ທຸກຄຳເວົ້າເລັກໆນ້ອຍໆຂອງພຣະເຈົ້າທີ່ຖືກບັນທຶກໄວ້ໃນພຣະຄຳພີ ແລະ ຂໍ້ຄວາມທີ່ຖືກບັນທຶກໄວ້ນັ້ນແມ່ນທໍາມະດາຫຼາຍ. ສະນັ້ນ ໃຫ້ພວກເຮົາເລີ່ມຕົ້ນແຕ່ທໍາອິດ. ພຣະເຈົ້າສ້າງມະນຸດ ແລະ ຫຼັງຈາກນັ້ນກໍໄດ້ນຳພາຊີວິດຂອງມະນຸດຊາດ. ບໍ່ວ່າຈະເປັນການປະທານພຣະພອນໃຫ້ມວນມະນຸດ, ບໍ່ວ່າຈະເປັນການໃຫ້ພອນ, ການສ້າງກົດລະບຽບ ແລະ ພຣະບັນຍັດສໍາລັບມະນຸດ ຫຼື ສ້າງກົດເກນຕ່າງໆສຳລັບຊີວິດກໍຕາມ, ພວກເຈົ້າຮູ້ວ່າເປົ້າໝາຍທີ່ພຣະເຈົ້າຕັ້ງໃຈໄວ້ແມ່ນຫຍັງບໍ່ໃນການເຮັດສິ່ງເຫຼົ່ານີ້? ກ່ອນອື່ນໝົດ, ເຈົ້າສາມາດເວົ້າໄດ້ຢ່າງໝັ້ນໃຈບໍວ່າສິ່ງທີ່ພຣະເຈົ້າເຮັດນັ້ນແມ່ນເພື່ອຜົນປະໂຫຍດຂອງມະນຸດຊາດ? ສໍາລັບພວກເຈົ້າສິ່ງເຫຼົ່ານີ້ ເບິ່ງຄືກັບວ່າເປັນພຣະທໍາທີ່ກວ້າງ ແລະ ວ່າງເປົ່າ, ແຕ່ເມື່ອກວດສອບຈາກພາຍໃນຢ່າງລະອຽດແລ້ວ ທຸກສິ່ງທີ່ພຣະເຈົ້າກະທໍາບໍ່ແມ່ນເພື່ອນຳພາ ແລະ ຊີ້ນຳມະນຸດໄປສູ່ການດໍາລົງຊີວິດທີ່ປົກກະຕິບໍ? ບໍ່ວ່າຈະເປັນການເຮັດໃຫ້ມະນຸດປະຕິບັດຕາມກົດເກນຂອງພຣະອົງ ຫຼື ຮັກສາກົດລະບຽບຂອງພຣະເຈົ້າກໍຕາມ, ເປົ້າໝາຍຂອງພຣະເຈົ້າແມ່ນເພື່ອບໍ່ໃຫ້ມະນຸດຕົກສູ່ການບູຊາຊາຕານ ແລະ ເພື່ອບໍ່ໃຫ້ຖືກທໍາຮ້າຍໂດຍຊາຕານ; ນີ້ແມ່ນພື້ນຖານທີ່ສຸດ ແລະ ນີ້ແມ່ນສິ່ງທີ່ໄດ້ເຮັດໃນຕອນເລີ່ມຕົ້ນ. ໃນຕົ້ນເດີມນັ້ນ, ເມື່ອມະນຸດບໍ່ໄດ້ເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ພຣະອົງໄດ້ສ້າງກົດລະບຽບ ແລະ ກົດເກນທໍາມະດາບາງຢ່າງ ແລະ ສ້າງກົດລະບຽບເພື່ອຄວບຄຸມທຸກສິ່ງທີ່ເປັນໄປໄດ້. ກົດລະບຽບເຫຼົ່ານີ້ແມ່ນທໍາມະດາ, ແຕ່ພາຍໃນກົດເຫຼົ່ານີ້ແມ່ນປະກອບດ້ວຍຄວາມປະສົງຂອງພຣະເຈົ້າ. ພຣະເຈົ້າໃຫ້ຄຸນຄ່າ, ຖະໜຸຖະໜອມ ແລະ ຮັກມວນມະນຸດຫຼາຍທີ່ສຸດ. ສະນັ້ນ ພວກເຮົາສາມາດເວົ້າໄດ້ບໍວ່າຫົວໃຈຂອງພຣະອົງບໍລິສຸດ? ພວກເຮົາສາມາດເວົ້າໄດ້ບໍວ່າຫົວໃຈຂອງພຣະອົງສະອາດ? (ເວົ້າໄດ້.) ພຣະເຈົ້າມີເຈດຕະນາອື່ນບໍ? (ບໍ່.) ແລ້ວ ເປົ້າໝາຍຂອງພຣະອົງຖືກຕ້ອງ ແລະ ເປັນບວກບໍ? ໃນຊ່ວງເວລາແຫ່ງພາລະກິດຂອງພຣະເຈົ້າ, ກົດລະບຽບທັງໝົດທີ່ພຣະອົງໄດ້ສ້າງຂຶ້ນແມ່ນມີຜົນດີຕໍ່ມະນຸດ ແລະ ນໍາພາມະນຸດ. ສະນັ້ນ, ໃນຄວາມຄິດຂອງພຣະເຈົ້ານັ້ນມີຄວາມຄິດເພື່ອຜົນປະໂຫຍດຂອງພຣະອົງເອງບໍ? ສໍາລັບມະນຸດແລ້ວ ພຣະເຈົ້າມີເປົ້າໝາຍອື່ນບໍ? ພຣະເຈົ້າຕ້ອງການໃຊ້ມະນຸດໃນທາງອື່ນບໍ? ບໍ່ຕ້ອງການເລີຍ. ພຣະເຈົ້າກະທຳຕາມທີ່ພຣະອົງກ່າວ ແລະ ພຣະທໍາ ແລະ ການກະທໍາຂອງພຣະອົງແມ່ນສອດຄ່ອງກັບຄວາມຄິດທີ່ຢູ່ໃນຫົວໃຈຂອງພຣະອົງ. ບໍ່ມີວັດຖຸປະສົງໃດເຈືອປົນເລີຍ ແລະ ບໍ່ມີຄວາມຄິດເພື່ອຜົນປະໂຫຍດຂອງພຣະອົງເອງ. ພຣະອົງບໍ່ໄດ້ກະທໍາສິ່ງໃດເພື່ອພຣະອົງເອງ; ທຸກສິ່ງທີ່ພຣະອົງກະທໍາ ພຣະອົງກະທໍາເພື່ອມະນຸດ ໂດຍບໍ່ມີຈຸດປະສົງສ່ວນຕົວ. ເຖິງແມ່ນວ່າພຣະອົງມີແຜນການ ແລະ ຄວາມຕັ້ງໃຈທີ່ພຣະອົງວາງໄວ້ສໍາລັບມະນຸດ, ບໍ່ມີສິ່ງໃດເພື່ອພຣະອົງເອງເລີຍ. ທຸກສິ່ງທີ່ພຣະອົງກະທໍາລ້ວນແລ້ວແຕ່ເພື່ອມະນຸດ, ເພື່ອປົກປ້ອງມະນຸດ, ເພື່ອປ້ອງກັນບໍ່ໃຫ້ມະນຸດຫຼົງທາງ. ແລ້ວ ຫົວໃຈດວງນີ້ຂອງພຣະອົງບໍ່ລໍ້າຄ່າບໍ? ເຈົ້າສາມາດເຫັນວີແວວຂອງຫົວໃຈອັນລໍ້າຄ່າແມ່ນແຕ່ໜ້ອຍດຽວໃນຊາຕານບໍ? ເຈົ້າບໍ່ສາມາດເຫັນແມ່ນແຕ່ວີແວວເລັກນ້ອຍໃນຊາຕານ, ເຈົ້າບໍ່ສາມາດເຫັນມັນເລີຍ. ທຸກສິ່ງທີ່ພຣະເຈົ້າກະທໍາແມ່ນເປີດເຜີຍໂດຍທຳມະຊາດ. ບັດນີ້ ໃຫ້ເຮົາມາເບິ່ງວິທີທີ່ພຣະເຈົ້າປະຕິບັດພາລະກິດ; ພຣະອົງປະຕິບັດພາລະກິດຂອງພຣະອົງແນວໃດ? ພຣະເຈົ້ານໍາເອົາກົດລະບຽບເຫຼົ່ານີ້ ແລະ ພຣະທຳຂອງພຣະອົງ ແລ້ວ ມັດມັນຢ່າງແໜ້ນໃສ່ຫົວຂອງທຸກຄົນຄືກັບຄາຖາບ້ວງຮັດຫົວກ[ກ] ເພື່ອຄອບງຳພວກເຂົາແຕ່ລະຄົນບໍ? ພຣະອົງປະຕິບັດພາລະກິດໃນທາງນີ້ບໍ? (ບໍ່.) ແລ້ວພຣະເຈົ້າປະຕິບັດພາລະກິດຂອງພຣະອົງໃນທາງໃດ? ພຣະອົງຂົ່ມຂູ່ບໍ? ພຣະອົງເວົ້າກັບພວກເຈົ້າແບບກ້ຽວໄປວົນມາບໍ? (ບໍ່.) ເມື່ອເຈົ້າບໍ່ເຂົ້າໃຈຄວາມຈິງ, ພຣະເຈົ້ານຳທາງເຈົ້າແນວໃດ? ພຣະອົງສ່ອງແສງສະຫວ່າງໃສ່ເຈົ້າ, ບອກເຈົ້າຢ່າງແຈ່ມແຈ້ງວ່າການເຮັດແບບນີ້ບໍ່ສອດຄ່ອງກັບຄວາມຈິງ ແລະ ສິ່ງທີ່ເຈົ້າຄວນເຮັດ. ຈາກວິທີທາງເຫຼົ່ານີ້ທີ່ພຣະເຈົ້າປະຕິບັດພາລະກິດ, ເຈົ້າຮູ້ສຶກວ່າພຣະເຈົ້າມີຄວາມສໍາພັນກັບພຣະເຈົ້າແບບໃດ? ເຈົ້າຮູ້ສຶກວ່າພຣະເຈົ້າຢູ່ເໜືອຄວາມຢັ່ງຮູ້ບໍ? (ບໍ່.) ແລ້ວເຈົ້າຮູ້ສຶກແນວໃດເມື່ອເວລາເຈົ້າເຫັນວິທີທາງເຫຼົ່ານີ້ທີ່ພຣະເຈົ້າປະຕິບັດ? ພຣະທຳຂອງພຣະເຈົ້າເປັນຈິງໂດຍສະເພາະ ແລະ ຄວາມສຳພັນຂອງພຣະອົງກັບມະນຸດກໍເປັນປົກກະຕິໂດຍສະເພາະ. ພຣະເຈົ້າແມ່ນຢູ່ໃກ້ເຈົ້າເປັນພິເສດ; ບໍ່ມີໄລຍະຫ່າງໄກລະຫວ່າງເຈົ້າ ແລະ ພຣະເຈົ້າ. ເມື່ອພຣະເຈົ້ານຳທາງເຈົ້າ, ເມື່ອພຣະອົງປະທານໃຫ້ເຈົ້າ, ຊ່ວຍເຈົ້າ ແລະ ສະໜັບສະໜູນເຈົ້າ, ເຈົ້າຮູ້ສຶກໄດ້ເຖິງຄວາມເປັນມິດຂອງພຣະເຈົ້າ, ຄວາມໜ້າເຄົາລົບນັບຖືຂອງພຣະອົງ, ເຈົ້າຮູ້ສຶກວ່າພຣະອົງສະຫງ່າງາມພຽງໃດ ແລະ ເຈົ້າຮູ້ສຶກເຖິງຄວາມອົບອຸ່ນຂອງພຣະອົງ. ແຕ່ເມື່ອພຣະເຈົ້າຕໍານິຄວາມເສື່ອມຊາມຂອງເຈົ້າ ຫຼື ເມື່ອພຣະອົງຕັດສິນ ແລະ ໃສ່ວິໄນເຈົ້າສຳລັບການຕໍ່ຕ້ານພຣະອົງ, ພຣະເຈົ້າໃຊ້ວິທີການໃດ? ພຣະອົງຕຳໜິເຈົ້າດ້ວຍພຣະທໍາບໍ? ພຣະອົງໃສ່ວິໄນເຈົ້າອີງຕາມສະພາບແວດລ້ອມຂອງເຈົ້າ ແລະ ອີງຕາມຜູ້ຄົນ, ກິດຈະການ ແລະ ສິ່ງຕ່າງໆບໍ? (ແມ່ນ.) ພຣະເຈົ້າໃສ່ວິໄນເຈົ້າໃນລະດັບໃດ? ພຣະເຈົ້າໃສ່ວິໄນມະນຸດໃນລະດັບດຽວກັນກັບຊາຕານທຳຮ້າຍມະນຸດບໍ? (ບໍ່, ພຣະເຈົ້າໃສ່ວິໄນມະນຸດພຽງແຕ່ໃນລະດັບທີ່ມະນຸດສາມາດອົດທົນໄດ້.) ພຣະເຈົ້າປະຕິບັດພາລະກິດດ້ວຍວິທີທີ່ອ່ອນໂຍນ, ລະອຽດອ່ອນ, ດ້ວຍຄວາມຮັກ ແລະ ຄວາມຫ່ວງໃຍ, ເປັນວິທີທາງທີ່ສາມາດວັດແທກໄດ້ ແລະ ຖືກຕ້ອງທີ່ສຸດ. ວິທີທາງຂອງພຣະອົງບໍ່ໄດ້ເຮັດໃຫ້ເຈົ້າຮູ້ສຶກມີປະຕິກິລິຍາທີ່ຮຸນແຮງ ເຊັ່ນ: “ພຣະເຈົ້າຕ້ອງປ່ອຍໃຫ້ຂ້ານ້ອຍເຮັດສິ່ງນີ້” ຫຼື “ພຣະເຈົ້າຕ້ອງປ່ອຍໃຫ້ຂ້ານ້ອຍເຮັດສິ່ງນັ້ນ”. ພຣະເຈົ້າບໍ່ເຄີຍປະທານຄວາມຄິດ ຫຼື ຄວາມຮູ້ສຶກຢ່າງຮຸນແຮງທີ່ເຮັດໃຫ້ເຈົ້າບໍ່ສາມາດທົນໄດ້. ນັ້ນບໍ່ແມ່ນບໍ? ແມ່ນແຕ່ໃນເວລາທີ່ເຈົ້າຍອມຮັບເອົາພຣະທຳແຫ່ງການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ເຈົ້າຮູ້ສຶກແນວໃດ? ເມື່ອເຈົ້າຮູ້ສຶກເຖິງສິດອໍານາດ ແລະ ພະລັງຂອງພຣະເຈົ້າ, ເຈົ້າຮູ້ສຶກແນວໃດ? ເຈົ້າຮູ່ສຶກວ່າພຣະເຈົ້າຍິ່ງໃຫຍ່ ແລະ ບໍ່ສາມາດລ່ວງເກີນໄດ້ແມ່ນບໍ? ໃນຊ່ວງເວລາເຫຼົ່ານີ້ເຈົ້າຮູ້ສຶກຫ່າງເຫີນຈາກພຣະເຈົ້າບໍ? ເຈົ້າຮູ້ສຶກຢໍາເກງພຣະເຈົ້າບໍ? ບໍ່, ກົງກັນຂ້າມ, ເຈົ້າຮູ້ສຶກຢໍາເກງຄວາມເຄົາລົບນັບຖືຂອງພຣະເຈົ້າ. ມັນບໍ່ແມ່ນຍ້ອນພາລະກິດຂອງພຣະເຈົ້າບໍທີ່ຜູ້ຄົນຮູ້ສຶກເຖິງສິ່ງທັງໝົດເຫຼົ່ານີ້? ພວກເຂົາຈະມີຄວາມຮູ້ສຶກເຫຼົ່ານີ້ບໍ ຖ້າຊາຕານເປັນຜູ້ປະຕິບັດພາລະກິດ? ບໍ່ແມ່ນຢ່າງແນ່ນອນ. ພຣະເຈົ້າໃຊ້ພຣະທຳຂອງພຣະອົງ, ຄວາມຈິງ ແລະ ຊີວິດຂອງພຣະອົງເພື່ອສະໜອງໃຫ້ກັບມະນຸດຢ່າງຕໍ່ເນື່ອງ ແລະ ເພື່ອຊ່ວຍມະນຸດ. ເມື່ອມະນຸດອ່ອນແອ, ເມື່ອມະນຸດຮູ້ສຶກທໍ້ແທ້ໃຈ, ແນ່ນອນພຣະເຈົ້າບໍ່ໄດ້ກ່າວຢ່າງຮຸນແຮງ ແລະ ເວົ້າວ່າ: “ບໍ່ຕ້ອງຮູ້ສຶກທໍ້ແທ້ໃຈ, ມີຫຍັງໃຫ້ເຈົ້າທໍ້ແທ້ໃຈ? ເປັນຫຍັງເຈົ້າຈຶ່ງອ່ອນແອ? ມີເຫດຜົນຫຍັງໃຫ້ເຈົ້າອ່ອນແອ? ເຈົ້າອ່ອນແອຫຼາຍຢູ່ສະເໝີ ແລະ ເຈົ້າຄິດລົບຢູ່ຕະຫຼອດ! ແລ້ວມີປະໂຫຍດຫຍັງທີ່ເຈົ້າຈະມີຊີວິດຢູ່? ຈົ່ງຕາຍເສຍ ໃຫ້ມັນຈົບສິ້ນໄປເລີຍ!” ພຣະເຈົ້າເຮັດພາລະກິດໃນທາງນີ້ບໍ? (ບໍ່.) ພຣະເຈົ້າມີສິດອຳນາດທີ່ຈະເຮັດແບບນີ້ບໍ? ແມ່ນ, ພຣະອົງມີ. ແຕ່ພຣະເຈົ້າບໍ່ໄດ້ເຮັດແບບນີ້. ເຫດຜົນທີ່ພຣະເຈົ້າບໍ່ໄດ້ເຮັດແບບນີ້ກໍຍ້ອນທາດແທ້ຂອງພຣະອົງ ນັ້ນກໍຄື ທາດແທ້ແຫ່ງຄວາມບໍລິສຸດຂອງພຣະເຈົ້າ. ຄວາມຮັກຂອງພຣະອົງທີ່ມີຕໍ່ມະນຸດ, ການໃຫ້ຄຸນຄ່າ ແລະ ຄວາມຖະໜຸຖະໜອມຂອງພຣະອົງຕໍ່ມະນຸດບໍ່ສາມາດສະແດງອອກຢ່າງຊັດເຈນໄດ້ພຽງແຕ່ໃນໜຶ່ງ ຫຼື ສອງປະໂຫຍກ. ບໍ່ແມ່ນສິ່ງທີ່ເກີດຈາກການໂອ້ອວດຂອງມະນຸດ, ແຕ່ແມ່ນສິ່ງທີ່ພຣະເຈົ້ານຳໃຊ້ໃນການປະຕິບັດຕົວຈິງ; ມັນແມ່ນການເປີດເຜີຍທາດແທ້ຂອງພຣະເຈົ້າ. ທຸກວິທີທາງເຫຼົ່ານີ້ທີ່ພຣະເຈົ້າປະຕິບັດພາລະກິດສາມາດເຮັດໃຫ້ມະນຸດເຫັນຄວາມບໍລິສຸດຂອງພຣະເຈົ້າໄດ້ບໍ? ໃນທຸກວິທີທາງທີ່ພຣະເຈົ້າປະຕິບັດພາລະກິດ, ລວມເຖິງເຈດຕະນາດີຂອງພຣະເຈົ້າ, ລວມເຖິງຜົນໄດ້ຮັບທີ່ພຣະເຈົ້າປາດຖະໜາທີ່ຈະປະຕິບັດໃນມະນຸດ, ລວມເຖິງວິທີການຕ່າງໆທີ່ພຣະເຈົ້າໃຊ້ເພື່ອປະຕິບັດພາລະກິດໃນມະນຸດ, ປະເພດພາລະກິດທີ່ພຣະອົງປະຕິບັດ ແລະ ສິ່ງທີ່ພຣະອົງຕ້ອງການໃຫ້ມະນຸດເຂົ້າໃຈ, ເຈົ້າເຄີຍເຫັນຄວາມຊົ່ວຮ້າຍ ຫຼື ຄວາມຫຼອກລວງໃນເຈດຕະນາດີຂອງພຣະເຈົ້າບໍ? (ບໍ່.) ດັ່ງນັ້ນ, ໃນທຸກສິ່ງທຸກຢ່າງທີ່ພຣະເຈົ້າກະທຳ, ທຸກສິ່ງທຸກຢ່າງທີ່ພຣະເຈົ້າກ່າວ, ທຸກສິ່ງທຸກຢ່າງທີ່ພຣະອົງຄິດໃນໃຈຂອງພຣະອົງ, ລວມເຖິງທາດແທ້ທັງໝົດຂອງພຣະເຈົ້າທີ່ພຣະອົງເປີດເຜີຍ ພວກເຮົາສາມາດເອີ້ນວ່າພຣະເຈົ້າບໍລິສຸດໄດ້ບໍ? (ໄດ້.) ມີມະນຸດຄົນໃດເຄີຍເຫັນຄວາມບໍລິສຸດນີ້ໃນໂລກ ຫຼື ໃນຕົວຂອງເຂົາເອງບໍ? ນອກຈາກພຣະເຈົ້າ, ເຈົ້າເຄີຍເຫັນສິ່ງນີ້ໃນຕົວມະນຸດຄົນໃດ ຫຼື ໃນຊາຕານບໍ? (ບໍ່.) ອີງຕາມທີ່ພວກເຮົາໄດ້ສົນທະນາກັນໃນນີ້, ພວກເຮົາສາມາດເອີ້ນພຣະເຈົ້າວ່າເປັນເອກະລັກ ແລະ ເປັນພຣະເຈົ້າອົງບໍລິສຸດໄດ້ບໍ? (ໄດ້.) ທັງໝົດທີ່ພຣະເຈົ້າປະທານໃຫ້ມະນຸດ, ລວມເຖິງພຣະທໍາຂອງພຣະເຈົ້າ, ວິທີການຕ່າງໆທີ່ພຣະເຈົ້າປະຕິບັດພາລະກິດໃນມະນຸດ, ສິ່ງທີ່ພຣະເຈົ້າບອກມະນຸດ, ສິ່ງທີ່ພຣະເຈົ້າເຕືອນຄວາມຈຳມະນຸດ, ສິ່ງທີ່ພຣະອົງແນະນຳ ແລະ ໃຫ້ກຳລັງໃຈ, ທັງໝົດນີ້ແມ່ນມາຈາກທາດແທ້ໜຶ່ງດຽວ: ຄວາມບໍລິສຸດຂອງພຣະເຈົ້າ. ຖ້າບໍ່ມີພຣະເຈົ້າບໍລິສຸດເຊັ່ນນີ້, ກໍບໍ່ມີມະນຸດຄົນໃດສາມາດແທນທີ່ພຣະອົງເພື່ອເຮັດພາລະກິດທີ່ພຣະອົງກະທຳໄດ້. ຖ້າພຣະເຈົ້າເອົາຄົນເຫຼົ່ານີ້ທັງໝົດມອບໃຫ້ກັບຊາຕານ, ພວກເຈົ້າເຄີຍຄິດບໍ່ວ່າສະພາບຂອງພວກເຈົ້າທັງໝົດໃນມື້ນີ້ຈະເປັນແນວໃດ? ພວກເຈົ້າທັງໝົດຈະຍັງນັ່ງຢູ່ນີ້ໂດຍສົມບູນ ແລະ ບໍ່ຖືກລ່ວງເກີນບໍ? ພວກເຈົ້າຈະເວົ້າວ່າ: “ໄປໆມາໆ ແລະ ຍ່າງຂຶ້ນໆລົງໆເທິງແຜ່ນດິນໂລກ” ບໍ? ເຈົ້າຈະບໍ່ເປັນຄົນໜ້າດ້ານທີ່ສຸດ, ໂອ້ອວດ ແລະ ເຕັມໄປດ້ວຍຄວາມທະນົງຕົວໃນການເວົ້າແບບນີ້ ແລະ ໂອ້ອວດຢ່າງໜ້າບໍ່ອາຍຕໍ່ໜ້າພຣະເຈົ້າບໍ? ແນ່ນອນເຈົ້າຈະເປັນແບບນັ້ນໂດຍບໍ່ຕອງສົງໄສ! ທັດສະນະຄະຕິຂອງຊາຕານທີ່ມີຕໍ່ມະນຸດເຮັດໃຫ້ມະນຸດເຫັນວ່າທຳມະຊາດຂອງຊາຕານ ແລະ ທາດແທ້ຂອງມັນແມ່ນແຕກຕ່າງຈາກພຣະເຈົ້າຢ່າງສິ້ນເຊີງ. ແມ່ນຫຍັງຄືທາດແທ້ຂອງຊາຕານທີ່ກົງກັນຂ້າມກັບຄວາມບໍລິສຸດຂອງພຣະເຈົ້າ? (ຄວາມຊົ່ວຮ້າຍຂອງຊາຕານ.) ທໍາມະຊາດອັນຊົ່ວຮ້າຍຂອງຊາຕານແມ່ນສິ່ງທີ່ກົງກັນຂ້າມກັບຄວາມບໍລິສຸດຂອງພຣະເຈົ້າ. ເຫດຜົນທີ່ວ່າເປັນຫຍັງຄົນສ່ວນຫຼາຍຈຶ່ງບໍ່ຮູ້ຈັກການເປີດເຜີຍນີ້ຂອງພຣະເຈົ້າ ແລະ ທາດແທ້ແຫ່ງຄວາມບໍລິສຸດນີ້ຂອງພຣະເຈົ້າ ກໍຍ້ອນວ່າ ພວກເຂົາດໍາລົງຊີວິດຢູ່ພາຍໃຕ້ອານາເຂດຂອງຊາຕານ, ພາຍໃນຄວາມເສີ່ອມຊາມຂອງຊາຕານ ແລະ ພາຍໃນບ່ອນຢູ່ອາໄສຂອງຊາຕານ. ພວກເຂົາບໍ່ຮູ້ວ່າຄວາມບໍລິສຸດແມ່ນຫຍັງ ຫຼື ຮູ້ວິທີນິຍາມຄວາມບໍລິສຸດ. ແມ່ນແຕ່ເມື່ອເວລາທີ່ເຈົ້າເຂົ້າໃຈຄວາມບໍລິສຸດຂອງພຣະເຈົ້າ, ເຈົ້າຍັງບໍ່ສາມາດນິຍາມມັນວ່າ ນັ້ນແມ່ນຄວາມບໍລິສຸດດຂອງພຣະເຈົ້າດ້ວຍຄວາມໝັ້ນໃຈ. ນີ້ຄືຄວາມແຕກຕ່າງຂອງຄວາມຮູ້ມະນຸດກ່ຽວກັບຄວາມບໍລິສຸດຂອງພຣະເຈົ້າ.

ແມ່ນຫຍັງກຳນົດລັກສະນະພາລະກິດຂອງຊາຕານໃນມະນຸດ? ເຈົ້າຄວນສາມາດຮຽນຮູ້ສິ່ງນີ້ຜ່ານທາງປະສົບການຂອງຕົວພວກເຈົ້າເອງ, ມັນແມ່ນລັກສະນະຕົວຢ່າງຂອງຊາຕານ, ສິ່ງທີ່ມັນເຮັດຢູ່ເລື້ອຍໆ, ສິ່ງທີ່ມັນພະຍາຍາມເຮັດກັບທຸກຄົນ. ບາງເທື່ອເຈົ້າອາດບໍ່ສາມາດເຫັນລັກສະນະນີ້, ດັ່ງນັ້ນເຈົ້າຈິ່ງບໍ່ຮູ້ສຶກວ່າຊາຕານນັ້ນໜ້າຢ້ານກົວ ແລະ ເປັນຕາຊັງຫຼາຍສໍ່າໃດ. ມີໃຜຮູ້ບໍວ່າລັກສະນະນີ້ແມ່ນຫຍັງ? (ມັນຊັກຊວນ, ລໍ້ລວງ ແລະ ຫຼອກລວງມະນຸດ.) ນັ້ນຖືກຕ້ອງແລ້ວ; ສິ່ງເຫຼົ່ານີ້ແມ່ນສະແດງໃຫ້ເຫັນສອງສາມວິທີທາງຂອງລັກສະນະດັ່ງກ່າວນີ້. ຊາຕານຍັງໄດ້ລວງຕາ, ໂຈມຕີ ແລະ ກ່າວຫາມະນຸດ, ທັງໝົດເຫຼົ່ານີ້ແມ່ນສະແດງອອກຢ່າງຊັດເຈນ. ຍັງມີອີກບໍ? (ມັນຂີ້ຕົວະ.) ສໍ້ໂກງ ແລະ ຕົວະຍົວະແມ່ນທຳມະຊາດຂອງຊາຕານ. ມັນມັກເຮັດສິ່ງເຫຼົ່ານີ້. ຍັງມີການສັ່ງຜູ້ຄົນໄປມາ, ກະຕຸ້ນພວກເຂົາ, ບັງຄັບໃຫ້ພວກເຂົາເຮັດສິ່ງຕ່າງໆ, ສັ່ງພວກເຂົາໄປມາ ແລະ ໃຊ້ກຳລັງບັງຄັບເພື່ອຄອບຄອງພວກເຂົາ. ບັດນີ້ ເຮົາຈະບັນລະຍາຍບາງຢ່າງໃຫ້ພວກເຈົ້າຟັງເຊິ່ງຈະເຮັດໃຫ້ຂົນຂອງພວກເຈົ້າລຸກ, ແຕ່ເຮົາບໍ່ໄດ້ກ່າວສິ່ງນີ້ເພື່ອໃຫ້ພວກເຈົ້າຢ້ານ. ພຣະເຈົ້າປະຕິບັດພາລະກິດກັບມະນຸດ ແລະ ຖະໜຸຖະໜອມມະນຸດດ້ວຍທັດສະນະຄະຕິ ແລະ ຫົວໃຈຂອງພຣະອົງ. ໃນອີກດ້ານໜຶ່ງ, ຊາຕານບໍ່ໄດ້ເຊີດຊູມະນຸດເລີຍ ແລະ ມັນໃຊ້ເວລາທັງໝົດຂອງມັນເພື່ອຄິດຫາວິທີການທຳຮ້າຍມະນຸດ. ມັນບໍ່ໄດ້ເປັນແບບນັ້ນບໍ? ເມື່ອມັນຄິດທຳຮ້າຍມະນຸດ, ສະພາບຈິດໃຈຂອງມັນຟ້າວຟັ່ງບໍ? (ແມ່ນ.) ດັ່ງນັ້ນ, ເມື່ອເວົ້າເຖິງການເຮັດວຽກຂອງຊາຕານກັບມະນຸດ, ເຮົາມີສອງປະໂຫຍກທີ່ສາມາດບັນລະຍາຍຄວາມຊົ່ວຊ້າ ແລະ ຄວາມອັນຕະລາຍຂອງຊາຕານໄດ້ຢ່າງພຽງພໍ, ເຊິ່ງສາມາດເຮັດໃຫ້ພວກເຈົ້າຮູ້ຈັກຄວາມກຽດຊັງຂອງຊາຕານໄດ້ຢ່າງແທ້ຈິງ: ໃນວິທີການຂອງຊາຕານຕໍ່ມະນຸດ, ມັນຕ້ອງການທີ່ຈະຄອບຄອງ ແລະ ຄອບງຳມະນຸດທຸກຄົນດ້ວຍການບັງຄັບຢູ່ສະເໝີຈົນເຖິງຂັ້ນທີ່ມັນສາມາດຄວບຄຸມມະນຸດໄດ້ຢ່າງສົມບູນ ແລະ ທໍາຮ້າຍມະນຸດຢ່າງໜ້າໂສກເສົ້າ ເພື່ອວ່າ ມັນຈະສາມາດບັນລຸຈຸດປະສົງ ແລະ ຄວາມໄຝ່ສູງຂອງມັນ. “ການຄອບຄອງດ້ວຍການບັງຄັບ” ໝາຍຄວາມວ່າແນວໃດ? ມັນເປັນສິ່ງທີ່ເກີດຈາກການຍິນຍອມຂອງເຈົ້າ ຫຼື ປາສະຈາກການຍິນຍອມຂອງເຈົ້າບໍ? ມັນເກີດຈາກການຮັບຮູ້ຂອງເຈົ້າ ຫຼື ປາສະຈາກການຮັບຮູ້ຂອງເຈົ້າບໍ? ຄໍາຕອບກໍຄື ມັນເກີດຈາກການທີ່ເຈົ້າບໍ່ຮັບຮູ້ຢ່າງສິ້ນເຊີງ! ມັນເກີດໃນສະຖານະການທີ່ເຈົ້າບໍ່ຮູ້ຕົວ, ບາງເທື່ອ ໂດຍທີ່ມັນບໍ່ໄດ້ເວົ້າຫຍັງ ຫຼື ເຮັດຫຍັງໃຫ້ເຈົ້າເລີຍ, ບໍ່ມີການໃຫ້ສັນຍາ, ບໍ່ມີບໍລິບົດ, ແຕ່ມັນກໍຢູ່ຫັ້ນ, ຢູ່ອ້ອມຂ້າງເຈົ້າ ແລະ ອ້ອມຮອບຕົວເຈົ້າ. ມັນແນມຫາໂອກາດທີ່ຈະເອົາປຽບ ແລະ ຫຼັງ ຈາກນັ້ນ ມັນກໍຈະຄອບຄອງເຈົ້າ, ຄອບງຳເຈົ້າດ້ວຍການບັງຄັບ ເພື່ອ ບັນລຸຈຸດປະສົງຂອງມັນໃນການຄວບຄຸມເຈົ້າ ແລະ ທໍາຮ້າຍເຈົ້າຢ່າງສົມບູນ. ນີ້ແມ່ນຄວາມຕັ້ງໃຈ ແລະ ພຶດຕິກຳທົ່ວໄປຂອງຊາຕານໃນການຕໍ່ສູ້ເພື່ອດຶງເອົາມະນຸດອອກຈາກພຣະເຈົ້າ. ເຈົ້າຮູ້ສຶກແນວໃດເມື່ອພວກເຈົ້າໄດ້ຍິນສິ່ງນີ້? (ຕົກໃຈ ແລະ ຮູ້ສຶກຢ້ານຢູ່ໃນໃຈຂອງພວກຂ້ານ້ອຍ.) ເຈົ້າຮູ້ສຶກເບື່ອໜ່າຍບໍ? (ແມ່ນ.) ໃນຂະນະທີ່ພວກເຈົ້າຮູ້ສຶກເບື່ອໜ່າຍກັບສິ່ງນີ້, ພວກເຈົ້າຄິດວ່າຊາຕານບໍ່ລະອາຍໃຈບໍ? ເມື່ອພວກເຈົ້າຄິດວ່າຊາຕານບໍ່ມີຄວາມລະອາຍໃຈ, ແລ້ວພວກເຈົ້າຮູ້ສຶກເບື່ອໜ່າຍກັບຜູ້ຄົນຢູ່ອ້ອມຮອບຕົວເຈົ້າ ທີ່ຕ້ອງການຄວບຄຸມພວກເຈົ້າຢູ່ຕະຫຼອດບໍ, ກັບບັນດາຜູ້ທີ່ທະເຍີທະຍານກັບສະຖານະ ແລະ ຜົນປະໂຫຍດບໍ? (ແມ່ນ.) ສະນັ້ນ ຊາຕານໃຊ້ວິທີການໃດເພື່ອຄອບງຳ ແລະ ຄອບຄອງມະນຸດ? ພວກເຈົ້າຈະແຈ້ງກ່ຽວກັບສິ່ງນີ້ແລ້ວບໍ? ເມື່ອເຈົ້າໄດ້ຍິນສອງວະລີທີ່ວ່າ “ການຄອບຄອງດ້ວຍການບັງຄັບ” ແລະ “ການຄອບງຳ” ນີ້, ເຈົ້າຮູ້ສຶກເບື່ອໜ່າຍ ແລະ ເຈົ້າສາມາດຮູ້ສຶກເຖິງຄວາມຊົ່ວຮ້າຍກ່ຽວກັບຄໍາເວົ້າເຫຼົ່ານີ້. ໂດຍປາສະຈາກການຍິນຍອມຂອງເຈົ້າ ຫຼື ການຮູ້ຂອງເຈົ້າ, ຊາຕານຄອບງຳເຈົ້າ, ຄອບຄອງເຈົ້າໂດຍໃຊ້ກຳລັງ ແລະ ເຮັດໃຫ້ເຈົ້າເສື່ອມຊາມ. ເຈົ້າສາມາດຊີມລົດຊາດຫຍັງໄດ້ແດ່ໃນຫົວໃຈຂອງເຈົ້າ? ເຈົ້າຮູ້ສຶກກຽດຊັງ ແລະ ລັງກຽດບໍ? (ແມ່ນ.) ເມື່ອເຈົ້າຮູ້ສຶກກຽດຊັງ ແລະ ລັງກຽດຕໍ່ວິທີທາງເຫຼົ່ານີ້ຂອງຊາຕານ, ແລ້ວເຈົ້າມີຄວາມຮູ້ສຶກແນວໃດຕໍ່ພຣະເຈົ້າ? (ຮູ້ສຶກກະຕັນຍູ.) ກະຕັນຍູຕໍ່ພຣະເຈົ້າທີ່ໄດ້ຊ່ວຍເຈົ້າໃຫ້ລອດພົ້ນ. ສະນັ້ນ ຕອນນີ້ ແລະ ໃນຊ່ວງເວລານີ້, ເຈົ້າມີຄວາມປາດຖະໜາ ຫຼື ຄວາມປະສົງທີ່ຈະໃຫ້ພຣະເຈົ້າເບິ່ງແຍງທຸກຢ່າງ ແລະ ຄອບຄອງທຸກສິ່ງທຸກຢ່າງທີ່ເຈົ້າມີ ແລະ ເປັນບໍ? (ແມ່ນ.) ຄໍາຕອບຂອງເຈົ້າແມ່ນໃນບໍລິບົດໃດ? ເຈົ້າຕອບວ່າ “ແມ່ນ” ຍ້ອນວ່າເຈົ້າຢ້ານຖືກຊາຕານຄອບຄອງດ້ວຍການບັງຄັບ ແລະ ຄອບງຳແມ່ນບໍ? (ແມ່ນ.) ເຈົ້າຕ້ອງບໍ່ມີຄວາມຄິດແບບນີ້; ມັນບໍ່ຖືກຕ້ອງ. ບໍ່ຕ້ອງຢ້ານ, ເພາະວ່າ ພຣະເຈົ້າຢູ່ນີ້ແລ້ວ. ບໍ່ມີຫຍັງທີ່ຈະຕ້ອງຢ້ານ. ເມື່ອເຈົ້າໄດ້ເຂົ້າໃຈເຖິງທໍາມະຊາດອັນຊົ່ວຮ້າຍຂອງຊາຕານແລ້ວ, ເຈົ້າຄວນມີຄວາມເຂົ້າໃຈຢ່າງຖືກຕ້ອງຫຼາຍຂຶ້ນ ຫຼື ຖະໜຸຖະໜອມຄວາມຮັກຂອງພຣະເຈົ້າ, ຄວາມຕັ້ງໃຈທີ່ດີຂອງພຣະເຈົ້າ, ຄວາມເມດຕາຂອງພຣະເຈົ້າ ແລະ ຄວາມອົດທົນທີ່ມີຕໍ່ມະນຸດ ແລະ ອຸປະນິໄສອັນຊອບທຳຂອງພຣະອົງຫຼາຍຂຶ້ນ. ຊາຕານນັ້ນເປັນຕາຊັງຫຼາຍ, ແຕ່ຖ້າສິ່ງນີ້ຍັງບໍ່ສ້າງແຮງບັນດານໃຈໃຫ້ເຈົ້າຮັກພຣະເຈົ້າ, ເພິ່ງພາ ແລະ ເຊື່ອໃນພຣະອົງ, ແລ້ວເຈົ້າແມ່ນຄົນປະເພດໃດ? ເຈົ້າເຕັມໃຈທີ່ຈະໃຫ້ຊາຕານທຳຮ້າຍເຈົ້າບໍ? ຫຼັງຈາກທີ່ເຫັນຄວາມຊົ່ວຮ້າຍ ແລະ ຄວາມໜ້າລັງກຽດຂອງຊາຕານແລ້ວ, ພວກເຮົາກໍໄດ້ຫັນກັບມາເບິ່ງພຣະເຈົ້າ. ຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າໃນຕອນນີ້ໄດ້ມີການປ່ຽນແປງໃດໆຢູ່ບໍ? ເຈົ້າສາມາດເວົ້າໄດ້ບໍ່ວ່າພຣະເຈົ້ານັ້ນບໍລິສຸດ? “ພຣະເຈົ້າແມ່ນບໍລິສຸດຢ່າງມີເອກະລັກ”, ພຣະເຈົ້າສາມາດປະຕິບັດຕາມຕໍາແໜ່ງນີ້ໄດ້ບໍ? (ໄດ້.) ສະນັ້ນ ຢູ່ໃນໂລກ ແລະ ທ່າມກາງສິ່ງຕ່າງໆທັງໝົດ, ມີພຽງພຣະເຈົ້າເອງບໍທີ່ສາມາດປະຕິບັດຕາມຄວາມເຂົ້າໃຈນີ້ຂອງມະນຸດ? (ແມ່ນ.) ແລ້ວພຣະເຈົ້າປະທານຫຍັງແທ້ໃຫ້ກັບມະນຸດ? ພຣະອົງໃຫ້ຄວາມເບິ່ງແຍງ, ການເປັນຫ່ວງ ແລະ ຄວາມນຶກຄິດພຽງເລັກນ້ອຍໃຫ້ກັບເຈົ້າໂດຍທີ່ເຈົ້າບໍ່ຮູ້ສຶກຕົວເທົ່ານັ້ນບໍ? ພຣະເຈົ້າໄດ້ປະທານຫຍັງໃຫ້ກັບມະນຸດ? ພຣະເຈົ້າໄດ້ປະທານຊີວິດໃຫ້ກັບມະນຸດ, ປະທານທຸກສິ່ງທຸກຢ່າງໃຫ້ກັບມະນຸດ ແລະ ປະທານທັງໝົດນີ້ໃຫ້ກັບມະນຸດໂດຍບໍ່ມີເງື່ອນໄຂ, ບໍ່ຮຽກຮ້ອງຫຍັງ ແລະ ບໍ່ມີເຈດຕະນາອື່ນໃດ. ພຣະອົງໃຊ້ຄວາມຈິງ, ໃຊ້ພຣະທຳຂອງພຣະອົງ, ໃຊ້ຊີວິດຂອງພຣະອົງເພື່ອຊີ້ນໍາ ແລະ ນໍາພາມະນຸດ, ນໍາເອົາມະນຸດອອກຈາກການທໍາຮ້າຍຂອງຊາຕານ, ອອກຈາກການຫຼອກລວງຂອງຊາຕານ, ອອກຈາກການລໍ້ລວງຂອງຊາຕານ ແລະ ເຮັດໃຫ້ມະນຸດເຫັນຢ່າງຊັດເຈນເຖິງທໍາມະຊາດອັນຊົ່ວຮ້າຍ ແລະ ໃບໜ້າທີ່ເປັນຕາຊັງຂອງຊາຕານ. ຄວາມຮັກ ແລະ ຄວາມເປັນຫ່ວງຂອງພຣະເຈົ້າຕໍ່ມວນມະນຸດແມ່ນແທ້ຈິງບໍ? ມັນແມ່ນສິ່ງທີ່ພວກເຈົ້າທຸກຄົນສາມາດປະສົບໄດ້ບໍ? (ແມ່ນ.)

ໃຫ້ຫັນກັບໄປເບິ່ງຊີວິດຂອງເຈົ້າຈົນເຖິງທຸກວັນນີ້ ກັບທຸກສິ່ງທີ່ພຣະເຈົ້າໄດ້ປະຕິບັດຕໍ່ເຈົ້າໃນຊົ່ວຊີວິດການເຊື່ອຂອງເຈົ້າເບິ່ງ. ບໍ່ວ່າເຈົ້າຈະຮູ້ສຶກເຖິງມັນຢ່າງເລິກເຊິ່ງ ຫຼື ບໍ່ກໍຕາມ, ສິ່ງນີ້ບໍ່ແມ່ນສິ່ງທີ່ຈໍາເປັນທີ່ສຸດສໍາລັບເຈົ້າບໍ? ມັນບໍ່ແມ່ນສິ່ງທີ່ເຈົ້າຕ້ອງການຢາກໄດ້ທີ່ສຸດບໍ? (ແມ່ນ.) ນີ້ບໍ່ແມ່ນຄວາມຈິງບໍ? ນີ້ບໍ່ແມ່ນຊີວິດບໍ? (ແມ່ນ.) ພຣະເຈົ້າເຄີຍໃຫ້ແສງສະຫວ່າງຕໍ່ເຈົ້າ ແລ້ວຖາມເຈົ້າໃຫ້ສົ່ງຄືນທຸກສິ່ງທີ່ພຣະອົງໄດ້ປະທານໃຫ້ກັບເຈົ້າບໍ? (ບໍ່.) ແລ້ວແມ່ນຫຍັງຄືຈຸດປະສົງຂອງພຣະເຈົ້າ? ພຣະເຈົ້າມີຈຸດປະສົງທີ່ຈະຄອບຄອງເຈົ້າເຊັ່ນກັນບໍ? (ບໍ່.) ພຣະເຈົ້າຕ້ອງການຂຶ້ນຄອງບັນລັງຂອງພຣະອົງດ້ວຍຫົວໃຈຂອງມະນຸດບໍ? (ແມ່ນ.) ແລ້ວແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງການຂຶ້ນຄອງບັນລັງຂອງພຣະເຈົ້າ ແລະ ການຄອບຄອງດ້ວຍການບັງຄັບຂອງຊາຕານ? ພຣະເຈົ້າຢາກໄດ້ຫົວໃຈຂອງມະນຸດ, ພຣະອົງຕ້ອງການຄອບຄອງຫົວໃຈຂອງມະນຸດ, ນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພຣະເຈົ້າຕ້ອງການໃຫ້ມະນຸດກາຍເປັນຫຸ່ນຮັບໃຊ້ຂອງພຣະອົງ, ເປັນເຄື່ອງຈັກຂອງພຣະອົງບໍ? (ບໍ່.) ແລ້ວວັດຖຸປະສົງຂອງພຣະເຈົ້າແມ່ນຫຍັງ? ມີຄວາມແຕກຕ່າງລະຫວ່າງພຣະເຈົ້າຕ້ອງການຄອບຄອງຫົວໃຈຂອງມະນຸດ ແລະ ການຄອບຄອງດ້ວຍການບັງຄັບ ແລະ ການຄອບງຳມະນຸດຂອງຊາຕານບໍ? (ມີ.) ແມ່ນຫຍັງຄືຄວາມແຕກຕ່າງ? ເຈົ້າສາມາດບອກເຮົາຢ່າງຊັດເຈນບໍ? (ຊາຕານເຮັດສິ່ງນັ້ນໂດຍໃຊ້ກຳລັງ ໃນຂະນະທີ່ພຣະເຈົ້າປ່ອຍໃຫ້ມະນຸດອາສາສະໝັກ.) ນີ້ແມ່ນຄວາມແຕກຕ່າງບໍ? ພຣະເຈົ້າຕ້ອງການຫົວໃຈຂອງເຈົ້າເພື່ອຫຍັງ? ແລະ ພຣະເຈົ້າຕ້ອງການຄອບຄອງເຈົ້າເພື່ອຫຍັງ? ໃນຫົວໃຈຂອງເຈົ້າ ເຈົ້າເຂົ້າໃຈ ປະໂຫຍກທີ່ວ່າ “ພຣະເຈົ້າຄອບຄອງຫົວໃຈຂອງມະນຸດ” ແນວໃດ? ພວກເຈົ້າຕ້ອງຍຸຕິທຳກັບສິ່ງທີ່ເຮົາເວົ້າກ່ຽວກັບພຣະເຈົ້າຢູ່ໃນນີ້, ບໍ່ດັ່ງນັ້ນ ຜູ້ຄົນກໍຈະເຂົ້າໃຈຜິດສະເໝີ ແລະ ຄິດວ່າ: “ພຣະເຈົ້າຕ້ອງການຄອບຄອງຂ້ານ້ອຍຢູ່ຕະຫຼອດ. ພຣະເຈົ້າຕ້ອງການຄອບຄອງຂ້ານ້ອຍເພື່ອຫຍັງ? ຂ້ານ້ອຍບໍ່ຢາກຖືກຄອບຄອງ, ຂ້ານ້ອຍຢາກເປັນນາຍຂອງຕົວເອງ. ພຣະອົງເວົ້າວ່າຊາຕານຄອບຄອງຜູ້ຄົນ, ແລ້ວນີ້ບໍ່ແມ່ນກໍລະນີດຽວກັນບໍ? ຂ້ານ້ອຍບໍ່ຕ້ອງການໃຫ້ໃຜມາຄອບຄອງຂ້ານ້ອຍ, ຂ້ານ້ອຍເປັນຕົວຂອງຂ້ານ້ອຍເອງ!” ແມ່ນຫຍັງຄືຄວາມແຕກຕ່າງໃນນີ້? ລອງໃຊ້ເວລາຄິດເບິ່ງ. ເຮົາຂໍຖາມພວກເຈົ້າວ່າ “ພຣະເຈົ້າຄອບຄອງມະນຸດ” ແມ່ນວະລີທີ່ໄຮ້ປະໂຫຍດບໍ? ການຄອບຄອງມະນຸດຂອງພຣະເຈົ້າແມ່ນໝາຍເຖິງພຣະອົງອາໄສຢູ່ໃນຫົວໃຈເຈົ້າ ແລະ ຄວບຄຸມທຸກຄຳເວົ້າ ແລະ ການເຄື່ອນໄຫວຂອງເຈົ້າບໍ? ຖ້າພຣະອົງບອກເຈົ້າໃຫ້ນັ່ງ, ເຈົ້າຈະບໍ່ກ້າຢືນບໍ? ຖ້າພຣະອົງບອກໃຫ້ເຈົ້າໄປທາງທິດຕາເວັນອອກ, ເຈົ້າຈະບໍ່ກ້າໄປທາງທິດຕາເວັນຕົກບໍ່? ຄໍາວ່າ “ການຄອບຄອງ” ໝາຍເຖິງສິ່ງນີ້ບໍ? (ບໍ່, ມັນບໍ່ແມ່ນ. ພຣະເຈົ້າຕ້ອງການໃຫ້ມະນຸດດໍາລົງຊີວິດຢູ່ໃນສິ່ງທີ່ພຣະເຈົ້າມີ ແລະ ເປັນ.) ຕະຫຼອດຫຼາຍປີທີ່ພຣະເຈົ້າໄດ້ຄຸ້ມຄອງມະນຸດ, ໃນພາລະກິດຂອງພຣະອົງທີ່ປະຕິບັດຕໍ່ມະນຸດຈົນເຖິງຂັ້ນຕອນສຸດທ້າຍນີ້, ແມ່ນຫຍັງຄືພຣະທໍາທີ່ພຣະອົງໄດ້ກ່າວທີ່ມີຜົນກະທົບຕໍ່ມະນຸດໂດຍເຈດຕະນາ? ມັນແມ່ນການທີ່ມະນຸດດໍາລົງຊີວິດຢູ່ໃນສິ່ງທີ່ພຣະເຈົ້າມີ ແລະ ເປັນບໍ? ຖ້າເບິ່ງຄວາມໝາຍຂອງປະໂຫຍກທີ່ວ່າ “ພຣະເຈົ້າຄອບຄອງຫົວໃຈຂອງມະນຸດ” ໂດຍຕາມຄວາມໝາຍຂອງມັນ ກໍຈະເບິ່ງຄືກັບວ່າ ພຣະເຈົ້າເອົາຫົວໃຈຂອງມະນຸດ ແລະ ຄອບຄອງມັນ, ອາໄສຢູ່ໃນມັນ ແລະ ບໍ່ອອກມາອີກ; ພຣະອົງກາຍເປັນນາຍຂອງມະນຸດ ແລະ ສາມາດຄວບຄຸມ ແລະ ຈັດການຫົວໃຈຂອງມະນຸດໄດ້ຕາມໃຈ ເພື່ອວ່າມະນຸດຕ້ອງເຮັດທຸກສິ່ງທີ່ພຣະເຈົ້າບອກໃຫ້ເຂົາເຮັດ. ໃນຄວາມຮູ້ສຶກນີ້, ມັນເບິ່ງຄືກັບວ່າ ທຸກຄົນໄດ້ກາຍມາເປັນພຣະເຈົ້າ ແລະ ມີທາດແທ້ ແລະ ອຸປະນິໄສຂອງພຣະອົງ. ດັ້ງນັ້ນ ໃນກໍລະນີນີ້, ມະນຸດສາມາດປະຕິບັດພາລະກິດຂອງພຣະເຈົ້າໄດ້ເຊັ່ນກັນບໍ? ຄໍາວ່າ “ການຄອບຄອງ” ສາມາດອະທິບາຍແບບນີ້ໄດ້ບໍ? (ບໍ່.) ແລ້ວມັນແມ່ນຫຍັງ? ເຮົາຂໍຖາມພວກເຈົ້າດັ່ງນີ້: ພຣະທຳ ແລະ ຄວາມຈິງທັງໝົດທີ່ພຣະເຈົ້າສະໜອງໃຫ້ແກ່ມະນຸດແມ່ນການເປີດເຜີຍທາດແທ້ຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນບໍ? (ແມ່ນ.) ສິ່ງນີ້ແມ່ນແທ້ແນ່ນອນ. ແຕ່ວ່າມັນຈໍາເປັນບໍທີ່ພຣະເຈົ້າເອງຕ້ອງປະຕິບັດ ແລະ ຄອບຄອງພຣະທໍາທັງໝົດທີ່ພຣະເຈົ້າສະໜອງໃຫ້ກັບມະນຸດ? ຈົ່ງໃຊ້ເວລາຄິດເບິ່ງ. ເມື່ອພຣະເຈົ້າຕັດສິນມະນຸດ, ເປັນຫຍັງພຣະອົງຈຶ່ງຕັດສິນພວກເຂົາ? ພຣະທໍາເຫຼົ່ານີ້ເກີດຂຶ້ນໄດ້ແນວໃດ? ແມ່ນຫຍັງຄືເນື້ອໃນຂອງພຣະທໍາເຫຼົ່ານີ້ທີ່ພຣະເຈົ້າກ່າວໃນເວລາພຣະອົງຕັດສິນມະນຸດ? ແລ້ວພຣະທໍາເຫຼົ່ານີ້ອີງໃສ່ຫຍັງ? ພວກມັນອີງໃສ່ນິໄສອັນເສື່ອມຊາມຂອງມະນຸດບໍ? (ແມ່ນ.) ດັ່ງນັ້ນ, ຜົນໄດ້ຮັບຈາກການພິພາກສາມະນຸດແມ່ນອີງໃສ່ທາດແທ້ຂອງພຣະເຈົ້າບໍ? (ແມ່ນ.) ແລ້ວ “ການຄອບຄອງມະນຸດ” ຂອງພຣະເຈົ້າເປັນພຽງວະລີທີ່ວ່າງເປົ່າບໍ? ແນ່ນອນວ່າບໍ່ແມ່ນ. ແລ້ວເປັນຫຍັງພຣະເຈົ້າຈິ່ງກ່າວພຣະທໍາເຫຼົ່ານີ້ກັບມະນຸດ? ວັດຖຸປະສົງໃນການກ່າວພຣະທໍາເຫຼົ່ານີ້ຂອງພຣະອົງແມ່ນຫຍັງ? ພຣະອົງຕ້ອງການໃຊ້ພຣະທໍາເຫຼົ່ານີ້ເພື່ອຊີວິດຂອງມະນຸດບໍ? (ແມ່ນ.) ພຣະເຈົ້າຕ້ອງການໃຊ້ຄວາມຈິງທັງໝົດນີ້ທີ່ພຣະອົງໄດ້ກ່າວເພື່ອຊີວິດຂອງມະນຸດ. ເມື່ອມະນຸດຮັບເອົາຄວາມຈິງທັງໝົດ ແລະ ພຣະທໍາຂອງພຣະເຈົ້າ ແລະ ປະຕິຮູບມັນເຂົ້າໃນຊີວິດຂອງພວກເຂົາ, ແລ້ວມະນຸດສາມາດເຊື່ອຟັງພຣະເຈົ້າໄດ້ບໍ? ແລ້ວມະນຸດສາມາດຢໍາເກງພຣະເຈົ້າໄດ້ບໍ? ແລ້ວມະນຸດສາມາດຫຼີກເວັ້ນຄວາມຊົ່ວຮ້າຍໄດ້ບໍ? ເມື່ອມະນຸດໄດ້ເຂົ້າເຖິງຈຸດນີ້ແລ້ວ, ເຂົາຈະເຊື່ອຟັງອໍານາດອະທິປະໄຕ ແລະ ການຈັດແຈງຂອງພຣະເຈົ້າບໍ? ແລ້ວມະນຸດຈະຍອມຢູ່ພາຍໃຕ້ສິດອໍານາດຂອງພຣະເຈົ້າບໍ? ເມື່ອຜູ້ຄົນຄືໂຢບ ຫຼື ເປໂຕມາເຖິງຈຸດສິ້ນສຸດຂອງເສັ້ນທາງພວກເຂົາ, ເມື່ອຊີວິດຂອງພວກເຂົາຖືວ່າໄດ້ບັນລຸວຸດທິພາວະ, ເມື່ອພວກເຂົາມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າຢ່າງແທ້ຈິງ, ແລ້ວຊາຕານຍັງຈະສາມາດເຮັດໃຫ້ພວກເຂົາໄປທາງອື່ນບໍ? ຊາຕານຍັງສາມາດຄອບຄອງພວກເຂົາໄດ້ບໍ? ຊາຕານຍັງສາມາດຄອບງຳພວກເຂົາດ້ວຍກໍາລັງໄດ້ບໍ? (ບໍ່.) ແລ້ວນີ້ແມ່ນຄົນປະເພດໃດ? ນີ້ແມ່ນບຸກຄົນທີ່ຖືກພຣະເຈົ້າຮັບເອົາໂດຍສົມບູນບໍ? (ແມ່ນ.) ໃນຄວາມໝາຍລະດັບນີ້, ພວກເຈົ້າເຫັນຄົນປະເພດນີ້ທີ່ຖືກພຣະເຈົ້າຮັບເອົາໂດຍສົມບູນແນວໃດ? ໃນມຸມມອງຂອງພຣະເຈົ້າ, ພາຍໃຕ້ສະຖານະການເຫຼົ່ານີ້, ພຣະອົງໄດ້ຄອບຄອງຫົວໃຈຂອງບຸກຄົນນີ້ແລ້ວ. ແຕ່ວ່າບຸກຄົນນີ້ຈະຮູ້ສຶກຫຍັງ? ຮູ້ສຶກເຖິງພຣະທໍາຂອງພຣະເຈົ້າ, ສິດອໍານາດຂອງພຣະເຈົ້າ ແລະ ແນວທາງຂອງພຣະເຈົ້າ, ກາຍເປັນຊີວິດພາຍໃນມະນຸດ, ແລ້ວຊີວິດດັ່ງກ່າວນີ້ກໍຄອບຄອງຄວາມເປັນຢູ່ທັງໝົດຂອງມະນຸດ ແລະ ເຮັດໃຫ້ສິ່ງຕ່າງໆທີ່ເຂົາອາໄສຢູ່ພ້ອມດ້ວຍທາດແທ້ຂອງເຂົາພຽງພໍທີ່ຈະເຮັດໃຫ້ພຣະເຈົ້າພໍໃຈບໍ? ໃນມຸມມອງຂອງພຣະເຈົ້າ, ຫົວໃຈຂອງມະນຸດໃນຕອນນີ້ຖືກພຣະອົງຄອບຄອງແລ້ວບໍ? (ແມ່ນ.) ຕອນນີ້, ພວກເຈົ້າເຂົ້າໃຈຄວາມໝາຍລະດັບນີ້ແນວໃດ? ມັນແມ່ນພຣະວິນຍານຂອງພຣະເຈົ້າບໍທີ່ຄອບຄອງພວກເຈົ້າ? (ບໍ່, ມັນແມ່ນພຣະທໍາຂອງພຣະເຈົ້າທີ່ຄອບຄອງພວກຂ້ານ້ອຍ.) ມັນແມ່ນຫົນທາງຂອງພຣະເຈົ້າ ແລະ ພຣະທໍາຂອງພຣະເຈົ້າທີ່ໄດ້ກາຍເປັນຊີວິດຂອງເຈົ້າ ແລະ ມັນແມ່ນຄວາມຈິງທີ່ໄດ້ກາຍເປັນຊີວິດຂອງເຈົ້າ. ໃນເວລານີ້, ມະນຸດມີຊີວິດທີ່ມາຈາກພຣະເຈົ້າ, ແຕ່ພວກເຮົາບໍ່ສາມາດເວົ້າໄດ້ວ່າຊີວິດດັ່ງກ່າວນີ້ແມ່ນຊີວິດຂອງພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍ່ຄື, ພວກເຮົາບໍ່ສາມາດເວົ້າວ່າຊີວິດມະນຸດທີ່ໄດ້ມາຈາກພຣະທໍາຂອງພຣະເຈົ້າແມ່ນຊີວິດຂອງພຣະເຈົ້າ. ດັ່ງນັ້ນ, ບໍ່ວ່າມະນຸດຈະຕິດຕາມພຣະເຈົ້າດົນປານໃດກໍຕາມ, ບໍ່ວ່າມະນຸດໄດ້ຮັບພຣະທຳຈາກພຣະເຈົ້າຫຼາຍປານໃດ, ມະນຸດບໍ່ສາມາດກາຍເປັນພຣະເຈົ້າໄດ້. ເຖິງແມ່ນວ່າ ວັນໜຶ່ງຖ້າພຣະເຈົ້າກ່າວວ່າ, “ເຮົາໄດ້ຄອບຄອງຫົວໃຈຂອງເຈົ້າແລ້ວ, ຕອນນີ້ເຈົ້າມີຊີວິດຂອງເຮົາ”, ແລ້ວເຈົ້າຈະຮູ້ສຶກວ່າເຈົ້າເປັນພຣະເຈົ້າບໍ? (ບໍ່.) ແລ້ວເຈົ້າຈະກາຍເປັນຫຍັງ? ເຈົ້າຈະບໍ່ໄດ້ມີການເຊື່ອຟັງພຣະເຈົ້າຢ່າງແທ້ຈິງບໍ? ຫົວໃຈຂອງເຈົ້າຈະບໍ່ເຕັມໄປດ້ວຍຊີວິດທີ່ພຣະເຈົ້າປະທານໃຫ້ເຈົ້າບໍ? ນີ້ຈະເປັນການສະແດງອອກທີ່ປົກກະຕິທີ່ສຸດກ່ຽວກັບສິ່ງທີ່ເກີດຂຶ້ນເມື່ອພຣະເຈົ້າຄອບຄອງຫົວໃຈຂອງມະນຸດ. ນີ້ແມ່ນຄວາມຈິງ. ສະນັ້ນ ເມື່ອເບິ່ງມັນຈາກດ້ານນີ້, ມະນຸດສາມາດກາຍເປັນພຣະເຈົ້າໄດ້ບໍ? ເມື່ອມະນຸດສາມາດດຳລົງຊີວິດຕາມຄວາມເປັນຈິງໃນພຣະທຳຂອງພຣະເຈົ້າ ແລະ ກາຍມາເປັນຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ, ຫຼັງຈາກນັ້ນ ມະນຸດຈະສາມາດມີແກ່ນແທ້ຂອງຊີວິດ ແລະ ຄວາມສັກສິດຂອງພຣະເຈົ້າບໍ? ບໍ່ແມ່ນຢ່າງແນ່ນອນ. ບໍ່ວ່າຫຍັງຈະເກີດຂຶ້ນກໍຕາມ, ເມື່ອທຸກສິ່ງຈົບສິ້ນລົງ ມະນຸດກໍຍັງເປັນມະນຸດຢູ່. ເຈົ້າຄືສິ່ງຖືກສ້າງ; ເມື່ອເຈົ້າໄດ້ຮັບພຣະທຳຂອງພຣະເຈົ້າຈາກພຣະເຈົ້າ ແລະ ໄດ້ຮັບເສັ້ນທາງຂອງພຣະເຈົ້າ, ເຈົ້າພຽງມີຊີວິດທີ່ມາຈາກພຣະທໍາຂອງພຣະເຈົ້າເທົ່ານັ້ນ, ເຈົ້າກາຍມາເປັນຄົນທີ່ພຣະເຈົ້າຍົກຍ້ອງ, ແຕ່ເຈົ້າຈະບໍ່ມີແກ່ນແທ້ຊີວິດຂອງພຣະເຈົ້າ, ແຮງໄກທີ່ຈະມີຄວາມສັກສິດຂອງພຣະເຈົ້າ.

ບັດນີ້ ພວກເຮົາຈະກັບມາສູ່ຫົວຂໍ້ທີ່ພວກເຮົາຫາກໍສົນທະນາກັນ. ລະຫວ່າງການສົນທະນານີ້ ເຮົາໄດ້ຖາມພວກເຈົ້າໜຶ່ງຄໍາຖາມ ນັ້ນກໍຄື ອາບຣາຮາມບໍລິສຸດບໍ? ໂຢບບໍລິສຸດບໍ? (ບໍ່.) “ຄວາມບໍລິສຸດ” ນີ້ເປັນຕົວແທນໃຫ້ແກ່ແກ່ນແທ້ ແລະ ອຸປະນິໄສຂອງພຣະເຈົ້າ ແລະ ມະນຸດກໍຂາດເຂີນຫຼາຍ. ມະນຸດບໍ່ມີທາດແທ້ຂອງພຣະເຈົ້າ ຫຼື ອຸປະນິໄສຂອງພຣະເຈົ້າ. ເຖິງແມ່ນວ່າ ເມື່ອມະນຸດໄດ້ຜະເຊີນກັບພຣະທໍາທັງໝົດຂອງພຣະເຈົ້າ ແລະ ກາຍມາມີຄວາມຈິງຂອງພຣະທຳເຫຼົ່ານັ້ນ, ມະນຸດກໍຍັງບໍ່ສາມາດມີແກ່ນແທ້ທີ່ສັກສິດຂອງພຣະເຈົ້າໄດ້ຈັກເທື່ອ; ມະນຸດກໍຄືມະນຸດ. ເຈົ້າເຂົ້າໃຈແມ່ນບໍ່? ສະນັ້ນ, ບັດນີ້ ແມ່ນຫຍັງຄືຄວາມເຂົ້າໃຈຂອງເຈົ້າກ່ຽວກັບວະລີທີ່ວ່າ: “ພຣະເຈົ້າຄອບຄອງຫົວໃຈຂອງມະນຸດ”? (ມັນແມ່ນພຣະທໍາຂອງພຣະເຈົ້າ, ເສັ້ນທາງຂອງພຣະເຈົ້າ ແລະ ຄວາມຈິງຂອງພຣະອົງທີ່ກາຍເປັນຊີວິດຂອງມະນຸດ.) ເຈົ້າໄດ້ຈື່ຈໍາພຣະທໍາເຫຼົ່ານີ້. ເຮົາຫວັງວ່າພວກເຈົ້າຈະມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າອີກ. ບາງຄົນອາດຖາມວ່າ: “ແລ້ວເປັນຫຍັງຈິ່ງເວົ້າວ່າຜູ້ສົ່ງຂ່າວ ແລະ ເທວະດາຂອງພຣະເຈົ້ານັ້ນບໍ່ບໍລິສຸດ?” ພວກເຈົ້າຄິດແນວໃດກ່ຽວກັບຄໍາຖາມນີ້? ບາງທີເຈົ້າອາດບໍ່ໄດ້ພິຈາລະນາມັນມາກ່ອນ. ເຮົາຈະໃຊ້ຕົວຢ່າງງ່າຍໆ ເຊັ່ນ: ເມື່ອເຈົ້າເປີດຫຸ່ນຍົນ, ມັນສາມາດທັງເຕັ້ນ ແລະ ເວົ້າໄດ້ ແລະ ເຈົ້າກໍສາມາດເຂົ້າໃຈສິ່ງທີ່ມັນເວົ້າ. ເຈົ້າອາດຮູ້ສຶກວ່າມັນໜ້າຮັກ ແລະ ມີຊີວິດຊີວາ, ແຕ່ມັນຈະບໍ່ເຂົ້າໃຈຍ້ອນວ່າມັນບໍ່ມີຊີວິດ. ເມື່ອເຈົ້າມອດມັນ, ມັນຍັງຈະສາມາດເຄື່ອນຍ້າຍໄປມາໄດ້ຢູ່ບໍ? ເມື່ອເຈົ້າເປີດຫຸ່ນຍົນນີ້, ເຈົ້າຈຶ່ງສາມາດເຫັນໄດ້ວ່າມັນມີຊີວິດຊີວາ ແລະ ໜ້າຮັກ. ແລ້ວເຈົ້າກໍປະເມີນມັນ, ບໍ່ວ່າຈະເປັນການປະເມີນທີ່ຈໍາເປັນ ຫຼື ເປັນການປະເມີນແບບຜິວເຜີນ, ບໍ່ວ່າໃນກໍລະນີໃດກໍຕາມ ເຈົ້າສາມາດເຫັນມັນເຄື່ອນຍ້າຍໄດ້. ແຕ່ເມື່ອເຈົ້າມອດມັນ, ເຈົ້າເຫັນບຸກຄະລິກປະເພດໃດໃນຕົວມັນບໍ? ເຈົ້າເຫັນມັນມີທາດແທ້ປະເພດໃດບໍ? ເຈົ້າເຂົ້າໃຈຄວາມໝາຍໃນສິ່ງທີ່ເຮົາກຳລັງເວົ້າຢູ່ນີ້ບໍ? ເວົ້າໄດ້ວ່າ, ເຖິງແມ່ນວ່າຫຸ່ນຍົນດັ່ງກ່າວຈະສາມາດເຄື່ອນຍ້າຍ ແລະ ຢຸດໄດ້, ເຈົ້າບໍ່ສາມາດບັນລະຍາຍໄດ້ວ່າມັນມີທາດແທ້ປະເພດໃດໆເລີຍ. ນີ້ບໍ່ແມ່ນຄວາມຈິງບໍ? ບັດນີ້ ພວກເຮົາຈະບໍ່ເວົ້າກ່ຽວກັບສິ່ງນີ້ອີກ. ມັນພຽງພໍແລ້ວສຳລັບພວກເຈົ້າທີ່ຈະເຂົ້າໃຈຄວາມໝາຍທົ່ວໄປ. ໃຫ້ພວກເຮົາຈົບການສົນທະນາຂອງພວກເຮົາໃນທີ່ນີ້. ລາກ່ອນ!

ວັນທີ 17 ທັນວາ 2013

ໝາຍເຫດ:

ກ. “ຄາຖາບ້ວງຮັດຫົວກ” ແມ່ນຄາຖາໃຊ້ໂດຍພະສົງຊື່ວ່າ ຕັງສານຊາງໃນນະວະນິຍາຍຈີນ “ການເດີນທາງສູ່ທິດຕາເວັນຕົກ”. ເພິ່ນໃຊ້ຄາຖາເພື່ອຄວບຄຸມສັນວູກົງໂດຍຫັດບ້ວງເຫຼັກໃສ່ຫົວຂອງສັນວູກົງເຮັດໃຫ້ລາວເຈັບຫົວຢ່າງໜັກ ແລະ ເຮັດໃຫ້ລາວຍອມຢູ່ພາຍໃຕ້ການຄວບຄຸມ. ມັນໄດ້ກາຍມາເປັນຄຳອຸປະມາເພື່ອອະທິບາຍສິ່ງທີ່ຜູກມັດບຸກຄົນໜຶ່ງ.

ກ່ອນນີ້: ພຣະເຈົ້າເອງ, ທີ່ເປັນເອກະລັກ III

ຕໍ່ໄປ: ພຣະເຈົ້າເອງ, ທີ່ເປັນເອກະລັກ V

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້