ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ

ໃນຕົ້ນເດີມນັ້ນ ພຣະເຈົ້າໄດ້ຢູ່ໃນຄວາມສະຫງົບ. ໃນເວລານັ້ນແມ່ນບໍ່ມີມະນຸດ ຫຼື ສິ່ງໃດຢູ່ເທິງແຜ່ນດິນໂລກ ແລະ ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດໃດທັງສິ້ນ. ພຣະອົງພຽງແຕ່ເລີ່ມພາລະກິດການຄຸ້ມຄອງຂອງພຣະອົງ ຫຼັງຈາກທີ່ເກີດມີມະນຸດ ແລະ ຫຼັງຈາກມະນຸດໄດ້ເສື່ອມຊາມ; ນັບແຕ່ນັ້ນມາ ພຣະອົງກໍບໍ່ໄດ້ຢຸດພັກເຊົາອີກເລີຍ ແຕ່ກົງກັນຂ້າມ ພຣະອົງແມ່ນເລີ່ມຫຍຸ້ງກັບການປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ. ເປັນຍ້ອນຄວາມເສື່ອມຊາມຂອງມະນຸດທີ່ພາໃຫ້ພຣະເຈົ້າບໍ່ໄດ້ຢຸດພັກ ແລະ ຍັງເປັນຍ້ອນການຕໍ່ຕ້ານຂອງເທວະທູດອີກດ້ວຍ. ຖ້າພຣະເຈົ້າບໍ່ເອົາຊະນະຊາຕານ ແລະ ຊ່ວຍມະນຸດຊາດທີ່ເສື່ອມຊາມໃຫ້ລອດພົ້ນ, ພຣະອົງກໍຈະບໍ່ສາມາດເຂົ້າສູ່ບ່ອນພັກເຊົາໄດ້ອີກ. ໃນເມື່ອມະນຸດບໍ່ມີຄວາມສະຫງົບ, ພຣະເຈົ້າກໍຈະບໍ່ມີຄວາມສະຫງົບເຊັ່ນກັນ ແລະ ເມື່ອພຣະເຈົ້າເຂົ້າສູ່ບ່ອນພັກເຊົາອີກຄັ້ງ, ມະນຸດກໍຈະເຂົ້າສູ່ບ່ອນພັກເຊົາເຊັ່ນກັນ. ການໃຊ້ຊີວິດຢູ່ໃນຄວາມສະຫງົບໝາຍຄວາມວ່າເປັນຊີວິດທີ່ບໍ່ມີສົງຄາມ, ບໍ່ມີຄວາມເປິເປື້ອນ ແລະ ບໍ່ມີຄວາມບໍ່ຊອບທໍາຢ່າງຝັງແໜ້ນ. ນີ້ໝາຍຄວາມວ່າ ມັນເປັນຊີວິດທີ່ປາສະຈາກການຮຸກຮານຂອງຊາຕານ (ໃນນີ້ “ຊາຕານ” ໝາຍເຖິງກອງກໍາລັງສັດຕູ) ແລະ ປາສະຈາກຄວາມເສື່ອມຊາມຂອງຊາຕານ ຫຼື ມີຄວາມສ່ຽງຕໍ່ການຮຸກຮານຂອງກອງກໍາລັງໃດໆທີ່ຕໍ່ຕ້ານພຣະເຈົ້າ; ເຊິ່ງມັນເປັນຊີວິດທີ່ທຸກສິ່ງປະຕິບັດຕາມປະເພດຂອງຕົນເອງ ແລະ ສາມາດນະມັດສະການພຣະຜູ້ເປັນເຈົ້າແຫ່ງການສ້າງ; ເຊິ່ງສະຫວັນ ແລະ ແຜ່ນດິນໂລກກໍຈະເຕັມໄປດ້ວຍຄວາມສະຫງົບ. ນີ້ຄືຄວາມໝາຍຂອງພຣະທໍາທີ່ວ່າ “ຊີວິດແຫ່ງການພັກເຊົາຂອງມະນຸດເອງ”. ເມື່ອພຣະເຈົ້າພັກເຊົາ ຄວາມບໍ່ຊອບທໍາກໍ່ຈະບໍ່ມີຢູ່ເທິງແຜ່ນດິນໂລກອີກຕໍ່ໄປ ຫຼື ຈະບໍ່ມີການຮຸກຮານຈາກກອງກໍາລັງໃດໆຂອງສັດຕູອີກ ແລະ ມະນຸດຊາດກໍຈະໄດ້ເຂົ້າສູ່ໂລກໃໝ່, ມະນຸດຊາດຈະບໍ່ຖືກຊາຕານເຮັດໃຫ້ເສື່ອມຊາມອີກຕໍ່ໄປ, ແຕ່ກົງກັບຂ້າມ ພວກເຂົາຄືມະນຸດທີ່ໄດ້ຖືກຊ່ວຍໃຫ້ລອດພົ້ນ ຫຼັງຈາກທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ. ວັນທີ່ມະນຸດມີຄວາມສະຫງົບກໍຍັງຈະເປັນວັນທີ່ພຣະເຈົ້າມີຄວາມສະຫງົບເຊັ່ນກັນ. ພຣະເຈົ້າສູນເສຍຄວາມສະຫງົບກໍຍ້ອນວ່າມະນຸດບໍ່ສາມາດເຂົ້າສູ່ຄວາມສະຫງົບໄດ້, ບໍ່ແມ່ນເປັນຍ້ອນວ່າພຣະອົງບໍ່ສາມາດມີຄວາມສະຫງົບຕັ້ງແຕ່ຕົ້ນ. ການເຂົ້າສູ່ບ່ອນພັກເຊົາບໍ່ໄດ້ໝາຍຄວາມວ່າ ທຸກສິ່ງທຸກຢ່າງຈະຢຸດການເຄື່ອນໄຫວ ຫຼື ຢຸດພັດທະນາ ຫຼື ມັນໝາຍຄວາມວ່າ ພຣະເຈົ້າຈະຢຸດການເຮັດພາລະກິດ ຫຼື ມະນຸດຈະຢຸດການດໍາເນີນຊີວິດ. ສັນຍານຂອງການເຂົ້າສູ່ບ່ອນພັກເຊົາແມ່ນເມື່ອຊາຕານໄດ້ຖືກທໍາລາຍ, ເມື່ອຄົນຊົ່ວຮ້າຍເຫຼົ່ານັ້ນທີ່ເຂົ້າຮ່ວມກັບຊາຕານໃນການເຮັດຄວາມຊົ່ວຮ້າຍໄດ້ຖືກລົງໂທດ ແລະ ຖືກກວາດລ້າງ ແລະ ເມື່ອກໍາລັງທັງໝົດ ທີ່ເປັນສັດຕູກັບພຣະເຈົ້າບໍ່ມີຢູ່ອີກຕໍ່ໄປ. ການທີ່ພຣະເຈົ້າເຂົ້າໄປສູ່ບ່ອນພັກເຊົາແມ່ນໝາຍຄວາມວ່າ ພຣະອົງຈະບໍ່ປະຕິບັດພາລະກິດແຫ່ງການລອດພົ້ນຂອງມະນຸດອີກຕໍ່ໄປ. ການທີ່ມະນຸດຊາດເຂົ້າສູ່ບ່ອນພັກເຊົາແມ່ນໝາຍຄວາມວ່າ ມະນຸດທຸກຄົນຈະຢູ່ພາຍໃຕ້ແສງສະຫວ່າງຂອງພຣະເຈົ້າ ແລະ ພາຍໃຕ້ການໃຫ້ພອນຂອງພຣະອົງ ໂດຍປາສະຈາກຄວາມເສື່ອມຊາມຂອງຊາຕານ ແລະ ຄວາມບໍ່ຊອບທຳຈະບໍ່ເກີດຂຶ້ນອີກ. ພາຍໃຕ້ການເບິ່ງແຍງຂອງພຣະເຈົ້າ ມະນຸດຊາດຈະດໍາລົງຊີວິດຕາມປົກກະຕິເທິງແຜ່ນດິນໂລກ. ເມື່ອພຣະເຈົ້າ ແລະ ມະນຸດຊາດເຂົ້າສູ່ບ່ອນພັກເຊົາຮ່ວມກັນກໍໝາຍຄວາມວ່າ ມະນຸດໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ຊາຕານໄດ້ຖືກທໍາລາຍ ແລະ ພາລະກິດຂອງພຣະເຈົ້າທີ່ປະຕິບັດຕໍ່ມະນຸດຊາດແມ່ນສໍາເລັດລົງຢ່າງສົມບູນ. ພຣະເຈົ້າຈະບໍ່ສືບຕໍ່ເຮັດພາລະກິດກັບມະນຸດອີກ ແລະ ພວກເຂົາຈະບໍ່ຢູ່ພາຍໃຕ້ອໍານາດຂອງຊາຕານອີກຕໍ່ໄປ. ດ້ວຍເຫດນັ້ນ ພຣະເຈົ້າກໍຈະບໍ່ຫຍຸ້ງ ແລະ ມະນຸດກໍຈະບໍ່ວຸ້ນວາຍຕະຫຼອດເວລາອີກຕໍ່ໄປ; ພຣະເຈົ້າ ແລະ ມະນຸດຈະເຂົ້າສູ່ບ່ອນພັກເຊົາພ້ອມໆກັນ. ພຣະເຈົ້າຈະກັບຄືນໄປສູ່ສະຖານທີ່ເດີມຂອງພຣະອົງ ແລະ ແຕ່ລະຄົນກໍຈະກັບໄປສູ່ສະຖານທີ່ອັນຖືກຕ້ອງຂອງຕົນ. ນີ້ແມ່ນຈຸດໝາຍປາຍທາງທີ່ພຣະເຈົ້າ ແລະ ມະນຸດຈະອາໄສຢູ່ເມື່ອການຄຸ້ມຄອງທັງໝົດຂອງພຣະເຈົ້າສິ້ນສຸດລົງ. ພຣະເຈົ້າມີຈຸດໝາຍປາຍທາງຂອງພຣະອົງ ແລະ ມະນຸດກໍມີຈຸດໝາຍປາຍທາງຂອງມະນຸດ. ໃນຂະນະທີ່ພັກເຊົາ, ພຣະເຈົ້າຈະສືບຕໍ່ນໍາພາມະນຸດຊາດທັງໝົດໃນການດຳລົງຊີວິດຂອງພວກເຂົາເທິງແຜ່ນດິນໂລກ ແລະ ໃນຂະນະທີ່ຢູ່ໃຕ້ແສງສະຫວ່າງຂອງພຣະອົງ, ພວກເຂົາຈະນະມັດສະການພຣະເຈົ້າທີ່ແທ້ຈິງອົງດຽວຢູ່ເທິງສະຫວັນ. ພຣະເຈົ້າຈະບໍ່ຢູ່ໃນທ່າມກາງມະນຸດຊາດອີກຕໍ່ໄປ ແລະ ມະນຸດກໍຈະບໍ່ສາມາດຢູ່ກັບພຣະເຈົ້າໃນຈຸດໝາຍປາຍທາງຂອງພຣະອົງໄດ້. ພຣະເຈົ້າ ແລະ ມະນຸດບໍ່ສາມາດອາໄສຢູ່ໃນໂລກດຽວກັນ; ໃນທາງກົງກັນຂ້າມ, ທັງສອງແມ່ນມີລັກສະນະການດຳລົງຊີວິດຂອງຕົນເອງທີ່ແຕກຕ່າງກັນ. ພຣະເຈົ້າເປັນຜູ້ທີ່ນໍາພາມະນຸດຊາດທັງໝົດ ແລະ ມະນຸດທັງໝົດແມ່ນແກ້ວຜະລຶກແຫ່ງພາລະກິດການຄຸ້ມຄອງຂອງພຣະເຈົ້າ. ມະນຸດຊາດຄືຜູ້ທີ່ຖືກນໍາພາ ແລະ ບໍ່ມີທາດແທ້ຄືກັນກັບພຣະເຈົ້າ. ການເຂົ້າສູ່ບ່ອນ “ພັກເຊົາ” ໝາຍເຖິງການກັບຄືນໄປສະຖານທີ່ດັ່ງເດີມຂອງຕົນ. ດັ່ງນັ້ນ, ເມື່ອພຣະເຈົ້າເຂົ້າສູ່ບ່ອນພັກເຊົາກໍໝາຍຄວາມວ່າ ພຣະອົງໄດ້ກັບຄືນສູ່ສະຖານທີ່ດັ່ງເດີມຂອງພຣະອົງ. ພຣະອົງຈະບໍ່ມີຊີວິດຢູ່ເທິງແຜ່ນດິນໂລກ ຫຼື ຢູ່ໃນທ່າມກາງມະນຸດເພື່ອແບ່ງປັນຄວາມສຸກ ແລະ ຄວາມທຸກທໍລະມານຂອງພວກເຂົາໄດ້ອີກຕໍ່ໄປ. ເມື່ອມະນຸດຊາດເຂົ້າສູ່ບ່ອນພັກເຊົາກໍໝາຍຄວາມວ່າ ພວກເຂົາໄດ້ກາຍເປັນສິ່ງຊົງສ້າງທີ່ແທ້ຈິງແລ້ວ; ພວກເຂົາຈະນະມັດສະການພຣະເຈົ້າຈາກແຜ່ນດິນໂລກ ແລະ ມີຊີວິດຂອງມະນຸດແບບປົກກະຕິ. ຜູ້ຄົນຈະບໍ່ເປັນຜູ້ຄົນທີ່ບໍ່ເຊື່ອຟັງພຣະເຈົ້າ ຫຼື ຕໍ່ຕ້ານພຣະອົງອີກຕໍ່ໄປ ແລະ ພວກເຂົາຈະກັບຄືນໄປຫາຊີວິດດັ່ງເດີມຂອງອາດາມ ແລະ ເອວາ. ສິ່ງເຫຼົ່ານີ້ຈະເປັນຊີວິດ ແລະ ຈຸດໝາຍປາຍທາງຂອງພຣະເຈົ້າ ແລະ ມະນຸດ ພາຍຫຼັງທີ່ພວກເຂົາໄດ້ເຂົ້າສູ່ບ່ອນພັກເຊົາ. ຄວາມພ່າຍແພ້ຂອງຊາຕານເປັນແນວໂນ້ມທີ່ຫຼີກເວັ້ນບໍ່ໄດ້ໃນສົງຄາມລະຫວ່າງພຣະເຈົ້າ ແລະ ຊາຕານ. ດ້ວຍເຫດນັ້ນ, ການເຂົ້າສູ່ບ່ອນພັກເຊົາຂອງພຣະເຈົ້າຫຼັງຈາກໄດ້ສໍາເລັດພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ ແລະ ການຊ່ວຍມະນຸດໃຫ້ລອດພົ້ນຢ່າງສົມບູນ ແລະ ການເຂົ້າສູ່ບ່ອນພັກເຊົາກໍກາຍເປັນແນວໂນ້ມທີ່ຫຼີກເວັ້ນບໍ່ໄດ້ເຊັ່ນກັນ. ສະຖານທີ່ພັກເຊົາຂອງມະນຸດຊາດແມ່ນຢູ່ເທິງແຜ່ນດິນໂລກ ແລະ ສະຖານທີ່ພັກເຊົາຂອງພຣະເຈົ້າແມ່ນຢູ່ໃນສະຫວັນ. ໃນຂະນະທີ່ມະນຸດນະມັດສະການພຣະເຈົ້າໃນບ່ອນພັກເຊົາຂອງພຣະອົງ, ພວກເຂົາຈະມີຊີວິດຢູ່ເທິງແຜ່ນດິນໂລກ ແລະ ໃນຂະນະທີ່ພຣະເຈົ້ານໍາພາມະນຸດທຸກຄົນໃນບ່ອນພັກເຊົາຂອງພວກເຂົາ, ພຣະອົງຈະນໍາພາພວກເຂົາຈາກສະຫວັນ ແລະ ບໍ່ແມ່ນຈາກແຜ່ນດິນໂລກ. ພຣະເຈົ້າຍັງຄົງຈະເປັນພຣະວິນຍານ ໃນຂະນະທີ່ມະນຸດຈະຍັງເປັນເນື້ອໜັງ. ພຣະເຈົ້າ ແລະ ມະນຸດແມ່ນພັກເຊົາໃນລັກສະນະທີ່ແຕກຕ່າງກັນ. ໃນຂະນະທີ່ພຣະເຈົ້າພັກເຊົາ, ພຣະອົງຈະສະເດັດມາ ແລະ ປາກົດຢູ່ທ່າມກາງມະນຸດ; ໃນຂະນະທີ່ມະນຸດພັກເຊົາ, ພວກເຂົາຈະຖືກນໍາພາໂດຍພຣະເຈົ້າເພື່ອໄປສູ່ສະຫວັນ ແລະ ພ້ອມທັງເພື່ອມີຄວາມສຸກກັບຊີວິດໃນສະຫວັນ. ຫຼັງຈາກພຣະເຈົ້າ ແລະ ມະນຸດເຂົ້າສູ່ບ່ອນພັກເຊົາ ຊາຕານຈະບໍ່ມີຢູ່ອີກຕໍ່ໄປ; ເຊັ່ນດຽວກັນນັ້ນ ຄົນຊົ່ວທັງຫຼາຍກໍຈະບໍ່ມີຢູ່ອີກຕໍ່ໄປ. ກ່ອນທີ່ພຣະເຈົ້າ ແລະ ມະນຸດຈະເຂົ້າສູ່ບ່ອນພັກເຊົາ, ບຸກຄົນທີ່ຊົ່ວຮ້າຍເຫຼົ່ານັ້ນທີ່ເຄີຍຂົ່ມເຫັງພຣະເຈົ້າເທິງແຜ່ນດິນໂລກ, ພ້ອມທັງສັດຕູທີ່ບໍ່ເຊື່ອຟັງພຣະອົງໃນທີ່ນັ້ນກໍ່ຈະຖືກທໍາລາຍ; ພວກເຂົາຈະຖືກທໍາລາຍໂດຍໄພພິບັດທີ່ໃຫຍ່ຫຼວງໃນຍຸກສຸດທ້າຍ. ຫຼັງຈາກບຸກຄົນທີ່ຊົ່ວຮ້າຍເຫຼົ່ານັ້ນຖືກທໍາລາຍໝົດແລ້ວ, ແຜ່ນດິນໂລກກໍຈະບໍ່ພົບກັບການຂົ່ມຂູ່ຂອງຊາຕານອີກ. ມີແຕ່ເມື່ອນັ້ນ ມະນຸດຊາດຈຶ່ງຈະໄດ້ຮັບຄວາມລອດພົ້ນຢ່າງສົມບູນ ແລະ ພາລະກິດຂອງພຣະເຈົ້າຈຶ່ງຈະສິ້ນສຸດລົງຢ່າງສົມບູນ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ຈໍາເປັນຕ້ອງມີສໍາລັບພຣະເຈົ້າ ແລະ ມະນຸດໃນການເຂົ້າສູ່ບ່ອນພັກເຊົາ.

ການໃກ້ເຖິງຈຸດສິ້ນສຸດຂອງທຸກສັບພະສິ່ງຊີ້ໃຫ້ເຫັນເຖິງການສິ້ນສຸດພາລະກິດຂອງພຣະເຈົ້າ ແລະ ພ້ອມທັງຊີ້ໃຫ້ເຫັນເຖິງການສິ້ນສຸດຂອງການພັດທະນາຂອງມະນຸດ. ນີ້ໝາຍຄວາມວ່າມະນຸດທີ່ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານຈະເຖິງຂັ້ນຕອນສຸດທ້າຍຂອງການພັດທະນາຂອງພວກເຂົາ ແລະ ເຊື້ອສາຍຂອງອາດາມ ແລະ ເອວາກໍຈະໄດ້ສິ້ນສຸດການແຜ່ພັນຂອງພວກເຂົາ. ມັນຍັງໝາຍຄວາມວ່າ ມັນເປັນໄປບໍ່ໄດ້ສໍາລັບມະນຸດດັ່ງກ່າວ ທີ່ເສື່ອມຊາມຍ້ອນຊາຕານຈະສືບຕໍ່ພັດທະນາ. ອາດາມ ແລະ ເອວາ ໃນຕອນເລີ່ມຕົ້ນບໍ່ໄດ້ຖືກໄດ້ເຮັດໃຫ້ເສື່ອມຊາມ ແຕ່ອາດາມ ແລະ ເອວາ ທີ່ຖືກຂັບໄລ່ອອກຈາກສວນເອເດນໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ. ເມື່ອພຣະເຈົ້າ ແລະ ມະນຸດເຂົ້າສູ່ບ່ອນພັກເຊົາຮ່ວມກັນ, ອາດາມ ແລະ ເອວາທີ່ຖືກຂັບໄລ່ອອກຈາກສວນເອເດນ ແລະ ເຊື້ອສາຍຂອງພວກເຂົາກໍຈະໄປສູ່ຈຸດຈົບໃນທີ່ສຸດ. ມະນຸດຊາດໃນອະນາຄົດຈະຍັງມີລູກຫຼານຂອງອາດາມ ແລະ ເອວາ ແຕ່ພວກເຂົາຈະບໍ່ເປັນຄົນທີ່ຢູ່ພາຍໃຕ້ອິດທິພົນຂອງຊາຕານ. ກົງກັນຂ້າມ, ພວກເຂົາຈະເປັນຄົນທີ່ໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ຖືກຊໍາລະລ້າງໃຫ້ບໍລິສຸດ. ພວກເຂົາເຫຼົ່ານີ້ຈະເປັນມະນຸດທີ່ຖືກພິພາກສາ ແລະ ຖືກຂ້ຽນຕີແລ້ວ ແລະ ເປັນຄົນທີ່ບໍລິສຸດ. ຜູ້ຄົນເຫຼົ່ານີ້ຈະບໍ່ຄືກັນກັບເຊື້ອຊາດຂອງມະນຸດໃນຕອນທຳອິດ; ເກືອບສາມາດເວົ້າໄດ້ວ່າພວກເຂົາເປັນບຸກຄົນທີ່ແຕກຕ່າງຢ່າງສິ້ນເຊີງຈາກອາດາມ ແລະ ເອວາໃນເບື້ອງຕົ້ນ. ຜູ້ຄົນເຫຼົ່ານີ້ຈະໄດ້ຮັບການຄັດເລືອກຈາກຈຳນວນຄົນທັງໝົດທີ່ເສື່ອມຊາມຍ້ອນຊາຕານ ແລະ ພວກເຂົາຈະເປັນຄົນທີ່ຢືນຢູ່ຢ່າງໝັ້ນຄົງໃນໄລຍະການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ; ພວກເຂົາຈະເປັນກຸ່ມທີ່ລອດເຫຼືອຈາກກຸ່ມຄົນທີ່ເສື່ອມຊາມ. ມີພຽງແຕ່ຜູ້ຄົນເຫຼົ່ານີ້ເທົ່ານັ້ນທີ່ຈະສາມາດເຂົ້າສູ່ບ່ອນພັກເຊົາຮ່ວມກັບພຣະເຈົ້າໄດ້. ຜູ້ທີ່ສາມາດຍຶດໝັ້ນໃນໄລຍະການປະຕິບັດພາລະກິດພິພາກສາ ແລະ ການຂ້ຽນຕີຂອງພຣະອົງໃນລະຫວ່າງຍຸກສຸດທ້າຍ ເຊິ່ງນັ້ນກໍຄື ໃນໄລຍະພາລະກິດຂັ້ນຕອນສຸດທ້າຍຂອງການຊໍາລະລ້າງບາບ ຈະເປັນຜູ້ໄດ້ເຂົ້າສູ່ບ່ອນພັກເຊົາກັບພຣະເຈົ້າ; ສະນັ້ນ, ທຸກຄົນທີ່ເຂົ້າສູ່ບ່ອນພັກເຊົາລ້ວນແລ້ວແຕ່ເປັນຄົນທີ່ຫຼຸດພົ້ນຈາກອິດທິພົນຂອງຊາຕານ ແລະ ໄດ້ຖືກຮັບເອົາໂດຍພຣະເຈົ້າ ຫຼັງຈາກທີ່ໄດ້ຜ່ານພາລະກິດຊໍາລະລ້າງໃຫ້ບໍລິສຸດບາບຂອງພຣະອົງ. ໃນທີ່ສຸດ ມະນຸດເຫຼົ່ານີ້ທີ່ຖືກຮັບເອົາໂດຍພຣະເຈົ້າຈະໄດ້ເຂົ້າສູ່ບ່ອນພັກເຊົາຢ່າງຖາວອນ. ຈຸດປະສົງສໍາຄັນຂອງພາລະກິດຂອງການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າແມ່ນເພື່ອຊໍາລະລ້າງບາບໃຫ້ກັບມະນຸດຊາດ ເພື່ອການພັກເຊົາຄັ້ງສຸດທ້າຍ; ຖ້າບໍ່ມີການຊໍາລະລ້າງບາບ ມະນຸດຊາດກໍ່ຈະບໍ່ສາມາດຖືກຈັດຕາມປະເພດຂອງພວກເຂົາໄດ້ ຫຼື ເຂົ້າສູ່ບ່ອນພັກເຊົາໄດ້. ພາລະກິດນີ້ຄືເສັ້ນທາງດຽວຂອງມະນຸດເທົ່ານັ້ນທີ່ຈະເຂົ້າສູ່ບ່ອນພັກເຊົາໄດ້. ມີພຽງພາລະກິດແຫ່ງການຊໍາລະລ້າງບາບຂອງພຣະເຈົ້າເທົ່ານັ້ນທີ່ຈະຊໍາລະລ້າງມະນຸດອອກຈາກຄວາມບໍ່ຊອບທໍາຂອງພວກເຂົາໄດ້ ແລະ ມີພຽງພາລະກິດຂອງການຂ້ຽນຕີ ແລະ ການພິພາກສາຂອງພຣະອົງເທົ່ານັ້ນທີ່ຈະນໍາເອົາແສງສະຫວ່າງມາສູ່ອົງປະກອບທີ່ບໍ່ເຊື່ອຟັງຂອງມະນຸດຊາດ ເພື່ອແຍກຜູ້ທີ່ຈະສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນອອກຈາກຜູ້ທີ່ຈະບໍ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ແຍກຜູ້ທີ່ຈະຍັງຢູ່ອອກຈາກຜູ້ທີ່ຈະບໍ່ຍັງຢູ່. ເມື່ອພາລະກິດນີ້ຂອງພຣະອົງສິ້ນສຸດລົງ, ຜູ້ທີ່ອະນຸຍາດໃຫ້ມີຊີວິດຢູ່ຈະຖືກຊໍາລະລ້າງ ແລະ ເຂົ້າສູ່ສະພາບທີ່ສູງຂຶ້ນຂອງມະນຸດ ເຊິ່ງພວກເຂົາຈະມີຄວາມສຸກກັບຊີວິດມະນຸດອັນງົດງາມອີກຄັ້ງໃໝ່ເທິງແຜ່ນດິນໂລກ; ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາຈະເລີ່ມວັນແຫ່ງການພັກເຊົາຂອງມະນຸດ ແລະ ໃຊ້ຊີວິດຢູ່ຮ່ວມກັບພຣະເຈົ້າ. ຫຼັງຈາກຜູ້ທີ່ບໍ່ໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ໄດ້ຖືກຂ້ຽນຕີ ແລະ ຖືກພິພາກສາ, ທາດແທ້ຂອງພວກເຂົາກໍຈະຖືກເປີດເຜີຍທັງໝົດ ເຊິ່ງຫຼັງຈາກນັ້ນ ພວກເຂົາທຸກຄົນກໍຈະຖືກທໍາລາຍ ແລະ ພວກເຂົາຈະບໍ່ໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ໃນແຜ່ນດິນໂລກນີ້ອີກຕໍ່ໄປຄືດັ່ງຊາຕານ. ມະນຸດໃນອະນາຄົດຈະບໍ່ມີຜູ້ຄົນປະເພດນີ້ອີກ; ຜູ້ຄົນດັ່ງກ່າວບໍ່ເໝາະທີ່ຈະເຂົ້າສູ່ດິນແດນແຫ່ງຄວາມສະຫງົບສຸດທ້າຍ ຫຼື ພວກເຂົາບໍ່ເໝາະທີ່ຈະເຂົ້າຮ່ວມວັນແຫ່ງຄວາມສະຫງົບທີ່ພຣະເຈົ້າ ແລະ ມະນຸດຈະແບ່ງປັນກັນ ເນື່ອງຈາກວ່າ ພວກເຂົາຄືເປົ້າໝາຍໃນການລົງໂທດ ແລະ ເປັນຄົນຊົ່ວຊ້າ ແລະ ຄົນໄຮ້ສິນທໍາ. ພວກເຂົາໄດ້ຮັບການໄຖ່ບາບຄັ້ງໜຶ່ງ ແລະ ພວກເຂົາກໍຖືກພິພາກສາ ແລະ ຂ້ຽນຕີ; ພວກເຂົາຍັງໄດ້ໃຫ້ການຮັບໃຊ້ຄັ້ງໜຶ່ງແກ່ພຣະເຈົ້າ. ຢ່າງໃດກໍຕາມ, ເມື່ອວັນສຸດທ້າຍມາເຖິງ, ພວກເຂົາຈະຖືກກໍາຈັດ ແລະ ຖືກທໍາລາຍ ຍ້ອນຄວາມຊົ່ວຮ້າຍຂອງພວກເຂົາເອງ ແລະ ຍ້ອນການບໍ່ເຊື່ອຟັງ ແລະ ຄວາມບໍ່ສາມາດທີ່ຈະໄດ້ຮັບການໄຖ່ບາບຂອງພວກເຂົາ; ພວກເຂົາຈະບໍ່ມີຢູ່ໃນໂລກແຫ່ງອະນາຄົດ ແລະ ພວກເຂົາຈະບໍ່ມີຊີວິດໃນທ່າມກາງເຊື້ອຊາດຂອງມະນຸດໃນອະນາຄົດ. ບໍ່ວ່າພວກເຂົາຈະເປັນວິນຍານຂອງຄົນຕາຍ ຫຼື ເປັນຄົນທີ່ຍັງໃຊ້ຊີວິດໃນເນື້ອໜັງ, ຄົນຊົ່ວຮ້າຍທຸກຄົນ ແລະ ທຸກຄົນທີ່ບໍ່ໄດ້ຮັບການຊ່ວຍໃຫ້ລອດພົ້ນ ຈະຖືກທໍາລາຍຫຼັງຈາກທີ່ຄົນທີ່ບໍລິສຸດໃນທ່າມກາງມະນຸດຊາດໄດ້ເຂົ້າສູ່ການພັກເຊົາ. ສໍາລັບວິນຍານທີ່ຊົ່ວຮ້າຍ ແລະ ຄົນຊົ່ວຮ້າຍເຫຼົ່ານີ້ ຫຼື ວິນຍານຂອງຄົນທີ່ຊອບທໍາ ແລະ ຄົນທີ່ເຮັດໃນສິ່ງທີ່ຊອບທໍາ, ບໍ່ວ່າຈະຢູ່ໃນຍຸກໃດກໍຕາມ ທຸກຄົນທີ່ກະທໍາຊົ່ວຈະຖືກທໍາລາຍໃນທີ່ສຸດ ແລະ ທຸກຄົນທີ່ຊອບທໍາຈະຢູ່ລອດ. ການທີ່ບຸກຄົນ ຫຼື ວິນຍານຈະໄດ້ຮັບຄວາມລອດພົ້ນແມ່ນບໍ່ໄດ້ຖືກຕັດສິນໂດຍອີງໃສ່ພາລະກິດຂອງຍຸກສຸດທ້າຍທັງໝົດ; ກົງກັນຂ້າມ, ມັນຖືກກໍານົດໂດຍອີງໃສ່ວ່າພວກເຂົາໄດ້ຕໍ່ຕ້ານ ຫຼື ບໍ່ເຊື່ອຟັງຕໍ່ພຣະເຈົ້າ ຫຼື ບໍ່. ຖ້າຜູ້ຄົນໃນຍຸກກ່ອນໄດ້ເຮັດຄວາມຊົ່ວ ແລະ ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ກໍຈະເປັນເປົ້າໝາຍຂອງການລົງໂທດຢ່າງບໍ່ຕ້ອງສົງໄສ ແລະ ຄົນໃນຍຸກນີ້ທີ່ເຮັດຄວາມຊົ່ວ ແລະ ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ກໍຈະເປັນເປົ້າໝາຍຂອງການລົງໂທດຢ່າງແນ່ນອນເຊັ່ນກັນ. ມະນຸດຖືກແຍກອອກ ໂດຍອີງໃສ່ພື້ນຖານຄວາມດີ ແລະ ຄວາມຊົ່ວ, ບໍ່ແມ່ນໃນຍຸກທີ່ພວກເຂົາອາໄສຢູ່. ເມື່ອຖືກແບ່ງແຍກ, ພວກເຂົາຈະບໍ່ຖືກລົງໂທດ ຫຼື ໄດ້ຮັບລາງວັນທັນທີ; ແຕ່ກົງກັນຂ້າມ ພຣະເຈົ້າຈະພຽງແຕ່ປະຕິບັດພາລະກິດຂອງພຣະອົງໃນການລົງໂທດຄວາມຊົ່ວ ແລະ ໃຫ້ລາງວັນແກ່ຄວາມດີ ຫຼັງຈາກທີ່ພຣະອົງໄດ້ດໍາເນີນພາລະກິດແຫ່ງການເອົາຊະນະຂອງພຣະອົງໃນຍຸກສຸດທ້າຍ. ຄວາມຈິງແລ້ວ, ພຣະອົງໄດ້ແບ່ງແຍກມະນຸດອອກເປັນຄົນດີ ແລະ ຄົນຊົ່ວນັບຕັ້ງແຕ່ພຣະອົງເລີ່ມດໍາເນີນພາລະກິດທີ່ພຣະອົງຊ່ວຍມະນຸດຊາດໃຫ້ລອດພົ້ນ. ມັນເປັນພຽງແຕ່ວ່າພຣະອົງຈະມອບລາງວັນໃຫ້ແກ່ຄົນຊອບທໍາ ແລະ ລົງໂທດຄົນຊົ່ວຫຼັງຈາກພາລະກິດຂອງພຣະອົງສິ້ນສຸດລົງເທົ່ານັ້ນ; ມັນບໍ່ແມ່ນວ່າ ພຣະອົງຈະແຍກພວກເຂົາອອກເປັນປະເພດໃຜລາວຫຼັງຈາກສໍາເລັດພາລະກິດຂອງພຣະອົງ ແລ້ວຫຼັງຈາກນັ້ນກໍເລີ່ມຕົ້ນປະຕິບັດພາລະກິດຂອງພຣະອົງໃນການລົງໂທດຄົນຊົ່ວ ແລະ ມອບລາງວັນໃຫ້ຄົນດີທັນທີ. ກົງກັນຂ້າມ, ໜ້າວຽກນີ້ຈະຖືກປະຕິບັດເມື່ອພາລະກິດຂອງພຣະອົງສຳເລັດລົງຢ່າງສົມບູນເທົ່ານັ້ນ. ຈຸດປະສົງທັງໝົດທີ່ຢູ່ເບື້ອງຫຼັງພາລະກິດແທ້ຈິງຂອງພຣະເຈົ້າໃນການລົງໂທດຄົນຊົ່ວ ແລະ ການມອບລາງວັນໃຫ້ແກ່ຄົນດີນັ້ນ ແມ່ນເພື່ອຊໍາລະລ້າງມະນຸດທັງປວງໃຫ້ບໍລິສຸດ ເພື່ອວ່າພຣະອົງຈະສາມາດນໍາເອົາມວນມະນຸດຜູ້ທີ່ບໍລິສຸດເຂົ້າສູ່ບ່ອນພັກເຊົາຢ່າງນິລັນດອນ. ຂັ້ນຕອນພາລະກິດນີ້ຂອງພຣະອົງແມ່ນສໍາຄັນທີ່ສຸດ; ມັນແມ່ນຂັ້ນຕອນສຸດທ້າຍຂອງພາລະກິດຄຸ້ມຄອງທັງໝົດຂອງພຣະອົງ. ຖ້າພຣະເຈົ້າບໍ່ໄດ້ທໍາລາຍຄົນຊົ່ວ ແຕ່ປ່ອຍໃຫ້ພວກເຂົາຍັງຢູ່, ມະນຸດທຸກຄົນກໍຈະບໍ່ສາມາດເຂົ້າສູ່ບ່ອນພັກເຊົາໄດ້ ແລະ ພຣະເຈົ້າກໍຈະບໍ່ສາມາດນໍາເອົາມວນມະນຸດເຂົ້າສູ່ໂລກທີ່ດີກວ່ານີ້ໄດ້. ແລ້ວພາລະກິດດັ່ງກ່າວກໍຈະບໍ່ສໍາເລັດຜົນ. ເມື່ອພຣະອົງສໍາເລັດພາລະກິດຂອງພຣະອົງ, ມວນມະນຸດທັງປວງກໍຈະເປັນຄົນບໍລິສຸດທັງໝົດ; ດ້ວຍວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງຈະສາມາດເຂົ້າສູ່ບ່ອນພັກເຊົາໄດ້ຢ່າງສະຫງົບ.

ຜູ້ຄົນໃນທຸກມື້ນີ້ຍັງບໍ່ສາມາດປ່ອຍວາງສິ່ງຕ່າງໆທາງຝ່າຍເນື້ອໜັງ; ພວກເຂົາບໍ່ສາມາດປະຖິ້ມຄວາມສຸກຂອງເນື້ອໜັງ, ທາງໂລກ, ເງິນ ຫຼື ອຸປະນິໄສອັນເສື່ອມຊາມຂອງພວກເຂົາ. ຜູ້ຄົນສ່ວນຫຼາຍແມ່ນສະແຫວງຫາພໍເປັນພິທີ. ທີ່ຈິງແລ້ວ, ຜູ້ຄົນເຫຼົ່ານີ້ບໍ່ມີພຣະເຈົ້າຢູ່ໃນໃຈຂອງພວກເຂົາເລີຍ; ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ຢໍາເກງພຣະເຈົ້າ. ພວກເຂົາບໍ່ມີພຣະເຈົ້າຢູ່ໃນໃຈຂອງພວກເຂົາ ແລະ ດັ່ງນັ້ນ ພວກເຂົາບໍ່ສາມາດເຂົ້າໃຈທຸກຢ່າງທີ່ພຣະເຈົ້າກະທຳ ແລະ ແຮງໄກທີ່ພວກເຂົາຈະສາມາດເຊື່ອໃນພຣະທໍາທີ່ພຣະອົງກ່າວ. ຜູ້ຄົນດັ່ງກ່າວແມ່ນຍຶດຕິດກັບເນື້ອໜັງຫຼາຍເກີນໄປ; ພວກເຂົາເສື່ອມຊາມຢ່າງໜັກ ແລະ ຂາດຄວາມຈິງທຸກປະການ. ຍິ່ງໄປກວ່ານັ້ນ ພວກເຂົາບໍ່ເຊື່ອວ່າພຣະເຈົ້າຈະສາມາດກາຍເປັນເນື້ອໜັງ. ໃຜກໍຕາມທີ່ບໍ່ເຊື່ອໃນການບັງເກີດເປັນເນື້ອໜັງຂອງພຣະເຈົ້າ ເຊິ່ງນັ້ນກໍຄື ໃຜກໍຕາມທີ່ບໍ່ເຊື່ອໃນພຣະເຈົ້າທີ່ເບິ່ງເຫັນໄດ້ ຫຼື ພາລະກິດ ແລະ ພຣະທໍາຂອງພຣະອົງ, ແຕ່ກົງກັນຂ້າມ ບູຊາພຣະເຈົ້າທີ່ເບິ່ງບໍ່ເຫັນໃນສະຫວັນ ແມ່ນບຸກຄົນທີ່ບໍ່ມີພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ. ຄົນດັ່ງກ່າວເປັນຄົນກະບົດ ແລະ ຕໍ່ຕ້ານພຣະເຈົ້າ. ພວກເຂົາບໍ່ມີຄວາມເປັນມະນຸດ ແລະ ບໍ່ມີເຫດຜົນ, ແຮງໄກທີ່ຈະມີຄວາມຈິງ. ຍິ່ງໄປກວ່ານັ້ນ ສໍາລັບຜູ້ຄົນເຫຼົ່ານີ້, ພຣະເຈົ້າທີ່ເບິ່ງເຫັນໄດ້ ແລະ ຈັບຕ້ອງໄດ້ແມ່ນຍິ່ງບໍ່ສາມາດເຊື່ອ, ແຕ່ພວກເຂົາຄິດວ່າພຣະເຈົ້າທີ່ເບິ່ງບໍ່ເຫັນ ແລະ ຈັບຕ້ອງບໍ່ໄດ້ແມ່ນໜ້າເຊື່ອຖືທີ່ສຸດ ແລະ ໜ້າຍິນດີທີ່ສຸດ. ສິ່ງທີ່ພວກເຂົາສະແຫວງຫາບໍ່ແມ່ນຄວາມຈິງແທ້ ຫຼື ມັນແມ່ນແກ່ນແທ້ຂອງຊີວິດ; ແຮງໄກທີ່ຈະແມ່ນຄວາມປະສົງຂອງພຣະເຈົ້າ. ກົງກັນຂ້າມ ພວກເຂົາສະແຫວງຫາຄວາມຕື່ນເຕັ້ນ. ສິ່ງໃດກໍຕາມທີ່ສາມາດເຮັດໃຫ້ພວກເຂົາບັນລຸຄວາມປາດຖະໜາຂອງພວກເຂົາ ແນ່ນອນ ຄືສິ່ງທີ່ພວກເຂົາເຊື່ອ ແລະ ສິ່ງທີ່ພວກເຂົາສະແຫວງຫາ. ພວກເຂົາພຽງແຕ່ເຊື່ອໃນພຣະເຈົ້າ ເພື່ອຕອບສະໜອງຄວາມປາດຖະໜາຂອງພວກເຂົາເອງ, ບໍ່ແມ່ນເພື່ອຊອກຫາຄວາມຈິງ. ຜູ້ຄົນດັ່ງກ່າວບໍ່ແມ່ນຄົນຊົ່ວຮ້າຍບໍ? ພວກເຂົາມີຄວາມໝັ້ນໃຈໃນຕົວເອງສູງຫຼາຍ ແລະ ພວກເຂົາບໍ່ເຊື່ອວ່າພຣະເຈົ້າຢູ່ໃນສະຫວັນຈະທໍາລາຍ “ຄົນດີ” ຄືພວກເຂົາໄດ້. ກົງກັນຂ້າມ, ພວກເຂົາເຊື່ອວ່າພຣະເຈົ້າຈະອະນຸຍາດໃຫ້ພວກເຂົາມີຊີວິດຢູ່ ແລະ ຍິ່ງໄປກວ່ານັ້ນຈະໃຫ້ລາງວັນແກ່ພວກເຂົາຢ່າງສວຍງາມ ຍ້ອນພວກເຂົາໄດ້ເຮັດຫຼາຍສິ່ງຫຼາຍຢ່າງໃຫ້ແກ່ພຣະເຈົ້າ ແລະ ໄດ້ສະແດງເຖິງຄວາມ “ພັກດີ” ອັນໃຫຍ່ຫຼວງຕໍ່ພຣະອົງ. ຖ້າພວກເຂົາຕ້ອງສະແຫວງຫາພຣະເຈົ້າທີ່ເບິ່ງເຫັນໄດ້, ເມື່ອຄວາມປາດຖະໜາຂອງພວກເຂົາບໍ່ໄດ້ດັ່ງຄາດຫວັງ ພວກເຂົາກໍຈະໂຈມຕີຄືນພຣະເຈົ້າທັນທີ ຫຼື ເກີດມີຄວາມໂກດແຄ້ນ. ພວກເຂົາສະແດງຕົນເອງເປັນຄົນຊົ່ວຮ້າຍທີ່ໜ້າລັງກຽດທີ່ຊອກຫາເຮັດຕາມຄວາມປາດຖະໜາຂອງພວກເຂົາເອງເທົ່ານັ້ນ; ພວກເຂົາບໍ່ແມ່ນຄົນທີ່ມີຄວາມຊື່ສັດໃນການສະແຫວງຫາຄວາມຈິງ. ຜູ້ຄົນດັ່ງກ່າວແມ່ນຜູ້ທີ່ເອີ້ນວ່າຄົນຊົ່ວທີ່ຕິດຕາມພຣະຄຣິດ. ຜູ້ຄົນເຫຼົ່ານີ້ທີ່ບໍ່ໄດ້ຊອກຫາຄວາມຈິງແມ່ນບໍ່ສາມາດມີທາງເຊື່ອຄວາມຈິງໄດ້ ແລະ ທຸກຄົນຍິ່ງບໍ່ສາມາດເຂົ້າໃຈຜົນໄດ້ຮັບໃນອະນາຄົດຂອງມະນຸດຊາດໄດ້ ເພາະວ່າພວກເຂົາບໍ່ເຊື່ອໃນພາລະກິດ ຫຼື ພຣະທໍາໃດໆຂອງພຣະເຈົ້າທີ່ເບິ່ງເຫັນໄດ້ ແລະ ນີ້ພ້ອມທັງບໍ່ສາມາດເຊື່ອໃນຈຸດໝາຍປາຍທາງໃນອະນາຄົດຂອງມະນຸດຊາດ. ເພາະສະນັ້ນ, ເຖິງແມ່ນວ່າພວກເຂົາຈະຕິດຕາມພຣະເຈົ້າທີ່ເບິ່ງເຫັນໄດ້, ພວກເຂົາກໍຍັງສ້າງຄວາມຊົ່ວ ແລະ ບໍ່ໄດ້ສະແຫວງຫາຄວາມຈິງເລີຍ ຫຼື ພວກເຂົາປະຕິບັດຄວາມຈິງທີ່ເຮົາຕ້ອງການ. ຜູ້ຄົນເຫຼົ່ານັ້ນທີ່ບໍ່ເຊື່ອວ່າພວກເຂົາຈະຖືກທໍາລາຍແມ່ນແທ້ຈິງແລ້ວກໍຄືບຸກຄົນທີ່ຈະຖືກທໍາລາຍ. ພວກເຂົາທັງໝົດເຊື່ອວ່າພວກເຂົາເປັນຄົນທີ່ສະຫຼາດຫຼາຍ ແລະ ພວກເຂົາເຊື່ອວ່າພວກເຂົາເອງເປັນຜູ້ທີ່ປະຕິບັດຄວາມຈິງ. ພວກເຂົາຖືວ່າການກະທໍາຊົ່ວຮ້າຍຂອງພວກເຂົາແມ່ນຄວາມຈິງ ແລະ ສະນັ້ນ ຈຶ່ງໄດ້ຖະໜອມມັນ. ຄົນຊົ່ວດັ່ງກ່າວມີຄວາມໝັ້ນໃຈໃນຕົວເອງຫຼາຍ; ພວກເຂົາຖືຄວາມຈິງເປັນຫຼັກຄຳສອນ ແລະ ຖືການກະທໍາຊົ່ວຂອງພວກເຂົາເປັນຄວາມຈິງ, ແຕ່ໃນທີ່ສຸດ ພວກເຂົາກໍຈະໄດ້ເກັບກ່ຽວສິ່ງທີ່ພວກເຂົາຫວ່ານເທົ່ານັ້ນ. ຍິ່ງຜູ້ຄົນມີຄວາມໝັ້ນໃຈໃນຕົວເອງສູງເທົ່າໃດ ແລະ ພວກເຂົາຍິ່ງອວດດີຫຼາຍເທົ່າໃດ, ພວກເຂົາກໍຍິ່ງບໍ່ສາມາດໄດ້ຮັບຄວາມຈິງຫຼາຍເທົ່ານັ້ນ; ຍິ່ງຜູ້ຄົນເຊື່ອໃນພຣະເຈົ້າເທິງສະຫວັນຫຼາຍເທົ່າໃດ, ພວກເຂົາກໍຍິ່ງຕໍ່ຕ້ານພຣະເຈົ້າຫຼາຍເທົ່ານັ້ນ. ຜູ້ຄົນເຫຼົ່ານີ້ແມ່ນຜູ້ຄົນທີ່ຈະຖືກລົງໂທດ. ກ່ອນມະນຸດເຂົ້າສູ່ບ່ອນພັກເຊົາ, ການທີ່ຄົນແຕ່ລະປະເພດຖືກລົງໂທດ ຫຼື ໄດ້ຮັບລາງວັນ ແມ່ນຈະຖືກກໍານົດໂດຍອີງຕາມວ່າ ພວກເຂົາສະແຫວງຫາຄວາມຈິງ, ວ່າພວກເຂົາຮູ້ຈັກພຣະເຈົ້າ ແລະ ວ່າພວກເຂົາຈະສາມາດເຊື່ອຟັງພຣະເຈົ້າທີ່ເບິ່ງເຫັນໄດ້ ຫຼື ບໍ່. ຜູ້ທີ່ໄດ້ໃຫ້ການຮັບໃຊ້ແກ່ພຣະເຈົ້າທີ່ເບິ່ງເຫັນໄດ້ ແຕ່ຍັງບໍ່ຮູ້ ຫຼື ບໍ່ເຊື່ອຟັງພຣະອົງແມ່ນບໍ່ມີຄວາມຈິງ. ຜູ້ຄົນດັ່ງກ່າວແມ່ນຄົນຊົ່ວຮ້າຍ ແລະ ຄົນຊົ່ວຮ້າຍກໍຄືເປົ້າໝາຍຂອງການລົງໂທດຢ່າງບໍ່ຕ້ອງສົງໄສ; ຍິ່ງໄປກວ່ານັ້ນ, ພວກເຂົາຈະຖືກລົງໂທດອີງຕາມການກະທໍາຊົ່ວຂອງພວກເຂົາ. ພຣະເຈົ້າແມ່ນເພື່ອໃຫ້ຜູ້ຄົນເຊື່ອ ແລະ ພຣະອົງສົມຄວນໄດ້ຮັບການເຊື່ອຟັງຂອງມະນຸດເຊັ່ນກັນ. ຜູ້ທີ່ພຽງແຕ່ເຊື່ອໃນພຣະເຈົ້າເລື່ອນລອຍ ແລະ ເບິ່ງບໍ່ເຫັນແມ່ນຜູ້ທີ່ບໍ່ເຊື່ອໃນພຣະເຈົ້າ ແລະ ພວກເຂົາບໍ່ສາມາດເຊື່ອຟັງພຣະເຈົ້າ. ຖ້າຄົນເຫຼົ່ານີ້ຍັງບໍ່ສາມາດຈັດການໃນການເຊື່ອພຣະເຈົ້າທີ່ເບິ່ງເຫັນໄດ້ ໃນເວລາທີ່ພາລະກິດແຫ່ງການເອົາຊະນະຂອງພຣະເຈົ້າສິ້ນສຸດລົງ ແລະ ຍັງສືບຕໍ່ບໍ່ເຊື່ອຟັງ ແລະ ຕໍ່ຕ້ານພຣະເຈົ້າທີ່ເຫັນໄດ້ໃນເນື້ອໜັງ, ແລ້ວ “ຜູ້ເຊື່ອເລື່ອນລອຍ” ເຫຼົ່ານີ້ຈະກາຍເປັນເປົ້າໝາຍຂອງການທໍາລາຍຢ່າງບໍ່ຕ້ອງສົງໄສ. ມັນເປັນຄືກັບບາງຄົນທ່າມກາງພວກເຈົ້າ ເຊິ່ງໃຜກໍຕາມທີ່ຮັບຮູ້ພຣະເຈົ້າທີ່ບັງເກີດເປັນມະນຸດດ້ວຍຄໍາເວົ້າ ແຕ່ບໍ່ສາມາດປະຕິບັດຄວາມຈິງໃນການເຊື່ອຟັງພຣະເຈົ້າທີ່ບັງເກີດເປັນມະນຸດ ໃນທີ່ສຸດ ກໍຈະຖືກໂຍນອອກ ແລະ ການທໍາລາຍ. ຍິ່ງໄປກວ່ານັ້ນ ໃຜກໍຕາມທີ່ຮັບຮູ້ພຣະເຈົ້າທີ່ເບິ່ງເຫັນໄດ້ດ້ວຍຄໍາເວົ້າ, ກິນ ແລະ ດື່ມຄວາມຈິງທີ່ສະແດງອອກໂດຍພຣະອົງໃນຂະນະທີ່ຍັງສະແຫວງພຣະເຈົ້າທີ່ເລື່ອນລອຍ ແລະ ເບິ່ງບໍ່ເຫັນ ກໍຍິ່ງຈະເປັນເປົ້າໃຫ້ຖືກທຳລາຍຢ່າງແນ່ນອນ. ບໍ່ມີຜູ້ໃດໃນຜູ້ຄົນເຫຼົ່ານີ້ ທີ່ຈະສາມາດຄົງຢູ່ຈົນຮອດເວລາແຫ່ງການພັກເຊົາທີ່ຈະມາເຖິງຫຼັງຈາກທີ່ພາລະກິດຂອງພຣະເຈົ້າໄດ້ສິ້ນສຸດລົງ ຫຼື ຈະບໍ່ມີບຸກຄົນໃດ ທີ່ຄືກັນກັບຜູ້ຄົນດັ່ງກ່າວຍັງຄົງຢູ່ໃນເວລາແຫ່ງການພັກເຊົາ. ຄົນທີ່ເປັນຜີສາດແມ່ນຜູ້ທີ່ບໍ່ປະຕິບັດຄວາມຈິງ; ທາດແທ້ຂອງພວກເຂົາແມ່ນການຕໍ່ຕ້ານ ແລະ ການບໍ່ເຊື່ອຟັງພຣະເຈົ້າ ແລະ ພວກເຂົາບໍ່ມີຈຸດປະສົງທີ່ຈະເຊື່ອຟັງພຣະເຈົ້າແມ່ນແຕ່ໜ້ອຍດຽວ. ຜູ້ຄົນດັ່ງກ່າວຈະຖືກທໍາລາຍທັງໝົດ. ການທີ່ເຈົ້າຈະມີຄວາມຈິງ ແລະ ການທີ່ເຈົ້າຈະຕໍ່ຕ້ານພຣະເຈົ້າແມ່ນຂຶ້ນຢູ່ກັບທາດແທ້ຂອງເຈົ້າ, ບໍ່ແມ່ນຂຶ້ນຢູ່ກັບລັກສະນະຂອງເຈົ້າ ຫຼື ວິທີທີ່ເຈົ້າອາດເວົ້າ ຫຼື ປະພຶດຕົນເອງ. ການທີ່ບຸກຄົນໃດໜຶ່ງຈະຖືກທໍາລາຍ ຫຼື ບໍ່ ແມ່ນກໍານົດໂດຍທາດແທ້ຂອງຄົນໆນັ້ນ; ມັນຖືກຕັດສິນອີງຕາມທາດແທ້ທີ່ເປີດເຜີຍອອກໂດຍການກະທໍາ ແລະ ການສະແຫວງຫາຄວາມຈິງຂອງພວກເຂົາ. ໃນບັນດາຜູ້ທີ່ເຮັດພາລະກິດຄືກັນ ແລະ ເຮັດພາລະກິດເທົ່າກັນ, ຜູ້ທີ່ມີທາດແທ້ຂອງມະນຸດທີ່ດີ ແລະ ຜູ້ທີ່ມີຄວາມຈິງ ແມ່ນຜູ້ທີ່ສາມາດຄົງຢູ່, ໃນຂະນະຜູ້ທີ່ມີທາດແທ້ຊົ່ວຂອງມະນຸດ ແລະ ຜູ້ທີ່ບໍ່ເຊື່ອຟັງພຣະເຈົ້າທີ່ເບິ່ງເຫັນໄດ້ແມ່ນຄົນທີ່ຈະເປັນເປົ້າໝາຍແຫ່ງການທໍາລາຍ. ພາລະກິດ ຫຼື ພຣະທໍາທັງໝົດຂອງພຣະເຈົ້າທີ່ກ່ຽວຂ້ອງກັບຈຸດໝາຍປາຍທາງຂອງມະນຸດ ແມ່ນຈະໄດ້ຈັດການກັບມະນຸດຢ່າງເໝາະສົມ ໂດຍອີງໃສ່ທາດແທ້ຂອງມະນຸດແຕ່ລະຄົນ; ຈະບໍ່ມີຄວາມຜິດພາດເກີດຂຶ້ນແມ່ນແຕ່ໜ້ອຍດຽວ ແລະ ຈະບໍ່ມີຂໍ້ຜິດພາດແມ່ນແຕ່ຂໍ້ດຽວ. ມີພຽງແຕ່ເມື່ອຜູ້ຄົນປະຕິບັດພາລະກິດ ຄວາມຮູ້ສຶກ ຫຼື ຄວາມໝາຍຂອງມະນຸດຈຶ່ງຈະປະສົມປະສານກັນ. ພາລະກິດທີ່ພຣະເຈົ້າເຮັດແມ່ນເໝາະສົມທີ່ສຸດ; ພຣະອົງຈະບໍ່ນໍາເອົາຄໍາກ່າວອ້າງທີ່ບໍ່ຖືກຕ້ອງມາສູ່ສິ່ງທີ່ມີຊີວິດຢ່າງເດັດຂາດ. ໃນປັດຈຸບັນນີ້ມີຫຼາຍຄົນທີ່ບໍ່ສາມາດເຂົ້າໃຈຈຸດໝາຍປາຍທາງຂອງມະນຸດຊາດໃນອະນາຄົດ ແລະ ບໍ່ເຊື່ອໃນພຣະທໍາທີ່ເຮົາກ່າວ; ທຸກຄົນທີ່ບໍ່ເຊື່ອ ພ້ອມທັງຜູ້ທີ່ບໍ່ປະຕິບັດຄວາມຈິງແມ່ນພວກຜີສາດ!

ທຸກມື້ນີ້ ຜູ້ທີ່ສະແຫວງຫາ ແລະ ຜູ້ທີ່ບໍ່ສະແຫວງຫາ ແມ່ນກຸ່ມຄົນສອງປະເພດທີ່ແຕກຕ່າງກັນ ເຊິ່ງຈຸດໝາຍປາຍທາງຂອງພວກເຂົາກໍຍັງແຕກຕ່າງກັນອີກດ້ວຍ. ຜູ້ທີ່ສະແຫວງຫາຄວາມຮູ້ກ່ຽວກັບຄວາມຈິງ ແລະ ປະຕິບັດຄວາມຈິງ ແມ່ນຄົນທີ່ພຣະເຈົ້າຈະຊ່ວຍໃຫ້ລອດພົ້ນ. ຜູ້ທີ່ບໍ່ຮູ້ວິທີທາງທີ່ແທ້ຈິງ ແມ່ນຜີສາດ ແລະ ສັດຕູ; ພວກເຂົາເປັນເຊື້ອສາຍຂອງເທວະທູດ ແລະ ຈະເປັນເປົ້າໝາຍແຫ່ງການທໍາລາຍ. ແມ່ນແຕ່ຜູ້ທີ່ເຊື່ອຢ່າງຕາຍໃຈໃນພຣະເຈົ້າເລື່ອນລອຍ, ພວກເຂົາບໍ່ແມ່ນພວກຜີສາດເຊັ່ນກັນບໍ? ຜູ້ຄົນທີ່ມີຈິດສຳນຶກດີແຕ່ບໍ່ຍອມຮັບວິທີທາງທີ່ແທ້ຈິງແມ່ນພວກຜີສາດ; ທາດແທ້ຂອງພວກເຂົາແມ່ນການຕໍ່ຕ້ານພຣະເຈົ້າ. ຜູ້ທີ່ບໍ່ຍອມຮັບວິທີທາງທີ່ແທ້ຈິງແມ່ນຜູ້ທີ່ຕໍ່ຕ້ານພຣະເຈົ້າ ແລະ ເຖິງແມ່ນວ່າຄົນດັ່ງກ່າວຈະຜະເຊີນກັບຄວາມລໍາບາກນາໆປະການກໍຕາມ, ພວກເຂົາກໍຍັງຈະຖືກທໍາລາຍ. ຜູ້ທີ່ບໍ່ເຕັມໃຈທີ່ຈະປະຖິ້ມທາງໂລກ, ຜູ້ທີ່ບໍ່ສາມາດຮັບການພັດພາກຈາກພໍ່ແມ່ຂອງພວກເຂົາ ແລະ ຜູ້ທີ່ບໍ່ສາມາດຍອມກໍາຈັດຄວາມສຸກຂອງຕົນເອງຈາກຝ່າຍເນື້ອໜັງ ແມ່ນຜູ້ທີ່ບໍ່ເຊື່ອຟັງພຣະເຈົ້າ ແລະ ຈະເປັນເປົ້າໝາຍແຫ່ງການທໍາລາຍ. ໃຜກໍຕາມທີ່ບໍ່ເຊື່ອໃນການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນຜີສາດ; ແລະ ຍິ່ງໄປກວ່ານັ້ນ, ພວກເຂົາຈະຖືກທໍາລາຍ. ຜູ້ທີ່ມີຄວາມເຊື່ອແຕ່ບໍ່ປະຕິບັດຄວາມຈິງ, ຜູ້ທີ່ບໍ່ເຊື່ອໃນການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ຜູ້ທີ່ບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າຈະເປັນເປົ້າໝາຍຂອງການທໍາລາຍ. ຄົນທີ່ຈະຖືກອະນຸຍາດໃຫ້ຄົງຢູ່ ແມ່ນຄົນທີ່ໄດ້ຜ່ານການທົນທຸກຂອງການຫຼໍ່ຫຼອມ ແລະ ຢືນຢັດຢ່າງໝັ້ນຄົງ; ນີ້ແມ່ນຄົນທີ່ໄດ້ຜ່ານການທົດລອງຢ່າງແທ້ຈິງ. ໃຜກໍຕາມທີ່ບໍ່ຮູ້ຈັກພຣະເຈົ້າຄືສັດຕູ; ນັ້ນກໍຄື ໃຜກໍຕາມທີ່ບໍ່ຮູ້ຈັກພຣະເຈົ້າທີ່ບັງເກີດເປັນມະນຸດ, ບໍ່ວ່າພວກເຂົາຈະຢູ່ພາຍໃນ ຫຼື ພາຍນອກກະແສນີ້ກໍຕາມຖືວ່າເປັນຜູ້ຕໍ່ຕ້ານພຣະຄຣິດ! ໃຜແມ່ນຊາຕານ, ໃຜແມ່ນຜີສາດ ແລະ ໃຜແມ່ນສັດຕູຂອງພຣະເຈົ້າ ຖ້າບໍ່ແມ່ນຜູ້ຕໍ່ຕ້ານທີ່ບໍ່ເຊື່ອໃນພຣະເຈົ້າ? ພວກເຂົາບໍ່ແມ່ນຄົນທີ່ບໍ່ເຊື່ອຟັງພຣະເຈົ້າບໍ? ພວກເຂົາບໍ່ແມ່ນຜູ້ທີ່ອ້າງວ່າມີຄວາມເຊື່ອ ແຕ່ປາສະຈາກຄວາມຈິງບໍ? ພວກເຂົາບໍ່ແມ່ນຜູ້ທີ່ພຽງແຕ່ສະແຫວງຫາເພື່ອໄດ້ຮັບພອນ ໃນຂະນະທີ່ບໍ່ສາມາດເປັນພະຍານຕໍ່ພຣະເຈົ້າບໍ? ເຈົ້າຍັງຜູກພັນກັບພວກຜີສາດເຫຼົ່ານັ້ນໃນປັດຈຸບັນ ແລະ ສະແດງມະໂນທຳ ແລະ ຄວາມຮັກກັບພວກເຂົາ; ແລ້ວໃນກໍລະນີນີ້ເຈົ້າບໍ່ແມ່ນຂະຫຍາຍຄວາມຕັ້ງໃຈທີ່ດີໃຫ້ກັບຊາຕານບໍ? ເຈົ້າບໍ່ໄດ້ສົມຮູ້ຮ່ວມຄິດ ກັບພວກຜີສາດບໍ? ຖ້າຜູ້ຄົນທຸກມື້ນີ້ຍັງບໍ່ສາມາດແຍກແຍະລະຫວ່າງຄວາມດີ ແລະ ຄວາມຊົ່ວ ແລະ ສືບຕໍ່ສະແດງຄວາມຮັກ ແລະ ຄວາມເມດຕາຢ່າງຕາບອດ ໂດຍບໍ່ມີຄວາມຕັ້ງໃຈທີ່ຈະສະແຫວງຫາຄວາມປະສົງຂອງພຣະເຈົ້າ ຫຼື ບໍ່ສາມາດໃນທຸກວິທີທາງເພື່ອຮັບເອົາເຈດຕະນາຂອງພຣະເຈົ້າມາເປັນຂອງຕົວເອງ, ແລ້ວ ຈຸດຈົບຂອງພວກເຂົາກໍຈະເປັນຕາສົມເພດຍິ່ງຂຶ້ນ. ໃຜກໍຕາມທີ່ບໍ່ເຊື່ອໃນພຣະເຈົ້າທີ່ຢູ່ໃນເນື້ອໜັງ ແມ່ນສັດຕູຂອງພຣະເຈົ້າ. ຖ້າເຈົ້າສາມາດສະແດງມະໂນທຳ ແລະ ຄວາມຮັກຕໍ່ສັດຕູໄດ້, ເຈົ້າບໍ່ຂາດຄວາມຮູ້ສຶກເຖິງຄວາມຊອບທໍາບໍ? ຖ້າເຈົ້າເຂົ້າກັນໄດ້ກັບຄົນທີ່ເຮົາກຽດຊັງ ແລະ ບໍ່ເຫັນດີນຳ ແລະ ຍັງສະແດງຄວາມຮັກ ຫຼື ຄວາມຮູ້ສຶກສ່ວນຕົວກັບພວກເຂົາ, ແລ້ວເຈົ້າບໍ່ແມ່ນຄົນທີ່ບໍ່ເຊື່ອຟັງບໍ? ເຈົ້າບໍ່ໄດ້ຕໍ່ຕ້ານພຣະເຈົ້າໂດຍເຈດຕະນາບໍ? ຄົນແບບນີ້ມີຄວາມຈິງບໍ? ຖ້າຄົນສະແດງມະໂນທຳຕໍ່ສັດຕູ, ສະແດງຄວາມຮັກຕໍ່ພວກຜີສາດ ແລະ ຄວາມເມດຕາຕໍ່ຊາຕານ, ແລ້ວພວກເຂົາບໍ່ໄດ້ຂັດຂວາງພາລະກິດຂອງພຣະເຈົ້າໂດຍເຈດຕະນາບໍ? ຜູ້ຄົນທີ່ເຊື່ອພຽງແຕ່ໃນພຣະເຢຊູ ແລະ ບໍ່ເຊື່ອໃນພຣະເຈົ້າທີ່ບັງເກີດເປັນມະນຸດໃນຍຸກສຸດທ້າຍ ພ້ອມທັງຜູ້ທີ່ກ່າວອ້າງວ່າ ເຊື່ອໃນພຣະເຈົ້າທີ່ບັງເກີດເປັນມະນຸດ ແຕ່ພັດເຮັດຄວາມຊົ່ວແມ່ນຜູ້ຕໍ່ຕ້ານພຣະຄຣິດທັງໝົດ, ນີ້ຍັງບໍ່ໄດ້ເວົ້າເຖິງຜູ້ທີ່ເຖິງຂັ້ນບໍ່ເຊື່ອໃນພຣະເຈົ້າເລີຍ. ຜູ້ຄົນເຫຼົ່ານີ້ຈະເປັນເປົ້າໝາຍຂອງກການທໍາລາຍທັງໝົດ. ມາດຕະຖານທີ່ມະນຸດໃຊ້ຕັດສິນມະນຸດແມ່ນອີງໃສ່ພຶດຕິກຳຂອງພວກເຂົາ; ຜູ້ທີ່ມີພຶດຕິກຳດີເປັນຄົນຊອບທໍາ ແລະ ຄົນທີ່ມີພຶດຕິກຳທີ່ໜ້າລັງກຽດແມ່ນເປັນຄົນຊົ່ວ. ມາດຕະຖານທີ່ພຣະເຈົ້າໃຊ້ພິພາກສາມະນຸດແມ່ນອີງໃສ່ວ່າ ທາດແທ້ຂອງພວກເຂົາແມ່ນເຊື່ອຟັງພຣະອົງ ຫຼື ບໍ່; ຜູ້ທີ່ເຊື່ອຟັງພຣະເຈົ້າແມ່ນເປັນຄົນທີ່ຊອບທໍາ ແລະ ຄົນທີ່ບໍ່ເຊື່ອຟັງພຣະເຈົ້າແມ່ນເປັນສັດຕູ ແລະ ເປັນຄົນຊົ່ວ ໂດຍບໍ່ວ່າຄົນນັ້ນຈະມີພຶດຕິກຳທີ່ດີ ຫຼື ບໍ່ດີ ແລະ ບໍ່ວ່າຄໍາເວົ້າຂອງພວກເຂົາຈະຖືກຕ້ອງ ຫຼື ບໍ່ຖືກຕ້ອງ. ບາງຄົນປາດຖະໜານໍາໃຊ້ການກະກຳທີ່ດີ ເພື່ອໃຫ້ໄດ້ຈຸດໝາຍປາຍທາງທີ່ດີໃນອະນາຄົດ ແລະ ບາງຄົນປາດຖະໜານຳໃຊ້ຄໍາເວົ້າທີ່ດີເພື່ອຮັບເອົາຈຸດໝາຍປາຍທາງທີ່ດີ. ທຸກຄົນເຊື່ອຜິດໆວ່າ ພຣະເຈົ້າກຳນົດຜົນໄດ້ຮັບຂອງມະນຸດຫຼັງຈາກໄດ້ເບິ່ງພຶດຕິກໍາ ຫຼື ຫຼັງຈາກໄດ້ຟັງຄຳເວົ້າຂອງພວກເຂົາ; ດັ່ງນັ້ນ ຫຼາຍຄົນຈຶ່ງມີປະສົງທີ່ຈະໃຊ້ສິ່ງນີ້ ເພື່ອລໍ້ລວງພຣະເຈົ້າໃຫ້ພໍໃຈພວກເຂົາຊົ່ວຄາວ. ໃນອະນາຄົດ ຜູ້ຄົນທີ່ຈະມີຊີວິດລອດໃນສະພາບທີ່ສະຫງົບສຸກ ຈະຕ້ອງໄດ້ທົນຕໍ່ວັນແຫ່ງຄວາມຍາກລໍາບາກ ແລະ ຍັງຈະໄດ້ເປັນພະຍານໃຫ້ກັບພຣະເຈົ້າອີກດ້ວຍ; ພວກເຂົາທັງໝົດຈະເປັນຄົນທີ່ເຮັດສໍາເລັດໜ້າທີ່ຂອງພວກເຂົາ ແລະ ເປັນຄົນທີ່ຕັ້ງໃຈເຊື່ອຟັງພຣະເຈົ້າ. ຜູ້ທີ່ພຽງແຕ່ຕ້ອງການໃຊ້ໂອກາດ ເພື່ອເຮັດການຮັບໃຊ້ດ້ວຍຕັ້ງໃຈ ເພື່ອຫຼີກເວັ້ນການປະຕິບັດຄວາມຈິງຈະບໍ່ຖືກອະນຸຍາດໃຫ້ຄົງຢູ່ໄດ້. ພຣະເຈົ້າແມ່ນມີມາດຕະຖານທີ່ເໝາະສົມສໍາລັບການຈັດແຈງຜົນໄດ້ຮັບຂອງທຸກຄົນ; ພຣະອົງບໍ່ພຽງແຕ່ເຮັດການຕັດສິນໃຈເຫຼົ່ານີ້ຕາມຄໍາເວົ້າ ແລະ ພຶດຕິກຳຂອງຄົນເທົ່ານັ້ນ ຫຼື ພຣະອົງບໍ່ໄດ້ຕັດສິນໃຈຕາມການກະທໍາຂອງພວກເຂົາໃນເວລາໃດໜຶ່ງເທົ່ານັ້ນ. ພຣະອົງຈະບໍ່ຜ່ອນຜັນຕໍ່ການກະທໍາຊົ່ວຮ້າຍຂອງຄົນຢ່າງເດັດຂາດຍ້ອນການຮັບໃຊ້ພຣະເຈົ້າຜ່ານມາຂອງພວກເຂົາ ແລະ ພຣະອົງຈະບໍ່ລະເວັ້ນຜູ້ໃດຈາກຄວາມຕາຍຍ້ອນວ່າພວກເຂົາໄດ້ເສຍສະຫຼະຄັ້ງໃດຄັ້ງໜຶ່ງໃຫ້ກັບພຣະເຈົ້າ ທີ່ບໍ່ມີໃຜສາມາດຫຼີກເວັ້ນການລົງໂທດຕໍ່ຄວາມຊົ່ວຮ້າຍຂອງພວກເຂົາ ແລະ ບໍ່ມີໃຜສາມາດປົກປິດການກະທໍາຊົ່ວຮ້າຍຂອງພວກເຂົາ ເພື່ອຫຼີກເວັ້ນການທໍລະມານຈາກການທໍາລາຍໄດ້. ຖ້າຜູ້ຄົນສາມາດເຮັດໜ້າທີ່ຂອງພວກເຂົາເອງໄດ້ຢ່າງແທ້ຈິງ, ນັ້ນກໍໝາຍຄວາມວ່າ ບໍ່ວ່າພວກເຂົາຈະໄດ້ຮັບພອນ ຫຼື ຄວາມໂຊກຮ້າຍກໍຕາມ, ພວກເຂົາແມ່ນຊື່ສັດຕໍ່ພຣະເຈົ້າຕະຫຼອດໄປ ແລະ ບໍ່ໄດ້ສະແຫວງຫາລາງວັນ, ຖ້າຜູ້ຄົນມີຄວາມຊື່ສັດຕໍ່ພຣະເຈົ້າເມື່ອເວລາທີ່ພວກເຂົາເຫັນພອນ ແຕ່ເສຍຄວາມຊື່ສັດເມື່ອພວກເຂົາບໍ່ສາມາດເຫັນພອນໃດໆ ແລະ ໃນທີ່ສຸດ ຖ້າພວກເຂົາຍັງບໍ່ສາມາດເປັນພະຍານຕໍ່ພຣະເຈົ້າ ຫຼື ປະຕິບັດໜ້າທີ່ມອບໝາຍໃຫ້ພວກເຂົາ, ແລ້ວພວກເຂົາກໍ່ຍັງຈະເປັນເປົ້າໝາຍທີ່ຈະຖືກທຳລາຍ ເຖິງແມ່ນພວກເຂົາຈະເຄີຍໃຫ້ການບໍລິການທີ່ຊື່ສັດຕໍ່ພຣະເຈົ້າໃນຄັ້ງໜຶ່ງ. ສະຫຼຸບແລ້ວ, ຄົນຊົ່ວບໍ່ສາມາດຢູ່ລອດໄດ້ຕະຫຼອດການ ຫຼື ພວກເຂົາສາມາດເຂົ້າສູ່ບ່ອນພັກເຊົາໄດ້; ມີພຽງແຕ່ຄົນຊອບທໍາເທົ່ານັ້ນທີ່ຈະເປັນເຈົ້ານາຍຂອງການພັກເຊົາ. ຫຼັງຈາກມະນຸດຊາດຢູ່ບົນເສັ້ນທາງທີ່ຖືກຕ້ອງ, ຜູ້ຄົນກໍຈະມີຊີວິດມະນຸດຢ່າງປົກກະຕິ. ພວກເຂົາທັງໝົດຈະເຮັດໜ້າທີ່ຂອງຕົນເອງ ແລະ ມີຄວາມຊື່ສັດຢ່າງໝັ້ນຄົງຕໍ່ພຣະເຈົ້າ. ພວກເຂົາຈະປະຖິ້ມຄວາມບໍ່ເຊື່ອຟັງ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາທັງໝົດ ແລະ ພວກເຂົາຈະດໍາລົງຊີວິດເພື່ອພຣະເຈົ້າ ແລະ ຍ້ອນພຣະເຈົ້າ, ພວກເຂົາຈະເຊື່ອຟັງ ແລະ ບໍ່ຕໍ່ຕ້ານ. ພວກເຂົາທຸກຄົນຈະສາມາດເຊື່ອຟັງພຣະເຈົ້າໄດ້ຢ່າງສົມບູນ. ສິ່ງນີ້ຈະເປັນຊີວິດຂອງພຣະເຈົ້າ ແລະ ມະນຸດ; ມັນຈະເປັນຊີວິດຂອງອານາຈັກ ແລະ ມັນຈະເປັນຊີວິດແຫ່ງຄວາມສະຫງົບ.

ຜູ້ທີ່ລາກດຶງລູກຫຼານ ແລະ ຍາດຕິພີ່ນ້ອງທີ່ບໍ່ມີຄວາມເຊື່ອທັງໝົດເຂົ້າໃນຄຣິສຕະຈັກແມ່ນຄົນທີ່ເຫັນແກ່ຕົວທີ່ສຸດ ແລະ ພວກເຂົາແມ່ນພຽງສະແດງຄວາມມີນ້ຳໃຈເທົ່ານັ້ນ. ຄົນເຫຼົ່ານີ້ພຽງແຕ່ສົນໃຈກັບການຖືກຮັກ ໂດຍບໍ່ຄຳນຶງວ່າ ພວກເຂົາເຊື່ອ ຫຼື ບໍ່ ຫຼື ບໍ່ຄຳນຶງວ່າມັນເປັນຄວາມປະສົງຂອງພຣະເຈົ້າ ຫຼື ບໍ່. ບາງຄົນນຳເອົາພັນລະຍາຂອງພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າ ຫຼື ລາກດຶງເອົາພໍ່ແມ່ຂອງພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າ ແລະ ບໍ່ຄຳນຶງວ່າ ພຣະວິນຍານບໍລິສຸດເຫັນດີກັບສິ່ງນີ້ ຫຼື ບໍ່ ຫຼື ປະຕິບັດພາລະກິດໃນພວກເຂົາ ຫຼື ບໍ່, ພວກເຂົາຫຼັບຫູຫຼັບຕາສືບຕໍ່ “ຮັບເອົາຄົນທີ່ມີພອນສະຫວັນ” ເພື່ອພຣະເຈົ້າ. ມັນສາມາດໄດ້ຜົນປະໂຫຍດຫຍັງແນ່ຈາກການແຜ່ຄວາມເມດຕາຕໍ່ຄົນທີ່ບໍ່ມີຄວາມເຊື່ອເຫຼົ່ານີ້? ເຖິງແມ່ນວ່າ ພວກເຂົາ ຜູ້ທີ່ປາສະຈາກການສະຖິດຂອງພຣະວິນຍານບໍລິສຸດຈະດິ້ນຮົນໃນການຕິດຕາມພຣະເຈົ້າ, ພວກເຂົາກໍຍັງຈະບໍ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນດັ່ງທີ່ຜູ້ຄົນອາດເຂົ້າໃຈ. ທີ່ຈິງແລ້ວ ຜູ້ທີ່ໄດ້ຮັບການຊ່ວຍໃຫ້ລອດພົ້ນນັ້ນບໍ່ແມ່ນໄດ້ຮັບມາແບບງ່າຍໆ. ຜູ້ທີ່ບໍ່ໄດ້ຜ່ານພາລະກິດ ແລະ ການທົດລອງຂອງພຣະວິນຍານບໍລິສຸດ ແລະ ບໍ່ໄດ້ຮັບການເຮັດໃຫ້ສົມບູນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ສະນັ້ນ, ຜູ້ຄົນເຫຼົ່ານີ້ຂາດການສະຖິດຂອງພຣະວິນຍານບໍລິສຸດຕັ້ງແຕ່ວິນາທີທີ່ພວກເຂົາເລີ່ມຕົ້ນຕິດຕາມພຣະເຈົ້າແລ້ວ. ອີງຕາມເງື່ອນໄຂ ແລະ ສະພາບທີ່ແທ້ຈິງຂອງພວກເຂົາ, ພວກເຂົາແມ່ນບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ດັ່ງນັ້ນ, ພຣະວິນຍານບໍລິສຸດບໍ່ໄດ້ຕັດສິນໃຈທີ່ຈະເສຍເຫື່ອແຮງກັບພວກເຂົາຫຼາຍ ແລະ ພຣະອົງບໍ່ໄດ້ໃຫ້ແສງສະຫວ່າງ ຫຼື ຊີ້ນໍາພວກເຂົາໃນທິດທາງໃດເລີຍ; ພຣະອົງພຽງແຕ່ອະນຸຍາດໃຫ້ພວກເຂົາຕິດຕາມ ແລະ ສຸດທ້າຍກໍຈະເປີດເຜີຍຜົນຕາມມາຂອງພວກເຂົາ, ນີ້ແມ່ນພຽງພໍແລ້ວ. ຄວາມກະຕືລືລົ້ນ ແລະ ຄວາມຕັ້ງໃຈຂອງມະນຸດແມ່ນມາຈາກຊາຕານ ແລະ ບໍ່ມີທາງທີ່ສິ່ງເຫຼົ່ານີ້ຈະສາມາດເຮັດສໍາເລັດພາລະກິດຂອງພຣະວິນຍານບໍລິສຸດໄດ້. ບໍ່ວ່າຜູ້ຄົນຈະເປັນແນວໃດກໍຕາມ, ພວກເຂົາຕ້ອງມີພາລະກິດຂອງພຣະວິນຍານບໍລິສຸດ. ມະນຸດສາມາດເຮັດໃຫ້ມະນຸດສົມບູນໄດ້ບໍ? ເປັນຫຍັງສາມີຈຶ່ງຮັກພັນລະຍາຂອງຕົນເອງ? ເປັນຫຍັງພັນລະຍາຈຶ່ງຮັກສາມີຂອງນາງ? ເປັນຫຍັງລູກໆຈຶ່ງປະຕິບັດໜ້າທີ່ຂອງພວກເຂົາຕໍ່ພໍ່ແມ່? ເປັນຫຍັງພໍ່ແມ່ຈຶ່ງຮັກລູກໆຂອງພວກເຂົາ? ຜູ້ຄົນມີຄວາມຕັ້ງໃຈແບບໃດກັນແທ້? ຄວາມຕັ້ງໃຈຂອງພວກເຂົາບໍ່ແມ່ນເພື່ອປະຕິບັດຕາມແຜນການ ແລະ ຄວາມປາດຖະໜາທີ່ເຫັນແກ່ຕົວຂອງພວກເຂົາເອງບໍ? ພວກເຂົາຕັ້ງໃຈປະຕິບັດເພື່ອແຜນການຄຸ້ມຄອງຂອງພຣະເຈົ້າແທ້ບໍ? ພວກເຂົາປະຕິບັດເພື່ອພາລະກິດຂອງພຣະເຈົ້າແທ້ບໍ? ຄວາມຕັ້ງໃຈຂອງພວກເຂົາແມ່ນເພື່ອສໍາເລັດໜ້າທີ່ຂອງສິ່ງຖືກສ້າງເອງບໍ? ນັບຕັ້ງແຕ່ນາທີທີ່ພວກເຂົາເລີ່ມມີຄວາມເຊື່ອໃນພຣະເຈົ້າ ຜູ້ຄົນແມ່ນບໍ່ສາມາດຮັບການສະຖິດຢູ່ຂອງພຣະວິນຍານບໍລິສຸດ, ບໍ່ສາມາດຮັບພາລະກິດຂອງພຣະວິນຍານບໍລິສຸດ; ຜູ້ຄົນເຫຼົ່ານີ້ໄດ້ຖືກກໍານົດໃຫ້ເປັນເປົ້າໝາຍທີ່ຈະຖືກທໍາລາຍ. ບໍ່ວ່າພວກເຂົາຈະມີຄວາມຮັກຫຼາຍເທົ່າໃດກໍຕາມ, ມັນກໍບໍ່ສາມາດທົດແທນພາລະກິດຂອງພຣະວິນຍານບໍລິສຸດໄດ້. ຄວາມກະຕືລືລົ້ນ ແລະ ຄວາມຮັກຂອງຜູ້ຄົນແມ່ນສະແດງເຖິງຄວາມຕັ້ງໃຈຂອງມະນຸດ ແລະ ບໍ່ສາມາດເປັນຕົວແທນເຈດຕະນາຂອງພຣະເຈົ້າໄດ້ ແລະ ທີ່ບໍ່ສາມາດທົດແທນພາລະກິດຂອງພຣະເຈົ້າໄດ້. ເຖິງແມ່ນວ່າ ຄົນຈະສະແດງຄວາມຮັກ ຫຼື ຄວາມເມດຕາຫຼາຍທີ່ສຸດຕໍ່ບັນດາຜູ້ທີ່ເຊື່ອໃນພຣະເຈົ້າພຽງແຕ່ໃນນາມ ແລະ ທໍາທ່າຕິດຕາມພຣະອົງໂດຍບໍ່ຮູ້ວ່າ ການເຊື່ອໃນພຣະເຈົ້ານັ້ນໝາຍເຖິງຫຍັງກັນແທ້, ພວກເຂົາກໍຈະບໍ່ໄດ້ຮັບຄວາມເຫັນໃຈຈາກພຣະເຈົ້າ ຫຼື ພວກເຂົາຈະບໍ່ໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ. ເຖິງແມ່ນວ່າຄົນທີ່ຕິດຕາມພຣະເຈົ້າຢ່າງຈິງໃຈຈະມີຄວາມສາມາດຕໍ່າ ແລະ ບໍ່ສາມາດເຂົ້າໃຈຄວາມຈິງຫຼາຍຢ່າງ, ທີ່ພວກເຂົາຍັງສາມາດໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດເປັນຄັ້ງຄາວ, ຜູ້ທີ່ມີຄວາມສາມາດສູງ ແຕ່ບໍ່ເຊື່ອຢ່າງຈິງໃຈແມ່ນບໍ່ສາມາດໄດ້ຮັບການສະຖິດຂອງພຣະວິນຍານບໍລິສຸດໄດ້. ບໍ່ມີທາງເປັນໄປໄດ້ເດັດຂາດທີ່ຈະຊ່ວຍຄົນເຫຼົ່ານີ້ໃຫ້ລອດພົ້ນ. ເຖິງແມ່ນວ່າ ພວກເຂົາຈະອ່ານພຣະທໍາຂອງພຣະເຈົ້າ ຫຼື ບາງຄັ້ງໄດ້ຟັງຄໍາເທດສະໜາ ຫຼື ເຖິງກັບຮ້ອງເພງສັນລະເສີນພຣະເຈົ້າ, ໃນທີ່ສຸດ ພວກເຂົາກໍຈະບໍ່ສາມາດມີຊີວິດຢູ່ຕໍ່ໄປຈົນເຖິງເວລາແຫ່ງການພັກເຊົາໄດ້. ການທີ່ຄົນສະແຫວງຫາດ້ວຍຄວາມຈິງໃຈ ແມ່ນບໍ່ໄດ້ກໍານົດດ້ວຍການຕັດສິນຂອງຄົນອື່ນ ຫຼື ດ້ວຍວິທີທີ່ຄົນອ້ອມຂ້າງເບິ່ງພວກເຂົາ ແຕ່ຂຶ້ນຢູ່ກັບວ່າ ພຣະວິນຍານບໍລິສຸດປະຕິບັດພາລະກິດກັບພວກເຂົາ ຫຼື ບໍ່ ແລະ ຂຶ້ນກັບວ່າ ພວກເຂົາໄດ້ຮັບການສະຖິດຂອງພຣະວິນຍານບໍລິສຸດ ຫຼື ບໍ່. ຍິ່ງໄປກວ່ານັ້ນ ມັນຂຶ້ນຢູ່ກັບວ່າອຸປະນິໄສຂອງພວກເຂົາປ່ຽນແປງ ຫຼື ບໍ່ ຫຼື ຂຶ້ນກັບວ່າພວກເຂົາມີຄວາມຮູ້ກ່ຽວກັບພຣະເຈົ້າ ຫຼື ບໍ່ ຫຼັງຈາກທີ່ໄດ້ຜ່ານພາລະກິດຂອງພຣະວິນຍານບໍລິສຸດໃນເວລາໃດໜຶ່ງ. ຖ້າພຣະວິນຍານບໍລິສຸດປະຕິບັດພາລະກິດຕໍ່ບຸກຄົນໃດໜຶ່ງ, ອຸປະນິໄສຂອງບຸກຄົນນັ້ນກໍຈະຄ່ອຍໆປ່ຽນແປງ ແລະ ມຸມມອງຂອງພວກເຂົາກ່ຽວກັບການເຊື່ອໃນພຣະເຈົ້າກໍຈະຄ່ອຍໆບໍລິສຸດຂຶ້ນ. ບໍ່ວ່າຜູ້ຄົນຈະຕິດຕາມພຣະເຈົ້າເປັນເວລາດົນນານເທົ່າໃດກໍຕາມ, ຕາບໃດທີ່ພວກເຂົາໄດ້ປ່ຽນແປງ, ມັນກໍໝາຍຄວາມວ່າ ພຣະວິນຍານບໍລິສຸດກໍາລັງປະຕິບັດພາລະກິດກັບພວກເຂົາ. ຖ້າພວກເຂົາບໍ່ປ່ຽນແປງ, ນັ້ນກໍໝາຍຄວາມວ່າ ພຣະວິນຍານບໍລິສຸດບໍ່ໄດ້ປະຕິບັດພາລະກິດກັບພວກເຂົາ. ເຖິງແມ່ນວ່າຜູ້ຄົນເຫຼົ່ານີ້ໄດ້ເຮັດວຽກງານຮັບໃຊ້ບາງຢ່າງ, ແຕ່ສິ່ງທີ່ກະຕຸ້ນພວກເຂົາໃຫ້ເຮັດແບບນັ້ນຄືຄວາມປາຖະໜາຢາກຮັບການອວຍພອນ. ພຽງປະຕິບັດຮັບໃຊ້ບໍລິການບາງຄັ້ງຄາວບໍ່ສາມາດທົດແທນປະສົບການການປ່ຽນແປງໃນອຸປະນິໄສຂອງພວກເຂົາໄດ້. ໃນທີ່ສຸດ ພວກເຂົາກໍຍັງຈະຖືກທໍາລາຍ ເພາະບໍ່ມີຄວາມຈໍາເປັນຕ້ອງມີຜູ້ບໍລິການປະເພດນີ້ໃນອານາຈັກ ແລະ ບໍ່ມີຄວາມຈຳເປັນຕ້ອງມີຄົນທີ່ບໍ່ມີການປ່ຽນແປງອຸປະນິໄສ ເພື່ອມາບໍລິການຜູ້ທີ່ຖືກເຮັດໃຫ້ສົມບູນ ແລະ ຜູ້ທີ່ມີຄວາມຊື່ສັດຕໍ່ພຣະເຈົ້າ. ພຣະທໍາເຫຼົ່ານັ້ນທີ່ກ່າວໃນອະດີດທີ່ວ່າ: “ເມື່ອຄົນໃດເຊື່ອໃນພຣະຜູ້ເປັນເຈົ້າ, ໂຊກລາບກໍຈະມີແກ່ຄອບຄົວຂອງຄົນໆນັ້ນ” ແມ່ນເໝາະສົມສໍາລັບຍຸກແຫ່ງພຣະຄຸນ ແຕ່ມັນບໍ່ກ່ຽວກັບຈຸດໝາຍປາຍທາງຂອງມະນຸດ. ພຣະທໍາເຫຼົ່ານັ້ນເໝາະສົມກັບຍຸກແຫ່ງພຣະຄຸນເທົ່ານັ້ນ. ຄວາມໝາຍຂອງພຣະທໍາເຫຼົ່ານັ້ນແມ່ນແນໃສ່ຄວາມສະຫງົບສຸກ ແລະ ພອນແຫ່ງວັດຖຸທີ່ຜູ້ຄົນໄດ້ຮັບ; ມັນບໍ່ໄດ້ໝາຍຄວາມວ່າ ທັງໝົດຄອບຄົວຂອງຜູ້ທີ່ເຊື່ອໃນພຣະຜູ້ເປັນເຈົ້າຈະໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ບໍ່ໄດ້ໝາຍຄວາມວ່າ ເມື່ອຄົນໃດໜຶ່ງຮັບການອວຍພອນ, ທັງໝົດຄອບຄົວຂອງຄົນນັ້ນກໍ່ສາມາດຖືກນໍາພາໄປສູ່ບ່ອນພັກເຊົາເຊັ່ນກັນ. ການທີ່ຄົນໃດໜຶ່ງໄດ້ຮັບພອນ ຫຼື ທົນທຸກກັບຄວາມໂຊກຮ້າຍແມ່ນຖືກກໍານົດຕາມທາດແທ້ຂອງຄົນນັ້ນ ແລະ ບໍ່ໄດ້ຖືກກໍານົດຕາມທາດແທ້ທີ່ຄົນນັ້ນມີຄືກັນກັບຄົນອື່ນໆ. ອານາຈັກບໍ່ມີຄໍາກ່າວ ຫຼື ກົດລະບຽບແບບນີ້. ຖ້າຄົນໃດໜຶ່ງສາມາດຢູ່ລອດໄດ້ໃນທີ່ສຸດ ນັ້ນກໍຍ້ອນວ່າ ຄົນໆນັ້ນໄດ້ບັນລຸເງື່ອນໄຂຂອງພຣະເຈົ້າ ແລະ ຖ້າຫາກວ່າ ຄົນນັ້ນບໍ່ສາມາດຢູ່ລອດຈົນເຖິງເວລາແຫ່ງການພັກເຊົາ ນັ້ນກໍຍ້ອນວ່າ ບຸກຄົນດັ່ງກ່າວບໍ່ເຊື່ອຟັງພຣະເຈົ້າ ແລະ ບໍ່ສາມາດຕອບສະໜອງຕາມເງື່ອນໄຂຂອງພຣະເຈົ້າໄດ້. ທຸກຄົນແມ່ນມີຈຸດໝາຍປາຍທາງທີ່ເໝາະສົມ. ເຊິ່ງຈຸດໝາຍປາຍທາງເຫຼົ່ານີ້ແມ່ນໄດ້ຖືກກໍານົດຕາມທາດແທ້ຂອງແຕ່ລະຄົນ ແລະ ບໍ່ໄດ້ກ່ຽວຂ້ອງກັບຄົນອື່ນໆຢ່າງສິ້ນເຊີງ. ການກະທໍາຊົ່ວຮ້າຍຂອງລູກບໍ່ສາມາດໂອນໄປໃຫ້ພໍ່ແມ່ຂອງພວກເຂົາໄດ້ ແລະ ຄວາມຊອບທໍາຂອງລູກກໍບໍ່ສາມາດແບ່ງປັນກັບພໍ່ແມ່ຂອງພວກເຂົາໄດ້. ການກະທໍາທີ່ຊົ່ວຮ້າຍຂອງພໍ່ແມ່ບໍ່ສາມາດໂອນໄປໃຫ້ລູກໆຂອງພວກເຂົາໄດ້ ແລະ ຄວາມຊອບທໍາຂອງພໍ່ແມ່ກໍບໍ່ສາມາດແບ່ງປັນກັບລູກໆຂອງພວກເຂົາໄດ້. ທຸກຄົນແມ່ນແບກຮັບບາບກໍາຂອງຕົນເອງ ແລະ ທຸກຄົນແມ່ນເສບສຸກກັບພອນຂອງຕົນເອງ. ບໍ່ມີໃຜສາມາດທົດແທນຄົນອື່ນໄດ້; ນີ້ແມ່ນຄວາມຊອບທໍາ. ໃນມຸມມອງຂອງມະນຸດ, ຖ້າພໍ່ແມ່ຮັບພອນ, ລູກໆຂອງພວກເຂົາກໍຈະໄດ້ຮັບເຊັ່ນກັນ ແລະ ຖ້າລູກໆເຮັດຄວາມຊົ່ວ, ພໍ່ແມ່ຂອງພວກເຂົາກໍຕ້ອງຊົດໃຊ້ຄວາມບາບເຫຼົ່ານັ້ນ. ນີ້ແມ່ນມຸມມອງຂອງມະນຸດ ແລະ ວິທີການກະທຳສິ່ງຕ່າງໆຂອງມະນຸດ. ມັນບໍ່ແມ່ນມຸມມອງຂອງພຣະເຈົ້າ. ຜົນໄດ້ຮັບຂອງແຕ່ລະຄົນແມ່ນຖືກກໍານົດຕາມທາດແທ້ທີ່ເກີດຈາກການກະທໍາຂອງພວກເຂົາ ແລະ ມັນຖືກກໍານົດຢ່າງເໝາະສົມສະເໝີ. ບໍ່ມີໃຜສາມາດແບກຮັບບາບຂອງຄົນອື່ນໄດ້; ແຮງຍິ່ງໄປກວ່ານັ້ນ, ບໍ່ມີໃຜສາມາດຮັບໂທດແທນຄົນອື່ນໄດ້. ນີ້ແມ່ນສິ່ງທີ່ແນ່ນອນທີ່ສຸດ. ການດູແລຢ່າງຖະໜອມຂອງພໍ່ແມ່ຕໍ່ລູກຂອງພວກເຂົາບໍ່ໄດ້ໝາຍຄວາມວ່າ ພວກເຂົາສາມາດປະຕິບັດສິ່ງທີ່ຊອບທໍາແທນລູກໆຂອງພວກເຂົາໄດ້ ຫຼື ຄວາມຮັກກະຕັນຍູຂອງລູກໆທີ່ມີຕໍ່ພໍ່ແມ່ຂອງພວກເຂົາ ໝາຍຄວາມວ່າ ພວກເຂົາສາມາດປະຕິບັດສິ່ງທີ່ຊອບທໍາແທນພໍ່ແມ່ຂອງພວກເຂົາໄດ້. ນີ້ຄືຄວາມໝາຍທີ່ແທ້ຈິງຂອງຂໍ້ພຣະທໍາທີ່ວ່າ: “ແລ້ວໃນທົ່ງນາມີຊາຍສອງຄົນ; ຄົນໜຶ່ງຈະຖືກຮັບໄປ ແລະ ອີກຄົນຈະຖືກປະຖິ້ມ. ຍິງສອງຄົນກຳລັງບົດແປ້ງຢູ່ໃນໂຮງເຮັດແປ້ງ; ຄົນໜຶ່ງຈະຖືກຮັບໄປ ແລະ ອີກຄົນຈະຖືກປະຖິ້ມ”. ຜູ້ຄົນບໍ່ສາມາດນຳເອົາລູກໆຂອງພວກເຂົາ ທີ່ເຮັດສິ່ງຊົ່ວຮ້າຍໄປສູ່ບ່ອນພັກເຊົາໄດ້ໃນບົນພື້ນຖານຄວາມຮັກອັນເລິກເຊິ່ງຂອງພວກເຂົາທີ່ມີຕໍ່ລູກໆ ແລະ ບໍ່ມີໃຜສາມາດເອົາເມຍ (ຫຼືຜົວ) ຂອງພວກເຂົາໄປສູ່ບ່ອນພັກເຊົາໄດ້ບົນພື້ນຖານການປະພຶດທີ່ຊອບທໍາຂອງຕົນເອງ. ສິ່ງນີ້ແມ່ນກົດແຫ່ງການປົກຄອງ; ບໍ່ມີຂໍ້ຍົກເວັ້ນຕໍ່ບຸກຄົນໃດໆ. ສຸດທ້າຍກໍຄື ຜູ້ທີ່ປະຕິບັດຄວາມຊອບທໍາແມ່ນຜູ້ປະຕິບັດຄວາມຊອບທໍາ ແລະ ຜູ້ທີ່ກະທໍາຄວາມຊົ່ວແມ່ນຜູ້ທີ່ກະທໍາຄວາມຊົ່ວ. ຜູ້ທີ່ປະຕິບັດຄວາມຊອບທໍາ ໃນທີ່ສຸດ ກໍຈະຖືກອະນຸຍາດໃຫ້ຢູ່ລອດ ໃນຂະນະຜູ້ທີ່ກະທໍາຄວາມຊົ່ວຈະຖືກທໍາລາຍ. ຜູ້ທີ່ບໍລິສຸດແມ່ນຜູ້ທີ່ບໍລິສຸດ; ພວກເຂົາບໍ່ສົກກະປົກ. ຜູ້ທີ່ສົກກະປົກແມ່ນຜູ້ທີ່ສົກກະປົກ ແລະ ບໍ່ມີພາກສ່ວນໃດຂອງພວກເຂົາບໍລິສຸດ. ຜູ້ຄົນທີ່ຈະຖືກທໍາລາຍແມ່ນລ້ວນແລ້ວແຕ່ເປັນຄົນຊົ່ວ ແລະ ຜູ້ຄົນທີ່ຈະມີຊີວິດລອດລ້ວນແລ້ວແຕ່ເປັນຄົນຊອບທໍາ, ແມ່ນແຕ່ ລູກໆຂອງຄົນຊົ່ວທີ່ໄດ້ເຮັດສິ່ງທີ່ຊອບທໍາ ແລະ ແມ່ນແຕ່ ພໍ່ແມ່ຂອງຄົນຊອບທໍາທີ່ໄດ້ເຮັດຄວາມຊົ່ວ. ບໍ່ມີຄວາມສໍາພັນ ລະຫວ່າງຜົວທີ່ເຊື່ອ ແລະ ເມຍທີ່ບໍ່ເຊື່ອ ແລະ ບໍ່ມີຄວາມສໍາພັນລະຫວ່າງລູກໆທີ່ເຊື່ອ ແລະ ພໍ່ແມ່ທີ່ບໍ່ເຊື່ອ; ຄົນສອງປະເພດເຫຼົ່ານີ້ແມ່ນບໍ່ກ່ຽວຂ້ອງກັນ. ກ່ອນທີ່ຈະກ້າວເຂົ້າໄປຢູ່ໃນບ່ອນພັກເຊົາ, ຄົນໃດໜຶ່ງແມ່ນມີຍາດຕິພີ່ນ້ອງເປັນຕົວຕົນ ແຕ່ເມື່ອພວກເຂົາໄດ້ເຂົ້າໄປສູ່ບ່ອນພັກເຊົາ ພວກເຂົາຈະບໍ່ມີຍາດຕິພີ່ນ້ອງທີ່ເປັນຕົວຕົນໃຫ້ກ່າວເຖິງອີກ. ຜູ້ທີ່ເຮັດໜ້າທີ່ຂອງພວກເຂົາເປັນສັດຕູກັບຜູ້ທີ່ບໍ່ເຮັດໜ້າທີ່; ຜູ້ທີ່ຮັກພຣະເຈົ້າ ແລະ ຜູ້ທີ່ກຽດຊັງພຣະອົງແມ່ນຢູ່ກົງກັນຂ້າມກັນ. ຜູ້ທີ່ຈະເຂົ້າສູ່ບ່ອນພັກເຊົາ ແລະ ຜູ້ທີ່ຈະຖືກທໍາລາຍແມ່ນສິ່ງມີຊີວິດຄົນລະປະເພດທີ່ບໍ່ຄືກັນ. ສິ່ງມີຊີວິດທີ່ເຮັດສໍາເລັດໜ້າທີ່ຂອງພວກເຂົາຈະສາມາດມີຊີວິດລອດ ແລະ ສິ່ງມີຊີວິດທີ່ບໍ່ເຮັດສໍາເລັດໜ້າທີ່ຂອງພວກເຂົາຈະເປັນເປົ້າໝາຍຂອງການທໍາລາຍ; ຍິ່ງໄປກວ່ານີ້, ສິ່ງນີ້ຈະຍືນຍົງຕະຫຼອດໄປ. ເຈົ້າຮັກສາມີຂອງເຈົ້າເພື່ອປະຕິບັດໜ້າທີ່ຂອງເຈົ້າໃນຖານະທີ່ເປັນສິ່ງຖືກສ້າງບໍ? ເຈົ້າຮັກພັນລະຍາຂອງເຈົ້າເພື່ອປະຕິບັດໜ້າທີ່ຂອງເຈົ້າໃນຖານະທີ່ເປັນສິ່ງຖືກສ້າງບໍ? ເຈົ້າເຊື່ອຟັງພໍ່ແມ່ທີ່ບໍ່ເຊື່ອຂອງເຈົ້າເພື່ອປະຕິບັດໜ້າທີ່ໃນຖານະທີ່ເປັນສິ່ງຖືກສ້າງບໍ? ທັດສະນະຂອງມະນຸດຕໍ່ການເຊື່ອໃນພຣະເຈົ້ານັ້ນຖືກ ຫຼື ບໍ່? ເປັນຫຍັງເຈົ້າຈຶ່ງເຊື່ອໃນພຣະເຈົ້າ? ເຈົ້າຕ້ອງການຢາກໄດ້ຮັບຫຍັງ? ເຈົ້າຮັກພຣະເຈົ້າແນວໃດ? ຜູ້ທີ່ບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໃນຖານະທີ່ເປັນສິ່ງຖືກສ້າງ ແລະ ຜູ້ທີ່ບໍ່ສາມາດໃຊ້ຄວາມພະຍາຍາມຢ່າງເຕັມທີ່ແມ່ນຈະກາຍເປັນເປົ້າໝາຍຂອງການທໍາລາຍ. ຄົນໃນປັດຈຸບັນມີຄວາມສໍາພັນທາງດ້ານຮ່າງກາຍຕໍ່ກັນ, ພ້ອມທັງສາຍສຳພັນທາງສາຍເລືອດ ແຕ່ໃນອະນາຄົດສິ່ງເຫຼົ່ານີ້ຈະຖືກທໍາລາຍທັງໝົດ. ຜູ້ທີ່ເຊື່ອ ແລະ ຜູ້ທີ່ບໍ່ເຊື່ອແມ່ນເຂົ້າກັນບໍ່ໄດ້ ກົງກັນຂ້າມ ພວກເຂົາຈະຕໍ່ຕ້ານເຊິ່ງກັນແລະກັນ. ຜູ້ທີ່ຢູ່ໃນບ່ອນພັກເຊົາເຊື່ອວ່າ ມີພຣະເຈົ້າ ແລະ ເຊື່ອຟັງພຣະເຈົ້າ ໃນຂະນະຜູ້ທີ່ບໍ່ເຊື່ອຟັງພຣະເຈົ້າຈະຖືກທໍາລາຍທັງໝົດ. ຄອບຄົວຈະບໍ່ມີຢູ່ເທິງແຜ່ນດິນໂລກອີກຕໍ່ໄປ; ແລ້ວຈະມີພໍ່ແມ່ ຫຼື ລູກໆ ຫຼື ຄວາມສໍາພັນລະຫວ່າງຜົວ ແລະ ເມຍໄດ້ແນວໃດ? ຄວາມເຊື່ອ ແລະ ຄວາມບໍ່ເຊື່ອທີ່ເຂົ້າກັນບໍ່ໄດ້ ສຸດທ້າຍ ກໍຈະຕັດຂາດຄວາມສຳພັນທາງດ້ານຮ່າງກາຍດັ່ງກ່າວຢ່າງສິ້ນເຊີງ!

ແຕ່ຕົ້ນເດີມນັ້ນບໍ່ມີຄອບຄົວລະຫວ່າງມະນຸດຊາດ; ມີພຽງແມ່ຍິງ ແລະ ຜູ້ຊາຍ ເຊິ່ງນັ້ນກໍຄື ມະນຸດສອງປະເພດທີ່ແຕກຕ່າງກັນ. ບໍ່ມີປະເທດຕ່າງໆ, ສ່ວນເລື່ອງຄອບຄົວແມ່ນບໍ່ຕ້ອງເວົ້າເຖິງ, ແຕ່ເນື່ອງຈາກຜົນຂອງການເສື່ອມຊາມຂອງມະນຸດ, ຜູ້ຄົນທຸກປະເພດຈຶ່ງຈັດຕັ້ງຕົນເອງເປັນຊົນເຜົ່າໃຜລາວ ແລ້ວຕໍ່ມາກໍພັດທະນາໄປເປັນປະເທດ ແລະ ເຊື້ອຊາດຕ່າງໆ. ບັນດາປະເທດ ແລະ ເຊື້ອຊາດຕ່າງໆເຫຼົ່ານີ້ປະກອບດ້ວຍຄອບຄົວຂະໜາດນ້ອຍຂອງຕົນເອງ ແລະ ໃນລັກສະນະນີ້ ຄົນທຸກປະເພດຖືກແຜ່ຂະຫຍາຍອອກທ່າມກາງເຊື້ອຊາດຕ່າງໆຕາມຄວາມແຕກຕ່າງທາງດ້ານພາສາ ແລະ ເຂດແດນ. ຄວາມຈິງແລ້ວ, ບໍ່ວ່າໃນໂລກຈະປະກອບມີຈັກເຊື້ອຊາດ, ມະນຸດຊາດມີບັນພະບຸລຸດດຽວກັນ. ໃນຕອນເລີ່ມຕົ້ນ, ມີມະນຸດພຽງແຕ່ສອງປະເພດ ແລະ ສອງປະເພດເຫຼົ່ານີ້ແມ່ນຜູ້ຊາຍ ແລະ ແມ່ຍິງ. ຢ່າງໃດກໍຕາມ, ເນື່ອງຈາກຄວາມກ້າວໜ້າໃນພາລະກິດຂອງພຣະເຈົ້າ, ການເຄື່ອນໄຫວຂອງປະຫວັດສາດ ແລະ ການປ່ຽນແປງທາງພູມສາດ, ໃນລະດັບຕ່າງໆ ມະນຸດທັງສອງປະເພດເຫຼົ່ານີ້ຍິ່ງພັດທະນາອອກເປັນຫຼາກຫຼາຍມະນຸດຍິ່ງຂຶ້ນ. ໂດຍພື້ນຖານແລ້ວ, ບໍ່ວ່າຈະມີເຊື້ອຊາດປະກອບໃນມະນຸດຊາດຫຼາຍພຽງໃດກໍຕາມ, ມະນຸດຊາດທັງປວງກໍຍັງແມ່ນສິ່ງຊົງສ້າງຂອງພຣະເຈົ້າຢູ່ດີ. ບໍ່ວ່າຜູ້ຄົນຈະເປັນເຊື້ອຊາດໃດກໍຕາມ, ພວກເຂົາທັງໝົດກໍຄືສິ່ງມີຊີວິດຂອງພຣະເຈົ້າ; ພວກເຂົາລ້ວນແລ້ວແຕ່ເປັນເຊື້ອສາຍຂອງອາດາມ ແລະ ເອວາ. ເຖິງແມ່ນວ່າພວກເຂົາບໍ່ໄດ້ຖືກສ້າງດ້ວຍມືຂອງພຣະເຈົ້າ, ພວກເຂົາທັງໝົດກໍເປັນເຊື້ອສາຍຂອງອາດາມ ແລະ ເອວາ ຜູ້ທີ່ພຣະເຈົ້າສ້າງດ້ວຍຕົວພຣະອົງເອງ. ບໍ່ວ່າຜູ້ຄົນຈະເປັນຄົນປະເພດໃດກໍຕາມ, ພວກເຂົາທັງໝົດຄືສິ່ງມີຊີວິດຂອງພຣະອົງ; ໃນເມື່ອພວກເຂົາແມ່ນມະນຸດຊາດ ທີ່ຖືກສ້າງໂດຍພຣະເຈົ້າ, ຈຸດໝາຍປາຍທາງຂອງພວກເຂົາກໍຄືສິ່ງທີ່ມະນຸດຄວນມີ ແລະ ພວກເຂົາໄດ້ຖືກແບ່ງອອກຕາມກົດສະບຽບທີ່ຈັດຕັ້ງມະນຸດ. ນັ້ນໝາຍຄວາມວ່າ ສຸດທ້າຍແລ້ວ ຄົນທີ່ເຮັດຊົ່ວ ແລະ ຄົນທີ່ຊອບທໍາ ທຸກຄົນກໍຄືສິ່ງທີ່ມີຊີວິດ. ສິ່ງທີ່ມີຊີວິດທີ່ກະທໍາຄວາມຊົ່ວຈະຖືກທໍາລາຍໃນທີ່ສຸດ ແລະ ສິ່ງທີ່ມີຊີວິດທີ່ກະທໍາຄວາມດີຈະມີຊີວິດລອດ. ນີ້ແມ່ນການຈັດແຈງທີ່ເໝາະສົມທີ່ສຸດສໍາລັບສິ່ງທີ່ມີຊີວິດທັງສອງປະເພດ. ເນື່ອງຈາກຄວາມບໍ່ເຊື່ອຟັງຂອງພວກເຂົາ, ຄົນທີ່ກະທໍາຄວາມຊົ່ວ ເຖິງແມ່ນວ່າພວກເຂົາແມ່ນສິ່ງຊົງສ້າງຂອງພຣະເຈົ້າ ແຕ່ຍ້ອນວ່າພວກເຂົາຖືກຊາຕານຈັບກຸມ, ດ້ວຍເຫດນັ້ນ ຈຶ່ງບໍ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນໄດ້. ສິ່ງມີຊີວິດທີ່ກະທໍາຄວາມດີ ບໍ່ສາມາດລອດພົ້ນໄດ້ບົນຖານຄວາມຈິງທີ່ວ່າ ພວກເຂົາຖືກສ້າງຂຶ້ນໂດຍພຣະເຈົ້າ ແຕ່ໄດ້ຮັບການຊ່ວຍໃຫ້ລອດພົ້ນຫຼັງຈາກທີ່ຊາຕານໄດ້ເຮັດໃຫ້ພວກເຂົາເສື່ອມຊາມ. ເຊິ່ງຄົນທີ່ກະທໍາຊົ່ວແມ່ນສິ່ງມີຊີວິດທີ່ບໍ່ເຊື່ອຟັງພຣະເຈົ້າ; ພວກເຂົາເປັນສິ່ງມີຊີວິດທີ່ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ ແລະ ໄດ້ຖືກຊາຕານຈັບກຸມຢ່າງສົມບູນ. ຜູ້ຄົນທີ່ກະທໍາຄວາມຊົ່ວກໍແມ່ນຄົນເຊັ່ນກັນ; ພວກເຂົາແມ່ນມະນຸດທີ່ຖືກເສື່ອມຊາມຢ່າງຮ້າຍແຮງ ແລະ ເປັນຜູ້ທີ່ບໍ່ສາມາດຊ່ວຍໃຫ້ລອດພົ້ນໄດ້. ຍ້ອນພວກເຂົາເປັນສິ່ງມີຊີວິດ, ຄົນທີ່ກະທໍາຄວາມດີກໍຖືກເສື່ອມຊາມເຊັ່ນກັນ ແຕ່ພວກເຂົາແມ່ນຄົນທີ່ເຕັມໃຈແຍກຕົວອອກຈາກອຸປະນິໄສອັນເສື່ອມຊາມຂອງພວກເຂົາ ແລະ ກາຍເປັນຄົນທີ່ສາມາດເຊື່ອຟັງພຣະເຈົ້າ. ຜູ້ຄົນທີ່ກະທໍາຄວາມດີບໍ່ໄດ້ເຕັມໄປດ້ວຍຄວາມຊອບທໍາ, ກົງກັນຂ້າມພວກເຂົາໄດ້ຮັບຄວາມລອດພົ້ນ ແລະ ປະຖິ້ມອຸປະນິໄສອັນເສື່ອມຊາມຂອງພວກເຂົາ; ພວກເຂົາສາມາດເຊື່ອຟັງພຣະເຈົ້າ. ພວກເຂົາຈະຕັ້ງໝັ້ນໄດ້ໃນທີ່ສຸດ ແຕ່ນີ້ບໍ່ໄດ້ໝາຍຄວາມວ່າ ພວກເຂົາບໍ່ເຄີຍຖືກຊາຕານເຮັດໃຫ້ເສື່ອມຊາມຈັກເທື່ອ. ຫຼັງຈາກພາລະກິດຂອງພຣະເຈົ້າສິ້ນສຸດລົງ, ທ່າມກາງສິ່ງທີ່ມີຊີວິດຂອງພຣະອົງຈະມີຜູ້ຄົນຖືກທໍາລາຍ ແລະ ຖືກຊ່ວຍໃຫ້ລອດພົ້ນ. ນີ້ແມ່ນກະແສພາລະກິດຄຸ້ມຄອງຂອງພຣະອົງທີ່ບໍ່ສາມາດຫຼີກເວັ້ນໄດ້ ແລະ ບໍ່ມີໃຜສາມາດປະຕິເສດມັນໄດ້. ຄົນກະທໍາຄວາມຊົ່ວບໍ່ອະນຸຍາດໃຫ້ຢູ່ລອດ; ຄົນທີ່ເຊື່ອຟັງ ແລະ ຕິດຕາມພຣະອົງຈົນເຖິງທີ່ສຸດກໍ່ຈະຢູ່ລອດຢ່າງແນ່ນອນ. ເນື່ອງຈາກວ່າ ພາລະກິດນີ້ແມ່ນການຄຸ້ມຄອງມະນຸດຊາດ, ດັ່ງນັ້ນຈຶ່ງຈະມີຜູ້ທີ່ລອດພົ້ນ ແລະ ຜູ້ທີ່ຖືກກໍາຈັດ. ສິ່ງເຫຼົ່ານີ້ແມ່ນຜົນຕາມມາທີ່ແຕກຕ່າງກັນສຳລັບຜູ້ຄົນປະເພດທີ່ແຕກຕ່າງກັນ ແລະ ນີ້ແມ່ນການຈັດແຈງທີ່ເໝາະສົມທີ່ສຸດສໍາລັບສິ່ງມີຊີວິດຂອງພຣະອົງ. ການຈັດແຈງຂັ້ນສຸດທ້າຍຂອງພຣະເຈົ້າຕໍ່ມະນຸດຊາດ ແມ່ນເພື່ອແບ່ງແຍກພວກເຂົາ ໂດຍແບ່ງແຍກຄອບຄົວ, ທຳລາຍເຊື້ອຊາດຕ່າງໆ ແລະ ທຳລາຍເຂດແດນລະຫວ່າງປະເທດໃນການຈັດແຈງໂດຍປາສະຈາກຄອບຄົວ ຫຼື ຊາຍແດນປະເທດ, ເພາະໃນທີ່ສຸດແລ້ວ ມະນຸດແມ່ນມາຈາກບັນພະບຸລຸດດຽວກັນ ແລະ ເປັນສິ່ງຊົງສ້າງຂອງພຣະເຈົ້າ. ສະຫຼຸບແລ້ວ, ສິ່ງມີຊີວິດທັງໝົດທີ່ກະທໍາຊົ່ວຈະຖືກທໍາລາຍ ແລະ ສິ່ງມີຊີວິດທີ່ເຊື່ອຟັງພຣະເຈົ້າຈະລອດພົ້ນ. ດ້ວຍວິທີນີ້, ຈະບໍ່ມີຄອບຄົວ, ບໍ່ມີປະເທດ ແລະ ໂດຍສະເພາະ ແມ່ນຈະບໍ່ມີເຊື້ອຊາດຕ່າງໆໃນເວລາພັກຜ່ອນທີ່ຈະມາເຖິງ; ມະນຸດຊາດປະເພດນີ້ແມ່ນມະນຸດຊາດທີ່ບໍລິສຸດທີ່ສຸດ. ອາດາມ ແລະ ເອວາໄດ້ຖືກສ້າງຂຶ້ນໃນເບື້ອງຕົ້ນ ເພື່ອໃຫ້ມະນຸດສາມາດເບິ່ງແຍງທຸກສັບພະສິ່ງໃນແຜ່ນດິນໂລກ, ເຊິ່ງໃນເບື້ອງຕົ້ນ ມະນຸດແມ່ນເຈົ້ານາຍຂອງສັບພະສິ່ງທັງປວງ. ຈຸດປະສົງຂອງພຣະເຢໂຮວາໃນການສ້າງມະນຸດແມ່ນເພື່ອອະນຸຍາດໃຫ້ພວກເຂົາມີຊີວິດຢູ່ເທິງແຜ່ນດິນໂລກ ແລະ ເບິ່ງແຍງສັບພະສິ່ງເທິງແຜ່ນດິນໂລກ ຍ້ອນວ່າດັ່ງເດີມແລ້ວ ມະນຸດແມ່ນບໍ່ໄດ້ເສື່ອມຊາມ ແລະ ບໍ່ສາມາດກະທຳສິ່ງທີ່ຊົ່ວຮ້າຍໄດ້. ຢ່າງໃດກໍຕາມ, ຫຼັງຈາກທີ່ມະນຸດໄດ້ເສື່ອມຊາມ, ພວກເຂົາກໍບໍ່ແມ່ນຜູ້ດູແລສັບພະສິ່ງທັງໝົດອີກຕໍ່ໄປ. ຈຸດປະສົງໃນການຊ່ວຍໃຫ້ລອດພົ້ນຂອງພຣະເຈົ້າ ແມ່ນເພື່ອຟື້ນຟູໜ້າທີ່ດັ່ງກ່າວນີ້ຂອງມະນຸດຊາດ, ເພື່ອຟື້ນຟູເຫດຜົນ ແລະ ການທີ່ເຊື່ອຟັງດັ່ງເດີມຂອງມະນຸດຊາດ; ມະນຸດຊາດຢູ່ໃນຄວາມສະຫງົບແມ່ນການສະແດງເຖິງຜົນສໍາເລັດທີ່ພຣະເຈົ້າຫວັງຈະບັນລຸດ້ວຍພາລະກິດການຊ່ວຍໃຫ້ລອດພົ້ນຂອງພຣະອົງ. ເຖິງແມ່ນວ່າມັນຈະບໍ່ເປັນຊີວິດຄືດັ່ງໃນສວນເອເດນອີກຕໍ່ໄປ, ແຕ່ທາດແທ້ຂອງພວກເຂົາກໍຈະຄືເກົ່າ; ມະນຸດຊາດຈະບໍ່ເປັນມະນຸດທີ່ເສື່ອມຊາມຄືດັ່ງທີ່ຜ່ານມາ ແຕ່ກົງກັນຂ້າມ ຈະເປັນມະນຸດທີ່ຖືກເສື່ອມຊາມມາແລ້ວ ແລະ ຕໍ່ມາໄດ້ຮັບການຊ່ວຍໃຫ້ລອດພົ້ນ. ຜູ້ຄົນເຫຼົ່ານີ້ທີ່ໄດ້ຮັບການຊ່ວຍໃຫ້ລອດພົ້ນ (ໝາຍຄວາມວ່າ ຫຼັງຈາກພາລະກິດຂອງພຣະອົງໄດ້ສິ້ນສຸດລົງ) ໃນທີ່ສຸດ ແມ່ນຈະໄດ້ເຂົ້າສູ່ບ່ອນພັກເຊົາ. ເຊັ່ນດຽວກັນ, ຜົນຮັບຂອງຄົນທີ່ຖືກລົງໂທດຈະຖືກເປີດເຜີຍຢ່າງສົມບູນໃນທີ່ສຸດ ແລະ ພວກເຂົາຈະຖືກທໍາລາຍເທົ່ານັ້ນຫຼັງຈາກພາລະກິດຂອງພຣະອົງສິ້ນສຸດລົງ. ເວົ້າອີກຢ່າງໜຶ່ງກໍຄື ຫຼັງຈາກພາລະກິດຂອງພຣະອົງສິ້ນສຸດລົງ, ຄົນກະທຳຄວາມຊົ່ວ ແລະ ຄົນທີ່ໄດ້ຮັບການຊ່ວຍໃຫ້ລອດພົ້ນຈະໄດ້ຮັບການເປີດໂປງທັງໝົດ ເພາະວ່າພາລະກິດຂອງການເປີດໂປງຜູ້ຄົນທຸກປະເພດ (ບໍ່ວ່າພວກເຂົາຈະເປັນຄົນກະທໍາຄວາມຊົ່ວ ຫຼື ໃນບັນດາຄົນທີ່ຖືກຊ່ວຍໃຫ້ລອດພົ້ນ) ຈະຖືກປະຕິບັດຕໍ່ທຸກຄົນໄປພ້ອມໆກັນ. ຄົນທີ່ກະທໍາຄວາມຊົ່ວຈະຖືກກໍາຈັດ ແລະ ຄົນທີ່ອະນຸຍາດໃຫ້ຢູ່ລອດຈະໄດ້ຮັບການເປີດເຜີຍພ້ອມໆກັນ. ດັ່ງນັ້ນ, ຜົນໄດ້ຮັບຂອງຄົນທຸກປະເພດຈະໄດ້ຮັບການເປີດເຜີຍພ້ອມໆກັນ. ພຣະເຈົ້າຈະບໍ່ອະນຸຍາດໃຫ້ກຸ່ມຄົນທີ່ໄດ້ຮັບການຊ່ວຍໃຫ້ລອດພົ້ນນັ້ນ ເຂົ້າໄປສູ່ບ່ອນພັກເຊົາກ່ອນການແຍກຜູ້ຄົນທີ່ກະທໍາຄວາມຊົ່ວນັ້ນອອກ ເພື່ອຕັດສິນ ຫຼື ລົງໂທດພວກເຂົາເທື່ອລະເລັກເທື່ອລະໜ້ອຍ; ນັ້ນຈະບໍ່ສອດຄ່ອງກັບຄວາມເປັນຈິງ. ເມື່ອຄົນທີ່ກະທໍາຄວາມຊົ່ວຖືກທໍາລາຍ ແລະ ຄົນທີ່ສາມາດລອດພົ້ນໄດ້ເຂົ້າໄປສູ່ບ່ອນພັກເຊົາ, ພາລະກິດຂອງພຣະອົງທົ່ວຈັກກະວານກໍຈະສໍາເລັດລົງ. ຈະບໍ່ມີການຍົກລໍາດັບຄວາມສໍາຄັນລະຫວ່າງຄົນທີ່ໄດ້ຮັບພອນ ແລະ ຄົນທີ່ໄດ້ຮັບຄວາມໂຊກຮ້າຍ; ຄົນທີ່ໄດ້ຮັບພອນຈະດໍາລົງຊີວິດຢ່າງນິລັນດອນ ແລະ ຄົນທີ່ທົນທຸກທໍລະມານກັບຄວາມໂຊກຮ້າຍຈະພິນາດໄປຊົ່ວນິລັນດອນ. ທັງສອງຂັ້ນຕອນຂອງພາລະກິດເຫຼົ່ານີ້ຈະສຳເລັດລົງພ້ອມໆກັນ ມັນເປັນຍ້ອນວ່າ ຍັງມີຄົນທີ່ບໍ່ເຊື່ອຟັງ ຄວາມຊອບທໍາຂອງຄົນທີ່ເຊື່ອຟັງຈຶ່ງຈະຖືກເປີດເຜີຍ ແລະ ເນື່ອງຈາກວ່າ ຍັງມີຄົນທີ່ໄດ້ຮັບພອນ ຄວາມໂຊກຮ້າຍທີ່ທົນທຸກໂດຍຜູ້ກະທໍາຄວາມຊົ່ວສໍາລັບການປະພຶດຊົ່ວຂອງພວກເຂົາກໍຈະຖືກເປີດເຜີຍ. ຖ້າພຣະເຈົ້າບໍ່ເປີດໂປງຄົນກະທໍາຄວາມຊົ່ວ, ແລ້ວ ຜູ້ຄົນທີ່ເຊື່ອຟັງພຣະເຈົ້າຢ່າງຈິງໃຈກໍຈະບໍ່ມີວັນເຫັນຕາເວັນໄດ້; ຖ້າພຣະເຈົ້າບໍ່ເອົາຄົນທີ່ເຊື່ອຟັງພຣະອົງໄປສູ່ຈຸດໝາຍປາຍທາງທີ່ເໝາະສົມ, ແລ້ວຜູ້ຄົນທີ່ບໍ່ເຊື່ອຟັງນັ້ນພຣະເຈົ້າກໍຈະບໍ່ສາມາດໄດ້ຮັບການລົງໂທດຂອງພວກເຂົາຢ່າງສົມຄວນ. ສິ່ງນີ້ແມ່ນຂະບວນການຂອງພາລະກິດຂອງພຣະອົງ. ຖ້າພຣະອົງບໍ່ດໍາເນີນພາລະກິດແຫ່ງການລົງໂທດຄົນຊົ່ວ ແລະ ໃຫ້ລາງວັນແກ່ຄົນດີ, ແລ້ວສິ່ງທີ່ມີຊີວິດຂອງພຣະອົງກໍຈະບໍ່ມີວັນສາມາດເຂົ້າສູ່ຈຸດໝາຍປາຍທາງຂອງພວກເຂົາເອງໄດ້. ເມື່ອມະນຸດຊາດໄດ້ເຂົ້າສູ່ບ່ອນພັກເຊົາ, ຄົນກະທໍາຄວາມຊົ່ວກໍຈະຖືກທໍາລາຍ, ມະນຸດຊາດທັງໝົດຈະເຂົ້າໄປສູ່ເສັ້ນທາງທີ່ຖືກຕ້ອງ; ຄົນທຸກປະເພດຈະຢູ່ກັບປະເພດຂອງຕົນເອງຕາມໜ້າທີ່ທີ່ພວກເຂົາຄວນປະຕິບັດ. ມີພຽງວິທີນີ້ຈຶ່ງຈະມີວັນແຫ່ງການພັກເຊົາຂອງມະນຸດຊາດ, ມັນຈະເປັນແນວທາງທີ່ບໍ່ສາມາດຫຼີກເວັ້ນໄດ້ໃນການພັດທະນາຂອງມະນຸດ ແລະ ເມື່ອມະນຸດຊາດໄດ້ເຂົ້າສູ່ບ່ອນພັກເຊົາເທົ່ານັ້ນ ຜົນສໍາເລັດອັນຍິ່ງໃຫຍ່ ແລະ ຄັ້ງສຸດທ້າຍຂອງພຣະເຈົ້າຈຶ່ງຈະບັນລຸຜົນ; ນີ້ຈະເປັນພາກສ່ວນສຸດທ້າຍຂອງພາລະກິດຂອງພຣະອົງ. ພາລະກິດນີ້ຈະສິ້ນສຸດຊີວິດຝ່າຍຮ່າງກາຍທີ່ເສື່ອມໂຊມຂອງມະນຸດຊາດທັງໝົດ ພ້ອມທັງຊີວິດຂອງມະນຸດຊາດທີ່ເສື່ອມຊາມທັງໝົດ. ຈາກຈຸດນີ້ ມະນຸດຈະເຂົ້າສູ່ໂລກໃໝ່. ເຖິງແມ່ນວ່າ ມະນຸດທຸກຄົນອາໄສຢູ່ໃນເນື້ອໜັງ, ມັນຈະມີຄວາມແຕກຕ່າງທີ່ສໍາຄັນລະຫວ່າງທາດແທ້ຂອງຊີວິດນີ້ ແລະ ທາດແທ້ຂອງຊີວິດມະນຸດຊາດທີ່ເສື່ອມຊາມ. ຄວາມໝາຍຂອງການມີຊີວິດນີ້ ແລະ ຄວາມໝາຍຂອງການມີຊີວິດທີ່ເສື່ອມຊາມກໍແຕກຕ່າງເຊັ່ນກັນ. ເຖິງແມ່ນວ່າ ນີ້ບໍ່ແມ່ນຊີວິດຂອງຄົນປະເພດໃໝ່, ແຕ່ສາມາດເວົ້າໄດ້ວ່າ ເປັນຊີວິດຂອງມະນຸດຊາດທີ່ໄດ້ຮັບການຊ່ວຍໃຫ້ລອດພົ້ນ ພ້ອມທັງເປັນຊີວິດທີ່ໄດ້ຮັບຄວາມເປັນມະນຸດ ແລະ ເຫດຜົນອີກຄັ້ງ. ຄົນເຫຼົ່ານີ້ແມ່ນຄົນທີ່ບໍ່ເຊື່ອຟັງພຣະເຈົ້າມາກ່ອນ, ຜູ້ທີ່ພຣະເຈົ້າໄດ້ເອົາຊະນະ ແລະ ຫຼັງຈາກນັ້ນກໍໄດ້ຮັບການຊ່ວຍໃຫ້ລອດພົ້ນໂດຍພຣະອົງ; ຄົນເຫຼົ່ານີ້ແມ່ນຄົນທີ່ເຮັດໃຫ້ພຣະອົງເສຍກຽດ ແລະ ຕໍ່ມາໄດ້ເປັນພະຍານໃຫ້ກັບພຣະອົງ. ຫຼັງຈາກທີ່ພວກເຂົາໄດ້ຜ່ານ ແລະ ລອດພົ້ນຈາກການທົດສອບຂອງພຣະອົງ, ການດໍາລົງຢູ່ຂອງພວກເຂົາຈະເປັນການດໍາລົງຢູ່ທີ່ມີຄວາມໝາຍຫຼາຍທີ່ສຸດ; ພວກເຂົາຄືຄົນທີ່ເປັນພະຍານໃຫ້ພຣະເຈົ້າຕໍ່ໜ້າຊາຕານ ແລະ ເປັນມະນຸດທີ່ເໝາະສົມທີ່ຈະດໍາລົງຢູ່. ຄົນທີ່ຈະຖືກທໍາລາຍແມ່ນຄົນທີ່ບໍ່ສາມາດເປັນພະຍານໃຫ້ກັບພຣະເຈົ້າ ແລະ ບໍ່ເໝາະສົມທີ່ຈະມີຊີວິດຢູ່. ພວກເຂົາຈະຖືກທໍາລາຍຍ້ອນການປະພຶດຊົ່ວຂອງພວກເຂົາ ແລະ ການທໍາລາຍລ້າງດັ່ງກ່າວກໍຄືຈຸດໝາຍປາຍທາງທີ່ດີທີ່ສຸດສໍາລັບພວກເຂົາ. ໃນອະນາຄົດ ເມື່ອມະນຸດເຂົ້າສູ່ໂລກທີ່ສວຍງາມ, ຈະບໍ່ມີຄວາມສໍາພັນລະຫວ່າງຜົວ ແລະ ເມຍ, ລະຫວ່າງ ພໍ່ ແລະ ລູກສາວ ຫຼື ລະຫວ່າງ ແມ່ ແລະ ລູກຊາຍ ທີ່ມະນຸດຈິນຕະນາການວ່າ ພວກເຂົາຈະໄດ້ພົບເຫັນ. ໃນເວລານັ້ນ, ມະນຸດແຕ່ລະຄົນຈະປະຕິບັດຕາມປະເພດຂອງພວກເຂົາເອງ ແລະ ຄອບຄົວຕ່າງໆກໍຈະຖືກມ້າງເພໄປແລ້ວ. ເມື່ອໄດ້ລົ້ມເຫຼວຢ່າງສິ້ນເຊີງແບບນີ້, ຊາຕານຈະບໍ່ມີວັນລົບກວນມະນຸດອີກຕໍ່ໄປ ແລະ ມະນຸດກໍຈະບໍ່ມີອຸປະນິໄສທີ່ເສື່ອມຊາມຄືກັບຊາຕານອີກຕໍ່ໄປ. ຜູ້ຄົນທີ່ບໍ່ເຊື່ອຟັງຈະຖືກທໍາລາຍໄປໝົດແລ້ວ ແລະ ຈະມີແຕ່ຜູ້ຄົນທີ່ເຊື່ອຟັງເທົ່ານັ້ນຢູ່ລອດ. ດັ່ງນັ້ນ, ຈະມີຄອບຄົວພຽງຈໍານວນເລັກນ້ອຍທີ່ຢູ່ລອດ; ແລ້ວຄວາມສໍາພັນທາງດ້ານຮ່າງກາຍຈະສາມາດຄົງຢູ່ໄດ້ແນວໃດ? ຊີວິດຜ່ານມາຂອງມະນຸດທາງຝ່າຍເນື້ອໜັງຈະຖືກເກືອດຫ້າມທັງໝົດ; ແລ້ວການສໍາພັນທາງດ້ານຮ່າງກາຍຈະສາມາດຄົງຢູ່ລະຫວ່າງຜູ້ຄົນໄດ້ແນວໃດ? ເຊິ່ງປາສະຈາກອຸປະນິໄສທີ່ເສື່ອມຊາມຂອງຊາຕານ, ຊີວິດຂອງມະນຸດຈະບໍ່ເປັນຊີວິດແບບເກົ່າຄືໃນອະດີດອີກຕໍ່ໄປ, ແຕ່ກັງກັນຂ້າມ ຈະເປັນຊີວິດໃໝ່. ພໍ່ແມ່ຈະສູນເສຍລູກໆ ແລະ ລູກໆຈະສູນເສຍພໍ່ແມ່. ສາມີຈະສູນເສຍພັນລະຍາ ແລະ ພັນລະຍາຈະສູນເສຍສາມີ. ໃນປັດຈຸບັນຍັງມີຄວາມສໍາພັນທາງດ້ານຮ່າງກາຍລະຫວ່າງຜູ້ຄົນ, ແຕ່ເມື່ອພວກເຂົາທັງໝົດໄດ້ເຂົ້າສູ່ບ່ອນພັກເຊົາ ກໍຈະບໍ່ມີຄວາມສໍາພັນນັ້ນອີກຕໍ່ໄປ. ມີພຽງມະນຸດຊາດປະເພດດັ່ງກ່າວເທົ່ານັ້ນທີ່ຈະມີຄວາມຊອບທໍາ ແລະ ຄວາມບໍລິສຸດ; ມີພຽງມະນຸດຊາດປະເພດດັ່ງກ່າວເທົ່ານັ້ນສາມາດນະມັດສະການພຣະເຈົ້າ.

ພຣະເຈົ້າສ້າງມະນຸດ ແລະ ວາງພວກເຂົາໄວ້ເທິງແຜ່ນດິນໂລກ ແລະ ພຣະອົງໄດ້ນໍາພາພວກເຂົາຈົນມາເຖິງປັດຈຸບັນ. ຫຼັງຈາກນັ້ນ ພຣະອົງຊ່ວຍພວກເຂົາໃຫ້ລອດພົ້ນ ແລະ ເຮັດໜ້າທີ່ເປັນຜູ້ຖວາຍບາບເພື່ອມະນຸດຊາດ. ສຸດທ້າຍ ພຣະອົງຍັງຕ້ອງໄດ້ເອົາຊະນະມະນຸດຊາດ, ຊ່ວຍມະນຸດໃຫ້ລອດທັງໝົດ ແລະ ຟື້ນຟູພວກເຂົາໃຫ້ກັບຄືນສູ່ລັກສະນະດັ່ງເດີມຂອງພວກເຂົາ. ນີ້ແມ່ນພາລະກິດທີ່ພຣະອົງໄດ້ປະຕິບັດຕັ້ງແຕ່ຕົ້ນ ເຊິ່ງນັ້ນກໍຄືການຟື້ນຟູມະນຸດຊາດໃຫ້ກັບຄືນສູ່ພາບດັ່ງເດີມ ແລະ ລັກສະນະດັ່ງເດີມຂອງພວກເຂົາ. ພຣະອົງຈະສ້າງຕັ້ງອານາຈັກຂອງພຣະອົງ ແລະ ຟື້ນຟູລັກສະນະດັ່ງເດີມຂອງມະນຸດ ເຊິ່ງໝາຍຄວາມວ່າ ພຣະເຈົ້າຈະຟື້ນຟູສິດອໍານາດຂອງພຣະອົງຢູ່ເທິງແຜ່ນດິນໂລກ ແລະ ທ່າມກາງການສ້າງທັງປວງ. ຫຼັງຈາກຖືກຊາຕານເຮັດໃຫ້ເສື່ອມຊາມ, ມະນຸດຊາດກໍສູນເສຍຫົວໃຈທີ່ຢໍາເກງພຣະະເຈົ້າ ພ້ອມທັງໜ້າທີ່ທີ່ສິ່ງມີຊີວິດຂອງພຣະເຈົ້າຄວນມີ, ດ້ວຍເຫດນັ້ນ ຈຶ່ງກາຍເປັນສັດຕູທີ່ບໍ່ເຊື່ອຟັງພຣະເຈົ້າ. ຕໍ່ມາ ມະນຸດຊາດດໍາລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ແລະ ປະຕິບັດຕາມຄໍາສັ່ງຂອງຊາຕານ; ສະນັ້ນ ພຣະເຈົ້າຈຶ່ງບໍ່ມີຫົນທາງທີ່ຈະປະຕິບັດພາລະກິດໃນທ່າມກາງສິ່ງມີຊີວິດຂອງພຣະອົງ ແລະ ຍິ່ງບໍ່ສາມາດເອົາຊະນະຄວາມເຄົາລົບຢໍາເກງຂອງພວກເຂົາໄດ້. ມະນຸດຖືກສ້າງໂດຍພຣະເຈົ້າ ແລະ ຄວນນະມັດສະການພຣະເຈົ້າ ແຕ່ຄວາມຈິງແລ້ວ ພວກເຂົາຫັນຫຼັງໃສ່ພຣະອົງ ແລະ ບູຊາຊາຕານແທນ. ຊາຕານກາຍເປັນມິ່ງຂວັນໃນຫົວໃຈຂອງພວກເຂົາ. ດ້ວຍເຫດນີ້ ພຣະເຈົ້າຈຶ່ງສູນເສຍຕໍາແໜ່ງຂອງພຣະອົງໃນຫົວໃຈຂອງມະນຸດ ເຊິ່ງເວົ້າໄດ້ວ່າ ພຣະອົງເສຍຄວາມໝາຍຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງ. ສະນັ້ນ ເພື່ອຟື້ນຟູຄວາມໝາຍຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງ, ພຣະອົງຕ້ອງຟື້ນຟູລັກສະນະດັ່ງເດີມຂອງພວກເຂົາ ແລະ ກໍາຈັດມະນຸດຊາດອອກຈາກອຸປະນິໄສອັນເສື່ອມຊາມຂອງພວກເຂົາ. ເພື່ອເອົາມະນຸດຄືນມາຈາກຊາຕານ, ພຣະອົງຕ້ອງຊ່ວຍມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ. ມີພຽງວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງສາມາດຄ່ອຍໆຟື້ນຟູລັກສະນະ ແລະ ໜ້າທີ່ດັ່ງເດີມຂອງມະນຸດ ແລະ ສຸດທ້າຍ ກໍຟື້ນຟູອານາຈັກຂອງພຣະອົງ. ການທໍາລາຍບຸດຊາຍທີ່ບໍ່ເຊື່ອຟັງເຫຼົ່ານັ້ນເປັນຄັ້ງສຸດທ້າຍກໍຍັງຈະຖືກດໍາເນີນຕໍ່ໄປເພື່ອເຮັດໃຫ້ມະນຸດນະມັດສະການພຣະເຈົ້າດີຂຶ້ນ ແລະ ມີຊີວິດຢູ່ເທິງແຜ່ນດິນໂລກດີຂຶ້ນ. ຍ້ອນພຣະເຈົ້າສ້າງມະນຸດ, ພຣະອົງກໍຕ້ອງເຮັດໃຫ້ມະນຸດນະມັດສະການພຣະອົງ; ຍ້ອນພຣະອົງປາຖະໜາຟື້ນຟູໜ້າທີ່ດັ່ງເດີມຂອງມະນຸດຊາດ, ພຣະອົງຈະຕ້ອງຟື້ນຟູສິ່ງນັ້ນທັງໝົດ ແລະ ປາສະຈາກການເຈືອປົນໃດໆ. ການຟື້ນຟູສິດອໍານາດຂອງພຣະອົງໝາຍເຖິງການເຮັດໃຫ້ມະນຸດນະມັດສະການພຣະອົງ ແລະ ເຊື່ອຟັງພຣະອົງ; ໝາຍຄວາມວ່າ ພຣະອົງຈະຕ້ອງເຮັດໃຫ້ມະນຸດດໍາລົງຊີວິດຍ້ອນພຣະອົງ ແລະ ເຮັດໃຫ້ສັດຕູຂອງພຣະອົງດັບສູນຍ້ອນສິດອໍານາດຂອງພຣະອົງ; ໝາຍຄວາມວ່າ ພຣະອົງຈະເຮັດໃຫ້ທຸກສິ່ງກ່ຽວກັບພຣະອົງໝັ້ນຄົງໃນທ່າມກາງມະນຸດຊາດ ໂດຍປາສະຈາກການຕໍ່ຕ້ານຈາກບຸກຄົນໃດໆ. ອານາຈັກທີ່ພຣະອົງປາດຖະໜາທີ່ຈະສ້າງຕັ້ງຄືອານາຈັກຂອງພຣະອົງເອງ. ມະນຸດຊາດທີ່ພຣະອົງປາດຖະໜາແມ່ນຜູ້ທີ່ຈະນະມັດສະການພຣະອົງ, ຜູ້ທີ່ຈະເຊື່ອຟັງພຣະອົງທັງໝົດ ແລະ ສະແດງເຖິງຄວາມສະຫງ່າລາສີຂອງພຣະອົງ. ຖ້າພຣະອົງບໍ່ຊ່ວຍມະນຸດທີ່ເສື່ອມຊາມໃຫ້ລອດພົ້ນ, ແລ້ວຄວາມໝາຍທີ່ຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງກໍຈະສູນຫາຍໄປ; ພຣະອົງຈະບໍ່ມີສິດອໍານາດໃນທ່າມກາງມະນຸດອີກຕໍ່ໄປ ແລະ ອານາຈັກຂອງພຣະອົງຈະບໍ່ສາມາດມີຢູ່ເທິງແຜ່ນດິນໂລກອີກຕໍ່ໄປ. ຖ້າພຣະອົງບໍ່ທໍາລາຍສັດຕູຜູ້ທີ່ບໍ່ເຊື່ອຟັງພຣະອົງເຫຼົ່ານັ້ນ, ເຊິ່ງພຣະອົງກໍຈະບໍ່ສາມາດຮັບເອົາຄວາມສະຫງ່າລາສີຂອງພຣະອົງທັງໝົດ ຫຼື ພຣະອົງຈະບໍ່ສາມາດສ້າງຕັ້ງອານາຈັກຂອງພຣະອົງຢູ່ເທິງແຜ່ນດິນໂລກໄດ້. ສິ່ງເຫຼົ່ານີ້ຈະເປັນສັນຍາລັກແຫ່ງຄວາມສໍາເລັດຂອງພາລະກິດຂອງພຣະອົງ ແລະ ຜົນສໍາເລັດທີ່ຍິ່ງໃຫຍ່ຂອງພຣະອົງ: ເພື່ອທໍາລາຍໃຫ້ໝົດສໍາລັບຜູ້ທີ່ຢູ່ໃນທ່າມກາງມະນຸດທີ່ບໍ່ເຊື່ອຟັງພຣະອົງ ແລະ ເພື່ອນໍາເອົາຜູ້ທີ່ຖືກເຮັດໃຫ້ສົມບູນເຂົ້າສູ່ບ່ອນພັກເຊົາ. ເມື່ອມະນຸດໄດ້ຖືກຟື້ນຟູສູ່ລັກສະນະດັ່ງເດີມ ແລະ ເມື່ອພວກເຂົາສາມາດບັນລຸຜົນຕາມໜ້າທີ່ຂອງພວກເຂົາເອງ, ສາມາດຮັກສາຕໍາແໜ່ງຂອງພວກເຂົາເອງຢ່າງເໝາະສົມ ແລະ ເຊື່ອຟັງການຈັດແຈງທັງໝົດຂອງພຣະເຈົ້າ, ພຣະເຈົ້າຈະຮັບເອົາກຸ່ມຄົນທີ່ນະມັດສະການພຣະອົງຢູ່ເທິງແຜ່ນດິນໂລກ ແລະ ພຣະອົງຍັງຈະໄດ້ສ້າງຕັ້ງອານາຈັກເທິງແຜ່ນດິນໂລກທີ່ນະມັດສະການພຣະອົງ. ພຣະອົງຈະຮັບໄຊຊະນະຢູ່ເທິງແຜ່ນດິນໂລກໂດຍນິລັນດອນ ແລະ ຜູ້ທີ່ຕໍ່ຕ້ານພຣະອົງຈະຖືກທໍາລາຍລົງຢ່າງນິລັນດອນ. ນີ້ຈະເປັນການຟື້ນຟູເຈດຕະນາດັ່ງເດີມຂອງພຣະອົງໃນການສ້າງມະນຸດຊາດ; ມັນຈະເປັນການຟື້ນຟູເຈດຕະນາໃນການສ້າງສັບພະສິ່ງທັງປວງ ແລະ ມັນຍັງຈະຟື້ນຟູສິດອໍານາດຂອງພຣະອົງຢູ່ເທິງແຜ່ນດິນໂລກ ນັ້ນກໍຄື ທ່າມກາງສັບພະທຸກສິ່ງ ແລະ ທ່າມກາງສັດຕູຂອງພຣະອົງ. ສິ່ງເຫຼົ່ານີ້ຈະເປັນສັນຍາລັກແຫ່ງໄຊຊະນະທັງໝົດຂອງພຣະອົງ. ຕໍ່ຈາກນີ້ໄປ ມະນຸດຊາດຈະເຂົ້າສູ່ບ່ອນພັກເຊົາ ແລະ ເລີ່ມຕົ້ນຊີວິດບົນເສັ້ນທາງທີ່ຖືກຕ້ອງ. ພຣະເຈົ້າຈະເຂົ້າສູ່ບ່ອນພັກເຊົາຢ່າງນິລັນດອນກັບມະນຸດຊາດເຊັ່ນກັນ ແລະ ເລີ່ມຕົ້ນຊີວິດຢ່າງນິດນິລັນຮ່ວມກັນ ລະຫວ່າງ ພຣະອົງເອງ ແລະ ມະນຸດ. ຄົນສົກກະປົກ ແລະ ຄົນບໍ່ເຊື່ອຟັງເທິງແຜ່ນດິນໂລກຈະສູນຫາຍໄປ ແລະ ຜູ້ທີ່ຮ້ອງໄຫ້ເສຍໃຈຈະຖືກດັບສູນ ແລະ ທຸກສິ່ງໃນໂລກນີ້ທີ່ຕໍ່ຕ້ານພຣະເຈົ້າຈະບໍ່ມີຢູ່ອີກຕໍ່ໄປ. ມີແຕ່ພຣະເຈົ້າ ແລະ ຜູ້ຄົນທີ່ພຣະອົງຊ່ວຍໃຫ້ລອດເທົ່ານັ້ນທີ່ຈະຍັງຢູ່; ມີແຕ່ການຊົງສ້າງຂອງພຣະອົງເທົ່ານັ້ນທີ່ຈະຍັງຢູ່.

ກ່ອນນີ້: ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ

ຕໍ່ໄປ: ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າແມ່ນໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້