ພຣະເຈົ້າແມ່ນພຣະຜູ້ເປັນເຈົ້າແຫ່ງການຊົງສ້າງທັງປວງ

ໜຶ່ງຂັ້ນຕອນຂອງພາລະກິດສອງຍຸກທີ່ຜ່ານມາແມ່ນຖືກປະຕິບັດຢູ່ໃນອິດສະຣາເອນ ແລະ ອີກຂັ້ນຕອນໜຶ່ງແມ່ນຖືກປະຕິບັດຢູ່ໃນຢູດາຍ. ເວົ້າລວມແລ້ວ, ບໍ່ມີຂັ້ນຕອນໃດຂອງພາລະກິດນີ້ອອກນອກອິດສະຣາເອນເລີຍ ແລະ ແຕ່ລະຂັ້ນຕອນແມ່ນຖືກປະຕິບັດໃນຜູ້ຄົນທີ່ຖືກເລືອກກຸ່ມທຳອິດ. ສະນັ້ນ, ຊາວອິດສະຣາເອນເຊື່ອວ່າ ພຣະເຈົ້າເຢໂຮວາແມ່ນພຣະເຈົ້າພຣະອົງດຽວຂອງຊາວອິດສະຣາເອນ. ເນື່ອງຈາກພຣະເຢຊູເຮັດພາລະກິດຢູ່ໃນຢູດາຍ ບ່ອນທີ່ພຣະອົງປະຕິບັດພາລະກິດຂອງການຖືກຄຶງເທິງໄມ້ກາງແຂນ, ຊາວຢິວເບິ່ງພຣະອົງເປັນພຣະຜູ້ໄຖ່ບາບຂອງຊາວຢິວ. ພວກເຂົາຄິດວ່າ ພຣະອົງແມ່ນກະສັດຂອງຊາວຢິວເທົ່ານັ້ນບໍ່ແມ່ນກະສັດຂອງຄົນຊາດອື່ນ; ພຣະອົງບໍ່ແມ່ນພຣະຜູ້ເປັນເຈົ້າທີ່ໄຖ່ບາບໃຫ້ຄົນອັງກິດ ຫຼື ພຣະຜູ້ເປັນເຈົ້າທີ່ໄຖ່ບາບໃຫ້ຄົນອາເມຣິກາ, ແຕ່ພຣະອົງແມ່ນພຣະຜູ້ເປັນເຈົ້າທີ່ໄຖ່ບາບໃຫ້ຊາວອິດສະຣາເອນ ແລະ ມີແຕ່ຊາວຢິວທີ່ພຣະອົງໄຖ່ບາບໃຫ້. ທີ່ຈິງແລ້ວ, ພຣະອົງແມ່ນພຣະຜູ້ເປັນເຈົ້າຂອງສັບພະສິ່ງທັງປວງ. ພຣະອົງແມ່ນພຣະເຈົ້າຜູ້ສ້າງສັບພະສິ່ງທັງປວງ. ພຣະອົງບໍ່ແມ່ນພຽງແຕ່ເປັນພຣະເຈົ້າຂອງຊາວອິດສະຣາເອນ ຫຼື ບໍ່ແມ່ນພຽງແຕ່ເປັນພຣະເຈົ້າຂອງຊາວຢິວ. ພຣະອົງແມ່ນພຣະເຈົ້າຂອງສັບພະສິ່ງທັງປວງ. ສອງຂັ້ນຕອນຂອງພາລະກິດທີ່ຜ່ານມາຂອງພຣະອົງເກີດຂຶ້ນຢູ່ໃນອິດສະຣາເອນ ເຊິ່ງໄດ້ສ້າງຄວາມເຂົ້າໃຈໃນບາງຢ່າງພາຍໃນມະນຸດ. ພວກເຂົາເຊື່ອວ່າພຣະເຢໂຮວາດຳເນີນພາລະກິດຂອງພຣະອົງໃນອິດສະຣາເອນ, ພຣະເຢຊູດຳເນີນພາລະກິດຂອງພຣະອົງຢູ່ໃນຢູດາຍດ້ວຍຕົນເອງ ແລະ ພຣະອົງກໍກາຍເປັນມະນຸດເພື່ອດຳເນີນພາລະກິດ. ຈະຍ້ອນສາເຫດໃດກໍຕາມ, ພາລະກິດນີ້ແມ່ນບໍ່ໄດ້ຂະຫຍາຍອອກນອກອິດສະຣາເອນເລີຍ. ພຣະອົງບໍ່ໄດ້ດຳເນີນພາລະກິດກັບຊາວເອຢິບ ຫຼື ຊາວອິນເດຍ. ພຣະອົງເຄີຍແຕ່ດຳເນີນພາລະກິດກັບຊາວອິດສະຣາເອນເທົ່ານັ້ນ. ສະນັ້ນ ມະນຸດຈຶ່ງມີຄວາມເຂົ້າໃຈຕ່າງໆນາໆ ແລະ ວາງແຜນພາລະກິດຂອງພຣະເຈົ້າພາຍໃນຂອບເຂດບາງຢ່າງ. ພວກເຂົາເລົ່າຂານກັນວ່າເມື່ອພຣະເຈົ້າດຳເນີນພາລະກິດ, ພຣະອົງຕ້ອງດໍາເນີນພາລະກິດນັ້ນກັບບັນດາຜູ້ຄົນທີ່ຖືກເລືອກ ແລະ ຢູ່ໃນອິດສະຣາເອນ; ຮັກສາໄວ້ສໍາລັບຊາວອິດສະຣາເອນ ພຣະເຈົ້າບໍ່ໄດ້ດໍາເນີນພາລະກິດກັບຜູ້ອື່ນ ຫຼື ພຣະອົງບໍ່ມີພາລະກິດໃນຂອບເຂດອື່ນ. ພວກເຂົາຈຶ່ງເຄັ່ງຄັດເປັນພິເສດເພື່ອຮັກສາໃຫ້ພຣະບຸດພຣະເຈົ້າຍັງຄົງຢູ່ໃນເຊື້ອສາຍ ແລະ ບໍ່ອະນຸຍາດໃຫ້ພຣະອົງເຄື່ອນໄຫວອອກນອກດິນແດນອິດສະຣາເອນເລີຍ. ສິ່ງເຫຼົ່ານີ້ບໍ່ແມ່ນຄວາມເຂົ້າໃຈຂອງມະນຸດທັງໝົດບໍ? ພຣະເຈົ້າສ້າງສະຫວັນ ແລະ ໂລກມະນຸດ ແລະ ສ້າງທຸກສິ່ງທຸກຢ່າງ ແລະ ພຣະອົງກໍສ້າງສັບພະສິ່ງທັງປວງ; ແລ້ວພຣະອົງຈະຈຳກັດພາລະກິດຂອງພຣະອົງສະເພາະແຕ່ໃນອິດສະຣາເອນໄດ້ແນວໃດ? ຖ້າເປັນເຊັ່ນນັ້ນ, ຈະມີປະໂຫຍດຫຍັງສຳລັບພຣະອົງໃນການສ້າງສັບພະສິ່ງທັງປວງຂອງພຣະອົງຂຶ້ນມາ? ພຣະອົງສ້າງໂລກທັງໝົດ, ພຣະອົງໄດ້ດຳເນີນແຜນການຄຸ້ມຄອງຫົກພັນປີ ບໍ່ແມ່ນເພື່ອອິດສະຣາເອນເທົ່ານັ້ນ ແຕ່ເພື່ອທຸກຄົນໃນຈັກກະວານ. ບໍ່ວ່າພວກເຂົາຈະອາໄສຢູ່ປະເທດຈີນ, ສະຫະລັດອະເມຣິກາ, ສະຫະລາຊະອານາຈັກ ຫຼື ຣັດເຊຍ ທຸກຄົນແມ່ນລູກຫຼານຂອງອາດາມ. ພວກເຂົາທັງໝົດແມ່ນຖືກສ້າງຂຶ້ນໂດຍພຣະເຈົ້າ. ບໍ່ມີບຸກຄົນໃດຈະສາມາດຫຼົບໜີອອກຈາກຂອບເຂດການສ້າງຂອງພຣະເຈົ້າໄດ້ ແລະ ບໍ່ມີບຸກຄົນໃດສາມາດແຍກອອກຈາກຄວາມເປັນ “ລູກຫຼານຂອງອາດາມ” ໄດ້. ພວກເຂົາທັງໝົດແມ່ນສິ່ງທີ່ພຣະເຈົ້າສ້າງຂຶ້ນ ພວກເຂົາແມ່ນລູກຫຼານຂອງອາດາມ ແລະ ພວກເຂົາກໍຍັງເປັນລູກຫຼານທີ່ຊົ່ວຊ້າຂອງອາດາມ ແລະ ເອວາອີກດ້ວຍ. ບໍ່ແມ່ນແຕ່ຊາວອິດສະຣາເອນເທົ່ານັ້ນ ທີ່ເປັນຜູ້ຄົນທີ່ພຣະເຈົ້າສ້າງຂຶ້ນ, ແຕ່ແມ່ນໝົດທຸກຄົນ. ພຽງແຕ່ວ່າບາງຄົນໄດ້ຖືກສາບ ແລະ ບາງຄົນໄດ້ຮັບພອນຈາກພຣະເຈົ້າ. ມີຫຼາຍສິ່ງທີ່ເປັນທີ່ເພິ່ງພໍໃຈກ່ຽວກັບຊາວອິດສະຣາເອນ. ເບື້ອງຕົ້ນພຣະເຈົ້າໄດ້ດໍາເນີນພາລະກິດກັບພວກເຂົາ ເພາະວ່າພວກເຂົາແມ່ນກຸ່ມຄົນທີ່ເສື່ອມເສຍໜ້ອຍທີ່ສຸດ. ຄົນຈີນບໍ່ອາດປຽບທຽບກັບພວກເຂົາໄດ້ ພວກເຂົາຕໍ່າຕ້ອຍກວ່າ. ສະນັ້ນ, ໃນເບື້ອງຕົ້ນ ພຣະເຈົ້າຈຶ່ງໄດ້ດໍາເນີນພາລະກິດກັບຊາວອິດສະຣາເອນກ່ອນ ແລະ ພາລະກິດໃນຂັ້ນຕອນທີ່ສອງຂອງພຣະອົງກໍດຳເນີນຢູ່ໃນຢູດາຍເທົ່ານັ້ນ ເຊິ່ງນໍາໄປສູ່ຄວາມເຂົ້າໃຈ ແລະ ກົດເກນຕ່າງໆທ່າມກາງມະນຸດ. ອັນທີ່ຈິງແລ້ວ, ຖ້າພຣະອົງດຳເນີນຕາມຄວາມເຂົ້າໃຈຂອງມະນຸດ, ພຣະອົງກໍຈະເປັນພຽງພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ ແລະ ດັ່ງນັ້ນ ພຣະອົງບໍ່ສາມາດຂະຫຍາຍພາລະກິດຂອງພຣະອົງໄປສູ່ຊາດທີ່ບໍ່ແມ່ນຊາວຢິວໄດ້, ເພາະວ່າພຣະອົງຈະເປັນພຽງພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ ໂດຍບໍ່ແມ່ນພຣະເຈົ້າຂອງທຸກສັບພະສິ່ງທັງປວງ. ຄຳທຳນາຍໄດ້ກ່າວໄວ້ວ່າ ຊື່ສຽງຂອງພຣະເຢໂຮວາຈະຍິ່ງໃຫຍ່ໃນຊາດທີ່ບໍ່ແມ່ນຊາວຢິວ ເຊິ່ງມັນຈະແຜ່ຂະຫຍາຍໄປສູ່ຊາດທີ່ບໍ່ແມ່ນຊາວຢິວ. ເປັນຫຍັງຄຳທຳນາຍຈຶ່ງກ່າວໄວ້ແບບນັ້ນ? ຖ້າພຣະເຈົ້າພຽງແຕ່ເປັນພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ, ພຣະອົງກໍຈະດຳເນີນພາລະກິດຢູ່ໃນອິດສະຣາເອນເທົ່ານັ້ນ. ຍິ່ງໄປກວ່ານັ້ນ, ພຣະອົງຈະບໍ່ຂະຫຍາຍພາລະກິດຂອງພຣະອົງ ແລະ ພຣະອົງກໍຈະບໍ່ສ້າງຄຳທຳນາຍນີ້ຂຶ້ນມາ. ຍ້ອນວ່າພຣະອົງໄດ້ສ້າງຄຳທຳນາຍນີ້ຂຶ້ນມາ, ພຣະອົງຈຶ່ງຕ້ອງຂະຫຍາຍພາລະກິດຂອງພຣະອົງໄປສູ່ຊົນຊາດທີ່ບໍ່ແມ່ນຊາວຢິວ, ໄປສູ່ທຸກຊາດ ແລະ ໄປທົ່ວທຸກແຜ່ນດິນ. ເພາະວ່າພຣະອົງໄດ້ກ່າວໃນສິ່ງນີ້ໄວ້ແລ້ວ, ພຣະອົງຈຶ່ງປະຕິບັດຕາມຄໍາກ່າວຂອງພຣະອົງ. ນີ້ແມ່ນແຜນການຂອງພຣະອົງ, ເພາະພຣະອົງຄືພຣະຜູ້ເປັນເຈົ້າທີ່ສ້າງສະຫວັນ, ສ້າງໂລກມະນຸດ, ສ້າງທຸກສິ່ງທຸກຢ່າງ ແລະ ພຣະອົງເປັນພຣະເຈົ້າຂອງສັບພະສິ່ງທັງປວງ. ບໍ່ວ່າພຣະອົງຈະດຳເນີນພາລະກິດກັບຊາວອິດສະຣາເອນ ຫຼື ໃນທົ່ວດິນແດນຢູດາຍກໍຕາມ, ພາລະກິດທີ່ພຣະອົງກະທໍາແມ່ນພາລະກິດຂອງທົ່ວຈັກກະວານ ແລະ ເປັນພາລະກິດຂອງມວນມະນຸດທັງໝົດ. ພາລະກິດທີ່ພຣະອົງດໍາເນີນໃນທຸກມື້ນີ້ໃນຊາດມັງກອນແດງທີ່ຍິ່ງໃຫຍ່ ເຊິ່ງກໍຄືໃນຊາດທີ່ບໍ່ແມ່ນຊາວຢິວ ກໍຍັງແມ່ນພາລະກິດຂອງມວນມະນຸດທັງໝົດ. ອິດສະຣາເອນສາມາດເປັນຖານສຳລັບພາລະກິດຂອງພຣະອົງໃນໂລກ; ໃນທໍານອງດຽວກັນ, ປະເທດຈີນກໍສາມາດກາຍເປັນຖານສຳລັບພາລະກິດຂອງພຣະອົງໃນບັນດາຊາດທີ່ບໍ່ແມ່ນຊາວຢິວໄດ້ເຊັ່ນກັນ. ແລ້ວຕອນນີ້ພຣະອົງບໍ່ແມ່ນປະຕິບັດຕາມຄຳທຳນາຍທີ່ວ່າ “ຊື່ສຽງຂອງພຣະເຢໂຮວາຈະຍິ່ງໃຫຍ່ໃນປະເທດທີ່ບໍ່ແມ່ນຊາວຢິວນັ້ນບໍ”? ຂັ້ນຕອນທຳອິດໃນພາລະກິດຂອງພຣະອົງທີ່ປະຕິບັດໃນບັນດາຊາດທີ່ບໍ່ແມ່ນຊາວຢິວແມ່ນໝາຍເຖິງພາລະກິດນີ້, ພາລະກິດທີ່ພຣະອົງກຳລັງປະຕິບັດໃນຊາດມັງກອນແດງທີ່ຍິ່ງໃຫຍ່ນີ້. ເພື່ອໃຫ້ພຣະບຸດຂອງພຣະເຈົ້າດຳເນີນພາລະກິດໃນດິນແດນນີ້ ແລະ ດຳເນີນພາລະກິດກັບຜູ້ຄົນທີ່ຖືກສາບເຫຼົ່ານີ້ ເຖິງແມ່ນວ່າມັນເປັນສິ່ງທີ່ຂ້ອນຂ້າງຈະກົງກັນຂ້າມກັບຄວາມເຂົ້າໃຈຂອງມະນຸດກໍຕາມ. ຜູ້ຄົນເຫຼົ່ານີ້ແມ່ນຊົ່ວຊ້າທີ່ສຸດ, ພວກເຂົາບໍ່ມີຄ່າ ແລະ ພວກເຂົາກໍຖືກພຣະເຢໂຮວາປະຖິ້ມໃນເບື້ອງຕົ້ນ. ຜູ້ຄົນສາມາດຖືກຄົນອື່ນປະຖິ້ມໄດ້, ແຕ່ຖ້າພວກເຂົາຖືກພຣະເຈົ້າປະຖິ້ມ, ຜູ້ຄົນເຫຼົ່ານີ້ຈະບໍ່ມີສະຖານະຫຍັງ ແລະ ພວກເຂົາຈະມີຄຸນຄ່າຕໍ່າທີ່ສຸດ. ສໍາລັບສ່ວນໜຶ່ງຂອງການຖືກສ້າງຂຶ້ນມາຂອງພຣະເຈົ້າທີ່ຖືກຄອບງຳໂດຍຊາຕານ ຫຼື ການທີ່ຖືກຄົນອື່ນປະຖິ້ມ ແມ່ນລ້ວນແລ້ວແຕ່ເປັນເລື່ອງທີ່ເຈັບປວດຢູ່ແລ້ວ, ແຕ່ຖ້າສ່ວນໜຶ່ງຂອງການຖືກສ້າງຂຶ້ນມາຖືກພຣະຜູ້ເປັນເຈົ້າທີ່ສ້າງສັບພະສິ່ງທັງປວງນັ້ນປະຖິ້ມ ໝາຍຄວາມວ່າ ສະຖານະຂອງບຸກຄົນນັ້ນແມ່ນຕໍ່າຕ້ອຍທີ່ສຸດ. ເຊື້ອສາຍຂອງໂມອາບຖືກສາບແຊ່ງ ແລະ ພວກເຂົາເກີດໃນປະເທດທີ່ຫຼ້າຫຼັງນີ້; ໂດຍບໍ່ຕ້ອງສົງໄສ, ທຸກຄົນຢູ່ພາຍໃຕ້ອິດທິພົນຂອງຄວາມມືດມົວ, ລູກຫຼານຂອງໂມອັບມີສະຖານະທີ່ຕໍ່າຕ້ອຍທີ່ສຸດ. ເພາະວ່າຜູ້ຄົນເຫຼົ່ານີ້ມີສະຖານະຕໍ່າທີ່ສຸດໃນອະດີດຜ່ານມາ, ພາລະກິດທີ່ປະຕິບັດເຮັດຕໍ່ພວກເຂົາແມ່ນສາມາດລົບລ້າງແນວຄວາມເຊື່ອຂອງມະນຸດໄດ້ ແລະ ຍັງເປັນພາລະກິດທີ່ເປັນປະໂຫຍດທີ່ສຸດຕໍ່ກັບແຜນການຄຸ້ມຄອງຫົກພັນປີຂອງພຣະອົງອີກ. ການດຳເນີນພາລະກິດກັບຜູ້ຄົນເຫຼົ່ານີ້ ແມ່ນການກະທຳທີ່ສາມາດລົບລ້າງແນວຄວາມເຊື່ອຂອງມະນຸດ. ດ້ວຍເຫດນີ້ພຣະອົງຈຶ່ງເປີດຍຸກໃໝ່, ດ້ວຍເຫດນີ້ພຣະອົງຈຶ່ງລົບລ້າງຄວາມເຊື່ອຂອງມະນຸດທັງໝົດ, ດ້ວຍເຫດນີ້ ພຣະອົງຈຶ່ງຢຸດຕິພາລະກິດຂອງຍຸກແຫ່ງພຣະກະລຸນາທັງໝົດ. ພາລະກິດຂອງພຣະອົງແມ່ນໄດ້ດຳເນີນໃນຢູດາຍພາຍໃນຂອບເຂດຂອງອິດສະຣາເອນ, ໃນຊາດທີ່ບໍ່ແມ່ນຊາວຢິວ ພຣະອົງບໍ່ໄດ້ເຮັດພາລະກິດເປີດຍຸກໃໝ່ໃດໆທັງນັ້ນ. ຂັ້ນຕອນສຸດທ້າຍຂອງພາລະກິດຂອງພຣະອົງບໍ່ພຽງແຕ່ຖືກດຳເນີນຕໍ່ກັບຜູ້ຄົນໃນຊາດທີ່ບໍ່ແມ່ນຊາວຢິວເທົ່ານັ້ນ ແຕ່ຍິ່ງໄປກວ່ານັ້ນແມ່ນຖືກດຳເນີນໃນຜູ້ຄົນທີ່ຖືກສາບອີກດ້ວຍ. ເຫດຜົນອັນດຽວນີ້ສາມາດເຮັດໃຫ້ຊາຕານຂາຍໜ້າໄດ້. ສະນັ້ນພຣະເຈົ້າຈຶ່ງ “ກາຍເປັນ” ພຣະເຈົ້າທີ່ສ້າງສັບພະສິ່ງທັງປວງໃນຈັກກະວານນີ້, ພຣະຜູ້ເປັນເຈົ້າຂອງທຸກສິ່ງ, ເປັນສິ່ງບູຊາສຳລັບທຸກສິ່ງທຸກຢ່າງໃນຊີວິດ.

ໃນປັດຈຸບັນ ມີບາງຄົນທີ່ຍັງບໍ່ທັນເຂົ້າໃຈວ່າ ພຣະເຈົ້າໄດ້ດຳເນີນພາລະກິດໃໝ່ຫຍັງແນ່. ໃນທ່າມກາງຊາດທີ່ບໍ່ແມ່ນຊາວຢິວ ພຣະເຈົ້າໄດ້ສ້າງການເລີ່ມຕົ້ນໃໝ່. ພຣະອົງໄດ້ເລີ່ມເປີດຍຸກໃໝ່ ແລະ ໄດ້ເລີ່ມພາລະກິດໃໝ່ອີກ ແລະ ພຣະອົງ ດຳເນີນພາລະກິດນີ້ໃນກຸ່ມລູກຫຼານຂອງໂມອັບ. ແລ້ວນີ້ບໍ່ແມ່ນພາລະກິດໃໝ່ສຸດຂອງພຣະອົງບໍ? ບໍ່ມີຜູ້ໃດໃນຍຸກໃດກໍຕາມທີ່ເຄີຍປະສົບກັບພາລະກິດແບບນີ້ມາກ່ອນ. ບໍ່ມີຄົນໃດເຄີຍໄດ້ຍິນກ່ຽວກັບວຽກງານດັ່ງກ່າວນີ້, ນັບພາສາຫຍັງຈະເຄີຍມີຄວາມປິຕິຍິນດີກັບມັນ. ສະຕິປັນຍາຂອງພຣະເຈົ້າ, ຄວາມມະຫັດສະຈັນຂອງພຣະເຈົ້າ, ຄວາມລໍ້າລຶກຂອງພຣະເຈົ້າທີ່ບໍ່ອາດເຂົ້າໃຈໄດ້, ຄວາມຍິ່ງໃຫຍ່ຂອງພຣະເຈົ້າ ແລະ ລັດສະໝີພາບຂອງພຣະເຈົ້າແມ່ນຖືກສໍາແດງຜ່ານຂັ້ນຕອນພາລະກິດໃນຍຸກສຸດທ້າຍນີ້. ແລ້ວນີ້ບໍ່ແມ່ນພາລະກິດໃໝ່ທີ່ລົບລ້າງຄວາມເຊື່ອຂອງມະນຸດບໍ? ຍັງມີຜູ້ຄົນເຫຼົ່ານັ້ນທີ່ຄິດແບບນັ້ນຢູ່ວ່າ: “ເພາະວ່າພຣະເຈົ້າໄດ້ສາບໂມອັບ ແລະ ບອກວ່າພຣະອົງຈະປະຖິ້ມລູກຫຼານຂອງໂມອັບ, ແລ້ວພຣະອົງຈະຊ່ວຍພວກເຂົາໃຫ້ລອດພົ້ນໄດ້ແນວໃດໃນຕອນນີ້?” ພວກເຂົາແມ່ນຜູ້ຄົນຈາກຊາດທີ່ບໍ່ແມ່ນຊາວຢິວທີ່ຖືກສາບ ແລະ ຖືກບັງຄັບໃຫ້ອອກຈາກອິດສະຣາເອນ. ຊາວອິດສະຣາເອນເອີ້ນພວກເຂົາວ່າ “ໝາຕ່າງຊາດ”. ໃນມຸມມອງຂອງທຸກຄົນ, ພວກເຂົາບໍ່ພຽງແຕ່ແມ່ນໝາຕ່າງຊາດເທົ່ານັ້ນ, ແຕ່ຮ້າຍໄປກວ່ານັ້ນ ພວກເຂົາຄືລູກແຫ່ງຄວາມວິນາດ. ເວົ້າອີກຢ່າງຄື ພວກເຂົາບໍ່ແມ່ນຜູ້ຄົນທີ່ພຣະເຈົ້າເລືອກ. ເຖິງແມ່ນວ່າພວກເຂົາຈະກຳເນີດຢູ່ພາຍໃນດິນແດນອິດສະຣາເອນກໍຕາມ, ພວກເຂົາກໍບໍ່ແມ່ນສ່ວນໜຶ່ງຂອງຄົນອິດສະຣາເອນ. ພວກເຂົາຖືກຂັບໄລ່ໄປຢູ່ຊາດທີ່ບໍ່ແມ່ນຊາດຢິວ. ພວກເຂົາແມ່ນຜູ້ຄົນທີ່ຕໍ່າຕ້ອຍທີ່ສຸດ. ສາເຫດອັນແທ້ຈິງແມ່ນຍ້ອນວ່າ ພວກເຂົາແມ່ນຜູ້ຄົນທີ່ຕໍ່າຕ້ອຍທີ່ສຸດໃນມວນມະນຸດທີ່ພຣະເຈົ້າດຳເນີນພາລະກິດຂອງພຣະອົງໃນການເປີດຍຸກໃໝ່ໃນໝູ່ພວກເຂົາ ເພາະວ່າພວກເຂົາເປັນຕົວແທນຄວາມຊົ່ວຮ້າຍຂອງມະນຸດຊາດ. ພາລະກິດຂອງພຣະເຈົ້າແມ່ນການຄັດເລືອກ ແລະ ມີຈຸດປະສົງ, ພາລະກິດທີ່ພຣະອົງດຳເນີນໃນກຸ່ມຄົນເຫຼົ່ານີ້ໃນທຸກມື້ນີ້ ແມ່ນສ່ວນໜຶ່ງຂອງພາລະກິດທີ່ດຳເນີນໃນທ່າມກາງການເນລະມິດສ້າງ. ໂນອາກໍແມ່ນສ່ວນໜຶ່ງຂອງການເນລະມິດສ້າງຂອງພຣະເຈົ້າ ເຊັ່ນດຽວກັນກັບລູກຫຼານຂອງເຂົາ. ທຸກຄົນໃນໂລກນີ້ທີ່ມີເນື້ອໜັງ ແລະ ເລືອດແມ່ນການເນລະມິດສ້າງຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າແມ່ນແນໃສ່ການເນລະມິດສ້າງທັງໝົດ. ບໍ່ແມ່ນດຳເນີນອີງຕາມວ່າ ຜູ້ໃດຖືກສາບ ຫຼື ບໍ່ຖືກສາບພາຍຫຼັງຖືກສ້າງ. ພາລະກິດການຄຸ້ມຄອງຂອງພຣະອົງແມ່ນແນໃສ່ການສ້າງສັບພະສິ່ງທັງປວງ, ບໍ່ແມ່ນສະເພາະແຕ່ຜູ້ທີ່ຖືກເລືອກເຫຼົ່ານັ້ນ ທີ່ບໍ່ໄດ້ຖືກສາບ. ໃນເມື່ອພຣະເຈົ້າຕ້ອງການດຳເນີນພາລະກິດຂອງພຣະອົງທ່າມກາງການເນລະມິດສ້າງຂອງພຣະອົງ, ພຣະອົງຈະດຳເນີນມັນໃຫ້ສຳເລັດຜົນແນ່ນອນ ແລະ ພຣະອົງຈະດຳເນີນພາລະກິດໃນບັນດາຜູ້ຄົນທີ່ເປັນປະໂຫຍດ ຕໍ່ພາລະກິດຂອງພຣະອົງ. ສະນັ້ນ, ພຣະອົງຈະລົບລ້າງທຸກວິທີການ ເມື່ອພຣະອົງປະຕິບັດພາລະກິດທ່າມກາງຜູ້ຄົນ. ສໍາລັບພຣະອົງ, ຄຳວ່າ “ຖືກສາບ”, “ຖືກລົງໂທດ” ແລະ “ໄດ້ຮັບພອນ” ແມ່ນບໍ່ມີຄວາມໝາຍ! ຊາວຢິວເປັນຄົນດີ ເໝືອນດັ່ງຜູ້ຄົນທີ່ຖືກເລືອກຂອງອິດສະຣາເອນ. ພວກເຂົາແມ່ນຄົນທີ່ມີຄວາມສາມາດ ແລະ ມີມະນຸດສະທຳທີ່ດີ. ໃນເບື້ອງຕົ້ນ ພຣະເຢໂຮວາໄດ້ເລີ່ມພາລະກິດຂອງພຣະອົງໃນກຸ່ມພວກເຂົາ ແລະ ໄດ້ດຳເນີນພາລະກິດເບື້ອງຕົ້ນຂອງພຣະອົງ, ແຕ່ການປະຕິບັດພາລະກິດແຫ່ງການເອົາຊະນະຈິດໃຈໃນຕອນນີ້ຈະບໍ່ມີຄວາມໝາຍຫຍັງ. ພວກເຂົາກໍເປັນສ່ວນໜຶ່ງຂອງການສ້າງເຊັ່ນກັນ ແລະ ມີຫຼາຍດ້ານທີ່ດີກ່ຽວກັບພວກເຂົາ, ແຕ່ມັນຈະບໍ່ມີຄວາມໝາຍຫຍັງໃນການດຳເນີນພາລະກິດໃນຂັ້ນຕອນນີ້ຕໍ່ພວກເຂົາເລີຍ. ພຣະອົງຈະບໍ່ສາມາດເອົາຊະນະໃຈຜູ້ຄົນໄດ້ ຫຼື ພຣະອົງຈະບໍ່ສາມາດເຮັດໃຫ້ສັບພະສິ່ງທັງປວງທີ່ຖືກສ້າງຂຶ້ນເຊື່ອພຣະອົງໄດ້. ນີ້ແມ່ນຈຸດສຳຄັນຂອງການເຜີຍແຜ່ພາລະກິດຂອງພຣະອົງໄປສູ່ຜູ້ຄົນເຫຼົ່ານີ້ໃນຊາດມັງກອນແດງທີ່ຍິ່ງໃຫຍ່. ຄວາມໝາຍເລິກເຊິ່ງທີ່ແທ້ຈິງໃນທີ່ນີ້ແມ່ນການເປີດຍຸກໃໝ່ຂອງພຣະອົງ, ການລົບລ້າງກົດເກນທັງໝົດ ແລະ ການລົບລ້າງຄວາມເຊື່ອຂອງມະນຸດທັງໝົດຂອງພຣະອົງ ແລະ ການສິ້ນສຸດພາລະກິດຂອງຍຸກແຫ່ງຄວາມກະລຸນາທັງໝົດອີກດ້ວຍ. ຖ້າວ່າພາລະກິດໃນປັດຈຸບັນຂອງພຣະອົງຖືກດຳເນີນຕໍ່ຊາວອິດສະຣາເອນຈົນເຖິງເວລາແຜນການຄຸ້ມຄອງຫົກພັນປີຂອງພຣະອົງສິ້ນສຸດລົງ, ທຸກຄົນກໍຄົງຈະເຊື່ອວ່າພຣະເຈົ້າແມ່ນເປັນພຽງພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ, ມີແຕ່ຊາວອິດສະຣາເອນເທົ່ານັ້ນທີ່ເປັນຜູ້ຄົນທີ່ພຣະເຈົ້າເລືອກ, ແລ້ວກໍມີແຕ່ຊາວອິດສະຣາເອນເທົ່ານັ້ນທີ່ສົມຄວນໄດ້ຮັບພອນ ແລະ ຄໍາສັນຍາຂອງພຣະອົງ. ໃນລະຫວ່າງຍຸກສຸດທ້າຍ, ພຣະບຸດພຣະເຈົ້າໄດ້ກັບລົງມາປະຕິບັດພາລະກິດຂອງພຣະອົງໃນຊາດທີ່ບໍ່ແມ່ນຊາວຢິວໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່; ພຣະອົງໄດ້ສຳເລັດພາລະກິດຂອງພຣະອົງໃນຖານະເປັນພຣະເຈົ້າທີ່ສ້າງສັບພະສິ່ງທັງປວງ. ພຣະອົງໄດ້ສຳເລັດພາລະກິດຄຸ້ມຄອງຂອງພຣະອົງທັງໝົດ ແລະ ພຣະອົງຈະສຳເລັດສ່ວນສຳຄັນໃນພາລະກິດຂອງພະອົງໃນຊາດມັງກອນແດງທີ່ຍິ່ງໃຫຍ່. ສິ່ງອັນສຳຄັນຂອງສາມຂັ້ນຕອນຂອງພາລະກິດເຫຼົ່ານີ້ແມ່ນການໄຖ່ບາບໃຫ້ມະນຸດ, ເຊັ່ນ: ການເຮັດໃຫ້ສັບພະສິ່ງທັງປວງບູຊາພຣະຜູ້ເປັນເຈົ້າຜູ້ເຮັດການເນລະມິດສ້າງ. ສະນັ້ນ, ທຸກຂັ້ນຕອນຂອງພາລະກິດດັ່ງກ່າວນີ້ຈິ່ງມີຄວາມໝາຍສຳຄັນຫຼາຍ; ພຣະເຈົ້າຈະບໍ່ເຮັດໃນສິ່ງທີ່ບໍ່ມີຄວາມໝາຍ ຫຼື ບໍ່ມີຄຸນຄ່າຢ່າງເດັດຂາດ. ໃນທາງກົງກັນຂ້າມ, ຂັ້ນຕອນພາລະກິດນີ້ປະກອບດ້ວຍການເປີດຍຸກໃໝ່ ແລະ ການສິ້ນສຸດສອງຍຸກທີ່ຜ່ານມາ; ໃນອີກດ້ານໜຶ່ງ ກໍປະກອບດ້ວຍການລົບລ້າງຄວາມເຊື່ອຂອງມະນຸດ ແລະ ລົບລ້າງຄວາມເຊື່ອ ແລະ ຄວາມເຂົ້າໃຈດັ່ງເດີມຂອງມະນຸດທັງໝົດ. ພາລະກິດຂອງສອງຂັ້ນຕອນໃນເມື່ອກ່ອນແມ່ນຖືກດຳເນີນໂດຍອີງຕາມຄວາມເຊື່ອຂອງມະນຸດໃນຍຸກນັ້ນ. ຢ່າງໃດກໍຕາມ, ຂັ້ນຕອນນີ້ແມ່ນເພື່ອລົບລ້າງຄວາມເຊື່ອຂອງມະນຸດໃຫ້ໝົດສິ້ນ ເພື່ອເອົາຊະນະໃຈຂອງມະນຸດຊາດທັງໝົດ. ໂດຍການນໍາໃຊ້ໄຊຊະນະ ທີ່ມີຕໍ່ລູກຫຼານຂອງໂມອັບ ແລະ ການນໍາໃຊ້ພາລະກິດທີ່ຖືກດໍາເນີນຕໍ່ລູກຫຼານຂອງໂມອັບ, ພຣະເຈົ້າຈະເອົາຊະນະໃຈຂອງມະນຸດທັງໝົດໃນທົ່ວຈັກກະວານ. ນີ້ແມ່ນຈຸດສຳຄັນເລິກເຊິ່ງທີ່ແທ້ຈິງຂອງຂັ້ນຕອນພາລະກິດນີ້ຂອງພຣະອົງ ແລະ ນີ້ຄືດ້ານໜຶ່ງທີ່ມີຄຸນຄ່າທີ່ສຸດຂອງຂັ້ນຕອນພາລະກິດນີ້ຂອງພຣະອົງ. ເຖິງແມ່ນວ່າ ຕອນນີ້ ພວກເຈົ້າຈະຮູ້ວ່າ ສະຖານະຂອງພວກເຈົ້າຕໍ່າຕ້ອຍ ແລະ ມີຄຸນຄ່າຕໍ່າກໍຕາມ, ແຕ່ພວກເຈົ້າຈະຮູ້ສຶກວ່າ ພວກເຈົ້າໄດ້ພົບກັບສິ່ງທີ່ໜ້າຍິນດີທີ່ສຸດ: ພວກເຈົ້າໄດ້ຮັບພອນທີ່ຍິ່ງໃຫຍ່, ໄດ້ຮັບການສັນຍາທີ່ດີເລີດ ແລະ ພວກເຈົ້າຈະສາມາດເຮັດສຳເລັດພາລະກິດທີ່ຍິ່ງໃຫຍ່ນີ້ຂອງພຣະເຈົ້າໄດ້ ແລະ ພວກເຈົ້າຈະສາມາດເຫັນໂສມໜ້າທີ່ແທ້ຈິງຂອງພຣະເຈົ້າ, ຮູ້ຈັກລັກສະນະນິໄສຂອງພຣະເຈົ້າ ແລະ ປະຕິບັດຕາມຈຸດປະສົງຂອງພຣະເຈົ້າ. ສອງຂັ້ນຕອນພາລະກິດຜ່ານມາຂອງພຣະເຈົ້າທີ່ໄດ້ດຳເນີນຢູ່ໃນອິດສະຣາເອນ. ຖ້າຂັ້ນຕອນພາລະກິດນີ້ຂອງພຣະອົງໃນຊ່ວງຍຸກສຸດທ້າຍຍັງດຳເນີນຕໍ່ຊາວອິດສະຣາເອນຢູ່ຄືເກົ່າ, ບໍ່ພຽງແຕ່ມະນຸດທີ່ຖືກສ້າງຂຶ້ນທຸກຄົນຈະເຊື່ອວ່າ ມີພຽງແຕ່ຊາວອິດສະຣາເອນເທົ່ານັ້ນແມ່ນຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າ, ແຕ່ນອກນັ້ນແຜນການຄຸ້ມຄອງທັງໝົດຂອງພຣະເຈົ້າກໍຈະບໍ່ໄດ້ຮັບຜົນຕາມທີ່ປາດຖະໜາອີກດ້ວຍ. ໃນຊ່ວງສອງຂັ້ນຕອນພາລະກິດຂອງພຣະອົງທີ່ດຳເນີນຢູ່ໃນອິດສະຣາເອນນັ້ນ, ບໍ່ເຄີຍມີການດຳເນີນພາລະກິດໃໝ່ໃດໆ ຫຼື ບໍ່ມີພາລະກິດເປີດຍຸກໃດຂອງພຣະເຈົ້າໄດ້ຖືກດຳເນີນຢູ່ໃນຊາດທີ່ບໍ່ແມ່ນຊາວຢິວ. ຂັ້ນຕອນຂອງພາລະກິດທຸກມື້ນີ້ຄືພາລະກິດເປີດຍຸກໃໝ່ແມ່ນດໍາເນີນຄັ້ງທໍາອິດທ່າມກາງຊາດທີ່ບໍ່ແມ່ນຊາວຢິວ ແລະ ນອກນັ້ນ ກໍເປັນຂັ້ນຕອນທຳອິດທີ່ໄດ້ຖືກດຳເນີນຕໍ່ລູກຫຼານຂອງໂມອັບ. ນີ້ແປວ່າໄດ້ເປີດຂັ້ນຕອນຍຸກໃໝ່ທັງໝົດ. ພຣະເຈົ້າໄດ້ລົບລ້າງຄວາມເຊື່ອຕ່າງໆທີ່ມີຢູ່ໃນແນວຄວາມຄິດຂອງມະນຸດ ແລະ ບໍ່ອະນຸຍາດໃຫ້ມີຄວາມເຊື່ອໃດໆສືບຕໍ່ໄປອີກ. ໃນພາລະກິດຂອງພຣະອົງເພື່ອເອົາຊະນະໃຈ, ພຣະອົງໄດ້ລົບລ້າງຄວາມເຊື່ອຂອງມະນຸດ ເຊິ່ງກໍຄືຄວາມເຊື່ອເກົ່າ ແລະ ດັ່ງເດີມຂອງມະນຸດ. ພຣະອົງເຮັດໃຫ້ຜູ້ຄົນເຫັນວ່າ ເວລາຢູ່ກັບພຣະເຈົ້າແລ້ວແມ່ນບໍ່ມີກົດເກນໃດໆ, ບໍ່ມີສິ່ງໃດກ່ຽວກັບພຣະເຈົ້າທີ່ເປັນສິ່ງເກົ່າໆ, ພາລະກິດທີ່ພຣະອົງກະທໍາແມ່ນເປັນອິດສະຫຼະ, ເສລີ ແລະ ທຸກການກະທໍາຂອງພຣະອົງແມ່ນມີຄວາມຊອບທໍາສະເໝີ. ພວກເຈົ້າຕ້ອງຍອມຮັບໃນພາລະກິດທີ່ພຣະອົງກະທໍາຕໍ່ກັບທຸກສັບພະສິ່ງ. ພາລະກິດໃດໜຶ່ງທີ່ພຣະອົງກະທໍາລ້ວນແລ້ວແຕ່ມີຄວາມໝາຍ ແລະ ໄດ້ກະທໍາຕາມຄວາມປະສົງ ແລະ ສະຕິປັນຍາຂອງພຣະອົງ ແລະ ບໍ່ແມ່ນກະທໍາຕາມການຕັດສິນໃຈ ແລະ ຄວາມເຊື່ອຂອງມະນຸດ. ພຣະອົງກະທໍາໃນສິ່ງທີ່ເປັນປະໂຫຍດຕໍ່ພາລະກິດຂອງພຣະອົງ; ຖ້າສິ່ງໃດທີ່ບໍ່ເປັນປະໂຫຍດຕໍ່ພາລະກິດຂອງພຣະອົງ, ພຣະອົງຈະບໍ່ກະທໍາມັນ ບໍ່ວ່າສິ່ງເຫຼົ່ານັ້ນຈະດີພຽງໃດກໍຕາມ! ພຣະອົງດຳເນີນພາລະກິດ ແລະ ຄັດເລືອກເອົາຜູ້ຮັບ ແລະ ສະຖານທີ່ສຳລັບພາລະກິດຂອງພຣະອົງ ຕາມຄວາມໝາຍ ແລະ ຈຸດປະສົງຂອງພາລະກິດຂອງພຣະອົງ. ພຣະອົງບໍ່ຍຶດຕິດກັບກົດເກນໃນອະດີດ ແລະ ບໍ່ປະຕິບັດຕາມຫຼັກການເກົ່າ; ແຕ່ພຣະອົງຈະວາງແຜນພາລະກິດຂອງພຣະອົງ ຕາມຄວາມສຳຄັນຂອງພາລະກິດ. ໃນທີ່ສຸດ ພຣະອົງກໍຕ້ອງການບັນລຸຜົນທີ່ແທ້ຈິງ ແລະ ຈຸດປະສົງທີ່ຄາດໄວ້. ມາເຖິງຕອນນີ້ ຖ້າພວກເຈົ້າບໍ່ເຂົ້າໃຈໃນສິ່ງເຫຼົ່ານີ້, ພາລະກິດນີ້ກໍຈະບໍ່ບັນລຸຜົນໃດໆຕໍ່ກັບພວກເຈົ້າ.

ກ່ອນນີ້: ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ

ຕໍ່ໄປ: ເຈົ້າຢືນຢູ່ຈຸດໃດໃນຈົດໝາຍສິບສາມສະບັບ?

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້