ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ

ເລີ່ມຕັ້ງແຕ່ຕອນທີ່ເຈົ້າຮ້ອງໄຫ້ເຂົ້າມາສູ່ໂລກນີ້, ເຈົ້າກໍເລີ່ມຕົ້ນປະຕິບັດໜ້າທີ່ຂອງເຈົ້າ. ໂດຍການປະຕິບັດບົດບາດຂອງເຈົ້າໃນແຜນການຂອງພຣະເຈົ້າ ແລະ ໃນການກຳນົດໄວ້ລ່ວງໜ້າຂອງພຣະອົງ, ເຈົ້າກໍເລີ່ມຕົ້ນການເດີນທາງໃນຊີວິດຂອງເຈົ້າ. ເບື້ອງຫຼັງຂອງເຈົ້າຈະເປັນແນວໃດກໍຕາມ ແລະ ການເດີນທາງຂ້າງໜ້າຂອງເຈົ້າຈະເປັນແນວໃດກໍຕາມ, ບໍ່ມີໃຜສາມາດໜີພົ້ນຈາກການປັ້ນແຕ່ງ ແລະ ການຈັດແຈງຈາກສະຫວັນ ແລະ ບໍ່ມີໃຜຄວບຄຸມຊະຕາກໍາຂອງພວກເຂົາເອງໄດ້, ຍ້ອນວ່າ ມີພຽງແຕ່ພຣະອົງທີ່ປົກຄອງເໜືອທຸກສິ່ງເທົ່ານັ້ນຈຶ່ງສາມາດປະຕິບັດພາລະກິດດັ່ງກ່າວນີ້ໄດ້. ນັບຕັ້ງແຕ່ມື້ທີ່ມະນຸດເກີດຂຶ້ນມາ ພຣະເຈົ້າໄດ້ປະຕິບັດພາລະກິດຂອງພຣະອົງດ້ວຍວິທີນີ້, ຄຸ້ມຄອງຈັກກະວານ, ຊີ້ນຳກົດລະບຽບຂອງການປ່ຽນແປງສຳລັບສິ່ງທັງປວງ ແລະ ເສັ້ນໂຄຈອນຂອງການເຄື່ອນໄຫວຂອງສິ່ງເຫຼົ່ານັ້ນ. ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດໄດ້ຮັບການບຳລຸງຢ່າງງ່ຽບໆ ແລະ ໂດຍບໍ່ຮູ້ຕົວຈາກຄວາມຫວານ ແລະ ນໍ້າຝົນ ແລະ ນໍ້າຄ້າງຈາກພຣະເຈົ້າ; ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດມີຊິວິດຢູ່ພາຍໃຕ້ການປັ້ນແຕ່ງດ້ວຍມືຂອງພຣະເຈົ້າຢ່າງບໍ່ຮູ້ຕົວ. ຫົວໃຈ ແລະ ວິນຍານຂອງມະນຸດແມ່ນຢູ່ໃນມືຂອງພຣະເຈົ້າ, ທຸກສິ່ງໃນຊີວິດຂອງເຂົາແມ່ນຢູ່ໃນສາຍຕາຂອງພຣະເຈົ້າ ບໍ່ວ່າເຈົ້າຈະເຊື່ອສິ່ງນີ້ ຫຼື ບໍ່, ສິ່ງໃດກໍຕາມ ແລະ ທຸກສິ່ງ ບໍ່ວ່າຈະມີຊີວິດ ຫຼື ບໍ່ມີຊີວິດກໍຕາມ, ຈະຜັນປ່ຽນ, ປ່ຽນແປງ, ເກີດໃໝ່ ແລະ ຫາຍໄປໂດຍອີງຕາມຄວາມຄິດຂອງພຣະເຈົ້າ. ສິ່ງດັ່ງກ່າວແມ່ນວິທີທີ່ພຣະເຈົ້າປົກຄອງເໜືອທຸກສິ່ງທັງໝົດ.

ໃນຂະນະທີ່ກາງຄືນໃກ້ເຂົ້າມາຢ່າງງຽບສະງັດ ໂດຍມະນຸດບໍ່ຮູ້ສຶກຕົວ, ຍ້ອນຫົວໃຈຂອງມະນຸດບໍ່ສາມາດຮັບຮູ້ໄດ້ວ່າ ກາງຄືນນັ້ນໃກ້ເຂົ້າມາແນວໃດ ຫຼື ມັນມາຈາກໃສ. ເມື່ອກາງຄືນຜ່ານໄປຢ່າງມິດງຽບ ມະນຸດກໍຕ້ອນຮັບແສງສະຫວ່າງຂອງກາງເວັນ ແຕ່ສໍາລັບເລື່ອງທີ່ວ່າ ແສງສະຫວ່າງມາຈາກໃສ ແລະ ມັນຂັບໄລ່ຄວາມມືດຂອງກາງຄືນອອກໄປດ້ວຍວິທີໃດນັ້ນ ມະນຸດແມ່ນແຮງຮູ້ໜ້ອຍ ແລະ ເຖິງກັບບໍ່ຮູ້ເລີຍ. ການຜັດປ່ຽນຂອງກາງເວັນ ແລະ ກາງຄືນ ນໍາພາມະນຸດຈາກໄລຍະໜຶ່ງໄປສູ່ອີກໄລຍະໜຶ່ງ, ຈາກບໍລິບົດປະຫວັດສາດໜຶ່ງໄປສູ່ບໍລິບົດປະຫວັດສາດຂອງຕອນຕໍ່ໄປ, ໃນຂະນະທີ່ຍັງຮັບຮອງວ່າພາລະກິດຂອງພຣະເຈົ້າໃນທຸກໄລຍະ ແລະ ແຜນການຂອງພຣະອົງສຳລັບແຕ່ລະຍຸກຈະຖືກເຮັດໃຫ້ສຳເລັດ. ມະນຸດໄດ້ຍ່າງຜ່ານໄລຍະເວລາເຫຼົ່ານີ້ໄປພ້ອມກັນກັບພຣະເຈົ້າ ແຕ່ເຂົາບໍ່ຮູ້ວ່າ ພຣະເຈົ້າປົກຄອງຊະຕາກໍາຂອງສັບພະທຸກສິ່ງ ແລະ ທຸກສິ່ງທີ່ມີຊີວິດ ຫຼື ບໍ່ຮູ້ວ່າພຣະເຈົ້າປັ້ນແຕ່ງ ແລະ ຄວບຄຸມສັບພະສິ່ງທັງປວງແນວໃດ. ນີ້ຄືສິ່ງທີ່ຫຼົບຫຼີກມະນຸດຕັ້ງແຕ່ຍຸກບູຮານຈົນຮອດປັດຈຸບັນ. ສຳລັບເຫດຜົນນັ້ນ, ມັນບໍ່ແມ່ນເປັນຍ້ອນວ່າການກະທຳຂອງພຣະເຈົ້າລີ້ລັບເກີນໄປ ຫຼື ຍ້ອນແຜນການຂອງພຣະເຈົ້າຍັງບໍ່ໄດ້ກາຍເປັນຈິງເທື່ອ, ແຕ່ຍ້ອນຫົວໃຈ ແລະ ວິນຍານຂອງມະນຸດຫ່າງເຫີນຈາກພຣະເຈົ້າຫຼາຍເກີນໄປ ຈົນຮອດຈຸດທີ່ວ່າ ມະນຸດຍັງຢູ່ໃນການຮັບໃຊ້ຂອງຊາຕານ ເຖິງແມ່ນວ່າເຂົາກໍາລັງຕິດຕາມພຣະເຈົ້າ ແລະ ຍັງບໍ່ຮູ້ຕົວເລີຍ. ບໍ່ມີໃຜທີ່ສະແຫວງຫາບາດກ້າວຂອງພຣະເຈົ້າ ແລະ ການປາກົດຕົວຂອງພຣະອົງຢ່າງຫ້າວຫັນ ແລະ ບໍ່ມີໃຜເຕັມໃຈດໍາລົງຢູ່ພາຍໃຕ້ການດູແລ ແລະ ການຮັກສາຂອງພຣະເຈົ້າ. ກົງກັນຂ້າມ ພວກເຂົາປາຖະໜາທີ່ຈະເພິ່ງພາການກັດເຊາະຂອງຊາຕານ ເຊິ່ງເປັນສິ່ງທີ່ຊົ່ວຮ້າຍ ເພື່ອປັບໃຫ້ເຂົ້າກັບໂລກໜ່ວຍນີ້ ແລະ ກົດລະບຽບແຫ່ງການມີຊີວິດຢູ່ທີ່ມະນຸດຊາດທີ່ຊົ່ວຮ້າຍປະຕິບັດຕາມ. ໃນເວລານີ້ ຫົວໃຈ ແລະ ວິນຍານຂອງມະນຸດໄດ້ກາຍມາເປັນບັນນາການໃຫ້ກັບຊາຕານ ແລະ ກາຍເປັນອາຫານຂອງຊາຕານ. ຍິ່ງໄປກວ່ານັ້ນ ຫົວໃຈ ແລະ ວິນຍານຂອງມະນຸດໄດ້ກາຍເປັນບ່ອນທີ່ຊາຕານສາມາດອາໄສຢູ່ ແລະ ເປັນສະໜາມຫຼິ້ນທີ່ເໝາະສົມຂອງມັນ. ດ້ວຍເຫດນີ້ ມະນຸດຈຶ່ງສູນເສຍຄວາມເຂົ້າໃຈໃນຫຼັກການຂອງການເປັນມະນຸດຂອງເຂົາ ແລະ ຄຸນຄ່າ ແລະ ຄວາມໝາຍຂອງການມີຊີວິດຢູ່ຂອງມະນຸດຢ່າງບໍ່ຮູ້ຕົວ. ກົດບັນຍັດຂອງພຣະເຈົ້າ ແລະ ພັນທະສັນຍາລະຫວ່າງພຣະເຈົ້າ ແລະ ມະນຸດຈາງຫາຍໄປຈາກຫົວໃຈຂອງມະນຸດເທື່ອລະໜ້ອຍ ແລະ ເຂົາກໍຢຸດທີ່ຈະສະແຫວງຫາ ຫຼື ສົນໃຈຕໍ່ພຣະເຈົ້າ.​ ເມື່ອເວລາຜ່ານໄປ ມະນຸດບໍ່ເຂົ້າໃຈອີກຕໍ່ໄປວ່າ ເປັນຫຍັງພຣະເຈົ້າຈຶ່ງສ້າງເຂົາ ຫຼື ເຂົາບໍ່ເຂົ້າໃຈພຣະທຳທີ່ມາຈາກປາກຂອງພຣະເຈົ້າ ແລະ ທຸກສິ່ງທີ່ມາຈາກພຣະເຈົ້າ. ແລ້ວມະນຸດກໍເລີ່ມຕໍ່ຕ້ານກົດເກນ ແລະ ບົດບັນຍັດຂອງພຣະເຈົ້າ ແລະ ຫົວໃຈ ແລະ ວິນຍານຂອງເຂົາກໍຕາຍໄປ... ພຣະເຈົ້າສູນເສຍມະນຸດທີ່ພຣະອົງສ້າງດັ່ງເດີມ ແລະ ມະນຸດກໍສູນເສຍຮາກເຫງົ້າຂອງການເລີ່ມຕົ້ນຂອງເຂົາ: ນີ້ຄືຄວາມໂສກເສົ້າຂອງມະນຸດຊາດນີ້. ໃນຄວາມເປັນຈິງແລ້ວ ນັບຕັ້ງແຕ່ການເລີ່ມຕົ້ນທຳອິດຈົນເຖິງປັດຈຸບັນ ພຣະເຈົ້າໄດ້ຈັດສະແດງໂສກອະນາດຕະກຳໃຫ້ກັບມະນຸດຊາດ ເຊິ່ງມະນຸດເປັນທັງຕົວລະຄອນເອກ ແລະ ຜູ້ຮັບເຄາະ; ແລ້ວບໍ່ມີຜູ້ໃດສາມາດຕອບໄດ້ວ່າ ໃຜກຳກັບໂສກອະນາດຕະກຳນີ້.

ໃນໂລກທີ່ກວ້າງໃຫຍ່ໄພສານ, ການປ່ຽນແປງຫຼາຍຢ່າງທີ່ນັບບໍ່ຖ້ວນໄດ້ເກີດຂຶ້ນ, ມະຫາສະໝຸດຖືກຖົມດ້ວຍຂີ້ຕົມກາຍເປັນທົ່ງຫຍ້າ, ທົ່ງຫຍ້າຖືກນໍ້າຖ້ວມກາຍເປັນມະຫາສະໝຸດຊໍ້າແລ້ວຊໍ້າອີກ. ນອກຈາກພຣະອົງຜູ້ທີ່ປົກຄອງເໜືອທຸກສິ່ງໃນຈັກກະວານແລ້ວ, ບໍ່ມີໃຜສາມາດນໍາພາ ແລະ ຊີ້ນໍາມະນຸດຊາດນີ້ໄດ້. ບໍ່ມີຄົນຍິ່ງໃຫຍ່ຄົນໃດທີ່ສາມາດປະຕິບັດວຽກງານ ຫຼື ຈັດແຈງໃຫ້ກັບມະນຸດຊາດນີ້ ແຮງໄກທີ່ຈະມີໃຜສາມາດນໍາມະນຸດຊາດນີ້ໄປສູ່ຈຸດໝາຍປາຍທາງແຫ່ງແສງສະຫວ່າງ ແລະ ປົດປ່ອຍພວກເຂົາອອກຈາກຄວາມບໍ່ຍຸຕິທຳແຫ່ງແຜ່ນດິນໂລກນີ້ໄດ້.​ ພຣະເຈົ້າຄໍ່າຄວນເຖິງອານາຄົດຂອງມະນຸດຊາດ, ພຣະອົງໂສກເສົ້າເສຍໃຈກັບການພິນາດຂອງມະນຸດ ແລະ ເຈັບປວດທີ່ມະນຸດຊາດກຳລັງກ້າວໄປສູ່ຄວາມເນົ່າເປື່ອຍເທື່ອລະຂັ້ນ ແລະ ເຂົ້າສູ່ເສັ້ນທາງທີ່ຫວນກັບຄືນບໍ່ໄດ້. ມະນຸດຊາດທີ່ໄດ້ທຳລາຍຫົວໃຈຂອງພຣະເຈົ້າ ແລະ ປະຖິ້ມພຣະອົງເພື່ອສະແຫວງຫາສິ່ງທີ່ຊົ່ວຮ້າຍ: ມີໃຜແດ່ທີ່ເຄີຍຄຳນຶງເຖິງທິດທາງທີ່ມະນຸດຊາດດັ່ງກ່າວອາດຈະມຸ້ງໜ້າໄປສູ່? ມັນເປັນຍ້ອນເຫດຜົນນີ້ຢ່າງແນ່ນອນທີ່ບໍ່ມີໃຜຮູ້ສຶກເຖິງຄວາມໂກດຮ້າຍຂອງພຣະເຈົ້າ, ທີ່ວ່າເປັນຫຍັງຈຶ່ງບໍ່ມີໃຜສະແຫວງຫາຫົນທາງທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ ຫຼື ພະຍາຍາມທີ່ຈະເຂົ້າໃກ້ພຣະເຈົ້າຫຼາຍຂຶ້ນ ແລະ ຍິ່ງໄປກວ່ານັ້ນ, ທີ່ວ່າເປັນຫຍັງຈຶ່ງບໍ່ມີໃຜສະແຫວງຫາເພື່ອເຂົ້າໃຈເຖິງຄວາມໂສກເສົ້າ ແລະ ຄວາມເຈັບປວດຂອງພຣະເຈົ້າເລີຍ. ແມ່ນແຕ່ຫຼັງຈາກທີ່ໄດ້ຍິນສຽງຂອງພຣະເຈົ້າ ມະນຸດກໍຍັງສືບຕໍ່ໃນເສັ້ນທາງຂອງຕົນເອງ, ຢືນຢັນທີ່ຈະອອກຫ່າງຈາກພຣະເຈົ້າ, ຫຼົບຫຼີກພຣະຄຸນ ແລະ ການດູແລຂອງພຣະເຈົ້າ ແລະ ຫຼີກເວັ້ນຄວາມຈິງຂອງພຣະອົງ, ເລືອກທີ່ຈະຂາຍຕົນເອງໃຫ້ກັບຊາຕານ ເຊິ່ງເປັນສັດຕູຂອງພຣະເຈົ້າ. ຜູ້ໃດເຄີຍຄຳນຶງບໍ່ວ່າ ຖ້າມະນຸດຢືນຢັນໃນຄວາມດື້ດ້ານຂອງເຂົາ ແລ້ວພຣະເຈົ້າຈະປະຕິບັດຕໍ່ມະນຸດຊາດນີ້ທີ່ປ່ອຍຖິ້ມພຣະອົງໄປໂດຍບໍ່ຫຼຽວຫຼັງແນວໃດ? ບໍ່ມີໃຜຮູ້ວ່າເຫດຜົນສຳລັບການເຕືອນໃຈ ແລະ ການຕັກເຕືອນຊໍ້າແລ້ວຊໍ້າອີກຈາກພຣະເຈົ້າແມ່ນຍ້ອນພຣະອົງໄດ້ກຽມໄພພິບັດທີ່ບໍ່ເຄີຍມີມາກ່ອນໄວ້ໃນມືຂອງພຣະອົງແລ້ວ ເຊິ່ງຈະເປັນໄພພິບັດທີ່ເນື້ອໜັງ ແລະ ວິນຍານຂອງມະນຸດບໍ່ສາມາດທົນໄດ້.​ ໄພພິບັດນີ້ບໍ່ແມ່ນພຽງແຕ່ເປັນການລົງໂທດເນື້ອໜັງ ແຕ່ເປັນການລົງໂທດວິນຍານອີກດ້ວຍ. ເຈົ້າຈໍາເປັນຕ້ອງຮູ້ສິ່ງນີ້: ເມື່ອແຜນການຂອງພຣະເຈົ້າບໍ່ສຳເລັດ ແລະ ເມື່ອສິ່ງເຕືອນໃຈ ແລະ ການຕັກເຕືອນຂອງພຣະເຈົ້າບໍ່ໄດ້ຮັບການຕອບສະໜອງ, ພຣະອົງຈະປ່ອຍຄວາມໂກດຮ້າຍແບບໃດ? ມັນຈະເປັນສິ່ງທີ່ບໍ່ມີສິ່ງຖືກສ້າງໃດໆເຄີຍປະສົບ ຫຼື ໄດ້ຍິນມາກ່ອນ. ດັ່ງນັ້ນ ເຮົາຈຶ່ງເວົ້າວ່າ ໄພພິບັດນີ້ແມ່ນບໍ່ເຄີຍມີມາກ່ອນ ແລະ ຈະບໍ່ຖືກເຮັດຊໍ້າອີກຈັກເທື່ອ. ເພາະວ່າ ແຜນການຂອງພຣະເຈົ້າແມ່ນເພື່ອສ້າງມະນຸດຊາດພຽງຄັ້ງດຽວເທົ່ານັ້ນ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນພຽງຄັ້ງດຽວເທົ່ານັ້ນ. ນີ້ຄືຄັ້ງທໍາອິດ ແລະ ມັນຍັງເປັນຄັ້ງສຸດທ້າຍ. ດ້ວຍເຫດນັ້ນ ບໍ່ມີໃຜສາມາດເຂົ້າໃຈເຈດຕະນາຢ່າງພາກພຽນ ແລະ ການຄາດຫວັງຢ່າງໃຫຍ່ຫຼວງທີ່ພຣະເຈົ້າຫວັງຊ່ວຍມະນຸດຊາດໃຫ້ລອດພົ້ນໃນຄັ້ງນີ້.

ພຣະເຈົ້າສ້າງໂລກໜ່ວຍນີ້ ແລະ ນໍາມະນຸດມາສູ່ໂລກນີ້ ເຊິ່ງເປັນສິ່ງມີຊີວິດທີ່ພຣະອົງມອບຊີວິດໃຫ້. ຕໍ່ມາ ມະນຸດມີພໍ່ແມ່ ແລະ ຍາດພີ່ນ້ອງ ແລະ ບໍ່ໄດ້ຢູ່ໂດດດ່ຽວອີກຕໍ່ໄປ. ຕັ້ງແຕ່ມະນຸດມືນຕາເບິ່ງໂລກແຫ່ງວັດຖຸນີ້ເປັນຄັ້ງທໍາອິດ ເຂົາກໍຖືກກຳນົດຊີວິດໃຫ້ຢູ່ພາຍໃນການປັ້ນແຕ່ງຂອງພຣະເຈົ້າ. ມັນຄືລົມຫາຍໃຈແຫ່ງຊີວິດຈາກພຣະເຈົ້າທີ່ສົ່ງເສີມສັບພະທຸກສິ່ງທີ່ມີຊີວິດຕະຫຼອດການເຕີບໂຕຈົນກາຍເປັນຜູ້ໃຫຍ່. ໃນລະຫວ່າງຂະບວນການນີ້ ບໍ່ມີໃຜຮູ້ສຶກວ່າມະນຸດກຳລັງເຕີບໂຕພາຍໃຕ້ການດູແລຂອງພຣະເຈົ້າ; ແຕ່ກົງກັນຂ້າມ ພວກເຂົາເຊື່ອວ່າ ມະນຸດກຳລັງເຕີບໂຕພາຍໃຕ້ການດູແລອັນເປັນທີ່ຮັກຂອງພໍ່ແມ່ຂອງເຂົາ ແລະ ຍ້ອນມັນຄືສັນຊາດຕະຍານແຫ່ງຊີວິດຂອງເຂົາເອງທີ່ຊີ້ນໍາການເຕີບໃຫຍ່ຂອງເຂົາ. ນີ້ກໍຍ້ອນວ່າ ມະນຸດບໍ່ຮູ້ຈັກວ່າ ໃຜປະທານຊີວິດ ຫຼື ຊີວິດມາຈາກໃສ, ແຮງໄກທີ່ຈະຮູ້ວິທີທາງທີ່ສັນຊາດຕະຍານແຫ່ງຊີວິດສ້າງສິ່ງອັດສະຈັນ. ເຂົາພຽງແຕ່ຮູ້ຈັກວ່າ ອາຫານຄືພື້ນຖານທີ່ຊີວິດຂອງເຂົາຕ້ອງສືບຕໍ່ໄປ, ຄວາມມານະອົດທົນຄືແຫຼ່ງກຳເນີດຂອງການມີຊີວິດຂອງເຂົາ ແລະ ຄວາມເຊື່ອໃນຈິດໃຈຂອງເຂົາແມ່ນຕົ້ນທຶນທີ່ເປັນບ່ອນເພິ່ງພາໃນການເອົາຕົວລອດຂອງເຂົາ. ສຳລັບພຣະຄຸນ ແລະ ການສະໜອງຂອງພຣະເຈົ້ານັ້ນ ມະນຸດບໍ່ໄດ້ຄຳນຶງເຖິງເລີຍ ແລະ ດ້ວຍເຫດນີ້ ເຂົາຈຶ່ງໃຊ້ຊີວິດທີ່ພຣະເຈົ້າປະທານໃຫ້ພວກເຂົາຢ່າງໄຮ້ຈຸດປະສົງ... ບໍ່ມີແມ່ນແຕ່ມະນຸດຄົນດຽວທີ່ພຣະເຈົ້າດູແລທັງກາງເວັນ ແລະ ກາງຄືນຕັ້ງໃຈນະມັດສະການພຣະອົງ. ພຣະເຈົ້າພຽງແຕ່ສືບຕໍ່ປະຕິບັດພາລະກິດໃນມະນຸດ ຍ້ອນພຣະອົງບໍ່ຄາດຫວັງຫຍັງ ຕາມທີ່ພຣະອົງໄດ້ວາງແຜນໄວ້. ພຣະອົງເຮັດແບບນັ້ນກໍຍ້ອນຫວັງວ່າ ມື້ໜຶ່ງມະນຸດຈະຕື່ນຂຶ້ນຈາກຄວາມຝັນຂອງເຂົາ ແລະ ທັນທີໃດເຂົ້າໃຈເຖິງຄຸນຄ່າ ແລະ ຄວາມໝາຍຂອງຊີວິດ, ລາຄາທີ່ພຣະເຈົ້າໄດ້ຈ່າຍສໍາລັບທຸກສິ່ງທີ່ພຣະອົງມອບໃຫ້ກັບເຂົາ ແລະ ຄວາມເປັນຫ່ວງຢ່າງໜັກທີ່ພຣະເຈົ້າລໍຖ້າໃຫ້ມະນຸດຫັນກັບມາຫາພຣະອົງ. ບໍ່ມີໃຜເຄີຍສຳຫຼວດຄວາມລັບທີ່ປົກຄອງຕົ້ນກຳເນີດ ແລະ ການສືບຕໍ່ມີຊີວິດຂອງມະນຸດເລີຍ. ມີພຽງພຣະເຈົ້າ ຜູ້ເຊິ່ງເຂົ້າໃຈສິ່ງນີ້ທັງໝົດ ທີ່ອົດທົນຕໍ່ຄວາມເຈັບປວດ ແລະ ການໂຈມຕີຢ່າງງຽບໆຈາກມະນຸດ ຜູ້ເຊິ່ງໄດ້ຮັບທຸກຢ່າງຈາກພຣະເຈົ້າແຕ່ບໍ່ຮູ້ສໍານຶກບຸນຄຸນ ແລະ ບໍ່ ມອບສິ່ງໃດໃຫ້ກັບພຣະອົງເລີຍ. ມະນຸດລະເລີຍທຸກສິ່ງທີ່ຊີວິດນໍາມາໃຫ້ ແລະ ໃນທຳນອງດຽວກັນ ມັນແມ່ນ “ເລື່ອງແທ້ແນ່ນອນ” ທີ່ພຣະເຈົ້າຖືກທໍລະຍົດໂດຍມະນຸດ, ຖືກລືມໂດຍມະນຸດ ແລະ ຖືກບີບບັງຄັບໂດຍມະນຸດ. ເປັນໄປໄດ້ບໍ ທີ່ແຜນການຂອງພຣະເຈົ້າຈະສຳຄັນຂະໜາດນັ້ນແທ້? ເປັນໄປໄດ້ບໍ່ທີ່ມະນຸດ ເຊິ່ງເປັນສິ່ງທີ່ມີຊີວິດທີ່ມາຈາກມືຂອງພຣະເຈົ້າ ຈະສຳຄັນຂະໜາດນັ້ນແທ້? ແຜນການຂອງພຣະເຈົ້າແມ່ນສຳຄັນຢ່າງແທ້ແນ່ນອນ; ເຖິງຢ່າງໃດກໍຕາມ ສິ່ງມີຊີວິດທີ່ຖືກສ້າງຂຶ້ນໂດຍກໍາມືຂອງພຣະເຈົ້າມີຊີວິດຢູ່ກໍເພື່ອແຜນການຂອງພຣະອົງ. ສະນັ້ນ ພຣະເຈົ້າບໍ່ສາມາດສູນເສຍແຜນການຂອງພຣະອົງຍ້ອນຄວາມກຽດຊັງທີ່ມີຕໍ່ມະນຸດຊາດນີ້. ເພື່ອເຫັນແກ່ແຜນການຂອງພຣະອົງ ແລະ ເພື່ອລົມຫາຍໃຈຂອງພຣະອົງ ພຣະເຈົ້າຈຶ່ງອົດທົນຕໍ່ຄວາມທຸກທໍລະມານທຸກຢ່າງ, ບໍ່ແມ່ນເພື່ອເນື້ອໜັງຂອງມະນຸດ ແຕ່ເພື່ອຊີວິດຂອງມະນຸດ. ພຣະອົງເຮັດແບບນັ້ນບໍ່ແມ່ນເພື່ອນໍາເນື້ອໜັງຂອງມະນຸດກັບຄືນມາ ແຕ່ເພື່ອນໍາເອົາຊີວິດທີ່ເກີດຈາກລົມຫາຍໃຈຂອງພຣະອົງນັ້ນຄືນມາ. ນີ້ຄືແຜນການຂອງພຣະອົງ.

ທຸກຄົນທີ່ເຂົ້າມາໃນໂລກນີ້ຕ້ອງຜ່ານຊີວິດ ແລະ ຄວາມຕາຍ ແລະ ພວກເຂົາສ່ວນຫຼາຍໄດ້ຜ່ານວົງຈອນແຫ່ງຄວາມຕາຍ ແລະ ການເກີດໃໝ່ທັງນັ້ນ. ຄົນທີ່ມີຊີວິດຢູ່ກໍຈະຕາຍໃນອີກບໍ່ດົນ ແລະ ຄົນທີ່ຕາຍກໍຈະກັບມາໃນອີກບໍ່ດົນ. ທຸກສິ່ງຢ່າງແມ່ນເສັ້ນທາງແຫ່ງຊີວິດທີ່ໄດ້ຖືກຈັດແຈງໂດຍພຣະເຈົ້າໃຫ້ກັບທຸກສິ່ງທີ່ມີຊີວິດ. ເຖິງຢ່າງໃດກໍຕາມ ເສັ້ນທາງນີ້ ແລະ ວົງຈອນນີ້ແມ່ນຄວາມຈິງທີ່ພຣະເຈົ້າປາຖະໜາຢາກໃຫ້ມະນຸດເຫັນຢ່າງແນ່ນອນ: ຊີວິດທີ່ພຣະເຈົ້າປະທານໃຫ້ກັບມະນຸດແມ່ນບໍ່ມີຈຳກັດ, ເປັນອິດສະລະຈາກດ້ານຮ່າງກາຍ, ເວລາ ຫຼື ອາກາດ. ສິ່ງດັ່ງກ່າວແມ່ນຄວາມລຶກລັບຂອງຊີວິດທີ່ພຣະເຈົ້າປະທານໃຫ້ກັບມະນຸດ ແລະ ເປັນເຄື່ອງພິສູດວ່າ ຊີວິດມາຈາກພຣະອົງ. ເຖິງແມ່ນວ່າ ຫຼາຍຄົນອາດບໍ່ເຊື່ອວ່າຊີວິດມາຈາກພຣະເຈົ້າ, ມະນຸດກໍມີຄວາມສຸກກັບທຸກສິ່ງທີ່ມາຈາກພຣະເຈົ້າຢ່າງຫຼີກເວັ້ນບໍ່ໄດ້, ບໍ່ວ່າພວກເຂົາຈະເຊື່ອ ຫຼື ປະຕິເສດການມີຢູ່ຂອງພຣະເຈົ້າກໍຕາມ. ຖ້າມື້ໜຶ່ງພຣະເຈົ້າປ່ຽນໃຈກະທັນຫັນ ແລະ ປາຖະໜາທີ່ຈະຮຽກຮ້ອງເອົາທຸກສິ່ງທີ່ເກີດຂຶ້ນໃນໂລກນີ້ກັບຄືນ ແລະ ເອົາຊີວິດທີ່ພຣະອົງມອບໃຫ້ຄືນມາ ແລ້ວທຸກສິ່ງກໍຈະບໍ່ມີຢູ່ອີກຕໍ່ໄປ. ພຣະເຈົ້າໃຊ້ຊີວິດຂອງພຣະອົງເພື່ອສະໜອງທຸກສິ່ງ ທັງສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດ, ນໍາທຸກຢ່າງມາສູ່ຄວາມເປັນລະບຽບທີ່ດີໂດຍວິທີທາງແຫ່ງລິດທານຸພາບ ແລະ ສິດອຳນາດຂອງພຣະອົງ. ນີ້ຄືຄວາມຈິງທີ່ບໍ່ມີໃຜສາມາດຄົ້ນຄິດຂຶ້ນໄດ້ ຫຼື ເຂົ້າໃຈໄດ້ ແລະ ຄວາມຈິງທີ່ບໍ່ສາມາດເຂົ້າໃຈໄດ້ເຫຼົ່ານີ້ແມ່ນການສະແດງອອກ ແລະ ການປະຈັກພະຍານເຖິງພະລັງຊີວິດຂອງພຣະເຈົ້າ. ບັດນີ້ ເຮົາຈະບອກຄວາມລັບໃຫ້ກັບເຈົ້າ: ຄວາມຍິ່ງໃຫຍ່ຂອງຊີວິດຂອງພຣະເຈົ້າ ແລະ ລິດອຳນາດແຫ່ງຊີວິດຂອງພຣະອົງແມ່ນບໍ່ສາມາດຢັ່ງເຖິງໄດ້ໂດຍສິ່ງຖືກສ້າງໃດໆ. ມັນເປັນແບບນີ້ໃນປັດຈຸບັນ, ດັ່ງທີ່ມັນເປັນໃນອະດີດ ແລະ ມັນກໍຈະເປັນແບບນີ້ໃນອະນາຄົດ. ຄວາມລັບທີສອງທີ່ເຮົາຈະບອກໃຫ້ຮູ້ຄື: ແຫຼ່ງກຳເນີດຊີວິດມາຈາກພຣະເຈົ້າ, ສໍາລັບທຸກສິ່ງທີ່ຖືກສ້າງ ບໍ່ວ່າພວກເຂົ້າຈະມີລັກສະນະ ຫຼື ໂຄງສ້າງທີ່ແຕກຕ່າງກັນກໍຕາມ. ບໍ່ວ່າເຈົ້າຈະເປັນສິ່ງມີຊີວິດປະເພດໃດກໍຕາມ ເຈົ້າບໍ່ສາມາດຝືນເສັ້ນທາງໂຄຈອນແຫ່ງຊີວິດທີ່ພຣະເຈົ້າໄດ້ກຳນົດໄວ້.​ ຢ່າງໃດກໍຕາມ ທຸກສິ່ງທີ່ເຮົາປາຖະໜາກໍຄືໃຫ້ມະນຸດເຂົ້າໃຈສິ່ງນີ້: ຫາກປາສະຈາກການດູແລ, ການຮັກສາ ແລະ ການຈັດກຽມຂອງພຣະເຈົ້າ, ມະນຸດບໍ່ສາມາດຮັບທຸກສິ່ງທີ່ເຂົາຄວນຈະໄດ້ຮັບ, ບໍ່ວ່າເຂົາຈະພະຍາຍາມຢ່າງພາກພຽນພຽງໃດກໍຕາມ ຫຼື ບໍ່ວ່າເຂົາຈະດີ້ນລົນຢ່າງລໍາບາກພຽງໃດກໍຕາມ. ຖ້າປາສະຈາກການສະໜອງຊີວິດຈາກພຣະເຈົ້າ ມະນຸດກໍຈະສູນເສຍຄວາມຮູ້ສຶກແຫ່ງຄຸນຄ່າຂອງການມີຊີວິດ ແລະ ຄວາມຮູ້ສຶກຂອງຄວາມໝາຍໃນຊີວິດ. ພຣະເຈົ້າຈະປ່ອຍໃຫ້ມະນຸດ ຜູ້ທີ່ເຮັດໃຫ້ຊີວິດຂອງພຣະເຈົ້າເສຍຄຸນຄ່າຢ່າງໄຮ້ເຫດຜົນ ລອຍນວນຢູ່ໄດ້ແນວໃດ? ດັ່ງທີ່ເຮົາໄດ້ກ່າວໄປກ່ອນໜ້ານີ້: ຢ່າລືມວ່າພຣະເຈົ້າແມ່ນແຫຼ່ງກຳເນີດຂອງຊີວິດຂອງເຈົ້າ.​ ຖ້າມະນຸດລົ້ມເຫຼວທີ່ຈະຖະໜອມທຸກສິ່ງທີ່ພຣະເຈົ້າມອບໃຫ້ ບໍ່ພຽງແຕ່ພຣະເຈົ້າຈະເອົາສິ່ງທີ່ພຣະອົງມອບໃຫ້ໃນເບື້ອງຕົ້ນນັ້ນກັບຄືນ ແຕ່ພຣະອົງຈະບັງຄັບໃຫ້ມະນຸດຊົດໃຊ້ສອງເທົ່າຂອງລາຄາທັງໝົດທີ່ພຣະອົງໄດ້ມອບໃຫ້.

ວັນທີ 26 ພຶດສະພາ 2003

​ກ່ອນ​ນີ້ :ພວກເຈົ້າຄວນພິຈາລະນາການກະທຳຂອງພວກເຈົ້າ

ຕໍ່​ໄປ:ການຄໍ່າຄວນຂອງອົງຊົງລິດທານຸພາບສູງສຸດ

ທ່ານອາດຈະຍັງມັກ