ພຣະເຈົ້າຊົງມີອຳນາດສູງສຸດເໜືອໂຊກຊະຕາຂອງມະນຸດຊາດທັງປວງ
ໃນຖານະທີ່ເປັນສະມາຊິກຂອງຊົນຊາດມະນຸດ ແລະ ຄຣິດສະຕຽນທີ່ເຫຼື້ອມໃສສັດທາ, ມັນຄືຄວາມຮັບຜິດຊອບ ແລະ ພັນທະຂອງພວກເຮົາທຸກຄົນທີ່ຈະຖວາຍຈິດໃຈ ແລະ ຮ່າງກາຍຂອງພວກເຮົາເພື່ອບັນລຸຕາມການມອບໝາຍຂອງພຣະເຈົ້າ, ຍ້ອນການເປັນຢູ່ທັງໝົດຂອງພວກເຮົາແມ່ນມາຈາກພຣະເຈົ້າ ແລະ ມັນດໍາລົງຢູ່ໄດ້ຍ້ອນອຳນາດອະທິປະໄຕຂອງພຣະເຈົ້າ. ຖ້າຈິດໃຈ ແລະ ຮ່າງກາຍຂອງພວກເຮົາບໍ່ແມ່ນເພື່ອການມອບໝາຍຂອງພຣະເຈົ້າ ແລະ ບໍ່ແມ່ນເພື່ອພາລະກິດທີ່ທ່ຽງທຳຂອງມະນຸດຊາດ ແລ້ວຈິດວິນຍານຂອງພວກເຮົາກໍຈະຮູ້ສຶກບໍ່ສົມຄວນແກ່ຜູ້ຄົນທີ່ຍອມເສຍສະຫຼະຊີວິດເພື່ອພັນທະກິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍບໍ່ສົມຄວນແກ່ພຣະເຈົ້າ ຜູ້ເຊິ່ງສະໜອງທຸກສິ່ງທຸກຢ່າງໃຫ້ກັບພວກເຮົາ.
ພຣະເຈົ້າໄດ້ສ້າງໂລກນີ້, ພຣະອົງໄດ້ສ້າງມະນຸດຊາດນີ້ ແລະ ຍິ່ງໄປກວ່ານັ້ນ ພຣະອົງເປັນຜູ້ສ້າງວັດທະນະທຳຂອງຊາວເກຣັກບູຮານ ແລະ ອາລິຍະທຳຂອງມະນຸດ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ປອບໂຍນມະນຸດຊາດນີ້ ແລະ ມີພຽງພຣະເຈົ້າເທົ່ານັ້ນທີ່ດູແລມະນຸດຊາດທັງກາງຄືນ ແລະ ກາງເວັນ. ການພັດທະນາ ແລະ ຄວາມກ້າວໜ້າຂອງມະນຸດແມ່ນບໍ່ສາມາດແຍກອອກຈາກອຳນາດອະທິປະໄຕຂອງພຣະເຈົ້າໄດ້ ແລະ ປະຫວັດສາດ ແລະ ອະນາຄົດຂອງມະນຸດຊາດບໍ່ສາມາດໜີລອດຈາກແບບແຜນຂອງພຣະເຈົ້າໄດ້. ຖ້າເຈົ້າເປັນຊາວຄຣິສທີ່ແທ້ຈິງ ແລ້ວເຈົ້າກໍຈະເຊື່ອຢ່າງແນ່ນອນວ່າ ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຫຼົ້ມຈົມຂອງປະເທດ ຫຼື ຊົນຊາດໃດກໍຕາມແມ່ນເກີດຂຶ້ນຕາມແບບແຜນຂອງພຣະເຈົ້າ. ພຣະເຈົ້າເທົ່ານັ້ນທີ່ຮູ້ຈັກຊະຕາກໍາຂອງປະເທດຊາດ ຫຼື ຊົນຊາດໃດໜຶ່ງໄດ້ ແລະ ພຣະເຈົ້າເທົ່ານັ້ນທີ່ຄວບຄຸມທິດທາງຂອງມະນຸດຊາດນີ້ໄດ້. ຖ້າມະນຸດຊາດປາຖະໜາທີ່ຈະມີຊະຕາກໍາທີ່ດີ, ຖ້າປະເທດໃດໜຶ່ງປາຖະໜາທີ່ຈະມີຊະຕາກໍາທີ່ດີ ມະນຸດຊາດທັງປວງກໍຕ້ອງກາບລົງຕໍ່ໜ້າພຣະເຈົ້າ ແລະ ນະມັດສະການພຣະອົງ ແລະ ມາຢູ່ຕໍ່ໜ້າພຣະເຈົ້າເພື່ອສຳນຶກຜິດ ແລະ ສາລະພາບບາບຕໍ່ພຣະອົງ ຫຼື ບໍ່ດັ່ງນັ້ນ ຊະຕາກໍາ ແລະ ຈຸດໝາຍປາຍທາງຂອງມະນຸດຊາດຈະເປັນມະຫາໄພທີ່ບໍ່ສາມາດຫຼີກລ່ຽງໄດ້ຢ່າງແນ່ນອນ.
ໃຫ້ຫວນກັບໄປເບິ່ງໃນຊ່ວງເວລາເມື່ອໂນອາສ້າງເຮືອສຳເພົາ: ມະນຸດຊາດເສື່ອມຊາມຫຼາຍ, ຜູ້ຄົນໄດ້ຫັນໜີຈາກການອວຍພອນຂອງພຣະເຈົ້າ, ພຣະເຈົ້າບໍ່ໄດ້ດູແລພວກເຂົາອີກຕໍ່ໄປ ແລະ ພວກເຂົາໄດ້ສູນເສຍພຣະສັນຍາຂອງພຣະເຈົ້າ. ພວກເຂົາອາໄສຢູ່ໃນຄວາມມືດ ໂດຍປາສະຈາກແສງສະຫວ່າງຂອງພຣະເຈົ້າ. ສະນັ້ນ ພວກເຂົາຈຶ່ງປາສະຈາກສິນລະທຳໂດຍທຳມະຊາດ ແລະ ປະຖິ້ມຕົວພວກເຂົາເອງໃຫ້ກັບຄວາມຊົ່ວຊ້າຢ່າງເສື່ອມເສຍ. ຄົນປະເພດນີ້ບໍ່ສາມາດຮັບພຣະສັນຍາຂອງພຣະເຈົ້າອີກຕໍ່ໄປ; ພວກເຂົາບໍ່ສົມຄວນເປັນພະຍານເຖິງໃບໜ້າຂອງພຣະເຈົ້າ ຫຼື ໄດ້ຍິນສຽງຂອງພຣະເຈົ້າ, ຍ້ອນພວກເຂົາໄດ້ປະຖິ້ມພຣະເຈົ້າ, ໄດ້ປະຖິ້ມທຸກຢ່າງທີ່ພຣະອົງປະທານໃຫ້ກັບພວກເຂົາ ແລະ ໄດ້ລືມຄໍາສັ່ງສອນຂອງພຣະເຈົ້າ. ຫົວໃຈຂອງພວກເຂົາໄດ້ຫັນໜີຈາກພຣະເຈົ້າໄກອອກໄປເລື້ອຍໆ ແລະ ເມື່ອເປັນດັ່ງນັ້ນ ພວກເຂົາຈຶ່ງໄດ້ກາຍມາເປັນຄົນທີ່ຊົ່ວຊ້າເກີນເຫດຜົນທັງໝົດ ແລະ ຄວາມເປັນມະນຸດ ແລະ ຍິ່ງຊົ່ວຮ້າຍເພີ່ມຂຶ້ນເລື້ອຍໆ. ແລ້ວພວກເຂົາກໍ່ໄດ້ຍ່າງເຂົ້າໃກ້ຄວາມຕາຍຫຼາຍຂຶ້ນ ແລະ ຕົກຢູ່ພາຍໃຕ້ຄວາມໂກດຮ້າຍ ແລະ ການລົງໂທດຂອງພຣະເຈົ້າ. ມີພຽງແຕ່ໂນອາທີ່ນະມັດສະການພຣະເຈົ້າ ແລະ ຫຼົບຫຼີກສິ່ງຊົ່ວຮ້າຍ ແລະ ດ້ວຍເຫດນັ້ນ ເພິ່ນຈຶ່ງສາມາດໄດ້ຍິນສຽງຂອງພຣະເຈົ້າ ແລະ ໄດ້ຍິນຄຳສັ່ງສອນຂອງພຣະອົງ. ເພິ່ນໄດ້ສ້າງເຮືອສຳເພົາຕາມຄຳສັ່ງແຫ່ງພຣະທຳຂອງພຣະເຈົ້າ ແລະ ຮວບຮວມສິ່ງທີ່ມີຊີວິດທຸກປະເພດ. ດ້ວຍເຫດນີ້ ເມື່ອທຸກສິ່ງຖືກຕຽມການໄວ້ແລ້ວ, ພຣະເຈົ້າກໍປ່ອຍການທຳລາຍລ້າງຂອງພຣະອົງມາເທິງແຜ່ນດິນໂລກ. ມີພຽງແຕ່ໂນອາ ແລະ ສະມາຊິກຄົນອື່ນອີກເຈັດຄົນເທົ່ານັ້ນທີ່ລອດຈາກການທຳລາຍລ້າງນັ້ນ ຍ້ອນໂນອານະມັດສະການພຣະເຢໂຮວາ ແລະ ຫຼົບຫຼີກສິ່ງຊົ່ວຮ້າຍ.
ບັດນີ້ ຈົ່ງເບິ່ງຍຸກປັດຈຸບັນ: ຄົນຊອບທຳເຊັ່ນ ໂນອາ, ຜູ້ທີ່ສາມາດນະມັດສະການພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ, ແມ່ນບໍ່ມີອີກຕໍ່ໄປແລ້ວ. ເຖິງຢ່າງໃດກໍຕາມ ພຣະເຈົ້າຍັງຊົງເມດຕາຕໍ່ມະນຸດຊາດນີ້ ແລະ ຍັງສະແດງຄວາມຜ່ອນຜັນຕໍ່ມະນຸດຊາດໃນຍຸກສຸດທ້າຍນີ້. ພຣະເຈົ້າກຳລັງສະແຫວງຫາຜູ້ທີ່ປາຖະໜາໃຫ້ພຣະອົງປາກົດຕົວ, ສະແຫວງຫາຜູ້ທີ່ເອົາໃຈໃສ່ພຣະທຳຂອງພຣະອົງ, ສະແຫວງຫາຜູ້ທີ່ບໍ່ລືມພຣະບັນຊາຂອງພຣະອົງ ແລະ ຖວາຍຫົວໃຈ ແລະ ຮ່າງກາຍຂອງພວກເຂົາແດ່ພຣະອົງ ແລະ ສະແຫວງຫາຜູ້ທີ່ອ່ອນນ້ອມ ແລະ ບໍ່ຕໍ່ຕ້ານຄືກັບແອນ້ອຍທີ່ຢູ່ຕໍ່ໜ້າພຣະອົງ. ຖ້າເຈົ້າອຸທິດຕົນແດ່ພຣະເຈົ້າ, ໂດຍບໍ່ຖືກຂັດຂວາງຈາກອຳນາດໃດໆ, ແລ້ວເຈົ້າກໍຈະເປັນຜູ້ທີ່ພຣະເຈົ້າເບິ່ງດ້ວຍຄວາມໂປດປານ ແລະ ເຈົ້າກໍຈະເປັນຜູ້ທີ່ພຣະເຈົ້າອວຍພອນ. ຖ້າເຈົ້າມີຖານະສູງ, ມີຊື່ສຽງທີ່ຍິ່ງໃຫຍ່, ມີຄວາມຮູ້ຫຼວງຫຼາຍ, ມີຊັບສິນຫຼວງຫຼາຍ ແລະ ມີການສະໜັບສະໜູນຈາກຜູ້ຄົນຈຳນວນຫຼາຍ, ແຕ່ເຈົ້າຍັງຄົງບໍ່ຖືກລົບກວນໂດຍສິ່ງເຫຼົ່ານີ້ ແລະ ຍັງຄົງມາຢູ່ຕໍ່ໜ້າພຣະເຈົ້າ ເພື່ອຍອມຮັບການເອີ້ນຂອງພຣະອົງ ແລະ ພຣະບັນຊາຂອງພຣະອົງ ແລະ ເພື່ອເຮັດໃນສິ່ງທີ່ພຣະເຈົ້າຂໍໃຫ້ເຈົ້າເຮັດ, ແລ້ວທຸກສິ່ງທີ່ເຈົ້າເຮັດກໍຈະເປັນພາລະກິດທີ່ມີຄວາມໝາຍທີ່ສຸດເທິງແຜ່ນດິນໂລກ ແລະ ເປັນກິດຈະການທີ່ເປັນທຳທີ່ສຸດຂອງມະນຸດຊາດ. ຖ້າເຈົ້າປະຕິເສດການເອີ້ນຂອງພຣະເຈົ້າ ຍ້ອນເຫັນແກ່ຖານະ ແລະ ເປົ້າໝາຍຂອງເຈົ້າເອງ, ທຸກສິ່ງທີ່ເຈົ້າເຮັດກໍຈະຖືກສາບແຊ່ງ ແລະ ຍິ່ງໄປກວ່ານັ້ນ ແມ່ນຈະຖືກພຣະເຈົ້າກຽດຊັງ. ບາງເທື່ອ ເຈົ້າເປັນປະທານປະເທດ, ນັກວິທະຍາສາດ, ສິດຍາພິບານ ຫຼື ເຖົ້າແກ່, ແຕ່ບໍ່ວ່າຕໍາແໜ່ງຂອງເຈົ້າຈະສູງສົ່ງສໍ່າໃດກໍຕາມ, ຖ້າເຈົ້າເພິ່ງພາຄວາມຮູ້ ແລະ ຄວາມສາມາດຂອງເຈົ້າໃນພາລະໜ້າທີ່ຂອງເຈົ້າ, ແລ້ວເຈົ້າກໍຈະເປັນຄົນລົ້ມເຫຼວຢູ່ສະເໝີ ແລະ ຈະສູນເສຍການອວຍພອນຂອງພຣະເຈົ້າຕະຫຼອດເວລາ, ເພາະພຣະເຈົ້າບໍ່ຍອມຮັບຫຍັງເລີຍທີ່ເຈົ້າເຮັດ ແລະ ພຣະອົງຈະບໍ່ຍອມຮັບວ່າ ອາຊີບຂອງເຈົ້າເປັນອາຊີບທີ່ທ່ຽງທຳ ຫຼື ຍອມຮັບວ່າ ເຈົ້າກຳລັງເຮັດວຽກເພື່ອຜົນປະໂຫຍດຂອງມະນຸດຊາດ. ພຣະອົງຈະເວົ້າວ່າ ທຸກສິ່ງທີ່ເຈົ້າເຮັດແມ່ນການນໍາໃຊ້ຄວາມຮູ້ ແລະ ອໍານາດຂອງມະນຸດເພື່ອຜັກການປົກປ້ອງຂອງພຣະເຈົ້າອອກຫ່າງຈາກມະນຸດ ແລະ ກໍ່ເປັນເຊັ່ນນັ້ນເພື່ອປະຕິເສດການອວຍພອນຂອງພຣະເຈົ້າ. ພຣະອົງຈະກ່າວວ່າ ເຈົ້າກຳລັງນໍາພາມະນຸດຊາດໄປສູ່ຄວາມມືດ, ສູ່ຄວາມຕາຍ ແລະ ສູ່ການເລີ່ມຕົ້ນຂອງການເປັນຢູ່ທີ່ປາສະຈາກຂໍ້ຈຳກັດ ເຊິ່ງມະນຸດໄດ້ສູນເສຍພຣະເຈົ້າ ແລະ ການອວຍພອນຂອງພຣະອົງ.
ນັບຕັ້ງແຕ່ການກຳເນີດຂອງວິທະຍາສາດສັງຄົມ, ວິທະຍາສາດ ແລະ ຄວາມຮູ້ໄດ້ຄອບຄອງຫົວໃຈຂອງມະນຸດ. ຈາກນັ້ນ ວິທະຍາສາດ ແລະ ຄວາມຮູ້ກໍໄດ້ກາຍເປັນເຄື່ອງມືສຳລັບການປົກຄອງມະນຸດ, ເຮັດໃຫ້ພວກເຂົາບໍ່ມີພື້ນທີ່ພຽງພໍທີ່ຈະນະມັດສະການພຣະເຈົ້າ ແລະ ບໍ່ມີເງື່ອນໄຂທີ່ເອື້ອອຳນວຍຫຼາຍພໍສຳລັບການນະມັດສະການພຣະເຈົ້າ. ຕຳແໜ່ງຂອງພຣະເຈົ້າໃນຫົວໃຈຂອງມະນຸດທັງປວງໄດ້ຫຼຸດຕໍ່າລົງເລື້ອຍໆ. ເມື່ອປາສະຈາກພື້ນທີ່ສຳລັບພຣະເຈົ້າໃນຫົວໃຈ, ໂລກພາຍໃນຂອງມະນຸດກໍມືດມົນ, ມັນສິ້ນຫວັງ ແລະ ມັນຫວ່າງເປົ່າ. ຕໍ່ມາຈຶ່ງໄດ້ເກີດມີນັກວິທະຍາສາດສັງຄົມຫຼາຍຄົນ, ນັກປະຫວັດສາດ ແລະ ນັກການເມືອງເກີດຂຶ້ນເພື່ອອະທິບາຍທິດສະດີແຫ່ງວິທະຍາສາດສັງຄົມ, ທິດສະດີແຫ່ງການວິວັດທະນາການຂອງມະນຸດ ແລະ ທິດສະດີອື່ນໆທີ່ຂັດແຍ່ງກັບຄວາມຈິງທີ່ພຣະເຈົ້າໄດ້ສ້າງມວນມະນຸດ, ເພື່ອເຕີມເຕັມຫົວໃຈ ແລະ ຄວາມຄິດຂອງມະນຸດ. ແລ້ວໃນລັກສະນະນີ້, ຄົນທີ່ເຊື່ອວ່າ ພຣະເຈົ້າໄດ້ສ້າງທຸກສິ່ງ ກໍຍິ່ງໜ້ອຍລົງ ແລະ ຄົນທີ່ເຊື່ອໃນທິດສະດີແຫ່ງວິວັດທະນາການກໍຍິ່ງມີຈຳນວນຫຼາຍຂຶ້ນ. ນອກຈາກນັ້ນ ຄົນທີ່ເຫັນບັນທຶກກ່ຽວກັບວຽກງານຂອງພຣະເຈົ້າ ແລະ ພຣະທຳຂອງພຣະອົງໃນຍຸກແຫ່ງພຣະສັນຍາເດີມວ່າເປັນພຽງເລື່ອງເລົ່າ ແລະ ຕຳນານ ກໍມີຫຼາຍຂຶ້ນເລື້ອຍໆ. ກຽດສັກສີຂອງພຣະເຈົ້າ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າໄດ້ຄ່ອຍໆຫາຍໄປໃນຫົວໃຈຂອງຜູ້ຄົນ ແລະ ການມີຢູ່ຂອງພຣະເຈົ້າ ແລະ ຫຼັກຄໍາສອນທີ່ວ່າ ພຣະເຈົ້າມີອຳນາດສູງສຸດເໜືອສັບພະສິ່ງທັງປວງໄດ້ຄ່ອຍໆຫາຍໄປໃນຫົວໃຈຂອງຜູ້ຄົນ. ການມີຊີວິດລອດຂອງມວນມະນຸດ ແລະ ຊະຕາກໍາຂອງປະເທດ ແລະ ຊົນຊາດບໍ່ສຳຄັນກັບພວກເຂົາອີກຕໍ່ໄປແລ້ວ ແລະ ມວນມະນຸດດຳລົງຊີວິດຢູ່ໃນໂລກທີ່ວ່າງເປົ່າ ເຊິ່ງສົນໃຈແຕ່ການກິນ, ດື່ມ ແລະ ສະແຫວງຫາຄວາມພໍໃຈເທົ່ານັ້ນ... ມີຄົນສ່ວນໜ້ອຍທີ່ຈະສະແຫວງຫາດ້ວຍຕົນເອງວ່າ ພຣະເຈົ້າປະຕິບັດວຽກງານຂອງພຣະອົງໃນປັດຈຸບັນຢູ່ບ່ອນໃດ ຫຼື ຄົ້ນຫາວິທີທີ່ພຣະອົງມີອຳນາດສູງສຸດ ແລະ ຈັດແຈງຈຸດໝາຍປາຍທາງຂອງມວນມະນຸດ. ດ້ວຍວິທີນີ້, ໂດຍທີ່ມະນຸດບໍ່ຮູ້ຕົວ, ອາລິຍະທຳຂອງມະນຸດກໍຍິ່ງບໍ່ສາມາດດຳເນີນໄປຕາມຄວາມປາຖະໜາຂອງມະນຸດໄດ້ ແລະ ເຖິງກັບມີຄົນຈຳນວນຫຼາຍທີ່ຮູ້ສຶກກັບກັນວ່າ ການດຳລົງຊີວິດຢູ່ໃນໂລກແບບນີ້ ບໍ່ມີຄວາມສຸກເທົ່າກັບຄົນທີ່ໄດ້ຈາກໂລກນີ້ໄປແລ້ວ. ແມ່ນແຕ່ຄົນໃນປະເທດທີ່ເຄີຍມີຄວາມສີວິໄລສູງກໍຈົ່ມກັບຄວາມທຸກດັ່ງກ່າວ. ເພາະຖ້າປາສະຈາກການຊີ້ແນະຂອງພຣະເຈົ້າ, ເຖິງແມ່ນວ່າບັນດາຜູ້ປົກຄອງ ແລະ ນັກສັງຄົມວິທະຍາຈະຄິດຈົນສຸດຄວາມສາມາດເພື່ອຮັກສາອາລິຍະທຳຂອງມະນຸດໄວ້, ມັນກໍບໍ່ມີປະໂຫຍດຫຍັງ. ບໍ່ມີໃຜສາມາດເຕີມເຕັມຄວາມວ່າງເປົ່າໃນຫົວໃຈຂອງມະນຸດໄດ້, ເພາະບໍ່ມີໃຜສາມາດເປັນຊີວິດຂອງມະນຸດໄດ້ ແລະ ບໍ່ມີວາທະສິນໃດຂອງສັງຄົມທີ່ສາມາດປົດປ່ອຍມະນຸດຈາກບັນຫາຂອງຄວາມຫວ່າງເປົ່າໄດ້. ວິທະຍາສາດ, ຄວາມຮູ້, ເສລີພາບ, ປະຊາທິປະໄຕ, ຄວາມເພີດເພີນ ແລະ ຄວາມສະດວກສະບາຍນຳມາພຽງແຕ່ການປອບໂຍນຊົ່ວຄາວໃຫ້ແກ່ມະນຸດເທົ່ານັ້ນ. ເຖິງແມ່ນວ່າຈະມີສິ່ງເຫຼົ່ານີ້, ມວນມະນຸດກໍຍັງຄົງເຮັດບາບ ແລະ ຈົ່ມກ່ຽວກັບຄວາມບໍ່ຍຸຕິທຳຂອງສັງຄົມຢ່າງຫຼີກລ່ຽງບໍ່ໄດ້. ການມີສິ່ງເຫຼົ່ານີ້ບໍ່ສາມາດຂັດຂວາງຄວາມປາຖະໜາ ແລະ ຄວາມຕ້ອງການຂອງມວນມະນຸດທີ່ຈະຄົ້ນຫາໄດ້. ນີ້ກໍຍ້ອນວ່າມະນຸດຖືກສ້າງຂຶ້ນໂດຍພຣະເຈົ້າ ແລະ ການເສຍສະລະ ພ້ອມທັງການຄົ້ນຫາທີ່ໄຮ້ຄວາມໝາຍຂອງມວນມະນຸດມີແຕ່ຈະນຳຄວາມກຸ້ມໃຈມາສູ່ມະນຸດຫຼາຍຂຶ້ນເລື້ອຍໆ ແລະ ເຮັດໃຫ້ມະນຸດຢູ່ໃນສະພາວະຂອງຄວາມຢ້ານກົວຢູ່ຕະຫຼອດເວລາ, ບໍ່ຮູ້ວ່າຈະປະເຊີນກັບອະນາຄົດຂອງມະນຸດຊາດ ແລະ ບໍ່ຮູ້ວ່າຈະປະເຊີນກັບເສັ້ນທາງທີ່ຢູ່ຂ້າງໜ້າແນວໃດ, ຈົນເຖິງຂັ້ນທີ່ມວນມະນຸດເຖິງກັບຢ້ານກົວວິທະຍາສາດ, ຢ້ານກົວຄວາມຮູ້ ແລະ ຍິ່ງໄປກວ່ານັ້ນຄືຢ້ານກົວຄວາມຮູ້ສຶກທີ່ວ່າງເປົ່າ. ໃນໂລກນີ້ ບໍ່ວ່າເຈົ້າຈະດຳລົງຊີວິດຢູ່ໃນປະເທດເສລີ ຫຼື ປະເທດທີ່ປາສະຈາກສິດທິມະນຸດ, ເຈົ້າກໍບໍ່ສາມາດຫຼົບໜີຈາກຊະຕາກໍາຂອງມະນຸດໄດ້ຢ່າງແທ້ຈິງ. ບໍ່ວ່າເຈົ້າຈະເປັນຜູ້ປົກຄອງ ຫຼື ຄົນທີ່ຖືກປົກຄອງ, ເຈົ້າກໍບໍ່ສາມາດຫຼົບໜີຈາກຄວາມປາຖະໜາທີ່ຈະຄົ້ນຫາຊະຕາກໍາ, ຄວາມລຶກລັບ ແລະ ຈຸດໝາຍປາຍທາງຂອງມະນຸດຊາດໄດ້ຢ່າງແທ້ຈິງ ແລ້ວແຮງໄກທີ່ເຈົ້າຈະສາມາດຫຼົບໜີຈາກຄວາມຮູ້ສຶກວ່າງເປົ່າອັນຍາກທີ່ຈະອະທິບາຍນັ້ນໄດ້. ປະກົດການດັ່ງກ່າວ ເຊິ່ງເກີດຂຶ້ນກັບມະນຸດຊາດທັງໝົດ ນັກສັງຄົມສາດເອີ້ນວ່າ ປະກົດການທາງສັງຄົມ, ແຕ່ກໍບໍ່ມີຄົນຜູ້ຍິ່ງໃຫຍ່ຄົນໃດສາມາດອອກມາແກ້ໄຂບັນຫາເຫຼົ່ານີ້ໄດ້. ໃນທີ່ສຸດແລ້ວ ມະນຸດກໍຄືມະນຸດ ແລະ ບໍ່ມີຄົນໃດສາມາດແທນທີ່ສະຖານະຂອງພຣະເຈົ້າ ແລະ ຊີວິດຂອງພຣະເຈົ້າໄດ້. ສິ່ງທີ່ມະນຸດຊາດຕ້ອງການບໍ່ແມ່ນພຽງແຕ່ສັງຄົມທີ່ຍຸຕິທຳ ເຊິ່ງຜູ້ຄົນໄດ້ກິນອີ່ມ, ທຸກຄົນມີຄວາມສະເໝີພາບ ແລະ ທຸກຄົນມີເສລີພາບ; ສິ່ງທີ່ມວນມະນຸດຕ້ອງການຄືຄວາມລອດພົ້ນຂອງພຣະເຈົ້າ ແລະ ການສະໜອງຊີວິດຂອງພຣະອົງໃຫ້ແກ່ພວກເຂົາ. ມີພຽງແຕ່ເມື່ອມວນມະນຸດໄດ້ຮັບການສະໜອງຊີວິດຂອງພຣະເຈົ້າ ແລະ ຄວາມລອດພົ້ນຂອງພຣະອົງເທົ່ານັ້ນ ຄວາມຕ້ອງການຂອງພວກເຂົາ, ຄວາມປາຖະໜາທີ່ຈະຄົ້ນຫາຂອງພວກເຂົາ ແລະ ຄວາມວ່າງເປົ່າໃນຫົວໃຈຂອງພວກເຂົາຈຶ່ງຈະສາມາດໄດ້ຮັບການແກ້ໄຂ. ຖ້າມະນຸດທີ່ຢູ່ໃນປະເທດ ຫຼື ຊົນຊາດໃດໜຶ່ງບໍ່ສາມາດໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າ ແລະ ການທີ່ພຣະເຈົ້າເຝົ້າເບິ່ງພວກເຂົາ, ເມື່ອເປັນແນວນັ້ນປະເທດ ຫຼື ຊົນຊາດນັ້ນກໍຈະກ້າວໄປສູ່ຄວາມເສື່ອມໂຊມ, ໄປສູ່ຄວາມມືດມົນ ແລະ ດ້ວຍເຫດນັ້ນ ມັນກໍຈະຖືກທຳລາຍໂດຍພຣະເຈົ້າ.
ບາງເທື່ອປະເທດຂອງເຈົ້າກຳລັງຈະເລີນຮຸ່ງເຮືອງໃນປັດຈຸບັນ ແຕ່ຖ້າເຈົ້າປ່ອຍໃຫ້ຄົນຂອງເຈົ້າຫັນໜີຈາກພຣະເຈົ້າ ແລ້ວປະເທດຂອງເຈົ້າກໍຈະພົບກັບການສູນເສຍການອວຍພອນຂອງພຣະເຈົ້າຫຼາຍຂຶ້ນເລື້ອຍໆ. ອາລິຍະທຳຂອງປະເທດຂອງເຈົ້າອາດຈະຖືກຢຽບຢ່ຳຢູ່ໃຕ້ຕີນເທື່ອລະໜ້ອຍ ແລະ ອີກບໍ່ດົນ ຜູ້ຄົນກໍຈະລຸກຮືຂຶ້ນຕໍ່ຕ້ານພຣະເຈົ້າ ແລະ ສາບແຊ່ງສະຫວັນ. ດ້ວຍເຫດນັ້ນ ຊະຕາກໍາຂອງປະເທດໃດໜຶ່ງອາດຈະຖືກທຳລາຍໂດຍບໍ່ຮູ້ຕົວ. ພຣະເຈົ້າຈະສ້າງປະເທດມະຫາອຳນາດຂຶ້ນເພື່ອຕອບໂຕ້ປະເທດເຫຼົ່ານັ້ນທີ່ຖືກພຣະເຈົ້າສາບແຊ່ງ ແລະ ອາດຈະກວດລ້າງພວກເຂົາອອກຈາກໜ້າແຜ່ນດິນໂລກ. ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມລົ້ມຈົມຂອງປະເທດ ຫຼື ຊົນຊາດໃດໜຶ່ງແມ່ນໄດ້ຖືກທໍານາຍໄວ້ແລ້ວ ແລະ ຂຶ້ນຢູ່ກັບວ່າ ຜູ້ປົກຄອງຂອງປະເທດ ຫຼື ຊົນຊາດນັ້ນຈະນະມັດສະການພຣະເຈົ້າ ຫຼື ບໍ ແລະ ພວກເຂົາຈະນໍາພາປະຊາຊົນຂອງພວກເຂົາໃກ້ຊິດກັບພຣະອົງຫຼາຍຍິ່ງຂຶ້ນ ຫຼື ບໍ່. ເຖິງຢ່າງໃດກໍຕາມ ໃນຍຸກສຸດທ້າຍນີ້ ຍ້ອນຄົນທີ່ສະແຫວງຫາ ແລະ ນະມັດສະການພຣະເຈົ້າຢ່າງແທ້ຈິງມີໜ້ອຍ, ພຣະເຈົ້າຈຶ່ງປະທານຄວາມຊົມຊອບພິເສດກັບປະເທດທີ່ມີສາສະໜາຄຣິດເປັນສາສະໜາແຫ່ງຊາດ. ພຣະອົງຮວບຮວມປະເທດເຫຼົ່ານີ້ເຂົ້າກັນເພື່ອສ້າງຄ້າຍທີ່ຂ້ອນຂ້າງທ່ຽງທຳຂອງໂລກ ໃນຂະນະທີ່ປະເທດເຊິ່ງບໍ່ມີພຣະເຈົ້າ ແລະ ປະເທດທີ່ບໍ່ນະມັດສະການພຣະເຈົ້າທີ່ແທ້ຈິງກໍກາຍມາເປັນປໍລະປັກຂອງຄ້າຍທີ່ທ່ຽງທຳ. ໃນລັກສະນະນີ້, ພຣະເຈົ້າບໍ່ພຽງແຕ່ມີພື້ນທີ່ທ່າມກາງມະນຸດຊາດເພື່ອປະຕິບັດພາລະກິດຂອງພຣະອົງ ແຕ່ຍັງໄດ້ຮັບເອົາປະເທດທີ່ສາມາດປະຕິບັດສິດອຳນາດທີ່ທ່ຽງທຳ ເພື່ອກຳນົດການລົງໂທດ ແລະ ຂໍ້ຈຳກັດໃນປະເທດເຫຼົ່ານັ້ນທີ່ຕໍ່ຕ້ານພຣະອົງ ແຕ່ເຖິງຢ່າງນັ້ນກໍຕາມ ຍັງມີໜ້ອຍຄົນທີ່ອອກມາເພື່ອນະມັດສະການພຣະເຈົ້າ ເພາະມະນຸດໄດ້ຫ່າງເຫີນຈາກພຣະອົງຫຼາຍແລ້ວ ແລະ ມະນຸດກໍ ລືມໄລພຣະເຈົ້າເປັນເວລາດົນນານມາແລ້ວ. ຍັງມີພຽງແຕ່ບາງປະເທດທີ່ປະຕິບັດຄວາມຍຸຕິທຳ ແລະ ຕໍ່ຕ້ານຄວາມບໍ່ຍຸຕິທຳເທິງແຜ່ນດິນໂລກ. ແຕ່ສິ່ງນີ້ແມ່ນໄກຈາກຄວາມປາຖະໜາຂອງພຣະເຈົ້າຫຼາຍ ຍ້ອນບໍ່ມີຜູ້ປົກຄອງຂອງປະເທດໃດທີ່ຈະອະນຸຍາດໃຫ້ພຣະເຈົ້າປົກຄອງຢູ່ເໜືອຜູ້ຄົນຂອງພວກເຂົາ ແລະ ບໍ່ມີພັກການເມືອງໃດທີ່ຈະເຕົ້າໂຮມປະຊາຊົນຂອງຕົນເອງເພື່ອນະມັດສະການພຣະເຈົ້າ; ພຣະເຈົ້າໄດ້ສູນເສຍພື້ນທີ່ເໝາະສົມຢູ່ໃນຫົວໃຈຂອງທຸກໆປະເທດ, ຊົນຊາດ, ພັກປົກຄອງ ແລະ ແມ່ນແຕ່ຢູ່ໃນຫົວໃຈຂອງແຕ່ລະຄົນ. ເຖິງແມ່ນວ່າ ກຳລັງທີ່ຍຸຕິທຳມີຢູ່ໃນໂລກນີ້, ແຕ່ອໍານາດການປົກຄອງທີ່ພຣະເຈົ້າມີຢູ່ໃນຫົວໃຈຂອງມະນຸດນັ້ນແມ່ນອ່ອນແອຫຼາຍ. ຫາກປະສາຈາກການອວຍພອນຂອງພຣະເຈົ້າ, ເວທີທາງການເມືອງກໍຈະຕົກຢູ່ໃນຄວາມສັບສົນບໍ່ເປັນລະບຽບ ແລະ ບໍ່ສາມາດຕ້ານທານການໂຈມຕີພຽງຄັ້ງດຽວໄດ້. ສຳລັບມະນຸດຊາດ, ການປາສະຈາກການອວຍພອນຂອງພຣະເຈົ້າກໍເປັນເໝືອນກັບການບໍ່ມີດວງຕາເວັນ. ບໍ່ວ່າຜູ້ປົກຄອງຈະປະກອບສ່ວນຢ່າງພາກພຽນໃຫ້ກັບປະຊາຊົນຂອງພວກເຂົາສໍ່າໃດ, ບໍ່ວ່າ ມະນຸດຊາດຈະຮ່ວມກັນຈັດກອງປະຊຸມທີ່ຍຸຕິທຳຫຼາຍສໍ່າໃດກໍຕາມ, ບໍ່ມີສິ່ງໃດເລີຍຈະປ່ຽນແປງ ຫຼື ເຮັດໃຫ້ຊະຕາກໍາຂອງມະນຸດຊາດດີຂຶ້ນ. ມະນຸດເຊື່ອວ່າ ປະເທດທີ່ຜູ້ຄົນໄດ້ຮັບການລ້ຽງດູ, ນຸ່ງຫົ່ມກິນດີ ແລະ ດຳລົງຊີວິດຢູ່ຮ່ວມກັນຢ່າງສັນຕິສຸກ ແມ່ນປະເທດທີ່ດີ ແລະ ເປັນປະເທດທີ່ມີການນໍາພາທີ່ດີ. ແຕ່ພຣະເຈົ້າບໍ່ໄດ້ຄິດແບບນັ້ນ. ພຣະອົງເຊື່ອວ່າ ປະເທດໃດໜຶ່ງທີ່ບໍ່ມີໃຜນະມັດສະການພຣະເຈົ້າແມ່ນປະເທດທີ່ພຣະອົງຈະທຳລາຍລ້າງ. ວິທີການຄິດຂອງມະນຸດບໍ່ຖືກກັບວິທີການຄິດຂອງພຣະເຈົ້າຫຼາຍ. ດ້ວຍເຫດນັ້ນ ຖ້າຫົວໜ້າປະເທດໃດໜຶ່ງບໍ່ນະມັດສະການພຣະເຈົ້າ ແລ້ວຊະຕາກໍາຂອງປະເທດນີ້ກໍຈະເປັນປະເທດທີ່ໜ້າເສົ້າ ແລະ ປະເທດນັ້ນຈະບໍ່ມີຈຸດໝາຍປາຍທາງຫຍັງເລີຍ.
ພຣະເຈົ້າບໍ່ໄດ້ມີສ່ວນຮ່ວມໃນການເມືອງຂອງມະນຸດຊາດ, ແຕ່ພຣະອົງຊົງຄວບຄຸມໂຊກຊະຕາຂອງທຸກປະເທດ ແລະ ທຸກຊົນຊາດ, ຄວບຄຸມໂລກນີ້ ແລະ ຄວບຄຸມຈັກກະວານທັງປວງ. ໂຊກຊະຕາຂອງມະນຸດຊາດ ແລະ ແຜນການຂອງພຣະເຈົ້າແມ່ນເຊື່ອມໂຍງກັນຢ່າງໃກ້ຊິດ ແລະ ບໍ່ມີບຸກຄົນ, ປະເທດ ຫຼື ຊົນຊາດໃດສາມາດຫຼົບໜີຈາກອຳນາດສູງສຸດຂອງພຣະເຈົ້າໄດ້. ເພື່ອທີ່ຈະຮູ້ໂຊກຊະຕາຂອງມະນຸດຊາດ, ຄົນເຮົາຕ້ອງມາຢູ່ຕໍ່ໜ້າພຣະເຈົ້າ. ພຣະເຈົ້າຈະເຮັດໃຫ້ມະນຸດຊາດທີ່ຕິດຕາມ ແລະ ນະມັດສະການພຣະອົງຈະເລີນຮຸ່ງເຮືອງ ແລະ ຈະເຮັດໃຫ້ຜູ້ທີ່ຕໍ່ຕ້ານ ແລະ ປະຕິເສດພຣະອົງຕົກຕໍ່າ ແລະ ພິນາດໄປ.
ໃຫ້ທົບທວນເຫດການໃນພຣະຄຳພີໃນຫົວຂໍ້ທີ່ວ່າ ພຣະເຈົ້າທຳລາຍເມືອງໂຊໂດມ ແລະ ພ້ອມນີ້ກໍຂໍໃຫ້ຄິດເບິ່ງວ່າ ເມຍຂອງໂລດກາຍມາເປັນເສົາເກືອໄດ້ແນວໃດ. ເບິ່ງແມວ່າ ປະຊາຊົນເມືອງນີນາເວກັບໄປ ແລະ ສາລະພາບຄວາມຜິດບາບຂອງພວກເຂົາໂດຍປົກຄຸມດ້ວຍຜ້າກະສອບ ແລະ ຂີ້ເທົ່າແນວໃດ. ໃຫ້ທົບທວນເບິ່ງວ່າ ຊາວຢິວມີຈຸດຈົບແນວໃດຫຼັງຈາກທີ່ພວກເຂົາໄດ້ຄຶງພຣະເຢຊູໃສ່ໄມ້ກາງແຂນເມື່ອ 2.000 ປີກ່ອນ, ພວກເຂົາຖືກໄລ່ອອກຈາກອິດສະຣາເອນ ແລະ ໜີໄປຢູ່ປະເທດອື່ນໆທົ່ວແຜ່ນດິນໂລກ ໂດຍທີ່ຫຼາຍຄົນໄດ້ຖືກຂ້າ ແລະ ຊົນຊາດຢິວທັງໝົດກໍປະສົບກັບຄວາມເຈັບປວດທີ່ບໍ່ເຄີຍມີມາກ່ອນຈາກການທີ່ປະເທດຂອງຕົນຖືກທຳລາຍ. ພວກເຂົາໄດ້ຄຶງພຣະເຈົ້າໃສ່ໄມ້ກາງແຂນ ນັ້ນກໍຄືການສ້າງບາບກຳທີ່ຊົ່ວຮ້າຍ ແລະ ທ້າທາຍອຸປະນິໄສຂອງພຣະເຈົ້າ. ພວກເຂົາຕ້ອງຊົດໃຊ້ໃນສິ່ງທີ່ພວກເຂົາໄດ້ກະທຳ ແລະ ຕ້ອງແບກຮັບເອົາຜົນຂອງການກະທຳຂອງພວກເຂົາທັງໝົດ. ພວກເຂົາກ່າວໂທດພຣະເຈົ້າ, ປະຖິ້ມພຣະເຈົ້າ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງໄດ້ຮັບພຽງໂຊກຊະຕາດຽວ: ການຖືກພຣະເຈົ້າລົງໂທດ. ນີ້ແມ່ນຜົນຕາມມາ ແລະ ໄພພິບັດອັນຂົມຂື່ນ ທີ່ຜູ້ປົກຄອງຂອງພວກເຂົາໄດ້ນໍາມາສູ່ປະເທດ ແລະ ຊົນຊາດຂອງພວກເຂົາເອງ.
ໃນປັດຈຸບັນນີ້ ພຣະເຈົ້າໄດ້ກັບຄືນມາສູ່ທ່າມກາງຜູ້ຄົນເພື່ອປະຕິບັດພາລະກິດຂອງພຣະອົງ ແລະ ຈຸດໝາຍທຳອິດຂອງພຣະອົງໃນພາລະກິດຂອງພຣະອົງກໍຄືຕົວຢ່າງຂອງຄວາມພະເດັດການ ນັ້ນກໍຄື: ປະເທດຈີນ ເຊິ່ງເປັນປ້ອມປາການທີ່ເດັດດ່ຽວຂອງລັດທິບໍ່ເຊື່ອພຣະເຈົ້າ. ພຣະເຈົ້າໄດ້ຮັບກຸ່ມຄົນໂດຍສະຕິປັນຍາ ແລະ ລິດອຳນາດຂອງພຣະອົງ. ໃນຊ່ວງເວລານີ້, ພຣະອົງຖືກຕາມລ່າໂດຍພັກປົກຄອງຂອງຈີນໃນທຸກວິທີທາງ ແລະ ປະສົບກັບການທົນທຸກທໍລະມານທຸກຮູບແບບ ໂດຍບໍ່ມີບ່ອນວາງຫົວຂອງພຣະອົງ ແລະ ບໍ່ມີບ່ອນໃຫ້ຫຼົບຫຼີກໄດ້. ເຖິງຢ່າງນັ້ນກໍຕາມ ພຣະເຈົ້າກໍຍັງຄົງສືບຕໍ່ພາລະກິດທີ່ພຣະອົງຕັ້ງໃຈທີ່ຈະປະຕິບັດ ນັ້ນກໍຄື: ພຣະອົງເວົ້າ ແລະ ກ່າວພຣະທໍາຂອງພຣະອົງ ແລະ ພຣະອົງເຜີຍແຜ່ຂ່າວປະເສີດ. ບໍ່ມີໃຜສາມາດຢັ່ງເຖິງຄວາມລິດທານຸພາບສູງສຸດຂອງພຣະເຈົ້າໄດ້. ໃນປະເທດຈີນ ເຊິ່ງເປັນປະເທດທີ່ນັບພຣະເຈົ້າເປັນສັດຕູ, ພຣະເຈົ້າກໍບໍ່ເຄີຍຢຸດເຊົາພາລະກິດຂອງພຣະອົງ. ກົງກັນຂ້າມ, ຫຼາຍຄົນໄດ້ຍອມຮັບເອົາພາລະກິດ ແລະ ພຣະທຳຂອງພຣະອົງ, ຍ້ອນພຣະເຈົ້າຊ່ວຍໃຫ້ມະນຸດຊາດແຕ່ລະຄົນລອດພົ້ນໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້. ພວກເຮົາທຸກຄົນເຊື່ອວ່າ ບໍ່ມີປະເທດ ຫຼື ກອງກໍາລັງໃດທີ່ສາມາດຂັດຂວາງສິ່ງທີ່ພຣະເຈົ້າປາຖະໜາທີ່ຈະບັນລຸ ແລະ ຜູ້ທີ່ພະຍາຍາມຂັດຂວາງພາລະກິດຂອງພຣະເຈົ້າ ທີ່ຕໍ່ຕ້ານພຣະທຳຂອງພຣະເຈົ້າ ແລະ ຜູ້ທີ່ລົບກວນ ແລະພະຍາຍາມ ທຳລາຍແຜນການຂອງພຣະເຈົ້າຈະຖືກລົງໂທດໂດຍພຣະເຈົ້າໃນທີ່ສຸດ. ຄົນໃດທີ່ຕໍ່ຕ້ານພາລະກິດຂອງພຣະເຈົ້າກໍຈະຖືກສົ່ງລົງນະຮົກໂດຍພຣະເຈົ້າ; ປະເທດໃດກໍຕາມທີ່ຕໍ່ຕ້ານພາລະກິດຂອງພຣະເຈົ້າຈະຖືກທຳລາຍໂດຍພຣະເຈົ້າ; ຊົນຊາດໃດກໍຕາມທີ່ລຸກຮື້ຂຶ້ນເພື່ອຕໍ່ຕ້ານພາລະກິດຂອງພຣະເຈົ້າຈະຖືກກວາດລ້າງອອກຈາກແຜ່ນດິນໂລກນີ້ໂດຍພຣະເຈົ້າ ແລະ ຈະບໍ່ມີຜູ້ຄົນແບບນັ້ນໃນໂລກນີ້ອີກຕໍ່ໄປ. ເຮົາຊຸກຍູ້ໃຫ້ປະຊາຊົນຂອງທຸກຊົນຊາດ ແລະ ທຸກປະເທດ ແລະ ແມ່ນແຕ່ທຸກຂົງເຂດວິຊາຊີບໃຫ້ຟັງສຽງຂອງພຣະເຈົ້າ, ເບິ່ງພາລະກິດຂອງພຣະເຈົ້າ ແລະ ເອົາໃຈໃສ່ກັບຊະຕາກໍາຂອງມະນຸດຊາດ ເຊິ່ງເຮັດໃຫ້ພຣະເຈົ້າເປັນຜູ້ບໍລິສຸດທີ່ສຸດ, ມີກຽດສັກສີທີ່ສຸດ, ສູງສົ່ງທີ່ສຸດ ແລະ ເປັນພຽງເປົ້າໝາຍດຽວຂອງການນະມັດສະການທ່າມກາງມະນຸດ ແລະ ເຮັດໃຫ້ມະນຸດຊາດທັງໝົດດຳລົງຊີວິດຢູ່ທ່າມກາງພຣະພອນຂອງພຣະເຈົ້າ ເໝືອນກັບທີ່ເຊື້ອສາຍຂອງອັບຣາຮາມ ໄດ້ດຳລົງຊີວິດຢູ່ໃນພຣະສັນຍາຂອງພຣະເຢໂຮວາ ແລະ ເໝືອນກັບອາດາມ ແລະ ເອວາ ຜູ້ເຊິ່ງ ພຣະເຈົ້າໄດ້ສ້າງໃນຕອນຕົ້ນ ໄດ້ດຳລົງຊີວິດຢູ່ໃນສວນເອເດນ.
ພາລະກິດຂອງພຣະເຈົ້າຊັດສາດໄປຂ້າງໜ້າເໝືອນກັບຄື້ນທະເລທີ່ຊົງພະລັງ. ບໍ່ມີໃຜສາມາດໜ່ວງໜ່ຽວພຣະອົງໄວ້ໄດ້ ແລະ ບໍ່ມີໃຜສາມາດຢັບຢັ້ງບາດຍ່າງຂອງພຣະອົງໄດ້. ມີພຽງແຕ່ຄົນທີ່ຟັງພຣະທຳຂອງພຣະອົງຢ່າງຕັ້ງໃຈ ແລະ ຜູ້ທີ່ສະແຫວງຫາ ແລະ ກະຫາຍຫາພຣະອົງເທົ່ານັ້ນ ທີ່ສາມາດຕິດຕາມບາດກ້າວຂອງພຣະອົງ ແລະ ຮັບເອົາພຣະສັນຍາຂອງພຣະອົງ. ຄົນທີ່ບໍ່ເຮັດ ກໍຈະປະສົບກັບໄພພິບັດທີ່ບໍ່ອາດຕ້ານທານໄດ້ ແລະ ຈະໄດ້ຮັບການລົງໂທດທີ່ສົມຄວນໄດ້ຮັບ.