2. ຄວາມແຕກຕ່າງລະຫວ່າງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ພາລະກິດຂອງພຣະວິນຍານ
ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:
ການຊ່ວຍມະນຸດໃຫ້ລອດພົ້ນຂອງພຣະເຈົ້າບໍ່ໄດ້ປະຕິບັດໂດຍໃຊ້ວິທີການຂອງພຣະວິນຍານ ແລະ ຕົວຕົນຂອງພຣະວິນຍານໂດຍກົງ, ຍ້ອນມະນຸດບໍ່ສາມາດສຳຜັດ ຫຼື ເຫັນພຣະວິນຍານຂອງພຣະອົງໄດ້ ຫຼື ມະນຸດບໍ່ສາມາດຫຍັບເຂົ້າໃກ້ໄດ້. ຖ້າພຣະອົງພະຍາຍາມຊ່ວຍມະນຸດໃຫ້ລອດພົ້ນໃນລັກສະນະຂອງພຣະວິນຍານ, ມະນຸດກໍຈະບໍ່ສາມາດຮັບເອົາຄວາມລອດພົ້ນຂອງພຣະອົງໄດ້. ຖ້າພຣະເຈົ້າບໍ່ໄດ້ສວມໃສ່ຮູບຮ່າງພາຍນອກຂອງມະນຸດທີ່ຖືກສ້າງ, ມັນກໍຈະບໍ່ມີທາງທີ່ມະນຸດຈະຮັບເອົາຄວາມລອດພົ້ນນີ້ໄດ້. ຍ້ອນມະນຸດບໍ່ມີຫົນທາງໃນການເຂົ້າຫາພຣະອົງ, ເຊັ່ນດຽວກັນ ບໍ່ມີຜູ້ໃດສາມາດເຂົ້າໃກ້ກ້ອນເມກຂອງພຣະເຢໂຮວາໄດ້. ມີພຽງການກາຍມາເປັນມະນຸດທີ່ຖືກສ້າງເທົ່ານັ້ນ, ນັ້ນກໍຄື ມີພຽງແຕ່ການເອົາພຣະທຳຂອງພຣະອົງສະຖິດເຂົ້າໃນຮ່າງກາຍຂອງມະນຸດທີ່ພຣະອົງບັງເກີດເຂົ້າສູ່ເທົ່ານັ້ນ ພຣະອົງຈຶ່ງຈະສາມາດປະຕິບັດພາລະກິດພຣະທຳໃນທຸກຄົນທີ່ຕິດຕາມພຣະອົງໄດ້ເປັນການສ່ວນຕົວ. ແລ້ວເມື່ອນັ້ນ ມະນຸດຈຶ່ງຈະສາມາດເຫັນ ແລະ ໄດ້ຍິນພຣະທຳຂອງພຣະອົງດ້ວຍຕົວເຂົາເອງ ແລະ ຍິ່ງໄປກວ່ານັ້ນກໍຈະໄດ້ເຂົ້າສູ່ການຄອບຄອງຂອງພຣະທຳຂອງພຣະອົງ ແລະ ດ້ວຍວິທີນີ້ຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນຢ່າງສົມບູນ. ຖ້າພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງ, ບໍ່ມີມະນຸດຄົນໃດທີ່ມາຈາກເນື້ອໜັງ ແລະ ເລືອດເນື້ອສາມາດຮັບເອົາຄວາມລອດພົ້ນອັນຍິ່ງໃຫຍ່ດັ່ງກ່າວນີ້ໄດ້ ຫຼື ບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ຈະຖືກຊ່ວຍໃຫ້ລອດພົ້ນໄດ້. ຖ້າພຣະວິນຍານຂອງພຣະເຈົ້າປະຕິບັດພາລະກິດໂດຍກົງໃນທ່າມກາງມະນຸດ, ມະນຸດຊາດທັງປວງກໍຈະຖືກໂຈມຕີໃຫ້ລົ້ມລົງ ຫຼື ບໍ່ດັ່ງນັ້ນ ພວກເຂົາກໍບໍ່ມີທາງຈະໄດ້ສຳຜັດກັບພຣະເຈົ້າ, ພວກເຂົາຈະຖືກຊາຕານຈັບເປັນຊະເລີຍຢ່າງສົມບູນ. ການບັງເກີດຄັ້ງທີໜຶ່ງແມ່ນເພື່ອໄຖ່ມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ, ເພື່ອໄຖ່ບາບເຂົາໂດຍຜ່ານຮ່າງກາຍທີ່ເປັນເນື້ອໜັງຂອງພຣະເຢຊູ ນັ້ນກໍຄື ພຣະອົງຊ່ວຍມະນຸດໃຫ້ລອດພົ້ນຈາກໄມ້ກາງແຂນ, ແຕ່ອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຍັງຄົງຢູ່ພາຍໃນມະນຸດ. ການບັງເກີດຄັ້ງທີສອງບໍ່ແມ່ນເພື່ອເຮັດໜ້າທີ່ເປັນເຄື່ອງບູຊາໄຖ່ບາບອີກຕໍ່ໄປ ແຕ່ກົງກັນຂ້າມ ມັນແມ່ນເພື່ອຊ່ວຍຄົນທີ່ຖືກໄຖ່ຈາກຄວາມຜິດບາບຢ່າງສົມບູນ. ເຮັດແບບນີ້ກໍເພື່ອວ່າຄົນທີ່ໄດ້ຮັບອະໄພໂທດຈະລອດພົ້ນຈາກຄວາມບາບຂອງພວກເຂົາ ແລະ ຄວາມຜິດບາບຂອງພວກເຂົາອາດຈະຖືກເຮັດໃຫ້ບໍລິສຸດຢ່າງສົມບູນ ແລະ ເພື່ອພວກເຂົາອາດຈະໄດ້ຮັບການປ່ຽນແປງທາງດ້ານອຸປະນິໄສ, ກາຍເປັນຄົນທີ່ລອດພົ້ນຈາກອິດທິພົນແຫ່ງຄວາມມືດຂອງຊາຕານ ແລະ ກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ມີແຕ່ໃນວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະໄດ້ພົ້ນຈາກບາບຢ່າງສົມບູນ. ຫຼັງຈາກຍຸກແຫ່ງພຣະບັນຍັດໄດ້ມາເຖິງຈຸດສິ້ນສຸດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ, ພຣະເຈົ້າກໍເລີ່ມຕົ້ນພາລະກິດແຫ່ງຄວາມລອດພົ້ນ ເຊິ່ງສືບຕໍ່ຈົນເຖິງຍຸກສຸດທ້າຍທີ່ພຣະອົງຈະເຮັດໃຫ້ມະນຸດຊາດບໍລິສຸດຢ່າງສົມບູນຜ່ານການພິພາກສາ ແລະ ການຂ້ຽນຕີມະນຸດຊາດຍ້ອນຄວາມກະບົດຂອງພວກເຂົາ. ພຽງແຕ່ເມື່ອນັ້ນ ພຣະເຈົ້າຈຶ່ງຈະສິ້ນສຸດພາລະກິດແຫ່ງຄວາມລອດພົ້ນຂອງພຣະອົງ ແລະ ເຂົ້າສູ່ການພັກຜ່ອນ. ສະນັ້ນ ໃນທັງສາມຂັ້ນຕອນຂອງພາລະກິດ, ພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ສອງຄັ້ງເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດດ້ວຍຕົວພຣະອົງເອງ. ນັ້ນກໍເພາະວ່າ ມີພຽງໜຶ່ງໃນສາມຂັ້ນຕອນຂອງພາລະກິດເທົ່ານັ້ນທີ່ເປັນການນໍາພາມະນຸດໃນການດຳລົງຊີວິດຂອງພວກເຂົາ, ໃນຂະນະທີ່ອີກສອງຂັ້ນຕອນປະກອບດ້ວຍພາລະກິດແຫ່ງຄວາມລອດພົ້ນ. ມີພຽງແຕ່ການກາຍມາເປັນເນື້ອໜັງເທົ່ານັ້ນ ພຣະເຈົ້າຈຶ່ງສາມາດດຳລົງຊີວິດຢູ່ຄຽງຂ້າງກັບມະນຸດ, ຜະເຊີນກັບການທົນທຸກໃນໂລກ ແລະ ດຳລົງຊີວິດໃນຮ່າງກາຍເນື້ອໜັງທຳມະດາ. ມີພຽງແຕ່ໃນວິທີນີ້ເທົ່ານັ້ນ ພຣະອົງຈຶ່ງສາມາດສະໜອງຫົນທາງທີ່ເປັນຈິງໃຫ້ກັບມະນຸດໄດ້ ເຊິ່ງເປັນສິ່ງທີ່ພວກເຂົາຕ້ອງການໃນຖານະສິ່ງຖືກສ້າງ. ມັນແມ່ນຜ່ານການບັງເກີດເປັນມະນຸດຂອງພຣະເຈົ້າ ມະນຸດຈຶ່ງໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າຢ່າງສົມບູນ ແລະ ບໍ່ແມ່ນໄດ້ຮັບມາຈາກສະຫວັນໂດຍກົງຍ້ອນຄໍາອະທິຖານຂອງເຂົາ. ເພາະວ່າມະນຸດມາຈາກເນື້ອໜັງ ເຂົາຈຶ່ງບໍ່ມີທາງເຫັນພຣະວິນຍານຂອງພຣະເຈົ້າໄດ້, ແຮງໄກທີ່ເຂົາຈະເຂົ້າເຖິງພຣະວິນຍານຂອງພຣະອົງ. ສິ່ງທີ່ມະນຸດສຳຜັດລ້ວນແລ້ວແຕ່ເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ມີພຽງແຕ່ວິທີນີ້ເທົ່ານັ້ນ ມະນຸດຈຶ່ງສາມາດເຂົ້າໃຈຫົນທາງທັງໝົດ ແລະ ຄວາມຈິງທັງໝົດ ແລະ ຮັບເອົາຄວາມລອດພົ້ນຢ່າງສົມບູນ.
(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ເຫດຜົນດຽວທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດໄດ້ກາຍເປັນເນື້ອໜັງກໍຍ້ອນຄວາມຕ້ອງການຂອງມະນຸດທີ່ເສື່ອມຊາມນີ້. ມັນເປັນຍ້ອນຄວາມຕ້ອງການຂອງມະນຸດ ແຕ່ບໍ່ແມ່ນຂອງພຣະເຈົ້າ ແລະ ການເສຍສະຫຼະ ແລະ ການທົນທຸກໆຢ່າງຂອງພຣະອົງກໍເພື່ອເຫັນແກ່ມະນຸດຊາດ ແລະ ບໍ່ແມ່ນເພື່ອຜົນປະໂຫຍດຂອງພຣະເຈົ້າເອງ. ບໍ່ມີຂໍ້ດີ ແລະ ຂໍ້ເສຍ ຫຼື ລາງວັນສຳລັບພຣະເຈົ້າ; ພຣະອົງຈະບໍ່ໄດ້ຮັບຜົນເກັບກ່ຽວໃດໆໃນອະນາຄົດ, ແຕ່ເປັນສິ່ງທີ່ຕິດໜີ້ພຣະເຈົ້າແຕ່ດັ່ງເດີມ. ທຸກສິ່ງທີ່ພຣະເຈົ້າກະທໍາ ແລະ ເສຍສະຫຼະສຳລັບມະນຸດຊາດບໍ່ແມ່ນເພື່ອໃຫ້ພຣະອົງໄດ້ຮັບລາງວັນທີ່ຍິ່ງໃຫຍ່, ແຕ່ເພື່ອເຫັນແກ່ມະນຸດທັງໝົດ. ເຖິງແມ່ນວ່າ ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງຈະປະກອບດ້ວຍຄວາມຫຍຸ້ງຍາກຫຼາຍຢ່າງທີ່ບໍ່ສາມາດຈິນຕະນາການໄດ້, ແຕ່ຜົນໄດ້ຮັບ ໃນທີ່ສຸດ ແມ່ນເລີດເກີນກວ່າຜົນຂອງພາລະກິດທີ່ພຣະວິນຍານປະຕິບັດໂດຍກົງ. ພາລະກິດຂອງເນື້ອໜັງຈຳເປັນຕ້ອງມີຄວາມລໍາບາກຢ່າງຫຼວງຫຼາຍ ແລະ ເນື້ອໜັງແມ່ນບໍ່ສາມາດມີຕົວຕົນທີ່ຍິ່ງໃຫຍ່ແບບດຽວກັບພຣະວິນຍານ, ບໍ່ສາມາດປະຕິບັດສິ່ງທີ່ເໜືອທຳມະຊາດແບບດຽວກັບພຣະວິນຍານ, ແລ້ວແຮງໄກທີ່ພຣະອົງຈະມີສິດອຳນາດຄືກັບພຣະວິນຍານ. ແຕ່ທາດແທ້ແຫ່ງພາລະກິດທີ່ປະຕິບັດໂດຍເນື້ອໜັງທຳມະດານີ້ ແມ່ນຢູ່ເໜືອທາດແທ້ຂອງພາລະກິດທີ່ພຣະວິນຍານປະຕິບັດໂດຍກົງຢ່າງຫຼວງຫຼາຍ ແລະ ເນື້ອໜັງນີ້ເອງທີ່ເປັນຄຳຕອບຕໍ່ຄວາມຕ້ອງການທຸກຢ່າງຂອງມະນຸດ. ເພື່ອໃຫ້ຄົນເຫຼົ່ານັ້ນໄດ້ຮັບຄວາມລອດພົ້ນ, ຄຸນຄ່າການນໍາໃຊ້ຂອງພຣະວິນຍານແມ່ນຕໍ່າກວ່າຝ່າຍເນື້ອໜັງຫຼາຍ: ພາລະກິດຂອງພຣະວິນຍານສາມາດຄວບຄຸມທົ່ວຈັກກະວານ, ທົ່ວພູເຂົາ, ແມ່ນໍ້າ, ທະເລສາບ ແລະ ທົ່ວມະຫາສະມຸດ, ແຕ່ພາລະກິດຂອງເນື້ອໜັງແມ່ນເຊື່ອມໂຍງຢ່າງມີປະສິດທິພາບກັບມະນຸດທຸກຄົນທີ່ພຣະອົງໄດ້ສໍາຜັດ. ຍິ່ງໄປກວ່ານັ້ນ, ຮ່າງກາຍຂອງພຣະເຈົ້າທີ່ສາມາດຈັບຕ້ອງໄດ້ ແມ່ນເປັນຮ່າງກາຍທີ່ສາມາດເຂົ້າໃຈໄດ້ ແລະ ໄວ້ວາງໃຈໄດ້ໂດຍມະນຸດ ແລະ ສາມາດເຮັດໃຫ້ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າເລິກເຊິ່ງຫຼາຍຂຶ້ນ ແລະ ສາມາດສ້າງຄວາມປະທັບໃຈຢ່າງເລິກເຊິ່ງກ່ຽວກັບການກະທຳຕົວຈິງຂອງພຣະເຈົ້າຕໍ່ມະນຸດ. ພາລະກິດຂອງພຣະວິນຍານຖືກປົກຄຸມດ້ວຍຄວາມເລິກລັບ, ມັນຍາກທີ່ຈະໃຫ້ມະນຸດຢັ່ງເຖິງ ແລະ ຍິ່ງຍາກຫຼາຍທີ່ຈະໃຫ້ມະນຸດເຫັນ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງສາມາດພຽງແຕ່ເພິ່ງພາຈິນຕະນາການທີ່ຫວ່າງເປົ່າເທົ່ານັ້ນ. ແຕ່, ພາລະກິດຂອງເນື້ອໜັງແມ່ນທຳມະດາ ແລະ ອີງຕາມຄວາມເປັນຈິງ ແລະ ມີສະຕິປັນຍາເປັນເລີດ ແລະ ເປັນຄວາມຈິງທີ່ສາມາດເບິ່ງເຫັນດ້ວຍຕາຂອງມະນຸດ; ມະນຸດສາມາດຜະເຊີນກັບສະຕິປັນຍາແຫ່ງພາລະກິດຂອງພຣະເຈົ້າດ້ວຍຕົວຂອງພວກເຂົາເອງ ແລະ ບໍ່ຈຳເປັນຕ້ອງໃຊ້ຈິນຕະນາການຢ່າງເລິກເຊິ່ງຂອງພວກເຂົາ. ນີ້ແມ່ນຄວາມແນ່ນອນ ແລະ ຄຸນຄ່າທີ່ແທ້ຈິງແຫ່ງພາລະກິດຂອງພຣະເຈົ້າທີ່ສະຖິດຢູ່ໃນເນື້ອໜັງ. ພຣະວິນຍານສາມາດເຮັດພຽງແຕ່ສິ່ງທີ່ມະນຸດເບິ່ງບໍ່ເຫັນ ແລະ ຍາກທີ່ຈະໃຫ້ພວກເຂົາຈິນຕະນາການ, ຕົວຢ່າງເຊັ່ນ ແສງສະຫວ່າງຂອງພຣະວິນຍານ, ການເຄື່ອນໄຫວຂອງພຣະວິນຍານ ແລະ ການນໍາພາຂອງພຣະວິນຍານ, ແຕ່ສຳລັບມະນຸດທີ່ມີຄວາມຄິດ, ສິ່ງເຫຼົ່ານີ້ບໍ່ໄດ້ສະໜອງຄວາມໝາຍຢ່າງຊັດເຈນເລີຍ. ສິ່ງເຫຼົ່ານັ້ນພຽງແຕ່ສະໜອງຄວາມໝາຍແບບເລື່ອນລອຍ ຫຼື ບໍ່ຈະແຈ້ງ ແລະ ບໍ່ສາມາດໃຫ້ການແນະນໍາດ້ວຍຄຳເວົ້າໄດ້. ແຕ່, ພາລະກິດຂອງພຣະເຈົ້າທີ່ສະຖິດຢູ່ໃນເນື້ອໜັງແມ່ນແຕກຕ່າງຫຼາຍ ນັ້ນກໍຄື ພາລະກິດນັ້ນມີການນໍາພາຂອງພຣະທຳຢ່າງຖືກຕ້ອງ, ມີຄວາມປະສົງທີ່ຊັດເຈນ ແລະ ມີເປົ້າໝາຍຢ່າງຈະແຈ້ງ. ດັ່ງນັ້ນ ມະນຸດຈຶ່ງບໍ່ຈຳເປັນຕ້ອງງົມຫາ ຫຼື ໃຊ້ຈິນຕະນາການຂອງພວກເຂົາ ແລະ ກໍບໍ່ຈໍາເປັນຕ້ອງຄາດເດົາເລີຍ. ນີ້ແມ່ນຄວາມຊັດເຈນຂອງພາລະກິດໃນເນື້ອໜັງ ແລະ ມັນແຕກຕ່າງຈາກພາລະກິດຂອງພຣະວິນຍານຫຼາຍ. ພາລະກິດຂອງພຣະວິນຍານພຽງແຕ່ເໝາະສົມສຳລັບຂອບເຂດທີ່ຈຳກັດ ແລະ ບໍ່ສາມາດແທນພາລະກິດຂອງເນື້ອໜັງໄດ້. ພາລະກິດຂອງເນື້ອໜັງເຮັດໃຫ້ມະນຸດມີເປົ້າໝາຍທີ່ແນ່ນອນ ແລະ ມີຄວາມຈຳເປັນ ແລະ ເປັນຈິງຫຼາຍທີ່ສຸດ, ເຮັດໃຫ້ມີຄວາມຮູ້ຢ່າງມີຄຸນຄ່າຫຼາຍກວ່າພາລະກິດຂອງພຣະວິນຍານ. ພາລະກິດທີ່ມີຄຸນຄ່າສູງສຸດຕໍ່ມະນຸດທີ່ເສື່ອມຊາມແມ່ນພາລະກິດທີ່ສະໜອງພຣະທຳທີ່ຖືກຕ້ອງ, ມີເປົ້າໝາຍທີ່ຊັດເຈນໃນການສະແຫວງຫາ ແລະ ສາມາດເຫັນ ແລະ ສຳຜັດໄດ້. ມີພຽງແຕ່ພາລະກິດທີ່ເປັນຈິງ ແລະ ການນໍາພາທີ່ຖືກກັບສະພາບການເທົ່ານັ້ນຈຶ່ງເໝາະສົມກັບລົດນິຍົມຂອງມະນຸດ ແລະ ມີພຽງແຕ່ພາລະກິດທີ່ເປັນຈິງເທົ່ານັ້ນຈຶ່ງສາມາດຊ່ວຍເຫຼືອມະນຸດໃຫ້ລອດພົ້ນຈາກອຸປະນິໄສທີ່ເສື່ອມຊາມ ແລະ ຊົ່ວຊ້ານັ້ນໄດ້. ມີພຽງແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ສາມາດບັນລຸສິ່ງນີ້ໄດ້; ມີພຽງແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ສາມາດຊ່ວຍມະນຸດໃຫ້ລອດພົ້ນຈາກອຸປະນິໄສເສື່ອມຊາມ ແລະ ຄວາມຊົ່ວຊ້າທີ່ຜ່ານມາຂອງພວກເຂົາ. ເຖິງແມ່ນວ່າ ພຣະວິນຍານມີທາດແທ້ໂດຍທຳມະຊາດຂອງພຣະເຈົ້າ, ມີພຽງແຕ່ເນື້ອໜັງຂອງພຣະອົງເທົ່ານັ້ນທີ່ສາມາດປະຕິບັດພາລະກິດເຊັ່ນນີ້ໄດ້. ຖ້າພຣະວິນຍານປະຕິບັດພາລະກິດພຽງຜູ້ດຽວ, ແລ້ວມັນກໍຈະເປັນໄປບໍ່ໄດ້ທີ່ຈະໃຫ້ພາລະກິດຂອງພຣະອົງມີປະສິດທິພາບ, ນີ້ຄືຄວາມຈິງທີ່ເຫັນໄດ້ຢ່າງຊັດເຈນ.
(ຄັດຈາກບົດ “ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍທີ່ສຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ເຖິງແມ່ນວ່າ ເນື້ອໜັງທີ່ເປັນມະນຸດຂອງພຣະເຈົ້າຈະໄກຈາກຄວາມຄ້າຍຄືກັບຕົວຕົນ ແລະ ຕໍາແໜ່ງຂອງພຣະເຈົ້າ ແລະ ສຳລັບມະນຸດແລ້ວ ເບິ່ງຄືກັບວ່າບໍ່ສອດຄ່ອງກັບສະຖານະຕົວຈິງຂອງພຣະອົງ, ເນື້ອໜັງນີ້ ເຊິ່ງບໍ່ມີພາບລັກສະນະທີ່ແທ້ຈິງຂອງພຣະເຈົ້າ ຫຼື ຕົວຕົນທີ່ແທ້ຈິງຂອງພຣະເຈົ້າ ແມ່ນສາມາດປະຕິບັດພາລະກິດທີ່ພຣະວິນຍານຂອງພຣະເຈົ້າບໍ່ສາມາດປະຕິບັດໂດຍກົງໄດ້. ເຊິ່ງສິ່ງດັ່ງກ່າວຄືຄວາມໝາຍ ແລະ ຄຸນຄ່າທີ່ແທ້ຈິງຂອງການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ມັນຄືຄວາມໝາຍ ແລະ ຄຸນຄ່ານີ້ທີ່ເຮັດໃຫ້ມະນຸດບໍ່ສາມາດເຂົ້າໃຈ ແລະ ຍອມຮັບໄດ້. ເຖິງແມ່ນວ່າ ມະນຸດທຸກຄົນເຄົາລົບພຣະວິນຍານຂອງພຣະເຈົ້າ ແລະ ດູຖູກເນື້ອໜັງຂອງພຣະເຈົ້າ, ບໍ່ວ່າພວກເຂົາຈະເບິ່ງ ຫຼື ຄິດແນວໃດກໍຕາມ, ຄວາມໝາຍ ແລະ ຄຸນຄ່າທີ່ແທ້ຈິງຂອງເນື້ອໜັງແມ່ນມີຫຼາຍກວ່າພຣະວິນຍານ. ແນ່ນອນ, ນີ້ແມ່ນກ່ຽວຂ້ອງກັບມະນຸດຊາດທີ່ເສື່ອມຊາມເທົ່ານັ້ນ. ສຳລັບທຸກຄົນທີ່ສະແຫວງຫາຄວາມຈິງ ແລະ ປາຖະໜາຫາການປາກົດຕົວຂອງພຣະເຈົ້າ, ພາລະກິດຂອງພຣະວິນຍານສາມາດສະໜອງພຽງແຕ່ຄວາມຕື່ນເຕັ້ນໃຈ ຫຼື ການເປີດເຜີຍເທົ່ານັ້ນ ແລະ ໃຫ້ຄວາມຮູ້ສຶກເຖິງຄວາມມະຫັດສະຈັນທີ່ບໍ່ສາມາດອະທິບາຍໄດ້ ແລະ ບໍ່ສາມາດຈິນຕະນາການໄດ້; ແລະ ເຮັດໃຫ້ມີຄວາມຮູ້ສຶກວ່າ ມັນຍິ່ງໃຫຍ່, ເປັນເລີດ ແລະ ເປັນຕາຍ້ອງຍໍສັນລະເສີນ, ນອກນັ້ນກໍຍັງເປັນສິ່ງທີ່ບໍ່ສາມາດບັນລຸໄດ້ ຫຼື ສິ່ງທີ່ທຸກຄົນບໍ່ສາມາດຮັບໄດ້. ມະນຸດ ແລະ ພຣະວິນຍານຂອງພຣະເຈົ້າສາມາດພຽງແຕ່ເຝົ້າເບິ່ງກັນແລະກັນຈາກທາງໄກ ຄືກັບວ່າມີໄລຍະທາງທີ່ໄກຫຼາຍລະຫວ່າງພວກເຂົາ ແລະ ພວກເຂົາຈະບໍ່ສາມາດເຂົ້າກັນໄດ້ຈັກເທື່ອ ເໝືອນກັບວ່າຖືກແຍກອອກຈາກກັນໂດຍເສັ້ນແບ່ງທີ່ເບິ່ງບໍ່ເຫັນ. ໃນຄວາມເປັນຈິງກໍຄື ນີ້ແມ່ນພາບລວງຕາທີ່ພຣະວິນຍານມອບໃຫ້ກັບມະນຸດ ເຊິ່ງນັ້ນເປັນເພາະວ່າ ພຣະວິນຍານ ແລະ ມະນຸດບໍ່ແມ່ນປະເພດດຽວກັນ ແລະ ພຣະວິນຍານ ແລະ ມະນຸດຈະບໍ່ຢູ່ຮ່ວມໂລກດຽວກັນຈັກເທື່ອ ແລະ ເປັນຍ້ອນພຣະວິນຍານບໍ່ມີສິ່ງໃດເໝືອນມະນຸດເລີຍ. ດ້ວຍເຫດນັ້ນ ມະນຸດຈຶ່ງບໍ່ຈຳເປັນຕ້ອງມີພຣະວິນຍານ, ຍ້ອນພຣະວິນຍານບໍ່ສາມາດປະຕິບັດພາລະກິດທີ່ມະນຸດຕ້ອງການທີ່ສຸດໂດຍກົງໄດ້. ພາລະກິດຂອງເນື້ອໜັງມອບເປົ້າໝາຍທີ່ແທ້ຈິງໃຫ້ກັບມະນຸດໃນການສະແຫວງຫາ, ມອບພຣະທຳທີ່ຊັດເຈນ ແລະ ຄວາມຮູ້ສຶກວ່າ ພຣະອົງເປັນຈິງ ແລະ ທຳມະດາ, ພຣະອົງຖ່ອມຕົນ ແລະ ປົກກະຕິ. ເຖິງແມ່ນວ່າ ມະນຸດອາດຈະຢໍາເກງພຣະອົງ, ແຕ່ສຳລັບຫຼາຍຄົນ ພຣະອົງແມ່ນງ່າຍທີ່ຈະເຂົ້າໃຈ ນັ້ນກໍຄື ມະນຸດສາມາດເຫັນໃບໜ້າຂອງພຣະອົງ ແລະ ໄດ້ຍິນສຽງຂອງພຣະອົງ ແລະ ບໍ່ຈຳເປັນຕ້ອງເບິ່ງພຣະອົງຈາກໄກໆ. ເນື້ອໜັງນີ້ເຮັດໃຫ້ມີຄວາມຮູ້ສຶກວ່າ ມະນຸດເຂົ້າເຖິງໄດ້, ບໍ່ໄດ້ຢູ່ຫ່າງໄກ ຫຼື ເປັນສິ່ງທີ່ບໍ່ສາມາດຢັ່ງເຖິງໄດ້, ແຕ່ເປັນສິ່ງທີ່ສາມາດເຫັນ ແລະ ສາມາດສຳຜັດໄດ້, ນີ້ກໍຍ້ອນວ່າ ເນື້ອໜັງດັ່ງກ່າວແມ່ນຢູ່ໃນໂລກດຽວກັນກັບມະນຸດ.
(ຄັດຈາກບົດ “ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍທີ່ສຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ເມື່ອພຣະເຈົ້າຍັງບໍ່ໄດ້ກາຍມາເປັນເນື້ອໜັງ, ຜູ້ຄົນບໍ່ເຂົ້າໃຈຫຼາຍສິ່ງທີ່ພຣະເຈົ້າເວົ້າ, ເພາະພຣະທຳຂອງພຣະອົງແມ່ນອອກຈາກຄວາມເປັນພຣະເຈົ້າທັງໝົດ. ທັດສະນະ ແລະ ບໍລິບົດຂອງສິ່ງທີ່ພຣະອົງກ່າວແມ່ນມະນຸດຊາດບໍ່ສາມາດເຫັນໄດ້ ແລະ ບໍ່ສາມາດເຂົ້າໃຈໄດ້; ມັນຖືກກ່າວອອກຈາກໂລກແຫ່ງວິນຍານທີ່ຜູ້ຄົນບໍ່ສາມາດເຫັນ. ສຳລັບຜູ້ຄົນທີ່ດຳລົງຊີວິດໃນເນື້ອໜັງ, ພວກເຂົາບໍ່ສາມາດຜ່ານໂລກແຫ່ງວິນຍານໄປໄດ້. ແຕ່ຫຼັງຈາກທີ່ພຣະເຈົ້າກາຍມາເປັນເນື້ອໜັງ, ພຣະອົງກໍກ່າວຕໍ່ມະນຸດຊາດຈາກທັດສະນະຂອງຄວາມເປັນມະນຸດ ແລະ ພຣະອົງໄດ້ອອກມາຈາກ ແລະ ຢູ່ເໜືອຂອບເຂດຂອງໂລກແຫ່ງວິນຍານ. ພຣະອົງສາມາດສະແດງອຸປະນິໄສ, ຄວາມປະສົງ ແລະ ທ່າທີຄວາມເປັນພຣະເຈົ້າຂອງພຣະອົງຜ່ານສິ່ງຕ່າງໆທີ່ມະນຸດສາມາດຈິນຕະນາການໄດ້, ສິ່ງຕ່າງໆທີ່ພວກເຂົາເຫັນ ແລະ ໄດ້ພົບພໍ້ໃນຊີວິດຂອງພວກເຂົາ ແລະ ໃຊ້ວິທີການທີ່ມະນຸດສາມາດຍອມຮັບໄດ້, ໃນພາສາທີ່ພວກເຂົາສາມາດເຂົ້າໃຈ ແລະ ດ້ວຍຄວາມຮູ້ທີ່ພວກເຂົາສາມາດຢັ່ງເຖິງ, ເພື່ອເຮັດໃຫ້ມະນຸດຊາດເຂົ້າໃຈ ແລະ ຮູ້ຈັກພຣະເຈົ້າ, ເພື່ອຢັ່ງເຖິງເຈດຕະນາຂອງພຣະອົງ ແລະ ມາດຕະຖານທີ່ຕ້ອງການຂອງພຣະອົງ ເຊິ່ງຢູ່ພາຍໃນຂອບເຂດຄວາມສາມາດຂອງພວກເຂົາ ແລະ ໃນລະດັບທີ່ພວກເຂົາສາມາດຢັ່ງເຖິງໄດ້. ນີ້ແມ່ນວິທີການ ແລະ ຫຼັກການແຫ່ງພາລະກິດຂອງພຣະເຈົ້າທີ່ຢູ່ໃນຄວາມເປັນມະນຸດ. ເຖິງແມ່ນວິທີຂອງພຣະເຈົ້າ ແລະ ຫຼັກການແຫ່ງການປະຕິບັດພາລະກິດໃນເນື້ອໜັງຂອງພຣະອົງສ່ວນໃຫຍ່ແມ່ນຖືກບັນລຸໂດຍວິທີການຂອງຄວາມເປັນມະນຸດ ຫຼື ຜ່ານທາງຄວາມເປັນມະນຸດ, ມັນກໍໄດ້ບັນລຸຜົນຢ່າງແທ້ຈິງ ເຊິ່ງບໍ່ສາມາດບັນລຸໄດ້ໂດຍການປະຕິບັດພາລະກິດໃນຄວາມເປັນພຣະເຈົ້າໂດຍກົງ.
(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ບັດນີ້ ມະນຸດເຫັນວ່າພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນພິເສດແທ້ໆ ແລະ ມີຫຼາຍສິ່ງໃນພາລະກິດດັ່ງກ່າວນັ້ນທີ່ມະນຸດບໍ່ສາມາດບັນລຸໄດ້; ສິ່ງເຫຼົ່ານີ້ແມ່ນຄວາມເລິກລັບ ແລະ ການອັດສະຈັນ. ສະນັ້ນ ຫຼາຍຄົນຈຶ່ງຍອມຈຳນົນ. ບາງຄົນບໍ່ເຄີຍຍອມຕໍ່ມະນຸດຄົນໃດຈັກເທື່ອຕັ້ງແຕ່ມື້ເກີດຂອງພວກເຂົາ, ແຕ່ເມື່ອພວກເຂົາໄດ້ເຫັນພຣະທຳຂອງພຣະເຈົ້າໃນມື້ນີ້ ພວກເຂົາກໍຍອມຢ່າງສົມບູນໂດຍບໍ່ຮູ້ສຶກຕົວ ແລະ ບໍ່ກ້າກວດສອບ ຫຼື ເວົ້າສິ່ງອື່ນໆອີກ. ມະນຸດຊາດໄດ້ຕົກຢູ່ພາຍໃຕ້ພຣະທຳ ແລະ ນອນກາບລົງພາຍໃຕ້ການພິພາກສາຂອງພຣະທຳ. ຖ້າພຣະວິນຍານຂອງພຣະເຈົ້າກ່າວຕໍ່ມະນຸດໂດຍກົງ, ແລ້ວມະນຸດທຸກຄົນກໍຍິນຍອມຕໍ່ສຽງຂອງພຣະອົງ ແລະ ກົ້ມຫົວລົ້ມລົງໂດຍບໍ່ມີການເປີດເຜີຍຂໍ້ພຣະທໍາໃດໆ ຄ້າຍຄືກັບທີ່ໂປໂລລົ້ມລົງຂາບພື້ນພາຍໃຕ້ແສງສະຫວ່າງໃນຫົນທາງໄປສູ່ເມືອງດາມັດກັດ. ຖ້າພຣະເຈົ້າສືບຕໍ່ປະຕິບັດພາລະກິດແບບນີ້, ມະນຸດກໍຈະບໍ່ສາມາດຮູ້ຈັກຄວາມເສື່ອມຊາມຂອງເຂົາເອງຜ່ານທາງການພິພາກສາໂດຍພຣະທຳ ແລະ ກໍບໍ່ສາມາດຮັບເອົາຄວາມລອດພົ້ນໄດ້. ມີພຽງແຕ່ໂດຍການກາຍມາເປັນເນື້ອໜັງ ພຣະອົງຈຶ່ງສາມາດກ່າວພຣະທຳຂອງພຣະອົງເຂົ້າໃສ່ຫູຂອງມະນຸດແຕ່ລະຄົນດ້ວຍຕົວພຣະອົງເອງໄດ້, ເພື່ອວ່າທຸກຄົນທີ່ມີຫູກໍຈະໄດ້ຍິນພຣະທຳຂອງພຣະອົງ ແລະ ຮັບເອົາພາລະກິດແຫ່ງການພິພາກສາໂດຍພຣະທຳຂອງພຣະອົງ. ມີພຽງແຕ່ດ້ວຍວິທີນີ້ຈຶ່ງຈະໄດ້ຮັບຜົນຈາກພຣະທຳຂອງພຣະອົງ, ແທນທີ່ຈະໃຫ້ພຣະວິນຍານປາກົດຕົວຂຶ້ນເພື່ອເຮັດໃຫ້ມະນຸດຢ້ານຈົນຍອມຈຳນົນ. ມີພຽງຜ່ານທາງພາລະກິດຕົວຈິງ ແລະ ພິເສດນີ້ເທົ່ານັ້ນ ອຸປະນິໄສເກົ່າຂອງມະນຸດ ທີ່ຝັງເລິກຢູ່ພາຍໃນເປັນເວລາຫຼາຍປີ ຈຶ່ງຈະສາມາດຖືກເປີດເຜີຍຢ່າງສົມບູນ, ເພື່ອວ່າມະນຸດຈະຮູ້ຈັກສິ່ງນັ້ນ ແລະ ປ່ຽນແປງມັນ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນພາລະກິດຕົວຈິງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ເຊິ່ງພຣະອົງຈະບັນລຸຜົນແຫ່ງການພິພາກສາຕໍ່ມະນຸດໂດຍພຣະທຳ ດ້ວຍການເວົ້າ ແລະ ການປະຕິບັດການພິພາກສາໃນລັກສະນະຕົວຈິງ. ນີ້ແມ່ນລິດອຳນາດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າ. ມັນຖືກປະຕິບັດເພື່ອເຮັດໃຫ້ລິດອຳນາດຂອງພຣະເຈົ້າທີ່ບັງເກີດເປັນມະນຸດເປັນທີ່ຮູ້ຈັກ, ເພື່ອເຮັດໃຫ້ຜົນຮັບທີ່ມາຈາກພາລະກິດແຫ່ງພຣະທຳເປັນທີ່ຮູ້ຈັກ ແລະ ເພື່ອເຮັດໃຫ້ເປັນທີ່ຮູ້ຈັກວ່າພຣະວິນຍານໄດ້ມາຢູ່ໃນເນື້ອໜັງ ແລະ ສະແດງລິດອຳນາດຂອງພຣະອົງຜ່ານການພິພາກສາມະນຸດໂດຍພຣະທຳ. ເຖິງແມ່ນເນື້ອໜັງຂອງພຣະອົງເປັນຮູບລັກສະນະພາຍນອກຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ທຳມະດາ, ແຕ່ສິ່ງນັ້ນກໍຄືຜົນຮັບມາຈາກພຣະທຳຂອງພຣະອົງ ເພື່ອສະແດງໃຫ້ມະນຸດເຫັນວ່າ ພຣະອົງເຕັມໄປດ້ວຍລິດອຳນາດ, ພຣະອົງເປັນພຣະເຈົ້າເອງ ແລະ ພຣະທຳຂອງພຣະອົງເປັນການສະແດງອອກຂອງພຣະອົງເອງ. ດ້ວຍສິ່ງນີ້ ມະນຸດຊາດທັງປວງກໍຈະໄດ້ເຫັນວ່າພຣະອົງເປັນພຣະເຈົ້າ, ພຣະອົງເປັນພຣະເຈົ້າທີ່ກາຍມາເປັນເນື້ອໜັງ ແລະ ບໍ່ມີໃຜສາມາດລ່ວງເກີນພຣະອົງໄດ້ ແລະ ບໍ່ມີໃຜສາມາດຢູ່ເໜືອການພິພາກສາໂດຍພຣະທຳຂອງພຣະອົງ ແລະ ບໍ່ມີກອງກຳລັງແຫ່ງຄວາມມືດໃດສາມາດເອົາຊະນະລິດອຳນາດຂອງພຣະອົງໄດ້. ມະນຸດຍອມພຣະອົງທັງໝົດກໍເພາະວ່າພຣະອົງເປັນພຣະທຳທີ່ກາຍມາເປັນເນື້ອໜັງ, ຍ້ອນລິດອຳນາດຂອງພຣະອົງ ແລະ ຍ້ອນການພິພາກສາໂດຍພຣະທຳຂອງພຣະອົງ. ພາລະກິດຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງໄດ້ນໍາມາລິດອຳນາດທີ່ພຣະອົງມີ. ເຫດຜົນທີ່ວ່າ ເປັນຫຍັງພຣະອົງຈຶ່ງກາຍມາເປັນເນື້ອໜັງກໍຍ້ອນເນື້ອໜັງຍັງສາມາດມີສິດອຳນາດ ແລະ ພຣະອົງກໍສາມາດປະຕິບັດພາລະກິດໃນລັກສະນະຕົວຈິງທ່າມກາງມະນຸດຊາດ, ໃນລັກສະນະທີ່ມະນຸດສາມາດເຫັນ ແລະ ຈັບຕ້ອງໄດ້. ພາລະກິດນີ້ແມ່ນເປັນຈິງຫຼາຍກວ່າພາລະກິດທີ່ພຣະວິນຍານຂອງພຣະເຈົ້າປະຕິບັດໂດຍກົງ ຜູ້ເຊິ່ງມີສິດອຳນາດທັງໝົດ ແລະ ຜົນຕາມມາຂອງພາລະກິດນັ້ນກໍເຫັນໄດ້ຢ່າງຊັດເຈນ. ນີ້ກໍຍ້ອນວ່າ ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າສາມາດເວົ້າ ແລະ ປະຕິບັດພາລະກິດໃນລັກສະນະຕົວຈິງ. ຮູບຮ່າງພາຍນອກຂອງເນື້ອໜັງຂອງພຣະອົງບໍ່ມີລິດອຳນາດ ແລະ ມະນຸດກໍສາມາດເຂົ້າເຖິງໄດ້, ໃນຂະນະທີ່ທາດແທ້ຂອງພຣະອົງມີລິດອຳນາດ, ແຕ່ບໍ່ມີໃຜສາມາດເຫັນລິດອຳນາດຂອງພຣະອົງໄດ້. ເມື່ອພຣະອົງກ່າວ ແລະ ປະຕິບັດພາລະກິດ, ມະນຸດບໍ່ສາມາດກວດພົບລິດອຳນາດຂອງພຣະອົງໄດ້; ສິ່ງນີ້ຊ່ວຍໃຫ້ພຣະອົງປະຕິບັດພາລະກິດຢ່າງເປັນທໍາຊາດແທ້ຈິງ. ແລ້ວພາລະກິດທີ່ເປັນຈິງທັງໝົດນີ້ແມ່ນສາມາດບັນລຸຜົນໄດ້ຢ່າງສົມບູນ. ເຖິງແມ່ນບໍ່ມີໃຜຮູ້ວ່າພຣະອົງມີລິດອຳນາດ ຫຼື ເຫັນວ່າພຣະອົງບໍ່ຄວນຖືກລ່ວງເກີນ ຫຼື ເຫັນເຖິງຄວາມໂກດຮ້າຍຂອງພຣະອົງ, ພຣະອົງກໍບັນລຸຜົນຕາມເຈດຕະນາຂອງພຣະທຳຂອງພຣະອົງຜ່ານລິດອຳນາດທີ່ລີ້ລັບຂອງພຣະອົງ, ຜ່ານຄວາມໂກດຮ້າຍທີ່ລີ້ລັບຂອງພຣະອົງ ແລະ ຜ່ານພຣະທຳທີ່ພຣະອົງກ່າວຢ່າງເປີດເຜີຍ. ເວົ້າອີກຢ່າງໜຶ່ງກໍຄື ຜ່ານທາງນໍ້າສຽງຂອງພຣະອົງ, ຄວາມເດັດຂາດຂອງຖ້ອຍຄຳຂອງພຣະອົງ ແລະ ສະຕິປັນຍາທັງໝົດຂອງພຣະທຳຂອງພຣະອົງ, ມະນຸດຈຶ່ງພາກັນເຊື່ອຢ່າງສິ້ນເຊີງ. ໃນລັກສະນະນີ້ ມະນຸດຍອມອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ຜູ້ທີ່ເບິ່ງຄືວ່າ ບໍ່ມີລິດອຳນາດ, ດ້ວຍເຫດນັ້ນຈຶ່ງບັນລຸຕາມເປົ້າໝາຍຂອງພຣະເຈົ້າໃນການຊ່ວຍມະນຸດໃຫ້ລອດພົ້ນ. ນີ້ແມ່ນອີກດ້ານໜຶ່ງຂອງຄວາມໝາຍຂອງການບັງເກີດເປັນມະນຸດ: ເພື່ອກ່າວຢ່າງເປັນຈິງຫຼາຍຂຶ້ນ ແລະ ປ່ອຍໃຫ້ຄວາມເປັນຈິງແຫ່ງພຣະທຳຂອງພຣະອົງມີຜົນສະທ້ອນໃນມະນຸດ, ເພື່ອວ່າ ມະນຸດຈະໄດ້ເປັນພະຍານເຖິງລິດອຳນາດແຫ່ງພຣະທຳຂອງພຣະເຈົ້າ. ສະນັ້ນ ພາລະກິດນີ້ ຖ້າບໍ່ຖືກປະຕິບັດຜ່ານການບັງເກີດເປັນມະນຸດ ມັນກໍຈະບໍ່ສາມາດບັນລຸຜົນໄດ້ແມ່ນແຕ່ໜ້ອຍດຽວ ແລະ ບໍ່ສາມາດຊ່ວຍຄົນຜິດບາບໃຫ້ລອດພົ້ນໄດ້ຢ່າງສົມບູນ.
(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ເພາະຄົນທີ່ຖືກພິພາກສາແມ່ນມະນຸດ, ມະນຸດທີ່ເກີດຈາກເນື້ອໜັງ ແລະ ຖືກເຮັດໃຫ້ເສື່ອມຊາມ ແລະ ບໍ່ແມ່ນວິນຍານຂອງຊາຕານທີ່ຖືກພິພາກສາໂດຍກົງ, ພາລະກິດແຫ່ງການພິພາກສາຈຶ່ງບໍ່ຖືກປະຕິບັດໃນໂລກຝ່າຍວິນຍານ, ແຕ່ທ່າມກາງມະນຸດ. ບໍ່ມີໃຜທີ່ເໝາະສົມ ແລະ ມີຄຸນສົມບັດໄປກວ່າພຣະເຈົ້າທີ່ຢູ່ໃນເນື້ອໜັງສຳລັບການປະຕິບັດພາລະກິດແຫ່ງການພິພາກສາຄວາມເສື່ອມຊາມຂອງເນື້ອໜັງຂອງມະນຸດ. ຖ້າການພິພາກສາຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າໂດຍກົງ, ແລ້ວມັນກໍຈະບໍ່ລວມເຖິງທຸກສິ່ງ. ຍິ່ງໄປກວ່ານັ້ນ, ພາລະກິດດັ່ງກ່າວແມ່ນຍາກທີ່ຈະໃຫ້ມະນຸດຍອມຮັບເອົາ, ຍ້ອນພຣະວິນຍານບໍ່ສາມາດມາຢູ່ຕໍ່ໜ້າມະນຸດໄດ້ ແລະ ຍ້ອນເຫດນີ້ ຜົນຈຶ່ງຈະບໍ່ເກີດຂຶ້ນທັນທີ, ແລ້ວແຮງໄກທີ່ມະນຸດຈະສາມາດເບິ່ງເຫັນອຸປະນິໄສທີ່ບໍ່ສາມາດລະເມີດໄດ້ຂອງພຣະເຈົ້າຢ່າງຊັດເຈນຍິ່ງຂຶ້ນ. ຊາຕາມສາມາດຖືກເອົາຊະນະໄດ້ຢ່າງສົມບູນ ຖ້າພຣະເຈົ້າທີ່ຢູ່ໃນເນື້ອໜັງພິພາກສາຄວາມເສື່ອມຊາມຂອງມະນຸດຊາດ. ການເປັນຄືມະນຸດເຮັດໃຫ້ມີຄວາມເປັນມະນຸດທຳມະດາ, ພຣະເຈົ້າທີ່ຢູ່ໃນເນື້ອໜັງຈຶ່ງສາມາດພິພາກສາຄວາມບໍ່ຊອບທຳຂອງມະນຸດໂດຍກົງໄດ້; ນີ້ແມ່ນສັນຍາລັກຂອງຄວາມບໍລິສຸດໂດຍທຳມະຊາດຂອງພຣະອົງ ແລະ ຄວາມພິເສດຂອງພຣະອົງ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ມີຄຸນສົມບັດ ແລະ ຢູ່ໃນຕໍາແໜ່ງທີ່ພິພາກສາມະນຸດ, ຍ້ອນພຣະອົງມີຄວາມຈິງ ແລະ ຄວາມຊອບທຳ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງສາມາດພິພາກສາມະນຸດ. ຄົນທີ່ປາສະຈາກຄວາມຈິງ ແລະ ຄວາມຊອບທຳບໍ່ເໝາະສົມທີ່ຈະພິພາກສາຄົນອື່ນ. ຖ້າພາລະກິດນີ້ຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າ, ແລ້ວມັນກໍຈະບໍ່ແມ່ນການເອົາໄຊຊະນະເໜືອຊາຕານ. ໂດຍທຳມະຊາດແລ້ວ ພຣະວິນຍານສູງສົ່ງກວ່າມະນຸດ ແລະ ໂດຍທຳມະຊາດແລ້ວ ພຣະວິນຍານຂອງພຣະເຈົ້າບໍລິສຸດ ແລະ ມີໄຊຊະນະເໜືອເນື້ອໜັງ. ຖ້າພຣະວິນຍານປະຕິບັດພາລະກິດນີ້ໂດຍກົງ, ພຣະອົງກໍຈະບໍ່ສາມາດພິພາກສາຄວາມບໍ່ເຊື່ອຟັງທັງໝົດຂອງມະນຸດໄດ້ ແລະ ບໍ່ສາມາດເປີດເຜີຍຄວາມບໍ່ຊອບທຳທັງໝົດຂອງມະນຸດ. ຍ້ອນພາລະກິດແຫ່ງການພິພາກສາຍັງໄດ້ປະຕິບັດຜ່ານແນວຄິດຂອງມະນຸດທີ່ມີກ່ຽວກັບພຣະເຈົ້າ ແລະ ມະນຸດບໍ່ເຄີຍມີແນວຄິດກ່ຽວກັບພຣະວິນຍານ ແລະ ດ້ວຍເຫດນີ້ ພຣະວິນຍານຈຶ່ງບໍ່ສາມາດເປີດໂປງຄວາມບໍ່ຊອບທຳຂອງມະນຸດໄດ້ດີກວ່າ, ແລ້ວແຮງໄກທີ່ຈະເປີດໂປງຄວາມບໍ່ຊອບທຳດັ່ງກ່າວຢ່າງສົມບູນ. ພຣະເຈົ້າທີ່ບັງເກີດເປັນມະນຸດຄືສັດຕູຂອງທຸກຄົນທີ່ບໍ່ຮູ້ຈັກພຣະອົງ. ຜ່ານການພິພາກສາແນວຄິດຂອງມະນຸດ ແລະ ການຕໍ່ຕ້ານພຣະອົງ, ພຣະອົງເປີດໂປງຄວາມບໍ່ເຊື່ອຟັງທຸກຢ່າງຂອງມະນຸດຊາດ. ຜົນຂອງພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງກໍຊັດເຈນກວ່າພາລະກິດຂອງພຣະວິນຍານ. ດ້ວຍເຫດນັ້ນ, ການພິພາກສາມະນຸດຊາດທັງປວງຈຶ່ງບໍ່ຖືກປະຕິບັດໂດຍພຣະວິນຍານໂດຍກົງ, ແຕ່ເປັນພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ພຣະເຈົ້າທີ່ຢູ່ໃນເນື້ອໜັງສາມາດເຫັນ ແລະ ສຳຜັດໄດ້ໂດຍມະນຸດ ແລະ ພຣະເຈົ້າທີ່ຢູ່ໃນເນື້ອໜັງສາມາດເອົາຊະນະມະນຸດໄດ້ຢ່າງສົມບູນ. ຄວາມສຳພັນທີ່ມະນຸດມີກັບພຣະເຈົ້າທີ່ສະຖິດຢູ່ໃນເນື້ອໜັງ, ມະນຸດພັດທະນາຈາກການຕໍ່ຕ້ານເປັນຄວາມເຊື່ອຟັງ, ຈາກການຂົມເຫັງເປັນການຍອມຮັບ, ຈາກແນວຄິດເປັນຄວາມຮູ້ ແລະ ຈາກການປະຕິເສດເປັນຄວາມຮັກ. ສິ່ງເຫຼົ່ານີ້ແມ່ນຜົນຂອງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ມະນຸດໄດ້ຮັບການຊ່ວຍເຫຼືອໃຫ້ລອດພົ້ນຜ່ານການຍອມຮັບການພິພາກສາຂອງພຣະອົງເທົ່ານັ້ນ, ພຽງແຕ່ມາຮູ້ຈັກພຣະອົງຜ່ານພຣະທຳຈາກປາກຂອງພຣະອົງເທື່ອລະໜ້ອຍ, ຖືກເອົາຊະນະໂດຍພຣະອົງໃນລະຫວ່າງທີ່ພວກເຂົາຕໍ່ຕ້ານພຣະອົງ ແລະ ຮັບເອົາການຈັດກຽມຊີວິດຈາກພຣະອົງໃນລະຫວ່າງການຍອມຮັບເອົາການຕີສອນຈາກພຣະອົງ. ທຸກພາລະກິດນີ້ແມ່ນພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ ແລະ ບໍ່ແມ່ນພາລະກິດຂອງພຣະເຈົ້າທີ່ຢູ່ໃນພຣະວິນຍານ.
(ຄັດຈາກບົດ “ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍທີ່ສຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ສິ່ງດີທີ່ສຸດກ່ຽວກັບພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງກໍຄືການທີ່ພຣະອົງສາມາດປະພຣະທຳ ແລະ ການຕັກເຕືອນທີ່ຖືກຕ້ອງ ແລະ ຄວາມປະສົງທີ່ສະເພາະເຈາະຈົງຂອງພຣະອົງໄວ້ໃຫ້ກັບມະນຸດຊາດຜູ້ທີ່ຕິດຕາມພຣະອົງ, ເພື່ອວ່າຫຼັງຈາກນັ້ນ ຜູ້ທີ່ຕິດຕາມພຣະອົງຈະສາມາດສົ່ງຕໍ່ພາລະກິດທຸກຢ່າງຂອງພຣະອົງທີ່ຢູ່ໃນເນື້ອໜັງ ແລະ ຄວາມປະສົງຂອງພຣະອົງໃຫ້ກັບມວນມະນຸດຊາດຜູ້ທີ່ຍອມຮັບຫົນທາງນີ້ຢ່າງຖືກຕ້ອງ ແລະ ເປັນຮູບປະທໍາຫຼາຍຍິ່ງຂຶ້ນ. ມີພຽງແຕ່ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງທ່າມກາງມະນຸດເທົ່ານັ້ນທີ່ເຮັດໃຫ້ຄວາມຈິງແຫ່ງການເປັນຢູ່ຂອງພຣະເຈົ້າ ແລະ ການດຳລົງຊີວິດຢູ່ຮ່ວມກັບມະນຸດສຳເລັດຢ່າງແທ້ຈິງ. ມີພຽງແຕ່ພາລະກິດນີ້ເທົ່ານັ້ນທີ່ປະຕິບັດຕາມຄວາມປາຖະໜາຂອງມະນຸດໃນການເບິ່ງໃບໜ້າຂອງພຣະເຈົ້າ, ເປັນພະຍານເຖິງພາລະກິດຂອງພຣະເຈົ້າ ແລະ ໄດ້ຍິນພຣະທຳສ່ວນຕົວຂອງພຣະເຈົ້າ. ພຣະເຈົ້າທີ່ບັງເກີດເປັນມະນຸດນໍາຈຸດສິ້ນສຸດມາສູ່ຍຸກທີ່ມະນຸດພຽງແຕ່ໄດ້ເຫັນດ້ານຫຼັງຂອງພຣະເຢໂຮວາເທົ່ານັ້ນ ແລະ ຍັງສິ້ນສຸດຍຸກທີ່ມະນຸດຊາດເຊື່ອໃນພຣະເຈົ້າທີ່ເລື່ອນລອຍ. ໂດຍສະເພາະແລ້ວ ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດຄັ້ງສຸດທ້າຍໄດ້ນໍາມະນຸດຊາດທັງປວງເຂົ້າສູ່ຍຸກທີ່ເປັນຈິງຫຼາຍຂຶ້ນ, ແທ້ຈິງຫຼາຍຂຶ້ນ ແລະ ສົດໃສຫຼາຍຂຶ້ນ. ພຣະອົງບໍ່ພຽງແຕ່ສິ້ນສຸດຍຸກແຫ່ງພຣະບັນຍັດ ແລະ ລັດທິ; ທີ່ສຳຄັນໄປກວ່ານັ້ນ ພຣະອົງເປີດເຜີຍພຣະເຈົ້າທີ່ເປັນຈິງ ແລະ ທຳມະດາຕໍ່ມະນຸດຊາດ ຜູ້ທີ່ຊອບທຳ ແລະ ບໍລິສຸດ, ຜູ້ທີ່ໄຂພາລະກິດແຫ່ງແຜນການຄຸ້ມຄອງ ແລະ ສະແດງຄວາມເລິກລັບ ແລະ ຈຸດໝາຍປາຍທາງຂອງມະນຸດຊາດ, ຜູ້ທີ່ສ້າງມະນຸດຊາດ ແລະ ນໍາການສິ້ນສຸດມາສູ່ພາລະກິດແຫ່ງການຄຸ້ມຄອງ ແລະ ຜູ້ທີ່ຍັງລີ້ລັບຢູ່ເປັນເວລາຫຼາຍພັນປີ. ພຣະອົງນໍາຍຸກແຫ່ງຄວາມເລື່ອນລອຍມາສູ່ການສິ້ນສຸດຢ່າງບໍລິບູນ, ພຣະອົງສໍາເລັດຍຸກທີ່ມະນຸດຊາດທັງປວງປາຖະໜາທີ່ຈະສະແຫວງຫາໃບໜ້າຂອງພຣະເຈົ້າ ແຕ່ບໍ່ສາມາດເຮັດໄດ້, ພຣະອົງສິ້ນສຸດຍຸກທີ່ມະນຸດຊາດທັງປວງຮັບໃຊ້ຊາຕານ ແລະ ນໍາພາມະນຸດຊາດທັງປວງເຂົ້າສູ່ຍຸກໃໝ່ຢ່າງສົມບູນ. ນີ້ລ້ວນແລ້ວແຕ່ແມ່ນຜົນຕາມມາຂອງພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ ແລະ ບໍ່ແມ່ນຜົນງານຂອງພຣະວິນຍານຂອງພຣະເຈົ້າ. ເມື່ອພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງຂອງພຣະອົງ, ຄົນທີ່ຕິດຕາມພຣະອົງກໍບໍ່ສະແຫວງຫາ ແລະ ງົມຫາສິ່ງທີ່ເລື່ອນລອຍ ແລະ ບໍ່ແຈ່ມແຈ້ງເຫຼົ່ານັ້ນອີກຕໍ່ໄປ ແລະ ເຊົາທາຍຄວາມປະສົງຂອງພຣະເຈົ້າທີ່ເລື່ອນລອຍ. ເມື່ອພຣະເຈົ້າຂະຫຍາຍພາລະກິດຂອງພຣະອົງໃນເນື້ອໜັງ, ຄົນທີ່ຕິດຕາມພຣະອົງກໍຈະສົ່ງຕໍ່ພາລະກິດທີ່ພຣະອົງປະຕິບັດໃນເນື້ອໜັງໄປສູ່ທຸກສາສະໜາ ແລະ ນິກາຍ ແລະ ພວກເຂົາຈະສື່ສານພຣະທຳທຸກຂໍ້ຂອງພຣະອົງສູ່ຫູຂອງມະນຸດຊາດທັງປວງ. ທຸກສິ່ງທີ່ຜູ້ຮັບຂ່າວປະເສີດຂອງພຣະອົງໄດ້ຍິນຈະເປັນຄວາມຈິງທີ່ມະນຸດເຫັນ ແລະ ໄດ້ຍິນດ້ວຍຕົນເອງ ແລະ ຈະເປັນຄວາມຈິງ ແລະ ບໍ່ແມ່ນຄວາມເລົ່າລື. ຄວາມຈິງເຫຼົ່ານີ້ແມ່ນຫຼັກຖານທີ່ພຣະອົງເຜີຍແຜ່ພາລະກິດ ແລະ ຍັງເປັນເຄື່ອງມືທີ່ພຣະອົງນໍາໃຊ້ໃນການເຜີຍແຜ່ຂ່າວປະເສີດ. ຫາກປາສະຈາກການມີຢູ່ຂອງຄວາມຈິງ, ຂ່າວປະເສີດຂອງພຣະອົງຈະບໍ່ເຜີຍແຜ່ທົ່ວບັນດາປະເທດ ແລະ ໄປທຸກແຫ່ງ; ຫາກປາສະຈາກຄວາມຈິງ ແຕ່ມີພຽງຈິນຕະນາການຂອງມະນຸດ, ພຣະອົງຈະບໍ່ສາມາດປະຕິບັດພາລະກິດແຫ່ງການເອົາຊະນະຈັກກະວານທັງປວງໄດ້ຈັກເທື່ອ. ພຣະວິນຍານແມ່ນຍາກທີ່ຈະເຂົ້າໃຈສຳລັບມະນຸດ ແລະ ມະນຸດບໍ່ສາມາດເຫັນໄດ້ ແລະ ພາລະກິດຂອງພຣະວິນຍານກໍບໍ່ສາມາດປະຖິ້ມຫຼັກຖານ ຫຼື ຄວາມຈິງເພີ່ມເຕີ່ມກ່ຽວກັບພາລະກິດຂອງພຣະເຈົ້າໄວ້ໃຫ້ມະນຸດໄດ້. ມະນຸດຈະບໍ່ເຫັນໃບໜ້າທີ່ແທ້ຈິງຂອງພຣະເຈົ້າຈັກເທື່ອ ແລະ ຈະເຊື່ອໃນພຣະເຈົ້າທີ່ເລື່ອນລອຍທີ່ບໍ່ມີຈິງຢູ່ສະເໝີ. ມະນຸດຈະບໍ່ເຫັນໜ້າຕາຂອງພຣະເຈົ້າຈັກເທື່ອ ຫຼື ມະນຸດຈະບໍ່ໄດ້ຍິນພຣະທຳທີ່ພຣະເຈົ້າກ່າວດ້ວຍຕົນເອງ. ໃນທີ່ສຸດແລ້ວ ຈິນຕະນາການຂອງມະນຸດກໍຄືຫວ່າງເປົ່າ ແລະ ບໍ່ສາມາດແທນໃບໜ້າທີ່ແທ້ຈິງຂອງພຣະເຈົ້າໄດ້; ອຸປະນິໄສໂດຍທຳມະຊາດຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າເອງກໍບໍ່ສາມາດຮຽນແບບໄດ້ໂດຍມະນຸດ. ພຣະເຈົ້າທີ່ບໍ່ສາມາດເຫັນໄດ້ທີ່ຢູ່ໃນສະຫວັນ ແລະ ພາລະກິດຂອງພຣະອົງສາມາດນໍາມາເທິງແຜ່ນດິນໂລກໂດຍພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ ຜູ້ເຊິ່ງປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດດ້ວຍຕົວພຣະອົງເອງ. ນີ້ແມ່ນວິທີທີ່ເໝາະສົມທີ່ສຸດທີ່ພຣະເຈົ້າປາກົດຕໍ່ມະນຸດ ເຊິ່ງມະນຸດເຫັນພຣະເຈົ້າ ແລະ ມາຮູ້ຈັກໃບໜ້າທີ່ແທ້ຈິງຂອງພຣະເຈົ້າ. ພຣະເຈົ້າທີ່ບໍ່ໄດ້ບັງເກີດເປັນມະນຸດແມ່ນບໍ່ສາມາດບັນລຸສິ່ງນີ້ໄດ້.
(ຄັດຈາກບົດ “ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍທີ່ສຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງຕ້ອງຖືກປະຕິບັດໃນເນື້ອໜັງ. ຖ້າພາລະກິດນັ້ນຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າໂດຍກົງ ມັນກໍຈະບໍ່ເກີດຜົນຫຍັງເລີຍ. ເຖິງແມ່ນວ່າ ພຣະວິນຍານປະຕິບັດພາລະກິດນັ້ນ, ພາລະກິດກໍຈະບໍ່ມີຄວາມໝາຍທີ່ຍິ່ງໃຫຍ່ເລີຍ ແລະ ໃນທີ່ສຸດກໍຈະບໍ່ດົນໃຈ. ທຸກສິ່ງທີ່ມີຊີວິດຕ້ອງການຢາກຮູ້ວ່າ ພາລະກິດຂອງພຣະຜູ້ສ້າງມີຄວາມໝາຍ ຫຼື ບໍ່ ແລະ ມັນເປັນຕົວແທນໃຫ້ກັບຫຍັງ ແລະ ມັນແມ່ນເພື່ອຫຍັງ ແລະ ພາລະກິດຂອງພຣະເຈົ້າເຕັມໄປດ້ວຍສິດອຳນາດ ແລະ ສະຕິປັນຍາ ຫຼື ບໍ່ ແລະ ມັນມີຄຸນຄ່າ ແລະ ຄວາມໝາຍທີ່ສຸດ ຫຼື ບໍ່. ພາລະກິດທີ່ພຣະອົງປະຕິບັດແມ່ນເພື່ອຄວາມລອດພົ້ນຂອງມະນຸດຊາດທັງປວງ, ເພື່ອເຫັນແກ່ການເອົາຊະນະຊາຕານ ແລະ ເພື່ອການເປັນພະຍານທ່າມກາງທຸກສິ່ງໃຫ້ກັບພຣະອົງເອງ. ເມື່ອເປັນດັ່ງນັ້ນ, ພາລະກິດທີ່ພຣະອົງປະຕິບັດຕ້ອງມີຄວາມໝາຍຫຼາຍ. ເນື້ອໜັງຂອງມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ເຮັດໃຫ້ຕາບອດສະໜິດ ແລະ ຖືກທຳລາຍຢ່າງເລິກເຊິ່ງ. ເຫດຜົນທີ່ສໍາຄັນທີ່ສຸດວ່າ ເປັນຫຍັງພຣະເຈົ້າຈຶ່ງປະຕິບັດພາລະກິດໃນເນື້ອໜັງດ້ວຍຕົວພຣະອົງເອງ ກໍຍ້ອນວ່າ ເປົ້າໝາຍທີ່ພຣະອົງຈະເຮັດໃຫ້ລອດພົ້ນແມ່ນມະນຸດ ຜູ້ທີ່ເກີດຈາກເນື້ອໜັງ ແລະ ຍ້ອນຊາຕານຍັງເຊື່ອເນື້ອໜັງຂອງມະນຸດເພື່ອລົບກວນພາລະກິດຂອງພຣະເຈົ້າ. ການຕໍ່ສູ້ກັບຊາຕານ ຄວາມຈິງແລ້ວ ຄືພາລະກິດແຫ່ງການເອົາຊະນະມະນຸດ ແລະ ໃນເວລາດຽວກັນ ມະນຸດກໍຍັງເປັນເປົ້າໝາຍຂອງຄວາມລອດພົ້ນຂອງພຣະເຈົ້າ. ໃນທຳນອງນີ້, ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດຈຶ່ງຈຳເປັນຕ້ອງມີ. ຊາຕານເຮັດໃຫ້ເນື້ອໜັງຂອງມະນຸດເສື່ອມຊາມ ແລະ ມະນຸດກາຍເປັນຕົວຕົນຂອງຊາຕານ ແລະ ກາຍເປັນເປົ້າໝາຍທີ່ຈະຖືກພຣະເຈົ້າເອົາຊະນະ. ໃນທຳນອງນີ້, ພາລະກິດແຫ່ງການຕໍ່ສູ້ກັບຊາຕານ ແລະ ການຊ່ວຍເຫຼືອມະນຸດຊາດໃຫ້ພົ້ນຈຶ່ງເກີດຂຶ້ນເທິງແຜ່ນດິນໂລກ ແລະ ພຣະເຈົ້າຕ້ອງກາຍເປັນມະນຸດເພື່ອຕໍ່ສູ້ກັບຊາຕານ. ນີ້ແມ່ນພາລະກິດທີ່ເປັນຈິງທີ່ສຸດ. ເມື່ອພຣະເຈົ້າກຳລັງປະຕິບັດພາລະກິດໃນເນື້ອໜັງ, ຕາມຄວາມຈິງແລ້ວ ພຣະອົງກຳລັງຕໍ່ສູ້ກັບຊາຕານທີ່ຢູ່ໃນເນື້ອໜັງ. ເມື່ອພຣະອົງປະຕິບັດພາລະກິດໃນເນື້ອໜັງ, ພຣະອົງກຳລັງປະຕິບັດພາລະກິດໃນອານາຈັກຝ່າຍວິນຍານ ແລະ ເຮັດໃຫ້ພາລະກິດທັງໝົດຂອງພຣະອົງໃນອະນາຈັກຝ່າຍວິນຍານນັ້ນເປັນຈິງເທິງແຜ່ນດິນໂລກ. ຜູ້ທີ່ຖືກເອົາຊະນະແມ່ນມະນຸດ, ຜູ້ເຊິ່ງບໍ່ເຊື່ອຟັງພຣະອົງ, ຜູ້ທີ່ຖືກເອົາຊະນະແມ່ນຕົວຕົນຂອງຊາຕານ (ແນ່ນອນ, ນີ້ກໍຍັງແມ່ນມະນຸດ), ຜູ້ທີ່ເປັນສັດຕູກັບພຣະອົງ ແລະ ຜູ້ທີ່ຖືກຊ່ວຍໃຫ້ລອດພົ້ນໃນທີ່ສຸດກໍຍັງແມ່ນມະນຸດ. ດ້ວຍເຫດນີ້, ມັນຍິ່ງຈຳເປັນສຳລັບພຣະອົງທີ່ຈະກາຍເປັນມະນຸດທີ່ມີຮູບຮ່າງພາຍນອກຂອງສິ່ງທີ່ມີຊີວິດ ເພື່ອວ່າ ພຣະອົງຈະສາມາດຕໍ່ສູ້ກັບຊາຕານຢ່າງແທ້ຈິງ, ເອົາຊະນະມະນຸດຜູ້ທີ່ບໍ່ເຊື່ອຟັງພຣະອົງ ແລະ ມີຮ່າງກາຍທີ່ຄືກັບພຣະອົງ ແລະ ຊ່ວຍເຫຼືອມະນຸດໃຫ້ລອດພົ້ນຜູ້ທີ່ມີຮ່າງກາຍຄືກັບພຣະອົງ ແລະ ຖືກຊາຕານທຳລາຍ. ສັດຕູຂອງພຣະອົງແມ່ນມະນຸດ, ເປົ້າໝາຍແຫ່ງການເອົາຊະນະຂອງພຣະອົງກໍແມ່ນມະນຸດ ແລະ ເປົ້າໝາຍແຫ່ງຄວາມລອດພົ້ນຂອງພຣະອົງກໍແມ່ນມະນຸດ ຜູ້ທີ່ຖືກພຣະອົງສ້າງ. ສະນັ້ນ ພຣະອົງຕ້ອງກາຍເປັນມະນຸດ ແລະ ດ້ວຍວິທີນີ້ ພາລະກິດຂອງພຣະອົງຈຶ່ງງ່າຍທີ່ສຸດ. ພຣະອົງສາມາດເອົາຊະນະຊາຕານ ແລະ ເອົາຊະນະມະນຸດຊາດ ແລະ ຍິ່ງໄປກວ່ານັ້ນ ພຣະອົງສາມາດຊ່ວຍເຫຼືອມະນຸດຊາດໃຫ້ພົ້ນ... ເນື້ອໜັງນີ້ສຳຄັນຫຼາຍຕໍ່ມະນຸດຊາດ ເພາະວ່າ ພຣະອົງເປັນມະນຸດ ແລະ ຍິ່ງເປັນພຣະເຈົ້າ, ເພາະພຣະອົງສາມາດປະຕິບັດພາລະກິດທີ່ມະນຸດປົກກະຕິທີ່ເກີດຈາກເນື້ອໜັງບໍ່ສາມາດເຮັດໄດ້ ແລະ ເພາະວ່າ ພຣະອົງສາມາດຊ່ວຍມະນຸດໃຫ້ພົ້ນຈາກຄວາມເສື່ອມຊາມ, ມະນຸດຜູ້ທີ່ດຳລົງຊີວິດຢູ່ຮ່ວມກັບພຣະອົງເທິງແຜ່ນດິນໂລກ. ເຖິງແມ່ນພຣະອົງຄ້າຍຄືກັບມະນຸດ, ພຣະເຈົ້າທີ່ບັງເກີດເປັນມະນຸດກໍສຳຄັນຕໍ່ມະນຸດຫຼາຍກວ່າຄົນອື່ນໆທີ່ມີຄຸນຄ່າສູງສົ່ງ, ຍ້ອນພຣະອົງສາມາດປະຕິບັດພາລະກິດທີ່ພຣະວິນຍານຂອງພຣະເຈົ້າບໍ່ສາມາດປະຕິບັດໄດ້, ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້ຫຼາຍກວ່າພຣະວິນຍານຂອງພຣະເຈົ້າ ແລະ ສາມາດຮັບເອົາມະນຸດຊາດໄດ້ຢ່າງສົມບູນກວ່າພຣະວິນຍານຂອງພຣະເຈົ້າ. ຜົນຕາມມາກໍຄື ເຖິງແມ່ນເນື້ອໜັງນີ້ທຳມະດາ ແລະ ປົກກະຕິ, ການທີ່ພຣະອົງປະກອບສ່ວນຕໍ່ມະນຸດຊາດ ແລະ ຄວາມໝາຍຂອງພຣະອົງຕໍ່ການຢູລອດຂອງມະນຸດຊາດເຮັດໃຫ້ພຣະອົງມີຄ່າຢ່າງສູງ; ແລະ ຄຸນຄ່າ ແລະ ຄວາມໝາຍທີ່ແທ້ຈິງຂອງເນື້ອໜັງນີ້ແມ່ນບໍ່ສາມາດວັດແທກໄດ້ໂດຍມະນຸດ. ເຖິງແມ່ນເນື້ອໜັງນີ້ບໍ່ສາມາດທຳລາຍຊາຕານໂດຍກົງ, ພຣະອົງກໍສາມາດໃຊ້ພາລະກິດຂອງພຣະອົງເພື່ອເອົາຊະນະມະນຸດຊາດ ແລະ ເອົາຊະນະຊາຕານ ແລະ ເຮັດໃຫ້ຊາຕານຕົກຢູ່ພາຍໃຕ້ອຳນາດຂອງພຣະອົງຢ່າງສົມບູນ. ມັນເປັນຍ້ອນພຣະເຈົ້າບັງເກີດເປັນມະນຸດ ພຣະອົງຈຶ່ງສາມາດເອົາຊະນະຊາຕານໄດ້ ແລະ ສາມາດຊ່ວຍເຫຼືອມະນຸດຊາດໃຫ້ລອດພົ້ນ. ພຣະອົງບໍ່ໄດ້ທຳລາຍຊາຕານໂດຍກົງ, ແຕ່ກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດໃນການເອົາຊະນະມະນຸດຊາດ ຜູ້ເຊິ່ງຖືກຊາຕານເຮັດໃຫ້ເສື່ອມຊາມ. ດ້ວຍເຫດນີ້, ພຣະອົງຈຶ່ງສາມາດເປັນພະຍານໃຫ້ກັບພຣະອົງເອງໄດ້ດີກວ່າສັບພະສິ່ງທີ່ຖືກສ້າງຂຶ້ນທັງປວງ ແລະ ສາມາດຊ່ວຍມະນຸດໃຫ້ລອດພົ້ນຈາກຄວາມເສື່ອມຊາມໄດ້ດີກວ່າ. ການເອົາຊະນະຊາຕານຂອງພຣະເຈົ້າທີ່ບັງເກີດເປັນມະນຸດເປັນພະຍານທີ່ຍິ່ງໃຫຍ່ກວ່າ ແລະ ດົນບັນດານໃຈກວ່າການທີ່ພຣະວິນຍານຂອງພຣະເຈົ້າທຳລາຍຊາຕານໂດຍກົງ. ພຣະເຈົ້າທີ່ຢູ່ໃນເນື້ອໜັງສາມາດຊ່ວຍໃຫ້ມະນຸດຮູ້ຈັກພຣະຜູ້ສ້າງໄດ້ດີກວ່າ ແລະ ສາມາດເປັນພະຍານໃຫ້ກັບພຣະເຈົ້າເອງໃນທ່າມກາງສັບພະທຸກສິ່ງທີ່ຖືກສ້າງໄດ້ດີກວ່າ.
(ຄັດຈາກບົດ “ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍທີ່ສຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)