4. ຄວາມແຕກຕ່າງທີ່ສໍາຄັນລະຫວ່າງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ຄົນທີ່ຖືກພຣະເຈົ້າໃຊ້

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຖືກເອີ້ນວ່າ ພຣະຄຣິດ ແລະ ພຣະຄຣິດເປັນມະນຸດທີ່ຖືກສະຖິດໂດຍພຣະວິນຍານຂອງພຣະເຈົ້າ. ມະນຸດທີ່ກ່າວເຖິງບໍ່ຄືກັບມະນຸດທົ່ວໄປທີ່ເກີດຈາກເນື້ອໜັງ. ຄວາມແຕກຕ່າງກໍຍ້ອນພຣະຄຣິດບໍ່ໄດ້ເກີດຈາກເນື້ອໜັງ ແລະ ເລືອດເນື້ອ ແຕ່ເປັນການບັງເກີດເປັນມະນຸດຂອງພຣະວິນຍານ. ພຣະອົງມີທັງຄວາມເປັນມະນຸດທີ່ທຳມະດາ ແລະ ຄວາມເປັນພຣະເຈົ້າທີ່ສົມບູນ. ຄວາມເປັນພຣະເຈົ້າຂອງພຣະອົງບໍ່ໄດ້ຖືກຄອບງໍາໂດຍມະນຸດຄົນໃດ. ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງປະຄັບປະຄອງກິດຈະກຳທີ່ທຳມະດາທັງໝົດຂອງພຣະອົງທີ່ເກີດຂຶ້ນທາງເນື້ອໜັງ ໃນຂະນະທີ່ຄວາມເປັນພຣະເຈົ້າຂອງພຣະອົງປະຕິບັດພາລະກິດຂອງພຣະເຈົ້າດ້ວຍຕົວພຣະອົງເອງ. ບໍ່ວ່າຄວາມເປັນມະນຸດ ຫຼື ຄວາມເປັນພຣະເຈົ້າ ທັງສອງກໍຢູ່ພາຍໃຕ້ຄວາມປະສົງຂອງພຣະບິດາໃນສະຫວັນ. ທາດແທ້ຂອງພຣະຄຣິດແມ່ນພຣະວິນຍານ ນັ້ນກໍຄື ຄວາມເປັນພຣະເຈົ້າ. ດ້ວຍເຫດນັ້ນ ທາດແທ້ຂອງພຣະອົງແມ່ນເກີດຈາກຕົວພຣະອົງເອງ; ທາດແທ້ນີ້ຈະບໍ່ຂັດຂວາງພາລະກິດຂອງພຣະອົງເອງ ແລະ ເປັນໄປບໍ່ໄດ້ທີ່ພຣະອົງຈະສາມາດເຮັດໃນສິ່ງໃດກໍຕາມທີ່ທຳລາຍພາລະກິດຂອງພຣະອົງເອງ ຫຼື ພຣະອົງເຄີຍກ່າວພຣະທຳໃດໆທີ່ຕໍ່ຕ້ານຄວາມປະສົງຂອງພຣະອົງເອງ. ສະນັ້ນ ພຣະເຈົ້າທີ່ບັງເກີດເປັນມະນຸດຈະບໍ່ປະຕິບັດພາລະກິດໃດກໍຕາມທີ່ຂັດຂວາງການຄຸ້ມຄອງຂອງພຣະອົງເອງຢ່າງແນ່ນອນ. ນີ້ຄືສິ່ງທີ່ມະນຸດຄວນເຂົ້າໃຈ.

(ຄັດຈາກບົດ “ທາດແທ້ຂອງພຣະຄຣິດຄືການເຊື່ອຟັງຄວາມປະສົງຂອງພຣະບິດາໃນສະຫວັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຍ້ອນພຣະອົງເປັນມະນຸດທີ່ມີແກ່ນແທ້ຂອງພຣະເຈົ້າ ພຣະອົງຈຶ່ງຢູ່ເໜືອມະນຸດທຸກຄົນທີ່ຖືກສ້າງຂຶ້ນ, ຢູ່ເໜືອມະນຸດທຸກຄົນທີ່ສາມາດປະຕິບັດພາລະກິດຂອງພຣະເຈົ້າ. ດ້ວຍເຫດນັ້ນ ທ່າມກາງທຸກຄົນທີ່ມີຮ່າງກາຍຂອງມະນຸດຄືກັບພຣະອົງ, ທ່າມກາງທຸກຄົນທີ່ມີຄວາມເປັນມະນຸດ, ມີພຽງແຕ່ພຣະອົງເອງທີ່ເປັນພຣະເຈົ້າທີ່ບັງເກີດເປັນມະນຸດ, ສ່ວນຄົນອື່ນໆແມ່ນເປັນມະນຸດທີ່ຖືກສ້າງຂຶ້ນ. ເຖິງແມ່ນວ່າ ພວກເຂົາທັງໝົດມີຄວາມເປັນມະນຸດ, ມະນຸດທີ່ຖືກສ້າງຂຶ້ນບໍ່ມີສິ່ງໃດນອກຈາກຄວາມເປັນມະນຸດ, ໃນຂະນະດຽວກັນ ພຣະເຈົ້າທີ່ບັງເກີດເປັນມະນຸດນັ້ນແມ່ນແຕກຕ່າງ: ໃນເນື້ອໜັງຂອງພຣະອົງ ພຣະອົງບໍ່ພຽງແຕ່ມີຄວາມເປັນມະນຸດ ແຕ່ທີ່ສຳຄັນກວ່ານັ້ນກໍຄືມີຄວາມເປັນພຣະເຈົ້າ.

(ຄັດຈາກບົດ “ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເມື່ອພຣະເຈົ້າມາສູ່ເນື້ອໜັງ, ຖ້າພຣະອົງພຽງແຕ່ກະທໍາພາລະກິດຂອງຄວາມເປັນພຣະເຈົ້າເທົ່ານັ້ນ ໂດຍທີ່ບໍ່ມີຜູ້ຄົນສະແຫວງຫາໃຈຂອງພຣະອົງ ເພື່ອປະຕິບັດພາລະກິດຮ່ວມກັບພຣະອົງ, ມະນຸດກໍຈະບໍ່ສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າ ຫຼື ພົວພັນກັບພຣະອົງໄດ້. ພຣະເຈົ້າຕ້ອງໃຊ້ຜູ້ຄົນທໍາມະດາທີ່ສະແຫວງຫາໃຈຂອງພຣະອົງ ເພື່ອສໍາເລັດພາລະກິດນີ້, ເພື່ອເບິ່ງແຍງ ແລະ ຊີ້ນໍາຄຣິສຕະຈັກ ເພື່ອລະດັບທີ່ການຮັບຮູ້ຂອງມະນຸດ ກໍຄືສະໝອງຂອງເຂົາປະມວນນັ້ນຈະສາມາດຈິນຕະນາການໄດ້. ເວົ້າອີກແບບໜຶ່ງກໍຄື ພຣະເຈົ້ານໍາໃຊ້ຜູ້ຄົນຈໍານວນໜຶ່ງທີ່ສະແຫວງຫາໃຈຂອງພຣະອົງເພື່ອ “ແປຄວາມໝາຍ” ພາລະກິດທີ່ພຣະອົງກະທໍາໃນຄວາມເປັນພຣະເຈົ້າຂອງພຣະອົງ ເພື່ອໃຫ້ພາລະກິດດັ່ງກ່າວໄດ້ຖືກເປີດເຜີຍອອກ ເຊິ່ງນັ້ນກໍຄື ເພື່ອປ່ຽນພາສາສັກສິດເປັນພາສາມະນຸດ ເພື່ອວ່າ ຜູ້ຄົນຈະສາມາດຢັ່ງຮູ້ ແລະ ເຂົ້າໃຈພາລະກິດນັ້ນ. ຖ້າພຣະເຈົ້າບໍ່ໄດ້ກະທໍາດັ່ງນັ້ນ ກໍຈະບໍ່ມີໃຜເຂົ້າໃຈພາສາສັກສິດຂອງພຣະເຈົ້າໄດ້ ຍ້ອນວ່າ ບໍ່ວ່າຢ່າງໃດກໍຕາມ ຜູ້ຄົນທີ່ສະແຫວງຫາໃຈຂອງພຣະເຈົ້ານັ້ນ ແມ່ນເປັນຄົນກຸ່ມນ້ອຍ ແລະ ຍ້ອນວ່າ ຄວາມສາມາດໃນການເຂົ້າໃຈຂອງມະນຸດແມ່ນຕໍ່າຫຼາຍ. ນັ້ນແມ່ນເຫດຜົນທີ່ພຣະເຈົ້າເລືອກໃຊ້ວິທີນີ້ເທົ່ານັ້ນ ໃນເວລາກະທໍາພາລະກິດໃນເນື້ອໜັງທີ່ເກີດເປັນມະນຸດ. ຖ້າມີແຕ່ພາລະກິດສັກສິດເທົ່ານັ້ນ ມະນຸດຈະບໍ່ມີທາງເຂົ້າໃຈ ຫຼື ພົວພັນກັບພຣະເຈົ້າໄດ້ ຍ້ອນວ່າ ມະນຸດບໍ່ເຂົ້າໃຈພາສາຂອງພຣະເຈົ້າ. ມະນຸດສາມາດເຂົ້າໃຈພາສານີ້ໄດ້ຜ່ານຕົວແທນຂອງຜູ້ຄົນທີ່ສະແຫວງຫາໃຈຂອງພຣະເຈົ້າເທົ່ານັ້ນ ເຊິ່ງເປັນຜູ້ທີ່ອະທິບາຍພຣະທໍາຂອງພຣະອົງໃຫ້ແຈ່ມແຈ້ງຂຶ້ນ. ເຖິງຢ່າງໃດກໍຕາມ, ຖ້າມີແຕ່ຜູ້ຄົນດັ່ງກ່າວທີ່ປະຕິບັດພາລະກິດພາຍໃນມະນຸດຊາດ, ນັ້ນກໍພຽງແຕ່ສາມາດຮັກສາຊີວິດປົກກະຕິຂອງມະນຸດເທົ່ານັ້ນ ແຕ່ບໍ່ສາມາດປ່ຽນແປງອຸປະນິໄສຂອງມະນຸດໄດ້. ພາລະກິດຂອງພຣະເຈົ້າຈະບໍ່ສາມາດມີຈຸດເລິ່ມຕົ້ນໃໝ່ໄດ້; ຈະມີແຕ່ເພງເກົ່າ ແລະ ຄໍາເວົ້າເກົ່າຊໍ້າຊາກ. ມີແຕ່ຜ່ານຕົວແທນຂອງພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ ທີ່ກ່າວທຸກສິ່ງທີ່ຈໍາເປັນຕ້ອງກ່າວ ແລະ ກະທໍາທຸກສິ່ງທີ່ຈໍາເປັນຕ້ອງກະທໍາໃນຊ່ວງເວລາຂອງການບັງເກີດເປັນມະນຸດຂອງພຣະອົງ ຫລັງຈາກທີ່ຜູ້ຄົນປະຕິບັດ ແລະ ປະສົບກັບພາລະກິດຕາມພຣະທໍາຂອງພຣະອົງ ເຊິ່ງດ້ວຍເຫດນັ້ນເທົ່ານັ້ນ ອູປະນິໄສທາງຊີວິດຂອງພວກເຂົາຈຶ່ງຈະສາມາດປ່ຽນໄດ້ ແລະ ດ້ວຍເຫດນັ້ນເທົ່ານັ້ນ ພວກເຂົາຈຶ່ງຈະສາມາດດໍາລົງຊີວິດໄປກັບການເວລາໄດ້. ພຣະອົງທີ່ກະທໍາພາລະກິດພາຍໃນຄວາມເປັນພຣະເຈົ້າແມ່ນຕົວແທນພຣະເຈົ້າ ໃນຂະນະທີ່ຜູ້ທີ່ກະທໍາພາລະກິດພາຍໃນຄວາມເປັນມະນຸດແມ່ນຜູ້ຄົນທີ່ພຣະເຈົ້ານໍາໃຊ້. ນັ້ນໝາຍຄວາມວ່າ ພຣະເຈົ້າທີບັງເກີດເປັນມະນຸດ ແມ່ນແຕກຕ່າງຈາກຜູ້ຄົນທີ່ພຣະເຈົ້ານໍາໃຊ້ຢ່າງຊັດເຈນ. ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນສາມາດກະທໍາພາລະກິດຂອງຄວາມເປັນພຣະເຈົ້າ ໃນຂະນະທີ່ຜູ້ຄົນທີ່ພຣະເຈົ້າໃຊ້ແມ່ນບໍ່ສາມາດເຮັດ ໄດ້. ໃນເບື້ອງຕົ້ນຂອງແຕ່ລະຍຸກນັ້ນ ພຣະວິນຍານຂອງພຣະເຈົ້າກ່າວດ້ວຍຕົວເອງ ແລະ ເປີດຍຸກໃໝ່ເພື່ອນໍາມະນຸດເຂົ້າສູ່ການເລິ່ມຕົ້ນໃໝ່. ເມື່ອພຣະອົງໄດ້ກ່າວສິ້ນສຸດລົງ, ນີ້ສະແດງວ່າ ພາລະກິດຂອງພຣະເຈົ້າພາຍໃນຄວາມເປັນພຣະເຈົ້າຂອງພຣະອົງແມ່ນສໍາເລັດລົງ. ຫລັງຈາກນັ້ນ ທຸກຄົນກໍເດີນຕາມການນໍາພາຂອງຜູ້ທີ່ພຣະເຈົ້າໃຊ້ເພື່ອເຂົ້າສູ່ປະສົບການຊີວິດຂອງພວກເຂົາ.

(ຄັດຈາກບົດ “ຄວາມແຕກຕ່າງທີ່ສໍາຄັນລະຫວ່າງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ຜູ້ຄົນທີ່ຖືກໃຊ້ໂດຍພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທໍາຂອງພຣະເຈົ້າບໍ່ສາມາດກ່າວໄດ້ວ່າ ເປັນຄໍາເວົ້າຂອງມະນຸດ ແລະ ແຮງໄກທີ່ຄົນໃດໜຶ່ງຈະສາມາດເຮັດໃຫ້ຄຳເວົ້າຂອງມະນຸດເປັນພຣະທໍາຂອງພຣະເຈົ້າ. ມະນຸດຄົນໃດກໍຕາມທີ່ຖືກໃຊ້ໂດຍພຣະເຈົ້າຈະບໍ່ແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ພຣະເຈົ້າທີ່ບັງເກີດເປັນມະນຸດກໍບໍ່ແມ່ນມະນຸດທີ່ຖືກໃຊ້ໂດຍພຣະເຈົ້າ. ໃນສິ່ງນີ້ແມ່ນມີຄວາມແຕກຕ່າງທີ່ສຳຄັນ. ບາງເທື່ອ ຫຼັງຈາກອ່ານພຣະທໍາເຫຼົ່ານີ້ແລ້ວ ເຈົ້າບໍ່ຍອມຮັບວ່າສິ່ງເຫຼົ່ານີ້ຄືພຣະທໍາຂອງພຣະເຈົ້າ, ແຕ່ເປັນພຽງແສງສະຫວ່າງທີ່ມະນຸດໄດ້ຮັບ. ໃນກໍລະນີນີ້ ເຈົ້າກໍຕາບອດດ້ວຍຄວາມບໍ່ຮູ້. ພຣະທໍາຂອງພຣະເຈົ້າຈະຄືກັນກັບແສງສະຫວ່າງທີ່ມະນຸດໄດ້ຮັບແນວໃດ? ພຣະທໍາຂອງພຣະເຈົ້າຜູ້ບັງເກີດເປັນມະນຸດໄດ້ລິເລີ່ມຍຸກໃໝ່, ຊີ້ນໍາມວນມະນຸດຊາດ, ເປີດເຜີຍຄວາມເລິກລັບ ແລະ ສະແດງໃຫ້ມະນຸດເຫັນທິດທາງທີ່ເຂົາຕ້ອງຮັບເອົາໃນຍຸກໃໝ່. ແສງສະຫວ່າງທີ່ໄດ້ຮັບໂດຍມະນຸດແມ່ນເປັນພຽງຄຳແນະນໍາສຳລັບການປະຕິບັດ ຫຼື ຄວາມຮູ້ທີ່ທໍາມະດາ. ມັນບໍ່ສາມາດນໍາພາມວນມະນຸດຊາດໄປສູ່ຍຸກໃໝ່ໄດ້ ຫຼື ເປີດເຜີຍຄວາມເລິກລັບຂອງພຣະເຈົ້າເອງໄດ້. ເມື່ອທຸກຢ່າງຈົບສິ້ນລົງ, ພຣະເຈົ້າກໍຄືພຣະເຈົ້າ ແລະ ມະນຸດກໍຄືມະນຸດ. ພຣະເຈົ້າມີແກ່ນແທ້ຂອງພຣະເຈົ້າ ແລະ ມະນຸດກໍມີແກ່ນແທ້ຂອງມະນຸດ. ຖ້າມະນຸດເຫັນພຣະທໍາທີ່ກ່າວໂດຍພຣະເຈົ້າເປັນພຽງຄວາມສະຫວ່າງທໍາມະດາຂອງພຣະວິນຍານບໍລິສຸດ ແລະ ຖືເອົາຖ້ອຍຄໍາຂອງພວກອັກຄະສາວົກ ແລະ ຜູ້ປະກາດພຣະທຳເປັນພຣະທໍາທີ່ກ່າວໂດຍພຣະເຈົ້າເອງ, ນັ້ນຈະເປັນຄວາມຜິດພາດຂອງມະນຸດ.

(ຄັດຈາກບົດນໍາຂອງໜັງສືພຣະທຳປາກົດໃນຮ່າງກາຍ)

ເມື່ອພຣະເຈົ້າລົງມາເທິງແຜ່ນດິນໂລກ, ພຣະອົງປະຕິບັດພາລະກິດຂອງພຣະອົງພາຍໃນຄວາມເປັນພຣະເຈົ້າເທົ່ານັ້ນ ເຊິ່ງແມ່ນສິ່ງທີ່ພຣະວິນຍານແຫ່ງສະຫວັນໄດ້ມອບໝາຍໃຫ້ກັບພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດ. ເມື່ອພຣະອົງລົງມາ, ພຣະອົງເວົ້າຢູ່ທົ່ວທຸກແຫ່ງຫົນເທົ່ານັ້ນ ເພື່ອກ່າງພຣະວັດຈະນະຂອງພຣະອົງດ້ວຍວິທີການຕ່າງໆ ແລະ ຈາກຫຼາກຫຼາຍມຸມມອງ. ຫຼັກໆແລ້ວພຣະອົງຖືເອົາການສະໜອງໃຫ້ແກ່ມະນຸດ ແລະ ການສິດສອນມະນຸດເປັນເປົ້າໝາຍ ແລະ ຫຼັກການຂອງພາລະກິດຂອງພຣະອົງ ແລະ ພຣະອົງບໍ່ໄປພົວພັນກັບສິ່ງດັ່ງກ່າວເຊັ່ນຄວາມສໍາພັນລະຫວ່າງຄົນ ຫຼື ລາຍລະອຽດຂອງຊີວິດຂອງຜູ້ຄົນ. ພັນທະກິດຫຼັກຂອງພຣະອົງແມ່ນກການກ່າວແທນພຣະວິນຍານ. ນັ້ນກໍຄືເມື່ອພຣະວິນຍານຂອງພຣະເຈົ້າປະກົດໃນເນື້ອໜັງທີ່ຈັບຕ້ອງໄດ້, ພຣະອົງແມ່ນພຽງສະໜອງໃຫ້ແກ່ຊີວິດມະນຸດ ແລະ ເປີດເຜີຍຄວາມຈິງ. ພຣະອົງບໍ່ພົວພັນກັບວຽກງານຂອງມະນຸດ ເຊິ່ງກໍຄື ພຣະອົງບໍ່ພົວພັນໃນວຽກງານຂອງມະນຸດ. ມະນຸດບໍ່ສາມາດປະຕິບັດພາລະກິດສັດສິດໄດ້ ແລະ ພຣະເຈົ້າຈະບໍ່ພົວພັນໃນວຽກງານຂອງມະນຸດ. ຕະຫຼອດຫຼາຍປີທີ່ຜ່ານມາ ນັບຕັ້ງແຕ່ພຣະເຈົ້າໄດ້ມາສູ່ໂລກນີ້ ເພື່ອປະຕິບັດພາລະກິດຂອງພຣະອົງ, ພຣະອົງໄດ້ກະທໍາພາລະກິດຜ່ານຜູ້ຄົນຕະຫຼອດມາ. ແຕ່ບໍ່ສາມາດຖືວ່າ ຜູ້ຄົນເຫຼົ່ານີ້ເປັນພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດ. ພວກເຂົາເປັນພຽງຜູ້ຄົນທີ່ພຣະເຈົ້ານໍາໃຊ້ເທົ່ານັ້ນ. ໃນຂະນະດຽວກັນ, ພຣະເຈົ້າໃນປະຈຸບັນສາມາດກ່າວຈາກມຸມມອງຂອງຄວາມເປັນພຣະເຈົ້າໂດຍກົງໄດ້ ໂດຍສົ່ງສຽງຂອງພຣະວິນຍານອອກ ແລະ ເຮັດພາລະກິດແທນພຣະວິນຍານ. ໃນທໍານອງດຽວກັນ, ທຸກຄົນທີ່ພຣະເຈົ້ານໍາໃຊ້ໃນຫຼາຍຍຸກຫຼາຍສະໄໝຜ່ານມາແມ່ນຕົວຢ່າງຂອງການເຮັດພາລະກິດຂອງພຣະວິນຍານຂອງພຣະເຈົ້າໃນຮ່າງກາຍທີ່ເປັນເນື້ອໜັງ ແລ້ວເປັນຫຍັງຈຶ່ງບໍ່ສາມາດເອີ້ນພວກເຂົາວ່າເປັນພຣະເຈົ້າໄດ້? ແຕ່ພຣະເຈົ້າໃນທຸກມື້ນີ້ຍັງແມ່ນພຣະວິນຍານຂອງພຣະເຈົ້າທີ່ກະທໍາພາລະກິດໃນເນື້ອໜັງໂດຍກົງ ແລະ ພຣະເຢຊູກໍແມ່ນພຣະວິນຍານຂອງພຣະເຈົ້າທີ່ປະຕິບັດພາລະກິດໃນເນື້ອໜັງເຊັ່ນດຽວກັນ; ທັງສອງແມ່ນເອີ້ນວ່າພຣະເຈົ້າ. ແມ່ນຫຍັງຄືຄວາມແຕກຕ່າງ? ຜູ້ຄົນທີ່ພຣະເຈົ້າໃຊ້ໃນຫຼາຍຍຸກຫຼາຍສະໄໝແມ່ນລ້ວນແລ້ວແຕ່ສາມາດສະແດງແນວຄິດ ແລະ ເຫດຜົນຢ່າງປົກກະຕິ. ພວກເຂົາຮູ້ເຖິງຫຼັກການໃນການປະພຶດຂອງມະນຸດ. ພວກເຂົາມີແນວຄິດປົກກະຕີແບບມະນຸດ ແລະ ມີທຸກສິ່ງທີ່ຜູ້ຄົນທໍາມະດາຄວນມີ. ສ່ວນໃຫຍ່ພວກເຂົາມີຄວາມສາມາດພິເສດ ແລະ ສະຕິປັນຍາມາແຕ່ເກີດ. ໃນການກະທໍາພາລະກິດຕໍ່ຜູ້ຄົນເຫຼົ່ານີ້ ພຣະວິນຍານຂອງພຣະເຈົ້າໄດ້ນໍາໃຊ້ຄວາມສາມາດຂອງພວກເຂົາ ເຊິ່ງເປັນພອນສະຫວັນທີ່ພຣະເຈົ້າປະທານໃຫ້ພວກເຂົາຢູ່ແລ້ວ. ພຣະວິນຍານຂອງພຣະເຈົ້ານໍາໃຊ້ຄວາມສາມາດຂອງພວກເຂົາ ໂດຍໃຊ້ຈຸດແຂງຂອງພວກເຂົາໃນການຮັບໃຊ້ພຣະເຈົ້າ. ແຕ່ເຖິງຢ່າງນັ້ນກໍຕາມ, ແກ່ນແທ້ຂອງພຣະເຈົ້າແມ່ນປາສະຈາກແນວຄິດ ຫຼື ຄວາມຄິດ, ປາສະຈາກເຈດຕະນາຂອງມະນຸດ ແລະ ແມ່ນແຕ່ຂາດສິ່ງທີ່ມະນຸດທໍາມະດາມີ. ນັ້ນໝາຍຄວາມວ່າ ພຣະອົງບໍ່ມີຄວາມຮູ້ທາງດ້ານຫຼັກທໍາຂອງການປະພຶດຂອງມະນຸດ. ມັນເປັນແນວນີ້ເມື່ອພຣະເຈົ້າໃນປະຈຸບັນມາສູ່ແຜ່ນດິນໂລກ. ພາລະກິດຂອງພຣະອົງ ແລະ ພຣະທໍາຂອງພຣະອົງແມ່ນບໍ່ໄດ້ປົນກັບເຈດຕະນາ ຫຼື ຄວາມຄິດຂອງມະນຸດ ແຕ່ສິ່ງເຫຼົ່ານັ້ນແມ່ນການສະແດງຂອງເຈດຕະນາຂອງພຣະວິນຍານໂດຍກົງ ແລະ ພຣະອົງເຮັດພາລະກິດໃນນາມຂອງພຣະເຈົ້າໂດຍກົງ. ນີ້ໝາຍຄວາມວ່າ ພຣະວິນຍານເວົ້າໂດຍກົງເຖິງ ເຊິ່ງກໍຄື ຄວາມເປັນພຣະເຈົ້າເຮັດພາລະກິດໂດຍກົງໂດຍບໍ່ໄດ້ໄປປົນກັບເຈດຕະນາຂອງມະນຸດແມ່ນແຕ່ໜ້ອຍ. ເວົ້າອີກແບບໜຶ່ງກໍຄື ພຣະເຈົ້າຜູ້ບັງເກີດເປັນມະນຸດແມ່ນສະແດງໃຫ້ເຫັນເຖິງຄວາມເປັນພຣະເຈົ້າໂດຍກົງ ໂດຍປາດສະຈາກຄວາມຄິດ ແລະ ແນວຄິດຂອງມະນຸດ ແລະ ບໍ່ມີຄວາມເຂົ້າໃຈໃນຫຼັກການຂອງການປະພຶດຂອງມະນຸດ. ຖ້າມີພຽງແຕ່ຄວາມເປັນພຣະເຈົ້າປະຕິບັດພາລະກິດ (ໝາຍຄວາມວ່າ ຖ້າມີພຽງພຣະເຈົ້າເອງປະຕິບັດພາລະກິດ) ກໍຈະບໍ່ມີທາງທີ່ພາລະກິດຂອງພຣະເຈົ້າຈະຖືກປະຕິບັດຢູ່ເທິງແຜ່ນດິນໂລກ. ສະນັ້ນ ເມື່ອພຣະເຈົ້າມາສູ່ແຜ່ນດິນໂລກ ພຣະອົງຕ້ອງໄດ້ມີກຸ່ມຄົນຈໍານວນໜ້ອຍໜຶ່ງທີ່ພຣະອົງນໍາໃຊ້ເພື່ອເຮັດພາລະກິດພາຍໃນມະນຸດຊາດ ຮ່ວມກັບພາລະກິດທີ່ພຣະເຈົ້າກະທໍາໃນຄວາມເປັນພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ພຣະອົງໃຊ້ວຽກງານຂອງມະນຸດເພື່ອສະໜັບສະໜູນພາລະກິດສັກສິດຂອງພຣະອົງ. ບໍ່ດັ່ງນັ້ນກໍຈະບໍ່ມີທາງທີ່ມະນຸດຈະສາມາດພົວພັນກັບພາລະກິດທີ່ສັກສິດໄດ້ໂດຍກົງ.

(ຄັດຈາກບົດ “ຄວາມແຕກຕ່າງທີ່ສໍາຄັນລະຫວ່າງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ຜູ້ຄົນທີ່ຖືກໃຊ້ໂດຍພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພາລະກິດໃນກະແສຂອງພຣະວິນຍານບໍລິສຸດ, ບໍ່ວ່າຈະແມ່ນພາລະກິດຂອງພຣະເຈົ້າເອງ ຫຼື ພາລະກິດຂອງຜູ້ຄົນທີ່ຖືກໃຊ້, ແມ່ນພາລະກິດຂອງພຣະວິນຍານບໍລິສຸດ. ທາດແທ້ຂອງພຣະເຈົ້າເອງແມ່ນພຣະວິນຍານ ເຊິ່ງສາມາດເອີ້ນໄດ້ວ່າ ພຣະວິນຍານບໍລິສຸດ ຫຼື ພຣະວິນຍານທີ່ຮຸນແຮງຂຶ້ນເຈັດເທົ່າ. ເບິ່ງໂດຍລວມແລ້ວ ພຣະອົງກໍແມ່ນພຣະວິນຍານຂອງພຣະເຈົ້າ, ເຖິງແມ່ນພຣະວິນຍານຂອງພຣະເຈົ້າໄດ້ຖືກເອີ້ນດ້ວຍຊື່ທີ່ແຕກຕ່າງກັນໃນຍຸກທີ່ແຕກຕ່າງກັນ. ແຕ່ທາດແທ້ຂອງພຣະອົງກໍຍັງເປັນອັນໜຶ່ງອັນດຽວກັນ. ດ້ວຍເຫດນັ້ນ ພາລະກິດຂອງພຣະເຈົ້າເອງແມ່ນພາລະກິດຂອງພຣະວິນຍານບໍລິສຸດ, ໃນຂະນະທີ່ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດກໍບໍ່ແມ່ນໃຜນອກເໜືອຈາກພຣະວິນຍານບໍລິສຸດທີ່ປະຕິບັດພາລະກິດ. ພາລະກິດຂອງຜູ້ຄົນທີ່ຖືກໃຊ້ຍັງເປັນພາລະກິດຂອງພຣະວິນຍານບໍລິສຸດເຊັ່ນດຽວກັນ. ແຕ່ ພາລະກິດຂອງພຣະເຈົ້າເປັນການສະແດງອອກຢ່າງສົມບູນຂອງພຣະວິນຍານບໍລິສຸດ ເຊິ່ງເປັນຈິງແທ້ໆ, ໃນຂະນະທີ່ພາລະກິດຂອງຜູ້ຄົນທີ່ຖືກໃຊ້ແມ່ນໄດ້ປະສົມກັບສິ່ງທີ່ເປັນມະນຸດຫຼາຍຢ່າງ ແລະ ບໍ່ແມ່ນການສະແດງອອກໂດຍກົງຂອງພຣະວິນຍານບໍລິສຸດ, ແຮງໄກທີ່ຈະເປັນການສະແດງອອກຢ່າງສົມບູນຂອງພຣະອົງ... ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດໃນມະນຸດທີ່ຖືກໃຊ້, ພອນສະຫວັນ ແລະ ຄວາມສາມາດຕາມທຳມະຊາດຂອງຜູ້ຄົນເຫຼົ່ານັ້ນກໍມີບົດບາດ, ບໍ່ໄດ້ຖືກຢັບຢັ້ງ. ຄວາມສາມາດຕາມທຳມະຊາດຂອງພວກເຂົາຈະຖືກນໍາມາໃຊ້ເພື່ອຮັບໃຊ້ພາລະກິດ. ມັນສາມາດເວົ້າໄດ້ວ່າ ພຣະອົງໃຊ້ພາກສ່ວນຂອງມະນຸດທີ່ສາມາດໃຊ້ໃນພາລະກິດຂອງພຣະອົງ, ເພື່ອບັນລຸຜົນໃນພາລະກິດນັ້ນ. ກົງກັນຂ້າມ ພາລະກິດທີ່ຖືກປະຕິບັດໃນເນື້ອໜັງທີ່ບັງເກີດເປັນມະນຸດກໍສະແດງອອກເຖິງພາລະກິດຂອງພຣະວິນຍານໂດຍກົງ ແລະ ບໍ່ໄດ້ປະສົມກັບຈິດໃຈ ແລະ ຄວາມຄິດຂອງມະນຸດ; ພອນສະຫວັນຂອງມະນຸດ ຫຼື ປະສົບການຂອງມະນຸດ ຫຼື ສະພາບການພາຍໃນຂອງມະນຸດບໍ່ສາມາດຢັ່ງເຖິງໄດ້.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຄຳເວົ້າຂອງເຮົາສະແດງເຖິງການເປັນຢູ່ຂອງເຮົາ, ແຕ່ສິ່ງທີ່ເຮົາເວົ້າແມ່ນນອກເໜືອການຢັ່ງເຖິງຂອງມະນຸດ. ສິ່ງທີ່ເຮົາເວົ້າບໍ່ແມ່ນສິ່ງທີ່ມະນຸດຜະເຊີນ ແລະ ມັນບໍ່ແມ່ນສິ່ງທີ່ມະນຸດສາມາດເຫັນໄດ້; ມັນບໍ່ແມ່ນສິ່ງທີ່ມະນຸດສາມາດຈັບຕ້ອງໄດ້ເຊັ່ນກັນ, ແຕ່ມັນເປັນສິ່ງທີ່ເຮົາເປັນ. ບາງຄົນພຽງແຕ່ຮັບຮູ້ວ່າ ສິ່ງທີ່ເຮົາສົນທະນາແມ່ນສິ່ງທີ່ເຮົາໄດ້ຜະເຊີນ, ແຕ່ພວກເຂົາບໍ່ເຂົ້າໃຈວ່າ ມັນແມ່ນການສະແດງອອກໂດຍກົງຂອງພຣະວິນຍານ. ແນ່ນອນ, ສິ່ງທີ່ເຮົາເວົ້າແມ່ນສິ່ງທີ່ເຮົາໄດ້ຜະເຊີນ. ມັນແມ່ນເຮົາທີ່ເປັນຜູ້ປະຕິບັດພາລະກິດການຄຸ້ມຄອງເປັນເວລາຫົກພັນປີ. ເຮົາໄດ້ຜະເຊີນກັບທຸກສິ່ງຈາກການເລີ່ມຕົ້ນຂອງການສ້າງມະນຸດຊາດຈົນເຖິງປັດຈຸບັນ; ເຮົາຈະບໍ່ສາມາດສົນທະນາກ່ຽວກັບສິ່ງນັ້ນໄດ້ແນວໃດ? ເມື່ອເວົ້າເລື່ອງທຳມະຊາດຂອງມະນຸດ ເຮົາໄດ້ເຫັນຢ່າງຊັດເຈນ; ເຮົາສັງເກດມັນມາເປັນເວລາດົນນານແລ້ວ; ເຮົາຈະບໍ່ສາມາດເວົ້າກ່ຽວກັບສິ່ງນັ້ນຢ່າງຊັດເຈນໄດ້ແນວໃດ? ຍ້ອນເຮົາໄດ້ເຫັນແກ່ນແທ້ຂອງມະນຸດຢ່າງຊັດເຈນ, ເຮົາມີຄຸນສົມບັດທີ່ຈະຂ້ຽນຕີມະນຸດ ແລະ ພິພາກສາມະນຸດ, ຍ້ອນມະນຸດທຸກຄົນມາຈາກເຮົາ ແຕ່ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ. ແນ່ນອນ ເຮົາຍັງມີຄຸນສົມບັດໃນການປະເມີນພາລະກິດທີ່ເຮົາໄດ້ປະຕິບັດ. ເຖິງແມ່ນພາລະກິດນີ້ບໍ່ແມ່ນຖືກປະຕິບັດໂດຍເນື້ອໜັງຂອງເຮົາ, ມັນແມ່ນການສະແດງອອກໂດຍກົງຂອງພຣະວິນຍານ ແລະ ນີ້ແມ່ນສິ່ງທີ່ເຮົາມີ ແລະ ສິ່ງທີ່ເຮົາເປັນ. ດ້ວຍເຫດນັ້ນ ເຮົາມີຄຸນສົມບັດທີ່ຈະສະແດງອອກເຖິງສິ່ງນີ້ ແລະ ປະຕິບັດພາລະກິດທີ່ເຮົາຄວນເຮັດ. ສິ່ງທີ່ຜູ້ຄົນເວົ້າແມ່ນສິ່ງທີ່ພວກເຂົາຜະເຊີນ. ມັນແມ່ນສິ່ງທີ່ພວກເຂົາເຫັນ, ສິ່ງທີ່ຈິດໃຈຂອງພວກເຂົາສາມາດຢັ່ງເຖິງ ແລະ ສິ່ງທີ່ຄວາມຮູ້ສຶກຂອງພວກເຂົາສາມາດກວດຈັບໄດ້. ນັ້ນຄືສິ່ງທີ່ພວກເຂົາສາມາດສົນທະນາ. ພຣະທຳທີ່ກ່າວໂດຍເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າແມ່ນການສະແດງອອກໂດຍກົງຂອງພຣະວິນຍານ ແລະ ພວກມັນສະແດງເຖິງພາລະກິດທີ່ພຣະວິນຍານປະຕິບັດ ເຊິ່ງເນື້ອໜັງບໍ່ໄດ້ຜະເຊີນ ຫຼື ເຫັນໃນສິ່ງນັ້ນ, ແຕ່ພຣະອົງຍັງສະແດງເຖິງການເປັນຢູ່ຂອງພຣະອົງ, ຍ້ອນວ່າ ທາດແທ້ຂອງເນື້ອໜັງແມ່ນພຣະວິນຍານ ແລະ ພຣະອົງສະແດງເຖິງພາລະກິດຂອງພຣະວິນຍານ. ມັນຄືພາລະກິດທີ່ຖືກເຮັດສຳເລັດໂດຍພຣະວິນຍານ ເຖິງແມ່ນມັນຢູ່ນອກເໜືອການຢັ່ງເຖິງຂອງເນື້ອໜັງ. ຫຼັງຈາກການບັງເກີດເປັນມະນຸດ ຜ່ານການສະແດງອອກຂອງເນື້ອໜັງ ພຣະອົງເຮັດໃຫ້ຜູ້ຄົນສາມາດຮູ້ຈັກເຖິງການເປັນຢູ່ຂອງພຣະເຈົ້າ ແລະ ເຮັດໃຫ້ຜູ້ຄົນເຫັນອຸປະນິໄສຂອງພຣະເຈົ້າ ແລະ ພາລະກິດທີ່ພຣະອົງໄດ້ເຮັດສຳເລັດ. ພາລະກິດຂອງມະນຸດເຮັດໃຫ້ຜູ້ຄົນມີຄວາມຊັດເຈນຫຼາຍຂຶ້ນກ່ຽວກັບສິ່ງທີ່ພວກເຂົາຄວນເຂົ້າສູ່ ແລະ ສິ່ງທີ່ພວກເຂົາຄວນເຂົ້າໃຈ; ມັນກ່ຽວຂ້ອງກັບການນໍາຜູ້ຄົນສູ່ການເຂົ້າໃຈ ແລະ ການຜະເຊີນກັບຄວາມຈິງ. ພາລະກິດຂອງມະນຸດຄືການສະໜັບສະໜູນຜູ້ຄົນ; ພາລະກິດຂອງພຣະເຈົ້າແມ່ນການເປີດເສັ້ນທາງໃໝ່ ແລະ ເປີດຍຸກໃໝ່ສຳລັບມະນຸດຊາດ ແລະ ການເປີດເຜີຍໃຫ້ຜູ້ຄົນເຫັນເຖິງສິ່ງທີ່ມະນຸດບໍ່ເຄີຍຮູ້, ເຮັດໃຫ້ພວກເຂົາສາມາດຮູ້ຈັກອຸປະນິໄສຂອງພຣະອົງ. ພາລະກິດຂອງພຣະເຈົ້າແມ່ນເພື່ອນໍາພາມະນຸດຊາດ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 3. ເປັນຫຍັງພຣະເຈົ້າຈຶ່ງບໍ່ໃຊ້ມະນຸດເພື່ອປະຕິບັດພາລະກິດແຫ່ງການພິພາກສາຂອງພຣະອົງໃນຍຸກສຸດທ້າຍ, ແຕ່ກາຍມາເປັນເນື້ອໜັງ ແລະ ເຮັດມັນດ້ວຍຕົວພຣະອົງເອງ

ຕໍ່ໄປ: 5. ເປັນຫຍັງຈຶ່ງມີການເວົ້າວ່າມະນຸດຊາດທີ່ເສື່ອມຊາມຍິ່ງຕ້ອງການຄວາມລອດພົ້ນຂອງພຣະເຈົ້າທີ່ກາຍເປັນເນື້ອໜັງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້