3. ຊື່ຂອງພຣະເຈົ້າອາດມີການປ່ຽນແປງ, ແຕ່ແກ່ນແທ້ຂອງພຣະອົງບໍ່ເຄີຍປ່ຽນແປງຈັກເທື່ອ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ແຕ່ລະຄັ້ງທີ່ພຣະເຈົ້າສະເດັດມາສູ່ແຜ່ນດິນໂລກ, ພຣະອົງປ່ຽນພຣະນາມຂອງພຣະອົງ, ເພດຂອງພຣະອົງ, ລັກສະນະຂອງພຣະອົງ ແລະ ພາລະກິດຂອງພຣະອົງ; ພຣະອົງບໍ່ເຮັດຊໍ້າພາລະກິດຂອງພຣະອົງ. ພຣະອົງເປັນພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ. ເມື່ອພຣະອົງມາກ່ອນໜ້ານີ້, ພຣະອົງຖືກເອີ້ນວ່າ ພຣະເຢຊູ; ແລ້ວພຣະອົງຈະຍັງສາມາດຖືກເອີ້ນວ່າ ພຣະເຢຊູ ໃນການສະເດັດມາຂອງພຣະອົງໃນຄັ້ງນີ້ໄດ້ບໍ? ເມື່ອພຣະອົງມາກ່ອນໜ້ານີ້, ພຣະອົງເປັນຜູ້ຊາຍ; ແລ້ວພຣະອົງຈະສາມາດເປັນຜູ້ຊາຍໃນເທື່ອນີ້ໄດ້ອີກບໍ? ພາລະກິດຂອງພຣະອົງໃນເວລາທີ່ພຣະອົງສະເດັດມາໃນລະຫວ່າງຍຸກແຫ່ງພຣະຄຸນນັ້ນ ແມ່ນການຖືກຄຶງເທິງໄມ້ກາງແຂນ; ເມື່ອພຣະອົງສະເດັດມາອີກຄັ້ງ, ພຣະອົງຈະຍັງໄຖ່ມະນຸດຊາດອອກຈາກຄວາມຜິດບາບບໍ? ພຣະອົງຈະຖືກຄຶງເທິງໄມ້ກາງແຂນອີກຄັ້ງບໍ? ແລ້ວນັ້ນຈະບໍ່ເປັນການເຮັດຊໍ້າພາລະກິດຂອງພຣະອົງບໍ? ເຈົ້າບໍ່ຮູ້ບໍວ່າ ພຣະເຈົ້າໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ? ມີຄົນເວົ້າວ່າ ພຣະເຈົ້າບໍ່ສາມາດປ່ຽນແປງໄດ້, ສິ່ງນັ້ນແມ່ນຖືກຕ້ອງ, ແຕ່ມັນໝາຍເຖິງການບໍ່ປ່ຽນແປງຂອງອຸປະນິໄສຂອງພຣະເຈົ້າ ແລະ ທາດແທ້ຂອງພຣະອົງ. ການປ່ຽນແປງຊື່ ແລະ ພາລະກິດຂອງພຣະອົງ ບໍ່ໄດ້ໝາຍຄວາມວ່າ ທາດແທ້ຂອງພຣະອົງໄດ້ປ່ຽນໄປ; ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າກໍຍັງເປັນພຣະເຈົ້າຢູ່ສະເໝີ ແລະ ສິ່ງນີ້ຈະບໍ່ປ່ຽນແປງຈັກເທື່ອ. ຖ້າເຈົ້າເວົ້າວ່າ ພາລະກິດຂອງພຣະເຈົ້າບໍ່ປ່ຽນແປງ, ແລ້ວພຣະອົງຈະສາມາດສຳເລັດແຜນການຄຸ້ມຄອງຫົກພັນປີຂອງພຣະອົງໄດ້ບໍ? ເຈົ້າຮູ້ແຕ່ວ່າພຣະເຈົ້າບໍ່ປຽນແປງຕະຫຼອດໄປ, ແຕ່ເຈົ້າຮູ້ບໍວ່າ ພຣະເຈົ້າໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ? ຖ້າພາລະກິດຂອງພຣະເຈົ້າບໍ່ປ່ຽນແປງ, ແລ້ວພຣະອົງຈະນໍາພາມະນຸດຊາດທັງໝົດມາເຖິງປັດຈຸບັນໄດ້ແນວໃດ? ຖ້າພຣະເຈົ້າບໍ່ປ່ຽນແປງ, ແລ້ວເປັນຫຍັງພຣະອົງຈຶ່ງສຳເລັດພາລະກິດຂອງສອງຍຸກໄດ້? ພາລະກິດຂອງພຣະອົງບໍ່ເຄີຍຢຸດກ້າວໄປຂ້າງໜ້າ, ເຊິ່ງເວົ້າໄດ້ວ່າ ອຸປະນິໄສຂອງພຣະອົງຖືກເປີດເຜີຍໃຫ້ກັບມະນຸດເທື່ອລະໜ້ອຍ ແລະ ສິ່ງທີ່ຖືກເປີດເຜີຍແມ່ນອຸປະນິໄສໂດຍທຳມະຊາດຂອງພຣະອົງ. ໃນຕອນເລີ່ມຕົ້ນ, ອຸປະນິໄສຂອງພຣະອົງຖືກເຊື່ອງຊ້ອນຈາກມະນຸດ, ພຣະອົງບໍ່ເຄີຍເປີດເຜີຍອຸປະນິໄສຂອງພຣະອົງໃຫ້ມະນຸດເຫັນຈັກເທື່ອ ແລະ ມະນຸດບໍ່ມີຄວາມຮູ້ກ່ຽວກັບພຣະອົງເລີຍ. ດ້ວຍເຫດນີ້, ພຣະອົງຈຶ່ງໃຊ້ພາລະກິດຂອງພຣະອົງເພື່ອເປີດເຜີຍອຸປະນິໄສຂອງພຣະອົງໃຫ້ກັບມະນຸດເທື່ອລະໜ້ອຍ, ແຕ່ການປະຕິບັດພາລະກິດໃນລັກສະນະນີ້ບໍ່ໄດ້ໝາຍຄວາມວ່າ ອຸປະນິໄສຂອງພຣະເຈົ້າຈະປ່ຽນໄປໃນແຕ່ລະຍຸກ. ມັນບໍ່ແມ່ນກໍລະນີທີ່ວ່າ ອຸປະນິໄສຂອງພຣະເຈົ້າປ່ຽນແປງຢູ່ຕະຫຼອດ ຍ້ອນວ່າ ຄວາມປະສົງຂອງພຣະອົງປ່ຽນແປງຢູ່ສະເໝີ. ກົງກັນຂ້າມ, ມັນເປັນຍ້ອນວ່າ ຍຸກແຫ່ງພາລະກິດຂອງພຣະອົງແຕກຕ່າງກັນ, ພຣະເຈົ້ານໍາອຸປະນິໄສໂດຍທຳມະຊາດຂອງພຣະອົງທັງໝົດ ແລະ ເປີດເຜີຍສິ່ງນັ້ນໃຫ້ມະນຸດເຫັນເທື່ອລະຂັ້ນຕອນ, ເພື່ອມະນຸດຈະໄດ້ຮູ້ຈັກພຣະອົງ. ແຕ່ສິ່ງນີ້ກໍບໍ່ໄດ້ໝາຍຄວາມວ່າ ພຣະເຈົ້າບໍ່ໄດ້ມີອຸປະນິໄສໂດຍສະເພາະ ມາແຕ່ດັ່ງເດີມ ຫຼືວ່າ ອຸປະນິໄສຂອງພຣະອົງໄດ້ປ່ຽນໄປຕາມຍຸກສະໄໝ, ການເຂົ້າໃຈແບບນັ້ນແມ່ນເປັນການເຂົ້າໃຈຜິດ. ພຣະເຈົ້າ ເປີດເຜີຍອຸປະນິໄສໂດຍທຳມະຊາດ ແລະ ສະເພາະຂອງພຣະອົງໃຫ້ກັບມະນຸດ ນັ້ນກໍຄື ສິ່ງທີ່ພຣະອົງ ເປັນຕາມຍຸກຕ່າງໆທີ່ຜ່ານໄປ; ພາລະກິດຂອງແຕ່ລະຍຸກ ບໍ່ສາມາດສຳແດງເຖິງອຸປະນິໄສທັງໝົດຂອງພຣະເຈົ້າໄດ້. ດ້ວຍເຫດນັ້ນ ພຣະທຳທີ່ວ່າ “ພຣະເຈົ້າໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ” ກໍໝາຍເຖິງພາລະກິດຂອງພຣະອົງ ແລະ ພຣະທຳທີ່ວ່າ “ພຣະເຈົ້າບໍ່ປ່ຽນແປງ” ກໍໝາຍເຖິງສິ່ງທີ່ພຣະເຈົ້າມີ ແລະ ເປັນໂດຍທຳມະຊາດ. ຢ່າງໃດກໍຕາມ ເຈົ້າບໍ່ສາມາດເຮັດໃຫ້ພາລະກິດຫົກພັນປີຂຶ້ນຢູ່ກັບຈຸດໜຶ່ງດຽວ ຫຼື ຈຳກັດມັນດ້ວຍຄຳເວົ້າທີ່ຕາຍແລ້ວ. ສິ່ງດັ່ງກ່າວເປັນຄວາມໂງ່ຈ້າຂອງມະນຸດ. ພຣະເຈົ້າບໍ່ໄດ້ງ່າຍຕາມທີ່ມະນຸດຈິນຕະນາການ ແລະ ພາລະກິດຂອງພຣະອົງກໍບໍ່ໄດ້ຄ້າງຢູ່ໃນຍຸກໃດໜຶ່ງ. ຕົວຢ່າງ ພຣະເຢໂຮວາບໍ່ສາມາດເປັນຕົວແທນໃຫ້ກັບພຣະນາມຂອງພຣະເຈົ້າຕະຫຼອດໄປ; ພຣະເຈົ້າສາມາດປະຕິບັດພາລະກິດຂອງພຣະອົງພາຍໃຕ້ພຣະນາມຂອງພຣະເຢຊູເຊັ່ນດຽວກັນ. ສິ່ງນີ້ສະແດງໃຫ້ເຫັນວ່າ ພາລະກິດຂອງພຣະເຈົ້າເຄື່ອນໄຫວໄປຂ້າງໜ້າສະເໝີ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ບາງຄົນເວົ້າວ່າ ນາມຂອງພຣະເຈົ້າບໍ່ປ່ຽນແປງ. ແລ້ວເປັນຫຍັງຊື່ ເຢໂຮວາ ຈຶ່ງກາຍມາເປັນ ເຢຊູ? ມີການທຳນວາຍວ່າພຣະເມຊີອາຈະມາ, ແລ້ວເປັນຫຍັງຈຶ່ງມີມະນຸດທີ່ມີຊື່ວ່າ ເຢຊູ ມາແທນ? ເປັນຫຍັງຊື່ຂອງພຣະເຈົ້າຈຶ່ງປ່ຽນແປງ? ພາລະກິດດັ່ງກ່າວບໍ່ໄດ້ຖືກປະຕິບັດແຕ່ດົນນານມາແລ້ວບໍ? ໃນມື້ນີ້ ພຣະເຈົ້າບໍ່ສາມາດດຳເນີນພາລະກິດໃໝ່ບໍ? ພາລະກິດຂອງມື້ວານສາມາດປ່ຽນແປງໄດ້ ແລະ ພາລະກິດຂອງພຣະເຢຊູສາມາດສືບຕໍ່ຈາກພາລະກິດຂອງພຣະເຢໂຮວາໄດ້. ແລ້ວພາລະກິດຂອງພຣະເຢຊູບໍ່ສາມາດຖືກສືບຕໍ່ໂດຍພາລະກິດອື່ນບໍ? ຖ້າຊື່ພຣະເຢໂຮວາສາມາດປ່ຽນເປັນ ພຣະເຢຊູ, ແລ້ວ ຊື່ພຣະເຢຊູບໍ່ສາມາດປ່ຽນແປງບໍ? ບໍ່ມີຫຍັງໃນສິ່ງນີ້ທີ່ຜິດປົກກະຕິ; ມັນເປັນພຽງຍ້ອນຜູ້ຄົນມັກງ່າຍເກີນໄປ. ພຣະເຈົ້າຈະເປັນພຣະເຈົ້າຢູ່ສະເໝີ. ບໍ່ວ່າພາລະກິດຂອງພຣະອົງຈະປ່ຽນແປງ ແລະ ບໍ່ວ່າຊື່ຂອງພຣະອົງອາດປ່ຽນແປງ, ອຸປະນິໄສ ແລະ ສະຕິປັນຍາຂອງພຣະອົງຈະບໍ່ປ່ຽນແປງຈັກເທື່ອ. ຖ້າເຈົ້າເຊື່ອວ່າ ພຣະເຈົ້າສາມາດພຽງແຕ່ຖືກເອີ້ນໃນນາມ ເຢຊູ, ແລ້ວຄວາມຮູ້ຂອງເຈົ້າກໍມີໜ້ອຍເກີນໄປ. ເຈົ້າກ້າຢືນຢັນບໍວ່າ ເຢຊູຈະເປັນຊື່ຂອງພຣະເຈົ້າຕະຫຼອດໄປ, ພຣະເຈົ້າຈະໃຊ້ຊື່ເຢຊູ ຕະຫຼອດໄປ ແລະ ຢູ່ສະເໝີ ແລະ ຊື່ນີ້ຈະບໍ່ປ່ຽນແປງ? ເຈົ້າກ້າຢືນຢັນຢ່າງໝັ້ນໃຈບໍວ່າ ມັນແມ່ນຊື່ເຢຊູ ທີ່ສິ້ນສຸດຍຸກແຫ່ງພຣະບັນຍັດ ແລະ ຍັງຈະສິ້ນສຸດຍຸກສຸດທ້າຍເຊັ່ນດຽວກັນ? ໃຜສາມາດເວົ້າໄດ້ວ່າ ພຣະຄຸນຂອງພຣະເຢຊູສາມາດນໍາຍຸກດັ່ງກ່າວມາເຖິງຈຸດສິ້ນສຸດ?

(ຄັດຈາກບົດ “ມະນຸດທີ່ຈໍາກັດພຣະເຈົ້າໃນແນວຄິດຂອງເຂົາຈະສາມາດຮັບການເປີດເຜີຍຂອງພຣະອົງໄດ້ແນວໃດ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະເຈົ້າກໍເປັນພຣະເຈົ້າຢູ່ສະເໝີ ແລະ ຈະບໍ່ກາຍມາເປັນຊາຕານຈັກເທື່ອ; ຊາຕານກໍເປັນຊາຕານຢູ່ສະເໝີ ແລະ ຈະບໍ່ກາຍມາເປັນພຣະເຈົ້າຈັກເທື່ອ. ສະຕິປັນຍາຂອງພຣະເຈົ້າ, ຄວາມອັດສະຈັນຂອງພຣະເຈົ້າ, ຄວາມຊອບທຳຂອງພຣະເຈົ້າ ແລະ ຄວາມຫງ່າງາມຂອງພຣະເຈົ້າຈະບໍ່ປ່ຽນແປງຈັກເທື່ອ. ທາດແທ້ຂອງພຣະອົງ, ສິ່ງທີ່ພຣະອົງມີ ແລະ ເປັນຈະບໍ່ປ່ຽນແປງຈັກເທື່ອ. ແຕ່ວ່າ ສຳລັບພາລະກິດຂອງພຣະອົງແລ້ວ ແມ່ນພັດທະນາໄປຂ້າງໜ້າຢູ່ສະເໝີ ແລະ ລົງເລິກເຂົ້າໄປເລື້ອຍໆ ຍ້ອນວ່າ ພຣະອົງໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ. ໃນແຕ່ລະຍຸກພຣະເຈົ້ານໍາໃຊ້ພຣະນາມໃໝ່, ໃນແຕ່ລະຍຸກພຣະອົງປະຕິບັດພາລະກິດໃໝ່ ແລະ ໃນແຕ່ລະຍຸກພຣະອົງຍອມໃຫ້ສິ່ງຊົງສ້າງຂອງພຣະອົງເຫັນເຖິງຄວາມປະສົງໃໝ່ ແລະ ອຸປະນິໄສໃໝ່ຂອງພຣະອົງ. ໃນຍຸກໃໝ່ນັ້ນ ຖ້າຜູ້ຄົນບໍ່ສາມາດເຫັນເຖິງການສຳແດງອອກແຫ່ງອຸປະນິໄສໃໝ່ຂອງພຣະເຈົ້າ, ພວກເຂົາຈະບໍ່ຄຶງພຣະອົງເທິງໄມ້ກາງແຂນຕະຫຼອດໄປບໍ? ແລ້ວການເຮັດແບບນັ້ນ, ພວກເຂົາຈະບໍ່ຄັດຄ້ານພຣະເຈົ້າບໍ?

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 2. ຄວາມສຳພັນລະຫວ່າງແຕ່ລະຂັ້ນຕອນພາລະກິດຂອງພຣະເຈົ້າ ແລະ ຊື່ຂອງພຣະອົງ

ຕໍ່ໄປ: 4. ທຳມະຊາດຂອງບັນຫາການບໍ່ຍອມຮັບຊື່ໃໝ່ຂອງພຣະເຈົ້າ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້