ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະອົງເຈົ້າເອງ I

ມື້ນີ້ພວກເຮົາຈະສົນທະນາກັນກ່ຽວກັບຫົວຂໍ້ທີ່ສຳຄັນ. ນີ້ແມ່ນຫົວຂໍ້ທີ່ໄດ້ຖືກສົນທະນາກັນນັບຕັ້ງແຕ່ການເລີ່ມຕົ້ນພາລະກິດຂອງພຣະເຈົ້າ ແລະ ເປັນຫົວຂໍ້ທີ່ມີຄວາມໝາຍຄວາມສຳຄັນຍິ່ງຕໍ່ທຸກຄົນ. ເວົ້າອີກຢ່າງໜຶ່ງກໍຄື ນີ້ແມ່ນບັນຫາທີ່ທຸກຄົນຈະຜະເຊີນໃນເສັ້ນທາງແຫ່ງການເຊື່ອໃນພຣະເຈົ້າ; ມັນເປັນບັນຫາທີ່ຕ້ອງຜະເຊີນ. ມັນເປັນບັນຫາທີ່ສຳຄັນ, ບໍ່ສາມາດຫຼີກເວັ້ນໄດ້ ແລະ ມະນຸດບໍ່ສາມາດຍ່າງໜີຈາກມັນໄດ້. ເວົ້າເຖິງຄວາມສຳຄັນ, ແມ່ນຫຍັງຄືສິ່ງທີ່ສຳຄັນທີ່ສຸດສຳລັບທຸກຄົນທີ່ເຊື່ອໃນພຣະເຈົ້າ? ບາງຄົນຄິດວ່າສິ່ງທີ່ສຳຄັນທີ່ສຸດແມ່ນການເຂົ້າໃຈຄວາມປະສົງຂອງພຣະເຈົ້າ; ບາງຄົນເຊື່ອວ່າມັນສຳຄັນທີ່ສຸດທີ່ຕ້ອງກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ; ບາງຄົນຮູ້ສຶກວ່າສິ່ງທີ່ສຳຄັນທີ່ສຸດຄືການຮູ້ຈັກຕົວເອງ; ບາງຄົນມີຄຳຄິດເຫັນວ່າສິ່ງທີ່ສຳຄັນທີ່ສຸດແມ່ນການຮູ້ຈັກວິທີຄົ້ນຫາຄວາມລອດພົ້ນຜ່ານພຣະເຈົ້າ, ວິທີຕິດຕາມພຣະເຈົ້າ ແລະ ວິທີເຮັດຕາມຄວາມປະສົງຂອງພຣະເຈົ້າ. ປະເດັນທັງໝົດເຫຼົ່ານີ້ພວກເຮົາຈະບໍ່ເວົ້າເຖິງໃນມື້ນີ້. ແລ້ວພວກເຮົາຈະສົນທະນາກັນກ່ຽວກັບເລື່ອງຫຍັງ? ຫົວຂໍ້ແມ່ນພຣະເຈົ້າ. ຫົວຂໍ້ນີ້ເປັນຫົວຂໍ້ທີ່ສຳຄັນທີ່ສຸດສຳລັບທຸກຄົນບໍ? ຫົວຂໍ້ນີ້ກ່ຽວກັບຫຍັງ? ແນ່ນອນວ່າມັນບໍ່ສາມາດຖືກແຍກອອກຈາກອຸປະນິໄສຂອງພຣະເຈົ້າ, ທາດແທ້ຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າໄດ້. ດັ່ງນັ້ນ, ມື້ນີ້ພວກເຮົາມາສົນທະນາກັນກ່ຽວກັບ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະອົງເຈົ້າເອງ”.

ນັບແຕ່ເວລາທີ່ມະນຸດເລີ່ມເຊື່ອໃນພຣະເຈົ້າ, ພວກເຂົາໄດ້ຜະເຊີນກັບຫົວຂໍ້ຕ່າງໆເຊັ່ນ: ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະອົງເຈົ້າເອງ. ເມື່ອເວົ້າເຖິງພາລະກິດຂອງພຣະເຈົ້າ ບາງຄົນຈະເວົ້າວ່າ: “ພາລະກິດຂອງພຣະເຈົ້າໄດ້ປະຕິບັດໃນພວກຂ້ານ້ອຍ; ພວກຂ້ານ້ອຍປະສົບກັບມັນທຸກມື້, ດັ່ງນັ້ນ ພວກຂ້ານ້ອຍຈຶ່ງຄຸ້ນເຄີຍກັບມັນ”. ເມື່ອເວົ້າເຖິງອຸປະນິໄສຂອງພຣະເຈົ້າ, ບາງຄົນຈະເວົ້າວ່າ: “ອຸປະນິໄສຂອງພຣະເຈົ້າແມ່ນຫົວຂໍ້ທີ່ພວກຂ້ານ້ອຍສຶກສາ, ສຳຫຼວດ ແລະ ສຸມໃສ່ໝົດຊີວິດຂອງພວກຂ້ານ້ອຍ, ດັ່ງນັ້ນ ພວກຂ້ານ້ອຍຄວນຈະຄຸ້ນເຄີຍກັບມັນ”. ສໍາລັບພຣະເຈົ້າ, ບາງຄົນຈະເວົ້າວ່າ: “ພຣະອົງເຈົ້າເອງແມ່ນຜູ້ທີ່ພວກຂ້ານ້ອຍຕິດຕາມ, ແມ່ນຜູ້ທີ່ພວກຂ້ານ້ອຍສັດທາ ແລະ ແມ່ນຜູ້ທີ່ພວກຂ້ານ້ອຍສະແຫວງຫາ; ເຖິງແມ່ນວ່າພວກຂ້ານ້ອຍຈະບໍ່ຮູ້ກ່ຽວກັບພຣະອົງກໍຕາມ”. ພຣະເຈົ້າບໍ່ເຄີຍຢຸດເຊົາພາລະກິດຂອງພຣະອົງນັບຕັ້ງແຕ່ການຊົງສ້າງເປັນຕົ້ນມາ; ຕະຫຼອດພາລະກິດຂອງພຣະອົງ ພຣະອົງໄດ້ສືບຕໍ່ສະແດງອຸປະນິໄສຂອງພຣະອົງ ແລະ ໃຊ້ວິທີການຕ່າງໆເພື່ອສະແດງພຣະທຳຂອງພຣະອົງ. ໃນຂະນະດຽວກັນ, ພຣະອົງບໍ່ເຄີຍຢຸດສະແດງເຖິງພຣະອົງເອງ ແລະ ທາດແທ້ຂອງພຣະອົງຕໍ່ມະນຸດຊາດ, ສະແດງຄວາມປະສົງຕໍ່ມະນຸດ ແລະ ສິ່ງທີ່ພຣະອົງຮຽກຮ້ອງຈາກມະນຸດ. ດ້ວຍເຫດນີ້, ຕາມຄວາມໝາຍຂອງຄໍາສັບແລ້ວ, ບໍ່ມີໃຜທີ່ບໍ່ຄຸ້ນເຄີຍກັບຫົວຂໍ້ເຫຼົ່ານີ້. ແນວໃດກໍຕາມ, ສຳລັບຄົນທີ່ຕິດຕາມພຣະເຈົ້າໃນທຸກມື້ນີ້, ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະອົງເຈົ້າເອງ ທີ່ຈິງແລ້ວ ທັງໝົດແມ່ນແປກປະຫຼາດຫຼາຍ. ເປັນຫຍັງຈຶ່ງເປັນເຊັ່ນນີ້? ເມື່ອເວລາມະນຸດປະສົບກັບພາລະກິດຂອງພຣະເຈົ້າ, ພວກເຂົາແມ່ນໄດ້ພົວພັນກັບພຣະເຈົ້າເຊັ່ນກັນ, ເຮັດໃຫ້ພວກເຂົາຮູ້ສຶກຄືກັບວ່າພວກເຂົາເຂົ້າໃຈອຸປະນິໄສຂອງພຣະເຈົ້າ ຫຼື ມີຄວາມຮູ້ບາງຢ່າງກ່ຽວກັບສິ່ງນີ້. ເພາະສະນັ້ນ ມະນຸດຈຶ່ງບໍ່ຄິດວ່າພວກເຂົາບໍ່ຄຸ້ນເຄີຍກັບພາລະກິດຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະອົງ. ກົ່ງກັນຂ້າມ, ມະນຸດຄິດວ່າເຂົາຄຸ້ນເຄີຍ ແລະ ເຂົ້າໃຈກ່ຽວກັບພຣະເຈົ້າຫຼາຍ. ແຕ່ໃນສະພາບປັດຈຸບັນ, ສ່ວນໃຫຍ່ແລ້ວ ຄວາມເຂົ້າໃຈກ່ຽວກັບພຣະເຈົ້ານີ້ແມ່ນຈຳກັດຢູ່ກັບສິ່ງທີ່ພວກເຂົາໄດ້ອ່ານໃນໜັງສື, ຈຳກັດຢູ່ທີ່ປະສົບການສ່ວນຕົວ, ຖືກຄວບຄຸມດ້ວຍຈິນຕະນາການ ແລະ ເໜືອສິ່ງອື່ນໃດ ແມ່ນຖືກຈຳກັດຢູ່ກັບຄວາມຈິງທີ່ພວກເຂົາສາມາດເບິ່ງເຫັນດ້ວຍຕາຂອງພວກເຂົາເອງ, ເຊິ່ງທັງໝົດນີ້ແມ່ນຫ່າງໄກຈາກພຣະເຈົ້າແທ້ຈິງຫຼາຍ. “ຄວາມໄກ” ນີ້ແມ່ນໄກປານໃດ? ບາງທີມະນຸດເອງກໍບໍ່ແນ່ໃຈ ຫຼື ບາງທີມະນຸດມີຄວາມຮູ້ສຶກເລັກນ້ອຍ, ມີຄວາມຮູ້ເລັກນ້ອຍ, ແຕ່ເມື່ອເວົ້າເຖິງພຣະອົງເຈົ້າເອງ, ຄວາມເຂົ້າໃຈຂອງມະນຸດກ່ຽວກັບພຣະອົງນັ້ນແມ່ນຫ່າງໄກຈາກແກ່ນແທ້ຂອງພຣະເຈົ້າຫຼາຍ. ນີ້ແມ່ນເຫດຜົນ ສຳລັບຫົວຂໍ້ ເຊັ່ນ: “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະອົງເຈົ້າເອງ” ວ່າເປັນຫຍັງມັນຈຶ່ງຈຳເປັນທີ່ພວກເຮົາຕ້ອງມີການສົນທະນາຢ່າງເປັນລະບົບ ແລະ ເປັນຮູບປະທຳ.

ຄວາມຈິງແລ້ວ, ອຸປະນິໄສຂອງພຣະເຈົ້ານັ້ນເປີດກວ້າງຕໍ່ທຸກຄົນ ແລະ ບໍ່ໄດ້ຖືກປິດບັງແຕ່ປະການໃດ ຍ້ອນວ່າພຣະເຈົ້າບໍ່ເຄີຍຫຼີກເວັ້ນຄົນໃດຄົນໜຶ່ງຢ່າງຕັ້ງໃຈ ແລະ ບໍ່ເຄີຍພະຍາຍາມປົກປິດພຣະອົງເອງຢ່າງຕັ້ງໃຈເພື່ອກີດກັ້ນຜູ້ຄົນຈາກການຮູ້ຈັກ ແລະ ເຂົ້າໃຈພຣະອົງ. ອຸປະນິໄສຂອງພຣະເຈົ້ານັ້ນເປີດກວ້າງສະເໝີ ແລະ ຜະເຊີນໜ້າກັບທຸກຄົນຢ່າງກົງໄປກົງມາ. ໃນການຄຸ້ມຄອງຂອງພຣະເຈົ້າ, ພຣະເຈົ້າປະຕິບັດພາລະກິດຂອງພຣະອົງ, ຜະເຊີນໜ້າກັບທຸກຄົນ ແລະ ພາລະກິດຂອງພຣະອົງແມ່ນປະຕິບັດໃນທຸກຄົນ. ເມື່ອພຣະອົງປະຕິບັດພາລະກິດຂອງພຣະອົງ, ພຣະອົງເປີດເຜີຍອຸປະນິໄສຂອງພຣະອົງຢ່າງຕໍ່ເນື່ອງ ແລະ ໃຊ້ແກ່ນແທ້ຂອງພຣະອົງຢ່າງຕໍ່ເນື່ອງ, ສິ່ງທີ່ພຣະອົງມີ ແລະ ສິ່ງທີ່ພຣະອົງເປັນ ເພື່ອນຳພາ ແລະ ສະໜອງໃຫ້ກັບທຸກຄົນ. ໃນທຸກຍຸກ ແລະ ທຸກຂັ້ນຕອນ, ບໍ່ວ່າສະຖານະການຈະດີ ຫຼື ຮ້າຍ, ອຸປະນິໄສຂອງພຣະເຈົ້ານັ້ນເປີດກວ້າງກັບທຸກຄົນສະເໝີ, ການມີ ແລະ ການເປັນຂອງພຣະອົງກໍເປີດກວ້າງຕໍ່ທຸກຄົນສະເໝີ ຄືກັບຊີວິດຂອງພຣະອົງທີ່ສະໜອງ ແລະ ສະໜັບສະໜູນມວນມະນຸດຢ່າງຕໍ່ເນື່ອງ ແລະ ຢ່າງບໍ່ຢຸດຢັ້ງ. ເຖິງຢ່າງນັ້ນກໍຕາມ, ອຸປະນິໄສຂອງພຣະເຈົ້າກໍຍັງຖືກປິດບັງສຳລັບບາງຄົນ. ຍ້ອນຫຍັງ? ຍ້ອນວ່າ ເຖິງແມ່ນວ່າຄົນເຫຼົ່ານີ້ຈະດຳລົງຊີວິດຢູ່ພາຍໃນພາລະກິດຂອງພຣະເຈົ້າ ແລະ ຕິດຕາມພຣອົງກໍຕາມ, ພວກເຂົາກໍບໍ່ເຄີຍພະຍາຍາມເຂົ້າໃຈພຣະເຈົ້າ ແລະ ບໍ່ເຄີຍຕ້ອງການທີ່ຈະຮູ້ຈັກພຣະເຈົ້າ, ແລ້ວແຮງໄກທີ່ຈະເຂົ້າໃກ້ພຣະເຈົ້າ. ສຳລັບຄົນເຫຼົ່ານີ້, ການເຂົ້າໃຈອຸປະນິໄສຂອງພຣະເຈົ້າໝາຍເຖິງຈຸດຈົບຂອງພວກເຂົ້າໃກ້ເຂົ້າມາແລ້ວ; ໝາຍຄວາມວ່າພວກເຂົາກຳລັງຈະຖືກພິພາກສາ ແລະ ລົງໂທດໂດຍອຸປະນິໄສຂອງພຣະເຈົ້າ. ເພາະສະນັ້ນ, ພວກເຂົາຈຶ່ງບໍ່ເຄີຍປາດຖະໜາທີ່ຈະເຂົ້າໃຈພຣະເຈົ້າ ຫຼື ອຸປະນິໄສຂອງພຣະອົງ ແລະ ບໍ່ເຄີຍມີຄວາມເຂົ້າໃຈ ຫຼື ຄວາມຮູ້ເລິກເຊິ່ງກ່ຽວກັບຄວາມປະສົງຂອງພຣະເຈົ້າ. ພວກເຂົາບໍ່ສະແຫວງຫາທີ່ຈະເຂົ້າໃຈຄວາມປະສົງຂອງພຣະເຈົ້າຜ່ານການຮ່ວມມືຢ່າງມີສະຕິ. ພວກເຂົາມີຄວາມສຸກຕະຫຼອດ ແລະ ບໍ່ເຄີຍເບື່ອໃນການເຮັດສິ່ງທີ່ພວກເຂົາຕ້ອງການ; ເຊື່ອໃນພຣະເຈົ້າທີ່ພວກເຂົາເຊື່ອ; ເຊື່ອໃນພຣະເຈົ້າທີ່ພຽງມີຢູ່ໃນຈິນຕະນາການຂອງພວກເຂົາເທົ່ານັ້ນ, ພຣະເຈົ້າທີ່ມີຢູ່ໃນຄວາມຄິດຂອງພວກເຂົາເທົ່ານັ້ນ ແລະ ເຊື່ອໃນພຣະເຈົ້າທີ່ບໍ່ສາມາດແຍກອອກຈາກຊີວິດປະຈຳວັນຂອງພວກເຂົາໄດ້. ເມື່ອເວົ້າເຖິງພຣະເຈົ້າທີ່ແທ້ຈິງ, ພວກເຂົາແມ່ນບໍ່ົສົນໃຈ ແລະ ບໍ່ມີຄວາມປາດຖະໜາທີ່ຈະເຂົ້າໃຈພຣະອົງ ຫຼື ເອົາໃຈໃສ່ພຣະອົງ ແລະ ແຮງໄກທີ່ຈະປາດຖະໜາໃກ້ຊິດກັບພຣະອົງ. ພວກເຂົາພຽງແຕ່ໃຊ້ພຣະທໍາທີ່ພຣະເຈົ້າສະແດງອອກເພື່ອປະດັບຕົວເອງ, ເພື່ອຫຸ້ມຫໍ່ຕົວເອງ. ສຳລັບພວກເຂົາ, ສິ່ງນີ້ແມ່ນເຮັດໃຫ້ພວກເຂົາເປັນຜູ້ເຊື່ອຢ່າງສົມບູນແລ້ວ ແລະ ເປັນຄົນທີ່ມີຄວາມສັດທາໃນພຣະເຈົ້າຢູ່ໃນໃຈຂອງພວກເຂົາ. ໃນໃຈຂອງພວກເຂົາ, ພວກເຂົາຖືກນຳພາໂດຍຈິນຕະນາການ, ຄວາມຄິດ ແລະ ແມ່ນແຕ່ນິຍາມສ່ວນຕົວຂອງພວກເຂົາກ່ຽວກັບພຣະເຈົ້າ. ໃນທາງກົງກັນຂ້າມ, ພຣະເຈົ້າທີ່ແທ້ຈິງແມ່ນບໍ່ກ່ຽວຂ້ອງຫຍັງກັບພວກເຂົາເລີຍ. ຍ້ອນວ່າ ຖ້າພວກເຂົາຕ້ອງເຂົ້າໃຈພຣະເຈົ້າ, ເຂົ້າໃຈອຸປະນິໄສທີ່ແທ້ຈິງຂອງພຣະເຈົ້າ ແລະ ເຂົ້າໃຈສິ່ງທີ່ພຣະເຈົ້າມີ ແລະ ເປັນ, ມັນກໍຈະໝາຍຄວາມວ່າການກະທຳຂອງພວກເຂົາ, ຄວາມເຊື່ອຂອງພວກເຂົາ ແລະ ການສະແຫວງຫາຂອງພວກເຂົານັ້ນຈະຖືກຕັດສິນລົງໂທດ. ນັ້ນຄືເຫດຜົນທີ່ພວກເຂົາລັງເລທີ່ຈະເຂົ້າໃຈທາດແທ້ຂອງພຣະເຈົ້າ, ລັງເລໃຈ ແລະ ບໍ່ເຕັມໃຈທີ່ຈະສະແຫວງຫາ ຫຼື ອະທິຖານຢ່າງຫ້າວຫັນເພື່ອເຂົ້າໃຈພຣະເຈົ້າຫຼາຍຂຶ້ນ, ຮູ້ຈັກຄວາມປະສົງຂອງພຣະເຈົ້າຫຼາຍຂຶ້ນ ແລະ ເຂົ້າໃຈອຸປະນິໄສຂອງພຣະເຈົ້າດີຂຶ້ນ. ພວກເຂົາຢາກໃຫ້ພຣະເຈົ້າເປັນສິ່ງທີ່ຈິນຕະນາການຂຶ້ນເອງ, ເປັນສິ່ງທີ່ຫວ່າງເປົ່າ ແລະ ເຂົ້າໃຈຍາກ. ພວກເຂົາຢາກໃຫ້ພຣະເຈົ້າເປັນບາງຄົນທີ່ພວກເຂົາໄດ້ຈິນຕະນາການໃຫ້ພຣະອົງເປັນ, ເປັນບາງຄົນທີ່ສາມາດກວັກມືເອີ້ນພວກເຂົາ, ຈັດຫາໃຫ້ຢ່າງບໍ່ສິ້ນສຸດ ແລະ ມີເວລາຫວ່າງຢູ່ສະເໝີ. ເມື່ອພວກເຂົາຕ້ອງການຮັບເອົາພຣະຄຸນຂອງພຣະເຈົ້າ, ພວກເຂົາກໍຂໍໃຫ້ພຣະເຈົ້າເປັນພຣະຄຸນນັ້ນ. ເມື່ອພວກເຂົາຕ້ອງການພອນຈາກພຣະເຈົ້າ, ພວກເຂົາກໍຂໍໃຫ້ພຣະເຈົ້າເປັນພອນນັ້ນ. ເມື່ອຜະເຊີນກັບຄວາມທຸກຍາກ, ພວກເຂົາກໍຂໍໃຫ້ພຣະເຈົ້າປະທານກໍາລັງໃຈໃຫ້ກັບພວກເຂົາ, ຂໍໃຫ້ພຣະເຈົ້າເປັນເຄື່ອງກຳບັງດ້ານຫຼັງໃຫ້ກັບພວກເຂົາ. ຄວາມຮູ້ກ່ຽວກັບພຣະເຈົ້າຂອງຄົນເຫຼົ່ານີ້ແມ່ນຕິດຢູ່ໃນຂອບເຂດຂອງພຣະຄຸນ ແລະ ພຣະພອນ. ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະອົງເຈົ້າເອງ” ກໍຖືກຈຳກັດດ້ວຍຈິນຕະນາການ, ຕົວໜັງສື ແລະ ຫຼັກຄຳສອນຂອງພວກເຂົາ. ແຕ່ຍັງມີບາງຄົນທີ່ກະຕືລືລົ້ນຢາກເຂົ້າໃຈອຸປະນິໄສຂອງພຣະເຈົ້າ, ຢາກເຫັນພຣະເຈົ້າຢ່າງແທ້ຈິງ, ຢາກເຂົ້າໃຈອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນຢ່າງແທ້ຈິງ. ຄົນເຫຼົ່ານີ້ກຳລັງສະແຫວງຫາຄວາມເປັນຈິງແຫ່ງຄວາມຈິງ ແລະ ຄວາມລອດພົ້ນຈາກພຣະເຈົ້າ, ສະແຫວງຫາເພື່ອຮັບໄຊຊະນະ, ຄວາມລອດພົ້ນ ແລະ ຄວາມສົມບູນແບບໂດຍພຣະເຈົ້າ. ພວກເຂົາໃຊ້ຫົວໃຈອ່ານພຣະທຳຂອງພຣະເຈົ້າ, ພວກເຂົາຮູ້ເຖິງຄຸນຄ່າທຸກສະຖານະການ ແລະ ທຸກຄົນ, ເຫດການ ແລະ ສິ່ງທີ່ພຣະເຈົ້າໄດ້ຈັດແຈງໄວ້ໃຫ້ພວກເຂົາ ແລະ ພວກເຂົາອະທິຖານ ແລະ ສະແຫງຫາດ້ວຍຄວາມຈິງໃຈ. ສິ່ງທີ່ພວກເຂົາຢາກຮູ້ທີ່ສຸດແມ່ນຄວາມປະສົງຂອງພຣະເຈົ້າ ແລະ ສິ່ງທີ່ພວກເຂົາຢາກເຂົ້າໃຈຫຼາຍທີ່ສຸດແມ່ນອຸປະນິໄສ ແລະ ທາດແທ້ຂອງພຣະເຈົ້າ ເພື່ອວ່າພວກເຂົາຈະບໍ່ເຮັດຜິດຕໍ່ພຣະເຈົ້າອີກຕໍ່ໄປ, ຜ່ານປະສົບການຂອງພວກເຂົາ, ພວກເຂົາອາດຈະເຫັນຄວາມໜ້າຮັກຂອງພຣະເຈົ້າ ແລະ ດ້ານທີ່ແທ້ຈິງຂອງພຣະອົງຫຼາຍຂຶ້ນ. ນອກຈາກນີ້ກໍເພື່ອວ່າພຣະເຈົ້າທີ່ແທ້ຈິງຈະດຳລົງຢູ່ໃນໃຈຂອງພວກເຂົາຢ່າງແທ້ຈິງ ແລະ ເພື່ອວ່າພຣະເຈົ້າຈະມີບ່ອນຢູ່ໃນຫົວໃຈຂອງພວກເຂົາ ເຊິ່ງພວກເຂົາຈະບໍ່ດຳລົງຢູ່ທ່າມກາງຈິນຕະນາການ, ຄວາມຄິດ ຫຼື ຄວາມເລື່ອນລອຍອີກຕໍ່ໄປ. ສຳລັບຄົນເຫຼົ່ານີ້, ເຫດຜົນທີ່ພວກເຂົາມີຄວາມປາດຖະໜາຢ່າງແຮງກ້າທີ່ຈະເຂົ້າໃຈອຸປະນິໄສຂອງພຣະເຈົ້າ ແລະ ທາດແທ້ຂອງພຣະອົງແມ່ນຍ້ອນວ່າອຸປະນິໄສ ແລະ ທາດແທ້ຂອງພຣະເຈົ້າແມ່ນຈຳເປັນສຳລັບມວນມະນຸດທຸກຊ່ວງເວລາໃນເສັ້ນທາງແຫ່ງປະສົບການຂອງພວກເຂົາ; ມັນແມ່ນອຸປະນິໄສ ແລະ ທາດແທ້ຂອງພຣະອົງທີ່ສະໜອງຊີວິດທັງຊີວິດໃຫ້ກັບຜູ້ຄົນ. ເມື່ອພວກເຂົາເຂົ້າໃຈອຸປະນິໄສຂອງພຣະເຈົ້າແລ້ວ, ພວກເຂົາກໍຈະສາມາດເທີດທູນພຣະເຈົ້າໄດ້ດີຂຶ້ນ, ຮ່ວມມືໃນພາລະກິດຂອງພຣະເຈົ້າໄດ້ດີຂຶ້ນ, ຄຳນຶງເຖິງຄວາມປະສົງຂອງພຣະເຈົ້າຫຼາຍຂຶ້ນ ແລະ ປະຕິບັດໜ້າທີ່ຂອງຕົນຈົນສຸດຄວາມສາມາດ. ເຊິ່ງນັ້ນແມ່ນທັດສະນະຄະຕິຕໍ່ອຸປະນິໄສຂອງພຣະເຈົ້າທີ່ຄົນສອງປະເພດມີ. ປະເພດທຳອິດແມ່ນບໍ່ຕ້ອງການເຂົ້າໃຈອຸປະນິໄສຂອງພຣະເຈົ້າ. ເຖິງແມ່ນພວກເຂົາເວົ້າວ່າພວກເຂົາຢາກຮູ້ຈັກອຸປະນິໄສຂອງພຣະເຈົ້າ, ຢາກຮູ້ຈັກພຣະອົງເຈົ້າເອງ, ຢາກເຫັນສິ່ງທີ່ພຣະເຈົ້າມີ ແລະ ເປັນ, ຮູ້ຄຸນຄ່າຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ, ແຕ່ສ່ວນເລິກໆແລ້ວ ພວກເຂົາຢາກໃຫ້ພຣະເຈົ້າບໍ່ມີຢູ່ຈິງ. ຍ້ອນວ່າຄົນປະເພດນີ້ບໍ່ເຊື່ອຟັງ ແລະ ຕໍ່ຕ້ານພຣະເຈົ້າຕະຫຼອດມາ; ພວກເຂົາຕໍ່ສູ້ພຣະເຈົ້າເພື່ອຕຳແໜ່ງໃນໃຈຂອງພວກເຂົາ ແລະ ມັກຈະສົງໄສ ຫຼື ເຖິງກັບປະຕິເສດການມີຢູ່ຂອງພຣະເຈົ້າ. ພວກເຂົາບໍ່ຕ້ອງການປ່ອຍໃຫ້ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າທີ່ແທ້ຈິງຄອບຄອງຫົວໃຈຂອງພວກເຂົາ. ພວກເຂົາພຽງຕ້ອງການຕອບສະໜອງຄວາມປາດຖະໜາ, ຈິນຕະນາການ ແລະ ຄວາມທະເຍີທະຍານຂອງພວກເຂົາເອງເທົ່ານັ້ນ. ດັ່ງນັ້ນ, ຄົນເຫຼົ່ານີ້ອາດເຊື່ອໃນພຣະເຈົ້າ, ຕິດຕາມພຣະເຈົ້າ ແລະ ອາດຈະສະລະຄອບຄົວ ຫຼື ວຽກງານຂອງພວກເຂົາເພື່ອພຣະອົງອີກດ້ວຍ, ແຕ່ພວກເຂົາບໍ່ປະຖິ້ມເສັ້ນທາງຄວາມຊົ່ວຊ້າຂອງພວກເຂົາ. ບາງຄົນເຖິງຂັ້ນລັກ ຫຼື ຜານເຄື່ອງຖວາຍບູຊາ ຫຼື ສາບແຊ່ງພຣະເຈົ້າເປັນການສ່ວນຕົວ, ໃນຂະນະທີ່ຄົນອື່ນໆອາດໃຊ້ຕຳແໜ່ງຂອງພວກເຂົາເພື່ອເປັນພະຍານໃຫ້ຕົວເອງຊໍ້າແລ້ວຊໍ້າອີກ, ແຜ່ອຳນາດໃຫ້ກັບຕົວເອງ ແລະ ຕໍ່ສູ້ກັບພຣະເຈົ້າເພື່ອຜູ້ຄົນ ແລະ ສະຖານະ. ພວກເຂົາໃຊ້ຫຼາກຫຼາຍວິທີການ ແລະ ມາດຕະການຕ່າງໆເພື່ອໃຫ້ຄົນນະມັດສະການພວກເຂົາ, ພະຍາຍາມເອົາຊະນະຜູ້ຄົນ ແລະ ຄວບຄຸມພວກເຂົາຢ່າງຕໍ່ເນື່ອງ. ບາງຄົນເຖິງຂັ້ນຕັ້ງໃຈເຮັດໃຫ້ຄົນເຂົ້າໃຈຜິດຄິດວ່າພວກເຂົາເປັນພຣະເຈົ້າເພື່ອວ່າພວກເຂົາຈະໄດ້ຖືກປະຕິບັດຄືກັບພຣະເຈົ້າ. ພວກເຂົາຈະບໍ່ມີວັນບອກໃຜວ່າພວກເຂົາໄດ້ເຮັດຜິດ, ວ່າພວກເຂົາກໍເສື່ອມຊາມ ແລະ ໂອ້ອວດເຊັ່ນກັນ, ບໍ່ຄວນນະມັດສະການພວກເຂົາ, ແນວໃດກໍຕາມ, ບໍ່ວ່າພວກເຂົາເຮັດດີປານໃດ, ທັງໝົດແມ່ນຍ້ອນຄວາມປິຕິຍັນດີຂອງພຣະເຈົ້າ ແລະ ພວກເຂົາກຳລັງເຮັດສິ່ງທີ່ພວກເຂົາຄວນເຮັດ. ເປັນຫຍັງພວກເຂົາຈິ່ງບໍ່ເວົ້າສິ່ງເຫຼົ່ານີ້? ຍ້ອນວ່າພວກເຂົາຢ້ານທີ່ສຸດທີ່ຈະສູນເສຍຕຳແໜ່ງຂອງພວກເຂົາທີ່ຢູ່ໃນຫົວໃຈຂອງຜູ້ຄົນ. ນີ້ແມ່ນເຫດຜົນ ທີ່ຄົນປະເພດນີ້ບໍ່ເຄີຍສັນລະເສີນພຣະເຈົ້າ ແລະ ບໍ່ເຄີຍເປັນພະຍານໃຫ້ກັບພຣະເຈົ້າ ເນື່ອງຈາກວ່າພວກເຂົາບໍ່ເຄີຍພະຍາຍາມເຂົ້າໃຈພຣະເຈົ້າເລີຍ. ພວກເຂົາສາມາດຮູ້ຈັກພຣະເຈົ້າໂດຍບໍ່ເຂົ້າໃຈພຣະອົງໄດ້ບໍ? ເປັນໄປບໍ່ໄດ້! ສະນັ້ນ, ໃນຂະນະທີ່ພຣະທໍາໃນຫົວຂໍ້ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະອົງເຈົ້າເອງ” ອາດຈະລຽບງ່າຍ, ພວກມັນມີຄວາມໝາຍທີ່ແຕກຕ່າງກັນສຳລັບແຕ່ລະຄົນ. ສຳລັບບາງຄົນທີ່ບໍ່ເຊື່ອຟັງພຣະເຈົ້າ, ຕໍ່ຕ້ານພຣະເຈົ້າ ແລະ ເປັນສັດຕູຕໍ່ພຣະເຈົ້າຕະຫຼອດ, ພຣະທໍາເຫຼົ່ານີ້ໝາຍເຖິງການຕັດສິນລົງໂທດ; ໃນຂະນະທີ່ບາງຄົນທີ່ສະແຫວງຫາຄວາມເປັນຈິງແຫ່ງຄວາມຈິງ ແລະ ມັກມາຢູ່ຕໍ່ໜ້າພຣະເຈົ້າເພື່ອສະແຫວງຫາຄວາມປະສົງຂອງພຣະເຈົ້າຈະໄດ້ຮັບພຣະທໍາເຫຼົ່ານັ້ນດັ່ງປ່ອຍປາລົງນ້ຳ. ດັ່ງນັ້ນ, ມີຄົນໃນກຸ່ມພວກເຈົ້າເມື່ອໄດ້ຍິນການເວົ້າເຖິງອຸປະນິໄສຂອງພຣະເຈົ້າ ແລະ ພາລະກິດຂອງພຣະອົງກໍພາກັນເລີ່ມເຈັບຫົວ, ຫົວໃຈຂອງພວກເຂົາເຕັມໄປດ້ວຍຄວາມຕໍ່ຕ້ານ ແລະ ພວກເຂົາຮູ້ສຶກອຶດອັດໃຈຫຼາຍ. ແຕ່ຍັງມີບາງຄົນໃນກຸ່ມພວກເຈົ້າທີ່ຄິດວ່າ: ຫົວຂໍ້ນີ້ແມ່ນຫົວຂໍ້ທີ່ຂ້ານ້ອຍຕ້ອງການ, ຍ້ອນວ່າຫົວຂໍ້ນີ້ເປັນປະໂຫຍດຫຼາຍສຳລັບຂ້ານ້ອຍ. ມັນເປັນສິ່ງທີ່ບໍ່ສາມາດຂາດຈາກປະສົບການຊີວິດຂອງຂ້ານ້ອຍໄດ້; ເປັນຈຸດທີ່ສຳຄັນທີ່ສຸດ, ເປັນພື້ນຖານແຫ່ງຄວາມເຊື່ອໃນພຣະເຈົ້າ ແລະ ເປັນສິ່ງທີ່ມວນມະນຸດບໍ່ສາມາດປະຖິ້ມໄດ້. ສຳລັບພວກເຈົ້າໝົດທຸກຄົນ, ຫົວຂໍ້ນີ້ອາດຈະກວ້າງຂວາງ, ບໍ່ຮູ້ແຕ່ກໍຄຸ້ນເຄີຍ. ແຕ່ແນວໃດກໍ່ຕາມ, ນີ້ແມ່ນຫົວຂໍ້ທີ່ທຸກຄົນຕ້ອງຟັງ, ຕ້ອງຮູ້ ແລະ ຕ້ອງເຂົ້າໃຈ. ບໍ່ວ່າເຈົ້າຈະເຮັດແນວໃດກັບມັນ, ບໍ່ວ່າເຈົ້າເບິ່ງມັນແນວໃດ ຫຼື ເຈົ້າເຂົ້າໃຈມັນແນວໃດກໍຕາມ, ຄວາມສຳຄັນຂອງຫົວຂໍ້ນີ້ບໍ່ສາມາດເບິ່ງຂ້າມໄດ້.

ພຣະເຈົ້າໄດ້ປະຕິບັດພາລະກິດຂອງພຣະອົງນັບຕັ້ງແຕ່ພຣະອົງສ້າງມະນຸດຊາດ. ຕັ້ນເດີມນັ້ນ, ເຖິງແມ່ນວ່າພາລະກິດຂອງພຣະອົງລຽບງ່າຍ, ແຕ່ມັນປະກອບດ້ວຍການສະແດງອອກເຖິງທາດແທ້ ແລະ ອຸປະນິໄສຂອງພຣະເຈົ້າ. ໃນຂະນະທີ່ພາລະກິດຂອງພຣະເຈົ້າໃນປັດຈຸບັນໄດ້ຮັບການຍົກສູງຂຶ້ນ ແລະ ພາລະກິດດັ່ງກ່າວທີ່ປະຕິບັດຕໍ່ຜູ້ຄົນທີ່ຕິດຕາມພຣະອົງໄດ້ກາຍເປັນສິ່ງມະຫັດສະຈັນ ແລະ ເປັນຮູບປະທຳ, ພ້ອມກັບການສະແດງອອກອັນຍິ່ງໃຫຍ່ແຫ່ງພຣະທຳຂອງພຣະອົງ, ຕົວຕົນຂອງພຣະເຈົ້າແມ່ນໄດ້ປິດບັງຈາກມະນຸດມາຕະຫຼອດ. ເຖິງແມ່ນວ່າພຣະອົງໄດ້ບັງເກີດເປັນມະນຸດແລ້ວສອງຄັ້ງກໍຕາມ, ນັບຕັ້ງແຕ່ມີການບັນທຶກພຣະຄຳພີຈົນເຖິງຍຸກປັດຈຸບັນ, ໃຜເຄີຍເຫັນຕົວຕົນທີ່ແທ້ຈິງຂອງພຣະເຈົ້າບໍ່? ອີງຕາມຄວາມເຂົ້າໃຈຂອງພວກເຈົ້າ, ມີໃຜເຄີຍໄດ້ເຫັນຕົວຕົນທີແທ້ຈິງຂອງພຣະເຈົ້າບໍ? ບໍ່, ບໍ່ມີໃຜເຄີຍເຫັນຕົວຕົນທີ່ແທ້ຈິງຂອງພຣະເຈົ້າ, ໝາຍຄວາມວ່າບໍ່ມີໃຜເຄີຍເຫັນຕົວຕົນທີ່ແທ້ຈິງຂອງພຣະເຈົ້າ. ນີ້ຄືບາງສິ່ງທີ່ທຸກຄົນເຫັນດີນຳ. ໝາຍຄວາມວ່າ, ຕົວຕົນທີ່ແທ້ຈິງຂອງພຣະເຈົ້າ ຫຼື ພຣະວິນຍານຂອງພຣະເຈົ້ານັ້ນໄດ້ປົກປິດຈາກມະນຸດຊາດທັງປວງ ລວມເຖິງອາດາມ ແລະ ເອວາ ຜູ້ທີ່ພຣະອົງໄດ້ສ້າງຂຶ້ນມາ ແລະ ລວມເຖິງໂຢບຜູ້ຊອບທຳ ແລະ ຜູ້ທີ່ພຣະອົງຍອມຮັບ. ບໍ່ມີໃຜເຄີຍເຫັນຕົວຕົນທີ່ແທ້ຈິງຂອງພຣະເຈົ້າ. ແຕ່ເປັນຫຍັງພຣະເຈົ້າຈຶ່ງຕັ້ງໃຈປິດບັງຕົວຕົນທີ່ແທ້ຈິງຂອງພຣະອົງ? ບາງຄົນເວົ້າວ່າ: “ພຣະເຈົ້າຢ້ານຄົນຢ້ານ”. ບາງຄົນກໍເວົ້າວ່າ: “ພຣະເຈົ້າປົກປິດຕົວຕົນທີ່ແທ້ຈິງຂອງພຣະອົງຍ້ອນວ່າມະນຸດນັ້ນຕ່ຳຕ້ອຍເກີນໄປ ແລະ ພຣະເຈົ້ານັ້ນຍິ່ງໃຫຍ່ເກີນໄປ; ມະນຸດອາດຈະບໍ່ເຫັນພຣະອົງ ຫຼື ບໍ່ດັ່ງນັ້ນພວກເຂົາກໍຈະຕາຍ”. ຍັງມີບາງຄົນທີ່ເວົ້າວ່າ: “ພຣະເຈົ້າຫຍຸ້ງຢູ່ກັບການຄຸ້ມຄອງພາລະກິດຂອງພຣະອົງທຸກວັນ ແລະ ພຣະອົງອາດບໍ່ມີເວລາປາກົດຕົວໃຫ້ຄົນອື່ນເຫັນພຣະອົງ”. ບໍ່ວ່າພວກເຈົ້າຈະເຊື່ອແນວໃດກໍຕາມ, ເຮົາໄດ້ມີຂໍ້ສະຫຼຸບໃນນີ້ແລ້ວ. ຂໍ້ສະຫຼຸບນັ້ນແມ່ນຫຍັງ? ມັນແມ່ນພຣະເຈົ້າບໍ່ຕ້ອງການໃຫ້ຄົນເຫັນຕົວຕົນທີ່ແທ້ຈິງຂອງພຣະອົງ. ການປິດບັງຈາກມະນຸດແມ່ນສິ່ງທີ່ພຣະເຈົ້າຈົງໃຈກະທຳ. ເວົ້າອີກຢ່າງໜຶ່ງກໍຄື, ມັນແມ່ນຄວາມຕັ້ງໃຈຂອງພຣະເຈົ້າທີ່ບໍ່ໃຫ້ຄົນເຫັນຕົວຕົນທີ່ແທ້ຈິງຂອງພຣະອົງ. ບັດນີ້ ເລື່ອງນີ້ຄົງຈະຊັດເຈນສຳລັບທຸກຄົນແລ້ວ. ຖ້າພຣະເຈົ້າບໍ່ເຄີຍເປີດເຜີຍຕົວຕົນຂອງພຣະອົງໃຫ້ຄົນເຫັນ, ແລ້ວພວກເຈົ້າຄິດວ່າຕົວຕົນຂອງພຣະເຈົ້າມີຢູ່ຈິງບໍ? (ພຣະອົງມີຢູ່ຈິງ). ແນ່ນອນວ່າພຣະອົງມີຢູ່ຈິງ. ການດຳລົງຢູ່ແຫ່ງຕົວຕົນຂອງພຣະເຈົ້ານັ້ນບໍ່ຕ້ອງສົງໄສເລີຍ. ແຕ່ສໍາລັບຕົວຕົນຂອງພຣະເຈົ້ານັ້ນຍິ່ງໃຫຍ່ພຽງໃດ ຫຼື ພຣະອົງມີຮູບລັກສະນະໃດນັ້ນ, ມະນຸດຊາດຄວນກວດສອບຄຳຖາມເຫຼົ່ານີ້ບໍ? ບໍ່. ຄຳຕອບແມ່ນບໍ່. ຖ້າຕົວຕົນຂອງພຣະເຈົ້າບໍ່ແມ່ນຫົວຂໍ້ທີ່ພວກເຮົາຄວນສຳຫຼວດ, ແລ້ວຫົວຂໍໃດ? (ອຸປະນິໄສຂອງພຣະເຈົ້າ). (ພາລະກິດຂອງພຣະເຈົ້າ). ແນວໃດກໍຕາມ, ກ່ອນທີ່ພວກເຮົາຈະເລີ່ມສົນທະນາກ່ຽວກັບຫົວຂໍ້ທີ່ເປັນທາງການ, ໃຫ້ພວກເຮົາກັບໄປສູ່ສິ່ງທີ່ພວກເຮົາຫາກໍສົນທະນາກັນເມື່ອກີ້ນີ້: ເປັນຫຍັງພຣະເຈົ້າຈິ່ງບໍ່ເຄີຍເປີດເຜີຍຕົວຕົນຂອງພຣະອົງໃຫ້ມະນຸດຊາດເຫັນ? ເປັນຫຍັງພຣະເຈົ້າຈຶ່ງຕັ້ງໃຈປິດບັງຕົວຕົນຂອງພຣະອົງຈາກມວນມະນຸດ? ມີພຽງເຫດຜົນດຽວ ແລະ ເຫດຜົນນັ້ນກໍຄື: ເຖິງແມ່ນວ່າມະນຸດຜູ້ທີ່ພຣະເຈົ້າໄດ້ສ້າງຂຶ້ນມາ ໄດ້ປະສົບກັບພາລະກິດຂອງພຣະອົງເປັນເວລາຫຼາຍພັນປີ, ບໍ່ມີແມ່ນແຕ່ຄົນດຽວທີ່ຮູ້ຈັກພາລະກິດຂອງພຣະເຈົ້າ, ຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ທາດແທ້ຂອງພຣະອົງ. ໃນສາຍຕາຂອງພຣະເຈົ້າ, ຄົນດັ່ງກ່າວນີ້ແມ່ນຢູ່ກົງກັນຂ້າມກັບພຣະອົງ ແລະ ພຣະເຈົ້າຈະບໍ່ສະແດງຕົວຕົນຂອງພຣະອົງເອງໃຫ້ຄົນທີ່ເປັນສັດຕູກັບພຣະອົງເຫັນ. ນີ້ແມ່ນເຫດຜົນດຽວທີ່ພຣະເຈົ້າບໍ່ເຄີຍເປີດເຜີຍຕົວຕົນຂອງພຣະອົງໃຫ້ມະນຸດຊາດເຫັນ ແລະ ເປັນຫຍັງພຣະອົງຈຶ່ງຈົງໃຈປົກປິດຕົວຕົນຂອງພຣະອົງຈາກມວນມະນຸດ. ຕອນນີ້ ຄວາມສຳຄັນແຫ່ງການຮູ້ຈັກອຸປະນິໄສຂອງພຣະເຈົ້າຊັດເຈນຕໍ່ພວກເຈົ້າແລ້ວບໍ?

ນັບຕັ້ງແຕ່ມີການຄຸ້ມຄອງຂອງພຣະເຈົ້າ, ພຣະອົງອຸທິດຕົນຢ່າງເຕັມທີ່ໃນການປະຕິບັດພາລະກິດຂອງພຣະອົງ. ເຖິງແມ່ນວ່າຈະປົກປິດຕົວຕົນຂອງພຣະອົງຈາກຜູ້ຄົນ ແຕ່ພຣະອົງກໍຢູ່ຄຽງຂ້າງມະນຸດສະເໝີ, ປະຕິບັດພາລະກິດໃນຕົວມະນຸດ, ສະແດງອຸປະນິໄສຂອງພຣະອົງ, ນຳພາມະນຸດຊາດທັງມວນດ້ວຍທາດແທ້ຂອງພຣະອົງ ແລະ ປະຕິບັດພາລະກິດຂອງພຣະອົງໃນທຸກຄົນຜ່ານອຳນາດອັນຍິ່ງໃຫຍ່ຂອງພຣະອົງ, ຜ່ານສະຕິປັນຍາຂອງພຣະອົງ ແລະ ຜ່ານສິດອຳນາດຂອງພຣະອົງ ເຊິ່ງໄດ້ນຳໄປສູ່ຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກຂອງປັດຈຸບັນ. ເຖິງແມ່ນວ່າພຣະເຈົ້າປົກປິດຕົວຕົນຂອງພຣະອົງຈາກມະນຸດ, ອຸປະນິໄສຂອງພຣະອົງ, ສິ່ງທີ່ພຣະອົງເປັນ ແລະ ມີ, ຄວາມປະສົງຂອງພຣະອົງຕໍ່ມວນມະນຸດແມ່ນໄດ້ຖືກເປີດເຜີຍຢ່າງບໍ່ຈຳກັດໃຫ້ມະນຸດເຫັນ ແລະ ປະສົບ. ເວົ້າອີກຢ່າງໜຶ່ງກໍຄື, ເຖິງແມ່ນວ່າມະນຸດບໍ່ສາມາດເຫັນ ຫຼື ສຳພັດພຣະເຈົ້າໄດ້, ອຸປະນິໄສ ແລະ ທາດແທ້ຂອງພຣະເຈົ້າທີ່ມະນຸດຜະເຊີນນັ້ນເປັນການສະແດງອອກຂອງພຣະອົງເຈົ້າເອງຢ່າງແນ່ນອນ. ນັ້ນບໍ່ແມ່ນຄວາມຈິງບໍ? ບໍ່ວ່າວິທີທາງ ຫຼື ດ້ານໃດຂອງວິທີການທີ່ພຣະເຈົ້າເລືອກສຳລັບພາລະກິດຂອງພຣະອົງກໍຕາມ, ພຣະອົງປະຕິບັດຕໍ່ຄົນຜ່ານຕົວຕົນທີ່ແທ້ຈິງຂອງພຣະອົງ, ປະຕິບັດພາລະກິດທີ່ເປັນພາລະຂອງພຣະອົງ ແລະ ກ່າວພຣະທໍາທີ່ພຣະອົງຈຳເປັນຕ້ອງກ່າວສະເໝີ. ບໍ່ວ່າພຣະເຈົ້າເວົ້າຈາກຕຳແໜ່ງໃດ, ພຣະອົງອາດຈະຢືນຢູ່ໃນສະຫວັນຊັ້ນສາມ ຫຼື ຢືນຢູ່ໃນເນື້ອໜັງ ຫຼື ແມ່ນແຕ່ໃນຖານະຄົນທຳມະດາຄົນໜຶ່ງ; ພຣະອົງກ່າວຕໍ່ມະນຸດດ້ວຍສຸດຫົວໃຈ ແລະ ດ້ວຍຈິດໃຈທັງໝົດຂອງພຣະອົງສະເໝີໂດຍບໍ່ມີການຫຼອກລວງ ຫຼື ການປິດບັງໃດໆ. ເມື່ອພຣະອົງດຳເນີນພາລະກິດຂອງພຣະອົງ, ພຣະເຈົ້າສຳແດງພຣະທຳ ແລະ ອຸປະນິໄສຂອງພຣະອົງ, ສະແດງສິ່ງທີ່ພຣະອົງມີ ແລະ ເປັນໂດຍບໍ່ມີການສະຫງວນໃດໆ. ພຣະອົງນຳພາມວນມະນຸດດ້ວຍຊີວິດຂອງພຣະອົງ, ດ້ວຍສິ່ງທີ່ພຣະອົງເປັນ ແລະ ມີ. ນີ້ແມ່ນວິທີທີ່ມະນຸດດຳລົງຊີວິດຢູ່ຜ່ານຍຸກແຫ່ງພຣະບັນຍັດ ເຊິ່ງເປັນຍຸກຕົ້ນກຳເນີດຂອງມະນຸດຊາດ ພາຍໃຕ້ການນຳພາຂອງພຣະເຈົ້າທີ່ “ບໍ່ສາມາດເບິ່ງເຫັນໄດ້ ແລະ ບໍ່ສາມາດສຳພັດໄດ້”.

ພຣະເຈົ້າກາຍເປັນເນື້ອໜັງເປັນຄັ້ງທຳອິດຫຼັງຈາກຍຸກແຫ່ງພຣະບັນຍັດ. ການບັງເກີດເປັນມະນຸດທີ່ມີອາຍຸເຖິງສາມສິບສາມປີເຄິ່ງ. ສຳລັບມະນຸດ, ສາມສິບສາມປີເຄິ່ງນັ້ນດົນບໍ? (ມັນບໍ່ດົນ). ເນື່ອງຈາກອາຍຸໄຂຂອງມະນຸດນັ້ນ ປົກກະຕິແລ້ວແມ່ນຫຼາຍກວ່າສາມສິບປີ, ນີ້ບໍ່ແມ່ນເວລາຍາວນານສຳລັບມະນຸດເລີຍ. ແຕ່ສຳລັບພຣະເຈົ້າທີ່ບັງເກີດເປັນມະນຸດ, ສາມສິບສາມປີເຄິ່ງນີ້ຖືວ່າຍາວນານພໍສົມຄວນ. ພຣະອົງກາຍເປັນຄົນ, ເປັນຄົນທຳມະດາທີ່ຮັບພາລະກິດ ແລະ ການມອບໝາຍຈາກພຣະເຈົ້າ. ນີ້ໝາຍຄວາມວ່າ ພຣະອົງຕ້ອງໄດ້ເຮັດພາລະກິດທີ່ຄົນທຳມະດາທົ່ວໄປບໍ່ສາມາດເຮັດໄດ້ ແລະ ຍັງຕ້ອງທົນທຸກທໍລະມານທີ່ຄົນທຳມະດາທົ່ວໄປບໍ່ສາມາດທົນໄດ້. ຄວາມທຸກທໍລະມານທີ່ພຣະເຢຊູເຈົ້າໄດ້ຮັບໃນລະຫວ່າງຍຸກແຫ່ງພຣະຄຸນ ນັບຕັ້ງແຕ່ການເລີ່ມຕົ້ນພາລະກິດຂອງພຣະອົງຈົນເຖິງເວລາທີ່ພຣະອົງຖືກຕອກຕະປູໃສ່ໄມ້ກາງແຂນ ອາດບໍ່ແມ່ນສິ່ງທີ່ຄົນໃນປັດຈຸບັນນີ້ສາມາດໄດ້ປະຈັກດ້ວຍຕົນເອງ, ແຕ່ຢ່າງໜ້ອຍພວກເຈົ້າຈະບໍ່ສາມາດມີຄວາມເຂົ້າໃຈກ່ຽວກັບມັນຜ່ານເລື່ອງລາວໃນພຣະຄຳພີແດ່ບໍ? ບໍ່ວ່າຂໍ້ເທັດຈິງທີ່ຖືກບັນທຶກໄວ້ເຫຼົ່ານີ້ຈະມີລາຍລະອຽດຫຼາຍປານໃດກໍຕາມ, ໂດຍລວມແລ້ວ ພາລະກິດຂອງພຣະເຈົ້າໃນໄລຍະນີ້ແມ່ນເຕັມໄປດ້ວຍຄວາມຍາກລຳບາກ ແລະ ຄວາມທຸກທໍລະມານ. ສຳລັບມະນຸດຜູ້ເສື່ອມຊາມ, ສາມສິບສາມປີເຄິ່ງນັ້ນບໍ່ແມ່ນເວລາດົນນານເລີຍ; ຄວາມທຸກທໍລະມານເລັກໜ້ອຍກໍເປັນພຽງເລື່ອງນ້ອຍ. ແຕ່ສຳລັບພຣະເຈົ້າຜູ້ທີ່ບໍລິສຸດ, ຜູ້ທີ່ບໍ່ມີຄວາມຜິດບາບ ຜູ້ທີ່ຕ້ອງແບກຮັບເອົາບາບທັງໝົດຂອງມວນມະນຸດ, ກິນ, ນອນ ແລະ ອາໄສຢູ່ກັບຄົນບາບ, ຄວາມເຈັບປວດນີ້ໃຫຍ່ຫຼວງຢ່າງບໍ່ໜ້າເຊື່ອ. ພຣະອົງແມ່ນພຣະຜູ້ຊົງສ້າງ, ກະສັດຂອງທຸກສິ່ງ ແລະ ຜູ້ປົກຄອງສັບພະສິ່ງທັງປວງ, ແຕ່ເມື່ອພຣະອົງສະເດັດມາເທິງໂລກ, ພຣະອົງຕ້ອງໄດ້ທົນຕໍ່ການກົດຂີ່ຂົ່ມເຫັງ ແລະ ຄວາມໂຫດຮ້າຍຂອງມະນຸດຜູ້ເສື່ອມຊາມ. ເພື່ອໃຫ້ພາລະກິດຂອງພຣະອົງສຳເລັດລົງ ແລະ ຊ່ວຍມວນມະນຸດໃຫ້ລອດພົ້ນຈາກທະເລແຫ່ງຄວາມທຸກທໍລະມານ, ພຣະອົງຕ້ອງໄດ້ຖືກຕັດສິນລົງໂທດໂດຍມະນຸດ ແລະ ແບກຮັບເອົາບາບຂອງມະນຸດທັງມວນ. ລະດັບຄວາມທຸກທໍລະມານທີ່ພຣະອົງຜ່ານຜ່ານັ້ນບໍ່ສາມາດຢັ່ງເຖິງໄດ້ ແລະ ມະນຸດທໍາມະດາສາມັນກໍບໍ່ສາມາດຮູ້ຄຸນຄ່າເຖິງສິ່ງນັ້ນໄດ້. ຄວາມທຸກທໍລະມານນີ້ສະແດງເຖິງຫຍັງ? ມັນສະແດງເຖິງການອຸທິດຕົນຂອງພຣະເຈົ້າຕໍ່ມະນຸດຊາດ. ມັນໝາຍເຖິງຄວາມອັບອາຍທີ່ພຣະອົງໄດ້ຮັບ ແລະ ລາຄາທີ່ພຣະອົງຈ່າຍເພື່ອຄວາມລອດພົ້ນຂອງມະນຸດ, ເພື່ອໄຖ່ບາບຂອງພວກເຂົາ ແລະ ເພື່ອສຳເລັດຂັ້ນຕອນພາລະກິດຂອງພຣະອົງ. ມັນຍັງໝາຍຄວາມວ່າມະນຸດຈະໄດ້ຮັບການໄຖ່ບາບຈາກກາງແຂນໂດຍພຣະເຈົ້າ. ນີ້ແມ່ນລາຄາທີ່ຈ່າຍດ້ວຍເລືອດ, ດ້ວຍຊີວິດ ແລະ ເປັນລາຄາທີ່ບໍ່ມີສິ່ງຖືກສ້າງສາມາດຈ່າຍໄດ້. ຍ້ອນວ່າພຣະອົງມີທາດແທ້ຂອງພຣະເຈົ້າ ແລະ ປະກອບດ້ວຍສິ່ງທີ່ພຣະອົງມີ ແລະ ເປັນ ທີ່ພຣະອົງສາມາດທົນກັບຄວາມທຸກທໍລະມານແບບນີ້ ແລະ ສາມາດປະຕິບັດພາລະກິດປະເພດນີ້ໄດ້. ນີ້ແມ່ນສິ່ງທີ່ບໍ່ມີສິ່ງຖືກສ້າງໂດຍພຣະອົງສາມາດເຮັດສຳເລັດແທນພຣະອົງໄດ້. ນີ້ແມ່ນພາລະກິດຂອງພຣະເຈົ້າໃນຍຸກແຫ່ງພຣະຄຸນ ແລະ ການເປີດເຜີຍອຸປະນິໄສຂອງພຣະອົງ. ສິ່ງນີ້ໄດ້ເປີດເຜີຍຫຍັງກ່ຽວກັບສິ່ງທີ່ພຣະເຈົ້າມີ ແລະ ເປັນບໍ? ມັນຄຸ້ມຄ່າສຳລັບມະນຸດຊາດທີ່ຈະຮູ້ຈັກບໍ?

ໃນຍຸກນັ້ນ, ເຖິງແມ່ນວ່າມະນຸດບໍ່ໄດ້ເຫັນຕົວຕົນຂອງພຣະເຈົ້າ ແຕ່ພວກເຂົາກໍໄດ້ຮັບເຄື່ອງບູຊາໄຖ່ບາບຂອງພຣະເຈົ້າ ແລະ ໄດ້ຮັບການໄຖ່ບາບຈາກກາງແຂນໂດຍພຣະເຈົ້າ. ມະນຸດຊາດອາດຈະຄຸ້ນເຄີຍກັບພາລະກິດທີ່ພຣະເຈົ້າປະຕິບັດໃນຍຸກແຫ່ງພຣະຄຸນ, ແຕ່ມີໃຜທີ່ຄຸ້ນເຄີຍກັບອຸປະນິໄສ ແລະ ຄວາມປະສົງທີ່ສະແດງອອກໂດຍພຣະເຈົ້າໃນໄລຍະນີ້ບໍ? ມະນຸດພຽງແຕ່ຮູ້ຈັກກ່ຽວກັບລາຍລະອຽດພາລະກິດຂອງພຣະເຈົ້າໃນຍຸກຕ່າງໆ ແລະ ຜ່ານຫຼາກຫຼາຍຊ່ອງທາງ ຫຼື ຮູ້ຈັກເລື່ອງລາວທີ່ກ່ຽວກັບພຣະເຈົ້າທີ່ເກີດຂຶ້ນໃນເວລາດຽວກັນກັບການດຳເນີນພາລະກິດຂອງພຣະອົງ. ລາຍລະອຽດ ແລະ ເລື່ອງລາງເຫຼົ່ານີ້ສ່ວນຫຼາຍແມ່ນເປັນພຽງບາງຂໍ້ມູນ ຫຼື ຕຳນານກ່ຽວກັບພຣະເຈົ້າ ແລະ ບໍ່ກ່ຽວຫຍັງເລີຍກັບອຸປະນິໄສ ແລະ ທາດແທ້ຂອງພຣະເຈົ້າ. ດັ່ງນັ້ນ, ບໍ່ວ່າຈະມີຈັກເລື່ອງລາວທີ່ຄົນຮູ້ຈັກກ່ຽວກັບພຣະເຈົ້າ, ມັນບໍ່ໄດ້ໝາຍຄວາມວ່າພວກເຈົ້າມີຄວາມເຂົ້າໃຈ ແລະ ຄວາມຮູ້ທີ່ເລິກເຊິ່ງກ່ຽວກັບອຸປະນິໄສຂອງພຣະເຈົ້າ ແລະ ທາດແທ້ຂອງພຣະອົງ. ຄືດັ່ງໃນຍຸກແຫ່ງພຣະບັນຍັດ, ເຖິງແມ່ນວ່າ ຄົນໃນຍຸກແຫ່ງພຣະຄຸນໄດ້ຜະເຊີນກັບພຣະເຈົ້າໃນເນື້ອໜັງຢ່າງໃກ້ຊິດ ແລະ ຢ່າງສະໜິດສະໜົມ, ຄວາມຮູ້ຂອງພວກເຂົາກ່ຽວກັບອຸປະນິໄສຂອງພຣະເຈົ້າ ແລະ ທາດແທ້ຂອງພຣະອົງເກືອບວ່າບໍ່ມີຢູ່ເລີຍ.

ໃນຍຸກແຫ່ງອານາຈັກ, ພຣະເຈົ້າໄດ້ກາຍເປັນເນື້ອໜັງອີກຄັ້ງ ໃນທຳນອງດຽວກັນກັບພຣະອົງກະທຳຄັ້ງທຳອິດ. ໃນລະຫວ່າງການປະຕິບັດພາລະກິດນີ້, ພຣະເຈົ້າຍັງໄດ້ສະແດງພຣະທຳຂອງພຣະອົງຢ່າງເປີດເຜີຍ, ປະຕິບັດພາລະກິດທີ່ພຣະອົງຈຳເປັນຕ້ອງປະຕິບັດ ແລະ ສະແດງສິ່ງທີ່ພຣະອົງມີ ແລະ ເປັນ. ໃນຂະນະດຽວກັນ, ພຣະອົງສືບຕໍ່ອົດທົນ ແລະ ອົດກັ້ນຕໍ່ຄວາມບໍ່ເຊື່ອຟັງ ແລະ ຄວາມບໍ່ຮູ້ຂອງມະນຸດ. ພຣະເຈົ້າບໍ່ໄດ້ເປີດເຜີຍອຸປະນິໄສຂອງພຣະອົງ ແລະ ສະແດງຄວາມປະສົງຂອງພຣະອົງໃນໄລຍະການປະຕິບັດພາລະກິດນີ້ຢ່າງຕໍ່ເນື່ອງເຊັ່ນກັນບໍ? ເພາະສະນັ້ນ, ນັບຕັ້ງແຕ່ການຊົງສ້າງມະນຸດຈົນເຖິງປັດຈຸບັນ, ອຸປະນິໄສຂອງພຣະເຈົ້າ, ສິ່ງທີ່ພຣະອົງເປັນ ແລະ ມີ, ຄວາມປະສົງຂອພຣະອົງແມ່ນຖືກເປີດເຜີຍຕໍ່ທຸກຄົນສະໝີມາ. ພຣະເຈົ້າບໍ່ເຄີຍຈົງໃຈປິດບັງທາດແທ້ຂອງພຣະອົງ, ອຸປະນິໄສຂອງພຣະອົງ ຫຼື ຄວາມປະສົງຂອງພຣະອົງ. ພຽງແຕ່ວ່າມະນຸດບໍ່ໃສ່ໃຈສິ່ງທີ່ພຣະເຈົ້າກຳລັງກະທຳຢູ່, ບໍ່ໃສ່ໃຈຄວາມປະສົງຂອງພຣະເຈົ້າວ່າແມ່ນຫຍັງ, ດ້ວຍເຫດນັ້ນ ມະນຸດຈຶ່ງມີຄວາມເຂົ້າໃຈຢ່າງໜ້າສົມເພດກ່ຽວກັບພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື, ໃນຂະນະທີ່ພຣະເຈົ້າປົກປິດຕົວຕົນຂອງພຣະອົງ, ພຣະອົງກໍຍັງຢືນຢູ່ຄຽງຂ້າງມວນມະນຸດຕະຫຼອດເວລາ, ສະແດງຄວາມປະສົງ, ອຸປະນິໄສ ແລະ ທາດແທ້ຂອງພຣະອົງຢ່າງເປີດເຜີຍຕະຫຼອດເວລາ. ປາກົດວ່າ, ຕົວຕົນຂອງພຣະເຈົ້າກໍໄດ້ເປີດເຜີຍໃຫ້ຄົນເຫັນເຊັ່ນກັນ, ແຕ່ເນື່ອງຈາກວ່າ ຄວາມຕາບອດ ແລະ ຄວາມບໍ່ເຊື່ອຟັງຂອງມະນຸດ, ພວກເຂົາຈຶ່ງບໍ່ສາມາດເຫັນຮູບລັກສະນະຂອງພຣະເຈົ້າໄດ້. ດັ່ງນັ້ນ, ຖ້າເປັນເຊັ່ນນັ້ນ, ຄວາມເຂົ້າໃຈອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງຈະບໍ່ງ່າຍສຳລັບທຸກຄົນບໍ? ນັ້ນເປັນຄຳຖາມທີ່ຕອບຍາກຫຼາຍບໍ່ແມ່ນບໍ? ເຈົ້າສາມາດເວົ້າໄດ້ວ່າມັນງ່າຍ, ແຕ່ໃນຂະນະທີ່ບາງຄົນສະແຫວງຫາຮູ້ຈັກພຣະເຈົ້າ, ພວກເຂົາບໍ່ສາມາດຮູ້ຈັກພຣະອົງໄດ້ຢ່າງແທ້ຈິງ ຫຼື ສາມາດມີຄວາມຮູ້ຢ່າງຊັດເຈນກ່ຽວກັບພຣະອົງໄດ້; ມັນມືດມົວ ແລະ ເລື່ອນລອຍຢູ່ສະເໝີ. ແຕ່ຖ້າເຈົ້າເວົ້າວ່າມັນບໍ່ງ່າຍ, ນັ້ນກໍບໍ່ຖືກຕ້ອງເຊັ່ນກັນ. ໄດ້ຜະເຊີນກັບພາລະກິດຂອງພຣະເຈົ້າມາດົນ, ຜ່ານປະສົບການຂອງພວກເຂົາ, ທຸກຄົນຄວນຈະມີການພົວພັນທີ່ແທ້ຈິງກັບພຣະເຈົ້າ. ຢ່າງໜ້ອຍພວກເຂົາຄວນຮູ້ສຶກເຖິງພຣະເຈົ້າໃນລະດັບໃດໜຶ່ງໃນຫົວໃຈຂອງພວກເຂົາ ຫຼື ມີການສໍາຜັດກັບພຣະເຈົ້າທາງດ້ານຝ່າຍວິນຍານ, ຢ່າງໜ້ອຍພວກເຂົາຄວນມີບາງຄວາມຮູ້ຢ່າງເລິກເຊິ່ງກ່ຽວກັບອຸປະນິໄສຂອງພຣະເຈົ້າ ຫຼື ໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບພຣະອົງ. ນັບຕັ້ງແຕ່ເວລາທີ່ມະນຸດເລີ່ມຕິດຕາມພຣະເຈົ້າມາຈົນຮອດປັດຈຸບັນນີ້, ມະນຸດຊາດໄດ້ຮັບຫຼາຍເກີນໄປແລ້ວ, ແຕ່ເນື່ອງຈາກເຫດຜົນຕ່າງໆ ເຊັ່ນ: ຄວາມສາມາດຕ່ຳ, ຄວາມບໍ່ຮູ້, ຄວາມກະບົດ ແລະ ຄວາມຕັ້ງໃຈຕ່າງໆຂອງມະນຸດ, ມວນມະນຸດຈຶ່ງໄດ້ສູນເສຍມັນຫຼາຍເກີນໄປເຊັ່ນກັນ. ພຣະເຈົ້າບໍ່ໄດ້ໃຫ້ມະນຸດຢ່າງພຽງພໍບໍ? ເຖິງແມ່ນວ່າພຣະເຈົ້າປິດບັງຕົວຕົນຂອງພຣະອົງຈາກມະນຸດ, ພຣະອົງກໍສະໜອງໃຫ້ມະນຸດດ້ວຍສິ່ງທີ່ພຣະອົງມີ ແລະ ເປັນ ແລະ ດ້ວຍຊີວິດຂອງພຣະອົງ; ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າບໍ່ຄວນຈະເປັນຢ່າງທີ່ເປັນຢູ່ໃນຕອນນີ້ເທົ່ານັ້ນ. ດັ່ງນັ້ນ ເຮົາຈຶ່ງຄິດວ່າມັນຈຳເປັນຕ້ອງໄດ້ສົນທະນາກັບພວກເຈົ້າເພີ່ມເຕີມກ່ຽວກັບຫົວຂໍ້ ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະອົງເຈົ້າເອງ. ຈຸດປະສົງກໍເພື່ອວ່າ ການດູແລ ແລະ ການພິຈາລະນາຫຼາຍພັນປີທີ່ພຣະເຈົ້າມອບໃຫ້ກັບມະນຸດນັ້ນຈະບໍ່ຈົບລົງຢ່າງໄຮ້ປະໂຫຍດ, ເພື່ອວ່າມວນມະນຸດຈະສາມາດເຂົ້າໃຈ ແລະ ຮູ້ຄຸນຄ່າຄວາມປະສົງຂອງພຣະເຈົ້າທີ່ມີຕໍ່ພວກເຂົາໄດ້ຢ່າງແທ້ຈິງ. ດ້ວຍເຫດນີ້ ມະນຸດກໍຈະສາມາດກ້າວໄປສູ່ຂັ້ນຕອນໃໝ່ໃນຄວາມຮູ້ຂອງພວກເຈົາກ່ຽວກັບພຣະເຈົ້າ. ນອກຈາກນີ້ ມັນຍັງຈະເຮັດໃຫ້ພຣະເຈົ້າກັບຄືນສູ່ພື້ນຖີ່ທີ່ແທ້ຈິງຂອງພຣະອົງໃນຫົວໃຈຂອງຄົນ, ນັ້ນກໍຄື ໃຫ້ຄວາມເປັນທຳກັບພຣະອົງ.

ເພື່ອເຂົ້າໃຈອຸປະນິໄສຂອງພຣະເຈົ້າ ແລະ ພຣະອົງເຈົ້າເອງ, ເຈົ້າຕ້ອງເລີ່ມແຕ່ຈຸດນ້ອຍໄປ. ແຕ່ວ່າຈະເລີ່ມແຕ່ຈຸດນ້ອຍຈາກໃສ? ເພື່ອເລີ່ມຕົ້ນ, ເຮົາໄດ້ຄັດເລືອກບາງບົດຈາກພຣະຄຳພີໄວ້ໃຫ້ແລ້ວ. ຂໍ້ມູນດ້ານລຸ່ມມີຂໍ້ຄວາມໃນພຣະຄຳພີ, ເຊິ່ງທັງໝົດແມ່ນກ່ຽວຂ້ອງກັບຫົວຂໍ້ແຫ່ງ ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະອົງເຈົ້າເອງ. ເຮົາພົບຂໍ້ຄວາມຕັດຕອນເຫຼົ່ານີ້ໂດຍສະເພາະເພື່ອເປັນເອກະສານອ້າງອີງຊ່ວຍໃຫ້ພວກເຈົ້າຮູ້ຈັກພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະອົງເຈົ້າເອງ. ການແບ່ງປັນພວກມັນ, ພວກເຮົາຈະສາມາດເຫັນໄດ້ວ່າ ອຸປະນິໄສແບບໃດທີ່ພຣະເຈົ້າໄດ້ເປີດເຜີຍອອກມາຜ່ານພາລະກິດໃນອະດີດຂອງພຣະອົງ ແລະ ທາດແທ້ດ້ານໃດຂອງພຣະອົງທີ່ມະນຸດບໍ່ຮູ້ຈັກ. ບົດຕ່າງໆເຫຼົ່ານີ້ອາດຈະເກົ່າແກ່, ແຕ່ຫົວຂໍ້ທີ່ພວກເຮົາກຳລັງສົນທະນາແມ່ນສິ່ງໃໝ່ ທີ່ຜູ້ຄົນບໍ່ມີ ແລະ ບໍ່ເຄີຍໄດ້ຍິນມາກ່ອນ. ພວກເຈົ້າບາງຄົນອາດຈະພົບວ່າມັນເປັນເລື່ອງເຫຼືອເຊື່ອ, ການຍົກອາດາມ ແລະ ເອວາຂຶ້ນມາ ແລະ ຍ້ອນກັບໄປຫາໂນອານັ້ບບໍ່ແມ່ນເປັນການເຮັດຕາມຮອຍຂັ້ນຕອນດຽວກັນອີກບໍ? ບໍ່ວ່າພວກເຈົ້າຈະຄິດແນວໃດ, ບົດຕ່າງໆເຫຼົ່ານີ້ເປັນປະໂຫຍດຫຼາຍສໍາລັບການສົນທະນາກ່ຽວກັບຫົວຂໍ້ນີ້ ແລະ ສາມາດເຮັດເປັນຕຳລາຮຽນ ຫຼື ເປັນບົດຄວາມທີ່ໜ້າເຊື່ອຖືໄດ້ສຳລັບການສົນທະນາໃນມື້ນີ້. ເມື່ອເຮົາໄດ້ສຳເລັດການສົນທະນານີ້, ພວກເຈົ້າກໍຈະເຂົ້າໃຈຄວາມຕັ້ງໃຈຂອງເຮົາທີ່ຢູ່ເບື້ອງຫຼັງການເລືອກບົດເຫຼົ່ານີ້. ບາງຄົນທີ່ໄດ້ອ່ານພຣະຄຳພີມາກ່ອນອາດໄດ້ອ່ານສອງສາມຂໍ້ເຫຼົ່ານີ້ແລ້ວ, ແຕ່ອາດຈະບໍ່ເຂົ້າໃຈພວກມັນໄດ້ຢ່າງແທ້ຈິງ. ກ່ອນອື່ນ, ໃຫ້ພວກເຂົາມາທົບທວນຄືນຂໍ້ຄວາມເຫຼົ່ານີ້ໂດຍສັງເຄັບກ່ອນ, ຈາກນັ້ນຈິ່ງອະທິບາຍແຕ່ລະຂໍ້ຢ່າງລະອຽດໃນການສົນທະນາຂອງພວກເຮົາ.

ອາດາມ ແລະ ເອວາແມ່ນບັນພະບຸລິດຂອງມວນມະນຸດ. ຖ້າພວກເຮົາຈະເວົ້າເຖິງຕົວລະຄອນຈາກພຣະຄຳພີ, ພວກເຮົາກໍຕ້ອງເລີ່ມຕົ້ນດ້ວຍພວກເຂົາສອງຄົນ. ຄົນຕໍ່ໄປແມ່ນໂນອາ, ບັນພະບຸລຸດຄົນທີສອງຂອງມະນຸດຊາດ. ພວກເຈົ້າເຫັນສິ່ງນັ້ນແລ້ວບໍ? ຕົວລະຄອນທີສາມແມ່ນໃຜ? (ອັບຣາຮາມ). ພວກເຈົ້າທັງໝົດຮູ້ຈັກເລື່ອງລາວຂອງອັບຣາຮາມບໍ? ພວກເຈົ້າບາງຄົນອາດຈະຮູ້, ແຕ່ສຳລັບຄົນອື່ນ ພວກເຂົາອາດຈະບໍ່ຊັດເຈນປານໃດກ່ຽວກັບເລື່ອງນີ້. ຕົວລະຄອນທີສີ່ແມ່ນໃຜ? ແມ່ນໃຜທີ່ເຮົາກ່າວເຖິງໃນເລື່ອງການທຳລາຍເມືອງໂຊດົມ? (ໂລດ). ແຕ່ໂລດບໍ່ໄດ້ຖືກອ້າງອີງເຖິງຢູ່ໃນນີ້. ແລ້ວເຮົາໝາຍເຖິງໃຜ? (ອັບຣາຮາມ). ສິ່ງຫຼັກໆທີ່ກ່າວເຖິງຢູ່ໃນເລື່ອງຂອງອັບຣາຮາມແມ່ນສິ່ງທີ່ພຣະເຈົ້າເຢໂຮວາໄດ້ກ່າວ. ພວກເຈົ້າເຫັນແລ້ວບໍ? ຕົວລະຄອນທີຫ້າແມ່ນໃຜ? (ໂຢບ). ພຣະເຈົ້າບໍ່ໄດ້ກ່າວຫຍັງຫຼາຍກ່ຽວກັບເລື່ອງລາວຂອງໂຢບໃນລະຫວ່າງຂັ້ນຕອນແຫ່ງພາລະກິດປັດຈຸບັນຂອງພຣະອົງບໍ? ແລ້ວພວກເຈົ້າສົນໃຈກ່ຽວກັບເລື່ອງນີ້ຫຼາຍບໍ? ຖ້າພວກເຈົ້າສົນໃຈຫຼາຍ, ພວກເຈົ້າເຄີຍໄດ້ອ່ານເລື່ອງລາວຂອງໂຢບໃນພຣະຄຳພີຢ່າງຖີ່ຖ້ວນແລ້ວບໍ? ພວກເຈົ້າຮູ້ໃນສິ່ງທີ່ໂຢບໄດ້ເວົ້າ ແລະ ສິ່ງທີ່ໂຢບໄດ້ເຮັດບໍ? ສໍາລັບພວກເຈົ້າຜູ້ທີ່ໄດ້ອ່ານມັນຫຼາຍທີ່ສຸດ, ພວກເຈົ້າໄດ້ອ່ານມັນຈັກເທື່ອແລ້ວ? ພວກເຈົ້າອ່ານມັນຢູ່ເລື້ອຍໆບໍ? ເອື້ອຍນ້ອງຈາກຮອງກົງ, ກະລຸນາບອກພວກເຮົາແດ່. (ຂ້ານ້ອຍອ່ານມັນສອງສາມຄັ້ງມາແລ້ວເມື່ອພວກເຮົາຢູ່ໃນຍຸກແຫ່ງພຣະຄຸນ). ນັບຕັ້ງແຕ່ນັ້ນມາເຈົ້າກໍບໍ່ໄດ້ອ່ານມັນອີກເລີຍບໍ? ນັ້ນມັນໜ້າເສົ້າຫຼາຍ. ເຮົາຂໍບອກພວກເຈົ້າວ່າ: ໃນລະຫວ່າງຂັ້ນຕອນນີ້ຂອງພາລະກິດພຣະເຈົ້າ ພຣະອົງໄດ້ເວົ້າເຖິງໂຢບຫຼາຍຄັ້ງ ເຊິ່ງນ້ັນສະທ້ອນໃຫ້ເຫັນຄວາມຕັ້ງໃຈຂອງພຣະອົງ. ພຣະອົງເວົ້າເຖິງໂຢບຫຼາຍຄັ້ງ ແຕ່ບໍ່ໄດ້ກະຕຸ້ນຄວາມສົນໃຈຂອງພວກເຈົ້ານີ້ເປັນຂໍ້ພິສູດເຖິງຄວາມຈິງວ່າ: ພວກເຈົ້າບໍ່ມີຄວາມສົນໃຈໃນການເປັນຄົນທີ່ດີ ແລະ ເປັນຄົນທີ່ຢຳແກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ. ນີ້ກໍຍ້ອນວ່າ ພວກເຈົ້າພໍໃຈກັບການມີຄວາມຄິດພຽງເລັກນ້ອຍກ່ຽວກັບເລື່ອງລາວຂອງໂຢບທີ່ກ່າວເຖິງໂດຍພຣະເຈົ້າ. ພວກເຈົ້າພຽງພໍໃຈກັບການເຂົ້າໃຈໃນເລື່ອງລາວຂອງມັນເອງເທົ່ານັ້ນ, ແຕ່ພວກເຈົ້າບໍ່ສົນໃຈ ແລະ ບໍ່ພະຍາຍາມທີ່ຈະເຂົ້າໃຈລາຍລະອຽດວ່າ ໂຢບແມ່ນໃຜ ແລະ ຈຸດປະສົງເບື້ອງຫຼັງຂອງສາເຫດທີ່ພຣະເຈົ້າອ້າງອີງເຖິງໂຢບຫຼາຍຄັ້ງ. ຖ້າຄົນເຊັ່ນນັ້ນທີ່ຖືກພຣະເຈົ້າຍົກຍ້ອງບໍ່ເປັນໜ້າສົນໃຈສໍາລັບພວກເຈົ້າ, ແລ້ວພວກເຈົ້າສົນໃຈຫຍັງກັນແທ້? ຖ້າພວກເຈົ້າບໍ່ສົນໃຈ ຫຼື ພະຍາຍາມເຂົ້າໃຈບຸກຄົນສຳຄັນທີ່ພຣະເຈົ້າໄດ້ກ່າວເຖິງນັ້ນ, ແລ້ວທັດສະນະຄະຕິຂອງພວກເຈົ້າທີ່ມີຕໍ່ພຣະທຳຂອງພຣະເຈົ້າຈະເປັນແນວໃດ? ມັນຈະບໍ່ໜ້າສັງເວດບໍ? ມັນຈະບໍ່ພິສູດໃຫ້ເຫັນບໍວ່າ ພວກເຈົ້າສ່ວນໃຫຍ່ບໍ່ໄດ້ເຮັດສິ່ງທີ່ເປັນປະໂຫຍດ ຫຼື ສະແຫວງຫາຄວາມຈິງ? ຖ້າເຈົ້າສະແຫວງຫາຄວາມຈິງ, ເຈົ້າຈະຕ້ອງໃສ່ໃຈເປັນພິເສດຕໍ່ບຸກຄົນທີ່ພຣະເຈົ້າຍອມຮັບ ແລະ ຕົວລະຄອນຂອງເລື່ອງທີ່ພຣະເຈົ້າໄດ້ກ່າວເຖິງ. ບໍ່ວ່າເຈົ້າຈະສາມາດເຮັດໄດ້ຄືພວກເຂົາ ຫຼື ພົບວ່າເລື່ອງລາວຂອງພວກເຂົາເປັນທີ່ຈັບຕ້ອງໄດ້ ຫຼື ບໍ່, ເຈົ້າກໍຈະອ່ານພວກມັນໂດຍໄວ, ພະຍາຍາມເຂົ້າໃຈພວກມັນ, ຄົ້ນຫາວິທີການທີ່ຈະປະຕິບັດຕາມຕົວຢ່າງຂອງພວກເຂົາ ແລະ ເຮັດສິ່ງທີ່ເຈົ້າສາມາດເຮັດໄດ້ດ້ວຍສຸດຄວາມສາມາດຂອງເຈົ້າ. ນີ້ແມ່ນວິທີທີ່ບາງຄົນທີ່ປາດຖະໜາຄວາມຈິງຄວນປະຕິບັດ. ແຕ່ຄວາມຈິງຄື ພວກເຈົ້າສ່ວນຫຼາຍທີ່ນັ່ງຢູ່ນີ້ບໍ່ເຄີຍອ່ານເລື່ອງຂອງໂຢບ ແລະ ນັ້ນສະແດງເຖິງສະຖານະການທີ່ແທ້ຈິງ.

ໃຫ້ພວກເຮົາກັບຄືນສູ່ຫົວຂໍ້ທີ່ເຮົາຫາກໍສົນທະນາກັນ. ໃນພຣະຄຳພີພາກນີ້ເຊິ່ງກ່ຽວກັບພັນທະສັນຍາເດີມຂອງຍຸກແຫ່ງພຣະບັນຍັດ, ເຮົາເນັ້ນໃສ່ເລື່ອງກ່ຽວກັບຕົວລະຄອນທີ່ມີບົດບາດສູງທີ່ຄົນສ່ວນຫຼາຍໄດ້ອ່ານພຣະຄຳພີຈະໄດ້ຄຸ້ນເຄີຍ. ໃຜກໍຕາມທີ່ອ່ານເລື່ອງລາວກ່ຽວກັບຕົວລະຄອນເຫຼົ່ານີ້ຈະສາມາດຮູ້ສຶກໄດ້ວ່າພາລະກິດທີ່ພຣະເຈົ້າໄດ້ປະຕິບັດຕໍ່ພວກເຂົາ ແລະ ພຣະທຳທີ່ພຣະເຈົ້າໄດ້ກ່າວກັບພວກເຂົານັ້ນ ຜູ້ຄົນໃນປັດຈຸບັນນີ້ກໍສາມາດຈັບຕ້ອງ ແລະ ເຂົ້າເຖິງໄດ້ເຊັ່ນກັນ. ເມື່ອເຈົ້າອ່ານເລື່ອງລາວເຫຼົ່ານີ້, ບົດບັນທຶກຈາກພຣະຄຳພີ, ເຈົ້າຈະສາມາດເຂົ້າໃຈໄດ້ດີຂຶ້ນກ່ຽວກັບວິທີທີ່ພຣະເຈົ້າປະຕິບັດພາລະກິດຂອງພຣະອົງ ແລະ ປະຕິບັດກັບຄົນໃນເວລາແຫ່ງປະຫວັດສາດເຫຼົ່ານັ້ນ. ແຕ່ເຫດຜົນທີ່ເຮົາຕັດສິນໃຈສົນທະນາກ່ຽວກັບບົດເຫຼົ່ານີ້ໃນມື້ນີ້ບໍ່ແມ່ນເພື່ອໃຫ້ເຈົ້າພະຍາຍາມຕັ້ງໃຈໃສ່ໃນບົດເລື່ອງ ຫຼື ຕົວລະຄອນໃນເລື່ອງຂອງມັນ. ກົງກັນຂ້າມ, ເພື່ອໃຫ້ເຈົ້າສາມາດຮູ້ເຖິງຄຸນຄ່າໃນການກະທຳຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະອົງຜ່ານຕົວລະຄອນຂອງເລື່ອງເຫຼົ່ານີ້. ນີ້ຈະເຮັດໃຫ້ເຈົ້າຮູ້ຈັກ ແລະ ເຂົ້າໃຈພຣະເຈົ້າໄດ້ງ່າຍຂຶ້ນ, ສາມາດເຫັນດ້ານທີ່ແທ້ຈິງຂອງພຣະອົງ; ມັນຈະລົບລ້າງການຄາດເດົາ ແລະ ຄວາມຄິດກ່ຽວກັບພຣະອົງ ແລະ ຊ່ວຍຊີ້ນຳເຈົ້າໃຫ້ຫ່າງໄກຈາກຄວາມເຊື່ອທີ່ເຕັມໄປດ້ວຍຄວາມເລື່ອນລອຍ. ຍົກເວັ້ນເຈົ້າຈະມີພື້ນຖານທີ່ໝັ້ນຄົງ, ການພະຍາຍາມທຳຄວາມເຂົ້າໃຈກ່ຽວກັບອຸປະນິໄສຂອງພຣະເຈົ້າ ແລະ ຮູ້ຈັກພຣະເຈົ້ານັ້ນ ສາມາດນຳໄປສູ່ຄວາມຮູ້ສຶກສິ້ນຫວັງ, ໄຮ້ອຳນາດ ແລະ ຄວາມບໍ່ແນ່ນອນວ່າຈະເລີ່ມຕົ້ນຈາກໃສດີ. ນີ້ແມ່ນສິ່ງທີ່ກະຕຸ້ນໃຫ້ເຮົາພັດທະນາມາດຕະການ ແລະ ວິທີການທີ່ສາມາດຊ່ວຍໃຫ້ເຈົ້າເຂົ້າໃຈພຣະເຈົ້າໄດ້ດີຂຶ້ນ, ຮູ້ຄຸນຄ່າຄວາມປະສົງແທ້ຈິງຂອງພຣະເຈົ້າຫຼາຍຂຶ້ນ, ຮຽນຮູ້ເຖິງອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ, ເຮັດໃຫ້ເຈົ້າຮູ້ສຶກໄດ້ເຖິງການມີຢູ່ຂອງພຣະເຈົ້າຢ່າງແທ້ຈິງ ແລະ ຮູ້ຄຸນຄ່າຄວາມປະສົງຂອງພຣະອົງທີ່ມີຕໍ່ມວນມະນຸດ. ນີ້ຈະບໍ່ແມ່ນຜົນປະໂຫຍດທັງໝົດຂອງພວກເຈົ້າບໍ? ບັດນີ້ ເມື່ອພວກເຈົ້າກັບມາທົບທວນຄືນເລື່ອງລາວ ແລະ ພາກສ່ວນຕ່າງໆເຫຼົ່ານີ້ໃນພຣະຄຳພີ, ໃນຫົວໃຈຂອງເຈົ້າ ເຈົ້າຮູ້ສືກຫຍັງແດ່? ເຈົ້າຄິດວ່າພາກຕ່າງໆໃນພຣະຄຳພີທີ່ເຮົາຍົກຂຶ້ນມານັ້ນຫຼາຍເກີນຄວາມຈຳເປັນບໍ? ເຮົາຕ້ອງຢ້ຳຄືນສິ່ງທີ່ເຮົາໄດ້ບອກພວກເຈົ້າໄປ: ຈຸດປະສົງທີ່ໃຫ້ພວກເຈົ້າອ່ານກ່ຽວກັບຕົວລະຄອນຂອງເລື່ອງເຫຼົ່ານີ້ແມ່ນເພື່ອຊ່ວຍໃຫ້ພວກເຈົ້າເຫັນວິທີການທີ່ພຣະເຈົ້າປະຕິບັດພາລະກິດຂອງພຣະອົງໃນຜູ້ຄົນ ແລະ ເຂົ້າໃຈທັດສະນະຄະຕິຂອງພຣະເຈົ້າຕໍ່ມະນຸດຊາດດີຂຶ້ນ. ແມ່ນຫຍັງຈະຊ່ວຍໃຫ້ເຈົ້າບັນລຸຄວາມເຂົ້າໃຈນີ້? ການເຂົ້າໃຈພາລະກິດທີ່ພຣະເຈົ້າໄດ້ເຮັດໃນອະດີດ ແລະ ເຊື່ອມໂຍງມັນເຂົ້າກັບພາລະກິດທີ່ພຣະເຈົ້າກຳລັງປະຕິບັດໃນປັດຈຸບັນ, ນີ້ຈະຊ່ວຍໃຫ້ເຈົ້າເຫັນຄຸນຄ່າດ້ານຕ່າງໆຂອງພຣະອົງ. ດ້ານຕ່າງໆເຫຼົ່ານີ້ເປັນຈິງ ແລະ ຕ້ອງເປັນທີ່ຮູ້ຈັກ ແລະ ໄດ້ຮັບການສັນລະເສີນໂດຍທຸກຄົນທີ່ປາດຖະໜາຢາກຮູ້ຈັກພຣະເຈົ້າ.

ໃຫ້ພວກເຮົາມາເລີ່ມດ້ວຍເລື່ອງຂອງອາດາມ ແລະ ເອວາ, ເລີ່ມຕົ້ນດ້ວຍຂໍ້ພຣະທໍາຈາກພຣະຄຳພີ.

1. ອາດາມ ແລະ ເອວາ

1) ຄຳສັ່ງຂອງພຣະເຈົ້າຕໍ່ອາດາມ

ພຣະເຈົ້າເຢໂຮວານໍາຊາຍຄົນນັ້ນມາ ແລ້ວວາງລາວໄວ້ໃນສວນເອເດັນເພື່ອຕົບແຕ່ງລາວ ແລະ ເບິ່ງແຍງລາວ. ແລ້ວພຣະເຈົ້າເຢໂຮວາສັ່ງຫ້າມຊາຍຄົນນັ້ນວ່າ ຈາກຕົ້ນໄມ້ທຸກຕົ້ນທີ່ຢູ່ໃນສວນ ເຈົ້າສາມາດກິນໄດ້ຢ່າງຕາມໃຈຍົກເວັ້ນຕົ້ນໄມ້ແຫ່ງຄວາມຮູ້ຈັກດີ ແລະ ຊົ່ວ, ເຈົ້າບໍ່ຕ້ອງກິນຈາກຕົ້ນນັ້ນ ຍ້ອນວ່າເມື່ອໃດທີ່ເຈົ້າກິນຈາກຕົ້ນໄມ້ນັ້ນ ເມື່ອນັ້ນເຈົ້າກໍຈະມີຄວາມຕາຍຢ່າງແນ່ນອນ. (ປະຖົມມະການ 2:15-17)

ເຈົ້າເກັບກຳຫຍັງໄດ້ແດ່ຈາກຂໍ້ຕ້າງໆເຫຼົ່ານີ້? ພຣະຄຳພີພາກນີ້ເຮັດໃຫ້ພວກເຈົ້າຮູ້ສຶກແນວໃດ? ເປັນຫຍັງເຮົາຈິ່ງຕັດສິນໃຈທີ່ຈະເວົ້າກ່ຽວກັບຄຳສັ່ງຂອງພຣະເຈົ້າຕໍ່ອາດາມ? ຕອນນີ້ພວກເຈົ້າແຕ່ລະຄົນມີພາບລັກຂອງພຣະເຈົ້າ ແລະ ອາດາມຢູ່ໃນໃຈພວກເຈົ້າແລ້ວບໍ? ພວກເຈົ້າລອງຈິນຕະນາການເບິ່ງວ່າ: ຖ້າພວກເຈົ້າເປັນຄົນຢູ່ໃນສາກນັ້ນ, ເລິກໆແລ້ວ ເຈົ້າຄິດວ່າພຣະເຈົ້າຈະເປັນແນວໃດ? ການຄິດກ່ຽວກັບເລື່ອງນີ້ເຮັດໃຫ້ພວກເຈົ້າຮູ້ສຶກແນວໃດ? ນີ້ແມ່ນຮູບພາບທີ່ປະທັບໃຈ ແລະ ອົບອຸ່ນໃຈຫຼາຍ. ເຖິງແມ່ນວ່າມີພຽງພຣະເຈົ້າ ແລະ ມະນຸດຢູ່ໃນພາບນັ້ນ, ຄວາມສະໜິດສະໜົມລະຫວ່າງພວກເຂົາເຮັດໃຫ້ເຈົ້າມີຄວາມຮູ້ສຶກຊື່ນຊົມ: ຄວາມຮັກອັນລົ້ນເຫຼືອຂອງພຣະເຈົ້າໄດ້ຖືກຫວ່ານລົງມາສູ່ມະນຸດ ແລະ ອ້ອມຮອບມະນຸດຢ່າງບໍ່ຢຸດຢັ້ງ; ມະນຸດໄຮ້ດຽງສາ ແລະ ບໍລິສຸດ, ປາດສະຈາກຄວາມຜູກພັນ ແລະ ໄຮ້ຄວາມກັງວົນ, ດຳລົງຊີວິດຢູ່ຢ່າງມີຄວາມສຸກພາຍໃຕ້ສາຍຕາຂອງພຣະເຈົ້າ; ພຣະເຈົ້າສະແດງຄວາມຫ່ວງໃຍຕໍ່ມະນຸດ, ໃນຂະນະທີ່ມະນຸດກໍອາໄສຢູ່ພາຍໃຕ້ການປົກປ້ອງ ແລະ ພອນຂອງພຣະເຈົ້າ; ທຸກສິ່ງທີ່ມະນຸດເຮັດ ແລະ ເວົ້ານັ້ນເຊື່ອມໂຍງກັບພຮະເຈົ້າ ແລະ ບໍ່ສາມາດແຍກອອກຈາກພຣະເຈົ້າໄດ້.

ນີ້ສາມາດເອີ້ນໄດ້ວ່າ ເປັນຄຳສັ່ງທຳອິດຂອງພຣະເຈົ້າທີ່ມີຕໍ່ມະນຸດຫຼັງຈາກທີ່ໄດ້ສ້າງພວກເຂົາ. ຄຳສັ່ງນີ້ບົ່ງບອກເຖິງຫຍັງ? ມັນບົ່ງບອກເຖິງຄວາມປະສົງຂອງພຣະເຈົ້າ ແລະ ກໍຍັງບົ່ງບອກເຖິງຄວາມຫ່ວງໃຍທີ່ພຣະອົງມີຕໍ່ມວນມະນຸດອີກດ້ວຍ. ນີ້ແມ່ນຄຳສັ່ງທຳອິດຂອງພຣະເຈົ້າ ແລະ ກໍເປັນຄັ້ງທຳອິດທີ່ພຣະເຈົ້າສະແດງຄວາມເປັນຫ່ວງກັງວົນຕໍ່ມະນຸດ. ໝາຍຄວາມວ່າ, ພຣະເຈົ້າຮູ້ສຶກມີຄວາມຮັບຜິດຊອບຕໍ່ມະນຸດນັບຕັ້ງແຕ່ເວລາທີ່ພຣະອົງສ້າງພວກເຂົາ. ຄວາມຮັບຜິດຊອບຂອງພຣະອົງແມ່ນຫຍັງ? ພຣະອົງຕ້ອງປົກປ້ອງມະນຸດ, ເບິ່ງແຍງມະນຸດ. ພຣະອົງຫວັງວ່າມະນຸດຈະສາມາດເຊື່ອໃຈ ແລະ ເຊື່ອຟັງພຣະທຳຂອງພຣະອົງ. ນີ້ແມ່ນຄວາມຄາດຫວັງທຳອິດຂອງພຣະເຈົ້າທີ່ມີຕໍ່ມະນຸດເຊັ່ນກັນ. ມັນແມ່ນດ້ວຍຄວາມຄາດຫວັງນີ້ ພຣະເຈົ້າຈຶ່ງກ່າວດັ່ງຕໍ່ໄປນີ້ວ່າ: “ຈາກຕົ້ນໄມ້ທຸກຕົ້ນທີ່ຢູ່ໃນສວນ ເຈົ້າສາມາດກິນໄດ້ຢ່າງຕາມໃຈຍົກເວັ້ນຕົ້ນໄມ້ແຫ່ງຄວາມຮູ້ຈັກດີ ແລະ ຊົ່ວ, ເຈົ້າບໍ່ຕ້ອງກິນຈາກຕົ້ນນັ້ນ ຍ້ອນວ່າເມື່ອໃດທີ່ເຈົ້າກິນຈາກຕົ້ນໄມ້ນັ້ນ ເມື່ອນັ້ນເຈົ້າກໍຈະມີຄວາມຕາຍຢ່າງແນ່ນອນ”. ພຮະທໍາງ່າຍໆເຫຼົ່ານີ້ສະແດງໃຫ້ເຫັນເຖິງຄວາມປະສົງຂອງພຣະເຈົ້າ. ມັນຍັງໄດ້ເປີດເຜີຍໃຫ້ເຫັນອີກວ່າ, ໃນຫົວໃຈຂອງພຣະອົງ, ພຣະເຈົ້າໄດ້ເລີ່ມສະແດງຄວາມເປັນຫວ່ງຕໍ່ມະນຸດ. ໃນທ່າມກາງທຸກສິ່ງ, ມີພຽງອາດາມເທົ່ານັ້ນທີ່ຖືກສ້າງຂຶ້ນຕາມພາບລັກຂອງພຣະເຈົ້າ; ອາດາມເປັນພຽງສິ່ງມີຊີວິດດຽວທີ່ໄດ້ຮັບລົມຫາຍໃຈແຫ່ງຊີວິດຂອງພຣະເຈົ້າ; ລາວສາມາດຍ່າງກັບພຣະເຈົ້າ, ສົນທະນາກັບພຣະເຈົ້າ. ດ້ວຍເຫັນນັ້ນ ພຣະເຈົ້າຈຶ່ງມອບຄຳສັ່ງນີ້ໃຫ້ກັບລາວ. ພຣະເຈົ້າຊັດເຈນໃນຄຳສັ່ງຂອງພຣະອົງ ວ່າມະນຸດສາມາດເຮັດສິ່ງໄດ້ ແລະ ບໍ່ສາມາດເຮັດສິ່ງໃດໄດ້.

ໃນພຣະທໍາອັນລຽບງ່າຍສອງສາມຂໍ້ເຫຼົ່ານີ້, ພວກເຮົາເຫັນຫົວໃຈຂອງພຣະເຈົ້າ. ແຕ່ຫົວໃຈແບບໃດທີ່ສະແດງອອກມາໃຫ້ເຫັນ? ມີຄວາມຮັກຢູ່ໃນຫົວໃຈຂອງພຣະເຈົ້າບໍ? ມີຄວາມຫ່ວງໃຍບໍ? ໃນຂໍ້ເຫຼົ່ານີ້, ຄວາມຮັກ ແລະ ຄວາມຫ່ວງໃຍຂອງພຣະເຈົ້າບໍ່ພຽງແຕ່ສາມາດໄດ້ຮັບການສັນລະເສີນເທົ່ານັ້ນ, ແຕ່ຍັງສາມາດຮູ້ສຶກເຖິງຢ່າງໃກ້ຊິດອີກດ້ວຍ. ເຈົ້າຈະບໍ່ເຫັນດີນຳບໍ? ຫຼັງຈາກທີ່ໄດ້ຍິນເຮົາເວົ້າສິ່ງນີ້, ພວກເຈົ້າຍັງຈະຄິດວ່າພຣະທໍາເຫຼົ່ານີ້ເປັນພຽງແຕ່ຄຳເວົ້າງ່າຍໆສອງສາມຄຳເທົ່ານັ້ນບໍ? ມັນບໍ່ແມ່ນພຣະທໍາທີ່ລຽບງ່າຍເລີຍ ແມ່ນບໍ່? ພວກເຈົ້າເຄີຍຮູ້ສິ່ງນີ້ມາກ່ອນບໍ? ຖ້າພຣະເຈົ້າບອກພຣະທຳເຫຼົ່ານີ້ກັບເຈົ້າດ້ວຍຕົວເອງ, ເຈົ້າຈະຮູ້ສຶກແນວໃດໃນຂ້າງໃນເຈົ້າ? ຖ້າເຈົ້າບໍ່ແມ່ນບຸກຄົນທີ່ມີມະນຸດສະທໍາ, ຖ້າຫົວໃຈຂອງເຈົ້າເຢັນຊາ, ແລ້ວເຈົ້າກໍຈະບໍ່ຮູ້ສຶກຫຍັງ, ເຈົ້າຈະບໍ່ຮູ້ຄຸນຄ່າຄວາມຮັກຂອງພຣະເຈົ້າ ແລະ ເຈົ້າຈະບໍ່ພະຍາຍາມເຂົ້າໃຈຫົວໃຈຂອງພຣະເຈົ້າ. ແຕ່ໃນຖານະເປັນຄົນທີ່ມີມະໂນທຳ ແລະ ຄວາມຮູ້ສຶກເຖິງຄວາມເປັນມະນຸດ, ເຈົ້າຈະຮູ້ສຶກແຕກຕ່າງ. ເຈົ້າຈະຮູ້ສຶກເຖິງຄວາມອົບອຸ່ນ, ເຈົ້າຈະຮູ້ສຶກຖືກດູແລ ແລະ ຖືກຮັກ, ເຈົ້າຈະຮູ້ສຶກເຖິງຄວາມສຸກ. ນັ້ນບໍ່ຖືກຕ້ອງບໍ? ເມື່ອເຈົ້າຮູ້ສຶກເຖິງສິ່ງເຫຼົ່ານີ້, ເຈົ້າຈະປະຕິບັດຕໍ່ພຣະເຈົ້າແນວໃດ? ເຈົ້າຈະຮູ້ສຶກຜູກພັນກັບພຣະເຈົ້າບໍ? ເຈົ້າຈະຮັກ ແລະ ໃຫ້ຄວາມເຄົາລົບຕໍ່ພຣະເຈົ້າຢ່າງສຸດຫົວໃຈຂອງເຈົ້າບໍ? ຫົວໃຈຂອງເຈົ້າຈະຍັບເຂົ້າໃກ້ຊິດພຣະເຈົ້າບໍ? ເຈົ້າສາມາດເຫັນໄດ້ຈາກສິ່ງນີ້ວ່າ ຄວາມຮັກຂອງພຣະເຈົ້າທີ່ມີຕໍ່ມະນຸດນັ້ນສຳຄັນພຽງໃດ. ແຕ່ສິ່ງທີ່ສຳຄັນຍິ່ງກວ່ານັ້ນແມ່ນການຮູ້ເຖິງຄຸນຄ່າ ແລະ ຄວາມເຂົ້າໃຈຕໍ່ຄວາມຮັກຂອງພຣະເຈົ້າ. ຄວາມຈິງແລ້ວ, ພຣະເຈົ້າບໍ່ໄດ້ເວົ້າຫຼາຍສິ່ງທີ່ຄ້າຍຄືກັນໃນໄລຍະຂັ້ນຕອນນີ້ຂອງພາລະກິດຂອງພຣະອົງບໍ? ມີຄົນໃນປັດຈຸບັນນີ້ທີ່ເຫັນຄຸນຄ່າຄວາມຮັກຂອງພຣະເຈົ້າບໍ? ພວກເຈົ້າສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າທີ່ເຮົາຫາກໍກ່າວເຖິງນັ້ນບໍ? ພວກເຈົ້າບໍ່ສາມາດເຫັນຄຸນຄ່າຄວາມປະສົງຂອງພຣະເຈົ້າໄດ້ ຂະໜາດວ່າມັນເປັນຮູບປະທຳ, ຈັບບາຍໄດ້ ແລະ ເປັນຄວາມຈິງ. ນັ້ນຄືເຫດຜົນທີ່ເຮົາເວົ້າວ່າ ພວກເຈົ້າບໍ່ມີຄວາມຮູ້ ແລະ ຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະເຈົ້າ. ນີ້ບໍ່ແມ່ນຄວາມຈິງບໍ? ແຕ່ຕອນນີ້ຂໍໃຫ້ພວກເຮົາປະຫົວຂໍ້ນີ້ໄວ້ກ່ອນ.

2) ພຣະເຈົ້າສ້າງເອວາ

ພຣະເຈົ້າເຢໂຮວາກ່າວວ່າ ມັນບໍ່ແມ່ນເລື່ອງທີ່ດີທີ່ຊາຍຄົນນີ້ຈະຢູ່ຄົນດຽວ; ເຮົາຈະສ້າງຜູ້ຊ່ວຍທີ່ເໝາະສົມໃຫ້ລາວ. ແລ້ວພຣະເຈົ້າເຢໂຮວາໄດ້ສ້າງສັດເທິງບົກທຸກປະເພດ ແລະ ສັດມີປີກເທິງອາກາດ; ແລະ ນໍາພວກມັນມາໃຫ້ອາດາມເພື່ອເບິ່ງວ່າ ລາວຈະເອີ້ນພວກມັນແນວໃດ ແລະ ບໍ່ວ່າອາດາມຈະເອີ້ນຊື່ສັດທີ່ມີຊີວິດເຫຼົ່ານັ້ນຢ່າງໃດກໍຕາມ ຕໍ່ມາຊື່ນັ້ນກໍເປັນຊື່ຂອງສັດເຫຼົ່ານັ້ນ ແລະ ອາດາມຕັ້ງຊື່ງົວຄວາຍທັງໝົດ ແລະ ຕັ້ງຊື່ສັດມີປີກເທິງອາກາດ ແລະ ສັດເທິງບົກທຸກໂຕ, ແຕ່ສຳລັບອາດາມແລ້ວ ບໍ່ມີຜູ້ຊ່ວຍທີ່ເໝາະສົມໃຫ້ກັບລາວ. (ປະຖົມມະການ 2:18-20).

ແລະ ກະດູກຂ້າງ ທີ່ພຣະເຈົ້າເຢໂຮວາເອົາມາຈາກຜູ້ຊາຍນັ້ນ ພຣະອົງໄດ້ໃຊ້ມັນສ້າງຜູ້ຍິງ ແລະ ນໍາເອົາລາວມາມອບໃຫ້ກັບຜູ້ຊາຍຄົນນັ້ນ ແລ້ວອາດາມກໍເວົ້າວ່າ ບັດນີ້ ກະດູກຂອງນາງກໍຄືກະດູກຂອງຂ້ານ້ອຍ ແລະ ເນື້ອໜັງຂອງນາງກໍຄືເນື້ອໜັງຂອງຂ້ານ້ອຍ, ນາງຈະຖືກເອີ້ນວ່າ ແມ່ຍິງ ເພາະນາງຖືກນໍາອອກມາຈາກຜູ້ຊາຍ. (ປະຖົມມະການ 2:22-23)

ມີສອງສາມປະໂຫຍກທີ່ສຳຄັນໃນພຣະຄຳພີພາກນີ້. ກາລຸນາຂີດກ້ອງຂໍ້ພຣະທໍານີ້ໄວ້: “ບໍ່ວ່າອາດາມຈະເອີ້ນຊື່ສັດທີ່ມີຊີວິດເຫຼົ່ານັ້ນຢ່າງໃດກໍຕາມ ຕໍ່ມາຊື່ນັ້ນກໍເປັນຊື່ຂອງສັດເຫຼົ່ານັ້ນ”. ດັ່ງນັ້ນ, ແມ່ນໃຜເປັນຜູ້ຕັ້ງຊື່ໃຫ້ສິ່ງມີຊີວິດທັງໝົດເຫຼົ່ານີ້? ແມ່ນອາດາມ, ບໍ່ແມ່ນພຣະເຈົ້າ. ປະໂຫຍກນີ້ບອກຄວາມຈິງກັບມະນຸດວ່າ: ພຣະເຈົ້າປະທານຄວາມສະຫຼາດໃຫ້ກັບມະນຸດເມື່ອພຣະອົງຊົງສ້າງພວກເຂົາ. ໝາຍຄວາມວ່າ, ຄວາມສະຫຼາດຂອງມະນຸດມາຈາກພຣະເຈົ້າ. ນີ້ແມ່ນຄວາມຈິງ. ແຕ່ວ່າດ້ວຍເຫດໃດ? ຫຼັງຈາກທີ່ພຣະເຈົ້າສ້າງອາດາມແລ້ວ, ອາດາມໄດ້ໄປໂຮງຮຽນບໍ? ລາວຮູ້ຈັກອ່ານບໍ? ຫຼັງຈາກທີ່ພຣະເຈົ້າສ້າງສິ່ງມີຊີວິດຕ່າງໆແລ້ວ, ອາດາມຮູ້ຈັກສັດເຫຼົ່ານີ້ທັງໝົດບໍ? ພຣະເຈົ້າໄດ້ບອກລາວບໍ່ວ່າ ແມ່ນຫຍັງຄືຊື່ຂອງພວກມັນ? ແນ່ນອນວ່າ ພຣະເຈົ້າບໍ່ໄດ້ສອນລາວວີທີຕັ້ງຊື່ໃຫ້ສິ່ງທີ່ມີຊີວິດເຫຼົ່ານີ້. ນັ້ນຄືຄວາມຈິງ! ແລ້ວອາດາມຮູ້ວິທີຕັ້ງຊື່ໃຫ້ສິ່ງທີ່ມີຊີວິດເຫຼົ່ານີ້ໄດ້ແນວໃດ ແລະ ຕັ້ງຊື່ແບບໃດໃຫ້ກັບພວກມັນ? ນີ້ແມ່ນກ່ຽວຂ້ອງກັບຄຳຖາມທີ່ວ່າ ແມ່ນຫຍັງທີ່ພຣະເຈົ້າໄດ້ມອບໃຫ້ອາດາມເມື່ອພຣະອົງຊົງສ້າງລາວ. ຄວາມຈິງພິສູດໃຫ້ເຫັນວ່າ ເມື່ອພຣະເຈົ້າສ້າງມະນຸດ, ພຣະອົງໄດ້ປະທານຄວາມສະຫຼາດຂອງພຣະອົງໃສ່ໃນຕົວພວກເຂົາ. ນີ້ແມ່ນປະເດັນສຳຄັນ, ເພາະສະນັ້ນຈົ່ງຕັ້ງໃຈຟັງໃຫ້ດີ. ຍັງມີປະເດັນສຳຄັນອື່ນອີກທີ່ພວກເຈົ້າຄວນທຳຄວາມເຂົ້າໃຈ: ຫຼັງຈາກທີ່ອາດາມຕັ້ງຊື່ໃຫ້ສິ່ງມີຊີວິດຕ່າງໆເຫຼົ່ານີ້ແລ້ວ, ຊື່ເຫຼົ່ານີ້ກໍໄດ້ຖືກກຳນົດໄວ້ໃນຄຳສັບຂອງພຣະເຈົ້າ. ເປັນຫຍັງເຮົາຈິ່ງເວົ້າເຖິງເລື່ອງນີ້? ຍ້ອນວ່າ ເລື່ອງນີ້ກ່ຽວຂ້ອງກັບອຸປະນິໄສຂອງພຣະເຈົ້າ ແລະ ນີ້ແມ່ນປະເດັນທີ່ເຮົາຕ້ອງອະທິບາຍເພີ່ມເຕີມຢ່າງລະອຽດ.

ພຣະເຈົ້າສ້າງມະນຸດ, ມອບລົມຫາຍໃຈແຫ່ງຊີວິດໃຫ້ກັບພວກເຂົາ ແລະ ປະທານຄວາມສະຫຼາດບາງປະການຂອງພຣະອົງໃຫ້ແກ່ພວກເຂົາ, ປະທານຄວາມສາມາດຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນໃຫ້ແກ່ພວກເຂົາ. ຫຼັງຈາກທີ່ພຣະເຈົ້າປະທານສິ່ງເຫຼົ່ານີ້ໃຫ້ແກ່ມະນຸດ, ມະນຸດຈຶ່ງສາມາດເຮັດຫຍັງບາງຢ່າງໄດ້ຢ່າງອິດສະຫຼະ ແລະ ສາມາດຄິດດ້ວຍຕົນເອງ. ຖ້າສິ່ງທີ່ມະນຸດຄິດອອກ ແລະ ເຮັດນັ້ນດີໃນສາຍຕາຂອງພຣະເຈົ້າ, ພຣະເຈົ້າກໍຈະຍອມຮັບມັນ ແລະ ບໍ່ແຊກແຊງ. ຖ້າສິ່ງທີ່ມະນຸດເຮັດນັ້ນຖືກຕ້ອງ, ພຣະເຈົ້າກໍຈະປ່ອຍມັນໄວ້. ດັ່ງນັ້ນ, ປະໂຫຍກທີ່ວ່າ “ບໍ່ວ່າອາດາມຈະເອີ້ນຊື່ສັດທີ່ມີຊີວິດເຫຼົ່ານັ້ນຢ່າງໃດກໍຕາມ ຕໍ່ມາຊື່ນັ້ນກໍເປັນຊື່ຂອງສັດເຫຼົ່ານັ້ນ” ແມ່ນຊີ້ເຖິງຫຍັງ? ມັນຊີ້ເຖິງພຣະເຈົ້າເຫັນວ່າ ມັນບໍ່ເໝາະສົມທີ່ຈະປ່ຽນຊື່ໃຫ້ແກ່ສັດຕ່າງໆທີ່ຖືກແຕ່ງຕັ້ງຂຶ້ນ. ບໍ່ວ່າອາດາມຕັ້ງຊື່ໃດໃຫ້ສັດ, ພຣະເຈົ້າກໍຈະເວົ້າວ່າ “ໃຫ້ເປັນເຊັ່ນນັ້ນ” ເພື່ອເປັນການຢືນຢັນຊື່ຂອງສັດ. ພຣະເຈົ້າໄດ້ສະແດງຄວາມຄິດເຫັນໃດໆໃນເລື່ອງນີ້ບໍ? ບໍ່, ພຣະອົງບໍ່ົໄດ້ສະແດງຢ່າງແນ່ນອນ. ດັ່ງນັ້ນ, ຈາກເລື່ອງນີ້ເຈົ້າໄດ້ຮູ້ຫຍັງແດ່? ພຣະເຈົ້າປະທານຄວາມສະຫຼາດໃຫ້ມະນຸດ ແລະ ມະນຸດໃຊ້ຄວາມສະຫຼາດທີ່ພຣະເຈົ້າປະທານໃຫ້ເພື່ອເຮັດສິ່ງຕ່າງໆ. ຖ້າສິ່ງທີ່ມະນຸດເຮັດນັ້ນດີໃນສາຍຕາຂອງພຣະເຈົ້າ, ມັນກໍຖືກຢືນຢັນ, ຮັບຮູ້ ແລະ ຍອມຮັບໂດຍພຣະເຈົ້າຢ່າງບໍ່ມີການພິພາກສາ ຫຼື ການວິພາກວິຈານໃດໆ. ນີ້ແມ່ນສິ່ງທີ່ບໍ່ມີຄົນໃດ, ວິນຍານຊົ່ວຮ້າຍ ຫຼື ຊາຕານສາມາດເຮັດໄດ້. ພວກເຈົ້າເຫັນການເປີດເຜີຍອຸປະນິໄສຂອງພຣະເຈົ້າໃນນີ້ບໍ? ມະນຸດ, ຄົນທີ່ເສື່ອມຊາມ ຫຼື ຊາຕານຈະອະນຸຍາດໃຫ້ຄົນອື່ນເຮັດບາງສິ່ງບາງຢ່າງໃນນາມຂອງພວກເຂົາຢູ່ກ້ອງດັງຂອງຕົນເອງບໍ? ແນ່ນອນວ່າບໍ່! ພວກເຂົາຈະຕໍ່ສູ້ເພື່ອຕຳແໜ່ງນີ້ກັບຄົນອື່ນ ຫຼື ກັບອໍານາດອື່ນທີ່ແຕກຕ່າງຈາກພວກເຂົາບໍ? ແນ່ນອນວ່າພວກເຂົາຈະສູ້! ຖ້າແມ່ນຄົນທີ່ເສື່ອມຊາມ ຫຼື ຊາຕານທີ່ຢູ່ກັບອາດາມໃນເວລານັ້ນ, ພວກເຂົາຄົງຈະປະຕິເສດສິ່ງທີ່ອາດາມກຳລັງເຮັດຢູ່ຢ່າງແນ່ນອນ. ເພື່ອພິສູດວ່າພວກເຂົາມີຄວາມສາມາດທີ່ຈະຄິດຢ່າງອິດສະຫຼະ ແລະ ມີຄວາມຄິດທີ່ເປັນເອກະລັກຂອງພວກເຂົາເອງ, ພວກເຂົາຈະປະຕິເສດທຸກສິ່ງທີ່ອາດາມເຮັດຢ່າງແນ່ນອນ: “ເຈົ້າຢາກເອີ້ນມັນແບບນີ້ບໍ? ຂ້ອຍຈະບໍ່ເອີ້ນມັນແບບນີ້, ແຕ່ຂ້ອຍຈະເອີ້ນມັນແບບນັ້ນ; ເຈົ້າເອີ້ນມັນວ່າທອມ ແຕ່ຂ້ອຍຈະເອີ້ນມັນວ່າ ແຮຣີ. ຂ້ອຍຕ້ອງສະແດງໃຫ້ເຫັນວ່າຂ້ອຍສະຫຼາດພຽງໃດ”. ນີ້ແມ່ນທຳມະຊາດແບບໃດ? ມັນບໍ່ແມ່ນການອວດດີບໍ? ແລ້ວພຣະເຈົ້າເດ? ພຣະອົງມີອຸປະນິໄສແບບນັ້ນບໍ? ພຣະເຈົ້າມີຂໍ້ຂັດຂ້ອງທີ່ຜິດປົກກະຕິຕໍ່ສິ່ງທີ່ອາດາມເຮັດບໍ? ຄຳຕອບແມ່ນຊັດເຈນຢູ່ແລ້ວ ວ່າບໍໍ່! ທຸກອຸປະນິໄສທີ່ພຣະເຈົ້າເປີດເຜີຍອອກມາ, ບໍ່ມີການໂຕ້ຖຽງ, ການໂອ້ອວດ ຫຼື ຄວາມພໍໃຈໃນຕົວເອງແມ່ນແຕ່ໜ້ອຍດຽວເລີຍ. ມັນຊັດເຈນໃນນີ້ຫຼາຍ. ນີ້ອາດຈະປາກົດວ່າ ມັນເປັນປະເດັນເລັກນ້ອຍ, ແຕ່ຖ້າເຈົ້າບໍ່ເຂົ້າໃຈທາດແທ້ຂອງພຣະເຈົ້າ, ຖ້າຫົວໃຈເຈົ້າບໍ່ພະຍາຍາມເຂົ້າໃຈວິທີທີ່ພຣະເຈົ້າປະຕິບັດ ແລະ ທັດສະນະຄະຕິຂອງພຣະເຈົ້າແມ່ນຫຍັງ, ເຈົ້າກໍຈະບໍ່ຮູ້ຈັກອຸປະນິໄສຂອງພຣະເຈົ້າ ຫຼື ເຫັນການສະແດງອອກ ແລະ ການເປີດເຜີຍຂອງອຸປະນິໄສຂອງພຣະເຈົ້າ. ບໍ່ແມ່ນແນວນັ້ນບໍ? ພວກເຈົ້າເຫັນດີກັບສິ່ງທີ່ເຮົາຫາກໍອະທິບາຍໃຫ້ພວກເຈົ້າຟັງບໍ? ຕໍ່ກັບການກະທຳຂອງອາດາມ, ພຣະເຈົ້າບໍ່ໄດ້ປະກາດຢ່າງກ້ອງກັງວານວ່າ “ເຈົ້າເຮັດໄດ້ດີຫຼາຍ, ເຈົ້າເຮັດຖືກຕ້ອງແລ້ວ ແລະ ເຮົາກໍເຫັນດີນຳ!” ແນວໃດກໍ່ຕາມ, ໃນຫົວໃຈຂອງພຣະອົງ, ພຣະອົງເຫັນດີ, ຍົກຍ້ອງ ແລະ ຊື່ນຊົມໃນສິ່ງທີ່ອາດາມເຮັດ. ນີ້ແມ່ນສິ່ງທຳອິດ ນັບຕັ້ງແຕ່ການຊົງສ້າງ ທີ່ມະນຸດໄດ້ເຮັດເພື່ອພຣະເຈົ້າຕາມຄຳແນະນຳຂອງພຣະອົງ. ມັນແມ່ນສິ່ງທີ່ມະນຸດເຮັດແທນພຣະເຈົ້າ ແລະ ໃນນາມຂອງພຣະເຈົ້າ. ໃນສາຍຕາຂອງພຣະເຈົ້າ, ນີ້ເກີດຈາກສະຕິປັນຍາທີ່ພຣະເຈົ້າປະທານໃຫ້ກັບມະນຸດ. ພຣະເຈົ້າເຫັນວ່າມັນເປັນສິ່ງທີ່ດີ, ເປັນສິ່ງທີ່ເປັນບວກ. ສິ່ງທີ່ອາດາມເຮັດໃນເວລານັ້ນແມ່ນການສະແດງອອກຄັ້ງທຳອິດເຖິງຄວາມຫຼັກແຫຼມຂອງພຣະເຈົ້າໃນມະນຸດ. ຈາກມຸມມອງຂອງພຣະເຈົ້າແລ້ວ ມັນເປັນການສະແດງອອກທີ່ດີ. ສິ່ງທີ່ເຮົາຢາກບອກພວກເຈົ້າໃນນີ້ກໍຄື ຈຸດປະສົງຂອງພຣະເຈົ້າໃນການມອບບາງສິ່ງບາງຢ່າງທີ່ພຣະອົງມີ ແລະ ເປັນໃຫ້ກັບມຸນຸດ, ປະທານຄວາມສະຫຼາດຂອງພຣະອົງໃຫ້ພວກເຂົາ ເພື່ອວ່າມວນມະນຸດຈະໄດ້ເປັນສິ່ງມີຊີວິດທີ່ປະຈັກພະຍານຕໍ່ພຣະອົງ. ການທີ່ສິ່ງມີຊີວິດດັ່ງກ່າວປະຕິບັດໃນນາມຂອງພຣະອົງຄືສິ່ງທີ່ພຣະເຈົ້າປາດຖະໜາຢາກເຫັນຢ່າງແທ້ຈິງ.

3) ພຣະເຈົ້າເຮັດເສື້ອຂົນສັດໃຫ້ອາດາມ ແລະ ເອວາ

ແລະ ອາດາມເອີ້ນເມຍຂອງລາວວ່າ ເອວາ ເພາະວ່ານາງເປັນແມ່ຂອງທຸກສິ່ງທີ່ມີຊີວິດ. ພ້ອມນັ້ນ ພຣະເຈົ້າເຢໂຮວາຍັງໄດ້ເຮັດເສື້ອຂົນສັດໃຫ້ກັບອາດາມ ແລະ ເມຍຂອງລາວ ແລະ ນຸ່ງໃຫ້ພວກເຂົາ. (ປະຖົມມະການ 3:20-21).

ໃຫ້ພວກເຮົາມາເບິ່ງຂໍ້ຄວາມທີສາມນີ້້ ເຊິ່ງບົ່ງບອກວ່າມີຄວາມໝາຍຢູ່ເບື້ອງຫຼັງໃນການຕັ້ງຊື່ໃຫ້ເອວາ. ນີ້ສະແດງໃຫ້ເຫັນວ່າຫຼັງຈາກທີ່ໄດ້ຖືກສ້າງມາ, ອາດາມມີຄວາມຄິດເປັນຂອງຕົນເອງ ແລະ ເຂົ້າໃຈຫຼາຍສິ່ງ. ແຕ່ຕອນນີ້, ພວກເຮົາຈະບໍ່ສຶກສາ ຫຼື ສຳຫຼວດສິ່ງທີ່ລາວເຂົ້າໃຈ ຫຼື ລາວເຂົ້າໃຈຫຼາຍປານໃດ, ຍ້ອນວ່ານັ້ນບໍ່ແມ່ນຈຸດປະສົງຫຼັກຂອງເຮົາໃນການສົນທະນາກ່ຽວກັບຂໍ້ຄວາມທີສາມນີ້. ດັ່ງນັ້ນ, ແມ່ນຫຍັງຄືປະເດັນຫຼັກໆທີ່ເຮົາຕ້ອງການເນັ້ນເຖິງ? ໃຫ້ພວກເຮົາເບິ່ງປະໂຫຍກທີ່ວ່າ “ພ້ອມນັ້ນ ພຣະເຈົ້າເຢໂຮວາຍັງໄດ້ເຮັດເສື້ອຂົນສັດໃຫ້ກັບອາດາມ ແລະ ເມຍຂອງລາວ ແລະ ນຸ່ງໃຫ້ພວກເຂົາ”. ຖ້າພວກເຮົາບໍ່ສົນທະນາກ່ຽວກັບຂໍ້ພຣະຄຳພີຂໍ້ນີ້ໃນມື້ນີ້, ພວກເຈົ້າອາດຈະບໍ່ເຄີຍເຂົ້າໃຈຄວາມໝາຍທີ່ແອບແຝງອັນເລິກເຊິ່ງຂອງພຣະທຳເຫຼົ່ານີ້. ກ່ອນອື່ນ, ເຮົາຈະໃຫ້ຂໍ້ຄິດບາງຢ່າງກ່ອນ. ຖ້າພວກເຈົ້າປາດຖະໜາ ກໍຈົ່ງລອງຈິນຕະນາການເບິ່ງສວນອິເດັນທີ່ອາດາມ ແລະ ເອວາອາໄສຢູ່. ພຣະເຈົ້າໄປຢ້ຽມຢາມພວກເຂົາ, ແຕ່ພວກເຂົາລີ້ຍ້ອນວ່າພວກເຂົາປະເປືອຍຢູ່. ພຣະເຈົ້າບໍ່ສາມາດເຫັນພວກເຂົາໄດ້, ຫຼັງຈາກທີ່ພຣະອົງເອີ້ນຫາພວກເຂົາ, ພວກເຂົາຕອບວ່າ “ພວກຂ້ານ້ອຍບໍ່ກ້າເບິ່ງພຣະອົງຍ້ອນວ່າຮ່າງກາຍຂອງພວກຂ້ານ້ອຍເປືອຍໂຕຢູ່”. ພວກເຂົາບໍ່ກ້າທີ່ຈະພົບພຣະເຈົ້າຍ້ອນວ່າພວກເຂົາເປືອຍໂຕຢູ່. ດັ່ງນັ້ນ, ພຣະເຈົ້າເຢໂຮວາເຮັດຫຍັງກັບພວກເຂົາ? ຂໍ້ຄວາມຕົ້ນສະບັບກ່າວວ່າ: “ພ້ອມນັ້ນ ພຣະເຈົ້າເຢໂຮວາຍັງໄດ້ເຮັດເສື້ອຂົນສັດໃຫ້ກັບອາດາມ ແລະ ເມຍຂອງລາວ ແລະ ນຸ່ງໃຫ້ພວກເຂົາ”. ຈາກຂໍ້ຄວາມນີ້, ພວກເຈົ້າເຂົ້າໃຈສິ່ງທີ່ພຣະເຈົ້າເອົາເຮັດເສື້ອຜ້າຂອງພວກເຂົາບໍ? ພຣະເຈົ້າໃຊ້ໜັງສັດເພື່ອເຮັດເປັນເສື້ອໃຫ້ພວກເຂົາ. ໝາຍຄວາມວ່າ, ພຣະເຈົ້າເຮັດເສື້ອຂົນສັດໃຫ້ພວກເຂົາເພື່ອສວມໃສ່ເປັນເຄື່ອງນຸ່ງ. ນີ້ແມ່ນເສື້ອຜ້າຊຸດທຳອິດທີ່ພຣະເຈົ້າເຮັດໃຫ້ມະນຸດ. ອີງຕາມມາດຕະຖານໃນປັດຈຸບັນ ເສື້ອຂົນສັດແມ່ນຂອງທີ່ຫຼູຫຼາ ແລະ ບໍ່ແມ່ນສິ່ງທີ່ທຸກຄົນສາມາດຊື້ມາໃສ່ໄດ້. ຖ້າໃຜບາງຄົນຖາມເຈົ້າວ່າ: ເສື້ອຜ້າຜືນທຳອິດທີ່ບັດພະບຸລຸດຂອງພວກເຮົາສວມໃສ່ແມ່ນຫຍັງ? ເຈົ້າສາມາດຕອບໄດ້ວ່າ: ມັນແມ່ນເສື້ອຂົນສັດ. ໃຜເປັນຜູ້ເຮັດເສື້ອຂົນສັດນີ້? ເຈົ້າສາມາດຕອບໄປວ່າ: ພຣະເຈົ້າເຮັດມັນ! ນັ້ນແມ່ນປະເດັນຫຼັກໃນນີ້: ເສື້ອຜ້ານີ້ຖືກເຮັດຂຶ້ນມາໂດຍພຣະເຈົ້າ. ແລ້ວມັນບໍ່ແມ່ນສິ່ງທີ່ສົມຄວນສົນທະນາບໍ? ຫຼັງຈາກທີ່ໄດ້ຍິນຄຳອະທິບາຍຂອງເຮົາ, ມີພາບໃດປາກົດຂຶ້ນໃນຫົວໃຈຂອງພວກເຈົ້າບໍ? ຢ່າງໜ້ອຍພວກເຈົ້າກໍຄວນມີຮູບຮ່າງເລັກນ້ອຍ. ປະເດັນທີ່ເຮົາບອກເລື່ອງນີ້ກັບພວກເຈົ້າໃນມື້ນີ້ ບໍ່ແມ່ນເພື່ອໃຫ້ພວກເຈົ້າຮູ້ວ່າເສື້ອຜ້າຜືນທຳອິດຂອງມະນຸດແມ່ນຫຍັງ. ແລ້ວແມ່ນຫຍັງຄືປະເດັນ? ປະເດັນບໍ່ແມ່ນເສື້ອຂົນສັດ, ແຕ່ແມ່ນວິທີທີ່ຄົນໄດ້ຮູ້ຈັກອຸປະນິໄສຂອງພຣະເຈົ້າ ທີ່ໄດ້ເປີດເຜີຍໂດຍພຣະເຈົ້າໃນສິ່ງທີ່ພຣະອົງກະທໍາໃນນີ້ ນັ້ນກໍຄື ສິ່ງທີ່ພຣະອົງມີ ແລະ ສິ່ງທີ່ພຣະອົງເປັນ.

“ພ້ອມນັ້ນ ພຣະເຈົ້າເຢໂຮວາຍັງໄດ້ເຮັດເສື້ອຂົນສັດໃຫ້ກັບອາດາມ ແລະ ເມຍຂອງລາວ ແລະ ນຸ່ງໃຫ້ພວກເຂົາ”. ໃນສາກນີ້, ພວກເຮົາໄດ້ເຫັນພຣະເຈົ້າມີບົດບາດຫຍັງເມື່ອພຣະອົງຢູ່ກັບອາດາມ ແລະ ເອວາ? ພຣະເຈົ້າສະແດງຕົວໃນຮູບແບບໃດໃນໂລກນີ້ທີ່ມີພຽງແຕ່ມະນຸດສອງຄົນເທົ່ານັ້ນ? ພຣະອົງສະແດງຕົວໃນບົດບາດຂອງພຣະເຈົ້າບໍ? ອ້າຍເອື້ອຍນ້ອງຈາກຮ່ອງກົງ, ກາລຸນາຊ່ວຍຕອບແດ່. (ໃນບົດບາດຂອງພໍ່ແມ່). ອ້າຍເອື້ອຍນ້ອງຈາກເກົາຫຼີໃຕ້, ພວກເຈົ້າຄິດວ່າພຣະເຈົ້າປາກົດຕົວໃນບົດບາດແບບໃດ? (ຫົວໜ້າຄອບຄົວ). ອ້າຍເອື້ອຍນ້ອງຈາກໄຕ້ຫວັນ, ພວກເຈົ້າຄິດວ່າແນວໃດ? (ບົດບາດຂອງບາງຄົນໃນຄອບຄົວຂອງອາດາມ ແລະ ເອວາ, ບົດບາດຂອງສະມາຊິກຄອບຄົວ). ພວກເຈົ້າບາງຄົນຄິດວ່າພຣະເຈົ້າປາກົດຕົວເປັນສະມາຊິກຄອບຄົວຂອງອາດາມ ແລະ ເອວາ, ໃນຂະນະທີ່ບາງຄົນເວົ້າວ່າພຣະເຈົ້າປາກົດຕົວເປັນຫົວໜ້າຄອບຄົວ ແລະ ບາງຄົນເວົ້າວ່າ ເປັນພໍ່ແມ່ນ. ທັງໝົດນີ້ເໝາະສົມຫຼາຍ. ແຕ່ພວກເຈົ້າເຫັນສິ່ງທີ່ເຮົາກຳລັງສື່ບໍ? ພຣະເຈົ້າສ້າງສອງຄົນນີ້ ແລະ ປະຕິບັດຕໍ່ພວກເຂົາດັ່ງມິດສະຫາຍຂອງພຣະອົງ. ດັ່ງຄອບຄົວດຽວ, ພຣະເຈົ້າເບິ່ງແຍງຊີວິດຂອງພວກເຂົາ ແລະ ດູແລຄວາມຕ້ອງການດ້ານອາຫານ, ເສື້ອຜ້າ ແລະ ທີ່ພັກອາໄສຂອງພວກເຂົາ. ໃນນີ້, ພຣະເຈົ້າປາກົດຕົວເປັນພໍ່ແມ່ຂອງອາດາມ ແລະ ເອວາ. ໃນຂະນະທີ່ພຣະເຈົ້າເຮັດສິ່ງນີ້, ມະນຸດບໍ່ເຫັນວ່າພຣະເຈົ້າສູງສົ່ງພຽງໃດ; ພວກເຂົາບໍ່ເຫັນອຳນາດສູງສຸດຂອງພຣະເຈົ້າ, ຄວາມເລິກລັບຂອງພຣະອົງ, ໂດຍສະເພາະແມ່ນບໍ່ເຫັນຄວາມໂກດຮ້າຍ ຫຼື ຄວາມສະຫງ່າລາສີຂອງພຣະອົງ. ທັງໝົດທີ່ພວກເຂົາເຫັນແມ່ນຄວາມຖ່ອມຕົນຂອງພຣະເຈົ້າ, ຄວາມຮັກຂອງພຣະອົງ, ຄວາມຫ່ວງໃຍທີ່ມີຕໍ່ມະນຸດ, ຄວາມຮັບຜິດຂອບ ແລະ ການດູແລຂອງພຣະອົງຕໍ່ພວກເຂົາ. ທັດສະນະ ແລະ ວິທີການທີ່ພຣະເຈົ້າປະຕິບັດຕໍ່ອາດາມ ແລະ ເອວານັ້ນແມ່ນຄືກັນກັບວິທີທີ່ພໍ່ແມ່ສະແດງຄວາມຫ່ວງໃຍຕໍ່ລູກໆຂອງພວກເຂົາ. ມັນຄືກັນກັບວິທີທີ່ພໍ່ແມ່ຮັກ, ເບິ່ງແຍງ ແລະ ດູແລລູກຊາຍ ແລະ ລູກສາວຂອງຕົນເອງ ເຊິ່ງສິ່ງນີ້ເປັນຈິງ, ເປັນສິ່ງທີ່ເບິ່ງເຫັນໄດ້ ແລະ ຈັບຕ້ອງໄດ້. ແທນທີ່ຈະຍົກພຣະອົງເອງຂຶ້ນສູ່ຕຳແໜ່ງທີ່ສູງສົ່ງ ແລະ ຍິ່ງໃຫຍ່, ພຣະເຈົ້າໃຊ້ໜັງສັດເພື່ອເຮັດເປັນເສື້ອຜ້າໃຫ້ມະນຸດດ້ວຍຕົວເອງ. ມັນບໍ່ສຳຄັນ ວ່າເສື້ອຂົນສັດນີ້ຈະຖືກໃຊ້ເພື່ອປົກປິດຄວາມຖ່ອມຕົວຂອງພວກເຂົາ ຫຼື ເພື່ອປົກປ້ອງພວກເຂົາຈາກອາກາດໜາວເຢັນ. ສິ່ງສຳຄັນຄືເຄື່ອງນຸ່ງທີ່ໃຊ້ປົກປິດຮ່າງກາຍມະນຸດນີ້ຖືກເຮັດຂຶ້ນເປັນການສ່ວນຕົວໂດຍພຣະເຈົ້າ ດ້ວຍມືຂອງພຣະອົງເອງ. ແທນທີ່ຈະເນລະມິດໃຫ້ເກີດມີເສື້ອຜ້າ ຫຼື ໃຊ້ວິທີທີ່ໜ້າອັດສະຈັນອື່ນໆທີ່ຜູ້ຄົນອາດຈິນຕະນາການວ່າພຣະເຈົ້າຈະເຮັດ, ພຣະເຈົ້າເຮັດໃນສິ່ງທີ່ຖືກຕ້ອງທີ່ມະນຸດຄິດວ່າພຣະເຈົ້າຈະບໍ່ເຮັດ ແລະ ບໍ່ຄວນເຮັດ. ນີ້ອາດເບິ່ງຄືກັບວ່າ ເປັນເລື່ອງທີ່ບໍ່ສຳຄັນ, ບາງຄົນອາດຈະເຖິງຂັ້ນ ຄິດວ່າ ສິ່ງນີ້ບໍ່ສົມຄວນທີ່ຈະກ່າວເຖິງ, ແຕ່ມັນເຮັດໃຫ້ຜູ້ທີ່ຕິດຕາມພຣະເຈົ້າ ຜູ້ທີ່ເຕັມໄປດ້ວຍແນວຄວາມຄິດທີ່ເລື່ອນລອຍກ່ຽວກັບພຣະອົງ ໄດ້ເຂົ້າໃຈຢ່າງເລິກເຊິ່ງເຖິງຄວາມຈິງໃຈ ແລະ ຄວາມໜ້າຮັກຂອງພຣະອົງ, ເຫັນຄວາມຊື່ສັດ ແລະ ຄວາມຖ່ອມຕົນຂອງພຣະອົງ. ມັນເຮັດໃຫ້ຄົນທີ່ອວດດີຢ່າງເຫຼືອອົດ ຜູ້ທີ່ຄິດວ່າພວກເຂົາສູງສົ່ງ ແລະ ຍິ່ງໃຫຍ່ຕ້ອງກົ້ມຫົວຂອງພວກເຂົາດ້ວຍຄວາມອັບອາຍຕໍ່ໜ້າຄວາມຈິງໃຈ ແລະ ຄວາມຖ່ອມຕົນຂອງພຣະເຈົ້າ. ໃນນີ້, ຄວາມຈິງໃຈ ແລະ ຄວາມຖ່ອມຕົນຂອງພຣະເຈົ້າເຮັດໃຫ້ຄົນເຫັນວ່າພຣະອົງໜ້າຮັກພຽງໃດ. ໃນທາງກົງກັນຂ້າມ, ພຣະເຈົ້າ “ຜູ້ຍິ່ງໃຫຍ່”, ພຣະເຈົ້າ “ຜູ້ໜ້າຮັກ” ແລະ ພຣະເຈົ້າ “ຜູ້ມີອຳນາດໃນທຸກຢ່າງ” ທີ່ຄົນຢືດຖືຢູ່ໃນຫົວໃຈຂອງພວກເຂົາໄດ້ກາຍເປັນເລື່ອງບໍ່ສຳຄັນ ແລະ ໜ້າກຽດ, ແຕກເປັນເສດສ່ວນເມື່ອເວລາເຕາະພຽງເລັກນ້ອຍ. ເມື່ອເຈົ້າເຫັນຂໍ້ນີ້ ແລະ ໄດ້ຍິນເລື່ອງນີ້, ເຈົ້າດູຖູກພຣະເຈົ້າຍ້ອນວ່າພຣະອົງເຮັດສິ່ງດັ່ງກ່າວບໍ? ບາງຄົນອາດຈະດູຖູກ, ແຕ່ຄົນອື່ນອາດຈະມີປະຕິກິລິຍາກົງກັນຂ້າມ. ພວກເຂົາຈະຄິດວ່າພຣະເຈົ້າຈິງໃຈ ແລະ ໜ້າຮັກ ແລະ ມັນແມ່ນຄວາມຈິງໃຈ ແລະ ຄວາມໜ້າຮັກຂອງພຣະເຈົ້າທີ່ດົນໃຈພວກເຂົາຢ່າງແທ້ຈິງ. ຍິ່ງພວກເຂົາເຫັນດ້ານແທ້ຂອງພຣະເຈົ້າຫຼາຍເທົ່າໃດ, ພວກເຂົາກໍຍິ່ງສາມາດຮູ້ເຖິງຄຸນຄ່າການມີຢູ່ຈິງແຫ່ງຄວາມຮັກຂອງພຣະເຈົ້າຫຼາຍຂຶ້ນ, ຮູ້ຈັກຄຸນຄ່າຄວາມສຳຄັນຂອງພຣະເຈົ້າໃນຫົວໃຈຂອງພວກເຂົາ ແລະ ວິທີທີ່ພຣະອົງຢືນຄຽງຂ້າງພວກເຂົາຢູ່ທຸກເວລາ.

ບັດນີ້ ໃຫ້ພວກເຮົາກັບມາສົນທະນາກັນໃນເລື່ອງປັດຈຸບັນ. ຖ້າພຣະເຈົ້າສາມາດກະທຳສິ່ງເລັກນ້ອຍເຫຼົ່ານີ້ໃຫ້ກັບຄົນທີ່ພຣະອົງສ້າງຂຶ້ນໃນຕອນຕົ້ນ, ແມ່ນແຕ່ສິ່ງທີ່ຄົນອາດຈະບໍ່ກ້າຄິດ ຫຼື ຄາດຫວັງ, ແລ້ວພຣະເຈົ້າສາມາດກະທຳສິ່ງດັ່ງກ່າວໃຫ້ກັບຄົນປັດຈຸບັນນີ້ໄດ້ບໍ? ບາງຄົນເວົ້າວ່າ “ໄດ້!” ແລ້ວນັ້ນຍ້ອນຫຍັງ? ຍ້ອນວ່າທາດແທ້ຂອງພຣະເຈົ້າບໍ່ໄດ້ຖືກປອມແປງ ແລະ ຄວາມໜ້າຮັກຂອງພຣະອົງກໍບໍ່ໄດ້ຖືກປອມແປງເຊັ່ນກັນ. ທາດແທ້ຂອງພຣະເຈົ້າມີຢູ່ຢ່າງແທ້ຈິງ ແລະ ບໍ່ແມ່ນບາງສິ່ງທີ່ຖືກແຕ່ງເຕີມໂດຍຄົນອື່ນ, ແນ່ນອນວ່າບໍ່ແມ່ນບາງສິ່ງທີ່ປ່ຽນແປງຕາມການເວລາ, ສະຖານທີ່ ແລະ ຍຸກສະໄໝ. ຄວາມຈິງໃຈ ແລະ ຄວາມໜ້າຮັກຂອງພຣະເຈົ້າສາມາດຖືກນຳອອກມາໄດ້ຢ່າງແທ້ຈິງໂດຍການເຮັດບາງສິ່ງທີ່ຄົນຄິດວ່າມັນບໍ່ໂດດເດັ່ນ ແລະ ບໍ່ສຳຄັນເທົ່ານັ້ນ, ບາງສິ່ງທີ່ເລັກນ້ອຍຫຼາຍເຊິ່ງຄົນອາດບໍ່ເຄີຍຄິດວ່າພຣະອົງຈະເຄີຍເຮັດມັນ. ພຣະເຈົ້າບໍ່ໄດ້ຕິເຮັດ. ບໍ່ມີການເວົ້າເກີນຄວາມຈິງ, ບໍ່ປອມຕົວ, ບໍ່ອວດໂອ້ ຫຼື ທະນົງຕົວໃນອຸປະນິໄສ ແລະ ທາດແທ້ຂອງພຣະເຈົ້າ. ພຣະອົງບໍ່ເຄີຍອວດອ້າງ, ກົງກັນຂ້າມ ພຣະອົງສະແດງຄວາມຮັກ, ຄວາມຫ່ວງໃຍ, ເບິ່ງແຍງ ແລະ ນຳພາມະນຸດທີ່ພຣະອົງສ້າງຂຶ້ນດ້ວຍຄວາມຊື່ສັດ ແລະ ຄວາມຈິງໃຈ. ບໍ່ວ່າຄົນຈະເຫັນຄຸນຄ່າ, ຮູ້ສຶກ ຫຼື ເຫັນສິ່ງທີ່ພຣະອົງກະທຳໜ້ອຍພຽງໃດກໍຕາມ, ພຣະອົງກໍຈະເຮັດມັນຢູ່ດີ. ການຮູ້ວ່າພຣະເຈົ້າມີທາດແທ້ເຊັ່ນນັ້ນຈະສົ່ງຜົນຕໍ່ຄວາມຮັກຂອງຄົນທີ່ມີຕໍ່ພຣະອົງບໍ? ມັນຈະມີອິດທິພົນຕໍ່ຄວາມຢຳເກງພຣະເຈົ້າຂອງພວກເຂົາບໍ? ເຮົາຫວັງວ່າເມື່ອເຈົ້າເຂົ້າໃຈດ້ານແທ້ຂອງພຣະເຈົ້າ, ເຈົ້າຈະຍັບເຂົ້າໃກ້ພຣະອົງຍິ່ງຂຶ້ນ ແລະ ສາມາດເຫັນຄຸນຄ່າຄວາມຮັກ ແລະ ການເອົາໃຈໃສ່ຂອງພຣະອົງຕໍ່ມະນຸດຊາດຫຼາຍຂຶ້ນຢ່າງແທ້ຈິງ ແລະ ສາມາດທີ່ຈະມອບຫົວໃຈຂອງເຈົ້າໃຫ້ແກ່ພຣະເຈົ້າ ແລະ ລົບລ້າງຂໍ້ສົງໄສ ແລະ ຄວາມຄາດເດົາກ່ຽວກັບພຣະອົງ. ພຣະເຈົ້າກຳລັງເຮັດທຸກສິ່ງເພື່ອມະນຸດຢ່າງງຽບໆ, ເຮັດທຸກສິ່ງຢ່າງງຽບໆຜ່ານຄວາມຈິງໃຈ, ຄວາມຊື່ສັດ ແລະ ຄວາມຮັກຂອງພຣະອົງ. ແຕ່ພຣະອົງບໍ່ເຄີຍມີຄວາມຢ້ານກົວ ຫຼື ຄວາມເສຍໃຈຕໍ່ສິ່ງທີ່ພຣະອົງເຮັດ, ທັງບໍ່ເຄີຍຕ້ອງການໃຫ້ໃຜມາຕອບແທນພຣະອົງໃນທາງໃດ ຫຼື ມີຄວາມຕັ້ງໃຈທີ່ຈະໄດ້ຮັບສິ່ງໃດໜຶ່ງຈາກມະນຸດ. ຈຸດປະສົງດຽວໃນທຸກສິ່ງທີ່ພຣະອົງກະທໍາແມ່ນເພື່ອວ່າ ພຣະອົງຈະໄດ້ຮັບຄວາມເຊື່ອ ແລະ ຄວາມຮັກທີ່ແທ້ຈິງຈາກມວນມະນຸດ. ດ້ວຍສິ່ງນັ້ນ, ເຮົາຂໍຈົບຫົວຂໍ້ທີໜຶ່ງໄວ້ຢູ່ບ່ອນນີ້.

ການສົນທະນາເຫຼົ່ານີ້ໄດ້ຊ່ວຍຫຍັງພວກເຈົ້າບໍ? ພວກມັນມີປະໂຫຍດແນວໃດ? (ພວກຂ້ານ້ອຍມີຄວາມເຂົ້າໃຈ ແລະ ຄວາມຮູ້ກ່ຽວກັບຄວາມຮັກຂອງພຣະເຈົ້າເພີ່ມຂຶ້ນ). (ວິທີການສົນທະນານີ້ສາມາດຊ່ວຍພວກຂ້ານ້ອຍໃນອະນາຄົດໃຫ້ເຫັນຄຸນຄ່າພຣະທຳຂອງພຣະເຈົ້າດີຂຶ້ນ, ເຂົ້າໃຈຄວາມຮູ້ສຶກທີ່ພຣະອົງມີ ແລະ ຄວາມໝາຍເບື້ອງຫຼັງໃນສິ່ງທີ່ພຣະອົງກ່າວເມື່ອພຣະອົງກ່າວມັນອອກມາ ແລະ ຮູ້ສຶກສິ່ງທີ່ພຣະອົງຮູ້ສຶກໃນເວລານັ້ນ). ມີໃຜໃນພວກເຈົ້າທີ່ຕື່ນຕົວເຖິງການມີຢູ່ຈິງຂອງພຣະເຈົ້າຫຼັງຈາກທີ່ໄດ້ອ່ານພຣະທຳເຫຼົ່ານີ້ບໍ? ພວກເຈົ້າຄິດວ່າການມີຢູ່ຂອງພຣະເຈົ້າຈະບໍ່ຫວ່າງເປົ່າ ຫຼື ເລື່ອນລອຍອີກຕໍ່ໄປບໍ? ເມື່ອເຈົ້າມີຄວາມຮູ້ສືກນີ້, ເຈົ້າຮູ້ສຶກໄດ້ບໍວ່າພຣະເຈົ້າຢູ່ຂ້າງເຈົ້າ? ບາງທີໃນຕອນນີ້ ຄວາມຮູ້ສຶກອາດຈະຍັງບໍ່ທັນເຫັນໄດ້ຢ່າງຊັດເຈນ ຫຼື ເຈົ້າອາດຈະຍັງບໍ່ສາມາດຮູ້ສຶກມັນໄດ້ເທື່ອ. ແຕ່ມື້ໜຶ່ງ, ເມື່ອເຈົ້າມີຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຄວາມຮູ້ທີ່ແທ້ຈິງກ່ຽວກັບອຸປະນິໄສ ແລະ ທາດແທ້ຂອງພຣະເຈົ້າຢູ່ໃນຫົວໃຈຂອງພວກເຈົ້າ, ພວກເຈົ້າຈະຮູ້ສຶກໄດ້ວ່າ ພຣະເຈົ້າຢູ່ຄຽງຂ້າງເຈົ້າ. ເຈົ້າພຽງແຕ່ບໍ່ເຄີຍຍອມຮັບເອົາພຣະເຈົ້າເຂົ້າມາຢູ່ໃນຫົວໃຈຂອງເຈົ້າຢ່າງແທ້ຈິງເທົ່ານັ້ນ. ນັ້ນແມ່ນຄວາມຈິງ!

ພວກເຈົ້າຄິດແນວໃດກັບວິທີການສົນທະນານີ້? ພວກເຈົ້າສາມາດສືບຕໍ່ໄດ້ບໍ? ພວກເຈົ້າຄິດວ່າການສົນທະນາແບບກ່ຽວກັບຫົວຂໍ້ຂອງພາລະກິດພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້ານັ້ນໜັກຫຼາຍບໍ? ພວກເຈົ້າຮູ້ສຶກແນວໃດ? (ຮູ້ສຶກດີຫຼາຍ, ຕື່ນເຕັ້ນ). ແມ່ນຫຍັງທີ່ເຮັດໃຫ້ພວກເຈົ້າຮູ້ສຶກດີ? ເປັນຫຍັງພວກເຈົ້າຈິ່ງຕື່ນເຕັ້ນ? (ມັນຄືກັນກັບການກັບໄປທີ່ສວນເອເດນ, ກັບໄປຢູ່ຄຽງຂ້າງພຣະເຈົ້າ). ແທ້ຈິງແລ້ວ “ອຸປະນິໄສຂອງພຣະເຈົ້າ” ແມ່ນຫົວຂໍ້ທີ່ຄົນບໍ່ຄຸ້ນເຄີຍ, ເພາະວ່າປົກກະຕິແລ້ວ ສິ່ງທີ່ພວກເຈົ້າຈິນຕະນາການ ແລະ ສິ່ງທີ່ພວກເຈົ້າອ່ານໃນປື້ມ ຫຼື ໄດ້ຍິນຈາກການສົນທະນາ, ມັກຈະເຮັດໃຫ້ພວກເຈົ້າຮູ້ສືກຄືກັບຄົນຕາບອດຄຳຊ້າງ. ພວກເຈົ້າພຽງຮູ້ສຶກໄດ້ດ້ວຍມືຂອງພວກເຈົ້າ, ແຕ່ຄວາມຈິງແລ້ວພວກເຈົ້າບໍ່ສາມາດເຫັນພາບຫຍັງໄດ້. ການງົມຫາແບບຕາບອດບໍ່ສາມາດເຮັດໃຫ້ເຈົ້າມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າໄດ້ແມ່ນແຕ່ເລັກນ້ອຍ, ແຮງໄກທີ່ຈະມີແນວຄວາມຄິດຢ່າງຊັດເຈນກ່ຽວກັບພຣະອົງ; ມັນພຽງແຕ່ກະຕຸ້ນຈິນຕະນາການຂອງເຈົ້າ, ຂັດຂວາງເຈົ້າຈາກການກຳນົດຢ່າງຊັດເຈນວ່າແມ່ນຫຍັງຄືອຸປະນິໄສ ແລະ ທາດແທ້ຂອງພຣະເຈົ້າ, ຄວາມບໍ່ແນ່ນອນເກີດຂຶ້ນຈາກຈິນຕະນາການຂອງເຈົ້າ ຈະເຮັດໃຫ້ຫົວໃຈຂອງເຈົ້າເຕັມໄປດ້ວຍຄວາມສົງໄສຢ່າງຫຼີກເວັ້ນບໍ່ໄດ້. ເມື່ອເຈົ້າບໍ່ແນ່ໃຈກັບບາງສິ່ງ ແຕ່ຍັງພະຍາຍາມທີ່ຈະເຂົ້າໃຈມັນ ກໍຈະມີຄວາມໂຕ້ແຍ້ງ ແລະ ຂັດແຍ້ງໃນຫົວໃຈເຈົ້າຢູ່ສະເໝີ, ແມ່ນແຕ່ຄວາມຮູ້ສຶກລົບກວນ ທີ່ເຮັດໃຫ້ເຈົ້າມຶດມົວ ແລະ ສັບສົນ. ບໍ່ແມ່ນມັນເປັນສິ່ງທີ່ໜ້າເຈັບປວດບໍທີ່ຢາກສະແຫວງຫາພຣະເຈົ້າ, ຮູ້ຈັກພຣະເຈົ້າ ແລະ ເຫັນພຣະອົງຢ່າງຊັດເຈນ, ແຕ່ເບິ່ງຄືກັບວ່າບໍ່ສາມາດຫາຄຳຕອບໄດ້? ແນ່ນອນວ່າ ພຣະທໍາເຫຼົ່ານີ້ແມ່ນເນັ້ນໃສ່ຜູ້ທີ່ປາດຖະໜາທີ່ຈະສະແຫວງຫາໃນການເຄົາລົບ ແລະ ເຮັດໃຫ້ພຣະເຈົ້າພໍໃຈດ້ວຍຄວາມຢຳເກງເທົ່ານັ້ນ. ສຳລັບຄົນທີ່ບໍ່ສົນໃຈສິ່ງດັ່ງກ່າວນັ້ນ, ນີ້ບໍສຳຄັນ ຍ້ອນວ່າສິ່ງທີ່ພວກເຂົາຫວັງຫຼາຍທີ່ສຸດແມ່ນຄວາມເປັນຈິງ ແລະ ການດຳລົງຢູ່ຂອງພຣະເຈົ້າທີ່ເປັນພຽງຕຳນານ ແລະ ຈິນຕະນາການ, ເພື່ອວ່າພວກເຂົາຈະສາມາດເຮັດຫຍັງກໍໄດ້ທີ່ພວກເຂົາຕ້ອງການ, ພວກເຂົາສາມາດເປັນຜູ້ທີ່ຍິ່ງໃຫຍ່ທີ່ສຸດ ແລະ ສຳຄັນທີ່ສຸດ, ພວກເຂົາສາມາດເຮັດຄວາມຊົ່ວໂດຍບໍ່ສົນໃຈຜົນທີ່ຈະຕາມມາ, ເພື່ອວ່າພວກເຂົາຈະບໍ່ຕ້ອງຜະເຊີນກັບການລົງໂທດ ຫຼື ແບກຮັບຄວາມຮັບຜິດຊອບໃດໆ ແລະ ເພື່ອວ່າແມ່ນແຕ່ສິ່ງທີ່ພຣະເຈົ້າກ່າວກ່ຽວກັບຜູ້ກະທຳຄວາມຊົ່ວກໍຈະບໍ່ຖືກນຳມາໃຊ້ກັບພວກເຂົາ. ຄົນເຫຼົ່ານີ້ບໍ່ເຕັມໃຈທີ່ຈະເຂົ້າໃຈອຸປະນິໄສຂອງພຣະເຈົ້າ. ພວກເຂົາເຈັບປ່ວຍ ແລະ ເບື່ອໜ່າຍໃນການພະຍາຍາມຮູ້ຈັກພຣະເຈົ້າ ແລະ ທຸກສິ່ງກ່ຽວກັບພຣະອົງ. ພວກເຂົາບໍ່ຢາກໃຫ້ພຣະເຈົ້າມີຢູ່ຈິງ. ຄົນເຫຼົ່ານີ້ຕໍ່ຕ້ານພຣະເຈົ້າ ແລະ ພວກເຂົາຢູ່ໃນບັນດາຜູ້ທີ່ຈະຖືກໄລ່ອອກ.

ຕໍ່ໄປ ພວກເຮົາຈະສົນທະນາກ່ຽວກັບເລື່ອງຂອງໂນອາ ແລະ ມັນກ່ຽວຂ້ອງກັບຫົວຂໍ້ຂອງ ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະອົງເຈົ້າເອງ ແນວໃດ.

ພວກເຈົ້າເຫັນວ່າພຣະເຈົ້າກຳລັງເຮັດຫຍັງກັບ ໂນອາໃນພຣະຄຳພີພາກນີ້? ບາງທີ່ທຸກຄົນທີ່ນັ່ງຢູ່ທີ່ນີ້ຮູ້ບາງສິ່ງກ່ຽວກັບມັນຈາການອ່ານພຣະຄຳພີ: ພຣະເຈົ້າເຮັດໃຫ້ໂນອາສ້າງເຮືອສຳເພົາ, ຈາກນັ້ນພຣະເຈົ້າກໍທຳລາຍໂລກດ້ວຍນ້ຳຖ້ວມ. ພຣະເຈົ້າຕ້ອງໃຫ້ໂນອາສ້າງເຮືອສຳເພົາເພື່ອຊ່ວຍຊີວິດຄອບຄົວຂອງລາວທັງແປດຄົນ ເຊິ່ງເຮັດໃຫ້ພວກເຂົາລອດຊີວິດ ແລະ ກາຍມາເປັນບັນພະບຸລຸດຂອງມະນຸດຮຸ່ນຕໍ່ໆໄປ. ບັດນີ້ ໃຫ້ພວກເຮົາຫັນໄປເບິ່ງພຣະຄຳພີ.

2. ໂນອາ

1) ພຣະເຈົ້າຕັ້ງໃຈທີ່ຈະທຳລາຍໂລກດ້ວຍນ້ຳຖ້ວມ ແລະ ແນະນຳໂນອາໃຫ້ສ້າງເຮືອສຳເພົາ

ນີ້ແມ່ນລຸ້ນຂອງໂນອາ, ໂນອາເປັນຊາຍທີ່ທ່ຽງທຳ ແລະ ສົມບູນໃນລຸ້ນຂອງລາວ ແລະ ໂນອາເດີນຕາມພຣະເຈົ້າ. ໂນອາມີລູກຊາຍສາມຄົນ ເຊມ, ຮາມ ແລະ ຢາເຟດ. ແຜ່ນດິນໂລກເສື່ອມຊາມຕໍ່ໜ້າພຣະເຈົ້າເຊັ່ນດຽວກັນ ແລະ ແຜ່ນດິນໂລກເຕັມໄປດ້ວຍຄວາມວຸ້ນວາຍ. ພຣະເຈົ້າເບິ່ງແຜ່ນດິນໂລກ ແລະ ເຫັນວ່າ ມັນເສື່ອມຊາມ; ຍ້ອນເນື້ອໜັງທັງໝົດໄດ້ເຮັດໃຫ້ຫົນທາງຂອງເຂົາທີ່ຢູ່ເທິງແຜ່ນດິນໂລກເສື່ອມໂຊມ. ພຣະເຈົ້າຈຶ່ງເວົ້າກັບໂນອາວ່າ ການສິ້ນສຸດຂອງເນື້ອໜັງທັງໝົດແມ່ນໄດ້ມາຢູ່ຕໍ່ໜ້າເຮົາແລ້ວ; ຍ້ອນແຜ່ນດິນໂລກເຕັມໄປດ້ວຍຄວາມວຸ້ນວາຍ ແລະ ຈົ່ງເບິ່ງ ເຮົາຈະທຳລາຍພວກເຂົາພ້ອມກັບແຜ່ນດິນໂລກ. ເຈົ້າຈົ່ງສ້າງເຮືອໃຫຍ່ຈາກໄມ້ໂກເຟີ ເຈົ້າຕ້ອງສ້າງເຮືອນັ້ນໃຫ້ມີຫຼາຍຫ້ອງ ແລະ ທາຂີ້ຊີໃສ່ພາຍໃນ ແລະ ພາຍນອກ. (ປະຖົມມະການ 6:9-14).

ແຕ່ເຮົາຈະສ້າງພັນທະສັນຍາຂອງເຮົາກັບເຈົ້າ ແລະ ເຈົ້າຈົ່ງເຂົ້າໄປໃນເຮືອພ້ອມດ້ວຍລູກຊາຍຂອງເຈົ້າ, ເມຍຂອງເຈົ້າ, ເມຍຂອງລູກຊາຍຂອງເຈົ້າ ແລະ ທຸກສິ່ງທີ່ມີເນື້ອໜັງທີ່ມີຊີວິດທັງໝົດ, ເຈົ້າຈົ່ງນໍາເອົາສັດສອງໂຕຈາກທຸກໆປະເພດເຂົ້າໃນເຮືອ ເພື່ອຮັກສາໃຫ້ພວກມັນຢູ່ລອດຄືກັບເຈົ້າ; ພວກມັນຕ້ອງເປັນໂຕຜູ້ ແລະ ໂຕແມ່. ສັດມີປີກຕາມປະເພດຂອງມັນ ແລະ ງົວຄວາຍຕາມປະເພດຂອງມັນ ແລະ ທຸກສິ່ງທີ່ເລືອຄານເທິງແຜ່ນດິນໂລກຕາມປະເພດຂອງມັນ, ສັດສອງໂຕຈາກທຸກໆປະເພດຈະມາຫາເຈົ້າ ເພື່ອຮັກສາໃຫ້ພວກມັນມີຊີວິດຢູ່ ແລະ ເຈົ້າຈົ່ງນໍາອາຫານທຸກຢ່າງທີ່ກິນໄດ້ ແລະ ເຈົ້າຄວນຮວບຮວມມັນໄວ້ກັບເຈົ້າ, ມັນຈະເປັນອາຫານສໍາລັບພວກເຈົ້າ ແລະ ສຳລັບພວກມັນ. ສະນັ້ນ ໂນອາກໍໄດ້ເຮັດຕາມທຸກຢ່າງທີ່ພຣະເຈົ້າໄດ້ສັ່ງໄວ້ກັບລາວ. (ປະຖົມມະການ 6:18-22).

ບັດນີ້ ຫຼັງຈາກອ່ານຂໍ້ຄວາມເຫຼົ່ານີ້ແລ້ວ ພວກເຈົ້າມີຄວາມເຂົ້າໃຈໂດຍລວມວ່າໃຜຄືໂນອາບໍ? ໂນອາເປັນຄົນແບບໃດ? ຂໍ້ຄວາມຕົ້ນສະບັບແມ່ນ: “ໂນອາເປັນຊາຍທີ່ທ່ຽງທຳ ແລະ ສົມບູນໃນລຸ້ນຂອງລາວ”. ອີງຕາມຄວາມເຂົ້າໃຈຂອງຄົນຍຸກໃໝ່, “ຄົນທ່ຽງທຳ” ແມ່ນຄົນແບບໃດໃນສະໄໝນັ້ນ? ຄົນທ່ຽງທຳຄວນເປັນຄົນທີ່ສົມບູນແບບ. ພວກເຈົ້າຮູ້ບໍວ່າຄົນທີ່ສົມບູນແບບນີ້ສົມບູນແບບໃນສາຍຕາຂອງມະນຸດ ຫຼື ໃນສາຍຕາຂອງພຣະເຈົ້າ? ຄົນທີ່ສົມບູນແບບນີ້ເປັນຜູ້ທີ່ສົມບູນແບບໃນສາຍຕາຂອງພຣະເຈົ້າໂດຍບໍ່ຕ້ອງສົງໄສ, ແຕ່ບໍ່ແມ່ນໃນສາຍຕາຂອງມະນຸດ. ນີ້ມັນແນ່ນອນຢູ່ແລ້ວ! ນີ້ກໍຍ້ອນວ່າມະນຸດຕາບອດ ແລະ ເບິ່ງບໍ່ເຫັນ, ມີພຽງພຣະເຈົ້າເທົ່ານັ້ນທີ່ແນມເບິ່ງແຜ່ນດິນໂລກທັງມວນ ແລະ ທຸກຄົນ ແລະ ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ຮູ້ວ່າໂນອາເປັນຄົນທີ່ສົມບູນແບບ. ເພາະສະນັ້ນ, ແຜນການຂອງພຣະເຈົ້າທີ່ຈະທຳລາຍໂລກດ້ວຍນ້ຳຖ້ວມແມ່ນເລີ່ມຕັ້ງແຕ່ເວລາທີ່ພຣະເຈົ້າເອີ້ນຫາໂນອາແລ້ວ.

ໃນຍຸກນັ້ນ, ພຣະເຈົ້າຕັ້ງໃຈເອີ້ນຫາໂນອາເພື່ອເຮັດບາງສິ່ງທີ່ສຳຄັນທີ່ສຸດ. ເປັນຫຍັງໜ້າທີ່ນີ້ຈຶ່ງຕ້ອງຖືກເຮັດໃຫ້ສຳເລັດ? ຍ້ອນວ່າໃນເວລານັ້ນພຣະເຈົ້າມີແຜນຢູ່ໃນໃຈຢູ່ແລ້ວ. ແຜນຂອງພຣະອົງແມ່ນເພື່ອທຳລາຍໂລກດ້ວຍນ້ຳຖ້ວມ. ເປັນຫຍັງພຣະອົງຈຶ່ງຕ້ອງທຳລາຍໂລກ? ດັ່ງທີ່ກ່າວໃນນີ້ວ່າ: “ແຜ່ນດິນໂລກເສື່ອມຊາມຕໍ່ໜ້າພຣະເຈົ້າເຊັ່ນດຽວກັນ ແລະ ແຜ່ນດິນໂລກກໍເຕັມໄປດ້ວຍຄວາມວຸ້ນວາຍ”. ເຈົ້າໄດ້ເຫັນຫຍັງແດ່ຈາກປະໂຫຍກທີ່ວ່າ “ແຜ່ນດິນໂລກເຕັມໄປດ້ວຍຄວາມວຸ້ນວາຍ?” ມັນແມ່ນປະກົດການໜຶ່ງທີ່ຢູ່ເທິງແຜ່ນດິນໂລກ ບ່ອນທີ່ໂລກ ແລະ ຄົນໄດ້ເສື່ອມຊາມຫຼາຍທີ່ສຸດ; ເພາະສະນັ້ນ “ໂລກຈິ່ງເຕັມໄປດ້ວຍຄວາມວຸ້ນວາຍ”. ໃນສຳນວນມື້ນີ້ “ເຕັມໄປດ້ວຍຄວາມວຸ້ນວາຍ” ໝາຍເຖິງທຸກສິ່ງອອກຈາກຄວາມສົມດຸນ. ສຳລັບມະນຸດ, ມັນໝາຍຄວາມວ່າຮູບລັກສະນະທັງໝົດໄດ້ສູນເສຍໄປໃນທຸກດ້ານຂອງຊີວິດ, ທຸກສິ່ງຢ່າງວຸ້ນວາຍ ແລະ ບໍ່ສາມາດຄຸ້ມຄອງໄດ້. ໃນສາຍຕາຂອງພຣະເຈົ້າ, ມັນໝາຍຄວາມວ່າຄົນຂອງໂລກໄດ້ເສື່ອມຊາມຫຼາຍເກີນໄປແລ້ວ. ແຕ່ເສື່ອມຊາມເຖິງຂັ້ນໃດ? ເສື່ອມຊາມເຖິງຂັ້ນທີ່ພຣະເຈົ້າບໍ່ສາມາດທົນເບິ່ງ ຫຼື ອົດທົນກັບພວກເຂົາໄດ້ອີກຕໍ່ໄປ. ເສື່ອມຊາມເຖິງຂັ້ນທີ່ພຣະເຈົ້າຕັ້ງໃຈທີ່ຈະທຳລາຍພວກເຂົາ. ເມື່ອພຣະເຈົ້າຕັດສິນໃຈທີ່ຈະທຳລາຍໂລກ, ພຣະອົງວາງແຜນທີ່ຈະຫາບາງຄົນເພື່ອສ້າງເຮືອສຳເພົາ. ພຣະເຈົ້າເລືອກໂນອາໃຫ້ປະຕິບັດພາລະກິດນີ້; ນັັ້ນກໍຄື ພຣະອົງໃຫ້ໂນອາສ້າງເຮືອສຳເພົາ. ເປັນຫຍັງພຣະອົງຈິ່ງເລືອກໂນອາ? ໃນສາຍຕາຂອງພຣະເຈົ້າ, ໂນອາເປັນຄົນຊອບທຳ; ບໍ່ວ່າພຣະເຈົ້າໄດ້ແນະນຳໃຫ້ເພິ່ນເຮັດສິ່ງໃດ, ໂນອາກໍເຮັດຕາມ. ໝາຍຄວາມວ່າ, ໂນອາເຕັມໃຈທີ່ຈະເຮັດສິ່ງໃດກໍຕາມທີ່ພຣະເຈົ້າບອກເພິ່ນເຮັດ. ພຣະເຈົ້າຢາກຫາບາງຄົນແບບນີ້ເພື່ອປະຕິບັດພາລະກິດຮ່ວມກັບພຣະອົງ, ເພື່ອເຮັດສໍາເລັດສິ່ງທີ່ພຣະອົງໄດ້ມອບໝາຍໃຫ້, ເພື່ອປະຕິບັດພາລະກິດຂອງພຣະອົງໃຫ້ສຳເລັດເທິງແຜ່ນດິນໂລກ. ໃນຕອນນັ້ນ, ມີຄົນອື່ນນອກຈາກໂນອາທີ່ຈະສາມາດເຮັດພາລະກິດດັ່ງກ່າວໃຫ້ສຳເລັດບໍ? ແນ່ນອນວ່າບໍ່ມີ! ໂນອາເປັນຄົນດຽວທີ່ຖືກເລືອກ, ຄົນດຽວທີ່ສາມາດເຮັດສໍາເລັດສິ່ງທີ່ພຣະເຈົ້າມອບໝາຍໃຫ້, ເພາະສະນັ້ນພຣະເຈົ້າຈຶ່ງໄດ້ເລືອກເພິ່ນ. ແຕ່ວ່າຂໍ້ຈຳກັດ ແລະ ມາດຕະຖານໃນການຊ່ວຍຄົນໃນປັນຈຸບັນແມ່ນຄືກັນກັບໃນອະດີດບໍ? ຄຳຕອບຄື ມີຄວາມແຕກຕ່າງກັນຢ່າງແນ່ນອນ! ແລ້ວເປັນຫຍັງເຮົາຈຶ່ງຖາມຄຳຖາມນີ້? ໂນອາເປັນຄົນດຽວທີ່ຊອບທຳໃນສາຍຕາຂອງພຣະເຈົ້າໃນເວລານັ້ນ ເຊິ່ງຖືວ່າທັງເມຍຂອງລາວ ຫຼື ລູກຊາຍ ຫຼື ລູກໄພ້ບໍ່ໄດ້ເປັນຄົນຊອບທຳດ້ວຍ, ແຕ່ພຣະເຈົ້າກໍຍັງໄວ້ຊີວິດພວກເຂົາຍ້ອນເຫັນແກ່ໂນອາ. ພຣະເຈົ້າບໍ່ໄດ້ຮຽກຮ້ອງຫຍັງຈາກພວກເຂົາແບບທີ່ພຣະອົງເຮັດຢູ່ຕອນນີ້, ກົງກັນຂ້າມແມ່ນໄດ້ເຮັດໃຫ້ສະມາຊິກທັງແປດຄົນຂອງຄອບຄົວໂນອາມີຊີວິດຢູ່. ພວກເຂົາໄດ້ຮັບພອນຂອງພຣະເຈົ້າຍ້ອນຄວາມຊອບທຳຂອງໂນອາ. ປາດສະຈາກໂນອາ, ບໍ່ມີພວກເຂົາຄົນໃດທີ່ສາມາດເຮັດສຳເລັດສິ່ງທີ່ພຣະເຈົ້າໄດ້ມອບໝາຍໃຫ້. ເພາະສະນັ້ນ, ໂນອາແມ່ນຄົນດຽວທີ່ຄວນລອດຊີວິດຈາກການທຳລາຍໂລກນັ້ນ, ສ່ວນຄົນອື່ນໆແມ່ນເປັນພຽງຜູ້ທີ່ໄດ້ຮັບຜົນປະໂຫຍດ. ນີ້ສະແດງໃຫ້ເຫັນວ່າ, ໃນຍຸກກ່ອນທີ່ພຣະເຈົ້າເລີ່ມພາລະກິດຄຸ້ມຄອງຂອງພຣະອົງຢ່າງເປັນທາງການ, ຫຼັກການ ແລະ ມາດຕະຖານທີ່ພຣະອົງປະຕິບັດກັບຄົນ ແລະ ຮຽກຮ້ອງຈາກພວກເຂົາແມ່ນຂ້ອນຂ້າງຜ່ອນຄາຍ. ສຳລັບຄົນໃນປັດຈຸບັນນີ້, ວິທີທີ່ພຣະເຈົ້າປະຕິບັດກັບທັງແປດຄົນຂອງຄອບຄົວໂນອາ ປາກົດວ່າຂາດ “ຄວາມເປັນທຳ”. ແຕ່ເມື່ອສົມທຽບກັບປະລິມານພາລະກິດຢ່າງຫຼວງຫຼາຍທີ່ພຣະອົງປະຕິບັດກັບຄົນປັດຈຸບັນນີ້ ແລະ ພຣະທຳຈຳນວນຫຼວງຫຼາຍຂອງພຣະອົງທີ່ພຣະອົງກ່າວໃນປັດຈຸບັນ, ການປະຕິບັດຂອງພຣະເຈົ້າກັບທັງແປດຄົນຂອງຄອບຄົວໂນອາເປັນພຽງຫຼັກການປະຕິບັດພະລະກິດທີ່ສະແດງໃຫ້ເຫັນຄວາມເປັນມາຂອງພາລະກິດພຣະເຈົ້າໃນຍຸກນັ້ນ. ໂດຍສົມທຽບແລ້ວ, ສະມາຊິກທັງແປດຄົນຂອງຄອບຄົວໂນອາໄດ້ຮັບຈາກພຣະເຈົ້າຫຼາຍກວ່າ ຫຼື ຄົນໃນປັດຈຸບັນນີ້ທີ່ໄດ້ຮັບຫຼາຍກວ່າ?

ການເອີ້ນເຖິງໂນອານັ້ນແມ່ນເປັນພຽງເລື່ອງທໍາມະດາ, ແຕ່ປະເດັນສຳຄັນທີ່ພວກເຮົາກຳລັງເວົ້າເຖິງ ນັ້ນກໍຄື ອຸປະນິໄສຂອງພຣະເຈົ້າ, ຄວາມປະສົງຂອງພຣະເຈົ້າ ແລະ ທາດແທ້ຂອງພຣະເຈົ້າໃນບົດບັນທຶກນີ້ ແມ່ນບໍ່ທໍາມະາດ. ເພື່ອເຂົ້າໃຈດ້ານຕ່າງໆເຫຼົ່ານີ້ຂອງພຣະເຈົ້າ, ກ່ອນອື່ນ ພວກເຮົາຕ້ອງເຂົ້າໃຈປະເພດຂອງຄົນທີ່ພຣະເຈົ້າປາດຖະໜາທີ່ຈະເອີ້ນຫາ ແລະ ເຂົ້າໃຈອຸປະນິໄສ, ຄວາມປະສົງ ແລະ ທາດແທ້ຂອງພຣະອົງຜ່ານສິ່ງນີ້. ນີ້ແມ່ນສຳຄັນ. ດັ່ງນັ້ນ ໃນສາຍຕາຂອງພຣະເຈົ້າ, ມະນຸດຄົນນີ້ແມ່ນຄົນແບບໃດທີ່ພຣະເຈົ້າເອີ້ນຫາ? ນີ້ຕ້ອງແມ່ນຄົນທີ່ສາມາດຟັງພຣະທຳຂອງພຣະອົງ ແລະ ຜູ້ທີ່ສາມາດປະຕິບັດຕາມຄຳແນະນຳຂອງພຣະອົງໄດ້. ໃນຂະນະດຽວກັນ, ນີ້ກໍຍັງແມ່ນຄົນທີ່ມີຄວາມຮູ້ສຶກຮັບຜິດຊອບ, ເປັນຄົນທີ່ຈະປະຕິບັດຕາມພຣະທຳຂອງພຣະເຈົ້າໂດຍຖືວ່າມັນເປັນຄວາມຮັບຜິດຊອບ ແລະ ໜ້າທີ່ໆພວກເຂົາຄວນປະຕິບັດ. ແລ້ວຄົນໆນີ້ຕ້ອງເປັນຄົນທີ່ຮູ້ຈັກພຣະເຈົ້າບໍ? ບໍ່. ໃນເວລານັ້ນ, ໂນອາບໍ່ໄດ້ຍິນກ່ຽວກັບຄຳສອນຂອງພຣະເຈົ້າ ຫຼື ໄດ້ປະສົບກັບພາລະກິດໃດໆຂອງພຣະເຈົ້າພໍສໍ່າໃດ. ເພາະສະນັ້ນ, ໂນອາມີຄວາມຮູ້ກ່ຽວກັບພຣະເຈົ້າໜ້ອຍຫຼາຍ. ເຖິງແມ່ນມັນຖືກບັນທຶກໄວ້ຢູ່ໃນນີ້ວ່າ ໂນອາຍ່າງກັບພຣະເຈົ້າ, ເພິ່ນໄດ້ເຫັນຕົວຕົນຂອງພຣະເຈົ້າບໍ? ຄຳຕອບແມ່ນແນ່ນອນວ່າ ບໍ! ຍ້ອນວ່າໃນວັນເວລານັ້ນ, ມີພຽງຜູ້ສົ່ງຂ່າວຂອງພຣະເຈົ້າທີ່ລົງມາທ່າມກາງຄົນ. ໃນຂະນະທີ່ພວກເຂົາສາມາດເປັນຕົວແທນພຣະເຈົ້າໃນການເວົ້າ ແລະ ເຮັດສິ່ງຕ່າງໆ. ແຕ່ພວກເຂົາພຽງແຕ່ເຮັດຕາມຄວາມປະສົງຂອງພຣະເຈົ້າ ແລະ ຄວາມຕັ້ງໃຈຂອງພຣະອົງ. ຕົວຕົນຂອງພຣະເຈົ້າບໍ່ໄດ້ຖືກເປີດເຜີຍຕໍ່ມະນຸດໜ້າຕໍ່ໜ້າ. ໃນພຣະຄຳພີພາກນີ້, ສິ່ງທີ່ພວກເຮົາເຫັນ ໂດຍພື້ນຖານແລ້ວ ແມ່ນສິ່ງທີ່ໂນອາຕ້ອງເຮັດ ແລະ ແມ່ນຫຍັງຄືຄຳແນະນຳຂອງພຣະເຈົ້າທີ່ມີຕໍ່ລາວ. ດັ່ງນັ້ນ, ໃນນີ້ແມ່ນຫຍັງຄືທາດແທ້ທີ່ຖືກສະແດງອອກໂດຍພຣະເຈົ້າ? ທຸກສິ່ງທີ່ພຣະເຈົ້າກະທຳແມ່ນໄດ້ຖືກວາງແຜນໄວ້ຢ່າງຄັກແນ່. ເມື່ອພຣະອົງເຫັນສິ່ງໜຶ່ງ ຫຼື ສະຖານະການໜຶ່ງເກີດຂຶ້ນ, ໃນສາຍຕາຂອງພຣະອົງກໍຈະມີມາດຕະຖານເພື່ອວັດແທກມັນ ແລະ ມາດຕະຖານນີ້ກຳນົດວ່າພຣະອົງຈະດຳເນີນແຜນການເພື່ອຈັດການກັບມັນ ຫຼື ຕ້ອງໃຊ້ວິທີໃດໃນການຈັດການກັບສິ່ງນີ້ ຫຼື ສະຖານະການນີ້. ພຣະອົງບໍ່ໄດ້ເສີຍເມີຍ ຫຼື ຂາດຄວາມຮູ້ສຶກຕໍ່ທຸກສິ່ງ. ແທ້ຈິງແລ້ວ ມັນກົງກັນຂ້າມທັງໝົດ. ມີຂໍ້ໜຶ່ງຢູ່ໃນນີ້ທີ່ບອກເຖິງສິ່ງທີ່ພຣະເຈົ້າກ່າວຕໍ່ໂນອາ: “ການສິ້ນສຸດຂອງເນື້ອໜັງທັງໝົດແມ່ນໄດ້ມາຢູ່ຕໍ່ໜ້າເຮົາແລ້ວ; ຍ້ອນແຜ່ນດິນໂລກເຕັມໄປດ້ວຍຄວາມວຸ້ນວາຍ ແລະ ຈົ່ງເບິ່ງ ເຮົາຈະທຳລາຍພວກເຂົາພ້ອມກັບແຜ່ນດິນໂລກ”. ເມື່ອພຣະເຈົ້າກ່າວດັ່ງນີ້, ພຣະອົງໝາຍເຖິງ ພຣະອົງຈະທໍາລາຍສະເພາະແຕ່ມະນຸດເທົ່ານັ້ນບໍ? ບໍ່! ພຣະເຈົ້າກ່າວວ່າພຣະອົງຈະທຳລາຍສິ່ງທີ່ມີຊີວິດທັງໝົດຈາກເນື້ອໜັງ. ເປັນຫຍັງພຣະເຈົ້າຈິ່ງຕ້ອງການໆທຳລາຍລ້າງ? ມີອີກການເປີດເຜີຍໜຶ່ງກ່ຽວກັບອຸປະນິໄສຂອງພຣະເຈົ້າຢູ່ໃນນີ້; ໃນສາຍຕາຂອງພຣະເຈົ້າ, ຄວາມອົດທົນຂອງພຣະອົງຕໍ່ຄວາມເສື່ອມຊາມຂອງມະນຸດ, ຕໍ່ຄວາມສົກກະປົກ, ຄວາມຮຸນແຮງ ແລະ ຄວາມບໍ່ເຊື່ອຟັງຂອງເນື້ອໜັງທັງປວງນັ້ນມີຂໍ້ຈຳກັດ. ຂໍ້ຈຳກັດຂອງພຣະອົງແມ່ນຫຍັງ? ດັ່ງທີພຣະເຈົ້າກ່າວວ່າ: “ພຣະເຈົ້າເບິ່ງແຜ່ນດິນໂລກ ແລະ ເຫັນວ່າ ມັນເສື່ອມຊາມ; ຍ້ອນເນື້ອໜັງທັງໝົດໄດ້ເຮັດໃຫ້ຫົນທາງຂອງເຂົາທີ່ຢູ່ເທິງແຜ່ນດິນໂລກເສື່ອມໂຊມ”. ປະໂຫຍກທີ່ວ່າ “ເນື້ອໜັງທັງໝົດໄດ້ເຮັດໃຫ້ຫົນທາງຂອງເຂົາທີ່ຢູ່ເທິງແຜ່ນດິນໂລກເສື່ອມໂຊມ” ໝາຍຄວາມວ່າແນວໃດ? ມັນໝາຍເຖິງທຸກສິ່ງທີ່ມີຊີວິດ, ລວມເຖິງບັນດາຜູ້ທີ່ຕິດຕາມພຣະເຈົ້າ, ບັນດາຜູ້ທີ່ຮ້ອງຫາຊື່ຂອງພຣະເຈົ້າ, ບັນດາຜູ້ທີ່ເຄີຍຈູດຖວາຍເຄື່ອງບູຊາຫາພຣະເຈົ້າ, ບັນດາຜູ້ທີ່ຍອມຮັບພຣະເຈົ້າດ້ວຍຄຳເວົ້າ ແລະ ແມ່ນແຕ່ຜູ້ທີ່ສັນລະເສີນພຣະເຈົ້າ, ເມື່ອຄວາມປະພຶດຂອງພວກເຂົາເຕັມໄປດ້ວຍຄວາມເສື່ອມຊາມ ແລະ ສິ່ງນັ້ນມາຮອດສາຍຕາຂອງພຣະເຈົ້າ, ພຣະອົງກໍຕ້ອງໄດ້ທຳລາຍພວກເຂົາ. ນັ້ນແມ່ນຂໍ້ຈຳກັດຂອງພຣະເຈົ້າ. ແລ້ວພຣະເຈົ້າອົດທົນກັບມະນຸດ ແລະ ຄວາມເສື່ອມຊາມຂອງເນື້ອໜັງທັງໝົດຈົນເຖິງຂັ້ນໃດ? ຈົນເຖິງຂັ້ນທີ່ທຸກຄົນ, ບໍ່ວ່າຈະເປັນຜູ້ທີ່ຕິດຕາມພຣະເຈົ້າ ຫຼື ຜູ້ທີ່ບໍ່ເຊື່ອທີ່ບໍ່ຍ່າງຢູ່ເທິງເສັ້ນທາງທີ່ຖືກຕ້ອງ. ຈົນເຖິງຂັ້ນທີ່ມະນຸດບໍ່ພຽງແຕ່ເສື່ອມຊາມດ້ວຍຄຸນນະທຳ ແລະ ເຕັມໄປດ້ວຍຄວາມຊົ່ວຮ້າຍ, ແຕ່ເມື່ອບໍ່ມີໃຜເຊື່ອໃນການມີຢູ່ຂອງພຣະເຈົ້າ, ແຮງໄກສໍາລັບຜູ້ທີ່ເຊື່ອວ່າໂລກຖືກປົກຄອງໂດຍພຣະເຈົ້າ ແລະ ພຣະເຈົ້າສາມາດນຳເອົາແສງສະຫວ່າງ ແລະ ເສັ້ນທາງທີ່ຖືກຕ້ອງມາສູ່ຄົນ. ຈົນເຖິງຂັ້ນທີ່ມະນຸດກຽດຊັງການດຳລົງຢູ່ຂອງພຣະເຈົ້າ ແລະ ບໍ່ອະນຸຍາດໃຫ້ພຣະເຈົ້າດຳລົງຢູ່. ເມື່ອຄວາມເສື່ອມຊາມຂອງມະນຸດມາເຖິງຈຸດນີ້, ພຣະເຈົ້າບໍ່ສາມາດທົນມັນໄດ້ອີກຕໍ່ໄປ. ແມ່ນຫຍັງຈະແທນທີ່ມັນ? ແມ່ນການມາຂອງຄວາມໂກດຮ້າຍ ແລະ ການລົງໂທດຂອງພຣະເຈົ້າ. ນັ້ນບໍ່ແມ່ນການເປີດເຜີຍບາງສ່ວນກ່ຽວກັບອຸປະນິໄສຂອງພຣະເຈົ້າບໍ? ໃນຍຸກປັດຈຸບັນ, ບໍ່ມີມະນຸດຄົນໃດທີ່ເປັນຜູ້ຊອບທຳໃນສາຍຕາຂອງພຣະເຈົ້າບໍ? ບໍ່ມີມະນຸດຄົນໃດທີ່ສົມບູນແບບໃນສາຍຕາຂອງພຣະເຈົ້າບໍ? ໃນຍຸກນີ້ ຄວາມປະພຶດຂອງເນື້ອໜັງທັງໝົດເທິງແຜ່ນດິນໂລກນັ້ນເສື່ອມຊາມຢູ່ໃນສາຍຕາຂອງພຣະເຈົ້າບໍ? ໃນທຸກມື້ນີ້ ແລະ ຍຸກນີ້, ທຸກຄົນທີ່ເປັນເນື້ອໜັງທັງໝົດ, ນອກຈາກບັນດາຜູ້ທີ່ພຣະເຈົ້າຢາກເຮັດໃຫ້ສົມບູນແບບ ແລະ ບັນດາຜູ້ທີ່ສາມາດຕິດຕາມພຣະເຈົ້າ ແລະ ຍອມຮັບຄວາມລອດພົ້ນຂອງພຣະອົງ ບໍ່ໄດ້ກຳລັງທ້າທາຍຂີດຈຳກັດຄວາມອົດທົນຂອງພຣະເຈົ້າຢູ່ບໍ? ທຸກສິ່ງທີ່ເກີດຂຶ້ນຢູ່ອ້ອມຂ້າງພວກເຈົ້າ ນັ້ນກໍຄື ສິ່ງທີ່ພວກເຈົ້າເຫັນດ້ວຍຕາ ແລະ ໄດ້ຍິນດ້ວຍຫູຂອງພວກເຈົ້າ ແລະ ສິ່ງທີ່ພວກເຈົ້າປະສົບດ້ວຍຕົນເອງທຸກໆມື້ໃນໂລກນີ້ ບໍ່ເຕັມໄປດ້ວຍຄວາມຮຸນແຮງບໍ? ໃນສາຍຕາຂອງພຣະເຈົ້າ, ໂລກດັ່ງກ່າວ, ຍຸກດັ່ງກ່າວບໍ່ຄວນຈົບລົງບໍ? ເຖິງແມ່ນວ່າຄວາມເປັນມາຂອງຍຸກປັດຈຸບັນແຕກຕ່າງກັບຄວາມເປັນມາຂອງຍຸກໂນອາຢ່າງສິ້ນເຊີງ, ຄວາມຮູ້ສຶກ ແລະ ຄວາມໂກດຮ້າຍທີ່ພຣະເຈົ້າມີຕໍ່ຄວາມເສື່ອມຊາມຂອງມະນຸດນັ້ນຍັງຄືເກົ່າ. ພຣະເຈົ້າສາມາດອົດທົນໄດ້ກໍຍ້ອນພາລະກິດຂອງພຣະອົງ, ແຕ່ໃນແງ່ຂອງສະຖານະການ ແລະ ສະພາບການ, ໃນສາຍຕາຂອງພຣະເຈົ້າ ໂລກໜ່ວຍນີ້ຄວນຖືກທຳລາຍໄປດົນແລ້ວ. ສະຖານະການຫ່າງໄກຫຼາຍຈາກຕອນທີ່ໂລກຖືກທຳລາຍດ້ວຍນ້ຳຖ້ວມ. ແຕ່ແມ່ນຫຍັງຄືຄວາມແຕກຕ່າງ? ນີ້ຄືສິ່ງທີ່ເຮັດໃຫ້ຫົວໃຈຂອງພຣະເຈົ້າໂສກເສົ້າຫຼາຍທີ່ສຸດ ແລະ ບາງທີ່ ມັນຄືສິ່ງທີ່ບໍ່ມີພວກເຈົ້າຄົນໃດສາມາດຮູ້ຄຸນຄ່າມັນໄດ້.

ເມື່ອພຣະອົງທຳລາຍໂລກດ້ວຍນ້ຳຖ້ວມ, ພຣະເຈົ້າສາມາດເອີ້ນຫາໂນອາເພື່ອສ້າງເຮືອສຳເພົາ ແລະ ກະກຽມວຽກງານບາງຢ່າງ. ພຣະເຈົ້າໄດ້ເອີ້ນເອົາຊາຍຄົນໜຶ່ງຄື ໂນອາໃຫ້ເຮັດສິ່ງຕ່າງໆເຫຼົ່ານີ້ໃຫ້ກັບພຣະອົງ. ແຕ່ໃນຍຸກປັດຈຸບັນນີ້, ພຣະເຈົ້າບໍ່ມີໃຜໃຫ້ເອີ້ນຫາ. ເປັນຫຍັງຈຶ່ງເປັນແນວນັ້ນ? ທຸກຄົນທີ່ນັ່ງຢູ່ໃນນີ້ເຂົ້າໃຈ ແລະ ຮູ້ເຫດຜົນເປັນຢ່າງດີ. ເຈົ້າຢາກໃຫ້ເຮົາສະກົດມັນອອກມາບໍ? ການເວົ້າມັນອອກມາດັງໆອາດເຮັດໃຫ້ພວກເຈົ້າເສຍໜ້າ ແລະ ເຮັດໃຫ້ທຸກຄົນເສຍໃຈ. ບາງຄົນອາດເວົ້າວ່າ: “ເຖິງແມ່ນວ່າພວກຂ້ານ້ອຍບໍ່ແມ່ນຄົນຊອບທຳ ແລະ ບໍ່ແມ່ນຄົນສົມບູນແບບໃນສາຍຕາຂອງພຣະເຈົ້າ, ຖ້າພຣະເຈົ້າຕ້ອງສັ່ງໃຫ້ພວກຂ້ານ້ອຍເຮັດບາງສິ່ງ, ພວກຂ້ານ້ອຍກໍຍັງຈະສາມາດເຮັດມັນໄດ້. ເມື່ອກ່ອນ, ເມື່ອພຣະອົງກ່າວວ່າໄພພິບັດກຳລັງມາ, ພວກຂ້ານ້ອຍກໍໄດ້ເລີ່ມກະກຽມອາຫານ ແລະ ເຄື່ອງຂອງທີ່ຈຳເປັນສຳລັບໄພພິບັດ. ບໍ່ແມ່ນທັງໝົດນີ້ໄດ້ສຳເລັດລົງຕາມຄຳສັ່ງຂອງພຣະເຈົ້າບໍ? ບໍ່ແມ່ນພວກຂ້ານ້ອຍກຳກັງຮ່ວມມືກັບພາລະກິດຂອງພຣະເຈົ້າຢ່າງແທ້ຈິງບໍ? ສິ່ງເຫຼົ່ານີ້ທີ່ພວກຂ້ານ້ອຍເຮັດບໍ່ສາມາດສົມທຽບກັບສິ່ງທີ່ໂນອາເຮັດໄດ້ບໍ? ສິ່ງທີ່ພວກຂ້ານ້ອຍເຮັດບໍ່ແມ່ນການເຊື່ອຟັງທີ່ແທ້ຈິງບໍ? ບໍ່ແມ່ນພວກຂ້ານ້ອຍກຳລັງປະຕິບັດຕາມຄຳແນະນຳຂອງພຣະເຈົ້າຢູ່ບໍ? ພວກຂ້ານ້ອຍບໍ່ໄດ້ເຮັດສິ່ງທີ່ພຣະເຈົ້າກ່າວຍ້ອນພວກຂ້ານ້ອຍມີຄວາມສັດທາໃນພຣະທຳຂອງພຣະເຈົ້າບໍ? ແລ້ວເປັນຫຍັງພຣະເຈົ້າຈິ່ງຍັງໂສກເສົ້າຢູ່? ເປັນຫຍັງພຣະເຈົ້າຈິ່ງເວົ້າວ່າພຣະອົງບໍ່ມີໃຜໃຫ້ເອີ້ນຫາ?” ມີຄວາມແຕກຕ່າງຫຍັງບໍ ລະຫ່າງການກະທຳຂອງພວກເຈົ້າ ແລະ ໂນອາ? ແມ່ນຫຍັງຄືຄວາມແຕກຕ່າງ? (ການກະກຽມອາຫານສຳລັບໄພພິບັດໃນມື້ນີ້ແມ່ນເປັນຄວາມຕັ້ງໃຈຂອງພວກຂ້ານ້ອຍເອງ). (ການກະທຳຂອງພວກຂ້ານ້ອຍບໍ່ສາມາດນັບເປັນ “ຄົນຊອບທຳ” ໄດ້, ໃນຂະນະທີ່ໂນອາເປັນຄົນຊອບທຳໃນສາຍຕາຂອງພຣະເຈົ້າ). ສິ່ງທີ່ເຈົ້າເວົ້າກໍບໍ່ໄດ້ໄກເກີນໄປ. ສິ່ງທີ່ໂນອາເຮັດນັ້ນແຕກຕ່າງກັນຫຼາຍກັບສິ່ງທີ່ຄົນກຳລັງເຮັດຢູ່ໃນປັດຈຸບັນ. ເມື່ອໂນອາເຮັດຕາມທີ່ພຣະເຈົ້າສັ່ງ, ເພິ່ນບໍ່ໄດ້ຮູ້ຄວາມຕັ້ງໃຈຂອງພຣະເຈົ້າ. ເພິ່ນບໍ່ໄດ້ຮູ້ວ່າ ພຣະເຈົ້າຕ້ອງການເຮັດຫຍັງ. ພຣະເຈົ້າພຽງແຕ່ອອກຄຳສັ່ງເພິ່ນ ແລະ ແນະນຳລາວໃຫ້ເຮັດບາງສິ່ງໂດຍບໍ່ໄດ້ໃຫ້ຄຳອະທິບາຍຫຼາຍປານໃດ, ໂນອາໄດ້ລົງມືເຮັດມັນ. ເພິ່ນບໍ່ໄດ້ພະຍາຍາມຄົ້ນຫາຄວາມຕັ້ງໃຈຂອງພຣະເຈົ້າຢ່າງລັບໆ ແລະ ບໍ່ໄດ້ຕໍ່ຕ້ານພຣະເຈົ້າ ຫຼື ສະແດງຄວາມບໍ່ພໍໃຈອອກມາແຕ່ຢ່າງໃດ. ເພິ່ນພຽງແຕ່ລົງມືເຮັດຕາມດ້ວຍຫົວໃຈອັນບໍລິສຸດ ແລະ ລຽບງ່າຍ. ແມ່ນຫຍັງກໍຕາມທີ່ພຣະເຈົ້າໃຫ້ເພິ່ນເຮັດ, ເພິ່ນກໍເຮັດ, ການເຊື່ອຟັງ ແລະ ການຟັງພຣະທຳຂອງພຣະເຈົ້າໄດ້ຊ່ວຍສະໜັບສະໜຸນຄວາມເຊື່ອຂອງເພິ່ນໃນສິ່ງທີ່ເພິ່ນເຮັດ. ນັ້ນແມ່ນວິທີທີ່ເພິ່ນຈັດການກັບສິ່ງທີ່ພຣະເຈົ້າມອບໝາຍໃຫ້ຢ່າງກົງໄປກົງມາ ແລະ ຢ່າງລຽບງ່າຍ. ທາດແທ້ຂອງເພິ່ນ, ທາດແທ້ແຫ່ງການກະທຳຂອງເພິ່ນແມ່ນຄວາມເຊື່ອຟັງ, ບໍ່ຄາດເດົາ, ບໍ່ຕໍ່ຕ້ານ ແລະ ຍິ່ງໄປກວ່ານັ້ນແມ່ນບໍ່ຄິດເຖິງຜົນປະໂຫຍດສ່ວນຕົວຂອງເພິ່ນເອງ ຫຼື ຜົນໄດ້ ແລະ ຜົນເສຍຂອງເພິ່ນ. ນອກຈາກນັ້ນ, ເມື່ອພຣະເຈົ້າກ່າວວ່າພຣະອົງຈະທຳລາຍໂລກດ້ວຍນ້ຳຖ້ວມ, ໂນອາບໍ່ໄດ້ຖາມວ່າເມື່ອໃດ ຫຼື ຖາມວ່າຈະເກີດຫຍັງຂຶ້ນ, ແນ່ນອນເພິ່ນບໍ່ໄດ້ຖາມພຣະເຈົ້າວ່າພຣະອົງຈະທຳລາຍໂລກແນວໃດ. ເພິ່ນພຽງແຕ່ເຮັດຕາມທີ່ພຣະເຈົ້າແນະນຳ. ບໍ່ວ່າພຣະເຈົ້າຕ້ອງການໃຫ້ມັນຖືກສ້າງດ້ວຍວິທີໃດ ແລະ ສ້າງດ້ວຍຫຍັງ, ເພິ່ນກໍເຮັດຕາມທີ່ພຣະເຈົ້າຂໍ ແລະ ຍັງໄດ້ເລີ່ມປະຕິບັດທັນທີ. ເພິ່ນປະຕິບັດຕາມຄຳແນະນຳຂອງພຣະເຈົ້າດ້ວຍທັດສະນະທີ່ຢາກເຮັດໃຫ້ພຣະເຈົ້າພໍໃຈ. ເພິ່ນໄດ້ເຮັດມັນເພື່ອຊ່ວຍໃຫ້ຕົວເອງຫຼີກເວັ້ນໄພພິບັດບໍ? ບໍ່. ເພິ່ນໄດ້ຖາມພຣະເຈົ້າບໍວ່າ ມັນຍັງອີກດົນປານໃດກ່ອນທີ່ໂລກຈະຖືກທຳລາຍ? ເພິ່ນບໍ່ໄດ້ຖາມ. ເພິ່ນໄດ້ຖາມພຣະເຈົ້າ ຫຼື ເພິ່ນຮູ້ບໍວ່າມັນຈະໃຊ້ເວລາດົນປານໃດໃນການສ້າງເຮືອສຳເພົາ? ເພິ່ນບໍ່ຮູ້ເລື່ອງນັ້ນເຊັ່ນກັນ. ເພິ່ນພຽງແຕ່ເຊື່ອຟັງ, ຟັງ ແລະ ປະຕິບັດຕາມ. ຄົນປັດຈຸບັນນີ້ບໍ່ຄືກັນ: ທັນທີທີ່ມີຂໍ້ມູນເລັກນ້ອຍຮົ່ວໄຫຼຜ່ານພຣະທຳຂອງພຣະເຈົ້າ, ທັນທີທີ່ຄົນຮູ້ສຶກເຖິງສຽງລົມພັດໃບໄມ້, ພວກເຂົາກໍຈະເລີ່ມປະຕິບັດທັນທີ, ບໍ່ວ່າແມ່ນຫຍັງ ແລະ ຈ່າຍລາຄາເທົ່າໃດກໍຕາມ ເພື່ອກະກຽມສິ່ງທີ່ພວກເຂົາຈະກິນ, ດື່ມ ແລະ ໃຊ້ຫຼັງຈາກໄດ້ຮັບຜົນກະທົບ, ເຖິງຂັ້ນວາງແຜນເສັ້ນທາງການຫຼົບໜີຂອງພວກເຂົາເມື່ອເກີດໄພພິບັດ. ສິ່ງທີ່ໜ້າສົນໃຈຍິ່ງກວ່ານັ້ນກໍຄື: ໃນເວລາສຳຄັນນີ້, ສະໝອງຂອງມະນຸດນັ້ນໄວຫຼາຍໃນ “ການເຮັດວຽກໃຫ້ສຳເລັດ”. ພາຍໃຕ້ສະຖານະການທີ່ພຣະເຈົ້າບໍ່ໄດ້ໃຫ້ຄຳແນະນຳໃດໆ, ມະນຸດກໍສາມາດວາງແຜນສຳລັບທຸກສິ່ງຢ່າງເໝາະສົມ. ເຈົ້າສາມາດໃຊ້ຄຳວ່າ “ສົມບູນແບບ” ເພື່ອບັນລະຍາຍແຜນດັ່ງກ່າວນັ້ນໄດ້. ສ່ວນສິ່ງທີ່ພຣະເຈົ້າກ່າວ, ແມ່ນຫຍັງຄືຄວາມຕັ້ງໃຈຂອງພຣະເຈົ້າ ຫຼື ສິ່ງທີ່ພຣະເຈົ້າຕ້ອງການ, ບໍ່ມີໃຜສົນໃຈ ແລະ ບໍ່ມີໃຜພະຍາຍາມທີ່ຈະເຫັນຄຸນຄ່າມັນ. ນັ້ນບໍ່ແມ່ນຄວາມແຕກຕ່າງຫຼາຍທີ່ສຸດລະຫວ່າງຄົນໃນປັດຈຸບັນ ແລະ ໂນອາບໍ?

ບົດບັນທຶກໃນເລື່ອງຂອງໂນອານີ້, ພວກເຈົ້າເຫັນອຸປະນິໄສສ່ວນໃດໜຶ່ງຂອງພຣະເຈົ້າບໍ? ມີຂໍ້ຈໍາກັດໃນຄວາມອົດທົນຂອງພຣະເຈົ້າຕໍ່ຄວາມເສື່ອມຊາມຂອງມະນຸດ, ຄວາມສົກກະປົກ ແລະ ຄວາມຮຸນແຮງ. ເມື່ອພຣະອົງເຖິງຂີດຈຳກັດນັ້ນ, ພຣະອົງຈະບໍ່ອົດທົນອີກຕໍ່ໄປ ແຕ່ກົງກັນຂ້າມຈະເລີ່ມການຄຸ້ມຄອງໃໝ່ ແລະ ແຜນການໃໝ່ຂອງພຣະອົງ, ເລີ່ມເຮັດສິ່ງທີ່ພຣະອົງຕ້ອງເຮັດ, ເປີດເຜີຍການກະທຳຂອງພຣະອົງ ແລະ ອຸປະນິໄສດ້ານອື່ນໆຂອງພຣະອົງ. ການກະທຳຂອງພຣະອົງບໍ່ແມ່ນເພື່ອສະແດງໃຫ້ເຫັນວ່າພຣະອົງຕ້ອງບໍ່ຖືກມະນຸດເຮັດຜິດ ຫຼື ພຣະອົງເຕັມໄປດ້ວຍສິດອຳນາດ ແລະ ຄວາມໂກດຮ້າຍ, ບໍ່ແມ່ນເພື່ອສະແດງວ່າພຣະອົງສາມາດທຳລາຍມວນມະນຸດໄດ້. ມັນເປັນຍ້ອນວ່າ ອຸປະນິໄສຂອງພຣະເຈົ້າ ແລະ ທາດແທ້ອັນບໍລິສຸດຂອງພຣະອົງບໍ່ສາມາດອະນຸຍາດ ຫຼື ມີຄວາມອົດທົນຕໍ່ມະນຸດແບບນີ້ມີຊີວິດຢູ່ຕໍ່ໜ້າພຣະອົງ, ຢູ່ພາຍໃຕ້ການປົກຄອງຂອງພຣະອົງອີກຕໍ່ໄປ. ໝາຍຄວາມວ່າ, ເມື່ອມວນມະນຸດທັງໝົດຕໍ່ຕ້ານພຣະອົງ, ເມື່ອບໍ່ມີໃຜທີ່ພຣະອົງສາມາດຊ່ວຍໃຫ້ລອດພົ້ນໄດ້ທົ່ວເທິງແຜ່ນດິນໂລກ, ພຣະອົງກໍຈະບໍ່ມີຄວາມອົດທົນຕໍ່ມວນມະນຸດດັ່ງກ່າວ ແລະ ຈະປະຕິບັດແຜນການຂອງພຣະອົງເພື່ອທຳລາຍມະນຸດຊາດປະເພດນີ້ໂດຍບໍ່ມີຂໍ້ສົງໄສໃດໆເລີຍ. ການກະທຳດັ່ງກ່າວຂອງພຣະເຈົ້ານັ້ນໄດ້ຖືກກຳນົດໂດຍອຸປະນິໄສຂອງພຣະອົງ. ນີ້ແມ່ນຜົນສະທ້ອນທີ່ຈຳເປັນ ແລະ ຜົນສະທ້ອນທີ່ທຸກສິ່ງທີ່ຖືກສ້າງຂຶ້ນພາຍໃຕ້ການປົກຄອງຂອງພຣະເຈົ້າຕ້ອງແບກຫາບ. ນີ້ບໍ່ສະແດງໃຫ້ເຫັນບໍວ່າ ໃນຍຸກປັດຈຸບັນນີ້ ພຣະເຈົ້າບໍ່ສາມາດລໍຖ້າໃຫ້ແຜນການຂອງພຣະອົງສຳເລັດລົງ ແລະ ຊ່ວຍຄົນທີ່ພຣະອົງຢາກຊ່ວຍໃຫ້ລອດບໍ? ພາຍໃຕ້ສະຖານນະການເຫຼົ່ານີ້, ພຣະເຈົ້າສົນໃຈຫຍັງຫຼາຍທີ່ສຸດ? ພຣະເຈົ້າບໍ່ໄດ້ສົນໃຈວ່າ ບັນດາຜູ້ທີ່ບໍ່ຕິດຕາມພຣະອົງ ຫຼື ບັນດາຜູ້ທີ່ຕໍ່ຕ້ານພຣະອົງທີ່ປະຕິບັດຕໍ່ພຣະອົງ ຫຼື ຕໍ່ຕ້ານພຣະອົງແນວໃດ ຫຼື ວິທີການທີ່ມະນຸດກ່າວຮ້າຍພຣະອົງ. ພຣະອົງພຽງສົນໃຈວ່າຜູ້ທີ່ຕິດຕາມພຣະອົງ, ເປົ້າໝາຍແຫ່ງຄວາມລອດພົ້ນໃນແຜນການຄຸ້ມຄອງຂອງພຣະອົງ ໄດ້ຖືກເຮັດໃຫ້ສຳເລັດໂດຍພຣະອົງ ຫຼື ບໍ່, ວ່າພວກເຂົາຄູ່ຄວນກັບຄວາມເພິ່ງພໍໃຈຂອງພຣະອົງ ຫຼື ບໍ່. ສຳລັບຄົນອື່ນໆນອກຈາກຜູ້ທີ່ຕິດຕາມພຣະອົງ, ພຣະອົງພຽງແຕ່ລົງໂທດພວກເຂົາເປັນບາງໂອກາດເພື່ອສະແດງຄວາມໂກດຮ້າຍຂອງພຣະອົງ. ຕົວຢ່າງ: ສູນາມິ, ແຜ່ນດິນໄຫວ ແລະ ພູເຂົາໄຟລະເບີດ. ໃນຂະນະດຽວກັນ, ພຣະອົງຍັງໄດ້ປົກປ້ອງ ແລະ ເບິ່ງແຍງບັນດາຜູ້ທີ່ຕິດຕາມພຣະອົງ ແລະ ບັນດາຜູູ້ທີ່ຈະຖືກຊ່ວຍໃຫ້ລອດພົ້ນໂດຍພຣະອົງຢ່າງແຮງກ້າ. ອຸປະນິໄສຂອງພຣະເຈົ້າແມ່ນດັ່ງນີ້: ໃນດ້ານໜຶ່ງ, ພຣະອົງສາມາດມີຄວາມອົດທົນ ແລະ ຄວາມອົດກັ້ນທີ່ສຸດຕໍ່ຄົນທີ່ພຣະອົງຕັ້ງໃຈເຮັດໃຫ້ສົມບູນ, ພຣະອົງສາມາດລໍຖ້າພວກເຂົາໄດ້ດົນເທົ່າທີ່ພຣະອົງຈະຖ້າໄດ້; ສ່ວນອີກດ້ານໜຶ່ງ, ພຣະເຈົ້າກໍກຽດຊັງ ແລະ ລັງກຽດຄົນປະເພດຊາຕານຢ່າງແຮງ ພວກທີ່ບໍ່ຕິດຕາມພຣະອົງ ແລະ ຕໍ່ຕ້ານພຣະອົງ. ເຖິງແມ່ນວ່າພຣະອົງຈະບໍ່ສົນໃຈຄົນປະເພດຊາຕານເຫຼົ່ານີ້ທີ່ບໍ່ຕິດຕາມພຣະອົງ ຫຼື ບໍ່ນະມັດສະການພຣະອົງ, ພຣະອົງກໍຍັງກຽດຊັງພວກເຂົາໃນຂະນະທີ່ມີຄວາມອົດທົນກັບພວກເຂົາຢູ່ໃນໃຈຂອງພຣະອົງ ແລະ ໃນຂະນະທີ່ພຣະອົງກຳນົດຈຸດຈົບຂອງຄົນປະເພດຊາຕານເຫຼົ່ານີ້, ພຣະອົງກໍຍັງລໍຖ້າການມາເຖິງຂັ້ນຕອນແຫ່ງແຜນການຄຸ້ມຄອງຂອງພຣະອົງ.

ໃຫ້ພວກເຮົາມາເບິ່ງຂໍ້ພຣະທໍາດັ່ງຕໍ່ໄປນີ້.

2) ການໃຫ້ພອນຂອງພຣະເຈົ້າຕໍ່ໂນອາຫຼັງຈາກນ້ຳຖ້ວມ

ພຣະເຈົ້າໄດ້ອວຍພອນໂນອາ ແລະ ລູກຊາຍຂອງລາວ ແລະ ເວົ້າກັບພວກເຂົາວ່າ ຈົ່ງເກີດລູກຫຼານຫຼາຍໆ ແລະ ເພີ່ມຄູນທະວີ ແລະ ແຜ່ຂະຫຍາຍໄປທົ່ວແຜ່ນດິນໂລກ. ຄວາມຢຳເກງເຈົ້າ ແລະ ຄວາມຢ້ານກົວເຈົ້າຈົ່ງມີຢູ່ໃນສັດເທິງແຜ່ນດິນໂລກທຸກໂຕ ແລະ ໃນສັດມີປີກທຸກໂຕເທິງອາກາດ, ໃນທຸກສິ່ງທີ່ເໜັງຕີງເທິງແຜ່ນດິນໂລກ ແລະ ປາທຸກໂຕທີ່ຢູ່ໃນທະເລ, ພວກມັນໄດ້ຖືກມອບໄວ້ໃນກໍາມືຂອງເຈົ້າແລ້ວ. ທຸກໆສິ່ງທີ່ເລືອຄານເຊິ່ງມີຊີວິດຈະເປັນອາຫານໃຫ້ກັບເຈົ້າ; ແມ່ນແຕ່ພືດຜັກສີຂຽວທຸກຊະນິດທີ່ເຮົາໄດ້ມອບໃຫ້ພວກເຈົ້າ. ແຕ່ເຈົ້າຕ້ອງບໍ່ກິນເນື້ອໜັງທີ່ມີຊີວິດ ແລະ ມີເລືອດຈາກສິ່ງນັ້ນ. ແນ່ນອນ ເຮົາຈະລົງໂທດທຸກຄົນທີ່ເອົາເລືອດແຫ່ງຊີວິດຂອງເຈົ້າ; ເຮົາຈະທໍາລາຍສັດທຸກຊະນິດ ແລະ ລົງໂທດມະນຸດທຸກຄົນທີ່ຂ້າເຈົ້າ, ເຮົາຈະລົງໂທດທຸກຄົນທີ່ຂ້າອ້າຍນ້ອງຂອງຕົນເອງ. ໃຜກໍຕາມທີ່ຫຼັ່ງເລືອດຂອງຄົນອື່ນ ເລືອດຂອງຄົນນັ້ນກໍຈະຖືກຫຼັ່ງເຊັ່ນກັນ ຍ້ອນພຣະເຈົ້າໄດ້ສ້າງມະນຸດໃນລັກສະນະຂອງພຣະເຈົ້າ. (ປະຖົມມະການ 9:1-6)

ພວກເຈົ້າເຫັນຫຍັງໃນຂໍ້ພຣະທໍາເຫຼົ່ານີ້? ເປັນຫຍັງເຮົາຈຶ່ງເລືອກຂໍ້ພຣະທໍາເຫຼົ່ານີ້? ເປັນຫຍັງເຮົາຈຶ່ງບໍ່ເລືອກຂໍ້ຕັດຕອນກ່ຽວກັບໂນອາ ແລະ ຊີວິດຄອບຄົວຂອງເພິ່ນຢູ່ເທິງເຮືອສຳເພົາ? ຍ້ອນວ່າຂໍ້ມູນນັ້ນບໍ່ມີຄວາມເຊື່ອມໂຍງກັນຫຼາຍກັບຫົວຂໍ້ທີ່ພວກເຮົາກຳລັງເວົ້າເຖິງໃນມື້ນີ້. ສິ່ງທີ່ພວກເຮົາກຳລັງເນັ້ນໃສ່ແມ່ນອຸປະນິໄສຂອງພຣະເຈົ້າ. ຖ້າພວກເຈົ້າຢາກຮູ້ກ່ຽວກັບລາຍລະອຽດເຫຼົ່ານັ້ນ, ພວກເຈົ້າກໍສາມາດຈັບພຣະຄໍາພີຂຶ້ນມາເພື່ອອ່ານເບິ່ງດ້ວຍຕົວພວກເຈົ້າເອງ. ພວກເຮົາຈະບໍ່ເວົ້າເຖິງເລື່ອງນັ້ນຢູ່ໃນນີ້. ສິ່ງສຳຄັນທີ່ພວກເຮົາກຳລັງເວົ້າເຖິງໃນມື້ນີ້ແມ່ນກ່ຽວກັບວິທີທີ່ຈະຮູ້ຈັກກິດຈະການຂອງພຣະເຈົ້າ.

ຫຼັງຈາກທີ່ໂນອາຮັບເອົາຄຳສັ່ງຂອງພຣະເຈົ້າ ແລະ ສ້າງເຮືອສຳເພົາ ແລະ ໃຊ້ຊີວິດຜ່ານການເວລາທີ່ພຣະເຈົ້າໃຊ້ເພື່ອເຮັດໃຫ້ນ້ຳຖ້ວມໂລກ. ຄອບຄົວຂອງເພິ່ນທັງແປດຄົນລອດຊີວິດ. ນອກຈາກຄອບຄົວຂອງໂນອາທັງແປດຄົນແລ້ວ, ມວນມະນຸດທັງໝົດໄດ້ຖືກທຳລາຍ ແລະ ສິ່ງມີຊີວິດທັງໝົດທີ່ຢູ່ເທິງແຜ່ນດິນໂລກກໍຖືກທຳລາຍດ້ວຍ. ສຳລັບໂນອາ, ພຣະເຈົ້າໄດ້ປະທານພອນ ແລະ ກ່າວບາງສິ່ງກັບເພິ່ນແລະ ລູກຊາຍຂອງເພິ່ນ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ພຣະເຈົ້າໄດ້ປະທານໃຫ້ເພິ່ນ ແລະ ພຣະອົງຍັງໄດ້ປະທານພອນຂອງພຣະອົງໃຫ້ເພິ່ນອີກດ້ວຍ. ນີ້ແມ່ນພອນ ແລະ ຄຳສັນຍາທີ່ພຣະເຈົ້າໃຫ້ກັບບາງຄົນທີ່ສາມາດຟັງພຣະອົງ ແລະ ຍອມຮັບຄຳສັ່ງຂອງພຣະອົງ ແລະ ຍັງແມ່ນວິທີການທີ່ພຣະເຈົ້າປະທານລາງວັນໃຫ້ຄົນອີກດ້ວຍ. ໝາຍຄວາມວ່າ, ບໍ່ວ່າໂນອາເປັນຄົນທີ່ສົມບູນແບບ ຫຼື ເປັນຄົນຊອບທຳໃນສາຍຕາຂອງພຣະເຈົ້າກໍຕາມ ແລະ ບໍ່ວ່າເພິ່ນຈະຮູ້ຈັກກ່ຽວກັບພຣະເຈົ້າຫຼາຍປານໃດກໍຕາມ, ສະຫຼຸບກໍຄື ໂນອາ ແລະ ລູກຊາຍທັງສາມຄົນຂອງເພິ່ນໄດ້ຟັງພຣະທຳຂອງພຣະເຈົ້າ, ປະຕິບັດຕາມພາລະກິດຂອງພຣະເຈົ້າ ແລະ ເຮັດສິ່ງທີ່ພວກເຂົາຄວນເຮັດອີງຕາມຄຳສັ່ງຂອງພຣະເຈົ້າ. ຜົນໄດ້ຮັບກໍຄື ພວກເຂົາໄດ້ຮັກສາມະນຸດ ແລະ ສິ່ງມີຊີວິດຕ່າງໆໄວ້ໃຫ້ພຣະເຈົ້າຫຼັງຈາກທີ່ໂລກຖືກທຳລາຍດ້ວຍນ້ຳຖ້ວມ, ໄດ້ມີສ່ວນປະກອບອັນຍິ່ງໃຫຍ່ຕໍ່ບາດກ້າວຕໍ່ໄປແຫ່ງແຜນການຄຸ້ມຄອງຂອງພຣະເຈົ້າ. ຍ້ອນທຸກສິ່ງທີ່ເພິ່ນໄດ້ເຮັດ, ພຣະເຈົ້າຈຶ່ງອວຍພອນເພິ່ນ. ບາງເທື່ອ ສຳລັບຄົນໃນປັດຈຸບັນ, ສິ່ງທີ່ໂນອາເຮັດອາດຈະບໍ່ຄຸ້ມຄ່າທີ່ຈະກ່າວເຖິງຊ້ຳ. ບາງຄົນອາດເຖິງກັບຄິດວາ: ໂນອາບໍ່ໄດ້ເຮັດຫຍັງເລີຍ; ພຣະເຈົ້າໄດ້ຕັດສິ້ນໃຈເພື່ອຊ່ວຍເພິ່ນໃຫ້ລອດພົ້ນຢູ່ແລ້ວ, ດັ່ງນັ້ນເພິ່ນຈິ່ງຖືກຊ່ວຍຢ່າງແນ່ນອນ. ຄວາມຢູ່ລອດຂອງເພິ່ນບໍ່ໄດ້ເກີດຈາກຄວາມສຳເລັດຂອງເພິ່ນເອງ. ນີ້ແມ່ນສິ່ງທີ່ພຣະເຈົ້າຢາກໃຫ້ເກີດ, ຍ້ອນວ່າມະນຸດນັ້ນຂີ້ຄ້ານ. ແຕ່ນັ້ນບໍ່ແມ່ນສິ່ງທີ່ພຣະເຈົ້າຄິດ. ສຳລັບພຣະເຈົ້າ, ບໍ່ວ່າຄົນໆໜຶ່ງເປັນຜູ້ຍິ່ງໃຫຍ່ ຫຼື ຄົນບໍ່ສຳຄັນກໍຕາມ, ຕາບໃດທີ່ເຂົາສາມາດຟັງພຣະອົງ, ເຊື່ອຟັງຄຳສັ່ງຂອງພຣະອົງ ແລະ ສິ່ງທີ່ພຣະອົງມອບໝາຍໃຫ້ ພ້ອມທັງສາມາດຮ່ວມມືໃນພາລະກິດຂອງພຣະອົງ, ຄວາມປະສົງຂອງພຣະອົງ ແລະ ແຜນການຂອງພຣະອົງ ເພື່ອວ່າ ຄວາມປະສົງຂອງພຣະອົງ ແລະ ແຜນການຂອງພຣະອົງຈະສາມາດປະສົບຜົນສຳເລັດໄດ້ຢ່າງລາບລື້ນ, ແລ້ວການກະທໍາເຫຼົ່ານັ້ນກໍຄູ່ຄວນແກ່ການຈາລຶກຈາກພຣະອົງ ແລະ ໄດ້ຮັບພອນຂອງພຣະອົງ. ພຣະເຈົ້າຖະນຸຖະໜອມຄົນເຊັ່ນນັ້ນ ແລະ ພຣະອົງຮັກຫອມການກະທຳຂອງພວກເຂົາ ພ້ອມຄວາມຮັກ ແລະ ຄວາມສະເໜ່ຫາຂອງພວກເຂົາທີ່ມີຕໍ່ພຣະອົງ. ນີ້ແມ່ນທັດສະນະຂອງພຣະເຈົ້າ. ແລ້ວເປັນຫຍັງພຣະເຈົ້າຈຶ່ງອວຍພອນໂນອາ? ຍ້ອນວ່ານີ້ແມນວິທີທີ່ພຣະເຈົ້າປະຕິບັດຕໍການກະທຳ ແລະ ຄວາມເຊື່ອຟັງແບບນັ້ນຂອງມະນຸດ.

ກ່ຽວກັບຄຳອວຍພອນຂອງພຣະເຈົ້າຕໍ່ໂນອາ, ບາງຄົນຈະເວົ້າວ່າ: “ຖ້າມະນຸດຟັງຄວາມພຣະເຈົ້າ ແລະ ເຮັດໃຫ້ພຣະເຈົ້າພໍໃຈ, ພຣະເຈົ້າກໍຄວນອວຍພອນມະນຸດ. ບໍ່ແມ່ນເປັນແບບນັ້ນຢູ່ແລ້ວບໍ?” ພວກເຮົາເວົ້າແບບນັ້ນໄດ້ບໍ? ບາງຄົນເວົ້າວ່າ: “ບໍ່”. ເປັນຫຍັງພວກເຮົາຈິ່ງເວົ້າແບບນັ້ນບໍ່ໄດ້? ບາງຄົນເວົ້າວ່າ: “ມະນຸດບໍ່ຄູ່ຄວນໄດ້ຮັບພຣະພອນຂອງພຣະເຈົ້າ”. ນັ້ນບໍ່ແມ່ນຖືກຕ້ອງທັງໝົດ. ຍ້ອນວ່າເມື່ອຄົນຍອມຮັບສິ່ງທີ່ພຣະເຈົ້າມອບໝາຍໃຫ້ພວກເຂົາ, ພຣະເຈົ້າມີມາດຕະຖານໃນການຕັດສິນ ວ່າການກະທຳຂອງພວກເຂົານັ້ນດີ ຫຼື ຊົ່ວ ແລະ ພວກເຂົາໄດ້ເຊື່ອຟັງ ຫຼື ບໍ່, ພວກເຂົາໄດ້ເຮັດບັນລຸຕາມຄວາມປະສົງຂອງພຣະເຈົ້າ ຫຼື ບໍ່ ແລະ ສິ່ງທີ່ພວກເຂົາເຮັດນັ້ນຖືກຕາມມາດຕະຖານ ຫຼື ບໍ່. ສິ່ງທີ່ພຣະເຈົ້າສົນຄືຫົວໃຈຂອງຄົນ ບໍ່ແມ່ນການກະທຳພາຍນອກຂອງພວກເຂົາ. ມັນບໍ່ແມ່ນກໍລະນີທີ່ພຣະເຈົ້າຄວນອວຍພອນບາງຄົນຕາບໃດທີ່ພວກເຂົາເຮັດບາງສິ່ງ ແລະ ບໍ່ວ່າພວກເຂົາເຮັດມັນແນວໃດກໍຕາມ. ນີ້ແມ່ນຄວາມເຂົ້າໃຈຜິດທີ່ຜູ້ຄົນມີກ່ຽວກັບພຣະເຈົ້າ. ພຣະເຈົ້າບໍ່ພຽງແຕ່ເບິ່ງຜົນຮັບສຸດທ້າຍຂອງສິ່ງຕ່າງໆ, ແຕ່ພຣະອົງໃຫ້ຄວາມສຳຄັນ ວ່າຫົວໃຈຂອງຄົນເປັນແນວໃດ ແລະ ທັດສະນະຂອງຄົນເປັນແນວໃດໃນຊ່ວງການພັດທະນາຂອງສິ່ງຕ່າງໆ, ພຣະອົງເບິ່ງວ່າ ມີການເຊື່ອຟັງ, ການພິຈາລະນາ ແລະ ຄວາມປາດຖະໜາໃນຫົວໃຈຂອງພວກເຂົາທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ ຫຼື ບໍ່. ໃນຍຸກນັ້ນ ໂນອາຮູ້ກ່ຽວກັບພຣະເຈົ້າຫຼາຍປານໃດ? ມັນຫຼາຍເທົ່າກັບທີ່ພວກເຈົ້າຮູ້ຈັກຫຼັກຄຳສອນໃນປັດຈຸບັນນີ້ບໍ? ໃນດ້ານຄວາມຈິງເຊັ່ນວ່າ: ແນວຄວາມຄິດ ແລະ ຄວາມຮູ້ກ່ຽວກັບພຣະເຈົ້າ, ເພິ່ນໄດ້ຮັບການຫົດນ້ຳ ແລະ ການລ້ຽງດູຫຼາຍເທົ່າກັບພວກເຈົ້າບໍ? ບໍ່, ເພິ່ນບໍ່ໄດ້ຮັບ! ແຕ່ມີຄວາມຈິງໜຶ່ງທີ່ບໍ່ສາມາດປະຕິເສດໄດ້ ນັ້ນກໍຄື: ໃນຈິດໃຕ້ສຳນຶກ, ຈິດໃຈ ແລະ ແມ່ນແຕ່ຄວາມເລິກຂອງຫົວໃຈຄົນໃນປັດຈຸບັນນີ້, ແນວຄວາມຄິດ ແລະ ທັດສະນະຂອງພວກເຂົາທີ່ມີຕໍ່ພຣະເຈົ້ານັ້ນເລື່ອນລອຍ ແລະ ຄຸມເຄືອຫຼາຍ. ເຈົ້າອາດຈະເວົ້າໄດ້ວ່າຄົນສ່ວນໜຶ່ງມີທັດສະນະຄະຕິດ້ານລົບຕໍ່ການດຳລົງຢູ່ຂອງພຣະເຈົ້າ. ແຕ່ໃນໃຈຂອງໂນອາ ແລະ ຈິດໃຕ້ສຳນຶກຂອງເພິ່ນ, ການດຳລົງຢູ່ຂອງພຣະເຈົ້ານັ້ນແນ່ນອນ ແລະ ນອກເໜືອຄວາມສົງໄສໃດໆ, ດ້ວຍເຫດນີ້ ການເຊື່ອຟັງພຣະເຈົ້າຂອງເພິ່ນຈຶ່ງບໍລິສຸດ ແລະ ສາມາດທົນຕໍ່ການທົດສອບໄດ້. ຫົວໃຈຂອງເພິ່ນບໍລິສຸດ ແລະ ເປີດກວ້າງຕໍ່ພຣະເຈົ້າ. ເພິ່ນບໍ່ຕ້ອງການຄວາມຮູ້ຫຼາຍເກີນໄປກ່ຽວກັບຫຼັກຄຳສອນເພື່ອເຮັດໃຫ້ຕົວເອງປະຕິບັດຕາມພຣະທຳທຸກຂໍ້ຂອງພຣະເຈົ້າ ແລະ ເພິ່ນບໍ່ຕ້ອງການຄວາມຈິງຢ່າງຫຼວງຫຼາຍເພື່ອພິສູດການດຳລົງຢູ່ຂອງພຣະເຈົ້າ ເພື່ອສາມາດຮັບເອົາສິ່ງທີ່ພຣະເຈົ້າມອບໝາຍໃຫ້ເພິ່ນ ແລະ ເພື່ອສາມາດເຮັດສິ່ງທີ່ພຣະເຈົ້າໃຫ້ເພິ່ນເຮັດ. ນີ້ແມ່ນຄວາມແຕກຕ່າງທີ່ສຳຄັນລະຫວ່າງໂນອາ ແລະ ຄົນໃນປັດຈຸບັນນີ້. ໃນສາຍຕາຂອງພຣະເຈົ້າ ມັນຍັງເປັນຄວາມໝາຍທີ່ແທ້ຈິງກ່ຽວກັບສິ່ງທີ່ຄົນສົມບູນເປັນ. ສິ່ງທີ່ພຣະເຈົ້າຕ້ອງການຄືຄົນແບບໂນອາ. ເພິ່ນແມ່ນປະເພດຄົນທີ່ພຣະເຈົ້າສັນລະເສີນ ແລະ ຍັງເປັນປະເພດຄົນທີ່ພຣະເຈົ້າອວຍພອນຢ່າງແນ່ນອນ. ພວກເຈົ້າໄດ້ຮັບແສງສະຫວ່າງໃດໆຈາກເລື່ອງນີ້ບໍ? ຜູ້ຄົນເບິ່ງຜູ້ຄົນຈາກພາຍນອກ, ສໍາລັບພຣະເຈົ້າແມ່ນເບິ່ງຫົວໃຈຂອງຜູ້ຄົນ ແລະ ທາດແທ້ຂອງພວກເຂົາ. ພຣະເຈົ້າບໍ່ຍອມໃຫ້ໃຜມີສອງຈິດສອງໃຈ ຫຼື ສົງໄສໃນຕົວພຣະອົງ, ທັງບໍ່ຍອມໃຫ້ຄົນສົງໄສ ຫຼື ທົດສອບພຣະອົງໃນທາງໃດທາງໜຶ່ງ. ສະນັ້ນ, ເຖິງແມ່ນວ່າ ຄົນໃນປັດຈຸບັນນີ້ຈະຜະເຊີນໜ້າກັບພຣະທຳຂອງພຣະເຈົ້າ, ພວກເຈົ້າອາດຈະໄດ້ເວົ້າກັບພຣະເຈົ້າເຊິ່ງໜ້າ ແຕ່ເນື່ອງຈາກມີບາງສິ່ງທີ່ຝັງເລິກຢູ່ໃນຫົວໃຈຂອງພວກເຂົາ, ການດຳລົງຢູ່ຂອງທາດແທ້ອັນເສື່ອມຊາມ ແລະ ທ່າທີເປັນສັດຕູຂອງພວກເຂົາທີ່ມີຕໍ່ພຣະອົງ, ຜູ້ຄົນໄດ້ຖືກກີດກັ້ນບໍ່ໃຫ້ມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ ແລະ ຖືກຂັດຂວາງບໍ່ໃຫ້ເຊື່ອຟັງພຣະອົງ. ດ້ວຍເຫດນີ້, ມັນຈຶ່ງຍາກຫຼາຍສຳລັບພວກເຂົາທີ່ຈະໄດ້ຮັບພອນຄືກັນກັບທີ່ພຣະເຈົ້າໄດ້ປະທານໃຫ້ແກ່ໂນອາ.

3) ພຣະເຈົ້າໃຊ້ຮຸ້ງກິນນໍ້າເພື່ອເປັນສັນຍາລັກແຫ່ງພັນທະສັນຍາຂອງພຣະອົງກັບມະນຸດ

ແລະ ເຮົາຈະສ້າງພັນທະສັນຍາຂອງເຮົາກັບເຈົ້າ ທຸກສິ່ງທີ່ມີຊີວິດຈະບໍ່ຖືກທໍາລາຍດ້ວຍນໍ້າຖ້ວມອີກຕໍ່ໄປ ຫຼື ຈະບໍ່ມີນໍ້າຖ້ວມທຳລາຍແຜ່ນດິນໂລກອີກ. ພຣະເຈົ້າກ່າວວ່າ ສິ່ງນີ້ເປັນສັນຍາລັກຂອງພັນທະສັນຍາທີ່ເຮົາສ້າງລະຫວ່າງເຮົາ ແລະ ເຈົ້າ ແລະ ທຸກສິ່ງທີ່ມີຊີວິດທີ່ຢູ່ກັບເຈົ້າ, ເພື່ອຮຸ່ນສູ່ຮຸ່ນ ເຮົາໄດ້ສ້າງຮຸ້ງກິນນໍ້າໄວ້ໃນກ້ອນເມກ ແລະ ມັນຈະເປັນສັນຍາລັກແຫ່ງພັນທະສັນຍາລະຫວ່າງເຮົາ ແລະ ແຜ່ນດິນໂລກ. (ປະຖົມມະການ 9:11-13).

ຕໍ່ໄປ, ໃຫ້ພວກເຮົາມາເບິ່ງພຣະຄຳພີຂໍ້ນີ້ກ່ຽວກັບວິທີການທີ່ພຣະເຈົ້າໃຊ້ຮຸ້ງກິນນໍ້າເພື່ອເປັນສັນຍາລັກແຫ່ງພັນທະສັນຍາຂອງພຣະອົງກັບມະນຸດ.

ຄົນສ່ວນຫຼາຍຮູ້ວ່າຮຸ້ງກິນນໍ້າແມ່ນຫຍັງ ແລະ ໄດ້ຍິນບາງເລື່ອງລາວທີ່ກ່ຽວຂ້ອງກັບຮຸ້ງກິນນໍ້າ. ສ່ວນເລື່ອງກ່ຽວກັບຮຸ້ງກິນນໍ້າໃນພຣະຄຳພີ, ບາງຄົນກໍເຊື່ອ ແລະ ບາງຄົນກໍຖືມັນເປັນຕຳນານ ໃນຂະນະທີ່ບາງຄົນກໍບໍ່ເຊື່ອມັນແມ່ນແຕ່ໜ້ອຍດຽວເລີຍ. ແນວໃດກໍຕາມ, ເຫດການທັງໝົດທີ່ເກີດຂຶ້ນກ່ຽວກັບຮຸ້ງກິນນໍ້າແມ່ນພາລະກິດຂອງພຣະເຈົ້າ ແລະ ເກີດຂຶ້ນໃນຂະບວນການແຫ່ງການຄຸ້ມຄອງມະນຸດຂອງພຣະເຈົ້າ. ເຫດການເຫຼົ່ານີ້ໄດ້ຖືກບັນທຶກໄວ້ຢ່າງແທ້ຈິງໃນພຣະຄຳພີ. ບົດບັນທຶກເຫຼົ່ານີ້ບໍ່ໄດ້ບອກພວກເຮົາວ່າໃນເວລານັ້ນພຣະເຈົ້າຢູ່ໃນອາລົມໃດ ຫຼື ຄວາມຕັ້ງໃຈທີ່ຢູ່ເບື້ອງຫຼັງພຣຳທຳເຫຼົ່ານີ້ທີ່ພຣະເຈົ້າກ່າວ. ຍິ່ງໄປກວ່ານັ້ນ, ບໍ່ມີໃຜສາມາດເຂົ້າໃຈສິ່ງທີພຣະເຈົ້າຮູ້ສຶກ ເມື່ອພຣະອົງກ່າວພວກມັນອອກມາ. ແນວໃດກໍ່ຕາມ, ສະພາບຈິດໃຈຂອງພຣະເຈົ້າກ່ຽວກັບເຫດການທັງໝົດນີ້ຖືກເປີດເຜີຍຢູ່ໃນລະຫວ່າງແຖວຂອງຂໍ້ຄວາມໃນພຣະຄຳພີ. ມັນເປັນຄືກັບວ່າ ຄວາມຄິດຂອງພຣະອົງໃນຕອນນັ້ນກະໂດດອອກຈາກໜ້າເຈັ້ຍຜ່ານແຕ່ລະຄຳເວົ້າ ແລະ ປະໂຫຍກແຫ່ງພຣະທຳຂອງພຣະເຈົ້າ.

ຄວາມຄິດຂອງພຣະເຈົ້າແມ່ນສິ່ງທີ່ຄົນຄວນກັງວົນ ແລະ ສິ່ງທີ່ພວກເຂົາຄວນພະຍາຍາມທຳຄວາມຮູ້ຈັກຫຼາຍທີ່ສຸດ. ນີ້ກໍຍ້ອນວ່າ ຄວາມຄິດຂອງພຣະເຈົ້າກ່ຽວຂ້ອງກັບຄວາມເຂົ້າໃຈຂອງມະນຸດກ່ຽວກັບພຣະເຈົ້າຢ່າງຫຼີກເວັ້ນບໍ່ໄດ້ ແລະ ຄວາມເຂົ້າໃຈຂອງມະນຸດກ່ຽວກັບພຣະເຈົ້າກໍແມ່ນການເຊື່ອມຕໍ່ທີ່ຂາດບໍ່ໄດ້ໃນການເຂົ້າສູ່ຊີວິດຂອງມະນຸດ. ແລ້ວໃນເວລານັ້ນ ພຣະເຈົ້າກຳລັງຄິດຫຍັງຢູ່ເມື່ອເຫດການເຫຼົ່ານີ້ເກີດຂຶ້ນ?

ໃນເບື້ອງຕົ້ນ, ພຣະເຈົ້າໄດ້ສ້າງມະນຸດທີ່ດີຫຼາຍ ແລະ ໃກ້ຊິດກັບພຣະອົງຫຼາຍໃນສາຍຕາຂອງພຣະອົງ, ແຕ່ພວກເຂົາໄດ້ຖືກທຳລາຍດ້ວຍນ້ຳຖ້ວມຫຼັງຈາກທີ່ໄດ້ກໍ່ກະບົດຕໍ່ພຣະອົງ. ມັນເຮັດໃຫ້ພຣະເຈົ້າເຈັບປວດບໍ ທີ່ມະນຸດດັ່ງກ່າວນັ້ນຫາຍວັບໄປທັນທີ? ແນ່ນອນວ່າມັນເຈັບປວດ! ດັ່ງນັ້ນ ແມ່ນຫຍັງຄືການສະແດງອອກຂອງພຣະອົງເຖິງຄວາມເຈັບປວດນີ້? ມັນໄດ້ຖືກບັນທຶກໄວ້ໃນພຣະຄຳພີວ່າແນວໃດ? ມັນໄດ້ຖືກບັນທຶກໄວ້ໃນພຣະຄຳພີດ້ວຍພຣະຄຳເຫຼົ່ານີ້ວ່າ: “ແລະ ເຮົາຈະສ້າງພັນທະສັນຍາຂອງເຮົາກັບເຈົ້າ ທຸກສິ່ງທີ່ມີຊີວິດຈະບໍ່ຖືກທໍາລາຍດ້ວຍນໍ້າຖ້ວມອີກຕໍ່ໄປ ຫຼື ຈະບໍ່ມີນໍ້າຖ້ວມທຳລາຍແຜ່ນດິນໂລກອີກ”. ປະໂຫຍກທີ່ລຽບງ່າຍນີ້ເປີດເຜີຍຄວາມຄິດຂອງພຣະເຈົ້າ. ການທຳລາຍໂລກນີ້ເຮັດໃຫ້ພຣະອົງເຈັບປວດຫຼາຍ. ໃນຄຳເວົ້າຂອງມະນຸດ, ພຣະອົງໂສກເສົ້າຫຼາຍ. ພວກເຮົາລອງຈິນຕະນາການເບິ່ງວ່າ: ໂລກທີ່ຄັ້ງໜຶ່ງເຄີຍເຕັມໄປດ້ວຍຊີວິດ ຈະເປັນແນວໃດຫຼັງຈາກທີ່ໄດ້ຖືກທຳລາຍດ້ວຍນ້ຳຖ້ວມ? ໂລກທີ່ຄັ້ງໜຶ່ງເຄີຍເຕັມໄປດ້ວຍມະນຸດ ຈະມີລັກສະນະແບບໃດໃນເວລານັ້ນ? ບໍ່ມີບ່ອນຢູ່ອາໄສຂອງມະນຸດ, ບໍ່ມີສິ່ງມີຊີວິດ, ມີແຕ່ນ້ຳຢູ່ທົ່ວທຸກບ່ອນ ແລະ ມີການທຳລາຍລ້າງຢ່າງຮ້າຍແຮງເທິງໜ້ານ້ຳ. ພາບດັ່ງກ່າວແມ່ນເຈດຕະນາດັ່ງເດີມຂອງພຣະເຈົ້າເມື່ອພຣະອົງສ້າງໂລກບໍ? ແນ່ນອນວ່າບໍ່ແມ່ນ! ຄວາມຕັ້ງໃຈດັ່ງເດີມຂອງພຣະເຈົ້າແມ່ນການເຫັນຊີວິດຢູ່ທົ່ວແຜ່ນດິນໂລກ, ເຫັນມະນຸດທີ່ພຣະອົງສ້າງຂຶ້ນນະມັດສະການພຣະອົງ, ບໍ່ແມ່ນມີພຽງແຕ່ໂນອາທີ່ເປັນຜູ້ທີ່ນະມັດສະການພຣະອົງ ຫຼື ມີພຽງຄົນດຽວທີ່ສາມາດຕອບການຮຽກຮ້ອງຂອງພຣະອົງເພື່ອເຮັດໃຫ້ສຳເລັດສິ່ງທີ່ຖືກມອບໝາຍໃຫ້. ເມື່ອມວນມະນຸດສາບສູນໄປ, ພຣະເຈົ້າກໍບໍ່ໄດ້ເຫັນສິ່ງທີພຣະອົງຕັ້ງໃຈໄວ້ຕັ້ງແຕ່ຕົ້ນ ແຕ່ມັນກົງກັນຂ້າມຢ່າງສ້ນເຊີງ. ຫົວໃຈຂອງພຣະອົງຈະບໍ່ເຈັບປວດໄດ້ແນວໃດ? ດັ່ງນັ້ນ ເມື່ອພຣະອົງເປີດເຜີຍອຸປະນິໄສຂອງພຣະອົງ ແລະ ສະແດງຄວາມຮູ້ສຶກພຣະອົງອອກມາ, ພຣະເຈົ້າຈຶ່ງໄດ້ຕັດສິນໃຈ. ພຣະເຈົ້າໄດ້ຕັດສິນໃຈແບບໃດ? ພຣະອົງໄດ້ເຮັດຄັນທະນູໃນເມກ (ໝາຍເຖິງຮຸ້ງທີ່ພວກເຮົາເຫັນ) ເປັນດັ່ງພັນທະສັນຍາກັບມະນຸດ, ຄຳສັນຍາທີ່ພຣະເຈົ້າວ່າຈະບໍ່ທຳລາຍມວນມະນຸດດ້ວຍນ້ຳຖ້ວມອີກ. ໃນເວລາດຽວກັນ, ຍັງເປັນການບອກຜູ້ຄົນວ່າ ພຣະເຈົ້າໄດ້ທຳລາຍໂລກດ້ວຍນ້ຳຖ້ວມ ເພື່ອວ່າມວນມະນຸດຈະຈື່ຈຳຕະຫຼອດໄປວ່າເປັນຫຍັງພຣະເຈົ້າຈຶ່ງເຮັດສິ່ງດັ່ງກ່າວ.

ການທຳລາຍໂລກໃນເວລານັ້ນແມ່ນສິ່ງທີ່ພຣະເຈົ້າຕ້ອງການບໍ? ແນ່ນອນວ່າມັນບໍ່ແມ່ນສິ່ງທີ່ພຣະເຈົ້າຕ້ອງການ. ພວກເຮົາອາດຈະສາມາດຈິນຕະນາການສ່ວນເລັກນ້ອຍໃນສາຍຕາທີ່ໜ້າສົງສານຂອງໂລກຫຼັງຈາກການທຳລາຍໂລກ, ແຕ່ພວກເຮົາບໍ່ສາມາດຈິນຕະນາການໄດ້ວ່າໃນເວລານັ້ນຮູບພາບເປັນແບບໃດໃນສາຍຕາຂອງພຣະເຈົ້າ. ພວກເຮົາສາມາດເວົ້າວ່າ, ບໍ່ວ່າຈະເປັນຄົນໃນປັດຈຸບັນ ຫຼື ອະດີດ, ບໍ່ມີໃຜສາມາດຈິນຕະນາການ ຫຼື ເຂົ້າໃຈສິ່ງທີ່ພຣະເຈົ້າຮູ້ສຶກເມື່ອພຣະອົງເຫັນພາບນັ້ນ, ພາບຂອງໂລກທີ່ຖືກທຳລາຍດ້ວຍນ້ຳຖ້ວມ. ພຣະເຈົ້າຖືກບັງຄັບໃຫ້ເຮັດສິ່ງນີ້ໂດຍການບໍ່ເຊື່ອຟັງຂອງມະນຸດ, ແຕ່ຄວາມເຈັບປວດໃນຫົວໃຈຂອງພຣະເຈົ້າຈາກການທຳລາຍໂລກໂດຍນ້ຳຖ້ວມແມ່ນຄວາມເປັນຈິງທີ່ບໍ່ມີໃຜສາມາດຢັ່ງຮູ້ ຫຼື ເຂົ້າໃຈໄດ້. ນັ້ນແມ່ນເຫດຜົນທີ່ພຣະເຈົ້າໄດ້ເຮັດພັນທະສັນຍາກັບມວນມະນຸດ ເຊິ່ງພຣະອົງຕັ້ງໃຈທີ່ຈະບອກຄົນໃຫ້ຈື່ວ່າຄັ້ງໜຶ່ງພຣະເຈົ້າໄດ້ເຮັດສິ່ງແບບນີ້ ແລະ ເພື່ອສາບານກັບພວກເຂົາວ່າພຣະເຈົ້າຈະບໍ່ທຳລາຍໂລກດ້ວຍວິທີດັ່ງກ່າວນີ້ອີກ. ໃນພັນທະສັນຍານີ້ພວກເຮົາເຫັນຫົວໃຈຂອງພຣະເຈົ້າ, ພວກເຮົາເຫັນວ່າຫົວໃຈຂອງພຣະເຈົ້າເຈັບປວດເມື່ອພຣະອົງທຳລາຍມະນຸດຊາດນີ້. ໃນພາສາມະນຸດ, ເມື່ອພຣະເຈົ້າທຳລາຍມະນຸດຊາດ ແລະ ເຫັນມະນຸດສູນຫາຍໄປ, ຫົວໃຈຂອງພຣະອົງຮ້ອງໄຫ້ ແລະ ຫຼັ່ງເລືອດ. ນັ້ນບໍ່ແມ່ນການບັນລະຍາຍທີ່ດີທີ່ສຸດບໍ? ຄຳເວົ້າເຫຼົ່ານີ້ຖືກໃຊ້ໂດຍມະນຸດເພື່ອສະແດງເຖິງຄວາມຮູ້ສຶກຂອງມະນຸດ, ແຕ່ຍ້ອນພາສາຂອງມະນຸດນັ້ນຍັງຂາດເຂີນຫຼາຍ, ການໃຊ້ມັນເພື່ອອະທິບາຍຄວາມຮູ້ສຶກ ແລະ ອາລົມຂອງພຣະເຈົ້ານັ້ນເບິ່ງຄືວ່າບໍ່ໄດ້ຮ້າຍແຮງເກີນໄປສຳລັບເຮົາ ແລະ ພວກມັນກໍບໍ່ໄດ້ເວົ້າຫຼາຍເກີນໄປ. ຢ່າງໜ້ອຍມັນກໍເຮັດໃຫ້ພວກເຈົ້າມີຄວາມເຂົ້າໃຈຢ່າງແຈ່ມແຈ້ງ ແລະ ເປັນການເຂົ້າໃຈຢ່າງເໝາະສົມຫຼາຍສໍາລັບຄວາມຮູ້ສຶກຂອງພຣະເຈົ້າວ່າເປັນແນວໃດໃນຕອນນັ້ນ. ພວກເຈົ້າຈະຄິດເຖິງຫຍັງເມື່ອພວກເຈົ້າເຫັນຮຸ້ງອີກຄັ້ງ? ຢ່າງໜ້ອຍພວກເຈົ້າຈະຈື່ໄດ້ວ່າຄັ້ງໜຶ່ງພຣະເຈົ້າເຄີຍໂສກເສົ້າຫຼາຍປານໃດທີ່ໄດ້ທຳລາຍໂລກດ້ວຍນ້ຳຖ້ວມ. ພວກເຈົ້າຈະຈື່ວ່າ ເຖິງແມ່ນວ່າພຣະເຈົ້າກຽດຊັງໂລກນີ້ ແລະ ດູໝິ່ນມະນຸດຊາດນີ້, ເມື່ອພຣະອົງທຳລາຍມວນມະນຸດທີ່ພຣະອົງໄດ້ສ້າງຂຶ້ນດ້ວຍມືຂອງພຣະອົງເອງ, ຫົວໃຈຂອງພຣະອົງແມ່ນເຈັບປວດ, ຍາກທີ່ຈະລືມມັນໄດ້, ຮູ້ສຶກລັງເລໃຈ ແລະ ເຫັນວ່າຍາກທີ່ຈະທົນໄດ້. ສິ່ງດຽວທີ່ເຮັດໃຫ້ພຣະອົງສະບາຍໃຈແມ່ນຄອບຄົວໂນອາທັງແບດຄົນ. ມັນແມ່ນການຮ່ວມມືຂອງໂນອາທີ່ເຮັດໃຫ້ຄວາມພະຍາຍາມຢ່າງເຈັບປວດຂອງພຣະອົງໃນການສ້າງທຸກສິ່ງນັ້ນບໍ່ໄດ້ສູນເປົ່າ. ໃນເວລາເມື່ອພຣະເຈົ້າທົນທຸກທໍລະມານ, ນີ້ແມ່ນສິ່ງດຽວທີ່ສາມາດຊົດເຊີຍຄວາມເຈັບປວດຂອງພຣະອົງໄດ້. ຈາກຈຸດນັ້ນ, ພຣະເຈົ້າວາງຄວາມຄາດຫວັງທັງໝົດຂອງພຣະອົງກັບມະນຸດໄວ້ກັບຄອບຄົວຂອງໂນອາ, ຫວັງວ່າພວກເຂົາຈະສາມາດມີຊີວິດຢູ່ພາຍໃຕ້ການອວຍພອນຂອງພຣະອົງ ແຕ່ບໍ່ແມ່ນການສາບແຊ່ງຂອງພຣະອົງ, ຫວັງວ່າພວກເຈົາຈະບໍ່ໄດ້ເຫັນພຣະເຈົ້າທຳລາຍໂລກດ້ວຍນ້ຳຖ້ວມອີກຄັ້ງ ແລະ ຍັງຫວັງວ່າພວກເຂົາຈະບໍ່ຖືກທຳລາຍອີກດ້ວຍ.

ຈາກສິ່ງນີ້ ພວກເຮົາຄວນຮຽນຮູ້ອຸປະນິໄສສ່ວນໃດຂອງພຣະເຈົ້າ? ພຣະເຈົ້າໄດ້ດູໜິ່ນມະນຸດຍ້ອນມະນຸດເປັນສັດຕູກັບພຣະອົງ, ແຕ່ໃນໃຈຂອງພຣະອົງ, ການດູແລ, ຄວາມຫວ່ງໃຍ ແລະ ຄວາມເມດຕາຂອງພຣະອົງຕໍ່ມວນມະນຸດຍັງຄົງບໍ່ປ່ຽນແປງ. ແມ່ນແຕ່ເມື່ອພຣະອົງທຳລາຍມວນມະນຸດ, ຫົວໃຈຂອງພຣະອົງກໍຍັງບໍ່ປ່ຽນແປງ. ເມື່ອມວນມະນຸດເຕັມໄປດ້ວຍຄວາມເສື່ອມຊາມ ແລະ ຄວາມບໍ່ເຊື່ອຟັງຕໍ່ພຣະເຈົ້າຈົນເຖິງຂັ້ນທີ່ຮ້າຍແຮງທີ່ສຸດ, ພຣະເຈົ້າຈຶ່ງຈໍາເປັນຕ້ອງໄດ້ທຳລາຍມະນຸດຊາດນີ້ດ້ວຍອຸປະນິໄສ ແລະ ທາດແທ້ຂອງພຣະອົງ ແລະ ອີງຕາມຫຼັກການຂອງພຣະອົງ. ແຕ່ຍ້ອນທາດແທ້ຂອງພຣະເຈົ້າ, ພຣະອົງຍັງສົງສານມະນຸດຢູ່ ແລະ ເຖິງຂັ້ນຢາກໃຊ້ຫຼາກຫຼາຍວິທີເພື່ອໄຖ່ບາບມວນມະນຸດເພື່ອໃຫ້ພວກເຂົາສາມາດສືບຕໍ່ມີຊີວິດຢູ່. ຢ່າງໃດກໍຕາມ, ມະນຸດຕໍ່ຕ້ານພຣະເຈົ້າ, ສືບຕໍ່ບໍ່ເຊື່ອຟັງພຣະເຈົ້າ ແລະ ປະຕິເສດທີ່ຈະຍອມຮັບຄວາມລອດພົ້ນຂອງພຣະເຈົ້າ; ນັ້ນກໍຄື ປະຕິເສດທີ່ຈະຮັບເອົາເຈດຕະນາດີຂອງພຣະອົງ. ບໍ່ວ່າພຣະເຈົ້າໄດ້ເອີ້ນຫາມະນຸດແນວໃດກໍຕາມ, ຕັກເຕືອນພວກເຂົາ, ສະໜອງໃຫ້ພວກເຂົາ, ຊ່ວຍເຫຼືອພວກເຂົາ ຫຼື ອົດທົນຕໍ່ພວກເຂົາ, ມະນຸດກໍບໍ່ເຂົ້າໃຈ ຫຼື ເຫັນຄຸນຄ່າມັນ ແລະ ພວກເຂົາກໍບໍ່ໄດ້ໃສ່ໃຈອີກດ້ວຍ. ໃນຄວາມເຈັບປວດຂອງພຣະອົງ, ພຣະເຈົ້າຍັງບໍ່ລືມທີ່ຈະປະທານຄວາມອົດທົນຢ່າງສູງຂອງພຣະອົງຕໍ່ມະນຸດ, ລໍຖ້າມະນຸດຫັນປ່ຽນເສັ້ນທາງ. ຫຼັງຈາກທີ່ພຣະອົງເຖິງຂີດຈຳກັດຂອງພຣະອົງ, ພຣະອົງກໍຈະເຮັດສິ່ງທີ່ພຣະອົງຕ້ອງເຮັດໂດຍບໍ່ລັງເລໃຈ. ເວົ້າອີກຢ່າງໜຶ່ງກໍຄື ມີໄລຍະເວລາໃດໜຶ່ງ ແລະ ຂະບວນການຈາກຊ່ວງເວລາທີ່ພຣະເຈົ້າວາງແຜນທຳລາຍມວນມະນຸດຈົນເຖິງຈຸດເລີ່ມຕົ້ນພາລະກິດຂອງພຣະອົງໃນການທຳລາຍມວນມະນຸດ. ຂະບວນການນີ້ມີຢູ່ເພື່ອຈຸດປະສົງໃນການເຮັດໃຫ້ມະນຸດຫັນປ່ຽນເສັນທາງ ແລະ ນີ້ແມ່ນໂອກາດສຸດທ້າຍທີ່ພຣະເຈົ້າມີໃຫ້ກັບມະນຸດ. ແລ້ວພຣະເຈົ້າເຮັດຫຍັງໃນຊ່ວງເວລານີ້ກ່ອນການທຳລາຍມວນມະນຸດ? ພຣະເຈົ້າໄດ້ກະທໍາພາລະກິດໃນການຕັກເຕືອນ ແລະ ແນະນຳທີ່ສຳຄັນເປັນຈຳນວນຫຼວງຫຼາຍ. ບໍ່ວ່າຫົວໃຈຂອງພຣະເຈົ້າຈະເຈັບປວດ ແລະ ໂສກເສົ້າຫຼາຍປານໃດກໍຕາມ, ພຣະອົງກໍສືບຕໍ່ມອບການດູແລ, ຄວາມຫ່ວງໃຍ ແລະ ຄວາມເມດຕາຢ່າງໃຫຍ່ຫຼວງໃຫ້ແກ່ມວນມະນຸດ. ພວກເຮົາເຫັນຫຍັງຈາກສິ່ງນີ້? ພວກເຮົາເຫັນວ່າຄວາມຮັກຂອງພຣະເຈົ້າຕໍ່ມວນມະນຸດນັ້ນຈິງແທ້ ແລະ ບໍ່ແມ່ນບາງສິ່ງທີ່ພຣະອົງພຽງເວົ້າແຕ່ປາກ. ມັນເປັນຈິງ, ຈັບຕ້ອງໄດ້ ແລະ ໜ້າຊື່ນຊົມ, ບໍ່ໄດ້ແກ້ງເຮັດ, ປອມແປງ, ຫຼອກລວງ ຫຼື ທໍາທ່າເຮັດ. ພຣະເຈົ້າບໍ່ເຄີຍໃຊ້ການຫຼອກລວງໃດໆ ຫຼື ສ້າງພາບຈອມປອມເພື່ອເຮັດໃຫ້ຄົນເຫັນວ່າພຣະອົງໜ້າຮັກ. ພຣະອົງບໍ່ເຄີຍໃຊ້ພະຍານເທັດເພື່ອເຮັດໃຫ້ຄົນເຫັນຄວາມໜ້າຮັກຂອງພຣະອົງ ຫຼື ເພື່ອອວດຄວາມໜ້າຮັກ ແລະ ຄວາມບໍລິສຸດຂອງພຣະອົງ. ອຸປະນິໄສດ້ານເຫຼົ່ານີ້ຂອງພຣະເຈົ້າບໍ່ຄູ່ຄວນກັບຄວາມຮັກຂອງມະນຸດບໍ? ພວກມັນບໍ່ຄຸ້ມຄ່າທີ່ຈະນະມັດສະການບໍ? ພວກມັນບໍ່ຄຸ້ມຄ່າທີ່ຈະຖະໜອມບໍ? ໃນຕອນນີ້, ເຮົາຢາກຖາມພວກເຈົ້າວ່າ: ຫຼັງຈາກທີ່ໄດ້ຍິນພຣະທໍາເຫຼົ່ານີ້ ພວກເຈົ້າຄິດວ່າຄວາມຍິ່ງໃຫຍ່ຂອງພຣະເຈົ້ານັ້ນເປັນພຽງຄໍາເວົ້າທີ່ຫວ່າງເປົ່າຢູ່ເທິງໜ້າເຈັ້ຍເທົ່ານັ້ນບໍ? ຄວາມໜ້າຮັກຂອງພຣະເຈົ້າເປັນພຽງຄຳເວົ້າຫວ່າງເປົ່າເທົ່ານັ້ນບໍ? ບໍ່! ແນ່ນອນວ່າບໍ່! ອຳນາດສູງສຸດ, ຄວາມຍິ່ງໃຫຍ່, ຄວາມບໍລິສຸດ, ຄວາມອົດທົນ, ຄວາມຮັກຂອງພຣະເຈົ້າ ແລະ ອື່ນໆ, ດ້ານຕ່າງໆທັງໝົດເຫຼົ່ານີ້ກ່ຽວກັບອຸປະນິໄສ ແລະ ທາດແທ້ຂອງພຣະເຈົ້າແມ່ນສາມາດພົບເຫັນຢູ່ໃນການສະແດງອອກທີ່ແທ້ຈິງທຸກຄັ້ງທີ່ພຣະອົງປະຕິບັດພາລະກິດຂອງພຣະອົງ, ຖືກຝັງຢູ່ໃນຄວາມປະສົງຂອງພຣະເຈົ້າຕໍ່ມວນມະນຸດ ແລະ ຍັງຖືກຕື່່ມເຕັມ ແລະ ສະທ້ອນໃຫ້ເຫັນໃນທຸກຄົນອີກດ້ວຍ. ບໍ່ວ່າເຈົ້າເຄີຍຮູ້ສຶກເຖິງມັນມາກ່ອນ ຫຼື ບໍ່ກໍຕາມ, ພຣະເຈົ້າຊົງດູແລທຸກຄົນໃນທຸກວິທີທາງທີ່ເປັນໄປໄດ້, ໃຊ້ຫົວໃຈທີ່ແທ້ຈິງຂອງພຣະອົງ, ສະຕິປັນຍາ ແລະ ວິທີການຕ່າງໆເພື່ອເຮັດໃຫ້ຫົວໃຈແຕ່ລະຄົນອົບອຸ່ນ ແລະ ປຸກຈິດວິນຍານຂອງແຕ່ລະຄົນ. ນີ້ແມ່ນຄວາມຈິງທີ່ບໍ່ສາມາດໂຕ້ຖຽງໄດ້. ບໍ່ວ່າມີຈັກຄົນທີ່ນັ່ງຢູ່ນີ້, ແຕ່ລະຄົນລ້ວນແຕ່ມີປະສົບການ ແລະ ຄວາມຮູ້ສຶກທີ່ແຕກຕ່າງກັນກ່ຽວກັບຄວາມອົດກັ້ນ, ຄວາມອົດທົນ ແລະ ຄວາມໜ້າຮັກຂອງພຣະເຈົ້າ. ປະສົບການເຫຼົ່ານີ້ທີ່ກ່ຽວກັບພຣະເຈົ້າ ແລະ ຄວາມຮູ້ສຶກເຫຼົ່ານີ້ ຫຼື ຄວາມເຂົ້າໃຈກ່ຽວກັບພຣະອົງ, ສະຫຼຸບກໍຄື ສິ່ງດີໆທັງໝົດເຫຼົ່ານີ້ມາຈາກພຣະເຈົ້າ. ດັ່ງນັ້ນ ໂດຍການລວມເອົາປະສົບການ ແລະ ຄວາມຮູ້ຂອງທຸກຄົນກ່ຽວກັບພຣະເຈົ້າ ແລະ ບວກກັບການອ່ານຂໍ້ຄວາມເຫຼົ່ານີ້ໃນພຣະຄຳພີໃນມື້ນີ້, ຕອນນີ້ພວກເຈົ້າມີຄວາມເຂົ້າໃຈຢ່າງແທ້ຈິງ ແລະ ຖືກຕ້ອງຫຼາຍຂຶ້ນກ່ຽວກັບພຣະເຈົ້າບໍ?

ຫຼັງຈາກທີ່ໄດ້ອ່ານເລື່ອງນີ້ ແລະ ເຂົ້າໃຈບາງອຸປະນິໄສຂອງພຣະເຈົ້າທີ່ໄດ້ຖືກເປີດເຜີຍອອກມາຜ່ານເຫດການນີ້, ແມ່ນຫຍັງຄືຄຸນຄ່າໃໝ່ທີ່ເຈົ້າເຫັນໃນພຣະເຈົ້າ? ມັນເຮັດໃຫ້ພວກເຈົ້າມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າ ແລະ ຫົວໃຈຂອງພຣະອົງຢ່າງເລິກເຊິ່ງຍິ່ງຂຶ້ນບໍ? ຕອນນີ້ ເຈົ້າຮູ້ສຶກແຕກຕ່າງບໍ ເມື່ອເຈົ້າທົບທວນເລື່ອງລາວຂອງໂນອາ? ໃນຄວາມຄິດເຫັນຂອງເຈົ້າ, ມັນບໍ່ຈຳເປັນທີ່ຈະສົນທະນາກ່ຽວກັບຂໍ້ຕ່າງໆເຫຼົ່ານີ້ໃນພຣະຄຳພີບໍ? ຕອນນີ້ ພວກເຮົາໄດ້ສົນທະນາກ່ຽວກັບມັນ, ພວກເຈົ້າຄິດວ່າມັນບໍ່ຈຳເປັນບໍ? ມັນຈຳເປັນຢ່າງຍິ່ງ! ເຖິງແມ່ນວ່າສິ່ງທີ່ພວກເຮົາອ່ານເປັນເລື່ອງລາວ, ແຕ່ມັນຄືການບັນທຶກທີ່ແທ້ຈິງກ່ຽວກັບພາລະກິດທີ່ພຣະເຈົ້າໄດ້ກະທຳ. ເປົ້າໝາຍຂອງເຮົາບໍ່ແມ່ນເພື່ອເຮັດໃຫ້ພວກເຈົ້າເຂົ້າໃຈລາຍລະອຽດຂອງເລື່ອງລາວເຫຼົ່ານີ້ ຫຼື ຕົວລະຄອນນີ້ ແລະ ບໍ່ແມ່ນເພື່ອໃຫ້ພວກເຈົ້າສາມາດໄປສຶກສາຕົວລະຄອນນີ້, ແນ່ນອນວ່າບໍ່ແມ່ນເພື່ອໃຫ້ພວກເຈົ້າກັບໄປສຶກສາພຣະຄຳພີນີ້ອີກ. ພວກເຈົ້າເຂົ້າໃຈບໍ? ສະນັ້ນ, ເລື່ອງລາວເຫຼົ່ານີ້ໄດ້ຊ່ວຍໃຫ້ຄວາມຮູ້ພວກເຈົ້າກ່ຽວກັບພຣະເຈົ້າບໍ? ເລື່ອງລາວນີ້ໄດ້ເພີ່ມຄວາມເຂົ້າໃຈໃຫ້ກັບພວກເຈົ້າກ່ຽວກັບພຣະເຈົ້າບໍ? ອ້າຍເອື້ອຍນ້ອງຈາກຮອງກົງຊ່ວຍບອກພວກເຮົາແດ່. (ພວກເຮົາເຫັນວ່າຄວາມຮັກຂອງພຣະເຈົ້າແມ່ນສິ່ງທີ່ບໍ່ມີໃຜມີໃນພວກເຮົາທີ່ເປັນມະນຸດຜູ້ເສື່ອມຊາມ). ອ້າຍເອື້ອຍນ້ອງຈາກເກົາຫຼີໃຕ້ຊ່ວຍບອກພວກເຮົາແດ່. (ຄວາມຮັກຂອງພຣະເຈົ້າທີ່ມີຕໍ່ມະນຸດນັ້ນຈິງແທ້. ຄວາມຮັກຂອງພຣະເຈົ້າທີ່ມີຕໍ່ມະນຸດນັ້ນນໍາມາເຊິ່ງອຸປະນິໄສຂອງພຣະອົງ ແລະ ຄວາມຍິ່ງໃຫຍ່ຂອງພຣະອົງ, ຄວາມບໍລິສຸດ, ອຳນາດສູງສຸດ ແລະ ຄວາມອົດກັ້ນຂອງພຣະອົງ. ມັນຄຸ້ມຄ່າທີ່ພວກເຮົາຈະພະຍາຍາມທຳຄວາມເຂົ້າໃຈໃຫ້ເລິກເຊິ່ງຍິ່ງຂຶ້ນກ່ຽວກັບສິ່ງນີ້). (ຜ່ານການສົນທະນາກັນເມື່ອກີ້ນີ້, ດ້ານໜຶ່ງ, ຂ້ານ້ອຍສາມາດເຫັນອຸປະນິໄສອັນຊອບທຳ ແລະ ບໍລິສຸດຂອງພຣະເຈົ້າ ແລະ ຂ້ານ້ອຍຍັງສາມາດເຫັນຄວາມຫ່ວງໃຍທີ່ພຣະເຈົ້າມີຕໍ່ມວນມະນຸດອີກດ້ວຍ, ຄວາມເມດຕາຂອງພຣະເຈົ້າຕໍ່ມວນມະນຸດ ແລະ ທຸກສິ່ງທີ່ພຣະເຈົ້າກະທຳ ແລະ ທຸກຄວາມຄິດ ແລະ ແນວຄວາມຄິດທີ່ພຣະອົງໄດ້ເປີດເຜີຍເຖິງຄວາມຮັກ ແລະ ຄວາມຫ່ວງໃຍຂອງພຣະອົງຕໍ່ມວນມະນຸດ). (ຄວາມເຂົ້າໃຈຂອງຂ້ານ້ອຍໃນອະດີດຄື ພຣະເຈົ້າໃຊ້ນ້ຳຖ້ວມເພື່ອທຳລາຍໂລກຍ້ອນວ່າມວນມະນຸດກາຍເປັນຄົນຊົ່ວຊ້າຈົນເຖິງຂັ້ນທີ່ຮ້າຍແຮງທີ່ສຸດ, ຄືກັບວ່າ ພຣະເຈົ້າທຳລາຍມະນຸດຊາດນີ້ຍ້ອນພຣະອົງກຽດຊັງພວກເຂົາ. ມັນແມ່ນຫຼັງຈາກທີ່ພຣະເຈົ້າໄດ້ກ່າວເຖິງເລື່ອງຂອງໂນອາໃນມື້ນີ້ ແລະ ກ່າວວ່າຫົວໃຈຂອງພຣະເຈົ້າຫຼັ່ງເລືອດເທົ່ານັ້ນທີ່ຂ້ານ້ອຍຈິ່ງຮູ້ວ່າ ຄວາມຈິງແລ້ວ ພຣະເຈົ້າບໍ່ເຕັມໃຈທີ່ຈະທໍາລາຍມະນຸດຊາດນີ້. ເປັນຍ້ອນວ່າ ມະນຸດຊາດເປັນຄົນບໍ່ເຊື່ອຟັງຫຼາຍເກີນໄປເທົ່ານັ້ນພຣະເຈົ້າຈຶ່ງບໍ່ມີທາງເລືອກ ແຕ່ຈຳເປັນຕ້ອງທຳລາຍພວກເຂົາ. ຄວາມຈິງແລ້ວ, ຫົວໃຈຂອງພຣະເຈົ້າໃນເວລານັ້ນໂສກເສົ້າຫຼາຍ. ຈາກເລື່ອງນີ້, ຂ້ານ້ອຍສາມາເຫັນອຸປະນິໄສຂອງພຣະເຈົ້າ, ການດູແລ ແລະ ຄວາມຫ່ວງໃຍຂອງພຣະອົງຕໍ່ມວນມະນຸດ. ນີ້ແມ່ນສິ່ງທີ່ຂ້ານ້ອຍບໍ່ຮູ້ມາກ່ອນ). ດີຫຼາຍ! ໃຫ້ພວກເຈົ້າເວົ້າຕໍ່ໄປ. (ຂ້ານ້ອຍໄດ້ຖືກດົນໃຈຫຼາຍຫຼັງຈາກທີ່ໄດ້ຟັງ. ໃນອະດີດຂ້ານ້ອຍໄດ້ອ່ານພຣະຄຳພີ, ແຕ່ຂ້ານ້ອຍບໍ່ເຄີຍມີປະສົບການຄືກັບມື້ນີ້ທີ່ພຣະເຈົ້າໄດ້ແບ່ງປັນສິ່ງເຫຼົ່ານີ້ໂດຍກົງເພື່ອວ່າພວກຂ້ານ້ອຍຈະສາມາດຮູ້ຈັກພຣະອົງໄດ້. ການທີ່ພຣະເຈົ້ານໍາພາພວກຂ້ານ້ອຍແບບນີ້ເພື່ອໃຫ້ເຫັນພຣະຄຳພີ ເຮັດໃຫ້ຂ້ານ້ອຍໄດ້ຮູ້ວ່າ ທາດແທ້ຂອງພຣະເຈົ້າກ່ອນຄວາມເສື່ອມຊາມຂອງມະນຸດນັ້ນ ເປັນຄວາມຮັກ ແລະ ຄວາມເອົາໃຈໃສ່ຕໍ່ມວນມະນຸດ. ນັບແຕ່ເວລາທີ່ມະນຸດກາຍເປັນຄົນເສື່ອມຊາມຈົນເຖິງຍຸກສຸດທ້າຍໃນປັດຈຸບັນ, ເຖິງແມ່ນວ່າພຣະເຈົ້າມີອຸປະນິໄສອັນຊອບທຳ, ຄວາມຮັກ ແລະ ການດູແລຂອງພຣະອົງຍັງຄົງບໍ່ປ່ຽນແປງ. ນີ້ສະແດງໃຫ້ເຫັນວ່າ ທາດແທ້ແຫ່ງຄວາມຮັກຂອງພຣະເຈົ້າ, ນັບຕັ້ງແຕ່ການຊົງສ້າງຈົນເຖິງປັດຈຸບັນ, ບໍ່ວ່າມະນຸດຈະເປັນຄົນຊົ່ວຊ້າ ຫຼື ບໍ່, ພວກເຂົາແມ່ນບໍ່ເຄີຍປ່ຽນແປງ). (ມື້ນີ້ຂ້ານ້ອຍເຫັນວ່າທາດແທ້ຂອງພຣະເຈົ້າຈະບໍ່ປ່ຽນແປງຕາມການປ່ຽນແປງຂອງການເວລາ ຫຼື ສະຖານທີ່ຕັ້ງພາລະກິດຂອງພຣະອົງ. ຂ້ານ້ອຍຍັງເຫັນວ່າ ບໍ່ວ່າພຣະເຈົ້າຈະສ້າງໂລກ ຫຼື ທຳລາຍມັນຫຼັງຈາກທີ່ມະນຸດກາຍເປັນຄົນເສື່ອມຊາມກໍຕາມ, ທຸກສິ່ງທີ່ພຣະອົງກະທຳແມ່ນມີຄວາມໝາຍ ແລະ ປະກອບດ້ວຍອຸປະນິໄສຂອງພຣະອົງ. ເພາະສະນັ້ນ ຂ້ານ້ອຍເຫັນວ່າຄວາມຮັກຂອງພຣະເຈົ້ານັ້ນບໍ່ມີທີ່ສິ້ນສຸດ ແລະ ບໍ່ສາມາດວັດແທກໄດ້, ຄືດັ່ງອ້າຍເອື້ອຍນ້ອງຄົນອື່ນໆໄດ້ເວົ້າມາ, ຂ້ານ້ອຍຍັງໄດ້ເຫັນການດູແລ ແລະ ຄວາມເມດຕາຂອງພຣະເຈົ້າທີ່ມີຕໍ່ມວນມະນຸດໃນເວລາທີ່ພຣະອົງທຳລາຍໂລກອີກດ້ວຍ). (ນີ້ແມ່ນສິ່ງທີ່ຂ້ານ້ອຍບໍ່ເຄີຍຮູ້ມາກ່ອນ. ມື້ນີ້ຫຼັງຈາກທີ່ໄດ້ຟັງ, ຂ້ານ້ອຍຮູ້ສຶກວ່າພຣະເຈົ້າເປັນຕາເຊື່ອແທ້ໆ, ເຊື່ອຖືໄດ້ແທ້ຈິງ, ເໝາະສົມທີ່ຈະເຊື່ອ ແລະ ພຣະອົງມີຢູ່ຈີງແທ້. ຂ້ານ້ອຍສາມາດຮັບຮູ້ເຖິງຄຸນຄ່າຢ່າງແທ້ຈິງວ່າ ອຸປະນິໄສ ແລະ ຄວາມຮັກຂອງພຣະເຈົ້ານັ້ນເປັນຮູບປະທຳແທ້ຈິງ. ນີ້ແມ່ນຄວາມຮູ້ສຶກທີ່ຂ້ານ້ອຍມີຫຼັງຈາກທີ່້ໄດ້ຟັງມື້ນີ້). ດີຫຼາຍ! ເບິ່ງຄືວ່າພວກເຈົ້າທຸກຄົນໄດ້ຮັບເອົາສິ່ງທີ່ພວກເຈົ້າເຄີຍໄດ້ຍິນມາໄວ້ໃນຫົວໃຈແລ້ວ.

ພວກເຈົ້າໄດ້ສັງເກດບາງຢ່າງຈາກຂໍ້ຕາງໆທັງໝົດໃນພຣະຄຳພີ ລວມເຖິ່ງເລື່ອງລາວທັງໝົດໃນພຣະຄຳພີທີ່ພວກເຮົາໄດ້ສົນທະນາກັນມື້ນີ້ບໍ? ພຣະເຈົ້າເຄີຍໃຊ້ພາສາຂອງພຣະອົງເອງເພື່ອສະແດງຄວາມຄິດຂອງພຣະອົງ ຫຼື ອະທິບາຍຄວາມຮັກ ແລະ ການດູແລມວນມະນຸດບໍ? ມີການບັນທຶກກ່ຽວກັບການໃຊ້ພາສາທຳມະດາຂອງພຣະອົງເພື່ອລະບຸວ່າພຣະອົງຊົງເປັນຫ່ວງ ແລະ ຮັກມະນຸດຫຼາຍສໍ່າໃດບໍ? ບໍ່! ແລ້ວນັ້ນບໍ່ຖືກຕ້ອງບໍ? ມີຫຼາຍຄົນໃນພວກເຈົ້າທີ່ໄດ້ອ່ານພຣະຄຳພີ ຫຼື ໜັງສືອື່ນໆນອກຈາກພຣະຄຳພີ, ມີໃຜໃນພວກເຈົ້າເຄີຍເຫັນຄຳເວົ້າດັ່ງກ່າວບໍ? ຄຳຕອບແມ່ນບໍ່ຢ່າງແນ່ນອນ! ນັ້ນກໍຄື ໃນການບັນທຶກຂອງພຣະຄຳພີ ລວມເຖິງພຣະທຳຂອງພຣະເຈົ້າ ຫຼື ການບັນທຶກພາລະກິດຂອງພຣະອົງ, ບໍ່ວ່າໃນຍຸກໃດ ຫຼື ໄລຍະເວລາໃດກໍຕາມ ພຣະເຈົ້າບໍ່ເຄີຍໃຊ້ວິທີການຂອງພຣະອົງເອງເພື່ອອະທິບາຍເຖິງຄວາມຮູ້ສຶກຂອງພຣະອົງ ຫຼື ສະແດງຄວາມຮັກ ແລະ ການດູແລຂອງພຣະອົງຕໍ່ມວນມະນຸດ ແລະ ພຣະເຈົ້າກໍບໍ່ເຄີຍໃຊ້ຄຳເວົ້າ ຫຼື ການກະທຳໃດໆເພື່ອບົ່ງບອກເຖິງຄວາມຮູ້ສຶກ ແລະ ອາລົມຂອງພຣະອົງ, ນັ້ນບໍ່ແມ່ນຄວາມຈິງບໍ? ເປັນຫຍັງເຮົາຈຶ່ງກ່າວແບບນັ້ນ? ເປັນຫຍັງເຮົາຈຶ່ງເວົ້າເຖິງເລື່ອງນີ້? ນັ້ນກໍຍ້ອນວ່າ ສິ່ງນີ້ສະແດງໃຫ້ເຫັນເຖິງຄວາມໜ້າຮັກ ແລະ ອຸປະນິໄສຂອງພຣະເຈົ້າອີກດ້ວຍ.

ພຣະເຈົ້າສ້າງມະນຸດຊາດ; ບໍ່ວ່າພວກເຂົາໄດ້ຖືກເຮັດໃຫ້ເສື່ອມຊາມ ຫຼື ບໍ່ວ່າພວກເຂົາຕິດຕາມພຣະເຈົ້າ ຫຼື ບໍ່ກໍຕາມ, ພຣະເຈົ້າປະຕິບັດຕໍ່ມວນມະນຸດດັ່ງຄົນທີ່ພຣະອົງຮັກຫຼາຍທີ່ສຸດ ຫຼື ດັ່ງທີ່ມະນຸດອາດຈະເວົ້າວ່າ ເປັນສຸດທີ່ຮັກຂອງພຣະອົງ ແລະ ບໍ່ແມ່ນຂອງຫຼິ້ນຂອງພຣະອົງ. ເຖິງແມ່ນພຣະເຈົ້າກ່າວວ່າພຣະອົງແມ່ນພຣະຜູ້ຊົງສ້າງ ແລະ ມະນຸດແມ່ນການຊົງສ້າງຂອງພຣະອົງ, ເຊິ່ງຟັງເບິ່ງຄືກັບວ່າ ມີຄວາມແຕກຕ່າງເລັກນ້ອຍໃນຕໍາແໜ່ງ, ຄວາມຈິງກໍຄື ທຸກສິ່ງທີ່ພຣະເຈົ້າໄດ້ກະທໍາເພື່ອມະນຸດແມ່ນໄກຈາກຄວາມສຳພັນໃນລັກສະນະນີ້ຫຼາຍ. ພຣະເຈົ້າຮັກມະນຸດ, ດູແລມະນຸດ ແລະ ສະໜອງໃຫ້ມະນຸດຊາດຢ່າງຕໍ່ເນື່ອງ ແລະ ຢ່າງບໍ່ຢຸດຢັ້ງ. ໃນໃຈຂອງພຣະອົງ, ພຣະອົງບໍ່ເຄີຍຮູ້ສຶກວ່າ ນີ້ແມ່ນພາລະກິດເພີ່ມເຕີມ ຫຼື ບາງສິ່ງທີ່ສົມຄວນໄດ້ຮັບຄວາມເຊື່ອຖືທີ່ສຸດ ແລະ ພຣະອົງກໍບໍ່ຮູ້ສຶກວ່າ ການຊ່ວຍຊີວິດມະນຸດໃຫ້ລອດພົ້ນ, ການສະໜອງໃຫ້ພວກເຂົາ ແລະ ປະທານທຸກສິ່ງໃຫ້ພວກເຂົາແມ່ນການປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ມວນມະນຸດ. ພຣະອົງພຽງແຕ່ສະໜອງໃຫ້ມະນຸດຢ່າງງຽບໆດ້ວຍວິທີຂອງພຣະອົງເອງ ແລະ ຜ່ານທາດແທ້ຂອງພຣະອົງເອງ ແລະ ດ້ວຍສິ່ງທີ່ພຣະອົງມີ ແລະ ເປັນ. ບໍ່ວ່າມະນຸດໄດ້ຮັບການສະໜອງ ແລະ ການຊ່ວຍເຫຼືອຈາກພຣະອົງຫຼາຍສໍ່າໃດ, ພຣະເຈົ້າບໍ່ເຄີຍຄິດໃສ່ໃຈ ຫຼື ພະຍາຍາມຫວັງໄດ້ຮັບການຍ້ອງຍໍສັນລະເສີນ. ນີ້ໄດ້ຖືກກຳນົດໂດຍທາດແທ້ຂອງພຣະເຈົ້າ ແລະ ຍັງເປັນການສະແດງເຖິງອຸປະນິໄສຂອງພຣະເຈົ້າຢ່າງແທ້ຈິງອີກດ້ວຍ. ນີ້ແມ່ນເຫດຜົນທີ່ພວກເຮົາບໍ່ເຄີຍເຫັນພຣະເຈົ້າ ບໍ່ວ່າຈະຢູ່ໃນພຣະຄໍາພີ ຫຼື ໃນໜັງສືອື່ນໆ ສະແດງຄວາມຄິດຂອງພຣະອົງ ແລະ ພວກເຮົາບໍ່ເຄີຍເຫັນພຣະເຈົ້າບັນລະຍາຍ ຫຼື ປະກາດຕໍ່ມະນຸດ ໂດຍມີຈຸດປະສົງໃນການເຮັດໃຫ້ມະນຸດກະຕັນຍູຕໍ່ພຣະອົງ ຫຼື ສັນລະເສີນພຣະອົງ. ເປັນຫຍັງພຣະອົງຈຶ່ງເຮັດສິ່ງຕ່າງໆເຫຼົ່ານີ້ ຫຼື ເປັນຫຍັງພຣະອົງຈຶ່ງໃສ່ໃຈມວນມະນຸດຫຼາຍ. ແມ່ນແຕ່ເວລາທີ່ພຣະອົງເຈັບປວດ, ເມື່ອຫົວໃຈຂອງພຣະອົງເຈັບປວດທີ່ສຸດ, ພຣະອົງບໍ່ເຄີຍລືມຄວາມຮັບຜິດຊອບຂອງພຣະອົງຕໍ່ມວນມະນຸດ ຫຼື ຄວາມຫ່ວງໃຍຂອງພຣະອົງຕໍ່ມວນມະນຸດ; ແຕ່ພຣະອົງກັບແບກຮັບຄວາມເຈັບ ແລະ ຄວາມປວດນີ້ພຽງລຳພັງຢ່າງງຽບໆ. ໃນທາງກົງກັນຂ້າມ, ພຣະເຈົ້າສືບຕໍ່ສະໜອງມະນຸດດັ່ງທີ່ພຣະອົງໄດ້ເຮັດມາຕະຫຼອດ. ເຖິງແມ່ນວ່າ ມວນມະນຸດສັນລະເສີນພຣະເຈົ້າເລື້ອຍໆ ຫຼື ເປັນພະຍານໃຫ້ກັບພຣະອົງ, ບໍ່ມີການປະພຶດໃດທີ່ຖືກຮຽກຮ້ອງໂດຍພຣະເຈົ້າ. ນີ້ກໍຍ້ອນວ່າ ພຣະເຈົ້າບໍ່ເຄີຍຕັ້ງໃຈເຮັດສິ່ງດີໆໃຫ້ກັບມະນຸດເພື່ອແລກປ່ຽນກັບຄວາມກະຕັນຍູ ຫຼື ເພື່ອໄດ້ຮັບການຕອບແທນ. ໃນອີກດ້ານໜຶ່ງ, ບັນດາຜູ້ທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ, ບັນດາຜູ້ທີ່ສາມາດຕິດຕາມພຣະເຈົ້າໄດ້ຢ່າງແທ້ຈິງ, ຟັງພຣະອົງ ແລະ ຊື່ສັດຕໍ່ພຣະອົງ ລວມເຖິງບັນດາຜູ້ທີ່ເຊື່ອຟັງພຣະອົງ, ຄົນເຫຼົ່ານີ້ແມ່ນຜູ້ທີ່ຈະໄດ້ຮັບການອວຍພອນເລື້ອຍໆ ແລະ ພຣະເຈົ້າຈະປະທານພອນດັ່ງກ່າວໃຫ້ຢ່າງບໍ່ຈຳກັດ. ຍິ່ງໄປກວ່ານັ້ນ, ພອນທີ່ຜູ້ຄົນໄດ້ຮັບຈາກພຣະເຈົ້າກໍຈະເໜືອຈິນຕະນາການຂອງພວກເຂົາ ແລະ ຍັງເໜືອສິ່ງໃດໆທີ່ມະນຸດສາມາດໃຫ້ເຫດຜົນຜ່ານສິ່ງທີ່ພວກເຂົາໄດ້ເຮັດ ຫຼື ລາຄາທີ່ພວກເຂົາໄດ້ຈ່າຍ. ເມື່ອມະນຸດມີຄວາມສຸກກັບພອນຂອງພຣະເຈົ້າ, ມີໃຜສົນໃຈສິ່ງທີ່ພຣະເຈົ້າກຳລັງກະທຳຢູ່ບໍ? ມີໃຜສະແດງຄວາມກັງວົນວ່າພຣະເຈົ້າກຳລັງຮູ້ສຶກແນວໃດບໍ? ມີໃຜພະຍາຍາມເຂົ້າໃຈຄວາມເຈັບປວດຂອງພຣະອົງບໍ? ຄຳຕອບແມ່ນ ບໍ່ມີເລີຍ! ມີມະນຸດຄົນໃດ ລວມເຖິງໂນອາສາມາດເຫັນຄຸນຄ່າຄວາມເຈັບປວດຂອງພຣະເຈົ້າໃນເວລານັ້ນບໍ? ມີໃຜສາມາດເຂົ້າໃຈວ່າ ເປັນຫຍັງພຣະເຈົ້າຈິ່ງສ້າງພັນທະສັນຍາແບບດັ່ງກ່າວ? ພວກເຂົາບໍ່ເຂົ້າໃຈ! ພວກເຂົາບໍ່ເຫັນຄຸນຄ່າຄວາມເຈັບປວດຂອງພຣະເຈົ້າ ບໍ່ແມ່ນຍ້ອນພວກເຂົາບໍ່ສາມາດເຂົ້າໃຈຄວາມເຈັບປວດຂອງພຣະເຈົ້າ ແລະ ບໍ່ແມ່ນຍ້ອນຊ່ອງຫວ່າງລະຫວ່າງພຣະເຈົ້າ ແລະ ມະນຸດ ຫຼື ຄວາມແຕກຕ່າງດ້ານສະຖານະຂອງພວກເຂົາ; ກົງກັນຂ້າມ, ແມ່ນຍ້ອນມະນຸດບໍ່ສົນໃຈກ່ຽວກັບຄວາມຮູ້ສຶກຂອງພຣະເຈົ້າເອງ. ມະນຸດຄິດວ່າພຣະເຈົ້າເປັນອິດສະຫຼະ, ພຣະເຈົ້າບໍ່ຕ້ອງການໃຫ້ຄົນສົນໃຈພຣະອົງ, ເຂົ້າໃຈພຣະອົງ ຫຼື ສະແດງຄວາມຮູ້ສຶກຕໍ່ພຣະອົງ. ພຣະເຈົ້າຄືພຣະເຈົ້າ, ດັ່ງນັ້ນ ພຣະອົງບໍ່ມີຄວາມເຈັບປວດ, ບໍ່ມີຄວາມຮູ້ສຶກ; ພຣະອົງບໍ່ເຫງົາ, ພຣະອົງບໍ່ຮູ້ສຶກເສົ້າໃຈ, ດັ່ງນັ້ນ ພຣະອົງຈຶ່ງບໍ່ຕ້ອງການໆສະແດງອອກຄວາມຮູ້ສຶກໃດໆ ແລະ ພຣະອົງບໍ່ຕ້ອງການຄວາມປອບໃຈດ້ານອາລົມແຕ່ຢ່າງໃດ. ບາງສະຖານະການ, ຖ້າພຣະອົງຕ້ອງການສິ່ງເຫຼົ່ານີ້, ພຣະອົງກໍສາມາດຮັບມືຄົນດຽວໄດ້ ແລະ ຈະບໍ່ຮຽກຮ້ອງຄວາມຊ່ວຍເຫຼືອໃດໆຈາກມະນຸດ. ກົງກັນຂ້າມ, ມັນແມ່ນມະນຸດຜູ້ “ອ່ອນແອ, ຂາດວຸທິພາວະ” ທີ່ຕ້ອງການການປອບໃຈ, ການສະໜອງ, ກຳລັງໃຈ ແລະ ຕ້ອງການໃຫ້ພຣະອົງປອບໂຍນຄວາມຮູ້ສຶກຂອງພວກເຂົາທຸກບ່ອນ ແລະ ທຸກເວລາ. ສິ່ງດັ່ງກ່າວແມ່ນຝັງເລິກຢູ່ໃນຫົວໃຈຂອງມະນຸດ: ມະນຸດເປັນຜູ້ອ່ອນແອ; ພວກເຂົາຕ້ອງການໃຫ້ພຣະເຈົ້າເບິ່ງແຍງພວກເຂົາໃນທຸກດ້ານ, ພວກເຂົາສົມຄວນໄດ້ຮັບການດູແລທຸກຢ່າງຈາກພຣະເຈົ້າ ແລະ ພວກເຂົາຄວນຮ້ອງຂໍຈາກພຣະເຈົ້າສິ່ງໃດກໍຕາມທີ່ພວກເຂົາຮູ້ສຶກວ່າເປັນຂອງພວກເຂົາ. ພຣະເຈົ້າເປັນຜູ້ເຂັ້ມແຂງ; ພຣະອົງມີທຸກສິ່ງ ແລະ ພຣະອົງຄວນຈະເປັນຜູ້ພິທັກ ແລະ ເປັນຜູ້ປະທານພອນຂອງມະນຸດ.ເນື່ອງຈາກວ່າພຣະອົງເປັນພຣະເຈົ້າຢູ່ແລ້ວ, ພຣະອົງມີອຳນາດໃນທຸກສິ່ງ ແລະ ບໍ່ຕ້ອງການຫຍັງຈາກມະນຸດ.

ເນື່ອງຈາກວ່າມະນຸດບໍ່ໄດ້ໃສ່ໃຈກັບການເປີດເຜີຍໃດໆຂອງພຣະເຈົ້າ, ພວກເຂົາຈຶ່ງບໍ່ເຄີຍຮູ້ສຶກເຖິງຄວາມໂສກເສົ້າ, ຄວາມເຈັບປວດ ຫຼື ຄວາມສຸກຂອງພຣະເຈົ້າ. ແຕ່ກົງກັນຂ້າມ, ພຣະເຈົ້າຮູ້ຈັກທຸກການສະແດງອອກຂອງມະນຸດຄືກັບຝາມືຂອງພຣະອົງເອງ. ພຣະເຈົ້າສະໜອງຄວາມຕ້ອງການຂອງທຸກຄົນໃນທຸກແຫ່ງ ແລະ ທຸກເວລາ, ພຣະອົງສັງເກດເບິ່ງການປ່ຽນແປງແນວຄິດຂອງທຸກຄົນ ພ້ອມທັງປອບໃຈ ແລະ ຕັກເຕືອນພວກເຂົາ, ນຳພາພວກເຂົາ ແລະ ເຍືອງທາງພວກເຂົາ. ສໍາລັບທຸກສິ່ງທີ່ພຣະເຈົ້າໄດ້ກະທໍາຕໍ່ມະນຸດ ແລະ ລາຄາທັງໝົດທີ່ພຣະອົງໄດ້ຈ່າຍເພື່ອພວກເຂົາ, ພວກເຂົາສາມາດຄົ້ນຫາຂໍ້ຄວາມໃນພຣະຄຳພີ ຫຼື ຈາກສິ່ງໃດກໍຕາມທີ່ພຣະເຈົ້າໄດ້ກ່າວຈົນຮອດປັດຈຸບັນທີ່ລະບຸຢ່າງຊັດເຈນວ່າພຣະເຈົ້າຈະຮຽກຮ້ອງບາງສິ່ງຈາກມະນຸດບໍ? ບໍ່! ກົງກັນຂ້າມ, ບໍ່ວ່າມະນຸດຈະເບິ່ງຂ້າມຄວາມຄິດຂອງພຣະເຈົ້າແນວໃດກໍຕາມ, ພຣະອົງກໍຍັງນຳພາມະນຸດ, ສະໜອງໃຫ້ກັບມະນຸດ ແລະ ຊ່ວຍພວກເຂົາຊໍ້າແລ້ວຊໍ້າອີກເພື່ອເຮັດໃຫ້ພວກເຂົາຕິດຕາມເສັ້ນທາງຂອງພຣະອົງ ເພື່ອວ່າ ພວກເຂົາຈະສາມາດບັນລຸຈຸດໝາຍປາຍທາງອັນງົດງາມທີ່ພຣະອົງໄດ້ຈັດຕຽມໄວ້ໃຫ້ພວກເຂົາ. ເມື່ອເວົ້າເຖິງພຣະເຈົ້າ, ສິ່ງທີ່ພຣະອົງມີ ແລະ ເປັນ, ພຣະຄຸນຂອງພຣະອົງ, ຄວາມເມດຕາຂອງພຣະອົງ ແລະ ລາງວັນທັງໝົດຂອງພຣະອົງແມ່ນຈະຖືກປະທານໃຫ້ແກ່ບັນດາຜູ້ທີ່ຮັກ ແລະ ຕິດຕາມພຣະອົງຢ່າງບໍ່ມີຂໍ້ຈຳກັດ. ແຕ່ພຣະອົງບໍ່ເຄີຍເປີດເຜີຍຄວາມເຈັບປວດທີ່ພຣະອົງທົນທຸກ ຫຼື ສະພາບຈິດໃຈຂອງພຣະອົງໃຫ້ແກ່ໃຜ ແລະ ພຣະອົງບໍ່ເຄີຍຈົ່ມວ່າໃຫ້ກັບຜູ້ໃດທີ່ບໍ່ໄດ້ສົນໃຈພຣະອົງ ແລະ ຜູ້ທີ່ບໍ່ຮູ້ຈັກຄວາມປະສົງຂອງພຣະອົງ. ພຣະອົງພຽງແຕ່ແບກຮັບເອົາທັງໝົດນີ້ຢ່າງງຽບໆ ແລະ ລໍຖ້າວັນທີ່ມະນຸດຈະສາມາດເຂົ້າໃຈໄດ້.

ເປັນຫຍັງເຮົາຈຶ່ງກ່າວສິ່ງເຫຼົ່ານີ້ໃນນີ້? ພວກເຈົ້າເຫັນຫຍັງຈາກສິ່ງທີ່ເຮົາໄດ້ກ່າວມາບໍ່? ມີບາງສິ່ງໃນທາດແທ້ ແລະ ອຸປະນິໄສຂອງພຣະເຈົ້າທີ່ອາດເບິ່ງຂ້າມໄດ້ງ່າຍ, ບາງສິ່ງທີ່ພຣະເຈົ້າມີ ແລະ ຄົນອື່ນບໍ່ມີ, ລວມເຖິງຄົນອື່ນໆທີ່ຄິດວ່າເປັນຄົນໃຫຍ່ໂຕ, ເປັນຄົນດີ ຫຼື ເປັນພຣະເຈົ້າແຫ່ງຈິນຕະນາການຂອງພວກເຂົາ. ສິ່ງນີ້ແມ່ນຫຍັງ? ມັນຄືຄວາມບໍ່ເຫັນແກ່ຕົວຂອງພຣະເຈົ້າ. ເມື່ອເວົ້າເຖິງຄວາມບໍ່ເຫັນແກ່ຕົວ, ເຈົ້າອາດຄິດວ່າເຈົ້າເອງກໍເປັນຄົນບໍ່ເຫັນແກ່ຕົວເຊັ່ນກັນ ຍ້ອນວ່າເມື່ອເວົ້າເຖິງລູກໆຂອງເຈົ້າ, ເຈົ້າບໍ່ເຄີຍຕໍ່ລອງ ຫຼື ຖຽງກັບພວກເຂົາ, ຫຼື ເຈົ້າຄິດວ່າເຈົ້າເອງກໍເປັນຄົນບໍ່ເຫັນແກ່ຕົວເຊັ່ນກັນເມື່ອເວົ້າເຖິງພໍ່ແມ່ຂອງເຈົ້າ. ບໍ່ວ່າເຈົ້າຈະຄິດແນວໃດກໍຕາມ, ຢ່າງໜ້ອຍເຈົ້າກໍມີແນວຄວາມຄິດກ່ຽວກັບຄຳວ່າ “ບໍ່ເຫັນແກ່ຕົວ” ແລະ ຄິດວ່າມັນເປັນດ້ານບວກ, ການເປັນຄົນບໍ່ເຫັນແກ່ຕົວເປັນສິ່ງທີ່ສູງສົ່ງຫຼາຍ. ເມື່ອເຈົ້າເປັນຄົນບໍ່ເຫັນແກ່ຕົວ, ເຈົ້ານັບຖືຕົວເອງຢ່າງສູງ. ແຕ່ບໍ່ມີໃຜສາມາດເຫັນຄວາມບໍ່ເຫັນແກ່ຕົວຂອງພຣະເຈົ້າໃນທຸກສິ່ງ, ທ່າມກາງທຸກຄົນ, ເຫດການ, ວັດຖຸ ແລະ ໃນພາລະກິດຂອງພຣະອົງ. ເປັນຫຍັງຈຶ່ງເປັນແບບນີ້? ຍ້ອນວ່າມະນຸດເຫັນແກ່ຕົວເກີນໄປ! ເປັນຫຍັງເຮົາຈິ່ງເວົ້າແບບນີ້? ມະນຸດອາໄສຢູ່ໃນໂລກວັດຖຸ. ເຈົ້າອາດຈະຕິດຕາມພຣະເຈົ້າ, ແຕ່ເຈົ້າບໍ່ເຄີຍເຫັນ ແລະ ຮູ້ຄຸນຄ່າວ່າພຣະເຈົ້າສະໜ້ອງໃຫ້ກັບເຈົ້າຫຼາຍສໍ່າໃດ, ຮັກເຈົ້າ ແລະ ສະແດງຄວາມຫ່ວງໃຍເຈົ້າສໍ່າໃດ. ແລ້ວເຈົ້າເຫັນຫຍັງ? ເຈົ້າເຫັນພີ່ນ້ອງຮ່ວມສາຍເລືອດຂອງເຈົ້າທີ່ຮັກເຈົ້າ ແລະ ຫຼົງໄຫຼໃນຕົວເຈົ້າ. ເຈົ້າເຫັນສິ່ງທີ່ເປັນປະໂຫຍດແກ່ເນື້ອໜັງຂອງເຈົ້າ, ເຈົ້າໃສ່ໃຈຄົນ ແລະ ສິ່ງທີ່ເຈົ້າຮັກ. ນີ້ແມ່ນສິ່ງທີ່ເອີ້ນວ່າ ຄວາມບໍ່ເຫັນແກ່ຕົວຂອງມະນຸດ. ແນວໃດກໍຕາມ, ຄົນ “ບໍ່ເຫັນແກ່ຕົວ” ດັ່ງກ່າວນີ້ບໍ່ເຄີຍກັງວົນກ່ຽວກັບພຣະເຈົ້າຜູ້ປະທານຊີວິດໃຫ້ກັບພວກເຂົາ. ກົງກັນຂ້າມກັບພຣະເຈົ້າ, ຄວາມບໍ່ເຫັນແກ່ຕົວຂອງມະນຸດກາຍເປັນຄວາມເຫັນແກ່ຕົວ ແລະ ໜ້າລັງກຽດທີ່ສຸດ. ຄວາມບໍ່ເຫັນແກ່ຕົວທີ່ມະນຸດເຊື່ອແມ່ນຫວ່າງເປົ່າ ແລະ ບໍ່ເປັນຈິງ, ເຈືອປົນ, ບໍ່ສອດຄຄ່ອງກັບພຣະເຈົ້າ ແລະ ບໍ່ກ່ຽວຂ້ອງກັບພຣະເຈົ້າ. ຄວາມບໍ່ເຫັນແກ່ຕົວຂອງມະນຸດແມ່ນເພື່ອຕົວພວກເຂົາເອງ, ໃນຂະນະທີ່ຄວາມບໍ່ເຫັນແກ່ຕົວຂອງພຣະເຈົ້າແມ່ນການເປີດເຜີຍທີ່ແທ້ຈິງເຖິງທາດແທ້ຂອງພຣະອົງ. ມັນແມ່ນຍ້ອນຄວາມບໍ່ເຫັນແກ່ຕົວຂອງພຣະເຈົ້າເອງທີ່ມະນຸດຖືກສະໜອງໂດຍພຣະອົງຢູ່ຕະຫຼອດເວລາ. ພວກເຈົ້າອາດບໍ່ໄດ້ຮັບຜົນກະທົບຢ່າງເລິກເຊິ່ງກ່ຽວກັບຫົວຂໍ້ທີ່ເຮົາກຳລັງເວົ້າໃນມືນີ້ ແລະ ເປັນພຽງການງຶກຫົວເຫັນດີ, ແຕ່ເມື່ອເຈົ້າພະຍາຍາມເຫັນຄຸນຄ່າຫົວໃຈຂອງພຣະເຈົ້າ, ເຈົ້າຈະຄົ້ນພົບສິ່ງນີ້ຢ່າງບໍ່ໄດ້ເຈດຕະນາ: ທ່າມກາງທຸກຄົນ, ເລື່ອງ ແລະ ສິ່ງຕ່າງໆທີ່ເຈົ້າສາມາດສໍາຜັດໃນໂລກນີ້, ມີພຽງຄວາມບໍ່ເຫັນແກ່ຕົວຂອງພຣະເຈົ້າເທົ່ານັ້ນທີ່ເປັນຈິງ ແລະ ເປັນຮູບປະທຳ, ຍ້ອນວ່າມີພຽງຄວາມຮັກຂອງພຣະເຈົ້າເທົ່ານັ້ນທີ່ມີຕໍ່ເຈົ້າແບບບໍ່ມີເງື່ອນໄຂ ແລະ ບໍ່ມີມົນທິນ. ນອກຈາກພຣະເຈົ້າແລ້ວ, ຄົນອື່ນໆທີ່ເອີ້ນວ່າ ບໍ່ເຫັນແກ່ຕົວ ແມ່ນພາກັນຕັ້ງຕິເຮັດ, ເຮັດແບບຜິວເຜີນ ແລະ ບໍ່ແທ້ຈິງ; ມີຈຸດປະສົງ, ມີຄວາມຕັ້ງໃຈໃດໜຶ່ງ, ມີຂໍ້ແລກປ່ຽນ ແລະ ບໍ່ສາມາດທົນຕໍ່ການທົດສອບໄດ້. ເຈົ້າຍັງສາມາດເວົ້າໄດ້ວ່າ ມັນສົກກະປົກ ແລະ ໜ້າລັງກຽດ. ພວກເຈົ້າເຫັນດີກັບຄຳເວົ້າເຫຼົ່ານີ້ບໍ?

ເຮົາຮູ້ວ່າພວກເຈົ້າບໍ່ຄຸ້ນເຄີຍກັບຫົວຂໍ້ເຫຼົ່ານີ້ ແລະ ຕ້ອງການໃຊ້ເວລາພໍສົມຄວນກ່ອນພວກເຈົ້າຈະສາມາດເຂົ້າໃຈໄດ້ຢ່າງແທ້ຈິງ. ຍິ່ງພວກເຈົ້າບໍ່ຄຸ້ນເຄີຍກັບບັນຫາ ແລະ ຫົວຂໍ້ເຫຼົ່ານີ້ຫຼາຍເທົ່າໃດ, ມັນກໍຍິ່ງພິສູດວ່າ ຫົວຂໍ້ເຫຼົ່ານີ້ຂາດຫາຍໄປໃນຫົວໃຈຂອງພວກເຈົ້າຫຼາຍເທົ່ານັ້ນ. ຖ້າເຮົາບໍ່ເຄີຍເວົ້າເຖິງຫົວຂໍ້ເຫຼົ່ານີ້, ຈະມີໃຜໃນພວກເຈົ້າຮູ້ຈັກກ່ຽວກັບມັນບໍ? ເຮົາເຊື່ອວ່າພວກເຈົ້າຈະບໍ່ມີວັນໄດ້ຮູ້ຈັກມັນເລີຍ. ນັ້ນແມ່ນແນ່ນອນຢູ່ແລ້ວ. ບໍ່ວ່າພວກເຈົ້າຈະສາມາດຢັ່ງຮູ້ ຫຼື ເຂົ້າໃຈໄດ້ຫຼາຍເທົ່າໃດ, ສະຫຼຸບຫຍໍ້ໆກໍຄື ຫົວຂໍ້ເຫຼົ່ານີ້ທີ່ເຮົາເວົ້າເຖິງແມ່ນສິ່ງທີ່ຄົນຂາດຫຼາຍທີ່ສຸດ ແລະ ແມ່ນສິ່ງທີ່ພວກເຂົາຄວນຮູ້ຫຼາຍທີ່ສຸດ. ຫົວຂໍ້ເຫຼົ່ານີ້ສຳຄັນກັບທຸກຄົນຫຼາຍ, ພວກມັນລ້ຳຄ່າ ແລະ ພວກມັນຄືຊີວິດ, ພວກມັນແມ່ນສິ່ງທີ່ພວກເຈົ້າຕ້ອງມີສຳລັບຫົນທາງຂ້າງໜ້າ. ປາດສະຈາກການຊີ້ນໍາຈາກພຣະທໍາເຫຼົ່ານີ້, ປາດສະຈາກຄວາມຮູ້ຂອງພວກເຈົ້າກ່ຽວກັບອຸປະນິໄສ ແລະ ທາດແທ້ຂອງພຣະເຈົ້າ, ເຈົ້າກໍຈະຕັ້ງຄຳຖາມຕະຫຼອດເມື່ອເວົ້າເຖິງພຣະເຈົ້າ. ເຈົ້າຈະເຊື່ອໃນພຣະເຈົ້າຢ່າງຖືກຕ້ອງໄດ້ແນວໃດຖ້າເຈົ້າບໍ່ເຂົ້າໃຈພຣະອົງເລີຍ? ເຈົ້າບໍ່ຮູ້ຫຍັງເລີຍກ່ຽວກັບຄວາມຮູ້ສຶກຂອງພຣະເຈົ້າ, ຄວາມປະສົງຂອງພຣະອົງ, ສະພາບຈິດໃຈຂອງພຣະອົງ, ສິ່ງທີ່ພຣະອົງກຳລັງຄິດຢູ່, ສິ່ງທີ່ເຮັດໃຫ້ພຣະອົງເສົ້າໃຈ ແລະ ສິ່ງທີ່ເຮັດໃຫ້ພຣະອົງມີຄວາມສຸກ, ແລ້ວເຈົ້າຈະຄຳນຶງເຖິງຫົວໃຈຂອງພຣະເຈົ້າໄດ້ແນວໃດ?

ເມື່ອໃດກໍຕາມທີ່ພຣະເຈົ້າເສົ້າໃຈ, ພຣະອົງໄດ້ຜະເຊີນໜ້າກັບມະນຸດທີ່ບໍ່ສົນໃຈພຣະອົງເລີຍ, ມະນຸດທີ່ຕິດຕາມພຣະອົງ ແລະ ອ້າງວ່າຮັກພຣະອົງ ແຕ່ບໍ່ສົນໃຈຄວາມຮູ້ສຶກຂອງພຣະອົງ. ແລ້ວຈະບໍ່ໃຫ້ຫົວໃຈຂອງພຣະອົງເຈັບປວດໄດ້ແນວໃດ? ໃນພາລະກິດການຄຸ້ມຄອງຂອງພຣະເຈົ້າ, ພຣະອົງດຳເນີນພາລະກິດຂອງພຣະອົງ ແລະ ກ່າວກັບທຸກຄົນຢ່າງຈິງໃຈ, ພຣະອົງຜະເຊີນໜ້າກັບພວກເຂົາໂດຍບໍ່ມີການສະຫງວນ ຫຼື ການປິດບັງໃດໆ; ແຕ່ກົງກັນຂ້າມ, ທຸກຄົນທີ່ຕິດຕາມພຣະອົງແມ່ນປິດບັງກັບພຣະອົງ ແລະ ບໍ່ມີໃຜເຕັມໃຈເຂົ້າໃກ້ພຣະອົງຢ່າງຫ້າວຫັນ, ເຂົ້າໃຈຫົວໃຈພຣະອົງ ຫຼື ໃສ່ໃຈກັບຄວາມຮູ້ສຶກຂອງພຣະອົງ. ແມ່ນແຕ່ຜູ້ທີ່ຕ້ອງການເປັນຄົນໃກ້ຊິດຂອງພຣະເຈົ້າກໍບໍ່ຕ້ອງການທີ່ຈະເຂົ້າໃກ້ພຣະອົງ, ຄຳນຶງເຖິງຫົວໃຈຂອງພຣະອົງ ຫຼື ພະຍາຍາມເຂົ້າໃຈພຣະອົງ. ເມື່ອພຣະເຈົ້າມີຄວາມຍິນດີ ແລະ ຄວາມສຸກ, ບໍ່ມີໃຜຢາກແບ່ງປັນຄວາມສຸກຂອງພຣະອົງ. ເມື່ອພຣະເຈົ້າຖືກຄົນເຂົ້າໃຈຜິດ, ບໍ່ມີໃຜປອບໂຍນຫົວໃຈທີ່ບາດເຈັບຂອງພຣະອົງ. ເມື່ອຫົວໃຈຂອງພຣະອົງເຈັບປວດ, ບໍ່ມີແມ່ນແຕ່ຄົນດຽວທີ່ເຕັມໃຈໃຫ້ພຣະອົງວາງໃຈໃນພວກເຂົາ. ຕະຫຼອດໄລຍະເວລາຫຼາຍພັນປີແຫ່ງພາລະກິດການຄຸ້ມຄອງຂອງພຣະເຈົ້າ, ບໍ່ມີໃຜທີ່ເຂົ້າໃຈຄວາມຮູ້ສຶກຂອງພຣະເຈົ້າ, ບໍ່ມີໃຜເຂົ້າໃຈ ແລະ ເຫັນຄຸນຄ່າມັນ, ແຮງໄກທີ່ຈະມີຜູ້ຄົນທີ່ສາມາດຢືນຄຽງຂ້າງພຣະເຈົ້າເພື່ອແບ່ງປັນຄວາມສຸກ ແລະ ຄວາມໂສກເສົ້າຂອງພຣະອົງ. ພຣະເຈົ້າໂດດດ່ຽວ. ພຣະອົງໂດດດ່ຽວ! ພຣະເຈົ້າໂດດດ່ຽວບໍ່ພຽງແຕ່ຍ້ອນວ່າ ມະນຸດຜູ້ເສື່ອມຊາມຕໍ່ຕ້ານພຣະອົງເທົ່ານັ້ນ, ແຕ່ຫຼາຍໄປກວ່ານັ້ນ ແມ່ນຍ້ອນວ່າ ບັນດາຜູ້ທີ່ສະແຫວງຫາຝ່າຍວິນຍານ, ບັນດາຜູ້ທີ່ສະແຫວງຫາທີ່ຈະຮູ້ຈັກພຣະເຈົ້າ ແລະ ເຂົ້າໃຈພຣະອົງ, ແມ່ນແຕ່ບັນດາຜູ້ທີ່ເຕັມໃຈມອບຊີວິດທັງໝົດຂອງພວກເຂົາໃຫ້ກັບພຣະອົງກໍຍັງບໍ່ຮູ້ຈັກຄວາມຄິດຂອງພຣະອົງ ຫຼື ເຂົ້າໃຈອຸປະນິໄສ ແລະ ທາດແທ້ຂອງພຣະອົງ.

ໃນຕອນສຸດທ້າຍຂອງເລື່ອງໂນອາ, ພວກເຮົາເຫັນວ່າພຣະເຈົ້າໃຊ້ວິທີການທີ່ບໍ່ປົກກະຕິເພື່ອສະແດງຄວາມຮູ້ສຶກຂອງພຣະອົງໃນເວລານັ້ນ. ມັນແມ່ນວິທີການທີ່ພິເສດຫຼາຍ: ພຣະອົງສ້າງພັນທະສັນຍາກັບມະນຸດເຊິ່ງປະກາດການສິ້ນສຸດການທຳລາຍໂລກດ້ວຍນ້ຳຖ້ວມຂອງພຣະເຈົ້າ. ໂດຍຜິວເຜີນແລ້ວ, ການສ້າງພັນທະສັນຍາອາດເບິ່ງຄືກັບວ່າເປັນເລື່ອງທຳມະດາຫຼາຍ. ມັນບໍ່ມີຫຍັງຫຼາຍໄປກວ່າການໃຊ້ຄຳເວົ້າເພື່ອຜູກມັດທັງສອງຝ່າຍ ແລະ ປ້ອງກັນພວກເຂົາຈາກການລະເມີດຂໍ້ຕົກລົງຂອງພວກເຂົາ, ເພື່ອປົກປ້ອງຜົນປະໂຫຍດທັງສອງຝ່າຍ. ໃນຮູບຮ່າງພາຍນອກ, ມັນເປັນສິ່ງທຳມະດາ, ແຕ່ຈາກແຮງຈູງໃຈທີ່ຢູ່ເບື້ອງຫຼັງ ແລະ ເຈດຕະນາຂອງພຣະເຈົ້າໃນການເຮັດສິ່ງນີ້, ມັນແມ່ນການເປີດເຜີຍທີ່ແທ້ຈິງກ່ຽວກັບອຸປະນິໄສຂອງພຣະເຈົ້າ ແລະ ສະພາບຈິດໃຈຂອງພຣະອົງ. ຖ້າເຈົ້າບໍ່ສົນໃຈພຣະທໍາເຫຼົ່ານີ້ ແລະ ບໍ່ຮັບຮູ້ພວກມັນ, ຖ້າເຮົາບໍ່ເຄີຍບອກຄວາມຈິງໃນສິ່ງຕ່າງໆກັບພວກເຈົ້າ, ແລ້ວມະນຸດຊາດກໍຈະບໍ່ມີວັນຮູ້ຄວາມຄິດຂອງພຣະເຈົ້າໄດ້ຢ່າງແທ້ຈິງ. ບາງເທື່ອ ໃນຈິນຕະນາການຂອງເຈົ້າ ພຣະເຈົ້າຍິ້ມ ຕອນພຣະອົງເຮັດພັນທະສັນຍານີ້ ຫຼື ບາງທີ ການສະແດງອອກຂອງພຣະອົງນັ້ນຈິງຈັງ, ແຕ່ບໍ່ວ່າການສະແດງອອກຂອງພຣະເຈົ້າຈະເປັນແບບໃດກໍຕາມໃນຈິນຕະນາການຂອງຜູ້ຄົນ, ບໍ່ມີໃຜສາມາດເຫັນຫົວໃຈ ຫຼື ຄວາມເຈັບປວດຂອງພຣະເຈົ້າໄດ້, ແຮງໄກທີ່ຈະເຫັນຄວາມໂດດດ່ຽວຂອງພຣະອົງ. ບໍ່ມີໃຜສາມາດເຮັດໃຫ້ພຣະເຈົ້າເຊື່ອໃຈພວກເຂົາໄດ້ ຫຼື ຄູ່ຄວນກັບຄວາມເຊື່ອໃຈຂອງພຣະເຈົ້າ ຫຼື ເປັນຜູ້ທີ່ພຣະເຈົ້າສາມາດສະແດງຄວາມຄິດຂອງພຣະອົງ ແລະ ເປີດເຜີຍຄວາມເຈັບປວດຂອງພຣະອົງໄດ້. ນັ້ນຄືເຫດຜົນທີ່ພຣະເຈົ້າບໍ່ມີທາງເລືອກ ແຕ່ຕ້ອງເຮັດສິ່ງດັ່ງກ່າວ. ໂດຍຜິວເຜີນແລ້ວ, ພຣະເຈົ້າກ່າວຄຳອຳລາຕໍ່ມະນຸດຊາດຢ່າງສະບາຍໃຈ, ແກ້ໄຂບັນຫາໃນອະດີດ ແລະ ນຳໄປສູ່ຈຸດຈົບທີ່ສົມບູນແບບຂອງການທຳລາຍໂລກດ້ວຍນ້ຳຖ້ວມຂອງພຣະອົງ. ແຕ່ເລິກໆໃນຫົວໃຈຂອງພຣະອົງແລ້ວ, ໃນເວລານັ້ນພຣະເຈົ້າແມ່ນຝັງຄວາມເຈັບປວດໄວ້. ໃນຊ່ວງເວລາທີ່ພຣະເຈົ້າບໍ່ມີໃຜໃຫ້ໄວ້ວາງໃຈ, ພຣະອົງເຮັດພັນທະສັນຍາກັບມະນຸດ, ບອກພວກເຂົາວ່າພຣະອົງຈະບໍ່ທຳລາຍໂລກດ້ວຍນ້ຳຖ້ວມອີກ. ເມື່ອຮຸ້ງປາກົດຂຶ້ນ, ມັນກໍເພື່ອເຕືອນຜູ້ຄົນວ່າ ສິ່ງດັ່ງກ່າວເຄີຍເກີດຂຶ້ນແລ້ວ ແລະ ເພື່ອເຕືອນພວກເຂົາໃຫ້ຫຼີກເວັ້ນຄວາມຊົ່ວຮ້າຍ. ແມ່ນແຕ່ໃນສະພາບເຈັບປວດເຊັ່ນນັ້ນ, ພຣະເຈົ້າກໍບໍ່ໄດ້ລືມມະນຸດຊາດ ແລະ ຍັງສະແດງຄວາມເປັນຫ່ວງພວກເຂົາຫຼາຍ. ນີ້ບໍ່ແມ່ນຄວາມຮັກ ແລະ ຄວາມບໍ່ເຫັນແກ່ຕົວຂອງພຣະເຈົ້າບໍ? ແຕ່ຜູ້ຄົນຄິດເຖິງໃຜເມື່ອພວກເຂົາທົນທຸກທໍລະມານ? ນີ້ບໍ່ແມ່ນເວລາທີ່ພວກເຂົາຕ້ອງການພຣະເຈົ້າຫຼາຍທີ່ສຸດບໍ? ໃນເວລາແບບນີ້, ຄົນລາກດືງເອົາພຣະເຈົ້າມາຢູ່ໃກ້ສະເໝີເພື່ອໃຫ້ພຣະອົງປອບໂຍນພວກເຂົາ. ບໍ່ວ່າເມື່ອໃດ, ພຣະເຈົ້າກໍຈະບໍ່ມີວັນເຮັດໃຫ້ຄົນຜິດຫວັງ ແລະ ພຣະອົງຈະເຮັດໃຫ້ຄົນຫຼຸດພົ້ນຈາກສະຖານະການທີ່ລຳບາກ ແລະ ອາໄສຢູ່ໃນຄວາມສະຫວ່າງຕະຫຼອດເວລາ. ເຖິງແມ່ນວ່າ ພຣະເຈົ້າສະໜອງໃຫ້ກັບມະນຸດຢ່າງຫຼວງຫຼາຍ, ໃນໃຈຂອງມະນຸດ ພຣະເຈົ້າບໍ່ມີຫຍັງຫຼາຍໄປກວ່າຢາບັນເທົາ ແລະ ຢາຊູກຳລັງ. ເມື່ອພຣະເຈົ້າທົນທຸກ, ເມື່ອຫົວໃຈຂອງພຣະອົງຖືກເຈັບປວດ, ຖ້າມີສິ່ງຖືກສ້າງ ຫຼື ບຸກຄົນໃດໜຶ່ງຢູ່ຄຽງຂ້າງພຣະອົງ ຫຼື ປອບໂຍນພຣະອົງ ກໍຈະເປັນຄວາມປາດຖະໜາຢ່າງລົ້ນເຫຼືອຂອງພຣະເຈົ້າຢ່າງບໍ່ຕ້ອງສົງໄສ. ມະນຸດບໍ່ເຄີຍໃສ່ໃຈຄວາມຮູ້ສຶກຂອງພຣະເຈົ້າ, ດັ່ງນັ້ນ ພຣະເຈົ້າຈຶ່ງບໍ່ເຄີຍຂໍ ແລະ ບໍ່ເຄີຍຄາດຫວັງວ່າຈະມີບາງຄົນທີ່ສາມາດປອບໂຍນພຣະອົງໄດ້. ພຣະອົງພຽງແຕ່ໃຊ້ວິທີການຂອງພຣະອົງເອງເພື່ອສະແດງຄວາມຮູ້ສຶກຂອງພຣະອົງ. ຜູ້ຄົນບໍ່ເຄີຍຄິດວ່າ ມັນແມ່ນຄວາມລຳບາກອັນຍິ່ງໃຫຍ່ສຳລັບພຣະເຈົ້າໃນການຜ່ານຜ່າຄວາມທຸກທໍລະມານ, ມີພຽງແຕ່ເມື່ອເຈົ້າພະຍາຍາມເຂົ້າໃຈພຣະເຈົ້າຢ່າງແທ້ຈິງເທົ່ານັ້ນ, ມີພຽງແຕ່ເມື່ອເຈົ້າສາມາດເຫັນຄຸນຄ່າຄວາມຕັ້ງໃຈທີ່ຈິງຈັງຂອງພຣະເຈົ້າໃນທຸກສິ່ງທີ່ພຣະອົງເຮັດຢ່າງແທ້ຈິງເທົ່ານັ້ນ, ເຈົ້າຈຶ່ງຈະສາມາດຮູ້ສຶກໄດ້ເຖິງຄວາມຍິ່ງໃຫຍ່ ແລະ ຄວາມບໍ່ເຫັນແກ່ຕົວຂອງພຣະອົງໄດ້. ເຖິງແມ່ນວ່າ ພຣະເຈົ້າໄດ້ເຮັດພັນທະສັນຍາກັບມະນຸດໂດຍໃຊ້ຮຸ້ງ, ພຣະອົງບໍ່ເຄີຍບອກໃຜວ່າເປັນຫຍັງພຣະອົງຈຶ່ງເຮັດສິ່ງນີ້, ເປັນຫຍັງພຣະອົງຈຶ່ງສ້າງພັນທະສັນຍານີ້, ໝາຍຄວາມວ່າ ພຣະອົງບໍ່ເຄີຍບອກຄວາມຄິດທີ່ແທ້ຈິງຂອງພຣະອົງກັບໃຜ. ນີ້ກໍ່ຍ້ອນວ່າ ບໍ່ມີໃຜສາມາດເຂົ້າໃຈຄວາມເລິກຂອງຄວາມຮັກທີ່ພຣະເຈົ້າມີຕໍ່ມວນມະນຸດທີ່ພຣະອົງໄດ້ສ້າງຂຶ້ນດ້ວຍມືຂອງພຣະອົງເອງ ແລະ ບໍ່ມີໃຜສາມາດເຫັນຄຸນຄ່າເຖິງຫົວໃຈຂອງພຣະອົງວ່າ ທົນທຸກກັບຄວາມເຈັບປວດຫຼາຍປານໃດເມື່ອພຣະອົງທຳລາຍມະນຸດຊາດ. ເພາະສະນັ້ນ, ເຖິງແມ່ນວ່າພຣະອົງຈະໄດ້ບອກຄົນໄປວ່າພຣະອົງຮູ້ສຶກແນວໃດ, ພວກເຂົາກໍຈະບໍ່ສາມາດຮັບຄວາມເຊື່ອໃຈນີ້ໄດ້. ເຖິງແມ່ນວ່າ ເຈັບປວດ ພຣະອົງກໍຍັງສືບຕໍ່ປະຕິບັດບາດກ້າວຕໍ່ໄປແຫ່ງພາລະກິດຂອງພຣະອົງ. ພຣະເຈົ້າປະທານດ້ານທີ່ດີທີ່ສຸດຂອງພຣະອົງ ແລະ ສິ່ງທີ່ດີທີ່ສຸດໃຫ້ກັບມະນຸດສະເໝີ ໃນຂະນະທີ່ແບກເອົາຄວາມທຸກທໍລະມານທັງໝົດໄວ້ດ້ວຍຕົວພຣະອົງເອງຢ່າງງຽບໆ. ພຣະເຈົ້າບໍ່ເຄີຍເປີດເຜີຍຄວາມທຸກທໍລະມານເຫຼົ່ານີ້ຢ່າງເປີດເຜີຍ. ກົງກັນຂ້າມ, ພຣະອົງອົດທົນກັບມັນ ແລະ ລໍຖ້າຢູ່ຢ່າງງຽບໆ. ຄວາມອົດທົນຂອງພຣະເຈົ້າບໍ່ໄດ້ເຢັນຊາ, ມືນຊາ ຫຼື ໄຮ້ປະໂຫຍດ, ທັງບໍ່ແມ່ນສັນຍານແຫ່ງຄວາມອ່ອນແອອີກດ້ວຍ. ກົງກັນຂ້າມ, ຄວາມຮັກ ແລະ ທາດແທ້ຂອງພຣະເຈົ້ານັ້ນບໍ່ໄດ້ເຫັນແກ່ຕົວຢູ່ສະເໝີ. ນີ້ແມ່ນການເປີດເຜີຍແບບທຳມະຊາດຂອງທາດແທ້ ແລະ ອຸປະນິໄສຂອງພຣະອົງ ແລະ ການເປີດເຜີຍຕົວຕົນຂອງພຣະເຈົ້າໃນຖານະພຣະຜູ້ຊົງສ້າງທີ່ແທ້ຈິງ.

ການເວົ້າແບບນັ້ນ, ບາງຄົນອາດຈະຕີຄວາມໝາຍຜິດໃນສິ່ງທີ່ເຮົາໝາຍເຖິງ. “ການບັນລະຍາຍຄວາມຮູ້ສຶກຂອງພຣະເຈົ້າຢ່າງລະອຽດດ້ວຍຄວາມຮູ້ສືກຕື່ນເຕັ້ນຫຼາຍ, ເພື່ອຕັ້ງໃຈເຮັດໃຫ້ຄົນຮູ້ສຶກເສຍໃຈກັບພຣະເຈົ້າບໍ?” ນັ້ນບໍ່ແມ່ນຄວາມຕັ້ງໃຈໃນນີ້ບໍ? (ບໍ່!) ຈຸດປະສົງດຽວທີ່ເຮົາເວົ້າສິ່ງເຫຼົ່ານີ້ກໍເພື່ອເຮັດໃຫ້ພວກເຈົ້າຮູ້ຈັກພຣະເຈົ້າດີຂຶ້ນ, ເຂົ້າໃຈດ້ານຕ່າງໆຂອງພຣະອົງ, ເຂົ້າໃຈຄວາມຮູ້ສຶກຂອງພຣະອົງ, ເຫັນຄຸນຄ່າເຖິງທາດແທ້ ແລະ ອຸປະນິໄສຂອງພຣະເຈົ້າທີ່ໄດ້ສະແດງອອກຜ່ານພາລະກິດຂອງພຣະອົງຢ່າງເປັນຮູບປະທຳ ແລະ ເທື່ອລະເລັກລະໜ້ອຍ ເຊິ່ງກົງກັນຂ້າມກັບການສະແດງອອກຜ່ານຄຳເວົ້າອັນຫວ່າງເປົ່າຂອງມະນຸດ, ຜ່ານຕົວໜັງສື ແລະ ຫຼັກຄຳສອນຂອງພວກເຂົາ ຫຼື ຈິນຕະນາການຂອງພວກເຂົາ. ໝາຍຄວາມວ່າ ພຣະເຈົ້າ ແລະ ທາດແທ້ຂອງພຣະເຈົ້າມີຢູ່ຈິງແທ້. ພວກມັນບໍ່ແມ່ນຮູບແຕ້ມ, ບໍ່ແມ່ນຈິນຕະນາການ, ບໍ່ໄດ້ຖືກສ້າງໂດຍມະນຸດ ແລະ ແນ່ນອນວ່າບໍ່ໄດ້ແຕ່ງຂຶ້ນໂດຍມະນຸດ. ຕອນນີ້ ພວກເຈົ້າເຂົ້າໃຈເລື່ອງນີ້ແລ້ວບໍ? ຖ້າພວກເຈົ້າເຂົ້າໃຈມັນ, ແລ້ວພຣະທຳຂອງເຮົາໃນມື້ນີ້ກໍຖືວ່າໄດ້ບັນລຸເປົ້າໝາຍຂອງມັນແລ້ວ.

ມື້ນີ້ພວກເຮົາໄດ້ສົນທະນາກັນສາມປະເດັນ. ເຮົາເຊື່ອໝັ້ນວ່າທຸກຄົນໄດ້ຮັບຈາກການສົນທະນາກ່ຽວກັບສາມຫົວຂໍ້ນີ້ຢ່າງມາກມາຍ. ເຮົາສາມາດເວົ້າໄດ້ຢ່າງແນ່ນອນວ່າ, ຜ່ານສາມຫົວຂໍ້ນີ້, ຄວາມຄິດກ່ຽວກັບພຣະເຈົ້າທີ່ເຮົາໄດ້ບັນລະຍາຍ ຫຼື ອຸປະນິໄສ ແລະ ທາດແທ້ຂອງພຣະຈົ້າທີ່ເຮົາໄດ້ກ່າວເຖິງນັ້ນ ໄດ້ປ່ຽນແປງຄວາມຄິດ ແລະ ຄວາມເຂົ້າໃຈຂອງຄົນກ່ຽວກັບພຣະເຈົ້າ, ປ່ຽນແມ່ນແຕ່ຄວາມເຊື່ອຂອງຄົນໃນພຣະເຈົ້າ, ຍິ່ງໄປກວ່ານັ້ນ ແມ່ນໄດ້ປ່ຽນແປງພາບລັກຂອງພຣະເຈົ້າເຊິ່ງຖືກເຊີດຊູໂດຍທຸກຄົນຢູ່ໃນຫົວໃຈຂອງພວກເຂົາ. ບໍ່ວ່າສິ່ງໃດກໍຕາມ, ເຮົາຫວັງວ່າ ສິ່ງທີ່ພວກເຈົ້າໄດ້ຮຽນຮູ້ກ່ຽວກັບອຸປະນິໄສຂອງພຣະເຈົ້າທັງສາມພາກໃນພຣະຄຳພີນີ້ຈະເປັນປະໂຫຍດແກ່ພວກເຈົ້າ ແລະ ເຮົາຫວັງວ່າຫຼັງຈາກພວກເຈົ້າກັບເມືອ ພວກເຈົ້າຈະພະຍາຍາມໄຕ່ຕອງມັນຫຼາຍຂຶ້ນ. ຂໍຈົບການຊຸມນຸມກັນໃນມື້ນີ້ໄວ້ພຽງເທົ່ານີ້. ລາກ່ອນ!

4 ພະຈິກ 2013

​ກ່ອນ​ນີ້ :ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ

ຕໍ່​ໄປ:ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III

ທ່ານອາດຈະຍັງມັກ