ພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ກັບຄືນມາເທິງ “ກ້ອນເມກສີຂາວ” ແລ້ວ

ເປັນເວລາຫຼາຍພັນປີມາແລ້ວ ມະນຸດໄດ້ປາດຖະໜາຢາກເຫັນການມາເຖິງຂອງພຣະຜູ້ຊ່ວຍໃຫ້ລອດພົ້ນ. ມະນຸດປາດຖະໜາຢາກເຫັນພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນຂີ່ກ້ອນເມກສີຂາວເມື່ອພຣະອົງລົງມາດ້ວຍຕົນເອງຢູ່ທ່າມກາງຜູ້ທີ່ລໍຄອຍ ແລະ ປາດຖະໜາຢາກເຫັນພຣະອົງເປັນເວລາຫຼາຍພັນປີມາແລ້ວ. ມະນຸດຍັງປາດຖະໜາໃຫ້ພຣະຜູ້ຊ່ວຍໃຫ້ລອດພົ້ນກັບຄືນມາ ແລະ ມາຢູ່ຮ່ວມກັບພວກເຂົາ; ນັ້ນກໍ່ຄືໃຫ້ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນຜູ້ທີ່ໄດ້ແຍກຈາກຜູ້ຄົນເປັນເວລາຫຼາຍພັນປີກັບຄືນມາ ແລະ ປະຕິບັດພາລະກິດແຫ່ງການໄຖ່ບາບທີ່ພຣະອົງເຄີຍເຮັດໃນທ່າມກາງຄົນຢິວອີກຄັ້ງ, ໃຫ້ພຣະອົງຈະມີຄວາມສົງສານ ແລະ ມີຄວາມຮັກຕໍ່ມະນຸດ, ໃຫ້ອະໄພບາບແກ່ມະນຸດ ແລະ ແບກຮັບຄວາມຜິດບາບຂອງມະນຸດ ແລະ ເຖິງກັບແບກຮັບເອົາການກະທຳຜິດຂອງມະນຸດທຸກຄົນ ແລະ ນຳມະນຸດອອກຈາກຄວາມຜິດບາບ. ສິ່ງທີ່ພວກເຂົາປາດຖະໜາກໍ່ຄືໃຫ້ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນເປັນຄືແຕ່ກ່ອນ ນັ້ນກໍ່ຄືເປັນພຣະຜູ້ຊ່ວຍໃຫ້ລອດທີ່ເຕັມໄປດ້ວຍຄວາມຮັກ, ມີເມດຕາ ແລະ ໜ້າເຄົາລົບນັບຖື, ເປັນຜູ້ທີ່ບໍ່ເຄີຍໂກດຮ້າຍຕໍ່ມະນຸດ ແລະ ຜູ້ທີ່ບໍ່ເຄີຍຕຳນິມະນຸດ, ແຕ່ເປັນຜູ້ທີ່ໃຫ້ອະໄພ ແລະ ແບກຮັບເອົາບາບທັງໝົດຂອງມະນຸດ ແລະ ຜູ້ທີ່ເຖິງກັບຕາຍເທິງໄມ້ກາງແຂນເພື່ອມະນຸດຄືກັບຄັ້ງກ່ອນ. ຕັ້ງແຕ່ທີ່ພຣະເຢຊູໄດ້ຈາກໄປ, ສາວົກຜູ້ທີ່ຕິດຕາມພຣະອົງ ພ້ອມທັງໄພ່ພົນທຸກຄົນທີ່ໄດ້ຮັບຄວາມລອດພົ້ນໃນພຣະນາມຂອງພຣະອົງກໍ່ໄດ້ພາກັນສະແຫວງຫາ ແລະ ລໍຄອຍພຣະອົງຢ່າງສິ້ນຫວັງ. ທຸກຄົນທີ່ໄດ້ຮັບຄວາມລອດພົ້ນຈາກພຣະກະລຸນາຂອງພຣະເຢຊູຄຣິດໃນລະຫວ່າງຍຸກແຫ່ງພຣະຄຸນກໍ່ປາດຖະໜາຫາມື້ແຫ່ງຄວາມປິຕິຍິນດີໃນຍຸກສຸດທ້າຍ ເມື່ອພຣະຜູ້ຊ່ວຍໃຫ້ລອດພົ້ນຈະລົງມາເທິງກ້ອນເມກສີຂາວ ເພື່ອປາກົດຕົວຕໍ່ໜ້າທຸກຄົນ. ແນ່ນອນ ສິ່ງນີ້ຍັງແມ່ນຄວາມປາດຖະໜາລວມກັນຂອງທຸກຄົນທີ່ຍອມຮັບພຣະນາມຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນໃນມື້ນີ້. ທຸກຄົນໃນຈັກກະວານທີ່ຮູ້ຈັກຄວາມລອດພົ້ນຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ລໍຄອຍຢ່າງສິ້ນຫວັງໃຫ້ພຣະເຢຊູຄຣິດມາເຖິງຢ່າງກະທັນຫັນ ເພື່ອເຮັດສຳເລັດສິ່ງທີ່ພຣະເຢຊູໄດ້ກ່າວໄວ້ໃນຂະນະທີ່ຢູ່ເທິງໂລກ: “ເຮົາຈະມາຄືກັນກັບຕອນທີ່ເຮົາຈາກໄປ”. ມະນຸດເຊື່ອວ່າ ຫຼັງຈາກການຖືກຄຶງເທິງໄມ້ກາງແຂນ ແລະ ການຄືນຊີບ ພຣະເຢຊູໄດ້ກັບຄືນໄປສູ່ສະຫວັນເທິງກ້ອນເມກສີຂາວ ເພື່ອຮັບຕຳແໜ່ງຂອງພຣະອົງໃນມືເບື້ອງຂວາຂອງອົງຊົງສູງສຸດ. ໃນລັກສະນະດຽວກັນ, ພຣະເຢຊູຈະລົງມາເທິງກ້ອນເມກສີຂາວອີກຄັ້ງ (ກ້ອນເມກນີ້ໝາຍເຖິງກ້ອນເມກທີ່ພຣະເຢຊູຂີ່ໃນເວລາທີ່ພຣະອົງກັບຄືນໄປສະຫວັນ) ທ່າມກາງຄົນທີ່ຄອງຄອຍພຣະອົງຢ່າງສິ້ນຫວັງເປັນເວລາຫຼາຍພັນປີ ແລະ ພຣະອົງຈະມີພາບລັກ ແລະ ໃສ່ເຄື່ອງນຸ່ງຂອງຄົນຢິວ. ຫຼັງຈາກທີ່ປາກົດຕໍ່ມະນຸດແລ້ວ, ພຣະອົງຈະປະທານອາຫານໃຫ້ແກ່ພວກເຂົາ ແລະ ເຮັດໃຫ້ນໍ້າແຫ່ງຊີວິດໄຫຼອອກມາສຳລັບພວກເຂົາ ແລະ ຈະໃຊ້ຊີວິດໃນທ່າມກາງມະນຸດຢ່າງເຕັມໄປດ້ວຍຄວາມກະລຸນາ ແລະ ເຕັມໄປດ້ວຍຄວາມຮັກ, ຊີວິດຊີວາ ແລະ ຄວາມຈິງ. ແນວຄິດທັງໝົດນັ້ນແມ່ນສິ່ງທີ່ຜູ້ຄົນເຊື່ອ. ແຕ່ພຣະເຢຊູຜູ້ຊ່ວຍໃຫ້ລອດພົ້ນບໍ່ໄດ້ເຮັດແບບນີ້; ພຣະອົງເຮັດກົງກັນຂ້າມກັບສິ່ງທີ່ມະນຸດເຂົ້າໃຈ. ພຣະອົງບໍ່ໄດ້ມາຢູ່ທ່າມກາງຜູ້ຄົນທີ່ຄອງຄອຍການກັບມາຂອງພຣະອົງ ແລະ ພຣະອົງບໍ່ໄດ້ປາກົດຕໍ່ທຸກຄົນໃນຂະນະທີ່ກຳລັງຂີ່ກ້ອນເມກສີຂາວ. ພຣະອົງໄດ້ລົງມາແລ້ວ ແຕ່ມະນຸດບໍ່ຮູ້ຈັກ ແລະ ຍັງບໍ່ຮູ້. ມະນຸດພຽງແຕ່ລໍຖ້າພຣະອົງຢ່າງບໍ່ມີຈຸດໝາຍ ໂດຍບໍ່ຮູ້ວ່າພຣະອົງໄດ້ລົງມາເທິງ “ກ້ອນເມກສີຂາວ” ແລ້ວ (ກ້ອນເມກທີ່ເປັນພຣະວິນຍານຂອງພຣະອົງ, ພຣະທຳຂອງພຣະອົງ ແລະ ອຸປະນິໄສທັງໝົດຂອງພຣະອົງ ແລະ ທຸກສິ່ງທີ່ພຣະອົງເປັນ) ແລະ ໃນຕອນນີ້ ພຣະອົງຢູ່ທ່າມກາງກຸ່ມຜູ້ຊະນະທີ່ພຣະອົງຈະສ້າງຂຶ້ນໃນລະຫວ່າງຍຸກສຸດທ້າຍ. ມະນຸດບໍ່ຮູ້ສິ່ງນີ້: ເຖິງແມ່ນວ່າພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນທີ່ບໍລິສຸດຈະມີຄວາມເມດຕາ ແລະ ຄວາມຮັກຕໍ່ມະນຸດກໍ່ຕາມ, ພຣະອົງຈະສາມາດດຳເນີນພາລະກິດໃນ “ພຣະວິຫານ” ເຫຼົ່ານັ້ນທີ່ເຕັມໄປດ້ວຍວິນຍານທີ່ສົກກະປົກ ແລະ ບໍ່ບໍລິສຸດໄດ້ແນວໃດ? ເຖິງແມ່ນວ່າມະນຸດໄດ້ລໍຖ້າການລົງມາຂອງພຣະອົງ, ພຣະອົງຈະສາມາດປາກົດຕໍ່ຄົນທີ່ກິນເນື້ອໜັງຂອງສິ່ງທີ່ບໍ່ຊອບທໍາ, ດື່ມເລືອດຂອງສິ່ງທີ່ບໍ່ຊອບທຳ ແລະ ນຸ່ງເສື້ອຜ້າຂອງຄົນທີ່ບໍ່ຊອບທຳ, ຄົນທີ່ເຊື່ອໃນພຣະອົງ ແຕ່ບໍ່ຮູ້ຈັກພຣະອົງ ແລະ ຜູ້ທີ່ຂົ່ມເຫັງພຣະອົງຢ່າງຕໍ່ເນື່ອງໄດ້ແນວໃດ? ມະນຸດຮູ້ແຕ່ວ່າພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນເຕັມປ່ຽມໄປດ້ວຍຄວາມຮັກ ແລະ ເຕັມລົ້ນດ້ວຍຄວາມສົງສານ ແລະ ພຣະອົງເປັນເຄື່ອງບູຊາແທນຄວາມຜິດບາບທີ່ເຕັມໄປດ້ວຍການໄຖ່ບາບ. ເຖິງຢ່າງໃດກໍ່ຕາມ, ມະນຸດບໍ່ຮູ້ວ່າພຣະອົງເອງເປັນພຣະເຈົ້າ ຜູ້ທີ່ເຕັມປ່ຽມໄປດ້ວຍຄວາມຊອບທຳ, ຄວາມສະຫງ່າຜາເຜີຍ, ຄວາມໂກດຮ້າຍ ແລະ ການພິພາກສາ, ມີລິດອຳນາດ ແລະ ເຕັມໄປດ້ວຍກຽດສັກສີ. ສະນັ້ນ ເຖິງແມ່ນວ່າມະນຸດຈະປາດຖະໜາ ແລະ ລໍຄອຍການກັບມາຂອງພຣະຜູ້ໄຖ່ບາບຢ່າງຈິງໃຈ ແລະ ເຖິງແມ່ນວ່າຄຳອະທິຖານຂອງພວກເຂົາຈະສັ່ນສະເທືອນເຖິງ “ສະຫວັນ”, ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນກໍ່ຈະບໍ່ປາກົດຕົວຕໍ່ຄົນທີ່ເຊື່ອໃນພຣະອົງແຕ່ບໍ່ຮູ້ຈັກພຣະອົງ.

“ພຣະເຢໂຮວາ” ແມ່ນພຣະນາມທີ່ເຮົາໃຊ້ໃນລະຫວ່າງພາລະກິດຂອງເຮົາໃນອິດສະຣາເອນ ແລະ ມັນໝາຍເຖິງພຣະເຈົ້າຂອງຄົນອິດສະຣາເອນ (ຄົນທີ່ຖືກເລືອກຂອງພຣະເຈົ້າ) ຜູ້ທີ່ສາມາດມີຄວາມສົງສານຕໍ່ມະນຸດ, ສາບແຊ່ງມະນຸດ ແລະ ນຳທາງຊີວິດຂອງມະນຸດໄດ້; ພຣະເຈົ້າທີ່ມີລິດອຳນາດຍິ່ງໃຫຍ່ ແລະ ເຕັມໄປດ້ວຍສະຕິປັນຍາ. “ພຣະເຢຊູ” ຄືເອມະນູເອນ ເຊິ່ງໝາຍເຖິງເຄື່ອງຖວາຍແທນຄວາມຜິດບາບທີ່ເຕັມໄປດ້ວຍຄວາມຮັກ, ເຕັມໄປດ້ວຍຄວາມເມດຕາ ແລະ ໄຖ່ບາບໃຫ້ມະນຸດ. ພຣະອົງປະຕິບັດພາລະກິດໃນຍຸກແຫ່ງພຣະຄຸນ ແລະ ພຣະອົງເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະຄຸນ ແລະ ພຽງແຕ່ສາມາດເປັນຕົວແທນໃຫ້ສ່ວນໜຶ່ງໃນພາລະກິດແຫ່ງແຜນການຄຸ້ມຄອງ. ນັ້ນໝາຍຄວາມວ່າ ມີພຽງແຕ່ພຣະເຢໂຮວາເທົ່ານັ້ນທີ່ເປັນພຣະເຈົ້າຂອງຄົນທີ່ຖືກເລືອກຂອງອິດສະຣາເອນ, ພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອິຊາກ, ພຣະເຈົ້າຂອງຢາໂຄບ, ພຣະເຈົ້າຂອງໂມເຊ ແລະ ພຣະເຈົ້າຂອງຄົນອິດສະຣາເອນທັງໝົດ. ສະນັ້ນ, ຄົນອິດສະຣາເອນທຸກຄົນໃນຊ່ວງເວລານັ້ນ, ລວມທັງຄົນຢິວແລ້ວ, ກໍນະມັດສະການພຣະເຢໂຮວາ. ພວກເຂົາຖວາຍບູຊາແກ່ພຣະອົງເທິງແທ່ນບູຊາ ແລະ ຮັບໃຊ້ພຣະອົງໃນພຣະວິຫານໂດຍໃສ່ເສື້ອຄຸມຂອງປະໂລຫິດ. ສິ່ງທີ່ພວກເຂົາຄາດຫວັງແມ່ນການປາກົດຕົວອີກຄັ້ງຂອງພຣະເຢໂຮວາ. ມີພຽງແຕ່ພຣະເຢຊູເທົ່ານັ້ນທີ່ເປັນຜູ້ໄຖ່ບາບຂອງມະນຸດຊາດ ແລະ ພຣະອົງຄືເຄື່ອງຖວາຍແທນຄວາມຜິດບາບທີ່ໄຖ່ມະນຸດຊາດຈາກຄວາມຜິດບາບ. ນັ້ນໝາຍຄວາມວ່າ ພຣະນາມຂອງພຣະເຢຊູແມ່ນມາຈາກຍຸກແຫ່ງພຣະຄຸນ ແລະ ເກີດຂຶ້ນເນື່ອງຈາກພາລະກິດແຫ່ງການໄຖ່ບາບໃນຍຸກແຫ່ງພຣະຄຸນ. ພຣະນາມຂອງພຣະເຢຊູເກີດຂຶ້ນເພື່ອເຮັດໃຫ້ຜູ້ຄົນໃນຍຸກແຫ່ງພຣະຄຸນໄດ້ເກີດໃໝ່ ແລະ ໄດ້ຮັບຄວາມລອດພົ້ນ ແລະ ເປັນພຣະນາມໂດຍສະເພາະສຳລັບການໄຖ່ບາບຂອງມະນຸດຊາດທັງປວງ. ສະນັ້ນ ພຣະນາມຂອງພຣະເຢຊູຈຶ່ງເປັນຕົວແທນໃຫ້ແກ່ພາລະກິດແຫ່ງການໄຖ່ບາບ ແລະ ສະແດງເຖິງຍຸກແຫ່ງພຣະຄຸນ. ພຣະນາມຂອງພຣະເຢໂຮວາແມ່ນພຣະນາມສະເພາະສຳລັບຄົນອິດສະຣາເອນຜູ້ທີ່ດຳເນີນຊີວິດພາຍໃຕ້ພຣະບັນຍັດ. ໃນແຕ່ລະຍຸກ ແລະ ແຕ່ລະຂັ້ນຕອນຂອງພາລະກິດນັ້ນ, ພຣະນາມຂອງເຮົາບໍ່ໄດ້ໄຮ້ເຫດຜົນ ແຕ່ມີຄວາມໝາຍໃນການເປັນຕົວແທນ: ພຣະນາມແຕ່ລະນາມເປັນຕົວແທນໃຫ້ແກ່ຍຸກໜຶ່ງ. “ພຣະເຢໂຮວາ” ເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະບັນຍັດ ແລະ ເປັນນາມມະຍົດທີ່ຄົນໃນອິດສະຣາເອນເອີ້ນຫາພຣະເຈົ້າທີ່ພວກເຂົານະມັດສະການ. “ພຣະເຢຊູ” ເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະຄຸນ ແລະ ເປັນພຣະນາມຂອງພຣະເຈົ້າຂອງທຸກຄົນທີ່ໄດ້ຮັບການໄຖ່ບາບໃນຍຸກແຫ່ງພຣະຄຸນ. ຖ້າມະນຸດຍັງປາຖະໜາການມາເຖິງຂອງພຣະເຢຊູຜູ້ຊ່ວຍໃຫ້ລອດພົ້ນໃນລະຫວ່າງຍຸກສຸດທ້າຍ ແລະ ຍັງຄາດຫວັງໃຫ້ພຣະອົງກັບມາໃນລັກສະນະທີ່ພຣະອົງບັງເກີດໃນແຂວງຢູດາຍ, ແລ້ວແຜນການຄຸ້ມຄອງຫົກພັນປີທັງໝົດຈະຢຸດຢູ່ໃນຍຸກແຫ່ງການໄຖ່ບາບ ແລະ ບໍ່ສາມາດສືບຕໍ່ກ້າວໄປຂ້າງໜ້າໄດ້. ຍິ່ງໄປກວ່ານັ້ນ, ຍຸກສຸດທ້າຍຈະບໍ່ມີວັນມາເຖິງ ແລະ ຍຸກດັ່ງກ່າວຈະບໍ່ມີສິ້ນສຸດລົງຈັກເທື່ອ. ນີ້ເປັນເພາະວ່າພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນແມ່ນສຳລັບການໄຖ່ບາບ ແລະ ຄວາມລອດພົ້ນຂອງມະນຸດເທົ່ານັ້ນ. ເຮົາໃຊ້ຊື່ພຣະເຢຊູເພື່ອເຫັນແກ່ຄົນບາບທຸກຄົນໃນຍຸກແຫ່ງພຣະຄຸນເທົ່ານັ້ນ, ແຕ່ມັນບໍ່ແມ່ນນາມທີ່ເຮົາຈະນຳເອົາມະນຸດຊາດທັງປວງໄປສູ່ຈຸດສິ້ນສຸດ. ເຖິງແມ່ນວ່າພຣະເຢໂຮວາ, ພຣະເຢຊູ ແລະ ພຣະເມຊີອາລ້ວນແລ້ວແຕ່ເປັນຕົວແທນໃຫ້ແກ່ພຣະວິນຍານຂອງເຮົາ, ນາມເຫຼົ່ານີ້ພຽງແຕ່ສະແດງເຖິງຍຸກທີ່ແຕກຕ່າງກັນໃນແຜນການຄຸ້ມຄອງຂອງເຮົາ ແລະ ບໍ່ແມ່ນຕົວແທນໃຫ້ແກ່ເຮົາຢ່າງສົມບູນ. ນາມທີ່ຜູ້ຄົນເທິງໂລກຮຽກເອີ້ນເຮົາກໍບໍ່ສາມາດອະທິບາຍເຖິງອຸປະນິໄສທັງໝົດຂອງເຮົາ ແລະ ທຸກສິ່ງທີ່ເຮົາເປັນ. ພວກມັນພຽງແຕ່ເປັນນາມທີ່ແຕກຕ່າງກັນທີ່ມະນຸດເອີ້ນເຮົາໃນຍຸກທີ່ແຕກຕ່າງກັນເທົ່ານັ້ນ. ສະນັ້ນ ເມື່ອຍຸກສິ້ນສຸດ ກໍຄືຍຸກສຸດທ້າຍມາເຖິງ ນາມຂອງເຮົາຈະປ່ຽນອີກຄັ້ງ. ເຮົາຈະບໍ່ຖືກເອີ້ນວ່າພຣະເຢໂຮວາ ຫຼື ພຣະເຢຊູ, ແຮງໄກທີ່ຈະເປັນພຣະເມຊີອາ, ເຮົາຈະຖືກເອີ້ນວ່າ ພຣະເຈົ້າອົງຊົງລິດອໍານາດ ແລະ ຊົງລິດທານຸພາບສູງສຸດ ແລະ ພາຍໃຕ້ນາມນີ້ ເຮົາຈະນຳເອົາຍຸກໄປສູ່ຈຸດສິ້ນສຸດ. ຄັ້ງໜຶ່ງ ເຮົາເຄີຍຖືກເອີ້ນວ່າເປັນພຣະເຢໂຮວາ, ຄັ້ງໜຶ່ງຜູ້ຄົນຍັງຮັບຮູ້ວ່າເຮົາຄືພຣະເມຊີອາ ແລະ ຜູ້ຄົນເຄີຍເອີ້ນເຮົາວ່າພຣະເຢຊູ ພຣະຜູ້ຊ່ວຍໃຫ້ລອດພົ້ນດ້ວຍຄວາມຮັກ ແລະ ຄວາມເຄົາລົບ. ມື້ນີ້ ເຮົາບໍ່ແມ່ນພຣະເຢໂຮວາ ຫຼື ພຣະເຢຊູທີ່ຜູ້ຄົນເຄີຍຮູ້ຈັກໃນອະດີດຜ່ານມາອີກຕໍ່ໄປ. ກົງກັນຂ້າມ, ເຮົາແມ່ນພຣະເຈົ້າທີ່ສະເດັດກັບຄືນມາໃນຍຸກສຸດທ້າຍ, ພຣະເຈົ້າທີ່ຈະນຳເອົາຍຸກໄປສູ່ຈຸດສິ້ນສຸດ; ເຮົາແມ່ນພຣະເຈົ້າເອງທີ່ລຸກຂຶ້ນຈາກສຸດປາຍແຜ່ນດິນໂລກ ເຊິ່ງເຕັມໄປດ້ວຍອຸປະນິໄສທັງໝົດຂອງເຮົາ ແລະ ເຕັມໄປດ້ວຍສິດອຳນາດ, ກຽດຕິຍົດ ແລະ ສະຫງ່າລາສີ. ມະນຸດບໍ່ເຄີຍມີການພົວພັນກັບເຮົາ, ເຂົາບໍ່ເຄີຍຮູ້ຈັກເຮົາ ແລະ ເຂົາບໍ່ເຄີຍຮູ້ຈັກອຸປະນິໄສຂອງເຮົາ. ນັບຕັ້ງແຕ່ການສ້າງໂລກຈົນມາຮອດມື້ນີ້, ບໍ່ທັນມີຜູ້ໃດເຄີຍເຫັນເຮົາ. ນີ້ແມ່ນພຣະເຈົ້າຜູ້ທີ່ປາກົດຕໍ່ມະນຸດໃນຍຸກສຸດທ້າຍ ແຕ່ຊົງປິດບັງພຣະອົງເອງທ່າມກາງມະນຸດ. ພຣະອົງສະຖິດຢູ່ທ່າມກາງມະນຸດ, ມີຊີວິດຊີວາ ແລະ ປ່ຽມດ້ວຍພະລັງ, ເປັນຈິງຄືກັບດວງອາທິດທີ່ເຜົາໄໝ້ ແລະ ແປວໄຟທີ່ແຜດເຜົາ ເຊິ່ງເຕັມປ່ຽມໄປດ້ວຍລິດທານຸພາບ ແລະ ສິດອຳນາດ. ບໍ່ມີບຸກຄົນ ຫຼື ສິ່ງໃດທີ່ຈະບໍ່ຖືກພິພາກສາໂດຍພຣະທຳຂອງເຮົາ ແລະ ບໍ່ມີບຸກຄົນ ຫຼື ສິ່ງໃດຈະບໍ່ຖືກເຮັດໃຫ້ບໍລິສຸດຜ່ານການແຜດເຜົາດ້ວຍໄຟ. ໃນທີ່ສຸດແລ້ວ ບັນດາຊົນຊາດທັງຫຼາຍຈະໄດ້ຮັບພອນຍ້ອນພຣະທຳຂອງເຮົາ ແລະ ຍັງຈະຖືກທໍາລາຍໃຫ້ແຫຼກລະອຽດດ້ວຍພຣະທຳຂອງເຮົາ. ດ້ວຍວິທີນີ້, ທຸກຄົນໃນຍຸກສຸດທ້າຍຈະເຫັນວ່າເຮົາແມ່ນພຣະຜູ້ຊ່ວຍໃຫ້ລອດພົ້ນທີ່ສະເດັດກັບຄືນມາ ແລະ ເຮົາແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຜູ້ທີ່ເອົາຊະນະມະນຸດຊາດທັງປວງ. ແລ້ວທຸກຄົນຈະໄດ້ເຫັນວ່າ ໃນຄັ້ງໜຶ່ງ ເຮົາເຄີຍເປັນເຄື່ອງບູຊາໄຖ່ບາບຂອງມະນຸດ, ແຕ່ໃນຍຸກສຸດທ້າຍ ເຮົາໄດ້ກາຍເປັນແປວໄຟຈາກດວງອາທິດທີ່ແຜດເຜົາທຸກສິ່ງຢ່າງ ພ້ອມທັງເປັນດວງອາທິດແຫ່ງຄວາມຊອບທຳທີ່ເປີດເຜີຍທຸກສິ່ງຢ່າງ. ນີ້ແມ່ນພາລະກິດຂອງເຮົາໃນຍຸກສຸດທ້າຍ. ເຮົາໃຊ້ນາມຊື່ນີ້ ແລະ ມີອຸປະນິໄສນີ້ ເພື່ອໃຫ້ທຸກຄົນສາມາດເຫັນວ່າເຮົາແມ່ນພຣະເຈົ້າທີ່ຊອບທຳ, ເປັນດວງອາທິດທີ່ແຜດເຜົາ, ເປັນແປວໄຟທີ່ເຜົາໄໝ້ ແລະ ເພື່ອໃຫ້ທຸກຄົນນະມັດສະການເຮົາ ຜູ້ທີ່ເປັນພຣະເຈົ້າທີ່ແທ້ຈິງອົງດຽວ ແລະ ເພື່ອໃຫ້ພວກເຂົາເຫັນໃບໜ້າແທ້ຈິງຂອງເຮົາ: ເຮົາບໍ່ໄດ້ເປັນພຽງພຣະເຈົ້າຂອງຄົນອິດສະຣາເອນ ແລະ ເຮົາບໍ່ແມ່ນພຽງແຕ່ພຣະຜູ້ໄຖ່ບາບເທົ່ານັ້ນ. ກົງກັນຂ້າມ, ເຮົາເປັນພຣະເຈົ້າຂອງສັບພະສິ່ງທັງປວງໃນສະຫວັນ ແລະ ແຜ່ນດິນໂລກ ແລະ ທະເລ.

ຖ້າພຣະຜູ້ຊ່ວຍໃຫ້ລອດພົ້ນມາເຖິງໃນຍຸກສຸດທ້າຍ ແລະ ຍັງຖືກເອີ້ນວ່າພຣະເຢຊູ ແລະ ບັງເກີດຢູ່ແຂວງຢູດາຍອີກຄັ້ງ ແລະ ດຳເນີນພາລະກິດຂອງພຣະອົງໃນທີ່ນັ້ນ, ແລ້ວສິ່ງນີ້ກໍພິສູດໃຫ້ເຫັນວ່າເຮົາພຽງແຕ່ສ້າງຄົນອິດສະຣາເອນ ແລະ ພຽງແຕ່ໄຖ່ບາບຄົນອິດສະຣາເອນເທົ່ານັ້ນ ແລະ ເຮົາບໍ່ມີຫຍັງກ່ຽວຂ້ອງກັບຄົນຕ່າງຊາດ. ນີ້ຈະບໍ່ຂັດກັບພຣະທຳຂອງເຮົາທີ່ບອກວ່າ “ເຮົາແມ່ນພຣະຜູ້ເປັນເຈົ້າທີ່ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ສັບພະສິ່ງທັງປວງ” ບໍ? ເຮົາໄດ້ອອກຈາກແຂວງຢູດາຍ ແລະ ເຮັດພາລະກິດຂອງເຮົາທ່າມກາງຄົນຕ່າງຊາດ ເພາະວ່າເຮົາບໍ່ແມ່ນພຽງແຕ່ພຣະເຈົ້າຂອງຄົນອິດສະຣາເອນເທົ່ານັ້ນ ແຕ່ເປັນພຣະເຈົ້າຂອງທຸກສັບພະສິ່ງທັງປວງ. ເຮົາປາກົດຢູ່ທ່າມກາງຄົນຕ່າງຊາດໃນລະຫວ່າງຍຸກສຸດທ້າຍນີ້ ເພາະວ່າເຮົາບໍ່ພຽງແຕ່ແມ່ນພຣະເຢໂຮວາ ເຊິ່ງເປັນພຣະເຈົ້າຂອງຄົນອິດສະຣາເອນ ແຕ່ຍິ່ງໄປກວ່ານັ້ນ ເຮົາເປັນພຣະຜູ້ສ້າງຂອງປະຊາກອນທີ່ເຮົາເລືອກໃນບັນດາຄົນຕ່າງຊາດ. ເຮົາບໍ່ພຽງແຕ່ສ້າງອິດສະຣາເອນ, ອີຢິບ ແລະ ເລບານອນເທົ່ານັ້ນ, ແຕ່ຍັງສ້າງຊາດອື່ນທັງໝົດທີ່ບໍ່ແມ່ນຊາວຢິວທີ່ຢູ່ນອກອິດສະຣາເອນອີກດ້ວຍ. ດ້ວຍເຫດນີ້, ເຮົາຈິ່ງແມ່ນພຣະຜູ້ເປັນເຈົ້າຂອງສັບພະສິ່ງທັງປວງ. ເຮົາພຽງແຕ່ໃຊ້ອິດສະຣາເອນເປັນຈຸດເລີ່ມຕົ້ນສຳລັບພາລະກິດຂອງເຮົາເທົ່ານັ້ນ, ໃຊ້ແຂວງຢູດາຍ ແລະ ກາລີລີເປັນຖານທີ່ໝັ້ນທີ່ເຮົາຈະນຳເອົາຍຸກທັງໝົດນີ້ໄປສູ່ຈຸດສິ້ນສຸດ. ເຮົາໄດ້ດຳເນີນພາລະກິດສອງຂັ້ນຕອນໃນອິດສະຣາເອນ (ພາລະກິດສອງຂັ້ນຕອນເຫຼົ່ານີ້ແມ່ນຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ) ແລະ ເຮົາໄດ້ດຳເນີນພາລະກິດອີກຂັ້ນຕອນ (ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງລາຊະອານາຈັກ) ທົ່ວດິນແດນນອກອິດສະຣາເອນ. ໃນບັນດາຊາດທີ່ບໍ່ແມ່ນຊາວຢິວ, ເຮົາຈະດຳເນີນພາລະກິດແຫ່ງການເອົາຊະນະ ແລະ ດ້ວຍເຫດນັ້ນກໍສິ້ນສຸດຍຸກ. ຖ້າມະນຸດຍັງເອີ້ນເຮົາວ່າພຣະເຢຊູຄຣິດ ແຕ່ບໍ່ຮູ້ວ່າເຮົາໄດ້ເລີ່ມຍຸກໃໝ່ແລ້ວໃນລະຫວ່າງຍຸກສຸດທ້າຍນີ້ ແລະ ໄດ້ເລີ່ມພາລະກິດໃໝ່ແລ້ວ ແລະ ຖ້າມະນຸດຍັງສືບຕໍ່ລໍຄອຍການມາເຖິງຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດໂດຍບໍ່ຮູ້ສຶກ, ແລ້ວເຮົາກໍຈະຖືວ່າຄົນແບບນີ້ເປັນຄົນທີ່ບໍ່ເຊື່ອໃນຕົວເຮົາ; ພວກເຂົາແມ່ນຄົນທີ່ບໍ່ຮູ້ຈັກເຮົາ ເຊິ່ງທໍາທ່າເປັນຜູ້ເຊື່ອ. ຄົນດັ່ງກ່າວຈະສາມາດເຫັນການມາເຖິງຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນຈາກສະຫວັນບໍ? ສິ່ງທີ່ພວກເຂົາລໍຄອຍບໍ່ແມ່ນການມາເຖິງຂອງເຮົາ ແຕ່ການມາເຖິງຂອງກະສັດຂອງຄົນຢິວ. ພວກເຂົາບໍ່ໄດ້ປາດຖະໜາໃຫ້ເຮົາທຳລາຍລ້າງໂລກເກົ່າທີ່ສົກກະປົກນີ້ ແຕ່ກົງກັນຂ້າມ ພວກເຂົາປາດຖະໜາການກັບມາຄັ້ງທີສອງຂອງພຣະເຢຊູ ເຊິ່ງພວກເຂົາຈະໄດ້ຮັບການໄຖ່ບາບ. ພວກເຂົາລໍຄອຍໃຫ້ພຣະເຢຊູກັບມາໄຖ່ບາບມະນຸດຊາດທັງປວງອີກຄັ້ງຈາກດິນແດນທີ່ສົກກະປົກ ແລະ ບໍ່ຊອບທຳນີ້. ຄົນດັ່ງກ່າວຈະສາມາດກາຍເປັນຄົນທີ່ສໍາເລັດພາລະກິດຂອງເຮົາໃນຍຸກສຸດທ້າຍໄດ້ແນວໃດ? ຄວາມປາດຖະໜາຂອງມະນຸດບໍ່ສາມາດບັນລຸຄວາມປາດຖະໜາຂອງເຮົາ ຫຼື ສຳເລັດຕາມວຽກງານຂອງເຮົາ ຍ້ອນມະນຸດພຽງແຕ່ຊື່ນຊົມ ຫຼື ຖະນຸຖະໜອມວຽກງານທີ່ເຮົາໄດ້ກະທໍາໃນເມື່ອກ່ອນເທົ່ານັ້ນ ແລະ ບໍ່ຮູ້ວ່າເຮົາແມ່ນພຣະເຈົ້າເອງທີ່ໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ. ມະນຸດພຽງແຕ່ຮູ້ວ່າເຮົາແມ່ນພຣະເຢໂຮວາ ແລະ ພຣະເຢຊູ ແລະ ບໍ່ຮູ້ເລີຍວ່າເຮົາແມ່ນພຣະເຈົ້າແຫ່ງຍຸກສຸດທ້າຍ ຜູ້ທີ່ຈະນຳມະນຸດຊາດໄປສູ່ຈຸດສິ້ນສຸດ. ທັງໝົດທີ່ມະນຸດປາດຖະໜາ ແລະ ຮູ້ຈັກແມ່ນມາຈາກແນວຄວາມຄິດຂອງພວກເຂົາເອງ ແລະ ເປັນພຽງແຕ່ສິ່ງທີ່ມະນຸດສາມາດເຫັນໄດ້ດ້ວຍຕາຂອງພວກເຂົາເອງເທົ່ານັ້ນ. ມັນບໍ່ສອດຄ່ອງກັບພາລະກິດທີ່ເຮົາກະທໍາ, ແຕ່ຂັດແຍ້ງກັບພາລະກິດນັ້ນ. ຖ້າພາລະກິດຂອງເຮົາຖືກດຳເນີນອີງຕາມແນວຄິດຂອງມະນຸດ, ແລ້ວມັນຈະສິ້ນສຸດເມື່ອໃດ? ມະນຸດຈະໄປສູ່ບ່ອນພັກເຊົາໄດ້ເມື່ອໃດ? ແລ້ວເຮົາຈະສາມາດເຂົ້າສູ່ມື້ທີເຈັດ ເຊິ່ງເປັນວັນພັກໄດ້ແນວໃດ? ເຮົາດຳເນີນພາລະກິດຕາມແຜນການຂອງເຮົາ ແລະ ຕາມຈຸດປະສົງຂອງເຮົາ, ບໍ່ແມ່ນຕາມເຈດຕະນາຂອງມະນຸດ.

ກ່ອນນີ້: ບໍ່ມີໃຜທີ່ເປັນຂອງເນື້ອໜັງສາມາດລອດພົ້ນຈາກວັນແຫ່ງຄວາມໂກດຮ້າຍນັ້ນໄດ້

ຕໍ່ໄປ: ພາລະກິດເຜີຍແຜ່ພຣະກິດຕິຄຸນຍັງເປັນພາລະກິດທີ່ຊ່ວຍໃຫ້ມະນຸດລອດພົ້ນ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້