ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງແມ່ນຄົນທີ່ສາມາດຍອມອ່ອນນ້ອມຕໍ່ຄວາມເປັນຈິງຂອງພຣະອົງຢ່າງສິ້ນເຊີງ

ການໄດ້ຮັບຄວາມຮູ້ກ່ຽວກັບຄວາມເປັນຈິງ ແລະ ການເຂົ້າໃຈພາລະກິດຂອງພຣະເຈົ້າຢ່າງຖິ່ຖ້ວນ, ທັງສອງສິ່ງນີ້ແມ່ນເຫັນໄດ້ໃນພຣະທຳຂອງພຣະອົງ ແລະ ໂດຍຜ່ານຖ້ອຍຄຳເຫຼົ່ານີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດຮັບເອົາແສງສະຫວ່າງໄດ້. ສະນັ້ນ ເຈົ້າຄວນເຮັດຫຼາຍກວ່າເກົ່າເພື່ອປະກອບຕົນເອງດ້ວຍພຣະທຳຂອງພຣະເຈົ້າ. ໃຫ້ສື່ສານຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະທຳຂອງພຣະເຈົ້າໃນການໂອ້ລົມ ແລະ ໃນລັກສະນະນີ້ ເຈົ້າຈະສາມາດສ່ອງແສງສະຫວ່າງໃຫ້ຄົນອື່ນ ແລະ ມອບທາງອອກໃຫ້ພວກເຂົາ, ນີ້ແມ່ນເສັ້ນທາງທີ່ເປັນຈິງ. ກ່ອນທີ່ພຣະເຈົ້າຈະຈັດແຈງສະພາບແວດລ້ອມໃຫ້ແກ່ເຈົ້າ, ພວກເຈົ້າຕ້ອງປະກອບຕົນເອງດ້ວຍພຣະທຳຂອງພຣະອົງກ່ອນ. ນີ້ແມ່ນສິ່ງທີ່ທຸກຄົນຄວນເຮັດ; ມັນຄືບູລິມະສິດທີ່ຮີບດ່ວນ. ກ່ອນອື່ນແມ່ນໃຫ້ໄປເຖິງຈຸດທີ່ເຈົ້າຮູ້ຈັກວິທີການກິນ ແລະ ດື່ມພຣະທຳຂອງພຣະອົງ. ສຳລັບສິ່ງໃດໜຶ່ງທີ່ເຈົ້າບໍ່ສາມາດເຮັດໄດ້ນັ້ນ, ໃຫ້ຄົ້ນຫາເສັ້ນທາງແຫ່ງການປະຕິບັດໃນພຣະທຳຂອງພຣະອົງ ແລະ ຊອກຫາໃນຖ້ອຍຄຳເຫຼົ່ານີ້ກ່ຽວກັບບັນຫາໃດໜຶ່ງທີ່ເຈົ້າບໍ່ເຂົ້າໃຈ ຫຼື ຄວາມຫຍຸ້ງຍາກໃດໜຶ່ງທີ່ເຈົ້າອາດມີ. ເຮັດໃຫ້ພຣະທຳຂອງພຣະເຈົ້າເປັນການບຳລຸງລ້ຽງຂອງເຈົ້າ ແລະ ຍອມໃຫ້ພຣະທຳເຫຼົ່ານັ້ນຊ່ວຍເຈົ້າແກ້ໄຂຄວາມຫຍຸ້ງຍາກ ແລະ ບັນຫາຕົວຈິງຂອງເຈົ້າ; ນອກຈາກນັ້ນກໍຍອມໃຫ້ພຣະທຳຂອງພຣະອົງກາຍມາເປັນການຊ່ວຍເຫຼືອໃນຊີວິດຂອງເຈົ້າ. ສິ່ງເຫຼົ່ານີ້ຈະຮຽກຮ້ອງໃຫ້ເຈົ້າພະຍາຍາມໃນສ່ວນຂອງເຈົ້າ. ໃນການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າຕ້ອງບັນລຸຜົນ; ເຈົ້າຕ້ອງສາມາດສະຫງົບຫົວໃຈຂອງເຈົ້າຢູ່ຕໍ່ໜ້າພຣະອົງ ແລະ ເຈົ້າຕ້ອງປະຕິບັດຕາມຖ້ອຍຄຳຂອງພຣະອົງເມື່ອໃດກໍຕາມທີ່ເຈົ້າພົບກັບບັນຫາໃດໜຶ່ງ. ເມື່ອເຈົ້າບໍ່ໄດ້ພົບກັບບັນຫາໃດໜຶ່ງ, ເຈົ້າຄວນພຽງແຕ່ກັງວົນກັບການກິນ ແລະ ການດື່ມພຣະທຳຂອງພຣະອົງເທົ່ານັ້ນ. ບາງເທື່ອ ເຈົ້າອາດອະທິຖານ ແລະ ຕຶກຕອງຄວາມຮັກຂອງພຣະເຈົ້າ, ແບ່ງປັນຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະທຳຂອງພຣະອົງໃນການໂອ້ລົມ ແລະ ສື່ສານກ່ຽວກັບແສງສະຫວ່າງ ແລະ ແສງເຍືອງທາງທີ່ເຈົ້າປະສົບຢູ່ພາຍໃນຕົວເຈົ້າເອງ ແລະ ປະຕິກິລິຍາທີ່ເຈົ້າມີໃນຂະນະທີ່ກຳລັງອ່ານຖ້ອຍຄຳເຫຼົ່ານີ້. ຍິ່ງໄປກວ່ານັ້ນ, ເຈົ້າສາມາດມອບທາງອອກໃຫ້ແກ່ຜູ້ຄົນ. ມີພຽງແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນຈິງ. ເປົ້າໝາຍຂອງການເຮັດແບບນີ້ແມ່ນເພື່ອຍອມໃຫ້ພຣະທຳຂອງພຣະເຈົ້າກາຍມາເປັນການບຳລຸງລ້ຽງຕົວຈິງຂອງເຈົ້າ.

ຕະຫຼອດໜຶ່ງມື້, ເຈົ້າໃຊ້ເວລາຈັກຊົ່ວໂມງຢູ່ຕໍ່ໜ້າພຣະເຈົ້າແທ້ໆ? ເຈົ້າໄດ້ມອບເວລາໃນມື້ຂອງເຈົ້າໃຫ້ກັບພຣະເຈົ້າຫຼາຍສໍ່າໃດ? ມອບໃຫ້ເນື້ອໜັງຫຼາຍສໍ່າໃດ? ການເຮັດໃຫ້ຫົວໃຈຂອງຄົນໆໜຶ່ງແນໄປຫາພຣະເຈົ້າຢູ່ສະເໝີແມ່ນບາດກ້າວທຳອິດຂອງການຢູ່ໃນເສັ້ນທາງທີ່ຖືກຕ້ອງເພື່ອທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ຖ້າເຈົ້າສາມາດອຸທິດຫົວໃຈຂອງເຈົ້າ, ຮ່າງກາຍ ແລະ ຄວາມຮັກທີ່ແທ້ຈິງທັງໝົດຂອງເຈົ້າໃຫ້ກັບພຣະເຈົ້າ, ຈັດວາງພວກມັນຕໍ່ໜ້າພຣະເຈົ້າ, ເຊື່ອຟັງພຣະອົງຢ່າງສົມບູນ ແລະ ຄຳນຶງເຖິງຄວາມປະສົງຂອງພຣະອົງຫຼາຍທີ່ສຸດ, ບໍ່ແມ່ນເພື່ອເນື້ອໜັງ, ບໍ່ແມ່ນເພື່ອຄອບຄົວ ແລະ ບໍ່ແມ່ນເພື່ອຄວາມປາຖະໜາສ່ວນຕົວຂອງເຈົ້າເອງ, ແຕ່ເພື່ອຜົນປະໂຫຍດຂອງຄົວເຮືອນຂອງພຣະເຈົ້າ, ນໍາເອົາພຣະທຳຂອງພຣະເຈົ້າເປັນຫຼັກການ ແລະ ເປັນພື້ນຖານໃນທຸກສິ່ງ, ແລ້ວໂດຍການເຮັດແບບນີ້, ເຈດຕະນາຂອງເຈົ້າ ແລະ ທັດສະນະຂອງເຈົ້າກໍຈະຢູ່ຖືກບ່ອນທັງໝົດ ແລະ ຫຼັງຈາກນັ້ນ ເຈົ້າກໍຈະເປັນຄົນຢູ່ຕໍ່ໜ້າພຣະເຈົ້າທີ່ໄດ້ຮັບການສັນລະເສີນຂອງພຣະອົງ. ຄົນທີ່ພຣະເຈົ້າມັກແມ່ນຄົນທີ່ເດັດຂາດຕໍ່ພຣະອົງ; ພວກເຂົາເປັນຄົນທີ່ສາມາດອຸທິດຕໍ່ພຣະອົງພຽງຜູ້ດຽວ. ຄົນທີ່ພຣະເຈົ້າກຽດຊັງແມ່ນຄົນທີ່ສອງຈິດສອງໃຈຕໍ່ພຣະອົງ ແລະ ຄົນທີ່ກະບົດຕໍ່ພຣະອົງ. ພຣະອົງກຽດຊັງຄົນທີ່ເຊື່ອໃນພຣະອົງ ແລະ ຕ້ອງການມີຄວາມສຸກກັບພຣະອົງຢູ່ສະເໝີ ໃນຂະນະທີ່ບໍ່ສາມາດເສຍສະຫຼະຕົນເອງເພື່ອພຣະອົງຢ່າງສົມບູນ. ພຣະອົງກຽດຊັງຄົນທີ່ເວົ້າວ່າພວກເຂົາຮັກພຣະອົງ ແຕ່ກະບົດຕໍ່ພຣະອົງໃນຫົວໃຈຂອງພວກເຂົາ; ພຣະອົງກຽດຊັງຄົນທີ່ໃຊ້ຄຳເວົ້າທີ່ຄ່ອງແຄ່ວ ແລະ ສວຍຫຼູເພື່ອຫຼອກລວງ. ຄົນທີ່ບໍ່ໄດ້ອຸທິດຕົນຢ່າງແທ້ຈິງຕໍ່ພຣະເຈົ້າ ຫຼື ຄົນທີ່ບໍ່ໄດ້ຍອມອ່ອນນ້ອມຕໍ່ພຣະອົງຢ່າງແທ້ຈິງແມ່ນຄົນທີ່ທໍລະຍົດ ແລະ ອວດດີເກີນໄປໂດຍທຳມະຊາດ. ຄົນທີ່ບໍ່ສາມາດຍອມອ່ອນນ້ອມຕໍ່ໜ້າພຣະເຈົ້າທີ່ປົກກະຕິ ແລະ ເປັນຈິງແທ້ໆກໍຍິ່ງເປັນຄົນທີ່ອວດດີ ແລະ ໂດຍສະເພາະແລ້ວ ພວກເຂົາເປັນລູກຫຼານທີ່ເຮັດໜ້າທີ່ຕໍ່ຈາກອັກຄະເທວະດາ. ຜູ້ຄົນທີ່ເສຍສະຫຼະຕົນເອງສຳລັບພຣະເຈົ້າຢ່າງແທ້ຈິງກໍວາງການເປັນຢູ່ທັງໝົດຂອງພວກເຂົາຕໍ່ໜ້າພຣະອົງ; ພວກເຂົາຍອມອ່ອນນ້ອມຢ່າງແທ້ຈິງຕໍ່ຖ້ອຍຄຳຂອງພຣະອົງ ແລະ ສາມາດນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດ. ພວກເຂົາເຮັດໃຫ້ພຣະທຳຂອງພຣະເຈົ້າເປັນພື້ນຖານຂອງການເປັນຢູ່ຂອງພວກເຂົາ ແລະ ພວກເຂົາສາມາດຄົ້ນຫາຢ່າງຈິງໃຈພາຍໃນພຣະທຳຂອງພຣະເຈົ້າເພື່ອຊອກຫາສ່ວນຕ່າງໆທີ່ຈະປະຕິບັດ. ນີ້ແມ່ນຄົນທີ່ດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າຢ່າງແທ້ຈິງ. ຖ້າເຈົ້າເຮັດສິ່ງນີ້, ມັນກໍຈະເປັນປະໂຫຍດສຳລັບທາງເຂົ້າຊີວິດຂອງເຈົ້າ ແລະ ຜ່ານການກິນ ແລະ ການດື່ມພຣະທຳຂອງພຣະອົງ, ເຈົ້າກໍຈະສາມາດບັນລຸຄວາມຕ້ອງການພາຍໃນ ແລະ ຄວາມບໍ່ພຽງພໍຂອງເຈົ້າ ເພື່ອວ່າຊີວິດ-ອຸປະນິໄສຂອງເຈົ້າຈະໄດ້ຮັບການປ່ຽນແປງ, ແລ້ວນີ້ກໍຈະເປັນການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ຖ້າເຈົ້າປະພຶດຕາມສິ່ງທີ່ພຣະເຈົ້າຮຽກຮ້ອງ ແລະ ຖ້າເຈົ້າບໍ່ເຮັດໃຫ້ເນື້ອໜັງພໍໃຈ ແຕ່ປະຕິບັດຕາມຄວາມປະສົງຂອງພຣະອົງແທນ, ແລ້ວໃນນີ້ ເຈົ້າກໍຈະເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ. ເມື່ອກຳລັງເວົ້າກ່ຽວກັບການເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າທີ່ເປັນຈິງຍິ່ງຂຶ້ນ, ມັນໝາຍຄວາມວ່າເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າ ແລະ ບັນລຸຕາມສິ່ງທີ່ພຣະເຈົ້າຮຽກຮ້ອງ. ມີພຽງແຕ່ການກະທຳຕົວຈິງປະເພດນີ້ເທົ່ານັ້ນ ຈຶ່ງສາມາດເອີ້ນວ່າການເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະອົງ. ຖ້າເຈົ້າສາມາດເຂົ້າສູ່ຄວາມເປັນຈິງນີ້ໄດ້, ເຈົ້າກໍຈະມີຄວາມຈິງ. ນີ້ແມ່ນການເລີ່ມຕົ້ນຂອງການເຂົ້າສູ່ຄວາມເປັນຈິງ; ເຈົ້າຕ້ອງຮັບເອົາການຝຶກຝົນນີ້ກ່ອນ ແລະ ເມື່ອນັ້ນເທົ່ານັ້ນ ເຈົ້າຈຶ່ງຈະສາມາດເຂົ້າສູ່ຄວາມເປັນຈິງທີ່ເລິກເຊິ່ງຍິ່ງຂຶ້ນ. ໃຫ້ພິຈາລະນາທີ່ຈະຮັກສາພຣະບັນຍັດ ແລະ ວິທີການຈົງຮັກພັກດີຕໍ່ໜ້າພຣະເຈົ້າ; ຢ່າຄິດຢູ່ເລື້ອຍໆກ່ຽວກັບວ່າເມື່ອໃດເຈົ້າຈຶ່ງຈະສາມາດເຂົ້າສູ່ອານາຈັກ. ຖ້ານິໄສຂອງເຈົ້າບໍ່ປ່ຽນແປງ, ແລ້ວແມ່ນຫຍັງກໍຕາມທີ່ເຈົ້າຄິດກໍຈະໄຮ້ປະໂຫຍດ! ເພື່ອເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ, ເຈົ້າຕ້ອງໄປຮອດຈຸດທີ່ມີແນວຄິດ ແລະ ຄວາມຄິດທັງໝົດຂອງເຈົ້າສຳລັບພຣະເຈົ້າກ່ອນ, ນີ້ແມ່ນຄວາມຈຳເປັນຂັ້ນພື້ນຖານທີ່ສຸດ.

ໃນປັດຈຸບັນ, ມີຫຼາຍຄົນທີ່ຢູ່ທ່າມກາງການທົດສອບ ແລະ ບໍ່ເຂົ້າໃຈພາລະກິດຂອງພຣະເຈົ້າ, ແຕ່ເຮົາຂໍບອກເຈົ້າວ່າ: ຖ້າເຈົ້າບໍ່ເຂົ້າໃຈມັນ, ເຈົ້າກໍບໍ່ຄວນຕັດສິນກ່ຽວກັບມັນ. ບາງເທື່ອ ມັນຈະມີມື້ໜຶ່ງທີ່ຄວາມຈິງຈະປາກົດຂຶ້ນທັງໝົດ ແລະ ຫຼັງຈາກນັ້ນ ເຈົ້າກໍຈະເຂົ້າໃຈ. ການບໍ່ຕັດສິນແມ່ນຈະເປັນຜົນປະໂຫຍດໃຫ້ກັບເຈົ້າ, ແຕ່ເຈົ້າບໍ່ສາມາດພຽງແຕ່ລໍຖ້າໂດຍບໍ່ດິ້ນຮົນ. ເຈົ້າຕ້ອງສະແຫວງເພື່ອເຂົ້າຫາຢ່າງຫ້າວຫັນ; ເມື່ອນັ້ນເທົ່ານັ້ນ ເຈົ້າຈຶ່ງຈະເປັນຄົນທີ່ໄດ້ເຂົ້າແລ້ວຢ່າງແທ້ຈິງ. ຍ້ອນຄວາມກະບົດຂອງພວກເຂົາ, ຜູ້ຄົນຈຶ່ງມີແນວຄິດກ່ຽວກັບພຣະເຈົ້າທີ່ເປັນຈິງຢູ່ສະເໝີ. ສິ່ງນີ້ເຮັດໃຫ້ມັນຈຳເປັນທີ່ທຸກຄົນຈະຮຽນຮູ້ວິທີການຍອມອ່ອນນ້ອມ, ຍ້ອນພຣະເຈົ້າທີ່ເປັນຈິງຄືການທົດສອບທີ່ໃຫຍ່ຫຼວງສຳລັບມະນຸດຊາດ. ຖ້າເຈົ້າບໍ່ສາມາດຍຶດໝັ້ນໄດ້, ທຸກສິ່ງກໍຈະຈົບລົງ; ຖ້າເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບຄວາມເປັນຈິງຂອງພຣະເຈົ້າທີ່ເປັນຈິງ, ເຈົ້າກໍຈະບໍ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນໄດ້. ບາດກ້າວສຳຄັນທີ່ຜູ້ຄົນຈະສາມາດຖືກເຮັດໃຫ້ສົມບູນໄດ້ ຫຼື ບໍ່ ແມ່ນການທີ່ພວກເຂົາເຂົ້າໃຈຄວາມເປັນຈິງຂອງພຣະເຈົ້າ. ຄວາມເປັນຈິງຂອງການທີ່ພຣະເຈົ້າທີ່ບັງເກີດເປັນມະນຸດມາເທິງແຜ່ນດິນໂລກແມ່ນການທົດສອບສຳລັບທຸກໆຄົນ; ຖ້າເຈົ້າສາມາດຍຶດໝັ້ນໃນດ້ານນີ້, ເຈົ້າກໍເປັນຄົນທີ່ຮູ້ຈັກພຣະເຈົ້າ ແລະ ເຈົ້າຈະເປັນຄົນທີ່ຮັກພຣະອົງຢ່າງແທ້ຈິງ. ຖ້າເຈົ້າບໍ່ສາມາດຍຶດໝັ້ນໃນດ້ານນີ້ ແລະ ເຈົ້າພຽງແຕ່ເຊື່ອໃນພຣະວິນຍານ ແລະ ບໍ່ສາມາດເຊື່ອໃນຄວາມເປັນຈິງຂອງພຣະເຈົ້າ, ມັນກໍບໍ່ມີປະໂຫຍດຫຍັງ ເຖິງວ່າຄວາມເຊື່ອຂອງເຈົ້າທີ່ມີໃນພຣະເຈົ້າຈະຍິ່ງໃຫຍ່ສໍ່າໃດກໍຕາມ. ຖ້າເຈົ້າບໍ່ສາມາດເຊື່ອໃນພຣະເຈົ້າທີ່ສາມາດເບິ່ງເຫັນໄດ້, ແລ້ວເຈົ້າຈະສາມາດເຊື່ອໃນພຣະວິນຍານຂອງພຣະເຈົ້າບໍ? ເຈົ້າບໍ່ໄດ້ກຳລັງພະຍາຍາມຫຼອກລວງພຣະເຈົ້າບໍ? ເຈົ້າບໍ່ຍອມອ່ອນນ້ອມຕໍ່ໜ້າພຣະເຈົ້າທີ່ສາມາດເບິ່ງເຫັນ ແລະ ສາມາດຈັບຕ້ອງໄດ້, ສະນັ້ນ ເຈົ້າຈະສາມາດຍອມອ່ອນນ້ອມຕໍ່ພຣະວິນຍານບໍ? ພຣະວິນຍານເປັນສິ່ງທີ່ເບິ່ງບໍ່ເຫັນ ແລະ ຈັບຕ້ອງບໍ່ໄດ້, ສະນັ້ນ ເມື່ອເຈົ້າເວົ້າວ່າເຈົ້າຍອມອ່ອນນ້ອມຕໍ່ພຣະວິນຍານຂອງພຣະເຈົ້າ, ເຈົ້າບໍ່ໄດ້ພຽງແຕ່ກຳລັງເວົ້າສິ່ງທີ່ໄຮ້ສາລະບໍ? ກະແຈສູ່ການຮັກສາພຣະບັນຍັດຄືການເຂົ້າໃຈກ່ຽວກັບພຣະເຈົ້າທີ່ເປັນຈິງ. ຫຼັງຈາກທີ່ເຈົ້າມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າທີ່ເປັນຈິງ, ເຈົ້າກໍຈະສາມາດຮັກສາພຣະບັນຍັດໄດ້. ມີອົງປະກອບສອງຢ່າງໃນການຮັກສາພຣະບັນຍັດ: ຢ່າງໜຶ່ງແມ່ນການຍຶດໝັ້ນຕໍ່ແກ່ນແທ້ຂອງພຣະວິນຍານຂອງພຣະອົງ ແລະ ສາມາດຍອມຮັບການກວດສອບຂອງພຣະວິນຍານຕໍ່ໜ້າພຣະວິນຍານ; ອີກຢ່າງຄືການທີ່ສາມາດມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບເນື້ອໜັງທີ່ບັງເກີດເປັນມະນຸດ ແລະ ການບັນລຸຄວາມຍອມອ່ອນນ້ອມຢ່າງແທ້ຈິງ. ບໍ່ວ່າຈະຢູ່ຕໍ່ໜ້າເນື້ອໜັງ ຫຼື ຢູ່ຕໍ່ໜ້າພຣະວິນຍານ, ຄົນໆໜຶ່ງຕ້ອງມີການຍອມອ່ອນນ້ອມ ແລະ ການເຄົາລົບພຣະເຈົ້າຢູ່ສະເໝີ. ມີພຽງແຕ່ຄົນແບບນີ້ຈຶ່ງມີຄຸນສົມບັດທີ່ຈະຖືກເຮັດໃຫ້ສົມບູນ. ຖ້າເຈົ້າມີຄວາມເຂົ້າໃຈກ່ຽວກັບຄວາມເປັນຈິງຂອງພຣະເຈົ້າທີ່ເປັນຈິງ ເຊິ່ງນັ້ນກໍຄື ຖ້າເຈົ້າຍຶດໝັ້ນໃນການທົດສອບນີ້, ມັນກໍຈະບໍ່ມີສິ່ງໃດທີ່ຫຼາຍເກີນໄປສໍາລັບເຈົ້າ.

ບາງຄົນເວົ້າວ່າ “ພຣະບັນຍັດແມ່ນງ່າຍທີ່ຈະຮັກສາ; ເຈົ້າພຽງແຕ່ຕ້ອງເວົ້າຢ່າງກົງໄປກົງມາ ແລະ ຢ່າງເຫຼື້ອມໃສເມື່ອຢູ່ຕໍ່ໜ້າພຣະເຈົ້າ ແລະ ບໍ່ສາມາດສະແດງທ່າທີ່ອາການ; ນີ້ຄືການຮັກສາພຣະບັນຍັດ”. ຖືກຕ້ອງບໍ? ດັ່ງນັ້ນ ຖ້າເຈົ້າເຮັດສອງສາມຢ່າງລັບຫຼັງພຣະເຈົ້າເຊິ່ງເປັນການຕໍ່ຕ້ານພຣະອົງ, ສິ່ງຈະຖືກວ່າເປັນການຮັກສາພຣະບັນຍັດບໍ? ເຈົ້າຕ້ອງມີຄວາມເຂົ້າໃຈຢ່າງຖີ່ຖ້ວນກ່ຽວກັບວ່າການຮັກສາພຣະບັນຍັດກ່ຽວພັນກັບຫຍັງ. ມັນກ່ຽວຂ້ອງກັບວ່າ ເຈົ້າມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບຄວາມເປັນຈິງຂອງພຣະເຈົ້າ ຫຼື ບໍ່; ຖ້າເຈົ້າມີຄວາມເຂົ້າໃຈກ່ຽວກັບຄວາມເປັນຈິງ ແລະ ບໍ່ສະດຸດ ແລະ ລົ້ມລົງໃນລະຫວ່າງການທົດສອບນີ້, ກໍຖືວ່າເຈົ້າມີຄຳພະຍານທີ່ໜັກແໜ້ນ. ການເປັນພະຍານຢ່າງກ້ອງກັງວານໃຫ້ແກ່ພຣະເຈົ້າຫຼັກໆແມ່ນກ່ຽວພັນກັບວ່າເຈົ້າມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າທີ່ເປັນຈິງ ຫຼື ບໍ່ ແລະ ເຈົ້າສາມາດຍອມອ່ອນນ້ອມຕໍ່ໜ້າບຸກຄົນນີ້ທີ່ບໍ່ພຽງແຕ່ເປັນຄົນທຳມະດາ ແຕ່ຍັງເປັນຄົນປົກກະຕິ ແລະ ຍອມອ່ອນນ້ອມເຖິງແມ່ນຕ້ອງຕາຍ ຫຼື ບໍ່. ໂດຍລັກສະນະການຍອມອ່ອນນ້ອມນີ້, ຖ້າເຈົ້າເປັນພະຍານໃຫ້ກັບພຣະເຈົ້າຢ່າງແທ້ຈິງ, ນັ້ນກໍໝາຍຄວາມວ່າເຈົ້າໄດ້ຖືກຮັບເອົາໂດຍພຣະເຈົ້າແລ້ວ. ຖ້າເຈົ້າສາມາດຍອມອ່ອນນ້ອມຈົນຕາຍ ແລະ ປາສະຈາກຄຳຕໍ່ວ່າຢູ່ຕໍ່ໜ້າພຣະອົງ, ບໍ່ຕັດສິນ, ບໍ່ໃສ່ຮ້າຍປ້າຍສີ, ບໍ່ມີແນວຄິດໃດໆ ແລະ ບໍ່ມີແຮງຈູງໃຈແອບແຝງ, ໃນລັກສະນະນີ້ ພຣະເຈົ້າກໍຈະໄດ້ຮັບສະຫງ່າລາສີ. ການຍອມອ່ອນນ້ອມຕໍ່ໜ້າບຸກຄົນທຳມະດາທີ່ຖືກມະນຸດດູຖູກ ແລະ ການທີ່ສາມາດຍອມອ່ອນນ້ອມຈົນຕາຍໂດຍບໍ່ມີແນວຄິດໃດໆ, ນີ້ຄືຄຳພະຍານທີ່ແທ້ຈິງ. ຄວາມເປັນຈິງທີ່ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນເຂົ້າກໍຄືໃຫ້ເຈົ້າສາມາດເຊື່ອຟັງພຣະທຳຂອງພຣະອົງ, ນໍາພຣະທຳເຫຼົ່ານັ້ນເຂົ້າສູ່ການປະຕິບັດ, ກົ້ມລົງຕໍ່ໜ້າພຣະເຈົ້າທີ່ເປັນຈິງ ແລະ ຮູ້ຈັກຄວາມເສື່ອມຊາມຂອງເຈົ້າເອງ, ເປີດຫົວໃຈຂອງເຈົ້າຕໍ່ໜ້າພຣະອົງ ແລະ ໃນທີ່ສຸດກໍຖືກຮັບເອົາໂດຍພຣະອົງຜ່ານພຣະທຳເຫຼົ່ານີ້ຂອງພຣະອົງ. ພຣະເຈົ້າໄດ້ຮັບສະຫງ່າລາສີເມື່ອຖ້ອຍຄຳເຫຼົ່ານີ້ໄດ້ເອົາຊະນະເຈົ້າ ແລະ ເຮັດໃຫ້ເຈົ້າເຊື່ອຟັງພຣະອົງຢ່າງສົມບູນ; ພຣະອົງເຮັດໃຫ້ຊາຕານອັບອາຍ ແລະ ສຳເລັດພາລະກິດຂອງພຣະອົງໂດຍຜ່ານສິ່ງນີ້. ເມື່ອເຈົ້າບໍ່ມີແນວຄິດໃດໆກ່ຽວກັບຄວາມເປັນຈິງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ເຊິ່ງນັ້ນກໍຄື ເມື່ອເຈົ້າຍຶດໝັ້ນໃນການທົດສອບນີ້, ເຈົ້າກໍເປັນພະຍານໄດ້ເປັນຢ່າງດີ. ຖ້າມື້ໃດທີ່ເຈົ້າມີຄວາມເຂົ້າໃຈຢ່າງສົມບູນກ່ຽວກັບພຣະເຈົ້າທີ່ເປັນຈິງ ແລະ ສາມາດຍອມອ່ອນນ້ອມຈົນຕາຍຄືກັບເປໂຕ, ເຈົ້າກໍຈະຖືກຮັບເອົາ ແລະ ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ສິ່ງໃດໜຶ່ງທີ່ພຣະເຈົ້າເຮັດເຊິ່ງບໍ່ສອດຄ່ອງກັບແນວຄິດຂອງເຈົ້າແມ່ນການທົດສອບສຳລັບເຈົ້າ. ຖ້າພາລະກິດຂອງພຣະເຈົ້າສອດຄ່ອງກັບແນວຄິດຂອງເຈົ້າ, ມັນກໍຈະບໍ່ຮຽກຮ້ອງໃຫ້ເຈົ້າທົນທຸກ ຫຼື ຖືກຫຼໍ່ຫຼອມ. ມັນເປັນຍ້ອນພາລະກິດຂອງພຣະອົງເປັນຈິງຫຼາຍ ແລະ ບໍ່ສອດຄ່ອງກັບແນວຄິດຂອງເຈົ້າ, ມັນຈຶ່ງຮຽກຮ້ອງໃຫ້ເຈົ້າປະຖິ້ມແນວຄິດດັ່ງກ່າວ. ນີ້ຄືເຫດຜົນທີ່ມັນເປັນການທົດສອບສຳລັບເຈົ້າ. ມັນເປັນຍ້ອນຄວາມເປັນຈິງຂອງພຣະເຈົ້າ, ທຸກຄົນຈຶ່ງຢູ່ທ່າມກາງການທົດສອບຕ່າງໆ; ພາລະກິດຂອງພຣະອົງເປັນຈິງ, ບໍ່ໄດ້ຢູ່ເໜືອທຳມະຊາດ. ໂດຍການເຂົ້າໃຈພຣະທຳທີ່ເປັນຈິງຂອງພຣະອົງຢ່າງ ແລະ ຖ້ອຍຄຳທີ່ເປັນຈິງຂອງພຣະອົງຢ່າງຄົບຖ້ວນ ໂດຍບໍ່ມີແນວຄິດໃດໆ ແລະ ການທີ່ສາມາດຮັກພຣະອົງຢ່າງແທ້ຈິງເມື່ອພາລະກິດຂອງພຣະອົງຍິ່ງເປັນຈິງຫຼາຍຂຶ້ນ, ເຈົ້າຈະກໍຖືກຮັບເອົາໂດຍພຣະອົງ. ກຸ່ມຄົນທີ່ພຣະເຈົ້າຈະຮັບເອົາແມ່ນຄົນທີ່ຮູ້ຈັກພຣະເຈົ້າ; ນັ້ນກໍຄື ຄົນທີ່ຮູ້ຈັກຄວາມເປັນຈິງຂອງພຣະອົງ. ຍິ່ງໄປກວ່ານັ້ນ, ພວກເຂົາເປັນຄົນທີ່ສາມາດຍອມອ່ອນນ້ອມຕໍ່ພາລະກິດຕົວຈິງຂອງພຣະເຈົ້າ.

ໃນຊ່ວງເວລາທີ່ພຣະເຈົ້າຢູ່ໃນເນື້ອໜັງ, ຄວາມຍອມອ່ອນນ້ອມທີ່ພຣະອົງຮຽກຮ້ອງຈາກຜູ້ຄົນບໍ່ກ່ຽວພັນກັບການຫ້າມບໍ່ໃຫ້ຕັດສິນ ຫຼື ຕໍ່ຕ້ານດັ່ງທີ່ພວກເຂົາຈິນຕະນາການ; ກົງກັນຂ້າມ, ພຣະອົງຮຽກຮ້ອງໃຫ້ຜູ້ຄົນໃຊ້ພຣະທຳຂອງພຣະອົງເປັນຫຼັກການໃນການດຳລົງຊີວິດ ແລະ ເປັນພື້ນຖານຂອງການຢູ່ລອດຂອງພວກເຂົາ, ຮຽກຮ້ອງໃຫ້ພວກເຂົານໍາແກ່ນແທ້ແຫ່ງພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດຢ່າງແທ້ຈິງ ແລະ ຮຽກຮ້ອງໃຫ້ພວກເຂົາປະຕິບັດຕາມຄວາມປະສົງຂອງພຣະອົງຢ່າງສົມບູນ. ລັກສະນະໜຶ່ງຂອງການຮຽກຮ້ອງໃຫ້ຜູ້ຄົນຍອມອ່ອນນ້ອມຕໍ່ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນໝາຍເຖິງການນໍາເອົາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດ, ໃນຂະນະທີ່ອີກລັກສະນະໜຶ່ງແມ່ນໝາຍເຖິງການທີ່ສາມາດຍອມອ່ອນນ້ອມຄວາມເປັນປົກກະຕິ ແລະ ຄວາມເປັນຈິງຂອງພຣະອົງ. ທັງສອງສິ່ງນີ້ແມ່ນຕ້ອງເດັດຂາດ. ຄົນທີ່ສາມາດບັນລຸທັງສອງລັກສະນະເຫຼົ່ານີ້ລ້ວນແລ້ວແຕ່ເປັນຄົນທີ່ມີຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າໃນຫົວໃຈຂອງພວກເຂົາ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ຖືກພຣະເຈົ້າຮັບເອົາ ແລະ ພວກເຂົາລ້ວນແລ້ວແຕ່ຮັກພຣະເຈົ້າດັ່ງທີ່ພວກເຂົາຮັກຊີວິດຂອງພວກເຂົາເອງ. ພຣະເຈົ້າທີ່ບັງເກີດເປັນມະນຸດມີຄວາມເປັນມະນຸດທີ່ທຳມະດາ ແລະ ເປັນຈິງໃນພາລະກິດຂອງພຣະອົງ. ໃນລັກສະນະນີ້, ເປືອກນອກຂອງພຣະອົງທີ່ມີທັງຄວາມເປັນມະນຸດທີ່ທຳມະດາ ແລະ ເປັນຈິງຈຶ່ງກາຍມາເປັນການທົດສອບຢ່າງໃຫຍ່ຫຼວງສຳລັບຜູ້ຄົນ; ມັນກາຍມາເປັນຄວາມລໍາບາກທີ່ສຸດຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ຄວາມເປັນປົກກະຕິ ແລະ ຄວາມເປັນຈິງຂອງພຣະເຈົ້າແມ່ນບໍ່ສາມາດຫຼີກເວັ້ນໄດ້. ພຣະອົງພະຍາຍາມທຸກສິ່ງເພື່ອຄົ້ນຫາວິທີແກ້ໄຂ, ແຕ່ໃນທີ່ສຸດແລ້ວ ພຣະອົງກໍບໍ່ສາມາດປົດປ່ອຍພຣະອົງເອງອອກຈາກເປືອກນອກຂອງຄວາມເປັນມະນຸດທີ່ທຳມະດາຂອງພຣະອົງ. ນີ້ກໍເພາະວ່າ ໃນທີ່ສຸດແລ້ວ ພຣະອົງຄືພຣະເຈົ້າທີ່ກາຍມາເປັນເນື້ອໜັງ, ບໍ່ແມ່ນພຣະເຈົ້າທີ່ເປັນພຣະວິນຍານໃນສະຫວັນ. ພຣະອົງບໍ່ແມ່ນພຣະເຈົ້າທີ່ຜູ້ຄົນບໍ່ສາມາດເຫັນໄດ້, ແຕ່ເປັນພຣະເຈົ້າທີ່ສວມເປືອກຂອງສະມາຊິກຂອງການເນລະມິດສ້າງ. ດ້ວຍເຫດນີ້, ການປົດປ່ອຍພຣະອົງເອງອອກຈາກເປືອກຂອງການເປັນມະນຸດທີ່ທຳມະດາຂອງພຣະອົງແມ່ນບໍ່ມີທາງທີ່ຈະງ່າຍເລີຍ. ສະນັ້ນ ບໍ່ວ່າຫຍັງກໍຕາມ, ພຣະອົງຍັງປະຕິບັດພາລະກິດທີ່ພຣະອົງຕ້ອງການປະຕິບັດຈາກທັດສະນະຂອງເນື້ອໜັງ. ພາລະກິດນີ້ແມ່ນການສະແດງອອກເຖິງພຣະເຈົ້າທີ່ທຳມະດາ ແລະ ເປັນຈິງ, ແລ້ວມັນຈະຖືກຕ້ອງໄດ້ແນວໃດຖ້າຜູ້ຄົນບໍ່ຍອມອ່ອນນ້ອມ? ຜູ້ຄົນສາມາດເຮັດຫຍັງໄດ້ແດ່ກ່ຽວກັບການກະທຳຂອງພຣະເຈົ້າ? ພຣະອົງເຮັດສິ່ງໃດກໍຕາມທີ່ພຣະອົງຕ້ອງການເຮັດ; ສິ່ງໃດກໍຕາມທີ່ພຣະອົງມີຄວາມສຸກນໍາເປັນພຽງແຕ່ລັກສະນະທີ່ມັນເປັນ. ຖ້າຜູ້ຄົນບໍ່ຍອມອ່ອນນ້ອມ, ແລ້ວພວກເຂົາມີແຜນການອື່ນໆທີ່ດີບໍ? ຈົນມາເຖິງທຸກມື້ນີ້, ມີພຽງແຕ່ການຍອມອ່ອນນ້ອມເທົ່ານັ້ນທີ່ສາມາດຊ່ວຍຜູ້ຄົນໃຫ້ລອດພົ້ນໄດ້; ບໍ່ມີຜູ້ໃດທີ່ມີແນວຄິດອື່ນໆທີ່ສະຫຼາດແລ້ວ. ຖ້າພຣະເຈົ້າຕ້ອງການທົດສອບຜູ້ຄົນ, ພວກເຂົາສາມາດເຮັດຫຍັງໄດ້? ເຖິງຢ່າງໃດກໍຕາມ, ທັງໝົດນີ້ບໍ່ໄດ້ຄິດຂຶ້ນໂດຍພຣະເຈົ້າທີ່ຢູ່ໃນສະຫວັນ; ມັນຖືກຄິດຂຶ້ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດ. ພຣະອົງຕ້ອງການເຮັດສິ່ງນີ້, ສະນັ້ນ ບໍ່ມີຜູ້ໃດສາມາດປ່ຽນແປງມັນໄດ້. ພຣະເຈົ້າທີ່ຢູ່ໃນສະຫວັນກໍບໍ່ແຊກແຊງກັບສິ່ງທີ່ພຣະເຈົ້າທີ່ບັງເກີດເປັນມະນຸດເຮັດ, ສະນັ້ນ ນີ້ຍິ່ງບໍ່ແມ່ນເຫດຜົນທີ່ຜູ້ຄົນຄວນຍອມອ່ອນນ້ອມຕໍ່ພຣະອົງບໍ? ເຖິງແມ່ນວ່າພຣະອົງທັງເປັນຈິງ ແລະ ເປັນປົກກະຕິ, ພຣະອົງກໍເປັນພຣະເຈົ້າທີ່ກາຍເປັນເນື້ອໜັງໂດຍສົມບູນ. ອີງຕາມແນວຄິດຂອງພຣະອົງເອງ, ພຣະອົງເຮັດສິ່ງທີ່ພຣະອົງຕ້ອງການເຮັດ. ພຣະເຈົ້າທີ່ຢູ່ໃນສະຫວັນໄດ້ມອບໜ້າວຽກທັງໝົດໃຫ້ກັບພຣະອົງ; ເຈົ້າຕ້ອງຍອມອ່ອນນ້ອມຕໍ່ສິ່ງທີ່ພຣະອົງເຮັດ. ເຖິງແມ່ນວ່າພຣະອົງມີຄວາມເປັນມະນຸດ ແລະ ທຳມະດາຫຼາຍ, ພຣະອົງກໍຕັ້ງໃຈຈັດແຈງທຸກສິ່ງນີ້, ສະນັ້ນ ຜູ້ຄົນຈະສາມາດຫຼຽວເບິ່ງພຣະອົງດ້ວຍສາຍຕາເປີດກວ້າງທີ່ບໍ່ເຫັນພ້ອມໄດ້ແນວໃດ? ພຣະອົງຕ້ອງການເປັນຄົນທຳມະດາ, ສະນັ້ນ ພຣະອົງຈຶ່ງເປັນຄົນທຳມະດາ. ພຣະອົງຕ້ອງການດຳລົງຊີວິດພາຍໃນຄວາມເປັນມະນຸດ, ສະນັ້ນ ພຣະອົງຈຶ່ງດຳລົງຊີວິດພາຍໃນຄວາມເປັນມະນຸດ. ພຣະອົງຕ້ອງການດຳລົງຊີວິດພາຍໃນຄວາມເປັນພຣະເຈົ້າ, ສະນັ້ນ ພຣະອົງຈຶ່ງດຳລົງຊີວິດພາຍໃນຄວາມເປັນພຣະເຈົ້າ. ຜູ້ຄົນສາມາດເຫັນມັນໃນລັກສະນະໃດກໍຕາມທີ່ພວກເຂົາຕ້ອງການ, ແຕ່ພຣະເຈົ້າຈະເປັນພຣະເຈົ້າຢູ່ສະເໝີ ແລະ ມະນຸດກໍຈະເປັນມະນຸດຢູ່ສະເໝີ. ແກ່ນແທ້ຂອງພຣະອົງບໍ່ສາມາດຖືກປະຕິເສດໄດ້ຍ້ອນບາງສິ່ງທີ່ເລັກໆນ້ອຍໆ ຫຼື ພຣະອົງບໍ່ສາມາດຖືກຜັກດັນອອກຈາກ “ຕົວຕົນ” ຂອງພຣະເຈົ້າຍ້ອນສິ່ງເລັກໆນ້ອຍໆພຽງສິ່ງດຽວ. ຜູ້ຄົນມີອິດສະຫຼະຂອງມະນຸດ ແລະ ພຣະເຈົ້າມີກຽດສັກສີຂອງພຣະເຈົ້າ; ສິ່ງເຫຼົ່ານີ້ບໍ່ໄດ້ແຊກແຊງກັນ. ຜູ້ຄົນບໍ່ສາມາດໃຫ້ອິດສະຫຼະເລັກໆນ້ອຍໆແກ່ພຣະເຈົ້າບໍ? ພວກເຂົາບໍ່ສາມາດອົດທົນຕໍ່ການທີ່ພຣະເຈົ້າເປັນຄົນທໍາມະດາອີກໜ້ອຍໜຶ່ງບໍ? ຢ່າເຄັ່ງຄັດຫຼາຍກັບພຣະເຈົ້າ! ແຕ່ລະຄົນຄວນມີຄວາມອົດທົນຕໍ່ກັນ; ແລ້ວທຸກສິ່ງຈະບໍ່ຈົບລົງບໍ? ຄວາມຫຍຸ້ງຍາກຍັງຈະມີຢູ່ບໍ? ຖ້າຄົນໆໜຶ່ງບໍ່ສາມາດອົດທົນຕໍ່ສິ່ງເລັກນ້ອຍດັ່ງກ່າວໄດ້, ແລ້ວພວກເຂົາຈະສາມາດເວົ້າສິ່ງໃດໜຶ່ງປະມານວ່າ “ຫົວໃຈຂອງນາຍົກລັດຖະມົນຕີໃຫຍ່ພໍທີ່ຈະລ່ອງເຮືອໄດ້” ໄດ້ແນວໃດ? ພວກເຂົາຈະສາມາດເປັນມະນຸດທີ່ແທ້ຈິງໄດ້ແນວໃດ? ບໍ່ແມ່ນພຣະເຈົ້າທີ່ກໍ່ໃຫ້ເກີດຄວາມຫຍຸ້ງຍາກສຳລັບມະນຸດຊາດ, ແຕ່ເປັນມະນຸດຊາດທີ່ສ້າງຄວາມຫຍຸ້ງຍາກສຳລັບພຣະເຈົ້າ. ພວກເຂົາຈັດການກັບສິ່ງຕ່າງໆໂດຍສ້າງພູເຂົາອອກຈາກໂພນປວກຢູ່ສະເໝີ. ພວກເຂົາເຮັດບາງສິ່ງອອກຈາກຄວາມວ່າງເປົ່າແທ້ໆ ແລະ ມັນບໍ່ຈຳເປັນເລີຍ! ເມື່ອພຣະເຈົ້າປະຕິບັດພາລະກິດພາຍໃນຄວາມເປັນມະນຸດທີ່ທຳມະດາ ແລະ ເປັນຈິງ, ສິ່ງທີ່ພຣະອົງປະຕິບັດບໍ່ແມ່ນພາລະກິດຂອງມະນຸດຊາດ, ແຕ່ເປັນພາລະກິດຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ຜູ້ຄົນບໍ່ເຫັນແກ່ນແທ້ຂອງພາລະກິດຂອງພຣະອົງ; ພວກເຂົາເຫັນແຕ່ເປືອກນອກຂອງຄວາມເປັນມະນຸດຂອງພຣະອົງຢູ່ສະເໝີ. ພວກເຂົາບໍ່ເຫັນພາລະກິດທີ່ຍິ່ງໃຫຍ່ດັ່ງກ່າວ, ແຕ່ພວກເຂົາສືບຕໍ່ເຫັນພຽງຄວາມເປັນມະນຸດທີ່ປົກກະຕິ ແລະ ທຳມະດາຂອງພຣະອົງ ແລະ ຈະບໍ່ປ່ອຍມັນໄປ. ສິ່ງນີ້ຈະສາມາດຖືກເອີ້ນວ່າການຍອມອ່ອນນ້ອມຕໍ່ໜ້າພຣະເຈົ້າໄດ້ແນວໃດ? ພຣະເຈົ້າທີ່ຢູ່ໃນສະຫວັນໄດ້ “ກາຍເປັນ” ພຣະເຈົ້າເທິງແຜ່ນດິນໂລກໃນຕອນນີ້ ແລະ ບັດນີ້ ພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກກໍຄືພຣະເຈົ້າທີ່ຢູ່ໃນສະຫວັນ. ມັນບໍ່ສຳຄັນວ່າລັກສະນະພາຍນອກຂອງພວກພຣະອົງຈະຄ້າຍຄືກັນ ຫຼື ມັນບໍ່ສຳຄັນວ່າພວກພຣະອົງເຮັດພາລະກິດແນວໃດແທ້ໆ. ໃນທີ່ສຸດແລ້ວ, ພຣະອົງທີ່ປະຕິບັດພາລະກິດຂອງພຣະເຈົ້າເອງກໍຄືພຣະເຈົ້າເອງ. ເຈົ້າຕ້ອງຍອມອ່ອນນ້ອມ ບໍ່ວ່າເຈົ້າຈະຕ້ອງການ ຫຼື ບໍ່, ນີ້ບໍ່ແມ່ນສິ່ງທີ່ພວກເຈົ້າສາມາດເລືອກໄດ້! ມະນຸດຕ້ອງເຊື່ອຟັງພຣະເຈົ້າ ແລະ ມະນຸດຕ້ອງຍອມອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງໂດຍບໍ່ມີການທຳທ່າແມ່ນແຕ່ໜ້ອຍດຽວ.

ກຸ່ມຄົນທີ່ພຣະເຈົ້າທີ່ບັງເກີດເປັນມະນຸດ ຕ້ອງການຮັບເອົາໃນປັດຈຸບັນແມ່ນຄົນທີ່ປະຕິບັດຕາມຄວາມປະສົງຂອງພຣະອົງ. ພວກເຂົາຈຳເປັນຕ້ອງຍອມອ່ອນນ້ອມຕໍ່ພາລະກິດຂອງພຣະອົງເທົ່ານັ້ນ ແລະ ຢຸດກັງວົນກັບແນວຄິດທີ່ກ່ຽວກັບພຣະເຈົ້າຢູ່ໃນສະຫວັນ, ດຳລົງຊີວິດຢູ່ກັບຄວາມບໍ່ຊັດເຈນ ແລະ ເຮັດໃຫ້ສິ່ງຕ່າງໆຫຍຸ້ງຍາກສຳລັບພຣະເຈົ້າທີ່ຢູ່ໃນເນື້ອໜັງ. ຄົນທີ່ສາມາດເຊື່ອຟັງພຣະອົງແມ່ນຄົນທີ່ຟັງພຣະທຳຂອງພຣະອົງ ແລະ ຍອມອ່ອນນ້ອມຕໍ່ການຈັດແຈງຂອງພຣະອົງຢ່າງແທ້ຈິງ. ຄົນດັ່ງກ່າວບໍ່ສົນໃຈເລີຍວ່າພຣະເຈົ້າທີ່ຢູ່ສະຫວັນອາດເປັນແບບໃດແທ້ໆ ຫຼື ພຣະເຈົ້າທີ່ຢູ່ໃນສະຫວັນອາດປະຕິບັດພາລະກິດປະເພດໃດໃນທ່າມກາງມະນຸດຊາດໃນປັດຈຸບັນ; ພວກເຂົາມອບຫົວໃຈຂອງພວກເຂົາໃຫ້ກັບພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກຢ່າງສົມບູນ ແລະ ພວກເຂົາວາງການເປັນຢູ່ທັງໝົດຂອງພວກເຂົາຕໍ່ໜ້າພຣະອົງ. ພວກເຂົາບໍ່ເຄີຍຄໍານຶງເຖິງຄວາມປອດໄພຂອງພວກເຂົາເອງ ຫຼື ພວກເຂົາບໍ່ເຄີຍວິຕົກກັງວົນກັບຄວາມທໍາມະດາ ແລະ ຄວາມເປັນຈິງຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ. ຄົນທີ່ຍອມອ່ອນນ້ອມຕໍ່ພຣະເຈົ້າໃນເນື້ອໜັງສາມາດຖືກພຣະອົງເຮັດໃຫ້ສົມບູນໄດ້. ຄົນທີ່ເຊື່ອໃນພຣະເຈົ້າທີ່ຢູ່ໃນສະຫວັນຈະບໍ່ໄດ້ຮັບຫຍັງເລີຍ. ນີ້ກໍຍ້ອນວ່າ ບໍ່ແມ່ນພຣະເຈົ້າທີ່ຢູ່ໃນສະຫວັນ, ແຕ່ເປັນພຣະເຈົ້າເທິງແຜ່ນດິນໂລກທີ່ປະທານຄຳສັນຍາ ແລະ ພອນໃຫ້ກັບຜູ້ຄົນ. ຜູ້ຄົນບໍ່ຄວນສັນລະເສີນພຣະເຈົ້າທີ່ຢູ່ໃນສະຫວັນຢູ່ສະເໝີ ໃນຂະນະທີ່ເຫັນພຣະເຈົ້າເທິງແຜ່ນດິນໂລກເປັນບຸກຄົນທຳມະດາ; ນີ້ບໍ່ຍຸຕິທຳເລີຍ. ພຣະເຈົ້າທີ່ຢູ່ໃນສະຫວັນຍິ່ງໃຫຍ່ ແລະ ມະຫັດສະຈັນໂດຍທີ່ມີສະຕິປັນຍາທີ່ລໍ້າເລີດ, ແຕ່ສິ່ງນີ້ບໍ່ມີຢູ່ຈິງເລີຍ; ພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກເປັນພຣະເຈົ້າທີ່ມີລະດັບປານກາງຍ ແລະ ບໍ່ສຳຄັນເລີຍ ແລະ ຍັງທໍາມະດາຫຼາຍ. ພຣະອົງບໍ່ມີຈິດໃຈເໜືອທໍາມະຊາດ ຫຼື ເຮັດການກະທຳທີ່ສະທ້ານໂລກ; ພຣະອົງພຽງແຕ່ປະຕິບັດພາລະກິດ ແລະ ກ່າວໃນລັກສະນະທີ່ທຳມະດາ ແລະ ເປັນຈິງຫຼາຍ. ໃນຂະນະທີ່ພຣະອົງບໍ່ໄດ້ກ່າວຜ່ານສຽງຟ້າຮ້ອງ ຫຼື ເອີ້ນລົມ ແລະ ຝົນ, ພຣະອົງຄືການບັງເກີດເປັນມະນຸດຂອງພຣະເຈົ້າທີ່ຢູ່ໃນສະຫວັນຢ່າງແທ້ຈິງ ແລະ ພຣະອົງກໍເປັນພຣະເຈົ້າທີ່ດຳລົງຊີວິດຢູ່ທ່າມກາງມະນຸດຢ່າງແທ້ຈິງ. ຜູ້ຄົນຕ້ອງບໍ່ຍົກຍ້ອງຄົນທີ່ພວກເຂົາສາມາດເຂົ້າໃຈ ແລະ ຄົນທີ່ສອດຄ່ອງກັບຈິນຕະນາການຂອງພວກເຂົາເອງວ່າເປັນພຣະເຈົ້າ ໃນຂະນະທີ່ເຫັນຄົນທີ່ພວກເຂົາບໍ່ສາມາດຍອມຮັບ ແລະ ບໍ່ສາມາດຈິນຕະນາການໄດ້ວ່າເປັນຜູ້ຕ້ອຍຕໍ່າ. ທັງໝົດນີ້ແມ່ນມາຈາກຄວາມກະບົດຂອງຜູ້ຄົນ; ມັນລ້ວນແລ້ວແຕ່ເປັນແຫຼ່ງກໍາເນີດຂອງການຕໍ່ຕ້ານຂອງມະນຸດຊາດຕໍ່ພຣະເຈົ້າ.

ກ່ອນນີ້: ທຸກສິ່ງຖືກບັນລຸໂດຍພຣະທໍາຂອງພຣະເຈົ້າ

ຕໍ່ໄປ: ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ

ໄພພິບັດ, ສົງຄາມ,ໄພນ້ຳຖ້ວມ ແລະ ອື່ນໆ ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ, ໃຜສາມາດຊ່ວຍພວກເຮົາໃຫ້ຫຼຸດພົ້ນຈາກໄພພິບັດໄດ້? ເຂົ້າຮ່ວມການເຕົ້າໂຮມຟຣີເພື່ອຊອກຮູ້.

ເນື້ອຫາທີ່ກ່ຽວຂ້ອງ

ກ່ຽວກັບພຣະຄຳພີ (4)

ຫຼາຍຄົນເຊື່ອວ່າ ການເຂົ້າໃຈ ແລະ ການສາມາດຕີຄວາມໝາຍພຣະຄຳພີໄດ້ນັ້ນ ແມ່ນຄືກັບການຄົ້ນພົບຫົນທາງທີ່ແທ້ຈິງ, ແຕ່ໃນຄວາມເປັນຈິງແລ້ວ...

ໃນຄວາມເຊື່ອ, ຄົນໆໜຶ່ງຕ້ອງໃຫ້ຄວາມສຳຄັນກັບຄວາມເປັນຈິງ ນັ້ນກໍຄື ການເຂົ້າຮ່ວມໃນພິທີກຳທາງສາສະໜາບໍ່ແມ່ນຄວາມເຊື່ອ

ເຈົ້າປະຕິບັດພິທີກຳທາງສາສະໜາຫຼາຍສໍ່າໃດ? ເຈົ້າກະບົດຕໍ່ພຣະທຳຂອງພຣະເຈົ້າ ແລະ ໄປຕາມທາງຂອງເຈົ້າເອງຈັກຄັ້ງແລ້ວ?...

ພຣະເຈົ້າຊົງຄຸ້ມຄອງຢູ່ເໜືອຊະຕາກໍາຂອງມະນຸດຊາດທັງມວນ

ໃນຖານະທີ່ເປັນສະມາຊິກຂອງຊົນຊາດມະນຸດ ແລະ ຄຣິດສະຕຽນທີ່ເຫຼື້ອມໃສສັດທາ, ມັນຄືຄວາມຮັບຜິດຊອບ ແລະ ພັນທະຂອງພວກເຮົາທຸກຄົນທີ່ຈະຖວາຍຈິດໃຈ ແລະ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້