ບົດສົ່ງທ້າຍ

ເຖິງແມ່ນວ່າພຣະທໍາເຫຼົ່ານີ້ບໍ່ໄດ້ປະກອບດ້ວຍການສະແດງອອກຂອງພຣະເຈົ້າທັງໝົດ, ແຕ່ມັນກໍພຽງພໍສໍາລັບຜູ້ຄົນທີ່ຈະບັນລຸເປົ້າຫມາຍຂອງການຮູ້ຈັກພຣະເຈົ້າ ແລະ ປະສົບກັບການປ່ຽນແປງໃນອຸປະນິໄສຂອງພວກເຂົາ. ບາງເທື່ອມີບາງຄົນຄິດວ່າ ເພາະວ່າພາລິກິດຂອງພຣະເຈົ້າຢູ່ໃນປະເທດຈີນແຜ່ນດິນໃຫຍ່ໄດ້ສິ້ນສຸດລົງແລ້ວ, ນີ້ພິສູດໃຫ້ເຫັນວ່າພຣະອົງໄດ້ສໍາເລັດການກ່າວພຣະທໍາທັງໝົດທີ່ພຣະອົງຄວນກ່າວ ແລະ ເປັນໄປບໍ່ໄດ້ທີ່ພຣະອົງຈະມີສິ່ງໃຫມ່ກ່າວ ເພາະວ່າພຣະເຈົ້າເທົ່ານັ້ນທີ່ສາມາດກ່າວພຣະທໍາເຫຼົ່ານັ້ນໄດ້. ຍິ່ງໄປກວ່ານັ້ນ, ຍັງມີຜູ້ຄົນທີ່ເຊື່ອວ່າໜັງສື ພຣະທໍາປາກົດໃນຮ່າງກາຍ ປະກອບດ້ວຍການສະແດງອອກທັງໝົດຂອງພຣະເຈົ້າໃນຍຸກແຫ່ງອານາຈັກ ແລະ ການໄດ້ຮັບໜັງສືເຫຼັ້ມນີ້ແມ່ນເທົ່າກັບການໄດ້ຮັບທຸກຢ່າງຂອງພຣະເຈົ້າ ຫຼື ໜັງສືເຫຼັ້ມນີ້ຈະນໍາພາມະນຸດຊາດໃນອະນາຄົດຄືກັບພຣະຄໍາພີໄດ້ນຳພາພວກເຂົາ. ເຮົາເຊື່ອວ່າຜູ້ຄົນທີ່ມີທັດສະນະດັ່ງກ່າວຄືກຸ່ມຄົນສ່ວນໃຫຍ່, ເພາະວ່າຜູ້ຄົນມັກຈະຈໍາກັດພຣະເຈົ້າ. ເຖິງແມ່ນວ່າພວກເຂົາທັງໝົດຈະປະກາດວ່າ ພຣະເຈົ້າມີລິດອໍານາດທີ່ຍິ່ງໃຫຍ່ ແລະ ຄວບຄຸມສັບພະສິ່ງທັງປວງ, ທຳມະຊາດຂອງມະນຸດກໍຍັງເຮັດໃຫ້ພວກເຂົາຈໍາກົດພຣະເຈົ້າຢູ່ໃນຂອບເຂດໃດໜຶ່ງ. ທຸກຄົນກໍາລັງຮູ້ຈັກພຣະເຈົ້າ ແຕ່ໃນຂະນະທີ່ທຸກຄົນກໍກໍາລັງປະຕິເສດ ແລະ ຈໍາກັດພຣະອົງເຊັ່ນກັນ.

ພາລະກິດຂອງພຣະເຈົ້າໃນຍຸກແຫ່ງອານາຈັກແມ່ນພຽງແຕ່ໄດ້ເລີ່ມຕົ້ນເທົ່ານັ້ນ. ພຣະຄໍາທັງໝົດຂອງພຣະເຈົ້າໃນໜັງສືເຫຼັ້ມນີ້ແມ່ນເພື່ອແນໃສ່ຜູ້ທີ່ຕິດຕາມພຣະອົງໃນເວລານັ້ນ ແລະ ມັນເປັນພຽງສ່ວນໜຶ່ງຂອງການສະແດງອອກຂອງພຣະເຈົ້າໃນການບັງເກີດເປັນມະນຸດຂອງພຣະອົງໃນປັດຈຸບັນ; ມັນບໍ່ໄດ້ເປັນຕົວແທນພຣະເຈົ້າທັງໝົດ. ຍິ່ງໄປກວ່ານັ້ນ, ບໍ່ສາມາດເວົ້າໄດ້ວ່າມັນກວມເອົາພາລະກິດທັງໝົດທີ່ພຣະເຈົ້າຈະກະທໍາໃນຂະນະທີ່ຢູ່ໃນການບັງເກີດເປັນມະນຸດນີ້. ພຣະເຈົ້າຈະແນພຣະທໍາຂອງພຣະອົງໃສ່ຜູ້ຄົນຈາກຫຼາກຫຼາຍຊົນເຜົ່າ ແລະ ຊົນຊັ້ນ ແລະ ພຣະອົງຈະເອົາຊະນະມະນຸດຊາດທັງໝົດ ແລະ ສິ້ນສຸດຍຸກເກົ່າ, ດັ່ງນັ້ນ ພຣະອົງຈະເຮັດສໍາເລັດໄດ້ແນວໃດ ໃນເມື່ອພຣະອົງພຽງແຕ່ສະແດງພຣະທໍາເລັກນ້ອຍບາງສ່ວນຂອງພຣະອົງເທົ່ານັ້ນ? ມັນເປັນເພາະວ່າພາລະກິດຂອງພຣະເຈົ້າໄດ້ຖືກແບ່ງອອກເປັນໄລຍະ ແລະ ຂັ້ນຕອນທີ່ແຕກຕ່າງກັນ: ພຣະອົງກໍາລັງປະຕິບັດພາລະກິດຕາມແຜນຂອງພຣະອົງ ແລະ ສະແດງພຣະທໍາຂອງພຣະອົງຕາມຂັ້ນຕອນຂອງພຣະອົງ. ມະນຸດຈະສາມາດຢັ່ງເຖິງຄວາມພະຍາຍາມ ແລະ ສະຕິປັນຍາຂອງພຣະເຈົ້າໄດ້ແນວໃດ? ຄວາມຈິງທີ່ເຮົາຕ້ອງການອະທິບາຍໃນນີ້ກໍຄື: ສິ່ງທີ່ພຣະເຈົ້າເປັນ ແລະ ມີ ແມ່ນໄຮ້ຈຸດສິ້ນສຸດ ແລະ ບໍ່ມີຂອບເຂດ. ພຣະເຈົ້າເປັນແຫຼ່ງກໍາເນີດຂອງຊີວິດ ແລະ ສັບພະສິ່ງທັງປວງ; ພຣະເຈົ້າບໍ່ສາມາດຢັ່ງເຖິງໄດ້ໂດຍສິ່ງທີ່ຖືກສ້າງ. ສະຫຼຸບກໍຄື ເຮົາຕ້ອງສືບຕໍ່ເຕືອນທຸກຄົນວ່າ: ຢ່າຈໍາກັດພຣະເຈົ້າພຽງໃນໜັງສື, ພຣະທໍາ ຫຼື ພຣະຄໍາທີ່ຜ່ານມາຂອງພຣະອົງອີກ. ມີພຽງຄໍາສັບດຽວທີ່ອະທິບາຍລັກສະນະພາລະກິດຂອງພຣະເຈົ້າ ນັ້ນກໍຄື ໃໝ່. ພຣະອົງບໍ່ມັກໃຊ້ເສັ້ນທາງເກົ່າ ຫຼື ກະທໍາພາລະກິດຂອງພຣະອົງຊໍ້າແລ້ວຊໍ້າອີກ; ຍິ່ງໄປກວ່ານັ້ນ ພຣະອົງບໍ່ຕ້ອງການໃຫ້ຜູ້ຄົນນະມັດສະການພຣະອົງໂດຍການຈໍາກັດພຣະອົງຢູ່ໃນຂອບເຂດໃດໜຶ່ງ. ນີ້ແມ່ນອຸປະນິໄສຂອງພຣະເຈົ້າ.

ກ່ອນນີ້: ພາກພະໜວກ 4: ເບິ່ງການປາກົດຂອງພຣະເຈົ້າໃນການພິພາກສາ ແລະ ການຕີສອນຂອງພຣະອົງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້