ການເປີດໂປງແນວຄິດທາງສາສະໜາ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 281)

ພຣະເຈົ້າ ແລະ ມະນຸດບໍ່ສາມາດເວົ້າເຖິງໃນຮູບແບບເທົ່າທຽມກັນໄດ້. ແກ່ນແທ້ຂອງພຣະອົງ ແລະ ພາລະກິດຂອງພຣະອົງແມ່ນບໍ່ສາມາດຢັ່ງເຖິງໄດ້ທີ່ສຸດ ແລະ ຍາກທີ່ມະນຸດຈະເຂົ້າໃຈ. ຖ້າພຣະເຈົ້າບໍ່ປະຕິບັດພາລະກິດຂອງພຣະອົງ ແລະ ກ່າວພຣະທໍາໃນໂລກມະນຸດນີ້ດ້ວຍຕົວພຣະອົງເອງ, ແລ້ວມະນຸດກໍຈະບໍ່ສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າໄດ້. ສະນັ້ນ ແມ່ນແຕ່ຜູ້ທີ່ອຸທິດຊີວິດທັງໝົດຂອງພວກເຂົາໃຫ້ກັບພຣະເຈົ້າກໍຈະບໍ່ສາມາດໄດ້ຮັບຄວາມເຫັນດີຈາກພຣະອົງໄດ້. ຖ້າພຣະເຈົ້າບໍ່ເລີ່ມປະຕິບັດພາລະກິດຢ່າງໜັກ, ແລ້ວບໍ່ວ່າມະນຸດຈະເຮັດດີປານໃດກໍຕາມ ມັນກໍຈະບໍ່ມີຄວາມໝາຍຫຍັງ ເພາະວ່າ ແນວຄວາມຄິດຂອງພຣະເຈົ້າຈະສູງສົ່ງກວ່າແນວຄວາມຄິດຂອງມະນຸດສະເໝີ ແລະ ສະຕິປັນຍາຂອງພຣະເຈົ້າເປັນສິ່ງທີ່ຢູ່ນອກເໜືອຄວາມເຂົ້າໃຈຂອງມະນຸດ. ດັ່ງນັ້ນ ເຮົາຈຶ່ງເວົ້າວ່າຜູ້ຄົນເຫຼົ່ານັ້ນທີ່ອ້າງວ່າ “ເຂົ້າໃຈຢ່າງເຕັມປ່ຽມ” ໃນພຣະເຈົ້າ ແລະ ພາລະກິດຂອງພຣະອົງເປັນກຸ່ມຄົນທີ່ເຊີ້ຊ້າ; ພວກເຂົາທຸກຄົນອວດດີ ແລະ ບໍ່ມີຄວາມຮູ້ຫຍັງ. ມະນຸດບໍ່ຄວນຕີຄວາມໝາຍພາລະກິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ມະນຸດບໍ່ສາມາດຕີຄວາມໝາຍພາລະກິດຂອງພຣະເຈົ້າ. ໃນສາຍຕາຂອງພຣະເຈົ້າ ມະນຸດແມ່ນບໍ່ມີຄວາມໝາຍສໍ່າກັບໂຕມົດ, ສະນັ້ນ ມະນຸດຈະສາມາດເຂົ້າໃຈພາລະກິດຂອງພຣະເຈົ້າໄດ້ແນວໃດ? ຜູ້ທີ່ມັກເວົ້າວ່າ: “ພຣະເຈົ້າບໍ່ໄດ້ເຮັດແບບນີ້ ຫຼື ແບບນັ້ນ” ຫຼື “ພຣະເຈົ້າເປັນແບບນີ້ ຫຼື ແບບນັ້ນ” ພວກເຂົາເຫຼົ່ານີ້ບໍ່ເວົ້າຢ່າງໂອຫັງບໍ? ພວກເຮົາທຸກຄົນຄວນຮູ້ວ່າ ມະນຸດທີ່ມາຈາກເນື້ອໜັງແມ່ນລ້ວນແຕ່ຖືກເສື່ອມຊາມໂດຍຊາຕານ. ທໍາມະຊາດແທ້ຂອງມະນຸດຊາດແມ່ນການຕໍ່ຕ້ານພຣະເຈົ້າ. ມະນຸດຊາດບໍ່ໄດ້ຢູ່ໃນລະດັບເທົ່າທຽມກັບພຣະເຈົ້າ, ແຮງໄກທີ່ມະນຸດຊາດຈະຫວັງສາມາດແນະນໍາພາລະກິດຂອງພຣະເຈົ້າໄດ້. ແຕ່ສຳລັບວິທີທີ່ພຣະເຈົ້ານໍາພາມະນຸດ, ນີ້ແມ່ນພາລະກິດຂອງພຣະເຈົ້າເອງ. ມັນເປັນເລື່ອງເໝາະສົມທີ່ມະນຸດຄວນຍອມຮັບ ໂດຍບໍ່ອ້າງມຸມມອງນີ້ ຫຼື ນັ້ນ, ເພາະວ່າ ມະນຸດເປັນພຽງຂີ້ຝຸ່ນ. ໃນເມື່ອມັນຄືເຈດຕະນາຂອງພວກເຮົາທີ່ຈະສະແຫວງຫາພຣະເຈົ້າ ພວກເຮົາບໍ່ຄວນນໍາເອົາແນວຄິດຂອງພວກເຮົາທີ່ມີຕໍ່ພາລະກິດຂອງພຣະອົງມາໃຫ້ພຣະເຈົ້າພິຈາລະນາ, ແຮງໄກທີ່ພວກເຮົາຄວນນໍາໃຊ້ອຸປະນິໄສອັນເສື່ອມຊາມທີ່ສຸດຂອງພວກເຮົາເພື່ອຈົງໃຈຄັດຄ້ານພາລະກິດຂອງພຣະເຈົ້າ. ນັ້ນບໍ່ແມ່ນເປັນການເຮັດໃຫ້ພວກເຮົາເປັນຜູ້ຕໍ່ຕ້ານພຣະຄຣິດບໍ? ຜູ້ຄົນເຫຼົ່ານັ້ນຈະເຊື່ອໃນພຣະເຈົ້າໄດ້ແນວໃດ? ໃນເມື່ອພວກເຮົາເຊື່ອວ່າມີພຣະເຈົ້າ ແລະ ໃນເມື່ອພວກເຮົາຕ້ອງການເຮັດໃຫ້ພຣະອົງພໍໃຈ ແລະ ຕ້ອງການເຫັນພຣະອົງ, ພວກເຮົາຄວນສະແຫວງຫາເສັ້ນທາງແຫ່ງຄວາມຈິງ ແລະ ຄວນຊອກຫາວິທີທີ່ຈະເຂົ້າກັບພຣະເຈົ້າໄດ້. ພວກເຮົາບໍ່ຄວນຢືນຄໍແຂງກະດ້າງໃນການຕໍ່ຕ້ານພຣະເຈົ້າ. ແລ້ວການເຮັດແບບນັ້ນຈະໄດ້ຮັບຜົນປະໂຫຍດຫຍັງ?

ປັດຈຸບັນນີ້, ພຣະເຈົ້າໄດ້ປະຕິບັດພາລະກິດໃໝ່. ເຈົ້າອາດຈະບໍ່ສາມາດຍອມຮັບເອົາພຣະທໍາເຫຼົ່ານີ້ ແລະ ພຣະທຳເຫຼົ່ານີ້ອາດເບິ່ງຄືແປກປະຫຼາດສຳລັບເຈົ້າ, ແຕ່ເຮົາຂໍແນະນໍາເຈົ້າບໍ່ໃຫ້ເປີດເຜີຍຄວາມເປັນທຳມະຊາດຂອງເຈົ້າ ເພາະວ່າ ມີພຽງຜູ້ຄົນທີ່ຫິວ ແລະ ກະຫາຍຄວາມຊອບທໍາຕໍ່ໜ້າພຣະເຈົ້າຢ່າງແທ້ຈິງເທົ່ານັ້ນທີ່ຈະໄດ້ຮັບຄວາມຈິງ ແລະ ມີພຽງຜູ້ທີ່ອຸທິດຕົນຢ່າງແທ້ຈິງເທົ່ານັ້ນຈຶ່ງຈະໄດ້ຮັບຄວາມສະຫວ່າງ ແລະ ການຊີ້ນໍາໂດຍພຣະເຈົ້າ. ຜົນໄດ້ຮັບແມ່ນໄດ້ມາຈາກການສະແຫວງຫາຄວາມຈິງດ້ວຍຄວາມສັນຕິ, ບໍ່ແມ່ນດ້ວຍການຂັດແຍ້ງ ແລະ ການໂຕ້ຖຽງກັນ. ເມື່ອເຮົາເວົ້າວ່າ: “ມື້ນີ້ ພຣະເຈົ້າມີພາລະກິດໃໝ່”, ເຮົາໝາຍເຖິງເລື່ອງທີ່ພຣະເຈົ້າສະເດັດກັບມາສູ່ເນື້ອໜັງ. ບາງເທື່ອ ເຈົ້າບໍ່ສົນໃຈພຣະທໍາເຫຼົ່ານີ້, ບາງເທື່ອເຈົ້າກຽດຊັງພຣະທໍາເຫຼົ່ານີ້ ຫຼື ບາງເທື່ອ ພຣະທໍາເຫຼົ່ານີ້ເປັນສິ່ງທີ່ໜ້າສົນໃຈຫຼາຍສໍາລັບເຈົ້າ. ບໍ່ວ່າໃນກໍລະນີໃດກໍຕາມ, ເຮົາຫວັງວ່າ ທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າຢ່າງແທ້ຈິງ ຈະສາມາດຜະເຊີນກັບຄວາມເປັນຈິງນີ້ ແລະ ຮັບເອົາຄວາມຈິງນີ້ໄປພິຈາລະນາຢ່າງລະມັດລະວັງ, ແທນທີ່ຈະດ່ວນສະຫຼຸບກ່ຽວກັບມັນ; ນັ້ນແມ່ນສິ່ງທີ່ຄົນມີສະຕິປັນຍາຄວນປະຕິບັດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 282)

ໃນການເຊື່ອພຣະເຈົ້າ ຄົນໆໜຶ່ງຄວນຮູ້ຈັກພຣະເຈົ້າແນວໃດ? ຄົນໜຶ່ງຄວນມາຮູ້ຈັກພຣະເຈົ້າໂດຍອີງໃສ່ພຣະທຳ ແລະ ພາລະກິດຂອງພຣະເຈົ້າໃນປັດຈຸບັນ ໂດຍບໍ່ມີຄວາມບ່ຽງເບນ ຫຼື ມີຄວາມເຊື່ອທີ່ບໍ່ຖືກຕ້ອງ ແລະ ກ່ອນອື່ນໝົດ ຄົນໆໜຶ່ງຄວນຮູ້ຈັກພາລະກິດຂອງພຣະເຈົ້າ. ນີ້ຄືພື້ນຖານຂອງການຮູ້ຈັກພຣະເຈົ້າ. ທຸກຄວາມເຊື່ອທີ່ຫຼາກຫຼາຍ ແລະ ບໍ່ຖືກຕ້ອງເຫຼົ່ານັ້ນທີ່ຂາດຄວາມເຂົ້າໃຈກ່ຽວກັບພຣະທຳທີ່ບໍລິສຸດຂອງພຣະເຈົ້າແມ່ນແນວຄວາມຄິດທາງສາສະໜາ ເຊິ່ງເປັນຄວາມເຂົ້າໃຈທີ່ຜິດພ້ຽນ ແລະ ບໍ່ຖືກຕ້ອງ. ທັກສະທີ່ຍິ່ງໃຫຍ່ທີ່ສຸດຂອງບຸກຄົນທາງສາສະໜາຄືການນໍາເອົາພຣະທຳຂອງພຣະເຈົ້າທີ່ຖືກເຂົ້າໃຈໃນອະດີດ ແລ້ວວັດແທກຂໍ້ພຣະທໍານັ້ນໂດຍອີງໃສ່ພຣະທຳຂອງພຣະເຈົ້າໃນປັດຈຸບັນ. ເມື່ອເວລາຮັບໃຊ້ພຣະເຈົ້າໃນປັດຈຸບັນ ຖ້າເຈົ້າຢຶດຕິດກັບສິ່ງທີ່ພຣະວິນຍານບໍລິສຸດໄດ້ເປີດເຜີຍໂດຍແສງສະຫວ່າງຂອງພຣະອົງໃນອະດີດ ແລ້ວການຮັບໃຊ້ຂອງເຈົ້າຈະເກີດມີການຂັດຂວາງ ແລະ ການປະຕິບັດຂອງເຈົ້າກໍຈະຫຼ້າສະໄໝ ເຊິ່ງເປັນພຽງພິທີກຳທາງສາສະໜາ. ຖ້າເຈົ້າເຊື່ອວ່າ ຄົນເຫຼົ່ານັ້ນທີ່ຮັບໃຊ້ພຣະເຈົ້າຕ້ອງຖ່ອມຕົວ ແລະ ອົດທົນຢູ່ພາຍນອກ... ທ່າມກາງຄຸນສົມບັດອື່ນໆ ແລະ ຖ້າເຈົ້ານໍາຄວາມຮູ້ປະເພດນີ້ໄປປະຕິບັດໃນປັດຈຸບັນ ແລ້ວຄວາມຮູ້ດັ່ງກ່າວກໍເປັນແນວຄວາມຄິດທາງສາສະໜາ; ການປະຕິບັດດັ່ງກ່າວກໍກາຍມາເປັນການປະຕິບັດຂອງຄົນໜ້າຊື່ໃຈຄົດ. ປະໂຫຍກ “ແນວຄວາມຄິດທາງສາສະໜາ” ໝາຍເຖິງສິ່ງທີ່ຫຼ້າສະໄໝ ແລະ ເຊົາໃຊ້ກັນແລ້ວ (ລວມທັງການ ເຂົ້າໃຈພຣະທຳທີ່ພຣະເຈົ້າໄດ້ກ່າວໄວ້ກ່ອນໜ້ານີ້ ແລະ ແສງສະຫວ່າງທີ່ພຣະວິນຍານບໍລິສຸດໄດ້ເປີດເຜີຍໂດຍກົງ) ແລະ ຖ້ານໍາເອົາພຣະທໍາດັ່ງກ່າວໄປປະຕິບັດໃນປັດຈຸບັນ, ພຣະທໍານັ້ນກໍຈະຂັດຂວາງພາລະກິດຂອງພຣະເຈົ້າ ແລະ ບໍ່ມີປະໂຫຍດຫຍັງກັບມະນຸດເລີຍ. ຖ້າຜູ້ຄົນບໍ່ສາມາດລົບລ້າງສິ່ງເຫຼົ່ານັ້ນອອກຈາກຕົວພວກເຂົາ ທີ່ເປັນແນວຄວາມຄິດທາງສາສະໜາ ແລ້ວສິ່ງເຫຼົ່ານີ້ກໍຈະກາຍມາເປັນອຸປະສັກໃນການຮັບໃຊ້ພຣະເຈົ້າຂອງພວກເຂົາ. ຄົນທີ່ມີແນວຄວາມຄິດທາງສາສະໜາບໍ່ມີທາງນໍາທັນບາດກ້າວຂອງພາລະກິດຂອງພຣະວິນຍານບໍລິສຸດໄດ້, ພວກເຂົາລ້າຊ້າໃນໜຶ່ງບາດກ້າວ, ຈາກນັ້ນກໍ່ເປັນສອງບາດກ້າວ. ນີ້ກໍ່ຍ້ອນວ່າ ແນວຄວາມຄິດທາງສາສະໜາເຫຼົ່ານີ້ເຮັດໃຫ້ມະນຸດຄິດວ່າ ຕົນເອງທ່ຽງທຳຢ່າງຍິ່ງ ແລະ ອວດດີ. ພຣະເຈົ້າບໍ່ໄດ້ຮູ້ສຶກອາໄລອາວອນໃນສິ່ງທີ່ພຣະອົງໄດ້ກ່າວ ແລະ ກະທຳໃນອະດີດ; ຖ້າບາງສິ່ງຫຼ້າສະໄໝແລ້ວ ພຣະອົງກໍທຳລາຍມັນຖິ້ມ. ເຈົ້າບໍ່ສາມາດປະຖິ້ມແນວຄວາມຄິດຂອງເຈົ້າແທ້ໆບໍ? ຖ້າເຈົ້າຢຶດຕິດກັບພຣະທຳທີ່ພຣະເຈົ້າກ່າວໃນອະດີດ ສິ່ງນີ້ຈະພິສູດໄດ້ບໍວ່າ ເຈົ້າຮູ້ຈັກພາລະກິດຂອງພຣະເຈົ້າ? ຖ້າເຈົ້າບໍ່ສາມາດຍອມຮັບແສງສະຫວ່າງຂອງພຣະວິນຍານບໍລິສຸດໃນປັດຈຸບັນ ແຕ່ຢຶດຕິດກັບແສງສະຫວ່າງໃນອະດີດ ສິ່ງນີ້ສາມາດພິສູດໄດ້ບໍວ່າ ເຈົ້າເດີນຕາມບາດກ້າວຂອງພຣະເຈົ້າ? ເຈົ້າຍັງບໍ່ສາມາດປະຖິ້ມແນວຄວາມຄິດທາງສາສະໜາບໍ? ຖ້າເປັນເຊັ່ນນັ້ນ ເຈົ້າກໍຈະກາຍເປັນຄົນທີ່ຕໍ່ຕ້ານພຣະເຈົ້າ.

ຖ້າຜູ້ຄົນສາມາດປະຖິ້ມແນວຄວາມຄິດທາງສາສະໜາ, ພວກເຂົາຈະບໍ່ນໍາໃຊ້ຄວາມຄິດຂອງຕົນເອງເພື່ອປະເມີນພຣະທຳ ແລະ ພາລະກິດຂອງພຣະເຈົ້າໃນປັດຈຸບັນ ແຕ່ຈະເຊື່ອຟັງໂດຍກົງ. ເຖິງແມ່ນວ່າ ພາລະກິດຂອງພຣະເຈົ້າໃນປັດຈຸບັນບໍ່ຄືກັບພາລະກິດໃນອະດີດຢ່າງຊັດເຈນ, ແຕ່ເຈົ້າກໍ່ຍັງສາມາດປະຖິ້ມຄວາມຄິດເຫັນໃນອະດີດ ແລະ ເຊື່ອຟັງພາລະກິດຂອງພຣະເຈົ້າໃນປັດຈຸບັນໄດ້ໂດຍກົງ. ຖ້າເຈົ້າສາມາດເຂົ້າໃຈວ່າເຈົ້າຕ້ອງມີຄວາມພາກພູມໃຈຕໍ່ພາລະກິດຂອງພຣະເຈົ້າໃນປັດຈຸບັນ ໂດຍບໍ່ສົນໃຈວ່າພຣະເຈົ້າປະຕິບັດພາລະກິດໃນອະດີດແນວໃດ, ເຈົ້າກໍເປັນຄົນທີ່ປະຖິ້ມແນວຄວາມຄິດຂອງຕົນແລ້ວ, ເປັນຄົນທີ່ເຊື່ອຟັງພຣະເຈົ້າ ແລະ ເປັນຄົນທີ່ສາມາດເຊື່ອຟັງພາລະກິດ ແລະ ພຣະທຳຂອງພຣະເຈົ້າ ແລະ ເດີນຕາມບາດກ້າວຂອງພຣະອົງ. ດ້ວຍວິທີນີ້ ເຈົ້າຈະເປັນຄົນທີ່ເຊື່ອຟັງພຣະເຈົ້າຢ່າງແທ້ຈິງ. ເຈົ້າບໍ່ໄດ້ວິເຄາະ ຫຼື ກວດສອບພາລະກິດຂອງພຣະເຈົ້າ. ໃນເມື່ອພຣະເຈົ້າໄດ້ລືມພາລະກິດໃນອະດີດຂອງພຣະອົງ ເຈົ້າກໍໄດ້ລືມມັນເຊັ່ນດຽວກັນ. ປັດຈຸບັນຄືປັດຈຸບັນ ແລະ ອະດີດກໍຄືອະດີດ ແລະ ນັບແຕ່ມື້ນີ້ໄປພຣະເຈົ້າໄດ້ປ່ອຍປະສິ່ງທີ່ພຣະອົງກະທຳໃນອະດີດແລ້ວ ເຈົ້າກໍບໍ່ຄວນຍຶດຕິດຢູ່ກັບມັນ. ເມື່ອເຈົ້າບໍ່ຍຶດຕິດກັບມັນມີພຽງແຕ່ຄົນແບບນັ້ນທີ່ເປັນຄົນທີ່ເຊື່ອຟັງພຣະເຈົ້າຢ່າງສົມບູນ ແລະ ປະຖິ້ມແນວຄວາມຄິດທາງສາສະໜາຂອງຕົນຢ່າງສົມບູນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ທີ່ຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນເທົ່ານັ້ນຈຶ່ງອາດຮັບໃຊ້ພຣະເຈົ້າໄດ້

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 283)

ຍ້ອນວ່າພາລະກິດຂອງພຣະເຈົ້າມີການພັດທະນາໃໝ່ຢູ່ເປັນປະຈຳ, ຈຶ່ງມີພາລະກິດທີ່ຫຼ້າສະໄໝ ແລະ ເກົ່າ ໃນຂະນະທີ່ພາລະກິດໃໝ່ເກີດຂຶ້ນ. ພາລະກິດປະເພດຕ່າງໆເຫຼົ່ານີ້, ທັງເກົ່າ ແລະ ໃໝ່ບໍ່ໄດ້ຂັດແຍ້ງກັນ ແຕ່ເກື້ອກູນກັນ; ທຸກບາດກ້າວຂອງພາລະກິດດັ່ງກ່າວແມ່ນສືບຕໍ່ຈົນຮອດຍຸກສຸດທ້າຍ. ຍ້ອນມີພາລະກິດໃໝ່, ສິ່ງເກົ່າໆ ແນ່ນອນ ກໍຕ້ອງໄດ້ທຳລາຍຖິ້ມ. ຕົວຢ່າງ: ການປະຕິບັດບາງຢ່າງທີ່ຖືກຈັດຕັ້ງເປັນເວລາດົນນານ ແລະ ຖ້ອຍຄຳທີ່ເປັນນິໄສຂອງມະນຸດ ປະກອບດ້ວຍປະສົບການ ແລະ ການສັ່ງສອນເປັນເວລາຫຼາຍປີຂອງມະນຸດ ໄດ້ສ້າງແນວຄວາມຄິດທຸກປະເພດ ແລະ ທຸກຮູບແບບໃນຈິດໃຈຂອງມະນຸດ. ທີ່ພຣະເຈົ້າຍັງບໍ່ເປີດເຜີຍໃບໜ້າທີ່ແທ້ຈິງຂອງພຣະອົງ ແລະ ຈິດໃຈໂດຍທຳມະຊາດໃຫ້ມະນຸດໄດ້ເຫັນຢ່າງສົມບູນ ຄຽງຄູ່ກັບການແຜ່ຂະຫຍາຍຂອງທິດສະດີຕາມປະເພນີຕັ້ງແຕ່ສະໄໝບູຮານມາເປັນເວລາຫຼາຍປີນັ້ນ ແມ່ນເປັນປະໂຫຍດຫຼາຍຕໍ່ການສ້າງແນວຄິດດັ່ງກ່າວຂອງມະນຸດ. ອາດເວົ້າໄດ້ວ່າ ຕະຫຼອດເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າຂອງມະນຸດ ໄດ້ມີອິດທິພົນແຫ່ງແນວຄິດທີ່ຫຼາກຫຼາຍເກີດຂຶ້ນ ແລະ ເກີດວິວັດທະນາການແຫ່ງຄວາມເຂົ້າໃຈຕາມແນວຄິດທຸກປະເພດກ່ຽວກັບພຣະເຈົ້າໃນຜູ້ຄົນ ເຊິ່ງເຮັດໃຫ້ຜູ້ຄົນທາງສາສະໜາຫຼາຍຄົນທີ່ຮັບໃຊ້ພຣະເຈົ້າກາຍມາເປັນສັດຕູຂອງພຣະອົງ. ດັ່ງນັ້ນ ຍິ່ງແນວຄວາມຄິດທາງສາສະໜາຂອງຄົນໜັກແໜ້ນຂຶ້ນຫຼາຍເທົ່າໃດ ພວກເຂົາກໍຈະກາຍເປັນສັດຕູ ແລະ ຕໍ່ຕ້ານພຣະເຈົ້າຫຼາຍເທົ່ານັ້ນ. ພາລະກິດຂອງພຣະເຈົ້າແມ່ນໃໝ່ຢູ່ສະເໝີ, ບໍ່ເຄີຍເກົ່າ ແລະ ບໍ່ເຄີຍສ້າງທິດສະດີ ກົງກັນຂ້າມ ພາລະກິດດັ່ງກ່າວໄດ້ປ່ຽນແປງຢ່າງຕໍ່ເນື່ອງ ແລະ ຖືກເລີ່ມຕົ້ນໃໝ່ໃນຂອບເຂດທັງນ້ອຍ ແລະ ກວ້າງກວ່າເກົ່າ. ການປະຕິບັດພາລະກິດໃນລັກສະນະນີ້ແມ່ນເປັນການສະແດງອອກເຖິງອຸປະນິໄສໂດຍທຳມະຊາດຂອງພຣະເຈົ້າເອງ. ມັນຍັງແມ່ນຫຼັກການໂດຍທຳມະຊາດຂອງພາລະກິດຂອງພຣະເຈົ້າ ແລະ ໜຶ່ງໃນວິທີທີ່ພຣະເຈົ້າເຮັດໃຫ້ການຄຸ້ມຄອງຂອງພຣະອົງບັນລຸການຄຸ້ມຄອງຂອງພຣະອົງ. ຖ້າພຣະອົງບໍ່ປະຕິບັດພາລະກິດດ້ວຍວິທີນີ້ ມະນຸດຈະບໍ່ປ່ຽນແປງ ຫຼື ສາມາດຮູ້ຈັກພຣະເຈົ້າໄດ້ ແລະ ຊາຕານກໍຈະບໍ່ປະລາໄຊ. ດ້ວຍເຫດນີ້ ພາລະກິດຂອງພຣະອົງຈຶ່ງມີການປ່ຽນແປງເກີດຂຶ້ນຢ່າງຕໍ່ເນື່ອງ ເຊິ່ງເບິ່ງຄືວ່າບໍ່ເປັນປົກກະຕິ ແຕ່ແທ້ຈິງແລ້ວ ແມ່ນເປັນປົກກະຕິດີ. ເຖິງຢ່າງໃດກໍຕາມ ວິທີທີ່ມະນຸດເຊື່ອໃນພຣະເຈົ້າແຕກຕ່າງກັນພໍສົມຄວນ. ເຂົາຍຶດຕິດກັບທິດສະດີ ແລະ ລະບົບເກົ່າແກ່ທີ່ຕົນລຶ້ງເຄີຍ ແລະ ຍິ່ງສິ່ງເຫຼົ່ານັ້ນເກົ່າຫຼາຍສໍ່າໃດ ຍິ່ງຖືກໃຈເຂົາຫຼາຍສໍ່ານັ້ນ. ຄວາມຄິດທີ່ໂງ່ຈ້າຂອງມະນຸດ, ຈິດໃຈເໝືອນດັ່ງກ້ອນຫີນທີ່ບໍ່ຍອມອ່ອນນ້ອມ ຈະສາມາດຍອມຮັບພາລະກິດ ແລະ ພຣະທໍາໃໝ່ຂອງພຣະເຈົ້າຢ່າງເລິກເຊິ່ງໄດ້ແນວໃດ? ມະນຸດມັກຈະກຽດຊັງພຣະເຈົ້າທີ່ໃໝ່ ແລະ ບໍ່ເຄີຍເກົ່າສະເໝີ; ເຂົາພຽງແຕ່ມັກພຣະເຈົ້າອົງເດີມ, ຜູ້ທີ່ມີແຂ້ວຍາວ, ຜົມສີຂາວ ແລະ ຢູ່ກັບທີ່. ເພາະສະນັ້ນ, ຍ້ອນວ່າ ພຣະເຈົ້າ ແລະ ມະນຸດມີຄວາມມັກສ່ວນຕົວທີ່ແຕກຕ່າງກັນ, ມະນຸດຈຶ່ງໄດ້ກາຍເປັນສັດຕູຂອງພຣະເຈົ້າ. ຂໍ້ຂັດແຍ້ງຕ່າງໆເຫຼົ່ານີ້ມີມາຕັ້ງແຕ່ພຣະເຈົ້າເລີ່ມປະຕິບັດພາລະກິດໃໝ່ຂອງພຣະອົງໄດ້ເກືອບຫົກພັນປີ ແລະ ໃນປັດຈຸບັນນີ້ຂໍ້ຂັດແຍ້ງດັ່ງກ່າວກໍຍັງມີຢູ່. ມະນຸດແມ່ນເກີນທີ່ຈະໄດ້ຮັບການແກ້ໄຂແລ້ວ. ບາງເທື່ອ ເປັນຍ້ອນຄວາມດື້ດ້ານຂອງມະນຸດ ຫຼື ເປັນຍ້ອນຂໍ້ບັນຍັດການຈັດການຂອງພຣະເຈົ້າທີ່ມະນຸດບໍ່ສາມາດຝ່າຝືນໄດ້ ທີ່ເປັນຕົ້ນເຫດເຮັດໃຫ້ຄູສອນສາດສະໜາ ແລະ ຜູ້ຍິງເຫຼົ່ານັ້ນຍັງຍຶດຕິດກັບໜັງສື ແລະ ປື້ມເກົ່າແກ່ທີ່ຂາດຄຸນນະພາບ, ໃນຂະນະທີ່ພຣະເຈົ້າສືບຕໍ່ປະຕິບັດພາລະກິດການຄຸ້ມຄອງຂອງພຣະອົງທີ່ຍັງບໍ່ສຳເລັດນັ້ນ ເບິ່ງຄືວ່າບໍ່ມີໃຜຢູ່ຄຽງຂ້າງພຣະອົງເລີຍ. ເຖິງແມ່ນຂໍ້ຂັດແຍ້ງເຫຼົ່ານີ້ເຮັດໃຫ້ມະນຸດເປັນສັດຕູກັບພຣະເຈົ້າ ແລະ ເຖິງແມ່ນວ່າ ຂໍ້ຂັດແຍ້ງດັ່ງກ່າວຈະບໍ່ສາມາດແກ້ໄຂໄດ້ ພຣະເຈົ້າກໍບໍ່ໃສ່ໃຈໃນສິ່ງເຫຼົ່ານັ້ນ, ພຣະອົງບໍ່ສົນໃຈຂໍ້ຂັດແຍ້ງໃດໆທັງສິ້ນ ບໍ່ວ່າຈະມີ ຫຼື ບໍ່ມີ. ເຖິງຢ່າງໃດກໍຕາມ ມະນຸດຍັງຍຶດຖືໃນຄວາມເຊື່ອ ແລະ ແນວຄວາມຄິດຂອງພວກເຂົາ ແລະ ບໍ່ເຄີຍປະຖິ້ມຄວາມເຊື່ອ ແລະ ແນວຄວາມຄິດນັ້ນເລີຍ. ແຕ່ມີສິ່ງໜຶ່ງທີ່ພິສູດໃຫ້ເຫັນຢ່າງຊັດເຈນກໍຄື: ເຖິງແມ່ນວ່າ ມະນຸດຈະບໍ່ຜິດພ້ຽນໄປຈາກຈຸດຢືນຂອງຕົນ, ແຕ່ບາດກ້າວຂອງພຣະເຈົ້າແມ່ນເຄື່ອນຍ້າຍເປັນປະຈຳ ແລະ ພຣະອົງປ່ຽນແປງທ່າທີຂອງພຣະອົງຕາມສະພາບແວດລ້ອມຢູ່ສະເໝີ. ໃນທີ່ສຸດກໍຈະແມ່ນມະນຸດເອງທີ່ໄດ້ຮັບການພ່າຍແພ້ໂດຍບໍ່ມີການຕໍ່ສູ້. ໃນຂະນະດຽວກັນ ພຣະເຈົ້າແມ່ນສັດຕູຍິ່ງໃຫຍ່ທີ່ສຸດຂອງບັນດາສັດຕູຂອງພຣະອົງທີ່ໄດ້ຖືກເອົາຊະນະ ແລະ ພຣະອົງຍັງເປັນຜູ້ຊະນະເລີດຂອງມະນຸດຊາດທັງປວງໄດ້ຖືກເອົາຊະນະ ແລະ ຜູ້ທີ່ບໍ່ໄດ້ຖືກເອົາຊະນະອີກດ້ວຍ. ມີຜູ້ໃດແດ່ທີ່ສາມາດແຂ່ງຂັນກັບພຣະເຈົ້າ ແລະ ໄດ້ຮັບໄຊຊະນະ? ແນວຄວາມຄິດຂອງມະນຸດອາດເບິ່ງຄືວ່າ ມາຈາກພຣະເຈົ້າ ຍ້ອນວ່າ ພວກເຂົາຫຼາຍຄົນເກີດຈາກການລຸກຕື່ນຂຶ້ນຂອງພາລະກິດຂອງພຣະເຈົ້າ. ເຖິງຢ່າງໃດກໍ່ຕາມ, ພຣະເຈົ້າບໍ່ໄດ້ໃຫ້ອະໄພມະນຸດຍ້ອນສິ່ງນີ້, ຍິ່ງໄປກວ່ານັ້ນ ພຣະອົງຍັງບໍ່ຍົກຍ້ອງມະນຸດທີ່ປະຕິບັດພາລະກິດ “ເພື່ອພຣະເຈົ້າ” ໃນການຕື່ນຂຶ້ນຂອງພາລະກິດຂອງພຣະເຈົ້າເຊິ່ງຢູ່ນອກພາລະກິດຂອງພຣະອົງ. ກົງກັນຂ້າມ ພຣະອົງຮູ້ສຶກລັງກຽດແນວຄວາມຄິດຂອງມະນຸດ ແລະ ຄວາມເຊື່ອທີ່ເກົ່າ ແລະ ບໍ່ມີແມ່ນແຕ່ຄວາມຄິດທີ່ຈະຮັບຮູ້ວັນທີທີ່ແນວຄິດເຫຼົ່ານີ້ປາກົດຂຶ້ນເປັນຄັ້ງທຳອິດ. ພຣະອົງບໍ່ຍອມຮັບເລີຍວ່າ ແນວຄວາມຄິດເຫຼົ່ານີ້ເກີດມາຈາກພາລະກິດຂອງພຣະອົງ ຍ້ອນແນວຄວາມຄິດຂອງມະນຸດແຜ່ຂະຫຍາຍໂດຍມະນຸດ; ແຫຼ່ງກຳເນີດຂອງພວກມັນແມ່ນມາຈາກຄວາມຄິດ ແລະ ຈິດໃຈຂອງມະນຸດເອງ ແລະ ບໍ່ແມ່ນມາຈາກພຣະເຈົ້າ ແຕ່ມາຈາກຊາຕານ. ຄວາມປະສົງຂອງພຣະເຈົ້າກໍຄືການເຮັດໃຫ້ພາລະກິດຂອງພຣະອົງໃໝ່ ແລະ ມີຊີວິດຊີວາຢູ່ສະເໝີ ບໍ່ແມ່ນແກ່ເຖົ້າ ແລະ ບໍ່ມີຊີວິດຊີວາ ແລະ ສິ່ງທີ່ພຣະອົງໃຫ້ມະນຸດມະນຸດຍຶດຖືນັ້ນແປຝັນຕາມແຕ່ລະຍຸກ ແລະ ແຕ່ລະສະໄໝ, ບໍ່ເປັນນິດນິລັນ ແລະ ບໍ່ເປັນອໍາມະຕະ. ນີ້ກໍຍ້ອນວ່າ ພຣະອົງແມ່ນພຣະເຈົ້າ ຜູ້ສ້າງມະນຸດໃຫ້ມີຊີວິດ ແລະ ເປັນຄົນໃໝ່ ເຊິ່ງກົງກັນຂ້າມກັບມານຮ້າຍຜູ້ທີ່ເຮັດໃຫ້ມະນຸດຕາຍ ແລະ ເປັນຄົນເກົ່າ. ພວກເຈົ້າຍັງບໍ່ເຂົ້າໃຈໃນສິ່ງນີ້ບໍ? ເຈົ້າມີແນວຄວາມຄິດກ່ຽວກັບພຣະເຈົ້າ ແລະ ບໍ່ສາມາດປະຖິ້ມຄວາມຄິດດັ່ງກ່າວນັ້ນໄດ້ ກໍຍ້ອນເຈົ້າມີຄວາມຄິດຄັບແຄບ. ບໍ່ແມ່ນເປັນຍ້ອນເຫດຜົນທີ່ວ່າ ພາລະກິດຂອງພຣະເຈົ້າເລັກນ້ອຍເກີນໄປ ຫຼື ຍ້ອນພາລະກິດຂອງພຣະເຈົ້ານັ້ນແຕກຕ່າງຈາກຄວາມຕ້ອງການຂອງມະນຸດ ຫຼື ຍິ່ງໄປກວ່ານັ້ນ ມັນບໍ່ແມ່ນເປັນຍ້ອນພຣະເຈົ້າບໍ່ໄດ້ເອົາໃຈໃສ່ໃນໜ້າທີ່ຂອງພຣະອົງ. ເຈົ້າບໍ່ສາມາດປະຖິ້ມແນວຄວາມຄິດຂອງເຈົ້າກໍຍ້ອນວ່າ ເຈົ້າຂາດຄວາມເຊື່ອຟັງຫຼາຍເກີນໄປ ແລະ ຍ້ອນເຈົ້າບໍ່ມີລັກສະນະທີ່ຄ້າຍຄືກັບສິ່ງມີຊີວິດແມ່ນແຕ່ໜ້ອຍດຽວ ແລະ ບໍ່ແມ່ນຍ້ອນພຣະເຈົ້າເຮັດໃຫ້ທຸກສິ່ງຢ່າງຫຍຸ້ງຍາກໄປໝົດສຳລັບເຈົ້າ. ເຈົ້າເປັນສາເຫດຂອງສິ່ງທັງໝົດນີ້ ແລະ ມັນບໍ່ກ່ຽວຂ້ອງຫຍັງເລີຍກັບພຣະເຈົ້າ; ຄວາມທົນທຸກທໍລະມານ ແລະ ຄວາມໂຊກຮ້າຍແມ່ນຖືກສ້າຂຶ້ນໂດຍມະນຸດ. ຄວາມຄິດຂອງພຣະເຈົ້າແມ່ນດີສະເໝີ: ພຣະອົງບໍ່ຕ້ອງການໃຫ້ເຈົ້າມີແນວຄວາມຄິດຕ່າງໆນາໆ ແຕ່ຕ້ອງການໃຫ້ເຈົ້າປ່ຽນແປງ ແລະ ຖືກສ້າງໃໝ່ຕາມຍຸກສະໄໝຂອງທີ່ຜ່ານພົ້ນໄປ. ແຕ່ເຈົ້າບໍ່ຮູ້ວ່າສິ່ງໃດດີສຳລັບເຈົ້າ ແລະ ມີແຕ່ກວດສອບ ຫຼື ວິເຄາະຢູ່ເປັນປະຈຳ. ມັນບໍ່ແມ່ນວ່າ ພຣະເຈົ້າເຮັດໃຫ້ທຸກສິ່ງຫຍຸ້ງຍາກໄປສຳລັບເຈົ້າ ແຕ່ເຈົ້າບໍ່ມີຄວາມເຄົາລົບຕໍ່ພຣະເຈົ້າ ແລະ ຄວາມບໍ່ເຊື່ອຟັງຂອງເຈົ້ານັ້ນຍິ່ງໃຫຍ່ເກີນໄປ. ສິ່ງທີ່ມີຊີວິດນ້ອຍໆຄືພວກເຈົ້າຍັງກ້າຮັບເອົາສິ່ງເລັກໆນ້ອຍໆທີ່ພຣະເຈົ້າມອບໃຫ້ພວກເຈົ້າກ່ອນໜ້ານີ້ ແລ້ວຫັນກັບມາ ແລະ ໃຊ້ມັນໂຈມຕີພຣະເຈົ້າ, ນີ້ບໍ່ແມ່ນຄວາມບໍ່ເຊື່ອຟັງຂອງມະນຸດບໍ? ມັນຖືກຕ້ອງແລ້ວທີ່ຈະເວົ້າວ່າ ມະນຸດບໍ່ມີຄຸນສົມບັດແທ້ໆໃນການສະແດງຄວາມຄິດເຫັນຂອງພວກເຂົາຕໍ່ໜ້າພຣະເຈົ້າ ແລະ ແຮງໄກທີ່ພວກເຂົາຈະມມີຄຸນສົມບັດທີ່ຈະແຫ່ຂະບວນອ້ອມພາສາທີ່ໄຮ້ຄ່າ, ມີກິ່ນເໝັນ, ເນົ່າເປື່ອຍ, ສວຍງາມຂອງພວກເຂົາ ຕາມທີ່ພວກເຂົາປາຖະໜາ, ບໍ່ຕ້ອງເວົ້າຫຍັງເຖິງເລື່ອງຫຍັງກໍຕາມທີ່ເປັນແນວຄິດເປິເປື້ອນເຫຼົ່ານັ້ນ. ແລ້ວພວກເຂົາບໍ່ແມ່ນໄຮ້ຄ່າຫຼາຍກວ່ານັ້ນອີກບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ທີ່ຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນເທົ່ານັ້ນຈຶ່ງອາດຮັບໃຊ້ພຣະເຈົ້າໄດ້

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 284)

ພາລະກິດຂອງພຣະເຈົ້າສືບຕໍ່ກ້າວໄປຂ້າງໜ້າຢູ່ສະເໝີ ແລະ ເຖິງແມ່ນວ່າຈຸດປະສົງຂອງພາລະກິດຂອງພຣະເຈົ້າບໍ່ໄດ້ປ່ຽນແປງ, ວິທີການທີ່ພຣະອົງໃຊ້ເພື່ອດຳເນີນພາລະກິດແມ່ນປ່ຽນແປງຕະຫຼອດເວລາ ເຊິ່ງໝາຍຄວາມວ່າຜູ້ຄົນທີ່ຕິດຕາມພຣະເຈົ້າກໍປ່ຽນແປງເຊັ່ນດຽວກັນ. ຍິ່ງພຣະເຈົ້າປະຕິບັດພາລະກິດຫຼາຍຂຶ້ນ ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າກໍຍິ່ງທົ່ວເຖິງຫຼາຍຂຶ້ນ. ການປ່ຽນແປງທີ່ສອດຄ່ອງກັນກໍເກີດຂຶ້ນໃນອຸປະນິໄສຂອງມະນຸດເຊັ່ນກັນ ດ້ວຍການປຸກຈາກພາລະກິດຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ ມັນແມ່ນຍ້ອນພາລະກິດຂອງພຣະເຈົ້າທີ່ປ່ຽນແປງຢູ່ເປັນປະຈຳ, ຜູ້ຄົນທີ່ບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ ແລະ ຄົນໂງ່ຈ້າເຫຼົ່ານັ້ນທີ່ບໍ່ຮູ້ຈັກຄວາມຈິງຈຶ່ງກາຍມາເປັນຄົນທີ່ຕໍ່ຕ້ານພຣະເຈົ້າ. ພາລະກິດຂອງພຣະເຈົ້າບໍ່ເຄີຍສອດຄ່ອງກັບແນວຄວາມຄິດຂອງມະນຸດ ເພາະພາລະກິດຂອງພຣະອົງໃໝ່ສະເໝີ ແລະ ບໍ່ເຄີຍເກົ່າເລີຍ ແລະ ພຣະອົງບໍ່ເຄີຍເຮັດຊໍ້າພາລະກິດແບບເກົ່າ, ແຕ່ກົງກັນຂ້າມ ພຣະອົງດໍາເນີນພາລະກິດແບບໃໝ່ທີ່ບໍ່ເຄີຍເຮັດມາກ່ອນຢ່າງກ້າວໜ້າ. ໃນເມື່ອພຣະເຈົ້າບໍ່ເຮັດຊໍ້າພາລະກິດຂອງພຣະອົງ ແລະ ມະນຸດຕັດສິນພາລະກິດໃນປັດຈຸບັນຂອງພຣະເຈົ້າດ້ວຍພາລະກິດທີ່ພຣະອົງປະຕິບັດໃນອະດີດໂດຍບໍ່ປ່ຽນແປງ, ມັນຈຶ່ງຍາກຫຼາຍທີ່ພຣະເຈົ້າຈະດຳເນີນແຕ່ລະຂັ້ນຕອນຂອງພາລະກິດແຫ່ງຍຸກໃໝ່. ມະນຸດສ້າງມີຄວາມຫຍຸ້ງຍາກຫຼາຍເກີນໄປ! ເຂົາມີການຄິດທີ່ມີຂອບເຂດຫຼາຍເກີນໄປ! ບໍ່ມີໃຜຮູ້ຈັກພາລະກິດຂອງພຣະເຈົ້າ ແຕ່ທຸກຄົນຈຳກັດພາລະກິດດັ່ງກ່າວ. ເມື່ອເຂົາອອກຈາກພຣະເຈົ້າ ມະນຸດກໍສູນເສຍຊີວິດ, ຄວາມຈິງ ແລະ ພອນຂອງພຣະເຈົ້າ, ແຕ່ມະນຸດກໍບໍ່ຍອມຮັບຊີວິດ ຫຼື ຄວາມຈິງເລີຍ, ແຮງໄກທີ່ຈະໄດ້ຮັບພອນອັນຍິ່ງໃຫຍ່ກວ່າທີ່ພຣະເຈົ້າໄດ້ປະທານໃຫ້ແກ່ມະນຸດຊາດ. ມະນຸດທຸກຄົນຫວັງຈະໄດ້ຮັບພຣະເຈົ້າ ແຕ່ບໍ່ສາມາດອົດທົນຕໍ່ການປ່ຽນແປງຕ່າງໆໃນພາລະກິດຂອງພຣະເຈົ້າ. ຜູ້ຄົນທີ່ບໍ່ຍອມຮັບພາລະກິດໃໝ່ຂອງພຣະເຈົ້າ ເຊື່ອວ່າ ພາລະກິດຂອງພຣະເຈົ້າບໍ່ມີການປ່ຽນແປງ, ພາລະກິດຂອງພຣະເຈົ້າຍັງຄົງຢຸດຢູ່ບ່ອນເກົ່າຕະຫຼອດໄປ. ໃນຄວາມເຊື່ອຂອງພວກເຂົາ ທຸກສິ່ງທີ່ຈຳເປັນເພື່ອຮັບເອົາຄວາມລອດພົ້ນຕະຫຼອດໄປເປັນນິດຈາກພຣະເຈົ້າແມ່ນເພື່ອປະຕິບັດຕາມກົດເກນ ແລະ ຕາບໃດທີ່ພວກເຂົາກັບໃຈ ແລະ ສາລະພາບຄວາມຜິດບາບຂອງພວກເຂົາ ຄວາມປະສົງຂອງພຣະເຈົ້າກໍຈະເປັນທີ່ພໍໃຈຢູ່ສະເໝີ. ພວກເຂົາມີຄວາມຄິດເຫັນວ່າ ພຣະເຈົ້າສາມາດເປັນພຽງພຣະເຈົ້າທີ່ຢູ່ພາຍໃຕ້ກົດບັນຍັດ ແລະ ພຣະເຈົ້າທີ່ຖືກຄຶງເທິງໄມ້ກາງແຂນເພື່ອມະນຸດ; ມັນແມ່ນຄວາມຄິດເຫັນຂອງພວກເຂົາເຊັ່ນທີ່ຄິດວ່າ ພຣະເຈົ້າບໍ່ຄວນ ແລະ ບໍ່ສາມາດເໜືອກວ່າພຣະຄຳພີໄດ້. ມັນເປັນຍ້ອນຄວາມຄິດເຫັນເຫຼົ່ານີ້ທີ່ເປັນໂສ້ມັດພວກເຂົາຢ່າງແໜ້ນຕິດຢູ່ກັບກົດບັນຍັດແຫ່ງຍຸກເດີມ ແລະ ຄຶງພວກເຂົາໃສ່ກົດລະບຽບທີ່ຕາຍ. ເຖິງກັບມີຄົນທີ່ເຊື່ອອີກວ່າ ພາລະກິດໃໝ່ຂອງພຣະເຈົ້າອາດເປັນແນວໃດກໍຕາມ ມັນຕ້ອງຖືກສະໜັບສະໜູນໂດຍຄຳທຳນາຍ ແລະ ໃນແຕ່ລະຂັ້ນຕອນຂອງພາລະກິດດັ່ງກ່າວ ທຸກຄົນທີ່ຕິດຕາມພຣະອົງດ້ວຍຫົວໃຈທີ່ “ແທ້ຈິງ” ຕ້ອງໄດ້ຮັບການເປີດເຜີຍ; ຖ້າບໍ່ດັ່ງນັ້ນ ພາລະກິດດັ່ງກ່າວກໍບໍ່ສາມາດເປັນຂອງພຣະເຈົ້າໄດ້. ມັນບໍ່ແມ່ນເລື່ອງງ່າຍທີ່ຈະໃຫ້ມະນຸດມາຮູ້ຈັກກັບພຣະເຈົ້າ. ນອກຈາກຫົວໃຈທີ່ໂງ່ຈ້າຂອງມະນຸດ ແລະ ທຳມະຊາດແຫ່ງການກະບົດທີ່ໃຫ້ຄວາມສຳຄັນກັບຕົນເອງ ແລະ ຄວາມທະນົງຕົນ, ມັນຍິ່ງຍາກຫຼາຍຂຶ້ນສຳລັບເຂົາທີ່ຈະຍອມຮັບເອົາພາລະກິດໃໝ່ຂອງພຣະເຈົ້າ. ມະນຸດບໍ່ກວດສອບພາລະກິດໃໝ່ຂອງພຣະເຈົ້າຢ່າງລະມັດລະວັງ ຫຼື ບໍ່ຍອມຮັບມັນດ້ວຍຄວາມອ່ອນນ້ອມຖ່ອມຕົນ; ກົງກັນຂ້າມ ເຂົານໍາໃຊ້ທ່າທີທີ່ດູຖູກ ໃນຂະນະທີ່ເຂົາລໍຖ້າການເປີດເຜີຍ ແລະ ການຊີ້ນໍາຂອງພຣະເຈົ້າ. ນີ້ບໍ່ແມ່ນການປະພຶດຂອງຄົນທີ່ກະບົດ ແລະ ຕໍ່ຕ້ານພຣະເຈົ້າບໍ? ມະນຸດປະເພດນີ້ຈະສາມາດຮັບການເຫັນພ້ອມຈາກພຣະເຈົ້າໄດ້ແນວໃດ?

ພຣະເຢຊູໄດ້ກ່າວວ່າ ພາລະກິດຂອງພຣະເຢໂຮວາໄດ້ລ້າຊ້າໃນຍຸກແຫ່ງພຣະຄຸນ ດັ່ງທີ່ເຮົາເວົ້າໃນມື້ນີ້ວ່າ ພາລະກິດຂອງພຣະເຢຊູລ້າຊ້າເຊັ່ນກັນ. ຖ້າມີພຽງຍຸກແຫ່ງພຣະບັນຍັດ ແລະ ບໍ່ມີຍຸກແຫ່ງພຣະຄຸນ, ແລ້ວພຣະເຢຊູກໍບໍ່ສາມາດຖືກຄຶງທີ່ໄມ້ກາງແຂນ ແລະ ບໍ່ສາມາດໄຖ່ມະນຸດຊາດທຸກຄົນໄດ້. ຖ້າມີພຽງຍຸກແຫ່ງພຣະບັນຍັດ ມະນຸດຈະສາມາດມາຮອດທຸກມື້ນີ້ບໍ? ປະຫວັດສາດກ້າວໄປຂ້າງໜ້າ ແລະ ປະຫວັດສາດບໍ່ແມ່ນກົດເກນທຳມະຊາດແຫ່ງພາລະກິດຂອງພຣະເຈົ້າບໍ? ນີ້ບໍ່ແມ່ນສະແດງເຖິງການຄຸ້ມຄອງມະນຸດພາຍໃນຈັກກະວານທັງໝົດຂອງພຣະອົງບໍ? ປະຫວັດສາດກໍ່ຄືບໜ້າໄປເລື້ອຍໆ ແລະ ດ້ວຍເຫດນັ້ນ ພາລະກິດຂອງພຣະເຈົ້າກໍເຊັ່ນກັນ. ຄວາມປະສົງຂອງພຣະເຈົ້າປ່ຽນແປງຕະຫຼອດເວລາ. ພຣະອົງບໍ່ສາມາດຢູ່ໃນຂັ້ນຕອນດຽວຂອງພາລະກິດເປັນເວລາຫົກພັນປີໄດ້, ຍ້ອນທຸກຄົນຮູ້ຈັກວ່າ ພຣະອົງໃໝ່ສະເໝີ ແລະ ບໍ່ເຄີຍເກົ່າເລີຍ ແລະ ພຣະອົງບໍ່ສາມາດສືບຕໍ່ດຳເນີນພາລະກິດ ເຊັ່ນ: ຖືກຄຶງທີ່ໄມ້ກາງແຂນ, ຖືກຕອກດ້ວຍຕະປູໃສ່ໄມ້ກາງແຂນໜຶ່ງຄັ້ງ, ສອງຄັ້ງ ແລະ ສາມຄັ້ງ... ມັນເປັນຕາຫົວຫຼາຍທີ່ຄິດແບບນັ້ນ. ພຣະເຈົ້າບໍ່ສືບຕໍ່ເຮັດພາລະກິດເດີມ; ພາລະກິດຂອງພຣະອົງປ່ຽນແປງເລື້ອຍໆ ແລະ ໃໝ່ຕະຫຼອດເວລາ. ຫຼາຍສໍ່າກັບທີ່ເຮົາກ່າວພຣະທຳໃໝ່ກັບພວກເຈົ້າ ແລະ ປະຕິບັດພາລະກິດໃໝ່ໃນແຕ່ລະມື້. ນີ້ຄືພາລະກິດທີ່ເຮົາປະຕິບັດ ແລະ ສິ່ງທີ່ເປັນກະແຈແມ່ນຄຳວ່າ “ໃໝ່” ແລະ “ອັດສະຈັນ”. “ພຣະເຈົ້າບໍ່ເຄີຍປ່ຽນແປງ ແລະ ພຣະເຈົ້າຈະເປັນພຣະເຈົ້າຢູ່ສະເໝີ”: ຖ້ອຍຄຳນີ້ເປັນຄວາມຈິງສະເໝີ; ທາດແທ້ຂອງພຣະເຈົ້າບໍ່ເຄີຍປ່ຽນແປງ, ພຣະເຈົ້າກໍເປັນພຣະເຈົ້າຢູ່ສະເໝີ ແລະ ພຣະອົງບໍ່ສາມາດກາຍມາເປັນຊາຕານໄດ້ຈັກເທື່ອ, ແຕ່ສິ່ງນີ້ບໍ່ໄດ້ພິສູດວ່າ ພາລະກິດຂອງພຣະອົງນັ້ນໝັ້ນຄົງ ແລະ ບໍ່ປຽນແປງຄືກັບທາດແທ້ຂອງພຣະອົງ. ເຈົ້າປະກາດວ່າ ພຣະເຈົ້າບໍ່ສາມາດປ່ຽນແປງ, ແຕ່ແລ້ວເຈົ້າຈະສາມາດອະທິບາຍໄດ້ແນວໃດວ່າ ພຣະເຈົ້າໃໝ່ສະເໝີ ແລະ ບໍ່ເຄີຍເກົ່າເລີຍ? ພາລະກິດຂອງພຣະເຈົ້າຂະຫຍາຍຢ່າງຕໍ່ເນື່ອງ ແລະ ປ່ຽນແປງຢູ່ເປັນປະຈຳ ແລະ ຄວາມປະສົງຂອງພຣະອົງກໍຖືກເປີດເຜີຍ ແລະ ເຮັດໃຫ້ມະນຸດຮູ້ຈັກຢ່າງຕໍ່ເນື່ອງ. ເມື່ອມະນຸດມີປະສົບການກັບພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງເຂົາກໍປ່ຽນແປງໂດຍບໍ່ຢຸດຢັ້ງ ເຊັ່ນດຽວກັບຄວາມຮູ້ຂອງເຂົາ. ດ້ວຍເຫດນັ້ນ ການປ່ຽນແປງນີ້ເກີດຂຶ້ນຈາກບ່ອນໃດ? ມັນບໍ່ແມ່ນຈາກພາລະກິດທີ່ມີການປ່ຽນແປງຕະຫຼອດຂອງພຣະເຈົ້າບໍ? ຖ້າອຸປະນິໄສຂອງມະນຸດສາມາດປ່ຽນແປງໄດ້, ເປັນຫຍັງມະນຸດບໍ່ສາມາດຍອມໃຫ້ພາລະກິດຂອງເຮົາ ແລະ ພຣະທຳຂອງເຮົາປ່ຽນແປງຢ່າງຕໍ່ເນື່ອງໄດ້ເຊັ່ນກັນ? ເຮົາຕ້ອງເຮັດຕາມຂໍ້ຈຳກັດຂອງມະນຸດບໍ? ໃນສິ່ງນີ້ ເຈົ້າບໍ່ໄດ້ກຳລັງບັງຄັບໃຊ້ການໂຕ້ແຍ້ງ ແລະ ເຫດຜົນທີ່ອອກນອກຮູ້ນອກທາງບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມະນຸດທີ່ຈໍາກັດພຣະເຈົ້າໃນແນວຄິດຂອງເຂົາຈະສາມາດຮັບການເປີດເຜີຍຂອງພຣະອົງໄດ້ແນວໃດ?

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 285)

ຊາວຢິວທຸກຄົນອ່ານພັນທະສັນຍາເດີມ ແລະ ຮູ້ຈັກເຖິງການທຳນາຍຂອງເອຊາຢາວ່າ ເດັກນ້ອຍຜູ້ຊາຍຈະກຳເນີດໃນຮາງຫຍ້າ. ແລ້ວເປັນຫຍັງພວກເຂົາຈຶ່ງຂົ່ມເຫັງພຣະເຢຊູທັງທີ່ພວກເຂົາກໍຮູ້ເຖິງຄຳທຳນາຍນີ້ຢ່າງສົມບູນ? ນີ້ບໍ່ແມ່ນທຳມະຊາດທີ່ກະບົດຂອງພວກເຂົາ ແລະ ເປັນການຂາດຄວາມຮູ້ໃນພາລະກິດຂອງພຣະວິນຍານບໍລິສຸດບໍ? ໃນເວລານັ້ນ, ພວກຟາຣີຊາຍເຊື່ອວ່າ ພາລະກິດຂອງພຣະເຢຊູແຕກຕ່າງຈາກສິ່ງທີ່ພວກເຂົາຮູ້ກ່ຽວກັບເດັກນ້ອຍຜູ້ຊາຍທີ່ຖືກທຳນາຍໄວ້ ແລະ ຜູ້ຄົນໃນປັດຈຸບັນປະຕິເສດພຣະເຈົ້າ ຍ້ອນພາລະກິດຂອງພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດບໍ່ສອດຄ່ອງກັບພຣະຄຳພີ. ແກ່ນແທ້ຂອງການກະບົດຂອງພວກເຂົາທີ່ມີຕໍ່ພຣະເຈົ້າອົງນີ້ບໍ່ແມ່ນສິ່ງດຽວກັນບໍ? ເຈົ້າສາມາດຍອມຮັບພາລະກິດທັງໝົດຂອງພຣະວິນຍານບໍລິສຸດໄດ້ໂດຍບໍ່ມີຂໍ້ຄຳຖາມບໍ? ຖ້າມັນແມ່ນພາລະກິດຂອງພຣະວິນຍານບໍລິສຸດ ແລ້ວມັນກໍເປັນກະແສທີ່ຖືກຕ້ອງ ແລະ ເຈົ້າຄວນຍອມຮັບມັນ ໂດຍບໍ່ຕ້ອງສົງໄສໃດໆ; ເຈົ້າບໍ່ຄວນຊອກຫາ ແລະ ເລືອກສິ່ງທີ່ຈະຍອມຮັບ. ຖ້າເຈົ້າບໍ່ໄດ້ຮັບຄວາມເຂົ້າໃຈເພີ່ມຂຶ້ນກ່ຽວກັບພຣະເຈົ້າ ແລະ ໃຊ້ຄວາມລະມັດລະວັງຫຼາຍຂຶ້ນຕໍ່ພຣະອົງ, ແລ້ວສິ່ງນີ້ບໍ່ໄດ້ເປັນສິ່ງທີ່ບໍ່ໄດ້ຖືກຮຽກຮ້ອງບໍ? ເຈົ້າບໍ່ຕ້ອງຄົ້ນຫາເພີ່ມເຕີມສຳລັບການຢືນຢັນຈາກພຣະຄຳພີ; ຖ້າມັນຄືພາລະກິດຂອງພຣະວິນຍານບໍລິສຸດ, ແລ້ວເຈົ້າກໍຕ້ອງຍອມຮັບມັນ, ຍ້ອນເຈົ້າເຊື່ອໃນພຣະເຈົ້າເພື່ອຕິດຕາມພຣະເຈົ້າ ແລະ ເຈົ້າບໍ່ຄວນສືບຄົ້ນພຣະອົງ. ເຈົ້າບໍ່ຄວນສະແຫວງຫາຫຼັກຖານເພີ່ມເຕີມກ່ຽວກັບເຮົາເພື່ອພິສູດວ່າເຮົາເປັນພຣະເຈົ້າຂອງເຈົ້າ, ແຕ່ເຈົ້າຄວນແຍກແຍະວ່າ ເຮົາມີປະໂຫຍດສຳລັບເຈົ້າ ຫຼື ບໍ, ນີ້ແມ່ນສິ່ງທີ່ສຳຄັນທີ່ສຸດ. ເຖິງແມ່ນວ່າເຈົ້າຄົ້ນພົບຫຼັກຖານຫຼາຍຢ່າງທີ່ບໍ່ສາມາດໂຕ້ແຍ້ງໄດ້ພາຍໃນພຣະຄໍາພີ, ມັນກໍບໍ່ສາມາດເຮັດໃຫ້ເຈົ້າຢືນຢູ່ຕໍ່ໜ້າເຮົາຢ່າງສົມບູນໄດ້. ເຈົ້າພຽງແຕ່ອາໄສຢູ່ໃນຂອບເຂດຈຳກັດຂອງພຣະຄຳພີ ແລະ ບໍ່ແມ່ນຕໍ່ໜ້າເຮົາ; ພຣະຄຳພີບໍ່ສາມາດຊ່ວຍໃຫ້ເຈົ້າຮູ້ຈັກເຮົາ ຫຼື ມັນບໍ່ສາມາດເຮັດໃຫ້ຄວາມຮັກທີ່ເຈົ້າມີຕໍ່ເຮົາເລິກເຊິ່ງຂຶ້ນ. ເຖິງພຣະຄຳພີໄດ້ທຳນາຍໄວ້ວ່າ ເດັກນ້ອຍຜູ້ຊາຍຈະກຳເນີດ, ບໍ່ມີໃຜສາມາດຢັ່ງເຖິງໄດ້ວ່າ ຄຳທຳນາຍນັ້ນໄດ້ກ່າວເຖິງໃຜ, ຍ້ອນມະນຸດບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ນີ້ຄືສິ່ງທີ່ເຮັດໃຫ້ພວກຟາຣີຊາຍລຸກຂຶ້ນຕໍ່ຕ້ານພຣະເຢຊູ. ບາງຄົນຮູ້ວ່າ ພາລະກິດຂອງເຮົາແມ່ນຢູ່ໃນຜົນປະໂຫຍດຂອງມະນຸດ, ແຕ່ພວກເຂົາສືບຕໍ່ເຊື່ອວ່າ ພຣະເຢຊູ ແລະ ເຮົາເປັນສອງຢ່າງທີ່ຕ່າງກັນທັງໝົດ, ເປັນສິ່ງທີ່ບໍ່ສາມາດເຂົ້າກັນໄດ້. ໃນເວລານັ້ນ ພຣະເຢຊູພຽງແຕ່ກ່າວຄຳເທດສະໜາເປັນຊຸດຕໍ່ສາວົກຂອງພຣະອົງໃນຍຸກແຫ່ງພຣະຄຸນ ກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ: ວິທີການປະຕິບັດ, ວິທີການເຕົ້າໂຮມກັນ, ວິທີການອ້ອນວອນອະທິຖານ, ວິທີການປະຕິບັດຕໍ່ຄົນອື່ນ ແລະ ອື່ນໆອີກ. ພາລະກິດທີ່ພຣະອົງປະຕິບັດແມ່ນເປັນຂອງຍຸກແຫ່ງພຣະຄຸນ ແລະ ພຣະອົງພຽງອະທິບາຍຢ່າງລະອຽດເຖິງວິທີທີ່ສາວົກ ແລະ ຜູ້ຄົນເຫຼົ່ານັ້ນທີ່ຕິດຕາມພຣະອົງຄວນປະຕິບັດ. ພຣະອົງປະຕິບັດພຽງພາລະກິດໃນຍຸກແຫ່ງພຣະຄຸນ ແລະ ບໍ່ໄດ້ປະຕິບັດພາລະກິດແຫ່ງຍຸກສຸດທ້າຍ. ເມື່ອພຣະເຢໂຮວາບັນທຶກພຣະບັນຍັດລົງໃນພັນທະສັນຍາເດີມໃນຍຸກແຫ່ງພຣະບັນຍັດ ເປັນຫຍັງພຣະອົງຈຶ່ງບໍ່ດຳເນີນພາລະກິດຂອງຍຸກແຫ່ງພຣະຄຸນ? ເປັນຫຍັງພຣະອົງຈຶ່ງບໍ່ເຮັດໃຫ້ຊັດເຈນລ່ວງໜ້າກ່ຽວກັບພາລະກິດຂອງຍຸກແຫ່ງພຣະຄຸນ? ສິ່ງນີ້ຈະບໍ່ຊ່ວຍໃຫ້ມະນຸດຍອມຮັບພາລະກິດນັ້ນບໍ? ພຣະອົງພຽງແຕ່ທຳນາຍວ່າ ເດັກນ້ອຍຜູ້ຊາຍຈະກຳເນີດ ແລະ ມີອຳນາດ, ແຕ່ພຣະອົງບໍ່ໄດ້ປະຕິບັດພາລະກິດຂອງຍຸກແຫ່ງພຣະຄຸນໄວ້ລ່ວງໜ້າເລີຍ. ພາລະກິດຂອງພຣະເຈົ້າໃນແຕ່ລະຍຸກມີຂອບເຂດທີ່ຊັດເຈນ; ພຣະອົງພຽງປະຕິບັດພາລະກິດຂອງຍຸກປັດຈຸບັນ ແລະ ບໍ່ປະຕິບັດໃນຂັ້ນຕອນຖັດໄປຂອງພາລະກິດໃດໄວ້ລ່ວງໜ້າ. ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ, ພາລະກິດຕົວແທນຂອງພຣະອົງໃນແຕ່ລະຍຸກຈຶ່ງຈະຖືກນໍາມາໄວ້ຢູ່ທາງໜ້າ. ພຣະເຢຊູໄດ້ກ່າວເຖິງສັນຍານກ່ຽວກັບຍຸກສຸດທ້າຍ, ເຖິງວິທີການອົດທົນ ແລະ ການຮັບເອົາຄວາມລອດພົ້ນ, ການກັບໃຈ ແລະ ສາລະພາບຄວາມຜິດ ແລະ ການແບກໄມ້ກາງແຂນ ແລະ ອົດທົນຕໍ່ການທົນທຸກທໍລະມານ; ພຣະອົງບໍ່ເຄີຍກ່າວເຖິງວິທີທີ່ມະນຸດໃນຍຸກສຸດທ້າຍຄວນເຂົ້າຫາ ຫຼື ວິທີທີ່ເຂົາຄວນສະແຫວງຫາເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ເມື່ອເປັນດັ່ງນັ້ນ ມັນຈະບໍ່ເປັນຕາຫົວບໍທີ່ຈະຄົ້ນຫາພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍໃນພຣະຄຳພີ? ເຈົ້າສາມາດເບິ່ງຫຍັງໄດ້ ໂດຍການຍຶດຖືພຣະຄຳພີໄວ້ເທົ່ານັ້ນ? ບໍ່ວ່າຈະເປັນນັກແປຄວາມໝາຍພຣະຄຳພີ ຫຼື ນັກເທດສະໜາ ມີໃຜແດ່ທີ່ສາມາດທໍານາຍພາລະກິດຂອງປັດຈຸບັນໄດ້ລ່ວງໜ້າ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມະນຸດທີ່ຈໍາກັດພຣະເຈົ້າໃນແນວຄິດຂອງເຂົາຈະສາມາດຮັບການເປີດເຜີຍຂອງພຣະອົງໄດ້ແນວໃດ?

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 286)

ພວກເຈົ້າຕ້ອງການຮູ້ເຖິງຕົ້ນຕໍຂອງເຫດຜົນທີ່ພວກຟາຣີຊາຍຕໍ່ຕ້ານພຣະເຢຊູບໍ? ພວກເຈົ້າຕ້ອງການຮູ້ແກ່ນແທ້ຂອງພວກຟາຣີຊາຍບໍ່? ພວກເຂົາເຕັມໄປດ້ວຍຄວາມເພີ້ຝັນກ່ຽວກັບພຣະເມຊີອາ. ນອກເໜືອໄປກວ່ານັ້ນ ພວກເຂົາພຽງແຕ່ເຊື່ອວ່າ ພຣະເມຊີອາຈະລົງມາ ແຕ່ບໍ່ສະແຫວງຫາຄວາມຈິງແຫ່ງຊີວິດ. ດ້ວຍເຫດນັ້ນ ພວກເຂົາຍັງຄົງລໍຖ້າພຣະເມຊີອາໃນປັດຈຸບັນ ເພາະພວກເຂົາບໍ່ມີຄວາມຮູ້ກ່ຽວກັບຫົນທາງແຫ່ງຊີວິດ ແລະ ບໍ່ຮູ້ວ່າ ຫົນທາງແຫ່ງຄວາມຈິງຄືຫຍັງ. ພວກເຈົ້າເວົ້າວ່າ ຄົນທີ່ໂງ່ຈ້າ, ດື້ດ້ານ ແລະ ຂາດຄວາມຮູ້ແບບນີ້ຈະຮັບພອນຂອງພຣະເຈົ້າໄດ້ແນວໃດ? ພວກເຂົາຈະເຫັນພຣະເມຊີອາໄດ້ແນວໃດ? ພວກເຂົາຕໍ່ຕ້ານພຣະເຢຊູ ກໍຍ້ອນພວກເຂົາບໍ່ຮູ້ທິດທາງຂອງພາລະກິດຂອງພຣະວິນຍານບໍລິສຸດ ຍ້ອນພວກເຂົາບໍ່ຮູ້ຫົນທາງແຫ່ງຄວາມຈິງທີ່ພຣະເຢຊູກ່າວເຖິງ ແລະ ນອກເໜືອໄປກວ່ານັ້ນ ກໍຍ້ອນພວກເຂົາບໍ່ເຂົ້າໃຈກ່ຽວກັບພຣະເມຊີອາ. ແລ້ວຍ້ອນວ່າພວກເຂົາບໍ່ເຄີຍເຫັນພຣະເມຊີອາ ແລະ ບໍ່ເຄີຍຢູ່ຮ່ວມກັບພຣະເມຊີອາ, ພວກເຂົາຈຶ່ງຜິດພາດໃນການຍຶດຕິດກັບນາມມະຍົດທີ່ທຳມະດາຂອງພຣະເມຊີອາ ໃນຂະນະທີ່ກຳລັງຕໍ່ຕ້ານແກ່ນແທ້ຂອງພຣະເມຊີອາດ້ວຍທຸກວິທີທາງທີ່ເປັນໄປໄດ້. ແກ່ນແທ້ຂອງພວກຟາຣີຊາຍແມ່ນຄວາມດື້ດ້ານ, ຄວາມອວດດີ ແລະ ບໍ່ເຊື່ອຟັງຄວາມຈິງ. ຫຼັກການແຫ່ງຄວາມເຊື່ອໃນພຣະເຈົ້າຂອງພວກເຂົາແມ່ນ: ເຖິງວ່າເຈົ້າຈະມີການເທດສະໜາທີ່ມີຄວາມໝາຍເລິກເຊິ່ງ, ເຖິງເຈົ້າຈະມີອຳນາດທີ່ສູງສົ່ງ ເຈົ້າກໍບໍ່ແມ່ນພຣະຄຣິດ ນອກຈາກເຈົ້າຈະຖືກເອີ້ນວ່າ ພຣະເມຊີອາ. ຄວາມເຊື່ອນີ້ບໍ່ແມ່ນສິ່ງທີ່ຂັດກັບເຫດຜົນ ແລະ ເປັນຕາເບື່ອໜ່າຍບໍ? ເຮົາຂໍຖາມພວກເຈົ້າອີກວ່າ: ມັນບໍ່ງ່າຍສຳລັບພວກເຈົ້າຫຼາຍໄປບໍທີ່ຈະເຮັດຜິດພາດຄືກັບພວກຟາຣີຊາຍກ່ອນໜ້ານີ້ ໂດຍທີ່ພວກເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບພຣະເຢຊູແມ່ນແຕ່ໜ້ອຍດຽວ? ເຈົ້າສາມາດເບິ່ງຫົນທາງແຫ່ງຄວາມຈິງອອກບໍ່? ເຈົ້າສາມາດຮັບປະກັນໄດ້ບໍ່ວ່າ ເຈົ້າຈະບໍ່ຕໍ່ຕ້ານພຣະຄຣິດ? ເຈົ້າສາມາດຕິດຕາມພາລະກິດຂອງພຣະວິນຍານບໍລິສຸດໄດ້ບໍ່? ຖ້າເຈົ້າບໍ່ຮູ້ຈັກວ່າ ເຈົ້າຈະຕໍ່ຕ້ານພຣະຄຣິດ ຫຼື ບໍ່, ແລ້ວເຮົາເວົ້າວ່າ ເຈົ້າດຳລົງຊີວິດຢູ່ໃນຂອບເຂດໃກ້ຄວາມຕາຍແລ້ວ. ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເມຊີອາສາມາດຕໍ່ຕ້ານພຣະເຢຊູ, ປະຕິເສດພຣະເຢຊູ ແລະ ກ່າວຮ້າຍພຣະອົງໄດ້ທັງໝົດ. ທຸກຄົນທີ່ບໍ່ເຂົ້າໃຈພຣະເຢຊູສາມາດປະຕິເສດພຣະອົງ ແລະ ດ່າພຣະອົງ. ຍິ່ງໄປກວ່ານັ້ນ ພວກເຂົາສາມາດເຫັນການກັບມາຂອງພຣະເຢຊູເປັນການຫຼອກລວງຂອງຊາຕານ ແລະ ມີຄົນຈຳນວນຫຼາຍຂຶ້ນຈະກ່າວໂທດພຣະເຢຊູທີ່ກັບມາເປັນມະນຸດ. ສິ່ງທັງໝົດນີ້ບໍ່ເຮັດໃຫ້ພວກເຈົ້າຢ້ານບໍ? ສິ່ງທີ່ພວກເຈົ້າຜະເຊີນຈະເປັນການໝິ່ນປະໝາດພຣະວິນຍານບໍລິສຸດ, ການຫຼົ້ມຈົມຂອງພຣະທຳຂອງພຣະວິນຍານບໍລິສຸດທີ່ມີຕໍ່ຄຣິສຕະຈັກ ແລະ ການປະຕິເສດແບບດູຖູກໃນທຸກສິ່ງທີ່ພຣະເຢຊູໄດ້ສຳແດງອອກ. ພວກເຈົ້າສາມາດຮັບຫຍັງຈາກພຣະເຢຊູຖ້າພວກເຈົ້າສັບສົນມືນເມົາເຊັ່ນນີ້? ຖ້າພວກເຈົ້າປະຕິເສດບໍ່ຍອມຮັບເອົາຄວາມຜິດພາດຂອງພວກເຈົ້າຢ່າງດື້ດ້ານ, ພວກເຈົ້າຈະສາມາດເຂົ້າໃຈພາລະກິດຂອງພຣະເຢຊູເມື່ອພຣະອົງກັບມາເປັນມະນຸດເທິງເມກສີຂາວໄດ້ແນວໃດ? ເຮົາບອກພວກເຈົ້າສິ່ງນີ້: ຄົນທີ່ບໍ່ຮັບຄວາມຈິງ ແຕ່ລໍຖ້າການມາເຖິງຂອງພຣະເຢຊູເທິງເມກສີຂາວຢ່າງຕາບອດຈະໝິ່ນປະໝາດພຣະວິນຍານບໍລິສຸດຢ່າງແນ່ນອນ ແລະ ພວກເຂົາເປັນກຸ່ມຄົນທີ່ສົມຄວນຖືກທຳລາຍ. ພວກເຈົ້າພຽງແຕ່ຕ້ອງການພຣະຄຸນຂອງພຣະເຢຊູ ແລະ ພຽງແຕ່ຕ້ອງການຮັບອານາຈັກສະຫວັນທີ່ມີແຕ່ຄວາມສຸກ, ແຕ່ພວກເຈົ້າບໍ່ເຄີຍເຊື່ອຟັງພຣະທຳທີ່ພຣະເຢຊູກ່າວ ແລະ ບໍ່ເຄີຍຮັບເອົາຄວາມຈິງທີ່ພຣະເຢຊູສຳແດງອອກໃນເວລາທີ່ພຣະອົງກັບມາເປັນມະນຸດ. ພວກເຈົ້າຈະຍຶດຖືສິ່ງໃດເພື່ອແລກປ່ຽນກັບຄວາມຈິງທີ່ພຣະເຢຊູກັບມາເທິງເມກສີຂາວ? ຍຶດຖືຄວາມຈິງໃຈທີ່ພວກເຈົ້າເຮັດບາບຢູ່ຕະຫຼອດ ແລະ ຫຼັງຈາກນັ້ນກໍ່ກ່າວຄຳສາລະພາບຂອງເຈົ້າຊໍ້າແລ້ວຊໍ້າອີກນັ້ນບໍ? ພວກເຈົ້າຈະຖວາຍເຄື່ອງບູຊາຫຍັງໃຫ້ແກ່ພຣະເຢຊູ ຜູ້ທີ່ຈະກັບມາເທິງເມກສີຂາວ? ມັນເປັນປີແຫ່ງພາລະກິດທີ່ພວກເຈົ້າສັນລະເສີນຕົນເອງບໍ? ພວກເຈົ້າຈະຍຶດຖືສິ່ງໃດເພື່ອເຮັດໃຫ້ພຣະເຢຊູ ຜູ້ທີ່ຈະກັບມາ ເຊື່ອໃນຕົວເຈົ້າ? ມັນເປັນທຳມະຊາດຄວາມອວດດີຂອງເຈົ້າບໍທີ່ບໍເຊື່ອຟັງຄວາມຈິງໃດໆ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າແມ່ນໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 287)

ຄວາມຈົງຮັກພັກດີຂອງພວກເຈົ້າເປັນພຽງແຕ່ຄຳເວົ້າເທົ່ານັ້ນ, ຄວາມຮູ້ຂອງພວກເຈົ້າກໍເປັນພຽງປັນຍາ ແລະ ຄວາມຄິດ, ຄວາມພະຍາຍາມຂອງພວກເຈົ້າແມ່ນເພື່ອຜົນປະໂຫຍດຂອງການໄດ້ຮັບພອນແຫ່ງສະຫວັນ ແລະ ດ້ວຍເຫດນີ້ ຄວາມເຊື່ອຂອງພວກເຈົ້າຕ້ອງເປັນໄປແບບໃດ? ແມ່ນແຕ່ໃນປັດຈຸບັນ ພວກເຈົ້າຍັງເຮັດຫູໜວກໃສ່ທຸກພຣະທຳແຫ່ງຄວາມຈິງ. ພວກເຈົ້າບໍ່ຮູ້ຈັກວ່າ ພຣະເຈົ້າແມ່ນຫຍັງ, ພວກເຈົ້າບໍ່ຮູ້ຈັກວ່າ ພຣະຄຣິດແມ່ນຫຍັງ, ພວກເຈົ້າບໍ່ຮູ້ຈັກວ່າ ຈະເຄົາລົບພຣະເຢໂຮວາໄດ້ແນວໃດ, ພວກເຈົ້າບໍ່ຮູ້ຈັກວ່າ ຈະເຂົ້າສູ່ພາລະກິດຂອງພຣະວິນຍານບໍລິສຸດໄດ້ແນວໃດ ແລະ ພວກເຈົ້າບໍ່ຮູ້ຈັກວ່າ ຈະຈຳແນກລະຫວ່າງພາລະກິດຂອງພຣະເຈົ້າ ແລະ ກົນອຸບາຍຂອງມະນຸດໄດ້ແນວໃດ. ເຈົ້າຮູ້ຈັກພຽງແຕ່ກ່າວຕໍານິພຣະທຳແຫ່ງຄວາມຈິງໃດໜຶ່ງທີ່ພຣະເຈົ້າກ່າວ ເຊິ່ງບໍ່ເປັນໄປຕາມຄວາມຄິດຂອງເຈົ້າເອງ. ຄວາມຖ່ອມຕົວຂອງເຈົ້າຢູ່ໃສ? ຄວາມເຊື່ອຟັງຂອງເຈົ້າຢູ່ໃສ? ຄວາມສັດຊື່ຂອງເຈົ້າຢູ່ໃສ? ຄວາມຕ້ອງການສະແຫວງຫາຄວາມຈິງຂອງເຈົ້າຢູ່ໃສ? ຄວາມເຄົາລົບຂອງເຈົ້າສຳລັບພຣະເຈົ້າແມ່ນຢູ່ໃສ? ເຮົາບອກພວກເຈົ້າວ່າ ຄົນເຫຼົ່ານັ້ນທີ່ເຊື່ອໃນພຣະເຈົ້າຍ້ອນໝາຍສໍາຄັນກໍ່ເປັນປະເພດຄົນທີ່ຈະຖືກທຳລາຍ. ຄົນເຫຼົ່ານັ້ນທີ່ບໍ່ສາມາດຮັບພຣະທຳຂອງພຣະເຢຊູ ຜູ້ທີ່ໄດ້ກັບມາເປັນມະນຸດກໍ່ເປັນລູກຫຼານຂອງນະຮົກ, ຜູ້ສືບເຊື້ອສາຍຂອງອັກຄະເທວະດາ ເຊິ່ງເປັນກຸ່ມຄົນທີ່ຈະໄດ້ຮັບຄວາມພິນາດຕະຫຼອດໄປເປັນນິດ. ຫຼາຍຄົນອາດບໍ່ສົນໃຈໃນສິ່ງທີ່ເຮົາບອກກ່າວ ແຕ່ເຮົາຍັງຢາກບອກໄພ່ພົນທີ່ຕິດຕາມພຣະເຢຊູທຸກຄົນວ່າ ເມື່ອພວກເຈົ້າເຫັນພຣະເຢຊູລົງມາຈາກແຜ່ນດິນສະຫວັນເທິງເມກສີຂາວດ້ວຍຕາຂອງພວກເຈົ້າເອງ ນີ້ຈະເປັນການປາກົດຕົວຢ່າງເປີດເຜີຍຂອງພຣະອາທິດແຫ່ງຄວາມທ່ຽງທຳ. ບາງເທື່ອ ນັ້ນຈະເປັນເວລາແຫ່ງຄວາມຕື່ນເຕັ້ນຢ່າງໃຫຍ່ສໍາລັບເຈົ້າ ແຕ່ເຈົ້າຄວນຮູ້ວ່າ ເວລາທີ່ເຈົ້າເປັນພະຍານການລົງມາຂອງພຣະເຢຊູຈາກແຜ່ນດິນສະຫວັນຍັງເປັນເວລາທີ່ເຈົ້າຈະລົງນະຮົກເພື່ອຮັບການລົງໂທດອີກດ້ວຍ. ນັ້ນຈະເປັນເວລາແຫ່ງການສິ້ນສຸດຂອງແຜນການຄຸ້ມຄອງຂອງພຣະເຈົ້າ ແລະ ມັນເປັນເວລາທີ່ພຣະເຈົ້າໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວ. ເນື່ອງຈາກວ່າ ການພິພາກສາຂອງພຣະເຈົ້າຈະສິ້ນສຸດລົງກ່ອນທີ່ມະນຸດຈະໄດ້ເຫັນໝາຍສໍາຄັນ ໃນເວລາມີການສະແດງຄວາມຈິງເທົ່ານັ້ນ. ສະນັ້ນ ມີພຽງຜູ້ທີ່ຍອມຮັບຄວາມຈິງ ແລະ ບໍ່ສະແຫວງຫາໝາຍສຳຄັນຈະໄດ້ຮັບການຊໍາລະລ້າງໃຫ້ບໍລິສຸດ ເຊິ່ງຜູ້ຄົນເຫຼົ່ານີ້ຈະກັບມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ເຂົ້າຮ່ວມໃນອ້ອມກອດຂອງພຣະຜູ້ສ້າງ. ຜູ້ຄົນທີ່ຍຶດຖືໃນຄວາມເຊື່ອທີ່ວ່າ “ພຣະເຢຊູ ຜູ້ທີ່ບໍ່ໄດ້ຂີ່ເມກສີຂາວ ແມ່ນພຣະເຢຊູຕົວປອມ” ຈະໄດ້ຮັບການລົງໂທດຕະຫຼອດໄປເປັນນິດ ຍ້ອນພວກເຂົາເຊື່ອພຽງພຣະເຢຊູທີ່ກະທຳໝາຍສຳຄັນ ແຕ່ບໍ່ຮັບຮູ້ພຣະເຢຊູທີ່ປະກາດການພິພາກສາທີ່ຮ້າຍແຮງ ແລະ ເປີດເຜີຍຫົນທາງທີ່ແທ້ຈິງ ແລະ ຊີວິດ. ດ້ວຍເຫດນັ້ນ ເມື່ອພຣະເຢຊູກັບມາເທິງເມກສີຂາວຢ່າງເປີດເຜີຍ ພຣະອົງອາດຈັດການກັບພວກເຂົາ ເພາະພວກເຂົາດື້ດ້ານເກີນໄປ, ໝັ້ນໃຈໃນຕົວເອງເກີນໄປ ແລະ ອວດດີຫຼາຍເກີນໄປ. ຄົນເສື່ອມຊາມແບບນີ້ຈະໄດ້ຮັບລາງວັນຈາກພຣະເຈົ້າໄດ້ແນວໃດ? ການກັບມາຂອງພຣະເຢຊູແມ່ນຄວາມລອດພົ້ນທີ່ຍິ່ງໃຫຍ່ສຳລັບຜູ້ທີ່ສາມາດຍອມຮັບເອົາຄວາມຈິງ ແຕ່ສຳລັບຜູ້ທີ່ບໍ່ສາມາດຍອມຮັບຄວາມຈິງແມ່ນຈະຖືກຕັດສິນລົງໂທດ. ພວກເຈົ້າຄວນເລືອກເສັ້ນທາງຂອງພວກເຈົ້າເອງ ແລະ ບໍ່ຄວນໝິ່ນປະໝາດພຣະວິນຍານບໍລິສຸດ ແລະ ປະຕິເສດຄວາມຈິງ. ພວກເຈົ້າບໍ່ຄວນເປັນຄົນທີ່ໂງ່ຈ້າ ແລະ ອວດດີ ແຕ່ເປັນຄົນທີ່ເຊື່ອຟັງການນໍາຂອງພຣະວິນຍານບໍລິສຸດ ແລະ ຈົ່ງປາດຖະໜາ ແລະ ສະແຫວງຫາຄວາມຈິງ; ດ້ວຍວິທີນີ້ເທົ່ານັ້ນທີ່ພວກເຈົ້າຈະໄດ້ຮັບຜົນປະໂຫຍດ. ເຮົາແນະນຳພວກເຈົ້າໃຫ້ຍ່າງຕາມເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າຢ່າງຈິງຈັງ. ຢ່າຟ້າວດ່ວນສະຫຼຸບ; ນອກເໜືອໄປກວ່ານັ້ນ ຢ່າເຮັດເປັນທໍາມະດາ ແລະ ບໍ່ໃສ່ໃຈກັບຄວາມເຊື່ອໃນພຣະເຈົ້າຂອງພວກເຈົ້າ. ພວກເຈົ້າຄວນຮູ້ຈັກວ່າ ຢ່າງໜ້ອຍທີ່ສຸດ ຜູ້ທີ່ເຊື່ອໃນພຣະເຈົ້າຄວນຖ່ອມຕົວ ແລະ ສະແດງຄວາມເຄົາລົບນັບຖື. ຜູ້ທີ່ໄດ້ຍິນຄວາມຈິງ ແຕ່ບໍ່ເຫັນດີນໍາ ພ້ອມທັງດູຖູກ ແມ່ນຄົນທີ່ໂງ່ຈ້າ ແລະ ບໍ່ມີຄວາມຮູ້. ຜູ້ທີ່ໄດ້ຍິນຄວາມຈິງ ແຕ່ດ່ວນສະຫຼຸບຢ່າງບໍ່ມີເຫດຜົນ ຫຼື ຕໍານິມັນ ແມ່ນເຕັມໄປດ້ວຍຄວາມອວດດີ. ທຸກຄົນທີ່ເຊື່ອໃນພຣະເຢຊູບໍ່ຄວນສາບແຊ່ງ ຫຼື ກ່າວຕໍານິຄົນອື່ນ. ພວກເຈົ້າທຸກຄົນຄວນເປັນຄົນທີ່ມີຈິດສຳນຶກ ແລະ ເປັນຄົນຍອມຮັບຄວາມຈິງ. ບາງເທື່ອ ເມື່ອໄດ້ຍິນຫົນທາງແຫ່ງຄວາມຈິງ ແລະ ເມື່ອໄດ້ອ່ານພຣະທຳແຫ່ງຊີວິດ, ເຈົ້າເຊື່ອວ່າ ມີພຽງໜຶ່ງໃນ 10.000 ຄຳເຫຼົ່ານີ້ເທົ່ານັ້ນ ທີ່ສອດຄ່ອງກັບຄວາມເຊື່ອໝັ້ນຂອງເຈົ້າ ແລະ ສອດຄ່ອງກັບຂໍ້ຄວາມໃນພຣະຄຳພີ ແຕ່ເຖິງຢ່າງນັ້ນກໍຕາມ ເຈົ້າຄວນສືບຕໍ່ສະແຫວງຫາທັງໝົດຂອງ 10.000 ຄຳເຫຼົ່ານີ້. ເຮົາຍັງແນະນໍາໃຫ້ເຈົ້າຖ່ອມຕົວ ບໍ່ໝັ້ນໃຈໃນຕົນເອງຫຼາຍເກີນໄປ ແລະ ບໍ່ສັນລະເສີນຕົນເອງສູງສົ່ງເກີນໄປ. ດ້ວຍຫົວໃຈແຫ່ງການເຄົາລົບພຣະເຈົ້າໜ້ອຍດຽວຂອງເຈົ້າ ເຈົ້າຈະໄດ້ຮັບແສງສະຫວ່າງທີ່ຍິ່ງໃຫຍ່ກວ່າ. ຖ້າເຈົ້າພິຈາລະນາຢ່າງລະມັດລະວັງ ແລະ ຕຶກຕອງພຣະທຳເຫຼົ່ານີ້ຊໍ້າໄປຊໍ້າມາ ເຈົ້າຈະເຂົ້າໃຈວ່າ ພຣະທໍາເຫຼົ່ານັ້ນແມ່ນຄວາມຈິງຫຼືບໍ່ ແລະ ແມ່ນຊີວິດຫຼືບໍ່. ບາງເທື່ອ ການໄດ້ອ່ານສອງສາມປະໂຫຍກ ບາງຄົນຈະກ່າວຕໍານິພຣະທຳເຫຼົ່ານີ້ຢ່າງຕາບອດ ໂດຍກ່າວວ່າ “ນີ້ບໍ່ແມ່ນສິ່ງທີ່ຍິ່ງໃຫຍ່ໄປກວ່າການເຮັດໃຫ້ມີຄວາມສະຫວ່າງຂອງພຣະວິນຍານບໍລິສຸດ” ຫຼື “ນີ້ແມ່ນພຣະຄຣິດຕົວປອມທີ່ມາເພື່ອຫຼອກລວງຜູ້ຄົນ”. ຄົນເຫຼົ່ານັ້ນທີ່ເວົ້າສິ່ງເຫຼົ່ານີ້ແມ່ນຖືກເຮັດໃຫ້ຕາບອດດ້ວຍຄວາມໂງ່ຈ້າ! ເຈົ້າເຂົ້າໃຈພາລະກິດ ແລະ ສະຕິປັນຍາຂອງພຣະເຈົ້າພຽງແຕ່ໜ້ອຍດຽວ ແລະ ເຮົາແນະນໍາໃຫ້ເຈົ້າເລີ່ມຕົ້ນໃໝ່ອີກຄັ້ງ! ພວກເຈົ້າຕ້ອງບໍ່ຫຼັບຫູຫຼັບຕາກ່າວຕໍານິພຣະທຳທີ່ພຣະເຈົ້າກ່າວ ຍ້ອນການປາກົດຂອງພຣະຄຣິດຕົວປອມໃນຍຸກສຸດທ້າຍ ແລະ ພວກເຈົ້າຕ້ອງບໍ່ເປັນຄົນທີ່ໝິ່ນປະໝາດພຣະວິນຍານບໍລິສຸດ ຍ້ອນພວກເຈົ້າຢ້ານກົນອຸບາຍ. ມັນຈະບໍ່ເປັນເລື່ອງທີ່ເປັນຕາເສຍດາຍຢ່າງຍິ່ງບໍ່? ຫຼັງຈາກການພິຈາລະນາ ຖ້າເຈົ້າຍັງເຊື່ອວ່າ ພຣະທຳເຫຼົ່ານີ້ບໍ່ແມ່ນຄວາມຈິງ, ບໍ່ມີທາງນັ້ນ ແລະ ບໍ່ແມ່ນການກ່າວຂອງພຣະເຈົ້າ ແລ້ວເຈົ້າຈະຖືກລົງໂທດໃນທີ່ສຸດ ແລະ ເຈົ້າຈະບໍ່ໄດ້ຮັບພອນ. ຖ້າເຈົ້າບໍ່ສາມາດຍອມຮັບຄວາມຈິງດັ່ງກ່າວທີ່ໄດ້ກ່າວຢ່າງແຈ່ມແຈ້ງ ແລະ ຊັດເຈນ ແລ້ວເຈົ້າເໝາະສົມກັບຄວາມລອດພົ້ນຂອງພຣະເຈົ້າບໍ່? ເຈົ້າບໍ່ແມ່ນຄົນທີ່ບໍ່ໄດ້ຮັບພອນຢ່າງພຽງພໍເພື່ອກັບມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າບໍ? ຈົ່ງຄິດທົບທວນເບິ່ງ! ຢ່າຟ້າວໃຈຮ້ອນ ແລະ ຫຸນຫັນ ແລະ ຢ່າປະຕິບັດຄວາມເຊື່ອໃນພຣະເຈົ້າຄືກັບເກມ. ຈົ່ງຄິດເຫັນແກ່ຜົນປະໂຫຍດຂອງຈຸດໝາຍປາຍທາງຂອງເຈົ້າ, ເຫັນແກ່ຜົນປະໂຫຍດຂອງຄວາມຄາດຫວັງຂອງເຈົ້າ, ເຫັນແກ່ຜົນປະໂຫຍດຂອງຊີວິດຂອງເຈົ້າ ແລະ ຢ່າຫຼິ້ນຕົນເອງ. ເຈົ້າສາມາດຍອມຮັບພຣະທຳເຫຼົ່ານີ້ບໍ່?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າແມ່ນໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 288)

ໃນເວລານັ້ນ, ສ່ວນໜຶ່ງຂອງພາລະກິດຂອງພຣະເຢຊູແມ່ນສອດຄ່ອງກັບພຣະສັນຍາເດີມ ພ້ອມທັງສອດຄ່ອງກັບກົດລະບຽບຂອງໂມເຊ ແລະ ພຣະທຳຂອງພຣະເຢໂຮວາໃນລະຫວ່າງຍຸກແຫ່ງພຣະບັນຍັດ. ພຣະເຢຊູນໍາໃຊ້ທຸກສິ່ງເຫຼົ່ານີ້ເພື່ອປະຕິບັດສ່ວນໜຶ່ງຂອງພາລະກິດຂອງພຣະອົງ. ພຣະອົງເທດສະໜາໃຫ້ກັບຜູ້ຄົນ ແລະ ສັ່ງສອນພວກເຂົາໃນທຳມະສາລາ ແລະ ພຣະອົງກໍນໍາໃຊ້ການທຳນາຍຂອງພວກຜູ້ປະກາດພຣະທຳໃນພຣະສັນຍາເດີມເພື່ອຕຳໜິຕິຕຽນພວກຟາຣີຊາຍທີ່ເປັນສັດຕູກັບພຣະອົງ ແລະ ນໍາໃຊ້ພຣະທຳໃນພຣະຄຳພີເພື່ອເປີດໂປງຄວາມບໍ່ເຊື່ອຟັງຂອງພວກເຂົາ ແລ້ວກໍກ່າວໂທດພວກເຂົາ. ຍ້ອນພວກເຂົາກຽດຊັງໃນສິ່ງທີ່ພຣະເຢຊູໄດ້ກະທຳ; ໂດຍສະເພາະແລ້ວ ພາລະກິດສ່ວນໃຫຍ່ຂອງພຣະເຢຊູແມ່ນບໍ່ສອດຄ່ອງກັບກົດລະບຽບໃນພຣະຄຳພີ ແລະ ຍິ່ງໄປກວ່ານັ້ນ ສິ່ງທີ່ພຣະອົງສັ່ງສອນກໍສູງສົ່ງກວ່າຄຳເວົ້າຂອງພວກເຂົາເອງ ແລະ ຍິ່ງສູງສົ່ງກວ່າສິ່ງທີ່ພວກຜູ້ປະກາດພຣະທຳໄດ້ທຳນາຍໄວ້ໃນພຣະຄຳພີ. ພາລະກິດຂອງພຣະເຢຊູແມ່ນພຽງແຕ່ເພື່ອການໄຖ່ມະນຸດ ແລະ ການຖືກຄຶງໃສ່ໄມ້ກາງແຂນ. ສະນັ້ນຈຶ່ງບໍ່ຈຳເປັນສໍາລັບພຣະອົງທີ່ຈະກ່າວພຣະທຳເພີ່ມເພື່ອເອົາຊະນະມະນຸດຄົນໃດຄົນໜຶ່ງ. ຫຼາຍສິ່ງທີ່ພຣະອົງສັ່ງສອນມະນຸດກໍອອກມາຈາກພຣະທຳໃນພຣະຄຳພີ ແລະ ເຖິງແມ່ນພາລະກິດຂອງພຣະອົງຈະບໍ່ໄດ້ໃຫຍ່ກວ່າພຣະຄຳພີ, ແຕ່ພຣະອົງກໍຍັງສາມາດເຮັດໃຫ້ພາລະກິດແຫ່ງການຖືກຄຶງໃສ່ໄມ້ກາງແຂນສຳເລັດລົງ. ພາລະກິດຂອງພຣະອົງບໍ່ແມ່ນພາລະກິດແຫ່ງພຣະທຳ ຫຼື ບໍ່ແມ່ນເພື່ອເອົາຊະນະມະນຸດຊາດ, ແຕ່ແມ່ນເພື່ອໄຖ່ມະນຸດຊາດ. ພຣະອົງພຽງແຕ່ເຮັດໜ້າທີ່ເປັນເຄື່ອງຖວາຍບູຊາແທນຄວາມຜິດບາບໃຫ້ກັບມະນຸດຊາດເທົ່ານັ້ນ ແລະ ບໍ່ໄດ້ເຮັດໜ້າທີ່ເປັນແຫຼ່ງກໍາເນີດແຫ່ງພຣະທຳສຳລັບມະນຸດຊາດ. ພຣະອົງບໍ່ໄດ້ປະຕິບັດພາລະກິດຂອງຊາວຕ່າງຊາດ ເຊິ່ງເປັນພາລະກິດແຫ່ງການເອົາຊະນະມະນຸດ, ແຕ່ປະຕິບັດພາລະກິດແຫ່ງການຄຶງກາງແຂນ, ເຊິ່ງເປັນພາລະກິດທີ່ກະທຳທ່າມກາງຄົນທີ່ເຊື່ອວ່າມີພຣະເຈົ້າ. ເຖິງແມ່ນພາລະກິດຂອງພຣະອົງໄດ້ຮັບການປະຕິບັດບົນພື້ນຖານແຫ່ງພຣະຄຳພີ ແລະ ພຣະອົງນໍາໃຊ້ສິ່ງທີ່ພວກຜູ້ປະກາດພຣະທຳທີ່ເກົ່າແກ່ໄດ້ກ່າວໄວ້ລ່ວງໜ້າເພື່ອປະນາມພວກຟາຣີຊາຍ, ນີ້ກໍພຽພໍທີ່ຈະເຮັດໃຫ້ພາລະກິດແຫ່ງການຖືກຄຶງໃສ່ໄມ້ກາງແຂນຂອງພຣະອົງສຳເລັດລົງແລ້ວ. ຖ້າພາລະກິດໃນປັດຈຸບັນຍັງຖືກປະຕິບັດບົນພື້ນຖານຂອງຄຳທຳນາຍຂອງພວກຜູ້ປະກາດພຣະທຳທີ່ຜ່ານມາ ເຊິ່ງຢູ່ໃນພຣະຄຳພີ, ແລ້ວມັນກໍເປັນໄປບໍ່ໄດ້ເລີຍທີ່ຈະເອົາຊະນະພວກເຈົ້າ, ຍ້ອນພຣະສັນຍາເດີມບໍ່ໄດ້ມີການບັນທຶກກ່ຽວກັບຄວາມບໍ່ເຊື່ອຟັງ ແລະ ຄວາມຜິດບາບຂອງພວກເຈົ້າ ເຊິ່ງເປັນປະຊາຊົນຈີນ ແລະ ບໍ່ມີປະຫວັດສາດກ່ຽວກັບຄວາມຜິດບາບຂອງພວກເຈົ້າເລີຍ. ດ້ວຍເຫດນັ້ນ ຖ້າພາລະກິດນີ້ຍັງຄ້າງຢູ່ໃນພຣະຄຳພີ ພວກເຈົ້າກໍຈະບໍ່ຍອມຕາມຈັກເທື່ອ. ພຣະຄໍາພີບັນທຶກແຕ່ປະຫວັດສາດທີ່ຈໍາກັດຂອງປະຊາຊົນອິດສະຣາເອນ ເຊິ່ງເປັນສິ່ງທີ່ບໍ່ສາມາດພິສູດວ່າພວກເຈົ້າຊົ່ວຮ້າຍ ຫຼື ດີ ຫຼື ສາມາດຕັດສິນພວກເຈົ້າໄດ້. ໃຫ້ຈິນຕະນາການເບິ່ງວ່າ ຖ້າເຮົາຕ້ອງຕັດສິນພວກເຈົ້າຕາມປະຫວັດສາດຂອງປະຊາຊົນອິດສະຣາເອນ ແລ້ວພວກເຈົ້າຍັງຈະຕິດຕາມເຮົາເໝືອນກັບທີ່ພວກເຈົ້າກຳລັງເຮັດໃນປັດຈຸບັນນີ້ບໍ? ພວກເຈົ້າຮູ້ຢູ່ບໍວ່າ ພວກເຈົ້າເອົາໃຈຍາກຫຼາຍສໍ່າໃດ? ຖ້າບໍ່ມີພຣະທຳທີ່ຖືກກ່າວໃນລະຫວ່າງຂັ້ນຕອນນີ້ ແລ້ວມັນກໍເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ພາລະກິດແຫ່ງການເອົາຊະນະນັ້ນສຳເລັດລົງ. ເພາະເຮົາບໍ່ໄດ້ສະເດັດມາເພື່ອຖືກຄຶງທີ່ໄມ້ກາງແຂນ, ເຮົາຕ້ອງກ່າວພຣະທຳທີ່ແຕກຕ່າງຈາກພຣະຄຳພີ ເພື່ອວ່າພວກເຈົ້າອາດຈະຖືກເອົາຊະນະ. ພາລະກິດທີ່ພຣະເຢຊູກະທຳເປັນພຽງຂັ້ນຕອນໜຶ່ງທີ່ສູງກວ່າພຣະສັນຍາເດີມ; ພາລະກິດດັ່ງກ່າວແມ່ນຖືກໃຊ້ເພື່ອເລີ່ມຕົ້ນຍຸກໜຶ່ງ ແລະ ເພື່ອນໍາພາຍຸກດັ່ງກ່າວ. ເປັນຫຍັງພຣະອົງຈຶ່ງກ່າວວ່າ: “ເຮົາບໍ່ໄດ້ມາເພື່ອທຳລາຍພຣະບັນຍັດ ແຕ່ເພື່ອເຮັດໃຫ້ມັນສຳເລັດ”? ແຕ່ໃນພາລະກິດຂອງພຣະອົງກໍມີຫຼາຍຢ່າງທີ່ແຕກຕ່າງຈາກກົດລະບຽບທີ່ນໍາໃຊ້ ແລະ ພຣະບັນຍັດທີ່ປະຊາຊົນອິດສະຣາເອນແຫ່ງພຣະສັນຍາເດີມໄດ້ຕິດຕາມ, ຍ້ອນພຣະອົງບໍ່ໄດ້ມາເພື່ອເຊື່ອຟັງກົດລະບຽບ ແຕ່ເພື່ອເຮັດໃຫ້ມັນສຳເລັດ. ຂະບວນການທີ່ເຮັດໃຫ້ມັນສຳເລັດລວມມີຫຼາຍສິ່ງທີ່ເປັນຄວາມຈິງ ນັ້ນກໍຄື: ພາລະກິດຂອງພຣະອົງແມ່ນຕາມຄວາມເປັນຈິງ ແລະ ແທ້ຈິງຫຼາຍຂຶ້ນ ແລະ ຍິ່ງໄປກວ່ານັ້ນ ມັນມີຊີວິດຊີວາ ແລະ ບໍ່ໄດ້ຍຶດໝັ້ນກັບກົດລະບຽບຢ່າງຫຼັບຫູຫຼັບຕາ. ປະຊາຊົນອິດສະຣາເອນບໍ່ໄດ້ຮັກສາວັນຊະບາໂຕບໍ? ເມື່ອພຣະເຢຊູສະເດັດມາ ພຣະອົງບໍ່ໄດ້ຮັກສາວັນຊະບາໂຕ ຍ້ອນພຣະອົງກ່າວວ່າ ບຸດມະນຸດເປັນພຣະຜູ້ເປັນເຈົ້າແຫ່ງວັນຊະບາໂຕ ແລະ ເມື່ອພຣະຜູ້ເປັນເຈົ້າແຫ່ງວັນຊະບາໂຕສະເດັດມາເຖິງ, ພຣະອົງກໍຈະເຮັດຕາມທີ່ພຣະອົງປາຖະໜາ. ພຣະອົງສະເດັດມາເພື່ອເຮັດໃຫ້ກົດລະບຽບແຫ່ງພຣະສັນຍາເດີມສຳເລັດ ແລະ ເພື່ອປ່ຽນແປງກົດລະບຽບເຫຼົ່ານັ້ນ. ທຸກສິ່ງທີ່ກະທຳໃນປັດຈຸບັນແມ່ນອີງຕາມປັດຈຸບັນ ແຕ່ມັນກໍຍັງຕັ້ງຢູ່ບົນພື້ນຖານແຫ່ງພາລະກິດຂອງພຣະເຢໂຮວາໃນຍຸກແຫ່ງພຣະບັນຍັດ ແລະ ບໍ່ໄດ້ລະເມີດຂອບເຂດນີ້. ຕົວຢ່າງເຊັ່ນ: ການລະມັດລະວັງຄຳເວົ້າຂອງພວກເຈົ້າ ແລະ ບໍ່ລ່ວງເກີນຜົວເມຍຜູ້ອື່ນ, ສິ່ງເຫຼົ່ານີ້ບໍ່ແມ່ນກົດລະບຽບໃນພຣະສັນຍາເດີມບໍ? ໃນປັດຈຸບັນ, ສິ່ງທີ່ຮຽກຮ້ອງຈາກເຈົ້າບໍ່ໄດ້ຖືກຈຳກັດແຕ່ພຽງໃນພຣະບັນຍັດສິບປະການ ແຕ່ປະກອບດ້ວຍພຣະບັນຍັດ ແລະ ກົດລະບຽບທີ່ມີຄຳສັ່ງສູງກວ່າສິ່ງເຫຼົ່ານັ້ນທີ່ກຳນົດໃນອະດີດ, ແຕ່ນີ້ບໍ່ໄດ້ໝາຍຄວາມວ່າ ສິ່ງທີ່ກຳນົດໄວ້ກ່ອນໜ້ານີ້ແມ່ນຖືກລົບລ້າງ, ຍ້ອນແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຈົ້າແມ່ນຖືກປະຕິບັດບົນພື້ນຖານຂອງຂັ້ນຕອນທີ່ເກີດຂຶ້ນກ່ອນໜ້າ. ສຳລັບພາລະກິດທີ່ພຣະເຢໂຮວາເຮັດໃນອິດສະຣາເອນນັ້ນ ເຊັ່ນ: ຮຽກຮ້ອງໃຫ້ປະຊາຊົນຖວາຍເຄື່ອງບູຊາ, ນັບຖືບິດາມານດາ, ບໍ່ບູຊາຮູບປັ້ນ, ບໍ່ທຳຮ້າຍ ຫຼື ສາບແຊ່ງຄົນອື່ນ, ບໍ່ລ່ວງເກີນຜົວເມຍຄົນອື່ນ, ບໍ່ສູບຢາ ຫຼື ດື່ມເຫຼົ້າ ແລະ ບໍ່ກິນສິ່ງທີ່ຕາຍ ຫຼື ດື່ມເລືອດ, ສິ່ງນີ້ບໍ່ໄດ້ປະກອບເປັນພື້ນຖານສຳລັບການປະຕິບັດຂອງເຈົ້າແມ່ນແຕ່ໃນປັດຈຸບັນບໍ? ພາລະກິດໄດ້ຮັບການປະຕິບັດບົນພື້ນຖານແຫ່ງອະດີດຈົນມາເຖິງປັດຈຸບັນ. ເຖິງແມ່ນວ່າກົດລະບຽບຂອງອະດີດບໍ່ໄດ້ຖືກກ່າວເຖິງອີກຕໍ່ໄປແລ້ວ ແລະ ໄດ້ມີການຮຽກຮ້ອງໃໝ່ສຳລັບເຈົ້າ, ແຕ່ກົດລະບຽບເຫຼົ່ານີ້ກໍບໍ່ໄດ້ຖືກລົບລ້າງ ແລະ ກົງກັນຂ້າມ ມັນຖືກຍົກໃຫ້ສູງຂຶ້ນ. ການເວົ້າວ່າກົດລະບຽບເຫຼົ່ານັ້ນຖືກລົບລ້າງໝາຍຄວາມວ່າຍຸກທີ່ຜ່ານມາແມ່ນຫຼ້າສະໄໝ, ໃນຂະນະທີ່ມີພຣະບັນຍັດບາງຂໍ້ທີ່ພວກເຈົ້າຕ້ອງເຄົາລົບຊົ່ວນິດນິລັນ. ພຣະບັນຍັດໃນອະດີດແມ່ນຖືກນໍາເຂົ້າໃນການປະຕິບັດຕົວຈິງແລ້ວ, ໄດ້ກາຍເປັນຊີວິດຂອງມະນຸດ ແລະ ບໍ່ຈຳເປັນຕ້ອງເນັ້ນເຖິງຂໍ້ພຣະບັນຍັດທີ່ວ່າ “ບໍ່ໃຫ້ສູບຢາ” ແລະ “ບໍ່ໃຫ້ດື່ມເຫຼົ້າ” ແລະ ອື່ນໆອີກ. ບົນພື້ນຖານນີ້, ພຣະບັນຍັດໃໝ່ຖືກວາງອອກຕາມຄວາມຕ້ອງການຂອງພວກເຈົ້າໃນປັດຈຸບັນ, ຕາມວຸດທິພາວະຂອງພວກເຈົ້າ ແລະ ຕາມພາລະກິດແຫ່ງປັດຈຸບັນ. ການກຳນົດພຣະບັນຍັດສຳລັບຍຸກໃໝ່ບໍ່ໄດ້ໝາຍເຖິງການລົບລ້າງພຣະບັນຍັດໃນຍຸກເກົ່າ, ແຕ່ເປັນການຍົກພຣະບັນຍັດເຫຼົ່ານັ້ນໃຫ້ສູງຂຶ້ນໂດຍຢູ່ບົນພື້ນຖານນີ້, ເພື່ອເຮັດໃຫ້ການກະທຳຂອງມະນຸດສົມບູນຫຼາຍຍິ່ງຂຶ້ນ ແລະ ສອດຄ່ອງກັບຄວາມເປັນຈິງຫຼາຍຂຶ້ນ. ໃນປັດຈຸບັນ ຖ້າພວກເຈົ້າພຽງແຕ່ຖືກຮຽກຮ້ອງໃຫ້ປະຕິບັດພຣະບັນຍັດ ແລະ ປະຕິບັດຕາມກົດລະບຽບແຫ່ງພຣະສັນຍາເດີມ ໃນລັກສະນະດຽວກັນກັບຊາວອິດສະຣາເອນ ແລະ ຖ້າເຈົ້າຖືກຮຽກຮ້ອງໃຫ້ທ່ອງກົດລະບຽບທີ່ພຣະເຢໂຮວາວາງອອກ ມັນກໍເປັນໄປບໍ່ໄດ້ທີ່ພວກເຈົ້າຈະສາມາດປ່ຽນແປງ. ຖ້າພວກເຈົ້າຕ້ອງປະຕິບັດຕາມພຣະບັນຍັດທີ່ຈຳກັດພຽງແຕ່ໜ້ອຍດຽວ ຫຼື ທ່ອງກົດລະບຽບຢ່າງຫຼວງຫຼາຍຈົນນັບບໍ່ຖ້ວນ, ອຸປະນິໄສເດີມຂອງພວກເຈົ້າກໍ່ຈະຍັງຄົງຝັງເລິກ ແລະ ບໍ່ມີທາງທີ່ຈະຖອນຮາກມັນໄດ້ເລີຍ. ສະນັ້ນ ພວກເຈົ້າກໍຍິ່ງຈະຊົ່ວຊ້າຂຶ້ນເລື້ອຍໆ ແລະ ບໍ່ມີພວກເຈົ້າຄົນໃດທີ່ຈະເຊື່ອຟັງ. ເວົ້າໄດ້ວ່າ ພຣະບັນຍັດທໍາມະດາຈຳນວນໜ້ອຍດຽວ ຫຼື ກົດລະບຽບທີ່ນັບບໍ່ຖ້ວນນັ້ນບໍ່ສາມາດຊ່ວຍໃຫ້ພວກເຈົ້າຮູ້ຈັກເຖິງການກະທຳຂອງພຣະເຢໂຮວາໄດ້. ພວກເຈົ້າບໍ່ຄືກັບປະຊາຊົນອິດສະຣາເອນ ນັ້ນກໍຄື: ດ້ວຍການປະຕິບັດກົດລະບຽບ ແລະ ທ່ອງພຣະບັນຍັດ, ພວກເຂົາສາມາດເປັນພະຍານເຖິງການກະທໍາຂອງພຣະເຢໂຮວາ ແລະ ອຸທິດພວກເຂົາໃຫ້ກັບພຣະອົງເທົ່ານັ້ນ, ແຕ່ພວກເຈົ້າບໍ່ສາມາດບັນລຸແບບນີ້ໄດ້ ແລະ ພຣະບັນຍັດຈຳນວນໜ້ອຍດຽວໃນຍຸກພຣະສັນຍາເດີມບໍ່ພຽງແຕ່ຈະບໍ່ສາມາດເຮັດໃຫ້ພວກເຈົ້າຍອມມອບຫົວໃຈຂອງພວກເຈົ້າ ຫຼື ປົກປ້ອງພວກເຈົ້າເທົ່ານັ້ນ, ແຕ່ກົງກັນຂ້າມ ມັນຈະເຮັດໃຫ້ພວກເຈົ້າບໍ່ມີລະບຽບ ແລະ ຈະເຮັດໃຫ້ພວກເຈົ້າຕົກສູ່ດິນແດນມໍລະນາ. ຍ້ອນພາລະກິດຂອງເຮົາແມ່ນພາລະກິດແຫ່ງການເອົາຊະນະ ແລະ ແນໃສ່ຄວາມບໍ່ເຊື່ອຟັງ ແລະ ອຸປະນິໄສເດີມຂອງພວກເຈົ້າ. ພຣະທຳທີ່ກະລຸນາຂອງພຣະເຢໂຮວາ ແລະ ພຣະເຢຊູແຕກຕ່າງຈາກພຣະທຳທີ່ຮ້າຍແຮງແຫ່ງການພິພາກສາໃນປັດຈຸບັນ. ຫາກປາສະຈາກພຣະທຳທີ່ຮ້າຍແຮງດັ່ງກ່າວ, ມັນກໍເປັນໄປບໍ່ໄດ້ທີ່ຈະເອົາຊະນະພວກເຈົ້າ “ຜູ້ຊ່ຽວຊານທັງຫຼາຍ” ຜູ້ເຊິ່ງບໍ່ເຊື່ອຟັງເປັນເວລາຫຼາຍພັນປີ. ກົດລະບຽບໃນພຣະສັນຍາເດີມໄດ້ສູນເສຍອໍານາດໃນພວກເຈົ້າດົນນານມາແລ້ວ ແລະ ການພິພາກສາໃນປັດຈຸບັນກໍຍິ່ງເປັນຕາຢ້ານຫຼາຍກວ່າກົດລະບຽບທີ່ເກົ່າແກ່ເຫຼົ່ານັ້ນ. ສິ່ງທີ່ເໝາະສົມກັບພວກເຈົ້າທີ່ສຸດແມ່ນການພິພາກສາ ແລະ ບໍ່ແມ່ນຂໍ້ກຳນົດຂອງກົດລະບຽບທີ່ບໍ່ສຳຄັນ, ຍ້ອນພວກເຈົ້າບໍ່ແມ່ນມະນຸດຊາດແຫ່ງການເລີ່ມຕົ້ນ, ແຕ່ເປັນມະນຸດຊາດທີ່ເສື່ອມຊາມເປັນເວລາຫຼາຍພັນປີ. ສິ່ງທີ່ມະນຸດຕ້ອງບັນລຸໃນປັດຈຸບັນແມ່ນອີງຕາມສະພາວະທີ່ເປັນຈິງຂອງມະນຸດໃນປັດຈຸບັນ, ອີງຕາມຄວາມສາມາດ ແລະ ວຸດທິພາວະທີ່ແທ້ຈິງຂອງມະນຸດໃນຍຸກປັດຈຸບັນ ແລະ ມັນບໍ່ໄດ້ຈຳເປັນທີ່ເຈົ້າຕ້ອງປະຕິບັດຕາມຄຳສັ່ງສອນ. ນີ້ກໍເພື່ອວ່າການປ່ຽນແປງອາດໄດ້ຮັບການບັນລຸໃນອຸປະນິໄສເດີມຂອງເຈົ້າ ແລະ ເພື່ອໃຫ້ເຈົ້າປະຖິ້ມແນວຄິດຂອງເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (1)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 289)

ປະຫວັດສາດກ້າວໄປຂ້າງໜ້າຢູ່ສະເໝີ ແລະ ພາລະກິດຂອງພຣະເຈົ້າກໍກ້າວໄປຂ້າງໜ້າຢູ່ສະເໝີ. ເພື່ອໃຫ້ແຜນການຄຸ້ມຄອງຫົກພັນປີຂອງພຣະອົງຈົບສິ້ນລົງ, ມັນຕ້ອງສືບຕໍ່ກ້າວໄປຂ້າງໜ້າ. ໃນແຕ່ລະມື້ ພຣະອົງຕ້ອງປະຕິບັດພາລະກິດໃໝ່, ແຕ່ລະປີ ພຣະອົງຕ້ອງປະຕິບັດພາລະກິດໃໝ່; ພຣະອົງຕ້ອງລິເລີ່ມເສັ້ນທາງໃໝ່, ລິເລີ່ມຕົ້ນຍຸກໃໝ່, ເລີ່ມຕົ້ນພາລະກິດໃໝ່ ແລະ ຍິ່ງໃຫຍ່ກວ່າເດີມ ແລະ ພ້ອມດ້ວຍສິ່ງເຫຼົ່ານີ້ກໍຄືການນໍາມາຂອງຊື່ໃໝ່ ແລະ ພາລະກິດໃໝ່. ຕະຫຼອດເວລາ, ພຣະວິນຍານຂອງພຣະເຈົ້າແມ່ນປະຕິບັດພາລະກິດໃໝ່, ບໍ່ເຄີຍຍຶດຕິດກັບວິທີທາງ ແລະ ກົດລະບຽບເດີມໆ. ພາລະກິດຂອງພຣະອົງບໍ່ເຄີຍຢຸດ ແຕ່ປະຕິບັດຢູ່ທຸກຊ່ວງເວລາ. ຖ້າເຈົ້າເວົ້າວ່າ ພາລະກິດຂອງພຣະວິນຍານບໍລິສຸດບໍ່ສາມາດປ່ຽນແປງໄດ້, ແລ້ວເປັນຫຍັງພຣະເຢໂຮວາຈຶ່ງຮຽກຮ້ອງໃຫ້ພວກປະໂລຫິດຮັບໃຊ້ພຣະອົງໃນພຣະວິຫານ ແຕ່ພຣະເຢຊູບໍ່ໄດ້ເຂົ້າໄປໃນພຣະວິຫານເລີຍ, ເຖິງແມ່ນວ່າ ເມື່ອພຣະອົງສະເດັດມາ, ຜູ້ຄົນຍັງໄດ້ເວົ້າວ່າ ພຣະອົງເປັນປະໂລຫິດຊັ້ນສູງ ແລະ ພຣະອົງມາຈາກຄົວເຮືອນຂອງເດວິດ ແລະ ຍັງເປັນປະໂລຫິດຊັ້ນສູງ ແລະ ເປັນກະສັດທີ່ຍິ່ງໃຫຍ່? ແລ້ວເປັນຫຍັງພຣະອົງຈຶ່ງບໍ່ຖວາຍເຄື່ອງບູຊາ? ການເຂົ້າໄປໃນພຣະວິຫານ ຫຼື ການບໍ່ເຂົ້າໄປໃນພຣະວິຫານ, ສິ່ງນີ້ບໍ່ແມ່ນພາລະກິດຂອງພຣະເຈົ້າເອງບໍ? ຕາມທີ່ມະນຸດຈິນຕະນາການ ຖ້າພຣະເຢຊູກັບມາອີກຄັ້ງ ແລະ ໃນຍຸກສຸດທ້າຍ ພຣະອົງຈະຍັງຖືກເອີ້ນວ່າ ພຣະເຢຊູ ແລະ ຍັງມາເທິງເມກສີຂາວ, ລົງມາທ່າມກາງມະນຸດໃນພາບລັກສະນະຂອງພຣະເຢຊູ: ແລ້ວນັ້ນຈະບໍ່ແມ່ນການເຮັດຊໍ້າພາລະກິດຂອງພຣະອົງບໍ? ພຣະວິນຍານບໍລິສຸດສາມາຍຶດຕິດກັບອະດີດບໍ? ທຸກສິ່ງທີ່ມະນຸດເຊື່ອແມ່ນແນວຄິດ ແລະ ທຸກສິ່ງທີ່ມະນຸດເຂົ້າໃຈແມ່ນຕາມຄວາມໝາຍຂອງຄໍາເວົ້າໂດຍກົງ ແລະ ຕາມຈິນຕະນາການຂອງເຂົາເຊັ່ນກັນ; ພວກມັນບໍ່ສອດຄ່ອງກັບຫຼັກການຂອງພາລະກິດຂອງພຣະວິນຍານບໍລິສຸດ ແລະ ບໍ່ໄດ້ປະຕິບັດຕາມເຈດຕະນາຂອງພຣະເຈົ້າ. ພຣະເຈົ້າຈະບໍ່ປະຕິບັດພາລະກິດໃນລັກສະນະນັ້ນ; ພຣະເຈົ້າບໍ່ໄດ້ບ້າ ແລະ ໂງ່ຈ້າແບບນັ້ນ ແລະ ພາລະກິດຂອງພຣະອົງກໍບໍ່ໄດ້ງ່າຍດາຍຄືກັບທີ່ເຈົ້າຈິນຕະນາການ. ອີງຕາມທຸກສິ່ງທີ່ມະນຸດຈິນຕະນາການ, ພຣະເຢຊູຈະມາໂດຍຂີ່ກ້ອນເມກ ແລະ ສະເດັດມາທ່າມກາງພວກເຈົ້າ. ພວກເຈົ້າຈະເຫັນພຣະອົງ ຜູ້ທີ່ຈະບອກພວກເຈົ້າວ່າ ພຣະອົງເປັນພຣະເຈົ້າ ໂດຍຂີ່ເທິງກ້ອນເມກ. ພວກເຈົ້າຈະໄດ້ເຫັນຮອຍຕະປູໃນມືຂອງພຣະອົງເຊັ່ນກັນ ແລະ ຈະຮູ້ວ່າພຣະອົງເປັນພຣະເຢຊູ. ແລ້ວພຣະອົງຈະຊ່ວຍພວກເຈົ້າໃຫ້ລອດພົ້ນອີກຄັ້ງ ແລະ ຈະເປັນພຣະເຈົ້າທີ່ຍິ່ງໃຫຍ່ຂອງພວກເຈົ້າ. ພຣະອົງຈະຊ່ວຍພວກເຈົ້າໃຫ້ລອດພົ້ນ, ປະທານຊື່ໃໝ່ໃຫ້ກັບພວກເຈົ້າ ແລະ ມອບກ້ອນຫີນສີຂາວໃຫ້ກັບພວກເຈົ້າແຕ່ລະຄົນ ຫຼັງຈາກທີ່ພວກເຈົ້າໄດ້ຮັບອະນຸຍາດໃຫ້ເຂົ້າສູ່ອານາຈັກສະຫວັນ ແລະ ຖືກຮັບເຂົ້າສູ່ສະຫວັນວິມານ. ຄວາມເຊື່ອດັ່ງກ່າວບໍ່ແມ່ນແນວຄິດຂອງມະນຸດບໍ? ພຣະເຈົ້າປະຕິບັດພາລະກິດຕາມແນວຄິດຂອງມະນຸດ ຫຼື ພຣະອົງປະຕິບັດພາລະກິດກົງກັນຂ້າມກັບແນວຄິດຂອງມະນຸດກັນແທ້? ແນວຄິດທັງໝົດຂອງມະນຸດບໍ່ໄດ້ມາຈາກຊາຕານບໍ? ມະນຸດທຸກຄົນບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມບໍ? ຖ້າພຣະເຈົ້າປະຕິບັດພາລະກິດຂອງພຣະອົງຕາມແນວຄິດຂອງມະນຸດ, ແລ້ວພຣະອົງຈະບໍ່ກາຍມາເປັນຊາຕານບໍ? ພຣະອົງຈະບໍ່ເປັນປະເພດດຽວກັນກັບການເນລະມິດສ້າງຂອງພຣະອົງບໍ? ຍ້ອນວ່າ ປັດຈຸບັນນີ້ ການເນລະມິດສ້າງຂອງພຣະອົງຖືກຊາຕານເຮັດໃຫ້ເສື່ອມຊາມຫຼາຍ ມະນຸດຈຶ່ງກາຍມາເປັນຮູບລັກຂອງຊາຕານ, ຖ້າພຣະເຈົ້າຕ້ອງປະຕິບັດພາລະກິດຕາມສິ່ງຕ່າງໆຂອງຊາຕານ, ແລ້ວພຣະອົງຈະບໍ່ຢູ່ຮ່ວມລີກດຽວກັນກັບຊາຕານບໍ? ມະນຸດຈະສາມາດຢັ່ງເຖິງພາລະກິດຂອງພຣະເຈົ້າໄດ້ແນວໃດ? ສະນັ້ນ ພຣະເຈົ້າຈະບໍ່ປະຕິບັດພາລະກິດຕາມແນວຄິດຂອງມະນຸດຈັກເທື່ອ, ພຣະອົງຈະບໍ່ປະຕິບັດພາລະກິດໃນລັກສະນະທີ່ເຈົ້າຈິນຕະນາການ. ມີຄົນທີ່ເວົ້າວ່າ ພຣະເຈົ້າເອງກ່າວວ່າ ພຣະອົງຈະມາເຖິງເທິງກ້ອນເມກ. ເປັນຄວາມຈິງທີ່ພຣະເຈົ້າກ່າວສິ່ງດັ່ງກ່າວດ້ວຍຕົວພຣະອົງເອງ, ແຕ່ເຈົ້າບໍ່ຮູ້ບໍວ່າ ບໍ່ມີມະນຸດຄົນໃດທີ່ສາມາດຢັ່ງເຖິງສິ່ງລຶກລັບຂອງພຣະເຈົ້າໄດ້? ເຈົ້າຮູ້ບໍວ່າ ບໍ່ມີມະນຸດຄົນໃດທີ່ສາມາດອະທິບາຍພຣະທຳຂອງພຣະເຈົ້າໄດ້? ເຈົ້າໝັ້ນໃຈໂດຍບໍ່ມີຄວາມສົງໄສແມ່ນແຕ່ໜ້ອຍດຽວບໍວ່າ ເຈົ້າໄດ້ຮັບການສ່ອງແສງສະຫວ່າງ ແລະ ການເຍືອງທາງໂດຍພຣະວິນຍານບໍລິສຸດ? ແນ່ໃຈບໍ່ວ່າ ພຣະວິນຍານບໍລິສຸດບໍ່ໄດ້ສະແດງໃຫ້ເຈົ້າເຫັນໃນສິ່ງນັ້ນໂດຍກົງ? ແມ່ນພຣະວິນຍານບໍລິສຸດບໍທີ່ແນະນໍາເຈົ້າ ຫຼື ແນວຄິດຂອງເຈົ້າເອງທີ່ນໍາພາເຈົ້າໃຫ້ຄິດແບບນັ້ນ? ເຈົ້າເວົ້າວ່າ “ສິ່ງນີ້ແມ່ນຖືກກ່າວໂດຍພຣະເຈົ້າເອງ”. ແຕ່ພວກເຮົາບໍ່ສາມາດໃຊ້ແນວຄິດ ແລະ ຈິດໃຈຂອງພວກເຮົາເອງເພື່ອວັດແທກພຣະທຳຂອງພຣະເຈົ້າ. ສຳລັບຄຳເວົ້າທີ່ເອຊາຢາເວົ້າອອກມານັ້ນ, ເຈົ້າສາມາດອະທິບາຍຄຳເວົ້າຂອງລາວຢ່າງໝັ້ນໃຈທີ່ສຸດບໍ? ເຈົ້າກ້າທີ່ຈະອະທິບາຍຄຳເວົ້າຂອງລາວບໍ? ໃນເມື່ອເຈົ້າບໍ່ກ້າອະທິບາຍຄຳເວົ້າຂອງເອຊາຢາ, ແລ້ວເປັນຫຍັງເຈົ້າຈຶ່ງກ້າອະທິບາຍພຣະທຳຂອງພຣະເຢຊູ? ແມ່ນໃຜສູງສົ່ງກວ່າກັນ ພຣະເຢຊູ ຫຼື ເອຊາຢາ? ເມື່ອຄຳຕອບແມ່ນພຣະເຢຊູ, ເປັນຫຍັງເຈົ້າຈຶ່ງອະທິບາຍພຣະທຳທີ່ພຣະເຢຊູກ່າວໄວ້? ພຣະເຈົ້າໄດ້ບອກເຈົ້າກ່ຽວກັບພາລະກິດຂອງພຣະອົງໄວ້ລ່ວງໜ້າບໍ? ບໍ່ມີສິ່ງຊົງສ້າງແມ່ນແຕ່ສິ່ງດຽວທີ່ສາມາດຮູ້ໄດ້, ບໍ່ມີແມ່ນແຕ່ຜູ້ສົ່ງຂ່າວໃນສະຫວັນ ຫຼື ບຸດມະນຸດ, ແລ້ວເຈົ້າຈະຮູ້ໄດ້ແນວໃດ? ມະນຸດຂາດຕົກບົກຜ່ອງຫຼາຍ. ສິ່ງທີ່ສຳຄັນສຳລັບພວກເຈົ້າໃນຕອນນີ້ກໍຄື ການຮູ້ຈັກພາລະກິດສາມຂັ້ນຕອນ. ຈາກພາລະກິດຂອງພຣະເຢໂຮວາຈົນເຖິງພາລະກິດຂອງພຣະເຢຊູ ແລະ ຈາກພາລະກິດພຣະເຢຊູຈົນເຖິງຂັ້ນຕອນປັດຈຸບັນ, ສາມຂັ້ນຕອນເຫຼົ່ານີ້ສືບຕໍ່ປົກຄຸມທຸກຂອບເຂດແຫ່ງການຄຸ້ມຄອງຂອງພຣະເຈົ້າຢ່າງຕໍ່ເນຶ່ອງ ແລະ ພວກມັນທັງໝົດເປັນພາລະກິດຂອງພຣະວິນຍານອົງດຽວ. ນັບຕັ້ງແຕ່ການສ້າງໂລກ, ພຣະເຈົ້າໄດ້ປະຕິບັດພາລະກິດຄຸ້ມຄອງມະນຸດຊາດຢູ່ຕະຫຼອດເວລາ. ພຣະອົງເປັນການເລີ່ມຕົ້ນ ແລະ ການສິ້ນສຸດ. ພຣະອົງເປັນຜູ້ທໍາອິດ ແລະ ຜູ້ສຸດທ້າຍ. ພຣະອົງເປັນຜູ້ທີ່ເລີ່ມຕົ້ນຍຸກ ແລະ ເປັນຜູ້ທີ່ນໍາຍຸກມາສູ່ການສິ້ນສຸດ. ພາລະກິດສາມຂັ້ນຕອນໃນຍຸກທີ່ແຕກຕ່າງກັນ ແລະ ໃນສະຖານທີ່ທີ່ແຕກຕ່າງກັນ ແມ່ນພາລະກິດຂອງພຣະວິນຍານອົງດຽວຢ່າງແນ່ນອນ. ທຸກຄົນທີ່ແບ່ງແຍກສາມຂັ້ນຕອນເຫຼົ່ານີ້ແມ່ນຢືນຢູ່ກົງກັນຂ້າມກັບພຣະເຈົ້າ. ບັດນີ້, ມັນຈໍາປັນສໍາລັບເຈົ້າທີ່ຕ້ອງເຂົ້າໃຈວ່າພາລະກິດທັງໝົດຕັ້ງແຕ່ຂັ້ນຕອນທຳອິດຈົນເຖິງປັດຈຸບັນແມ່ນພາລະກິດຂອງພຣະເຈົ້າອົງດຽວ, ເປັນພາລະກິດຂອງພຣະວິນຍານອົງດຽວ. ເລື່ອງນີ້ບໍ່ຈຳເປັນຕ້ອງສົງໄສ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 290)

ໃນເມື່ອມະນຸດເຊື່ອໃນພຣະເຈົ້າ, ເຂົາກໍຕ້ອງຕິດຕາມບາດກ້າວຂອງພຣະເຈົ້າເທື່ອລະບາດກ້າວຢ່າງໃກ້ຊິດ; ເຂົາຄວນ “ຕິດຕາມພຣະເມສານ້ອຍບໍ່ວ່າພຣະອົງຈະໄປໃສກໍຕາມ”. ມີພຽງແຕ່ຄົນເຫຼົ່ານີ້ທີ່ເປັນຄົນສະແຫວງຫາຫົນທາງທີ່ແທ້ຈິງ, ມີພຽງແຕ່ພວກເຂົາເທົ່ານັ້ນທີ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ. ຄົນທີ່ຕິດຕາມຕົວອັກສອນ ແລະ ຄຳສັ່ງສອນຄືກັບທາດ ແມ່ນຄົນທີ່ຖືກກຳຈັດໂດຍພາລະກິດຂອງພຣະວິນຍານບໍລິສຸດ. ໃນແຕ່ລະໄລຍະຂອງເວລາ, ພຣະເຈົ້າຈະເລີ່ມຕົ້ນພາລະກິດໃໝ່ ແລະ ໃນແຕ່ລະໄລຍະຈະມີການເລີ່ມຕົ້ນໃໝ່ທ່າມກາງມະນຸດ. ຖ້າມະນຸດພຽງແຕ່ປະຕິບັດຕາມຄວາມຈິງທີ່ວ່າ “ພຣະເຢໂຮວາເປັນພຣະເຈົ້າ” ແລະ “ພຣະເຢຊູເປັນພຣະຄຣິດ” ເຊິ່ງເປັນຄວາມຈິງທີ່ພຽງແຕ່ໃຊ້ໄດ້ກັບຍຸກທີ່ກ່ຽວຂ້ອງ, ແລ້ວມະນຸດກໍຈະນໍາບໍ່ທັນພາລະກິດຂອງພຣະວິນຍານບໍລິສຸດໄດ້ຈັກເທື່ອ ແລະ ຈະບໍ່ສາມາດຮັບເອົາພາລະກິດຂອງພຣະວິນຍານບໍລິສຸດຕະຫຼອດໄປ. ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດແນວໃດກໍຕາມ, ມະນຸດກໍຕິດຕາມໂດຍບໍ່ສົງໄສແມ່ນແຕ່ໜ້ອຍດຽວ ແລະ ເຂົາກໍຕິດຕາມຢ່າງໃກ້ຊິດ. ໃນວິທີນີ້, ມະນຸດຈະສາມາດຖືກພຣະວິນຍານບໍລິສຸດກຳຈັດໄດ້ແນວໃດ? ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ, ຕາບໃດທີ່ມະນຸດໝັ້ນໃຈວ່າ ນັ້ນແມ່ນພາລະກິດຂອງພຣະວິນຍານບໍລິສຸດ ແລະ ຮ່ວມມືໃນພາລະກິດຂອງພຣະວິນຍານບໍລິສຸດໂດຍບໍ່ມີຂໍ້ສົງໄສໃດໆແລ້ວ ແລະ ພະຍາຍາມບັນລຸເງື່ອນໄຂຂອງພຣະເຈົ້າ, ແລ້ວເຂົາຈະຖືກລົງໂທດໄດ້ແນວໃດ? ພາລະກິດຂອງພຣະເຈົ້າບໍ່ເຄີຍຢຸດຈັກເທື່ອ, ບາດກ້າວຂອງພຣະອົງບໍ່ເຄີຍຢຸດສະງັດຈັກເທື່ອ ແລະ ກ່ອນການສຳເລັດພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ, ພຣະອົງຫຍຸ້ງຢູ່ສະເໝີ ແລະ ບໍ່ເຄີຍຢຸດຈັກເທື່ອ. ແຕ່ມະນຸດແມ່ນແຕກຕ່າງ: ເມື່ອໄດ້ຮັບພຽງແຕ່ຈຳນວນເລັກນ້ອຍຂອງພາລະກິດຂອງພຣະວິນຍານບໍລິສຸດ, ເຂົາກໍປະຕິບັດຕໍ່ສິ່ງນັ້ນຄືກັບວ່າມັນຈະບໍ່ປ່ຽນແປງຈັກເທື່ອ; ເມື່ອໄດ້ຮັບຄວາມຮູ້ເລັກນ້ອຍ, ເຂົາກໍບໍ່ສືບຕໍ່ຕິດຕາມບາດກ້າວພາລະກິດທີ່ໃໝ່ກວ່າຂອງພຣະເຈົ້າ; ເມື່ອໄດ້ເຫັນພຽງແຕ່ສ່ວນເລັກນ້ອຍໃນພາລະກິດຂອງພຣະເຈົ້າ, ເຂົາກໍກຳນົດໃຫ້ພຣະເຈົ້າເປັນຮ່າງໄມ້ພິເສດທັນທີ ແລະ ເຊື່ອວ່າພຣະເຈົ້າຈະຍັງຄົງຢູ່ໃນຮູບຮ່າງນີ້ທີ່ເຂົາເຫັນຢູ່ຕໍ່ໜ້າເຂົາ, ເຊິ່ງມັນເປັນແບບນີ້ໃນອະດີດ ແລະ ຈະເປັນແບບນີ້ໃນອະນາຄົດ; ເມື່ອໄດ້ຮັບພຽງແຕ່ຄວາມຮູ້ຜິວເຜີນ, ມະນຸດກໍພູມໃຈຈົນເຂົາລືມຕົນເອງ ແລະ ເລີ່ມປະກາດແບບບໍ່ມີເຫດຜົນເຖິງອຸປະນິໄສ ແລະ ຄວາມເປັນຢູ່ຂອງພຣະເຈົ້າວ່າບໍ່ມີຢູ່ຈິງແທ້; ແລະ ເມື່ອໝັ້ນໃຈກ່ຽວກັບຂັ້ນຕອນໜຶ່ງໃນພາລະກີດຂອງພຣະວິນຍານບໍລິສຸດ, ບໍ່ວ່າຄົນທີ່ປະກາດພາລະກິດໃໝ່ຂອງພຣະເຈົ້າຈະເປັນຄົນປະເພດໃດກໍຕາມ, ມະນຸດກໍບໍ່ຍອມຮັບມັນ. ນີ້ແມ່ນຄົນທີ່ບໍ່ສາມາດຍອມຮັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ; ພວກເຂົາຫົວບູຮານເກີນໄປ ແລະ ບໍ່ສາມາດຍອມຮັບສິ່ງໃໝ່ໄດ້. ຄົນປະເພດດັ່ງກ່າວແມ່ນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ຍັງປະຕິເສດພຣະເຈົ້າ. ມະນຸດເຊື່ອວ່າ ຊາວອິດສະຣາເອນແມ່ນຜິດທີ່ “ເຊື່ອໃນພຣະເຢໂຮວາເທົ່ານັ້ນ ແລະ ບໍ່ເຊື່ອໃນພຣະເຢຊູ” ແຕ່ຄົນສ່ວນໃຫຍ່ກໍສະແດງບົດບາດທີ່ພວກເຂົາ “ເຊື່ອໃນພຣະເຢໂຮວາເທົ່ານັ້ນ ແລະ ປະຕິເສດພຣະເຢຊູ” ແລະ “ປາຖະໜາເຖິງການກັບມາຂອງພຣະເມຊີອາ, ແຕ່ຕໍ່ຕ້ານພຣະເມຊີອາຜູ້ທີ່ຖືກເອີ້ນວ່າ ພຣະເຢຊູ”. ແລ້ວບໍ່ແປກໃຈເລີຍທີ່ຜູ້ຄົນຍັງດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານຫຼັງຈາກທີ່ຍອມຮັບໜຶ່ງຂັ້ນຕອນຂອງພາລະກິດຂອງພຣະວິນຍານບໍລິສຸດ ແລະ ຍັງບໍ່ໄດ້ຮັບພອນຂອງພຣະເຈົ້າ. ນີ້ບໍ່ແມ່ນຜົນຂອງການກະບົດຂອງມະນຸດບໍ? ຊາວຄຣິດສະຕຽນທົ່ວໂລກທີ່ນໍາບໍ່ທັນພາລະກິດໃໝ່ແຫ່ງປັດຈຸບັນ ລ້ວນແລ້ວແຕ່ຍຶດຕິດກັບຄວາມຫວັງທີ່ວ່າ ພວກເຂົາຈະໄດ້ໂຊກດີ ແລະ ສົມມຸດວ່າພຣະເຈົ້າຈະເຮັດໃຫ້ຄວາມປາຖະໜາແຕ່ລະຢ່າງຂອງພວກເຂົາສຳເລັດ. ແຕ່ພວກເຂົາບໍ່ສາມາດເວົ້າໄດ້ຢ່າງໝັ້ນໃຈວ່າ ເປັນຫຍັງພຣະເຈົ້າຈຶ່ງພາພວກເຂົາຂຶ້ນສູ່ສະຫວັນຊັ້ນສາມ ຫຼື ພວກເຂົາບໍ່ໝັ້ນໃຈວ່າ ພຣະເຢຊູຈະມາເພື່ອຮັບເອົາພວກເຂົາຂີ່ເທິງເມກສີຂາວໄດ້ແນວໃດ, ແຮງໄກທີ່ພວກເຂົາຈະເວົ້າດ້ວຍຄວາມໝັ້ນໃຈທີ່ສຸດວ່າ ພຣະເຢຊູມາເທິງເມກສີຂາວແທ້ໆໃນມື້ທີ່ພວກເຂົາຈິນຕະນາການ ຫຼື ບໍ່. ພວກເຂົາທຸກຄົນວິຕົກກັງວົນ ແລະ ເຮັດຫຍັງບໍ່ຖືກ; ພວກເຂົາເອງຍິ່ງບໍ່ຮູ້ຈັກວ່າ ພຣະເຈົ້າຈະພາພວກເຂົາແຕ່ລະຄົນທີ່ເປັນຄົນກຸ່ມນ້ອຍໆທີ່ມີຄວາມຫຼາກຫຼາຍ ຜູ້ທີ່ມາຈາກແຕ່ລະນິກາຍຂຶ້ນໄປ ຫຼື ບໍ່. ພາລະກິດທີ່ພຣະເຈົ້າປະຕິບັດໃນຕອນນີ້, ໃນຍຸກປັດຈຸບັນ, ຄວາມປະສົງຂອງພຣະເຈົ້າ, ພວກເຂົາບໍ່ເຂົ້າໃຈສິ່ງເຫຼົ່ານີ້ ແລະ ບໍ່ສາມາດເຮັດຫຍັງໄດ້ນອກຈາກນັບມື້ດ້ວຍນິ້ວມືຂອງພວກເຂົາ. ມີພຽງແຕ່ຄົນທີ່ຕິດຕາມບາດກ້າວຂອງພຣະເມສານ້ອຍຈົນເຖິງເວລາສຸດທ້າຍເທົ່ານັ້ນ ຈຶ່ງຈະສາມາດຮັບເອົາພອນສຸດທ້າຍໄດ້, ໃນຂະນະທີ່ “ຄົນສະຫຼາດ” ເຫຼົ່ານັ້ນ ທີ່ບໍ່ສາມາດຕິດຕາມຈົນເຖິງເວລາສຸດທ້າຍ ແຕ່ຍັງເຊື່ອວ່າພວກເຂົາຈະໄດ້ຮັບທັງໝົດ ແມ່ນບໍ່ສາມາດເປັນພະຍານເຖິງການປາກົດຕົວຂອງພຣະເຈົ້າໄດ້. ພວກເຂົາທຸກຄົນເຊື່ອວ່າ ພວກເຂົາເປັນຄົນສະຫຼາດທີ່ສຸດເທິງແຜ່ນດິນໂລກ ແລະ ພວກເຂົາຢຸດການພັດທະນາທີ່ສືບເນື່ອງຂອງພາລະກິດຂອງພຣະເຈົ້າໂດຍບໍ່ມີເຫດຜົນເລີຍ ແລະ ເບິ່ງຄືກັບວ່າ ພວກເຂົາເຊື່ອດ້ວຍຄວາມໝັ້ນໃຈທີ່ສຸດວ່າ ພຣະເຈົ້າຈະພາພວກເຂົາຜູ້ທີ່ “ມີຄວາມຊື່ສັດທີ່ສຸດຕໍ່ພຣະເຈົ້າ, ຕິດຕາມພຣະເຈົ້າ ແລະ ປະຕິບັດຕາມພຣະທຳຂອງພຣະເຈົ້າ” ຂຶ້ນສູ່ສະຫວັນ. ເຖິງແມ່ນວ່າພວກເຂົາມີ “ຄວາມຊື່ສັດທີ່ສຸດ” ຕໍ່ພຣະທຳທີ່ພຣະເຈົ້າກ່າວ, ຄຳເວົ້າ ແລະ ການກະທຳຂອງພວກເຂົາກໍຍັງເປັນຕາລັງກຽດຫຼາຍ ເພາະພວກເຂົາຕໍ່ຕ້ານພາລະກິດຂອງພຣະວິນຍານບໍລິສຸດ ແລະ ເຮັດການຫຼອກລວງ ແລະ ການຊົ່ວຮ້າຍ. ຄົນທີ່ບໍ່ຕິດຕາມຈົນເຖິງເວລາສຸດທ້າຍ, ຄົນທີ່ນໍາບໍ່ທັນພາລະກິດຂອງພຣະວິນຍານບໍລິສຸດ ແລະ ຄົນທີ່ພຽງແຕ່ຍຶດຕິດກັບພາລະກິດເດີມ ແມ່ນບໍ່ພຽງແຕ່ບໍ່ສາມາດບັນລຸຄວາມຊື່ສັດຕໍ່ພຣະເຈົ້າ, ແຕ່ໃນທາງກົງກັນຂ້າມ ແມ່ນໄດ້ກາຍເປັນຄົນທີ່ຕໍ່ຕ້ານພຣະເຈົ້າ, ໄດ້ກາຍເປັນຄົນທີ່ຖືກປະຕິເສດໃນຍຸກໃໝ່ ແລະ ເປັນຄົນທີ່ຈະຖືກລົງໂທດ. ມີຄົນທີ່ເປັນຕາເວດທະນາກວ່າພວກເຂົາຢູ່ບໍ? ຫຼາຍຄົນເຖິງກັບເຊື່ອວ່າ ທຸກຄົນທີ່ປະຕິເສດພຣະບັນຍັດເດີມ ແລະ ຍອມຮັບພາລະກິດໃໝ່ແມ່ນບໍ່ມີຄວາມສຳນຶກ. ຄົນເຫຼົ່ານີ້ ທີ່ພຽງແຕ່ເວົ້າເຖິງ “ຄວາມສຳນຶກ” ແລະ ບໍ່ຮູ້ຈັກວ່າພາລະກິດຂອງພຣະວິນຍານບໍລິສຸດຈະຖືກຄວາມສຳນຶກຂອງພວກເຂົາເອງຕັດຄວາມຄາດຫວັງຂອງພວກເຂົາໃນທີ່ສຸດ. ພາລະກິດຂອງພຣະເຈົ້າບໍ່ໄດ້ປະຕິບັດຕາມຄຳສັ່ງສອນ ແລະ ເຖິງແມ່ນວ່າມັນເປັນພາລະກິດຂອງພຣະອົງເອງ, ແຕ່ພຣະເຈົ້າກໍຍັງບໍ່ຍຶດຕິດກັບມັນ. ສິ່ງທີ່ຄວນຖືກປະຕິເສດກໍຖືກປະຕິເສດ, ສິ່ງທີ່ຄວນຖືກກຳຈັດກໍຖືກກຳຈັດ. ແຕ່ມະນຸດເຮັດໃຫ້ຕົນເອງເປັນສັດຕູກັບພຣະເຈົ້າໂດຍຍຶດຕິດພຽງແຕ່ສ່ວນເລັກນ້ອຍດຽວຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ. ນີ້ບໍ່ແມ່ນຄວາມບໍ່ມີເຫດຜົນຂອງມະນຸດບໍ? ນີ້ບໍ່ແມ່ນຄວາມໂງ່ຈ້າຂອງມະນຸດບໍ? ຍິ່ງຜູ້ຄົນບໍ່ກ້າ ແລະ ລະມັດລະວັງເກີນໄປຍ້ອນພວກເຂົາຢ້ານບໍ່ໄດ້ຮັບພອນຂອງພຣະເຈົ້າຫຼາຍສໍ່າໃດ, ພວກເຂົາກໍຍິ່ງບໍ່ສາມາດໄດ້ຮັບພອນທີ່ຍິ່ງໃຫຍ່ຫຼາຍສໍ່ານັ້ນ ແລະ ບໍ່ສາມາດໄດ້ຮັບພອນສຸດທ້າຍ. ຄົນເຫຼົ່ານີ້ທີ່ປະຕິບັດຕາມພຣະບັນຍັດຢ່າງທາດ ກໍລ້ວນແລ້ວແຕ່ສະແດງຄວາມຊື່ສັດທີ່ສຸດຕໍ່ພຣະບັນຍັດ ແລະ ຍິ່ງພວກເຂົາສະແດງຄວາມຊື່ສັດດັ່ງກ່າວຕໍ່ພຣະບັນຍັດຫຼາຍສໍ່າໃດ, ພວກເຂົາກໍຍິ່ງເປັນກະບົດທີ່ຕໍ່ຕ້ານພຣະເຈົ້າຫຼາຍສໍ່ານັ້ນ. ຍ້ອນປັດຈຸບັນແມ່ນຍຸກແຫ່ງອານາຈັກ ແລະ ບໍ່ແມ່ນຍຸກແຫ່ງພຣະບັນຍັດ ແລະ ພາລະກິດໃນປັດຈຸບັນ ແລະ ພາລະກິດໃນອະດີດກໍບໍ່ສາມາດກ່າວໃນລົມຫາຍໃຈດຽວກັນ ຫຼື ພາລະກິດໃນອະດີດແມ່ນບໍ່ສາມາດປຽບທຽບກັບພາລະກິດໃນປັດຈຸບັນໄດ້. ພາລະກິດຂອງພຣະເຈົ້າໄດ້ປ່ຽນແປງໄປ ແລະ ການປະຕິບັດຂອງມະນຸດກໍໄດ້ປ່ຽນແປງໄປເຊັ່ນກັນ; ມັນບໍ່ແມ່ນການຍຶດຕິດກັບພຣະບັນຍັດ ຫຼື ແບກໄມ້ກາງແຂນ. ສະນັ້ນ ຄວາມຊື່ສັດຂອງຜູ້ຄົນຕໍ່ພຣະບັນຍັດ ແລະ ໄມ້ກາງແຂນແມ່ນຈະບໍ່ໄດ້ຮັບການເຫັນດີຈາກພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 291)

ຈຸດປະສົງຂອງການເອົາຊະນະເຈົ້າໃນປັດຈຸບັນກໍຄືໃຫ້ເຈົ້າຮັບຮູ້ວ່າ ພຣະເຈົ້າເປັນພຣະເຈົ້າຂອງເຈົ້າ ແລະ ຍັງເປັນພຣະເຈົ້າຂອງຄົນອື່ນອີກດ້ວຍ ແລະ ສຳຄັນທີ່ສຸດກໍຄື ພຣະອົງເປັນພຣະເຈົ້າຂອງທຸກຄົນທີ່ຮັກພຣະອົງ ແລະ ພຣະເຈົ້າແຫ່ງການເນລະມິດສ້າງທັງປວງ. ພຣະອົງເປັນພຣະເຈົ້າຂອງຊາວອິດສະຣາເອນ ແລະ ພຣະເຈົ້າຂອງປະຊາຊົນອີຢິບ. ພຣະອົງເປັນພຣະເຈົ້າຂອງຄົນອັງກິດ ແລະ ພຣະເຈົ້າຂອງຄົນອາເມຣິກາ. ພຣະອົງບໍ່ໄດ້ເປັນພຽງແຕ່ພຣະເຈົ້າຂອງອາດາມ ແລະ ເອວາ, ແຕ່ຍັງເປັນພຣະເຈົ້າຂອງເຊື້ອສາຍທັງໝົດຂອງພວກເຂົາ. ພຣະອົງເປັນພຣະເຈົ້າຂອງທຸກສິ່ງໃນສະຫວັນ ແລະ ທຸກສິ່ງເທິງແຜ່ນດິນໂລກ. ທຸກຄອບຄົວ ບໍ່ວ່າພວກເຂົາຈະເປັນຊາວອິດສະຣາເອນ ຫຼື ຊາວຕ່າງຊາດ ກໍລ້ວນແລ້ວແຕ່ຢູ່ໃນມືຂອງພຣະເຈົ້າອົງດຽວ. ບໍ່ພຽງແຕ່ພຣະອົງປະຕິບັດພາລະກິດໃນອິດສະຣາເອນເປັນເວລາສອງສາມພັນປີ ແລະ ເຄີຍບັງເກີດຄັ້ງໜຶ່ງໃນຢູດາຍ, ແຕ່ໃນປັດຈຸບັນ ພຣະອົງລົງມາໃນປະເທດຈີນ, ເຊິ່ງເປັນບ່ອນທີ່ມັງກອນແດງໃຫຍ່ນອນຂົດໂຕຢູ່. ຖ້າການບັງເກີດໃນຢູດາຍເຮັດໃຫ້ພຣະອົງເປັນກະສັດຂອງຊາວຢິວ, ແລ້ວການລົງມາທ່າມກາງພວກເຈົ້າທັງໝົດຈະບໍ່ໄດ້ເຮັດໃຫ້ພຣະອົງເປັນພຣະເຈົ້າຂອງພວກເຈົ້າທຸກຄົນບໍ? ພຣະອົງນໍາພາຊາວອິດສະຣາເອນ ແລະ ບັງເກີດໃນຢູດາຍ ແລະ ພຣະອົງຍັງບັງເກິດໃນດິນແດນຕ່າງຊາດອີກດ້ວຍ. ພາລະກິດທັງໝົດທີ່ພຣະອົງປະຕິບັດບໍ່ແມ່ນເພື່ອມະນຸດຊາດທັງປວງທີ່ພຣະອົງໄດ້ສ້າງຂຶ້ນບໍ? ພຣະອົງຮັກຊາວອິດສະຣາເອນຮ້ອຍເທົ່າ ແລະ ກຽດຊັງຊາວຕ່າງຊາດພັນເທົ່າບໍ? ນັ້ນບໍ່ແມ່ນແນວຄິດຂອງພວກເຈົ້າບໍ? ມັນບໍ່ແມ່ນໃນກໍລະນີທີ່ວ່າພຣະເຈົ້າບໍ່ເຄີຍເປັນພຣະເຈົ້າຂອງພວກເຈົ້າ, ແຕ່ກົງກັນຂ້າມ ມັນເປັນພຽງຍ້ອນວ່າພວກເຈົ້າບໍ່ຮັບຮູ້ພຣະອົງ; ມັນບໍ່ແມ່ນໃນກໍລະນີທີ່ວ່າ ພຣະເຈົ້າບໍ່ເຕັມໃຈທີ່ຈະເປັນພຣະເຈົ້າຂອງພວກເຈົ້າ, ແຕ່ກົງກັນຂ້າມ ມັນເປັນພຽງຍ້ອນວ່າພວກເຈົ້າປະຕິເສດພຣະອົງ. ຜູ້ໃດທ່າມກາງສິ່ງຖືກສ້າງທີ່ບໍ່ໄດ້ຢູ່ໃນກໍາມືຂອງອົງຊົງລິດທານຸພາບສູງສຸດ? ໃນການເອົາຊະນະພວກເຈົ້າໃນປັດຈຸບັນ, ເປົ້າໝາຍບໍ່ແມ່ນເພື່ອເຮັດໃຫ້ພວກເຈົ້າຮັບຮູ້ວ່າພຣະເຈົ້າບໍ່ໄດ້ແມ່ນຜູ້ໃດນອກຈາກພຣະເຈົ້າຂອງພວກເຈົ້າບໍ? ຖ້າພວກເຈົ້າຍັງຢືນຢັນວ່າພຣະເຈົ້າເປັນພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ ແລະ ຍັງຢືນຢັນວ່າ ຄົວເຮືອນຂອງເດວິດໃນອິດສະຣາເອນແມ່ນບ່ອນກຳເນີດດັ່ງເດີມຂອງພຣະເຈົ້າ ແລະ ບໍ່ມີຊົນຊາດອື່ນນອກຈາກຊາດອິດສະຣາເອນທີ່ມີຄຸນສົມບັດ “ຜະລິດ” ພຣະເຈົ້າ, ແຮງໄກທີ່ຄອບຄົວຕ່າງຊາດຈະສາມາດຮັບເອົາພາລະກິດຂອງພຣະເຢໂຮວາເປັນການສ່ວນຕົວໄດ້, ຖ້າເຈົ້າຍັງຄິດແບບນີ້, ແລ້ວສິ່ງນັ້ນຈະບໍ່ເຮັດໃຫ້ເຈົ້າເປັນຄົນຕໍ່ຕ້ານຢ່າງດື້ດຶງບໍ? ຢ່າຍຶດຕິດກັບອິດສະຣາເອນຕະຫຼອດ. ພຣະເຈົ້າຢູ່ທີ່ນີ້ທ່າມກາງພວກເຈົ້າໃນປັດຈຸບັນ. ເຈົ້າບໍ່ຄວນສືບຕໍ່ຫຼຽວຂຶ້ນເບິ່ງສະຫວັນ. ຢຸດປາຖະໜາພຣະເຈົ້າຂອງເຈົ້າທີ່ຢູ່ໃນສະຫວັນ! ພຣະເຈົ້າໄດ້ມາຢູ່ທ່າມກາງພວກເຈົ້າ, ແລ້ວພຣະອົງຈະສາມາດຢູ່ໃນສະຫວັນໄດ້ແນວໃດ? ເຈົ້າບໍ່ເຊື່ອໃນພຣະເຈົ້າເປັນເວລາດົນ, ແຕ່ເຈົ້າກໍມີແນວຄິດຫຼາຍຢ່າງກ່ຽວກັບພຣະອົງ ຈົນເຖິງຈຸດທີ່ເຈົ້າບໍ່ກ້າຄິດແມ່ນແຕ່ວິນາທີດຽວວ່າ ພຣະເຈົ້າຂອງຊາວອິດສະຣາເອນຈະຍອມລົດກຽດເພື່ອໃຫ້ກຽດພວກເຈົ້າດ້ວຍການສະຖິດຂອງພຣະອົງ. ແຮງໄກທີ່ພວກເຈົ້າຈະກ້າຄິດວ່າພວກເຈົ້າຈະສາມາດເຫັນພຣະເຈົ້າປາກົດຕົວເປັນການສ່ວນຕົວໄດ້ແນວໃດ ໃນເມື່ອພວກເຈົ້າສົກກະປົກຢ່າງເຫຼືອທົນຂະໜາດນີ້. ພວກເຈົ້າບໍ່ເຄີຍຄິດເລີຍວ່າພຣະເຈົ້າຈະສາມາດລົງມາໃນດິນແດນຕ່າງຊາດເປັນການສ່ວນຕົວ. ພຣະອົງຄວນລົງມາເທິງພູເຂົາຊີນາຍ ຫຼື ພູເຂົາໝາກກອກເທດ ແລະ ປາກົດຕໍ່ຊາວອິດສະຣາເອນ. ຊາວຕ່າງຊາດ (ນັ້ນກໍຄື ຜູ້ຄົນທີ່ຢູ່ນອກອິດສະຣາເອນ) ບໍ່ລ້ວນແລ້ວແຕ່ເປັນເປົ້າໝາຍແຫ່ງການກຽດຊັງຂອງພຣະອົງບໍ? ພຣະອົງຈະສາມາດປະຕິບັດພາລະກິດເປັນການສ່ວນຕົວທ່າມກາງພວກເຂົາໄດ້ແນວໃດ? ທຸກສິ່ງເຫຼົ່ານີ້ແມ່ນແນວຄິດຝັງເລິກທີ່ພວກເຈົ້າໄດ້ມີເປັນເວລາຫຼາຍປີແລ້ວ. ຈຸດປະສົງຂອງການເອົາຊະນະພວກເຈົ້າໃນປັດຈຸບັນແມ່ນເພື່ອພັງທະລາຍແນວຄິດເຫຼົ່ານີ້ຂອງພວກເຈົ້າ. ສະນັ້ນ ພວກເຈົ້າຈຶ່ງຈະໄດ້ເຫັນເຖິງການປາກົດຕົວຂອງພຣະເຈົ້າເປັນການສ່ວນຕົວທ່າມກາງພວກເຈົ້າ, ບໍ່ແມ່ນເທິງພູເຂົາຊີນາຍ ຫຼື ເທິງພູເຂົາໝາກກອກເທດ, ແຕ່ຢູ່ໃນທ່າມກາງຜູ້ຄົນທີ່ພຣະອົງບໍ່ເຄີຍນໍາພາມາກ່ອນ. ຫຼັງຈາກທີ່ພຣະເຈົ້າປະຕິບັດສອງຂັ້ນຕອນຂອງພາລະກິດໃນອິດສະຣາເອນ, ຊາວອິດສະຣາເອນ ແລະ ຊາວຕ່າງຊາດທຸກຄົນຈຶ່ງໄດ້ມີແນວຄິດແບບດຽວກັນວ່າ ໃນຂະນະທີ່ມັນແມ່ນຄວາມຈິງທີ່ພຣະເຈົ້າໄດ້ສ້າງສິ່ງທັງປວງ, ແຕ່ພຣະອົງພຽງແຕ່ເຕັມໃຈທີ່ຈະເປັນພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ ແລະ ບໍ່ແມ່ນພຣະເຈົ້າຂອງຊາວຕ່າງຊາດ. ຊາວອິດສະຣາເອນເຊື່ອສິ່ງດັ່ງຕໍ່ໄປນີ້: ພຣະເຈົ້າພຽງແຕ່ສາມາດເປັນພຣະເຈົ້າຂອງພວກເຮົາ, ບໍ່ແມ່ນພຣະເຈົ້າຂອງພວກເຈົ້າທີ່ເປັນຊາວຕ່າງຊາດ ແລະ ຍ້ອນພວກເຈົ້າບໍ່ເຄົາລົບບູຊາພຣະເຢໂຮວາ, ສະນັ້ນ ພຣະເຢໂຮວາທີ່ເປັນພຣະເຈົ້າຂອງພວກເຮົາຈຶ່ງກຽດຊັງພວກເຈົ້າ. ຄົນຢິວເຫຼົ່ານັ້ນຍັງເຊື່ອສິ່ງດັ່ງຕໍ່ໄປນີ້ວ່າ: ພຣະເຢຊູເຈົ້າມີພາບລັກສະນະຂອງພວກເຂົາທີ່ເປັນຄົນຢິວ ແລະ ເປັນພຣະເຈົ້າທີ່ມີສັນຍາລັກຂອງຄົນຢິວ. ພຣະເຈົ້າປະຕິບັດພາລະກິດທ່າມກາງພວກເຮົາ. ພາບລັກສະນະຂອງພຣະເຈົ້າ ແລະ ພາບລັກສະນະຂອງພວກເຮົາກໍຄ້າຍຄືກັນ; ພາບລັກສະນະຂອງພວກເຮົາກໍໃກ້ຄຽງກັບພຣະເຈົ້າ. ພຣະເຢຊູເຈົ້າເປັນກະສັດຂອງພວກເຮົາ ຊາວຢິວ; ຊາວຕ່າງຊາດບໍ່ມີຄຸນສົມບັດທີ່ຈະຮັບເອົາຄວາມລອດພົ້ນທີ່ຍິ່ງໃຫຍ່ແບບນັ້ນ. ພຣະເຢຊູເຈົ້າເປັນເຄື່ອງບູຊາແທນຄວາມຜິດບາບສຳລັບພວກເຮົາ ຊາວຢິວ. ມັນແມ່ນບົນພື້ນຖານຂອງສອງຂັ້ນຕອນເຫຼົ່ານີ້ຂອງພາລະກິດເທົ່ານັ້ນ, ຊາວອິດສະຣາເອນ ແລະ ຄົນຢິວຈຶ່ງເກີດມີແນວຄິດທັງໝົດເຫຼົ່ານີ້. ພວກເຂົາອ້າງສິດຢ່າງທະນົງຕົວວ່າພຣະເຈົ້າເປັນພຣະເຈົ້າສຳລັບພວກເຂົາເອງ, ບໍ່ໃຫ້ພຣະເຈົ້າເປັນພຣະເຈົ້າຂອງຊາວຕ່າງຊາດຄືກັນ. ໃນລັກສະນະນີ້, ພຣະເຈົ້າຈຶ່ງກາຍເປັນຊ່ອງວ່າງໃນຫົວໃຈຂອງຊາວຕ່າງຊາດ. ນີ້ກໍຍ້ອນທຸກຄົນເຊື່ອວ່າ ພຣະເຈົ້າບໍ່ຕ້ອງການເປັນພຣະເຈົ້າຂອງຊາວຕ່າງຊາດ ແລະ ພຣະອົງພຽງແຕ່ມັກຊາວອິດສະຣາເອນ, ຜູ້ຄົນທີ່ຖືກເລືອກຂອງພຣະອົງ ແລະ ຄົນຢິວ, ໂດຍສະເພາະແມ່ນສາວົກທີ່ຕິດຕາມພຣະອົງ. ເຈົ້າຮູ້ບໍວ່າພາລະກິດທີ່ພຣະເຢໂຮວາ ແລະ ພຣະເຢຊູປະຕິບັດແມ່ນເພື່ອຄວາມຢູ່ລອດຂອງມະນຸດຊາດທັງປວງ? ບັດນີ້ ເຈົ້າຮັບຮູ້ບໍວ່າພຣະເຈົ້າເປັນພຣະເຈົ້າຂອງພວກເຈົ້າທຸກຄົນທີ່ເກີດຢູ່ນອກອິດສະຣາເອນ? ໃນປັດຈຸບັນ ພຣະເຈົ້າບໍ່ໄດ້ຢູ່ໃນທີ່ນີ້ທ່າມກາງພວກເຈົ້າບໍ? ສິ່ງນີ້ບໍ່ໄດ້ເປັນຄວາມຝັນ ແມ່ນບໍ? ພວກເຈົ້າບໍ່ຍອມຮັບເອົາຄວາມເປັນຈິງນີ້ບໍ? ພວກເຈົ້າກ້າທີ່ຈະບໍ່ເຊື່ອ ຫຼື ຄິດກ່ຽວກັບສິ່ງນັ້ນ. ບໍ່ວ່າພວກເຈົ້າຈະເຫັນແນວໃດກໍຕາມ, ພຣະເຈົ້າບໍ່ໄດ້ຢູ່ໃນທີ່ນີ້ທ່າມກາງພວກເຈົ້າບໍ? ພວກເຈົ້າຍັງຢ້ານທີ່ຈະເຊື່ອໃນພຣະທຳເຫຼົ່ານີ້ບໍ? ຕັ້ງແຕ່ມື້ນີ້ເປັນຕົ້ນໄປ, ທຸກຄົນທີ່ຖືກເອົາຊະນະ ແລະ ທຸກຄົນທີ່ປາຖະໜາເປັນຜູ້ຕິດຕາມຂອງພຣະເຈົ້າບໍ່ແມ່ນຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າບໍ? ພວກເຈົ້າທຸກຄົນທີ່ເປັນຜູ້ຕິດຕາມໃນມື້ນີ້ບໍ່ແມ່ນຜູ້ຄົນຖືກເລືອກທີ່ຢູ່ນອກອິດສະຣາເອນບໍ? ສະຖານະຂອງພວກເຈົ້າບໍ່ຄືກັບຊາວອິດສະຣາເອນບໍ? ທຸກສິ່ງນີ້ບໍ່ແມ່ນສິ່ງທີ່ພວກເຈົ້າຄວນຮູ້ຈັກບໍ? ນີ້ບໍ່ແມ່ນເປົ້າໝາຍຂອງພາລະກິດແຫ່ງການເອົາຊະນະພວກເຈົ້າບໍ? ຍ້ອນພວກເຈົ້າສາມາດເຫັນພຣະເຈົ້າ, ພຣະອົງຈະເປັນພຣະເຈົ້າຂອງພວກເຈົ້າຕະຫຼອດໄປ, ນັບຕັ້ງແຕ່ການເລີ່ມຕົ້ນ ແລະ ສູ່ອະນາຄົດ. ພຣະອົງຈະບໍ່ປະຖິ້ມພວກເຈົ້າ ຕາບໃດທີ່ພວກເຈົ້າທຸກຄົນເຕັມໃຈທີ່ຈະຕິດຕາມພຣະອົງ ແລະ ເປັນສິ່ງຖືກສ້າງທີ່ຊື່ສັດ ແລະ ເຊື່ອຟັງຂອງພຣະອົງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (3)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 292)

ມີພຽງແຕ່ການປະຖິ້ມແນວຄິດເກົ່າແກ່ຂອງເຈົ້າເທົ່ານັ້ນ ເຈົ້າຈຶ່ງຈະໄດ້ຮັບຄວາມຮູ້ໃໝ່, ແຕ່ຄວາມຮູ້ເກົ່າກໍບໍ່ຈຳເປັນຕ້ອງແມ່ນທຽບເທົ່າກັບແນວຄິດເກົ່າ. “ແນວຄິດ” ໝາຍເຖິງສິ່ງທີ່ມະນຸດຈິນຕະນາການທີ່ບໍ່ຖືກກັບຄວາມເປັນຈິງ. ຖ້າຄວາມຮູ້ເກົ່າເປັນສິ່ງທີ່ຫຼ້າສະໄໝໃນຍຸກເກົ່າແລ້ວ ແລະ ຢຸດມະນຸດຈາການເຂົ້າສູ່ພາລະກິດໃໝ່, ຄວາມຮູ້ດັ່ງກ່າວກໍຈະເປັນແນວຄິດເຊັ່ນກັນ. ຖ້າມະນຸດມີວິທີທີ່ຖືກຕ້ອງໃນການເຂົ້າເຖິງຄວາມຮູ້ດັ່ງກ່າວ ແລະ ສາມາດມາຮູ້ຈັກກັບພຣະເຈົ້າຈາກລັກສະນະທີ່ແຕກຕ່າງກັນຫຼາຍຢ່າງ ໂດຍປະສົມສິ່ງທີ່ເກົ່າແກ່ ແລະ ໃໝ່, ແລ້ວຄວາມຮູ້ເກົ່າແກ່ກໍຈະກາຍເປັນສິ່ງທີ່ສາມາດຊ່ວຍເຫຼືອມະນຸດໄດ້ ແລະ ໄດ້ກາຍມາເປັນພື້ນຖານທີ່ເຮັດໃຫ້ມະນຸດເຂົ້າສູ່ຍຸກໃໝ່. ບົດຮຽນຂອງການຮູ້ຈັກພຣະເຈົ້າຕ້ອງການໃຫ້ເຈົ້າເຂົ້າໃຈຫຼັກການຫຼາຍຢ່າງດ້ວຍຄວາມຊ່ຽວຊານ: ວິທີການເຂົ້າເຖິງເສັ້ນທາງສູ່ການຮູ້ຈັກພຣະເຈົ້າ, ຄວາມຈິງທີ່ເຈົ້າຕ້ອງເຂົ້າໃຈເພື່ອຮູ້ຈັກພຣະເຈົ້າ ແລະ ວິທີການປະຖິ້ມແນວຄິດ ແລະ ອຸປະນິໄສເດີມຂອງເຈົ້າ ເພື່ອເຈົ້າຈະຍອມຢູ່ພາຍໃຕ້ການຈັດການຂອງພາລະກິດໃໝ່ຂອງພຣະເຈົ້າ. ຖ້າເຈົ້ານໍາໃຊ້ຫຼັກການເຫຼົ່ານີ້ເປັນພື້ນຖານຂອງການເຂົ້າສູ່ບົດຮຽນແຫ່ງການຮູ້ຈັກພຣະເຈົ້າ ແລ້ວຄວາມຮູ້ຂອງເຈົ້າຈະເລິກເຊິ່ງຂຶ້ນເຕີ່ມອີກເລື້ອຍໆ. ຖ້າເຈົ້າມີຄວາມຮູ້ທີ່ຊັດເຈນກ່ຽວກັບພາລະກິດສາມຂັ້ນຕອນ ເຊິ່ງເວົ້າໄດ້ວ່າ ເປັນຂອງແຜນການຄຸ້ມຄອງທັງໝົດຂອງພຣະເຈົ້າ ແລະ ຖ້າຫາກເຈົ້າສາມາດທຽບສຳພັນສອງຂັ້ນຕອນທີ່ກ່ອນໜ້າຂອງພາລະກິດຂອງພຣະເຈົ້າກັບຂັ້ນຕອນໃນປັດຈຸບັນ ແລະ ເຫັນໄດ້ວ່າ ມັນຄືພາລະກິດທີ່ພຣະເຈົ້າອົງດຽວປະຕິບັດໃຫ້ສຳເລັດ, ເຈົ້າກໍຈະບໍ່ມີພື້ນຖານທີ່ໜັກແໜ້ນທີ່ຫາປຽບບໍ່ໄດ້ແລ້ວ. ມີພຽງແຕ່ພຣະເຈົ້າອົງດຽວທີ່ປະຕິບັດພາລະກິດສາມຂັ້ນຕອນ; ນີ້ຄືນິມິດທີ່ຍິ່ງໃຫຍ່ທີ່ສຸດ ແລະ ນີ້ເປັນເສັ້ນທາງສູ່ການຮູ້ຈັກພຣະເຈົ້າ. ມີພຽງແຕ່ພຣະເຈົ້າພຣະອົງເອງເທົ່ານັ້ນທີ່ຈະສາມາດປະຕິບັດພາລະກິດສາມຂັ້ນຕອນສຳເລັດໄດ້ ແລະ ບໍ່ມີໃຜທີ່ສາມາດປະຕິບັດພາລະກິດດັ່ງກ່າວແທນພຣະອົງໄດ້, ນີ້ກໍ່ເພື່ອເວົ້າວ່າມີພຽງພຣະເຈົ້າພຣະອົງເອງທີ່ສາມາດປະຕິບັດພາລະກິດຂອງພຣະອົງເອງຕັ້ງແຕ່ຕົ້ນຈົນຮອດປັດຈຸບັນ. ເຖິງແມ່ນວ່າ ພາລະກິດສາມຂັ້ນຕອນຂອງພຣະເຈົ້າຖືກນໍາໄປປະຕິບັດໃນຍຸກ ແລະ ສະຖານທີ່ທີ່ແຕກຕ່າງກັນ ແລະ ເຖິງແມ່ນວ່າ ພາລະກິດຂອງແຕ່ລະຢ່າງແຕກຕ່າງກັນ, ມີພຽງແຕ່ພຣະເຈົ້າອົງດຽວເທົ່ານັ້ນທີ່ປະຕິບັດພາລະກິດທັງໝົດ. ຈາກນິມິດທັງໝົດ, ນີ້ຄືນິມິດທີ່ຍິ່ງໃຫຍ່ທີ່ສຸດທີ່ມະນຸດຄວນຮູ້ ແລະ ຖ້າມະນຸດສາມາດຮັບຮູ້ຢ່າງສົມບູນ ເຂົາກໍຈະສາມາດຢືນໄດ້ຢ່າງໜັກແໜ້ນ. ໃນປັດຈຸບັນ ບັນຫາທີ່ໃຫຍ່ທີ່ສຸດທີ່ຫຼາກຫຼາຍສາສະໜາ ແລະ ນິກາຍກຳລັງປະເຊີນຢູ່ແມ່ນ ພວກເຂົາບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ ແລະ ບໍ່ສາມາດຈຳແນກຄວາມແຕກຕ່າງລະຫວ່າງພາລະກິດຂອງພຣະວິນຍານບໍລິສຸດ ແລະ ພາລະກິດທີ່ບໍ່ແມ່ນຂອງພຣະວິນຍານບໍລິສຸດ, ດ້ວຍເຫດນີ້ ພວກເຂົາຈຶ່ງບໍ່ສາມາດບອກໄດ້ວ່າຂັ້ນຕອນໃນປັດຈຸບັນຂອງພາລະກິດນີ້ຖືກປະຕິບັດໂດຍພຣະເຈົ້າພຣະເຢໂຮວາ ຄືກັບສອງຂັ້ນຕອນກ່ອນໜ້າຂອງພາລະກິດ ຫຼື ບໍ. ເຖິງແມ່ນວ່າ ຜູ້ຄົນຕິດຕາມພຣະເຈົ້າ, ຫຼາຍຄົນກໍຍັງບໍ່ສາມາດບອກໄດ້ວ່າມັນເປັນຫົນທາງທີ່ຖືກຕ້ອງ ຫຼື ບໍ່. ມະນຸດກັງວົນວ່າ ຫົນທາງນີ້ແມ່ນຫົນທາງທີ່ນໍາໂດຍພຣະເຈົ້າພຣະອົງເອງເປັນການສ່ວນຕົວ ຫຼື ບໍ່ ແລະ ການມາບັງເກີດເປັນມະນຸດຂອງພຣະເຈົ້າເປັນຄວາມຈິງ ຫຼື ບໍ່ ແລະ ຫຼາຍຄົນຍັງບໍ່ຮູ້ເລີຍກ່ຽວກັບວິທີການແຍກແຍະສິ່ງເຫຼົ່ານັ້ນ. ຄົນເຫຼົ່ານັ້ນທີ່ຕິດຕາມພຣະເຈົ້າບໍ່ສາມາດກຳນົດຫົນທາງ ແລະ ດ້ວຍເຫດນັ້ນ ຂໍ້ຄວາມທີ່ໄດ້ກ່າວອອກມາກໍມີພຽງແຕ່ຜົນສະທ້ອນບາງສ່ວນທ່າມກາງຄົນເຫຼົ່ານີ້ເທົ່ານັ້ນ ແລະ ບໍ່ສາມາດເຕັມປະສິດຕິພາບຢ່າງສົມບູນໄດ້ ແລະ ດ້ວຍເຫດນີ້ ສິ່ງນີ້ກໍມີຜົນກະທົບຕໍ່ການດຳລົງຊີວິດຂອງຜູ້ຄົນເຫຼົ່ານັ້ນ; ຖ້າຫາກມະນຸດສາມາດເຫັນພາລະກິດສາມຂັ້ນຕອນທີ່ພຣະເຈົ້າພຣະອົງເອງປະຕິບັດໃນເວລາທີ່ແຕກຕ່າງກັນ, ໃນສະຖານທີ່ໆແຕກຕ່າງກັນ ແລະ ໃນຜູ້ຄົນທີ່ແຕກຕ່າງກັນ, ຖ້າມະນຸດສາມາດເຫັນວ່າ ເຖິງແມ່ນພາລະກິດຈະແຕກຕ່າງກັນ ແຕ່ມັນກໍຖືກປະຕິບັດໂດຍພຣະເຈົ້າອົງດຽວທັງໝົດ ແລະ ເມື່ອພາລະກິດຖືກປະຕິບັດໂດຍພຣະເຈົ້າອົງດຽວ, ແລ້ວມັນກໍ່ຕ້ອງຖືກຕ້ອງ ແລະ ບໍ່ມີຂໍ້ຜິດພາດ ແລະ ເຖິງແມ່ນວ່າ ມັນບໍ່ຖືກກັບແນວຄິດຂອງມະນຸດ ແຕ່ກໍບໍ່ມີໃຜສາມາດປະຕິເສດໄດ້ວ່າ ມັນບໍ່ແມ່ນພາລະກິດຂອງພຣະເຈົ້າອົງດຽວ, ຖ້າມະນຸດສາມາດເວົ້າໄດ້ຢ່າງແນ່ນອນວ່າ ມັນເປັນພາລະກິດຂອງພຣະເຈົ້າອົງດຽວ ແລ້ວແນວຄິດຂອງມະນຸດກໍ່ຈະຖືກຫຼຸດໃຫ້ກາຍເປັນເລື່ອງທີ່ບໍ່ສຳຄັນ, ບໍ່ມີຄ່າໃຫ້ກ່າວເຖິງ. ຍ້ອນນິມິດຂອງມະນຸດບໍ່ຊັດເຈນ ແລະ ເພາະມະນຸດພຽງແຕ່ຮູ້ຈັກພຣະເຢໂຮວາເປັນພຣະເຈົ້າ ແລະ ພຣະເຢຊູເປັນພຣະຜູ້ເປັນເຈົ້າ ແລະ ສອງຈິດສອງໃຈກ່ຽວກັບພຣະເຈົ້າທີ່ມາບັງເກີດເປັນມະນຸດໃນປັດຈຸບັນ, ຫຼາຍຄົນຍັງຊື່ສັດກັບພາລະກິດຂອງພຣະເຢໂຮວາ ແລະ ພຣະເຢຊູ ແລະ ອ້ອມລ້ອມໄປດ້ວຍແນວຄິດກ່ຽວກັບພາລະກິດຂອງພຣະເຈົ້າໃນປັດຈຸບັນ, ຄົນສ່ວນຫຼາຍຍັງສົງໄສຕະຫຼອດເວລາ ແລະ ບໍ່ຈິງຈັງກັບພາລະກິດໃນປັດຈຸບັນ. ມະນຸດບໍ່ມີແນວຄິດກ່ຽວກັບພາລະກິດສອງຂັ້ນຕອນກ່ອນໜ້າ ເຊິ່ງບໍ່ສາມາດເຫັນໄດ້. ນັ້ນກໍຍ້ອນມະນຸດບໍ່ເຂົ້າໃຈຄວາມເປັນຈິງຂອງພາລະກິດສອງຂັ້ນຕອນກ່ອນໜ້າ ແລະ ບໍ່ໄດ້ພົບພໍ້ມັນດ້ວຍຕົນເອງ. ມັນກໍຍ້ອນບໍ່ມີໃຜສາມາດເຫັນທັງສາມຂັ້ນຕອນໃນພາລະກິດໄດ້ ຈຶ່ງເຮັດໃຫ້ມະນຸດຈິນຕະນາການຕາມໃຈມັກ; ບໍ່ວ່າເຂົາຈະສະເໜີຫຍັງກໍຕາມ, ກໍ່ຈະບໍ່ມີຂໍ້ອ້າງອີງມາພິສູດຈິນຕະນາການດັ່ງກ່າວ ແລະ ບໍ່ມີໃຜແກ້ໄຂພວກມັນໃຫ້ຖືກຕ້ອງ. ມະນຸດຢາກເຮັດກໍໄດ້ຢ່າງມີອິດສະຫຼະຕາມອາລົມຂອງເຂົາ, ເຮັດໂດຍບໍ່ກັງວົນເຖິງຜົນຕາມມາ ແລະ ປ່ອຍໃຫ້ຈິນຕະນາການຂອງເຂົາເປັນອິດສະຫຼະ; ບໍ່ມີຂໍ້ອ້າງອີງມາພິສູດຈິນຕະນາການຂອງເຂົາ ແລະ ດ້ວຍເຫດນັ້ນ ຈິນຕະນາການຂອງມະນຸດກໍກາຍມາເປັນ “ຄວາມຈິງ” ໂດຍບໍ່ສົນວ່າ ຈະມີຫຼັກຖານມາພິສູດ ຫຼື ບໍ. ສະນັ້ນ, ມະນຸດເຊື່ອໃນພຣະເຈົ້າທີ່ເຂົາຈິນຕະນາການຂຶ້ນມາໃນຄວາມຄິດຂອງຕົນເອງ ແລະ ບໍ່ສະແຫວງຫາພຣະເຈົ້າແຫ່ງຄວາມເປັນຈິງ. ຖ້າຄົນໜຶ່ງຄົນໃດມີຄວາມເຊື່ອແບບດຽວ ແລ້ວທ່າມກາງຄົນຮ້ອຍຄົນກໍຈະມີຮ້ອຍຄວາມເຊື່ອ. ມະນຸດຖືກຄອບງຳໂດຍຄວາມເຊື່ອດັ່ງກ່າວ ເພາະວ່າ ເຂົາບໍ່ໄດ້ເຫັນຄວາມເປັນຈິງຂອງພາລະກິດຂອງພຣະເຈົ້າ ເພາະເຂົາພຽງແຕ່ໄດ້ຍິນມັນດ້ວຍຫູຂອງເຂົາເອງ ແລະ ບໍ່ໄດ້ເຫັນມັນດ້ວຍຕາຂອງເຂົາ. ມະນຸດໄດ້ຍິນກ່ຽວກັບຕໍານານ ແລະ ເລື່ອງລາວ, ແຕ່ເຂົາບໍ່ຄ່ອຍໄດ້ຍິນເຖິງຄວາມຮູ້ຂອງຄວາມຈິງແຫ່ງພາລະກິດຂອງພຣະເຈົ້າ. ສະນັ້ນ, ມັນຄືຄົນເຫຼົ່ານັ້ນທີ່ຫາກໍມາເປັນຜູ້ເຊື່ອໄດ້ພຽງໜຶ່ງປີທີ່ມາເຊື່ອໃນພຣະເຈົ້າ ແລະ ຜ່ານແນວຄິດຂອງພວກເຂົາເອງ. ເລື່ອງດັ່ງກ່າວກໍ່ຍັງເປັນຄວາມຈິງສຳລັບຄົນເຫຼົ່ານັ້ນທີ່ເຊື່ອໃນພຣະເຈົ້າຕະຫຼອດຊີວິດຂອງພວກເຂົາ. ຄົນເຫຼົ່ານັ້ນທີ່ບໍ່ສາມາດເຫັນຄວາມຈິງຈະບໍ່ສາມາດໜີຈາກຄວາມເຊື່ອທີ່ພວກເຂົາມີແນວຄິດກ່ຽວກັບພຣະເຈົ້າໄດ້ຈັກເທື່ອ. ມະນຸດເຊື່ອວ່າ ເຂົາໄດ້ປົດປ່ອຍໃຫ້ຕົນເອງເປັນອິດສະຫຼະຈາກການຜູກມັດຂອງແນວຄິດເກົ່າແກ່ຂອງເຂົາ ແລະ ໄດ້ເຂົ້າສູ່ແຜ່ນດິນໃໝ່ແລ້ວ. ມະນຸດບໍ່ຮູ້ບໍວ່າ ຄວາມຮູ້ຂອງຄົນເຫຼົ່ານັ້ນທີ່ບໍ່ສາມາດເຫັນໃບໜ້າທີ່ແທ້ຈິງຂອງພຣະເຈົ້າບໍ່ມີຫຍັງເລີຍ ນອກຈາກແນວຄິດ ແລະ ເລື່ອງທີ່ໄດ້ຍິນມາ? ມະນຸດຄິດວ່າ ແນວຄິດຂອງເຂົາຖືກຕ້ອງ ແລະ ບໍ່ມີຂໍ້ຜິດພາດ ແລະ ເຂົາຄິດວ່າ ແນວຄິດເຫຼົ່ານີ້ມາຈາກພຣະເຈົ້າ. ໃນປັດຈຸບັນ ເມື່ອມະນຸດໄດ້ພົບພໍ້ພາລະກິດຂອງພຣະເຈົ້າ ເຂົາກໍຈະມາຍແນວຄິດທີ່ກໍ່ຕົວຂຶ້ນໃນຊ່ວງເວລາຫຼາຍປີ. ຈິນຕະນາການ ແລະ ຄວາມຄິດໃນອະດີດໄດ້ກາຍມາເປັນອຸປະສັກໃຫ້ກັບພາລະກິດໃນຂັ້ນຕອນນີ້ ແລະ ກາຍມາເປັນຄວາມຫຍຸ້ງຍາກທີ່ຈະໃຫ້ມະນຸດປະຖິ້ມແນວຄິດດັ່ງກ່າວ ແລະ ໂຕ້ແຍ້ງຄວາມຄິດດັ່ງກ່າວ. ແນວຄິດກ່ຽວກັບພາລະກິດທີ່ເປັນໄປຕາມແຕ່ລະຂັ້ນຕອນຂອງຫຼາຍຄົນເຫຼົ່ານັ້ນທີ່ຕິດຕາມພຣະເຈົ້າຈົນຮອດປັດຈຸບັນໄດ້ກາຍມາເປັນສິ່ງທີ່ຮ້າຍແຮງຂຶ້ນ ແລະ ຄົນເຫຼົ່ານີ້ໄດ້ສ້າງຄວາມເປັນສັດຕູທີ່ດື້ດຶງເທື່ອລະໜ້ອຍກັບພຣະເຈົ້າທີ່ມາບັງເກີດເປັນມະນຸດ. ແຫຼ່ງກຳເນີດຂອງຄວາມກຽດຊັງນີ້ແມ່ນແນວຄິດ ແລະ ຈິນຕະນາການຂອງມະນຸດ. ແນວຄິດ ແລະ ຈິນຕະນາການຂອງມະນຸດໄດ້ກາຍມາເປັນສັດຕູຂອງພາລະກິດໃນປັດຈຸບັນ, ພາລະກິດທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດ. ສິ່ງເກີດຂຶ້ນກໍ່ເພາະຄວາມຈິງບໍ່ອະນຸຍາດໃຫ້ມະນຸດຈິນຕະນາການຢ່າງມີອິດສະຫຼະ ແລະ ຍິ່ງໄປກວ່ານັ້ນ ມະນຸດບໍ່ສາມາດປະຕິເສດໄດ້ຢ່າງງ່າຍດາຍ ແລະ ແນວຄິດ ແລະ ຈິນຕະນາການຂອງມະນຸດບໍ່ຍອມທົນຕໍ່ການມີຢູ່ຂອງຄວາມຈິງ ແລະ ຍິ່ງໄປກວ່ານັ້ນ ຍ້ອນມະນຸດບໍ່ມອບຄວາມຄິດໃຫ້ກັບຄວາມຖືກຕ້ອງ ແລະ ຄວາມແທ້ຈິງຂອງຄວາມຈິງ ແລະ ພຽງແຕ່ມາຍແນວຄິດຂອງເຂົາຢ່າງໃຈດຽວເທົ່ານັ້ນ ແລະ ນໍາໃຊ້ຈິນຕະນາການຂອງເຂົາເອງ. ສິ່ງນີ້ສາມາດເວົ້າໄດ້ວ່າ ເປັນຄວາມຜິດພາດຂອງແນວຄິດຂອງມະນຸດ ແລະ ບໍ່ສາມາດເວົ້າໄດ້ວ່າ ເປັນຄວາມຜິດພາດຂອງພາລະກິດຂອງພຣະເຈົ້າ. ມະນຸດອາດຈິນຕະນາການຕາມທີ່ເຂົາຕ້ອງການ ແຕ່ເຂົາອາດຈະບໍ່ໂຕ້ຖຽງຂັ້ນຕອນໃດໜຶ່ງຂອງພາລະກິດຂອງພຣະເຈົ້າ ຫຼື ສ່ວນໃດສ່ວນໜຶ່ງຢ່າງມີອິດສະຫຼະ; ຄວາມຈິງຂອງພາລະກິດຂອງພຣະເຈົ້າແມ່ນບໍ່ສາມາດລະເມີດໂດຍມະນຸດໄດ້. ເຈົ້າອາດມີອິດສະຫຼະໃນຈິນຕະນາການຂອງເຈົ້າ ແລະ ຍິ່ງໄປກວ່ານັ້ນ ອາດຮວບຮວມເລື່ອງລາວທີ່ດີງາມກ່ຽວກັບພາລະກິດຂອງພຣະເຢໂຮວາ ແລະ ພຣະເຢຊູ ແຕ່ເຈົ້າອາດບໍ່ປະຕິເສດຄວາມຈິງຂອງແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຢໂຮວາ ແລະ ພຣະເຢຊູ; ນີ້ຄືຫຼັກການ ແລະ ມັນຍັງເປັນພຣະບັນຍັດສຳລັບຄຸ້ມຄອງ ແລະ ພວກເຈົ້າຄວນເຂົ້າໃຈເຖິງຄວາມສຳຄັນຂອງບັນຫາເຫຼົ່ານີ້. ມະນຸດເຊື່ອວ່າ ຂັ້ນຕອນນີ້ຂອງພາລະກິດບໍ່ເຂົ້າກັບແນວຄິດຂອງມະນຸດ ແລະ ນີ້ບໍ່ແມ່ນບັນຫາສຳລັບພາລະກິດສອງຂັ້ນຕອນທີ່ຜ່ານມາ. ໃນຈິນຕະນາການຂອງເຂົາ, ມະນຸດເຊື່ອວ່າ ພາລະກິດຂອງສອງຂັ້ນຕອນທີ່ຜ່ານມາບໍ່ຄືກັບພາລະກິດໃນປັດຈຸບັນຢ່າງແນ່ນອນ, ແຕ່ເຈົ້າເຄີຍພິຈາລະນາບໍວ່າ ຫຼັກການຂອງພາລະກິດຂອງພຣະເຈົ້າຄືກັນທັງໝົດ, ພາລະກິດຂອງພຣະອົງເປັນຈິງຢູ່ສະເໝີ ແລະ ບໍ່ວ່າຈະເປັນຍຸກໃດກໍຈະມີຄົນຈຳນວນຫຼວງຫຼາຍທີ່ຂັດຂືນ ແລະ ຕໍ່ຕ້ານຄວາມຈິງຂອງພາລະກິດຂອງພຣະອົງ? ໃນປັດຈຸບັນ ທຸກຄົນເຫຼົ່ານັ້ນທີ່ຂັດຂືນ ແລະ ຕໍ່ຕ້ານຂັ້ນຕອນນີ້ຂອງພາລະກິດຍັງໄດ້ຕໍ່ຕ້ານພຣະເຈົ້າໃນເວລາອະດີດຢ່າງບໍ່ຕ້ອງສົງໄສ ຍ້ອນຄົນປະເພດນີ້ຈະເປັນສັດຕູຂອງພຣະເຈົ້າຢູ່ສະເໝີ. ຄົນທີ່ຮູ້ຈັກຄວາມຈິງຂອງພາລະກິດຂອງພຣະເຈົ້າຈະເຫັນພາລະກິດສາມຂັ້ນຕອນເປັນພາລະກິດຂອງພຣະເຈົ້າອົງດຽວ ແລະ ຈະປະຖິ້ມແນວຄິດຂອງພວກເຂົາ. ຄົນເຫຼົ່ານີ້ແມ່ນຄົນທີ່ຮູ້ຈັກພຣະເຈົ້າ ແລະ ຄົນປະເພດນີ້ກໍແມ່ນຄົນເຫຼົ່ານັ້ນທີ່ຕິດຕາມພຣະເຈົ້າຢ່າງແທ້ຈິງ. ເມື່ອການຄຸ້ມຄອງຂອງພຣະເຈົ້າທັງໝົດໃກ້ເຖິງຈຸດສິ້ນສຸດ, ພຣະເຈົ້າຈະຈັດແບ່ງສິ່ງທັງໝົດຕາມແຕ່ລະປະເພດ. ມະນຸດຖືກສ້າງໂດຍມືຂອງພຣະຜູ້ສ້າງ ແລະ ໃນທີ່ສຸດ ພຣະອົງຕ້ອງນໍາມະນຸດກັບມາຄືນສູ່ອຳນາດຂອງພຣະອົງຢ່າງສົມບູນ; ນີ້ຄືການສິ້ນສຸດຂອງພາລະກິດສາມຂັ້ນຕອນ. ຂັ້ນຕອນຂອງພາລະກິດຂອງຍຸກສຸດທ້າຍ ແລະ ສອງຂັ້ນຕອນກ່ອນໜ້າໃນປະເທດອິດສະຣາເອນ ແລະ ຢູເດຍແມ່ນແຜນການຄຸ້ມຄອງຂອງພຣະເຈົ້າໃນຈັກກະວານທັງໝົດ. ບໍ່ມີໃຜສາມາດປະຕິເສດສິ່ງນີ້ໄດ້ ແລະ ມັນເປັນຄວາມຈິງຂອງພາລະກິດຂອງພຣະເຈົ້າ. ເຖິງແມ່ນວ່າ ມະນຸດຍັງບໍ່ໄດ້ປະເຊີນ ຫຼື ພົບພໍ້ຫຼາຍສິ່ງຫຼາຍຢ່າງຂອງພາລະກິດນີ້, ຄວາມຈິງກໍຍັງເປັນຄວາມຈິງ ແລະ ມະນຸດຄົນໃດບໍ່ສາມາດປະຕິເສດສິ່ງນີ້ໄດ້. ຄົນທີ່ເຊື່ອໃນພຣະເຈົ້າໃນທຸກດິນແດນແຫ່ງຈັກກະວານຈະຍອມຮັບພາລະກິດສາມຂັ້ນຕອນທັງໝົດ. ຖ້າເຈົ້າພຽງແຕ່ຮູ້ຈັກຂັ້ນຕອນໃດໜຶ່ງຂອງພາລະກິດ ແລະ ບໍ່ເຂົ້າໃຈອີກສອງຂັ້ນຕອນຂອງພາລະກິດ, ບໍ່ເຂົ້າໃຈພາລະກິດຂອງພຣະເຈົ້າໃນອະດີດ ເຈົ້າກໍຈະບໍ່ສາມາດກ່າວຄວາມຈິງທັງໝົດຂອງແຜນການຄຸ້ມຄອງທັງໝົດຂອງພຣະເຈົ້າໄດ້ ແລະ ຄວາມຮູ້ທີ່ເຈົ້າມີກ່ຽວກັບພຣະເຈົ້າກໍມີແຕ່ດ້ານດຽວ ຍ້ອນໃນຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້ານັ້ນ ເຈົ້າບໍ່ໄດ້ຮູ້ຈັກ ຫຼື ບໍ່ເຂົ້າໃຈພຣະອົງ ແລະ ດ້ວຍເຫດນັ້ນ ເຈົ້າບໍ່ເໝາະສົມທີ່ຈະເປັນພະຍານໃຫ້ກັບພຣະເຈົ້າ. ບໍ່ວ່າຄວາມຮູ້ໃນປັດຈຸບັນຂອງເຈົ້າກ່ຽວກັບສິ່ງເຫຼົ່ານີ້ຈະເລິກເຊິ່ງ ຫຼື ບໍ່ສຳຄັນ, ໃນທີ່ສຸດ ພວກເຈົ້າຕ້ອງມີຄວາມຮູ້ ແລະ ຕ້ອງໝັ້ນໃຈຢ່າງຮອບຄອບ ແລະ ທຸກຄົນຈະເຫັນຄວາມສົມບູນຂອງພາລະກິດຂອງພຣະເຈົ້າ ແລະ ຍອມຢູ່ພາຍໃຕ້ອຳນາດຂອງພຣະເຈົ້າ. ໃນຕອນສຸດທ້າຍຂອງພາລະກິດນີ້, ທຸກສາສະໜາຈະກາຍເປັນໜຶ່ງດຽວ, ທຸກສິ່ງທີ່ຖືກສ້າງຈະກັບຄືນສູ່ອຳນາດຂອງພຣະຜູ້ສ້າງ, ທຸກສິ່ງທີ່ຖືກສ້າງຈະນະມັດສະການພຣະເຈົ້າທີ່ແທ້ຈິງພຽງອົງດຽວ ແລະ ສາສະໜາທີ່ຊົ່ວຮ້າຍທັງໝົດຈະຫາຍໄປ ໂດຍທີ່ຈະບໍ່ປະກົດຂຶ້ນອີກຈັກເທື່ອ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 293)

ເພື່ອເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າ, ຜົນກະທົບທີ່ພາລະກິດຂອງພຣະອົງບັນລຸໃນມະນຸດ ແລະ ສິ່ງທີ່ເປັນຄວາມປະສົງແທ້ໆຂອງພຣະອົງສຳລັບມະນຸດ: ນີ້ແມ່ນສິ່ງທີ່ທຸກຄົນທີ່ຕິດຕາມພຣະເຈົ້າຄວນບັນລຸ. ໃນທຸກມື້ນີ້ ຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າເປັນພຽງແຕ່ສິ່ງທີ່ທຸກຄົນກຳລັງຂາດ. ການກະທຳທີ່ພຣະເຈົ້າໄດ້ເຮັດພາລະກິດຕໍ່ຜູ້ຄົນ, ພາລະກິດທັງໝົດຂອງພຣະເຈົ້າ ແລະ ສິ່ງທີ່ເປັນຄວາມປະສົງແທ້ໆຂອງພຣະເຈົ້າສຳລັບມະນຸດ ນັບຕັ້ງແຕ່ການເນລະມິດສ້າງໂລກຈົນເຖິງເວລາໃນປັດຈຸບັນ, ສິ່ງເຫຼົ່ານີ້ຄືສິ່ງທີ່ມະນຸດບໍ່ຮູ້ ຫຼື ເຂົ້າໃຈ. ຄວາມຂາດເຂີນນີ້ບໍ່ພຽງແຕ່ເຫັນໄດ້ທົ່ວໂລກສາສະໜາ, ແຕ່ຍັງໃນທຸກຄົນທີ່ເຊື່ອໃນພຣະເຈົ້າ. ເມື່ອມື້ທີ່ເຈົ້າຫຼຽວເຫັນພຣະເຈົ້າຢ່າງແທ້ຈິງໄດ້ມາເຖິງ, ເມື່ອເຈົ້າຊື່ນຊົມສະຕິປັນຍາຂອງພຣະອົງຢ່າງແທ້ຈິງ, ເມື່ອເຈົ້າຫຼຽວເຫັນທຸກການກະທຳທີ່ພຣະເຈົ້າໄດ້ເຮັດພາລະກິດ, ເມື່ອເຈົ້າຮັບຮູ້ເຖິງສິ່ງທີ່ພຣະເຈົ້າເປັນ ແລະ ມີ, ເມື່ອເຈົ້າໄດ້ເຫັນຄວາມອຸດົມສົມບູນຂອງພຣະອົງ, ສະຕິປັນຍາ, ສິ່ງອັດສະຈັນ ແລະ ທຸກສິ່ງທີ່ພຣະອົງໄດ້ເຮັດພາລະກິດໃນຜູ້ຄົນ, ມັນກໍ່ເປັນຕອນນັ້ນເອງທີ່ເຈົ້າຈະບັນລຸຄວາມສຳເລັດໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ. ເມື່ອເວົ້າວ່າພຣະເຈົ້າຮອບຮູ້ທຸກດ້ານ ແລະ ອຸດົມສົມບູນທຸກຢ່າງ, ພຣະອົງຮອບຮູ້ທຸກດ້ານໃນລັກສະນະໃດແທ້ໆ ແລະ ພຣະອົງອຸດົມສົມບູນທຸກຢ່າງໃນລັກສະນະໃດ? ຖ້າເຈົ້າບໍ່ເຂົ້າໃຈສິ່ງນີ້, ແລ້ວກໍ່ບໍ່ຖືວ່າເຈົ້າເຊື່ອໃນພຣະເຈົ້າ. ເປັນຫຍັງເຮົາຈຶ່ງເວົ້າວ່າຄົນທີ່ຢູ່ໃນໂລກສາສະໜາແມ່ນຜູ້ບໍ່ເຊື່ອໃນພຣະເຈົ້າ ແຕ່ເປັນຜູ້ເຮັດການຊົ່ວ, ເປັນພັກພວກດຽວກັນກັບມານຮ້າຍ? ເມື່ອເຮົາເວົ້າວ່າພວກເຂົາເປັນຜູ້ເຮັດການຊົ່ວ, ມັນເປັນເພາະພວກເຂົາບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ບໍ່ສາມາດເບິ່ງເຫັນສະຕິປັນຍາຂອງພຣະອົງ. ພຣະເຈົ້າບໍ່ເຄີຍເປີດເຜີຍພາລະກິດຂອງພຣະອົງໃຫ້ແກ່ພວກເຂົາ. ພວກເຂົາຕາບອດ; ພວກເຂົາບໍ່ສາມາດເຫັນການກະທຳຂອງພຣະເຈົ້າ, ພວກເຂົາໄດ້ຖືກປະຖິ້ມໂດຍພຣະເຈົ້າ ແລະ ພວກເຂົາຂາດການດູແລ ແລະ ການປົກປ້ອງຈາກພຣະເຈົ້າຢ່າງສົມບູນ, ແຮງບໍ່ຕ້ອງເວົ້າເຖິງພາລະກິດຂອງພຣະວິນຍານບໍລິສຸດເລີຍ. ຄົນທີ່ບໍ່ມີພາລະກິດຂອງພຣະເຈົ້າກໍ່ລ້ວນແລ້ວແຕ່ເປັນຄົນເຮັດການຊົ່ວ ແລະ ຄູ່ປໍລະປັກກັບພຣະເຈົ້າ. ຄູ່ປໍລະປັກຂອງພຣະເຈົ້າທີ່ເຮົາກ່າວເຖິງແມ່ນຄົນທີ່ບໍ່ຮູ້ຈັກພຣະເຈົ້າ, ຄົນທີ່ຮັບຮູ້ພຣະເຈົ້າດ້ວຍຮີມສົບຂອງພວກເຂົາ ແຕ່ບໍ່ຮູ້ຈັກພຣະອົງ, ຄົນທີ່ຕິດຕາມພຣະເຈົ້າ ແຕ່ບໍ່ເຊື່ອຟັງພຣະອົງ ແລະ ຄົນທີ່ມ່ວນຊື່ນໃນຄວາມກະລຸນາຂອງພຣະເຈົ້າ ແຕ່ບໍ່ສາມາດຢືນເປັນພະຍານໃຫ້ກັບພຣະອົງ. ຖ້າບໍ່ມີຄວາມເຂົ້າໃຈກ່ຽວກັບຈຸດປະສົງໃນພາລະກິດຂອງພຣະເຈົ້າ ຫຼື ຄວາມເຂົ້າໃຈກ່ຽວກັບພາລະກິດທີ່ພຣະເຈົ້າເຮັດໃນມະນຸດ, ເຂົາກໍ່ບໍ່ສາມາດເຮັດຕາມຄວາມປະສົງຂອງພຣະເຈົ້າ ຫຼື ເຂົາບໍ່ສາມາດຢືນເປັນພະຍານໃຫ້ກັບພຣະເຈົ້າ. ໃນດ້ານໜຶ່ງ, ເຫດຜົນທີ່ວ່າເປັນຫຍັງມະນຸດຈຶ່ງຕໍ່ຕ້ານພຣະເຈົ້າແມ່ນເກີດມາຈາກອຸປະນິໄສທີ່ເສື່ອມຊາມຂອງເຂົາ ແລະ ໃນອີກດ້ານໜຶ່ງ ມັນກໍ່ມາຈາກການບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ການຂາດຄວາມເຂົ້າໃຈກ່ຽວກັບຫຼັກການທີ່ພຣະເຈົ້າປະຕິບັດພາລະກິດ ແລະ ກ່ຽວກັບຄວາມປະສົງຂອງພຣະອົງສຳລັບມະນຸດ. ທັງສອງລັກສະນະນີ້ເມື່ອນໍາມາໃສ່ກັນໄດ້ປະກອບເປັນປະຫວັດສາດທີ່ມະນຸດຕໍ່ຕ້ານພຣະເຈົ້າ. ຜູ້ເຊື່ອໃໝ່ຕໍ່ຕ້ານພຣະເຈົ້າ ເພາະການຕໍ່ຕ້ານດັ່ງກ່າວນອນຢູ່ພາຍໃນທຳມະຊາດຂອງພວກເຂົາ, ໃນຂະນະທີ່ການຕໍ່ຕ້ານພຣະເຈົ້າຂອງຄົນທີ່ມີຄວາມເຊື່ອຫຼາຍປີແມ່ນມີຜົນມາຈາກການບໍ່ມີຄວາມຮູ້ກ່ຽວກັບພຣະອົງ ນອກຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ໃນເວລາກ່ອນທີ່ພຣະເຈົ້າກາຍມາເປັນເນື້ອໜັງ, ການວັດແທກວ່າມະນຸດຕໍ່ຕ້ານພຣະເຈົ້າ ຫຼື ບໍ່ ແມ່ນອີງໃສ່ວ່າເຂົາຮັກສາບົດບັນຍັດທີ່ພຣະເຈົ້າໃນສະຫວັນໄດ້ກຳນົດໄວ້ ຫຼື ບໍ່. ຕົວຢ່າງ: ໃນຍຸກແຫ່ງພຣະບັນຍັດ, ຜູ້ໃດກໍ່ຕາມທີ່ບໍ່ຮັກສາພຣະບັນຍັດຂອງພຣະເຢໂຮວາກໍ່ຖືວ່າເປັນຄົນທີ່ຕໍ່ຕ້ານພຣະເຈົ້າ; ຜູ້ໃດກໍ່ຕາມທີ່ລັກຈາກເຄື່ອງຖວາຍໃຫ້ແກ່ພຣະເຢໂຮວາ ຫຼື ຜູ້ໃດກໍ່ຕາມທີ່ຕໍ່ຕ້ານຄົນທີ່ພຣະເຢໂຮວາໂປດປານກໍ່ຖືວ່າເປັນຄົນທີ່ຕໍ່ຕ້ານພຣະເຈົ້າ ແລະ ຈະຖືກແກວ່ງກ້ອນຫີນໃສ່ຈົນຕາຍ; ຜູ້ໃດກໍ່ຕາມທີ່ບໍ່ເຄົາລົບບິດາ ແລະ ມານດາຂອງເຂົາ ແລະ ຜູ້ໃດກໍ່ຕາມທີ່ໂຈມຕີ ຫຼື ສາບແຊ່ງຄົນອື່ນກໍ່ຖືວ່າເປັນຄົນທີ່ບໍ່ຮັກສາພຣະບັນຍັດ. ແລ້ວທຸກຄົນທີ່ບໍ່ຮັກສາພຣະບັນຍັດຂອງພຣະເຢໂຮວາກໍ່ຖືວ່າກຳລັງຢືນຕໍ່ຕ້ານພຣະອົງ. ສິ່ງນີ້ບໍ່ໄດ້ເປັນແບບນັ້ນໃນຍຸກແຫ່ງພຣະຄຸນ, ເມື່ອຜູ້ໃດກໍ່ຕາມທີ່ຢືນຕໍ່ຕ້ານພຣະເຢຊູຈະຖືວ່າເປັນຄົນທີ່ຕໍ່ຕ້ານພຣະເຈົ້າ ແລະ ຜູ້ໃດກໍ່ຕາມທີ່ບໍ່ເຊື່ອຟັງພຣະທຳທີ່ພຣະເຢຊູໄດ້ກ່າວອອກກໍ່ຖືວ່າເປັນຄົນທີ່ຢືນຕໍ່ຕ້ານພຣະເຈົ້າ. ໃນເວລານີ້, ລັກສະນະທີ່ກຳນົດການຕໍ່ຕ້ານພຣະເຈົ້າໄດ້ເລີ່ມຖືກຕ້ອງ ແລະ ເປັນຈິງຍິ່ງຂຶ້ນ. ໃນເວລາທີ່ພຣະເຈົ້າຍັງບໍ່ທັນໄດ້ກາຍມາເປັນເນື້ອໜັງ, ການວັດແທກທີ່ວ່າມະນຸດຕໍ່ຕ້ານພຣະເຈົ້າ ຫຼື ບໍ່ ແມ່ນອີງໃສ່ວ່າມະນຸດນະມັດສະການ ແລະ ເຄົາລົບພຣະເຈົ້າທີ່ບໍ່ສາມາດເບິ່ງເຫັນໄດ້ໃນສະຫວັນ ຫຼື ບໍ່. ລັກສະນະທີ່ກຳນົດການຕໍ່ຕ້ານພຣະເຈົ້າໃນເວລານັ້ນບໍ່ໄດ້ເປັນຈິງເລີຍ, ຍ້ອນມະນຸດບໍ່ສາມາດເຫັນພຣະເຈົ້າ ຫຼື ເຂົາບໍ່ຮູ້ວ່າພາບລັກຂອງພຣະເຈົ້າເປັນແນວໃດ ຫຼື ພຣະອົງປະຕິບັດພາລະກິດ ແລະ ກ່າວແນວໃດ. ມະນຸດບໍ່ມີແນວຄິດກ່ຽວກັບພຣະເຈົ້າ ແລະ ເຂົາເຊື່ອໃນພຣະເຈົ້າໂດຍບໍ່ແຈ່ມແຈ້ງ, ເພາະພຣະເຈົ້າບໍ່ທັນປາກົດຕົວຕໍ່ມະນຸດ. ສະນັ້ນ, ບໍ່ວ່າມະນຸດຈະເຊື່ອໃນພຣະເຈົ້າແນວໃດກໍ່ຕາມໃນຈິນຕະນາການຂອງເຂົາ, ພຣະເຈົ້າບໍ່ໄດ້ປະນາມມະນຸດ ຫຼື ຮຽກຮ້ອງຈາກເຂົາຫຼາຍເກີນໄປ, ເພາະມະນຸດບໍ່ສາມາດເຫັນພຣະເຈົ້າແທ້ໆ. ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ ແລະ ມາເຮັດພາລະກິດທ່າມກາງມະນຸດ, ທຸກຄົນກໍ່ເບິ່ງເຫັນພຣະອົງ ແລະ ໄດ້ຍິນພຣະທຳຂອງພຣະອົງ ແລະ ທຸກຄົນໄດ້ເຫັນເຖິງການກະທຳທີ່ພຣະເຈົ້າເຮັດພາລະກິດພາຍໃນຮ່າງກາຍເນື້ອໜັງຂອງພຣະອົງ. ໃນຊ່ວງເວລານັ້ນ, ແນວຄິດທັງໝົດຂອງມະນຸດໄດ້ກາຍມາເປັນຟອງສະບູ່. ສຳລັບຄົນທີ່ເຫັນພຣະເຈົ້າປາກົດຕົວໃນເນື້ອໜັງ, ພວກເຂົາຈະບໍ່ຖືກປະນາມ ຖ້າພວກເຂົາເຕັມໃຈເຊື່ອຟັງພຣະອົງ, ໃນຂະນະທີ່ຄົນທີ່ຢືນຕໍ່ຕ້ານພຣະອົງໂດຍຕັ້ງໃຈຈະຖືກປະນາມດັ່ງຄູ່ປໍລະປັກຂອງພຣະເຈົ້າ. ຄົນດັ່ງກ່າວແມ່ນຜູ້ຕໍ່ຕ້ານພຣະຄຣິດ, ສັດຕູທີ່ຕັ້ງໃຈຢືນຕໍ່ຕ້ານພຣະເຈົ້າ. ຄົນທີ່ມີແນວຄິດກ່ຽວກັບພຣະເຈົ້າ ແຕ່ຍັງກຽມພ້ອມ ແລະ ເຕັມໃຈທີ່ຈະເຊື່ອພຣະອົງກໍ່ຈະບໍ່ຖືກປະນາມ. ພຣະເຈົ້າປະນາມມະນຸດບົນພື້ນຖານເຈດຕະນາ ແລະ ການກະທຳຂອງມະນຸດ, ບໍ່ແມ່ນສຳລັບຄວາມຄິດ ແລະ ແນວຄິດຂອງເຂົາ. ຖ້າພຣະອົງຕ້ອງປະນາມມະນຸດບົນພື້ນຖານຄວາມຄິດ ແລະ ແນວຄິດຂອງເຂົາ, ແລ້ວບໍ່ມີແມ່ນແຕ່ຄົນດຽວທີ່ຈະສາມາດໜີລອດຈາກມືທີ່ໂຫດຮ້າຍຂອງພຣະເຈົ້າ. ຄົນທີ່ເຕັມໃຈຢືນຕໍ່ຕ້ານພຣະເຈົ້າທີ່ບັງເກີດເປັນມະນຸດກໍ່ຈະຖືກລົງໂທດສຳລັບຄວາມບໍ່ເຊື່ອຟັງຂອງພວກເຂົາ. ກ່ຽວກັບຄົນເຫຼົ່ານີ້ທີ່ເຕັມໃຈຕໍ່ຕ້ານພຣະເຈົ້າ, ອຸປະນິໄສຂອງພວກເຂົາເກີດມາຈາກຂໍ້ແທ້ຈິງທີ່ພວກເຂົາມີແນວຄິດກ່ຽວກັບພຣະເຈົ້າ ເຊິ່ງເຮັດໃຫ້ພວກເຂົາມີການກະທຳທີ່ຂັດຂວາງພາລະກິດຂອງພຣະເຈົ້າ. ຄົນເຫຼົ່ານີ້ຕັ້ງໃຈຕໍ່ຕ້ານ ແລະ ທຳລາຍພາລະກິດຂອງພຣະເຈົ້າ. ພວກເຂົາບໍ່ພຽງແຕ່ມີແນວຄິດກ່ຽວກັບພຣະເຈົ້າ, ແຕ່ພວກເຂົາຍັງມີສ່ວນຮ່ວມໃນກິດຈະກຳທີ່ຂັດຂວາງພາລະກິດຂອງພຣະອົງ ແລະ ດ້ວຍເຫດຜົນນີ້ ຄົນປະເພດນີ້ຈຶ່ງຖືກປະນາມ. ຄົນທີ່ບໍ່ຕັ້ງໃຈຂັດຂວາງພາລະກິດຂອງພຣະເຈົ້າກໍ່ຈະບໍ່ຖືກປະນາມດັ່ງຜູ້ເຮັດບາບ, ເພາະພວກເຂົາສາມາດຕັ້ງໃຈເຊື່ອຟັງ ແລະ ບໍ່ມີສ່ວນຮ່ວມໃນກິດຈະກຳທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ. ຄົນແບບນີ້ຈະບໍ່ຖືກປະນາມ. ເຖິງຢ່າງໃດກໍ່ຕາມ, ເມື່ອຜູ້ຄົນໄດ້ປະສົບກັບພາລະກິດຂອງພຣະເຈົ້າເປັນເວລາຫຼາຍປີ, ຖ້າພວກເຂົາສືບຕໍ່ມີແນວຄິດກ່ຽວກັບພຣະເຈົ້າ ແລະ ຍັງບໍ່ສາມາດຮູ້ຈັກພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ບໍ່ວ່າພວກເຂົາໄດ້ປະສົບກັບພາລະກິດຂອງພຣະອົງເປັນເທົ່າໃດປີກໍ່ຕາມ ຖ້າພວກເຂົາສືບຕໍ່ເຕັມໄປດ້ວຍແນວຄິດກ່ຽວກັບພຣະເຈົ້າ ແລະ ຍັງບໍ່ສາມາດມາຮູ້ຈັກພຣະອົງໄດ້, ແລ້ວເຖິງແມ່ນວ່າພວກເຂົາບໍ່ໄດ້ມີສ່ວນຮ່ວມໃນກິດຈະກຳທີ່ຂັດຂວາງ, ເຖິງແນວໃດກໍ່ຕາມ ຫົວໃຈຂອງພວກເຂົາແມ່ນເຕັມໄປດ້ວຍແນວຄິດຫຼາຍຢ່າງກ່ຽວກັບພຣະເຈົ້າ ແລະ ເຖິງແມ່ນວ່າແນວຄິດເຫຼົ່ານີ້ບໍ່ໄດ້ຊັດແຈ້ງ, ຄົນແບບນີ້ກໍ່ບໍ່ມີປະໂຫຍດຫຍັງຕໍ່ພາລະກິດຂອງພຣະເຈົ້າ. ພວກເຂົາບໍ່ສາມາດເຜີຍແຜ່ຂ່າວປະເສີດສຳລັບພຣະເຈົ້າ ຫຼື ຢືນເປັນພະຍານໃຫ້ກັບພຣະອົງ. ຄົນແບບນີ້ບໍ່ມີຫຍັງດີ ແລະ ເປັນຄົນໂງ່. ເພາະພວກເຂົາບໍ່ຮູ້ຈັກພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ສາມາດປະຖິ້ມແນວຄິດຂອງພວກເຂົາກ່ຽວກັບພຣະອົງຢ່າງສິ້ນເຊີງ, ສະນັ້ນ ພວກເຂົາຈຶ່ງຖືກປະນາມ. ມັນສາມາດເວົ້າໄດ້ແບບນີ້: ມັນເປັນເລື່ອງປົກກະຕິທີ່ຜູ້ເຊື່ອໃໝ່ຈະມີແນວຄິດກ່ຽວກັບພຣະເຈົ້າ ຫຼື ບໍ່ຮູ້ຫຍັງກ່ຽວກັບພຣະອົງ, ແຕ່ສຳລັບຄົນທີ່ເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ ແລະ ປະສົບກັບພາລະກິດຂອງພຣະອົງຢ່າງຫຼວງຫຼາຍ, ມັນບໍ່ແມ່ນເລື່ອງປົກກະຕິທີ່ຄົນແບບນັ້ນຈະສືບຕໍ່ມີແນວຄິດ ແລະ ມັນເຖິງກັບເປັນເລື່ອງປົກກະຕິໜ້ອຍລົງທີ່ຄົນແບບນີ້ຈະບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າ. ມັນເປັນເພາະນີ້ບໍ່ແມ່ນສະພາວະປົກກະຕິ, ພວກເຂົາຈຶ່ງຖືກປະນາມ. ຄົນທີ່ບໍ່ປົກກະຕິເຫຼົ່ານີ້ລ້ວນແລ້ວແຕ່ເປັນຂີ້ເຫຍື້ອ; ພວກເຂົາເປັນຄົນທີ່ຕໍ່ຕ້ານພຣະເຈົ້າທີ່ສຸດ ແລະ ຄົນທີ່ໄດ້ຮັບຄວາມກະລຸນາຂອງພຣະເຈົ້າຢ່າງເສຍລ້າ. ທຸກຄົນທີ່ເປັນແບບນັ້ນຈະຖືກກຳຈັດໃນທີ່ສຸດ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ທຸກຄົນທີ່ບໍ່ຮູ້ຈັກພຣະເຈົ້າຄືຄົນທີ່ຕໍ່ຕ້ານພຣະເຈົ້າ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 294)

ຜູ້ໃດກໍ່ຕາມທີ່ບໍ່ເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າແມ່ນຄົນທີ່ຕໍ່ຕ້ານພຣະອົງ ແລະ ຄົນທີ່ໄດ້ມາເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າ ແຕ່ຍັງບໍ່ສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າພໍໃຈ ຍິ່ງຖືວ່າເປັນຄູ່ປໍລະປັກຂອງພຣະເຈົ້າ. ມີຄົນທີ່ອ່ານພຣະຄຳພີໃນຄຣິດຕະຈັກຫຼັງໃຫຍ່ໂຕ ແລະ ທ່ອງຈຳພຣະຄຳພີໝົດມື້ໝົດຄືນ ແຕ່ບໍ່ມີໃຜເລີຍໃນບັນດາພວກເຂົາທີ່ເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າ. ບໍ່ມີໃຜເລີຍໃນບັນດາພວກເຂົາທີ່ສາມາດຮູ້ຈັກພຣະເຈົ້າ; ແຮງໄກທີ່ຈະມີຜູ້ໃດໃນບັນດາພວກເຂົາເຮັດຕາມຄວາມປະສົງຂອງພຣະເຈົ້າ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ໄຮ້ຄ່າ ແລະ ຊົ່ວຮ້າຍ, ແຕ່ລະຄົນກໍ່ຢືນຂຶ້ນສູງເພື່ອສັ່ງສອນພຣະເຈົ້າ. ພວກເຂົາຕັ້ງໃຈຕໍ່ຕ້ານພຣະເຈົ້າ ເຖິງແມ່ນວ່າພວກເຂົາແບກທຸງຂອງພຣະອົງ ໂດຍອ້າງວ່າເຊື່ອໃນພຣະເຈົ້າ, ພວກເຂົາຍັງກິນເນື້ອໜັງ ແລະດື່ມເລືອດຂອງມະນຸດ. ຄົນດັ່ງກ່າວຄືຜີຮ້າຍທີ່ກືນກິນວິນຍານຂອງມະນຸດ, ເປັນຫົວໜ້າຂອງມານຮ້າຍທີ່ຕັ້ງໃຈຂວາງທາງຄົນທີ່ພະຍາຍາມຍ່າງເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ ແລະ ເປັນອຸປະສັກທີ່ກີດຂວາງຄົນທີ່ສະແຫວງຫາພຣະເຈົ້າ. ພວກເຂົາອາດປາກົດວ່າມີ “ລັດຖະທຳມະນູນທີ່ດີ” ແຕ່ຜູ້ຕິດຕາມຂອງພວກເຂົາຮູ້ໄດ້ແນວໃດວ່າພວກເຂົາເປັນພຽງແຕ່ຜູ້ຕໍ່ຕ້ານພຣະຄຣິດທີ່ນໍາພາຜູ້ຄົນໃຫ້ຕໍ່ຕ້ານພຣະເຈົ້າ? ຜູ້ຕິດຕາມຂອງພວກເຂົາຈະຮູ້ໄດ້ແນວໃດວ່າພວກເຂົາເປັນມານຮ້າຍທີ່ມີຊີວິດຢູ່ທີ່ອຸທິດຕົນໃຫ້ກັບການກືນກິນວິນຍານຂອງມະນຸດ? ຄົນທີ່ເທີດທູນຕົນເອງຢູ່ສູງຕໍ່ໜ້າພຣະເຈົ້າແມ່ນມະນຸດທີ່ຕໍ່າຊ້າທີ່ສຸດ, ໃນຂະນະທີ່ຄົນທີ່ຖ່ອມຕົນແມ່ນຄົນທີ່ມີກຽດທີ່ສຸດ. ແລ້ວຄົນທີ່ຄິດວ່າພວກເຂົາຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ຄົນທີ່ສາມາດປະກາດພາລະກິດຂອງພຣະເຈົ້າໃຫ້ແກ່ຄົນອື່ນດ້ວຍການປ່າວປະກາດໂຄສະນາຢ່າງຍິ່ງໃຫຍ່ຄືກັບວ່າພວກເຂົາຫຼຽວເບິ່ງພຣະອົງໂດຍກົງ, ຄົນເຫຼົ່ານີ້ແມ່ນມະນຸດທີ່ໄຮ້ຄວາມຮູ້ທີ່ສຸດ. ຄົນແບບນັ້ນບໍ່ມີຄຳພະຍານກ່ຽວກັບພຣະເຈົ້າ ແລະ ເຕັມໄປດ້ວຍຄວາມຫຼອກລວງ. ຄົນທີ່ເຊື່ອວ່າພວກເຂົາມີຄວາມຮູ້ກ່ຽວກັບພຣະເຈົ້າໜ້ອຍເກີນໄປ ເຖິງແມ່ນຈະມີປະສົບການຕົວຈິງ ແລະ ຄວາມຮູ້ຕົວຈິງກ່ຽວກັບພຣະອົງ ແມ່ນຄົນທີ່ພຣະອົງຮັກຫຼາຍທີ່ສຸດ. ມີແຕ່ຄົນແບບນັ້ນຈຶ່ງມີຄຳພະຍານຢ່າງແທ້ຈິງ ແລະ ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນຢ່າງແທ້ຈິງ. ຄົນທີ່ບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າຄືຄູ່ປໍລະປັກຂອງພຣະເຈົ້າ; ຄົນທີ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແຕ່ບໍ່ປະຕິບັດຄວາມຈິງແມ່ນຄູ່ປໍລະປັກຂອງພຣະເຈົ້າ; ຄົນທີ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແຕ່ຍັງຕໍ່ຕ້ານແກ່ນແທ້ໃນພຣະທຳຂອງພຣະເຈົ້າ ແມ່ນຄູ່ປໍລະປັກຂອງພຣະເຈົ້າ; ຄົນທີ່ມີແນວຄິດກ່ຽວກັບພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ຍິ່ງໄປກວ່ານັ້ນ ຄົນທີ່ມີຄວາມຄິດທີ່ຈະມີສ່ວນຮ່ວມໃນການກະບົດ ແມ່ນຄູ່ປໍລະປັກຂອງພຣະເຈົ້າ; ຄົນທີ່ຕັດສິນພຣະເຈົ້າແມ່ນຄູ່ປໍລະປັກຂອງພຣະເຈົ້າ; ແລະ ຜູ້ໃດກໍ່ຕາມທີ່ບໍ່ສາມາດຮູ້ຈັກພຣະເຈົ້າ ຫຼື ເປັນພະຍານໃຫ້ກັບພຣະອົງແມ່ນຄູ່ປໍລະປັກຂອງພຣະເຈົ້າ. ສະນັ້ນ ເຮົາຈຶ່ງຮ້ອງຂໍເຈົ້າວ່າ: ຖ້າເຈົ້າມີຄວາມເຊື່ອແທ້ໆວ່າເຈົ້າສາມາດຍ່າງໃນເສັ້ນທາງນີ້, ແລ້ວກໍ່ໃຫ້ຕິດຕາມມັນຕໍ່. ແຕ່ຖ້າເຈົ້າບໍ່ສາມາດຫ້າມຕົນເອງຈາກການຕໍ່ຕ້ານພຣະເຈົ້າ, ແລ້ວມັນຈະດີທີ່ສຸດຖ້າເຈົ້າຍ່າງອອກໄປກ່ອນທີ່ມັນຈະຊ້າເກີນໄປ. ຖ້າບໍ່ດັ່ງນັ້ນ, ໂອກາດທີ່ສິ່ງຕ່າງໆທີ່ໂຫດຮ້າຍສຳລັບເຈົ້າກໍ່ຈະມີສູງຫຼາຍ ເພາະທຳມະຊາດຂອງເຈົ້າເສື່ອມຊາມເກີນໄປແທ້ໆ. ເມື່ອເວົ້າເຖິງຄວາມຈົງຮັກພັກດີ ຫຼື ຄວາມເຊື່ອຟັງ ຫຼື ຫົວໃຈທີ່ຫິວກະຫາຍຫາຄວາມຊອບທຳ ແລະ ຄວາມຈິງ ຫຼື ຄວາມຮັກສຳລັບພຣະເຈົ້າ, ເຈົ້າບໍ່ມີພວກມັນແມ່ນແຕ່ໜ້ອຍດຽວເລີຍ. ມັນອາດເວົ້າໄດ້ວ່າສະຖານະການຂອງເຈົ້າຕໍ່ໜ້າພຣະເຈົ້າຄືຄວາມໂກລາຫົນ. ເຈົ້າບໍ່ສາມາດດຳລົງຕາມສິ່ງທີ່ເຈົ້າຄວນດຳລົງຕາມ ແລະ ບໍ່ສາມາດເວົ້າສິ່ງທີ່ຄວນເວົ້າ. ສິ່ງທີ່ເຈົ້າຄວນນໍາໄປປະຕິບັດ, ເຈົ້າກໍ່ລົ້ມເຫຼວທີ່ຈະນໍາໄປປະຕິບັດ; ແລະ ໜ້າທີ່ເຈົ້າຄວນປະຕິບັດ, ເຈົ້າກໍ່ບໍ່ສາມາດປະຕິບັດໄດ້. ເຈົ້າບໍ່ມີຄວາມຈົງຮັກພັກດີ, ຄວາມສຳນຶກ, ຄວາມເຊື່ອຟັງ ຫຼື ຄວາມຕັ້ງທີ່ເຈົ້າຄວນມີ. ເຈົ້າບໍ່ໄດ້ອົດກັ້ນກັບການທົນທຸກທີ່ເຈົ້າຈຳເປັນຕ້ອງທົນທຸກ ແລະ ເຈົ້າບໍ່ມີຄວາມເຊື່ອທີ່ເຈົ້າຄວນມີ. ເວົ້າງ່າຍໆກໍ່ຄື ເຈົ້າຂາດຄຸນງາມຄວາມດີແທ້ໆ: ເຈົ້າບໍ່ອາຍບໍທີ່ຈະສືບຕໍ່ມີຊີວິດແບບນັ້ນ? ໃຫ້ເຮົາຊັກຈູງເຈົ້າເພື່ອວ່າເຈົ້າຈະຫຼັບຕາລົງເພື່ອພັກຜ່ອນຕະຫຼອດການ, ແລ້ວເຮັດໃຫ້ພຣະເຈົ້າບໍ່ກັງວົນກ່ຽວກັບເລື່ອງຂອງເຈົ້າ ແລະ ທົນທຸກເພື່ອເຫັນແກ່ເຈົ້າ. ເຈົ້າເຊື່ອໃນພຣະເຈົ້າ ແຕ່ບໍ່ຮູ້ຈັກຄວາມປະສົງຂອງພຣະອົງ; ເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແຕ່ບໍ່ສາມາດຮັກສາສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ. ເຈົ້າເຊື່ອໃນພຣະເຈົ້າ ແຕ່ບໍ່ຮູ້ຈັກພຣະອົງ ແລະ ເຈົ້າຍັງມີຊີວິດຢູ່ໂດຍບໍ່ມີເປົ້າໝາຍໃຫ້ດີ້ນຮົນ, ບໍ່ມີຄຸນຄ່າໃດໆ, ບໍ່ມີຄວາມໝາຍໃດໆ. ເຈົ້າມີຊີວິດດັ່ງມະນຸດ ແຕ່ຍັງບໍ່ມີຄວາມສຳນຶກ, ຄວາມຊື່ສັດ ຫຼື ຄວາມໜ້າເຊື່ອຖືແມ່ນແຕ່ໜ້ອຍດຽວ, ເຈົ້າຍັງສາມາດເອີ້ນຕົນເອງວ່າມະນຸດບໍ? ເຈົ້າເຊື່ອໃນພຣະເຈົ້າ ແຕ່ຍັງຫຼອກລວງພຣະອົງ; ຍິ່ງໄປກວ່ານັ້ນ ເຈົ້າເອົາເງິນຂອງພຣະເຈົ້າ ແລະ ກິນເຄື່ອງຖວາຍທີ່ຖືກຈັດໃຫ້ກັບພຣະອົງ. ແລ້ວໃນທີ່ສຸດ ເຈົ້າກໍ່ຍັງລົ້ມເຫຼວທີ່ຈະສະແດງຄວາມຄຳນຶງແມ່ນແຕ່ໜ້ອຍດຽວຕໍ່ຄວາມຮູ້ສຶກຂອງພຣະເຈົ້າ ຫຼື ຄວາມສຳນຶກແມ່ນແຕ່ໜ້ອຍດຽວຕໍ່ພຣະອົງ. ເຈົ້າບໍ່ສາມາດບັນລຸແມ່ນແຕ່ການຮຽກຮ້ອງທີ່ເລັກນ້ອຍທີ່ສຸດຂອງພຣະເຈົ້າ. ເຈົ້າຍັງສາມາດເອີ້ນຕົນເອງວ່າມະນຸດບໍ? ການກິນອາຫານທີ່ພຣະເຈົ້າຈັດກຽມໃຫ້ເຈົ້າ ແລະ ການຫາຍໃຈເອົາອົກຊີແຊນທີ່ພຣະອົງມອບໃຫ້ເຈົ້າ, ການເພີດເພີນກັບຄວາມກະລຸນາຂອງພຣະອົງ ແຕ່ໃນທີ່ສຸດແລ້ວ ເຈົ້າບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າແມ່ນແຕ່ໜ້ອຍດຽວ. ໃນທາງກົງກັນຂ້າມ, ເຈົ້າໄດ້ກາຍມາເປັນຄົນທີ່ບໍ່ມີຫຍັງດີທີ່ຕໍ່ຕ້ານພຣະເຈົ້າ. ສິ່ງນັ້ນບໍ່ໄດ້ເຮັດໃຫ້ເຈົ້າເປັນສັດຮ້າຍທີ່ເຖິງກັບຕໍ່າຕ້ອຍກວ່າໝາບໍ? ໃນບັນດາສັດຕ່າງໆ, ມີຫຍັງທີ່ມຸ່ງຮ້າຍກວ່າເຈົ້າບໍ?

ສິດຍາພິບານ ແລະ ຜູ້ອາວຸໂສເຫຼົ່ານັ້ນທີ່ຢືນຢູ່ເທິງທຳມາດສູງ ໂດຍສັ່ງເສີມຄົນອື່ນ ແມ່ນຄູ່ປໍລະປັກຂອງພຣະເຈົ້າ ແລະ ພັນທະມິດຂອງຊາຕານ; ພວກເຈົ້າທີ່ບໍ່ໄດ້ຢືນຢູ່ເທິງທຳມາດສູງແລ້ວສັ່ງສອນຄົນອື່ນຍິ່ງຈະບໍ່ເປັນຄູ່ປໍລະປັກຂອງພຣະເຈົ້າຫຼາຍກວ່ານັ້ນບໍ? ເຈົ້າບໍ່ໄດ້ຮ່ວມມືກັບຊາຕານຫຼາຍກວ່າພວກເຂົາບໍ? ຄົນທີ່ບໍ່ເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າກໍ່ບໍ່ຮູ້ຈັກວິທີການເຮັດຕາມຄວາມປະສົງຂອງພຣະເຈົ້າ. ແນ່ນອນ, ມັນບໍ່ສາມາດເປັນໄປໄດ້ທີ່ຄົນທີ່ເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະອົງຈະບໍ່ຮູ້ຈັກວິທີການເຮັດຕາມຄວາມປະສົງຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າບໍ່ເຄີຍຜິດພາດຈັກເທື່ອ; ກົງກັນຂ້າມ ມັນຄືການສະແຫວງຫາຂອງມະນຸດທີ່ມີຂໍ້ບົກຜ່ອງ. ຄົນຕໍ່າຊາມເຫຼົ່ານັ້ນທີ່ຕັ້ງໃຈຕໍ່ຕ້ານພຣະເຈົ້າບໍ່ໄດ້ເຖິງກັບຊົ່ວຮ້າຍ ແລະ ເປັນອັນຕະລາຍຫຼາຍກວ່າສິດຍາພິບານ ແລະ ຜູ້ອາວຸໂສເຫຼົ່ານັ້ນບໍ? ຫຼາຍຄົນເປັນຄົນທີ່ຕໍ່ຕ້ານພຣະເຈົ້າ, ແຕ່ໃນບັນດາພວກເຂົາແມ່ນຍັງມີຫຼາຍລັກສະນະແຕກຕ່າງກັນທີ່ພວກເຂົາຕໍ່ຕ້ານພຣະເຈົ້າ. ຍ້ອນມີຜູ້ເຊື່ອທຸກຮູບແບບ, ສະນັ້ນ ມັນກໍ່ມີຜູ້ທີ່ຕໍ່ຕ້ານພຣະເຈົ້າທຸກຮູບແບບ, ແຕ່ລະແບບກໍ່ບໍ່ຄືກັນ. ບໍ່ມີແມ່ນແຕ່ຄົນດຽວທີ່ລົ້ມເຫຼວໃນການຮັບຮູ້ຈຸດປະສົງໃນພາລະກິດຂອງພຣະເຈົ້າຢ່າງຊັດເຈນຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້. ບໍ່ວ່າມະນຸດອາດຕໍ່ຕ້ານພຣະເຈົ້າແນວໃດກໍ່ຕາມໃນອະດີດ, ເມື່ອມະນຸດມາເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈ້ົາ ແລະ ອຸທິດຄວາມພະຍາຍາມຂອງເຂົາເພື່ອເຮັດໃຫ້ພຣະເຈົ້າພໍໃຈ, ພຣະເຈົ້າກໍ່ລົບລ້າງຄວາມຜິດບາບທັງໝົດທີ່ຜ່ານມາຂອງເຂົາ. ຕາບໃດທີ່ມະນຸດສະແຫວງຫາຄວາມຈິງ ແລະ ປະຕິບັດຄວາມຈິງ, ພຣະເຈົ້າຈະບໍ່ຈື່ສິ່ງທີ່ເຂົາໄດ້ເຮັດ. ຍິ່ງໄປກວ່ານັ້ນ, ມັນຢູ່ບົນພື້ນຖານການປະຕິບັດຄວາມຈິງຂອງມະນຸດທີ່ພຣະເຈົ້າພິສູດເຂົາ. ນີ້ຄືຄວາມຊອບທຳຂອງພຣະເຈົ້າ. ກ່ອນທີ່ມະນຸດໄດ້ເຫັນພຣະເຈົ້າ ຫຼື ປະສົບກັບພາລະກິດຂອງພຣະອົງ, ບໍ່ວ່າມະນຸດຈະເຮັດແນວໃດກໍ່ຕາມຕໍ່ພຣະເຈົ້າ, ພຣະອົງກໍ່ບໍ່ຈື່ມັນ. ເຖິງຢ່າງໃດກໍ່ຕາມ, ຫຼັງຈາກທີ່ມະນຸດໄດ້ເຫັນພຣະເຈົ້າ ແລະ ປະສົບກັບພາລະກິດຂອງພຣະອົງ, ການກະທຳ ແລະ ການປະພຶດທັງໝົດຂອງມະນຸດກໍ່ຖືກພຣະເຈົ້າບັນທຶກໄວ້ໃນ “ຈົດໝາຍເຫດ”, ຍ້ອນມະນຸດໄດ້ເຫັນພຣະເຈົ້າ ແລະ ມີຊີວິດທ່າມກາງພາລະກິດຂອງພຣະອົງ.

ເມື່ອມະນຸດໄດ້ເຫັນສິ່ງທີ່ພຣະເຈົ້າມີ ແລະ ເປັນແທ້ໆ, ເມື່ອເຂົາໄດ້ເຫັນເຖິງອຳນາດສູງສຸດຂອງພຣະອົງ ແລະ ເມື່ອເຂົາໄດ້ມາຮູ້ຈັກພາລະກິດຂອງພຣະເຈົ້າຢ່າງແທ້ຈິງ ແລະ ຍິ່ງໄປກວ່ານັ້ນ ເມື່ອອຸປະນິໄສເດີມຂອງມະນຸດມີການປ່ຽນແປງ, ແລ້ວມະນຸດກໍ່ຈະປະຖິ້ມອຸປະນິໄສກະບົດຂອງເຂົາທີ່ຕໍ່ຕ້ານພຣະເຈົ້າອອກຢ່າງສົມບູນ. ມັນສາມາດເວົ້າໄດ້ວ່າ ທຸກຄົນໄດ້ຕໍ່ຕ້ານພຣະເຈົ້າໃນບາງຄັ້ງ ແລະ ທຸກຄົນໄດ້ກະບົດຕໍ່ພຣະເຈົ້າໃນບາງຄັ້ງ. ເຖິງຢ່າງໃດກໍ່ຕາມ, ຖ້າເຈົ້າເຕັມໃຈເຊື່ອຟັງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ຈາກຈຸດນີ້ ເຈົ້າເຮັດໃຫ້ພຣະເຈົ້າພໍໃຈດ້ວຍຄວາມຈົງຮັກພັກດີຂອງເຈົ້າ, ປະຕິບັດຄວາມຈິງທີ່ເຈົ້າຄວນປະຕິບັດ, ປະຕິບັດໜ້າທີ່ຂອງເຈົ້າດັ່ງທີ່ເຈົ້າຄວນເຮັດ ແລະ ຮັກສາກົດລະບຽບທີ່ເຈົ້າຄວນຮັກສາ, ແລ້ວເຈົ້າກໍ່ເປັນຄົນທີ່ເຕັມໃຈປະຖິ້ມຄວາມກະບົດຂອງເຈົ້າເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ຄົນທີ່ຖືກພຣະເຈົ້າເຮັດໃຫ້ສົມບູນ. ຖ້າເຈົ້າປະຕິເສດຢ່າງດື້ດ້ານທີ່ຈະເຫັນຄວາມຜິດພາດຂອງເຈົ້າ ແລະ ບໍ່ມີເຈດຕະນາທີ່ຈະກັບໃຈດ້ວຍຕົນເອງ, ຖ້າເຈົ້າຍັງຢືນຢັນໃນຄວາມປະພຶດທີ່ກະບົດຂອງເຈົ້າໂດຍບໍ່ມີເຈດຕະນາທີ່ຈະຮ່ວມມືກັບພຣະເຈົ້າ ແລະ ເຮັດໃຫ້ພຣະອົງພໍໃຈແມ່ນແຕ່ໜ້ອຍດຽວ, ແລ້ວຄົນທີ່ດື້ດຶງ ແລະ ບໍ່ສາມາດແກ້ໄຂໄດ້ແບບເຈົ້າກໍ່ຈະຖືກລົງໂທດຢ່າງແນ່ນອນ ແລະ ເປັນຄົນທີ່ບໍ່ຖືກພຣະເຈົ້າເຮັດໃຫ້ສົມບູນຈັກເທື່ອຢ່າງແນ່ນອນ. ເມື່ອເປັນແບບນີ້, ເຈົ້າກໍ່ເປັນສັດຕູຂອງພຣະເຈົ້າໃນມື້ນີ້ ແລະ ມື້ຕໍ່ໄປ ເຈົ້າກໍ່ຍັງຈະເປັນສັດຕູຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ເຈົ້າກໍ່ຍັງຈະເປັນສັດຕູຂອງພຣະເຈົ້າໃນມື້ຕໍ່ໄປອີກ; ເຈົ້າຈະເປັນຄູ່ປໍລະປັກຂອງພຣະເຈົ້າ ແລະ ສັດຕູຂອງພຣະເຈົ້າຕະຫຼອດໄປ. ໃນກໍລະນີນັ້ນ, ພຣະເຈົ້າຈະສາມາດປ່ອຍເຈົ້າໄປໄດ້ແນວໃດ? ມັນຄືທຳມະຊາດຂອງມະນຸດທີ່ຕໍ່ຕ້ານພຣະເຈົ້າ, ແຕ່ມະນຸດຕ້ອງບໍ່ຕັ້ງໃຈສະແຫວງຫາ “ຄວາມລັບ” ໃນການຕໍ່ຕ້ານພຣະເຈົ້າ ພຽງແຕ່ເພາະການປ່ຽນແປງທຳມະຊາດຂອງເຂົາເປັນໜ້າວຽກທີ່ເອົາຊະນະບໍ່ໄດ້. ຖ້ານັ້ນຄືຄວາມຈິງ, ແລ້ວມັນຈະດີກວ່າຖ້າເຈົ້າຍ່າງຈາກໄປກ່ອນທີ່ມັນຈະຊ້າເກີນໄປ, ເພື່ອບໍ່ໃຫ້ການຂ້ຽນຕີຂອງເຈົ້າໃນອະນາຄົດຮ້າຍແຮງຍິ່ງຂຶ້ນ ແລະ ເພື່ອບໍ່ໃຫ້ທຳມະຊາດທີ່ໂຫດຮ້າຍຂອງເຈົ້າລະເບີດອອກ ແລະ ບໍ່ສາມາດຄວບຄຸມໄດ້, ຈົນຮ່າງກາຍເນື້ອໜັງຂອງເຈົ້າຖືກປະຖິ້ມໂດຍພຣະເຈົ້າໃນທີ່ສຸດ. ເຈົ້າເຊື່ອໃນພຣະເຈົ້າເພື່ອຮັບພອນ; ແຕ່ຖ້າໃນທີ່ສຸດ ມີພຽງແຕ່ຄວາມໂຊກຮ້າຍທີ່ເກີດຂຶ້ນກັບເຈົ້າ, ນັ້ນຈະບໍ່ເປັນຄວາມອັບອາຍບໍ? ຂ້ອຍຂໍຮ້ອງເຈົ້າໃຫ້ເຈົ້າວາງແຜນອື່ນທີ່ດີກວ່າ. ແມ່ນຫຍັງກໍ່ຕາມທີ່ເຈົ້າສາມາດເຮັດໄດ້ດີກວ່າການເຊື່ອໃນພຣະເຈົ້າ: ແນ່ນອນ ມັນບໍ່ສາມາດເປັນໄປໄດ້ທີ່ຈະມີແຕ່ເສັ້ນທາງນີ້ເທົ່ານັ້ນ. ເຈົ້າຈະບໍ່ມີຊີວິດລອດບໍ ຖ້າເຈົ້າບໍ່ສະແຫວງຫາຄວາມຈິງ? ເປັນຫຍັງເຈົ້າຈຶ່ງຕ້ອງຂັດກັບພຣະເຈົ້າໃນລັກສະນະນີ້?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ທຸກຄົນທີ່ບໍ່ຮູ້ຈັກພຣະເຈົ້າຄືຄົນທີ່ຕໍ່ຕ້ານພຣະເຈົ້າ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 295)

ເຮົາໄດ້ປະຕິບັດພາລະກິດຫຼາຍຢ່າງທ່າມກາງມະນຸດ ເຊິ່ງໃນລະຫວ່າງນັ້ນ ເຮົາໄດ້ກ່າວພຣະທຳຫຼາຍຂໍ້. ພຣະທຳເຫຼົ່ານີ້ແມ່ນເຫັນແກ່ຄວາມລອດພົ້ນຂອງມະນຸດ ແລະ ຖືກກ່າວອອກເພື່ອໃຫ້ມະນຸດເຂົ້າກັບເຮົາໄດ້. ເຖິງຢ່າງໃດກໍ່ຕາມ, ເຮົາໄດ້ຮັບພຽງສອງສາມຄົນຢູ່ເທິງໂລກ ເຊິ່ງເປັນຄົນທີ່ສາມາດເຂົ້າກັບເຮົາໄດ້ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ມະນຸດບໍ່ເຊີດຊູພຣະທຳຂອງເຮົາ, ມັນເປັນຍ້ອນມະນຸດບໍ່ສາມາດເຂົ້າກັບເຮົາໄດ້. ໃນລັກສະນະນີ້ ພາລະກິດທີ່ເຮົາປະຕິບັດບໍ່ແມ່ນພຽງແຕ່ເພື່ອໃຫ້ມະນຸດສາມາດນະມັດສະການເຮົາ; ສິ່ງທີ່ສຳຄັນໄປກວ່ານັ້ນກໍ່ຄືເພື່ອໃຫ້ມະນຸດສາມາດເຂົ້າກັບເຮົາໄດ້. ມະນຸດຖືກເຮັດໃຫ້ເສື່ອມໂຊມ ແລະ ດຳລົງຊີວິດຢູ່ໃນກັບດັກຂອງຊາຕານ. ທຸກຄົນດຳລົງຊີວິດໃນເນື້ອໜັງ, ດຳລົງຊີວິດໃນຄວາມປາຖະໜາທີ່ເຫັນແກ່ຕົວ ແລະ ບໍ່ມີແມ່ນແຕ່ຄົນດຽວທີ່ສາມາດເຂົ້າກັບເຮົາໄດ້. ມີຄົນທີ່ເວົ້າວ່າ ພວກເຂົາສາມາດເຂົ້າກັບເຮົາໄດ້ ແຕ່ທຸກຄົນເຫຼົ່ານັ້ນນະມັດສະການພະທຽມທີ່ເລື່ອນລອຍ. ເຖິງແມ່ນວ່າພວກເຂົາຮັບຮູ້ວ່ານາມຂອງເຮົາບໍລິສຸດ, ພວກເຂົາກໍ່ຍັງຍ່າງຕາມເສັ້ນທາງທີ່ຢູ່ກົງກັນຂ້າມກັບເຮົາ ແລະ ຄຳເວົ້າຂອງພວກເຂົາກໍ່ເຕັມໄປດ້ວຍຄວາມອວດດີ ແລະ ຄວາມໝັ້ນໃຈໃນຕົນເອງ. ນີ້ກໍ່ຍ້ອນວ່າ ໃນສ່ວນເລິກແລ້ວ ພວກເຂົາທຸກຄົນຕໍ່ຕ້ານເຮົາ ແລະ ບໍ່ສາມາດເຂົ້າກັບເຮົາໄດ້. ໃນແຕ່ລະມື້ ພວກເຂົາສະແຫວງຫາຮ່ອງຮອຍຂອງເຮົາຢູ່ໃນພຣະຄຳພີ ແລະ ສຸ່ມຊອກຫາຂໍ້ຄວາມທີ່ “ເໝາະສົມ” ເຊິ່ງພວກເຂົາກັນອ່ານ ແລະ ທ່ອງຂໍ້ຄວາມພຣະຄໍາເຫຼົ່ານັ້ນໂດຍບໍ່ຢຸດເຊົາ. ພວກເຂົາບໍ່ຮູ້ຈັກເລີຍວ່າຈະສາມາດເຂົ້າກັບເຮົາໄດ້ແນວໃດ ຫຼື ການຕໍ່ຕ້ານເຮົາໝາຍຄວາມວ່າແນວໃດ. ພວກເຂົາພຽງແຕ່ອ່ານຂໍ້ພຣະຄຳຢ່າງຫຼັບຫູຫຼັບຕາ. ພາຍໃນພຣະຄຳພີ, ພວກເຂົາຈຳກັດພຣະເຈົ້າທີ່ເລື່ອນລອຍທີ່ພວກເຂົາບໍ່ເຄີຍເຫັນຈັກເທື່ອ ແລະ ບໍ່ສາມາດເຫັນໄດ້ ແລະ ເອົາອອກມາເບິ່ງໄດ້ໃນເວລາຫວ່າງ. ພວກເຂົາເຊື່ອໃນການເປັນຢູ່ຂອງເຮາພຽງແຕ່ພາຍໃນຂອບເຂດພຣະຄຳພີເທົ່ານັ້ນ ແລະ ພວກເຂົາທຽບເຮົາໂດຍເທົ່າກັບພຣະຄຳພີ; ຖ້າປາສະຈາກພຣະຄຳພີ, ມັນກໍ່ຈະບໍ່ມີເຮົາ ແລະ ຖ້າປາສະຈາກເຮົາກໍ່ບໍ່ມີພຣະຄຳພີ. ພວກເຂົາບໍ່ສົນໃຈກັບການເປັນຢູ່ ຫຼື ການກະທຳຂອງເຮົາ, ແຕ່ກົງກັນຂ້າມ ພວກເຂົາອຸທິດຕົນ ແລະ ໃສ່ໃຈເປັນພິເສດຫຼາຍກັບທຸກຂໍ້ຄວາມໃນພຣະຄຳພີ. ພວກເຂົາທຸກຄົນເຖິງກັບເຊື່ອວ່າ ເຮົາບໍ່ຄວນເຮັດໃນສິ່ງທີ່ເຮົາປາດຖະໜາຢາກເຮັດ ນອກຈາກມັນຈະຖືກທຳນາຍໄວ້ລ່ວງໜ້າໃນຂໍ້ພຣະຄຳພ. ພວກເຂົາໃຫ້ຄວາມສຳຄັນກັບຂໍ້ຄວາມພຣະຄຳຫຼາຍເກີນໄປ. ມັນສາມາດເວົ້າໄດ້ວ່າ ພວກເຂົາເຫັນພຣະທຳ ແລະ ການສະແດງອອກເປັນສິ່ງສຳຄັນເກີນໄປ ຈົນເຖິງຂອບເຂດທີ່ພວກເຂົາໃຊ້ຂໍ້ພຣະຄຳເພື່ອວັດແທກພຣະທຳທຸກຂໍ້ທີ່ເຮົາເວົ້າ ແລະ ຕໍານິເຮົາ. ສິ່ງທີ່ພວກເຂົາສະແຫວງຫາບໍ່ແມ່ນຫົນທາງທີ່ຈະເຂົ້າກັບເຮົາ ຫຼື ຫົນທາງທີ່ສາມາດເຂົ້າກັບຄວາມຈິງໄດ້, ແຕ່ເປັນຫົນທາງທີ່ສາມາດເຂົ້າກັບພຣະທຳໃນພຣະຄຳພີ ແລະ ພວກເຂົາເຊື່ອວ່າ ສິ່ງໃດກໍ່ຕາມທີ່ບໍ່ສອດຄ່ອງກັບພຣະຄຳພີກໍ່ບໍ່ແມ່ນພາລະກິດຂອງເຮົາ, ບໍ່ຍົກເວັ້ນແມ່ນແຕ່ພາລະກິດຂອງເຮົາ. ຄົນເຫຼົ່ານີ້ບໍ່ແມ່ນເຊື້ອສາຍທີ່ເຮັດຕາມພວກຟາຣີຊາຍບໍ? ພວກຟາຣີຊາຍທີ່ເປັນຊາວຢິວໃຊ້ກົດບັນຍັດຂອງໂມເຊເພື່ອກ່າວໂທດພຣະເຢຊູ. ພວກເຂົາບໍ່ສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະເຢຊູໃນເວລານັ້ນ, ແຕ່ພາກັນປະຕິບັດຕາມກົດບັນຍັດ, ປະຕິບັດຕາມຕົວອັກສອນຢ່າງເຂັ້ມງວດ ຈົນເຖິງຂັ້ນທີ່ກ່າວຫາວ່າພຣະອົງບໍ່ປະຕິບັດຕາມກົດບັນຍັດໃນພັນທະສັນຍາເດີມ ແລະ ບໍ່ແມ່ນພຣະເມຊີອາ ແລ້ວໃນທີ່ສຸດ ພວກເຂົາກໍ່ຄຶງພຣະເຢຊູທີ່ໄຮ້ດຽງສາເທິງໄມ້ກາງແຂນ. ທາດແທ້ຂອງພວກເຂົາແມ່ນຫຍັງ? ມັນບໍ່ແມ່ນຍ້ອນພວກເຂົາບໍ່ໄດ້ສະແຫວງຫາຫົນທາງເພື່ອເຂົ້າກັບຄວາມຈິງບໍ? ພວກເຂົາຫຼົງໄຫຼກັບພຣະທຳທຸກຂໍ້ໃນພຣະຄຳພີ ໃນຂະນະທີ່ບໍ່ສົນໃຈຕໍ່ຄວາມປະສົງຂອງເຮົາ ຫຼື ຂັ້ນຕອນ ແລະ ວິທີການໃນພາລະກິດຂອງເຮົາ. ພວກເຂົາບໍ່ແມ່ນຄົນທີ່ສະແຫວງຫາຄວາມຈິງ, ແຕ່ເປັນຄົນທີ່ຍຶດຕິດກັບພຣະທຳຢ່າງເຂັ້ມງວດ; ພວກເຂົາບໍ່ແມ່ນຄົນທີ່ເຊື່ອໃນພຣະເຈົ້າ, ແຕ່ເປັນຄົນທີ່ເຊື່ອໃນພຣະຄຳພີ. ໂດຍແທ້ຈິງແລ້ວ, ພວກເຂົາເປັນໝາເຝົ້າພຣະຄຳພີ. ເພື່ອຄຸ້ມຄອງຜົນປະໂຫຍດຂອງພຣະຄຳພີ, ເພື່ອເຊີດຊູສັກສີຂອງພຣະຄຳພີ ແລະ ເພື່ອປົກປ້ອງຊື່ສຽງຂອງພຣະຄຳພີ, ພວກເຂົາເຮັດຈົນເຖິງຂັ້ນທີ່ຄຶງພຣະເຢຊູຜູ້ເຕັມໄປດ້ວຍຄວາມເມດຕາໃສ່ໄມ້ກາງແຂນ. ພວກເຂົາເຮັດສິ່ງນີ້ພຽງແຕ່ເພື່ອເຫັນແກ່ການປົກປ້ອງພຣະຄຳພີ ແລະ ເພື່ອເຫັນແກ່ການຮັກສາສະຖານະຂອງພຣະທຳທຸກຂໍ້ໃນພຣະຄຳພີໄວ້ໃນຫົວໃຈຂອງມະນຸດເທົ່ານັ້ນ. ດັ່ງນັ້ນ ພວກເຂົາຈຶ່ງເລືອກທີ່ຈະປະຖິ້ມອະນາຄົດຂອງພວກເຂົາ ແລະ ເຄື່ອງບູຊາແທນຄວາມຜິດບາບເພື່ອກ່າວລົງໂທດພຣະເຢຊູຜູ້ທີ່ບໍ່ສອດຄ່ອງກັບຫຼັກຄຳສອນໃນພຣະຄຳພີຈົນຕາຍ. ພວກເຂົາບໍ່ແມ່ນລູກນ້ອງຂອງພຣະທຳທຸກໆຂໍ້ໃນພຣະຄຳພີບໍ?

ແລ້ວຄົນໃນປັດຈຸບັນນີ້ເດ? ພຣະຄຣິດໄດ້ລົງມາເພື່ອເປີດເຜີຍຄວາມຈິງ, ແຕ່ພວກເຂົາເລືອກທີ່ຈະຂັບໄລ່ພຣະອົງໃຫ້ອອກຈາກໂລກນີ້ ເພື່ອວ່າພວກເຂົາອາດໄດ້ຮັບສິດເຂົ້າສູ່ສະຫວັນ ແລະ ເພື່ອຮັບພຣະຄຸນ. ພວກເຂົາເລືອກທີ່ຈະປະຕິເສດການມາເຖິງຂອງຄວາມຈິງຢ່າງສົມບູນເພື່ອຮັກສາຜົນປະໂຫຍດຂອງພຣະຄຳພີ ແລະ ພວກເຂົາເລືອກທີ່ຈະຄຶງພຣະຄຣິດຜູ້ທີ່ກັບມາເປັນເນື້ອໜັງເທິງໄມ້ກາງແຂນອີກຄັ້ງ ເພື່ອຮັບຮອງການເປັນຢູ່ຊົ່ວນິດນິລັນຂອງພຣະຄຳພີ. ມະນຸດຈະສາມາດໄດ້ຮັບຄວາມລອດພົ້ນຂອງເຮົາໄດ້ແນວໃດ ເມື່ອຫົວໃຈຂອງເຂົາຊົ່ວຮ້າຍແບບນີ້ ແລະ ທຳມະຊາດຂອງເຂົາຕໍ່ຕ້ານເຮົາເຊັ່ນນີ້? ເຮົາອາໄສຢູ່ທ່າມກາງມະນຸດ, ແຕ່ມະນຸດບໍ່ຮູ້ເຖິງການເປັນຢູ່ຂອງເຮົາ. ເມື່ອເຮົາສ່ອງແສງສະຫວ່າງມາໃສ່ມະນຸດ, ເຂົາກໍ່ຍັງຄົງບໍ່ຮູ້ກ່ຽວກັບການເປັນຢູ່ຂອງເຮົາ. ເມື່ອເຮົາປ່ອຍຄວາມໂກດຮ້າຍຂອງເຮົາໃສ່ມະນຸດ, ເຂົາກໍ່ປະຕິເສດການເປັນຢູ່ຂອງເຮົາດ້ວຍກຳລັງທີ່ຫຼາຍກວ່າເດີມອີກ. ມະນຸດຄົ້ນຫາເພື່ອທີ່ຈະສາມາດເຂົ້າກັບພຣະທຳ ແລະ ເຂົ້າກັບພຣະຄຳພີ, ແຕ່ບໍ່ມີມະນຸດຄົນໃດມາຢູ່ຕໍ່ໜ້າເຮົາເພື່ອສະແຫວງຫາຄວາມສາມາດໃນການເຂົ້າກັບຄວາມຈິງ. ມະນຸດຫຼຽວເບິ່ງເຮົາທີ່ຢູ່ໃນສະຫວັນ ແລະ ມີຄວາມກັງວົນເປັນພິເສດຕໍ່ການເປັນຢູ່ຂອງເຮົາໃນສະຫວັນ, ແຕ່ບໍ່ມີຜູ້ໃດສົນໃຈເຮົາ ຜູ້ທີ່ຢູ່ໃນເນື້ອໜັງ ຍ້ອນວ່າເຮົາຜູ້ທີ່ອາໄສຢູ່ທ່າມກາງມະນຸດເປັນສິ່ງທີ່ບໍ່ສຳຄັນເກີນໄປ. ຄົນທີ່ພຽງແຕ່ສະແຫວງຫາເພື່ອເຂົ້າກັບພຣະທຳໃນພຣະຄຳພີ ແລະ ຄົນທີ່ພຽງແຕ່ສະແຫວງຫາເພື່ອເຂົ້າກັບພຣະເຈົ້າທີ່ເລື່ອນລອຍກໍ່ເປັນພາບທີ່ໜ້າສົມເພດຕໍ່ເຮົາ. ນັ້ນກໍ່ຍ້ອນວ່າ ສິ່ງທີ່ພວກເຂົານະມັດສະການແມ່ນພຣະທຳທີ່ຕາຍແລ້ວ ແລະ ເປັນພຽງພຣະເຈົ້າທີ່ສາມາດມອບຊັບສົມບັດທີ່ນັບບໍ່ຖ້ວນໃຫ້ກັບພວກເຂົາເທົ່ານັ້ນ; ສິ່ງທີ່ພວກເຂົານະມັດສະການແມ່ນພຣະເຈົ້າທີ່ວາງຕົນເອງຢູ່ໃນຄວາມເມດຕາຂອງມະນຸດ ເຊິ່ງເປັນພຣະເຈົ້າບໍ່ມີຕົວຕົນຢູ່ຈິງ. ແລ້ວມະນຸດແບບນັ້ນຈະສາມາດຮັບຫຍັງໄດ້ແດ່ຈາກເຮົາ? ມະນຸດຕ້ອຍຕໍ່າເກີນໄປສຳລັບພຣະທຳ. ຄົນທີ່ຕໍ່ຕ້ານເຮົາ, ຄົນທີ່ມີແຕ່ຮຽກຮ້ອງຢ່າງບໍ່ມີຂີດຈຳກັດ, ຄົນທີ່ບໍ່ມີຄວາມຮັກສຳລັບຄວາມຈິງ, ຄົນທີ່ກະບົດຕໍ່ເຮົາ, ພວກເຂົາຈະສາມາດເຂົ້າກັບເຮົາໄດ້ແນວໃດ?

ຄົນທີ່ຕໍ່ຕ້ານເຮົາແມ່ນຄົນທີ່ບໍ່ສາມາດເຂົ້າກັນກັບເຮົາໄດ້. ຄົນທີ່ບໍ່ຮັກຄວາມຈິງກໍ່ເປັນເຊັ່ນດຽວກັນ. ຄົນທີ່ກະບົດຕໍ່ເຮົາແຮງຕໍ່ຕ້ານເຮົາຫຼາຍຂຶ້ນ ແລະ ບໍ່ສາມາດເຂົ້າກັບເຮົາໄດ້. ເຮົາສົ່ງມອບທຸກຄົນທີ່ບໍ່ສາມາດເຂົ້າກັບເຮົາໄດ້ໃຫ້ແກ່ສິ່ງຊົ່ວຮ້າຍ ແລະ ເຮົາຈະປ່ອຍໃຫ້ພວກເຂົາຢູ່ໃນຄວາມເສື່ອມຊາມຂອງຄົນຊົ່ວຮ້າຍ, ມອບອິດສະຫຼະໃຫ້ພວກເຂົາເພື່ອເປີດເຜີຍຄວາມຊົ່ວຮ້າຍຂອງພວກເຂົາ ແລະ ໃນທີ່ສຸດກໍ່ຈະປ່ອຍໃຫ້ສິ່ງຊົ່ວຮ້າຍທັງຫຼາຍນັ້ນກືນກິນພວກເຂົາ. ເຮົາບໍ່ສົນໃຈວ່າມີເທົ່າໃດຄົນທີ່ນະມັດສະການເຮົາ ເຊິ່ງເວົ້າໄດ້ວ່າ ເຮົາບໍ່ສົນໃຈວ່າມີເທົ່າໃດຄົນທີ່ເຊື່ອໃນຕົວເຮົາ. ສິ່ງທີ່ເຮົາສົນໃຈກໍ່ຄືມີເທົ່າໃດຄົນທີ່ຈະສາມາດເຂົ້າກັບເຮົາໄດ້. ນັ້ນກໍ່ຍ້ອນວ່າ ທຸກຄົນທີ່ບໍ່ສາມາດເຂົ້າກັບເຮົາໄດ້ແມ່ນຄົນຊົ່ວຮ້າຍທີ່ຫັກຫຼັງເຮົາ; ພວກເຂົາຄືສັດຕູຂອງເຮົາ ແລະ ເຮົາຈະບໍ່ “ຕັ້ງສານບູຊາ” ໃຫ້ກັບສັດຕູຂອງເຮົາໃນເຮືອນຂອງເຮົາ. ຄົນທີ່ສາມາດເຂົ້າກັບເຮົາໄດ້ຈະຮັບໃຊ້ເຮົາໃນເຮືອນຂອງເຮົາຕະຫຼອດໄປ ແລະ ຄົນທີ່ວາງຕົນເປັນສັດຕູກັບເຮົາຈະຮັບການລົງໂທດຈາກເຮົາຕະຫຼອດໄປ. ຄົນທີ່ພຽງແຕ່ສົນໃຈພຣະທຳໃນພຣະຄຳພີ ແລະ ບໍ່ສົນໃຈກັບຄວາມຈິງ ຫຼື ສະແຫວງຫາບາດກ້າວຂອງເຮົາ, ພວກເຂົາຕໍ່ຕ້ານເຮົາ ຍ້ອນພວກເຂົາຈຳກັດເຮົາຕາມພຣະຄຳພີ ແລະ ຈຳກັດເຮົາໃຫ້ຢູ່ໃນພຣະຄຳພີເທົ່ານັ້ນ ແລະ ດ້ວຍເຫດນີ້ ພວກເຂົາຈຶ່ງໝິ່ນປະໝາດເຮົາຢ່າງສຸດຂີດ. ຄົນເຫຼົ່ານັ້ນຈະສາມາດມາຢູ່ຕໍ່ໜ້າເຮົາໄດ້ແນວໃດ? ພວກເຂົາບໍ່ສົນໃຈຕໍ່ການກະທຳຂອງເຮົາ ຫຼື ຄວາມປະສົງຂອງເຮົາ ຫຼື ຄວາມຈິງ, ແຕ່ກົງກັນຂ້າມ ພວກເຂົາຫຼົງໄຫຼໃນພຣະທຳ, ເຊິ່ງເປັນພຣະຄໍາທີ່ຈະຂ້າ. ຄົນເຫຼົ່ານັ້ນຈະສາມາດເຂົ້າກັບເຮົາໄດ້ແນວໃດ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະຄຣິດ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 296)

ຫຼັງຈາກຄວາມຈິງຂອງພຣະເຢຊູໄດ້ກາຍມາເປັນເນື້ອໜັງ, ມະນຸດກໍ່ເຊື່ອວ່າໃນສະຫວັນແມ່ນບໍ່ໄດ້ມີພຽງແຕ່ພຣະບິດາ, ແຕ່ຍັງມີພຣະບຸດ ແລະ ແມ່ນແຕ່ພຣະວິນຍານ. ນີ້ຄືແນວຄິດຕາມປະເພນີທີ່ມະນຸດມີ ຄືມີພຣະເຈົ້າແບບນີ້ທີ່ຢູ່ໃນສະຫວັນ: ພຣະເຈົ້າຕຣີເອການຸພາບທີ່ເປັນພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ. ມະນຸດຊາດທັງປວງມີແນວຄິດເຫຼົ່ານີ້: ພຣະເຈົ້າເປັນພຣະເຈົ້າອົງດຽວ, ແຕ່ປະກອບມີສາມພາກສ່ວນ ເຊິ່ງທຸກຄົນເຫຼົ່ານັ້ນທີ່ຝັງເລິກຢ່າງໜ້າເສົ້າໃຈຢູ່ກັບແນວຄິດດັ່ງເດີມຖືວ່າມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ. ມີພຽງແຕ່ສາມສ່ວນເຫຼົ່ານັ້ນລວມກັນເປັນໜຶ່ງເທົ່ານັ້ນ ຈຶ່ງຈະເປັນພຣະເຈົ້າທັງໝົດ. ຫາກປາສະຈາກພຣະບິດາບໍລິສຸດ, ພຣະເຈົ້າກໍຈະບໍ່ສົມບູນ. ໃນທຳນອງດຽວກັນ, ພຣະເຈົ້າກໍຈະບໍ່ສົມບູນເຊັ່ນກັນ ຖ້າປາສະຈາກພຣະບຸດ ຫຼື ພຣະວິນຍານບໍລິສຸດ. ໃນແນວຄິດຂອງພວກເຂົາ, ພວກເຂົາເຊື່ອວ່າ ພຣະບິດາພຽງອົງດຽວ ຫຼື ພຣະບຸດພຽງອົງດຽວ ບໍ່ສາມາດຖືວ່າເປັນພຣະເຈົ້າໄດ້. ມີພຽງແຕ່ພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດຮ່ວມກັນເທົ່ານັ້ນ ຈຶ່ງຖືວ່າເປັນພຣະເຈົ້າເອງ. ບັດນີ້ ຜູ້ເຊື່ອສາສະໜາທຸກຄົນ ແລະ ແມ່ນແຕ່ຜູ້ຕິດຕາມແຕ່ລະຄົນທີ່ຢູ່ທ່າມກາງພວກເຈົ້າ ແມ່ນມີຄວາມເຊື່ອແບບນີ້. ແຕ່ສຳລັບເລື່ອງທີ່ວ່າ ຄວາມເຊື່ອນີ້ຖືກຕ້ອງ ຫຼື ບໍ່ນັ້ນ, ບໍ່ມີໃຜສາມາດອະທິບາຍໄດ້ ຍ້ອນພວກເຈົ້າສັບສົນກ່ຽວກັບເລື່ອງຂອງພຣະເຈົ້າເອງຢູ່ສະເໝີ. ເຖິງແມ່ນສິ່ງເຫຼົ່ານີ້ຄືແນວຄິດ, ພວກເຈົ້າກໍບໍ່ຮູ້ວ່າ ສິ່ງເຫຼົ່ານີ້ຖືກ ຫຼື ຜິດ, ຍ້ອນວ່າພວກເຈົ້າຖືກກະທົບໂດຍແນວຄິດທາງສາສະໜາຢ່າງຮຸນແຮງເກີນໄປ. ພວກເຈົ້າໄດ້ຮັບເອົາແນວຄິດຕາມປະເພນີຂອງສາສະໜາຫຼາຍເກີນໄປ ແລະ ພິດນີ້ກໍໄດ້ຊຶມລົງເລິກເຂົ້າພາຍໃນຕົວພວກເຈົ້າ. ສະນັ້ນ, ໃນເລື່ອງນີ້ເຊັ່ນກັນ ພວກເຈົ້າແມ່ນໄດ້ຍອມຈໍານົນຕໍ່ອິດທິພົນທີ່ເປັນອັນຕະລາຍນີ້, ຍ້ອນພຣະເຈົ້າຕຣີເອການຸພາບບໍ່ມີຢູ່ຈິງແທ້ໆ. ນັ້ນກໍຄື ພຣະເຈົ້າຕຣີເອການຸພາບທີ່ມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດນັ້ນບໍ່ມີຢູ່ຈິງແທ້ໆ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນແນວຄິດຕາມປະເພນີຂອງມະນຸດ ແລະ ຄວາມເຊື່ອທີ່ບໍ່ຖືກຕ້ອງຂອງມະນຸດ. ຕະຫຼອດຫຼາຍສັດຕະວັດ, ມະນຸດໄດ້ເຊື່ອໃນພຣະເຈົ້າຕຣີເອການຸພາບນີ້, ເນລະມິດຂຶ້ນຈາກແນວຄິດທີ່ຢູ່ໃນຄວາມຄິດຂອງມະນຸດ, ປັ້ນແຕ່ງຂຶ້ນໂດຍມະນຸດ ແລະ ເປັນສິ່ງທີ່ມະນຸດບໍ່ເຄີຍເຫັນມາກ່ອນ. ຕະຫຼອດເວລາຫຼາຍປີທີ່ຜ່ານມາ, ມີຜູ້ອະທິບາຍພຣະຄຳພີຫຼາຍຄົນທີ່ໄດ້ອະທິບາຍ “ຄວາມໝາຍແທ້ຈິງ” ຂອງພຣະເຈົ້າຕຣີເອການຸພາບ, ແຕ່ການອະທິບາຍດັ່ງກ່າວກ່ຽວກັບພຣະເຈົ້າຕຣີເອການຸພາບວ່າມີຕົວຕົນສາມຢ່າງທີ່ແຕກຕ່າງກັນໃນຮ່າງກາຍດຽວແມ່ນບໍ່ແນ່ນອນ ແລະ ບໍ່ຊັດເຈນ ແລະ ຜູ້ຄົນລ້ວນແລ້ວແຕ່ສັບສົນກັບ “ໂຄງສ້າງ” ຂອງພຣະເຈົ້າ. ບໍ່ມີມະນຸດທີ່ຍິ່ງໃຫຍ່ຄົນໃດເຄີຍອະທິບາຍໄດ້ຢ່າງລະອຽດ; ການອະທິບາຍສ່ວນໃຫຍ່ແມ່ນພຽງຜ່ານມາດຕະຖານໃນເລື່ອງຂອງການໃຫ້ເຫດຜົນ ແລະ ບົດຄວາມ, ແຕ່ບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ມີຄວາມເຂົ້າໃຈກ່ຽວກັບຄວາມໝາຍນີ້ໄດ້ຢ່າງຊັດເຈນສົມບູນ. ນີ້ກໍຍ້ອນວ່າ ພຣະເຈົ້າຕຣີເອການຸພາບທີ່ຍິ່ງໃຫຍ່ ຢູ່ໃນຫົວໃຈຂອງມະນຸດນັ້ນແມ່ນບໍ່ມີຈິງແທ້ໆ. ຍ້ອນວ່າ ບໍ່ມີໃຜເຄີຍເຫັນໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ຫຼື ໂຊກດີພໍທີ່ຈະຂຶ້ນໄປຢ້ຽມຢາມບ່ອນຢູ່ອາໄສຂອງພຣະເຈົ້າເພື່ອກວດສອບສິ່ງທີ່ມີຢູ່ໃນບ່ອນທີ່ພຣະເຈົ້ານອນ, ເພື່ອສໍາຫຼວດເບິ່ງວ່າມີຈັກສິບພັນຄົນ ຫຼື ມີຈັກຮ້ອຍລ້ານຮຸ່ນຄົນອາໄສຢູ່ “ເຮືອນຂອງພຣະເຈົ້າ” ຫຼື ສືບສວນວ່າ ມີເທົ່າໃດພາກສ່ວນທີ່ປະກອບເຂົ້າເປັນໂຄງສ້າງໂດຍທຳມະຊາດຂອງພຣະເຈົ້າ. ສິ່ງຫຼັກໆທີ່ຕ້ອງການກວດສອບຄືສິ່ງນີ້: ອາຍຸຂອງພຣະບິດາ ແລະ ພຣະບຸດ ພ້ອມທັງພຣະວິນຍານບໍລິສຸດ; ການປາກົດຕົວຂອງແຕ່ລະຕົວຕົນ; ທັງສາມພຣະອົງແຍກອອກຈາກກັນແນວໃດແທ້ໆ ແລະ ພຣະອົງທັງສາມຖືກເຮັດໃຫ້ກາຍເປັນໜຶ່ງໄດ້ແນວໃດ. ຊ່າງໂຊກບໍ່ດີແທ້ໆ, ໃນຕະຫຼອດຫຼາຍປີເຫຼົ່ານີ້, ບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ເຄີຍສາມາດກຳນົດຄວາມຈິງຂອງເລື່ອງເຫຼົ່ານີ້ໄດ້. ສິ່ງເຫຼົ່ານັ້ນລ້ວນແລ້ວແຕ່ເປັນການເດົາເທົ່ານັ້ນ ຍ້ອນບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ເຄີຍຂຶ້ນໄປຢ້ຽມຢາມສະຫວັນ ແລະ ກັບມາພ້ອມກັບ “ບົດລາຍງານສືບສວນ” ເພື່ອໃຫ້ມະນຸດຊາດທັງປວງໄດ້ລາຍງານເຖິງຄວາມຈິງກ່ຽວກັບບັນຫານີ້ຕໍ່ຜູ້ເຊື່ອສາສະໜາທຸກຄົນທີ່ຮ້ອນຮົນ ແລະ ມີສັດທາແຮງກ້າກ່ຽວກັບພຣະເຈົ້າຕຣີເອການຸພາບ. ແນ່ນອນ, ບໍ່ສາມາດກ່າວໂທດມະນຸດທີ່ມີແນວຄິດແບບນັ້ນ ຍ້ອນວ່າ ເປັນຫຍັງພຣະເຢໂຮວາ ພຣະບິດາຈຶ່ງບໍ່ໃຫ້ພຣະເຢຊູພຣະບຸດຢູ່ກັບພຣະອົງ ເມື່ອພຣະອົງສ້າງມະນຸດຊາດ? ໃນຕອນເລີ່ມຕົ້ນ ຖ້າທຸກສິ່ງດຳເນີນໄປດ້ວຍນາມຂອງພຣະເຢໂຮວາ, ມັນກໍຈະດີກວ່ານີ້. ຖ້າຕ້ອງກ່າວໂທດ, ໃຫ້ກ່າວໂທດໃສ່ການລະເລີຍຊົ່ວໄລຍະໜຶ່ງຂອງພຣະເຈົ້າເຢໂຮວາ ທີ່ພຣະອົງບໍ່ເອີ້ນພຣະບຸດ ແລະ ພຣະວິນຍານບໍລິສຸດໃຫ້ມາຢູ່ຕໍ່ໜ້າພຣະອົງໃນເວລາແຫ່ງການເນລະມິດສ້າງ, ແຕ່ກົງກັນຂ້າມ ພຣະອົງປະຕິບັດພາລະກິດຂອງພຣະອົງພຽງຜູ້ດຽວ. ຖ້າພຣະອົງທັງສາມລ້ວນແລ້ວແຕ່ປະຕິບັດພາລະກິດໃນເວລາດຽວກັນ, ແລ້ວພຣະອົງທັງສາມຈະບໍ່ກາຍເປັນໜຶ່ງບໍ? ຕັ້ງແຕ່ຕົ້ນຈົນຈົບ, ຖ້າມີພຽງແຕ່ນາມຂອງພຣະເຢໂຮວາ ແລະ ບໍ່ມີນາມຂອງພຣະເຢຊູຈາກຍຸກແຫ່ງພຣະຄຸນ ຫຼື ຖ້າພຣະອົງຍັງຖືກເອີ້ນວ່າພຣະເຢໂຮວາ, ແລ້ວພຣະເຈົ້າຈະບໍ່ໄດ້ຖືກຫຼີກເວັ້ນຈາກການທົນທຸກກັບການແບ່ງແຍກໂດຍມະນຸດຊາດບໍ? ເພື່ອໃຫ້ແນ່ໃຈ ພຣະເຢໂຮວາຈະບໍ່ຖືກກ່າວໂທດຍ້ອນສິ່ງນີ້ທັງໝົດ; ຖ້າຕ້ອງກ່າວໂທດ, ກໍຕ້ອງກ່າວໂທດໃສ່ພຣະວິນຍານບໍລິສຸດ ຜູ້ທີ່ສືບຕໍ່ພາລະກິດຂອງພຣະອົງເປັນເວລາຫຼາຍພັນປີດ້ວຍໃນນາມຂອງພຣະເຢໂຮວາ, ຂອງພຣະເຢຊູ ແລະ ແມ່ນແຕ່ຂອງພຣະວິນຍານບໍລິສຸດ, ເຮັດໃຫ້ມະນຸດມຶນງົງ ແລະ ສັບສົນ ຈົນມະນຸດບໍ່ຮູ້ຈັກວ່າແມ່ນໃຜຄືພຣະເຈົ້າກັນແທ້. ຖ້າພຣະວິນຍານບໍລິສຸດປະຕິບັດພາລະກິດດ້ວຍພຣະອົງເອງໂດຍປາສະຈາກຮູບຮ່າງ ຫຼື ລັກສະນະ ແລະ ຍິ່ງໄປກວ່ານັ້ນ ໂດຍປາສະຈາກຊື່ ເຊັ່ນ: ພຣະເຢຊູ ແລະ ມະນຸດບໍ່ສາມາດສຳຜັດໄດ້ ຫຼື ເຫັນພຣະອົງ, ພຽງແຕ່ໄດ້ຍິນສຽງຟ້າຮ້ອງ, ແລ້ວພາລະກິດປະເພດນີ້ຈະບໍ່ເປັນປະໂຫຍດຕໍ່ມະນຸດຊາດຫຼາຍກວ່າບໍ? ແລ້ວຈະສາມາດເຮັດຫຍັງໄດ້ແດ່ໃນຕອນນີ້? ແນວຄິດຂອງມະນຸດໄດ້ສະສົມສູງສໍ່າພູເຂົາ ແລະ ກວ້າງສໍ່າທະເລ, ຈົນເຖິງຂັ້ນທີ່ວ່າ ພຣະເຈົ້າແຫ່ງປັດຈຸບັນບໍ່ອົດທົນຕໍ່ແນວຄິດເຫຼົ່ານັ້ນອີກຕໍ່ໄປ ແລະ ເຮັດຫຍັງບໍ່ຖືກເລີຍ. ໃນອະດີດ ເມື່ອມີພຣະເຢໂຮວາ, ພຣະເຢຊູ ແລະ ມີພຣະວິນຍານບໍລິສຸດທີ່ຢູ່ໃນທ່າມກາງຂອງສອງພຣະອົງ, ມະນຸດແມ່ນເຮັດຫຍັງບໍ່ຖືກກ່ຽວກັບວິທີຮັບມື ແລະ ປັດຈຸບັນ ພັດມີອົງຊົງລິດທານຸພາບສູງສຸດເພິ່ມອີກ ຜູ້ທີ່ເວົ້າໄດ້ວ່າເປັນສ່ວນໜຶ່ງຂອງພຣະເຈົ້າອີກຄົນ. ແມ່ນໃຜແດ່ທີ່ຮູ້ຈັກວ່າພຣະອົງແມ່ນໃຜ ແລະ ພຣະອົງເປັນລັກປະປົນໄປກັບຕົວຕົນໃດຂອງພຣະເຈົ້າຕຣີເອການຸພາບ ຫຼື ລີ້ຢູ່ພາຍໃນເປັນເວລາຈັກປີ? ມະນຸດຈະສາມາດແບກຮັບສິ່ງນີ້ໄດ້ແນວໃດ? ພຣະເຈົ້າຕຣີເອການຸພາບຢ່າງດຽວແມ່ນພຽງພໍທີ່ຈະເຮັດໃຫ້ມະນຸດໃຊ້ທັງຊີວິດເພື່ອອະທິບາຍ, ແຕ່ປັດຈຸບັນນີ້ ມີ “ພຣະເຈົ້າໜຶ່ງອົງໃນສີ່ຕົວຕົນ”. ແລ້ວຈະອະທິບາຍສິ່ງນີ້ໄດ້ແນວໃດ? ເຈົ້າສາມາດອະທິບາຍສິ່ງນີ້ບໍ? ອ້າຍເອື້ອຍນ້ອງເອີຍ! ພວກເຈົ້າເຊື່ອໃນພຣະເຈົ້າປະເພດດັ່ງກ່າວຈົນເຖິງປັດຈຸບັນໄດ້ແນວໃດ? ເຮົາຊື່ນຊົມພວກເຈົ້າຫຼາຍ. ພຣະເຈົ້າຕຣີເອການຸພາບກໍພໍທີ່ຈະຮັບໄດ້; ພວກເຈົ້າຈະສາມາດສືບຕໍ່ມີຄວາມເຊື່ອຢ່າງໝັ້ນຄົງໃນພຣະເຈົ້າໜຶ່ງອົງໃນສີ່ຕົວຕົນໄດ້ແນວໃດ? ພວກເຈົ້າຖືກຜັກດັນໃຫ້ອອກໄປ, ແຕ່ພວກເຈົ້າປະຕິເສດ. ຊ່າງເຫຼືອເຊື່ອ! ພວກເຈົ້າຈັງແມ່ນຄັກຫຼາຍ! ບຸກຄົນໜຶ່ງເຖິງກັບເຊື່ອໃນພຣະເຈົ້າສີ່ອົງ ແລະ ບໍ່ເຂົ້າໃຈໃນສິ່ງນັ້ນເລີຍ; ພວກເຈົ້າບໍ່ຄິດບໍວ່າ ນີ້ຄືສິ່ງອັດສະຈັນ? ເມື່ອຫຼຽວເບິ່ງເຈົ້າ, ບໍ່ມີຜູ້ໃດຈະຮູ້ວ່າພວກເຈົ້າສາມາດເຮັດການອັດສະຈັນທີ່ຍິ່ງໃຫຍ່ແບບນັ້ນໄດ້! ຕາມຄວາມຈິງແລ້ວ ເຮົາຂໍບອກພວກເຈົ້າວ່າ ພຣະເຈົ້າຕຣີເອການຸພາບບໍ່ມີຢູ່ຈິງບໍ່ວ່າຢູ່ບ່ອນໃດກໍຕາມໃນຈັກກະວານນີ້. ພຣະເຈົ້າບໍ່ມີພຣະບິດາ ແລະ ບໍ່ມີພຣະບຸດ, ແຮງໄກທີ່ຈະມີແນວຄິດທີ່ພຣະບິດາ ແລະ ພຣະບຸດຮ່ວມກັນໃຊ້ພຣະວິນຍານບໍລິສຸດເປັນເຄື່ອງມື. ທຸກສິ່ງເຫຼົ່ານີ້ແມ່ນຄວາມເຊື່ອທີ່ຜິດທີ່ສຸດໃນໂລກນີ້ ແລະ ພຽງແຕ່ບໍ່ມີຢູ່ຈິງ! ເຖິງຢ່າງໃດກໍຕາມ ຄວາມເຊື່ອທີ່ຜິດແມ່ນມີຕົ້ນກຳເນີດຂອງມັນ ແລະ ບໍ່ແມ່ນວ່າບໍ່ມີພື້ນຖານຫຍັງທັງໝົດ, ຍ້ອນວ່າ ຄວາມຄິດຂອງພວກເຈົ້າບໍ່ທຳມະດາ ແລະ ຄວາມຄິດຂອງພວກເຈົ້າບໍ່ໄດ້ປາສະຈາກເຫດຜົນ. ກົງກັນຂ້າມ, ພວກມັນຂ້ອນຂ້າງເໝາະສົມ ແລະ ສະຫຼາດພໍສົມຄວນ ຈົນພວກມັນສາມາດຕໍ່ຕ້ານແມ່ນແຕ່ກັບຊາຕານ. ໜ້າເວດທະນາກໍຄື ຄວາມຄິດເຫຼົ່ານີ້ແມ່ນຄວາມຄິດຜິດທັງໝົດ ແລະ ບໍ່ມີຢູ່ຈິງແທ້ໆ! ພວກເຈົ້າບໍ່ໄດ້ເຫັນຄວາມຈິງທີ່ແທ້ຈິງເລີຍ; ພວກເຈົ້າພຽງແຕ່ສ້າງການຄາດເດົາ ແລະ ຈິນຕະນາການຂຶ້ນ, ແລ້ວກໍປັ້ນແຕ່ງມັນໃຫ້ເປັນເລື່ອງລາວເພື່ອຫຼອກລວງເອົາຄວາມໄວ້ວາງໃຈຂອງຄົນອື່ນ ແລະ ເພື່ອມີອຳນາດເໜືອມະນຸດທີ່ໂງ່ຈ້າ ທີ່ສຸດ ທີ່ຂາດສະຕິປັນຍາ ຫຼື ເຫດຜົນ, ເພື່ອວ່າພວກເຂົາຈະເຊື່ອໃນ “ຄຳສັ່ງສອນອັນຊ່ຽວຊານ” ທີ່ຍິ່ງໃຫຍ່ ແລະ ມີຊື່ສຽງຂອງພວກເຈົ້າ. ນີ້ແມ່ນຄວາມຈິງບໍ? ນີ້ແມ່ນຫົນທາງແຫ່ງຊີວິດທີ່ມະນຸດຄວນໄດ້ຮັບບໍ? ມັນໄຮ້ສາລະທັງໝົດ! ບໍ່ມີແມ່ນແຕ່ຄຳເວົ້າດຽວທີ່ເໝາະສົມ! ຕະຫຼອດຫຼາຍປີທີ່ຜ່ານມາ, ພຣະເຈົ້າຖືກພວກເຈົ້າແຍກອອກໃນລັກສະນະນີ້, ຖືກແຍກອອກໃຫ້ໄກອອກໄປເລື້ອຍໆໃນແຕ່ລະຮຸ່ນຄົນ, ຈົນເຖິງຂັ້ນທີ່ວ່າພຣະເຈົ້າອົງດຽວຖືກແບ່ງອອກເປັນພຣະເຈົ້າສາມອົງຢ່າງເປີດເຜີຍ. ແລ້ວບັດນີ້ ມັນກໍເປັນໄປບໍ່ໄດ້ສຳລັບມະນຸດທີ່ຈະລວມພຣະເຈົ້າໃຫ້ເຂົ້າເປັນໜຶ່ງດຽວ, ຍ້ອນພວກເຈົ້າໄດ້ແຍກພຣະອົງອອກດີເກີນໄປ! ຖ້າບໍ່ແມ່ນເພື່ອພາລະກິດອັນຮີບດ່ວນຂອງເຮົາ ກ່ອນທີ່ມັນຈະຊ້າເກີນໄປ, ມັນຍາກທີ່ຈະເວົ້າໄດ້ວ່າ ອີກດົນປານໃດພວກເຈົ້າຈະສືບຕໍ່ປະຕິບັດແບບນີ້ຢ່າງບໍ່ມີຢາງອາຍ! ຖ້າຈະສືບຕໍ່ແຍກພຣະເຈົ້າອອກໃນລັກສະນະນີ້, ພຣະອົງຈະຍັງເປັນພຣະເຈົ້າຂອງພວກເຈົ້າຢູ່ບໍ? ພວກເຈົ້າຍັງຈະຮັບຮູ້ພຣະເຈົ້າຢູ່ບໍ? ພວກເຈົ້າຍັງຈະພົບເຫັນຕົ້ນກຳເນີດຂອງພຣະອົງຢູ່ບໍ? ຖ້າເຮົາມາເຖິງຊ້າກວ່ານີ້, ມັນເປັນໄປໄດ້ທີ່ພວກເຈົ້າຈະສົ່ງ “ພຣະບິດາ ແລະ ພຣະບຸດ”, ພຣະເຢໂຮວາ ແລະ ພຣະເຢຊູກັບຄືນສູ່ອິດສະຣາເອນ ແລະ ອ້າງວ່າ ພວກເຈົ້າເອງເປັນສ່ວນໜຶ່ງຂອງພຣະເຈົ້າ. ຍັງໂຊກດີ, ປັດຈຸບັນນີ້ ຄືຍຸກສຸດທ້າຍ. ໃນທີ່ສຸດ, ມື້ທີ່ເຮົາໄດ້ລໍຖ້າມາດົນກໍມາເຖິງແລ້ວ ແລະ ພຽງແຕ່ຫຼັງຈາກທີ່ເຮົາປະຕິບັດພາລະກິດຂັ້ນຕອນນີ້ດ້ວຍມືຂອງເຮົາເອງ ການທີ່ພວກເຈົ້າແຍກພຣະເຈົ້າເອງອອກກໍຈະຢຸດ. ຖ້າບໍ່ແມ່ນຍ້ອນສິ່ງນີ້, ພວກເຈົ້າກໍຈະຮ້າຍແຮງຂຶ້ນ ເຖິງກັບຍົກຊາຕານທຸກຕົນຢູ່ທ່າມກາງພວກເຈົ້າຂຶ້ນເທິງໂຕະເພື່ອນະມັດສະການ. ນີ້ແມ່ນອຸບາຍຂອງພວກເຈົ້າ! ນີ້ແມ່ນວິທີການທີ່ພວກເຈົ້າແຍກພຣະເຈົ້າ! ພວກເຈົ້າຈະສືບຕໍ່ເຮັດແບບນັ້ນຢູ່ບໍໃນຕອນນີ້? ໃຫ້ເຮົາຖາມພວກເຈົ້າວ່າ: ມີພຣະເຈົ້າຈັກອົງ? ພຣະເຈົ້າອົງໃດທີ່ຈະນໍາຄວາມລອດພົ້ນມາສູ່ພວກເຈົ້າ? ເປັນພຣະເຈົ້າອົງທຳອິດ, ອົງທີສອງ ຫຼື ອົງທີສາມທີ່ພວກເຈົ້າອະທິຖານຫາຢູ່ສະເໝີ? ພວກເຈົ້າເຊື່ອໃນພຣະເຈົ້າອົງໃດຢູ່ຕະຫຼອດເວລາ? ເປັນພຣະບິດາບໍ? ຫຼື ພຣະບຸດ? ຫຼື ເປັນພຣະວິນຍານບໍລິສຸດ? ໃຫ້ບອກເຮົາແດ່ວ່າແມ່ນໃຜທີ່ເຈົ້າເຊື່ອ. ເຖິງແມ່ນດ້ວຍເຈົ້າເວົ້າທຸກຄຳວ່າເຈົ້າເຊື່ອໃນພຣະເຈົ້າ, ສິ່ງທີ່ພວກເຈົ້າເຊື່ອແທ້ໆແມ່ນສະໝອງຂອງພວກເຈົ້າເອງ! ພວກເຈົ້າແມ່ນບໍ່ມີພຣະເຈົ້າຢູ່ໃນຫົວໃຈຂອງພວກເຈົ້າແທ້ໆ! ແຕ່ ໃນຄວາມຄິດຂອງພວກເຈົ້າແມ່ນມີ ພຣະເຈົ້າຕຣີເອການຸພາບ ຢູ່ຢ່າງຫຼວງຫຼາຍ! ພວກເຈົ້າບໍ່ເຫັນດີນໍາບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າຕຣີເອການຸພາບມີແທ້ບໍ?

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 297)

ຖ້າສາມຂັ້ນຕອນຂອງພາລະກິດຖືກປະເມີນຕາມແນວຄິດນີ້ທີ່ວ່າ ມີພຣະເຈົ້າຕຣີເອການຸພາບ, ດັ່ງນັ້ນ ກໍຕ້ອງມີພຣະເຈົ້າສາມພຣະອົງ ເພາະວ່າ ພາລະກິດທີ່ແຕ່ລະພຣະອົງປະຕິບັດແມ່ນບໍ່ຄືກັນ. ຖ້າມີຜູ້ໃດກໍຕາມໃນທ່າມກາງພວກເຈົ້າເວົ້າວ່າ ພຣະເຈົ້າສາມພຣະພາກມີແທ້ຈິງຢ່າງແນ່ນອນ, ແລ້ວໃຫ້ອະທິບາຍວ່າ ພຣະເຈົ້າໜຶ່ງດຽວທີ່ຢູ່ໃນສາມຕົວຕົນນີ້ແມ່ນຫຍັງແທ້ໆ. ແມ່ນຫຍັງຄືພຣະບິດາບໍລິສຸດ? ພຣະບຸດແມ່ນຫຍັງ? ພຣະວິນຍານບໍລິສຸດແມ່ນຫຍັງ? ພຣະເຢໂຮວາແມ່ນພຣະບິດາບໍລິສຸດບໍ? ພຣະເຢຊູແມ່ນພຣະບຸດບໍ? ແລ້ວພຣະວິນຍານບໍລິສຸດເດ? ພຣະບິດາບໍ່ແມ່ນພຣະວິນຍານບໍ? ແກ່ນແທ້ຂອງພຣະບຸດບໍ່ແມ່ນພຣະວິນຍານເຊັ່ນກັນບໍ? ພາລະກິດຂອງພຣະເຢຊູບໍ່ແມ່ນພາລະກິດຂອງພຣະວິນຍານບໍລິສຸດບໍ? ພາລະກິດຂອງພຣະເຢໂຮວາໃນເວລານັ້ນ ບໍ່ໄດ້ຖືກປະຕິບັດໂດຍພຣະວິນຍານຄືກັນກັບພຣະເຢຊູບໍ? ພຣະເຈົ້າສາມາດມີພຣະວິນຍານໄດ້ຈັກອົງ? ອີງຕາມຄຳອະທິບາຍຂອງເຈົ້າ, ສາມຕົວຕົນທີ່ມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດແມ່ນອັນໜຶ່ງອັນດຽວກັນ; ຖ້າເປັນແບບນີ້ ແລ້ວກໍມີພຣະວິນຍານສາມອົງ, ແຕ່ການມີພຣະວິນຍານສາມອົງແມ່ນໝາຍຄວາມວ່າມີພຣະເຈົ້າສາມອົງ. ສິ່ງນີ້ໝາຍຄວາມວ່າບໍ່ມີພຣະເຈົ້າທີ່ແທ້ຈິງໜຶ່ງດຽວ; ພຣະເຈົ້າປະເພດນີ້ຈະຍັງສາມາດມີແກ່ນແທ້ໂດຍທຳມະຊາດຂອງພຣະເຈົ້າໄດ້ແນວໃດ? ຖ້າເຈົ້າຍອມຮັບວ່າ ມີແຕ່ພຣະເຈົ້າພຽງໜຶ່ງດຽວ, ແລ້ວພຣະອົງຈະສາມາດມີລູກຊາຍ ແລະ ເປັນບິດາໄດ້ແນວໃດ? ສິ່ງເຫຼົ່ານີ້ບໍ່ແມ່ນລ້ວນແລ້ວແຕ່ເປັນແນວຄິດຂອງເຈົ້າບໍ? ມີພຣະເຈົ້າພຽງໜຶ່ງດຽວ, ມີພຽງຕົວຕົນໜຶ່ງດຽວໃນພຣະເຈົ້າອົງນີ້ ແລະ ມີພຽງພຣະວິນຍານອົງດຽວຂອງພຣະເຈົ້າເທົ່ານັ້ນ ດັ່ງທີ່ໄດ້ຂຽນລົງໃນພຣະຄຳພີວ່າ “ມີພຣະວິນຍານບໍລິສຸດພຽງໜຶ່ງດຽວ ແລະ ມີພຣະເຈົ້າພຽງໜຶ່ງດຽວ”. ບໍ່ວ່າພຣະບິດາ ແລະ ພຣະບຸດທີ່ເຈົ້າກ່າວເຖິງນັ້ນມີຢູ່ຈິງ ຫຼື ບໍ່, ໃນທີ່ສຸດແລ້ວກໍມີພຽງແຕ່ພຣະເຈົ້າໜຶ່ງດຽວ ແລະ ແກ່ນແທ້ແທ້ຂອງພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດທີ່ພວກເຈົ້າເຊື່ອກໍ່ເປັນແກ່ນແທ້ຂອງພຣະວິນຍານບໍລິສຸດ. ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າເປັນພຣະວິນຍານ, ແຕ່ພຣະອົງສາມາດກາຍເປັນເນື້ອໜັງ ແລະ ດຳລົງຊີວິດທ່າມກາງມະນຸດ ພ້ອມທັງຢູ່ເໜືອສິ່ງທັງປວງ. ພຣະວິນຍານຂອງພຣະອົງປົກຄຸມທຸກສິ່ງ ແລະ ຢູ່ທຸກຫົນທຸກແຫ່ງ. ພຣະອົງສາມາດຢູ່ໃນເນື້ອໜັງ ແລະ ຢູ່ທົ່ວທັງຈັກກະວານໃນເວລາດຽວກັນ. ໃນເມື່ອທຸກຄົນເວົ້າວ່າ ພຣະເຈົ້າເປັນພຣະເຈົ້າໜຶ່ງດຽວທີ່ແທ້ຈິງ, ດັ່ງນັ້ນກໍຈະມີພຽງພຣະເຈົ້າໜຶ່ງດຽວ ເຊິ່ງບໍ່ມີໃຜສາມາດແບ່ງແຍກອອກໄດ້ຕາມອຳເພີໃຈ! ພຣະເຈົ້າເປັນພຣະວິນຍານໜຶ່ງດຽວເທົ່ານັ້ນ ແລະ ມີອົງດຽວເທົ່ານັ້ນ; ແລະ ນັ້ນກໍແມ່ນພຣະວິນຍານຂອງພຣະເຈົ້າ. ຖ້າເປັນຄືດັ່ງເຈົ້າເວົ້າວ່າ ມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ, ແລ້ວພວກອົງທັງສາມບໍ່ແມ່ນພຣະເຈົ້າສາມອົງບໍ? ພຣະວິນຍານບໍລິສຸດເປັນເລື່ອງໜຶ່ງ, ພຣະບຸດອີກເລື່ອງໜຶ່ງ ແລະ ພຣະບິດາກໍເປັນອີກເລື່ອງໜຶ່ງ. ຕົວຕົນຂອງທັງສາມພຣະອົງແມ່ນແຕກຕ່າງກັນ ແລະ ແກ່ນແທ້ຂອງພຣະອົງທັງສາມກໍ່ແຕກຕ່າງກັນ. ແລ້ວທັງສາມພຣະອົງຈະເປັນສ່ວນໜຶ່ງຂອງພຣະເຈົ້າໜຶ່ງດຽວໄດ້ແນວໃດ? ພຣະວິນຍານບໍລິສຸດເປັນພຣະວິນຍານ; ສິ່ງນີ້ງ່າຍສຳລັບມະນຸດທີ່ຈະເຂົ້າໃຈ. ຖ້າເປັນແບບນີ້, ແລ້ວພຣະບິດາກໍຍິ່ງເປັນພຣະວິນຍານຫຼາຍກວ່າ. ພຣະອົງບໍ່ເຄີຍລົງມາເທິງແຜ່ນດິນໂລກ ແລະ ບໍ່ເຄີຍກາຍເປັນເນື້ອໜັງຈັກເທື່ອ; ພຣະອົງເປັນພຣະເຈົ້າເຢໂຮວາທີ່ຢູ່ໃນຫົວໃຈຂອງມະນຸດ ແລະ ພຣະອົງເປັນພຣະວິນຍານເຊັ່ນກັນຢ່າງແນ່ນອນ. ແລ້ວແມ່ນຫຍັງຄືຄວາມສຳພັນລະຫວ່າງພຣະອົງ ແລະ ພຣະວິນຍານບໍລິສຸດ? ມັນແມ່ນຄວາມສຳພັນລະຫວ່າງພຣະບິດາ ແລະ ພຣະບຸດບໍ? ຫຼື ມັນບໍ່ແມ່ນຄວາມສຳພັນລະຫວ່າງພຣະວິນຍານບໍລິສຸດ ແລະ ພຣະວິນຍານຂອງພຣະບິດາບໍ? ແກ່ນແທ້ຂອງພຣະວິນຍານແຕ່ລະອົງຄືກັນບໍ? ຫຼື ພຣະວິນຍານບໍລິສຸດແມ່ນເຄື່ອງມືຂອງພຣະບິດາບໍ? ຈະສາມາດອະທິບາຍສິ່ງນີ້ໄດ້ແນວໃດ? ແລ້ວແມ່ນຫຍັງຄືຄວາມສຳພັນລະຫວ່າງພຣະບຸດ ແລະ ພຣະວິນຍານບໍລິສຸດ? ມັນເປັນຄວາມສຳພັນລະຫວ່າງພຣະວິນຍານສອງອົງບໍ ຫຼື ຄວາມສຳພັນລະຫວ່າງມະນຸດ ແລະ ພຣະວິນຍານ? ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນເລື່ອງທີ່ບໍ່ມີຄຳອະທິບາຍ! ຖ້າທັງສາມພຣະອົງລ້ວນແລ້ວແຕ່ເປັນພຣະວິນຍານໜຶ່ງດຽວ, ແລ້ວຈະບໍ່ມີການເວົ້າເຖິງສາມຕົວຕົນ, ຍ້ອນທັງສາມພຣະອົງມີພຣະວິນຍານໜຶ່ງດຽວ. ຖ້າທັງສາມພຣະອົງມີຕົວຕົນທີ່ແຕກຕ່າງກັນ, ແລ້ວພຣະວິນຍານຂອງທັງສາມພຣະອົງກໍຈະມີກຳລັງທີ່ຫຼາກຫຼາຍ ແລະ ທັງສາມພຣະອົງແມ່ນຈະບໍ່ສາມາດເປັນພຣະວິນຍານໜຶ່ງດຽວໄດ້. ແນວຄິດທີ່ວ່າ ມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດແມ່ນບໍ່ສົມເຫດສົມຜົນທີ່ສຸດ! ສິ່ງນີ້ເປັນການແບ່ງພຣະເຈົ້າ ແລະ ແຍກພຣະອົງອອກເປັນສາມຕົວຕົນ ເຊິ່ງແຕ່ລະຕົວຕົນກໍມີສະຖານະ ແລະ ພຣະວິນຍານ; ແລ້ວພຣະອົງຈະຍັງສາມາດເປັນພຣະວິນຍານໜຶ່ງດຽວ ແລະ ພຣະເຈົ້າໜຶ່ງດຽວໄດ້ແນວໃດ? ໃຫ້ບອກເຮົາເບິ່ງ, ສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທີ່ແມ່ນຖືກສ້າງໂດຍພຣະບິດາ, ພຣະບຸດ ຫຼື ພຣະວິນຍານບໍລິສຸດແທ້ໆບໍ? ບາງຄົນເວົ້າວ່າທັງສາມພຣະອົງສ້າງທຸກສິ່ງນໍາກັນ. ແລ້ວແມ່ນໃຜໄຖ່ບາບມະນຸດຊາດ? ພຣະວິນຍານບໍລິສຸດ, ພຣະບຸດ ຫຼື ພຣະບິດາ? ບາງຄົນເວົ້າວ່າ ພຣະບຸດຄືຜູ້ໄຖ່ບາບມະນຸດຊາດ. ແລ້ວແມ່ນໃຜເປັນພຣະບຸດທີ່ຢູ່ໃນແກ່ນແທ້? ພຣະອົງບໍ່ແມ່ນການບັງເກີດເປັນມະນຸດຂອງພຣະວິນຍານຂອງພຣະເຈົ້າບໍ? ການບັງເກີດເປັນມະນຸດເອີ້ນພຣະເຈົ້າທີ່ຢູ່ໃນສະຫວັນ ໂດຍນາມຂອງພຣະບິດາຈາກທັດສະນະຂອງມະນຸດທີ່ຖືກສ້າງ. ເຈົ້າບໍ່ຮູ້ບໍວ່າ ພຣະເຢຊູເກີດຈາກການປະຕິສົນທິຂອງພຣະວິນຍານບໍລິສຸດ? ພາຍໃນພຣະອົງແມ່ນພຣະວິນຍານບໍລິສຸດ; ບໍ່ວ່າເຈົ້າຈະເວົ້າຫຍັງກໍຕາມ, ພຣະອົງກໍຍັງເປັນຜູ້ດຽວກັບພຣະເຈົ້າທີ່ຢູ່ໃນສະຫວັນ, ຍ້ອນວ່າ ພຣະອົງເປັນການບັງເກີດເປັນມະນຸດຂອງພຣະວິນຍານຂອງພຣະເຈົ້າ. ແນວຄິດນີ້ກ່ຽວກັບພຣະບຸດແມ່ນບໍ່ເປັນຈິງແທ້ໆ. ມີພຣະວິນຍານໜຶ່ງດຽວທີ່ປະຕິບັດພາລະກິດທຸກຢ່າງ; ມີພຽງພຣະເຈົ້າເອງ ນັ້ນກໍຄື ພຣະວິນຍານຂອງພຣະເຈົ້າທີ່ປະຕິບັດພາລະກິດຂອງພຣະອົງ. ແມ່ນໃຜຄືພຣະວິນຍານຂອງພຣະເຈົ້າ? ມັນບໍ່ແມ່ນພຣະວິນຍານບໍລິສຸດບໍ? ບໍ່ແມ່ນພຣະວິນຍານບໍລິສຸດບໍ ທີ່ປະຕິບັດພາລະກິດໃນພຣະເຢຊູ? ຖ້າພາລະກິດບໍ່ໄດ້ຖືກປະຕິບັດໂດຍພຣະວິນຍານບໍລິສຸດ (ນັ້ນກໍຄື ພຣະວິນຍານຂອງພຣະເຈົ້າ), ແລ້ວພາລະກິດຂອງພຣະອົງຈະສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງໄດ້ບໍ? ເມື່ອພຣະເຢຊູເອີ້ນຫາພຣະເຈົ້າທີ່ຢູ່ໃນສະຫວັນ ດ້ວຍນາມຂອງພຣະບິດາເມື່ອພຣະອົງອະທິຖານ, ສິ່ງນີ້ແມ່ນເກີດຂຶ້ນໃນທັດສະນະຂອງມະນຸດທີ່ຖືກສ້າງເທົ່ານັ້ນ, ນີ້ກໍຍ້ອນວ່າ ພຣະວິນຍານຂອງພຣະເຈົ້າໄດ້ສວມໃສ່ເນື້ອໜັງທີ່ສາມັນ ແລະ ທຳມະດາ ແລະ ມີສິ່ງປົກຫຸ້ມພາຍນອກຄືກັບສິ່ງທີ່ຖືກສ້າງ. ເຖິງແມ່ນວ່າພາຍໃນພຣະອົງເປັນພຣະວິນຍານຂອງພຣະເຈົ້າ, ລັກສະນະພາຍນອກຂອງພຣະອົງກໍຍັງເປັນມະນຸດທຳມະດາ; ເວົ້າອີກຢ່າງໜຶ່ງກໍຄື ພຣະອົງໄດ້ກາຍມາເປັນ “ບຸດມະນຸດ” ທີ່ມະນຸດທັງປວງ ລວມເຖິງພຣະເຢຊູເອງ ໄດ້ເວົ້າໄວ້. ເນື່ອງຈາກວ່າ ພຣະອົງຖືກເອີ້ນວ່າບຸດມະນຸດ, ພຣະອົງກໍເປັນມະນຸດ (ບໍ່ວ່າຜູ້ຊາຍ ຫຼື ແມ່ຍິງ, ໃນກໍລະນີໃດກໍຕາມແມ່ນເປັນບຸກຄົນມີເປືອກນອກຂອງມະນຸດ) ທີ່ເກີດໃນຄອບຄົວທຳມະດາຂອງຜູ້ຄົນສາມັນ. ສະນັ້ນ ພຣະເຢຊູທີ່ເອີ້ນຫາພຣະເຈົ້າຢູ່ໃນສະຫວັນ ໂດຍນາມຂອງພຣະບິດານັ້ນ ກໍຄືກັນກັບທີ່ພວກເຈົ້າເອີ້ນພຣະອົງວ່າພຣະບິດາໃນຕອນທຳອິດ; ພຣະອົງເຮັດແບບນັ້ນແມ່ນຈາກທັດສະນະຂອງມະນຸດທີ່ຖືກສ້າງ. ພວກເຈົ້າຍັງຈື່ຄຳອະທິຖານຂອງພຣະຜູ້ເປັນເຈົ້າທີ່ພຣະເຢຊູສອນພວກເຈົ້າໃຫ້ທ່ອງຈຳບໍ? “ພຣະບິດາຂອງພວກຂ້ານ້ອຍ ຜູ້ທີ່ຢູ່ໃນສະຫວັນ...”. ພຣະອົງຂໍໃຫ້ມະນຸດທຸກຄົນເອີ້ນພຣະເຈົ້າທີ່ຢູ່ໃນສະຫວັນດ້ວຍນາມຂອງພຣະບິດາ. ແລ້ວໃນເມື່ອພຣະເຢຊູກໍເອີ້ນພຣະອົງວ່າພຣະບິດາເຊັ່ນກັນ, ພຣະອົງເອີ້ນຈາກທັດສະນະຂອງຄົນໜຶ່ງທີ່ມີຖານະເທົ່າທຽມກັບພວກເຈົ້າ. ແລ້ວຍ້ອນພວກເຈົ້າເອີ້ນຫາພຣະເຈົ້າທີ່ຢູ່ໃນສະຫວັນດ້ວຍນາມພຣະບິດາ, ພຣະເຢຊູກໍ່ເຫັນພຣະອົງເອງມີຖານະເທົ່າກັບພວກເຈົ້າ ແລະ ໃນຖານະມະນຸດເທິງແຜ່ນດິນໂລກທີ່ພຣະເຈົ້າໄດ້ເລືອກໄວ້ (ນັ້ນກໍຄື ພຣະບຸດຂອງພຣະເຈົ້າ). ຖ້າພວກເຈົ້າເອີ້ນພຣະເຈົ້າວ່າ ພຣະບິດາ, ນີ້ບໍ່ແມ່ນຍ້ອນວ່າ ພວກເຈົ້າເປັນສິ່ງຖືກສ້າງບໍ? ບໍ່ວ່າສິດອຳນາດຂອງພຣະເຢຊູຢູ່ເທິງແຜ່ນດິນໂລກນັ້ນຈະຍິ່ງໃຫຍ່ພຽງໃດກໍຕາມ, ກ່ອນທີ່ຈະຖືກຄຶງໄວ້ເທິງໄມ້ກາງແຂນ, ພຣະອົງກໍເປັນພຽງບຸດມະນຸດຄົນໜຶ່ງເທົ່ານັ້ນ ເຊິ່ງປົກຄອງໂດຍພຣະວິນຍານບໍລິສຸດ (ນັ້ນກໍຄື ພຣະເຈົ້າ) ແລະ ເປັນໜຶ່ງໃນສິ່ງທີ່ຖືກສ້າງຂຶ້ນໃນແຜ່ນດິນໂລກ, ຍ້ອນວ່າ ພຣະອົງຍັງບໍ່ໄດ້ເຮັດສໍາເລັດພາລະກິດຂອງພຣະອົງເທື່ອ. ສະນັ້ນ, ການທີ່ພຣະອົງເອີ້ນພຣະເຈົ້າທີ່ຢູ່ໃນສະຫວັນວ່າ ພຣະບິດາ ກໍເປັນຄວາມຖ່ອມຕົນ ແລະ ຄວາມເຊື່ອຟັງຂອງພຣະອົງເທົ່ານັ້ນ. ການທີ່ພຣະອົງເອີ້ນພຣະເຈົ້າ (ນັ້ນກໍຄື ພຣະວິນຍານທີ່ຢູ່ໃນສະຫວັນ) ໃນລັກສະນະນັ້ນ ແມ່ນບໍ່ໄດ້ພິສູດວ່າ ພຣະອົງເປັນພຣະບຸດຂອງພຣະວິນຍານຂອງພຣະເຈົ້າທີ່ຢູ່ໃນສະຫວັນ. ກົງກັນຂ້າມ, ມັນເປັນພຽງແຕ່ຍ້ອນທັດສະນະຂອງພຣະອົງແຕກຕ່າງກັນ, ບໍ່ແມ່ນວ່າພຣະອົງມີຕົວຕົນທີ່ແຕກຕ່າງກັນ. ການມີຢູ່ຂອງຕົວຕົນທີ່ແຕກຕ່າງກັນແມ່ນຄວາມເຊື່ອທີ່ຜິດ! ກ່ອນທີ່ພຣະອົງຈະຖືກຄຶງໄວ້ເທິງໄມ້ກາງແຂນ, ພຣະເຢຊູເປັນບຸດມະນຸດທີ່ຖືກຜູກມັດດ້ວຍຂໍ້ຈຳກັດຕ່າງໆຂອງເນື້ອໜັງ ແລະ ພຣະອົງບໍ່ໄດ້ມີສິດອຳນາດຂອງພຣະວິນຍານຢ່າງສົມບູນ. ນັ້ນຄືເຫດຜົນທີ່ວ່າ ເປັນຫຍັງພຣະອົງຈຶ່ງສາມາດສະແຫວງຫາຄວາມປະສົງຂອງພຣະເຈົ້າພຣະບິດາຈາກທັດສະນະຂອງສິ່ງຖືກສ້າງ. ມັນເປັນດັ່ງທີ່ພຣະອົງອະທິຖານສາມຄັ້ງໃນສວນເກັດເຊມາເນວ່າ: “ບໍ່ແມ່ນຕາມທີ່ຂ້ານ້ອຍປະສົງ, ແຕ່ຕາມຄວາມປະສົງຂອງພຣະອົງ”. ກ່ອນທີ່ພຣະອົງຖືກຄຶງເທິງໄມ້ກາງແຂນ, ພຣະອົງເປັນພຽງກະສັດຂອງຊາວຢິວ; ພຣະອົງເປັນພຣະຄຣິດ, ບຸດມະນຸດ ແລະ ບໍ່ແມ່ນບຸກຄົນທີ່ມີສະຫງ່າລາສີ. ນັ້ນຄືເຫດຜົນທີ່ວ່າ ເປັນຫຍັງພຣະອົງຈຶ່ງເອີ້ນພຣະເຈົ້າວ່າພຣະບິດາ ຈາກຈຸດຢືນຂອງສິ່ງທີ່ຖືກສ້າງ. ບັດນີ້ ເຈົ້າບໍ່ສາມາດເວົ້າວ່າ ທຸກຄົນທີ່ເອີ້ນພຣະເຈົ້າວ່າພຣະບິດາແມ່ນພຣະບຸດ. ຖ້າເປັນແບບນີ້, ແລ້ວພວກເຈົ້າທຸກຄົນຈະບໍ່ກາຍມາເປັນພຣະບຸດບໍ ຫຼັງຈາກທີ່ພຣະເຢຊູໄດ້ສອນພວກເຈົ້າກ່ຽວກັບຄຳອະທິຖານຂອງພຣະຜູ້ເປັນເຈົ້າ? ຖ້າພວກເຈົ້າຍັງບໍ່ເຊື່ອອີກ, ແລ້ວຈົ່ງບອກເຮົາໄດ້ບໍວ່າ ແມ່ນໃຜຄືຜູ້ທີ່ພວກເຈົ້າເອີ້ນວ່າ ພຣະບິດາ? ຖ້າພວກເຈົ້າກຳລັງໝາຍເຖິງພຣະເຢຊູ, ແລ້ວແມ່ນໃຜເປັນພຣະບິດາຂອງພຣະເຢຊູສຳລັບພວກເຈົ້າ? ຫຼັງຈາກທີ່ພຣະເຢຊູຈາກໄປ, ແນວຄິດນີ້ກ່ຽວກັບພຣະບິດາ ແລະ ພຣະບຸດກໍບໍ່ມີຢູ່ອີກ. ແນວຄິດນີ້ພຽງແຕ່ເໝາະສົມໃນປີທີ່ພຣະເຢຊູກາຍມາເປັນເນື້ອໜັງ; ພາຍໃຕ້ທຸກກໍລະນີ, ຄວາມສຳພັນແມ່ນຄວາມສຳພັນລະຫວ່າງພຣະຜູ້ເປັນເຈົ້າແຫ່ງການເນລະມິດສ້າງ ແລະ ສິ່ງຖືກສ້າງ ເມື່ອພວກເຈົ້າເອີ້ນພຣະເຈົ້າວ່າ ພຣະບິດາ. ບໍ່ມີເມື່ອໃດທີ່ແນວຄິດນີ້ກ່ຽວກັບພຣະເຈົ້າຕຣີເອການຸພາບທີ່ມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດສາມາດເປັນຈິງໄດ້; ມັນເປັນຄວາມເຊື່ອຜິດທີ່ບໍ່ຄ່ອຍເຫັນໃນຍຸກຕ່າງໆ ແລະ ມັນບໍ່ມີຢູ່ຈິງ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າຕຣີເອການຸພາບມີແທ້ບໍ?

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 298)

ສິ່ງນີ້ອາດເຮັດໃຫ້ຄົນສ່ວນໃຫຍ່ຈົດຈຳພຣະທຳຂອງພຣະເຈົ້າຈາກປະຖົມມະການ: “ໃຫ້ພວກເຮົາສ້າງມະນຸດໃນຮູບຮ່າງລັກສະນະຂອງພວກເຮົາ ຕາມຄວາມຄ້າຍຄືກັບພວກເຮົາ” (ປະຖົມມະການ 1:26). ເນື່ອງຈາກພຣະເຈົ້າກ່າວວ່າ “ໃຫ້ພວກເຮົາສ້າງມະນຸດໃນຮູບລັກສະນະຂອງພວກເຮົາ”, ແລ້ວ “ພວກເຮົາ” ກໍບົ່ງບອກເຖິງສອງບຸກຄົນ ຫຼື ຫຼາຍກວ່ານັ້ນ; ຍ້ອນພຣະອົງກ່າວວ່າ “ພວກເຮົາ”, ສະນັ້ນຈຶ່ງບໍ່ມີພຽງແຕ່ພຣະເຈົ້າອົງດຽວເທົ່ານັ້ນ. ດ້ວຍເຫດນີ້, ມະນຸດຈຶ່ງເລີ່ມຄິດໃນດ້ານທິດສະດີກ່ຽວກັບຕົວຕົນທີ່ແຕກຕ່າງກັນ ແລະ ຈາກຂໍ້ພຣະທຳເຫຼົ່ານີ້ຈຶ່ງເກີດມີແນວຄວາມຄິດກ່ຽວກັບພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ. ແລ້ວພຣະບິດາເປັນຄືແນວໃດ? ພຣະບຸດເປັນຄືແນວໃດ? ແລ້ວພຣະວິນຍານບໍລິສຸດເປັນຄືແນວໃດ? ເປັນໄປໄດ້ບໍວ່າ ມະນຸດຊາດໃນປັດຈຸບັນຖືກສ້າງໃນລັກສະນະຂອງພຣະເຈົ້າສາມອົງທີ່ລວມເຂົ້າກັນເປັນອົງດຽວ? ແລ້ວລັກສະນະຂອງມະນຸດຄືກັບພຣະບິດາ, ພຣະບຸດ ຫຼື ພຣະວິນຍານບໍລິສຸດບໍ? ໃນຕົວຕົນຂອງພຣະເຈົ້າ ມະນຸດແມ່ນຢູ່ໃນລັກສະນະໃດ? ແນວຄວາມຄິດນີ້ຂອງມະນຸດແມ່ນບໍ່ຖືກຕ້ອງ ແລະ ບໍ່ມີເຫດຜົນເລີຍແທ້ໆ! ມັນສາມາດພຽງແຕ່ແຍກພຣະເຈົ້າອົງດຽວອອກເປັນສອງສາມອົງ. ໃນເວລາທີ່ໂມເຊຂຽນປະຖົມມະການນັ້ນ ມັນແມ່ນຫຼັງຈາກທີ່ມະນຸດຊາດຖືກສ້າງຂຶ້ນຫຼັງຈາກການສ້າງໂລກ. ໃນເບື້ອງຕົ້ນນັ້ນ, ເມື່ອໂລກເລີ່ມຕົ້ນຂຶ້ນ, ໂມເຊຍັງບໍ່ໄດ້ເກີດ. ແລ້ວໂມເຊກໍບໍ່ໄດ້ຂຽນພຣະຄຳພີໃນຕອນນັ້ນ ຈົນກວ່າເວລາຕໍ່ມາ ເຊິ່ງເປັນເວລາດົນນານພໍສົມຄວນ ທີ່ລາວຂຽນພຣະຄໍາພີຂຶ້ນ, ແລ້ວລາວຈະຮູ້ໄດ້ແນວໃດ ວ່າຜູ້ທີ່ເວົ້ານັ້ນເປັນພຣະເຈົ້າຢູ່ໃນສະຫວັນ? ລາວບໍ່ມີຄວາມຮູ້ຫຍັງເລີຍກ່ຽວກັບວິທີທີ່ພຣະເຈົ້າສ້າງແຜ່ນດິນໂລກ. ໃນພຣະສັນຍາເດີມຂອງພຣະຄຳພີ, ບໍ່ມີການກ່າວເຖິງພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ, ມີພຽງແຕ່ພຣະເຈົ້າທີ່ແທ້ຈິງອົງດຽວເທົ່ານັ້ນ ນັ້ນກໍຄື ພຣະເຢໂຮວາ ທີ່ກຳລັງປະຕິບັດພາລະກິດຂອງພຣະອົງໃນອິດສະຣາເອນ. ພຣະອົງຖືກເອີ້ນໂດຍພຣະນາມທີ່ແຕກຕ່າງກັນໃນແຕ່ລະຍຸກ, ແຕ່ນີ້ກໍບໍ່ໄດ້ພິສູດວ່າ ແຕ່ລະພຣະນາມແມ່ນໝາຍເຖິງຕົວຕົນທີ່ແຕກຕ່າງກັນ. ຖ້າເປັນແບບນີ້, ແລ້ວມັນຈະບໍ່ມີຫຼາຍຕົວຕົນຈົນນັບບໍ່ໄດ້ໃນພຣະເຈົ້າບໍ? ສິ່ງທີ່ຖືກຂຽນໃນພຣະສັນຍາເດີມແມ່ນພາລະກິດຂອງພຣະເຢໂຮວາ, ຂັ້ນຕອນພາລະກິດຂອງພຣະເຈົ້າເອງສຳລັບການເລີ່ມຕົ້ນໃນຍຸກແຫ່ງພຣະບັນຍັດ. ມັນຄືພາລະກິດຂອງພຣະເຈົ້າ ເຊິ່ງເມື່ອພຣະອົງກ່າວ, ທຸກສິ່ງກໍເປັນໄປຕາມນັ້ນ ແລະ ເມື່ອພຣະອົງສັ່ງ ທຸກສິ່ງກໍຕັ້ງໝັ້ນ. ບໍ່ມີເມື່ອໃດທີ່ພຣະເຢໂຮວາກ່າວວ່າພຣະອົງເປັນພຣະບິດາທີ່ມາປະຕິບັດພາລະກິດ ຫຼື ພຣະອົງບໍ່ເຄີຍທຳນາຍເຖິງພຣະບຸດທີ່ຈະມາເພື່ອໄຖ່ບາບມະນຸດຊາດ. ເມື່ອມາເຖິງເວລາຂອງພຣະເຢຊູ, ກໍມີພຽງແຕ່ກ່າວວ່າ ພຣະເຈົ້າກາຍເປັນເນື້ອໜັງເພື່ອໄຖ່ບາບມະນຸດຊາດທັງປວງ, ບໍ່ແມ່ນ ນັ້ນຄືພຣະບຸດທີ່ໄດ້ສະເດັດມາ. ເພາະວ່າຍຸກຕ່າງໆບໍ່ຄືກັນ ແລະ ພາລະກິດທີ່ພຣະເຈົ້າເອງປະຕິບັດກໍຍັງແຕກຕ່າງກັນ, ພຣະອົງຈຶ່ງຈຳເປັນຕ້ອງປະຕິບັດພາລະກິດຂອງພຣະອົງພາຍໃນຂອບເຂດທີ່ແຕກຕ່າງກັນ. ດ້ວຍເຫດນີ້, ຕົວຕົນທີ່ພຣະອົງສະແດງອອກມາຈຶ່ງແຕກຕ່າງກັນອີກດ້ວຍ. ມະນຸດເຊື່ອວ່າ ພຣະເຢໂຮວາເປັນພຣະບິດາຂອງພຣະເຢຊູ, ແຕ່ສິ່ງນີ້ບໍ່ໄດ້ຖືກຮັບຮູ້ໂດຍພຣະເຢຊູເລີຍ ຜູ້ທີ່ກ່າວວ່າ “ພວກເຮົາບໍ່ເຄີຍຖືກຈຳແນກວ່າເປັນພຣະບິດາ ແລະ ພຣະບຸດ; ເຮົາ ແລະ ພຣະບິດາທີ່ຢູ່ໃນສະຫວັນເປັນໜຶ່ງດຽວກັນ. ພຣະບິດາຢູ່ໃນເຮົາ ແລະ ເຮົາກໍຢູ່ໃນພຣະບິດາ; ເມື່ອມະນຸດເຫັນພຣະບຸດ, ພວກເຂົາກໍກຳລັງເຫັນພຣະບິດາໃນສະຫວັນ”. ເມື່ອທຸກສິ່ງຖືກກ່າວອອກມາ ເຖິງຈະເປັນພຣະບິດາ ຫຼື ພຣະບຸດ, ທັງສອງພຣະອົງກໍເປັນພຣະວິນຍານອົງດຽວກັນ, ບໍ່ໄດ້ຖືກແບ່ງອອກເປັນຕົວຕົນທີ່ແຍກກັນ. ເມື່ອມະນຸດພະຍາຍາມອະທິບາຍ, ເລື່ອງຕ່າງໆກໍຊັບຊ້ອນໄປດ້ວຍແນວຄິດກ່ຽວກັບຕົວຕົນທີ່ແຕກຕ່າງກັນ ພ້ອມທັງຄວາມສຳພັນລະຫວ່າງພຣະບິດາ, ພຣະບຸດ ແລະ ພຣະວິນຍານ. ເມື່ອມະນຸດກ່າວເຖິງຕົວຕົນທີ່ແຕກຕ່າງກັນ, ສິ່ງນີ້ບໍ່ໄດ້ການເຮັດໃຫ້ພຣະເຈົ້າເປັນວັດຖຸບໍ? ມະນຸດເຖິງກັບຈັດລະດັບຕົວຕົນໃຫ້ເປັນທີໜຶ່ງ, ທີສອງ ແລະ ທີສາມ; ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຈິນຕະນາການຂອງມະນຸດ, ບໍ່ສົມຄວນແກ່ການອ້າງເຖິງ ແລະ ບໍ່ເປັນຈິງທັງສິ້ນ! ຖ້າເຈົ້າຖາມເຂົາວ່າ “ມີພຣະເຈົ້າຈັກອົງ?” ເຂົາຈະຕອບວ່າ ພຣະເຈົ້າເປັນພຣະເຈົ້າຕຣີເອການຸພາບທີ່ມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ ນັ້ນກໍຄື ພຣະເຈົ້າທີ່ແທ້ຈິງໜຶ່ງດຽວ. ຖ້າເຈົ້າຖາມຕໍ່ໄປວ່າ “ແມ່ນໃຜຄືພຣະບິດາ?” ເຂົາກໍຈະຕອບວ່າ “ພຣະບິດາເປັນພຣະວິນຍານຂອງພຣະເຈົ້າທີ່ຢູ່ໃນສະຫວັນ; ພຣະອົງຄວບຄຸມທຸກສິ່ງຢ່າງ ແລະ ເປັນເຈົ້ານາຍຂອງສະຫວັນ”. “ແລ້ວພຣະເຢໂຮວາແມ່ນພຣະວິນຍານບໍ?” ເຂົາກໍຈະຕອບວ່າ “ແມ່ນແລ້ວ!” ແລ້ວຖ້າເຈົ້າຖາມເຂົາວ່າ “ແມ່ນໃຜຄືພຣະບຸດ?” ເຂົາກໍຈະຕອບວ່າ ແນ່ນອນ ພຣະເຢຊູເປັນພຣະບຸດ. “ແລ້ວແມ່ນຫຍັງຄືເລື່ອງລາວຂອງພຣະເຢຊູ? ພຣະອົງມາຈາກໃສ?” ເຂົາກໍຈະຕອບວ່າ “ພຣະເຢຊູເກີດຂຶ້ນໂດຍມາຣິອາຜ່ານທາງການປະຕິສົນທິຂອງພຣະວິນຍານບໍລິສຸດ”. ແລ້ວແກ່ນແທ້ຂອງພຣະອົງບໍ່ແມ່ນພຣະວິນຍານເຊັ່ນກັນບໍ? ພາລະກິດຂອງພຣະອົງບໍ່ໄດ້ເປັນຕົວແທນໃຫ້ກັບພຣະວິນຍານບໍລິສຸດເຊັ່ນກັນບໍ? ພຣະເຢໂຮວາເປັນພຣະວິນຍານ ແລະ ດ້ວຍເຫດນັ້ນ ແກ່ນແທ້ຂອງພຣະເຢຊູກໍເຊັ່ນກັນ. ປັດຈຸບັນໃນຍຸກສຸດທ້າຍ, ບໍ່ຈຳເປັນຕ້ອງເວົ້າເລີຍວ່າຍັງເປັນພຣະວິນຍານ; ທັງສາມພຣະອົງສາມາດເປັນຕົວຕົນທີ່ແຕກຕ່າງໄດ້ແນວໃດ? ບໍ່ແມ່ນພຣະວິນຍານຂອງພຣະເຈົ້າແທ້ໆບໍ ທີ່ກຳລັງປະຕິບັດພາລະກິດຂອງພຣະວິນຍານຈາກທັດສະນະທີ່ແຕກຕ່າງກັນ? ເມື່ອເປັນດັ່ງນັ້ນ ຈຶ່ງບໍ່ມີຄວາມແຕກຕ່າງລະຫວ່າງຕົວຕົນຕ່າງໆ. ພຣະເຢຊູຖືກປະຕິສົນທິໂດຍພຣະວິນຍານບໍລິສຸດ ແລະ ບໍ່ຕ້ອງສົງໄສເລີຍ ພາລະກິດຂອງພຣະອົງເປັນຂອງພຣະວິນຍານບໍລິສຸດຢ່າງແນ່ນອນ. ໃນຂັ້ນຕອນທຳອິດຂອງພາລະກິດທີ່ພຣະເຢໂຮວາປະຕິບັດ, ພຣະອົງບໍ່ໄດ້ກາຍມາເປັນເນື້ອໜັງ ຫຼື ບໍ່ປາກົດຕໍ່ມະນຸດ. ສະນັ້ນ ມະນຸດບໍ່ເຄີຍເຫັນການປາກົດຕົວຂອງພຣະອົງ. ບໍ່ວ່າພຣະອົງຈະຍິ່ງໃຫຍ່ສໍ່າໃດ ແລະ ສູງສົ່ງສໍ່າໃດກໍຕາມ, ພຣະອົງກໍຍັງເປັນພຣະວິນຍານ, ພຣະເຈົ້າເອງຜູ້ທີ່ສ້າງມະນຸດໃນຕອນຕົ້ນ. ນັ້ນກໍຄື ພຣະອົງເປັນພຣະວິນຍານຂອງພຣະເຈົ້າ. ພຣະອົງກ່າວຕໍ່ມະນຸດຈາກທ່າມກາງກ້ອນເມກ ເຊິ່ງເປັນພຽງພຣະວິນຍານເທົ່ານັ້ນ ແລະ ບໍ່ມີໃຜເປັນພະຍານເຖິງການປາກົດຕົວຂອງພຣະອົງ. ມີແຕ່ໃນຍຸກແຫ່ງພຣະຄຸນ ເມື່ອພຣະວິນຍານຂອງພຣະເຈົ້າມາເປັນເນື້ອໜັງ ແລະ ບັງເກີດເປັນມະນຸດໃນຢູດາຍ, ມະນຸດຈຶ່ງເຫັນຮູບຮ່າງຂອງການບັງເກີດເປັນມະນຸດໃນລັກສະນະຂອງຊາວຢິວເປັນຄັ້ງທໍາອິດ. ບໍ່ມີແມ່ນຫຍັງທີ່ກ່ຽວກັບພຣະເຢໂຮວາໃນຕົວພຣະອົງ. ຢ່າງໃດກໍຕາມ, ພຣະອົງຖືກປະຕິສົນທິໂດຍພຣະວິນຍານບໍລິສຸດ ນັ້ນກໍຄື ຖືກປະຕິສົນທິໂດຍພຣະວິນຍານຂອງພຣະເຢໂຮວາເອງ ແລະ ພຣະເຢຊູກໍຍັງບັງເກີດເປັນຕົວຕົນຂອງພຣະວິນຍານຂອງພຣະເຈົ້າ. ສິ່ງທີ່ມະນຸດເຫັນໃນຕອນທຳອິດແມ່ນພຣະວິນຍານບໍລິສຸດລົງມາດັ່ງນົກເຂົາທີ່ເທິງພຣະເຢຊູ; ບໍ່ແມ່ນພຣະວິນຍານທີ່ຈຳກັດຕໍ່ພຣະເຢຊູ, ແຕ່ກົງກັນຂ້າມເປັນພຣະວິນຍານບໍລິສຸດ. ແລ້ວພຣະວິນຍານຂອງພຣະເຢຊູສາມາດແຍກອອກຈາກພຣະວິນຍານບໍລິສຸດໄດ້ບໍ? ຖ້າພຣະເຢຊູເປັນພຣະເຢຊູ, ພຣະບຸດ ແລະ ພຣະວິນຍານບໍລິສຸດກໍເປັນພຣະວິນຍານບໍລິສຸດ, ແລ້ວພຣະອົງທັງສອງຈະສາມາດກາຍເປັນໜຶ່ງດຽວໄດ້ແນວໃດ? ພາລະກິດຈະບໍ່ສາມາດປະຕິບັດໄດ້ຖ້າເປັນແບບນັ້ນ. ພຣະວິນຍານທີ່ຢູ່ພາຍໃນພຣະເຢຊູ, ພຣະວິນຍານທີ່ຢູ່ໃນສະຫວັນ ແລະ ພຣະວິນຍານຂອງພຣະເຢໂຮວາລ້ວນແລ້ວແຕ່ເປັນໜຶ່ງດຽວກັນ. ມັນສາມາດເອີ້ນໄດ້ວ່າ ພຣະວິນຍານບໍລິສຸດ, ພຣະວິນຍານຂອງພຣະເຈົ້າ, ພຣະວິນຍານທີ່ຮຸນແຮງຂຶ້ນເຈັດເທົ່າ ແລະ ພຣະວິນຍານຄຸ້ມຄອງທຸກສິ່ງ. ພຣະວິນຍານຂອງພຣະເຈົ້າສາມາດປະຕິບັດພາລະກິດຫຼາຍຢ່າງ. ພຣະອົງສາມາດສ້າງແຜ່ນດິນໂລກ ແລະ ທຳລາຍມັນໂດຍເຮັດໃຫ້ນໍ້າຖ້ວມແຜ່ນດິນໂລກ; ພຣະອົງສາມາດໄຖ່ບາບມະນຸດຊາດທັງປວງ ແລະ ຍິ່ງໄປກວ່ານັ້ນ ພຣະອົງສາມາດເອົາຊະນະ ແລະ ທຳລາຍມະນຸດຊາດທັງປວງ. ພາລະກິດນີ້ລ້ວນແລ້ວແຕ່ຖືກປະຕິບັດໂດຍພຣະເຈົ້າເອງ ແລະ ບໍ່ສາມາດດຳເນີນການໄດ້ໂດຍຕົວຕົນໃດໜຶ່ງຂອງພຣະເຈົ້າເພື່ອແທນໃຫ້ພຣະອົງ. ພຣະວິນຍານຂອງພຣະອົງແມ່ນຖືກເອີ້ນດ້ວຍນາມຂອງພຣະເຢໂຮວາ ແລະ ພຣະເຢຊູ ພ້ອມທັງອົງຊົງລິດທານຸພາບສູງສຸດ. ພຣະອົງເປັນພຣະຜູ້ເປັນເຈົ້າ ແລະ ພຣະຄຣິດ. ພຣະອົງຍັງສາມາດກາຍເປັນບຸດມະນຸດໄດ້ອີກ. ພຣະອົງຢູ່ໃນສະຫວັນ ແລະ ຢູ່ເທິງແຜ່ນດິນໂລກອີກດ້ວຍ; ພຣະອົງຢູ່ເໜືອຈັກກະວານ ແລະ ທ່າມກາງຝູງຊົນ. ພຣະອົງເປັນເຈົ້ານາຍໜຶ່ງດຽວຂອງສະຫວັນ ແລະ ແຜ່ນດິນໂລກ! ຕັ້ງແຕ່ເວລາແຫ່ງການເນລະມິດສ້າງຈົນເຖິງປັດຈຸບັນ, ພາລະກິດນີ້ຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າເອງ. ບໍ່ວ່າຈະເປັນພາລະກິດທີ່ຢູ່ໃນສະຫວັນ ຫຼື ຢູ່ໃນເນື້ອໜັງ, ທຸກຢ່າງແມ່ນຖືກປະຕິບັດໂດຍພຣະວິນຍານຂອງພຣະອົງເອງ. ສິ່ງຖືກສ້າງທັງປວງ ບໍ່ວ່າຈະຢູ່ໃນສະຫວັນ ຫຼື ຢູ່ເທິງແຜ່ນດິນໂລກ ແມ່ນຢູ່ໃນກໍາມືທີ່ມີລິດທານຸພາບສູງສຸດຂອງພຣະອົງ; ທຸກສິ່ງນີ້ແມ່ນພາລະກິດຂອງພຣະເຈົ້າເອງ ແລະ ຄົນອື່ນບໍ່ສາມາດປະຕິບັດແທນພຣະອົງໄດ້. ໃນສະຫວັນ, ພຣະອົງເປັນພຣະວິນຍານ ແຕ່ຍັງຄົງເປັນພຣະເຈົ້າເອງ; ທ່າມກາງມະນຸດ, ພຣະອົງເປັນເນື້ອໜັງ ແຕ່ຍັງຄົງເປັນພຣະເຈົ້າເອງ. ເຖິງແມ່ນວ່າ ພຣະອົງຈະຖືກເອີ້ນຫຼາຍຮ້ອຍຫຼາຍພັນຊື່, ພຣະອົງກໍຍັງເປັນພຣະອົງເອງ, ເປັນການສຳແດງອອກໂດຍກົງຂອງພຣະວິນຍານຂອງພຣະອົງ. ການໄຖ່ບາບມະນຸດຊາດທັງປວງຜ່ານການຄຶງໃສ່ໄມ້ກາງແຂນຂອງພຣະອົງ ກໍເປັນພາລະກິດໂດຍກົງຂອງພຣະວິນຍານຂອງພຣະອົງ ແລະ ການປະກາດຕໍ່ບັນດາປະຊາຊາດ ແລະ ແຜ່ນດິນທັງໝົດໃນລະຫວ່າງຍຸກສຸດທ້າຍເຊັ່ນດຽວກັນ. ຕະຫຼອດເວລາ ພຣະເຈົ້າພຽງສາມາດຖືກເອີ້ນໄດ້ວ່າ ອົງຊົງລິດທານຸພາບສູງສຸດ ແລະ ພຣະເຈົ້າແທ້ຈິງໜຶ່ງດຽວ, ພຣະເຈົ້າທີ່ຄຸ້ມຄອງສັບພະສິ່ງທັງປວງ. ຕົວຕົນທີ່ແຕກຕ່າງກັນແມ່ນບໍ່ມີຢູ່ຈິງ ແລ້ວແຮງໄກທີ່ຈະມີແນວຄິດກ່ຽວກັບພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ. ມີພຽງພຣະເຈົ້າໜຶ່ງດຽວທີ່ຢູ່ໃນສະຫວັນ ແລະ ເທິງແຜ່ນດິນໂລກ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າຕຣີເອການຸພາບມີແທ້ບໍ?

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 299)

ແຜນການຄຸ້ມຄອງຂອງພຣະເຈົ້າກວມເວລາຫົກພັນປີ ແລະ ຖືກແບ່ງອອກເປັນສາມຍຸກໂດຍອີງຕາມຄວາມແຕກຕ່າງໃນພາລະກິດຂອງພຣະອົງ: ຍຸກທຳອິດແມ່ນຍຸກແຫ່ງພຣະບັນຍັດໃນພຣະສັນຍາເດີມ; ຍຸກທີສອງແມ່ນຍຸກແຫ່ງພຣະຄຸນ; ແລະ ຍຸກທີສາມແມ່ນຍຸກສຸດທ້າຍ ນັ້ນກໍຄື ຍຸກແຫ່ງລາຊະອານາຈັກ. ໃນແຕ່ລະຍຸກ ກໍຈະຖືກແທນໃຫ້ດ້ວຍຕົວຕົນທີ່ແຕກຕ່າງກັນ. ນີ້ກໍຍ້ອນຄວາມແຕກຕ່າງກັນໃນພາລະກິດ ນັ້ນກໍຄື ເງື່ອນໄຂຂອງພາລະກິດ. ຂັ້ນຕອນທຳອິດຂອງພາລະກິດໃນລະຫວ່າງຍຸກແຫ່ງພຣະບັນຍັດແມ່ນຖືກປະຕິບັດໃນອິດສະຣາເອນ ແລະ ຍຸກທີສອງໃນການສິ້ນສຸດພາລະກິດແຫ່ງການໄຖ່ບາບແມ່ນຖືກປະຕິບັດໃນຢູດາຍ. ສຳລັບພາລະກິດແຫ່ງການໄຖ່ບາບ, ພຣະເຢຊູກໍາເນີດຈາກການປະຕິສົນທິຜ່ານພຣະວິນຍານບໍລິສຸດ ແລະ ເປັນພຣະບຸດພຽງອົງດຽວ. ທຸກຢ່າງນີ້ເປັນໄປຕາມເງື່ອນໄຂຂອງພາລະກິດ. ໃນຍຸກສຸດທ້າຍ, ພຣະເຈົ້າປາຖະໜາທີ່ຈະຂະຫຍາຍພາລະກິດຂອງພຣະອົງໄປສູ່ຊົນຕ່າງຊາດ ແລະ ເອົາຊະນະຜູ້ຄົນທີ່ຢູ່ໃນນັ້ນ, ເພື່ອວ່ານາມຂອງພຣະອົງອາດຈະຍິ່ງໃຫຍ່ທ່າມກາງພວກເຂົາ. ພຣະອົງປາຖະໜາທີ່ຈະນໍາພາມະນຸດໃນການເຂົ້າໃຈ ແລະ ການເຂົ້າສູ່ຄວາມຈິງທຸກປະການ ພາລະກິດທັງໝົດນີ້ແມ່ນຖືກປະຕິບັດໂດຍພຣະວິນຍານອົງດຽວ. ເຖິງແມ່ນວ່າ ພຣະອົງປະຕິບັດຈາກຈຸດຢືນທີ່ແຕກຕ່າງກັນ, ທຳມະຊາດ ແລະ ຫຼັກການຂອງພາລະກິດແມ່ນຍັງຄືກັນ. ຫຼັງຈາກທີ່ເຈົ້າໄດ້ສັງເກດຫຼັກການ ແລະ ທຳມະຊາດຂອງພາລະກິດທີ່ພຣະອົງໄດ້ປະຕິບັດ, ແລ້ວເຈົ້າກໍຈະຮູ້ວ່າ ພາລະກິດທັງໝົດຖືກປະຕິບັດໂດຍພຣະວິນຍານອົງດຽວ. ຍັງມີບາງຄົນອາດເວົ້າວ່າ “ພຣະບິດາກໍຄືພຣະບິດາ; ພຣະບຸດກໍຄືພຣະບຸດ; ພຣະວິນຍານບໍລິສຸດກໍຄືພຣະວິນຍານບໍລິສຸດ ແລະ ໃນທີ່ສຸດ ທັງສາມພຣະອົງກໍຈະຖືກເຮັດໃຫ້ເປັນໜຶ່ງດຽວ”. ແລ້ວເຈົ້າຄວນເຮັດໃຫ້ທັງສາມພຣະອົງເປັນໜຶ່ງດຽວແນວໃດ? ພຣະບິດາ ແລະ ພຣະວິນຍານບໍລິສຸດຈະສາມາດຖືກເຮັດໃຫ້ເປັນໜຶ່ງດຽວໄດ້ແນວໃດ? ຖ້າທັງສອງພຣະອົງເປັນພຣະເຈົ້າສອງອົງໂດຍທຳມະຊາດ, ແລ້ວບໍ່ວ່າທັງສອງພຣະອົງຈະຖືກຮ່ວມເຂົ້າກັນແນວໃດກໍຕາມ, ທັງສອງພຣະອົງກໍຈະຍັງບໍ່ເປັນສອງສ່ວນຄືເກົ່າບໍ? ເມື່ອເຈົ້າເວົ້າກ່ຽວກັບການເຮັດໃຫ້ທັງສອງພຣະອົງເປັນໜຶ່ງດຽວກັນ, ນັ້ນບໍ່ແມ່ນເປັນການຮວມສອງພາກສ່ວນທີ່ແຕກຕ່າງກັນເຂົ້າເປັນໜຶ່ງດຽວບໍ? ແຕ່ວ່າ ພຣະອົງທັງສອງບໍ່ແມ່ນສອງພາກສ່ວນ ກ່ອນທີ່ຈະຖືກເຮັດໃຫ້ຄົບຖ້ວນບໍ? ວິນຍານແຕ່ລະຕົນແມ່ນມີແກ່ນແທ້ທີ່ແຕກຕ່າງກັນ ແລະ ວິນຍານສອງຕົນບໍ່ສາມາດຖືກເຮັດໃຫ້ເປັນໜຶ່ງດຽວໄດ້. ວິນຍານບໍ່ແມ່ນວັດຖຸ ແລະ ບໍ່ຄືສິ່ງອື່ນໃດໃນໂລກແຫ່ງວັດຖຸ. ດັ່ງທີ່ມະນຸດເຫັນ, ພຣະບິດາຄືພຣະວິນຍານອົງໜຶ່ງ, ອີກອົງໜຶ່ງແມ່ນພຣະບຸດ ແລະ ພຣະວິນຍານບໍລິສຸດແມ່ນອີກອົງໜຶ່ງ, ແລ້ວພຣະວິນຍານສາມອົງຈະຮວມເຂົ້າກັນຄືກັບເອົານໍ້າສາມແກ້ວມາຮວມກັນເປັນແກ້ວດຽວ. ແລ້ວນັ້ນບໍ່ແມ່ນການເຮັດໃຫ້ສາມກາຍເປັນໜຶ່ງບໍ? ນີ້ແມ່ນການອະທິບາຍທີ່ບໍ່ຖືກຕ້ອງ ແລະ ໂງ່ຈ້າແທ້ໆ! ນີ້ບໍ່ແມ່ນການແຍກພຣະເຈົ້າອອກຈາກກັນບໍ? ພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດຈະຖືກເຮັດໃຫ້ເປັນໜຶ່ງດຽວໄດ້ແນວໃດ? ທັງສາມພຣະອົງບໍ່ແມ່ນສາມສ່ວນ ເຊິ່ງແຕ່ລະສ່ວນມີທຳມະຊາດແຕກຕ່າງກັນບໍ? ຍັງມີຄົນອື່ນໆທີ່ເວົ້າວ່າ “ພຣະເຈົ້າບໍ່ໄດ້ລະບຸຢ່າງແຈ່ມແຈ້ງບໍວ່າ ພຣະເຢຊູເປັນພຣະບຸດອັນເປັນທີ່ຮັກຂອງພຣະອົງ?” ພຣະເຢຊູຄືພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ ທີ່ພຣະອົງພໍໃຈເປັນຢ່າງຍິ່ງ, ສິ່ງນີ້ຖືກກ່າວໂດຍພຣະເຈົ້າເອງຢ່າງແນ່ນອນ. ນັ້ນຄືການທີ່ພຣະເຈົ້າເປັນພະຍານໃຫ້ກັບພຣະອົງເອງ, ແຕ່ຈາກທັດສະນະທີ່ແຕກຕ່າງກັນເທົ່ານັ້ນ, ພຣະວິນຍານໃນສະຫວັນເປັນພະຍານໃຫ້ກັບການບັງເກີດເປັນມະນຸດຂອງພຣະອົງເອງ. ພຣະເຢຊູຄືການບັງເກີດເປັນມະນຸດຂອງພຣະອົງ ບໍ່ແມ່ນພຣະບຸດຂອງພຣະອົງທີ່ຢູ່ໃນສະຫວັນ. ເຈົ້າເຂົ້າໃຈບໍ? ພຣະທຳຂອງພຣະເຢຊູທີ່ກ່າວວ່າ “ເຮົາຢູ່ໃນພຣະບິດາ ແລະ ພຣະບິດາກໍຢູ່ໃນເຮົາ” ບໍ່ໄດ້ຊີ້ບອກບໍວ່າ ທັງສອງພຣະອົງເປັນພຣະວິນຍານໜຶ່ງດຽວ? ແລ້ວບໍ່ແມ່ນຍ້ອນການບັງເກີດເປັນມະນຸດບໍ ທີ່ເຮັດໃຫ້ທັງສອງພຣະອົງຖືກແຍກອອກລະຫວ່າງສະຫວັນ ແລະ ແຜ່ນດິນໂລກ? ໃນຄວາມເປັນຈິງແລ້ວ, ພຣະອົງທັງສອງຍັງເປັນໜຶ່ງດຽວ; ບໍ່ວ່າໃນກໍລະນີໃດກໍຕາມ ນີ້ຄືການທີ່ພຣະເຈົ້າເປັນພະຍານໃຫ້ກັບພຣະອົງເອງແທ້ໆ. ຍ້ອນການປ່ຽນແປງໃນຍຸກຕ່າງໆ, ເງື່ອນໄຂຂອງພາລະກິດປ່ຽນແປງ ແລະ ຂັ້ນຕອນທີ່ແຕກຕ່າງກັນຂອງແຜນການຄຸ້ມຄອງຂອງພຣະອົງ, ນາມທີ່ມະນຸດເອີ້ນພຣະອົງຈຶ່ງແຕກຕ່າງເຊັ່ນກັນ. ເມື່ອພຣະອົງລົງມາປະຕິບັດຂັ້ນຕອນທຳອິດຂອງພາລະກິດ, ພຣະອົງພຽງແຕ່ຖືກເອີ້ນວ່າພຣະເຢໂຮວາເທົ່ານັ້ນ, ເຊິ່ງເປັນຄົນລ້ຽງແກະຂອງຊາວອິດສະຣາເອນ. ໃນຂັ້ນຕອນທີສອງ, ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຖືກເອີ້ນວ່າພຣະຜູ້ເປັນເຈົ້າ ແລະ ພຣະຄຣິດ. ແຕ່ໃນເວລານັ້ນ, ພຣະວິນຍານທີ່ຢູ່ໃນສະຫວັນກໍພຽງກ່າວວ່າ ພຣະອົງເປັນພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ ແລະ ບໍ່ໄດ້ກ່າວເຖິງການທີ່ພຣະອົງເປັນພຣະບຸດອົງດຽວຂອງພຣະເຈົ້າ. ສິ່ງນີ້ແມ່ນບໍ່ໄດ້ເກີດຂຶ້ນແທ້ໆ. ພຣະເຈົ້າຈະສາມາດມີລູກຊາຍພຽງຜູ້ດຽວໄດ້ແນວໃດ? ແລ້ວພຣະເຈົ້າຈະບໍ່ກາຍເປັນມະນຸດບໍ? ຍ້ອນພຣະອົງແມ່ນການບັງເກີດເປັນມະນຸດ, ພຣະອົງຈຶ່ງຖືກເອີ້ນວ່າ ພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ ແລະ ຈາກສິ່ງນີ້ຈຶ່ງເກີດມີຄວາມສຳພັນລະຫວ່າງພຣະບິດາ ແລະ ພຣະບຸດ. ທັງໝົດນີ້ແມ່ນເປັນຍ້ອນການແບ່ງແຍກລະຫວ່າງສະຫວັນ ແລະ ແຜ່ນດິນໂລກ. ພຣະເຢຊູອະທິຖານຈາກທັດສະນະຂອງເນື້ອໜັງ. ຍ້ອນວ່າ ພຣະອົງໄດ້ສວມໃສ່ເນື້ອໜັງແຫ່ງຄວາມເປັນມະນຸດທຳມະດາດັ່ງກ່າວ, ມັນມາຈາກທັດສະນະຂອງເນື້ອທີ່ພຣະອົງກ່າວວ່າ: “ເປືອກນອກຂອງເຮົາແມ່ນເປັນຂອງສິ່ງຖືກສ້າງ. ຍ້ອນເຮົາສວມໃສ່ເນື້ອໜັງເພື່ອເຂົ້າມາສູ່ໂລກນີ້, ບັດນີ້ ເຮົາຈຶ່ງຫ່າງໄກຈາກສະຫວັນຫຼາຍ”. ຍ້ອນເຫດຜົນນີ້, ພຣະອົງຈຶ່ງພຽງແຕ່ສາມາດອະທິຖານຫາພຣະເຈົ້າພຣະບິດາຈາກທັດສະນະຂອງເນື້ອໜັງ. ນີ້ແມ່ນໜ້າທີ່ຂອງພຣະອົງ ແລະ ເປັນສິ່ງທີ່ພຣະວິນຍານທີ່ບັງເກີດເປັນມະນຸດຂອງພຣະເຈົ້າຄວນປະກອບມີ. ມັນບໍ່ສາມາດເວົ້າໄດ້ວ່າ ພຣະອົງບໍ່ແມ່ນພຣະເຈົ້າຍ້ອນພຣະອົງອະທິຖານຫາພຣະບິດາຈາກທັດສະນະຂອງເນື້ອໜັງເທົ່ານັ້ນ. ເຖິງແມ່ນວ່າ ພຣະອົງຖືກເອີ້ນວ່າ ພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ, ພຣະອົງກໍຍັງເປັນພຣະເຈົ້າຢູ່ດີ ນັ້ນກໍຍ້ອນວ່າ ພຣະອົງເປັນພຽງການບັງເກີດເປັນມະນຸດຂອງພຣະວິນຍານ ແລະ ແກ່ນແທ້ຂອງພຣະອົງກໍຍັງເປັນພຣະວິນຍານຄືເກົ່າ. ຜູ້ຄົນສົງໄສວ່າ ເປັນຫຍັງພຣະອົງຈຶ່ງອະທິຖານ ຖ້າພຣະອົງເປັນພຣະເຈົ້າເອງ. ນີ້ກໍເພາະວ່າ ພຣະອົງເປັນພຣະເຈົ້າທີ່ບັງເກີດເປັນມະນຸດ, ພຣະເຈົ້າທີ່ດຳລົງຊີວິດຢູ່ພາຍໃນເນື້ອໜັງ ແລະ ບໍ່ແມ່ນພຣະວິນຍານທີ່ຢູ່ໃນສະຫວັນ. ຕາມທີ່ມະນຸດເບິ່ງ, ພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດລ້ວນແລ້ວແຕ່ເປັນພຣະເຈົ້າ. ມີພຽງແຕ່ສາມພຣະອົງທີ່ຮວມກັນເປັນໜຶ່ງດຽວກັນເທົ່ານັ້ນ ຈຶ່ງຈະສາມາດຖືໄດ້ວ່າເປັນພຣະເຈົ້າທີ່ແທ້ຈິງໜຶ່ງດຽວ ແລະ ໃນວິທີນີ້ ລິດອຳນາດຂອງພຣະອົງຈຶ່ງຍິ່ງໃຫຍ່ເປັນພິເສດ. ມີຄົນທີ່ເວົ້າວ່າ ໃນວິທີນີ້ເທົ່ານັ້ນ ພຣະອົງຈຶ່ງເປັນພຣະວິນຍານທີ່ຮຸນແຮງຂຶ້ນເຈັດເທົ່າ. ເມື່ອພຣະບຸດອະທິຖານຫຼັງຈາກການມາຂອງພຣະອົງ, ນັ້ນກໍຄື ເປັນພຣະວິນຍານທີ່ພຣະອົງອະທິຖານຫາ. ໃນຄວາມເປັນຈິງແລ້ວ, ພຣະອົງກຳລັງອະທິຖານຈາກທັດສະນະຂອງສິ່ງທີ່ຖືກສ້າງ. ຍ້ອນເນື້ອໜັງບໍ່ຄົບຖ້ວນ, ພຣະອົງຈຶ່ງບໍ່ຄົບຖ້ວນ ແລະ ມີຈຸດອ່ອນຫຼາຍຢ່າງ ເມື່ອພຣະອົງກາຍມາເປັນເນື້ອໜັງ ແລະ ພຣະອົງວຸ້ນວາຍຫຼາຍໃນຂະນະທີ່ພຣະອົງປະຕິບັດພາລະກິດຂອງພຣະອົງໃນເນື້ອໜັງ. ນັ້ນຄືເຫດຜົນທີ່ວ່າ ເປັນຫຍັງພຣະອົງຈຶ່ງອະທິຖານຫາພຣະເຈົ້າພຣະບິດາສາມຄັ້ງກ່ອນທີ່ພຣະອົງຈະຖືກຄຶງເທິງໄມ້ກາງແຂນ ພ້ອມທັງອະທິຖານຫຼາຍຄັ້ງກ່ອນໜ້ານັ້ນ. ພຣະອົງອະທິຖານທ່າມກາງສາວົກຂອງພຣະອົງ; ພຣະອົງອະທິຖານຜູ້ດຽວເທິງພູເຂົາ; ພຣະອົງອະທິຖານເມື່ອຢູ່ເທິງເຮືອປະມົງ; ພຣະອົງອະທິຖານທ່າມກາງຝູງຊົນ; ພຣະອົງອະທິຖານເມື່ອກຳລັງຫັກເຂົ້າຈີ່; ແລະ ພຣະອົງອະທິຖານເມື່ອກຳລັງອວຍພອນຄົນອື່ນ. ເປັນຫຍັງພຣະອົງຈຶ່ງເຮັດແບບນັ້ນ? ແມ່ນພຣະວິນຍານທີ່ພຣະອົງກຳລັງອະທິຖານຫາ; ພຣະອົງອະທິຖານຫາພຣະວິນຍານ, ຫາພຣະເຈົ້າທີ່ຢູ່ໃນສະຫວັນ ຈາກທັດສະນະຂອງເນື້ອໜັງ. ສະນັ້ນ ຈາກຈຸດຢືນຂອງມະນຸດ, ພຣະເຢຊູກາຍມາເປັນພຣະບຸດໃນຂັ້ນຕອນນັ້ນຂອງພາລະກິດ. ເຖິງຢ່າງໃດກໍຕາມ ໃນຂັ້ນຕອນນີ້ ພຣະອົງບໍ່ໄດ້ອະທິຖານ. ເປັນຫຍັງຈຶ່ງເປັນແບບນີ້? ນີ້ກໍຍ້ອນວ່າ ສິ່ງທີ່ພຣະອົງນໍາອອກມາແມ່ນພາລະກິດແຫ່ງພຣະທຳ ແລະ ການພິພາກສາ ແລະ ການຕີສອນຂອງພຣະທຳ. ພຣະອົງບໍ່ຈຳເປັນຕ້ອງອະທິຖານ ແລະ ພັນທະກິດຂອງພຣະອົງແມ່ນເພື່ອກ່າວພຣະທໍາ. ພຣະອົງບໍ່ໄດ້ຖືກຄຶງໃສ່ໄມ້ກາງແຂນ ແລະ ພຣະອົງບໍ່ໄດ້ຖືກມະນຸດສົ່ງມອບພຣະອົງໃຫ້ກັບຄົນທີ່ມີອຳນາດ. ພຣະອົງພຽງແຕ່ປະຕິບັດພາລະກິດຂອງພຣະອົງ. ໃນເວລາທີ່ພຣະເຢຊູອະທິຖານ, ພຣະອົງອະທິຖານຫາພຣະເຈົ້າພຣະບິດາເພື່ອການລົງມາຂອງອານາຈັກສະຫວັນ, ເພື່ອຄວາມປະສົງຂອງພຣະບິດາຈະຖືກເຮັດໃຫ້ສຳເລັດ ແລະ ເພື່ອພາລະກິດທີ່ຈະມາ. ໃນຂັ້ນຕອນນີ້, ອານາຈັກສະຫວັນໄດ້ລົງມາແລ້ວ, ສະນັ້ນ ພຣະອົງຍັງຈຳເປັນຕ້ອງອະທິຖານຢູ່ບໍ? ພາລະກິດຂອງພຣະອົງແມ່ນເພື່ອນໍາຍຸກໄປສູ່ເວລາສຸດທ້າຍ ແລະ ບໍ່ມີຍຸກໃໝ່ອີກຕໍ່ໄປ, ແລ້ວຈຳເປັນຕ້ອງອະທິຖານສຳລັບຍຸກຕໍ່ໄປບໍ? ເຮົາຢ້ານວ່າບໍ່ຈຳເປັນ!

ມີຂໍ້ຂັດແຍ້ງຫຼາຍຢ່າງໃນການອະທິບາຍຂອງມະນຸດ. ແນ່ນອນ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນແນວຄິດຂອງມະນຸດ; ຫາກປາສະຈາກການພິຈາລະນາເພີ່ມເຕີມຢ່າງລະອຽດ, ພວກເຈົ້າທຸກຄົນກໍຈະເຊື່ອວ່າ ສິ່ງເຫຼົ່ານັ້ນຖືກຕ້ອງ. ພວກເຈົ້າບໍ່ຮູ້ບໍວ່າແນວຄວາມຄິດດັ່ງກ່າວໃນພຣະເຈົ້າສາມອົງເປັນພຽງແນວຄິດຂອງມະນຸດ? ບໍ່ມີຄວາມຮູ້ໃດຂອງມະນຸດທີ່ສົມບູນ ແລະ ທົ່ວເຖິງ. ມີຄວາມບໍ່ບໍລິສຸດຢູ່ສະເໝີ ແລະ ມະນຸດແມ່ນມີແນວຄິດຫຼາຍເກີນໄປ; ສິ່ງນີ້ສະແດງໃຫ້ເຫັນວ່າ ສິ່ງຖືກສ້າງບໍ່ສາມາດອະທິບາຍເຖິງພາລະກິດຂອງພຣະເຈົ້າໄດ້ຢ່າງແທ້ຈິງ. ມີຫຼາຍສິ່ງເກີນໄປໃນຄວາມຄິດຂອງມະນຸດ, ທຸກສິ່ງມາຈາກເຫດຜົນ ແລະ ຄວາມຄິດ ເຊິ່ງຂັດກັບຄວາມຈິງ. ເຫດຜົນຂອງເຈົ້າສາມາດວິເຄາະພາລະກິດຂອງພຣະເຈົ້າໄດ້ຢ່າງທົ່ວເຖິງບໍ? ເຈົ້າສາມາດຮັບເອົາຄວາມເຂົ້າໃຈໃນພາລະກິດທັງໝົດຂອງພຣະເຢໂຮວາບໍ່? ແມ່ນເຈົ້າບໍ ທີ່ເປັນມະນຸດຜູ້ທີ່ເຫັນຜ່ານທຸກສິ່ງ ຫຼື ແມ່ນພຣະເຈົ້າເອງທີ່ສາມາດເຫັນຕະຫຼອດໄປເປັນນິດນິລັນ? ແມ່ນເຈົ້າບໍ ທີ່ສາມາດເຫັນຈາກອະດີດຈົນເຖິງອະນາຄົດຕະຫຼອດໄປເປັນນິດ ຫຼື ເປັນພຣະເຈົ້າທີ່ສາມາດເຮັດແບບນັ້ນໄດ້? ເຈົ້າຈະເວົ້າແນວໃດ? ເຈົ້າຈະສົມຄວນອະທິບາຍພຣະເຈົ້າໄດ້ແນວໃດ? ການອະທິບາຍຂອງເຈົ້າແມ່ນອີງຕາມພື້ນຖານຫຍັງ? ເຈົ້າເປັນພຣະເຈົ້າບໍ? ສະຫວັນ ແລະ ແຜ່ນດິນໂລກ ແລະ ສິ່ງທັງປວງກໍ່ຖືກສ້າງໂດຍພຣະເຈົ້າເອງ. ບໍ່ແມ່ນເຈົ້າທີ່ເຮັດສິ່ງນີ້, ແລ້ວເປັນຫຍັງເຈົ້າຈຶ່ງອະທິບາຍຢ່າງບໍ່ຖືກຕ້ອງ? ບັດນີ້, ເຈົ້າຈະສືບຕໍ່ເຊື່ອໃນພຣະເຈົ້າຕຣີເອການຸພາບຢູ່ບໍ? ເຈົ້າບໍ່ຄິດບໍ່ວ່າ ການເຊື່ອແບບນັ້ນແມ່ນມີພາລະຫຼາຍເກີນໄປ? ມັນຈະເປັນການດີທີ່ສຸດ ຖ້າເຈົ້າເຊື່ອໃນພຣະເຈົ້າໜຶ່ງດຽວ, ບໍ່ແມ່ນໃນພຣະເຈົ້າສາມພຣະອົງ. ມັນເປັນການດີທີ່ສຸດທີ່ຈະເປັນແສງສະຫວ່າງ ເພາະວ່າ ພາລະຂອງພຣະຜູ້ເປັນເຈົ້າຄືແສງສະຫວ່າງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າຕຣີເອການຸພາບມີແທ້ບໍ?

ກ່ອນນີ້: ຄວາມລຶກລັບກ່ຽວກັບພຣະຄໍາພີ

ຕໍ່ໄປ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້