ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ເມື່ອເຈົ້າປະສົບກັບການທົດລອງທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະເຈົ້າ

ໃນປັດຈຸບັນນີ້ ເຈົ້າຮັກພຣະເຈົ້າຫຼາຍສໍ່າໃດ? ແລ້ວດຽວນີ້ ເຈົ້າຮູ້ຈັກທຸກສິ່ງທີ່ພຣະເຈົ້າໄດ້ກະທຳໃນຕົວເຈົ້າຫຼາຍສໍ່າໃດ? ນີ້ແມ່ນສິ່ງທີ່ເຈົ້າຄວນຮຽນຮູ້. ເມື່ອພຣະເຈົ້າມາເຖິງແຜ່ນດິນໂລກ, ທຸກສິ່ງທີ່ພຣະອົງໄດ້ກະທຳໃນມະນຸດ ແລະ ຍອມໃຫ້ມະນຸດເຫັນເປັນໄປ ເພື່ອວ່າມະນຸດຈະຮັກພຣະອົງ ແລະ ຮູ້ຈັກພຣະອົງແທ້ໆ. ໃນປະເດັນໜຶ່ງ ການທີ່ມະນຸດສາມາດທົນທຸກເພື່ອພຣະເຈົ້າ ແລະ ມາໄດ້ໄກສໍ່ານີ້ແມ່ນເພາະຄວາມຮັກຂອງພຣະເຈົ້າ ແລະ ໃນອີກປະເດັນໜຶ່ງແມ່ນເພາະຄວາມລອດພົ້ນຂອງພຣະເຈົ້າ; ຍິ່ງໄປກວ່ານັ້ນ, ມັນເປັນຍ້ອນພາລະກິດແຫ່ງການພິພາກສາ ແລະ ການຕີສອນທີ່ພຣະເຈົ້າປະຕິບັດໃນມະນຸດ. ຖ້າພວກເຈົ້າປາສະຈາກການພິພາກສາ, ການຕີສອນ ແລະ ການທົດລອງຂອງພຣະເຈົ້າ ແລະ ຖ້າພຣະເຈົ້າບໍ່ໄດ້ເຮັດໃຫ້ພວກເຈົ້າທົນທຸກ, ແລ້ວຖ້າຈະເວົ້າຄວາມຈິງກໍຄື ພວກເຈົ້າບໍ່ໄດ້ຮັກພຣະເຈົ້າແທ້ໆ. ຍິ່ງພາລະກິດຂອງພຣະເຈົ້າໃນມະນຸດມີຫຼາຍສໍ່າໃດ ແລະ ຍິ່ງການທົນທຸກຂອງມະນຸດຍິ່ງໃຫຍ່ຫຼາຍສໍ່າໃດ, ມັນກໍຍິ່ງສາມາດສະແດງໃຫ້ເຫັນວ່າພາລະກິດຂອງພຣະເຈົ້າມີຄວາມໝາຍຫຼາຍສໍ່ານັ້ນ ແລະ ຫົວໃຈຂອງມະນຸດກໍຍິ່ງສາມາດຮັກພຣະເຈົ້າຢ່າງແທ້ຈິງ. ເຈົ້າຮຽນຮູ້ວິທີຮັກພຣະເຈົ້າໄດ້ແນວໃດ? ຫາກປາສະຈາກການທໍລະມານ ແລະ ການຫຼໍ່ຫຼອມ, ຫາກປາສະຈາກການທົດລອງທີ່ເຈັບປວດ ແລະ ຍິ່ງໄປກວ່ານັ້ນ ຖ້າທຸກສິ່ງທີ່ພຣະເຈົ້າມອບໃຫ້ກັບມະນຸດແມ່ນຄວາມເມດຕາ, ຄວາມຮັກ ແລະ ຄວາມກະລຸນາ, ແລ້ວເຈົ້າຈະສາມາດບັນລຸການຮັກພຣະເຈົ້າຢ່າງແທ້ຈິງໄດ້ບໍ? ໃນແງ່ໜຶ່ງ, ໃນລະຫວ່າງການທົດລອງຂອງພຣະເຈົ້າ ມະນຸດຮຽນຮູ້ຈັກຂໍ້ບົກຜ່ອງຂອງເຂົາ ແລະ ເຫັນວ່າ ເຂົາບໍ່ມີຄວາມໝາຍ, ເປັນຕາດູຖູກ ແລະ ຕໍ່າຕ້ອຍ, ເຂົາບໍ່ມີຫຍັງເລີຍ ແລະ ບໍ່ໄດ້ເປັນຫຍັງເລີຍ; ໃນອີກແງ່ໜຶ່ງ, ໃນລະຫວ່າງການທົດລອງຂອງພຣະອົງ ພຣະເຈົ້າສ້າງສະພາບແວດລ້ອມທີ່ແຕກຕ່າງກັນໃຫ້ກັບມະນຸດ ເພື່ອເຮັດໃຫ້ມະນຸດສາມາດຜະເຊີນກັບຄວາມເປັນຕາຮັກຂອງພຣະເຈົ້າຫຼາຍຍິ່ງຂຶ້ນ. ເຖິງແມ່ນວ່າຄວາມເຈັບປວດມີຫຼາຍ ແລະ ບາງເທື່ອກໍບໍ່ສາມາດຈັດການໄດ້ ແລະ ມັນຍັງໄປເຖິງຄວາມໂສກເສົ້າລະດັບຮຸນແຮງ, ເມື່ອໄດ້ຜະເຊີນກັບມັນ, ມະນຸດກໍເຫັນວ່າພາລະກິດຂອງພຣະເຈົ້າທີ່ຢູ່ໃນຕົວເຂົານັ້ນເປັນຕາຮັກຫຼາຍສໍ່າໃດ ແລະ ບົນພື້ນຖານນີ້ເທົ່ານັ້ນ ຈຶ່ງເກີດມີຄວາມຮັກແທ້ຈິງທີ່ມະນຸດມີໃຫ້ກັບພຣະເຈົ້າ. ໃນປັດຈຸບັນ ມະນຸດເຫັນວ່າ ດ້ວຍຄວາມເມດຕາ, ຄວາມຮັກ ແລະ ຄວາມກະລຸນາຂອງພຣະເຈົ້າເທົ່ານັ້ນ, ເຂົາບໍ່ສາມາດຮູ້ຈັກຕົນເອງແທ້ໆ, ແຮງແລ້ວເລີຍທີ່ເຂົາຈະສາມາດຮູ້ຈັກໃຈຄວາມສຳຄັນຂອງມະນຸດ. ຜ່ານທາງການຫຼໍ່ຫຼອມ ແລະ ການພິພາກສາຂອງພຣະເຈົ້າທັງສອງຢ່າງເທົ່ານັ້ນ, ໃນລະຫວ່າງການຫຼໍ່ຫຼອມດັ່ງກ່າວເທົ່ານັ້ນ ມະນຸດຈຶ່ງສາມາດຮູ້ຈັກຂໍ້ບົກຜ່ອງຂອງເຂົາ ແລະ ຮູ້ວ່າເຂົາບໍ່ມີຫຍັງເລີຍ. ສະນັ້ນ, ຄວາມຮັກທີ່ມະນຸດມີໃຫ້ກັບພຣະເຈົ້າຖືກສ້າງຂຶ້ນບົນພື້ນຖານຂອງການຫຼໍ່ຫຼອມ ແລະ ການພິພາກສາຂອງພຣະເຈົ້າ. ຖ້າເຈົ້າພຽງແຕ່ມີຄວາມສຸກກັບຄວາມເມດຕາຂອງພຣະເຈົ້າ ພ້ອມກັບຊີວິດຄອບຄົວທີ່ສະຫງົບສຸກ ຫຼື ການອວຍພອນທາງວັດຖຸ, ແລ້ວເຈົ້າກໍບໍ່ໄດ້ຮັບເອົາພຣະເຈົ້າ ແລະ ຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າກໍລົ້ມເຫຼວ. ພຣະເຈົ້າໄດ້ປະຕິບັດພາລະກິດແຫ່ງພຣະຄຸນຂັ້ນຕອນໜຶ່ງໃນເນື້ອໜັງ ແລະ ໄດ້ປະທານການອວຍພອນທາງວັດຖຸໃຫ້ກັບມະນຸດແລ້ວ, ແຕ່ມະນຸດບໍ່ສາມາດຖືກເຮັດໃຫ້ສົມບູນດ້ວຍຄວາມເມດຕາ, ຄວາມຮັກ ແລະ ຄວາມກະລຸນາແຕ່ເທົ່ານັ້ນ. ໃນປະສົບການຂອງມະນຸດ ເຂົ້າຜະເຊີນກັບຄວາມຮັກບາງຢ່າງຂອງພຣະເຈົ້າ ແລະ ເຫັນຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າ, ແຕ່ເມື່ອໄດ້ຜະເຊີນເປັນໄລຍະເວລາໜຶ່ງ, ເຂົາເຫັນວ່າ ຄວາມເມດຕາຂອງພຣະເຈົ້າ ແລະ ຄວາມຮັກຂອງພຣະອົງ ແລະ ຄວາມກະລຸນາ ບໍ່ສາມາດເຮັດໃຫ້ມະນຸດສົມບູນ ແລະ ບໍ່ສາມາດເປີດເຜີຍສິ່ງທີ່ເສື່ອມຊາມຢູ່ພາຍໃນມະນຸດ ຫຼື ສິ່ງເຫຼົ່ານັ້ນບໍ່ສາມາດເຮັດກຳຈັດອຸປະນິໄສທີ່ເສື່ອມຊາມອອກຈາກມະນຸດ ຫຼື ເຮັດໃຫ້ຄວາມຮັກ ແລະ ຄວາມເຊື່ອຂອງເຂົາສົມບູນ. ພາລະກິດແຫ່ງພຣະຄຸນຂອງພຣະເຈົ້າແມ່ນພາລະກິດຂອງໄລຍະໜຶ່ງ ແລະ ມະນຸດບໍ່ສາມາດເພິ່ງການມີຄວາມສຸກກັບຄວາມເມດຕາຂອງພຣະເຈົ້າເພື່ອຮູ້ຈັກພຣະເຈົ້າ.

ຄວາມສົມບູນທີ່ພຣະເຈົ້າມີໃຫ້ກັບມະນຸດຈະສຳເລັດຜ່ານຫຍັງ? ຜ່ານອຸປະນິໄສທີ່ຊອບທຳຂອງພຣະອົງ. ອຸປະນິໄສຂອງພຣະເຈົ້າຫຼັກໆແມ່ນປະກອບດ້ວຍຄວາມຊອບທຳ, ຄວາມໂກດຮ້າຍ, ສະຫງ່າລາສີ, ການພິພາກສາ ແລະ ຄຳສາບແຊ່ງ ແລະ ການທີ່ພຣະອົງເຮັດໃຫ້ມະນຸດສົມບູນຫຼັກໆແມ່ນຜ່ານທາງການພິພາກສາ. ບາງຄົນບໍ່ເຂົ້າໃຈ ແລະ ຖາມວ່າ ເປັນຫຍັງພຣະເຈົ້າຈຶ່ງສາມາດເຮັດໃຫ້ມະນຸດສົມບູນຜ່ານການພິພາກສາ ແລະ ຄຳສາບແຊ່ງເທົ່ານັ້ນ? ພວກເຂົາເວົ້າວ່າ “ຖ້າພຣະເຈົ້າຈະສາບແຊ່ງມະນຸດ, ມະນຸດຈະບໍ່ຕາຍບໍ? ຖ້າພຣະເຈົ້າຈະພິພາກສາມະນຸດ, ມະນຸດຈະບໍ່ຖືກກ່າວໂທດບໍ? ແລ້ວເຂົາຈະຍັງຖືກເຮັດໃຫ້ສົມບູນໄດ້ແນວໃດ?” ສິ່ງດັ່ງກ່າວແມ່ນຄຳເວົ້າຂອງຄົນທີ່ບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ. ສິ່ງທີ່ພຣະເຈົ້າສາບແຊ່ງແມ່ນຄວາມບໍ່ເຊື່ອຟັງຂອງມະນຸດ ແລະ ສິ່ງທີ່ພຣະອົງພິພາກສາແມ່ນຄວາມບາບຂອງມະນຸດ. ເຖິງແມ່ນວ່າພຣະອົງກ່າວຢ່າງໂຫດຮ້າຍ ແລະ ປາສະຈາກຄວາມອ່ອນໄຫວແມ່ນແຕ່ໜ້ອຍດຽວ, ພຣະອົງກໍເປີດເຜີຍທຸກສິ່ງທີ່ຢູ່ພາຍໃນມະນຸດ ແລະ ຜ່ານທາງພຣະທຳທີ່ເຂັ້ມງວດເຫຼົ່ານີ້ ພຣະອົງເປີດເຜີຍສິ່ງທີ່ສຳຄັນພາຍໃນມະນຸດ, ແຕ່ຜ່ານການພິພາກສາດັ່ງກ່າວ, ພຣະອົງມອບຄວາມຮູ້ທີ່ເລິກເຊິ່ງກ່ຽວກັບໃຈຄວາມສຳຄັນຂອງເນື້ອໜັງໃຫ້ກັບມະນຸດ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງຍອມເຊື່ອຟັງຕໍ່ໜ້າພຣະເຈົ້າ. ເນື້ອໜັງຂອງມະນຸດແມ່ນມາຈາກຄວາມບາບ ແລະ ມາຈາກຊາຕານ, ມັນແມ່ນການບໍ່ເຊື່ອຟັງ ແລະ ສິ່ງທີ່ຈະຖືກພຣະເຈົ້າຕີສອນ, ແລ້ວດ້ວຍເຫດນັ້ນ ເພື່ອທີ່ຈະເຮັດໃຫ້ມະນຸດຮູ້ຈັກຕົນເອງ ພຣະທຳແຫ່ງການພິພາກສາຂອງພຣະເຈົ້າຕ້ອງຕົກລົງໃສ່ເຂົາ ແລະ ຕ້ອງໃຊ້ການຫຼໍ່ຫຼອມທຸກຮູບແບບ; ມີແຕ່ເມື່ອນັ້ນ ພາລະກິດຂອງພຣະເຈົ້າຈຶ່ງຈະມີປະສິດທິພາບ.

ຈາກພຣະທຳທີ່ພຣະເຈົ້າກ່າວ ສາມາດເຫັນໄດ້ວ່າ ພຣະອົງໄດ້ກ່າວໂທກເນື້ອໜັງຂອງມະນຸດແລ້ວ. ແລ້ວພຣະທຳເຫຼົ່ານີ້ບໍ່ແມ່ນພຣະທຳແຫ່ງຄຳສາບແຊ່ງບໍ? ພຣະທຳທີ່ພຣະເຈົ້າກ່າວໄວ້ແມ່ນເປີດໂປງທາດແທ້ຂອງມະນຸດ ແລະ ຜ່ານການເປີດໂປງດັ່ງກ່າວ ເຂົາກໍຖືກພິພາກສາ ແລະ ເມື່ອເຂົາເຫັນວ່າ ເຂົາບໍ່ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ເຂົາກໍຮູ້ສຶກເຖິງຄວາມໂສກເສົ້າ ແລະ ຄວາມເສຍໃຈຢູ່ຂ້າງໃນ, ເຂົາຮູ້ສຶກວ່າ ເຂົາເປັນໜີ້ບຸນຄຸນພຣະເຈົ້າຫຼາຍ ແລະ ບໍ່ພຽງພໍສຳລັບຄວາມປະສົງຂອງພຣະເຈົ້າ. ມີຫຼາຍຄັ້ງທີ່ພຣະວິນຍານບໍລິສຸດລົງວິໄນເຈົ້າຈາກຂ້າງໃນ ແລະ ວິໄນນີ້ແມ່ນມາຈາກການພິພາກສາຂອງພຣະເຈົ້າ; ມີຫຼາຍຄັ້ງທີ່ພຣະເຈົ້າປະນາມເຈົ້າ ແລະ ເຊື່ອງໃບໜ້າຂອງພຣະອົງຈາກເຈົ້າ, ເມື່ອພຣະອົງບໍ່ສົນໃຈເຈົ້າ ແລະ ບໍ່ປະຕິບັດພາລະກິດພາຍໃນເຈົ້າ ໂດຍຕີສອນເຈົ້າຢ່າງງຽບສະນິດເພື່ອຫຼໍ່ຫຼອມເຈົ້າ. ພາລະກິດຂອງພຣະເຈົ້າໃນມະນຸດຫຼັກໆແມ່ນເພື່ອເຮັດໃຫ້ອຸປະນິໄສທີ່ຊອບທຳຂອງພຣະອົງເຫັນໄດ້ງ່າຍ. ໃນທີ່ສຸດແລ້ວ ມະນຸດເປັນພະຍານຫຍັງແດ່ໃຫ້ກັບພຣະເຈົ້າ? ເຂົາເປັນພະຍານວ່າ ພຣະເຈົ້າເປັນພຣະເຈົ້າທີ່ຊອບທຳ, ອຸປະນິໄສຂອງພຣະອົງແມ່ນຄວາມຊອບທຳ, ຄວາມໂກດຮ້າຍ, ການຕີສອນ ແລະ ການພິພາກສາ; ມະນຸດເປັນພະຍານເຖິງອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ພຣະເຈົ້າໃຊ້ການພິພາກສາຂອງພຣະອົງເພື່ອເຮັດໃຫ້ມະນຸດສົມບູນ, ພຣະອົງຮັກມະນຸດ ແລະ ຊ່ວຍມະນຸດໃຫ້ລອດພົ້ນ, ແຕ່ມີຫຼາຍສໍ່າໃດທີ່ຢູ່ພາຍໃນຄວາມຮັກຂອງພຣະອົງ? ມີການພິພາກສາ, ສະຫງ່າລາສີ, ຄວາມໂກດຮ້າຍ ແລະ ຄຳສາບແຊ່ງ. ເຖິງແມ່ນວ່າພຣະເຈົ້າສາບແຊ່ງມະນຸດໃນອະດິດ, ພຣະອົງກໍບໍ່ໄດ້ໂຍນມະນຸດທັງມົດລົງສູ່ເຫວເລິກເຊິ່ງບໍ່ມີທີ່ສິ້ນສຸດ, ແຕ່ໃຊ້ວິທີນັ້ນເພື່ອຫຼໍ່ຫຼອມຄວາມເຊື່ອຂອງມະນຸດ; ພຣະອົງບໍ່ເຮັດໃຫ້ມະນຸດເຖິງແກ່ຄວາມຕາຍ, ແຕ່ປະຕິບັດເພື່ອເຮັດໃຫ້ມະນຸດສົມບູນ. ໃຈຄວາມສຳຄັນຂອງເນື້ອໜັງແມ່ນສິ່ງທີ່ມາຈາກຊາຕານ ເຊິ່ງພຣະເຈົ້າໄດ້ເວົ້າໄວ້ຢ່າງຖືກຕ້ອງພໍດີ, ແຕ່ຄວາມຈິງທີ່ພຣະເຈົ້າປະຕິບັດບໍ່ໄດ້ສຳເລັດລົງຕາມພຣະທຳຂອງພຣະອົງ. ພຣະອົງສາບແຊ່ງເຈົ້າເພື່ອເຈົ້າຈະຮັກພຣະອົງ ແລະ ເພື່ອເຈົ້າຈະຮູ້ຈັກໃຈຄວາມສຳຄັນຂອງເນື້ອໜັງ; ພຣະອົງຕີສອນເຈົ້າເພື່ອປຸກໃຫ້ເຈົ້າຕື່ນ, ເພື່ອເຮັດໃຫ້ເຈົ້າຮູ້ຈັກຂໍ້ບົກຜ່ອງທີ່ຢູ່ພາຍໃນຕົວເຈົ້າ ແລະ ເພື່ອຮູ້ຈັກຄວາມບໍ່ສົມຄວນທີ່ສຸດຂອງມະນຸດ. ສະນັ້ນ, ຄຳສາບແຊ່ງຂອງພຣະເຈົ້າ, ການພິພາກສາຂອງພຣະອົງ ແລະ ສະຫງ່າລາສີ ແລະ ຄວາມໂກດຮ້າຍຂອງພຣະອົງ, ສິ່ງເຫຼົ່ານີ້ແມ່ນມີເພື່ອເຮັດໃຫ້ມະນຸດສົມບູນ. ທຸກສິ່ງທີ່ພຣະເຈົ້າກະທຳໃນປັດຈຸບັນ ແລະ ອຸປະນິໄສທີ່ຊອບທຳທີ່ພຣະເຈົ້າເຮັດໃຫ້ເຫັນແຈ້ງພາຍໃນພວກເຈົ້າ, ທຸກສິ່ງແມ່ນມີເພື່ອເຮັດໃຫ້ມະນຸດສົມບູນ ແລະ ສິ່ງດັ່ງກ່າວແມ່ນຄວາມຮັກຂອງພຣະເຈົ້າ.

ໃນແນວຄິດຕາມປະເພນີຂອງມະນຸດ, ຄວາມຮັກຂອງພຣະເຈົ້າແມ່ນຄວາມເມດຕາ, ຄວາມກະລຸນາຂອງພຣະອົງ ແລະ ຄວາມສົງສານທີ່ພຣະອົງມີສຳລັບຄວາມອ່ອນແອຂອງມະນຸດ. ເຖິງແມ່ນວ່າສິ່ງເຫຼົ່ານີ້ແມ່ນຄວາມຮັກຂອງພຣະເຈົ້າເຊັ່ນກັນ, ພວກມັນກໍບໍ່ຍຸຕິທຳເກີນໄປ ແລະ ບໍ່ແມ່ນວິທີຫຼັກໆທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນ. ເມື່ອບາງຄົນຫາກໍເລີ່ມຕົ້ນເຊື່ອໃນພຣະເຈົ້າ, ມັນເປັນຍ້ອນຄວາມເຈັບປ່ວຍ. ຄວາມເຈັບປ່ວຍນີ້ແມ່ນຄວາມກະລຸນາທີ່ພຣະເຈົ້າມີໃຫ້ສຳລັບເຈົ້າ; ຫາກປາສະຈາກສິ່ງນັ້ນ, ເຈົ້າຈະບໍ່ເຊື່ອໃນພຣະເຈົ້າ ແລະ ຖ້າເຈົ້າບໍ່ເຊື່ອໃນພຣະເຈົ້າ ແລ້ວເຈົ້າກໍຈະບໍ່ມາໄກໄດ້ປານນີ້ ແລະ ສະນັ້ນ ແມ່ນແຕ່ຄວາມເມດຕານີ້ກໍເປັນຄວາມຮັກຂອງພຣະເຈົ້າ. ໃນເວລາແຫ່ງຄວາມເຊື່ອໃນພຣະເຢຊູ, ຜູ້ຄົນເຮັດຫຼາຍຢ່າງທີ່ພຣະເຈົ້າບໍ່ມັກ ເພາະພວກເຂົາບໍ່ເຂົ້າໃຈຄວາມຈິງ, ແຕ່ພຣະເຈົ້າກໍມີຄວາມຮັກ ແລະ ຄວາມກະລຸນາ ແລະ ພຣະອົງໄດ້ນໍາໃຫ້ມະນຸດມາໄກປານນີ້ ແລະ ເຖິງແມ່ນວ່າມະນຸດບໍ່ເຂົ້າຫຍັງເລີຍ, ພຣະເຈົ້າກໍຍອມໃຫ້ມະນຸດຕິດຕາມພຣະອົງຄືເກົ່າ ແລະ ຍິ່ງໄປກວ່ານັ້ນກໍນໍາພາໃຫ້ມະນຸດມາເຖິງປັດຈຸບັນ. ນີ້ບໍ່ແມ່ນຄວາມຮັກຂອງພຣະເຈົ້າບໍ? ສິ່ງທີ່ຖືກສະແດງອອກໃນອຸປະນິໄສຂອງພຣະເຈົ້າແມ່ນຄວາມຮັກຂອງພຣະເຈົ້າ, ສິ່ງນີ້ຖືກຕ້ອງທີ່ສຸດ! ເມື່ອການສ້າງຄຣິສຕະຈັກໄດ້ມາເຖິງຈຸດສູງສຸດ, ພຣະເຈົ້າປະຕິບັດພາລະກິດຂັ້ນຕອນຂອງຜູ້ບໍລິການ ແລະ ໂຍນມະນຸດຖິ້ມລົງສູ່ເຫວເລິກເຊິ່ງບໍ່ມີສິ້ນສຸດ. ພຣະທຳໃນເວລາຂອງຜູ້ບໍລິການແມ່ນຄຳສາບແຊ່ງທັງໝົດ ນັ້ນຄື ຄຳສາບແຊ່ງເນື້ອໜັງຂອງເຈົ້າ, ຄຳສາບແຊ່ງຂອງອຸປະນິໄສຊົ່ວຊ້າທີ່ເສື່ອມຊາມຂອງເຈົ້າ ແລະ ຄຳສາບແຊ່ງຂອງສິ່ງຕ່າງໆຂອງເຈົ້າທີ່ບໍ່ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ພາລະກິດທີ່ພຣະເຈົ້າກະທຳໃນບາດກ້າວນັ້ນແມ່ນຖືກສະແດງອອກດັ່ງສະຫງ່າລາສີ ຫຼັງຈາກທີ່ພຣະເຈົ້າປະຕິບັດພາລະກິດແຫ່ງການຕີສອນພຽງແຕ່ໜ້ອຍດຽວ ແລະ ການທົດລອງແຫ່ງຄວາມຕາຍກໍມາເຖິງ. ໃນພາລະກິດດັ່ງກ່າວ, ມະນຸດໄດ້ເຫັນເຖິງຄວາມໂກດຮ້າຍ, ສະຫງ່າລາສີ, ການພິພາກສາ ແລະ ການຕີສອນຂອງພຣະເຈົ້າ, ແຕ່ເຂົາກໍຍັງໄດ້ເຫັນເຖິງຄວາມເມດຕາຂອງພຣະເຈົ້າ ແລະ ຄວາມຮັກຂອງພຣະອົງ ແລະ ຄວາມກະລຸນາເຊັ່ນກັນ; ທຸກສິ່ງທີ່ພຣະເຈົ້າກະທຳ ແລະ ທຸກສິ່ງທີ່ຖືກສະແດງອອກເປັນອຸປະນິໄສຂອງພຣະອົງ ແມ່ນຄວາມຮັກມະນຸດ ແລະ ທຸກສິ່ງທີ່ພຣະເຈົ້າກະທຳແມ່ນເພື່ອເຮັດໃຫ້ສຳເລັດຕາມຄວາມຕ້ອງການຂອງມະນຸດ. ພຣະອົງກະທຳສິ່ງນັ້ນເພື່ອເຮັດໃຫ້ມະນຸດສົມບູນ ແລະ ພຣະອົງຈັດກຽມໃຫ້ກັບມະນຸດຕາມວຸດທິພາວະຂອງເຂົາ. ຖ້າພຣະເຈົ້າບໍ່ໄດ້ກະທຳສິ່ງນີ້, ມະນຸດຈະບໍ່ສາມາດມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຈະບໍ່ມີທາງຮູ້ຈັກໃບໜ້າທີ່ແທ້ຈິງຂອງພຣະເຈົ້າ. ນັບຕັ້ງແຕ່ເວລາທີ່ມະນຸດເລີ່ມເຊື່ອໃນພຣະເຈົ້າເປັນຄັ້ງທຳອິດຈົນເຖິງປັດຈຸບັນ, ພຣະເຈົ້າໄດ້ຈັດກຽມໃຫ້ກັບມະນຸດເທື່ອລະໜ້ອຍ ຕາມວຸດທິພາວະຂອງມະນຸດ ເພື່ອວ່າມະນຸດຈະຮຽນຮູ້ຈັກພຣະອົງເທື່ອລະໜ້ອຍຢູ່ຂ້າງໃນ. ມີແຕ່ການມາເຖິງປັດຈຸບັນເທົ່ານັ້ນ ມະນຸດຈຶ່ງຈະເຂົ້າໃຈວ່າ ການພິພາກສາຂອງພຣະເຈົ້າມະຫັດສະຈັນສໍ່າໃດ. ບາດກ້າວຂອງພາລະກິດຂອງຜູ້ບໍລິການແມ່ນເຫດການທຳອິດຂອງພາລະກິດແຫ່ງຄຳສາບແຊ່ງຕັ້ງແຕ່ເວລາແຫ່ງການສ້າງຈົນເຖິງປັດຈຸບັນ. ມະນຸດຖືກສາບແຊ່ງໃຫ້ຕົກລົງສູ່ເຫວເລິກເຊິ່ງບໍ່ມີທີ່ສິ້ນສຸດ. ຖ້າພຣະເຈົ້າບໍ່ໄດ້ເຮັດແບບນັ້ນ, ໃນປັດຈຸບັນນີ້ ມະນຸດຈະບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ; ຜ່ານຄຳສາບແຊ່ງຂອງພຣະເຈົ້າເທົ່ານັ້ນ ມະນຸດຈຶ່ງພົບພໍ້ກັບອຸປະນິໄສຂອງພຮະເຈົ້າຢ່າງເປັນທາງການ. ປະສົບການເຫຼົ່ານັ້ນສະແດງໃຫ້ມະນຸດເຫັນວ່າ ຄວາມຊື່ສັດຂອງເຂົາແມ່ນຍອມຮັບບໍ່ໄດ້, ວຸດທິພາວະຂອງເຂົາກໍນ້ອຍເກີນໄປ, ເຂົາບໍ່ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ຄຳອ້າງຂອງເຂົາທີ່ວ່າເຮັດໃຫ້ພຣະເຈົ້າພໍໃຈຢູ່ຕະຫຼອດເວລານັ້ນ ກໍບໍ່ໄດ້ເປັນຫຍັງທີ່ຫຼາຍກວ່າຄຳເວົ້າ. ເຖິງແມ່ນວ່າໃນບາດກ້າວຂອງພາລະກິດຂອງຜູ້ບໍລິການ ພຣະເຈົ້າສາບແຊ່ງມະນຸດ, ໃຫ້ເບິ່ງຈາກປັດຈຸບັນວ່າ ບາດກ້າວຂອງພາລະກິດຂອງພຣະເຈົ້າມະຫັດສະຈັນ ນັ້ນກໍຄື ມັນນຳຈຸດປ່ຽນແປງທີ່ຍິ່ງໃຫຍ່ມາເຖິງມະນຸດ ແລະ ເຮັດໃຫ້ມີການປ່ຽນແປງຄັ້ງຍິ່ງໃຫຍ່ຕໍ່ອຸປະນິໄສໃນຊີວິດຂອງເຂົາ. ກ່ອນການທົດລອງຜູ້ບໍລິການ, ມະນຸດບໍ່ເຂົ້າຫຍັງເລີຍກ່ຽວກັບການສະແຫວງຫາຊີວິດ, ການເຊື່ອໃນພຣະເຈົ້າໝາຍເຖິງຫຍັງ ຫຼື ສະຕິປັນຍາໃນພາລະກິດຂອງພຣະເຈົ້າ ຫຼື ເຂົາບໍ່ເຂົ້າໃຈວ່າ ພາລະກິດຂອງພຣະເຈົ້າສາມາດທົດສອບມະນຸດໄດ້. ນັບຕັ້ງແຕ່ເວລາຂອງຜູ້ບໍລິການຕະລອດຈົນເຖິງປັດຈຸບັນ, ມະນຸດເຫັນວ່າ ພາລະກິດຂອງພຣະເຈົ້າມະຫັດສະຈັນສໍ່າໃດ, ມັນເປັນສິ່ງທີ່ມະນຸດບໍ່ສາມາດຢັ່ງເຖິງໄດ້ ແລະ ເຖິງຈະໃຊ້ສະໝອງຂອງເຂົາ ເຂົາກໍບໍ່ສາມາດຈິນຕະນາການເຖິງວິທີທີ່ພຣະເຈົ້າປະຕິບັດພາລະກິດ ແລະ ຍັງເຫັນວ່າວຸດທິພາວະຂອງເຂົາເລັກນ້ອຍສໍ່າໃດ ແລະ ມີຫຼາຍຢ່າງໃນຕົວເຂົາທີ່ບໍ່ເຊື່ອຟັງ. ເມື່ອພຣະເຈົ້າສາບແຊ່ງມະນຸດ, ມັນກໍເພື່ອບັນລຸຜົນ ແລະ ພຣະອົງບໍ່ໄດ້ເຮັດໃຫ້ມະນຸດຕາຍ. ເຖິງແມ່ນວ່າພຣະອົງສາບແຊ່ງມະນຸດ, ພຣະອົງກໍເຮັດແບບນັ້ນຜ່ານທາງພຣະທຳ ແລະ ຄຳສາບແຊ່ງຂອງພຣະອົງກໍບໍ່ໄດ້ເກີດກັບມະນຸດແທ້ໆ ຍ້ອນສິ່ງທີ່ພຣະເຈົ້າສາບແຊ່ງແມ່ນຄວາມບໍ່ເຊື່ອຟັງຂອງມະນຸດ ແລະ ສະນັ້ນ ພຣະທຳແຫ່ງຄຳສາບແຊ່ງຂອງພຣະອົງແມ່ນມີເພື່ອເຮັດໃຫ້ມະນຸດສົມບູນເຊັ່ນກັນ. ບໍ່ວ່າພຣະເຈົ້າຈະພິພາກສາມະນຸດ ຫຼື ສາບແຊ່ງເຂົາ, ທັງສອງຢ່າງກໍເຮັດໃຫ້ມະນຸດສົມບູນ ນັ້ນຄື ທັງສອງຢ່າງແມ່ນມີເພື່ອເຮັດໃຫ້ສິ່ງທີ່ບໍ່ບໍລິສຸດຢູ່ພາຍໃນມະນຸດນັ້ນສົມບູນ. ໝາຍຄວາມວ່າ ມະນຸດຖືກຫຼໍ່ຫຼອມຜ່ານສິ່ງນີ້ ແລະ ສິ່ງທີ່ຍັງຂາດຢູ່ຂ້າງໃນມະນຸດກໍຖືກເຮັດໃຫ້ສົມບູນຜ່ານທາງຄຳເວົ້າ ແລະ ພາລະກິດຂອງພຣະອົງ. ທຸກບາດກ້າວຂອງພາລະກິດຂອງພຣະເຈົ້າ ບໍ່ວ່າຈະເປັນພຣະທຳທີ່ໂຫດຮ້າຍ ຫຼື ພິພາກສາ ຫຼື ການຕີສອນ ແມ່ນເຮັດໃຫ້ມະນຸດສົມບູນ ແລະ ເໝາະສົມທີ່ສຸດ. ພຣະເຈົ້າບໍ່ເຄີຍປະຕິບັດພາລະກິດດັ່ງກ່າວທົ່ວຍຸກຕ່າງໆແບບນີ້; ໃນປັດຈຸບັນ, ພຣະອົງປະຕິບັດພາລະກິດຢູ່ພາຍໃນພວກເຈົ້າ ເພື່ອພວກເຈົ້າຈະເຂົ້າໃຈເຖິງສະຕິປັນຍາຂອງພຣະອົງ. ເຖິງແມ່ນວ່າພວກເຈົ້າໄດ້ທົນທຸກກັບຄວາມເຈັບປວດບາງຢ່າງຢູ່ພາຍໃນຕົວເຈົ້າ, ຫົວໃຈຂອງພວກເຈົ້າກໍໝັ້ນຄົງ ແລະ ມີສັນຕິສຸກ; ມັນຄືການອວຍພອນຂອງເຈົ້າທີ່ສາມາດມີຄວາມສຸກກັບພາລະກິດຂັ້ນຕອນນີ້ຂອງພຣະເຈົ້າ. ບໍ່ວ່າເຈົ້າຈະໄດ້ຮັບຫຍັງກໍຕາໃນອານາຄົດ, ທຸກສິ່ງທີ່ພວກເຈົ້າເຫັນກ່ຽວກັບພາລະກິດຂອງພຣະເຈົ້າທີ່ຢູ່ໃນຕົວພວກເຈົ້າແມ່ນຄວາມຮັກ. ຖ້າມະນຸດບໍ່ໄດ້ຜະເຊີນກັບການພິພາກສາ ແລະ ການຫຼໍ່ຫຼອມຂອງພຣະເຈົ້າ, ການກະທຳ ແລະ ຄວາມຈິງໃຈຂອງເຂົາກໍຈະຢູ່ຂ້າງນອກສະເໝີ ແລະ ອຸປະນິໄສຂອງເຂົາກໍຈະຍັງຄົງບໍ່ປ່ຽນແປງຢູ່ສະເໝີ. ສິ່ງນີ້ຖືວ່າເປັນການຖືກຮັບເອົາໂດຍພຣະເຈົ້າບໍ? ໃນປັດຈຸບັນ, ເຖິງແມ່ນວ່າຍັງມີຫຼາຍຢ່າງພາຍໃນມະນຸດທີ່ຍັງອວດດີ ແລະ ທະນົງຕົວ, ອຸປະນິໄສຂອງມະນຸດກໍໝັ້ນຄັ້ງກວ່າແຕ່ກ່ອນຫຼາຍ. ການທີ່ພຣະເຈົ້າຈັດການກັບເຈົ້າກໍແມ່ນເພື່ອຊ່ວຍເຈົ້າໃຫ້ລອດພົ້ນ ແລະ ເຖິງແມ່ນວ່າເຈົ້າອາດຮູ້ສຶກເຈັບປວດບາງຢ່າງໃນເວລານັ້ນ, ມື້ທີ່ເກີດມີການປ່ຽນແປງໃນອຸປະນິໄສຂອງເຈົ້າກໍຈະມາເຖິງ. ໃນເວລານັ້ນ, ເຈົ້າຈະຫຼຽວຄືນຫຼັງ ແລະ ເຫັນວ່າພາລະກິດຂອງພຣະເຈົ້າມີສະຕິປັນຍາຫຼາຍສໍ່າໃດ ແລະ ເມື່ອນັ້ນຈະເປັນຕອນທີ່ເຈົ້າສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ. ໃນປັດຈຸບັນ, ມີບາງຄົນທີ່ເວົ້າວ່າ ພວກເຂົາເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ແຕ່ສິ່ງນັ້ນກໍບໍ່ມີຫຍັງທີ່ເປັນຈິງເລີຍ, ພວກເຂົາກຳລັງເວົ້າເລື່ອງໄຮ້ສາລະ ເພາະໃນປັດຈຸບັນ ພວກເຂົາຍັງບໍ່ເຂົ້າວ່າ ຄວາມປະສົງຂອງພຣະເຈົ້າແມ່ນການຊ່ວຍມະນຸດ ຫຼື ສາບແຊ່ງມະນຸດ. ບາງເທື່ອ ເຈົ້າບໍ່ສາມາດເຫັນຢ່າງຊັດເຈນໃນຕອນນີ້, ແຕ່ມື້ນັ້ນຈະມາເຖິງ ເຊິ່ງເປັນມື້ທີ່ເຈົ້າເຫັນວ່າ ມື້ແຫ່ງສະຫງ່າລາສີຂອງພຣະເຈົ້າໄດ້ມາເຖິງແລ້ວ ແລະ ເຈົ້າເຫັນວ່າ ການຮັກພຣະເຈົ້າມີຄວາມໝາຍຫຼາຍສໍ່າໃດ, ເພື່ອເຈົ້າຈະຮຽນຮູ້ຈັກຊີວິດມະນຸດ ແລະ ເນື້ອໜັງຂອງເຈົ້າຈະດຳລົງຢູ່ໃນໂລກແຫ່ງການຮັກພຣະເຈົ້າ, ວິນຍານຂອງເຈົ້າຈະຖືກປ່ອຍໃຫ້ເປັນອິດສະລະ, ຊີວິດຂອງເຈົ້າຈະເຕັມໄປດ້ວຍຄວາມປິຕິຍິນດີ ແລະ ເຈົ້າຈະໃກ້ຊິດພຣະເຈົ້າຢູ່ສະເໝີ ແລະ ຈະຫຼຽວເບິ່ງທີ່ພຣະເຈົ້າຢູ່ສະເໝີ. ໃນເວລານັ້ນ, ເຈົ້າຈະຮູ້ຈັກຢ່າງແທ້ຈິງວ່າ ພາລະກິດຂອງພຣະເຈົ້າໃນປັດຈຸບັນແມ່ນມີຄ່າຫຼາຍສໍ່າໃດ.

ໃນປັດຈຸບັນນີ້, ຄົນສ່ວນໃຫຍ່ບໍ່ມີຄວາມຮູ້ແບບນັ້ນ. ພວກເຂົາເຊື່ອວ່າ ການທົນທຸກແມ່ນບໍ່ມີຄຸນຄ່າ, ພວກເຂົາຖືກໂລກປະຖິ້ມ, ຊີວິດໃນບ້ານຂອງພວກເຂົາກໍມີບັນຫາ, ພວກເຂົາບໍ່ເປັນທີ່ຮັກຂອງພຣະເຈົ້າ ແລະ ຄວາມຄາດຫວັງຂອງພວກເຂົາກໍມີຫວັງເລີຍ. ການທົນທຸກຂອງບາງຄົນໄປເຖິງຈຸດໃດໜຶ່ງ ແລະ ຄວາມຄິດຂອງພວກເຂົາກໍຫັນໄປທາງຄວາມຕາຍ. ນີ້ບໍ່ມີການຮັກພຣະເຈົ້າທີ່ແທ້ຈິງ; ຄົນປະເພດດັ່ງກ່າວແມ່ນຄົນຂີ້ຢ້ານ, ພວກເຂົາບໍ່ມີຄວາມບາກບັ່ນ, ພວກເຂົາອ່ອນແອ ແລະ ບໍ່ມີພະລັງ! ພຣະເຈົ້າຮ້ອນຮົນທີ່ຈະໃຫ້ມະນຸດຮັກພຣະອົງ, ແຕ່ຍິ່ງມະນຸດຮັກພຣະອົງຫຼາຍສໍ່າໃດ, ການທົນທຸກຂອງມະນຸດກໍຫຼາຍຂຶ້ນສໍ່ານັ້ນ ແລະ ຍິ່ງມະນຸດຮັກພຣະອົງຫຼາຍສໍ່າໃດ, ການທົດລອງຂອງມະນຸດກໍຍິ່ງຫຼາຍຂຶ້ນ. ຖ້າເຈົ້າຮັກພຣະອົງ, ແລ້ວການທົນທຸກທຸກຮູບແບບຈະເກີດຂຶ້ນກັບເຈົ້າ ແລະ ຖ້າເຈົ້າບໍ່ໄດ້ຮັກພຣະອົງ, ແລ້ວບາງເທື່ອ ທຸກສິ່ງຈະດຳເນີນໄປຢ່າງຄ່ອງສຳລັບເຈົ້າ ແລະ ທຸກສິ່ງທີ່ຢູ່ອ້ອມຂ້າງເຈົ້າກໍຈະສະຫງົບສຸກ. ເມື່ອເຈົ້າຮັກພຣະເຈົ້າ, ເຈົ້າຈະຮູ້ສຶກວ່າ ຫຼາຍສິ່ງທີ່ຢູ່ອ້ອມຂ້າງເຈົ້າແມ່ນບໍ່ສາມາດທີ່ຈະເອົາຊະນະໄດ້ ແລະ ເພາະວຸດທິພາວະຂອງເຈົ້ານ້ອຍເກີນໄປ ເຈົ້າຈະຖືກຫຼໍ່ຫຼອມ; ຍິ່ງໄປກວ່ານັ້ນ, ເຈົ້າບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈ ແລພ ເຈົ້າຈະຮູ້ສຶກຢູ່ສະເໝີວ່າ ຄວາມປະສົງຂອງພຣະເຈົ້າສູງສົ່ງເຫຼືອເກີນ, ມັນຢູ່ນອກເໜືອຂອບເຂດທີ່ມະນຸດຈະໄປເຖິງໄດ້. ຍ້ອນທຸກສິ່ງເຫຼົ່ານີ້ ເຈົ້າຈຶ່ງຈະຖືກຫຼໍ່ຫຼອມ ນັ້ນກໍຄື ຍ້ອນວ່າມີຄວາມອ່ອນແອຫຼາຍຢ່າງພາຍໃນຕົວເຈົ້າ ແລະ ມີຫຼາຍສິ່ງທີ່ບໍ່ສາມາດປະຕິບັດຄວາມປະສົງຂອງພຣະເຈົ້າໄດ້, ເຈົ້າຈຶ່ງຈະຖືກຫຼໍ່ຫຼອມຢູ່ຂ້າງໃນ. ແຕ່ພວກເຈົ້າຕ້ອງເຫັນຢ່າງຊັດເຈນວ່າ ການຊໍາລະໃຫ້ບໍລະສຸດແມ່ນເກີດຂຶ້ນຜ່ານການຫຼໍ່ຫຼອມເທົ່ານັ້ນ. ສະນັ້ນ ໃນລະຫວ່າງຍຸກສຸດທ້າຍນີ້ ພວກເຈົ້າຕ້ອງເປັນພະຍານໃຫ້ກັບພຣະເຈົ້າ. ບໍ່ວ່າການທົນທຸກຂອງພວກເຈົ້າຈະຍິ່ງໃຫຍ່ສໍ່າໃດກໍຕາມ, ພວກເຈົ້າຄວນດຳເນີນຕໍ່ໄປຈົນເຖິງເວລາສຸດທ້າຍແທ້ໆ ແລະ ແມ່ນແຕ່ໃນລົມຫາຍໃຈສຸດທ້າຍຂອງເຈົ້າ, ເຈົ້າຍັງຕ້ອງຊື່ສັດກັບພຣະເຈົ້າ ແລະ ຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະເຈົ້າ; ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນການຮັກພຣະເຈົ້າຢ່າງແທ້ຈິງ ແລະ ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນຄຳພະຍານທີ່ໝັ້ນຄົງ ແລະ ດັງຊັດເຈນ. ເມື່ອເຈົ້າຖືກຊາຕານລໍ້ລວງ, ເຈົ້າຄວນເວົ້າວ່າ “ຫົວໃຈຂອງຂ້ານ້ອຍເປັນຂອງພຣະເຈົ້າ ແລະ ພຣະເຈົ້າໄດ້ຮັບເອົາຂ້ານ້ອຍແລ້ວ. ຂ້ານ້ອຍບໍ່ສາມາດເຮັດໃຫ້ເຈົ້າພໍໃຈໄດ້ ເພາະຂ້ານ້ອຍຕ້ອງອຸທິດທຸກຢ່າງຂອງຂ້ານ້ອຍເພື່ອເຮັດໃຫ້ພຣະເຈົ້າພໍໃຈ”. ຍິ່ງເຈົ້າເຮັດໃຫ້ພຣະເຈົ້າພໍໃຈຫຼາຍສໍ່າໃດ, ພຣະເຈົ້າຈະຍິ່ງອວຍພອນເຈົ້າຫຼາຍສໍ່ານັ້ນ ແລະ ພະລັງແຫ່ງຄວາມຮັກທີ່ເຈົ້າມີໃຫ້ກັບພຣະເຈົ້ານັ້ນກໍຍິ່ງໃຫຍ່ຫຼາຍສໍ່ານັ້ນ; ສະນັ້ນ ເຈົ້າກໍຈະມີຄວາມເຊື່ອ ແລະ ຄວາມເດັດດ່ຽວເຊັ່ນກັນ ແລະ ຈະຮູ້ສຶກວ່າ ບໍ່ມີຫຍັງທີ່ສົມຄວນໄປກວ່ານີ້ ຫຼື ສຳຄັນຫຼາຍກວ່າຊີວິດທີ່ໃຊ້ເພື່ອຮັກພຣະເຈົ້າ. ສາມາດເວົ້າໄດ້ວ່າ ມະນຸດທີ່ມີແຕ່ຮັກພຣະເຈົ້າຈະປາສະຈາກຄວາມໂສກເສົ້າ. ເຖິງແມ່ນວ່າມີຫຼາຍຄັ້ງທີ່ເນື້ອໜັງຂອງເຈົ້າອ່ອນແອ ແລະ ເຈົ້າເຕັມໄປດ້ວຍບັນຫາແທ້ຈິງຫຼາຍຢ່າງ, ໃນລະຫວ່າງເວລານີ້ ເຈົ້າຈະເພິ່ງພາພຣະເຈົ້າຢ່າງແທ້ຈິງ ແລະ ເຈົ້າຈະສະບາຍໃຈຂຶ້ນໃນວິນຍານຂອງເຈົ້າ ແລະ ເຈົ້າຈະຮູ້ສຶກໝັ້ນໃຈ ແລະ ເຈົ້າມີບາງສິ່ງທີ່ເພິ່ງພາໄດ້. ດ້ວຍວິທີນີ້, ເຈົ້າຈະສາມາດເອົາຊະນະສະພາບແວດລ້ອມຫຼາຍຢ່າງ ແລະ ດ້ວຍເຫດນັ້ນ ເຈົ້າຈະບໍ່ຕໍ່ວ່າພຣະເຈົ້າຍ້ອນຄວາມທຸກທໍລະມານໃຈທີ່ເຈົ້າໄດ້ຮັບ; ເຈົ້າຈະຕ້ອງການຮ້ອງເພງ, ເຕັ້ນລຳ ແລະ ອະທິຖານ, ຊຸມນຸມ ແລະ ສົນທະນາ, ມອບຄວາມຄິດໃຫ້ກັບພຣະເຈົ້າ ແລະ ເຈົ້າຈະຮູ້ສຶກວ່າ ທຸກຄົນ, ທຸກບັນຫາ ແລະ ທຸກສິ່ງທີ່ຢູ່ອ້ອມຂ້າງເຈົ້າທີ່ພຣະເຈົ້າຈັດຕັ້ງຂຶ້ນແມ່ນເໝາະສົມແລ້ວ. ຖ້າເຈົ້າບໍ່ຮັກພຣະເຈົ້າ, ທຸກສິ່ງທີ່ເຈົ້າຫຼຽວເບິ່ງຈະເປັນຕາລຳຄານສຳລັບເຈົ້າ, ບໍ່ມີຫຍັງທີ່ຈະງາມຕາເຈົ້າ; ເຈົ້າຈະບໍ່ເປັນອິດສະລະໃນວິນຍານຂອງເຈົ້າ ແຕ່ຈະຖືກບີບບັງຄັບ, ຫົວໃຈຂອງເຈົ້າຈະຕໍ່ວ່າພຣະເຈົ້າຢູ່ສະເໝີ ແລະ ເຈົ້າຈະຮູ້ສຶກຢູ່ສະເໝີວ່າ ເຈົ້າທົນທຸກກັບຄວາມທໍລະມານຫຼາຍຢ່າງ ແລະ ມັນກໍບໍ່ຍຸຕິທຳເລີຍ. ຖ້າເຈົ້າບໍ່ສະແຫວງຫາເພື່ອເຫັນແກ່ຄວາມສຸກ, ແຕ່ເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ບໍ່ຖືກຊາຕານກ່າວໂທດ, ແລ້ວການສະແຫວງດັ່ງກ່າວຈະມອບກຳລັງທີ່ຍິ່ງໃຫຍ່ໃຫ້ເຈົ້າຮັກພຣະເຈົ້າ. ມະນຸດສາມາດປະຕິບັດທຸກສິ່ງທີ່ພຣະເຈົ້າກ່າວໄວ້ ແລະ ທຸກສິ່ງທີ່ເຂົາເຮັດກໍສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້, ນີ້ແມ່ນຄວາມໝາຍຂອງການປະກອບດ້ວຍຄວາມຈິງ. ການສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າພໍໃຈແມ່ນການໃຊ້ຄວາມຮັກພຣະເຈົ້າເພື່ອນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດ; ບໍ່ວ່າເວລາໃດກໍຕາມ ແມ່ນແຕ່ເມື່ອຄົນອື່ນບໍ່ມີກຳລັງ ເຈົ້າຈະຍັງມີຫົວໃຈທີ່ຮັກພຣະເຈົ້າຢູ່ພາຍໃນເຈົ້າ ເຊິ່ງປາຖະໜາຫາພຣະເຈົ້າຢ່າງເລິກເຊິ່ງ ແລະ ຄິດຮອດພຣະເຈົ້າ. ນີ້ແມ່ນວຸດທິພາວະທີ່ເປັນຈິງ. ວຸດທິພາວະຂອງເຈົ້າຈະໃຫຍ່ສໍ່າໃດແມ່ນຂຶ້ນກັບວ່າ ຄວາມຮັກທີ່ເຈົ້າມີໃຫ້ກັບພຣະເຈົ້ານັ້ນຍິ່ງໃຫຍ່ສໍ່າໃດ, ຂຶ້ນກັບວ່າເຈົ້າສາມາດຍຶດໝັ້ນໃນເວລາທີ່ຖືກທົດສອບ ຫຼື ບໍ່, ເຈົ້າອ່ອນແອໃນເວລາທີ່ສະພາບແລດລ້ອມໃດໜຶ່ງເກີດຂຶ້ນກັບເຈົ້າ ຫຼື ບໍ່ ແລະ ເຈົ້າສາມາດຍຶດໝັ້ນໃນຈຸດຢືນຂອງເຈົ້າ ໃນເວລາທີ່ອ້າຍເອື້ອຍນ້ອງຂອງເຈົ້າປະຕິເສດເຈົ້າ ຫຼື ບໍ່; ການມາເຖິງຂອງຄວາມຈິງເຫຼົ່ານີ້ຈະສະແດງໃຫ້ເຫັນວ່າ ຄວາມຮັກທີ່ເຈົ້າມີໃຫ້ກັບພຣະເຈົ້າເປັນແບບໃດ. ສາມາດເຫັນໄດ້ຈາກພາລະກິດຫຼາຍຢ່າງຂອງພຣະເຈົ້າວ່າ ພຣະເຈົ້າຮັກມະນຸດແທ້ໆ, ເປັນຍ້ອນວ່າຕາຝ່າຍວິນຍານຂອງມະນຸດຍັງບໍ່ຖືກເປີດອອກຢ່າງສົມບູນ ແລະ ເຂົາບໍ່ສາມາດເບິ່ງຜ່ານພາລະກິດຫຼາຍຢ່າງຂອງພຣະເຈົ້າ ແລະ ຄວາມປະສົງຂອງພຣະເຈົ້າ ແລະ ຫຼາຍໆສິ່ງທີ່ເປັນຕາຮັກກ່ຽວກັບພຣະເຈົ້າ; ມະນຸດມີຄວາມຮັກທີ່ແທ້ຈິງພຽງແຕ່ເລັກນ້ອຍໃຫ້ກັບພຣະເຈົ້າ. ເຈົ້າເຊື່ອໃນພຣະເຈົ້າຕະລອດເວລານີ້ ແລະ ໃນປັດຈຸບັນ ພຣະເຈົ້າໄດ້ຕັດການໜີທຸກຮູບແບບ. ເມື່ອເວົ້າຕາມຄວາມເປັນຈິງແລ້ວ ເຈົ້າບໍ່ມີທາງເລືອກ ນອກຈາກຈະເລືອກເສັ້ນທາງທີ່ຖືກຕ້ອງ, ເສັ້ນທາງທີ່ຖືກຕ້ອງ ທີ່ເຈົ້າຖືກນໍາພາໂດຍການພິພາກສາທີ່ໂຫດຮ້າຍ ແລະ ຄວາມລອດພົ້ນສູງສຸດຂອງພຣະເຈົ້າ. ຫຼັງຈາກການຜະເຊີນກັບຄວາມລຳບາກ ແລະ ການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງຮູ້ຈັກວ່າ ພຣະເຈົ້າເປັນຕາຮັກ. ເມື່ອໄດ້ຜະເຊີນຈົນເຖິງປັດຈຸບັນນີ້, ສາມາດເວົ້າໄດ້ວ່າ ມະນຸດໄດ້ຮຽນຮູ້ສ່ວນໜຶ່ງຂອງຄວາມເປັນຕາຮັກຂອງພຣະເຈົ້າ, ສິ່ງນີ້ກໍຍັງບໍ່ພຽງພໍ, ເພາະມະນຸດຂາດເຂີນຫຼາຍ. ເຂົາຕ້ອງຜະເຊີນກັບພາລະກິດທີ່ມະຫັດສະຈັນຂອງພຣະເຈົ້າຫຼາຍຂຶ້ນ ແລະ ການຫຼໍ່ຫຼອມທຸກຢ່າງແຫ່ງການທົນທຸກທີ່ພຣະເຈົ້າວາງອອກຫຼາຍຂຶ້ນ. ມີແຕ່ເມື່ອນັ້ນ ອຸປະນິໄສໃນຊີວິດຂອງມະນຸດຈຶ່ງຈະໄດ້ຮັບການປ່ຽນແປງ.

​ກ່ອນ​ນີ້ :ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ

ຕໍ່​ໄປ:ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ

ທ່ານອາດຈະຍັງມັກ