ໃນຄວາມເຊື່ອ, ຄົນໆໜຶ່ງຕ້ອງໃຫ້ຄວາມສຳຄັນກັບຄວາມເປັນຈິງ ນັ້ນກໍຄື ການເຂົ້າຮ່ວມໃນພິທີກຳທາງສາສະໜາບໍ່ແມ່ນຄວາມເຊື່ອ

ເຈົ້າປະຕິບັດພິທີກຳທາງສາສະໜາຫຼາຍສໍ່າໃດ? ເຈົ້າກະບົດຕໍ່ພຣະທຳຂອງພຣະເຈົ້າ ແລະ ໄປຕາມທາງຂອງເຈົ້າເອງຈັກຄັ້ງແລ້ວ? ມີຈັກຄັ້ງທີ່ເຈົ້ານໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ ເພາະເຈົ້າຄຳນຶງເຖິງພາລະຂອງພຣະອົງຢ່າງແທ້ຈິງ ແລະ ສະແຫວງຫາເພື່ອເຮັດຕາມຄວາມປະສົງຂອງພຣະອົງ? ເຈົ້າຄວນເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ນໍາມັນເຂົ້າສູ່ການປະຕິບັດຕາມນັ້ນ. ໃຫ້ມີຫຼັກການໃນທຸກການກະທຳ ແລະ ການປະຕິບັດຂອງເຈົ້າ, ເຖິງແມ່ນວ່າສິ່ງນີ້ຈະບໍ່ໄດ້ໝາຍເຖິງການປະຕິບັດຕາມກົດລະບຽບ ຫຼື ການເຮັດບາງສິ່ງເພື່ອສະແດງອອກຢ່າງບໍ່ເຕັມໃຈເທົ່ານັ້ນ; ກົງກັນຂ້າມ, ມັນໝາຍເຖິງການປະຕິບັດຄວາມຈິງ ແລະ ການດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ. ການປະຕິບັດແບບນີ້ເທົ່ານັ້ນຈະເຮັດໃຫ້ພຣະເຈົ້າພໍໃຈ. ການປະຕິບັດໃດໜຶ່ງທີ່ເຮັດໃຫ້ພຣະເຈົ້າພໍໃຈບໍ່ແມ່ນກົດລະບຽບ, ແຕ່ເປັນການປະຕິບັດຄວາມຈິງ. ບາງຄົນມີຄວາມມັກທີ່ຈະດຶງດູດຄວາມສົນໃຈມາຫາຕົນເອງ. ເມື່ອຢູ່ຕໍ່ໜ້າອ້າຍເອື້ອຍນ້ອງຂອງພວກເຂົາ, ພວກເຂົາອາດເວົ້າວ່າພວກເຂົາຕິດໜີ້ບຸນຄຸນພຣະເຈົ້າ, ແຕ່ເມື່ອຢູ່ລັບຫລັງ ພວກເຂົາກໍບໍ່ປະຕິບັດຕາມຄວາມຈິງ ແລະ ເຮັດໃນທາງທີ່ກົງກັນຂ້າມຢ່າງສິ້ນເຊີງ. ສິ່ງເຫຼົ່ານີ້ບໍ່ແມ່ນພວກຟາຣີຊາຍທີ່ເຄັ່ງສາສະໜາບໍ? ບຸກຄົນໃດທີ່ຮັກພຣະເຈົ້າຢ່າງແທ້ຈິງ ແລະ ມີຄວາມຈິງແມ່ນຄົນທີ່ມີຄວາມຈົງຮັກພັກດີຕໍ່ພຣະເຈົ້າ ພຽງແຕ່ບໍ່ເປີດເຜີຍອອກສູ່ພາຍນອກ. ບຸກຄົນນັ້ນຈະເຕັມໃຈປະຕິບັດຄວາມຈິງເມື່ອເກີດມີບັນຫາ ແລະ ຈະບໍ່ເວົ້າ ຫຼື ເຮັດໄປໃນທໍານອງທີ່ຂັດກັບຄວາມສຳນຶກຂອງພວກເຂົາ. ບຸກຄົນປະເພດນີ້ຈະສະແດງອອກເຖິງສະຕິປັນຍາ ເມື່ອເກີດມີບັນຫາ ແລະ ມີຫຼັກການໃນການກະທຳຂອງເຂົາ ບໍ່ວ່າຈະຢູ່ໃນສະຖານະການໃດໆກໍຕາມ. ບຸກຄົນແບບນີ້ແມ່ນບຸກຄົນທີ່ສາມາດໃຫ້ບໍລິການຢ່າງແທ້ຈິງ. ມີບາງຄົນມັກເວົ້າແຕ່ປາກເພື່ອສະແດງຄວາມຮູ້ບຸນຄຸນຂອງພວກເຂົາທີ່ມີຕໍ່ພຣະເຈົ້າ; ພວກເຂົາໃຊ້ເວລາແຕ່ລະມື້ຢູ່ກັບຄວາມເປັນຫ່ວງກັງວົນ, ໂອ້ອວດວ່າໂຕເອງດີເດັ່ນ ແລະ ທໍາທ່າເຮັດໂຕໜ້າສົງສານ. ຈັ່ງແມ່ນເປັນຕາໜ້າລັງກຽດແທ້ໆ! ຖ້າເຈົ້າຖາມພວກເຂົາວ່າ “ເຈົ້າສາມາດບອກຂ້ອຍໄດ້ບໍວ່າເຈົ້າຕິດໜີ້ບຸນຄຸນພຣະເຈົ້າແນວໃດ?” ແລ້ວພວກເຂົາກໍຈະປາກບໍ່ອອກຈັກຄໍາ. ຖ້າເຈົ້າຈົງຮັກພັກດີຕໍ່ພຣະເຈົ້າ ກໍຢ່າເວົ້າກ່ຽວກັບມັນຢູ່ພາຍນອກ; ກົງກັນຂ້າມ, ໃຫ້ສະແດງຄວາມຮັກຂອງເຈົ້າຕໍ່ພຣະເຈົ້າໂດຍວິທີການປະຕິບັດຕົວຈິງ ແລະ ອະທິຖານຫາພຣະອົງດ້ວຍຫົວໃຈທີ່ແທ້ຈິງ. ຄົນທີ່ພຽງແຕ່ພົວພັນກັບພຣະເຈົ້າດ້ວຍວາຈາ ແລະ ພໍເປັນພິທີລ້ວນແລ້ວແຕ່ເປັນຄົນໜ້າຊື່ໃຈຄົດທັງນັ້ນ! ບາງຄົນເວົ້າເຖິງການຕິດໜີ້ບຸນຄຸນຕໍ່ພຣະເຈົ້າໃນແຕ່ລະເທື່ອທີ່ພວກເຂົາອະທິຖານ ແລະ ຈະເລີ່ມຮ້ອງໄຫ້ແຕ່ລະເທື່ອທີ່ພວກເຂົາອະທິຖານ, ເຖິງແມ່ນວ່າຈະບໍ່ໄດ້ຮັບການດົນບັນດານຈາກພຣະວິນຍານບໍລິສຸດກໍຕາມ. ຄົນພວກນີ້ແມ່ນຖືກຄອບງຳໂດຍພິທິກໍາ ແລະ ແນວຄິດທາງສາສະໜາ; ພວກເຂົາດໍາເນີນຊີວິດຕາມພິທິກໍາ ແລະ ແນວຄິດດັ່ງກ່າວ, ເຊື່ອຢູ່ສະເໝີວ່າການກະທໍາເຫຼົ່ານັ້ນຈະເຮັດໃຫ້ພຣະເຈົ້າພໍໃຈ ແລະ ພຣະອົງໂປດປານຄວາມເຄັ່ງໃນສາສະໜາແບບຜິວເຜີນ ຫຼື ການສະແດງນໍ້າຕາໂສກເສົ້າເສຍໃຈ. ມັນຈະມີຜົນດີຫຍັງຈາກການກະທໍາຂອງຄົນທີ່ໄຮ້ເຫດຜົນເຫຼົ່ານີ້? ເພື່ອສະແດງເຖິງຄວາມຖ່ອມຕົວຂອງພວກເຂົາ, ບາງຄົນທໍາທ່າສຸພາບອ່ອນໂຍນເມື່ອເວົ້າຢູ່ຕໍ່ໜ້າຄົນອື່ນ. ບາງຄົນກໍຈົງໃຈເປັນທາດຮັບໃຊ້ເໝືອນລູກແກະທີ່ຂາດກຳລັງໃດໆທັງສິ້ນເມື່ອຢູ່ຕໍ່ໜ້າຄົນອື່ນ. ນີ້ແມ່ນລັກສະນະທີ່ເໝາະສົມກັບຄົນແຫ່ງອານາຈັກບໍ? ຄົນແຫ່ງອານາຈັກຄວນຈະມີຊີວິດຊີວາ ແລະ ເປັນອິດສະຫຼະ, ໄຮ້ດຽງສາ ແລະ ເປີດເຜີຍ, ຊື່ສັດ ແລະ ເປັນຕາຮັກ ແລະ ເປັນຄົນທີ່ຢູ່ໃນສະພາບເສລີ. ພວກເຂົາຄວນມີຄວາມຊື່ສັດ ແລະ ກຽດສັກສີ ແລະ ສາມາດຢືນເປັນພະຍານຢູ່ທຸກບ່ອນທີ່ພວກເຂົາໄປ; ຜູ້ຄົນດັ່ງກ່າວແມ່ນເປັນທີ່ຮັກທັງຂອງພຣະເຈົ້າ ແລະ ມະນຸດ. ຄົນທີ່ເປັນຜູ້ທີ່ມີຄວາມເຊື່ອໃໝ່ກໍຈະມີການປະຕິບັດທາງພາຍນອກຫຼາຍເກີນໄປ; ກ່ອນອື່ນພວກເຂົາຕ້ອງໄດ້ຜ່ານໄລຍະເວລາຂອງການຈັດການ ແລະ ແຕກຫັກ. ຄົນທີ່ມີຄວາມເຊື່ອໃນພຣະເຈົ້າຢ່າງເລິກເຊິ່ງກໍບໍ່ໄດ້ແຕກຕ່າງຈາກຄົນອື່ນໃນພາຍນອກ, ແຕ່ການປະພຶດ ແລະ ການກະທໍາຂອງພວກເຂົາແມ່ນເປັນຕາຍ້ອງຍໍສັນເສີນໄດ້. ມີພຽງຜູ້ຄົນດັ່ງກ່າວເທົ່ານັ້ນທີ່ສາມາດຖືວ່າດໍາເນີນຊີວິດຕາມພຣະທໍາຂອງພຣະເຈົ້າ. ຖ້າເຈົ້າເທດສະໜາກ່ຽວກັບຂ່າວປະເສີດທຸກວັນໃຫ້ກັບຫຼາກຫຼາຍຄົນເພື່ອພະຍາຍາມນໍາພາພວກເຂົາໄປສູ່ຄວາມລອດພົ້ນ, ແຕ່ໃນທີ່ສຸດ ເຈົ້າຍັງຍຶດຕິດຢູ່ກັບກົດລະບຽບ ແລະ ຫຼັກຄຳສອນ, ເຈົ້າກໍບໍ່ສາມາດນໍາສະຫງ່າລາສີມາສູ່ພຣະເຈົ້າໄດ້. ຄົນດັ່ງກ່າວເປັນພຽງຄົນທີ່ເຄັ່ງຄັດໃນສາສະໜາ ພ້ອມທັງເປັນຄົນທີ່ໜ້າຊື່ໃຈຄົດອີກດ້ວຍ. ເມື່ອໃດກໍຕາມທີ່ຄົນທາງສາສະໜາເຫຼົ່ານັ້ນຊຸມນຸມກັນ, ພວກເຂົາອາດຖາມວ່າ “ເອື້ອຍ, ເຈົ້າເປັນແນວໃດທຸກມື້ນີ້?” ລາວອາດຈະຕອບວ່າ “ຂ້ອຍຮູ້ສຶກວ່າຂ້ອຍເປັນໜີ້ບຸນຄຸນພຣະເຈົ້າ ແລະ ຂ້ອຍບໍ່ສາມາດບັນລຸຄວາມປະສົງຂອງພຣະອົງໄດ້”. ອີກຄົນໜຶ່ງກໍອາດເວົ້າວ່າ “ຂ້ອຍກໍຮູ້ສຶກເປັນໜີ້ບຸນຄຸນພຣະເຈົ້າຄືກັນ ແລະ ຂ້ອຍບໍ່ສາມາດເຮັດໃຫ້ພຣະອົງເພິ່ງພໍໃຈໄດ້”. ສອງສາມປະໂຫຍກເຫຼົ່ານີ້ ແລະ ຄໍາເວົ້າພຽງຢ່າງດຽວກໍສະແດງໃຫ້ເຫັນຄວາມຊົ່ວຊ້າທີ່ຝັງເລິກຢູ່ພາຍໃນພວກເຂົາແລ້ວ; ຄໍາເວົ້າດັ່ງກ່າວແມ່ນເປັນຕາກຽດຊັງທີ່ສຸດ ແລະ ເປັນຕາລັງກຽດຫຼາຍ. ທຳມະຊາດຂອງຜູ້ຄົນດັ່ງກ່າວແມ່ນຕໍ່ຕ້ານພຣະເຈົ້າ. ບັນດາຜູ້ທີ່ເອົາໃຈໃສ່ໃນຄວາມເປັນຈິງແມ່ນຈະສື່ສານແຕ່ສິ່ງທີ່ຢູ່ໃນໃຈຂອງພວກເຂົາ ແລະ ເປີດອົກເປີດໃຈໃນການສົນທະນາ. ພວກເຂົາບໍ່ມີສ່ວນຮ່ວມໃນການປະຕິບັດຜິດໆແມ່ນແຕ່ຢ່າງດຽວ, ບໍ່ສະແດງທັງຄວາມບໍ່ສຸພາບ ຫຼື ການສົນທະນາທີ່ບໍ່ມີປະໂຫຍດ. ພວກເຂົາເປັນຄົນທີ່ກົງໄປກົງມາ ແລະ ບໍ່ປະຕິບັດຕາມກົດລະບຽບໃດໃນໂລກ. ບາງຄົນມີຄວາມຫຼົງໄຫຼສໍາລັບການສະແດງຕົນສູ່ພາຍນອກ ຈົນເຖິງຈຸດທີ່ຂາດຄວາມສຳນຶກຢ່າງສິ້ນເຊີງ. ເມື່ອຄົນໜຶ່ງຮ້ອງເພງ, ພວກເຂົາກໍເລີ່ມຟ້ອນ ໂດຍທີ່ບໍ່ຮູ້ເລີຍວ່າ ເຂົ້າທີ່ຢູ່ໃນໝໍ້ຂອງພວກເຂົາແມ່ນຖືກໄຟໄໝ້ໝົດແລ້ວ. ຄົນເຊັ່ນນັ້ນເປັນຄົນບໍ່ນັບຖືພຣະເຈົ້າ ຫຼື ມີກຽດຫຍັງ ແລະ ພວກເຂົາກໍບໍ່ມີຄຸນຄ່າຫຍັງທັງສິ້ນ. ທັງໝົດນີ້ແມ່ນການສະແດງອອກເຖິງການຂາດຄວາມເປັນຈິງ. ເມື່ອບາງຄົນສົນທະນາກ່ຽວກັບບັນຫາຊີວິດຝ່າຍວິນຍານ, ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ເວົ້າເຖິງການເປັນໜີ້ຄຸນພຣະເຈົ້າກໍຕາມ, ພວກເຂົາກໍເກັບຄວາມຮັກອັນແທ້ຈິງທີ່ມີຕໍ່ພຣະອົງໄວ້ຢູ່ໃນສ່ວນເລິກ. ຄວາມຮູ້ສຶກເປັນໜີ້ບຸນຄຸນພຣະເຈົ້າຂອງເຈົ້າແມ່ນບໍ່ກ່ຽວຂ້ອງຫຍັງກັບຄົນອື່ນເລີຍ; ເຈົ້າເປັນໜີ້ບຸນຄຸນພຣະເຈົ້າ, ບໍ່ແມ່ນເປັນໜີ້ບຸນຄຸນມະນຸດ. ມັນຈະມີປະໂຫຍດຫຍັງທີ່ເຈົ້າຕ້ອງເວົ້າເຖິງເລື່ອງນີ້ກັບຄົນອື່ນຢູ່ສະເໝີ? ເຈົ້າຕ້ອງໃຫ້ຄວາມສໍາຄັນໃນການເຂົ້າຫາຄວາມເປັນຈິງ, ບໍ່ແມ່ນຄວາມກະຕືລືລົ້ນ ຫຼື ການສະແດງຕົນອອກຢູ່ພາຍນອກ. ການກະທຳທີ່ດີແຕ່ພຽງຜິວເຜີນຂອງມະນຸດສະແດງເຖິງຫຍັງ? ພວກມັນສະແດງເຖິງເນື້ອໜັງ ແລະ ແມ່ນແຕ່ການປະຕິບັດພາຍນອກທີ່ດີທີ່ສຸດກໍບໍ່ໄດ້ສະແດງເຖິງຊີວິດ; ພວກມັນພຽງແຕ່ສາມາດສະແດງເຖິງອາລົມສ່ວນຕົວຂອງເຈົ້າເອງເທົ່ານັ້ນ. ການປະຕິບັດພາຍນອກຂອງມະນຸດບໍ່ສາມາດບັນລຸຄວາມປາດຖະໜາຂອງພຣະເຈົ້າໄດ້. ເຈົ້າເວົ້າເຖິງການເປັນໜີ້ບຸນຄຸນພຣະເຈົ້າຂອງເຈົ້າຢູ່ເລື້ອຍໆ, ແຕ່ເຈົ້າບໍ່ສາມາດສະໜອງຊີວິດຂອງຄົນອື່ນ ຫຼື ດົນບັນດານໃຫ້ພວກເຂົາຮັກພຣະເຈົ້າ. ເຈົ້າເຊື່ອວ່າການກະທຳເຫຼົ່ານັ້ນຂອງເຈົ້າຈະເຮັດໃຫ້ພຣະເຈົ້າພໍໃຈບໍ? ເຈົ້າຮູ້ສຶກວ່າການກະທຳຂອງເຈົ້າສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ ແລະ ພວກມັນຄືຈິດວິນຍານ, ແຕ່ຄວາມຈິງແລ້ວ ພວກມັນລ້ວນແລ້ວແຕ່ບໍ່ມີເຫດຜົນ! ເຈົ້າເຊື່ອວ່າສິ່ງທີ່ເຮັດໃຫ້ເຈົ້າພໍໃຈ ແລະ ສິ່ງທີ່ເຈົ້າເຕັມໃຈຈະເຮັດເປັນສິ່ງທີ່ພຣະເຈົ້າປິຕິຍິນດີແທ້ໆ. ຄວາມມັກຂອງເຈົ້າສາມາດສະແດງເຖິງພຣະເຈົ້າໄດ້ບໍ? ລັກສະນະຂອງບຸກຄົນໜຶ່ງສາມາດສະແດງເຖິງພຣະເຈົ້າໄດ້ບໍ? ສິ່ງທີ່ເຮັດໃຫ້ເຈົ້າພໍໃຈເປັນສິ່ງທີ່ພຣະເຈົ້າກຽດຊັງແທ້ໆ ແລະ ນິໄສຂອງເຈົ້າກໍເປັນນິໄສທີ່ພຣະເຈົ້າກຽດຊັງ ແລະ ປະຕິເສດ. ຖ້າເຈົ້າຮູ້ສຶກເປັນໜີ້ບຸນຄຸນ, ກໍໃຫ້ໄປອະທິຖານຕໍ່ໜ້າພຣະເຈົ້າ; ບໍ່ຈຳເປັນຕ້ອງເວົ້າໃຫ້ຄົນອື່ນຟັງ. ຖ້າເຈົ້າບໍ່ອະທິຖານຕໍ່ໜ້າພຣະເຈົ້າ ແລະ ກົງກັນຂ້າມ ແມ່ນໄດ້ດຶງດູດຄວາມສົນໃຈມາໃຫ້ຕົນເອງຢູ່ເລື້ອຍໆເມື່ອຢູ່ຕໍ່ໜ້າຄົນອື່ນ, ສິ່ງນີ້ສາມາດຕອບສະໜອງຄວາມປະສົງຂອງພຣະເຈົ້າບໍ? ຖ້າການກະທຳຂອງເຈົ້າມີຢູ່ແຕ່ໃນຮູບລັກພາຍນອກເທົ່ານັ້ນຢູ່ສະເໝີ, ນີ້ກໍໝາຍຄວາມວ່າເຈົ້າໄຮ້ປະໂຫຍດທີ່ສຸດ. ມະນຸດທີ່ປະຕິບັດຄວາມດີທາງຜິວເຜີນເທົ່ານັ້ນ ແລະ ປາສະຈາກຄວາມເປັນຈິງແມ່ນມະນຸດປະເພດໃດ? ຄົນດັ່ງກ່າວແມ່ນພວກຟາຣີຊາຍ ແລະ ບຸກຄົນທາງສາສະໜາທີ່ໜ້າຊື່ໃຈຄົດເທົ່ານັ້ນ! ຖ້າພວກເຈົ້າບໍ່ປະຖິ້ມການປະຕິບັດພາຍນອກຂອງພວກເຈົ້າ ແລະ ບໍ່ສາມາດປ່ຽນແປງ, ແລ້ວອົງປະກອບຂອງຄວາມໜ້າຊື່ໃຈຄົດໃນພວກເຈົ້າກໍຈະໃຫຍ່ຂຶ້ນກວ່າເກົ່າ. ຍິ່ງອົງປະກອບຂອງຄວາມໜ້າຊື່ໃຈຄົດໃຫຍ່ຂຶ້ນສໍ່າໃດ, ມັນກໍຈະມີການຕໍ່ຕ້ານພຣະເຈົ້າຫຼາຍສໍ່ານັ້ນ. ໃນທີ່ສຸດແລ້ວ, ຄົນດັ່ງກ່າວກໍຈະຖືກກຳຈັດຢ່າງແນ່ນອນ.

ກ່ອນນີ້: ຄວາມແຕກຕ່າງທີ່ສໍາຄັນລະຫວ່າງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ຜູ້ຄົນທີ່ຖືກໃຊ້ໂດຍພຣະເຈົ້າ

ຕໍ່ໄປ: ຜູ້ທີ່ຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນເທົ່ານັ້ນຈຶ່ງອາດຮັບໃຊ້ພຣະເຈົ້າໄດ້

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້