ບົດທີ 4

ພວກເຮົາຈະເຝົ້າເບິ່ງ ແລະ ລໍຄອຍເປັນໄລຍະໄລຍະ, ສະຫງົບໃນຈິດໃຈ ແລະ ສະແຫວງຫາດ້ວຍຫົວໃຈທີ່ບໍລິສຸດ. ບໍ່ວ່າຫຍັງຈະເກີດຂຶ້ນກັບພວກເຮົາກໍຕາມ, ພວກເຮົາຈະບໍ່ເຂົ້າຮ່ວມໃນການສົນທະນາຢ່າງຫຼັບຫູຫຼັບຕາ. ພວກເຮົາພຽງແຕ່ຕ້ອງສະຫງົບຢູ່ຕໍ່ໜ້າພຣະເຈົ້າ ແລະ ຮ່ວມໃນການສົນທະນາກັບພຣະອົງຢູ່ຢ່າງສະໝໍ່າສະເໝີ ແລະ ຫຼັງຈາກນັ້ນ ເຈດຕະນາຂອງພຣະອົງກໍຈະຖືກເປີດເຜີຍໃຫ້ແກ່ພວກເຮົາຢ່າງແນ່ນອນ. ພາຍໃນຈິດໃຈ, ພວກເຮົາຕ້ອງກຽມພ້ອມທີ່ຈະແຍກແຍະຢູ່ຕະຫຼອດເວລາ ແລະ ພວກເຮົາຕ້ອງມີຈິດໃຈທີ່ກະຕືລືລົ້ນ ແລະ ໝັ້ນຄົງ. ພວກເຮົາຕ້ອງຕັກຈາກນໍ້າແຫ່ງຊີວິດຕໍ່ໜ້າພຣະເຈົ້າ ເຊິ່ງເປັນນໍ້າທີ່ບຳລຸງລ້ຽງ ແລະ ເຕີມເຕັມຈິດໃຈທີ່ແຫ້ງແລ້ງຂອງພວກເຮົາ. ພວກເຮົາຕ້ອງກຽມພ້ອມຢູ່ຕະຫຼອດເວລາເພື່ອຊໍາລະລ້າງອຸປະນິໄສແບບຊາຕານຂອງພວກເຮົາອອກຈາກພວກເຮົາເອງ ເຊິ່ງນັ້ນກໍຄືການຖືວ່າຕົນເອງຊອບທຳ, ຄວາມອວດດີ, ຄວາມທະນົງຕົວ ແລະ ຄວາມພໍໃຈໃນຕົນເອງ. ພວກເຮົາຕ້ອງເປີດຫົວໃຈຂອງພວກເຮົາເພື່ອຮັບເອົາພຣະທຳຂອງພຣະເຈົ້າ ແລະ ເລີ່ມລົງມືປະຕິບັດໂດຍອີງຕາມພຣະທຳຂອງພຣະອົງ. ພວກເຮົາຕ້ອງຜະເຊີນ ແລະ ໝັ້ນໃຈໃນພຣະທຳຂອງພຣະອົງ ແລະ ບັນລຸຄວາມເຂົ້າໃຈກ່ຽວກັບພຣະທຳຂອງພຣະອົງ, ປ່ອຍໃຫ້ພຣະທຳຂອງພຣະອົງກາຍມາເປັນຊີວິດຂອງພວກເຮົາ. ນີ້ຄືໂອກາດທີ່ດີຂອງພວກເຮົາ! ມີແຕ່ເມື່ອພວກເຮົາດຳລົງຊີວິດຕາມພຣະທຳຂອງພຣະເຈົ້າເທົ່ານັ້ນ ພວກເຮົາຈຶ່ງຈະມີໄຊຊະນະ!

ບັດນີ້ ແນວຄິດຂອງພວກເຮົາເປັນຕາເບື່ອເກີນໄປ ແລະ ພວກເຮົາເວົ້າຢ່າງບໍ່ຈິງໃຈ ແລະ ປະພຶດຢ່າງບໍ່ຮອບຄອບ, ບໍ່ສາມາດທີ່ຈະປະຕິບັດຕາມພຣະວິນຍານ. ມື້ນີ້ບໍ່ຄືກັບທີ່ມັນເຄີຍເປັນໃນອະດີດ. ພາລະກິດຂອງພຣະວິນຍານບໍລິສຸດເຄື່ອນໄຫວໄປທາງໜ້າດ້ວຍຄວາມໄວຫຼາຍ. ພວກເຮົາຕ້ອງປະສົບກັບພຣະທຳຂອງພຣະເຈົ້າຢ່າງລະອຽດ; ທຸກແນວຄິດ ແລະ ທຸກຄວາມຄິດ, ທຸກການເຄື່ອນໄຫວ ແລະ ປະຕິກິລິຍາ, ພວກເຮົາຕ້ອງສາມາດທີ່ຈະແຍກແຍະໃນຫົວໃຈຂອງພວກເຮົາຢ່າງຊັດເຈນ. ບໍ່ມີສິ່ງໃດທີ່ພວກເຮົາເຮັດຕໍ່ໜ້າຜູ້ໃດຜູ້ໜຶ່ງ ຫຼື ລັບຫຼັງພວກເຂົາຈະສາມາດຫຼົບໜີການພິພາກສາຕໍ່ໜ້າບັນລັງຂອງພຣະຄຣິດໄດ້. ພຣະວິນຍານບໍລິສຸດກໍາລັງນໍາພາພວກເຮົາເຂົ້າສູ່ໂລກແຫ່ງປະສົບການທີ່ເລິກເຊິ່ງກວ່າເກົ່າ ເຊິ່ງເປັນບ່ອນທີ່ພວກເຮົາຈະມີຄວາມແນ່ໃຈຫຼາຍຂຶ້ນກ່ຽວກັບອົງຊົງລິດທານຸພາບສູງສຸດ.

ພຣະເຈົ້າແຫ່ງຈັກກະວານໄດ້ເປີດຕາຝ່າຍວິນຍານຂອງພວກເຮົາ ແລະ ຄວາມລຶກລັບໃນຈິດໃຈກໍຖືກເປີດເຜີຍແກ່ພວກເຮົາຢ່າງຕໍ່ເນື່ອງ. ໃຫ້ສະແຫວງຫາດ້ວຍຫົວໃຈທີ່ບໍລິສຸດ! ເຕັມໃຈທີ່ຈະຈ່າຍລາຄາ, ຂັບເຄື່ອນໄປຂ້າງໜ້າດ້ວຍຄວາມສາມັກຄີ, ພ້ອມທີ່ຈະປະຕິເສດຕົນເອງ, ບໍ່ໂລບມາກອີກຕໍ່ໄປ, ຕິດຕາມພຣະວິນຍານບໍລິສຸດ ແລະ ເພີດເພີນກັບພຣະທຳຂອງພຣະເຈົ້າ ແລະ ຫຼັງຈາກນັ້ນ ມະນຸດໃໝ່ແຫ່ງຈັກກະວານທັງປວງຈະປາກົດຂຶ້ນ. ຊ່ວງເວລານີ້ໃກ້ເຂົ້າມາແລ້ວ, ເວລາທີ່ຊາຕານຈະພົບກັບຈຸດຈົບຂອງມັນ, ຄວາມປະສົງຂອງພຣະເຈົ້າຈະຖືກເຮັດໃຫ້ສຳເລັດ, ຊົນຊາດທັງປວງໃນໂລກຈະກາຍມາເປັນອານາຈັກຂອງພຣະຄຣິດ ແລະ ພຣະຄຣິດຈະປົກຄອງດັ່ງກະສັດເທິງແຜ່ນດິນໂລກ ຕະຫຼອດໄປເປັນນິດ!

ກ່ອນນີ້: ບົດທີ 3

ຕໍ່ໄປ: ບົດທີ 5

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້