ເຈົ້າຄວນຮູ້ວ່າ ມະນຸດຊາດທັງໝົດໄດ້ພັດທະນາມາຮອດມື້ນີ້ໄດ້ແນວໃດ

ພາລະກິດທັງໝົດທີ່ດໍາເນີນມາຫຼາຍກ່ວາຫົກພັນປີ ໄດ້ມີການປ່ຽນແປງເທື່ອລະໜ້ອຍຕາມຍຸກສະໄໝຕ່າງໆທີ່ຜ່ານມາ ແລະ ຜ່ານໄປ. ການປ່ຽນແປງໃນພາລະກິດນີ້ໄດ້ເກີດຂຶ້ນ ໂດຍອີງຕາມສະຖານະການໂດຍລວມຂອງໂລກ ແລະ ຕາມແນວໂນ້ມການພັດທະນາຂອງມະນຸດໂດຍລວມ; ພາລະກິດແຫ່ງການຄຸ້ມຄອງກໍພຽງແຕ່ປ່ຽນແປງຕາມນັ້ນເທື່ອລະໜ້ອຍ. ທັງໝົດບໍ່ໄດ້ມີການວາງແຜນໄວ້ໃນຕອນເລີ່ມຕົ້ນຂອງການສ້າງ. ກ່ອນທີ່ໂລກຈະຖືກສ້າງຂື້ນ ຫຼື ຫຼັງຈາກທີ່ຖືກສ້າງຂຶ້ນໃນບໍ່ດົນ, ພຣະເຢໂຮວາຍັງບໍ່ໄດ້ວາງແຜນຂັ້ນຕອນທໍາອິດຂອງພາລະກິດ, ຂັ້ນຕອນແຫ່ງພຣະບັນຍັດ; ຂັ້ນຕອນທີສອງຂອງພາລະກິດ ແມ່ນຂັ້ນຕອນແຫ່ງພຣະຄຸນ; ຫຼື ຂັ້ນຕອນທີສາມຂອງພາລະກິດ ແມ່ນຂັ້ນຕອນແຫ່ງການເອົາຊະນະ, ເຊິ່ງພຣະອົງຈະເລີ່ມຕົ້ນດ້ວຍເຊື້ອສາຍຂອງໂມອາບກ່ອນ ແລະ ຜ່ານວິທີການນີ້ ພຣະອົງຈະເອົາຊະນະຈັກກະວານທັງປວງ. ຫຼັງຈາກທີ່ໄດ້ສ້າງແຜ່ນດິນໂລກ ພຣະອົງບໍ່ໄດ້ກ່າວພຣະທໍາເຫຼົ່ານີ້ ຫຼື ພຣະອົງບໍ່ໄດ້ກ່າວພຣະທໍາເຫຼົ່ານີ້ຫຼັງຈາກໂມອາບ; ແນ່ນອນກ່ອນໜ້າໂລດ ພຣະອົງກໍບໍ່ເຄີຍກ່າວພຣະທໍາເຫຼົ່ານີ້. ພາລະກິດທັງໝົດຖືກປະຕິບັດຢ່າງເປັນທໍາມະຊາດ. ນີ້ແມ່ນວິທີທີ່ພາລະກິດແຫ່ງການຄຸ້ມຄອງຫົກພັນປີຂອງພຣະອົງໄດ້ພັດທະນາ; ກ່ອນສ້າງໂລກ ພຣະອົງຈະເຄີຍຂຽນແຜນການດັ່ງກ່າວຂຶ້ນເປັນຮູບຮ່າງຄືກັບ “ຕາຕະລາງສະຫຼຸບສໍາລັບການພັດທະນາຂອງມະນຸດຊາດ”. ໃນພາລະກິດຂອງພຣະເຈົ້າ, ພຣະອົງສະແດງສິ່ງທີ່ພຣະອົງເປັນໂດຍກົງ; ພຣະອົງບໍ່ໄດ້ພະຍາຍາມຄິດຢ່າງໜັກເພື່ອສ້າງແຜນການຂຶ້ນ. ແນ່ນອນ ຜູ້ປະກາດພຣະທໍາຈຳນວນເລັກນ້ອຍຄົນໄດ້ກ່າວຄໍາທໍານາຍອັນຍິ່ງໃຫຍ່ຫຼາຍຢ່າງ ແຕ່ມັນກໍຍັງບໍ່ສາມາດເວົ້າໄດ້ວ່າ ພາລະກິດຂອງພຣະເຈົ້າແມ່ນໜຶ່ງໃນການວາງແຜນການທີ່ຊັດເຈນຢູ່ສະເໝີ; ຄໍາທໍານາຍເຫຼົ່ານັ້ນຖືກສ້າງຂຶ້ນຕາມພາລະກິດຂອງພຣະເຈົ້າໃນເວລານັ້ນ. ພາລະກິດທັງໝົດທີ່ພຣະອົງປະຕິບັດ ແມ່ນພາລະກິດທີ່ແທ້ຈິງທີ່ສຸດ. ພຣະອົງດໍາເນີນພາລະກິດຂອງພຣະອົງຕາມການພັດທະນາໃນແຕ່ລະຍຸກສະໄໝ ແລະ ອີງພາລະກິດນັ້ນຕາມວິທີທີ່ສິ່ງຕ່າງໆປ່ຽນແປງ. ສໍາລັບພຣະອົງແລ້ວ, ການດໍາເນີນພາລະກິດແມ່ນຄ້າຍຄືກັບການວາງຢາເພື່ອປິ່ນປົວຄວາມເຈັບປ່ວຍ; ໃນຂະນະທີ່ປະຕິບັດພາລະກິດຂອງພຣະອົງ, ພຣະອົງສັງເກດການ ແລະ ສືບຕໍ່ພາລະກິດຂອງພຣະອົງຕາມການສັງເກດການຂອງພຣະອົງ. ໃນທຸກຂັ້ນຕອນ ຂອງພາລະກິດຂອງພຣະອົງ, ພຣະເຈົ້າແມ່ນສາມາດສະແດງສະຕິປັນຍາອັນອຸດົມສົມບູນ ແລະ ຄວາມສາມາດຂອງພຣະອົງ; ພຣະອົງເປີດເຜີຍສະຕິປັນຍາອັນຫຼວງຫຼາຍ ແລະ ອໍານາດຂອງພຣະອົງ ຕາມພາລະກິດຂອງຍຸກສະໄໝໃດໜຶ່ງ ແລະ ອະນຸຍາດໃຫ້ທຸກຄົນທີ່ພຣະອົງໄດ້ນໍາກັບຄືນມາໃນຍຸກເຫຼົ່ານີ້ໄດ້ເຫັນອຸປະນິໄສທັງໝົດຂອງພຣະອົງ. ພຣະອົງສະໜອງໃຫ້ແກ່ຄວາມຕ້ອງການຂອງຜູ້ຄົນຕາມພາລະກິດທີ່ຕ້ອງໄດ້ເຮັດໃນແຕ່ລະຍຸກ ໂດຍປະຕິບັດພາລະກິດໃດກໍຕາມທີ່ພຣະອົງຄວນປະຕິບັດ. ພຣະອົງສະໜອງໃຫ້ແກ່ຜູ້ຄົນດ້ວຍສິ່ງທີ່ພວກເຂົາຕ້ອງການ ໂດຍອີງຕາມລະດັບຂອງຄວາມເສື່ອມຊາມທີ່ຊາຕານໄດ້ເຮັດຕໍ່ພວກເຂົາ. ເມື່ອພຣະເຢໂຮວາສ້າງອາດາມ ແລະ ເອວາໃນເບື້ອງຕົ້ນ ມັນເປັນຄືກັບວ່າພຣະອົງເຮັດແບບນັ້ນເພື່ອເຮັດໃຫ້ພວກເຂົາສາມາດສະແດງເຖິງພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກ ແລະ ເພື່ອວ່າພວກເຂົາຈະສາມາດເປັນພະຍານຂອງພຣະເຈົ້າໃນທ່າມກາງການຊົງສ້າງ. ເຖິງຢ່າງໃດກໍຕາມ ເອວາໄດ້ເຮັດບາບຫຼັງຈາກຖືກລໍ້ລວງດ້ວຍງູ ແລະ ອາດາມກໍໄດ້ເຮັດບາບເຊັ່ນກັນ; ຢູ່ໃນສວນ ພວກເຂົາທັງສອງໄດ້ກິນໝາກໄມ້ຈາກຕົ້ນໄມ້ທີ່ເຮັດໃຫ້ຮູ້ຈັກດີ ແລະ ຊົ່ວ. ດ້ວຍເຫດນັ້ນ, ພຣະເຢໂຮວາຈຶ່ງໄດ້ມີພະລະກິດເພີ່ມເຕີມທີ່ຕ້ອງປະຕິບັດໃນພວກເຂົາ. ເມື່ອເຫັນພວກເຂົາເປືອຍກາຍ, ພຣະອົງກໍປົກປິດຮ່າງກາຍຂອງພວກເຂົາດ້ວຍເສື້ອຜ້າທີ່ເຮັດຈາກໜັງສັດ. ຫຼັງຈາກນັ້ນ, ພຣະອົງກໍໄດ້ກ່າວຕໍ່ອາດາມວ່າ: “ຍ້ອນເຈົ້າໄດ້ຟັງຄວາມເມຍເຈົ້າ ແລະ ໄດ້ກິນຈາກຕົ້ນໄມ້ນັ້ນ ເຊິ່ງເຮົາໄດ້ສັ່ງຫ້າມເຈົ້າແລ້ວ ໂດຍກ່າວວ່າ ເຈົ້າຕ້ອງບໍ່ກິນຈາກຕົ້ນໄມ້ນັ້ນ: ແຜ່ນດິນຈະຖືກສາບແຊ່ງຍ້ອນເຈົ້າ... ຈົນກວ່າເຈົ້າຄືນໄປສູ່ດິນ; ຍ້ອນເຈົ້າກໍມາຈາກດິນ: ເຈົ້າຖືກສ້າງຈາກດິນ ແລະ ເຈົ້າຈະກັບຄືນໄປເປັນດິນອີກ”. ພຣະອົງໄດ້ກ່າວກັບຜູ້ຍິງວ່າ: “ເຮົາຈະເພີ່ມທະວີຄວາມເຈັບປວດຂອງເຈົ້າ ແລະ ຄວາມຫຍຸ້ງຍາກໃນການຕັ້ງທ້ອງເປັນຢ່າງຍິ່ງ; ເຈົ້າຈະເກີດລູກດ້ວຍຄວາມເຈັບປວດ; ຄວາມປາຖະໜາຂອງເຈົ້າຈະຕ້ອງເປັນຜົວຂອງເຈົ້າ ແລະ ລາວຈະປົກຄອງເຈົ້າເອງ”. ຫຼັງຈາກນັ້ນເປັນຕົ້ນມາ ພຣະອົງກໍໄດ້ເນລະເທດພວກເຂົາອອກຈາກສວນເອເດນ ແລະ ເຮັດໃຫ້ພວກເຂົາດໍາລົງຊີວິດຢູ່ນອກສວນ ຄືກັນກັບດຽວນີ້ທີ່ມະນຸດສະໄໝໃໝ່ອາໄສຢູ່ເທິງແຜ່ນໂລກ. ເມື່ອພຣະເຈົ້າສ້າງມະນຸດໃນຕອນເລີ່ມຕົ້ນ, ມັນບໍ່ແມ່ນແຜນການຂອງພຣະອົງທີ່ຈະປ່ອຍໃຫ້ມະນຸດຖືກລໍ້ລວງດ້ວຍງູ ຫຼັງຈາກທີ່ຖືກສ້າງຂຶ້ນ ແລະ ສາບແຊ່ງມະນຸດ ແລະ ງູໃນພາຍຫຼັງ. ໃນຄວາມຈິງແລ້ວ ພຣະອົງບໍ່ໄດ້ມີແຜນການດັ່ງກ່າວເລີຍ; ມັນເປັນພຽງການພັດທະນາຂອງສິ່ງຕ່າງໆທີ່ເຮັດໃຫ້ພຣະອົງຕ້ອງມີພາລະກິດໃໝ່ເພື່ອປະຕິບັດທ່າມກາງສິ່ງຊົງສ້າງຂອງພຣະອົງ. ຫຼັງຈາກທີ່ພຣະເຢໂຮວາໄດ້ປະຕິບັດພາລະກິດນີ້ທ່າມກາງອາດາມ ແລະ ເອວາຢູ່ເທິງແຜ່ນດິນໂລກ, ມະນຸດຊາດກໍໄດ້ສືບຕໍ່ພັດທະນາເປັນເວລາຫຼາຍພັນປີ ຈົນ: “ພຣະເຢໂຮວາເຫັນວ່າ ຄວາມຊົ່ວຮ້າຍຂອງມະນຸດນັ້ນຍິ່ງໃຫຍ່ຫຼາຍຢູ່ເທິງແຜ່ນດິນໂລກ ແລະ ທຸກສິ່ງທີ່ຈິນຕະນາການມາຈາກຄວາມຄິດຂອງຫົວໃຈຂອງເຂົາເປັນສິ່ງທີ່ຊົ່ວຮ້າຍຢ່າງຕໍ່ເນື່ອງ. ສິ່ງນັ້ນເຮັດໃຫ້ພຣະເຢໂຮວາຮູ້ສຶກເສຍໃຈທີ່ພຣະອົງໄດ້ສ້າງມະນຸດເທິງແຜ່ນດິນໂລກ ແລະ ສິ່ງນັ້ນເຮັດໃຫ້ພຣະອົງໂສກເສົ້າເສຍໃຈໃນຫົວໃຈຂອງພຣະອົງ... ແຕ່ໂນອາເປັນທີ່ພໍໃຈໃນສາຍຕາຂອງພຣະເຢໂຮວາ”. ໃນເວລານີ້ ພຣະເຢໂຮວາມີພາລະກິດໃໝ່ຫຼາຍຂຶ້ນໃຫ້ປະຕິບັດ ເພາະວ່າມະນຸດຊາດທີ່ພຣະອົງໄດ້ສ້າງຂຶ້ນ ໄດ້ມີບາບຫຼາຍເກີນໄປຫຼັງຈາກທີ່ຖືກງູລໍ້ລວງ. ຈາກສະຖານະການເຫຼົ່ານີ້, ໃນບັນດາມະນຸດຊາດທັງປວງ ພຣະເຢໂຮວາຈຶ່ງໄດ້ເລືອກຄອບຄົວຂອງໂນອາເພື່ອລະເວັ້ນພວກເຂົາ ແລະ ຫຼັງຈາກນັ້ນພຣະອົງກໍດໍາເນີນພາລະກິດຂອງພຣະອົງໃນການທໍາລາຍໂລກດ້ວຍນ້ຳຖ້ວມ. ມວນມະນຸດຍັງສືບຕໍ່ພັດທະນາໃນລັກສະນະນີ້ຈົນມາຮອດທຸກມື້ນີ້ ໂດຍມີຄວາມເສື່ອມຊາມຫຼາຍຂຶ້ນ ແລະ ເມື່ອເວລາແຫ່ງການພັດທະນາຂອງມະນຸດໄປເຖິງຈຸດສູງສຸດຂອງມັນ, ມັນກໍຈະໝາຍເຖິງຈຸດສິ້ນສຸດຂອງມະນຸດຊາດ. ຈາກຈຸດເລີ່ມຕົ້ນຈົນເຖິງຈຸດສິ້ນສຸດຂອງໂລກ, ຄວາມຈິງພາຍໃນພາລະກິດຂອງພຣະອົງແມ່ນເປັນແບບນີ້ ແລະ ຈະເປັນແບບນີ້ຢູ່ສະເໝີ. ມັນຄືກັນກັບວິທີການ ຈໍາແນກຜູ້ຄົນຕາມປະເພດຂອງພວກເຂົາ; ມັນຫ່າງໄກຈາກຄວາມຈິງທີ່ວ່າແຕ່ລະຄົນໄດ້ຖືກກຳນົດຊະຕາກຳໄວ້ແຕ່ເບື້ອງຕົນເພື່ອຕົກຢູ່ໃນປະເພດໃດໜຶ່ງ; ກົງກັນຂ້າມ ທຸກຄົນຈະຖືກຈັດປະເພດເທື່ອລະໜ້ອຍ ຫຼັງຈາກທີ່ໄດ້ຜ່ານຂະບວນການພັດທະນາເທົ່ານັ້ນ. ໃນທີ່ສຸດ, ຜູ້ໃດກໍຕາມທີ່ບໍ່ສາມາດໄດ້ຮັບຄວາມລອດພົ້ນຢ່າງສົມບູນກໍຈະຖືກສົ່ງກັບໄປຫາ “ບັນພະບຸລຸດ” ຂອງພວກເຂົາ. ບໍ່ມີພາລະກິດໃດຂອງພຣະເຈົ້າທີ່ຢູ່ທ່າມກາງມະນຸດຊາດຖືກກະກຽມໄວ້ໃນຕອນສ້າງໂລກ; ໃນທາງກົງກັນຂ້າມ, ມັນແມ່ນການພັດທະນາຂອງສິ່ງຕ່າງໆທີ່ເຮັດໃຫ້ພຣະເຈົ້າປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດຊາດເທື່ອລະບາດກ້າວ ແລະ ໃນລັກສະນະທີ່ເປັນຈິງ ແລະ ໃນພາກປະຕິບັດຫຼາຍຂຶ້ນ. ຍົກຕົວຢ່າງ: ພຣະເຢໂຮວາບໍ່ໄດ້ສ້າງງູເພື່ອໃຫ້ມາລໍ້ລວງແມ່ຍິງ; ນັ້ນບໍ່ແມ່ນແຜນການສະເພາະຂອງພຣະອົງ ຫຼື ມັນບໍ່ແມ່ນສິ່ງທີ່ພຣະອົງໄດ້ຕັ້ງໃຈກຳນົດໄວ້ລ່ວງໜ້າ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ນີ້ແມ່ນເຫດການທີ່ບໍ່ໄດ້ຄາດການໄວ້ກ່ອນ. ສະນັ້ນ ມັນເປັນຍ້ອນເຫດນີ້ ພຣະເຢໂຮວາຈຶ່ງໄດ້ຂັບໄລ່ອາດາມ ແລະ ເອວາອອກຈາກສວນເອເດນ ແລະ ສາບານທີ່ຈະບໍ່ສ້າງມະນຸດອີກເລີຍ. ເຖິງຢ່າງໃດກໍຕາມ ຜູ້ຄົນພຽງແຕ່ຄົ້ນພົບສະຕິປັນຍາຂອງພຣະເຈົ້າບົນພື້ນຖານນີ້. ມັນເປັນດັ່ງທີ່ເຮົາໄດ້ກ່າວໄວ້ກ່ອນໜ້ານີ້ວ່າ: “ເຮົາໃຊ້ສະຕິປັນຍາຂອງເຮົາ ໂດຍອີງຕາມກົນອຸບາຍຂອງຊາຕານ”. ບໍ່ວ່າມະນຸດຊາດຈະເສື່ອມຊາມເທົ່າໃດ ຫຼື ງູຈະລໍ້ລວງພວກເຂົາແນວໃດກໍຕາມ, ພຣະເຢໂຮວາກໍຍັງມີສະຕິປັນຍາຂອງພຣະອົງ; ເພາະສະນັ້ນ, ພຣະອົງຈຶ່ງໄດ້ກະທຳພາລະກິດໃໝ່ນັບຕັ້ງແຕ່ທີ່ພຣະອົງໄດ້ສ້າງໂລກ ແລະ ບໍ່ມີບາດກ້າວໃດໃນພາລະກິດນີ້ຖືກເຮັດຊ້ຳຄືນອີກ. ຊາຕານໄດ້ສືບຕໍ່ເຮັດກົນອຸບາຍຢ່າງຕໍ່ເນື່ອງ, ມະນຸດຊາດແມ່ນຖືກເຮັດໃຫ້ເສື່ອມຊາມຢ່າງຕໍ່ເນື່ອງໂດຍຊາຕານ ແລະ ພຣະເຈົ້າເຢໂຮວາກໍໄດ້ດຳເນີນພາລະກິດມີສະຕິປັນຍາຂອງພຣະອົງຢ່າງບໍ່ຢຸດຢັ້ງ. ພຣະອົງບໍ່ເຄີຍລົ້ມເຫຼວ ຫຼື ພຣະອົງກໍບໍ່ເຄີຍຢຸດປະຕິບັດພາລະກິດຂອງພຣະອົງ ນັບຕັ້ງແຕ່ທີ່ໂລກຖືກສ້າງຂຶ້ນ. ຫຼັງຈາກທີ່ຊາຕານໄດ້ເຮັດໃຫ້ມະນຸດເສື່ອມຊາມ, ພຣະອົງກໍໄດ້ສືບຕໍ່ປະຕິບັດພາລະກິດທ່າມກາງພວກເຂົາເພື່ອເອົາຊະນະຊາຕານ, ສັດຕູທີ່ເປັນຕົ້ນກໍາເນີດແຫ່ງຄວາມເສື່ອມຊາມຂອງພວກເຂົາ. ການຕໍ່ສູ້ນີ້ໄດ້ລຸກລາມຕັ້ງແຕ່ຕອນເລີ່ມຕົ້ນ ແລະ ຈະສືບຕໍ່ຈົນເຖິງຕອນສິ້ນສຸດຂອງໂລກ. ໃນການປະຕິບັດພາລະກິດທັງໝົດນີ້, ພຣະເຈົ້າເຢໂຮວາບໍ່ພຽງແຕ່ໄດ້ເຮັດໃຫ້ມະນຸດ ຜູ້ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ໄດ້ຮັບການລອດພົ້ນທີ່ຍິ່ງໃຫຍ່ຂອງພຣະອົງ, ແຕ່ຍັງໄດ້ເຮັດໃຫ້ພວກເຂົາເຫັນສະຕິປັນຍາ, ລິດທານຸພາບສູງສຸດ ແລະ ສິດອໍານາດຂອງພຣະອົງອີກດ້ວຍ. ຍິ່ງໄປກວ່ານັ້ນ, ໃນທີ່ສຸດ, ພຣະອົງຈະເຮັດໃຫ້ພວກເຂົາໄດ້ເຫັນອຸປະນິໄສອັນຊອບທໍາຂອງພຣະອົງ ໂດຍລົງໂທດຄົນຊົ່ວຮ້າຍ ແລະ ໃຫ້ລາງວັນຄົນດີ. ພຣະອົງໄດ້ຕໍ່ສູ້ກັບຊາຕານຈົນຮອດທຸກມື້ນີ້ ແລະ ບໍ່ເຄີຍເສຍໄຊຈັກເທື່ອ. ນີ້ກໍເພາະວ່າພຣະອົງເປັນພຣະເຈົ້າທີ່ມີສະຕິປັນຍາ ແລະ ພຣະອົງໃຊ້ສະຕິປັນຍາຂອງພຣະອົງ ໂດຍອີງຕາມກົນອຸບາຍຂອງຊາຕານ. ດ້ວຍເຫດນີ້, ພຣະເຈົ້າບໍ່ພຽງແຕ່ເຮັດໃຫ້ທຸກສິ່ງທຸກຢ່າງຢູ່ໃນສະຫວັນຕ້ອງຍອມຕໍ່ສິດອໍານາດຂອງພຣະອົງ, ແຕ່ພຣະອົງຍັງໄດ້ເຮັດໃຫ້ທຸກສິ່ງທຸກຢ່າງເທິງແຜ່ນດິນໂລກນອນຢູ່ໃຕ້ພຣະບາດຂອງພຣະອົງ ແລະ ບໍ່ແມ່ນແຕ່ສໍ່ານັ້ນ, ພຣະອົງຍັງເຮັດໃຫ້ຄົນຊົ່ວຮ້າຍທີ່ບຸກລຸກ ແລະ ຂົ່ມເຫັງມະນຸດຊາດຕົກຢູ່ພາຍໃຕ້ການຂ້ຽນຕີຂອງພຣະອົງ. ຜົນໄດ້ຮັບທັງໝົດຂອງພາລະກິດນີ້ເກີດຂຶ້ນຍ້ອນສະຕິປັນຍາຂອງພຣະອົງ. ພຣະອົງບໍ່ເຄີຍເປີດເຜີຍສະຕິປັນຍາຂອງພຣະອົງກ່ອນທີ່ຈະມີມະນຸດຊາດ ເພາະວ່າພຣະອົງບໍ່ມີສັດຕູຢູ່ເທິງສະຫວັນ, ຢູ່ເທິງແຜ່ນດິນໂລກ ຫຼື ຢູ່ທົ່ວຈັກກະວານທັງປວງ ແລະ ບໍ່ມີກອງກຳລັງອັນມືດມົວທີ່ບຸກລຸກສິ່ງຕ່າງໆທ່າມກາງທຳມະຊາດ. ຫຼັງຈາກທີ່ອັກຄະເທວະດາໄດ້ທໍລະຍົດພຣະອົງ, ພຣະອົງໄດ້ສ້າງມະນຸດຊາດຢູ່ເທິງແຜ່ນດິນໂລກ ແລະ ມັນເປັນຍ້ອນມະນຸດຊາດ ພຣະອົງຈຶ່ງໄດ້ເລີ່ມສົງຄາມພັນປີຂອງພຣະອົງກັບຊາຕານ ແລະ ກັບອັກຄະເທວະດາ ເຊິ່ງເປັນສົງຄາມທີ່ເພີ່ມທະວີຄວາມຮຸນແຮງຂຶ້ນໃນທຸກຂັ້ນຕອນທີ່ຕໍ່ມາ. ລິດທານຸພາບສູງສຸດ ແລະ ສະຕິປັນຍາຂອງພຣະອົງແມ່ນມີຢູ່ໃນແຕ່ລະຂັ້ນຕອນເຫຼົ່ານີ້. ພຽງແຕ່ເມື່ອນັ້ນ ທຸກສິ່ງທຸກຢ່າງທີ່ຢູ່ໃນສະຫວັນ ແລະ ແຜ່ນດິນໂລກຈຶ່ງສາມາດເປັນພະຍານເຖິງສະຕິປັນຍາຂອງພຣະເຈົ້າ, ລິດທານຸພາບສູງສຸດ ແລະ ໂດຍສະເພາະແມ່ນຄວາມເປັນຈິງຂອງພຣະເຈົ້າ. ພຣະອົງຍັງດໍາເນີນພາລະກິດຂອງພຣະອົງໃນລັກສະນະທີ່ເປັນຈິງນີ້ຈົນເຖິງປັດຈຸບັນ; ນອກຈາກນັ້ນ, ໃນຂະນະທີ່ພຣະອົງດໍາເນີນພາລະກິດຂອງພຣະອົງ, ພຣະອົງຍັງໄດ້ສະແດງໃຫ້ເຫັນເຖິງສະຕິປັນຍາ ແລະ ລິດທານຸພາບສູງສຸດຂອງພຣະອົງ. ພຣະອົງອະນຸຍາດໃຫ້ພວກເຈົ້າເຫັນຄວາມຈິງພາຍໃນແຕ່ລະຂັ້ນຕອນຂອງພາລະກິດ, ເຫັນເຖິງການອະທິບາຍກ່ຽວກັບລິດທານຸພາບຂອງພຣະເຈົ້າແທ້ໆ ແລະ ຍິ່ງໄປກວ່ານັ້ນກໍເຫັນເຖິງການອະທິບາຍຢ່າງເດັດຂາດຂອງຄວາມເປັນຈິງຂອງພຣະເຈົ້າ.

ກ່ຽວກັບການທໍລະຍົດຂອງຄົນຢູດາຕໍ່ພຣະເຢຊູ, ບາງຄົນຄິດວ່າ: ສິ່ງນີ້ບໍ່ໄດ້ຖືກກຳນົດໄວ້ກ່ອນທີ່ຈະມີການສ້າງໂລກບໍ? ຄວາມຈິງແລ້ວ, ພຣະວິນຍານບໍລິສຸດໄດ້ວາງແຜນເຫຼົ່ານີ້ໄວ້ອີງຕາມຄວາມເປັນຈິງໃນເວລານັ້ນ. ມັນບັງເອີນວ່າ ໄດ້ມີຄົນຜູ້ໜຶ່ງທີ່ຊື່ວ່າ ຢູດາທີ່ພະຍາຍາມຍັກຍອກເງິນຢູ່ຕະຫຼອດ. ດັ່ງນັ້ນ, ບຸກຄົນດັ່ງກ່າວຈຶ່ງໄດ້ຖືກເລືອກໃຫ້ຫຼິ້ນບົດບາດນີ້ ແລະ ເປັນຜູ້ຮັບໃຊ້ໃນທາງນີ້. ນີ້ແມ່ນຕົວຢ່າງທີ່ແທ້ຈິງຂອງການນໍາໃຊ້ຊັບພະຍາກອນພາຍໃນ. ທໍາອິດພຣະເຢຊູບໍ່ຮູ້ເລື່ອງນີ້; ພຣະອົງພຽງແຕ່ຮູ້ກ່ຽວກັບມັນຫຼັງຈາກທີ່ຢູດາຖືກເປີດເຜີຍ. ຖ້າຄົນອື່ນສາມາດຫຼິ້ນບົດບາດນີ້ໄດ້, ຄົນນັ້ນກໍອາດຈະໄດ້ເຮັດບົດບາດນີ້ແທນຢູດາ. ສິ່ງທີ່ຖືກກໍານົດໄວ້ນັ້ນ ໃນຄວາມເປັນຈິງແລ້ວ ແມ່ນສິ່ງທີ່ພຣະວິນຍານບໍລິສຸດໄດ້ເຮັດໃນເວລານັ້ນ. ພາລະກິດຂອງພຣະວິນຍານບໍລິສຸດແມ່ນຖືກປະຕິບັດແບບທໍາມະຊາດສະເໝີ; ພຣະອົງສາມາດວາງແຜນພາລະກິດຂອງພຣະອົງໃນເວລາໃດກໍໄດ້ ແລະ ດໍາເນີນແຜນການນັ້ນໃນເວລາໃດກໍໄດ້. ເປັນຫຍັງເຮົາຈຶ່ງເວົ້າຢູ່ຕະຫຼອດວ່າ ພາລະກິດຂອງພຣະວິນຍານບໍລິສຸດຄືຄວາມເປັນຈິງ, ໃໝ່ສະເໝີ, ບໍ່ເຄີຍເກົ່າ ແລະ ສົດໃສທີ່ສຸດຕະຫຼອດ? ພາລະກິດຂອງພຣະອົງບໍ່ໄດ້ຖືກວາງແຜນໄວ້ໃນເວລາທີ່ໂລກຖືກສ້າງຂຶ້ນ; ນັ້ນບໍ່ແມ່ນສິ່ງທີ່ເກີດຂຶ້ນເລີຍ! ທຸກຂັ້ນຕອນຂອງພາລະກິດແມ່ນເຮັດເພື່ອບັນລຸຜົນທີ່ຖືກຕ້ອງສໍາລັບເວລານັ້ນ ແລະ ຂັ້ນຕອນຕ່າງໆກໍບໍ່ແຊກແຊງກັນ ແລະ ກັນ. ມີຫຼາຍຄັ້ງ ທີ່ແຜນການທີ່ຢູ່ໃນໃຈຂອງເຈົ້າບໍ່ສາມາດທຽບກັບພາລະກິດຫຼ້າສຸດຂອງພຣະວິນຍານບໍລິສຸດ. ພາລະກິດຂອງພຣະອົງບໍ່ງ່າຍດາຍຄືກັບເຫດຜົນຂອງມະນຸດ ແລະ ມັນກໍບໍ່ຊັບຊ້ອນເທົ່າກັບຈິນຕະນາການຂອງມະນຸດ; ມັນປະກອບດ້ວຍການສະໜອງຜູ້ຄົນໃນເວລາ ແລະ ສະຖານທີ່ໃດກໍໄດ້ ຕາມຄວາມຕ້ອງການຂອງພວກເຂົາໃນປັດຈຸບັນ. ບໍ່ມີໃຜທີ່ຈະມີຄວາມຊັດເຈນກ່ຽວກັບທາດແທ້ຂອງມະນຸດຄືພຣະອົງ ແລະ ຍ້ອນເຫດຜົນນີ້ຈຶ່ງບໍ່ມີສິ່ງໃດສາມາດມີຄວາມແທດເໝາະກັບຄວາມຕ້ອງການທີ່ແທ້ຈິງຂອງຜູ້ຄົນຄືກັບພາລະກິດຂອງພຣະອົງ. ເພາະສະນັ້ນ, ຈາກທັດສະນະຂອງມະນຸດ, ພາລະກິດຂອງພຣະອົງຈຶ່ງເບິ່ງຄືກັບວ່າໄດ້ມີການວາງແຜນໄວ້ເປັນເວລາຫຼາຍພັນປີມາແລ້ວ. ໃນຂະນະທີ່ພຣະອົງປະຕິບັດພາລະກິດທ່າມກາງພວກເຈົ້າໃນປັດຈຸບັນ, ໃນຂະນະທີ່ກໍາລັງປະຕິບັດ ແລະ ກ່າວ ແລະ ເຝົ້າເບິ່ງສະພາບທີ່ພວກເຈົ້າເປັນ, ພຣະອົງກໍຈະມີພຣະທໍາທີ່ເໝາະສົມເພື່ອກ່າວຕໍ່ທຸກສະພາບການອີງຕາມຄວາມຕ້ອງການຂອງພວກເຈົ້າ. ຍົກຕົວຢ່າງຂັ້ນຕອນທໍາອິດຂອງພາລະກິດຂອງພຣະອົງ ເຊັ່ນ: ເວລາຂອງການຂ້ຽນຕີ, ຫຼັງຈາກນັ້ນ ຜູ້ຄົນກໍຈະສະແດງພຶດຕິກໍາທຸກຮູບແບບ ແລະ ກະທໍາການຕໍ່ຕ້ານດ້ວຍວິທີການໃດໜຶ່ງ; ສະພາບທາງບວກຕ່າງໆກໍຈະເກີດຂື້ນ, ເຊັ່ນດຽວກັນ ສະພາບທາງລົບບາງຢ່າງກໍໄດ້ເກີດຂື້ນ. ພວກເຂົາໄປເຖິງຈຸດທາງລົບຈົນເຖິງກັບສະແດງອອກເຖິງຂອບເຂດທີ່ຕໍ່າທີ່ສຸດ ເຊິ່ງໃນທີ່ສຸດພວກເຂົາກໍຈະລົ້ມລົງ. ພຣະເຈົ້າໄດ້ດໍາເນີນພາລະກິດຂອງພຣະອົງ ອີງຕາມສິ່ງທັງໝົດເຫຼົ່ານີ້, ດ້ວຍເຫດນັ້ນ ຈຶ່ງໄດ້ຍຶດເອົາສິ່ງເຫຼົ່ານີ້ເພື່ອບັນລຸຜົນສໍາເລັດທີ່ດີກວ່າ ສໍາລັບພາລະກິດຂອງພຣະອົງ. ໝາຍຄວາມວ່າ ພຣະອົງປະຕິບັດພາລະກິດຂອງພຣະອົງອີງຕາມສະພາບການໃນປັດຈຸບັນຂອງພວກເຂົາ; ພຣະອົງດໍາເນີນທຸກຂັ້ນຕອນຂອງພາລະກິດຂອງພຣະອົງອີງຕາມສະພາບການຕົວຈິງຂອງຜູ້ຄົນ. ການຊົງສ້າງທັງໝົດແມ່ນຢູ່ໃນກໍາມືຂອງພຣະອົງ; ແລ້ວພຣະອົງຈະບໍ່ສາມາດຮູ້ຈັກສິ່ງເຫຼົ່ານັ້ນບໍ? ພຣະເຈົ້າດໍາເນີນຂັ້ນຕອນຕໍ່ໄປຂອງພາລະກິດທີ່ຄວນເຮັດ ຢູ່ໃນເວລາ ແລະ ສະຖານທີ່ໃດກໍໄດ້ອີງຕາມສະພາບການຂອງຜູ້ຄົນ. ບໍ່ມີທາງທີ່ ພາລະກິດດັ່ງກ່າວນີ້ໄດ້ຖືກວາງແຜນໄວ້ກ່ອນລ່ວງໜ້າເປັນເວລາຫຼາຍພັນປີ; ນັ້ນແມ່ນຄວາມຄິດຂອງມະນຸດ! ພຣະອົງປະຕິບັດພາລະກິດໃນຂະນະທີ່ພຣະອົງສັງເກດເບິ່ງຜົນຂອງພາລະກິດຂອງພຣະອົງ ແລະ ພາລະກິດຂອງພຣະອົງແມ່ນມີຄວາມເລິກເຊິ່ງ ແລະ ພັດທະນາຂຶ້ນຢ່າງຕໍ່ເນື່ອງ; ແຕ່ລະຄັ້ງ ຫຼັງຈາກໄດ້ສັງເກດເບິ່ງຜົນໄດ້ຮັບຈາກພາລະກິດຂອງພຣະອົງ, ພຣະອົງກໍດໍາເນີນຂັ້ນຕອນຕໍ່ໄປຂອງພາລະກິດຂອງພຣະອົງ. ພຣະອົງໃຊ້ຫຼາຍສິ່ງຫຼາຍຢ່າງເພື່ອການປ່ຽນແປງເທື່ອລະໜ້ອຍ ແລະ ເພື່ອເຮັດໃຫ້ຜູ້ຄົນສາມາດແນມເຫັນພາລະກິດໃໝ່ຂອງພຣະອົງຕາມການເວລາ. ການເຮັດພາລະກິດແບບນີ້ສາມາດສະໜອງໃຫ້ແກ່ຄວາມຕ້ອງການຂອງຜູ້ຄົນ ເພາະວ່າພຣະເຈົ້າຮູ້ຈັກຜູ້ຄົນດີ. ນີ້ແມ່ນວິທີທີ່ພຣະອົງດໍາເນີນພາລະກິດຂອງພຣະອົງຈາກສະຫວັນ. ໃນທໍານອງດຽວກັນ, ພຣະເຈົ້າທີ່ບັງເກີດເປັນມະນຸດກໍໄດ້ກະທຳພາລະກິດຂອງພຣະອົງດ້ວຍວິທີນີ້ເຊັ່ນກັນ ໂດຍຈັດແຈງອີງຕາມສະພາບການຕົວຈິງ ແລະ ປະຕິບັດພາລະກິດທ່າມກາງມະນຸດ. ບໍ່ໄດ້ມີການຈັດແຈງພາລະກິດຂອງພຣະອົງກ່ອນການສ້າງໂລກ ແລະ ບໍ່ມີການວາງແຜນໄວ້ລ່ວງໜ້າຢ່າງລະອຽດ. ຫຼັງຈາກໂລກນີ້ຖືກສ້າງຂື້ນໄດ້ສອງພັນປີ, ພຣະເຢໂຮວາເຫັນວ່າ ມະນຸດໄດ້ເສື່ອມຊາມຫຼາຍຈົນພຣະອົງໄດ້ໃຊ້ປາກຂອງຜູ້ປະກາດພຣະທໍາເອຊາຢາເພື່ອທໍານວາຍວ່າ ພາຍຫຼັງຍຸກແຫ່ງພຣະບັນຍັດໄດ້ສິ້ນສຸດລົງ, ພຣະເຢໂຮວາຈະດໍາເນີນພາລະກິດເພື່ອໄຖ່ບາບໃຫ້ກັບມະນຸດຊາດໃນຍຸກຂອງພຣະຄຸນ. ນີ້ແມ່ນແຜນການຂອງພຣະເຢໂຮວາ, ແນ່ນອນ ແຜນການນີ້ແມ່ນໄດ້ສ້າງຂຶ້ນອີງຕາມສະພາບການທີ່ພຣະອົງໄດ້ສັງເກດເຫັນໃນເວລານັ້ນເຊັ່ນກັນ; ພຣະອົງບໍ່ໄດ້ຄົ້ນຄິດແຜນການນີ້ທັນທີຫຼັງຈາກໄດ້ສ້າງອາດາມຢ່າງແນ່ນອນ. ເອຊາຢາພຽງແຕ່ທໍານວາຍໄວ້, ແຕ່ພຣະເຢໂຮວາບໍ່ໄດ້ກະກຽມພາລະກິດນີ້ໄວ້ໃນຍຸກແຫ່ງພຣະບັນຍັດ; ໃນທາງກົງກັນຂ້າມ, ພຣະອົງເລີ່ມດໍາເນີນພາລະກິດນີ້ ໃນຕອນເລີ່ມຕົ້ນຂອງຍຸກແຫ່ງພຣະຄຸນ, ເມື່ອທູດສະຫວັນໄດ້ປາກົດຢູ່ໃນຄວາມຝັນຂອງໂຢເຊັບເພື່ອໃຫ້ແສງສະຫວ່າງແກ່ລາວດ້ວຍຂ່າວປະເສີດວ່າ ພຣະເຈົ້າຈະກາຍເປັນເນື້ອໜັງ ແລະ ພຽງເມື່ອນັ້ນ ພາລະກິດຂອງການບັງເກີດເປັນມະນຸດຂອງພຣະອົງຈຶ່ງໄດ້ເລີ່ມຕົ້ນຂຶ້ນ. ພຣະເຈົ້າບໍ່ໄດ້ກະກຽມພາລະກິດແຫ່ງການບັງເກີດເປັນມະນຸດຂອງພຣະອົງ ຫຼັງຈາກການສ້າງໂລກ ຕາມທີ່ມະນຸດໄດ້ຈິນຕະນາການໄວ້; ມັນພຽງໄດ້ຖືກຕັດສິນອີງ ຕາມລະດັບການພັດທະນາຂອງມະນຸດ ແລະ ສະຖານະຂອງສົງຄາມຂອງພຣະອົງກັບຊາຕານ.

ເມື່ອພຣະເຈົ້າບັງເກີດເປັນເນື້ອໜັງ, ພຣະວິນຍານຂອງພຣະອົງແມ່ນລົງມາສູ່ມະນຸດ; ເວົ້າອີກຢ່າງກໍຄື ພຣະວິນຍານຂອງພຣະເຈົ້າໄດ້ສວມໃສ່ເຄື່ອງນຸ່ງດ້ວຍເນື້ອໜັງ. ພຣະອົງສະເດັດມາເພື່ອເຮັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ບໍ່ໄດ້ນໍາຂັ້ນຕອນທີ່ຈໍາກັດໃດໜຶ່ງມາກັບພຣະອົງ, ພາລະກິດຂອງພຣະອົງບໍ່ມີຂໍ້ຈໍາກັດຢ່າງແນ່ນອນ. ພະລະກິດທີ່ພຣະວິນຍານບໍລິສຸດເຮັດໃນເນື້ອໜັງແມ່ນຖືກກໍານົດໂດຍຜົນຈາກພາລະກິດຂອງພຣະອົງເຊັ່ນກັນ ແລະ ພຣະອົງຊົງນໍາໃຊ້ສິ່ງດັ່ງກ່າວນີ້ ເພື່ອກໍານົດໄລຍະເວລາໃນການເຮັດພາລະກິດຂອງພຣະອົງໃນຂະນະທີ່ຢູ່ໃນເນື້ອໜັງ. ພຣະວິນຍານບໍລິສຸດເປີດເຜີຍພາລະກິດໃນແຕ່ລະຂັ້ນຕອນຂອງພຣະອົງໂດຍກົງ, ພິຈາລະນາພາລະກິດຂອງພຣະອົງໃນຂະນະທີ່ພຣະອົງປະຕິບັດມັນ; ພາລະກິດນີ້ບໍ່ແມ່ນສິ່ງເໜືອທໍາມະຊາດ ທີ່ນອກເໜືອຂອບເຂດຈິນຕະນາການຂອງມະນຸດ. ນີ້ແມ່ນຄ້າຍຄືກັບພາລະກິດຂອງພຣະເຢໂຮວາໃນການສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ສັບພະສິ່ງທັງປວງ; ພຣະອົງໄດ້ວາງແຜນ ແລະ ເຮັດພາລະກິດໄປພ້ອມໆກັນ. ພຣະອົງໄດ້ແຍກແສງສະຫວ່າງອອກຈາກຄວາມມືດ ແລະ ຕອນເຊົ້າ ແລະ ຕອນຄໍ່າກໍໄດ້ເກີດຂຶ້ນ ເຊິ່ງສິ່ງນີ້ໃຊ້ເວລາພຽງໜຶ່ງມື້. ໃນມື້ທີສອງ ພຣະອົງໄດ້ສ້າງຟ້າ ເຊິ່ງໃຊ້ເວລາພຽງໜຶ່ງມື້ເຊັ່ນກັນ; ຫຼັງຈາກນັ້ນ ພຣະອົງກໍສ້າງແຜ່ນດິນໂລກ, ທະເລ ແລະ ສິ່ງມີຊີວິດທີ່ອາໄສຢູ່ໃນນັ້ນ ເຊິ່ງໃຊ້ເວລາພຽງໜຶ່ງມື້ເຊັ່ນກັນ. ນີ້ສີບຕໍ່ຈົນເຖິງມື້ທີຫົກເມື່ອພຣະເຈົ້າສ້າງມະນຸດ ແລະ ປ່ອຍໃຫ້ມະນຸດຄຸ້ມຄອງທຸກສິ່ງເທິງແຜ່ນດິນໂລກ. ຫຼັງຈາກນັ້ນ, ໃນມື້ທີເຈັດ ເມື່ອພຣະອົງໄດ້ສ້າງທຸກສິ່ງຈົນສໍາເລັດ, ພຣະອົງກໍພັກຜ່ອນ. ພຣະເຈົ້າໃຫ້ພອນແກ່ມື້ທີເຈັດ ແລະ ກໍານົດໃຫ້ມັນເປັນມື້ສັກສິດ. ພຣະອົງພຽງຕັດສິນໃຈສ້າງມື້ສັກສິດນີ້ຫຼັງຈາກທີ່ພຣະອົງໄດ້ສ້າງທຸກສິ່ງທຸກຢ່າງ ແລະ ບໍ່ແມ່ນກ່ອນສ້າງພວກມັນ. ພາລະກິດນີ້ແມ່ນໄດ້ດໍາເນີນໄປພ້ອມໆກັນເຊັ່ນກັນ; ກ່ອນທີ່ຈະສ້າງທຸກສິ່ງ, ພຣະອົງບໍ່ໄດ້ຕັດສິນໃຈສ້າງໂລກພາຍໃນຫົກມື້ ແລະ ພັກຜ່ອນໃນມີ້ທີເຈັດ; ນັ້ນບໍ່ສອດຄ່ອງກັບຄວາມຈິງເລີຍ. ພຣະອົງບໍ່ໄດ້ກ່າວໃນສິ່ງນີ້ ແລະ ພຣະອົງບໍ່ໄດ້ວາງແຜນມັນ. ບໍ່ມີທາງທີ່ພຣະອົງໄດ້ເວົ້າວ່າ ການສ້າງສັບພະສິ່ງທັງປວງຈະສໍາເລັດໃນມື້ທີຫົກ ແລະ ພຣະອົງຈະພັກຜ່ອນໃນມື້ທີເຈັດ; ກົງກັນຂ້າມ, ພຣະອົງສ້າງໃນສິ່ງທີ່ພຣະອົງເຫັນວ່າດີໃນເວລານັ້ນ. ເມື່ອພຣະອົງໄດ້ສ້າງທຸກສິ່ງທຸກຢ່າງສໍາເລັດ, ມັນກໍແມ່ນມື້ທີຫົກແລ້ວ. ຖ້າຫາກວ່າ ພຣະອົງສ້າງທຸກສິ່ງທຸກຢ່າງສໍາເລັດໃນມື້ທີຫ້າ, ພຣະອົງກໍຈະກໍານົດໃຫ້ມື້ທີຫົກເປັນມື້ສັກສິດ; ແຕ່ວ່າ ພຣະອົງສ້າງທຸກສິ່ງທຸກຢ່າງໃນມື້ທີຫົກ ແລະ ດ້ວຍເຫດນັ້ນ ມື້ທີເຈັດຈຶ່ງໄດ້ກາຍເປັນມື້ສັກສິດ ເຊິ່ງຖືກນໍາໃຊ້ກັນຈົນຮອດປັດຈຸບັນ. ເພາະສະນັ້ນ, ພາລະກິດຂອງພຣະອົງໃນປັດຈຸບັນແມ່ນດໍາເນີນໃນຮູບແບບດຽວກັນນີ້. ພຣະອົງກ່າວ ແລະ ສະໜອງໃຫ້ແກ່ຄວາມຕ້ອງການຂອງພວກເຈົ້າອີງຕາມເງື່ອນໄຂຂອງພວກເຈົ້າ. ໝາຍຄວາມວ່າ ພຣະວິນຍານເວົ້າ ແລະ ເຮັດພາລະກິດຕາມເງື່ອນໄຂຂອງຜູ້ຄົນ; ພຣະອົງສັງເກດເບິ່ງທຸກຢ່າງ ແລະ ເຮັດພາລະກິດ ໃນເວລາ ແລະ ສະຖານທີ່ໃດກໍໄດ້. ສິ່ງທີ່ເຮົາເຮັດ, ກ່າວ, ມອບ ແລະ ປະທານໃຫ້ພວກເຈົ້າແມ່ນອີງຕາມສິ່ງທີ່ພວກເຈົ້າຕ້ອງການຢ່າງບໍ່ມີຂໍ້ຍົກເວັ້ນ. ດັ່ງນັ້ນ, ພາລະກິດຂອງເຮົາແມ່ນບໍ່ໄດ້ແຍກອອກຈາກຄວາມເປັນຈິງ; ທັງໝົດແມ່ນຄວາມຈິງ ເພາະພວກເຈົ້າທຸກຄົນຮູ້ວ່າ “ພຣະວິນຍານຂອງພຣະເຈົ້າຄອຍເຝົ້າເບິ່ງທຸກຄົນ”. ຖ້າຫາກວ່າ ສິ່ງນີ້ໄດ້ມີການຕັດສິນມາກ່ອນ, ແລ້ວມັນຈະບໍ່ຕາຍໂຕເກີນໄປບໍ? ມັນເປັນຄືກັບວ່າ ເຈົ້າຄິດວ່າ ພຣະເຈົ້າສ້າງແຜນການເປັນເວລາຫົກພັນປີ ແລ້ວກໍານົດໄວ້ລ່ວງໜ້າໃຫ້ມະນຸດຕໍ່ຕ້ານ, ຂັດຂືນ, ຄົດລ້ຽວ, ຫຼອກລວງ, ເຮັດໃຫ້ເນື້ອໜັງເສື່ອມຊາມ, ມີອຸປະນິໄສແບບຊາຕານ, ມີສາຍຕາທີ່ເຕັມໄປດ້ວຍຕັນຫາ ແລະ ເຮັດຕາມໃຈຕົນເອງບໍ? ພຣະເຈົ້າບໍ່ໄດ້ກໍານົດສິ່ງດັ່ງກ່າວນີ້ໄວ້ລ່ວງໜ້າ ແຕ່ທຸກສິ່ງເຫຼົ່ານີ້ແມ່ນເປັນຍ້ອນຄວາມເສື່ອມຊາມຂອງຊາຕານ. ບາງຄົນອາດຈະເວົ້າວ່າ: “ຊາຕານບໍ່ຢູ່ໃນການຄວບຄຸມຂອງພຣະເຈົ້າບໍ? ພຣະເຈົ້າໄດ້ກໍານົດລ່ວງໜ້າໃຫ້ຊາຕານເສື່ອມຊາມມະນຸດໃນລັກສະນະດັ່ງກ່າວນີ້ ແລະ ຫຼັງຈາກນັ້ນ ພຣະອົງກໍດໍາເນີນພາລະກິດຂອງພຣະອົງທ່າມກາງມະນຸດ”. ພຣະເຈົ້າກໍານົດລ່ວງໜ້າໃຫ້ຊາຕານເຮັດໃຫ້ມວນມະນຸດເສື່ອມຊາມແທ້ບໍ? ພຣະອົງພຽງແຕ່ຕ້ອງການຢາກໃຫ້ມະນຸດດໍາລົງຊີວິດເປັນປົກກະຕິ; ແລ້ວເຫດໃດພຣະອົງຈຶ່ງຈະແຊກແຊງຊີວິດຂອງມະນຸດ? ຖ້າເປັນດັ່ງນັ້ນ, ການເອົາຊະນະຊາຕານ ແລະ ການຊ່ວຍມະນຸດໃຫ້ລອດພົ້ນກໍຈະເປັນພຽງຄວາມພະຍາຍາມທີ່ໄຮ້ປະໂຫຍດ ບໍ່ແມ່ນບໍ? ການຕໍ່ຕ້ານຂອງມະນຸດຈະຖືກກຳນົດໄວ້ລ່ວງໜ້າໄດ້ແນວໃດ? ມັນເປັນສິ່ງທີ່ເກີດຂຶ້ນຍ້ອນການແຊກແຊງຂອງຊາຕານ; ແລ້ວພຣະເຈົ້າຈະກໍານົດສິ່ງນີ້ໄວ້ລ່ວງໜ້າໄດ້ແນວໃດ? ຊາຕານທີ່ຢູ່ພາຍໃຕ້ການຄວບຄຸມຂອງພຣະເຈົ້າທີ່ພວກເຈົ້າເຂົ້າໃຈ ແລະ ຊາຕານທີ່ຢູ່ພາຍໃຕ້ການຄວບຄຸມຂອງພຣະເຈົ້າທີ່ເຮົາກ່າວເຖິງແມ່ນແຕກຕ່າງກັນຫຼາຍ. ຕາມຄໍາເວົ້າຂອງພວກເຈົ້າທີ່ວ່າ: “ພຣະເຈົ້າມີລິດອໍານາດສູງສຸດ ແລະ ຊາຕານແມ່ນຢູ່ໃນກໍາມືຂອງພຣະອົງ”, ສະນັ້ນຊາຕານຈະບໍ່ທໍລະຍົດພຣະອົງຈັກເທື່ອ. ເຈົ້າບໍ່ໄດ້ເວົ້າວ່າພຣະເຈົ້າເປັນຜູ້ມີລິດອໍານາດບໍ? ຄວາມຮູ້ຂອງພວກເຈົ້າແມ່ນຕື້ນຫຼາຍ ແລະ ຢູ່ນອກຂອບເຂດຂອງຄວາມເປັນຈິງ; ມະນຸດບໍ່ສາມາດເຂົ້າໃຈຄວາມຄິດຂອງພຣະເຈົ້າໄດ້ ແລະ ມະນຸດບໍ່ສາມາດເຂົ້າໃຈສະຕິປັນຍາຂອງພຣະເຈົ້າໄດ້! ພຣະເຈົ້າມີລິດອໍານາດສູງສຸດ; ນີ້ບໍ່ແມ່ນສິ່ງທີ່ຜິດເລີຍ. ເທວະທູດໄດ້ທໍລະຍົດພຣະເຈົ້າ ເພາະວ່າທໍາອິດພຣະເຈົ້າໄດ້ມອບອໍານາດບາງສ່ວນໃຫ້ແກ່ພວກເຂົາ. ແນ່ນອນ ສິ່ງນີ້ແມ່ນເຫດການທີ່ບໍ່ໄດ້ຄາດເຖິງ, ເຊັ່ນດຽວກັນກັບເອວາໄດ້ຍອມຈຳນົນຕໍ່ການລໍ້ລວງຂອງງູ. ເຖິງຢ່າງໃດກໍຕາມ, ບໍ່ວ່າຊາຕານຈະດໍາເນີນການທໍລະຍົດຂອງມັນ ແຕ່ມັນກໍບໍ່ໄດ້ມີລິດອໍານາດສູງສຸດຄືດັ່ງພຣະເຈົ້າ. ດັ່ງທີ່ພວກເຈົ້າໄດ້ກ່າວມາ, ຊາຕານມີອໍານາດພຽງເລັກນ້ອຍ; ບໍ່ວ່າມັນຈະເຮັດຫຍັງກໍຕາມ, ອໍານາດຂອງພຣະເຈົ້າກໍຈະເອົາຊະນະມັນ. ນີ້ແມ່ນຄວາມໝາຍແທ້ຈິງທີ່ຢູ່ເບື້ອງຫຼັງຂອງຄໍາເວົ້າທີ່ວ່າ: “ພຣະເຈົ້າແມ່ນມີລິດອໍານາດສູງສຸດ ແລະ ຊາຕານແມ່ນຢູ່ໃນກໍາມືຂອງພຣະອົງ”. ດັ່ງນັ້ນ, ສົງຄາມຂອງພຣະອົງກັບຊາຕານຕ້ອງໄດ້ດໍາເນີນໄປເທື່ອລະຂັ້ນຕອນ; ຍິ່ງໄປກວ່ານັ້ນ, ພຣະອົງໄດ້ວາງແຜນພາລະກິດຂອງພຣະອົງໃນການຕອບໂຕ້ຕໍ່ກົນອຸບາຍຂອງຊາຕານ, ໝາຍຄວາມວ່າ ພຣະອົງນໍາຄວາມລອດພົ້ນມາສູ່ຜູ້ຄົນ ແລະ ເປີດເຜີຍລິດທານຸພາບສູງສຸດ ແລະ ສະຕິປັນຍາຂອງພຣະອົງໃນລັກສະນະ ທີ່ເໝາະສົມກັບຍຸກຕ່າງໆ. ເຊັ່ນດຽວກັນ, ພາລະກິດໃນຍຸກສຸດທ້າຍແມ່ນບໍ່ໄດ້ຖືກກໍານົດລ່ວງໜ້າ ກ່ອນຍຸກແຫ່ງພຣະຄຸນ; ການກໍານົດລ່ວງນ້າບໍ່ໄດ້ກໍານົດໃນລັກສະນະທີ່ເປັນລະບຽບ ເຊັ່ນ: ຢ່າງທໍາອິດ, ເຮັດໃຫ້ອຸປະນິໄສພາຍນອກຂອງມະນຸດປ່ຽນແປງ; ຢ່າງທີສອງ, ເຮັດໃຫ້ມະນຸດຍອມຮັບການຂ້ຽນຕີ ແລະ ການທົດລອງ; ຢ່າງທີສາມ, ເຮັດໃຫ້ມະນຸດປະສົບກັບການທົດລອງແຫ່ງຄວາມຕາຍ; ຢ່າງທີສີ່, ເຮັດໃຫ້ມະນຸດປະສົບກັບເວລາແຫ່ງຄວາມຮັກພຣະເຈົ້າ ແລະ ສະແດງເຖິງຄວາມປະນິທານຂອງຜູ້ທີ່ຖືກສ້າງ; ຢ່າງທີຫ້າ, ເຮັດໃຫ້ມະນຸດແນມເຫັນຄວາມປະສົງຂອງພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າທັງໝົດ ແລະ ສຸດທ້າຍ, ເຮັດໃຫ້ມະນຸດສົມບູນ. ພຣະອົງບໍ່ໄດ້ວາງແຜນສິ່ງທັງໝົດເຫຼົ່ານີ້ໃນຍຸກແຫ່ງພຣະຄຸນ; ກົງກັນຂ້າມ, ພຣະອົງໄດ້ເລີ່ມຕົ້ນວາງແຜນສິ່ງເຫຼົ່ານີ້ໃນຍຸກປັດຈຸບັນ. ຊາຕານກໍາລັງເຮັດພາລະກິດ ແລະ ພຣະເຈົ້າກໍເຊັ່ນກັນ. ຊາຕານສະແດງອຸປະນິໄສທີ່ເສື່ອມຊາມຂອງມັນ ໃນຂະນະທີ່ພຣະເຈົ້າເວົ້າກົງໄປກົງມາ ແລະ ເປີດເຜີຍສິ່ງທີ່ສໍາຄັນ. ນີ້ແມ່ນພາລະກິດທີ່ຖືກກະທໍາໃນມື້ນີ້ ແລະ ມັນແມ່ນຫຼັກການດຽວໃນການປະຕິບັດພາລະກິດ ເຊິ່ງໄດ້ຖືກນໍາໃຊ້ມາແຕ່ດົນນານແລ້ວ ພາຍຫຼັງໄດ້ມີການສ້າງໂລກ.

ທໍາອິດ ພຣະເຈົ້າໄດ້ສ້າງອາດາມ ແລະ ເອວາ ແລະ ພຣະອົງຍັງໄດ້ສ້າງງູ. ໃນບັນດາສັບພະສິ່ງທັງໝົດ, ງູມີພິດຫຼາຍທີ່ສຸດ; ຮ່າງກາຍຂອງມັນມີພິດ ເຊິ່ງຊາຕານໄດ້ໃຊ້ພິດນີ້ເພື່ອຜົນປະໂຫຍດ. ມັນແມ່ນງູທີ່ລໍ້ລວງໃຫ້ເອວາເຮັດບາບ. ແລ້ວອາດາມກໍໄດ້ເຮັດບາບຫຼັງຈາກທີ່ເອວາໄດ້ເຮັດ ແລະ ຫຼັງຈານນັ້ນ ທັງສອງຄົນກໍສາມາດແຍກແຍະລະຫວ່າງຄວາມດີ ແລະ ຄວາມຊົ່ວ. ຖ້າພຣະເຢໂຮວາຮູ້ວ່າ ງູຈະລໍ້ລວງເອວາ ແລະ ເອວາຈະລໍ້ລວງອາດາມ ແລ້ວເປັນຫຍັງພຣະອົງຈຶ່ງຈັດພວກເຂົາທັງໝົດຢູ່ໃນສວນ? ຖ້າຫາກວ່າ ພຣະອົງສາມາດຄາດຄະເນສິ່ງເຫຼົ່ານີ້ລ່ວງໜ້າ ແລ້ວເປັນຫຍັງພຣະອົງຈຶ່ງສ້າງງູ ແລະ ວາງໃຫ້ມັນຢູ່ໃນສວນເອເດນ? ເປັນຫຍັງສວນຂອງເອເດນຈຶ່ງມີໝາກໄມ້ຂອງຕົ້ນໄມ້ແຫ່ງຄວາມຮູ້ລະຫວ່າງຄວາມດີ ແລະ ຄວາມຊົ່ວ? ພຣະອົງມີຈຸດປະສົງໃຫ້ພວກເຂົາກິນໝາກໄມ້ນັ້ນບໍ? ເມື່ອພຣະເຢໂຮວາສະເດັດມາ, ທັງອາດາມ ແລະ ເອວາບໍ່ກ້າຜະເຊີນໜ້າກັບພຣະອົງ ແລະ ໃນເວລານັ້ນເອງທີ່ພຣະເຢໂຮວາຮູ້ວ່າ ພວກເຂົາໄດ້ກິນໝາກໄມ້ຈາກຕົ້ນໄມ້ແຫ່ງຄວາມຮູ້ລະຫວ່າງຄວາມດີ ແລະ ຄວາມຊົ່ວ ແລະ ໄດ້ຕົກເປັນເຫຍື່ອຂອງຄວາມຫຼອກລວງຂອງງູໄປແລ້ວ. ສຸດທ້າຍ ພຣະອົງກໍໄດ້ສາບແຊ່ງງູ ແລະ ສາບແຊ່ງອາດາມ ແລະ ເອວາເຊັ່ນກັນ. ໃນເວລາທີ່ທັງສອງກິນໝາກໄມ້ຈາກຕົ້ນໄມ້ນັ້ນ ພຣະເຢໂຮວາບໍ່ໄດ້ຮູ້ວ່າ ພວກເຂົາທັງສອງໄດ້ກິນໝາກໄມ້ຈາກຕົ້ນໄມ້. ມະນຸດໄດ້ກາຍເປັນຄົນເສື່ອມຊາມຈົນຮອດຂັ້ນຊົ່ວຮ້າຍ ແລະ ເກີດມີຕັນຫາທາງເພດ, ເຖິງຂັ້ນທີ່ທຸກສິ່ງທີ່ພວກເຂົາມີຢູ່ໃນຫົວໃຈຂອງພວກເຂົາແມ່ນລ້ວນແລ້ວແຕ່ເປັນສິ່ງຊົ່ວຮ້າຍ ແລະ ຂາດຄວາມຊອບທໍາ; ທຸກສິ່ງແມ່ນສົກກະປົກ. ດັ່ງນັ້ນ, ພຣະເຢໂຮວາຈຶ່ງເສຍໃຈທີ່ໄດ້ສ້າງມະນຸດຊາດ. ຫຼັງຈາກນັ້ນ ພຣະອົງກໍໄດ້ປະຕິບັດພາລະກິດຂອງພຣະອົງ ເພື່ອທໍາລາຍໂລກດ້ວຍນ້ຳຖ້ວມ ເຊິ່ງມີພຽງແຕ່ໂນອາ ແລະ ລູກຊາຍຂອງລາວທີ່ມີຊີວິດລອດ. ຄວາມຈິງແລ້ວ ບາງສິ່ງບາງຢ່າງກໍບໍ່ໄດ້ກ້າວໜ້າ ແລະ ເໜືອທໍາມະຊາດຕາມທີ່ຜູ້ຄົນອາດຈິນຕະນາການ. ບາງຄົນຖາມວ່າ: “ໃນເມື່ອພຣະເຈົ້າຊົງຊາບວ່າ ເທວະທູດຈະທໍລະຍົດຕໍ່ພຣະອົງ ແລ້ວເປັນຫຍັງພຣະອົງຈຶ່ງສ້າງມັນຂຶ້ນມາ?” ສິ່ງເຫຼົ່ານີ້ແມ່ນຄວາມຈິງ: ໃນສະໄໝທີ່ຍັງບໍ່ມີແຜ່ນດິນໂລກ, ເທວະທູດຄືທູດສະຫວັນທີ່ຍິ່ງໃຫຍ່. ມັນມີອໍານາດຄວບຄຸມທູດສະຫວັນໃນສະຫວັນທັງໝົດ; ນີ້ແມ່ນອໍານາດທີ່ພຣະເຈົ້າຊົງມອບໃຫ້ມັນ. ນອກຈາກພຣະເຈົ້າແລ້ວ, ມັນຄືຜູ້ຍິ່ງໃຫຍ່ທີ່ສຸດໃນບັນດາທູດສະຫວັນຂອງສະຫວັນ. ຕໍ່ມາເມື່ອພຣະເຈົ້າຊົງສ້າງມະນຸດ, ເທວະທູດຈຶ່ງດໍາເນີນການທໍລະຍົດຕໍ່ພຣະເຈົ້າຢ່າງໃຫຍ່ຫຼວງເທິງແຜ່ນດິນໂລກ. ເຮົາເວົ້າວ່າ ມັນທໍລະຍົດຕໍ່ພຣະເຈົ້າ ເພາະວ່າມັນຕ້ອງການຄຸ້ມຄອງມະນຸດຊາດ ແລະ ຢູ່ເໜືອອໍານາດຂອງພຣະເຈົ້າ. ມັນເປັນເທວະທູດທີ່ລໍ້ລວງເອວາເຂົ້າສູ່ຄວາມບາບ; ມັນເຮັດແບບນັ້ນ ຍ້ອນມັນຕ້ອງການສ້າງອານາຈັກຂອງມັນເທິງແຜ່ນດິນໂລກ ແລະ ເຮັດໃຫ້ມະນຸດຊາດທໍລະຍົດຕໍ່ພຣະເຈົ້າ ແລະ ມາເຊື່ອຟັງມັນແທນ. ເທວະທູດເຫັນວ່າ ມີຫຼາຍສິ່ງທີ່ສາມາດເຊື່ອຟັງມັນ; ທູດສະຫວັນສາມາດເຊື່ອຟັງມັນ ແລະ ຜູ້ຄົນໃນແຜ່ນດິນໂລກກໍສາມາດເຊັ່ນກັນ. ຝູງນົກ, ສັດປ່າ, ຕົ້ນໄມ້, ປ່າດົງ, ພູເຂົາ, ແມ່ນໍ້າ ແລະ ສັບພະສິ່ງທັງໝົດເທິງແຜ່ນດິນໂລກແມ່ນຢູ່ພາຍໃຕ້ການດູແລຂອງມະນຸດ ນັ້ນກໍຄື ອາດາມ ແລະ ເອວາ, ແລ້ວອາດາມ ແລະ ເອວາກໍເຊື່ອຟັງມັນ. ສະນັ້ນ, ເທວະທູດຈຶ່ງປາດຖະໜາຢາກຢູ່ເໜືອອໍານາດຂອງພຣະເຈົ້າ ແລະ ທໍລະຍົດຕໍ່ພຣະອົງ. ຫຼັງຈາກນັ້ນ ມັນກໍນໍາພາທູດສະຫວັນທັງຫຼາຍກະບົດຕໍ່ພຣະເຈົ້າ ເຊິ່ງຕໍ່ມາກໍໄດ້ກາຍເປັນວິນຍານຊົ່ວຮ້າຍຕ່າງໆ. ການພັດທະນາຂອງມວນມະນຸດມາເຖິງທຸກວັນນີ້ບໍ່ແມ່ນເກີດຈາກຄວາມເສື່ອມຊາມຂອງເທວະທູດນັ້ນບໍ? ມວນມະນຸດເປັນດັ່ງທຸກມື້ນີ້ ກໍຍ້ອນເທວະທູດທໍລະຍົດຕໍ່ພຣະເຈົ້າ ແລະ ເຮັດໃຫ້ມະນຸດເສື່ອມຊາມ. ພະລະກິດແຕ່ລະຂັ້ນຕອນນີ້ ແມ່ນບໍ່ໄດ້ເປັນຮູບປະທໍາ ແລະ ງ່າຍດາຍດັ່ງທີ່ຜູ້ຄົນຈິນຕະນາການ. ຊາຕານໄດ້ດຳເນີນການທໍລະຍົດຂອງມັນເພື່ອຜົນປະໂຫຍດໃດໜຶ່ງ, ແຕ່ຜູ້ຄົນບໍ່ສາມາດເຂົ້າໃຈເຖິງຂໍ້ເທັດຈິງນີ້. ເປັນຫຍັງພຣະເຈົ້າຈຶ່ງສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ສັບພະສິ່ງທັງໝົດ, ແລ້ວຍັງສ້າງຊາຕານອີກ? ໃນເມື່ອ ພຣະເຈົ້າຊັງຊາຕານຫຼາຍ ແລະ ຊາຕານແມ່ນສັດຕູຂອງພຣະອົງ, ແລ້ວ ເປັນຫຍັງພຣະອົງຈຶ່ງສ້າງຊາຕານ? ໂດຍການສ້າງຊາຕານ, ພຣະອົງບໍ່ໄດ້ສ້າງສັດຕູບໍ? ແທ້ຈິງແລ້ວ ພຣະເຈົ້າບໍ່ໄດ້ສ້າງສັດຕູ; ໃນທາງກົງກັນຂ້າມ, ພຣະອົງສ້າງທູດສະຫວັນ ແລະ ຕໍ່ມາ ທູດສະຫວັນໄດ້ທໍລະຍົດພຣະອົງ. ສະຖານະຂອງມັນໄດ້ເຕີບໂຕຂຶ້ນຢ່າງຍິ່ງໃຫຍ່ຈົນມັນຕ້ອງການທໍລະຍົດຕໍ່ພຣະເຈົ້າ. ສາມາດເວົ້າໄດ້ວ່າ ນີ້ແມ່ນເຫດການບັງເອີນ ແຕ່ມັນເປັນສິ່ງທີ່ຫຼີກເວັ້ນບໍ່ໄດ້. ມັນຄືກັນກັບ ຄົນຕ້ອງຕາຍຢ່າງຫຼີກເວັ້ນບໍ່ໄດ້ຫຼັງຈາກທີ່ໄດ້ເຕີບໃຫຍ່ຂຶ້ນເຖິງຈຸດໃດໜຶ່ງ; ສິ່ງຕ່າງໆແມ່ນພັດທະນາໄປຕາມຂັ້ນຕອນນັ້ນ. ມີບາງຄົນທີ່ໂງ່ຈ້າເວົ້າວ່າ: “ໃນເມື່ອຊາຕານເປັນສັດຕູຂອງພຣະອົງ ແລ້ວເປັນຫຍັງພຣະອົງຈຶ່ງສ້າງມັນຂຶ້ນມາ? ພຣະອົງບໍຮູ້ບໍ່ວ່າເທວະທູດສະຫວັນຈະທໍລະຍົດພຣະອົງ? ພຣະອົງບໍ່ສາມາດເຫັນທຸກສິ່ງໄດ້ທັງໝົດຢ່າງນິລັນດອນບໍ? ພຣະອົງບໍ່ຮູ້ຈັກທຳມະຊາດຂອງເທວະທູດບໍ? ໃນເມື່ອພຣະອົງຮູ້ຢ່າງຊັດເຈນວ່າ ມັນຈະທໍລະຍົດພຣະອົງ ແລ້ວເປັນຫຍັງພຣະອົງຈຶ່ງຕັ້ງໃຫ້ມັນເປັນເທວະທູດສະຫວັນ? ບໍ່ພຽງແຕ່ມັນທໍລະຍົດຕໍ່ພຣະອົງ ແຕ່ ມັນຍັງໄດ້ນໍາພາພວກເທວະດາຫຼາຍຕົນທໍລະຍົດພຣະອົງ ແລະ ໄດ້ລົງມາສູ່ໂລກຂອງມະນຸດເພື່ອເຮັດໃຫ້ມະນຸດເສື່ອມຊາມ; ແຕ່ຈົນເຖິງທຸກມື້ນີ້, ພຣະອົງກໍຍັງບໍ່ສາມາດປະຕິບັດຕາມແຜນການຄຸ້ມຄອງຫົກພັນປີຂອງພຣະອົງໃຫ້ສໍາເລັດ”. ຄໍາເວົ້າເຫຼົ່ານັ້ນຖືກຕ້ອງບໍ? ເມື່ອເຈົ້າຄິດແບບນັ້ນ, ເຈົ້າບໍ່ໄດ້ນໍາເອົາບັນຫາມາສູ່ຕົວເອງຫຼາຍຂຶ້ນເກີນຄວາມຈໍາເປັນບໍ? ບາງຄົນຍັງໄດ້ເວົ້າວ່າ: “ຖ້າຊາຕານບໍ່ໄດ້ເຮັດໃຫ້ມວຍມະນຸດເສື່ອມຊາມຈົນຮອດຍຸກປັດຈຸບັນ, ພຣະເຈົ້າກໍຈະບໍ່ໄດ້ນໍາຄວາມລອດພົ້ນມາສູ່ມວນມະນຸດແບບນີ້. ໃນກໍລະນີນີ້, ສະຕິປັນຍາ ແລະ ລິດທານຸພາບຂອງພຣະເຈົ້າກໍຈະເບິ່ງບໍ່ເຫັນ; ແລ້ວສະຕິປັນຍາຂອງພຣະອົງຈະປາກົດຢູ່ໃສ? ດັ່ງນັ້ນ, ພຣະເຈົ້າຈຶ່ງຊົງສ້າງເຜົ່າພັນມະນຸດໃຫ້ຊາຕານ ເພື່ອວ່າໃນອະນາຄົດພຣະເຈົ້າຈະໄດ້ເປີດເຜີຍລິດທານຸພາບຂອງພຣະອົງ, ບໍ່ດັ່ງນັ້ນ, ມະນຸດຈະຄົ້ນພົບສະຕິປັນຍາຂອງພຣະເຈົ້າໄດ້ແນວໃດ? ຖ້າມະນຸດບໍ່ຕໍ່ຕ້ານພຣະອົງ ຫຼື ກະບົດຕໍ່ພຣະອົງ, ມັນກໍບໍ່ຈໍາເປັນທີ່ຈະເປີດເຜີຍການກະທໍາຂອງພຣະອົງ. ຖ້າສັບພະສິ່ງທັງໝົດນະມັດສະການການພຣະອົງ ແລະ ເຊື່ອຟັງພຣະອົງ, ພຣະອົງກໍຈະບໍ່ມີພາລະກິດຕ້ອງເຮັດ”. ສິ່ງນີ້ຍິ່ງຫ່າງໄກຈາກຄວາມເປັນຈິງຫຼາຍ, ເພາະວ່າບໍ່ມີສິ່ງໃດກ່ຽວກັບພຣະເຈົ້າທີ່ສົກກະປົກ, ດ້ວຍເຫດນັ້ນ ພຣະອົງແມ່ນບໍ່ສາມາດສ້າງຄວາມສົກກະປົກໄດ້. ພຣະອົງເປີດເຜີຍການກະທໍາຂອງພຣະອົງໃນປັດຈຸບັນພຽງເພື່ອເອົາຊະນະສັດຕູຂອງພຣະອົງ, ເພື່ອຊ່ວຍມະນຸດຊາດ ທີ່ພຣະອົງໄດ້ສ້າງຂຶ້ນມາ, ເພື່ອເອົາຊະນະພວກຜີສາດ ແລະ ຊາຕານທີ່ກຽດຊັງພຣະອົງ, ທໍລະຍົດພຣະອົງ ແລະ ຕໍ່ຕ້ານພຣະອົງ ແລະ ຢູ່ພາຍໃຕ້ການປົກຄອງຂອງພຣະອົງ ແລະ ເປັນຂອງພຣະອົງຕັ້ງແຕ່ເລີ່ມຕົ້ນ. ພຣະເຈົ້າຕ້ອງການເອົາຊະນະພວກຜີສາດເຫຼົ່ານີ້ ແລະ ໃນການກະທຳເຊັ່ນນັ້ນ ພຣະອົງກໍຈະໄດ້ເປີດເຜີຍລິດທານຸພາບຂອງພຣະອົງຕໍ່ທຸກສິ່ງທັງປວງ. ມວນມະນຸດ ແລະ ທຸກສັບພະສິ່ງເທິງແຜ່ນດິນໂລກໃນປັດຈຸບັນນີ້ແມ່ນຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ແລະ ຢູ່ພາຍໃຕ້ການຄວບຄຸມຂອງຄົນຊົ່ວຮ້າຍ. ພຣະເຈົ້າຕ້ອງການເປີດເຜີຍການກະທໍາຂອງພຣະອົງຕໍ່ທຸກສັບພະສິ່ງ ເພື່ອວ່າ ຜູ້ຄົນຈະໄດ້ຮູ້ຈັກພຣະອົງ ແລະ ດ້ວຍເຫດນັ້ນຈະເອົາຊະນະຊາຕານ ແລະ ທໍາລາຍສັດຕຸຂອງພຣະອົງໃຫ້ໝົດສິ້ນ. ພາລະກິດທັງໝົດນີ້ຈະສໍາເລັດໂດຍຜ່ານການເປີດເຜີຍການກະທໍາຂອງພຣະອົງ. ສິ່ງທີ່ມີຊີວິດທັງໝົດຂອງພຣະອົງແມ່ນຢູ່ພາຍໃຕ້ການຄວບຄຸມຂອງຊາຕານ, ດ້ວຍເຫດນັ້ນ ພຣະອົງຈຶ້ງຕ້ອງການເປີດເຜີຍລິດທານຸພາບສູງສຸດຂອງພຣະອົງໃຫ້ພວກເຂົາເຫັນ ເພື່ອເອົາຊະນະຊາຕານ. ຖ້າບໍ່ມີຊາຕານ ພຣະອົງຈະບໍ່ຈໍາເປັນຕ້ອງເປີດເຜີຍການກະທໍາຂອງພຣະອົງ. ຖ້າບໍ່ແມ່ນຍ້ອນການກໍ່ກວນຂອງຊາຕານ, ພຣະເຈົ້າກໍຈະສ້າງມວນມະນຸດ ແລະ ນໍາພາພວກເຂົາໃຊ້ຊີວິດຢູ່ໃນສວນຂອງເອເດນ. ດ້ວຍເຫດໃດພຣະອົງຈຶ່ງບໍ່ເຄີຍເປີດເຜີຍການກະທໍາຂອງພຣະອົງທັງໝົດໃຫ້ພວກທູດສະຫວັນ ຫຼື ເທວະທູດກ່ອນການທໍລະຍົດຂອງຊາຕານ? ຖ້າພວກທູດສະຫວັນ ແລະ ເທວະທູດໄດ້ຮູ້ຈັກພຣະອົງ ແລະ ເຊື່ອຟັງພຣະອົງແຕ່ເບື້ອງຕົ້ນ, ພຣະອົງກໍຈະບໍ່ໄດ້ດໍາເນີນພາລະກິດທີ່ບໍ່ມີຄວາມໝາຍເຫຼົ່ານີ້. ຍ້ອນການມີຢູ່ຂອງຊາຕານ ແລະ ພວກມານຮ້າຍ ແລະ ມະນຸດເຊັ່ນກັນທີ່ໄດ້ຕໍ່ຕ້ານພຣະອົງ ແລະ ເຕັມໄປດ້ວຍອຸປະນິໄສອັນຊົ່ວຮ້າຍ. ດ້ວຍເຫດນີ້ ພຣະອົງຈຶ່ງຕ້ອງການເປີດເຜີຍການກະທໍາຂອງພຣະອົງ. ເນື່ອງຈາກພຣະອົງຕ້ອງການເຮັດສົງຄາມກັບຊາຕານ, ພຣະອົງຈຶ່ງຕ້ອງໃຊ້ອໍານາດຂອງພຣະອົງເອງ ແລະ ທຸກການກະທໍາຂອງພຣະອົງເພື່ອເອົາຊະນະຊາຕານ; ດ້ວຍວິທີນີ້, ພາລະກິດແຫ່ງການລອດພົ້ນຂອງພຣະອົງທີ່ພຣະອົງປະຕິບັດທ່າມກາງມະນຸດຊາດຈະເຮັດໃຫ້ພວກເຂົາເຫັນສະຕິປັນຍາ ແລະ ລິດທານຸພາບອັນສູງສຸດຂອງພຣະອົງ. ພາລະກິດທີ່ພຣະເຈົ້າກະທຳໃນມື້ນີ້ມີຄວາມໝາຍ ແລະ ບໍ່ມີລັກສະນະຄ້າຍຄືກັບທີ່ຄົນບາງຄົນໝາຍເຖິງເມື່ອເມື່ອພວກເຂົາເວົ້າວ່າ: “ພາລະກິດທີ່ພຣະອົງກະທໍາບໍ່ໄດ້ຂັດແຍ້ງກັນບໍ? ການກະທຳພາລະກິດຢ່າງຕໍ່ເນື່ອງແບບນີ້ບໍ່ເປັນພຽງແຕ່ການສ້າງບັນຫາໃຫ້ຕົວພຣະອົງເອງບໍ? ພຣະອົງສ້າງຊາຕານ ແລ້ວປ່ອຍໃຫ້ມັນທໍລະຍົດຕໍ່ພຣະອົງ ແລະ ຕໍ່ຕ້ານພຣະອົງ. ພຣະອົງສ້າງມວນມະນຸດ ແລະ ຫຼັງຈາກນັ້ນກໍມອບພວກເຂົາໃຫ້ກັບຊາຕານ, ປ່ອຍໃຫ້ອາດາມ ແລະ ເອວາຖືກລໍ້ລວງ. ໃນເມື່ອພຣະອົງໄດ້ເຮັດສິ່ງທັງຫມົດເຫຼົ່ານີ້ໂດຍເຈດຕະນາ, ເປັນຫຍັງພຣະອົງຈຶ່ງຍັງກຽດຊັງມວນມະນຸດ? ເປັນຫຍັງພຣະອົງຈຶ່ງກຽດຊັງຊາຕານ? ສິ່ງເຫຼົ່ານີ້ບໍ່ແມ່ນຜົນຂອງການຊົງສ້າງຂອງພຣະອົງເອງບໍ? ແລ້ວເປັນຫຍັງພຣະອົງຈຶ່ງກຽດຊັງ?” ຂ້ອນຂ້າງມີຄົນໂງ່ຫຼາຍຄົນທີ່ເວົ້າແບບນັ້ນ. ພວກເຂົາຕ້ອງການທີ່ຈະຮັກພຣະເຈົ້າ, ແຕ່ເລິກໆແລ້ວພວກເຂົາຈົ່ມໃຫ້ພຣະເຈົ້າ. ຊ່າງຂັດແຍ້ງກັນແທ້ໆ! ເຈົ້າບໍ່ເຂົ້າໃຈຄວາມຈິງ, ເຈົ້າມີຄວາມຄິດເໜືອທຳມະຊາດຫຼາຍເກີນໄປ ແລະ ເຈົ້າຍັງໄດ້ອ້າງວ່າ ນີ້ແມ່ນຄວາມຜິດພາດຂອງພຣະເຈົ້າ, ເຈົ້າຊ່າງໂງ່ຈ້າແທ້ໆ! ມັນແມ່ນເຈົ້າທີ່ເປັນຜູ້ທີ່ບິດເບືອນຄວາມຈິງ; ມັນບໍ່ແມ່ນຄວາມຜິດພາດຂອງພຣະເຈົ້າ! ບາງຄົນເຖິງກັບຈົ່ມແລ້ວຈົ່ມອີກວ່າ: “ມັນແມ່ນພຣະອົງທີ່ເປັນຜູ້ສ້າງຊາຕານ ແລະ ພຣະອົງເປັນຜູ້ທີ່ໂຍນຊາຕານມາສູ່ທ່າມກາງມະນຸດ ແລະ ມອບມະນຸດໃຫ້ກັບມັນ. ເມື່ອມະນຸດຊາດມີອຸປະນິໄສຂອງຊາຕານ, ແທນທີ່ຈະໃຫ້ອະໄພພວກເຂົາ, ພຣະອົງພັດກຽດຊັງພວກເຂົາຈົນເຖິງລະດັບໃດໜຶ່ງ. ຕອນທໍາອິດ ພຣະອົງຮັກມະນຸດຊາດໃນລະດັບໜຶ່ງ ແຕ່ ປັດຈຸບັນພຣະອົງແມ່ນກຽດຊັງພວກເຂົາ. ມັນແມ່ນພຣະອົງທີ່ເປັນຜູ້ກຽດຊັງມະນຸດຊາດ ແລະ ມັນຍັງແມ່ນພຣະອົງທີ່ເປັນຜູ້ຮັກມະນຸດຊາດ. ມັນເກີດຫຍັງຂຶ້ນກັນແທ້? ສິ່ງນີ້ບໍ່ແມ່ນຂັດແຍ້ງກັນບໍ?” ບໍ່ວ່າພວກເຈົ້າຈະເບິ່ງມັນໃນລັກສະນະໃດ, ນີ້ແມ່ນສິ່ງທີ່ເກີດຂຶ້ນໃນສະຫວັນ; ທູດສະຫວັນໄດ້ທໍລະຍົດພຣະເຈົ້າດ້ວຍວິທີນີ້ ແລະ ມະນຸດຊາດຖືກເຮັດໃຫ້ເສື່ອມຊາມດ້ວຍວີທີນີ້ ແລະ ນີ້ຄືເສັ້ນທາງທີ່ມະນຸດຊາດໄດ້ສືບຕໍ່ເດີນມາຈົນເຖິງທຸກວັນນີ້. ບໍ່ວ່າພວກເຈົ້າຈະກ່າວແບບໃດກໍຕາມ, ນີ້ຄືເລື່ອງລາວທັງໝົດ. ແຕ່ພວກເຈົ້າຕ້ອງເຂົ້າໃຈວ່າ ຈຸດປະສົງທີ່ຢູ່ເບື້ອງຫຼັງພາລະກິດທັງໝົດທີ່ພຣະເຈົ້າກໍາລັງປະຕິບັດໃນມື້ນີ້ແມ່ນເພື່ອຊ່ວຍໃຫ້ພວກເຈົ້າລອດພົ້ນ ແລະ ເພື່ອເອົາຊະນະຊາຕານ.

ເນື່ອງຈາກວ່າ ທູດສະຫວັນມີຄວາມອ່ອນແອ ແລະ ບໍ່ມີຄວາມສາມາດໃດໆ, ພວກເຂົາຈຶ່ງຍິ່ງອວດດີ ເມື່ອພວກເຂົາໄດ້ຮັບສິດອໍານາດ, ໂດຍສະເພາະແມ່ນເທວະທູດສະຫວັນ ຜູ້ທີ່ມີສະຖານະສູງກວ່າເທວະດາອື່ນໆ. ເທວະທູດສະຫວັນແມ່ນພຣະລາຊາຂອງເທວະດາທັງປວງ. ມັນນຳພາເທວະດາຈໍານວນຫຼາຍລ້ານ ແລະ ພາຍໃຕ້ພຣະເຢໂຮວາ ອໍານາດຂອງມັນແມ່ນເໜືອກວ່າເທວະດາຕົນອື່ນໆ. ມັນຕ້ອງການເຮັດນີ້ ແລະ ນັ້ນ ເພື່ອນໍາພາພວກເທວະດາໄປສູ່ໂລກຂອງມະນຸດເພື່ອປົກຄອງໂລກ. ພຣະເຈົ້າໄດ້ກ່າວວ່າ ພຣະອົງປົກຄອງຈັກກະວານ; ແຕ່ເທວະທູດສະຫວັນອ້າງວ່າ ຈັກກະວານແມ່ນຢູ່ພາຍໃຕ້ການປົກຄອງຂອງຕົນ ແລະ ສະນັ້ນ ມັນຈຶ່ງໄດ້ທໍລະຍົດຕໍ່ພຣະເຈົ້າ. ໃນສະຫວັນ, ພຣະເຈົ້າໄດ້ສ້າງໂລກອີກໜ່ວຍ ແລະ ເທວະທູດສະຫວັນຕ້ອງການປົກຄອງໂລກນີ້ ແລະ ຍັງຕ້ອງການລົງມາສູ່ໂລກມະນຸດອີກດ້ວຍ. ພຣະເຈົ້າຈະອະນຸຍາດໃຫ້ມັນເຮັດແບບນີ້ໄດ້ບໍ? ດັ່ງນັ້ນ, ພຣະອົງຈຶ່ງໂຈມຕີເທວະທູດສະຫວັນ ແລະ ໂຍນມັນລົງກາງອາກາດ. ນັບແຕ່ນັ້ນມາມັນຈຶ່ງໄດ້ເຮັດໃຫ້ມະນຸດເສື່ອມຊາມ, ພຣະເຈົ້າໄດ້ເຮັດສົງຄາມກັບມັນເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ; ພຣະອົງໄດ້ໃຊ້ເວລາຫົກພັນປີເພື່ອເອົາຊະນະມັນ. ແນວຄວາມຄິດຂອງພວກເຈົ້າກ່ຽວກັບພຣະເຈົ້າອົງຊົງລິດທານຸພາບສູງສຸດ ແມ່ນບໍ່ແທດເໝາະກັບພາລະກິດທີ່ພຣະເຈົ້າດຳເນີນໃນປັດຈຸບັນ; ມັນໃຊ້ບໍ່ໄດ້ໃນທາງປະຕິບັດ ແລະ ໄຮ້ສາລະຫຼາຍ! ທີ່ຈິງແລ້ວ, ພຣະເຈົ້າໄດ້ປະກາດວ່າ ເທວະທູດສະຫວັນເປັນສັດຕູຂອງພຣະອົງພຽງຫຼັງຈາກມັນໄດ້ທໍລະຍົດພຣະອົງ. ມັນເປັນຍ້ອນການທໍລະຍົດຂອງມັນ ທີ່ມັນໄດ້ຢຽບຢໍ່າມະນຸດຊາດ ຫຼັງຈາກມາຮອດໂລກຂອງມະນຸດ ແລະ ຍ້ອນເຫດຜົນນີ້ ມະນຸດຈຶ່ງໄດ້ພັດທະນາມາສູ່ຈຸດນີ້. ຫຼັງຈາກສິ່ງນັ້ນເກີດຂຶ້ນ, ພຣະເຈົ້າກໍໄດ້ປະຕິຍານກັບຊາຕານວ່າ: “ເຮົາຈະເອົາຊະນະເຈົ້າ ແລະ ນໍາເອົາຄວາມລອດພົ້ນມາສູ່ມະນຸດຊາດທີ່ເຮົາສ້າງຂຶ້ນທັງໝົດ”. ທໍາອິດຊາຕານບໍ່ເຊື່ອ ແລະ ໄດ້ກ່າວວ່າ: “ພຣະອົງຈະສາມາດເຮັດຫຍັງກັບຂ້ານ້ອຍໄດ້? ພຣະອົງສາມາດໂຍນຂ້ານ້ອຍລົງກາງອາກາດໄດ້ແທ້ບໍ? ພຣະອົງສາມາດເອົາຊະນະຂ້ານ້ອຍໄດ້ແທ້ບໍ?” ຫຼັງຈາກທີ່ພຣະເຈົ້າໄດ້ໂຍນມັນລົງກາງອາກາດ, ພຣະອົງກໍບໍ່ໄດ້ໃຫ້ຄວາມສົນໃຈກັບເທວະທູດສະຫວັນອີກ ແລະ ຫຼັງຈາກນັ້ນພຣະອົງກໍເລີ່ມຕົ້ນຊ່ວຍມະນຸດໃຫ້ລອດພົ້ນ ແລະ ປະຕິບັດພາລະກິດຂອງພຣະອົງເອງ ເຖິງແມ່ນວ່າ ຊາຕານຈະກໍ່ກວນຢ່າງຕໍ່ເນື່ອງກໍຕາມ. ຊາຕານສາມາດເຮັດນັ້ນ ແລະ ນີ້ໄດ້ກໍຍ້ອນອໍານາດທີ່ພຣະເຈົ້າໄດ້ມອບໃຫ້ມັນກ່ອນໜ້ານັ້ນ; ມັນໄດ້ນຳເອົາສິ່ງເຫຼົ່ານີ້ລົງມາກັບມັນໃນກາງອາກາດ ແລະ ຍັງເກັບຮັກສາສິ່ງເຫຼົ່ານີ້ຈົນເຖິງທຸກມື້ນີ້. ເມື່ອພຣະເຈົ້າໂຍນມັນລົງສູ່ກາງອາກາດ ພຣະອົງບໍ່ໄດ້ເອົາອໍານາດຄືນຈາກມັນ ແລະ ດ້ວຍເຫດນັ້ນ ມັນຈຶ່ງສືບຕໍ່ເຮັດໃຫ້ມະນຸດເສື່ອມຊາມ. ໃນດ້ານກົງກັນຂ້າມ, ພຣະເຈົ້າໄດ້ເລີ່ມຕົ້ນຊ່ວຍເຫຼືອມະນຸດ ທີ່ຊາຕານເຮັດໃຫ້ເສື່ອມຊາມຫຼັງຈາກທີ່ພວກເຂົາໄດ້ຖືກສ້າງຂຶ້ນມາ. ພຣະເຈົ້າບໍ່ໄດ້ເປີດເຜີຍການກະທໍາຂອງພຣະອົງໃນຂະນະທີ່ຢູ່ໃນສະຫວັນ; ແຕ່ວ່າ ກ່ອນທີ່ຈະສ້າງແຜ່ນດິນໂລກ, ພຣະອົງໄດ້ອະນຸຍາດໃຫ້ປະຊາຊົນໃນໂລກທີ່ພຣະອົງສ້າງຂຶ້ນໃນສະຫວັນໄດ້ເຫັນການກະທໍາຂອງພຣະອົງ ເພື່ອນໍາພາຜູ້ຄົນຢູ່ເທິງສະຫວັນ. ພຣະອົງໄດ້ໃຫ້ປັນຍາ ແລະ ຄວາມສະຫຼາດແກ່ພວກເຂົາ ແລະ ນໍາພາຜູ້ຄົນເຫຼົ່ານັ້ນມາອາໄສຢູ່ໃນໂລກນັ້ນ. ໂດຍທຳມະຊາດແລ້ວ, ບໍ່ມີຜູ້ໃດໃນກຸ່ມພວກເຈົ້າເຄີຍໄດ້ຍິນເລື່ອງນີ້ມາກ່ອນ. ຕໍ່ມາ, ຫຼັງຈາກພຣະເຈົ້າໄດ້ສ້າງມະນຸດຊາດ, ເທວະທູດສະຫວັນກໍເລີ່ມເຮັດໃຫ້ພວກເຂົາເສື່ອມຊາມ; ເທິງແຜ່ນດິນໂລກ, ມະນຸດຊາດທັງໝົດແມ່ນຕົກຢູ່ໃນສະພາບສັບສົນວຸ້ນວາຍ. ດ້ວຍເຫດນັ້ນ ພຣະອົງຈຶ່ງໄດ້ເລີ່ມເຮັດສົງຄາມກັບຊາຕານ ແລະ ມັນແມ່ນດ້ວຍເຫດນັ້ນ ຜູ້ຄົນຈຶ່ງເຫັນການກະທໍາຂອງພຣະອົງ. ທໍາອິດ, ການກະທໍາຂອງພຣະອົງໄດ້ຖືກປິດບັງຈາກມະນຸດ. ຫຼັງຈາກຊາຕານໄດ້ຖືກໂຍນລົງສູ່ກາງອາກາດ, ມັນກໍເຮັດວຽກຂອງມັນເອງ ແລະ ພຣະເຈົ້າກໍສືບຕໍ່ປະຕິບັດພາລະກິດຂອງພຣະອົງເອງ ໂດຍສືບຕໍ່ເຮັດສົງຄາມກັບມັນຈົນເຖິງຍຸກສຸດທ້າຍ. ບັດນີ້ ມັນເຖິງເວລາແລ້ວທີ່ຊາຕານຄວນຖືກທໍາລາຍ. ໃນຕອນເລີ່ມຕົ້ນ, ພຣະເຈົ້າໄດ້ໃຫ້ອໍານາດແກ່ມັນ ແລະ ຫຼັງຈາກນັ້ນ ພຣະເຈົ້າກໍໂຍນມັນລົງສູ່ກາງອາກາດ ແຕ່ມັນກໍຍັງບໍ່ເຊື່ອຟັງ. ຫຼັງຈາກນັ້ນ, ມັນໄດ້ເຮັດໃຫ້ມະນຸດຊາດເສື່ອມຊາມເທິງແຜ່ນດິນໂລກ ແຕ່ພຣະເຈົ້າກໍຢູ່ທີ່ນັ້ນ ເພື່ອຄຸ້ມຄອງມະນຸດຊາດ. ພຣະເຈົ້າໃຊ້ການຄຸ້ມຄອງມະນຸດຂອງພຣະອົງເພື່ອເອົາຊະນະຊາຕານ. ຊາຕານນຳພາຊະຕາກຳຂອງຜູ້ຄົນໄປສູ່ຈຸດຈົບ ແລະ ກໍ່ກວນພາລະກິດຂອງພຣະເຈົ້າ. ໃນທາງກົງກັນຂ້າມ, ພາລະກິດຂອງພຣະເຈົ້າແມ່ນການຊ່ວຍມະນຸດຊາດໃຫ້ລອດພົ້ນ. ຂັ້ນຕອນໃດຂອງພາລະກິດຂອງພຣະເຈົ້າທີ່ບໍ່ໄດ້ໝາຍເຖິງການຊ່ວຍມະນຸດຊາດໃຫ້ລອດພົ້ນ? ຂັ້ນຕອນໃດທີ່ບໍ່ໄດ້ໝາຍເຖິງການຊໍາລະລ້າງຜູ້ຄົນ ແລະ ເພື່ອເຮັດໃຫ້ພວກເຂົາກະທຳສິ່ງທີ່ຊອບທໍາ ແລະ ດໍາລົງຊີວິດຕາມລັກສະນະຂອງຜູ້ທີ່ສາມາດຖືກຮັກ? ຢ່າງໃດກໍຕາມ, ຊາຕານບໍ່ໄດ້ເຮັດສິ່ງນີ້. ມັນເຮັດໃຫ້ມະນຸດເສື່ອມຊາມ; ມັນດຳເນີນວຽກງານຢ່າງຕໍ່ເນື່ອງເພື່ອເຮັດໃຫ້ມະນຸດເສື່ອມຊາມທົ່ວທັງຈັກກະວານ. ແນ່ນອນ, ພຣະເຈົ້າກໍເຮັດພາລະກິດຂອງພຣະອົງເອງເຊັ່ນກັນ. ພຣະອົງບໍ່ສົນໃຈຊາຕານ. ບໍ່ວ່າອໍານາດຂອງຊາຕານຈະມີຫຼາຍເທົ່າໃດກໍຕາມ, ອໍານາດທີ່ມັນມີກໍແມ່ນມາຈາກພຣະເຈົ້າ; ພຣະເຈົ້າບໍ່ໄດ້ມອບອໍານາດທັງໝົດຂອງພຣະອົງໃຫ້ມັນ ແລະ ດ້ວຍເຫດນັ້ນ ບໍ່ວ່າມັນຈະເຮັດຫຍັງກໍຕາມ, ມັນບໍ່ສາມາດເຮັດເໜືອພຣະເຈົ້າ ແລະ ຈະຢູ່ພາຍໃຕ້ກໍາມືຂອງພຣະເຈົ້າສະເໝີ. ພຣະເຈົ້າບໍ່ໄດ້ເປີດເຜີຍການກະທໍາໃດໆຂອງພຣະອົງເມື່ອຢູ່ໃນສະຫວັນ. ພຣະອົງພຽງແຕ່ມອບອຳນາດສ່ວນເລັກນ້ອຍໃຫ້ກັບຊາຕານ ແລະ ອະນຸຍາດໃຫ້ມັນໃຊ້ເພື່ອຄວບຄຸມທູດສະຫວັນອື່ນໆ. ເພາະສະນັ້ນ, ບໍ່ວ່າມັນຈະເຮັດຫຍັງ, ມັນກໍບໍ່ສາມາດເຮັດເໜືອອໍານາດຂອງພຣະເຈົ້າໄດ້ ເພາະວ່າອໍານາດທີ່ພຣະເຈົ້າມອບໃຫ້ມັນໃນເບື້ອງຕົ້ນແມ່ນມີຂໍ້ຈຳກັດ. ໃນຂະນະທີ່ພຣະເຈົ້າປະຕິບັດພາລະກິດ, ຊາຕານກໍລົບກວນ. ໃນຍຸກສຸດທ້າຍ, ການລົບກວນຂອງມັນຈະສິ້ນສຸດລົງ; ໃນກໍລະນີດຽວກັນ, ພາລະກິດຂອງພຣະເຈົ້າກໍຈະສິ້ນສຸດລົງ ແລະ ປະເພດຂອງມະນຸດທີ່ພຣະເຈົ້າຕ້ອງການເຮັດໃຫ້ສົມບູນກໍຈະສົມບູນ. ພຣະເຈົ້າຊີ້ນໍາຜູ້ຄົນໄປໃນທາງບວກ; ຊີວິດຂອງພຣະອົງຄືນ້ຳແຫ່ງຊີວິດ, ບໍ່ສາມາດວັດແທກໄດ້ ແລະ ບໍ່ມີຂອບເຂດ. ຊາຕານໄດ້ເຮັດໃຫ້ຜູ້ຄົນເສື່ອມຊາມໃນລະດັບໜຶ່ງ; ສຸດທ້າຍ, ນ້ຳແຫ່ງຊີວິດຈະເຮັດໃຫ້ຜູ້ຄົນສົມບູນ ແລະ ມັນຈະເປັນໄປບໍ່ໄດ້ທີ່ຊາຕານຈະແຊກແຊງ ແລະ ດໍາເນີນວຽກງານຂອງມັນໄດ້ອີກ. ດັ່ງນັ້ນ, ພຣະເຈົ້າຈຶ່ງຈະຮັບເອົາຜູ້ຄົນເຫຼົ່ານີ້ທຸກຄົນຢ່າງສົມບູນ. ເຖິງຢ່າງນັ້ນ ໃນປັດຈຸບັນຊາຕານກໍຍັງປະຕິເສດທີ່ຈະຍອມຮັບສິ່ງນີ້; ມັນສືບຕໍ່ຕັ້ງຕົນເອງເປັນປໍລະປັກກັບພຣະເຈົ້າ ແຕ່ພຣະເຈົ້າບໍສົນໃຈມັນ. ພຣະອົງໄດ້ກ່າວວ່າ: “ເຮົາຈະເອົາຊະນະເໜືອອໍານາດມືດ ແລະ ອິດທິພົນມືດທັງໝົດຂອງຊາຕານ”. ນີ້ແມ່ນພາລະກິດທີ່ຕ້ອງໄດ້ປະຕິບັດໃນເນື້ອໜັງໃນຕອນນີ້ ແລະ ມັນຍັງເປັນສິ່ງທີ່ເຮັດໃຫ້ການກາຍເປັນເນື້ອໜັງມີຄວາມສໍາຄັນ: ນັ້ນກໍຄື ເພື່ອເຮັດສໍາເລັດຂັ້ນຕອນຂອງພາລະກິດໃນການເອົາຊະນະຊາຕານໃນຍຸກສຸດທ້າຍ ແລະ ເພື່ອທໍາລາຍລ້າງທຸກສິ່ງທີ່ເປັນຂອງຊາຕານ. ການເອົາຊະນະຂອງພຣະເຈົ້າເໜືອຊາຕານແມ່ນຫຼີກເວັ້ນບໍ່ໄດ້! ຄວາມຈິງແລ້ວ ຊາຕານໄດ້ລົ້ມເຫຼວມາແຕ່ດົນແລ້ວ. ເມື່ອພຣະກິດຕິຄຸນໄດ້ເລີ່ມແຜ່ຂະຫຍາຍໄປທົ່ວແຜ່ນດິນຂອງມັງກອນແດງທີ່ຍິ່ງໃຫຍ່, ນັ້ນກໍຄື ເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ເລີ່ມຕົ້ນເຮັດພາລະກິດ ແລະ ພາລະກິດດັ່ງກ່າວນີ້ກໍໄດ້ເລີ່ມເຄື່ອນໄຫວ, ຊາຕານແມ່ນຖືກເອົາຊະນະຢ່າງສົມບູນແລ້ວ ເພາະວ່າຈຸດປະສົງຂອງການບັງເກີດເປັນມະນຸດແມ່ນເພື່ອທໍາລາຍລ້າງຊາຕານ. ທັນທີໃດທີ່ ຊາຕານໄດ້ເຫັນວ່າພຣະເຈົ້າໄດ້ກາຍເປັນເນື້ອໜັງອີກເທື່ອໜຶ່ງ ແລະ ໄດ້ເລີ່ມຕົ້ນປະຕິບັດພາລະກິດຂອງພຣະອົງ ເຊິ່ງບໍ່ມີອຳນາດໃດຈະສາມາດຢຸດຢັ້ງພາລະກິດນັ້ນໄດ້, ສະນັ້ນ, ຊາຕານຈຶ່ງໄດ້ແຕ່ຕົກສະເຫງີ້ເມື່ອເຫັນພາລະກິດດັ່ງກ່າວ ແລະ ບໍ່ກ້າທີ່ຈະເຮັດຄວາມຜິດອີກຕໍ່ໄປ. ໃນເບື້ອງຕົ້ນຊາຕານຄິດວ່າມັນມີສະຕິປັນຍາຢ່າງຫຼວງຫຼາຍ, ມັນຈຶ່ງຂັດຂວາງ ແລະ ລົບກວນພາລະກິດຂອງພຣະເຈົ້າ; ແຕ່ ມັນຄາດບໍ່ເຖິງເລີຍວ່າ ພຣະເຈົ້າຈະກາຍເປັນເນື້ອໜັງອີກເທື່ອຫນຶ່ງ ແລະ ໃນພາລະກິດຂອງພຣະອົງ, ພຣະເຈົ້າໄດ້ໃຊ້ການຕໍ່ຕ້ານຂອງຊາຕານ ເພື່ອເປັນການເປີດເຜີຍ ແລະ ການພິພາກສາມະນຸດຊາດເພື່ອປົກຄອງມະນຸດ ແລະ ເອົາຊະນະຊາຕານ. ພຣະເຈົ້າຊົງສະຫຼາດກວ່າຊາຕານ ແລະ ພາລະກິດຂອງພຣະອົງແມ່ນເໜືອກວ່າມັນຫຼາຍ. ເພາະສະນັ້ນ, ດັ່ງທີ່ເຮົາໄດ້ກ່າວກ່ອນໜ້ານີ້ວ່າ: ພາລະກິດທີ່ເຮົາປະຕິບັດແມ່ນເພື່ອຕອບໂຕ້ກົນອຸບາຍຂອງຊາຕານ; ໃນທີ່ສຸດ ເຮົາຈະເປີດເຜີຍລິດທານຸພາບສູງສຸດຂອງເຮົາ ແລະ ຄວາມບໍ່ມີອຳນາດຂອງຊາຕານ”. ພຣະເຈົ້າກະທຳພາລະກິດຂອງພຣະອົງໃນແຖວໜ້າ ແລະ ຊາຕານຈະນຳຫຼັງພຣະອົງ, ຈົນກວ່າໃນທີ່ສຸດມັນກໍຈະຖືກທໍາລາຍ. ມັນຈະບໍ່ຮູ້ດ້ວຍຊ້ຳວ່າ ແມ່ນຫຍັງຕີມັນ! ເຊື່ອມັນຈະຮູ້ຄວາມຈິງແມ່ນມັນໄດ້ຖືກທຸບຕີ ແລະ ຢຽບຢໍ່າແລ້ວ; ເຖິງເວລານັ້ນ ມັນກໍຈະຖືກເຜົາໄໝ້ຢູ່ໃນທະເລສາບແຫ່ງແປວໄຟ. ແລ້ວໃນຕອນນັ້ນ ມັນຍັງຈະບໍ່ຍອມເຊື່ອຢ່າງເຕັມທີ່ບໍ? ເພາະວ່າມັນບໍ່ມີກົນອຸບາຍເຫຼືອໃຫ້ໃຊ້ອີກແລ້ວ!

ມັນແມ່ນພາລະກິດແທ້ຈິງ ແລະ ຢ່າງເປັນຂັ້ນຕອນນີ້ທີ່ມັກເຮັດໃຫ້ຈິດໃຈຂອງພຣະເຈົ້າມີຄວາມໂສກເສົ້າຕໍ່ມະນຸດ ດັ່ງນັ້ນ ສົງຄາມຂອງພຣະອົງກັບຊາຕານຈຶ່ງຍືນຍາວເປັນເວລາຫົກພັນປີ ແລະ ພຣະເຈົ້າກໍໄດ້ກ່າວວ່າ: “ເຮົາຈະບໍ່ສ້າງມະນຸດຊາດອີກ ແລະ ເຮົາຈະບໍ່ມອບອໍານາດໃຫ້ທູດສະຫວັນອີກ”. ນັບຕັ້ງແຕ່ນັ້ນມາ, ເມື່ອທູດສະຫວັນລົງມາເຮັດວຽກຢູ່ເທິງແຜ່ນດິນໂລກ, ພວກເຂົາພຽງແຕ່ຕິດຕາມພຣະເຈົ້າເພື່ອເຮັດພາລະກິດບາງຢ່າງ. ພຣະອົງບໍ່ເຄີຍໃຫ້ອໍານາດແກ່ທູດສະຫວັນອີກ. ທູດສະຫວັນທີ່ຊາວອິດສະຣາເອນເຫັນປະຕິບັດວຽກງານຂອງພວກເຂົາໄດ້ແນວໃດ? ພວກເຂົາໄດ້ເປີດເຜີຍຕົວເອງໃນຄວາມຝັນ ແລະ ຖ່າຍທອດຄໍາເວົ້າຂອງພຣະເຢໂຮວາ. ເມື່ອພຣະເຢຊູຟື້ນຄືນຊີວິດສາມມື້ຫຼັງຈາກທີ່ຖືກຄຶງ, ມັນແມ່ນທູດສະຫວັນທີ່ຍູ້ໂງ່ນຫີນໄປໄວ້ທາງຂ້າງ; ພຣະວິນຍານຂອງພຣະເຈົ້າບໍ່ໄດ້ເຮັດພາລະກິດນີ້ດ້ວຍຕົວເອງ. ມີແຕ່ທູດສະຫວັນທີ່ເຮັດວຽກແບບນີ້; ພວກເຂົາມີບົດບາດເພື່ອສະໜັບສະໜູນ ແຕ່ບໍ່ມີອໍານາດ ເພາະວ່າພຣະເຈົ້າຈະບໍ່ມອບອຳນາດໃຫ້ພວກເຂົາອີກ. ຫຼັງຈາກທີ່ໄດ້ເຮັດພາລະກິດເປັນເວລາອັນສົມຄວນ, ຜູ້ຄົນທີ່ພຣະເຈົ້າໃຊ້ຢູ່ເທິງແຜ່ນດິນໂລກກໍຮັບເອົາຕຳແໜ່ງຂອງພຣະເຈົ້າ ແລະ ກ່າວວ່າ: “ຂ້ານ້ອຍຕ້ອງການຢູ່ເໜືອຈັກກະວານ! ຂ້ານ້ອຍຕ້ອງການຢືນຢູ່ໃນສະຫວັນຊັ້ນທີສາມ! ພວກຂ້ານ້ອຍຕ້ອງການປົກຄອງດ້ວຍອໍານາດສູງສຸດ!” ພວກເຂົາຈະກາຍເປັນຄົນອວດດີຫຼັງຈາກທີ່ໄດ້ເຮັດວຽກມາຫຼາຍມື້; ພວກເຂົາຕ້ອງການອໍານາດສູງສຸດໃນແຜ່ນດິນໂລກ, ເພື່ອສ້າງອີກປະເທດໜຶ່ງ, ເພື່ອໃຫ້ສັບພະສິ່ງທັງໝົດຢູ່ພາຍໃຕ້ຕີນຂອງພວກເຂົາ ແລະ ເພື່ອຢືນຢູ່ໃນສະຫວັນຊັ້ນທີສາມ. ເຈົ້າບໍ່ຮູ້ວ່າເຈົ້າເປັນພຽງມະນຸດທີ່ພຣະເຈົ້າໃຊ້ບໍ? ເຈົ້າຈະສາມາດຂຶ້ນສະຫວັນຊັ້ນທີສາມໄດ້ແນວໃດ? ພຣະເຈົ້າມາສູ່ໂລກເພື່ອເຮັດພາລະກິດຢ່າງງຽບໆ ໂດຍບໍ່ໄດ້ປ່າວປະກາດ ແລະ ຫຼັງຈາກທີ່ໄດ້ເຮັດພາລະກິດສຳເລັດລົງຢ່າງງຽບໆ ພຣະອົງກໍຈາກໄປ. ພຣະອົງບໍ່ເຄີຍປ່າວປະກາດຄືດັ່ງທີ່ມະນຸດເຮັດ, ແຕ່ໃນທາງກົງກັນຂ້າມ ປະຕິບັດພາລະກິດຂອງພຣະອົງຢ່າງມີເຫດຜົນ. ພຣະອົງບໍ່ເຄີຍເຂົ້າໄປໃນຄຣິສຕະຈັກ ແລະ ປ່າວປະກາດວ່າ: “ເຮົາຈະກວາດລ້າງພວກເຈົ້າທຸກຄົນ! ເຮົາຈະສາບແຊ່ງ ແລະ ຂ້ຽນຕີພວກເຈົ້າ!” ພຣະອົງພຽງແຕ່ປະຕິບັດພາລະກິດຂອງພຣະອົງເທົ່ານັ້ນ ແລະ ຈາກໄປເມື່ອພຣະອົງເຮັດສຳເລັດ. ຜູ້ສອນສາສະໜາເຫຼົ່ານັ້ນທີ່ປິ່ນປົວຄົນເຈັບປ່ວຍ ແລະ ຂັບໄລ່ພວກຜີສາດ, ສັ່ງສອນຄົນອື່ນດ້ວຍການເທດສະໜາ, ກ່າວປາໄສຢາງຍືດຍາວ ແລະ ແບບນ້ຳຖ້ວມທົ່ງ ແລະ ສົນທະນາກ່ຽວກັບເລື່ອງທີ່ບໍ່ມີຄວາມເປັນຈິງ ລ້ວນແລ້ວແຕ່ ອວດດີທີ່ສຸດ! ພວກເຂົາເປັນເຊື້ອສາຍຂອງເທວະທູດ!

ຫຼັງຈາກປະຕິບັດພາລະກິດຫົກພັນປີຂອງພຣະອົງຈົນມາເຖິງປັດຈຸບັນ, ພຣະເຈົ້າໄດ້ເປີດເຜີຍການກະທໍາຫຼາຍຢ່າງຂອງພຣະອົງ ໂດຍທີ່ເປົ້າໝາຍຫຼັກໆແມ່ນເພື່ອເອົາຊະນະຊາຕານ ແລະ ນໍາເອົາຄວາມລອດພົ້ນມາສູ່ມະນຸດຊາດທັງໝົດ. ພຣະອົງໃຊ້ໂອກາດນີ້ເພື່ອອະນຸຍາດໃຫ້ທຸກສິ່ງທຸກຢ່າງຢູ່ໃນສະຫວັນ, ທຸກສິ່ງທຸກຢ່າງເທິງແຜ່ນດິນໂລກ, ທຸກສິ່ງທຸກຢ່າງຢູ່ໃນທະເລ ແລະ ທຸກສັບພະສິ່ງແຫ່ງການສ້າງຂອງພຣະເຈົ້າເທິງແຜ່ນດິນໂລກໄດ້ເຫັນລິດທານຸພາບສູງສຸດຂອງພຣະເຈົ້າ ແລະ ປະຈັກທຸກການກະທໍາຂອງພຣະອົງ. ພຣະອົງຍາດເອົາໂອກາດໃນການເອົາຊະນະຊາຕານເພື່ອເປີດເຜີຍທຸກການກະທຳຂອງພຣະອົງຕໍ່ມະນຸດຊາດ ແລະ ອະນຸຍາດໃຫ້ຜູ້ຄົນສາມາດສັນລະເສີນພຣະອົງ ແລະ ຍົກຍ້ອງສະຕິປັນຍາຂອງພຣະອົງໃນການເອົາຊະນະຊາຕານ. ທຸກສິ່ງທຸກຢ່າງເທິງແຜ່ນດິນໂລກ, ໃນສະຫວັນ ແລະ ໃນທະເລໄດ້ນໍາເອົາສະຫງ່າລາສີມາສູ່ພຣະອົງ, ສັນລະເສີນລິດທານຸພາບສູງສຸດຂອງພຣະອົງ, ສັນລະເສີນທຸກການກະທໍາຂອງພຣະອົງ ແລະ ຮ້ອງຫານາມອັນບໍລິສຸດຂອງພຣະອົງ. ນີ້ແມ່ນຂໍ້ພິສູດການເອົາຊະນະຂອງພຣະອົງເໜືອຊາຕານ; ເປັນຫຼັກຖານຊີ້ບອກເຖິງການທໍາລາຍລ້າງຊາຕານ. ສໍາຄັນໄປກວ່ານັ້ນກໍຄື ມັນເປັນຫຼັກຖານແຫ່ງການຊ່ວຍມະນຸດໃຫ້ລອດພົ້ນຂອງພຣະອົງ. ການຊົງສ້າງທັງໝົດຂອງພຣະເຈົ້າໄດ້ນໍາເອົາສະຫງ່າລາສີມາສູ່ພຣະອົງ, ສັນລະເສີນພຣະອົງສໍາລັບການເອົາຊະນະສັດຕູຂອງພຣະອົງ ແລະ ການກັບຄືນມາດ້ວຍໄຊຊະນະ ແລະ ສັນລະເສີນພຣະອົງໃນນາມເປັນກະສັດແຫ່ງໄຊຊະນະອັນຍິ່ງໃຫຍ່. ຈຸດປະສົງຂອງພຣະອົງບໍ່ພຽງແຕ່ເພື່ອເອົາຊະນະຊາຕານ ເຊິ່ງດ້ວຍເຫດນັ້ນ ພາລະກິດຂອງພຣະອົງຈຶ່ງສືບຕໍ່ເປັນເວລາຫົກພັນປີ. ພຣະອົງໃຊ້ການເສຍໄຊຂອງຊາຕານເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ; ພຣະອົງໃຊ້ການເສຍໄຊຂອງຊາຕານເພື່ອເປີດເຜີຍການກະທໍາຂອງພຣະອົງທັງໝົດ ແລະ ເປີດເຜີຍທຸກສະຫງ່າລາສີຂອງພຣະອົງ. ພຣະອົງຈະໄດ້ຮັບສະຫງ່າລາສີ ແລະ ຝູງທູດສະຫວັນທັງໝົດຈະເຫັນທຸກສະຫງ່າລາສີຂອງພຣະອົງ. ບັນດາຜູ້ສົ່ງຂ່າວໃນສະຫວັນ, ມະນຸດເທິງແຜ່ນດິນໂລກ ແລະ ສິ່ງຊົງສ້າງທັງໝົດເທິງແຜ່ນດິນໂລກຈະເຫັນສະຫງ່າລາສີຂອງພຣະຜູ້ສ້າງ. ນີ້ແມ່ນພາລະກິດທີ່ພຣະອົງກະທຳ. ສິ່ງຊົງສ້າງຂອງພຣະອົງໃນສະຫວັນ ແລະ ເທິງແຜ່ນດິນໂລກຈະເຫັນສະຫງ່າລາສີຂອງພຣະອົງ ແລະ ພຣະອົງຈະກັບຄືນມາຢ່າງມີໄຊຊະນະຫຼັງຈາກໄດ້ເອົາຊະນະຊາຕານຢ່າງສົມບູນ ແລະ ເຮັດໃຫ້ມະນຸດສັນລະເສີນພຣະອົງ, ດ້ວຍວິທີນີ້ ພຣະອົງຈະປະສົບຜົນສໍາເລັດທັງສອງດ້ານໃນພາລະກິດຂອງພຣະອົງ. ໃນທີ່ສຸດ ມະນຸດຊາດທັງໝົດຈະຖືກປົກຄອງໂດຍພຣະອົງ ແລະ ພຣະອົງຈະກວາດລ້າງທຸກຄົນທີ່ຂັດຂືນ ຫຼື ຕໍ່ຕ້ານ: ເວົ້າອີກຢ່າງໜຶ່ງກໍຄື ພຣະອົງຈະກຳຈັດທຸກຄົນທີ່ເປັນຄົນຂອງຊາຕານ. ໃນປັດຈຸບັນ ເຈົ້າກໍາລັງເຫັນການກະທໍາຫຼາຍຢ່າງຂອງພຣະເຈົ້າ, ແຕ່ເຈົ້າກໍຍັງຂັດຂືນ, ຕໍ່ຕ້ານ ແລະ ບໍ່ຍອມເຊື່ອຟັງ; ເຈົ້າເຊື່ອງຊ້ອນຫຼາຍຢ່າງໃນຕົວເຈົ້າ ແລະ ເຮັດສິ່ງທີ່ເຈົ້າຕ້ອງການ; ເຈົ້າປະຕິບັດຕາມຕັນຫາຂອງຕົນເອງ ແລະ ສິ່ງທີ່ເຈົ້າມັກ. ນີ້ແມ່ນລ້ວນແລ້ວແຕ່ເປັນການກະບົດ ແລະ ການຕໍ່ຕ້ານ. ທຸກໆຄວາມເຊື່ອໃນພຣະເຈົ້າເພື່ອຜົນປະໂຫຍດທາງເນື້ອໜັງ ແລະ ເພື່ອຕັນຫາຂອງຕົນເອງ ພ້ອມທັງເພື່ອຄວາມມັກຂອງຕົນເອງ, ເພື່ອໂລກ ແລະ ຊາຕານແມ່ນສົກກະປົກ; ມັນແມ່ນການຂັດຂືນ ແລະ ການຕໍ່ຕ້ານໂດຍທໍາມະຊາດ. ໃນທຸກມື້ນີ້ມີຄວາມເຊື່ອທີ່ແຕກຕ່າງກັນຫຼາຍປະເພດ: ບາງຄົນຊອກຫາບ່ອນລີ້ໄພ ແລະ ບາງຄົນໄຝ່ຫາເພື່ອຮັບພອນ: ບາງຄົນຕ້ອງການເຂົ້າໃຈຄວາມລຶກລັບ ແລະ ຍັງມີບາງຄົນທີ່ຄົ້ນຫາເງິນ. ສິ່ງເຫຼົ່ານີ້ແມ່ນລ້ວນແລ້ວແຕ່ເປັນຮູບແບບຂອງການຂັດຂືນ ແລະ ທັງໝົດຄືການດູໝິ່ນ! ການເວົ້າວ່າຜູ້ໜຶ່ງຂັດຂືນ ຫຼື ຕໍ່ຕ້ານບໍ່ແມ່ນໝາຍເຖິງການປະພຶດດັ່ງກ່າວບໍ? ຫຼາຍຄົນໃນທຸກມື້ນີ້ພາກັນຈົ່ມ, ຕໍ່ວ່າ ຫຼື ຕັດສິນ. ສິ່ງເຫຼົ່ານັ້ນແມ່ນລ້ວນແລ້ວແຕ່ເປັນການກະທຳຂອງຄົນຊົ່ວຮ້າຍ; ພວກເຂົາແມ່ນຕົວຢ່າງຂອງການຂັດຂືນ ແລະ ການຕໍ່ຕ້ານຂອງມະນຸດ; ຜູ້ຄົນດັ່ງກ່າວແມ່ນຖືກຄອບຄອງ ແລະ ຄອບງຳໂດຍຊາຕານ. ຜູ້ທີ່ພຣະເຈົ້າຮັບເອົາແມ່ນຜູ້ທີ່ຍອມເຊື່ອຟັງພຣະອົງທັງໝົດ; ພວກເຂົາຖືກຊາຕານເຮັດໃຫ້ເສື່ອມຊາມ ແຕ່ໄດ້ຮັບການຊ່ວຍໃຫ້ລອດ ແລະ ປົກຄອງໂດຍພາລະກິດປັດຈຸບັນຂອງພຣະອົງ, ຜູ້ທີ່ໄດ້ທົນທຸກທໍລະມານ ແລະ ໃນທີ່ສຸດຖືກຮັບເອົາໂດຍພຣະເຈົ້າ, ຜູ້ທີ່ບໍ່ໄດ້ດໍາລົງຊີວິດຢູ່ພາຍໃຕ້ອໍານາດຂອງຊາຕານອີກຕໍ່ໄປ, ຜູ້ທີ່ ໄດ້ປົດປ່ອຍຕົນເອງອອກຈາກຄວາມບໍ່ຊອບທໍາ ແລະ ຜູ້ທີ່ເຕັມໃຈທີ່ຈະດໍາລົງຊີວິດຢ່າງບໍລິສຸດ ເຊິ່ງຜູ້ຄົນເຫຼົ່ານີ້ເປັນຄົນທີ່ບໍລິສຸດ; ພວກເຂົາຄືຜູ້ບໍລິສຸດຢ່າງແນ່ນອນ. ຖ້າການປະຕິບັດໃນປັດຈຸບັນຂອງເຈົ້າບໍ່ກົງກັບຄວາມຕ້ອງການສ່ວນໃດຫນຶ່ງຂອງພຣະເຈົ້າ, ເຈົ້າກໍຈະຖືກກໍາຈັດ. ນີ້ແມ່ນສິ່ງທີ່ປະຕິເສດບໍ່ໄດ້. ທຸກຢ່າງແມ່ນອາໄສສິ່ງທີ່ເກີດຂຶ້ນໃນປັດຈຸບັນ; ເຖິງແມ່ນວ່າເຈົ້າໄດ້ຖືກກໍານົດໄວ້ແລ້ວ ແລະ ຖືກເລືອກໄວ້ແລ້ວ, ການກະທຳຂອງເຈົ້າໃນມື້ນີ້ກໍຍັງຈະກໍານົດຜົນໄດ້ຮັບຂອງເຈົ້າ. ຖ້າຕອນນີ້ເຈົ້າບໍ່ສາມາດນໍາທັນ, ເຈົ້າກໍຈະຖືກກໍາຈັດ. ຖ້າຕອນນີ້ເຈົ້າບໍ່ສາມາດນໍາທັນ ແລ້ວຕໍ່ໄປເຈົ້າຈະນໍາທັນໄດ້ແນວໃດ? ສິ່ງມະຫັດສະຈັນທີ່ຍິ່ງໃຫຍ່ໄດ້ປາກົດຢູ່ຕໍ່ໜ້າເຈົ້າ ແຕ່ເຈົ້າກໍຍັງບໍ່ເຊື່ອ. ແລ້ວຕໍ່ໄປເຈົ້າຈະເຊື່ອໃນພຣະອົງໄດ້ແນວໃດ ເມື່ອພຣະອົງໄດ້ສໍາເລັດພາະລກິດຂອງພຣະອົງ ແລະ ບໍ່ເຮັດພາລະກິດດັ່ງກ່າວນັ້ນອີກ? ເຖິງຕອນນັ້ນ ມັນກໍຍິ່ງຈະເປັນໄປບໍ່ໄດ້ສໍາລັບເຈົ້າທີ່ຈະປະຕິບັດຕາມພຣະອົງ! ຫຼັງຈາກນັ້ນ ພຣະເຈົ້າຈະອີງໃສ່ທັດສະນະຄະຕິ, ຄວາມຮູ້ຂອງເຈົ້າທີ່ມີຕໍ່ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ປະສົບການຂອງເຈົ້າ ເພື່ອກໍານົດວ່າເຈົ້າເປັນຄົນບາບ ຫຼື ຄົນຊອບທໍາ ຫຼື ເພື່ອກໍານົດວ່າເຈົ້າເປັນຈະຖືກເຮັດໃຫ້ສົມບູນ ຫຼື ຖືກກໍາຈັດ. ເຈົ້າຕ້ອງເຫັນຢ່າງຊັດເຈນໃນຕອນນີ້. ພຣະວິນຍານບໍລິສຸດເຮັດພາລະກິດຢ່າງແທ້ຈິງ: ພຣະອົງກໍານົດຜົນໄດ້ຮັບຂອງເຈົ້າ ໂດຍອີງຕາມການປະຕິບັດຂອງເຈົ້າໃນມື້ນີ້. ໃຜກ່າວພຣະທໍາໃນມື້ນີ້? ໃຜເຮັດພາລະກິດໃນມື້ນີ້? ໃຜຕັດສິນວ່າເຈົ້າຈະຖືກກໍາຈັດໃນມື້ນີ້? ໃຜຕັດສິນຈະເຮັດໃຫ້ເຈົ້າສົມບູນ? ນີ້ບໍ່ແມ່ນສິ່ງທີ່ເຮົາເຮັດເອງບໍ? ເຮົາເປັນຜູ້ທີ່ກ່າວພຣະທໍາເຫຼົ່ານີ້; ເຮົາເປັນຜູ້ທີ່ດໍາເນີນພາລະກິດນີ້. ການສາບແຊ່ງ, ການຂ້ຽນຕີ ແລະ ການພິພາກສາຜູ້ຄົນແມ່ນລ້ວນແລ້ວແຕ່ເປັນສ່ວນໜຶ່ງຂອງພາລະກິດຂອງເຮົາ. ສຸດທ້າຍ, ມັນກໍຂຶ້ນຢູ່ກັບເຮົາທີ່ຈະກໍາຈັດເຈົ້າ. ສິ່ງທັງໝົດເຫຼົ່ານີ້ແມ່ນທຸລະຂອງເຮົາເອງ! ການເຮັດໃຫ້ເຈົ້າສົມບູນແມ່ນທຸລະຂອງເຮົາເອງ ແລະ ການເຮັດໃຫ້ເຈົ້າໄດ້ຮັບພອນກໍແມ່ນທຸລະຂອງເຮົາເອງເຊັ່ນກັນ. ທັງໝົດນີ້ແມ່ນພາລະກິດທີ່ເຮົາເຮັດ. ຜົນໄດ້ຮັບຂອງເຈົ້າບໍໄດ້ຖືກກຳນົດໄວ້ໂດຍພຣະເຢໂຮວາ; ມັນຖືກກໍານົດໂດຍພຣະເຈົ້າຂອງຍຸກນີ້. ມັນຖືກກໍານົດໃນປັດຈຸບັນ; ມັນບໍ່ໄດ້ຖືກກໍານົດໄວ້ແຕ່ດົນກ່ອນທີ່ໂລກຈະຖືກສ້າງຂຶ້ນ. ບາງຄົນທີ່ບໍ່ມີເຫດຜົນຈະເວົ້າວ່າ: “ບາງເທື່ອສາຍຕາຂອງພຣະອົງອາດຈະຜິດປົກກະຕິ ແລະ ພຣະອົງບໍ່ເຫັນຂ້ານ້ອຍຕາມທີ່ພຣະອົງຄວນເຫັນ. ສຸດທ້າຍ ພຣະອົງກໍຈະເຫັນແຕ່ສິ່ງທີ່ພຣະວິນຍານເປີດເຜີຍ!” ໃນເບື້ອງຕົ້ນ ພຣະເຢຊູໄດ້ເລືອກເອົາຢູດາເປັນສາວົກຂອງພຣະອົງ. ຜູ້ຄົນຖາມວ່າ: “ພຣະອົງເລືອກສາວົກຜູ້ທີ່ຈະທໍລະຍົດພຣະອົງໄດ້ແນວໃດ?” ໃນຕອນທໍາອິດ ຢູດາບໍ່ມີຈຸດປະສົງທີ່ຈະທໍລະຍົດພຣະເຍຊູ; ສິ່ງນີ້ໄດ້ເກີດຂຶ້ນໃນພາຍຫຼັງ. ໃນເວລານັ້ນ, ພຣະເຢຊູໄດ້ເບິ່ງຢູດາແບບຂ້ອນຂ້າງພໍໃຈ; ພຣະອົງເຮັດໃຫ້ຢູ່ດາຕິດຕາມພຣະອົງ ແລະ ເຮັດໃຫ້ລາວຮັບຜິດຊອບຕໍ່ເລື່ອງການເງິນຂອງພວກເຂົາ. ຖ້າພຣະອົງຮູ້ວ່າຢູດາຈະສໍ້ໂກງເງິນ, ພຣະອົງກໍຈະບໍ່ປ່ອຍໃຫ້ລາວຮັບຜິດຊອບເລື່ອງດັ່ງກ່າວ. ສາມາດເວົ້າໄດ້ວ່າ ພຣະເຢຊູບໍ່ໄດ້ຮູ້ແຕ່ຕົ້ນວ່າ ຊາຍຄົນນີ້ເປັນຄົນສໍ້ໂກງ ແລະ ຫຼອກລວງ ຫຼື ລາວຈະສໍ້ໂກງອ້າຍເອື້ອຍນ້ອງຂອງລາວ. ຫຼັງຈາກນັ້ນ, ພາຍຫຼັງທີ່ຢູດາໄດ້ຕິດຕາມພຣະເຢຊູເປັນເວລາພໍສົມຄວນ, ພຣະເຢຊູຈຶ່ງໄດ້ເຫັນລາວຫຼອກລວງອ້າຍເອື້ອຍນ້ອງຂອງລາວ ແລະ ຫຼອກລວງພຣະເຈົ້າ. ຜູ້ຄົນຍັງໄດ້ຄົ້ນພົບວ່າ ຢູດາມັກໃຊ້ເງິນຈາກຖົງເງິນເປັນປະຈຳ ແລະ ພວກເຂົາກໍໄດ້ບອກພຣະເຢຊູກ່ຽວກັບເລື່ອງນັ້ນ. ດັ່ງນັ້ນ ພຣະເຢຊູຈຶ່ງໄດ້ຮູ້ທຸກສິ່ງທີ່ເກີດຂຶ້ນ. ເນື່ອງຈາກວ່າ ພຣະເຢຊູກໍາລັງປະຕິບັດພາລະກິດຂອງການຖືກຄຶງ ແລະ ຕ້ອງການໃຫ້ມີຜູ້ໃດຜູ້ໜຶ່ງທໍລະຍົດຕໍ່ພຣະອົງ ແລະ ເນື່ອງຈາກວ່າ ຢູດາບັງເອີນເປັນຜູ້ທີ່ເໝາະສົມກັບບົດບາດນີ້, ພຣະເຢຊູກໍເລີຍກ່າວວ່າ: “ຈະມີຄົນໜຶ່ງໃນບັນດາພວກເຮົາທີ່ຈະທໍລະຍົດເຮົາ. ບຸດຂອງມະນຸດຈະໃຊ້ການທໍລະຍົດນີ້ເພື່ອການຖືກຄຶງ ແລະ ຫຼັງຈາກສາມມື້ກໍຈະຟື້ນຄືນຊີບ”. ໃນເວລານັ້ນ, ແທ້ຈິງແລ້ວ ພຣະເຢຊູບໍ່ໄດ້ເລືອກຢູດາເພື່ອໃຫ້ລາວທໍລະຍົດຕໍ່ພຣະອົງ; ແຕ່ກົງກັນຂ້າມ, ພຣະອົງປາດຖາໜາວ່າຢູດາຈະເປັນສາວົກທີ່ຊື່ສັດ. ແຕ່ຢ່າງບໍ່ຄາດຄິດ, ຢູດາໄດ້ກາຍເປັນຄົນຊົ່ວຊ້າ ແລະ ໂລບມາກທີ່ທໍລະຍົດຕໍ່ພຣະຜູ້ເປັນເຈົ້າ, ດັ່ງນັ້ນພຣະອົງຈຶ່ງນໍາໃຊ້ສະຖານະການນີ້ເລືອກເອົາຢູດາເພື່ອພາລະກິດນີ້. ຖ້າສາວົກທັງສິບສອງຄົນຂອງພຣະເຢຊູມີຄວາມຊື່ສັດ ແລະ ບໍ່ມີຄົນໃດທີ່ຄືກັນກັບຢູດາຢູ່ໃນກຸ່ມຂອງພວກເຂົາ, ບຸກຄົນທີ່ຈະທໍລະຍົດພຣະເຍຊູກໍຈະເປັນຄົນອື່ນທີ່ບໍ່ແມ່ນສາວົກ. ຢ່າງໃດກໍຕາມ, ໃນເວລານັ້ນ ມັນບັງເອີນວ່າ ມີຄົນໜຶ່ງໃນບັນດາສາວົກທີ່ຮັບສິນບົນ ນັ້ນກໍຄືຢູດາ. ດ້ວຍເຫດນັ້ນ ພຣະເຢຊູຈຶ່ງໃຊ້ຜູ້ຊາຍຄົນນີ້ເພື່ອເຮັດພາລະກິດຂອງພຣະອົງໃຫ້ສໍາເລັດ. ມັນຊ່າງງ່າຍດາຍແທ້ໆ! ພຣະເຢຊູບໍ່ໄດ້ກໍານົດພາລະກິດຂອງພຣະອົງໄວ້ລ່ວງໜ້າຕັ້ງແຕ່ເລີ່ມຕົ້ນ; ພຣະອົງພຽງແຕ່ຕັດສິນໃຈເມື່ອສິ່ງຕ່າງໆໄດ້ພັດທະນາໄປສູ່ຂັ້ນຕອນໃດໜຶ່ງ. ນີ້ແມ່ນການຕັດສິນໃຈຂອງພຣະເຢຊູ ເຊິ່ງເວົ້າໄດ້ວ່າ ນັ້ນຄືການຕັດສິນໃຈຂອງພຣະວິນຍານຂອງພຣະເຈົ້າເອງ. ທໍາອິດ ພຣະເຢຊູເປັນຜູ້ເລືອກຢູດາ; ຕໍ່ມາ ເມື່ອຢູດາໄດ້ທໍລະຍົດພຣະເຢຊູ ນີ້ກໍແມ່ນການກະທໍາຂອງພຣະວິນຍານບໍລິສຸດ ເພື່ອຈຸດປະສົງຂອງພຣະອົງເອງ; ມັນແມ່ນພາລະກິດຂອງພຣະວິນຍານບໍລິສຸດທີ່ດໍາເນີນໃນເວລານັ້ນ. ເມື່ອພຣະເຢຊູເລືອກຢູດາ, ພຣະອົງບໍ່ຮູ້ເລີຍວ່າ ລາວຈະທໍລະຍົດຕໍ່ພຣະອົງ. ພຣະອົງພຽງແຕ່ຮູ້ວ່າ ຜູ້ຊາຍຄົນນັ້ນຄືຢູດາ ອິສະກາຣີອົດ. ຜົນໄດ້ຮັບຂອງພວກເຈົ້າຈະຖືກກໍານົດຕາມລະດັບຂອງຄວາມເຊື່ອຟັງຂອງພວກເຈົ້າໃນມື້ນີ້ເຊັ່ນກັນ ແລະ ອີງຕາມລະດັບການເຕີບໂຕຂອງຊີວິດຂອງພວກເຈົ້າ ແລະ ບໍ່ໄດ້ອີງຕາມຄວາມຄິດຂອງມະນຸດທີ່ວ່າ ຜົນໄດ້ຮັບຂອງເຈົ້າແມ່ນຖືກກຳນົດລ່ວງໜ້າຕັ້ງແຕ່ຕອນສ້າງໂລກແລ້ວ. ເຈົ້າຕ້ອງຮູ້ສິ່ງເຫຼົ່ານີ້ຢ່າງຊັດເຈນ. ພາລະກິດທັງໝົດເຫຼົ່ານີ້ບໍ່ໄດ້ຖືກປະຕິບັດໂດຍອີງຕາມຈິນຕະນາການຂອງເຈົ້າ.

ກ່ອນນີ້: ເລື່ອງຈິງທີ່ຢູ່ເບື້ອງຫຼັງພາລະກິດໃນຍຸກແຫ່ງການໄຖ່ບາບ

ຕໍ່ໄປ: ວ່າດ້ວຍເລື່ອງຕໍາແໜ່ງ ແລະ ຕົວຕົນ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ

ຄົນສ່ວນໃຫຍ່ເຊື່ອໃນພຣະເຈົ້າຍ້ອນເຫັນແກ່ຈຸດໝາຍປາຍທາງໃນອະນາຄົດຂອງພວກເຂົາ ຫຼື ຍ້ອນຄວາມສຸກຊົ່ວຄາວ. ສຳລັບຄົນທີ່ບໍ່ໄດ້ຜ່ານການຈັດການຫຍັງເລີຍ,...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້