ວິທີທີ່ເປໂຕມາຮູ້ຈັກພຣະເຢຊູ

ໃນລະຫວ່າງທີ່ເປໂຕໃຊ້ເວລາກັບພຣະເຢຊູນັ້ນ, ລາວໄດ້ເຫັນອຸປະນິໄສອັນເປັນຕາຮັກຫຼາຍຢ່າງໃນພຣະເຢຊູ, ມີຫຼາຍດ້ານທີ່ສົມຄວນເອົາເປັນແບບຢ່າງ ແລະ ຫຼາຍດ້ານກໍໄດ້ຊ່ວຍເຫຼືອລາວ. ເຖິງແມ່ນວ່າເປໂຕໄດ້ເຫັນເຖິງການເປັນຢູ່ຂອງພຣະເຈົ້າໃນພຣະເຢຊູໃນຫຼາຍທາງ ແລະ ໄດ້ເຫັນຄຸນສົມບັດທີ່ໜ້າຮັກຫຼາຍຢ່າງ, ລາວບໍ່ໄດ້ຮູ້ຈັກພຣະເຢຊູເທື່ອໃນຕອນທຳອິດ. ເປໂຕເລີ່ມຕິດຕາມພຣະເຢຊູເມື່ອລາວໄດ້ 20 ປີ ແລະ ລາວສືບຕໍ່ຕິດຕາມພຣະອົງເປັນເວລາຫົກປີ. ໃນລະຫວ່າງເວລານັ້ນ ເປໂຕບໍ່ເຄີຍຮູ້ຈັກພຣະເຢຊູ; ເປໂຕເຕັມໃຈທີ່ຈະຕິດຕາມພຣະເຢຊູດ້ວຍຄວາມນັບຖືສຳລັບພຣະອົງຢ່າງແທ້ຈິງ. ເມື່ອພຣະເຢຊູເອີ້ນໃສ່ເປໂຕຄັ້ງທໍາອິດເທິງແຄມທະເລກາລິເລ, ພຣະອົງຖາມວ່າ: “ຊີໂມນ, ບາໂຢນາ ທ່ານຈະຕິດຕາມເຮົາບໍ?” ເປໂຕເວົ້າວ່າ: “ຂ້ານ້ອຍຕ້ອງຕິດຕາມຜູ້ທີ່ຖືກສົ່ງມາໂດຍພຣະບິດາເທິງສະຫວັນ. ຂ້ານ້ອຍຕ້ອງຍອມຮັບຮູ້ຜູ້ທີ່ຖືກເລືອກໂດຍພຣະວິນຍານບໍລິສຸດ. ຂ້ານ້ອຍຈະຕິດຕາມພຣະອົງ”. ໃນເວລານັ້ນ ເປໂຕແມ່ນເຄີຍໄດ້ຍິນເລື່ອງລາວກ່ຽວກັບຊາຍຄົນໜຶ່ງທີ່ຊື່ພຣະເຢຊູ ຜູ້ທີ່ຜູ້ປະກາດພຣະທຳທີ່ຍິ່ງໃຫຍ່ທີ່ສຸດ ແລະ ພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ ແລະ ເປໂຕກໍ່ຫວັງຢູ່ສະເໝີເພື່ອພົບພຣະອົງ ແລະ ຫວັງວ່າຈະມີໂອກາດໄດ້ເຫັນພຣະອົງ (ເພາະວ່ານັ້ນຄືລັກສະນະທີ່ລາວຖືກນໍາພາໂດຍພຣະວິນຍານບໍລິສຸດ). ເຖິງແມ່ນວ່າ ເປໂຕບໍ່ເຄີຍເຫັນພຣະອົງມາກ່ອນ ແລະ ເຄີຍໄດ້ຍິນແຕ່ຂ່າວລືກ່ຽວກັບພຣະອົງ ແຕ່ຄວາມສະແຫວງຫາ ແລະ ຄວາມເຄົາລົບຮັກທີ່ມີຕໍ່ພຣະເຢຊູກໍ່ເຕີບໃຫຍ່ຢູ່ໃນຫົວໃຈຂອງລາວເທື່ອລະໜ້ອຍ ແລະ ລາວຫວັງຢູ່ສະເໝີວ່າ ມື້ໜຶ່ງຈະໄດ້ເຫັນພຣະເຢຊູ. ແລ້ວພຣະເຢຊູເອີ້ນຫາເປໂຕແນວໃດ? ພຣະອົງເອງກໍ່ເຄີຍໄດ້ຍິນເລື່ອງລາວກ່ຽວກັບຊາຍຄົນໜຶ່ງທີ່ຊື່ເປໂຕ, ແຕ່ມັນບໍ່ແມ່ນພຣະວິນຍານບໍລິສຸດທີ່ສັ່ງບອກພຣະອົງວ່າ: “ໃຫ້ໄປຍັງທະເລຄາລິເລ, ຢູ່ທີ່ນັ້ນຈະມີຄົນຊື່ເປໂຕ ບາໂຢນາ”. ພຣະເຢຊູ ໄດ້ຍິນບາງຄົນເວົ້າວ່າມີຄົນຊື່ຊີໂມນ ບາໂຢນາ ແລະ ທີ່ມີຜູ້ຄົນໄດ້ຟັງຄຳເທດສະໜາຂອງລາວ, ລາວເອງກໍ່ເປັນຜູ້ກ່າວປະກາດພຣະກິດຕິຄຸນຂອງອານາຈັກແຫ່ງສະຫວັນ ແລະ ຜູ້ຄົນທີ່ໄດ້ຍິນຄໍາກ່າວປະກາດຂອງລາວແມ່ນພາກັນຖືກດົນບັນດານຈົນຮ້ອງໄຫ້ກັນໝົດທຸກຄົນ. ຫຼັງຈາກໄດ້ຍິນແບບນີ້, ພຣະເຢຊູກໍ່ຄົນນັ້ນໄປເຖິງທະເລກາລີເລ; ເມື່ອເປໂຕຮັບເອົາການຊົງເອີ້ນຂອງພຣະເຢຊູ, ລາວກໍ່ຕິດຕາມພຣະອົງເລີ່ມແຕ່ນັ້ນມາ.

ໃນໄລຍະເວລາທີ່ລາວຕິດຕາມພຣະເຢຊູນັ້ນ ເປໂຕໄດ້ມີຄວາມເຫັນຫຼາຍຢ່າງກ່ຽວກັບພຣະອົງ ແລະ ຕັດສິນພຣະອົງຈາກທັດສະນະຂອງລາວເອງຢູ້ສະເໝີ. ເຖິງແມ່ນວ່າເປໂຕມີຄວາມເຂົ້າໃຈກ່ຽວກັບພຣະວິນຍານໃນລະດັບໃດໜຶ່ງ, ການເຂົ້າໃຈຂອງລາວກໍ່ຂ້ອນຂ້າງບໍ່ຊັດເຈນ, ດ້ວຍເຫດນີ້ ລາວຈຶ່ງເວົ້າວ່າ: “ຂ້ານ້ອຍຕ້ອງຕິດຕາມຜູ້ທີ່ຖືກສົ່ງມາໂດຍພຣະບິດາເທິງສະຫວັນ, ຂ້ານ້ອຍຕ້ອງຍອມຮັບຮູ້ຜູ້ທີ່ຖືກເລືອກໂດຍພຣະວິນຍານບໍລິສຸດ”. ລາວບໍ່ໄດ້ເຂົ້າໃຈໃນສິ່ງທີ່ພຣະເຢຊູກະທໍາ ແລະ ຂາດຄວາມຊັດເຈນກ່ຽວກັບສິ່ງເຫຼົ່ານັ້ນ. ຫຼັງຈາກໄດ້ຕິດຕາມພຣະອົງໃນໄລຍະໜຶ່ງ, ເປໂຕຈຶ່ງເກີດມີຄວາມສົນໃຈໃນສິ່ງທີ່ພຣະອົງເຮັດ ແລະ ເວົ້າ ແລະ ໃນຕົວພຣະເຢຊູເອງ. ລາວເລີ່ມຮູ້ສຶກວ່າພຣະເຢຊູກະຕຸ້ນທັງຄວາມຮັກ ແລະ ຄວາມເຄົາລົບ; ລາວມັກພົວພັນກັບພຣະອົງ ແລະ ຢູ່ຄຽງຂ້າງພຣະອົງ ແລະ ຟັງພຣະທໍາຂອງພຣະເຢຊູທີ່ສອນໃຫ້ລາວຮູ້ຈັກເລື່ອງການໃຫ້ ແລະ ການຊ່ວຍເຫຼືອ. ໃນລະຫວ່າງເວລາທີ່ລາວຕິດຕາມພຣະເຢຊູ, ເປໂຕກໍ່ໄດ້ສັງເກດ ແລະ ເອົາໃຈໃສ່ໃນທຸກຢ່າງກ່ຽວກັບຊີວິດຂອງພຣະເຢຊູ: ການກະທໍາ, ພຣະທຳ, ການເຄື່ອນໄຫວ ຫຼື ການສະແດງອອກຂອງພຣະອົງ. ລາວໄດ້ເຂົ້າໃຈຢ່າງເລິກເຊິ່ງວ່າພຣະເຢຊູບໍ່ຄືກັບມະນຸດທຳມະດາ. ເຖິງແມ່ນວ່າ ລັກສະນະມະນຸດຂອງພຣະອົງແມ່ນປົກກະຕິເກີນໄປ, ພຣະອົງກໍ່ເຕັມໄປດ້ວຍຄວາມຮັກ, ຄວາມເມດຕາ ແລະ ຄວາມອົດທົນຕໍ່ມະນຸດ. ທຸກສິ່ງຢ່າງທີ່ພຣະເຢຊູເຮັດ ຫຼື ເວົ້າໄດ້ຊ່ວຍເຫຼືອຄົນອື່ນຫຼາຍ ແລະ ເປໂຕໄດ້ເຫັນ ແລະ ຮັບສິ່ງຕ່າງໆທີ່ລາວບໍ່ເຄີຍເຫັນ ຫຼື ມີມາກ່ອນຈາກພຣະເຢຊູ. ລາວໄດ້ເຫັນວ່າ ເຖິງແມ່ນພຣະເຢຊູບໍ່ໄດ້ມີວຸດທິພາວະທີ່ຍິ່ງໃຫຍ່ ຫຼື ຄວາມເປັນມະນຸດທີ່ເໜືອປົກກະຕິ, ພຣະອົງມີລັດສະໝີທີ່ພິເສດ ແລະ ບໍ່ທຳມະດາແທ້ໆເຊິ່ງອ້ອມຮອບພຣະອົງ. ເຖິງແມ່ນວ່າເປໂຕຈະບໍ່ສາມາດອະທິບາຍໄດ້ຢ່າງຄົບຖ້ວນ, ລາວກໍ່ສາມາດເຫັນວ່າພຣະເຢຊູປະຕິບັດແຕກຕ່າງຈາກຄົນອື່ນໆ ເພາະວ່າສິ່ງທີ່ພຣະອົງເຮັດແມ່ນແຕກຕ່າງຈາກການກະທໍາຂອງມະນຸດທໍາມະດາຫຼາຍ. ຈາກເວລາທີ່ລາວພົວພັນກັບພຣະເຢຊູນັ້ນ, ເປໂຕຍັງຮູ້ອີກວ່າລັກສະນະຂອງພຣະອົງແມ່ນແຕກຕ່າງຈາກມະນຸດທີ່ທໍາມະດາ. ພຣະອົງປະຕິບັດຕົນຢ່າງສະໝໍ່າສະເໝີຕະຫຼອດເວລາ ແລະ ບໍ່ເຄີຍຮີບຮ້ອນ, ບໍ່ເຄີຍອວດໂອ້ ຫຼື ດູຖູກຄົນອື່ນ ແລະ ພຣະອົງໃຊ້ຊີວິດຂອງພຣະອົງໃນເສັ້ນທາງທີ່ເປີດເຜີຍເຖິງຮູບລັກສະນະທີ່ທັງທໍາມະດາ ແລະ ໜ້າຍ້ອງຍໍສັນລະເສີນ. ໃນເລື່ອງການສົນທະນາ ພຣະເຢຊູເວົ້າຢ່າງຊັດເຈນ ແລະ ດ້ວຍພຣະຄຸນ ການສື່ສານແມ່ນຢູ່ໃນລັກສະນະທີ່ລ່າເລີງ ແຕ່ກໍ່ງຽບສະຫງົບ ແລະ ພຣະອົງກໍບໍ່ເຄີຍເສຍກຽດສັກສີຂອງພຣະອົງ ເມື່ອກຳລັງປະຕິບັດພາລະກິດຂອງພຣະອົງ. ເປໂຕເຫັນພຣະເຢຊູບາງຄັ້ງເປັນຄົນມິດງຽບ ໃນຂະນະທີ່ບາງຄັ້ງ ພຣະອົງກໍ່ເວົ້າຫຼາຍ. ບາງຄັ້ງພຣະອົງດີໃຈຫຼາຍຈົນພຣະອົງປາກົດເປັນຄືກັບນົກເຂົາທີ່ກະໂດດເຕັ້ນ ແລະ ລ່າເລີງ ແລະ ໃນເວລາອື່ນ ພຣະອົງກໍ່ໂສກເສົ້າຫຼາຍຈົນພຣະອົງບໍ່ເວົ້າບໍ່ຈາຫຍັງເລີຍ, ເບິ່ງຄືກັບວ່າ ພຣະອົງແບກຫາບພາລະດ້ວຍຄວາມເສົ້າໃຈເໝືອນກັບວ່າພຣະອົງເປັນແມ່ທີ່ເມື່ອຍ ແລະ ອ່ອນເພຍ. ໃນບາງຄັ້ງພຣະອົງກໍເຕັມໄປດ້ວຍຄວາມໂກດຮ້າຍ ເໝືອນດັ່ງທະຫານກ້າແລ່ນບຸກຂ້າສັດຕູ ແລະ ໃນບາງໂອກາດ ພຣະອົງເຖິງກັບເປັນເໝືອນດັ່ງສິງໂຕທີ່ຮ້ອງສຽງດັງ. ບາງຄັ້ງພຣະອົງຫົວ; ບາງຄັ້ງພຣະອົງອະທິຖານ ແລະ ຮ້ອງໄຫ້. ບໍ່ວ່າພຣະອົງຈະສະແດງກະລິຍາອອກມາແບບໃດ ເປໂຕກໍ່ແຮງມີຄວາມຮັກ ແລະ ເຄົາລົບທີ່ໄຮ້ຂອບເຂດຕໍ່ພຣະອົງ. ສຽງຫົວຂອງພຣະເຢຊູເຮັດໃຫ້ລາວມີຄວາມສຸກ, ຄວາມໂສກເສົ້າຂອງພຣະອົງເຮັດໃຫ້ເປໂຕທຸກໂສກເສຍໃຈ, ຄວາມໂກດຮ້າຍເຮັດໃຫ້ເປໂຕຢ້ານກົວ, ໃນຂະນະທີ່ຄວາມເມດຕາ, ການໃຫ້ອະໄພ ແລະ ການຮຽກຮ້ອງຢ່າງເຂັ້ມງວດທີ່ພຣະອົງຮຽກຮ້ອງຈາກລາວເຮັດໃຫ້ເປໂຕມາຮັກພຣະເຢຊູຢ່າງແທ້ຈິງ ແລະ ມີຄວາມເຄົາລົບ ແລະ ຄວາມປາຖະໜາຕໍ່ພຣະອົງຢ່າງແທ້ຈິງ. ແນ່ນອນ ເປໂຕພຽງມາຮູ້ຈັກໃນສິ່ງນີ້ ຫຼັງຈາກລາວໄດ້ມາຢູ່ນໍາພຣະເຢຊູໄດ້ເປັນເວລາໄລຍະໜຶ່ງ.

ເປໂຕເປັນຄົນທີ່ມີເຫດຜົນເປັນພິເສດ, ເກີດມາກັບຄວາມສະຫຼາດໂດຍທໍາມະຊາດ ແຕ່ລາວໄດ້ເຮັດໃນສິ່ງໂງ່ຈ້າຫຼາຍຢ່າງໃນເວລາຕິດຕາມພຣະເຢຊູ. ໃນຕອນທໍາອິດ, ລາວມີແນວຄິດຕ່າງໆນາໆກ່ຽວກັບພຣະເຢຊູ. ລາວຖາມວ່າ: “ຜູ້ຄົນເວົ້າວ່າທ່ານຄືຜູ້ປະກາດພຣະທຳ, ສະນັ້ນເມື່ອທ່ານມີອາຍຸແປດປີ ແລະ ເລີ່ມເຂົ້າໃຈສິ່ງຕ່າງໆ ທ່ານໄດ້ຮູ້ບໍ່ວ່າທ່ານຄືພຣະເຈົ້າ? ທ່ານໄດ້ຮູ້ບໍ່ວ່າທ່ານຖືກປະຕິສົນທິຈາກພຣະວິນຍານບໍລິສຸດ?” ພຣະເຢຊູຕອບວ່າ: “ບໍ່, ເຮົາບໍ່ຮູ້! ເຮົາເບິ່ງບໍ່ຄືຜູ້ຄົນທໍາມະດາໃນສາຍຕາທ່ານບໍ? ເຮົາກໍເໝືອນຄົນອື່ນໆນັ້ນແລ້ວ. ບຸກຄົນທີ່ພຣະບິດາສົ່ງມາແມ່ນຄົນທໍາມະດາ ບໍ່ແມ່ນຄົນວິເສດຫຍັງ. ແລ້ວເຖິງແມ່ນວ່າ ພາລະກິດທີ່ເຮົາເຮັດຈະສະແດງເຖິງພຣະບິດາຂອງເຮົາທີ່ຢູ່ໃນສະຫວັນ, ແຕ່ພາບລັກຂອງເຮົາ, ຕົວຕົນທີ່ເຮົາເປັນ ແລະ ຮ່າງກາຍທາງເນື້ອໜັງນີ້ບໍ່ສາມາດເປັນຕົວແທນພຣະບິດາຂອງເຮົາທີ່ຢູ່ໃນສະຫວັນໄດ້ທັງໝົດ ມີພຽງບາງສ່ວນຂອງພຣະອົງເທົ່ານັ້ນ. ເຖິງແມ່ນວ່າ ເຮົາມາຈາກພຣະວິນຍານ ແຕ່ເຮົາກໍ່ຍັງເປັນຄົນທໍາມະດາສາມັນ ແລະ ພຣະບິດາຂອງເຮົາໄດ້ສົ່ງເຮົາມາຍັງໂລກນີ້ເປັນຄົນທໍາມະດໍາ ບໍ່ແມ່ນຄົນວິເສດຫຍັງທັງນັ້ນ”. ເມື່ອເປໂຕໄດ້ຍິນເຊັ່ນນີ້ ລາວຈຶ່ງເຂົ້າໃຈພຣະເຢຊູດີຂຶ້ນ. ຫຼັງຈາກທີ່ລາວໄດ້ມີປະສົບການຜ່ານວຽກງານຂອງພຣະເຢຊູ, ຜ່ານຄໍາສອນຂອງພຣະອົງ ຜ່ານການນໍາພາຂອງພຣະອົງ ແລະ ຄວາມບຳລຸງລ້ຽງຂອງພຣະອົງຫຼາຍຊົ່ວໂມງຈົນນັບບໍ່ຖ້ວນ, ລາວຈຶ່ງໄດ້ເຂົ້າໃຈພຣະອົງຢ່າງເລິກເຊິ່ງຍິ່ງຂຶ້ນ. ເມື່ອພຣະເຢຊູອາຍຸໄດ້ 30 ປີ, ພຣະອົງກໍ່ໄດ້ບອກເປໂຕກ່ຽວກັບການຄຶງກາງແຂນທີ່ຈະມາເຖິງ ແລະ ພຣະອົງໄດ້ສະເດັດມາປະຕິບັດຂັ້ນຕອນພາລະກິດດັ່ງກ່າວ ນັ້ນກໍ່ຄື ພາລະກິດແຫ່ງການຄຶງກາງແຂນເພື່ອໄຖ່ບາບໃຫ້ກັບມະນຸດທຸກຄົນ. ພຣະເຢຊູຍັງໄດ້ບອກເປໂຕອີກວ່າ ສາມມື້ຫຼັງຈາກການຄຶງຢູ່ເທິງໄມ້ກາງແຂນ ບຸດມະນຸດຈະຟື້ນຄືນຊີວິດອີກຄັ້ງ ແລະ ຫຼັງຈາກຟື້ນຄືນຊີວິດແລ້ວ ພຣະອົງກໍຈະປາກົດໃຫ້ຜູ້ຄົນເຫັນເປັນເວລາ 40 ວັນ. ເມື່ອໄດ້ຍິນຄໍາເວົ້າເຫຼົ່ານີ້, ເປໂຕກໍຮູ້ສຶກເສົ້າເສຍໃຈຫຼາຍ ແລະ ເກັບຄຳເວົ້າເຫຼົ່ານີ້ມາໃສ່ໃຈ; ຫຼັງຈາກນັ້ນມາ, ລາວກໍ່ເກີດເລີ່ມໃກ້ຊິດກັບພຣະເຢຊູຫຼາຍຂຶ້ນ. ຫຼັງຈາກທີ່ໄດ້ມີປະສົບການໃນຊ່ວງເວລາໃດໜຶ່ງ, ເປໂຕໄດ້ຮູ້ວ່າທຸກສິ່ງທີ່ພຣະເຢຊູກະທໍາຄືການເປັນພຣະເຈົ້າ ແລະ ລາວຄິດວ່າພຣະເຢຊູແມ່ນເປັນຄົນທີ່ເປັນຕາຮັກເປັນພິເສດ. ມີແຕ່ເມື່ອລາວມີຄວາມເຂົ້າໃຈກັບສິ່ງນີ້ແລ້ວ ພຣະວິນຍານບໍລິສຸດຈຶ່ງພອນແສງສະຫວ່າງໃຫ້ກັບລາວຈາກພາຍໃນ. ຫຼັງຈາກນັ້ນເອງ, ພຣະເຢຊູໄດ້ຫັນໜ້າໄປຫາສາວົກຂອງພຣະອົງ ແລະ ຜູ້ຕິດຕາມຄົນອື່ນໆ ແລະ ຖາມວ່າ: “ໂຢຮັນ, ທ່ານວ່າເຮົາແມ່ນໃຜ?” ໂຢຮັນຕອບວ່າ: “ທ່ານແມ່ນໂມເຊ”. ພຣະອົງຫັນໄປຫາລູກາ: “ທ່ານເດ ລູກາ, ທ່ານວ່າເຮົາແມ່ນໃຜ?” ລູກາຕອບວ່າ: “ທ່ານແມ່ນຜູ້ປະກາດພຣະທຳທີ່ຍິ່ງໃຫຍ່ທີ່ສຸດ”. ຫຼັງຈາກນັ້ນ, ພຣະອົງຖາມເອື້ອຍຄົນໜຶ່ງ ແລະ ລາວຕອບວ່າ: “ທ່ານຄືຜູ້ປະກາດພຣະທຳຍິ່ງໃຫຍ່ທີ່ສຸດທີ່ກ່າວຖ້ອຍຄໍາມາຈາກຕົ້ນສູ່ປາຍ. ບໍ່ມີຄໍາທໍານາຍຂອງຜູ້ໃດທີ່ຈະຍິ່ງໃຫຍ່ສໍ່າຄໍາທໍານາຍຂອງທ່ານ ແລະ ບໍ່ມີຄວາມຮູ້ຂອງຜູ້ໃດຈະເໜືອກວ່າຄວາມຮູ້ຂອງທ່ານອີກແລ້ວ, ທ່ານຄືຜູ້ປະກາດພຣະທຳ”. ຫຼັງຈາກນັ້ນ ພຣະອົງຫັນໄປຫາເປໂຕ ແລ້ວຖາມວ່າ: “ເປໂຕ, ທ່ານວ່າເຮົາແມ່ນໃຜ?” ເປໂຕຕອບວ່າ: “ພຣະອົງຄືພຣະຄຣິດ ພຣະບຸດຂອງພຣະເຈົ້າຜູ້ທີ່ຊົງພຣະຊົນຢູ່. ພຣະອົງມາຈາກສະຫວັນ ພຣະອົງບໍ່ໄດ້ມາຈາກແຜ່ນດິນໂລກນີ້, ພຣະອົງບໍ່ເໝືອນດັ່ງສິ່ງເນລະມິດສ້າງຂອງພຣະເຈົ້າ. ພວກເຮົາຢູ່ແຜ່ນດິນໂລກນີ້ ແລະ ພຣະອົງກໍຢູ່ແຜ່ນດິນໂລກນີ້ກັບພວກເຮົາ ແຕ່ພຣະອົງມາຈາກສະຫວັນ ແລະ ບໍ່ໄດ້ມາຈາກໂລກນີ້ ແລະ ພຣະອົງບໍ່ໄດ້ເປັນຂອງໂລກນີ້”. ຜ່ານປະສົບການທີ່ ພຣະວິນຍານບໍລິສຸດໄດ້ໃຫ້ລາວໄດ້ເຫັນ, ເຊິ່ງເຮັດໃຫ້ລາວເຂົ້າໃຈໃນສິ່ງນີ້. ຫຼັງຈາກໄດ້ຮັບຄວາມສະຫວ່າງດັ່ງກ່າວນີ້ ລາວຈຶ່ງໄດ້ຊື່ນຊົມທຸກຢ່າງທີ່ພຣະເຢຊູກະທໍາຫຼາຍຂຶ້ນ, ຄິດວ່າພຣະອົງເປັນຕາຮັກຍິ່ງຂຶ້ນ ແລະ ລັງເລໃນຫົວໃຈຂອງລາວທີ່ຈະຈາກພຣະເຢຊູໄປ. ດັ່ງນັ້ນ ຄັ້ງທໍາອິດທີ່ພຣະເຢຊູປາກົດຕົວໃຫ້ເປໂຕເຫັນ ຫລັງຈາກພຣະອົງຖືກຄຶງໃສ່ໄມ້ກາງແຂນ ແລ້ວຟື້ນຄືນຊີວິດກັບມາ ເປໂຕຮ້ອງໄຫ້ດ້ວຍຄວາມດີໃຈຢ່າງແຮງ: “ພຣະຜູ້ເປັນເຈົ້າ! ພຣະອົງໄດ້ຟື້ນຄືນຊີວິດມາແລ້ວ!” ຫລັງຈາກນັ້ນກໍຮ້ອງໄຫ້ຂຶ້ນອີກ ພ້ອມຈັບເອົາປາໂຕໃຫຍ່ໂຕໜຶ່ງ, ຄົວມັນແລະ ເອົາໃຫ້ພຣະເຢຊູກິນ. ພຣະເຢຊູໄດ້ແຕ່ຍິ້ມ ແຕ່ບໍ່ເວົ້າຫຍັງ. ເຖິງແມ່ນວ່າ ເປໂຕຮູ້ວ່າພຣະເຢຊູໄດ້ຟື້ນຄືນຊີວິດກັບມາ ລາວບໍ່ເຂົ້າໃຈເຖິງຄວາມລຶກລັບຂອງສິ່ງນັ້ນ. ເມື່ອເວລາລາວເອົາປາທີ່ຄົວແລ້ວນັ້ນໃຫ້ພຣະເຢຊູກິນ ພຣະເຢຊູບໍ່ໄດ້ປະຕິເສດ ແຕ່ພຣະອົງບໍ່ເວົ້າຈາຫຍັງ ຫຼື ນັ່ງລົງກິນປາດັ່ງກ່າວນັ້ນ.ແຕ່ກົງກັນຂ້າມພຣະອົງແມ່ນຫາຍໄປຢ່າງໄວວາ. ເຫດການທີ່ເກີດຂຶ້ນເຮັດໃຫ້ເປໂຕຕົກໃຈຢ່າງແຮງ ແລະ ເມື່ອນັ້ນເອງເປໂຕຈຶ່ງເຂົ້າໃຈວ່າພຣະເຢຊູທີ່ກັບມານີ້ ແມ່ນແຕກຕ່າງຈາກພຣະເຢຊູໃນເມື່ອກ່ອນ. ເມື່ອລາວເຂົ້າໃຈເປັນເຊັ່ນນີ້ ເປໂຕກໍ່ໂສກເສົ້າເສຍໃຈຫຼາຍ ແຕ່ລາວກໍອົບອຸ່ນໃຈທີ່ໄດ້ຮູ້ວ່າພຣະຜູ້ເປັນເຈົ້າໄດ້ສໍາເລັດພາລະກິດຂອງພຣະອົງແລ້ວ. ລາວໄດ້ຮູ້ວ່າພຣະເຢຊູໄດ້ສໍາເລັດໜ້າທີ່ຂອງພຣະອົງແລ້ວ ເຊິ່ງເວລາຂອງພຣະອົງທີ່ຢູ່ກັບມະນຸດແມ່ນໄດ້ສິ້ນສຸດລົງ ແລະ ຕໍ່ຈາກນີ້ໄປມະນຸດຈະຕ້ອງໄດ້ເດີນຕາມທາງຂອງຕົນເອງ. ຄັ້ງໜຶ່ງພຣະເຢຊູໄດ້ບອກເປໂຕວ່າ: “ທ່ານເຊັ່ນກັນ ຕ້ອງດື່ມຈາກຈອກອັນຂົມຂື່ນທີ່ເຮົາດື່ມ (ນີ້ແມ່ນສິ່ງທີ່ພຣະອົງໄດ້ກ່າວຫລັງຈາກການກັບຄືນຊີບຂອງພຣະອົງ), ທ່ານເຊັ່ນກັນຕ້ອງເດີນຕາມທາງທີ່ເຮົາເດີນ, ທ່ານຕ້ອງຍອມສະຫຼະຊີວິດເພື່ອເຮົາ”. ບໍ່ເໝືອນດັ່ງປັດຈຸບັນນີ້ ພາລະກິດໃນສະໄໝນັ້ນບໍ່ແມ່ນໃນຮູບແບບສົນທະນາກັນໜ້າຕໍ່ໜ້າ. ໃນລະຫວ່າງຍຸກແຫ່ງຄວາມກະລຸນາ ພາລະກິດຂອງພຣະວິນຍານບໍລິສຸດແມ່ນລຶກລັບຫຼາຍ ແລະ ເປໂຕໄດ້ທົນທຸກທໍລະມານຜ່ານຄວາມຍາກລໍາບາກມາກມາຍ. ບາງຄັ້ງ ເປໂຕກໍ່ເຖິງຂັ້ນທີ່ຕ້ອງຮ້ອງໄຫ້ອ້ອນວອນ: “ພຣະເຈົ້າ ຂ້ານ້ອຍບໍ່ມີສິ່ງໃດອີກແລ້ວນອກຈາກຊີວິດນີ້ ເຖິງແມ່ນວ່າມັນຈະບໍ່ມີຄຸນຄ່າຫຍັງຫຼາຍສໍາລັບພຣະອົງ ຂ້ານ້ອຍຂໍອຸທິດຊີວິດນີ້ໃຫ້ກັບພຣະອົງ. ເຖິງແມ່ນວ່າມະນຸດຈະບໍ່ມີຄ່າທີ່ຈະຮັກພຣະອົງ ແລະ ຄວາມຮັກຂອງພວກເຂົາ ຫຼື ຈິດໃຈຂອງພວກເຂົາຈະບໍ່ມີຄຸນຄ່າຫຍັງ ຂ້ານ້ອຍເຊື່ອວ່າພຣະອົງຈະສາມາດເບິ່ງເຫັນເຈດຕະນາຈາກຈິດໃຈຂອງມະນຸດ ແລະ ເຖິງແມ່ນວ່າຮ່າງກາຍຂອງມະນຸດຈະບໍ່ມີຄຸນສົມບັດພຽງພໍທີ່ພຣະອົງຈະຮັບເອົາໄດ້ ຂ້ານ້ອຍຂໍໃຫ້ພຣະອົງຮັບເອົາຫົວໃຈຂອງຂ້ານ້ອຍດ້ວຍເທີດ”. ຫລັງຈາກໄດ້ກ່າວຄໍາອະທິຖານເຫຼົ່ານີ້ ເປໂຕກໍມີກໍາລັງໃຈຂຶ້ນ ໂດຍສະເພາະເມື່ອລາວກ່າວຄໍາອະທິຖານວ່າ: “ຂ້ານ້ອຍຈະອຸທິດຈິດໃຈຂອງຂ້ານ້ອຍທັງໝົດໃຫ້ກັບພຣະເຈົ້າ ເຖິງແມ່ນວ່າຂ້ານ້ອຍຈະບໍ່ສາມາດເຮັດສິ່ງໃດເພື່ອພຣະອົງ ຂ້ານ້ອຍຈະເຮັດໃຫ້ພຣະອົງເພິ່ງພໍໃຈດ້ວຍຄວາມຈົງຮັກພັກດີ ແລະ ອຸທິດຕົວຂ້ານ້ອຍໃຫ້ກັບພຣະອົງທັງໝົດທັງສິ້ນ. ຂ້ານ້ອຍເຊື່ອວ່າພຣະອົງຈະຕ້ອງເບິ່ງເຫັນຫົວໃຈຂອງຂ້ານ້ອຍ”. ລາວກ່າວອີກວ່າ: “ຂ້ານ້ອຍບໍ່ຂໍສິ່ງໃດໃນຊີວິດນີ້ ຂໍພຽງໃນໃຈຂອງຂ້ານ້ອຍມີແຕ່ຄວາມຮັກຕໍ່ພຣະອົງ ແລະ ຂໍໃຫ້ຄວາມປາຖະໜາໃນຈິດໃຈຂອງຖືກຮັບເອົາໂດຍພຣະເຈົ້າດ້ວຍເທີດ. ຂ້ານ້ອຍໄດ້ຢູ່ກັບພຣະເຢຊູເຈົ້າເປັນເວລາດົນນານ ແຕ່ຂ້ານ້ອຍບໍ່ເຄີຍຮັກພຣະອົງເລີຍ ນັ້ນຄືໜີ້ພຣະຄຸນອັນຍິ່ງໃຫຍ່. ເຖິງແມ່ນວ່າ ຂ້ານ້ອຍໄດ້ຢູ່ກັບພຣະອົງ ຂ້ານ້ອຍກໍບໍ່ໄດ້ຮູ້ຈັກພຣະອົງເລີຍ ແລະ ຂ້ານ້ອຍເຖິງກັບເວົ້າສິ່ງທີ່ບໍ່ເໝາະສົມລັບຫລັງພຣະອົງອີກ. ການຄິດເຖິງເລື່ອງນີ້ແລ້ວເຮັດໃຫ້ຂ້ານ້ອຍຮູ້ສຶກເປັນໜີ້ພຣະຄຸນຕໍ່ອົງພຣະເຢຊູເຈົ້າຕື່ມອີກ”. ລາວອະທິຖານໃນລັກສະນະນີ້ສະເໝີ. ລາວເວົ້າວ່າ: “ຂ້ານ້ອຍຕໍ່າຕ້ອຍກວ່າຂີ້ຝຸ່ນ ຂ້ານ້ອຍບໍ່ສາມາດເຮັດສິ່ງໃດໄດ້ນອກຈາກອຸທິດຈິດໃຈອັນຈົງຮັກພັກດີນີ້ໃຫ້ກັບພຣະເຈົ້າ”.

ມີຈຸດສູງສຸດໃນປະສົບການຂອງເປໂຕ ເມື່ອຮ່າງກາຍຂອງລາວຕ້ອງອ່ອນເພຍໄປໝົດ ແຕ່ພຣະເຢຊູແລ້ວມີຄັ້ງໜຶ່ງ ພຣະອົງໄດ້ເຄີຍປາກົດໃຫ້ເປໂຕ. ໃນເວລາເປໂຕທົນທຸກທໍລະມານຢ່າງສາຫັດ ແລະ ຮູ້ສຶກວ່າຈິດໃຈຂອງລາວເຕັມໄປດ້ວຍຄວາມສິ້ນຫວັງ ພຣະເຢຊູໄດ້ກ່າວຕໍ່ລາວວ່າ: “ທ່ານ ເຄີຍຢູ່ກັບເຮົາໃນແຜ່ນດິນໂລກນີ້ ແລະ ເຮົາກໍເຄີຍຢູ່ແຜ່ນດິນໂລກນີ້ກັບທ່ານ. ເຖິງແມ່ນວ່າ ເມື່ອກ່ອນພວກເຮົາໄດ້ຢູ່ນໍາກັນໃນສະຫວັນ ແຕ່ໃນຄວາມຈິງແລ້ວມັນກໍຄືໂລກແຫ່ງວິນຍານ. ດຽວນີ້ ເຮົາໄດ້ກັບມາຍັງໂລກແຫ່ງວິນຍານນີ້ແລ້ວ ແລະ ທ່ານແມ່ນຍັງຢູ່ແຜ່ນດິນໂລກ. ຍ້ອນເຮົາບໍ່ໄດ້ມາຈາກແຜ່ນດິນໂລກ ແລະ ເຖິງແມ່ນວ່າ ທ່ານເອງກໍບໍ່ໄດ້ມາຈາກແຜ່ນດິນໂລກເຊັ່ນກັນ ແຕ່ທ່ານຈໍາເປັນຕ້ອງບັນລຸພາລະໜ້າທີ່ຂອງທ່ານໃນແຜ່ນດິນໂລກນີ້. ເພາະວ່າທ່ານຄືຜູ້ຮັບໃຊ້ພຣະເຈົ້າ, ທ່ານຕ້ອງປະຕິບັດຕໍ່ໜ້າທີ່ຂອງທ່ານ”. ການທີ່ໄດ້ຍິນວ່າລາວຈະສາມາດຢູ່ຄຽງຂ້າງກັບພຣະເຈົ້າອີກ ລາວກໍອົບອຸ່ນໃຈຂຶ້ນ. ໃນເວລາທີ່ເປໂຕປະສົບກັບຄວາມທຸກທໍລະມານດັ່ງກ່າວທີ່ລາວເກືອບຕ້ອງໄດ້ນອນພັກຟື້ນຢູ່ໃນບ່ອນ, ລາວຮູ້ສຶກເສຍໃຈຫຼາຍຈົນເຖິງຂັ້ນໄດ້ອ້ອນວອນວ່າ: “ຂ້ານ້ອຍເປັນຄົນຊົ່ວຊ້າຫຼາຍ ຂ້ານ້ອຍບໍ່ສາມາດເປັນທີ່ເພິ່ງພໍໃຈພຣະເຈົ້າໄດ້”. ພຣະເຢຊູກໍປາກົດຕໍ່ໜ້າລາວ ແລ້ວກ່າວວ່າ: “ເປໂຕ, ບໍ່ແມ່ນເປັນເພາະວ່າທ່ານລືມຄຳໝັ້ນສັນຍາທີ່ທ່ານເຄີຍຕັ້ງໄວ້ກັບເຮົາແລ້ວບໍ? ທ່ານລືມທຸກສິ່ງທີ່ເຮົາໄດ້ກ່າວກັບທ່ານແລ້ວບໍ? ທ່ານລືມເປົ້າໝາຍຂອງທ່ານທີ່ທ່ານຕັ້ງໄວ້ກັບເຮົາແລ້ວບໍ?” ເມື່ອເຫັນວ່ານັ້ນຄືພຣະເຢຊູ ເປໂຕຈຶ່ງລຸກຂຶ້ນຈາກບ່ອນນອນ ແລະ ພຣະເຢຊູກໍປອບໃຈລາວອີກວ່າ: “ເຮົາບໍ່ໄດ້ມາຈາກແຜ່ນດິນໂລກນີ້ ເຮົາໄດ້ບອກທ່ານໄປແລ້ວ ທ່ານຕ້ອງເຂົ້າໃຈໃນເລື່ອງນີ້ ທ່ານລືມອີກສິ່ງໜຶ່ງທີ່ເຮົາໄດ້ບອກທ່ານໄປແລ້ວບໍ? ‘ທ່ານບໍ່ໄດ້ມາຈາກແຜ່ນດິນໂລກນີ້ເຊັ່ນກັນ ບໍ່ໄດ້ເປັນຂອງໂລກໜ່ວຍນີ້’. ຕອນນີ້ຍັງມີພາລະກິດທີ່ທ່ານຈໍາເປັນຕ້ອງເຮັດ ທ່ານຈະໂສກເສົ້າແບບນີ້ບໍ່ໄດ້ ທ່ານຈະທົນທຸກທໍລະມານແບບນີ້ບໍ່ໄດ້. ເຖິງແມ່ນວ່າ ມະນຸດ ແລະ ພຣະເຈົ້າຈະບໍ່ສາມາດຢູ່ຮ່ວມກັນໃນໂລກນີ້ໄດ້ ເຮົາກໍມີພາລະກິດຂອງເຮົາ ທ່ານກໍມີພາລະກິດຂອງທ່ານ ແລະ ມື້ໜຶ່ງ ເມື່ອພາລະກິດຂອງທ່ານສໍາເລັດ ພວກເຮົາກໍຈະໄດ້ຢູ່ຮ່ວມໂລກດຽວກັນ ແລະ ເຮົາຈະນໍາເອົາທ່ານມາຢູ່ກັບເຮົາຕະຫຼອດໄປ”. ຫລັງຈາກໄດ້ຍິນຄໍາກ່າວເຫຼົ່ານີ້ ເປໂຕກໍຮູ້ສຶກສະບາຍໃຈຂຶ້ນ. ລາວຮູ້ວ່າຄວາມທໍລະມານດັ່ງກ່າວແມ່ນສິ່ງທີ່ລາວຕ້ອງໄດ້ອົດທົນ ແລະ ຜະເຊີນກັບມັນ ແລະ ນັບຕັ້ງແຕ່ນັ້ນມາ ລາວກໍ່ໄດ້ຮັບການດົນບັນດານໃຈ. ພຣະເຢຊູປາກົດຕໍ່ໜ້າເປໂຕທຸກຄັ້ງໃນເວລາສໍາຄັນ ເພື່ອໃຫ້ຄວາມສະຫວ່າງ ແລະ ໃຫ້ການຊີ້ນໍາທີ່ພິເສດ ແລະ ພຣະອົງກໍ່ປະຕິບັດວຽກງານເພື່ອຊ່ວຍກະຕູ້ນຈິດວິນຍານຂອງລາວ. ແລ້ວເປໂຕເສຍໃຈກັບສິ່ງໃດຫຼາຍທີ່ສຸດ? ບໍ່ດົນຫລັງຈາກເປໂຕໄດ້ເວົ້າວ່າ: “ພຣະອົງແມ່ນພຣະບຸດຂອງພຣະເຈົ້າທີ່ຊົງມີຊີວິດ”, ພຣະເຢຊູຖາມຄໍາຖາມຕໍ່ໄປກັບເປໂຕ (ເຖິງແມ່ນວ່າມັນຈະບໍ່ໄດ້ຖືກບັນທຶກໄວ້ໃນພຣະຄໍາພີໃນທາງນີ້). ພຣະເຢຊູຖາມລາວວ່າ: “ເປໂຕ! ທ່ານບໍ່ເຄີຍຮັກເຮົາເລີຍບໍ?” ເປໂຕເຂົ້າໃຈຄວາມໝາຍຂອງພຣະເຢຊູດີ ແລະ ຕອບວ່າ: “ພຣະຜູ້ເປັນເຈົ້າ! ເມື່ອກ່ອນຂ້ານ້ອຍເຄີຍຮັກພຣະບິດາໃນສະຫວັນ ແຕ່ ຂ້ານ້ອຍຍອມຮັບວ່າ ຂ້ານ້ອຍບໍ່ເຄີຍຮັກພຣະອົງເລີຍ”. ຫຼັງຈາກນັ້ນ ພຣະເຢຊູເລີຍຕອບວ່າ: “ຖ້າຜູ້ຄົນບໍ່ຮັກພຣະບິດາໃນສະຫວັນແລ້ວ ພວກເຂົາຈະຮັກພຣະບຸດໃນແຜ່ນດິນໂລກນີ້ໄດ້ແນວໃດ? ຖ້າຜູ້ຄົນບໍ່ຮັກພຣະບຸດທີ່ຖືກສົ່ງມາໂດຍພຣະເຈົ້າຜູ້ເປັນພຣະບິດາ ແລ້ວພວກເຂົາຈະຮັກພຣະບິດາໃນສະຫວັນໄດ້ແນວໃດ? ຖ້າຜູ້ຄົນຮັກພຣະບຸດໃນໂລກນີ້ແທ້ຈິງ ພວກເຂົາກໍຕ້ອງຮັກພຣະບິດາໃນສະຫວັນຢ່າງແທ້ຈິງເຊັ່ນກັນ”. ເມື່ອເປໂຕໄດ້ຍິນຄໍາກ່າວເຫຼົ່ານີ້ ລາວຮູ້ສຶກວ່າຕົນເອງຍັງຂາດເຂີນຫຼາຍ. ລາວຮູ້ສຶກເສຍໃຈສະເໝີຈົນເຖິງກັບຮ້ອງໄຫ້ ພ້ອມທັງເວົ້າວ່າ: “ຂ້ານ້ອຍເຄີຍຮັກພຣະບິດາໃນສະຫວັນ ແຕ່ຂ້ານ້ອຍບໍ່ເຄີຍຮັກພຣະອົງເລີຍ”. ຫລັງຈາກການຟື້ນຄືນຊີວິດ ແລະ ການສະເດັດໄປຍັງສະຫວັນຂອງພຣະເຢຊູ ເປໂຕແຮງຮູ້ສຶກສໍານຶກຜິດ ແລະ ເສຍໃຈກັບຄຳເວົ້າເຫຼົ່ານີ້. ເມື່ອລາວຫວນຄິດຄືນຫລັງເຖິງພາລະກິດທີ່ຜ່ານມາ ແລະ ພາລະກິດໃນປັດຈຸບັນ ລາວມັກຈະຮຽກຮ້ອງຫາພຣະເຢຊູດ້ວຍຄໍາອະທິຖານສະເໝີ, ລາວຮູ້ສຶກເສຍໃຈ ແລະ ຮູ້ສຶກຕິດໜີ້ພຣະຄຸນພຣະເຈົ້າຍ້ອນວ່າລາວບໍ່ສາມາດສະໜອງຄວາມປາຖະໜາຂອງພຣະອົງ ແລະ ບໍ່ສາມາດປະຕິບັດຕົນເອງໃຫ້ໄດ້ມາດຕະຖານທີ່ພຣະເຈົ້າໄດ້ຕັ້ງໄວ້. ບັນຫາເຫຼົ່ານີ້ກາຍເປັນພາລະທີ່ໜັກໜ່ວງ. ລາວກ່າວວ່າ: “ມື້ໜຶ່ງ ຂ້ານ້ອຍຈະອຸທິດທຸກຢ່າງ ແລະ ທຸກສິ່ງທີ່ຂ້ານ້ອຍມີໃຫ້ກັບພຣະອົງ ແລະ ຂ້ານ້ອຍຈະມອບທຸກສິ່ງທີ່ເປັນຄຸນຄ່າໃຫ້ກັບພຣະອົງ”. ລາວກ່າວອີກວ່າ: “ພຣະເຈົ້າ! ຂ້ານ້ອຍມີພຽງຄວາມເຊື່ອດຽວ ແລະ ຄວາມຮັກດຽວ. ຊີວິດຂອງຂ້ານ້ອຍບໍ່ມີຄຸນຄ່າຫຍັງ ແລະ ຮ່າງກາຍຂອງຂ້ານ້ອຍກໍບໍ່ມີຄຸນຄ່າຫຍັງ. ຂ້ານ້ອຍມີພຽງຄວາມເຊື່ອດຽວ ແລະ ຄວາມຮັກດຽວ. ຂ້ານ້ອຍມີຄວາມເຊື່ອໃນພຣະເຈົ້າດ້ວຍຫົວໃຈ ແລະ ຄວາມຮັກທີ່ຈະມອບໃຫ້ພຣະອົງໃນຫົວໃຈ; ຂ້ານ້ອຍມີພຽງສອງສິ່ງນີ້ເທົ່ານັ້ນທີ່ຂໍມອບໃຫ້ພຣະອົງ ແລະ ບໍ່ມີຫຍັງອີກ”. ເປໂຕໄດ້ຮັບກໍາລັງໃຈຢ່າງຫຼວງຫຼາຍຈາກພຣະທຳຂອງພຣະເຢຊູ ເພາະວ່າ ກ່ອນພຣະເຢຊູຈະຖືກຄຶງຢູ່ເທິງໄມ້ກາງແຂນ ພຣະອົງໄດ້ກ່າວຕໍ່ເປໂຕວ່າ: “ເຮົາບໍ່ໄດ້ມາຈາກໂລກນີ້ ແລະ ທ່ານເຊັ່ນກັນບໍ່ໄດ້ມາຈາກໂລກນີ້”. ຕໍ່ມາເມື່ອເປໂຕປະສົບກັບຄວາມເຈັບປວດຢ່າງຮ້າຍແຮງ ພຣະເຢຊູກໍໄດ້ເຕືອນລາວອີກວ່າ: “ເປໂຕ, ທ່ານໄດ້ລືມແລ້ວບໍ? ເຮົາບໍ່ໄດ້ມາຈາກໂລກນີ້ ແລະ ຍ້ອນໜ້າທີ່ຂອງເຮົາໆຈິ່ງຕ້ອງຈາກໂລກນີ້ໄປ. ທ່ານເຊັ່ນກັນບໍ່ໄດ້ມາຈາກໂລກນີ້ ທ່ານລືມແລ້ວບໍ? ເຮົາໄດ້ບອກທ່ານສອງເທື່ອແລ້ວ ທ່ານບໍ່ຈື່ບໍ?” ເມື່ອໄດ້ຍິນແບບນັ້ນ, ເປໂຕກໍຕອບວ່າ: “ຂ້ານ້ອຍບໍ່ໄດ້ລືມ!” ພຣະເຢຊູເລີຍກ່າວຕໍ່ອີກວ່າ: “ຄັ້ງໜຶ່ງທ່ານເຄີຍໃຊ້ເວລາຢູ່ກັບເຮົາ ໃນສະຫວັນຢ່າງມີຄວາມສຸກ ແລະ ຊ່ວງເວລາໜຶ່ງກໍ່ຢູ່ຄຽງຂ້າງເຮົາ. ທ່ານຄິດຮອດເຮົາ ແລະ ເຮົາກໍຄິດຮອດທ່ານເຊັ່ນກັນ. ເຖິງແມ່ນວ່າ ໃນສາຍຕາເຮົາສິ່ງທີ່ມີຊີວິດທັງຫຼາຍແມ່ນບໍ່ມີຄຸນຄ່າພໍທີ່ເຮົາຈະກ່າວເຖິງ ແຕ່ຈະບໍ່ໃຫ້ເຮົາຮັກບຸກຄົນທີ່ໄຮ້ດຽງສາ ແລະ ມີຈິດໃຈງົດງາມຢ່າງທ່ານໄດ້ແນວໃດ? ທ່ານລືມຄໍາສັນຍາຂອງເຮົາແລ້ວບໍ? ທ່ານຕ້ອງຮັບເອົາການຝາກຝັງຂອງເຮົາໃນໂລກນີ້; ທ່ານຕ້ອງບັນລຸໜ້າທີ່ທີເຮົາມອບໝາຍໃຫ້ທ່ານ. ແນ່ນອນ ມື້ໜຶ່ງເຮົາຈະພາທ່ານມາຢືນຢູ່ຄຽງຂ້າງເຮົາ”. ຫລັງຈາກໄດ້ຍິນແບບນີ້, ເປໂຕຈຶ່ງມີກໍາລັງໃຈຂຶ້ນ ແລະ ໄດ້ຮັບແຮງບັນດານໃຈຢ່າງໃຫຍ່ຫຼວງ, ເມື່ອເວລາທີ່ລາວຖືກຄຶງຢູ່ເທິງໄມ້ກາງແຂນນັ້ນ ລາວກໍ່ສາມາດກ່າວວ່າ: “ພຣະເຈົ້າ! ຂ້ານ້ອຍຮັກພຣະອົງຢ່າງສຸດຫົວໃຈ! ເຖິງແມ່ນວ່າ ພຣະອົງບອກໃຫ້ຂ້ານ້ອຍຕາຍ ຂ້ານ້ອຍກໍຈະຍັງຮັກພຣະອົງຢ່າງສຸດຫົວໃຈ. ບໍ່ວ່າພຣະອົງຈະສົ່ງວິນຍານຂອງຂ້ານ້ອຍໄປໃສກໍຕາມ, ບໍ່ວ່າພຣະອົງຈະປະຕິບັດຕາມຄໍາສັນຍາໃນອະດີດຂອງພຣະອົງ ຫຼື ບໍ່, ຈາກນີ້ໄປບໍ່ວ່າພຣະອົງຈະກະທໍາສິ່ງໃດກໍຕາມ ຂ້ານ້ອຍຂໍຮັກພຣະອົງ ແລະ ເຊື່ອໃນພຣະອົງຕະຫຼອດໄປ”. ສິ່ງທີ່ເປໂຕຍຶດໝັ້ນກໍຄືຄວາມເຊື່ອ ແລະ ຄວາມຮັກທີ່ແທ້ຈິງ.

ໃນກາງຄືນຂອງມື້ໜຶ່ງ ມີສາວົກສອງສາມຄົນລວມທັງເປໂຕຢູ່ນຳກັນເທິງເຮືອຫາປາກັບພຣະເຢຊູ ແລະ ເປໂຕໄດ້ຖາມພຣະເຢຊູທີ່ເປັນຄໍາຖາມໄຮ້ດຽງສາວ່າ: “ພຣະຜູ້ເປັນເຈົ້າ! ມີຄໍາຖາມໜຶ່ງທີ່ຂ້ານ້ອຍຢາກຖາມພຣະອົງມາດົນແລ້ວ”. ພຣະເຢຊູຕອບວ່າ: “ກະລຸນາຖາມມາເລີຍ!” ເປໂຕຈຶ່ງຖາມ: “ພາລະກິດທີ່ກະທໍາໃນຍຸກພຣະບັນຍັດກໍແມ່ນພຣະອົງເປັນຜູ້ກະທໍາບໍ?” ພຣະເຢຊູຍິ້ມຄືກັບກຳລັງເວົ້າວ່າ: “ເດັກນ້ອຍຄົນນີ້ຈັ່ງແມ່ນໄຮ້ດຽງສາແທ້ເດ!” ຫລັງຈາກນັ້ນພຣະອົງຈຶ່ງຕອບວ່າ: “ບໍ່ແມ່ນເຮົາເປັນຜູ້ກະທໍາ ພຣະເຢໂຮວາ ແລະ ໂມເຊພຸ້ນເປັນຜູ້ກະທໍາ”. ເປໂຕໄດ້ຍິນເປັນເຊັ່ນນັ້ນກໍຮ້ອງຂຶ້ນໝົດແຮງ: “ໂອ້! ໝາຍຄວາມວ່າ ພຣະອົງບໍ່ໄດ້ກະທໍາເນາະ”. ເມື່ອພຣະເຢຊູໄດ້ຍິນເປໂຕເວົ້າມາແບບນັ້ນ ພຣະອົງກໍບໍ່ເວົ້າຫຍັງເພິ່ມອີກ. ເປໂຕເລີຍຄິດຢູ່ໃນໃຈຄົນດຽວ: “ບໍ່ແມ່ນທ່ານເປັນຄົນເຮັດເນາະ ສົມພໍທ່ານຈຶ່ງລົງມາທໍາລາຍພຣະບັນຍັດ ຍ້ອນວ່າທ່ານບໍ່ໄດ້ສ້າງມັນຂຶ້ນມານີ້ເອງ”. ລາວກໍ່ສະບາຍໃຈອີກດ້ວຍ. ຫຼັງຈາກນັ້ນ, ພຣະເຢຊູຮູ້ວ່າເປໂຕເປັນຄົນໄຮ້ດຽງສາ ແຕ່ເປັນເພາະວ່າໃນເວລານັ້ນລາວບໍ່ໄດ້ເຂົ້າໃຈ ພຣະເຢຊູຈຶ່ງບໍ່ໄດ້ກ່າວຫຍັງເພິ່ມ ຫຼື ຕອບໂຕ້ລາວໂດຍກົງ. ຫຼັງຈາກພຣະເຢຊູໄປກ່າວເທດສະໜາໃນທຳມະສາລາ ແລະ ມີຜູ້ຄົນເຂົ້າຮ່ວມຮັບຟັງຄໍາກ່າວປະກາດຂອງພຣະອົງຢ່າງຫຼວງຫຼາຍ ລວມທັງເປໂຕ ພຣະເຢຊູຈຶ່ງໄດ້ກ່າວວ່າ: “ຜູ້ທີ່ຈະສະເດັດລົງມານິລັນດອນຈະມາປະຕິບັດພາລະກິດຂອງການໄຖ່ບາບໃນຍຸກແຫ່ງຄວາມກະລຸນາເພື່ອໄຖ່ມະນຸດທຸກຄົນໃຫ້ພົ້ນຈາກຄວາມຜິດບາບ ແຕ່ພຣະອົງຈະບໍ່ໄດ້ຖືກບັງຄັບໂດຍກົດລະບຽບໃດທັງສິ້ນໃນການນໍາພາມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ. ພຣະອົງຈະຍ່າງອອກຈາກພຣະບັນຍັດ ແລະ ເຂົ້າສູ່ຍຸກແຫ່ງຄວາມກະລຸນາ. ພຣະອົງຈະໄຖ່ມະນຸດຊາດທັງປວງ. ພຣະອົງຈະກາວໄປຂ້າງໜ້າຈາກຍຸກແຫ່ງພຣະບັນຍັດສູ່ຍຸກແຫ່ງພຣະຄຸນ, ແຕ່ບໍ່ມີໃຜຮູ້ຈັກພຣະອົງເລີຍ, ພຣະອົງທີ່ມາຈາກພຣະເຢໂຮວາ. ພາລະກິດທີ່ໂມເຊໄດ້ກະທໍາກໍແມ່ນມາຈາກພຣະເຢໂຮວາ; ໂມເຊອອກຮ່າງພຣະບັດຍັດກໍເພາະພາລະກິດທີ່ພຣະເຢໂຮວາໄດ້ກະທໍາໄວ້ແລ້ວ”. ຫຼັງຈາກທີ່ເວົ້າແບບນີ້, ພຣະອົງກໍ່ກ່າວຕໍ່: “ຜູ້ທີ່ລົບລ້າງພຣະບັນຍັດຂອງຍຸກແຫ່ງຄວາມກະລຸນາໃນລະຫວ່າງຍຸກແຫ່ງຄວາມກະລຸນານັ້ນຈະປະເຊີນກັບຄວາມຫາຍານະ. ພວກເຂົາຈະຕ້ອງຢືນຢູ່ໃນວິຫານ ແລະ ຮັບເອົາການທໍາລາຍຂອງພຣະເຈົ້າ ແລະ ໄຟຈະມາຫາພວກເຂົາ”. ການໄດ້ຟັງພຣະທຳເຫຼົ່ານີ້ຂ້ອນຂ້າງມີຜົນຕໍ່ເປໂຕ ແລະ ຕະຫຼອດຊ່ວງປະສົບການຂອງເປໂຕ, ພຣະເຢຊູໄດ້ນໍາພາ ແລະ ຄ້ຳຊູເປໂຕ, ໂອ້ລົມເປໂຕດ້ວຍຄວາມຈິງໃຈ ເຊິ່ງເຮັດໃຫ້ເປໂຕເຂົ້າໃຈພຣະເຢຊູດິຂຶ້ນໜ້ອຍຂຶ້ນ. ໃນຂະນະທີ່ເປໂຕຄິດເຖິງຄໍາກ່າວປະກາດຂອງພຣະເຢຊູມື້ນັ້ນ ແລະ ຄໍາຖາມທີ່ລາວໄດ້ຖາມພຣະອົງໃນຕອນພວກເຂົາຢູ່ເທິງເຮືອປະມົງ, ຄໍາຕອບຂອງພຣະເຢຊູ ພ້ອມທັງວິທີທີ່ພຣະອົງຍິ້ມ, ໃນທີ່ສຸດ ເປໂຕໄດ້ເຂົ້າໃຈທຸກຢ່າງກ່ຽວກັບມັນ. ຫຼັງຈາກນັ້ນ, ພຣະວິນຍານບໍລິສຸດກໍໄດ້ໃຫ້ແສງສະຫວ່າງແກ່ເປໂຕ ແລະ ຍ້ອນສາເຫດດັ່ງກ່າວ ເປໂຕຈຶ່ງໄດ້ຮູ້ວ່າພຣະເຢຊູເປັນພຣະບຸດຂອງພຣະເຈົ້າຜູ້ຊົງມີຊີວິດຢູ່. ຄວາມເຂົ້າໃຈຂອງເປໂຕແມ່ນມາຈາກແສງສະຫວ່າງຂອງພຣະວິນຍານບໍລິສຸດ, ແຕ່ມີຂະບວນການໃນການເຂົ້າໃຈຂອງລາວເອງ. ມັນຜ່ານການສອບຖາມ, ການຮັບຟັງຄໍາກ່າວປະກາດຂອງພຣະເຢຊູ, ແລ້ວຜ່ານການຮັບການສົນທະນາທີ່ພິເສດຂອງພຣະເຢຊູ ແລະ ການດູແລເບິ່ງແຍງທີ່ພິເສດຂອງພຣະອົງ, ເປໂຕຈຶ່ງຮູ້ວ່າພຣະເຢຊູເປັນພຣະບຸດຂອງພຣະເຈົ້າຊົງມີຊີວິດຢູ່. ຄວາມເຂົ້າໃຈດັ່ງກ່າວນີ້ບໍ່ແມ່ນຈະໄດ້ຮັບພຽງຄໍ່າຄືນດຽວ; ມັນເປັນວິທີການ ແລະ ສິ່ງນີ້ໄດ້ຊ່ວຍໃຫ້ລາວໃນປະສົບການໃນພາຍຫຼັງຂອງລາວ. ດ້ວຍເຫດໃດພຣະເຢຊູຈຶ່ງບໍ່ປະຕິບັດພາລະກິດການໄຖ່ບາບນີ້ຜ່ານຄົນອື່ນ ແຕ່ຜ່ານເປໂຕພຽງຄົນດຽວ? ນັ້ນກໍເພາະວ່າມີພຽງເປໂຕຄົນດຽວທີ່ເຂົ້າໃຈຢ່າງແທ້ຈິງໃນເລື່ອງພຣະເຢຊູເປັນພຣະບຸດຂອງພຣະເຈົ້າຜູ້ຊົງມີຊີວິດຢູ່; ນອກນັ້ນບໍ່ມີໃຜຮູ້ເລື່ອງນີ້ເລີຍ. ເຖິງແມ່ນວ່າຈະມີສາວົກຫຼາຍຄົນທີ່ຮູ້ຫຼາຍເລື່ອງໃນໄລຍະເວລາທີ່ພວກເຂົາໄດ້ຕິດຕາມພຣະອົງ ແຕ່ຄວາມຮູ້ຂອງເຂົາແມ່ນເປັນພຽງຄວາມຮູ້ແບບຜິວເຜີນເທົ່ານັ້ນ. ຍ້ອນສາເຫດນີ້ ເປໂຕຈຶ່ງຖືກເລືອກໂດຍພຣະເຢຊູໃຫ້ເປັນຕົວຢ່າງຂອງການສ້າງມະນຸດໃຫ້ສົມບູນແບບ. ສິ່ງທີ່ພຣະເຢຊູໄດ້ກ່າວຕໍ່ເປໂຕໃນເມື່ອກ່ອນກໍຄືສິ່ງທີ່ພຣະອົງພະຍາຍາມກ່າວຕໍ່ຜູ້ຄົນໃນທຸກມື້ນີ້, ເຊິ່ງຕ້ອງມີຄວາມຮູ້ ແລະ ທາງເຂົ້າຊີວິດທີ່ຢູ່ໃນລະດັບວິທີທາງຊີວິດຂອງເປໂຕ. ອີງຕາມເງື່ອນໄຂນີ້ ແລະ ຕາມຫົນທາງນີ້ເທົ່ານັ້ນທີ່ພຣະເຈົ້າຈະເຮັດໃຫ້ທຸກຄົນສົມບູນແບບ. ເຫດໃດຜູ້ຄົນທຸກມື້ນີ້ຈຶ່ງຕ້ອງການມີຄວາມເຊື່ອທີ່ແທ້ຈິງ ແລະ ຄວາມຮັກທີແທ້ຈິງ? ພວກເຈົ້າກໍ່ເຊັ່ນກັນຕ້ອງປະສົບການໃດທີ່ເປໂຕໄດ້ປະສົບ; ໝາກຜົນໃດທີ່ເປໂຕໄດ້ຮັບຈາກປະສົບການກໍ່ຕ້ອງປາກົດຢູ່ໃນຕົວພວກເຈົ້າເຊັ່ນດຽວກັນ ແລະ ພວກເຈົ້າເຊັ່ນກັນຕ້ອງຜະເຊີນກັບຄວາມເຈັບປວດທີ່ເປໂຕໄດ້ຜ່ານ. ເສັ້ນທາງທີ່ພວກເຈົ້າເດີນ ກໍຄືເສັ້ນທາງທີ່ເປໂຕໄດ້ເດີນ. ຄວາມເຈັບປວດທີ່ພວກເຈົ້າປະສົບກໍຄືຄວາມເຈັບປວດທີ່ເປໂຕໄດັປະສົບມາແລ້ວ. ເມື່ອພວກເຈົ້າຮັບຄວາມສະຫງ່າລາສີ ແລະ ເມື່ອພວກເຈົ້າໃຊ້ຊີວິດທີ່ເປັນຢູ່ຕາມຊີວິດທີ່ເປັນຈິງ ເມື່ອນັ້ນພວກເຈົ້າແມ່ນໃຊ້ຊີວິດທີ່ເປັນຢູ່ໃນລັກສະນະຂອງເປໂຕ. ເສັ້ນທາງເດີນແມ່ນເໝືອນກັນ ແລະ ບຸກຄົນທີ່ປະຕິບັດຕາມວິທີທາງນີ້ເທົ່ານັ້ນຈຶ່ງຈະໄດ້ຖືກເຮັດໃຫ້ສົມບູນແບບ. ເຖິງຢ່າງໃດກໍຕາມ ຜູ້ຄົນທຸກມື້ນີ້ແມ່ນຈະຂາດຄວາມສາມາດ ຖ້າປຽບທຽບໃສ່ໃນຂອງເປໂຕ ເພາະຍ້ອນການເວລາໄດ້ປ່ຽນແປງ ແລະ ເຊັ່ນດຽວກັນນັ້ນ ຂອບເຂດຄວາມຊົ່ວຮ້າຍຂອງຜູ້ຄົນກໍເພິ່ມທະວີຂຶ້ນ ແລະ ຍ້ອນຢູເດຍເປັນພຽງອານາຈັກແຫ່ງວັດທະນະທໍາບູຮານທີ່ມີມາແຕ່ດົນນານ. ສະນັ້ນ ພວກເຈົ້າຕ້ອງເຮັດທຸກຢ່າງທີ່ພວກເຈົ້າສາມາດເຮັດໄດ້ເພື່ອປັບປຸງຄວາມສາມາດຂອງພວກເຈົ້າໃຫ້ດີຂຶ້ນ.

ເປໂຕເປັນຄົນສະຫຼາດຫຼາຍ, ໃສ່ໃຈໃນທຸກສິ່ງທີ່ຕົນເອງກະທໍາ ແລະ ລາວເປັນຄົນສັດຊື່ທີ່ສຸດ. ລາວຜະເຊີນອຸປະສັກຫຼາຍຢ່າງ. ລາວມາຮູ້ຈັກກັບສັງຄົມໃນຕອນອາຍຸ 14 ປີ ເມື່ອລາວເຂົ້າໂຮງຮຽນ ແລະ ຍັງໄປທຳມະສາລານໍາອີກ. ລາວມີຄວາມກະຕືລືລົ້ນຫຼາຍ ແລະ ເປັນຄົນມັກເຂົ້າຮ່ວມປະຊຸມຢູ່ສະເໝີ. ໃນເວລານັ້ນ ພຣະເຢຊູຍັງບໍ່ທັນໄດ້ປະຕິບັດພາລະກິດຂອງພຣະອົງເທື່ອ; ນີ້ແມ່ນພຽງການລິເລີ່ມຂອງຍຸກແຫ່ງຄວາມກະລຸນາ. ເປໂຕເລີ່ມມີການຕິດຕໍ່ພົວພັນກັບຜູ້ຄົນສໍາຄັນທາງສາສະໜາເມື່ອອາຍຸລາວໄດ້ 14 ປີ; ພໍອາຍຸໄດ້ 18 ປີ ລາວໄດ້ຕິດຕໍ່ພົວພັນກັບຜູ້ນໍາທາງສາສະໜາແລ້ວ ແຕ່ວ່າຫລັງຈາກລາວໄດ້ເຫັນເບື້ອງຫລັງຄວາມວຸ້ນວາຍຂອງສາສະໜາ ລາວກໍຖອນຕົວຈາກມັນ. ເມື່ອເຫັນວ່າຜູ້ຄົນເຫຼົ່ານີ້ມີເລ່ລ່ຽມ, ກົນອຸບາຍ ແລະ ການວາງແຜນຫຼາຍສໍ່າໃດ, ລາວເບື່ອໜ່າຍຫຼາຍ (ນີ້ແມ່ນວິທີທີ່ພຣະວິນຍານບໍລິສຸດປະຕິບັດວຽກງານໃນເວລານັ້ນເພື່ອເຮັດໃຫ້ລາວເປັນຄົນ ສົມບູນແບບ. ໂດຍພິເສດແລ້ວ ພຣະອົງດົນບັນດານລາວ ແລະ ໄດ້ປະຕິບັດພາລະກິດທີ່ພິເສດໃນຕົວລາວ) ແລະ ດ້ວຍເຫດນີ້ ເປໂຕຈຶ່ງຖອນໂຕອອກຈາກທຳມະສາລາເມື່ອຕອນອາຍຸ 18 ປີ. ພໍ່ແມ່ຂອງລາວກົດຂີ່ຂົ່ມເຫັງລາວ ແລະ ບໍ່ຍອມໃຫ້ເຊື່ອ (ພວກເຂົາເປັນມານຮ້າຍ ແລະ ຜູ້ບໍ່ເຊື່ອ). ໃນທີ່ສຸດ, ເປໂຕກໍໜີອອກຈາກເຮືອນ ແລະ ເດີນໄປຕາມທາງຂອງຕົນເອງ, ຫາປາ ແລະ ເທດສະໜາໄດ້ສອງປີ, ໃນໄລຍະນັ້ນ ລາວຍັງໄດ້ນໍາພາສອງສາມຄົນ. ບັດນີ້ ເຈົ້າຄວນສາມາດເຫັນໄດ້ຢ່າງຈະແຈ້ງໃນທາງເດີນຂອງເປໂຕ. ຖ້າເຈົ້າສາມາດເຫັນທາງເດີນຂອງເປໂຕຢ່າງຈະແຈ້ງ, ແລ້ວເຈົ້າກໍຈະໝັ້ນໃຈກ່ຽວກັບພາລະກິດທີ່ກໍາລັງປະຕິບັດໃນທຸກມື້ນີ້ ເພື່ອເຈົ້າຈະບໍ່ໄດ້ຈົ່ມວ່າ ຫຼື ເປັນຄົນຂີ້ຄ້ານ ຫຼື ຕ້ອງການສິ່ງໃດອີກ. ເຈົ້າຄວນຮັບຮູ້ໄດ້ເຖິງຄວາມຮູ້ສຶກຂອງເປໂຕໃນເວລານັ້ນ: ລາວຢູ່ກັບຄວາມໂສກເສົ້າເສຍໃຈ, ລາວບໍ່ເຄີຍຖາມເຖິງເລື່ອງອະນາຄົດ ຫຼື ຕ້ອງການພອນໃດໆ. ລາວບໍ່ໄດ້ສະແຫວງຫາຜົນກໍາໄລ, ຄວາມສຸກສະບາຍ, ຊື່ສຽງ ຫຼື ໂຊກລາບຂອງໂລກນີ້; ລາວພຽງແຕ່ສະແຫວງຫາເພື່ອໃຊ້ຊີວິດທີ່ມີຄວາມໝາຍທີ່ສຸດ ເຊິ່ງເປັນການຕອບແທນຄວາມຮັກຂອງພຣະເຈົ້າທີ່ມີຕໍ່ລາວ ແລະ ອຸທິດສິ່ງທີ່ມີຄຸນຄ່າທີ່ສຸດສໍາລັບລາວໃຫ້ກັບພຣະເຈົ້າ. ແລ້ວນັ້ນຄືສິ່ງທີ່ລາວເພິ່ງພໍໃຈທີ່ສຸດ. ລາວມັກອະທິຖານຫາພຣະເຢຊູຢູ່ສະເໝີດ້ວຍຄໍາເວົ້າ: “ອົງພຣະເຢຊູຄຣິດເຈົ້າ, ຂ້ານ້ອຍເຄີຍຮັກພຣະອົງ ແຕ່ຂ້ານ້ອຍບໍ່ໄດ້ຮັກພຣະອົງຢ່າງຈິງໃຈເລີຍ. ເຖິງແມ່ນວ່າ ຂ້ານ້ອຍໄດ້ກ່າວວ່າຂ້ານ້ອຍມີຄວາມເຊື່ອໃນຕົວພຣະອົງ ແຕ່ຂ້ານ້ອຍບໍ່ເຄີຍຮັກພຣະອົງດ້ວຍຫົວໃຈທີ່ທ້ຈິງ. ຂ້ານ້ອຍພຽງແຕ່ເຄົາລົບພຣະອົງ, ບູຊາພຣະອົງ ແລະ ຄິດຮອດພຣະອົງ, ແຕ່ຂ້ານ້ອຍບໍ່ເຄີຍຮັກພຣະອົງ ຫຼື ມີຄວາມເຊື່ອໃນພຣະອົງຢ່າງແທ້ຈິງເລີຍ”. ລາວມັກຈະອະທິຖານເພື່ອລຳລຶກເຖິງຄຳໝັ້ນສັນຍາຂອງລາວສະເໝີ ແລະ ລາວໄດ້ຮັບກໍາລັງໃຈຈາກພຣະຄໍາຂອງພຣະເຢຊູຕະຫຼອດເວລາ ແລະ ດຶງໃຊ້ແຮງຈູງໃຈຈາກພວກມັນ. ຕໍ່ມາ ຫລັງຈາກມີປະສົບການໄດ້ໄລຍະໜຶ່ງ ພຣະເຢຊູໄດ້ທົດລອງລາວ, ກະຕຸ້ນຈິດໃຈຂອງລາວໃຫ້ສະແຫວງຫາພຣະອົງເພີ່ມອີກ. ລາວເວົ້າວ່າ: “ອົງພຣະເຢຊູຄຣິດເຈົ້າ! ຂ້ານ້ອຍຄິດຮອດພຣະອົງ ແລະ ປາຖະໜາຢາກພົບພຣະອົງ. ຂ້ານ້ອຍມີຄວາມບົກຜ່ອງຫຼາຍ ແລະ ບໍ່ສາມາດຕອບແທນຄວາມຮັກພຣະອົງໄດ້. ຂ້ານ້ອຍອ້ອນວອນໃຫ້ພຣະອົງເອົາຂ້ານ້ອຍໄປໄວໆເທີດ. ເມື່ອໃດພຣະອົງຈະຕ້ອງການຂ້ານ້ອຍ? ເມື່ອໃດພຣະອົງຈະເອົາຂ້ານ້ອຍໄປ? ເມື່ອໃດຂ້ານ້ອຍຈະໄດ້ເຫັນໜ້າພຣະອົງອີກຄັ້ງ? ຂ້ານ້ອຍບໍ່ຕ້ອງການມີຊີວິດຢູ່ໃນຮ່າງກາຍນີ້ຕໍ່ໄປອີກແລ້ວ, ສືບຕໍ່ເປັນຄົນເສື່ອມຊາມ ຫຼື ຂ້ານ້ອຍບໍ່ປາຖະໜາທີ່ຈະຕໍ່ຕ້ານກັບຮ່າງກາຍອັນຊົ່ວຮ້າຍນີ້ອີກ. ຂ້ານ້ອຍພ້ອມແລ້ວທີ່ຈະອຸທິດທຸກສິ່ງທຸກຢ່າງທີ່ຂ້ານ້ອຍມີໃຫ້ກັບພຣະອົງ ໂດຍໄວທີ່ສຸດທີ່ຂ້ານ້ອຍຈະສາມາດກະທໍາໄດ້ ແລະ ຂ້ານ້ອຍບໍ່ຢາກເຮັດໃຫ້ພຣະອົງເສົ້າໂສກເສຍໃຈອີກຕໍ່ໄປ”. ນີ້ແມ່ນວິທີທີ່ເປໂຕກ່າວຄໍາອະທິຖານ ແຕ່ໃນເວລານັ້ນລາວບໍ່ຮູ້ວ່າພຣະເຢຊູຈະເຮັດໃຫ້ລາວເປັນຄົນສົມບູນແບບ. ໃນລະຫວ່າງເປໂຕທົນທຸກທໍລະມານກັບການທົດລອງນັ້ນ ພຣະເຢຊູໄດ້ປາກົດຢູ່ຕໍ່ໜ້າລາວອີກຄັ້ງ ແລ້ວກ່າວວ່າ: “ເປໂຕ, ເຮົາຕ້ອງການເຮັດໃຫ້ທ່ານເປັນຄົນສົມບູນແບບ, ເພື່ອວ່າທ່ານຈະກາຍເປັນໝາກໄມ້ໜ່ວຍໜຶ່ງ ເຊິ່ງເປັນແກ້ວຜະລຶກຂອງການທີ່ເຮົາເຮັດໃຫ້ທ່ານສົມບູນແບບ ແລະ ເຮົາຈະຊື່ນຊົມທີ່ສຸດ. ທ່ານສາມາດເປັນພະຍານຝ່າຍເຮົາຢ່າງຈິງໃຈແທ້ບໍ? ທ່ານໄດ້ເຮັດໃນສິ່ງທີ່ເຮົາຂໍໃຫ້ທ່ານເຮັດແລ້ວບໍ? ທ່ານໄດ້ໃຊ້ຊີວິດທີ່ເປັນຢູ່ຕາມພຣະທໍາທີ່ເຮົາໄດ້ກ່າວແກ່ທ່ານແລ້ວບໍ? ທ່ານເຄີຍຮັກເຮົາໃນຄັ້ງໜຶ່ງ, ແຕ່ເຖິງແມ່ນວ່າທ່ານໄດ້ຮັກເຮົາ ແຕ່ທ່ານໄດ້ໃຊ້ຊີວິດເພື່ອເຮົາຢູ່ບໍ? ມີສິ່ງໃດແດ່ທີ່ທ່ານເຮັດເພື່ອເຮົາ? ທ່ານຍອມຮັບວ່າທ່ານບໍ່ມີຄຸນຄ່າພໍທີ່ຈະໄດ້ຮັບຄວາມຮັກຈາກເຮົາ ແຕ່ທ່ານໄດ້ເຮັດສິ່ງໃດແດ່ເພື່ອເຮົາ?” ເປໂຕເຫັນວ່າ ຕົນເອງບໍ່ໄດ້ເຮັດຫຍັງເພື່ອພຣະເຢຊູເລີຍ ແລະ ຈື່ໄດ້ວ່າຄໍາປະຕິຍານຂອງຕົນເອງຜ່ານມາແມ່ນມອບຊີວິດໃຫ້ກັບພຣະເຈົ້າ. ສະນັ້ນລາວຈຶ່ງບໍ່ຈົ່ມວ່າອີກຕໍ່ໄປ ແລະ ຄໍາອະທິຖານຂອງລາວໃນເວລາຕໍ່ມາແມ່ນເລີ່ມດີຂຶ້ນ. ລາວໄດ້ອະທິຖານໂດຍເວົ້າວ່າ: “ອົງພຣະເຢຊູຄຣິດເຈົ້າ! ຂ້ານ້ອຍເຄີຍໜີຈາກພຣະອົງ ແລະ ພຣະອົງກໍເຄີຍຈາກຂ້ານ້ອຍເຊັ່ນກັນ. ພວກເຮົາໄດ້ໃຊ້ຊີວິດຢູ່ຄົນຕ່າງກັນ ແລະ ພວກເຮົາໄດ້ໃຊ້ຊີວິດຢູ່ຮ່ວມກັນ. ແຕ່ພຣະອົງຮັກຂ້ານ້ອຍຫຼາຍກວ່າສິ່ງອື່ນໃດ. ຂ້ານ້ອຍກະບົດຕໍ່ພຣະອົງຢູ່ເລື້ອຍໆ ແລະ ເຮັດໃຫ້ພຣະອົງທຸກໃຈນໍາຂ້ານ້ອຍຢູ່ເລື້ອຍໆ. ຂ້ານ້ອຍຈະລືມສິ່ງເຫຼົ່ານີ້ໄດ້ແນວໃດ? ຂ້ານ້ອຍຈື່ຂຶ້ນໃຈ ແລະ ບໍ່ເຄີຍລືມພາລະກິດທີ່ພຣະອົງໄດ້ເຮັດໃນຕົວຂ້ານ້ອຍ ແລະ ສິ່ງທີ່ພຣະອົງໄດ້ຝາກຝັງໃຫ້ແກ່ຂ້ານ້ອຍ. ຂ້ານ້ອຍເຮັດທຸກສິ່ງທີ່ຂ້ານ້ອຍສາມາດເຮັດໄດ້ສຳລັບພາລະກິດທທີ່ພຣະອົງເຮັດໃນຂ້ານ້ອຍ. ພຣະອົງຮູ້ດີໃນສິ່ງທີ່ຂ້ານ້ອຍສາມາດເຮັດໄດ້ ແລະ ພຣະອົງຮູ້ອີກວ່າຂ້ານ້ອຍສາມາດເຮັດບົດບາດໃດໄດ້. ຂ້ານ້ອຍປາຖະໜາທີ່ຈະຍອມຕໍ່ການປັ້ນແຕ່ງຂອງພຣະອົງ ແລະ ຂ້ານ້ອຍຂໍອຸທິດທຸກສິ່ງຢ່າງທີ່ຂ້ານ້ອຍມີໃຫ້ກັບພຣະອົງ. ມີພຽງພຣະອົງຜູ້ດຽວທີ່ຮູ້ວ່າມີສິ່ງໃດແດ່ທີ່ຂ້ານ້ອຍສາມາດເຮັດເພື່ອພຣະອົງໄດ້. ເຖິງແມ່ນວ່າ ຊາຕານໄດ້ຫຼອກລວງຂ້ານ້ອຍຢ່າງໜັກ ແລະ ຂ້ານ້ອຍກະບົດຕໍ່ພຣະອົງ, ຂ້ານ້ອຍເຊື່ອວ່າ ພຣະອົງຈະບໍ່ຈົດຈໍາຂ້ານ້ອຍຈາກການຝ່າຝືນເຫຼົ່ານັ້ນ ແລະ ພຣະອົງຈະບໍ່ປະຕິບັດກັບຂ້ານ້ອຍໂດຍອີງໃສ່ສິ່ງເຫຼົ່ານັ້ນ. ຂ້ານ້ອຍປາຖະນາທີ່ຈະອຸທິດຊີວິດທັງໝົດຂອງຂ້ານ້ອຍໃຫ້ກັບພຣະອົງ. ຂ້ານ້ອຍບໍ່ຂໍສິ່ງໃດ ແລະ ຂ້ານ້ອຍບໍ່ໄດ້ຫວັງສິ່ງໃດ ແລະ ບໍ່ມີແຜນການອັນໃດ; ຂ້ານ້ອຍພຽງແຕ່ປາຖະໜາທີ່ຈະປະຕິບັດຕາມເຈດຕະນາຂອງພຣະອົງ ແລະ ເຮັດຕາມຄວາມປະສົງຂອງພຣະອົງ. ຂ້ານ້ອຍຈະດື່ມຈາກຈອກທີ່ຂົມຂື່ນຂອງພຣະອົງ ແລະ ຂ້ານ້ອຍຈະຢູ່ພາຍໃຕ້ຄໍາສັ່ງຂອງພຣະອົງ”.

ພວກເຈົ້າຕ້ອງຊັດເຈນກັບທາງເດີນທີ່ພວກເຈົ້າເດີນ; ພວກເຈົ້າຕ້ອງຊັດເຈນກັບວິທີທາງທີ່ພວກເຈົ້າຈະປະຕິບັດຕາມໃນອະນາຄົດ, ແມ່ນຫຍັງຄືສິ່ງທີ່ພຣະເຈົ້າຈະເຮັດໃຫ້ສົມບູນແບບ ແລະ ແມ່ນຫຍັງຄືສິ່ງທີ່ໄດ້ມອບໝາຍໃຫ້ກັບພວກເຈົ້າ. ມື້ໜຶ່ງ ບາງເທື່ອ ພວກເຈົ້າຈະໄດ້ຖືກທົດລອງ ແລະ ເມື່ອເວລານັ້ນມາຮອດ ຖ້າພວກເຈົ້າສາມາດໄດ້ຮັບແຮງຈູງໃຈຈາກປະສົບການຂອງເປໂຕ, ມັນກໍຈະສະແດງໃຫ້ເຫັນວ່າ ພວກເຈົ້າກຳລັງເດີນຕາມທາງຂອງເປໂຕຢ່າງແທ້ຈິງ. ເປໂຕໄດ້ຮັບຄຳຊົມເຊີຍຈາກພຣະເຈົ້າຍ້ອນຄວາມເຊື່ອ ແລະ ຄວາມຮັກ ແລະ ຄວາມຈົງຮັກພັກດີທີ່ແທ້ຈິງຂອງລາວທີ່ມີຕໍ່ພຣະເຈົ້າ. ດ້ວຍຄວາມສັດຊື່ ແລະ ການປາຖະໜາຫາພຣະເຈົ້າໃນຫົວໃຈຂອງລາວ, ພຣະເຈົ້າຈຶ່ງເຮັດໃຫ້ລາວເປັນຄົນສົມບູນແບບ. ຖ້າພວກເຈົ້າມີຄວາມຮັກ ແລະ ຄວາມເຊື່ອທີ່ແທ້ຈິງເໝືອນເປໂຕ, ແລ້ວພຣະເຢຊູຈະເຮັດໃຫ້ພວກເຈົ້າເປັນຄົນສົມບູນແບບຢ່າງແນ່ນອນ.

ກ່ອນນີ້: ມີພຽງຄົນທີ່ຮູ້ຈັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້

ຕໍ່ໄປ: ຄົນທີ່ຮັກພຣະເຈົ້າຈະດຳລົງຊີວິດຢູ່ພາຍໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້