(X) ກ່ຽວກັບວິທີການສະແຫວງຫາຄວາມຮັກຕໍ່ພຣະເຈົ້າ
436. ທາດແທ້ຂອງພຣະເຈົ້າບໍ່ໄດ້ມີພຽງແຕ່ໃຫ້ມະນຸດເຊື່ອເທົ່ານັ້ນ, ຍິ່ງໄປກວ່ານັ້ນ ມັນເປັນສິ່ງທີ່ມີໃຫ້ມະນຸດຮັກ. ແຕ່ຫຼາຍຄົນທີ່ເຊື່ອໃນພຣະເຈົ້າບໍ່ສາມາດຄົ້ນພົບ “ຄວາມລັບ” ນີ້. ຜູ້ຄົນບໍ່ກ້າຮັກພຣະເຈົ້າ ຫຼື ພວກເຂົາບໍ່ພະຍາຍາມທີ່ຈະຮັກພຣະອົງ. ພວກເຂົາບໍ່ເຄີຍຄົ້ນພົບຈັກເທື່ອວ່າມີຫຼາຍສິ່ງທີ່ເປັນຕາຮັກກ່ຽວກັບພຣະເຈົ້າ, ພວກເຂົາບໍ່ເຄີຍຄົ້ນພົບຈັກເທື່ອວ່າ ພຣະເຈົ້າເປັນພຣະເຈົ້າທີ່ຮັກມະນຸດ ແລະ ພຣະອົງເປັນພຣະເຈົ້າທີ່ມີໃຫ້ມະນຸດຮັກ. ຄວາມເປັນຕາຮັກຂອງພຣະເຈົ້າຖືກສະແດງອອກໃນພາລະກິດຂອງພຣະອົງ ນັ້ນກໍຄື ມີພຽງແຕ່ ເມື່ອພວກເຂົາມີປະສົບການກັບພາລະກິດຂອງພຣະອົງ ຜູ້ຄົນຈຶ່ງສາມາດຄົ້ນພົບຄວາມເປັນຕາຮັກຂອງພຣະອົງໄດ້, ມີພຽງແຕ່ໃນປະສົບການຕາມຄວາມຈິງຂອງພວກເຂົາເທົ່ານັ້ນ ພວກເຂົາຈຶ່ງສາມາດເຂົ້າໃຈເຖິງຄວາມເປັນຕາຮັກຂອງພຣະເຈົ້າໄດ້ ແລະ ຫາກປາສະຈາກການເຝົ້າເບິ່ງໃນຊີວິດທີ່ເປັນຈິງ ບໍ່ມີໃຜສາມາດຄົ້ນພົບຄວາມເປັນຕາຮັກຂອງພຣະເຈົ້າໄດ້. ມີຫຼາຍສິ່ງທີ່ເປັນຕາຮັກກ່ຽວກັບພຣະເຈົ້າ ແຕ່ຫາກປາສະຈາກການມີສ່ວນຮ່ວມກັບພຣະເຈົ້າຢ່າງແທ້ຈິງ ຜູ້ຄົນບໍ່ສາມາດຄົ້ນພົບສິ່ງນັ້ນໄດ້. ນັ້ນໝາຍຄວາມວ່າ ຖ້າພຣະເຈົ້າບໍ່ກາຍມາເປັນມະນຸດ ຜູ້ຄົນກໍຈະບໍ່ສາມາດມີສ່ວນຮ່ວມກັບພຣະອົງຢ່າງແທ້ຈິງໄດ້ ແລະ ຖ້າພວກເຂົາບໍ່ສາມາດມີສ່ວນຮ່ວມກັບພຣະອົງຢ່າງແທ້ຈິງໄດ້ ພວກເຂົາກໍຈະບໍ່ສາມາດມີປະສົບການກັບພາລະກິດຂອງພຣະອົງໄດ້ເຊັ່ນກັນ ແລະ ດ້ວຍເຫດນັ້ນ ຄວາມຮັກທີ່ພວກເຂົາມີຕໍ່ພຣະເຈົ້າກໍຈະເປິເປື້ອນໄປດ້ວຍຄວາມເທັດ ແລະ ຈິນຕະນາການຫຼາຍຢ່າງ. ຄວາມຮັກຕໍ່ພຣະເຈົ້າທີ່ຢູ່ເທິງສະຫວັນບໍ່ເປັນຈິງເທົ່າຄວາມຮັກຕໍ່ພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກ, ຍ້ອນຄວາມຮູ້ຂອງຜູ້ຄົນກ່ຽວກັບພຣະເຈົ້າທີ່ຢູ່ໃນສະຫວັນແມ່ນສ້າງຂຶ້ນຈາກຈິນຕະນາການຂອງພວກເຂົາ ແທນທີ່ຈະສ້າງຂຶ້ນຈາກສິ່ງພວກເຂົາເຫັນດ້ວຍຕາຂອງຕົນເອງ ແລະ ສິ່ງທີ່ພວກເຂົາມີປະສົບການດ້ວຍຕົວເອງ. ເມື່ອພຣະເຈົ້າລົງມາເທິງແຜ່ນດິນໂລກ, ຜູ້ຄົນສາມາດເຫັນການກະທຳຢ່າງແທ້ຈິງຂອງພຣະອົງ ແລະ ຄວາມເປັນຕາຮັກຂອງພຣະອົງ ແລະ ພວກເຂົາສາມາດເຫັນທຸກສິ່ງທີ່ມາຈາກອຸປະນິໄສຈິງ ແລະ ປົກກະຕິຂອງພຣະອົງ, ເຊິ່ງທຸກສິ່ງແມ່ນມີຄວາມເປັນຈິງຫຼາຍກວ່າຄວາມຮູ້ກ່ຽວກັບພຣະເຈົ້າໃນສະຫວັນເປັນພັນໆເທົ່າ. ບໍ່ວ່າມະນຸດຈະຮັກພຣະເຈົ້າທີ່ຢູ່ໃນສະຫວັນຫຼາຍສໍ່າໃດ ກໍບໍ່ມີຄວາມຈິງກ່ຽວກັບຄວາມຮັກນີ້ ແລະ ມັນເຕັມໄປດ້ວຍແນວຄິດຂອງມະນຸດ. ບໍ່ວ່າຄວາມຮັກທີ່ພວກເຂົາມີຕໍ່ພຣະເຈົ້າເທິງແຜ່ນດິນໂລກນັ້ນມີໜ້ອຍສໍ່າໃດ ຄວາມຮັກນີ້ແມ່ນເປັນຈິງ; ເຖິງແມ່ນຈະມີພຽງເລັກນ້ອຍ ແຕ່ມັນກໍຍັງເປັນຈິງ. ພຣະເຈົ້າເຮັດໃຫ້ຜູ້ຄົນຮູ້ຈັກພຣະອົງຜ່ານພາລະກິດທີ່ແທ້ຈິງຂອງພຣະອົງ ແລະ ຜ່ານຄວາມຮູ້ນີ້ ພຣະອົງໄດ້ຮັບຄວາມຮັກຈາກພວກເຂົາ. ຄືກັບເປໂຕ ຖ້າເພິ່ນບໍ່ດຳລົງຊີວິດກັບພຣະເຢຊູ, ມັນກໍຈະເປັນໄປບໍ່ໄດ້ທີ່ເພິ່ນຈະເຄົາລົບພຣະເຢຊູ. ສະນັ້ນ ຄວາມຊື່ສັດທີ່ເພິ່ນມີຕໍ່ພຣະເຢຊູແມ່ນຖືກສ້າງຂຶ້ນບົນຄວາມມີສ່ວນຮ່ວມກັບພຣະເຢຊູເຊັ່ນດຽວກັນ. ເພື່ອເຮັດໃຫ້ມະນຸດຮັກພຣະອົງ ພຣະເຈົ້າໄດ້ລົງມາທ່າມກາງມະນຸດ ແລະ ດຳລົງຊີວິດຮ່ວມກັບມະນຸດ ແລະ ທຸກສິ່ງທີ່ພຣະອົງເຮັດໃຫ້ມະນຸດເຫັນ ແລະ ສຳພັດ ແມ່ນຄວາມເປັນຈິງຂອງພຣະເຈົ້າ.
(ຄັດຈາກບົດ “ຄົນທີ່ຮັກພຣະເຈົ້າຈະດຳລົງຊີວິດຢູ່ພາຍໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
437. “ຄວາມຮັກ” ຕາມທີ່ຖືກເອີ້ນ ແມ່ນໝາຍເຖິງຄວາມຮູ້ສຶກທີ່ບໍລິສຸດ ແລະ ບໍ່ມີຂໍ້ຕໍາໜິ, ເຊິ່ງເຈົ້າໃຊ້ຫົວໃຈຂອງເຈົ້າເພື່ອຮັກ, ເພື່ອຮູ້ສຶກ ແລະ ເພື່ອຄຸ່ນຄິດ. ໃນຄວາມຮັກແມ່ນບໍ່ມີເງື່ອນໄຂ, ບໍ່ມີອຸປະສັກ ແລະ ບໍ່ມີໄລຍະທາງ. ໃນຄວາມຮັກແມ່ນບໍ່ມີຂໍ້ສົງໄສ, ບໍ່ມີການຫຼອງລວງ ແລະ ບໍ່ມີເລ່ຫຼ່ຽມ. ໃນຄວາມຮັກແມ່ນບໍ່ມີການແລກປ່ຽນ ແລະ ບໍ່ມີສິ່ງໃດເຈືອປົນ. ຫາກເຈົ້າຮັກ, ເຈົ້າຈະບໍ່ຫຼອກລວງ, ຈົ່ມວ່າ, ທໍລະຍົດ, ຕໍ່ຕ້ານ, ບີບບັງຄັບ ຫຼື ພະຍາຍາມຈະເອົາບາງສິ່ງບາງຢ່າງ ຫຼື ຈໍານວນໃດໜຶ່ງ. ຫາກເຈົ້າຮັກ, ເຈົ້າຈະເສຍສະຫຼະ ແລະ ອົດທົນຕໍ່ຄວາມຍາກລໍາບາກຢ່າງມີຄວາມສຸກ ແລະ ເຈົ້າຈະເຂົ້າສະໜິດກັບເຮົາ. ເຈົ້າຈະມອບທຸກຢ່າງໃຫ້ແກ່ເຮົາ, ມອບຄອບຄົວຂອງເຈົ້າ, ອະນາຄົດຂອງເຈົ້າ, ໄວໜູ່ມຂອງເຈົ້າ ແລະ ການແຕ່ງງານຂອງເຈົ້າ. ບໍ່ດັ່ງນັ້ນ, ຄວາມຮັກຂອງເຈົ້າກໍບໍ່ແມ່ນຄວາມຮັກ, ແຕ່ເປັນການຫຼອກລວງ ແລະ ການທໍລະຍົດ! ຄວາມຮັກຂອງເຈົ້າເປັນຄວາມຮັກແບບໃດ? ເປັນຄວາມຮັກທີ່ແທ້ຈິງບໍ? ຫຼື ປອມ? ເຈົ້າໄດ້ມອບໃຫ້ແກ່ເຮົາເທົ່າໃດແລ້ວ? ເຈົ້າໄດ້ຖວາຍໃຫ້ແກ່ເຮົາພຽງໃດແລ້ວ? ເຮົາໄດ້ຮັບຄວາມຮັກຈາກເຈົ້າຫຼາຍປານໃດແລ້ວ? ເຈົ້າຮູ້ບໍ? ຫົວໃຈຂອງພວກເຈົ້າເຕັມໄປດ້ວຍສິ່ງຊົ່ວຮ້າຍ, ການຫັກຫຼັງ ແລະ ການຫຼອກລວງ ແລະ ເມື່ອເປັນແນວນັ້ນ, ຄວາມຮັກຂອງພວກເຈົ້າມີມົນທິນຢູ່ຫຼາຍປານໃດ? ພວກເຈົ້າຄິດວ່າ ພວກເຈົ້າໄດ້ຍອມມອບໃຫ້ກັບເຮົາພໍແລ້ວ; ພວກເຈົ້າຄິດວ່າ ຄວາມຮັກຂອງພວກເຈົ້າທີ່ມີຕໍ່ເຮົາແມ່ນພຽງພໍແລ້ວ. ແຕ່ເປັນຫຍັງຄໍາເວົ້າ ແລະ ການກະທໍາຂອງພວກເຈົ້າຈຶ່ງມີການຕໍ່ຕ້ານ ແລະ ການຫຼອກລວງຢູ່ສະເໝີ? ພວກເຈົ້າຕິດຕາມເຮົາ ແຕ່ບໍ່ຍອມຮັບຮູ້ພຣະທໍາຂອງເຮົາ. ນີ້ເອີ້ນວ່າຄວາມຮັກບໍ? ພວກເຈົ້າຕິດຕາມເຮົາ ແລ້ວກໍປະຖິ້ມເຮົາ. ນີ້ເອີ້ນວ່າຄວາມຮັກບໍ? ພວກເຈົ້າຕິດຕາມເຮົາ, ແຕ່ບໍ່ໄວ້ວາງໃຈເຮົາ. ນີ້ເອີ້ນວ່າຄວາມຮັກບໍ? ພວກເຈົ້າຕິດຕາມເຮົາ, ແຕ່ພວກເຈົ້າບໍ່ສາມາດຍອມຮັບການຊົງຢູ່ຂອງເຮົາ. ນີ້ເອີ້ນວ່າຄວາມຮັກບໍ? ພວກເຈົ້າຕິດຕາມເຮົາ, ແຕ່ບໍ່ໄດ້ປະຕິບັດຕໍ່ສິ່ງໃດທີ່ເປັນປະໂຫຍດແກ່ເຮົາ ແລະ ສ້າງຄວາມລໍາບາກໃຫ້ເຮົາທຸກຄັ້ງ. ນີ້ເອີ້ນວ່າຄວາມຮັກບໍ? ພວກເຈົ້າຕິດຕາມເຮົາ, ແຕ່ພະຍາຍາມຈະຕົວະ ແລະ ຫຼອກລວງເຮົາໃນທຸກໆເລື່ອງ. ນີ້ເອີ້ນວ່າຄວາມຮັກບໍ? ພວກເຈົ້າຮັບໃຊ້ເຮົາ, ແຕ່ພວກເຈົ້າບໍ່ຢໍາເກງເຮົາ. ນີ້ເອີ້ນວ່າຄວາມຮັກບໍ? ພວກເຈົ້າຕໍ່ຕ້ານເຮົາໃນທຸກໆປະການ ແລະ ທຸກໆສິ່ງ. ທັງໝົດນີ້ເອີ້ນວ່າຄວາມຮັກບໍ? ພວກເຈົ້າສະຫຼະຫຼາຍສິ່ງ ເຊິ່ງນັ້ນກໍແມ່ນຈິງ, ແຕ່ພວກເຈົ້າບໍ່ໄດ້ຂັບຕາມສິ່ງທີ່ເຮົາຕ້ອງການຈາກພວກເຈົ້າ. ນີ້ສາມາດເອີ້ນວ່າຄວາມຮັກໄດ້ບໍ? ເມື່ອພິຈາລະນາເບິ່ງດີໆແລ້ວ, ໃນຕົວພວກເຈົ້າ ບໍ່ມີຄວາມຮັກທີ່ມີຕໍ່ເຮົາເລີຍແມ່ນແຕ່ໜ້ອຍ. ຜ່ານການເຮັດພາລະກິດມາເປັນເວລາຫຼາຍປີ ແລະ ການໃຫ້ພຣະທໍາທັງຫຼາຍ, ມີຫຼາຍປານໃດທີ່ພວກເຈົ້າໄດ້ຮັບໄວ້ແທ້ໆ? ມັນບໍ່ຄຸ້ມຄ່າທີ່ພວກເຈົ້າຈະທົບທວນເບິ່ງໃຫ້ດີແນ່ບໍ?
(ຄັດຈາກບົດ “ຫຼາຍຄົນຖືກເອີ້ນມາ, ແຕ່ໜ້ອຍຄົນຈະຖືກເລືອກ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
438. ບໍ່ມີບົດຮຽນໃດທີ່ເລິກເຊິ່ງໄປກວ່າບົດຮຽນແຫ່ງການຮັກພຣະເຈົ້າ ແລະ ສາມາດເວົ້າໄດ້ວ່າ ບົດຮຽນທີ່ຜູ້ຄົນຮຽນຮູ້ຊົ່ວຊີວີດກ່ຽວກັບຄວາມເຊື່ອແມ່ນວິທີການຮັກພຣະເຈົ້າ. ນັ້ນໝາຍຄວາມວ່າ ຖ້າເຈົ້າເຊື່ອໃນພຣະເຈົ້າ ເຈົ້າກໍຕ້ອງຮັກພຣະເຈົ້າ. ຖ້າເຈົ້າພຽງແຕ່ເຊື່ອໃນພຣະເຈົ້າ ແຕ່ບໍ່ໄດ້ຮັກພຣະອົງ, ບໍ່ໄດ້ຮັບຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ບໍ່ເຄີຍໄດ້ຮັກພຣະເຈົ້າດ້ວຍຄວາມຮັກທີ່ແທ້ຈິງເຊິ່ງມາຈາກພາຍໃນຫົວໃຈຂອງເຈົ້າຈັກເທື່ອ, ແລ້ວຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າກໍບໍ່ມີປະໂຫຍດຫຍັງ; ໃນຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້ານັ້ນ ຖ້າເຈົ້າບໍ່ຮັກພຣະເຈົ້າ ແລ້ວເຈົ້າກໍດຳລົງຊີວິດຢ່າງໄຮ້ຄ່າ ແລະ ຊີວິດທັງໝົດຂອງເຈົ້າກໍຕໍ່າຕ້ອຍທີ່ສຸດໃນບັນດາຊີວິດທັງປວງ. ຕະຫຼອດທັງຊີວິດຂອງເຈົ້າ ຖ້າເຈົ້າບໍ່ເຄີຍຮັກ ຫຼື ເຮັດໃຫ້ພຣະເຈົ້າພໍພຣະໄທເລີຍ, ແລ້ວແມ່ນຫຍັງຄືຄວາມໝາຍໃນການດຳລົງຊີວິດຂອງເຈົ້າ? ແລ້ວແມ່ນຫຍັງຄືຄວາມໝາຍຂອງຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າ? ນັ້ນບໍ່ແມ່ນຄວາມພະຍາຍາມທີ່ສູນເປົ່າບໍ? ນັ້ນໝາຍຄວາມວ່າ ຖ້າຜູ້ຄົນຕ້ອງເຊື່ອ ແລະ ຮັກພຣະເຈົ້າ, ແລ້ວພວກເຂົາຕ້ອງຍອມເສຍສະລະ. ແທນທີ່ຈະພະຍາຍາມປະພຶດໃນລັກສະນະໃດໜຶ່ງດ້ານພາຍນອກ, ພວກເຂົາຄວນສະແຫວງຫາຄວາມເຂົ້າໃຈທີ່ແທ້ຈິງໃນສ່ວນເລິກຂອງຫົວໃຈຂອງພວກເຂົາ. ຖ້າເຈົ້າກະຕືລືລົ້ນໃນການຮ້ອງເພງ ແລະ ເຕັ້ນລໍາ, ແຕ່ບໍ່ສາມາດນໍາຄວາມຈິງເຂົ້າສູ່ການປະຕິບັດຕົວຈິງ, ຈະສາມາດເວົ້າໄດ້ບໍວ່າ ເຈົ້າຮັກພຣະເຈົ້າ? ການຮັກພຣະເຈົ້າຕ້ອງການໆສະແຫວງຫາຄວາມປະສົງຂອງພຣະເຈົ້າໃນທຸກສິ່ງທຸກຢ່າງ ແລະ ເຈົ້າຕ້ອງສືບສວນຢ່າງເລິກເຊິ່ງຢູ່ພາຍໃນ ເມື່ອມີສິ່ງໃດກໍຕາມເກີດຂຶ້ນກັບເຈົ້າ, ພະຍາຍາມທີ່ຈະເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ພະຍາຍາມທີ່ຈະເຫັນວ່າ ແມ່ນຫຍັງຄືຄວາມປະສົງຂອງພຣະເຈົ້າໃນບັນຫານີ້, ພຣະອົງປາຖະໜາທີ່ຈະໃຫ້ເຈົ້າບັນລຸຫຍັງ ແລະ ເຈົ້າຄວນຕັ້ງໃຈແນວໃດກ່ຽວກັບຄວາມປະສົງຂອງພຣະອົງ. ຕົວຢ່າງຄື: ບາງສິ່ງບາງຢ່າງເກີດຂຶ້ນ ໂດຍຮຽກຮ້ອງໃຫ້ເຈົ້າອົດກັ້ນຕໍ່ຄວາມຍາກລຳບາກ ໃນເວລາທີ່ເຈົ້າຄວນເຂົ້າໃຈວ່າ ຄວາມປະສົງຂອງພຣະເຈົ້າແມ່ນຫຍັງ ແລະ ເຈົ້າຄວນໃສ່ໃຈແນວໃດກ່ຽວກັບຄວາມປະສົງຂອງພຣະອົງ. ເຈົ້າບໍ່ຕ້ອງເຮັດໃຫ້ຕົວເຈົ້າເອງພໍໃຈ ນັ້ນກໍຄື ໃຫ້ປະຖິ້ມຕົວເຈົ້າເອງໄວ້. ບໍ່ມີຫຍັງທີ່ເປັນຕາສັງເວດຫຼາຍກວ່າເນື້ອໜັງ. ເຈົ້າຕ້ອງສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ຕ້ອງປະຕິບັດໜ້າທີ່ຂອງເຈົ້າ. ດ້ວຍຄວາມຄິດດັ່ງກ່າວ, ພຣະເຈົ້າຈະນໍາແສງສະຫວ່າງທີ່ພິເສດມາໃຫ້ເຈົ້າໃນບັນຫານີ້ ແລະ ຫົວໃຈຂອງເຈົ້າກໍຈະຄົ້ນພົບຄວາມສຸກສະບາຍ.
(ຄັດຈາກບົດ “ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
439. ມື້ນີ້ ພວກເຈົ້າທັງຫຼາຍລ້ວນແຕ່ຮູ້ແລ້ວວ່າ ຄວາມເຊື່ອໃນພຣະເຈົ້າຂອງມະນຸດ ບໍ່ແມ່ນສະເພາະສໍາລັບຄວາມລອດພົ້ນຂອງຈິດວິນຍານ ແລະ ເພື່ອຄວາມສຸກທາງເນື້ອກາຍເທົ່ານັ້ນ ຫຼື ຄວາມຜາສຸກຂອງເນື້ອໜັງ ຫຼື ແມ່ນເພື່ອເຮັດໃຫ້ຊີວິດຂອງເຂົາເພີ່ມພູນຂຶ້ນ ຜ່ານການຮັກພຣະເຈົ້າ ແລະ ອື່ນໆ. ເມື່ອເປັນແນວນັ້ນ, ຖ້າເຈົ້າຮັກພຣະເຈົ້າ ເພື່ອຈຸດປະສົງແຫ່ງຄວາມຜາສຸກຂອງເນື້ອໜັງ ຫຼື ຄວາມເພີ່ງພໍໃຈຊົ່ວຂະນະ, ແລ້ວເຖິງແມ່ນວ່າ ທ້າຍທີ່ສຸດແລ້ວ ຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າ ຈະມາຮອດຈຸດສູງສຸດ ແລະ ພວກເຈົ້າ ກໍບໍ່ຂໍຫຍັງອີກເລີຍ, ຄວາມຮັກທີ່ເຈົ້າສະແຫວງຫາ ຍັງຄົງເປັນຄວາມຮັກທີ່ບໍ່ບໍລິສຸດ ແລະ ບໍ່ເປັນທີ່ພໍໃຈຕໍ່ພຣະເຈົ້າ. ຜູ້ທີ່ໃຊ້ຄວາມຮັກທີ່ມີຕໍ່ພຣະເຈົ້າ ເພື່ອເພີ່ມພູນຊີວິດອັນໜ້າເບື່ອຂອງພວກເຂົາ ແລະ ເຕີມເຕັມຊ່ອງວ່າງໃນໃຈຂອງພວກເຂົາ ແມ່ນປະເພດຂອງຜູ້ຄົນທີ່ເຫັນແກ່ຕົວສໍາລັບຊີວິດອັນແສນສະບາຍ, ບໍ່ແມ່ນຜູ້ທີ່ສະແຫວງຫາຄວາມຮັກພຣະເຈົ້າຢ່າງແທ້ຈິງ. ຄວາມຮັກປະເພດນີ້ ແມ່ນການບັງຄັບ, ມັນເປັນການສະແຫວງຫາຄວາມເພີ່ງພໍໃຈທາງອາລົມ ແລະ ພຣະເຈົ້າບໍ່ຕ້ອງການມັນ. ແລ້ວຄວາມຮັກຂອງເຈົ້າແມ່ນແບບໃດ? ເຈົ້າຮັກພຣະເຈົ້າເພື່ອຫຍັງ? ຕອນນີ້, ຄວາມຮັກອັນແທ້ຈິງ ທີ່ເຈົ້າມີໃຫ້ພຣະເຈົ້ານັ້ນຫຼາຍປານໃດ? ຄວາມຮັກທີ່ພວກເຈົ້າສ່ວນໃຫຍ່ມີ ແມ່ນດັ່ງທີ່ໄດ້ກ່າວໄວ້ກ່ອນໜ້ານີ້. ຄວາມຮັກດັ່ງກ່າວ ພຽງແຕ່ສາມາດຮັກສາສະຖານະພາບໃນປະຈຸບັນໄວ້ໄດ້ເທົ່ານັ້ນ; ມັນບໍ່ສາມາດ ເຮັດໃຫ້ເກີດຄວາມໝັ້ນຄົງຊົ່ວນິລັນດອນໄດ້ ຫຼື ບໍ່ສາມາດຝັງຮາກລົງໃນມະນຸດໄດ້. ຄວາມຮັກແບບນີ້ ແມ່ນຄືດອກໄມ້ທີ່ເບັ່ງບານ ແລະ ຫ່ຽວແຫ້ງລົງໂດຍທີບໍ່ອອກໝາກ. ເວົ້າອີກຢ່າງໜຶ່ງວ່າ ພາຍຫຼັງທີ່ເຈົ້າໄດ້ຮັກພຣະເຈົ້າຄັ້ງໜຶ່ງໃນແບບດັ່ງກ່າວແລ້ວ ແລະ ບໍ່ມີຜູ້ໃດນຳພາເຈົ້າໄປຕາມເສັ້ນທາງຂ້າງໜ້າ, ເຈົ້າກໍຈະລົ້ມລົງ. ຖ້າວ່າ ເຈົ້າສາມາດຮັກພຣະເຈົ້າໄດ້ ສະເພາະໃນເວລາທີ່ຮັກພຣະເຈົ້າ ແລະ ຫຼັງຈາກນັ້ນ ນິໄສໃນຊີວິດຂອງເຈົ້າຍັງບໍ່ປ່ຽນແປງ, ເຈົ້າກໍຈະສືບຕໍ່ບໍ່ສາມາດຫຼົບໜີຈາກພາຍໃຕ້ການຫໍ່ຫຸ້ມຂອງອິດທິພົນແຫ່ງຄວາມມືດ, ເຈົ້າຈະສືບຕໍ່ບໍ່ສາມາດຫຼຸດພົ້ນຈາກການຜູກມັດຂອງຊາຕານ ແລະ ການຫຼອກລວງຂອງມັນ. ບໍ່ມີບຸກຄົນໃດເຊັ່ນນີ້ສາມາດຖືກເລືອກໂດຍພຣະເຈົ້າຢ່າງສົມບູນ; ໃນທ້າຍທີ່ສຸດແລ້ວ, ວິນຍານ, ຈິດສຳນຶກ ແລະ ຮ່າງກາຍຂອງພວກເຂົາ ກໍຍັງຈະເປັນຂອງຊາຕານ. ສິ່ງດັ່ງກ່າວນີ້ບໍ່ແມ່ນເລື່ອງທີ່ຕ້ອງສົງໃສ. ມະນຸດທັງໝົດທີ່ບໍ່ໄດ້ຖືກເລືອກໂດຍພຣະເຈົ້າຢ່າງສົມບູນ ກໍຈະກັບຄືນໄປສູ່ສະຖານທີ່ເດີມຂອງຕົນ ຊຶ່ງນັ້ນກໍແມ່ນການກັບໄປຫາຊາຕານ ແລະ ພວກເຂົາກໍຈະລົງໄປໃນບຶງໄຟນະລົກ ແລະ ກຳມະຖັນເຜົາໄໝ້ ເພື່ອຮັບເອົາການລົງໂທດໃນຂັ້ນຕໍ່ໄປຈາກພຣະເຈົ້າ. ຜູ້ທີ່ຖືກພຣະເຈົ້າເລືອກ ແມ່ນຜູ້ທີ່ປະຖິ້ມຊາຕານ ແລະ ໂຕນໜີອອກຈາກອານາເຂດຂອງຊາຕານ. ພວກເຂົາຈະຖືກນັບທ່າມກາງປະຊາຊົນຂອງອານາຈັກຢ່າງເປັນທາງການ. ນີ້ແມ່ນວິທີການເຂົ້າເປັນປະຊາຊົນຂອງອານາຈັກ. ເຈົ້າຍິນດີທີ່ຈະກາຍມາເປັນຄົນປະເພດນີ້ບໍ? ເຈົ້າຍິນດີທີ່ຖືກເລືອກໂດຍພຣະເຈົ້າບໍ? ເຈົ້າຍິນດີຈະໂຕນໜີຈາກອານາເຂດຂອງຊາຕານ ແລ້ວກັບຄືນໄປຫາພຣະເຈົ້າບໍ? ຕອນນີ້ ເຈົ້າເປັນຂອງຊາຕານ ຫຼື ເຈົ້າຖືກນັບເປັນປະຊາຊົນຂອງອານາຈັກ?
(ຄັດຈາກບົດ “ຜູ້ເຊື່ອຄວນມີມຸມມອງແບບໃດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
440. ມະນຸດໄດ້ດຳລົງຊີວິດຢູ່ພາຍໃຕ້ການປົກຄຸມຂອງອິດທິພົນແຫ່ງຄວາມມືດ, ຕົກເປັນທາດອິດທິພົນຂອງຊາຕານທີ່ບໍ່ສາມາດຫຼົບໜີໄດ້. ຫຼັງຈາກທີ່ອຸປະນິໄສຂອງມະນຸດໄດ້ຜ່ານການປຸງແຕ່ງໂດຍຊາຕານ ມະນຸດກໍຍິ່ງເສື່ອມຊາມຂຶ້ນເລື້ອຍໆ. ມັນສາມາດເວົ້າໄດ້ວ່າ ມະນຸດໄດ້ດຳລົງຊີວິດຢູ່ທ່າມກາງອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຂອງເຂົາຢູ່ສະເໝີ ແລະ ບໍ່ສາມາດຮັກພຣະເຈົ້າຢ່າງແທ້ຈິງ. ເມື່ອເປັນດັ່ງນັ້ນ ຖ້າມະນຸດປາຖະໜາທີ່ຈະຮັກພຣະເຈົ້າ, ເຂົາຕ້ອງປົດຖິ້ມຄວາມຄິດທີ່ວ່າຕົວເອງຊອບທໍາ, ຄວາມຄິດທີ່ວ່າຕົວເອງສຳຄັນ, ຄວາມຈອງຫອງ, ຄວາມອວດດີ ແລະ ສິ່ງອື່ນໆທີ່ຄ້າຍຄືກັນ ເຊິ່ງທຸກສິ່ງນີ້ແມ່ນເປັນອຸປະນິໄສຂອງຊາຕານ. ຖ້າບໍ່ດັ່ງນັ້ນ ຄວາມຮັກຂອງພວກເຂົາກໍເປັນຄວາມຮັກທີ່ບໍ່ບໍລິສຸດ, ຄວາມຮັກທີ່ຊົ່ວຮ້າຍ ແລະ ເປັນຄວາມຮັກທີ່ບໍ່ສາມາດຮັບເອົາການເຫັນດີຂອງພຣະເຈົ້າຢ່າງແນ່ນອນ. ຫາກປາສະຈາກການຖືກເຮັດໃຫ້ສົມບູນ, ຖືກຈັດການ, ແຕກຫັກ, ລິຮານ, ລົງວິໄນ, ຕີສອນ ຫຼື ຫຼໍ່ຫຼອມໂດຍພຣະວິນຍານບໍລິສຸດໂດຍກົງ, ບໍ່ມີໃຜສາມາດຮັກພຣະເຈົ້າໄດ້ຢ່າງແທ້ຈິງ.
(ຄັດຈາກບົດ “ມະນຸດທີ່ເສື່ອມຊາມບໍ່ສາມາດເປັນຕົວແທນພຣະເຈົ້າໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
441. ເມື່ອຜູ້ຄົນຕິດຕໍ່ພຣະເຈົ້າດ້ວຍຫົວໃຈຂອງພວກເຂົາ, ເມື່ອຫົວໃຈຂອງພວກເຂົາສາມາດຫັນເຂົ້າຫາພຣະເຈົ້າໄດ້ທັງໝົດ, ນີ້ແມ່ນບາດກ້າວທຳອິດຂອງຄວາມຮັກທີ່ມະນຸດມີໃຫ້ກັບພຣະເຈົ້າ. ຖ້າເຈົ້າຕ້ອງການຮັກພຣະເຈົ້າ, ກ່ອນອື່ນ ເຈົ້າຕ້ອງສາມາດຫັນຫົວໃຈຂອງເຈົ້າເຂົ້າຫາພຣະອົງ. ແມ່ນຫຍັງຄືການຫັນຫົວໃຈຂອງເຈົ້າເຂົ້າຫາພຣະເຈົ້າ? ມັນແມ່ນເມື່ອທຸກສິ່ງທີ່ເຈົ້າສະແຫວງຫາໃນຫົວໃຈຂອງເຈົ້ານັ້ນ ເປັນການສະແຫວງຫາເພື່ອເຫັນແກ່ການຮັກ ແລະ ການຮັບເອົາພຣະເຈົ້າ. ສິ່ງນີ້ສະແດງໃຫ້ເຫັນວ່າ ເຈົ້າໄດ້ຫັນຫົວໃຈຂອງເຈົ້າເຂົ້າຫາພຣະເຈົ້າຢ່າງສົມບູນ. ນອກຈາກພຣະເຈົ້າ ແລະ ພຣະທຳຂອງພຣະອົງແລ້ວ, ເກືອບຈະບໍ່ມີຫຍັງເລີຍໃນຫົວໃຈຂອງເຈົ້າ (ຄອບຄົວ, ຄວາມຮັ່ງມີ, ສາມີ, ພັນລະຍາ, ລູກ ຫຼື ສິ່ງອື່ນໆ). ເຖິງແມ່ນຈະມີ, ສິ່ງດັ່ງກ່າວກໍບໍ່ຢູ່ໃນຫົວໃຈຂອງເຈົ້າ ແລະ ເຈົ້າກໍຈະບໍ່ຄິດເຖິງຄວາມຫວັງໃນອະນາຄົດຂອງເຈົ້າ ແຕ່ສະແຫວງຫາເພື່ອຮັກພຣະເຈົ້າເທົ່ານັ້ນ. ໃນເວລານັ້ນ ເຈົ້າຈະຫັນຫົວໃຈຂອງເຈົ້າທັງໝົດເຂົ້າຫາພຣະເຈົ້າໄດ້ຢ່າງສົມບູນ. ສົມມຸດວ່າ ເຈົ້າກຳລັງວາງແຜນຢູ່ໃນໃຈເພື່ອຕົວເຈົ້າເອງ ແລະ ສະແຫວງຫາຜົນປະໂຫຍດສ່ວນຕົວຂອງເຈົ້າຕະຫຼອດ ໂດຍຄິດຢູ່ສະເໝີວ່າ “ເມື່ອໃດຂ້ານ້ອຍຈຶ່ງຈະໄດ້ຮຽກຮ້ອງຫາພຣະເຈົ້າ? ເມື່ອໃດຄອບຄົວຂອງຂ້ານ້ອຍຈຶ່ງຈະຮັ່ງມີ? ຂ້ານ້ອຍຈະສາມາດມີເຄື່ອງນຸ່ງທີ່ດີໄດ້ແນວໃດ? ...” ຖ້າເຈົ້າດຳລົງຊີວິດໃນສະພາບແບບນັ້ນ ມັນກໍສະແດງວ່າຫົວໃຈຂອງເຈົ້າຍັງບໍ່ໄດ້ຫັນເຂົ້າຫາພຣະເຈົ້າຢ່າງສົມບູນເທື່ອ. ຖ້າເຈົ້າມີແຕ່ພຣະທຳຂອງພຣະເຈົ້າໃນຫົວໃຈຂອງເຈົ້າ ແລະ ເຈົ້າສາມາດອະທິຖານຫາພຣະເຈົ້າ ແລະ ໃກ້ຊິດກັບພຣະເຈົ້າຢູ່ຕະຫຼອດເວລາ ຄືກັບວ່າພຣະອົງໃກ້ຊິດກັບເຈົ້າຫຼາຍ, ຄືກັບວ່າພຣະເຈົ້າສະຖິດຢູ່ພາຍໃນເຈົ້າ ແລະ ເຈົ້າຢູ່ພາຍໃນພຣະອົງ, ຖ້າເຈົ້າຢູ່ພາຍໃນສະພາບແບບນັ້ນ, ນັ້ນກໍໝາຍຄວາມວ່າ ຫົວໃຈຂອງເຈົ້າໄດ້ຢູ່ຕໍ່ໜ້າພຣະເຈົ້າແລ້ວ. ຖ້າເຈົ້າອະທິຖານຫາພຣະເຈົ້າ, ກິນ ແລະ ດື່ມພຣະທຳຂອງພຣະອົງໃນແຕ່ລະມື້, ຄິດເຖິງພາລະກິດໃນຄຣິສຕະຈັກຢູ່ສະເໝີ ແລະ ຖ້າເຈົ້າຄໍານຶງເຖິງຄວາມປະສົງຂອງພຣະເຈົ້າ, ໃຊ້ຫົວໃຈຂອງເຈົ້າເພື່ອຮັກພຣະອົງຢ່າງແທ້ຈິງ ແລະ ເຮັດໃຫ້ຫົວໃຈຂອງພຣະອົງພໍໃຈ, ແລ້ວຫົວໃຈຂອງເຈົ້າກໍຈະເປັນຂອງພຣະເຈົ້າ. ຖ້າເຈົ້າມີຫຼາຍສິ່ງຫຼາຍຢ່າງຢູ່ໃນຫົວໃຈ, ກໍແປວ່າຍັງຖືກຊາຕານຄອບຄອງຢູ່ ແລະ ມັນກໍຍັງບໍ່ໄດ້ຫັນເຂົ້າຫາພຣະເຈົ້າຢ່າງແທ້ຈິງ. ເມື່ອຫົວໃຈຂອງຄົນໆໜຶ່ງໄດ້ຫັນເຂົ້າຫາພຣະເຈົ້າຢ່າງແທ້ຈິງ, ພວກເຂົາກໍຈະມີຄວາມຮັກທີ່ແທ້ຈິງ, ເປັນຄວາມຮັກແບບທໍາມະຊາດສໍາລັບພຣະອົງ ແລະ ພວກເຂົາກໍຈະສາມາດພິຈາລະນາພາລະກິດຂອງພຣະເຈົ້າໄດ້. ເຖິງແມ່ນພວກເຂົາຍັງມີສະພາບທີ່ໂງ່ຈ້າ ແລະ ໄຮ້ສາລະ, ພວກເຂົາກໍຈະສາມາດພິຈາລະນາເຖິງຜົນປະໂຫຍດຂອງຄົວເຮືອນຂອງພຣະເຈົ້າໄດ້, ຄໍານຶງເຖິງພາລະກິດຂອງພຣະອົງ ແລະ ການປ່ຽນແປງໃນອຸປະນິໄສຂອງພວກເຂົາ. ຫົວໃຈຂອງພວກເຂົາຈະຢູ່ໃນບ່ອນທີ່ຖືກຕ້ອງ. ບາງຄົນກໍອ້າງສະເໝີວ່າ ທຸກສິ່ງທີ່ພວກເຂົາກະທໍາແມ່ນເພື່ອຄຣິສຕະຈັກຕະຫຼອດ ເມື່ອໃນຄວາມຈິງກໍຄື ພວກເຂົາເຮັດພາລະກິດເພື່ອຜົນປະໂຫຍດຂອງພວກເຂົາເອງ. ຄົນປະເພດນີ້ບໍ່ມີແຮງຈູງໃຈທີ່ຖືກຕ້ອງ. ພວກເຂົາບໍ່ຊື່ສັດ ແລະ ເປັນຄົນຫຼອກລວງ ແລະ ສ່ວນໃຫຍ່ທີ່ພວກເຂົາເຮັດ ກໍເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວຂອງພວກເຂົາເອງ. ຄົນປະເພດນີ້ບໍ່ສະແຫວງຫາເພື່ອຮັກພຣະເຈົ້າ; ຫົວໃຈຂອງເຂົາຍັງເປັນຂອງຊາຕານ ແລະ ບໍ່ສາມາດຫັນເຂົ້າຫາພຣະເຈົ້າໄດ້. ດັ່ງນັ້ນ ພຣະເຈົ້າບໍ່ມີທາງຮັບເອົາຄົນປະເພດນີ້.
(ຄັດຈາກບົດ “ຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າແມ່ນຄວາມຮັກແບບທໍາມະຊາດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
442. ໃນທຸກບາດກ້າວຂອງພາລະກິດທີ່ພຣະເຈົ້າປະຕິບັດໃນຜູ້ຄົນນັ້ນ, ເບິ່ງຈາກພາຍນອກ ມັນຄືກັບວ່າເປັນການປະຕິບັດຕໍ່ກັນລະຫວ່າງຜູ້ຄົນ ເໝືອນກັບວ່າມັນເກີດຈາກການຈັດແຈງຂອງມະນຸດ ຫຼື ການແຊກແຊງຂອງມະນຸດ. ແຕ່ໃນເບື້ອງຫຼັງແລ້ວ ທຸກບາດກ້າວຂອງພາລະກິດ ແລະ ທຸກສິ່ງທີ່ເກີດຂຶ້ນ ແມ່ນການເດີມພັນທີ່ຊາຕານສ້າງຂຶ້ນຕໍ່ໜ້າພຣະເຈົ້າ ແລະ ຮຽກຮ້ອງໃຫ້ຜູ້ຄົນຍຶດໝັ້ນໃນຄຳພະຍານທີ່ພວກເຂົາມີໃຫ້ກັບພຣະເຈົ້າ. ໃຫ້ສັງເກດເບິ່ງຕອນທີ່ໂຢບຖືກທົດລອງ ຕົວຢ່າງ: ໃນເບື້ອງຫຼັງແລ້ວ ຊາຕານກຳລັງເດີມພັນກັບພຣະເຈົ້າ ແລະ ສິ່ງທີ່ເກີດຂຶ້ນກັບໂຢບແມ່ນການກະທຳຂອງມະນຸດ ແລະ ການແຊກແຊງຂອງມະນຸດ. ເບື້ອງຫຼັງທຸກໆບາດກ້າວທີ່ພຣະເຈົ້າປະຕິບັດໃນພວກເຈົ້າແມ່ນເປັນການເດີມພັນຂອງຊາຕານກັບພຣະເຈົ້າ, ທຸກສິ່ງທຸກຢ່າງທີ່ຢູ່ເບື້ອງຫຼັງແມ່ນການຕໍ່ສູ້. ຕົວຢ່າງ: ຖ້າເຈົ້າມີອະຄະຕິຕໍ່ອ້າຍເອື້ອຍນ້ອງຂອງເຈົ້າ, ເຈົ້າກໍຈະມີຄຳເວົ້າທີ່ເຈົ້າຕ້ອງການເວົ້າອອກໄປ ເຊິ່ງເປັນຄຳເວົ້າທີ່ເຈົ້າຮູ້ສຶກວ່າອາດບໍ່ພໍໃຈພຣະເຈົ້າ ແຕ່ຖ້າເຈົ້າບໍ່ເວົ້າອອກໄປ ເຈົ້າກໍຈະຮູ້ສຶກອຶດອັດຢູ່ຂ້າງໃນ ແລະ ໃນຊ່ວງເວລານີ້ ການຂັດແຍ້ງກໍຈະເກີດຂຶ້ນພາຍໃນຕົວເຈົ້າ ນັ້ນກໍຄື “ຂ້ານ້ອຍຄວນເວົ້າ ຫຼື ບໍ?” ນີ້ແມ່ນການຕໍ່ສູ້. ສະນັ້ນ, ໃນທຸກສິ່ງທີ່ເຈົ້າຜະເຊີນແມ່ນມີການຕໍ່ສູ້ ແລະ ເມື່ອມີການຕໍ່ສູ້ພາຍໃນຕົວເຈົ້າ ພຣະເຈົ້າຈຶ່ງປະຕິບັດພາລະກິດພາຍໃນຕົວເຈົ້າ ຍ້ອນການຮ່ວມມືທີ່ແທ້ຈິງ ແລະ ການທົນທຸກທີ່ແທ້ຈິງຂອງເຈົ້າ. ໃນທີ່ສຸດແລ້ວ ຢູ່ຂ້າງໃນຕົວເຈົ້າ ເຈົ້າກໍສາມາດປະຖິ້ມບັນຫານັ້ນໄວ້ ແລະ ຄວາມໂມໂຫກໍຈະສູນສະຫຼາຍໄປຢ່າງທຳມະຊາດ. ສິ່ງດັ່ງກ່າວແມ່ນຜົນກະທົບຂອງການທີ່ເຈົ້າຮ່ວມມືກັບພຣະເຈົ້າ. ທຸກສິ່ງທີ່ຜູ້ຄົນກະທຳຮຽກຮ້ອງໃຫ້ພວກເຂົາຍອມເສຍສະລະສິ່ງໃດໜຶ່ງໃນຄວາມພະຍາຍາມຂອງພວກເຂົາ. ຫາກປາສະຈາກຄວາມຍາກລຳບາກທີ່ແທ້ຈິງ ພວກເຂົາກໍບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້, ພວກເຂົາບໍ່ໄດ້ເຂົ້າໃກ້ການເຮັດໃຫ້ພຣະເຈົ້າພໍໃຈເລີຍ ແລະ ພວກເຂົາກໍພຽງແຕ່ຄຸຍໂມ້ຄຳໂຄສະນາທີ່ວ່າງເປົ່າ! ຄຳໂຄສະນາທີ່ວ່າງເປົ່າເຫຼົ່ານີ້ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້ບໍ? ເມື່ອພຣະເຈົ້າ ແລະ ຊາຕານຕໍ່ສູ້ກັນໃນຂອບເຂດຝ່າຍວິນຍານ ເຈົ້າຄວນເຮັດແນວໃດໃຫ້ພຣະເຈົ້າພໍໃຈ ແລະ ເຈົ້າຄວນເຮັດແນວໃດເພື່ອຍຶດໝັ້ນໃນຄຳພະຍານທີ່ເຈົ້າມີໃຫ້ກັບພຣະອົງ? ເຈົ້າຄວນຮູ້ຈັກວ່າ ທຸກສິ່ງທີ່ເກີດຂຶ້ນກັບເຈົ້າແມ່ນການທົດລອງທີ່ຍິ່ງໃຫຍ່ ແລະ ເປັນເວລາທີ່ພຣະເຈົ້າຮຽກຮ້ອງໃຫ້ເຈົ້າເປັນພະຍານ. ເບິ່ງຈາກພາຍນອກ ສິ່ງເຫຼົ່ານີ້ອາດເບິ່ງຄືກັບວ່າ ບໍ່ແມ່ນເລື່ອງໃຫຍ່, ແຕ່ເມື່ອສິ່ງເຫຼົ່ານີ້ເກີດຂຶ້ນ ພວກມັນສະແດງວ່າ ເຈົ້າຮັກພຣະເຈົ້າ ຫຼື ບໍ. ຖ້າເຈົ້າຮັກ, ເຈົ້າຈະສາມາດຍຶດໝັ້ນໃນຄຳພະຍານທີ່ເຈົ້າມີໃຫ້ກັບພຣະອົງ ແລະ ຖ້າເຈົ້າບໍ່ໄດ້ນໍາເອົາຄວາມຮັກພຣະເຈົ້າເຂົ້າສູ່ການປະຕິບັດແລ້ວ ສິ່ງນີ້ກໍສະແດງວ່າ ເຈົ້າບໍ່ແມ່ນຄົນທີ່ນໍາຄວາມຈິງເຂົ້າສູ່ການປະຕິບັດ, ເຈົ້າປາສະຈາກຄວາມຈິງ ແລະ ປາສະຈາກຊີວິດ, ເຈົ້າເປັນຄືກັບເຂົ້າແກບ! ທຸກສິ່ງທີ່ເກີດຂຶ້ນກັບມະນຸດແມ່ນຕອນທີ່ພຣະເຈົ້າໃຫ້ພວກເຂົາຍຶດໝັ້ນໃນຄຳພະຍານທີ່ພວກເຂົາມີໃຫ້ກັບພຣະອົງ. ໃນຊ່ວງເວລານີ້ ບໍ່ມີສິ່ງຮ້າຍແຮງເກີດຂຶ້ນກັບເຈົ້າ ແລະ ເຈົ້າກໍບໍ່ໄດ້ເປັນພະຍານທີ່ຍິ່ງໃຫຍ່, ແຕ່ລາຍລະອຽດທຸກຢ່າງໃນການດຳລົງຊີວິດປະຈຳວັນຂອງເຈົ້າກ່ຽວພັນກັບຄຳພະຍານທີ່ໃຫ້ກັບພຣະເຈົ້າ. ຖ້າເຈົ້າສາມາດເອົາຊະນະການຍົກຍ້ອງຈາກອ້າຍເອື້ອຍນ້ອງຂອງເຈົ້າ, ສະມາຊິກຄອບຄົວຂອງເຈົ້າ ແລະ ທຸກຄົນທີ່ຢູ່ອ້ອມຮອບຕົວເຈົ້າ; ຖ້າມື້ໜຶ່ງ ຄົນທີ່ບໍ່ເຊື່ອມາ ແລະ ຍົກຍ້ອງທຸກສິ່ງທີ່ເຈົ້າເຮັດ ແລະ ເຫັນວ່າ ທຸກສິ່ງທີ່ພຣະເຈົ້າກະທຳແມ່ນເປັນສິ່ງທີ່ມະຫັດສະຈັນ, ແລ້ວເຈົ້າກໍໄດ້ເປັນພະຍານແລ້ວ. ເຖິງແມ່ນວ່າ ເຈົ້າບໍ່ມີຄວາມເຂົ້າໃຈ ແລະ ຄວາມສາມາດຂອງເຈົ້າກໍຕໍ່າ, ໂດຍຜ່ານການທີ່ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບ, ເຈົ້າກໍສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້ ແລະ ຄວາມຕັ້ງໃຈໃນຄວາມປະສົງຂອງພຣະອົງ ເຮັດໃຫ້ຄົນອື່ນເຫັນວ່າ ພຣະອົງໄດ້ປະຕິບັດພາລະກິດຍິ່ງໃຫຍ່ຫຍັງແດ່ໃນຜູ້ຄົນທີ່ມີຄວາມສາມາດໜ້ອຍທີ່ສຸດ. ເມື່ອຜູ້ຄົນຮຽນຮູ້ຈັກພຣະເຈົ້າ ແລະ ກາຍມາເປັນຜູ້ຊະນະຕໍ່ໜ້າຊາຕານ, ຊື່ສັດກັບພຣະເຈົ້າໃນລະດັບທີ່ດີ. ແລ້ວກໍບໍ່ມີໃຜທີ່ມີຄວາມກ້າຫານຫຼາຍກວ່າຄົນກຸ່ມນີ້ ແລະ ນີ້ກໍຈະເປັນຄຳພະຍານທີ່ຍິ່ງໃຫຍ່ທີ່ສຸດ. ເຖິງແມ່ນວ່າ ເຈົ້າບໍ່ສາມາດປະຕິບັດພາລະກິດທີ່ຍິ່ງໃຫຍ່, ເຈົ້າກໍສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້. ຄົນອື່ນບໍ່ສາມາດປະຖິ້ມແນວຄິດຂອງພວກເຂົາ ແຕ່ເຈົ້າເຮັດໄດ້; ຄົນອື່ນບໍ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໃນລະຫວ່າງປະສົບການທີ່ແທ້ຈິງຂອງພວກເຂົາ, ແຕ່ເຈົ້າສາມານໍາໃຊ້ວຸດທິພາວະ ແລະ ການກະທຳຂອງເຈົ້າເພື່ອຕອບແທນຄວາມຮັກຂອງພຣະເຈົ້າ ແລະ ເປັນພະຍານທີ່ກ້ອງກັງວານໃຫ້ກັບພຣະອົງ. ມີພຽງແຕ່ສິ່ງນີ້ເທົ່ານັ້ນທີ່ຖືວ່າເປັນການຮັກພຣະເຈົ້າທີ່ແທ້ຈິງ.
(ຄັດຈາກບົດ “ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
443. ຍິ່ງເຈົ້ານໍາຄວາມຈິງເຂົ້າສູ່ການປະຕິບັດຫຼາຍສໍ່າໃດ ເຈົ້າກໍຍິ່ງຈະມີຄວາມຈິງຫຼາຍສໍ່ານັ້ນ; ຍິ່ງເຈົ້ານໍາຄວາມຈິງເຂົ້າສູ່ການປະຕິບັດຫຼາຍສໍ່າໃດ ເຈົ້າກໍຍິ່ງຈະມີຄວາມຮັກຂອງພຣະເຈົ້າຫຼາຍສໍ່ານັ້ນ; ແລະ ຍິ່ງເຈົ້ານໍາຄວາມຈິງເຂົ້າສູ່ການປະຕິບັດຫຼາຍສໍ່າໃດ ເຈົ້າກໍຍິ່ງຈະໄດ້ຮັບການອວຍພອນຈາກພຣະອົງຫຼາຍສໍ່ານັ້ນ. ຖ້າເຈົ້າປະຕິບັດໃນວິທີທາງນີ້ຢູ່ສະເໝີ ຄວາມຮັກຂອງພຣະເຈົ້າທີ່ມີຕໍ່ເຈົ້າຈະສາມາດເຮັດໃຫ້ເຈົ້າເຫັນເທື່ອລະໜ້ອຍ ຄືກັບທີ່ເປໂຕໄດ້ມາຮູ້ຈັກພຣະເຈົ້າ: ເຊິ່ງເປໂຕໄດ້ກ່າວວ່າ ພຣະເຈົ້າບໍ່ພຽງແຕ່ມີສະຕິປັນຍາໃນການສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ ພຣະອົງມີສະຕິປັນຍາໃນການປະຕິບັດພາລະກິດທີ່ແທ້ຈິງໃນຜູ້ຄົນ. ເປໂຕກ່າວອີກວ່າ ພຣະອົງບໍ່ພຽງແຕ່ສົມຄວນແກ່ຄວາມຮັກຂອງຜູ້ຄົນ ຍ້ອນພຣະອົງສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ ຍ້ອນຄວາມສາມາດຂອງພຣະອົງທີ່ສ້າງມະນຸດ, ຊ່ວຍມະນຸດ, ເຮັດໃຫ້ມະນຸດສົມບູນ ແລະ ມອບຄວາມຮັກຂອງພຣະອົງໃຫ້ເປັນຊັບສົມບັດຂອງມະນຸດ. ດ້ວຍເຫດນັ້ນ ເປໂຕຍັງໄດ້ກ່າວຕື່ມວ່າ ມີຫຼາຍສິ່ງຫຼາຍຢ່າງໃນພຣະອົງທີ່ສົມຄວນແກ່ຄວາມຮັກຂອງມະນຸດເຊັ່ນກັນ. ເປໂຕເວົ້າກັບພຣະເຢຊູວ່າ “ພຣະອົງບໍ່ສົມຄວນແກ່ຄວາມຮັກຂອງຜູ້ຄົນຍ້ອນເຫດຜົນທີ່ຫຼາຍກວ່າການສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງບໍ? ມີຫຼາຍສິ່ງໃນພຣະອົງທີ່ສົມຄວນແກ່ຄວາມຮັກ, ພຣະອົງກະທຳ ແລະ ເຄື່ອນໄຫວໃນຊີວິດທີ່ແທ້ຈິງ, ວິນຍານຂອງພຣະອົງສຳພັດຂ້ານ້ອຍຢູ່ຂ້າງໃນ, ພຣະອົງລົງວິໄນຂ້ານ້ອຍ, ພຣະອົງຕຳນິຕິເຕືອນຂ້ານ້ອຍ, ສິ່ງເຫຼົ່ານີ້ຍິ່ງສົມຄວນແກ່ຄວາມຮັກຂອງຜູ້ຄົນ”. ຖ້າເຈົ້າປາຖະໜາທີ່ຈະເຫັນ ແລະ ຜະເຊີນຄວາມຮັກຂອງພຣະເຈົ້າ ແລ້ວເຈົ້າຕ້ອງຄົ້ນຫາ ແລະ ສະແຫວງຫາໃນຊີວິດທີ່ແທ້ຈິງ ແລະ ຕ້ອງເຕັມໃຈທີ່ຈະປະຖິ້ມເນື້ອໜັງຂອງເຈົ້າເອງ. ເຈົ້າຕ້ອງຕັດສິນໃຈແບບນີ້. ເຈົ້າຕ້ອງເປັນຄົນທີ່ມີຄວາມເດັດດ່ຽວ ເຊິ່ງເປັນຄົນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໃນທຸກສິ່ງທຸກຢ່າງ ໂດຍບໍ່ຂີ້ຄ້ານ ຫຼື ອິດສາຢາກໄດ້ຄວາມສຸກທາງເນື້ອໜັງ, ບໍ່ແມ່ນການມີຊິວິດຢູ່ເພື່ອເນື້ອໜັງ ແຕ່ມີຊີວິດຢູ່ເພື່ອພຣະເຈົ້າ. ມີຫຼາຍຄັ້ງທີ່ເຈົ້າເຮັດໃຫ້ພຣະເຈົ້າບໍພໍໃຈ. ນັ້ນກໍຍ້ອນວ່າ ເຈົ້າບໍ່ເຂົ້າໃຈຄວາມປາຖະໜາຂອງພຣະເຈົ້າ; ສຳລັບຄັ້ງຕໍ່ໄປ ເຖິງແມ່ນມັນຈະໃຊ້ຄວາມພະຍາຍາມຫຼາຍຂຶ້ນ, ເຈົ້າກໍຕ້ອງເຮັດໃຫ້ພຣະອົງພໍໃຈ ແລະ ຕ້ອງບໍ່ເປັນທີ່ພໍໃຈຂອງເນື້ອໜັງ. ເມື່ອເຈົ້າມີປະສົບການໃນວິທີນີ້ ເຈົ້າຈະຮຽນຮູ້ຈັກພຣະເຈົ້າ. ເຈົ້າຈະເຫັນວ່າ ພຣະເຈົ້າສາມາດສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງ, ພຣະອົງໄດ້ກາຍມາເປັນເນື້ອໜັງເພື່ອຜູ້ຄົນຈະສາມາດເຫັນພຣະອົງຢ່າງແທ້ຈິງ ແລະ ແທ້ໆ ແລະ ມີສ່ວນຮ່ວມກັບພຣະອົງຢ່າງແທ້ຈິງ ແລະ ແທ້ໆ, ພຣະອົງສາມາດຍ່າງທ່າມກາງມະນຸດໄດ້, ພຣະວິນຍານຂອງພຣະອົງສາມາດເຮັດໃຫ້ຜູ້ຄົນສົມບູນໃນຊີວິດທີ່ແທ້ຈິງ ໂດຍເຮັດໃຫ້ພວກເຂົາເຫັນຄວາມເປັນຕາຮັກ ແລະ ມີປະສົບການກັບການລົງວິໄນຂອງພຣະອົງ, ການຕີສອນຂອງພຣະອົງ ແລະ ການອວຍພອນຂອງພຣະອົງ. ຖ້າເຈົ້າມີປະສົບການໃນວິທີນີ້ຢູ່ສະເໝີ ເຈົ້າຈະບໍ່ສາມາດແຍກອອກຈາກພຣະເຈົ້າໃນຊີວິດທີ່ແທ້ຈິງໄດ້ ແລະ ຖ້າມື້ໜຶ່ງ ຄວາມສຳພັນຂອງເຈົ້າກັບພຣະເຈົ້າເຊົາຈາກປົກກະຕິ ເຈົ້າກໍຈະໄດ້ຮັບການຕຳນິຕິເຕືອນ ແລະ ສາມາດຮູ້ສຶກເຖິງຄວາມສຳນຶກຜິດ. ເມື່ອເຈົ້າມີຄວາມສຳພັນທີ່ປົກກະຕິກັບພຣະເຈົ້າ ເຈົ້າຈະບໍ່ປາຖະໜາທີ່ຈະອອກຈາກພຣະອົງຈັກເທື່ອ ແລະ ຖ້າມື້ໜື່ງ ພຣະເຈົ້າເວົ້າວ່າ ພຣະອົງຈະປະຖິ້ມເຈົ້າ, ເຈົ້າຈະຢ້ານກົວ ແລະ ຈະເວົ້າວ່າ ເຈົ້າຈະຕາຍດີກວ່າທີ່ຈະຖືກພຣະເຈົ້າປະຖິ້ມ. ທັນທີທີ່ເຈົ້າມີອາລົມເຫຼົ່ານີ ເຈົ້າຈະຮູ້ສຶກວ່າ ເຈົ້າບໍ່ສາມາດອອກຈາກພຣະເຈົ້າໄດ້ ແລະ ດ້ວຍວິທີທາງນີ້ ເຈົ້າຈະມີພື້ນຖານ ແລະ ຈະຮັບຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ.
(ຄັດຈາກບົດ “ຄົນທີ່ຮັກພຣະເຈົ້າຈະດຳລົງຊີວິດຢູ່ພາຍໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
444. ໃນປັດຈຸບັນນີ້ ເຈົ້າຮັກພຣະເຈົ້າຫຼາຍສໍ່າໃດ? ແລ້ວ ເຈົ້າຮູ້ຈັກທຸກສິ່ງທີ່ພຣະເຈົ້າໄດ້ກະທຳໃນຕົວເຈົ້າຫຼາຍສໍ່າໃດ? ນີ້ແມ່ນສິ່ງທີ່ເຈົ້າຄວນຮຽນຮູ້. ເມື່ອພຣະເຈົ້າມາເຖິງແຜ່ນດິນໂລກ, ທຸກສິ່ງທີ່ພຣະອົງໄດ້ກະທຳໃນມະນຸດ ແລະ ຍອມໃຫ້ມະນຸດເຫັນແມ່ນເພື່ອວ່າມະນຸດຈະໄດ້ຮັກພຣະອົງ ແລະ ຮູ້ຈັກພຣະອົງຢ່າງແທ້ຈິງ. ໃນດ້ານໜຶ່ງ ການທີ່ມະນຸດສາມາດທົນທຸກເພື່ອພຣະເຈົ້າ ແລະ ໄດ້ມາໄກເຖິງຂະໜາດນີ້ແມ່ນຍ້ອນຄວາມຮັກຂອງພຣະເຈົ້າ ແລະ ໃນອີກດ້ານໜຶ່ງແມ່ນຍ້ອນຄວາມລອດພົ້ນຂອງພຣະເຈົ້າ; ຍິ່ງໄປກວ່ານັ້ນ, ມັນເປັນຍ້ອນພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີທີ່ພຣະເຈົ້າປະຕິບັດໃນມະນຸດ. ຖ້າພວກເຈົ້າປາສະຈາກການພິພາກສາ, ການຂ້ຽນຕີ ແລະ ການທົດລອງຂອງພຣະເຈົ້າ ແລະ ຖ້າພຣະເຈົ້າບໍ່ໄດ້ເຮັດໃຫ້ພວກເຈົ້າທົນທຸກ, ແລ້ວຄວາມຈິງກໍຄື ພວກເຈົ້າບໍ່ໄດ້ຮັກພຣະເຈົ້າແທ້ຈິງ. ຍິ່ງພາລະກິດຂອງພຣະເຈົ້າໃນມະນຸດຍິ່ງໃຫຍ່ສໍ່າໃດ ແລະ ຍິ່ງການທົນທຸກຂອງມະນຸດຍິ່ງໃຫຍ່ຫຼາຍສໍ່າໃດ, ມັນກໍຍິ່ງສະແດງໃຫ້ເຫັນວ່າພາລະກິດຂອງພຣະເຈົ້າມີຄວາມໝາຍຫຼາຍສໍ່ານັ້ນ ແລະ ຫົວໃຈຂອງມະນຸດກໍຍິ່ງສາມາດຮັກພຣະເຈົ້າຢ່າງແທ້ຈິງສໍ່ານັ້ນ. ເຈົ້າຮຽນຮູ້ວິທີຮັກພຣະເຈົ້າໄດ້ແນວໃດ? ຫາກປາສະຈາກການທໍລະມານ ແລະ ການຫຼໍ່ຫຼອມ, ຫາກປາສະຈາກການທົດລອງທີ່ເຈັບປວດ ແລະ ຍິ່ງໄປກວ່ານັ້ນ ຖ້າທຸກສິ່ງທີ່ພຣະເຈົ້າມອບໃຫ້ກັບມະນຸດແມ່ນພຣະຄຸນ, ຄວາມຮັກ ແລະ ຄວາມເມດຕາ, ແລ້ວເຈົ້າຈະສາມາດບັນລຸການຮັກພຣະເຈົ້າຢ່າງແທ້ຈິງໄດ້ບໍ? ໃນດ້ານໜຶ່ງ, ໃນລະຫວ່າງການທົດລອງຂອງພຣະເຈົ້າ ມະນຸດຮຽນຮູ້ຈັກຂໍ້ບົກຜ່ອງຂອງເຂົາ ແລະ ເຫັນວ່າ ເຂົາບໍ່ມີຄວາມໝາຍ, ເປັນຕາດູຖູກ ແລະ ຕໍ່າຕ້ອຍ, ເຂົາບໍ່ມີຫຍັງເລີຍ ແລະ ບໍ່ໄດ້ເປັນຫຍັງເລີຍ; ໃນອີກດ້ານໜຶ່ງ, ໃນລະຫວ່າງການທົດລອງຂອງພຣະອົງ ພຣະເຈົ້າສ້າງສະພາບແວດລ້ອມທີ່ແຕກຕ່າງກັນໃຫ້ກັບມະນຸດ ເພື່ອເຮັດໃຫ້ມະນຸດສາມາດຜະເຊີນກັບຄວາມເປັນຕາຮັກຂອງພຣະເຈົ້າໄດ້ຫຼາຍຍິ່ງຂຶ້ນ. ເຖິງແມ່ນວ່າຄວາມເຈັບປວດມີຫຼາຍ ແລະ ບາງເທື່ອກໍບໍ່ສາມາດຜ່ານພົ້ນໄດ້ ແລະ ເຖິງຂັ້ນມີຄວາມໂສກເສົ້າຢ່າງໜັກ, ເມື່ອໄດ້ຜະເຊີນກັບມັນ, ມະນຸດກໍເຫັນວ່າພາລະກິດຂອງພຣະເຈົ້າທີ່ຢູ່ໃນຕົວເຂົານັ້ນເປັນຕາຮັກຫຼາຍສໍ່າໃດ ແລະ ບົນພື້ນຖານນີ້ເທົ່ານັ້ນ ຈຶ່ງເກີດມີຄວາມຮັກແທ້ຈິງທີ່ມະນຸດມີຕໍ່ພຣະເຈົ້າ. ໃນປັດຈຸບັນ ມະນຸດເຫັນວ່າ ດ້ວຍພຣະຄຸນ, ຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າພຽງຢ່າງດຽວ, ເຂົາແມ່ນບໍ່ສາມາດຮູ້ຈັກຕົນເອງໄດ້ຢ່າງແທ້ຈິງ ແລະ ແຮງໄກທີ່ເຂົາຈະສາມາດຮູ້ຈັກທາດແທ້ຂອງມະນຸດ. ມີພຽງຜ່ານການຫຼໍ່ຫຼອມ ແລະ ການພິພາກສາຂອງພຣະເຈົ້າທັງສອງຢ່າງເທົ່ານັ້ນ ແລະ ໃນລະຫວ່າງຂະບວນການຫຼໍ່ຫຼອມດັ່ງກ່າວນັ້ນເອງ ມະນຸດຈຶ່ງສາມາດຮູ້ຈັກຂໍ້ບົກຜ່ອງຂອງເຂົາ ແລະ ຮູ້ວ່າເຂົາບໍ່ມີຫຍັງເລີຍ. ສະນັ້ນ, ຄວາມຮັກທີ່ມະນຸດມີໃຫ້ກັບພຣະເຈົ້າຈຶ່ງຖືກສ້າງຂຶ້ນບົນພື້ນຖານຂອງການຫຼໍ່ຫຼອມ ແລະ ການພິພາກສາຂອງພຣະເຈົ້າ.
(ຄັດຈາກບົດ “ເມື່ອເຈົ້າປະສົບກັບການທົດລອງທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
445. ໃນປັດຈຸບັນນີ້, ຄົນສ່ວນໃຫຍ່ບໍ່ມີຄວາມຮູ້ແບບນັ້ນ. ພວກເຂົາເຊື່ອວ່າ ການທົນທຸກແມ່ນບໍ່ມີຄຸນຄ່າ, ພວກເຂົາຖືກໂລກປະຖິ້ມ, ຊີວິດໃນເຮືອນຂອງພວກເຂົາກໍມີບັນຫາ, ພວກເຂົາບໍ່ເປັນທີ່ຮັກຂອງພຣະເຈົ້າ ແລະ ຄວາມຄາດຫວັງຂອງພວກເຂົາກໍວ່າງເປົ່າ. ການທົນທຸກຂອງບາງຄົນໄປເຖິງຈຸດສູງສຸດ ແລະ ຄວາມຄິດຂອງພວກເຂົາກໍຄິດເຖິງແຕ່ຄວາມຕາຍ. ນີ້ບໍ່ແມ່ນການຮັກພຣະເຈົ້າທີ່ແທ້ຈິງ; ຄົນປະເພດດັ່ງກ່າວແມ່ນຄົນຂີ້ຢ້ານ, ພວກເຂົາບໍ່ມີຄວາມບາກບັ່ນ, ພວກເຂົາອ່ອນແອ ແລະ ບໍ່ມີພະລັງ! ພຣະເຈົ້າຮ້ອນຮົນທີ່ຈະໃຫ້ມະນຸດຮັກພຣະອົງ, ແຕ່ວ່າຍິ່ງມະນຸດຮັກພຣະອົງຫຼາຍສໍ່າໃດ, ການທົນທຸກຂອງມະນຸດກໍຍິ່ງຫຼາຍສໍ່ານັ້ນ ແລະ ຍິ່ງມະນຸດຮັກພຣະອົງຫຼາຍສໍ່າໃດ, ການທົດລອງຂອງມະນຸດກໍຍິ່ງຫຼາຍສໍ່ານັ້ນ. ຖ້າເຈົ້າຮັກພຣະອົງ, ແລ້ວການທົນທຸກທຸກຮູບແບບຈະເກີດຂຶ້ນກັບເຈົ້າ ແລະ ຖ້າເຈົ້າບໍ່ໄດ້ຮັກພຣະອົງ, ແລ້ວບາງເທື່ອ ທຸກສິ່ງຈະດຳເນີນໄປຢ່າງລາບລື້ນສຳລັບເຈົ້າ ແລະ ທຸກສິ່ງທີ່ຢູ່ອ້ອມຂ້າງເຈົ້າກໍຈະສະຫງົບສຸກ. ເມື່ອເຈົ້າຮັກພຣະເຈົ້າ, ເຈົ້າຈະຮູ້ສຶກວ່າ ຫຼາຍສິ່ງທີ່ຢູ່ອ້ອມຂ້າງເຈົ້າແມ່ນບໍ່ສາມາດຜ່ານພົ້ນໄປໄດ້ ແລະ ຍ້ອນວ່າວຸດທິພາວະຂອງເຈົ້າຕໍ່າເກີນໄປ ເຈົ້າຈະຖືກຫຼໍ່ຫຼອມ; ຍິ່ງໄປກວ່ານັ້ນ, ເຈົ້າຈະບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈ ແລະ ເຈົ້າຈະຮູ້ສຶກຢູ່ສະເໝີວ່າ ຄວາມປະສົງຂອງພຣະເຈົ້າສູງສົ່ງເກີນໄປ, ມັນຢູ່ເໜືອທີ່ມະນຸດຈະເອື້ອມເຖິງໄດ້. ຍ້ອນທຸກສິ່ງເຫຼົ່ານີ້ ເຈົ້າຈຶ່ງຈະຖືກຫຼໍ່ຫຼອມ; ຍ້ອນວ່າມີຄວາມອ່ອນແອຫຼາຍຢ່າງພາຍໃນຕົວເຈົ້າ ແລະ ມີຫຼາຍສິ່ງທີ່ບໍ່ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າໄດ້, ເຈົ້າຈຶ່ງຈະຖືກຫຼໍ່ຫຼອມຢູ່ຂ້າງໃນ. ແຕ່ພວກເຈົ້າຕ້ອງເຫັນຢ່າງຊັດເຈນວ່າ ການຊໍາລະລ້າງໃຫ້ບໍລິສຸດນັ້ນແມ່ນຖືກບັນລຸຜົນຜ່ານການຫຼໍ່ຫຼອມເທົ່ານັ້ນ. ສະນັ້ນ ໃນລະຫວ່າງຍຸກສຸດທ້າຍນີ້ ພວກເຈົ້າຕ້ອງເປັນພະຍານໃຫ້ກັບພຣະເຈົ້າ. ບໍ່ວ່າການທົນທຸກຂອງພວກເຈົ້າຈະຍິ່ງໃຫຍ່ສໍ່າໃດກໍຕາມ, ພວກເຈົ້າຄວນດຳເນີນຕໍ່ໄປຈົນເຖິງເວລາສຸດທ້າຍແທ້ໆ ແລະ ແມ່ນແຕ່ໃນລົມຫາຍໃຈສຸດທ້າຍຂອງເຈົ້າເອງ, ເຈົ້າຍັງຕ້ອງຊື່ສັດກັບພຣະເຈົ້າ ແລະ ຍອມຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະເຈົ້າ; ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນການຮັກພຣະເຈົ້າຢ່າງແທ້ຈິງ ແລະ ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນຄຳພະຍານທີ່ໝັ້ນຄົງ ແລະ ກຶກກ້ອງ. ເມື່ອເຈົ້າຖືກຊາຕານລໍ້ລວງ, ເຈົ້າຄວນເວົ້າວ່າ “ຫົວໃຈຂອງເຮົາເປັນຂອງພຣະເຈົ້າ ແລະ ພຣະເຈົ້າໄດ້ຮັບເອົາເຮົາແລ້ວ. ເຮົາບໍ່ສາມາດເຮັດໃຫ້ເຈົ້າພໍໃຈໄດ້ ເພາະເຮົາຕ້ອງອຸທິດທຸກຢ່າງຂອງເຮົາເພື່ອເຮັດໃຫ້ພຣະເຈົ້າພໍໃຈ”. ຍິ່ງເຈົ້າເຮັດໃຫ້ພຣະເຈົ້າພໍໃຈຫຼາຍສໍ່າໃດ, ພຣະເຈົ້າຈະຍິ່ງອວຍພອນເຈົ້າຫຼາຍສໍ່ານັ້ນ ແລະ ຍິ່ງຄວາມຮັກທີ່ເຈົ້າມີໃຫ້ກັບພຣະເຈົ້ານັ້ນຍິ່ງໃຫຍ່ສໍ່າໃດ; ເຈົ້າກໍຍິ່ງຈະມີຄວາມເຊື່ອ ແລະ ຄວາມເດັດດ່ຽວຫຼາຍສໍ່ານັ້ນເຊັ່ນກັນ ແລະ ຈະຮູ້ສຶກວ່າ ບໍ່ມີຫຍັງທີ່ມີຄຸນຄ່າ ຫຼື ສຳຄັນໄປກວ່າການໃຊ້ຊີວິດເພື່ອຮັກພຣະເຈົ້າ. ສາມາດເວົ້າໄດ້ວ່າ ຕາບໃດທີ່ມະນຸດຮັກພຣະເຈົ້າກໍຈະປາສະຈາກຄວາມໂສກເສົ້າ. ເຖິງແມ່ນວ່າບາງຄັ້ງເນື້ອໜັງຂອງເຈົ້າອ່ອນແອ ແລະ ເຈົ້າເຕັມໄປດ້ວຍບັນຫາແທ້ຈິງຫຼາຍຢ່າງ, ໃນລະຫວ່າງເວລານີ້ ເຈົ້າຈະເພິ່ງພາພຣະເຈົ້າຢ່າງແທ້ຈິງ ແລະ ເຈົ້າຈະສະບາຍໃຈຂຶ້ນໃນຈິດໃຈຂອງເຈົ້າ ແລະ ເຈົ້າຈະຮູ້ສຶກໝັ້ນໃຈທີ່ເຈົ້າມີບາງສິ່ງທີ່ເພິ່ງພາໄດ້. ດ້ວຍວິທີນີ້, ເຈົ້າຈະສາມາດເອົາຊະນະສະພາບແວດລ້ອມຫຼາຍຢ່າງ ແລະ ດ້ວຍເຫດນັ້ນ ເຈົ້າກໍຈະບໍ່ຕໍ່ວ່າພຣະເຈົ້າຍ້ອນຄວາມທຸກທໍລະມານໃຈທີ່ເຈົ້າໄດ້ຮັບອີກ. ກົງກັນຂ້າມ ເຈົ້າຈະຢາກຮ້ອງເພງ, ເຕັ້ນລຳ ແລະ ອະທິຖານ, ຊຸມນຸມ ແລະ ສົນທະນາ, ຄໍານືງເຖິງພຣະເຈົ້າ ແລະ ເຈົ້າຈະຮູ້ສຶກວ່າ ທຸກຄົນ, ທຸກບັນຫາ ແລະ ທຸກສິ່ງທີ່ຢູ່ອ້ອມຂ້າງເຈົ້າທີ່ພຣະເຈົ້າຈັດຕັ້ງຂຶ້ນແມ່ນເໝາະສົມແລ້ວ. ຖ້າເຈົ້າບໍ່ຮັກພຣະເຈົ້າ, ທຸກສິ່ງທີ່ເຈົ້າເພິ່ງພາຈະເປັນຕາລຳຄານສຳລັບເຈົ້າ, ໃນສາຍຕາເຈົ້າຈະບໍ່ມີຫຍັງເປັນທີ່ພໍໃຈ; ເຈົ້າຈະບໍ່ເປັນອິດສະຫຼະໃນຈິດວິນຍານຂອງເຈົ້າ ແຕ່ຈະຖືກບີບບັງຄັບ, ຫົວໃຈຂອງເຈົ້າຈະຕໍ່ວ່າພຣະເຈົ້າຢູ່ສະເໝີ ແລະ ເຈົ້າຈະຮູ້ສຶກຢູ່ສະເໝີວ່າ ເຈົ້າທົນທຸກກັບຄວາມທໍລະມານຫຼາຍຢ່າງ ແລະ ມັນບໍ່ຍຸຕິທຳເລີຍ. ຖ້າເຈົ້າບໍ່ສະແຫວງຫາເພື່ອເຫັນແກ່ຄວາມສຸກ, ແຕ່ເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ບໍ່ຖືກຊາຕານກ່າວໂທດ, ແລ້ວການສະແຫວງຫາດັ່ງກ່າວຈະສ້າງພະລັງທີ່ຍິ່ງໃຫຍ່ໃຫ້ເຈົ້າໄດ້ຮັກພຣະເຈົ້າ. ມະນຸດສາມາດປະຕິບັດທຸກສິ່ງທີ່ພຣະເຈົ້າກ່າວໄວ້ ແລະ ທຸກສິ່ງທີ່ເຂົາເຮັດກໍສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້, ນີ້ແມ່ນຄວາມໝາຍຂອງການມີຄວາມຈິງ. ການສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າພໍໃຈແມ່ນການໃຊ້ຄວາມຮັກສໍາລັບພຣະເຈົ້າເພື່ອນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດ; ບໍ່ວ່າເວລາໃດກໍຕາມ ແມ່ນແຕ່ເມື່ອຄົນອື່ນບໍ່ມີກຳລັງ ເຈົ້າກໍຈະຍັງມີຫົວໃຈທີ່ຮັກພຣະເຈົ້າຢູ່ພາຍໃນເຈົ້າ ເຊິ່ງປາຖະໜາຫາພຣະເຈົ້າຢ່າງເລິກເຊິ່ງ ແລະ ຄິດຮອດພຣະເຈົ້າຢູ່ສະເໝີ. ນີ້ແມ່ນວຸດທິພາວະທີ່ເປັນຈິງ.
(ຄັດຈາກບົດ “ເມື່ອເຈົ້າປະສົບກັບການທົດລອງທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
446. ໃນລະຫວ່າງການຫຼໍ່ຫຼອມຢ່າງຂົມຂື່ນ ມະນຸດສາມາດຕົກຢູ່ພາຍໃຕ້ອິດທິພົນຂອງຊາຕານຢ່າງງ່າຍດາຍທີ່ສຸດ, ສະນັ້ນ ເຈົ້າຄວນຮັກພຣະເຈົ້າແນວໃດໃນລະຫວ່າງການຫຼໍ່ຫຼອມນັ້ນ? ເຈົ້າຄວນໂຮບໂຮມຄວາມຕັ້ງໃຈຂອງເຈົ້າ, ວາງຫົວໃຈຂອງເຈົ້າຢູ່ຕໍ່ໜ້າພຣະເຈົ້າ ແລະ ອຸທິດເວລາສຸດທ້າຍຂອງເຈົ້າໃຫ້ກັບພຣະອົງ. ບໍ່ວ່າພຣະເຈົ້າຈະຫຼໍ່ຫຼອມເຈົ້າແນວໃດກໍຕາມ, ເຈົ້າຄວນສາມາດນໍາຄວາມຈິງເຂົ້າສູ່ການປະຕິບັດເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ເຈົ້າຄວນສະໝັກໃຈໃນການສະແຫວງຫາພຣະເຈົ້າ ແລະ ສະແຫວງຫາຄວາມສະໜິດກັບພຣະເຈົ້າ. ໃນເວລາແບບນີ້, ຍິ່ງເຈົ້າຂີ້ຄ້ານຫຼາຍສໍ່າໃດ, ເຈົ້າຍິ່ງມີຄວາມຄິດລົບຫຼາຍສໍ່ານັ້ນ ແລະ ມັນຍິ່ງງ່າຍສໍາລັບເຈົ້າຈະທໍ້ຖອຍໃຈ. ເມື່ອມັນຈຳເປັນທີ່ເຈົ້າຕ້ອງຮັບໃຊ້ໜ້າທີ່ຂອງເຈົ້າ, ເຖິງແມ່ນວ່າ ເຈົ້າບໍ່ໄດ້ຮັບໃຊ້ຢ່າງດີ, ເຈົ້າກໍຈົ່ງເຮັດດ້ວຍຄວາມສາມາດຂອງເຈົ້າ ແລະ ເຮັດດ້ວຍຄວາມຮັກທີ່ເຈົ້າມີໃຫ້ກັບພຣະເຈົ້າ; ບໍ່ວ່າຄົນອື່ນຈະເວົ້າຫຍັງກໍຕາມ, ບໍ່ວ່າພວກເຂົາຈະເວົ້າວ່າເຈົ້າໄດ້ເຮັດດີ ຫຼື ເຈົ້າເຮັດບໍ່ດີ, ເຈດຕະນາຂອງເຈົ້າແມ່ນຖືກຕ້ອງແລ້ວ ແລະ ເຈົ້າກໍບໍ່ແມ່ນຄົນທີ່ຄິດວ່າຕົນເອງຊອບທຳ ຍ້ອນວ່າ ເຈົ້າກຳລັງປະຕິບັດແທນພຣະເຈົ້າ. ເມື່ອຄົນອື່ນຕີຄວາມໝາຍເຈົ້າຜິດ, ເຈົ້າກໍສາມາດອະທິຖານຫາພຣະເຈົ້າ ແລະ ເວົ້າວ່າ “ໂອ ພຣະເຈົ້າ! ຂ້ານ້ອຍບໍ່ຮຽກຮ້ອງໃຫ້ຄົນອື່ນອົດທົນກັບຂ້ານ້ອຍ ຫຼື ປະຕິບັດຕໍ່ຂ້ານ້ອຍຢ່າງດີ ຫຼື ໃຫ້ພວກເຂົາເຂົ້າໃຈ ຫຼື ເຫັນດ້ວຍກັບຂ້ານ້ອຍ. ຂ້ານ້ອຍພຽງແຕ່ຂໍໃຫ້ຂ້ານ້ອຍສາມາດຮັກພຣະອົງໃນຫົວໃຈຂອງຂ້ານ້ອຍ, ໃຫ້ຂ້ານ້ອຍສະບາຍໃຈໃນຫົວໃຈຂອງຂ້ານ້ອຍ ແລະ ໃຫ້ສະຕິຂອງຂ້ານ້ອຍຊັດເຈນ. ຂ້ານ້ອຍບໍ່ຮຽກຮ້ອງໃຫ້ຄົນອື່ນຍ້ອງຍໍຂ້ານ້ອຍ ຫຼື ນັບຖືຂ້ານ້ອຍຢ່າງສູງສົ່ງ; ຂ້ານ້ອຍພຽງແຕ່ສະແຫວງຫາເພື່ອເຮັດໃຫ້ພຣະອົງພໍໃຈ ຈາກຫົວໃຈຂອງຂ້ານ້ອຍ, ຂ້ານ້ອຍເຮັດບົດບາດຂອງຂ້ານ້ອຍໂດຍການເຮັດທຸກສິ່ງທີ່ຂ້ານ້ອຍສາມາດເຮັດໄດ້ ແລະ ເຖິງແມ່ນວ່າ ຂ້ານ້ອຍໂງ່ຈ້າ, ເຂົ້າໃຈໄດ້ຍາກ, ມີຄວາມສາມາດທີ່ຕໍ່າ ແລະ ຕາບອດ, ຂ້ານ້ອຍຮູ້ວ່າ ພຣະອົງເປັນຕາຮັກ ແລະ ຂ້ານ້ອຍກໍເຕັມໃຈອຸທິດທຸກສິ່ງທີ່ຂ້ານ້ອຍມີໃຫ້ກັບພຣະອົງ”. ຫລັງຈາກທີ່ເຈົ້າອະທິຖານແບບນີ້, ຄວາມຮັກທີ່ເຈົ້າມີຕໍ່ພຣະເຈົ້າກໍຈະປາກົດຂຶ້ນ ແລະ ເຈົ້າກໍຈະຮູ້ສຶກສະບາຍໃຈຫຼາຍຂຶ້ນໃນຫົວໃຈຂອງເຈົ້າ. ນີ້ແມ່ນຄວາມໝາຍຂອງການປະຕິບັດຄວາມຮັກທີ່ມີຕໍ່ພຣະເຈົ້າ.
(ຄັດຈາກບົດ “ເມື່ອປະສົບກັບການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງສາມາດມີຄວາມຮັກຢ່າງແທ້ຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
447. ມະນຸດຄວນຮັກພຣະເຈົ້າແນວໃດໃນລະຫວ່າງການຫຼໍ່ຫຼອມ? ໂດຍການຕັ້ງໃຈຮັກພຣະເຈົ້າເພື່ອຍອມຮັບເອົາການຫຼໍ່ຫຼອມຂອງພຣະອົງ ນັ້ນກໍຄື ໃນລະຫວ່າງການຫຼໍ່ຫຼອມ ເຈົ້າທໍລະມານຢູ່ຂ້າງໃນ, ຄືກັບວ່າ ມີມີດສຽບບິດຢູ່ໃນຫົວໃຈຂອງເຈົ້າ, ແຕ່ເຈົ້າກໍເຕັມໃຈທີ່ຈະເຮັດໃຫ້ພຣະເຈົ້າພໍໃຈໂດຍໃຊ້ຫົວໃຈຂອງເຈົ້າຮັກພຣະອົງ ແລະ ເຈົ້າກໍບໍ່ເຕັມໃຈທີ່ຈະສົນໃຈເນື້ອໜັງ. ນີ້ແມ່ນຄວາມໝາຍຂອງການປະຕິບັດຄວາມຮັກຕໍ່ພຣະເຈົ້າ. ເຈົ້າເຈັບຢູ່ຂ້າງໃນ ແລະ ການທົນທຸກຂອງເຈົ້າແມ່ນເຖິງຈຸດໃດໜຶ່ງ ແຕ່ເຈົ້າກໍຍັງເຕັມໃຈທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານວ່າ “ໂອ ພຣະເຈົ້າ! ຂ້ານ້ອຍບໍ່ສາມາດຈາກພຣະອົງໄປໄດ້. ເຖິງແມ່ນວ່າມີຄວາມມືດຢູ່ພາຍໃນຕົວຂ້ານ້ອຍ, ຂ້ານ້ອຍກໍປາຖະໜາທີ່ຈະເຮັດໃຫ້ພຣະອົງພໍໃຈ; ພຣະອົງຮູ້ຈັກຫົວໃຈຂອງຂ້ານ້ອຍ ແລະ ຂ້ານ້ອຍຂໍຮ້ອງໃຫ້ພຣະອົງມອບຄວາມຮັກຂອງພຣະອົງໃນຕົວຂ້ານ້ອຍຫຼາຍຂຶ້ນ”. ນີ້ແມ່ນການປະຕິບັດໃນລະຫວ່າງການຫຼໍ່ຫຼອມ. ຖ້າເຈົ້າໃຊ້ຄວາມຮັກທີ່ມີຕໍ່ພຣະເຈົ້າເປັນພື້ນຖານ, ການຫຼໍ່ຫຼອມສາມາດນໍາເຈົ້າໃຫ້ເຂົ້າໃກ້ພຣະເຈົ້າໄດ້ ແລະ ເຮັດໃຫ້ເຈົ້າໃກ້ຊິດກັບພຣະເຈົ້າຫຼາຍຍິ່ງຂຶ້ນ. ຍ້ອນເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຕ້ອງມອບຫົວໃຈຂອງເຈົ້າຢູ່ຕໍ່ໜ້າພຣະເຈົ້າ. ຖ້າເຈົ້າຖວາຍ ແລະ ວາງຫົວໃຈຂອງເຈົ້າຕໍ່ໜ້າພຣະເຈົ້າ, ແລ້ວໃນລະຫວ່າງການຫຼໍ່ຫຼອມ ມັນເປັນໄປບໍ່ໄດ້ທີ່ເຈົ້າຈະປະຕິເສດພຣະເຈົ້າ ຫຼື ໜີຈາກພຣະເຈົ້າໄປ. ດ້ວຍວິທີນີ້ ຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍຈະຍິ່ງໃກ້ຊິດຂຶ້ນກວ່າເກົ່າ ແລະ ຍິ່ງເປັນປົກກະຕິຫຼາຍຂຶ້ນ ແລະ ຄວາມສະໜິດຂອງເຈົ້າກັບພຣະເຈົ້າກໍຈະຫຼາຍຂຶ້ນ. ຖ້າເຈົ້າປະຕິບັດແບບນີ້ຢູ່ສະເໝີ, ແລ້ວເຈົ້າກໍຈະໃຊ້ເວລາຫຼາຍຍິ່ງຂຶ້ນໃນແສງສະຫວ່າງຂອງພຣະເຈົ້າ ແລະ ໃຊ້ເວລາຢູ່ພາຍໃຕ້ການນໍາພາຂອງພຣະທຳຂອງພຣະອົງຫຼາຍຂຶ້ນ. ມີການປ່ຽນແປງຫຼາຍຂຶ້ນເລື້ອຍໆໃນອຸປະນິໄສຂອງເຈົ້າ ແລະ ຄວາມຮູ້ຂອງເຈົ້າກໍຈະເພີ່ມຂຶ້ນໃນແຕ່ລະມື້. ເມື່ອມື້ນັ້ນມາເຖິງ ມື້ທີ່ການທົດລອງຂອງພຣະເຈົ້າເກີດຂຶ້ນກັບເຈົ້າທັນທີ, ເຈົ້າຈະບໍ່ພຽງແຕ່ສາມາດຢືນຢູ່ຂ້າງພຣະເຈົ້າເທົ່ານັ້ນ, ແຕ່ຈະສາມາດເປັນພະຍານໃຫ້ກັບພຣະເຈົ້າອີກດ້ວຍ. ໃນເວລານັ້ນ, ເຈົ້າຈະເປັນຄືກັບໂຢບ ແລະ ເປໂຕ. ເມື່ອໄດ້ເປັນພະຍານໃຫ້ກັບພຣະເຈົ້າ ເຈົ້າຈະຮັກພຣະອົງຢ່ງແທ້ຈິງ ແລະ ຍິນດີທີ່ຈະມອບຊີວິດຂອງເຈົ້າໃຫ້ກັບພຣະອົງ; ເຈົ້າຈະເປັນພະຍານຂອງພຣະເຈົ້າ ແລະ ເປັນຄົນທີ່ພຣະເຈົ້າຮັກ. ຄວາມຮັກທີ່ໄດ້ຜ່ານການຫຼໍ່ຫຼອມເປັນສິ່ງໝັ້ນຄົງ ແລະ ບໍ່ອ່ອນແອ. ບໍ່ວ່າພຣະເຈົ້າຈະວາງເຈົ້າໄວ້ໃນການທົດລອງຂອງພຣະອົງເມື່ອໃດ ຫຼື ແນວໃດກໍຕາມ, ເຈົ້າກໍຈະສາມາດປ່ອຍວາງຄວາມກັງວົນຂອງເຈົ້າ ບໍ່ວ່າເຈົ້າຈະເປັນ ຫຼື ຕາຍ, ປະຖິ້ມທຸກສິ່ງເພື່ອພຣະເຈົ້າດ້ວຍຄວາມຍິນດີ ແລະ ອົດກັ້ນຕໍ່ທຸກສິ່ງຢ່າງມີຄວາມສຸກເພື່ອພຣະເຈົ້າ, ສະນັ້ນ ຄວາມຮັກຂອງເຈົ້າກໍຈະບໍລິສຸດ ແລະ ຄວາມເຊື່ອຂອງເຈົ້າກໍຈະເປັນຈິງ. ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະກາຍເປັນຄົນທີ່ພຣະເຈົ້າຮັກແທ້ຈິງ ແລະ ຄົນທີ່ຖືກພຣະເຈົ້າເຮັດໃຫ້ສົມບູນຢ່າງແທ້ຈິງ.
(ຄັດຈາກບົດ “ເມື່ອປະສົບກັບການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງສາມາດມີຄວາມຮັກຢ່າງແທ້ຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
448. ພຣະເຈົ້າຕີສອນ ແລະ ພິພາກສາມະນຸດ ເພາະມັນຈຳເປັນຕໍ່ພາລະກິດຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ເພາະມັນຈຳເປັນຕໍ່ມະນຸດ. ມະນຸດຕ້ອງຖືກຕີສອນ ແລະ ພິພາກສາ ແລະ ມີພຽງແຕ່ເມື່ອນັ້ນ ເຂົາຈຶ່ງຈະສາມາດບັນລຸຄວາມຮັກສຳລັບພຣະເຈົ້າ. ໃນປັດຈຸບັນ, ພວກເຈົ້າໝັ້ນໃຈຫຼາຍ, ແຕ່ເມື່ອພວກເຈົ້າຜະເຊີນກັບຄວາມລົ້ມເຫຼວພຽງເລັກນ້ອຍ ພວກເຈົ້າກໍມີບັນຫາແລ້ວ; ວຸດທິພາວະຂອງພວກເຈົ້າຍັງຕໍ່າຫຼາຍ ແລະ ພວກເຈົ້າຍັງຕ້ອງຜະເຊີນກັບການຕີສອນ ແລະ ການພິພາກສາແບບນີ້ເພີ່ມຂຶ້ນອີກເພື່ອບັນລຸຄວາມຮູ້ທີ່ເລິກເຊິ່ງກວ່າເກົ່າ. ໃນປັດຈຸບັນ, ພວກເຈົ້າມີຄວາມເຄົາລົບນັບຖືບາງສ່ວນໃຫ້ກັບພຣະເຈົ້າ ແລະ ພວກເຈົ້າຢຳເກງພຣະເຈົ້າ ແລະ ພວກເຈົ້າຮູ້ວ່າ ພຣະອົງເປັນພຣະເຈົ້າທີ່ແທ້ຈິງ, ແຕ່ພວກເຈົ້າບໍ່ໄດ້ມີຄວາມຮັກທີ່ຍິ່ງໃຫຍ່ສຳລັບພຣະອົງ, ແລ້ວແຮງໄກທີ່ພວກເຈົ້າຈະບັນລຸຄວາມຮັກທີ່ບໍລິສຸດໄດ້; ຄວາມຮູ້ຂອງພວກເຈົ້າຕື້ນເກີນໄປ ແລະ ວຸດທິພາວະຂອງພວກເຈົ້າກໍຍັງບໍ່ພຽງພໍ. ເມື່ອເຈົ້າຜະເຊີນກັບສະພາບແວດລ້ອມທີ່ແທ້ຈິງ, ເຈົ້າກໍຍັງບໍ່ຍອມເປັນພະຍານ, ເຈົ້າມີທ່າທີກັບທາງເຂົ້າສູ່ຂອງເຈົ້າໜ້ອຍເກີນໄປ ແລະ ເຈົ້າບໍ່ຮູ້ຈັກວິທີປະຕິບັດເລີຍ. ຄົນສ່ວນໃຫຍ່ບໍ່ດີ້ນລົນ ແລະ ຂີ້ຄ້ານ; ພວກເຂົາພຽງແຕ່ຮັກພຣະເຈົ້າຢ່າງລັບໆໃນຫົວໃຈຂອງພວກເຂົາ, ແຕ່ບໍ່ມີຫົນທາງໃນການປະຕິບັດ ຫຼື ພວກເຂົາບໍ່ຊັດເຈນໃນເລື່ອງທີ່ວ່າ ເປົ້າໝາຍຂອງພວກເຂົາແມ່ນຫຍັງ. ຄົນທີ່ຖືກເຮັດໃຫ້ສົມບູນບໍ່ພຽງແຕ່ປະກອບມີຄວາມເປັນມະນຸດທີ່ປົກກະຕິ, ແຕ່ປະກອບມີຄວາມຈິງທີ່ຢູ່ເກີນມາດຕະການຂອງຄວາມສຳນຶກ ແລະ ສູງກວ່າມາດຕະຖານຂອງຄວາມສຳນຶກ; ພວກເຂົາບໍ່ພຽງແຕ່ໃຊ້ຄວາມສຳນຶກຂອງພວກເຂົາເພື່ອຕອບແທນຄວາມຮັກຂອງພຣະເຈົ້າ ແຕ່ຍິ່ງໄປກວ່ານັ້ນ ພວກເຂົາໄດ້ຮູ້ຈັກພຣະເຈົ້າ ແລະ ໄດ້ເຫັນວ່າພຣະເຈົ້າເປັນຕາຮັກ ແລະ ສົມຄວນແກ່ຄວາມຮັກຂອງມະນຸດ ແລະ ມີຫຼາຍສິ່ງຫຼາຍຢ່າງທີ່ຈະຮັກໃນພຣະເຈົ້າ ເຊິ່ງມະນຸດບໍ່ມີທາງເລືອກຫຍັງເລີຍນອກຈາກຮັກພຣະອົງ. ຄວາມຮັກສຳລັບພຣະເຈົ້າຂອງຄົນທີ່ຖືກເຮັດໃຫ້ສົມບູນກໍເພື່ອປະຕິບັດຕາມຄວາມປາຖະໜາສ່ວນຕົວຂອງພວກເຂົາເອງ. ຄວາມຮັກຂອງພວກເຂົາແມ່ນຄວາມຮັກທີ່ສະໝັກໃຈ, ຄວາມຮັກທີ່ບໍ່ຮຽກຮ້ອງຫຍັງເປັນການຕອບແທນ ແລະ ຄວາມຮັກທີ່ບໍ່ແມ່ນການຄ້າຂາຍ. ພວກເຂົາຮັກພຣະເຈົ້າ ຍ້ອນຄວາມຮູ້ທີ່ພວກເຂົາມີກ່ຽວກັບພຣະອົງລ້ວນໆ. ຄົນປະເພດດັ່ງກ່າວບໍ່ສົນໃຈວ່າ ພຣະເຈົ້າປະທານຄວາມກະລຸນາມາເຖິງພວກເຂົາ ຫຼື ບໍ່ ແລະ ບໍ່ພໍໃຈກັບສິ່ງໃດນອກຈາກການເຮັດໃຫ້ພຣະເຈົ້າເພິ່ງພໍໃຈ. ພວກເຂົາບໍ່ຕໍ່ລອງກັບພຣະເຈົ້າ ຫຼື ພວກເຂົາບໍ່ວັດແທກຄວາມຮັກທີ່ພວກເຂົາມີໃຫ້ກັບພຣະເຈົ້າໂດຍໃຊ້ຄວາມສຳນຶກ ນັ້ນກໍຄື: ພຣະອົງໄດ້ມອບບາງຢ່າງໃຫ້ກັບຂ້ານ້ອຍ ສະນັ້ນ ຂ້ານ້ອຍຈຶ່ງຮັກພຣະອົງເປັນການຕອບແທນ; ຖ້າພຣະອົງບໍ່ມອບຫຍັງໃຫ້ກັບຂ້ານ້ອຍ ແລ້ວຂ້ານ້ອຍກໍບໍ່ມີຫຍັງໃຫ້ເປັນການຕອບແທນ. ຄົນທີ່ຖືກເຮັດໃຫ້ສົມບູນເຊື່ອຢູ່ສະເໝີວ່າ: ພຣະເຈົ້າຊົງເປັນພຣະຜູ້ສ້າງ ແລະ ພຣະອົງປະຕິບັດພາລະກິດຂອງພຣະອົງເທິງພວກເຮົາ. ຍ້ອນຂ້ານ້ອຍໄດ້ຮັບໂອກາດ, ມີເງື່ອນໄຂ ແລະ ຄຸນສົມບັດທີ່ຈະຖືກເຮັດໃຫ້ສົມບູນ, ການສະແຫວງຫາຂອງຂ້ານ້ອຍຄວນເປັນການດຳລົງຊີວິດທີ່ມີຄວາມໝາຍ ແລະ ຂ້ານ້ອຍຄວນເຮັດໃຫ້ພຣະອົງພໍພຣະໄທ.
(ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
449. ໃນລະຫວ່າງເວລາຊົ່ວຊິວິດຂອງເພິ່ນ, ເປໂຕປະສົບກັບການຫຼໍ່ຫຼອມຫຼາຍຮ້ອຍຄັ້ງ ແລະ ຜ່ານປະສົບການຢ່າງທາລຸນຫຼາຍຄັ້ງ. ການຫຼໍ່ຫຼອມນີ້ກາຍເປັນພື້ນຖານຂອງຄວາມຮັກສູງສຸດທີ່ເພິ່ນມີໃຫ້ກັບພຣະເຈົ້າ ແລະ ເປັນປະສົບການທີ່ສຳຄັນທີ່ສຸດຕະຫຼອດທັງຊີວິດຂອງເພິ່ນ. ເຫດຜົນໜຶ່ງທີ່ເພິ່ນສາມາດມີຄວາມຮັກສູງສຸດໃຫ້ກັບພຣະເຈົ້າກໍຍ້ອນຄວາມຕັ້ງໃຈຂອງເພິ່ນທີ່ຈະຮັກພຣະເຈົ້າ; ເຖິງຢ່າງໃດກໍຕາມ ສໍາຄັນໄປກວ່ານັ້ນ ມັນແມ່ນຍ້ອນການຫຼໍ່ຫຼອມ ແລະ ການທົນທຸກທີ່ເພິ່ນໄດ້ປະສົບ. ການທົນທຸກນີ້ໄດ້ກາຍເປັນເຄື່ອງນໍາທາງໃນເສັ້ນທາງແຫ່ງການຮັກພຣະເຈົ້າ ແລະ ເປັນສິ່ງທີ່ໜ້າຈົດຈໍາທີ່ສຸດສຳລັບເພິ່ນ. ຖ້າຜູ້ຄົນບໍ່ໄດ້ປະສົບກັບຄວາມເຈັບປວດໃນການຫຼໍ່ຫຼອມ ໃນເວລາທີ່ຮັກພຣະເຈົ້າ, ແລ້ວຄວາມຮັກຂອງພວກເຂົາກໍຈະເຕັມໄປດ້ວຍຄວາມບໍ່ບໍລິສຸດ ແລະ ອີງຕາມຄວາມມັກຂອງພວກເຂົາເອງ; ຄວາມຮັກແບບນີ້ແມ່ນເຕັມໄປດ້ວຍແນວຄິດຂອງຊາຕານ ແລະ ໂດຍພື້ນຖານແລ້ວ ບໍ່ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າເລີຍ. ການມີຄວາມຕັ້ງໃຈຮັກພຣະເຈົ້າບໍ່ຄືກັບການຮັກພຣະເຈົ້າແທ້ຈິງ. ເຖິງແມ່ນວ່າ ທຸກສິ່ງທີ່ພວກເຂົາຄິດໃນຫົວໃຈຂອງພວກເຂົາແມ່ນເພື່ອເຫັນແກ່ການຮັກພຣະເຈົ້າ ແລະ ເຮັດໃຫ້ພຣະເຈົ້າພໍໃຈ ແລະ ເຖິງແມ່ນວ່າ ຄວາມຄິດຂອງພວກເຂົາ ຄືກັບວ່າ ອຸທິດໃຫ້ກັບພຣະເຈົ້າທັງໝົດ ແລະ ປາສະຈາກຄວາມຄິດຕ່າງໆຂອງມະນຸດ, ແຕ່ເມື່ອຄວາມຄິດຂອງພວກເຂົາຖືກນໍາມາຢູ່ຕໍ່ໜ້າພຣະເຈົ້າ, ພຣະອົງກໍບໍ່ໄດ້ຍົກຍ້ອງ ຫຼື ໃຫ້ພອນຄວາມຄິດດັ່ງກ່າວນັ້ນ. ແມ່ນແຕ່ເມື່ອຜູ້ຄົນໄດ້ເຂົ້າໃຈຄວາມຈິງທັງໝົດ, ເມື່ອພວກເຂົາໄດ້ຮຽນຮູ້ຈັກຄວາມຈິງທັງໝົດ ນີ້ກໍບໍ່ສາມາດເວົ້າໄດ້ວ່າ ມັນເປັນເຄື່ອງໝາຍສະແດງໃຫ້ເຫັນເຖິງການຮັກພຣະເຈົ້າ, ມັນບໍ່ສາມາດເວົ້າໄດ້ວ່າ ຄົນເຫຼົ່ານີ້ຮັກພຣະເຈົ້າແທ້ຈິງ. ເຖິງແມ່ນຜູ້ຄົນຈະເຂົ້າໃຈຄວາມຈິງຫຼາຍຢ່າງໂດຍບໍ່ໄດ້ຜ່ານປະສົບການຫຼໍ່ຫຼອມກໍຕາມ, ພວກເຂົາກໍບໍ່ສາມາດນໍາຄວາມຈິງເຫຼົ່ານັ້ນເຂົ້າສູ່ການປະຕິບັດໄດ້; ມີພຽງໃນລະຫວ່າງການຫຼໍ່ຫຼອມເທົ່ານັ້ນ ຜູ້ຄົນຈຶ່ງສາມາດເຂົ້າໃຈເຖິງຄວາມໝາຍທີ່ແທ້ຈິງຂອງຄວາມຈິງເຫຼົ່ານີ້, ມີພຽງເມື່ອນັ້ນ ຜູ້ຄົນຈຶ່ງສາມາດເຫັນຄຸນຄ່າຄວາມໝາຍພາຍໃນຂອງພວກເຂົາຢ່າງແທ້ຈິງ. ໃນເວລານັ້ນ, ເມື່ອພວກເຂົາພະຍາຍາມອີກຄັ້ງ, ພວກເຂົາກໍຈະສາມາດນໍາຄວາມຈິງເຂົ້າສູ່ການປະຕິບັດຢ່າງຖືກຕ້ອງ ແລະ ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ; ໃນເວລານັ້ນ, ແນວຄິດມະນຸດຂອງພວກເຂົາກໍຈະມີໜ້ອຍລົງ, ຄວາມເຊື່ອສາມຂອງມະນຸດຂອງພວກເຂົາໄດ້ຫຼຸດລົງ ແລະ ຄວາມຮູ້ສຶກແບບມະນຸດຂອງພວກເຂົາກໍຫຼຸດລົງ; ມີແຕ່ໃນເວລານັ້ນ ການປະຕິບັດຂອງພວກເຂົາຈຶ່ງຈະເປັນການສະແດງອອກເຖິງຄວາມຮັກທີ່ມີຕໍ່ພຣະເຈົ້າຢ່າງແທ້ຈິງ. ຜົນຂອງຄວາມຈິງກ່ຽວກັບຄວາມຮັກທີ່ມີຕໍ່ພຣະເຈົ້າ ບໍ່ໄດ້ຖືກບັນລຸດ້ວຍຄວາມຮູ້ທີ່ເວົ້າອອກມາ ຫຼື ທາງດ້ານຄວາມຄິດ ຫຼື ມັນບໍ່ສາມາດບັນລຸໄດ້ໂດຍການເຂົ້າໃຈຄວາມຈິງດັ່ງກ່າວພຽງຢ່າງດຽວ. ມັນຮຽກຮ້ອງໃຫ້ຜູ້ຄົນຈ່າຍລາຄາ ແລະ ພວກເຂົາຕ້ອງປະສົບກັບຄວາມຂົມຂື່ນຫຼາຍຢ່າງໃນລະຫວ່າງການຫຼໍ່ຫຼອມ ແລະ ມີແຕ່ເມື່ອນັ້ນ ຄວາມຮັກຂອງພວກເຂົາຈຶ່ງຈະບໍລິສຸດ ແລະ ເປັນໄປຕາມໃຈຂອງພຣະເຈົ້າ.
(ຄັດຈາກບົດ “ເມື່ອປະສົບກັບການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງສາມາດມີຄວາມຮັກຢ່າງແທ້ຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
450. ເມື່ອໃກ້ເຖິງເວລາສຸດທ້າຍໃນຊີວິດຂອງເປໂຕ, ຫຼັງຈາກທີ່ເພິ່ນຖືກເຮັດໃຫ້ສົມບູນ, ເພິ່ນໄດ້ກ່າວວ່າ “ໂອ ພຣະເຈົ້າ! ຖ້າຂ້ານ້ອຍຕ້ອງມີຊີວິດອີກສອງສາມປີ, ຂ້ານ້ອຍປາຖະໜາທີ່ຈະບັນລຸຄວາມຮັກໃຫ້ພຣະອົງທີ່ບໍລິສຸດຍິ່ງຂຶ້ນ ແລະ ເລິກເຊິ່ງກວ່າເດີມ”. ເມື່ອເພິ່ນກຳລັງຈະຖືກຄຶງເທິງໄມ້ກາງແຂນ, ເພິ່ນໄດ້ອະທິຖານໃນຫົວໃຈຂອງເພິ່ນວ່າ “ໂອ ພຣະເຈົ້າ! ເວລາຂອງພຣະອົງໄດ້ມາເຖິງແລ້ວ, ເວລາທີ່ພຣະອົງໄດ້ຈັດກຽມໄວ້ໃຫ້ຂ້ານ້ອຍໄດ້ມາເຖິງແລ້ວ. ຂ້ານ້ອຍຕ້ອງຖືກຄຶງທີ່ໄມ້ກາງແຂນເພື່ອພຣະອົງ, ຂ້ານ້ອຍຕ້ອງເປັນພະຍານໃຫ້ກັບພຣະອົງ ແລະ ຂ້ານ້ອຍຫວັງວ່າ ຄວາມຮັກຂອງຂ້ານ້ອຍຈະສາມາດສະໜອງຕາມຄວາມຕ້ອງການຂອງພຣະອົງໄດ້ ແລະ ມັນຈະໄດ້ບໍລິສຸດຫຼາຍຍິ່ງຂຶ້ນ. ໃນປັດຈຸບັນ, ການທີ່ສາມາດຕາຍເພື່ອພຣະອົງ ແລະ ຖືກຄຶງເທິງໄມ້ກາງແຂນເພື່ອພຣະອົງນັ້ນ ເປັນສິ່ງທີ່ປອບໃຈ ແລະ ເຮັດໃຫ້ຂ້ານ້ອຍໝັ້ນໃຈ, ຍ້ອນບໍ່ມີຫຍັງທີ່ເປັນຕາຍິນດີໄປກວ່າການທີ່ສາມາດຖືກຄຶງເທິງໄມ້ກາງແຂນເພື່ອພຣະອົງ ແລະ ປະຕິບັດຄາມຄວາມປາຖະໜາຂອງພຣະອົງ ແລະ ການທີ່ສາມາດມອບຕົວຂ້ານ້ອຍເອງໃຫ້ກັບພຣະອົງ, ຖວາຍຊີວິດຂອງຂ້ານ້ອຍໃຫ້ກັບພຣະອົງອີກແລ້ວ. ໂອ ພຣະເຈົ້າ! ພຣະອົງຊ່າງເປັນຕາຮັກຫຼາຍ! ຖ້າພຣະອົງຍອມໃຫ້ຂ້ານ້ອຍມີຊີວິດຢູ່, ຂ້ານ້ອຍກໍຍິ່ງເຕັມໃຈທີ່ຈະຮັກພຣະອົງ. ຕາບໃດທີ່ຂ້ານ້ອຍມີຊີວິດຢູ່, ຂ້ານ້ອຍຈະຮັກພຣະອົງ. ຂ້ານ້ອຍປາຖະໜາທີ່ຈະຮັກພຣະອົງໃຫ້ເລິກເຊິ່ງຫຼາຍຍິ່ງຂຶ້ນ. ພຣະອົງພິພາກສາຂ້ານ້ອຍ ແລະ ຕີສອນຂ້ານ້ອຍ ແລະ ທົດລອງຂ້ານ້ອຍ ເພາະຂ້ານ້ອຍບໍ່ຊອບທຳ, ເພາະຂ້ານ້ອຍໄດ້ເຮັດບາບ. ແລ້ວອຸປະນິໄສທີ່ຊອບທຳຂອງພຣະອົງກໍຍິ່ງປາກົດແຈ້ງໃຫ້ຂ້ານ້ອຍເຫັນ. ນີ້ຄືພຣະພອນສໍາລັບຂ້ານ້ອຍ ຍ້ອນຂ້ານ້ອຍສາມາດຮັກພຣະອົງໄດ້ເລິກເຊິ່ງຫຼາຍຍິ່ງຂຶ້ນ ແລະ ຂ້ານ້ອຍເຕັມໃຈທີ່ຈະຮັກພຣະອົງແບບນີ້ ເຖິງແມ່ນວ່າພຣະອົງຈະບໍ່ຮັກຂ້ານ້ອຍ. ຂ້ານ້ອຍເຕັມໃຈທີ່ຈະເຫັນເຖິງອຸປະນິໄສທີ່ຊອບທຳຂອງພຣະອົງ ຍ້ອນສິ່ງນີ້ເຮັດໃຫ້ຂ້ານ້ອຍສາມາດດຳລົງຊີວິດທີ່ມີຄວາມໝາຍຫຼາຍທີ່ສຸດ. ຂ້ານ້ອຍຮູ້ສຶກວ່າ ບັດນີ້ ຊີວິດຂອງຂ້ານ້ອຍມີຄວາມໝາຍຫຼາຍຍິ່ງຂຶ້ນ, ຍ້ອນຂ້ານ້ອຍຖືກຄຶງເທິງໄມ້ກາງແຂນເພື່ອເຫັນແກ່ພຣະອົງ ແລະ ມັນມີຄວາມໝາຍທີ່ຈະຕາຍເພື່ອພຣະອົງ. ແຕ່ຂ້ານ້ອຍກໍຍັງຮູ້ສຶກບໍ່ພໍໃຈ, ຍ້ອນຂ້ານ້ອຍຮູ້ຈັກກ່ຽວກັບພຣະອົງພຽງແຕ່ໜ້ອຍດຽວ, ຂ້ານ້ອຍຮູ້ຈັກວ່າ ຂ້ານ້ອຍບໍ່ສາມາດປະຕິບັດຕາມຄວາມປາຖະໜາຂອງພຣະອົງຢ່າງຄົບຖ້ວນ ແລະ ໄດ້ຕອບແທນພຣະອົງພຽງແຕ່ເລັກນ້ອຍ. ໃນຊີວິດຂອງຂ້ານ້ອຍ, ຂ້ານ້ອຍບໍ່ສາມາດຕອບແທນໝົດທັງຕົວຕົນຂອງຂ້ານ້ອຍໃຫ້ກັບພຣະອົງ; ຂ້ານ້ອຍແຮງໄກຈາກສິ່ງນັ້ນ. ເມື່ອຂ້ານ້ອຍຫຼຽວເບິ່ງຄືນໃນຊ່ວງເວລານີ້, ຂ້ານ້ອຍຮູ້ສຶກຕິດໜີ້ບຸນຄຸນພຣະອົງຫຼາຍ ແລະ ຂ້ານ້ອຍມີພຽງແຕ່ຊ່ວງເວລານີ້ທີ່ຈະຊົດເຊີຍຄວາມຜິດພາດທຸກຢ່າງຂອງຂ້ານ້ອຍ ແລະ ຄວາມຮັກທັງໝົດທີ່ຂ້ານ້ອຍຍັງບໍ່ທັນໄດ້ຕອບແທນພຣະອົງເທື່ອ”.
(ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
451. ມະນຸດຕ້ອງສະແຫວງຫາເພື່ອດຳລົງຊີວິດທີ່ມີຄວາມໝາຍ ແລະ ບໍ່ຄວນພໍໃຈກັບສະຖານະການໃນປັດຈຸບັນຂອງເຂົາ. ເພື່ອດຳລົງຊີວິດຕາມລັກສະນະຂອງເປໂຕ, ເຂົາຕ້ອງປະກອບດ້ວຍຄວາມຮູ້ ແລະ ປະສົບການຂອງເປໂຕ. ມະນຸດຕ້ອງສະແຫວງຫາສິ່ງຕ່າງໆທີ່ສູງສົ່ງກວ່າເກົ່າ ແລະ ເລິກເຊິ່ງຫຼາຍຍິ່ງຂຶ້ນ. ເຂົາຕ້ອງສະແຫວງຫາຄວາມຮັກພຣະເຈົ້າທີ່ເລິກເຊິ່ງຂຶ້ນ ແລະ ບໍລິສຸດຫຼາຍຍິ່ງຂຶ້ນ ແລະ ຊີວິດທີ່ມີຄຸນຄ່າ ແລະ ຄວາມໝາຍ. ມີແຕ່ສິ່ງນີ້ເທົ່ານັ້ນທີ່ເປັນຊີວິດ; ມີແຕ່ເມື່ອນັ້ນ ມະນຸດຈຶ່ງຈະເປັນເໝືອນກັບເປໂຕ. ເຈົ້າຕ້ອງໃຫ້ຄວາມສຳຄັນກັບການມີທ່າທີຕໍ່ການເຂົ້າສູ່ດ້ານບວກຂອງເຈົ້າ ແລະ ຕ້ອງບໍ່ຍອມຈຳນົນໃຫ້ຕົນເອງຖອຍຫຼັງໂດຍເຫັນແກ່ຄວາມສະບາຍຊົ່ວໄລຍະໜຶ່ງ ໃນຂະນະທີ່ບໍ່ຫົວຊາກັບຄວາມຈິງທີ່ເລິກເຊິ່ງຍິ່ງຂຶ້ນ, ເຈາະຈົງຍິ່ງຂຶ້ນ ແລະ ຕາມຄວາມເປັນຈິງຍິ່ງຂຶ້ນ. ຄວາມຮັກຂອງເຈົ້າຕ້ອງຕາມຄວາມເປັນຈິງ ແລະ ເຈົ້າຕ້ອງຄົ້ນຫາຫົນທາງທີ່ຈະປົດປ່ອຍຕົນເອງອອກຈາກຊີວິດທີ່ຊົ່ວຊ້ານີ້ ແລະ ມີຊີວິດທີ່ບໍ່ມີຫຍັງກັງວົນທີ່ບໍ່ແຕກຕ່າງຫຍັງຈາກຊີວິດຂອງສັດ. ເຈົ້າຕ້ອງດຳລົງຊີວິດທີ່ມີຄວາມໝາຍ, ຊີວິດທີ່ມີຄຸນຄ່າ ແລະ ເຈົ້າບໍ່ຕ້ອງຫຼອກລວງຕົນເອງ ຫຼື ປະຕິບັດກັບຊີວິດຂອງເຈົ້າເໝືອນກັບເຄື່ອງຫຼິ້ນສຳລັບຫຼິ້ນໄປມາ. ສຳລັບທຸກຄົນທີ່ສະແຫວງຫາເພື່ອຮັກພຣະເຈົ້າ, ບໍ່ມີຄວາມຈິງໃດທີ່ບໍ່ສາມາດໄດ້ມາ ແລະ ບໍ່ມີຄວາມຍຸຕິທຳໃດທີ່ພວກເຂົາບໍ່ສາມາດຍຶດໝັ້ນໄດ້. ເຈົ້າຄວນດຳລົງຊີວິດຂອງເຈົ້າແນວໃດ? ເຈົ້າຄວນຮັກພຣະເຈົ້າ ແລະ ໃຊ້ຄວາມຮັກນີ້ເພື່ອປະຕິບັດຕາມຄວາມປາຖະໜາຂອງພຣະອົງແນວໃດ? ບໍ່ມີບັນຫາໃດທີ່ຍິ່ງໃຫຍ່ກວ່າໃນຊີວິດຂອງເຈົ້າ. ເໜືອສິ່ງອື່ນໃດ, ເຈົ້າຕ້ອງມີຄວາມປາຖະໜາ ແລະ ຄວາມພາກພຽນດັ່ງກ່າວ ແລະ ບໍ່ຄວນເປັນຄືກັນກັບຄົນອ່ອນແອທີ່ບໍ່ມີຄວາມກ້າຫານ. ເຈົ້າຕ້ອງຮຽນຮູ້ຈັກວິທີປະສົບກັບຊີວິດທີ່ມີຄວາມໝາຍ ແລະ ປະສົບກັບຄວາມຈິງທີ່ມີຄວາມໝາຍ ແລະ ບໍ່ຄວນປະຕິບັດກັບຕົນເອງພຽງພໍແຕ່ເປັນພິທີໃນລັກສະນະນັ້ນ. ຊີວິດຂອງເຈົ້າກໍຈະຜ່ານເຈົ້າໄປໂດຍບໍ່ຮູ້ສຶກຕົວ; ແລ້ວຫຼັງຈາກນັ້ນ ເຈົ້າຈະມີໂອກາດທີ່ຈະຮັກພຣະເຈົ້າອີກຄັ້ງບໍ? ມະນຸດສາມາດຮັກພຣະເຈົ້າຫຼັງຈາກເຂົາໄດ້ຕາຍໄປແລ້ວບໍ? ເຈົ້າຕ້ອງມີຄວາມປາຖະໜາ ແລະ ຄວາມສຳນຶກເໝືອນກັບເປໂຕ; ຊີວິດຂອງເຈົ້າຕ້ອງມີຄວາມໝາຍ ແລະ ເຈົ້າຕ້ອງບໍ່ຫຼິ້ນເກມກັບຕົວເຈົ້າເອງ. ໃນຖານະທີ່ເປັນມະນຸດ ແລະ ເປັນຄົນທີ່ສະແຫວງຫາພຣະເຈົ້າ, ເຈົ້າຕ້ອງສາມາດພິຈາລະນາຢ່າງລະມັດລະວັງ ວ່າເຈົ້າຈະປະຕິບັດກັບຊີວິດຂອງເຈົ້າແນວໃດ, ເຈົ້າຄວນຖວາຍຕົນເອງໃຫ້ກັບພຣະເຈົ້າແນວໃດ, ເຈົ້າຄວນມີຄວາມເຊື່ອທີ່ມີຄວາມໝາຍຂຶ້ນຕື່ມໃນພຣະເຈົ້າແນວໃດ ແລະ ໃນເມື່ອເຈົ້າຮັກພຣະເຈົ້າ ເຈົ້າຄວນຮັກພຣະອົງໃນວິທີທາງທີ່ບໍລິສຸດຍິ່ງຂຶ້ນ, ສວຍງາມຍິ່ງຂຶ້ນ ແລະ ດີຍິ່ງຂຶ້ນແນວໃດ.
(ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
452. ຖ້າຄົນທີ່ປາຖະໜາຮັກພຣະເຈົ້າ ພວກເຂົາຕ້ອງຊີມລົດຊາດແຫ່ງຄວາມເປັນຕາຮັກຂອງພຣະເຈົ້າ ແລະ ເຫັນຄວາມເປັນຕາຮັກຂອງພຣະເຈົ້າ; ມີພຽງແຕ່ຕອນນີ້ຈຶ່ງຈະມີການປຸກຫົວໃຈທີ່ຮັກພຣະເຈົ້າໃນຕົວພວກເຂົາ ເຊິ່ງເປັນຫົວໃຈທີ່ເຕັມໃຈເສຍສະລະເພື່ອພຣະເຈົ້າຢ່າງຊື່ສັດ. ພຣະເຈົ້າບໍ່ເຮັດໃຫ້ຜູ້ຄົນຮັກພຣະອົງໂດຍຜ່ານຄຳເວົ້າ ແລະ ການສະແດງອອກ ຫຼື ຈິນຕະນາການຂອງພວກເຂົາ ແລະ ພຣະອົງບໍ່ບັງຄັບໃຫ້ຜູ້ຄົນຮັກພຣະອົງ. ກົງກັນຂ້າມ ພຣະອົງເຮັດໃຫ້ພວກເຂົາຮັກພຣະເຈົ້າດ້ວຍຄວາມສະໝັກໃຈຂອງພວກເຂົາເອງ ແລະ ພຣະອົງເຮັດໃຫ້ພວກເຂົາເຫັນຄວາມເປັນຕາຮັກຂອງພຣະອົງໃນພາລະກິດ ແລະ ຖ້ອຍຄຳຂອງພຣະອົງ ຫຼັງຈາກນັ້ນ ພວກເຂົາຈຶ່ງຈະມີຄວາມຮັກຕໍ່ພຣະເຈົ້າ. ມີພຽງແຕ່ວິທີນີ້ເທົ່ານັ້ນ ຜູ້ຄົນຈຶ່ງເປັນພະຍານໃຫ້ກັບພຣະເຈົ້າຢ່າງແທ້ຈິງ. ຜູ້ຄົນບໍ່ຮັກພຣະເຈົ້າຍ້ອນພວກເຂົາຖືກຄົນອື່ນຍົວະໃຫ້ຮັກພຣະອົງ ຫຼື ຍ້ອນແຮງດົນໃຈທາງອາລົມຊົ່ວຄາວ. ພວກເຂົາຮັກພຣະເຈົ້າຍ້ອນພວກເຂົາໄດ້ເຫັນຄວາມເປັນຕາຮັກຂອງພຣະອົງ, ພວກເຂົາໄດ້ເຫັນວ່າ ມີຫຼາຍສິ່ງຫຼາຍຢ່າງກ່ຽວກັບພຣະເຈົ້າທີ່ສົມຄວນແກ່ຄວາມຮັກຂອງຜູ້ຄົນ ຍ້ອນພວກເຂົາໄດ້ເຫັນຄວາມລອດພົ້ນ, ສະຕິປັນຍາ ແລະ ການກະທຳທີ່ມະຫັດສະຈັນຂອງພຣະເຈົ້າ; ຜົນຕາມມາກໍຄືພວກເຂົາສັນລະເສິນພຣະເຈົ້າຢ່າງແທ້ຈິງ ແລະ ປາຖະໜາຫາພຣະອົງຢ່າງແທ້ຈິງ ແລະ ມີການກະຕຸ້ນຄວາມຫຼົງໄຫຼດັ່ງກ່າວໃນພວກເຂົາຈົນວ່າພວກເຂົາບໍ່ສາມາດຢູ່ລອດໄດ້ ຫາກປາສະຈາກການໄດ້ຮັບຈາກພຣະເຈົ້າ. ເຫດຜົນທີ່ວ່າ ເປັນຫຍັງຄົນທີ່ເປັນພະຍານໃຫ້ກັບພຣະເຈົ້າຢ່າງແທ້ຈິງຈຶ່ງສາມາດເປັນພະຍານຢ່າງໜັກແໜ້ນໃຫ້ກັບພຣະອົງໄດ້ກໍຍ້ອນຄຳພະຍານຂອງພວກເຂົາແມ່ນຢູ່ເທິງພື້ນຖານແຫ່ງຄວາມຮູ້ທີ່ແທ້ຈິງ ແລະ ຄວາມປາຖະໜາຫາພຣະເຈົ້າຢ່າງແທ້ຈິງ. ມັນບໍ່ແມ່ນຕາມແຮງກະຕຸ້ນທາງອາລົມ ແຕ່ຕາມຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ອຸປະນິໄສຂອງພຣະອົງ. ເພາະພວກເຂົາໄດ້ຮຽນຮູ້ຈັກພຣະເຈົ້າ, ພວກເຂົາຈຶ່ງຮູ້ສຶກວ່າ ພວກເຂົາຕ້ອງເປັນພະຍານໃຫ້ກັບພຣະເຈົ້າຢ່າງແນ່ນອນ ແລະ ເຮັດໃຫ້ທຸກຄົນທີ່ປາຖະໜາຫາພຣະເຈົ້ານັ້ນຮູ້ຈັກພຣະເຈົ້າ ແລະ ຮູ້ຕົວກ່ຽວກັບຄວາມເປັນຕາຮັກຂອງພຣະເຈົ້າ ແລະ ຄວາມເປັນຈິງຂອງພຣະອົງ. ຄືກັບຄວາມຮັກທີ່ຜູ້ຄົນມີໃຫ້ພຣະເຈົ້າ ຄຳພະຍານຂອງພວກເຂົາກໍບໍ່ໄດ້ຖືກບັງຄັບ, ມັນເປັນຈິງ ແລະ ມີຄວາມສຳຄັນ ແລະ ຄຸນຄ່າທີ່ແທ້ຈິງ. ມັນບໍ່ໄດ້ຢູ່ຊື່ໆ ຫຼື ເປົ່າຫວ່າງ ແລະ ບໍ່ມີຄວາມໝາຍ. ເຫດຜົນທີ່ວ່າ ເປັນຫຍັງມີພຽງແຕ່ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງເທົ່ານັ້ນທີ່ມີຄຸນຄ່າ ແລະ ຄວາມໝາຍທີ່ສຸດໃນຊີວິດຂອງພວກເຂົາ ແລະ ມີພຽງແຕ່ພວກເຂົາເທົ່ານັ້ນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ ກໍຍ້ອນຄົນເຫຼົ່ານີ້ດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າ, ພວກເຂົາສາມາດດຳລົງຊີວິດເພື່ອພາລະກິດ ແລະ ການຄຸ້ມຄອງຂອງພຣະເຈົ້າ, ພວກເຂົາບໍ່ໄດ້ດຳລົງຊີວິດຢູ່ໃນຄວາມມືດ, ແຕ່ດຳລົງຊີວິດໃນແສງສະຫວ່າງ; ພວກເຂົາບໍ່ໄດ້ດຳລົງຊີວິດຢ່າງບໍ່ມີຄວາມໝາຍ ແຕ່ເປັນຊີວິດທີ່ໄດ້ຮັບການອວຍພອນຈາກພຣະເຈົ້າ. ມີພຽງຄົນທີ່ຮັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າ, ມີພຽງພວກເຂົາເທົ່ານັ້ນທີ່ເປັນພະຍານຂອງພຣະອົງ, ມີພຽງພວກເຂົາເທົ່ານັ້ນທີ່ໄດ້ຮັບການອວຍພອນຈາກພຣະເຈົ້າ ແລະ ມີພຽງພວກເຂົາເທົ່ານັ້ນທີ່ສາມາດຮັບສັນຍາຂອງພຣະເຈົ້າ. ຄົນທີ່ຮັກພຣະເຈົ້າແມ່ນມິດສະຫາຍຂອງພຣະເຈົ້າ, ພວກເຂົາແມ່ນຄົນທີ່ພຣະເຈົ້າຮັກ ແລະ ພວກເຂົາສາມາດຊື່ນຊົມກັບການອວຍພອນຮ່ວມກັນກັບພຮະເຈົ້າ. ມີພຽງແຕ່ຄົນປະເພດດັ່ງກ່າວນີ້ຈະດຳລົງຊີວິດຕະຫຼອດໄປເປັນນິດ ແລະ ມີພຽງແຕ່ພວກເຂົາເທົ່ານັ້ນທີ່ຈະດຳລົງຊີວິດຢູ່ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະເຈົ້າຕະຫຼອດໄປ. ພຣະເຈົ້າມີໄວ້ເພື່ອໃຫ້ຜູ້ຄົນຮັກ ແລະ ພຣະອົງສົມຄວນແກ່ຄວາມຮັກທັງໝົດຂອງທຸກຄົນ ແຕ່ບໍ່ແມ່ນໝົດທຸກຄົນທີ່ສາມາດຮັກພຣະເຈົ້າໄດ້ ແລະ ບໍ່ແມ່ນໝົດທຸກຄົນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້ ແລະ ຖືລິດອຳນາດກັບພຣະເຈົ້າ. ຍ້ອນພວກເຂົາສາມາດເປັນພະຍານໃຫ້ກັບພຣະເຈົ້າ ແລະ ອຸທິດຄວາມພະຍາຍາມທັງໝົດເຂົ້າໃນພາລະກິດຂອງພຣະເຈົ້າໄດ້ ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງຈຶ່ງສາມາດຍ່າງໃນທຸກບ່ອນທີ່ຢູ່ລຸ່ມສະຫວັນໂດຍບໍ່ມີໃຜກ້າຕໍ່ຕ້ານພວກເຂົາ ແລະ ພວກເຂົາສາມາດໃຊ້ລິດອຳນາດເທິງແຜ່ນດິນໂລກ ແລະ ປົກຄອງທຸກປະຊາຊົນຂອງພຣະເຈົ້າທຸກຄົນ. ຄົນເຫຼົ່ານີ້ໄດ້ມາຮ່ວມກັນຈາກທົ່ວທັງແຜ່ນດິນໂລກ, ພວກເຂົາເວົ້າພາສາທີ່ແຕກຕ່າງກັນ ແລະ ມີສີຜິວທີ່ແຕກຕ່າງກັນ ແຕ່ການເປັນຢູ່ຂອງພວກເຂົາແມ່ນມີຄວາມໝາຍດຽວກັນ, ພວກເຂົາທັງໝົດມີຫົວໃຈທີ່ຮັກພຣະເຈົ້າ, ພວກເຂົາທັງໝົດເປັນພະຍານແບບດຽວກັນ ແລະ ມີຄວາມເດັດດ່ຽວທີ່ຄືກັນ ແລະ ມີຄວາມປາຖະໜາທີ່ແບບດຽວກັນ. ຄົນທີ່ຮັກພຣະເຈົ້າສາມາດເດີນຍ່າງຢ່າງມີອິດສະຫຼະທົ່ວທັງແຜ່ນດິນໂລກ, ຄົນທີ່ເປັນພະຍານໃຫ້ກັບພຣະເຈົ້າສາມາດເດີນທາງຂ້າມຜ່ານຈັກກະວານ. ຄົນເຫຼົ່ານີ້ເປັນທີ່ຮັກຂອງພຣະເຈົ້າ, ພວກເຂົາໄດ້ຮັບການອວຍພອນຈາກພຣະເຈົ້າ ແລະ ພວກເຂົາຈະດຳລົງຊີວິດໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ.
(ຄັດຈາກບົດ “ຄົນທີ່ຮັກພຣະເຈົ້າຈະດຳລົງຊີວິດຢູ່ພາຍໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)