ວິທີການໄລ່ຕາມເສາະຫາຄວາມຈິງ (18)
ຄົນສາມປະເພດໂດຍອີງໃສ່ຕົ້ນກຳເນີດຂອງພວກເຂົາ
ຄຸນລັກສະນະຂອງຄົນທີ່ກັບຊາດມາເກີດຈາກມະນຸດ
II. ການແຍກແຍະຜິດຊອບຊົ່ວດີ ແລະ ການຮູ້ວ່າອັນໃດຖືກ ແລະ ອັນໃດຜິດ
ເນື້ອໃນຂອງການໂອ້ລົມຂອງພວກເຮົາໃນຊ່ວງບໍ່ດົນມານີ້ແມ່ນຂ້ອນຂ້າງພິເສດ. ມັນກ່ຽວຂ້ອງກັບຕົ້ນກຳເນີດຂອງຜູ້ຄົນ, ແກ່ນແທ້ຂອງພວກເຂົາ ແລະ ການຈັດປະເພດຂອງພວກເຂົາ. ພວກເຮົາໄດ້ສົນທະນາກ່ຽວກັບການສະແດງອອກຂອງຄົນສາມປະເພດ ເຊິ່ງແຕ່ລະປະເພດມີການຈັດປະເພດທີ່ແຕກຕ່າງກັນ ນັ້ນກໍຄື ການກັບຊາດມາເກີດຈາກສັດ, ການກັບຊາດມາເກີດຈາກມານຮ້າຍ ແລະ ການກັບຊາດມາເກີດຈາກມະນຸດ. ສຳລັບຄົນສ່ວນໃຫຍ່ແລ້ວ ສິ່ງນີ້ໄດ້ສົ່ງຜົນກະທົບຕໍ່ອາລົມຂອງພວກເຂົາໃນລະດັບໜຶ່ງ. ຫຼັງຈາກທີ່ໄດ້ຟັງການໂອ້ລົມໃນດ້ານນີ້ແລ້ວ ພວກເຈົ້າສ່ວນໃຫຍ່ຮູ້ສຶກແນວໃດ? ມີໃຜແດ່ໃນທ່າມກາງພວກເຈົ້າທີ່ບໍ່ເຕັມໃຈທີ່ຈະຟັງເນື້ອໃນນີ້ ແລະ ເວົ້າວ່າ “ເລື່ອງເຫຼົ່ານີ້ເບິ່ງຄືວ່າບໍ່ກ່ຽວຂ້ອງກັບຄວາມຈິງ. ມັນມີປະໂຫຍດຫຍັງບໍໃນການຮູ້ກ່ຽວກັບສິ່ງເຫຼົ່ານີ້?” ເມື່ອຜູ້ເຊື່ອໃໝ່ໄດ້ຍິນຄຳເວົ້າເຫຼົ່ານີ້ ພວກເຂົາມີແນວໂນ້ມທີ່ຈະເກີດມີຄວາມຄິດຫຼົງຜິດບໍ? ພວກເຂົາມີແນວໂນ້ມທີ່ຈະກາຍເປັນຄົນທີ່ຄິດລົບ ແລະ ອ່ອນແອບໍ? ບໍ່ວ່າຜູ້ຄົນຈະຮູ້ສຶກແນວໃດຫຼັງຈາກທີ່ໄດ້ຍິນພຣະທຳເຫຼົ່ານີ້ ບໍ່ວ່າພວກເຂົາຈະເກີດມີຄວາມຄິດຫຼົງຜິດ ຫຼື ກາຍເປັນຄົນທີ່ຄິດລົບ ແລະ ອ່ອນແອກໍຕາມ, ແຕ່ເຖິງຢ່າງໃດກໍຕາມ ການໂອ້ລົມພຣະທຳເຫຼົ່ານີ້ກໍເປັນປະໂຫຍດຕໍ່ຜູ້ຄົນ. ຢ່າງໜ້ອຍມັນກໍເຮັດໃຫ້ຜູ້ຄົນໄດ້ຮັບຄວາມເຂົ້າໃຈ ແລະ ຄວາມສາມາດໃນການແຍກແຍະບາງຢ່າງ, ເພື່ອເຂົ້າໃຈຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງສຳລັບການປະພຶດຕົນ ແລະ ເພື່ອເຂົ້າໃຈຫຼັກການພື້ນຖານຂອງວິທີການປະພຶດຕົນ. ມັນໃຫ້ປະໂຫຍດແກ່ຜູ້ຄົນຢ່າງຫຼວງຫຼາຍໃນແງ່ຂອງວິທີການປະພຶດຕົນ ແລະ ວິທີການດຳລົງຊີວິດ. ໂດຍສະເພາະຢ່າງຍິ່ງ ມັນຊ່ວຍໃຫ້ຜູ້ຄົນຮູ້ວິທີປະຕິບັດຕໍ່ຄົນອື່ນຕາມຫຼັກການ. ດ້ວຍວິທີນີ້ ພວກເຂົາກໍຈະສາມາດຫຼຸດຜ່ອນການເຮັດສິ່ງທີ່ໂງ່ຈ້າຫຼາຍຢ່າງໄດ້ ແລະ ເດີນທາງອ້ອມໜ້ອຍລົງ. ເນື້ອໃນຂອງການໂອ້ລົມຂອງພວກເຮົາໃນຊ່ວງບໍ່ດົນມານີ້ແມ່ນກ່ຽວຂ້ອງກັບຕົ້ນກຳເນີດຂອງຜູ້ຄົນ ແລະ ແກ່ນແທ້ພາຍໃນຂອງພວກເຂົາ ແລະ ພວກເຮົາໄດ້ສະຫຼຸບໂດຍການເວົ້າກ່ຽວກັບການສະແດງອອກທີ່ມີຢູ່ໃນຜູ້ທີ່ກັບຊາດມາເກີດຈາກມະນຸດທີ່ແທ້ຈິງ. ຜູ້ທີ່ກັບຊາດມາເກີດຈາກມະນຸດທີ່ແທ້ຈິງໂດຍຫຼັກແລ້ວແມ່ນມີສອງຄຸນລັກສະນະ. ມີຄຸນລັກສະນະໃດແດ່? (ການແຍກແຍະຜິດຊອບຊົ່ວດີ ແລະ ການຮູ້ວ່າອັນໃດຖືກ ແລະ ອັນໃດຜິດ). ສິ່ງເຫຼົ່ານີ້ຄືການສະແດງອອກ ແລະ ຄຸນລັກສະນະຫຼັກສອງຢ່າງທີ່ຄວາມເປັນມະນຸດຂອງຄົນເຮົາຄວນມີ. ເວົ້າລວມແລ້ວ ພວກມັນຄືສິ່ງທີ່ພວກເຮົາມັກຈະເອີ້ນວ່າ ມະໂນທຳ ແລະ ເຫດຜົນ. ເຖິງຢ່າງໃດກໍຕາມ ຜູ້ຄົນມັກຈະບໍ່ຮູ້ວິທີແຍກແຍະວ່າຄົນໃດໜຶ່ງມີມະໂນທຳ ແລະ ເຫດຜົນ ຫຼື ບໍ່ ຫຼື ວ່າຄົນໆໜຶ່ງມີຢ່າງໃດຢ່າງໜຶ່ງຢ່າງແທ້ຈິງ ຫຼື ບໍ່, ມະໂນທຳ ແລະ ເຫດຜົນຂອງພວກເຂົາເປັນປົກກະຕິ ຫຼື ບໍ່ ຫຼື ພວກມັນເປັນມະໂນທຳ ແລະ ເຫດຜົນທີ່ມີຢູ່ໃນຄວາມເປັນມະນຸດທີ່ປົກກະຕິ ຫຼື ບໍ່. ເມື່ອຜູ້ຄົນບໍ່ເຂົ້າໃຈຂໍ້ເທັດຈິງເຫຼົ່ານີ້ກ່ຽວກັບຄວາມເປັນມະນຸດທີ່ປົກກະຕິ, ມຸມມອງ ຫຼື ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບມະໂນທຳ ແລະ ເຫດຜົນກໍລ້ວນແຕ່ເປັນແບບທົ່ວໄປຫຼາຍ, ສະນັ້ນ ພວກເຮົາຈຶ່ງໃຊ້ການສະແດງອອກທີ່ສະເພາະເຈາະຈົງສອງດ້ານ ເພື່ອອະທິບາຍວ່າມະໂນທຳ ແລະ ເຫດຜົນຂອງມະນຸດແມ່ນຫຍັງ ແລະ ເພື່ອຢືນຢັນວ່າຄົນໆໜຶ່ງມີຄວາມເປັນມະນຸດ ຫຼື ບໍ່. ດ້ານທຳອິດຄືການແຍກແຍະຜິດຊອບຊົ່ວດີ ແລະ ດ້ານທີສອງຄືການຮູ້ວ່າອັນໃດຖືກ ແລະ ອັນໃດຜິດ. ພວກເຮົາໄດ້ໂອ້ລົມກ່ຽວກັບສອງດ້ານນີ້ໄປແລ້ວສອງຄັ້ງ. ການແຍກແຍະຜິດຊອບຊົ່ວດີ ແລະ ການຮູ້ວ່າອັນໃດຖືກ ແລະ ອັນໃດຜິດແມ່ນຄຸນນະພາບຂອງຄວາມເປັນມະນຸດ, ເປັນດ້ານທີ່ຖືກໃຊ້ຊີວິດຕາມຂອງຄວາມເປັນມະນຸດ ແລະ ເປັນການເປີດເຜີຍ ແລະ ການສະແດງອອກທີ່ສະເພາະເຈາະຈົງຂອງຄວາມເປັນມະນຸດທີ່ມະນຸດມີ. ສຳລັບສອງດ້ານນີ້, ນັ້ນກໍຄືການແຍກແຍະຜິດຊອບຊົ່ວດີ ແລະ ການຮູ້ວ່າອັນໃດຖືກ ແລະ ອັນໃດຜິດ ເຮົາຈຶ່ງໄດ້ຍົກຕົວຢ່າງຕົວຈິງບາງຢ່າງຂຶ້ນມາ ແລະ ໄດ້ສົນທະນາກ່ຽວກັບການສະແດງອອກທີ່ສະເພາະເຈາະຈົງບາງຢ່າງຂອງຜູ້ຄົນພາຍໃນສອງດ້ານນີ້ ແລະ ໃຫ້ພວກເຈົ້າແຍກແຍະວ່າພວກມັນເປັນການສະແດງອອກຂອງການມີຄວາມເປັນມະນຸດ ຫຼື ບໍ່ ແລະ ຜູ້ທີ່ມີສິ່ງເຫຼົ່ານີ້ເປັນຄົນທີ່ສາມາດແຍກແຍະຜິດຊອບຊົ່ວດີ ແລະ ຮູ້ວ່າອັນໃດຖືກ ແລະ ອັນໃດຜິດ ຫຼື ບໍ່. ກ່ຽວກັບການແຍກແຍະຜິດຊອບຊົ່ວດີ, ພວກເຮົາໄດ້ໂອ້ລົມກັນກ່ຽວກັບບາງກໍລະນີເພື່ອໄຈ້ແຍກວິທີທີ່ຜູ້ຄົນປະຕິບັດຕໍ່ສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ ແລະ ພວກເຮົາຍັງໄດ້ໂອ້ລົມກັນກ່ຽວກັບວິທີແຍກແຍະສິ່ງທີ່ເປັນລົບ ແລະ ການສະແດງອອກທີ່ບໍ່ແມ່ນມະນຸດອີກດ້ວຍ. ເຖິງແມ່ນວ່າເຮົາບໍ່ໄດ້ຍົກຕົວຢ່າງທີ່ສະເພາະເຈາະຈົງຫຼາຍຢ່າງຂຶ້ນມາເພື່ອບອກພວກເຈົ້າວ່າສິ່ງທີ່ເປັນບວກແມ່ນຫຍັງ ແລະ ສິ່ງທີ່ເປັນລົບແມ່ນຫຍັງກໍຕາມ, ແຕ່ໂດຍການໄຈ້ແຍກ ແລະ ການເປີດໂປງການສະແດງອອກບາງຢ່າງຂອງຜູ້ຄົນທີ່ມີຕໍ່ສິ່ງທີ່ເປັນບວກໃນຊີວິດປະຈຳວັນຂອງພວກເຂົາ ເຮົາກໍໄດ້ສະແດງໃຫ້ເຫັນວ່າຄົນເຮົາຄວນປະຕິບັດຕໍ່ສິ່ງທີ່ເປັນບວກແນວໃດ ແລະ ຄວນມີທັດສະນະຄະຕິແນວໃດຕໍ່ສິ່ງເຫຼົ່ານັ້ນ. ເຮົາຍັງໄດ້ຍົກຕົວຢ່າງບາງຢ່າງອີກດ້ວຍເພື່ອເປີດໂປງທັດສະນະຄະຕິ ແລະ ການສະແດງອອກຂອງຜູ້ຄົນທີ່ມີຕໍ່ສິ່ງທີ່ເປັນລົບ ເພື່ອໃຫ້ພວກເຈົ້າສາມາດຮຽນຮູ້ທີ່ຈະແຍກແຍະວ່າທຳມະຊາດຂອງທັດສະນະຄະຕິ ແລະ ການສະແດງອອກຂອງຕົວລະຄອນທີ່ເປັນລົບເຫຼົ່ານີ້ແມ່ນຫຍັງ, ວ່າຄວາມເປັນມະນຸດຂອງພວກເຂົາແມ່ນຄວາມເປັນມະນຸດທີ່ແທ້ຈິງ ຫຼື ບໍ່ ແລະ ແກ່ນແທ້ຄວາມເປັນມະນຸດຂອງພວກເຂົາແມ່ນຫຍັງ. ໃນການໂອ້ລົມສອງຄັ້ງຫຼ້າສຸດຂອງພວກເຮົາ, ພວກເຮົາບໍ່ໄດ້ອະທິບາຍຢ່າງສະເພາະເຈາະຈົງວ່າສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບແມ່ນຫຍັງ, ແຕ່ເມື່ອຕັດສິນຈາກຂໍ້ເທັດຈິງທີ່ຖືກເປີດໂປງແລ້ວ, ຕອນນີ້ພວກເຈົ້າກໍຄວນຈະສາມາດກຳນົດຄວາມໝາຍຂອງສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບໄດ້ແລ້ວ ບໍ່ແມ່ນບໍ? ຫຼັງຈາກທີ່ໄດ້ຟັງການໂອ້ລົມແລ້ວ, ພວກເຈົ້າໄດ້ພະຍາຍາມຄິດຫາຄຳຕອບບໍວ່າສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບແມ່ນຫຍັງແທ້? ຖ້າຫຼັງຈາກທີ່ໄດ້ຟັງເນື້ອໃນສະເພາະຂອງການໂອ້ລົມນີ້ແລ້ວ, ເຈົ້າມີຄຳນິຍາມໃນໃຈຂອງເຈົ້າ ໂດຍຮູ້ວ່າສິ່ງທີ່ເປັນບວກແມ່ນຫຍັງ ແລະ ສິ່ງທີ່ເປັນລົບແມ່ນຫຍັງ ແລະ ເຂົ້າໃຈຄວາມຈິງໃນເລື່ອງນີ້, ແລ້ວເຈົ້າກໍຈະຮູ້ວິທີແຍກແຍະ ແລະ ປະຕິບັດຕໍ່ສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ, ແມ່ນບໍ? (ແມ່ນແລ້ວ).
ຄ. ວິທີແຍກແຍະສິ່ງທີ່ເປັນບວກຈາກສິ່ງທີ່ເປັນລົບ
ຄຳນິຍາມຂອງສິ່ງທີ່ເປັນບວກ
ສິ່ງທີ່ເປັນບວກແມ່ນຫຍັງ? ນີ້ບໍ່ແມ່ນບັນຫາທີ່ຄວນທຳຄວາມເຂົ້າໃຈບໍ? ບາງທີພວກເຈົ້າອາດຈະສາມາດຍົກບາງຕົວຢ່າງກ່ຽວກັບສິ່ງທີ່ເປັນບວກຂຶ້ນມາໄດ້ ເຊັ່ນ: ອຸປະນິໄສທີ່ຊອບທຳຂອງພຣະເຈົ້າ, ຄວາມໜ້າຮັກຂອງພຣະເຈົ້າ, ວຽກງານຂອງພຣະເຈົ້າ, ເຈດຕະນາຂອງພຣະເຈົ້າສຳລັບມະນຸດ, ຂໍ້ກຳນົດຂອງພຣະເຈົ້າສຳລັບມະນຸດ ພ້ອມທັງຄວາມຈິງທັງໝົດທີ່ພຣະເຈົ້າໄດ້ສະແດງໃຫ້ມວນມະນຸດເຫັນ, ທຸກຫຼັກການຄວາມຈິງທີ່ລະອຽດ ແລະ ສະເພາະເຈາະຈົງເຊິ່ງລວມຢູ່ໃນຄວາມຈິງ, ສິ່ງເຫຼົ່ານີ້ລ້ວນແຕ່ເປັນສິ່ງທີ່ເປັນບວກ. ພວກເຈົ້າສາມາດຍົກຕົວຢ່າງທີ່ສະເພາະເຈາະຈົງບາງຢ່າງກ່ຽວກັບສິ່ງທີ່ເປັນບວກໄດ້, ແລ້ວພວກເຈົ້າສາມາດຍົກຕົວຢ່າງທີ່ສະເພາະເຈາະຈົງບາງຢ່າງກ່ຽວກັບສິ່ງທີ່ເປັນລົບໄດ້ບໍ? ວັດທະນະທຳດັ້ງເດີມແມ່ນສິ່ງທີ່ເປັນລົບບໍ? (ແມ່ນແລ້ວ). ກະແສທີ່ຊົ່ວຮ້າຍແມ່ນສິ່ງທີ່ເປັນລົບບໍ? (ແມ່ນແລ້ວ). ການໄລ່ຕາມການເປັນເຈົ້າໜ້າທີ່ແມ່ນສິ່ງທີ່ເປັນລົບບໍ? (ແມ່ນແລ້ວ). ການໄລ່ຕາມຄວາມຮັ່ງມີຢ່າງຫຼວງຫຼາຍແມ່ນສິ່ງທີ່ເປັນລົບບໍ? (ແມ່ນແລ້ວ). ສິ່ງເຫຼົ່ານີ້ລ້ວນແຕ່ແມ່ນສິ່ງທີ່ເປັນລົບ. ມີຫຍັງອີກບໍ? (ນັ້ນຄືທັງໝົດທີ່ຂ້ານ້ອຍສາມາດຄິດອອກໄດ້). ພວກເຈົ້າບໍ່ເຄີຍໄຕ່ຕອງສິ່ງເຫຼົ່ານີ້ໃນໃຈຂອງພວກເຈົ້າເລີຍ; ພວກເຈົ້າມັກຈະໃຈລອຍຢູ່ສະເໝີ. ແຕ່ເຖິງຢ່າງໃດກໍຕາມ ໂດຍປົກກະຕິແລ້ວພວກເຈົ້າກໍຮູ້ສຶກວ່າ ຫຼັງຈາກທີ່ເຊື່ອໃນພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຈົ້າເປັນເວລາຫຼາຍປີ ໂດຍໄດ້ກິນ ແລະ ໄດ້ດື່ມພຣະທຳຂອງພຣະເຈົ້າຢ່າງຫຼວງຫຼາຍ, ພວກເຈົ້າກໍໄດ້ມາເຂົ້າໃຈຄວາມຈິງຢ່າງຫຼວງຫຼາຍ. ແລ້ວເປັນຫຍັງ ເມື່ອເວົ້າເຖິງເລື່ອງທີ່ສະເພາະເຈາະຈົງ ເຈົ້າຈຶ່ງບໍ່ມີມຸມມອງໃດໆເລີຍ? ທຸກສິ່ງທີ່ເຈົ້າເຂົ້າໃຈນັ້ນຫາຍໄປໃສໝົດແລ້ວ? ຖ້າເຈົ້າຖືກຂໍໃຫ້ໃຊ້ຄວາມຈິງທີ່ເຈົ້າເຂົ້າໃຈເພື່ອໄຈ້ແຍກແກ່ນແທ້ຂອງບັນຫາໃດໜຶ່ງ ແລະ ອະທິບາຍແກ່ນແທ້ຂອງມັນຢ່າງຊັດເຈນ ແລະ ດ້ວຍເຫດນັ້ນຈຶ່ງຊ່ວຍໃຫ້ຜູ້ຄົນເຂົ້າໃຈຄວາມຈິງທີ່ກ່ຽວຂ້ອງ ແລະ ເຈດຕະນາຂອງພຣະເຈົ້າ ເພື່ອໃຫ້ພວກເຂົາບໍ່ພຽງແຕ່ແຍກແຍະສິ່ງທີ່ເປັນລົບໄດ້ເທົ່ານັ້ນ ແຕ່ຍັງຮູ້ວ່າສິ່ງທີ່ເປັນບວກ ແລະ ຫຼັກການຄວາມຈິງທີ່ກ່ຽວຂ້ອງແມ່ນຫຍັງອີກດ້ວຍ, ເຈົ້າກໍຄິດຫຍັງບໍ່ອອກ ໂດຍບໍ່ຮູ້ວ່າຈະເວົ້າຫຍັງ. ນີ້ບໍ່ແມ່ນການສະແດງອອກຂອງການບໍ່ເຂົ້າໃຈຄວາມຈິງບໍ? (ແມ່ນແລ້ວ). ແລ້ວຄວາມເຂົ້າໃຈທັງໝົດທີ່ເຈົ້າມັກຈະເວົ້າເຖິງນັ້ນແມ່ນຫຍັງ? (ຄຳເວົ້າ ແລະ ຫຼັກຄຳສອນ). ພວກມັນລ້ວນແຕ່ເປັນຄຳເວົ້າ ແລະ ຫຼັກຄຳສອນ. ເມື່ອຂຽນບັນທຶກການອຸທິດຕົນຝ່າຍວິນຍານ, ບາງຄົນກໍພົບວ່າຄວາມຄິດຂອງພວກເຂົາໄຫຼອອກມາຄືກັບນ້ຳພຸ ແລະ ພວກເຂົາຂຽນຄືກັບວ່າໄດ້ຮັບການຊີ້ນຳຈາກສະຫວັນ; ພວກເຂົາຂຽນໃນລັກສະນະທີ່ມີໂຄງສ້າງສູງ ແລະ ເຮັດໃຫ້ຕົນເອງຊາບຊຶ້ງຈົນນ້ຳຕາໄຫຼອາບແກ້ມ. ເຖິງຢ່າງໃດກໍຕາມ ເມື່ອພວກເຂົາຖືກຂໍໃຫ້ນຳໃຊ້ສິ່ງທີ່ພວກເຂົາຂຽນເຂົ້າໃນຊີວິດຈິງເພື່ອແຍກແຍະຄົນຕ່າງໆ, ເບິ່ງທະລຸສິ່ງຕ່າງໆ ແລະ ແກ້ໄຂບັນຫາຕ່າງໆ ພວກເຂົາກໍບໍ່ສາມາດເຮັດໄດ້. ພວກເຂົາເຂົ້າໃຈຫຼັກຄຳສອນຫຼາຍຢ່າງ ແຕ່ພວກເຂົາພຽງແຕ່ບໍ່ເຂົ້າໃຈຄວາມຈິງ. ຜົນກໍຄື ພວກເຂົາບໍ່ສາມາດເບິ່ງທະລຸເລື່ອງໃດໆທີ່ພວກເຂົາພົບພໍ້ ແລະ ພວກເຂົາບໍ່ສາມາດແກ້ໄຂບັນຫາໃດໆທີ່ພວກເຂົາຄົ້ນພົບເລີຍ. ການທີ່ພວກເຂົາເຂົ້າໃຈຫຼັກຄຳສອນຫຼາຍຢ່າງນັ້ນມີປະໂຫຍດຫຍັງ? ຄົນທີ່ບໍ່ເຂົ້າໃຈຄວາມຈິງນັ້ນຊ່າງໜ້າສົມເພດຫຼາຍ! ຄົນທີ່ອວດດີ ແລະ ຖືຕົນວ່າຊອບທຳເຫຼົ່ານັ້ນເຂົ້າໃຈຫຼັກຄຳສອນຫຼາຍຢ່າງ ແຕ່ກໍບໍ່ສາມາດແກ້ໄຂບັນຫາທີ່ແທ້ຈິງໃດໆໄດ້ເລີຍ. ສິ່ງນີ້ຊ່າງໜ້າສົມເພດຫຼາຍ. ກັບເຂົ້າສູ່ເລື່ອງຂອງພວກເຮົາ, ໃຫ້ພວກເຮົາສືບຕໍ່ການໂອ້ລົມຂອງພວກເຮົາກ່ຽວກັບວ່າສິ່ງທີ່ເປັນບວກແມ່ນຫຍັງ. ຄວາມຈິງດ້ານນີ້ຕ້ອງເຮັດໃຫ້ຊັດເຈນ. ຖ້າພວກເຮົາກ່າວຖະແຫຼງການທົ່ວໄປ ແລະ ເວົ້າວ່າ “ທຸກສິ່ງທີ່ມາຈາກພຣະເຈົ້າແມ່ນສິ່ງທີ່ເປັນບວກ”. ຄຳເວົ້າເຫຼົ່ານີ້ຖືກຕ້ອງບໍ? (ຖືກຕ້ອງ). “ທຸກສິ່ງທີ່ມາຈາກພຣະເຈົ້າແມ່ນສິ່ງທີ່ເປັນບວກ” ແມ່ນຄວາມຈິງ ແຕ່ຖ້າເຈົ້າບໍ່ເຂົ້າໃຈວ່າຄຳເວົ້ານີ້ໝາຍເຖິງຫຍັງຢ່າງສະເພາະເຈາະຈົງ ຫຼື ຄວາມຈິງທີ່ຢູ່ພາຍໃນນັ້ນໝາຍເຖິງຫຍັງ, ແລ້ວສິ່ງທີ່ເຈົ້າເຂົ້າໃຈກໍຄືຫຼັກຄຳສອນ. ຖ້າເຈົ້າມີຄວາມຊາບຊຶ້ງ ແລະ ຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບຄຳເວົ້ານີ້ໃນຫຼາຍໆເລື່ອງ ແລະ ຍັງສາມາດສື່ສານລາຍລະອຽດບາງຢ່າງເພື່ອສະໜັບສະໜູນມຸມມອງຂອງເຈົ້າໄດ້ອີກດ້ວຍ ແລ້ວມຸມມອງຂອງເຈົ້າກໍມີພຣະທຳຂອງພຣະເຈົ້າເປັນພື້ນຖານ ແລະ ສິ່ງນີ້ກໍພິສູດວ່າເຈົ້າເຂົ້າໃຈຄວາມຈິງບາງຢ່າງ. ຫຼາຍຄົນເວົ້າວ່າ “ທຸກສິ່ງທີ່ມາຈາກພຣະເຈົ້າແມ່ນສິ່ງທີ່ເປັນບວກ”. ໂດຍທາງທິດສະດີແລ້ວ, ຄຳເວົ້ານີ້ແມ່ນຖືກຕ້ອງ ແລະ ມັນກໍຍັງເປັນຄວາມຈິງດ້ານໜຶ່ງອີກດ້ວຍ. ແລ້ວໂດຍສະເພາະແລ້ວ ສິ່ງທີ່ເປັນບວກແມ່ນຫຍັງ? ມັນຄວນມີຄຳອະທິບາຍທີ່ສະເພາະເຈາະຈົງສຳລັບ “ທຸກສິ່ງທີ່ມາຈາກພຣະເຈົ້າແມ່ນສິ່ງທີ່ເປັນບວກ”. ແລ້ວສິ່ງໃດແດ່ແມ່ນສິ່ງທີ່ເປັນບວກ? ທຸກສິ່ງທີ່ມາຈາກພຣະເຈົ້າແມ່ນສິ່ງທີ່ເປັນບວກ: ທຸກສິ່ງທີ່ຖືກສ້າງຂຶ້ນໂດຍພຣະເຈົ້າ, ຖືກກຳນົດໂດຍພຣະເຈົ້າ ຫຼື ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າລ້ວນແຕ່ແມ່ນສິ່ງທີ່ເປັນບວກ. ຄຳອະທິບາຍນີ້ຖືກຕ້ອງບໍ? ສິ່ງນີ້ເຮັດໃຫ້ມັນສະເພາະເຈາະຈົງບໍ? (ແມ່ນແລ້ວ). ດ້ວຍວິທີນີ້ ຄຳເວົ້າທີ່ວ່າ “ທຸກສິ່ງທີ່ມາຈາກພຣະເຈົ້າແມ່ນສິ່ງທີ່ເປັນບວກ” ຈຶ່ງບໍ່ພຽງແຕ່ຢູ່ໃນລະດັບທິດສະດີເທົ່ານັ້ນ ແຕ່ໄດ້ກາຍເປັນຫຼັກການຄວາມຈິງ. ການເວົ້າແບບນີ້ຊັດເຈນບໍ? (ຊັດເຈນ). ຖ້າເປັນແນວນັ້ນ ຈົ່ງອ່ານປະໂຫຍກນີ້ທີ່ກຳນົດຄວາມໝາຍຂອງສິ່ງທີ່ເປັນບວກ. (ທຸກສິ່ງທີ່ຖືກພຣະເຈົ້າສ້າງຂຶ້ນ, ຖືກພຣະເຈົ້າກຳນົດໄວ້ ຫຼື ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າລ້ວນແຕ່ແມ່ນສິ່ງທີ່ເປັນບວກ). ພວກເຈົ້າຮູ້ສຶກແນວໃດຫຼັງຈາກທີ່ອ່ານປະໂຫຍກນີ້? ຄຳນິຍາມ ຫຼື ຂອບເຂດຂອງສິ່ງທີ່ເປັນບວກເລີ່ມຊັດເຈນຂຶ້ນໃນໃຈຂອງພວກເຈົ້າແລ້ວບໍ? (ແມ່ນແລ້ວ). ຖ້າເປັນແນວນັ້ນ ຈົ່ງອ່ານມັນອີກຄັ້ງ. (ທຸກສິ່ງທີ່ຖືກພຣະເຈົ້າສ້າງຂຶ້ນ, ຖືກພຣະເຈົ້າກຳນົດໄວ້ ຫຼື ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າລ້ວນແຕ່ແມ່ນສິ່ງທີ່ເປັນບວກ). ເມື່ອພວກເຈົ້າອ່ານພຣະທຳແຫ່ງຄວາມຈິງ, ພວກເຈົ້າຕ້ອງຮຽນຮູ້ທີ່ຈະອ່ານພວກມັນຢ່າງຊ້າໆ ແລະ ໄຕ່ຕອງພວກມັນຢ່າງຮອບຄອບ. ພວກເຈົ້າຕ້ອງຮຽນຮູ້ທີ່ຈະອ່ານພວກມັນດ້ວຍຈັງຫວະທີ່ພໍດີ ໂດຍອ່ານອອກສຽງຢ່າງຈິງຈັງ ແລະ ເຄັ່ງຂຶມໃນຈັງຫວະທີ່ສາມາດເຂົ້າໃຈໄດ້ ເພື່ອວ່າຫຼັງຈາກທີ່ທຸກຄົນໄດ້ຍິນພຣະທຳເຫຼົ່ານັ້ນແລ້ວ ທຸກຄຳເວົ້າ ແລະ ທຸກປະໂຫຍກກໍຈະຖືກສະຫຼັກໄວ້ໃນໃຈຂອງພວກເຂົາ ແລະ ເຮັດໃຫ້ເກີດຄວາມປະທັບໃຈຢ່າງເລິກເຊິ່ງ ແລະ ຕັ້ງແຕ່ນັ້ນມາ ຄຳເວົ້ານີ້ກໍຈະກາຍເປັນພື້ນຖານ ແລະ ເກນແຫ່ງພຣະທຳຂອງພຣະເຈົ້າ ເຊິ່ງພວກເຂົາໃຊ້ວັດແທກສິ່ງໃດໜຶ່ງຢູ່ພາຍໃນ. ມັນຈະດີສໍ່າໃດ. ຈົ່ງອ່ານມັນອີກຄັ້ງ. (ທຸກສິ່ງທີ່ຖືກພຣະເຈົ້າສ້າງຂຶ້ນ, ຖືກພຣະເຈົ້າກຳນົດ ຫຼື ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າລ້ວນແຕ່ແມ່ນສິ່ງທີ່ເປັນບວກ). ນັ້ນຍັງໄວໄປໜ້ອຍໜຶ່ງ. ບອກເຮົາເບິ່ງ ເມື່ອອ່ານພຣະທຳຂອງພຣະເຈົ້າ, ພວກເຈົ້າບໍ່ຄວນຈິງຈັງ ແລະ ມີຄວາມເຫຼື້ອມໃສສັດທາບໍ? (ແມ່ນແລ້ວ). ຖ້າພວກເຈົ້າອ່ານພຣະທຳຂອງພຣະເຈົ້າຢ່າງບໍ່ໃສ່ໃຈ ແລະ ໄວຄືກັບທີ່ພວກເຈົ້າອ່ານບົດຄວາມຂອງຜູ້ບໍ່ມີຄວາມເຊື່ອ, ຜູ້ຟັງຈະຮູ້ສຶກແນວໃດ? (ພວກເຂົາຈະບໍ່ຮູ້ສຶກເຖິງຄວາມເຫຼື້ອມໃສສັດທາໃດໆເລີຍ). ຖ້າເປັນແນວນັ້ນ ເພື່ອອ່ານພຣະທຳຂອງພຣະເຈົ້າດ້ວຍຄວາມເຫຼື້ອມໃສສັດທາ, ພວກເຈົ້າຄວນອ່ານພຣະທຳເຫຼົ່ານັ້ນແນວໃດ? ຈັງຫວະຄວນເປັນແນວໃດ? (ພວກເຮົາຄວນອ່ານພວກມັນຢ່າງຈິງຈັງ ແລະ ຢ່າງຕັ້ງໃຈ ໂດຍອ່ານເທື່ອລະຄຳ ດ້ວຍລັກສະນະທີ່ກັງວານ ແລະ ຊົງພະລັງ). ຖືກຕ້ອງ. ຖ້າເປັນແນວນັ້ນ ຈົ່ງອ່ານມັນອີກຄັ້ງ ແລະ ພະຍາຍາມເຮັດໃຫ້ມັນກັງວານ ແລະ ຊົງພະລັງ. (ທຸກສິ່ງທີ່ຖືກພຣະເຈົ້າສ້າງຂຶ້ນ, ຖືກພຣະເຈົ້າກຳນົດໄວ້ ຫຼື ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າລ້ວນແຕ່ແມ່ນສິ່ງທີ່ເປັນບວກ). ຕອນນີ້ປະໂຫຍກນີ້ໄດ້ຖືກອ່ານຫຼາຍຄັ້ງແລ້ວ ພວກເຈົ້າກໍຕ້ອງຈື່ມັນໄດ້ແລ້ວແມ່ນບໍ? (ແມ່ນແລ້ວ). ປະໂຫຍກນີ້ເນັ້ນໜັກສາມສິ່ງ. ສິ່ງທຳອິດແມ່ນຫຍັງ? (ສິ່ງທີ່ຖືກສ້າງຂຶ້ນໂດຍພຣະເຈົ້າ). ສິ່ງທີສອງແມ່ນຫຍັງ? (ສິ່ງທີ່ຖືກກຳນົດໂດຍພຣະເຈົ້າ). ແລ້ວສິ່ງທີສາມແມ່ນຫຍັງ? (ສິ່ງທີ່ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ). ແລ້ວສິ່ງທັງໝົດເຫຼົ່ານີ້ແມ່ນຫຍັງ? (ພວກມັນລ້ວນແຕ່ແມ່ນສິ່ງທີ່ເປັນບວກ). ພວກເຈົ້າຈື່ມັນໄດ້ແລ້ວແມ່ນບໍ? (ແມ່ນແລ້ວ). ການຈື່ຈຳຄວາມຈິງ ແລະ ສະຫຼັກມັນໄວ້ໃນໃຈຂອງຄົນເຮົານັ້ນເປັນປະໂຫຍດຢ່າງຍິ່ງສຳລັບການເຂົ້າໃຈຫຼັກການຄວາມຈິງທັງໝົດ, ສຳລັບການແຍກແຍະຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທຸກປະເພດ ແລະ ສຳລັບການມີຈຸດຢືນ ແລະ ມຸມມອງທີ່ຖືກຕ້ອງຕໍ່ສິ່ງເຫຼົ່ານັ້ນ ພ້ອມທັງສຳລັບການທີ່ສາມາດເລືອກເສັ້ນທາງທີ່ຖືກຕ້ອງ ແລະ ປະຕິບັດຕາມຫຼັກການຄວາມຈິງເພື່ອເຮັດໃຫ້ພຣະເຈົ້າພໍພຣະໄທ.
ທຸກສິ່ງທີ່ຖືກພຣະເຈົ້າສ້າງຂຶ້ນລ້ວນແຕ່ແມ່ນສິ່ງທີ່ເປັນບວກ
ພວກເຮົາຫາກໍໄດ້ເວົ້າກ່ຽວກັບວ່າສິ່ງທີ່ເປັນບວກແມ່ນຫຍັງ. ທຸກສິ່ງ ແລະ ທຸກເຫດການທີ່ຢູ່ໃນຂອບເຂດຂອງສິ່ງທີ່ຖືກພຣະເຈົ້າສ້າງຂຶ້ນ, ຖືກພຣະເຈົ້າກຳນົດໄວ້ ຫຼື ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າລ້ວນແຕ່ແມ່ນສິ່ງທີ່ເປັນບວກ. ຖ້າເປັນແນວນັ້ນ, ສິ່ງທີ່ເປັນບວກກໍມີຈຳນວນຫຼວງຫຼາຍ. ກ່ອນອື່ນໝົດ, ສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດທຸກປະເພດທີ່ພຣະເຈົ້າໄດ້ສ້າງຂຶ້ນລ້ວນແຕ່ແມ່ນສິ່ງທີ່ເປັນບວກ. ສິ່ງທີ່ມີຊີວິດແມ່ນຮູບແບບຊີວິດທີ່ສາມາດເຄື່ອນໄຫວໄດ້, ສາມາດຫາຍໃຈໄດ້ ແລະ ມີຄວາມມີຊີວິດຊີວາ. ບໍ່ວ່າໂຄງສ້າງຊີວິດຂອງພວກມັນຈະເປັນແນວໃດ ຫຼື ກົດເກນ ແລະ ລະບຽບການໃນຊີວິດຂອງພວກມັນຈະເປັນແນວໃດກໍຕາມ, ຕາບໃດທີ່ພວກມັນຖືກພຣະເຈົ້າສ້າງຂຶ້ນມາ, ຕາບໃດທີ່ພວກມັນມາຈາກພຣະເຈົ້າ, ພວກມັນກໍແມ່ນສິ່ງທີ່ເປັນບວກ. ເຖິງແມ່ນວ່າເຈົ້າຈະບໍ່ມັກພວກມັນ, ເຖິງແມ່ນວ່າພວກມັນຈະບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງເຈົ້າ ແລະ ເຖິງແມ່ນວ່າພວກມັນຈະບໍ່ມີປະໂຫຍດຕໍ່ຜູ້ຄົນ ຫຼື ເຖິງຂັ້ນສາມາດກໍ່ໃຫ້ເກີດອັນຕະລາຍຕໍ່ພວກເຂົາກໍຕາມ, ຕາບໃດທີ່ພວກມັນຖືກພຣະເຈົ້າສ້າງຂຶ້ນມາ ແລະ ຖືກພຣະອົງກຳນົດໄວ້, ພວກມັນກໍເປັນສິ່ງທີ່ເປັນບວກ. ແຕ່ບາງຄົນມີຄວາມຄິດຫຼົງຜິດກ່ຽວກັບເລື່ອງນີ້. ພວກເຂົາເຊື່ອວ່າສັດທີ່ບໍ່ດີ ແລະ ສັດທີ່ສາມາດທຳຮ້າຍຜູ້ຄົນເຊັ່ນ: ໝາຈອກ, ໝາປ່າ ຫຼື ສັດຮ້າຍທີ່ກິນຄົນ ບໍ່ແມ່ນສິ່ງທີ່ເປັນບວກ ແຕ່ແມ່ນສິ່ງທີ່ເປັນລົບ. ມຸມມອງນີ້ຂັດກັບເຈດຕະນາຂອງພຣະເຈົ້າ ແລະ ຜິດຢ່າງສົມບູນ ແລະ ຢ່າງສິ້ນເຊີງ. ຄວາມຈິງແລ້ວ, ສິ່ງໃດກໍຕາມທີ່ຖືກພຣະເຈົ້າສ້າງຂຶ້ນ, ຕາບໃດທີ່ພຣະອົງບໍ່ໄດ້ກ່າວໂທດມັນ, ມັນກໍແມ່ນສິ່ງທີ່ເປັນບວກ. ຜູ້ຄົນບໍ່ຄວນລັງກຽດມັນ ແລະ ບໍ່ຄວນກ່າວໂທດມັນ ແລະ ຫັນໄປໃຊ້ການຂ້າ ຫຼື ວິທີການທີ່ໂຫດຮ້າຍອື່ນໆເພື່ອຈັດການກັບມັນ ຍ້ອນພວກເຂົາພົບວ່າມັນໜ້າລັງກຽດ. ຜູ້ຄົນຄວນປ່ອຍໃຫ້ມັນເປັນໄປຕາມທຳມະຊາດຂອງມັນ. ເຖິງແມ່ນວ່າເຈົ້າຈະບໍ່ປົກປ້ອງມັນ, ເຈົ້າກໍຍັງຄວນປ່ອຍໃຫ້ມັນມີພື້ນທີ່ຢູ່ລອດ ແລະ ເຈົ້າບໍ່ຄວນທຳຮ້າຍມັນ, ເພາະວ່າມັນມາຈາກພຣະເຈົ້າ. ນີ້ຄືທັດສະນະຄະຕິທີ່ຜູ້ຄົນຄວນມີຕໍ່ສິ່ງມີຊີວິດຕ່າງໆທັງໝົດທີ່ພຣະເຈົ້າສ້າງຂຶ້ນມາ. ຕາບໃດທີ່ສິ່ງໃດໜຶ່ງຖືກພຣະເຈົ້າສ້າງຂຶ້ນມາ, ບໍ່ວ່າເຈົ້າຈະມັກມັນ ຫຼື ບໍ່ກໍຕາມ, ບໍ່ວ່າມັນຈະງາມ ຫຼື ຂີ້ຮ້າຍ, ບໍ່ວ່າມັນຈະເປັນມິດຕໍ່ເຈົ້າ ຫຼື ເປັນໄພຄຸກຄາມ, ບໍ່ວ່າມັນຈະເບິ່ງບໍ່ເຫັນດ້ວຍຕາເປົ່າ ຫຼື ເຈົ້າສາມາດເຫັນມັນໄດ້, ບໍ່ວ່າມັນຈະມີຜົນກະທົບຕໍ່ຊີວິດຂອງເຈົ້າ ຫຼື ບໍ່ ຫຼື ມັນມີຄວາມສຳພັນແນວໃດກັບການຢູ່ລອດຂອງມະນຸດ, ເຈົ້າຄວນຖືວ່າມັນ ແລະ ສິ່ງດັ່ງກ່າວທັງໝົດມີຄວາມສຳຄັນເທົ່າທຽມກັນ, ປະຕິບັດຕໍ່ພວກມັນຕາມຫຼັກການ ແລະ ເຄົາລົບພວກມັນ; ໃຫ້ພື້ນທີ່ແກ່ພວກມັນໄດ້ຢູ່ລອດ, ເຄົາລົບວິທີການເອົາຊີວິດລອດຂອງພວກມັນ ແລະ ກົດເກນແຫ່ງການຢູ່ລອດຂອງພວກມັນ ພ້ອມທັງເຄົາລົບທຸກກິດຈະກຳຂອງພວກມັນ. ເຈົ້າບໍ່ຄວນທຳຮ້າຍພວກມັນ. ຢ່າງໜ້ອຍທີ່ສຸດ, ເຈົ້າຄວນຈະສາມາດຢູ່ຮ່ວມກັບສິ່ງມີຊີວິດເຫຼົ່ານີ້ໄດ້ ແລະ ເຈົ້າບໍ່ຄວນແຊກແຊງເຊິ່ງກັນ ແລະ ກັນ. ນີ້ຄືສິ່ງທີ່ຜູ້ຄົນຄວນເຂົ້າໃຈ ແລະ ຮັບຮູ້ ແລະ ແນ່ນອນວ່າມັນຍິ່ງເປັນຫຼັກການທີ່ຄວນຍຶດໝັ້ນໃນວິທີທີ່ຄົນເຮົາປະຕິບັດຕໍ່ສິ່ງມີຊີວິດຕ່າງໆ; ຄົນເຮົາບໍ່ຄວນເຂົ້າຫາພວກມັນດ້ວຍຄວາມຄິດຫຼົງຜິດທີ່ມາຈາກຄວາມປະສົງຂອງມະນຸດ ຫຼື ແມ່ນແຕ່ດ້ວຍຄວາມມຸທະລຸຢ່າງເດັດຂາດ. ນີ້ຄືການສະຫຼຸບການໂອ້ລົມຂອງພວກເຮົາກ່ຽວກັບເລື່ອງທີ່ກ່ຽວຂ້ອງກັບທຸກສິ່ງທີ່ຖືກພຣະເຈົ້າສ້າງຂຶ້ນມາ.
ທຸກສິ່ງທີ່ຖືກພຣະເຈົ້າກຳນົດໄວ້ລ້ວນແຕ່ແມ່ນສິ່ງທີ່ເປັນບວກ
ອີກດ້ານໜຶ່ງກ່ຽວກັບຄຳນິຍາມຂອງສິ່ງທີ່ເປັນບວກແມ່ນກ່ຽວຂ້ອງກັບສິ່ງທີ່ຖືກພຣະເຈົ້າກຳນົດໄວ້ ແລະ ຂອບເຂດຂອງສິ່ງທີ່ຖືກພຣະເຈົ້າກຳນົດໄວ້ນັ້ນແມ່ນຂ້ອນຂ້າງກວ້າງໃຫຍ່. ເວົ້າລວມແລ້ວ ຕົວຢ່າງເຊັ່ນ: ອາຍຸໄຂ, ຮູບລັກສະນະ, ທຳມະຊາດທີ່ມີມາແຕ່ກຳເນີດ ແລະ ຢີນຂອງສິ່ງມີຊີວິດຕ່າງໆ ພ້ອມທັງວິທີການເອົາຊີວິດລອດຂອງພວກມັນ, ຮູບແບບການເຮັດກິດຈະກຳຂອງພວກມັນ, ວິທີການຫາອາຫານ ແລະ ການສືບພັນຂອງພວກມັນ ແລະ ຮູບແບບການດຳລົງຊີວິດຂອງພວກມັນເພື່ອປັບຕົວເຂົ້າກັບສີ່ລະດູການ ເຊິ່ງກ່ຽວຂ້ອງກັບທິດທາງການອົບພະຍົບ ແລະ ຂອບເຂດການເຮັດກິດຈະກຳຂອງພວກມັນ; ນອກຈາກນີ້, ສີ່ລະດູການ, ທີ່ຕັ້ງຂອງພູເຂົາ, ແມ່ນ້ຳ ແລະ ທະເລສາບ ແລະ ຮູບແບບການມີຢູ່ຂອງສິ່ງທີ່ມີຊີວິດ ຫຼື ບໍ່ມີຊີວິດຕ່າງໆເທິງແຜ່ນດິນໂລກທີ່ຖືກພຣະເຈົ້າກຳນົດໄວ້ ແລະ ອື່ນໆ, ຜູ້ຄົນກໍຄວນເຄົາລົບສິ່ງເຫຼົ່ານີ້ທີ່ຢູ່ໃນຂອບເຂດນີ້ເຊັ່ນກັນ, ໃຫ້ພື້ນທີ່ແກ່ພວກມັນໄດ້ຢູ່ລອດ ແລະ ບໍ່ໃຊ້ຄວາມປະສົງຂອງມະນຸດ ຫຼື ວິທີການທີ່ມະນຸດສ້າງຂຶ້ນເພື່ອລຶບລ້າງ, ແຊກແຊງ ຫຼື ທຳລາຍພວກມັນ. ຕົວຢ່າງເຊັ່ນ: ເສືອເກີດມາເພື່ອກິນສັດກິນພືດ; ມ້າລາຍ, ລະມັ່ງ, ກວາງເອວກ໌ ແລະ ສັດນ້ອຍບາງຊະນິດກໍລ້ວນແຕ່ເປັນເຫຍື່ອຂອງເສືອ. ນີ້ຄືວິທີການຫາອາຫານຂອງສິ່ງມີຊີວິດ ແລະ ຂອບເຂດທີ່ມັນເຮັດເຊັ່ນນັ້ນ; ນີ້ຄືກົດເກນແຫ່ງການຢູ່ລອດຂອງມັນ. ແລ້ວກົດເກນແຫ່ງການຢູ່ລອດນີ້ກ່ຽວຂ້ອງກັບຫຍັງ? ມັນກ່ຽວຂ້ອງກັບການກຳນົດຂອງພຣະເຈົ້າ. ເນື່ອງຈາກມັນຖືກພຣະເຈົ້າກຳນົດໄວ້, ບໍ່ວ່າຜູ້ຄົນຈະເບິ່ງມັນຈາກມຸມມອງຂອງຄວາມຄິດຫຼົງຜິດແນວໃດກໍຕາມ, ບໍ່ວ່າພວກເຂົາຈະເຫັນວ່າມັນຍອດຢ້ຽມ ຫຼື ນອງເລືອດ ແລະ ໂຫດຮ້າຍ, ມັນກໍແມ່ນສິ່ງທີ່ເປັນບວກຢ່າງແນ່ນອນ. ສິ່ງນີ້ແນ່ນອນທີ່ສຸດ ແລະ ເຈົ້າບໍ່ສາມາດປະຕິເສດມັນໄດ້. ເຖິງແມ່ນວ່າເຈົ້າຈະຮູ້ສຶກໃນໃຈວ່າເສືອລ່າສັດນັ້ນນອງເລືອດ ແລະ ໂຫດຮ້າຍຫຼາຍ ແລະ ເຈົ້າເຖິງກັບທົນເບິ່ງສາກທີ່ໜ້າເສົ້າສະຫຼົດໃຈແບບນັ້ນບໍ່ໄດ້, ເຈົ້າກໍຄວນເຄົາລົບວິທີການເອົາຊີວິດລອດໃນໂລກຂອງສັດ. ເຈົ້າບໍ່ຄວນຂັດຂວາງ ຫຼື ຈຳກັດມັນ ແລະ ຍິ່ງບໍ່ຄວນແຊກແຊງ ຫຼື ທຳລາຍສະພາບແວດລ້ອມທາງນິເວດວິທະຍານີ້ດ້ວຍນ້ຳມືມະນຸດ. ແຕ່ເຈົ້າຄວນປ່ອຍໃຫ້ສິ່ງຕ່າງໆເປັນໄປຕາມທຳມະຊາດຂອງມັນ ແລະ ປົກປ້ອງສະພາບແວດລ້ອມແຫ່ງການຢູ່ລອດໃນໂລກຂອງສັດ. ເຈົ້າບໍ່ຄວນຍາດເອົາສິດທິໃນການຢູ່ລອດຂອງສັດຕ່າງໆໄປ. ສັດກິນຊີ້ນທີ່ລ່າ ແລະ ກິນສັດກິນພືດ ຫຼື ສັດອື່ນໆແມ່ນກົດເກນແຫ່ງການຢູ່ລອດຂອງພວກມັນ ແລະ ກົດເກນແຫ່ງການຢູ່ລອດນີ້ໄດ້ຖືກພຣະເຈົ້າ ສ້າງຂຶ້ນມາ ແລະ ຖືກພຣະເຈົ້າກຳນົດໄວ້ແລ້ວາ. ມວນມະນຸດບໍ່ຄວນແຊກແຊງ ຫຼື ທຳລາຍມັນ ແຕ່ຄວນປ່ອຍໃຫ້ສິ່ງຕ່າງໆເປັນໄປຕາມທຳມະຊາດຂອງມັນ. ແລ້ວການປ່ອຍໃຫ້ສິ່ງຕ່າງໆເປັນໄປຕາມທຳມະຊາດຂອງມັນໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ເມື່ອເຈົ້າເຫັນເສືອ ຫຼື ສັດກິນຊີ້ນອື່ນໆກຳລັງລ່າລະມັ່ງ ຫຼື ເຫຍື່ອອື່ນໆ, ຖ້າເຈົ້າມີຄວາມກ້າຫານພຽງພໍ, ເຈົ້າກໍສາມາດເບິ່ງຈາກໄລຍະໄກ ແລະ ບໍ່ແຊກແຊງໄດ້. ຖ້າເຈົ້າເປັນຄົນຂີ້ຢ້ານ ແລະ ບໍ່ສາມາດເບິ່ງສາກການຕໍ່ສູ້ທີ່ນອງເລືອດ ແລະ ເຖິງແກ່ຄວາມຕາຍນີ້ໄດ້, ກໍຢ່າເບິ່ງ, ແຕ່ເຈົ້າບໍ່ຄວນກ່າວໂທດພຶດຕິກຳການລ່າຂອງສັດກິນຊີ້ນເຫຼົ່ານີ້ ຍ້ອນເຈົ້າທົນເບິ່ງສາກທີ່ນອງເລືອດນັ້ນບໍ່ໄດ້ ແລະ ເຈົ້າຍິ່ງບໍ່ຄວນຈົ່ມວ່າການທີ່ພຣະເຈົ້າສ້າງສັດກິນຊີ້ນເຫຼົ່ານີ້ຂຶ້ນມາເປັນຄວາມຜິດພາດ; ນີ້ຄືການກະທຳທີ່ຂາດເຫດຜົນ. ມັນເປັນເລື່ອງປົກກະຕິທີ່ເຈົ້າບໍ່ເຂົ້າໃຈສິ່ງນີ້, ແຕ່ເຈົ້າບໍ່ຄວນຍາດເອົາສິດທິໃນການຢູ່ລອດຂອງສັດກິນຊີ້ນໄປ. ບາງຄົນຖາມວ່າ “ຖ້າເປັນແນວນັ້ນ ພວກເຮົາຄວນປົກປ້ອງພວກມັນດ້ວຍນ້ຳມືມະນຸດບໍ?” ໂດຍການບໍ່ເຮັດສິ່ງໃດເພື່ອແຊກແຊງ ຫຼື ກໍ່ໃຫ້ເກີດຄວາມເສຍຫາຍ, ເຈົ້າກໍໄດ້ປະຕິບັດຄວາມຮັບຜິດຊອບຂອງມະນຸດສຳເລັດແລ້ວ. ບໍ່ຈຳເປັນຕ້ອງປົກປ້ອງພວກມັນດ້ວຍນ້ຳມືມະນຸດ, ເພາະວ່າສັດກໍເປັນສິ່ງມີຊີວິດທີ່ພຣະເຈົ້າສ້າງຂຶ້ນມາເຊັ່ນກັນ ແລະ ເນື່ອງຈາກພວກມັນຖືກພຣະເຈົ້າສ້າງຂຶ້ນມາ, ພຣະເຈົ້າກໍໄດ້ມອບຄວາມສາມາດໃນການເອົາຊີວິດລອດໃຫ້ແກ່ພວກມັນແລ້ວ, ພວກມັນບໍ່ຕ້ອງການໃຫ້ເຈົ້າແຊກແຊງ ຫຼື ຊ່ວຍເຫຼືອ. ນອກຈາກນີ້, ເຈົ້າສາມາດຊ່ວຍພວກມັນໄດ້ບໍ? ເຈົ້າສາມາດຮຽນແບບຄວາມດຸຮ້າຍທີ່ພວກມັນໃຊ້ລ່າເຫຍື່ອຂອງພວກມັນໄດ້ບໍ? ຜູ້ຄົນບໍ່ມີຄວາມສາມາດທີ່ຈະເຮັດແບບນັ້ນໄດ້. ຢ່າງຫຼາຍທີ່ສຸດ, ຜູ້ຄົນກໍສາມາດໃຊ້ພຽງແຕ່ອາວຸດເພື່ອຂ້າເຫຍື່ອສອງສາມໂຕເທົ່ານັ້ນ, ເຊິ່ງຍັງຫ່າງໄກຈາກການຕອບສະໜອງຄວາມຕ້ອງການຂອງສັດ. ຍິ່ງໄປກວ່ານັ້ນ, ສັດບາງຊະນິດບໍ່ກິນເຫຍື່ອທີ່ຕາຍແລ້ວ; ພວກມັນກິນແຕ່ຊີ້ນສົດໆທີ່ມີຊີວິດເທົ່ານັ້ນ. ເຈົ້າບໍ່ຄວນແຊກແຊງ ຫຼື ທຳລາຍສິດທິໃນການຢູ່ລອດຂອງສັດກິນຊີ້ນ ແລະ ເຈົ້າກໍບໍ່ຄວນປົກປ້ອງສັດກິນພືດຈາກອັນຕະລາຍ; ການທີ່ເຈົ້າບໍ່ທຳຮ້າຍ ຫຼື ລ່າພວກມັນກໍພຽງພໍແລ້ວ. ການຢູ່ລອດຂອງສັດທຸກປະເພດມີກົດເກນຂອງມັນ ແລະ ພວກມັນຈະສືບພັນ ແລະ ດຳລົງຊີວິດຕໍ່ໄປຕາມກົດເກນທີ່ຖືກພຣະເຈົ້າກຳນົດໄວ້ ແລະ ກົດເກນທີ່ພຣະເຈົ້າສ້າງຕັ້ງຂຶ້ນ. ພວກມັນມີກົດເກນແຫ່ງການຢູ່ລອດຂອງພວກມັນເອງ ແລະ ມີຄວາມສາມາດໃນການເອົາຊີວິດລອດຂອງພວກມັນເອງ ແລະ ໃນຫຼາຍໆດ້ານ, ຄວາມສາມາດໃນການເອົາຊີວິດລອດຂອງພວກມັນກໍຍັງເໜືອກວ່າມະນຸດອີກດ້ວຍ. ເຖິງແມ່ນວ່າພວກມັນຈະບໍ່ສາມາດສ້າງ ຫຼື ໃຊ້ອາວຸດ ແລະ ເຄື່ອງມືໄດ້, ແຕ່ຄວາມສາມາດໃນການເອົາຊີວິດລອດດ້ວຍຕົນເອງຂອງພວກມັນກໍຍັງເໜືອກວ່າມະນຸດໃນບາງດ້ານ. ຖ້າມະນຸດຕ້ອງໄປອາໄສຢູ່ໃນປ່າ, ມັນກໍຈະເປັນເລື່ອງຍາກສຳລັບພວກເຂົາທີ່ຈະຢູ່ລອດໄດ້; ບາງຄົນເຖິງກັບຈະຕາຍຍ້ອນຄວາມກະຫາຍນ້ຳ, ຄວາມອຶດຫິວ ຫຼື ຄວາມໜາວ ຫຼື ຖືກສັດປ່າກິນ. ເຫັນໄດ້ຊັດເຈນວ່າ ຄວາມສາມາດຂອງມະນຸດໃນການເອົາຊີວິດລອດດ້ວຍຕົນເອງໃນປ່ານັ້ນດ້ອຍກວ່າສັດ. ແລ້ວເປັນຫຍັງຈຶ່ງເປັນແນວນີ້? ສິ່ງນີ້ກໍກ່ຽວຂ້ອງກັບການກຳນົດຂອງພຣະເຈົ້າເຊັ່ນກັນ.
ກ່ຽວກັບສິ່ງທີ່ຖືກພຣະເຈົ້າກຳນົດໄວ້ນັ້ນ, ຫຼັກການທີ່ຜູ້ຄົນຄວນຍຶດໝັ້ນກໍຄືການບໍ່ແຊກແຊງ ຫຼື ທຳຮ້າຍມັນດ້ວຍນ້ຳມືມະນຸດ. ຍົກຕົວຢ່າງການປະຕິບັດຕໍ່ສັດ: ຜູ້ຄົນບໍ່ຈຳເປັນຕ້ອງປົກປ້ອງພວກມັນຍ້ອນຄວາມໃຈດີ. ຕາບໃດທີ່ເຈົ້າບໍ່ລົບກວນພວກມັນ, ບໍ່ທຳຮ້າຍສະພາບແວດລ້ອມການດຳລົງຊີວິດຂອງພວກມັນ ຫຼື ບໍ່ທຳລາຍລະບຽບການ ແລະ ກົດເກນແຫ່ງການຢູ່ລອດຂອງພວກມັນ, ເຈົ້າກໍໄດ້ປະຕິບັດຄວາມຮັບຜິດຊອບຂອງມະນຸດສຳເລັດແລ້ວ. ຖ້າສັດໄດ້ຮັບບາດເຈັບ ຫຼື ພົບກັບຄວາມຫຍຸ້ງຍາກບາງຢ່າງ ແລະ ສະແຫວງຫາຄວາມຊ່ວຍເຫຼືອຈາກມະນຸດ, ຜູ້ຄົນຄວນຊ່ວຍເຫຼືອພວກມັນບໍ? (ຄວນ). ການຊ່ວຍເຫຼືອນີ້ບໍ່ຖືວ່າເປັນການແຊກແຊງດ້ວຍນ້ຳມືມະນຸດ, ແຕ່ເປັນຄວາມຮັບຜິດຊອບທີ່ຜູ້ຄົນຄວນປະຕິບັດ. ເປັນຫຍັງສິ່ງນີ້ຈຶ່ງເປັນຄວາມຮັບຜິດຊອບທີ່ຜູ້ຄົນຄວນປະຕິບັດ? ເພາະວ່ານີ້ຄືສິ່ງທີ່ມະນຸດມີຄວາມສາມາດທີ່ຈະເຮັດໄດ້. ໃນສະຖານະການແບບນີ້, ຜູ້ຄົນຄວນສະແດງຄວາມຮັກ ແລະ ເຮັດໃຫ້ດີທີ່ສຸດເພື່ອຊ່ວຍເຫຼືອ, ເພາະວ່າທັງມະນຸດ ແລະ ສັດລ້ວນແຕ່ເປັນສິ່ງທີ່ຖືກສ້າງ. ພຽງແຕ່ວ່າໃນສາຍຕາຂອງພຣະເຈົ້າ, ມວນມະນຸດແມ່ນເປົ້າໝາຍແຫ່ງຄວາມລອດພົ້ນຂອງພຣະອົງ, ເປັນສິ່ງທີ່ຖືກສ້າງໃນລະດັບທີ່ສູງກວ່າ ເຊິ່ງແຕກຕ່າງຈາກສິ່ງອື່ນໆ. ເນື່ອງຈາກທຸກສິ່ງອາໄສຢູ່ຮ່ວມກັນໃນໂລກວັດຖຸນີ້, ໃນພື້ນທີ່ນີ້, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນເວລາທີ່ຈຳເປັນຈຶ່ງບໍ່ລະເມີດຫຼັກການໃດໆ. ຢ່າງໜ້ອຍທີ່ສຸດ, ນີ້ຄືລັກສະນະທີ່ມະນຸດຄວນມີ ແລະ ມັນເປັນສິ່ງທີ່ພວກເຂົາຄວນຈະສາມາດບັນລຸໄດ້. ຖ້າມີສັດທີ່ໄດ້ຮັບບາດເຈັບມາຂໍຄວາມຊ່ວຍເຫຼືອຈາກເຈົ້າແທ້ໆ, ມັນເຮັດເຊັ່ນນັ້ນກໍຍ້ອນວ່າມັນໃຫ້ຄວາມນັບຖືເຈົ້າຢ່າງສູງ ແລະ ໄວ້ໃຈເຈົ້າ. ຄວາມຈິງທີ່ວ່າມັນສາມາດສະແຫວງຫາຄວາມຊ່ວຍເຫຼືອຈາກເຈົ້າໄດ້ນັ້ນ ພິສູດໃຫ້ເຫັນວ່າມັນບໍ່ໄດ້ໂງ່ຈ້າ; ມັນສາມາດຄິດໄດ້ ແລະ ມັນຮູ້ວ່າເຖິງແມ່ນວ່າມະນຸດຈະແຕກຕ່າງຈາກພວກມັນ, ແຕ່ມະນຸດກໍມີວິທີທີ່ຈະຊ່ວຍມັນໃຫ້ມັນຢູ່ລອດໄດ້. ເນື່ອງຈາກສິ່ງມີຊີວິດອື່ນໆໃຫ້ຄວາມນັບຖືມະນຸດຢ່າງສູງ, ມະນຸດບໍ່ຄວນຮັບບົດບາດເປັນນາຍຂອງທຸກສິ່ງໃຫ້ດີ ແລະ ປະຕິບັດພັນທະທີ່ພວກເຂົາຄວນເຮັດໃຫ້ສຳເລັດບໍ? (ຄວນ). ນີ້ຄືຫຼັກການຂອງການປະຕິບັດ. ເພື່ອຮັບບົດບາດເປັນນາຍຂອງທຸກສິ່ງໃຫ້ດີ, ພຽງແຕ່ມີຄວາມປາຖະໜານີ້ແມ່ນບໍ່ພຽງພໍ, ມັນຮຽກຮ້ອງໃຫ້ມີການລົງມືປະຕິບັດຕົວຈິງ. ເມື່ອສິ່ງມີຊີວິດອື່ນໆປະເຊີນກັບຄວາມຫຍຸ້ງຍາກ ຫຼື ມີຄວາມຕ້ອງການ, ເຈົ້າກໍຕ້ອງຍື່ນມືເຂົ້າຊ່ວຍເຫຼືອພວກມັນ. ຖ້າພວກມັນຖືກກຳນົດໃຫ້ຕາຍ ຫຼື ຕ້ອງປະເຊີນກັບໄພພິບັດອັນໃຫຍ່ຫຼວງບາງຢ່າງ ແລະ ເຈົ້າບໍ່ສາມາດຊ່ວຍພວກມັນໄດ້, ແລ້ວກໍບໍ່ມີຫຍັງທີ່ສາມາດເຮັດໄດ້ ແລະ ເຈົ້າກໍຄວນປ່ອຍໃຫ້ສິ່ງຕ່າງໆເປັນໄປຕາມທຳມະຊາດຂອງມັນ, ເຈົ້າພຽງແຕ່ຕ້ອງເຮັດໃຫ້ດີທີ່ສຸດ. ຖ້າເຈົ້າເຫັນພວກມັນພົບກັບຄວາມຫຍຸ້ງຍາກ ຫຼື ອັນຕະລາຍ, ນັ້ນຄືເວລາທີ່ເຈົ້າຄວນປະຕິບັດຄວາມຮັບຜິດຊອບ ແລະ ພັນທະຂອງເຈົ້າ. ຖ້າເຈົ້າບໍ່ເຫັນມັນ, ກໍບໍ່ຈຳເປັນຕ້ອງພະຍາຍາມຢ່າງໜັກເພື່ອຊອກຫາມັນ, ນັ້ນບໍ່ແມ່ນຄວາມຮັບຜິດຊອບຂອງເຈົ້າ. ພວກມັນມີຊະຕາກຳຂອງພວກມັນເອງ ແລະ ເຈົ້າບໍ່ຈຳເປັນຕ້ອງພະຍາຍາມໃນເລື່ອງນີ້ຢ່າງຫ້າວຫັນ. ໃນທາງກົງກັນຂ້າມ, ຖ້າພວກມັນປະເຊີນກັບຄວາມຫຍຸ້ງຍາກ ແລະ ສະແຫວງຫາຄວາມຊ່ວຍເຫຼືອຈາກເຈົ້າ, ມັນກໍເປັນໜ້າທີ່ທີ່ຫຼີກລ່ຽງບໍ່ໄດ້ຂອງເຈົ້າທີ່ຈະຍື່ນມືເຂົ້າຊ່ວຍເຫຼືອ; ທາງທີ່ດີເຈົ້າບໍ່ຄວນປະຕິເສດ. ຕົວຢ່າງເຊັ່ນ: ຖ້າເຈົ້າພົບກັບຫ່ານປ່າຢູ່ເທິງຖະໜົນທີ່ກຳລັງຂວາງທາງຂອງເຈົ້າ ແລະ ພະຍາຍາມຢຸດບໍ່ໃຫ້ເຈົ້າໜີໄປ, ຖ້າເຈົ້າມີຫົວໃຈທີ່ເຕັມໄປດ້ວຍຄວາມຮັກ, ເຈົ້າກໍຄວນຮັບຮູ້ວ່າຫ່ານກຳລັງຕົກຢູ່ໃນຄວາມລຳບາກ ແລະ ໄດ້ມາຂໍຄວາມຊ່ວຍເຫຼືອຈາກເຈົ້າ. ເຈົ້າຄວນເຮັດແນວໃດໃນເວລານີ້? (ຕາມຫ່ານໄປເບິ່ງວ່າມີຫຍັງຜິດປົກກະຕິ ແລະ ໃຫ້ການຊ່ວຍເຫຼືອຖ້າພວກເຮົາສາມາດເຮັດໄດ້). ຖືກຕ້ອງແລ້ວ. ຕາມຫ່ານໄປ, ເບິ່ງວ່າມັນນຳພາເຈົ້າໄປໃສ ແລະ ມັນພົບກັບຄວາມຫຍຸ້ງຍາກ ຫຼື ອັນຕະລາຍຫຍັງທີ່ຕ້ອງການຄວາມຊ່ວຍເຫຼືອຈາກມະນຸດ. ເຈົ້າຄວນເຮັດທຸກຢ່າງທີ່ເຈົ້າສາມາດເຮັດໄດ້ເພື່ອຊ່ວຍເຫຼືອມັນ, ເຈົ້າບໍ່ສາມາດປ່ອຍມັນຖິ້ມໄວ້ໃນຍາມລຳບາກໄດ້. ນີ້ຄືຄວາມຮູ້ສຶກຮັບຜິດຊອບທີ່ມະນຸດຄວນມີ. ການທະນຸຖະໜອມສິ່ງມີຊີວິດຕ່າງໆທີ່ພຣະເຈົ້າສ້າງຂຶ້ນມາ, ການທະນຸຖະໜອມທຸກສິ່ງທີ່ພຣະເຈົ້າໄດ້ສ້າງຂຶ້ນ, ນີ້ຄືລັກສະນະຂອງການຮັກສິ່ງທີ່ເປັນບວກທີ່ຜູ້ຄົນຄວນມີ. ບາງຄົນຖາມວ່າ “ນີ້ຄືການສະສົມບຸນ ແລະ ການເຮັດຄວາມດີບໍ?” ບໍ່ແມ່ນ. ຄຳເວົ້າທີ່ວ່າ “ການສະສົມບຸນ ແລະ ການເຮັດຄວາມດີ” ແມ່ນໃຊ້ບໍ່ໄດ້. ບໍ່ຈຳເປັນຕ້ອງເວົ້າຄຳເວົ້າທີ່ຟັງເບິ່ງສູງສົ່ງແບບນັ້ນ. ເວົ້າກົງໆກໍຄື ແນວຄວາມຄິດທັງໝົດກ່ຽວກັບການສະສົມບຸນ ແລະ ການເຮັດຄວາມດີນັ້ນເປັນເລື່ອງໄຮ້ສາລະ! ນີ້ຄືການປະຕິບັດພັນທະຂອງມະນຸດ; ມັນເປັນຄວາມຮູ້ສຶກຮັບຜິດຊອບພື້ນຖານທີ່ສຸດທີ່ຜູ້ຄົນຄວນມີ. ເມື່ອເຈົ້າໄດ້ຊ່ວຍເຫຼືອຫ່ານແລ້ວ, ຄວາມຮັບຜິດຊອບຂອງເຈົ້າກໍສຳເລັດແລ້ວ. ເຈົ້າບໍ່ຕ້ອງການໃຫ້ມັນຂອບໃຈເຈົ້າ ແລະ ເຈົ້າກໍບໍ່ຕ້ອງການໃຫ້ມັນຕອບແທນຄວາມໃຈດີຂອງເຈົ້າ, ສິ່ງທີ່ເຈົ້າເຮັດແມ່ນສິ່ງທີ່ມະນຸດມີພັນທະຕ້ອງເຮັດ. ການປະຕິບັດພັນທະນີ້ ແລະ ການມີຄວາມຮູ້ສຶກຮັບຜິດຊອບນີ້ຄືການປະຕິບັດຕາມພຣະທຳຂອງພຣະເຈົ້າ ນັ້ນກໍຄື ທຸກສິ່ງທີ່ຖືກພຣະເຈົ້າສ້າງຂຶ້ນ ແລະ ຖືກກຳນົດໄວ້ລ້ວນແຕ່ແມ່ນສິ່ງທີ່ເປັນບວກ ແລະ ພວກເຮົາຄວນທະນຸຖະໜອມພວກມັນ. ພຣະບັນຊາຂອງພຣະເຈົ້າກໍຄືການທະນຸຖະໜອມທຸກສິ່ງທີ່ພຣະອົງໄດ້ສ້າງຂຶ້ນ. ຢ່າງໜ້ອຍທີ່ສຸດ, ນີ້ຄືສ່ວນໜຶ່ງຂອງສາມັນສຳນຶກແຫ່ງຄວາມເປັນມະນຸດທີ່ມະນຸດ ໃນຖານະທີ່ເປັນນາຍຂອງທຸກສິ່ງຄວນມີ. ໂດຍສະເພາະແລ້ວ, ຢ່າງໜ້ອຍທີ່ສຸດ ມັນຄືຄວາມຮູ້ສຶກຮັບຜິດຊອບທີ່ພວກເຂົາຄວນມີ. ຢ່າແຊກແຊງສິ່ງມີຊີວິດອື່ນໆ, ຢ່າທຳລາຍລະບຽບການແຫ່ງການຢູ່ລອດຂອງພວກມັນ ແລະ ຢ່າຍາດເອົາສິດທິໃນການຢູ່ລອດຂອງພວກມັນໄປ; ນອກຈາກນີ້, ບໍ່ຈຳເປັນຕ້ອງຊ່ວຍເຫຼືອພວກມັນດ້ວຍນ້ຳມືມະນຸດເພື່ອໃຫ້ດຳລົງຊີວິດໃນວິທີໃດໜຶ່ງ ຫຼື ຊີ້ນຳ ແລະ ວາງລະບຽບໃຫ້ພວກມັນຢູ່ລອດໃນວິທີໃດໜຶ່ງ. ແຕ່ກົງກັນຂ້າມ, ຈົ່ງເຄົາລົບກົດເກນແຫ່ງການຢູ່ລອດຂອງພວກມັນ ແລະ ລະບຽບການແຫ່ງການຢູ່ລອດຂອງພວກມັນ. ເມື່ອພວກມັນຕ້ອງການຄວາມຊ່ວຍເຫຼືອ, ຖ້າເຈົ້າເຫັນມັນ, ເຈົ້າກໍບໍ່ຄວນຫຼີກລ່ຽງພວກມັນ ຫຼື ເຮັດເປັນບໍ່ສົນໃຈ, ພຽງແຕ່ເຝົ້າເບິ່ງໃນຂະນະທີ່ພວກມັນຖືກທຳຮ້າຍ ແລະ ຕາຍໄປ, ແຕ່ຄວນຍື່ນມືເຂົ້າມາຊ່ວຍເຫຼືອເພື່ອປະຕິບັດຄວາມຮັບຜິດຊອບ ແລະ ພັນທະທີ່ມະນຸດຄວນປະຕິບັດ. ໂດຍການຊ່ວຍເຫຼືອພວກມັນ, ເຈົ້າກໍໄດ້ຊ່ວຍຊີວິດພວກມັນ. ສິ່ງນີ້ຈະບໍ່ເຮັດໃຫ້ເຈົ້າອິດເມື່ອຍ ແລະ ມັນຈະບໍ່ຮຽກຮ້ອງໃຫ້ເຈົ້າຕ້ອງຈ່າຍລາຄາທີ່ຍິ່ງໃຫຍ່ ຫຼື ໃຊ້ພະລັງງານຢ່າງຫຼວງຫຼາຍ ແລະ ຍິ່ງບໍ່ຕ້ອງເວົ້າເຖິງການສະລະຊີວິດຂອງເຈົ້າເພື່ອປົກປ້ອງພວກມັນ. ມັນບໍ່ໄດ້ເຮັດໃຫ້ເຈົ້າເສຍຫາຍຫຍັງເລີຍ; ມັນເປັນສິ່ງທີ່ເຈົ້າສົມຄວນເຮັດໃນຖານະມະນຸດ. ຖ້າເຈົ້າຖືກຂໍໃຫ້ປົກປ້ອງພວກມັນດ້ວຍສຸດກຳລັງຂອງເຈົ້າ, ນັ້ນກໍຄົງຈະບໍ່ແມ່ນເລື່ອງງ່າຍທີ່ຈະເຮັດໄດ້, ແຕ່ເຈົ້າຄວນຈະສາມາດປ່ອຍໃຫ້ສິ່ງຕ່າງໆເປັນໄປຕາມທຳມະຊາດຂອງມັນ ນັ້ນກໍຄື ການບໍ່ແຊກແຊງພວກມັນ, ບໍ່ສ້າງຄວາມເສຍຫາຍແກ່ສະພາບແວດລ້ອມການດຳລົງຊີວິດຂອງພວກມັນ ຫຼື ບໍ່ທຳລາຍລະບຽບການແຫ່ງການຢູ່ລອດຂອງພວກມັນ ແລະ ບໍ່ຍາດເອົາສິດທິໃນການຢູ່ລອດຂອງພວກມັນໄປ. ຖ້າເຈົ້າບໍ່ສາມາດເຮັດໄດ້ແມ່ນແຕ່ສິ່ງນີ້, ແລ້ວເຈົ້າກໍບໍ່ແມ່ນມະນຸດ, ເຈົ້າບໍ່ແມ່ນຄົນທີ່ກັບຊາດມາເກີດຈາກມະນຸດ ແລະ ເຈົ້າກໍບໍ່ມີຄວາມເປັນມະນຸດ. ການບໍ່ມີຄວາມເປັນມະນຸດໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າເຈົ້າຂາດແມ່ນແຕ່ມະໂນທຳ ແລະ ເຫດຜົນທີ່ຈະປົກປ້ອງສັດ, ເບິ່ງແຍງພວກມັນ ແລະ ເຄົາລົບສິ່ງມີຊີວິດທີ່ພຣະເຈົ້າໄດ້ສ້າງຂຶ້ນ. ຖ້າເຈົ້າຄິດແຕ່ເລື່ອງທຳຮ້າຍພວກມັນ, ກິນພວກມັນ ແລະ ຍາດເອົາສິດທິໃນການຢູ່ລອດຂອງພວກມັນໄປຢູ່ສະເໝີ, ແລ້ວເຈົ້າກໍບໍ່ແມ່ນມະນຸດ ແຕ່ເປັນສັດປ່າ. ຕອນນີ້ເລື່ອງນີ້ຊັດເຈນແລ້ວບໍ? (ຊັດເຈນແລ້ວ).
ກ່ຽວກັບສິ່ງທີ່ພຣະເຈົ້າກຳນົດຂຶ້ນມານັ້ນ, ຍັງມີບາງສະຖານະການອື່ນໆອີກ. ຕົວຢ່າງ: ກົດເກນການຢູ່ລອດຂອງສັດບາງຊະນິດແມ່ນແຕກຕ່າງພໍສົມຄວນ ຫຼື ເຖິງກັບກົງກັນຂ້າມກັບສິ່ງທີ່ມີຊີວິດອື່ນໆ ເຊັ່ນ: ນົກເຄົ້າ, ເຈຍ ແລະ ສັດອື່ນໆບາງຊະນິດ ເຊິ່ງກົດເກນການຢູ່ລອດຂອງພວກມັນຄືການນອນໃນຕອນກາງເວັນ ແລະ ເຄື່ອນໄຫວໃນຕອນກາງຄືນ. ສິ່ງນີ້ໄດ້ຖືກພຣະເຈົ້າກຳນົດໄວ້ແລ້ວ ແລະ ເຖິງແມ່ນວ່າບາງຄັ້ງຄາວຈະມີສະຖານະການພິເສດທີ່ເຮັດໃຫ້ສັດເຫຼົ່ານີ້ປ່ຽນແປງກິດຈະວັດນີ້ຊົ່ວຄາວກໍຕາມ, ແຕ່ພາຍໃຕ້ເງື່ອນໄຂປົກກະຕິແລ້ວ, ກົດເກນ ແລະ ກົດລະບຽບການຢູ່ລອດຂອງພວກມັນໂດຍພື້ນຖານແລ້ວແມ່ນບໍ່ປ່ຽນແປງ. ຜູ້ຄົນມັກຈະຄິດຫາວິທີປ່ຽນແປງກົດເກນຂອງສັດເຫຼົ່ານີ້ຢູ່ສະເໝີ, ເຮັດໃຫ້ພວກມັນໃຊ້ຊີວິດໃນຕອນກາງເວັນຄືກັບມະນຸດ. ພວກເຂົາເຮັດການຄົ້ນຄວ້າກ່ຽວກັບຢີນ ແລະ ເຊຣັມເລືອດຂອງສັດເຫຼົ່ານີ້, ຮູບແບບກິດຈະກຳຂອງພວກມັນ ແລະ ອື່ນໆ, ໂດຍຄິດຫາທຸກວິທີທາງເພື່ອປ່ຽນແປງ ແລະ ທຳລາຍກົດເກນການຢູ່ລອດ ແລະ ຮູບແບບການເຄື່ອນໄຫວຂອງພວກມັນ. ສິ່ງນີ້ດີບໍ? (ບໍ່ດີ). ພຶດຕິກຳແບບນີ້, ຄວາມຄິດແບບນີ້ ແມ່ນສິ່ງທີ່ເປັນບວກບໍ? (ບໍ່ແມ່ນ). ນີ້ແມ່ນສິ່ງທີ່ເປັນລົບ ແລະ ເປັນສິ່ງທີ່ຜູ້ທີ່ບໍ່ແມ່ນມະນຸດເຮັດ. ຜ່ານການຄົ້ນຄວ້າທາງວິທະຍາສາດ, ສິ່ງທີ່ມີຊີວິດເຫຼົ່ານີ້ໄດ້ຖືກປ່ຽນແປງໄປແດ່ແທ້, ແຕ່ໃນທີ່ສຸດພວກມັນກໍດຳລົງຊີວິດຢ່າງເຈັບປວດ ແລະ ຢ່າງຜິດປົກກະຕິທີ່ສຸດ. ຄົນປົກກະຕິບໍ່ສາມາດທົນເບິ່ງສິ່ງນີ້ໄດ້. ຍັງມີບາງຄົນທີ່ເວົ້າວ່າ: “ຕອນນີ້ມີໜູຫຼາຍແທ້ໆ; ມັນຄົງຈະດີຫຼາຍຖ້າໝາສາມາດຈັບໜູໄດ້. ໝາສາມາດເຝົ້າເຮືອນໄດ້ ແລະ ພວກເຮົາກໍສາມາດປະຢັດຄ່າອາຫານໝາໄດ້ ເພາະພວກມັນຈະກິນໜູ ແລະ ພວກເຮົາກໍບໍ່ຈຳເປັນຕ້ອງລ້ຽງແມວ. ມັນຈະເປັນການຍິງປືນບາດດຽວໄດ້ນົກສາມໂຕ. ນັ້ນຈະບໍ່ເປັນເລື່ອງທີ່ດີຫຼາຍບໍ?” ຈາກນັ້ນ ພວກເຂົາກໍຄົ້ນຄວ້າວິທີການລວມຢີນຂອງແມວ ແລະ ໝາເຂົ້າກັນ, ເພື່ອໃຫ້ໝາມີທັງຢີນຂອງໝາ ແລະ ແມວ ແລະ ກາຍເປັນລູກປະສົມໝາ-ແມວ ທີ່ສາມາດທັງເຝົ້າເຮືອນ ແລະ ຈັບໜູໄດ້. ແນວຄິດນີ້ດີບໍ? (ບໍ່ດີ). ເປັນຫຍັງຈຶ່ງວ່າບໍ່ດີ? (ເພາະພວກເຂົາມັກຈະຕ້ອງການທຳລາຍສິ່ງທີ່ພຣະເຈົ້າໄດ້ກຳນົດໄວ້ ແລະ ລະເມີດກົດເກນທີ່ພຣະເຈົ້າໄດ້ກຳນົດໄວ້ຢູ່ສະເໝີ. ນີ້ຄືສິ່ງທີ່ຊາຕານເຮັດຢ່າງແທ້ຈິງ ແລະ ເປັນສິ່ງທີ່ມະນຸດຊາດທີ່ເສື່ອມຊາມເຮັດ). ແນວຄິດດັ່ງກ່າວແມ່ນຊົ່ວຊ້າ. ແນວຄິດທີ່ຊົ່ວຊ້າມາຈາກໃສ? ພວກມັນມາຈາກຊາຕານ ແລະ ວິນຍານຊົ່ວຮ້າຍຢ່າງສິ້ນເຊີງ. ດັ່ງນັ້ນ, ຜູ້ຄົນທີ່ເສື່ອມຊາມດັ່ງກ່າວຈຶ່ງບໍ່ແມ່ນມະນຸດ. ພວກເຂົາມັກຈະຕ້ອງການປ່ຽນແປງສິ່ງທີ່ເປັນບວກທີ່ພຣະເຈົ້າໄດ້ກຳນົດໄວ້ ແລະ ປ່ຽນແປງໜ້າທີ່ເດີມ, ຮູບແບບກິດຈະກຳ ແລະ ກົດເກນການຢູ່ລອດຂອງສິ່ງທີ່ມີຊີວິດຕ່າງໆທີ່ພຣະເຈົ້າໄດ້ກຳນົດໄວ້ຢູ່ສະເໝີ. ພວກເຂົາມັກຈະຕ້ອງການທຳລາຍຮູບແບບການຢູ່ລອດຂອງສິ່ງທີ່ມີຊີວິດທີ່ພຣະເຈົ້າກຳນົດໄວ້ຢູ່ສະເໝີ, ພວກເຂົາມັກຈະເກີດມີແນວຄິດ, ຄວາມຄິດ ແລະ ມຸມມອງທີ່ຊົ່ວຊ້າ ແລະ ກະບົດຢ່າງຮ້າຍແຮງບາງຢ່າງຢູ່ສະເໝີ ແລະ ພວກເຂົາມັກຈະຕ້ອງການທຳລາຍສິ່ງຕ່າງໆທີ່ພຣະເຈົ້າໄດ້ກຳນົດໄວ້ຢູ່ສະເໝີ. ຄົນດັ່ງກ່າວບໍ່ແມ່ນມະນຸດ; ພວກເຂົາບໍ່ມີຄວາມເປັນມະນຸດ. ຄວາມຄິດ ຫຼື ການກະທຳຂອງພວກເຂົາບໍ່ເຄີຍຢູ່ໃນຂອບເຂດຂອງມະໂນທຳ ແລະ ເຫດຜົນເລີຍ, ແຕ່ກົງກັນຂ້າມ ພວກເຂົາມັກຈະຕ້ອງການລື່ນກາຍຂອບເຂດຂອງຄວາມເປັນມະນຸດທີ່ປົກກະຕິຢູ່ສະເໝີ, ນີ້ຄືການສະແດງອອກເຖິງການບໍ່ແມ່ນມະນຸດ. ພວກເຂົາບໍ່ໄດ້ເຄົາລົບ ຫຼື ຮັກສາກົດເກນການຢູ່ລອດ ແລະ ຮູບແບບການດຳລົງຢູ່ຂອງທຸກຊັບພະສິ່ງທີ່ພຣະເຈົ້າໄດ້ກຳນົດໄວ້ພາຍໃນມະໂນທຳ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ. ແຕ່ກົງກັນຂ້າມ, ພວກເຂົາມັກຈະຕ້ອງການທຳລາຍ, ລົບກວນ ແລະ ປ່ຽນແປງກົດເກນການຢູ່ລອດທີ່ພຣະເຈົ້າໄດ້ກຳນົດໄວ້, ເພື່ອປ່ຽນແປງວິຖີຊີວິດຂອງສິ່ງທີ່ມີຊີວິດອື່ນໆຢູ່ສະເໝີ. ພວກເຂົາຕ້ອງການເຮັດໃຫ້ແມວບໍ່ເປັນແມວອີກຕໍ່ໄປ ແລະ ໝາບໍ່ເປັນໝາອີກຕໍ່ໄປ, ໂດຍປ່ຽນພວກມັນທັງໝົດໃຫ້ກາຍເປັນສິ່ງທີ່ຜິດປົກກະຕິ, ເປັນສິ່ງທີ່ຊົ່ວຊ້າ, ເຮັດໃຫ້ພວກມັນພັດທະນາໄປໃນທິດທາງທີ່ຊົ່ວຊ້າ. ພວກເຂົາມັກຈະຕ້ອງການທຳລາຍການດຳລົງຢູ່ຂອງສິ່ງທີ່ເປັນບວກຢູ່ສະເໝີ ແລະ ມັກຈະຕ້ອງການທຳລາຍຮູບແບບການຢູ່ລອດຂອງສິ່ງທີ່ເປັນບວກຢູ່ສະເໝີ. ພວກເຂົາບໍ່ແມ່ນມະນຸດ, ແມ່ນບໍ? (ແມ່ນແລ້ວ). ຄວາມຄິດ ແລະ ມຸມມອງທີ່ຜູ້ທີ່ບໍ່ແມ່ນມະນຸດເກີດມີ ແລະ ມີຢູ່ລ້ວນແຕ່ເປັນສິ່ງທີ່ເປັນລົບ ແລະ ພວກມັນກໍເປັນປໍລະປັກຕໍ່ສິ່ງທີ່ເປັນບວກ. ໃນເມື່ອມຸມມອງຂອງພວກເຂົາແມ່ນສິ່ງທີ່ເປັນລົບ ແລະ ເປັນປໍລະປັກຕໍ່ສິ່ງທີ່ເປັນບວກ, ແລ້ວສິ່ງຂອງທີ່ພວກເຂົາຜະລິດ ແລະ ໝາກຜົນທີ່ພວກເຂົາສ້າງຂຶ້ນໃນອາຊີບຂອງພວກເຂົາ ບໍ່ແມ່ນສິ່ງທີ່ເປັນລົບບໍ? (ແມ່ນແລ້ວ). ສິ່ງເຫຼົ່ານີ້ຄືສິ່ງທີ່ເປັນລົບ. ເຖິງແມ່ນວ່າບາງສິ່ງບໍ່ໄດ້ສົ່ງຜົນກະທົບທີ່ບໍ່ດີ ຫຼື ກໍ່ໃຫ້ເກີດອັນຕະລາຍໃດໆຕໍ່ມະນຸດຊາດໂດຍກົງກໍຕາມ, ແຕ່ຕາບໃດທີ່ພວກມັນເປັນປໍລະປັກຕໍ່ສິ່ງທີ່ພຣະເຈົ້າໄດ້ກຳນົດໄວ້, ຕາບໃດທີ່ພວກມັນລະເມີດກົດເກນ ແລະ ກົດລະບຽບທີ່ພຣະເຈົ້າໄດ້ກຳນົດໄວ້ ແລະ ຕາບໃດທີ່ພວກມັນມີວິຖີການຢູ່ລອດທີ່ແຕກຕ່າງອອກໄປ ຫຼື ມີກົດເກນ ແລະ ກົດລະບຽບທີ່ແຕກຕ່າງກັນ ເຊິ່ງເກີດຈາກການແຊກແຊງ, ການປຸງແຕ່ງ ແລະ ການທຳລາຍໂດຍຝີມືມະນຸດ ບົນພື້ນຖານຂອງກົດເກນ ແລະ ກົດລະບຽບທີ່ພຣະເຈົ້າກຳນົດໄວ້, ແລ້ວສິ່ງເຫຼົ່ານີ້ກໍຄືສິ່ງທີ່ເປັນລົບ. ບໍ່ວ່າຈະມີຄົນຈຳນວນຫຼາຍສໍ່າໃດທີ່ຍອມຮັບ ແລະ ຮັບຮູ້ການດຳລົງຢູ່ຂອງສິ່ງດັ່ງກ່າວ ຫຼື ມັນຈະນຳເອົາຄວາມສຸກທາງເນື້ອໜັງມາສູ່ຊີວິດ ຫຼື ການຢູ່ລອດຂອງຜູ້ຄົນຈຳນວນຫຼາຍສໍ່າໃດກໍຕາມ, ຖ້າມັນບໍ່ໄດ້ຢູ່ໃນຮູບແບບເດີມທີ່ພຣະເຈົ້າໄດ້ກຳນົດໄວ້ ແລະ ຖ້າມັນບໍ່ໄດ້ຢູ່ໃນສະພາບເດີມທີ່ພຣະເຈົ້າໄດ້ກຳນົດໄວ້, ແຕ່ກົງກັນຂ້າມ ໂຄງສ້າງ, ຮູບແບບ ຫຼື ກົດເກນ ແລະ ກົດລະບຽບການຢູ່ລອດທີ່ໄດ້ຖືກກຳນົດໄວ້ຂອງມັນພັດຖືກປ່ຽນແປງ ແລະ ຖືກທຳລາຍ, ແລ້ວມັນກໍຄືສິ່ງທີ່ເປັນລົບ. ນີ້ກໍຍ້ອນວ່າມັນໄດ້ຖືກປຸງແຕ່ງ, ຖືກທຳລາຍ ແລະ ຖືກປ່ຽນແປງໂດຍຊາຕານ ແລະ ໄດ້ຖືກປູກຝັງດ້ວຍແນວຄວາມຄິດ, ຄວາມຄິດ ແລະ ມຸມມອງຈາກຊາຕານ ແລະ ເຖິງກັບມີພິດບາງຢ່າງຂອງຊາຕານ ຫຼື ກົນອຸບາຍຂອງຊາຕານ. ເຖິງແມ່ນວ່າຜູ້ຄົນຈະບໍ່ສາມາດຮູ້ເທົ່າທັນສິ່ງນີ້ໄດ້ກໍຕາມ, ມັນກໍຍັງເປັນສິ່ງທີ່ເປັນລົບ. ສະຫຼຸບແລ້ວ, ຕາບໃດທີ່ມັນເປັນສິ່ງທີ່ຂັດແຍ້ງກັບສິ່ງເດີມທີ່ພຣະເຈົ້າໄດ້ກຳນົດໄວ້, ເປັນສິ່ງທີ່ຮູບແບບເດີມ, ໂຄງສ້າງ ຫຼື ກົດເກນ ແລະ ກົດລະບຽບການຢູ່ລອດທີ່ພຣະເຈົ້າໄດ້ກຳນົດໄວ້ ບໍ່ວ່າຈະເປັນສິ່ງທີ່ມີຊີວິດ ຫຼື ບໍ່ມີຊີວິດກໍຕາມ, ກໍໄດ້ຖືກທຳລາຍ ແລະ ຖືກປ່ຽນແປງ ແລະ ໃນເວລາດຽວກັນກໍມີສິ່ງເພີ່ມເຕີມຕ່າງໆຈາກຊາຕານທີ່ຖືກປູກຝັງ ຫຼື ຖືກເພີ່ມເຂົ້າໄປໃນນັ້ນ, ແລ້ວມັນກໍຄືສິ່ງທີ່ເປັນລົບ ແລະ ມັນກໍໄດ້ປ່ຽນແປງທາດແທ້ໄປແລ້ວ. ບໍ່ວ່າມັນຈະມີຜົນກະທົບທາງດ້ານປະລິມານແບບໃດຕໍ່ຊີວິດທາງເນື້ອໜັງ ຫຼື ການຢູ່ລອດຂອງມະນຸດຊາດກໍຕາມ, ຕາບໃດທີ່ມັນໄດ້ຜ່ານການປ່ຽນແປງທາງດ້ານຄຸນນະພາບ ແລະ ຄຸນນະພາບຂອງມັນໄດ້ຖືກປ່ຽນແປງໄປ, ແລ້ວມັນກໍຄືສິ່ງທີ່ເປັນລົບ. ສິ່ງນີ້ແມ່ນເດັດຂາດ ແລະ ບໍ່ຜິດພ້ຽນເລີຍແມ່ນແຕ່ໜ້ອຍດຽວ. ຕາບໃດທີ່ບາງສິ່ງເປັນສິ່ງທີ່ເປັນລົບ, ບໍ່ວ່າມັນຈະດຳລົງຢູ່ໃນໂລກນີ້ມາດົນປານໃດ ຫຼື ມັນໄດ້ຮັບການຍອມຮັບຈາກມະນຸດຊາດ ແລະ ສັງຄົມມາດົນປານໃດກໍຕາມ, ຖ້າມັນບໍ່ແມ່ນສິ່ງເດີມທີ່ພຣະເຈົ້າໄດ້ກຳນົດໄວ້, ມັນກໍບໍ່ໄດ້ຮັບການຍອມຮັບຈາກພຣະອົງ ແລະ ຖ້າມັນບໍ່ໄດ້ຮັບການຍອມຮັບຈາກພຣະເຈົ້າ, ແລ້ວມັນກໍຄືສິ່ງທີ່ເປັນລົບ.
ບາງຄົນຖາມວ່າ: “ໝາກໂປມ ແລະ ໝາກແພຣ໌ລ້ວນແຕ່ເປັນໝາກໄມ້ເດີມທີ່ພຣະເຈົ້າໄດ້ກຳນົດໄວ້. ຖ້າທັງສອງຖືກຕໍ່ກິ່ງເຂົ້າກັນເພື່ອເຮັດໃຫ້ກາຍເປັນໝາກໂປມ-ແພຣ໌, ນັ້ນຖືວ່າເປັນສິ່ງທີ່ເປັນລົບບໍ? ພວກເຮົາຄວນກິນມັນ ຫຼື ບໍ່?” ນີ້ແມ່ນສິ່ງທີ່ສາມາດພົບພໍ້ໄດ້ໃນຊີວິດປະຈຳວັນ, ແມ່ນບໍ? ບອກເຮົາມາເບິ່ງ, ພວກເຈົ້າຄວນກິນມັນ ຫຼື ບໍ່? ຖ້າກິນມັນແລ້ວ ຈະເປັນພິດບໍ? ມັນຈະເປັນອັນຕະລາຍຕໍ່ຮ່າງກາຍບໍ? ມັນຈະສົ່ງຜົນກະທົບຕໍ່ອາຍຸໄຂບໍ? ມັນຈະສົ່ງຜົນກະທົບຕໍ່ມຸມມອງທີ່ພຣະເຈົ້າມີຕໍ່ພວກເຈົ້າບໍ? ມັນຈະສົ່ງຜົນກະທົບຕໍ່ຈຸດຈົບຂອງພວກເຈົ້າບໍ? ຄວນເບິ່ງເລື່ອງນີ້ແນວໃດ? ສິ່ງນີ້ລອງໃຈເບິ່ງວ່າ ເຈົ້າເຂົ້າໃຈຫຼັກການຄວາມຈິງ ຫຼື ບໍ່ ແລະ ເຈົ້າເຂົ້າໃຈສິ່ງທີ່ພວກເຮົາໄດ້ໂອ້ລົມກັນກ່ອນໜ້ານີ້ ຫຼື ບໍ່. ຖ້າເຈົ້າເຂົ້າໃຈຄວາມຈິງດ້ານນີ້ ແລະ ເຈົ້າໄດ້ຈັບໃຈຄວາມຫຼັກການຄວາມຈິງໃນເລື່ອງນີ້ໄດ້, ແລ້ວເມື່ອເຈົ້າພົບພໍ້ກັບສິ່ງຕ່າງໆໃນຊີວິດຈິງ, ເຈົ້າກໍຈະຮູ້ວິທີປະຕິບັດ, ເຈົ້າຈະຮູ້ວ່າການກະທຳໃດທີ່ລະເມີດຄວາມຈິງ ແລະ ການກະທຳໃດທີ່ຮັກສາຄວາມຈິງໄວ້ ແລະ ຢູ່ໃນຂອບເຂດຂອງຫຼັກການຄວາມຈິງ. ຄວນກິນໝາກໂປມ-ແພຣ໌ບໍ? (ບໍ່ຄວນກິນ). ມັນແມ່ນຍ້ອນບໍ່ກ້າກິນ ຫຼື ຍ້ອນບໍ່ຄວນກິນ? (ພວກເຮົາບໍ່ກ້າກິນ). ພວກເຈົ້າເວົ້າວ່າພວກເຈົ້າບໍ່ກ້າກິນ, ແຕ່ໃນຊີວິດປະຈຳວັນຂອງພວກເຈົ້າ, ພວກເຈົ້າບໍ່ໄດ້ກິນພວກມັນຫຼາຍແລ້ວບໍ? ແລ້ວເກີດຫຍັງຂຶ້ນຫຼັງຈາກທີ່ກິນພວກມັນເຂົ້າໄປ? ຮ່າງກາຍໄດ້ຮັບອັນຕະລາຍບໍ? ກ່ອນອື່ນ, ໃຫ້ເຮົາມາກຳນົດກັນກ່ອນວ່າ ໝາກໂປມ-ແພຣ໌ແມ່ນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ. ພວກເຈົ້າເວົ້າວ່າມັນບໍ່ຄວນຖືກກິນ. ຄວາມໝາຍແຝງຂອງຄຳເວົ້ານີ້ກໍຄື ໝາກໂປມ-ແພຣ໌ແມ່ນສິ່ງທີ່ເປັນລົບ, ສະນັ້ນ ຈຶ່ງບໍ່ຄວນກິນມັນ. ນັ້ນແມ່ນສິ່ງທີ່ພວກເຈົ້າໝາຍເຖິງບໍ? (ແມ່ນແລ້ວ). ແລ້ວຄວາມເຂົ້າໃຈນີ້ຖືກຕ້ອງບໍ? ຄວນຮັບຮູ້ເລື່ອງຂອງໝາກໂປມ-ແພຣ໌ໃນລັກສະນະນີ້ບໍ? ຖ້າເຮົາບໍ່ໄດ້ຍົກຕົວຢ່າງຂຶ້ນມາເພື່ອໂອ້ລົມກັບພວກເຈົ້າ, ພວກເຈົ້າກໍຄົງຈະຄິດວ່າບໍ່ຄວນກິນໝາກໂປມ-ແພຣ໌, ການກິນພວກມັນຈະເຮັດໃຫ້ເປັນພິດ, ຄືກັນກັບຕອນທີ່ເອວາລະເມີດພຣະບັນຍັດຂອງພຣະເຈົ້າ ແລະ ກິນໝາກໄມ້ຈາກຕົ້ນໄມ້ແຫ່ງຄວາມຮູ້ເລື່ອງຄວາມດີ ແລະ ຄວາມຊົ່ວ, ນາງກໍຖືກຊາຕານລໍ້ລວງໃຫ້ເຮັດບາບ ແລະ ຕົກຢູ່ໃນກຳມືຂອງຊາຕານຈົນບໍ່ສາມາດດຶງຕົວອອກມາໄດ້. ພວກເຈົ້າຄົງຈະຄິດວ່າ, ໂດຍສະເພາະຢ່າງຍິ່ງໃນຕອນນີ້ເຊິ່ງເປັນຊ່ວງເວລາສຳຄັນແຫ່ງຄວາມລອດພົ້ນຂອງມະນຸດຊາດຂອງພຣະເຈົ້າ ແລະ ເວລາກໍເຫຼືອໜ້ອຍແລ້ວ, ພວກເຈົ້າຕ້ອງລະມັດລະວັງ ແລະ ບໍ່ກິນສິ່ງຕ່າງໆແບບຊະຊາຍ, ຖ້າພວກເຈົ້າເຮັດແນວນັ້ນ, ພວກເຈົ້າອາດຈະລະເມີດຫຼັກການ ແລະ ກະທຳຜິດກົດການປົກຄອງ, ເຮັດໃຫ້ພວກເຈົ້າບໍ່ມີໂອກາດທີ່ຈະໄດ້ຮັບຄວາມລອດພົ້ນ ແລະ ເມື່ອຮອດຕອນນັ້ນ ເສຍໃຈໄປກໍຈະບໍ່ມີປະໂຫຍດຫຍັງ. ພວກເຈົ້າເບິ່ງບໍ່ອອກໃນເລື່ອງນີ້; ພວກເຈົ້າຖືກເຮັດໃຫ້ຈົນມຸມດ້ວຍເລື່ອງນ້ອຍໆແບບນີ້. ພວກເຈົ້າຄິດວ່າບໍ່ຄວນກິນໝາກໂປມ-ແພຣ໌ ແລະ ບໍ່ກ້າທີ່ຈະກິນພວກມັນ, ການເຮັດເຊັ່ນນັ້ນຈະເປັນການລະເມີດຫຼັກການ ແລະ ກະທຳຜິດກົດການປົກຄອງ, ເຊິ່ງຈະເປັນເລື່ອງທີ່ຮ້າຍແຮງຫຼາຍ! ນີ້ບໍ່ແມ່ນສິ່ງທີ່ພວກເຈົ້າທຸກຄົນຄິດບໍ? ສະນັ້ນ, ຄວນກິນໝາກໂປມ-ແພຣ໌ ຫຼື ບໍ່? (ພຣະເຈົ້າ, ພວກຂ້ານ້ອຍຫາກໍສົນທະນາກັນເລື່ອງນີ້ ແລະ ຄິດວ່າພວກເຮົາສາມາດກິນໝາກໂປມ-ແພຣ໌ໄດ້, ເພາະມະນຸດພຽງແຕ່ກຳລັງປັບປຸງໝາກໂປມ ແລະ ໝາກ-ແພຣ໌ເທົ່ານັ້ນ ແລະ ບໍ່ໄດ້ປ່ຽນແປງກົດເກນທີ່ພຣະເຈົ້າໄດ້ກຳນົດໄວ້ສຳລັບພວກມັນ. ສະນັ້ນ ການກິນໝາກໂປມ-ແພຣ໌ຈຶ່ງບໍ່ກ່ຽວຂ້ອງກັບການກຳທຳຜິດກົດການປົກຄອງ). ຫຼັງຈາກທີ່ພວກເຈົ້າໄດ້ໂອ້ລົມກັນ, ພວກເຈົ້າກໍໄດ້ຮັບຄວາມກະຈ່າງແຈ້ງຂຶ້ນແດ່ແລ້ວ ແລະ ຕອນນີ້ກໍເຂົ້າໃຈວ່າ ກົດເກນທີ່ພຣະເຈົ້າໄດ້ກຳນົດໄວ້ນັ້ນ ໂດຍພື້ນຖານແລ້ວແມ່ນຍັງຄົງບໍ່ປ່ຽນແປງກ່ຽວກັບໝາກໂປມ-ແພຣ໌, ສະນັ້ນ ພວກເຈົ້າຈຶ່ງສາມາດກິນມັນໄດ້. ສິ່ງທີ່ພວກເຈົ້າຫາກໍເວົ້າໄປນັ້ນແມ່ນຖືກຕ້ອງແລ້ວ; ພຽງແຕ່ວ່າພວກເຈົ້າບໍ່ໄດ້ອະທິບາຍມັນຢ່າງຊັດເຈນ. ພວກເຮົາຢ່າຟ້າວສົນທະນາກັນເຖິງບັນຫາທີ່ວ່າໝາກໂປມ-ແພຣ໌ສາມາດກິນໄດ້ ຫຼື ບໍ່ໃນຕອນນີ້; ກ່ອນອື່ນ, ໃຫ້ພວກເຮົາເວົ້າເຖິງເຫດຜົນທີ່ວ່າ ເປັນຫຍັງພວກມັນຈຶ່ງບໍ່ລະເມີດກົດເກນທີ່ພຣະເຈົ້າໄດ້ກຳນົດໄວ້. ຕົ້ນໝາກໂປມ ແລະ ຕົ້ນໝາກແພຣ໌ລ້ວນແຕ່ເປັນພືດທີ່ພຣະເຈົ້າສ້າງຂຶ້ນ ແລະ ຜູ້ຄົນສາມາດກິນໝາກທີ່ພວກມັນອອກໄດ້. ເມື່ອພືດທັງສອງຊະນິດນີ້ຖືກຕໍ່ກິ່ງເຂົ້າກັນ ຫຼື ປະສົມເກສອນຂ້າມສາຍພັນ, ໝາກໄມ້ອີກຊະນິດໜຶ່ງກໍຈະຖືກສ້າງຂຶ້ນມາ. ບໍ່ວ່າສິ່ງນີ້ຈະເຮັດໂດຍຝີມືມະນຸດ ຫຼື ເກີດຂຶ້ນຕາມທຳມະຊາດກໍຕາມ, ໂດຍພື້ນຖານແລ້ວ ແຫຼ່ງທີ່ມາຂອງໝາກໄມ້ນີ້, ຮູບແບບການຢູ່ລອດຂອງມັນ ແລະ ກົດເກນ ແລະ ກົດລະບຽບການຢູ່ລອດຂອງມັນແມ່ນຍັງຄົງບໍ່ປ່ຽນແປງຈາກສິ່ງທີ່ພຣະເຈົ້າໄດ້ກຳນົດໄວ້ແຕ່ຕົ້ນເດີມ. ເຖິງແມ່ນວ່າມະນຸດຈະຕໍ່ກິ່ງຂອງຕົ້ນໝາກໂປມ ແລະ ຕົ້ນໝາກແພຣ໌ເຂົ້າກັນດ້ວຍຝີມືມະນຸດກໍຕາມ, ມັນກໍເປັນການສ້າງໝາກໄມ້ທີ່ມີລັກສະນະຊີວິດຮ່ວມກັນຂອງທັງສອງຊະນິດ ບົນພື້ນຖານຂອງກົດເກນ ແລະ ກົດລະບຽບການຢູ່ລອດເດີມຂອງພວກມັນ, ບົນພື້ນຖານຂອງຮູບແບບຊີວິດເດີມຂອງພວກມັນ. ໝາກໄມ້ນີ້ເອີ້ນວ່າ ໝາກໂປມ-ແພຣ໌. ມະນຸດພຽງແຕ່ໃຊ້ຄວາມສາມາດໃນການຢູ່ລອດຂອງພວກເຂົາ ແລະ ວິທີຄິດຂອງພວກເຂົາ, ຄວາມສະຫຼາດ ແລະ ຄວາມຫຼັກແຫຼມຂອງພວກເຂົາ ເພື່ອຕໍ່ກິ່ງພືດທັງສອງຊະນິດເຂົ້າກັນເພື່ອສ້າງໝາກໄມ້ອີກຊະນິດໜຶ່ງຂຶ້ນມາ, ແຕ່ໝາກໄມ້ນີ້ ເຊິ່ງກໍຄືໝາກໂປມ-ແພຣ໌ ບໍ່ໄດ້ລື່ນກາຍຂອບເຂດຂອງສິ່ງທີ່ພຣະເຈົ້າໄດ້ກຳນົດໄວ້ເລີຍ. ນີ້ແມ່ນດ້ານໜຶ່ງ. ອີກດ້ານໜຶ່ງ, ເຖິງແມ່ນວ່າຈະບໍ່ມີການແຊກແຊງຈາກມະນຸດກໍຕາມ, ຖ້າຕົ້ນໝາກໂປມ ແລະ ຕົ້ນໝາກແພຣ໌ເຕີບໃຫຍ່ຂຶ້ນນຳກັນໃນປ່າດຽວກັນ, ພວກມັນຈະສາມາດຫຼີກລ່ຽງການປະສົມເກສອນຂ້າມສາຍພັນໄດ້ບໍ? ໃນສະຖານະການທີ່ເປັນທຳມະຊາດຫຼາຍ, ເມື່ອລະດູອອກດອກມາເຖິງ, ພວກມັນກໍຈະປະສົມເກສອນຂ້າມສາຍພັນກັນ ແລະ ລະບົບຮາກຂອງພວກມັນທີ່ຢູ່ໃຕ້ດິນກໍຈະກ້ຽວພັນກັນເຊັ່ນກັນ. ບໍ່ວ່າເກສອນຈະຖືກແຜ່ກະຈາຍໂດຍແມງເຜິ້ງ ຫຼື ຜ່ານສາຍລົມ ແລະ ການໝູນວຽນຂອງອາກາດກໍຕາມ, ໝາກໂປມ ແລະ ໝາກແພຣ໌ກໍຈະໄດ້ຮັບສານອາຫານຂອງກັນແລະກັນ ແລະ ໝາກໂປມ-ແພຣ໌ກໍຈະຖືກສ້າງຂຶ້ນມາຢ່າງເປັນທຳມະຊາດທີ່ສຸດ. ແລ້ວເຈົ້າຍັງສາມາດເວົ້າໄດ້ບໍວ່າ ໝາກໂປມ-ແພຣ໌ນີ້ເກີດຈາກຝີມືມະນຸດ? (ບໍ່ໄດ້). ມັນເປັນສິ່ງມີຊີວິດທີ່ເຕີບໃຫຍ່ຂຶ້ນຕາມທຳມະຊາດໃນສະພາບແວດລ້ອມທາງທຳມະຊາດທີ່ພຣະເຈົ້າໄດ້ກຳນົດໄວ້; ມັນເປັນສິ່ງທີ່ຢູ່ໃນຂອບເຂດສິ່ງທີ່ພຣະເຈົ້າອະນຸຍາດ, ສະນັ້ນ ໝາກໂປມ-ແພຣ໌ນີ້ຈຶ່ງບໍ່ໄດ້ລະເມີດກົດເກນໃດໆ. ບໍ່ວ່າມັນຈະມີຄຸນລັກສະນະຂອງໝາກໂປມ ຫຼື ໝາກແພຣ໌ກໍຕາມ, ສະຫຼຸບແລ້ວ ມັນບໍ່ແມ່ນສິ່ງທີ່ເປັນລົບ; ມັນຍັງຄົງເປັນໝາກໄມ້ຊະນິດໜຶ່ງທີ່ພຣະເຈົ້າໄດ້ກຽມໄວ້ສຳລັບມະນຸດຊາດ. ເຈົ້າສາມາດວາງຄວາມກັງວົນຂອງເຈົ້າໄວ້ ແລະ ກິນໄດ້ເລີຍ, ມັນຈະບໍ່ກໍ່ໃຫ້ເກີດອັນຕະລາຍໃດໆຕໍ່ຮ່າງກາຍຂອງເຈົ້າຢ່າງແນ່ນອນ. ເຖິງຢ່າງໃດກໍຕາມ, ເມື່ອເຮົາຫາກໍກ່າວເຖິງການທີ່ມະນຸດຕໍ່ກິ່ງໝາກໂປມ ແລະ ໝາກແພຣ໌ເຂົ້າກັນດ້ວຍຝີມືມະນຸດ, ພວກເຈົ້າກໍບໍ່ສາມາດແນ່ໃຈໄດ້ວ່າ ໝາກໂປມ-ແພຣ໌ເປັນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ ແລະ ພວກເຈົ້າກໍບໍ່ກ້າທີ່ຈະກິນມັນ, ໂດຍຄິດວ່າ: “ໝາກໂປມກໍຄືໝາກໂປມ, ບໍ່ມີຢີນຂອງໝາກແພຣ໌ ແລະ ໝາກແພຣ໌ກໍຄືໝາກແພຣ໌, ບໍ່ມີສ່ວນປະກອບຂອງໝາກໂປມ; ມີພຽງສິ່ງເຫຼົ່ານີ້ເທົ່ານັ້ນທີ່ສາມາດກິນໄດ້ຢ່າງແນ່ນອນ!” ວິທີການຢັ່ງຮູ້ສິ່ງຕ່າງໆແບບນີ້ບໍ່ແມ່ນການບິດເບືອນບໍ? (ແມ່ນແລ້ວ). ມັນເປັນການບິດເບືອນ. ສິ່ງທີ່ມີຊີວິດຕ່າງໆດຳລົງຢູ່ຮ່ວມກັນໃນພື້ນທີ່ດຽວກັນ; ມັນເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ທີ່ພວກມັນຈະສົ່ງຜົນກະທົບ ແລະ ສະໜອງໃຫ້ແກ່ກັນແລະກັນ, ໂດຍດຶງເອົາຈຸດແຂງຂອງກັນແລະກັນມາທົດແທນຈຸດອ່ອນຂອງພວກມັນເອງ. ພາຍໃນສິ່ງນີ້, ມີລາຍລະອຽດຫຼາຍຢ່າງ ແລະ ມີຄວາມລຶກລັບຢູ່. ສະຫຼຸບແລ້ວ, ການເກີດຂຶ້ນ, ການດຳລົງຢູ່ ແລະ ຜົນກະທົບຂອງສິ່ງທັງໝົດນີ້ແມ່ນເພື່ອການຢູ່ລອດຂອງມະນຸດຊາດທີ່ພຣະເຈົ້າໄດ້ສ້າງຂຶ້ນ. ນີ້ຄືຄຸນຄ່າ ແລະ ຄວາມສຳຄັນຂອງການດຳລົງຢູ່ຂອງສິ່ງທີ່ເປັນບວກ; ໃນທີ່ສຸດແລ້ວ, ມັນກໍເພື່ອຮັກສາການຢູ່ລອດທີ່ປົກກະຕິຂອງມະນຸດຊາດ ແລະ ການສືບພັນ ແລະ ການດຳລົງຢູ່ຕໍ່ໄປຂອງມະນຸດຊາດ. ຕອນນີ້ ເລື່ອງນີ້ຊັດເຈນແລ້ວບໍ? (ຊັດເຈນແລ້ວ).
ຕໍ່ໄປ, ໃຫ້ພວກເຮົາສົນທະນາກັນເຖິງອີກເລື່ອງໜຶ່ງ, ເຊິ່ງເປັນສິ່ງທີ່ຜູ້ຄົນມັກຈະພົບພໍ້ໃນຊີວິດປະຈຳວັນຂອງພວກເຂົາ. ຈົ່ງເບິ່ງ ແລະ ພິຈາລະນາເບິ່ງວ່າ ຄວນແຍກແຍະ ແລະ ປະຕິບັດຕໍ່ມັນແນວໃດ. ເພື່ອຕອບສະໜອງຄວາມຕ້ອງການດ້ານອາຫານຂອງມະນຸດຊາດ, ຜູ້ຄົນຈຶ່ງໄດ້ຄິດຄົ້ນເມັດພືດອະນົງຄະທາດຂຶ້ນມາ, ໂດຍການເພີ່ມຜົນຜະລິດຜ່ານການດັດແປງຢີນຂອງແກ່ນ ແລະ ໝາກໄມ້ຕ່າງໆ. ໃນເບື້ອງຕົ້ນ, ເປົ້າໝາຍທີ່ແທ້ຈິງກໍຄືເພື່ອຫຼຸດຜ່ອນສັດຕູພືດ ແລະ ເຊື້ອພະຍາດ, ຫຼີກລ່ຽງການໃຊ້ຢາປາບສັດຕູພືດຫຼາຍຂຶ້ນ ແລະ ດ້ວຍເຫດນີ້ ຈຶ່ງສາມາດປູກພືດຕ່າງໆທີ່ມະນຸດຊາດຕ້ອງການ ພ້ອມທັງຫຼຸດຜ່ອນແຮງງານ ແລະ ຫຼີກລ່ຽງການລົບກວນຈາກສັດຕູພືດ ແລະ ເຊື້ອພະຍາດ ແລະ ໃນເວລາດຽວກັນກໍເພີ່ມຜົນຜະລິດເພື່ອສະໜອງຄວາມຕ້ອງການດ້ານອາຫານຂອງມະນຸດຊາດ, ເຊິ່ງສົ່ງຜົນໃຫ້ຜະລິດຕະພັນດັ່ງກ່າວຖືກສ້າງຂຶ້ນມາ. ຜະລິດຕະພັນນີ້ເອີ້ນວ່າຫຍັງ? ອາຫານອະນົງຄະທາດ. ການເກີດຂຶ້ນຂອງອາຫານອະນົງຄະທາດໄດ້ຕອບສະໜອງຄວາມຕ້ອງການດ້ານອາຫານຂອງມະນຸດຊາດຢ່າງຫຼວງຫຼາຍ. ຜູ້ຄົນເຊື່ອວ່າຜົນຜະລິດຂອງອາຫານອົງຄະທາດແມ່ນຂ້ອນຂ້າງຕໍ່າ ແລະ ບໍ່ສາມາດຕອບສະໜອງຄວາມຕ້ອງການຂອງມະນຸດຊາດໄດ້. ນັບຕັ້ງແຕ່ການເກີດຂຶ້ນຂອງເມັດພືດອະນົງຄະທາດ, ຜົນຜະລິດຂອງເມັດພືດກໍເພີ່ມຂຶ້ນຢ່າງຫຼວງຫຼາຍ, ລາຍຮັບຂອງຜູ້ຄົນກໍເພີ່ມຂຶ້ນເຊັ່ນກັນ ແລະ ບັນຫາຄວາມອຶດຫິວຂອງຜູ້ຄົນຈຳນວນຫຼາຍກໍໄດ້ຮັບການແກ້ໄຂ. ດັ່ງນັ້ນ, ມະນຸດຊາດຈຶ່ງ “ໂຊກດີ” ທີ່ສາມາດໄດ້ກິນອາຫານອະນົງຄະທາດ. ແລ້ວອາຫານອະນົງຄະທາດເປັນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ? ມັນລະເມີດຫຼັກການຂອງ “ສິ່ງທີ່ພຣະເຈົ້າໄດ້ກຳນົດໄວ້” ຫຼື ບໍ່? ຄວນກິນອາຫານອະນົງຄະທາດ ຫຼື ບໍ່? ແມ່ນຫຍັງຄືມຸມມອງ ແລະ ຄວາມຄິດເຫັນຂອງພວກເຈົ້າກ່ຽວກັບອາຫານອະນົງຄະທາດ? ພວກເຈົ້າກຳນົດຄວາມເປັນບວກ ແລະ ຄວາມເປັນລົບຂອງອາຫານອົງຄະທາດ ແລະ ອະນົງຄະທາດແນວໃດ? (ອາຫານອົງຄະທາດເປັນທຳມະຊາດ ແລະ ໄດ້ຖືກພຣະເຈົ້າກຳນົດໄວ້ແລ້ວ. ມັນແມ່ນສິ່ງທີ່ເປັນບວກ. ອາຫານອະນົງຄະທາດຖືກຜະລິດຂຶ້ນຜ່ານການປຸງແຕ່ງທາງວິທະຍາສາດ ແລະ ການດັດແປງພັນທຸກຳ. ມັນຂັດແຍ້ງກັບກົດເກນເດີມທີ່ພຣະເຈົ້າໄດ້ສ້າງຂຶ້ນ. ສະນັ້ນ ອາຫານອະນົງຄະທາດຈຶ່ງແມ່ນສິ່ງທີ່ເປັນລົບ). (ຢີນເດີມໃນອາຫານອະນົງຄະທາດໄດ້ຖືກທຳລາຍ ແລະ ມັນກໍຂັດແຍ້ງກັບກົດເກນທີ່ພຣະເຈົ້າໄດ້ສ້າງຂຶ້ນ. ຍິ່ງໄປກວ່ານັ້ນ, ຄຸນຄ່າທາງໂພຊະນາການເດີມຂອງອາຫານກໍຖືກທຳລາຍໃນອາຫານອະນົງຄະທາດ; ການກິນມັນບໍ່ໄດ້ໃຫ້ຜົນປະໂຫຍດໃດໆຕໍ່ສຸຂະພາບຂອງຜູ້ຄົນ. ໃນປັດຈຸບັນ, ການເກີດບັນຫາສຸຂະພາບແມ່ນແຜ່ຫຼາຍໃນຜູ້ຄົນຈຳນວນຫຼາຍທີ່ກິນອາຫານອະນົງຄະທາດມາເປັນເວລາຫຼາຍປີ, ສະນັ້ນ ຂ້ານ້ອຍຈຶ່ງຄິດວ່າ ຖ້າເງື່ອນໄຂເອື້ອອຳນວຍ, ພວກເຮົາກໍຄວນພະຍາຍາມຢ່າງສຸດຄວາມສາມາດທີ່ຈະບໍ່ກິນມັນ. ແຕ່ໃນສັງຄົມປັດຈຸບັນ, ອາຫານສ່ວນໃຫຍ່ແມ່ນອະນົງຄະທາດ, ສະນັ້ນ ເພື່ອຄວາມຢູ່ລອດ, ພວກເຮົາຈຶ່ງຈຳເປັນຕ້ອງກິນອາຫານອະນົງຄະທາດຢ່າງແນ່ນອນ). ສິ່ງທີ່ພວກເຈົ້າເວົ້າມາລ້ວນແຕ່ສອດຄ່ອງກັບຫຼັກການ ແລະ ຈຸດສຳຄັນກໍຖືກຕ້ອງ, ແຕ່ມັນງ່າຍດາຍເກີນໄປ ແລະ ມີບາງລາຍລະອຽດທີ່ຍັງບໍ່ໄດ້ອະທິບາຍຢ່າງຊັດເຈນ. ບາງຄົນເວົ້າວ່າ: “ອາຫານອະນົງຄະທາດ ແລະ ອາຫານອົງຄະທາດເບິ່ງຄືກັນຢູ່ພາຍນອກ ແລະ ລົດຊາດກໍຄ້າຍຄືກັນ. ໂດຍພື້ນຖານແລ້ວ ອາຫານອະນົງຄະທາດບໍ່ໄດ້ແຕກຕ່າງຈາກຮູບແບບເດີມຂອງອາຫານທີ່ພຣະເຈົ້າກຳນົດໄວ້ເລີຍ. ອາຫານອະນົງຄະທາດບາງຊະນິດເຖິງກັບເບິ່ງດີກວ່າ ແລະ ມີຜົນຜະລິດສູງກວ່າອາຫານອົງຄະທາດ ແລະ ລົດຊາດກໍບໍ່ໄດ້ດ້ອຍກວ່າອາຫານອົງຄະທາດສະເໝີໄປ. ແລ້ວເປັນຫຍັງອາຫານອົງຄະທາດຈຶ່ງແມ່ນສິ່ງທີ່ເປັນບວກ ແລະ ອາຫານອະນົງຄະທາດຈຶ່ງແມ່ນສິ່ງທີ່ເປັນລົບ?” ເຖິງແມ່ນວ່າພວກເຈົ້າຫາກໍເວົ້າວ່າ ພວກເຈົ້າໝັ້ນໃຈວ່າອາຫານອົງຄະທາດແມ່ນສິ່ງທີ່ເປັນບວກ ແລະ ອາຫານອະນົງຄະທາດແມ່ນສິ່ງທີ່ເປັນລົບກໍຕາມ, ແຕ່ພວກເຈົ້າກໍບໍ່ເຂົ້າໃຈວ່າເປັນຫຍັງພວກມັນຈຶ່ງຖືກຈຳແນກດ້ວຍວິທີນີ້; ພວກເຈົ້າຍັງບໍ່ເຂົ້າໃຈລາຍລະອຽດຢູ່ບ່ອນນີ້. ມີຈຸດສຳຄັນໜຶ່ງທີ່ເຈົ້າຕ້ອງຮູ້: ເປັນຫຍັງສິ່ງສອງຢ່າງທີ່ເບິ່ງຄືກັນຢູ່ພາຍນອກ, ສິ່ງໜຶ່ງຈຶ່ງແມ່ນສິ່ງທີ່ເປັນບວກ ແລະ ອີກສິ່ງໜຶ່ງຈຶ່ງແມ່ນສິ່ງທີ່ເປັນລົບ? ບາງຄົນເວົ້າວ່າ: “ນັ້ນກໍຍ້ອນວ່າອາຫານອະນົງຄະທາດຖືກປຸງແຕ່ງທາງວິທະຍາສາດ ແລະ ໄດ້ຖືກເຮັດໃຫ້ເສຍຫາຍໂດຍວິທະຍາສາດ”. ຄຳເວົ້ານີ້ຖືກຕ້ອງບໍ? ໃນແງ່ຂອງຫຼັກຄຳສອນ, ມັນຖືກຕ້ອງ. ມັນຟັງເບິ່ງຄືວ່າເປັນແບບນັ້ນແທ້. ແຕ່ຜູ້ຄົນກໍຍັງບໍ່ເຂົ້າໃຈຫຼັງຈາກທີ່ໄດ້ຍິນມັນ. ສະນັ້ນ, ໃນແງ່ຂອງແກ່ນແທ້ຂອງພວກມັນ, ຄວາມແຕກຕ່າງລະຫວ່າງອາຫານອົງຄະທາດ ແລະ ອະນົງຄະທາດທີ່ເຮັດໃຫ້ພວກມັນສາມາດຖືກກຳນົດວ່າແມ່ນສິ່ງທີ່ເປັນບວກ ແລະ ເປັນລົບຕາມລຳດັບນັ້ນແມ່ນຫຍັງແທ້? ຄຳນິຍາມນີ້ອີງໃສ່ຫຍັງ? ພຣະເຈົ້າເບິ່ງເລື່ອງນີ້ແນວໃດ? ຄວາມຈິງໃນເລື່ອງນີ້ແມ່ນຫຍັງ? ສິ່ງນີ້ນຳໄປສູ່ແກ່ນແທ້ຂອງບັນຫາ.
ສິ່ງທີ່ເປັນອົງຄະທາດແມ່ນມາຈາກພຣະເຈົ້າ. ພວກມັນແມ່ນສິ່ງທີ່ພຣະເຈົ້າໄດ້ສ້າງຂຶ້ນ ແລະ ມະນຸດໄດ້ຕັ້ງຊື່ໃຫ້ພວກມັນວ່າ “ອົງຄະທາດ”. ໃນຕອນນີ້ ພວກເຮົາຢ່າຟ້າວສົນໃຈກັບຕົ້ນກຳເນີດ ຫຼື ແຫຼ່ງທີ່ມາຂອງຄຳວ່າ “ອົງຄະທາດ” ຫຼື ເຫດຜົນທີ່ຜູ້ຄົນຕັ້ງຊື່ມັນແບບນັ້ນ. ພວກເຮົາຍັງຈຳເປັນຕ້ອງເບິ່ງເລື່ອງນີ້ຈາກມຸມມອງຂອງການສ້າງ ແລະ ການກຳນົດຂອງພຣະເຈົ້າ. ພາຍໃນການສ້າງ ແລະ ການກຳນົດຂອງພຣະເຈົ້າ ມີຈຸດທີ່ລະອຽດອ່ອນແຕ່ສຳຄັນຫຼາຍ, ນັ້ນກໍຄື ເມື່ອພຣະເຈົ້າສ້າງແກ່ນພືດແກ່ນໜຶ່ງ, ພຣະອົງໄດ້ໃສ່ສານອາຫານ ແລະ ສ່ວນປະກອບທັງໝົດທີ່ມັນຄວນມີ ພ້ອມທັງໜ້າທີ່ຂອງມັນເຂົ້າໄປໃນແກ່ນນັ້ນ. ຫຼັກການໃນການກຳນົດວ່າສິ່ງໃດແດ່ທີ່ຖືກໃສ່ເຂົ້າໄປໃນແກ່ນພືດນັ້ນອີງໃສ່ຫຍັງ? ພວກມັນອີງໃສ່ຄວາມຕ້ອງການຂອງຮ່າງກາຍມະນຸດ, ອີງໃສ່ຄວາມສາມາດໃນການຮັບເອົາຂອງໜ້າທີ່ຂອງອະໄວຍະວະພາຍໃນຂອງຮ່າງກາຍມະນຸດ ແລະ ສ່ວນປະກອບທາງໂພຊະນາການທີ່ອະໄວຍະວະເຫຼົ່ານີ້ຕ້ອງການ. ໃນເມື່ອອາຫານທີ່ເຕີບໂຕຈາກແກ່ນພືດດັ່ງກ່າວແມ່ນສຳລັບໃຫ້ມະນຸດບໍລິໂພກ, ແລ້ວຜົນກະທົບທີ່ອາຫານນີ້ຈະມີຕໍ່ຮ່າງກາຍມະນຸດຫຼັງຈາກທີ່ກິນມັນເຂົ້າໄປ ແລະ ສານອາຫານທີ່ມະນຸດສາມາດດູດຊຶມຈາກມັນເພື່ອຮັກສາການເຕີບໂຕທາງຮ່າງກາຍ ແລະ ການຢູ່ລອດທີ່ປົກກະຕິຂອງພວກເຂົາ ແລະ ເພື່ອຍືດອາຍຸໄຂຂອງຮ່າງກາຍຂອງພວກເຂົາ ລ້ວນແຕ່ເປັນສິ່ງທີ່ພຣະເຈົ້າຕ້ອງພິຈາລະນາ ເມື່ອສ້າງແກ່ນພືດ ຫຼື ອາຫານປະເພດໜຶ່ງ. ມັນບໍ່ແມ່ນການສ້າງແກ່ນພືດທີ່ສາມາດເຕີບໂຕໃນດິນໄດ້ແບບຊະຊາຍແລ້ວກໍປ່ອຍໄວ້ແບບນັ້ນ, ບໍ່ແມ່ນເລີຍ, ພຣະເຈົ້າໄດ້ໃສ່ໃຈໃນເລື່ອງນີ້. ສຳລັບຜົນກະທົບທີ່ເປືອກ, ເນື້ອ ແລະ ໜໍ່ຂອງແກ່ນພືດປະເພດນີ້ຈະມີຕໍ່ຮ່າງກາຍມະນຸດ, ໝາກຜົນທີ່ສິ່ງເຫຼົ່ານີ້ສາມາດບັນລຸໄດ້, ສິ່ງທີ່ຮ່າງກາຍມະນຸດຕ້ອງການ ແລະ ສານອາຫານທີ່ມະນຸດຄວນດູດຊຶມຈາກອາຫານປະເພດນີ້ຫຼັງຈາກທີ່ກິນມັນເຂົ້າໄປ, ສິ່ງເຫຼົ່ານີ້ລ້ວນແຕ່ເປັນສິ່ງທີ່ພຣະເຈົ້າຕ້ອງໄດ້ຄຳນຶງເຖິງ. ໃນເມື່ອພຣະເຈົ້າມີໄດ້ການຄຳນຶງເຖິງແບບນີ້, ເມື່ອພຣະອົງສ້າງແກ່ນພືດປະເພດນີ້, ພຣະອົງຕ້ອງສ້າງມັນຂຶ້ນມາຕາມສັດສ່ວນທາງໂພຊະນາການທີ່ມະນຸດຕ້ອງການ ແລະ ດ້ວຍເຫດນີ້ ແກ່ນພືດນີ້ຈຶ່ງເກີດຂຶ້ນມາໃນຄວາມຄິດຂອງພຣະເຈົ້າ. ນີ້ຄືການເບິ່ງຜົນກະທົບຂອງແກ່ນພືດທີ່ມີຕໍ່ມະນຸດຈາກມຸມມອງຂອງສ່ວນປະກອບທາງໂພຊະນາການ ແລະ ໂຄງສ້າງຂອງມັນ; ນີ້ຄືດ້ານໜຶ່ງທີ່ພຣະເຈົ້າຄຳນຶງເຖິງເມື່ອສ້າງແກ່ນພືດນີ້. ນອກຈາກນີ້, ພຣະເຈົ້າຍັງຄຳນຶງເຖິງຂະໜາດ ແລະ ຮູບຮ່າງຂອງແກ່ນພືດ ຫຼື ໝາກໄມ້ປະເພດນີ້, ໄລຍະເວລາໃນການງອກຂອງມັນ, ຮູບແບບການຢູ່ລອດຂອງມັນ, ປະເພດຂອງດິນທີ່ມັນເໝາະສົມສຳລັບການເຕີບໂຕ, ມັນດູດຊຶມສານອາຫານຫຼາຍປານໃດໃນດິນປະເພດໃດ, ມະນຸດສາມາດດູດຊຶມສານອາຫານຈາກມັນໄດ້ຫຼາຍປານໃດເມື່ອພວກເຂົາກິນມັນ ແລະ ອື່ນໆ. ລາຍລະອຽດທັງໝົດເຫຼົ່ານີ້ລ້ວນແຕ່ເປັນສິ່ງທີ່ພຣະເຈົ້າຕ້ອງໄດ້ຄຳນຶງເຖິງ. ປັດໄຈຕ່າງໆທີ່ພຣະເຈົ້າຄຳນຶງເຖິງເມື່ອສ້າງແກ່ນພືດ ໃນທີ່ສຸດແລ້ວກໍສະຫຼຸບລົງທີ່ຈຸດດຽວ ນັ້ນກໍຄື ເພື່ອສະໜອງຄວາມຕ້ອງການດ້ານອາຫານຂອງມະນຸດຊາດ, ເພື່ອບັນລຸການເຕີບໂຕທາງຮ່າງກາຍ ແລະ ການຢູ່ລອດທີ່ປົກກະຕິຂອງມະນຸດຊາດ. ນີ້ຄືຈຸດທີ່ສຳຄັນທີ່ສຸດ. ຍັງມີອີກຈຸດໜຶ່ງທີ່ສຳຄັນຫຼາຍເຊັ່ນກັນ. ຖ້າແກ່ນພືດບໍ່ມີພະລັງຊີວິດ ແລະ ມັນເປັນສິ່ງທີ່ຕາຍແລ້ວ ເຊັ່ນດຽວກັບເມັດຊາຍ ຫຼື ກ້ອນຫີນ ທີ່ບໍ່ສາມາດງອກໄດ້ເມື່ອປູກລົງໃນດິນ, ແລ້ວສິ່ງນີ້ກໍໝາຍຄວາມວ່າ ຫຼັງຈາກທີ່ຜູ້ຄົນກິນອາຫານນີ້ໃນຄັ້ງນີ້ແລ້ວ, ມັນກໍຈະບໍ່ມີໃຫ້ກິນອີກ. ແກ່ນພືດດັ່ງກ່າວແມ່ນຫ່າງໄກຈາກການທີ່ຈະສາມາດຕອບສະໜອງຄວາມຕ້ອງການດ້ານອາຫານຂອງມະນຸດຊາດໄດ້. ສະນັ້ນ, ນອກເໜືອຈາກສ່ວນປະກອບທີ່ມັນຄວນມີ ເຊັ່ນ: ເປືອກ ແລະ ເນື້ອຂອງມັນແລ້ວ, ແກ່ນພືດນີ້ກໍຕ້ອງມີໜໍ່. ແນ່ນອນວ່າ ໜໍ່ນີ້ອາດຈະບໍ່ແມ່ນຄຸນລັກສະນະຂອງຊີວິດທີ່ມີຢູ່ໃນແກ່ນພືດທຸກຊະນິດ. ສະຫຼຸບແລ້ວ, ນອກເໜືອຈາກເປືອກ ແລະ ເນື້ອຂອງມັນແລ້ວ, ແກ່ນພືດນີ້ຕ້ອງມີພະລັງຊີວິດ. ໃນພາສາຂອງມະນຸດ, ມັນຖືກເອີ້ນວ່າພະລັງຊີວິດ, ແຕ່ສຳລັບພຣະເຈົ້າແລ້ວ, ມັນໝາຍຄວາມວ່າແກ່ນພືດນີ້ຕ້ອງມີຊີວິດ. ການ “ມີຊີວິດ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າມັນສາມາດສືບພັນຕໍ່ໄປໄດ້; ຜ່ານການງອກ ແລະ ການເຕີບໂຕ, ມັນຕ້ອງສາມາດເກີດດອກອອກຜົນໄດ້. ຜ່ານການງອກ, ການເຕີບໂຕ ແລະ ການອອກດອກ, ແກ່ນພືດແກ່ນໜຶ່ງຕ້ອງສາມາດໃຫ້ໝາກໄດ້ຫຼາຍຂຶ້ນ ແລະ ເຊັ່ນດຽວກັບຕົວແກ່ນພືດເອງ, ໝາກຂອງມັນກໍຕ້ອງມີພະລັງຊີວິດເຊັ່ນກັນ ແລະ ສາມາດສືບພັນ ແລະ ອອກໝາກໄດ້ຫຼາຍຂຶ້ນ, ເພາະມີພຽງວິທີນີ້ເທົ່ານັ້ນທີ່ມັນຈະສາມາດສະໜອງຄວາມຕ້ອງການດ້ານອາຫານຂອງມະນຸດຊາດໄດ້ຢ່າງບໍ່ມີວັນສິ້ນສຸດ. ນີ້ຄືສອງສິ່ງທີ່ເປັນພື້ນຖານທີ່ສຸດ ແລະ ສຳຄັນທີ່ສຸດໃນການທີ່ພຣະເຈົ້າຊົງສ້າງ ແລະ ກຳນົດແກ່ນພືດ: ສິ່ງໜຶ່ງຄືສານອາຫານຕ່າງໆທີ່ມັນມີຢູ່ ພ້ອມທັງໜ້າທີ່ຂອງມັນ ແລະ ອີກສິ່ງໜຶ່ງຄືແກ່ນພືດນີ້ຕ້ອງມີພະລັງຊີວິດ, ນັ້ນກໍຄື ແກ່ນພືດນີ້ຕ້ອງມີຊີວິດ. ໃນພາສາຂອງມະນຸດ, ຖ້າບາງສິ່ງ “ມີຊີວິດ”, ມັນຈະຖືກເອີ້ນວ່າ “ອົງຄະທາດ”. ອາຫານອົງຄະທາດນີ້, ນັບຕັ້ງແຕ່ຕອນທີ່ພຣະເຈົ້າໄດ້ສ້າງມັນຂຶ້ນມາ, ຄວາມຈິງແລ້ວມັນກໍມີຊີວິດ. ຖ້າເຈົ້າຝັງມັນລົງໃນດິນ ພ້ອມທັງຫົດນໍ້າ ແລະ ໃສ່ຝຸ່ນໃຫ້ມັນ, ມັນກໍຈະງອກຂຶ້ນ, ຈະເລີນເຕີບໂຕ, ອອກດອກ ແລະ ຈາກນັ້ນກໍອອກໝາກ ແລະ ໝາກແຕ່ລະໜ່ວຍຂອງມັນກໍມີໜ້າທີ່ດຽວກັນກັບທີ່ມັນມີ. ໜ້າທີ່ດຽວກັນນີ້ສະໜອງຄວາມຕ້ອງການດ້ານອາຫານຂອງມະນຸດຊາດ, ການຢູ່ລອດທາງຮ່າງກາຍຂອງມະນຸດຊາດ ແລະ ການສືບພັນ ແລະ ການດຳລົງຢູ່ຕໍ່ໄປຂອງມະນຸດຊາດຢ່າງບໍ່ຢຸດຢັ້ງ. ນອກຈາກນີ້, ແກ່ນພືດນີ້ຍັງປະສົມປະສານເຂົ້າກັບດິນ ແລະ ອອກໝາກ ແລະ ໝາກໄມ້ເຫຼົ່ານີ້ກໍເຊັ່ນດຽວກັບຕົວແກ່ນພືດເອງ ກໍໄດ້ອອກໝາກຫຼາຍຂຶ້ນເພື່ອສະໜອງໃຫ້ແກ່ມະນຸດຊາດ ແລະ ຜ່ານຂະບວນການສືບພັນ ແລະ ການຈະເລີນງອກງາມແບບດຽວກັນຈາກຮຸ່ນສູ່ຮຸ່ນ. ດ້ວຍວິທີນີ້, ມະນຸດຊາດຈຶ່ງມີການສະໜອງອາຫານຢ່າງບໍ່ມີວັນສິ້ນສຸດ. ເມື່ອມີການສະໜອງອາຫານ, ເມື່ອມີແຫຼ່ງອາຫານ, ຊີວິດທາງເນື້ອໜັງ ແລະ ການຢູ່ລອດຂອງມະນຸດຊາດກໍດຳເນີນຕໍ່ໄປຢ່າງບໍ່ມີວັນສິ້ນສຸດ ແລະ ພວກເຂົາກໍຈະບໍ່ມີວັນຂາດແຄນອາຫານ. ຈາກຂໍ້ເທັດຈິງນີ້, ສາມາດເຫັນໄດ້ວ່າ ການທີ່ມະນຸດຊາດສາມາດຢູ່ລອດມາໄດ້ຈົນເຖິງທຸກມື້ນີ້, ການປະກອບສ່ວນຂອງແກ່ນພືດຕ່າງໆທີ່ພຣະເຈົ້າໄດ້ສ້າງຂຶ້ນນັ້ນບໍ່ສາມາດຖືກເບິ່ງຂ້າມໄດ້. ຮາກຖານຂອງການທີ່ພວກມັນສາມາດສ້າງການປະກອບສ່ວນດັ່ງກ່າວໃຫ້ແກ່ມະນຸດຊາດໄດ້ນັ້ນຄືການສ້າງຂອງພຣະເຈົ້າ ແລະ ການກຳນົດຂອງພຣະເຈົ້າ. ແຕ່ຖ້າສອງສິ່ງທີ່ສຳຄັນທີ່ສຸດທີ່ພຣະເຈົ້າໄດ້ກຳນົດໄວ້ສຳລັບແກ່ນໄດ້ພືດຖືກທຳລາຍໄປ, ສິ່ງໜຶ່ງຄືສານອາຫານ ແລະ ໜ້າທີ່ຂອງແກ່ນພືດ ແລະ ອີກສິ່ງໜຶ່ງຄືພະລັງຊີວິດເດີມຂອງມັນ, ຖ້າສອງສິ່ງນີ້ຫາຍໄປ, ເມື່ອແກ່ນພືດຕົກລົງສູ່ດິນ, ມັນກໍຈະບໍ່ມີການງອກ, ບໍ່ມີການເຕີບໂຕ, ບໍ່ມີການອອກດອກ ຫຼື ອອກໝາກອີກຕໍ່ໄປ. ມັນເຮັດໄດ້ພຽງແຕ່ຫາຍໄປໃນດິນ ແລະ ແຫຼ່ງອາຫານຂອງມະນຸດຊາດກໍຈະສູນເສຍໄປນັບຕັ້ງແຕ່ນັ້ນເປັນຕົ້ນມາ. ແລ້ວມະນຸດຊາດຈະປະເຊີນກັບຫຍັງ? (ຄວາມຕາຍ). ພວກເຂົາຈະປະເຊີນກັບຄວາມອຶດຫິວ, ໄພອຶດຢາກ ແລະ ຈາກນັ້ນກໍຄືຄວາມຕາຍ ແລະ ພວກເຂົາກໍຈະບໍ່ສາມາດສືບພັນ ແລະ ດຳລົງຢູ່ຕໍ່ໄປໄດ້. ນີ້ແມ່ນດ້ານໜຶ່ງ ແລະ ມັນຮ້າຍແຮງຫຼາຍ. ອີກດ້ານໜຶ່ງກໍຄື, ເມື່ອແກ່ນພືດຖືກປຸງແຕ່ງດ້ວຍຝີມືມະນຸດ, ສານອາຫານຂອງມັນກໍຈະຫຼຸດລົງຢ່າງຫຼວງຫຼາຍ, ຈາກເດີມທີ່ມີສານອາຫານຫຼາຍຊະນິດກໍເຫຼືອພຽງຈຳນວນໜ້ອຍ. ນອກຈາກນີ້, ໜ້າທີ່ຂອງມັນກໍປ່ຽນແປງເຊັ່ນກັນ. ຕົວຢ່າງ: ອາຫານບາງຊະນິດເຄີຍສາມາດບຳລຸງສະໝອງ, ເພີ່ມພູນພາລະກຳລັງ ແລະ ໃຫ້ຄວາມມີຊີວິດຊີວາແກ່ຜູ້ຄົນ, ແຕ່ຕອນນີ້, ຫຼັງຈາກທີ່ຜ່ານການປຸງແຕ່ງດ້ວຍຝີມືມະນຸດ, ໜ້າທີ່ເຫຼົ່ານີ້ກໍຫຼຸດລົງຢ່າງຫຼວງຫຼາຍ ຫຼື ເຖິງກັບສູນເສຍໄປ. ເຖິງແມ່ນວ່າຄົນໃດໜຶ່ງຈະກິນອາຫານປະເພດນີ້ຫຼາຍກໍຕາມ, ພວກເຂົາກໍຍັງຮູ້ສຶກຮ່າງກາຍອິດເມື່ອຍ, ຄວາມຄິດຂອງພວກເຂົາຊັກຊ້າ ແລະ ຄວາມຈຳຂອງພວກເຂົາກໍເຊື່ອມລົງ. ເຖິງແມ່ນວ່າພວກເຂົາຈະຍັງບໍ່ເຖົ້າ, ແຕ່ພວກເຂົາກໍກາຍເປັນຄືກັບຄົນເຖົ້າ. ຂາຂອງພວກເຂົາຮູ້ສຶກໜັກ, ຮ່າງກາຍຂອງພວກເຂົາກາຍເປັນແຂງກະດ້າງ ແລະ ຜິວໜັງຂອງພວກເຂົາກໍແກ່ລົງ. ພວກເຂົາເບິ່ງຄືວ່າມີຮ່າງກາຍທີ່ໃຫຍ່ຂຶ້ນ, ແຕ່ພາຍໃນແລ້ວ, ພວກເຂົາຮູ້ສຶກແຕກຕ່າງຈາກຜູ້ທີ່ກິນອາຫານອົງຄະທາດ. ຖ້າໜ້າທີ່ເດີມຂອງອາຫານອ່ອນແອລົງ ຫຼື ເຖິງກັບສູນເສຍໄປ, ມັນບໍ່ພຽງແຕ່ບໍ່ໄດ້ຊ່ວຍເຫຼືອໃນທາງບວກ ຫຼື ໃຫ້ຜົນປະໂຫຍດຕໍ່ຮ່າງກາຍຂອງຜູ້ຄົນຫຼັງຈາກທີ່ພວກເຂົາກິນມັນເຂົ້າໄປເທົ່ານັ້ນ, ແຕ່ມັນຍັງມີຜົນກະທົບທີ່ເປັນລົບຫຼາຍຢ່າງຕໍ່ພວກເຂົາອີກດ້ວຍ. ສານອາຫານຕ່າງໆທີ່ຮ່າງກາຍຕ້ອງການບໍ່ສາມາດຖືກທົດແທນໄດ້ທັນເວລາ ແລະ ໃນເວລາດຽວກັນ, ໜ້າທີ່ຫຼາຍຢ່າງຂອງຮ່າງກາຍກໍຄ່ອຍໆເຊື່ອມໂຊມ ແລະ ຫາຍໄປ. ຜົນທີ່ຕາມມາຢ່າງເປັນທຳມະຊາດກໍຄື, ບົນພື້ນຖານຂອງວົງຈອນທີ່ໂຫດຮ້າຍນີ້, ຄວາມຄິດຂອງຜູ້ຄົນກໍຊັກຊ້າລົງ ແລະ ພວກເຂົາອາດຈະເຖິງກັບເກີດມີພຶດຕິກຳ ຫຼື ແນວຄິດທີ່ສຸດໂຕ່ງບາງຢ່າງ. ການສະແດງອອກດັ່ງກ່າວແມ່ນຜົນກະທົບ ແລະ ຜົນສະທ້ອນທີ່ເປັນລົບ ບາງຢ່າງທີ່ອາຫານອະນົງຄະທາດນຳມາສູ່ຜູ້ຄົນ. ອາຫານອະນົງຄະທາດໄດ້ສູນເສຍສ່ວນປະກອບທີ່ພວກມັນຄວນມີຕາມທີ່ພຣະເຈົ້າໄດ້ສ້າງຂຶ້ນມາ ແລະ ພວກມັນຍັງໄດ້ສູນເສຍໜ້າທີ່ເດີມຂອງພວກມັນໄປອີກດ້ວຍ. ພວກມັນແຕກຕ່າງຈາກສິ່ງເດີມທີ່ພຣະເຈົ້າຊົງສ້າງຂຶ້ນມາ ແລະ ໄດ້ກຳນົດໄວ້. ພວກມັນທັງໝົດໄດ້ຖືກປຸງແຕ່ງ ແລະ ປ່ຽນແປງດ້ວຍຝີມືມະນຸດ.
ເຖິງແມ່ນວ່າຜູ້ຄົນຈະສ້າງອາຫານອະນົງຄະທາດຂຶ້ນມາເພື່ອຕອບສະໜອງຕໍ່ຄວາມຕ້ອງການດ້ານອາຫານຂອງມະນຸດຊາດກໍຕາມ ແຕ່ອາຫານດັ່ງກ່າວກໍໄດ້ນຳເອົາປັດໄຈທີ່ບໍ່ດີທຸກປະເພດມາສູ່ສຸຂະພາບ ແລະ ການສືບພັນຂອງມະນຸດ ເຊິ່ງສົ່ງຜົນກະທົບຕໍ່ການສືບພັນ ແລະ ການຢູ່ລອດຂອງມະນຸດຊາດ. ເພາະສະນັ້ນ, ເຈົ້າຕ້ອງມີຄວາມສາມາດໃນການແຍກແຍະກ່ຽວກັບອາຫານອະນົງຄະທາດ. ເປັນເວລາຫຼາຍພັນປີແລ້ວທີ່ມະນຸດຊາດໄດ້ເພີດເພີນກັບອາຫານອະນົງຄະທາດ. ເປັນຫຍັງພວກເຮົາຈຶ່ງເວົ້າວ່າອາຫານອະນົງຄະທາດແມ່ນສິ່ງທີ່ເປັນບວກ ໃນຂະນະທີ່ອາຫານອະນົງຄະທາດແມ່ນສິ່ງທີ່ເປັນລົບ? ແມ່ນຫຍັງຄືຈຸດແຕກຕ່າງທີ່ໃຫຍ່ທີ່ສຸດ? ຈຸດສຳຄັນຂອງບັນຫາແມ່ນຫຍັງ? ຈຸດສຳຄັນກໍຄື ອາຫານອົງຄະທາດແມ່ນສິ່ງທີ່ພຣະເຈົ້າໄດ້ກຽມໄວ້ໃຫ້ມະນຸດຊາດ; ມັນໄດ້ຖືກພຣະເຈົ້າກຳນົດແລ້ວ. ມັນມີສ່ວນປະກອບ ແລະ ໜ້າທີ່ເດີມທີ່ພຣະເຈົ້າສ້າງຂຶ້ນ ແລະ ທີ່ສຳຄັນທີ່ສຸດກໍຄື ມັນມີພະລັງຊີວິດທີ່ພຣະເຈົ້າໄດ້ປະທານໃຫ້ແກ່ມັນ ໃນຂະນະທີ່ອາຫານອະນົງຄະທາດໄດ້ສູນເສຍສ່ວນປະກອບ ແລະ ໜ້າທີ່ເດີມເຫຼົ່ານັ້ນ ແລະ ຍັງຂາດຊີວິດທີ່ພຣະເຈົ້າປະທານໃຫ້ອີກດ້ວຍ. ເພາະມັນຂາດສອງສິ່ງທີ່ສຳຄັນທີ່ສຸດທີ່ພຣະເຈົ້າໄດ້ກຳນົດໄວ້ນີ້ເອງ ມັນຈຶ່ງລະເມີດຫຼັກການຂອງສິ່ງທີ່ເປັນບວກທີ່ພຣະເຈົ້າໄດ້ສ້າງຂຶ້ນ ແລະ ກຳນົດໄວ້. ອາຫານອະນົງຄະທາດແມ່ນສິ່ງປະເພດໜຶ່ງທີ່ຖືກປຸງແຕ່ງຂຶ້ນ, ຖືກເຮັດໃຫ້ເສຍຫາຍ ແລະ ຖືກປ່ຽນແປງໂດຍວິທະຍາສາດຂອງມະນຸດ ແລະ ບໍ່ມີລັກສະນະຂອງສິ່ງທີ່ເປັນບວກອີກຕໍ່ໄປ. ນີ້ກໍຍ້ອນວ່າມັນຂາດສ່ວນປະກອບ ແລະ ແກ່ນແທ້ຂອງສິ່ງທີ່ເປັນບວກທີ່ພຣະເຈົ້າໄດ້ສ້າງຂຶ້ນ ແລະ ກຳນົດໄວ້ ແລະ ກົງກັນຂ້າມ ມັນພັດຂັດແຍ້ງກັບໜ້າທີ່ ແລະ ແກ່ນແທ້ຂອງສິ່ງທີ່ເປັນບວກທີ່ພຣະເຈົ້າໄດ້ສ້າງຂຶ້ນ ແລະ ກຳນົດໄວ້. ການຂັດແຍ້ງກັບໜ້າທີ່ ແລະ ແກ່ນແທ້ຂອງສິ່ງທີ່ເປັນບວກໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ເມື່ອພຣະເຈົ້າສ້າງແກ່ນພືດຊະນິດໜຶ່ງຂຶ້ນມາ, ໜ້າທີ່ຂອງມັນແມ່ນເພື່ອມະນຸດຊາດ, ມັນແມ່ນເພື່ອຮັບໃຊ້ ແລະ ໃຫ້ຜົນປະໂຫຍດແກ່ມະນຸດຊາດ ແລະ ເພື່ອຮັກສາຄວາມຕ້ອງການທາງຮ່າງກາຍ ແລະ ການຢູ່ລອດທີ່ປົກກະຕິຂອງມະນຸດຊາດ ໃນຂະນະທີ່ອາຫານອະນົງຄະທາດສ້າງຄວາມເສຍຫາຍ ແລະ ລົບກວນການຢູ່ລອດທີ່ປົກກະຕິຂອງມະນຸດຊາດ ແລະ ໃນເວລາດຽວກັນກໍນຳເອົາຜົນກະທົບ ແລະ ຜົນສະທ້ອນໃນທາງລົບທີ່ບໍ່ສາມາດແກ້ໄຂໄດ້ຫຼາຍຢ່າງມາສູ່ຊີວິດ ແລະ ການຢູ່ລອດທີ່ປົກກະຕິຂອງຜູ້ຄົນ. ສະນັ້ນ, ມັນຈຶ່ງບໍ່ແມ່ນເລື່ອງທີ່ບໍ່ຍຸຕິທຳເລີຍທີ່ຈະເອີ້ນອາຫານອະນົງຄະທາດວ່າແມ່ນສິ່ງທີ່ເປັນລົບ. ບໍ່ແມ່ນແນວນັ້ນບໍ? (ແມ່ນແລ້ວ). ຕອນນີ້ບັນຫານີ້ຊັດເຈນແລ້ວບໍ? (ຊັດເຈນແລ້ວ). ເປັນຫຍັງອາຫານອົງຄະທາດຈຶ່ງແມ່ນສິ່ງທີ່ເປັນບວກ ໃນຂະນະທີ່ອາຫານອະນົງຄະທາດກັບແມ່ນສິ່ງທີ່ເປັນລົບ? ເວົ້າລວມແລ້ວ, ອາຫານອົງຄະທາດແມ່ນມາຈາກພຣະເຈົ້າ, ໃຫ້ຜົນປະໂຫຍດ ແລະ ຮັບໃຊ້ມະນຸດຊາດ ແລະ ປະກອບສ່ວນເຂົ້າໃນຊີວິດ ແລະ ການຢູ່ລອດຂອງມະນຸດ; ມັນເຮັດໜ້າທີ່ທີ່ບໍ່ສາມາດທົດແທນໄດ້ໃນຊີວິດ ແລະ ການຢູ່ລອດຂອງມະນຸດ. ບໍ່ມີສິ່ງໃດສາມາດທົດແທນບົດບາດທີ່ມັນເຮັດໄດ້. ແຕ່ອາຫານອະນົງຄະທາດມີປະໂຫຍດຕໍ່ສຸຂະພາບຂອງມະນຸດບໍ? (ບໍ່ມີ). ກົງກັນຂ້າມຢ່າງສິ້ນເຊີງ: ມັນບໍ່ມີປະໂຫຍດຕໍ່ສຸຂະພາບຂອງມະນຸດ; ແຕ່ມັນພັດທຳລາຍສຸຂະພາບຂອງມະນຸດ ແລະ ນຳເອົາຄວາມເຈັບປວດ ແລະ ບັນຫາຫຼາຍຢ່າງມາສູ່ຊີວິດທາງເນື້ອໜັງ ແລະ ການຢູ່ລອດຂອງມະນຸດ. ຕົວຢ່າງ: ມັນກໍ່ໃຫ້ເກີດຄວາມບໍ່ສະບາຍຕ່າງໆໃນຮ່າງກາຍ ເຊັ່ນ: ການໄຫຼວຽນຂອງເລືອດຊ້າລົງ, ແຂນຂາແຂງກະດ້າງ, ຂາໜັກ ແລະ ວິນຫົວ ແລະ ນຳໄປສູ່ການເກີດ ແລະ ການກຳເລີບຂອງພະຍາດຫຼາຍຢ່າງກ່ອນໄວທີ່ຄວນ; ອາການແພ້ຂອງຜູ້ຄົນກໍນັບມື້ນັບຮຸນແຮງຂຶ້ນເຊັ່ນກັນ. ປະຕິກິລິຍາທີ່ບໍ່ດີໃນລະດັບຕ່າງໆສົ່ງຜົນກະທົບຕໍ່ຫຼາຍສິ່ງຫຼາຍຢ່າງຕັ້ງແຕ່ຜິວໜັງໄປຈົນເຖິງອະໄວຍະວະພາຍໃນ. ສິ່ງເຫຼົ່ານີ້ຄືບັນຫາ ແລະ ຄວາມເຈັບປວດຕ່າງໆທີ່ອາຫານອະນົງຄະທາດນຳມາສູ່ຊີວິດທາງເນື້ອໜັງ ແລະ ການຢູ່ລອດຂອງມະນຸດຊາດ. ເນື່ອງຈາກຮ່າງກາຍຂອງມະນຸດໄດ້ຖືກພຣະເຈົ້າສ້າງຂຶ້ນມາ, ຈຶ່ງມີພຽງພຣະເຈົ້າເທົ່ານັ້ນທີ່ເຂົ້າໃຈໂຄງສ້າງ ແລະ ຄວາມຕ້ອງການຂອງມັນໄດ້ດີທີ່ສຸດ. ດັ່ງນັ້ນ, ພຣະເຈົ້າຈຶ່ງສ້າງອາຫານທຸກປະເພດສຳລັບມະນຸດຊາດ ໂດຍອີງໃສ່ໂຄງສ້າງ ແລະ ຄວາມຕ້ອງການຂອງຮ່າງກາຍມະນຸດ. ຈາກພາກໃຕ້ເຖິງພາກເໜືອ, ຈາກພາກຕາເວັນອອກເຖິງພາກຕາເວັນຕົກ, ພຣະເຈົ້າໄດ້ສ້າງອາຫານຕ່າງໆທີ່ເອື້ອອຳນວຍຕໍ່ຊີວິດ ແລະ ການຢູ່ລອດຂອງຜູ້ຄົນໃນທ້ອງຖິ່ນ. ຮູບແບບເດີມຂອງອາຫານທັງໝົດທີ່ພຣະເຈົ້າໄດ້ສ້າງຂຶ້ນແມ່ນເພື່ອສະໜອງແຫຼ່ງອາຫານທີ່ຈຳເປັນສຳລັບຊີວິດ ແລະ ການຢູ່ລອດຂອງມະນຸດ; ພວກມັນລ້ວນແຕ່ເປັນສິ່ງຈຳເປັນສຳລັບຊີວິດທາງເນື້ອໜັງ ແລະ ການຢູ່ລອດຂອງມະນຸດ. ນັ້ນກໍຄື ເພື່ອໃຫ້ຮ່າງກາຍຂອງຄົນເຮົາມີຊີວິດຢູ່ ແລະ ໄດ້ຮັບການຄໍ້າຊູ, ມັນບໍ່ສາມາດຂາດພືດເຫຼົ່ານີ້ທີ່ພຣະເຈົ້າໄດ້ສ້າງຂຶ້ນມາໄດ້. ຕາບໃດທີ່ພືດ ແລະ ແກ່ນພືດເຫຼົ່ານີ້ມາຈາກພຣະເຈົ້າ, ພວກມັນກໍຈະຢູ່ໃນຮູບແບບເດີມຂອງພວກມັນ, ມີໜ້າທີ່ ແລະ ສ່ວນປະກອບທີ່ຈຳເປັນທີ່ພຣະເຈົ້າໄດ້ສ້າງຂຶ້ນມາ ພ້ອມທັງພະລັງຊີວິດທີ່ພຣະເຈົ້າປະທານໃຫ້. ບໍ່ວ່າແກ່ນພືດຈະຢູ່ໃສກໍຕາມ, ເຖິງແມ່ນວ່າມັນຈະຕົກລົງໄປໃນຮອຍແຕກຂອງກ້ອນຫີນທີ່ບໍ່ມີດິນກໍຕາມ, ຕາບໃດທີ່ມັນມີພະລັງຊີວິດ, ມັນກໍສາມາດງອກຂຶ້ນມາ, ເຕີບໃຫຍ່ ແລະ ໃຫຍ່ເຕັມໄວໄດ້ຕາມປົກກະຕິ ແລະ ຜະລິດແກ່ນພືດໄດ້ຫຼາຍຂຶ້ນ. ໃນສະພາບແວດລ້ອມທີ່ກວ້າງຂວາງແບບນີ້ ເຊິ່ງທຸກຊັບພະສິ່ງສືບພັນ ແລະ ຢູ່ລອດເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດໄດ້ຮັບແຫຼ່ງອາຫານສຳລັບຮ່າງກາຍຂອງພວກເຂົາ, ສາມາດເຮັດກິດຈະກຳຕ່າງໆຢ່າງຕໍ່ເນື່ອງ ແລະ ສືບພັນ ແລະ ດຳລົງຊີວິດຕໍ່ໄປໄດ້. ຖ້າພືດ ແລະ ແກ່ນພືດຕ່າງໆສູນເສຍໜ້າທີ່ເດີມທີ່ພຣະເຈົ້າໄດ້ສ້າງຂຶ້ນມາ, ມັນກໍເທົ່າກັບວ່າອາຫານຂອງມະນຸດຊາດຖືກຍຶດໄປ ແລະ ແຫຼ່ງອາຫານຂອງມະນຸດຊາດກໍຖືກຍາດແຍ່ງໄປ. ເຖິງແມ່ນວ່າຜູ້ຄົນຈະສ້າງ ແລະ ຜະລິດອາຫານບາງຢ່າງທີ່ບໍ່ໄດ້ຢູ່ໃນຮູບແບບເດີມຂອງພວກມັນ ເຊິ່ງສາມາດບັນເທົາຄວາມອຶດຫິວຂອງພວກເຂົາໄດ້ຊົ່ວຄາວກໍຕາມ ແຕ່ເນື່ອງຈາກຮູບແບບເດີມຂອງອາຫານໄດ້ຖືກປ່ຽນແປງຫຼັງຈາກທີ່ຜ່ານການປຸງແຕ່ງ ແລະ ພວກມັນກໍສູນເສຍໜ້າທີ່ເດີມຂອງພວກມັນໄປ, ຫຼັງຈາກທີ່ຜູ້ຄົນກິນພວກມັນເຂົ້າໄປ, ໜ້າທີ່ທາງຮ່າງກາຍ ແລະ ຄວາມຮູ້ສຶກຂອງພວກເຂົາກໍຈະປ່ຽນແປງໄປຕາມນັ້ນ. ເມື່ອເວລາຜ່ານໄປ, ຮ່າງກາຍຂອງຜູ້ຄົນກໍຈະປະສົບກັບປະຕິກິລິຍາທີ່ບໍ່ດີບາງຢ່າງເຊັ່ນກັນ; ພວກເຂົາຈະເກີດມີອາການເຈັບປ່ວຍ ແລະ ຄວາມເຈັບປວດບາງຢ່າງ ແລະ ອາດຈະເຖິງກັບມີຜົນສະທ້ອນທີ່ຮ້າຍແຮງບາງຢ່າງ. ສິ່ງນີ້ຂັດກັບເຈດຕະນາເດີມຂອງພຣະເຈົ້າໃນການສ້າງອາຫານສຳລັບມະນຸດຊາດ ແລະ ມັນຍັງຂັດກັບກົດເກນ ແລະ ກົດລະບຽບການຢູ່ລອດທີ່ພຣະເຈົ້າໄດ້ກຳນົດໄວ້ສຳລັບມະນຸດຊາດອີກດ້ວຍ. ສະນັ້ນ, ບໍ່ວ່າຈະເບິ່ງໃນມຸມມອງໃດກໍຕາມ, ຕາບໃດທີ່ບາງສິ່ງຂັດກັບເຈດຕະນາເດີມຂອງພຣະເຈົ້າໃນການສ້າງສິ່ງທີ່ມີຊີວິດ ແລະ ກົດເກນ ແລະ ກົດລະບຽບທີ່ພຣະເຈົ້າໄດ້ກຳນົດໄວ້, ມັນກໍໄດ້ສູນເສຍໜ້າທີ່ທີ່ພຣະເຈົ້າໄດ້ສ້າງມັນຂຶ້ນມາ ແລະ ບົດບາດທີ່ມັນຄວນເຮັດ ພ້ອມທັງພະລັງຊີວິດທີ່ພຣະເຈົ້າປະທານໃຫ້ແກ່ມັນ, ດັ່ງນັ້ນ ແກ່ນແທ້ຂອງມັນຈຶ່ງໄດ້ປ່ຽນແປງໄປ. ການເກີດຂຶ້ນຂອງອາຫານອະນົງຄະທາດຂັດກັບເຈດຕະນາເດີມຂອງພຣະເຈົ້າໃນການສ້າງອາຫານ; ເມື່ອນັກວິທະຍາສາດປຸງແຕ່ງ ແລະ ປ່ຽນແປງແກ່ນພືດຂອງອາຫານທາງວິທະຍາສາດ, ມັນກໍເຮັດໃຫ້ແກ່ນແທ້ຂອງອາຫານປ່ຽນແປງໄປ. ດັ່ງນັ້ນ, ອາຫານອະນົງຄະທາດຈຶ່ງແມ່ນສິ່ງທີ່ເປັນລົບ. ບໍ່ວ່າຮູບລັກສະນະຂອງມັນຈະມີສີສັນສົດໃສ ແລະ ສວຍງາມຫຼາຍຂຶ້ນ ຫຼື ມັນຈະໃຫຍ່ຂຶ້ນ ຫຼື ປະລິມານຂອງມັນຈະເພີ່ມຂຶ້ນກໍຕາມ, ບໍ່ວ່າມັນຈະປ່ຽນແປງແນວໃດກໍຕາມ, ຕາບໃດທີ່ມັນຂັດກັບເຈດຕະນາເດີມຂອງພຣະເຈົ້າໃນການສ້າງມັນຂຶ້ນມາ ແລະ ສູນເສຍໜ້າທີ່ ແລະ ພະລັງຊີວິດທີ່ພຣະເຈົ້າໄດ້ມອບໃຫ້, ມັນກໍແມ່ນສິ່ງທີ່ເປັນລົບ. ສິ່ງນີ້ແມ່ນແນ່ນອນໂດຍປາສະຈາກຂໍ້ສົງໄສໃດໆ. ບໍ່ວ່າມັນຈະເປັນຫຍັງກໍຕາມ ແລະ ບໍ່ວ່າມັນຈະເກີດຂຶ້ນໃນຍຸກໃດ ຫຼື ໂດຍຝີມືຂອງໃຜກໍຕາມ, ຕາບໃດທີ່ມັນບໍ່ໄດ້ຖືກພຣະເຈົ້າສ້າງຂຶ້ນມາ ຫຼື ກຳນົດໄວ້ ແຕ່ແທນທີ່ຈະຂັດກັບການສ້າງ ແລະ ການກຳນົດຂອງພຣະເຈົ້າ, ມັນກໍແມ່ນສິ່ງທີ່ເປັນລົບ. ຕອນນີ້ ເລື່ອງນີ້ຊັດເຈນແລ້ວບໍ? (ຊັດເຈນແລ້ວ).
ຕອນນີ້ ເລື່ອງທີ່ວ່າອາຫານອະນົງຄະທາດແມ່ນສິ່ງທີ່ເປັນລົບໄດ້ຖືກໂອ້ລົມຢ່າງຊັດເຈນແລ້ວ, ຍັງມີອີກບັນຫາໜຶ່ງທີ່ຈຳເປັນຕ້ອງໄດ້ໂອ້ລົມ. ບາງຄົນຖາມວ່າ “ໃນເມື່ອອາຫານອະນົງຄະທາດແມ່ນສິ່ງທີ່ເປັນລົບ ເຊິ່ງຂັດກັບການສ້າງຂຶ້ນ ແລະ ການກຳນົດໄວ້ຂອງພຣະເຈົ້າ, ພວກເຮົາຄວນປະຕິບັດຕໍ່ມັນແນວໃດ? ພວກເຮົາຄວນກິນມັນບໍ? ມັນໝາຍຄວາມວ່າພວກເຮົາບໍ່ຄວນກິນມັນ ຫຼື ກິນໃນປະລິມານໜ້ອຍເທົ່ານັ້ນບໍ? ແມ່ນຫຍັງຄືວິທີການປະຕິບັດທີ່ເໝາະສົມ?” ບາງຄົນໃນພວກເຈົ້າຫາກໍຊີ້ໃຫ້ເຫັນວ່າ “ອາຫານສ່ວນໃຫຍ່ໃນສັງຄົມທຸກມື້ນີ້ແມ່ນອະນົງຄະທາດ ແລະ ມັນກໍບໍ່ແມ່ນເລື່ອງງ່າຍທີ່ຈະຊອກຫາອາຫານອົງຄະທາດ ຖ້າເຈົ້າຕ້ອງການຊື້. ໃນບາງປະເທດ ແລະ ບາງພາກພື້ນ ແມ່ນບໍ່ສາມາດຊື້ມັນໄດ້ ເຖິງແມ່ນວ່າຈະໃຫ້ລາຄາສູງກໍຕາມ. ເຖິງແມ່ນວ່າພວກເຮົາຈະຮູ້ເຖິງຜົນປະໂຫຍດຂອງອາຫານອົງຄະທາດ ແລະ ອັນຕະລາຍຂອງອາຫານອະນົງຄະທາດກໍຕາມ, ພວກເຮົາຈະເຮັດແນວໃດໄດ້?” ນີ້ຄືສະພາບແວດລ້ອມທີ່ກວ້າງຂວາງທີ່ເປັນຢູ່. ນີ້ຄືໂລກຂອງຊາຕານ ແລະ ມັນກີດກັນບໍ່ໃຫ້ຜູ້ຄົນໄດ້ກິນອາຫານທີ່ເຕັມໄປດ້ວຍພະລັງຊີວິດທີ່ພຣະເຈົ້າສ້າງຂຶ້ນ. ບາງຄົນເວົ້າວ່າ “ພວກເຮົາຮູ້ວ່າການກິນອາຫານອະນົງຄະທາດເປັນອັນຕະລາຍຕໍ່ຮ່າງກາຍຂອງພວກເຮົາ ແຕ່ພວກເຮົາບໍ່ມີກຳລັງຊັບທີ່ຈະກິນອາຫານອົງຄະທາດໄດ້. ພວກເຮົາຄວນເຮັດແນວໃດ? ພວກເຮົາຄວນປ່ອຍໃຫ້ຕົວເອງອຶດຫິວຈົນຕາຍບໍ?” ເຈົ້າບໍ່ສາມາດອຶດຫິວຈົນຕາຍໄດ້. ເພື່ອການມີຊີວິດຢູ່, ຍັງຕ້ອງກິນອາຫານອົງຄະທາດ. ເຖິງແມ່ນວ່າການກິນມັນຈະເປັນອັນຕະລາຍຕໍ່ຮ່າງກາຍກໍຕາມ, ມັນກໍຍັງດີກວ່າການອຶດຫິວຈົນຕາຍ. ເຖິງແມ່ນວ່າຈະສືບຕໍ່ດຳລົງຊີວິດດ້ວຍຄວາມຍາກລຳບາກເຊັ່ນນັ້ນກໍຕາມ, ຕາບໃດທີ່ບໍ່ຕາຍ ແລະ ສາມາດປະຕິບັດໜ້າທີ່ໃຫ້ສຳເລັດໄດ້, ຍຶດໝັ້ນຈົນເຖິງວິນາທີສຸດທ້າຍ ແລະ ໄດ້ຮັບຄວາມລອດພົ້ນ ເຖິງແມ່ນວ່າຈະເຈັບປ່ວຍກໍຕາມ, ເຈົ້າກໍໄດ້ເອົາຊະນະໂລກນີ້ ແລະ ເອົາຊະນະຊາຕານແລ້ວ. ຄົນອື່ນເວົ້າວ່າ “ໃນເມື່ອອາຫານອະນົງຄະທາດເປັນອັນຕະລາຍຕໍ່ຜູ້ຄົນຫຼາຍ ແລະ ຜົນກະທົບກໍບໍ່ສາມາດແກ້ໄຂໄດ້, ຂ້ອຍກໍຈະບໍ່ກິນມັນເລີຍ. ຂ້ອຍຈະຫາວິທີປູກອາຫານອົງຄະທາດໃນເດີ່ນບ້ານຂອງຂ້ອຍເອງ”. ຖ້າເຈົ້າມີເງື່ອນໄຂ, ນັ້ນກໍເປັນເລື່ອງທີ່ດີຢ່າງແນ່ນອນ. ແຕ່ຖ້າເຮືອນຂອງເຈົ້າບໍ່ມີເດີ່ນບ້ານ ແລະ ເຈົ້າບໍ່ສາມາດປູກຜັກ ແລະ ເມັດພືດໄດ້ ແລະ ເຈົ້າກໍເປັນພຽງຄົນທຳມະດາທີ່ບໍ່ສາມາດຊື້ອາຫານອົງຄະທາດໄດ້ເດ? ສິ່ງດຽວທີ່ສາມາດເຮັດໄດ້ກໍຄືການກິນອາຫານອະນົງຄະທາດ. ບາງຄົນເວົ້າວ່າ: “ຖ້າຂ້ອຍກິນອາຫານອະນົງຄະທາດ, ຢ່າງໜ້ອຍມັນກໍສາມາດເຮັດໃຫ້ຂ້ອຍມີຊີວິດຢູ່ຕໍ່ໄປໄດ້ອີກຫຼາຍປີ ແລະ ຂ້ອຍກໍຈະບໍ່ຕາຍໃນໄລຍະເວລາທີ່ສັ້ນ. ເຖິງແມ່ນວ່າຂ້ອຍຈະເປັນພະຍາດແປກໆບາງຢ່າງຈາກມັນກໍຕາມ, ມັນກໍບໍ່ມີທາງເລືອກອື່ນ”. ພວກເຈົ້າຢ້ານທີ່ຈະເປັນພະຍາດແປກໆທຸກປະເພດ ແລະ ອາຍຸໄຂຂອງພວກເຈົ້າສັ້ນລົງບໍ? (ຢ້ານ). ຄວນເຮັດແນວໃດກ່ຽວກັບເລື່ອງນີ້? ບາງຄົນເວົ້າວ່າ “ພວກເຮົາກໍເຮັດໄດ້ພຽງແຕ່ຫັນໄປຫາທາງເລືອກສຸດທ້າຍ, ຍອມຮັບໃນສິ່ງທີ່ພວກເຮົາສາມາດເຮັດໄດ້. ເພື່ອຄວາມຢູ່ລອດ, ພວກເຮົາບໍ່ມີທາງເລືອກອື່ນນອກຈາກກິນອາຫານອະນົງຄະທາດ”. ຫຼັກການນີ້ຖືກຕ້ອງບໍ? (ຖືກຕ້ອງ). ມັນຖືກຕ້ອງບໍ? ພວກເຈົ້າບໍ່ສາມາດແຍກແຍະໄດ້ວ່າມັນຖືກຕ້ອງ ຫຼື ບໍ່ຖືກຕ້ອງ. ການເຮັດແບບນີ້ແມ່ນການຍອມຮັບໃນສິ່ງທີ່ພວກເຈົ້າສາມາດເຮັດໄດ້ ແລະ ບໍ່ມີທາງເລືອກອື່ນບໍ? ມັນບໍ່ແມ່ນການຍອມຮັບໃນສິ່ງທີ່ສາມາດເຮັດໄດ້ ແລະ ມັນກໍບໍ່ແມ່ນການບໍ່ມີທາງເລືອກອື່ນ. ແຕ່ກົງກັນຂ້າມ, ນີ້ຄືການດຳລົງຊີວິດດ້ວຍຄວາມສັດທາ. ບໍ່ມີຂໍ້ຄວາມໜຶ່ງຈາກພຣະທຳຂອງພຣະເຈົ້າບໍ? “ຕາບໃດທີ່ເຈົ້າຍັງມີໜຶ່ງລົມຫາຍໃຈ, ພຣະເຈົ້າຈະບໍ່ປ່ອຍໃຫ້ເຈົ້າຕາຍ”. ຊີວິດຂອງຜູ້ຄົນແມ່ນຢູ່ໃນພຣະຫັດຂອງພຣະເຈົ້າ. ຄົນເຮົາຈະມີອາຍຸຍືນຍາວສໍ່າໃດ ແລະ ສະພາບຮ່າງກາຍຂອງພວກເຂົາຈະເປັນແນວໃດນັ້ນ ແມ່ນຂຶ້ນຢູ່ກັບການກຳນົດຂອງພຣະເຈົ້າ, ບໍ່ແມ່ນຂຶ້ນຢູ່ກັບສິ່ງທີ່ພວກເຂົາກິນ. ການທີ່ຜູ້ຄົນມີຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງກ່ຽວກັບອາຫານອະນົງຄະທາດ ແລະ ມີການແຍກແຍະກ່ຽວກັບອາຫານດັ່ງກ່າວກໍພຽງພໍແລ້ວ. ເຖິງຢ່າງໃດກໍຕາມ, ຜູ້ຄົນຄວນປະຕິບັດຕໍ່ສະພາບແວດລ້ອມທີ່ເປັນຈິງທີ່ດຳລົງຢູ່ຢ່າງຖືກຕ້ອງ. ຖ້າເຈົ້າຂາດກຳລັງຊັບ ຫຼື ເງື່ອນໄຂທາງສະພາບແວດລ້ອມສຳລັບການປູກອາຫານເອງ, ກໍຈົ່ງກິນສິ່ງທີ່ມີ. ແລ້ວເຈົ້າຈະກັງວົນກ່ຽວກັບການເຈັບປ່ວຍ ຫຼື ການຕາຍບໍ? ບໍ່ຈຳເປັນຕ້ອງກັງວົນ. ເປັນຫຍັງ? ພວກເຮົາມີຄວາມຈິງຈາກພຣະທຳຂອງພຣະເຈົ້າຢູ່ໃນໃຈຂອງພວກເຮົາເພື່ອເປັນການສະໜັບສະໜູນ ແລະ ເປັນພື້ນຖານຂອງພວກເຮົາ: “ມະນຸດຈະບໍ່ມີຊີວິດຢູ່ໄດ້ດ້ວຍເຂົ້າຈີ່ເທົ່ານັ້ນ, ແຕ່ດ້ວຍພຣະທຳທຸກຂໍ້ທີ່ອອກມາຈາກປາກຂອງພຣະເຈົ້າ” ແລະ “ຕາບໃດທີ່ເຈົ້າຍັງມີໜຶ່ງລົມຫາຍໃຈ, ພຣະເຈົ້າຈະບໍ່ປ່ອຍໃຫ້ເຈົ້າຕາຍ”. ຊີວິດ, ສະພາບຮ່າງກາຍ ແລະ ອາຍຸໄຂຂອງຄົນເຮົາລ້ວນແຕ່ຢູ່ໃນພຣະຫັດຂອງພຣະເຈົ້າ. ບໍ່ວ່າຄົນເຮົາຈະເຈັບປ່ວຍ ຫຼື ບໍ່, ເມື່ອໃດທີ່ພວກເຂົາເຈັບປ່ວຍ ແລະ ເມື່ອໃດທີ່ພວກເຂົາຕາຍ, ທັງໝົດນີ້ແມ່ນຢູ່ໃນພຣະຫັດຂອງພຣະເຈົ້າ. ບໍ່ຈຳເປັນຕ້ອງກັງວົນ ຫຼື ຢ້ານກົວ. ຖ້າເຈົ້າບໍ່ສາມາດຫາອາຫານອະນົງຄະທາດໄດ້ ແລະ ສາມາດກິນໄດ້ພຽງແຕ່ອາຫານອະນົງຄະທາດເທົ່ານັ້ນ, ກໍຈົ່ງກິນມັນດ້ວຍຈິດໃຈທີ່ສະຫງົບ. ຈົ່ງກິນສິ່ງທີ່ມີີ. ບາງຄົນເວົ້າວ່າ “ຖ້າພຣະອົງກ່າວວ່າອາຫານອະນົງຄະທາດແມ່ນສິ່ງທີ່ເປັນລົບ, ແລ້ວເປັນຫຍັງພຣະອົງຈຶ່ງບອກໃຫ້ພວກເຮົາກິນມັນດ້ວຍຈິດໃຈທີ່ສະຫງົບ?” ເຈົ້າຈະມີຊີວິດຢູ່ໄດ້ແນວໃດ ຖ້າເຈົ້າບໍ່ກິນ? ຖ້າເຈົ້າກິນໜ້ອຍເກີນໄປ, ຮ່າງກາຍຂອງເຈົ້າຈະສາມາດໄດ້ຮັບສິ່ງທີ່ມັນຕ້ອງການແທ້ໆບໍ? ຕອນນີ້ ຜູ້ບໍ່ມີຄວາມເຊື່ອກໍເວົ້າເຊັ່ນກັນວ່າ ອາຫານອະນົງຄະທາດມີໂພຊະນາການໜ້ອຍກວ່າອາຫານອົງຄະທາດຫຼາຍ; ເຖິງແມ່ນວ່າເຈົ້າຈະກິນຫຼາຍກໍຕາມ, ມັນກໍບໍ່ໄດ້ໃຫ້ໂພຊະນາການຫຼາຍປານໃດ. ນີ້ແມ່ນຂໍ້ເທັດຈິງເຊັ່ນກັນ. ມີອີກຈຸດໜຶ່ງທີ່ພວກເຂົາບໍ່ຮູ້: ສັດສ່ວນຂອງສ່ວນປະກອບທາງໂພຊະນາການໃນອາຫານອົງຄະທາດແມ່ນເໝາະສົມ. ຫຼັງຈາກທີ່ເຈົ້າກິນມັນເຂົ້າໄປ, ມັນຈະຊ່ວຍໃຫ້ຮ່າງກາຍຂອງເຈົ້າສ້າງສານອາຫານຫຼາຍຢ່າງ, ສົ່ງເສີມການໄຫຼວຽນຂອງເລືອດ ແລະ ເຮັດໜ້າທີ່ເດີມຂອງມັນພາຍໃນຕົວເຈົ້າ ເພື່ອຮັບປະກັນສຸຂະພາບທີ່ດີ. ເຖິງຢ່າງໃດກໍຕາມ, ອາຫານອະນົງຄະທາດຂາດສ່ວນປະກອບທາງໂພຊະນາການ, ສະນັ້ນ ຮ່າງກາຍຂອງເຈົ້າຈຶ່ງບໍ່ສາມາດໃຊ້ມັນເພື່ອສັງເຄາະສານອາຫານເພື່ອຕອບສະໜອງຄວາມຕ້ອງການຂອງມັນໄດ້. ສິ່ງທີ່ສຳຄັນທີ່ສຸດກໍຄື ອາຫານອະນົງຄະທາດບໍ່ມີພະລັງຊີວິດ ແລະ ຂາດສ່ວນປະກອບທາງໂພຊະນາການຫຼາຍຢ່າງ; ມັນບໍ່ສາມາດເຮັດໃຫ້ເຈົ້າສຸຂະພາບດີໄດ້. ຫຼັງຈາກທີ່ກິນມັນເປັນເວລາສິບ ຫຼື ຊາວປີ, ຜູ້ຄົນກໍຈະເກີດມີພະຍາດທຸກປະເພດ ແລະ ເປັນພະຍາດແປກໆ ແລະ ບາງຄົນກໍເຖິງກັບສູນເສຍຄວາມສາມາດໃນການສືບພັນ. ຜົນສະທ້ອນດັ່ງກ່າວແມ່ນຮ້າຍແຮງເກີນໄປ. ນັ້ນຄືເຫດຜົນທີ່ບາງຄົນຮູ້ສຶກວ່າ: “ຂ້ອຍກິນອາຫານ ແລະ ຜັກຫຼາຍແລ້ວ, ສະນັ້ນ ຂ້ອຍບໍ່ຄວນຂາດໂພຊະນາການ. ແຕ່ເປັນຫຍັງຂ້ອຍຈຶ່ງຮູ້ສຶກອ່ອນເພຍໄປທົ່ວຮ່າງກາຍ?” ນີ້ຄືຄວາມແຕກຕ່າງລະຫວ່າງອາຫານອົງຄະທາດ ແລະ ອະນົງຄະທາດ; ຄວາມຈິງແລ້ວ ເຈົ້າໄດ້ຮູ້ສຶກເຖິງມັນແລ້ວ. ເປັນຫຍັງເຈົ້າຈຶ່ງມີຄວາມຮູ້ສຶກນີ້? ມັນກໍຍ້ອນວ່າອາຫານອະນົງຄະທາດມີພະລັງຊີວິດ. ເຈົ້າກິນມັນຫຼາຍ, ແຕ່ມັນບໍ່ໄດ້ນຳເອົາໂພຊະນາການມາໃຫ້ຫຼາຍປານໃດ, ສະນັ້ນ ເຈົ້າຈຶ່ງຮູ້ສຶກຮ່າງກາຍອ່ອນເພຍ ແລະ ຂາດຄວາມມີຊີວິດຊີວາ. ແຕ່ເຖິງຢ່າງໃດກໍຕາມ, ເຈົ້າກໍຍັງຕ້ອງກິນ; ຖ້າເຈົ້າບໍ່ກິນ, ເຈົ້າກໍຈະອຶດຫິວ ແລະ ບໍ່ສາມາດເຮັດວຽກ ຫຼື ຢູ່ລອດໄດ້. ຜູ້ຄົນບໍ່ຕ້ອງເຮັດສິ່ງທີ່ໂງ່ຈ້າ ແລະ ພວກເຂົາກໍບໍ່ຄວນເຮັດຫຍັງທີ່ສຸດໂຕ່ງ. ພວກເຂົາຄວນປະຕິບັດຕໍ່ທຸກສິ່ງຕາມພຣະທຳຂອງພຣະເຈົ້າ ແລະ ປະຕິບັດຕາມຫຼັກການຄວາມຈິງໃນທຸກສິ່ງ. ນີ້ຄືສິ່ງທີ່ຜູ້ຄົນຄວນຊັດເຈນ ແລະ ເຂົ້າໃຈ. ສະຫຼຸບແລ້ວ, ທັງໝົດນີ້ກໍຂຶ້ນຢູ່ກັບວ່າຜູ້ຄົນຄວນປະຕິບັດຕໍ່ອາຫານອົງຄະທາດແນວໃດ. ຫຼັງຈາກທີ່ເຂົ້າໃຈຜົນກະທົບດ້ານລົບ ແລະ ຜົນສະທ້ອນທີ່ຕາມມາທີ່ອາຫານອະນົງຄະທາດນຳມາໃຫ້ແລ້ວ, ຜູ້ຄົນບໍ່ຄວນຖືກມັນຈຳກັດ ແລະ ພວກເຂົາກໍບໍ່ຄວນກັງວົນ ຫຼື ຢ້ານກົວ, ເພາະທຸກສິ່ງລ້ວນແຕ່ຢູ່ໃນພຣະຫັດຂອງພຣະເຈົ້າ. ຊີວິດຂອງຜູ້ຄົນ ແລະ ທຸກສິ່ງກ່ຽວກັບພວກເຂົາລ້ວນແຕ່ຢູ່ໃນພຣະຫັດຂອງພຣະເຈົ້າ, ຂຶ້ນຢູ່ກັບອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ. ແມ່ນບໍ? (ແມ່ນແລ້ວ). ຖ້າເຈົ້າເຂົ້າໃຈມັນແບບນີ້, ຄວາມຄິດ ແລະ ມຸມມອງຂອງເຈົ້າກໍຖືກຕ້ອງແລ້ວ. ເມື່ອໄດ້ຍິນທັງໝົດນີ້ແລ້ວ, ຫົວໃຈຂອງພວກເຈົ້າຮູ້ສຶກສະຫວ່າງຂຶ້ນ ແລະ ຖືກປົດປ່ອຍແລ້ວບໍ? (ແມ່ນແລ້ວ). ນີ້ຄືບັນຫາໃນຊີວິດຈິງທີ່ຜູ້ຄົນຄວນເຫັນ. ຖ້າເຈົ້າເບິ່ງເລື່ອງນີ້ບໍ່ອອກ, ເຈົ້າກໍໂງ່ຈ້າເກີນໄປແລ້ວ. ກ່ຽວກັບວ່າຄວນກິນອາຫານອະນົງຄະທາດ ຫຼື ບໍ່ນັ້ນ, ພວກເຮົາຫາກໍສົນທະນາກັນເຖິງຫຼັກການປະຕິບັດຫຼາຍຢ່າງ. ເຈົ້າຄວນປະຕິບັດຕໍ່ມັນຢ່າງເໝາະສົມ ໂດຍອີງໃສ່ສະພາບແວດລ້ອມທີ່ເປັນຈິງ ແລະ ເງື່ອນໄຂຕົວຈິງຂອງເຈົ້າ. ສະຫຼຸບແລ້ວ, ເຈົ້າຄວນເບິ່ງທຸກສິ່ງໂດຍອີງຕາມພຣະທຳຂອງພຣະເຈົ້າ ແລະ ເຈົ້າຍັງຄວນກະທຳຕາມພຣະທຳຂອງພຣະເຈົ້າອີກດ້ວຍ. ຕາບໃດທີ່ຈຸດປະສົງຂອງເຈົ້າແມ່ນເພື່ອຮັບປະກັນການຢູ່ລອດ ແລະ ການເຮັດໜ້າທີ່ທາງຮ່າງກາຍທີ່ປົກກະຕິ, ເພື່ອໃຫ້ເຈົ້າສາມາດປະຕິບັດໜ້າທີ່ໄດ້ຕາມປົກກະຕິ, ບໍ່ບ່ຽງເບນໄປຈາກເສັ້ນທາງແຫ່ງການຕິດຕາມພຣະເຈົ້າ ແລະ ປະຕິບັດໜ້າທີ່ໃຫ້ສຳເລັດ ແລະ ກ້າວເຂົ້າສູ່ເສັ້ນທາງແຫ່ງການໄລ່ຕາມເສາະຫາຄວາມຈິງ, ແລ້ວສິ່ງທີ່ເຈົ້າກຳລັງເຮັດກໍຖືກຕ້ອງແລ້ວ. ນີ້ແມ່ນເນື້ອໃນການໂອ້ລົມຂອງພວກເຮົາກ່ຽວກັບດ້ານຂອງສິ່ງທີ່ພຣະເຈົ້າກຳນົດໄວ້.
ພວກເຮົາໄດ້ຍົກສອງຕົວຢ່າງເພື່ອໂອ້ລົມກ່ຽວກັບດ້ານຂອງສິ່ງທີ່ພຣະເຈົ້າກຳນົດໄວ້. ໂດຍພື້ນຖານແລ້ວ ມັນໄດ້ຖືກອະທິບາຍຢ່າງຊັດເຈນແລ້ວບໍ? (ຊັດເຈນແລ້ວ). ແລ້ວພວກເຈົ້າສາມາດໄຈ້ແຍກລະຫວ່າງສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບໄດ້ບໍ? ສາມາດນຳໃຊ້ຄວາມຈິງດ້ານນີ້ເພື່ອປະເມີນບຸກຄົນ, ເຫດການ ແລະ ສິ່ງຕ່າງໆທີ່ເຈົ້າພົບພໍ້ໄດ້ບໍ? ຖ້າພວກເຮົາບໍ່ໄດ້ໂອ້ລົມກ່ຽວກັບສອງຕົວຢ່າງນີ້, ພວກເຈົ້າຈະສາມາດນຳໃຊ້ຄວາມຈິງດ້ານນີ້ກ່ຽວກັບສິ່ງທີ່ເປັນບວກທີ່ພວກເຮົາໄດ້ກຳນົດໃນມື້ນີ້ເພື່ອວັດແທກພວກມັນໄດ້ບໍ? (ຂ້ານ້ອຍອາດຈະສາມາດແຍກແຍະສິ່ງທີ່ງ່າຍກວ່າໄດ້, ແຕ່ຂ້ານ້ອຍບໍ່ສາມາດແຍກແຍະສອງຕົວຢ່າງທີ່ຂ້ອນຂ້າງຊັບຊ້ອນທີ່ພຣະເຈົ້າກ່າວເຖິງໄດ້). ໂຊກດີທີ່ພວກເຮົາໄດ້ໂອ້ລົມກ່ຽວກັບເລື່ອງນີ້, ຖ້າບໍ່ດັ່ງນັ້ນ ພວກເຈົ້າອາດຈະພາດໂອກາດທີ່ຈະໄດ້ກິນອາຫານທີ່ແຊບຊ້ອຍຄືກັບໝາກໂປມ-ແພຣ໌, ແມ່ນບໍ? (ແມ່ນແລ້ວ). ບາງຄົນທີ່ມີແນວໂນ້ມທີ່ຈະປະຕິບັດຕາມລະບຽບການຫຼາຍກວ່າອາດຈະຫຼຽວເບິ່ງໝາກໂປມ-ແພຣ໌ ແລະ ຢາກກິນມັນແຕ່ບໍ່ກ້າ, ໂດຍຄິດວ່າການກິນມັນຈະເປັນການລະເມີດຫຼັກການທີ່ພຣະເຈົ້າໄດ້ກຳນົດໄວ້ ແລະ ເຮັດຂັດແຍ້ງກັບພຣະທຳຂອງພຣະເຈົ້າ, ສະນັ້ນ ພວກເຂົາຈຶ່ງຢັບຢັ້ງຕົນເອງ ແລະ ບໍ່ກິນມັນ ແລະ ຜົນກໍຄື ພວກເຂົາພາດໂອກາດຫຼາຍຢ່າງທີ່ຈະໄດ້ກິນອາຫານທີ່ແຊບຊ້ອຍນີ້. ເຖິງຢ່າງໃດກໍຕາມ, ສຳລັບສິ່ງທີ່ເປັນລົບຢ່າງຊັດເຈນບາງຢ່າງ, ເນື່ອງຈາກຜູ້ຄົນຂາດການແຍກແຍະ, ພວກເຂົາຈຶ່ງຍົກຍ້ອງຢ່າງສູງ ແລະ ຮັບຮອງ ແລະ ຍອມຮັບພວກມັນຢ່າງເລິກເຊິ່ງໃນໃຈຂອງພວກເຂົາ. ກ່ຽວກັບອາຫານອະນົງຄະທາດ, ພວກເຂົາເຖິງກັບຄິດວ່າ: “ອາຫານອະນົງຄະທາດຕອບສະໜອງຄວາມຕ້ອງການດ້ານອາຫານຂອງມະນຸດຊາດຢ່າງຫຼວງຫຼາຍ ແລະ ໃນເວລາດຽວກັນ, ມັນກໍສາມາດຊ່ວຍຫຼຸດຜ່ອນການເສຍຊີວິດຈາກຄວາມອຶດຫິວໄດ້. ນີ້ຄືການປະກອບສ່ວນອັນຍິ່ງໃຫຍ່ຂອງວິທະຍາສາດຕໍ່ມະນຸດຊາດໃນປະຫວັດສາດການພັດທະນາຂອງມະນຸດຢ່າງແທ້ຈິງ! ສິ່ງນີ້ຖືກເຮັດໂດຍພຣະເຈົ້າຢ່າງແທ້ຈິງ; ພຣະເຈົ້າເປັນຜູ້ທີ່ໄດ້ສົ່ງເສີມເລື່ອງນີ້”. ຄຳເວົ້າທີ່ຮຽບງ່າຍດັ່ງກ່າວໄດ້ເປີດໂປງຂໍ້ເທັດຈິງໜຶ່ງ. ຂໍ້ເທັດຈິງຫຍັງ? ນັ້ນກໍຄື ເຈົ້າບໍ່ເຂົ້າໃຈຄວາມຈິງ. ນີ້ເປັນເລື່ອງຮອງ; ມີບັນຫາທີ່ຮ້າຍແຮງກວ່ານີ້ຢູ່ບ່ອນນີ້, ນັ້ນກໍຄື ເຈົ້າໄດ້ກ່າວຄຳເວົ້າທີ່ກະບົດ ແລະ ໝິ່ນປະໝາດພຣະເຈົ້າຢ່າງຮ້າຍແຮງ ແລະ ສິ່ງນີ້ເຮັດໃຫ້ພຣະເຈົ້າຮູ້ສຶກລັງກຽດ ແລະ ໜ້າກຽດຊັງ. ຖ້າບັນຫາດັ່ງກ່າວກາຍເປັນເລື່ອງຮ້າຍແຮງຈົນເຈົ້າຂັດແຍ້ງກັບເຈດຕະນາຂອງພຣະເຈົ້າ ແລະ ຕັ້ງໃຈຕໍ່ຕ້ານ ແລະ ໝິ່ນປະໝາດພຣະເຈົ້າ, ແລ້ວເຈົ້າກໍອາດຈະສູນເສຍຄວາມຫວັງໃນຄວາມລອດພົ້ນຂອງເຈົ້າ ແລະ ມັນຈະສົ່ງຜົນກະທົບຕໍ່ຈຸດໝາຍປາຍທາງຂອງເຈົ້າ. ເພາະສະນັ້ນ, ການເຂົ້າໃຈຄວາມຈິງຈຶ່ງສຳຄັນຫຼາຍ. ຖ້າພວກເຮົາບໍ່ໄດ້ຍົກຕົວຢ່າງໃນການໂອ້ລົມຂອງພວກເຮົາ, ບາງຄົນໃນພວກເຈົ້າອາດຈະຄິດວ່າ: “ອາຫານອະນົງຄະທາດແມ່ນໝາກຜົນຂອງການຄົ້ນຄວ້າທາງວິທະຍາສາດ ແລະ ການພັດທະນາວິທະຍາສາດກໍປະກອບສ່ວນໃຫ້ແກ່ມະນຸດຊາດ, ສະນັ້ນ ການປະກອບສ່ວນດັ່ງກ່າວຈຶ່ງມີແນວໂນ້ມສູງທີ່ຈະຖືກພຣະເຈົ້າກຳນົດໄວ້, ມັນມີແນວໂນ້ມສູງທີ່ຈະຖືກພຣະເຈົ້າຈັດວາງໄວ້”. ຜ່ານການໂອ້ລົມໃນລັກສະນະນີ້, ຕອນນີ້ມັນຊັດເຈນແລ້ວບໍ? ຄຳເວົ້ານີ້ຖືກຕ້ອງບໍ? (ບໍ່ຖືກຕ້ອງ). ຄົນເຮົາຄວນເຂົ້າໃຈສິ່ງຕ່າງໆໃນລັກສະນະນີ້ບໍ? (ບໍ່ຄວນ). ຖ້າຄົນໃດໜຶ່ງເວົ້າແບບນີ້, ພວກເຂົາກໍກຳລັງຈະເດືອດຮ້ອນ; ນີ້ຄືການກະບົດຢ່າງຮ້າຍແຮງ! ກ່ອນທີ່ເຈົ້າຈະມີຄວາມເຂົ້າໃຈຢ່າງຊັດເຈນວ່າສິ່ງຕ່າງໆ ແລະ ແກ່ນແທ້ຂອງພວກມັນແມ່ນຫຍັງແທ້, ຢ່າຟ້າວກຳນົດພວກມັນ ແລະ ຢ່າຍອມຮັບ ຫຼື ມັກສິ່ງທີ່ຖືກປຸງແຕ່ງທາງວິທະຍາສາດຢ່າງງ່າຍດາຍ. ໂດຍສະເພາະສຳລັບສິ່ງທີ່ໄດ້ຮັບການເຄົາລົບ ແລະ ເປັນທີ່ນິຍົມໃນກະແສທີ່ຊົ່ວຮ້າຍ ແລະ ຄົນສ່ວນໃຫຍ່ມັກ, ເຈົ້າຕ້ອງລະມັດລະວັງຢ່າງເຂັ້ມງວດ, ຈົ່ງແຍກແຍະພວກມັນຕາມພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ ແລະ ຢ່າຍອມຮັບພວກມັນຢ່າງເດັດຂາດ. ບາງຄົນເວົ້າວ່າ: “ຂີດຄວາມສາມາດຂອງພວກເຮົານັ້ນຕໍ່າ. ເມື່ອພວກເຮົາເຫັນຂໍ້ມູນຂ່າວສານປະເພດຕ່າງໆແຜ່ກະຈາຍຢູ່ໃນອິນເຕີເນັດ, ພວກເຮົາກໍຄິດວ່າມັນເປັນກະແສສັງຄົມ ແລະ ບໍ່ສາມາດຜິດພາດໄດ້. ຫຼັງຈາກທີ່ເບິ່ງມັນແລ້ວ, ມັນກໍມີຜົນກະທົບຕໍ່ຫົວໃຈຂອງພວກເຮົາ. ຖ້າພວກເຮົາດຳລົງຊີວິດຢູ່ໃນສູນຍາກາດ, ພວກເຮົາກໍຄົງຈະບໍ່ຖືກເຮັດໃຫ້ຫຼົງຜິດ”. ຄຳເວົ້ານີ້ຖືກຕ້ອງບໍ? (ບໍ່ຖືກຕ້ອງ). ເຈົ້າດຳລົງຊີວິດຢູ່ໃນໂລກແຫ່ງຄວາມເປັນຈິງ, ໃນສັງຄົມປັດຈຸບັນ ແລະ ເຈົ້າກໍຈະໄດ້ຍິນສຽງທີ່ແປກປະຫຼາດ ແລະ ຄຳເວົ້າ ແລະ ທິດສະດີທີ່ແປກປະຫຼາດຫຼາຍຢ່າງຢ່າງຫຼີກລ່ຽງບໍ່ໄດ້. ຂໍ້ໂຕ້ແຍ້ງເຫຼົ່ານີ້ຈະເຂົ້າສູ່ຫົວໃຈຂອງເຈົ້າຢ່າງຫຼີກລ່ຽງບໍ່ໄດ້, ບ່ອນທີ່ພວກມັນຈະມີຜົນກະທົບ, ປ່ຽນແປງຄວາມຄິດຂອງເຈົ້າ. ຜູ້ຄົນຄິດວ່າ ຕາບໃດທີ່ພວກເຂົາດຳລົງຊີວິດຢູ່ໃນສັງຄົມນີ້, ຕາບໃດທີ່ພວກເຂົາດຳລົງຊີວິດຢູ່ທ່າມກາງຜູ້ຄົນ, ພວກເຂົາກໍຈະໄດ້ຮັບອິດທິພົນໂດຍບໍ່ຮູ້ຕົວ, ນອກຈາກວ່າພວກເຂົາຈະດຳລົງຊີວິດເລິກເຂົ້າໄປໃນພູເຂົາ ແລະ ປ່າໄມ້ ຫຼື ຂັງຕົວເອງໄວ້ໃນຫ້ອງນ້ອຍໆ, ບໍ່ຟັງ, ບໍ່ເບິ່ງ ແລະ ບໍ່ຄິດກ່ຽວກັບສິ່ງເຫຼົ່ານີ້, ເຊິ່ງໃນກໍລະນີດັ່ງກ່າວ ຫົວໃຈຂອງພວກເຂົາກໍຈະສະອາດ. ມຸມມອງນີ້ຖືກຕ້ອງບໍ? (ບໍ່ຖືກຕ້ອງ). ເຫັນໄດ້ຊັດເຈນວ່າບໍ່ຖືກຕ້ອງ. ແລ້ວຈະແກ້ໄຂບັນຫານີ້ໄດ້ແນວໃດ? ເຈົ້າຕ້ອງໄລ່ຕາມເສາະຫາຄວາມຈິງ ແລະ ເຂົ້າໃຈຄວາມຈິງ. ຖ້າເຈົ້າມີຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບທຸກດ້ານຂອງຄວາມຈິງ, ເມື່ອເຈົ້າພົບພໍ້ກັບສິ່ງເຫຼົ່ານີ້, ເຈົ້າກໍຈະຮູ້ວ່າແກ່ນແທ້ທີ່ຢູ່ເບື້ອງຫຼັງຂອງພວກມັນແມ່ນຫຍັງ. ເຈົ້າຈະສາມາດແຍກແຍະ ແລະ ກຳນົດພວກມັນໄດ້ຢ່າງວ່ອງໄວວ່າແມ່ນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ ແລະ ບົນພື້ນຖານຂອງການມີມະໂນທຳ ແລະ ເຫດຜົນ, ເຈົ້າກໍຈະຍອມຮັບສິ່ງທີ່ເປັນບວກຢ່າງໄວວາ ແລະ ຕໍ່ຕ້ານ ຫຼື ປະຕິເສດ, ວິພາກວິຈານ ແລະ ກ່າວໂທດສິ່ງທີ່ເປັນລົບ. ດ້ວຍວິທີນີ້, ເຈົ້າກໍຈະໄດ້ຮັບການປົກປ້ອງ ແລະ ເຈົ້າຈະບໍ່ຮູ້ສຶກໝົດຫົນທາງ ແລະ ເຈົ້າກໍບໍ່ຈຳເປັນຕ້ອງກັງວົນ ຫຼື ຢ້ານກົວຫຼາຍ. ເປັນຫຍັງ? ເພາະດ້ວຍພຣະທຳຂອງພຣະເຈົ້າທີ່ເປັນພື້ນຖານຂອງເຈົ້າ, ເຈົ້າກໍຈະມີຄວາມສາມາດພື້ນຖານໃນການແຍກແຍະສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ, ມຸມມອງ ແລະ ຄວາມຄິດເຫັນຂອງເຈົ້າກ່ຽວກັບສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບຕ່າງໆກໍຈະອີງໃສ່ພຣະທຳຂອງພຣະເຈົ້າ ແລະ ເຈົ້າກໍຈະສາມາດກຳນົດໄດ້ວ່າພວກມັນແມ່ນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ; ເພາະສະນັ້ນ, ເລື່ອງທີ່ວ່າເຈົ້າຄວນເຮັດຫຍັງນັ້ນກໍຈະກາຍເປັນເລື່ອງທີ່ງ່າຍຫຼາຍ. ບໍ່ແມ່ນແນວນັ້ນບໍ? (ແມ່ນແລ້ວ).
ພວກເຈົ້າເຂົ້າໃຈສິ່ງທີ່ພວກເຮົາຫາກໍໂອ້ລົມກັນບໍ? ຖ້າພວກເຮົາບໍ່ໄດ້ໂອ້ລົມກ່ຽວກັບມັນໃນລັກສະນະນີ້, ພວກເຈົ້າຈະສາມາດເຂົ້າໃຈມັນໄດ້ບໍ? (ບໍ່ໄດ້). ແລ້ວຖ້າມີປະສົບການຕື່ມອີກສອງສາມປີ, ຈະສາມາດແຍກແຍະສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບໄດ້ບໍ? (ຖ້າປາສະຈາກຄວາມຈິງ, ພວກເຮົາກໍບໍ່ສາມາດແຍກແຍະສິ່ງເຫຼົ່ານີ້ໄດ້; ບາງຄັ້ງພວກເຮົາເຖິງກັບຍົກຍ້ອງ ແລະ ສະໜັບສະໜູນສິ່ງທີ່ເປັນລົບ. ສະນັ້ນ, ມັນບໍ່ແມ່ນວ່າພວກເຮົາຈະສາມາດແຍກແຍະໄດ້ພຽງແຕ່ຍ້ອນມີປະສົບການຂຶ້ນອີກຫຼາຍປີ). ເລື່ອງເຫຼົ່ານີ້ກ່ຽວຂ້ອງກັບຄວາມລຶກລັບບໍ? (ບໍ່ກ່ຽວຂ້ອງ). ຖ້າພວກມັນບໍ່ກ່ຽວຂ້ອງກັບຄວາມລຶກລັບ, ແລ້ວເປັນຫຍັງຜູ້ຄົນຈຶ່ງບໍ່ເຂົ້າໃຈພວກມັນ? ສິ່ງເຫຼົ່ານີ້ເປັນເລື່ອງພາຍນອກບໍ? (ແມ່ນແລ້ວ). ຖ້າພວກມັນເປັນພຽງເລື່ອງພາຍນອກ, ພວກມັນກໍຄວນຈະເຂົ້າໃຈໄດ້ງ່າຍ, ແຕ່ທີ່ຈິງແລ້ວ, ເລື່ອງເຫຼົ່ານີ້ຍັງກ່ຽວຂ້ອງກັບຄວາມຈິງບາງຢ່າງ ແລະ ມຸມມອງຂອງຜູ້ຄົນທີ່ມີຕໍ່ສິ່ງຕ່າງໆອີກດ້ວຍ. ເມື່ອບາງສິ່ງກ່ຽວຂ້ອງກັບມຸມມອງທີ່ມີຕໍ່ສິ່ງຕ່າງໆ ພ້ອມທັງແກ່ນແທ້ ແລະ ທຳມະຊາດຂອງບັນຫາ, ມັນກໍກ່ຽວຂ້ອງກັບຄວາມຈິງ ແລະ ເມື່ອມັນກ່ຽວຂ້ອງກັບຄວາມຈິງ, ພວກເຈົ້າກໍເບິ່ງບໍ່ອອກ ແລະ ພວກເຈົ້າກໍເກີດຄວາມສັບສົນ. ສະນັ້ນ, ພວກເຈົ້າຄິດວ່າມັນຈຳເປັນບໍທີ່ຈະໂອ້ລົມກັນໃນລັກສະນະນີ້? (ຈຳເປັນ). ຫວັງວ່າ ຫຼັງຈາກທີ່ເຈົ້າໄດ້ຟັງການໂອ້ລົມນີ້ແລ້ວ, ຈະບໍ່ສຸມຄວາມສົນໃຈໄປທີ່ຕົວເລື່ອງເອງ ຫຼື ຮຽນຮູ້ທີ່ຈະປະຕິບັດຕາມລະບຽບການ, ແຕ່ກົງກັນຂ້າມ, ຜ່ານການໂອ້ລົມນີ້, ຈະເຂົ້າໃຈຄວາມຈິງ ແລະ ເຈດຕະນາຂອງພຣະເຈົ້າ, ສາມາດແຍກແຍະໄດ້ວ່າສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບແມ່ນຫຍັງ ແລະ ມີຄວາມກ້າວໜ້າໃນແງ່ຂອງຄວາມຈິງ ແລະ ຄວາມສາມາດຂອງເຈົ້າໃນການແຍກແຍະສິ່ງຕ່າງໆກໍຈະປັບປຸງຂຶ້ນ. ນີ້ຈຶ່ງຈະໝາຍຄວາມວ່າເຈົ້າໄດ້ຮັບບາງສິ່ງບາງຢ່າງ. ກ່ຽວກັບສິ່ງທີ່ເປັນບວກ ເຊິ່ງກໍຄືທຸກສິ່ງທີ່ຢູ່ໃນຂອບເຂດຂອງສິ່ງທີ່ຖືກພຣະເຈົ້າສ້າງຂຶ້ນມາ, ຖືກພຣະເຈົ້າກຳນົດໄວ້ ຫຼື ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ, ຕອນນີ້ ພວກເຈົ້າສາມາດແຍກແຍະພວກມັນໄດ້ທັງໝົດແລ້ວບໍ ຫຼັງຈາກທີ່ພວກເຮົາໄດ້ຍົກຕົວຢ່າງພິເສດສອງຢ່າງກ່ອນໜ້ານີ້? ຫຼື ວ່າເຈົ້າສາມາດແຍກແຍະໄດ້ພຽງແຕ່ສິ່ງທີ່ເປັນປະເພດດຽວກັນ ແລະ ຍັງບໍ່ສາມາດແຍກແຍະສິ່ງທີ່ແຕກຕ່າງຈາກສອງຕົວຢ່າງນີ້ໄດ້? (ຂ້ານ້ອຍອາດຈະສາມາດແຍກແຍະສິ່ງທີ່ເປັນປະເພດດຽວກັນໄດ້ໃນລະດັບໜຶ່ງ ແລະ ສິ່ງທີ່ແຕກຕ່າງກັນທີ່ຂ້ອນຂ້າງງ່າຍກໍໄດ້ເຊັ່ນກັນ, ແຕ່ຂ້ານ້ອຍຍັງບໍ່ສາມາດແຍກແຍະສິ່ງທີ່ຊັບຊ້ອນເກີນໄປໄດ້ຢ່າງຊັດເຈນ). ນີ້ຄືຂໍ້ເທັດຈິງ, ແມ່ນບໍ? ຖ້າຍັງບໍ່ສາມາດແຍກແຍະໄດ້, ແລ້ວພວກເຈົ້າກໍຄວນຈັບໃຈຄວາມຫຼັກການໜຶ່ງໃຫ້ໄດ້. ກ່ອນອື່ນ, ໃຫ້ເບິ່ງວ່າສິ່ງໃດໜຶ່ງຂັດແຍ້ງກັບໜ້າທີ່ທີ່ມັນຄວນມີຕາມທີ່ພຣະເຈົ້າໄດ້ສ້າງຂຶ້ນມາ ຫຼື ຄວາມສຳຄັນຂອງການດຳລົງຢູ່ຂອງມັນຕາມທີ່ພຣະເຈົ້າໄດ້ກຳນົດໄວ້ ຫຼື ບໍ່; ໃຫ້ເບິ່ງວ່າມັນຂັດແຍ້ງກັບດ້ານນີ້ ຫຼື ບໍ່. ຖ້າມັນຂັດແຍ້ງ, ແລ້ວມັນກໍຄືສິ່ງທີ່ເປັນລົບ. ຖ້າມັນບໍ່ໄດ້ຂັດແຍ້ງກັບການສ້າງ ແລະ ການກຳນົດຂອງພຣະເຈົ້າ, ແຕ່ຮູບແບບການດຳລົງຢູ່ຂອງມັນ ແລະ ຄຸນຄ່າຂອງການດຳລົງຢູ່ຂອງມັນບໍ່ສາມາດເວົ້າໄດ້ວ່າມີຜົນກະທົບທີ່ເປັນບວກ ຫຼື ເປັນລົບຕໍ່ຜູ້ຄົນ, ມັນພຽງແຕ່ຮັບໃຊ້ຈຸດປະສົງບາງຢ່າງ ແລະ ໃຫ້ຄວາມສະດວກສະບາຍບາງຢ່າງໃນຊີວິດຂອງຜູ້ຄົນ, ມີຜົນປະໂຫຍດໜ້ອຍແຕ່ກໍບໍ່ມີອັນຕະລາຍ, ເຊິ່ງໝາຍຄວາມວ່າມັນບໍ່ໄດ້ທຳລາຍ ຫຼື ລົບກວນຮູບແບບການຢູ່ລອດ ແລະ ຊີວິດທີ່ປົກກະຕິຂອງມະນຸດຊາດທີ່ພຣະເຈົ້າໄດ້ສ້າງຂຶ້ນມາ ແລະ ມັນກໍບໍ່ໄດ້ນຳເອົາຜົນສະທ້ອນທີ່ບໍ່ດີໃດໆມາໃຫ້ ແລະ ການດຳລົງຢູ່ຂອງມັນກໍບໍ່ສາມາດຖືວ່າມີຄວາມໝາຍຕໍ່ມະນຸດຊາດ ແລະ ຜູ້ຄົນກໍຍັງສາມາດດຳລົງຊີວິດໄດ້ເປັນຢ່າງດີເຖິງແມ່ນວ່າຈະບໍ່ມີມັນກໍຕາມ, ແລ້ວມັນກໍບໍ່ສາມາດຖືວ່າເປັນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບໄດ້. ມັນບໍ່ໄດ້ຕົກຢູ່ໃນໝວດໝູ່ນັ້ນ; ມັນເປັນພຽງສິ່ງຂອງ ຫຼື ວັດຖຸປະເພດໜຶ່ງ, ສະນັ້ນ ພວກເຮົາຈຶ່ງຈະບໍ່ກຳນົດວ່າມັນແມ່ນສິ່ງທີ່ເປັນບວກ ຫຼື ເປັນລົບ. ຕົວຢ່າງ: ລົດມ້າເປັນພາຫະນະການເດີນທາງຊະນິດໜຶ່ງ. ມັນຖືກລາກໂດຍມ້າ, ເຊິ່ງເປັນສິ່ງທີ່ມີຊີວິດທີ່ພຣະເຈົ້າໄດ້ຊົງສ້າງ ແລະ ກຳນົດໄວ້. ລົດທີ່ຖືກລາກໂດຍມ້ານັ້ນແມ່ນສ້າງຂຶ້ນໂດຍຝີມືມະນຸດ, ບໍ່ໄດ້ຖືກພຣະເຈົ້າສ້າງຂຶ້ນມາ; ມັນເປັນເຄື່ອງມືທີ່ມະນຸດສ້າງຂຶ້ນດ້ວຍຄວາມສາມາດໃນການຢູ່ລອດທີ່ພຣະເຈົ້າປະທານໃຫ້. ມັນສາມາດຂົນສົ່ງສິນຄ້າ ແລະ ພາຜູ້ຄົນໄປຍັງສະຖານທີ່ຕ່າງໆ, ເຮັດໃຫ້ຊີວິດ ແລະ ການເດີນທາງຂອງຜູ້ຄົນສະດວກສະບາຍຫຼາຍຂຶ້ນ. ສະນັ້ນ, ພວກເຈົ້າຄິດວ່າລົດມ້າທີ່ສ້າງຂຶ້ນໂດຍຝີມືມະນຸດເປັນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ? ລົດມ້າໃຊ້ພະລັງງານບໍ? ມັນປ່ອຍອາຍພິດ ແລະ ສ້າງມົນລະພິດທາງອາກາດບໍ? (ບໍ່). ລົດມ້າບໍ່ໄດ້ກໍ່ໃຫ້ເກີດຜົນກະທົບທີ່ບໍ່ດີໃດໆຕໍ່ຊີວິດ ແລະ ການຢູ່ລອດຂອງຜູ້ຄົນ ແລະ ມັນຍັງເຮັດໃຫ້ຊີວິດຂອງຜູ້ຄົນສະດວກສະບາຍຂຶ້ນເລັກໜ້ອຍອີກດ້ວຍ. ເຖິງຢ່າງໃດກໍຕາມ, ຖ້າມັນບໍ່ມີຢູ່, ຜູ້ຄົນກໍຍັງສາມາດເດີນທາງດ້ວຍຕີນໄດ້, ເຊິ່ງມັນກໍພຽງແຕ່ຈະຊ້າກວ່າເລັກໜ້ອຍ; ມັນບໍ່ແມ່ນວ່າຜູ້ຄົນຈະບໍ່ສາມາດຢູ່ລອດໄດ້ຖ້າປາສະຈາກລົດມ້ານັ້ນ. ມັນເປັນສິ່ງທີ່ບໍ່ຈຳເປັນ. ສະນັ້ນ, ສິ່ງນີ້ແມ່ນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ? (ຄວາມເຂົ້າໃຈຂອງຂ້ານ້ອຍກໍຄື ມັນບໍ່ແມ່ນສິ່ງທີ່ເປັນລົບ, ແຕ່ມັນກໍບໍ່ແມ່ນສິ່ງທີ່ເປັນບວກເຊັ່ນກັນ; ມັນພຽງແຕ່ບໍ່ສາມາດເວົ້າໄດ້ວ່າແມ່ນສິ່ງທີ່ເປັນບວກ ຫຼື ເປັນລົບ). ມັນມາຈາກສີມືຂອງມະນຸດ ແລະ ມັນບໍ່ສາມາດເວົ້າໄດ້ວ່າແມ່ນສິ່ງທີ່ເປັນບວກ ຫຼື ເປັນລົບ. ຖ້າເຈົ້າຈະມາສົນທະນາກັນວ່າລົດມ້າແມ່ນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ, ມັນກໍຄົງຈະເປັນການເຮັດເລື່ອງນ້ອຍໃຫ້ເປັນເລື່ອງໃຫຍ່, ເປັນການຄິດເລັກຄິດນ້ອຍຈົນເກີນໄປ.
ບາງຄົນເວົ້າວ່າ: “ຕົ້ນໄມ້ຖືກສ້າງຂຶ້ນມາ ແລະ ກຳນົດໄວ້ໂດຍພຣະເຈົ້າ ແລະ ກົດເກນການຢູ່ລອດ ແລະ ຮູບແບບການດຳລົງຢູ່ຂອງພວກມັນແມ່ນມາຈາກພຣະເຈົ້າ, ສະນັ້ນ ພວກມັນຈຶ່ງແມ່ນສິ່ງທີ່ເປັນບວກ. ແລ້ວຖ້າຕົ້ນໄມ້ຖືກຕັດລົງ ແລະ ປຸງແຕ່ງເປັນໄມ້ແປຮູບ, ສິ່ງນີ້ແມ່ນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ?” ໄມ້ແປຮູບໃຫ້ຄວາມສະດວກສະບາຍບາງຢ່າງສຳລັບຄວາມຕ້ອງການປະຈຳວັນຂອງມະນຸດຊາດ ເຊັ່ນ: ຖືກນຳໃຊ້ເພື່ອເຮັດເຄື່ອງເຮືອນປະເພດຕ່າງໆ ເຊັ່ນ: ໂຕະ ແລະ ຕັ່ງ ແລະ ມັນຍັງສາມາດຖືກເຜົາເພື່ອແຕ່ງກິນໄດ້ອີກດ້ວຍ. ມັນຖືກປ່ຽນຈາກພືດໃຫ້ກາຍເປັນວັດຖຸ. ມັນແມ່ນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບບໍ? (ບໍ່ສາມາດເວົ້າໄດ້ວ່າແມ່ນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ). ຖືກຕ້ອງແລ້ວ, ຕອນນີ້ພວກເຈົ້າເຂົ້າໃຈແລ້ວ, ພວກເຈົ້າຄິດອອກແລ້ວ. ມີພຽງແຕ່ສິ່ງທີ່ຢູ່ໃນຂອບເຂດຂອງຫຼັກການນີ້ ເຊິ່ງກໍຄືສິ່ງທີ່ຖືກພຣະເຈົ້າສ້າງຂຶ້ນ, ຖືກພຣະເຈົ້າກຳນົດໄວ້ ຫຼື ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າເທົ່ານັ້ນ ຈຶ່ງແມ່ນສິ່ງທີ່ເປັນບວກ. ສິ່ງໃດກໍຕາມທີ່ລະເມີດຫຼັກການນີ້ແມ່ນສິ່ງທີ່ເປັນລົບ. ສຳລັບສິ່ງທີ່ຢູ່ນອກເໜືອສອງໝວດໝູ່ນີ້, ຖ້າເຈົ້າສົນທະນາກັນວ່າພວກມັນແມ່ນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ, ໂດຍພື້ນຖານແລ້ວ ມັນກໍຄືກັບວ່າເຈົ້າກຳລັງຄິດເລັກຄິດນ້ອຍຈົນເກີນໄປ, ເຮັດເລື່ອງນ້ອຍໃຫ້ກາຍເປັນເລື່ອງໃຫຍ່ ແລະ ບໍ່ໃສ່ໃຈກັບວຽກງານທີ່ເໝາະສົມຂອງເຈົ້າ. ຕົວຢ່າງ: ບາງຄົນຖາມວ່າ: “ຜ້າມ່ານທີ່ສ້າງຂຶ້ນໂດຍຝີມືມະນຸດແມ່ນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບບໍ?” ບາງຄົນເວົ້າວ່າ: “ນັ້ນກໍຂຶ້ນຢູ່ກັບແຫຼ່ງທີ່ມາຂອງຜ້າ. ຖ້າຜ້າມ່ານເຮັດຈາກຝ້າຍດິບທີ່ຜ່ານການປຸງແຕ່ງ, ໂດຍບໍ່ມີການຍ້ອມສີ ຫຼື ຟອກສີ ແລະ ບໍ່ມີການເພີ່ມສານເຄມີໃດໆ, ແລ້ວພວກມັນກໍແມ່ນສິ່ງທີ່ເປັນບວກ. ຖ້າພວກມັນຖືກຍ້ອມສີ, ຟອກສີ ແລະ ພິມລາຍ ຫຼື ມີການເພີ່ມສານເຄມີບາງຢ່າງເຂົ້າໄປ, ແລ້ວພວກມັນກໍແມ່ນສິ່ງທີ່ເປັນລົບ. ສິ່ງທີ່ເປັນລົບແມ່ນສິ່ງທີ່ພວກເຮົາຄວນກຳຈັດ ແລະ ປະຖິ້ມ, ສະນັ້ນ ພວກເຮົາຈຶ່ງບໍ່ສາມາດໃຊ້ພວກມັນໄດ້. ມີພຽງວິທີນີ້ເທົ່ານັ້ນທີ່ພວກເຮົາຈະປະຕິບັດຕາມຫຼັກການແຫ່ງພຣະທຳຂອງພຣະເຈົ້າ ແລະ ເປັນຄົນທີ່ຮັກສິ່ງທີ່ເປັນບວກ ແລະ ຄວາມຈິງ. ເພາະສະນັ້ນ, ພວກເຮົາຈຶ່ງວິພາກວິຈານທຸກສິ່ງທີ່ບໍ່ແມ່ນຜະລິດຕະພັນຈາກຝ້າຍ ແລະ ພວກເຮົາວິພາກວິຈານທຸກສິ່ງທີ່ບໍ່ໄດ້ມາຈາກແຫຼ່ງທຳມະຊາດ”. ສິ່ງທີ່ມາຈາກແຫຼ່ງທຳມະຊາດມີຫຍັງແດ່? ຝ້າຍ, ໄໝ ແລະ ປ່ານນຳດ້ວຍ. ອີງຕາມຄວາມຄິດເຫັນຂອງບຸກຄົນເຫຼົ່ານີ້, ນອກເໜືອຈາກສິ່ງເຫຼົ່ານີ້ແລ້ວ, ກໍບໍ່ມີສິ່ງອື່ນໃດທີ່ຜູ້ຄົນສາມາດນຸ່ງຫົ່ມໄດ້, ຖ້າເຈົ້າຕ້ອງການຫຼີກລ່ຽງການລະເມີດຫຼັກການ ແລະ ຕ້ອງການບັນລຸການເປັນຄົນທີ່ສາມາດຮັກສິ່ງທີ່ເປັນບວກ ແລະ ປະຕິເສດສິ່ງທີ່ເປັນລົບໄດ້, ແລ້ວເຈົ້າກໍຕ້ອງນຸ່ງຫົ່ມສິ່ງເຫຼົ່ານີ້, ເພາະມີພຽງສິ່ງເຫຼົ່ານີ້ເທົ່ານັ້ນທີ່ຢູ່ໃນຮູບແບບເດີມຂອງພວກມັນທີ່ພຣະເຈົ້າສ້າງຂຶ້ນ. ມຸມມອງນີ້ຖືກຕ້ອງບໍ? (ບໍ່ຖືກຕ້ອງ). ບາງຄົນຈະເວົ້າວ່າ: “ຖ້າອີງຕາມມຸມມອງນີ້, ແລ້ວໃຜກໍຕາມທີ່ນຸ່ງຫົ່ມສິ່ງທໍທີ່ຜ່ານການປຸງແຕ່ງທາງວິທະຍາສາດກໍບໍ່ແມ່ນຄົນທີ່ຮັກສິ່ງທີ່ເປັນບວກ, ບໍ່ແມ່ນຄົນທີ່ປະຕິບັດຄວາມຈິງ, ແຕ່ເປັນຄົນທີ່ບໍ່ມີຄວາມສາມາດໃນການແຍກແຍະ ແລະ ບໍ່ມີຫຼັກການ, ເປັນຄົນທີ່ກະບົດຢ່າງຮ້າຍແຮງ ແລະ ເປັນທີ່ລັງກຽດຂອງພຣະເຈົ້າ ແລະ ຄົນແບບນັ້ນກໍຈົບສິ້ນແລ້ວ!” ຄຳເວົ້ານີ້ເໝາະສົມບໍ? (ບໍ່ເໝາະສົມ, ມັນເປັນການເຮັດເລື່ອງນ້ອຍໃຫ້ເປັນເລື່ອງໃຫຍ່). ຄົນແບບນັ້ນມີເຈດຕະນາແອບແຝງໃນຄຳເວົ້າຂອງພວກເຂົາ ແລະ ພວກເຂົາເຖິງກັບສາມາດກ່າວໂທດຄົນອື່ນ, ໂດຍເຮັດໃຫ້ເລື່ອງຕ່າງໆໃຫ້ໃຫຍ່ໂຕເກີນຄວາມເປັນຈິງ. ພວກເຂົາເປັນຄົນປະເພດໃດ? (ຄົນທີ່ປະຕິບັດຕາມລະບຽບການ ແລະ ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ). ພວກເຂົາເປັນຄົນທີ່ໄຮ້ສາລະ, ເປັນຄົນປະເພດທີ່ໄຮ້ສາລະ. ໃນການສະແດງອອກເຖິງຄຳສອນນອກຮີດ ແລະ ຄວາມເຊື່ອຫຼົງຜິດເຫຼົ່ານີ້, ພວກເຂົາກຳລັງເຮັດເລື່ອງນ້ອຍໃຫ້ເປັນເລື່ອງໃຫຍ່ ແລະ ໃຊ້ຫົວຂໍ້ທີ່ຢູ່ໃນມືເພື່ອສະແດງຄວາມຄິດເຫັນຂອງພວກເຂົາເອງ. ຈິດໃຈຂອງພວກເຂົາເຕັມໄປດ້ວຍຄຳສອນນອກຮີດ ແລະ ຄວາມເຊື່ອຫຼົງຜິດເຫຼົ່ານີ້ ແລະ ພວກເຂົາສາມາດເວົ້າເຖິງພວກມັນໄດ້ຢ່າງບໍ່ມີທີ່ສິ້ນສຸດ, ແຕ່ເມື່ອເຈົ້າຂໍໃຫ້ພວກເຂົາໂອ້ລົມກ່ຽວກັບບາງສິ່ງທີ່ກ່ຽວຂ້ອງກັບຄວາມຈິງ, ພວກເຂົາກັບບໍ່ມີຫຍັງຈະເວົ້າ. ເມື່ອເຈົ້າຂໍໃຫ້ພວກເຂົາໂອ້ລົມກ່ຽວກັບວ່າສິ່ງທີ່ເປັນບວກແມ່ນຫຍັງ, ພວກເຂົາກໍເວົ້າເຖິງຄຳສອນນອກຮີດ ແລະ ຄວາມເຊື່ອຫຼົງຜິດເຫຼົ່ານີ້. ເຈົ້າບໍ່ຄິດວ່າມັນໜ້າລັງກຽດບໍ? ຫຼາຍສິ່ງຫຼາຍຢ່າງບໍ່ກ່ຽວຂ້ອງກັບສິ່ງທີ່ເປັນບວກທີ່ຖືກພຣະເຈົ້າສ້າງຂຶ້ນມາ, ຖືກພຣະເຈົ້າກຳນົດໄວ້ ຫຼື ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ. ມັນຖືກຕ້ອງຢ່າງສົມບູນ, ພວກມັນບໍ່ໄດ້ລະເມີດຫຼັກການຂອງສິ່ງທີ່ຖືກພຣະເຈົ້າສ້າງຂຶ້ນມາ, ຖືກພຣະເຈົ້າກຳນົດໄວ້ ຫຼື ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ ແລະ ຮູບແບບການດຳລົງຢູ່ຂອງພວກມັນກໍບໍ່ໄດ້ກໍ່ໃຫ້ເກີດຜົນກະທົບທີ່ບໍ່ດີ ຫຼື ອັນຕະລາຍໃດໆຕໍ່ການດຳລົງຊີວິດ ແລະ ການຢູ່ລອດຂອງມະນຸດຊາດ. ສະນັ້ນ, ເມື່ອເຈົ້າເວົ້າ, ມັນກໍເປັນການດີທີ່ສຸດທີ່ຈະມີມະໂນທຳ ແລະ ເຫດຜົນ ແລະ ບໍ່ເຮັດເລື່ອງນ້ອຍໃຫ້ກາຍເປັນເລື່ອງໃຫຍ່ ຫຼື ກ່າວໂທດຕາມອຳເພີໃຈ. ສິ່ງທີ່ຢູ່ໃນຂອບເຂດຂອງສິ່ງທີ່ຖືກພຣະເຈົ້າສ້າງຂຶ້ນມາ, ຖືກພຣະເຈົ້າກຳນົດໄວ້ ຫຼື ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າແມ່ນຄຸ້ມຄ່າແກ່ການໂອ້ລົມຂອງພວກເຮົາ ແລະ ຄຸ້ມຄ່າແກ່ການຍອມຮັບ, ການເຂົ້າໃຈ, ການຍຶດໝັ້ນ, ການທະນຸຖະໜອມ ແລະ ການປົກປ້ອງຂອງພວກເຮົາ. ນອກເໜືອຈາກສິ່ງເຫຼົ່ານີ້ແລ້ວ, ສຳລັບສິ່ງທີ່ບໍ່ໄດ້ຕົກຢູ່ໃນຂອບເຂດນີ້, ມັນກໍເປັນການດີທີ່ສຸດທີ່ຈະບໍ່ເຮັດເລື່ອງນ້ອຍໃຫ້ກາຍເປັນເລື່ອງໃຫຍ່ ແລະ ປະຕິບັດຕໍ່ພວກມັນຄືກັບວ່າເປັນບັນຫາໃຫຍ່ທີ່ຈະໂອ້ລົມ, ໂດຍໂອ້ລົມກ່ຽວກັບພວກມັນດ້ວຍຄວາມກະຕືລືລົ້ນຢ່າງຍິ່ງ ແລະ ເຖິງກັບໂອ້ລົມກ່ຽວກັບພວກມັນຢ່າງຈິງຈັງຫຼາຍຕະຫຼອດການເຕົ້າໂຮມຫຼາຍຄັ້ງ. ບໍ່ຄວນເຮັດເຊັ່ນນີ້. ໂດຍທົ່ວໄປແລ້ວ, ຄົນທີ່ໄຮ້ສາລະ, ຄົນທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ, ຄົນຊົ່ວຮ້າຍ, ພວກຕໍ່ຕ້ານພຣະຄຣິສ ແລະ ມານຮ້າຍມັກຈະເຮັດສິ່ງເຫຼົ່ານີ້ເພື່ອໂອ້ອວດ, ເພື່ອໃຫ້ຜູ້ຄົນເຫັນວ່າພວກເຂົາສະຫຼາດສໍ່າໃດ. ຄົນທີ່ບໍ່ມີຄວາມສາມາດໃນການແຍກແຍະຄິດວ່ານີ້ຄືການໂອ້ລົມກ່ຽວກັບຄວາມຈິງ ແລະ ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ຮັບການສັ່ງສອນໃດໆກໍຕາມ, ພວກເຂົາກໍຮູ້ສຶກວ່າຖືກບັງຄັບໃຫ້ອົດທົນ ແລະ ຮັບຟັງ. ຄວາມຈິງແລ້ວ, ຄຳເວົ້າຂອງຄົນເຫຼົ່ານັ້ນລ້ວນແຕ່ເປັນຄຳສອນນອກຮີດ ແລະ ຄວາມເຊື່ອຫຼົງຜິດ ແລະ ບໍ່ມີຫຍັງກ່ຽວຂ້ອງກັບຫົວຂໍ້ຂອງສິ່ງທີ່ເປັນບວກທີ່ເຮົາກຳລັງເວົ້າເຖິງເລີຍ. ເພາະສະນັ້ນ, ຖ້າເຈົ້າໄດ້ຍິນຄົນປະເພດນີ້ຍົກຫົວຂໍ້ ແລະ ຂໍ້ໂຕ້ແຍ້ງເຫຼົ່ານີ້ທີ່ບໍ່ກ່ຽວຂ້ອງກັບສິ່ງທີ່ເປັນບວກຂຶ້ນມາ, ເຈົ້າກໍສາມາດປະຕິເສດທີ່ຈະຟັງໄດ້. ຖ້າເຈົ້າເຂົ້າໃຈຄວາມຈິງ ແລະ ມີຄວາມສາມາດໃນການແຍກແຍະ, ເຈົ້າກໍສາມາດໂຕ້ແຍ້ງ ແລະ ຢຸດພວກເຂົາໄດ້. ເຈົ້າຈະຢຸດພວກເຂົາແນວໃດ? ໃຫ້ເຈົ້າເວົ້າວ່າ: “ເອົາລະ, ມິດແດ່! ສິ່ງທີ່ເຈົ້າກຳລັງເວົ້າເຖິງນັ້ນບໍ່ກ່ຽວຂ້ອງກັບຄວາມຈິງ ແລະ ພວກມັນກໍບໍ່ກ່ຽວຂ້ອງກັບສິ່ງທີ່ເປັນບວກ. ສິ່ງທີ່ເຈົ້າກຳລັງເວົ້າແມ່ນຄຳເວົ້າມານຮ້າຍ ແລະ ບໍ່ມີໃຜຢາກຟັງຄຳເວົ້າເຫຼົ່ານັ້ນ. ຢ່າມາລົບກວນທຸກຄົນຢູ່ບ່ອນນີ້ ແລະ ຢ່າມາແຊກແຊງທຸກຄົນທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາ!” ຖ້າພວກເຂົາມີເຈດຕະນາແອບແຝງໃນຄຳເວົ້າຂອງພວກເຂົາ ແລະ ພວກເຂົາກ່າວໂທດຕາມອຳເພີໃຈ ແລະ ບໍ່ໄດ້ສົ່ງຜົນກະທົບທີ່ເປັນບວກ, ພວກເຈົ້າກໍຄວນລຸກຂຶ້ນ ແລະ ຢຸດພວກເຂົາຈາກການກໍ່ໃຫ້ເກີດການລົບກວນ, ໃນຂະນະດຽວກັນກໍເປີດໂປງພວກເຂົາເພື່ອໃຫ້ທຸກຄົນໄດ້ຮັບການແຍກແຍະ. ຫຼັງຈາກທີ່ໄດ້ຟັງແລ້ວ, ທຸກຄົນກໍຈະເຂົ້າໃຈວ່າຄຳເວົ້າຂອງພວກເຂົາແມ່ນຄຳສອນນອກຮີດ ແລະ ຄວາມເຊື່ອຫຼົງຜິດ, ເຊິ່ງບໍ່ມີຄວາມກ່ຽວຂ້ອງກັບຄວາມຈິງ, ພວກເຂົາກຳລັງຈັບຜິດ, ຄິດເລັກຄິດນ້ອຍຈົນເກີນໄປ, ເຮັດໃຫ້ຜູ້ຄົນຫຼົງຜິດ, ເວົ້າຄຳເວົ້າ ແລະ ຫຼັກຄຳສອນ ແລະ ພົ່ນແນວຄິດທີ່ຟັງເບິ່ງຄືວ່າສູງສົ່ງອອກມາ ແລະ ພວກເຂົາມີເຈດຕະນາແອບແຝງ ແລະ ຕ້ອງການສ້າງບັນຫາ, ດັ່ງນັ້ນ ຈຶ່ງຄວນຖືກຈຳກັດ ແລະ ມິດງຽບລົງ. ສົມມຸດວ່າຄົນສ່ວນໃຫຍ່ທີ່ຢູ່ຮ່ວມໃນເວລານັ້ນເປັນຄົນເບົາປັນຍາທີ່ບໍ່ມີຄວາມສາມາດໃນການແຍກແຍະກ່ຽວກັບຄົນຊົ່ວຮ້າຍ ແລະ ມານຮ້າຍ ແລະ ບໍ່ສາມາດບອກໄດ້ວ່າພວກເຂົາກຳລັງເຜີຍແຜ່ຄວາມເຊື່ອຫຼົງຜິດ ແລະ ເຮັດໃຫ້ຜູ້ຄົນຫຼົງຜິດ. ເມື່ອບຸກຄົນທີ່ເບົາປັນຍາເຫຼົ່ານີ້ ແລະ ຄົນຊົ່ວຮ້າຍ ແລະ ມານຮ້າຍເຫຼົ່ານັ້ນມາເຕົ້າໂຮມກັນ, ພວກເຂົາທຸກຄົນກໍເຂົ້າກັນເປັນປີ່ເປັນຂຸ່ຍ. ຫຼັງຈາກທີ່ໄດ້ຍິນພຣະທຳຂອງພຣະເຈົ້າແລ້ວ, ພວກເຂົາບໍ່ພຽງແຕ່ບໍ່ຍອມຮັບຄວາມຈິງເທົ່ານັ້ນ, ແຕ່ພວກເຂົາຍັງເຜີຍແຜ່ຄວາມເຊື່ອຫຼົງຜິດບາງຢ່າງດ້ວຍຄຳເວົ້າທີ່ໃຫຍ່ໂຕ ແລະ ຄຳເວົ້າທີ່ຟັງເບິ່ງຄືວ່າສູງສົ່ງແຕ່ພັດວ່າງເປົ່າອີກດ້ວຍ. ໃນກໍລະນີດັ່ງກ່າວ, ເຈົ້າກໍສາມາດລຸກຂຶ້ນ ແລະ ຍ່າງອອກໄປຢ່າງງຽບໆ, ໂດຍບໍ່ຈຳເປັນຕ້ອງສະແດງມຸມມອງໃດໆ. ຈົ່ງປ່ອຍໃຫ້ມານຮ້າຍໂອ້ອວດ ແລະ ສະແດງລະຄອນໄປ. ຢ່າໂຕ້ຖຽງກັບພວກເຂົາ, ເພື່ອບໍ່ໃຫ້ລົບກວນຈິດໃຈຂອງເຈົ້າ ແລະ ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງເຈົ້າ. ຍ້ອນຫຍັງ? ຍ້ອນວ່າມານຮ້າຍກໍຍັງເປັນມານຮ້າຍຢູ່ສະເໝີ; ສັດກໍຍັງເປັນສັດຢູ່ສະເໝີ. ພວກເຂົາບໍ່ມີຄວາມມີເຫດຜົນ, ບໍ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້ ແລະ ບໍ່ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ; ບໍ່ວ່າເຈົ້າຈະໂອ້ລົມແນວໃດກໍຕາມ, ມັນກໍເປັນໄປບໍ່ໄດ້ທີ່ພວກເຂົາຈະເຂົ້າໃຈຄວາມຈິງ. ມານຮ້າຍຈະເວົ້າເຖິງຄຳເວົ້າ ແລະ ຫຼັກຄຳສອນ, ຮ້ອງຄຳຂວັນ ແລະ ພົ່ນຄຳເວົ້າທີ່ຟັງເບິ່ງຄືວ່າສູງສົ່ງແຕ່ພັດວ່າງເປົ່າຢູ່ສະເໝີ, ໃນຂະນະທີ່ຜູ້ທີ່ກັບຊາດມາເກີດຈາກສັດ ເຊິ່ງເປັນຄົນທີ່ບໍ່ມີວິນຍານ ບໍ່ມີການແຍກແຍະໃດໆເລີຍ. ບ່ອນໃດກໍຕາມທີ່ມີການລົບກວນຈາກຊາຕານ ແລະ ມານຮ້າຍ, ພວກເຂົາກໍຈະຕິດຕາມ ແລະ ເຂົ້າໄປຫຍຸ້ງກ່ຽວກັບຄວາມວຸ້ນວາຍນັ້ນ. ຖ້າເຈົ້າສອນໃຫ້ພວກເຂົາແຍກແຍະ, ພວກເຂົາກໍບໍ່ສາມາດຮຽນຮູ້ມັນໄດ້. ມີພຽງຜູ້ທີ່ເຂົ້າໃຈຄວາມຈິງເທົ່ານັ້ນທີ່ມີຄວາມສະຫຼາດ ແລະ ສະຕິປັນຍາ ແລະ ຈະລີ້ຊ່ອນເມື່ອພວກເຂົາເຫັນບັນຫາ. ພວກເຂົາຈະສາມາດແຍກແຍະໄດ້ເມື່ອພວກເຂົາເຫັນມານຮ້າຍກໍ່ໃຫ້ເກີດການລົບກວນ ແລະ ຈະບໍ່ເຂົ້າໄປຫຍຸ້ງກ່ຽວກັບຄວາມວຸ້ນວາຍນັ້ນ, ໂດຍຮູ້ທີ່ຈະຢູ່ຫ່າງຈາກຄວາມຊົ່ວຮ້າຍ. ບ່ອນໃດກໍຕາມທີ່ມານຮ້າຍສະແດງລະຄອນ, ບ່ອນໃດກໍຕາມທີ່ສັດມາເຕົ້າໂຮມກັນ, ສະຖານທີ່ນັ້ນກໍຈະເຕັມໄປດ້ວຍກິ່ນເໝັນ ແລະ ຄວາມບໍ່ເປັນລະບຽບ. ພວກເຂົາເຂົ້າກັນເປັນປີ່ເປັນຂຸ່ຍ ແລະ ມັກທີ່ຈະມາເຕົ້າໂຮມກັນ. ບໍ່ວ່າໃຜຈະເວົ້າຄຳເວົ້າທີ່ໄຮ້ສາລະ ແລະ ຕ່ຳຊ້າບາງຢ່າງກໍຕາມ, ພວກເຂົາກໍມັກທີ່ຈະຟັງ ແລະ ພວກເຂົາເຖິງກັບເຫັນດີເຫັນພ້ອມກັບຄຳເວົ້າເຫຼົ່ານັ້ນດ້ວຍຄວາມປະຕິຍິນດີຢ່າງຍິ່ງ. ນີ້ບໍ່ແມ່ນການເຕົ້າໂຮມກັນຂອງມານຮ້າຍບໍ? ຖ້າເຈົ້າເປັນຄົນສະຫຼາດ, ແລ້ວເມື່ອເຫັນສະຖານະການດັ່ງກ່າວ, ເຈົ້າກໍຄວນຫຼີກລ່ຽງໂດຍໄວ ແລະ ບໍ່ເຂົ້າໄປຫຍຸ້ງກ່ຽວກັບພວກເຂົາ. ເປັນຫຍັງເຈົ້າຈຶ່ງບໍ່ຄວນເຂົ້າໄປຫຍຸ້ງກ່ຽວກັບພວກເຂົາ? ເປັນຫຍັງເຈົ້າຈຶ່ງບໍ່ຄວນໂຕ້ຖຽງກັບພວກເຂົາ? ນັ້ນກໍຍ້ອນວ່າ ບໍ່ວ່າເຈົ້າຈະໂອ້ລົມກ່ຽວກັບຄວາມຈິງແນວໃດກໍຕາມ, ພວກເຂົາກໍຈະບໍ່ຍອມຮັບມັນ; ບໍ່ວ່າເຈົ້າຈະເວົ້າຫຼາຍປານໃດກໍຕາມ, ມັນກໍຈະສູນເປົ່າ. ຜູ້ທີ່ເປັນຂອງຊາຕານ ແລະ ມານຮ້າຍບໍ່ຍອມຮັບຄວາມຈິງເລີຍ ແລະ ຜູ້ທີ່ກັບຊາດມາເກີດຈາກສັດກໍບໍ່ສາມາດເຂົ້າໃຈຄວາມຈິງໄດ້, ສະນັ້ນ ບໍ່ວ່າເຈົ້າຈະເວົ້າຫຼາຍປານໃດກໍຕາມ ມັນກໍໄຮ້ປະໂຫຍດ. ພວກເຂົາອ່ານພຣະທຳຂອງພຣະເຈົ້າບໍ? ພວກເຂົາສາມາດເຂົ້າໃຈພຣະທຳຂອງພຣະເຈົ້າໄດ້ບໍ? ພວກເຂົາເຄີຍສະແຫວງຫາຄວາມຈິງບໍ? ພວກເຂົາບໍ່ຍອມຮັບແມ່ນແຕ່ຄຳເວົ້າທີ່ເຮົາເວົ້າ, ແລ້ວຄຳເວົ້າສອງສາມຄຳທີ່ເຈົ້າຄິດອອກຈະສາມາດໂຕ້ແຍ້ງພວກເຂົາໄດ້ບໍ? ພວກມັນສາມາດເຮັດໃຫ້ພວກເຂົາປ່ຽນໃຈໄດ້ບໍ? ພວກເຂົາສາມາດຍອມຮັບຄຳເວົ້າຂອງເຈົ້າໄດ້ບໍ? ສະນັ້ນ, ຢ່າເຮັດສິ່ງທີ່ໂງ່ຈ້າ. ການຍ່າງອອກໄປຢ່າງງຽບໆແມ່ນທາງເລືອກທີ່ສະຫຼາດ. ຖ້າເຈົ້າຕັ້ງຄຳຖາມກັບມານຮ້າຍວ່າ: “ເປັນຫຍັງເຈົ້າຈຶ່ງບໍ່ປະຕິບັດຄວາມຈິງ? ເປັນຫຍັງເຈົ້າຈຶ່ງມັກເວົ້າຕົວະ ແລະ ໃຊ້ເລ່ລ່ຽມຢູ່ສະເໝີ?” ມານຮ້າຍກໍຈະໂຕ້ແຍ້ງເຈົ້າຢ່າງໜ້າດ້ານໆ; ພວກເຂົາຈະໂຕ້ຖຽງ ແລະ ຫາເຫດຜົນທີ່ບິດເບືອນມາແກ້ຕົວເພື່ອປົກປ້ອງຕົນເອງ ແລະ ບໍ່ຍອມຮັບເລີຍວ່າພວກເຂົາກຳລັງເວົ້າຕົວະ ແລະ ໃຊ້ເລ່ລ່ຽມ. ຖ້າເຈົ້າຖາມຜູ້ທີ່ກັບຊາດມາເກີດຈາກສັດວ່າ ເປັນຫຍັງພວກເຂົາຈຶ່ງມັກປະຕິບັດຕາມລະບຽບການຢູ່ສະເໝີ, ພວກເຂົາກໍຈະຫາເຫດຜົນມາແກ້ຕົວເພື່ອປົກປ້ອງຕົນເອງເຊັ່ນກັນ, ໂດຍເວົ້າວ່າພວກເຂົາກຳລັງປະຕິບັດຄວາມຈິງ. ເມື່ອເຈົ້າປະເຊີນກັບສະຖານະການແບບນີ້, ເຈົ້າຄວນຈະສາມາດເຫັນໄດ້ຢ່າງຊັດເຈນວ່າ ມານຮ້າຍ ແລະ ຜູ້ທີ່ກັບຊາດມາເກີດຈາກສັດບໍ່ຍອມຮັບຄວາມຈິງເລີຍ, ສະນັ້ນ ເຈົ້າຄວນຢຸດໂອ້ລົມກັບພວກເຂົາ ແລະ ຢຸດເຮັດສິ່ງທີ່ໂງ່ຈ້າໄດ້ແລ້ວ. ບໍ່ວ່າເຈົ້າຈະເວົ້າຫຼາຍປານໃດ ຫຼື ເຮັດຫຼາຍປານໃດກໍຕາມ, ເຈົ້າກໍບໍ່ສາມາດປ່ຽນແປງແກ່ນແທ້ທຳມະຊາດຂອງພວກເຂົາໄດ້, ສະນັ້ນ ການເວົ້າຫຼາຍປານໃດກໍບໍ່ຊ່ວຍຫຍັງໄດ້. ເຈົ້າຄວນໂອ້ລົມກ່ຽວກັບຄວາມຈິງໃຫ້ກັບຜູ້ທີ່ສາມາດຍອມຮັບຄວາມຈິງໄດ້. ມີພຽງຄົນແບບນັ້ນເທົ່ານັ້ນທີ່ຍອມຮັບຄວາມຈິງໄດ້ງ່າຍ, ມີພຽງແຕ່ກັບພວກເຂົາເທົ່ານັ້ນທີ່ເຈົ້າຈະສາມາດມີການສົນທະນາທີ່ປົກກະຕິໄດ້. ສຳລັບມານຮ້າຍ ແລະ ຄົນທີ່ກັບຊາດມາເກີດຈາກສັດ, ບໍ່ວ່າເຈົ້າຈະໂອ້ລົມຄວາມຈິງຫຼາຍປານໃດ ຫຼື ເຮັດວຽກຫຼາຍປານໃດກໍຕາມ, ມັນກໍລ້ວນແຕ່ສູນເປົ່າ. ໃນເວລານັ້ນ, ເຈົ້າອາດຈະສາມາດໂຕ້ແຍ້ງພວກເຂົາຈົນພວກເຂົາເວົ້າຫຍັງບໍ່ອອກ ແລະ ພວກເຂົາອາດຈະຮູ້ສຶກວ່າສິ່ງທີ່ເຈົ້າເວົ້ານັ້ນຖືກຕ້ອງ, ແຕ່ຫຼັງຈາກນັ້ນ, ພວກເຂົາກໍຈະປ່ຽນໃຈ ແລະ ເຖິງກັບກຽມຄຳເວົ້າບາງຢ່າງເພື່ອໂຕ້ແຍ້ງເຈົ້າ ແລະ ເຮັດໃຫ້ເຈົ້າຮູ້ສຶກອັບອາຍ. ພວກເຈົ້າເຫັນບໍ, ຜູ້ທີ່ເປັນມານຮ້າຍສາມາດຍອມຮັບຄວາມຈິງໄດ້ບໍ? (ບໍ່ໄດ້). ບໍ່ໄດ້ຢ່າງແນ່ນອນ. ຜູ້ທີ່ເປັນມານຮ້າຍ ແລະ ຜູ້ທີ່ກັບຊາດມາເກີດຈາກສັດບໍ່ຍອມຮັບຄວາມຈິງເລີຍ. ເຖິງແມ່ນວ່າພວກເຂົາຈະຍອມຮັບມັນໃນຊ່ວງເວລາໃດໜຶ່ງກໍຕາມ, ມັນກໍເປັນພຽງການເວົ້າແຕ່ປາກ ແລະ ພວກເຂົາກໍຈະກັບຄຳເວົ້າຂອງພວກເຂົາໃນພາຍຫຼັງ. ສະນັ້ນ, ໂດຍການໂອ້ລົມກ່ຽວກັບຄວາມຈິງໃຫ້ພວກເຂົາຟັງ ເຈົ້າສາມາດບັນລຸໝາກຜົນໃດໆໄດ້ບໍ? ເຈົ້າຕ້ອງການປ່ຽນແປງພວກເຂົາເພື່ອໃຫ້ພວກເຂົາມີມະໂນທຳ ແລະ ເຫດຜົນ ແລະ ເພື່ອໃຫ້ພວກເຂົາຮູ້ວ່າພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ຄວນຍອມຮັບ ແລະ ປະຕິບັດຄວາມຈິງ, ແນວຄິດນີ້ ແລະ ແຮງຈູງໃຈນີ້ເອງກໍຜິດແລ້ວ; ເຈົ້າບໍ່ຄວນມີແນວຄິດ ແລະ ແຮງຈູງໃຈແບບນັ້ນເລີຍ. ຕອນນີ້ພວກເຈົ້າເຂົ້າໃຈແລ້ວບໍ? (ເຂົ້າໃຈແລ້ວ).
ໃຫ້ເຮົາກັບມາທີ່ຫົວຂໍ້ຂອງສິ່ງທີ່ເປັນບວກ. ຂອບເຂດຂອງສິ່ງທີ່ເປັນບວກຖືກກຳນົດວ່າຢູ່ໃນໝວດໝູ່ຂອງສິ່ງທີ່ຖືກພຣະເຈົ້າສ້າງຂຶ້ນມາ, ຖືກພຣະເຈົ້າກຳນົດໄວ້ ຫຼື ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ. ບໍ່ວ່າພວກເຮົາກຳລັງຈັດການກັບສິ່ງໃດກໍຕາມ, ພວກເຮົາຄວນພິຈາລະນາວ່າ: “ສິ່ງນີ້ຖືກພຣະເຈົ້າສ້າງຂຶ້ນມາບໍ? ມັນກ່ຽວຂ້ອງກັບການກຳນົດຂອງພຣະເຈົ້າແນວໃດ?” ຖ້າມັນບໍ່ໄດ້ຖືກພຣະເຈົ້າສ້າງຂຶ້ນມາ ແລະ ບໍ່ມີຫຍັງກ່ຽວຂ້ອງກັບການກຳນົດຂອງພຣະເຈົ້າ, ແລ້ວພວກເຮົາກໍຄວນປະຕິບັດຕໍ່ມັນດ້ວຍຄວາມລະມັດລະວັງ. ຖ້າພວກເຮົາຍັງຄົງປະຕິບັດຕາມກະແສຂອງໂລກ ແລະ ຍົກຍ້ອງມັນຢ່າງຫຼວງຫຼາຍ, ນັ້ນບໍ່ແມ່ນຄວາມໂງ່ຈ້າບໍ? ຖ້າບາງສິ່ງບໍ່ໄດ້ຢູ່ໃນຂອບເຂດຂອງສິ່ງທີ່ຖືກພຣະເຈົ້າສ້າງຂຶ້ນມາ, ຖືກພຣະເຈົ້າກຳນົດໄວ້ ຫຼື ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ, ແລ້ວມັນກໍບໍ່ສາມາດເອີ້ນໄດ້ວ່າແມ່ນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບໄດ້ ແລະ ດັ່ງນັ້ນ ຈຶ່ງບໍ່ມີປະໂຫຍດຫຍັງທີ່ຈະສົນທະນາກ່ຽວກັບເລື່ອງນີ້. ຖ້າເຈົ້າສົນທະນາກ່ຽວກັບເລື່ອງນັ້ນ, ນັ້ນເປັນຍ້ອນວ່າເຈົ້າຕ້ອງການຍອມຮັບວ່າມັນແມ່ນສິ່ງທີ່ເປັນບວກບໍ? ຫຼື ຍ້ອນວ່າເຈົ້າຕ້ອງການກຳນົດລັກສະນະຂອງມັນວ່າແມ່ນສິ່ງທີ່ເປັນລົບ ແລະ ປະຕິເສດມັນບໍ? ການຍອມຮັບ ຫຼື ການປະຕິເສດມັນມີຜົນປະໂຫຍດຫຍັງຕໍ່ຊີວິດຂອງເຈົ້າ ແລະ ຕໍ່ການປະພຶດຕົນຂອງເຈົ້າ? ມັນເປັນປະໂຫຍດຕໍ່ການຍອມຮັບຄວາມຈິງຂອງເຈົ້າບໍ? ຖ້າບໍ່ມີຜົນປະໂຫຍດຫຍັງ, ແລ້ວກໍບໍ່ມີປະໂຫຍດຫຍັງທີ່ຈະປະຕິບັດຕໍ່ມັນຄືກັບວ່າເປັນຫົວຂໍ້ສຳລັບການໂອ້ລົມ ແລະ ການສົນທະນາ; ນັ້ນຄືການເປັນຄົນໂງ່ຈ້າ ແລະ ເຮັດສິ່ງທີ່ໂງ່ຈ້າ, ແມ່ນບໍ? (ແມ່ນແລ້ວ). ຕົວຢ່າງ: ລົດມ້າ, ສິ່ງທໍ, ຕຽງນອນ ແລະ ຕັ່ງທີ່ພວກເຮົາຫາກໍເວົ້າເຖິງ, ຖ້າເຈົ້າມັກຈະເຮັດເລື່ອງນ້ອຍໃຫ້ກາຍເປັນເລື່ອງໃຫຍ່ຢູ່ສະເໝີ ແລະ ຕ້ອງການສົນທະນາກ່ຽວກັບເລື່ອງເຫຼົ່ານັ້ນວ່າ: “ສິ່ງນີ້ແມ່ນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ? ພວກເຮົາຄວນຍອມຮັບມັນ ຫຼື ປະຕິເສດມັນ? ພວກເຮົາຄວນທະນຸຖະໜອມມັນ ຫຼື ດູຖູກມັນ? ວິທີການປະຕິບັດທີ່ເໝາະສົມຕໍ່ເລື່ອງດັ່ງກ່າວແມ່ນຫຍັງ?” ນີ້ຄືການສະແດງອອກເຖິງການບິດເບືອນ. ຄົນທີ່ມີຄວາມຄິດບິດເບືອນບໍ່ສາມາດກຳແໜ້ນຈຸດສຳຄັນໄດ້; ພວກເຂົາມັກຈະທຸ່ມເທຄວາມພະຍາຍາມໄປກັບຮູບແບບ, ຫຼັກຄຳສອນ ແລະ ລະບຽບການຢູ່ສະເໝີ ແລະ ບໍ່ເຄີຍເຂົ້າໃຈວິທີການທຸ່ມເທຄວາມພະຍາຍາມໄປກັບຄວາມຈິງເລີຍ. ໃນເມື່ອຫຼາຍສິ່ງຫຼາຍຢ່າງບໍ່ກ່ຽວຂ້ອງກັບບັນຫາຂອງສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ, ມັນກໍບໍ່ຈຳເປັນຕ້ອງໂອ້ລົມກ່ຽວກັບສິ່ງເຫຼົ່ານັ້ນ. ນີ້ກໍຍ້ອນວ່າ, ເນື່ອງຈາກພວກມັນບໍ່ແມ່ນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ, ພວກມັນຈຶ່ງມີຜົນກະທົບໜ້ອຍຫຼາຍຕໍ່ທາງເຂົ້າຊີວິດຂອງເຈົ້າ ແລະ ເສັ້ນທາງແຫ່ງຊີວິດທີ່ເຈົ້າຍ່າງໄປ ແລະ ດັ່ງນັ້ນ ເຈົ້າຈຶ່ງບໍ່ຈຳເປັນຕ້ອງສຶກສາຄົ້ນຄວ້າສິ່ງເຫຼົ່ານັ້ນ. ຈົ່ງໃຊ້ປະໂຫຍດຈາກພວກມັນຖ້າເຈົ້າສາມາດເຮັດໄດ້ ແລະ ຖ້າບໍ່ໃຊ້ກໍບໍ່ເປັນຫຍັງ. ຖ້າມີຜະລິດຕະພັນທີ່ເຮັດຈາກສານເຄມີບາງຢ່າງທີ່ສົ່ງຜົນກະທົບຕໍ່ສຸຂະພາບຂອງຜູ້ຄົນ ແລະ ກິ່ນ ຫຼື ສ່ວນປະກອບທາງເຄມີຂອງພວກມັນຈະກໍ່ໃຫ້ເກີດອັນຕະລາຍບາງຢ່າງຕໍ່ຮ່າງກາຍຂອງຜູ້ຄົນ, ແລ້ວເຈົ້າກໍຄວນຫາວິທີຢູ່ຫ່າງຈາກພວກມັນ ແລະ ໃຊ້ສິ່ງຂອງເຄື່ອງໃຊ້ປະຈຳວັນດັ່ງກ່າວໃຫ້ນ້ອຍທີ່ສຸດເທົ່າທີ່ຈະເປັນໄປໄດ້ ຫຼື ບໍ່ໃຊ້ເລີຍ. ດ້ວຍວິທີນີ້, ເຈົ້າກໍສາມາດກຳຈັດ ຫຼື ຫຼຸດຜ່ອນອັນຕະລາຍທີ່ພວກມັນກໍ່ໃຫ້ເກີດໄດ້. ມັນຄົງຈະເປັນໄປບໍ່ໄດ້ທີ່ຈະຫຼີກລ່ຽງອັນຕະລາຍເຫຼົ່ານີ້ໄດ້ຢ່າງສິ້ນເຊີງ, ແຕ່ຕາບໃດທີ່ພວກມັນບໍ່ເປັນອັນຕະລາຍຕໍ່ຊີວິດຂອງພວກເຈົ້າໃນຕອນນີ້, ບໍ່ເຮັດໃຫ້ພວກເຈົ້າເຈັບປ່ວຍໃນໄລຍະເວລາອັນສັ້ນ ແລະ ບໍ່ສົ່ງຜົນກະທົບຕໍ່ຄວາມເຊື່ອ ແລະ ການຕິດຕາມພຣະເຈົ້າຂອງພວກເຈົ້າ ຫຼື ການປະຕິບັດໜ້າທີ່ຂອງພວກເຈົ້າ ແລະ ການໄລ່ຕາມເສາະຫາຄວາມຈິງຂອງພວກເຈົ້າ, ນັ້ນກໍພຽງພໍແລ້ວ, ເພາະນັ້ນຄືສະພາບແວດລ້ອມທີ່ເປັນຈິງທີ່ເປັນຢູ່. ຕອນນີ້ ຫຼັກການນີ້ຊັດເຈນແລ້ວບໍ? (ຊັດເຈນແລ້ວ).
ທຸກສິ່ງທີ່ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າລ້ວນແຕ່ແມ່ນສິ່ງທີ່ເປັນບວກ
ພວກເຮົາໄດ້ໂອ້ລົມກັນເລັກນ້ອຍກ່ຽວກັບດ້ານຂອງ “ສິ່ງທີ່ພຣະເຈົ້າກຳນົດໄວ້”. ສະນັ້ນ, ພວກເຮົາກໍຄວນໂອ້ລົມກ່ຽວກັບຄວາມຈິງທີ່ກ່ຽວຂ້ອງກັບ “ສິ່ງທີ່ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ” ເຊັ່ນກັນ, ບໍ່ແມ່ນບໍ? (ແມ່ນແລ້ວ). ມີຄວາມແຕກຕ່າງທີ່ລະອຽດອ່ອນລະຫວ່າງ “ສິ່ງທີ່ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ” ແລະ “ສິ່ງທີ່ຖືກພຣະເຈົ້າສ້າງຂຶ້ນມາ ແລະ ສິ່ງທີ່ຖືກພຣະເຈົ້າກຳນົດໄວ້” ຫຼື ບໍ່? (ມີ). ອຳນາດສູງສຸດຂອງພຣະເຈົ້າກ່ຽວຂ້ອງກັບຫຍັງ? ມັກຈະມີການກ່າວວ່າ ພຣະເຈົ້າມີອຳນາດສູງສຸດເໜືອຊະຕາກຳຂອງຜູ້ຄົນ. ບໍ່ວ່າຜູ້ຄົນຈະມີຊະຕາກຳແບບໃດກໍຕາມ, ເລື່ອງຂອງຊະຕາກຳນັ້ນເອງແມ່ນສິ່ງທີ່ເປັນບວກບໍ? (ແມ່ນແລ້ວ). ບໍ່ວ່າຊະຕາກຳຂອງຄົນເຮົາຈະເປັນແນວໃດກໍຕາມ, ບໍ່ວ່າມັນຈະເບິ່ງຄືວ່າດີ ຫຼື ບໍ່ດີຢູ່ພາຍນອກກໍຕາມ, ຕາບໃດທີ່ມັນມາຈາກພຣະເຈົ້າ, ຖືກພຣະເຈົ້າກຳນົດໄວ້ ຫຼື ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ, ແລ້ວມັນກໍຄືສິ່ງທີ່ເປັນບວກ. ແລ້ວຈະສາມາດກຳນົດໄດ້ແນວໃດວ່າຊະຕາກຳຂອງຜູ້ຄົນແມ່ນສິ່ງທີ່ເປັນບວກ? ຜູ້ຄົນມີຊະຕາກຳທຸກປະເພດ. ພາຍນອກແລ້ວ, ບາງຄົນເບິ່ງຄືວ່າມີຊີວິດທີ່ໄດ້ຮັບພອນ, ໃນຂະນະທີ່ຄົນອື່ນກັບທົນທຸກ; ບາງຄົນຈະເລີນຮຸ່ງເຮືອງຕະຫຼອດຊີວິດຂອງພວກເຂົາ, ໃນຂະນະທີ່ສຳລັບຄົນອື່ນໆ ສິ່ງຕ່າງໆບໍ່ເຄີຍເປັນໄປຢ່າງລ່ຽນໄຫຼເລີຍ; ບາງຄົນດຳລົງຊີວິດຢູ່ໃນຄວາມຮັ່ງມີ, ຄົນອື່ນໆດຳລົງຊີວິດຢູ່ໃນຄວາມທຸກຍາກທີ່ສຸດ; ບາງຄົນມີຄອບຄົວທີ່ມີຄວາມສຸກ ແລະ ສະງົບສຸກຢ່າງຍິ່ງ, ໃນຂະນະທີ່ຄົນອື່ນໆມີຊີວິດການແຕ່ງງານທີ່ບໍ່ມີຄວາມສຸກ ແລະ ມີລູກທີ່ອັກກະຕັນຍູ; ບາງຄົນຢູ່ຄົນດຽວຕະຫຼອດຊີວິດຂອງພວກເຂົາ, ໃນຂະນະທີ່ຄົນອື່ນໆມີຄວາມສຸກກັບການຖືກລ້ອມຮອບດ້ວຍລູກຫຼານຂອງພວກເຂົາ; ບາງຄົນຕ້ອງທົນທຸກທໍລະມານຈາກຄວາມເຈັບປ່ວຍ ແລະ ຄວາມເຈັບປວດຕະຫຼອດຊີວິດຂອງພວກເຂົາ, ດຳລົງຊີວິດຢູ່ໃນຄວາມທຸກທໍລະມານຢ່າງຍິ່ງ, ໃນຂະນະທີ່ຄົນອື່ນກັບແຂງແຮງ ແລະ ສຸຂະພາບດີ, ດຳລົງຊີວິດທີ່ສະດວກສະບາຍ, ເປັນອິດສະຫຼະ ແລະ ໃນທີ່ສຸດກໍຕາຍຢ່າງສະຫງົບໃນໄວຊະລາ. ສິ່ງເຫຼົ່ານີ້ບໍ່ແມ່ນຊະຕາກຳຂອງຄົນປະເພດຕ່າງໆບໍ? (ແມ່ນແລ້ວ). ແລ້ວຊະຕາກຳຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າບໍ? (ມັນຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ). ໃນແນວຄິດຂອງຜູ້ຄົນ, ພວກເຂົາຄິດວ່າ: “ໃນເມື່ອຊະຕາກຳຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ, ແລ້ວຊະຕາກຳຂອງຜູ້ຄົນກໍຄວນຈະດີທັງໝົດ. ເປັນຫຍັງຈຶ່ງມີຊະຕາກຳທີ່ບໍ່ດີຫຼາຍແທ້?” ມີຂໍ້ເທັດຈິງທີ່ໜ້າສັບສົນຍິ່ງກວ່ານັ້ນອີກ, ນັ້ນກໍຄື ຊະຕາກຳຂອງຄົນສ່ວນໃຫຍ່ບໍ່ໄດ້ເປັນໄປຕາມທີ່ພວກເຂົາປາຖະໜາ. ລອງເບິ່ງແມ, ມີຈັກຄົນທີ່ບໍ່ທົນທຸກກັບຄວາມຍາກລຳບາກໃດໆເລີຍຕະຫຼອດຊີວິດຂອງພວກເຂົາ, ເກີດມາໃນຄວາມທີ່ຮັ່ງມີ ແລະ ມີສະຖານະ ແລະ ໄດ້ຮັບຄວາມຮັກຈາກທຸກທິດທຸກທາງ? ມີຄົນແບບນັ້ນຈັກຄົນ? ມີພຽງຜູ້ທີ່ເກີດໃນຄອບຄົວຊັ້ນສູງເທົ່ານັ້ນທີ່ມີຊະຕາກຳດັ່ງກ່າວ. ຄົນອື່ນສ່ວນໃຫຍ່ທົນທຸກຕະຫຼອດຊີວິດຂອງພວກເຂົາ ແລະ ອົດທົນກັບຄວາມຍາກລຳບາກນັບບໍ່ຖ້ວນ, ພົບກັບອຸປະສັກໃນແຕ່ລະບາດກ້າວ, ສິ່ງຕ່າງໆຍາກລຳບາກທີ່ສຸດສຳລັບພວກເຂົາ ແລະ ບໍ່ເປັນໄປຢ່າງລ່ຽນໄຫຼເລີຍ. ເຖິງແມ່ນວ່າໃນທາງທິດສະດີແລ້ວ ເຈົ້າຈະຍອມຮັບວ່າຊະຕາກຳຂອງຜູ້ຄົນລ້ວນແຕ່ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ ແລະ ທຸກສິ່ງທີ່ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າລ້ວນແຕ່ແມ່ນສິ່ງທີ່ເປັນບວກກໍຕາມ, ແຕ່ເຈົ້າກໍຍັງບໍ່ເຂົ້າໃຈໃນໃຈຂອງເຈົ້າວ່າ: “ຖ້າເວົ້າວ່າ ມັນແມ່ນສິ່ງທີ່ເປັນບວກສຳລັບຜູ້ທີ່ເກີດມາພ້ອມກັບສິດທິພິເສດອັນຍິ່ງໃຫຍ່ທີ່ຈະມີຊະຕາກຳທີ່ດີ, ໃນແງ່ຂອງຫຼັກຄຳສອນແລ້ວ, ສິ່ງນີ້ກໍເປັນທີ່ຍອມຮັບໄດ້. ແຕ່ສຳລັບຜູ້ຄົນ 80 ຫາ 90 ເປີເຊັນ, ສິ່ງຕ່າງໆບໍ່ໄດ້ເປັນໄປຢ່າງລ່ຽນໄຫຼ ແລະ ພວກເຂົາກໍທົນທຸກຕະຫຼອດຊີວິດຂອງພວກເຂົາ, ແລ້ວເປັນຫຍັງຊະຕາກຳດັ່ງກ່າວຈຶ່ງແມ່ນສິ່ງທີ່ເປັນບວກ ແລະ ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າເຊັ່ນກັນ? ສິ່ງນີ້ຮູ້ສຶກວ່າເປັນສິ່ງທີ່ຍອມຮັບບໍ່ໄດ້ເລັກໜ້ອຍ. ບໍ່ວ່າຈະມາຈາກຄວາມຮູ້ສຶກຂອງສິນທຳ ຫຼື ມາຈາກຄວາມເຫັນອົກເຫັນໃຈກໍຕາມ, ຊະຕາກຳແບບນີ້ກໍບໍ່ສາມາດຖືກຈັດປະເພດວ່າແມ່ນສິ່ງທີ່ເປັນບວກໄດ້. ມັນບໍ່ສົມເຫດສົມຜົນເລີຍ. ເປັນໄປໄດ້ບໍວ່າຄຳນິຍາມນີ້ຜິດ? ຖ້າມັນຜິດແທ້ໆ, ແລ້ວສ່ວນທີ່ກ່ຽວກັບຊະຕາກຳຂອງຜູ້ຄົນກໍຄວນຖືກລຶບອອກຈາກສິ່ງທີ່ພຣະເຈົ້າມີອຳນາດສູງສຸດເໜືອ. ແຕ່ຖ້າມັນຖືກລຶບອອກ, ນັ້ນກໍຈະເປັນການປະຕິເສດຂໍ້ເທັດຈິງທີ່ວ່າພຣະເຈົ້າມີອຳນາດສູງສຸດເໜືອຊະຕາກຳຂອງຜູ້ຄົນ. ນັ້ນຈະບໍ່ເປັນການກະບົດຢ່າງຮ້າຍແຮງບໍ? ແຕ່ພວກເຮົາຄວນເຂົ້າໃຈຂໍ້ເທັດຈິງທີ່ວ່າທຸກສິ່ງທີ່ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າລ້ວນແຕ່ແມ່ນສິ່ງທີ່ເປັນບວກ ແລະ ຊະຕາກຳທີ່ບໍ່ດີກໍແມ່ນສິ່ງທີ່ເປັນບວກເຊັ່ນກັນແນວໃດ?” ຜູ້ຄົນເລີ່ມສັບສົນເລັກໜ້ອຍ. ສິ່ງນີ້ສ້າງຄຳຖາມທີ່ຍາກສຳລັບພວກເຈົ້າ, ແມ່ນບໍ? (ແມ່ນແລ້ວ). ຖ້າເປັນແບບນັ້ນໃຫ້ພວກເຈົ້າບອກເຮົາມາເບິ່ງ. ໃຫ້ເຮົາມາເບິ່ງກັນວ່າໃຜສາມາດອະທິບາຍເລື່ອງນີ້ໄດ້ຢ່າງຊັດເຈນ. (ຂ້ານ້ອຍຄິດວ່າມັນຜິດທີ່ຜູ້ຄົນຈະຖືວ່າການພົບພໍ້ກັບຄວາມຍາກລຳບາກແມ່ນສິ່ງທີ່ບໍ່ດີ. ຄວາມຈິງແລ້ວ, ຊະຕາກຳທີ່ພຣະເຈົ້າກຳນົດໃຫ້ຄົນໃດໜຶ່ງ, ບໍ່ວ່າມັນຈະເປັນຄວາມຍາກລຳບາກ ຫຼື ຄວາມສະບາຍກໍຕາມ, ມັນກໍເປັນປະໂຫຍດທີ່ສຸດສຳລັບພວກເຂົາ. ໂດຍສະເພາະຢ່າງຍິ່ງ ຄວາມທຸກທໍລະມານຍິ່ງສາມາດຫຼໍ່ຫຼອມຜູ້ຄົນໄດ້ຫຼາຍກວ່າ. ນອກຈາກນີ້, ສິ່ງເຫຼົ່ານີ້ຍັງກ່ຽວຂ້ອງກັບການກັບຊາດມາເກີດຂອງຈິດວິນຍານຂອງຜູ້ຄົນ. ບາງທີອາດເປັນຍ້ອນການເຮັດຄວາມຊົ່ວໃນຊາດກ່ອນຂອງພວກເຂົາ ຫຼື ໜີ້ສິນບາງຢ່າງທີ່ຕິດໜີ້ມາຈາກຊາດກ່ອນຂອງພວກເຂົາ, ຄົນເຮົາຈຶ່ງຕ້ອງທົນທຸກໃນຊາດນີ້ເພື່ອຊົດໃຊ້ຄືນ. ທັງໝົດນີ້ລ້ວນແຕ່ຂຶ້ນຢູ່ກັບການກຳນົດ ແລະ ການຈັດແຈງຂອງພຣະເຈົ້າ). ແລ້ວສິ່ງທີ່ເປັນບວກໃນເລື່ອງນີ້ແມ່ນຫຍັງ? ເຈົ້າສາມາດອະທິບາຍມັນຢ່າງຊັດເຈນໄດ້ບໍ? (ບໍ່ໄດ້). ເຈົ້າເຫັນບໍ, ຖ້າມີຄົນມາຖາມເຈົ້າກ່ຽວກັບເລື່ອງນີ້ແທ້ໆ, ເຈົ້າກໍຈະບໍ່ສາມາດອະທິບາຍມັນໄດ້ຢ່າງຊັດເຈນ; ເຈົ້າຈະຕິດຢູ່ບ່ອນນີ້. ຖ້າເຈົ້າບໍ່ຖືວ່າມັນເປັນເລື່ອງສຳຄັນ, ເຈົ້າກໍພຽງແຕ່ຈະປ່ອຍໃຫ້ມັນຜ່ານໄປ, ແຕ່ສິ່ງນີ້ຈະສົ່ງຜົນກະທົບຕໍ່ການຍອມຮັບຄວາມຈິງຂອງເຈົ້າທີ່ວ່າ “ທຸກສິ່ງທີ່ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າລ້ວນແຕ່ແມ່ນສິ່ງທີ່ເປັນບວກ”, ມັນຈະສົ່ງຜົນກະທົບຕໍ່ການທີ່ເຈົ້ານຳໃຊ້ຄວາມຈິງນີ້ເພື່ອກຳນົດລັກສະນະວ່າສິ່ງໃດແມ່ນສິ່ງທີ່ເປັນບວກ, ມັນຈະສົ່ງຜົນກະທົບຕໍ່ການຍອມຮັບ ແລະ ການຮັບຮູ້ຂອງເຈົ້າຕໍ່ສິ່ງທີ່ເປັນບວກໃດໆ ແລະ ມັນຍັງຈະສົ່ງຜົນກະທົບຕໍ່ທັດສະນະຄະຕິຂອງເຈົ້າຕໍ່ທຸກສິ່ງທີ່ຢູ່ໃນຂອບເຂດຂອງ “ສິ່ງທີ່ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ”, ເຊິ່ງແນ່ນອນວ່າມັນກ່ຽວຂ້ອງກັບວ່າເຈົ້າຍອມຮັບ ຫຼື ກ່າວໂທດພວກມັນ ຫຼື ບໍ່, ບັນຫານີ້ແມ່ນຮ້າຍແຮງຫຼາຍ. ຖ້າເຈົ້າເບິ່ງບໍ່ອອກໃນເລື່ອງຂອງຊະຕາກຳ, ເຈົ້າກໍມີແນວໂນ້ມທີ່ຈະຖືວ່າມັນແມ່ນສິ່ງທີ່ເປັນລົບ ແລະ ກຳນົດລັກສະນະຂອງມັນວ່າເປັນແບບນັ້ນ. ແຕ່ຊະຕາກຳຂອງຜູ້ຄົນແມ່ນຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ ແລະ ຖືກພຣະເຈົ້າກຳນົດໄວ້ແລ້ວ. ຖ້າເຈົ້າກຳນົດລັກສະນະຊະຕາກຳຂອງຜູ້ຄົນ, ເຊິ່ງພຣະເຈົ້າມີອຳນາດສູງສຸດເໜືອ ແລະ ໄດ້ກຳນົດໄວ້, ວ່າແມ່ນສິ່ງທີ່ເປັນລົບ, ແມ່ນຫຍັງຄືທຳມະຊາດຂອງບັນຫານີ້? (ການໝິ່ນປະໝາດພຣະເຈົ້າ). ນີ້ຄືການກ່າວໂທດພຣະເຈົ້າ ແລະ ການໝິ່ນປະໝາດພຣະເຈົ້າ. ໃນພາສາຂອງມະນຸດ, ມັນໝາຍຄວາມວ່າ “ເຈົ້າໄດ້ເຮັດບາບອັນໃຫຍ່ຫຼວງ, ສະນັ້ນ ຈົ່ງໄປສາລະພາບຄວາມບາບຂອງເຈົ້າທັນທີ!” ພວກເຮົາຈະບໍ່ເວົ້າຫຍັງຫຼາຍກ່ຽວກັບເລື່ອງນີ້.
ພວກເຮົາຫາກໍໂອ້ລົມກ່ຽວກັບ “ທຸກສິ່ງທີ່ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າລ້ວນແຕ່ແມ່ນສິ່ງທີ່ເປັນບວກ” ແລະ ພວກເຮົາກໍໄດ້ກ່າວເຖິງຊະຕາກຳຂອງຜູ້ຄົນ. ເຖິງແມ່ນວ່າຂອບເຂດຂອງເນື້ອໃນນີ້ຈະກວ້າງຂວາງ, ແຕ່ມັນກໍສະເພາະເຈາະຈົງຫຼາຍເຊັ່ນກັນ; ມັນກ່ຽວຂ້ອງກັບຊີວິດຂອງທຸກຄົນ ແລະ ມະນຸດຊາດທັງໝົດ. ຊະຕາກຳຂອງຜູ້ຄົນມີທຸກຮູບແບບທີ່ແຕກຕ່າງກັນ, ແຕ່ຊະຕາກຳຂອງຄົນສ່ວນໃຫຍ່, ຕາມທີ່ຜູ້ຄົນເຫັນ ຫຼື ຕາມທີ່ພວກເຂົາປະສົບດ້ວຍຕົນເອງ, ສາມາດອະທິບາຍໄດ້ດ້ວຍຄຳດຽວຄື: ໂຊກຮ້າຍ. “ໂຊກຮ້າຍ” ໝາຍຄວາມວ່າຊະຕາກຳຂອງຄົນໃດໜຶ່ງເຕັມໄປດ້ວຍຊ່ວງເວລາທີ່ຍາກລຳບາກ ແລະ ຄວາມອຸກອັ່ງ; ຄົນແບບນັ້ນດຳລົງຊີວິດທີ່ຍາກລຳບາກເປັນພິເສດ ແລະ ສ່ວນໃຫຍ່ແລ້ວສິ່ງຕ່າງໆກໍບໍ່ເປັນໄປຕາມທີ່ພວກເຂົາປາຖະໜາ. ບໍ່ວ່າຄົນໃດໜຶ່ງຈະປະສົບກັບປະສົບການທີ່ລ່ຽນໄຫຼ ຫຼື ຍາກລຳບາກກໍຕາມ, ບໍ່ວ່າພວກເຂົາຈະເຫັນ ຫຼື ຮັບຮູ້ຫຍັງກໍຕາມ, ຈຸດໜຶ່ງທີ່ປະຕິເສດບໍ່ໄດ້ກໍຄື ເຖິງແມ່ນວ່າຄົນສ່ວນໃຫຍ່ຈະພົບວ່າຊະຕາກຳຂອງພວກເຂົາບໍ່ເປັນໄປຕາມທີ່ພວກເຂົາປາຖະໜາກໍຕາມ, ແຕ່ຊະຕາກຳຂອງທຸກຄົນກໍຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ. ສິ່ງນີ້ບໍ່ຄວນຖືກປະຕິເສດເລີຍ. ໃນເມື່ອອຳນາດສູງສຸດຂອງພຣະເຈົ້າເໜືອຊະຕາກຳຂອງຜູ້ຄົນໄດ້ສ້າງຄວາມເປັນຈິງດັ່ງກ່າວທີ່ຍາກສຳລັບຜູ້ຄົນທີ່ຈະຍອມຮັບໄດ້, ມັນຈຶ່ງຈຳເປັນຕ້ອງໂອ້ລົມກ່ຽວກັບວ່າຫຼັກການ ແລະ ຮາກຖານຂອງອຳນາດສູງສຸດຂອງພຣະເຈົ້າເໜືອຊະຕາກຳຂອງຜູ້ຄົນແມ່ນຫຍັງ ແລະ ຈຸດປະສົງຂອງພຣະເຈົ້າໃນການມີອຳນາດສູງສຸດເໜືອຊະຕາກຳຂອງຜູ້ຄົນແມ່ນຫຍັງ, ນັ້ນກໍຄື ເປັນຫຍັງພຣະເຈົ້າຈຶ່ງມີອຳນາດສູງສຸດເໜືອຊະຕາກຳຂອງຜູ້ຄົນໃນລັກສະນະນີ້ ແລະ ເປັນຫຍັງພຣະອົງຈຶ່ງຈັດແຈງຊະຕາກຳດັ່ງກ່າວໃຫ້ແກ່ຜູ້ຄົນ. ກ່ອນອື່ນ, ໃຫ້ເຮົາມາເບິ່ງວ່າຈຸດປະສົງຂອງພຣະເຈົ້າໃນການມີອຳນາດສູງສຸດເໜືອຊະຕາກຳຂອງຜູ້ຄົນແມ່ນຫຍັງ. ຜູ້ຄົນເຂົ້າມາໃນໂລກນີ້ເພື່ອໃຊ້ຊີວິດໄປວັນໆ ຫຼື ເພື່ອປ່ອຍເວລາໃຫ້ຜ່ານໄປລ້າໆບໍ? (ບໍ່ແມ່ນທັງສອງຢ່າງ). ໃນແງ່ຂອງແຮງຈູງໃຈຂອງພຣະເຈົ້າໃນການຈັດແຈງຊະຕາກຳຂອງຜູ້ຄົນ, ມັນບໍ່ແມ່ນເພື່ອໃຫ້ພວກເຂົາເຂົ້າມາໃນໂລກເພື່ອພຽງແຕ່ຍ່າງໄປມາເລັກໜ້ອຍຄືກັບຊາກສົບຍ່າງໄດ້ແລ້ວກໍຈົບໄປ. ແຕ່ກົງກັນຂ້າມ, ມັນແມ່ນເພື່ອໃຫ້ຜູ້ຄົນດຳລົງຊີວິດໃນເນື້ອໜັງ ແລະ ມີປະສົບການກັບຊີວິດ ແລະ ເພື່ອຜ່ານສະພາບແວດລ້ອມການດຳລົງຊີວິດທຸກຮູບແບບ, ພ້ອມທັງສະຖານະການທີ່ແຕກຕ່າງກັນໃນຊ່ວງເວລາຕ່າງໆ. ເມື່ອເວົ້າເຖິງການມີປະສົບການກັບຊີວິດ, ເນື້ອໜັງຂອງມະນຸດມີຄຸນລັກສະນະໜຶ່ງຄື: ຖ້າຄົນໃດໜຶ່ງດຳລົງຊີວິດຢູ່ໃນສະພາບແວດລ້ອມທີ່ສະດວກສະບາຍໂດຍບໍ່ປະສົບກັບຊ່ວງເວລາທີ່ຍາກລຳບາກ, ຄວາມຫຍຸ້ງຍາກ, ຄວາມລົ້ມເຫຼວ ຫຼື ຄວາມຜິດຫວັງໃດໆເລີຍ, ມັນກໍບໍ່ແມ່ນເລື່ອງງ່າຍສຳລັບພວກເຂົາທີ່ຈະເຕີບໂຕ ແລະ ເປັນຜູ້ໃຫຍ່. ມັນຄືກັບພືດທີ່ເຕີບໂຕໃນເຮືອນແກ້ວໂດຍບໍ່ຖືກລົມ ແລະ ແສງແດດ; ຊີວິດຂອງມັນບອບບາງຫຼາຍ, ເພາະມັນບໍ່ແມ່ນເລື່ອງງ່າຍສຳລັບມັນທີ່ຈະດູດຊຶມສານອາຫານຕ່າງໆຈາກທຳມະຊາດໄດ້. ເມື່ອມັນຖືກແສງແດດທີ່ຮ້ອນອົບເອົ້າ ແລະ ລົມແຮງ, ມັນກໍງ່າຍຫຼາຍທີ່ມັນຈະຫັກ ແລະ ຕາຍກ່ອນໄວອັນຄວນ ແລະ ຈາກນັ້ນ ຊີວິດຂອງມັນກໍບໍ່ສາມາດດຳເນີນຕໍ່ໄປໄດ້. ສະນັ້ນ, ໃນແງ່ຂອງທຳມະຊາດ ແລະ ສັນຊາດຕະຍານຂອງເນື້ອໜັງຂອງມະນຸດ, ມະນຸດຊາດບໍ່ຄວນເປັນຄືກັບດອກໄມ້ໃນເຮືອນແກ້ວທີ່ບໍ່ເຄີຍພົບພໍ້ກັບລົມ ແລະ ຝົນ, ແຕ່ຄວນອົດທົນກັບຄວາມລົ້ມເຫຼວ, ຊ່ວງເວລາທີ່ຍາກລຳບາກ ແລະ ຄວາມຜິດຫວັງຕ່າງໆຈາກໂລກມະນຸດ. ໃນສະພາບແວດລ້ອມການດຳລົງຊີວິດດັ່ງກ່າວ, ມະນຸດຊາດຈະໃຊ້ເຈດຈຳນົງເສລີ ແລະ ຄວາມຄິດທີ່ພຣະເຈົ້າປະທານໃຫ້ ແລະ ພວກເຂົາຈະສືບຕໍ່ກ້າວໄປ ແລະ ສືບຕໍ່ດຳລົງຊີວິດ ດ້ວຍທຸກວິທີທາງທີ່ເປັນໄປໄດ້ຢ່າງເປັນອິດສະຫຼະ, ຢ່າງໜັກແໜ້ນ ແລະ ໂດຍປາສະຈາກຄວາມຢ້ານກົວຕໍ່ຄວາມຫຍຸ້ງຍາກໃດໆ. ສິ່ງນີ້ຈະກະຕຸ້ນສັນຊາດຕະຍານຕ່າງໆສຳລັບຊີວິດ ແລະ ການຢູ່ລອດຂອງຜູ້ຄົນ ແລະ ຜູ້ຄົນກໍຈະສາມາດໃຊ້ສັນຊາດຕະຍານສຳລັບການຢູ່ລອດທີ່ພຣະເຈົ້າປະທານໃຫ້ ເພື່ອດຳລົງຊີວິດຢ່າງເປັນອິດສະຫຼະ ແລະ ເພື່ອປະເຊີນກັບທຸກສະພາບແວດລ້ອມ, ພ້ອມທັງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທັງໝົດທີ່ຢູ່ອ້ອມຮອບຕົວພວກເຂົາ. ດ້ານໜຶ່ງ, ຈາກມຸມມອງຂອງສັນຊາດຕະຍານທີ່ເປັນພາວະວິໄສຂອງເນື້ອໜັງຂອງມະນຸດ, ຜູ້ຄົນຕ້ອງການການກະຕຸ້ນ ແລະ ແຮງຊຸກຍູ້ຂອງສະພາບແວດລ້ອມນີ້ເພື່ອສ້າງຄວາມປາຖະໜາທີ່ຈະຢູ່ລອດ, ເພື່ອໃຫ້ພວກເຂົາສາມາດດຳລົງຊີວິດດ້ວຍຄວາມເຂັ້ມແຂງໄດ້. ພາຍນອກແລ້ວ, ການດຳລົງຊີວິດແບບນີ້ເບິ່ງຄືວ່າຍາກລຳບາກ, ແຕ່ທ່າມກາງການກະຕຸ້ນ ແລະ ການໂຈມຕີຂອງສະພາບແວດລ້ອມນີ້, ຜູ້ຄົນກໍເກີດມີຄວາມປາຖະໜາທີ່ຈະຢູ່ລອດທີ່ແຮງກ້າຂຶ້ນ ແລະ ດັ່ງນັ້ນ ພວກເຂົາຈຶ່ງຈະສືບຕໍ່ກ້າວໄປ ແລະ ພວກເຂົາກໍຈະຄ່ອຍໆເຕີບໂຕເປັນຜູ້ໃຫຍ່, ຄ່ອຍໆປັບຕົວເຂົ້າກັບການດຳລົງຊີວິດຮ່ວມກັບຄົນອື່ນ ແລະ ກາຍເປັນຄົນທີ່ບອບບາງໜ້ອຍລົງ, ແຕ່ມີຄວາມອົດທົນ, ຄວາມອົດກັ້ນ ແລະ ຄວາມໜັກແໜ້ນແທນ, ໂດຍສາມາດທີ່ຈະບໍ່ຢ້ານກົວຕໍ່ຄວາມຫຍຸ້ງຍາກໃດໆ. ນີ້ຄືແຮງຈູງໃຈເບື້ອງຕົ້ນຂອງພຣະເຈົ້າໃນການຈັດແຈງຊະຕາກຳຂອງຜູ້ຄົນ; ນີ້ຄືແນວຄວາມຄິດພື້ນຖານຂອງຊະຕາກຳຂອງຜູ້ຄົນ ເຊິ່ງຖືກອອກແບບໂດຍອີງໃສ່ຮູບແບບເດີມຂອງສັນຊາດຕະຍານຂອງເນື້ອໜັງຂອງພວກເຂົາ. ນີ້ແມ່ນດ້ານໜຶ່ງ. ອີກດ້ານໜຶ່ງກໍຄື, ໂດຍສ້າງຂຶ້ນຈາກແນວຄວາມຄິດພື້ນຖານນີ້, ເມື່ອຜູ້ຄົນເດີນທາງຜ່ານໂລກນີ້, ຕັ້ງແຕ່ໄວເດັກຈົນເຖິງໄວຊະລາ, ໃນຂະບວນການທີ່ຄ່ອຍໆອາຍຸຫຼາຍຂຶ້ນເລື້ອຍ, ພວກເຂົາກໍມີປະສົບການກັບເຫດການໃນຊີວິດ, ໄດ້ຮັບປະສົບການຊີວິດ ແລະ ໄດ້ຮັບຫຼັກການ ແລະ ເສັ້ນທາງບາງຢ່າງສຳລັບການປະເຊີນກັບຄວາມຫຍຸ້ງຍາກຕ່າງໆໃນຊີວິດ. ດ້ວຍວິທີນີ້, ຜູ້ຄົນກໍຄ່ອຍໆເຕີບໂຕເປັນຜູ້ໃຫຍ່ ແລະ ສາມາດດຳລົງຊີວິດຢ່າງເປັນອິດສະຫຼະລະຫວ່າງສະຫວັນ ແລະ ແຜ່ນດິນໂລກ ແລະ ທ່າມກາງຄົນອື່ນໆໄດ້ຫຼາຍຂຶ້ນ. ພວກເຂົາຈະບໍ່ບອບບາງປານນັ້ນ ແລະ ພວກເຂົາຈະບໍ່ຮູ້ສຶກໝົດກຳລັງໃຈ ຫຼື ຜິດຫວັງ, ຫຼື ເຖິງກັບຮູ້ສຶກວ່າບໍ່ມີຄວາມຫວັງໃນການມີຊີວິດຢູ່, ເມື່ອພວກເຂົາພົບພໍ້ກັບອຸປະສັກ ຫຼື ຄວາມລົ້ມເຫຼວເລັກໜ້ອຍ. ແຕ່ກົງກັນຂ້າມ, ຫຼັງຈາກທີ່ປະສົບກັບສະຖານະການທີ່ຍາກລຳບາກຕ່າງໆ, ພວກເຂົາກໍຈະສາມາດເບິ່ງຊີວິດ ແລະ ຄວາມຕາຍໄດ້ຢ່າງຖືກຕ້ອງຫຼາຍຂຶ້ນເລື້ອຍໆ ແລະ ສາມາດຮັບຮູ້ໄດ້ຫຼາຍຂຶ້ນວ່າໜ້າທີ່ໃດທີ່ພວກເຂົາຄວນປະຕິບັດໃນຊີວິດ ແລະ ເປັນສິ່ງທີ່ພວກເຂົາຕ້ອງການທີ່ສຸດ ແລະ ດ້ວຍວິທີນີ້, ພວກເຂົາກໍຈະຮູ້ສຶກສະບາຍໃຈໃນຊີວິດຫຼາຍຂຶ້ນ. ໃນຂະບວນການນີ້, ຜູ້ຄົນຄ່ອຍໆເຕີບໂຕເປັນຜູ້ໃຫຍ່; ນັ້ນກໍຄື ພວກເຂົາຄ່ອຍໆກ້າວໄປເຖິງຈຸດທີ່ບໍ່ຢ້ານກົວຕໍ່ຄວາມຍາກລຳບາກ ແລະ ອັນຕະລາຍ, ບໍ່ຢ້ານກົວຕໍ່ຄວາມຕາຍ ແລະ ບໍ່ຢ້ານກົວຕໍ່ຄວາມຫຍຸ້ງຍາກໃດໆ. ໃນຕອນທຳອິດ, ເມື່ອຜູ້ຄົນຍັງໜຸ່ມນ້ອຍ, ພວກເຂົາຮ້ອງໄຫ້ ແລະ ບໍ່ສາມາດນອນຫຼັບໄດ້ເມື່ອພວກເຂົາໄດ້ຍິນຄຳເວົ້າທີ່ບໍ່ໜ້າຟັງ ແລະ ແທງໃຈດຳ ຫຼື ພົບພໍ້ກັບຄວາມຫຍຸ້ງຍາກ ຫຼື ອຸປະສັກເລັກໜ້ອຍ ແລະ ຮູ້ສຶກວ່າບໍ່ມີຄວາມຫວັງໃນການມີຊີວິດຢູ່. ພວກເຂົາກໍຄ່ອຍໆກ້າວໄປເຖິງຈຸດທີ່ພວກເຂົາມີພູມຄຸ້ມກັນ ແລະ ຄວາມຕ້ານທານໃນລະດັບໜຶ່ງໃນໃຈຂອງພວກເຂົາ ເມື່ອພວກເຂົາໄດ້ຍິນຄຳເວົ້າທີ່ແທງໃຈດຳ ແລະ ເມື່ອພົບພໍ້ກັບຄວາມຫຍຸ້ງຍາກ ແລະ ພວກເຂົາກໍບໍ່ຮູ້ສຶກວ່າບໍ່ມີປະໂຫຍດຫຍັງທີ່ຈະມີຊີວິດຢູ່ອີກຕໍ່ໄປ, ທັງບໍ່ຄິດເຖິງຄວາມຕາຍອີກເລີຍ. ຕໍ່ມາ, ເມື່ອພວກເຂົາໄດ້ຍິນຄຳເວົ້າທີ່ແທງໃຈດຳຍິ່ງກວ່ານັ້ນ ແລະ ພົບພໍ້ກັບອຸປະສັກ ແລະ ຄວາມລົ້ມເຫຼວ, ພວກເຂົາກໍສາມາດອົດທົນກັບພວກມັນໃນໃຈຂອງພວກເຂົາໄດ້ໂດຍບໍ່ໄດ້ຮັບຜົນກະທົບຫຼາຍ ແລະ ຮູ້ສຶກວ່າມັນເປັນເລື່ອງປົກກະຕິຫຼາຍທີ່ຜູ້ຄົນຈະປະສົບກັບສິ່ງເຫຼົ່ານີ້ໃນຊີວິດ ແລະ ພວກເຂົາກໍບໍ່ຕ້ອງການການປອບໂຍນ, ການໃຫ້ກຳລັງໃຈ ຫຼື ການຊ່ວຍເຫຼືອຈາກຄົນອື່ນອີກຕໍ່ໄປ ເພື່ອທີ່ຈະດຳເນີນຊີວິດຂອງພວກເຂົາຕໍ່ໄປ. ດ້ວຍວິທີນີ້, ຜູ້ຄົນບໍ່ໄດ້ຮັບຄວາມເຂັ້ມແຂງຫຼາຍຂຶ້ນເລື້ອຍໆບໍ? ຜູ້ຄົນມີຄວາມສາມາດໃນການຢູ່ລອດໄດ້ຢ່າງເປັນອິດສະຫຼະ ແລະ ຍັງມີແຮງຈູງໃຈໃນການຢູ່ລອດຢ່າງເປັນອິດສະຫຼະອີກດ້ວຍ. ທຸກຄົນຕ້ອງຜ່ານຊ່ວງເວລາທີ່ຍັງໜຸ່ມນ້ອຍ ແລະ ໄຮ້ດຽງສາ. ຈົນກວ່າຈະຮອດອາຍຸສີ່ສິບ ຫຼື ຫ້າສິບປີ ພວກເຂົາຈຶ່ງຄ່ອຍໆກ້າວໄປເຖິງສະພາບຂອງຄວາມເປັນຜູ້ໃຫຍ່ ແລະ ກາຍເປັນຜູ້ໃຫຍ່. ເຖິງແມ່ນວ່າຄົນໃດໜຶ່ງຈະຍັງບໍ່ທັນໄດ້ສ້າງຄອບຄົວ, ສ້າງອາຊີບ ຫຼື ກາຍເປັນພໍ່ແມ່ຄົນກໍຕາມ, ແຕ່ເມື່ອຕັດສິນຈາກສິ່ງທີ່ພວກເຂົາໄດ້ຜ່ານມາໃນຊີວິດ, ຈາກຄຳເວົ້າທີ່ພວກເຂົາເວົ້າອອກມາ ແລະ ຈາກການຮັບຮູ້, ຄວາມເຂົ້າໃຈ ແລະ ທັດສະນະຄະຕິທີ່ພວກເຂົາມີຕໍ່ຊີວິດຂອງພວກເຂົາ, ຕໍ່ການດຳລົງຊີວິດ, ຕໍ່ຄວາມຫຍຸ້ງຍາກທີ່ພວກເຂົາປະເຊີນ ແລະ ຕໍ່ສິ່ງທີ່ເປັນໄປ ຫຼື ບໍ່ເປັນໄປຕາມທີ່ພວກເຂົາປາຖະໜາ, ເຈົ້າກໍຈະພົບວ່າຄົນຜູ້ນີ້ໄດ້ເຕີບໃຫຍ່ຂຶ້ນ ແລະ ເປັນຜູ້ໃຫຍ່ແລ້ວ. ທັງໝົດນີ້ແມ່ນຍ້ອນຫຍັງ? ມັນແມ່ນຍ້ອນຄວາມຫຍຸ້ງຍາກ, ຄວາມຜິດຫວັງ ແລະ ແມ່ນແຕ່ຍ້ອນອຸປະສັກ ແລະ ຄວາມລົ້ມເຫຼວຕ່າງໆທີ່ປາກົດຢູ່ໃນຊະຕາກຳຂອງຜູ້ຄົນຕາມທີ່ພຣະເຈົ້າກຳນົດໄວ້. ເພາະສະນັ້ນ, ຈາກມຸມມອງນີ້, ຈຶ່ງບໍ່ຕ້ອງສົງໄສເລີຍວ່າ ອຳນາດສູງສຸດຂອງພຣະເຈົ້າເໜືອຊະຕາກຳຂອງຜູ້ຄົນນັ້ນແມ່ນສິ່ງທີ່ເປັນບວກ ແລະ ຜູ້ຄົນຄວນຍອມຮັບຄວາມຈິງນີ້ຢ່າງເຕັມທີ່. ສາມາດເວົ້າໄດ້ຢູ່ບ່ອນນີ້ບໍວ່າ ພຣະເຈົ້າມີເຈດຕະນາທີ່ພຽນພະຍາຍາມຢ່າງແທ້ຈິງໃນອຳນາດສູງສຸດຂອງພຣະອົງເໜືອຊະຕາກຳຂອງຜູ້ຄົນ? (ສາມາດເວົ້າໄດ້). ບໍ່ວ່າຄົນໃດໜຶ່ງຈະເຊື່ອໃນພຣະເຈົ້າ ຫຼື ບໍ່ກໍຕາມ, ໃນຂະນະທີ່ຜູ້ຄົນເຕີບໂຕເປັນຜູ້ໃຫຍ່ໂດຍເລີ່ມຕັ້ງແຕ່ການເກີດຂອງພວກເຂົາ, ຜູ້ທີ່ມີຂີດຄວາມສາມາດດີກໍເຖິງກັບສາມາດກ້າວໄປເຖິງຈຸດທີ່ເຂົ້າໃຈວ່າພວກເຂົາຢູ່ພາຍໃຕ້ຊະຕາກຳ ແລະ ສະແຫວງຫາພຣະເຈົ້າ. ເມື່ອຕັດສິນຈາກຂໍ້ເທັດຈິງນີ້, ເຈດຕະນາເດີມຂອງອຳນາດສູງສຸດຂອງພຣະເຈົ້າເໜືອຊະຕາກຳຂອງຜູ້ຄົນບໍ່ແມ່ນສິ່ງທີ່ເປັນບວກບໍ? (ແມ່ນແລ້ວ). ເຈົ້າເຫັນບໍ, ເມື່ອເຮົາເວົ້າແບບນີ້, ທຸກຄົນກໍພະຍັກໜ້າ ແລະ ຍອມຮັບວ່າມັນແມ່ນສິ່ງທີ່ເປັນບວກ. ເປັນຫຍັງຈຶ່ງເປັນແນວນັ້ນ? ເພາະສິ່ງທີ່ເຮົາກຳລັງເວົ້າແມ່ນຂໍ້ເທັດຈິງ ແລະ ເຮົາໄດ້ອະທິບາຍແກ່ນແທ້ຂອງເລື່ອງນີ້ຢ່າງຊັດເຈນແລ້ວ ແລະ ພວກເຈົ້າກໍໄດ້ປະສົບກັບມັນເຊັ່ນກັນ, ແມ່ນບໍ? (ແມ່ນແລ້ວ). ມະນຸດຊາດໄດ້ຮັບຜົນປະໂຫຍດຢ່າງແທ້ຈິງຈາກຊະຕາກຳທີ່ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ. ບໍ່ວ່າພູມຫຼັງຂອງເຈົ້າຈະເປັນແນວໃດ ຫຼື ເຈົ້າມາຈາກໃສ ແລະ ບໍ່ວ່າເຈົ້າຈະມີບົດບາດຫຍັງໃນສັງຄົມນີ້ກໍຕາມ, ສະຫຼຸບແລ້ວ, ຕາບໃດທີ່ເຈົ້າດຳລົງຊີວິດຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ, ເຈົ້າກໍໄດ້ຮັບຜົນປະໂຫຍດຈາກພຣະເຈົ້າ. ບາງຄົນເວົ້າວ່າ: “ນັ້ນບໍ່ຖືກຕ້ອງ. ພຣະເຈົ້າຕ້ອງມີອຳນາດສູງສຸດເໜືອຊະຕາກຳຂອງປະຊາກອນທີ່ພຣະເຈົ້າເລືອກ, ເໜືອຊະຕາກຳຂອງມະນຸດ. ພຣະເຈົ້າບໍ່ມີອຳນາດສູງສຸດເໜືອຊະຕາກຳຂອງຜູ້ທີ່ກັບຊາດມາເກີດຈາກມານຮ້າຍ ຫຼື ຈາກສັດ”. ຄຳເວົ້ານີ້ຖືກຕ້ອງບໍ? (ບໍ່ຖືກຕ້ອງ). ສິ່ງໃດກໍຕາມທີ່ເປັນສິ່ງທີ່ຖືກສ້າງລ້ວນແຕ່ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ. ຕາບໃດທີ່ມັນເປັນສິ່ງທີ່ຖືກສ້າງ, ມັນກໍມີຊະຕາກຳ. ເຈົ້າເປັນສິ່ງທີ່ຖືກສ້າງ, ສະນັ້ນ ເຈົ້າຈຶ່ງມີຊະຕາກຳຂອງເຈົ້າ. ພຣະເຈົ້າໄດ້ຈັດແຈງຊະຕາກຳໃຫ້ເຈົ້າ, ສະນັ້ນ ຊະຕາກຳຂອງເຈົ້າຈຶ່ງບໍ່ແມ່ນສິ່ງທີ່ເຈົ້າເລືອກ, ທັງບໍ່ແມ່ນສິ່ງທີ່ເຈົ້າໄດ້ສ້າງຂຶ້ນ; ມັນມາຈາກອຳນາດສູງສຸດຂອງພຣະເຈົ້າ. ສະນັ້ນ, ບໍ່ວ່າເຈົ້າຈະມີບົດບາດຫຍັງກໍຕາມ, ບໍ່ວ່າເຈົ້າຈະກັບຊາດມາເກີດຈາກມະນຸດ, ຈາກສັດ ຫຼື ຈາກມານຮ້າຍກໍຕາມ, ໃນເມື່ອຕອນນີ້ເຈົ້າເບິ່ງຄືວ່າເປັນສະມາຊິກຂອງມະນຸດຊາດ, ເຈົ້າກໍມີຊະຕາກຳຢ່າງແນ່ນອນ ແລະ ຊະຕາກຳຂອງເຈົ້າກໍຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າຢ່າງແນ່ນອນ. ໂດຍອີງໃສ່ຈຸດນີ້, ອຳນາດສູງສຸດຂອງພຣະເຈົ້າເໜືອຊະຕາກຳຂອງຜູ້ຄົນບໍ່ແມ່ນສິ່ງທີ່ເປັນບວກບໍ? (ແມ່ນ). ເປັນຫຍັງພວກເຮົາຈຶ່ງເວົ້າວ່າອຳນາດສູງສຸດຂອງພຣະເຈົ້າເໜືອຊະຕາກຳຂອງຜູ້ຄົນຈຶ່ງແມ່ນສິ່ງທີ່ເປັນບວກ? ເພາະພຣະເຈົ້າມີເຈດຕະນາທີ່ພຽນພະຍາຍາມຢູ່ເບື້ອງຫຼັງຊະຕາກຳທີ່ພຣະອົງຈັດແຈງໃຫ້ແກ່ສິ່ງທີ່ຖືກສ້າງໃດກໍຕາມ; ທັງໝົດນີ້ກໍເພື່ອໃຫ້ມະນຸດຊາດສາມາດດຳລົງຊີວິດໄດ້ຢ່າງປົກກະຕິ ແລະ ເປັນລະບຽບຮຽບຮ້ອຍໃນໂລກນີ້, ດ້ວຍເງື່ອນໄຂແຕ່ກຳເນີດຕ່າງໆທີ່ພຣະເຈົ້າໄດ້ຊົງປະທານໃຫ້. ພຣະເຈົ້າບໍ່ໄດ້ປະຕິບັດຕໍ່ຄົນໃດຄົນໜຶ່ງຢ່າງບໍ່ຍຸຕິທຳ. ດັ່ງທີ່ມີກ່າວໄວ້ວ່າ, ແສງຕາເວັນສ່ອງແສງໃສ່ຄົນດີ ແລະ ຄົນຊົ່ວ. ນີ້ຄືອຳນາດສູງສຸດຂອງພຣະເຈົ້າ. ຖ້າບໍ່ດັ່ງນັ້ນ, ເປັນຫຍັງພວກເຮົາຈຶ່ງເວົ້າວ່າມີພຽງພຣະເຈົ້າເທົ່ານັ້ນທີ່ເປັນພຣະຜູ້ສ້າງມະນຸດຊາດ ແລະ ມີພຽງພຣະເຈົ້າເທົ່ານັ້ນທີ່ມີອຳນາດສູງສຸດເໜືອມະນຸດຊາດ? ເພາະນີ້ຄືສິ່ງທີ່ພຣະເຈົ້າເຮັດ, ພຣະເຈົ້າມີຄວາມສາມາດນີ້ ແລະ ພຣະອົງມີແກ່ນແທ້ນີ້ ແລະ ສິດອຳນາດນີ້. ຈຸດນີ້ເຮັດໃຫ້ຊັດເຈນວ່າ ອຳນາດສູງສຸດຂອງພຣະເຈົ້າເໜືອຊະຕາກຳຂອງຜູ້ຄົນນັ້ນແມ່ນສິ່ງທີ່ເປັນບວກ ແລະ ສິ່ງນີ້ບໍ່ສາມາດຖືກປະຕິເສດ ຫຼື ສົງໄສໄດ້. ນັ້ນກໍຄື, ເມື່ອພິຈາລະນາເຖິງກົດເກນແຫ່ງຊີວິດທາງເນື້ອໜັງຂອງມະນຸດຊາດ, ຊະຕາກຳແຫ່ງຄວາມຍາກລຳບາກ ແລະ ຊ່ວງເວລາທີ່ຍາກລຳບາກທີ່ພຣະເຈົ້າຈັດແຈງໃຫ້ຜູ້ຄົນສາມາດຊ່ວຍໃຫ້ພວກເຂົາຄ່ອຍໆເຕີບໂຕເປັນຜູ້ໃຫຍ່ ແລະ ສາມາດສຳເລັດການເດີນທາງຂອງພວກເຂົາຜ່ານຊີວິດນີ້ໄດ້ຢ່າງລ່ຽນໄຫຼ. ຈາກມຸມມອງນີ້, ອຳນາດສູງສຸດຂອງພຣະເຈົ້າແມ່ນສິ່ງທີ່ເປັນບວກ.
ເມື່ອເບິ່ງຈາກອີກດ້ານໜຶ່ງຂອງຊະຕາກຳຂອງຜູ້ຄົນແລ້ວ, ມີຫຼາຍຄົນທີ່ດຳລົງຊີວິດທີ່ຍາກລຳບາກ ແລະ ບໍ່ສົມຫວັງ. ພາຍນອກແລ້ວ ພວກເຂົາເບິ່ງຄືວ່າບໍ່ໄດ້ເຮັດສິ່ງທີ່ບໍ່ດີຫຍັງເລີຍ ແຕ່ພວກເຂົາພັດເບິ່ງຄືກັບວ່າກຳລັງຖືກລົງໂທດ. ຕົວຢ່າງ: ບາງຄົນສູນເສຍພໍ່ໄປແຕ່ໄວເດັກ, ສູນເສຍສາມີໄປໃນໄວອາຍຸກາງຄົນ ແລະ ສູນເສຍລູກຊາຍໄປໃນໄວຊະລາ, ຄອບຄົວຖືກຄວາມຕາຍເຮັດໃຫ້ແຕກສະຫຼາຍ. ບາງຄົນກໍປະສົບອຸບັດຕິເຫດເຊັ່ນ: ລົດຕຳກັນ ຫຼື ເຮືອບິນຕົກ. ບາງຄົນກໍມີຄວາມພິການ: ບາງຄົນຕາບອດ, ບາງຄົນຫູໜວກ ແລະ ບາງຄົນກໍສູນເສຍແຂນ ຫຼື ຂາ. ບາງຄົນກໍຖືກໂກງຈົນໝົດເນື້ອໝົດຕົວ ແລະ ບາງຄົນກໍໃຊ້ເວລາທັງຊີວິດເພື່ອໃຊ້ໜີ້. ເມື່ອສິ່ງໂຊກຮ້າຍຕ່າງໆເຫຼົ່ານີ້ເກີດຂຶ້ນກັບຜູ້ຄົນ, ຫຼາຍຄົນກໍເວົ້າວ່າ: “ສະຫວັນບໍ່ຍຸຕິທຳ. ສິ່ງນີ້ເບິ່ງບໍ່ຄືກັບສິ່ງທີ່ສະຫວັນຄວນເຮັດເລີຍ. ຖ້າພຣະເຈົ້າມີອຳນາດສູງສຸດເໜືອຊະຕາກຳຂອງຜູ້ຄົນ, ພຣະອົງຈະເຮັດໃຫ້ພວກເຂົາທຸກທໍລະມານຫຼາຍຂະໜາດນີ້ໄດ້ແນວໃດ? ພຣະອົງຈະປ່ອຍໃຫ້ຄົນບໍລິສຸດທົນທຸກກັບການຖືກໂຈມຕີ ແລະ ປະເຊີນກັບຄວາມໂຊກຮ້າຍແບບນີ້ໄດ້ແນວໃດ?” ຖ້າຜູ້ຄົນເບິ່ງຈາກມຸມມອງຂອງເຈດຕະນາເດີມຂອງພຣະຜູ້ສ້າງໃນການກຳນົດຊະຕາກຳຂອງມະນຸດ, ພຣະຜູ້ສ້າງມີເຈດຕະນາທີ່ພຽນພະຍາຍາມຕໍ່ມະນຸດຊາດ ແລະ ການທີ່ພຣະເຈົ້າມີອຳນາດສູງສຸດເໜືອຊະຕາກຳຂອງຜູ້ຄົນນັ້ນແມ່ນສິ່ງທີ່ເປັນບວກ. ແຕ່ເມື່ອມີບາງສິ່ງທີ່ພິເສດເກີດຂຶ້ນໃນຊະຕາກຳຂອງຜູ້ຄົນ ເຊິ່ງເບິ່ງຄືວ່າເປັນເລື່ອງທີ່ໜ້າເສົ້າສະຫຼົດໃຈຈາກມຸມມອງຂອງມະໂນທຳແຫ່ງຄວາມເປັນມະນຸດ, ຜູ້ຄົນກໍຄິດບໍ່ຕົກວ່າເປັນຫຍັງການທີ່ພຣະເຈົ້າມີອຳນາດສູງສຸດເໜືອຊະຕາກຳຂອງຜູ້ຄົນຈຶ່ງແມ່ນສິ່ງທີ່ເປັນບວກ ແລະ ພວກເຂົາກໍບໍ່ຮູ້ວ່າເກີດຫຍັງຂຶ້ນກັນແທ້. ຫຼາຍຄົນເຊື່ອວ່າຍັງມີຄວາມບໍ່ຍຸຕິທຳໃນການທີ່ພຣະຜູ້ສ້າງຈັດແຈງຊະຕາກຳຂອງມະນຸດ ແລະ ຮູ້ສຶກວ່າການເວົ້າວ່າທຸກສິ່ງທີ່ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າລ້ວນແຕ່ແມ່ນສິ່ງທີ່ເປັນບວກນັ້ນເບິ່ງຄືວ່າຈະຟັງບໍ່ຂຶ້ນປານໃດ. ດ້ວຍເຫດນັ້ນ ບາງຄົນຈຶ່ງສະຫຼຸບອອກມາເປັນຄຳສຸພາສິດທີ່ວ່າ: “ຜູ້ທີ່ສ້າງຂົວ ແລະ ສ້ອມແປງຖະໜົນຫົນທາງສຸດທ້າຍກໍຕາບອດ ໃນຂະນະທີ່ຄົນທີ່ເຮັດການກະທຳທີ່ຊົ່ວຮ້າຍຫຼາຍຢ່າງພັດໄດ້ຮັບພອນໃຫ້ມີລູກເຕັມບ້ານຫຼານເຕັມເມືອງ”. ບາງຄົນເວົ້າວ່າ: “ສິ່ງນີ້ບໍ່ຍຸຕິທຳ. ການສ້າງຂົວ ແລະ ການສ້ອມແປງຖະໜົນຫົນທາງຄືການສະສົມບຸນ ແລະ ເຮັດຄວາມດີ. ຄົນທີ່ເຮັດແບບນັ້ນຄວນມີລູກເຕັມບ້ານຫຼານເຕັມເມືອງ ແລະ ຮັ່ງມີຫຼາຍ. ພວກເຂົາຈົບລົງດ້ວຍການຕາບອດໄດ້ແນວໃດ? ເປັນໄປໄດ້ບໍທີ່ຊະຕາກຳແບບນັ້ນກໍຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ ແລະ ແມ່ນສິ່ງທີ່ເປັນບວກເຊັ່ນກັນ? ນີ້ກໍຟັງບໍ່ຂຶ້ນ!” ຖ້າຜູ້ຄົນບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າ, ພວກເຂົາກໍຄິດບໍ່ຕົກ ຫຼື ເບິ່ງບໍ່ອອກແທ້ໆກ່ຽວກັບສິ່ງເຫຼົ່ານີ້. ຜູ້ບໍ່ມີຄວາມເຊື່ອມັກຈະເວົ້າຢູ່ສະເໝີວ່າ: “ສະຫວັນຮັບແພງສິ່ງທີ່ມີຊີວິດ”. ຄຳເວົ້ານີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ຖ້າມີພຣະເຈົ້າ, ຖ້າມີສະຫວັນ, ແລ້ວພຣະເຈົ້າກໍຄວນຫ່ວງໃຍປະຊາກອນຂອງພຣະອົງ. ຖ້າພຣະອົງເປັນພຣະຜູ້ສ້າງ, ພຣະອົງກໍຄວນຫ່ວງໃຍສິ່ງທີ່ຖືກສ້າງຂອງພຣະອົງ ແລະ ປະຕິບັດຕໍ່ສິ່ງເຫຼົ່ານັ້ນຢ່າງມີເມດຕາ; ພຣະອົງບໍ່ຄວນປ່ອຍໃຫ້ສິ່ງທີ່ຖືກສ້າງທົນທຸກກັບຄວາມເຈັບປວດເຫຼົ່ານີ້. ໃນສາຍຕາຂອງຜູ້ຄົນ, ຖ້າມະນຸດຊາດດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ ແລະ ມານຮ້າຍ, ມັນກໍເປັນເລື່ອງທີ່ເຂົ້າໃຈໄດ້ທີ່ພວກເຂົາອາດຈະທົນທຸກກັບຄວາມເຈັບປວດເຫຼົ່ານີ້, ແຕ່ເນື່ອງຈາກມະນຸດຊາດດຳລົງຊີວິດຢູ່ພາຍໃຕ້ອຳນາດປົກຄອງຂອງພຣະເຈົ້າ ແລະ ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ, ພວກເຂົາກໍບໍ່ຄວນທົນທຸກກັບສິ່ງເຫຼົ່ານັ້ນ. ໂດຍສະເພາະເມື່ອເວົ້າເຖິງປາກົດການຂອງຊະຕາກຳແບບນີ້ທີ່ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ, ຜູ້ຄົນກໍຍິ່ງບໍ່ສາມາດເຂົ້າໃຈໄດ້ວ່າເກີດຫຍັງຂຶ້ນກັນແທ້. ຖ້າຜູ້ຄົນບໍ່ເຂົ້າໃຈຄວາມຈິງ, ມັນກໍຍາກຫຼາຍສຳລັບພວກເຂົາທີ່ຈະຮັບຮູ້ວ່າທຸກສິ່ງທີ່ພຣະເຈົ້າມີອຳນາດສູງສຸດເໜືອ ແລະ ຈັດແຈງນັ້ນລ້ວນແຕ່ມີຄວາມໝາຍ; ພວກເຂົາຄິດບໍ່ຕົກກ່ຽວກັບບາງສິ່ງ ແລະ ຕິດຢູ່ໃນສະຖານະການພິເສດເຫຼົ່ານີ້. ຖ້າຄົນໃດໜຶ່ງມີຫົວໃຈທີ່ຢຳເກງພຣະເຈົ້າເລັກນ້ອຍ, ພວກເຂົາກໍຈະເວົ້າວ່າ: “ຖ້າພວກເຮົາອະທິບາຍເລື່ອງນີ້ບໍ່ໄດ້, ແລ້ວພວກເຮົາກໍຢ່າເວົ້າເຖິງມັນ, ພວກເຮົາບໍ່ຄວນຕັດສິນມັນຕາມອຳເພີໃຈ”. ຖືວ່າພວກເຂົາພໍມີເຫດຜົນຢູ່ພໍສົມຄວນ. ບາງຄົນບໍ່ມີມະໂນທຳ ຫຼື ເຫດຜົນ, ແຮງໄກທີ່ຈະມີຫົວໃຈທີ່ຢຳເກງພຣະເຈົ້າ. ພວກເຂົາບັງອາດ ແລະ ກ້າທີ່ຈະຕັດສິນຕາມອຳເພີໃຈ ເມື່ອພວກເຂົາປະເຊີນກັບສິ່ງທີ່ບໍ່ເປັນໄປດັ່ງທີ່ຫວັງ, “ຫຶ! ຜູ້ຄົນຍັງເວົ້າວ່າສະຫວັນຮັກແພງສິ່ງທີ່ມີຊີວິດ, ແລ້ວເປັນຫຍັງບາງຄົນທີ່ເບິ່ງຄືວ່າດີຫຼາຍພັດຕາຍຕັ້ງແຕ່ອາຍຸຍັງນ້ອຍ? ແຖມຍັງຕາຍແບບຜິດທຳມະຊາດ, ປະລູກຫຼານໄວ້ເປັນຝູງ. ຊ່າງໜ້າສົງສານຫຼາຍ, ໜ້າເສົ້າສະຫຼົດໃຈຫຼາຍ! ແລ້ວຜູ້ຄົນກໍຍັງອ້າງວ່າການທີ່ພຣະເຈົ້າມີອຳນາດສູງສຸດນັ້ນແມ່ນສິ່ງທີ່ເປັນບວກ. ຖ້າການທີ່ຜູ້ຄົນມີຊະຕາກຳທີ່ໜ້າເສົ້າສະຫຼົດໃຈແບບນີ້ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ, ແລ້ວພຣະເຈົ້າກໍບໍ່ຊອບທຳ!” ຄົນເຫຼົ່ານີ້ຕັດສິນພຣະເຈົ້າຕາມອຳເພີໃຈແບບນີ້ແຫຼະ. ຊະຕາກຳຂອງຜູ້ຄົນຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າຢ່າງບໍ່ຕ້ອງສົງໄສ. ສິ່ງນີ້ບໍ່ສາມາດຖືກຕັ້ງຄຳຖາມ ຫຼື ປະຕິເສດໄດ້ໃນທຸກເວລາ. ຄຳເວົ້າທີ່ວ່າ “ຊະຕາກຳຂອງຜູ້ຄົນຢູ່ໃນພຣະຫັດຂອງພຣະເຈົ້າ” ນັ້ນຖືກຕ້ອງຢູ່ສະເໝີ ແລະ ເປັນຂໍ້ເທັດຈິງຢູ່ສະເໝີ, ເພາະການທີ່ພຣະເຈົ້າມີອຳນາດສູງສຸດເໜືອຊະຕາກຳຂອງຜູ້ຄົນນັ້ນແມ່ນສິ່ງທີ່ເປັນບວກ ແລະ ສິ່ງນີ້ຈະບໍ່ມີວັນປ່ຽນແປງໃນທຸກເວລາ. ແລ້ວເປັນຫຍັງຜູ້ຄົນຈຶ່ງປະເຊີນກັບສະຖານະການທີ່ໜ້າເສົ້າສະຫຼົດໃຈເຊັ່ນນັ້ນ? ມີສິ່ງໜຶ່ງທີ່ຜູ້ຄົນບໍ່ຮູ້ ຫຼື ພວກເຂົາອາດຈະເຂົ້າໃຈມັນໃນທາງຫຼັກຄຳສອນ ແຕ່ບໍ່ສາມາດອະທິບາຍໃຫ້ຊັດເຈນໄດ້, ນັ້ນກໍຄື ຊະຕາກຳຂອງທຸກຄົນລ້ວນແຕ່ມີເຫດ ແລະ ຜົນ. ການທີ່ເຈົ້າມີຊະຕາກຳແບບໃດ ແລະ ເຈົ້າທົນທຸກກັບສິ່ງໃດໃນຊີວິດນີ້ ອາດຈະເປັນຜົນມາຈາກຊາດກ່ອນຂອງເຈົ້າ ແລະ ຍັງອາດຈະກາຍເປັນເຫດໃນຊາດໜ້າຂອງເຈົ້າອີກດ້ວຍ. ມັນກໍຄືກັບທີ່ຜູ້ບໍ່ມີຄວາມເຊື່ອເວົ້າວ່າ: “ກຳໃດໃຜກໍ່ ກຳນັ້ຕ້ອງຕາມສະໜອງ”. ໃນຊາດກ່ອນ, ເຈົ້າອາດຈະສ້າງເຫດ ແລະ ຜົນບາງຢ່າງໄວ້, ຖ້າພຣະເຈົ້າຈັດແຈງໃຫ້ເຈົ້າກັບຊາດມາເກີດເປັນມະນຸດ ແລະ ກາຍເປັນສະມາຊິກຂອງມະນຸດຊາດໃນຊີວິດນີ້, ແລ້ວເຈົ້າກໍຕ້ອງຈ່າຍລາຄາສຳລັບເຫດ ແລະ ຜົນທີ່ເຈົ້າໄດ້ສ້າງໄວ້; ເຈົ້າຕ້ອງຊົດໃຊ້ສຳລັບພວກມັນ. ການທີ່ເຈົ້າຈະຊົດໃຊ້ ຫຼື ບໍ່ ແລະ ເຈົ້າຄວນຊົດໃຊ້ ຫຼື ບໍ່ນັ້ນ ເຈົ້າຕັດສິນໃຈເອງບໍ່ໄດ້. ບໍ່ມີໃຜທີ່ເຮັດຄວາມຊົ່ວແລ້ວເຕັມໃຈທີ່ຈະຍອມຮັບການລົງໂທດ. ມີພຽງພຣະຜູ້ສ້າງເທົ່ານັ້ນທີ່ສາມາດຈັດແຈງເລື່ອງນີ້ໄດ້, ມີສິດອຳນາດທີ່ຈະເຮັດສິ່ງນີ້ ແລະ ແນ່ນອນວ່າມີລິດທານຸພາບທີ່ຈະເຮັດສິ່ງນີ້ໄດ້. ແລ້ວຫຼັກການຂອງພຣະຜູ້ສ້າງໃນການເຮັດສິ່ງນີ້ແມ່ນຫຍັງ? ມັນກໍຄືການໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວ. ເຖິງແມ່ນວ່າມະນຸດຊາດຈະບໍ່ເຂົ້າໃຈອຳນາດສູງສຸດຂອງພຣະເຈົ້າ, ບໍ່ຮູ້ຈັກພຣະເຈົ້າ ແລະ ບໍ່ເຂົ້າໃຈພື້ນຖານ ແລະ ຫຼັກການແຫ່ງອຳນາດສູງສຸດຂອງພຣະເຈົ້າກໍຕາມ, ແຕ່ສຳລັບພຣະເຈົ້າແລ້ວ, ຍ້ອນວ່າພຣະອົງມີອຸປະນິໄສທີ່ຊອບທຳ ແລະ ຍ້ອນອັດຕະລັກຂອງພຣະອົງໃນຖານະພຣະຜູ້ສ້າງ, ພຣະອົງຈຶ່ງໄດ້ກຳນົດກົດລະບຽບ ແລະ ກົດເກນແຫ່ງສະຫວັນສຳລັບມະນຸດຊາດ ແລະ ສຳລັບທຸກຊັບພະສິ່ງ. ກົດລະບຽບ ແລະ ກົດເກນແຫ່ງສະຫວັນເຫຼົ່ານີ້ອີງໃສ່ຫຍັງ? ພວກມັນອີງໃສ່ອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ແລະ ອີງໃສ່ສິດອຳນາດ ແລະ ລິດທານຸພາບຂອງພຣະເຈົ້າ. ການກຳນົດກົດລະບຽບ ແລະ ກົດເກນແຫ່ງສະຫວັນເຫຼົ່ານີ້ໄດ້ສະທ້ອນໃຫ້ເຫັນໃນປາກົດການໜຶ່ງໃນໂລກມະນຸດ, ນັ້ນກໍຄືການກັບຊາດມາເກີດຂອງມະນຸດ. ຂະບວນການກັບຊາດມາເກີດຂອງມະນຸດມັກຈະກ່ຽວຂ້ອງໂດຍກົງກັບເຫດ ແລະ ຜົນ, ເຊິ່ງເຫດ ແລະ ຜົນນີ້ກໍໄດ້ສະທ້ອນ ແລະ ປາກົດໃຫ້ເຫັນໃນບາງສິ່ງທີ່ພິເສດໃນຊະຕາກຳຂອງຜູ້ຄົນ. ນອກຈາກນີ້, ໃນຂະບວນການກັບຊາດມາເກີດຂອງມະນຸດ, ມະນຸດຈະໄດ້ຮັບລາງວັນຈາກພຣະເຈົ້າ ພ້ອມທັງໄດ້ຮັບການລົງໂທດຈາກພຣະເຈົ້າ. ພຣະເຈົ້າລົງໂທດຄົນທີ່ເຮັດຄວາມຊົ່ວ; ນັ້ນກໍຄື ພຣະອົງເຮັດໃຫ້ພວກເຂົາປະເຊີນກັບຄວາມໂຊກຮ້າຍ ແລະ ເຫດຮ້າຍທຸກປະເພດ ແລະ ປະເຊີນກັບການລົງໂທດທຸກປະເພດທີ່ໃນສາຍຕາຂອງຜູ້ຄົນເບິ່ງຄືວ່າບໍ່ສົມຄວນໄດ້ຮັບ ແລະ ບໍ່ສົມເຫດສົມຜົນ. ການລົງໂທດບາງຢ່າງເຖິງກັບເປັນເລື່ອງທີ່ໜ້າເສົ້າສະຫຼົດໃຈເປັນພິເສດໃນສາຍຕາຂອງມະນຸດ, ແຕ່ການທີ່ສະຖານະການທີ່ໜ້າເສົ້າສະຫຼົດໃຈນີ້ເກີດຂຶ້ນກັບພວກເຂົານັ້ນແມ່ນມີເບື້ອງຫຼັງ. ມັນບໍ່ແມ່ນສິ່ງທີ່ພຣະເຈົ້າກະທຳຕໍ່ພວກເຂົາໂດຍບໍ່ມີເຫດຜົນ, ແຕ່ເປັນການລົງໂທດທີ່ພວກເຂົາຕ້ອງທົນທຸກຍ້ອນພວກເຂົາໄດ້ເຮັດການກະທຳທີ່ຊົ່ວຮ້າຍຫຼາຍຢ່າງ. ເມື່ອຜູ້ຄົນເບິ່ງບໍ່ອອກເຖິງຕົ້ນປາຍສາເຫດຂອງເລື່ອງນີ້, ພວກເຂົາກໍເວົ້າຈາໄຮ້ສາລະ ແລະ ຈົ່ມວ່າສະຫວັນ ແລະ ຈົ່ມວ່າພຣະເຈົ້າ ເຊິ່ງເປັນເລື່ອງທີ່ໂງ່ຈ້າຫຼາຍ. ແລ້ວຄົນທີ່ໄດ້ຮັບພຣະຄຸນຂອງພຣະເຈົ້າເດສະຖານະການເປັນແນວໃດ? ຍ້ອນວ່າໃນຊາດກ່ອນພວກເຂົາໄດ້ສະສົມບຸນ ແລະ ເຮັດຄວາມດີຫຼາຍຢ່າງ, ເຮັດຫຼາຍສິ່ງທີ່ເປັນປະໂຫຍດຕໍ່ມະນຸດຊາດ ແລະ ເຮັດຫຼາຍສິ່ງທີ່ບໍ່ໄດ້ເຮັດໃຫ້ພວກເຂົາຖືກກ່າວໂທດ ແຕ່ໄດ້ຮັບລາງວັນຕາມກົດລະບຽບ ແລະ ກົດເກນແຫ່ງສະຫວັນຂອງພຣະເຈົ້າ, ພວກເຂົາຈຶ່ງໄດ້ຮັບພອນຫຼາຍຢ່າງໃນຊີວິດນີ້. ເຮົາຈະຍົກຕົວຢ່າງໃຫ້ຟັງ. ສົມມຸດວ່າມີຜູ້ຍິງຄົນໜຶ່ງເກີດໃນຄອບຄົວທີ່ມີຄວາມສຸກ, ເຖິງແມ່ນວ່າຄອບຄົວນີ້ຈະບໍ່ຮັ່ງມີປານໃດ ເປັນຄອບຄົວທີ່ມີລູກຊາຍຫຼາຍຄົນ ແລະ ບໍ່ມີລູກສາວເລີຍ ແລະ ພຣະເຈົ້າກໍຈັດແຈງໃຫ້ລາວມາຢູ່ໃນຄອບຄົວນີ້. ທັນທີທີ່ເດັກຍິງຄົນນີ້ເກີດມາ, ລາວກໍກາຍເປັນແກ້ວຕາດວງໃຈຂອງຄອບຄົວ, ເປັນຕາຮັກຕາແພງຫຼາຍຈົນພວກເຂົາທະນຸຖະໜອມປານໄຂ່ໃນຫີນ. ເດັກຍິງຄົນນີ້ໜ້າຕາດີ, ສະຫຼາດ ແລະ ໜ້າຮັກ ແລະ ພໍ່ແມ່ ພ້ອມທັງຜູ້ຫຼັກຜູ້ໃຫຍ່ກໍລ້ວນແຕ່ມັກລາວ. ຊີວິດທັງຊີວິດຂອງລາວກໍລາບລື່ນ. ບໍ່ວ່າລາວຈະເຮັດຫຍັງ ຫຼື ປະເຊີນກັບຄວາມຫຍຸ້ງຍາກໃດໆ, ກໍມີຜູ້ອຸປະຖຳຄ້ຳຊູລາວສະເໝີ ແລະ ຄວາມຫຍຸ້ງຍາກທັງໝົດຂອງລາວກໍຖືກແກ້ໄຂໄດ້ຢ່າງງ່າຍດາຍ. ລາວບໍ່ມີເລື່ອງໃຫ້ໜັກໃຈ ແລະ ດຳລົງຊີວິດຢ່າງສະບາຍ ແລະ ມີຄວາມສຸກ. ລາວມີບຸນແທ້ໆ! ເລື່ອງນີ້ມັນເປັນແນວໃດກັນແທ້? ພຣະຜູ້ສ້າງລຳອຽງຕໍ່ບາງຄົນບໍ? (ບໍ່). ແລ້ວເປັນຫຍັງບາງຄົນຈຶ່ງສາມາດໄດ້ຮັບພອນອັນຍິ່ງໃຫຍ່ແບບນີ້ໄດ້? ມັນໄດ້ຖືກກຳນົດໄວ້ໃນກົດລະບຽບ ແລະ ກົດເກນແຫ່ງສະຫວັນວ່າ ຄົນປະເພດໜຶ່ງທີ່ໄດ້ເຮັດສິ່ງທີ່ເປັນປະໂຫຍດຕໍ່ມະນຸດຊາດຄວນໄດ້ຮັບລາງວັນ ແລະ ລາວກໍອາດຈະເປັນໜຶ່ງໃນຄົນປະເພດນັ້ນ. ເມື່ອໄດ້ຮັບລາງວັນຈາກພຣະຜູ້ສ້າງແລ້ວ, ລາວຈຶ່ງໄດ້ຮັບພອນອັນຍິ່ງໃຫຍ່ແບບນີ້ໃນໂລກມະນຸດ. ລາວບໍ່ເຄີຍຕ້ອງກັງວົນເລື່ອງອາຫານການກິນ ແລະ ເຄື່ອງນຸ່ງຫົ່ມ; ບໍ່ວ່າລາວຈະໄປໃສ ກໍມີຜູ້ອຸປະຖຳຄ້ຳຊູ ແລະ ບໍ່ວ່າລາວຈະໄປໃສ ກໍມີແຕ່ຄົນມັກລາວ. ເຖິງແມ່ນວ່າລາວຈະອາຍຸສີ່ສິບ ຫຼື ຫ້າສິບປີ ແລະ ລູກໆຂອງລາວກໍໃຫຍ່ໝົດແລ້ວ, ພໍ່ແມ່ຂອງລາວກໍຍັງປະຕິບັດຕໍ່ລາວຄືກັບເປັນແກ້ວຕາດວງໃຈ; ເມື່ອໃດກໍຕາມທີ່ພວກເພິ່ນມີຂອງດີໆ ພວກເພິ່ນກໍຈະເກັບໄວ້ໃຫ້ລາວ. ຄົນອື່ນກໍອິດສາເມື່ອເຫັນລາວໄດ້ຮັບພອນແບບນີ້ ແລະ ບາງຄົນກໍຮູ້ສຶກວ່າມັນບໍ່ຍຸຕິທຳຍ້ອນພວກເຂົາບໍ່ສາມາດໄດ້ຮັບພອນແບບນັ້ນໄດ້. ຖ້າເຈົ້າຢາກໄດ້ຮັບຊະຕາກຳທີ່ພຣະຜູ້ສ້າງຈັດວາງໃຫ້ແບບນີ້ຄືກັນ ແລະ ໄດ້ຮັບຄວາມໂຊກດີ ແລະ ພອນແບບທີ່ລາວໄດ້ຮັບ, ແລ້ວເຈົ້າກໍຄວນສະສົມບຸນ ແລະ ເຮັດຄວາມດີໃຫ້ຫຼາຍຂຶ້ນ ແລະ ເຈົ້າກໍຄວນເຮັດສິ່ງທີ່ສະຫວັນກຳນົດວ່າເປັນການສະສົມບຸນ ແລະ ເຮັດຄວາມດີໃຫ້ຫຼາຍຂຶ້ນ, ແລ້ວເຈົ້າກໍຈະສາມາດໄດ້ຮັບພອນແບບນີ້ໄດ້ເຊັ່ນກັນ. ປາກົດການນີ້, ຂໍ້ເທັດຈິງນີ້ບອກຫຍັງແກ່ຜູ້ຄົນ? ບໍ່ວ່າຄົນເຮົາຈະມີຊະຕາກຳແບບໃດໃນໂລກມະນຸດ, ບໍ່ວ່າພວກເຂົາຈະໄດ້ຮັບພອນ ຫຼື ປະເຊີນກັບເຫດຮ້າຍ, ບໍ່ວ່າຊີວິດທັງຊີວິດຂອງພວກເຂົາຈະລາບລື່ນ ຫຼື ພວກເຂົາປະເຊີນກັບຄວາມໂຊກຮ້າຍ ແລະ ໄພພິບັດຫຼາຍຢ່າງກໍຕາມ, ມັນລ້ວນແຕ່ມີຄວາມສຳພັນບາງຢ່າງກັບຊາດກ່ອນ ແລະ ຊາດນີ້ຂອງພວກເຂົາ.; ແລ້ວໃນທີ່ສຸດ, ຊະຕາກຳຂອງພວກເຂົາຈະເປັນແນວໃດນັ້ນກໍກ່ຽວຂ້ອງກັບກົດລະບຽບ ແລະ ກົດເກນແຫ່ງສະຫວັນທີ່ພຣະເຈົ້າໄດ້ກຳນົດໄວ້. ຖ້າທຸກສິ່ງທີ່ພວກເຂົາເຮັດໃນຊາດກ່ອນສອດຄ່ອງກັບການສະໜອງໃຫ້ຂອງຂໍ້ກຳນົດຂອງກົດລະບຽບ ແລະ ກົດເກນແຫ່ງສະຫວັນທີ່ສົ່ງຜົນໃຫ້ໄດ້ຮັບລາງວັນ, ແລ້ວຊະຕາກຳຂອງພວກເຂົາໃນຊີວິດນີ້ກໍອາດຈະເບິ່ງຄືວ່າສວຍງາມ, ລາບລື່ນ ແລະ ດີຫຼາຍໃນສາຍຕາຂອງຜູ້ຄົນ. ຖ້າສິ່ງທີ່ພວກເຂົາເຮັດໃນຊາດກ່ອນໄດ້ລະເມີດກົດແຫ່ງສະຫວັນຫຼາຍຢ່າງ ແລະ ບັງເອີນໄປກົງກັບຂໍ້ກຳນົດຂອງກົດລະບຽບ ແລະ ກົດເກນແຫ່ງສະຫວັນທີ່ພຣະເຈົ້າໄດ້ກຳນົດໄວ້ເຊິ່ງສົ່ງຜົນໃຫ້ຖືກລົງໂທດ, ແລ້ວຊະຕາກຳທີ່ພຣະເຈົ້າຈັດແຈງໃຫ້ພວກເຂົາກໍຈະເປັນການທີ່ພວກເຂົາດຳລົງຊີວິດຢ່າງທຸກຍາກລຳບາກ ແລະ ໜ້າສົງສານເປັນພິເສດໃນສາຍຕາຂອງຜູ້ຄົນ, ຄືກັບວ່າຊີວິດນີ້ມີໄວ້ເພື່ອໃຫ້ພວກເຂົາມາຊົດໃຊ້ກຳໃນອະດີດເທົ່ານັ້ນ. ພວກເຂົາບໍ່ເຄີຍໄດ້ກິນອາຫານແຊບໆ ຫຼື ນຸ່ງເຄື່ອງດີໆເລີຍ ແລະ ບໍ່ມີໃຜມັກ ຫຼື ໃສ່ໃຈພວກເຂົາ. ພວກເຂົາຮູ້ສຶກວ່າເປັນຍ້ອນຊະຕາກຳທີ່ບໍ່ດີຂອງຕົນເອງ ພວກເຂົາຈຶ່ງທົນທຸກຫຼາຍຂະໜາດນີ້ໃນຊີວິດນີ້. ຈົນພວກເຂົາເຊື່ອໃນພຣະເຈົ້າ ພວກເຂົາຈຶ່ງເຂົ້າໃຈວ່າຊີວິດທັງຊີວິດຂອງຄົນເຮົາແມ່ນຖືກພຣະເຈົ້າກຳນົດໄວ້ລ່ວງໜ້າແລ້ວ. ເມື່ອພວກເຂົາຮັບຮູ້ວ່າພຣະເຈົ້າກຳນົດສິ່ງຕ່າງໆໄວ້ລ່ວງໜ້າແລ້ວ ພວກເຂົາກໍຈະອ່ອນນ້ອມຕໍ່ພຣະເຈົ້າໄດ້ງ່າຍຂຶ້ນ, ພວກເຂົາກໍຈະເປັນຄົນວ່າສະນອນສອນງ່າຍຂຶ້ນຫຼາຍ ແລະ ບໍ່ດີ້ນຮົນຕໍ່ສູ້ກັບຊະຕາກຳຂອງພວກເຂົາອີກຕໍ່ໄປ. ກ່ອນໜ້ານີ້ ພວກເຂົາຮູ້ສຶກຕໍ່ຕ້ານໃນໃຈວ່າ: “ຂ້ອຍໄດ້ເຮັດສິ່ງທີ່ບໍ່ດີຫຍັງແດ່? ຂ້ອຍບໍ່ມີສິ່ງໃດຄ້າງຄາໃຈໃນຊີວິດນີ້. ຂ້ອຍບໍ່ເຄີຍທຳຮ້າຍໃຜເລີຍ. ເປັນຫຍັງຂ້ອຍຈຶ່ງປະເຊີນກັບຊະຕາກຳແບບນີ້? ສະຫວັນບໍ່ຍຸຕິທຳເລີຍ!” ຫຼັງຈາກຍອມຮັບວຽກງານຂອງພຣະເຈົ້າ ພວກເຂົາກໍເຂົ້າໃຈວ່າ: “ນີ້ຄືຄວາມຊອບທຳຂອງພຣະເຈົ້າ, ພຣະເຈົ້າໄດ້ບີບບັງຄັບໃຫ້ຂ້ອຍມາຢູ່ຕໍ່ໜ້າພຣະອົງຜ່ານສິ່ງເຫຼົ່ານີ້!” ການຄິດແບບນີ້ກໍຖືກຕ້ອງເຊັ່ນກັນ ແລະ ນີ້ກໍເປັນຂໍ້ເທັດຈິງ. ແຕ່ການທີ່ຜູ້ຄົນໄດ້ຮັບການລົງໂທດນັ້ນມາຈາກອຳນາດສູງສຸດຂອງພຣະເຈົ້າກໍເປັນຂໍ້ເທັດຈິງເຊັ່ນກັນ. ທັງໝົດນີ້ ບໍ່ວ່າຈະເປັນການວຽນວ່າຍຕາຍເກີດຂອງເຫດ ແລະ ຜົນ, ການລົງໂທດຄົນຊົ່ວ ແລະ ໃຫ້ລາງວັນຄົນດີ ພ້ອມທັງກົດລະບຽບ ແລະ ກົດເກນແຫ່ງສະຫວັນ ສະຫຼຸບແລ້ວໝາຍຄວາມວ່າແນວໃດ? ເບື້ອງຫຼັງຂອງສິ່ງເຫຼົ່ານີ້ລ້ວນແຕ່ແມ່ນອຸປະນິໄສທີ່ຊອບທຳຂອງພຣະເຈົ້າ; ມີອຸປະນິໄສທີ່ຊອບທຳຂອງພຣະເຈົ້າມີອຳນາດສູງສຸດເໜືອສິ່ງເຫຼົ່ານີ້. ສະນັ້ນ ເຖິງແມ່ນວ່າສິ່ງຕ່າງໆນາໆທີ່ບໍ່ສອດຄ່ອງກັບຄວາມຄິດຫຼົງຜິດ, ຄວາມມັກ ຫຼື ຄວາມປາຖະໜາຂອງຜູ້ຄົນຈະປາກົດຂຶ້ນໃນຊະຕາກຳຂອງພວກເຂົາກໍຕາມ, ເລື່ອງທີ່ພຣະເຈົ້າມີອຳນາດສູງສຸດເໜືອຊະຕາກຳຂອງມະນຸດກໍຍັງຄົງແມ່ນສິ່ງທີ່ເປັນບວກ. ແບບນີ້ຟັງຂຶ້ນແລ້ວແມ່ນບໍ? (ແມ່ນແລ້ວ). ດ້ວຍຄວາມໃຈດີຂອງມະນຸດໃນຕົວເຈົ້າ, ເມື່ອເຫັນຜູ້ຄົນທົນທຸກ ເຈົ້າກໍຄິດວ່າ: “ຄົນນັ້ນຊ່າງໜ້າສົງສານແທ້! ຂ້ອຍທົນເບິ່ງໃຜທົນທຸກບໍ່ໄດ້ ແລະ ຂ້ອຍກໍທົນເບິ່ງຄົນຊົ່ວຮ້າຍລັງແກຄົນອື່ນບໍ່ໄດ້”. ບາງຄົນມັກຈະຖືກລັງແກຢູ່ສະເໝີໃນຊີວິດນີ້. ແມ່ນຫຍັງຄືເຫດຜົນສຳລັບເລື່ອງນັ້ນ? ນັ້ນກໍຍ້ອນວ່າໃນຊາດກ່ອນພວກເຂົາມັກຈະລັງແກຄົນອື່ນຢູ່ສະເໝີ ແລະ ທຳຮ້າຍຄົນໄປບໍ່ໜ້ອຍ, ສະນັ້ນ ໃນຊີວິດນີ້ພວກເຂົາເອງຈຶ່ງຕ້ອງຖືກລັງແກ. ຖ້າເຈົ້າມັກຈະລັງແກຄົນອື່ນຢູ່ສະເໝີ, ຜົນທີ່ເຈົ້າໄດ້ຮັບໃນທ້າຍທີ່ສຸດກໍຄືການຕົວເຈົ້າເອງຖືກລັງແກ. ນີ້ຄືຄວາມຊອບທຳຂອງພຣະຜູ້ສ້າງ. ການທີ່ເຈົ້າປະພຶດຕົນແບບນັ້ນ, ເຈົ້າໄດ້ລະເມີດກົດແຫ່ງສະຫວັນ, ສະນັ້ນ ເຈົ້າຈຶ່ງຄວນຈ່າຍລາຄາ ແລະ ທົນຮັບຄວາມເຈັບປວດ ແລະ ຄວາມທໍລະມານສຳລັບຄວາມຊົ່ວທີ່ເຈົ້າໄດ້ເຮັດໃນຊາດກ່ອນ. ນີ້ຄືຄວາມຊອບທຳຂອງພຣະເຈົ້າ ແລະ ເຈົ້າບໍ່ສາມາດຫຼົບໜີມັນໄປໄດ້. ສະນັ້ນ ຂໍ້ເທັດຈິງທີ່ວ່າມະນຸດມີຊະຕາກຳທຸກປະເພດນັ້ນຍິ່ງເຮັດໃຫ້ເຫັນໄດ້ຊັດເຈນຂຶ້ນວ່າ ກົດລະບຽບ ແລະ ກົດເກນແຫ່ງສະຫວັນທີ່ພຣະເຈົ້າກຳນົດໄວ້ນັ້ນ ບໍ່ມີໃຜສາມາດປ່ຽນແປງໄດ້ ແລະ ບໍ່ມີໃຜໄດ້ຮັບການຍົກເວັ້ນ. ພຣະຜູ້ສ້າງບໍ່ເຄີຍມີຄວາມຮູ້ສຶກຂອງເນື້ອໜັງຕໍ່ມະນຸດຊາດ ແລະ ແນ່ນອນວ່າ ແກ່ນແທ້ຂອງພຣະຜູ້ສ້າງກໍຄືການບໍ່ມີຄວາມຮູ້ສຶກຂອງເນື້ອໜັງ. ພຣະອົງມີພຽງແຕ່ອຸປະນິໄສທີ່ຊອບທຳເທົ່ານັ້ນ. ທຸກສິ່ງທີ່ພຣະເຈົ້າກະທຳ, ຖ້າເວົ້າໃນພາສາຂອງມະນຸດແລ້ວ ລ້ວນແຕ່ສົມເຫດສົມຜົນ ແລະ ຊອບທຳ. ແລ້ວຖ້າເບິ່ງຈາກມຸມມອງຂອງຄວາມຈິງເດຄວນເວົ້າແນວໃດ? ມັນຄືອຸປະນິໄສທີ່ຊອບທຳຂອງພຣະເຈົ້າ, ມັນລ້ວນແຕ່ແມ່ນສິ່ງທີ່ເປັນບວກ. ຜູ້ຄົນຄວນຍອມຮັບສິ່ງນີ້ຈາກພຣະເຈົ້າ ແລະ ບໍ່ຄວນມີການຕັດສິນ ຫຼື ການປະເມີນໃດໆຕໍ່ພຣະເຈົ້າທີ່ບໍ່ສອດຄ່ອງກັບຄວາມເປັນຈິງ ຫຼື ບໍ່ສອດຄ່ອງກັບຄວາມຈິງ. ເຖິງແມ່ນວ່າເຈົ້າຈະເຫັນໃຈ ແລະ ສົງສານບາງຄົນຈາກມຸມມອງຂອງມະນຸດກໍຕາມ, ແຕ່ໃນຖານະຜູ້ຕິດຕາມພຣະເຈົ້າທີ່ເຂົ້າໃຈຄວາມຈິງບາງຢ່າງ, ເຈົ້າຄວນສັນລະເສີນອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ແລະ ເຈົ້າກໍຄວນສັນລະເສີນອຳນາດສູງສຸດຂອງພຣະເຈົ້າເຊັ່ນກັນ. ການທີ່ພຣະເຈົ້າມີອຳນາດສູງສຸດແບບນີ້ແມ່ນດີຫຼາຍ! ແມ່ນຍ້ອນພຣະເຈົ້າມີອຳນາດສູງສຸດເໜືອຊະຕາກຳຂອງຜູ້ຄົນດ້ວຍວິທີນີ້ນັ້ນເອງ ມະນຸດຊາດຈຶ່ງສາມາດຢູ່ລອດມາໄດ້ຢ່າງເປັນລະບຽບຈົນເຖິງທຸກມື້ນີ້. ຖ້າຊາຕານມີອຳນາດສູງສຸດເໜືອຊະຕາກຳຂອງຜູ້ຄົນ, ມະນຸດຊາດກໍຄົງຈະຕົກຢູ່ໃນຄວາມວູ່ນວາຍໄປດົນແລ້ວ ແລະ ມັນກໍຄົງເປັນໄປບໍ່ໄດ້ທີ່ພວກເຂົາຈະມີຊີວິດຢູ່ຈົນເຖິງທຸກມື້ນີ້. ຈົ່ງເບິ່ງວ່າອານາຈັກຂອງມານຮ້າຍເປັນແນວໃດ; ຖ້າປາສະຈາກອຳນາດສູງສຸດຂອງພຣະເຈົ້າ, ໂລກມະນຸດກໍຄົງຈະຄືກັນກັບອານາຈັກຂອງມານຮ້າຍ. ອານາຈັກຂອງມານຮ້າຍແມ່ນຫຍັງ? ຕົວຢ່າງທີ່ເປັນຈິງທີ່ສຸດກໍຄືການຕໍ່ສູ້ພາຍໃນທັງແບບເປີດເຜີຍ ແລະ ແບບປິດບັງ ພາຍໃນການປົກຄອງແບບຜະເດັດການຂອງພັກກອມມູນິດຈີນ, ເຊິ່ງເຕັມໄປດ້ວຍການນອງເລືອດ ແລະ ເຈດຕະນາຂ້າຟັນ. ນັ້ນແຫຼະຄືອານາຈັກຂອງມານຮ້າຍ. ສະຖານະການພາຍໃນຂອງການປົກຄອງແບບຜະເດັດການຂອງພັກກອມມູນິດຈີນບໍ່ວຸ່ນວາຍບໍ? ຜູ້ຄົນມັກຈະຫາຍຕົວໄປຢູ່ເລື້ອຍໆ ແລະ ເຖິງແມ່ນວ່າພວກເຂົາຈະຖືກລອບສັງຫານຢ່າງຊັດເຈນ, ກໍບໍ່ມີໃຜກ້າປະກາດເລື່ອງນີ້. ນີ້ຄືຄວາມວຸ່ນວາຍແຫ່ງອານາຈັກຂອງມານຮ້າຍ ແລະ ມັນຍັງເປັນຄວາມວຸ່ນວາຍຂອງໂລກທີ່ຊົ່ວຮ້າຍໃນປັດຈຸບັນອີກດ້ວຍ.
ມັນເປັນທີ່ແນ່ນອນຢ່າງບໍ່ຕ້ອງສົງໄສເລີຍວ່າ ການທີ່ພຣະເຈົ້າມີອຳນາດສູງສຸດເໜືອຊະຕາກຳຂອງມະນຸດນັ້ນແມ່ນສິ່ງທີ່ເປັນບວກ. ບໍ່ວ່າຈະເບິ່ງຈາກມຸມມອງຂອງເຈດຕະນາເດີມຂອງພຣະເຈົ້າໃນການກຳນົດຊະຕາກຳຂອງມະນຸດ ຫຼື ເບິ່ງຈາກມຸມມອງຂອງຜົນຮັບແຫ່ງຊະຕາກຳຂອງມະນຸດທີ່ເກີດຈາກກົດລະບຽບ ແລະ ກົດເກນແຫ່ງສະຫວັນທີ່ພຣະເຈົ້າໄດ້ກຳນົດໄວ້, ກໍຄວນເວົ້າຢ່າງແນ່ນອນໂດຍບໍ່ຕ້ອງສົງໄສເລີຍວ່າ ການທີ່ພຣະເຈົ້າມີອຳນາດສູງສຸດເໜືອຊະຕາກຳຂອງມະນຸດນັ້ນແມ່ນສິ່ງທີ່ເປັນບວກ ບໍ່ແມ່ນສິ່ງທີ່ເປັນລົບ. ຖ້າເຈົ້າມີຄວາມຄິດຫຼົງຜິດກ່ຽວກັບຄວາມຈິງຂໍ້ນີ້, ເຈົ້າກໍສາມາດສະແຫວງຫາຄວາມຈິງໃນພຣະທຳຂອງພຣະເຈົ້າເພື່ອແກ້ໄຂຄວາມຄິດຫຼົງຜິດຂອງເຈົ້າໄດ້, ແຕ່ເຈົ້າບໍ່ສາມາດເວົ້າໂດຍອີງໃສ່ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າວ່າ: “ຊະຕາກຳຂອງຜູ້ຄົນທີ່ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າຄວນຈະດີ ແລະ ເປັນປະໂຫຍດຕໍ່ພວກເຂົາທັງໝົດ. ແລ້ວເປັນຫຍັງບາງຄົນຈຶ່ງມີຈຸດຈົບແບບນັ້ນຍ້ອນອຳນາດສູງສຸດຂອງພຣະເຈົ້າ? ນີ້ບໍ່ໜ້າຈະແມ່ນອຳນາດສູງສຸດຂອງພຣະເຈົ້າຕິເບາະ?” ເຈົ້າບໍ່ຄວນເວົ້າແບບນັ້ນເດັດຂາດ. ຄຳເວົ້າທີ່ກະບົດ ແລະ ໝິ່ນປະໝາດພຣະເຈົ້າຢ່າງຮ້າຍແຮງແບບນີ້ ຕ້ອງບໍ່ອອກມາຈາກປາກຂອງເຈົ້າເດັດຂາດ. ນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ, ຕ້ອງຍອມຮັບ ແລະ ຢືນຢັນຄວາມຈິງທີ່ວ່າ “ຊະຕາກຳຂອງມະນຸດແມ່ນຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ ແລະ ອຳນາດສູງສຸດຂອງພຣະເຈົ້າກໍແມ່ນສິ່ງທີ່ເປັນບວກ”. ຈົ່ງຢ່າສົງໄສໃນສິ່ງນີ້ເລີຍ. ບໍ່ວ່າຊະຕາກຳຂອງມະນຸດທີ່ເຈົ້າເຫັນດ້ວຍຕາຂອງເຈົ້າເອງ ຫຼື ທີ່ເຈົ້າປະສົບນັ້ນຈະບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງເຈົ້າແນວໃດກໍຕາມ ຫຼື ເຖິງແມ່ນວ່າເຈົ້າຈະຄິດວ່າມັນບໍ່ມີມະນຸດສະທຳກໍຕາມ, ເຈົ້າກໍຄວນເຊື່ອ ແລະ ຢືນຢັນວ່າ ການທີ່ພຣະເຈົ້າມີອຳນາດສູງສຸດເໜືອຊະຕາກຳຂອງມະນຸດນັ້ນແມ່ນເລື່ອງຈິງ ແລະ ແມ່ນສິ່ງທີ່ເປັນບວກ. ຈຸດນີ້ຕ້ອງບໍ່ສົງໄສເດັດຂາດ. ຄວາມຈິງຂໍ້ນີ້ໄດ້ຖືກໂອ້ລົມຢ່າງຊັດເຈນແລ້ວບໍ? (ແມ່ນແລ້ວ). ນີ້ເປັນບັນຫາທີ່ສຳຄັນຫຼາຍໃນການຮູ້ຈັກພຣະເຈົ້າ ແລະ ມັນກໍຖືກແກ້ໄຂແລ້ວ ແມ່ນບໍ? (ແມ່ນແລ້ວ). ຄັນຊັ້ນ ມື້ນີ້ ໃຫ້ພວກເຮົາຈົບການໂອ້ລົມຂອງພວກເຮົາໄວ້ພຽງສໍ່ານີ້ກ່ອນ. ລາກ່ອນ!
ວັນທີ 6 ເມສາ 2024