ວິທີການໄລ່ຕາມເສາະຫາຄວາມຈິງ (2)
ການປະຕິບັດຂໍ້ທຳອິດສຳລັບການໄລ່ຕາມເສາະຫາຄວາມຈິງ: ການປ່ອຍວາງ
ການປ່ອຍວາງຄວາມບາດໝາງລະຫວ່າງຕົນເອງກັບພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງຕົນທີ່ມີຕໍ່ພຣະເຈົ້າ
I. ການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຕົນກ່ຽວກັບພຣະເຈົ້າ: ການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຕົນກ່ຽວກັບວຽກງານຂອງພຣະເຈົ້າ
ໃນໄລຍະໜຶ່ງມານີ້ ພວກເຮົາໄດ້ໂອ້ລົມກັນກ່ຽວກັບຂໍ້ໃຫຍ່ຂໍ້ທຳອິດໃນການປະຕິບັດວິທີການໄລ່ຕາມເສາະຫາຄວາມຈິງ ນັ້ນກໍຄື “ການປ່ອຍວາງ”. ຄັ້ງກ່ອນ ພວກເຮົາໄດ້ໂອ້ລົມກ່ຽວກັບຂໍ້ທີສາມຂອງ “ການປ່ອຍວາງ” ນັ້ນກໍຄື ການປ່ອຍວາງສິ່ງກີດຂວາງລະຫວ່າງຕົນເອງກັບພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງຕົນທີ່ມີຕໍ່ພຣະເຈົ້າ ເຊິ່ງເປັນເນື້ອຫາໃໝ່ຫຼ້າສຸດ. ເນື້ອຫານີ້ບໍ່ໄດ້ມີພຽງແຕ່ດ້ານດຽວ; ມັນລວມມີຫຼາຍຂໍ້ ແລະ ເນື້ອຫາຫຼາຍຢ່າງ. ເນື້ອຫາເຫຼົ່ານີ້ແມ່ນສິ່ງທີ່ຜູ້ຄົນມີປະສົບການໃນຂະບວນການວຽກງານຂອງພຣະເຈົ້າ ແລະ ພວກມັນກ່ຽວຂ້ອງໂດຍກົງກັບຊີວິດ ແລະ ການໄລ່ຕາມເສາະຫາຂອງຜູ້ຄົນ, ສະນັ້ນ ດ້ານທຳອິດທີ່ພວກເຮົາຕ້ອງໂອ້ລົມກັນແທ້ໆກໍຄື ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນກ່ຽວກັບພຣະເຈົ້າ. ນີ້ແມ່ນຫົວຂໍ້ທີ່ຜູ້ຄົນບໍ່ສາມາດຫຼີກລ່ຽງໄດ້ໃນຂະບວນການຍ່າງໃນເສັ້ນທາງແຫ່ງການເຊື່ອໃນພຣະເຈົ້າ. ເຮົາໄດ້ໂອ້ລົມກ່ຽວກັບບາງສ່ວນຂອງເນື້ອຫານີ້ໃນຄັ້ງທີ່ແລ້ວ. ໃຜກໍໄດ້ລອງບອກພວກເຮົາເບິ່ງວ່າ ເຮົາໄດ້ໂອ້ລົມກ່ຽວກັບຫຍັງແດ່ຢ່າງສະເພາະເຈາະຈົງ. (ຄັ້ງທີ່ແລ້ວ, ພຣະເຈົ້າໄດ້ໂອ້ລົມກ່ຽວກັບການປ່ອຍວາງສິ່ງກີດຂວາງລະຫວ່າງຕົນເອງກັບພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງຕົນທີ່ມີຕໍ່ພຣະເຈົ້າ. ກ່ອນອື່ນ ພຣະເຈົ້າໄດ້ເປີດໂປງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຮົາກ່ຽວກັບວຽກງານຂອງພຣະເຈົ້າ. ຕົວຢ່າງ: ພວກເຮົາມີຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບວັນຂອງພຣະເຈົ້າ ແລະ ພວກເຮົາຍັງເຊື່ອວ່າວຽກງານຂອງພຣະເຈົ້ານັ້ນເໜືອທຳມະຊາດຫຼາຍ ແລະ ຕາບໃດທີ່ພຣະວິນຍານບໍລິສຸດປະຕິບັດວຽກງານ ແລະ ດົນບັນດານໃຈຜູ້ຄົນ, ຜູ້ຄົນກໍຈະສາມາດແກ້ໄຂບັນຫາໃດກໍໄດ້ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກໍຈະປ່ຽນແປງ. ໃນຂະນະທີ່ເປີດໂປງຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານີ້, ພຣະເຈົ້າໄດ້ບອກພວກເຮົາວ່າ ຜົນຮັບທີ່ພຣະອົງຕັ້ງໃຈຈະບັນລຸໃນວຽກງານຂອງພຣະອົງກໍຄື ການເຮັດໃຫ້ພຣະທຳຂອງພຣະອົງເຂົ້າສູ່ພວກເຮົາ, ເພື່ອວ່າເມື່ອມີສິ່ງຕ່າງໆເກີດຂຶ້ນກັບພວກເຮົາໃນຊີວິດປະຈຳວັນຂອງພວກເຮົາ, ພວກເຮົາກໍຈະສາມາດປະຕິບັດຕາມພຣະທຳຂອງພຣະເຈົ້າ ແລະ ຫຼັກການຄວາມຈິງ, ນີ້ຄືຂໍ້ກຳນົດຂອງພຣະເຈົ້າສຳລັບພວກເຮົາແຕ່ລະຄົນ). ມີໃຜອີກແດ່ທີ່ສາມາດເພີ່ມເຕີມໃນເລື່ອງນັ້ນ? (ຄັ້ງທີ່ແລ້ວ ພຣະເຈົ້າຍັງໄດ້ໂອ້ລົມກ່ຽວກັບຂໍ້ເທັດຈິງທີ່ວ່າ ຜູ້ຄົນເຊື່ອວ່າພຣະເຈົ້າຕັດສິນພວກເຂົາໂດຍອີງໃສ່ການສະແດງອອກຊົ່ວຄາວຂອງພວກເຂົາ ແລະ ພວກເຂົາຍັງຄິດວ່າ ໂດຍການຍຶດໝັ້ນກັບກົດລະບຽບພາຍນອກ ແລະ ພຶດຕິກຳທີ່ດີພາຍນອກ ພວກເຂົາກໍກຳລັງເຮັດໃຫ້ພຣະເຈົ້າພໍໃຈ ແລະ ສາມາດໄດ້ຮັບຄວາມລອດພົ້ນ ນັ້ນກໍຄື ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ. ນອກຈາກນີ້, ເມື່ອຜູ້ຄົນອ່ອນແອ ຫຼື ເປີດເຜີຍຄວາມກະບົດ ແລະ ຄວາມເສື່ອມຊາມ, ພວກເຂົາເຊື່ອວ່າພຣະເຈົ້າຈະລົງວິໄນ ແລະ ລົງໂທດພວກເຂົາ, ສິ່ງນີ້ກໍເປັນຄວາມຄິດຫຼົງຜິດ ແລະ ຈິນຕະນາການເຊັ່ນກັນ. ຈາກການທີ່ພຣະເຈົ້າເປີດໂປງຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານີ້ຂອງຜູ້ຄົນ, ພວກເຮົາໄດ້ເຂົ້າໃຈວ່າ ສິ່ງທີ່ພຣະເຈົ້າຕ້ອງການບໍ່ແມ່ນພຶດຕິກຳທີ່ດີພາຍນອກຂອງພວກເຮົາ ແລະ ພຣະອົງກໍບໍ່ໄດ້ຕ້ອງການໃຫ້ພວກເຮົາຍຶດໝັ້ນກັບການປະຕິບັດ ແລະ ກົດລະບຽບພາຍນອກບາງຢ່າງ. ໃນທາງກົງກັນຂ້າມ ພຣະອົງຫວັງວ່າ ເມື່ອມີສິ່ງຕ່າງໆເກີດຂຶ້ນກັບພວກເຮົາ, ພວກເຮົາຈະສາມາດສະແຫວງຫາຫຼັກການຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງ). ທຸກຄົນລ້ວນແຕ່ມີຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານີ້ໃນລະດັບທີ່ແຕກຕ່າງກັນ, ບໍ່ແມ່ນບໍ? (ແມ່ນແລ້ວ). ກ່ອນທີ່ຜູ້ຄົນຈະເລີ່ມໄລ່ຕາມເສາະຫາຄວາມຈິງ ຫຼື ເມື່ອພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ຍັງບໍ່ທັນໄດ້ຮັບຄວາມຈິງ, ພວກເຂົາມັກຈະໃຊ້ຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານີ້ເພື່ອຄາດເດົາກ່ຽວກັບວິທີທີ່ພຣະເຈົ້າປະຕິບັດວຽກງານ ຫຼື ເພື່ອດ່ວນສະຫຼຸບກ່ຽວກັບວິທີທີ່ພຣະເຈົ້າຈະປະຕິບັດວຽກງານ. ໃນເວລາດຽວກັນ, ພວກເຂົາຍັງມັກຈະໃຊ້ການຄາດເດົາເຫຼົ່ານີ້ ເພື່ອຕັດສິນຕົນເອງ, ຈຸດຈົບຂອງພວກເຂົາເອງ ແລະ ພວກເຂົາຈະໄດ້ຮັບພອນ ຫຼື ທົນທຸກຕໍ່ຄວາມໂຊກຮ້າຍໃນອະນາຄົດ ຫຼື ບໍ່. ສະນັ້ນ, ໃນຂະບວນການໄລ່ຕາມເສາະຫາຄວາມຈິງຂອງຜູ້ຄົນ, ຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານີ້ໄດ້ກາຍເປັນອຸປະສັກອັນໃຫຍ່ຫຼວງຕໍ່ການທີ່ຜູ້ຄົນຍອມຮັບວຽກງານຂອງພຣະເຈົ້າ, ຕໍ່ການທີ່ພວກເຂົາໄລ່ຕາມເສາະຫາຄວາມຈິງ ແລະ ຕໍ່ການທີ່ພວກເຂົາຮັບຄວາມຈິງ. ນັ້ນກໍຄື ຖ້າຜູ້ຄົນບໍ່ສາມາດປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານີ້ໄດ້ ແລະ ພວກເຂົາຖືວ່າພວກມັນເປັນແຮງຈູງໃຈ ແລະ ເປັນສາເຫດຕົ້ນຕໍຂອງພວກເຂົາສຳລັບການເຊື່ອ ແລະ ການຕິດຕາມພຣະເຈົ້າຢູ່ສະເໝີ, ແລ້ວຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານີ້ກໍຈະຂັດຂວາງພວກເຂົາຢ່າງໃຫຍ່ຫຼວງຈາກການໄລ່ຕາມເສາະຫາ ແລະ ການຮັບຄວາມຈິງ. ແລ້ວໃນທີ່ສຸດ ພວກເຂົາກໍສາມາດໃຊ້ພຽງແຕ່ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາເທົ່ານັ້ນ ເພື່ອຕັດສິນຄຸນຄ່າ, ຕົວຕົນ ແລະ ສະຖານະຂອງພວກເຂົາເອງຕໍ່ໜ້າພຣະເຈົ້າ ແລະ ເພື່ອຕັດສິນວ່າພວກເຂົາຈະສາມາດໄດ້ຮັບການປະຕິບັດແບບໃດໃນເຮືອນຂອງພຣະເຈົ້າ, ຈຸດໝາຍປາຍທາງຂອງພວກເຂົາຈະເປັນແນວໃດ ແລະ ພວກເຂົາຈະໄດ້ຮັບພອນຫຍັງແດ່ໃນອະນາຄົດ, ພວກເຂົາຈະມີສິດອຳນາດຫຼາຍສໍ່າໃດ ແລະ ພວກເຂົາຈະປົກຄອງຈັກເມືອງ ແລະ ພວກເຂົາຈະເປັນເສົາຄໍ້າ ຫຼື ເປັນຫຼັກໝັ້ນໃນສະຫວັນ ຫຼື ບໍ່ ຫຼື ພວກເຂົາສາມາດໄດ້ຮັບຫຼາຍສໍ່າໃດໃນຊີວິດນີ້ ແລະ ພວກເຂົາສາມາດໄດ້ຮັບຫຼາຍສໍ່າໃດໃນໂລກທີ່ຈະມາເຖິງ. ເພາະວ່າຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານີ້ກ່ຽວຂ້ອງກັບຊີວິດ ແລະ ການໄລ່ຕາມເສາະຫາຂອງຜູ້ຄົນ, ພວກມັນຈຶ່ງສົ່ງຜົນກະທົບຕໍ່ເສັ້ນທາງທີ່ຜູ້ຄົນຍ່າງ ແລະ ແນ່ນອນວ່າ ພວກມັນຍັງສົ່ງຜົນກະທົບຕໍ່ຈຸດຈົບ ແລະ ຈຸດໝາຍປາຍທາງຂອງຜູ້ຄົນອີກດ້ວຍ. ຜູ້ຄົນດຳລົງຊີວິດ ແລະ ໄລ່ຕາມເສາະຫາທ່າມກາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາ; ດັ່ງນັ້ນ, ພວກເຂົາຈຶ່ງຫຼີກລ່ຽງບໍ່ໄດ້ທີ່ຈະເບິ່ງທຸກສິ່ງ ແລະ ຕັດສິນ ແລະ ກຳນົດກ່ຽວກັບທຸກສິ່ງ ໂດຍອີງໃສ່ຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານີ້. ສະນັ້ນ, ບໍ່ວ່າພຣະເຈົ້າຈະສະໜອງຄວາມຈິງ ແລະ ບອກຜູ້ຄົນວ່າພວກເຂົາຄວນຍຶດໝັ້ນມຸມມອງໃດ ແລະ ພວກເຂົາຄວນຍ່າງໃນເສັ້ນທາງໃດກໍຕາມ, ຕາບໃດທີ່ຜູ້ຄົນບໍ່ປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາ, ພວກເຂົາກໍຈະສືບຕໍ່ດຳລົງຊີວິດດ້ວຍສິ່ງເຫຼົ່ານີ້ ແລະ ຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານີ້ກໍຈະກາຍເປັນຊີວິດຂອງຜູ້ຄົນ ແລະ ເປັນກົດເກນທີ່ພວກເຂົາໃຊ້ເພື່ອຄວາມຢູ່ລອດຢ່າງເປັນທຳມະຊາດ ແລະ ພວກມັນກໍຈະກາຍເປັນແນວທາງ ແລະ ວິທີການປະຕິບັດທີ່ຜູ້ຄົນໃຊ້ເພື່ອຈັດການກັບເຫດການ ແລະ ສິ່ງຕ່າງໆທຸກປະເພດຢ່າງຫຼີກລ່ຽງບໍ່ໄດ້. ຫຼັງຈາກຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນກາຍເປັນຫຼັກການ ແລະ ເກນທີ່ພວກເຂົາໃຊ້ເພື່ອເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ພ້ອມທັງປະພຶດຕົນ ແລະ ກະທຳການ, ແລ້ວບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າແນວໃດກໍຕາມ ຫຼື ພວກເຂົາຈະໄລ່ຕາມເສາະຫາແນວໃດກໍຕາມ ແລະ ບໍ່ວ່າພວກເຂົາຈະທົນທຸກກັບຄວາມຍາກລຳບາກຫຼາຍສໍ່າໃດ ຫຼື ພວກເຂົາຈະຈ່າຍລາຄາຫຼາຍສໍ່າໃດກໍຕາມ, ມັນກໍຈະສູນເປົ່າທັງໝົດ. ຕາບໃດທີ່ຄົນໃດຄົນໜຶ່ງດຳລົງຊີວິດດ້ວຍຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາ, ແລ້ວຄົນຜູ້ນັ້ນກໍກຳລັງຕໍ່ຕ້ານພຣະເຈົ້າ ແລະ ເປັນປໍລະປັກຕໍ່ພຣະອົງ; ພວກເຂົາບໍ່ມີການອ່ອນນ້ອມຢ່າງແທ້ຈິງຕໍ່ສະພາບແວດລ້ອມທີ່ພຣະເຈົ້າຈັດວາງໄວ້ ຫຼື ຕໍ່ຂໍ້ກຳນົດຂອງພຣະອົງ. ແລ້ວໃນທີ່ສຸດ, ຈຸດຈົບຂອງພວກເຂົາກໍຈະເປັນສິ່ງທີ່ໜ້າເສົ້າສະຫຼົດໃຈຫຼາຍ. ຖ້າເຈົ້າເຊື່ອໃນພຣະເຈົ້າມາຫຼາຍປີ ແລະ ໄດ້ເສຍສະລະຕົນເອງເພື່ອພຣະອົງ, ເດີນທາງໄປມາ ແລະ ຈ່າຍລາຄາຢ່າງຫຼວງຫຼາຍ, ແຕ່ຈຸດເລີ່ມຕົ້ນ ແລະ ຕົ້ນເຫດຂອງທຸກສິ່ງທີ່ເຈົ້າເຮັດແມ່ນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າເອງ, ແລ້ວເຈົ້າກໍບໍ່ໄດ້ຍອມຮັບ ແລະ ອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ. ບໍ່ວ່າຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານີ້ຈະມາຈາກປຶ້ມ, ມາຈາກສັງຄົມ ຫຼື ມາຈາກຄວາມປາຖະໜາ ແລະ ຄວາມສົນໃຈສ່ວນຕົວຂອງເຈົ້າກໍຕາມ, ສະຫຼຸບແລ້ວ ຕາບໃດທີ່ພວກມັນເປັນຄວາມຄິດຫຼົງຜິດ ແລະ ຈິນຕະນາການ, ພວກມັນກໍບໍ່ແມ່ນຄວາມຈິງ; ແລະ ຕາບໃດທີ່ພວກມັນບໍ່ແມ່ນຄວາມຈິງ, ພວກມັນກໍເປັນປໍລະປັກຕໍ່ຄວາມຈິງ, ເປັນອຸປະສັກສຳລັບການທີ່ຜູ້ຄົນຍອມຮັບຄວາມຈິງ ແລະ ເປັນສັດຕູຂອງພຣະເຈົ້າ ແລະ ຄວາມຈິງ. ສະນັ້ນ, ຕາບໃດທີ່ເຈົ້າດຳລົງຊີວິດໂດຍຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າ, ເຈົ້າກໍຈະວັດແທກ ແລະ ເບິ່ງທຸກສິ່ງໂດຍອີງໃສ່ຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານີ້ ແລະ ຍ້ອນສິ່ງເຫຼົ່ານີ້ ໃນທີ່ສຸດແລ້ວ ເຈົ້າກໍຈະກະບົດຕໍ່ສະພາບແວດລ້ອມທີ່ພຣະເຈົ້າຈັດວາງໄວ້ສຳລັບເຈົ້າຢ່າງແນ່ນອນ ພ້ອມທັງກະບົດຕໍ່ການນຳພາ ຫຼື ອຳນາດສູງສຸດຂອງພຣະເຈົ້າທີ່ມີຕໍ່ເຈົ້າ. ສະຫຼຸບແລ້ວ, ບໍ່ມີການຍອມຮັບ ແລະ ການອ່ອນນ້ອມຢ່າງແທ້ຈິງຢູ່ບ່ອນນີ້. ຍ້ອນຫຍັງຈຶ່ງເປັນແນວນັ້ນ? ເພາະວ່າບໍ່ວ່າເຈົ້າຈະທົນທຸກກັບຄວາມຍາກລຳບາກຫຼາຍສໍ່າໃດ ຫຼື ເຈົ້າຈະຈ່າຍລາຄາຫຼາຍສໍ່າໃດກໍຕາມ, ຕາບໃດທີ່ເຈົ້າດຳລົງຊີວິດດ້ວຍຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າ, ຄວາມຍາກລຳບາກທີ່ເຈົ້າທົນທຸກ ແລະ ລາຄາທີ່ເຈົ້າຈ່າຍກໍບໍ່ສອດຄ່ອງກັບຫຼັກການຄວາມຈິງ ແລະ ບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງ; ມັນສາມາດເວົ້າໄດ້ວ່າ ຄວາມຍາກລຳບາກທີ່ເຈົ້າທົນທຸກ ແລະ ລາຄາທີ່ເຈົ້າຈ່າຍແມ່ນອີງໃສ່ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງມະນຸດ ພ້ອມທັງຄວາມມັກຂອງເຈົ້າ ແລະ ເປັນໄປເພື່ອຈຸດປະສົງໃນການຕອບສະໜອງຄວາມປາຖະໜາທາງເນື້ອໜັງຂອງເຈົ້າ ແລະ ເຮັດໃຫ້ເປົ້າໝາຍບາງຢ່າງຂອງເຈົ້າສຳເລັດ. ມັນກໍຄືກັບສິ່ງທີ່ໂປໂລໄດ້ສະແດງອອກແທ້ໆ: ລາວໄດ້ເຮັດວຽກຫຼາຍຢ່າງ ແລະ ເດີນທາງໄປມາຫຼາຍຮອບ, ເທດສະໜາຂ່າວປະເສີດໄປທົ່ວພື້ນທີ່ສ່ວນໃຫຍ່ຂອງເອີຣົບ, ແຕ່ບໍ່ວ່າລາວຈະທົນທຸກກັບຄວາມຍາກລຳບາກຫຼາຍສໍ່າໃດ ແລະ ຈ່າຍລາຄາຫຼາຍສໍ່າໃດກໍຕາມ ຫຼື ລາວຈະເດີນທາງໄປມາຫຼາຍສໍ່າໃດກໍຕາມ, ລາວກໍບໍ່ເຄີຍມີຄວາມຄິດ ແລະ ມຸມມອງທີ່ສອດຄ່ອງກັບຄວາມຈິງ, ລາວບໍ່ເຄີຍຍອມຮັບຄວາມຈິງ ແລະ ລາວບໍ່ເຄີຍມີທັດສະນະຄະຕິ ແລະ ປະສົບການທີ່ແທ້ຈິງແຫ່ງການອ່ອນນ້ອມຕໍ່ພຣະເຈົ້າ, ລາວດຳລົງຊີວິດຢູ່ພາຍໃນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງລາວເອງຢູ່ສະເໝີ. ຄວາມຄິດຫຼົງຜິດ ແລະ ຈິນຕະນາການທີ່ສະເພາະເຈາະຈົງຂອງລາວແມ່ນຫຍັງ? ມັນກໍຄື ເມື່ອລາວແລ່ນຈົນສຸດເສັ້ນທາງ ແລະ ຕໍ່ສູ້ໄດ້ດີແລ້ວ, ກໍຈະມີມົງກຸດແຫ່ງຄວາມຊອບທຳເກັບໄວ້ໃຫ້ລາວ, ນີ້ຄືຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງໂປໂລ. ພື້ນຖານທາງທິດສະດີທີ່ສະເພາະເຈາະຈົງຂອງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງລາວແມ່ນຫຍັງ? ນັ້ນກໍຄື ພຣະເຈົ້າຈະກຳນົດຈຸດຈົບຂອງຄົນໆໜຶ່ງ ໂດຍອີງໃສ່ຈຳນວນການເດີນທາງໄປມາທີ່ພວກເຂົາໄດ້ເຮັດ, ລາຄາທີ່ພວກເຂົາໄດ້ຈ່າຍ ແລະ ຄວາມຍາກລຳບາກທີ່ພວກເຂົາໄດ້ທົນທຸກ. ມັນອີງໃສ່ພື້ນຖານທາງທິດສະດີຂອງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງລາວແບບນີ້ເອງ ທີ່ໂປໂລໄດ້ກ້າວເຂົ້າສູ່ເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສໂດຍບໍ່ຮູ້ຕົວ. ຜົນກໍຄື ເມື່ອລາວໄປເຖິງຈຸດສິ້ນສຸດຂອງເສັ້ນທາງ, ລາວບໍ່ມີຄວາມເຂົ້າໃຈຫຍັງເລີຍກ່ຽວກັບພຶດຕິກຳ ແລະ ການສະແດງອອກໃນການຕໍ່ຕ້ານພຣະເຈົ້າຂອງລາວ ຫຼື ແກ່ນແທ້ຂອງລາວໃນການຕໍ່ຕ້ານພຣະເຈົ້າ, ແຮງໄກທີ່ລາວຈະມີການກັບໃຈອີກ. ລາວຍຶດໝັ້ນກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການດັ້ງເດີມຂອງລາວໃນຂະນະທີ່ເຊື່ອໃນພຣະເຈົ້າ ແລະ ລາວບໍ່ພຽງແຕ່ບໍ່ມີການອ່ອນນ້ອມຢ່າງແທ້ຈິງຕໍ່ພຣະເຈົ້າແມ່ນແຕ່ໜ້ອຍດຽວເທົ່ານັ້ນ, ແຕ່ໃນທາງກົງກັນຂ້າມ ລາວກັບເຊື່ອວ່າລາວຍິ່ງມີສິດຫຼາຍກວ່າທີ່ຈະໄດ້ຮັບຈຸດຈົບ ແລະ ຈຸດໝາຍປາຍທາງທີ່ດີຈາກພຣະເຈົ້າ ເພື່ອເປັນການແລກປ່ຽນ. “ເພື່ອເປັນການແລກປ່ຽນ” ແມ່ນວິທີການເວົ້າທີ່ຟັງມ່ວນຫູ ແລະ ມີອາລະຍະທຳ, ແຕ່ໃນຄວາມເປັນຈິງແລ້ວ ມັນບໍ່ແມ່ນການແລກປ່ຽນ ຫຼື ແມ່ນແຕ່ການຊື້ຂາຍ, ລາວກຳລັງຂໍສິ່ງເຫຼົ່ານີ້ຈາກພຣະເຈົ້າໂດຍກົງ, ເປັນການຮຽກຮ້ອງເອົາສິ່ງເຫຼົ່ານີ້ຈາກພຣະເຈົ້າຢ່າງເປີດເຜີຍ. ລາວຮຽກຮ້ອງເອົາສິ່ງເຫຼົ່ານີ້ຈາກພຣະເຈົ້າແນວໃດ? ກໍຄືກັບທີ່ລາວເວົ້າວ່າ “ຂ້ອຍໄດ້ແລ່ນຈົນສຸດເສັ້ນທາງຂອງຂ້ອຍແລ້ວ, ຂ້ອຍໄດ້ຕໍ່ສູ້ໄດ້ດີແລ້ວ, ຕອນນີ້ມົງກຸດແຫ່ງສະຫງ່າລາສີເປັນຂອງຂ້ອຍແລ້ວ. ນີ້ຄືສິ່ງທີ່ຂ້ອຍສົມຄວນໄດ້ຮັບ ແລະ ເປັນສິ່ງທີ່ພຣະເຈົ້າຄວນມອບໃຫ້ຂ້ອຍຢ່າງຖືກຕ້ອງ”. ເສັ້ນທາງທີ່ໂປໂລເລືອກຍ່າງແມ່ນເສັ້ນທາງແຫ່ງການຕໍ່ຕ້ານພຣະເຈົ້າ ເຊິ່ງນຳພາລາວໄປສູ່ຄວາມພິນາດ ແລະ ຈຸດຈົບໃນທີ່ສຸດທີ່ເກີດຂຶ້ນກັບລາວກໍຄືການຖືກລົງໂທດ. ສິ່ງນີ້ບໍ່ສາມາດແຍກອອກຈາກຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງລາວກ່ຽວກັບພຣະເຈົ້າໄດ້. ລາວຍຶດໝັ້ນກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງລາວເອງຢ່າງດື້ດ້ານຢູ່ສະເໝີ; ລາວປັດຖິ້ມ ແລະ ເມີນເສີຍຕໍ່ສິ່ງທີ່ພຣະເຈົ້າກ່າວ, ຕໍ່ຄວາມຈິງ ນັ້ນກໍຄື ເສັ້ນທາງແຫ່ງຊີວິດ ທີ່ພຣະເຈົ້າສະໜອງໃຫ້ແກ່ຜູ້ຄົນ, ເຖິງຂັ້ນສະແດງທັດສະນະຄະຕິທີ່ດູຖູກ ແລະ ໝິ່ນປະໝາດ ແລະ ລາວກໍບໍ່ຍອມຮັບ ຫຼື ຮັບຮູ້ແມ່ນແຕ່ຄວາມຈິງທີ່ວ່າ ພຣະເຢຊູຄຣິສຄືການບັງເກີດເປັນເນື້ອໜັງຂອງພຣະເຈົ້າ. ເມື່ອລາວໄປເຖິງຈຸດສິ້ນສຸດຂອງເສັ້ນທາງ, ລາວກໍຍັງຄົງຍຶດໝັ້ນກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງລາວຢ່າງດື້ດ້ານຄືເກົ່າ ແລະ ສືບຕໍ່ຕໍ່ຕ້ານພຣະເຈົ້າ, ໃນທີ່ສຸດກໍມຸ່ງໜ້າໄປສູ່ຈຸດຈົບແຫ່ງຄວາມພິນາດຢ່າງຫຼີກລ່ຽງບໍ່ໄດ້. ສະນັ້ນ, ໃນຂະບວນການເຊື່ອໃນພຣະເຈົ້າ, ຖ້າຜູ້ຄົນສາມາດປ່ອຍວາງອາລົມດ້ານລົບຂອງພວກເຂົາໄດ້ທັງໝົດ ແລະ ສາມາດປ່ອຍວາງບາງສິ່ງໃນຊີວິດຈິງທີ່ຂັດຂວາງພວກເຂົາຈາກການໄລ່ຕາມເສາະຫາຄວາມຈິງໄດ້, ແຕ່ບໍ່ສາມາດປ່ອຍວາງສິ່ງກີດຂວາງລະຫວ່າງພວກເຂົາກັບພຣະເຈົ້າ ຫຼື ຄວາມເປັນປໍລະປັກຂອງພວກເຂົາທີ່ມີຕໍ່ພຣະເຈົ້າໄດ້, ແລ້ວສິ່ງນີ້ກໍຈະເປັນເລື່ອງທີ່ໜ້າເສຍດາຍ ແລະ ໜ້າເສົ້າສະຫຼົດໃຈຫຼາຍ ແລະ ໃນທີ່ສຸດ ຜູ້ຄົນກໍຈະໄດ້ຮັບຈຸດຈົບແຫ່ງການຖືກລົງໂທດຄືກັນກັບທີ່ໂປໂລໄດ້ຮັບ. ນັ້ນເປັນສິ່ງທີ່ແນ່ນອນໂດຍປາສະຈາກຂໍ້ສົງໄສເລີຍ. ສະນັ້ນ, ໃນການປະຕິບັດ “ການປ່ອຍວາງ”, ຂໍ້ “ການປ່ອຍວາງສິ່ງກີດຂວາງລະຫວ່າງຕົນເອງກັບພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງຕົນທີ່ມີຕໍ່ພຣະເຈົ້າ” ແມ່ນສຳຄັນ ແລະ ຈຳເປັນທີ່ສຸດ ແລະ ບໍ່ສາມາດເບິ່ງຂ້າມໄດ້. ນີ້ຄືສິ່ງທີ່ເຈົ້າຕ້ອງກວດສອບຢູ່ເລື້ອຍໆ: ໃນຄວາມສຳພັນຂອງເຈົ້າກັບພຣະເຈົ້າ ແລະ ໃນຂະບວນການຫາປະສົບການກັບວຽກງານຂອງພຣະເຈົ້າ, ເຈົ້າຍັງມີຄວາມຄິດຫຼົງຜິດ ແລະ ຈິນຕະນາການໃດແດ່ທີ່ບໍ່ສອດຄ່ອງກັບຄວາມຈິງ, ຄວາມປາຖະໜາຂອງພຣະເຈົ້າ ຫຼື ຂໍ້ກຳນົດຂອງພຣະເຈົ້າ ແລະ ທີ່ຂວາງກັ້ນລະຫວ່າງຕົວເຈົ້າເອງກັບພຣະເຈົ້າ. ເຈົ້າຄວນກວດສອບສິ່ງເຫຼົ່ານີ້, ປຽບທຽບສິ່ງເຫຼົ່ານີ້ກັບພຣະທຳຂອງພຣະເຈົ້າ ແລ້ວຈາກນັ້ນກໍປ່ອຍວາງພວກມັນ. ຈຸດປະສົງຂອງການປ່ອຍວາງບໍ່ແມ່ນເພື່ອເຮັດໃຫ້ຜ່ານຂະບວນການ, ແຕ່ເພື່ອຍອມຮັບຄວາມຈິງ, ເພື່ອຍອມຮັບຫຼັກການຄວາມຈິງໃນດ້ານນີ້ທີ່ພຣະເຈົ້າໄດ້ສະເໜີຕໍ່ຜູ້ຄົນ ພ້ອມທັງໃຊ້ຫຼັກການຄວາມຈິງເຫຼົ່ານີ້ເພື່ອມາແທນທີ່ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າ ແລະ ເພື່ອປ່ຽນແປງມຸມມອງທີ່ຢູ່ເບື້ອງຫຼັງການໄລ່ຕາມເສາະຫາຂອງເຈົ້າ ແລະ ທິດທາງໃນການໄລ່ຕາມເສາະຫາຂອງເຈົ້າ, ເພື່ອວ່າເຈົ້າຈະສາມາດສອດຄ່ອງກັບພຣະເຈົ້າໃນຊີວິດຂອງເຈົ້າ ແລະ ໃນຂະບວນການຕິດຕາມພຣະເຈົ້າ, ແທນທີ່ຈະເຂົ້າກັນໄດ້ກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າ. ວຽກງານຂອງພຣະເຈົ້າແມ່ນເພື່ອແກ້ໄຂຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ ແລະ ພຣະອົງສະໜອງຄວາມຈິງໃຫ້ແກ່ຜູ້ຄົນກໍເພື່ອແກ້ໄຂຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາເຊັ່ນກັນ. ໂດຍການແກ້ໄຂຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາ, ພຣະເຈົ້າເຮັດໃຫ້ຜູ້ຄົນມີຄວາມຄິດ, ມຸມມອງ, ຈຸດຢືນ ແລະ ທັດສະນະທີ່ຖືກຕ້ອງ ສຳລັບການຮັບມືກັບທຸກສະພາບແວດລ້ອມທີ່ພຣະອົງຈັດວາງໄວ້ ແລະ ສຳລັບການຮັບມືກັບທຸກເລື່ອງທີ່ພວກເຂົາພົບພໍ້ໃນຊີວິດ. ພຣະເຈົ້າປະຕິບັດວຽກງານຂອງພຣະອົງ ແລະ ສະໜອງຄວາມຈິງໃຫ້ແກ່ຜູ້ຄົນຜ່ານພຣະທຳຂອງພຣະອົງ ບໍ່ແມ່ນເພື່ອເຮັດໃຫ້ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາເປັນຈິງ, ແຕ່ເພື່ອຕອບໂຕ້ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາ ແລະ ໃນທີ່ສຸດກໍເພື່ອເຮັດໃຫ້ພວກເຂົາສາມາດປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາ ແລະ ບັນລຸຄວາມຮູ້ກ່ຽວກັບພຣະເຈົ້າ.
ງ. ການທີ່ຜູ້ຄົນເຊື່ອວ່າ ວຽກງານຂອງພຣະເຈົ້າສາມາດປ່ຽນແປງຂີດຄວາມສາມາດ, ສັນຊາດຕະຍານ, ບຸກຄະລິກກະພາບ ແລະ ອື່ນໆຂອງພວກເຂົາໄດ້
ກ່ອນໜ້ານີ້ ພວກເຮົາໄດ້ໂອ້ລົມກ່ຽວກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການບາງຢ່າງຂອງຜູ້ຄົນກ່ຽວກັບວຽກງານຂອງພຣະເຈົ້າ. ນອກເໜືອຈາກຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານີ້ແລ້ວ, ຜູ້ຄົນຍັງມີຄວາມຄິດຫຼົງຜິດ ແລະ ຈິນຕະນາການອື່ນໆກ່ຽວກັບວຽກງານຂອງພຣະເຈົ້າ ທີ່ພວກເຂົາຄວນປ່ອຍວາງໃນຂະບວນການໄລ່ຕາມເສາະຫາຄວາມຈິງ. ຕົວຢ່າງ: ຜູ້ຄົນເຊື່ອວ່າ ຫຼັງຈາກທີ່ຍອມຮັບວຽກງານຂອງພຣະເຈົ້າແລ້ວ, ຖ້າພວກເຂົາສາມາດໄລ່ຕາມເສາະຫາຄວາມຈິງໄດ້, ພວກເຂົາກໍຈະໄດ້ຮັບການປ່ຽນໃໝ່ຢ່າງສົມບູນ ແລະ ເມື່ອພວກເຂົາມີພຣະທຳຂອງພຣະເຈົ້າເປັນຊີວິດຂອງພວກເຂົາແລ້ວ, ພວກເຂົາກໍຈະມີຊີວິດໃໝ່ຢ່າງສົມບູນ ແລະ ຈະໄດ້ເກີດໃໝ່ກາຍເປັນຄົນໃໝ່. ພວກເຂົາເຊື່ອວ່າຂີດຄວາມສາມາດຂອງພວກເຂົາຈະດີຂຶ້ນ ແລະ ສັນຊາດຕະຍານຂອງພວກເຂົາກໍຈະປ່ຽນແປງໄປໃນລະດັບໃດໜຶ່ງເຊັ່ນກັນ, ດັ່ງນັ້ນ ສິ່ງຕ່າງໆທີ່ພວກເຂົາບໍ່ເຄີຍຄາດຄິດມາກ່ອນກໍມັກຈະເກີດຂຶ້ນກັບພວກເຂົາ. ນັ້ນກໍຄື ພວກເຂົາບໍ່ພຽງແຕ່ຈະສາມາດເຮັດສິ່ງທີ່ເໜືອຂີດຄວາມສາມາດ ແລະ ສັນຊາດຕະຍານຂອງພວກເຂົາເອງໄດ້ເທົ່ານັ້ນ, ແຕ່ພວກເຂົາຍັງຈະສາມາດເຮັດສິ່ງເຫຼົ່ານັ້ນໄດ້ຢ່າງງ່າຍດາຍທີ່ສຸດ ແລະ ລ່ຽນໄຫຼທີ່ສຸດອີກດ້ວຍ. ຍິ່ງໄປກວ່ານັ້ນ, ໃນຂະບວນການເຊື່ອໃນພຣະເຈົ້າ, ບາງຄົນເຖິງກັບມັກຈະຮູ້ສຶກວ່າ ຕັ້ງແຕ່ພວກເຂົາເລີ່ມໄລ່ຕາມເສາະຫາຄວາມຈິງ, ບຸກຄະລິກກະພາບ ແລະ ອາລົມຂອງພວກເຂົາກໍດີຂຶ້ນ, ຕາຂອງພວກເຂົາກໍສົດໃສກວ່າແຕ່ກ່ອນ ແລະ ການໄດ້ຍິນຂອງພວກເຂົາກໍດີກວ່າແຕ່ກ່ອນ. ເປັນບາງຄັ້ງບາງຄາວ, ພວກເຂົາແຍງແວ່ນ ແລະ ຮູ້ສຶກວ່າພວກເຂົາກຳລັງກາຍເປັນຄືກັບທູດສະຫວັນຫຼາຍຂຶ້ນເລື້ອຍໆ; ພວກເຂົາຮູ້ສຶກວ່າພວກເຂົາເບິ່ງງາມຂຶ້ນເລື້ອຍໆ ແລະ ມີຊີວິດຊີວາຫຼາຍກວ່າທີ່ເຄີຍເປັນມາ. ບາງຄົນເຖິງກັບຮູ້ສຶກວ່ານິໄສການດຳລົງຊີວິດບາງຢ່າງຂອງພວກເຂົາໄດ້ປ່ຽນແປງໄປ ແລະ ຮູບແບບການດຳລົງຊີວິດຂອງພວກເຂົາກໍແຕກຕ່າງໄປ, ໃນອະດີດ ຖ້າພວກເຂົາເຂົ້ານອນເດິກເກີນໄປ, ພວກເຂົາກໍຈະຫາວນອນບໍ່ຢຸດ, ແຕ່ຕັ້ງແຕ່ພວກເຂົາເລີ່ມໄລ່ຕາມເສາະຫາຄວາມຈິງ, ອາການເຫຼົ່ານີ້ກໍຫາຍໄປ ແລະ ພວກເຂົາກໍພົບວ່າສິ່ງນີ້ເປັນເລື່ອງມະຫັດສະຈັນເປັນພິເສດ. ໃນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ, ພວກເຂົາເຊື່ອວ່າ ເມື່ອພວກເຂົາເລີ່ມໄລ່ຕາມເສາະຫາຄວາມຈິງ, ພຣະເຈົ້າຈະປະຕິບັດວຽກງານບາງຢ່າງໃນຕົວພວກເຂົາ ເພື່ອໃຫ້ພວກເຂົາໄດ້ຮັບການປ່ຽນແປງທີ່ບໍ່ຄາດຄິດ. ສິ່ງນີ້ລວມເຖິງການປັບປຸງຂີດຄວາມສາມາດຂອງພວກເຂົາໃນຊົ່ວຂ້າມຄືນ ນັ້ນກໍຄື ພວກເຂົາຈະປ່ຽນຈາກການມີຂີດຄວາມສາມາດລະດັບປານກາງ ຫຼື ຕໍ່າຫຼາຍ ໄປສູ່ການເປັນຄົນທີ່ສະຫຼາດຫຼັກແຫຼມ, ມີຄວາມສາມາດ ແລະ ມີປະສົບການທີ່ສຸດ, ກາຍເປັນຄົນທີ່ມີຂີດຄວາມສາມາດ ແລະ ມີສະຕິປັນຍາ ແລະ ຂອບເຂດຄວາມຄິດຂອງພວກເຂົາກໍຈະຖືກຍົກລະດັບຂຶ້ນເຊັ່ນກັນ. ເມື່ອຜູ້ຄົນເລີ່ມເຊື່ອໃນພຣະເຈົ້າທຳອິດ ແລະ ຕັດສິນໃຈທີ່ຈະໄລ່ຕາມເສາະຫາຄວາມຈິງ, ພວກເຂົາມີຈິນຕະນາການທີ່ເກີນຈິງ ແລະ ບໍ່ເປັນຈິງຫຼາຍເກີນຄວາມຈຳເປັນກ່ຽວກັບການໄລ່ຕາມເສາະຫາຄວາມຈິງ, ສະຫຼຸບແລ້ວ ບໍ່ມີຈິນຕະນາການໃດເລີຍທີ່ສອດຄ່ອງກັບຄວາມເປັນຈິງຢ່າງແທ້ຈິງ. ຜູ້ຄົນເຊື່ອວ່າ ຕາບໃດທີ່ພວກເຂົາໄລ່ຕາມເສາະຫາຄວາມຈິງ, ຫຼາຍດ້ານກ່ຽວກັບພວກເຂົາກໍຈະຖືກຍົກລະດັບ ແລະ ກ້າວໄປຂ້າງໜ້າ ແລະ ໃນບາງດ້ານ ພວກເຂົາກໍເຖິງກັບຈະເໜືອກວ່າຄົນທຳມະດາ. ສະນັ້ນ, ບາງຄົນຈຶ່ງຕັ້ງຊື່ໃຫ້ຕົນເອງວ່າ ລີເຊົາ, ບາງຄົນກໍຕັ້ງຊື່ວ່າ ມາເຊົາ ແລະ ບາງຄົນກໍຕັ້ງຊື່ວ່າ ນິວເຊົາ. ຊື່ເຫຼົ່ານີ້ມີຄວາມໝາຍວ່າ ເໜືອກວ່າລາ, ເໜືອກວ່າມ້າ ແລະ ເໜືອກວ່າງົວຕາມລຳດັບ, ນັ້ນກໍຄື ສາມາດແລ່ນໄດ້ໄວກວ່າມ້າ ແລະ ມີກຳລັງຫຼາຍກວ່າລາ ຫຼື ງົວ. ໂດຍທົ່ວໄປແລ້ວ ລາຈະແຂງແຮງຫຼາຍໃນການລາກແກ່ສິ່ງຂອງ, ມ້າມີຂາທີ່ແຂງແຮງຫຼາຍ ແລະ ງົວກໍມີຄວາມອົດທົນສູງ, ສະນັ້ນ ຄົນເຫຼົ່ານີ້ຈຶ່ງເອີ້ນຕົນເອງວ່າ ລີເຊົາ, ມາເຊົາ ແລະ ນິວເຊົາ. ເຈົ້າເຫັນບໍ ພວກເຂົາໃຫ້ຄວາມສຳຄັນເປັນພິເສດກັບຊື່ທີ່ພວກເຂົາເລືອກ. ຈາກຊື່ທີ່ຜູ້ຄົນເລືອກໃຫ້ຕົນເອງ ສາມາດເຫັນໄດ້ວ່າ ຜູ້ຄົນມີຄວາມເຂົ້າໃຈຂອງພວກເຂົາເອງກ່ຽວກັບວຽກງານຂອງພຣະເຈົ້າ; ໜ້າເສຍດາຍທີ່ຄວາມເຂົ້າໃຈນີ້ບໍ່ສອດຄ່ອງກັບຄວາມຈິງ ແລະ ບໍ່ເປັນບວກ, ມັນຄືຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ. ບໍ່ວ່າຄວາມຄິດຫຼົງຜິດ ແລະ ຈິນຕະນາການນີ້ຈະບິດເບືອນ ຫຼື ສຸດໂຕ່ງກໍຕາມ, ສະຫຼຸບແລ້ວ ມັນກໍບໍ່ສອດຄ່ອງກັບຂໍ້ເທັດຈິງ ແລະ ຄວາມຈິງ; ມັນເປັນສິ່ງທີ່ວ່າງເປົ່າຫຼາຍ ແລະ ກ່ຽວຂ້ອງກັບສິ່ງທີ່ເໜືອທຳມະຊາດ. ຫຼັກການທີ່ພຣະເຈົ້າປະຕິບັດວຽກງານໃນຕົວຜູ້ຄົນກໍຄື: ບໍ່ວ່າຜູ້ຄົນຈະມີຂີດຄວາມສາມາດປະເພດໃດ ຫຼື ມີຄວາມສາມາດໃນການເຮັດວຽກ ຫຼື ຄວາມເກັ່ງກາດໃນການຈັດການກັບສິ່ງຕ່າງໆແບບໃດກໍຕາມ, ບໍ່ວ່າສັນຊາດຕະຍານແຕ່ກຳເນີດຂອງພວກເຂົາຈະເປັນແນວໃດ ແລະ ບໍ່ວ່າບຸກຄະລິກກະພາບ, ນິໄສ, ຮູບແບບການດຳລົງຊີວິດ, ຄວາມສົນໃຈ ແລະ ງານອະດິເຣກຂອງພວກເຂົາຈະເປັນແນວໃດ ຫຼື ແມ່ນແຕ່ເພດຂອງພວກເຂົາຈະເປັນແນວໃດກໍຕາມ, ສະຫຼຸບແລ້ວ ວຽກງານຂອງພຣະເຈົ້າແມ່ນເພື່ອບັນລຸຜົນໃນການເຮັດໃຫ້ຜູ້ຄົນເຂົ້າໃຈຄວາມຈິງ, ຍອມຮັບຄວາມຈິງ, ອ່ອນນ້ອມຕໍ່ຄວາມຈິງ ແລະ ຈາກນັ້ນກໍເຂົ້າສູ່ຄວາມເປັນຈິງຄວາມຈິງ, ໂດຍອີງໃສ່ຂີດຄວາມສາມາດ, ສັນຊາດຕະຍານ, ບຸກຄະລິກກະພາບ, ນິໄສດັ້ງເດີມຂອງພວກເຂົາ, ຮູບແບບການດຳລົງຊີວິດທີ່ຖືກຕ້ອງຂອງພວກເຂົາ ພ້ອມທັງຄວາມສົນໃຈ ແລະ ງານອະດິເຣກທີ່ຖືກຕ້ອງຂອງພວກເຂົາ ແລະ ອື່ນໆ. ແລ້ວຜົນຮັບນີ້ບັນລຸໂດຍອີງໃສ່ພື້ນຖານໃດ? ມັນບັນລຸໂດຍອີງໃສ່ພື້ນຖານທີ່ຜູ້ຄົນມີຄວາມສາມາດໃນການເຂົ້າໃຈ ແລະ ຢັ່ງຮູ້ຄວາມຈິງ ແລະ ບົນພື້ນຖານທີ່ພວກເຂົາມີຄວາມເປັນມະນຸດທີ່ປົກກະຕິ. ມັນບໍ່ໄດ້ບັນລຸບົນພື້ນຖານຂອງສິ່ງທີ່ເອີ້ນວ່າຄວາມເປັນມະນຸດທີ່ຖືກຍົກລະດັບ ແລະ ມັນບໍ່ໄດ້ບັນລຸບົນພື້ນຖານຂອງຄວາມເປັນມະນຸດທີ່ເໜືອທຳມະຊາດ. ສະນັ້ນ, ບໍ່ວ່າພວກເຮົາຈະໂອ້ລົມກ່ຽວກັບຄວາມຈິງດ້ານໃດກໍຕາມ, ມັນກໍລ້ວນແຕ່ເພື່ອເຮັດໃຫ້ເຈົ້າສາມາດເຂົ້າສູ່ຄວາມຈິງເຫຼົ່ານັ້ນໄດ້ ໂດຍອີງໃສ່ພື້ນຖານທີ່ເຈົ້າມີຄວາມເປັນມະນຸດທີ່ປົກກະຕິ ແລະ ມີຄວາມສາມາດໃນການຢັ່ງຮູ້ຄວາມຈິງ. ເຖິງຢ່າງໃດກໍຕາມ, ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນແມ່ນກົງກັນຂ້າມກັບສິ່ງນີ້ຢ່າງສິ້ນເຊີງ. ຜູ້ຄົນເຊື່ອວ່າ ຜົນຮັບທີ່ບັນລຸໄດ້ໃນຕົວຜູ້ຄົນໂດຍວຽກງານຂອງພຣະເຈົ້າ ແລະ ການສະແດງຄວາມຈິງຂອງພຣະອົງນັ້ນ ຂັດກັບຂີດຄວາມສາມາດ ແລະ ສັນຊາດຕະຍານດັ້ງເດີມຂອງພວກເຂົາ ພ້ອມທັງຂັດກັບບຸກຄະລິກກະພາບ, ນິໄສ, ຄວາມສົນໃຈ ແລະ ງານອະດິເຣກຂອງພວກເຂົາ. ຜູ້ຄົນມັກຫວັງວ່າຈະມີປາຕິຫານບາງຢ່າງຈະເກີດຂຶ້ນກັບພວກເຂົາ, ຫວັງວ່າຈະມີສິ່ງທີ່ເໜືອທຳມະຊາດ ຫຼື ສິ່ງທີ່ບໍ່ຄາດຄິດ ແລະ ເໜືອຂີດຄວາມສາມາດ ແລະ ສັນຊາດຕະຍານຂອງພວກເຂົາເອງເກີດຂຶ້ນກັບພວກເຂົາ, ແທນທີ່ຈະທຸ່ມເທຄວາມພະຍາຍາມເພື່ອສະແຫວງຫາຄວາມຈິງຢ່າງຕິດດິນ. ຂໍ້ເທັດຈິງນີ້ພິສູດໃຫ້ເຫັນຫຍັງ? ມັນບໍ່ແມ່ນວ່າຜູ້ຄົນເບິ່ງການໄລ່ຕາມເສາະຫາຄວາມຈິງວ່າເປັນສິ່ງທີ່ເໜືອທຳມະຊາດ ແລະ ວ່າງເປົ່າເປັນພິເສດບໍ? ມັນບໍ່ແມ່ນວ່າພວກເຂົາເບິ່ງວິທີທີ່ພຣະເຈົ້າປະຕິບັດວຽກງານໃນຕົວຜູ້ຄົນວ່າເປັນສິ່ງທີ່ເໜືອທຳມະຊາດ ແລະ ວ່າງເປົ່າເປັນພິເສດບໍ? (ແມ່ນແລ້ວ). ຜູ້ຄົນມັກຈະຫວັງວ່າ ຍິ່ງພວກເຂົາໄລ່ຕາມເສາະຫາຄວາມຈິງຫຼາຍເທົ່າໃດ, ຂີດຄວາມສາມາດຂອງພວກເຂົາກໍຈະຍິ່ງສູງຂຶ້ນເທົ່ານັ້ນ ຫຼື ຫຼັງຈາກທີ່ໄດ້ຟັງຄຳເທດສະໜາຫຼາຍຢ່າງ ແລະ ຍອມຮັບ ແລະ ເຂົ້າໃຈຄວາມຈິງຫຼາຍຢ່າງແລ້ວ, ຂີດຄວາມສາມາດຂອງພວກເຂົາກໍຈະສູງກວ່າແຕ່ກ່ອນ. ນີ້ຄືຄວາມຄິດຫຼົງຜິດ ແລະ ຈິນຕະນາການ, ບໍ່ແມ່ນບໍ? (ແມ່ນແລ້ວ). ຍົກຕົວຢ່າງການຮຽນຮູ້ທັກສະວິຊາຊີບ: ເມື່ອເຈົ້າກຳລັງຮຽນຢູ່ໂຮງຮຽນ, ຖ້າເຈົ້າຕ້ອງການຊຳນານໃນທັກສະວິຊາຊີບບາງຢ່າງ, ເຈົ້າກໍຕ້ອງຈື່ຈຳຄວາມຮູ້ຂອງທັກສະວິຊາຊີບນີ້ດ້ວຍການທ່ອງຈຳ ແລະ ຮຽນຕັ້ງແຕ່ເຊົ້າຈົນຄໍ່າ, ໂດຍໃຊ້ເວລາຫວ່າງຂອງເຈົ້າເພື່ອທຸ່ມເທຄວາມພະຍາຍາມໃນການຮຽນຮູ້ມັນ. ຕັ້ງແຕ່ເຈົ້າເລີ່ມເຊື່ອໃນພຣະເຈົ້າ, ເຈົ້າຄິດວ່າ ຕາບໃດທີ່ພຣະວິນຍານບໍລິສຸດປະຕິບັດວຽກງານ, ຂີດຄວາມສາມາດຂອງຜູ້ຄົນກໍຈະດີຂຶ້ນ, ພວກເຂົາຈະປ່ຽນແປງ ແລະ ພວກເຂົາຈະແຕກຕ່າງຈາກແຕ່ກ່ອນ. ສະນັ້ນ, ເຈົ້າຈຶ່ງກຳນົດວ່າ ບໍ່ວ່າພຣະເຈົ້າຈະປະຕິບັດວຽກງານແນວໃດກໍຕາມ, ຄົນເຮົາພຽງແຕ່ຕ້ອງຮ່ວມມື ແລະ ບໍ່ຈຳເປັນຕ້ອງທຸ່ມເທຄວາມພະຍາຍາມໃນໄລ່ຕາມເສາະຫາຄວາມຈິງ ແລະ ການຮຽນເອົາຄວາມຮູ້ທາງວິຊາຊີບ; ມັນພຽງພໍແລ້ວທີ່ຄົນເຮົາຈະປະຕິບັດໜ້າທີ່ຂອງຕົນ, ຄົນໆໜຶ່ງກໍຍັງຈະມີຄວາມກ້າວໜ້າໃນການເຊື່ອໃນພຣະເຈົ້າດ້ວຍວິທີນີ້. ນີ້ບໍ່ແມ່ນວິທີທີ່ຜູ້ຄົນຈິນຕະນາການບໍ? (ແມ່ນແລ້ວ). ບອກເຮົາເບິ່ງວ່າ ນີ້ແມ່ນວິທີທີ່ຖືກຕ້ອງໃນການໄລ່ຕາມເສາະຫາບໍ? ການໄລ່ຕາມເສາະຫາດ້ວຍວິທີນີ້ສາມາດນຳໄປສູ່ການປ່ຽນແປງທີ່ແທ້ຈິງໄດ້ບໍ? (ບໍ່, ບໍ່ໄດ້). ມັນເປັນໄປບໍ່ໄດ້ເລີຍທີ່ຈະມີການປ່ຽນແປງ. ຕົວຢ່າງ: ບາງຄົນຄິດວ່າ ເພື່ອທີ່ຈະຮ້ອງເພງໃຫ້ມ່ວນ ພວກເຂົາຕ້ອງຝຶກຊ້ອມຕັ້ງແຕ່ເຊົ້າຈົນຄໍ່າ, ລັກຮຽນເອົາເຕັກນິກຂອງຄົນອື່ນ ພ້ອມທັງຟັງເພງທຸກປະເພດເພື່ອຮຽນຮູ້ຈາກຂໍ້ດີຂອງຜູ້ຄົນ ແລະ ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ພວກເຂົາຈະສາມາດປະສົບຄວາມສຳເລັດໄດ້. ໃນທາງກົງກັນຂ້າມ, ບາງຄົນເຊື່ອວ່າການຮ້ອງເພງແມ່ນຂຶ້ນຢູ່ກັບຄວາມສາມາດພິເສດ; ພວກເຂົາຄິດວ່າ ຖ້າຄົນໃດໜຶ່ງມີພອນສະຫວັນໃນການຮ້ອງເພງ ແລະ ມັກຮ້ອງເພງ, ພວກເຂົາກໍຈະສາມາດຮ້ອງເພງໄດ້ມ່ວນ ແລະ ຖ້າຄົນໃດໜຶ່ງບໍ່ມີພອນສະຫວັນໃນການຮ້ອງເພງ ຫຼື ບໍ່ມັກຮ້ອງເພງ, ພວກເຂົາກໍຕ້ອງເພິ່ງພາການດົນໃຈຈາກພຣະວິນຍານບໍລິສຸດເພື່ອໃຫ້ຮ້ອງເພງໄດ້ມ່ວນ, ເພື່ອໃຫ້ຮ້ອງເພງໄດ້ຢ່າງມີອາລົມ, ຈົນເຮັດໃຫ້ຄົນອື່ນໄດ້ຮັບຄວາມເພີດເພີນເມື່ອໄດ້ຍິນພວກເຂົາຮ້ອງເພງ. ດ້ວຍເຫດນີ້, ຄົນສ່ວນໃຫຍ່ຈຶ່ງມັກຈະຍຶດຕິດກັບຄວາມເພີ້ຝັນແບບນີ້ຢູ່ສະເໝີ; ພວກເຂົາເພິ່ງພາພຣະວິນຍານບໍລິສຸດໃຫ້ດົນໃຈພວກເຂົາ, ຖ້າບໍ່ດັ່ງນັ້ນ ພວກເຂົາກໍຈະບໍ່ອ້າປາກຂອງພວກເຂົາເພື່ອຮ້ອງເພງ. ນີ້ຄືຄວາມຄິດຫຼົງຜິດ ແລະ ຈິນຕະນາການ, ແມ່ນບໍ? ບາງຄົນຄິດວ່າ ບໍ່ຈຳເປັນຕ້ອງທຸ່ມເທຄວາມພະຍາຍາມຫຼາຍຂະໜາດນັ້ນໃນການຮຽນຮູ້ຄວາມຮູ້ທາງວິຊາຊີບ ແລະ ຕາບໃດທີ່ຜູ້ຄົນໄລ່ຕາມເສາະຫາຄວາມຈິງ, ພຣະເຈົ້າກໍຈະປະຕິບັດວຽກງານ ແລະ ມັນກໍໄຮ້ປະໂຫຍດ ແລະ ສູນເປົ່າທີ່ຜູ້ຄົນຈະເສຍສະລະຢ່າງບໍ່ມີຄວາມໝາຍເຫຼົ່ານັ້ນ. ພວກເຂົາຄິດວ່າ ທັນທີທີ່ພຣະເຈົ້າປະຕິບັດວຽກງານ, ມັນກໍມີປະໂຫຍດຫຼາຍກວ່າຄວາມພະຍາຍາມໃດໜຶ່ງທີ່ຜູ້ຄົນທຸ່ມເທລົງໄປ, ສະນັ້ນ ຕາບໃດທີ່ຜູ້ຄົນປະຕິບັດໜ້າທີ່ຂອງພວກເຂົາຢ່າງຈິງໃຈ ແລະ ເຕັມໃຈທີ່ຈະອຸທິດຫົວໃຈຂອງພວກເຂົາແດ່ພຣະເຈົ້າ, ພຣະວິນຍານບໍລິສຸດກໍຈະປະຕິບັດວຽກງານໃນຕົວພວກເຂົາ ແລະ ຂີດຄວາມສາມາດ ພ້ອມທັງຄວາມເກັ່ງກາດຂອງພວກເຂົາກໍຈະຖືກຍົກລະດັບຂຶ້ນໃນທັນທີ, ເຊິ່ງເໜືອກວ່າຂອບເຂດຂອງຄວາມເປັນມະນຸດທີ່ປົກກະຕິ, ນັ້ນກໍຄື ພວກເຂົາຈະສາມາດເຂົ້າໃຈສິ່ງທີ່ພວກເຂົາເຄີຍຄິດບໍ່ອອກມາກ່ອນ ແລະ ເຖິງແມ່ນວ່າກ່ອນໜ້ານີ້ພວກເຂົາບໍ່ສາມາດອ່ານໜັງສືໄດ້ເຖິງສອງແຖວໃນຄັ້ງດຽວດ້ວຍຊໍ້າ, ແຕ່ພວກເຂົາກໍຈະສາມາດອ່ານໄດ້ສິບແຖວໃນຄັ້ງດຽວ ແລະ ຈື່ຈຳພວກມັນໄດ້ທັງໝົດ ຫຼັງຈາກທີ່ພວກເຂົາເລີ່ມເຊື່ອໃນພຣະເຈົ້າ. ແຕ່ບໍ່ວ່າພວກເຂົາຈະຝຶກຝົນຫຼາຍສໍ່າໃດກໍຕາມ, ພວກເຂົາກໍຍັງບໍ່ສາມາດບັນລຸສິ່ງນີ້ໄດ້, ສະນັ້ນ ພວກເຂົາຈຶ່ງໄຕ່ຕອງວ່າ “ພຣະເຈົ້າບໍ່ໄດ້ປະທານພຣະຄຸນໃຫ້ຂ້ອຍບໍ? ຂ້ອຍເຮັດວຽກໜັກບໍ່ພໍ ແລະ ຈິງໃຈບໍ່ພໍໃນການປະຕິບັດໜ້າທີ່ຂອງຂ້ອຍບໍ?” ມັນເປັນແບບນັ້ນບໍ? (ບໍ່). ເຈົ້າຄິດວ່າ ຍິ່ງເຈົ້າສາມາດບັນລຸສິ່ງທີ່ເໜືອທຳມະຊາດໄດ້ຫຼາຍເທົ່າໃດ, ເຊິ່ງເກີນກວ່າຂອບເຂດຂີດຄວາມສາມາດ ແລະ ຄວາມເກັ່ງກາດຂອງເຈົ້າເອງ, ມັນກໍຍິ່ງພິສູດວ່າ ນີ້ຄືວຽກງານຂອງພຣະເຈົ້າ; ຖ້າຄວາມຈິງໃຈຂອງເຈົ້າ ແລະ ຄວາມຕັ້ງໃຈທີ່ຈະຮ່ວມມືຂອງເຈົ້ານັບມື້ນັບຫຼາຍຂຶ້ນ, ແລ້ວພຣະເຈົ້າກໍຈະປະຕິບັດວຽກງານໃນຕົວເຈົ້າຫຼາຍຂຶ້ນເລື້ອຍໆ ແລະ ຂີດຄວາມສາມາດ ພ້ອມທັງຄວາມເກັ່ງກາດຂອງເຈົ້າກໍຈະນັບມື້ນັບສູງຂຶ້ນ. ນີ້ບໍ່ແມ່ນຄວາມຄິດຫຼົງຜິດ ແລະ ຈິນຕະນາການທີ່ຜູ້ຄົນມີບໍ? (ແມ່ນແລ້ວ). ພວກເຈົ້າມັກຈະຄິດແບບນີ້ເປັນພິເສດບໍ? (ແມ່ນແລ້ວ). ຜົນຂອງການຄິດແບບນີ້ແມ່ນຫຍັງ? ມັນບໍ່ແມ່ນຄວາມລົ້ມເຫຼວ ແລະ ການຂາດຄວາມສາມາດເຮັດໃຫ້ເປັນຈິງໄດ້ຢູ່ສະເໝີບໍ? ບາງຄົນເຖິງກັບກາຍເປັນຄົນຄິດລົບ ໂດຍກ່າວວ່າ “ຂ້ອຍໄດ້ມອບຄວາມຈິງໃຈຢ່າງທີ່ສຸດຂອງຂ້ອຍແກ່ພຣະເຈົ້າແລ້ວ, ເປັນຫຍັງພຣະເຈົ້າຈຶ່ງບໍ່ປະທານຂີດຄວາມສາມາດທີ່ດີໃຫ້ຂ້ອຍ? ເປັນຫຍັງພຣະເຈົ້າຈຶ່ງບໍ່ມອບຄວາມເກັ່ງກາດທີ່ເໜືອທຳມະຊາດໃຫ້ຂ້ອຍ? ເປັນຫຍັງຂ້ອຍຈຶ່ງຍັງອ່ອນແອຢູ່ສະເໝີ? ຂີດຄວາມສາມາດຂອງຂ້ອຍບໍ່ໄດ້ດີຂຶ້ນ, ຂ້ອຍບໍ່ສາມາດເບິ່ງເຫັນສິ່ງໃດໄດ້ຢ່າງຊັດເຈນ ແລະ ຂ້ອຍກໍສັບສົນເມື່ອປະເຊີນກັບເລື່ອງທີ່ຊັບຊ້ອນ. ກ່ອນໜ້ານີ້ມັນກໍເປັນແບບນີ້, ເປັນຫຍັງຕອນນີ້ມັນຈຶ່ງຍັງຄືເກົ່າ? ນອກຈາກນີ້, ໃນການປະຕິບັດໜ້າທີ່ຂອງຂ້ອຍ ແລະ ການຈັດການກັບບັນຫາຂອງຂ້ອຍ, ເປັນຫຍັງຂ້ອຍຈຶ່ງບໍ່ເຄີຍສາມາດກ້າວຂ້າມເນື້ອໜັງຂອງຂ້ອຍໄດ້ເລີຍ? ຂ້ອຍເຂົ້າໃຈຫຼັກຄຳສອນບາງຢ່າງ, ແຕ່ຂ້ອຍກໍຍັງບໍ່ສາມາດເບິ່ງເຫັນສິ່ງຕ່າງໆໄດ້ຢ່າງຊັດເຈນ ແລະ ເມື່ອເວົ້າເຖິງການຈັດການກັບເລື່ອງຕ່າງໆ, ຂ້ອຍກໍຍັງລັງເລໃຈ ແລະ ຂ້ອຍກໍຍັງດ້ອຍກວ່າຄົນທີ່ມີຂີດຄວາມສາມາດທີ່ດີ. ຄວາມສາມາດໃນການເຮັດວຽກຂອງຂ້ອຍກໍບໍ່ດີ ແລະ ການປະຕິບັດໜ້າທີ່ຂອງຂ້ອຍກໍບໍ່ມີປະສິດທິພາບ. ຂີດຄວາມສາມາດຂອງຂ້ອຍບໍ່ດີຂຶ້ນເລີຍ! ເກີດຫຍັງຂຶ້ນ? ເປັນໄປໄດ້ບໍວ່າຄວາມຈິງໃຈຂອງຂ້ອຍທີ່ມີຕໍ່ພຣະເຈົ້ານັ້ນບໍ່ພຽງພໍ? ຫຼື ພຣະເຈົ້າບໍ່ມັກຂ້ອຍ? ຂ້ອຍຂາດຕົກບົກພ່ອງຢູ່ບ່ອນໃດ?” ບາງຄົນຊອກຫາເຫດຜົນຕ່າງໆ ແລະ ໄດ້ພະຍາຍາມຫຼາຍວິທີທາງເພື່ອປ່ຽນແປງຂໍ້ເທັດຈິງນີ້ ເຊັ່ນ: ການຟັງຄຳເທດສະໜາໃຫ້ຫຼາຍຂຶ້ນ, ທ່ອງຈຳພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ, ຂຽນບັນທຶກການອຸທິດຕົນຝ່າຍວິນຍານໃຫ້ຫຼາຍຂຶ້ນ ພ້ອມທັງຟັງຜູ້ຄົນໂອ້ລົມກ່ຽວກັບຄວາມຈິງໃຫ້ຫຼາຍຂຶ້ນ ແລະ ສະແຫວງຫາໃຫ້ຫຼາຍຂຶ້ນ, ແຕ່ຜົນຮັບສຸດທ້າຍກໍຍັງໜ້າຜິດຫວັງ. ຂີດຄວາມສາມາດ ແລະ ຄວາມສາມາດໃນການເຮັດວຽກຂອງພວກເຂົາຍັງຄົງຄືເກົ່າ, ໂດຍບໍ່ມີການປັບປຸງໃດໜຶ່ງເລີຍ ເຖິງແມ່ນວ່າຫຼັງຈາກເຊື່ອໃນພຣະເຈົ້າມາໄດ້ສາມຫາຫ້າປີແລ້ວກໍຕາມ. ຈາກນັ້ນ ພວກເຂົາກໍເບິ່ງບຸກຄະລິກກະພາບຂອງພວກເຂົາເອງ ແລະ ພົບວ່າພວກເຂົາຍັງຄົງຂີ້ຢ້ານຄືເກົ່າ, ຊັກຊ້າຄືກັບງົວເຖົ້າ ຫຼື ພວກເຂົາຍັງມີບຸກຄະລິກກະພາບທີ່ໃຈຮ້ອນ, ຈັດການທຸກຢ່າງດ້ວຍຄວາມຮີບຮ້ອນ, ບໍ່ມີການປ່ຽນແປງເລີຍ! ຄົນອື່ນສັງເກດເຫັນວ່າ ຊ່ວງນີ້ ຄວາມສົນໃຈ ແລະ ງານອະດິເຣກຂອງພວກເຂົາເບິ່ງຄືວ່າບໍ່ໄດ້ປ່ຽນແປງ ແລະ ຂໍ້ບົກຜ່ອງ, ນິໄສ ແລະ ຈຸດອ່ອນບາງຢ່າງຂອງພວກເຂົາກໍບໍ່ໄດ້ປ່ຽນແປງເຊັ່ນກັນ. ສ່ວນຄົນອື່ນໆທີ່ມັກເຂົ້ານອນເດິກ ແລະ ຕື່ນສວາຍກໍສັງເກດເຫັນວ່າ ນິໄສການດຳລົງຊີວິດເຫຼົ່ານີ້ກໍຍັງຄົງບໍ່ປ່ຽນແປງ. ສະນັ້ນ ພວກເຂົາທຸກຄົນຈຶ່ງສົງໄສວ່າ “ເກີດຫຍັງຂຶ້ນ? ເປັນໄປໄດ້ບໍວ່າພຣະວິນຍານບໍລິສຸດບໍ່ໄດ້ປະຕິບັດວຽກງານໃນຕົວຂ້ອຍ? ພຣະເຈົ້າໄດ້ປະຖິ້ມຂ້ອຍແລ້ວບໍ? ພຣະເຈົ້າບໍ່ພໍໃຈກັບຂ້ອຍບໍ? ຂ້ອຍກຳລັງຍ່າງໃນເສັ້ນທາງທີ່ຜິດບໍ? ຂ້ອຍກຳລັງໄລ່ຕາມເສາະຫາດ້ວຍວິທີທີ່ຜິດບໍ? ຂ້ອຍໃສ່ໃຈໃນການປະຕິບັດໜ້າທີ່ຂອງຂ້ອຍບໍ່ພຽງພໍບໍ? ຂ້ອຍຈ່າຍລາຄາບໍ່ພຽງພໍບໍ?” ພວກເຂົາຊອກຫາເຫດຜົນທຸກຮູບແບບ, ແຕ່ໃນທີ່ສຸດກໍຍັງບໍ່ມີຜົນຮັບໃດເລີຍ. ເຫດຜົນທີ່ພວກເຂົາບໍ່ມີຜົນຮັບແມ່ນຫຍັງ? (ນັ້ນກໍເພາະວ່າພວກເຂົາດຳລົງຊີວິດຢູ່ພາຍໃນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາເອງຢູ່ສະເໝີ. ພວກເຂົາຄິດວ່າ ຫຼັງຈາກທີ່ເຊື່ອໃນພຣະເຈົ້າແລ້ວ, ຕາບໃດທີ່ພວກເຂົາຈິງໃຈຕໍ່ພຣະອົງ, ແລ້ວທັນທີທີ່ພຣະເຈົ້າປະຕິບັດວຽກງານ, ຂີດຄວາມສາມາດ ແລະ ຄວາມສາມາດໃນການເຮັດວຽກຂອງພວກເຂົາກໍຈະດີຂຶ້ນ, ແນວຄວາມຄິດເຊັ່ນນີ້ຂອງພວກເຂົາແມ່ນມາຈາກຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາ). ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນເປັນຕົວຕັດສິນເປົ້າໝາຍ ແລະ ວິທີການໃນການໄລ່ຕາມເສາະຫາຂອງພວກເຂົາ, ເສັ້ນທາງທີ່ພວກເຂົາເລືອກຍ່າງ ແລະ ໃນທີ່ສຸດກໍເປັນຕົວຕັດສິນສິ່ງທີ່ພວກເຂົາໄດ້ຮັບ ແລະ ຈຸດຈົບຂອງພວກເຂົາ. ຜູ້ຄົນຈະໄດ້ຮັບຫຍັງ ຖ້າພວກເຂົາມີຄວາມຄິດຫຼົງຜິດ ແລະ ຈິນຕະນາການແບບນັ້ນ? ພວກເຂົາຈະໄດ້ຮັບຄວາມຈິງບໍ? ພວກເຂົາຈະໄດ້ຮັບຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ ແລະ ຄວາມຮັກທີ່ແທ້ຈິງຕໍ່ພຣະເຈົ້າບໍ? ພວກເຂົາຈະໄດ້ຮັບການອ່ອນນ້ອມທີ່ແທ້ຈິງຕໍ່ພຣະເຈົ້າບໍ? (ບໍ່). ພວກເຂົາຈະບໍ່ໄດ້ຮັບສິ່ງເຫຼົ່ານີ້ເລີຍ.
ໃນການເຊື່ອໃນພຣະເຈົ້າ, ຄົນໆໜຶ່ງຄວນເຂົ້າໃຈວ່າ ວຽກງານຂອງພຣະເຈົ້າຕັ້ງໃຈຈະປ່ຽນແປງຫຍັງກັນແທ້ພາຍໃນຜູ້ຄົນ, ພຣະເຈົ້າແກ້ໄຂບັນຫາຄວາມເສື່ອມຊາມຂອງຜູ້ຄົນແນວໃດ ແລະ ພຣະອົງຕັ້ງໃຈຈະເຮັດໃຫ້ສິ່ງໃດສຳເລັດໃນຕົວຜູ້ຄົນ, ສິ່ງເຫຼົ່ານີ້ແມ່ນບັນຫາທີ່ຄວນໄດ້ຮັບການໂອ້ລົມຢ່າງຊັດເຈນ, ບໍ່ແມ່ນບໍ? ສະຫຼຸບແລ້ວ, ຄົນໆໜຶ່ງຄວນເຂົ້າໃຈຢ່າງຊັດເຈນວ່າ ມີຜົນຫຍັງແດ່ທີ່ພຣະເຈົ້າຕັ້ງໃຈຈະບັນລຸໃນຕົວຜູ້ຄົນດ້ວຍວຽກງານຂອງພຣະອົງ. ຢ່າງທຳອິດ ໃນຂັ້ນຕອນນີ້ຂອງວຽກງານຂອງພຣະເຈົ້າ, ພຣະອົງກຳລັງສະແດງຄວາມຈິງ ແລະ ສະໜອງຊີວິດ. ວຽກງານໃນການສະໜອງຄວາມຈິງໃຫ້ແກ່ຜູ້ຄົນແມ່ນການໂອ້ລົມຢ່າງຊັດເຈນກ່ຽວກັບຫຼັກການຄວາມຈິງທີ່ຜູ້ຄົນຕ້ອງປະຕິບັດຕາມ ເມື່ອພວກເຂົາພົບພໍ້ກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທຸກປະເພດໃນຊີວິດຈິງ, ເພື່ອວ່າຫຼັງຈາກທີ່ພວກເຂົາເຂົ້າໃຈສິ່ງເຫຼົ່ານັ້ນແລ້ວ, ພວກເຂົາກໍຈະສາມາດເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ແລະ ປະພຶດຕົນ ແລະ ກະທຳການໂດຍອີງໃສ່ຫຼັກການຄວາມຈິງເຫຼົ່ານີ້ ແລະ ບົນພື້ນຖານນີ້ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກໍຈະໄດ້ຮັບການແກ້ໄຂ ແລະ ພວກເຂົາກໍຈະສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ ແລະ ອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ ແລະ ຢ່າງເດັດຂາດ. ແນ່ນອນວ່າ ສິ່ງນີ້ຍັງເປັນສັນຍານຂອງການໄດ້ຮັບຄວາມລອດພົ້ນ ແລະ ມັນເປັນການສະແດງອອກທີ່ແທ້ຈິງຂອງການໄດ້ຮັບຄວາມລອດພົ້ນ ເຊິ່ງໃນທີ່ສຸດກໍສາມາດເຫັນໄດ້ໃນຕົວຜູ້ຄົນ. ໃນຂະບວນການທັງໝົດທີ່ພຣະເຈົ້າສະໜອງຄວາມຈິງໃຫ້ແກ່ຜູ້ຄົນ, ບັນຫາຫຼັກທີ່ຕ້ອງໄດ້ຮັບການແກ້ໄຂແມ່ນຫຍັງ? ໂດຍຫຼັກໆແລ້ວມີບັນຫາສອງປະເພດທີ່ຕ້ອງແກ້ໄຂ. ບັນຫາປະເພດທຳອິດທີ່ຕ້ອງແກ້ໄຂແມ່ນຄວາມຄິດຫຼົງຜິດຂອງຜູ້ຄົນ. ຄວາມຄິດ ແລະ ມຸມມອງທີ່ຄາດເຄື່ອນ, ບິດເບືອນ ແລະ ຍຶດໝັ້ນຢ່າງດື້ດ້ານທຸກປະເພດຂອງຜູ້ຄົນທີ່ມາຈາກຊາຕານ ລ້ວນແລ້ວແຕ່ຖືກເອີ້ນລວມກັນວ່າຄວາມຄິດຫຼົງຜິດຂອງຜູ້ຄົນ. ຄວາມຄິດ ແລະ ມຸມມອງທີ່ຜິດພາດເຫຼົ່ານີ້ ຄວບຄຸມຄວາມຄິດ ແລະ ພຶດຕິກຳຂອງຜູ້ຄົນ ແລະ ໄດ້ກາຍເປັນທິດສະດີພື້ນຖານທາງຄວາມຄິດທີ່ພວກເຂົາໃຊ້ເພື່ອເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ແລະ ປະພຶດຕົນ ແລະ ກະທຳການແລ້ວ, ສະນັ້ນ ພວກມັນຈຶ່ງຕ້ອງໄດ້ຮັບການແກ້ໄຂຢ່າງຖີ່ຖ້ວນ. ນີ້ຄືບັນຫາທີ່ກ່ຽວຂ້ອງກັບຄວາມຄິດຂອງຜູ້ຄົນທີ່ຈຳເປັນຕ້ອງໄດ້ຮັບການແກ້ໄຂ. ບັນຫາອີກປະເພດໜຶ່ງທີ່ຕ້ອງແກ້ໄຂແມ່ນອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ. ອຸປະນິໄສທີ່ເສື່ອມຊາມແມ່ນຫົວຂໍ້ທີ່ມັກຈະຖືກໂອ້ລົມ, ສົນທະນາ ແລະ ໄຈ້ແຍກໃນຊີວິດຄຣິສຕະຈັກ. ອຸປະນິໄສທີ່ເສື່ອມຊາມບາງຢ່າງແມ່ນເກີດຈາກຄວາມຄິດ ແລະ ມຸມມອງທີ່ຄາດເຄື່ອນຂອງຜູ້ຄົນ, ໃນຂະນະທີ່ອຸປະນິໄສທີ່ເສື່ອມຊາມອື່ນໆແມ່ນອຸປະນິໄສແບບຊາຕານລ້ວນໆ. ສອງສິ່ງທີ່ພຣະເຈົ້າຕັ້ງໃຈຈະແກ້ໄຂໃນຕົວຜູ້ຄົນຜ່ານວຽກງານ ແລະ ພຣະທຳຂອງພຣະອົງກໍຄືຄວາມຄິດຫຼົງຜິດ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ສິ່ງທຳອິດກ່ຽວຂ້ອງກັບວິທີທີ່ຄົນໆໜຶ່ງເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ, ໃນຂະນະທີ່ສິ່ງຕໍ່ມາກ່ຽວຂ້ອງກັບວິທີທີ່ຄົນເຮົາປະພຶດຕົນ ແລະ ກະທຳການ. ເມື່ອສອງສິ່ງນີ້ໄດ້ຮັບການແກ້ໄຂ ແລະ ຜູ້ຄົນໄດ້ຮັບຄວາມຈິງ ແລະ ສາມາດອ່ອນນ້ອມຕໍ່ພຣະເຈົ້າ ແລະ ກາຍເປັນຄົນທີ່ເຂົ້າກັນໄດ້ກັບພຣະອົງ, ບາດນັ້ນວຽກງານຂອງພຣະເຈົ້າກໍຈະບັນລຸຜົນຂອງມັນ ແລະ ວຽກງານຂອງພຣະເຈົ້າກໍຈະຄ່ອຍໆສິ້ນສຸດລົງ. ເຖິງຢ່າງໃດກໍຕາມ, ຕະຫຼອດຂະບວນການທັງໝົດໃນວຽກງານຂອງພຣະເຈົ້າ, ບໍ່ວ່າຈະເປັນວິທີທີ່ພຣະເຈົ້າປະຕິບັດວຽກງານ, ຂັ້ນຕອນທີ່ສະເພາະເຈາະຈົງໃນວຽກງານຂອງພຣະອົງ ຫຼື ຄວາມຈິງແຕ່ລະຂໍ້ທີ່ພຣະອົງສະແດງອອກ, ບໍ່ມີສິ່ງໃດເລີຍທີ່ເລັງໃສ່ດ້ານຕ່າງໆ ເຊັ່ນ: ບຸກຄະລິກກະພາບ, ຂີດຄວາມສາມາດ, ຄວາມເກັ່ງກາດ, ສັນຊາດຕະຍານ, ນິໄສການດຳລົງຊີວິດ ແລະ ຮູບແບບການດຳລົງຊີວິດ ຫຼື ຄວາມສົນໃຈ ແລະ ສິ່ງທີ່ເຮັດຍາມຫວ່າງຂອງພວກເຂົາ. ເວົ້າອີກຢ່າງໜຶ່ງກໍຄື ເປົ້າໝາຍ, ຈຸດປະສົງ ແລະ ຄວາມໝາຍສຳຄັນຂອງວຽກງານຂອງພຣະເຈົ້າບໍ່ແມ່ນ ເພື່ອປ່ຽນແປງຂີດຄວາມສາມາດ ແລະ ຄວາມເກັ່ງກາດແຕ່ກຳເນີດ, ສັນຊາດຕະຍານ, ບຸກຄະລິກກະພາບເດີມ ແລະ ອື່ນໆຂອງຜູ້ຄົນ. ບໍ່ວ່າເຈົ້າຈະມີຂີດຄວາມສາມາດ ແລະ ຄວາມສາມາດໃນການເຮັດວຽກແບບໃດກໍຕາມ ຫຼື ບຸກຄະລິກກະພາບຕິດຕົວ, ນິໄສການດຳລົງຊີວິດ, ສັນຊາດຕະຍານ ແລະ ດ້ານອື່ນໆອີກຫຼາຍຢ່າງຂອງເຈົ້າຈະເປັນແນວໃດກໍຕາມ, ພຣະເຈົ້າບໍ່ໄດ້ເບິ່ງສິ່ງເຫຼົ່ານີ້ເລີຍ. ພຣະອົງພຽງແຕ່ເບິ່ງ ວ່າເຈົ້າເປັນຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິ ຫຼື ບໍ່ ແລະ ຈາກນັ້ນ ບົນພື້ນຖານນີ້ ພຣະອົງກໍສະໜອງຄວາມຈິງໃຫ້ແກ່ເຈົ້າ ແລະ ປະຕິບັດວຽກງານໃນຕົວເຈົ້າ. ບໍ່ວ່າພຣະເຈົ້າຈະສະໜອງຄວາມຈິງດ້ານໃດໃຫ້ແກ່ເຈົ້າ ຫຼື ພຣະອົງຈະປະຕິບັດວຽກງານປະເພດໃດໃນຕົວເຈົ້າກໍຕາມ, ໃນທ້າຍທີ່ສຸດແລ້ວ ມັນກໍບໍ່ແມ່ນເພື່ອປ່ຽນແປງຂີດຄວາມສາມາດ ແລະ ສັນຊາດຕະຍານແຕ່ກຳເນີດຂອງເຈົ້າ, ມັນບໍ່ແມ່ນເພື່ອຍົກລະດັບຂີດຄວາມສາມາດ ຫຼື ສັນຊາດຕະຍານຂອງເຈົ້າ ແລະ ເຮັດໃຫ້ພວກມັນດີຂຶ້ນ ຫຼື ເພື່ອເຮັດໃຫ້ພວກມັນເໜືອທຳມະຊາດເປັນພິເສດ, ບໍ່ມີດ້ານໃດເລີຍໃນສິ່ງເຫຼົ່ານີ້ທີ່ເປັນເປົ້າໝາຍທີ່ພຣະເຈົ້າຕ້ອງການປ່ຽນແປງດ້ວຍວຽກງານຂອງພຣະອົງ. ສະນັ້ນ, ບໍ່ວ່າເຈົ້າຈະເຊື່ອໃນພຣະເຈົ້າມາເທົ່າໃດປີກໍຕາມ ຫຼື ເຈົ້າຈະໄດ້ຟັງຄຳເທດສະໜາມາຫຼາຍສໍ່າໃດກໍຕາມ ຫຼື ເຈົ້າຈະທຸ່ມເທຄວາມພະຍາຍາມຫຼາຍສໍ່າໃດໃນພຣະທຳຂອງພຣະເຈົ້າກໍຕາມ, ຂີດຄວາມສາມາດແຕ່ກຳເນີດຂອງເຈົ້າກໍຈະຍັງຄົງຄືເກົ່າ ແລະ ຈະບໍ່ປ່ຽນແປງ. ມັນຈະບໍ່ປ່ຽນແປງຍ້ອນວ່າເຈົ້າເຊື່ອໃນພຣະເຈົ້າມາຫຼາຍປີ, ຟັງຄຳເທດສະໜາມາຫຼາຍປີ ແລະ ເດີນທາງໄປມາ ແລະ ເສຍສະລະຕົນເອງມາຫຼາຍປີ. ແນ່ນອນວ່າ ສິ່ງດຽວກັນນີ້ກໍນຳໃຊ້ກັບບຸກຄະລິກກະພາບ, ສັນຊາດຕະຍານ, ນິໄສການດຳລົງຊີວິດ, ຄວາມສົນໃຈ, ສິ່ງທີ່ເຮັດຍາມຫວ່າງ ແລະ ອື່ນໆຂອງເຈົ້າເຊັ່ນກັນ; ພວກມັນຈະບໍ່ປ່ຽນແປງຍ້ອນວ່າເຈົ້າເຊື່ອໃນພຣະເຈົ້າມາຫຼາຍປີ ແລະ ໄດ້ປະຕິບັດໜ້າທີ່ຂອງເຈົ້າມາຫຼາຍປີ. ໃນຄວາມຄິດຫຼົງຜິດຂອງຜູ້ຄົນ, ການປ່ຽນແປງນີ້ບໍ່ໄດ້ໝາຍເຖິງການຫຼຸດລົງຢ່າງແນ່ນອນ, ແຕ່ໝາຍເຖິງການຍົກລະດັບ, ເຮັດໃຫ້ສິ່ງເຫຼົ່ານີ້ສູງຂຶ້ນ ແລະ ດີກວ່າແຕ່ກ່ອນ. ນັ້ນກໍຄື ບໍ່ວ່າວຽກງານຂອງພຣະເຈົ້າຈະຢູ່ໃນຂັ້ນຕອນໃດ ຫຼື ພຣະອົງຈະໃຊ້ວິທີການໃດໃນການປະຕິບັດວຽກງານກໍຕາມ, ສິ່ງທີ່ວຽກງານຂອງພຣະອົງປ່ຽນແປງບໍ່ແມ່ນຂີດຄວາມສາມາດແຕ່ກຳເນີດ, ຄວາມສາມາດໃນການເຮັດວຽກ, ສັນຊາດຕະຍານ, ບຸກຄະລິກກະພາບຂອງຜູ້ຄົນ ແລະ ອື່ນໆ. ສະນັ້ນ, ຖ້າຂີດຄວາມສາມາດຂອງເຈົ້າຕ່ຳ ແລະ ປັດຈຸບັນເຈົ້າບໍ່ມີຂີດຄວາມສາມາດທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ຫຼື ເປັນຜູ້ກຳກັບດູແລລາຍການວຽກງານໃດໜຶ່ງ, ແລ້ວເຈົ້າກໍຈະບໍ່ມີຂີດຄວາມສາມາດນັ້ນໃນອີກ 20 ຫຼື 30 ປີຂ້າງໜ້າເຊັ່ນກັນ; ແລະ ເຖິງແມ່ນວ່າໃນທີ່ສຸດເຈົ້າຈະໄດ້ຮັບຄວາມລອດພົ້ນຍ້ອນການໄລ່ຕາມເສາະຫາຄວາມຈິງຂອງເຈົ້າ, ເຈົ້າກໍຈະຍັງບໍ່ມີຂີດຄວາມສາມາດນັ້ນຢູ່ດີ. ຂີດຄວາມສາມາດຂອງເຈົ້າຈະບໍ່ປ່ຽນແປງ. ແລ້ວສັນຊາດຕະຍານຂອງເຈົ້າຈະປ່ຽນແປງບໍ? ທຸກຄົນລ້ວນແຕ່ປະສົບກັບການເກີດ, ການແກ່, ການເຈັບປ່ວຍ ແລະ ການຕາຍ ແລະ ເມື່ອປະເຊີນກັບເຫດການສຳຄັນ, ພວກເຂົາກໍຈະຮູ້ສຶກວິຕົກກັງວົນ, ຢ້ານກົວ, ຫວາດກົວ ແລະ ອື່ນໆອີກ, ສັນຊາດຕະຍານເຫຼົ່ານີ້ກໍຈະບໍ່ປ່ຽນແປງເຊັ່ນກັນ. ຕົວຢ່າງ: ເມື່ອຜູ້ຄົນໄດ້ຍິນສຽງດັງເປັນພິເສດ, ພວກເຂົາທຸກຄົນກໍຈະເອົາມືກຸມຫົວຂອງພວກເຂົາ ແລະ ລີ້ຢູ່ໃນສະຖານທີ່ທີ່ປອດໄພ, ນີ້ຄືສັນຊາດຕະຍານ. ເມື່ອມືຂອງເຈົ້າສຳຜັດກັບແປວໄຟ ຫຼື ສິ່ງອື່ນທີ່ຮ້ອນ, ເຈົ້າກໍຈະດຶງມືກັບຄືນຕາມສັນຊາດຕະຍານ ຫຼື ເມື່ອເຈົ້າໄດ້ຍິນຂ່າວຮ້າຍບາງຢ່າງ, ເຈົ້າກໍຈະຮູ້ສຶກສັ່ນກົວຢູ່ພາຍໃນ ແລະ ຮູ້ສຶກຫວາດກົວຕາມສັນຊາດຕະຍານ. ເມື່ອເຈົ້າປະເຊີນກັບອັນຕະລາຍ, ຄວາມຄິດທຳອິດຂອງເຈົ້າຕາມສັນຊາດຕະຍານກໍຄື “ຂ້ອຍປອດໄພບໍ? ອັນຕະລາຍນີ້ກຳລັງມຸ່ງໜ້າມາຫາຂ້ອຍບໍ?” ນີ້ຄືສັນຊາດຕະຍານ. ນອກຈາກນີ້, ເມື່ອມີຄົນຢືດມືອອກຕີເຈົ້າ, ເຈົ້າກໍຈະຫຼົບຫຼີກເພື່ອປົກປ້ອງຕົວເອງຕາມສັນຊາດຕະຍານ; ເມື່ອຂີ້ຝຸ່ນ ຫຼື ນໍ້າເຂົ້າຕາຂອງເຈົ້າ, ເຈົ້າກໍຈະຫຼັບຕາຕາມສັນຊາດຕະຍານ; ແລະ ເມື່ອເຈົ້າເຈັບແຂ້ວ, ເຈົ້າກໍຈະເອົາມືຂອງເຈົ້າຈັບແຂ້ວຂອງເຈົ້າເລື້ອຍໆ. ເຈົ້າຈະມີການຕອບໂຕ້ທີ່ເປັນທຳມະຊາດຕາມສັນຊາດຕະຍານ, ມີການສະແດງອອກບາງຢ່າງ ຫຼື ກະທຳການຕາມສັນຊາດຕະຍານ. ຜູ້ຄົນເກີດມາພ້ອມກັບການຕອບໂຕ້ຕາມສັນຊາດຕະຍານເຫຼົ່ານີ້. ບໍ່ມີໃຜສາມາດເອົາພວກມັນໄປໄດ້ ແລະ ພຣະເຈົ້າກໍຈະບໍ່ປ່ຽນແປງພວກມັນເຊັ່ນກັນ. ການຕອບໂຕ້ຕາມສັນຊາດຕະຍານເຫຼົ່ານີ້ຖືກພຣະເຈົ້າຈັດໄວ້ສຳລັບຜູ້ຄົນ ເມື່ອເວລາພຣະອົງສ້າງພວກເຂົາ ແລະ ພວກມັນມີໄວ້ເພື່ອປົກປ້ອງຜູ້ຄົນ. ພວກມັນເປັນສິ່ງທີ່ມະນຸດທີ່ຖືກສ້າງຂຶ້ນຕ້ອງມີ. ພຣະເຈົ້າຈະບໍ່ເອົາສັນຊາດຕະຍານເຫຼົ່ານີ້ໄປ ແລະ ເຈົ້າກໍຈະບໍ່ສູນເສຍພວກມັນຍ້ອນການໄລ່ຕາມເສາະຫາຄວາມຈິງຂອງເຈົ້າເຊັ່ນກັນ. ເຮົາໝາຍຄວາມວ່າແນວໃດ? ເຮົາໝາຍຄວາມວ່າມັນບໍ່ແມ່ນຄວາມຈິງທີ່ເຈົ້າຈະບໍ່ຢ້ານເມື່ອມີໄຟໄໝ້ ຫຼື ເຈົ້າຈະບໍ່ຮູ້ສຶກວ່າມືຂອງເຈົ້າຖືກລວກ ເມື່ອເຈົ້າເອົາມືຈຸ່ມລົງໃນໝໍ້ນໍ້າມັນທີ່ຮ້ອນ ຍ້ອນວ່າເຈົ້າໄລ່ຕາມເສາະຫາຄວາມຈິງ, ເຂົ້າໃຈຄວາມຈິງຫຼາຍຢ່າງ ແລະ ມີການອ່ອນນ້ອມທີ່ແທ້ຈິງຕໍ່ພຣະເຈົ້າ, ນີ້ຄືສິ່ງທີ່ເປັນໄປບໍ່ໄດ້. ເຈົ້າຈະຄິດແນວໃດ ຖ້າມີຄົນໃຫ້ຄຳພະຍານແບບນັ້ນ? ເຈົ້າຈະອິດສາ ແລະ ຊື່ນຊົມພວກເຂົາບໍ? ເຈົ້າຈະປະເມີນ ແລະ ກຳນົດລັກສະນະມັນແນວໃດ? ຢ່າງໜ້ອຍທີ່ສຸດ, ນີ້ກໍເປັນປະກົດການທີ່ເໜືອທຳມະຊາດ ແລະ ພຣະເຈົ້າຈະບໍ່ເຮັດສິ່ງນັ້ນ. ສຳລັບສັນຊາດຕະຍານທີ່ພຣະເຈົ້າໄດ້ສ້າງຂຶ້ນສຳລັບມະນຸດຊາດ, ພຣະເຈົ້າຈະບໍ່ເອົາສັນຊາດຕະຍານເຫຼົ່ານີ້ຂອງເຈົ້າໄປ ຍ້ອນວ່າເຈົ້າໄລ່ຕາມເສາະຫາຄວາມຈິງ ແລະ ພຣະອົງກໍຈະບໍ່ປ່ຽນສັນຊາດຕະຍານເຫຼົ່ານີ້ໃຫ້ກາຍເປັນພະລັງທີ່ເໜືອທຳມະຊາດ. ຕົວຢ່າງ: ສົມມຸດວ່າເຈົ້າຢູ່ໃນພື້ນທີ່ທີ່ມືດມິດ ແລະ ເຈົ້າບໍ່ສາມາດເບິ່ງເຫັນຫຍັງໄດ້ເລີຍ; ເຈົ້າກໍຈະເດ່ມືອອກໄປເພື່ອຄຳເບິ່ງອ້ອມຕົວເຈົ້າຕາມສັນຊາດຕະຍານ ແລະ ຟັງຢ່າງຕັ້ງໃຈດ້ວຍຫູຂອງເຈົ້າເພື່ອແຍກແຍະສຽງອ້ອມຕົວເຈົ້າ, ຄຳທາງໄປຂ້າງໜ້າຂອງເຈົ້າຕາມສັນຊາດຕະຍານ. ເຈົ້າຈະບໍ່ກ້າວຂ້າມເນື້ອໜັງຍ້ອນວ່າເຈົ້າໄລ່ຕາມເສາະຫາຄວາມຈິງ, ມັນຈະບໍ່ເປັນຄວາມຈິງທີ່ຍິ່ງມືດຫຼາຍເທົ່າໃດ, ຕາຂອງເຈົ້າກໍຍິ່ງຮູ້ສຶກສະຫວ່າງຫຼາຍຂຶ້ນເທົ່ານັ້ນ ແລະ ເຈົ້າກໍຍິ່ງສາມາດເບິ່ງເຫັນສິ່ງຕ່າງໆໄດ້ຢ່າງຊັດເຈນຫຼາຍຂຶ້ນ ແລະ ຍິ່ງງ່າຍຂຶ້ນໃນການຊອກຫາທິດທາງຂອງເຈົ້າ, ນີ້ຄືສິ່ງທີ່ເໜືອທຳມະຊາດ ແລະ ມັນເປັນສິ່ງທີ່ພຣະເຈົ້າບໍ່ໄດ້ເຮັດ. ເຖິງແມ່ນວ່າເຈົ້າຈະເຂົ້າໃຈຄວາມຈິງຫຼາຍຢ່າງ ແລະ ສາມາດອ່ອນນ້ອມຕໍ່ຄວາມຈິງ ແລະ ນຳເອົາຄວາມຈິງໄປປະຕິບັດໄດ້ກໍຕາມ, ຖ້າສັນຊາດຕະຍານຂອງເຈົ້າໃນດ້ານນີ້ສາມາດຄົງຢູ່ຄືເກົ່າ ແລະ ບໍ່ຫຼຸດໜ້ອຍລົງ, ນັ້ນກໍຖືວ່າດີຫຼາຍແລ້ວ, ແຕ່ເຈົ້າຍັງຕ້ອງການໃຫ້ພວກມັນກາຍເປັນສິ່ງທີ່ເໜືອທຳມະຊາດ, ນັ້ນເປັນສິ່ງທີ່ເປັນໄປບໍ່ໄດ້! ນອກຈາກນີ້, ຄວາມສາມາດຂອງຄົນໆໜຶ່ງໃນການເບິ່ງສິ່ງຕ່າງໆ ແລະ ຮັບມືກັບສິ່ງຕ່າງໆ ແລະ ຄວາມສາມາດຂອງພວກເຂົາໃນການແກ້ໄຂບັນຫາກໍບໍ່ແມ່ນສິ່ງທີ່ພຣະເຈົ້າຕັ້ງໃຈຈະປ່ຽນແປງດ້ວຍວຽກງານຂອງພຣະອົງເຊັ່ນກັນ. ຄວາມສາມາດຂອງຄົນໆໜຶ່ງໃນການຮັບມືກັບສິ່ງຕ່າງໆແມ່ນຂຶ້ນຢູ່ກັບຂີດຄວາມສາມາດຂອງພວກເຂົາໃນດ້ານໜຶ່ງ ແລະ ຂຶ້ນຢູ່ກັບໄອຄິວ (IQ) ແຕ່ກຳເນີດຂອງພວກເຂົາໃນອີກດ້ານໜຶ່ງ ແລະ ໄອຄິວຂອງພວກເຂົາກໍລວມເຖິງພອນສະຫວັນຂອງພວກເຂົາ. ບາງຄົນເກີດມາພ້ອມກັບຄວາມສາມາດ ແລະ ພອນສະຫວັນບາງຢ່າງເປັນພິເສດສຳລັບການຮັບມືກັບເລື່ອງພາຍນອກ, ນັ້ນກໍຄື ພວກເຂົາເກັ່ງໃນການຄິດ ແລະ ການເຂົ້າສັງຄົມ, ພວກເຂົາເກີດມາພ້ອມກັບຄວາມສາມາດທາງສັງຄົມທີ່ພິເສດ ແລະ ພວກເຂົາຮູ້ວິທີການພົວພັນກັບຜູ້ຄົນ, ເບິ່ງສິ່ງຕ່າງໆ ແລະ ຮັບມືກັບເລື່ອງບາງຢ່າງ. ໃນຄວາມຄິດຂອງພວກເຂົາ, ພວກເຂົາມີລຳດັບຄວາມຄິດທີ່ຊັດເຈນເປັນພິເສດເມື່ອເວົ້າເຖິງສິ່ງຕ່າງໆທຸກປະເພດ ເຊິ່ງມີເຫດຜົນຫຼາຍເຊັ່ນກັນ. ເມື່ອພວກເຂົາເບິ່ງບາງສິ່ງບາງຢ່າງ, ພວກເຂົາສາມາດຈັບໃຈຄວາມຈຸດສຳຄັນຂອງເລື່ອງນັ້ນໄດ້ ໂດຍບໍ່ມີການບ່ຽງເບນ ຫຼື ຄວາມບໍ່ສົມເຫດສົມຜົນຫຍັງເລີຍ ແລະ ຮັບມືກັບບັນຫາໃນລັກສະນະທີ່ຂ້ອນຂ້າງຖືກຕ້ອງ. ຄົນປະເພດນີ້ມີຄວາມສາມາດໃນການຮັບມືກັບເລື່ອງຕ່າງໆ. ບາງຄົນບໍ່ໄດ້ເກີດມາພ້ອມກັບຄວາມສາມາດນີ້ ແລະ ພວກເຂົາພຽງແຕ່ມັກອ່ານປຶ້ມ, ປູກດອກໄມ້, ປູກຫຍ້າ, ລ້ຽງນົກ ແລະ ສິ່ງອື່ນໆທີ່ຄ້າຍຄືກັນ. ສິ່ງນີ້ເອີ້ນວ່າຫຍັງ? ມັນເອີ້ນວ່າການມີວິຖີຊີວິດທີ່ປານີດ ແລະ ສະບາຍໆ. ຄົນເຫຼົ່ານີ້ແມ່ນຜູ້ທີ່ໄລ່ຕາມເສາະຫາຄວາມສະຫງ່າງາມ ແລະ ຄວາມປານີດ. ພວກເຂົາບໍ່ເກັ່ງໃນການເຂົ້າສັງຄົມ ຫຼື ການຮັບມືກັບເລື່ອງພາຍນອກ, ພວກເຂົາບໍ່ມີຄວາມສາມາດນີ້. ເມື່ອພວກເຂົາຈຳເປັນຕ້ອງອອກໄປຂ້າງນອກ ແລະ ຈັດການວຽກງານ, ປຶກສາທະນາຍຄວາມ ຫຼື ພົວພັນກັບບຸກຄົນສຳຄັນບາງຄົນ, ພວກເຂົາກໍຈະຂີ້ຢ້ານ ແລະ ຢ້ານກົວ ແລະ ບໍ່ກ້າສົບຕາກັບຄົນຜູ້ນັ້ນ ແລະ ເມື່ອພວກເຂົາຖືກຕັ້ງຄຳຖາມ, ພວກເຂົາກໍຈະອຶກອັກ ແລະ ບໍ່ຮູ້ວ່າຈະເວົ້າຫຍັງ. ນີ້ແມ່ນຄົນບໍ່ໄດ້ເລື່ອງ, ແມ່ນບໍ? ເມື່ອຄົນປະເພດນີ້ບໍ່ໄດ້ປະເຊີນກັບບັນຫາບາງຢ່າງ, ພວກເຂົາກໍເກັ່ງຫຼາຍໃນການໂອ້ອວດ ໂດຍກ່າວວ່າ “ຂ້ອຍເຄີຍເຮັດສິ່ງນັ້ນສິ່ງນີ້, ຂ້ອຍເຄີຍມີອະດີດທີ່ຮຸ່ງເຮືອງແບບນັ້ນແບບນີ້, ຂ້ອຍເຄີຍພົວພັນກັບຄົນນັ້ນຄົນນີ້ ແລະ ຂ້ອຍກໍຮູ້ຈັກຄົນດັງຄົນນັ້ນຄົນນີ້....” ເຖິງຢ່າງໃດກໍຕາມ, ເມື່ອພວກເຂົາຖືກສົ່ງໄປຮັບມືກັບບາງສິ່ງບາງຢ່າງແທ້ໆ, ພວກເຂົາກໍຫາຍຕົວໄປຢ່າງບໍ່ມີຮ່ອງຮອຍ. ມັນກັບກາຍເປັນວ່າ ສິ່ງດຽວທີ່ພວກເຂົາສາມາດເຮັດໄດ້ກໍຄືການໂອ້ອວດ ແລະ ພວກເຂົາບໍ່ມີຄວາມສາມາດພິເສດ ຫຼື ຄວາມຮູ້ທີ່ແທ້ຈິງ ແລະ ບໍ່ມີຄວາມສາມາດໃນການຈັດການວຽກງານ. ຂໍ້ເທັດຈິງທີ່ວ່າຄົນໃດໜຶ່ງບໍ່ເກັ່ງໃນການຮັບມືກັບເລື່ອງຕ່າງໆ ສາມາດປ່ຽນແປງໄດ້ ໂດຍການທີ່ພວກເຂົາໄລ່ຕາມເສາະຫາຄວາມຈິງບໍ? ໜ້າເສຍດາຍທີ່ຄຳຕອບແມ່ນ ບໍ່, ມັນບໍ່ສາມາດປ່ຽນແປງໄດ້. ລອງເບິ່ງບຸກຄົນເຫຼົ່ານັ້ນທີ່ມີບຸກຄະລິກກະພາບທີ່ເກັບຕົວ ແລະ ຢ້ານທີ່ຈະປະເຊີນໜ້າກັບຄົນອື່ນຕັ້ງແຕ່ຍັງນ້ອຍ. ເມື່ອພວກເຂົາອາຍຸຊາວ ຫຼື ສາມສິບປີ, ພວກເຂົາກໍຍັງຄົງວິຕົກກັງວົນຫຼາຍເມື່ອເວົ້າກັບຜູ້ຄົນ ຫຼື ຮັບມືກັບເລື່ອງທີ່ກ່ຽວຂ້ອງກັບການພົວພັນກັບຜູ້ຄົນ. ເມື່ອພວກເຂົາກ້າວເຂົ້າສູ່ໄວກາງຄົນ, ພວກເຂົາກໍຍັງຮູ້ສຶກອາຍ ແລະ ໜ້າແດງເມື່ອເວົ້າຕໍ່ໜ້າຝູງຊົນ. ຄົນແບບນັ້ນຈະບໍ່ມີວັນສາມາດປະເຊີນໜ້າກັບໂລກທີ່ກວ້າງໃຫຍ່ຂຶ້ນ ຕາບໃດທີ່ພວກເຂົາຍັງມີຊີວິດຢູ່. ຄົນອື່ນນັ້ນແຕກຕ່າງອອກໄປ ໃນເລື່ອງທີ່ວ່າພວກເຂົາມັກການເວົ້າລົມ ແລະ ການພົວພັນກັບຜູ້ຄົນຕັ້ງແຕ່ພວກເຂົາຍັງເປັນເຍົາວະຊົນ. ບໍ່ວ່າພວກເຂົາຈະພົວພັນກັບບຸກຄົນສຳຄັນຄົນໃດກໍຕາມ, ພວກເຂົາກໍຈະບໍ່ຮູ້ສຶກຢ້ານ ແລະ ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາກໍຈະບໍ່ກັງວົນ ຫຼື ຕື່ນຕົກໃຈ. ພວກເຂົາມີໄຫວພິບ ແລະ ດັ່ງນັ້ນ ພວກເຂົາຈຶ່ງບໍ່ມີອາການວິຕົກກັງວົນເທິງເວທີ. ຍິ່ງມີຄົນຫຼາຍເທົ່າໃດ, ພວກເຂົາກໍຍິ່ງມີຄວາມສຸກ ແລະ ມີພະລັງຫຼາຍຂຶ້ນເທົ່ານັ້ນ ແລະ ພວກເຂົາກໍຍິ່ງຢາກສະແດງຫຼາຍຂຶ້ນເທົ່ານັ້ນ. ບຸກຄະລິກກະພາບ ແລະ ຄວາມສາມາດໃນການຮັບມືກັບເລື່ອງຕ່າງໆຂອງຄົນໆໜຶ່ງສາມາດປ່ຽນແປງໄດ້ຜ່ານການທີ່ພວກເຂົາປະສົບກັບວຽກງານຂອງພຣະເຈົ້າບໍ? (ບໍ່). ພຣະເຈົ້າບໍ່ໄດ້ປ່ຽນແປງສິ່ງເຫຼົ່ານີ້ກ່ຽວກັບຜູ້ຄົນ. ບາງຄົນຮູ້ວ່າຄວາມສາມາດທີ່ຕ່ຳຂອງພວກເຂົາໃນການຮັບມືກັບເລື່ອງຕ່າງໆແມ່ນຂໍ້ບົກຜ່ອງໃນຄວາມເປັນມະນຸດຂອງພວກເຂົາ, ສະນັ້ນ ພວກເຂົາຈຶ່ງເຮັດວຽກໜັກເພື່ອເອົາຊະນະມັນ. ມັນອາດຈະເປັນໄປໄດ້ວ່າ ເມື່ອພວກເຂົາກ້າວເຂົ້າສູ່ໄວກາງຄົນ ຫຼື ໄວຊະຣາ, ຫຼັງຈາກທີ່ໄດ້ປະສົບກັບການຫຼໍ່ຫຼອມມາຫຼາຍທົດສະວັດ ແລະ ໄດ້ສະສົມປະສົບການມາຢ່າງຫຼວງຫຼາຍ, ພວກເຂົາກໍພໍຈະສາມາດຮັບມືກັບເລື່ອງສະເພາະໜ້າບາງຢ່າງໄດ້; ແຕ່ພວກເຂົາກໍຍັງຈະບໍ່ມີຄວາມສາມາດໃນການຮັບມືກັບເລື່ອງຄັບຂັນ ແລະ ເລື່ອງຂອງຄວາມເປັນຄວາມຕາຍ. ໂດຍສະເພາະຢ່າງຍິ່ງ ມີບາງຄົນທີ່ບໍ່ສາມາດຈັດການກັບສິ່ງໃດດ້ວຍຕົນເອງໄດ້ເລີຍເມື່ອພວກເຂົາກ້າວເຂົ້າສູ່ໄວຊະຣາ; ບໍ່ວ່າພວກເຂົາຈະພະຍາຍາມຮັບມືກັບສິ່ງໃດກໍຕາມ, ພວກເຂົາກໍເຮັດໃຫ້ມັນວຸ້ນວາຍໄປໝົດ, ພວກເຂົາບໍ່ສາມາດແບກຮັບມັນໄດ້ເລີຍ ແລະ ພວກເຂົາກໍບໍ່ສາມາດແມ່ນແຕ່ຈະຮັບພາລະໃນການເບິ່ງແຍງວຽກງານໃນຄອບຄົວຂອງພວກເຂົາເອງ. ແລ້ວພວກເຂົາເຮັດແນວໃດ? ໃນບາງກໍລະນີ, ລູກໆຂອງພວກເຂົາມີຄວາມສາມາດໃນການຮັບມືກັບເລື່ອງຕ່າງໆ, ສະນັ້ນ ຄົນເຫຼົ່ານີ້ຈຶ່ງໃຫ້ລູກໆຊ່ວຍເຫຼືອພວກເຂົາ ໃນຂະນະທີ່ພວກເຂົາເພີດເພີນກັບສິ່ງທີ່ລູກໆໄດ້ເຮັດໃຫ້ພວກເຂົາແລ້ວ. ພວກເຂົາຄິດວ່າ “ຂ້ອຍໄດ້ມີການປະກອບສ່ວນ, ຂ້ອຍມີຄວາມສາມາດໃນການຮັບມືກັບເລື່ອງຕ່າງໆ”, ແຕ່ໃນຄວາມເປັນຈິງແລ້ວ ພວກເຂົາບໍ່ມີຄວາມສາມາດນີ້. ມັນແມ່ນລູກໆຂອງພວກເຂົາ ເຊິ່ງຕອນນີ້ເຕີບໃຫຍ່ ແລະ ສາມາດຮັບຜິດຊອບວຽກງານເຫຼົ່ານີ້ໄດ້ແລ້ວ, ທີ່ເປັນຜູ້ຮັບຜິດຊອບວຽກງານເຫຼົ່ານີ້. ຄົນເຫຼົ່ານີ້ອາດຈະບໍ່ວິຕົກກັງວົນ ແລະ ຢ້ານກົວໃນການຮັບມືກັບສິ່ງຕ່າງໆໃນຕອນນີ້ຄືກັບຕອນທີ່ພວກເຂົາຍັງໜຸ່ມ, ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າຄວາມສາມາດໃນການຮັບມືກັບເລື່ອງຕ່າງໆຂອງພວກເຂົາໄດ້ປ່ຽນແປງ ຫຼື ໄດ້ຮັບການປັບປຸງ. ມັນໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພວກເຂົາອາຍຸຫຼາຍຂຶ້ນ, ໄດ້ຮັບປະສົບການ ແລະ ບໍ່ຢ້ານກົວສິ່ງຕ່າງໆອີກຕໍ່ໄປ. ຄຳວ່າ “ບໍ່ຢ້ານກົວສິ່ງຕ່າງໆອີກຕໍ່ໄປ” ໝາຍເຖິງຫຍັງ? ມັນໝາຍຄວາມວ່າພວກເຂົາສາມາດເບິ່ງເລື່ອງຕ່າງໆດ້ວຍລັກສະນະທີ່ເປີດກວ້າງຫຼາຍຂຶ້ນ ເພາະວ່າພວກເຂົາໄດ້ປະສົບກັບຫຼາຍໆສິ່ງ ແລະ ຄົ້ນພົບຮູບແບບຂອງສິ່ງຕ່າງໆ ແລະ ດັ່ງນັ້ນ ຖ້າພວກເຂົາພົບກັບອັນຕະລາຍເລັກໜ້ອຍແທ້ໆ, ພວກເຂົາກໍຈະບໍ່ຢ້ານ ແລະ ພວກເຂົາກໍຈະຄິດວ່າ: “ເອົາລະ, ຂ້ອຍຢູ່ນີ້ແລ້ວ. ຖ້າເຈົ້າຕ້ອງການເງິນ, ຂ້ອຍກໍບໍ່ມີ; ຖ້າເຈົ້າຕ້ອງການຊີວິດຂອງຂ້ອຍ, ແລ້ວກໍເອົາໄປເລີຍ, ຢາກເຮັດຫຍັງກໍເຮັດ!” ຄົນແບບນັ້ນມີຄວາມຄືບໜ້າໃດໆບໍ? ພວກເຂົາບໍ່ມີຄວາມຄືບໜ້າໃດໆເລີຍ, ພວກເຂົາຍັງຄົງບໍ່ລະມັດລະວັງ ແລະ ເບົາປັນຍາເມື່ອເວົ້າເຖິງການຮັບມືກັບສິ່ງຕ່າງໆ. ພວກເຂົາຍັງຄົງຮີບຮ້ອນ ແລະ ໃຈຮ້ອນຄືກັບແຕ່ກ່ອນ. ພວກເຂົາລົ້ມເຫຼວໃນການເຮັດສິ່ງຕ່າງໆໃຫ້ສຳເລັດໃນອະດີດ ແລະ ຕອນນີ້ພວກເຂົາກໍບໍ່ໄດ້ປ່ຽນແປງແມ່ນແຕ່ໜ້ອຍດຽວ. ພວກເຂົາກໍເປັນແບບນັ້ນແຫຼະ. ບອກເຮົາເບິ່ງວ່າ ນີ້ບໍ່ແມ່ນວິທີທີ່ສິ່ງຕ່າງໆເປັນຢູ່ແທ້ໆບໍ? (ແມ່ນແລ້ວ).
ມີຄົນທຸກໄວໃນທ່າມກາງພວກເຈົ້າ. ມາຮອດປັດຈຸບັນ, ເຈົ້າເຄີຍປະສົບກັບສິ່ງທີ່ພິເສດບໍ, ໃນຂະບວນການໄລ່ຕາມເສາະຫາຄວາມຈິງ, ຂີດຄວາມສາມາດຂອງເຈົ້າໄດ້ປ່ຽນແປງຢ່າງສິ້ນເຊີງ ແລະ ດີກວ່າແຕ່ກ່ອນຫຼາຍ ຫຼື ສັນຊາດຕະຍານຂອງເຈົ້າໄດ້ປ່ຽນແປງບໍ? ເຈົ້າເຄີຍມີປະສົບການແບບນັ້ນບໍ? (ບໍ່). ຖ້າເປັນແນວນັ້ນ, ເຄີຍມີໃຜເວົ້າບໍວ່າ “ຂ້ອຍເຄີຍເປັນຄົນບໍ່ໄດ້ເລື່ອງ. ຂ້ອຍເວົ້າບໍ່ເກັ່ງ, ຂ້ອຍບໍ່ມີຄວາມສາມາດ ຫຼື ທັກສະໃດໆເລີຍ ແລະ ຂ້ອຍກໍບໍ່ມີຄວາມສາມາດທາງສັງຄົມເລີຍ. ຕອນນີ້ ຂ້ອຍໄດ້ຍອມຮັບວຽກງານຂອງພຣະເຈົ້າແລ້ວ, ຂ້ອຍສາມາດເວົ້າໄດ້ຢ່າງຄ່ອງແຄ້ວ, ຂ້ອຍມີຄວາມສາມາດທາງສັງຄົມ ແລະ ເມື່ອເວົ້າເຖິງການຮັບມືກັບສິ່ງຕ່າງໆ, ຂ້ອຍກໍສະຫຼາດ ແລະ ມີຝີມື ແລະ ຮູ້ວິທີຮັບມືກັບສິ່ງຕ່າງໆ”? ມີໃຜເຄີຍມີປະສົບການແບບນີ້ບໍ? (ບໍ່). ບາງຄົນເວົ້າວ່າ “ເຖິງແມ່ນວ່າສິ່ງເຫຼົ່ານັ້ນຈະຍັງບໍ່ໄດ້ເກີດຂຶ້ນກັບຂ້ອຍ, ແຕ່ໃນຂະບວນການປະສົບກັບວຽກງານຂອງພຣະເຈົ້າ ຫຼັງຈາກທີ່ມາເຊື່ອໃນພຣະເຈົ້າ, ຂ້ອຍຮູ້ສຶກວ່າບຸກຄະລິກກະພາບຂອງຂ້ອຍໄດ້ປ່ຽນແປງໄປ. ຂ້ອຍເຄີຍເວົ້າຊ້າ ແລະ ທຸກຄົນກໍເອີ້ນຂ້ອຍວ່າ ‘ຄົນຊັກຊ້າ’. ຂ້ອຍຍັງມີອີກຊື່ຫຼິ້ນໜຶ່ງ ເຊິ່ງກໍຄື ‘ຄົນອືດອາດ’. ຕັ້ງແຕ່ຂ້ອຍເລີ່ມເຊື່ອໃນພຣະເຈົ້າ, ການໂຕ້ຕອບຂອງຂ້ອຍກໍໄວຂຶ້ນກວ່າແຕ່ກ່ອນ ແລະ ຂ້ອຍກໍເວົ້າ ແລະ ກະທຳໄວຂຶ້ນ. ຂ້ອຍຍັງຮັບມືກັບສິ່ງຕ່າງໆໄດ້ໄວຂຶ້ນ ແລະ ມີປະສິດທິພາບຫຼາຍຂຶ້ນອີກດ້ວຍ.” ມີສິ່ງແບບນີ້ເກີດຂຶ້ນບໍ? (ບໍ່). ມີກໍລະນີໜຶ່ງທີ່ມັນອາດຈະເປັນໄປໄດ້. ຕົວຢ່າງ: ເມື່ອບາງຄົນຮຽນພາສາຕ່າງປະເທດ ແລະ ຝຶກເວົ້າມັນໃນຕອນທຳອິດ, ພວກເຂົາຈະເວົ້າຊ້າຫຼາຍ, ເວົ້າເທື່ອລະຄຳ. ຄົນອື່ນຄິດວ່າຄົນເຫຼົ່ານີ້ອາດຈະເວົ້າຊ້າຫຼາຍ ເພາະວ່າພວກເຂົາເກີດມາພ້ອມກັບນິໄສທີ່ຊັກຊ້າ. ຫຼັງຈາກສາມ ຫຼື ຫ້າປີ, ຍ້ອນວ່າຄົນເຫຼົ່ານີ້ໄດ້ຕິດຕໍ່ພົວພັນກັບຜູ້ທີ່ເວົ້າພາສາຕ່າງປະເທດນັ້ນເລື້ອຍໆ, ໃນທີ່ສຸດພວກເຂົາກໍເວົ້າມັນໄດ້ຢ່າງຄ່ອງແຄ້ວຫຼາຍ, ໄວເທົ່າກັບທີ່ພວກເຂົາເວົ້າພາສາແມ່ຂອງພວກເຂົາເລີຍ ແລະ ຄົນອື່ນໆທີ່ບໍ່ຮູ້ເລື່ອງກໍຄິດວ່າ “ບຸກຄະລິກກະພາບຂອງຄົນຜູ້ນັ້ນປ່ຽນແປງໄປແລ້ວ. ພວກເຂົາເຄີຍເວົ້າຊ້າ ແລະ ຜູ້ຄົນກໍຮູ້ສຶກໃຈຮ້ອນໃນຂະນະທີ່ຟັງພວກເຂົາເວົ້າ, ແຕ່ຕອນນີ້ພວກເຂົາເວົ້າໄດ້ຢ່າງຄ່ອງແຄ້ວຫຼາຍ, ພວກເຂົາໄດ້ກາຍເປັນຄົນທີ່ວ່ອງໄວແລ້ວ. ຈາກວິທີການເວົ້າທີ່ກົງໄປກົງມາ ແລະ ຊັດເຈນຂອງພວກເຂົາ, ເຈົ້າສາມາດບອກໄດ້ເລີຍວ່າພວກເຂົາຮັບມືກັບເລື່ອງຕ່າງໆດ້ວຍຄວາມວ່ອງໄວ ແລະ ມີບຸກຄະລິກກະພາບທີ່ດີ.” ໃນກໍລະນີນີ້, ມີການປ່ຽນແປງໃນບຸກຄະລິກກະພາບຂອງພວກເຂົາບໍ? (ບໍ່). ໃນຄວາມເປັນຈິງແລ້ວ, ນີ້ຄືຮູບແບບທີ່ປົກກະຕິ. ມັນເປັນຂະບວນການຂອງຄວາມກ້າວໜ້າທີ່ປົກກະຕິໃນການຮຽນຮູ້ທັກສະວິຊາປະເພດໜຶ່ງ, ມັນບໍ່ແມ່ນຂະບວນການປ່ຽນແປງບຸກຄະລິກກະພາບ. ບໍ່ວ່າຈະເປັນຂີດຄວາມສາມາດ, ຄວາມເກັ່ງກາດ ແລະ ສັນຊາດຕະຍານ ຫຼື ບຸກຄະລິກກະພາບ, ນິໄສ, ຄວາມສົນໃຈ ແລະ ສິ່ງທີ່ເຮັດຍາມຫວ່າງ, ບໍ່ມີດ້ານໃດເລີຍໃນສິ່ງເຫຼົ່ານີ້ທີ່ເປັນສິ່ງທີ່ພຣະເຈົ້າຕ້ອງການປ່ຽນແປງຜ່ານວຽກງານຂອງພຣະອົງ. ຖ້າເຈົ້າເຊື່ອຢູ່ສະເໝີວ່າ ຈຸດປະສົງຂອງການທີ່ພຣະເຈົ້າປະຕິບັດວຽກງານ ແລະ ກ່າວເພື່ອສະໜອງຄວາມຈິງໃຫ້ແກ່ຜູ້ຄົນ ແມ່ນເພື່ອປ່ຽນແປງຄຸນສົມບັດແຕ່ກຳເນີດທັງໝົດເຫຼົ່ານີ້ຂອງມະນຸດ ແລະ ຄິດວ່າມີພຽງແຕ່ວິທີນັ້ນເອງ ຄົນໆນຶ່ງຈຶ່ງຈະສາມາດຖືກພິຈາລະນາວ່າເກີດໃໝ່ຢ່າງສົມບູນ, ເປັນຄົນໃໝ່ຢ່າງແທ້ຈິງດັ່ງທີ່ພຣະເຈົ້າໄດ້ກ່າວ, ແລ້ວເຈົ້າກໍເຂົ້າໃຈຜິດຢ່າງຮ້າຍແຮງ. ນີ້ຄືຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງມະນຸດ. ຫຼັງຈາກທີ່ເຂົ້າໃຈສິ່ງນີ້ແລ້ວ, ເຈົ້າຄວນປ່ອຍວາງຄວາມຄິດຫຼົງຜິດ, ຈິນຕະນາການ, ການຄາດເດົາ ຫຼື ຄວາມຮູ້ສຶກດັ່ງກ່າວ. ນັ້ນກໍຄື ໃນຂະບວນການໄລ່ຕາມເສາະຫາຄວາມຈິງ, ເຈົ້າບໍ່ຄວນເພິ່ງພາຄວາມຮູ້ສຶກ ຫຼື ການຄາດເດົາຢູ່ສະເໝີເພື່ອສະຫຼຸບສິ່ງເຫຼົ່ານີ້: “ຂີດຄວາມສາມາດຂອງຂ້ອຍໄດ້ຮັບການປັບປຸງບໍ? ສັນຊາດຕະຍານຂອງຂ້ອຍໄດ້ປ່ຽນແປງບໍ? ບຸກຄະລິກກະພາບຂອງຂ້ອຍຍັງບໍ່ດີຄືແຕ່ກ່ອນບໍ? ຮູບແບບການດຳລົງຊີວິດຂອງຂ້ອຍໄດ້ປ່ຽນແປງບໍ?” ຢ່າໄຕ່ຕອງກ່ຽວກັບສິ່ງເຫຼົ່ານີ້; ການໄຕ່ຕອງດັ່ງກ່າວແມ່ນໄຮ້ປະໂຫຍດ ເພາະວ່າສິ່ງເຫຼົ່ານີ້ບໍ່ແມ່ນດ້ານທີ່ພຣະເຈົ້າຕັ້ງໃຈຈະປ່ຽນແປງ ແລະ ພຣະທຳ ແລະ ວຽກງານຂອງພຣະເຈົ້າກໍບໍ່ເຄີຍເລັງໃສ່ສິ່ງເຫຼົ່ານີ້ເລີຍ. ວຽກງານຂອງພຣະເຈົ້າບໍ່ເຄີຍມີເປົ້າໝາຍເພື່ອປ່ຽນແປງຂີດຄວາມສາມາດ, ສັນຊາດຕະຍານ, ບຸກຄະລິກກະພາບ ແລະ ອື່ນໆຂອງຜູ້ຄົນ ແລະ ພຣະເຈົ້າກໍບໍ່ເຄີຍກ່າວເພື່ອຈຸດປະສົງໃນການປ່ຽນແປງດ້ານເຫຼົ່ານີ້ຂອງຜູ້ຄົນ. ຄວາມໝາຍແຝງກໍຄື ວຽກງານຂອງພຣະເຈົ້າສະໜອງຄວາມຈິງໃຫ້ແກ່ຜູ້ຄົນບົນພື້ນຖານເງື່ອນໄຂແຕ່ກຳເນີດຂອງພວກເຂົາ ແນໃສ່ເພື່ອເຮັດໃຫ້ຜູ້ຄົນເຂົ້າໃຈຄວາມຈິງ ແລະ ຈາກນັ້ນກໍຍອມຮັບ ແລະ ອ່ອນນ້ອມຕໍ່ຄວາມຈິງ. ເວົ້າອີກຢ່າງໜຶ່ງກໍຄື ບໍ່ວ່າເຈົ້າຈະມີຂີດຄວາມສາມາດປະເພດໃດ ແລະ ບໍ່ວ່າບຸກຄະລິກກະພາບ ແລະ ສັນຊາດຕະຍານຂອງເຈົ້າຈະເປັນແນວໃດກໍຕາມ, ສິ່ງທີ່ພຣະເຈົ້າຕ້ອງການເຮັດກໍຄືການເຮັດໃຫ້ຄວາມຈິງເຂົ້າສູ່ພາຍໃນເຈົ້າ, ເພື່ອປ່ຽນແປງຄວາມຄິດຫຼົງຜິດເດີມໆ ແລະ ອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ແທນທີ່ຈະປ່ຽນແປງຂີດຄວາມສາມາດ, ສັນຊາດຕະຍານ ແລະ ບຸກຄະລິກກະພາບແຕ່ກຳເນີດຂອງເຈົ້າ. ຕອນນີ້ເຈົ້າເຂົ້າໃຈແລ້ວ, ແມ່ນບໍ? ວຽກງານຂອງພຣະເຈົ້າແນໃສ່ເພື່ອປ່ຽນແປງຫຍັງ? (ວຽກງານຂອງພຣະເຈົ້າແນໃສ່ເພື່ອປ່ຽນແປງຄວາມຄິດຫຼົງຜິດເດີມໆ ແລະ ອຸປະນິໄສທີ່ເສື່ອມຊາມພາຍໃນຜູ້ຄົນ). ຕອນນີ້ເມື່ອເຈົ້າເຂົ້າໃຈຄວາມຈິງນີ້ແລ້ວ, ເຈົ້າກໍຄວນປ່ອຍວາງຈິນຕະນາການ ແລະ ຄວາມຄິດຫຼົງຜິດເຫຼົ່ານັ້ນທີ່ບໍ່ເປັນຈິງ ແລະ ກ່ຽວຂ້ອງກັບສິ່ງທີ່ເໜືອທຳມະຊາດ ແລະ ບໍ່ຄວນໃຊ້ຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານີ້ເພື່ອມາວັດແທກຕົນເອງ ຫຼື ຮຽກຮ້ອງຈາກຕົນເອງ. ໃນທາງກົງກັນຂ້າມ ເຈົ້າຄວນສະແຫວງຫາ ແລະ ຍອມຮັບຄວາມຈິງໂດຍອີງໃສ່ເງື່ອນໄຂດັ້ງເດີມຕ່າງໆທີ່ພຣະເຈົ້າມອບໃຫ້ເຈົ້າ. ເປົ້າໝາຍສູງສຸດໃນເລື່ອງນີ້ແມ່ນຫຍັງ? ມັນກໍຄື ບົນພື້ນຖານເງື່ອນໄຂແຕ່ກຳເນີດຂອງເຈົ້າ, ເຈົ້າເຂົ້າໃຈຫຼັກການຄວາມຈິງ, ເຂົ້າໃຈຫຼັກການຄວາມຈິງແຕ່ລະຂໍ້ທີ່ຄວນນຳໄປປະຕິບັດ ເມື່ອປະເຊີນກັບສະຖານະການຕ່າງໆທີ່ເຈົ້າພົບພໍ້ ແລະ ເຈົ້າສາມາດເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ແລະ ປະພຶດຕົນ ແລະ ກະທຳການຕາມຫຼັກການຄວາມຈິງເຫຼົ່ານີ້ໄດ້. ການເຮັດແບບນີ້ແມ່ນບັນລຸຄວາມຕ້ອງການຂອງພຣະເຈົ້າ. ນີ້ກໍເພາະວ່າຈຸດປະສົງຂອງພຣະທຳ ແລະ ວຽກງານຂອງພຣະເຈົ້າແມ່ນເພື່ອເຮັດໃຫ້ຄວາມຈິງເຂົ້າສູ່ພາຍໃນຜູ້ຄົນ ເພື່ອໃຫ້ພວກມັນກາຍເປັນຫຼັກການ ແລະ ເກນແຫ່ງການປະຕິບັດຂອງພວກເຂົາ ແລະ ເພື່ອໃຫ້ພວກມັນກາຍເປັນພື້ນຖານທີ່ພວກເຂົາໃຊ້ ເພື່ອເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ແລະ ປະພຶດຕົນ ແລະ ກະທຳການ ແລະ ເພື່ອໃຫ້ພວກມັນກາຍເປັນຊີວິດຂອງພວກເຂົາ ແທນທີ່ຈະແມ່ນການປ່ຽນຜູ້ຄົນໃຫ້ກາຍເປັນສຸດຍອດມະນຸດ ຫຼື ຄົນທີ່ມີພະລັງເໜືອທຳມະຊາດ. ເຮົາໝາຍຄວາມວ່າແນວໃດກັບຄຳວ່າ “ສຸດຍອດມະນຸດ” ແລະ “ຄົນທີ່ມີພະລັງເໜືອທຳມະຊາດ”? ການທີ່ສາມາດກ້າວຂ້າມສັນຊາດຕະຍານຂອງຕົນ, ກ້າວຂ້າມຂອບເຂດຄວາມສາມາດຂອງຕົນ, ກ້າວຂ້າມຂີດຄວາມສາມາດຂອງຕົນ ແລະ ແມ່ນແຕ່ກ້າວຂ້າມເພດຂອງຕົນ ແລະ ສາມາດດຳລົງຊີວິດຢູ່ເໜືອເພດຂອງຕົນ, ສິ່ງເຫຼົ່ານີ້ບໍ່ແມ່ນພະລັງເໜືອທຳມະຊາດບໍ? (ແມ່ນແລ້ວ). ຕົວຢ່າງ: ບາງຄົນສາມາດເວົ້າໄດ້ຫຼາຍພາສາ ຫຼື ແມ່ນແຕ່ຫຼາຍກວ່າສິບພາສາ ໂດຍທີ່ບໍ່ໄດ້ຜ່ານການຮຽນພາສາສະເພາະດ້ານ. ນີ້ຄືສິ່ງເໜືອທຳມະຊາດບໍ? (ແມ່ນແລ້ວ). ຄວາມເໜືອທຳມະຊາດນີ້ຢູ່ເໜືອຂີດຄວາມສາມາດ, ຄວາມເກັ່ງກາດ ແລະ ສັນຊາດຕະຍານຂອງມະນຸດ, ບໍ່ແມ່ນບໍ? (ແມ່ນແລ້ວ). ຍິ່ງໄປກວ່ານັ້ນ, ເມື່ອເວົ້າພາສາຕ່າງໆ, ພວກເຂົາເຖິງກັບສາມາດປ່ຽນສຽງຜູ້ຊາຍ ແລະ ຜູ້ຍິງທີ່ແຕກຕ່າງກັນໄດ້ຢ່າງຄ່ອງແຄ້ວ. ນີ້ບໍ່ຍິ່ງເໜືອທຳມະຊາດກວ່າບໍ? (ແມ່ນແລ້ວ). ບໍ່ວ່າພວກເຂົາຈະເວົ້າຈັກພາສາກໍຕາມ, ພວກເຂົາກໍບໍ່ໄດ້ເຮັດໃຫ້ພວກມັນປົນເປກັນ ແລະ ພວກເຂົາກໍບໍ່ຮູ້ສຶກເມື່ອຍ ບໍ່ວ່າຈະເວົ້າດົນປານໃດກໍຕາມ ແລະ ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ດື່ມນໍ້າໜ້ອຍໜຶ່ງ ພວກເຂົາກໍບໍ່ຮູ້ສຶກຫິວນໍ້າ. ຍິ່ງໄປກວ່ານັ້ນ, ຍິ່ງພວກເຂົາເວົ້າຫຼາຍເທົ່າໃດ, ຕາຂອງພວກເຂົາກໍຍິ່ງສົດໃສຂຶ້ນ, ໃບໜ້າຂອງພວກເຂົາກໍຍິ່ງເປັ່ງປະກາຍຂຶ້ນ ແລະ ພວກເຂົາກໍເປັ່ງປະກາຍໄປທົ່ວຕົວ. ນີ້ບໍ່ແມ່ນສິ່ງເໜືອທຳມະຊາດບໍ? (ແມ່ນແລ້ວ). ເຖິງແມ່ນວ່າພວກເຂົາຈະຖືກຍິງໃນຂະນະທີ່ກຳລັງເວົ້າ, ພວກເຂົາກໍບໍ່ເປັນຫຍັງ ແລະ ພຽງແຕ່ເວົ້າຕໍ່ໄປ. ນັ້ນຍິ່ງເໜືອທຳມະຊາດກວ່າ, ແມ່ນບໍ? (ແມ່ນແລ້ວ). ເມື່ອພວກເຂົາເຫັນລູກປືນ, ພວກເຂົາກໍບໍ່ໄດ້ແມ່ນແຕ່ຈະພະຍາຍາມຫຼົບຫຼີກມັນ, ແຕ່ພວກເຂົາກັບປະເຊີນໜ້າກັບມັນໂດຍກົງແທນ. ລູກປືນຊອດຜ່ານໜ້າເອິກຂອງພວກເຂົາ, ແຕ່ພວກເຂົາກໍຍັງຍຶດໝັ້ນ ແລະ ບໍ່ຫວັ່ນໄຫວ. ພວກເຂົາບໍ່ໄດ້ຮັບຜົນກະທົບໃນລັກສະນະໃດເລີຍ ແລະ ແມ່ນແຕ່ເສັ້ນຜົມເສັ້ນດຽວກໍບໍ່ໄດ້ຮັບບາດເຈັບ. ນີ້ຄືການກ້າວຂ້າມສັນຊາດຕະຍານ, ບໍ່ແມ່ນບໍ? (ແມ່ນແລ້ວ). ປາກົດການທັງໝົດເຫຼົ່ານີ້ລ້ວນແຕ່ກ້າວຂ້າມສັນຊາດຕະຍານຂອງມະນຸດ. ສິ່ງທີ່ຮ້າຍແຮງທີ່ສຸດກໍຄື ພວກເຂົາໄດ້ກາຍເປັນຄົນທີ່ຜິດປົກກະຕິ, ນັ້ນກໍຄື ຄົນທີ່ແຕກຕ່າງຈາກຄົນທຳມະດາ, ຜູ້ທີ່ກ້າວຂ້າມຂີດຄວາມສາມາດ ແລະ ຄວາມເກັ່ງກາດຂອງຄົນປົກກະຕິ ແລະ ຜູ້ທີ່ກ້າວຂ້າມສັນຊາດຕະຍານຂອງຄົນປົກກະຕິອີກດ້ວຍ. ການສະແດງອອກຂອງພວກເຂົາໃນທຸກດ້ານແມ່ນແຕກຕ່າງຈາກຄົນທຳມະດາ ແລະ ເໜືອທຳມະຊາດເປັນຢ່າງຍິ່ງ. ແບບນີ້ບົ່ງບອກເຖິງບັນຫາ. ພວກເຂົາຍັງເປັນຄົນປົກກະຕິຢູ່ບໍ? (ບໍ່). ແລ້ວພວກເຂົາແມ່ນຫຍັງ? (ວິນຍານຊົ່ວ). ພວກເຂົາແມ່ນວິນຍານຊົ່ວ. ພວກເຈົ້າຢາກໄລ່ຕາມເສາະຫາສິ່ງນີ້ບໍ? (ບໍ່). ໃນພວກເຈົ້າບໍ່ມີໃຜທີ່ຢາກເຮັດແບບນັ້ນ, ສະນັ້ນ ເຈົ້າຄິດວ່າວຽກງານຂອງພຣະເຈົ້າຈະປ່ຽນແປງຜູ້ຄົນເຖິງຂັ້ນນັ້ນບໍ? ຈຸດປະສົງຂອງວຽກງານຂອງພຣະເຈົ້າແມ່ນເພື່ອປ່ຽນບຸກຄົນໃຫ້ກາຍເປັນຄົນທີ່ຜິດປົກກະຕິບໍ? (ບໍ່). ມັນແມ່ນເພື່ອໃຫ້ເຈົ້າຍອມຮັບຄວາມຈິງ ແລະ ປະສົບກັບສະພາບແວດລ້ອມທີ່ພຣະອົງໄດ້ຈັດໄວ້ສຳລັບເຈົ້າ ພາຍໃນຂອບເຂດຂອງຄວາມເປັນມະນຸດທີ່ປົກກະຕິ ເພື່ອວ່າຈາກສິ່ງນີ້ ເຈົ້າຈະສາມາດເຂົ້າໃຈເຈດຕະນາທີ່ພຽນພະຍາຍາມທີ່ພຣະເຈົ້າປະຕິບັດວຽກງານຂອງພຣະອົງ ຫຼື ເຂົ້າໃຈຄວາມບໍ່ພຽງພໍ ແລະ ຂໍ້ບົກຜ່ອງຂອງເຈົ້າເອງ ຫຼື ອຸປະນິໄສທີ່ເສື່ອມຊາມຂອງເຈົ້າເອງ ແລະ ຈາກນັ້ນ ບົນພື້ນຖານຂອງຄວາມເຂົ້າໃຈນີ້ ກໍໃຫ້ສະແຫວງຫາຄວາມຈິງ ແລະ ນຳເອົາມັນໄປປະຕິບັດ ແລະ ຄ່ອຍໆເຂົ້າສູ່ຄວາມຈິງ, ຂະບວນການນີ້ແມ່ນຊັກຊ້າ ແລະ ບໍ່ໄດ້ເໜືອທຳມະຊາດເລີຍ. ເມື່ອບາງຄົນກຳລັງຄິດລົບ, ພວກເຂົາມັກຈະເວົ້າສິ່ງນີ້: “ຂ້ອຍໄດ້ຮັບຫຍັງຈາກການເຊື່ອໃນພຣະເຈົ້າມາຫຼາຍປີ?” ເຈົ້າເວົ້າວ່າເຈົ້າບໍ່ໄດ້ຮັບຫຍັງເລີຍ, ແຕ່ເຈົ້າຄວນຄິດຢ່າງຮອບຄອບກ່ຽວກັບສິ່ງຕໍ່ໄປນີ້. ຫຼັງຈາກທີ່ໄດ້ເຊື່ອໃນພຣະເຈົ້າມາຫຼາຍປີ, ຕອນນີ້ເຈົ້າມີມຸມມອງທີ່ຊັດເຈນກ່ຽວກັບຫຼາຍສິ່ງຫຼາຍຢ່າງແລ້ວບໍ? ມັນເປັນຄວາມຈິງທີ່ຍິ່ງເຈົ້າເຊື່ອດົນເທົ່າໃດ, ເຈົ້າກໍຍິ່ງຮູ້ສຶກສະຫງົບ ແລະ ໝັ້ນຄົງຫຼາຍເທົ່ານັ້ນ ແລະ ເຈົ້າກໍຍິ່ງຮູ້ສຶກວ່າ ນີ້ຄືເສັ້ນທາງທີ່ຖືກຕ້ອງໃນຊີວິດບໍ? ຖ້າເຈົ້າຮູ້ສຶກແບບນີ້ແທ້ໆ, ມັນກໍໝາຍຄວາມວ່າເຈົ້າໄດ້ຮັບບາງສິ່ງແທ້ໆ. ເຖິງແມ່ນວ່າເຈົ້າຈະບໍ່ໄດ້ຮັບສິ່ງຂອງທາງວັດຖຸໃດເລີຍ, ເຖິງແມ່ນວ່າເຈົ້າຈະບໍ່ໄດ້ຮັບເງິນ, ສະຖານະ, ຊື່ສຽງ, ຜົນໄດ້, ສິ່ງທີ່ເຈົ້າສາມາດຈັບບາຍໄດ້ດ້ວຍມື ຫຼື ເບິ່ງເຫັນໄດ້ດ້ວຍຕາ, ແຕ່ເຈົ້າກໍຍັງເຂົ້າໃຈຄວາມຈິງບາງຢ່າງໃນຫົວໃຈຂອງເຈົ້າ. ເຈົ້າໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບການມີຕົວຕົນທີ່ແທ້ຈິງຂອງພຣະເຈົ້າ ແລະ ອຳນາດສູງສຸດຂອງພຣະອົງເໜືອທຸກສິ່ງ. ນອກຈາກນີ້, ເຈົ້າຍັງເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ຂໍ້ກຳນົດຂອງພຣະອົງສຳລັບຜູ້ຄົນ ແລະ ເຈົ້າກໍຮູ້ວ່າສິ່ງທີ່ຖືກສ້າງແມ່ນຫຍັງ ແລະ ເຈົ້າຄວນປະຕິບັດໜ້າທີ່ຫຍັງ. ນອກຈາກນັ້ນ ຖ້າໃນຕອນນີ້ ເຈົ້າບໍ່ໄດ້ຮັບອະນຸຍາດໃຫ້ປະຕິບັດໜ້າທີ່, ເຈົ້າກໍຈະຮູ້ສຶກທຸກທໍລະມານ ແລະ ຮູ້ສຶກວ່າຊີວິດຂອງເຈົ້າວ່າງເປົ່າ. ສິ່ງທັງໝົດນີ້ບໍ່ໄດ້ສະແດງໃຫ້ເຫັນບໍວ່າ ເຈົ້າໄດ້ຮັບບາງສິ່ງຈາກການເຊື່ອໃນພຣະເຈົ້າແລ້ວ? ສິ່ງທີ່ເຈົ້າໄດ້ຮັບນັ້ນມີຄຸນຄ່າຫຼາຍກວ່າສິ່ງຂອງທາງວັດຖຸໃດໆ. ສິ່ງເຫຼົ່ານີ້ຄືຜົນທີ່ວຽກງານຂອງພຣະເຈົ້າບັນລຸໃນຕົວຜູ້ຄົນ. ພຣະອົງບໍ່ໄດ້ຕັ້ງໃຈທີ່ຈະເຮັດໃຫ້ຜູ້ຄົນສາມາດໄດ້ຮັບການປ່ຽນແປງທີ່ເໜືອທຳມະຊາດ, ບໍ່ເປັນຈິງ ທີ່ກ້າວຂ້າມຄວາມເປັນມະນຸດ, ສັນຊາດຕະຍານຂອງມະນຸດ ຫຼື ຄວາມຕ້ອງການທີ່ປົກກະຕິ ແລະ ການສະແດງອອກທີ່ປົກກະຕິຂອງເນື້ອໜັງ. ໃນທາງກົງກັນຂ້າມ, ພຣະອົງຕັ້ງໃຈທີ່ຈະເຮັດໃຫ້ຜູ້ຄົນປະສົບກັບສະພາບແວດລ້ອມທຸກຮູບແບບພາຍໃນຂອບເຂດຂອງຄວາມເປັນມະນຸດທີ່ປົກກະຕິແທນ ແລະ ກໍຄ່ອຍໆໄດ້ຮັບຄວາມເຂົ້າໃຈ ແລະ ປະສົບການທຸກຮູບແບບຢ່າງຊ້າໆໃນຂະບວນການນີ້. ສະຫຼຸບແລ້ວ, ຕະຫຼອດຂະບວນການທີ່ຄ່ອຍເປັນຄ່ອຍໄປ ແລະ ຊັກຊ້ານີ້, ຄວາມຄິດ ແລະ ຄວາມຄິດຫຼົງຜິດຂອງຜູ້ຄົນກໍປ່ຽນແປງໄປເທື່ອລະໜ້ອຍ, ມຸມມອງທີ່ພວກເຂົາໃຊ້ເພື່ອເບິ່ງຜູ້ຄົນ ແລະ ສິ່ງຕ່າງໆກໍປ່ຽນແປງໄປ, ມຸມມອງ ແລະ ວິທີການຂອງພວກເຂົາໃນການຮັບມືກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທຸກປະເພດກໍປ່ຽນແປງໄປ, ອຸປະນິໄສທີ່ເສື່ອມຊາມບາງຢ່າງຂອງພວກເຂົາກໍບໍ່ຊັດເຈນຄືກັບແຕ່ກ່ອນອີກຕໍ່ໄປ ແລະ ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງພວກເຂົາກໍໄດ້ຮັບການຟື້ນຟູໃນລະດັບໜຶ່ງ. ພວກເຂົາໄດ້ຮັບຜົນໄດ້ທີ່ແທ້ຈິງເຫຼົ່ານີ້, ແທນທີ່ຈະເປັນສິ່ງທີ່ບໍ່ເປັນຈິງ, ລວງຕາ, ຫວ່າງເປົ່າ, ເສແສ້ງ ຫຼື ແມ່ນແຕ່ສິ່ງທີ່ເໜືອທຳມະຊາດເຫຼົ່ານັ້ນ.
ພຣະເຈົ້າປະຕິບັດວຽກງານແຫ່ງການຊ່ວຍມະນຸດຊາດໃຫ້ລອດພົ້ນໃນລັກສະນະທີ່ຄ່ອຍເປັນຄ່ອຍໄປ ແລະ ແນ່ນອນວ່າ ມີອີກໜຶ່ງຫຼັກການທີ່ສຳຄັນກວ່າ, ນັ້ນກໍຄື ໃນການປະຕິບັດວຽກງານຂອງພຣະອົງ, ພຣະເຈົ້າປ່ອຍໃຫ້ສິ່ງຕ່າງໆເປັນໄປຕາມທິດທາງຂອງມັນ. ຫຼັກການ “ການປ່ອຍໃຫ້ສິ່ງຕ່າງໆເປັນໄປຕາມທິດທາງຂອງມັນ” ນີ້ອາດຈະຍາກສຳລັບຜູ້ຄົນທີ່ຈະເຂົ້າໃຈຢູ່ແດ່. ການປ່ອຍໃຫ້ສິ່ງຕ່າງໆເປັນໄປຕາມທິດທາງຂອງມັນໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ບໍ່ວ່າພຣະເຈົ້າຈະປະຕິບັດວຽກງານໃນຕົວຜູ້ຄົນ ຫຼື ກ່າວກັບຜູ້ຄົນ, ພຣະອົງບໍ່ເຄີຍບັງຄັບໃຜໃຫ້ເຮັດສິ່ງຕ່າງໆ. ພຣະເຈົ້າຈັດສະພາບແວດລ້ອມໃຫ້ແກ່ເຈົ້າ ແລະ ສະໜອງຄວາມຈິງໃຫ້ແກ່ເຈົ້າຄືກັນກັບທີ່ພຣະອົງເຮັດໃຫ້ແກ່ຄົນອື່ນ. ກ່ຽວກັບວິທີທີ່ເຈົ້າຄວນເບິ່ງ ແລະ ເຂົ້າໃຈສະພາບແວດລ້ອມທີ່ພຣະອົງຈັດໄວ້ ແລະ ມຸມມອງ ແລະ ທັດສະນະຄະຕິຫຍັງທີ່ເຈົ້າຄວນໃຊ້ເພື່ອຮັບມືກັບສະພາບແວດລ້ອມເຫຼົ່ານັ້ນ, ພຣະເຈົ້າມີພຣະທຳທີ່ຊັດເຈນ ແລະ ໄດ້ບອກຫຼັກການຄວາມຈິງທີ່ຊັດເຈນແກ່ເຈົ້າແລ້ວ. ສຳລັບວິທີການທີ່ເຈົ້າຮັບມືກັບສະພາບແວດລ້ອມເຫຼົ່ານັ້ນ, ນັ້ນແມ່ນທາງເລືອກທີ່ເປັນອິດສະລະຂອງເຈົ້າເອງ. ເຈົ້າສາມາດເລືອກທີ່ຈະຍອມຮັບຄວາມຈິງ ແລະ ຮູ້ຈັກຕົນເອງ ຫຼື ເຈົ້າສາມາດເລືອກທີ່ຈະປະຕິເສດຄວາມຈິງ; ເຈົ້າສາມາດເລືອກທີ່ຈະຍອມຮັບການເປີດເຜີຍຕົວເຈົ້າ ໂດຍສະພາບແວດລ້ອມທີ່ພຣະເຈົ້າຈັດວາງໄວ້ ຫຼື ເຈົ້າສາມາດເລືອກທີ່ຈະເມີນເສີຍຕໍ່ວຽກງານຂອງພຣະເຈົ້າ, ເຈົ້າມີເສລີພາບໃນການເລືອກ, ເຈົ້າມີອິດສະລະທີ່ຈະເລືອກ. ຕົວຢ່າງ: ເມື່ອເວົ້າເຖິງໜ້າທີ່ທີ່ເຈົ້າຄວນປະຕິບັດ, ເຈົ້າສາມາດເລືອກທີ່ຈະເຮັດມັນສຸດຫົວໃຈ ແລະ ສຸດກຳລັງຂອງເຈົ້າ ຫຼື ເຈົ້າສາມາດເລືອກທີ່ຈະເຮັດມັນດ້ວຍທັດສະນະຄະຕິທີ່ເຮັດພໍແລ້ວມືແລ້ວຕີນ. ສິ່ງນີ້ແມ່ນຂຶ້ນຢູ່ກັບທາງເລືອກສ່ວນຕົວຂອງເຈົ້າຢ່າງສິ້ນເຊີງ ແລະ ແນ່ນອນວ່າ ມັນຍັງຂຶ້ນຢູ່ກັບຂີດຄວາມສາມາດ, ຄວາມເກັ່ງກາດ, ສັນຊາດຕະຍານ ແລະ ອື່ນໆຂອງເຈົ້າເອງອີກດ້ວຍ. ພຣະເຈົ້າບໍ່ໄດ້ເຮັດວຽກງານເພີ່ມເຕີມ, ນັ້ນກໍຄື ພາຍໃຕ້ສະຖານະການປົກກະຕິ, ພຣະເຈົ້າບໍ່ໄດ້ເຮັດວຽກງານເພີ່ມເຕີມໃນການກະຕຸ້ນ ຫຼື ການຂົ່ມເຫັງ. ສິ່ງນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ພຣະເຈົ້າຈັດສະພາບແວດລ້ອມໃຫ້ແກ່ເຈົ້າ, ມັນກໍຄືກັບວ່າ ພຣະອົງໄດ້ຈັດກຽມງານລ້ຽງໄວ້ໃຫ້ແກ່ເຈົ້າ, ພ້ອມກັບອາຫານຮ້ອນ ແລະ ອາຫານເຢັນ, ເຂົ້າ ແລະ ແກງ, ໝາກໄມ້, ເຄື່ອງດື່ມ ແລະ ອື່ນໆ ອີກຫຼາຍຢ່າງ ແລະ ເມື່ອເວົ້າເຖິງສິ່ງທີ່ເຈົ້າເລືອກ, ພຣະເຈົ້າກໍໃຫ້ອິດສະລະແກ່ເຈົ້າ, ບໍ່ວ່າເຈົ້າຈະເລືອກຫຍັງກໍຕາມ, ເຈົ້າມີອິດສະລະທີ່ຈະເຮັດເຊັ່ນນັ້ນ ແລະ ພຣະເຈົ້າກໍບໍ່ໄດ້ແຊກແຊງ, ພຣະອົງພຽງແຕ່ຈົດຈໍ່ໃນການສະແດງຄວາມຈິງ ເພື່ອສະໜອງໃຫ້ແກ່ຜູ້ຄົນ. ບາງຄົນພຽງແຕ່ເບິ່ງງານລ້ຽງແບບພໍຜ່ານໆ, ໂດຍບໍ່ໄດ້ຊີມລົດຊາດດ້ວຍຕົນເອງວ່າອາຫານທີ່ແຊບຊ້ອຍໃນງານລ້ຽງນັ້ນເປັນແນວໃດກັນແທ້. ພວກເຂົາພຽງແຕ່ສະແດງຄວາມຄິດເຫັນກ່ຽວກັບງານລ້ຽງ, ເວົ້າຫຼັກຄຳສອນບາງຢ່າງ ແລະ ກໍຈາກໄປ. ຄົນອື່ນພຽງແຕ່ເລືອກທີ່ຈະແນມເບິ່ງງານລ້ຽງ, ເມີນເສີຍຕໍ່ອາຫານທີ່ແຊບຊ້ອຍໃນງານລ້ຽງນັ້ນ ແລະ ຈາກໄປໂດຍບໍ່ໄດ້ມີທັດສະນະຄະຕິ ຫຼື ຄວາມຄິດເຫັນໃດເລີຍ. ມີຄົນອື່ນທີ່ໄດ້ຊີມລົດຊາດດ້ວຍຕົນເອງ ແລະ ຜູ້ທີ່ໄດ້ມີປະສົບການກັບອາຫານທີ່ແຊບຊ້ອຍໃນງານລ້ຽງນັ້ນ ພ້ອມທັງໄດ້ຮຽນຮູ້ວິທີເຮັດໜຶ່ງໃນອາຫານທີ່ແຊບຊ້ອຍນຳອີກ. ໃນສະພາບແວດລ້ອມທີ່ພຣະເຈົ້າຈັດໄວ້, ບໍ່ວ່າທັດສະນະຄະຕິຂອງເຈົ້າຈະເປັນແນວໃດກໍຕາມ, ບໍ່ວ່າຈະເປັນການຍິນດີຮັບເອົາມັນ ຫຼື ການປະຕິເສດມັນ ແລະ ບໍ່ຍອມຮັບມັນ ຫຼື ການດູຖູກມັນ ແລະ ເປັນປໍລະປັກຕໍ່ສະພາບແວດລ້ອມນັ້ນ ແລະ ອື່ນໆ, ສິ່ງເຫຼົ່ານີ້ລ້ວນແຕ່ເປັນທັດສະນະຄະຕິກ່ຽວກັບພຣະເຈົ້າ. ພຣະເຈົ້າຮັບມື ແລະ ຈັດການກັບທັດສະນະຄະຕິຕ່າງໆຂອງຜູ້ຄົນແນວໃດ? ຫຼັງຈາກທີ່ໄດ້ສະໜອງຄວາມຈິງເປັນຈຳນວນຫຼວງຫຼາຍໃຫ້ແກ່ຜູ້ຄົນແລ້ວ, ທັດສະນະຄະຕິຂອງພຣະເຈົ້າທີ່ມີຕໍ່ພວກເຂົາກໍເປັນພຽງການເຝົ້າເບິ່ງ ແລະ ເກັບບັນທຶກ. ສຳລັບສິ່ງທີ່ຜູ້ຄົນເລືອກ ຫຼື ທັດສະນະຄະຕິຂອງພວກເຂົາເປັນແນວໃດນັ້ນ, ພຣະເຈົ້າບໍ່ໄດ້ແຊກແຊງ, ເລື່ອງນີ້ບໍ່ມີຫຍັງກ່ຽວຂ້ອງກັບພຣະເຈົ້າ. ແລ້ວເລື່ອງນີ້ກ່ຽວຂ້ອງກັບຫຍັງ? ມັນກ່ຽວຂ້ອງກັບເສັ້ນທາງທີ່ເຈົ້າເລືອກ, ສິ່ງທີ່ເຈົ້າໄດ້ຮັບເອົາໃນທີ່ສຸດ ແລະ ຈຸດຈົບສຸດທ້າຍຂອງເຈົ້າເອງ. ໃນເລື່ອງນີ້ ພຣະເຈົ້າບໍ່ໄດ້ເຮັດວຽກງານທີ່ເປັນການອຳນວຍຄວາມສະດວກເພີ່ມເຕີມເລີຍ, ພຣະອົງພຽງແຕ່ເຮັດຄວາມຮັບຜິດຊອບ ແລະ ພັນທະທີ່ພຣະອົງຄວນເຮັດໃຫ້ສຳເລັດ. ຫຼັງຈາກທີ່ພຣະອົງໄດ້ສະໜອງຄວາມຈິງໃຫ້ແກ່ເຈົ້າ ແລະ ບອກຫຼັກການໃນການຮັບມືກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທຸກປະເພດແກ່ເຈົ້າແລ້ວ, ພຣະອົງກໍອາດຈະຈັດສະພາບແວດລ້ອມໃຫ້ແກ່ເຈົ້າເຊັ່ນກັນ. ເຖິງຢ່າງໃດກໍຕາມ, ພຣະເຈົ້າບໍ່ໄດ້ແຊກແຊງວ່າເຈົ້າຈະເລືອກຫຍັງກັນແທ້ໃນທີ່ສຸດ ຫຼື ເສັ້ນທາງປະເພດໃດທີ່ເຈົ້າເລືອກ, ພຣະອົງປ່ອຍໃຫ້ເຈົ້າເລືອກດ້ວຍຕົວເຈົ້າເອງ. ຕົວຢ່າງ: ຖ້າເຈົ້າຖືກເລືອກຕັ້ງໃຫ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ເຈົ້າສາມາດເລືອກທີ່ຈະກະທຳຕາມຫຼັກການຄວາມຈິງ ແລະ ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ຫຼື ກະທຳຕາມອຳເພີໃຈ ແລະ ເຮັດຢ່າງປະໝາດຕາມຄວາມມັກຂອງເຈົ້າເອງ. ຖ້າເຈົ້າເລືອກທີ່ຈະຮັບມືກັບທຸກສິ່ງຕາມຫຼັກການຄວາມຈິງ ແລະ ປະຕິບັດໜ້າທີ່ຂອງເຈົ້າຕາມການຈັດແຈງວຽກງານ, ພຣະເຈົ້າກໍຈະສັງເກດເບິ່ງ ແລະ ເກັບບັນທຶກສິ່ງນີ້ໄວ້ ແລະ ໃນທີ່ສຸດແລ້ວ ເຈົ້າກໍຈະໄດ້ຮັບເອົາຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະເຈົ້າ, ນີ້ຄືຈຸດຈົບຢ່າງໜຶ່ງ. ຖ້າເຈົ້າເຮັດສິ່ງຕ່າງໆຕາມຄວາມປະສົງຂອງເຈົ້າເອງ ພ້ອມທັງກະທຳຕາມອຳເພີໃຈ ແລະ ເຮັດຢ່າງປະໝາດ, ລະເມີດການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ຫຼັກການຄວາມຈິງ, ນີ້ກໍເປັນທາງເລືອກໜຶ່ງເຊັ່ນກັນ ແລະ ມັນເປັນຕົວແທນຂອງເສັ້ນທາງທີ່ເຈົ້າກຳລັງຍ່າງ ແລະ ພຣະເຈົ້າກໍຈະສັງເກດເບິ່ງ ແລະ ເກັບບັນທຶກມັນໄວ້ເຊັ່ນກັນ ແລະ ແນ່ນອນ ມັນບໍ່ຈຳເປັນຕ້ອງເວົ້າເລີຍວ່າຈຸດຈົບຂອງເຈົ້າຈະເປັນແນວໃດ. ຖ້າເຈົ້າໄດ້ຮັບເອົາຄວາມຈິງ ແລະ ຊີວິດ, ສິ່ງນີ້ກໍຈະເຮັດໃຫ້ເຈົ້າສາມາດໄດ້ຮັບການຮັບຮອງຈາກພຣະເຈົ້າ ແລະ ຮັບປະກັນຈຸດໝາຍປາຍທາງທີ່ດີໃຫ້ແກ່ເຈົ້າເຊັ່ນກັນ.
E. ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນກ່ຽວກັບອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ
ຜູ້ຄົນເຊື່ອວ່າ ວຽກງານຂອງພຣະເຈົ້າລວມມີການຈັດວາງ ແລະ ການຈັດແຈງຂອງພຣະອົງ. ແລ້ວການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າໃນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນແມ່ນຫຍັງ? ພວກມັນຄືການບົງການປະເພດໜຶ່ງ, ນັ້ນກໍຄື ພຣະເຈົ້າກຳລັງຄອບຄຸມຜູ້ຄົນໄວ້ໃນຕາໜ່າງຜືນໃຫຍ່ຢ່າງລັບໆ, ບົງການພຶດຕິກຳທັງໝົດຂອງພວກເຂົາ ແລະ ສະພາບແວດລ້ອມທີ່ພວກເຂົາຢູ່ ພ້ອມທັງຕິດຕາມເບິ່ງທຸກສິ່ງທີ່ພວກເຂົາເຮັດ. ສິ່ງເຫຼົ່ານີ້ແມ່ນຄວາມຄິດຫຼົງຜິດ ແລະ ຈິນຕະນາການທີ່ຜູ້ຄົນມີ, ບໍ່ແມ່ນບໍ? (ແມ່ນແລ້ວ). ດ້ວຍເຫດນີ້ ຜູ້ຄົນຈຶ່ງເລີ່ມລະແວດລະວັງ ແລະ ຮູ້ສຶກຢ້ານກົວພຣະເຈົ້າໃນຫົວໃຈຂອງພວກເຂົາ ແລະ ສິ່ງນີ້ແມ່ນເກີດຈາກຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາກ່ຽວກັບການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າ. ການທີ່ພວກເຂົາຢ້ານກົວ ແລະ ລະແວດລະວັງໃນລັກສະນະນີ້ບໍ່ແມ່ນການອ່ອນນ້ອມ ແລະ ການຢຳເກງພຣະເຈົ້າຢ່າງແທ້ຈິງ, ແຕ່ເປັນຮູບແບບໜຶ່ງຂອງການກະບົດ ແລະ ການຕໍ່ຕ້ານ. ຜູ້ຄົນຄິດວ່າພຣະເຈົ້າມີລິດທານຸພາບສູງສຸດ ແລະ ສະຖິດຢູ່ທຸກຫົນທຸກແຫ່ງ ແລະ ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ ມັນກໍເປັນຄວາມຈິງທີ່ວ່າ “ເມື່ອມະນຸດກະທຳ, ສະຫວັນກໍກຳລັງເຝົ້າເບິ່ງຢູ່”. ພວກເຂົາຄິດວ່າພຣະເຈົ້າກຳລັງເຝົ້າເບິ່ງພວກເຂົາ ແລະ ຈັບຕາເບິ່ງພວກເຂົາຢູ່ຕະຫຼອດເວລາ, ໂດຍມີຈຸດປະສົງເພື່ອຢັບຢັ້ງຫົວໃຈຂອງພວກເຂົາ, ມືຂອງພວກເຂົາ ແລະ ຕີນຂອງພວກເຂົາ, ບໍ່ໃຫ້ອິດສະລະແກ່ພວກເຂົາໃນການເລືອກ ແລະ ບັງຄັບໃຫ້ພວກເຂົາປະຕິບັດຄວາມຈິງ, ບັງຄັບໃຫ້ພວກເຂົາປ່ຽນແປງຄວາມຄິດ ແລະ ມຸມມອງຂອງພວກເຂົາ ພ້ອມທັງບັງຄັບໃຫ້ພວກເຂົາເຮັດສິ່ງຕ່າງໆຕາມຄວາມປາຖະໜາຂອງພຣະເຈົ້າ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຄວາມຄິດຫຼົງຜິດຂອງມະນຸດ. ເວົ້າໃຫ້ຖືກຕ້ອງກໍຄື ນີ້ຄືການໝິ່ນປະໝາດພຣະເຈົ້າປະເພດໜຶ່ງ. ໃນຄວາມເປັນຈິງແລ້ວ, ພຣະເຈົ້າບໍ່ເຄີຍຕັ້ງໃຈທີ່ຈະບັງຄັບ, ຜູກມັດ ຫຼື ບົງການຜູ້ຄົນ. ພຣະເຈົ້າບໍ່ເຄີຍບີບຄັ້ນ ຫຼື ຂົ່ມເຫັງຜູ້ຄົນ ແລະ ພຣະອົງຍິ່ງບໍ່ເຄີຍບັງຄັບຜູ້ຄົນ. ສິ່ງທີ່ພຣະເຈົ້າມອບໃຫ້ຜູ້ຄົນຄືອິດສະລະທີ່ຫຼາຍພໍ, ພຣະອົງອະນຸຍາດໃຫ້ຜູ້ຄົນເລືອກເສັ້ນທາງທີ່ພວກເຂົາຄວນຍ່າງ. ເຖິງແມ່ນວ່າເຈົ້າຈະຢູ່ໃນເຮືອນຂອງພຣະເຈົ້າ ແລະ ເຖິງແມ່ນວ່າເຈົ້າຈະຖືກກຳນົດໄວ້ລ່ວງໜ້າ ແລະ ຖືກເລືອກໂດຍພຣະເຈົ້າ, ເຈົ້າກໍຍັງມີອິດສະລະຢູ່ດີ. ເຈົ້າສາມາດເລືອກທີ່ຈະປະຕິເສດຂໍ້ກຳນົດ ແລະ ການຈັດແຈງຕ່າງໆຂອງພຣະເຈົ້າ ຫຼື ເຈົ້າສາມາດເລືອກທີ່ຈະຍອມຮັບສິ່ງເຫຼົ່ານັ້ນ; ພຣະເຈົ້າໃຫ້ໂອກາດເຈົ້າໃນການເລືອກຢ່າງອິດສະລະ. ແຕ່ບໍ່ວ່າເຈົ້າຈະເລືອກຫຍັງ ຫຼື ເຈົ້າຈະກະທຳແນວໃດ ຫຼື ມຸມມອງຂອງເຈົ້າໃນການຮັບມືກັບເລື່ອງທີ່ເຈົ້າກຳລັງປະເຊີນໜ້າຢູ່ຈະເປັນແນວໃດ ຫຼື ໃນທີ່ສຸດ ວິທີການ ແລະ ແນວທາງທີ່ເຈົ້າໃຊ້ເພື່ອແກ້ໄຂມັນຈະເປັນແນວໃດກໍຕາມ, ເຈົ້າຕ້ອງຮັບຜິດຊອບຕໍ່ການກະທຳຂອງເຈົ້າ. ຈຸດຈົບສຸດທ້າຍຂອງເຈົ້າບໍ່ໄດ້ອີງໃສ່ດຸນພິນິດ ແລະ ການໃຫ້ນິຍາມສ່ວນຕົວຂອງເຈົ້າ, ແຕ່ພຣະເຈົ້າພັດກຳລັງເກັບບັນທຶກກ່ຽວກັບເຈົ້າ. ຫຼັງຈາກທີ່ພຣະເຈົ້າໄດ້ສະແດງຄວາມຈິງເປັນຈຳນວນຫຼວງຫຼາຍ ແລະ ຫຼັງຈາກທີ່ຜູ້ຄົນໄດ້ຍິນຄວາມຈິງເປັນຈຳນວນຫຼວງຫຼາຍນີ້ແລ້ວ, ພຣະເຈົ້າຈະວັດແທກຄວາມຖືກຕ້ອງ ແລະ ຄວາມຜິດຂອງແຕ່ລະຄົນຢ່າງເຂັ້ມງວດ ພ້ອມທັງກຳນົດຈຸດຈົບສຸດທ້າຍຂອງແຕ່ລະຄົນ ໂດຍອີງໃສ່ສິ່ງທີ່ພຣະອົງໄດ້ກ່າວ, ສິ່ງທີ່ພຣະອົງຮຽກຮ້ອງ ແລະ ຫຼັກການທີ່ພຣະອົງໄດ້ກຳນົດໄວ້ສຳລັບຜູ້ຄົນ. ໃນເລື່ອງນີ້ ການກວດສອບຢ່າງລະອຽດຂອງພຣະເຈົ້າ ພ້ອມທັງການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າບໍ່ແມ່ນການທີ່ພຣະເຈົ້າບົງການຜູ້ຄົນ ຫຼື ການທີ່ພຣະອົງຜູກມັດຜູ້ຄົນ, ເຈົ້າມີອິດສະລະ. ເຈົ້າບໍ່ຈຳເປັນຕ້ອງລະແວດລະວັງພຣະເຈົ້າ ແລະ ບໍ່ຈຳເປັນຕ້ອງຮູ້ສຶກຢ້ານກົວ ຫຼື ບໍ່ສະບາຍໃຈ. ເຈົ້າເປັນຄົນທີ່ມີອິດສະລະຕັ້ງແຕ່ຕົ້ນຈົນຈົບ. ພຣະເຈົ້າມອບສະພາບແວດລ້ອມທີ່ເປັນອິດສະລະ, ເຈດຈຳນົງທີ່ຈະເລືອກຢ່າງອິດສະລະ ແລະ ພື້ນທີ່ໃນການເລືອກຢ່າງອິດສະລະ ໃຫ້ແກ່ເຈົ້າ, ໂດຍອະນຸຍາດໃຫ້ເຈົ້າເລືອກດ້ວຍຕົວເຈົ້າເອງ ແລະ ບໍ່ວ່າເຈົ້າຈະຈົບລົງດ້ວຍຈຸດຈົບຫຍັງກໍຕາມ ແມ່ນຖືກກຳນົດໂດຍເສັ້ນທາງທີ່ເຈົ້າເລືອກຍ່າງຢ່າງສິ້ນເຊີງ. ສິ່ງນີ້ເປັນທຳແລ້ວ, ບໍ່ແມ່ນບໍ? (ແມ່ນແລ້ວ). ຖ້າໃນທີ່ສຸດ ເຈົ້າໄດ້ຮັບຄວາມລອດພົ້ນ ແລະ ເຈົ້າເປັນຄົນທີ່ອ່ອນນ້ອມຕໍ່ພຣະເຈົ້າ ແລະ ເຂົ້າກັນໄດ້ກັບພຣະເຈົ້າ ພ້ອມທັງເຈົ້າກໍເປັນຄົນທີ່ພຣະເຈົ້າຍອມຮັບ, ນັ້ນຄືສິ່ງທີ່ເຈົ້າໄດ້ຮັບ ຍ້ອນການເລືອກທີ່ຖືກຕ້ອງຂອງເຈົ້າ; ຖ້າໃນທີ່ສຸດ ເຈົ້າບໍ່ໄດ້ຮັບຄວາມລອດພົ້ນ ແລະ ເຈົ້າບໍ່ສາມາດເຂົ້າກັນໄດ້ກັບພຣະເຈົ້າ ແລະ ເຈົ້າບໍ່ໄດ້ຖືກຮັບເອົາໂດຍພຣະເຈົ້າ ພ້ອມທັງເຈົ້າກໍບໍ່ແມ່ນຄົນທີ່ພຣະເຈົ້າຍອມຮັບ, ແລ້ວນັ້ນກໍເປັນຍ້ອນການເລືອກຂອງເຈົ້າເອງເຊັ່ນກັນ. ສະນັ້ນ, ໃນວຽກງານຂອງພຣະອົງ ພຣະເຈົ້າໃຫ້ພື້ນທີ່ຫຼາຍແກ່ຜູ້ຄົນໃນການເລືອກ ແລະ ພຣະອົງຍັງໃຫ້ອິດສະລະຢ່າງສົມບູນແກ່ຜູ້ຄົນອີກດ້ວຍ. ນີ້ກໍເພາະວ່າພຣະເຈົ້າໃຊ້ຄວາມຈິງເພື່ອວັດແທກຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທັງໝົດ, ລວມທັງຈຸດຈົບ ແລະ ຈຸດໝາຍປາຍທາງຂອງຜູ້ຄົນ. ຈຸດຈົບ ແລະ ຈຸດໝາຍປາຍທາງຂອງຜູ້ຄົນກໍຖືກກຳນົດໂດຍໃຊ້ຄວາມຈິງເຊັ່ນກັນ, ນີ້ຄືຫຼັກການໃນວຽກງານຂອງພຣະເຈົ້າ ເຊິ່ງບໍ່ມີວັນປ່ຽນແປງຢ່າງເດັດຂາດ. ພຣະເຈົ້າຈະບໍ່ຍອມຮັບເຈົ້າ, ສະແດງພຣະຄຸນຕໍ່ເຈົ້າ ແລະ ປ່ອຍໃຫ້ເຈົ້າໄດ້ຮັບຄວາມລອດພົ້ນ ຍ້ອນວ່າເຈົ້າຢ້ານກົວພຣະອົງ, ລະແວດລະວັງພຣະອົງ ແລະ ຍ່າງໄປຈົນສຸດເສັ້ນທາງຢ່າງຂີ້ຢ້ານ ແລະ ຄືກັບຂ້າຮັບໃຊ້; ແລະ ພຣະເຈົ້າຈະບໍ່ປ່ອຍໃຫ້ເຈົ້າໄດ້ຮັບຄວາມລອດພົ້ນໃນທີ່ສຸດ ຍ້ອນການປະກອບສ່ວນໃດໜຶ່ງທີ່ເຈົ້າໄດ້ເຮັດ. ເວົ້າອີກຢ່າງໜຶ່ງກໍຄື ຈະບໍ່ມີຂໍ້ຍົກເວັ້ນໃດທີ່ຄົນໃດໜຶ່ງຈະຈົບລົງດ້ວຍຈຸດຈົບ ຫຼື ຈຸດໝາຍປາຍທາງທີ່ດີທີ່ພວກເຂົາບໍ່ສົມຄວນໄດ້ຮັບ, ບໍ່ວ່າແຕ່ລະຄົນຈະຈົບລົງດ້ວຍຈຸດຈົບແບບໃດກໍຕາມ ມັນກໍຖືກກຳນົດໂດຍເສັ້ນທາງທີ່ພວກເຂົາເລືອກຍ່າງ. ເຮົາຈະຍົກຕົວຢ່າງໃຫ້ເຈົ້າຟັງ. ສົມມຸດວ່າພຣະເຈົ້າຈັດສະພາບແວດລ້ອມໃຫ້ແກ່ເຈົ້າ ແລະ ໃນສະພາບແວດລ້ອມນີ້ ສິ່ງທີ່ເຈົ້າຄວນເຮັດກໍຄືການໄຕ່ຕອງ ແລະ ຮູ້ການກະທຳຜິດຂອງເຈົ້າເອງ ແລະ ຄ່ອຍໆຮູ້ຈັກອຸປະນິໄສທີ່ເສື່ອມຊາມ, ຄວາມຄິດ ແລະ ມຸມມອງທີ່ຄາດເຄື່ອນ, ຄວາມບົກຜ່ອງ ແລະ ຄວາມບໍ່ພຽງພໍຂອງເຈົ້າ ຫຼື ຄວາມເຂົ້າໃຈຜິດ ແລະ ການຈົ່ມວ່າບາງຢ່າງຂອງເຈົ້າກ່ຽວກັບພຣະເຈົ້າ. ເຈົ້າຄວນຢຸດຫາຂໍ້ອ້າງ ແລະ ຍົກຂໍ້ໂຕ້ຖຽງທີ່ບິດເບືອນເພື່ອປົກປ້ອງຕົວເຈົ້າເອງ ແລະ ໃນທາງກົງກັນຂ້າມເຈົ້າຄວນສາມາດອ່ອນນ້ອມ, ສະແຫວງຫາຄວາມຈິງທີ່ສອດຄ່ອງກັນ ເພື່ອປ່ຽນແປງສະຖານະການໃນປັດຈຸບັນຂອງເຈົ້າ ແລະ ຍອມຮັບຄວາມຈິງເຂົ້າສູ່ຕົວເຈົ້າ ແລ້ວຈາກນັ້ນກໍກະທຳຕາມຫຼັກການຄວາມຈິງ. ໃນການເຮັດເຊັ່ນນັ້ນ ເຈົ້າກໍຈະບັນລຸຜົນທີ່ຕ້ອງການ. ເມື່ອມີສິ່ງທີ່ຄ້າຍຄືກັນເກີດຂຶ້ນກັບເຈົ້າອີກຄັ້ງ, ເຈົ້າກໍຈະປະຕິບັດຕາມຫຼັກການຄວາມຈິງຢ່າງເປັນທຳມະຊາດ ແລະ ພຣະເຈົ້າກໍຈະບໍ່ຈຳເປັນຕ້ອງຈັດສະພາບແວດລ້ອມແບບພິເສດເພື່ອຊ່ວຍເຫຼືອເຈົ້າ. ນີ້ຄືສິ່ງທີ່ຜູ້ຄົນສາມາດບັນລຸໄດ້ ແລະ ຖ້າພວກເຂົາສາມາດບັນລຸມັນໄດ້, ພຣະເຈົ້າກໍຈະບໍ່ເຮັດວຽກງານໃດກໍຕາມທີ່ບໍ່ຈຳເປັນ. ແຕ່ເມື່ອເວົ້າເຖິງຜູ້ທີ່ບໍ່ໄລ່ຕາມເສາະຫາຄວາມຈິງ, ທັດສະນະຄະຕິຂອງພຣະເຈົ້າກໍແຕກຕ່າງອອກໄປ. ບາງຄົນບໍ່ສະແຫວງຫາຄວາມຈິງ ຫຼື ໄຕ່ຕອງກ່ຽວກັບຕົນເອງ ເມື່ອມີສິ່ງຕ່າງໆເກີດຂຶ້ນກັບພວກເຂົາ, ແຕ່ໃນທາງກົງກັນຂ້າມ ພວກເຂົາພຽງແຕ່ສືບຕໍ່ຄິດລົບ ແລະ ຕໍ່ວ່າ, ຈົ່ມໃຫ້ພຣະເຈົ້າ ແລະ ຄົນອື່ນ. ພວກເຂົາບໍ່ພຽງແຕ່ຄ່ອຍໆມີຄວາມຄິດຫຼົງຜິດກ່ຽວກັບພຣະເຈົ້າເທົ່ານັ້ນ, ແຕ່ພວກເຂົາຍັງຕັດສິນພຣະອົງອີກດ້ວຍ. ຖ້າມີຄົນລິຮານພວກເຂົາ ແລະ ເປີດໂປງພວກເຂົາ, ພວກເຂົາກໍຈະຫາຂໍ້ອ້າງເພື່ອແກ້ຕົວໃຫ້ກັບຕົນເອງ ແລະ ພວກເຂົາຍັງອາດຈະກາຍເປັນຄົນເສີຍເມີຍ ແລະ ຂີ້ຄ້ານໃນວຽກງານຂອງພວກເຂົາ ຫຼື ເຖິງຂັ້ນທຳລາຍສິ່ງຕ່າງໆອີກດ້ວຍ. ຄົນດັ່ງກ່າວເກີນກວ່າທີ່ຈະໄດ້ຮັບການໄຖ່ບາບໄດ້ແລ້ວ ແລະ ພວກເຂົາຄືຜູ້ທີ່ພຣະເຈົ້າລັງກຽດ. ຖ້າເຈົ້າມີຄວາມສົນໃຈໃນຄວາມຈິງພໍສົມຄວນໃນຂະນະທີ່ເຊື່ອໃນພຣະເຈົ້າ ແລະ ເຈົ້າເຕັມໃຈທີ່ຈະຟັງຄຳເທດສະໜາ ແລະ ພະຍາຍາມກ້າວໄປສູ່ຄວາມຈິງ ແລະ ເຈົ້າມີທັດສະນະຄະຕິທີ່ເປັນບວກເລັກນ້ອຍ, ແລ້ວພຣະເຈົ້າກໍຈະກວດສອບຫົວໃຈຂອງເຈົ້າຢ່າງລະອຽດ ແລະ ດົນບັນດານໃຈເຈົ້າເລັກນ້ອຍເມື່ອເຈົ້າສະແຫວງຫາຄວາມຈິງ ແລ້ວຈາກນັ້ນ ພຣະອົງກໍຈະກວດສອບຢ່າງລະອຽດວ່າເຈົ້າສາມາດປະຕິບັດຄວາມຈິງໄດ້ ຫຼື ບໍ່. ແຕ່ຖ້າເຈົ້າເລືອກທີ່ຈະຄິດລົບ ແລະ ຂີ້ຄ້ານໃນວຽກງານຂອງເຈົ້າ, ຫາຂໍ້ອ້າງ ແລະ ແກ້ຕົວໃຫ້ກັບຕົນເອງ ພ້ອມທັງກໍ່ຄວາມວຸ້ນວາຍໄປທົ່ວທຸກບ່ອນ ແລະ ບໍ່ໄດ້ເລືອກທີ່ຈະຮູ້ຈັກຕົນເອງ ຫຼື ກັບໃຈ, ພຣະເຈົ້າຈະເຮັດຫຍັງ ແລະ ພຣະອົງຈະຈັດການກັບເຈົ້າແນວໃດ? ພຣະເຈົ້າພຽງແຕ່ຈະສັງເກດເບິ່ງຢ່າງງຽບໆວ່າ ຈະມີການປ່ຽນແປງຫຍັງເກີດຂຶ້ນ. ພຣະເຈົ້າຈະບໍ່ດົນບັນດານໃຈເຈົ້າ ແລະ ພຣະອົງຈະບໍ່ກະຕຸ້ນໃຫ້ເຈົ້າອ່ານພຣະທຳຂອງພຣະອົງ ແລະ ສະແຫວງຫາຄວາມຈິງ. ພຣະເຈົ້າຈະບໍ່ເຂົ້າໄປກ່ຽວຂ້ອງ ຫຼື ແຊກແຊງ, ພຣະອົງຈະປ່ອຍໃຫ້ເຈົ້າສະແດງລະຄອນຈົນກວ່າເຈົ້າຈະພໍໃຈ. ເມື່ອສະຕິຮູ້ສຶກຜິດຊອບຂອງເຈົ້າຕື່ນຂຶ້ນ ແລະ ເຈົ້າຄິດວ່າ “ຂ້ອຍບໍ່ຄວນເຮັດແບບນີ້ເລີຍ” ຫຼື ເຈົ້າໄດ້ຍິນຄຳພະຍານຈາກປະສົບການທີ່ຄ້າຍຄືກັບສະຖານະການໃນປັດຈຸບັນຂອງເຈົ້າເປັນບາງຄັ້ງບາງຄາວ ແລະ ພົບວ່າຄົນຜູ້ນັ້ນກະທຳແນວໃດ ແລ້ວທັນໃດນັ້ນ ເຈົ້າກໍຮູ້ສຶກວ່າສິ່ງທີ່ເຈົ້າເຮັດນັ້ນບໍ່ເໝາະສົມ, ບໍ່ສົມເຫດສົມຜົນ ແລະ ບໍ່ສຸພາບ ພ້ອມທັງມີຄວາມເຈັບປວດເລັກນ້ອຍໃນຫົວໃຈຂອງເຈົ້າ, ຕັ້ງແຕ່ນັ້ນເປັນຕົ້ນໄປ ເຈົ້າກໍຈະບໍ່ຄິດລົບ ຫຼື ອ່ອນແອອີກຕໍ່ໄປ ແລະ ເຈົ້າກໍອັບອາຍທີ່ຈະອ້າປາກຂອງເຈົ້າເພື່ອແກ້ຕົວ ແລະ ແນວຄວາມຄິດ ຫຼື ການກະທຳຂອງເຈົ້າທີ່ລົບກວນ ແລະ ທຳລາຍສິ່ງຕ່າງໆກໍຈະມີຈຳນວນໜ້ອຍລົງເລື້ອຍໆ ແລະ ຮ້າຍແຮງໜ້ອຍລົງເລື້ອຍໆ. ບໍ່ວ່າໃນທີ່ສຸດສິ່ງນີ້ຈະດຳເນີນໄປໄກສໍ່າໃດກໍຕາມ, ບໍ່ວ່າໃນກໍລະນີໃດກໍຕາມ ມັນກໍລ້ວນແຕ່ເປັນພຶດຕິກຳຂອງເຈົ້າເອງທັງໝົດ. ພຣະເຈົ້າພຽງແຕ່ເຝົ້າເບິ່ງຢ່າງລັບໆ ແລະ ຢ່າງງຽບໆ, ໂດຍມີເປົ້າໝາຍເພື່ອຊອກຫາຫຼັກຖານທີ່ຈະໃຊ້ປະເມີນເຈົ້າໃນທ້າຍທີ່ສຸດ. ຄືກັນກັບຕອນທີ່ເມືອງນີເນເວໃກ້ຈະຖືກທຳລາຍ, ພຣະເຈົ້າພຽງແຕ່ສົ່ງໂຢນາໄປເພື່ອຖ່າຍທອດຂໍ້ຄວາມໃຫ້ແກ່ຊາວນີເນເວ. ພຣະເຈົ້າບໍ່ໄດ້ດົນບັນດານໃຈໃຫ້ພວກເຂົາສາລະພາບຄວາມບາບຂອງພວກເຂົາ, ກັບໃຈ ຫຼື ເຂົ້າໃຈບັນຫາຂອງພວກເຂົາເອງ, ພຣະອົງບໍ່ໄດ້ເຮັດສິ່ງເຫຼົ່ານີ້. ພຣະເຈົ້າພຽງແຕ່ສົ່ງໂຢນາໄປເພື່ອຖ່າຍທອດຂໍ້ຄວາມ ແລະ ໃນເວລາດຽວກັນກໍສັງເກດເບິ່ງຢ່າງລັບໆ ເພື່ອເບິ່ງວ່າພວກເຂົາຈະມີການຕອບສະໜອງ ແລະ ການກະທຳແບບໃດ ຫຼັງຈາກທີ່ໄດ້ຍິນປະກາດນີ້ ແລະ ເພື່ອເບິ່ງວ່າແຜນການຂອງຜູ້ຄົນທຸກປະເພດຕັ້ງແຕ່ລະດັບສູງຈົນເຖິງລະດັບຕໍ່າແມ່ນຫຍັງ ແລະ ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ປະກາດຈາກພຣະເຈົ້ານີ້ແມ່ນຫຍັງ. ສິ່ງທີ່ພຣະອົງເຮັດທັງໝົດກໍຄືສັງເກດເບິ່ງຢ່າງລັບໆ. “ສັງເກດເບິ່ງ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພຣະເຈົ້າກຳລັງເຝົ້າເບິ່ງຂະບວນການທີ່ສິ່ງຕ່າງໆດຳເນີນໄປ ແລະ ທິດທາງທີ່ສິ່ງຕ່າງໆປ່ຽນແປງໄປ ຄືກັບຜູ້ສັງເກດການ ແລະ ພຣະອົງກໍບໍ່ໄດ້ແຊກແຊງໃນທາງໃດເລີຍ. ນອກເໜືອຈາກການໃຫ້ໂຢນາຖ່າຍທອດສອງສາມປະໂຫຍກນັ້ນແລ້ວ, ພຣະເຈົ້າກໍບໍ່ໄດ້ເຮັດວຽກງານຫຍັງເພີ່ມເຕີມ ແລະ ພຣະອົງກໍບໍ່ໄດ້ເຮັດວຽກງານໃນການເຕືອນສະຕິຜູ້ຄົນ ແລະ ຍິ່ງໄປກວ່ານັ້ນ ກໍບໍ່ມີພຣະທຳເພີ່ມເຕີມໃດໜຶ່ງທີ່ຈະຕ້ອງຖ່າຍທອດ, ມີພຽງແຕ່ສອງສາມປະໂຫຍກນັ້ນທີ່ອອກມາຈາກປາກຂອງໂຢນາ. ແນ່ນອນວ່າ ຫຼັກການແຫ່ງວຽກງານຂອງພຣະເຈົ້າໃນຕົວຜູ້ຄົນໃນປັດຈຸບັນຍັງຄົງບໍ່ປ່ຽນແປງ, ນັ້ນກໍຄື ພຣະອົງຍັງຄົງປະຕິບັດວຽກງານດ້ວຍວິທີນີ້ ແລະ ນີ້ຄືທັດສະນະຄະຕິຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດຕັ້ງແຕ່ຕົ້ນຈົນຈົບ. ບໍ່ວ່າພຣະອົງຕ້ອງການປ່ຽນແປງຄົນໃດຄົນໜຶ່ງ ຫຼື ເຮັດໃຫ້ບາງສິ່ງໃນຕົວຄົນໆໜຶ່ງໃຫ້ສຳເລັດກໍຕາມ, ທັດສະນະຄະຕິ, ຫຼັກການ ແລະ ວິທີການໃນວຽກງານຂອງພຣະເຈົ້າກໍບໍ່ປ່ຽນແປງ. ຍ້ອນຫຍັງຈຶ່ງເປັນແນວນັ້ນ? ສິ່ງທີ່ພຣະເຈົ້າສ້າງຂຶ້ນແມ່ນຄົນທີ່ມີຊີວິດ, ມະນຸດທີ່ຖືກສ້າງຂຶ້ນເຊິ່ງມີເຈດຈຳນົງເສລີ ແລະ ບໍ່ແມ່ນເຄື່ອງຈັກ ຫຼື ຫຸ່ນເຊີດ. ເມື່ອພຣະເຈົ້າສະແດງຄວາມຈິງ ຫຼື ຕ້ອງການເຮັດໃຫ້ບາງສິ່ງສຳເລັດ, ພຣະອົງມັກຈະຈັດສະພາບແວດລ້ອມໄວ້ກ່ອນ ເພື່ອເຮັດໃຫ້ພວກເຂົາສາມາດສະແຫວງຫາທີ່ຈະຈັບໃຈຄວາມເຈດຕະນາຂອງພຣະອົງ ແລະ ບາງຄັ້ງ ພຣະອົງກໍຈະບອກຜູ້ຄົນໂດຍກົງວ່າເຈດຕະນາ ແລະ ຂໍ້ກຳນົດຂອງພຣະອົງແມ່ນຫຍັງ; ສ່ວນທີ່ເຫຼືອແມ່ນຂຶ້ນຢູ່ກັບຜູ້ຄົນໃນການຕັດສິນໃຈໂດຍອີງໃສ່ເຈດຈຳນົງເສລີຂອງພວກເຂົາ ແລະ ເງື່ອນໄຂຕ່າງໆທີ່ພວກເຂົາມີ. ນີ້ຄືທັດສະນະຄະຕິຂອງພຣະເຈົ້າທີ່ມີຕໍ່ຊາວນີເນເວ ແລະ ທັດສະນະຄະຕິຂອງພຣະອົງທີ່ມີຕໍ່ຜູ້ຄົນທີ່ພຣະອົງຕ້ອງການຊ່ວຍໃຫ້ລອດພົ້ນໃນປັດຈຸບັນກໍຍັງຄົງບໍ່ປ່ຽນແປງ. ຫຼັກການໃນວຽກງານຂອງພຣະເຈົ້າບໍ່ໄດ້ປ່ຽນແປງ; ພຣະເຈົ້າປະຕິບັດວຽກງານດ້ວຍວິທີນີ້ຢູ່ສະເໝີ ແລະ ຫຼັກການໃນວຽກງານຂອງພຣະອົງໃນຕົວມະນຸດທີ່ພຣະອົງສ້າງຂຶ້ນກໍເປັນແບບນີ້ຢູ່ສະເໝີ. ຫຼັງຈາກທີ່ໂຢນາໄດ້ປະກາດໃຫ້ຊາວເມືອງນີເນເວແລ້ວ, ລາວກໍໄປຊອກຫາບ່ອນພັກຜ່ອນໃຫ້ເຢັນສະບາຍ ແລະ ລາວກໍເຝົ້າເບິ່ງຊາວເມືອງຈາກວົງນອກ ເພື່ອເບິ່ງວ່າຈະມີຄວາມຕື່ນຕົກໃຈ ແລະ ການເຄື່ອນໄຫວແບບໃດເກີດຂຶ້ນໃນບັນດາຊາວນີເນເວ ຫຼັງຈາກຂໍ້ຄວາມຂອງພຣະເຈົ້າຖືກຖ່າຍທອດໃຫ້ຕັ້ງແຕ່ຄົນລະດັບສູງຈົນເຖິງລະດັບຕໍ່າຂອງເມືອງ ແລະ ທຸກຄົນໄດ້ຮູ້ຂ່າວວ່າພຣະເຈົ້າກຳລັງຈະທຳລາຍເມືອງນີເນເວ, ສິ່ງທີ່ລາວເຮັດທັງໝົດກໍຄືການສັງເກດເບິ່ງ. ແນ່ນອນວ່າ ການສັງເກດເບິ່ງນີ້ຕ້ອງໃຊ້ເວລາ ແລະ ໃນລະຫວ່າງຂະບວນການນີ້, ພຣະເຈົ້າກໍກຳລັງເຝົ້າເບິ່ງການປ່ຽນແປງໃນສິ່ງທັງໝົດເຫຼົ່ານີ້. ຖ້າສິ່ງຕ່າງໆດຳເນີນໄປໃນທິດທາງທີ່ດີ, ແນ່ນອນວ່າພຣະເຈົ້າກໍຈະປິຕິຍິນດີ; ຖ້າສິ່ງຕ່າງໆດຳເນີນໄປໃນທິດທາງທີ່ບໍ່ດີ, ພຣະອົງກໍອາດຈະໂສກເສົ້າ, ແຕ່ນັ້ນກໍຂຶ້ນຢູ່ກັບສະຖານະການ. ພຣະເຈົ້າຈະໂສກເສົ້າເພາະວ່າມະນຸດຖືກສ້າງຂຶ້ນໂດຍພຣະເຈົ້າ ແລະ ພຣະເຈົ້າກໍໂສກເສົ້າເມື່ອມະນຸດກຳລັງປະເຊີນກັບຄວາມພິນາດ ຫຼື ເມື່ອຊີວິດໜຶ່ງກຳລັງຈະສູນເສຍໄປ. ເຖິງຢ່າງໃດກໍຕາມ, ເມື່ອປະເຊີນກັບຄົນເສື່ອມຊາມທີ່ເສີຍຊາ ແລະ ຫົວຊ້າ ພ້ອມທັງກະບົດຂະໜາດນີ້, ພຣະເຈົ້າກໍບໍ່ໄດ້ໂສກເສົ້າ. ພຣະເຈົ້າຈະເຮັດໃນສິ່ງທີ່ພຣະອົງຄວນເຮັດຕາມແຜນການເດີມຂອງພຣະອົງ, ຕາມວິທີທີ່ພຣະອົງປະຕິບັດວຽກງານ ແລະ ຕາມວິທີ ພ້ອມທັງຫຼັກການທີ່ພຣະອົງຈັດການກັບສິ່ງທີ່ຖືກສ້າງ. ບໍ່ມີຄວາມຮູ້ສຶກ ຫຼື ອາລົມຂອງມະນຸດຢູ່ໃນທີ່ນີ້, ມີພຽງແຕ່ຫຼັກການ ແລະ ເກນຂອງພຣະຜູ້ສ້າງໃນການເຮັດສິ່ງຕ່າງໆເທົ່ານັ້ນ. ສະນັ້ນ ໃນເລື່ອງນີ້, ຜູ້ຄົນຄວນປ່ອຍວາງຄວາມຄິດຫຼົງຜິດຂອງພວກເຂົາເອງ ແລະ ຈັບໃຈຄວາມທັດສະນະຄະຕິ ແລະ ວິທີການຂອງພຣະເຈົ້າໃນການປະຕິບັດຕໍ່ຜູ້ຄົນຢ່າງຖືກຕ້ອງ, ແທນທີ່ຈະໃຊ້ຄວາມໃຈແຄບຂອງມະນຸດທີ່ຖືກສ້າງຂຶ້ນເພື່ອຄາດເດົາ ແລະ ຄາດຄະເນກ່ຽວກັບຄວາມຄິດ ແລະ ແນວຄວາມຄິດຂອງພຣະເຈົ້າ. ພຣະເຈົ້າປະຕິບັດວຽກງານໃນຕົວເຈົ້າ, ຈັດສະພາບແວດລ້ອມໃຫ້ແກ່ເຈົ້າ ແລະ ຈັດແຈງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆເພື່ອຝຶກຝົນເຈົ້າ ແລະ ເຮັດໃຫ້ເຈົ້າສາມາດປະຕິບັດ ແລະ ພຣະອົງຕ້ອງການເຮັດໃຫ້ຄວາມຈິງເຂົ້າສູ່ເຈົ້າ, ເຈດຕະນາເດີມຂອງພຣະເຈົ້າສຳລັບການເຮັດສິ່ງຕ່າງໆດ້ວຍວິທີນີ້ແມ່ນອີງໃສ່ຫຍັງ? ມັນອີງໃສ່ຫຼັກການແຫ່ງການເຄົາລົບ ແລະ ການທະນຸຖະໜອມຊີວິດ. ນີ້ບໍ່ແມ່ນຄວາມຮູ້ສຶກທີ່ພຣະຜູ້ສ້າງມີຕໍ່ມະນຸດທີ່ຖືກສ້າງຂຶ້ນ, ພຣະເຈົ້າບໍ່ມີຄວາມຮູ້ສຶກ. ຫຼັກການຂອງເຈດຕະນາເດີມນີ້ກ້າວຂ້າມຄວາມຮູ້ສຶກຂອງຄວາມຜູກພັນທາງເນື້ອໜັງມະນຸດ ແລະ ແນ່ນອນວ່າ ມັນກໍບໍ່ແມ່ນຄວາມຮັກໄຄ່ປະເພດໜຶ່ງເຊັ່ນກັນ, ມັນເກີດຂຶ້ນຍ້ອນຫຼັກການແຫ່ງການທະນຸຖະໜອມ ແລະ ການເຄົາລົບຊີວິດ. ບາງຄົນເວົ້າວ່າ: “ນີ້ຄືຄວາມໃຈກວ້າງຂອງພຣະເຈົ້າບໍ? ນີ້ຄືລະດັບການເປັນຢູ່ທີ່ສູງສົ່ງຂອງພຣະອົງບໍ?” ພວກເຈົ້າຄິດວ່າເປັນແບບນັ້ນບໍ? (ບໍ່). ເຈົ້າສາມາດໃຊ້ຄຳວ່າ “ລະດັບການເປັນຢູ່” ແລະ “ຄວາມໃຈກວ້າງ” ເພື່ອອະທິບາຍເຖິງຜູ້ຄົນໄດ້, ແຕ່ຢ່ານຳພວກມັນມາໃຊ້ກັບພຣະເຈົ້າ. ນີ້ບໍ່ແມ່ນທັງຄວາມໃຈກວ້າງ ຫຼື ລະດັບການເປັນຢູ່. ໃນດ້ານໜຶ່ງ, ສິ່ງນີ້ສາມາດເວົ້າໄດ້ວ່າເປັນຄວາມໜ້າຮັກຂອງພຣະຜູ້ສ້າງ ແລະ ໃນອີກດ້ານໜຶ່ງ, ມັນກໍສາມາດເວົ້າໄດ້ເຊັ່ນກັນວ່າ ນີ້ຄືການເປີດເຜີຍເຖິງອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າ. ພຣະເຈົ້າທະນຸຖະໜອມ ແລະ ເຄົາລົບຊີວິດຂອງສິ່ງທີ່ຖືກສ້າງໃດກໍຕາມ, ແຕ່ອີງໃສ່ພື້ນຖານຂອງການທະນຸຖະໜອມ ແລະ ການເຄົາລົບນີ້, ພຣະເຈົ້າບໍ່ໄດ້ປະນີປະນອມຕໍ່ຫຼັກການຂອງພຣະອົງ ແລະ ຫຼັກການເຫຼົ່ານີ້ບໍ່ແມ່ນຫຼັກການຂອງຄວາມຮູ້ສຶກ ຫຼື ເນື້ອໜັງ. ພວກມັນແມ່ນຫຍັງ? ພວກມັນຄືຫຼັກການແຫ່ງຄວາມຈິງ ເຊິ່ງເປັນຂອງພຣະເຈົ້າແຕ່ພຽງຜູ້ດຽວ. ລອງຄິດເບິ່ງ, ຖ້າຜູ້ຄົນມີລູກ, ພວກເຂົາກໍຈະຮັກແພງລູກຫຼາຍເກີນໄປ ແລະ ມີຄວາມຮູ້ສຶກທີ່ເລິກເຊິ່ງຫຼາຍຕໍ່ລູກຂອງພວກເຂົາ. ພວກເຂົາເຖິງກັບປາຖະໜາວ່າພວກເຂົາຈະສາມາດອູ້ມລູກໄວ້ໃນອ້ອມແຂນຂອງພວກເຂົາ ແລະ ຢູ່ກັບລູກຂອງພວກເຂົາໝົດມື້. ພຣະເຈົ້າບໍ່ມີຄວາມຮູ້ສຶກ ຫຼື ຄວາມຮັກໄຄ່ແບບນັ້ນຕໍ່ມະນຸດ. ຍ້ອນຄວາມຜູກພັນທາງສາຍເລືອດຂອງພວກເຂົາ, ຜູ້ຄົນຈຶ່ງເກີດມີຄວາມຮູ້ສຶກປະເພດນັ້ນຕໍ່ລູກຂອງພວກເຂົາ ແລະ ຄວາມຮູ້ສຶກປະເພດນັ້ນກໍຈະເຮັດໃຫ້ຜູ້ຄົນສູນເສຍເຫດຜົນ ແລະ ຫຼັກການຂອງພວກເຂົາ. ພວກມັນບໍ່ແມ່ນການເປີດເຜີຍຕາມທຳມະຊາດ ຫຼື ປົກກະຕິຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ບໍ່ແມ່ນການສະແດງອອກເຖິງຄວາມຮັກ. ພວກມັນເປັນພຽງຄວາມຮູ້ສຶກ ແລະ ຄວາມຫົວຮ້ອນຢ່າງດຽວເທົ່ານັ້ນ, ພວກມັນຄືຄວາມຮູ້ສຶກທີ່ເກີດຈາກຄວາມຜູກພັນທາງສາຍເລືອດ. ຄວາມຮູ້ສຶກບໍ່ແມ່ນຄວາມຈິງ ແລະ ພວກມັນບໍ່ແມ່ນສິ່ງທີ່ຄວາມເປັນມະນຸດທີ່ປົກກະຕິຄວນມີ; ພວກມັນເປັນສິ່ງທີ່ເປັນລົບ. ພຣະເຈົ້າບໍ່ໄດ້ຮັກແພງ ຫຼື ຕາມໃຈມະນຸດຊາດ. ທັດສະນະຄະຕິຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດແມ່ນຫຍັງ? ພຣະເຈົ້າໄດ້ເລືອກເຈົ້າ ແລະ ຮັບຜິດຊອບຕໍ່ເຈົ້າ ພ້ອມທັງປະຕິບັດວຽກງານ ແລະ ຈ່າຍລາຄາໃນຕົວເຈົ້າ ແລະ ກ່າວພຣະທຳເພື່ອສະໜອງຄວາມຈິງ ແລະ ຊີວິດໃຫ້ແກ່ເຈົ້າ, ໂດຍອີງໃສ່ຫຼັກການແຫ່ງການທະນຸຖະໜອມຊີວິດຂອງມະນຸດທີ່ຖືກສ້າງຂຶ້ນ ແລະ ການເຄົາລົບຊີວິດ. ແຕ່ວິທີທີ່ພຣະເຈົ້າປະຕິບັດວຽງານບໍ່ໄດ້ເປັນດັ່ງທີ່ຜູ້ຄົນຈິນຕະນາການ, ນັ້ນກໍຄື ໂດຍການຍຶດຕິດກັບເຈົ້າຢ່າງໝັ້ນຄົງ ຫຼື ຖ້າຈະໃຊ້ຄຳສັບທີ່ເປັນພາສາເວົ້າທົ່ວໄປຫຼາຍກວ່ານັ້ນກໍຄື ໂດຍການຂູດຮີດເຈົ້າ. ມັນບໍ່ເປັນແບບນັ້ນ. ພຣະເຈົ້າບໍ່ໄດ້ຂູດຮີດຜູ້ຄົນ; ພຣະອົງບໍ່ເຄີຍຂົ່ມເຫັງໃຫ້ຜູ້ຄົນເຮັດສິ່ງໃດເລີຍ. ເພື່ອທີ່ຈະໄດ້ຮັບເອົາພອນ, ໃນຄວາມເຊື່ອຂອງພວກເຂົາທີ່ມີໃນພຣະເຈົ້າ ຜູ້ຄົນຕ້ອງການຂູດຮີດພຣະເຈົ້າຢູ່ສະເໝີ ແລະ ຕ້ອງການບັງຄັບໃຫ້ພຣະເຈົ້າປະທານພອນໃຫ້ແກ່ພວກເຂົາຢູ່ສະເໝີ ພ້ອມທັງຍັງຢາກຍຶດຕິດກັບພຣະເຈົ້າ ແລະ ຂູດຮີດພຣະອົງ ເພື່ອທີ່ພຣະອົງຈະປ່ອຍໃຫ້ພວກເຂົາເຂົ້າສູ່ອານາຈັກສະຫວັນ. ມັນບໍ່ເປັນແບບນີ້ບໍ? (ແມ່ນແລ້ວ). ພຣະເຈົ້າບໍ່ໄດ້ຂູດຮີດເຈົ້າ. ມັນບໍ່ດີທີ່ຈະໃຊ້ຄຳສັບທີ່ເປັນພາສາເວົ້າທົ່ວໄປຄຳວ່າ “ຂູດຮີດເຈົ້າ”, ແຕ່ວ່າມັນເຫັນພາບໄດ້ຊັດເຈນໃນລະດັບໜຶ່ງ ແລະ ມັນກໍງ່າຍສຳລັບຜູ້ຄົນທີ່ຈະເຂົ້າໃຈ. ພຣະເຈົ້າບໍ່ໄດ້ຍຶດຕິດກັບເຈົ້າຢ່າງໝົ້ນຄົງ, ເຈົ້າມີອິດສະລະ. ຖ້າເຈົ້າທະນຸຖະໜອມວຽກງານທັງໝົດນີ້ທີ່ພຣະເຈົ້າປະຕິບັດໃນຕົວເຈົ້າ ຍ້ອນວ່າພຣະອົງເຄົາລົບ, ທະນຸຖະໜອມ ແລະ ເຫັນຄຸນຄ່າຊີວິດຂອງເຈົ້າ, ເຈົ້າກໍບໍ່ຄວນເລືອກທີ່ຈະລະວັງຕົວ, ມີຄວາມເຂົ້າໃຈຜິດ, ຮູ້ສຶກຕໍ່ຕ້ານ ຫຼື ປະຕິເສດພຣະເຈົ້າ ເມື່ອພຣະອົງຈັດວາງ ແລະ ຈັດແຈງສະພາບແວດລ້ອມໃດໜຶ່ງໃຫ້ແກ່ເຈົ້າ. ໃນທາງກົງກັນຂ້າມ ເຈົ້າຄວນເຮັດໃນສິ່ງທີ່ສິ່ງທີ່ຖືກສ້າງຄວນເຮັດ ແລະ ສະແດງທັດສະນະຄະຕິທີ່ສິ່ງທີ່ຖືກສ້າງຄວນມີຕໍ່ພຣະຜູ້ສ້າງ, ນັ້ນກໍຄື ການອ່ອນນ້ອມ ແລະ ການຍອມຮັບ. ມັນບໍ່ເປັນແບບນີ້ບໍ? (ແມ່ນແລ້ວ). ດ້ານນີ້ໄດ້ຖືກໂອ້ລົມຢ່າງຊັດເຈນແລ້ວ.
ວິທີທີ່ຜູ້ຄົນປະເຊີນກັບວຽກງານຂອງພຣະເຈົ້າໄດ້ເປີດໂປງໜຶ່ງໃນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາແລ້ວ. ຄວາມຄິດຫຼົງຜິດ ແລະ ຈິນຕະນາການນີ້ແມ່ນຫຍັງ? ຜູ້ຄົນຕີຄວາມໝາຍການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າວ່າເປັນການທີ່ພຣະອົງບົງການ ແລະ ຄວບຄຸມພວກເຂົາ. ນີ້ຄືວິທີທີ່ພຣະເຈົ້າປະຕິບັດວຽກງານບໍ? (ບໍ່). ເລິກລົງໄປໃນຫົວໃຈຂອງຜູ້ຄົນ, ພວກເຂົາມີຄວາມຢ້ານກົວພຣະເຈົ້າແຝງຢູ່. ເມື່ອເວົ້າເຖິງພຣະເຈົ້າ, ພວກເຂົາກໍຮູ້ສຶກວ່າພຣະອົງໜ້າຢ້ານກົວ ແລະ ບໍ່ໜ້າຮັກ. ພວກເຂົາເຊື່ອວ່າ ຖ້າເຈົ້າບໍ່ຟັງພຣະທຳຂອງພຣະເຈົ້າ ແລະ ອ່ອນນ້ອມຕໍ່ການຈັດວາງ ແລະ ການຈັດແຈງຂອງພຣະອົງ, ພຣະອົງກໍຈະໃຈຮ້າຍໃຫ້ເຈົ້າ ຈົນກວ່າເຈົ້າຈະຟັງພຣະທຳຂອງພຣະອົງ ແລະ ອ່ອນນ້ອມຕໍ່ການຈັດວາງ ແລະ ການຈັດແຈງຂອງພຣະອົງ ແລະ ພຣະອົງຈະບໍ່ຍອມແພ້ຈົນກວ່າພຣະອົງຈະເຮັດໃຫ້ເຈົ້າບໍລິບູນ. ນີ້ບໍ່ແມ່ນຄວາມຄິດຫຼົງຜິດທີ່ຜູ້ຄົນມີບໍ? ຜູ້ຄົນຈິນຕະນາການວ່າພຣະເຈົ້າເປັນແນວໃດ? ພວກເຂົາບໍ່ໄດ້ຈິນຕະນາການວ່າພຣະອົງເປັນຜະເດັດການບໍ? ພວກເຂົາຄິດວ່າເຈົ້າຕ້ອງຍອມຮັບການປົກຄອງຂອງພຣະອົງ, ຍອມຮັບນະໂຍບາຍຂອງພຣະອົງ ແລະ ເຄົາລົບນອບນ້ອມຕໍ່ພຣະອົງ ພ້ອມທັງເຮັດທຸກຢ່າງທີ່ພຣະອົງບອກໃຫ້ເຈົ້າເຮັດ ແລະ ເຈົ້າບໍ່ສາມາດເວົ້າກ່ຽວກັບພຣະອົງລັບຫຼັງພຣະອົງໄດ້ ແລະ ເຈົ້າຕ້ອງຍອມຮັບສະພາບແວດລ້ອມທີ່ພຣະອົງຈັດໄວ້ໃຫ້ແກ່ເຈົ້າ ແລະ ຖ້າເຈົ້າບໍ່ຍອມຮັບ ເຈົ້າກໍຈະຖືກລົງໂທດ ແລະ ທົນທຸກກັບຜົນກຳ. ພຣະເຈົ້າເຮັດສິ່ງຕ່າງໆດ້ວຍວິທີນີ້ແທ້ໆບໍ? (ບໍ່). ພຣະເຈົ້າເຄົາລົບເຈົ້າ ແລະ ຮັບຜິດຊອບຕໍ່ເຈົ້າ. ພຣະເຈົ້າທະນຸຖະໜອມຊີວິດຂອງມະນຸດທີ່ຖືກສ້າງຂຶ້ນ. ຜູ້ຄົນບໍ່ຄວນບໍ່ຮູ້ຈັກດີຊົ່ວ ຫຼື ບໍ່ຮູ້ບຸນຄຸນຕໍ່ຄວາມເມດຕາຂອງພຣະອົງ. ຖ້າເຈົ້າຮູ້ບຸນຄຸນຕໍ່ຄວາມເມດຕາຂອງພຣະເຈົ້າ, ເຈົ້າກໍຄວນຍອມຮັບສະພາບແວດລ້ອມທີ່ພຣະອົງຈັດໄວ້ ແລະ ຍອມຮັບສະພາບແວດລ້ອມເຫຼົ່ານັ້ນຈາກພຣະອົງ. ເຖິງແມ່ນວ່າເຈົ້າຈະບໍ່ຍອມຮັບຄວາມຈິງທີ່ຢູ່ໃນນັ້ນ, ບໍ່ເຂົ້າໃຈຫຼັກການຄວາມຈິງທີ່ຢູ່ໃນນັ້ນ ແລະ ບໍ່ເຂົ້າໃຈວ່າເຈົ້າຄວນປະຕິບັດ ຫຼື ປ່ຽນແປງຫຍັງກໍຕາມ, ຢ່າງໜ້ອຍທີ່ສຸດ ເຈົ້າກໍບໍ່ຄວນລະແວດລະວັງພຣະເຈົ້າ ຫຼື ເຂົ້າໃຈພຣະອົງຜິດ, ນີ້ຄືສິ່ງທີ່ເຈົ້າຄວນບັນລຸ. ເຖິງແມ່ນວ່າເຈົ້າຈະບໍ່ໄດ້ຮັບຫຍັງຈາກສະພາບແວດລ້ອມເຫຼົ່ານີ້ກໍຕາມ, ກໍຢ່າຕີຄວາມໝາຍຄວາມປາຖະໜາຂອງພຣະເຈົ້າຜິດ. ພຣະເຈົ້າບໍ່ໄດ້ສະແຫວງຫາທີ່ຈະໄດ້ຮັບສິ່ງໃດຈາກເຈົ້າ. ເຈົ້າເປັນພຽງສິ່ງທີ່ຖືກສ້າງຂຶ້ນໂຕນ້ອຍໆ, ພຣະເຈົ້າຈະສະແຫວງຫາເພື່ອຮັບສິ່ງໃດຈາກເຈົ້າໄດ້? ຊີວິດຂອງເຈົ້າ ແລະ ທຸກສິ່ງທີ່ເຈົ້າເພີດເພີນໃນມື້ນີ້ລ້ວນແຕ່ຖືກມອບໃຫ້ເຈົ້າໂດຍພຣະເຈົ້າ ແລະ ຫຼັກຄຳສອນເລັກນ້ອຍທີ່ເຈົ້າເຂົ້າໃຈກໍເຊັ່ນກັນ. ເຈດຈຳນົງເສລີຂອງເຈົ້າ, ຂີດຄວາມສາມາດຂອງເຈົ້າ, ພອນສະຫວັນຂອງເຈົ້າ ແລະ ຄວາມເກັ່ງກາດ ພ້ອມທັງທັກສະຂອງເຈົ້າ, ທັງໃຫຍ່ ແລະ ນ້ອຍ, ລ້ວນແລ້ວແຕ່ຖືກມອບໃຫ້ເຈົ້າໂດຍພຣະເຈົ້າ. ມີຫຍັງແດ່ທີ່ພຣະເຈົ້າຈະສະແຫວງຫາເພື່ອຮັບຈາກເຈົ້າ? ຖ້າພຣະເຈົ້າໄດ້ຮັບສະຫງ່າລາສີ ຫຼັງຈາກທີ່ພຣະອົງເຮັດໃຫ້ຄວາມຈິງເຂົ້າສູ່ຕົວເຈົ້າ, ເຮັດໃຫ້ເຈົ້າອ່ອນນ້ອມຕໍ່ພຣະອົງ ແລະ ຢຳເກງພຣະອົງ ແລະ ເຈົ້າຄິດວ່ານີ້ຄືສິ່ງທີ່ພຣະເຈົ້າສະແຫວງຫາທີ່ຈະໄດ້ຮັບຈາກເຈົ້າ, ແລ້ວເຈົ້າບໍ່ໄດ້ກຳລັງຕັດສິນພຣະອົງໂດຍມາດຕະຖານທີ່ຕ່ຳຊ້າຂອງເຈົ້າເອງບໍ? ນີ້ຄືການໝິ່ນປະໝາດພຣະເຈົ້າ, ບໍ່ແມ່ນບໍ? (ແມ່ນແລ້ວ). ພຣະເຈົ້າຈະໄດ້ຮັບສະຫງ່າລາສີຫຍັງຈາກຜູ້ຄົນ? ໃນທີ່ສຸດແລ້ວ, ມັນກໍຄືຜູ້ຄົນເອງທີ່ໄດ້ຮັບຜົນປະໂຫຍດທີ່ຈັບຕ້ອງໄດ້. ກ່ອນທີ່ວຽກງານຂອງພຣະອົງຈະສຳເລັດ, ພຣະເຈົ້າກໍໄດ້ຮັບສະຫງ່າລາສີແລ້ວ, ເພາະວ່າພຣະເຈົ້າເອງມີສະຫງ່າລາສີ, ນັ້ນກໍຄືຄວາມຈິງ ແລະ ສິດອຳນາດຂອງພຣະອົງກໍຄືຫຼັກຖານແຫ່ງຄວາມພ່າຍແພ້ຂອງຊາຕານ ແລະ ສິ່ງເຫຼົ່ານັ້ນຄືຄວາມເປັນຈິງຂອງສິ່ງທີ່ເປັນບວກທັງໝົດ. ພຣະເຈົ້າເອງມີສະຫງ່າລາສີ, ສະນັ້ນ ພຣະອົງຍັງຈຳເປັນຕ້ອງໄດ້ຮັບສະຫງ່າລາສີເລັກນ້ອຍຈາກສິ່ງທີ່ຖືກສ້າງຂຶ້ນໂຕນ້ອຍໆຄືກັບເຈົ້າຢູ່ບໍ? ພຣະເຈົ້າບໍ່ໄດ້ສະແຫວງຫາເພື່ອຮັບສິ່ງໃດຈາກຜູ້ຄົນ. ຖ້າພຣະອົງສະແຫວງຫາເພື່ອຮັບສິ່ງໃດ, ມັນກໍຄືການເຮັດໃຫ້ຜູ້ຄົນສາມາດຕອບສະໜອງຕໍ່ຂໍ້ກຳນົດຂອງພຣະອົງໃນທ້າຍທີ່ສຸດ ຕາມແຜນການຄຸ້ມຄອງຂອງພຣະອົງ ແລະ ຫຼັງຈາກທີ່ຜູ້ຄົນໄດ້ຮັບຄວາມລອດພົ້ນ ແລະ ສາມາດເຂົ້າກັນໄດ້ກັບພຣະເຈົ້າ, ພຣະອົງກໍຈະໄດ້ພັກຜ່ອນ, ຍ້ອນຄວາມລອດພົ້ນຂອງມະນຸດຊາດ, ພຣະເຈົ້າກໍຈະໄດ້ພັກຜ່ອນເປັນການຕອບແທນ, ນີ້ຄືສິ່ງທີ່ພຣະເຈົ້າສະແຫວງຫາທີ່ຈະໄດ້ຮັບ. ສະນັ້ນ, ໃນທີ່ສຸດແລ້ວ ມັນບໍ່ແມ່ນຜູ້ຄົນເອງບໍທີ່ໄດ້ຮັບຜົນປະໂຫຍດທີ່ຈັບຕ້ອງໄດ້? ຜູ້ຄົນຈະໄດ້ຮັບຄວາມຈິງ, ພວກເຂົາຈະບໍ່ຮູ້ສຶກຫຼົງທາງໃນຊີວິດອີກຕໍ່ໄປ, ພວກເຂົາຈະມີທິດທາງ ແລະ ເສັ້ນທາງ ພ້ອມທັງພວກເຂົາຈະເຂົ້າກັນໄດ້ກັບພຣະເຈົ້າ ແລະ ບໍ່ກະບົດຕໍ່ພຣະອົງອີກຕໍ່ໄປ, ພວກເຂົາຈະບໍ່ຖືກຈັບເປັນຊະເລີຍໂດຍອຳນາດທີ່ຊົ່ວຮ້າຍໃດໜຶ່ງອີກຕໍ່ໄປ, ພວກເຂົາຈະເປັນສິ່ງທີ່ຖືກສ້າງຂຶ້ນຢ່າງແທ້ຈິງ ແລະ ພວກເຂົາຈະບໍ່ປະເຊີນກັບຄວາມຕາຍອີກຕໍ່ໄປ, ນີ້ຊ່າງເປັນກຽດອັນຍິ່ງໃຫຍ່ແທ້ໆ! ຜູ້ທີ່ໄດ້ຮັບຜົນປະໂຫຍດທີ່ຈັບຕ້ອງໄດ້ຫຼາຍທີ່ສຸດຄືມະນຸດ, ນັ້ນກໍຄືຜູ້ທີ່ຍອມຮັບວຽກງານຂອງພຣະເຈົ້າ ແລະ ຄວາມລອດພົ້ນຂອງພຣະເຈົ້າ. ດ້ານນີ້ໄດ້ຖືກໂອ້ລົມຢ່າງຊັດເຈນແລ້ວບໍ? ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນໃນເລື່ອງນີ້ແມ່ນຫຍັງ? (ພວກເຂົາຕີຄວາມໝາຍການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າວ່າເປັນການທີ່ພຣະອົງບົງການ ແລະ ຄວບຄຸມຜູ້ຄົນ). ຖ້າພວກເຮົາບໍ່ໄດ້ໂອ້ລົມກ່ຽວກັບເລື່ອງນີ້, ຜູ້ຄົນກໍຈະມີຄວາມຄິດ ແລະ ມຸມມອງບາງຢ່າງໃນຫົວໃຈຂອງພວກເຂົາຢູ່ສະເໝີ ເຊິ່ງພວກເຂົາບໍ່ສາມາດສະແດງອອກມາໄດ້ ຫຼື ຍັງບໍ່ທັນໄດ້ກໍ່ຕົວເປັນທິດສະດີທີ່ເປັນລະບົບ. ເຖິງແມ່ນວ່າສິ່ງເຫຼົ່ານີ້ຈະບໍ່ໄດ້ບີບຄັ້ນພວກເຂົາໃນການປະຕິບັດໜ້າທີ່ຂອງພວກເຂົາ ຫຼື ສົ່ງຜົນກະທົບຕໍ່ຊີວິດປະຈຳວັນຂອງພວກເຂົາຢ່າງຊັດເຈນກໍຕາມ, ສິ່ງເຫຼົ່ານັ້ນກໍສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ການໄລ່ຕາມເສາະຫາຄວາມຈິງຂອງພວກເຂົາ, ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະເຈົ້າ ແລະ ຄວາມສຳພັນຂອງພວກເຂົາກັບພຣະເຈົ້າ. ສະນັ້ນ, ສິ່ງເຫຼົ່ານີ້ຈຶ່ງເປັນສິ່ງທີ່ຜູ້ຄົນຕ້ອງປ່ອຍວາງ. ຫຼັງຈາກທີ່ບັນຫານີ້ໄດ້ຮັບການແກ້ໄຂ, ເຈົ້າກໍຈະໄດ້ປ່ອຍວາງສິ່ງກີດຂວາງລະຫວ່າງເຈົ້າກັບພຣະເຈົ້າ ແລະ ອຸປະສັກປະເພດໜຶ່ງໃນເສັ້ນທາງແຫ່ງການໄລ່ຕາມເສາະຫາຄວາມຈິງຂອງເຈົ້າກໍຈະຖືກກຳຈັດອອກໄປ, ເຮັດໃຫ້ມັນງ່າຍຂຶ້ນສຳລັບເຈົ້າໃນການໄລ່ຕາມເສາະຫາຄວາມຈິງ. ເມື່ອຄວາມຫຍຸ້ງຍາກຕົວຈິງໄດ້ຮັບການແກ້ໄຂ, ຄວາມບາດໝາງ ແລະ ອຸປະສັກລະຫວ່າງເຈົ້າກັບພຣະເຈົ້າກໍຈະຫຼຸດລົງ, ສະນັ້ນ ເຈົ້າກໍຈະສາມາດປະຕິບັດໜ້າທີ່ຂອງເຈົ້າ ແລະ ປະຕິບັດຄວາມຈິງໄດ້ຢ່າງສະບາຍໃຈຫຼາຍຂຶ້ນ. ມັນກໍຄືກັບການໄປສະໜາມຮົບ, ພວກເຈົ້າຄິດວ່າມັນດີກວ່າບໍທີ່ຈະແບກຫາບພາລະທີ່ເບົາບາງ ຫຼື ແບກຫາບພາລະທີ່ໜັກໜ່ວງ ເມື່ອພວກເຈົ້າເຂົ້າສູ່ສະໜາມຮົບ? ແບບໃດທີ່ສະບາຍກວ່າກັນ? (ການເຂົ້າສູ່ສະໜາມຮົບດ້ວຍພາລະທີ່ເບົາບາງ). ການເຂົ້າສູ່ສະໜາມຮົບດ້ວຍພາລະທີ່ເບົາບາງ, ພຽງແຕ່ແບກອາວຸດໄວ້ເທິງຫຼັງຂອງເຈົ້າກໍພຽງພໍແລ້ວ, ມັນຮຽບງ່າຍ ແລະ ສະບາຍແບບນັ້ນແຫຼະ. ຖ້ານອກເໜືອຈາກນັ້ນແລ້ວ ເຈົ້າຍັງແບກໝໍ້ ແລະ ກະເປົາເດີນທາງ ຫຼື ເຄື່ອງສຳອາງ ແລະ ອຸປະກອນອອກກຳລັງກາຍ, ພາລະກໍຈະໜັກເກີນໄປ; ມັນຈະເປັນສິ່ງທີ່ເຈັບປວດທີ່ຈະແບກສິ່ງຂອງຫຼາຍຢ່າງເຂົ້າສູ່ສະໜາມຮົບ ແລະ ບໍ່ສະດວກໃນການຕໍ່ສູ້. ຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານີ້ປຽບເໝືອນພາລະປະເພດຕ່າງໆທີ່ຜູ້ຄົນແບກຫາບໄປມາ ແລະ ເປັນບັນຫາ ພ້ອມທັງເປັນພາລະທີ່ໜັກໜ່ວງສຳລັບພວກເຂົາ ບໍ່ວ່າພວກເຂົາຈະໄປໃສກໍຕາມ. ສະຫຼຸບແລ້ວ, ສິ່ງເຫຼົ່ານີ້ກໍຈະສົ່ງຜົນກະທົບຕໍ່ເຈົ້າ ແລະ ຂັດຂວາງເຈົ້າຈາກການໄລ່ຕາມເສາະຫາ ແລະ ການປະຕິບັດຄວາມຈິງເປັນບາງຄັ້ງບາງຄາວ. ເມື່ອບໍ່ມີບັນຫາທີ່ສຳຄັນ, ມັນກໍຈະເບິ່ງຄືວ່າເຈົ້າບໍ່ມີບັນຫາໃຫຍ່ໃດເລີຍ. ແຕ່ຫຼັງຈາກທີ່ບັນຫາທີ່ສຳຄັນທາງຫຼັກການເກີດຂຶ້ນ, ເຈົ້າກໍຈະມີສິ່ງກີດຂວາງເຫຼົ່ານີ້ທີ່ແຍກເຈົ້າອອກຈາກພຣະເຈົ້າ. ເມື່ອສິ່ງເຫຼົ່ານີ້ປາກົດອອກມາ, ເຈົ້າກໍຈະຮູ້ສຶກວ່າມີບັນຫາໃນຄວາມສຳພັນຂອງເຈົ້າກັບພຣະເຈົ້າ, ມີຄວາມຂັດແຍ້ງລະຫວ່າງເຈົ້າກັບພຣະເຈົ້າ; ຫົວໃຈແຫ່ງຄວາມເຊື່ອໃນພຣະເຈົ້າຂອງເຈົ້າຈະບໍ່ບໍລິສຸດອີກຕໍ່ໄປ ແລະ ເຈົ້າກໍຈະມີຄວາມຫຍຸ້ງຍາກຫຼາຍຢ່າງ. ແຕ່ເມື່ອເຈົ້າປ່ອຍວາງສິ່ງເຫຼົ່ານີ້, ເຈົ້າກໍຈະຮູ້ສຶກດີຫຼາຍ, ຫົວໃຈຂອງເຈົ້າຈະຜ່ອນຄາຍ ແລະ ຖືກປົດປ່ອຍ ພ້ອມທັງບໍ່ຖືກບີບຄັ້ນ ຫຼື ຖືກຜູກມັດອີກຕໍ່ໄປ. ເຖິງແມ່ນວ່າສິ່ງເຫຼົ່ານີ້ຈະປາກົດຂຶ້ນມາເປັນບາງຄັ້ງບາງຄາວໃນຈິດໃຕ້ສຳນຶກຂອງເຈົ້າ ຫຼື ຄວາມຄິດຂອງເຈົ້າກໍຕາມ, ໂດຍພື້ນຖານແລ້ວ ເຈົ້າກໍໄດ້ແກ້ໄຂສິ່ງເຫຼົ່ານັ້ນແລ້ວ ແລະ ເມື່ອເຈົ້າເຮັດສິ່ງຕ່າງໆອີກຄັ້ງ, ເຈົ້າກໍຈະຮູ້ສຶກສະບາຍໃຈຫຼາຍຂຶ້ນໃນການເຮັດສິ່ງເຫຼົ່ານັ້ນ ແລະ ເຮັດໄດ້ຢ່າງຮຽບງ່າຍຫຼາຍຂຶ້ນ. ເຖິງແມ່ນວ່າຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານີ້ອາດຈະຍັງສົ່ງຜົນກະທົບຢ່າງລະອຽດອ່ອນໃນສ່ວນເລິກຂອງຈິດໃຈຂອງເຈົ້າກໍຕາມ, ແຕ່ຢ່າງໜ້ອຍທີ່ສຸດ ເຈົ້າກໍໄດ້ແຍກແຍະຢ່າງຊັດເຈນໃນເຈດຈຳນົງທາງອັດຕະວິໄສຂອງເຈົ້າແລ້ວວ່າ ສິ່ງເຫຼົ່ານັ້ນບໍ່ແມ່ນສິ່ງທີ່ເປັນບວກ, ສະນັ້ນ ໃນທາງອັດຕະວິໄສແລ້ວ ເຈົ້າກໍຈະປ່ອຍວາງສິ່ງເຫຼົ່ານັ້ນ ແລະ ບໍ່ໄດ້ຮັບຜົນກະທົບຈາກພວກມັນ. ດ້ວຍວິທີນີ້, ໂດຍພື້ນຖານແລ້ວ ເຈົ້າກໍໄດ້ປ່ອຍວາງ ແລະ ແກ້ໄຂສິ່ງກີດຂວາງລະຫວ່າງເຈົ້າກັບພຣະເຈົ້ານີ້ແລ້ວ.
ພວກເຮົາມັກຈະໂອ້ລົມກັນດ້ວຍວິທີນີ້ກ່ຽວກັບຫົວຂໍ້ການໄລ່ຕາມເສາະຫາຄວາມຈິງ. ພວກເຈົ້າສາມາດຮູ້ສຶກເຖິງຄວາມສຳຄັນຂອງການໄລ່ຕາມເສາະຫາຄວາມຈິງໄດ້ບໍ? ເມື່ອເຈົ້າເຫັນຜູ້ຄົນອ້ອມຕົວເຈົ້າທີ່ເຈົ້າຄຸ້ນເຄີຍຖືກຈັດການໂດຍຄຣິສຕະຈັກ, ໂດຍມີບາງຄົນເຖິງກັບຖືກຄັດອອກ ຫຼື ຖືກຂັບໄລ່, ພວກເຈົ້າມີຄວາມຄິດໃດໜຶ່ງກ່ຽວກັບເລື່ອງນີ້ບໍ? ເຈົ້າໄດ້ຖອດຖອນປະສົບການ ຫຼື ບົດຮຽນໃດໜຶ່ງຈາກເລື່ອງນີ້ບໍ? ບັນຫາຫຼັກຂອງຜູ້ທີ່ຖືກຍ້າຍໄປກຸ່ມ B ແລະ ຜູ້ທີ່ຖືກຄັດອອກແມ່ນຫຍັງ? (ເມື່ອຂ້ານ້ອຍເຫັນບາງຄົນອ້ອມຕົວຂ້ານ້ອຍທີ່ຂ້ານ້ອຍຄຸ້ນເຄີຍຖືກຍ້າຍໄປກຸ່ມ B ຫຼື ຖືກຄັດອອກ, ມັນກໍກະຕຸ້ນຫົວໃຈ ແລະ ຄວາມຄິດຂອງຂ້ານ້ອຍ. ເຖິງແມ່ນວ່າພວກເຂົາຈະເຊື່ອໃນພຣະເຈົ້າມາຫຼາຍປີແລ້ວກໍຕາມ, ພວກເຂົາກໍບໍ່ໄດ້ໄລ່ຕາມເສາະຫາຄວາມຈິງແທ້ໆ ແລະ ຖ້າຂ້ານ້ອຍເອງກໍບໍ່ໄລ່ຕາມເສາະຫາຄວາມຈິງ ແລະ ບໍ່ສະແຫວງຫາຄວາມຈິງເມື່ອໃດກໍຕາມທີ່ສິ່ງຕ່າງໆເກີດຂຶ້ນກັບຂ້ານ້ອຍ, ໃນທີ່ສຸດ ຂ້ານ້ອຍກໍຈະຖືກກຳຈັດຄືກັບພວກເຂົາ). ເຈົ້າຮູ້ບໍວ່າຫຼັກການໃນເຮືອນຂອງພຣະເຈົ້າສຳລັບການຈັດການກັບຄົນເຫຼົ່ານີ້ແມ່ນຫຍັງ? ເຮືອນຂອງພຣະເຈົ້າຄັດພວກເຂົາອອກພຽງເພາະວ່າພວກເຂົາມີຄວາມເປັນມະນຸດທີ່ບໍ່ດີ ແລະ ບໍ່ໄລ່ຕາມເສາະຫາຄວາມຈິງ ແລະ ເພາະວ່າເຮືອນຂອງພຣະເຈົ້າພົບວ່າພວກເຂົາເບິ່ງແລ້ວຂັດຫູຂັດຕາບໍ? (ບໍ່). ຖ້າເປັນແນວນັ້ນ, ມັນກໍເປັນຈິງທີ່ຜູ້ທີ່ບໍ່ໄດ້ຖືກຈັດການທຸກຄົນບໍ່ມີບັນຫາກັບຄວາມເປັນມະນຸດຂອງພວກເຂົາ, ພວກເຂົາທຸກຄົນຮັກຄວາມຈິງ, ໄລ່ຕາມເສາະຫາຄວາມຈິງ ແລະ ສາມາດອ່ອນນ້ອມຕໍ່ຄວາມຈິງ ພ້ອມທັງຮັກ ແລະ ຢຳເກງພຣະເຈົ້າບໍ? ມັນເປັນແບບນັ້ນບໍ? (ບໍ່). ຄົນເຫຼົ່ານັ້ນຖືກຄັດອອກ ຫຼື ຖືກຍ້າຍໄປກຸ່ມ B ໂດຍເຮືອນຂອງພຣະເຈົ້າພຽງເພາະວ່າພວກເຂົາບໍ່ຮັກຄວາມຈິງ ແລະ ເບື່ອໜ່າຍມັນບໍ? ພວກເຂົາຖືກຈັດການຍ້ອນວ່າພວກເຂົາມີຄວາມເປັນມະນຸດທີ່ບໍ່ດີ ແລະ ປະຕິເສດທີ່ຈະຍອມຮັບຄວາມຈິງຢ່າງສິ້ນເຊີງ ຫຼື ຍ້ອນຮູບລັກສະນະທີ່ບໍ່ດີຂອງພວກເຂົາ ຫຼື ການກະທຳຜິດຊົ່ວຄາວບາງຢ່າງບໍ? ນີ້ຄືຫຼັກການທີ່ເຮືອນຂອງພຣະເຈົ້າໃຊ້ຈັດການກັບຜູ້ຄົນບໍ? (ບໍ່). ມັນເປັນຍ້ອນວ່າຄົນໃດໜຶ່ງບໍ່ໄລ່ຕາມເສາະຫາຄວາມຈິງບໍ ເຮືອນຂອງພຣະເຈົ້າຈຶ່ງຈັດການກັບພວກເຂົາ, ຕັດສິດພວກເຂົາຈາກການປະຕິບັດໜ້າທີ່ ແລະ ສົ່ງພວກເຂົາອອກໄປ? (ບໍ່). ແລ້ວເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງຈັດການ ແລະ ສົ່ງຄົນເຫຼົ່ານີ້ອອກໄປ? (ເພາະວ່າພວກເຂົາບໍ່ໄດ້ກະທຳການຕາມຫຼັກການຄວາມຈິງ ແລະ ພວກເຂົາຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ເຊິ່ງກໍ່ໃຫ້ເກີດຄວາມເສຍຫາຍຢ່າງຮ້າຍແຮງຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ). ນີ້ຄືເຫດຜົນຫຼັກບໍ? (ແມ່ນແລ້ວ). ມີເຫດຜົນໃດອີກ? ເຄີຍມີໃຜຖືກສົ່ງອອກໄປຍ້ອນການເວົ້າຕົວະຢູ່ສະເໝີບໍ? (ບໍ່). ເຄີຍມີໃຜຖືກສົ່ງອອກໄປຍ້ອນວ່າພວກເຂົາບໍ່ຮັກຄວາມຈິງ ແລະ ເບື່ອໜ່າຍຄວາມຈິງບໍ? ເຄີຍມີໃຜຖືກສົ່ງອອກໄປຍ້ອນວ່າພວກເຂົາບໍ່ຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງພວກເຂົາບໍ? (ບໍ່). ເຈົ້າຄິດວ່າມັນເປັນຕາໜ້າເສຍດາຍບໍທີ່ຄົນເຫຼົ່ານີ້ຖືກສົ່ງອອກໄປ? ມີໃຜໃນພວກເຂົາທີ່ໄດ້ຮັບຄວາມບໍ່ເປັນທຳບໍ? (ບໍ່). ບໍ່ມີໃຜໃນພວກເຂົາທີ່ໄດ້ຮັບຄວາມບໍ່ເປັນທຳຢ່າງແນ່ນອນ. ອີງຕາມການກະທຳທີ່ຊົ່ວຮ້າຍທີ່ຄົນເຫຼົ່ານີ້ໄດ້ກະທຳ, ພວກເຂົາສົມຄວນຕາຍສິບແປດຄັ້ງ ເມື່ອພວກເຂົາໄປເຖິງໂລກຝ່າຍວິນຍານ ແລະ ພວກເຂົາທຸກຄົນຕ້ອງຖືກລົງໂທດ, ຕາຍແລ້ວກໍຟື້ນຄືນຊີວິດ ແລະ ຖືກລົງໂທດອີກຄັ້ງ ແລະ ຕາຍອີກຄັ້ງ ແລະ ຟື້ນຄືນຊີວິດອີກຄັ້ງ ແລະ ຖືກລົງໂທດອີກຄັ້ງ ແລະ ຕາຍອີກຄັ້ງ, ພວກເຂົາສົມຄວນຕາຍທັງໝົດສິບແປດຄັ້ງ. ພວກເຂົາໄດ້ກະທຳການທີ່ຊົ່ວຮ້າຍຫຼາຍຢ່າງ ແລະ ບາບຂອງພວກເຂົາກໍຊົ່ວຊ້າຫຼາຍ! ແລ້ວເປັນຫຍັງຄົນເຫຼົ່ານີ້ຈຶ່ງຖືກຈັດການ ແລະ ຖືກຂັບໄລ່? ມັນເປັນເພາະວ່າການບໍ່ຈັດການກັບພວກເຂົາບໍ່ແມ່ນທາງເລືອກ, ພວກເຂົາບໍ່ໄດ້ກຳລັງປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາກຳລັງກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ພ້ອມທັງພວກເຂົາກຳລັງທຳລາຍສິ່ງຕ່າງໆ! ບາງຄົນເຖິງກັບຄິດວ່າຄົນເຫຼົ່ານີ້ຖືກຈັດການຍ້ອນວ່າພວກເຂົາມັກເວົ້າຕົວະ ແລະ ມີຄວາມເປັນມະນຸດທີ່ບໍ່ດີ ຫຼື ຍ້ອນວ່າພວກເຂົາແຍ່ງຊິງສະຖານະ ແລະ ອຳນາດ ພ້ອມທັງບໍ່ຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງພວກເຂົາ; ຄົນເບົາປັນຍາຄົນອື່ນເວົ້າວ່າ ມັນເປັນເພາະວ່າພວກເຂົາບໍ່ຮັກຄວາມຈິງ ແລະ ບໍ່ໄລ່ຕາມເສາະຫາຄວາມຈິງ. ສະນັ້ນ, ພວກເຈົ້າຮັກຄວາມຈິງບໍ? ທຸກຄົນທີ່ບໍ່ໄດ້ຖືກສົ່ງອອກໄປຮັກຄວາມຈິງ ແລະ ໄລ່ຕາມເສາະຫາຄວາມຈິງບໍ? (ບໍ່). ບໍ່ມີສິ່ງໃດເລີຍໃນສິ່ງເຫຼົ່ານີ້ທີ່ເປັນຂໍ້ເທັດຈິງ. ໃນຄວາມເປັນຈິງແລ້ວ, ຄົນເຫຼົ່ານີ້ຖືກຈັດການ ແລະ ຖືກຂັບໄລ່ກໍເພາະວ່າໃນຂະບວນການປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາໄດ້ສະແດງບົດບາດໃນການກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ພ້ອມທັງທຳລາຍສິ່ງຕ່າງໆ, ພວກເຂົາໄດ້ເຮັດໃນສິ່ງທີ່ຊາຕານ ແລະ ມານຮ້າຍ ພ້ອມທັງພະຍານາກໃຫຍ່ສີແດງຕ້ອງການເຮັດແຕ່ບໍ່ສາມາດເຮັດໄດ້, ເຊິ່ງເປັນການລະເມີດກົດການປົກຄອງໃນເຮືອນຂອງພຣະເຈົ້າຢ່າງຮ້າຍແຮງ ແລະ ເຮັດໃຫ້ພຣະເຈົ້າໂມໂຫຢ່າງໜັກ. ພວກເຂົາຖືກສົ່ງອອກໄປກໍພຽງເພາະວ່າການບໍ່ສົ່ງພວກເຂົາອອກໄປນັ້ນບໍ່ແມ່ນທາງເລືອກ. ມັນບໍ່ແມ່ນວ່າເຮືອນຂອງພຣະເຈົ້າບໍ່ມີຄວາມຮັກ ແລະ ໂຫດຮ້າຍຕໍ່ຜູ້ຄົນ ແລະ ມັນກໍບໍ່ແມ່ນວ່າພຣະເຈົ້າບໍ່ໃຫ້ໂອກາດຜູ້ຄົນ. ໃນທາງກົງກັນຂ້າມ ມັນເປັນເພາະວ່າຄົນເຫຼົ່ານັ້ນໄດ້ກະທຳການເກີນໄປ, ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ແລະ ຄວາມເສຍຫາຍທີ່ພວກເຂົາກໍ່ຂຶ້ນຕໍ່ວຽກງານຂອງຄຣິສຕະຈັກນັ້ນກໍໃຫຍ່ຫຼວງເກີນໄປ. ພວກເຂົາບໍ່ໄດ້ກຳລັງປະຕິບັດໜ້າທີ່ຂອງພວກເຂົາ ແລະ ພວກເຂົາກໍບໍ່ໄດ້ແມ່ນແຕ່ກຳລັງອອກແຮງງານ; ພວກເຂົາກຳລັງກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ພ້ອມທັງພວກເຂົາກຳລັງເຮັດຄວາມຊົ່ວຮ້າຍ. ບໍ່ມີຜູ້ໃດໃນຜູ້ຄົນທີ່ພຣະເຈົ້າເລືອກທີ່ມັກໃຫ້ມີຄົນແບບນີ້ຢູ່ໃນຄຣິສຕະຈັກ. ຖ້າເຈົ້າເວົ້າບາງສິ່ງທີ່ເປັນການເຍາະເຍີ້ຍ ຫຼື ເວົ້າຕົວະໃນຄຣິສຕະຈັກ, ມັນກໍເປັນພຽງພຶດຕິກຳສ່ວນຕົວຂອງເຈົ້າ, ມັນເປັນພຽງການທີ່ເຈົ້າບໍ່ຮັກຄວາມຈິງ ແລະ ບໍ່ໄລ່ຕາມເສາະຫາຄວາມຈິງ ແລະ ຕາບໃດທີ່ມັນບໍ່ກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນ, ກໍຈະບໍ່ມີໃຜຈັດການເຈົ້າ; ຖ້າບາງຄັ້ງເຈົ້າເຮັດພໍແລ້ວມືແລ້ວຕີນໃນການປະຕິບັດໜ້າທີ່ຂອງເຈົ້າ, ແຕ່ສ່ວນໃຫຍ່ແລ້ວເຈົ້າເຮັດໄດ້ຢ່າງມີປະສິດທິຜົນ, ແລ້ວຕາບໃດທີ່ເຈົ້າບໍ່ກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນ, ເຮືອນຂອງພຣະເຈົ້າກໍຈະໃຫ້ໂອກາດເຈົ້າໃນການຢູ່ຕໍ່ ແລະ ປະຕິບັດໜ້າທີ່, ໂດຍປະຕິບັດຕໍ່ເຈົ້າຕາມຫຼັກການ. ເຖິງຢ່າງໃດກໍຕາມ, ຄົນເຫຼົ່ານີ້ໄດ້ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ. ພວກເຂົາກະທຳຜິດຢ່າງປະໝາດ ແລະ ພວກເຂົາລະເມີດຫຼັກການໃນທຸກດ້ານ, ກໍ່ໃຫ້ເກີດຄວາມວຸ້ນວາຍຢ່າງໃຫຍ່ຫຼວງ; ທຸກດ້ານຂອງວຽກງານຂອງຄຣິສຕະຈັກຖືກທຳລາຍ ແລະ ໝາກຜົນຂອງໜ້າທີ່ທີ່ອ້າຍເອື້ອຍນ້ອງຫຼາຍຄົນໄດ້ປະຕິບັດກໍສູນເປົ່າຢ່າງສິ້ນເຊີງ. ຜົນສະທ້ອນຂອງການຂັດຂວາງ ແລະ ການລົບກວນຂອງພວກເຂົາແມ່ນຮ້າຍແຮງຫຼາຍ ແລະ ມັນຈະຕ້ອງໃຊ້ຄົນນັບບໍ່ຖ້ວນ ພ້ອມທັງໃຊ້ເວລານັບບໍ່ຖ້ວນເພື່ອແກ້ໄຂສິ່ງເຫຼົ່ານັ້ນ, ສະນັ້ນ ຄົນເຫຼົ່ານີ້ຈຶ່ງຕ້ອງຖືກສົ່ງອອກໄປ! ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ເປັນໄປໄດ້ທີ່ຈະປົກປ້ອງອ້າຍເອື້ອຍນ້ອງ ເພື່ອໃຫ້ພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ຕາມປົກກະຕິ ແລະ ບັນລຸຜົນຮັບທີ່ດີໄດ້. ມີພຽງແຕ່ການຄັດຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ອອກໄປເທົ່ານັ້ນ ມັນຈຶ່ງຈະເປັນໄປໄດ້ທີ່ຈະສ້າງສະພາບແວດລ້ອມໃນການເຮັດວຽກ ແລະ ການດຳລົງຊີວິດທີ່ເໝາະສົມສຳລັບອ້າຍເອື້ອຍນ້ອງ. ຖ້າຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ຍັງຄົງຢູ່ໃນຄຣິສຕະຈັກ, ພວກເຂົາກໍຈະເປັນພຽງໄພພິບັດ ແລະ ຈະມີບັນຍາກາດທີ່ສົກກະປົກ ແລະ ຂຸ່ນມົວ ພ້ອມທັງຄວາມວຸ້ນວາຍໃນທຸກບ່ອນທີ່ພວກເຂົາໄປ. ບໍ່ມີສິ່ງໃດທີ່ພວກເຂົາເຮັດທີ່ບັນລຸມາດຕະຖານຂອງການອອກແຮງງານເລີຍ. ສິ່ງດຽວທີ່ພວກເຂົາເຮັດກໍຄືການລົບກວນ, ການທຳລາຍ ແລະ ການຮື້ຖອນ. ທຸກສິ່ງທີ່ພວກເຂົາເຮັດແມ່ນເພື່ອຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ແລະ ຊີວິດໃນຄຣິສຕະຈັກ. ພວກເຂົາບໍ່ແມ່ນຄົນຮັບໃຊ້ຂອງຊາຕານບໍ? ຄົນເຊັ່ນນີ້ສາມາດຄົງຢູ່ໃນຄຣິສຕະຈັກໄດ້ບໍ? ພວກເຂົາບໍ່ແມ່ນມະນຸດທີ່ເສື່ອມຊາມທຳມະດາ, ແຕ່ເປັນຄົນຮັບໃຊ້ຂອງຊາຕານ! ຄົນເຫຼົ່ານີ້ໄດ້ເຮັດຫຍັງແດ່? ພວກເຂົາໄດ້ຜານເຄື່ອງຖວາຍຂອງພຣະເຈົ້າ ແລະ ມອບພວກມັນໃຫ້ກັບຜູ້ບໍ່ມີຄວາມເຊື່ອຢ່າງບໍ່ມີເງື່ອນໄຂ, ພວກເຂົາໃຈກວ້າງຢ່າງຍິ່ງໃນການໃຫ້ເງິນແກ່ຜູ້ບໍ່ມີຄວາມເຊື່ອ, ບັງຄັບໃຫ້ພວກເຂົາຮັບເອົາ ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ຂໍກໍຕາມ. ເມື່ອພວກເຂົາຂໍໃຫ້ຜູ້ບໍ່ມີຄວາມເຊື່ອເຮັດວຽກງານບາງຢ່າງ ແລະ ຜູ້ບໍ່ມີຄວາມເຊື່ອເວົ້າວ່າໜຶ່ງຮ້ອຍໂດລາຈະພຽງພໍແລ້ວ, ພວກເຂົາກໍຢືນຢັນທີ່ຈະຈ່າຍສາມຮ້ອຍໂດລາ ແລະ ເມື່ອຜູ້ບໍ່ມີຄວາມເຊື່ອຂໍສາມຮ້ອຍໂດລາ, ພວກເຂົາກໍຢືນຢັນທີ່ຈະຈ່າຍຫ້າຮ້ອຍ, ເຖິງຂັ້ນໃຫ້ເງິນໂບນັດເພີ່ມເຕີມແກ່ຜູ້ບໍ່ມີຄວາມເຊື່ອ ຫຼັງຈາກທີ່ພວກເຂົາຈ່າຍຄ່າຈ້າງຂອງພວກເຂົາສຳເລັດແລ້ວ. ບໍ່ວ່າຈະຕ້ອງໃຊ້ເຄື່ອງຖວາຍຫຼາຍສໍ່າໃດກໍຕາມ, ພວກເຂົາກໍຈະບໍ່ຖາມເບື້ອງເທິງກ່ຽວກັບເລື່ອງນີ້ ແລະ ກົງກັນຂ້າມ ພວກເຂົາພຽງແຕ່ຕັດສິນໃຈດ້ວຍຕົນເອງ. ບໍ່ວ່າພວກເຂົາຈະເຮັດວຽກງານຫຍັງກໍຕາມ, ພວກເຂົາກໍບໍ່ໄດ້ປະຕິບັດມັນຕາມການຈັດແຈງວຽກງານໃນເຮືອນຂອງພຣະເຈົ້າ ຫຼື ຕາມຫຼັກການທີ່ເຮືອນຂອງພຣະເຈົ້າມອບໃຫ້ ແລະ ແນ່ນອນວ່າ ພວກເຂົາບໍ່ໄດ້ປະຕິບັດມັນຕາມຫຼັກການຄວາມຈິງຢ່າງແນ່ນອນ. ພວກເຂົາພຽງແຕ່ເຮັດຕາມຄວາມປາຖະໜາຂອງພວກເຂົາເອງ ແລະ ເຮັດຕາມທີ່ພວກເຂົາພໍໃຈ, ໂດຍບໍ່ໄດ້ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ. ພວກເຂົາຍອມປົກປ້ອງຜູ້ບໍ່ມີຄວາມເຊື່ອຫຼາຍກວ່າຜົນປະໂຫຍດໃນເຮືອນຂອງພຣະເຈົ້າ ແລະ ພວກເຂົາກໍຜານເຄື່ອງຖວາຍຂອງພຣະເຈົ້າໄປທົ່ວທຸກຫົນແຫ່ງ. ນັ້ນແມ່ນເງິນທີ່ພວກເຂົາຫາມາໄດ້ບໍ? ພວກເຂົາບໍ່ໄດ້ຫັກຫ້າມເລີຍເມື່ອເວົ້າເຖິງການໃຫ້ເງິນໂບນັດ ແລະ ຂອງຂວັນແກ່ຜູ້ບໍ່ມີຄວາມເຊື່ອ ແລະ ບໍ່ມີໃຜໄດ້ຮັບອະນຸຍາດໃຫ້ບໍ່ເຫັນດີກັບພວກເຂົາ ແລະ ພວກເຂົາກໍໄດ້ຕຳນິຜູ້ໃດກໍຕາມທີ່ບໍ່ເຫັນດີກັບພວກເຂົາ. ເຈົ້າຄິດວ່າຄົນແບບນີ້ແມ່ນຄົນທີ່ເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະເຈົ້າບໍ? ພວກເຂົາເປັນເສດຕະກອນ, ແມ່ນບໍ? ຄົນແບບນີ້ຄວນຖືກຄັດອອກບໍ? (ແມ່ນແລ້ວ). ຄົນເຫຼົ່ານີ້ໄດ້ເຮັດຄວາມຊົ່ວຮ້າຍຫຍັງອີກແດ່? ໃນການເທດສະໜາຂ່າວປະເສີດ ພວກເຂົາໄດ້ລາຍງານຕົວເລກປອມເພື່ອຫຼອກລວງເຮືອນຂອງພຣະເຈົ້າ ແລະ ທໍລະມານ ພ້ອມທັງກົດຂີ່ຜູ້ໃດກໍຕາມທີ່ບໍ່ລາຍງານຕົວເລກປອມຢ່າງໂຫດຮ້າຍ. ພວກເຂົາບັງຄັບໃຫ້ຄົນອື່ນລາຍງານຕົວເລກປອມ, ໂດຍບໍ່ໃຫ້ທາງເລືອກອື່ນແກ່ພວກເຂົານອກຈາກຕ້ອງເຮັດແບບນັ້ນ. ຄົນເຫຼົ່ານີ້ແມ່ນຄົນປະເພດໃດ? ພວກເຂົາຍັງເປັນຄົນຢູ່ບໍ? ຖ້າເຈົ້າເວົ້າວ່າພວກເຂົາພຽງແຕ່ມີຄວາມເປັນມະນຸດທີ່ບໍ່ດີ, ບໍ່ຮັກຄວາມຈິງ ແລະ ບໍ່ໄລ່ຕາມເສາະຫາຄວາມຈິງ, ຄຳເວົ້ານີ້ຟັງຂຶ້ນບໍ? ມັນບໍ່ແມ່ນເລື່ອງໄຮ້ສາລະບໍ? (ແມ່ນແລ້ວ). ພວກເຂົາບໍ່ພຽງແຕ່ບໍ່ຮັກຄວາມຈິງ ແລະ ບໍ່ໄລ່ຕາມເສາະຫາຄວາມຈິງເທົ່ານັ້ນ, ແຕ່ພວກເຂົາຍັງບໍ່ມີແມ່ນແຕ່ຄວາມເປັນມະນຸດທີ່ປົກກະຕິ, ແຮງໄກທີ່ພວກເຂົາຈະຮັກ ແລະ ໄລ່ຕາມເສາະຫາຄວາມຈິງ, ມານຮ້າຍຄືສິ່ງທີ່ພວກເຂົາເປັນ! ຕອນນີ້ເຈົ້າເຫັນສິ່ງນີ້ໄດ້ຢ່າງຊັດເຈນແລ້ວ, ແມ່ນບໍ? (ແມ່ນແລ້ວ). ທຳມະຊາດຂອງຄົນເຫຼົ່ານີ້ແມ່ນຫຍັງ? (ທຳມະຊາດຂອງມານຮ້າຍ). ພວກເຂົາມີທຳມະຊາດຂອງມານຮ້າຍ. ຫຼັງຈາກທີ່ຖືກຄັດອອກ, ຄົນເຫຼົ່ານີ້ກໍທ້າທາຍ ແລະ ເຖິງກັບຮ້ອງທຸກ ໂດຍກ່າວວ່າ “ຂ້ອຍໄຮ້ດຽງສາ, ຂ້ອຍບໍ່ໄດ້ເຮັດແບບນັ້ນ!” ຂໍ້ເທັດຈິງຢູ່ຕໍ່ໜ້າຕໍ່ຕາພວກເຂົາ, ແຕ່ພວກເຂົາກໍປະຕິເສດທີ່ຈະຍອມຮັບມັນ ແລະ ເຖິງກັບຍຶດຕິດກັບຂໍ້ອ້າງຂອງພວກເຂົາຢ່າງຫົວແຂງ ແລະ ຍັງຄົງທ້າທາຍຈົນເຖິງທີ່ສຸດ; ສິ່ງນີ້ບໍ່ໄດ້ພິສູດບໍວ່າ ມັນຖືກຕ້ອງແລ້ວທີ່ຄັດພວກເຂົາອອກ? ຜົນສະທ້ອນຈະເປັນແນວໃດ ຖ້າຄົນປະເພດນີ້ບໍ່ຖືກຄັດອອກ? ພວກເຂົາຈະກັບໃຈບໍ? ເຖິງແມ່ນວ່າເຈົ້າຈະໃຫ້ໂອກາດພວກເຂົາໃນການສືບຕໍ່ປະຕິບັດໜ້າທີ່ ແລະ ພຽງແຕ່ລິຮານພວກເຂົາ, ພວກເຂົາຈະສາມາດກັບໃຈ ແລະ ປ່ຽນແປງໄປໃນທາງທີ່ດີຂຶ້ນໄດ້ບໍ? (ບໍ່, ພວກເຂົາບໍ່ສາມາດເຮັດໄດ້). ບໍ່ມີທາງເລີຍທີ່ພວກເຂົາຈະສາມາດກັບໃຈໄດ້. ນີ້ຄືແກ່ນແທ້ທຳມະຊາດປະເພດໃດ? ຄົນປະເພດໃດທີ່ບໍ່ສາມາດກັບໃຈໄດ້ ແລະ ບໍ່ກັບໃຈ ເຖິງແມ່ນວ່າຈະປະເຊີນກັບຂໍ້ເທັດຈິງກໍຕາມ? (ມານຮ້າຍ). ມານຮ້າຍ, ຄົນທີ່ມີແກ່ນແທ້ຂອງຊາຕານ, ວິນຍານຊົ່ວຮ້າຍ ແລະ ວິນຍານທີ່ສົກກະປົກຈະບໍ່ກັບໃຈ; ບໍ່ວ່າເຈົ້າຈະໂອ້ລົມກ່ຽວກັບຄວາມຈິງແນວໃດກໍຕາມ, ພວກເຂົາກໍຈະບໍ່ກັບໃຈ. ພວກເຂົາບໍ່ຮັບຮູ້ແມ່ນແຕ່ຂໍ້ເທັດຈິງກ່ຽວກັບການກະທຳທີ່ຊົ່ວຮ້າຍຂອງພວກເຂົາ, ແລ້ວພວກເຂົາຈະສາມາດຍອມຮັບຄວາມຈິງ ແລະ ຄ່ອຍໆຮູ້ຈັກຕົນເອງໄດ້ບໍ? ພວກເຂົາຈະບໍ່ເຮັດແບບນັ້ນຢ່າງເດັດຂາດ! ຖ້າພວກເຂົາສາມາດຮັບຮູ້ຂໍ້ເທັດຈິງກ່ຽວກັບການກະທຳທີ່ຊົ່ວຮ້າຍຂອງພວກເຂົາໄດ້, ພວກເຂົາກໍຈະມີໂອກາດຍອມຮັບຄວາມຈິງ, ແຕ່ພວກເຂົາບໍ່ຍອມຮັບແມ່ນແຕ່ຂໍ້ເທັດຈິງ ແລະ ບໍ່ຮັບຮູ້ ຫຼື ຍອມຮັບທຳມະຊາດໃນການກະທຳຂອງພວກເຂົາ, ຄົນເຊັ່ນນີ້ບໍ່ມີທາງທີ່ຈະກັບໃຈໄດ້ເລີຍ. ພວກເຂົາກໍຄືກັບຊາວເມືອງໂຊໂດມ, ຖ້າເຈົ້າບອກຊາວເມືອງໂຊໂດມວ່າ “ຖ້າພວກເຈົ້າບໍ່ກັບໃຈ, ພຣະເຈົ້າຈະທຳລາຍເມືອງນີ້”, ພວກເຂົາຈະຍອມຮັບມັນບໍ? ທັດສະນະຄະຕິຂອງພວກເຂົາຈະເປັນແນວໃດ ຫຼັງຈາກທີ່ໄດ້ຍິນຄຳເວົ້າເຫຼົ່ານີ້? ພວກເຂົາຈະເຮັດຄືກັບວ່າພວກເຂົາບໍ່ໄດ້ຍິນພວກມັນ ແລະ ສືບຕໍ່ເຮັດສິ່ງຕ່າງໆຕາມຄວາມມັກຂອງພວກເຂົາເອງ, ເຮັດສິ່ງໃດກໍຕາມທີ່ພວກເຂົາມັກ, ໂດຍບໍ່ກັບໃຈເລີຍ. ສະນັ້ນ, ຈຸດຈົບສຸດທ້າຍຂອງພວກເຂົາກໍຄືການຖືກທຳລາຍ. ສຳລັບຄົນເຫຼົ່ານີ້ທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນໃນຄຣິສຕະຈັກ, ພຣະເຈົ້າໄດ້ໃຫ້ໂອກາດພວກເຂົາ ແຕ່ພວກເຂົາກໍບໍ່ໄດ້ທະນຸຖະໜອມໂອກາດນັ້ນ ຫຼື ກັບໃຈ ແລະ ພວກເຂົາກໍຢືນຢັນທີ່ຈະຕໍ່ຕ້ານພຣະເຈົ້າຈົນເຖິງທີ່ສຸດ. ຄົນເຫຼົ່ານີ້ບໍ່ມີສະຕິຮູ້ສຶກຜິດຊອບ ຫຼື ເຫດຜົນ, ພວກເຂົາສົມຄວນໄດ້ຮັບຄວາມສົງສານບໍ? (ບໍ່, ພວກເຂົາບໍ່ສົມຄວນ). ມີໃຜແດ່ທີ່ປົກປ້ອງຄົນເຫຼົ່ານີ້ທີ່ບໍ່ສົມຄວນໄດ້ຮັບຄວາມສົງສານ? ມີໃຜແດ່ທີ່ຊື່ນຊົມພວກເຂົາ, ໂດຍຮູ້ສຶກວ່າພວກເຂົາໄດ້ທົນທຸກ ແລະ ຈ່າຍລາຄາມາຫຼາຍປີ ແລະ ພວກເຂົາໄດ້ເຮັດວຽກໜັກທີ່ສຸດ ແລະ ດຸໝັ່ນທີ່ສຸດ ພ້ອມທັງບາງຄົນກໍມີຂີດຄວາມສາມາດທີ່ດີພໍສົມຄວນ ແລະ ມີຄວາມສາມາດໃນການເຮັດວຽກ ພ້ອມທັງທັກສະຄວາມເປັນຜູ້ນໍາທີ່ຍິ່ງໃຫຍ່ ແລະ ມັນເປັນຕາໜ້າເສຍດາຍທີ່ພວກເຂົາຖືກສົ່ງອອກໄປ? ມັນເປັນຕາໜ້າເສຍດາຍບໍ? (ບໍ່, ມັນບໍ່ເປັນຕາໜ້າເສຍດາຍ). ມັນບໍ່ເປັນຕາໜ້າເສຍດາຍ, ເຊິ່ງໝາຍຄວາມວ່າມັນຖືກຕ້ອງແລ້ວທີ່ສົ່ງພວກເຂົາອອກໄປ. ພຽງແຕ່ສັງເກດ ແລະ ເບິ່ງວ່າຄົນເຫຼົ່ານີ້ສາມາດຍອມຮັບຄວາມຈິງໄດ້ ຫຼື ບໍ່ ແລະ ພວກເຂົາກຳລັງຍ່າງໃນເສັ້ນທາງໃດ. ຖ້າຜູ້ຄົນເຖິງກັບກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາກໍຄືເສດຕະກອນຂອງມະນຸດຊາດ! ມັນເປັນສິ່ງທີ່ຖືກຕ້ອງແລ້ວທີ່ສິ່ງທີ່ຖືກສ້າງຂຶ້ນຈະປະຕິບັດໜ້າທີ່ຂອງພວກເຂົາ ແລະ ບໍ່ວ່າໜ້າທີ່ນັ້ນຈະເປັນຫຍັງກໍຕາມ, ພວກເຂົາກໍຕ້ອງປະຕິບັດຄວາມຮັບຜິດຊອບຂອງພວກເຂົາໃຫ້ສຳເລັດ. ເຖິງແມ່ນວ່າການປະຕິບັດໜ້າທີ່ຂອງພວກເຂົາຈະບໍ່ໄດ້ມາດຕະຖານກໍຕາມ, ແຕ່ຢ່າງໜ້ອຍທີ່ສຸດ ພວກເຂົາກໍບໍ່ຄວນກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ! ການກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນແມ່ນສິ່ງທີ່ຊາຕານເຮັດ; ມັນບໍ່ຄວນເປັນສິ່ງທີ່ມະນຸດທີ່ເສື່ອມຊາມເຮັດ. ມະນຸດທີ່ເສື່ອມຊາມໄດ້ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ ແລະ ພວກເຂົາກໍອົດບໍ່ໄດ້ທີ່ຈະຕໍ່ຕ້ານພຣະເຈົ້າ; ເຖິງຢ່າງໃດກໍຕາມ, ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິ, ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຈະບໍ່ຕັ້ງໃຈກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ. ນີ້ກໍເພາະວ່າສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງພວກເຂົາຢັບຢັ້ງພວກເຂົາໄວ້ ແລະ ດັ່ງນັ້ນ ພວກເຂົາຈຶ່ງຈະບໍ່ຂັດຂວາງ, ລົບກວນ ຫຼື ທຳລາຍວຽກງານໃນເຮືອນຂອງພຣະເຈົ້າ ໃນຂະບວນການແຫ່ງການປະຕິບັດໜ້າທີ່ຂອງພວກເຂົາ. ເຖິງແມ່ນວ່າຄົນໃດໜຶ່ງຈະບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໃນວິທີທີ່ໄດ້ມາດຕະຖານກໍຕາມ, ມັນກໍຍັງພໍຮັບໄດ້ໃນມາດຕະຖານທົ່ວໄປ ແລະ ສິ່ງນີ້ຢ່າງໜ້ອຍກໍຕອບສະໜອງມາດຕະຖານຂອງສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ. ເຖິງຢ່າງໃດກໍຕາມ, ຄົນເຫຼົ່ານີ້ບໍ່ສາມາດແມ່ນແຕ່ຈະຕອບສະໜອງມາດຕະຖານນີ້ໄດ້, ສະນັ້ນ ໃນທີ່ສຸດ ພວກເຂົາກໍຕ້ອງຈົບລົງຢູ່ຈຸດນີ້ເທົ່ານັ້ນ, ນັ້ນກໍຄື ການຖືກຄັດອອກ ຫຼື ຖືກຂັບໄລ່ອອກຈາກເຮືອນຂອງພຣະເຈົ້າ ຍ້ອນການກະທຳທີ່ຊົ່ວຮ້າຍຫຼາຍຢ່າງຂອງພວກເຂົາ. ເຫຼົ່ານີ້ຄືເສດຕະກອນຂອງມະນຸດຊາດ!
ຕໍ່ໄປ, ໃຫ້ພວກເຮົາໂອ້ລົມກັນກ່ຽວກັບບັນຫາຂອງຄວາມຄິດຫຼົງຜິດ ແລະ ຈິນຕະນາການໃນ “ການປ່ອຍວາງຄວາມບາດໝາງລະຫວ່າງຕົນເອງກັບພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງຕົນທີ່ມີຕໍ່ພຣະເຈົ້າ”, ເຊິ່ງເປັນຂໍ້ທີສາມໃນ “ການປ່ອຍວາງ” ພາຍໃນການປະຕິບັດວິທີການໄລ່ຕາມເສາະຫາຄວາມຈິງ. ພວກເຮົາຫາກໍໂອ້ລົມກ່ຽວກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການບາງຢ່າງຂອງຜູ້ຄົນກ່ຽວກັບວຽກງານຂອງພຣະເຈົ້າ. ເມື່ອເບິ່ງໃນຕອນນີ້, ຜູ້ຄົນບໍ່ມີຄວາມຄິດຫຼົງຜິດ ແລະ ຈິນຕະນາການອື່ນໆກ່ຽວກັບວຽກງານຂອງພຣະເຈົ້າບໍ? ຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານີ້ຈະສົ່ງຜົນກະທົບຕໍ່ວິທີທີ່ຜູ້ຄົນປະຕິບັດຕໍ່ວຽກງານຂອງພຣະເຈົ້າ, ວິທີທີ່ພວກເຂົາມີປະສົບການກັບວຽກງານຂອງພຣະເຈົ້າ ແລະ ວິທີທີ່ພວກເຂົາເຂົ້າໃຈ ແລະ ຮູ້ຈັກວຽກງານຂອງພຣະເຈົ້າບໍ? ໃນບັນດາຄົນປະເພດຕ່າງໆທີ່ປາກົດຕົວໃນຄຣິສຕະຈັກ, ຄົນປະເພດໜຶ່ງກໍຄືຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສ. ບໍ່ວ່າພວກເຂົາຈະເຮັດຄວາມຊົ່ວຮ້າຍຫຍັງທີ່ເຮັດໃຫ້ພວກເຂົາຖືກຈັດການ ແລະ ບໍ່ວ່າເລື່ອງໃດທີ່ເຮັດໃຫ້ຄຣິສຕະຈັກຄັດພວກເຂົາອອກ ຫຼື ຂັບໄລ່ພວກເຂົາກໍຕາມ, ມັນກໍມັກຈະມີບາງຄົນທີ່ມີຄວາມຄິດຫຼົງຜິດບາງຢ່າງກ່ຽວກັບການທີ່ເຮືອນຂອງພຣະເຈົ້າຊຳລະລ້າງຜູ້ບໍ່ເຊື່ອ, ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສອອກໄປ ແລະ ຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານີ້ແມ່ນຍ້ອນຄວາມຈິງທີ່ວ່າ ພວກເຂົາບໍ່ມີຄວາມເຂົ້າໃຈໃດເລີຍກ່ຽວກັບວຽກງານຂອງພຣະເຈົ້າ ຫຼື ອຳນາດສູງສຸດຂອງພຣະເຈົ້າ. ໃນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ, ຄຣິສຕະຈັກແມ່ນສະຖານທີ່ທີ່ພຣະເຈົ້າປະຕິບັດວຽກງານເທິງແຜ່ນດິນໂລກ, ສະນັ້ນ ຄຣິສຕະຈັກຈຶ່ງເປັນສະຖານທີ່ທີ່ກົງໄປກົງມາທີ່ສຸດສຳລັບຜູ້ຄົນທີ່ຈະເຫັນອຳນາດສູງສຸດຂອງພຣະເຈົ້າ ແລະ ຍັງສາມາດເວົ້າໄດ້ອີກວ່າ ມັນເປັນສະຖານທີ່ທີ່ກົງໄປກົງມາ ແລະ ຊັດເຈນທີ່ສຸດ ບ່ອນທີ່ອຳນາດສູງສຸດຂອງພຣະເຈົ້າຖືກສະແດງອອກ. ເຖິງຢ່າງໃດກໍຕາມ, ໃນສະຖານທີ່ແຫ່ງນີ້ ຜູ້ຄົນມັກຈະເຫັນຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆບາງຢ່າງປາກົດຂຶ້ນ ເຊິ່ງບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງພວກເຂົາ. ໃນຄວາມຄິດຫຼົງຜິດຂອງຜູ້ຄົນ ພວກເຂົາຄິດວ່າ, ເນື່ອງຈາກຄຣິສຕະຈັກເປັນສະຖານທີ່ທີ່ກ່ຽວຂ້ອງກັບວຽກງານຂອງພຣະເຈົ້າ, ມັນກໍຄວນຈະເປັນສະຖານທີ່ທີ່ສະຫງົບ ແລະ ງຽບສະຫງັດ ເຊິ່ງເຕັມໄປດ້ວຍຄວາມເປັນມິດ ແລະ ສັນຕິສຸກ, ຄວາມຮັກ ແລະ ຄວາມອົດທົນ ພ້ອມທັງຄວາມປິຕິຍິນດີ ແລະ ຄວາມສະບາຍໃຈ. ພວກເຂົາເຊື່ອວ່າບຸກຄົນ ເຊັ່ນ: ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສ ບໍ່ຄວນປາກົດຕົວໃນຄຣິສຕະຈັກເລີຍ ແລະ ເຊື່ອວ່າບໍ່ຄວນມີເຫດການທີ່ຄົນຊົ່ວຮ້າຍເຮັດສິ່ງຊົ່ວຮ້າຍ. ແລ້ວພວກເຂົາຄິດວ່າ ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ, ແນ່ນອນວ່າມັນບໍ່ຄວນມີເຫດການທີ່ລະເມີດຫຼັກການຄວາມຈິງໃນຄຣິສຕະຈັກ, ແຮງໄກທີ່ມັນຈະມີຄົນທີ່ບໍ່ເຄົາລົບກົດເກນ ຫຼື ສິ່ງທີ່ບໍ່ເຄົາລົບກົດເກນທຸກປະເພດ ຫຼື ສິ່ງທີ່ບໍ່ສອດຄ່ອງກັບຄວາມປະສົງຂອງມະນຸດ, ຄວາມຮູ້ສຶກຂອງມະນຸດ ແລະ ຄວາມເປັນມະນຸດ. ພວກເຂົາເຊື່ອວ່າທຸກສິ່ງຄວນຈະສະຫງົບສຸກ, ງຽບສະຫງັດ, ເປັນຕາໜ້າພໍໃຈ, ເປັນບວກ, ມອງໂລກໃນແງ່ດີ ແລະ ຍົກລະດັບຈິດໃຈໃນຄຣິສຕະຈັກ ແລະ ມັນບໍ່ຄວນມີແມ່ນແຕ່ການຕໍ່ສູ້ໃດໜຶ່ງ ຫຼື ຄວາມໜ້າກຽດຊັງ ຫຼື ສິ່ງທີ່ຂີ້ຮ້າຍໃດໜຶ່ງເກີດຂຶ້ນ ເຊິ່ງບໍ່ສອດຄ່ອງກັບຄວາມຕ້ອງການຂອງຄວາມເປັນມະນຸດ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຄວາມຄິດຫຼົງຜິດຂອງຜູ້ຄົນ. ເຖິງຢ່າງໃດກໍຕາມ, ຂໍ້ເທັດຈິງບໍ່ສອດຄ່ອງກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ. ບໍ່ວ່າຈະເປັນຊ່ວງເວລາ ຫຼື ຂັ້ນຕອນຂອງວຽກງານໃດກໍຕາມ, ໃນຄຣິສຕະຈັກ ມັນມັກຈະມີເຫດການທີ່ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສບາງຄົນລົບກວນ ແລະ ຂັດຂວາງວຽກງານຂອງຄຣິສຕະຈັກຢູ່ສະເໝີ, ເຮັດໃຫ້ບາງດ້ານຂອງວຽກງານຂອງເຮືອນຂອງພຣະເຈົ້າຖືກທຳລາຍ, ລຳດັບຂັ້ນຕອນຂອງວຽກງານຂອງຄຣິສຕະຈັກຖືກກໍ່ກວນ ແລະ ຖືກລົບກວນ ພ້ອມທັງສິ່ງອື່ນໆທີ່ຄ້າຍຄືກັນ. ເມື່ອສິ່ງເຫຼົ່ານີ້ເກີດຂຶ້ນ, ຜູ້ຄົນກໍຮູ້ສຶກວ່າມັນເປັນສິ່ງທີ່ບໍ່ອອກເລີຍວ່າຈະເກີດຂຶ້ນ ແລະ ຫົວໃຈຂອງພວກເຂົາກໍເຕັມໄປດ້ວຍຄວາມສິ້ນຫວັງ, ຄວາມບໍ່ຢັ່ງຮູ້ ແລະ ຄວາມສັບສົນ ແລະ ພວກເຂົາກໍສົງໄສວ່າ “ພຣະເຈົ້າມີຢູ່ແທ້ໆບໍ? ພຣະເຈົ້າມີອຳນາດສູງສຸດເໜືອມະນຸດຊາດ ແລະ ປົກຄອງຄຣິສຕະຈັກຂອງພຣະອົງ, ປົກຄອງເຮືອນຂອງພຣະອົງແນວໃດກັນແທ້? ພຣະເຈົ້າໃສ່ໃຈກັບເລື່ອງນີ້ແທ້ໆບໍ? ພຣະເຈົ້າຢູ່ໃສ? ເປັນຫຍັງຈຶ່ງເປັນແບບນັ້ນ, ເມື່ອສິ່ງທີ່ບໍ່ເຄົາລົບກົດເກນເຫຼົ່ານີ້ເກີດຂຶ້ນ ແລະ ເມື່ອຄົນຊົ່ວຮ້າຍປາກົດຕົວ ແລະ ກໍ່ໃຫ້ເກີດການລົບກວນ, ບໍ່ມີໃຜກ້າວອອກມາເພື່ອຢຸດຢັ້ງພວກເຂົາ ແລະ ພຣະເຈົ້າກໍບໍ່ໄດ້ກ້າວອອກມາ ແລະ ຢຸດຢັ້ງພວກເຂົາເຊັ່ນກັນ? ມັນເກີດຫຍັງຂຶ້ນຢູ່ບ່ອນນີ້ກັນແທ້? ຄຣິສຕະຈັກບໍ່ແມ່ນເຮືອນຂອງພຣະເຈົ້າບໍ? ຜູ້ທີ່ຕິດຕາມພຣະເຈົ້າບໍ່ແມ່ນປະຊາກອນທີ່ພຣະອົງເລືອກບໍ? ເປັນຫຍັງພຣະເຈົ້າຈຶ່ງບໍ່ເຝົ້າເບິ່ງ ຫຼື ປົກປ້ອງເຮືອນຂອງພຣະອົງ? ເປັນຫຍັງພຣະເຈົ້າຈຶ່ງບໍ່ປົກປ້ອງປະຊາກອນທີ່ພຣະອົງເລືອກ ເພື່ອໃຫ້ພວກເຂົາສາມາດດຳລົງຊີວິດຢ່າງສະຫງົບສຸກໃນສະຖານທີ່ທີ່ສະດວກສະບາຍ, ໃນບ່ອນຫຼົບໄພ?” ຄວາມສົງໄສ ແລະ ຄວາມບໍ່ຢັ່ງຮູ້ເຫຼົ່ານີ້ທີ່ຜູ້ຄົນມີແມ່ນເກີດຈາກຄວາມຄິດຫຼົງຜິດປະເພດຕ່າງໆຂອງຜູ້ຄົນ, ແມ່ນບໍ? (ແມ່ນແລ້ວ). ສະນັ້ນ, ຄວາມຄິດຫຼົງຜິດເຫຼົ່ານີ້ໂດຍຫຼັກໆແລ້ວແມ່ນກ່ຽວກັບຫຍັງ? ຄວາມຄິດຫຼົງຜິດເຫຼົ່ານັ້ນບໍ່ໄດ້ກ່ຽວກັບວຽກງານຂອງພຣະເຈົ້າ ແລະ ອຳນາດສູງສຸດຂອງພຣະເຈົ້າບໍ? ເພາະວ່າເລື່ອງຕ່າງໆ ເຊັ່ນ: ຄົນຊົ່ວຮ້າຍເຮັດສິ່ງຊົ່ວຮ້າຍ ແລະ ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນເກີດຂຶ້ນໃນຄຣິສຕະຈັກ ແລະ ເພາະວ່າຜູ້ຄົນບໍ່ເຂົ້າໃຈເລື່ອງເຫຼົ່ານີ້, ມັນຈຶ່ງຍາກສຳລັບພວກເຂົາທີ່ຈະເບິ່ງທະລຸເຖິງຕົ້ນກຳເນີດຂອງເລື່ອງເຫຼົ່ານີ້ ແລະ ຜົນຮັບສຸດທ້າຍທີ່ຈະເກີດຂຶ້ນ. ເພາະວ່າຜູ້ຄົນບໍ່ສາມາດເບິ່ງທະລຸສິ່ງເຫຼົ່ານີ້ໄດ້, ພວກເຂົາຈຶ່ງຄ່ອຍໆມີແນວຄວາມຄິດທຸກປະເພດ ແລະ ຄວາມຄິດຫຼົງຜິດກ່ຽວກັບພຣະເຈົ້າ. ບາງຄົນຄິດວ່າ “ເຮືອນຂອງພຣະເຈົ້າຄວນສະແດງຄວາມຮັກຕໍ່ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສ. ຖ້າເຮືອນຂອງພຣະເຈົ້າບໍ່ສະແດງຄວາມຮັກຕໍ່ພວກເຂົາ, ມັນຈະບໍ່ເປັນຄືກັບສັງຄົມບໍ? ໃນສັງຄົມ, ມັກຈະມີຄົນກຸ່ມໜຶ່ງທໍລະມານຄົນອີກກຸ່ມໜຶ່ງຢູ່ສະເໝີ, ທັງໝົດກໍເພື່ອຍາດແຍ່ງອຳນາດ ແລະ ອິດທິພົນ. ໂດຍການຄັດອອກ ແລະ ຂັບໄລ່ຄົນຊົ່ວຮ້າຍອອກໄປ ເຮືອນຂອງພຣະເຈົ້າກໍກຳລັງທໍລະມານຜູ້ຄົນເຊັ່ນກັນບໍ? ມັນບໍ່ປອດໄພປານໃດທີ່ຈະຢູ່ໃນເຮືອນຂອງພຣະເຈົ້າ! ຖ້າເຈົ້າໄດ້ພົບພໍ້ກັບສະຖານະການທີ່ວຸ້ນວາຍແທ້ໆ, ເຈົ້າອາດຈະໄດ້ຮັບຄວາມບໍ່ເປັນທຳ ແລະ ຖືກຄັດອອກ ແລະ ຈະບໍ່ມີໃຜຄືນຄວາມເປັນທຳໃຫ້ເຈົ້າ! ພຣະເຈົ້າຢູ່ໃສກັນແທ້? ເປັນຫຍັງພຣະເຈົ້າຈຶ່ງບໍ່ອອກມາ ແລະ ເວົ້າບາງສິ່ງ ຫຼື ເຮັດບາງສິ່ງ? ໃຫ້ພວກເຮົາເຫັນການມີຢູ່ຂອງພຣະອົງ, ໃຫ້ພວກເຮົາເຫັນຄວາມຊົງລິດອຳນາດຍິ່ງໃຫຍ່ຂອງພຣະອົງ, ໃຫ້ພວກເຮົາເຫັນອຳນາດສູງສຸດຂອງພຣະອົງດ້ວຍຕາຂອງພວກເຮົາເອງ, ໂດຍການເຮັດເຊັ່ນນັ້ນ ພວກເຮົາກໍຈະຮູ້ສຶກສະບາຍໃຈ, ບໍ່ແມ່ນບໍ?” ໃນຄຣິສຕະຈັກ, ທຸກຄັ້ງທີ່ຜູ້ຄົນປະສົບກັບເຫດການບາງຢ່າງທີ່ພວກເຂົາພົບວ່າບໍ່ສາມາດຢັ່ງຮູ້ໄດ້, ຄວາມຮູ້ສຶກຕ່າງໆ ເຊັ່ນ: ຄວາມບໍ່ສະບາຍໃຈ ແລະ ຄວາມສົງໄສກໍຈະເກີດຂຶ້ນໃນບາງຄົນ, ໂດຍບາງຄົນເຖິງກັບຢາກຫຼີກລ່ຽງເຫດການເຫຼົ່ານີ້ ແລະ ຄົນອື່ນໆກໍຕົກຢູ່ໃນຄວາມຄິດລົບ; ໂດຍສະເພາະບາງຄົນ, ຫຼັງຈາກທີ່ຖືກເຮັດໃຫ້ຫຼົງຜິດ ແລະ ຖືກເອົາປຽບໂດຍຜູ້ຕໍ່ຕ້ານພຣະຄຣິສ, ກໍຍອມແພ້ຕໍ່ກັບຕົນເອງ ແລະ ຫຼັງຈາກທີ່ຖືກເຮັດໃຫ້ຫຼົງຜິດ ແລະ ຖືກເອົາປຽບໂດຍຜູ້ຕໍ່ຕ້ານພຣະຄຣິສ ພ້ອມທັງກາຍເປັນຜູ້ສົມຮູ້ຮ່ວມຄິດຂອງພວກເຂົາ, ບາງຄົນກໍເຖິງກັບຖືກແຍກຕົວອອກເພື່ອການໄຕ່ຕອງຕົນເອງ ຫຼື ຖືກຄັດອອກໂດຍຄຣິສຕະຈັກ. ໃນເວລາດຽວກັນກັບທີ່ພົບວ່າສິ່ງທັງໝົດເຫຼົ່ານີ້ບໍ່ສາມາດຢັ່ງຮູ້ໄດ້, ຜູ້ຄົນກໍເລີ່ມສົງໄສເຖິງການມີຢູ່ຂອງພຣະເຈົ້າເຊັ່ນກັນ. ນີ້ກໍເພາະວ່າແຫຼ່ງທີ່ມາຫຼັກຂອງຄວາມເຊື່ອໃນພຣະເຈົ້າຂອງຫຼາຍຄົນແມ່ນຄວາມເຊື່ອຂອງພວກເຂົາທີ່ວ່າ ພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງ, ເໜືອທຸກຢ່າງ. ນັ້ນກໍຄື ຫຼາຍຄົນເຊື່ອວ່າພຣະເຈົ້າສາມາດມີອຳນາດສູງສຸດເໜືອທຸກຢ່າງ, ເໜືອທຸກສິ່ງ ແລະ ເໜືອຊະຕາກຳຂອງມະນຸດຊາດ, ດັ່ງນັ້ນ ພວກເຂົາຈຶ່ງເຊື່ອໃນການມີຢູ່ຂອງພຣະເຈົ້າ ແລະ ໃນອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ສິ່ງເຫຼົ່ານີ້ທີ່ເກີດຂຶ້ນອ້ອມຕົວພວກເຂົາເຮັດໃຫ້ພວກເຂົາສົງໄສ ແລະ ຫວັ່ນໄຫວໃນຄວາມເຊື່ອຂອງພວກເຂົາທີ່ມີຕໍ່ອຳນາດສູງສຸດຂອງພຣະເຈົ້າ ແລະ ຈາກນັ້ນ ພວກເຂົາກໍເລີ່ມສົງໄສຂໍ້ເທັດຈິງທີ່ວ່າ ພຣະເຈົ້າມີອຳນາດສູງສຸດເໜືອທຸກຢ່າງ ແລະ ຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າກໍເລີ່ມຫວັ່ນໄຫວຕາມມາເຊັ່ນກັນ ແລະ ດັ່ງນັ້ນ ບັນຫາທັງໝົດນີ້ຈຶ່ງເກີດຂຶ້ນ. ຜູ້ຄົນມີຄວາມຄິດຫຼົງຜິດ ແລະ ຈິນຕະນາການທຸກຮູບແບບກ່ຽວກັບອຳນາດສູງສຸດຂອງພຣະເຈົ້າ ແລະ ຄວາມຄິດຫຼົງຜິດ ພ້ອມທັງຈິນຕະນາການເຫຼົ່ານີ້ກໍບໍ່ສອດຄ່ອງກັບຄວາມຈິງ ຫຼື ຂໍ້ເທັດຈິງຢ່າງແນ່ນອນ ແລະ ໃນທາງກົງກັນຂ້າມ ພວກມັນແມ່ນການຕີຄວາມໝາຍທີ່ຄາດເຄື່ອນ ຫຼື ຄວາມເຂົ້າໃຈຜິດຂອງຜູ້ຄົນ. ສະນັ້ນ, ຕໍ່ໄປ ພວກເຮົາຈະໂອ້ລົມກ່ຽວກັບວິທີທີ່ພຣະເຈົ້າມີອຳນາດສູງສຸດເໜືອຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທັງໝົດທີ່ຢູ່ອ້ອມຕົວເຈົ້າ ເຊິ່ງເຈົ້າສາມາດເບິ່ງເຫັນ ແລະ ຮູ້ສຶກໄດ້, ຫຼັກການສຳລັບອຳນາດສູງສຸດຂອງພຣະເຈົ້າເໜືອສິ່ງທັງໝົດນີ້ແມ່ນຫຍັງ ແລະ ຈຸດປະສົງທີ່ພຣະອົງຕັ້ງໃຈຈະບັນລຸແມ່ນຫຍັງ.
ຫຼັກການ ແລະ ຈຸດປະສົງຂອງອຳນາດສູງສຸດຂອງພຣະເຈົ້າເໜືອທຸກສິ່ງ
ຄຳວ່າ “ອຳນາດສູງສຸດຂອງພຣະເຈົ້າ” ກວມເອົາເນື້ອຫາທີ່ກວ້າງຫຼາຍ. ຖ້າບໍ່ເວົ້າເຖິງສະພາບແວດລ້ອມທີ່ກວ້າງໃຫຍ່ຂຶ້ນ, ພຽງແຕ່ເວົ້າເຖິງຄຣິສຕະຈັກ, ຂໍ້ເທັດຈິງທີ່ວ່າພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງນັ້ນເປັນຄວາມຈິງ. ອຳນາດສູງສຸດຂອງພຣະເຈົ້າບໍ່ແມ່ນວະລີທີ່ຫວ່າງເປົ່າ, ທັງບໍ່ແມ່ນພຽງແຕ່ປະກົດການໜຶ່ງເທົ່ານັ້ນ, ແຕ່ມີຕົວຢ່າງທີ່ແທ້ຈິງ ແລະ ມີຜົນຮັບທີ່ແທ້ຈິງ. ແລ້ວຫຼັກການແຫ່ງອຳນາດສູງສຸດຂອງພຣະເຈົ້າໃນຄຣິສຕະຈັກແມ່ນຫຍັງ? ກ່ອນອື່ນ ໃຫ້ພວກເຮົາມາເບິ່ງກ່ຽວກັບສິ່ງນີ້: ຜູ້ຄົນທີ່ຖືກຮັບເຂົ້າໃນຄຣິສຕະຈັກນັ້ນຢູ່ພາຍໃຕ້ອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າແມ່ນບໍ? (ແມ່ນແລ້ວ). ສິ່ງນີ້ບໍ່ໄດ້ຫວ່າງເປົ່າ. ບໍ່ວ່າຂ່າວປະເສີດຂອງພຣະເຈົ້າ ແລະ ພຣະທຳຂອງພຣະເຈົ້າຈະມາເຖິງໃຜກໍຕາມ ແລະ ຜູ້ທີ່ສາມາດຍອມຮັບວຽກງານຂອງພຣະເຈົ້າ ແລະ ຜູ້ທີ່ສາມາດເຂົ້າສູ່ຄຣິສຕະຈັກໄດ້ນັ້ນ ລ້ວນແລ້ວແຕ່ຖືກກຳນົດໄວ້ລ່ວງໜ້າໂດຍພຣະເຈົ້າ. ປ່ອຍເລື່ອງທີ່ວ່າຄວາມເປັນມະນຸດຂອງຄົນຜູ້ນັ້ນເປັນແນວໃດ ຫຼື ພວກເຂົາເປັນຄົນຊົ່ວຮ້າຍ ຫຼື ບໍ່ໄວ້ກ່ອນ; ຂໍ້ເທັດຈິງທີ່ວ່າພວກເຂົາສາມາດເຂົ້າສູ່ຄຣິສຕະຈັກໄດ້ນັ້ນຖືກກຳນົດໄວ້ລ່ວງໜ້າໂດຍພຣະເຈົ້າ. ການກຳນົດໄວ້ລ່ວງໜ້າຂອງພຣະເຈົ້າເປັນດ້ານໜຶ່ງທີ່ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າບໍ? (ແມ່ນແລ້ວ). ກ່ອນອື່ນໝົດ, ສິ່ງທີ່ສາມາດໝັ້ນໃຈໄດ້ກໍຄື ທຸກຄົນທີ່ເຂົ້າສູ່ຄຣິສຕະຈັກລ້ວນແຕ່ຖືກກຳນົດໄວ້ລ່ວງໜ້າໂດຍພຣະເຈົ້າ. ຄຳວ່າ “ການກຳນົດໄວ້ລ່ວງໜ້າຂອງພຣະເຈົ້າ” ຟັງເບິ່ງຄືນາມມະທຳເລັກນ້ອຍ, ສະນັ້ນ ໃຫ້ພວກເຮົາເວົ້າວ່າ “ພຣະເຈົ້າເປັນຜູ້ຕັດສິນໃຈຂັ້ນສຸດທ້າຍ, ພຣະເຈົ້າຊົງຄວບຄຸມການເຂົ້າອອກ”. ພຣະເຈົ້າຄືປະຕູສູ່ອານາຈັກ ແລະ ພຣະອົງຍັງເປັນປະຕູສູ່ຄຣິສຕະຈັກອີກດ້ວຍ. ພຣະເຈົ້າຊົງຄວບຄຸມການເຂົ້າອອກວ່າ ຄົນປະເພດໃດສາມາດກາຍມາເປັນສະມາຊິກຢ່າງເປັນທາງການຂອງຄຣິສຕະຈັກ, ເປັນສະມາຊິກໃນເຮືອນຂອງພຣະເຈົ້າ. ບໍ່ວ່າພວກເຂົາຈະເປັນຜູ້ບໍ່ເຊື່ອ ຫຼື ຄົນຊົ່ວຮ້າຍທີ່ແຊກຊຶມເຂົ້າມາ ຫຼື ເປັນຄົນດີທີ່ສົນໃຈໃນການເຊື່ອໃນພຣະເຈົ້າ ຫຼື ຜູ້ທີ່ສາມາດຍອມຮັບຄວາມຈິງ ແລະ ຕິດຕາມພຣະເຈົ້າກໍຕາມ, ຖ້າພວກເຂົາສາມາດເຂົ້າຮ່ວມຄຣິສຕະຈັກ ແລະ ກາຍມາເປັນສະມາຊິກຂອງຄຣິສຕະຈັກໄດ້, ແລ້ວນີ້ກໍບໍ່ແມ່ນສິ່ງທີ່ຄົນໃດຄົນໜຶ່ງສາມາດຕັດສິນໃຈໄດ້, ມັນລ້ວນແຕ່ມາຈາກອຳນາດສູງສຸດ, ການຈັດແຈງ ແລະ ການກຳນົດໄວ້ລ່ວງໜ້າຂອງພຣະເຈົ້າ. ບໍ່ວ່າພວກເຂົາຈະມີເຈດຕະນາ ຫຼື ຈຸດປະສົງແອບແຝງບາງຢ່າງໃນການເຊື່ອໃນພຣະເຈົ້າ ຫຼື ບໍ່ ຫຼື ຄວາມເປັນມະນຸດຂອງພວກເຂົາຈະເປັນແນວໃດ ຫຼື ລະດັບການສຶກສາ ແລະ ພູມຫຼັງທາງສັງຄົມຂອງພວກເຂົາຈະເປັນແນວໃດ, ພຣະເຈົ້າຈະເປັນຜູ້ຕັດສິນໃຈວ່າ ພວກເຂົາສາມາດເຂົ້າຮ່ວມຄຣິສຕະຈັກ ແລະ ມາຢູ່ຕໍ່ໜ້າພຣະອົງ ຫຼື ບໍ່ ນັ້ນກໍຄື ພຣະເຈົ້າຊົງຄວບຄຸມການເຂົ້າອອກ. ຜູ້ຄົນສາມາດຄວບຄຸມການເຂົ້າອອກໄດ້ຢ່າງເໝາະສົມບໍ? (ບໍ່, ພວກເຂົາເຮັດບໍ່ໄດ້). ຜູ້ຄົນບໍ່ສາມາດຕັດສິນໃຈເລື່ອງນີ້ໄດ້, ມັນບໍ່ໄດ້ຂຶ້ນຢູ່ກັບຄວາມປະສົງຂອງຜູ້ຄົນ. ຕົວຢ່າງ: ເມື່ອເຈົ້າເຫັນວ່າບາງຄົນສະຫຼາດຫຼັກແຫຼມ ແລະ ມີສະຖານະໃນສັງຄົມ, ເຈົ້າກໍຄິດວ່າ “ມັນຄົງຈະດີຫຼາຍຖ້າຄົນຜູ້ນີ້ສາມາດມາທີ່ເຮືອນຂອງພຣະເຈົ້າເພື່ອມາເປັນຜູ້ນໍາຄຣິສຕະຈັກ, ຄຣິສຕະຈັກຂອງພວກເຮົາກຳລັງຂາດແຄນຄົນເຊັ່ນນີ້” ແຕ່ພຣະເຈົ້າບໍ່ຕ້ອງການພວກເຂົາ; ພຣະອົງບໍ່ໄດ້ດົນໃຈພວກເຂົາ. ເມື່ອຄົນອື່ນເທດສະໜຂ່າວປະເສີດ ແລະ ໂອ້ລົມພຣະທຳຂອງພຣະເຈົ້າໃຫ້ພວກເຂົາຟັງ, ພວກເຂົາກໍບໍ່ເຂົ້າໃຈສິ່ງທີ່ພວກເຂົາໄດ້ຟັງ. ເມື່ອພວກເຂົາຟັງສິ່ງອື່ນ, ພວກເຂົາສາມາດຈັບໃຈຄວາມສິ່ງນັ້ນໄດ້, ມີພຽງແຕ່ຕອນທີ່ພວກເຂົາຟັງພຣະທຳຂອງພຣະເຈົ້າເທົ່ານັ້ນ ພວກເຂົາຈຶ່ງບໍ່ເຂົ້າໃຈ ແລະ ເປັນຄືກັບຄົນໂງ່. ຄົນເຊັ່ນນີ້ຍັງສາມາດເຂົ້າສູ່ຄຣິສຕະຈັກໄດ້ບໍ? ເຖິງແມ່ນວ່າພວກເຂົາຈະສົນໃຈໃນການໄດ້ຮັບພອນກໍຕາມ, ພວກເຂົາກໍບໍ່ສາມາດເຮັດໃຫ້ຫົວໃຈຂອງພວກເຂົາສະຫງົບລົງໄດ້ ແລະ ບໍ່ສາມາດນັ່ງຢູ່ຊື່ໆໄດ້ ເມື່ອຟັງພຣະທຳຂອງພຣະເຈົ້າ ແລະ ການໂອ້ລົມກ່ຽວກັບຄວາມຈິງ ແລະ ຫຼັງຈາກທີ່ໄດ້ຟັງຄຳເທດສະໜາສອງສາມຄັ້ງແລ້ວ ພວກເຂົາກໍຢຸດມາ. ຄົນເຊັ່ນນີ້ບໍ່ມີຄວາມເຊື່ອທີ່ແທ້ຈິງ. ແລ້ວເຈດຕະນາດີທີ່ມີຕໍ່ພວກເຂົາຈະເກີດຜົນໄດ້ບໍ? ເຈົ້າສາມາດນຳພວກເຂົາເຂົ້າສູ່ຄຣິສຕະຈັກໄດ້ບໍ? ບໍ່ໄດ້. ພຣະເຈົ້າຕ້ອງເປັນຜູ້ຕັດສິນໃຈຂັ້ນສຸດທ້າຍ. ພຣະເຈົ້າກ່າວວ່າພຣະອົງບໍ່ຕ້ອງການຄົນເຊັ່ນນີ້ ແລະ ບໍ່ວ່າພວກເຂົາຈະຮັບໃຊ້ ຫຼື ສະແດງບົດບາດໃດກໍຕາມ, ພຣະອົງກໍບໍ່ຕ້ອງການພວກເຂົາ. ແລ້ວເຖິງແມ່ນວ່າເຈົ້າຈະລາກພວກເຂົາເຂົ້າມາກໍຕາມ ຍ້ອນເຈດຕະນາດີ, ມັນກໍບໍ່ມີປະໂຫຍດ ແລະ ໃນທີ່ສຸດ ພວກເຂົາກໍຍັງຕ້ອງອອກໄປຢູ່ດີ, ພວກເຂົາບໍ່ສາມາດກາຍເປັນສະມາຊິກຂອງຄຣິສຕະຈັກໄດ້; ບໍ່ວ່າໃຜຈະລາກພວກເຂົາເຂົ້າມາກໍຕາມ, ມັນກໍບໍ່ມີປະໂຫຍດ. ນີ້ເປັນເລື່ອງທີ່ຜູ້ຄົນບໍ່ສາມາດຕັດສິນໃຈໄດ້, ມັນຖືກກຳນົດໄວ້ລ່ວງໜ້າໂດຍພຣະເຈົ້າ ແລະ ພຣະເຈົ້າຊົງຄວບຄຸມການເຂົ້າອອກ. ບາງຄົນບໍ່ມີສະຖານະທາງສັງຄົມ, ພວກເຂົາບໍ່ແມ່ນບຸກຄົນສຳຄັນ ແລະ ຂີດຄວາມສາມາດຂອງພວກເຂົາກໍທຳມະດາ ແລະ ເບິ່ງບໍ່ໄດ້ໂດດເດັ່ນ, ແຕ່ພວກເຂົາເປັນຄົນທີ່ຮຽບງ່າຍ ແລະ ກົງໄປກົງມາຫຼາຍ ພ້ອມທັງສົນໃຈໃນການເຊື່ອໃນພຣະເຈົ້າ. ບໍ່ວ່າພວກເຂົາຈະມີຄວາມຫຍຸ້ງຍາກຫຍັງກໍຕາມ, ພວກເຂົາກໍບໍ່ສາມາດແຍກອອກຈາກພຣະເຈົ້າໄດ້ ແລະ ຄວາມກະຕືລືລົ້ນຂອງພວກເຂົາກໍມີຫຼາຍທີ່ສຸດ. ພຽງແຕ່ເຫັນຄວາມກະຕືລືລົ້ນນີ້ ອ້າຍເອື້ອຍນ້ອງກໍດີໃຈທີ່ໄດ້ເຫັນແລ້ວ ແລະ ພຣະເຈົ້າກໍພໍໃຈທີ່ໄດ້ເຫັນມັນເຊັ່ນກັນ ແລະ ໃນຄວາມເປັນຈິງແລ້ວ, ມັນເປັນເພາະວ່າພວກເຂົາຖືກດົນໃຈໂດຍພຣະວິນຍານຂອງພຣະເຈົ້າ ພວກເຂົາຈຶ່ງມີຄວາມກະຕືລືລົ້ນຫຼາຍ. ຫຼັງຈາກທີ່ເຂົ້າສູ່ຄຣິສຕະຈັກ ແລະ ເຫັນວ່າທຸກຄົນໃນຄຣິສຕະຈັກລ້ວນແຕ່ເປັນຄົນດີຫຼາຍ, ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ພ້ອມທັງໂອ້ລົມກ່ຽວກັບຄວາມຈິງທຸກມື້, ພວກເຂົາໄດ້ຮັບກຳລັງໃຈເປັນທີ່ສຸດໂດຍສິ່ງນີ້ ແລະ ຮູ້ສຶກວ່ານີ້ຄືເສັ້ນທາງທີ່ຖືກຕ້ອງຂອງຊີວິດ, ດັ່ງນັ້ນ ພວກເຂົາຈຶ່ງເລີ່ມເທດສະໜາພຣະກິດຕິຄຸນ ແລະ ປະຕິບັດໜ້າທີ່ຂອງພວກເຂົາ ແລະ ກາຍເປັນຜູ້ທີ່ຕິດຕາມຂອງພຣະເຈົ້າ. ໃຜເປັນຜູ້ຕັດສິນໃຈວ່າພວກເຂົາສາມາດເຊື່ອໃນພຣະເຈົ້າໄດ້? (ພຣະເຈົ້າເປັນຜູ້ຕັດສິນໃຈ). ແມ່ນພຣະເຈົ້າເອງທີ່ຕັດສິນໃຈ. ພວກເຂົາຈະສາມາດເຊື່ອໃນພຣະເຈົ້າໄດ້ກໍຕໍ່ເມື່ອພຣະເຈົ້າອະນຸຍາດໃຫ້ພວກເຂົາເຂົ້າມາໃນຄຣິສຕະຈັກ. ຖ້າພຣະເຈົ້າບໍ່ໄດ້ປະຕິບັດພາລະກິດ ແລະ ດົນໃຈຜູ້ຄົນ, ພວກເຂົາກໍຈະບໍ່ສາມາດເຊື່ອໃນພຣະເຈົ້າໄດ້ ແລະ ຖ້າພວກເຂົາຖືກບັງຄັບລາກເຂົ້າມາໃນຄຣິສຕະຈັກ, ບໍ່ຊ້າກໍໄວ ພວກເຂົາກໍຈະຕ້ອງອອກໄປຢູ່ດີ. ຜູ້ຄົນບໍ່ມີຄວາມສາມາດສຳລັບການຍອມຮັບຄວາມຈິງໃນທຳມະຊາດຂອງພວກເຂົາ; ຄວາມຈິງທີ່ວ່າພວກເຂົາສາມາດຮັກຄວາມຈິງ ແລະ ຍອມຮັບຄວາມຈິງໄດ້ນັ້ນ ພິສູດວ່າພຣະເຈົ້າໄດ້ປະຕິບັດວຽກງານໃນຕົວພວກເຂົາແລ້ວ. ຖ້າພຣະເຈົ້າປະຕິບັດວຽກງານໃນຕົວພວກເຂົາ, ພວກເຂົາກໍສາມາດກາຍເປັນສະມາຊິກຂອງຄຣິສຕະຈັກໄດ້ ນີ້ຄືເງື່ອນໄຂເບື້ອງຕົ້ນສຳລັບຄົນທຸກປະເພດທີ່ຈະເຂົ້າສູ່ຄຣິສຕະຈັກ, ເງື່ອນໄຂເບື້ອງຕົ້ນກໍຄືພຣະເຈົ້າຕ້ອງການພວກເຂົາ. ບໍ່ວ່າພວກເຂົາຈະສະແດງບົດບາດໃດໃນຄຣິສຕະຈັກກໍຕາມ, ໃນກໍລະນີໃດກໍຕາມ ພຣະເຈົ້າຊົງຄວບຄຸມການເຂົ້າອອກເຮືອນຂອງພຣະອົງ. ຖ້າພຣະອົງບໍ່ອະນຸຍາດໃຫ້ພວກເຂົາເຂົ້າມາ, ພວກເຂົາກໍຈະຢູ່ຂ້າງນອກປະຕູ; ຖ້າພຣະອົງອະນຸຍາດໃຫ້ພວກເຂົາເຂົ້າມາ, ພວກເຂົາກໍຈະຢູ່ຂ້າງໃນປະຕູ. ສະນັ້ນ, ການກາຍເປັນສະມາຊິກຂອງຄຣິສຕະຈັກຈຶ່ງບໍ່ແມ່ນເລື່ອງງ່າຍປານໃດ. ເມື່ອເວົ້າເຖິງຫຼັກການສະເພາະທີ່ພຣະເຈົ້າໃຊ້ເປັນພື້ນຖານເພື່ອຮັບເອົາຜູ້ຄົນ, ແນ່ນອນວ່າພຣະເຈົ້າມີຫຼັກການຂອງພຣະອົງເອງ. ພວກເຮົາຈະບໍ່ໂອ້ລົມກ່ຽວກັບວ່າພຣະເຈົ້າຕ້ອງການຄົນປະເພດໃດ ແລະ ພຣະອົງບໍ່ຕ້ອງການຄົນປະເພດໃດ, ເພາະວ່າມັນຊັບຊ້ອນຫຼາຍ. ເປັນຫຍັງເຮົາຈຶ່ງເວົ້າວ່າມັນຊັບຊ້ອນ? ພຣະເຈົ້າມີແຜນການສຳລັບຜູ້ທີ່ເຂົ້າສູ່ຄຣິສຕະຈັກ, ພວກເຂົາຈະສະແດງບົດບາດໃດໃນຊ່ວງເວລາໃດ ແລະ ພວກເຂົາຈະປະຕິບັດໜ້າທີ່ໃດ ຫຼື ພວກເຂົາຮັບຜິດຊອບວຽກງານສຳຄັນໃດໃນຊ່ວງເວລາໃດ ແລະ ພວກເຂົາຈະຕອບສະໜອງຄວາມຕ້ອງການຂອງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ຄວາມຕ້ອງການດ້ານກຳລັງຄົນໃນຊ່ວງເວລາໃດ. ພຣະເຈົ້າກຳນົດ ແລະ ຄວບຄຸມໃນລະດັບມະຫາພາກ ແລະ ໂດຍລວມ, ແທນທີ່ຈະເປັນພຽງແຕ່ການກະທຳໃນປັດຈຸບັນ, ນີ້ເປັນເລື່ອງນີ້ຊັບຊ້ອນຫຼາຍ ແລະ ບໍ່ສາມາດອະທິບາຍໄດ້ຢ່າງຊັດເຈນໃນສອງສາມຄຳ, ສະນັ້ນ ພວກເຮົາຈະບໍ່ລົງລາຍລະອຽດ. ສະຫຼຸບແລ້ວ, ບໍ່ວ່າຄົນໃດໜຶ່ງສາມາດເຂົ້າສູ່ປະຕູເຮືອນຂອງພຣະເຈົ້າໄດ້ ຫຼື ບໍ່ນັ້ນ ບໍ່ແມ່ນສິ່ງທີ່ຄົນໃດຄົນໜຶ່ງສາມາດຕັດສິນໃຈໄດ້, ພຣະເຈົ້າມີອຳນາດສູງສຸດເໜືອເລື່ອງນີ້ ແລະ ຈັດແຈງເລື່ອງນີ້. ຫຼັງຈາກທີ່ເຂົ້າສູ່ເຮືອນຂອງພຣະເຈົ້າແລ້ວ, ຄົນທຸກປະເພດກໍປະຕິບັດໜ້າທີ່ທຸກປະເພດ, ສະແດງບົດບາດທຸກປະເພດ ແລະ ຍ່າງໃນເສັ້ນທາງທຸກປະເພດ. ຄົນຫຼາກຫຼາຍຮູບແບບເຫຼົ່ານີ້ມີການສະແດງອອກທີ່ແຕກຕ່າງກັນທຸກຮູບແບບ, ບໍ່ວ່າຈະດີ ຫຼື ບໍ່ດີ, ບໍ່ວ່າຈະເປັນບວກ ຫຼື ເປັນລົບ, ບໍ່ວ່າຈະຫ້າວຫັນ ຫຼື ເສີຍເມີຍ, ສິ່ງທັງໝົດນີ້ລ້ວນແຕ່ຢູ່ພາຍໃຕ້ອຳນາດສູງສຸດ ແລະ ການປົກຄອງຂອງພຣະເຈົ້າ.
ອຳນາດສູງສຸດຂອງພຣະເຈົ້າໝາຍຄວາມວ່າ ທຸກສິ່ງປາກົດຂຶ້ນ ແລະ ເກີດຂຶ້ນຕາມທຳມະຊາດພາຍໃຕ້ການປົກຄອງຂອງພຣະອົງ; ບໍ່ມີເຫດການໃດເກີດຂຶ້ນໂດຍບັງເອີນ ແລະ ການພັດທະນາ ແລະ ການປ່ຽນແປງຂອງເຫດການໃດໜຶ່ງກໍບໍ່ໄດ້ຖືກລິເລີ່ມ ຫຼື ຕັດສິນໃຈໂດຍຄົນໃດຄົນໜຶ່ງ, ພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງເຫຼົ່ານີ້. ແນ່ນອນວ່າ ຜົນໄດ້ຮັບສຸດທ້າຍ ແລະ ການກຳນົດລັກສະນະຂອງເຫດການໃດໜຶ່ງກໍລ້ວນແຕ່ອີງໃສ່ແກ່ນແທ້ຂອງເຫດການປະເພດນັ້ນ ແລະ ແກ່ນແທ້ຂອງຄົນປະເພດທີ່ກ່ຽວຂ້ອງກັບເຫດການນັ້ນ ແລະ ພື້ນຖານສຳລັບການກຳນົດລັກສະນະຂອງເຫດການແມ່ນອີງໃສ່ພຣະທຳຂອງພຣະເຈົ້າ ແລະ ຫຼັກການທີ່ພຣະເຈົ້າຮຽກຮ້ອງໂດຍສິ້ນເຊີງ. ບໍ່ມີເຫດການປະເພດໃດທີ່ເກີດຂຶ້ນໂດຍບັງເອີນ ແລະ ຜົນໄດ້ຮັບສຸດທ້າຍຂອງເຫດການປະເພດໃດໜຶ່ງກໍບໍ່ໄດ້ຖືກຕັດສິນໂດຍມະນຸດ. ຄວາມຈິງແລ້ວ, ຈຸດເລີ່ມຕົ້ນຂອງເຫດການປະເພດໃດກໍຕາມທີ່ເກີດຂຶ້ນ ແມ່ນພຣະເຈົ້າເປັນຜູ້ຈັດແຈງ ແລະ ຊົງຍົກຂຶ້ນມາ. ເມື່ອພຣະເຈົ້າຊົງຍົກເຫດການປະເພດໜຶ່ງຂຶ້ນມາ, ພຣະອົງກໍຈັດແຈງໃຫ້ຄົນປະເພດໜຶ່ງລົງມືເຮັດໃນເຫດການນັ້ນ ແລະ ຄົນປະເພດນັ້ນອາດຈະຮັບບົດບາດເປັນຜູ້ຮັບໃຊ້ ຫຼື ຕົວປະກອບເສີມຄວາມເດັ່ນ, ພວກເຂົາອາດຈະຮັບບົດບາດເປັນຕົວລະຄອນບໍ່ດີ ຫຼື ພວກເຂົາອາດຈະຮັບບົດບາດເປັນຕົວລະຄອນດີ. ແຕ່ບໍ່ວ່າພວກເຂົາຈະຮັບບົດບາດໃດກໍຕາມ, ຈຸດເລີ່ມຕົ້ນຂອງສິ່ງທັງໝົດເຫຼົ່ານີ້ແມ່ນພຣະເຈົ້າເປັນຜູ້ຈັດແຈງ. ມີສອງຄຳອະທິບາຍກ່ຽວກັບການທີ່ພຣະເຈົ້າຈັດແຈງໃນເລື່ອງນີ້. ຄຳອະທິບາຍໜຶ່ງກໍຄື ພຣະເຈົ້າຊົງຈັດແຈງບາງຢ່າງທີ່ເປັນດ້ານບວກດ້ວຍພຣະອົງເອງ ແລະ ໃຫ້ການຊີ້ນຳ ແລະ ການກຳກັບດູແລທີ່ເປັນບວກ ແລະ ໃຫ້ຕົວລະຄອນດ້ານບວກບາງຄົນ ລິເລີ່ມເຫດການໜຶ່ງ, ນີ້ຄືຄຳອະທິບາຍໜຶ່ງຂອງ “ການຈັດແຈງຂອງພຣະເຈົ້າ”. ອີກຄຳອະທິບາຍໜຶ່ງກໍຄື ພຣະເຈົ້າຊົງມອບໝາຍ ແລະ ສົ່ງວິນຍານປະເພດໜຶ່ງໄປເຮັດບາງສິ່ງ. ສິ່ງເຫຼົ່ານີ້ເປັນດ້ານລົບ ແລະ ຊົ່ວຊ້າໃນສາຍຕາຂອງຜູ້ຄົນ, ສະນັ້ນ ຕົວລະຄອນທີ່ເປັນດ້ານລົບ ແລະ ຊົ່ວຊ້າເຫຼົ່ານີ້ຈຶ່ງເປັນຕົວລະຄອນດ້ານລົບຢ່າງແນ່ນອນ, ນັ້ນກໍຄື ຄົນປະເພດທີ່ພຣະເຈົ້າແຕ່ງຕັ້ງໄວ້ຕັ້ງແຕ່ຕົ້ນໃຫ້ເຂົ້າມາໃນເຮືອນຂອງພຣະອົງເພື່ອເປັນຕົວປະກອບເສີມຄວາມເດັ່ນ ແລະ ເປັນບົດຮຽນດ້ານລົບ. ພຣະເຈົ້າເຮັດໃຫ້ພວກເຂົາຮັບບົດບາດເຫຼົ່ານີ້ ເພາະດ້ວຍທຳມະຊາດແກ່ນແທ້ຂອງພວກເຂົາ, ບົດບາດເຫຼົ່ານີ້ເປັນພຽງບົດບາດດຽວທີ່ພວກເຂົາສາມາດເປັນໄດ້ ແລະ ພຣະອົງປ່ອຍໃຫ້ພວກເຂົາສະແດງຢ່າງເຕັມທີ່ ແລະ ເຮັດໃນສິ່ງທີ່ພວກເຂົາຄວນເຮັດໃນຖານະຕົວປະກອບເສີມຄວາມເດັ່ນຢ່າງເຕັມທີ່. ຕະຫຼອດຂະບວນການທັງໝົດ, ບໍ່ວ່າຈະເປັນການສະແດງອອກຂອງຕົວລະຄອນດ້ານບວກ ຫຼື ຕົວລະຄອນດ້ານລົບກໍຕາມ, ຫຼັກການຂອງພຣະເຈົ້າໃນການປະຕິບັດຕໍ່ກັບເລື່ອງທັງໝົດເຫຼົ່ານີ້ ແລະ ຈັດການກັບເລື່ອງທັງໝົດເຫຼົ່ານີ້ ກໍຄືການປ່ອຍໃຫ້ພວກມັນເປັນໄປຕາມທຳມະຊາດ. ໃນການເບິ່ງ ແລະ ຈັດການກັບເລື່ອງເຫຼົ່ານີ້, ຕົວລະຄອນດ້ານບວກມີມຸມມອງທີ່ເປັນດ້ານບວກບາງຢ່າງ ແລະ ມີມຸມມອງບາງຢ່າງທີ່ສອດຄ່ອງກັບຄວາມເປັນມະນຸດ ແລະ ມາດຕະຖານຂອງມະໂນທຳ. ເຖິງແມ່ນວ່າບາງຄົນໃນພວກເຂົາຈະເປີດເຜີຍອຸປະນິໄສທີ່ເສື່ອມຊາມບາງຢ່າງ, ມີການສະແດງອອກບາງຢ່າງຂອງການເປັນຄົນປະຈົບປະແຈງ ຫຼື ເປີດເຜີຍອຸປະນິໄສທີ່ເສື່ອມຊາມອື່ນໆບາງຢ່າງກໍຕາມ, ຢ່າງໜ້ອຍທີ່ສຸດ ພວກເຂົາກໍຍຶດໝັ້ນໃນມະໂນທຳ ແລະ ເຫດຜົນຂອງຄວາມເປັນມະນຸດ, ນັ້ນກໍຄື ພວກເຂົາຍຶດໝັ້ນໃນມາດຕະຖານຂັ້ນພື້ນຖານສຳລັບການປະພຶດຕົນ. ແລະ ເມື່ອເວົ້າເຖິງຕົວລະຄອນດ້ານລົບ, ພຣະເຈົ້າບໍ່ໄດ້ແຊກແຊງ ຫຼື ຊີ້ນຳສິ່ງໃດກໍຕາມທີ່ພວກເຂົາເຮັດ, ແຕ່ປ່ອຍໃຫ້ພວກເຂົາເຮັດໄປຕາມທຳມະຊາດ; ພວກເຂົາຍັງສະແດງຢ່າງເຕັມທີ່ ແລະ ເປີດໂປງຄວາມໜ້າກຽດຊັງຂອງພວກເຂົາ ແລະ ເຮັດບາງສິ່ງບາງຢ່າງຢ່າງເຕັມທີ່. ພວກເຂົາປະສົບຄວາມສຳເລັດໃນການຮັບບົດບາດຂອງຕົວລະຄອນດ້ານລົບທີ່ພຣະເຈົ້າເປີດໂປງ ເຊັ່ນ: ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສ, ເຊິ່ງເຮັດໃຫ້ຄົນອື່ນສາມາດເຫັນຢ່າງຊັດເຈນໃນຊີວິດຈິງວ່າ ຄົນປະເພດໃດຄືຄົນມານຮ້າຍ, ຄົນປະເພດໃດຄືຄົນຊົ່ວຮ້າຍ ແລະ ຄົນປະເພດໃດຄືຜູ້ຕໍ່ຕ້ານພຣະຄຣິສ ແລະ ໃບໜ້າທີ່ໜ້າກຽດຊັງຂອງຜູ້ຕໍ່ຕ້ານພຣະຄຣິສເປັນແບບໃດກັນແທ້, ຄົນຊົ່ວຮ້າຍ, ຊາຕານ ແລະ ມານຮ້າຍທີ່ພຣະເຈົ້າເປີດໂປງນັ້ນເປັນແນວໃດແທ້. ຖ້າຕົວລະຄອນດ້ານລົບເຫຼົ່ານີ້ບໍ່ໄດ້ຖືກໃຊ້ເປັນບົດຮຽນຕົວຈິງໃນຊີວິດຈິງ, ບາດນັ້ນ ໃນຈິດໃຈຂອງເຈົ້າ, ມານຮ້າຍ ແລະ ຊາຕານກໍຈະເປັນສິ່ງທີ່ຈັບຕ້ອງບໍ່ໄດ້ຕະຫຼອດໄປ ແລະ ຈະເປັນພຽງການຄາດເດົາ ຫຼື ຮູບພາບຕະຫຼອດໄປ. ແຕ່ຕອນນີ້ ຕົວຢ່າງທີ່ມີຊີວິດເຫຼົ່ານີ້ຖືກວາງໄວ້ຕໍ່ໜ້າຕໍ່ຕາຂອງເຈົ້າ ແລະ ມານຮ້າຍທີ່ສວມໜັງມະນຸດເຫຼົ່ານີ້ກຳລັງດຳລົງຊີວິດຢ່າງຊັດເຈນຢູ່ຕໍ່ໜ້າຕໍ່ຕາຂອງເຈົ້າ ແລະ ຄຳເວົ້າ ແລະ ການປະພຶດຂອງພວກເຂົາ, ທຸກຄຳເວົ້າ ແລະ ທຸກການກະທຳຂອງພວກເຂົາ, ສີໜ້າຂອງພວກເຂົາ ແລະ ແມ່ນແຕ່ນໍ້າສຽງຂອງພວກເຂົາ, ທັງໝົດລ້ວນແຕ່ປາກົດຂຶ້ນຢ່າງຊັດເຈນໃນຊີວິດຂອງເຈົ້າ, ຢູ່ຕໍ່ໜ້າເຈົ້າ ແລະ ຖືກປະທັບໄວ້ໃນຈິດໃຈຂອງເຈົ້າ. ນີ້ບໍ່ແມ່ນສິ່ງທີ່ບໍ່ດີສຳລັບເຈົ້າ. ເລື່ອງແບບນີ້ເກີດຂຶ້ນຊໍ້າແລ້ວຊໍ້າອີກໃນຄຣິສຕະຈັກ. ຄັ້ງທຳອິດທີ່ມັນເກີດຂຶ້ນ, ເຈົ້າຮູ້ສຶກບໍ່ສະບາຍໃຈ ແລະ ຄິດວ່າເຈົ້າຈຳເປັນຕ້ອງອະທິຖານຕໍ່ພຣະເຈົ້າ. ເມື່ອມັນເກີດຂຶ້ນຄັ້ງທີສອງ, ເຈົ້າຄິດວ່າ “ຂ້ອຍຕ້ອງຮຽນຮູ້ທີ່ຈະໃຊ້ຄວາມຈິງເພື່ອປົກປ້ອງຕົນເອງ ແລະ ຄັ້ງຕໍ່ໄປທີ່ຂ້ອຍພົບພໍ້ກັບຄົນປະເພດນີ້, ຂ້ອຍຕ້ອງຫຼີກລ່ຽງພວກເຂົາ”, ແລ້ວເຈົ້າກໍເລີ່ມຄິດກ່ຽວກັບວິທີປົກປ້ອງຕົນເອງ ແລະ ຢູ່ໃຫ້ຫ່າງຈາກຄົນຊົ່ວຮ້າຍ. ເມື່ອຄົນປະເພດນີ້ປາກົດຕົວຂຶ້ນເປັນຄັ້ງທີສາມ, ເຈົ້າໄຕ່ຕອງວ່າ “ເປັນຫຍັງຄົນເຫຼົ່ານີ້ຈຶ່ງເວົ້າຄືກັນກັບມັງກອນແດງທີ່ຍິ່ງໃຫຍ່, ຄືກັບຊາຕານແທ້ໆ? ສິ່ງທີ່ພວກເຂົາເວົ້າບໍ່ແມ່ນການເຮັດໃຫ້ຫຼົງຜິດບໍ? ພວກເຂົາບໍ່ແມ່ນຄົນຊົ່ວຮ້າຍບໍ? ເບິ່ງຄືວ່າພຣະທຳຂອງພຣະເຈົ້າໄດ້ກ່າວໄວ້ວ່າ ຄົນທີ່ສະແດງການສະແດງອອກເຫຼົ່ານີ້ອອກມາແມ່ນຜູ້ຕໍ່ຕ້ານພຣະຄຣິສ. ຂ້ອຍຕ້ອງແຍກແຍະ ແລະ ເປີດໂປງພວກເຂົາ, ຂ້ອຍຈະຖືກພວກເຂົາເຮັດໃຫ້ຫຼົງຜິດບໍ່ໄດ້ ແລະ ຂ້ອຍຕ້ອງຢູ່ໃຫ້ຫ່າງຈາກພວກເຂົາ”. ໂດຍການມີປະສົບການກັບເລື່ອງແບບນີ້ເທື່ອແລ້ວເທື່ອເລົ່າ, ເຈົ້າກໍໄດ້ຮັບຄວາມເຂົ້າໃຈທີ່ຊັດເຈນຍິ່ງຂຶ້ນ ແລະ ທະລຸປຸໂປ່ງຫຼາຍຂຶ້ນກ່ຽວກັບການແຍກແຍະຜູ້ຕໍ່ຕ້ານພຣະຄຣິສ, ຄົນຊົ່ວຮ້າຍ, ຊາຕານ ແລະ ມານຮ້າຍ ແລະ ເຂົ້າໃຈວ່າການຂັດຂວາງ ແລະ ການລົບກວນແມ່ນຫຍັງ. ຄວາມເຂົ້າໃຈຂອງເຈົ້າບໍ່ໄດ້ຢຸດຢູ່ພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນອີກຕໍ່ໄປ ແລະ ຍິ່ງບໍ່ໄດ້ຢຸດຢູ່ພຽງແຕ່ຮູບພາບ. ແຕ່ເຈົ້າສາມາດລະບຸສິ່ງເຫຼົ່ານີ້ໃນຊີວິດຈິງໄດ້ຫຼາຍຂຶ້ນເລື້ອຍໆ ແລະ ໃນເວລາດຽວກັນ, ເຈົ້າກໍສາມາດເບິ່ງຄົນເຫຼົ່ານີ້ໂດຍໃຊ້ຄວາມຈິງ ແລະ ແກ້ໄຂສິ່ງເຫຼົ່ານີ້ທີ່ເກີດຂຶ້ນໂດຍໃຊ້ຄວາມຈິງແທນ. ແນ່ນອນວ່າ ເມື່ອສິ່ງເຫຼົ່ານີ້ເກີດຂຶ້ນ, ເຈົ້າກໍກຳລັງແກ້ໄຂມຸມມອງ ແລະ ຈຸດຢືນຂອງເຈົ້າໃຫ້ຖືກຕ້ອງຢ່າງຕໍ່ເນື່ອງເຊັ່ນກັນ, ໂດຍຄິດວ່າເຈົ້າຄວນໃຊ້ຈຸດຢືນໃດແທ້ຕໍ່ຄົນເຫຼົ່ານີ້, ເຈົ້າຄວນເບິ່ງພວກເຂົາຈາກມຸມມອງໃດ ແລະ ເຈົ້າຄວນຮັກສາຄວາມສຳພັນແບບໃດກັບພວກເຂົາ. ເມື່ອເຈົ້າປະເຊີນກັບສິ່ງເຫຼົ່ານີ້, ເຈົ້າຈະໄຕ່ຕອງກ່ຽວກັບບັນຫາເຫຼົ່ານີ້ໂດຍບໍ່ຮູ້ຕົວ, ສະແຫວງຫາຄວາມຈິງຢ່າງຕໍ່ເນື່ອງເພື່ອຊອກຫາຄຳຕອບ ແລະ ຫາຂໍ້ສະຫຼຸບ ແລະ ໃນທ້າຍທີ່ສຸດກໍໄດ້ຮັບບາງສິ່ງບາງຢ່າງ. ໃນລະຫວ່າງຂະບວນການນີ້, ສິ່ງດຽວທີ່ພຣະເຈົ້າຊົງເຮັດກໍຄືການສະໜອງຄວາມຈິງໃຫ້ແກ່ຜູ້ຄົນ ແລະ ເຮັດໃຫ້ພວກເຂົາເຂົ້າໃຈຄວາມຈິງ, ບໍ່ວ່າຈະເປັນການໂອ້ລົມກ່ຽວກັບຄວາມຈິງ ຫຼື ການເຮັດໃຫ້ຜູ້ຄົນສາມາດເຂົ້າໃຈຄວາມຈິງໃນສິ່ງທີ່ເກີດຂຶ້ນກັບພວກເຂົາກໍຕາມ, ສະຫຼຸບແລ້ວ ພຣະເຈົ້າບໍ່ໄດ້ຢຸດຢັ້ງສະຖານະການນີ້ຕັ້ງແຕ່ຍັງເປັນໜໍ່ແໜງ. ຖ້າສິ່ງນີ້ຕ້ອງເກີດຂຶ້ນ ແລະ ມັນເປັນປະໂຫຍດຕໍ່ການເຂົ້າສູ່ຊີວິດຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າ ແລະ ເປັນປະໂຫຍດຕໍ່ວຽກງານຂອງຄຣິສຕະຈັກ, ບາດນັ້ນ ພຣະເຈົ້າກໍຈະອະນຸຍາດໃຫ້ມັນເກີດຂຶ້ນກັບຜູ້ຄົນ ແລະ ພຣະອົງຈະບໍ່ຢຸດຢັ້ງມັນ, ແຕ່ຈະປ່ອຍໃຫ້ມັນພັດທະນາໄປຕາມທຳມະຊາດຂອງມັນ. ຈຸດປະສົງຂອງພຣະເຈົ້າໃນການເຮັດວຽກງານແບບນີ້ ໃນດ້ານໜຶ່ງແມ່ນເພື່ອກຳຈັດຜູ້ຄົນ ແລະ ໃນອີກດ້ານໜຶ່ງແມ່ນເພື່ອເຮັດໃຫ້ຜູ້ຄົນສົມບູນແບບ. ແນ່ນອນວ່າ ໃນການກຳຈັດຜູ້ຄົນນັ້ນ ພຣະອົງແນເປົ້າໝາຍໃສ່ຜູ້ທີ່ເປັນຕົວປະກອບເສີມຄວາມເດັ່ນ ແລະ ຜູ້ທີ່ບໍ່ສົມຄວນແມ່ນແຕ່ຈະຮັບໃຊ້ເຫຼົ່ານັ້ນຢ່າງແນ່ນອນ, ໃນຂະນະທີ່ການເຮັດໃຫ້ຜູ້ຄົນສົມບູນນັ້ນ ພຣະອົງແນເປົ້າໝາຍໃສ່ຜູ້ທີ່ຖືກເລືອກຂອງພຣະອົງ, ນັ້ນກໍຄື ຜູ້ທີ່ເຕັມໃຈສະແຫວງຫາຄວາມຈິງ. ສິ່ງນີ້ມີຄວາມໝາຍສອງປະການ. ຄວາມໝາຍປະການໜຶ່ງກໍຄື ຜ່ານການສະແດງທີ່ພວກເຂົາສະແດງອອກມາ, ຄົນຊົ່ວຮ້າຍກໍຖືກເປີດເຜີຍ, ຖືກກຳຈັດ ແລະ ຖືກຄັດອອກຈາກຄຣິສຕະຈັກ. ອີກປະການໜຶ່ງກໍຄື ໃນຂະບວນການທີ່ຄົນຊົ່ວຮ້າຍເຫຼົ່ານີ້ຄ່ອຍໆສະແດງອອກມາ ແລະ ເປັນຕົວປະກອບເສີມຄວາມເດັ່ນ, ຜູ້ທີ່ຖືກເລືອກຂອງພຣະເຈົ້າກໍສາມາດຮຽນຮູ້ທີ່ຈະແຍກແຍະ ແລະ ເຂົ້າໃຈຄວາມຈິງໃນພຣະທຳຂອງພຣະເຈົ້າ; ດ້ວຍວິທີນີ້, ພຣະເຈົ້າຈຶ່ງເຮັດໃຫ້ຄວາມຈິງເຂົ້າສູ່ພາຍໃນຕົວຜູ້ຄົນໃນລັກສະນະທີ່ສຳພັນກັບຊີວິດຈິງ, ນັ້ນກໍຄື ພຣະເຈົ້າອະນຸຍາດໃຫ້ການສະແດງອອກຕ່າງໆຂອງແກ່ນແທ້ທີ່ຊົ່ວຊ້າຂອງຄົນຊົ່ວຮ້າຍ, ຜູ້ຕໍ່ຕ້ານພຣະຄຣິສ, ຊາຕານ ແລະ ມານຮ້າຍທຸກປະເພດທີ່ພຣະອົງຊົງເປີດໂປງ ເພື່ອໃຫ້ຖືກສະແດງໃຫ້ເຫັນໃນຊີວິດຈິງຂອງຜູ້ຄົນ ແລະ ສິ່ງນີ້ກໍເຮັດໃຫ້ຜູ້ຄົນມີຄວາມເຂົ້າໃຈ ແລະ ຄວາມຮູ້ທີ່ຊັດເຈນກ່ຽວກັບຕົວລະຄອນ, ເຫດການ ແລະ ສິ່ງຕ່າງໆທີ່ຊົ່ວຊ້າ, ໜ້າກຽດຊັງ ແລະ ເປັນດ້ານລົບທຸກປະເພດ. ຍົກຕົວຢ່າງເຊັ່ນ: ພຣະເຈົ້າບອກເຈົ້າວ່າ “ເຈົ້າບໍ່ສາມາດໃຊ້ມືສຳຜັດຖ່ານໄຟທີ່ກຳລັງລຸກໄໝ້ໄດ້; ນິ້ວມືຂອງເຈົ້າຈະຖືກລວກ ແລະ ພວກມັນຈະເຈັບປວດ”. ເຈົ້າບໍ່ຮູ້ວ່າຖ່ານໄຟທີ່ກຳລັງລຸກໄໝ້ມີໜ້າຕາເປັນແນວໃດ, ເຈົ້າບໍ່ຮູ້ວ່າການສຳຜັດພວກມັນໃຫ້ຄວາມຮູ້ສຶກແນວໃດ ແລະ ຫຼັງຈາກທີ່ພຣະອົງບອກເຈົ້າກ່ຽວກັບສິ່ງນີ້, ສິ່ງທີ່ເຈົ້າເຂົ້າໃຈກໍແມ່ນຫຼັກຄຳສອນ. ຈາກນັ້ນ ບາງຄົນກໍຈິນຕະນາການວ່າຖ່ານໄຟທີ່ກຳລັງລຸກໄໝ້ເປັນໜ່ວຍມົນໆ ຫຼື ເປັນແທ່ງຍາວໆ. ແລ້ວສີຂອງຖ່ານໄຟທີ່ກຳລັງລຸກໄໝ້ເປັນແນວໃດ? ການສຳຜັດພວກມັນໃຫ້ຄວາມຮູ້ສຶກແນວໃດ? ຄວາມເຈັບປວດຈາກການສຳຜັດພວກມັນຈະເປັນແນວໃດ? ເຈົ້າບໍ່ຮູ້. ຄວາມປະທັບໃຈຂອງເຈົ້າກ່ຽວກັບຖ່ານໄຟທີ່ກຳລັງລຸກໄໝ້ເປັນພຽງຮູບພາບທີ່ຈິດໃຈຂອງເຈົ້າສາມາດຈິນຕະນາການໄດ້ ແລະ ມັນຈະບໍ່ມີຫຍັງກ່ຽວຂ້ອງກັບສິ່ງທີ່ແທ້ຈິງເລີຍ. ສະນັ້ນ, ມື້ໜຶ່ງ, ເມື່ອພຣະເຈົ້າເອົາຖາດຖ່ານໄຟທີ່ກຳລັງລຸກໄໝ້ອອກມາ ແລະ ວາງມັນໄວ້ຕໍ່ໜ້າເຈົ້າ, ເຈົ້າກໍບໍ່ຮູ້ຈັກພວກມັນ ແລະ ເຈົ້າພຽງແຕ່ຮູ້ສຶກວ່າພວກມັນເບິ່ງຄືວ່າຮ້ອນຫຼາຍ. ເຈົ້າຍື່ນມືໄປຫາພວກມັນຢ່າງລະມັດລະວັງ, ເພື່ອເບິ່ງວ່ານິ້ວມືຂອງເຈົ້າຈະຮູ້ສຶກຮ້ອນຂຶ້ນ ຫຼື ບໍ່ ເມື່ອເຈົ້າສຳຜັດພວກມັນ. ພຣະເຈົ້າກ່າວວ່າ “ເຈົ້າສາມາດລອງໄດ້, ແຕ່ຢ່າສຳຜັດພວກມັນດົນເກີນໄປ, ຖ້າບໍ່ດັ່ງນັ້ນ ພວກມັນຈະລວກຜິວໜັງຂອງເຈົ້າ”. ບາງຄົນກໍໂງ່ຈ້າ, ພວກເຂົາຍື່ນນິ້ວມືທັງຫ້າອອກໄປ ແລະ ກຳເອົາຖ່ານໄຟ ແລ້ວມືທັງໝົດຂອງພວກເຂົາກໍຖືກລວກ ແລະ ພຸພອງ. ຄົນອື່ນໆແມ່ນສະຫຼາດ ແລະ ລະມັດລະວັງ, ພວກເຂົາພຽງແຕ່ຍື່ນນິ້ວມືດຽວອອກໄປ ແລະ ສຳຜັດຖ່ານໄຟເບົາໆ ແລ້ວກໍຊັກມືກັບຄືນໃນເວລາບໍ່ຮອດໜຶ່ງວິນາທີ ພ້ອມທັງເວົ້າວ່າ “ໂອ້ຍ, ມັນຮ້ອນເກີນໄປ! ມັນກຳລັງລຸກໄໝ້ແທ້ໆ!” ບໍ່ວ່າເຈົ້າຈະໃຊ້ນິ້ວມືທັງຫ້າ ຫຼື ນິ້ວມືດຽວເພື່ອສຳຜັດມັນກໍຕາມ, ໃນກໍລະນີໃດກໍຕາມ, ສິ່ງທີ່ເຈົ້າສຳຜັດກໍຄືສິ່ງທີ່ແທ້ຈິງ ບໍ່ແມ່ນຮູບພາບ ຫຼື ຄຳເວົ້າ ແລະ ຕະຫຼອດຊີວິດທີ່ເຫຼືອຂອງເຈົ້າ, ເຈົ້າຈະບໍ່ມີວັນລືມຄວາມຮູ້ສຶກ ແລະ ປະສົບການໃນການສຳຜັດຖ່ານໄຟທີ່ກຳລັງລຸກໄໝ້ ແລະ ສິ່ງທີ່ຖ່ານໄຟທີ່ກຳລັງລຸກໄໝ້ມີຄວາມໝາຍຕໍ່ເຈົ້າ. ເມື່ອເຈົ້າເຫັນຖ່ານໄຟທີ່ກຳລັງລຸກໄໝ້ອີກຄັ້ງ, ເຈົ້າຈະບອກຄົນອື່ນວ່າ: “ເຈົ້າສາມາດໃຊ້ພວກມັນເພື່ອໃຫ້ຄວາມອົບອຸ່ນ ແລະ ຕາກເຄື່ອງນຸ່ງ ແລະ ປີ້ງເຂົ້າຈີ່ໄດ້, ແຕ່ເຈົ້າຕ້ອງບໍ່ໃຊ້ມືສຳຜັດພວກມັນເດັດຂາດ. ມືຂອງເຈົ້າຈະຖືກລວກ ແລະ ພຸພອງ ຖ້າເຈົ້າສຳຜັດພວກມັນ”. ຜູ້ຄົນອາດຈະເວົ້າວ່າ: “ແລ້ວຈະເກີດຫຍັງຂຶ້ນ ຖ້າມືຂອງຂ້ອຍຖືກລວກ ແລະ ພຸພອງ?” ແລະ ເຈົ້າກໍຈະຕອບວ່າ: “ຢ່າງໜ້ອຍທີ່ສຸດ, ເຈົ້າກໍຈະບໍ່ສາມາດໃຊ້ມືຈັບສິ່ງຂອງໄດ້ ແລະ ມັນກໍຈະບໍ່ສະດວກສຳລັບເຈົ້າໃນການກິນອາຫານ ແລະ ຍິ່ງບໍ່ສະດວກສຳລັບເຈົ້າໃນການເຮັດວຽກທີ່ໃຊ້ແຮງງານ”. ນີ້ຄືບົດຮຽນຈາກປະສົບການ, ແມ່ນບໍ່? ຫຼັງຈາກປະສົບການທີ່ເລິກເຊິ່ງນັ້ນ, ຄວາມຮູ້ສຶກຮ້ອນລວກຂອງຖ່ານໄຟທີ່ຮ້ອນກໍຈະຖືກສະຫຼັກໄວ້ຢ່າງເລິກເຊິ່ງໃນຄວາມຊົງຈຳຂອງເຈົ້າ, ສະນັ້ນ ເຈົ້າຈຶ່ງຈະບໍ່ສຳຜັດຖ່ານໄຟທີ່ກຳລັງລຸກໄໝ້ຢ່າງງ່າຍດາຍອີກຕໍ່ໄປ. ພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງ ແລະ ຈັດແຈງສິ່ງຕ່າງໆທຸກປະເພດໃຫ້ເກີດຂຶ້ນກັບຜູ້ຄົນ ເພື່ອໃຫ້ພວກເຂົາສາມາດຮຽນຮູ້ບົດຮຽນ ແລະ ໄດ້ຮັບຜົນປະໂຫຍດຈາກສິ່ງເຫຼົ່ານັ້ນ ແລະ ເພື່ອໃຫ້ຄວາມຈິງ ແລະ ພຣະທຳທີ່ພຣະອົງສະໜອງໃຫ້ແກ່ຜູ້ຄົນສາມາດຖືກເຮັດໃຫ້ເຂົ້າສູ່ພາຍໃນພວກເຂົາຢ່າງແທ້ຈິງ ແລະ ດ້ວຍເຫດນີ້ ພຣະທຳ ແລະ ຄວາມຈິງຂອງພຣະເຈົ້າຈຶ່ງບໍ່ແມ່ນຫຼັກຄຳສອນ, ຄຳຂວັນ ຫຼື ກົດລະບຽບໃນຈິດໃຈຂອງຜູ້ຄົນອີກຕໍ່ໄປ, ແຕ່ກາຍເປັນຊີວິດຂອງພວກເຂົາ ແລະ ເປັນຫຼັກການ ແລະ ເກນທີ່ພວກເຂົາເພິ່ງພາອາໄສເພື່ອຄວາມຢູ່ລອດ ແລະ ເປັນສ່ວນໜຶ່ງໃນຊີວິດຂອງພວກເຂົາ, ດ້ວຍວິທີນີ້, ວຽກງານຂອງພຣະເຈົ້າກໍຈະບັນລຸຜົນຂອງມັນ.
ເມື່ອເວົ້າເລື່ອງອຳນາດສູງສຸດຂອງພຣະເຈົ້າ, ສິ່ງທີ່ຜູ້ຄົນຄວນເຫັນກໍຄື ພຣະເຈົ້າຊົງຈັດແຈງການເລີ່ມຕົ້ນຂອງເຫດການ, ຈາກນັ້ນກໍຊົງນຳພາ ແລະ ຊີ້ນຳຂະບວນການພັດທະນາຂອງເຫດການນີ້; ສ່ວນຜົນຮັບຈາກເຫດການດັ່ງກ່າວແມ່ນຫຍັງໃນທີ່ສຸດ, ຜູ້ທີ່ໄລ່ຕາມເສາະຫາຄວາມຈິງໄດ້ຮັບຫຍັງຈາກເຫດການນັ້ນ ແລະ ພວກເຂົາໄດ້ຮັບຫຼາຍສໍ່າໃດ, ເຫດການ ແລະ ຜູ້ຄົນ ແລະ ສິ່ງຕ່າງໆທີ່ກ່ຽວຂ້ອງກັບເຫດການນີ້ຈົບລົງຢູ່ໃສ ແລະ ພວກມັນຈະຖືກຈັດແຈງແນວໃດໃນທີ່ສຸດ, ແນ່ນອນວ່າ ສິ່ງເຫຼົ່ານີ້ຍັງຖືກພຣະເຈົ້າກຳນົດໄວ້ແລ້ວ, ນີ້ຄືຫຼັກການໃນອຳນາດສູງສຸດຂອງພຣະເຈົ້າເໜືອສິ່ງທັງປວງ. ພຣະເຈົ້າພຽງແຕ່ກຳນົດການເລີ່ມຕົ້ນ, ຂະບວນການ ແລະ ຜົນຮັບຂອງແຕ່ລະເຫດການໄວ້ລ່ວງໜ້າ ແລະ ພຣະອົງອະນຸຍາດໃຫ້ເຫດການທັງໝົດຄ່ອຍໆດຳເນີນໄປຢ່າງອິດສະລະຕາມທິດທາງທີ່ພຣະອົງໄດ້ກຳນົດໄວ້, ຈຸດປະສົງກໍຄືເພື່ອເຮັດໃຫ້ທຸກສິ່ງສອດຄ່ອງກັບແບບແຜນໂດຍທຳມະຊາດ ຫຼື ເພື່ອປ່ອຍໃຫ້ທຸກສິ່ງເຮັດໜ້າທີ່ຂອງມັນໂດຍບໍ່ມີການບິດເບືອນໃດໆ ຫຼື ການປຸງແຕ່ງໃດໆ ເພື່ອໃຫ້ບັນລຸຜົນທີ່ພຣະເຈົ້າຕັ້ງໃຈຈະບັນລຸ. ມັນບໍ່ແມ່ນແນວນີ້ບໍ? (ແມ່ນແລ້ວ). ຕົວຢ່າງ: ເມື່ອພຣະເຈົ້າຊົງຈັດແຈງໃຫ້ເຫດການໃດໜຶ່ງເລີ່ມຕົ້ນ ແລະ ເກີດຂຶ້ນ, ຈາກນັ້ນພຣະອົງກໍເລີ່ມສັງເກດເບິ່ງທັດສະນະຄະຕິຂອງຜູ້ຄົນທີ່ພົບພໍ້ກັບເຫດການນີ້ ແລະ ມຸມມອງຂອງພວກເຂົາຕໍ່ເຫດການດັ່ງກ່າວ, ບໍ່ວ່າພວກເຂົາຈະເບິ່ງມັນຢ່າງໃຈຈົດໃຈຈໍ່ ຫຼື ບໍ່ສົນໃຈທີ່ຈະໃສ່ໃຈກັບເຫດການນີ້ ແລະ ບໍ່ວ່າພວກເຂົາເອົາໃຈໃສ່ກັບເຫດການດັ່ງກ່າວ ຫຼື ປະຕິເສດ, ຕໍ່ຕ້ານ ແລະ ຫຼີກລ່ຽງມັນ, ພຣະເຈົ້າກຳລັງສັງເກດເບິ່ງການສະແດງອອກຂອງຄົນປະເພດຕ່າງໆ. ແລ້ວພຣະເຈົ້າແຊກແຊງການສະແດງອອກຂອງຄົນປະເພດຕ່າງໆບໍ? ພຣະເຈົ້າບໍ່ໄດ້ແຊກແຊງ. ພຣະເຈົ້າໃຫ້ສິດເຈົ້າໃນການເລືອກຢ່າງອິດສະລະ. ເຈົ້າສາມາດໃຫ້ຄວາມສຳຄັນກັບເຫດການນີ້ຫຼາຍ ແລະ ເອົາຈິງເອົາຈັງກັບມັນຫຼາຍ ຫຼື ເຈົ້າສາມາດມີທັດສະນະຄະຕິທີ່ບໍ່ສົນໃຈ ແລະ ເມີນເສີຍຕໍ່ເຫດການນັ້ນ ແລະ ແນ່ນອນວ່າ ເຈົ້າຍັງສາມາດມີທັດສະນະຄະຕິທີ່ຈະສະລະສິດ, ຫຼີກລ່ຽງ ແລະ ບໍ່ມີສ່ວນຮ່ວມກັບເຫດການນັ້ນ, ພຣະເຈົ້າພຽງແຕ່ສັງເກດເບິ່ງຢ່າງງຽບໆ. ແຕ່ການປາກົດຂຶ້ນ ແລະ ການເກີດຂຶ້ນຂອງເຫດການທັງໝົດແມ່ນຖືກລິເລີ່ມໂດຍພຣະເຈົ້າ. ນີ້ຄືຂັ້ນຕອນທຳອິດຂອງການທີ່ພຣະເຈົ້າມີອຳນາດສູງສຸດເໜືອເຫດການໜຶ່ງ. ເມື່ອເຫດການນີ້ເລີ່ມດຳເນີນໄປ, ມີຄົນໃດແດ່ທີ່ເຂົ້າຮ່ວມໃນເຫດການນີ້, ເຊິ່ງຄົນທີ່ເຂົ້າໄປກ່ຽວຂ້ອງກັບເຫດການນັ້ນ ແລະ ຫຼັງຈາກທີ່ພວກເຂົາເຂົ້າໄປກ່ຽວຂ້ອງແລ້ວ ເຫດການນີ້ຈະດຳເນີນໄປໃນທິດທາງໃດ, ແນ່ນອນວ່າແມ່ນພຣະເຈົ້າທີ່ເປັນຜູ້ກຳນົດ ແລະ ຈັດແຈງຄົນທັງໝົດເຫຼົ່ານີ້ ເພື່ອໃຫ້ເຫດການດຳເນີນໄປໃນທິດທາງ ແລະ ດ້ວຍຜົນທີ່ພຣະເຈົ້າຕ້ອງການ. ເຊັ່ນດຽວກັນ, ເມື່ອເຫດການນີ້ຖືກເປີດເຜີຍອອກມາ ແລະ ເລື່ອງທັງໝົດດຳເນີນມາຮອດຈຸດຮ້ອນແຮງທີ່ສຸດ, ພຣະເຈົ້າຍັງຄົງເຝົ້າເບິ່ງວ່າທັດສະນະຄະຕິ, ການສະແດງອອກ, ຄວາມຄິດເຫັນ ແລະ ມຸມມອງຂອງຄົນປະເພດຕ່າງໆເ. ພຣະອົງກຳລັງເຝົ້າເບິ່ງວ່າເຈົ້າໃສ່ໃຈກັບເຫດການນີ້ ຫຼື ບໍ່, ເຈົ້າຈິງຈັງ, ເຂັ້ມງວດ ແລະ ເອົາຈິງເອົາຈັງຕໍ່ເຫດການນີ້ ຫຼື ບໍ່ ຫຼື ເຈົ້າເມີນເສີຍ, ບໍ່ສົນໃຈ ແລະ ມຶນຊາຕໍ່ເຫດການນີ້ຢ່າງໜ້າເຫຼືອເຊື່ອ ຫຼື ມີທັດສະນະຄະຕິທີ່ຫຼີກລ່ຽງ ແລະ ລັງກຽດຕໍ່ເຫດການນີ້. ພຣະອົງກຳລັງເຝົ້າເບິ່ງວ່າເຈົ້າເປັນຄົນທີ່ຮັກຄວາມຈິງ ຫຼື ບໍ່ ແລະ ເຈົ້າເປັນຄົນທີ່ເອົາຈິງເອົາຈັງຕໍ່ພຣະທຳຂອງພຣະເຈົ້າ, ຕໍ່ຂໍ້ກຳນົດຂອງພຣະເຈົ້າ ແລະ ຕໍ່ຄວາມຈິງ ຫຼື ບໍ່. ໃນຂະບວນການທີ່ດຳເນີນໄປຂອງເຫດການທັງໝົດ, ທັດສະນະຄະຕິຂອງເຈົ້າກໍຈະຍິ່ງຊັດເຈນຂຶ້ນ ແລະ ພຣະເຈົ້າກໍຈະເຫັນທັດສະນະຄະຕິຂອງເຈົ້າທີ່ມີຕໍ່ຄວາມຈິງ, ທັດສະນະຄະຕິຂອງເຈົ້າທີ່ມີຕໍ່ສະພາບແວດລ້ອມທີ່ພຣະອົງຊົງຈັດວາງໄວ້ໄດ້ຊັດເຈນຍິ່ງຂຶ້ນ ແລະ ພຣະອົງຍັງຈະເຫັນທັດສະນະຄະຕິຂອງເຈົ້າທີ່ມີຕໍ່ການໄລ່ຕາມເສາະຫາຄວາມຈິງໄດ້ຢ່າງຊັດເຈນ. ເມື່ອເຫດການທັງໝົດດຳເນີນໄປຈົນເຖິງຈຸດສິ້ນສຸດ ແລະ ມີຜົນໄດ້ຮັບທີ່ຫຼີກລ່ຽງບໍ່ໄດ້, ພຣະເຈົ້າຍັງຄົງເຝົ້າເບິ່ງວ່າເຈົ້າໄດ້ຮັບຫຍັງແດ່ຈາກເຫດການທັງໝົດ, ເຈົ້າກຳລັງຄິດຫຍັງຢູ່ໃນໃຈຂອງເຈົ້າ ແລະ ເຈົ້າກຳລັງຄິດໄລ່ຫຍັງຢູ່. ພຣະອົງກຳລັງເບິ່ງວ່າໃນເຫດການນີ້ ເຈົ້າພຽງແຕ່ສຸມໃສ່ກັບການໄດ້ຮັບປະສົບການ ແລະ ຖອດຖອນບົດຮຽນຈາກເຫດການນີ້ ເພື່ອປົກປ້ອງຕົນເອງ, ເປັນຄົນປະຈົບປະແຈງ ຫຼື ເຈົ້າເຮັດສິ່ງຕ່າງໆຕາມຫຼັກການຄວາມຈິງ ແລະ ບໍ່ສັບສົນຄືກັບທີ່ເຈົ້າເຄີຍເປັນຜ່ານມາ. ພຣະເຈົ້າຍັງຈະເບິ່ງວ່າທັດສະນະຄະຕິຂອງເຈົ້າທີ່ມີຕໍ່ເຫດການນີ້ເປັນແນວໃດ, ເຈົ້າປິດປາກງຽບ ແລະ ບໍ່ສະແດງມຸມມອງໃດໜຶ່ງ, ວາງຕົວຫ່າງເຫີນຈາກທຸກສິ່ງທີ່ບໍ່ສົ່ງຜົນກະທົບຕໍ່ເຈົ້າໂດຍກົງ ຫຼື ເມື່ອປະເຊີນກັບເຫດການນີ້ ເຈົ້າບໍ່ພຽງແຕ່ຂາດຄວາມເຂົ້າໃຈທີ່ບໍລິສຸດເທົ່ານັ້ນ, ແຕ່ຄວາມເຂົ້າໃຈຜິດ ແລະ ການຈົ່ມວ່າຂອງເຈົ້າກ່ຽວກັບພຣະເຈົ້າພັດຮ້າຍແຮງຂຶ້ນ ແລະ ເຈົ້າໄດ້ເກີດມີຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບພຣະອົງຫຼາຍຂຶ້ນ ຈົນເຖິງຂັ້ນທີ່ຢາກຫຼີກລ່ຽງຈາກເຫດການນັ້ນ. ຄົນປະເພດຕ່າງໆມີຄວາມຄິດ ແລະ ມຸມມອງທີ່ແຕກຕ່າງກັນ ເມື່ອເຫດການທຸກປະເພດເກີດຂຶ້ນ ແລະ ພຣະເຈົ້າກໍກຳລັງສັງເກດ ແລະ ບັນທຶກເຫດການເຫຼົ່ານັ້ນທັງໝົດໄວ້. ບໍ່ວ່າຈະເປັນປີໃດ, ມື້ໃດ ແລະ ຊົ່ວໂມງ, ນາທີ ຫຼື ວິນາທີໃດກໍຕາມ, ເຈົ້າກຳລັງຄິດຫຍັງຢູ່, ເຈົ້າກຳລັງເວົ້າຫຍັງ, ເຈົ້າກຳລັງຄິດໄລ່ຫຍັງຢູ່, ເຈົ້າກຳລັງວາງແຜນຫຍັງຢູ່, ເຈົ້າເຂົ້າໃຈຄວາມຈິງໃນດ້ານໃດ, ທັດສະນະຄະຕິຂອງເຈົ້າເປັນແນວໃດ ເມື່ອມີຄົນໂອ້ລົມກ່ຽວກັບຄວາມຈິງບາງດ້ານ, ເຈົ້າຕໍ່ຕ້ານ ແລະ ເບື່ອໜ່າຍຕໍ່ຄວາມຈິງນັ້ນ ແລະ ບໍ່ຢາກຟັງມັນ ຫຼື ວາງແຜນທີ່ຈະຫຼົບໜີ, ພຣະເຈົ້າຊົງກວດສອບສິ່ງທັງໝົດເຫຼົ່ານີ້. ຍັງມີບາງຄົນທີ່ບໍ່ເຄີຍມີທັດສະນະຄະຕິໃດໜຶ່ງຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ປາກົດຂຶ້ນໃນຄຣິສຕະຈັກ, ເຮືອນຂອງພຣະເຈົ້າ ຫຼື ສິ່ງທີ່ຢູ່ອ້ອມຂ້າງພວກເຂົາ, ເຊິ່ງເປັນຄົນທີ່ມຶນຊາ ແລະ ບໍ່ຕື່ນຕົວຄືກັບຄົນໂງ່. ພວກເຂົາພຽງແຕ່ຍຶດຕິດໃນມຸມມອງຂອງພວກເຂົາເອງຢ່າງແໜ້ນໜາ, ໂດຍຄິດວ່າ: “ຕາບໃດທີ່ຂ້ອຍບໍ່ເຮັດຄວາມຊົ່ວຮ້າຍ ແລະ ບໍ່ກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນ ຫຼື ຕັດສິນຄົນອື່ນ ແລະ ຂ້ອຍບໍ່ສະແດງຄວາມຄິດເຫັນ ຫຼື ມີທັດສະນະຄະຕິ ຫຼື ມຸມມອງໃດໜຶ່ງ ເມື່ອຂ້ອຍພົບພໍ້ກັບຜູ້ຄົນ, ເຫດການ ຫຼື ສິ່ງຕ່າງໆ ແລະ ຂ້ອຍພຽງແຕ່ເຮັດຕົວຄືກັບຫຸ່ນຍົນ ແລະ ປະຕິບັດໜ້າທີ່ຂອງຂ້ອຍໃຫ້ດີ ພ້ອມທັງອອກເຫື່ອແຮງໃຫ້ດີຢ່າງເປັນລະບຽບຮຽບຮ້ອຍ, ນັ້ນກໍພຽງພໍແລ້ວ”. ນີ້ກໍເປັນຄວາມຄິດ ແລະ ມຸມມອງປະເພດໜຶ່ງເຊັ່ນກັນ. ແນ່ນອນວ່າ ພຣະເຈົ້າຍັງຈະສັງເກດ ແລະ ບັນທຶກຄວາມຄິດ ແລະ ມຸມມອງປະເພດນີ້ໄວ້. ຈຸດປະສົງທີ່ຢູ່ເບື້ອງຫຼັງການທີ່ພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງ ແລະ ເຫດການທັງໝົດ ພ້ອມທັງເໜືອທຸກສິ່ງທີ່ສະເພາະເຈາະຈົງທີ່ເກີດຂຶ້ນອ້ອມຕົວຜູ້ຄົນກໍຄື ເພື່ອຈັດວາງສະພາບແວດລ້ອມໃຫ້ແກ່ຜູ້ຄົນ ແລະ ເພື່ອສະໜອງບົດຮຽນການໃຊ້ຊີວິດໃຫ້ແກ່ພວກເຂົາ, ເພື່ອວ່າເມື່ອປະເຊີນກັບສິ່ງຕ່າງໆທຸກປະເພດ, ຄົນປະເພດຕ່າງໆຈະສະແດງດ້ານທີ່ແທ້ຈິງທີ່ສຸດຂອງພວກເຂົາອອກມາ ແລະ ສະແດງຄວາມຄິດ ແລະ ມຸມມອງທີ່ແທ້ຈິງທີ່ສຸດຂອງພວກເຂົາ ພ້ອມທັງທັດສະນະຄະຕິທີ່ແທ້ຈິງທີ່ສຸດຂອງພວກເຂົາທີ່ມີຕໍ່ພຣະເຈົ້າ ແລະ ຄວາມຈິງ. ທັດສະນະຄະຕິເຫຼົ່ານີ້ທີ່ຜູ້ຄົນມີນັ້ນສະແດງອອກມາຢ່າງສິ້ນເຊີງໃນສະພາວະແຫ່ງຄວາມອິດສະລະ ແລະ ເສລີພາບ. ພຣະເຈົ້າບໍ່ເຄີຍແຊກແຊງ, ກ້າວກ່າຍ ຫຼື ບົງການ, ພຣະອົງພຽງແຕ່ອະນຸຍາດໃຫ້ຄົນປະເພດຕ່າງໆສະແດງຄວາມຄິດ, ມຸມມອງ ແລະ ທັດສະນະຄະຕິຂອງພວກເຂົາຢ່າງເຕັມທີ່ ແລະ ຕາມທຳມະຊາດຂອງພວກເຂົາ ແລະ ໃນທີ່ສຸດກໍເປີດເຜີຍ ແລະ ປະຕິບັດຕໍ່ຄົນປະເພດຕ່າງໆຕາມການສະແດງອອກຂອງພວກເຂົາ. ໃຜແດ່ທີ່ລວມຢູ່ໃນ “ຄົນປະເພດຕ່າງໆ”? ພຣະເຈົ້າຊົງຈັດແຈງຫຍັງແດ່ສຳລັບຄົນປະເພດຕ່າງໆ? ພຣະເຈົ້າເຮັດໃຫ້ຜູ້ທີ່ຮັກຄວາມຈິງໄດ້ຮັບຄວາມຈິງ; ພຣະອົງເຮັດໃຫ້ຜູ້ທີ່ບໍ່ສົນໃຈຄວາມຈິງ ແຕ່ເຕັມໃຈທີ່ຈະອອກເຫື່ອແຮງໄດ້ສະຫງົບໃຈລົງເພື່ອເຮັດເຊັ່ນນັ້ນ; ສ່ວນຜູ້ທີ່ລັງກຽດ ແລະ ເບື່ອໜ່າຍຕໍ່ຄວາມຈິງ, ພຣະອົງກໍເປີດເຜີຍທັດສະນະຄະຕິຂອງພວກເຂົາທີ່ເບື່ອໜ່າຍຕໍ່ຄວາມຈິງ, ແຕ່ຖ້າພວກເຂົາສາມາດສະຫງົບໃຈລົງເພື່ອຮັບໃຊ້ ຫຼື ເໝາະສົມຕໍ່ການຮັບໃຊ້, ພຣະເຈົ້າກໍຈະເລືອກຄົນທີ່ດີກວ່າເຫຼົ່ານີ້ ແລະ ໃຫ້ສິດພວກເຂົາໃນການຮັບໃຊ້, ໃນຂະນະທີ່ຖ້າພວກເຂົາບໍ່ເໝາະສົມຕໍ່ການຮັບໃຊ້ ຫຼື ພວກເຂົາເບື່ອໜ່າຍຕໍ່ຄວາມຈິງຈົນເຖິງຂັ້ນທີ່ພວກເຂົາອາດຈະກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ພຣະເຈົ້າກໍຈະກຳຈັດພວກເຂົາອອກເມື່ອເຖິງເວລາ ແລະ ໂອກາດທີ່ເໝາະສົມ. ວຽກງານທັງໝົດນີ້ທີ່ພຣະເຈົ້າຊົງເຮັດແມ່ນບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງຜູ້ຄົນ, ບໍ່ແມ່ນບໍ? (ແມ່ນແລ້ວ). ຜູ້ຄົນສາມາດເຫັນຄວາມອົດກັ້ນ ແລະ ຄວາມໜ້າຮັກຂອງພຣະເຈົ້າໃນສິ່ງທັງໝົດນີ້ໄດ້ບໍ? (ຈາກສິ່ງເຫຼົ່ານີ້, ພວກເຮົາສາມາດເຫັນໄດ້ວ່າ ຜ່ານວຽກງານທີ່ສຳພັນກັບຊີວິດຈິງນີ້, ພຣະເຈົ້າຊົງນຳພາຜູ້ຄົນໃຫ້ມີປະສົບການ ແລະ ເບື້ອງຫຼັງວຽກງານທັງໝົດນີ້ກໍຄືຄວາມຮັກທີ່ພຣະເຈົ້າມີຕໍ່ມະນຸດ). ພາຍໃນວຽກງານນີ້ມີເຈດຕະນາທີ່ພຽນພະຍາຍາມຂອງພຣະເຈົ້າ, ສະຕິປັນຍາໃນວຽກງານຂອງພຣະອົງ ແລະ ທັດສະນະຄະຕິທີ່ຮັບຜິດຊອບຂອງພຣະອົງຕໍ່ມະນຸດທີ່ພຣະອົງຕັ້ງໃຈຈະຊ່ວຍໃຫ້ລອດພົ້ນ. ຍັງມີອີກດ້ານໜຶ່ງ, ນັ້ນກໍຄື ສິ່ງທີ່ພຣະເຈົ້າມີ ແລະ ເປັນບໍ່ແມ່ນສິ່ງທີ່ມະນຸດມີ. ພຣະເຈົ້າຊົງເຂັ້ມງວດ ແລະ ເອົາຈິງເອົາຈັງຢ່າງຍິ່ງໃນທຸກສິ່ງທີ່ພຣະອົງຊົງເຮັດ ແລະ ບໍ່ເຄີຍເຮັດແບບປະໝາດ. ໂດຍສະເພາະເມື່ອເວົ້າເຖິງເລື່ອງທີ່ຜູ້ຄົນໄດ້ຮັບຄວາມຈິງ, ພຣະອົງຊົງເຂັ້ມງວດ ແລະ ເອົາຈິງເອົາຈັງຢ່າງຍິ່ງ; ເພື່ອຮັບຜິດຊອບຕໍ່ຊີວິດຂອງຜູ້ຄົນ ແລະ ຈຸດຈົບຂອງຜູ້ຄົນ, ພຣະເຈົ້າຕ້ອງກະທຳການແບບນີ້. ແນ່ນອນວ່າ ສຳລັບພຣະເຈົ້າແລ້ວ, ນີ້ຄືສິ່ງທີ່ແກ່ນແທ້ຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນຢ່າງແທ້ຈິງ. ບໍ່ວ່າເຈົ້າຈະມີທັດສະນະຄະຕິແນວໃດຕໍ່ຊີວິດຂອງເຈົ້າ ແລະ ຕໍ່ຈຸດຈົບ ແລະ ຈຸດໝາຍປາຍທາງຂອງເຈົ້າ, ບໍ່ວ່າຈະເປັນທັດສະນະຄະຕິທີ່ຈິງຈັງ ແລະ ເຂັ້ມງວດ ຫຼື ທັດສະນະຄະຕິທີ່ເຮັດພໍແລ້ວມືແລ້ວຕີນກໍຕາມ, ໃນກໍລະນີໃດກໍຕາມ, ສຳລັບພຣະເຈົ້າແລ້ວ, ເນື່ອງຈາກພຣະອົງໄດ້ເລືອກເຈົ້າ ແລະ ເນື່ອງຈາກພຣະອົງສະໜອງຄວາມຈິງໃຫ້ແກ່ເຈົ້າ ແລະ ຕ້ອງການຊ່ວຍເຈົ້າໃຫ້ລອດພົ້ນ, ພຣະອົງກໍຈະຈັບໃຈຄວາມທຸກຄຳເວົ້າ ແລະ ການກະທຳຂອງເຈົ້າ ພ້ອມທັງທັດສະນະຄະຕິຂອງເຈົ້າໃນທຸກສິ່ງຢ່າງຄົບຖ້ວນ ແລະ ໃນທີ່ສຸດພຣະອົງກໍຈະກຳນົດຈຸດຈົບຂອງເຈົ້າໂດຍອີງໃສ່ທັດສະນະຄະຕິທັງໝົດຂອງເຈົ້າ. ແລ້ວບົນພື້ນຖານຂອງທັດສະນະຄະຕິທັງໝົດຂອງເຈົ້າ, ພຣະອົງຈະເບິ່ງວ່າໃນທີ່ສຸດແລ້ວເຈົ້າຈະເປັນຄົນທີ່ໄດ້ຮັບຄວາມຈິງ ແລະ ເປັນຄົນທີ່ຈະສາມາດອ່ອນນ້ອມຕໍ່ພຣະເຈົ້າ ແລະ ເຂົ້າກັນໄດ້ກັບພຣະອົງໄດ້ ຫຼື ບໍ່. ມັນອາດຈະເປັນໄປໄດ້ວ່າເຈົ້າບໍ່ເຄີຍເອົາຈິງເອົາຈັງກ່ຽວກັບເລື່ອງທີ່ພຣະເຈົ້າຊ່ວຍຜູ້ຄົນໃຫ້ລອດພົ້ນ, ບໍ່ເຄີຍໄຕ່ຕອງມັນຢ່າງລະມັດລະວັງ ແລະ ບໍ່ຮູ້ວ່າພຣະເຈົ້າຊ່ວຍຜູ້ຄົນໃຫ້ລອດພົ້ນແນວໃດ. ເຖິງຢ່າງໃດກໍຕາມ, ໃນຖານະພຣະຜູ້ສ້າງທີ່ມີອຳນາດສູງສຸດເໜືອມະນຸດທີ່ຖືກສ້າງຂຶ້ນ, ພຣະອົງບໍ່ໄດ້ເຮັດພໍເປັນພິທີຄືກັບມະນຸດ; ພຣະອົງຊົງເຮັດວຽກງານແຫ່ງການຊ່ວຍມະນຸດຊາດໃຫ້ລອດພົ້ນໃນລັກສະນະທີ່ຈິງຈັງ. ພຣະອົງຊົງສ້າງເຈົ້າ ແລະ ເລືອກເຈົ້າ. ພຣະອົງຊົງສັນຍາກັບຜູ້ຄົນວ່າພຣະອົງຈະຊ່ວຍພວກເຂົາໃຫ້ລອດພົ້ນຢ່າງສິ້ນເຊີງ, ສະນັ້ນ ພຣະອົງຈຶ່ງຈະເຮັດວຽກງານນີ້ໃຫ້ສຳເລັດ ແລະ ຈະຮັບຜິດຊອບຈົນເຖິງທີ່ສຸດ. ສະນັ້ນ, ຈຶ່ງມີການສະແດງອອກທີ່ແທ້ຈິງ ແລະ ເນື້ອໃນວຽກງານທີ່ແທ້ຈິງໃນການທີ່ພຣະເຈົ້າເຮັດວຽກງານຂອງພຣະອົງໃຫ້ສຳເລັດ ແລະ ຮັບຜິດຊອບຈົນເຖິງທີ່ສຸດ. ນີ້ຄືວິທີທີ່ພຣະເຈົ້າຊົງເຮັດວຽກງານ ແລະ ນີ້ຄືທັດສະນະຄະຕິທີ່ຈິງໃຈ ແລະ ເອົາຈິງເອົາຈັງຂອງພຣະອົງ. ພຣະເຈົ້າຈະບໍ່ເຮັດພໍແລ້ວມືແລ້ວຕີນກັບເຈົ້າ ຫຼື ປັດຄວາມຮັບຜິດຊອບຕໍ່ເຈົ້າດ້ວຍຄຳຂວັນບາງຢ່າງ ແລະ ໂດຍສະເພາະວຽກງານຂອງພຣະເຈົ້າກໍຍິ່ງສະທ້ອນໃຫ້ເຫັນເຖິງລາຄາທີ່ແທ້ຈິງທີ່ພຣະເຈົ້າຊົງຈ່າຍເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນ ພ້ອມທັງທັດສະນະຄະຕິທີ່ຮັບຜິດຊອບຂອງພຣະອົງຕໍ່ຜູ້ຄົນໄດ້ດີກວ່າ.
ວິທີການຮັບຄວາມຈິງໃນສະພາບແວດລ້ອມທີ່ພຣະເຈົ້າຊົງຈັດໄວ້
ຫຼັງຈາກທີ່ຜູ້ຄົນເຂົ້າໃຈຫຼັກການ ແລະ ຈຸດປະສົງໃນການທີ່ພຣະເຈົ້າຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ອຳນາດສູງສຸດຂອງພຣະເຈົ້າເໜືອທຸກສິ່ງແລ້ວ, ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາກ່ຽວກັບພຣະເຈົ້າໃນເລື່ອງນີ້ຈະບໍ່ໄດ້ຮັບການແກ້ໄຂໃນລະດັບໃດໜຶ່ງບໍ? (ແມ່ນແລ້ວ). ຜູ້ຄົນຄວນເຂົ້າໃຈຫຍັງແດ່ກ່ຽວກັບເລື່ອງນີ້? ນັ້ນກໍຄື ບໍ່ວ່າຈະເປັນເລື່ອງທຸກປະເພດ ຫຼື ເລື່ອງທີ່ສະເພາະເຈາະຈົງໃດໜຶ່ງທີ່ພຣະເຈົ້າມີອຳນາດສູງສຸດເໜືອກໍຕາມ, ການຮ່ວມມືຂອງຜູ້ຄົນກວມເອົາ 80 ຫຼື ເຖິງຂັ້ນ 90 ເປີເຊັນ ແລະ ຄວາມຄິດ ແລະ ມຸມມອງຂອງພວກເຂົາ ພ້ອມທັງທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ເລື່ອງດັ່ງກ່າວແມ່ນສຳຄັນຫຼາຍໃນສາຍຕາຂອງພຣະເຈົ້າ. ຢ່າຄິດວ່າ ຖ້າເຈົ້າບໍ່ເວົ້າຫຍັງ ແລະ ບໍ່ສະແດງຈຸດຢືນຂອງເຈົ້າ ເມື່ອມີສິ່ງຕ່າງໆເກີດຂຶ້ນກັບເຈົ້າ, ແລ້ວພຣະເຈົ້າຈະບໍ່ສົນໃຈເຈົ້າ ແລະ ຈະເມີນເສີຍຕໍ່ເຈົ້າ. ຖ້າເຈົ້າຢາກໃຫ້ພຣະເຈົ້າເມີນເສີຍຕໍ່ເຈົ້າ, ແລ້ວເຈົ້າກໍບໍ່ຄວນເຊື່ອໃນພຣະເຈົ້າເລີຍຈະດີກວ່າ. ຍ້ອນເຈົ້າຢູ່ໃນເຮືອນຂອງພຣະເຈົ້າ ແລະ ຍ້ອນພຣະເຈົ້າໄດ້ເລືອກເຈົ້າ, ພຣະເຈົ້າຈະບໍ່ເມີນເສີຍຕໍ່ເຈົ້າຢ່າງເດັດຂາດ. ທຸກສິ່ງລ້ວນແຕ່ຖືກກວດສອບຢ່າງລະອຽດໃນສາຍຕາຂອງພຣະເຈົ້າ, ແລ້ວນັບປະສາຫຍັງກັບເຈົ້າ ທີ່ເປັນພຽງຄົນນ້ອຍໆຄົນໜຶ່ງ. ເຖິງແມ່ນວ່າເຈົ້າຈະເປັນພຽງມົດໂຕໜຶ່ງ, ຖ້າເຈົ້າຖືກເລືອກໂດຍພຣະເຈົ້າ, ພຣະເຈົ້າກໍຍັງຈະກວດສອບເຈົ້າຢ່າງລະອຽດ ແລະ ນຳພາເຈົ້າຢູ່ສະເໝີ. ຍ້ອນພຣະເຈົ້າຊົງກວດສອບເຈົ້າຢ່າງລະອຽດ, ເຈົ້າກໍພຽງແຕ່ຕ້ອງຍອມຮັບສິ່ງທີ່ເກີດຂຶ້ນກັບເຈົ້າ. ຢ່າຫຼີກລ່ຽງພວກມັນ, ການຫຼີກລ່ຽງບໍ່ແມ່ນທາງເລືອກທີ່ສະຫຼາດ. ເຈົ້າຕ້ອງປະເຊີນໜ້າກັບພວກມັນ. ມີພຽງແຕ່ເມື່ອເຈົ້າປະເຊີນໜ້າກັບພວກມັນ ແລະ ມີທັດສະນະຄະຕິທີ່ຊັດເຈນເທົ່ານັ້ນ ເຈົ້າຈຶ່ງຈະມີໂອກາດໄດ້ຮັບຄວາມຈິງທີ່ພຣະເຈົ້າໃຫ້ເຈົ້າເຂົ້າໃຈ ໃນສະພາບແວດລ້ອມທີ່ພຣະອົງຊົງຈັດໄວ້ໃຫ້ເຈົ້າ, ໃນຂະນະທີ່ການຫຼີກລ່ຽງພວກມັນຈະບໍ່ເຮັດໃຫ້ເຈົ້າເຂົ້າໃຈຄວາມຈິງໂດຍທີ່ເຈົ້າຍັງມິດງຽບຢູ່. ນອກເໜືອຈາກຄວາມຈິງກ່ຽວກັບວິໄສທັດແລ້ວ, ຄວາມຈິງດ້ານອື່ນໆ ນັ້ນກໍຄື ຄວາມຈິງທຸກປະເພດທີ່ກ່ຽວຂ້ອງກັບຊີວິດ ແລະ ການດຳລົງຢູ່ຂອງມະນຸດ ລ້ວນແຕ່ຖືກສະແດງອອກມາຜ່ານສະພາບແວດລ້ອມໜຶ່ງ ຫຼື ຜ່ານບໍລິບົດຂອງພຶດຕິກຳຂອງຄົນປະເພດໜຶ່ງທີ່ສະແດງອອກມາ. ຜູ້ຄົນສາມາດຢັ່ງຮູ້ຄວາມເປັນຈິງຂອງຄວາມຈິງເຫຼົ່ານີ້ຢ່າງແທ້ຈິງໄດ້ ຫຼັງຈາກທີ່ພວກເຂົາໄດ້ຮັບປະສົບການ ແລະ ຄວາມເຂົ້າໃຈທີ່ແທ້ຈິງແລ້ວເທົ່ານັ້ນ. ຄົນສ່ວນໃຫຍ່ບໍ່ສາມາດເບິ່ງເຫັນປະເດັນນີ້ໄດ້ຢ່າງຊັດເຈນ ແລະ ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຄວາມຈິງປະເພດຕ່າງໆກໍບໍ່ໜາວບໍ່ຮ້ອນ ພ້ອມທັງພວກເຂົາຍັງຕ້ອງການຫຼີກລ່ຽງສະພາບແວດລ້ອມເຫຼົ່ານີ້ຢູ່ສະເໝີ ແລະ ພວກເຂົາບໍ່ປາຖະໜາທີ່ຈະສະແຫວງຫາຄວາມຈິງກ່ຽວກັບບັນຫາທີ່ແທ້ຈິງ. ພວກເຂົາບໍ່ໄດ້ຮຽນຮູ້ທີ່ຈະແຍກແຍະຄົນ ແລະ ເຫດການປະເພດຕ່າງໆໂດຍອີງໃສ່ຄວາມຈິງ ແລະ ພວກເຂົາກໍບໍ່ໄດ້ຝຶກຝົນໃນການນຳໃຊ້ຄວາມຈິງເພື່ອແກ້ໄຂບັນຫາຕ່າງໆ. ບໍ່ວ່າມີຫຍັງເກີດຂຶ້ນກັບພວກເຂົາກໍຕາມ, ພວກເຂົາກໍບໍ່ມີທັດສະນະຄະຕິ ຫຼື ມຸມມອງໃດໜຶ່ງ ແລະ ພວກເຂົາກໍບໍ່ເຂົ້າຮ່ວມໃນການໂອ້ລົມ ແລະ ການສົນທະນາ. ພວກເຂົາພໍໃຈກັບພຽງແຕ່ການອະທິຖານຕໍ່ພຣະເຈົ້າ, ການອ່ານພຣະທຳຂອງພຣະເຈົ້າ, ການຮຽນຮູ້ເພງສັນລະເສີນ ແລະ ການປະຕິບັດໜ້າທີ່ຂອງພວກເຂົາໃຫ້ສຳເລັດໃນທຸກໆມື້ ແລະ ນັ້ນກໍພຽງພໍແລ້ວ. ເຮົາຈະບອກສິ່ງໜຶ່ງໃຫ້ແກ່ເຈົ້າ ນັ້ນກໍຄື ລັກສະນະຂອງຜູ້ອອກເຫື່ອແຮງແມ່ນ ພວກເຂົາພຽງແຕ່ເຕັມໃຈທີ່ຈະອອກແຮງ ແລະ ພວກເຂົາບໍ່ສົນໃຈຄວາມຈິງໃນດ້ານໃດໜຶ່ງ ຫຼື ບໍ່ເຕັມໃຈທີ່ຈະເອົາຈິງເອົາຈັງກ່ຽວກັບຄວາມຈິງໃນດ້ານໃດໜຶ່ງ ແລະ ພົບວ່າການເຮັດເຊັ່ນນັ້ນເປັນເລື່ອງຫຍຸ້ງຍາກ, ນີ້ຄືຜູ້ອອກເຫື່ອແຮງ. ຖ້າເຈົ້າບໍ່ແມ່ນຄົນຮັບໃຊ້ຂອງຊາຕານ ຫຼື ຄົນຊົ່ວຮ້າຍ ຫຼື ຜູ້ຕໍ່ຕ້ານພຣະຄຣິສບາງຄົນ, ແລ້ວຢ່າງດີທີ່ສຸດ ເຈົ້າກໍສາມາດເປັນໄດ້ພຽງຜູ້ອອກເຫື່ອແຮງເທົ່ານັ້ນ. ແຕ່ມັນແຕກຕ່າງກັນສຳລັບປະຊາກອນຂອງພຣະເຈົ້າທີ່ສາມາດບັນລຸຄວາມລອດພົ້ນໄດ້. ພວກເຂົາບໍ່ພໍໃຈກັບພຽງແຕ່ການອອກເຫື່ອແຮງ ແລະ ການອອກແຮງພຽງເລັກນ້ອຍເທົ່ານັ້ນ, ແຕ່ຮຽນຮູ້ ແລະ ເຂົ້າໃຈຄວາມຈິງຕ່າງໆໃນຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທຸກປະເພດ ແລະ ຈາກນັ້ນກໍເບິ່ງ ແລະ ຈັດການກັບຄົນ ແລະ ເຫດການປະເພດຕ່າງໆໂດຍອີງໃສ່ຄວາມຈິງເຫຼົ່ານີ້. ໂດຍການເຮັດແບບນີ້, ຄວາມຈິງຕ່າງໆກໍຈະຄ່ອຍໆຊຶມຊັບເຂົ້າສູ່ພວກເຂົາ ແລະ ຄ່ອຍໆກາຍເປັນຊີວິດຂອງພວກເຂົາ ພ້ອມທັງເປັນຫຼັກການສຳລັບການກະທຳ ແລະ ການປະພຶດຕົນຂອງພວກເຂົາ. ມີພຽງແຕ່ເມື່ອຄວາມຈິງກາຍເປັນຊີວິດຂອງເຈົ້າເທົ່ານັ້ນ ເຈົ້າຈຶ່ງຈະສາມາດອ່ອນນ້ອມຕໍ່ພຣະເຈົ້າ ພ້ອມທັງຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍໄດ້; ຖ້າບໍ່ດັ່ງນັ້ນ, ຜົນນີ້ກໍບໍ່ສາມາດບັນລຸໄດ້. ຢ່າຢ້ານທີ່ຈະມີປະສົບການກັບສິ່ງຕ່າງໆ ແລະ ຢ່າຢ້ານທີ່ຈະແຍກແຍະຜູ້ຄົນ. ມັນບໍ່ແມ່ນສິ່ງທີ່ບໍ່ດີທີ່ເຫດການທຸກປະເພດເກີດຂຶ້ນ ແລະ ພຣະເຈົ້າຊົງມີອຳນາດສູງສຸດເໜືອສິ່ງນີ້. ດ້ວຍການທີ່ພຣະເຈົ້າຊົງມີອຳນາດສູງສຸດ ແລະ ຊົງເຮັດການຈັດແຈງ, ເຈົ້າຍັງມີຫຍັງຕ້ອງຢ້ານອີກ? ດ້ວຍການທີ່ພຣະເຈົ້າຊົງມີອຳນາດສູງສຸດ ແລະ ຊົງເຮັດການຈັດແຈງ, ສຳລັບເຈົ້າແລ້ວ ຢ່າງໜ້ອຍທີ່ສຸດ ການເກີດຂຶ້ນຂອງເຫດການໜຶ່ງກໍບໍ່ໄດ້ມີເຈດຕະນາຮ້າຍ ຫຼື ເປັນການລອງໃຈ. ໃນທາງກົງກັນຂ້າມ ມັນເປັນໄປເພື່ອໃຫ້ເຈົ້າໄດ້ຮຽນຮູ້ບົດຮຽນ, ໄດ້ຮັບການສັ່ງສອນ ແລະ ໄດ້ຮັບຜົນປະໂຫຍດ ພ້ອມທັງເພື່ອເຮັດໃຫ້ເຈົ້າສົມບູນ. ຖ້າເຈົ້າສາມາດອ່ອນນ້ອມຕໍ່ການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າ, ປະຕິບັດຕໍ່ສິ່ງທີ່ເກີດຂຶ້ນກັບເຈົ້າຄືກັບເນື້ອຫາການສິດສອນທີ່ເປັນບວກ ພ້ອມທັງສະແຫວງຫາຄວາມຈິງ ແລະ ຮຽນຮູ້ບົດຮຽນທີ່ເຈົ້າຄວນຮຽນຮູ້, ແລ້ວຄວາມຈິງກໍຈະເຂົ້າສູ່ພາຍໃນເຈົ້າຢ່າງເປັນທຳມະຊາດ ແລະ ໂດຍບໍ່ຮູ້ຕົວ ພ້ອມທັງຄ່ອຍໆຊຶມຊັບເຂົ້າສູ່ຕົວເຈົ້າ ແລະ ກາຍເປັນຊີວິດຂອງເຈົ້າ. ສະນັ້ນ, ມັນຈຶ່ງເປັນເລື່ອງຜິດສຳລັບຄົນສ່ວນໃຫຍ່ທີ່ມີທັດສະນະຄະຕິທີ່ເມີນເສີຍ, ຫຼີກລ່ຽງ, ບໍ່ມີສ່ວນຮ່ວມ ແລະ ບໍ່ເອົາໃຈໃສ່ ພ້ອມທັງບໍ່ສະແດງມຸມມອງ ຫຼື ໂອ້ລົມ ເມື່ອພວກເຂົາປະເຊີນກັບເຫດການຕ່າງໆ, ສິ່ງນີ້ເປັນສິ່ງທີ່ບໍ່ສົມຄວນເຮັດ. ເປັນຫຍັງເຮົາຈຶ່ງເວົ້າວ່າມັນຜິດ ແລະ ບໍ່ສົນຄວນເຮັດ? ທັດສະນະຄະຕິນີ້ສະແດງໃຫ້ພຣະເຈົ້າເຫັນວ່າ ເຈົ້າບໍ່ສົນໃຈຄວາມລອດພົ້ນຂອງພຣະອົງ ຫຼື ເຈດຕະນາດີຂອງພຣະອົງ ແລະ ເຈົ້າບໍ່ສົນໃຈທີ່ຈະໃຫ້ພຣະເຈົ້າເຮັດໃຫ້ສົມບູນ ພ້ອມທັງບໍ່ໃສ່ໃຈໃນເລື່ອງນັ້ນ ແລະ ປະຕິເສດມັນ. ເມື່ອພຣະເຈົ້າເຫັນວ່ານີ້ຄືທັດສະນະຄະຕິຂອງເຈົ້າ, ພຣະອົງຍັງຈະຕ້ອງການຊ່ວຍເຈົ້າໃຫ້ລອດພົ້ນຢູ່ບໍ? ແລ້ວເຖິງແມ່ນວ່າພຣະເຈົ້າຕ້ອງການຊ່ວຍເຈົ້າໃຫ້ລອດພົ້ນກໍຕາມ, ພຣະອົງຈະຊ່ວຍເຈົ້າໃຫ້ລອດພົ້ນໄດ້ແນວໃດ ຖ້າເຈົ້າບໍ່ຮ່ວມມື? ດັ່ງຄຳເວົ້າທີ່ວ່າ “ໄມ້ແກ່ດັດຍາກ” ແລະ ຄຳເວົ້ານີ້ໝາຍເຖິງຄົນປະເພດນີ້ຢ່າງແນ່ນອນ.
ໃນແຜນການຄຸ້ມຄອງທັງໝົດຂອງພຣະເຈົ້າ ໂດຍສະເພາະໃນຂັ້ນຕອນສຸດທ້າຍນີ້ຂອງວຽກງານຂອງພຣະອົງ, ພຣະອົງໄດ້ສະແດງຄວາມຈິງອອກມາຢ່າງຫຼວງຫຼາຍ ແລະ ເຈົ້າກໍໄດ້ຍິນຄວາມຈິງເຫຼົ່ານັ້ນທັງໝົດແລ້ວ. ບໍ່ວ່າເຈົ້າຈະມີປະສົບການ ຫຼື ເຂົ້າໃຈຄວາມຈິງເຫຼົ່ານັ້ນຫຼາຍສໍ່າໃດກໍຕາມ, ຢ່າງໜ້ອຍທີ່ສຸດ ເຈົ້າກໍຮູ້ຈັກຄວາມຈິງເຫຼົ່ານັ້ນ ເພື່ອທີ່ພຣະເຈົ້າຈະບໍ່ເຮັດວຽກງານໃນການແຊກແຊງ ແລະ ການອຳນວຍຄວາມສະດວກໃດໜຶ່ງເພີ່ມອີກ. ພຣະເຈົ້າພຽງແຕ່ລໍຖ້າທັດສະນະຄະຕິຂອງເຈົ້າ ພ້ອມທັງການຮ່ວມມືຂອງເຈົ້າໃນທຸກສິ່ງທີ່ເກີດຂຶ້ນກັບເຈົ້າ. ພຣະອົງຕ້ອງການເຫັນທັດສະນະຄະຕິຂອງເຈົ້າ, ມຸມມອງຂອງເຈົ້າ, ການໄລ່ຕາມເສາະຫາຂອງເຈົ້າ ແລະ ເສັ້ນທາງທີ່ເຈົ້າເລືອກຍ່າງ. ຖ້າທຸກຄັ້ງທີ່ເຈົ້າຜະເຊີນກັບຜູ້ຄົນ, ເຫດການ ຫຼື ສິ່ງຕ່າງໆ, ພຣະເຈົ້າບັນທຶກວ່າເຈົ້າບໍ່ມີທັດສະນະຄະຕິ ແລະ ບໍ່ມີມຸມມອງ ແລະ ເຈົ້າບໍ່ມີຫຍັງຈະເວົ້າຢູ່ສະເໝີ, ຄັນຊັ້ນໃຫ້ບອກເຮົາມາເບິ່ງວ່າ ເຈົ້າບໍ່ແມ່ນຄົນໂງ່ບໍ? ຄົນແບບໃດທີ່ບໍ່ມີຫຍັງຈະເວົ້າຢູ່ສະເໝີ? ບໍ່ແມ່ນຄົນຫູໜວກ, ຄົນປາກກືກ, ຄົນປັນຍາອ່ອນ ຫຼື ຄົນໂງ່ຈ້າບໍ? ສິ່ງທີ່ພຣະເຈົ້າບັນທຶກກໍຄືເຈົ້າບໍ່ມີທັດສະນະຄະຕິ, ສະນັ້ນ ເມື່ອພຣະອົງໃຫ້ຄະແນນເຈົ້າໃນທີ່ສຸດ, ສູນຄະແນນກໍຄືຄະແນນທີ່ເຈົ້າຈະໄດ້ຮັບ. ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນກັບເຈົ້າ, ພຣະເຈົ້າຖາມວ່າ “ເຈົ້າເຕັມໃຈທີ່ຈະຈ່າຍລາຄາບໍ?” ແລະ ເຈົ້າກໍເວົ້າວ່າ “ຂ້ານ້ອຍເຕັມໃຈ!” ແລະ ພຣະອົງກໍຖາມວ່າ “ເຈົ້າມີຄວາມມຸ່ງໝັ້ນບໍ? ເຈົ້າໄດ້ສາບານໄວ້ແມ່ນບໍ?” ແລະ ເຈົ້າກໍຕອບວ່າ “ແມ່ນແລ້ວ!” ຖ້າເຈົ້າມີພຽງຄວາມມຸ່ງໝັ້ນນີ້ ແຕ່ເມື່ອຖືກຖາມວ່າເຈົ້າໄດ້ຮັບຫຍັງແດ່ຈາກການມີປະສົບການກັບສະພາບແວດລ້ອມນີ້, ເຈົ້າກໍບໍ່ມີຫຍັງຈະເວົ້າ ແລະ ເຈົ້າບໍ່ໄດ້ຮັບຫຍັງເລີຍຈາກທຸກສະພາບແວດລ້ອມທີ່ເຈົ້າໄດ້ມີປະສົບການ, ແລ້ວໃນທີ່ສຸດ, ເມື່ອພຣະເຈົ້າໃຫ້ຄະແນນເຈົ້າ, ມັນກໍຈະເປັນພຽງສອງຄະແນນເທົ່ານັ້ນ. ເປັນຫຍັງຈຶ່ງເປັນສອງຄະແນນ? ມັນເປັນຍ້ອນຄວາມມຸ່ງໝັ້ນພຽງໜ້ອຍດຽວຂອງເຈົ້ານັ້ນເອງທີ່ເຮັດໃຫ້ເຈົ້າໄດ້ຮັບສອງຄະແນນ. ຈົ່ງບອກເຮົາມາເບິ່ງ, ເຊັ່ນນັ້ນແລ້ວເຈົ້າຈະບໍ່ໝົດຫວັງແລ້ວບໍ? ເຈົ້າຍັງຈະມີຄວາມຫວັງໃນຄວາມລອດພົ້ນຢູ່ບໍ? ຄວາມຫວັງໃນຄວາມລອດພົ້ນແມ່ນໄດ້ຮັບຜ່ານການທີ່ເຈົ້າພະຍາຍາມເພື່ອມັນດ້ວຍຕົວເຈົ້າເອງ. ມັນເປັນໝາກຜົນທີ່ເຈົ້າໄດ້ຮັບເພື່ອແລກກັບການເລືອກຍ່າງໃນເສັ້ນທາງຂອງການໄລ່ຕາມເສາະຫາຄວາມຈິງ. ສະນັ້ນ, ບໍ່ວ່າຈະມີຫຍັງເກີດຂຶ້ນກັບເຈົ້າກໍຕາມ, ຢ່າຢ້ານກົວມັນ ຫຼື ຫຼີກລ່ຽງມັນ ແລະ ຢ່າເອົາມືກຸມຫົວຂອງເຈົ້າ ແລະ ຫົດຫົວເຂົ້າໄປໃນກະດອງຄືກັບເຕົ່າ. ໃນທາງກົງກັນຂ້າມ, ຈົ່ງປະເຊີນໜ້າກັບມັນຢ່າງເປັນບວກ ແລະ ຢ່າງຫ້າວຫັນ. ຖ້າເຈົ້າຢໍາເກງ ແລະ ຢ້ານກົວສິ່ງຕ່າງໆ ແລະ ບໍ່ກ້າທີ່ຈະໃຫ້ການປະເມີນກ່ຽວກັບສິ່ງໃດກໍຕາມ, ບໍ່ວ່າມັນຈະກ່ຽວຂ້ອງກັບໃຜກໍຕາມ, ຍ້ອນຢ້ານວ່າຈະຖືກເປີດໂປງ ແລະ ຖືກຄົນອື່ນເບິ່ງທະລຸ ຖ້າເຈົ້າເວົ້າບາງສິ່ງບາງຢ່າງຜິດ ແລະ ເຈົ້າກໍຢ້ານຢູ່ສະເໝີ ແລະ ບໍ່ເຄີຍມີສ່ວນຮ່ວມ, ນີ້ໝາຍຄວາມວ່າເຈົ້າກຳລັງສະລະໂອກາດຂອງເຈົ້າ! ເຈົ້າອາດຈະທຸ່ມເທພະລັງງານຢ່າງຫຼວງຫຼາຍໃນການປະຕິບັດໜ້າທີ່ຂອງເຈົ້າ ແຕ່ຄວາມຈິງກໍຄືເຈົ້າໄດ້ກຳນົດຈຸດຈົບຂອງເຈົ້າເອງມາດົນແລ້ວ. ໃນທີ່ສຸດ, ເຈົ້າຈະໄດ້ຮັບພຽງສອງຄະແນນເທົ່ານັ້ນ, ສະນັ້ນ ເຈົ້າບໍ່ແມ່ນຄົນໂງ່ຈ້າທີ່ໄດ້ພຽງສອງຄະແນນບໍ? ການໄດ້ຮັບສອງຄະແນນບໍ່ຄືກັນກັບການເປັນຄົນໂງ່ຈ້າທີ່ໄດ້ພຽງສອງຄະແນນບໍ? ເນື່ອງຈາກເຈົ້າຈະໄດ້ຮັບພຽງສອງຄະແນນເທົ່ານັ້ນ, ຄວາມເຊື່ອໃນພຣະເຈົ້າຂອງເຈົ້າໃນຊ່ວງຊີວິດນີ້ຈະບໍ່ເສຍຖິ້ມໄປລ້າໆບໍ? ນີ້ຄືຂັ້ນຕອນສຸດທ້າຍຂອງວຽກງານຂອງພຣະເຈົ້າ, ຖ້າຄວາມເຊື່ອຂອງເຈົ້າໄດ້ເສຍຖິ້ມໄປລ້າໆໃນຄັ້ງນີ້, ແລ້ວຈຸດຈົບຂອງເຈົ້າກໍຈະຖືກກຳນົດໄວ້. ພຣະເຈົ້າຈະບໍ່ເຮັດວຽກງານໃນການຊ່ວຍມະນຸດໃຫ້ລອດພົ້ນອີກຕໍ່ໄປ. ນີ້ຄືໂອກາດສຸດທ້າຍ. ຖ້າເຈົ້າຍັງບໍ່ພະຍາຍາມເພື່ອໂອກາດນັ້ນ ແລະ ເຈົ້າປ່ອຍໃຫ້ມັນຫຼຸດລອຍໄປ ແລະ ເຈົ້າບໍ່ສາມາດບັນລຸຄວາມລອດພົ້ນໄດ້, ນັ້ນກໍຈະເປັນເລື່ອງທີ່ໜ້າເສຍດາຍຫຼາຍ! ບໍ່ວ່າເຈົ້າຈະມີປະສົບການກັບວຽກງານຂອງພຣະເຈົ້າມາຈັກປີກໍຕາມ, ຢ່າງໜ້ອຍທີ່ສຸດ ເຈົ້າກໍຕ້ອງໄດ້ຄະແນນທີ່ຜ່ານເກນ, ແລ້ວຈຶ່ງຈະຍັງມີຄວາມຫວັງທີ່ເຈົ້າຈະຢູ່ລອດໄດ້. ຖ້າການອອກເຫື່ອແຮງຂອງເຈົ້າຍັງບໍ່ໄດ້ມາດຕະຖານ ແລະ ເຈົ້າຍັງກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຫຼາຍຢ່າງ, ເຈົ້າກໍຈະບໍ່ໄດ້ຮັບໝາກຜົນໃດໆເລີຍ ແລະ ຄວາມຫວັງໃນການບັນລຸຄວາມລອດພົ້ນຂອງເຈົ້າກໍຈະກາຍເປັນສູນ. ໃນທຸກສະພາບແວດລ້ອມທີ່ພຣະເຈົ້າຊົງຈັດໄວ້, ຈົ່ງຢ່າເປັນຜູ້ສັງເກດການ; ຈົ່ງເປັນຜູ້ທີ່ມີສ່ວນຮ່ວມ, ຈົ່ງເປັນສ່ວນໜຶ່ງຂອງສະພາບແວດລ້ອມນັ້ນ. ແຕ່ມີຫຼັກການໜຶ່ງທີ່ເຈົ້າຕ້ອງຍຶດໝັ້ນເປັນຢ່າງໜ້ອຍທີ່ສຸດ: ຢ່າກໍ່ໃຫ້ເກີດການລົບກວນ. ເຈົ້າສາມາດມີສ່ວນຮ່ວມ ແລະ ສະແດງຄວາມຄິດເຫັນ ພ້ອມທັງການປະເມີນຂອງເຈົ້າເອງ ແລະ ເຖິງແມ່ນວ່າເຈົ້າຈະເວົ້າຄືກັບຄົນທີ່ບໍ່ມີຄວາມຮູ້ທີ່ເລິກເຊີ່ງ ແລະ ພຽງແຕ່ເວົ້າຄຳເວົ້າ ແລະ ຫຼັກຄຳສອນກໍຕາມ, ມັນກໍບໍ່ສຳຄັນ. ເຖິງຢ່າງໃດກໍຕາມ, ເຈົ້າຕ້ອງມີສ່ວນຮ່ວມໃນທຸກເລື່ອງດ້ວຍຫຼັກການ ແລະ ເຈດຕະນາໃນການສະແຫວງຫາຄວາມຈິງ, ການປະຕິບັດຄວາມຈິງ ແລະ ການອ່ອນນ້ອມຕໍ່ຄວາມຈິງ. ມີພຽງວິທີນີ້ເທົ່ານັ້ນຈຶ່ງຈະມີຄວາມຫວັງໃນຄວາມລອດພົ້ນຂອງເຈົ້າ. ຄວາມຫວັງໃນຄວາມລອດພົ້ນຖືກສ້າງຂຶ້ນໂດຍອີງໃສ່ພື້ນຖານຫຍັງ? ມັນຖືກສ້າງຂຶ້ນໂດຍອີງໃສ່ພື້ນຖານຂອງການທີ່ເຈົ້າມີຄວາມສາມາດໃນການ ພະຍາຍາມກ້າວໄປສູ່ຄວາມຈິງ, ໄຕ່ຕອງກ່ຽວກັບຄວາມຈິງ ແລະ ທຸ່ມເທຄວາມພະຍາຍາມໃນຄວາມຈິງ ເມື່ອແຕ່ລະເລື່ອງເກີດຂຶ້ນ. ມີພຽງແຕ່ບົນພື້ນຖານນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດເຂົ້າໃຈຄວາມຈິງ, ປະຕິບັດຄວາມຈິງ ແລະ ບັນລຸຄວາມລອດພົ້ນໄດ້. ເຖິງຢ່າງໃດກໍຕາມ, ຖ້າເຈົ້າເປັນພຽງຜູ້ສັງເກດການຢູ່ສະເໝີເມື່ອມີເລື່ອງຕ່າງໆເກີດຂຶ້ນ, ໂດຍບໍ່ໄດ້ໃຫ້ການປະເມີນ ຫຼື ການກຳນົດລັກສະນະໃດໆ ແລະ ບໍ່ສະແດງຄວາມຄິດເຫັນສ່ວນຕົວໃດໆ ແລະ ເຈົ້າບໍ່ມີມຸມມອງຕໍ່ສິ່ງໃດເລີຍ ຫຼື ເຖິງແມ່ນວ່າເຈົ້າຈະມີມຸມມອງ, ເຈົ້າກໍບໍ່ໄດ້ສະແດງມຸມມອງເຫຼົ່ານັ້ນອອກມາ ແລະ ເຈົ້າບໍ່ຮູ້ວ່າມຸມມອງເຫຼົ່ານັ້ນຖືກ ຫຼື ຜິດ ແຕ່ພຽງເກັບໄວ້ໃນໃຈຂອງເຈົ້າຢ່າງແໜ້ນໜາ ແລະ ຄິດກ່ຽວກັບມຸມມອງເຫຼົ້ານັ້ນ, ແລ້ວໃນທີ່ສຸດ ເຈົ້າກໍຈະບໍ່ໄດ້ຮັບຄວາມຈິງ. ລອງຄິດເບິ່ງວ່າ ສິ່ງນີ້ກໍຄືກັບການອຶດຫິວໃນຂະນະທີ່ກຳລັງນັ່ງຢູ່ໃນງານລ້ຽງທີ່ຍິ່ງໃຫຍ່. ເຈົ້າບໍ່ໜ້າສົງສານບໍ? ໃນວຽກງານຂອງພຣະເຈົ້າ, ຖ້າເຈົ້າເຊື່ອມາເປັນເວລາສິບປີ ແລະ ເປັນພຽງຜູ້ສັງເກດການມາຕະຫຼອດເວລານັ້ນ ຫຼື ເຈົ້າເຊື່ອມາເປັນເວລາ 20 ຫຼື 30 ປີ ແລະ ເປັນພຽງຜູ້ສັງເກດການມາຕະຫຼອດເວລານັ້ນ, ແລ້ວໃນທີ່ສຸດ, ເມື່ອເຖິງເວລາທີ່ຈະກຳນົດຈຸດຈົບຂອງເຈົ້າ, ຄະແນນທີ່ພຣະເຈົ້າກຳນົດໃຫ້ກັບບັນທຶກຂອງເຈົ້າກໍຈະເປັນສອງຄະແນນ, ດັ່ງນັ້ນ ເຈົ້າກໍຈະເປັນຄົນໂງ່ຈ້າທີ່ໄດ້ພຽງສອງຄະແນນ ແລະ ໂອກາດຂອງເຈົ້າທີ່ຈະໄດ້ຮັບຄວາມຈິງ ພ້ອມທັງຄວາມຫວັງຂອງເຈົ້າທີ່ຈະໄດ້ຮັບຄວາມລອດພົ້ນກໍຈະຖືກທຳລາຍຢ່າງສິ້ນເຊີງໂດຍຕົວເຈົ້າເອງ. ໃນທ້າຍທີ່ສຸດ, ເຈົ້າຈະຖືກຈັດຢູ່ໃນປະເພດຄົນໂງ່ຈ້າທີ່ໄດ້ພຽງສອງຄະແນນ ແລະ ມັນກໍສົມຄວນແລ້ວສຳລັບເຈົ້າ, ບໍ່ແມ່ນບໍ? (ແມ່ນແລ້ວ). ເຄັດລັບທີ່ຈະບໍ່ເຮັດໃຫ້ເປັນຄົນໂງ່ຈ້າທີ່ໄດ້ພຽງສອງຄະແນນແມ່ນຫຍັງ? (ເຄັດລັບກໍຄືການບໍ່ເປັນຜູ້ສັງເກດການ). ຢ່າເປັນຜູ້ສັງເກດການ. ເຈົ້າເຊື່ອໃນພຣະເຈົ້າ, ສະນັ້ນ ເຈົ້າຕ້ອງມີປະສົບການກັບວຽກງານຂອງພຣະເຈົ້າ ເພື່ອທີ່ຈະໄດ້ຮັບຄວາມຈິງ. ບາງຄົນອາດຈະຖາມວ່າ “ແລ້ວພຣະອົງກຳລັງຂໍໃຫ້ຂ້ານ້ອຍມີສ່ວນຮ່ວມໃນທຸກສິ່ງບໍ? ແຕ່ຜູ້ຄົນກໍເວົ້າວ່າ ‘ຢ່າສະແດງຄວາມຄິດເຫັນໃນສິ່ງທີ່ບໍ່ໄດ້ກ່ຽວຂ້ອງກັບເຈົ້າ’”. ການຂໍໃຫ້ເຈົ້າມີສ່ວນຮ່ວມໝາຍເຖິງການຂໍໃຫ້ເຈົ້າສະແຫວງຫາຄວາມຈິງ ແລະ ຮຽນຮູ້ບົດຮຽນຈາກສິ່ງທີ່ເຈົ້າພົບພໍ້. ຍົກຕົວຢ່າງເຊັ່ນ: ເມື່ອເຈົ້າພົບພໍ້ກັບຄົນປະເພດໃດໜຶ່ງ, ເຈົ້າຕ້ອງໄດ້ຮັບການແຍກແຍະຜ່ານການສະແດງອອກຂອງພວກເຂົາ ແລະ ສິ່ງທີ່ພວກເຂົາເຮັດ. ຖ້າພວກເຂົາລະເມີດຄວາມຈິງ, ເຈົ້າຕ້ອງແຍກແຍະວ່າສິ່ງໃດແດ່ທີ່ພວກເຂົາໄດ້ເຮັດແລ້ວມັນລະເມີດຄວາມຈິງ. ຖ້າຄົນອື່ນເວົ້າວ່າຄົນຜູ້ນີ້ເປັນຄົນຊົ່ວຮ້າຍ, ເຈົ້າຕ້ອງແຍກແຍະວ່າສິ່ງທີ່ພວກເຂົາເວົ້າ ແລະ ເຮັດແມ່ນຫຍັງ ແລະ ພວກເຂົາມີການສະແດງອອກເຖິງການເຮັດຄວາມຊົ່ວຮ້າຍຫຍັງແດ່ ຈຶ່ງຖືກກຳນົດລັກສະນະວ່າເປັນຄົນຊົ່ວຮ້າຍ. ຖ້າຄົນອື່ນເວົ້າວ່າຄົນຜູ້ນີ້ບໍ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ຊ່ວຍຄົນນອກໂດຍທີ່ເຮືອນຂອງພຣະເຈົ້າໄດ້ຮັບຄວາມເສຍຫາຍ, ເຈົ້າກໍຄວນສອບຖາມວ່າຄົນຜູ້ນີ້ກຳລັງເຮັດຫຍັງຢູ່. ແລ້ວຫຼັງຈາກທີ່ສອບຖາມແລ້ວ, ການຮູ້ສິ່ງເຫຼົ່ານີ້ຢ່າງດຽວກໍຍັງບໍ່ພຽງພໍ. ເຈົ້າຍັງຕ້ອງໄຕ່ຕອງວ່າ: “ຂ້ອຍສາມາດເຮັດສິ່ງດັ່ງກ່າວໄດ້ບໍ? ຖ້າບໍ່ມີໃຜເຕືອນຂ້ອຍ, ຂ້ອຍກໍອາດຈະເຮັດສິ່ງດຽວກັນນີ້ຄືກັນ ແລະ ຂ້ອຍຈະບໍ່ມີຈຸດຈົບດຽວກັນກັບຄົນຜູ້ນັ້ນບໍ? ສິ່ງນີ້ຈະບໍ່ເປັນອັນຕະລາຍບໍ? ໂຊກດີທີ່ພຣະເຈົ້າຊົງຈັດສະພາບແວດລ້ອມນີ້ໄວ້ເພື່ອເປັນການເຕືອນຂ້ອຍລ່ວງໜ້າ ເຊິ່ງເປັນການປົກປ້ອງທີ່ຍິ່ງໃຫຍ່ທີ່ສຸດສຳລັບຂ້ອຍ!” ຫຼັງຈາກທີ່ໄຕ່ຕອງກ່ຽວກັບມັນແລ້ວ, ເຈົ້າກໍຮັບຮູ້ສິ່ງໜຶ່ງໄດ້: ເຈົ້າບໍ່ສາມາດຍ່າງຕາມເສັ້ນທາງທີ່ຄົນປະເພດນັ້ນກຳລັງຍ່າງຢູ່ໄດ້, ເຈົ້າບໍ່ສາມາດເປັນຄົນປະເພດນັ້ນໄດ້ ແລະ ເຈົ້າຕ້ອງຕັກເຕືອນຕົນເອງ. ບໍ່ວ່າເຈົ້າຈະພົບພໍ້ກັບສິ່ງໃດກໍຕາມ, ເຈົ້າຕ້ອງຮຽນຮູ້ບົດຮຽນຈາກສິ່ງເຫຼົ່ານັ້ນ. ຖ້າມີບາງສິ່ງທີ່ເຈົ້າບໍ່ເຂົ້າໃຈຢ່າງຄົບຖ້ວນ ແລະ ເຈົ້າຮູ້ສຶກໃນຫົວໃຈຂອງເຈົ້າວ່າສິ່ງເຫຼົ່ານັ້ນແປກປະຫຼາດ, ເຈົ້າກໍຄວນຖາມຄຳຖາມກ່ຽວກັບສິ່ງເຫຼົ່ານັ້ນ ແລະ ຄົ້ນຫາຄວາມຈິງກ່ຽວກັບພວກມັນ ພ້ອມທັງກວດສອບສະພາວະທີ່ແທ້ຈິງຂອງເລື່ອງລາວໂດຍການສະແຫວງຫາຄວາມຈິງ. ນີ້ບໍ່ແມ່ນຄວາມຢາກຮູ້ຢາກເຫັນ; ມັນຄືການເອົາຈິງເອົາຈັງ. ການເອົາຈິງເອົາຈັງບໍ່ໄດ້ໝາຍເຖິງການເຮັດພໍເປັນພິທີ ຫຼື ການເຮັດຕາມກະແສ. ມັນຄືທັດສະນະຄະຕິຂອງການມີຄວາມຮັບຜິດຊອບ. ເມື່ອໄດ້ຮັບຄວາມຊັດເຈນກ່ຽວກັບບັນຫາຕ່າງໆ ແລະ ຈາກນັ້ນກໍສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາເຫຼົ່ານັ້ນ, ມີພຽງແຕ່ວິທີນີ້ເທົ່ານັ້ນ, ເມື່ອຜະເຊີນກັບສະຖານະການປະເພດດຽວກັນໃນອະນາຄົດ, ເຈົ້າຈຶ່ງຈະມີເສັ້ນທາງຂອງການປະຕິບັດ, ສາມາດປະຕິບັດໄດ້ຢ່າງຖືກຕ້ອງ ແລະ ມີຄວາມຮູ້ສຶກສະຫງົບສຸກ ແລະ ສະບາຍໃຈ. ເຈົ້າກຳລັງເອົາຈິງເອົາຈັງ ໂດຍອີງໃສ່ຫຼັກການຂອງການພະຍາຍາມເຂົ້າໃຈສະພາວະທີ່ແທ້ຈິງຂອງຂໍ້ເທັດຈິງ ແລະ ໄດ້ຮັບຄວາມຈິງຈາກສິ່ງເຫຼົ່ານັ້ນ ພ້ອມທັງຮຽນຮູ້ວິທີການເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ແທນທີ່ຈະເຮັດຕາມຄົນອື່ນ ແລະ ປ່ອຍໃຫ້ເປັນໄປຕາມກະແສໃນທຸກເລື່ອງ. ມີພຽງແຕ່ການເອົາຈິງເອົາຈັງໃນການກະທຳຂອງເຈົ້າເທົ່ານັ້ນ ເຈົ້າຈຶ່ງຈະສາມາດປະຕິບັດຄວາມຈິງ ແລະ ກະທຳໂດຍອີງໃສ່ຫຼັກການໄດ້. ຜູ້ທີ່ບໍ່ເອົາຈິງເອົາຈັງມັກຈະເຮັດຕາມຄົນອື່ນ ແລະ ປ່ອຍໃຫ້ເປັນໄປຕາມກະແສ ແລະ ດ້ວຍວິທີນີ້, ພວກເຂົາກໍມີແນວໂນ້ມທີ່ຈະລະເມີດຫຼັກການຄວາມຈິງ. ຍົກຕົວຢ່າງເຊັ່ນ: ມີຄົນໜຶ່ງທີ່ປະຕິບັດໜ້າທີ່ຂອງພວກເຂົາແບບເຮັດພໍແລ້ວມືແລ້ວຕີນຢູ່ສະເໝີ, ດັ່ງນັ້ນ ຈຶ່ງຖືກຕັດສິດຈາກການປະຕິບັດໜ້າທີ່ຂອງພວກເຂົາ. ເຈົ້າເວົ້າວ່າ “ຈາກພາຍນອກແລ້ວ ພວກເຂົາກໍເບິ່ງຄືວ່າປົກກະຕິ. ເປັນຫຍັງຂ້ອຍຈຶ່ງບໍ່ສັງເກດເຫັນວ່າພວກເຂົາກຳລັງເຮັດພໍແລ້ວມືແລ້ວຕີນ? ຂ້ອຍຖືກພວກເຂົາເຮັດໃຫ້ຫຼົງຜິດບໍ? ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພໍເປັນພິທີໃນດ້ານໃດແດ່? ສິ່ງໃດແດ່ທີ່ພວກເຂົາເຮັດພໍແລ້ວມືແລ້ວຕີນ?” ເມື່ອມີຄົນອື່ນບອກເຈົ້າກ່ຽວກັບວິທີບາງຢ່າງທີ່ຄົນຜູ້ນັ້ນໄດ້ປະພຶດແບບເຮັດພໍແລ້ວມືແລ້ວຕີນ, ເຈົ້າກໍເວົ້າວ່າ “ຄົນຜູ້ນັ້ນທຳທ່າໄດ້ເກັ່ງແທ້ໆ! ຈາກພາຍນອກແລ້ວ ພວກເຂົາກໍເບິ່ງຄືວ່າປົກກະຕິ ແລະ ພວກເຂົາກໍເວົ້າໃນສິ່ງທີ່ມ່ວນຫູຫຼາຍ. ພວກເຂົາເວົ້າວ່າ ‘ພຣະເຈົ້າໄດ້ປະທານພຣະຄຸນໃຫ້ພວກເຮົາຢ່າງຫຼວງຫຼາຍ. ພວກເຮົາຈະເປັນຄົນທີ່ບໍ່ມີຄວາມສໍານຶກບໍ່ໄດ້, ພວກເຮົາຕ້ອງປະຕິບັດໜ້າທີ່ຂອງພວກເຮົາຢ່າງເໝາະສົມ!’ ເມື່ອຂ້ອຍໄດ້ຍິນພວກເຂົາເວົ້າແບບນັ້ນ, ຂ້ອຍກໍຄິດວ່າພວກເຂົາກຳລັງປະຕິບັດໜ້າທີ່ຂອງພວກເຂົາດ້ວຍຄວາມຈົງຮັກພັກດີ; ຂ້ອຍບໍ່ເຄີຍຈິນຕະນາການເລີຍວ່າພວກເຂົາຈະເຮັດພໍແລ້ວມືແລ້ວຕີນຂະໜາດນີ້! ຂ້ອຍບໍ່ໄດ້ຖືກເຮັດໃຫ້ຫຼົງຜິດບໍ? ຂ້ອຍຂາດການແຍກແຍະຜູ້ຄົນ, ຂ້ອຍບໍ່ໄດ້ເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ຫຼື ປະຕິບັດຕໍ່ຜູ້ຄົນໂດຍອີງໃສ່ຫຼັກການຄວາມຈິງ. ຂ້ອຍພຽງແຕ່ຕັດສິນຈາກການທີ່ຄົນຜູ້ນັ້ນເວົ້າໄດ້ດີສໍ່າໃດ ໂດຍບໍ່ໄດ້ເບິ່ງຜົນຮັບທີ່ພວກເຂົາໄດ້ຮັບໃນໜ້າທີ່ຂອງພວກເຂົາ ຫຼື ພຶດຕິກຳ ແລະ ການສະແດງອອກທີ່ສະເພາະເຈາະຈົງຂອງພວກເຂົາ ຫຼື ແກ່ນແທ້ຂອງພວກເຂົາ ເຊິ່ງໃນເລື່ອງນີ້ ຂ້ອຍໄດ້ເຮັດຜິດພາດໄປແລ້ວ. ປາກົດວ່າ ຄົນທີ່ເບິ່ງພາຍນອກຄືວ່າດີອາດຈະບໍ່ແມ່ນຄົນທີ່ດີແທ້ໆສະເໝີໄປ ແລະ ເຖິງແມ່ນວ່າພວກເຂົາຈະເວົ້າສິ່ງທີ່ຟັງມ່ວນຫູ, ພວກເຂົາກໍອາດຈະບໍ່ເຮັດໃນສິ່ງທີ່ພວກເຂົາເວົ້າແທ້ໆ ແລະ ພວກເຂົາກໍອາດຈະບໍ່ແມ່ນຄົນທີ່ມີຄວາມສໍານຶກ ແລະ ຄວາມເປັນມະນຸດສະເໝີໄປ. ນັບແຕ່ນີ້ໄປ, ຂ້ອຍຕ້ອງເບິ່ງຜູ້ຄົນໂດຍອີງໃສ່ພຣະທຳຂອງພຣະເຈົ້າ ແລະ ຮຽນຮູ້ທີ່ຈະແຍກແຍະຜູ້ຄົນ. ຂ້ອຍຈະຖືກຫຼອກລວງອີກບໍ່ໄດ້!” ເຈົ້າເຫັນບໍ, ບໍ່ວ່າມີຫຍັງເກີດຂຶ້ນກໍຕາມ, ຕາບໃດທີ່ເຈົ້າເອົາຈິງເອົາຈັງໃນລະດັບໜຶ່ງ ແລະ ເຈົ້າສະແຫວງຫາຄວາມຈິງ ແລະ ຈາກນັ້ນກໍຫາຂໍ້ສະຫຼຸບ, ເຈົ້າກໍຈະໄດ້ຮັບບາງສິ່ງ. ຖ້າເຈົ້າໄດ້ຮັບຜົນຕອບແທນເຫຼົ່ານີ້, ມັນບໍ່ແມ່ນສິ່ງທີ່ດີບໍ? (ແມ່ນແລ້ວ). ເຈົ້າຈະໄດ້ຮຽນຮູ້ບາງສິ່ງ ແລະ ໄດ້ຮັບຜົນປະໂຫຍດບາງຢ່າງໃນເລື່ອງການແຍກແຍະຜູ້ຄົນ. ນີ້ຄືສິ່ງທີ່ເຈົ້າໄດ້ຮັບຈາກການເອົາຈິງເອົາຈັງ ແລະ ທຸ່ມເທຄວາມພະຍາຍາມກ່ຽວກັບຄວາມຈິງ. ສົມມຸດວ່າເຈົ້າບໍ່ໄດ້ເອົາຈິງເອົາຈັງໃນລັກສະນະນີ້. ເມື່ອເຈົ້າໄດ້ຍິນວ່າມີຄົນຖືກໄລ່ອອກຍ້ອນວ່າພວກເຂົາເຮັດພໍແລ້ວມືແລ້ວຕີນໃນການປະຕິບັດໜ້າທີ່ຂອງພວກເຂົາຢູ່ສະເໝີ, ເຈົ້າບໍ່ໄດ້ຖາມວ່າ “ເປັນຫຍັງພວກເຂົາຈຶ່ງເຮັດພໍແລ້ວມືແລ້ວຕີນ? ເປັນຫຍັງພວກເຂົາຈຶ່ງຖືກໄລ່ອອກ?” ແຕ່ເຈົ້າພັດຄິດໃນໃຈວ່າ “ການເຮັດພໍແລ້ວມືແລ້ວຕີນມັນເປັນເລື່ອງໃຫຍ່ແນວໃດ? ໃນກໍລະນີໃດກໍຕາມ, ຂ້ອຍກໍບໍ່ໄດ້ຖືກໄລ່ອອກ, ສະນັ້ນ ທຸກຢ່າງກໍຍັງປົກກະຕິດີ”. ໃນກໍລະນີນັ້ນ, ເຈົ້າຈະໄດ້ຮັບຄຳເຕືອນເລັກນ້ອຍ, ໄດ້ຮຽນຮູ້ບົດຮຽນເລັກນ້ອຍ ຫຼື ໄດ້ພັດທະນາການແຍກແຍະເລັກນ້ອຍຈາກເລື່ອງນີ້ບໍ? ບໍ່. ເປັນຫຍັງເຈົ້າຈຶ່ງຈະບໍ່ໄດ້ຮັບ? ເພາະວ່າເຈົ້າບໍ່ສົນໃຈ ຫຼື ບໍ່ຈິງຈັງກັບສິ່ງດັ່ງກ່າວ ແລະ ເຈົ້າບໍ່ມີພາລະໃດເລີຍສຳລັບການເຂົ້າສູ່ຊີວິດຂອງເຈົ້າເອງ ຫຼື ການໄລ່ຕາມເສາະຫາຄວາມຈິງ ແລະ ເຈົ້າບໍ່ສົນໃຈ ແລະ ບໍ່ມີສ່ວນຮ່ວມໃນການໂອ້ລົມຂອງຄົນອື່ນກ່ຽວກັບເລື່ອງການໄລ່ຕາມເສາະຫາຄວາມຈິງ ແລະ ການເຂົ້າສູ່ຊີວິດ ແລະ ຢ່າງຫຼາຍທີ່ສຸດ, ເຈົ້າກໍພຽງແຕ່ກ່າວຄຳເວົ້າທີ່ເຫັນດີນຳແບບເຮັດພໍແລ້ວມືແລ້ວຕີນ ແລະ ກໍຈົບພຽງເທົ່ານັ້ນ. ມີຄົນປະເພດນີ້ຫຼາຍບໍ? ເມື່ອມີສິ່ງຕ່າງໆເກີດຂຶ້ນກັບພວກເຂົາ, ພວກເຂົາມັກຈະເຮັດພໍແລ້ວມືແລ້ວຕີນ ແລະ ເຮັດພໍເປັນພິທີ ແລະ ບໍ່ໄດ້ແບກຮັບພາລະໃດເລີຍສຳລັບການເຂົ້າສູ່ຊີວິດຂອງພວກເຂົາເອງ ຫຼື ການໄລ່ຕາມເສາະຫາຄວາມຈິງ. ນອກເໜືອຈາກການມັກນິນທາເລັກນ້ອຍເມື່ອມີປະຕິສຳພັນກັບຄົນອື່ນແລ້ວ, ພວກເຂົາກໍບໍ່ມີຄວາມສົນໃຈໃດເລີຍໃນສິ່ງຕ່າງໆ ເຊັ່ນ: ສິ່ງທີ່ກ່ຽວຂ້ອງກັບການເຂົ້າສູ່ຊີວິດ ຫຼື ບົດຮຽນທີ່ຜູ້ຄົນຄວນຮຽນຮູ້ໃນສະພາບແວດລ້ອມທີ່ພຣະເຈົ້າຊົງຈັດໄວ້. ຫຼັງຈາກທີ່ພວກເຂົາເຮັດວຽກງານເລັກນ້ອຍທີ່ຢູ່ໃນມືສຳເລັດແລ້ວ, ພວກເຂົາກໍນັ່ງເໝີ່ຢູ່ບ່ອນນັ້ນ, ພຽງແຕ່ຢາກນອນ ຫຼື ຢາກພັກຜ່ອນຈັກໜ່ອຍ ແລະ ພວກເຂົາກໍບໍ່ໄດ້ມີພາລະໃດເລີຍສຳລັບການເຂົ້າສູ່ຊີວິດຂອງພວກເຂົາເອງ. ນອກເໜືອຈາກຄວາມມຸ່ງໝັ້ນພຽງເລັກນ້ອຍ ແລະ ຄວາມປາຖະໜາສອງສາມຢ່າງທີ່ພວກເຂົາມີແລ້ວ, ໃນທີ່ສຸດ ຄົນເຫຼົ່ານີ້ກໍຈະບໍ່ໄດ້ຮັບຄວາມຈິງໃດເລີຍ ແລະ ໃນທີ່ສຸດ, ຄະແນນລວມຂອງພວກເຂົາກໍສາມາດເປັນໄດ້ພຽງສອງຄະແນນເທົ່ານັ້ນ, ພວກເຂົາຈະບໍ່ສາມາດກຳຈັດຄວາມໂງ່ຈ້າທີ່ໄດ້ພຽງສອງຄະແນນຂອງພວກເຂົາ, ດັ່ງນັ້ນ ໃນຊ່ວງຊີວິດນີ້ ພວກເຂົາກໍຈະໝົດອະນາຄົດ. ຖ້າເຈົ້າໝົດອະນາຄົດໃນຄັ້ງນີ້, ແລ້ວເຈົ້າກໍຈະໝົດອະນາຄົດຢ່າງແທ້ຈິງ ແລະ ຈະບໍ່ມີຄວາມຫວັງທີ່ເຈົ້າຈະໄດ້ຮັບຄວາມລອດພົ້ນ, ເພາະວ່າຈຸດຈົບຂອງເຈົ້າຈະຖືກກຳນົດໄວ້ແລ້ວ. ຄະແນນທີ່ສິ່ງທີ່ຖືກສ້າງໄດ້ຮັບໃນທີ່ສຸດແມ່ນກ່ຽວຂ້ອງໂດຍກົງກັບຈຸດຈົບຂອງພວກເຂົາ. ຖ້າເຈົ້າໄດ້ຮັບຄະແນນທີ່ຜ່ານເກນ, ແລ້ວຈຸດຈົບຂອງເຈົ້າກໍຄືເຈົ້າຈະໄດ້ຮັບຄວາມລອດພົ້ນ. ຖ້າເຈົ້າບໍ່ໄດ້ຮັບຄະແນນທີ່ຜ່ານເກນ, ແລ້ວເຈົ້າກໍຈະບໍ່ມີຈຸດຈົບທີ່ດີ. ນີ້ຄືຊ່ວງເວລາທີ່ຈຸດຈົບຂອງຜູ້ຄົນໄດ້ຖືກກຳນົດໃນທີ່ສຸດ ແລະ ຫຼັງຈາກຈຸດຈົບຖືກກຳນົດແລ້ວ, ມັນກໍຈະເປັນແບບຖາວອນ ແລະ ຈະບໍ່ປ່ຽນແປງ. ຈະບໍ່ມີໂອກາດອີກຄັ້ງໃຫ້ພະຍາຍາມເພື່ອທີ່ຈະໄດ້ຈຸດຈົບທີ່ດີ ແລະ ບໍ່ມີໂອກາດທີ່ຈະປ່ຽນແປງມັນ, ຊະຕາກຳຂອງເຈົ້າຈະຖືກກຳນົດໄວ້ຢ່າງເດັດຂາດໃນຄັ້ງດຽວ. ເຈົ້າເຂົ້າໃຈແລ້ວບໍ? ສິ່ງນີ້ມີຈຸດປະສົງເພື່ອເຮັດໃຫ້ເຈົ້າຢ້ານກົວບໍ? (ບໍ່). ລອງຄິດເບິ່ງ, ພຣະເຈົ້າກຳລັງເຮັດວຽກງານແຫ່ງການຄຸ້ມຄອງ ແລະ ການຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ພຣະອົງກຳລັງສະໜອງຄວາມຈິງຕ່າງໆທີ່ຜູ້ຄົນຄວນມີໃຫ້ແກ່ພວກເຂົາ, ພຣະເຈົ້າສາມາດເຮັດວຽກງານປະເພດນີ້ໄດ້ຈັກຄັ້ງ? (ພຽງແຕ່ຄັ້ງນີ້ຄັ້ງດຽວເທົ່ານັ້ນ). ມັນບໍ່ເຄີຍຖືກເຮັດມາກ່ອນ ແລະ ຈະບໍ່ຖືກເຮັດອີກຄັ້ງ. ນີ້ຄືຄັ້ງດຽວເທົ່ານັ້ນ ແລະ ຫຼັງຈາກທີ່ມັນສຳເລັດແລ້ວ, ວຽກງານອັນຍິ່ງໃຫຍ່ຂອງພຣະເຈົ້າກໍຈະສຳເລັດຢ່າງສົມບູນ. “ສຳເລັດຢ່າງສົມບູນ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພຣະອົງຈະບໍ່ເຮັດມັນອີກ ແລະ ບໍ່ມີແຜນທີ່ຈະເຮັດມັນອີກ. ສະນັ້ນ, ບໍ່ວ່າຈຸດຈົບສຸດທ້າຍຂອງຜູ້ຄົນໃນຄັ້ງນີ້ຈະເປັນແນວໃດກໍຕາມ, ຈຸດຈົບເຫຼົ່ານັ້ນກໍຈະຖືກກຳນົດໄວ້ ແລະ ຈະບໍ່ປ່ຽນແປງ. ພຣະເຈົ້າຈະບໍ່ໃຫ້ໂອກາດຜູ້ຄົນໃນການປະຕິບັດອີກຄັ້ງ ຫຼື ໃນການດຳລົງຊີວິດຂອງພວກເຂົາອີກຄັ້ງ. ເວລາທີ່ຜ່ານໄປແລ້ວຈະບໍ່ມີວັນຫວນກັບຄືນມາ ແລະ ຈະບໍ່ມີການປ່ຽນແປງ. ສະນັ້ນ ຖ້າເຈົ້າບໍ່ຄວ້າເອົາໂອກາດນີ້ໄວ້, ເຈົ້າກໍຈະສູນເສຍໂອກາດທີ່ຈະໄດ້ຮັບຄວາມລອດພົ້ນ. ຖ້າເຈົ້າເມີນເສີຍຕໍ່ສະພາບແວດລ້ອມຕ່າງໆ ແລະ ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ພຣະເຈົ້າຊົງຈັດໄວ້, ເສີຍຊາ ແລະ ບໍ່ຕື່ນຕົວເມື່ອເວົ້າເຖິງສິ່ງເຫຼົ່ານັ້ນ ແລະ ປ່ອຍປະລະເລີຍພວກມັນ, ແລ້ວເຈົ້າກໍເປັນຄົນໂງ່ຈ້າທີ່ໄດ້ພຽງສອງຄະແນນ. ແມ່ນແຕ່ເຈົ້າເອງກໍຍັງບໍ່ຈິງຈັງກັບຈຸດຈົບ ແລະ ຈຸດໝາຍປາຍທາງຂອງເຈົ້າເອງ, ແລ້ວໃຜຈະມາໃສ່ໃຈເຈົ້າ? ເຈົ້າຖືກບອກເລື່ອງນີ້ມາຫຼາຍຄັ້ງແລ້ວ ແຕ່ເຈົ້າກໍບໍ່ຈິງຈັງກັບມັນ, ແລ້ວເຈົ້າຈະເປັນຫຍັງ ຖ້າບໍ່ແມ່ນຄົນໂງ່ຈ້າທີ່ໄດ້ພຽງສອງຄະແນນ? ບໍ່ມີສິ່ງໃດສຳຄັນເທົ່າກັບເລື່ອງການໄດ້ຮັບຄວາມລອດພົ້ນ. ມັນບໍ່ແມ່ນແນວນັ້ນບໍ? (ແມ່ນແລ້ວ). ແນ່ນອນວ່າ ດັ່ງທີ່ເຮົາຫາກໍເວົ້າໄປ, ຈຸດຈົບສຸດທ້າຍຂອງຄົນຜູ້ໜຶ່ງແມ່ນຖືກກຳນົດໂດຍການສະແດງອອກໂດຍລວມຂອງພວກເຂົາໃນສະພາບແວດລ້ອມຕ່າງໆທີ່ພຣະເຈົ້າຊົງມີອຳນາດສູງສຸດເໜືອ, ສະນັ້ນ ຜູ້ຄົນຄວນເອົາໃຈໃສ່ກັບການສະແດງອອກໂດຍລວມຂອງພວກເຂົາໃນຊີວິດປະຈຳວັນ. ເຈດຕະນາໃນທີ່ນີ້ບໍ່ແມ່ນເພື່ອຂໍໃຫ້ເຈົ້າເວົ້ານິນທາ ແລະ ເຂົ້າໄປຫຍຸ້ງກ່ຽວກັບຂໍ້ຂັດແຍ່ງ, ແຕ່ເພື່ອໃຫ້ເຈົ້າໄດ້ອີງໃສ່ພື້ນຖານຂອງສະພາບແວດລ້ອມ ແລະ ເງື່ອນໄຂທີ່ມີຢູ່ຂອງເຈົ້າ ແລະ ໃນລະດັບທີ່ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້, ເພື່ອໃຫ້ຄ່ອຍໆເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມຈິງ, ເພື່ອເລີ່ມຕົ້ນສູ່ເສັ້ນທາງຂອງການໄລ່ຕາມເສາະຫາຄວາມຈິງ ແລະ ເພື່ອພະຍາຍາມເຂົ້າສູ່ສາມຂໍ້ຂອງ “ການປ່ອຍວາງ” ທີ່ພວກເຮົາໄດ້ໂອ້ລົມກັນບໍ່ຫຼາຍກໍໜ້ອຍ, ກ່ອນທີ່ວຽກງານຂອງພຣະເຈົ້າຈະສຳເລັດລົງ, ແລ້ວເຈົ້າກໍຈະຜ່ານດ້ວຍຄະແນນ 60 ຫຼື ຫຼາຍກວ່ານັ້ນ ແລະ ເຈົ້າກໍຈະເປັນຄົນທີ່ໄດ້ຮັບຄວາມລອດພົ້ນ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າບໍ່ໄດ້ໃກ້ຄຽງກັບເກນທີ່ກຳນົດເລີຍເມື່ອເວົ້າເຖິງສາມຂໍ້ນີ້ ຫຼື ຖ້າເຈົ້າບໍ່ຜ່ານເກນໃນຂໍ້ໃດເລີຍ ແລະ ຖ້າເຈົ້າບໍ່ມີການເຂົ້າສູ່ຂໍ້ໃດຂໍ້ໜຶ່ງຢ່າງແທ້ຈິງເລີຍ, ແລ້ວເຈົ້າກໍຈະບໍ່ໄດ້ຮັບຄະແນນທີ່ຜ່ານເກນ ແລະ ເຈົ້າກໍຈະບໍ່ແມ່ນເປົ້າໝາຍແຫ່ງຄວາມລອດພົ້ນ. ເຈົ້າເຂົ້າໃຈແລ້ວບໍ? (ເຂົ້າໃຈແລ້ວ).
ຕອນນີ້ພວກເຈົ້າທຸກຄົນຄວນຈົດຈໍ່ກັບການນຳສິ່ງໃດໄປປະຕິບັດ? ການສະແຫວງຫາຄວາມຈິງ ແລະ ການຮຽນຮູ້ບົດຮຽນໃນສະພາບແວດລ້ອມທີ່ພຣະເຈົ້າຊົງຈັດໄວ້. ຖ້າທຸກໆມື້ເຈົ້າພໍໃຈກັບພຽງແຕ່ການເຮັດວຽກໜັກ ແລະ ການເຮັດວຽກງານໂດຍບໍ່ໄດ້ໄລ່ຕາມເສາະຫາຄວາມຈິງເລີຍ, ແລ້ວເຈົ້າກໍເປັນພຽງຜູ້ອອກເຫື່ອແຮງ. ຖ້າເຈົ້າໄດ້ເຮັດວຽກໜັກ, ໄດ້ມີປະສົບການກັບສະພາບແວດລ້ອມຕ່າງໆທີ່ພຣະເຈົ້າຊົງຈັດໄວ້ ແລະ ໄດ້ເຂົ້າໃຈຄວາມຈິງບາງຢ່າງ ແລະ ບໍ່ວ່າເຈົ້າຈະໄດ້ຮັບຄວາມຈິງຫຼາຍສໍ່າໃດກໍຕາມ, ໃນທີ່ສຸດ ເຈົ້າກໍໄດ້ຮັບບາງສິ່ງ, ບໍ່ວ່າສິ່ງເຫຼົ່ານັ້ນຈະໃຫຍ່ ຫຼື ນ້ອຍ, ຫຼາຍ ຫຼື ໜ້ອຍກໍຕາມ ແລະ ເຖິງແມ່ນວ່າມັນຈະໃຊ້ເວລາດົນຫຼາຍສຳລັບເຈົ້າໃນການໄດ້ຮັບສິ່ງເຫຼົ່ານີ້ ແລະ ຄວາມຄືບໜ້າຂອງເຈົ້າຈະຊ້າກໍຕາມ, ຢ່າງໜ້ອຍທີ່ສຸດ ເຈົ້າກໍຢູ່ໃນກະແສຂອງວຽກງານຂອງພຣະເຈົ້າ ແລະ ເຈົ້າກໍເປັນຄົນທີ່ໄດ້ຮັບບາງສິ່ງ; ແລ້ວເຈົ້າກໍຈະມີໂອກາດໄດ້ຮັບຄວາມລອດພົ້ນ. ສິ່ງພື້ນຖານທີ່ສຸດທີ່ພວກເຈົ້າຄວນເຮັດໃນຕອນນີ້ແມ່ນຫຍັງ? ພວກເຈົ້າຄວນກ້າວອອກມາຈາກວຽກງານທີ່ຊັບຊ້ອນ ແລະ ບໍ່ມີຄວາມໝາຍທຸກປະເພດ ແລະ ຕັ້ງໃຈໄລ່ຕາມເສາະຫາຄວາມຈິງ; ພວກເຈົ້າຄວນພະຍາຍາມທີ່ຈະຮັບມືກັບສະພາວະຕ່າງໆຂອງພວກເຈົ້າພາຍໃນໄລຍະເວລາອັນສັ້ນ, ເພື່ອໃຫ້ຮູ້ຈັກຈຸດຕາຍ, ຈຸດອ່ອນ ແລະ ບັນຫາຂອງພວກເຈົ້າ ແລະ ຈາກນັ້ນກໍສະແຫວງຫາຄວາມຈິງເພື່ອແກ້ໄຂສິ່ງເຫຼົ່ານັ້ນ, ເພື່ອໃຫ້ພວກເຈົ້າມີເສັ້ນທາງໃຫ້ຍ່າງຕາມ ແລະ ມີເປົ້າໝາຍໃຫ້ໄລ່ຕາມເສາະຫາ ພ້ອມທັງມີຫຼັກການຄວາມຈິງທີ່ຊັດເຈນໃຫ້ປະຕິບັດຕາມໃນໜ້າທີ່ທີ່ພວກເຈົ້າເຮັດ. ເຈົ້າຄວນມີເປົ້າໝາຍ ແລະ ທິດທາງທີ່ຊັດເຈນໃນການໄລ່ຕາມເສາະຫາກ່ຽວກັບຄວາມບົກຜ່ອງຂອງເຈົ້າເອງ, ໜ້າທີ່ຂອງເຈົ້າເອງ ແລະ ສະພາບແວດລ້ອມຂອງເຈົ້າເອງ, ແທນທີ່ຈະແລ່ນໄປມາຄືກັບແມງວັນທີ່ບໍ່ມີຫົວ, ໄປຈົບລົງຢູ່ບ່ອນໃດກໍຕາມທີ່ຂາຂອງເຈົ້າພາໄປຢ່າງຫຼັບຫູຫຼັບຕາ, ເຊິ່ງເປັນສິ່ງທີ່ອັນຕະລາຍ. ເຈົ້າຕ້ອງກຳຈັດສະພາວະ ແລະ ສະຖານະການໃນປັດຈຸບັນຂອງຊີວິດຂອງເຈົ້າ ທີ່ເຈົ້າພຽງແຕ່ເຮັດວຽກໜັກ ແຕ່ບໍ່ໄດ້ຮັບຄວາມຈິງ. ຢ່າເປັນຜູ້ສັງເກດການ ແລະ ຢ່າເຂົ້າໄປຫຍຸ້ງກ່ຽວກັບຂໍ້ຂັດແຍ່ງທຸກປະເພດ. ຖ້າເຈົ້າບໍ່ຢາກເຂົ້າໄປຫຍຸ້ງກ່ຽວກັບສິ່ງເຫຼົ່ານັ້ນ, ເຈົ້າຕ້ອງຮຽນຮູ້ທີ່ຈະທຸ່ມເທຄວາມພະຍາຍາມໃນຫຼັກການຄວາມຈິງ. ຖ້າເຈົ້າເຂົ້າໃຈຫຼັກການຄວາມຈິງແຕ່ລະຢ່າງ, ເຈົ້າກໍຈະສາມາດຫຼົບໜີຈາກຂໍ້ຂັດແຍ່ງປະເພດເຫຼົ່ານີ້ໄດ້. ເປັນຫຍັງເຮົາຈຶ່ງເວົ້າແບບນັ້ນ? ມີພຽງແຕ່ເມື່ອເຈົ້າເຂົ້າໃຈຄວາມຈິງຕ່າງໆເທົ່ານັ້ນ ເຈົ້າຈຶ່ງຈະສາມາດເຂົ້າສູ່ຄວາມຈິງເຫຼົ່ານັ້ນໄດ້ ແລະ ມີຄວາມຫວັງທີ່ຈະເຂົ້າສູ່ຄວາມເປັນຈິງຄວາມຈິງໄດ້. ແລ້ວເມື່ອເຈົ້າມີສ່ວນຮ່ວມໃນສິ່ງຕ່າງໆ, ເຈົ້າກໍຈະມີຫຼັກການ ແລະ ຮູ້ວິທີປະເຊີນໜ້າກັບສິ່ງເຫຼົ່ານີ້. ຖ້າເຈົ້າພຽງແຕ່ຢຸດເປັນຜູ້ສັງເກດການ, ແຕ່ຍັງສັບສົນ ຢ່າງສິ້ນເຊີງກ່ຽວກັບຄວາມຈິງທຸກປະການ ແລະ ບໍ່ເຂົ້າໃຈຄວາມຈິງໃດເລີຍ ແລະ ສິ່ງດຽວທີ່ເຈົ້າເຂົ້າໃຈກໍຄືຫຼັກຄຳສອນ ແລະ ຄຳເວົ້າສອງສາມຄຳ ແລະ ເຈົ້າບໍ່ຮູ້ວິທີແຍກແຍະຄົນປະເພດຕ່າງໆ ແລະ ເມື່ອເຈົ້າພົບພໍ້ບັນຫາ ເຈົ້າກໍພຽງແຕ່ເວົ້າກ່ຽວກັບລຳດັບເຫດການທີ່ເກີດຂຶ້ນ ແລະ ຕັດສິນວ່າໃຜຖືກ ແລະ ໃຜຜິດ ແລ້ວກໍຈົບພຽງເທົ່ານັ້ນ ແລະ ໃນທີ່ສຸດ ເຈົ້າກໍບໍ່ໄດ້ຮັບຄວາມຈິງ, ແລ້ວການມີສ່ວນຮ່ວມຂອງເຈົ້າໃນເລື່ອງໃດກໍຕາມກໍຈະບໍ່ມີຄຸນຄ່າ. ການມີສ່ວນຮ່ວມປະເພດນີ້ຈະກາຍເປັນຫຍັງ? ມັນຈະກາຍເປັນການກະຕຸ້ນໃຫ້ເກີດຂໍ້ຂັດແຍ່ງ. ສະນັ້ນ, ເຈົ້າຕ້ອງຮຽນຮູ້ທີ່ຈະທຸ່ມເທຄວາມພະຍາຍາມໃນຫຼັກການຄວາມຈິງ ແລະ ຫຼັງຈາກທີ່ເຈົ້າເລີ່ມເຂົ້າໃຈຫຼາຍຂຶ້ນເລື້ອຍໆໃນການນຳໃຊ້ຫຼັກການຄວາມຈິງເຫຼົ່ານັ້ນ ແລະ ເຈົ້າກໍເຮັດເຊັ່ນນັ້ນດ້ວຍຄວາມຖືກຕ້ອງຫຼາຍຂຶ້ນເລື້ອຍໆ, ເຈົ້າກໍຈະມີຄວາມຫວັງທີ່ຈະເຂົ້າສູ່ຄວາມຈິງ ແລະ ຈາກນັ້ນ ເຈົ້າກໍຈະມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນເຊັ່ນກັນ.
ກ່ຽວກັບວິທີທີ່ຜູ້ຄົນສາມາດໄດ້ຮັບຄວາມຈິງໃນສະພາບແວດລ້ອມທີ່ພຣະເຈົ້າຊົງຈັດໄວ້ໃຫ້ແກ່ພວກເຂົາ, ພວກເຮົາໄດ້ຫາກໍໂອ້ລົມກ່ຽວກັບຫຼັກການຂອງການປະຕິບັດທັງໝົດຈັກຂໍ້? ຢ່າເປັນຜູ້ສັງເກດການ ແລະ ມີຫຍັງອີກ? (ຢ່າພຽງແຕ່ເຮັດວຽກໜັກ). ກຳຈັດສະພາວະປະເພດທີ່ເຈົ້າພໍໃຈກັບພຽງແຕ່ການເຮັດວຽກໜັກ ແຕ່ບໍ່ເຕັມໃຈທີ່ຈະໄລ່ຕາມເສາະຫາຄວາມຈິງ. ມີຫຍັງອີກແດ່? (ຢ່າເຂົ້າໄປຫຍຸ້ງກ່ຽວກັບຂໍ້ຂັດແຍ່ງທຸກປະເພດ). ຢ່າເຂົ້າໄປຫຍຸ້ງກ່ຽວກັບຂໍ້ຂັດແຍ່ງທຸກປະເພດ, ຢ່າເຂົ້າໄປພົວພັນກັບວຽກງານທີ່ຊັບຊ້ອນທຸກປະເພດ, ຢ່າເອົາສິ່ງເຫຼົ່ານີ້ມາແທນທີ່ການປະຕິບັດຕາມຫຼັກການຄວາມຈິງ. ພວກເຈົ້າຄວນປະຕິບັດຕາມຫຼັກການທັງໝົດເຫຼົ່ານີ້. ຖ້າເຈົ້າຍຶດໝັ້ນໃນຫຼັກການເຫຼົ່ານັ້ນ, ເຈົ້າກໍຈະຢູ່ບໍ່ໄກຈາກການໄລ່ຕາມເສາະຫາຄວາມຈິງ ແລະ ໃນບໍ່ຊ້າກໍຈະສາມາດເຂົ້າສູ່ຄວາມເປັນຈິງຂອງການໄລ່ຕາມເສາະຫາຄວາມຈິງໄດ້. ສິ່ງນີ້ງ່າຍທີ່ຈະນຳໃຊ້ປະຕິບັດບໍ? ເຮົາໄດ້ມີປະຕິສຳພັນກັບຜູ້ຄົນໃນຄຣິສຕະຈັກມາຫຼາຍປີແລ້ວ, ແຕ່ມີໜ້ອຍຄົນຫຼາຍທີ່ຈະຖາມຄຳຖາມເຮົາກ່ຽວກັບການເຂົ້າສູ່ຊີວິດ ຫຼື ຄຳຖາມທີ່ກ່ຽວຂ້ອງກັບຫຼັກການຄວາມຈິງ ແລະ ມີໜ້ອຍຄົນຫຼາຍທີ່ຈະເວົ້າກ່ຽວກັບສະພາວະສ່ວນຕົວຂອງພວກເຂົາ ແລະ ຈາກນັ້ນກໍສະແຫວງຫາເສັ້ນທາງຂອງການປະຕິບັດ. ໃນທາງກົງກັນຂ້າມ, ບາງຄົນພັດຖາມຄຳຖາມທີ່ບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງເລີຍ ແລະ ພວກເຂົາເຖິງຂັ້ນໃຊ້ຄຳສັບ ເຊັ່ນ: “ສະແຫວງຫາ”. ເມື່ອເຮົາໄດ້ຍິນຄຳວ່າ “ສະແຫວງຫາ”, ເຮົາກໍຕັ້ງໃຈຟັງຢ່າງຈົດຈໍ່ ແລະ ຈິງຈັງຫຼາຍ, ໃຫ້ຄວາມສົນໃຈພວກເຂົາຢ່າງເຕັມທີ່, ແຕ່ເມື່ອປາກົດວ່າພວກເຂົາກຳລັງຖາມກ່ຽວກັບເລື່ອງພາຍນອກທີ່ເລັກນ້ອຍ, ເຮົາກໍຮູ້ສຶກລັງກຽດ. ເຮົາເວົ້າວ່າ “ເລື່ອງທີ່ເຈົ້າກຳລັງຖາມບໍ່ມີຫຍັງກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ ຫຼື ການເຂົ້າສູ່ຊີວິດເລີຍ. ຢ່າໃຊ້ຄຳວ່າ ‘ສະແຫວງຫາ’. ເຈົ້າກຳລັງດູຖູກຄຳວ່າ ‘ສະແຫວງຫາ’”. ຄຳວ່າ “ສະແຫວງຫາ” ສາມາດຖືກໃຊ້ຢ່າງບໍ່ເໝາະສົມໄດ້ບໍ? (ບໍ່, ບໍ່ໄດ້). ມີຄົນເຖິງຂັ້ນຖາມເຮົາວ່າ “ລູກຂອງຂ້ານ້ອຍມີໄຝຢູ່ຫຼັງຂອງລາວ. ບາງຄົນເວົ້າວ່າໄຝນີ້ໝາຍຄວາມວ່າລາວມີຊະຕາກຳທີ່ບໍ່ດີ ແລະ ຄົນອື່ນກໍເວົ້າວ່າອາດຈະມີຄວາມສ່ຽງທີ່ຈະເກີດພະຍາດໃນບໍລິເວນທີ່ໄຝກຳລັງໃຫຍ່ຂຶ້ນ. ແນວໃດກໍຕາມ, ຂ້ານ້ອຍບໍ່ສົນໃຈດອກວ່າລາວຈະມີຊະຕາກຳທີ່ບໍ່ດີ ຫຼື ບໍ່, ແຕ່ຖ້າມັນເປັນອັນຕະລາຍຕໍ່ສຸຂະພາບຂອງລາວແທ້ໆ, ພຣະອົງຄິດວ່າຄວນເອົາໄຝນີ້ອອກບໍ?” ຖ້າພວກເຈົ້າຖືກຖາມແບບນີ້, ພວກເຈົ້າຈະຕອບແນວໃດ? ພວກເຈົ້າຄິດວ່າສິ່ງນີ້ກ່ຽວຂ້ອງກັບຄວາມຈິງບໍ? ມັນກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກບໍ? (ບໍ່, ມັນບໍ່ກ່ຽວຂ້ອງ). ມັນບໍ່ກ່ຽວຂ້ອງກັບສິ່ງເຫຼົ່ານີ້ເລີຍ, ສະນັ້ນ ເຮົາມີພັນທະທີ່ຈະຕ້ອງສົນໃຈກັບເລື່ອງນີ້ບໍ? (ບໍ່). ເຮົາບໍ່ໄດ້ມີພັນທະດັ່ງກ່າວ. ສະນັ້ນ ເຮົາຈຶ່ງເວົ້າວ່າ “ຂໍ້ເທັດຈິງທີ່ວ່າລູກຊາຍຂອງເຈົ້າມີໄຝຢູ່ຮ່າງກາຍຂອງລາວບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງເລີຍ. ຢ່າມາຖາມເຮົາກ່ຽວກັບເລື່ອງນີ້, ໄປຖາມໝໍພຸ້ນ. ເຮົາບໍ່ແມ່ນໝໍປະຈຳຄອບຄົວຂອງເຈົ້າ”. ພວກເຈົ້າຄິດວ່າເຮົາຄວນສົນໃຈກັບເລື່ອງນີ້ບໍ? (ບໍ່, ພຣະອົງບໍ່ຄວນ). ບໍ່ວ່າເຈົ້າຈະຖາມໃຜກໍຕາມ, ກໍຈະບໍ່ມີໃຜເຕັມໃຈທີ່ຈະສົນໃຈກັບເລື່ອງນີ້. ມັນບໍ່ແມ່ນວ່າພວກເຂົາຢ້ານທີ່ຈະຮັບຜິດຊອບ. ໃນທາງກົງກັນຂ້າມ ມັນເປັນເພາະວ່າພວກເຂົາບໍ່ມີພັນທະທີ່ຈະຕ້ອງສົນໃຈກັບເລື່ອງດັ່ງກ່າວ. ການເອົາໄຝຂອງລູກຊາຍເຈົ້າອອກ ຫຼື ບໍ່ເອົາອອກ ຈະສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກບໍ? ມັນຈະສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງເຈົ້າເອງບໍ? ເລື່ອງນີ້ບໍ່ມີຫຍັງກ່ຽວຂ້ອງກັບເຮົາເລີຍ. ຢ່າມາຖາມເຮົາກ່ຽວກັບເລື່ອງນີ້, ນີ້ເປັນເລື່ອງໄຮ້ສາລະ. ມັນບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງເລີຍ, ແຕ່ເຈົ້າກໍຍັງໃຊ້ຄຳວ່າ “ສະແຫວງຫາ”. ເຈົ້າດູຖູກຄຳວ່າ “ສະແຫວງຫາ”, ມັນໜ້າລັງກຽດແທ້ໆ! ຍັງມີຄົນຖາມອີກວ່າ: “ມີເຕົ່າໂຕໜຶ່ງເຂົ້າມາໃນເດີ່ນບ້ານຂອງຂ້ານ້ອຍ, ຂ້ານ້ອຍຄວນຈັບມັນ ຫຼື ບໍ່? ຂ້ານ້ອຍຢາກສະແຫວງຫາຈາກພຣະອົງ”. ລາວຕັ້ງຄຳຖາມນີ້ຂຶ້ນມາເພື່ອສະແຫວງຫາຄຳຕອບຈາກເຮົາ, ເຈົ້າຄິດວ່າເຮົາຄວນຕອບລາວບໍ? (ບໍ່). ລາວເວົ້າວ່າ “ຖ້າຂ້ານ້ອຍລະເມີດກົດໝາຍໂດຍການຈັບມັນເດ? ຖ້າຂ້ານ້ອຍລະເມີດກົດໝາຍ ແລະ ພຣະອົງບໍ່ຫ້າມຂ້ານ້ອຍ, ພຣະອົງຈະຕ້ອງຮັບຜິດຊອບ!” ເຈົ້າຈະເວົ້າແນວໃດ? (ເຈົ້າຕັດສິນໃຈຈັບມັນດ້ວຍເຈດຈຳນົງເສລີຂອງເຈົ້າເອງ, ການທີ່ເຈົ້າລະເມີດກົດໝາຍບໍ່ໄດ້ມີຫຍັງກ່ຽວຂ້ອງກັບຂ້ອຍ). ບໍ່ວ່າເຈົ້າຈະລະເມີດກົດໝາຍ ຫຼື ບໍ່ກໍເປັນເລື່ອງຂອງເຈົ້າ ແລະ ບໍ່ມີຫຍັງກ່ຽວຂ້ອງກັບເຮົາ. ເຈົ້າສາມາດຖາມຄຳຖາມເຮົາກ່ຽວກັບສິ່ງຕ່າງໆ ເຊັ່ນ: ຫຼັກການຂອງວຽກງານຂອງຄຣິສຕະຈັກ ແລະ ຫຼັກການຄວາມຈິງໄດ້, ແຕ່ເມື່ອເວົ້າເຖິງເລື່ອງກົດໝາຍ, ຈົ່ງໄປຊອກຫາທະນາຍຄວາມ, ໄປປຶກສາທະນາຍຄວາມໃນປະເທດໃດກໍຕາມທີ່ເຈົ້າອາໄສຢູ່. ເຮົາບໍ່ແມ່ນທະນາຍຄວາມ, ສະນັ້ນ ຢ່າມາຖາມເຮົາກ່ຽວກັບເລື່ອງດັ່ງກ່າວ. ເຮົາມາທີ່ນີ້ເພື່ອສະແດງຄວາມຈິງ ແລະ ເຮັດວຽກງານແຫ່ງການຊ່ວຍມະນຸດຊາດໃຫ້ລອດພົ້ນ. ເຮົາພຽງແຕ່ສະໜອງຄວາມຈິງ ແລະ ໂອ້ລົມກ່ຽວກັບຫຼັກການເທົ່ານັ້ນ. ສຳລັບເລື່ອງທີ່ວ່າເຈົ້າຈະສາມາດໄດ້ຮັບຄວາມລອດພົ້ນ ຫຼື ບໍ່ນັ້ນ, ມັນບໍ່ມີຫຍັງກ່ຽວຂ້ອງກັບເຮົາ; ນັ້ນເປັນເລື່ອງຂອງເຈົ້າເອງ. ນອກຈາກນັ້ນ ຍັງບໍ່ຕ້ອງເວົ້າເຖິງເລື່ອງສ່ວນຕົວໃນຊີວິດຂອງເຈົ້າເອງ, ເຈົ້າຍິ່ງບໍ່ຄວນຖາມເຮົາກ່ຽວກັບເລື່ອງເຫຼົ່ານັ້ນດ້ວຍຊ້ຳ ແລະ ເຮົາກໍບໍ່ມີພັນທະທີ່ຈະຕ້ອງຕອບເຈົ້າ. ມັນເປັນແບບນັ້ນ, ແມ່ນບໍ? (ແມ່ນແລ້ວ).
ຫົວຂໍ້ທີ່ກ່ຽວຂ້ອງກັບວຽກງານຂອງພຣະເຈົ້ານີ້ແມ່ນກ່ຽວພັນຢ່າງແຍກບໍ່ອອກກັບຈຸດຈົບສຸດທ້າຍຂອງຜູ້ຄົນ, ສະນັ້ນ ຜູ້ຄົນຈຶ່ງບໍ່ສາມາດນຳເອົາຄວາມຄິດຫຼົງຜິດ ແລະ ຈິນຕະນາການໄປນຳພວກເຂົາໄດ້ ເມື່ອພວກເຂົາຍອມຮັບ ແລະ ມີປະສົບການກັບວຽກງານຂອງພຣະເຈົ້າ; ພວກເຂົາຄວນປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານີ້ຕັ້ງແຕ່ຕົ້ນຕໍ ແລະ ພວກເຂົາບໍ່ຄວນປ່ອຍໃຫ້ສິ່ງເຫຼົ່ານີ້ມີຢູ່ລະຫວ່າງພວກເຂົາ ແລະ ພຣະເຈົ້າ. ມີພຽງແຕ່ການຮັບມືກັບວຽກງານຂອງພຣະເຈົ້າດ້ວຍຄວາມຄິດ, ມຸມມອງ ແລະ ທັດສະນະຄະຕິທີ່ຖືກຕ້ອງເທົ່ານັ້ນ ຜູ້ຄົນຈຶ່ງຈະມີໂອກາດເຂົ້າໃຈ ແລະ ໄດ້ຮັບຄວາມຈິງ; ມີພຽງແຕ່ການຮັບມືກັບວຽກງານຂອງພຣະເຈົ້າດ້ວຍທັດສະນະຄະຕິທີ່ຖືກຕ້ອງ ພ້ອມທັງຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດເຂົ້າໃຈ ແລະ ມີປະສົບການກັບວຽກງານຂອງພຣະເຈົ້າຢ່າງແທ້ຈິງ ແລະ ໃນທີ່ສຸດ, ຈາກພາຍໃນວຽກງານຂອງພຣະເຈົ້າ, ພວກເຂົາກໍຈະໄດ້ຮັບຄວາມຈິງທີ່ພວກເຂົາຄວນໄດ້ຮັບ. ສະນັ້ນ, ບໍ່ວ່າເຈົ້າຈະປ່ອຍວາງສິ່ງໃດກໍຕາມ, ສະຫຼຸບແລ້ວ ທັງໝົດນີ້ກໍເພື່ອເຮັດໃຫ້ເຈົ້າກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ ແລະ ເລີ່ມຕົ້ນໃນເສັ້ນທາງຂອງການໄລ່ຕາມເສາະຫາຄວາມຈິງ, ຜົນຮັບ ແລະ ຈຸດປະສົງສຸດທ້າຍບໍ່ແມ່ນເພື່ອສິ່ງອື່ນໃດ, ແຕ່ເພື່ອເຮັດໃຫ້ເຈົ້າເຂົ້າໃຈຫຼັກການຄວາມຈິງ ແລະ ໄດ້ຮັບຄວາມຈິງ. ນີ້ຄືຈຸດປະສົງສຸດທ້າຍຂອງການໂອ້ລົມຂອງພວກເຮົາກ່ຽວກັບເນື້ອໃນເຫຼົ່ານີ້. ບໍ່ວ່າພວກເຮົາຈະໂອ້ລົມກ່ຽວກັບຫຍັງກໍຕາມ, ຈຸດປະສົງສຸດທ້າຍກໍຄືເພື່ອເຮັດໃຫ້ຜູ້ຄົນເຂົ້າສູ່ຄວາມເປັນຈິງຄວາມຈິງ. ຖ້າເຈົ້າເຂົ້າໃຈຄວາມຈິງ ແລະ ເຈົ້າມີຫຼັກການຄວາມຈິງເປັນພື້ນຖານຂອງເຈົ້າໃນຫຼາຍໆເລື່ອງ ແລະ ເຈົ້າບໍ່ໄດ້ຂາດທິດທາງ, ບໍ່ໄດ້ຂາດເປົ້າໝາຍ ຫຼື ຫຼົງທາງໃນການເຮັດສິ່ງຕ່າງໆອີກຕໍ່ໄປ, ສິ່ງນີ້ບໍ່ໄດ້ໝາຍຄວາມວ່າຂີດຄວາມສາມາດຂອງເຈົ້າຈະດີຂຶ້ນ, ແຕ່ໝາຍຄວາມວ່າເຈົ້າມີຄວາມຈິງຂອງພຣະເຈົ້າ, ພຣະທຳຂອງພຣະເຈົ້າເປັນເກນສຳລັບການກະທຳ ແລະ ການປະພຶດຕົນຂອງເຈົ້າ. ນັ້ນກໍຄື ອີງໃສ່ພື້ນຖານຂອງຂີດຄວາມສາມາດ, ຄວາມເກັ່ງກາດ ແລະ ຄວາມສາມາດພິເສດທີ່ມີຢູ່ແລ້ວຂອງເຈົ້າ, ເຈົ້າໄດ້ເຂົ້າໃຈຄວາມຈິງ ແລະ ເຈົ້າມີເກນສຳລັບການປະພຶດຕົນຂອງເຈົ້າ, ດັ່ງນັ້ນ ເຈົ້າຈຶ່ງເປັນມະນຸດທີ່ຖືກສ້າງຂຶ້ນ ເຊິ່ງສາມາດດຳລົງຊີວິດຢູ່ໄດ້ດ້ວຍຕົນເອງໃນໂລກນີ້ ແລະ ທ່າມກາງທຸກຊັບພະສິ່ງ. ມີພຽງແຕ່ມະນຸດແບບນີ້ເທົ່ານັ້ນທີ່ໄດ້ມາດຕະຖານຢ່າງແທ້ຈິງໃນຖານະມະນຸດທີ່ຖືກສ້າງຂຶ້ນ, ນີ້ຄືມະນຸດທີ່ຖືກສ້າງຂຶ້ນທີ່ໄດ້ມາດຕະຖານ. ພວກເຈົ້າເຂົ້າໃຈແລ້ວບໍ? (ເຂົ້າໃຈແລ້ວ). ຊັ້ນມື້ນີ້ພວກເຮົາກໍໂອ້ລົມກັນພຽງເທົ່ານີ້. ລາກ່ອນ!
ວັນທີ 15 ກໍລະກົດ 2023