ວິທີຍ່າງໃນເສັ້ນທາງຂອງເປໂຕ

ຖ້າຈະເວົ້າໃຫ້ຊັດເຈນ, ການທີ່ຄົນໜຶ່ງຍ່າງໃນເສັ້ນທາງແຫ່ງຄວາມເຊື່ອຂອງເປໂຕໝາຍເຖິງການຍ່າງໃນເສັ້ນທາງແຫ່ງການສະແຫວງຫາຄວາມຈິງ, ເຊິ່ງຍັງເປັນເສັ້ນທາງແຫ່ງການຮູ້ຈັກຕົນເອງຢ່າງແທ້ຈິງ ແລະ ການປ່ຽນແປງອຸປະນິໄສຂອງຄົນໆນັ້ນ. ມີພຽງແຕ່ການຍ່າງໃນເສັ້ນຂອງເປໂຕເທົ່ານັ້ນ, ຜູ້ຄົນຈຶ່ງຈະຢູ່ໃນເສັ້ນທາງແຫ່ງການຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ຜູ້ຄົນຕ້ອງຊັດເຈນກ່ຽວກັບວິທີການຍ່າງໃນເສັ້ນທາງຂອງເປໂຕແທ້ຈິງ, ພ້ອມທັງວິທີການນໍາສິ່ງນັ້ນເຂົ້າສູ່ການປະຕິບັດ. ຢ່າງທຳອິດ, ຜູ້ຄົນຕ້ອງປ່ອຍວາງເຈດຕະນາຂອງຕົນເອງ, ປະວາງການສະແຫວງຫາທີ່ບໍ່ເໝາະສົມ ແລະ ແມ່ນແຕ່ຄອບຄົວ ແລະ ທຸກສິ່ງທີ່ຢູ່ໃນເນື້ອໜັງຂອງຕົນເອງ. ມະນຸດຕ້ອງອຸທິດໝົດຫົວໃຈ; ນັ້ນໝາຍຄວາມວ່າ ຜູ້ຄົນຕ້ອງອຸທິດຕົນເອງຕໍ່ພຣະທຳຂອງພຣະເຈົ້າຢ່າງສົມບູນ, ຕັ້ງໃຈໃສ່ໃນການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເອົາໃຈໃສ່ໃນການຊອກຫາຄວາມຈິງ ແລະ ເຈດຕະນາຂອງພຣະເຈົ້າໃນພຣະທຳຂອງພຣະອົງ ແລະ ພະຍາຍາມເຂົ້າໃຈຄວາມປະສົງຂອງພຣະເຈົ້າໃນທຸກສິ່ງ. ນີ້ແມ່ນວິທີການປະຕິບັດທີ່ເປັນພື້ນຖານ ແລະ ຈຳເປັນທີ່ສຸດ. ນີ້ຄືສິ່ງທີ່ເປໂຕເຮັດຫຼັງຈາກທີ່ໄດ້ເຫັນພຣະເຢຊູ ແລະ ມີພຽງການປະຕິບັດໃນວິທີນີ້ເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດບັນລຸຜົນທີ່ດີທີ່ສຸດໄດ້. ການອຸທິດຢ່າງເຕັມໃຈຕໍ່ພຣະທຳຂອງພຣະເຈົ້າ ຫຼັກໆແລ້ວແມ່ນກ່ຽວພັນກັບການສະແຫວງຫາຄວາມຈິງ ແລະ ເຈດຕະນາຂອງພຣະເຈົ້າທີ່ຢູ່ພາຍໃນພຣະທຳຂອງພຣະອົງ, ການຕັ້ງໃຈໃສ່ໃນການເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ການເຂົ້າໃຈ ແລະ ການໄດ້ຮັບຄວາມຈິງຫຼາຍຂຶ້ນຈາກພຣະທຳຂອງພຣະເຈົ້າ. ເມື່ອອ່ານພຣະທຳຂອງພຣະເຈົ້າ, ເປໂຕບໍ່ໄດ້ຕັ້ງໃຈໃສ່ໃນການເຂົ້າໃຈຄຳສັ່ງສອນ, ແຮງໄກທີ່ເພິ່ນຈະເອົາໃຈໃສ່ໃນການຮັບເອົາຄວາມຮູ້ທາງທິດສະດີ. ໃນກົງກັນຂ້າມ, ເພິ່ນຕັ້ງໃຈໃສ່ໃນການເຂົ້າໃຈຄວາມຈິງ ແລະ ການເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ພ້ອມທັງການບັນລຸຄວາມເຂົ້າໃຈກ່ຽວກັບອຸປະນິໄສ ແລະ ຄວາມເປັນຕາຮັກຂອງພຣະເຈົ້າ. ເປໂຕຍັງໄດ້ພະຍາຍາມເຂົ້າໃຈສະພາວະທີ່ເສື່ອມຊາມຕ່າງໆຂອງມະນຸດຈາກພຣະທຳຂອງພຣະເຈົ້າ, ພ້ອມທັງທຳມະຊາດ, ແກ່ນແທ້ ແລະ ຂໍ້ຜົດພາດຕົວຈິງຂອງມະນຸດ ແລ້ວຈຶ່ງບັນລຸຕາມເງື່ອນໄຂຂອງພຣະເຈົ້າເພື່ອເຮັດໃຫ້ພຣະອົງພໍໃຈ. ເປໂຕມີການປະຕິບັດທີ່ຖືກຕ້ອງຫຼາຍຢ່າງທີ່ເພິ່ນປະຕິບັດຕາມພຣະທຳຂອງພຣະເຈົ້າ. ສິ່ງນີ້ແມ່ນສອດຄ່ອງກັບຄວາມປະສົງຂອງພຣະເຈົ້າທີ່ສຸດ ແລະ ມັນເປັນວິທີທີ່ດີທີ່ສຸດສໍາລັບບຸກຄົນໃດໜຶ່ງສາມາດປະຕິບັດ ໃນຂະນະທີ່ກຳລັງຜະເຊີນກັບພາລະກິດຂອງພຣະເຈົ້າ. ເມື່ອຜະເຊີນກັບການທົດລອງຫຼາຍຮ້ອຍປະການທີ່ສົ່ງໂດຍພຣະເຈົ້າ, ເປໂຕກໍກວດສອບຕົນເອງໃສ່ພຣະທຳທຸກຂໍ້ທີ່ພຣະເຈົ້າພິພາກສາ ແລະ ເປີດໂປງມະນຸດ ແລະ ພຣະທຳທຸກຂໍ້ທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ ແລະ ພະຍາຍາມຢັ່ງເຖິງຄວາມໝາຍຂອງພຣະທຳເຫຼົ່ານັ້ນຢ່າງຖືກຕ້ອງ. ເພິ່ນພະຍາຍາມຢ່າງຕັ້ງໃຈເພື່ອໄຕ່ຕອງ ແລະ ທ່ອງຈໍາພຣະທຳທຸກຂໍ້ທີ່ພຣະເຢຊູໄດ້ເວົ້າຕໍ່ເພິ່ນ ແລະ ເພິ່ນໄດ້ຮັບຜົນເປັນຢ່າງດີຫຼາຍ. ໂດຍການປະຕິບັດດ້ວຍວິທີນີ້, ເພິ່ນຈຶ່ງສາມາດບັນລຸຄວາມເຂົ້າໃຈກ່ຽວກັບຕົນເອງຈາກພຣະທຳຂອງພຣະເຈົ້າ ແລະ ເພິ່ນບໍ່ພຽງແຕ່ໄດ້ເຂົ້າໃຈສະພາວະອັນເສື່ອມຊາມຕ່າງໆ ແລະ ຂໍ້ບົກຜ່ອງຂອງມະນຸດ, ແຕ່ເພິ່ນຍັງໄດ້ເຂົ້າໃຈແກ່ນແທ້ ແລະ ທຳມະຊາດຂອງມະນຸດອີກດ້ວຍ. ນີ້ແມ່ນຄວາມໝາຍຂອງການເຂົ້າໃຈຕົນເອງຢ່າງແທ້ຈິງ. ຈາກພຣະທຳຂອງພຣະເຈົ້າ, ເປໂຕບໍ່ພຽງແຕ່ບັນລຸຄວາມເຂົ້າໃຈກ່ຽວກັບຕົນເອງຢ່າງແທ້ຈິງ, ແຕ່ເພິ່ນຍັງເຫັນເຖິງອຸປະນິໄສທີ່ຊອບທຳຂອງພຣະເຈົ້າ, ສິ່ງທີ່ພຣະເຈົ້າມີ ແລະ ເປັນ, ຄວາມປະສົງຂອງພຣະເຈົ້າສຳລັບພາລະກິດຂອງພຣະອົງ ແລະ ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຊາດ. ຈາກພຣະທຳເຫຼົ່ານີ້ ເພິ່ນມາຮູ້ຈັກພຣະເຈົ້າຢ່າງແທ້ຈິງ. ເພິ່ນມາຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ແກ່ນແທ້ຂອງພຣະອົງ; ເພິ່ນມາຮູ້ຈັກ ແລະ ເຂົ້າໃຈສິ່ງທີ່ພຣະເຈົ້າມີ ແລະ ເປັນ, ພ້ອມທັງຄວາມສະຫງ່າງາມຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ. ເຖິງແມ່ນພຣະເຈົ້າບໍ່ໄດ້ເວົ້າໃນຕອນນັ້ນຫຼາຍສໍ່າທີ່ພຣະອົງເວົ້າໃນມື້ນີ້, ເຖິງຢ່າງນັ້ນກໍຕາມ ຜົນຮັບໃນສິ່ງເຫຼົ່ານີ້ກໍຖືກບັນລຸໃນເປໂຕ. ນີ້ແມ່ນສິ່ງທີ່ຫາໄດ້ຍາກ ແລະ ມີຄຸນຄ່າທີ່ສຸດ. ເປໂຕໄດ້ຜ່ານການທົດລອງຮ້ອຍປະການ, ແຕ່ເພິ່ນບໍ່ໄດ້ທົນທຸກຢ່າງສູນເປົ່າ. ເພິ່ນບໍ່ພຽງແຕ່ເຂົ້າໃຈຕົນເອງຈາກພຣະທຳ ແລະ ພາລະກິດຂອງພຣະເຈົ້າ, ແຕ່ເພິ່ນຍັງໄດ້ຮູ້ຈັກພຣະເຈົ້າ. ອີກຢ່າງ, ເພິ່ນໄດ້ຕັ້ງໃຈໂດຍມີຄວາມສົນໃຈເປັນພິເສດໃນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຊາດເຊິ່ງມີຢູ່ພາຍໃນພຣະທຳຂອງພຣະອົງ. ໃນລັກສະນະໃດກໍຕາມທີ່ມະນຸດຄວນເຮັດໃຫ້ພຣະເຈົ້າພໍໃຈເພື່ອສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ເປໂຕກໍສາມາດໃຊ້ຄວາມພະຍາຍາມຢ່າງຫຼາຍໃນລັກສະນະເຫຼົ່ານີ້ ແລະ ໄດ້ຮັບຄວາມຊັດເຈນຢ່າງສົມບູນ. ສິ່ງນີ້ເປັນປະໂຫຍດຕໍ່ທາງເຂົ້າສູ່ຊີວິດຂອງເພິ່ນ. ບໍ່ວ່າພຣະເຈົ້າໄດ້ເວົ້າຫຍັງກໍຕາມ, ຕາບໃດທີ່ພຣະທຳເຫຼົ່ານີ້ສາມາດກາຍມາເປັນຊີວິດ ແລະ ເປັນຄວາມຈິງ, ເປໂຕກໍສາມາດສະລັກພຣະທຳເຫຼົ່ານີ້ໃສ່ໃນຫົວໃຈຂອງເພິ່ນເພື່ອໄຕ່ຕອງ ແລະ ເຂົ້າໃຈຢູ່ເລື້ອຍໆ. ເມື່ອໄດ້ຍິນພຣະທຳຂອງພຣະເຢຊູ, ເພິ່ນກໍສາມາດນໍາພຣະທຳເຫຼົ່ານີ້ເຂົ້າສູ່ຫົວໃຈ ເຊິ່ງສະແດງໃຫ້ເຫັນວ່າ ເພິ່ນຕັ້ງໃຈໃສ່ໃນພຣະທຳຂອງພຣະເຈົ້າເປັນພິເສດ ແລະ ໃນທີ່ສຸດເພິ່ນກໍບັນລຸຜົນຢ່າງແທ້ຈິງ. ນັ້ນກໍຄື ເພິ່ນສາມາດນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດຢ່າງເຕັມໃຈ, ປະຕິບັດຄວາມຈິງຢ່າງຖືກຕ້ອງ ແລະ ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ປະຕິບັດໂດຍສອດຄ່ອງກັບເຈດຕະນາຂອງພຣະເຈົ້າຢ່າງສິ້ນເຊີງ ແລະ ປະຖິ້ມຄວາມຄິດເຫັນ ແລະ ຈິນຕະນາການສ່ວນຕົວຂອງເພິ່ນເອງ. ໃນລັກສະນະນີ້, ເປໂຕເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ. ການຮັບໃຊ້ຂອງເປໂຕເລີ່ມສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ ຕົ້ນຕໍແລ້ວ ກໍແມ່ນຍ້ອນເພິ່ນໄດ້ປະຕິບັດໃນສິ່ງນີ້.

ຖ້າຄົນໆໜຶ່ງສາມາດເຮັດໃຫ້ພຣະເຈົ້າພໍໃຈ ໃນຂະນະທີ່ກຳລັງປະຕິບັດໜ້າທີ່ຂອງຕົນ ແມ່ນມີຫຼັກການໃນຄຳເວົ້າ ແລະ ການກະທຳຂອງພວກເຂົາ ແລະ ສາມາດເຂົ້າສູ່ຄວາມເປັນຈິງໃນທຸກດ້ານຂອງຄວາມຈິງ, ແລ້ວພວກເຂົາກໍເປັນຄົນທີ່ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ມັນສາມາດເວົ້າໄດ້ວ່າ ພາລະກິດ ແລະ ພຣະທຳຂອງພຣະເຈົ້າມີປະສິດທິພາບສຳລັບພວກເຂົາຢ່າງສົມບູນ, ພຣະທຳຂອງພຣະເຈົ້າໄດ້ກາຍມາເປັນຊີວິດຂອງພວກເຂົາ, ພວກເຂົາໄດ້ຮັບເອົາຄວາມຈິງ ແລະ ພວກເຂົາສາມາດດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ. ຫຼັງຈາກນີ້, ທຳມະຊາດແຫ່ງເນື້ອໜັງຂອງພວກເຂົາ ນັ້ນກໍຄື ພື້ນຖານແທ້ໆແຫ່ງການເປັນຢູ່ເດີມຂອງພວກເຂົາ ຈະສັ່ນຄອນອອກຈາກກັນ ແລະ ພັງທະລາຍ. ຫຼັງຈາກທີ່ຜູ້ຄົນມີພຣະທຳຂອງພຣະເຈົ້າເປັນດັ່ງຊີວິດຂອງພວກເຂົາເທົ່ານັ້ນ, ພວກເຂົາກໍຈະກາຍມາເປັນຄົນໃໝ່. ຖ້າພຣະທຳຂອງພຣະເຈົ້າກາຍມາເປັນຊີວິດຂອງຜູ້ຄົນ, ຖ້ານິມິດແຫ່ງພາລະກິດຂອງພຣະເຈົ້າ, ການເປີດເຜີຍ ແລະ ສິ່ງທີ່ພຣະອົງຮຽກຮ້ອງຈາກມະນຸດຊາດ ແລະ ມາດຕະຖານສຳລັບຊີວິດມະນຸດທີ່ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນບັນລຸເພື່ອກາຍມາເປັນຊີວິດຂອງພວກເຂົາ, ຖ້າຜູ້ຄົນດຳລົງຊີວິດຕາມພຣະທຳ ແລະ ຄວາມຈິງເຫຼົ່ານີ້, ແລ້ວພວກເຂົາກໍຖືກເຮັດໃຫ້ສົມບູນໂດຍພຣະທຳຂອງພຣະເຈົ້າ. ຜູ້ຄົນດັ່ງກ່າວໄດ້ເກີດໃໝ່ ແລະ ໄດ້ກາຍມາເປັນຄົນໃໝ່ຜ່ານພຣະທຳຂອງພຣະເຈົ້າ. ນີ້ແມ່ນເສັ້ນທາງທີ່ເປໂຕສະແຫວງຫາຄວາມຈິງ; ມັນເປັນເສັ້ນທາງແຫ່ງການຖືກເຮັດໃຫ້ສົມບູນ. ເພິ່ນຖືກເຮັດໃຫ້ສົມບູນໂດຍພຣະທຳຂອງພຣະເຈົ້າ ແລະ ຮັບເອົາຊີວິດຈາກພຣະທຳຂອງພຣະເຈົ້າ. ຄວາມຈິງທີ່ຖືກສະແດງອອກໂດຍພຣະເຈົ້າໄດ້ກາຍມາເປັນຊີວິດຂອງເພິ່ນ ແລະ ມີແຕ່ເມື່ອນັ້ນ ເພິ່ນຈຶ່ງກາຍມາເປັນບຸກຄົນທີ່ໄດ້ຮັບຄວາມຈິງ. ນີ້ແມ່ນເສັ້ນທາງຂອງການຖືກເຮັດໃຫ້ສົມບູນ. ເປໂຕຖືກພຣະທຳຂອງພຣະເຈົ້າເຮັດໃຫ້ສົມບູນ, ເພິ່ນໄດ້ຮັບຊີວິດຈາກພຣະທຳຂອງພຣະເຈົ້າ, ຄວາມຈິງທີ່ກ່າວອອກໂດຍພຣະເຈົ້າໄດ້ກາຍມາເປັນຊີວິດຂອງເພິ່ນ ແລະ ເພິ່ນກາຍມາເປັນຄົນທີ່ໄດ້ຮັບຄວາມຈິງ. ພວກເຮົາທຸກຄົນຮູ້ວ່າໃນຊ່ວງເວລາທີ່ພຣະເຢຊູຟື້ນຄືນມາຈາກຕາຍ, ເປໂຕມີແນວຄິດ, ຄວາມບໍ່ເຊື່ອຟັງ ແລະ ຄວາມອ່ອນແອຫຼາຍຢ່າງ. ເປັນຫຍັງສິ່ງເຫຼົ່ານີ້ຈຶ່ງປ່ຽນແປງຢ່າງສິ້ນເຊີງໃນພາຍຫຼັງ? ສິ່ງນີ້ມີຄວາມສຳພັນໂດຍກົງກັບການທີ່ເພິ່ນສະແຫວງຫາຄວາມຈິງ. ໃນການສະແຫວງຫາຊີວິດ, ຄົນໆໜຶ່ງຕ້ອງເອົາໃຈໃສ່ກັບການປະຕິບັດຄວາມຈິງ. ການເຂົ້າໃຈຫຼັກຄຳສອນແຕ່ຢ່າງດຽວບໍ່ເປັນປະໂຫຍດເລີຍ ຫຼື ຄົນໆໜຶ່ງບໍ່ສາມາດເວົ້າເຖິງຈຳນວນຫຼັກຄຳສອນ. ສິ່ງເຫຼົ່ານີ້ບໍ່ສາມາດກໍ່ໃຫ້ເກີດການປ່ຽນແປງໃນຊີວິດ-ອຸປະນິໄສຂອງຄົນໆໜຶ່ງ. ການເຂົ້າໃຈຄວາມໝາຍຕາມຕົວອັກສອນໃນພຣະທຳຂອງພຣະເຈົ້າແຕ່ຢ່າງດຽວບໍ່ທຽບເທົ່າການເຂົ້າໃຈຄວາມຈິງ. ມັນເປັນບັນຫາເລື່ອງແກ່ນແທ້ ແລະ ຫຼັກການທີ່ບັນລະຍາຍໃນພຣະທຳຂອງພຣະເຈົ້າທີ່ເປັນຄວາມຈິງ. ທຸກໆວັກໃນຖ້ອຍຄຳຂອງພຣະອົງປະກອບມີຄວາມຈິງ, ເຖິງແມ່ນວ່າຜູ້ຄົນບໍ່ໄດ້ເຂົ້າໃຈມັນແທ້ໆ. ຕົວຢ່າງ: ເມື່ອພຣະເຈົ້າເວົ້າວ່າ “ພວກເຈົ້າຕ້ອງເປັນຄົນຊື່ສັດ”, ມີຄວາມຈິງໃນປະໂຫຍກນີ້. ຍິ່ງມີຄວາມຈິງຫຼາຍຂຶ້ນໃນປະໂຫຍກຕ່າງໆຈາກພຣະອົງ ເຊັ່ນ: “ພວກເຈົ້າຕ້ອງກາຍເປັນຄົນທີ່ຍອມຈຳນົນຕໍ່ໜ້າພຣະເຈົ້າ, ຮັກພຣະເຈົ້າ ແລະ ນະມັດສະການພຣະເຈົ້າ. ພວກເຈົ້າຕ້ອງປະຕິບັດໜ້າທີ່ຂອງພວກເຈົ້າໃນຖານະມະນຸດ”. ແຕ່ລະວັກໃນພຣະທຳຂອງພຣະເຈົ້າອະທິບາຍຄວາມຈິງໜຶ່ງດ້ານ ແລະ ຄວາມຈິງແຕ່ລະປະການເຫຼົ່ານີ້ກ່ຽວຂ້ອງກັບຄວາມຈິງປະການອື່ນໆຢ່າງສະໜິດແໜ້ນ. ສະນັ້ນ, ພຣະເຈົ້າສະແດງຄວາມຈິງພາຍໃນທຸກສິ່ງທີ່ພຣະອົງກ່າວ ແລະ ພຣະເຈົ້າເວົ້າຢ່າງກວ້າງຂວາງກ່ຽວກັບຄວາມຈິງແຕ່ລະປະການ. ຈຸດປະສົງຂອງສິ່ງນີ້ແມ່ນເພື່ອເຮັດໃຫ້ຜູ້ຄົນເຂົ້າໃຈແກ່ນແທ້ຂອງຄວາມຈິງ. ມີພຽງແຕ່ຄົນທີ່ເຂົ້າໃຈພຣະທຳຂອງພຣະເຈົ້າໃນຂອບເຂດນີ້ຈຶ່ງສາມາດເວົ້າໄດ້ວ່າເຂົ້າໃຈພຣະທຳຂອງພຣະເຈົ້າ. ຖ້າເຈົ້າພຽງແຕ່ເຂົ້າໃຈ ແລະ ອະທິບາຍພຣະທຳຂອງພຣະເຈົ້າຕາມຄວາມໝາຍຕາມຕົວອັກສອນຂອງພວກມັນ ແລະ ເວົ້າພຣະທຳທີ່ເປັນຫຼັກຄຳສອນທີ່ວ່າງເປົ່າ, ແລ້ວຄວາມເຂົ້າໃຈຂອງເຈົ້າກໍບໍ່ແມ່ນການເຂົ້າໃຈຄວາມຈິງ. ເຈົ້າພຽງແຕ່ໂອ້ອວດ, ເວົ້າພຽງຢ່າງດຽວແຕ່ບໍ່ມີການດຳເນີນການ, ພຽງແຕ່ຢອກຫຼິ້ນກັບຫຼັກຄຳສອນ.

ຈົນກວ່າຜູ້ຄົນໄດ້ປະສົບກັບພາລະກິດຂອງພຣະເຈົ້າ ແລະ ເຂົ້າໃຈຄວາມຈິງ, ມັນຄືທຳມະຊາດຂອງຊາຕານທີ່ເຂົ້າຄວບຄຸມ ແລະ ມີອຳນາດເໜືອພວກເຂົາຈາກພາຍໃນ. ໂດຍສະເພາະແລ້ວ ທຳມະຊາດນັ້ນນໍາໄປສູ່ຫຍັງ? ຕົວຢ່າງເຊັ່ນ: ເປັນຫຍັງເຈົ້າຈຶ່ງເຫັນແກ່ຕົວ? ເປັນຫຍັງເຈົ້າຈຶ່ງປົກປ້ອງຕໍາແໜ່ງຂອງເຈົ້າເອງ? ເປັນຫຍັງເຈົ້າຈິ່ງມີຄວາມຮູ້ສຶກທີ່ແຮງກ້າເຊັ່ນນັ້ນ? ເປັນຫຍັງເຈົ້າຈຶ່ງເພີດເພີນກັບສິ່ງທີ່ບໍ່ຊອບທຳເຫຼົ່ານັ້ນ? ເປັນຫຍັງເຈົ້າຈຶ່ງມັກຄົນທີ່ຊົ່ວຮ້າຍເຫຼົ່ານັ້ນ? ແມ່ນຫຍັງຄືພື້ນຖານທີ່ເຈົ້າມັກສິ່ງດັ່ງກ່າວ? ສິ່ງເຫຼົ່ານີ້ມາຈາກໃສ? ເປັນຫຍັງເຈົ້າຈຶ່ງມີຄວາມສຸກທີ່ຈະຍອມຮັບເອົາພວກມັນ? ຮອດຕອນນີ້, ພວກເຈົ້າທຸກຄົນກໍໄດ້ມາເຂົ້າໃຈວ່າ ເຫດຜົນຫຼັກໆທີ່ຢູ່ເບື້ອງຫຼັງສິ່ງເຫຼົ່ານີ້ກໍຄືມີພິດຂອງຊາຕານຢຸ່ພາຍໃນມະນຸດ. ສະນັ້ນແມ່ນຫຍັງຄືພິດຂອງຊາຕານ? ມັນສາມາດຖືກສະແດງອອກແນວໃດ? ຕົວຢ່າງເຊັ່ນ: ຖ້າເຈົ້າຖາມວ່າ “ຜູ້ຄົນຄວນດໍາລົງຊີວິດແບບໃດ? ຜູ້ຄົນຄວນດໍາລົງຊີວິເພື່ອຫຍັງ” ຜູ້ຄົນຈະຕອບວ່າ “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”. ວະລີໜຶ່ງຢ່າງນີ້ສຳແດງເຖິງຮາກແທ້ຂອງບັນຫາ. ປັດຊະຍາ ແລະ ເຫດຜົນຂອງຊາຕານໄດ້ກາຍມາເປັນຊີວິດຂອງຜູ້ຄົນ. ບໍ່ວ່າຜູ້ຄົນຈະສະແຫວງຫາຫຍັງກໍ່ຕາມ, ພວກເຂົາກໍ່ເຮັດເຊັ່ນນັ້ນເພື່ອຕົນເອງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງດໍາລົງຊີວິດເພື່ອຕົນເອງເທົ່ານັ້ນ. “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”, ນີ້ແມ່ນຊີວິດ-ປັດຊະຍາຂອງມະນຸດ ແລະ ມັນຍັງເປັນຕົວແທນໃຫ້ແກ່ທຳມະຊາດຂອງມະນຸດ. ຄຳເວົ້າເຫຼົ່ານີ້ໄດ້ກາຍມາເປັນທຳມະຊາດຂອງມະນຸດຊາດທີ່ເສື່ອມຊາມ ແລະ ພວກມັນເປັນພາບວາດທີ່ແທ້ຈິງຂອງທຳມະຊາດແບບຊາຕານຂອງມະນຸດຊາດທີ່ເສື່ອມຊາມ. ສິ່ງນີ້ໄດ້ກາຍມາເປັນພື້ນຖານສຳລັບການເປັນຢູ່ຂອງມະນຸດຊາດທີ່ເສື່ອມຊາມ. ເປັນເວລາຫຼາຍພັນປີ, ມະນຸດຊາດທີ່ເສື່ອມຊາມໄດ້ດຳລົງຊີວິດຕາມພິດນີ້ຂອງຊາຕານ, ຈົນມາເຖິງທຸກມື້ນີ້. ທຸກສິ່ງທີ່ຊາຕານເຮັດແມ່ນເພື່ອຄວາມກະຫາຍ, ຄວາມທະເຍີທະຍານ ແລະ ຈຸດປະສົງຂອງມັນເອງ. ມັນປາດຖະໜາທີ່ຈະຢູ່ລື່ນພຣະເຈົ້າ, ເປັນອິດສະຫຼະຈາກພຣະເຈົ້າ ແລະ ເຂົ້າຍຶດທຸກສິ່ງທີ່ພຣະເຈົ້າໄດ້ສ້າງ. ໃນປັດຈຸບັນ, ສິ່ງດັ່ງກ່າວຄືຂອບເຂດທີ່ຜູ້ຄົນຖືກຊາຕານເຮັດໃຫ້ເສື່ອມຊາມ: ພວກເຂົາທຸກຄົນມີທຳມະຊາດຂອງຊາຕານ, ພວກເຂົາທຸກຄົນພະຍາຍາມປະຕິເສດ ແລະ ຕໍ່ຕ້ານພຣະເຈົ້າ ແລະ ພວກເຂົາຕ້ອງການຄວບຄຸມໂຊກຊະຕາຂອງພວກເຂົາເອງ ແລະ ພະຍາຍາມຕໍ່ຕ້ານການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ. ຄວາມທະເຍີທະຍານ ແລະ ຄວາມກະຫາຍຂອງພວກເຂົາເປັນແບບດຽວກັນກັບຂອງຊາຕານແທ້ໆ. ສະນັ້ນ, ທຳມະຊາດຂອງມະນຸດຄືທຳມະຊາດຂອງຊາຕານ. ໃນຄວາມເປັນຈິງແລ້ວ, ຄຳຂວັນ ແລະ ຄຳພັງເພີຍຂອງຫຼາຍຄົນສື່ເຖິງທຳມະຊາດຂອງມະນຸດ ແລະ ສະທ້ອນເຖິງຄວາມເສື່ອມຊາມຂອງມະນຸດ. ສິ່ງຕ່າງໆທີ່ຜູ້ຄົນເລືອກແມ່ນຄວາມມັກຂອງພວກເຂົາເອງ ແລະ ພວກມັນທັງໝົດກໍເປັນຕົວແທນໃຫ້ກັບອຸປະນິໄສ ແລະ ການສະແຫວງຫາຂອງຜູ້ຄົນ. ໃນທຸກຄຳເວົ້າທີ່ບຸກຄົນໜຶ່ງເວົ້າ ແລະ ໃນທຸກສິ່ງທີ່ພວກເຂົາເຮັດ, ບໍ່ວ່າມັນຈະຖືກປິດບັງແນວໃດກໍຕາມ, ມັນບໍ່ສາມາດປົກປິດທຳມະຊາດຂອງພວກເຂົາ. ຕົວຢ່າງ: ໂດຍປົກກະຕິແລ້ວ ພວກຟາຣີຊາຍເທດສະໜາໄດ້ຂ້ອນຂ້າງດີ, ແຕ່ເມື່ອພວກເຂົາໄດ້ຍິນຄຳເທດສະໜາ ແລະ ຄວາມຈິງທີ່ພຣະເຢຊູກ່າວອອກ, ແທນທີ່ຈະຍອມຮັບພວກມັນ, ພວກເຂົາໄດ້ປະນາມສິ່ງເຫຼົ່ານັ້ນ. ສິ່ງນີ້ໄດ້ເປີດໂປງເຖິງທຳມະຊາດ ແລະ ແກ່ນແທ້ຂອງພວກຟາຣີຊາຍທີ່ເບື່ອໜ່າຍ ແລະ ກຽດຊັງຄວາມຈິງ. ບາງຄົນເວົ້າໄດ້ຂ້ອນຂ້າງດີ ແລະ ເກັ່ງໃນການປິດບັງຕົນເອງ, ແຕ່ຫຼັງຈາກທີ່ຄົນອື່ນພົວພັນກັບພວກເຂົາໄດ້ຊົ່ວໄລຍະໜຶ່ງ, ຄົນອື່ນກໍຄົ້ນພົບວ່າທຳມະຊາດຂອງພວກເຂົາມີເລ່ຫຼ່ຽມ ແລະ ບໍ່ຊື່ສັດຢ່າງຮ້າຍແຮງ. ຫຼັງຈາກທີ່ໄດ້ພົວພັນກັບພວກເຂົາເປັນເວລາດົນນານ, ທຸກຄົນກໍຄົ້ນພົບແກ່ນແທ້ ແລະ ທຳມະຊາດຂອງພວກເຂົາ. ໃນທີ່ສຸດ, ຄົນອື່ນກໍ່ໄດ້ຂໍ້ສະຫຼຸບດັ່ງຕໍ່ໄປນີ້: ພວກເຂົາບໍ່ເຄີຍກ່າວຄຳເວົ້າແຫ່ງຄວາມຈິງ ແລະ ເປັນຄົນທີ່ຫຼອກລວງ. ຖ້ອຍຄຳນີ້ສະແດງເຖິງທຳມະຊາດຂອງຜູ້ຄົນດັ່ງກ່າວ ແລະ ມັນຄືພາບປະກອບ ແລະ ຂໍ້ພິສູດທີ່ດີທີ່ສຸດຂອງທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາ. ປັດຊະຍາແຫ່ງການດຳລົງຊີວິດຂອງພວກເຂົາຄືການບໍ່ບອກຄວາມຈິງແກ່ຜູ້ໃດຜູ້ໜຶ່ງ ລວມເຖິງການບໍ່ເຊື່ອໃຈຜູ້ໃດຜູ້ໜຶ່ງ. ທຳມະຊາດແບບຊາຕານຂອງມະນຸດປະກອບມີປັດຊະຍາ ແລະ ພິດຂອງຊາຕານຈຳນວນຫຼວງຫຼາຍ. ບາງເທື່ອ ເຈົ້າເອງກໍເຖິງກັບບໍ່ຮູ້ຈັກກ່ຽວກັບສິ່ງນັ້ນ ແລະ ບໍ່ເຂົ້າໃຈພວກມັນ; ເຖິງຢ່າງໃດກໍ່ຕາມ, ທຸກຊ່ວງເວລາໃນຊີວິດຂອງເຈົ້າກໍອີງຕາມສິ່ງເຫຼົ່ານີ້. ຍິ່ງໄປກວ່ານັ້ນ, ເຈົ້າກໍຄິດວ່າສິ່ງເຫຼົ່ານີ້ຂ້ອນຂ້າງຖືກຕ້ອງ ແລະ ສົມເຫດສົມຜົນ ແລະ ບໍ່ຜິດພາດເລີຍ. ສິ່ງນີ້ກໍພຽງພໍທີ່ຈະສະແດງໃຫ້ເຫັນວ່າ ປັດຊະຍາຂອງຊາຕານໄດ້ກາຍມາເປັນທຳມະຊາດຂອງຜູ້ຄົນ ແລະ ພວກເຂົາກໍດຳລົງຊີວິດຕາມພວກມັນຢ່າງສົມບູນ, ຄິດວ່າວິທີການດຳລົງຊີວິດນີ້ເປັນສິ່ງທີ່ດີ ແລະ ບໍ່ມີຄວາມສຳນຶກທີ່ຢາກກັບໃຈເລີຍ. ສະນັ້ນ ພວກເຂົາກຳລັງເປີດເຜີຍທຳມະຊາດແບບຊາຕານຂອງພວກເຂົາຢ່າງສະໝໍ່າສະເໝີ ແລະ ພວກເຂົາດຳລົງຊີວິດໂດຍປັດຊະຍາຂອງຊາຕານຢ່າງສະໝໍ່າສະເໝີ. ທຳມະຊາດຂອງຊາຕານຄືຊີວິດຂອງມະນຸດ ແລະ ມັນແມ່ນທຳມະຊາດ ແລະ ແກ່ນແທ້ຂອງມະນຸດຊາດ. ສິ່ງທີ່ເປັນທຳມະຊາດແມ່ນສາມາດສະແດງອອກຜ່ານຂໍ້ສະຫຼຸບທີ່ເປັນຄຳເວົ້າຢ່າງສົມບູນ. ໃນທຳມະຊາດຂອງມະນຸດ, ມີຄວາມອວດດີ, ຄວາມຫຼອກລວງ ແລະ ຄວາມປາຖະໜາທີ່ຈະໂດດເດັ່ນ. ມັນຍັງປະກອບມີຄວາມໂລບມາກເຫັນແກ່ເງິນທີ່ວາງກຳໄລກ່ອນໜ້າທຸກສິ່ງ ແລະ ບໍ່ໄດ້ຄຳນຶງເຖິງຊີວິດ. ຍັງມີຄວາມຫຼອກລວງ, ຄວາມຄົດໂກງ ແລະ ແນວໂນ້ມຢູ່ພາຍໃນເພື່ອສໍ້ໂກງຜູ້ຄົນໃນທຸກມຸມ, ພ້ອມທັງຄວາມຊົ່ວຮ້າຍ ແລະ ຄວາມສົກກະປົກທີ່ບໍ່ສາມາດແບກຮັບໄດ້. ນີ້ຄືຂໍ້ສະຫຼຸບໃນທຳມະຊາດຂອງມະນຸດ. ຖ້າເຈົ້າສາມາດແຍກແຍະຫຼາຍດ້ານທີ່ເລີ່ມຖືກເປີດເຜີຍພາຍໃນທຳມະຊາດຂອງເຈົ້າ, ແລ້ວເຈົ້າໄດ້ຮັບຄວາມເຂົ້າໃຈກ່ຽວກັບມັນແລ້ວ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບແມ່ນຫຍັງກໍຕາມທີ່ຖືກເປີດເຜີຍພາຍໃນທຳມະຊາດຂອງເຈົ້າ, ແລ້ວເຈົ້າບໍ່ມີຄວາມເຂົ້າໃຈໃດໆກ່ຽວກັບທຳມະຊາດຂອງເຈົ້າເອງ. ເປໂຕສະແຫວງຫາເພື່ອຮູ້ຈັກຕົນເອງ ແລະ ເຫັນສິ່ງທີ່ໄດ້ຖືກເປີດເຜີຍໃນຕົວເພິ່ນຜ່ານການເຮັດໃຫ້ບໍລິສຸດໂດຍພຣະທຳຂອງພຣະເຈົ້າ ແລະ ພາຍໃນການທົດລອງຕ່າງໆທີ່ພຣະເຈົ້າໄດ້ຈັດຕຽມໄວ້ໃຫ້ແກ່ເພິ່ນ. ເມື່ອເພິ່ນໄດ້ມາເຂົ້າໃຈຕົນເອງຢ່າງແທ້ຈິງ, ເປໂຕຮັບຮູ້ວ່າມະນຸດຊ່າງເສື່ອມຊາມຫຼາຍແທ້ໆ, ພວກເຂົາຊ່າງໄຮ້ຄຸນຄ່າ ແລະ ບໍ່ຄູ່ຄວນໃນການຮັບໃຊ້ພຣະເຈົ້າ ແລະ ພວກເຂົາກໍບໍ່ສົມຄວນມີຊີວິດຢູ່ຕໍ່ໜ້າພຣະເຈົ້າ. ແລ້ວເປໂຕກໍກົ້ມຂາບລົງຕໍ່ໜ້າພຣະເຈົ້າ. ເມື່ອມີປະສົບການຫຼາຍຂະໜາດນັ້ນ, ໃນທີ່ສຸດ ເປໂຕກໍ່ເລີ່ມຮູ້ສຶກ “ການຮູ້ຈັກພຣະເຈົ້າແມ່ນສິ່ງທີ່ລ້ຳຄ່າທີ່ສຸດ! ຖ້າຂ້ານ້ອຍຕາຍໄປກ່ອນໄດ້ຮູ້ຈັກພຣະອົງ, ມັນຄົງຈະໜ້າເວດທະນາ. ການຮູ້ຈັກພຣະເຈົ້າແມ່ນສິ່ງທີ່ສຳຄັນທີ່ສຸດ, ມີຄວາມໝາຍທີ່ສຸດ. ຖ້າມະນຸດບໍ່ຮູ້ຈັກພຣະເຈົ້າ, ແລ້ວພວກເຂົາກໍບໍ່ສົມຄົນທີ່ຈະມີຊີວິດຢູ່, ເປັນເຊັ່ນດຽວກັບສັດ ແລະ ບໍ່ມີຊີວິດ”. ເມື່ອປະສົບການຂອງເປໂຕມາເຖິງຈຸດນີ້, ເພິ່ນກໍໄດ້ມາຮູ້ຈັກທຳມະຊາດຂອງຕົວເພິ່ນເອງ ແລະ ເພິ່ນໄດ້ຮັບຄວາມເຂົ້າໃຈກ່ຽວກັບມັນຂ້ອນຂ້າງດີ. ເຖິງແມ່ນວ່າ ບາງທີ ເພິ່ນອາດຈະບໍ່ສາມາດອະທິບາຍມັນໄດ້ຢ່າງຊັດເຈນຄືກັບຜູ້ຄົນທຸກມື້ນີ້, ເປໂຕກໍໄດ້ມາເຖິງສະພາວະນີ້ຢ່າງແທ້ຈິງ. ເພາະສະນັ້ນ, ການຍ່າງໃນເສັ້ນທາງທີ່ສະແຫວງຫາຄວາມຈິງ ແລະ ການຖືກພຣະເຈົ້າເຮັດໃຫ້ສົມບູນຈຳເປັນຕ້ອງມີການຮູ້ຈັກທຳມະຊາດຂອງຕົນເອງຈາກພາຍໃນຖ້ອຍຄຳຂອງພຣະເຈົ້າ ພ້ອມທັງເຂົ້າໃຈລັກສະນະທີ່ຫຼາກຫຼາຍຂອງທຳມະຊາດຂອງຕົນເອງ ແລະ ອະທິບາຍມັນອອກເປັນຄຳເວົ້າໄດ້ຢ່າງຖືກຕ້ອງ, ເວົ້າຢ່າງຊັດເຈນ ແລະ ຢ່າງແຈ່ມແຈ້ງ. ມີພຽງສິ່ງນີ້ຄືການຮູ້ຈັກຕົວເຈົ້າເອງຢ່າງແທ້ຈິງ ແລະ ດ້ວຍວິທີນີ້ເທົ່ານັ້ນ, ເຈົ້າຈຶ່ງຈະໄດ້ບັນລຸຜົນຮັບທີ່ພຣະເຈົ້າຮຽກຮ້ອງ. ຖ້າຄວາມຮູ້ຂອງເຈົ້າຍັງບໍ່ທັນຮອດຈຸດນີ້ເທື່ອ, ແຕ່ເຈົ້າອ້າງວ່າຮູ້ຈັກຕົວເຈົ້າເອງ ແລະ ເວົ້າວ່າເຈົ້າໄດ້ຮັບຊີວິດ ແລ້ວບໍ່ແມ່ນເຈົ້າພຽງແຕ່ກຳລັງຂີ້ໂມ້ຢູ່ບໍ? ເຈົ້າບໍ່ຮູ້ຈັກຕົວເຈົ້າເອງ ແລະ ເຈົ້າບໍ່ຮູ້ວ່າເຈົ້າເປັນຫຍັງຢູ່ຕໍ່ໜ້າພຣະເຈົ້າ, ເຈົ້າບໍ່ຮູ້ວ່າເຈົ້າໄດ້ບັນລຸມາດຕະຖານຂອງການເປັນມະນຸດຢ່າງແທ້ຈິງ ຫຼື ເຈົ້າຍັງມີອົງປະກອບຂອງຊາຕານຫຼາຍປານໃດຢູ່ພາຍໃນຕົວເຈົ້າ ຫຼື ບໍ່. ເຈົ້າຍັງບໍ່ຊັດເຈນວ່າເຈົ້າເປັນຂອງໃຜ ແລະ ເຈົ້າບໍ່ມີແມ່ນແຕ່ຄວາມຮູ້ໃນຕົວເອງ, ແລ້ວເຈົ້າຈະສາມາດມີເຫດຜົນຕໍ່ໜ້າພຣະເຈົ້າໄດ້ແນວໃດ? ເມື່ອເປໂຕກຳລັງສະແຫວງຫາຊີວິດ, ເພິ່ນສຸມໃສ່ການເຂົ້າໃຈຕົນເອງ ແລະ ການປ່ຽນແປງອຸປະນິໄສຕະຫຼອດໄລຍະການທົດລອງຂອງເພິ່ນ ແລະ ເພິ່ນພະຍາຍາມທີ່ຈະຮູ້ຈັກພຣະເຈົ້າ. ໃນທີ່ສຸດ ເພິ່ນກໍຄິດໄດ້ວ່າ “ຜູ້ຄົນຕ້ອງສະແຫວງຫາຄວາມເຂົ້າໃຈກ່ຽວກັບພຣະເຈົ້າໃນຊີວິດ; ການຮູ້ຈັກພຣະອົງແມ່ນສິ່ງທີ່ສຳຄັນທີ່ສຸດ. ຖ້າຂ້ານ້ອຍບໍ່ຮູ້ຈັກພຣະເຈົ້າ, ຂ້ານ້ອຍກໍຈະບໍ່ສາມາດມີຄວາມສະຫງົບສຸກໄດ້ເມື່ອຂ້ານ້ອຍຕາຍໄປ. ເມື່ອຂ້ານ້ອຍຮູ້ຈັກພຣະອົງ, ຕໍ່ມາຖ້າພຣະເຈົ້າໃຫ້ຂ້ານ້ອຍຕາຍ, ຂ້ານ້ອຍກໍຮູ້ສຶກຍິນດີ. ຂ້ານ້ອຍຈະບໍ່ຈົ່ມວ່າແມ່ນແຕ່ໜ້ອຍດຽວເລີຍ ແລະ ຊີວິດທັງໝົດຂອງຂ້ານ້ອຍກໍຈະຖືກຕື່ມເຕັມ”. ເປໂຕບໍ່ສາມາດໄດ້ຮັບຄວາມເຂົ້າໃຈລະດັບນີ້ ຫຼື ມາຮອດຈຸດນີ້ທັນທີຫຼັງຈາກທີ່ເພິ່ນໄດ້ເລີ່ມເຊື່ອໃນພຣະເຈົ້າ; ເພິ່ນຕ້ອງໄດ້ຜ່ານການທົດລອງໃຫຍ່ໆຫຼາຍຢ່າງເສຍກ່ອນ. ປະສົບການຂອງເພິ່ນຕ້ອງໄປເຖິງຈຸດສຳຄັນໃດໜຶ່ງ ແລະ ເພິ່ນຕ້ອງເຂົ້າໃຈຕົນເອງຢ່າງຄົບຖ້ວນ ກ່ອນທີ່ເພິ່ນຈະສາມາດຮູ້ສຶກໄດ້ເຖິງຄຸນຄ່າຂອງການຮູ້ຈັກພຣະເຈົ້າ. ເພາະສະນັ້ນ, ເສັ້ນທາງທີ່ເປໂຕຍ່າງແມ່ນເສັ້ນທາງແຫ່ງການສະແຫວງຫາຄວາມຈິງ ແລະ ເປັນເສັ້ນທາງແຫ່ງການຮັບເອົາຊີວິດ ແລະ ການຖືກເຮັດໃຫ້ສົມບູນ. ນີ້ແມ່ນດ້ານການປະຕິບັດໂດຍສະເພາະຂອງເພິ່ນທີ່ເພິ່ນໄດ້ສຸມໃສ່ເປັນຕົ້ນຕໍ.

ໃນຄວາມເຊື່ອຂອງພວກເຈົ້າໃນພຣະເຈົ້າ, ພວກເຈົ້າກຳລັງຍ່າງຕາມເສັ້ນທາງຫຍັງໃນຕອນນີ້? ຖ້າພວກເຈົ້າບໍ່ໄດ້ສະແຫວງຫາຊີວິດ ແລະ ການເຂົ້າໃຈຕົນເອງ, ເຊັ່ນດຽວກັບເປໂຕ ໃຫ້ສະແຫວງຫາຊີວິດ, ຄວາມເຂົ້າໃຈກ່ຽວກັບຕົນເອງ ແລະ ຄວາມຮູ້ກ່ຽວກັບພຣະເຈົ້າເຊັ່ນດຽວກັນກັບເປໂຕ, ແລ້ວເຈົ້າກໍ່ບໍ່ໄດ້ກຳລັງຍ່າງຕາມເສັ້ນທາງຂອງເປໂຕ. ທຸກມື້ນີ້, ຄົນສ່ວນໃຫຍ່ຢູ່ໃນສະພາວະແບບນີ້: ເພື່ອຮັບເອົາພອນ, ຂ້ອຍຕ້ອງສະລະຕົນເອງເພື່ອພຣະເຈົ້າ ແລະ ຈ່າຍລາຄາສຳລັບພຣະອົງ. ເພື່ອຮັບເອົາພອນ, ຂ້ອຍຕ້ອງປະຖິ້ມທຸກສິ່ງສຳລັບພຣະເຈົ້າ; ຂ້ອຍຕ້ອງເຮັດສິ່ງທີ່ພຣະອົງຝາກຝັງໄວ້ໃຫ້ຂ້ອຍນັ້ນສຳເລັດ ແລະ ຂ້ອຍຕ້ອງປະຕິບັດໜ້າທີ່ຂອງຂ້ອຍໃຫ້ດີ. ສະພາວະນີ້ຖືກຄອບງໍາໂດຍເຈດຕະນາເພື່ອຮັບເອົາພອນ ເຊິ່ງເປັນຕົວຢ່າງຂອງການສະລະຕົນເອງເພື່ອພຣະເຈົ້າຢ່າງສົມບູນສຳລັບຈຸດປະສົງໃນການຮັບເອົາລາງວັນຈາກພຣະອົງ ແລະ ການຮັບເອົາມົງກຸດ. ຄົນດັ່ງກ່າວບໍ່ມີຄວາມຈິງໃນຫົວໃຈຂອງພວກເຂົາ ແລະ ມັນເປັນທີ່ແນ່ນອນວ່າຄວາມເຂົ້າໃຈຂອງພວກເຂົາກໍພຽງແຕ່ປະກອບມີຄຳເວົ້າສອງສາມຄຳທີ່ເປັນຄຳສອນ ເຊິ່ງພວກເຂົາໂອ້ອວດໃນທຸກບ່ອນທີ່ພວກເຂົາໄປ. ເສັ້ນທາງຂອງພວກເຂົາແມ່ນເສັ້ນທາງຂອງໂປໂລ. ຄວາມເຊື່ອຂອງຜູ້ຄົນດັ່ງກ່າວແມ່ນການກະທຳທີ່ທຸ້ມເທຢ່າງຕໍ່ເນື່ອງ ແລະ ເລິກໆພາຍໃນ ພວກເຂົາຮູ້ສຶກວ່າຍິ່ງພວກເຂົາເຮັດຫຼາຍສໍ່າໃດ ມັນກໍ່ຍິ່ງພິສູດຄວາມຈົງຮັກພັກດີຂອງພວກເຂົາຕໍ່ພຣະເຈົ້າຫຼາຍສ່ຳນັ້ນ; ຍິ່ງພວກເຂົາເຮັດຫຼາຍສໍ່າໃດ ພຣະອົງກໍ່ຍິ່ງພໍໃຈຢ່າງແນ່ນອນ; ແລະ ຍິ່ງພວກເຂົາເຮັດຫຼາຍສໍ່າໃດ ພວກເຂົາກໍ່ຍິ່ງສົມຄວນໄດ້ຮັບມົງກຸດຕໍ່ໜ້າພຣະເຈົ້າຫຼາຍສໍ່ານັ້ນ ແລະ ພວກເຂົາຈະໄດ້ຮັບພອນທີ່ຍິ່ງໃຫຍ່ຂຶ້ນສໍ່ານັ້ນ. ພວກເຂົາຄິດວ່າຖ້າພວກເຂົາສາມາດອົດທົນກັບການທົນທຸກ, ເທດສະໜາ ແລະ ຕາຍເພື່ອພຣະຄຣິດ, ຖ້າພວກເຂົາສາມາດເສຍສະລະຊີວິດຂອງພວກເຂົາເອງ ແລະ ຖ້າພວກເຂົາສາມາດສຳເລັດໜ້າທີ່ທັງໝົດທີ່ພຣະເຈົ້າໄດ້ຝາກຝັງໃຫ້ກັບພວກເຂົາ, ແລ້ວພວກເຂົາຈະເປັນຄົນທີ່ໄດ້ຮັບພອນທີ່ຍິ່ງໃຫຍ່ທີ່ສຸດ ແລະ ພວກເຂົາຈະໄດ້ຮັບມົງກຸດຢ່າງແນ່ນອນ. ນີ້ແມ່ນສິ່ງທີ່ໂປໂລຈິນຕະນາການ ແລະ ສິ່ງທີ່ເພິ່ນສະແຫວງຫາຢ່າງແນ່ນອນ. ນີ້ແມ່ນເສັ້ນທາງທີ່ເພິ່ນຍ່າງຕາມຢ່າງແທ້ຈິງ ແລະ ມັນຢູ່ພາຍໃຕ້ຄຳຊີ້ນໍາຂອງຄວາມຄິດດັ່ງກ່າວ ເພິ່ນຈຶ່ງເຮັດວຽກເພື່ອຮັບໃຊ້ພຣະເຈົ້າ. ຄວາມຄິດ ແລະ ເຈດຕະນາເຫຼົ່ານັ້ນບໍ່ໄດ້ມີຕົ້ນກຳເນີດມາຈາກທຳມະຊາດຂອງຊາຕານບໍ? ມັນເປັນຄືກັບມະນຸດໃນໂລກ, ຜູ້ທີ່ເຊື່ອວ່າໃນຂະນະທີ່ຢູ່ເທິງໂລກ ພວກເຂົາຕ້ອງສະແຫວງຫາຄວາມຮູ້ ແລະ ຫຼັງຈາກທີ່ໄດ້ຮັບມັນ ພວກເຂົາຈຶ່ງສາມາດເປັນທີ່ໂດດເດັ່ນຈາກຝູງຊົນ, ກາຍມາເປັນເຈົ້າໜ້າທີ່ ແລະ ມີສະຖານະ. ພວກເຂົາຄິດວ່າ ຫຼັງຈາກທີ່ພວກເຂົາມີສະຖານະ ພວກເຂົາກໍ່ສາມາດຮັບຮູ້ຄວາມທະເຍີທະຍານຂອງພວກເຂົາ ແລະ ນໍາພາທຸລະກິດຂອງພວກເຂົາ ແລະ ການປະຕິບັດໃນຄອບຄົວໄປສູ່ຄວາມຈະເລີນຮຸ່ງເຮືອງໃນລະດັບໃດໜຶ່ງ. ຜູ້ທີ່ບໍ່ເຊື່ອທຸກຄົນບໍ່ໄດ້ຍ່າງຕາມເສັ້ນທາງນີ້ບໍ? ຄົນທີ່ຖືກຄອບງຳໂດຍທຳມະຊາດຂອງຊາຕານນີ້ພຽງແຕ່ສາມາດເປັນຄືກັບໂປໂລໃນຄວາມເຊື່ອຂອງພວກເຂົາ. ພວກເຂົາຄິດວ່າ “ຂ້ອຍຕ້ອງປະຖິ້ມທຸກສິ່ງເພື່ອເສຍສະລະຕົນເອງໃຫ້ກັບພຣະເຈົ້າ. ຂ້ອຍຕ້ອງຊື່ສັດຢູ່ຕໍ່ໜ້າພຣະເຈົ້າ ແລະ ໃນທີ່ສຸດແລ້ວ ຂ້ອຍຈະໄດ້ຮັບລາງວັນທີ່ຍິ່ງໃຫຍ່ ແລະ ມົງກຸດທີ່ຍິ່ງໃຫຍ່”. ນີ້ແມ່ນທ່າທີແບບດຽວກັນກັບຜູ້ຄົນທາງໂລກທີ່ສະແຫວງຫາສິ່ງຕ່າງໆໃນໂລກ. ພວກມັນບໍ່ໄດ້ແຕກຕ່າງຫຍັງກັນເລີຍ ແລະ ພວກມັນມີທຳມະຊາດແບບດຽວກັນ. ເມື່ອຜູ້ຄົນມີທຳມະຊາດແບບນີ້ຂອງຊາຕານ, ໃນຂ້າງນອກໃນໂລກ ພວກເຂົາຈະສະແຫວງຫາເພື່ອຮັບເອົາຄວາມຮູ້, ການຮຽນຮູ້, ສະຖານະ ແລະ ເປັນທີ່ໂດດເດັ່ນຈາກຝູງຊົນ. ຖ້າພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາຈະສະແຫວງຫາເພື່ອຮັບເອົາມົງກຸດທີ່ຍິ່ງໃຫຍ່ ແລະ ພອນທີ່ຍິ່ງໃຫຍ່. ຖ້າຜູ້ຄົນບໍ່ສະແຫວງຫາຄວາມຈິງເມື່ອພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາກໍຈະຮັບເອົາເສັ້ນທາງນີ້ຢ່າງແນ່ນອນ. ນີ້ຄືຂໍ້ແທ້ຈິງທີ່ບໍ່ສາມາດປ່ຽນແປງໄດ້, ມັນຄືກົດເກນທຳມະຊາດ. ເສັ້ນທາງທີ່ຜູ້ຄົນທີ່ບໍ່ສະແຫວງຫາຄວາມຈິງຍ່າງຄືເສັ້ນທາງທີ່ຢູ່ກົງກັນຂ້າມກັບເປໂຕໂດຍກົງ. ໃນປັດຈຸບັນ ພວກເຈົ້າທຸກຄົນກຳລັງຍ່າງຕາມເສັ້ນທາງໃດ? ເຖິງແມ່ນເຈົ້າອາດບໍ່ໄດ້ວາງແຜນທີ່ຈະຍ່າງຕາມເສັ້ນທາງຂອງໂປໂລ, ທຳມະຊາດຂອງເຈົ້າໄດ້ກຳນົດໃຫ້ເຈົ້າຍ່າງຕາມຫົນທາງນີ້ ແລະ ເຈົ້າກໍ່ຍ່າງໄປໃນທິດທາງນັ້ນໂດຍບໍ່ຮູ້ຕົວ. ເຖິງແມ່ນເຈົ້າຕ້ອງການກ້າວຂາໃນເສັ້ນທາງຂອງເປໂຕ, ຖ້າເຈົ້າບໍ່ຊັດເຈນກ່ຽວກັບວ່າຈະເຮັດແບບນັ້ນໄດ້ແນວໃດ, ແລ້ວເຈົ້າກໍ່ຈະຍ່າງຕາມເສັ້ນທາງຂອງໂປໂລໂດຍບໍ່ສະໝັກໃຈ. ນີ້ແມ່ນຄວາມເປັນຈິງໃນສະຖານະການດັ່ງກ່າວ. ໃນທຸກມື້ນີ້, ຄົນໆໜຶ່ງຄວນຍ່າງຕາມເສັ້ນທາງຂອງເປໂຕແນວໃດແທ້ໆ? ຖ້າເຈົ້າບໍ່ສາມາດແຍກແຍະລະຫວ່າງເສັ້ນທາງຂອງເປໂຕ ແລະ ໂປໂລ ຫຼື ຖ້າເຈົ້າບໍ່ລຶ້ງເຄີຍກັບເສັ້ນທາງເຫຼົ່ານັ້ນເລີຍ, ແລ້ວບໍ່ວ່າເຈົ້າອ້າງວ່າກຳລັງຍ່າງຕາມເສັ້ນທາງຂອງເປໂຕຫຼາຍສໍ່າໃດ, ຄຳເວົ້າເຫຼົ່ານັ້ນຂອງເຈົ້າກໍ່ເປັນພຽງຄຳເວົ້າທີ່ວ່າງເປົ່າ. ຢ່າງທຳອິດ, ເຈົ້າຈຳເປັນຕ້ອງມີແນວຄິດທີ່ຊັດເຈນກ່ຽວກັບວ່າແມ່ນຫຍັງຄືເສັ້ນທາງຂອງເປໂຕ ແລະ ແມ່ນຫຍັງຄືເສັ້ນທາງຂອງໂປໂລ. ມີແຕ່ເມື່ອເຈົ້າເຂົ້າໃຈຢ່າງແທ້ຈິງວ່າເສັ້ນທາງຂອງເປໂຕເປັນເສັ້ນທາງແຫ່ງການສະແຫວງຊີວິດ ແລະ ເປັນເສັ້ນທາງດຽວສູ່ຄວາມສົມບູນແບບ, ເຈົ້າຈຶ່ງຈະສາມາດຍ່າງຕາມເສັ້ນທາງຂອງເປໂຕ, ສະແຫວງຫາດັ່ງທີ່ເພິ່ນໄດ້ສະແຫວງຫາ ແລະ ປະຕິບັດຫຼັກການທີ່ເພິ່ນໄດ້ປະຕິບັດ. ຖ້າເຈົ້າບໍ່ເຂົ້າໃຈເສັ້ນທາງຂອງເປໂຕ, ແລ້ວເສັ້ນທາງທີ່ເຈົ້າຍ່າງຕາມກໍ່ຈະເປັນເສັ້ນທາງຂອງໂປໂລຢ່າງແນ່ນອນ, ຍ້ອນມັນຈະບໍ່ມີເສັ້ນທາງອື່ນສຳລັບເຈົ້າ; ເຈົ້າຈະບໍ່ມີທາງເລືອກໃນເລື່ອງດັ່ງກ່າວ. ຜູ້ຄົນທີ່ບໍ່ເຂົ້າໃຈຄວາມຈິງ ແລະ ຄົນທີ່ບໍ່ສາມາດສະແຫວງຫາມັນໄດ້ຈະພົບວ່າມັນຍາກທີ່ຈະຍ່າງຕາມເສັ້ນທາງຂອງເປໂຕ, ເຖິງແມ່ນວ່າພວກເຂົາມີຄວາມເດັດດ່ຽວ. ມັນສາມາດເວົ້າໄດ້ວ່າ ມັນເປັນຄວາມກະລຸນາ ແລະ ການຍົກຍ້ອງຂອງພຣະເຈົ້າ ໃນຕອນນີ້ ພຣະເຈົ້າໄດ້ເປີດເຜີຍເສັ້ນທາງແຫ່ງຄວາມລອດພົ້ນ ແລະ ຄວາມສົມບູນແບບໃຫ້ກັບພວກເຈົ້າ. ພຣະເຈົ້າເປັນຜູ້ທີ່ຊີ້ນໍາພວກເຈົ້າສູ່ເສັ້ນທາງຂອງເປໂຕ. ຫາກບໍ່ມີການຊີ້ນໍາ ແລະ ແສງສະຫວ່າງຂອງພຣະເຈົ້າ, ບໍ່ມີຜູ້ໃດຈະສາມາດຍ່າງຕາມເສັ້ນທາງຂອງເປໂຕ ແລະ ທາງເລືອກດຽວກໍ່ຈະເປັນການຍ່າງຕາມເສັ້ນທາງຂອງໂປໂລ, ຕາມບາດກ້າວສູ່ຄວາມຫາຍະນະຂອງໂປໂລ. ໃນຕອນນັ້ນ ໂປໂລບໍ່ໄດ້ຮູ້ສຶກວ່າມັນຜິດທີ່ຈະຍ່າງຕາມເສັ້ນທາງນັ້ນ; ເພິ່ນເຊື່ອຢ່າງສົມບູນວ່າມັນຖືກຕ້ອງ. ເພິ່ນບໍ່ໄດ້ຮັບຄວາມຈິງ ແລະ ເພິ່ນບໍ່ໄດ້ຜະເຊີນກັບການປ່ຽນແປງໃນອຸປະນິໄສເປັນພິເສດ. ເພິ່ນເຊື່ອໃນຕົນເອງຫຼາຍເກີນໄປ ແລະ ຮູ້ສຶກວ່າບໍ່ມີບັນຫາແມ່ນແຕ່ໜ້ອຍດຽວໃນການເຊື່ອແບບນັ້ນ. ເພິ່ນສືບຕໍ່ໄປຂ້າງໜ້າ, ເຕັມໄປດ້ວຍຄວາມໝັ້ນໃຈ ແລະ ມີຄວາມໝັ້ນໃຈໃນຕົນເອງຫຼາຍທີ່ສຸດ. ໃນຕອນທ້າຍ, ເພິ່ນບໍ່ຮູ້ສຶກຕົວເລີຍ. ເພິ່ນຍັງຄິດວ່າການທີ່ເພິ່ນມີຊີວິດຢູ່ຄືການເປັນພຣະຄຣິດ. ເມື່ອເປັນດັ່ງນັ້ນ, ໂປໂລຈຶ່ງສືບຕໍ່ຍ່າງຕາມເສັ້ນທາງນັ້ນຈົນເຖິງຈຸດຈົບ ແລະ ໃນເວລາທີ່ເພິ່ນຖືກລົງໂທດໃນທີ່ສຸດ, ມັນກໍ່ຈົບແລ້ວສຳລັບເພິ່ນ. ເສັ້ນທາງຂອງໂປໂລບໍ່ໄດ້ກ່ຽວຂ້ອງກັບການມາຮູ້ຈັກຕົນເອງ, ແຮງໄກທີ່ຈະເປັນການສະແຫວງຫາການປ່ຽນແປງໃນອຸປະນິໄສ. ເພິ່ນບໍ່ເຄີຍວິເຄາະທຳມະຊາດຂອງເພິ່ນເອງ ຫຼື ເພິ່ນບໍ່ໄດ້ຮັບຄວາມຮູ້ໃດເລີຍກ່ຽວກັບສິ່ງທີ່ເພິ່ນເປັນ. ເພິ່ນພຽງແຕ່ຮູ້ວ່າເພິ່ນເປັນຜູ້ເຮັດຜິດຫຼັກໃນການຂົ່ມເຫັງພຣະເຢຊູ. ແຕ່ເພິ່ນບໍ່ມີຄວາມເຂົ້າໃຈແມ່ນແຕ່ໜ້ອຍດຽວກ່ຽວກັບທຳມະຊາດຂອງເພິ່ນເອງ ແລະ ຫຼັງຈາກທີ່ສຳເລັດວຽກງານຂອງເພິ່ນ ໂປໂລກໍຮູ້ສຶກວ່າເພິ່ນກຳລັງດຳລົງຊີວິດດັ່ງພຣະຄຣິດ ແລະ ຄວນໄດ້ຮັບລາງວັນ. ພາລະກິດທີ່ໂປໂລເຮັດເປັນພຽງແຕ່ການໃຫ້ບໍລິການແກ່ພຣະເຈົ້າເທົ່ານັ້ນ. ໂດຍສ່ວນຕົວສຳລັບໂປໂລແລ້ວ, ເຖິງແມ່ນເພິ່ນໄດ້ຮັບການເປີດເຜີຍບາງຢ່າງຈາກພຣະວິນຍານບໍລິສຸດ, ເພິ່ນກໍ່ບໍ່ໄດ້ຮັບຄວາມຈິງ ຫຼື ຊີວິດເລີຍ. ສະນັ້ນ, ເພິ່ນບໍ່ໄດ້ຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນ. ໃນທາງກົງກັນຂ້າມ, ເພິ່ນຖືກລົງໂທດໂດຍພຣະເຈົ້າ. ເປັນຫຍັງຈຶ່ງເວົ້າວ່າເສັ້ນທາງຂອງເປໂຕແມ່ນເສັ້ນທາງສູ່ຄວາມສົມບູນແບບ? ມັນເປັນເພາະໃນການປະຕິບັດຂອງເປໂຕ ເພິ່ນໄດ້ໃຫ້ຄວາມສຳຄັນເປັນພິເສດກັບຊີວິດ, ໃນການສະແຫວງຫາເພື່ອຮູ້ຈັກພຣະເຈົ້າ ແລະ ເພື່ອຮູ້ຈັກຕົນເອງ. ຜ່ານປະສົບການຂອງເພິ່ນໃນພາລະກິດຂອງພຣະເຈົ້າ, ເພິ່ນໄດ້ມາຮູ້ຈັກຕົນເອງ, ໄດ້ຮັບຄວາມເຂົ້າໃຈກ່ຽວກັບສະພາວະທີ່ເສື່ອມຊາມຂອງມະນຸດ, ຮຽນຮູ້ກ່ຽວກັບຂໍ້ບົກຜ່ອງຂອງເພິ່ນເອງ ແລະ ຄົ້ນພົບສິ່ງທີ່ລໍ້າຄ່າທີ່ສຸດທີ່ຜູ້ຄົນຄວນສະແຫວງຫາ. ເພິ່ນສາມາດຮັກພຣະເຈົ້າໄດ້ຢ່າງຈິງໃຈ, ເພິ່ນຮຽນຮູ້ວິທີການຕອບແທນພຣະເຈົ້າ, ເພິ່ນໄດ້ຮັບຄວາມຈິງບາງຢ່າງ ແລະ ເພິ່ນມີຄວາມເປັນຈິງທີ່ພຣະເຈົ້າຮຽກຮ້ອງ. ຈາກທຸກສິ່ງທີ່ເປໂຕໄດ້ເວົ້າໃນລະຫວ່າງການທົດລອງຂອງເພິ່ນ, ມັນສາມາດເຫັນໄດ້ວ່າ ເພິ່ນເປັນຄົນທີ່ມີຄວາມເຂົ້າໃຈຫຼາຍທີ່ສຸດຢ່າງແນ່ນອນກ່ຽວກັບພຣະເຈົ້າ. ເພາະເພິ່ນມາເຂົ້າໃຈຄວາມຈິງຫຼາຍຢ່າງຈາກພຣະທຳຂອງພຣະເຈົ້າ, ເສັ້ນທາງຂອງເພິ່ນຈຶ່ງສົດໃສຂຶ້ນເລື້ອຍໆ ແລະ ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າຂຶ້ນເລື້ອຍໆ. ຖ້າເປໂຕບໍ່ມີຄວາມຈິງນີ້, ແລ້ວເສັ້ນທາງທີ່ເພິ່ນຍ່າງຕາມກໍ່ບໍ່ສາມາດເປັນເສັ້ນທາງທີ່ຖືກຕ້ອງຂະໜາດນັ້ນ.

ໃນຕອນນີ້ແມ່ນຍັງມີອີກຄຳຖາມ: ຖ້າເຈົ້າຮູ້ວ່າເສັ້ນທາງຂອງເປໂຕແມ່ນຫຍັງ, ເຈົ້າສາມາດຍ່າງຄຽງຄູ່ໄປກັບມັນບໍ? ນີ້ແມ່ນຄຳຖາມທີ່ເປັນຈິງ. ເຈົ້າຕ້ອງສາມາດແຍກແຍະຢ່າງຊັດເຈນວ່າຄົນປະເພດໃດສາມາດໄປຄຽງຄູ່ກັບເສັ້ນທາງຂອງເປໂຕ ແລະ ຄົນປະເພດໃດບໍ່ສາມາດໄປໄດ້. ຄົນທີ່ໄປຕາມເສັ້ນທາງຂອງເປໂຕຕ້ອງເປັນຄົນປະເພດທີ່ເໝາະສົມ. ຖ້າເຈົ້າເປັນຄົນປະເພດທີ່ເໝາະສົມເທົ່ານັ້ນເອງ, ເຈົ້າຈຶ່ງສາມາດຖືກເຮັດໃຫ້ສົມບູນ. ເມື່ອຜູ້ຄົນບໍ່ແມ່ນຄົນປະເພດທີ່ເໝາະສົມ, ພວກເຂົາກໍບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ຄົນທີ່ເປັນຄືກັບໂປໂລແມ່ນບໍ່ສາມາດຍ່າງໃນເສັ້ນທາງຂອງເປໂຕ. ຄົນປະເພດໃດໜຶ່ງຈະໄປຕາມເສັ້ນທາງປະເພດໃດໜຶ່ງ. ສິ່ງນີ້ແມ່ນລ້ວນແລ້ວແຕ່ຖືກກຳນົດໂດຍທຳມະຊາດຂອງພວກເຂົາ. ບໍ່ວ່າເຈົ້າຈະອະທິບາຍເສັ້ນທາງຂອງເປໂຕຕໍ່ຊາຕານຢ່າງຊັດເຈນສໍ່າໃດກໍຕາມ, ມັນບໍ່ສາມາດຍ່າງໄດ້. ເຖິງແມ່ນວ່າມັນຕ້ອງການ, ມັນກໍຈະບໍ່ສາມາດຍ່າງໄດ້. ທຳມະຊາດຂອງມັນໄດ້ກຳນົດວ່າມັນບໍ່ສາມາດຍ່າງຕາມເສັ້ນທາງຂອງເປໂຕ. ມີພຽງແຕ່ຄົນທີ່ຮັກຄວາມຈິງຈຶ່ງສາມາດຍ່າງຕາມເສັ້ນທາງຂອງເປໂຕ. “ເສືອດາວບໍ່ສາມາດປ່ຽນແປງລາຍດາວຂອງມັນ”, ນີ້ຄືຄວາມຈິງ. ຖ້າບໍ່ມີອົງປະກອບຂອງຄວາມຮັກສຳລັບຄວາມຈິງທີ່ຢູ່ພາຍໃນທຳມະຊາດຂອງເຈົ້າ, ແລ້ວເຈົ້າບໍ່ສາມາດຍ່າງໃນເສັ້ນທາງຂອງເປໂຕ. ຖ້າເຈົ້າເປັນຄົນທີ່ຮັກຄວາມຈິງ, ຖ້າເຈົ້າສາມາດຍອມຮັບຄວາມຈິງເຖິງແມ່ນຈະມີອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ແລະ ເຈົ້າສາມາດຮັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ແລ້ວດ້ວຍວິທີນີ້ ເຈົ້າຈະສາມາດປະຖິ້ມເນື້ອໜັງ ແລະ ເຊື່ອຟັງແຜນການຂອງພຣະເຈົ້າ. ເມື່ອເຈົ້າມີການປ່ຽນແປງໃນອຸປະນິໄສຂອງເຈົ້າຫຼັງຈາກທີ່ຜ່ານຜ່າການທົດລອງບາງຢ່າງ, ສິ່ງນີ້ໝາຍຄວາມວ່າເຈົ້າກຳລັງກ້າວຍ່າງເຂົ້າສູ່ເສັ້ນທາງໃນການຖືກເຮັດໃຫ້ສົມບູນຂອງເປໂຕຢ່າງຊ້າໆ.

ລະດູໜາວ, ປີ 1998

ກ່ອນນີ້: ຄວາມສຳຄັນ ແລະ ການປະຕິບັດການອະທິຖານ

ຕໍ່ໄປ: ສິ່ງທີ່ຄວນຮູ້ກ່ຽວກັບການປ່ຽນແປງອຸປະນິໄສຂອງຄົນໃດໜຶ່ງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້