ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ບົດທີ 11

ໃນສາຍຕາເປົ່າຂອງມະນຸດ, ເບິ່ງຄືວ່າ ບໍ່ມີການປ່ຽນແປງໃນພຣະວັດຈະນະຂອງພຣະເຈົ້າໃນຊ່ວງໄລຍະນີ້ ເຊິ່ງນັ້ນກໍຍ້ອນວ່າ ຜູ້ຄົນບໍ່ສາມາດເຂົ້າໃຈກົດເກນທີ່ພຣະເຈົ້າກ່າວ ແລະ ບໍ່ເຂົ້າໃຈເນື້ອຫາໃນພຣະທໍາຂອງພຣະອົງ. ພາຍຫຼັງໄດ້ອ່ານພຣະທໍາຂອງພຣະເຈົ້າ, ຜູ້ຄົນບໍ່ເຊື່ອວ່າ ຈະມີສິ່ງລຶກລັບໃໝ່ໃນພຣະທໍາເຫຼົ່ານີ້; ດ້ວຍເຫດນັ້ນ, ພວກເຂົາຈຶ່ງບໍ່ສາມາດນໍາພາຊີວິດທີ່ເປັນຊີວິດໃໝ່ຢ່າງພິເສດ ແລະ ໃນທາງກົງກັນຂ້າມ ດໍາລົງຊີວິດທີ່ບໍ່ມີການເຄື່ອນໄຫວ ແລະ ບໍ່ມີຊີວິດຊີວາ. ແຕ່ໃນພຣະວັດຈະນະຂອງພຣະເຈົ້າ, ພວກເຮົາເຫັນວ່າ ມີຄວາມໝາຍທີ່ເລິກເຊິ່ງທີ່ມະນຸດບໍ່ສາມາດຢັ່ງເຖິງ ແລະ ເອື້ອມເຖິງໄດ້. ໃນປັດຈຸບັນ, ການທີ່ມະນຸດໂຊກດີຫຼາຍທີ່ໄດ້ອ່ານພຣະທໍາດັ່ງກ່າວຂອງພຣະເຈົ້າ ແມ່ນເປັນພອນທີ່ຍິ່ງໃຫຍ່ທີ່ສຸດ. ຖ້າບໍ່ມີໃຜອ່ານພຣະທໍາເຫຼົ່ານີ້, ມະນຸດຈະຍັງອວດດີ, ຄິດວ່າຕົວເອງເປັນຝ່າຍຖືກ, ບໍ່ຮູ້ຈັກຕົວເອງຕະຫຼອດ ແລະ ບໍ່ຮູ້ວ່າ ຕົນໄດ້ລົ້ມເຫຼວຫຼາຍຊໍ່າໃດແລ້ວ. ຫຼັງຈາກໄດ້ອ່ານພຣະທໍາຂອງພຣະເຈົ້າ ທີ່ມີຄວາມໝາຍເລິກເຊິ່ງ ແລະ ບໍ່ສາມາດຢັ່ງເຖິງໄດ້, ຜູ້ຄົນຈຶ່ງເຫຼື້ອມໃສພຣະທໍາເຫຼົ່ານັ້ນຢ່າງລັບໆ ແລະ ມີຄວາມເຊື່ອໝັ້ນທີ່ແທ້ຈິງໃນໃຈຂອງພວກເຂົາ ໂດຍປາດສະຈາກຄວາມເຊື່ອທີ່ບໍ່ຈິງ; ຫົວໃຈຂອງພວກເຂົາໄດ້ກາຍເປັນຂອງແທ້ ໂດຍທີ່ບໍ່ແມ່ນສິນຄ້າປອມ. ນີ້ແມ່ນສິ່ງທີ່ເກີດຂຶ້ນໃນໃຈຂອງຜູ້ຄົນໂດຍແທ້ຈິງ. ທຸກຄົນມີເລື່ອງຂອງຕົວເອງໃນໃຈຂອງພວກເຂົາ. ມັນເປັນຄືກັບວ່າ ພວກເຂົາກໍາລັງເວົ້າກັບຕົວເອງວ່າ: ເປັນໄປໄດ້ສູງທີ່ວ່າ ພຣະເຈົ້າໄດ້ກ່າວເລື່ອງນີ້ເອງ. ຖ້າບໍ່ແມ່ນພຣະເຈົ້າ ແລ້ວແມ່ນໃຜທີ່ຈະສາມາດກ່າວພຣະທໍາດັ່ງກ່າວ? ເປັນຫຍັງເຮົາຈຶ່ງເວົ້າສິ່ງເຫຼົ່ານັ້ນບໍ່ໄດ້? ເປັນຫຍັງຈຶ່ງບໍ່ສາມາດເຮັດພາລະກິດດັ່ງກ່າວ? ເບິ່ງຄືວ່າ ພຣະເຈົ້າຜູ້ບັງເກີດເປັນມະນຸດ ທີ່ພຣະເຈົ້າກ່າວເຖິງຢ່າງແທ້ຈິງແມ່ນພຣະເຈົ້າແທ້ ແລະ ແມ່ນພຣະອົງເອງ! ເຮົາຈະບໍ່ສົງໄສອີກແລ້ວ. ບໍ່ສະນັ້ນ, ມັນກໍອາດຈະເປັນໄປໄດ້ ເມື່ອມືຂອງພຣະເຈົ້າມາເຖິງ ມັນກໍຈະຊ້າເກີນໄປທີ່ຈະເສຍໃຈ! … ນີ້ແມ່ນສິ່ງທີ່ຄົນສ່ວນໃຫຍ່ຄິດໃນໃຈຂອງພວກເຂົາ. ມັນຍຸຕິທໍາທີ່ຈະເວົ້າວ່າ ນັບແຕ່ເວລາທີ່ພຣະເຈົ້າເລີ່ມກ່າວຈົນຮອດປັດຈຸບັນ ທຸກຄົນຈະຕໍ່າຕ້ອຍລົງໂດຍທີ່ບໍ່ມີການສະໜັບສະໜູນຈາກພຣະທໍາຂອງພຣະເຈົ້າ. ເປັນຫຍັງຈຶ່ງເວົ້າວ່າ ພາລະກິດນີ້ແມ່ນເຮັດໂດຍພຣະເຈົ້າເອງ ແລະ ບໍ່ແມ່ນໂດຍມະນຸດ? ຖ້າພຣະເຈົ້າບໍ່ໄດ້ໃຊ້ພຣະທໍາເພື່ອສະໜັບສະໜູນຊີວິດຂອງຄຣິສຕະຈັກ ທຸກຄົນກໍຈະຫາຍໄປໂດຍບໍ່ມີຮ່ອງຮອຍ. ນີ້ບໍ່ແມ່ນອໍານາດຂອງພຣະເຈົ້າບໍ? ນີ້ແມ່ນການໂອ້ດວດແທ້ຈິງຂອງມະນຸດບໍ? ນີ້ແມ່ນທັກສະດຽວຂອງມະນຸດບໍ? ບໍ່ແມ່ນແນ່ນອນ! ຖ້າບໍ່ມີການວິເຄາະຢ່າງລະອຽດ ກໍບໍ່ມີໃຜຮູ້ວ່າ ເລືອດຊະນິດໃດທີ່ໄຫຼໃນເສັ້ນເລືອດຂອງພວກເຂົາ, ພວກເຂົາຈະບໍ່ຮູ້ວ່າ ພວກເຂົາມີຫົວໃຈຈັກດວງ ຫຼື ມີສະໝອງຈັກໜ່ວຍ ແລະ ພວກເຂົາທຸກຄົນຈະຄິດວ່າ ຕົວເອງຮູ້ຈັກພຣະເຈົ້າດີ. ພວກເຂົາບໍ່ຮູ້ບໍວ່າ ຄວາມຮູ້ຂອງພວກເຂົາຍັງຄັດກັນຢູ່? ມີໜ້ອຍຄົນທີ່ແປກໃຈກັບພຣະທໍາທີ່ພຣະເຈົ້າກ່າວວ່າ “ທຸກຄົນໃນມະນຸດຊາດຄວນຍອມຮັບການສັງເກດການຂອງພຣະວິນຍານຂອງເຮົາ, ຄວນກວດສອບຄໍາເວົ້າ ແລະ ການກະທໍາຂອງພວກເຂົາຢ່າງໃກ້ຊິດ ແລະ ຍິ່ງໄປກວ່ານັ້ນ ກໍຄວນເບິ່ງການກະທໍາທີ່ມະຫັດສະຈັນຂອງເຮົາ”. ຈາກສິ່ງນີ້ຈຶ່ງສາມາດເຫັນໄດ້ວ່າ ພຣະທໍາຂອງພຣະເຈົ້າບໍ່ແມ່ນຈະບໍ່ມີເປົ້າໝາຍ ແລະ ປາດສະຈາກພື້ນຖານ. ພຣະເຈົ້າບໍ່ເຄີຍປະຕິບັດຕໍ່ມະນຸດຢ່າງບໍ່ຍຸຕິທໍາ; ແມ່ນແຕ່ໂຢບ ພ້ອມກັບຄວາມເຊື່ອທັງໝົດຂອງລາວ ກໍຍັງບໍ່ໄດ້ຖືກຍົກເວັ້ນ. ລາວຍັງຖືກກວດສອບຢ່າງລະອຽດ ແລະ ບໍ່ມີບ່ອນໃດໃຫ້ລາວລີ້ຈາກຄວາມອັບອາຍຂອງລາວໄດ້. ນັ້ນຍັງບໍ່ໄດ້ເວົ້າເຖິງຜູ້ຄົນໃນປັດຈຸບັນເທື່ອ. ດ້ວຍເຫດນັ້ນ, ຕໍ່ມາ ພຣະເຈົ້າຈຶ່ງຖາມທັນທີວ່າ: “ພວກເຈົ້າຮູ້ສຶກແນວໃດ ໃນເວລາທີ່ອານາຈັກມາຮອດແຜ່ນດິນໂລກ?” ຄໍາຖາມຂອງພຣະເຈົ້າມີຄວາມສໍາຄັນໜ້ອຍ ແຕ່ມັນເຮັດໃຫ້ຜູ້ຄົນງົງ: ພວກເຮົາຮູ້ສຶກແນວໃດ? ພວກເຮົາຍັງບໍ່ຮູ້ວ່າ ອານາຈັກຈະມາຮອດຍາມໃດ ແລ້ວພວກເຮົາຈະເວົ້າກ່ຽວກັບຄວາມຮູ້ສຶກໄດ້ແນວໃດ? ຍິ່ງໄປກວ່ານັ້ນ, ພວກເຮົາບໍ່ຮູ້ຫຍັງເລີຍ. ຖ້າເຮົາຕ້ອງຮູ້ສຶກບາງຢ່າງ, ມັນກໍຈະແມ່ນ “ຄວາມປະຫຼາດໃຈ” ແລະ ບໍ່ແມ່ນແນວອື່ນ. ທີ່ຈິງແລ້ວ, ຄໍາຖາມນີ້ບໍ່ແມ່ນຈຸດປະສົງຂອງພຣະທໍາຂອງພຣະເຈົ້າ. ສໍາຄັນທີ່ສຸດ, “ເມື່ອພຣະບຸດຂອງເຮົາ ແລະ ປະຊາຊົນແຫ່ໄຫຼໄປຍັງບັນລັງຂອງເຮົາ, ເຮົາຈະເລີ່ມການພິພາກສາຢູ່ຕໍ່ໜ້າບັງລັງສີຂາວທີ່ຍິ່ງໃຫຍ່ຢ່າງເປັນທາງການ”, ປະໂຫຍກດຽວນີ້ແມ່ນສະຫຼຸບການພັດທະນາໂລກວິນຍານທັງໝົດ. ບໍ່ມີໃຜຮູ້ສິ່ງທີ່ພຣະເຈົ້າຕ້ອງການເຮັດໃນໂລກວິນຍານໃນໄລຍະນີ້ ແລະ ພາຍຫຼັງທີ່ພຣະເຈົ້າໄດ້ກ່າວພຣະທໍາເຫຼົ່ານີ້ເທົ່ານັ້ນ ຜູ້ຄົນຈຶ່ງຕື່ນຂຶ້ນໜ້ອຍໜຶ່ງ. ຍ້ອນມີຂັ້ນຕອນໃນການເຮັດພາລະກິດຂອງພຣະເຈົ້າທີ່ແຕກຕ່າງກັນ ພາລະກິດຂອງພຣະເຈົ້າໃນທົ່ວຈັກກະວານຈຶ່ງມີຄວາມຫຼາກຫຼາຍເຊັ່ນກັນ. ໃນໄລຍະນີ້, ພຣະເຈົ້າຊ່ວຍພຣະບຸດ ແລະ ປະຊາຊົນຂອງພຣະເຈົ້າຫຼາຍທີ່ສຸດ ເຊິ່ງໝາຍຄວາມວ່າ ໂດຍການລ້ຽງດູຂອງທູດສະຫວັນ, ພຣະບຸດ ແລະ ປະຊາຊົນຂອງພຣະເຈົ້າໄດ້ເລີ່ມຍອມຮັບການຖືກຈັດການ ແລະ ຖືກເຮັດໃຫ້ແຕກຫັກ, ພວກເຂົາເລີ່ມກໍາຈັດຄວາມຄິດ ແລະ ແນວຄວາມຄິດຂອງພວກເຂົາຢ່າງເປັນທາງການ ແລະ ກ່າວອໍາລາຮ່ອງຮອຍຂອງໂລກແຫ່ງນີ້; ເວົ້າອີກຢາງໜຶ່ງກໍຄື “ການພິພາກສາຕໍ່ໜ້າບັນລັງສີຂາວທີ່ຍິ່ງໃຫຍ່” ທີ່ກ່າວໂດຍພຣະເຈົາແມ່ນໄດ້ເລີ່ມຂຶ້ນຢ່າງເປັນທາງການແລ້ວ. ເພາະວ່າ ມັນແມ່ນການພິພາກສາຂອງພຣະເຈົ້າ, ພຣະເຈົ້າຈຶ່ງຕ້ອງກ່າວດ້ວຍສຽງຂອງພຣະອົງ ແລະ ເຖິງແມ່ນວ່າ ເນື້ອຫາຈະຫຼາກຫຼາຍອອກໄປ ແຕ່ເປົ້າໝາຍກໍຍັງຄືເກົ່າສະເໝີ. ອີງຕາມນໍ້າສຽງຈາກການກ່າວຂອງພຣະເຈົ້າ, ເບິ່ງຄືວ່າ ໃນປັດຈຸບັນ ພຣະທໍາຂອງພຣະອົງແມ່ນແນໃສ່ບາງກຸ່ມຄົນເທົ່າ. ທີ່ຈິງແລ້ວ ສໍາຄັນທີ່ສຸດກໍຄື ພຣະທໍາເຫຼົ່ານີ້ແມ່ນກ່າວເຖິງທໍາມະຊາດຂອງມະນຸດທັງໝົດ. ພຣະທໍາເຫຼົ່ານີ້ເຈາະເຂົ້າກະດູກສັນຫຼັງຂອງມະນຸດໂດຍກົງ, ບໍ່ລະເວັ້ນຄວາມຮູ້ສຶກຂອງມະນຸດ ແລະ ເປີດເຜີຍທາດແທ້ທັງໝົດຂອງເຂົາ ໂດຍບໍ່ມີການຍົກເວັ້ນ ແລະ ບໍ່ໃຫ້ສິ່ງໃດຜ່ານພົ້ນໄປໄດ້. ເລີ່ມແຕ່ປັດຈຸບັນ ພຣະເຈົ້າແມ່ນເປີດເຜີຍໂສມໜ້າທີ່ແທ້ຈິງຂອງມະນຸດຢ່າງເປັນທາງການ ແລະ ດ້ວຍເຫດນັ້ນ “ກໍເປັ່ງສຽງຂອງພຣະວິນຍານຂອງເຮົາໄປທົ່ວຈັກກະວານ”. ຜົນທີ່ໄດ້ຮັບ ໃນທີ່ສຸດກໍຄື “ຜ່ານພຣະທໍາຂອງເຮົາ, ເຮົາຈະຊໍາລະລ້າງທຸກຄົນ ແລະ ທຸກສິ່ງທັງມວນທີ່ຢູ່ໃນສະຫວັນ ແລະ ແຜ່ນດິນໂລກ ເພື່ອວ່າ ດິນແດນຈະບໍ່ສົກກະປົກ ແລະ ຂາດສິນທໍາອີກຕໍ່ໄປ ແຕ່ເປັນອານາຈັກບໍລິສຸດ”. ພຣະທໍາເຫຼົ່ານີ້ສະແດງເຖິງອານາຈັກໃນອະນາຄົດ ເຊິ່ງເປັນອານາຈັກຂອງພຣະຄຣິດທັງໝົດ ດັ່ງທີ່ພຣະເຈົ້າໄດ້ກ່າວວ່າ “ທຸກຄົນແມ່ນໝາກໄມ້ທີ່ດີ, ທຸກຄົນແມ່ນຊາວນາທີ່ດຸໝັ່ນ”. ໂດຍທໍາມະຊາດແລ້ວ, ສິ່ງນີ້ຈະເກີດຂຶ້ນທົ່ວຈັກກະວານ ແລະ ບໍ່ໄດ້ຈໍາກັດພຽງແຕ່ໃນປະເທດຈີນ.

ເມື່ອພຣະເຈົ້າເລີ່ມກ່າວ ແລະ ປະຕິບັດເທົ່ານັ້ນ ຜູ້ຄົນຈຶ່ງມີຄວາມຮູ້ໜ້ອຍໜຶ່ງກ່ຽວກັບພຣະອົງໃນແນວຄວາມຄິດຂອງພວກເຂົາ. ໃນເບື້ອງຕົ້ນນັ້ນ ຄວາມຮູ້ດັ່ງກ່າວນີ້ມີຢູ່ໃນແນວຄວາມຄິດຂອງພວກເຂົາເທົ່ານັ້ນ ແຕ່ເມື່ອເວລາຜ່ານໄປ ຜູ້ຄົນກໍເລີ່ມຮູ້ສຶກວ່າ ຄວາມຄິດຂອງພວກເຂົາບໍ່ມີປະໂຫຍດ ແລະ ບໍ່ເໝາະສົມຫຼາຍຂຶ້ນ; ສະນັ້ນ ພວກເຂົາຈຶ່ງເຊື່ອທຸກສິ່ງທີ່ພຣະເຈົ້າເວົ້າ ຈົນເຖິງຂັ້ນທີ່ວ່າ ພວກເຂົາ “ສ້າງບ່ອນສໍາລັບພຣະເຈົ້າທີ່ແທ້ຈິງໃນຈິດສໍານຶກຂອງພວກເຂົາ”. ຜູ້ຄົນມີບ່ອນສໍາລັບພຣະເຈົ້າທີ່ແທ້ຈິງໃນຈິດສໍານຶກຂອງພວກເຂົາເທົ່ານັ້ນ. ຢ່າງໃດກໍຕາມ, ໃນຄວາມເປັນຈິງແລ້ວ ພວກເຂົາບໍ່ຮູ້ຈັກພຣະເຈົ້າ ແລະ ບໍ່ເວົ້າຫຍັງ ນອກຈາກຄໍາເວົ້າທີ່ວ່າງເປົ່າ. ແຕ່ເມື່ອປຽບທຽບກັບອະດີດແລ້ວ, ພວກເຂົາແມ່ນໄດ້ກ້າວໜ້າຫຼາຍ ແຕ່ເຖິງຢ່າງນັ້ນກໍຕາມ ພວກເຂົາຍັງຫ່າງໄກຫຼາຍຈາກພຣະເຈົ້າທີ່ແທ້ຈິງ. ເປັນຫຍັງພຣະເຈົ້າຈຶ່ງເວົ້າສະເໝີວ່າ “ແຕ່ລະມື້ ເຮົາຍ່າງໃນທ່າມກາງການເຄື່ອນໄຫວຂອງຜູ້ຄົນຢ່າງບໍ່ຢຸດຢັ້ງ ແລະ ແຕ່ລະມື້ ເຮົາປະຕິບັດງານພາຍໃນທຸກຄົນ?” ຍິ່ງພຣະເຈົ້າເວົ້າສິ່ງດັ່ງກ່າວຫຼາຍຊໍ່າໃດ ຜູ້ຄົນຍິ່ງສາມາດປຽບທຽບພວກເຂົາກັບການກະທໍາຂອງພຣະເຈົ້າທີ່ແທ້ຈິງໃນປະຈຸບັນຫຼາຍຊໍ່ານັ້ນ ແລະ ສະນັ້ນ ພວກເຂົາຈຶ່ງສາມາດຮູ້ຈັກພຣະເຈົ້າທີ່ແທ້ຈິງໃນຄວາມເປັນຈິງຫຼາຍກວ່າເກົ່າ. ຍ້ອນພຣະທໍາຂອງພຣະເຈົ້າຖືກກ່າວຈາກມຸມມອງຂອງເນື້ອໜັງ ແລະ ກ່າວໂດຍນໍາໃຊ້ພາສາຂອງຄວາມເປັນມະນຸດ, ຜູ້ຄົນຈຶ່ງສາມາດຮູ້ຄຸ່ນຄ່າຂອງພຣະທໍາຂອງພຣະເຈົ້າ ໂດຍການປະເມີນພຣະທໍາໃສ່ວັດຖຸສິ່ງຂອງຕ່າງໆ ແລະ ດ້ວຍເຫດນັ້ນ ຈຶ່ງໄດ້ບັນລຸຜົນຢ່າງໃຫຍ່ຫຼວງ. ນອກຈາກນັ້ນ, ພຣະເຈົ້າໄດ້ກ່າວກ່ຽວກັບພາບຫຼັກຂອງ “ເຮົາ” ທີ່ຢູ່ໃນໃຈຂອງຜູ້ຄົນ ແລະ “ເຮົາ” ໃນຄວາມເປັນຈິງຊໍ້າແລ້ວຊໍ້າອີກ ເຊິ່ງເຮັດໃຫ້ຜູ້ຄົນເຕັມໃຈຫຼາຍຂຶ້ນໃນການກໍາຈັດພາບຫຼັກຂອງພຣະເຈົ້າທີ່ຢູ່ໃນໃຈຂອງພວກເຂົາ ແລະ ດ້ວຍເຫດນັ້ນ ກໍເຕັມໃຈທີ່ຈະຮູ້ຈັກ ແລະ ພົວພັນກັບພຣະເຈົ້າທີ່ແທ້ຈິງ. ນີ້ແມ່ນສະຕິປັນຍາແຫ່ງພຣະທໍາຂອງພຣະເຈົ້າ. ຍິ່ງພຣະເຈົ້າເວົ້າສິ່ງດັ່ງກ່າວຫຼາຍຊໍ່າໃດ ກໍຍິ່ງມີຜົນປະໂຫຍດຢ່າງໃຫຍ່ຕໍ່ຄວາມຮູ້ຂອງຜູ້ຄົນກ່ຽວກັບພຣະເຈົ້າ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງເວົ້າວ່າ “ຖ້າເຮົາບໍ່ໄດ້ກາຍເປັນເນື້ອໜັງ ມະນຸດຈະບໍ່ມີມື້ຮູ້ຈັກເຮົາ ແລະ ເຖິງວ່າ ເຂົາຈະຮູ້ຈັກເຮົາ, ຄວາມຮູ້ດັ່ງກ່າວບໍ່ແມ່ນຍັງເປັນພຽງແນວຄວາມຄິດບໍ? ແທ້ຈິງແລ້ວ ຖ້າຜູ້ຄົນຈໍາເປັນຕ້ອງຮູ້ຈັກພຣະເຈົ້າຕາມແນວຄວາມຄິດຂອງຕົນເອງ, ມັນກໍຈະງ່າຍສໍາລັບພວກເຂົາ, ພວກເຂົາຈະສະບາຍ ແລະ ມີຄວາມສຸກ ແລະ ດ້ວຍເຫດນັ້ນ ພຣະເຈົ້າກໍຈະເລື່ອນລອຍຕະຫຼອດໄປ ແລະ ບໍ່ເປັນຈິງໃນໃຈຂອງຜູ້ຄົນ ເຊິ່ງຈະພິສູດໄດ້ວ່າ ຊາຕານເປັນຜູ້ປົກຄອງຈັກກະວານທັງໝົດ ແລະ ບໍ່ແມ່ນພຣະເຈົ້າ; ສະນັ້ນ, ພຣະທໍາຂອງພຣະເຈົ້າທີ່ວ່າ “ເຮົາໄດ້ເອົາອໍານາດຂອງເຮົາກັບຄືນມາ” ຈະຍັງວ່າງເປົ່າຕະຫຼອດການ.

ເມື່ອຄວາມເປັນພຣະເຈົ້າເລີ່ມປະຕິບັດໂດຍກົງ ຍັງແມ່ນເວລາທີ່ອານາຈັກໄດ້ລົງມາສູ່ໂລກມະນຸດຢ່າງເປັນທາງການ. ແຕ່ສິ່ງທີ່ຖືກກ່າວໃນນີ້ກໍຄື ອານາຈັກໄດ້ລົງມາສູ່ທ່າມກາງມະນຸດ, ບໍ່ແມ່ນອານາຈັກຖືກຈັດຕັ້ງຂຶ້ນໃນທ່າມກາງມະນຸດ ແລະ ດ້ວຍເຫດນັ້ນ ສິ່ງທີ່ຖືກກ່າວໃນປັດຈຸບັນ ແມ່ນກ່ຽວກັບການສ້າງອານາຈັກ ແລະ ບໍ່ແມ່ນການທີ່ອານາຈັກຖືກຈັດຕັ້ງຂຶ້ນ. ເປັນຫຍັງພຣະເຈົ້າຈຶ່ງເວົ້າຕະຫຼອດວ່າ “ທຸກສິ່ງມິດງຽບລົງ?” ມັນເປັນໄປໄດ້ບໍ ທີ່ທຸກສິ່ງຢຸດນິ້ງໄປໝົດ? ເປັນໄປໄດ້ບໍ ທີ່ພູເຂົາທີ່ຍິ່ງໃຫຍ່ມິດງຽບລົງ? ແລ້ວເປັນຫຍັງຜູ້ຄົນຈຶ່ງບໍ່ຮູ້ສຶກເຖິງສິ່ງນີ້? ເປັນໄປໄດ້ບໍວ່າ ພຣະທໍາຂອງພຣະເຈົ້າບໍ່ຖືກຕ້ອງ? ຫຼື ພຣະເຈົ້າເວົ້າເກີນຄວາມຈິງ? ຍ້ອນວ່າ ທຸກສິ່ງທີ່ພຣະເຈົ້າເຮັດແມ່ນຖືກດໍາເນີນພາຍໃນບາງສະພາບແວດລ້ອມ ແຕ່ບໍ່ມີໃຜຮູ້ເຖິງສິ່ງນີ້ ຫຼື ບໍ່ສາມາດເບິ່ງເຫັນສິ່ງນີ້ດ້ວຍຕາຂອງພວກເຂົາເອງ ແລະ ສິ່ງດຽວທີ່ຜູ້ຄົນສາມາດເຮັດແມ່ນຟັງພຣະເຈົ້າກ່າວ. ຍ້ອນຄວາມຍິ່ງໃຫຍ່ທີ່ພຣະເຈົ້າກະທໍາ, ເມື່ອພຣະເຈົ້າມາຮອດ ກໍຈະຄືກັບວ່າ ມີການປ່ຽນແປງຢ່າງຍິ່ງໃຫຍ່ໃນສະຫວັນ ແລະ ແຜ່ນດິນໂລກ; ແລະ ສໍາລັບພຣະເຈົ້າແລ້ວ ປາກົດວ່າ ທຸກຄົນກໍາລັງເຝົ້າເບິ່ງເຫດການນີ້ຢູ່. ໃນປັດຈຸບັນ, ຄວາມຈິງຍັງບໍ່ທັນເກີດຂຶ້ນເທື່ອ. ຜູ້ຄົນພຽງແຕ່ຮຽນຮູ້ເລັກນ້ອຍຈາກສ່ວນໜຶ່ງຂອງຄວາມໝາຍຕາມຂໍ້ພຣະທໍາຂອງພຣະເຈົ້າໂດຍກົງ. ຄວາມໝາຍທີ່ແທ້ຈິງຍັງລໍຖ້າເວລາທີ່ພວກເຂົາກໍາຈັດແນວຄວາມຄິດຂອງພວກເຂົາ; ຫຼັງຈາກນັ້ນ ພວກເຂົາຈຶ່ງຈະຮູ້ເຖິງສິ່ງທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດກໍາລັງປະຕິບັດເທິງແຜ່ນດິນໂລກ ແລະ ໃນສະຫວັນໃນປັດຈຸບັນ. ທ່າມກາງປະຊາຊົນຂອງພຣະເຈົ້າໃນປະເທດຈີນ ບໍ່ມີພຽງແຕ່ພິດຂອງມັງກອນແດງທີ່ຍິ່ງໃຫຍ່. ແຕ່ທໍາມະຊາດຂອງມັງກອນແດງທີ່ຍິ່ງໃຫຍ່ແມ່ນຖືກເປີດເຜີຍຢ່າງຫຼວງຫຼາຍ ແລະ ຢ່າງຊັດເຈນໃນພວກເຂົາເຊັ່ນກັນ. ແຕ່ພຣະເຈົ້າບໍ່ເວົ້າກ່ຽວກັບສິ່ງນີ້ໂດຍກົງ, ພຽງແຕ່ກ່າວໜ້ອຍໜຶ່ງ ກ່ຽວກັບພິດຂອງມັງກອນແດງທີ່ຍິ່ງໃຫຍ່. ດ້ວຍວິທີນີ້, ພຣະອົງບໍ່ໄດ້ເປີດເຜີຍບາດແຜຂອງມະນຸດໂດຍກົງ ເຊິ່ງເປັນປະໂຫຍດຫຼາຍຕໍ່ຄວາມກ້າວໜ້າຂອງມະນຸດ. ລູກຫຼານຂອງມັງກອນແດງທີ່ຍິ່ງໃຫຍ່ບໍ່ມັກໃຫ້ຖືກເອີ້ນວ່າ ເປັນລູກຫຼານຂອງມັງກອນແດງທີ່ຍິ່ງໃຫຍ່ຢູ່ຕໍ່ໜ້າຄົນອື່ນ. ມັນຄືກັບວ່າ ຄໍາສັບທີ່ວ່າ “ມັງກອນແດງທີ່ຍິ່ງໃຫຍ່” ໄດ້ນໍາເອົາຄວາມອັບອາຍມາສູ່ພວກເຂົາ; ບໍ່ມີຜູ້ໃດໃນບັນດາພວກເຂົາເຕັມໃຈເວົ້າຄໍານີ້ ແລະ ດ້ວຍເຫດນັ້ນ ພຣະເຈົາຈຶ່ງເວົ້າແຕ່ວ່າ “ຂັ້ນຕອນນີ້ຂອງພາລະກິດຂອງເຮົາແມ່ນສຸມໃສ່ພວກເຈົ້າເປັນຫຼັກ ແລະ ນີ້ແມ່ນດ້ານໜຶ່ງຂອງຄວາມໝາຍຂອງການບັງເກີດເປັນມະນຸດຂອງເຮົາໃນປະເທດຈີນ”. ຄວາມເປັນຈິງກໍຄື ພຣະເຈົ້າແມ່ນມາປົກຄອງຕົວແທນແບບຫົວບູຮານຂອງລູກຫຼານຂອງມັງກອນແດງທີ່ຍິ່ງໃຫຍ່ໂດຍສະເພາະ ເຊິ່ງນັ້ນຄືຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າໃນປະເທດຈີນ.

“ເມື່ອເຮົາມາຢູ່ໃນທ່າມກາງມະນຸດດ້ວຍຕົວເອງ, ທູດສະຫວັນກໍເລີ່ມພາລະກິດໃນການລ້ຽງດູໄປພ້ອມໆກັນ”. ແທ້ຈິງແລ້ວ ພຣະວິນຍານຂອງພຣະເຈົ້າບໍ່ໄດ້ມາເທິງໂລກມະນຸດໃນເວລາທູດສະຫວັນເລີ່ມພາລະກິດຂອງພວກເຂົາໃນທ່າມກາງທຸກຄົນເທົ່ານັ້ນ. ກົງກັນຂ້າມ, ພາລະກິດສອງຢ່າງນີ້ ນັ້ນກໍຄືພາລະກິດຂອງຄວາມເປັນພຣະເຈົ້າ ແລະ ການລ້ຽງດູຂອງທູດສະຫວັນ ແມ່ນຖືກດໍາເນີນໄປພ້ອມໆກັນ. ຕໍ່ຈາກນັ້ນ ພຣະເຈົ້າກໍກ່າວເລັກນ້ອຍກ່ຽວກັບການລ້ຽງດູຂອງທູດສະຫວັນ. ເມື່ອພຣະອົງກ່າວວ່າ “ພຣະບຸດ ແລະ ປະຊາຊົນທຸກຄົນບໍ່ພຽງແຕ່ໄດ້ຮັບການທົດສອບ ແລະ ການລ້ຽງດູເທົ່ານັ້ນ ແຕ່ຍັງສາມາດເຫັນປະກົດການນິມິດທຸກປະເພດດ້ວຍຕາຂອງພວກເຂົາເອງ”, ຜູ້ຄົນສ່ວນໃຫຍ່ມີຈິນຕະນາການຫຼວງຫຼາຍກ່ຽວກັບຄໍາວ່າ “ນິມິດ”. ນິມິດໝາຍເຖິງປະກົດການເໜືອທໍາມະຊາດທີ່ເກີດຂຶ້ນໃນຈິນຕະນາການຂອງຜູ້ຄົນ. ແຕ່ເນື້ອຫາຂອງພາລະກິດຍັງແມ່ນຄວາມຮູ້ກ່ຽວກັບພຣະເຈົ້າທີ່ແທ້ຈິງ. ນິມິດແມ່ນວິທີທາງໃນການປະຕິບັດພາລະກິດຂອງທູດສະຫວັນ. ນິມິດອາດຈະເຮັດໃຫ້ຜູ້ຄົນຮູ້ສຶກ ຫຼື ມີຄວາມຝັນ, ເຮັດໃຫ້ພວກເຂົາເຫັນການມີຢູ່ຂອງທູດສະຫວັນ. ແຕ່ມະນຸດກໍຍັງບໍ່ສາມາດເຫັນທູດສະຫວັນໄດ້. ວິທີການທີ່ທຸດສະຫວັນປະຕິບັດພາລະກິດໃນທ່າມກາງພຣະບຸດ ແລະ ປະຊາຊົນຂອງພຣະເຈົ້າແມ່ນເພື່ອໃຫ້ແສງສະຫວ່າງ ແລະ ແສງເຍືອງທາງແກ່ພວກເຂົາໂດຍກົງ ເພີ່ມກັບການຈັດການ ແລະ ການເຮັດໃຫ້ພວກເຂົາແຕກຫັກ. ໜ້ອຍທີ່ສຸດ ທີ່ພວກເຂົາຈະກ່າວພຣະທໍາ. ແນ່ນອນ ຍົກເວັ້ນການສື່ສານລະຫວ່າງຜູ້ຄົນ; ນີ້ແມ່ນສິ່ງທີ່ເກີດຂຶ້ນໃນບັນດາປະເທດທີ່ຢູ່ນອກປະເທດຈີນ. ພາຍໃນພຣະທໍາຂອງພຣະເຈົ້າມີການເປີດເຜີຍສະພາບຂອງການດໍາລົງຊີວິດຂອງມະນຸດຊາດທັງໝົດ. ໂດຍທໍາມະຊາດແລ້ວ, ນີ້ແມ່ນແນໃສ່ລູກຫຼານຂອງມັງກອນແດງທີ່ຍິ່ງໃຫຍ່ໂດຍກົງ. ໃນສະພາບຈິດວິນຍານຕ່າງໆຂອງມະນຸດຊາດ, ພຣະເຈົ້າເລືອກເອົາຕົວແທນເພື່ອໃຊ້ເປັນແບບຢ່າງ. ສະນັ້ນ, ພຣະທໍາຂອງພຣະເຈົ້າຈຶ່ງເຮັດໃຫ້ຜູ້ຄົນປະເປືອຍ ແລະ ພວກເຂົາບໍ່ຮູ້ເຖິງຄວາມອັບອາຍ ຫຼື ບໍ່ຊັ້ນກໍບໍ່ມີເວລາທີ່ຈະລີ້ຈາກແສງໄຟ ແລະ ຖືກເອົາຊະນະໃນເກມຂອງຕົວເອງ. ລັກສະນະຕ່າງໆຂອງມະນຸດແມ່ນເຕັມໄປດ້ວຍຮູບພາບທີ່ພຣະເຈົ້າໄດ້ແຕ້ມຕັ້ງແຕ່ສະໄໝບູຮານຈົນເຖິງປັດຈຸບັນ ແລະ ພຣະອົງຈະແຕ້ມຈາກປັດຈຸບັນຈົນເຖິງອະນາຄົດ. ສິ່ງດຽວທີ່ພຣະອົງແຕ້ມກໍຄືຄວາມຂີ້ຮ້າຍຂອງມະນຸດ: ບາງຄົນຮ້ອງໄຫ້ໃນຄວາມມືດ ໂດຍເບິ່ງຄືວ່າ ໂສກເສົ້າເສຍໃຈ ຍ້ອນຕາຂອງພວກເຂົາໄດ້ສູນເສຍການແນມເຫັນ, ບາງຄົນຫົວ, ບາງຄົນຖືກຄື້ນທະເລຕີ, ບາງຄົນຍ່າງຕາມທາງເທິງພູເຂົາ, ບາງຄົນຊອກຫາໃນທ່າມກາງພູຜາປ່າໄມ້ທີ່ກວ້າງໃຫຍ່, ສັ່ນເຊັນດ້ວຍຄວາມຢ້ານກົວ ຄືກັນກັບໂຕນົກທີ່ຕື່ນຕົກໃຈຍ້ອນສຽງຂອງສາຍຄັນທະນູ, ຢ້ານກົວຫຼາຍຈາກການຖືກສັດປ່າກິນຢູ່ໃນພູເຂົາ. ໃນມືຂອງພຣະເຈົ້າ, ລັກສະນະທ່າທາງຂີ້ຮ້າຍເຫຼົ່ານີ້ໄດ້ກາຍເປັນສິ່ງປະທັບໃຈ, ພາບທີ່ຄືກັບຊີວິດຈິງ, ສ່ວນໃຫຍ່ແມ່ນເປັນພາບທີ່ໜ້າຢ້ານກົວຫຼາຍຈົນບໍ່ກ້າເບິ່ງ ຫຼື ຢ້ານກົວຈົນເຮັດໃຫ້ຂົນຫົວລຸກ ແລະ ເຮັດໃຫ້ພວກເຂົາງົງ ແລະ ສັບສົນ. ໃນສາຍຕາຂອງພຣະເຈົ້າ, ທຸກສິ່ງທີ່ສະແດງອອກໂດຍມະນຸດແມ່ນບໍ່ມີຫຍັງ ນອກຈາກຄວາມຂີ້ຮ້າຍ ແລະ ເຖິງແມ່ນວ່າ ມັນອາດຈະເຮັດໃຫ້ມີຄວາມສົງສານ ແຕ່ມັນກໍຍັງຂີ້ຮ້າຍຢູ່ດີ. ຈຸດທີ່ເຮັດໃຫ້ມະນຸດແຕກຕ່າງຈາກພຣະເຈົ້າກໍຄື ຄວາມອ່ອນແອຂອງມະນຸດ ທີ່ຂຶ້ນຢູ່ກັບຄວາມພໍໃຈທີ່ຈະສະແດງຄວາມເມດຕາກະລຸນາຕໍ່ຜູ້ອື່ນ. ຢ່າງໃດກໍຕາມ, ພຣະເຈົ້າແມ່ນຜູ້ເກົ່າສະເໝີ ເຊິ່ງໝາຍຄວາມວ່າ ພຣະອົງມີທັດສະນະຄະຕິຄືເກົ່າສະເໝີ. ພຣະອົງບໍ່ໄດ້ໃຈດີຄືກັນກັບທີ່ຜູ້ຄົນຈິນຕະນາສະເໝີ ດັ່ງຄືກັນກັບແມ່ ທີ່ຄິດນໍາລູກຕະຫຼອດເວລາ. ໃນຄວາມເປັນຈິງແລ້ວ, ຖ້າພຣະເຈົ້າບໍ່ຕ້ອງການໃຊ້ວິທີການຕ່າງໆ ເພື່ອເອົາຊະນະມັງກອນແດງທີ່ຍິ່ງໃຫຍ່ ກໍຈະບໍ່ມີທາງທີ່ພຣະອົງຈະຍອມຕໍ່ຄວາມອັບອາຍດັ່ງກ່າວ ແລະ ຍອມໃຫ້ພຣະອົງຢູ່ພາຍໃຕ້ຂໍ້ຈໍາກັດຂອງມະນຸດ. ຕາມທໍາມະຊາດຂອງພຣະເຈົ້າ, ທຸກສິ່ງທີ່ຜູ້ຄົນເຮັດ ແລະ ເວົ້າແມ່ນເຮັດໃຫ້ພຣະເຈົ້າໂກດຮ້າຍ ແລະ ພວກເຂົາຄວນຖືກຂ້ຽນຕີ. ໃນສາຍຕາຂອງພຣະເຈົ້າ ບໍ່ມີຜູ້ໃດທີ່ໄດ້ມາດຕະຖານ ແລະ ແຕ່ລະຄົນແມ່ນຢູ່ໃນເປົ້າໝາຍຂອງການໂຈມຕີຂອງພຣະເຈົ້າ. ຍ້ອນຫຼັກການຂອງພາລະກິດຂອງພຣະເຈົ້າໃນປະເທດຈີນ ແລະ ຍິ່ງໄປກວ່ານັ້ນ ຍ້ອນທໍາມະຊາດຂອງມັງກອນແດງທີ່ຍິ່ງໃຫຍ່ ພ້ອມກັບຄວາມຈິງທີ່ວ່າ ປະເທດຈີນແມ່ນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ ແລະ ເປັນດິນແດນທີ່ພຣະເຈົ້າທີ່ບັງເກີດເປັນມະນຸດອາໄສຢູ່, ພຣະເຈົ້າຈຶ່ງຕ້ອງກືນຄວາມໂກດຮ້າຍຂອງຕົວເອງ ແລະ ເອົາຊະນະລູກຫຼານທັງໝົດຂອງມັງກອນແດງທີ່ຍິ່ງໃຫຍ່; ແຕ່ພຣະອົງຈະກຽດຊັງລູກຫຼານຂອງມັງກອນແດງທີ່ຍິ່ງໃຫຍ່ສະເໝີ ເຊິ່ງກໍຄື ພຣະອົງຈະກຽດຊັງທຸກສິ່ງທີ່ມາຈາກມັງກອນແດງທີ່ຍິ່ງໃຫຍ່ສະເໝີ ແລະ ສິ່ງນີ້ຈະບໍ່ມີວັນປ່ຽນແປງ.

ບໍ່ມີໃຜເຄີຍຮູ້ຈັກການກະທໍາຂອງພຣະເຈົ້າ ແລະ ບໍ່ມີສິ່ງໃດເຄີຍແນມເຫັນການກະທໍາຂອງພຣະອົງ. ຍົກຕົວຢ່າງ, ໃນເວລາທີ່ພຣະເຈົ້າກັບຄືນໄປພູເຂົາຊີໂອນ, ແມ່ນໃຜຮູ້ເຖິງສິ່ງນີ້ແດ່? ດ້ວຍເຫດນັ້ນ, ພຣະທໍາທີ່ວ່າ “ເຮົາມາຢູ່ທ່າມກາງມະນຸດຢ່າງງຽບໆ ແລະ ເຮົາກໍຈາກໄປຢ່າງມິດງຽບ. ມີໃຜເຄີຍເຫັນເຮົາບໍ່?” ໄດ້ສະແດງໃຫ້ເຫັນວ່າ ມະນຸດແມ່ນຂາດຄວາມສາມາດໃນການຍອມຮັບປະກົດການຂອງໂລກວິນຍານຢ່າງແທ້ຈິງ. ໃນອະດີດ, ພຣະເຈົ້າໄດ້ກ່າວໄວ້ວ່າ “ຕາເວັນແມ່ນຮ້ອນເປັນໄຟ, ເດືອນແມ່ນໃສແຈ້ງ” ໃນຊ່ວງທີ່ພຣະອົງກັບຄືນໄປພູເຂົາຊີໂອນ. ຍ້ອນຜູ້ຄົນຍັງໝົກມຸ້ນກັບການກັບຄືນສູ່ພູເຂົາຊີໂອນຂອງພຣະເຈົ້າ ແລະ ຍ້ອນພວກເຂົາຍັງບໍ່ໄດ້ປ່ອຍວາງ ພຣະເຈົ້າກໍຈະກ່າວພຣະທໍາທີ່ວ່າ “ຕາເວັນແມ່ນຮ້ອນເປັນໄຟ, ເດືອນແມ່ນໃສແຈ້ງ” ເພື່ອໃຫ້ສອດຄ່ອງກັບແນວຄວາມຄິດຂອງຜູ້ຄົນໂດຍກົງ. ດ້ວຍເຫດນັ້ນ, ເມື່ອແນວຄວາມຄິດຂອງຜູ້ຄົນຖືກພຣະທໍາຂອງພຣະເຈົ້າຕີສອນ, ພວກເຂົາກໍເຫັນວ່າ ການກະທໍາຂອງພຣະເຈົ້າແມ່ນເປັນຕາອັດສະຈັນ ແລະ ເຫັນວ່າ ພຣະທໍາຂອງພຣະອົງແມ່ນເລິກເຊິ່ງ ແລະ ບໍ່ສາມາດຢັ່ງເຖິງໄດ້ ແລະ ບໍ່ສາມາດເຂົ້າໃຈໄດ້ໂດຍທຸກຄົນ; ສະນັ້ນ, ພວກເຂົາຈຶ່ງເອົາເລື່ອງດັ່ງກ່າວນີ້ວາງໄວ້ທາງຂ້າງ ແລະ ຮູ້ສຶກເຖິງຄວາມແຈ່ມແຈ້ງໃນຈິດໃຈຂອງພວກເຂົາ ຄືກັບວ່າ ພຣະເຈົ້າໄດ້ກັບຄືນໄປພູເຂົາຊີໂອນແລ້ວ ແລະ ດ້ວຍເຫດນັ້ນ ຜູ້ຄົນຈຶ່ງບໍ່ໄດ້ສົນໃຈກັບເລື່ອງດັ່ງກ່າວນີ້ຫຼາຍປານໃດ. ນັບແຕ່ນັ້ນມາ ພວກເຂົາຍອມຮັບພຣະທໍາຂອງພຣະເຈົ້າດ້ວຍຫົວໃຈດຽວ ແລະ ຈິດໃຈດຽວ ແລະ ບໍ່ກັງວົນອີກຕໍ່ໄປວ່າ ໄພພິບັດຈະເກີດຂຶ້ນພາຍຫຼັງທີ່ພຣະເຈົ້າກັບຄືນສູ່ພູເຂົາຊີໂອນ. ເມື່ອນັ້ນ ມັນກໍຈະງ່າຍສໍາລັບຜູ້ຄົນ ໃນການຍອມຮັບພຣະທໍາຂອງພຣະເຈົ້າ, ສຸມຄວາມຕັ້ງໃຈທັງໝົດຂອງພວກເຂົາຕໍ່ພຣະທໍາຂອງພຣະເຈົ້າ ແລະ ປ່ອຍໃຫ້ພວກເຂົາບໍ່ມີຄວາມປາດຖະໜາທີ່ຈະພິຈາລະນາສິ່ງອື່ນໃດອີກ.

​ກ່ອນ​ນີ້ :ບົດທີ 10

ຕໍ່​ໄປ:ບົດເສີມທີ: ບົດທີ 2

ທ່ານອາດຈະຍັງມັກ